ການປ້ອງກັນພືດ 09-12-2008

.ການປ້ອງກັນພືດ 09-12-2008


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍການປ້ອງກັນພືດກໍານົດຫຼັກການ,ລະບຽບ ການແລະມາດຕະການພື້ນຖານກ່ຽວກັບການຄຸ້ມຄອງ,ການກວດ ກາ,ການປ້ອງກັນພືດ ເພື່ອສະກັດກັ້ນການແຜ່ລະບາດຂອງສັດຕູ ພືດຢູ່ພາຍໃນປະເທດ,ຈາກພາຍນອກເຂົ້າມາ ສປປລາວ ແລະ ຈາກ ສປປລາວ ໄປຍັງປະເທດອື່ນ, ແນໃສ່ຮັກສາ ສຸຂະອະນາ ໄມຂອງພືດ,ຄົນ,ສັດແລະປົກປັກຮັກສາສິ່ງແວດລ້ອມ,ຮັບປະກັນ ເຮັດໃຫ້ພືດ,ຜະລິດຕະພັນພືດເພີ່ມຂຶ້ນທາງດ້ານປະລິມານແລະ ຄຸນນະພາບ,ສາມາດຕອບສະໜອງໄດ້ຄວາມຕ້ອງການບໍລິໂພກ ພາຍໃນເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ເປັນສິນຄ້າສົ່ງອອກ,ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ແບບຍືນຍົງ. ...ມາດຕາ 2 ການປ້ອງກັນພືດ

ມາດຕາ 2 ການປ້ອງກັນພືດ ການປ້ອງກັນພືດແມ່ນການຄວບຄຸມ,ການກວດກາພືດ,ຜະ ລິດຕະພັນພືດແລະວັດຖຸອື່ນໃນເວລາເຄື່ອນຍ້າຍຈາກພື້ນທີ່ໜຶ່ງໄປ ຍັງອີກພື້ນທີ່ໜຶ່ງໂດຍປະຕິບັດຕາມລະບຽບກົດໝາຍແລະໃຫ້ຖືກ ຕ້ອງຕາມຫຼັກວິຊາການແນໃສ່ຈໍາກັດແລະສະກັດກັ້ນການລະບາດ ຂອງສັດຕູພືດ,ປ້ອງກັນບໍ່ໃຫ້ສັດຕູພືດລະບາດຈາກເຂດໜຶ່ງໄປຫາ ອີກເຂດໜຶ່ງພາຍໃນປະເທດຫຼືແຜ່ລະບາດເຂົ້າມາໃນປະເທດແລະ ອອກໄປສູ່ປະເທດອື່ນ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: 1. ພືດໝາຍເຖິງພືດທີ່ມີຊີວິດແລະສິ້ນສ່ວນຕ່າງໆຂອງພືດ ລວມທັງໝາກ,ເມັດ,ສະປໍແລະແນວພັນພືດທີ່ເກີດຂຶ້ນຕາມທໍາມະ ຊາດແລະຄົນເຮົາປູກຂຶ້ນມາ; 2.​ ສັດຕູພືດໝາຍເຖິງແມງໄມ້,ບັນດາພືດທີ່ເປັນອັນຕະ ລາຍລວມທັງເຊື້ອຈຸລິນຊີເຊັ່ນ:ໄວລັດ,ເຫັດລາ,ແບັກທີເລຍ,ກາ ຝາກແລະເຊື້ອພະຍາດອື່ນທີ່ສ້າງຄວາມເສຍຫາຍແກ່ພືດແລະສິ່ງ ແວດລ້ອມ. 3. ພືດທີ່ເປັນອັນຕະລາຍໝາຍເຖິງຫຍ້າແລະເຄືອໄມ້ທີ່ບໍ່ ເປັນປະໂຫຍດເຊິ່ງຍາດອາຫານແລະພື້ນທີ່ການຜະລິດ; 4. ຜະລິດຕະພັນພືດໝາຍເຖິງພືດທີ່ຍັງບໍ່ໄດ້ຜ່ານແລະໄດ້ ຜ່ານຂະບວນການແປຮູບແລ້ວເຊັ່ນ:ເຂົ້າເປືອກ,ໝາກສາລີ,ໝາກ ກາເຟ,ເຂົ້າສານ,ແປງສາລີ,ແປງມັນຕົ້ນ; 5. ວັດຖຸອື່ນໝາຍເຖິງສິ່ງທີ່ໃຊ້ໃນການທົດລອງກັບພືດ,ສິ່ງ ເສດເຫຼືອຂອງພືດ,ດິນ,ດິນທຽມລວມທັງວັດສະດຸຫຸ້ມຫໍ່ເຊັ່ນ:ຕູ້ບັນ ຈຸ,ຫີບຫໍ່ທີ່ເຮັດດ້ວຍໄມ້,ໄມ້ໝອນຮອງ,ຖົງຫຼືກະສອບ,ກະບຸງ,ກະ ຕ່າ; 6. ເຊື້ອໄວລັດ ໝາຍເຖິງເຊື້ອຈຸລະໂລກທີ່ເປັນອັນຕະລາຍ ຕໍ່ພືດ,ສັດແລະຄົນເຊິ່ງເບິ່ງເຫັນໄດ້ດ້ວຍກ້ອງຈຸລະທັດເອເລັກໂຕຼ ນິກ; 7. ເຊື້ອແບັກທີເລຍ ໝາຍເຖິງ ເຊື້ອຈຸລິນຊີຈໍາພວກໜຶ່ງ ເຊິ່ງມີຫຼາຍຕະກູນທີ່ເປັນອັນຕະລາຍຕໍ່ພືດ,ຄົນແລະສັດເຊິ່ງເບິ່ງ ເຫັນໄດ້ດ້ວຍກ້ອງຈຸລະທັດ; 8. ເຊື້ອກາຝາກໝາຍເຖິງສິ່ງທີ່ມີຊີວິດທີ່ອາໄສເກາະກິນ ນໍາພືດ,ຄົນແລະສັດ; 9. ສະປໍ ໝາຍເຖິງ ເຊື້ອພັນຫຼືພະຍາດທີ່ຫຸ້ມຫໍ່ເປັນປໍ້ນ້ອຍໆ. 10. ສັນທິສັນຍາ ໝາຍເຖິງ ສົນທິສັນຍາປ້ອງກັນພືດສາ ກົນເຊິ່ງ ສປປລາວ ໄດ້ເຂົ້າຮ່ວມເປັນພາຄີ ໃນວັນທີ 28​ ກຸມພາ 1995​ ແລະ ໃຫ້ສັດຕະຍາບັນໃນວັນທີ 24 ທັນວາ 2006. 11. ເຈົ້າໜ້າທີ່ປ້ອງກັນພືດ ໝາຍເຖິງ ພະນັກງານວິຊາ ການເຊິ່ງຖືກແຕ່ງຕັ້ງຢ່າງເປັນທາງການຈາກອົງການຄຸ້ມຄອງ ວຽກງານປ້ອງກັນພືດ,ເພື່ອອໍານວຍຄວາມສະດວກແລະດໍາເນີນ ການກວດກາພືດຢູ່ດ່ານຫຼືພື້ນທີ່ທີ່ມີການລະບາດຂອງສັດຕູພືດຕາມ ລະບຽບກົດໝາຍ; 12. ດ່ານປ້ອງກັນພືດ ໝາຍເຖິງຈຸດຫຼືທີ່ຕັ້ງບ່ອນເຮັດວຽກ ຂອງເຈົ້າໜ້າທີ່ປ້ອງກັນພືດ; 13. ໃບຢັ້ງຢືນສຸຂານາໄມພືດ ໝາຍເຖິງເອກະສານຢັ້ງຢືນ ພືດ,ຜະລິດຕະພັນພືດ ແລະ ວັດຖຸອື່ນທີ່ສົ່ງອອກຫຼືນໍາເຂົ້ານັ້ນບໍ່ມີສັດ ຕູພືດ; 14. ໃບຢັ້ງຢືນແຫຼ່ງກໍາເນີດ ພືດ ແລະ ຜະລິດຕະພັນພືດ ໝາຍເຖິງເອກະສານຢັ້ງຢືນບ່ອນປູກ,ປະເທດ,ເຂດ,ທ້ອງຖິ່ນ ຫຼື ພືດທີ່ກໍາເນີດສະເພາະຂອງພືດ, ຜະລິດຕະພັນພືດແລະວັດຖຸອື່ນ; 15. ສຸຂານາໄມພືດ ໝາຍເຖິງ ການເຮັດໃຫ້ພືດ,ຜະລິດ ຕະພັນພືດແລະວັດຖຸອື່ນມີຄວາມສະອາດ,ປອດໄພຈາກສັດຕູພືດ; 16. ຜູ້ປະກອບການ ໝາຍເຖິງຜູ້ສົ່ງອອກແລະນໍາເຂົ້າພືດ, ຜະລິດຕະພັນພືດແລະວັດຖຸອື່ນລວມທັງຜູ້ດໍາເນີນທຸລະກິດດ້ານສຸຂາ ນາໄມພືດ; 17. ສິດຮ້ອງທຸກໝາຍເຖິງສິດສະເໜີຕໍ່ອົງການບໍລິຫານ, ສິດຮ້ອງຟ້ອງຕໍ່ສານປະຊາຊົນແລະສິດຮ້ອງຂໍຄວາມເປັນທໍາຕໍ່ສະ ພາແຫ່ງຊາດ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການປ້ອງກັນພືດ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບການປ້ອງກັນພືດ ລັດຊຸກຍູ້,ສົ່ງເສີມວຽກງານປ້ອງກັນພືດດ້ວຍການວາງນະ ໂຍບາຍ,ລະບຽບກົດໝາຍ,ມາດຕະການຕ່າງໆເປັນຕົ້ນພາສີ,ອາ ກອນ,ສິນເຊື່ອ,ເຕັກໂນໂລຊີໂດຍເອື້ອອໍານວຍໃຫ້ຄອບຄົວແລະ ການຈັດຕັ້ງນັບທັງຜູ້ປະກອບການພາຍໃນແລະຕ່າງປະເທດໄດ້ຮັບ ຄວາມສະດວກ,ວ່ອງໄວແລະມີສ່ວນຮ່ວມເຂົ້າໃນວຽກງານປ້ອງ ກັນພືດເພື່ອຕອບສະໜອງການປະຕິບັດແຜນພັດທະນາເສດຖະກິດ -ສັງຄົມຂອງປະເທດໃນເງື່ອນໄຂການເຊື່ອມໂຍງເຂົ້າກັບສາກົນ.

...ມາດຕາ 5 ຫຼັກການກ່ຽວກັບການປ້ອງກັນພືດ

ມາດຕາ 5 ຫຼັກການກ່ຽວກັບການປ້ອງກັນພືດ ການປ້ອງກັນພືດຕ້ອງປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ຮັບປະກັນການຄຸ້ມຄອງຢ່າງລວມສູນແລະເປັນເອກະ ພາບໃນຂອບເຂດທົ່ວປະເທດ; 2. ສົມທົບຢ່າງກົມກຽວ,ຜົນປະໂຫຍດຂອງລັດ,ລວມໝູ່, ຄອບຄົວ,ຜູ້ປະກອບການທັງພາຍໃນແລະຕ່າງປະເທດ; 3. ຖືສໍາຄັນລະບົບນິເວດ,ຄວາມປອດໄພແລະສຸຂານາໄມ ຂອງພືດ,ຄົນ,ສັດ ເພື່ອຜົນປະໂຫຍດສູງສຸດສະເພາະໜ້າແລະຍາວ ນານຂອງສັງຄົມ; 4. ຖືເອົາການປ້ອງກັນພືດຕິດພັນກັບການຊຸກຍູ້ການຜະ ລິດ,ການພັດທະນາກະສິກໍາແລະປ່າໄມ້ແບບຍືນຍົງ; 5. ສົມທົບການປະຕິບັດແນວທາງນະໂຍບາຍ,ລະບຽບກົດ ໝາຍພາຍໃນປະເທດກັບສັນຍາແລະສົນທິສັນຍາສາກົນທີ່ກ່ຽວ ຂ້ອງເຊິ່ງສປປລາວເປັນພາຄີ;

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການຄວບຄຸມການລະບາດ ສັດຕູພືດຢູ່ພາຍໃນ,ການຄຸ້ມຄອງ,ການກວດກາພືດທຸກປະເພດທີ່ ເປັນສິນຄ້ານໍາເຂົ້າ,ຜ່ານແລະສົ່ງອອກເພື່ອຮັບປະກັນຄວາມປອດ ໄພແລະສຸຂານາໄມຂອງພືດ,ຄົນແລະສັດ. ສານເຄມີປ້ອງກັນພືດ,ສານຕົກຄ້າງໃນພືດບໍ່ນອນຢູ່ໃນ ຂອບເຂດການນໍາໃຊ້ຂອງກົດໝາຍສະບັບນີ້. ...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນລວມທັງອົງການຈັດຕັ້ງສາກົນໃນການປະຕິບັດວຽກ ງານປ້ອງກັນພືດ,ການປັບປຸງລະບົບປ້ອງກັນພືດຂອງສປປລາວ ດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ການຄົ້ນຄວ້າວິທະ ຍາສາດ,ເຕັກໂນໂລຊີ,ການພັດທະນາຊັບພະຍາກອນມະນຸດ,ການ ເຂົ້າຮ່ວມປະຕິບັດສັນຍາແລະສົນທິສັນຍາສາກົນທີ່ສປປລາວເປັນ ພາຄີ.

..ພາກທີ 2​ ກິດຈະການກ່ຽວກັບການປ້ອງກັນພືດ


...ມາດຕາ 8 ເປົ້າໝາຍຂອງກິດຈະການ

ມາດຕາ 8 ເປົ້າໝາຍຂອງກິດຈະການ ເປົ້າໝາຍຂອງກິດຈະການທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້ຕ້ອງໄດ້ຮັບການຄຸ້ມຄອງ,ກວດກາຕາມຫຼັກ ວິຊາການຢ່າງເຂັ້ມງວດເປັນຕົ້ນແມ່ນການ ສົ່ງອອກ-ນໍາເຂົ້າ ແລະຜ່ານແດນ. ສໍາລັບຢູ່ພາຍໃນປະເທດຕ້ອງມີການຄວບຄຸມພື້ນ ທີ່ທີ່ມີການລະບາດລວມທັງການເຄື່ອນຍ້າຍ.

...ມາດຕາ 9 ກິດຈະການແລະທຸລະກິດການປ້ອງກັນພືດ

ມາດຕາ 9 ກິດຈະການແລະທຸລະກິດການປ້ອງກັນພືດ ກິດຈະການກ່ຽວກັບການປ້ອງກັນພືດມີດັ່ງນີ້: -ການປ້ອງກັນພືດພາຍໃນປະເທດ; -ການກວດກາພືດຂາເຂົ້າ; -ການກວດກາພືດຂາອອກ; -ການກວດກາພືດຜ່ານແດນ; -ການກວດກາພືດຕິດຕົວຜູ້ໂດຍສານຫຼືສົ່ງທາງໄປສະນີ; -ການກວດກາພາຫະນະຂົນສົ່ງ.

...ໝວດທີ 1 ການປ້ອງກັນພືດພາຍໃນປະເທດ


....ມາດຕາ 10 ການຄວບຄຸມພືດພາຍໃນປະເທດ

ມາດຕາ 10 ການຄວບຄຸມພືດພາຍໃນປະເທດ ການຄວບຄຸມພືດພາຍໃນປະເທດຕ້ອງດໍາເນີນດ້ວຍການ ກວດກາ,ການຈໍາກັດແລະສະກັດກັ້ນການແຜ່ລະບາດຂອງສັດຕູ ພືດຈາກເຂດໜຶ່ງໄປຍັງອີກເຂດໜຶ່ງຕາມຫຼັກວິຊາການແລະລະ ບຽບກົດໝາຍ.

....ມາດຕາ 11 ການລາຍງານກ່ຽວກັບສັດຕູພືດ

ມາດຕາ 11 ການລາຍງານກ່ຽວກັບສັດຕູພືດ ບຸກຄົນ,ຄອບຄົວຫຼືການຈັດຕັ້ງທີ່ພົບເຫັນປາກົດການການ ທໍາລາຍຫຼືການລະບາດຂອງສັດຕູພືດຢູ່ພື້ນທີ່ໃດໜຶ່ງຕ້ອງລາຍ ງານຕໍ່ຂະແໜງການກະສິກໍາແລະປ່າໄມ້ຫຼືອົງການປົກຄອງທ້ອງ ຖິ່ນທີ່ກ່ຽວຂ້ອງຢ່າງຮີບດ່ວນ.

....ມາດຕາ 12 ການປະກາດເຂດສັດຕູພືດລະບາດ

ມາດຕາ 12 ການປະກາດເຂດສັດຕູພືດລະບາດ ລັດຖະບານຫຼືອົງການປົກຄອງທ້ອງຖິ່ນເປັນຜູ້ປະກາດເຂດ ສັດຕູພືດລະບາດຕາມການສະເໜີຂອງອົງການຄຸ້ມຄອງວຽກງານ ປ້ອງກັນພືດໂດຍໃຫ້ປະຕິບັດຕາມກໍລະນີດັ່ງນີ້: 1. ຖ້າຫາກສັດຕູພືດລະບາດເກີດຂຶ້ນໃນຂອບເຂດເມືອງ, ເທດສະບານໜຶ່ງແມ່ນເຈົ້າເມືອງ,ຫົວໜ້າເທດສະບານນັ້ນເປັນ ຜູ້ປະກາດ; 2. ຖ້າຫາກສັດຕູພືດລະບາດເກີດຂຶ້ນຫຼາຍກວ່າເມືອງໜຶ່ງ, ເທດສະບານໜຶ່ງແຕ່ຢູ່ໃນຂອບເຂດແຂວງ,ນະຄອນໜຶ່ງແມ່ນເຈົ້າ ແຂວງ,ເຈົ້າຄອງນະຄອນນັ້ນເປັນຜູ້ປະກາດ; 3. ຖ້າຫາກສັດຕູພືດລະບາດເກີດຂຶ້ນຫຼາຍກວ່າໜຶ່ງແຂວງ, ນະຄອນແມ່ນນາຍົກລັດຖະມົນຕີເປັນຜູ້ປະກາດ.

....ມາດຕາ 13 ມາດຕະການຄວບຄຸມການແຜ່ລະບາດຂອງສັດຕູພືດ

ມາດຕາ 13 ມາດຕະການຄວບຄຸມການແຜ່ລະບາດຂອງສັດ ຕູພືດ ກະຊວງກະສິກໍາແລະປ່າໄມ້ໂດຍສົມທົບກັບອົງການປົກ ຄອງທ້ອງຖິ່ນແຈ້ງການປະກາດໃຊ້ມາດຕະການຄວບຄຸມການ ແຜ່ລະບາດຂອງສັດຕູພືດໃຫ້ທັນເວລາຕາມແຕ່ກໍລະນີດັ່ງນີ້: 1. ນໍາໃຊ້ວິທີການທີ່ເໝາະສົມແລະມີປະສິດທິຜົນໃນການ ຄວບຄຸມສັດຕູພືດ; 2. ນໍາໃຊ້ມາດຕະການທີ່ຈໍາເປັນໃນຂອບເຂດບໍລິເວນໃດ ໜຶ່ງຫຼືທົ່ວປະເທດເພື່ອກັນ,ຄວບຄຸມ,ກໍາຈັດການແຜ່ລະບາດຂອງ ສັດຕູພືດໃດໜຶ່ງເພື່ອສະກັດກັ້ນບໍ່ໃຫ້ສັດຕູພືດແຜ່ລາດອອກໄປຢ່າງ ກວ້າງຂວາງ; 3. ກໍາຈັດແລະທໍາລາຍສັດຕູພືດ,ພືດ,ຜະລິດຕະພັນພືດແລະ ວັດຖຸອື່ນທີ່ຕິດພະຍາດ,ປົນເປື້ອນຫຼືນໍາເຊື້ອພະຍາດຕາມກໍານົດເວ ລາແລະລະບຽບການ; 4. ຕິດຕາມແລະກວດກາພື້ນທີ່ການຜະລິດທີ່ມີສັດຕູພືດທໍາ ລາຍຫຼືບ່ອນທີ່ສົງໄສວ່າເກີດມີການແຜ່ລະບາດຂອງສັດຕູພືດ.

...ໝວດທີ 2 ການກວດກາພືດຂາເຂົ້າ


....ມາດຕາ 14 ການນໍາເຂົ້າພືດ

ມາດຕາ 14 ການນໍາເຂົ້າພືດ ບຸກຄົນຫຼືການຈັດຕັ້ງທີ່ນໍາເຂົ້າພືດ,ຜະລິດຕະພັນພືດແລະ ວັດຖຸອື່ນນັບທັງການຊື້ຫຼືການຊ່ວຍເຫຼືອຈາກຕ່າງປະເທດຕ້ອງປະ ຕິບັດຕາມນະໂຍບາຍແລະລະບຽບກົດໝາຍຂອງ ສປປລາວ, ສັນ ຍາແລະສົນທິສັນຍາທີ່ ສປປລາວ ເປັນພາຄີ.

....ມາດຕາ 15 ການຂໍອະນຸຍາດນໍາເຂົ້າພືດ

ມາດຕາ 15 ການຂໍອະນຸຍາດນໍາເຂົ້າພືດ ບຸກຄົນຫຼືການຈັດຕັ້ງທີ່ຕ້ອງການນໍາເຂົ້າເມັດພືດ,ແນວພັນ ພືດ,ຜະລິດຕະພັນພືດຫຼືວັດຖຸອື່ນຕາມບັນຊີສັດຕູພືດຕ້ອງຫ້າມຂອງ ສປປລາວ ຫຼືຈາກເຂດພື້ນທີ່ລະບາດສັດຕູພືດ ຂອງປະເທດຕົ້ນທາງ ຕ້ອງຂໍອະນຸຍາດຈາກຂະແໜງການກະສິກໍາແລະປ່າໄມ້ແລະດໍາ ເນີນໄປຕາມລະບຽບກົດໝາຍ. ....ມາດຕາ 16 ເອກະສານທີ່ຕ້ອງແຈ້ງ

ມາດຕາ 16 ເອກະສານທີ່ຕ້ອງແຈ້ງ ບຸກຄົນຫຼືການຈັດຕັ້ງລວມທັງຜູ້ປະກອບການທີ່ນໍາເຂົ້າພືດ, ຜະລິດຕະພັນພືດແລະວັດຖຸອື່ນຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງຕໍ່ ດ່ານປ້ອງກັນພືດເຊັ່ນ:ໃບຢັ້ງຢືນສຸຂານາໄມພືດແລະເອກະສານ ອື່ນທີ່ກ່ຽວຂ້ອງເຊິ່ງອອກໃຫ້ໂດຍປະເທດຕົ້ນທາງ. ....ມາດຕາ 17 ການກວດກາພືດທີ່ເປັນສິນຄ້າ

ມາດຕາ 17 ການກວດກາພືດທີ່ເປັນສິນຄ້າ ພືດ,ຜະລິດຕະພັນພືດແລະວັດຖຸອື່ນທີ່ເປັນສິນຄ້ານໍາເຂົ້າ ຕ້ອງໄດ້ຮັບການກວດກາຕາມຫຼັກວິຊາການຢູ່ດ່ານປ້ອງກັນພືດ, ຖ້າບໍ່ພົບເຫັນສັດຕູພືດຕ້ອງອອກອະນຸຍາດໃຫ້ຜ່ານໃນທັນໃດ. ໃນກໍລະນີທີ່ສົງໄສວ່າພືດ,ຜະລິດຕະພັນພືດແລະວັດຖຸອື່ນ ມີການຕິດແປດສັດຕູພືດຫຼືມາຈາກພື້ນທີ່ທີ່ມີການແຜ່ລະບາດຂອງ ສັດຕູພືດນັ້ນເຈົ້າໜ້າທີ່ປ້ອງກັນພືດມີສິດແຍກປ່ຽວໂດຍນໍາໄປໄວ້ ໃນສະຖານທີ່ສະເພາະເພື່ອຫຼີກເວັ້ນການແຜ່ລະບາດຂອງສັດຕູພືດ ໄປສູ່ເຂດອື່ນພ້ອມທັງຕິດຕາມ,ກວດກາແລະວິໄຈພືດດັ່ງກ່າວ. ໃນກໍລະນີທີ່ພົບເຫັນສັດຕູພືດເຈົ້າໜ້າທີ່ປ້ອງກັນພືດຕ້ອງ ແຈ້ງໃຫ້ຜູ້ປະກອບການຊາບໃນທັນໃດແລ້ວດໍາເນີນການສຸຂານາ ໄມພືດຢ່າງເຂັ້ມງວດເພື່ອຮັບປະກັນຄວາມປອດໄພຫຼືສົ່ງກັບຄືນ ປະເທດຕົ້ນທາງຫຼືທໍາລາຍຖິ້ມແລ້ວແຕ່ກໍລະນີ. ໃນການດໍາເນີນການສຸຂານາໄມພືດຫຼືການສົ່ງກັບຄືນປະ ເທດຕົ້ນທາງຫຼືການທໍາລາຍຖິ້ມແມ່ນເປັນພາລະຂອງຜູ້ປະກອບ ການ. ....ມາດຕາ 18 ການນໍາເຂົ້າພືດຕ້ອງຫ້າມ

ມາດຕາ 18 ການນໍາເຂົ້າພືດຕ້ອງຫ້າມ ບຸກຄົນຫຼືການຈັດຕັ້ງທີ່ຕ້ອງການນໍາເຂົ້າພືດ,ຜະລິດຕະພັນ ພືດແລະວັດຖຸອື່ນຕ້ອງຫ້າມເພື່ອການຄົ້ນຄວ້າວິທະຍາສາດ,ການ ສຶກສາ,ການວິໄຈເພື່ອຜົນປະໂຫຍດທາງດ້ານການພັດທະນາເສດ ຖະກິດ-ສັງຄົມແລະສິ່ງແວດລ້ອມຕ້ອງໄດ້ຮັບການອະນຸຍາດພິເສດ ຈາກລັດຖະບານໂດຍມີມາດຕະການຄຸ້ມຄອງສະເພາະຢ່າງເຂັ້ມ ງວດ.

...ໝວດທີ 3 ການກວດກາພືດຂາອອກ


....ມາດຕາ 19 ການສະເໜີໃຫ້ກວດກາພືດຂາອອກ

ມາດຕາ 19 ການສະເໜີໃຫ້ກວດກາພືດຂາອອກ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງສົ່ງອອກພືດ,ຜະລິດຕະ ພັນພືດຫຼືວັດຖຸອື່ນຕ້ອງສະເໜີຕໍ່ຂະແໜງການກະສິກໍາແລະປ່າໄມ້ ທີ່ກ່ຽວຂ້ອງເພື່ອໃຫ້ກວດກາພືດຂາອອກຕາມເງື່ອນໄຂຄວາມ ຕ້ອງການຂອງປະເທດປາຍທາງ. ....ມາດຕາ 20 ການສະເໜີກວດກາພືດຄືນໃໝ່

ມາດຕາ 20 ການສະເໜີກວດກາພືດຄືນໃໝ່ ບຸກຄົນຫຼືການຈັດຕັ້ງມີສິດສະເໜີໃຫ້ຂະແໜງການກະສິກໍາ ແລະປ່າໄມ້ທີ່ກ່ຽວຂ້ອງເພື່ອກວດກາພືດ,ຜະລິດຕະພັນພືດແລະວັດ ຖຸອື່ນຄືນໃໝ່ໃນກໍລະນີດັ່ງນີ້: 1. ການຮຽກຮ້ອງໃຫ້ມີການກວດກາເພີ່ມເຕີມຈາກປະ ເທດປາຍທາງ; 2. ການຫຸ້ມຫໍ່ມີການປ່ຽນແປງຫຼືມມີການສີກຂາດ; 3. ໃບຢັ້ງຢືນສຸຂານາໄມພືດໝົດອາຍຸ.

....ມາດຕາ 21​ການຢັ້ງຢືນການສົ່ງອອກພືດ

ມາດຕາ 21​ການຢັ້ງຢືນການສົ່ງອອກພືດ ພືດ,ຜະລິດຕະພັນແລະວັດຖຸອື່ນທີ່ຈະສົ່ງອອກໄປຕ່າງປະ ເທດຕ້ອງໄດ້ຮັບການກວດກາແລະການຢັ້ງຢືນສຸຂານາໄມພືດ ຈາກຂະແໜງການກະສິກໍາແລະປ່າໄມ້ທີ່ກ່ຽວຂ້ອງຕາມລະບຽບ ການ. ...ໝວດທີ 4 ການກວດກາພືດຜ່ານແດນ


....ມາດຕາ 22 ການນໍາສົ່ງແລະການກວດກາພືດຜ່ານແດນ

ມາດຕາ 22 ການນໍາສົ່ງແລະການກວດກາພືດຜ່ານແດນ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງນໍາສົ່ງພືດ,ຜະລິດຕະພັນ ພືດແລະວັດຖຸອື່ນທີ່ເປັນສິນຄ້າຜ່ານສປປລາວ ຕ້ອງປະຕິບັດຕາມ ລະບຽບກົດໝາຍຂອງສປປລາວ,ສັນຍາ,ສົນທິສັນຍາສາກົນທີ່ ກ່ຽວຂ້ອງ. ເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານຕ້ອງກວດກາໃບຢັ້ງຢືນ ສຸຂານາໄມພືດ,ພາຫະນະຂົນສົ່ງພືດ,ຜະລິດຕະພັນພືດແລະວັດຖຸ ອື່ນເພື່ອຢັ້ງຢືນຄວາມຖືກຕ້ອງແລະຄວາມປອດໄພ. ໃນກໍລະນີມີປາກົດການຜິດປົກກະຕິຫຼືມີແຫຼ່ງຂ່າວຂໍ້ມູນຈາກ ພື້ນທີ່ທີ່ມີການລະບາດຂອງສັດຕູພືດຕ້ອງໄດ້ກວດກາຕົວຈິງຕາມ ຫຼັກວິຊາການແລະລະບຽບກົດໝາຍ.ເມື່ອພົບເຫັນສັດຕູພືດຕາມ ບັນຊີສັດຕູພືດຕ້ອງຫ້າມກໍໃຫ້ປະຕິບັດຕາມວັກສາມແລະສີ່ຂອງ ມາດຕາ ສິບເຈັດ ຂອງກົດໝາຍສະບັບນີ້.

....ມາດຕາ 23 ການຄ່ຽນຖ່າຍພືດ

ມາດຕາ 23 ການຄ່ຽນຖ່າຍພືດ ພືດ,ຜະລິດຕະພັນພືດແລະວັດຖຸອື່ນ,ໃນໄລຍະການສົ່ງຜ່ານ ນັ້ນຖ້າຫາກມີການຄ່ຽນຖ່າຍຈາກພາຫະນະໜຶ່ງສູ່ພາຫະນະອື່ນ ຕ້ອງຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ປ້ອງກັນພືດປະຈໍາດ່ານ ຫຼືຂະແໜງການກະສິກໍາແລະປ່າໄມ້ທີ່ກ່ຽວຂ້ອງ. ...ໝວດທີ 5 ການກວດກາພືດຕິດຕົວຫຼືສົ່ງທາງໄປສະນີ


....ມາດຕາ 24 ການນໍາເຂົ້າພືດຕິດຕົວຫຼືສົ່ງທາງໄປສະນີ

ມາດຕາ 24 ການນໍາເຂົ້າພືດຕິດຕົວຫຼືສົ່ງທາງໄປສະນີ ບຸກຄົນຫຼືການຈັດຕັ້ງທີ່ນໍາແນວພັນພືດ,ພືດຕິດຕົວຫຼືສົ່ງທາງ ໄປສະນີເຂົ້າມາໃນສປປລາວຕ້ອງແຈ້ງແລະຮັບການກວດກາຢູ່ ດ່ານອອກ-ເຂົ້າຫຼືຫ້ອງການໄປສະນີຕາມລະບຽບການ. ໃນກໍລະນີທີ່ພົບເຫັນສັດຕູພືດຕ້ອງເຮັດອະນາໄມແລະຂ້າ ເຊື້ອພະຍາດຕາມຫຼັກການ,ຖ້າຫາກແມ່ນສັດຕູພືດທີ່ເປັນອັນຕະ ລາຍຕ້ອງສົ່ງກັບຄືນຫຼືທໍາລາຍຖິ້ມ.ສໍາລັບຄ່າໃຊ້ຈ່າຍໃນການດໍາ ເນີນການສຸຂານາໄມພືດຫຼືການສົ່ງກັບຄືນຫຼືການທໍາລາຍຖິ້ມແມ່ນ ເປັນພາລະຂອງເຈົ້າຂອງພືດ. ສໍາລັບການນໍາເຂົ້າພືດເພື່ອຈໍາໜ່າຍຫຼືຂະຫຍາຍພັນຕ້ອງ ໄດ້ຮັບການເຫັນດີຈາກຂະແໜງການກະສິກໍາແລະປ່າໄມ້ແລະດໍາ ເນີນຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 25​ການກວດກາພືດຕິດຕົວຜູ້ໂດຍສານຫຼືສົ່ງທາງໄປສະນີ

ມາດຕາ 25​ການກວດກາພືດຕິດຕົວຜູ້ໂດຍສານຫຼືສົ່ງທາງໄປສະ ນີ ພືດຕິດຕົວຜູ້ໂດຍສານຫຼືສົ່ງທາງໄປສະນີທີ່ນໍາເຂົ້າມາສປປ ລາວເມື່ອຜ່ານການກວດກາດ້ານສຸຂານາໄມແລ້ວຕ້ອງໄດ້ຮັບອະ ນຸຍາດໃຫ້ນໍາເຂົ້າໃນທັນໃດ.

...ໝວດທີ 6 ການກວດກາພາຫະນະຂົນສົ່ງ


....ມາດຕາ 26 ພາຫະນະທຸປະເພດ

ມາດຕາ 26 ພາຫະນະທຸປະເພດ ພະຫະນະທຸກປະເພດຕ້ອງໄດ້ປະຕິບັດການກັນແລະກໍາຈັດ ສັດຕູພືດຕາມຫຼັກວິຊາການແລະລະບຽບກົດໝາຍ.

....ມາດຕາ 27 ພະຫະນະຂົນສົ່ງທີ່ມາຈາກພື້ນທີ່ລະບາດຂອງສັດຕູພືດ

ມາດຕາ 27 ພະຫະນະຂົນສົ່ງທີ່ມາຈາກພື້ນທີ່ລະບາດຂອງສັດຕູ ພືດ ພາຫະນະຂົນສົ່ງທາງບົກ,ທາງນໍ້າແລະທາງອາກາດທີ່ ເດີນທາງມາຈາກພື້ນທີ່ລະບາດຂອງສັດຕູພືດຕ້ອງໄດ້ຮັບການ ກວດກາຈາກເຈົ້າໜ້າທີ່ປ້ອງກັນພືດ,ໃນກໍລະນີທີ່ພົບເຫັນສັດຕູພືດ ໃດໜຶ່ງຕ້ອງເຮັດອະນາໄມຫຼືຂ້າເຊື້ອຕາມຫຼັກວິຊາການ.

....ມາດຕາ 28 ພາຫະນະຂົນສົ່ງລໍາລຽງພືດ

ມາດຕາ 28 ພາຫະນະຂົນສົ່ງລໍາລຽງພືດ ພາຫະນະຂົນສົ່ງລໍາລຽງພືດ,ຜະລິດຕະພັນພືດແລະວັດຖຸ ອື່ນທີ່ເຂົ້າ-ອອກສປປລາວຕ້ອງປະຕິບັດຕາມຫຼັກວິຊາການປ້ອງ ກັນພືດແລະຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີຫຼືຕາມ ລະບຽບການລະຫວ່າງປະເທດ.

....ມາດຕາ 29 ການກໍາຈັດສິ່ງເສດເຫຼືອຈາກພາຫະນະຂົນສົ່ງ

ມາດຕາ 29 ການກໍາຈັດສິ່ງເສດເຫຼືອຈາກພາຫະນະຂົນສົ່ງ ສິ່ງເສດເຫຼືອທັງໝົດທີ່ຄ້າງຢູ່ໃນພາຫະນະຂົນສົ່ງພືດ,ຜະ ລິດຕະພັນພືດແລະວັດຖຸອື່ນທີ່ຕິດເຊື້ອພະຍາດເຊິ່ງເຂົ້າມາໃນສ ປປລາວຕ້ອງໄດ້ຮັບການກໍາຈັດ,ຂ້າເຊື້ອແລະອະນາໄມເປັນຕົ້ນ ການລ້າງໃນສະຖານທີ່ທີ່ກໍານົດໃຫ້ສະເພາະຕາມລະບຽບການ.

....ມາດຕາ 30 ອຸປະກອນແລະວັດສະດຸຫຸ້ມຫໍ່ທີ່ນໍາເຂົ້າ

ມາດຕາ 30 ອຸປະກອນແລະວັດສະດຸຫຸ້ມຫໍ່ທີ່ນໍາເຂົ້າ ອຸປະກອນແລະວັດສະດຸຫຸ້ມຫໍ່ທີ່ນໍາເຂົ້າມາໃນສປປລາວທີ່ ົສົງໄສວ່າຕິດແປດສັດຕູພືດຕ້ອງໄດ້ຜ່ານການກວດກາຈາກເຈົ້າ ໜ້າທີ່ປ້ອງກັນພືດ,ໃນກໍລະນີທີ່ພົບເຫັນສັດຕູພືດຕ້ອງທໍາການອະນາ ໄມແລະຂ້າເຊື້ອຕາມຫຼັກວິຊາການ. ...ໝວດທີ 7 ທຸລະກິດດ້ານສຸຂານາໄມພືດ

ໝວດທີ 7 ທຸລະກິດດ້ານສຸຂານາໄມພືດ ....ມາດຕາ 31 ທຸລະກິດດ້ານສຸຂານາໄມພືດ

ມາດຕາ 31 ທຸລະກິດດ້ານສຸຂານາໄມພືດ ບຸກຄົນ,ຄອບຄົວແລະການຈັດຕັ້ງທັງພາຍໃນແລະຕ່າງປະ ເທດທີ່ມີຈຸດປະສົງດໍາເນີນທຸລະກິດດ້ານສຸຂານາໄມພືດຕ້ອງປະຕິ ບັດຕາມມາດຕະຖານເຕັກນິກ,ລະບຽບການແລະກົດໝາຍທີ່ກ່ຽວ ຂ້ອງ.

....ມາດຕາ 32​ ປະເພດທຸລະກິດດ້ານສຸຂານາໄມພືດ

ມາດຕາ 32​ ປະເພດທຸລະກິດດ້ານສຸຂານາໄມພືດ ທຸລະກິດດ້ານສຸຂານາໄມພືດມີສອງປະເພດດັ່ງນີ້: 1. ທຸລະກິດກັນແລະຄວບຄຸມສັດຕູພືດ; 2. ທຸລະກິດບໍລິການດ້ານສຸຂານາໄມພືດ. ....ມາດຕາ 33 ທຸລະກິດກັນແລະຄວບຄຸມສັດຕູພືດ

ມາດຕາ 33 ທຸລະກິດກັນແລະຄວບຄຸມສັດຕູພືດ ທຸລະກິດກັນແລະຄວບຄຸມສັດຕູພືດດໍາເນີນດ້ວຍການສໍາ ຫຼວດສັດຕູພືດ,ການວິໄຈຜົນກະທົບຕໍ່ລະບົບນິເວດ,ສຸຂານາໄມ ຂອງພືດ,ຄົນແລະສັດເພື່ອສະໜຶງຂໍ້ມູນໃຫ້ແກ່ການຈັດຕັ້ງຫຼືນິຕິ ບຸກຄົນທີ່ກ່ຽວຂ້ອງແນ່ໃສ່ວາງມາດຕະການປ້ອງກັນແລະຄວບ ຄຸມການລະບາດຂອງສັດຕູພືດ. ຜູ້ດໍາເນີນທຸລະກິດດັ່ງກ່າວສາມາດສ້າງຫ້ອງວິໄຈສັດຕູ ພືດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ.

....ມາດຕາ 34 ທຸລະກິດບໍລິການດ້ານສຸຂານາໄມພືດ

ມາດຕາ 34 ທຸລະກິດບໍລິການດ້ານສຸຂານາໄມພືດ ທຸລະກິດບໍລິການດ້ານສຸຂານາໄມພືດດໍາເນີນດ້ວຍການໃຫ້ ບໍລິການການກໍາຈັດສັດຕູພືດແລະການສຸຂານາໄມພືດ,ຜະລິດຕະ ພັນພືດແລະວັດຖຸອື່ນຕາມມາດຕະຖານເຕັກນິກແລະຫຼັກວິຊາການ ດ້ວຍວິທີການດັ່ງນີ້: 1. ການບໍລິການການກໍາຈັດສັດຕູພືດຢູ່ໃນພື້ນທີ່ປູກພືດ, ເລົ້າ,ສາງ,ລານແລະອື່ນໆ; 2. ການບໍລິການດ້ານສຸຂານາໄມພືດ,ຜະລິດຕະພັນພືດ ແລະວັດຖຸອື່ນດ້ວຍວິທີການອົບອາຍນໍ້າຮ້ອນຫຼືນໍ້າເຢັນ,ອົບແຫ້ງ, ຮົມຢາຂ້າເຊື້ອ,ສາຍແສງລັງສີແລະອື່ນໆ. ..ພາກທີ 3 ສິດ,ໜ້າທີ່,ພັນທະຂອງເຈົ້າໜ້າທີ່ປ້ອງກັນພືດ,ຜູ້ປະກອບການແລະພົນລະເມືອງ


...ມາດຕາ 35 ສິດ,ໜ້າທີ່,ພັນທະຂອງພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດ

ມາດຕາ 35 ສິດ,ໜ້າທີ່,ພັນທະຂອງພະນັກງານແລະເຈົ້າໜ້າທີ່ ປ້ອງກັນພືດ - ພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດມີສິດແລະໜ້າທີ່ ຕົ້ນຕໍດັ່ງນີ້: 1. ໂຄສະນາເຜີຍແຜ່ແລະແນະນໍາລະບຽບກົດໝາຍກ່ຽວ ກັບວຽກງານປ້ອງກັນພືດ; 2. ກວດກາແລະຢັ້ງຢືນຄວາມຖືກຕ້ອງຂອງເອກະສານສຸ ຂານາໄມພືດແລະເອກະສານອື່ນທີ່ກ່ຽວຂ້ອງໃຫ້ແກ່ຜູ້ປະກອບ ການ; 3. ອະນຸຍາດໃຫ້ຜ່ານພາຍຫຼັງໄດ້ກວດກາພືດ,ຜະລິດຕະ ພັນພືດແລະວັດຖຸອື່ນທີ່ປອດສັດຕູພືດແລ້ວ; 4. ກັກ,ແຍກປ່ຽວພືດ,ຜະລິດຕະພັນພືດແລະວັດຖຸອື່ນທີ່ມີ ສັດຕູພືດຫຼືທີ່ມາຈາກພື້ນທີ່ທີ່ມີການລະບາດຂອງສັດຕູພືດ; 5. ແຈ້ງໃຫ້ຜູ້ປະກອບານເຮັດສຸຂານາໄມພືດຫຼືສົ່ງຄືນຫຼື ທໍາລາຍພືດ,ຜະລິດຕະພັນພືດແລະວັດຖຸອື່ນທີ່ມີສັດຕູພືດຕາມລະ ບຽບການ; 6. ນໍາໃຊ້ມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວ ກັບການປ້ອງກັນພືດຕາມຄວາມຮັບຜິດຊອບຂອງຕົນລວມທັງການ ຍຶດຂອງກາງ,ສະເໜີໃຫ້ກັກຕົວຜູ້ລະເມີດແລະປະກອບສໍານວນຄະ ດີຍື່ນຕໍ່ພາກສ່ວນທີ່ກ່ຽວຂ້ອງເພື່ອດໍາເນີນຄະດຮຕາມລະບຽບກົດ ໝາຍ; 7. ປະສານສົມທົບກັບເຈົ້າໜ້າທີ່ອື່ນແລະອົງການປົກຄອງ ທ້ອງຖິ່ນໃນການປະຕິບັດວຍກງານປ້ອງກັນພືດ; 8. ສະຫຼຸບ,ລາຍງານຜົນຂອງການປະຕິບັດວຽກງານປ້ອງ ກັນພືດໃຫ້ແກ່ການຈັດຕັ້ງຂັ້ນເທິງຖັດຕົນຢ່າງເປັນລະບົບປົກະຕິ.

- ພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດມີພັນທະຕົ້ນຕໍດັ່ງ ນີ້: 1. ປະຕິບັດລະບຽບກົດໝາຍລວມທັງສັນຍາ,ສົນທິສັນຍາ ສາກົນກ່ຽວກັບການປ້ອງກັນພືດທີ່ສປປລາວເປັນພາຄີ; 2. ຊ່ວຍເຫຼືອ,ຕິດຕາມການກໍາຈັດສັດຕູພືດໃນພື້ນທີ່ທີ່ມີການ ລະບາດຫຼືໃນກໍລະນີທີ່ມີພາວະສຸກເສີນ; 3. ອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການທີ່ດໍາເນີນ ທຸລະກິດກ່ຽວກັບພືດ,ຜະລິດຕະພັນພືດແລະວັດຖຸອື່ນທີ່ຖືກຕ້ອງຕາມ ລະບຽບກົດໝາຍ; 4. ເກັບແລະມອບຄ່າທໍານຽມແລະຄ່າບໍລິການກ່ຽວກັບ ວຽກງານປ້ອງກັນພືດຕາມລະບຽບການ. ...ມາດຕາ 36 ສິດແລະພັນທະຂອງຜູ້ປະກອບການ

ມາດຕາ 36 ສິດແລະພັນທະຂອງຜູ້ປະກອບການ ຜູ້ປະກອບການມີສິດແລະພັນທະຕົ້ນຕໍດັ່ງນີ້: 1. ດໍາເນີນທຸລະກິດຂອງຕົນໃຫ້ຖືກຕ້ອງຕາມການອະນຸ ຍາດ,ມາດຕະຖານເຕັກນິກແລະລະບຽບກົດໝາຍຢ່າງເຂັ້ມງວດ. 2, ເປັນເຈົ້າການກັນ,ຄວບຄຸມ,ກໍາຈັດສັດຕູພືດ,ຂ້າເຊື້ອພະ ຍາດພືດພ້ອມທັງນໍາໃຊ້ທຸກວິທີການເພື່ອສະກັດກັ້ນແລະແກ່ໄຂ ປາກົດການທີ່ຈະກໍ່ໃຫ້ເກີດການແຜ່ລະບາດຂອງສັດຕູພືດເປັນຕົ້ນ ການສົ່ງອອກແລະການນໍາເຂົ້າພືດ,ຜະລິດຕະພັນພືດແລະວັດຖຸອື່ນ ຈາກພື້ນທີ່ທີ່ມີການລະບາດຂອງສັດຕູພືດ; 3. ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການກະທໍາ ທີ່ເປັນການລະເມີດລະບຽບກົດໝາຍຂອງພະນັກງານແລະເຈົ້າ ໜ້າທີ່ປ້ອງກັນພືດ; 4. ປະກອບສ່ວນທາງດ້ານທຶນຮອນຫຼືແຮງງານເຂົ້າໃນ ການພັດທະນາວຽກງານປ້ອງກັນພືດ; 5. ໃຫ້ການຮ່ວມມື,ສະໜອງຂໍ້ມູນຂ່າວສານແລະເອື້ອອໍາ ນວຍຄວາມສະດວກໃຫ້ແກ່ພະນັກງານແລະເຈົ້າໜ້າທີ່ປ້ອງກັນ ພືດ; 6. ແຈ້ງ,ລາຍງານສະພາບເຫດການໃນກໍລະນີທີ່ພົບເຫັນຫຼື ສົງໄສວ່າມີການລະບາດຂອງສັດຕູພືດໃຫ້ຂະແໜງການທີ່ກ່ຽວ ຂ້ອງແລະອົງການປົກຄອງທ້ອງຖິ່ນ; 7. ເສຍຄ່າທໍານຽມ,ຄ່າບໍລິການແລະພັນທະອື່ນຕາມລະ ບຽບການ ...ມາດຕາ 37 ສິດແລະພັນທະຂອງພົນລະເມືອງ

ມາດຕາ 37 ສິດແລະພັນທະຂອງພົນລະເມືອງ ພົນລະເມືອງມີສິດແລະພັນທະຕົ້ນຕໍດັ່ງນີ້: 1. ເປັນເຈົ້າການໃນການຕິດຕາມກໍາຈັດແລະສະກັດກັ້ນ ການລະບາດຂອງສັດຕູພືດໃນພື້ນທີ່ຂອງຕົນ; 2. ລາຍງານສະພາບທີ່ເກີດການລະບາດຂອງສັດຕູພືດໃນ ພື້ນທີ່ຂອງຕົນຕໍ່ອົງການປົກຄອງທ້ອງຖິ່ນແລະຂະແໜງການທີ່ ກ່ຽວຂ້ອງທີ່ຢູ່ໃກ້ຄຽງ; 3. ໃຫ້ຄວາມຮ່ວມມືແກ່ພະນັກງານແລະເຈົ້າໜ້າທີ່ປ້ອງ ກັນພືດໃນການປະຕິບັດໜ້າທີ່ການປ້ອງກັນພືດ; 4. ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການກະທໍາທີ່ ເປັນການລະເມີດລະບຽບກົດໝາຍຂອງພະນັກງານ,ເຈົ້າໜ້າທີ່ ປ້ອງກັນພືດແລະຜູ້ປະກອບການ. ..ພາກທີ 4 ຂໍ້ຫ້າມ


...ມາດຕາ 38 ຂໍ້ຫ້າມທົ່ວໄປ

ມາດຕາ 38 ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ການຈັດຕັ້ງລວມທັງຜູ້ປະກອບການທັງພາຍ ໃນແລະຕ່າງປະເທດມີການກະທໍາດັ່ງນີ້: 1. ນໍາເອົາພືດ,ຜະລິດຕະພັນພືດແລະວັດຖຸອື່ນທີ່ມີຜົນກະທົບ ຕໍ່ການພັດທະນາເສດຖະກິດແຫ່ງຊາດແລະເປັນອັນຕະລາຍຕໍ່ສຸຂາ ນາໄມພືດ,ຄົນແລະສັດເຂົ້າໃນສປປລາວ; 2. ນໍາເອົາພືດ,ຜະລິດຕະພັນພືດແລະວັດຖຸອື່ນຈາກພື້ນທີ່ ທີ່ມີສັດຕູພືດລະບາດໄປຫາພື້ນທີ່ອື່ນຢູ່ພາຍໃນປະເທດ; 3. ສົ່ງອອກ,ສົ່ງອອກຄືນ,ນໍາຜ່ານຫຼືເຄື່ອນຍ້າຍພືດ,ຜະລິດ ຕະພັນພືດແລະວັດຖຸອື່ນທີ່ມີສັດຕູພືດທີ່ເປັນອັນຕະລາຍ; 4. ນໍາເຂົ້າ,ສົ່ງອອກ,ເຄື່ອນຍ້າຍ,ຄ່ຽນຖ່າຍພືດ,ຜະລິດຕະ ພັນພືດແລະວັດຖຸອື່ນໂດຍບໍ່ໄດ້ຮັບອະນຸຍາດ; 5. ໃຫ້ສິນບົນແກ່ພະນັກງານແລະເຈົ້ານ້າທີ່ປ້ອງກັນພືດ, ປອມແປງເອກະສານແລະຕາປະທັບກ່ຽວກັບການປ້ອງການພືດ; 6. ນາບຂູ່,ກົດໜ່ວງຖ່ວນດຶງແລະຂັດຂວາງການປະຕິບັດ ໜ້າທີ່ຂອງພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດ; 7. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບການປ້ອງກັນພືດ.

...ມາດຕາ 39 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດ

ມາດຕາ 39 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປ້ອງກັນ ພືດ ນອກຈາກຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນ ມາດຕາ 38 ຂອງກົດ ໝາຍສະບັບນີ້ຫ້າມພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດມີການ ກະທໍາດັ່ງນີ້: 1. ສວຍໃຊ້ສິດແລະໜ້າທີ່ຕໍາແໜ່ງ,ໃຊ້ຄວາມຮຸນແຮງ, ບັງຄັບ,ນາບຂູ່,ກົດໜ່ວງຖ່ວນດຶງ,ຮັບສິນບົນເພື່ອຜົນປະໂຫຍດ ສ່ວນຕົວເຊິ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ແລະບຸກຄົນ; 2. ເປີດເຜີຍຄວາມລັບຂອງລັດຫຼືທາງລັດຖະການ,ປອມ ແປງເອກະສານ,ຂາດຄວາມຮັບຜິດຊອບຕໍ່ວຽກງານປ້ອງກັນພືດ; 3. ເມີນເສີຍຕໍ່ລະບຽບຫຼັກການໃນການກວດກາພືດ,ຜະລິດ ຕະພັນພືດແລະວັດຖຸອື່ນ,ແກ້ໄຂວຽກງານໂດຍບໍ່ຖືກຕ້ອງຕາມ ມາດຕະຖານເຕັກນິກ; 4. ເພີ່ມຫຼືຫຼຸດອັດຕາຄ່າທໍານຽມຫຼືຄ່າບໍລິການວິຊາການ ແລະນໍາໃຊ້ລາຍຮັບຈາກວຍກງານປ້ອງກັນພືດຕາມລໍາພັງ. ..ພາກທີ 5 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 40 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 40 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການປ້ອງການພືດສາມາດ ດໍາເນີນດ້ວຍຮູບການດັ່ງນີ້: 1. ໄກ່ເກ່ຍກັນ; 2.​ ແກ້ໄຂທາງດ້ານບໍລິຫານໂດຍຂະແໜງການກະສິກໍາ ແລະປ່າໄມ້ເຊິ່ງມີການສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ; 3. ແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ; 4. ຮ້ອງຟ້ອງຕໍ່ສານປະຊາຊົນ.

...ມາດຕາ 41 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ມາດຕາ 41 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ຂໍ້ຂັດແຍ່ງກ່ຽວກັບການປ້ອງກັານພືດລະຫວ່າງຜູ້ປະກອບ ການລາວແລະຕ່າງປະເທດ,ລະຫວ່າງຜູ້ປະກອບການຕ່າງປະ ເທດດ້ວຍກັນຢູ່ສປປລາວຫຼືຜູ້ປະກອບການຕ່າງປະເທດກັບອົງ ການຈັດຕັ້ງລັດຂອງສປປລາວແມ່ນແກ້ໄຂໂດຍອົງການແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດພາຍໃນ,ຕ່າງປະເທດຫຼືລະຫວ່າງ ປະເທດ. ຂໍ້ຂັດແຍ່ງກ່ຽວກັບການປ້ອງກັນພືດທີ່ມີລັກສະນະສາກົນ ໃຫ້ແກ້ໄຂຕາມສັນຍາແລະສົນທິສັນຍາສາກົນທີ່ກ່ຽວຂ້ອງເຊິ່ງສ ປປລາວເປັນພາຄີ. ..ພາກທີ 6 ການຄູ້ມຄອງແລະກວດກາ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 42​ ອົງການຄຸ້ມຄອງ

ມາດຕາ 42​ ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນ ຂອບເຂດທົ່ວປະເທດກ່ຽວກັບວຽກງານປ້ອງກັນພືດໂດຍມອບໃຫ້ ກະຊວງກະສິກໍາແລະປ່າໄມ້ເປັນເຈົ້າການປະສານສົມທົບກັບຂະ ແໜງການອື່ນເຊັ່ນ:ຂະແໜງການອຸດສາຫະກໍາແລະການຄ້າ,ສາ ທາລະນະສຸກແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານປ້ອງການພືດປະກອບດ້ວຍ: 1. ກະຊວງກະສິກໍາແລະປ່າໄມ້; 2.​ ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 3. ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 4. ດ້ານປ້ອງກັນພືດ.

....ມາດຕາ 43​ ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້

ມາດຕາ 43​ ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ ໃນການຄຸ້ມຄອງວຽກງານປ້ອງກັນພືດກະຊວງກະສິກໍາ ແລະປ່າໄມ້ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເປັນເສນາທິການໃຫ້ລັດຖະບານໃນການຄົ້ນຄວ້າແລະ ຜັນຂະຫຍາຍແນວທາງຍຸດທະສາດ,ແຜນນະໂຍບາຍແລະນະໂຍ ບາຍຕ່າງໆໃຫ້ກາຍເປັນແຜນງານ,ໂຄງການລະອຽດແລະລະ ບຽບກົດໝາຍເພື່ອຄຸ້ມຄອງວຽກງານປ້ອງກັນພືດໃນຂອບເຂດທົ່ວ ປະເທດ; 2.​ ໂຄສະນາເຜີຍແຜ່ນະໂຍບາຍແລະລະບຽບກົດໝາຍ ກ່ຽວກັບວຽກງານປ້ອງກັນພືດຢ່າງກວ້າງຂວາງແລະທົ່ວເຖິງ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງຜະຕິບັດ ວຽກງານປ້ອງກັນພືດຂອງຂະແໜງການສາຍຕັ້ງໃນຂອບເຂດ ທົ່ວປະເທດ; 4. ສ້າງ,ບໍາລົງຍົກລະດັບ,ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາ ແໜ່ງພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດໂດຍມີການປະສານ ສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງ ທ້ອງຖິ່ນ; 5. ອະນຸຍາດສ້າງຕັ້ງດ່ານປ້ອງກັນພືດແລະຫ້ອງວິໄຈສັດ ຕູພືດໂດຍມີການສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະອົງ ການປົກຄອງທ້ອງຖິ່ນ; 6. ອອກແລະຖອນໃບອະນຸຍາດໃນການດໍາເນີນທຸລະກິດ ດ້ານສຸຂານາໄມພືດ; 7. ປຸກລະດົມຂົນຂວາຍ,ຍາດແຍ່ງ,ຄຸ້ມຄອງ,ນໍາໃຊ້ທຶນ ຮອນທັງພາຍໃນແລະຕ່າງປະເທດເພື່ອພັດທະນາວຽກງານປ້ອງ ກັນພືດ; 8. ແກ້ໄຂຄໍາສະເໜີ,ອອກຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການແລະ ຄໍາແນະນໍາໃຫ້ພະນັກງານ,ເຈົ້າໜ້າທີ່ປ້ອງກັນພືດແລະຜູ້ປະກອບ ການໃນການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບການປ້ອງ ກັນພືດ; 9. ປະສານສົມທົບກັບພາກສ່ວນອື່ນແລະອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນພືດ ເປັນຕົ້ນການສໍາຫຼວດສັດຕູພືດເພື່ອກໍານົດເຂດຄວບຄຸມລວມແລະ ສະເພາະຂອງສັດຕູພືດພ້ອມທັງປະກາດໃຊ້ບັນຊີສັດຕູພືດຕ້ອງຫ້າມ; 10. ຄຸ້ມຄອງການອອກອະນຸຍາດສົ່ງອອກ,ນໍາເຂົ້າພືດ ແລະການອອກໃບຢັ້ງຢືນສຸຂານາໄມພືດແລະເອກະສານອື່ນທີ່ກ່ຽວ ຂ້ອງຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 11. ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ປ້ອງກັນພືດ; 12.​ ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ປ້ອງກັນພືດເປັນຕົ້ນການລະບາດຂອງສັດຕູພືດໃຫ້ລັດຖະບານຢ່າງ ເປັນປົກກະຕິ.

....ມາດຕາ 44 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ

ມາດຕາ 44 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ ແຂວງ,ນະຄອນ ໃນການຄຸ້ມຄອງວຽກງານປ້ອງກັນພືດພະແນກກະສິກໍາ ແລະປ່າໄມ້ແຂວງ,ນະຄອນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.​ ຜັນຂະຫຍາຍນະໂຍບາຍ,ຍຸດທະສາດ,ມະຕິ,ຄໍາສັ່ງ ແລະລະບຽບການກ່ຽວກັບວຽກງານປ້ອງກັນພືດໃຫ້ເປັນແຜນ ງານແລະໂຄງການເພື່ອຈັດຕັ້ງປະຕິບັດໃນຂອບເຂດຄວາມຮັບ ຜິດຊອບຂອງຕົນ; 2. ແນະນໍາ,ໂຄສະນາເຜີຍແຜ່ລະບຽບກົດໝາຍແລະຂໍ້ ມູນຂ່າວສານກ່ຽວກັບການພັດທະນາວຽກງານປ້ອງກັນພືດໃຫ້ ປະຊາຊົນເຂົ້າໃຈເຊື່ອມຊຶມແລະເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນພືດຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ, ເທດສະບານ; 4. ນໍາສະເໜີຖອນແລະອະນຸຍາດການດໍາເນີນທຸລະກິດ ກ່ຽວກັບສຸຂານາໄມພືດໂດຍປະສານສົມທົບກັບຂະແໜງການທີ່ ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນ; 5. ຄຸ້ມຄອງອອກໃບຢັ້ງຢືນສຸຂານາໄມພືດແລະເອກະສານ ອື່ນທີ່ກ່ຽວຂ້ອງຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງຂອງ ຕົນ; 6. ຄຸ້ມຄອງ,ຂຶ້ນບັນຊີສັດຕູພືດຕ້ອງຫ້າມແລະກໍານົດເຂດ ຄວບຄຸມສັດຕູພືດລະບາດ; 7. ປຸກລະດົມຂົນຂວາຍ,ຍາດແຍ່ງ,ຄຸ້ມຄອງ,ນໍາໃຊ້ທຶນ ຮອນທັງພາຍໃນແລະຕ່າງປະເທດເພື່ອພັດທະນາວຽກງານປ້ອງ ກັນພືດຕາມຄວາມຮັບຜິດຊອບຂອງຕົນຫຼືຕາມການມອບໝາຍ ຂອງຂັ້ນເທິງ; 8. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະພາກ ສ່ວນອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານປ້ອງການພືດ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 9. ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ປ້ອງກັນພືດເປັນຕົ້ນການລະບາດຂອງສັດຕູພືດພາຍໃນແຂວງ,ນະ ຄອນໃຫ້ກະຊວງກະສິກໍາແລະປ່າໄມ້ແລະອົງການປົກຄອງແຂວງ, ນະຄອນຢ່າງເປັນປົກກະຕິ. ....ມາດຕາ 45 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ

ມາດຕາ 45 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານປ້ອງກັນພືດຫ້ອງການກະສິກໍາ ແລະປ່າໄມ້ເມືອງ,ເທດສະບານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຈັດຕັ້ງປະຕິບັດບັນດາແຜນງານ,ໂຄງການ,ຂໍ້ຕົກລົງ, ຄໍາສັ່ງ,ແຈ້ງການແລະຄໍາແນະນໍາຂອງຂັ້ນເທິງ; 2. ເຜີຍແຜ່ລະບຽບກົດໝາຍກ່ຍວກັບການປ້ອງກັນພືດໃຫ້ ປະຊາຊົນເຂົ້າໃຈແລະເຂົ້າຮ່ວມໃນການຈັດຕັ້ງປະຕິບັດຢ່າງເຂັ້ມ ງວດ; 3. ເຂົ້າຮ່ວມໃນການຄຸ້ມຄອງ,ຂຶ້ນບັນຊີສັດຕູພືດຕ້ອງຫ້າມ ແລະກໍານົດເຂດຄວບຄຸມສັດຕູພືດລະບາດ; 4. ແກ້ໄຂຄໍາສະເໜີ,ນໍາສະເໜີອອກແລະຖອນໃບອະນຸ ຍາດໃນການດໍາເນີນທຸລະກິດດ້ານສຸຂານາໄມພືດຕໍ່ພະແນກກະສິ ກໍາແລະປ່າໄມ້ແຂວງ,ນະຄອນເພື່ອພິຈາລະນາ; 5. ຕິດຕາມ,ຊຸກຍູ້,ນໍາພາການຈັດຕັ້ງປະຕິບັດວຽກງານ ປ້ອງກັນພືດຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນແລະພາກ ສ່ວນອື່ນທີ່ກ່ຽວຂ້ອງພາຍໃນເມືອງ,ເທດສະບານກ່ຽວກັບວຽກ ງານປ້ອງກັນພືດ; 7. ສະຫຼຸບ,ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ປ້ອງກັນພືດເປັນຕົ້ນການລະບາດຂອງສັດຕູພືດພາຍໃນເມືອງ, ເທດສະບານໃຫ້ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ ແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ.

....ມາດຕາ 46 ສິດແລະໜ້າທີ່ຂອງດ່ານປ້ອງກັນພືດ

ມາດຕາ 46 ສິດແລະໜ້າທີ່ຂອງດ່ານປ້ອງກັນພືດ ດ່ານປ້ອງກັນພືດມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ນະໂຍບາຍ,ລະບຽບກົດ ໝາຍກ່ຽວກັບການປ້ອງກັນພືດໃນຂອບເຂດດ່ານຂອງຕົນ; 2.​ ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດແລະຫຼັກ ວິຊາການຢ່າງຖືກຕ້ອງ,ຄົບຖ້ວນແລະທັນຕາມກໍານົດເວລາ; 3. ສະກັດກັ້ນການລະເມີດລະບຽບກົດໝາຍກ່ຽວກັບການ ປ້ອງກັນພືດພາຍໃນຂອບເຂດດ່ານແລະແຈ້ງໃຫ້ຂະແໜງການ ທີ່ກ່ຽວຂ້ອງດໍາເນີນຄະດີຕໍ່ຜູ້ກະທໍາຜິດ; 4. ອໍານວນຄວາມສະດວກໃຫ້ແກ່ການສົ່ງອອກ-ນໍາເຂົ້າ ພືດ,ຜະລິດຕະພັນພືດແລະວັດຖຸອື່ນຢ່າງວ່ອງໄວ,ໂປ່ງໄສແລະຖືກ ຕ້ອງຕາມລະບຽບກົດໝາຍ; 5. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນ ຂອບເຂດດ່ານແລະອົງການປົກຄອງທ້ອງຖິ່ນເພື່ອຄວາມເປັນ ເອກະພາບໃນການປະຕິບັດວຽກງານ; 6. ກັກ,ແຍກປ່ຽວ,ສົ່ງຕົວຢ່າງໄປວິໄຈ,ແຈ້ງໃຫ້ຜູ້ປະ ກອບການເຮັດສຸຂານາໄມ,ສົ່ງກັບຄືຫຼືທໍາລາຍພືດ,ຜະລິດຕະພັນ ພືດແລະວັດຖຸອື່ນທີ່ມີສັດຕູພືດ; 7. ເກັບຄ່າທໍານຽມແລະຄ່າບໍລິການວິຊາການຕາມລະ ບຽບການ; 8. ສະຫຼຸບ,ລາຍງານຂໍ້ມູນການສົ່ງອອກ-ນໍາເຂົ້າພືດ,ຜະ ລິດຕະພັນພືດແລະວັດຖຸອື່ນປະຈໍາດ່ານຂອງຕົນໃຫ້ຂະແໜງການ ກະສິກໍາແລະປ່າໄມ້ຢ່າງເປັນປົກກະຕິ.

....ມາດຕາ 47 ສິດແລະໜ້າທີ່ຂອງພາກສ່ວນອື່ນ

ມາດຕາ 47 ສິດແລະໜ້າທີ່ຂອງພາກສ່ວນອື່ນ ເມື່ອຂະແໜງການ,ພາກສ່ວນອື່ນລວມທັງອົງການປົກ ຄອງທ້ອງຖິ່ນພົບເຫັນຫຼືໄດ້ຮັບລາຍງານວ່າມີການລະບາດຂອງ ສັດຕູພືດ,ການລະເມີດລະບຽບກົດໝາຍກ່ຽວກັບວຍກງານປ້ອງ ກັນພືດຕ້ອງແຈ້ງໃຫ້ເຈົ້າໜ້າທີ່ປ້ອງກັນພືດຢ່າງຮີບດ່ວນ,ພ້ອມ ກັນນັ້ນກໍ່ໃຫ້ການຮ່ວມມື,ປະສານສົມທົບໃນການປະຕິບັດວຽກງານ ຂອງເຈົ້າໜ້າທີ່ດັ່ງກ່າວຕາມພາລະບົດບາດຂອງຕົນ.

...ໝວດທີ 2 ການກວດກາ


....ມາດຕາ 48 ອົງການກວດກາ

ມາດຕາ 48 ອົງການກວດກາ ອົງການກວດກາປະກອບດ້ວຍ: -ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານປ້ອງກັນພືດຕາມທີ່ໄດ້ກໍານົດໄວ້ໃນ ມາດ ຕາ 42​ ຂອງກົດໝາຍສະບັບນີ້ໂດຍແມ່ນກົມປູກຝັງ,ຂະແໜງປູກ ຝັງແລະໜ່ວຍງານປູກຝັງເປັນເສນາທິການໃຫ້ແກ່ຂະແໜງການ ກະສິກໍາແລະປ່າໄມ້ຂັ້ນຂອງຕົນ; -ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງ ການກວດກາລັດ,ອົງການກວດສອບແຫ່ງລັດ,ການຈັດຕັ້ງແລະ ພົນລະເມືອງລາວ.

....ມາດຕາ 49 ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາ 49 ສິດແລະໜ້າທີ່ຂອງອົງການກວດກາ ອົງການກວດກາວຽກງານປ້ອງກັນພືດມີສິດແລະໜ້າທີ່ ຕົ້ນຕໍດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວ ກັບການປ້ອງກັນພືດ; 2. ກວດກາກິດຈະການລວມທັງການດໍາເນີນທຸລະກິດ ດ້ານສຸຂານາໄມພືດ; 3. ກວດກາໃບຢັ້ງຢືນສຸຂານາໄມພືດແລະເອກະສານ ອື່ນທີ່ກ່ຽວຂ້ອງ,ພືດ,ຜະລິດຕະພັນພືດແລະວັດຖຸອື່ນທີ່ສົ່ງອອກ-ນໍາ ເຂົ້າຢູ່ດ່ານລວມທັງເກັບຕົວຢ່າງເພື່ອການວິໄຈແລະຢັ້ງຢືນຕາມ ລະບຽບການ; 4. ໃຫ້ຄວາມຮ່ວມມືສະໜອງຂໍ້ມູນໃນການດໍາເນີນການ ສືບສວນ-ສອບສວນຄະດີກ່ຽວກັບການປ້ອງກັນພືດ; 5. ແຕ່ງຕັ້ງພະນັກງານຂອງຕົນຕິດຕາມ,ກວດກາ,ເກັບ ກໍາຂໍ້ມູນລວມທັງນໍາພາໃນການສະກັດກັ້ນການແຜ່ລະບາດຂອງ ສັດຕູພືດ; 6. ນໍາໃຊ້ມາດຕະການທີ່ຈໍາເປັນຕໍ່ການລະເມີດລະບຽບ ກົດໝາຍກ່ຽວກັບການປ້ອງການພືດຫຼືເມື່ອພົບເຫັນພືດ,ຜະລິດຕະ ພັນພືດແລະວັດຖຸອື່ນສົ່ງອອກ-ນໍາເຂົ້າທີ່ມີສັດຕູພືດເຊັ່ນ:ອອກຄໍາ ສັ່ງໃຫ້ຢຸດເຊົາການເຄື່ອນໄຫວກິດຈະການກ່ຽວກັບການປ້ອງກັນ ພືດ; 7. ພົວພັນ,ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ສູນ ກາງແລະທ້ອງຖິ່ນເພື່ອຈັດຕັ້ງປະຕິບັດສິດແລະໜ້າທີ່ຂອງຕົນ; 8. ສະຫຼຸບ,ລາຍງານການປະຕິບັດວຽກງານການກວດກາ ແຕ່ລະໄລຍະໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ.

....ມາກຕາ 50 ຮູບການກວດກາ

ມາກຕາ 50 ຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບສຸກເສີນ.

ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມ ພາລະບົດບາດ,ສິດແລະໜ້າທີ່ເຊິ່ງໄດ້ແບບຂັ້ນຄຸ້ມຄອງທີ່ມີລັກສະ ນະເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການ ກວດກາເມື່ອມີຄວາມຈໍາເປັນໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາ ຮູ້ລ່ວງໜ້າ. ການກວດກາແບບສຸກເສີນແມ່ນການກວດກາສະເພາະກິດ ບັນຫາໃດໜຶ່ງເມື່ອຫາກເຫັນວ່າມີຄວາມຈໍາເປັນແຕ່ການກວດກາ ນັ້ນແມ່ນດໍາເນີນຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກ ກວດສອບຮູ້ລ່ວງໜ້າ.

..ພາກທີ 7 ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 51 ເຄື່ອງແບບແລະເຄື່ອງໝາຍ

ມາດຕາ 51 ເຄື່ອງແບບແລະເຄື່ອງໝາຍ ເຈົ້າໜ້າທີ່ປ້ອງກັນພືດມີເຄື່ອງແບບ,ເຄື່ອງໝາຍແລະບັດ ປະຈໍາດ່ານສະເພາະ,ໃນເວລາປະຕິບັດໜ້າທີ່ປ້ອງກັນພືດຕ້ອງນຸ່ງ ເຄື່ອງແບບ,ໃສ່ເຄື່ອງໝາຍແລະຖືບັດປະຈໍາດ່ານໂດຍແມ່ນກະ ຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດ.

...ມາດຕາ 52 ຕາປະທັບ

ມາດຕາ 52 ຕາປະທັບ ເຈົ້າໜ້າທີ່ປ້ອງກັນພືດນໍາໃຊ້ຕາປະທັບດ່ານປ້ອງກັນພືດ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ໂດຍແມ່ນກະຊວງກະສິກໍາແລະປ່າໄມ້ເປັນຜູ້ກໍານົດ. ..ພາກທີ 8 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 53 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 53 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິ ບັດກົດໝາຍສະບັບນີ້ເປັນຕົ້ນວຽກງານຄຸ້ມຄອງ,ກວດກາ,ຄວບ ຄຸມ,ກໍາຈັດສັດຕູພືດຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມ ລະບຽບການ. ...ມາດຕາ 54 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 54 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ສຶກສາອົບຮົມ,ປະຕິບັດມາດຕະການທາງວິໄນ,ປັບໃໝ,ມາດຕະ ການທາງແພ່ງຫຼືລົງໂທດທາງອາຍາຕາມກົດໝາຍແລ້ວແຕ່ກໍ ລະນີເບົາຫຼືໜັກ. ...ມາດຕາ 55 ມາດຕະການສຶກສາອົບຮົມ

ມາດຕາ 55 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວ ກັບການປ້ອງກັນພືດແລະຂໍ້ຫ້າມທີ່ມີລັກສະນະເບົາບາງເຊິ່ງບໍ່ ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າ ຕໍ່າກວ່າ 500,000 ກີບແຕ່ຫາກມີຄວາມຈິງໃຈລາຍງານ,ຮັບ ສາລະພາບຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນແລະສົ່ງຊັບສິນຫຼື ຂອງກາງທີ່ໄດ້ມາໂດຍບໍ່ຖືຕ້ອງນັ້ນຄືນຄົບຖ້ວນກໍຈະຖືກກ່າວ ເຕືອນແລະສຶກສາອົບຮົມ.

...ມາດຕາ 56 ມາດຕະການທາງວິໄນ

ມາດຕາ 56 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ປ້ອງກັນພືດທີ່ໄດ້ລະເມີດລະ ບຽບກົດໝາຍກ່ຽວກັບການປ້ອງກັນພືດແລະຂໍ້ຫ້າມທີ່ມີລັກສະນະ ເບົາບາງຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ຄວາມເສຍ ຫາຍທີ່ມີມູນຄ່າຕໍ່າກວ່າ 500,000 ກີບແຕ່ບໍ່ມີຄວາມຈິງໃຈ ລາຍງານ,ຫຼົບຫຼີກຈາກຄວາມຜິດຂອງຕົນກໍຈະຖືກປະຕິບັດວິໄນ ຕາມແຕ່ລະກໍລະນີເບົາຫຼືໜັກດັ່ງນີ້: 1.​ ຕິຕຽນ,ກ່າວເຕືອນຄວາມຜິດ ໂດຍບັນທຶກໄວ້ ໃນສໍາ ນວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງ ຕໍ່າກວ່າເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ...ມາດຕາ 57 ມາດຕະການປັບໃໝ

ມາດຕາ 57 ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວ ກັບກາປ້ອງກັນພືດແລະຂໍ້ຫ້າມທີ່ໄດ້ກໍານົດໄວ້ສະບັບນີ້ຈະຖືກປັບ ໃໝເທົ່າຕົວຂອງມູນຄ່າພືດທີ່ຕິດແປດສັດຕູພືດ. ໃນກໍລະນີທີ່ລະເມີດເປັນຄັ້ງທີສອງຫຼືເປັນອາຈີນກໍ່ຈະຖືກ ປັບໃໝສອງເທົ່າຕົວຂອງມູນຄ່າພືດທີ່ຕິດແປດສັດຕູພືດພ້ອມທັງ ຮິບພືດ,ຜະລິດຕະພັນພືດຫຼືວັດຖຸອື່ນແລ້ວປະຕິບັດຕາມລະບຽບ ການ. ...ມາດຕາ 58​ ມາດຕະການທາງແພ່ງ

ມາດຕາ 58​ ມາດຕະການທາງແພ່ງ ບຸກຄົນແລະການຈັດຕັ້ງທີ່ໄດ້ກໍ່ຄວາມເສຍຫາຍເນື່ອງຈາກ ການປ້ອງກັນພືດໃຫ້ແກ່ຜູ້ອື່ນຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ ທີ່ຕົນໄດ້ກໍ່ຂຶ້ນຕາມລະບຽບກົດໝາຍ.

...ມາດຕາ 59 ມາດຕະການທາງອາຍາ

ມາດຕາ 59 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການປ້ອງ ກັນພືດເຊິ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມ ກົດໝາຍອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງການໃຊ້ແທນ ຄ່າເສຍຫາຍທາງແພ່ງ.

...ມາດຕາ 60​ ມາດຕະການໂທດເພີ່ມ

ມາດຕາ 60​ ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກ່າວໄວ້ໃນ ມາດຕາ 59 ເທິງນີ້ ແລ້ວຜູ້ກະທໍາຜິດຍັງຈະຖືກປະຕິບັດມາດຕະການໂທດເພີ່ມເຊັ່ນ: ໂຈະ ຫຼື ຖອນໃບອະນຸຍາດໃນການດໍາເນີນກິດຈະການກ່ຽວກັບ ການປ້ອງກັນພືດແລະທຸລະກິດດ້ານສຸຂານາໄມພືດ. ..ພາກທີ 9 ບົດບັນຍັດສຸດທ້າຍ


...ມາດຕາ 61 ການຈັດຕັ້ງປະຕິບັດ

ມາດຕາ 61 ການຈັດຕັ້ງປະຕິບັດ ລະຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 62​ ຜົນສັກສິດ

ມາດຕາ 62​ ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດ ໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ.