ການບິນພົນລະເຮືອນ 19-05-2005

.ກົດໝາຍວ່າດ້ວຍການບິນພົນລະເຮືອນ 19-05-2005


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ານການບິນພົນລະເຮືອນ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ານການບິນພົນລະເຮືອນ ກົດໝາຍວ່າດ້ວຍການບິນພົນລະເຮືອນກໍານົດຫຼັກການ,ລະ ບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ ແລະການຄຸ້ມຄອງການບິນພົນລະເຮືອນຂອງສປປລາວແນໃສ່ໃຫ້ ມີຄວາມປອດໄພ,ສະດວກ,ວ່ອງໄວ,ຂະຫຍາຍຕົວ,ທັນສະໄໝ,ໄດ້ ມາດຕະຖານສາກົນແລະມີປະສິດທິຜົນປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.


...ມາດຕາສອງ:ການບິນພົນລະເຮືອນ

ມາດຕາສອງ:ການບິນພົນລະເຮືອນ ການບິນພົນລະເຮືອນແມ່ນກິດຈະການທີ່ນໍາໃຊ້ເຮືອບິນເຂົ້າ ໃນການບໍລິການຂົນສົ່ງຜູ້ໂດຍສານພ້ອມດ້ວຍເຄື່ອງຂອງ,ສິນຄ້າ, ໄປສະນີພັນ,ໃນການສໍາຫຼວດ,ການຄົ້ນຄວ້າວິທະຍາສາດ,ການ ເຄື່ອນໄຫວດ້ານກະສິກໍາແລະປ່າໄມ້,ການສຶກສາ,ວັດທະນະທໍາ, ສາທາລະນະສຸກ,ການກິລາ,ການຊອກຄົ້ນ-ກູ້ໄພແລະການເຄື່ອນ ໄຫວກິດຈະການພົນລະເຮືອນອື່ນໆ.

...ມາດຕາສາມ:ຄວາມໝາຍຂອງຄໍາສັບ

ມາດຕາສາມ:ຄວາມໝາຍຂອງຄໍາສັບ ຄໍາສັບທີ່ໃຊ້ໃນກົດໝາຍວ່າດ້ວຍການບິນພົນລະເຮືອນມີ ຄວາມໝາຍດັ່ງນີ້: ໜຶ່ງ:ເຮືອບິນໝາຍເຖິງຍານພາຫະນະໃດໜຶ່ງທີ່ສາມາດ ຊູຕົວແລະເຄື່ອນຍ້າຍໄປໃນທ້ອງຟ້າໄດ້. ສອງ:ການບິນຜ່ານໝາຍເຖິງການບິນໂດຍບໍ່ແວລົງຈອດ ຂອງເຮືອບິນທີ່ໄດ້ຮັບອະນຸຍາດໃຫ້ບິນຜ່ານນ່ານຟ້າຂອງສປປລາວ; ສາມ:ຄ່າບໍລິການບິນຜ່ານແມ່ນລາຄາບໍລິການຈະລາຈອນ ທາງອາກາດຊຶ່ງລັດຖະບານໄດ້ກໍານົດເພື່ອເກັບຈາກເຈົ້າຂອງເຮືອ ບິນທີ່ບິນຜ່ານນ່ານຟ້າສປປລາວ; ສີ່:ຜູ້ຂົນສົ່ງທາງອາການໝາຍເຖິງຜູ້ທີ່ໄດ້ຮັບອະນຸຍາດໃຫ້ ດໍາເນີນທຸລະກິດການບໍລິການຂົນສົ່ງທາງດ້ວຍເຮືອບິນ. ຫ້າ:ຜູ້ຂົນສົ່ງທາງອາກາດຂອງຕ່າງປະເທດໝາຍເຖິງຜູ້ດໍາ ເນີນທຸລະກິດຂົນສົ່ງທາງອາກາດຂອງຕ່າງປະເທດທີ່ໄດ້ຮັບອະນຸ ຍາດໃຫ້ດໍາເນີນການຂົນສົ່ງທາງອາກາດຢູ່ສປປລາວ; ຫົກ:ຈຸນັກບິນໝາຍເຖິງນັກບິນ,ນັກພາທາງ,ວິສະວະກອນ ການບິນຫຼືນາຍຊ່າງການບິນທີ່ໄດ້ຮັບອະນຸຍາດໃຫ້ບັນຊາເຮືອບິນ ໃນແຕ່ລະຖ້ຽວບິນ; ເຈັດ:ຈຸຫ້ອງໂດຍສານໝາຍເຖິງພະນັກງານທີ່ໄດ້ຮັບອະນຸ ຍາດໃຫ້ປະຕິບັດໜ້າທີ່ໃນແຕ່ລະຖ້ຽວບິນຊຶ່ງຮັບຜິດຊອບເບິ່ງແຍງ ຄວາມປອດໄພ,ຄວາມເປັນລະບຽບຮຽບຮ້ອຍໃນຫ້ອງໂດຍສານ, ອໍານວຍຄວາມສະດວກແລະບໍລິການຮັບໃຊ້ໃຫ້ແກ່ຈຸນັກບິນແລະຜູ້ ໂດຍສານ. ແປດ:ຜູ້ບັນຊາຈູບິນໝາຍເຖິງນັກບິນຜູ້ມີສິດຕັດສິນສູງສຸດ, ຮັບຜິດຊອບໂດຍກົງ,ຮອບດ້ານຕໍ່ການບັນຊາເຮືອບິນແລະຄວາມ ປອດໄພຂອງຖ້ຽວບິນນັ້ນ; ເກົ້າ:ຈຸບິນໝາຍເຖິງຈູນັກບິນແລະຈູຫ້ອງໂດຍສານ; ສິບ:ຊ່ວງເວລາບິນໝາຍເຖິງໄລຍະເວລານັບແຕ່ປະຕູຂອງ ເຮືອບິນໄດ້ອັດເຂົ້າຈົນເຖິງເວລາປະຕູເຮືອບິນໄຂອອກ; ຊ່ວງເວລາບິນສໍາລັບການຂົນສົ່ງແມ່ນນັບແຕ່ຜູ້ໂດຍສານ ພ້ອມດ້ວຍເຄື່ອງຂອງ,ສິນຄ້າ,ໄປສະນີພັນໄດ້ຂຶ້ນເຮືອບິນໝົດແລ້ວ ແລະປະຕູຂອງເຮືອບິນໄດ້ອັດເຂົ້າຈົນເຖິງເວລາປະຕູເຮືອບິນໄຂ ອອກເພື່ອເອົາຕູ້ໂດຍສານພ້ອມດ້ວຍເຄື່ອງຂອງ,ສິນຄ້າ,ໄປສະນີ ພັນລົງຈາກເຮືອບິນຫຼັງຈາກເຮືອບິນເຖິງຈຸດໝາຍແລ້ວ; ສິບເອັດ:ຖ້ຽວບິນໝາຍເຖິງໄລຍະເວລານັບແຕ່ຜູ້ໂດຍສານ ອອກຈາກປະຕູຂາອອກຂອງອາຄານໂດຍສານຢູ່ສະໜາມບິນຕົ້ນ ທາງຈົນເຖິງເວລາເຂົ້າປະຕູຂາເຂົ້າຂອງອາຄານໂດຍສານຢູ່ສະ ໜ້າບິນປາຍທາງ; ສິບສອງ:ສະໜາມບິນໝາຍເຖິງພື່ນທີ່ທີ່ໄດ້ດໍານົດໄວ້ຢູ່ເທິງ ໜ້າດິນຊຶ່ງປະກອບດ້ວຍທາງຂຶ້ນ-ລົງ,ທາງແວ່,ລານຈອດ,ອາຄານ ແລະສິ່ງອໍານວຍຄວາມສະດວກຕ່າງໆເພື່ອຮັບໃຊ້ໃຫ້ແກ່ການບິນພົນ ລະເຮືອນ; ສິບສາມ:ການບໍລິການພາກພື້ນດິນໝາຍເຖິງການບໍລິການ ກ່ຽວກັບຜູ້ໂດຍສານພ້ອມດ້ວຍເຄື່ອງຂອງ,ສິນຄ້າ,ໄປສະນີພັນແລະ ການບໍລິການໃຫ້ແກ່ເຮືອບິນຢູ່ສະໜາມບິນ.


...ມາດຕາສີ່:ນະໂຍບາຍສົ່ງເສີມການບິນພົນລະເຮືອນ

ມາດຕາສີ່:ນະໂຍບາຍສົ່ງເສີມການບິນພົນລະເຮືອນ ລັດສົ່ງເສີມໃຫ້ນັກລົງທຶນທັງພາຍໃນແລະຕ່າງປະເທດລົງ ທຶນເຂົ້າໃນການພັດທະນາການບິນພົນລະເຮືອນເປັນຕົ້ນແມ່ນ:ເຮືອ ບິນ,ສະໜາມບິນ,ພາຫະນະ,ອຸປະກອນເຕັກນິກ,ບຸກຄະລາກອນ ແລະການບໍລິການດ້ານການຂົນສົ່ງທາງອາກາດດ້ວຍນະໂຍບາຍ ຕ່າງທຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງສປປລາວ.


...ມາດຕາຫ້າ:ຂອບເຂດການນໍາໃຊ້ກົດໝາຍ

ມາດຕາຫ້າ:ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍວ່າດ້ວຍການບິນພົນລະເຮືອນສະບັບນີ້ນໍາໃຊ້ສໍາລັບ ຄຸ້ມຄອງການຈັດຕັ້ງແລະການເຄື່ອນໄຫວຂອງກິດຈະການການພິນ ພົນລະເຮືອນຢູ່ສປປລາວລວມທັງພາກສ່ວນອື່ນທີ່ກ່ຽວຂ້ອງ.


...ມາດຕາຫົກ:ການພົວພັນແລະຮ່ວມມືສາກົນ

ມາດຕາຫົກ:ການພົວພັນແລະຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດແລະສາ ກົນເພື່ອແລກປ່ຽນບົດຮຽນກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຊີ,ຂໍ້ມູນ,ຂ່າວສານການບິນ,ພັດທະນາດ້ານບຸກຄະລາກອນ, ການເຊື່ອມຕໍ່ຕາໜ່າງການບິນຢູ່ພາຍໃນແລະກັບຕ່າງປະເທດແນໃສ່ ເຮັດໃຫ້ການບິນພົນລະເຮືອນມີຄວາມສະດວກ,ປອດໄພ,ທັນສະໄໝ,ມີ ປະສິດທິຜົນແລະໄດ້ມາດຕະຖານສາກົນ.


..ພາກທີ2ການບິນພົນລະເຮືອນ


...ໝວດທີ1ອົງປະກອບການບິນພົນລະເຮືອນ


....ມາດຕາເຈັດ:ອົງປະກອບທາງດ້ານວັດຖຸເຕັກນິກການບິນ

ມາດຕາເຈັດ:ອົງປະກອບທາງດ້ານວັດຖຸເຕັກນິກການບິນ ການບິນພົນລະເຮືອນມີອົງປະກອບທາງດ້ານວັດຖຸເຕັກນິກ ເຊັ່ນ:ເຮືອບິນ,ສະໜາມບິນ,ພະຫະນະ,ວັດຖຸປະກອນ,ເຄື່ອງອາໄຫຼ່ ແລະນໍ້າມັນເຊື້ອໄພ.


....ມາດຕາແປດ:ອົງປະກອບທາງດ້ານບຸກຄະລາກອນ

ມາດຕາແປດ:ອົງປະກອບທາງດ້ານບຸກຄະລາກອນ ການບິນພົນລະເຮືອນມີອົງປະກອບທາງດ້ານບຸກຄະລາກອນ ເຊັ່ນ:ຈຸບິນ,ພະນັກງານເຕັກນິກດ້ານການບິນ,ພະນັກງານບໍລິຫານ,ວິ ຊາການແລະບໍລິການ.


...ໝວດທີ2ເຮືອບິນ


....ມາດຕາເກົ້າ:ສັນຊາດແລະທະບຽນເຮືອບິນ

ມາດຕາເກົ້າ:ສັນຊາດແລະທະບຽນເຮືອບິນ ເຮືອບິນພົນລະເຮືອນທຸກປະເພດທີ່ຈະມາບິນຢູ່ນ່ານຟ້າຂອງ ສປປລາວຕ້ອງຂຶ້ນທະບຽນ,ຕິດເຄື່ອງໝາຍສັນຊາດແລະເຄື່ອງໝາຍ ທະບຽນຕາມກົດໝາຍຂອງສປປລາວຫຼືຂອງປະເທດທີ່ກ່ຽວຂ້ອງ.

....ມາດຕາສິບ:ເງື່ອນໄຂຂອງການຂຶ້ນທະບຽນ

ມາດຕາສິບ:ເງື່ອນໄຂຂອງການຂຶ້ນທະບຽນ ການຂຶ້ນທະບຽນເຮືອບິນຢູ່ສປປລາວຕ້ອງປະຕິບັດຕາມ ເງື່ອນໄຂດັ່ງນີ້: ໜຶ່ງ:ຜູ້ທີ່ຈະເອົຮເຮືອບິນມາຂຶ້ນທະບຽນຕ້ອງເປັນເຈົ້າຂອງ ເຮືອບິນຫຼືຜູ້ທີ່ໄດ້ຮັບສິດນໍາໃຊ້ເຮືອບິນຊຶ່ງອາດຈະແມ່ນ: -ລັດຖະບານແຫ່ງສປປລາວ. -ພົນລະເມືອງລາວ. -ຊາວຕ່າງດ້າວ,ຄົນຕ່າງປະເທດແລະຜູ້ບໍ່ມີສັນຊາດທີ່ມີ ສະຖານທີ່ຫຼັກໃນການດໍາເນີນທຸລະກິດຫຼືມີທີ່ຢູ່ຖາວອນໃນສປປລາວ; -ວິສາຫະກິດ,ບໍລິສັດຫຼືສະມາຄົມທີ່ໄດ້ຮັບອະນຸຍາດສ້າງຕັ້ງ ຂຶ້ນຕາມລະບຽບກົດໝາຍຂອງສປປລາວ; ສອງ:ເຮືອບິນທີ່ຂຶ້ນທະບຽນຢູ່ສປປລາວແລ້ວຈະບໍ່ອະນຸຍາດ ໃຫ້ຂຶ້ນທະບຽນຢູ່ປະເທດອື່ນແລະເຮືອບິນທີ່ໄດ້ຂຶ້ນທະບຽນຢູ່ປະເທດ ອື່ນຈະບໍ່ໄດ້ຮັບອະນຸຍາດໃຫ້ຂຶ້ນທະບຽນຢູ່ສປປລາວເວັ້ນເສຍແຕ່ ໄດ້ຍົກເລີກທະບຽນເກົ່າແລ້ວ.

....ມາດຕາສິບເອັດ:ການຍົກເລີກທະບຽນ

ມາດຕາສິບເອັດ:ການຍົກເລີກທະບຽນ ທະບຽນເຮືອບິນຈະໄດ້ຖືກຍົກເລີກໃນກໍລະນີທີ່ເຮືອບິນຫາກ: -ເປ່ເພທີ່ບໍ່ສາມາດນໍາໃຊ້ໄດ້; -ໝົດອາຍຸການນໍາໃຊ້; -ຫາຍສາບສູນ; -ໄປຂຶ້ນທະບຽນຢູ່ປະເທດອື່ນ; -ມີການລະເມີດລະບຽບກົດໝາຍ.

....ມາດຕາສິບສອງ:ການຮັບຮູ້ສິດຕໍ່ເຮືອບິນ

ມາດຕາສິບສອງ:ການຮັບຮູ້ສິດຕໍ່ເຮືອບິນ ບຸກຄົນຫຼືການຈັດຕັ້ງຊຶ່ງໄດ້ຂຶ້ນທະບຽນເຮືອບິນຂອງຕົນຢູ່ສ ປປລາວຈະຖືກຮັບຮູ້ສິດຕ່າງໆຕາມກົດໝາຍຂອງສປປລາວໂດຍ ສອດຄ່ອງກັບສົນທິສັນຍາສາກົນທີ່ກ່ຽວຂ້ອງຊຶ່ງສປປລາວໄດ້ເຂົ້າ ຮ່ວມເປັນພາຄີ.


....ມາດຕາສິບສາມ:ເອກະສານປະຈໍາເຮືອບິນແລະຖ້ຽວບິນ

ມາດຕາສິບສາມ:ເອກະສານປະຈໍາເຮືອບິນແລະຖ້ຽວບິນ ເຮືອບິນແຕ່ລະລໍາຕ້ອງມີເອກະສານປະຈໍາດັ່ງນີ້: ໜຶ່ງ:ໃບຢັ້ງຢືນການຂຶ້ນທະບຽນ; ສອງ:ໃບຢັ້ງຢືນເຕັກນິກສົມບູນຂອງເຮືອບິນ; ສາມ:ໃບອະນຸຍາດປະຕິບັດໜ້າທີ່ຂອງຈຸບິນແຕ່ລະຄົນ; ສີ່:ໃບຢັ້ງຢືນລະດັບສຽງຂອງເຮືອບິນ; ຫ້າ:ໃບອະນຸຍາດນໍາໃຊ້ອຸປະກອນສື່ສານປະຈໍາເຮຶອບິນ; ຫົກ:ປຶ້ມບັນທຶກການບິນ; ເຈັດ:ປຶ້ມຄູ່ມືການບິນ; ແປດ:ໃບດຸ່ນດ່ຽງນໍ້າໜັກ,ບັນຊີລາຍຊື່,ບັນຊີເຄື່ອງຂອງຂອງ ຜູ້ໂດຍສານ,ບັນຊີສິນຄ້າ,ໄປສະນີພັນແລະໃບປະກັນໄພທີ່ກ່ຽວຂ້ອງ ສໍາລັດການຂົນສົ່ງໂດຍສານແລະສິນຄ້າ. ເອກະສານດັ່ງກ່າວຂ້າງເທິງນີ້ຕ້ອງກໍານົດອາຍຸການນໍາໃຊ້ ຍົກເວັ້ນເອກະສານຂໍ້ທີຫົກແລະເຈັດ.

....ມາດຕາສິບສີ່:ໃບຢັ້ງຢືນເຕັກນິກສົມບູນຂອງເຮືອບິນ

ມາດຕາສິບສີ່:ໃບຢັ້ງຢືນເຕັກນິກສົມບູນຂອງເຮືອບິນ ໃບຢັ້ງຢືນເຕັກນິກສົມບູນຂອງເຮືອບິນແມ່ນເອກະສານຢັ້ງ ຢືນຄວາມສົມບູນ,ຄວາມກຽວພ້ອມແລະຄວາມສາມາດບິນໄດ້ຊື່ງ ອອກໃຫ້ໂດຍກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງຂອງ ສປປລາວ. ສໍາລັບເຮືອບິນຂອງຕ່າງປະເທດທີ່ເຄື່ອນໄຫວຢູ່ໃນດິນແດນ ຂອງສປປລາວກໍ່ຕ້ອງມີໃບຢັ້ງຢືນເຕັກນິກສົມບູນຂອງເຮືອບິນເຊັ່ນ ດຽວກັນຊຶ່ງແມ່ນອົງການທີ່ມີສິດໜ້າທີ່ຂອງປະເທດກ່ຽວຂ້ອງເປັນ ຜູ້ອອກໃຫ້ແລະຮັບຮູ້ຈາກກະຊວງຄົມມະນາຄົມຂົນສົ່ງໄປສະນີແລະ ກໍ່ສ້າງຂອງສປປລາວ. ການຢັ້ງຢືນເຕັກນິກສົມບູນຂອງເຮືອບິນທຸກລໍາຕ້ອງໃຫ້ສອບ ຄ່ອງກັບມາດຕະຖານດ້ານເຕັກນິກສົມບູນຂອງເຮືອບິນພາຍໃຕ້ສົນ ທີສັນຍາສາກົນແລະຍັງມີອາຍຸການນໍາໃຊ້ຢູ່.


....ມາດຕາສິບຫ້າ:ປຶ້ມບັນທຶກການບິນ

ມາດຕາສິບຫ້າ:ປຶ້ມບັນທຶກການບິນ ເຮືອບິນທຸກລໍາຕ້ອງມີປຶ້ມບັນທຶກການບິນຊຶ່ງມີຜູ້ຮັບຜິດຊອບ ໃນການບັນທຶກລາຍລະອຽດທີ່ສໍາຄັນໃນຊ່ວງເວລາບິນຂອງເຮືອບິນ ແລະການປະຕິບັດງານຂອງຈຸບິນໃນແຕ່ລະຖ້ຽວບິນຕາມແບບພິມທີ່ ກໍານົດໄວ້ໃນລະບຽບກົດໝາຍຂອງປະເທດເຈົ້າຂອງທະບຽນຈຶ່ງຈະ ໄດ້ຮັບອະນຸຍາດໃຫ້ດໍາເນີນການບິນຢູ່ໃນນ່ານຟ້າຂອງສປປລາວໄດ້. ເນື້ອໃນທີ່ໄດ້ບັນທຶກເຂົ້າໃນປຶ້ມບັນທຶກການບິນຈະຖືເປັນຫຼັກ ຖານເບື້ອງຕົ້ນໃນການພິສູດຄວາມຈິງຂອງເຫດການທີ່ເກີດຂຶ້ນໃນ ໄລຍະຊ່ວງເວລາບິນຂອງເຮືອບິນແລະເປັນພື້ນຖານໃນການສືບ ສວນ-ສອບສວນໃນກໍລະນີທີ່ມີການລະເມີດລະບຽບກົດໝາຍ,ຄໍາສັ່ງ, ຂໍ້ແນະນໍາຕ່າງໆກ່ຽວກັບການບິນ.


....ມາດຕາສິບຫົກ:ອຸປະກອນສື່ສານປະຈໍາເຮືອບິນ

ມາດຕາສິບຫົກ:ອຸປະກອນສື່ສານປະຈໍາເຮືອບິນ ເຮືອບິນແຕ່ລະລໍາຕ້ອງປະກອບອຸປະກອນສື່ສານຕາມມາດ ຕະຖານທີ່ໄດ້ຮັບອະນຸຍາດແລະຕິດຕັ້ງຢ່າງຖືກຕ້ອງຕາມເຕັກນິກ, ວິທີການທີ່ໄດ້ກໍານົດໄວ້ໃນລະບຽບການແລະສາມາດນໍາໃຊ້ໄດ້. ເຮືອບິນທີ່ໄດ້ປະກອບອຸປະກອນສື່ສານຢ່າງຖືກຕ້ອງຕາມລະບຽບ ການແລະສາມາດນໍາໃຊ້ໄດ້ເທົ່ານັ້ນຈຶ່ງຈະໄດ້ຮັບທະນຸຍາດໃຫ້ບິນ ຢູ່ໃນດິນແດນສປປລາວ.


....ມາດຕາສິບເຈັດ:ປຶ້ມຄູ່ມືການບິນແລະປຶ້ມຄູ່ມືປະຕິບັດການບິນ

ມາດຕາສິບເຈັດ:ປຶ້ມຄູ່ມືການບິນແລະປຶ້ມຄູ່ມືປະຕິບັດການບິນ ປຶ້ມຄູ່ມືການບິນແມ່ນເອກະສານຂອງໂຮງງານຜູ້ຜະລິດທີ່ ກໍານົດລະອຽດຂໍ້ແນະນໍາດ້ານເຕັກນິກການນໍາໃຊ້ເຮືອບິນເພື່ອ ຊ່ວຍໃຫ້ຈູບິນປະຕິບັດຕາມຢ່າງຖືກຕ້ອງ. ສ່ວນປຶ້ມຄູ່ມືປະຕິບັດການບິນແມ່ນເອກະສານຂອງຜູ້ຂົນສົ່ງ ທາງອາກາດທີ່ກໍານົດນະໂຍບາຍ,ຫຼັກການແລະລະບຽບການທີ່ຈຸ ບິນຕ້ອງປະຕິບັດຕາມເພື່ອຄວາມປອດໄພແລະມີປະສິດທະພາບໃນ ການປະຕິບັດງານ.


....ມາດຕາສິບແປດ:ລະດັບສຽງຂອງເຮືອບິນ

ມາດຕາສິບແປດ:ລະດັບສຽງຂອງເຮືອບິນ ລະດັບສຽງຂອງເຮືອບິນຕ້ອງໃຫ້ຖືກຕ້ອງຕາມມາດຕະຖານ ທີ່ກໍານົດໄວ້ໃນສົນທິສັນຍາສາກົນກ່ຽວກັບການບິນພົນລະເຮືອນຈຶ່ງ ຈະອະນຸຍາດໃຫ້ດໍາເນີນການບິນຢູ່ໃນນ່ານຟ້າຂອງສປປລາວ.


...ໝວດທີ3ສະໜາມບິນ


....ມາດຕາສິບເກົ້າ:ໂຄງປະກອບຂອງສະໜາມບິນ

ມາດຕາສິບເກົ້າ:ໂຄງປະກອບຂອງສະໜາມບິນ ສະໜາມບິນຕ້ອງມີໂຄງປະກອບພື້ນຖານດັ່ງນີ້: ໜຶ່ງ:ຂອບເຂດພື້ນທີ່ລວມຖືກຕາມມາດຕະຖານຂອງແຕ່ລະ ປະເພດສະໜາມບິນ,ມີທີ່ຕັ້ງເໝາະສົມແລະອ້ອມຮອບດ້ວຍຮົ້ວຫຼືກໍາ ແພງທີ່ຮັບປະກັນຄວາມປອດໄພ; ສອງ:ທາງຂຶ້ນ-ລົງ,ທາງແວ່ແລະລານຈອດເຮືອບິນທີ່ໄດ້ມາດ ຕະຖານພ້ອມດ້ວຍສິ່ງອໍານວຍຄວາມສະດວກເຊັ່ນ:ຖົງບອກທິດທາງ ລົມ,ລະບົບໄຟ,ເຄື່ອງໝາຍແລະເສັ້ນແຕ້ມຕ່າງໆ. ສາມ:ອາຄານຕ່າງໆເຊິ່ງປະກອບດ້ວຍ:ອາຄານຜູ້ໂດຍສານ, ສໍານັກງານບໍລິຫານ,ວະຊາການແລະບໍລິການ,ສາງເຄື່ອງ,ໂຮງງານ ຫຼືໂຮງສ້ອມແປງເຮືອບິນ,ອຸປະກອນປ້ອງກັນແລະຮັກສາຄວາມປອດ ໄພ; ສີ່:ສິ່ງປຸກສ້າງສໍາລັບຕິດຕັ້ງອຸປະກອນສື່ສານແລະອໍານວຍ ຄວາມສະດວກໃນການສັນຈອນທາງອາກາດ.

....ມາດຕາຊາວ:ເຂດອ້ອມຮອບສະໜາມບິນ

ມາດຕາຊາວ:ເຂດອ້ອມຮອບສະໜາມບິນ ເຂດອ້ອມຮອບສະໜາມບິນແມ່ນບໍລິເວນນອກທີ່ຕິດກັບຮົ້ວ ຫຼືກໍາແພງສະໜາມບິນອອກໄປຊຶ່ງມີຂອບເຂດພື່ນທີ່ທີ່ໄດ້ກໍານົດຕາມ ແຕ່ລະປະເພດສະໜາມບິນຊຶ່ງກວມເອົາແລ້ວຂຶ້ນ-ລົງຂອງເຮືອບິນ. ຢູ່ໃຂເຂດອ້ອມຮອບສະໜາມບິນຕ້ອງກໍານົດໄລຍະຫ່າງ,ຈໍາ ກັດຄວາມສູງຂອງສິ່ງປຸກສ້າງແລະຕົ້ນໄມ້ເພື່ອຮັບປະກັນຄວາມປອດ ໄພຂອງການບິນ,ຊີວິດ,ຊັບສິນຂອງປະຊາຊົນແລະສິ່ງແວດລ້ອມ.


....ມາດຕາຊາວເອັດ:ການກໍານົດພື້ນທີ່,ການອະນຸຍາດກໍ່ສ້າງແລະການຈັດປະເພດສະໜາມບິນ

ມາດຕາຊາວເອັດ:ການກໍານົດພື້ນທີ່,ການອະນຸຍາດກໍ່ສ້າງແລະ ການຈັດປະເພດສະໜາມບິນ ການກໍານົດພື້ນທີ່,ການອະນຸຍາດກໍ່ສ້າງ,ການຈັດປະເພດ ສະໜາມບິນພາຍໃນແລະສາກົນລະດັບຕ່າງໆລວມທັງການກໍານົດ ສະໜາມບິນຫຼືສະຖານທີ່ສໍາລັບໃຫ້ເຮືອບິນຂຶ້ນ,ລົງເປັນການຊົ່ວຄາວ ແມ່ນລັດຖະບານເປັນຜູ້ຕົກລົງ.

....ມາດຕາຊາວສອງ:ການກໍ່ສ້າງແລະການນໍາໃຊ້ສະໜາມບິນ

ມາດຕາຊາວສອງ:ການກໍ່ສ້າງແລະການນໍາໃຊ້ສະໜາມບິນ ການກໍ່ສ້າງສະໜາມບິນພົນລະເຮືອນຢູ່ສປປລາວຕ້ອງໃຫ້ ຖືກຕາມມາດຕະຖານເຕັກນິກທີ່ອົງການການບິນພົນລະເຮືອນສາ ກົນວາງອອກໃນແຕ່ລະໄລຍະ. ເຮືອບິນຂອງຕ່າງປະເທດລວມທັງເຮືອບິນຂອງລາວທີ່ດໍາ ເນີນຖ້ຽວບິນຂົນສົ່ງທາງອາກາດສາກົນຈະໄດ້ຮັບອະນຸຍາດໃຫ້ນໍາ ໃຊ້ສະເພາະສະໜາມບິນສາກົນເທົ່ານັ້ນເວັ້ນເສຍແຕ່ໄດ້ຮັບອະນຸ ຍາດຈາກລັດຖະບານຈຶ່ງສາມາດນໍາໃຊ້ສະໜາມບິນອື່ນໄດ້.

....ມາດຕາຊາວສາມ:ການຄຸ້ມຄອງສະໜາມບິນ

ມາດຕາຊາວສາມ:ການຄຸ້ມຄອງສະໜາມບິນ ສະໜາມບິນພົນລະເຮືອນທຸກແຫ່ງຢູ່ໃນສປປລາວແມ່ນຢູ່ພາຍ ໃຕ້ການຄຸ້ມຄອງຂອງລັດຖະບານແຫ່ງສປປລາວໂດຍມອບໃຫ້ອົງການ ຄຸ້ມຄອງການບິນເປັນຜູ້ຈັດຕັ້ງປະຕິບັດຕາມການແບ່ງຂັ້ນຄຸ້ມຄອງທີ່ ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ສໍາລັດສະໜາມບິນທີ່ນັກລົງທຶນພາຍໃນຫຼືຕ່າງປະເທດໄດ້ສ້າງ ຂຶ້ນຫຼືສໍາປະທານນັ້ນນັກລົງທຶນມີສິດຮັກສາ,ນໍາໃຊ້ແລະໄດ້ຮັບຜົນປະ ໂຫຍດຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງສປປລາວ.


...ໝວດທີ4ຈຸບິນແລະພະນັກງານເຕັກນິກດ້ານການບິນ


....ມາດຕາຊາວສີ່:ການປະກອບຈຸບິນ

ມາດຕາຊາວສີ່:ການປະກອບຈຸບິນ ການປະກອບຈຸບິນແຕ່ລະຖ້ຽວບິນນັ້ນຕ້ອງອີງໃສ່ຊະນິດ,ປະ ເພດ,ຂະໜາດຂອງເຮືອບິນ,ໄລຍະທາງຂອງຖ້ຽວບິນແລະຈຸດປະສົງ ສະເພາະໃນການນໍາໃຊ້ເຮືອບິນ. ການປະກອບຈຸບິນຕ້ອງປະຕິບັດຕາລະບຽບການຂອງກະຊວງ ຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງໂດຍສອດຄ່ອງກັບມາດຕະ ຖານຂອງອົງການການບິນພົນລະເຮືອນສາກົນ.


....ມາດຕາຊາວຫ້າ:ການປະກອບພະນັກງານເຕັກດ້ານການບິນ

ມາດຕາຊາວຫ້າ:ການປະກອບພະນັກງານເຕັກດ້ານການບິນ ພະນັກງານເຕັກນິກດ້ານການບິນປະກອບດ້ວຍ: -ພະນັກງານກວດກາແລະຮັບປະກັນຄຸນນະພາບຂອງເຮືອບິນ; -ພະນັກງານສ້ອມແປງເຮືອບິນ; -ພະນັກງານຈັດແຜນບິນ; -ພະນັກງານຄວມຄຸມຈະລາຈອນທາງອາກາດ; -ພະນັກງານສື່ສານການບິນ; -ພະນັກງານເຕັກນິກແລະວິຊາການອື່ນໆດ້ານການບິນ. ການປະກອບພະນັກງານເຕັກນິກດ້ານການບິນຕ້ອງໃຫ້ຖືກ ຕ້ອງຕາມວິຊາສະເພາະ,ຄວາມຮູ້,ຄວາມສາມາດແລະຈໍານວນທີ່ ເໝາະສົມກັບໜ້າທີ່ວຽກງານຕາມລະບຽບການຂອງກະຊວງຄົມ ມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.


....ມາດຕາຊາວຫົກ:ມາດຕະຖານຂອງຈຸບິນແລະພະນັກງານເຕັກນິກດ້ານການບິນ

ມາດຕາຊາວຫົກ:ມາດຕະຖານຂອງຈຸບິນແລະພະນັກງານເຕັກ ນິກດ້ານການບິນ ມາດຕະຖານລວມຂອງຈຸບິນແລະພະນັກງານເຕັກນິກດ້ານ ການບິນມີດັ່ງນີ້: -ມີສະຕິຕໍ່ລະບຽບວິໄນ,ມີຄວາມຮັບຜິດຊອບສູງ,ປອດໃສ,ຊື່ ສັດ,ສຸພາບຮຽບຮ້ອຍ,ເຄົາລົບລະບຽບກົດໝາຍ; -ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໂດຍມ ີປະກາດສະນີຍະບັດຢັ້ງຢືນ; -ມີຄວາມຮູ້ທາງດ້ານພາສາຕ່າງປະເທດໂດຍສະເພາະພາ ສາອັງກິດ; -ມີຮ່າງກາຍສົມບູນແລະສຸຂະພາບແຂງແຮງດີໂດຍມີ ການຢັ້ງຢືນຈາກແພດທີ່ກ່ຽວຂ້ອງ. ສໍາຫຼັບຈຸບິນຕ້ອງມີມາດຕະຖານຕື່ມອີກດັ່ງນີ້: -ນັກບິນຕ້ອງມີຄວາມຮູ້ຄວາມສາມາດໃນການຂັບເຮືອ ບິນ,ການສັນຈອນທາງອາກາດ,ຄວາມຮູ້ກ່ຽວກັບເຄື່ອງຈັກ,ຊິ້ນ ສ່ວນປະກອບແລະອຸປະກອນຂອງເຮືອບິນ,ດ້ານອຸຕຸນິຍົມການບິນ: -ນັກພາທາງຕ້ອງມີຄວາມຮູ້ຄວາມສາມາດໃນການນໍາ ພາການສັນຈອນທາງອາກາດ,ດ້ານອຸຕຸນິຍົມການບິນ; -ວິສະວະກອນການບິນຫຼືນາຍຊ່າງການບິນຕ້ອງມີຄວາມ ຮູ້ຄວາມສາມາດໃນການຄວບຄຸມເຄື່ອງຈັກ,ຊິ້ນສ່ວນປະກອບ ແລະອຸປະກອນຂອງເຮືອບິນ; ສໍາຫຼັບຈຸຫ້ອງໂດຍສານຕ້ອງມີມາດຕະຖານຕື່ມອີກດັ່ງນີ້: -ມີມະນຸດສໍາພັນດີ,ມີຄວາມຮູ້ຄວາມສາມາດໃນການບໍລິ ການແລະແນະນໍາການໃຊ້ສິ່ງອໍານວຍຄວາມປອດໄພໃຫ້ແກ່ຜູ້ ໂດຍສານ; -ມີຄວາມຮູ້ຄວາມສາມາດດ້ານການຮັກສາຄວາມປອດ ໄພການບິນ,ຄວາມເປັນລະບຽບຮຽບຮ້ອຍໃນເຮືອບິນ; -ມີຄວາມສາມາດໃນການປະຖົມພະຍາບານແກ້ຜູ້ໂດຍ ສານໃນກໍລະນີເຈັບເປັນສຸກເສີນ. ສໍາລັບພະນັກງານເຕັກນິດດ້ານການບິນຕ້ອງມີມາດຕະ ຖານຕື່ມອີກຄື:ຄວາມຮູ້ຄວາມສາມາດໃນການສ້ອມແປງ,ກວດ ກາແລະຮັບປະກັນຄຸນນະພາບດ້ານການບິນ,ການຈັດແຜນບິນ, ການຄວບຄຸມຈະລາຈອນທາງອາກາດແລະການສື່ສານການບິນ. ມາດຕະຖານແລະເງື່ອນໄຂລະອຽດນັ້ນຈະມີລະບຽບການ ສະເພາະຕ່າງຫາກ.

....ມາດຕາຊາວເຈັດ:ການແຕ່ງຕັ້ງຜູ້ບັນຊາຈຸບິນ

ມາດຕາຊາວເຈັດ:ການແຕ່ງຕັ້ງຜູ້ບັນຊາຈຸບິນ ຜູ້ຂົນສົ່ງທາງອາກາດຕ້ອງແຕ່ງຕັ້ງນັກບິນຜູ້ໜຶ່ງເປັນຜູ້ບັນ ຊາຈຸບິນສະເພາະແຕ່ລະຊ່ວງຂອງຖ້ຽມບິນແລະອີກຜູ້ໜຶ່ງເປັນຜູ້ຊ່ວຍ ຊຶ່ງສາມາດເປັນຜູ້ຮັບຜິດຊອບແທນຜູ້ບັນຊາຈຸບິນໄດ້.


....ມາດຕາຊາວແປດ:ຄວາມຮັບຜິດຊອບຂອງຜຸ້ບັນຊາຈຸບິນ

ມາດຕາຊາວແປດ:ຄວາມຮັບຜິດຊອບຂອງຜຸ້ບັນຊາຈຸບິນ ຜູ້ບັນຊາຈຸບິນເປັນຜູ້ຮັບຜິດຊອບນໍາເອົາເຮືອບິນໄປເຖິງຈຸດ ໝາຍຕາມແຜນບິນແລະຮັບຜິດຊອບຕໍ່ຄວາມປອດໄພຂອງຜຸໂດຍ ສານ,ເຄື່ອງຂອງ,ສິນຄ້າ,ໄປສະນີພັນແລະຈຸບິນໃນເຮືອບິນລວມທັງ ຄວາມປອດໄພຂອງເຮືອບິນໃນຕະຫຼອດຊ່ວງເວລາບິນ.


....ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງຜູ້ບັນຊາຈຸບິນ

ມາດຕາຊາວເກົ້າ:ສິດແລະໜ້າທີ່ຂອງຜູ້ບັນຊາຈຸບິນ ຜູ້ບັນຊາຈຸບິນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ບັນຊາເຮືອບິນບິນຂຶ້ນ,ບິນໄປ,ລົງຈອດຢູ່ຈຸດໝາຍຕາມ ແຜນເປັນປົກກະຕິ; ສອງ:ຄວາມຄຸມຈຸບິນໃຫ້ປະຕິບັດກົດລະບຽບການຈະລາຈອນ ທາງອາກາດແລະໜ້າທີ່ຂອງຕົນຢ່າງເຂັ້ມງວດ; ສາມ:ປັບແຜນບິນທີ່ໄດ້ຮັບການອະນຸມັດແລ້ວ,ກັບຄືນມາລົງ ສະໜາມບິນຕົ້ນທາງ,ລົງຈອດສຸກເສີນ,ຍົກເລີກຖ້ຽວບິນໃນກໍລະນີຈໍາ ເປັນເພື່ອຫຼີກເວັ້ນຈາກອັນຕະລາຍຊຶ່ງຂົ່ມຂູ່ຕໍ່ຄວາມປອດໄພຂອງຖ້ຽວ ບິນ; ສີ່:ຍັບຍັ້ງການກະທໍາຂອງບຸກຄົນຊຶ່ງເປັນການຂົ່ມຂູ່ຄວາມ ປອດໄພຫຼືລະເມີດຄວາມເປັນລະບຽບຮຽບຮ້ອຍໃນເຮືອບິນດ້ວຍວິ ທີການອັນຈໍາເປັນແລ້ວແຕ່ກໍລະນີຫຼືມອບບຸກຄົນດັ່ງກ່າວໃຫ້ເຈົ້າໜ້າ ທີ່ທີ່ກ່ຽວຂ້ອງໃນກໍລະນີທີ່ມີການກະທໍາຜິດຮ້າຍແຮງພາຍຫຼັງເຮືອ ບິນໄດ້ລົງຈອດ; ຫ້າ:ສັ່ງໃຫ້ທຸກຄົນຢູ່ໃນເຮືອບິນປະຕິບັດຕາມໃນເວລາລົງສຸກ ເສີນຫຼືໃນກໍລະນີຈໍາເປັນອື່ນໆ.


....ມາດຕາສາມສິບ:ໃບອະນຸຍາດປະຕິບັດໜ້າທີ່

ມາດຕາສາມສິບ:ໃບອະນຸຍາດປະຕິບັດໜ້າທີ່ ໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນຈຸບິນແລະພະ ນັກງານເຕັກນິກດ້ານການບິນແຕ່ລະຄົນຕ້ອງມີໃບອະນຸຍາດປະຕິ ບັດໜ້າທີ່ຊຶ່ງອອກໃຫ້ໂດຍກະຊວງຄົມມະນາຄົມຂົນສົ່ງໄປສະນີແລະ ກໍ່ສ້າງ. ສໍາລັບຈຸບິນຂອງເຮືອບິນທີ່ຂຶ້ນທະບຽນຢູ່ປະເທດອື່ນກໍ່ຕ້ອງມີ ໃບອະນຸຍາດປະຕິບັດໜ້າທີ່ຊຶ່ງອອກໃຫ້ໂດຍອົງການທີ່ມີສິດ,ໜ້າທີ່ ຂອງປະເທດກ່ຽວຂ້ອງ. ໃບອະນຸຍາດປະຕິບັດໜ້າທີ່ດັ່ງກ່າວຕ້ອງສອດຄ່ອງກັບມາດ ຕະຖານຂອງອົງການການບິນພົນລະເຮືອນສາກົນ.


...ໝວດທີ5ການຄວບຄຸມການຈະລາຈອນທາງອາກາດ


....ມາດຕາສາມສິບເອັດ:ການຈະລາຈອນທາງອາກາດ

ມາດຕາສາມສິບເອັດ:ການຈະລາຈອນທາງອາກາດ ການຈະລາຈອນທາງອາກາດຢູ່ໃນດິນແດນສປປລາວຕ້ອງ ປະຕິບັດຢ່າງເຂັ້ມງວດຕາມລະບຽບການຈະລາຈອນທາງອາກາດ ຂອງສປປລາວຊຶ່ງສອດຄ່ອງກັບລະບຽບການຈະລາຈອນທາງອາ ກາດຂອງອົງການການບິນພົນລະເຮືອນສາກົນ. ຜູ້ບັນຊາຈຸບິນຂອງເຮືອບິນທີ່ຂຶ້ນທະບຽນຢູ່ສປປລາວຊຶ່ງບິນ ຢູ່ໃນນ່ານຟ້າຂອງປະເທດອື່ນຕ້ອງປະຕິບັດຕາມລະບຽບການຈະລາ ຈອນທາງອາກາດຂອງປະເທດນັ້ນຫຼືໃນກໍລິນີຢູ່ເທິງນ່ານໍ້າສາກົນກໍ່ ຕ້ອງປະຕິບັດຕາມລະບຽບການຈະລາຈອນທາງອາກາດຂອງອົງ ການການບິນພົນລະເຮືອນສາກົນຢ່າງເຂັ້ມງວດ.

....ມາດຕາສາມສິບສອງ:ເສັ້ນທາງບິນແລະເຂດຫ້າມບິນ

ມາດຕາສາມສິບສອງ:ເສັ້ນທາງບິນແລະເຂດຫ້າມບິນ ເສັ້ນທາງບິນແມ່ນແລວບິນທີ່ປະກອບດ້ວຍທິດທາງບິນ, ລວງກວ້າງແລະລະດັບຄວາມສູງຊຶ່ງແມ່ນລັດຖະບານຂອງສປ ປລາວເປັນຜູ້ກໍານົດບົນພື້ນຖານລະບຽບການຂອງອົງການການ ບິນພົນລະເຮືອນສາກົນ. ເຂດຫ້າມບິນປະກອບມີ:ເຂດເກືອດຫ້າມ,ເຂດອັນຕະລາຍ ແລະເຂດຈໍາກັດການບິນ. ເຂດເກືອດຫ້າມແມ່ນເຂດທີ່ລັດສະຫງວນແລະບໍ່ອະນຸຍາດ ໃຫ້ເຮືອບິນພົນລະເຮືອນບິນຜ່ານຢ່າງເດັດຂາດ. ເຂດອັນຕະລາຍຫຼືເຂດຈໍາກັດການບິນແມ່ນເຂດທີ່ມີຄວາມ ສ່ຽງຕໍ່ຄວາມປອດໄພຂອງການບິນແຕ່ສາມາດບິນຜ່ານໄດ້ໃນ ບາງໄລຍະເວລາແລະຕາມລະດັບຄວາມສູງທີ່ໄດ້ກໍານົດໄວ້ເຊັ່ນ: ເຂດຊ້ອມຮົບ,ເຂດຊຸມນຸມຊົນ,ເຂດທີ່ມີແມ່ເຫຼັກ,ເຂດທີ່ມີພາຍຸ. ເຮືອບິນທຸກລໍາຕ້ອງບິນຕາມເສັ້ນທາງບິນຢ່າງເຂັ້ມງວດ, ບໍ່ໃຫ້ບິນເຂົ້າເຂດເກືອດຫ້າມຢ່າງເດັດຂາດ,ບໍ່ບິນເຂົ້າເຂດອັນຕະ ລາຍຫຼືເຂດຈໍາກັດການບິນ.ໃນກໍລະນີເຮືອບິນລໍາໃດຫາກບິນອອກ ຈາກເສັ້ນທາງບິນ,ບິນເຂົ້າໃນເຂດເກືອດຫ້າມ,ບິນເຂົ້າໃນເຂດ ອັນຕະລາຍຫຼືເຂດຈໍາກັດການບິນໂດຍບໍ່ຖືກຕ້ອງຕາມເວລາຫຼືລະ ດັບຄວາມສູງທີ່ກໍານົດໄວ້ຜູ້ບັນຊາຈຸບິນຕ້ອງບິນກັບຄືນສູ້ເສັ້ນທາງ ບິນເດີມຫຼືປະຕິບັດຕາມຄໍາສັ່ງຂອງເຈົ້າໜ້າທີ່ຄວບຄຸມການຈະລາ ຈອນທາງອາກາດໃນທັນໃດ.ຖ້າບໍ່ດັ່ງນັ້ນຈະຖືກປະຕິບັດຕາມຕະ ການທີ່ເໝາະສົມ.

....ມາດຕາສາມສິບສາມ:ການບໍລິການຈະລາຈອນທາງອາກາດ

ມາດຕາສາມສິບສາມ:ການບໍລິການຈະລາຈອນທາງອາກາດ ການບໍລິການຈະລາຈອນທາງອາກາດແມ່ນການອໍານວຍ ຄວາມສະດວກແລະຄວບຄຸມການສັນຈອນທາງອາກາດລວມທັງ ການບິນຜ່ານດິນແດນສປປລາວ.ການບໍລິການຈະລາຈອນທາງ ອາກາດຕ້ອງດໍາເນີນໄປຕາມລະບຽບການທີ່ເປັນເອກະພາບໃນ ຂອບເຂດທົ່ວປະເທດໂດຍສອດຄ່ອງກັບລະບຽບການຂອງອົງການ ການບິນພົນລະເຮືອນສາກົນເພື່ອຮັບປະກັນຄວາມປອດໄພ,ວ່ອງ ໄວແລະຄວາມເປັນລະບຽບຮຽບຮ້ອຍ.


....ມາດຕາສາມສິບສີ່:ການບໍລິການບິນຜ່ານ

ມາດຕາສາມສິບສີ່:ການບໍລິການບິນຜ່ານ ການບໍລິການບິນຜ່ານແມ່ນການຄວບຄຸມ,ອໍານວຍຄວາມ ສະດວກໃຫ້ແກ່ເຮືອບິນທີ່ບິນຜ່ານນ່ານຟ້າຂອງສປປລາວດ້ວຍລະ ບົບສື່ສານຊຶ່ງປະກອບມີພາຫະນະ,ອຸປະກອນ,ເຕັກໂນໂລຊີທັນສະ ໄໝແລະບຸກຄະລາກອນທີ່ມີຄຸນນະພາບສາມາດເຊື່ອມໂຍງເຂົ້າ ກັບລະບົບສື່ສານຂອງບັນດາປະເທດໃນພາກພື້ນແລະສາກົນເພື່ອ ຮັບປະກັນປະສິດທິພາບຂອງການບິນຜ່ານ.

....ມາດຕາສາມສິບຫ້າ:ເຫດຕິດຂັດແລະອຸປະຕິເຫດຂອງເຮືອບິນ

ມາດຕາສາມສິບຫ້າ:ເຫດຕິດຂັດແລະອຸປະຕິເຫດຂອງເຮືອບິນ ເຫດຕິດຂັດແມ່ນເຫດການທີ່ເກີດຂຶ້ນກັບເຮືອບິນໃນຊ່ວງ ເວລາບິນຊຶ່ງອາດສາມາດແກ້ໄຂໄດ້ແລະອາດຈະມີຫຼືບໍ່ມີຜົນກະ ທົບຕໍ່ຄວາມປອດໄພຂອງການບິນນັ້ນ. ອຸປະຕິເຫດແມ່ນເຫດການຮ້າຍແຮງທີ່ເກີດຂຶ້ນກັບເຮືອບິນ ໃນຊ່ວງເວລາບິນເຊັ່ນ:ເຮືອບິນເປ່ເພໜັກ,ເຮືອບິນຕົກຫຼືສູນຫາຍ ຊຶ່ງເຮັດໃຫ້ຄົນບາດເຈັບຫຼືເສຍຊີວິດແລະຊັບສິນເສຍຫາຍ. ບຸກຄົນຫຼືການຈັດຕັ້ງຫາກໄດ້ພົບເຫັນເຮືອບິນຖືກອຸປະຕິເຫດ ມີພັນທະແຈ້ງໃຫ້ອໍານາດການປົກຄອງທ້ອງຖິ່ນຫຼືເຈົ້າໜ້າທີ່ທີ່ກ່ຽວ ຂ້ອງຊາບໂດຍດ່ວນ.


....ມາດຕາສາມສິບຫົກ:ການຊ່ວຍເຫຼືອ,ການຊອກຄົ້ນແລະກູ້ໄພເຮືອບິນ

ມາດຕາສາມສິບຫົກ:ການຊ່ວຍເຫຼືອ,ການຊອກຄົ້ນແລະກູ້ໄພເຮືອ ບິນ ໃນກໍລະນີທີ່ມີເຮືອບິນປະສົບເຫດຕິດຂັດຫຼືອຸປະຕິເຫດຢູ່ໃນ ດິນແດນສປປລາວ,ໜ່ວຍງານຈະລາຈອນທາງອາກາດແລະຊອກ ຄົ້ນ-ກູ້ໄພຂອງປະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ ຕ້ອງນໍາໃຊ້ມາດຕະການອັນຈໍາເປັນເພື່ອຊ່ວຍເຫຼືອຢ່າງທັນການ ແລະເໝາະສົມ. ໃນກໍລະນີທີ່ເຮືອບິນປະສົບອຸປະຕິເຫດຄະນະກໍາມະການ ຊອກຄົ້ນແລະກູ້ໄພແຫ່ງຊາດເປັນຜູ້ປະສານງານກັບເຈົ້າໜ້າທີ່ ຂອງສະໜາມບິນ,ອົງການປົກຄອງທ້ອງຖິ່ນແລະເຈົ້າໜ້າທີ່ອື່ນ ໆທີ່ກ່ຽວຂ້ອງດໍາເນີນການຊອກຄົ້ນແລະກູ້ໄພຢ່າງຮີບດ່ວນ. ສໍາລັບເຮືອບິນຂອງຕ່າງປະເທດທີ່ປະສົບເຫດຕິດຂັດຫຼືອຸ ປະຕິເຫດຢູ່ໃນດິນແດນສປປລາວຜູ້ຂົນສົ່ງທາງອາກາດຫຼືເຈົ້າໜ້າ ທີ່ຂອງປະເທດດັ່ງກ່າວອາດຈະໄດຮັບອະນຸຍາດຈາກລັດຖະບານ ແຫ່ງສປປລາວໃຫ້ເຂົ້າມາຮ່ວມດໍາເນີນການຊອກຄົ້ນແລະກູ້ໄພ ພາຍໃຕ່ການຄວບຄຸມຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສປປລາວ. ໃນກໍລະນີທີ່ຈໍາເປັນລັດຖະບານແຫ່ງສປປລາວຈະພິຈາລະ ນາໃຫ້ການຊ່ວຍເຫຼືອ,ຊອກຄົ້ນແລະກູ້ໄພເຮືອບິນຂອງປະເທດອື່ນ ທີ່ປະສົບອຸປະຕິເຫດຢູ່ໃນດິນແດນຂອງປະເທດໃກ້ຄຽງຕາມຄໍາ ຮ້ອງຂໍຈາກປະເທດອື່ນຫຼືອົງການຈັດຕັ້ງສາກົນ.

....ມາດຕາສາມສິບເຈັດ:ການສືບສວນ-ສອບສວນ

ມາດຕາສາມສິບເຈັດ:ການສືບສວນ-ສອບສວນ ການສືບສວນ-ສອບສວນເຫດຕິດຂັດຫຼືອຸປະຕິເຫດຂອງເຮືອບິນ ພົນລະເຮືອນທີ່ເກີດຂຶ້ນໃນດິນແດນສປປລາວຕ້ອງດໍາເນີນຕາມລະບຽບ ກົດໝາຍຂອງສປປລາວຢ່າງທັນການ,ລະອຽດແລະຄົບຖ້ວນ. ໃນກໍລະນີທີ່ເຮືອບິນພົນລະເຮືອນຊຶ່ງຂຶ້ນທະບຽນຢູ່ປະເທດອື່ນ ໄດ້ປະສົບເຫດຕິດຂັດຫຼືອຸປະຕິເຫດຢູ່ໃນດິນແດນສປປລາວຊຶ່ງເຮັດໃຫ້ ມີຜູ້ບາດເຈັບຫຼືເສຍຊີວິດ,ລັດຖະບານແຫ່ງສປປລາວອາດຈະພິຈາລະ ນາອະນຸຍາດໃຫ້ຜູ້ສັງເກດການທີ່ຖືກແຕ່ງຕັ້ງຢ່າງຖືກຕ້ອງຈາກປະ ເທດທີ່ກ່ຽວຂ້ອງນັ້ນໃຫ້ເຂົ້າຮ່ວມໃນການສືບສວນ-ສອບສວນຕາມ ການຮ້ອງຂໍ. ລັດຖະບານແຫ່ງສປປລາວຈະແຈ້ງຜົນຂອງການສືບສວນ- ສອບສວນໃຫ້ລັດຖະບານຂອງປະເທດທີ່ກ່ຽວຂ້ອງຊາບ.


...ໝວດທີ6ການຮັບປະກັນຄວາມປອດໄພຂອງຖ້ຽວບິນ


....ມາດຕາສາມສິບແປດ:ມາດຕະການຮັກສາຄວາມປອດໄພຂອງຜຸ້ໂດຍສານ

ມາດຕາສາມສິບແປດ:ມາດຕະການຮັກສາຄວາມປອດໄພຂອງ ຜູ້ໂດຍສານ ຜູ້ຂົນສົ່ງທາງອາກາດຕ້ອງມີມາດຕະການຮັກສາຄວາມ ປອດໄພຂອງຜູ້ໂດຍສານດ້ວຍການປະຕິບັດໃຫ້ຖືກຕ້ອງຕາມມາດ ຕະຖານທີ່ໄດ້ກໍານົດໄວ້ໃນປຶ້ມຄູ່ມືການບິນ,ປະກອບແລະຮັກສາສິ່ງ ອໍານວຍຄວາມປອດໄພທີ່ມີມາກັບເຮືອບິນໃຫ້ຢູ່ໃນສະພາບທີ່ໃຊ້ໄດ້ ຕະຫຼອດເວລາເປັນຕົ້ນ:ສາຍຮັບບ່ອນນັ່ງ,ເຄື່ອງຊ່ວຍຫາຍໃຈ,ເຄື່ອງ ຊູຊີບ,ລະບົບປັບຄວາມດັນອາກາດ,ໄຟສັນຍານເຕືອນ,ຫີບຢາປະ ຖົມພະຍາບານແລະສິ່ງຈໍາເປັນອື່ນໆ. ພະນັກງານຈຸຫ້ອງໂດຍສານຕ້ອງແນະນໍາ,ຊ່ວຍເຫຼືດຜູ້ໂດຍ ສານໃນການນໍາໃຊ້ອຸປະກອນກ່ຽວກັບຄວາມປອດໄພແລະໃນເວລາ ເຈັບເປັນຢ່າງທັນການ.


....ມາດຕາສາມສິບເກົ້າ:ມາດຕະການຮັກສາຄວາມປອດໄພຂອງເຄື່ອງຂອງ,ສິນຄ້າແລະໄປສະນີພັນ

ມາດຕາສາມສິບເກົ້າ:ມາດຕະການຮັກສາຄວາມປອດໄພຂອງ ເຄື່ອງຂອງ,ສິນຄ້າແລະໄປສະນີພັນ ຜູ້ຂົນສົ່ງທາງອາກາດຕ້ອງມີມາດຕະການຮັກສາຄວາມ ປອດໄພຂອງເຄື່ອງຂອງ,ສິນຄ້າແລະໄປສະນີພັນດ້ວຍການກວດ ກາແລະມ້ຽນມັດເປັນຢ່າງດີຕາມລະບຽບການເພື່ອຮັບປະກັນບໍ່ ໃຫ້ເປ່ເພຫຼືຕົກເຮ່ຍເສຍຫາຍ.


....ມາດຕາສີ່ສິບ:ມາດຕະການຮັກສາຄວາມປອດໄພຂອງປະຊາຊົນ

ມາດຕາສີ່ສິບ:ມາດຕະການຮັກສາຄວາມປອດໄພຂອງປະຊາຊົນ ເພື່ອຄວາມປອດໄພຂອງປະຊາຊົນເຮືອບິນທຸກລໍາຕ້ອງບິນ ຢູ່ໃນຄວາມສູງທີ່ກໍານົດໄວ້.ຫ້າມບິນສະແດງແບບໂລດໂຜນຫຼືບິນ ຝຶກແອບຢູ່ເທິງເຂດຊຸມຊົມໜ້າແໜ້ນເວັ້ນເສຍແຕ່ໄດ້ຮັບອະນຸຍາດ ສະເພາະຈາກກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງບົນ ພື້ນຖານທີ່ໄດ້ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.


....ມາດຕາສີ່ສິບເອັດ:ມາດຕະການຮັກສາຄວາມປອດໄພຂອງເຮືອບິນ

ມາດຕາສີ່ສິບເອັດ:ມາດຕະການຮັກສາຄວາມປອດໄພຂອງເຮືອບິນ ຜູ້ຂົນສົ່ງທາງອາກາດຕ້ອງກວດກາ,ບົວລະບັດຮັກສາ,ສ້ອມ ແປງ,ນໍາໃຊ້ອຸປະກອນແລະເຮືອບິນຂອງຕົນໃຫ້ຖືກຕ້ອງຕາມລະບຽບ ການທີ່ໄດ້ກໍານົດໄວ້ເພື່ອຮັກສາຄວາມສົມບູນ,ຄວາມກຽມພ້ອມແລະ ຄວາມສາມາດບິນໄດ້ຂອງເຮືອບິນພ້ອມທັງປະກອບອຸປະກອນເພື່ອ ຮັບປະກັນຄວາມປອດໄພຂອງເຮືອບິນເຊັ່ນ:ບັ້ງດັບເພີງ,ເຄື່ອນສັນ ຍານເຕືອນໄພຕ່າງໆ.


....ມາດຕາສີ່ສິບສອງ:ມາດຕະການຮັກສາຄວາມປອດໄພຂອງສະໜາມບິນ

ມາດຕາສີ່ສິບສອງ:ມາດຕະການຮັກສາຄວາມປອດໄພຂອງສະ ໜາມບິນ ສະໜາມບິນຈະຕ້ອງມີຮົ້ວຫຼືກໍາແພງອ້ອມຮອບທີ່ຮັບປະກັນ ຄວາມປອດໄພ,ມີການແບ່ງເຂດສາທາລະນະ,ເຂດຫວງຫ້າມຢ່າງ ຈະແຈ້ງ,ມີບຸກຄະລາຄອນພ້ອມດ້ວຍລະບົບອຸປະກອນປ້ອງກັນຄວາມ ປອດໄພທີ່ໄດ້ມາດຕະຖານສາກົນເຊັ່ນ:ລະບົບດັບເພີງແລະກູ້ໄພ,ລະ ບົບປ້ອງກັນຄວາມສະຫງົບແລະຄວາມປອດໄພ,ລະບົບຂໍ້ມູນ-ຂ່າວ ສານແລະປະຊາສໍາພັນ.

....ມາດຕາສີ່ສິບສາມ:ມາດຕະການຮັກສາຄວາມປອດໄພຂອງຈຸບິນ

ມາດຕາສີ່ສິບສາມ:ມາດຕະການຮັກສາຄວາມປອດໄພຂອງຈຸບິນ ຈຸບິນ້ອງໄດ້ຮັບການປ້ອງກັນການລົບກວນຈາກຄົນພາຍນອກ ໃນເວລາປະຕິບັດໜ້າທີ່ພ້ອມກັນນັ້ນກໍ່ຕ້ອງໄດ້ຮັບການກວດກາສູຂະ ພາບຢ່າງເປັນປົກກະຕິ,ພັກຜ່ອນພຽງພໍ,ກ່ອນຫຼືໃນເວລາປະຕິບັນໜ້າ ທີ່ຫ້າມເສບສິ່ງມຶນເມົາ,ເຄົບລົບແລະປະຕິຕາມລະບຽບການເຮັດວຽກ ວິຊາສະເພາະຢ່າງເຂັ້ມງວດ. ຜູ້ຂົນສົ່ງທາງອາກາດຕ້ອງນໍາໃຊ້ຈຸບິນຖືກຕາມຂໍ້ກໍານົດກ່ຽວ ກັບຊົ່ວໂມງບິນ,ຕິດຕາມກວດກາສູຂະພາບຂອງຈຸບິນ,ເອົາໃຈໃສ່ຍົກ ລະດັບຄວາມຮູ້,ຄວາມສາມາດໃນການຮັກສາຄວາມປອດໄພຂອງ ການບິນ.


....ມາດຕາສີ່ສິບສີ່:ມາດຕະການຮັກສາຄວາມປອດໄພໃນການຂົນສົ່ງວັດຖຸອັນຕະລາຍ

ມາດຕາສີ່ສິບສີ່:ມາດຕະການຮັກສາຄວາມປອດໄພໃນການຂົນສົ່ງ ວັດຖຸອັນຕະລາຍ ການຂົນສົ່ງວັດຖຸອັນຕະລາຍເຊັ່ນ:ວັດຖຸເຄມີ,ວັດຖຸໄວໄຟ,ວັດ ຖຸລະເບີດ,ອາວຸດເສິກແລະວັດຖຸອັນຕະລາຍອື່ນໆຕ້ອງດໍາເນີນໂດຍ ຖ້ຽວບິນສະເພາະບົນພື້ນຖານການປະຕິບັດຕາມລະບຽບການກ່ຽວ ກັບການຂົນສົ່ງວັດຖຸອັນຕະລາຍທາງອາກາດຂອງສປປລາວໂດຍ ສອດຄ່ອງກັບລະບຽບການຂອງອົງການການບິນພົນລະເຮືອນສາ ກົນຢ່າງເຂັ້ມງວດ. ....ມາດຕາສີ່ສິບຫ້າ:ການລົງຈອດສຸກເສີນ

ມາດຕາສີ່ສິບຫ້າ:ການລົງຈອດສຸກເສີນ ໃນກໍລະນີທີ່ເຮືອບິນຂອງລາວຫຼືຂອງຕ່າງປະເທດທີ່ບິນຢູ່ ໃນນ່ານຟ້າຂອງສປປລາວເກີດເຫດຕິດຂັດຊຶ່ງມີຄວາມຈໍາເປັນ ຕ້ອງລົງຈອດຢ່າງສຸກເສີນເຈົ້າໜ້າທີ່ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງຕິດຕາມ,ຊ້ວຍເຫຼືອ,ອໍານວຍຄວາມສະດວກຢ່າງເຕັມສ່ວນ ເພື່ອໃຫ້ເຮືອບິນນັ້ນສາມາດລົງຈອດໄດ້ຢ່າງຮີບດ່ວນ,ປອດໄພຫຼື ໄດ້ຮັບຄວາມເສຍຫາຍໜ້ອຍທີ່ສຸດ.

....ມາດຕາສີ່ສິບຫົກ:ການເກືອດຫ້າມ

ມາດຕາສີ່ສິບຫົກ:ການເກືອດຫ້າມ ຫ້າມບຸກຄົນຫຼືການຈັດຕັ້ງມີການກະທໍາດັ່ງນີ້: ໜຶ່ງ:ເຂົ້າໄປໃນເຂດຫວງຫ້າມຂອງສະໜາມບິນ,ໃຊ້ສຽງ ດັງລົບກວນຜູ້ອື່ນໃນເຮືອບິນ,ໃຊ້ອຸປະກອນເອເລັກໂຕຼນິກຢູ່ໃນເຮືອ ບິນເຊັ່ນ:ໂທລະສັບເຄື່ອນທີ່,ເຄື່ອງຄັອມພິວເຕີ້,ເຄື່ອງຮັບຫຼືເຄື່ອງ ສົ່ງວິທະຍຸ,ຖ່າຍຮູບໂດຍບໍ່ໄດ້ຮັບອະນຸຍາດ; ສອງ:ສູບຢາຢູ່ໃນເຮືອບິນແລະຢູ່ບໍລິເວນຫ້າມສູບຢາຂອງ ສະໜາມບິນ; ສາມ:ເຮັດໃຫ້ຜູ້ໂດຍການຫຼືບຸກຄົນອື່ນໄດ້ຮັບບາດເຈັບຫຼື ເສຍຊີວິດ; ສີ່:ປຸ້ນ,ຈີ້ຫຼືຢຶດເຮືອບິນ; ຫ້າ:ບຸກລຸກ,ບັງຄັບ,ຂົ່ມຂູ່ແລະກະທໍາການອື່ນໆຊຶ່ງກໍ່ໃຫ້ເກີດ ອັນຕະລາຍແລະສ້າງຄວາມເສຍຫາຍແກ່ຊີວິດແລະຊັບສິນຂອງຈຸ ບິນ,ຜູ້ໂດຍສານແລະບຸກຄົນອື່ນໆ; ຫົກ:ເອົາອາວຸດ,ວັດຖຸລະເບີດ,ສານເຄມີອັນຕະລາຍ,ສັດຍັງ ມີຊີວິດ,ເຄື່ອງຂອງທີ່ບໍ່ໄດ້ຮັບອະນຸຍາດແລະບໍ່ໄດ້ຜ່ານການກວດ ກາຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄປນໍາເຮືອບິນ; ເຈັດ:ປອດແປງໃບອະນຸຍາດ,ໃບຢັ້ງຢືນແລະເອກະສານອື່ນ ໆກ່ຽວກັບການບິນ; ແປດ:ກະທໍາສິ່ງໃດໜຶ່ງໂດຍເຈດຕະນາຊຶ່ງກໍ່ຄວາມເສຍ ຫາຍແກ່ເຮືອບິນຫຼືແກ່ສິ່ງອໍານວຍຄວາມສະດວກຕ່າງໆຢູ່ຕາມສະ ໜາມບິນ; ເກົ້າ:ທໍາລາຍຫຼືສ້າງຄວາມເສຍຫາຍແກ່ພາຫະນະ,ອຸປະ ກອນເຕັກນິກ,ວິທິຍຸຄວບຄຸມການຈະລາຈອນທາງອາກາດຫຼືວິທະຍຸ ຊ່ວຍການບິນ; ສິບ:ເຄື່ອນຍ້າຍ,ເອົາຊິ້ນສ່ວນເຮືອບິນຫຼືສິ່ງຂອງຢູ່ໃນເຮືອ ບິນທີ່ເກີດອຸປະຕິເຫດໂດຍບໍ່ໄດ້ຮັບອະນຸຍາດ. ນອກຈາກຂໍ້ຫ້າມທີ່ກ່າວມາຂ້າງເທິງນີ້ແລ້ວຍັງມີຂໍ້ຫ້າມ ເພີ່ມເຕີມສໍາລັບຜູ້ຂົນສົ່ງທາງອາກາດແລະຈຸບິນອີກດັ່ງນີ້: ໜຶ່ງ:ສວຍໃຊ້ໜ້າທີ່ວຽກງານເພື່ອຜົນປະໂຫຍດສ່ວນຕົວ; ສອງ:ໃຫ້ການບໍລິການຊັກຊ້າແລະບໍ່ສະດວກ; ສາມ:ບັນທຸກນໍ້າໜັກເກີນກໍານົດ; ສີ່:ຂົນສົ່ງວັດຖຸອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດຕາມລະ ບຽບການ; ຫ້າ:ນໍາໃຊ້ໃບອະນຸຍາດຫຼືໃບຢັ້ງຢືນກ່ຽວກັບການບິນທີ່ໝົດ ກໍານົດ; ຫົກ:ນໍາເຮືອບິນອອກຈາກເສັ້ນທາງບິນ,ບິນເຂົ້າໃນເຂດ ເກືອບຫ້າມ,ເຂດອັນຕະລາຍຫຼືເຂດຈໍາກັດການບິນ.


...ໝວດທີ7ຄ່າທໍານຽມແລະຄ່າບໍລິການ


....ມາດຕາສີ່ສິບເຈັດ:ຄ່າທໍານຽມກ່ຽວກັບການບິນ

ມາດຕາສີ່ສິບເຈັດ:ຄ່າທໍານຽມກ່ຽວກັບການບິນ ຄ່າທໍານຽມກ່ຽວກັບການບິນແມ່ນຄ່າການອອກໃບອະນຸຍາດ ແລະໃບຢັ້ງຢືນຕ່າງໆເຊັ່ນ,ໃບອະນຸຍາດສ້າງຕັ້ງວິສາຫະກິດກ່ຽວກັບ ການບິນ,ໃບອະນຸຍາດປະຕິບັດໜ້າທີ່ຂອງຈຸບິນແລະພະນັກງານເຕັກ ນິກດ້ານການບິນ,ໃບຢັ້ງຢືນການດໍາເນີນການຂົນສົ່ງທາງອາກາດ, ໃບຢັ້ງຢືນທະບຽນຂອງເຮືອບິນ,ໃບຢັ້ງຢືນເຕັກນິກສົມບູນຂອງເຮືອບິນ, ໃບຢັ້ງຢືນລະດັບສຽງຂອງເຮືອບິນແລະຄ່າທໍານຽມອື່ນໆກ່ຽວກັບການ ບິນ.


....ມາດຕາສີ່ສິບແປດ:ຄ່າບໍລິການກ່ຽວກັບການບິນ

ມາດຕາສີ່ສິບແປດ:ຄ່າບໍລິການກ່ຽວກັບການບິນ ຄ່າບໍລິການກ່ຽວກັບການບິນແມ່ນຄ່າການໃຊ້ການບໍລິການ ຕ່າງໆກ່ຽວກັບການບິນເຊັ່ນ:ຄ່າບໍລິການບິນຜ່ານ,ຄ່າລົງຈອດ,ຄ່າບໍ ລິການວິທະຍຸຊ່ວຍການບິນ,ຄ່າບໍລິການຜູ້ໂດຍສານຜ່ານເດີ່ນ,ຄ່າບໍລ ິການລົງກວດກາເພື່ອອອກໃບຢັ້ງຢືນເຕັກນິດຕ່າງໆ,ຄ່າບໍລິການກວດ ກາເຄື່ອງຂອງຜູ້ໂດຍສານແລະສິນຄ້າ,ຄ່າບໍລິການຂົນສົ່ງໂດຍສານ, ຄ່າບໍລິການຂົນສົ່ງສິນຄ້າ,ຄ່າບໍລິການຂົນສົ່ງໄປສະນີພັນ,ຄ່າບໍລິການ ພາກພື້ນດິນແລະຄ່າບໍລິການອື່ນໆ.


....ມາດຕາສີ່ສິບເກົ້າ:ການຄຸ້ມຄອງລາຍຮັບຈາກຄ່າທໍານຽມແລະຄ່າບໍລິການ

ມາດຕາສີ່ສິບເກົ້າ:ການຄຸ້ມຄອງລາຍຮັບຈາກຄ່າທໍານຽມແລະ ຄ່າບໍລິການ ລັດເປັນຜູ້ກໍານົດອັດຕາຄ່າທໍານຽມແລະຄ່າບໍລິການຂອງ ການບິນພົນລະເຮືອນ. ອົງການຂອງລັດທີ່ກ່ຽວຂ້ອງເປັນຜູ້ເກັບຄ່າທໍານຽມແລະ ຄ່າບໍລິການຕ່າງໆຂອງລັດກ່ຽວກັບການບິນພົນລະເຮືອນຕາມພາ ລະບົດບາດຂອງຕົນລວມທັງຄ່າບໍລິການບິນຜ່ານ.ສ່ວນການຄຸ້ມ ຄອງແລະນໍາໃຊ້ແມ່ນປະຕິບັດຕາມກົດໝາຍວ່າດ້ວຍງົບປະມານ ແຫ່ງລັດ. ສໍາລັບລາຍຮັບຈາກຄ່າບໍລິການຕ່າງໆຂອງວິສາຫະກິດ ການບິນຂອງລັດນັ້ນໃຫ້ຄຸ້ມຄອງແລະນໍາໃຊ້ຕາມລະບຽບກົດໝາຍ ທີ່ໄດ້ກໍານົດໄວ້.


..ພາກທີ3ທຸລະກິດກ່ຽວກັບການບິນພົນະລເຮືອນ


...ໝວດທີ1ການດໍາເນີນທຸລະກິດກ່ຽວກັບການບິນ


....ມາດຕາຫ້າສິບ:ທຸລະກິດກ່ຽວກັບການບິນ

ມາດຕາຫ້າສິບ:ທຸລະກິດກ່ຽວກັບການບິນ ທຸລະກິດກ່ຽວກັບການບິນມີກິດຈະການຕ່າງໆດັ່ງນີ້: ໜຶ່ງ:ການຂົນສົ່ງທາງອາກາດພາຍໃນແລະລະຫວ່າງປະເທດ; ສອງ:ການບໍລິການພາກພື້ນດິນ; ສາມ:ການລູລະນະແລະສ້ອມແປງເຮືອບິນ; ສີ່:ການສະໜອງວັດຖຸອາໄຫຼ່ແລະນໍ້າມັນເຊື້ອໄຟ; ຫ້າ:ການບໍລິການຝຶກອົບຮົມວິຊາຊີບນັກບິນແລະພະນັກງານ ເຕັກນິກດ້ານການບິນ; ຫົກ:ການຂາຍປີ້-ຈອງບ່ອນ; ເຈັດ:ກິດຈະການອື່ນໆກ່ຽວກັບການບິນ.

....ມາດຕາຫ້າສິບເອັດ:ການສ້າງຕັ້ງວິສາຫະກິດການບິນ

ມາດຕາຫ້າສິບເອັດ:ການສ້າງຕັ້ງວິສາຫະກິດການບິນ ການສ້າງຕັ້ງວິສາຫະກິດການບິນພົນລະເຮືອນນອກຈາກ ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທຸລະ ກິດແລ້ວຍັງຕ້ອງມີເງື່ອນໄຂສະເພາະເພີ່ມເຕີມດັ່ງນີ້: ໜຶ່ງ:ສໍາລັບວິສາຫະກິດການຂົນສົ່ງທາງອາກາດພາຍໃນ ປະເທດ: -ມີເຮືອບິນທີ່ໄດ້ມາດຕະຖານ; -ມີຈຸບິນແລະພະນັກງານເຕັກນິກດ້ານການບິນທີ່ກ່ຽວ ຂ້ອງທີ່ມີຄວາມຮູ້ຄວາມສາມາດແລະປະສົບການເໝາະສົມກັບ ຂະໜາດຂອງກິດຈະການຊຶ່ງໄດ້ກໍານົດໄວ້ໃນມາດຕາຊາວຫົກ ຂອງກົດໝາຍສະບັບນີ້; ສອງ:ສໍາລັບວິສາຫະກິດການຂົນສົ່ງທາງອາກາດລະຫວ່າງ ປະເທດ: -ຜູ້ຂົນສົ່ງທາງອາກາດຂອງລາວ,ນອກຈາກມີເງື່ອນໄຂທີ່ ໄດ້ກໍານົດໄວ້ໃນວັກທີໜຶ່ງຂ້າງເມິງນີ້ແລ້ວຍັງຕ້ອງປະຕິບັດຕາມ ເງື່ອນໄຂທີ່ໄດ້ກໍານົດໄວ້ໃນສັນຍາຫຼືສົນທິສັນຍາສາກົນທີ່ສປປລາວ ໄດ້ເຊັນກັບຕ່າງປະເທດຫຼືໄດ້ເຂົ້າຮ່ວມເປັນພາຄີ; -ຜູ້ຂົນສົ່ງທາງອາກາດຂອງຕ່າງປະເທດທີ່ມີຈຸດປະສົງຢາກ ສ້າງຕັ້ງຕົວແທນຫຼືສາຂາເພື່ອດໍາເນີນກິດຈະການຢູ່ສປປລາວຈະ ໄດ້ຮັບການພິຈາລະນາຕາມເງື່ອນໄຂໃນສັນຍາທີ່ໄດ້ເຊັນກັບປະ ເທດນັ້ນຫຼືສົນທິສັນຍາສາກົນທີ່ສປປລາວໄດ້ເຂົ້າຮ່ວມເປັນພາຄີ; ສາມ:ສໍາລັບວິສາຫະກິດການບໍລິການພາກພື້ນດິນຕ້ອງມີ ນັກວິຊາການຊັ້ນສູງທີ່ມີປະສົບການໃນດ້ານການບໍລິການພາກພື້ນ ດິນແລະມີພາຫະນະ,ອຸປະກອນທີ່ທັນສະໄໝເພື່ອຮັບໃຊ້ໃຫ້ແກ່ວຽກ ງານການບໍລິການ; ສີ່:ສໍາລັບວິສາຫະກິດການສ້ອມແປງເຮືອບິນຕ້ອງມີວິສະວະ ກອນທີ່ມີປະສົບການ,ນາຍຊ່າງທີ່ຊໍານານງານກ່ຽວກັບການສ້ອມ ແປງເຮືອບິນແລະມີພາຫະນະ,ອຸປະກອນທີ່ທັນສະໄໝ. ຫ້າ:ສໍາລັບວິສາຫະກິດການບໍລິການຝຶກອົບຮົມວິຊາຊີບນັກ ບິນແລະພະນັກງານເຕັກນິກດ້ານການບິນ; -ມີສູຝຶກ,ມີເຮືອບິນ,ມີຫ້ອງບິນຈໍາລອງ,ມີພາຫະນະ,ອຸປະກອນ ແລະມີສະຖານທີ່ຝຶກແອບບິນທີ່ເໝາະສົມ; -ມີຄູຝຶກທີ່ເປັນນັກບິນຊຶ່ງມີປະສົບການເໝາະສົມກັບຊະນິດ, ປະເພດເຮືອບບິນທີ່ນໍາໃຊ້ໃນການຝຶກແອບພ້ອມທັງມີໃບຢັ້ງຢືນຄູຝຶກ ຂັບເຮືອບິນແລະໃບອະນຸຍາດປະຕິບັດໜ້າທີ່; ຫົກ:ສໍາລັບວິສາຫະກິດການບໍລິການຂາຍປີ້-ຈອງບ່ອນແລະ ການດໍາເນີນກິດຈະການອື່ນໆກ່ຽວກັບການບິນຕ້ອງມີອຸປະກອນທີ່ ທັນສະໄໝ,ນັກວິຊາການທີ່ມີລະດັບທາງດ້ານວິຊາສະເພາະ,ປະສົບ ການທີ່ເໝາະສົມກັບກິດຈະການນັ້ນ.


....ມາດຕາຫ້າສິບສອງ:ໃບຢັ້ງຢືນການດໍາເນີນການຂົນສົ່ງທາງອາກາດ

ມາດຕາຫ້າສິບສອງ:ໃບຢັ້ງຢືນການດໍາເນີນການຂົນສົ່ງທາງອາ ກາດ ຜູ້ດໍາເນີນການຂົນສົ່ງທາງອາກາດນອກຈາກມີໃບອະນຸຍາດ ສ້າງຕັ້ງວິສາຫະກິດແລ້ວຍັງຕ້ອງມີໃບຢັ້ງຢືນການດໍາເນີນການຂົນ ສົ່ງທາງອາກາດອອກໃຫ້ໂດຍກະຊວງຄົມມະນາຄົມຂົນສົ່ງໄປສະນີ ແລະກໍ່ສ້າງ.

...ໝວດທີ2ການຂົນສົ່ງທາງອາກາດ


....ມາດຕາຫ້າສິບສາມ:ປະເພດການຂົນສົ່ງທາງອາກາດ

ມາດຕາຫ້າສິບສາມ:ປະເພດການຂົນສົ່ງທາງອາກາດ ການຂົນສົ່ງທາງອາກາດມີສອງປະເພດຄື: -ການຂົນສົ່ງຜູ້ໂດຍສານພ້ອມດ້ວຍເຄື່ອງຂອງແລະໄປສະ ນີພັນ; -ການຂົນສົ່ງສິນຄ້າແລະໄປສະນີພັນ.

....ມາດຕາຫ້າສິບສີ່:ການຂົນສົ່ງທາງອາກາດພາຍໃນປະເທດ

ມາດຕາຫ້າສິບສີ່:ການຂົນສົ່ງທາງອາກາດພາຍໃນປະເທດ ການຂົນສົ່ງທາງອາກາດພາຍໃນປະເທດແມ່ນການນໍາໃຊ້ ເຮືອບິນເຂົ້າໃນການຂົນສົ່ງຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງພາຍໃນ ດິນແດນສປປລາວ.


....ມາດຕາຫ້າສິບຫ້າ:ການຂົນສົ່ງທາງອາກາດລະຫວ່າງປະເທດ

ມາດຕາຫ້າສິບຫ້າ:ການຂົນສົ່ງທາງອາກາດລະຫວ່າງປະເທດ ການຂົນສົ່ງທາງອາກາດລະຫວ່າງປະເທດຫຼືສາກົນແມ່ນ ການນໍາໃຊ້ເຮືອບິນເຂົາໃນການຂົນສົ່ງຈາກຈຸດໜຶ່ງພາຍໃນດິນ ແດນສປປລາວໄປຫາກອີກຈຸດໜຶ່ງຫຼືຫຼາຍຈຸດຢູ່ນອກດິນແດນສປປ ລາວຕາມແຜນການບິນແລ້ວກັບຄືນມາສປປລາວ.


....ມາດຕາຫ້າສິບຫົກ:ສັນຍາຂົນສົ່ງທາງອາກາດ

ມາດຕາຫ້າສິບຫົກ:ສັນຍາຂົນສົ່ງທາງອາກາດ ສັນຍາຂົນສົ່ງທາງອາກາດແມ່ນເອກະສານຢັ້ງຢືນການຕົກ ລົງກັນລະຫວ່າງຜູ້ຂົນສົ່ງທາງອາກາດແລະຜູ້ໂດຍສານ,ເຈົ້າຂອງ ສິນຄ້າຫຼືເຈົ້າຂອງໄປສະນີພັນ.ສັນຍາຂົນສົ່ງທາງອາກາດຕ້ອງສອດ ຄ່ອງກັບປະເພດການຂົນສົ່ງທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບສາມ ຂອງກົດໝາຍສະບັບນີ້. ຜູ້ຂົນສົ່ງທາງອາກາດມີພັນທະນໍາເອົາຜູ້ໂດຍສານພ້ອມດ້ວຍ ເຄື່ອງຂອງ,ສິນຄ້າແລະໄປສະນີພັນໄປເຖິງຈຸດໝາຍຢ່າງປອດໄພ, ບໍ່ຕົກເຮ່ຍເສຍຫາຍ,ເສື່ອມຄຸນຫຼືປ່ຽນຮູບ. ຜູ້ໂດຍສານ,ເຈົ້າຂອງສິນຄ້າແລະໄປສະນີພັນມີພັນທະຈ່າວ ຄ່າຂົນສົ່ງຕາມສັນຍາທີ່ໄດ້ຕົກລົງກັນ.ເນື້ອໃນແລະຮູບການລະອຽດ ຂອງສັນຍາຕ້ອງສອບຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ.


....ມາດຕາຫ້າສິບເຈັດ:ຄ່າຂົນສົ່ງທາງອາກາດ

ມາດຕາຫ້າສິບເຈັດ:ຄ່າຂົນສົ່ງທາງອາກາດ ຄ່າຂົນສົ່ງທາງອາກາດຢູ່ພາຍໃນປະເທດແມ່ນລັດຖະບານ ເປັນຜູ້ຕົກລົງ. ສໍາລັບຄ່າຂົນສົ່ງທາງອາກາດລະຫວ່າງປະເທດນັ້ນໃຫ້ປະຕິ ບັດຕາມສັນຍາທີ່ສປປລາວໄດ້ເຊັນກັບຕ່າງປະເທດ.


...ໝວດທີ3ຄວາມຮັບຜິດຊອບຂອງຜູ້ຂົນສົ່ງທາງອາກາດ


....ມາດຕາຫ້າສິບແປດ:ຄວາມຮັບຜິດຊອບທາງແພ່ງຂອງຜຸ້ໂດຍສານ

ມາດຕາຫ້າສິບແປດ:ຄວາມຮັບຜິດຊອບທາງແພ່ງຂອງຜຸ້ໂດຍສານ ໃນແຕ່ລະຖ້ຽວບິນຜູ້ຂົນສົ່ງທາງອາກາດຕ້ອງມີຄວາມຮັບຜິດ ຊອບໃນການໃຊ້ແທນທາງແພ່ງໃຫ້ແກ່ຜູ້ໂດຍສານໃນກໍລະນີດັ່ງນີ້: -ຜູ້ໂດຍສານເສຍຊີວິດ,ເສຍອົງຄະ,ບາດເຈັບຫຼືເຈັບເປັນ; -ຖ້ຽວບິນຊັກຊ້າຫຼືຍົກເລີກ; -ເຄື່ອງຂອງເປ່ເພ,ເສຍຫາຍ,ຊັກຊ້າຫຼືສູນຫາຍ; ຜູ້ຂົນສົ່ງທາງອາກາດຈະບໍ່ຮັບຜິດຊອບຫຼືຮັບຜິດຊອບພຽງສ່ວນ ໃດສ່ວນໜຶ່ງໃນການໃຊ້ແທນທາງແພ່ງໃນກໍລິນີດັ່ງນີ້: -ຜູ້ໂດຍສານເສຍຊີວິດ,ເສຍອົງຄະ,ບາດເຈັບ,ເຈັບເປັນຍ້ອນ ບັນຫາສຸຂະພາບຫຼືຄວາມຜິດຂອງຜູ້ກ່ຽວເອງຫຼືຍ້ອນການກະທໍາຂອງ ບຸກຄົນອື່ນ; -ຖ້າພິສູດໄດ້ວ່າຜູ້ຂົນສົ່ງທາງອາກາດຫາກໄດ້ເຮັດທຸກວິທີ ທາງຫຼືບໍ່ສາມາດນໍາໃຊ້ມາດຕະການຕ່າງໆເພື່ອຫຼີກເວັ້ນການຊັກຊ້າ ຫຼືຍົກເລີກຖ້ຽວບິນນັ້ນ; -ເຄື່ອງຂອງເປ່ເພ,ເສຍຫາຍຍ້ອນຄຸນນະພາບຂອງສິ່ງຂອງ ນັ້ນເອງຫຼືມີການຊັກຊ້າ,ເປ່ເພຍ້ອນຖືກເຈົ້າໜ້າທີ່ຂະແໜງການອື່ນ ກັກໄວ້.


....ມາດຕາຫ້າສິບເກົ້າ:ຄວາມຮັບຜິດຊອບທາງແພ່ງຕໍ່ສິນຄ້າແລະໄປສະນີພັນ

ມາດຕາຫ້າສິບເກົ້າ:ຄວາມຮັບຜິດຊອບທາງແພ່ງຕໍ່ສິນຄ້າແລະ ໄປສະນີພັນ ຜູ້ຂົນສົ່ງທາງອາກາດຕ້ອງມີຄວາມຮັບຜິດຊອບໃນການ ໃຊ້ແທນທາງແພ່ງໃຫ້ແກ່ເຈົ້າຂອງສິນຄ້າຫຼືເຈົ້າຂອງໄປສະນີພັນ ໃນກໍລິນີທີ່ສິນຄ້າຫຼືໄປສະນີພັນຕົກເຮ່ຍເສຍຫາຍ,ເປ່ເພ,ເສຍຄຸນ ນະພາບຫຼືຊັກຊ້າ. ຜູ້ຂົນສົ່ງທາງອາກາດຈະບໍ່ຮັບຜິດຊອບໃຊ້ແທນທາງແພ່ງ ໃນກໍລະນີດັ່ງນີ້: -ສິນຄ້າຫຼືໄປສະນີພັນມີຄວາມບົກພ່ອງມາແຕ່ຕົ້ນແລ້ວ; -ການປະທະກັນທາງອາວຸດ; -ຄວາມຜິດຂອງເຈົ້າຂອງສິນຄ້າຫຼືເຈົ້າຂອງໄປສະນີພັນ; -ການກະທໍາຜິດຂອງບຸກຄົນອື່ນທີ່ບໍ່ຢູ່ໃນຄວາມຮັບຜິດຊອບ ຂອງຜູ້ຂົນສົ່ງທາງອາກາດ.


....ມາດຕາຫົກສິບ:ຄວາມຮັບຜິດຊອບທາງແພ່ງຕໍ່ຜູ້ອື່ນ

ມາດຕາຫົກສິບ:ຄວາມຮັບຜິດຊອບທາງແພ່ງຕໍ່ຜູ້ອື່ນ ຜູ້ຂົນສົ່ງທາງອາກາດຕ້ອງມີຄວາມຮັບຜິດຊອບໃນການໃຊ້ ແທນທາງແພ່ງທີ່ເກີດຂຶ້ນຈາກເຮືອບິນ,ການນໍາໃຊ້ເຮືອບິນ,ເກີດ ຈາກບຸກຄະລາກອນ,ວັດຖຸໃດໜຶ່ງຂອງເຮືອບິນຫຼືທີ່ເອົາໄປນໍາເຮືອ ບິນເຮັດໃຫ້ບຸກຄົນອື່ນທີ່ບໍ່ແມ່ນຜູ້ໂດຍສານໄດ້ຮັບບາດເຈັບຫຼືເສຍ ຊີວິດຊຶ່ງອາດຈະເປັນຜູ້ທີ່ຢູ່ໃນຫຼືຢູ່ນອກເຮືອບິນຫຼືສ້າງຄວາມເສຍ ຫາຍໃຫ້ແກ່ຊັບສິນຂອງບຸກຄົນດັ່ງກ່າວ. ໃນກໍລະນີທີ່ເຮືອບິນຂອງຕ່າງປະເທດໄດ້ເຮັດໃຫ້ເກີດມີການ ບາດເຈັບ,ເສຍຊີວິດຫຼືສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງບຸກ ຄົນອື່ນຢູ່ນອກເຮືອບິນດັ່ງກ່າວໃນດິນແດນສປປລາວຈະຕ້ອງປະຕິ ບັດຕາມກົດໝາຍທີ່ກ່ຽວຂ້ອງຂອງສປປລາວ. ຜູ້ຂົນສົ່ງທາງອາກາດຈະບໍ່ມີຄວາມຮັບຜິດຊອບຕາມທີ່ໄດ້ ກໍານົດໄວ້ຢູ່ໃນວັກເທິງນີ້ຖ້າຫາກພິສູດໄດ້ຢ່າງຈະແຈ້ງວ່າຄວາມ ເສຍຫາຍນັ້ນໄດ້ເກີດຂຶ້ນຍ້ອນຄວາມຜິດຂອງບຸກຄົນດັ່ງກ່າວເອງ.

....ມາດຕາຫົກສິບເອັດ:ການປະກັນໄພ

ມາດຕາຫົກສິບເອັດ:ການປະກັນໄພ ເພື່ອຮັບປະກັນໃຫ້ແກ່ການໃຊ້ແທນທາງແພ່ງທີ່ໄດກໍານົດ ໄວ້ໃນມາດຕາຫ້າສິບແປດ,ຫ້າສິບເກົ້າແລະຫົກສິບຂອງກົດໝາຍ ສະບັບນີ້ຜູ້ຂົນສົ່ງທາງອາກາດທັງຂອງລາວແລະຂອງຕ່າງປະເທດ ທີ່ດໍາເນີນການບໍລະການຂົນສົ່ງທາອາກາດຢູ່ສປປລາວລວມທັງ ການບິນປ່ານນ່ານຟ້າຂອງລາວຕ້ອງມີປະກັນໄພປະເພດຕ່າງໆ ທີ່ກ່ຽວຂ້ອງຊຶ່ງຢ່າງໜ້ອຍບໍ່ໃຫ້ຫຼຸດມູນຄ່າຕໍາສຸດຂອງການປະກັນ ໄພແລະຍັງມີຜົນໃຊ້ໄດ້ຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງສ ປປລາວຫຼືຕາມລະບຽບກົດໝາຍຂອງປະເທດເຈົ້າຂອງທະບຽນ ເຮືອບິນໂດຍສອດຄ່ອງກັບສົນທິສັນຍາສາກົນທີ່ກ່ຽວຂ້ອງທີ່ສປປ ລາວໄດ້ເຂົ້າຮ່ວມເປັນພາຄີ.

..ພາກທີ4ການຄຸ້ມຄອງແລະການກວດກາການບິນພົນລະເຮືອນ


...ໝວດທີ1ການຄຸ້ມຄອງ


....ມາດຕາຫົກສິບສອງ:ອົງການຄຸ້ມຄອງການບິນ

ມາດຕາຫົກສິບສອງ:ອົງການຄຸ້ມຄອງການບິນ ອົງການຄຸ້ມຄອງການບິນພົນລະເຮືອນປະກອບດ້ວຍ: -ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ; -ພະແນກຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາ ແຂວງ,ນະຄອນແລະເຂດພິເສດ; -ຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງ ແລະເທດສະບານ.

....ມາດຕາຫົກສິບສາມ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ

ມາດຕາຫົກສິບສາມ:ສິດແລະໜ້າທີ່ຂອງກະຊວງຄົມມະນາຄົມຂົນ ສົ່ງໄປສະນີແລະກໍ່ສ້າງ ໃນການຄຸ້ມຄອງການບິນພົນລະເຮືອນກະຊວງຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ຄົ້ນຄວ້ານະໂຍບາຍ,ແຜນຍຸດທະສາດກ່ຽວກັບວຽກ ງານການບິນເພື່ອສະເໜີລັດຖະບານຕົກລົງ; ສອງ:ຫັນເອົານະໂຍບາຍ,ແຜນຍຸດທະສາດ,ມະຕິຕົກລົງ ຂອງລັດຖະບານກ່ຽວກັບວຽກງານການບິນມາເປັນແຜນການ, ແຜນງານແລະໂຄງການຂອງຕົນ; ສາມ:ວາງແຜນກໍ່ສ້າງ,ສຶກສາອົບຮົມບຸກຄະລາກອນ; ສີ່:ຊີ້ນໍາການຈັດຕັ້ງປະຕິບັດ,ກວດກາ,ສະຫຼຸບ,ປະເມີນຜົນ ກ່ຽວກັບການຈັດຕັ້ງປະຕິບັດແຜນການ,ແຜນງານ,ໂຄງການກ່ຽວ ກັບວຽກງານການບິນເພື່ອລາຍງານໃຫ້ລັດຖະບານ; ຫ້າ:ຄົ້ນຄວ້າ,ມີຄໍາເຫັນກ່ຽວກັບການຂໍອະນຸຍາດສ້າງຕັ້ງວ ິສາຫະກິດກ່ຽວກັບການບິນ,ອອກໃບອະນຸຍາດແລະໃບຢັ້ງຢືນຕ່າງ ໆກ່ຽວກັບການບິນ; ຫົກ:ຄຸ້ມຄອງແລະສົ່ງເສີມສິດຜົນປະໂຫຍດຂອງຜູ້ຂົນສົ່ງ ທາງອາກາດແລະວິສາຫະກິດກ່ຽວກັບການບິນຢູ່ສປປລາວ; ເຈັດ:ອອກລະບຽບການຕ່າງໆໃນການຄຸ້ມຄອງການບິນພົນ ລະເຮືອນເຊັ່ນ:ລະບຽບກ່ຽວກັບການຄຸ້ມຄອງສະໜາມບິນ,ເຮືອບິນ, ຈຸບິນແລະພະນັກງານເຕັກນິກດ້ານການບິນ,ການຈະລາຈອນທາງ ອາກາດລວມທັງການບິນຜ່ານ,ການບໍລິການພາກພື້ນດິນແລະອື່ນ ໆ; ແປດ:ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງຄົ້ນ ຄວ້າຄ່າທໍານຽມແລະຄ່າບໍລິການກ່ຽວກັບການບິນລວມທັງຄ່າບໍລິ ການບິນຜ່ານເພື່ອສະເໜີລັດຖະບານພິຈາລະນາ; ເກົ້າ:ຄົ້ນຄວ້າກ່ຽວກັບການນໍາເອົາພາຫະນະ,ອຸປະກອນທັນ ສະໄໝເຂົ້າມາໃຊ້ໃນວຽກງານການບິນພົນລະເຮືອນ; ສິບ:ປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງຢູ່ພາຍໃນປະ ເທດແລະຕ່າງປະເທດເພື່ອຊອກຄົ້ນ,ກູ້ໄພແລະຊ່ວຍເຫຼືອເຮືອບິນພົນ ລະເຮືອນທີ່ປະສົບເຫດຕິດຂັດຫຼືອຸປະຕິເຫດຢ່າງທັນການລວມທັງ ການສືບສວນ-ສອບສວນເຫດການດັ່ງກ່າວ; ສິບເອັດ:ພົວພັນ,ປະສານງານແລະແລກປ່ຽນຂໍ້ມູນ,ຂ່າວ ສານດ້ານການບິນກັບອົງການການບິນພົນລະເຮືອນສາກົນແລະ ກັບປະເທດສະມາຊິກດ້ວຍກັນຢ່າງເປັນປົກກະຕິ; ສິບສອງ:ຄົ້ນຄວ້າມາດຕະການທີ່ຈໍາເປັນເພື່ອກຽວພ້ອມ ຕ້ານຕໍ່ທຸກການກະທໍາທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງການ ບິນ; ສິບສາມ:ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດ ຕັ້ງສາກົນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການ ພັດທະນາວຽກງານການບິນແລະເຂົ້າຮ່ວມໃນການເຈລະຈາເຮັດ ສັນຍາລະຫວ່າງປະເທດກ່ຽວກັບການຂົນສົ່ງທາງອາກາດສາກົນ ຕາມການມອບໝາຍຂອງລັດຖະບານ; ສິບສີ່:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ.


....ມາດຕາຫົກສິບສີ່:ສິດແລະໜ້າທີ່ຂອງພະແນຫຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາແຂວງ,ນະຄອນແລະເຂດພິເສດ.

ມາດຕາຫົກສິບສີ່:ສິດແລະໜ້າທີ່ຂອງພະແນຫຄົມມະນາຄົມຂົນ ສົ່ງໄປສະນີແລະກໍ່ສ້າງປະຈໍາແຂວງ,ນະຄອນແລະເຂດພິເສດ. ໃນການຄຸ້ມຄອງການບິນພົນລະເຮືອນພະແນກຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງປະຈໍາແຂວງ,ນະຄອນແລະເຂດພ ິເສດທີ່ມີສະໜາມບິນມີສິດແລະໜ້າທີ່ດັ່ງຕໍ່ໄປນີ້: ໜຶ່ງ:ປະຕິບັດຕາມແຜນການ,ລະບຽບການແລະຄໍາສັ່ງ ກ່ຽວກັບການຄຸ້ມຄອງການບິນພົນລະເຮືອນທີ່ກະຊວງຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງວາງອອກ; ສອງ:ຄຸ້ມຄອງ,ປົກປັກຮັກສາສະໜາມບິນພ້ອມດ້ວຍສິ່ງ ປ້ອງກັນຄວາມປອດໄພໃນຂອບເຂດທ້ອງຖິ່ນຂອງຕົນທີ່ກະຊວງ ຄົມມະນາຄົມຂົນສົ່ງໄສະນີແລະກໍ່ສ້າງມອບໃຫ້ເຊັ່ນ:ທາງຂຶ້ນ- ລົງຂອງເຮືອບິນ,ອຸປະກອນອໍານວຍຄວາມສະດວກການບິນ,ອາ ຄານຜູ້ໂດຍສານ,ຮົ່ວຫຼືກໍາແພງສະໜາມບິນ; ສາມ:ຄວບຄຸມຄວາມສູງຂອງສິ່ງປຸກສ້າງແລະຕົ້ນໄມ້ໃນ ເຂດອ້ອມຮອບຂາງສະໜາມບິນແລະແລວຂຶ້ນ-ລົງຂອງເຮືອບິນ ຕາມທີ່ໄດ້ກໍານົດໄວ້; ສີ່:ຄຸ້ມຄອງສະຖິຕິການຂົນສົ່ງທາງອາກາດຢູ່ພາຍໃນທ້ອງ ຖິ່ນຂອງຕົນ; ຫ້າ:ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄົ້ນ ຄວ້າ,ວາງແຜນພັດທະນາແລະຄຸ້ມຄອງການບິນພົນລະເຮືອນໃນ ທ້ອງຖິ່ນຂອງຕົນ; ຫົກ:ລາຍງານການປະຕິບັດວຽກງານກ່ຽກວັບການບິນ ໃຫ້ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງຢ່າງເປັນປົກ ກະຕິ; ເຈັດ:ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງ.


....ມາດຕາຫົກສິບຫ້າ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງແລະເທດສະບານ

ມາດຕາຫົກສິບຫ້າ:ສິດແລະໜ້າທີ່ຂອງຫ້ອງການຄົມມະນາຄົມ ຂົນສົ່ງໄປສະນີແລະກໍ່ສ້າງເມືອງແລະເທດສະບານ ໃນການຄຸ້ມຄອງການບິນພົນລະເຮືອນຫ້ອງການຄົມມະນາ ຄົມຂົນສົ່ງໄປສະນີແລະກໍ່ສ້າງເມືອງແລະເທດສະບານທີ່ມີສະໜາມ ບິນມີສິດແລະໜ້າທີ່ດັ່ງຕໍ່ໄປນີ້: ໜຶ່ງ:ປະຕິບັດຕາມແຜນການ,ລະບຽບການແລະຄໍາສັ່ງກ່ຽວ ກັບການຄຸ້ມຄອງການບິນພົນລະເຮືອນທີ່ຂັ້ນເທິງວາງອອກ. ສອງ:ຄຸ້ມຄອງ,ປົກປັກຮັກສາສະໜາມບິນພ້ອມດ້ວຍສິ່ງປ້ອງ ກັນຄວາມປອດໄພໃນຂອບເຂດເມືອງຫຼືເທດສະບານຂອງຕົນຕາມ ການມອບໝາຍຂອງຂັ້ນເທິງເຊັ່ນ:ທາງຂຶ້ນ-ລົງຂອງເຮືອບິນ,ອຸປະ ກອນອໍານວຍຄວາມສະດວກການບິນ,ອາຄານຜູ້ໂດຍສານ,ຮົ້ວຫຼືກໍາ ແພງຂອງສະໜາມບິນ; ສາມ:ຄວບຄຸມຄວາມສູງຂອງສິ່ງປຸກສ້າງແລະຕົ້ນໄມ້ໃນເຂດ ອ້ອມຮອບຂອງສະໜາມບິນແລະແລວຂຶ້ນ-ລົງຂອງເຮືອບິນຕາມທີ່ ໄດ້ກໍານົດໄວ້; ສີ່:ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ ການບິນພົນລະເຮືອນ; ຫ້າ:ລາຍງານການປະຕິບັດວຽກງານກ່ຽວກັບການຄູ້ມຄອງ ການບິນພົນລະເຮືອນໃຫ້ຂັ້ນເທິງຂອງຕົນຊາບ; ຫົກ:ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂັງຂັ້ນ ເທິງ.


...ໝວດທີ2ການກວດກາ


....ມາດຕາຫົກສິບຫົກ:ອົງການກວດກາ

ມາດຕາຫົກສິບຫົກ:ອົງການກວດກາ ອົງການກວດກາການບິນພົນລະເຮືອນແມ່ນອົງການດຽວ ກັນກັບອົງການຄຸ້ມຄອງການບິນທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບ ສອງຂອງກົດໝາຍສະບັບນີ້.

....ມາດຕາຫົກສິບເຈັດ:ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາຫົກສິບເຈັດ:ສິດແລະໜ້າທີ່ຂອງອົງການກວດກາ ໃນການກວດກາການບິນພົນລະເຮືອນໂດຍປະຕິບັດຕາມ ການແບ່ງຂັ້ນຄຸ້ມຄອງອົງການກວດກາມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງ:ກວດກາການປະຕິບັດລະບຽບກົດໝາຍກ່ຽວກັບການຄຸ້ມ ຄອງການບິນພົນລະເຮືອນ; ສອງ:ກວດກາການປະຕິບັດແຜນການກ່ຽວກັບການບິນພົນລະ ເຮືອນ; ສາມ:ກວດກາການສໍາຫຼວດ,ການອອກແບບ,ການກໍ່ສ້າງ, ການນໍາໃຊ້ແລະການປົກປັກຮັກສາສະໜາມບິນທຸກແຫ່ງລວມທັງລະ ບົບການຄຸ້ມຄອງການຈະລາຈອນທາງອາກາດ; ສີ່:ກວດກາສະພາບເຮືອບິນທີ່ຂຶ້ນທະບຽນຢູ່ສປປລາວລວມທັງ ເຄື່ອງຈັກແລະຊິ້ນສ່ວນປະກອບຂອງເຮືອບິນໃນເວລາແລະສະຖານ ທີ່ໃດກໍ່ຕາມເມື່ອມີຄວາມຈໍາເປັນເພື່ອຕີລາຄາສະພາບເຕັກນິກສົມບູນ ຫຼືຄວາມເໝາະສົມທີ່ຈະດໍາເນີນການບິນຂອງເຮືອບິນນັ້ນ; ຫ້າ:ກວດກາການປະຕິບັດງານຂອງວິສາຫະກິດການບິນ,ຈຸ ບິນແລະພະນັກງານເຕັກນິກອື່ນໆກ່ຽວກັບຄວາມປອດໄພດ້ານການ ບິນ; ຫົກ:ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຂອງສປປລາວ.

....ມາດຕາຫົກສິບແປດ:ຮູບການກວດກາ

ມາດຕາຫົກສິບແປດ:ຮູບການກວດກາ ການກວດກາການບິນພົນລະເຮືອນມີສາມຮູບການດັ່ງນີ້: -ກວດກາຢ່າງເປັນລະບົບປົກກະຕິ; -ກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; -ກວດກາແບບກະທັນຫັນ. ການກວດກາຢ່າງເປັນລະບົບປັກກະຕິແມ່ນການກວດກາທີ່ ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນ ແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງແຈ້ງໃຫ້ຜູ້ທີ່ຈະຖືກ ກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ທີ່ຈະຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາເຈົ້າໜ້າທີ່ຂອງອົງການກວດ ກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

..ພາກທີ5ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫົກສິບເກົ້າ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຫົກສິບເກົ້າ:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດລະ ບຽບກົດໝາຍກ່ຽວກັບການບິນພົນລະເຮືອນເປັນຕົ້ນແມ່ນເຮັດໃຫ້ ການບິນມີຄວາມປອດໄພແລະມີປະສິດທິຜົນຈະໄດ້ຮັບການຍ້ອງຍໍ ແລະນະໂຍບາຍອື່ນໆຕາມຄວາມເໝາະສົມ.

...ມາດຕາເຈັດສິບ:ມາດຕະການຕໍ່ຜູ້ລະເມີດ

ມາດຕາເຈັດສິບ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງຫາກໄດ້ລະເມີດກົດໝາຍສະບັບນີ້ຈະ ຖືກສຶກສາອົບຮົມ,ປັບໃໝ,ໃຊ້ແທນທາງແພ່ງຫຼືຖືກລົງໂທດທາງ ອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.ນອກຈາກນີ້ຍັງອາດຈະຖືກໂຈະ ການດໍາເນີນທຸລະກິດ,ຖອນໃບອະນຸຍາດຫຼືໃບຢັ້ງຢືນກ່ຽວກັບການ ບິນພົນລະເຮືອນ.


...ມາດຕາເຈັດສິບເອັດ:ມາດຕະການສຶກສາອົບຮົມ

ມາດຕາເຈັດສິບເອັດ:ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງຈະຖືກສຶກສາອົບຮົມຫາກໄດ້ກະທໍາຜິດ ທີ່ບໍ່ເປັນອັນຕະລາຍຫຼືບໍ່ສາງຄວາມເສຍຫາຍຢ່າງຮ້າຍແຮງເຊັ່ນ: -ບໍລິການຊັກຊ້າຫຼືບໍ່ສະດວກ; -ນໍາເຮືອບິນອອກຈາກເສັ້ນທາງບິນ,ບິນເຂົ້າໃຈເຂດອັນຕະ ລາຍຫຼືເຂດຈໍາກັດການບິນໂດຍບໍ່ເຈດຕະນາ; -ເຂົ້າໄປໃນເຂດຫວງຫ້າມຂອງສະໜາມບິນໂດຍບໍ່ເຈດ ຕະນາ,ໃຊ້ສຽງດັງລົບກວນຜູ້ອື່ນໃນເຮືອບິນ,ໃຊ້ອຸປະກອນເອເລັກ ໂຕຼນິກຢູ່ໃນເຮືອບິນເຊັ່ນ:ໂທລະສັບເຄື່ອນທີ່,ເຄື່ອງຄັອມພິວເຕີ້, ເຄື່ອງຮັບຫຼືສົ່ງວິທະຍຸ,ຖ່າຍຮູບໂດຍບໍ່ໄດ້ຮັບອະນຸຍາແລະການ ລະເມີດໃນສະຖານເບົາອື່ນໆ.

...ມາດຕາເຈັດສິບສອງ:ມາດຕະການປັບໃໝ

ມາດຕາເຈັດສິບສອງ:ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝຫາກໄດ້ກະທໍາຜິດດັ່ງຕໍ່ໄປ ນີ້: -ນໍາເຮືອບິນເຂົ້າໄປໃນເຂດເກືອດຫ້າມໂດຍເຈດຕະນາ; -ນໍາໃຊ້ໃບອະນຸຍາດຫຼືໃບຢັ້ງຢືນກ່ຽວກັບການບິນທີ່ໝົດກໍາ ນົດ; -ຂົນສົ່ງວັດຖຸອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດຕາມລະບຽບ ການ; -ສູບຢາຢູ່ໃນເຮືອບິນຫຼືຢູ່ບໍລິເວນຫ້າມສູບຢາຂອງສະໜາມບິນ; -ມີການລະເມີດອີກສໍາລັບຜູ້ທີ່ເຄີຍຖືກສຶກສາອົບຮົມຫຼືຖືກກ່າວ ເຕືອນມາແລ້ວ.

...ມາດຕາເຈັດສິບສາມ:ການໃຊ້ແທນທາງແພ່ງ

ມາດຕາເຈັດສິບສາມ:ການໃຊ້ແທນທາງແພ່ງ ຜູ້ຂົນສົ່ງທາງອາກາດຫາກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ ໂດຍສານ,ເຄື່ອງຂອງ,ສິນຄ້າ,ໄປສະນີພັນຫຼືແກ່ບຸກຄົນອື່ນຕາມທີ່ ໄດ້ກໍານົດໄວ້ໃນມາດຕາຫ້າສິບແປດ,ຫ້າສິບເກົ້າ,ຫົກສິບຂອງກົດ ໝາຍສະບັບນີ້ຕ້ອງໃຊ້ແທນທາງແພ່ງຕາມລະບຽບກົດໝາຍຂອງ ສປປລາວໂດຍສອດຄ່ອງກັບສົນທິສັນຍາສາກົນກ່ຽວຂ້ອງທີ່ສປປ ລາວໄດ້ເຂົ້າຮ່ວມເປັນພາຄີ.


...ມາດຕາເຈັດສິບສີ່:ມາດຕະການທາງອາຍາ

ມາດຕາເຈັດສິບສີ່:ມາດຕະການທາງອາຍາ ບຸກຄົນໃດໜຶ່ງຈະຖືກລົງໂທດທາງອາຍາຫາກໄດ້ມີການ ກະທໍາຜິດດັ່ງນີ້: ໜຶ່ງ:ເຮັດໃຫ້ຜູ້ໂດຍສານຫຼືບຸກຄົນອື່ນເສຍຊີວິດຫຼືໄດ້ຮັບ ບາດເຈັບຍ້ອນຄວາມຜິດພາດຂອງຕົນ; ສອງ:ປຸ້ນ,ຈີ້ຫຼືຢຶດເຮືອບິນ; ສາມ:ບຸກລຸກ,ບັງຄັບ,ຂົ່ມຂູ່ແລະກະທໍາການອື່ນໆຊຶ່ງກໍ່ໃຫ້ ເກີດອັນຕະລາຍແລະສ້າງຄວາມເສຍຫາຍແກ່ຊີວິດຫຼືຊັບສິນຂອງ ຜູ້ໂດຍສານ,ຈຸບິນຫຼືບຸກຄົນອື່ນ; ສີ່:ເອົາອາວຸດ,ວັດຖຸລະເບີດແລະສານເຄມີອັນຕະລາຍ, ສິ່ງເສບຕິດໄປນໍາເຮືອບິນໂດຍບໍ່ໄດ້ຮັບອະນຸຍາດ; ຫ້າ:ປອມແປງໃບອະນຸຍາດ,ໃບຢັ້ງຢືນແລະເອກະສານອື່ນ ໆກ່ຽວກັບການບິນ; ຫົກ:ມີການກະທໍາຢ່າງໃດໜຶ່ງໂດຍເຈດຕະນາຊຶ່ງກໍ່ຄວາມ ເສຍຫາຍແກ່ເຮືອບິນ,ອາຄານຫຼືສິ່ງອໍານວຍຄວາມສະດວກຕ່າງ ໆຢູ່ຕາມສະໜາມບິນ; ເຈັດ:ທໍາລາຍພາຫະນະ,ອຸປະກອນ,ວິທະຍຸຄວບຄຸມການຈະ ລາຈອນທາງອາກາດຫຼືວິທະຍຸຊ່ວຍການບິນ; ແປດ:ເຄື່ອນຍ້າຍ,ເອົາຊິ້ນສ່ວນເຮືອບິນຫຼືສິ່ງຂອງເຮືອບິນ ທີ່ເກີດອຸປະຕິເຫດໂດຍບໍ່ໄດ້ຮັບອະນຸຍາດ; ເກົ້າ:ການກະທໍາຜິດທາງອາຍາອື່ນໆ.


..ພາກທີ6ບົດບັນຍັດສຸດທ້າຍ


...ມາດຕາເຈັດສິບຫ້າ:ການຈັດຕັ້ງປະຕິບັດ

ມາດຕາເຈັດສິບຫ້າ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ອອກດໍາລັດແລະຈັດຕັ້ງປະ ຕິບັດກົດໝາຍສະບັບນີ້.


...ມາດຕາເຈັດສິບຫົກ:ຜົນສັກສິດ

ມາດຕາເຈັດສິບຫົກ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ມື້ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ກໍານົດບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ ປະທານສະພາແຫ່ງຊາດ ສາໝານ ວິຍະເກດ