ກົດໝາຍວ່າດ້ວຍການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ(ສະບັບປັບປຸງ) 21-12-2011

ການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ(ສະບັບປັບປຸງ) 21-12-2011

ໝວດທີ1ບົດບັດຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບເພື່ອເຮັດໃຫ້ພົນລະເມືອງມີສຸຂະພາບສົມບູນ,ມີຄຸນນະພາບຊີວິດທີ່ດີອາຍຸຍືນແນໃສ່ຫຼຸດຜ່ອນອັດຕາການເຈັບປ່ວຍ,ເສຍຊີວິດແລະຕ້ານກັບເຊື້ອພະຍາດຕ່າງໆ,ເຊື່ອມໂຍງກັບຂົງເຂດ,ພາກພື້ນ,ສາກົນແລະເຂົ້າເຖິງເຄືອຂ່າຍຂອງວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບໃຫ້ໄດ້ມາດຕະການສາກົນ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.

ມາດຕາ2(ປັບປຸງ)ການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ ການອະນາໄມແມ່ນການທໍາຄວາມສະອາດແລະການກໍາຈັດສິ່ງທີ່ເປັນອັນຕະລາຍຫຼືອາດຈະເປັນອັນຕະລາຍຕໍ່ສຸຂະພາບທັງດ້ານຮ່າງກາຍ,ຈິດໃຈແລະສັງຄົມຂອງມະນຸດເຊັ່ນການອະນາໄມສ່ວນບຸກຄົນ,ການອະນາໄມການກິນ,ການຢູ່,ການນຸ່ງຫົ່ມແລະອື່ນໆ. ການກັນພະຍາດແມ່ນການນໍາໃຊ້ມາດຕະການວິທີການຕ່າງໆທີ່ມີປະສິດທິຜົນເພື່ອກັນບໍ່ໃຫ້ພະຍາດເກີດຂຶ້ນຫຼືສະກັດກັ້ນບໍ່ໃຫ້ພະຍາດແຜ່ລາມ,ຫຼຸດຜ່ອນຄວາມຮຸນແຮງແລະອັນຕະລາຍຂອງພະຍາດ. ການສົ່ງເສີມສຸຂະພາບແມ່ນຂະບວນການເພີ່ມຄວາມຮູ້,ຄວາມສາມາດ,ສະຕິຕື່ນຕົວຂອງຄົນເຮົາໃນການຄວບຄຸມ,ດູແລແລະພັດທະນາສຸຂະພາບຕົນເອງ,ຄອບຄົວ,ລວມໝູ່ແລະສັງຄົມໃຫ້ດີຂຶ້ນດ້ວຍການຫັນປ່ຽນທັດສະນະຄະຕິ,ການປະພຶດຂອງຕົນ,ສ້າງເງື່ອນໄຂອໍານວຍຄວາມສະດວກແລະວາງຫຼັກການໃນການປະຕິບັດມາດຕະການຕ່າງໆເພື່ອປັບປຸງແບບແຜນດໍາລົງຊີວິດທີ່ດີໂດຍເອົາວຽກງານສຸຂະສຶກສາເປັນໃຈກາງ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ສຸຂະພາບດີໝາຍເຖິງສະພາບທີ່ສົມບູນທາງດ້ານຮ່າງກາຍ,ຈິດໃຈແລະສັງຄົມຫາກບໍ່ແມ່ນພຽງແຕ່ສະພາບບໍ່ເປັນພະຍາດຫຼືບໍ່ພິການເທົ່ານັ້ນ; 2.ຄວາມສ່ຽງຕໍ່ການເປັນອັນຕະລາຍຕໍ່ສຸຂະພາບໝາຍເຖິງການກະທໍາຫຼືແບບແຜນດໍາລົງຊີວິດຫຼືສິ່ງແວດລ້ອມທີ່ບໍ່ມີສຸຂານາໄມດີສາມາດເຮັດໃຫ້ຄົນເຈັບເປັນ,ເປັນພະຍາດຫຼືພິການ; 3.ໂພຊະນາການໝາຍເຖິງຂະບວນການທີ່ເປັນຕ່ອງໂສ້ນັບຕັ້ງແຕ່ການຜະລິດ,ການແຈກຢາຍ,ການປຸງແຕ່ງ,ການບໍລິໂພກອາຫານທີ່ເປັນປະໂຫຍດແລະປອດໄພເຮັດໃຫ້ຮ່າງກາຍ,ມັນສະໝອງຈະເລີນເຕີບໂຕແລະມີພັດທະນາການດີ; 4.ເຫດລໍາຄານໝາຍເຖິງການກະທໍາທີ່ມີຜົນກະທົບຕໍ່ສຸຂະພາບ,ຮ່າງກາຍ,ຈິດໃຈແລະສັງຄົມເຊັ່ນສຽງສັ່ນສະເທືອນ,ແສງ,ສີ,ກິ່ນ,ຄວັນ,ຝຸ່ນລະອອງທີ່ເກີນມາດຕະຖານ; 5.ສະຖານທີ່ບໍລິການສາທາລະນະສຸກໝາຍເຖິງໂຮງໝໍທຸກຂັ້ນ,ສຸກສາລາ,ຫ້ອງກວດພະຍາດ,ແລະຮ້ານຂາຍຢາ; 6.ໄວໜຸ່ມໝາຍເຖິງຜູ້ທີ່ມີອາຍະແຕ່ສິບແປດປີເຖິງຊາວສີ່ປີ; 7.ໄວຈະເລີນພັນໝາຍເຖິງຜູ້ທີ່ມີອາຍຸແຕ່ສິບຫ້າປີເຖິງສີ່ສິບເກົ້າປີ; 8.ຜູ້ອາຍຸສູງໝາຍເຖິງຜູ້ທີ່ມີອາຍຸແຕ່ຫົກສິບປີຂຶ້ນໄປ; 9.ຟອກໂມນໝາຍເຖິງຢາໃສ່ຊາກສົບເພື່ອກັນການເນົ່າເໝັນ; 10.ເຄຫະສະຖານໝາຍເຖິງເຮືອນຢູ່ແລະສິ່ງຕ່າງໆທີ່ຕັ້ງຢູ່ໃນບໍລິເວນເດີ່ນບ້ານ,ເຮືອ,ແພທີ່ໃຊ້ເປັນບ່ອນຢູ່ປະຈໍາຂອງຄອບຄົວ,ພາຫະນະທີ່ມີບ່ອນນອນແລະຫ້ອງນໍ້າ,ສໍານັກງານ,ເຮືອນພັກ,ໂຮງແຮມແລະອື່ນໆ; 11.ມົນລະພິດໝາຍເຖິງສະພາວະຂອງສິ່ງແວດລ້ອມທີ່ມີການປ່ຽນແປງທາງດ້ານວັດຖຸ,ຊີວະແລະເຄມີຍ້ອນມີສານຫຼືທາດຕ່າງໆເຈືອປົນຢູ່ໃນນໍ້າ,ດິນ,ອາກາດເກີນມາດຕະຖານຄຸນນະພາບສິ່ງແວດລ້ອມທີ່ໄດ້ກໍານົດໄວ້; 12.ສະຖານທີ່ຄຸມຂັງໝາຍເຖິງສະຖານທີ່ກັກຕົວ,ສະຖານທີ່ກັກຂັງ,ຄ້າຍດັດສ້າງແລະສູນດັດສ້າງ.

ມາດຕາ4(ໃໝ່)ນະໂຍບາຍກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ ລັດໃຫ້ຄວາມສໍາຄັນແລະເອົາໃຈໃສ່ຕໍ່ການຮັກສາແລະສົ່ງເສີມສຸຂະພາບຂອງປະຊາຊົນບັນດາເຜົ່າລວມທັງແມ່ຍິງແລະເດັກນ້ອຍ,ຜູ້ພິການດ້ວຍການໃຫ້ຄວາມຮູ້,ຂໍ້ມູນຂ່າວສານ,ຊຸກຍູ້,ປຸກລະດົມຂົນຂວາຍ,ຂະຫຍາຍວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບທັງພາກລັດແລະເອກະຊົນ,ສົ່ງເສີມໃຫ້ຊຸມຊົນ,ເອກະຊົນມີສ່ວນຮ່ວມໃນການພັດທະນາລະບົບການບໍລິການສາທາລະນະສຸກໃຫ້ທົ່ວເຖິງແລະມີຄຸນນະພາບດີ. ລັສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດສັງຄົມທັງພາຍໃນແລະຕ່າງປະເທດລົງທຶນໃສ່ວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບດ້ວຍການວາງນະໂຍບາຍ,ລະບຽບກນ,ມາດຕະການທີ່ເໝາະສົມຕາມລະບຽບກົດໝາຍ. ລັດຈັດຕັ້ງໃຫ້ມີລະບົບການເຝົ້າລະວັງ,ຊອກຫາແລະຄົ້ນພົບພະຍາດແຕ່ຫົວທີດ້ວຍການວາງແຜນຍຸດທະສາດແນໃສ່ບໍ່ໃຫ້ມີການລະບາດຂອງພະຍາດເກີດຂຶ້ນ,ຖ້າຫາກເກີດກໍ່ສາມາດສະກັດກັ້ນແລະຄວບຄຸມໃຫ້ທັນເວລາ.

ມາດຕາ5(ໃໝ່)ຫຼັກການກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ ການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບໃຫ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1.ປະຕິບັດຕາມນະໂຍບາຍແລະລະບຽບກົດໝາຍກ່ຽວກັບການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຢ່າງເຂັ້ມງວດ; 2.ປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບເພື່ອພັດທະນາຕົນເອງ,ຄອບຄົວແລະຊຸມຊົນ; 3.ຖືເອົາການໂຄສະນາສຸຂະສຶກສາ,ອົບຮົມວິຊາການແລະໃຫ້ຄໍາແນະນໍາກ່ຽວກັບການອະນາໄມ,ກັນພະຍາດແລະສົ່ງເສີມຂຸຂະພາບເປັນວຽກໃຈກາງຂອງການພັດທະນາສາທາລະນະສຸກ; 4.ຖືເອົາການປະສານສົມທົບລະຫວ່າງບັນດາຂະແໜງການແລະອົງການປົກຄອງທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບເປັນພັນທະແລະຄວາມຮັບຜິດຊອບຂອງທົ່ວສັງຄົມ.

ມາດຕາ6(ປັບປຸງ)ສິດແລະພັນທະຂອງພົນລະເມືອງໃນການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ ພົນລະເມືອງທຸກຄົນໂດຍບໍ່ຈໍາແນກເຜົ່າ,ເພດ,ໄວ,ຖານະທາງດ້ານເສດຖະກິດແລະສັງຄົມລ້ວນແຕ່ມີສິດໄດ້ຮັບຂໍ້ມູນຂ່າວສາານ,ການແນະນໍາດ້ານການອະນາໄມ,ກັນພະຍາດ,ສົ່ງເສີມສຸຂະພາບແລະຮັບການບໍລິການດານສຸຂະພາບແລະມີພັນທະໃນການຮັກສາສຸຂະພາບຂອງຕົນ,ຄອບຄົວແລະສັງຄົມ,ປະກອບສ່ວນເຂົ້າໃນວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຢ່າງຕັ້ງໜ້າ.

ມາດຕາ7(ໃໝ່)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນລວມທັງການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ດໍາລົງຊີວິດຢູ່ໃນດິນແດນຂອງສປປລາວ.

ມາດຕາ8(ປັບປຸງ)ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການຄົ້ນຄວ້າວິທະຍາສາດ,ເຕັກໂນໂລຊີແລະການຝຶກອົບຮົມ,ການກໍ່ສ້າງແລະບໍາລຸງພະນັກງານ,ການຊ່ວຍເຫຼືອແລະການຮ່ວມມືອື່ນໆ.

ໝວດທີ2ການອະນາໄມ

ມາດຕາ9(ປັບປຸງ)ຄວາມສໍາຄັນຂອງການອະນາໄມ ການອະນາໄມແມ່ນວຽກງານຈໍາເປັນແລະເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມແນໃສ່ກັນພະຍາດແລະສົ່ງເສີມສຸຂະພາບຂອງທົ່ວສັງຄົມ,ມີຄວາມສໍາຄັນໃນການດໍາລົງຊີວິດປະຈໍາວັນທີ່ມີສຸຂານາໄມທີ່ດີເຮັດໃຫ້ຄົນເຮົາຫຼຸດຜ່ອນຈາກການເປັນພະຍາດ,ມີຄຸນນະພາບຊີວິດທີ່ດີ,ມີຄວາມເບີກບານແລະມີອາຍຸຍືນຍາວ. ບຸກຄົນ,ຄອບຄົວແລະຊຸມຊົນຕ້ອງເອົາໃຈໃສ່ຕໍ່ການຮັກສາອະນາໄມໃຫ້ເປັນຄວາມຊິນເຄີຍຢ່າງເປັນປົກກະຕິ.

ມາດຕາ10(ປັບປຸງ)ອົງປະກອບຂອງການອະນາໄມ ການອະນາໄມປະກອບດ້ວຍ: -ການອະນາໄມສ່ວນບຸກຄົນ,ຄອບຄົວ,ຊຸມຊົນ; -ການອະນາໄມນໍ້າດື່ມແລະນໍ້າໃຊ້,ອາຫານແລະເຄື່ອງບໍລິໂພກ; -ການອະນາໄມ້ເຄຫະສະຖານ,ໂຮງແຮມ,ເຮືອນພັກແລະຮ້ານອາຫານ; -ການອະນາໄມໂຮງຮຽນແລະສະຖາບັນການສຶກສາ; -ການອະນາໄມ້ສະຖານທີ່ບໍລິການສາທາລະນະສຸກ; -ການອະນາໄມໃນການອອກແຮງງານແລະຊີຊາຊີບ,ໃນການຜະລິດ,ສະຖານທີ່ກໍ່ສ້າງ,ສ້ອມແປງແລະໂຮງຈັກໂຮງງານ; -ການອະນາໄມສະຖານທີ່ສາທາລະນະ,ຕະຫຼາດ,ໃນການຊາປະນະກິດສົບ; -ການອະນາໄມສິ່ງແວດລ້ອມ; -ການອະນາໄມສະຖານທີ່ຄຸມຂັງ.

ມາດຕາ11ການອະນາໄມສ່ວນບຸກຄົນ ການອະນາໄມສ່ວນບຸກຄົນແມ່ນການບໍາລຸງຮັກສາຮ່າງກາຍ,ຈິດໃຈຂອງຕົນເອງເພື່ອຫຼີກເວັ້ນການເຈັບເປັນຫຼືເກີດພະຍາດແລະສາມາດດໍາລົງຊີວິດຢູ່ໃນສັງຄົມຢ່າງເປັນປົກກະຕິ. ທຸກຄົນຕ້ອງເອົາໃຈໃສ່ທໍາຄວາມສະອາດຕົນເອງ,ກິນ,ດື່ມ,ຖ່າຍເທ,ນຸ່ງຫົ່ມ,ນອນ,ອອກແຮງງານ,ອອກກໍາລັງກາຍເປັນປົກກະຕິແລະພັກຜ່ອນລວມທັງການມີເພດສໍາພັນໃຫ້ຖືກຕ້ອງຕາມຫຼັກການອະນາໄມ.

ມາດຕາ12(ປັບປຸງ)ການອະນາໄມ້ຄອບຄົວ ການອະນາໄມ້ຄອບຄົວແມ່ນການເບິ່ງແຍງດູແລໃຫ້ສະມາຊິກໃນຄອບຄົວທໍາຄວາມສາອາດເຮືອນຊານໃຫ້ມີຄວາມເປັນລະບຽບ,ຈົບງາມແລະໜ້າຢູ່ສະເໝີ. ແຕ່ລະຄອບຄົວຕ້ອງເອົາໃຈໃສ່ສ້າງເງື່ອນໄຂໃຫ້ມີນໍ້າສະອາດດື່ມແລະໃຊ້,ມີອາຫານກິນທີ່ມີຄຸນຄ່າທາງດ້ານໂພຊະນາການ,ມີຄວາມປອດໄພ,ມີວິດຖ່າຍຢ່າງຖືກຫຼັກການອະນາໄມ,ມີເຄື່ອງນຸ່ງຫົ່ມທີ່ສະອາດເໝາະສົມ,ນໍາເອົາລຸກແລະຫຼານໄປກວດສຸຂະພາບແລະປິ່ນປົວເວລາເຈັບເປັນ,ຮັບປະກັນການອະນາໄມ້ສາມສະອາດ,ສຶກສາອົບຮົມກັນໃຫ້ຮູ້ຄວາມເປັນອັນຕະລາຍຂອງການສູບຢາແລະການດື່ມເຫຼົ້າ,ໃຫ້ຫຼີກເວັ້ນການເສບຢາເສບຕິດແລະພະຍາດຕິດຕໍ່ທາງເພດສໍາພັນແນໃສ່ສ້າງໃຫ້ເປັນຄອບຄົວແບບຢ່າງສາທາລະນະສຸກ.

ມາດຕາ13ການອະນາໄມຊຸມຊົນ ການອະນາໄມ້ຊຸມຊົນແມ່ນການຮັກສາຄວາມສະອາດຈົບງາມຮ່ວມກັນພາຍໃນໜ່ວຍ,ຄຸ້ມ,ບ້ານ,ເມືອງ,ເທດສະບານ. ທຸກຄົນຢູ່ໃນຊຸມຊົນມີພັນທະເອົາໃຈໃສ່ໃນການກໍາຈັດຂີ້ເຫຍື້ອແລະນໍ້າເປິເປື້ອນ,ຮັກສາອະນາໄມແຫຼ່ງນໍ້າ,ນໍ້າດື່ມ,ນໍາໃຊ້,ອະນາໄມຖະໜົນຫົນທາງ,ຕະຄອງຮ່ອງນໍ້າ,ສະຖານທີ່ສາທາລະນະຕ່າງໆເປັນຕົ້ນຫ້ອງນໍ້າຫຼືວິດຖ່າຍເພື່ອບໍ່ໃຫ້ເກີດເຊື້ອພະຍາດ,ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,ສະອາດສວຍງາມເພື່ອສຸຂະພາບຂອງຕົນເອງແລະຊຸມຊົນ.

ມາດຕາ14(ປັບປຸງ)ການອະນາໄມນໍ້າດື່ມແລະນໍ້າໃຊ້ ການອະນາໄມນໍ້າດື່ມແລະນໍ້າໃຊ້ແມ່ນຂະບວນການບໍາບັດນໍ້າເຊັ່ນການຕົ້ມ,ການກັ່ນຕອງ,ການຂ້າເຊື້ອດ້ວຍນໍ້າຢາ,ການຜະລິດແລະການບໍລິການຖືກຕ້ອງຕາມມາດຕະຖານນໍ້າດື່ມແລະນໍ້າໃຊ້ທີ່ກະຊວງສາທາລະນະສຸກວາງອອກ. ນໍ້າທີ່ນໍາມາໃຊ້ປະຈໍາວັນຕ້ອງໄດ້ມາຈາກແຫຼ່ງນໍ້າເຊັ່ນນໍ້າປະປາ,ນໍ້າສ້າງ,ນໍ້າຝົນ,ນໍ້າບາດານ,ນໍ້າລິນ,ນໍ້າອອກບໍ່,ບໍ່ນໍ້າອຸ່ນ,ແມ່ນໍ້າ,ລໍາເຊ,ນໍ້າຫ້ວຍແລະອື່ນໆຊຶ່ງນໍ້າເຫຼົ່ານີ້ຕ້ອງຮັບປະກັນຄວາມສະອາດແລະຄວາມປອດໄພ.

ມາດຕາ15(ປັບປຸງ)ການອະນາໄມອາຫານແລະເຄື່ອງບໍລິໂພກ ການອະນາໄມອາຫານແລະເຄື່ອງບໍລິໂພກແມ່ນຂະບວນການກວດກາຄວາມສະອາດ,ຄວບຄຸມອາຫານແລະເຄື່ອງບໍລິໂພກໃຫ້ສະອາດ,ປອດໄພຈາກເຊື້ອພະຍາດ,ແມ່ກາຝາກແລະສານເຄມີທີ່ເປັນພິດຊຶ່ງເປັນອັນຕະລາຍຕໍ່ສຸຂະພາບແລະການຈະເລີນເຕີບໂຕຂອງຮ່າງກາຍໃນການດໍາລົງຊີວິດຂອງຄົນ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນການປຸງແຕ່ງອາຫານ,ປຸງແຕ່ງຜະລິດຕະພັນອຫານ,ຫຸ້ມຫໍ່,ເກັບຮັກສາ,ເຄື່ອນຍ້າຍແລະບໍລິການອາຫານຕ້ອງຮັບປະກັນຄຸນນະພາບ,ຖື້ຕອງຕາມມາດຕະການການຜະລິດແລະຮັບປະກັນຫຼັກການອະນາໄມ. ຜູ້ຜະລິດແລະຜູ້ຂາຍອາຫານຕ້ອງໄດ້ຮັບການກວດແລະການຢັ້ງຢືນສຸຂະພາບເສຍກ່ອນແລະບໍ່ອະນຸຍາດໃຫ້ນໍາເອົາອາຫານທີ່ໝົດອາຍຸມາຈໍາໜ່າຍ. ອາຫານແລະເຄື່ອງບໍລິໂພກທີ່ຜະລິດຢູ່ພາຍໃນຫຼືນໍາເຂົ້າມາຈາກຕ່າງປະເທດຕ້ອງຜ່ານການກວດກາຈາກຂະແໜງການທີ່ກ່ຽວຂ້ອງແລະໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ມາດຕາ16(ປັບປຸງ)ການອະນາໄມເຄຫະສະຖານ ການອະນາໄມເຄຫະສະຖານແມ່ນການຮັກສາຄວາມສະອາດຈົບງາມແລະການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງເຮືອນ,ສໍານັກງານຫ້ອງການ,ກ້ອງຕະລ່າງເຮືອນ,ອ້ອມແອ້ມເຮືອນຢູ່ເພື່ອດໍາລົງຊີວິດແລະປະຕິບັດວຽກງານທີ່ປາສະຈາກມົນລະພິດແລະຄວາມສ່ຽງໃນການຕິດເຊື້ອພະຍາດ. ສະຖານທີ່ຕັ້ງເຄຫະສະຖານຕ້ອງຮັບປະກັນຄວາມສະຫງົບແລະຄວາມປອດໄພຈາກພະຍາດຕິດແປດ,ມົນລະພິດແລະເຫດລໍາຄ້ານຕ່າງໆ. ເພື່ອຮັບປະກັນໃຫ້ເຄຫະສະຖານມີຄວາມສະອາດຖືກຕ້ອງຕາມຫຼັກການອະນາໄມ,ພາຍໃນເຮືອນ,ສໍານັກງານຫ້ອງການນັ້ນຕ້ອງໃຫ້ມີແສງສະຫວ່າງແລະອາຫານຖ່າຍເທຢ່າງພຽງພໍ,ຕ້ອງປັດກວາດ,ເຊັດຖູຢ່າງເປັນປົກກະຕິ,ໃຫ້ມີວິດຖ່າຍ,ມີຖັງຫຼືກະຕ່າງໃສ່ຂີ້ເຫຍື້ອແລະມີຮ່ອງລະບາຍນໍ້າເປື້ອນ,ຈັດສັນບ່ອນຖິ້ມຂີ້ເຫຍື້ອ,ໃຫ້ກໍາຈັດຂີ້ເຫຍື້ອແລະນໍ້າເປື້ອນຢ່າງຖືກຕ້ອງແລະເປັນປົກກະຕິ,ບໍ່ໃຫ້ມີຄອກສັດລ້ຽງຢູ່ກ້ອງຕະລ່າງເຮືອນ,ໃຫ້ຮັກສາສັດລ້ຽງຢູ່ໃນຄອກສະເພາະ,ບໍ່ປ່ອຍຕາມສະຖານທີ່ສາທາລະນະແລະມີບ່ອນເກັບມ້ຽນຮັກສາຜົນລະປູກ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ້ອງມີຄວາມຮັບຜິດຊອບຕໍ່ການອະນາໄມເຄຫະສະຖານ,ເຮືອນ,ສໍານັກງານຫ້ອງການຂອງຕົນໃຫ້ສະອາດ,ມີຄວາມເປັນລະບຽບຮຽບຮ້ອຍຈົບງາມຢູ່ສະເໝີ.

ມາດຕາ17(ປັບປຸງ)ການອະນາໄມໂຮງແຮມ,ເຮືອນພັກແລະຮ້ານອາຫານ ການອະນາໄມໂຮງແຮມ,ເຮືອນພັກແລະຮ້ານອາຫານແມ່ນການຮັກສາຄວາມສະອາດຈົບງາມ,ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພ. ສະຖານທີ່ຕັ້ງຂອງໂຮງແຮມ,ເຮືອນພັກແລະຮ້ານອາຫານຕ້ອງຢູ່ບ່ອນທີ່ເໝາະສົມ,ຮັບປະກັນຄວາມປອດໄພຈາກພະຍາດຕິດແປດ,ອຸປະຕິເຫດ,ເຫດລໍາຄານແລະອັນຕະລາຍຕ່າງໆ. ຫ້ອງນອນຕ້ອງມີບໍລິມາດພຽງພໍແລະເໝາະສົມກັບຈໍານວນຄົນທີ່ມາພັກເຊົາ,ມີແສງສະຫວ່າງ,ມີອາກາດຖ່າຍເທ,ຈັດໃຫ້ມີວິດຖ່າຍຢ່າງພຽງພໍແລະຖືກຕ້ອງຕາມຫຼັກການອະນາໄມ,ມີຫ້ອງອາບນໍ້າ,ອ່າງລ້າງໜ້າ,ມີຮ່ອງລະບາຍນໍ້າເປື້ອນ,ມີຖັງຫຼືກະຕ່າເກັບມ້ຽນຂີ້ເຫຍື້ອ,ມີການກໍາຈັດຂີ້ເຫຍື້ອ,ນໍ້າເປື້ອນໃຫ້ຖືກຕ້ອງແລະຈັດຫານໍ້າດື່ມນໍ້າໃຊ້ທີ່ສະອາດຢ່າງພຽງພໍ. ຜູ້ປະກອບການຕ້ອງມີຄວາມຮັບຜິດຊອບໃນການຮັກສາຄວາມສະອາດຈົບງາມ,ຄວາມເປັນລະບຽບຮຽບຮ້ອຍຂອງໂຮງແຮມ,ເຮືອນພັກແລະຄວາມປອດໄພຈາກການຕິດເຊື້ອພະຍາດຂອງຜູ້ມາພັກເຊົາ. ໂຮງແຮມ,ເຮືອນພັກແລະຮ້ານອາຫານຕ້ອງຮັກສາມາດຕະຖານຂອງການອະນາໄມຕາມການອະນຸຍາດໃຫ້ປະກອບການ.

ມາດຕາ18(ປັບປຸງ)ການອະນາໄມໂຮງຮຽນແລະສະຖາບັນການສຶກສາ ການອະນາໄມໂຮງຮຽນແລະສະຖາບັນການສຶກສາແມ່ນການຮັກສາຄວາມສະອາດຈົບງາມແລະຄວາມເປັນລະບຽບຮຽບຮ້ອຍຂອງໂຮງຮຽນແລະສະຖາບັນການສຶກສາ. ສະຖານທີ່ຕັ້ງຂອງໂຮງຮຽນແລະສະຖາບັນການສຶກສາຕ້ອງຮັບປະກັນການບໍ່ຖືກລົບກວນຈາກພາຍນອກ,ຄວາມປອດໄພຈາກພະຍາດຕິດແປດ,ຈາກອຸປະຕິເຫດແລະອັນຕະລາຍຕ່າງໆ,ໃຫ້ມີບ່ອນຫຼິ້ນກິລາແລະບ່ອນພັກຜ່ອນ. ອາຄານໂຮງຮຽນແລະສະຖາບັນການສຶກສາຕ້ອງມີເນື້ອທີ່ພຽງພໍເໝາະສົມກັບຈໍານວນນັກຮຽນນັກສຶກສາ,ມີແສງສະຫວ່າງ,ມີອາກາດຖ່າຍເທຢ່າງພຽງພໍ,ມີໂຕະຕັ່ງໃຫ້ເໝາະສົມກັບໄວອາຍຸຂອງນັກຮຽນ. ຄູ,ນັກຮຽນ,ນັກສຶກສາແລະການຈັດຕັ້ງທີ່ກ່ຽວຂ້ອງຕ້ອງຮັບປະກັນໃຫ້ໂຮງຮຽນແລະສະຖາບັນການສຶກສາສະອາດຢູ່ສະເໝີ,ຕ້ອງໃຫ້ມີນໍ້າດື່ມ,ນໍ້າໃຊ້,ນໍ້າລ້າງມືແລະວິດຖ່າຍທີ່ສະອາດແລະຖືກຕ້ອງຕາມຫຼັກການອະນາໄມແລະສິ່ງອໍານວຍຄວາມສະດວກທີ່ຈໍາເປັນ,ນອກຈາກນັ້ນຕ້ອງຈັດຕັ້ງກວດສຸຂະພາບໃຫ້ນັກຮຽນ,ນັກສຶກສາເປັນລະບົບປົກກະຕິຢ່າງໜ້ອຍປີລະເທື່ອ. ສໍາລັບເຮືອນລ້ຽງເດັກແລະໂຮງຮຍນອະນຸບານກໍ່ໃຫ້ປະຕິບັດຕາມຫຼັກການທີ່ກ່າວມານີ້ເຊັ່ນດຽວກັນ.

ມາດຕາ19(ປັບປຸງ)ການອະນາໄມສະຖານທີ່ບໍລິການສາທາລະນະສຸກ ການອະນາໄມສະຖານທີ່ບໍລິການສາທາລະນະສຸກເປັນຕົ້ນໂຮງໝໍ,ສຸກສາລາ,ຫ້ອງກວດພະຍາດແລະຮ້ານຂາຍຢາແມ່ນການຮັກສາຄວາມສະອາດຈົບງາມແລະຄວາມເປັນລະບຽບຮຽບຮ້ອຍຂອງສະຖານທີ່ດັ່ງກ່າວ. ສະຖານທີ່ບໍລິການສາທາລະນະສຸກຕ້ອງໃຫ້ເປັນແບບຢ່າງສະອາດງາມຕາ,ຮັບປະກັນຫຼັກການອະນາໄມ,ປາສະຈາກການແຜ່ເຊື້ອພະຍາດຈາກຄົນເຈັບ,ຈາກເຄື່ອງມື,ເຄື່ອງໃຊ້ແລະອຸປະກອນການແພດຕ້ອງມີວິດຖ່າຍ,ມີນໍ້າດື່ມ,ນໍ້າໃຊ້ຢ່າງພຽງພໍ,ມີລະບົບບໍາບັດນໍ້າເປື້ອນ,ມີລະບົບແຍກປະເພດ,ບ່ອນເກັບມ້ຽນແລະກໍາຈັດຂີ້ເຫຍື້ອ.

ມາດຕາ20(ປັບປຸງ)ການອະນາໄມໃນການອອກແຮງງານແລະວິຊາຊີບ ການອະນາໄມໃນການອອກແຮງງານແລະວິຊາຊີບແມ່ນການດູແລເບິ່ງແຍງ,ກວດກາເງື່ອນໄຂສະພາບແວດລ້ອມຂອງຜູ້ອອກແຮງງານແລະຜູ້ປະກອບວິຊາຊີບແນໃສ່ຮັກສາສຸຂະພາບຂອງພວກກ່ຽວໃນຂັງເຂດອຸດສາຫະກໍາ,ກະສິກໍາ,ຫັດຖະກໍາແລະອື່ນໆເພື່ອບໍ່ໃຫ້ເປັນພະຍາດ,ຖືກສານເຄມີ,ກໍາມັນຕະພາບລັງສີທີ່ເປັນອັນຕະລາຍຕໍ່ສຸຂະພາບຫຼືຊີວິດຂອງຜູ້ອອກແຮງງານແລະຄົນອ້ອມຂ້າງ. ຜູ້ໃຊ້ແຮງງານຕ້ອງປະກອບອຸປະກອນປ້ອງກັນໄພແຮງງານໃຫ້ແກ້ຜູ້ອອກແຮງງານລວມທັງຮັບປະກັນຫຼັກການອະນາໄມຂອງສະຖານທີ່ອອກແຮງງານເປັນຕົ້ນຕ້ອງໃຫ້ມີແສງສະຫວ່າງ,ມີອາກາດຖ່າຍເທຢ່າງພຽງພໍ,ມີອຸນນະພູມ,ມີຄວາມປຽກຊຸ່ມ,ມີຄວາມສັ່ນສະເທືອນ,ມີສຽງດັງ,ມີກິ່ນແລະຂີ້ຝຸ່ນບໍ່ໃຫ້ເກີນມາດຕະການຕາມທີ່ໄດ້ກໍານົດໄວ້ໃນລະບຽບການ. ຜູ້ອອກແຮງງານແລະຜູ້ປະກອບວິຊາຊີບເປັນຕົ້ນໃນຂະແໜງວຽກງານທີ່ເປັນອັນຕະລາຍຕໍ່ສຸຂະພາບຕ້ອງໄດ້ຮັບການປ້ອງກັນ,ການກວດ,ປິ່ນປົວ,ເບິ່ງແຍງສຸຂະພາບຕາມລະບຽບກົດໝາຍ.

ມາດຕາ21ການອະນາໄມໃນການຜະລິດ ການອະນາໄມໃນການຜະລິດແມ່ນການຮັບປະກັນເງື່ອນໄຂແລະມາດຕະຖານການຜະລິດເຄື່ອງບໍລິໂພກແລະອຸປະໂພກໂດຍສະເພາະເຄື່ອງໃຊ້ສອຍປະຈໍາວັນ,ເຄື່ອງຫຼິ້ນເດັກນ້ອຍ,ເຄື່ອງສໍາອາງເພື່ອປາສະຈາກເຊື້ອພະຍາດແລະສານເຄມີຕົກຄ້າງທີ່ອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ຊົມໃຊ້. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ທໍາການຜະລິດເຄື່ອງບໍລິໂພກແລະອຸປະໂພກນັ້ນຕ້ອງຮັບປະກັນມາດຕະຖານເຕັກນິກການຜະລິດ,ເຕັກນິກຄວບຄຸມການກໍາຈັດສິ່ງເສດເຫຼືອຕາມຫຼັກການອະນາໄມເພື່ອບໍ່ໃຫ້ເປັນອັນຕະລາຍແກ່ສຸຂະພາບຂອງຄົນແລະສິ່ງແວດລ້ອມ.

ມາດຕາ22(ປັບປຸງ)ການອະນາໄມສະຖານທີ່ກໍ່ສ້າງ,ສ້ອມແປງແລະໂຮງຈັກໂຮງງານ ການອະນາໄມສະຖານທີ່ກໍ່ສ້າງ,ສ້ອມແປງແລະໂຮງຈັກໂຮງງານແມ່ນການປະຕິບັດມາດຕະການແລະວິທີການອັນຈໍາເປັນໃນການກໍ່ສ້າງຖະໜົນຫົນທາງ,ການປຸກສ້າງ,ການສ້ອມແປງເຄຫະສະຖານແລະໂຮງຈັກໂຮງງານໃຫ້ຖືກຕ້ອງຕາມຫຼັກການອະນາໄມເພື່ອຮັບປະກັນບໍ່ໃຫ້ເປັນໄພອັນຕະລາຍຕໍ່ສຸຂະພາບແລະຊີວິດຂອງຜູ້ອອກແຮງງານ,ຂອງປະຊາຊົນທີ່ຢູ່ໃກ້ຄຽງຫຼືຜູ້ສັນຈອນໄປມາ. ເພື່ອຮັບປະກັນຄວາມປອດໄພ,ຄວາມສະອາດແລະຄວາມສະດວກຂອງສະຖານທີ່ກໍ່ສ້າງ,ສ້ອມແປງແລະໂຮງຈັກໂຮງງານນັ້ນຜູ້ເປັນເຈົ້າຂອງຫຼືຜູ້ຮັບຜິດຊອບສະຖານທີ່ດັ່ງກ່າວຕ້ອງມີປ້າຍສັນຍານເຕືອນ,ມີຮົ້ວອ້ອມ,ສິ່ງກັ້ງບັງ,ຜ້າປິດ,ຕາໜ່າງອ້ອມສະຖານທີ່ນັ້ນໄວ້ຫຼືຫົດນໍ້າເພື່ອບໍ່ໃຫ້ວັດຖຸກໍ່ສ້າງ,ສິ່ງເປິເປື້ອນ,ຂີ້ຝຸ່ນຕົກຫຼືປິວອອກນອກສະຖານທີ່ດັ່ງກ່າວ.

ມາດຕາ23ການອະນາໄມສະຖານທີ່ສາທາລະນະ ການອະນາໄມສະຖານທີ່ສາທາລະນະແມ່ນການຮັກສາຄວາມສະອາດຈົບງາມແລະຄວາມເປັນລະບຽບຮຽບຮ້ອຍຂອງສະຖານທີ່ຊຸມນຸມ,ບັນເທີງ,ພັກຜ່ອນຂອງມວນຊົນເຊັ່ນວັດວາອາຮາມ,ປູສະນີຍະສະຖານ,ອະນຸສອນສະຖານ,ສວນສາທາລະນະ,ສະຖານທີ່ທ່ອງທ່ຽວ,ໂຮງມະໂຫລະສົບ,ສະໜາມກິລາ,ສະໜາມບິນ,ທ່າເຮືອ,ຕະຫຼາດ,ສະຖານີຈອດລົດ,ຖະໜົນຫົນທາງແລະສະຖານທີ່ຈັດງານອື່ນໆ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ້ອງມີຄວາມຮັບຜິດຊອບໃນການປະຕິບັດລະບຽບອະນາໄມສະຖານທີ່ສາທາລະນະຢ່າງເຂັ້ມງວດ.

ມາດຕາ24(ປັບປຸງ)ການອະນາໄມຕະຫຼາດ ການອະນາໄມຕະຫຼາດແມ່ນການປະຕິບັດມາດຕະຖານແລະວິທີການອັນຈໍາເປັນກ່ຽວກັບຄວາມສະອາດປອດໄພແລະຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດແນ່ໃສ່ຮັບປະກັນຄວາມສະອາດຂອງສິນຄ້າແຕ່ລະປະເພດ. ສະຖານທີ່ຕັ້ງຂອງຕະຫຼາດຕ້ອງຢູ່ບ່ອນເໝາະສົມ,ຫ່າງໄກຈາກແຫຼ່ງເປິເປື້ອນ,ປ່າຊ້າແລະບ່ອນລ້ຽງສັດ,ມີເນື້ອທີ່ກວ້າງຂວາງແລະສັນຈອນໄປມາສະດວກ,ມີແສງສະຫວ່າງພຽງພໍ,ອາກາດລ່ວງດີ,ມີລະບົບລະບາຍນໍ້າເປື້ອນ,ລະບົບເກັບມ້ຽນ,ກໍາຈັດຂີ້ເຫຍື້ອ,ມີຈໍ້າໃຊ້ແລະວິດຖ່າຍສະອາດພຽງພໍ,ມີສະຖານທີ່ຈອດລົດທີ່ຮັບປະກັນ,ມີລະບົບຈັດວາງສິນຄ້າຕ່າງໆເຊັ່ນອາຫານແຫ້ງ,ອາຫານສົດ,ເຄື່ອງໃຊ້ປະຈໍາວັນແລະອື່ນໆ. ຜູ້ຈັດສັນຕະຫຼາດ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັັ້ັງທີ່ນໍາເອົາສິນຄ້າຕ່າງໆມາຂາຍໃນຕະຫຼາດຕ້ອງມີຄວາມຮັບຜິດຊອບໃນການປະຕິບັດຫຼັກການອະນາໄມ.

ມາດຕາ25(ປັບປຸງ)ການອະນາໄມໃນການຊາປະນະກິດສົບ ການອະນາໄມໃນການຊາປະນະກິດສົບແມ່ນຂະບວນການປະຕິບັດຫຼັກການອະນາໄມກ່ຽວກັບຊາກສົບເພື່ອກັນບໍ່ໃຫ້ເຊື້ອພະຍາດແຜ່ຂະຫຍາຍນັບແຕ່ຂັ້ນຕອນຮັກສາ,ເຄື່ອນຍ້າຍ,ຝັງຫຼືຈູດເຜົາຊາກສົບ. ຊາກສົບຕ້ອງໃສ່ຢາ,ຫຸ້ມຫໍ່ແລະໃສ່ຫີບເພື່ອບໍ່ໃຫ້ສົ່ງກິ່ນເໝັນຫຼືແຜ່ເຊື້ອພະຍາດ. ໃນເວລາເຄື່ອນຍ້ານ,ຈູດເຜົາ,ຝັງສົບລວມທັງການເຄື່ອນຍ້າຍຊາກສົບຫຼືອັດຖິຕ່ານສປປລາວຕ້ອງຮັບປະກັນຫຼັກການອະນາໄມ.

ມາດຕາ26(ປັບປຸງ)ການອະນາໄມສິ່ງແວດລ້ອມ ການອະນາໄມສິ່ງແວດລ້ອມແມ່ນວິທີການທີ່ເຮັດໃຫ້ການພົວພັນລະຫວ່າງສິ່ງແວດລ້ອມກັບຄົນດີຂຶ້ນທາງດ້ານສຸຂະພາບຮ່າງກາຍ,ຈິດໃຈແລະສັງຄົມ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ຮັບປະກັນການອະນາໄມຄອກສັດ,ໂຮງຂ້າສັດ,ການຄວບຄຸມມົນລະພິດ,ສັດແລະແມງໄມ້ນໍາເຊື້ອພະຍາດ,ເຫດລໍາຄານ,ການກໍາຈັດຂີ້ເຫຍື້ອແລະນໍ້າເປື້ອນ. ບຸກຄົນ,ຄອບຄົວ,ລວມໝູ່ແລະການຈັດຕັ້ງຕ້ອງປົກປັກຮັກສາແລະພັດທະນາສິ່ງແວດລ້ອມດ້ວຍການອະນາໄມແນ່ໃສ່ຮັກສາສຸຂະພາບຂອງຕົນເອງແລະຜູ້ອື່ນ.

ມາດຕາ27(ໃໝ່)ການອະນາໄມສະຖານທີ່ຄຸມຂັງ ການອະນາໄມສະຖານທີ່ຄຸມຂັງແມ່ນການຮັກສາຄວາມສະອາດ,ຄວາມເປັນລະບຽບຮຽບຮ້ອຍພາຍໃນສະຖານທີ່ຄຸມຂັງເພື່ອຮັບປະກັນບໍ່ໃຫ້ເກີດເຊື້ອພະຍາດຕໍ່ຜູ້ຖືກຫາແລະນັກໂທດ.

ໝວດທີ3ການກັນພະຍາດ

ມາດຕາ28(ປັບປຸງ)ຄວາມສໍາຄັນຂອງການກັນພະຍາດ ການກັນພະຍາດເປັນວຽກຕົ້ນຕໍແລະເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ,ມີຄວາມສໍາຄັນໃນການກັນບໍ່ໃຫ້ພະຍາດເກີດຂຶ້ນຫຼືແຜ່ລະບາດດ້ວຍວິທີເຝົ້າລະວັງແລະປະຕິບັດຫຼັກການການກັນພະຍາດ. ບຸກຄົນ,ຄອບຄົວ,ຊຸມຊົນແລະການຈັດຕັ້ງຂອງສັງຄົມມີໜ້າທີ່ແລະຄວາມຮັບຜິດຊອບປະກອບສ່ວນເຂົ້າໃນວຽກງານກັນພະຍາດຢ່າງເປັນເຈົ້າການແລະຢ່າງຕັ້ງໜ້າ.

ມາດຕາ29(ປັບປຸງ)ອົງປະກອບຂອງການກັນພະຍາດ ການກັນພະຍາດປະກອບດ້ວຍວຽກງານດັ່ງນີ້ 1.ການສັກແລະຢອດຢາກັນພະຍາດ; 2.ການກັນແລະຄວບຄຸມພະຍາດຕິດຕໍ່; 3.ການກັນພະຍາດບໍ່ຕິດຕໍ່.

ມາດຕາ30(ໃໝ່)ການສັກແລະຢອດຢາກັນພະຍາດ ການສັກແລະຢອດຢາກັນພະຍາດແມ່ນການສ້າງພູມຕ້ານທານໃຫ້ແກ່ຮ່າງກາຍຂອງປະຊາຊົນບັນດາເຜົ່າດ້ວຍການນໍາໃຊ້ວັກແຊັງຊະນິດສັກແລະຢອດເພື່ອກັນພະຍາດວັນນະໂລກ,ອັກເສບຕັບເບ,ເປ້ຍລ່ອຍ(ໂປລິໂອ),ໄອໄກ່,ຄໍຕີບ,ພະຍາດໝາກແດງ,ບາດພະຍັກ,ແລະພະຍາດອື່ນໆ. ການສັກແລະຢອດຢາກັນພະຍາດແມ່ນມີຄວາມຈໍາເປັນສໍາລັບແມ່ຍິງແລະເດັກນ້ອຍທີ່ມີອາຍຸຕໍ່າກວ່າຫ້າປີຊຶ່ງພໍ່ແມ່ຫຼືຜູ້ປົກຄອງຕ້ອງເອົາໃຈໃສ່ນໍາເອົາລູກຫຼານຂອງຕົນໄປສັກແລະຢອດຢາກັນພະຍາດຢ່າງຄົບຖ້ວນ.

ມາດຕາ31(ປັບປຸງ)ການກັນແລະຄວບຄຸມພະຍາດຕິດຕໍ່ ການກັນແລະຄວບຄຸມພະຍາດຕິດຕໍ່ແມ່ນການສະກັດກັ້ນບໍ່ໃຫ້ພະຍາດເກີດຂຶ້ນຕໍ່ຄົນ,ຊຸມຊົນທັງບໍ່ໃຫ້ພະຍາດຕິດຕໍ່ແຜ່ລາມຈາກບຸກຄົນໜຶ່ງໄປຫາອີກບຸກຄົນໜຶ່ງ,ຈາກສັດແລະແມງໄມ້ໄປຫາຄົນແລະຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງ. ບຸກຄົນ,ຄອບຄົວ,ອົງການປົກຄອງແລະທຸກການຈັດຕັ້ງຂອງສັງຄົມຕ້ອງປະຕິບັດຕາມຫຼັກການກັນແລະຄວບຄຸມພະຍາດຕິດຕໍ່,ເມື່ອມີປາກົດການທີ່ມີລັກສະນະລະບາດຂອງພະຍາດຢູ່ໃນທ້ອງຖິ່ນຂອງຕົນຕ້ອງຮີບຮ້ອນວາງມາດຕະການແກ້ໄຂແລະລາຍງານໃຫ້ການຈັດຕັ້ງຂັ້ນເທິງຊາບໂດຍດ່ວນເພື່ອແກ້ໄຂທັນເວລາ.

ມາດຕາ32ການກັນພະຍາດບໍ່ຕິດຕໍ່ ການກັນພະຍາດຕິດຕໍ່ແມ່ນການປະພຶດຫຼ່ການດໍາລົງຊີວິດທີ່ມີສຸຂານາໄມດີເພື່ອບໍ່ໃຫ້ເກີດພະຍາດບໍ່ຕິດຕໍ່ເຊັ່ນບໍ່ສູບຢາ,ບໍ່ດື່ມເຫຼົ້າເກີນຂອບເຂດ,ຫັດກາຍະບໍລິຫານແລະຫຼິ້ນກິລາເປັນປະຈໍາເພື່ອຫຼີກເວັ້ນບັນດາປັດໄຈສ່ຽງຕໍ່ການເກີດພະຍາດບໍ່ຕິດຕໍ່ແລະພະຍາດອື່ນໆ.

ໝວດທີ4ການສົ່ງເສີມສຸຂະພາບ

ມາດຕາ33(ປັບປຸງ)ຄວາມສໍາຄັນຂອງການສົ່ງເສີມສຸຂະພາບ ການສົ່ງເສີມສຸຂະພາບແມ່ນການສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກໃຫ້ໝົດທຸກຄົນມີສຸຂະພາບດີ,ມີຄວາມສໍາຄັນໃນການເຮັດໃຫ້ຮ່າງກາຍແຂງແຮງ,ສົມບູນແລະຈິດໃຈສົດຊື່ນ. ພົນລະເມືອງທຸກຄົນມີໜ້າທີ່ແລະຄວາມຮັບຜິດຊອບໃນການເຮັດໃຫ້ສຸຂະພາບຂອງຕົນເອງແຂງແຮງ. ບັນດາຂະແໜງການ,ອົງການຈັດຕັ້ງປະຫາຊົນແລະອົງການປົກຄອງທ້ອງຖິ່ນຕ້ອງປະກອບສ່ວນຮ່ວມກັບຂະແໜງການສາທາລະນະສຸກໃນການຊຸກຍູ້ແລະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ວຽກງານສົ່ງເສີມສຸຂະພາບໃນທົ່ວປວງຊົນ.

ມາດຕາ34(ປັບປຸງ)ອົງປະກອບຂອງການສົ່ງເສີມສຸຂະພາບ ການສົ່ງເສີມສຸຂະພາບປະກອບດ້ວຍ: -ການສະຂະສຶກສາ; -ການສົ່ງເສີມສຸຂະພາບຂອງແມ່ຍິງແລະເດັກນ້ອຍ; -ການສົ່ງເສີມສະຂະພາບຂອງໄວໜຸ່ມແລະໄວສະເລີນພັນ; -ການສົ່ງເສີມສຸຂະພາບຂອງຜູ້ສູງອາຍຸ,ຜູ້ເສຍອົງຄະແລະຄົນພິການ; -ໂພຊະນາການ; -ການກິລາ,ກາຍະບໍລິການແລະສີລະປະ; -ການຈັດສວນສາທາລະນະເຂດຂຽວ,ສະຖານທີ່ພັກຜ່ອນແລະທ່ອງທ່ຽວ.

ມາດຕາ35(ປັບປຸງ)ການສຸຂະສຶກສາ ການສຸຂະສຶກສາແມ່ນຂະບວນການໂຄສະນາເຜີຍແຜ່,ສຶກສາອົບຮມ,ໃຫ້ຂໍ້ມູນຂ່າວສານ,ຄວາມຮູ້ແລະຄໍາແນະນໍາກ່ຽວກັບສຸຂະພາບແກ່ພົນລະເມືອງທຸກຄົນເພື່ອໃຫ້ເຂົ້າໃຈແລະມີສະຕິໃນການຮັກສາອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບແນໃສ່ສ້າງແນວຄິດ,ການກະທໍາແລະແບບແຜນການດໍາລົງຊີວິດທີ່ມີຜົນດິຕໍ່ສຸຂະພາບຂອງບຸກຄົນ,ຄອບຄົວແລະຊຸມຊົນ. ການຈັດຕັັ້ງສາທາລະນະສຸກ,ສຶກສາແລະກິລາ,ຖະແຫຼງຊ່າວ,ວັດທະນະທໍາແລະທ່ອງທ່ຽວແລະການຈັດຕັ້ງອື່ນທັງພາກລັດແລະເອກະຊົນມີຄວາມຮັບຜິດຊອບໃນການໂຄສະນາເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັບສຸຂະພາບແກ່ປະຊາຊົນຢ່າງເປັນປົກກະຕິດ້ວຍຫຼາຍວິທີລວມທັງເອົາການສຸຂະສຶກສາເຂົ້າໃນຫຼັກສູດການສິດສອນ.

ມາດຕາ36(ປັບປຸງ)ການສົ່ງເສີມສຸຂະພາບຂອງແມ່ຍິງແລະເດັກນ້ອຍ ການສົ່ງເສີມສູຂະພາບຂອງແມ່ຍິງແລະເດັກນ້ອຍເປັນວຽກງານບູລິມະສິດໜຶ່ງຂອງຂະແໜງການສາທາລະນະສຸກທັງເປັນພັນທະແລະຄວາມຮັບຜິດຊອບຂອງໝົດທຸກຄົນ,ຂະແໜງການແລະການຈັດຕັ້ງທຸກຂັ້ນໂດຍສະເພາະຜູ້ເປັນພໍ່ແມ່ແລະຜູ້ປົກຄອງເດັກ. ແມ່ຍິງແລະເດັກນ້ອຍທຸກຄົນເປັນຕົ້ນຢູ່ເຂດຫ່າງໄກສອກຫຼີກມີສິດໄດ້ຮັບການບໍລິການດ້ານສຸຂະພາບຊຶ່ງປະກອບດ້ວຍການອະນາໄມ,ກັນພະຍາດ,ສົ່ງເສີມສຸຂະພາບ,ປິ່ນປົວແລະຟື້ນຟູສຸຂະພາບໃນເວລາກ່ອນແຕ່ງດອງ,ຖືພາ,ອອກລູກແລະຫຼັງອອກລູກ,ສໍາລັບເດັກຕ້ອງໄດ້ຮັບການລ້ຽງດູເບິ່ງແຍງບົວລະບັດໃນທຸກກໍ່ລະນີນັບທັງເດັກຝາແຝດ,ເດັກບໍ່ຖ້ວນເດືອນແລະເດັກເກີດບໍ່ປົກກະຕິຕັ້ງແຕ່ເກີດຈົນເຖິງໄວຮຽນ,ໄວໜຸ່ມແລະໄວຈະເລີນພັນເພື່ອໃຫ້ແມ່ແລະເດັກມີສຸຂະພາບສົມບູນທາງດ້ານຮ່າງກາຍ,ຈິດໃຈອາລົມແລະສັງຄົມ. ແມ່ຍິງໃນໄວໜຸ່ມ,ໄວຈະເລີນພັນແລະເດັກຕໍ່ກວ່າຫ້າປີຕ້ອງໄດ້ກວດສຸຂະພາບແລະສັກຢາກັນພະຍາດໃຫ້ຄົບຖ້ວນຕາມລະບຽບການ.ໃນເວລາແມ່ຍິງຖືພາຕ້ອງໄດ້ເອົາໃຈໃສ່ເພື່ອໃຫ້ຜູ້ກ່ຽວໄດ້ຮັບການກວດ,ຝາກທ້ອງ,ຕິດຕາມສຸຂະພາບຂອງເດັກທີ່ຢູ່ໃນທ້ອງຖ້າຫາກກວດເຫັນອາການສ່ຽງຕ້ອງມີແຜນການແກ້ໄຂລ່ວງໜ້າ,ບໍ່ໃຫ້ເຮັດວຽກໜັກ.ກ່ອນແລະຫຼັງອອກລູກຕ້ອງໄດ້ຮັບການພັກຜ່ອນຕາມຄວາມເໝາະສົມແລະຕາມລະບຽບກົດໝາຍ,ໃນເວລາອອກລູກຕ້ອງໄປອອກຢູ່ໂຮງໝໍຫຼືສຸກສາລາ,ຖ້າມີຄວາມຈໍາເປັນອອກລູກຢູ່ເຮືອນຕ້ອງໃຫ້ມີແພດຜະດຸງຄັນ,ຜູ້ຊ່ວຍເກີດລູກທີ່ນໍານານງານຫຼືໝໍຕໍາແຍກທີ່ໄດ້ຜ່ານການອົບຮົມກໍາກັບເບິ່ງແຍງນໍາເພື່ອຮັບປະກັນຄວາມປອດໄພຂອງແມ່ແລະລູກ. ເດັກນ້ອຍເກີດໃໝ່ຕ້ອງໄດ້ຮັບການລ້ຽງດູດ້ວຍນົມແມ່ພຽງຢ່າງດຽວແຕ່ມື້ເກີດຈົນຮອດຫົກເດືອນ,ຈາກນັ້ນຈຶ່ງໃຫ້ອາຫານເສີມໄປພ້ອມກັບນົມແມ່ຈົນຮອດເດັກມີອາຍຸສອງປີ. ເພື່ອສົ່ງເສີມສຸຂະພາບແມ່ຍິງແລະເດັກນ້ອຍທັງຍິງແລະຊາຍຕ້ອງເອົາໃຈໃສ່ໃນການວາງແຜນຄອບຄົວ.

ມາດຕາ37(ປັບປຸງ)ການສົ່ງເສີມສຸຂະພາບຂອງໄວໜຸ່ມແລະໄວຈະເລີນພັນ ໄວໜຸມແລະໄວຈະເລີນພັນແມ່ນໄວກໍາລັງຈະເລີນເຕີບໂຕທາງດ້ານຮ່າງກາຍແລະມັນສະໝອງ,ການສົ່ງເສີມສຸຂະພາບຂອງໄວໜຸ່ມແລະໄວຈະເລີນພັນເປັນສິ່ງສໍາຄັນທີ່ເຮັດໃຫ້ຊາວໜຸ່ມແລະໄວຈະເລີນພັນມີສຸຂະພາບສົມບູນທັງດ້ານຮ່າງກາຍ,ມັນສະໝອງແລະຈິດໃຈ. ໄວໜຸ່ມແລະໄວຈະເລີນພັນຕ້ອງໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງກ່ຽວກັບສຸຂະພາບດ້ວຍການຫຼິ້ນກິລາ,ກາຍະບໍລິການ,ສິນລະປະ,ວັນນະຄະດີ. ໄວໜຸ່ມແລະໄວຈະເລີນພັນຕ້ອງເອົາໃຈໃສ່ກ່ຽວກັບຄວາມຮູ້ແລະຄວາມເຂົ້າໃຈຕໍ່ການວາງແຜນຄອບຄົວແລະຄວາມປອດໄພຂອງການມີເພດສໍາພັນ,ການຖືພາ,ການອອກລູກແລະວິທີການລ້ຽງດູລູກ. ຄອບຄົວ,ໂຮງຮຽນ,ການຈັດຕັ້ງວິຊາຊີບສັງຄົມທັງພາກລັດແລະເອກະຊົນລ້ວນແຕ່ຕ້ອງເອົາໃຈໃສ່ສຶກສາອົບຮົມແລະສົ່ງເສີມສຸຂະພາບຂອງໄວໜຸ່ມແລະໄວຈະເລີນພັນ.

ມາດຕາ38(ປັບປຸງ)ການສົ່ງເສີມສຸຂະພາບຂອງຜູ້ອາຍຸສູງ ຜູ້ອາຍຸສູງແມ່ນຜູ້ທີ່ມີເຫື່ອແຮງແລະກໍາລັງວັງຊາຄ່ອຍຫຼຸດໜ້ອຍຖອຍລົງແລະສຸຂະພາບບໍ່ສົມບູນຊຶ່ງມີຄວາມຈໍາເປັນຕ້ອງໄດ້ຮັບການຕິດຕາມເບິ່ງແຍງສຸຂະພາບຢ່າງໃກ້ຊິດ. ຄອບຄົວ,ການຈັດຕັ້ງແລະສັງຄົມຕ້ອງເອົາໃຈໃສ່ເບິ່ງແຍງສຸຂະພາບຂອງຜູ້ສູງອາຍຸດ້ວຍການບໍລິການກວດສຸຂະພາບ,ການປິ່ນປົວເບິ່ງແຍງຢ່າງເໝາະສົມ,ສ້າງເງື່ອນໄຂໃຫ້ບຸກຄົນດັ່ງກ່າວໄດ້ດໍາລົງຊີວິດແລະພັກຜ່ອນຢ່າງເໝາະສົມ.

ມາດຕາ39(ໃໝ່)ການສົ່ງເສີມສຸຂະພາບຂອງຜູ້ເສຍອົງຄະແລະຄົນພິການ ຜູ້ເສຍອົງຄະແລະຄົນພິການແມ່ນຜູ້ທີ່ມີຮ່າງກາຍແລະຈິດໃຈບໍ່ຄົບຖ້ວນ,ບໍ່ສົມບູນ,ບໍ່ປົກກະຕິຄືກັບຄົນທົ່ວໄປຊຶ່ງສັງຄົມ,ອົງການປົກຄອງທຸກຂັ້ນຕ້ອງໄດ້ເອົາໃຈໃສ່ໃນການເບິ່ງແຍງ,ດູແລພວກກ່ຽວດ້ວຍການກວດສຸຂະພາບຢ່າງເປັນປະຈໍາເພື່ອເຮັດໃຫ້ຊີວິດການເປັັນຢູ່ຂອງພວກກ່ຽວດີຂຶ້ນແລະສາມາດປະກອບສ່ວນເຂົ້າໃນວຽກງານຂອງສັງຄົມ.


ມາດຕາ40(ປັບປຸງ)ໂພຊະນາການ ທຸກຄົນນຕ້ອງກິນອາຫານໃຫ້ສົມດູນ,ຫຼາກຫຼາຍຊະນິດ,ຄົບໝວດ,ຄົບໝູ່ຄືທາດໂປຼເຕອິນ(ຊີ້ນ,ປາ,ຖົ່ວເຫຼືອງ...),ທາດນໍ້າຕານ,ທາດແປ້ງ,ທາດໄຂມັນ,ວິຕາມິນ,ເກືອແຮ່,ເກືອປະສົມທາດໄອໂອດິນ,ຜັກແລະໝາກໄມ້ເພື່ອຮັບປະກັນໃຫ້ຮ່າງກາຍມີການພັດທະນາແລະມີສຸຂະພາບເຂັ້ມແຂງ.

ມາດຕາ41(ປັບປຸງ)ການກິລາ,ກາຍະບໍລິການແລະສິລະປະ ການກິລາ,ກາຍະບໍລິການແລະສີລະປະແມ່ນມີຄວາມສໍາຄັນສໍາລັບທຸກເພດທຸກໄວເພື່ອສົ່ງເສີມໃຫ້ໝົດທຸກຄົນມີສຸຂະພາບແຂງແຮງ,ມີຄວາມເບີກບານມ່ວນຊື່ນ,ສ້າງພູມຕ້ານທານໃຫ້ຮ່າງກາຍແລະມີອາຍຸຍືນ. ບຸກຄົນແລະການຈັດຕັ້ງຕ້ອງປະກອບສ່ວນເຂົ້າຮ່ວມໃນການຫຼິ້ນກິລາ,ຫັດກາຍະບໍລິຫານແລະສີລະປະໃນຫຼາຍປະເພດ,ຫຼາຍຮູບການແລະຫຼາຍລະດັບ. ການກິລາ,ກາຍະບໍລິຫານແລະສີລະປະໃຫ້ເອົາເຂົົ້າໃນຫຼັກສູດການສິດສອນຢູ່ໂຮງຮຽນຊັ້ນຕ່າງໆ.

ມາດຕາ42(ປັບປຸງ)ການຈັດຈວນສາທາລະນະ,ເຂດຂຽວ,ສະຖານທີ່ພັກຜ່ອນແລະທ່ອງທ່ຽວ ການຈັດສັນສວນສາທາລະນະ,ເຂດຂຽວ,ສະຖານທີ່ພັກຜ່ອນແລະທ່ອງທ່ຽວແມ່ນມີຄວາມຈໍາເປັນເພື່ອຮັບປະກັນໃຫ້ມີການສົ່ງເສີມສຸຂະພາບຢ່າງທົ່ວເຖິງ. ບ້ານ,ເມືອງ,ເທດສະບານ,ແຂວງ,ນະຄອນ,ສໍານັກງານ,ອົງການແລະບ່ອນທີ່ມີຊຸມຊົນໜ້າແໜ້ນຄວນຈັດໃຫ້ມີສວນສາທາລະນະ,ມີການອະນຸລັກແລະປູກຕົ້ນໄມ້ຫຼາຍເພື່ອໃຫ້ມີອາກາດສົດຊື່ນຊຸ່ມເຢັນແລະຕ້ອງໃຫ້ມີສະຖານທີ່ພັກຜ່ອນແລະທ່ອງທ່ຽວເພື່ອຟື້ນຟູສຸຂະພາບ.

ໝວດທີ5ການຊຸກຍູ້ແລະສົ່ງເສີມວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ

ມາດຕາ43(ປັບປຸງ)ການຊຸກຍູ້ແລະສົ່ງເສີມວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ ການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບເປັນວຽກງານບູລິມະສິດຂອງຂະແໜງການສາທາລະນະສຸກແລະອົງການປົກຄອງທຸກຂັ້ນຊຶ່ງມີຄວາມຈໍາເປັນຕ້ອງໄດ້ຮັບການຊຸກຍູ້,ສົ່ງເສີມດ້ວຍການປະກອບສ່ວນຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາກລັດແລະເອກະຊົນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມກ່ຽວກັບການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

ມາດຕາ44(ປັບປຸງ)ການລົງທຶນ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດສາມາດລົງທຶນໃສ່ຂົງເຂດອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບດ້ວຍຮູບການຕ່າງທເຊັ່ນການກໍ່ສ້າງແລະດໍາເນີນກອງທຶນໝູນວຽນ,ການຈັດຫານໍ້າສະອາດ,ວິດຖ່າຍ,ມຸ້ງຍ້ອມຢາແລະອື່ນໆ.

ມາດຕາ45(ປັບປຸງ)ການປະກອບສ່ວນຂອງສັງຄົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີໜ້າທີ່ປະກອບສ່ວນເຂົ້າໃນວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບດ້ວຍເຫື່ອແຮງ,ທຶນຮອນແລະສະຕິປັນຍາໃນການສ້າງສະຖານທີ່ພັກຜ່ອນ,ສົ່ງເສີມການກິລາ,ກາຍະບໍລິຫານແລະສິລະປະ,ສ້າງສວນສາທາລະນະ,ເຂດຂຽວແລະຈັດຕັ້ງມູນນິທິເພື່ອສຸຂະພາບລວມທັງເຂົ້າຮ່ວມໃນການເຄື່ອນໄຫວກິດຈະກໍາຕ່າງໆ.

ມາດຕາ46ການຄົ້ນຄວ້າວິທະຍາສາດ ການຄົ້ນຄວ້າວິທະຍາສາດກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບແມ່ນການຊອກຫາຂໍ້ມູນກ່ຽວກັບສາເຫດຂອງການເຈັບເປັນ,ການເປັນພະຍາດ,ຄວາມສ່ຽງຕໍ່ການເປັນອັນຕະລາຍຕໍ່ສຸຂະພາບເພື່ອວາງມາດຕະການກັນ,ຈໍາກັດແລະມີວິທີການແກ້ໄຂບັນຫາດັ່ງກ່າວ. ການຄົ້ນຄ້ວາວິທະຍາສາດກ່ຽວກັບວຽກງານດັ່ງກ່າວຕ້ອງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກແລະຕ້ອງລາຍງານຜົນຂອງການຄົ້ນຄວ້ານັ້ນໃຫ້ກະຊວງສາທາລະນະສຸກແລະສະພາວິທະຍາສາດແຫ່ງຊາດ.

ໝວດທີ6ຂໍ້ຫ້າມ

ມາດຕາ47(ໃໝ່)ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຫຼືພະນັກງານສາທາລະນະສຸກ ຫ້າມເຈົ້າໜ້າທີ່ຫຼືພະນັກງານສາທາລະນະສຸກມີການກະທໍາດັ່ງນີ້: 1.ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸດຕິທໍາ,ລໍາອຽງ,ບໍ່ຖືກຕ້ອງຕມລະບຽບກົດໝາຍກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ; 2.ສວຍໃຊ້ໜ້າທີ່ຕໍາແໜ່ງ,ສິດອໍານາດເພື່ອຜົນປະໂຫຍດສ່ວນຕົວໃນເວລາປະຕິບັດໜ້າທີ່ຂອງຕົນຫຼືໃຊ້ທ່າທີ,ວາຈາບໍ່ສຸພາບ; 3.ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

ມາດຕາ48(ໃໝ່)ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີການກະທໍາດັ່ງນີ້: 1.ສ້າງອຸປະສັກກີດຂວາງ,ບໍ່ໃຫ້ການຮ່ວມມືໃນເວລາການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ຫຼືພະນັກງານສາທາລະນະສຸກ; 2.ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່,ຂັດຂວາງຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຫຼືພະນັກງານສາທາລະນະສຸກ; 3.ໃຫ້ສິນບົນແກ່ເຈົ້າໜ້າທີ່ຫຼືພະນັກງານສາທາລະນະສຸກໃນຂົງເຂດວຽກງານດັ່ງກ່າວ; 4.ຖິ້ມສິ່ງເສດເຫຼືອ,ຖິ້ມຂີ້ເຫຍື້ອ,ຊາກສັດ,ສິ່ງເປີ້ເປື້ອນ,ສານເຄມີຫຼືປ່ອຍນໍ້າເສຍຈາກໂຮງຈັກໂຮງງານລວມທັງບ່ອນຜະລິດຕ່າງໆໃສ່ແຫຼ່ງນໍ້າຫຼືບ່ອນອື່ນໆໂດຍບໍ່ຜ່ານຂະບວນການບໍາບັດ; 5.ບໍ່ໃຫ້ຜູ້ເປັນພະຍາດຕິດຕໍ່ເຮັດວຽກກັບການປຸງແຕ່ງແລະບໍລິການອາຫານເພື່ອບໍ່ໃຫ້ພະຍາດແຜ່ຂະຫຍາຍ; 6.ກິນອາຫານທີ່ຈະເປັນອັນຕະລາຍຕໍ່ສຸຂະພາບເຊັ່ນກິນຊື້ນສັດທີ່ເປັນພະຍາດ,ອາຫານບູດເນົາ,ອາຫານີ່ມີສານເຄມີເປັນພິດແລະອື່ນໆ; 7.ຮັກສາຊາກສັດໂດຍບໍ່ໄດ້ໃສ່ຢາຟອກໂມນຫຼືຜູ້ເປັນພະຍາດຕິດແປດ,ຈູດເຜົາຫຼືຝັງຊາກສົບຢູ່ໃກ້ບ່ອນຊຸມນຸມຊົນຫຼືແຫຼ່ງນໍ້າ; 8.ລ້ຽງແລະປ່ອຍສັດຕາມສະຖານທີ່ສາທາລະນະຕ່າງໆ; 9.ລະເມີດລະບຽບການການຕະຫຼາດກ່ຽວກັບຜະລິດຕະພັນທົດແທນການລ້ຽງລູກດ້ວຍນໍ້ານົມແມ່; 10.ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ.

ໝວດທີ7ການຄຸ້ມຄອງແລະກວດກາ

ມາດຕາ49(ປັບປຸງ)ອົງການຄຸ້ມຄອງແລະກວດກາ ລັດຖະບານເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນທົ່ວປະເທດກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບໂດຍມອບໃຫ້ຂະແໜງການສາທາລະນະສຸກເປັນໃຈກາງປະສານສົມທົບກັບຂະແໜງການສຶກສາ,ແລະກິລາ,ຖະແຫຼງຂ່າວ,ວັດທະນະທໍາແລະທ່ຽງທ່ຽວ,ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບປະກອບດ້ວຍ: -ກະຊວງສາທາລະນະສຸກ; -ພະແນກສາທາລະນະສຸກແຂວງ,ນະຄອນ; -ຫ້ອງການສາທາລະນະສຸກເມືອງ,ເທດສະບານ; -ສຸກສາລາ. ສໍາລັບພາລະບົດບາດ,ສິດແລະໜ້າທີ່ຂອງສຸກສາລາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ໃນກໍລະນີທີ່ຈໍາເປັນອາດຈະສ້າງຕັ້ງຄະນະກໍາມະການເພື່ອສຸຂະພາບຂັ້ນສູນກາງແລະທ້ອງຖິ່ນຂຶ້ນກໍ່ໄດ້.

ມາດຕາ50(ໃໝ່)ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນການຄຸ້ມຄອງແລະການກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບກະຊວງສາທາລະນະສຸກມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດແລະລະບຽບກົດໝາຍກ່ຽວກັບການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບເພື່ອສະເໜີລັດຖະບານພິຈາລະນາ; 2.ຫັນນະໂຍບາຍແລະແຜນຍຸດທະສາດດັ່ງກ່າວເປັນແຜນການ,ແຜນງານແລະໂຄງການລະອຽດຂອງຕົນພ້ອມທັງຊີ້ນໍາໃນການຈັດຕັ້ງປະຕິບັດ; 3.ໂຄສະນາ,ເຜີຍແຜ່,ສຶກສາອົບຮົມລະບຽບກົດໝາຍກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ; 4.ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງອົງການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຂັ້ນລຸ່ມທີ່ຂຶ້ນກັບຕົນຊຶ່ງຂັດກັບລະບຽບກົດໝາຍ; 5.ກໍານົດມາດຕະຖານບ້ານສາທາລະນະສຸກແບບຢ່າງ; 6.ພິຈາລະນາແກ້ໄຂຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບວຽກງານອະນາໄມ,ການພະຍາດແລະສົ່ງເສີມສຸຂະພາບ; 7.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງແລະກວດກາວຽກງານອະນາໄມອາຫານແລະຄຸນນະພາບນໍ້າດື່ມ,ນໍ້າໃຊ້ຢ່າງມີປະສິດທິຜົນ; 8.ກໍ່ສ້າງ,ບໍາລຸງ,ຝຶກອົບຮົມພະນັກງານສາທາລະນະສຸກທາງດ້ານການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ; 9.ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ; 10.ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕໍ່ລັດຖະບານຢ່າງເປັນປົກກະຕິ; 11.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ51(ໃໝ່)ສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະຄອນ ໃນການຄຸ້ມຄອງແລະການກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບພະແນກສາທາລະນະສຸກແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດແລະລະບຽບກົດໝາຍກ່ຽວກັບການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບເພື່ອຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່,ສຶກສາອົບຮົມລະບຽບກົດໝາຍກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ,ຝຶກອົບຮົມດ້ານວິຊາການຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານທີ່ຂັດກັບລະບຽບກົດໝາຍ; 4.ພິຈາລະນາແກ້ໄຂຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕາມພາລະບົດບາດຂອງຕົນ; 5.ສະເໜີແຜນການສ້າງ,ບໍາລຸງພະນັກງານສາທາລະນະສຸກທາງດ້ານການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕໍ່ກະຊວງສາທາລະນະສຸກ; 6.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນຂອງຕົນໃນການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຢ່າງມີປະສິດທິຜົນ; 7.ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕາມການມອບໝາຍຂອງຂັ້ນເທິງ; 8.ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕໍ່ກະຊວງສາທາລະນະສຸກແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ52(ໃໝ່)ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ,ທດສະບານ ໃນການຄຸ້ມຄອງແລະການກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຫ້ອງການສາທາລະນະສຸກເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດແລະລະບຽບກົດໝາຍກ່ຽວກັບການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຢ່າງມີປະສິດທິຜົນ; 2.ເຜີຍແຜ່,ສຶກສາອົບຮົມລະບຽບກົດໝາຍກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ເປັນເຈົ້າການຊຸກຍູ້ສຸກສາລາແລະບ້ານໃນການສ້າງບ້ານສາທາລະນະສຸກແບບຢ່າງ; 4.ພິຈາລະນາແກ້ໄຂຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕາມພາລະບົດບາດຂອງຕົນ; 5.ປະສານສົມທົບກັບຫ້ອງການອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຢ່າງມີປະສິດທິຜົນ; 6.ສຸຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕໍ່ພະແນກສາທາລະນະສຸກແຂວງ,ນະຄອນແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 7.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ53(ໃໝ່)ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງແລະກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຂະແໜງການອື່ນມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການສາທາລະນະສຸກຂັ້ນຂອງຕົນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ.

ມາດຕາ54ການກວດກາວຍກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບ ການກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບແມ່ນການຕິດຕາມກວດກາການເຄື່ອນໄຫວກ່ຽວກັບການປະຕິບັດຫຼັກການອະນາໄມ,ຄວາມສ່ຽງຕໍ່ການເປັນອັນຕະລາຍຕໍ່ສຸຂະພາບ,ການຮັກສາຄວາມສະອາດ,ການຄວບຄຸມມົນລະພິດແລະການປະຕິບັດມາດຕະການໃຫ້ຖືກຕ້ອງຕາມລະບຽບກົດໝາຍແນໃສ່ຮັດໃຫ້ວຽກງານດັ່ງກ່າວດໍາເນີນໄປຢ່າງມີປະສິດທິຜົນ.

ມາດຕາ55ຮູບການກວດກາ ການກວດກາວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບມີສາມຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິ; 2.ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຈະຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາວຽກງານດັ່ງກ່າວຕ້ອງໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ໝວດທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ56(ປັບປຸງ)ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຕັ້ງໜ້າປະຕິບັດກົດໝາຍສະບັບນີ້ເປັນຕົ້ນການເປັນແບບຢ່າງປະກອບສ່ວນເຂົ້າໃນວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຈະໄດ້ຮັບການຍ້ອງຍໍຫຼືການປະຕິບັດນະໂຍບາຍຕ່າງໆຕາມລະບຽບກົດໝາຍ.

ມາດຕາ57(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫຼືລະບຽບການຕ່າງໆກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບເປັນຕົ້ນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ47ແລະ48ຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍຫຼືດໍາເນີນຄະດີທາງອາຍາແລ້ວກໍລະນີເບົາຫຼືໜັກຕາມລະບຽບກົດໝາຍ.

ມາດຕາ58(ປັບປຸງ)ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຫຼືລະບຍບການຕ່າງໆກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຫຼືຂໍ້ຫ້າມໃນສະຖານເບົາຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ59(ໃໝ່)ການລົງວິໄນ ເຈົ້າໜ້າທີ່ຫຼືພະນັກງານສາທາລະນະສຸກທີ່ໄດ້ລະເມີດລະບຽບກົດໝາຍຫຼືຂໍ້ຫ້າມທີ່ບໍ່ເປັນການກະທໍາຜິດທາງອາຍາຫຼືກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍກ່ຽວກັບວຽກງານຂອງຕົນທີ່ຮັບຜິດຊອບຖືກລົງວິໄນຕາມລະບຽບການ.

ມາດຕາ60(ປັບປຸງ)ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝໃນກໍລະນີດັ່ງນີ້: 1.ຜູ້ຖືກສຶກສາອົບຮົມແລະກ່າວເຕືອນຕາມມາດຕາ58ຂອງກົດໝາຍສະບັບນີ້ມາແລ້ວສອງຄັ້ງແຕ່ຫາກບໍ່ຍອມປ່ຽນແປງ; 2.ຜູ້ຖິ້ມຫຼືຖອກເທສິ່ງເສດເຫຼືອ,ຊາກສັດ,ທາດເຄມີໃສ່ຕະຄອງຮ່ອງນໍ້າ,ແມ່ນໍ້າລໍາເຊ,ສ່ວນສາທາລະນະ,ຖະໜົນຫົນທາງຫຼືຖິ້ມໃສ່ສະຖານທີ່ສາທາລະນະ; 3.ຜູ້ລະເມີດບົດບັນຍັດໃດໜຶ່ງຂອງມາດຕາ11ຫາ27ຂອງກົດໝາຍສະບັບນີ້. ສໍາລັບອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ61(ໃໝ່)ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ກໍ່ຄວາມເສຍຫາຍກ່ຽວກັບວຽກງຽນອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ62ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ແລະລະບຽບການຕ່າງໆກ່ຽວກັບວຽກງານອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສຸຂະພາບຫຼືຊີວິດຂອງຕົນແລະຂໍ້ຫ້າມທີ່ເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມທີ່ໄດ້ດໍານົດໄວ້ໃນກົດໝາຍອາຍາ.

ໝວດທີ9ບົດບັນຍັດສຸດທ້າຍ

ມາດຕາ63ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ64(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການອະນາໄມ,ກັນພະຍາດແລະສົ່ງເສີມສຸຂະພາບສະບັບເລກທີ04/ສພຊລົງວັນທີ10ເມສາ2001. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ