ກົດໝາຍວ່າດ້ວຍການກວດກາລັດ(ສະບັບປັບປຸງ)16-11-2017

ການກວດກາລັດ(ສະບັບປັບປຸງ)16-11-2017

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ
	ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການກວດກາລັດເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ,ສາມາດດໍາເນີນໄດ້ຢ່າງມີປະສິດທິພາບ,ຊອກໃຫ້ເຫັນດ້ານດີ,ດ້ານຕັ້ງໜ້າ,ດ້ານອ່ອນ,ດ້ານຫຍໍ້ທໍ້,ການລະເມີດກົດໝາຍຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງແລະມີມາດຕະການສະກັດກັ້ນ,ຕ້ານແລະແກ້ໄຂແນໃສ່ເຮັດໃຫ້ອໍານາດລັດເຂັ້ມແຂງ,ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ,ປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່ລວມທັງສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.
	
ມາດຕາ2(ປັບປຸງ)ການກວດກາລັດ
	ການກວດກາລັດແມ່ນການເຄື່ອນໄຫວຕິດຕາມ,ກວດກາ,ເກັບກໍາຂໍ້ມູນແລະຫຼັກຖານກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ໜ້າທີ່ຄວາມຮັບຜິດຊອບຂອງການຈັດຕັ້ງແລະບຸກຄົນຢູ່ໃນອົງການອໍານາດລັດເພື່ອພິຈາລະນາ,ຕີລາຄາ,ປະເມີນຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວພ້ອມທັງສະເໜີວິທີການແລະມາດຕະການໃຫ້ອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາແກ້ໄຂຜົນຂອງການກວດກາຕາມກົດໝາຍ.
	
ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ
	ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:
	1.ການຈັດຕັ້ງໝາຍເຖິງທຸກການຈັດຕັ້ງລັດແລະອົງການຈັດຕັ້ງອື່ນທີ່ນໍາໃຊ້ງົບປະມານຂອງລັດ;
	2.ການຕິດຕາມໝາຍເຖິງການເກັບກໍາສະພາບ,ຊອກຮູ້,ສັງເກດ,ຕີລາຄາເຄື່ອນໄຫວຂອງການຈັດຕັ້ງແລະພະນັກງານ-ລັດຖະກອນໃນການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍແລະລະບຽບການ,ພະລາບົດບາດ,ສິດແລະໜ້າທີ່;
	3.ອົງການອໍານາດລັດໝາຍເຖິງອົງການນິຕິບັນຍັດ,ອົງການບໍລິຫານລັດແລະອົງການຕະລາການ;
	4.ການກວດກາອົງການບໍລິຫານລັດໝາຍເຖິງການກວດກາການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ພາລະບົດບາດ,ສິດແລະໜ້າທີ່ຂອງກະຊວງ,ອົງການ,ອົງການລັດທຽບເທົ່າກະຊວງ,ອົງການປົກຄອງແຂວງ,ນະຄອນຫຼວງ,ເມືອງ,ເທດສະບານ,ນະຄອນ,ບ້ານແລະອົງການຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງລວມທັງບຸກຄົນທີ່ຂຶ້ນກັບການຄຸ້ມຄອງໂດຍກົງຂອງອົງການດັ່ງກ່າວ;
	5.ການກວດກາລັດຕາມຂັ້ນບໍລິຫານການປົກຄອງໝາຍເຖິງການກວດກາຂອງອົງການກວດກາລັດກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ພາລະບົດບາດ,ສິດແລະໜ້າທີ່ຂອງບຸກຄົນ,ການຈັດຕັ້ງທີ່ຂຶ້ນກັບການຄຸ້ມຄອງຕາມຂັ້ນບໍລິຫານການປົກຄອງ;
	6.ການກວດກາລັດຕາມຂະແໜງການໝາຍເຖິງການກວດກາຂອງອົງການກວດກາລັດກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ບັນດາຂໍ້ກໍານົດທາງດ້ານວິຊາສະເພາະ,ເຕັກນິກຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຂຶ້ນກັບການຄຸ້ມຄອງຂອງຂະແໜງການນັ້ນ;
	7.ຄະນະກວດກາໝາຍເຖິງໜ່ວຍງານທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາເນີນການກວດກາໃນແຕ່ລະຄັ້ງ;
	8.ພະນັກງານ-ລັດຖະກອນກວດກາລັດໝາຍເຖິງບຸກຄົນທີ່ບັນຈຸເຂົ້າໃນອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງແລະຕາມຂະແໜງການຊຶ່ງໄດ້ຮັບການແຕ່ງຕັ້ງໃຫ້ເຮັດໜ້າທີ່ກວດກາລັດຢູ່ສູນກາງແລະທ້ອງຖິ່ນ;
	9.ພະແນກຂັ້ນແຂວງໝາຍເຖິງພະແນການ,ອົງການລັດທຽບເທົ່າພະແນກຂັ້ນແຂວງທີ່ຂຶ້ນກັບອົງການປົກຄອງຂັ້ນແຂວງ;
	10.ຂັ້ນກະຊວງໝາຍເຖິງກະຊວງ,ອົງການ,ອົງການລັດທຽບເທົ່າກະຊວງ;
	11.ຜູ້ໄດ້ຮັບມອບສິດໝາຍເຖິງບຸກຄົນຫຼືນິຕິບຸກຄົນທີ່ໄດ້ຖືກມອບໝາຍເຮັດໜ້າທີ່ທາງການໃດໜຶ່ງຫຼືໄດ້ເຊັນສັນຍາທີ່ຕິດພັນກັບງົບປະມານແລະຊັບສິນຂອງລັດ.
	
ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານກວດກາລັດ
	ລັດສ້າງເງື່ອນໄຂອໍານວນຄວາມສະດວກໃຫ້ແກ່ວຽກງານກວດກາລັດດ້ວຍການວາງນະໂຍບາຍ,ກົດໝາຍແລະລະບຽບການ,ລົງທຶນພັດທະນາບຸກຄະລາກອນ,ເຕັກນິກ,ເຕັກນໂນໂລຊີ,ຂໍ້ມູນຂ່າວສານ,ອາຄານສະຖານທີ່ເຮັດວຍກ,ພາຫະນະ,ອຸປະກອນແລະງົບປະມານເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານກວດກາລັດໃຫ້ເຂັ້ມງວດ,ມີປະສິດທິພາບແນໃສ່ເຮັດໃຫ້ການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດ-ສັງຄົມມີຄວາມໂປ່ງໃສ,ເຂັ້ມແຂງ,ໜັກແໜ້ນ,ຍຸຕິທໍາແລະຖືກຕ້ອງຕາມກົດໝາຍ.
	ລັດຊຸກຍູ້,ສົ່ງເສີມແນວລາວສ້າງຊາດ,ອົງການຈັດຕັ້ງມະປາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະພົນລະເມືອງເຂົ້າຮ່ວມໃນວຽກງານກວດກາ,ສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ.
	
ມາດຕາ5(ປັບປຸງ)ຫຼັກການຂອງການກວດກາລັດ
	ການກວດກາລັດຕ້ອງປະຕິບັດຕາມຫຼັກການດັ່ງນີ້:
	1.ປະຕິບັດຕາມລັດຖະທໍາມະນູນ,ກົດໝາຍແລະລະບຽບການຢ່າງເຂັ້ມງວດ;
	2.ມີປະຊາທິປະໄຕ,ພາວະວິໄສແລະມີຄວາມໂປ່ງໃສ;
	3.ຮັບປະກັນຄວາມຊັດເຈນ,ຍຸຕິທໍາ,ທັນເວລາແລະເປີດເຜີຍຕາມລະບຽບການ;
	4.ມີສ່ວນຮ່ວມຂອງການຈັດຕັ້ງທຸກຂັ້ນລວມທັງສື່ມວນຊົນແລະພົນລະເມືອງ;
	5.ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວວຽກງານຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກກວດກາ.
	
ມາດຕາ6ຄວາມຮັບຜິດຊອບກ່ຽວກັບການກວດກາລັດ
	ນາຍົກລັດຖະມົນຕີ,ລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວ,ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນແລະຫົວໜ້າອົງການຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງມີໜ້າທີ່ຈັດຕັ້ງ,ຊີ້ນໍາ,ສ້າງເງື່ອນໄຂອໍານວຍຄວາມສະດວກໃນການເຄື່ອນໄຫວກວດກາລັດໂດຍສະເພາະການອະນຸມັດແຜນການ,ໂຄງການກວດກາລັດໃນຂອບເຂດຄວາມຮັບຜິດຊອບ,ສິດ,ໜ້າທີ່ຂອງຕົນແລະແກ້ໄຂຜົນຂອງການກວດກາລັດຢ່າງເຂັ້ມງວດຕາມກົດໝາຍ.
	ປະທານອົງການກວດກາລັດແຕ່ລະຂັ້ນ,ຫົວໜ້າຄະນະກວດກາ,ພະນັກງານ-ລັດຖະກອນກວດກາລັດຕ້ອງປະຕິບັດຕາມພາລະບົດບາດ,ສິດ,ໜ້າທີ່ຂອງຕົນຕາມກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດແລະຕ້ອງຮັບຜິດຊອບຕໍ່ການປະຕິບັດໜ້າທີ່,ການຕົກລົງຫຼືການກະທໍາຂອງຕົນທີ່ບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ຖືກກວດກາ.
	
ມາດຕາ7ສິດແລະພັນທະປະກອບສ່ວນໃນການກວດກາລັດ
	ບັນດາອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນ,ພົນລະເມືອງມີສິດແລະພັນທະປະກອບສ່ວນເຂົ້າໃນວຽກງານກວດກາລັດດ້ວຍການເຂົ້າຮ່ວມ,ອໍານວຍຄວາມສະດວກ,ລາຍງານ,ສະໜອງຂໍ້ມູນ,ຫຼັກຖານຢ່າງທັນການໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດການຕົກລົງກ່ຽວກັບການແກ້ໄຂຜົນຂອງການກວດກາໃຫ້ສໍາເລັດ.
	
ມາດຕາ8ການປົກປ້ອງ
	ພະນັກງານ-ລັດຖະກອນກວດກາລັດ,ຜູ້ລາຍງານ,ຜູ້ໃຫ້ຂໍ້ມູນ,ພະຍານ,ຜູ້ຊ່ຽວຊານແລະຜູ້ເຂົ້າຮ່ວມໃນການກວດກາໄດ້ຮັບການປົກປ້ອງຕາມກົດໝາຍແລະລະບຽບການຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະລະພາບ,ກຽດຊື່ສຽງ,ຊັບສິນຂອງຜູ້ຖືກກວດກາຫຼືຜູ້ອື່ນ.
	
ມາດຕາ9(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ
	ກົດໝາຍສະບັບນີ້ນໍາໃຊ້ສໍາລັບການຈັດຕັ້ງ,ພະນັກງານ-ລັດຖະກອນ,ທະຫານຕໍາຫຼວດແລະພະນັກງານວິສາຫະກິດຂອງລັດ,ນາຍບ້ານແລະຜູ້ໄດ້ຮັບມອບສິດຈາກທາງການທີ່ປະຕິບັດໜ້າທີ່ຢູ່ອົງການຈັດຕັ້ງຂອງລັດແລະລັດວິສາຫະກິດແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ.
	
ມາດຕາ10ການຮ່ວມມືສາກົນ
	ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນກ່ຽວກັບວຽກງານກວດກາລັດດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ຝຶກອົບຮົມຫຼືສໍາມະນາ,ຍົກລະດັບຄວາມຮູ້ຄວາມສາມາດ້ານວິຊາການເພື່ອພັດທະນາວຽກງານກວດກາໃຫ້ມີຄຸນນະພາບ,ເຂັ້ມແຂງແລະທັນສະໄໝ.
	
ພາກທີ2ປະເພດ,ບ່ອນອີງ,ຮູບການ,ເນື້ອໃນແລະເປົ້າໝາຍຂອງການກວດກາລັດ

ມາດຕາ11ປະເພດການກວດກາລັດ
	ການກວດກາລັດມີສອງປະເພດດັ່ງນີ້:
	1.ການກວດກາຕາມຂັ້ນບໍລິຫານການປົກຄອງ;
	2.ການກວດກາຕາມຂະແໜງການ.
	
ມາດຕາ12(ປັບປຸງ)ບ່ອນອີງໃນການຕົກລົງກວດກາລັດ
	ການຕົກລົງກວດກາລັດອີງໃສ່:
	1.ແຜນການ,ໂຄງການ;
	2.ຂໍ້ຕົກລົງ,ຄໍາສັ່ງ,ແຈ້ງການ;
	3.ຄໍາສະເໜີຂອງພົນລະເມືອງ;
	4.ຜົນຂອງການກວດກສອບ;
	5.ມະຕິຂອງສະພາແຫ່ງຊາດຫຼືສະພາປະຊາຊົນຂັ້ນແຂວງ;
	6.ການພົບເຫັນການລະເມີດກົດໝຍແລະລະບຽບການ.
	
ມາດຕາ13ຮູບການກວດກາລັດ
	ການກວດກາລັດມີສາມຮູບການດັ່ງນີ້:
	1.ການກວດກາຕາມແຜນການປົກກະຕິຊຶ່ງແມ່ນການກວດກາຕາມແຜນການຂອງການບໍລິຫານແລະອົງການກວດກາລັດແຕ່ລະຂັ້ນທີ່ໄດ້ວາງໄວ້.
	2.ການກວດກາຕາມຄໍາສັ່ງຫຼືຄໍາສະເໜີຊຶ່ງແມ່ນການກວດກາຕາມຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາ,ແຈ້ງການຂອງຫົວໜ້າອົງການບໍລິຫານ,ຂອງອົງການກວດກາລັດແຕ່ລະຂັ້ນແລະຄໍາສະເໜີຂອງພົນລະເມືອງໂດຍແຈ້ງໃຫ້ເປົ້າມາຍຖືກກວດກາຊາບລ່ວງໜ້າ;
	3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຊາບລ່ວງໜ້າ.
	
ມາດຕາ14(ປັບປຸງ)ເນື້ອໃນການກວດກາລັດ
	ການກວດກາລັດມີເນື້ອໃນດັ່ງນີ້:
	1.ການປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນການ,ໂຄງການ,ສິດ,ໜ້າທີ່ແລະຄວາມຮັບຜິດຊອບໃນການຄຸ້ມຄອງບໍລິຫານລັດ;
	2.ການປະຕິບັດວຽກງານດ້ານວິຊາສະເພາະ,ເຕັກນິກ,ຫຼັກການຄຸ້ມຄອງຂອງຂະແໜງການ;
	3.ຜົນການກວດສອບຕາມການສະເໜີຂອງອົງການກວດສອບແຫ່ງລັດ,ຕາມມະຕິກອງປະຊຸມສະພາແຫ່ງຊາດຫຼືສະພາປະຊາຊົນຂັ້ນແຂວງ.
	
ມາດຕາ15ເປົ້າໝາຍການກວດກາລັດ
	ເປົ້າໝາຍການກວດກາລັດແມ່ນບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຂຶ້ນກັບອົງການບໍລິຫານການປົກຄອງ,ຂະແໜງການບໍລິຫານລັດແຕ່ລະຂັ້ນແລະອົງການຈັດຕັ້ງທີ່ກ່ຽວຂ້ອງ.
	
ພາກທີ3ການເຄື່ອນໄຫວກວດກາລັດ

ໝວດທີ1ຂັ້ນຕອນຂອງການກວດກາລັດ

ມາດຕາ16ຂັ້ນຕອນຂອງການກວດກາລັດ
	ການກວດກາລັດຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:
	1.ການຕົກລົງກວດກາ;
	2.ການກະກຽມການກວດກາ;
	3.ການດໍາເນີນການກວດກາ;
	4.ການສະຫຼຸບຜົນຂອງການກວດກາ;
	5.ການລາຍງານຜົນຂອງການກວດກາ.
	
ມາດຕາ17(ປັບປຸງ)ການຕົກລົງກວດກາ
	ຜູ້ຕົກລົງໃຫ້ກວດກາມີດັ່ງນີ້:
	1.ຜູ້ຕົກລົງກວດກາຕາມຂັ້ນບໍລິຫານການປົກຄອງ;
	-ນາຍົກລັດຖະມົນຕີ;
	-ປະທານອົງການກວດກາລັດຖະບານ;
	-ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ປະທານປົງການກວດກາລັດຂັ້ນແຂວງ;
	-ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້າຄອງນະຄອນ,ປະທານອົງການກວດກາລັດຂັ້ນເມືອງ.
	2.ຜູ້ຕົກລົງກວດກາຕາມຂະແໜງການ;
	-ລັດຖະມົນຕີ,ປະທານຫຼືຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງ;
	-ຫົວໜ້າກົມຫຼືຫົວໜ້າອົງການທຽບເທົ່າກົມທີ່ມີກົງຈັກກວດກາລັດຂຶ້ນກັບ;
	-ຫົວໜ້າພະແນກຫຼືຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ;
	-ຫົວໜ້າຫ້ອງການຂັ້ນເມືອງທີ່ມີກົງຈັກກວດກາລັດຂຶ້ນກັບ.

ມາດຕາ18ການກະກຽມການກວດກາ
	ການກະກຽມການກວດກາໃຫ້ປະຕິບັດດັ່ງນີ້:
	1.ແຕ່ງຕັ້ງຄະນະກວດກາຫຼືຄະນະກວດກາສະເພາະກິດ;
	2.ເກັບກໍາຂໍ້ມູນ,ເອກະສານເພື່ອຄົ້ນຄວ້າ,ວິເຄາະ,ວິໄຈ,ສ້າງແຜນການກວດກາໂດຍກໍານົດຈຸດປະສົງ,ເນື້ອໃນຂອງການກວດກາ,ຮ່າງຄໍາຖາມເຈາະຈີ້ມ,ຮ່າງບົດບັນທຶກ,ກຽມໂຄງຮ່າງບົດລາຍງານເພື່ອໃຫ້ເປົ້າໝາຍລາຍງານແລະຕາຕະລາງເຄື່ອນໄຫວລະອຽດໃນແຕ່ລະໄລຍະ;
	3.ກະກຽມນິຕິກໍາຕ່າງໆທີ່ພົວພັນກັບການກວດກາ,ງົບປະມານ,ພາຫະນະວັດຖຸປະກອນຮັບໃຊ້ທີ່ຈໍາເປັນ;
	4.ຈັດຕັ້ງເຊື່ອມຊຶມ,ແນະນໍາພະນັກງານ-ລັດຖະກອນທີ່ຈະລົງກວດກາໃຫ້ກໍາແໜ້ນຈຸດປະສົງ,ລັດດັບຄາດໝາຍ,ເນື້ອໃນຂອງການກວດກາ,ລະບຽບການພາຍໃນຂອງຄະນະກວດກາແລະແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຄົນໃນຄະນະກວດກາ.
	
ມາດຕາ19ການດໍາເນີນການກວດກາ
	ການກວດກາຕ້ອງດໍາເນີນດັ່ງນີ້:
	1.ແຈ້ງຂໍ້ຕົກລົງແລະແຜນການກ່ຽວກັບການກວດກາຕໍ່ຫົວໜ້າອົງການຂອງເປົ້າໝາຍຖືກກວດກາແລະຜູ້ຖືກກວດກາຊາບກ່ອນການດໍາເນີການກວດກາເຈັດວັນລັດຖະການເວັ້ນເສຍແຕ່ການກວດກາແບບກະທັນຫັນ;
	2.ດໍາເນີນການກວດກາຕາມແຜນການເປັນຕົ້ນເກັບກໍາຂໍ້ມູນ,ຮັບຟັງການລາຍງານຂອງເປົ້າໝາຍຖືກກວດກາພ້ອມທັງເຮັດບົດບັນທຶກການລາຍງານແລະການມອບ-ຮັບເອກະສານ;
	3.ລາຍງານແລະຂໍການຊີ້ນໍາກ່ຽວກັບການດໍາເນີນການກວດກາໃນແຕ່ລະໄລຍະຈາກຂັ້ນເທິງຂອງຕົນ;
	4.ເຮັດບົດບັນທຶກການກວດກາແລະບົດສະຫຼຸບຜົນການກວດກາ.
	
ມາດຕາ20(ປັບປຸງ)ການສະຫຼຸບຜົນຂອງການກວດກາ
	ການສະຫຼຸບຜົນຂອງການກວດກາຕ້ອງປະຕິບັດດັ່ງນນີ້:
	1.ສັງລວມບັນດາເອກະສານ,ຂໍ້ມູນ,ຫຼັກຖານຕ່າງໆ,ບົດບັກທຶກທີ່ໄດ້ກວດກາມາເປັນບົດສະຫຼຸບຜົນຂອງການກວດກາ;
	2.ຕີລາຄາ,ໄຈ້ແຍກໃຫ້ລະອຽດຈະແຈ້ງດ້ານດີ,ດ້ານອ່ອນ,ຄວາມຖືກ,ຄວາມຜິດຂອງເປົ້າໝາຍຖືກກວດກາແລະສະເໜີມາດຕະການ,ວິທີການແກ້ໄຂຕາມກົດໝາຍ;
	3.ຜ່ານຮ່າງບົດສະຫຼຸບຜົນການກວດກາພາຍໃນຄະນະກວດກາແລ້ວສົ່ງຮ່າງບົດສະຫຼຸບດັ່ງກ່າວໃຫ້ຫົວໜ້າອົງການຈັດຕັ້ງຂອງເປົ້າໝາຍຖືກກວດກາເພື່ອມີຄໍາເຫັນແລະຢັ້ງຢືນຊ້າສຸດພາຍໃນເວລາສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບເປັນຕົ້ນໄປ;
	4.ຄະນະກວດກາແລະຫົວໜ້າອົງການຈັດຕັ້ງຂອງເປົ້າໝາຍຖືກກວດກາລົງລາຍເຊັນໃສ່ບົດສະຫຼຸບເພື່ອຢັ້ງຢືນຜົນຂອງການກວດກາ.
	
ມາດຕາ21ການລາຍງານຜົນຂອງການກວດກາ
	ພາຍຫຼັງສໍາເລັດການກວດກາແລ້ວຄະນະກວດກາຕ້ອງສົ່ງບົດສະຫຼຸບຜົນຂອງການກວດກາແລະລາຍງານໃຫ້ຜູ້ອອກຂໍ້ຕົກລົງກວດກເພື່ອພິຈາລະນາແກ້ໄຂຜົນຂອງການກວດກາຕາມກົດໝາຍແລະສົ່ງບົດລາຍງານຜົນຂອງການກວດກາໃຫ້ຂັ້ນເທິງຂອງຕົນ.
	
ມາດຕາ22(ປັບປຸງ)ກໍານົດເວລາການກວດກາ
	ກໍານົດເວລາດໍາເນີນການກວດກາມີດັ່ງນນີ້
	1.ອົງການກວດກາລັດຖະບານກວດກາແຕ່ລະເປົ້າໝາຍບໍ່ໃຫ້ເກີນເກົ້າສິບວັນລັດຖະການນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ,ຖ້າຫາກການກວດກາບໍ່ສໍາເລັດກໍ່ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກສາມສິບວັນລັດຖະການ,ໃນກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນເປັນພິເສດຊຶ່ງພົວພັນເຖິງຫຼາຍຂະແໜງການ,ຫຼາຍທ້ອງຖິ່ນກໍ່ສາມາດຕໍ່ເວລາໄດ້ຕື່ມອີກແຕ່ທັງໝົດບໍ່ໃຫ້ເກີນຮ້ອຍແປດສິບວັນລັດຖະການ;
	2.ອົງການກວດກາລັດຂັ້ນແຂວງ,ກົມກວດກາລັດຂັ້ນກະຊວງກວດກາແຕ່ລະເປົ້າໝາຍບໍ່ໃຫ້ເກີນຫົກສິບວັນລັດຖະການນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ,ໃນກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນກໍ່ສາມາດຕໍ່ເວລາໄດ້ຕື່ມອີກແຕ່ທັງໝົດບໍ່ໃຫ້ເກີນເກົ້າສິບວັນລັດຖະການ;
	3.ອົງການກວດກາລັດຂັ້ນເມືອງ,ພະແນກກວດກາລັດຂອງກົມວິຊາການຂັ້ນກະຊວງທີ່ມີການຈັດຕັ້ງກວດກາລັດ,ຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງທີ່ມີການຈັດຕັ້ງກວດກາລັດກວດວກາແຕ່ລະເປົ້າໝາຍບໍ່ໃຫ້ເກີນສາມສິບວັນລັດຖະການນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ,ໃນກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນຫຼືຢູ່ຫ່າງໄກສອກຫຼີກກໍ່ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກແຕ່ທັງໝົດບໍ່ໃຫ້ເກີນຫົກສິບວັນລັດຖະການ;
	ໃນກໍລະນີຫ້ອງການຂັ້ນເມືອງມີການຈັດຕັ້ງໜ່ວຍກວດກາລັດການກວດກາແຕ່ລະເປົ້າມາຍບໍ່ໃຫ້ເກີນສິບຫ້າວັນລັດຖະການນັບແຕ່ວັນດໍາເນີນການກວດກາເປັນຕົ້ນໄປ,ໃນກໍລະນີທີ່ມີຄວາມຫຍຸ້ງຍາກສັບສົນກໍ່ສາມາດດໍາເນີນຕໍ່ໄປໄດ້ຕື່ມອີກແຕ່ທັງມົດບໍ່ໃຫ້ເກີນສາມສິບວັນລັດຖະການ.
	
ໝວດທີ2ການພິຈາລະນາແລະແກ້ໄຂຜົນການການກວດກາ

ມາດຕາ23(ປັບປຸງ)ການພິຈາລະນາຜົນຂອງການກວດກາ
	ຜູ້ຕົກລົງກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາ17ຂອງກົດໝາຍສະບັບນີ້ຕ້ອງຄົ້ນຄວ້າພິຈາລະນາຜົນຂອງການກວດກາໃຫ້ສໍາເລັດພາຍໃນເວລາສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບບົດສະຫຼຸບຜົນຂອງການກວດກາເປັນຕົ້ນໄປແລະແຈ້ງຜົນຂອງການພິຈາລະນານັ້ນໃຫ້ອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາແລະຜູ້ຖືກກວດກາຊາບພາຍໃນເວລາເຈັດວັນລັດຖະການເພື່ອຈັດຕັ້ງປະຕິບັດ,ໃນກໍລະນີການຄົ້ນຄວ້າພິຈາລະນາຜົນຂອງການກວດກາຫາກຕິດພັນກັບຫຼາຍພາກສ່ວນແລະມີຄວາມຫຍຸ້ງຍາກກໍ່ສາມາດຕໍ່ເວລາໄດ້ຕື່ມຫ້າວັນລັດຖະການ.
	ຖ້າມີການລະເມີດກົດໝາຍແລະລະບຽບການໃນສະຖານເບົາ,ສ້າງຄວາມເສຍຫາຍບໍ່ຫຼວງຫຼາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງຜູ້ອອກຂໍ້ຕົກລົງກວດກາຕ້ອງສະເໜີໃຫ້ອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາ74,75ແລະ76ຂອງກົດໝາຍສະບັບນີ້.
	ໃນກໍລະນີມີການລະເມີດທາງແພ່ງອົງການກວດກາລັດຕ້ອງສົ່ງສໍານວນເອກະສານກວດກາໃຫ້ພາກສ່ວນທີ່ກ່ຽວຂ້ອງຫຼືອົງການໄອຍະການປະຊາຊົນຮ້ອງຟ້ອງຕໍ່ສານປະຊາຊົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.
	ໃນກໍລະນີມີການກະທໍາຜິດທາງອາຍາອົງການກວດກາລັດຕ້ອງສົ່ງສໍານວນເອກະສານກວດກາໃຫ້ອົງການສືບສວນ-ສອບສວນທີ່ກ່ຽວຂ້ອງເພື່ອໍາດນີນການສືບສວນ-ສອບສວນແລະປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນສັ່ງຟ້ອງຕໍ່ສານປະຊາຊົນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.
	
ມາດຕາ24(ໃໝ່)ການແກ້ໄຂຜົນຂອງການກວດກາ
	ພາຍຫຼັງອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາໄດ້ຮັບຂໍ້ຕົກລົງແກ້ໄຂຜົນຂອງການກວດກາແລ້ວຕ້ອງຈັດຕັ້ງປະຕິບັດໃຫ້ເຂັ້ມງວດ,ເດັດຂາດ,ທັນການແລະຕ້ອງແຈ້ງຜົນຂອງການແກ້ໄຂໃຫ້ຜູ້ຕົກລົງກວດກາຊາບພາຍໃນເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຂໍ້ຕົກລົງແກ້ໄຂຜົນຂອງການກວດກາເປັນຕົ້ນໄປ.
	ໃນກໍລະນີອົງການຈັດຕັ້ງຂອງເປົ້າໝາຍຖືກກວດກາຫຼືຜູ້ເປັນຫົວໜ້າຫາກແກ້ໄຂຜົນຂອງການກວດກາບໍ່ຖືກຕ້ອງກັບການຕົກລົງຂອງຂັ້ນເທິງຜູ້ເປັນຫົວນ້າຈະຖືກກ່າວເຕືອນໂດຍໃຫ້ຂຽນໃບສໍາຫຼວດຕົນເອງແລະບັນທຶກຄວາມຜິດໄວ້ເປັນຫຼັກຖານ.
	ໃນກໍລະນີບໍ່ແກ້ໄຂຜົນຂອງການກວດກາຜູ້ເປັນຫົວໜ້າຈະຖືກໂຈະການເລື່ອນຂັ້ນເງິນເດືອນແລະການຍ້ອງຍໍ,ຫຼຸດຕໍາແໜ່ງບໍລິຫານຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງກວ່າເກົ່າ,ປົດຕໍາແໜ່ງບໍລິຫານພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງພະນັກງານ-ລັດຖະການຫຼືໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
	
ມາດຕາ25(ປັບປຸງ)ການຕິດຕາມກວດກາການແກ້ໄຂຜົນຂອງການກວດກາ
	ການຕິດຕາມ,ກວດກາການແກ້ໄຂຜົນຂອງການກວດກາຂອງອົງການບໍລິຫານລັດຂັ້ນໃດແມ່ນຄວາມຮັບຜິດຊອບຂອງອົງການກວດກາລັດຂັ້ນັ້ນເປັນຜູ້ຕິດຕາມ,ຊຸກຍູ້,ກວດກາ,ຜ່ານການຕິດຕາມ,ຊຸກຍູ້,ກວດກາຖ້າເຫັນວ່າອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາບໍ່ແກ້ໄຂທີ່ເຫັນວ່າບໍ່ເໝາະສົມອົງການກວດກາລັດຂັ້ນນັ້ນມີສິດສະເໜີຕໍ່ຜູ້ອອກຂໍ້ຕົກລົງແກ້ໄຂຜົນຂອງການກວດກຊີ້ນໍາໃຫ້ອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາແກ້ໄຂຫຼືແກ້ໄຂຄືນ;ຖ້າອົງການທີ່ກ່ຽວຂ້ອງຂອງເປົ້າໝາຍຖືກກວດກາບໍ່ປະຕິບັດໃຫ້ນໍາໃຊ້ມາດຕະການທີ່ໄດ້ກໍານົດໄວ້ໃນມາດຕາ24ຂອງກົດໝາຍສະບັບນີ້.
	
ມາດຕາ26(ໃໝ່)ການເປີດເຜີຍຜົນຂອງການກວດກາ
	ຜົນຂອງການກວດກາທີ່ຖືກຮັບຮອງແລະໄດ້ຮັບອະນຸຍາດຈາກຜູ້ຕົກລົງໃຫ້ກວດກາສາມາດເຜີດເຜີຍດ້ວຍຮູບການໃດໜຶ່ງຕາມຄວາມເໝາະສົມດັ່ງນີ້:
	1.ແຈ້ງຂ່າວໃຫ້ການຈັດຕັ້ງທີ່ກ່ຽວຂ້ອງ;
	2.ແຈ້ງຜົນການກວດກາສູ່ສັງຄົມ;
	3.ຮູບການອື່ນ.
	
ມາດຕາ4ອົງການກວດກາລັດ

ໝວດທີ1ລະບົບການຈັດຕັ້ງຂອງອົງການກວດກາລັດ

ມາດຕາ28ອົງການກວດກາລັດ
	ອົງການກວດກາລັດແມ່ນອົງການທີ່ໄດ້ຮັບການສ້າງຕັ້ງຂຶ້ນຕາມຂັ້ນບໍລິຫານການປົກຄອງແລະຕາມຂະແໜງການຊຶ່ງຢູ່ພາຍໃຕ້ການຊີ້ນໍາໂດຍກົງຂອງຫົວໜ້າອົງການບໍລິຫານແຕ່ລະຂັ້ນແລະຢູ່ພາຍໃຕ້ການແະນໍາດ້ານວຽກງານວິຊາສະເພາະຂອງອົງການກວດກາລັດຂັ້ນເທິງ.
	
ມາດຕາ29(ປັບປຸງ)ລະບົບການຈັດຕັ້ງຂອງອົງການກວດກາລັດ
	ລະບົບການຈັດຕັ້ງຂອງອົງການກວດກາລັດມີດັ່ງນີ້:
	1.ອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງປະກອບດ້ວຍ:
	-ອົງການກວດກາລັດຖະບານ;
	-ອົງການກວດກາລັດຂັ້ນແຂວງ;
	-ອົງການກວດກາລັດຂັ້ນເມືອງ.
	2.ອົງການກວດກາລັດຕາມຂະແໜງການປະກອບດ້ວຍ:
	-ກົມກວດກາລັດຂັ້ນກະຊວງ;
	-ຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງ.
	ໃນກໍລະນີຈໍາເປັນກົມວິຊາການຫຼືອົງການທຽບເທົ່າກົມທີ່ຂຶ້ນກັບຂັ້ນກະຊວງແລະຫ້ອງການຂັ້ນເມືອງອາດສ້າງຕັ້ງກົງຈັກກວດກາລັດຂອງຕົນຂຶ້ນກໍ່ໄດ້.
	
ໝວດທີ2ທີ່ຕັ້ງ,ພາລະບົດບາດ,ສິດແລະໜ້າທີ່ຂອງອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງ

ມາດຕາ30ທີ່ຕັ້ງແລະພາລະບົດບາດຂອງອົງການກວດກາລັດຖະບານ
	ອົງການກວດກາລັດຖະບານແມ່ນອົງການກວດກາລັດຂັ້ນສູນກາງ,ເປັນອົງການລັດທຽບເທົ່າກະຊວງແລະຢູ່ໃນໂຄງປະກອບກົງຈັກຂອງລັດຖະບານ,ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານກ່ຽວກັບການກວດກາລັດ,ການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ,ການຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງໃນຂອບເຂດສິດ,ໜ້າທີ່ຂອງລັດຖະບານແລະຊີ້ນໍາວຽກງານດັ່ງກ່າວໃນຂອບເຂດທົ່ວປະເທດ.
	
ມາດຕາ31(ປັບປຸງ)ສິດແລະໜ້າທີ່ຂອງອົງການກວດກາລັດຖະບານ
	ອົງການກວດກາລັດຖະບານມີສິດແລະໜ້າທີ່ດັ່ງນີ້:
	1.ຄົ້ນຄວ້າສ້າງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລັດຖະບັນຍັດ,ດໍາລັດກ່ຽວກັບວຽກງານກວດກາລັດ,ວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງເພື່ອສະເໜີລັດຖະບານພິຈາລະນາ;
	2.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລັດຖະບັນຍັດ,ດໍາລັດເປັນແຜນການ,ແຜນງານແລະໂຄງການລະອຽດຂອງອົງການຕົນແລ້ວຈັດຕັ້ງປະຕິບັດ;
	3.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານກວດກາ;
	4.ອອກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາແລະແຈ້ງການເພື່ອຄຸ້ມຄອງມະຫາພາກກ່ຽວກັບວຽກງານກວດກາລັດ;
	5.ຊີ້ນໍາ,ຕິດຕາມ,ກວດກາການຈັດຕັ້ງປະຕິບັດວຽກງານກວດກາລັດໃນຂອບເຂດທົ່ວປະເທດ;
	6.ສ້າງບໍາລຸງ,ຍົກລະດັບວິຊາສະເພາະວຽກງານກວດກາໃຫ້ຖັນແຖວພະນັກງານ-ລັດຖະກອນທີ່ເຮັດວຽກງານກວດກາລັດ;
	7.ຕິດຕາມ,ກວດກາການປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນການ,ພາລະບົດບາດ,ສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງຂັ້ນກະຊວງ,ຂັ້ນແຂວງແລະອົງການຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງ;
	8.ຕິດຕາມ,ກວດກາການປະຕິບັດໜ້າທີ່ຂອງລັດຖະມົນຕີ,ປະທານຫຼືຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ຮອງລັດຖະມົນຕີ,ຮອງປະທານຫຼືຮອງຫົວໜ້າອົງການ,ຮອງຫົວໜ້າອົງການລັດທຽບເທົ່າກະຊວງ,ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ,ພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ພະນັກງານວິສາຫະກິດຂອງລັດທີ່ຂຶ້ນກໍາຂັ້ນສູນກາງຄຸ້ມຄອງແລະຜູ້ໄດ້ຮັບມອບສິດຈາກທາງການ;
	9.ສະເໜີໃຫ້ອົງການທີ່ກ່ຽວຂ້ອງປະຕິບັດມາດຕະການຕໍ່ຜູ້ກະທໍາຜິດຕາມກົດໝາຍ;
	10.ຕິດຕາມ,ກວດກາວຽກງານທີ່ພົວພັນເຖິງຄວາມຮັບຜິດຊອບຄຸ້ມຄອງຂອງຫຼາຍກະຊວງ,ອົງການ,ອົງການລັດທຽບເທົ່າກະຊວງ,ແຂວງ,ນະຄອນຫຼວງ;
	11.ຄົ້ນຄ້ວາ,ພິຈາລະນາຄໍາສະເໜີຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ;
	12.ສະກັດກັ້ນ,ຕ້ານການສໍ້ລາດບັງຫຼວງແລະດໍາເນີນການສືບສວນ-ສອບສວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
	13.ກວດກາຜົນຂອງການກວດກສອບຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ;
	14.ພົວພັນແລະປະສານສົມທົບກັບບັນດາອົງການຈັດຕັ້ງຂອງລັດຂັ້ນສູນກາງແລະທ້ອງຖິ່ນ,ອົງການທີ່ຮັບຜິດຊອບກ່ຽວກັບການກອດສອບແຫ່ງລັດແລະກວດສອບເອກະລາດກ່ຽວກັບການດໍາເນີນການກວດກາ,ການແກ້ໄຂແລະການປະຕິບັດຜົນຂອງການກວດກາຕາມພາລະບົດບາດຂອງຕົນ;
	15.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາລັດໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອພິຈາລະນາຕົກລົງແລະລາຍງານໃຫ້ລັດຖະບານ;
	16.ຕິດຕາມ,ກວດກາການຈັດຕັ້ງປະຕິບັດຜົນຂອງການກວດກາຂອງຂັ້ນແຂວງ,ຂັ້ນຫະຊວງ;
	17.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານກວດກາລັດຕາມການຕົກລົງຂອງລັດຖະບານ;
	18.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານກວດກາລັດແລະຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງລັດຖະບານໃຫ້ນາຍົກລັດຖະມົນຕີແລະຄະນະປະຈໍາສະພາແຫ່ງຊາດຢ່າງເປັນປົກກະຕິ;
	19.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ32(ປັບປຸງ)ປະທານອົງການກວດກາລັດຖະບານ
	ໂຄງປະກອບການຈັດຕັ້ງຂອງອົງການກວດກາລັດຖະບານມີຫ້ອງການ,ກົມແລະພະແນກ.
	ໂຄງປະກອບບຸກຄະລາກອນຂອງອົງການກວດກາລັດຖະບານມີປະທານ,ຮອງປະທານ,ຫົວໜ້າແລະຮອງຫົວໜ້າຂັ້ນກົມ,ຫົວໜ້າແລະຮອງຫົວໜ້າພະແນກ,ລັດຖະກອນວິຊາການ.
	
ມາດຕາ33(ປັບປຸງ)ປະທານອົງການກວດກາລັດຖະບານ
	ປະທານອົງການກວດກາລັດຖະບານຖືກແຕ່ງຕັ້ງຫຼືປົດຕໍາແໜ່ງຕາມວິທີການດຽວກັນກັບສະມາຊິກລັດຖະບານ,ມີຄວາມຮັບຜິດຊອບຕໍ່ນາຍົກລັດຖະມົນຕີແລະມີໜ້າທີ່ລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດຫຼືກອງປະຊຸມສະພາແຫ່ງຊາດກ່ຽວກັບການຕິດຕາມ,ກວດກາລັດ,ການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ.
	ປະທານອົງການກວດກາລັດຖະບານມີສິດແລະໜ້າທີ່ດັ່ງນີ້:
	1.ຊີ້ນໍາ-ນໍາພາແລະກວດກາການຈັດຕັ້ງປະຕິບັດວຽກງານກວດກາລັດໃນຂອບເຂດທົ່ວປະເທດ;
	2.ຜັນຂະຫຍາຍມະຕິກອງປະຊຸມລັດຖະບານ,ມະຕິກອງປະຊຸມວຽກງານກວດກາທົ່ວປະເທດເປັນແຜນການ,ແຜນງານ,ໂຄງການຂອງຕົນແລະຈັດຕັ້ງປະຕິບັດ;
	3.ອອກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານກວດກາລັດເພື່ອເພີ່ມປະສິດທິພາບໃນການຈັດຕັ້ງແລະການເຄື່ອນໄຫວກວດກາລັດແຕ່ສຸນກາງລົງຮອດທ້ອງຖິ່ນ;
	4.ງົດການປະຕິບັດ,ລົບລ້າງຫຼືຍົກເລີກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາ,ແຈ້ງການຫຼືືນິຕິກໍາອື່ນຂອງອົງການກວດກາລັດຂັ້ນລຸ່ມທີ່ຂັດກັບກົດໝາຍແລະລະບຽບການຫຼືຂັດກັບນິຕິກໍາຂອງອົງການກວດກາລັດຂັ້ນເທິງ;
	5.ປະສານສົມທົບກັບຫົ້ວໜ້າອົງການໄອຍະການປະຊາຊົນສູງສຸດເພື່ອສະເໜີຕໍ່ລັດຖະມົນຕີ,ຫົວໜ້າອົງການທຽບເທົ່າກະຊວງແລະເຈົ້າແຂວງ,ເຈົ້າຄອງນະຄອນຫຼວງງົດການຈັດຕັ້ງປະຕິບັດ,ລົບລ້າງຫຼືຍົກເລີກນິຕິກໍາຂອງຫົວໜ້າອົງການດັ່ງກ່າວທີ່ຂັດກັບລັດຖະທໍາມະນູນ,ກົດໝາຍ.ໃນກໍລະນີທີ່ບໍ່ປະຕິບັດຕາມການສະເໜີນັ້ນແມ່ນມີສິດສະເໜີຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາຕົກລົງ;
	6.ຕົກລົງດໍາເນີນການກວດກາລັດຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ.ໃນກໍລະນີທີ່ເກີນສິດແລະໜ້າທີ່ຂອງຕົນຕ້ອງສະເໜີຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາຕົກລົງ;
	7.ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນ-ສອບສວນ;
	8.ສະເໜີໃຫ້ລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງດໍາເນີນການກວດກາໃນຂອບເຂດການຄຸ້ມຄອງຂອງຂັ້ນກະຊວງ,ຂັ້ນແຂວງ;
	9.ສະເໜີໃຫ້ນາຍົກລັດຖະມົນຕີພິຈາລະນາຕົກລົງແກ້ໄຂຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງລັດຖະບານ;
	10.ສະເໜີໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາຄືນບັນຫາທີ່ບໍ່ເອກະພາບລະຫວ່າງຫົວໜ້າກົມກວດກາຂັ້ນກະຊວງກັບລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້ອາອົງການລັດທຽບເທົ່າກະຊວງ;ປະທານອົງການກວດກາລັດຂັ້ນແຂວງກັບເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຽວກັບວຽກງານກວດກາລັດ.ໃນກໍລະນີທີ່ບໍ່ພິຈາລະນາຄືນຫຼືພິຈາລະນາແລ້ວແຕ່ຍັງບໍ່ທັນເໝາະສົມມີສິດລາຍງານຕໍ່ນາຍົກລັດຖະມົນຕີເພື່ອພິຈາລະນາຕົກລົງ;
	11.ສະເໜີແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງປະທານ,ຫົວໜ້າຫ້ອງການແລະຫົວໜ້າກົມຂອງອົງການກວດກາລັດຖະບານເພື່ອໃຫ້ນາຍົກລັດຖະມົນຕີພິຈາລະນາຕົກລົງ;
	12.ແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຮອງຫົວໜ້າຫ້ອງການ,ຮອງຫົວໜ້າກົມ,ຫົວໜ້າແລະຮອງຫົວໜ້າພະແນກຂອງອົງການກວດກາລັດຖະບານ;
	13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ34ຮອງປະທານອົງການກວດກາລັດຖະບານ
	ຮອງປະທານອົງການກວດກາລັດຖະບານຖືກແຕ່ງຕັ້ງ,ຍົກຍ້າຍລືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງປະທານອົງການກວດກາລັດຖະບານ.
	ຮອງປະທານອົງການກວດກາລັດຖະບານມີສິດແລະໜ້າທີ່ຊ່ວຍວຽກປະທານອົງການກວດກາລັດຖະບານແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງປະທານ.ໃນກໍລະນີທີ່ປະທາານບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງປະທານຜູ້ທີ່ໄດ້ຮັບມອບໝາຍຈາກປະທານເປັນຜູ້ຮັກສາການແທນ.
	
ມາດຕາ35(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງອົງການກວດກາລັດຂັ້ນແຂວງ
	ອົງການກວດກາລັດຂັ້ນແຂວງເປັນອົງການລັດທຽບເທົ່າພະແນກການຂັ້ນແຂວງແລະຢູ່ໃນໂຄງປະກອບກົງຈັກຂອງອົງການປົກຄອງຂັ້ນແຂວງ,ມີພາລະບົດບາດເປັນເສນາທິການໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງກ່ຍວກັບການກວດກາລັດ,ການສະກັດກັ້ນແລະຕ້ານການສໍ້າລັດບັງຫຼວງ,ການຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງທີ່ຂຶ້ນກັບການຄຸ້ມຄອງຂອງອົງການປົກຄອງຂັ້ນແຂວງແລະຊີ້ນໍາອົງການກວດກາລັດຂັ້ນເມືອງແລະຂະແໜງກວດກາລັດຂອງພະແນກການຂັ້ນແຂວງ;
	ອົງການກວດກາລັດຂັ້ນແຂວງເຄື່ອນໄຫວວຽກງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງອົງການກວດກາລັດຖະບານ.
	
ມາດຕາ36(ປັບປຸງ)ສິດແລະໜ້າທີ່ຂອງອົງການກວດກາລັດຂັ້ນແຂວງ
	ອົງການກວດກາລັດຂັ້ນແຂວງມີສິດແລະໜ້າທີ່ດັ່ງນີ້:
	1.ຄົ້ນຄວ້າຜັນຂະຫຍາຍແຜນຍຸດທະສາດ,ແຜນການ,ຂໍ້ຕົກລົງ,ຄໍາສັ່ງຂອງອົງການກວດກາລັດຖະບານ,ອົງການປົກຄອງຂັ້ນແຂວງເປັນແຜນການ,ແຜນງານແລະໂຄງການລະອຽດຂອງຕົນແລ້ວຈັດຕັ້ງປະຕິບັດ;
	2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານກວດກາລັດ;
	3.ຕິດຕາມ,ກວດກາການປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນການ,ສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງຂະແໜງການຂັ້ນແຂວງ,ຂັ້ນເມືອງແລະອົງການຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງ;
	4.ຕິດຕາມ,ກວດກາການປະຕິບັດໜ້າທີ່ຂອງຫົວໜ້າພະແນກ,ປະທານຫຼືຫົວໜ້າອົງການລັດທຽບເທົ່າພະແນກຂັ້ນແຂວງ,ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນ,ຮອງຫົວໜ້າພະແນກ,ຮອງປະທານຫຼືຮອງຫົວນ້າອົງການລັດທຽບເທົ່າພະແນກຂັ້ນແຂວງ,ຮອງເຈົ້າເມືອງ,ຮອງຫົວໜ້າເທດສະບານ,ຮອງເຈົ້ານະຄອນ,ພະນັກງານ-ລັດຖະກອນ,ທະນານ,ຕໍາຫຼວດແລະພະນັກງານວິສາຫະກິດຂອງລັດຂັ້ນແຂວງຄຸ້ມຄອງ;
	5.ຊີ້ນໍາ,ຕິດຕາມ,ກວດກາການຈັດຕັ້ງປະຕິບັດວຽກງານກວດກາລັດຂອງຂັ້ນລຸ່ມ;
	6.ບໍາລົງ,ຍົກລະດັບວຽກງານກວດກາໃຫ້ຖັນແຖວພະນັກງານ-ລັດຖະກອນທີ່ເຮັດວຽກງານກວດກາລັດ;
	7.ສະເໜີໃຫ້ອົງການທີ່ກ່ຽວຂ້ອງປະຕິບັດມາດຕະການຕໍ່ຜູ້ກະທໍາຜິດຕາມກົດໝາຍ;
	8.ຕິດຕາມ,ກວດກາວຽກງານທີ່ພົວພັນເຖິງຄວາມຮັບຜິດຊອບຄຸ້ມຄອງຂອງຫຼາຍພະແນກການ,ຫຼາຍເມືອງ,ເທດສະບານ,ນະຄອນທີ່ຂຶ້ນກັບອົງການປົກຄອງຂັ້ນແຂວງ;
	9.ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຄໍາຕ້ອງທຸກ;
	10.ສະກັດກັ້ນ,ຕ້ານການສໍ້ລາດບັງຫຼວງແລະດໍາເນີນການສືບສວນ-ສອບສວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
	11.ກວດກາຕາມຜົນຂອງການກວດສອບຕາມມະຕິຂອງກອງປະຊຸມສະພາປະຊາຊົນຂັ້ນແຂວງ;
	12.ຕິດຕາມ,ກວດກາການຈັດຕັ້ງປະຕິບັດຜົນການກວດກາຂອງພະແນກຂັ້ນແຂວງ;
	13.ພົວພັນແລະປະສານສົມທົບກັບບັນດາອົງການຈັດຕັ້ງຂອງລັດຂັ້ນແຂວງ,ຂັ້ນເມືອງ,ອົງການທີ່ຮັບຜິດຊອບການກວດສອບແຫ່ງລັດແລະກວດສອບເອກະລາດກ່ຽວກັບການດໍາເນີນການກວດກາ,ການແກ້ໄຂແລະການປະຕິບັດຜົນຂອງການກວດກາຕາມພາລະບົດບາດຂອງຕົນ;
	14.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາລັດໃຫ້ຜູ້ຕົກລົງກວດກາເພື່ອພິຈາລະນາຕົກລົງແລະລາຍງານໃຫ້ຂັ້ນເທິງຕາມລະບົບອົງການປົກຄອງຫຼືຂະແໜງການແລະອົງການກວດກາລັດຂັ້ນເທິງຖັດຕົນ;
	15.ພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານກວດລັດຕາມການຕົກລົງຂອງຂັ້ນເທິງ;
	16.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານກວດກາລັດແລະຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງຂັ້ນແຂວງໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ປະທານອົງການກວດກາລັດຖະບານແລະຄະນະປະຈໍາສະພາປະຊາຊົນຂັ້ນແຂວງຢ່າງເປັນປົກກະຕິ;
	17.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ37(ປັບປຸງ)ໂຄງປະກອບການຈັດຕັ້ງແລະບຸກຄະລາກອນຂອງອົງການກວດກາລັດຂັ້ນແຂວງ
	ໂຄງປະກອບການຈັດຕັ້ງຂອງອົງການກວດກາລັດຂັ້ນແຂວງມີຫ້ອງການແລະຂະແໜງການກວດກາ.
	ໂຄງປະກອບບຸກຄະລາກອນຂອງອົງການກວດກາລັດຂັ້ນແຂວງມີປະທານແລະຮອງປະທານ,ຫົວໜ້າແລະຮອງຫົວໜ້າຂັ້ນຂະແໜງ,ລັດຖະກອນວິຊາການ.
	
ມາດຕາ38(ປັບປຸງ)ປະທານອົງການກວດກາລັດຂັ້ນແຂວງ
	ປະທານອົງການກວດກາລັດຂັ້ນແຂວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພາຍຫຼັງສະພາປະຊາຊົນຂັ້ນແຂວງຮັບຮອງເອົາຕາມການສະເໜີຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງບົນພື້ນຖານການເຫັນດີເປັນເອກະພາບກັບປະທານອົງການກວດກາລັດຖະບານ;ມີຄວາມຮັບຜິດຊອບຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະມີນ້າທີ່ລາຍງານຕໍ່ປະທານອົງການກວດກາລັດຖະບານ,ຄະນະປະຈໍາສະພາປະຊາຊົນຫຼືກອງປະຊຸມສະພາປະຊາຊົນຂັ້ນແຂວງກ່ຽວກັບວຽກງານກວດກາລັດ,ສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ.
	ປະທານອົງການກວດກາລັດຂັ້ນແຂວງມີສິດແລະໜ້າທີ່ດັ່ງນີ້:
	1.ຊີ້ນໍາ-ນໍາພາແລະກວດກາການຈັດຕັ້ງປະຕິບັດວຽກງານກວດກາລັດໃນຂອບເຂດຂັ້ນແຂວງ;
	2.ຜົນຂະຫຍາຍມະຕິກອງປະຊຸມຂອງອົງການປົກຄອງຂັ້ນແຂວງ,ມະຕິກອງປະຊຸມວຽກງານກວດກາທົ່ວປະເທດເປັນແຜນການ,ແຜນງານ,ໂຄງການຂອງຕົນແລະຈັດຕັ້ງປະຕິບັດ;
	3.ອອກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານກວດກາລັດຢູ່ຂັ້ນເມືອງ,ພະແນກການຂັ້ນແຂວງ;
	4.ງົດການປະຕິບັດ,ລົບລ້າງຫຼືຍົກເລີກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາ,ແຈ້ງການຫຼືນິຕິກໍາອື່ນຂອງອົງການກວດກາລັດຂັ້ນລຸ່ມທີ່ຂັດກັບກົດໝາຍຫຼືນິຕິກໍາອື່ນຂອງອົງການກວດກາລັດຂັ້ນເທິງ;
	5.ປະສານສົມທົບກັບຫົວໜ້າອົງການໄອຍະການປະຊາຊົນຂັ້ນແຂວງເພື່ອສະເໜີຕໍ່ຫົວໜ້າພະແນກຂັ້ນແຂວງ,ເຈົ້າເມືອງ,ຫົວນ້າເທດສະບານ,ເຈົ້ານະຄອນງົດການຈັດຕັ້ງປະຕິບັດ,ລົບລ້າງຫຼືຍົກເລີກນິຕິກໍາຂອງຫົວນ້າອົງການດັ່ງກ່າວທີ່ຂັດກັບລັດຖະທໍາມະນູນ,ກົດໝາຍ.ໃນກໍລະນີທີ່ບໍ່ປະຕິບັດຕາມການສະເໜີນັ້ນແມ່ນມີສິດສະເໜີຕໍ່ເຂົ້າແຂວງ,ເຈົ້າຄອງນະຄອນຫຼວງເພື່ອພິຈາລະນາແລະລາຍງານໃຫ້ປະທານອົງການກວດກາລັດຖະບານເພື່ອຊີ້ນໍາ;
	6.ຕົກລົງດໍາເນີນການກວດກາລັດຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ,ໃນກໍລະນີທີ່ເກີນສິດແລະໜ້າທີ່ຂອງຕົນຕ້ອງສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງເພື່ອພິຈາລະນາຕົກລົງ;
	7.ອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນ-ສອບສວນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
	8.ສະເໜີໃຫ້ຫົວໜ້າພະແນກຂັ້ນແຂວງ,ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນດໍາເນີນການກວດກາໃນຂອບເຂດການຄຸ້ມຄອງຂອງຕົນ;
	9.ສະເໜີໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພິຈາລະນາຕົກລົງແກ້ໄຂຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງຕົນ.ໃນກໍລະນີທີ່ບໍ່ພິຈາລະນາຫຼືໄດ້ພິຈາລະນາແລ້ວແຕ່ເຫັນວ່າຍັງບໍ່ເໝາະສົມມີສິດລາຍງານຕໍ່ປະທານອົງການກວດກາລັດຖະບານເພື່ອພິຈາລະນາຕົກລົງ;
	10.ສະເໜີໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາຄືນບັນຫາທີ່ບໍ່ເອກະພາບລະຫວ່າງຫົວໜ້າຂະແໜງກວດກາລັດກັບຫົວໜ້າພະແນກຂັ້ນແຂວງ,ປະທານອົງການກວດກາລັດຂັ້ນເມືອງກັບເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້າຄອງນະຄອນກ່ຽວກັບວຽກງານກວດກາລັດ.ໃນກໍລະນີທີ່ບໍ່ພິຈາລະນາຄືນຫຼືພິຈາລະນາແລ້ວແຕ່ຍັງບໍ່ທັນເໝາະສົມມີສິດລາຍງານຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງເພື່ອພິຈາລະນາຕົກລົງ;
	11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ39(ປັບປຸງ)ຮອງປະທານອົງການກວດກາລັດຂັ້ນແຂວງ
	ຮອງປະທານອົງການກວດກາລັດຂັ້ນແຂວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຕາມການສະເໜີຂອງຄະນະຈັດຕັ້ງຂັ້ນແຂວງບົນພື້ນຖານການເຫັນດີເປັນເອກະພາບກັບປະທານອົງການກວດກາລັດຂັ້ນແຂວງ.
	ຮອງປະທານອົງການກວດກາລັດຂັ້ນແຂວງມີສິດແລະໜ້າທີ່ຊ່ວຍວຽກປະທານອົງການກວດກາລັດຂັ້ນແຂວງແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງປະທານ,ໃນກໍລະນີທີ່ປະທານບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງປະທານຜູ້ທີ່ໄດ້ຮັບມອບໝາຍຈາກປະທານເປັນຜູ້ຮັກສາການແທນ.
	
ມາດຕາ40(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງອົງການກວດກາລັດຂັ້ນເມືອງ
	ອົງການກວດກາລັດຂັ້ນເມືອງເປັນອົງການລັດທຽບເທົ່າຫ້ອງການແລະຢູ່ໃນໂຄງປະກອບກົງຈັກຂອງອົງການປົກຄອງຂັ້ນເມືອງ,ມີພາລະບົດບາດເປັນເສນາທິການໃຫ້ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນກ່ຽວກັບການກວດກາລັດ,ສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ,ຄົ້ນຄ້ວາ,ພິຈາລະນາຄໍາສະເໜີຂອງພົນລະເມືອງໃນຂອບເຂດສິດແລະໜ້າທີ່ຂອງອົງການປົກຄອງຂັ້ນເມືອງ.
	ອົງການກວດກາລັດຂັ້ນເມືອງເຄື່ອນໄຫວຽກງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງອົງການກວດກາລັດຂັ້ນແຂວງ.
	
ມາດຕາ41(ປັບປຸງ)ສິດແລະໜ້າທີ່ຂອງອົງການກວດກາລັດຂັ້ນເມືອງ
	ອົງການກວດກາລັດຂັ້ນເມືອງມີສິດແລະໜ້າທີ່ດັ່ງນີ້
	1.ຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍລະບຽບການ,ແຜນການ,ມະຕິ,ຄໍາສັ່ງຂອງອົງການກວດກາລັດຂຶ້ນເທິງກ່ຽວກັບວຽກງານກວດກາລັດ;
	2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານກວດກາລັດ;
	3.ຕິດຕາມ,ກວດກາການປະຕິບັດນະໂຍບາຍ,ກົດໝາຍແລະລະບຽບກາານ,ແຜນການ,ສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງຫ້ອງການຂັ້ນເມືອງ,ບ້ານແລະການຈັດຕັ້ງອື່ນຂອງລັດທີ່ກ່ຽວຂ້ອງ;
	4.ຕິດຕາມ,ກວດກາການປະຕິບັດໜ້າທີ່ຂອງຫົວໜ້າຫ້ອງການ,ປະທານຫຼືຫົວໜ້າອົງການລັດທຽບເທົ່າຫ້ອງການຂັ້ນເມືອງ,ຮອງຫົວໜ້າຫ້ອງານ,ຮອງປະທານຫຼືຮອງຫົວໜ້າອົງການລັດທຽບເທົ່າຫ້ອງການຂັ້ນເມືອງ,ພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ພະນັກງານວິສາຫະກິດຂອງລັດ,ນາຍບ້ານແລະຮອງນາຍບ້ານທີ່ຂຶ້ນກັບການຄຸ້ມຄອງຂອງອົງການປົກຄອງຂັ້ນເມືອງ;
	5.ສະເໜີໃຫ້ອົງການທີ່ກ່ຽວຂ້ອງປະຕິບັດມາດຕະການຕໍ່ຜູ້ກະທໍາຜິດຕາມກົດໝາຍ;
	6.ຕິດຕາມ,ກວດກາການຈັດຕັ້ງປະຕິບັດຜົນຂອງການກວດກາຂອງຫ້ອງການຂັ້ນເມືອງ;
	7.ຕິດຕາມ,ກວດກາວຽກງານທີ່ພົວພັນເຖິງຄວາມຮັບຜິດຊອບຂອງຫຼາຍຫ້ອງການ,ຫຼາຍບ້ານທີ່ຂຶ້ນກັບການຄຸ້ມຄອງຂອງອົງການປົກຄອງຂັ້ນເມືອງ;
	8.ຄົ້ນຄວ້າ,ພິຈາລະນາ,ຄໍາສະເໜີຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ;
	9.ສະກັດກັ້ນ,ຕ້ານການສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
	10.ດໍາເນີນການສືບສວນ-ສອບສວນຕາມຄໍາສັ່ງຂອງປະທານອົງການກວດກາລັດຂັ້ນແຂວງ;
	11.ພົວພັນແລະປະສານສົມທົບກັບບັນດາອົງການຈັດຕັ້ງຂອງລັດຂັ້ນເມືອງແລະບ້ານກ່ຽວກັບການດໍາເນີນການກວດກາ,ການແກ້ໄຂແລະການປະຕິບັດຜົນຂອງການກວດກາຕາມພາລະບົດບາດຂອງຕົນ;
	12.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາໃຫ້ຜູ້ຕົກລົງກວດກາເພື່ອພິຈາລະນາຕົກລົງແລະລາຍງານໃຫ້ຂັ້ນເທິງຕາມລະບົບອົງການປົກຄອງຫຼືຂະແໜງການແລະອົງການກວດກາລັດຂັ້ນເທິງຖັດຕົນ;
	13,ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານກວດກາແລະຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂັ້ນເມືອງໃຫ້ປະທານອົງການກວດກາລັດຂັ້ນແຂວງ,ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຢ່າງເປັນປົກກະຕິ;
	14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ42(ປັບປຸງ)ໂຄງປະກອບການຈັດຕັ້ງແລະບຸກຄະລາຄອນຂອງອົງການກວດກາລັດຂັ້ນເມືອງ
	ໂຄງປະກອບການຈັດຕັ້ງຂອງອົງການກວດກາລັດຂັ້ນເມືອງປະກອບມີໜ່ວຍງານຈໍານວນໜຶ່ງ.
	ໂຄງປະກອບບຸກຄະລາກອນຂອງອົງການກວດກາລັດຂັ້ນເມືອງມີປະທານແລະຮອງປະທານ,ຫົວໜ້າແລະຮອງຫົວໜ້າໜ່ວຍງານ,ລັດຖະກອນວິຊາການ.
	
ມາດຕາ43(ປັບປຸງ)ປະທານອົງການກວດກາລັດຂັ້ນເມືອງ
	ປະທານອົງການກວດກາລັດຂັ້ນເມືອງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຕາມການສະເໜີຂອງຄະນະຈັດຕັ້ງຂັ້ນເມືອງບົນພື້ນຖານການເຫັນດີເປັນເອກະພາບກັບປະທານອົງການກວດກາລັດຂັ້ນແຂວງ,ມີຄວາມຮັບຜິດຊອບແລະມີໜ້າທີ່ລາຍງານຕໍ່ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນແລະປະທານອົງການກວດກາລັດຂັ້ນແຂວງກ່ຽວກັບການຕິດຕາມ,ກວດກາລັດ,ການສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງ.
	ປະທານອົງການກວດກາລັດຂັ້ນເມືອງມີສິດແລະໜ້າທີ່ດັ່ງນີ້:
	1.ຈັດຕັ້ງປະຕິບັດກົດໝາຍ,ລະບຽບການ,ແຜນການ,ແຜນງານ,ໂຄງການກ່ຽວກັບວຽກງານກວດກາລັດ;
	2.ຊີ້ນໍາ,ກວດກາການຈັດຕັ້ງປະຕິບັດວຽກງານກວດກາລັດຂັ້ນຂອງຕົນ;
	3.ອອກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານກວດກາລັດ;
	4.ປະສານສົມທົບກັບຫົວນ້າອົງການໄອຍະການປະຊາຊົນເຂດເພື່ອສະເໜີຕໍ່ຫົວໜ້າຫ້ອງການຂັ້ນເມືອງງົດການຈັດຕັ້ງປະຕິບັດ,ລົບລ້າງຫຼືຍົກເລີກນິຕິກໍາຂອງຫົວໜ້າຫ້ອງການແລະບ້ານດັ່ງກ່າວີ່ຂັດກັບກົດໝາຍ,ໃນກໍລະນີທີ່ບໍ່ປະຕິບັດຕາມການສະເໜີນັ້ນແມ່ນມີສິດສະເໜີຕໍ່ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນເພື່ອພິຈາລະນາຕົກລົງແລະລາຍງານໃຫ້ປະທານອົງການກວດກາລັດຂັ້ນແຂວງເພື່ອຂໍຄໍາຊີ້ນໍາ;
	5.ຕົກລົງດໍາເນີນການກວດກາລັດຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ,ໃນກໍລະນີທີ່ເກີດສິດແລະໜ້າທີ່ຂອງຕົນຕ້ອງສະເໜີເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນເພື່ອພິຈາລະນາຕົກລົງ;
	6.ສະເໜີປະທານອົງການກວດກາລັດຂັ້ນແຂວງອອກຄໍາສັ່ງເປີດການສືບສວນ-ສອບສວນ;
	7.ສະເໜີໃຫ້ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນພິຈາລະນາຕົກລົງແກ້ໄຂຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງຕົນ,ໃນກໍລະນີທີ່ບໍ່ພິຈາລະຈາຫຼືໄດ້ພິຈາລະນາແລ້ວແຕ່ເຫັນວ່າຍັງບໍ່ເໝາະສົມມີສິດລາຍງານຕໍ່ປະທານອົງການກວດກາລັດຂັ້ນແຂວງເພື່ອພິຈາລະນາຕົກລົງ;
	8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ44(ປັບປຸງ)ຮອງປະທານອົງການກວດກາລັດຂັ້ນເມືອງ
	ຮອງປະທານອົງການກວດກາລັດຂັ້ນເມືອງຖືກແຕ່ງຕັ້ງ,ຍົກຍ້າຍຫຼືຜົດຕໍາແໜ່ງໂດຍເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນຕາມການສະເໜີຂອງຄະນະຈັດຕັ້ງຂັ້ນເມືອງບົນພື້ນຖານການເຫັນດີເປັນເອກະພາບກັບປະທານອົງການກວດກາລັດຂັ້ນເມືອງ.
	ຮອງປະທານອົງການກວດກາລັດຂັ້ນເມືອງມີສິດແລະໜ້າທີ່ຊ່ວຍວຽກປະທານອົງການກວດກາລັດຂັ້ນເມືອງແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງປະທານ,ໃນກໍລະນີທີ່ປະທານບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງປະທານຜູ້ທີ່ໄດ້ຮັບມອບໝາຍຈາກປະທານເປັນຜູ້ຮັກສາການແທນ.
	
ໝວດທີ3ທີ່ຕັ້ງ,ພາລະບົດບາດສິດແລະໜ້າທີ່ຂອງອົງການກວດກາລັດຕາມຂະແໜງການ

ມາດຕາ45(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງກົດມກວດກາລັດຂັ້ນກະຊວງ.
	ກົມກວດກາລັດຂັ້ນກະຊວງແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບໂຄງປະກອບຂອງຂັ້ນກະຊວງມີວິຊາສະເພາະກ່ຽວກັບວຽກງານກວດກາຊຶ່ງຂຶ້ນກັບການຄຸ້ມຄອງແລລະຊີ້ນໍາຂອງລັດຖະມົນຕີ,ຫົວໜ້າອົງການລັດທຽບເທົ່າກະຊວງ,ມີພາລະບົດບາດໃນການກວດກາຂະແໜງການແລະການບໍລິຫານກ່ຽວກັບການປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນການ,ວິຊາສະເພາະ,ເຕັກນິກຂອງການຈັດຕັ້ງແລະພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ພະນັກງານວິສາຫະກິດຂອງລັດແລະຜູ້ໄດ້ຮັບມອບສິດຈາກທາງການທີ່ຂຶ້ນກັບການຄຸ້ມຄອງຂອງຂັ້ນກະຊວງດັ່ງກ່າວ.
	ກົມກວດກາລັດຂັ້ນກະຊວງ,ເຄື່ອນໄຫວວຽກງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງອົງການກວດກາລັດຖະບານ.
	
ມາດຕາ46(ປັບປຸງ)ສິດແລະໜ້າທີ່ຂອງກົມກວດກາລັດຂັ້ນກະຊວງ
	ກົມກວດກາລັດຂັ້ນກະຊວງມີສິດແລະໜ້າທີ່ດັ່ງນີ້:
	1.ຜັນຂະຫຍາຍມະຕິກອງປະຊຸມວຽກງານກວດກາລັດທົ່ວປະເທດເປັນແຜນການ,ແຜນງານແລະໂຄງການລະອຽດຂອງຕົນສະເໜີລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງພິຈາລະນາຕົກລົງແລະຈັດຕັ້ງປະຕິບັດ;
	2.ສະເໜີລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງອອກຄໍາສັ່ງ,ຄໍາແນະນໍາ,ແຈ້ງການ,ລະບຽບການກ່ຽວກັບວຽກງານກວດກາລັດຕາມຂະແໜງການແລະຂະແໜງກວດກາຂັ້ນລຸ່ມຂອງຕົນ;
	3.ຕິດຕາມ,ກວດກາການປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນການ,ສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງການຈັດຕັ້ງ;
	4.ຕິດຕາມ,ກວດກາການປະຕິບັດໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າຂັ້ນກົມ,ຫົວໜ້າແລະຮອງຫົວນ້າຂັ້ນພະແນກແລະພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ພະນັກງານວິສາຫະກິດຂອງລັດແລະຜູ້ໄດ້ຮັບມອບສິດຈາກທາງການທີ່ຂຶ້ນກັບການຄຸ້ມຄອງຂັ້ນກະຊວງ;
	5.ຕິດຕາມ,ກວດກາວຽກງານທີ່ພົວພັນເຖິງຄວາມຮັບຜິດຊອບຂອງຫຼາຍຄົນ,ຫຼາຍຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂັ້ນກະຊວງແລະວຽກງານຂອງຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງ;
	6.ສະເໜີໃຫ້ອົງການທີ່ກ່ຽວຂ້ອງປະຕິບັດມາດຕະການຕໍ່ຜູ້ກະທໍາຜິດຕາມກົດໝາຍ;
	7.ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ;
	8.ສະກັດກັ້ນ,ຕ້ານການສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
	9.ດໍາເນີນການສືບສວນ-ສອບສວນຕາມຄໍາສັ່ງຂອງປະທານອົງການກວດກາລັດຖະບານ;
	10.ສະຫຼຸບ,ລາຍງານການເຄື່ອນໄຫວວຽກງານກວດກາແລະຜົນຂອງການກວດກາ,ການຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງໃນຂອບເຂດການຄຸ້ມຄອງຂອງຂັ້ນກະຊວງໃຫ້ລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງແລະປະທານອົງການກວດກາລັດຖະບານ;
	11.ປະສານສົມທົບກັບບັນດາກົມອື່ນພາຍໃນຂັ້ນກະຊວງໃນການກໍານົດແຜນການດໍາເນີນການກວດກາ,ການແກ້ໄຂແລະການປະຕິບັດຜົນຂອງການກວດກາຕາມພາລະບົດບາດຂອງຕົນ;
	12.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາລັດໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງພິຈາລະນາແກ້ໄຂແລະລາຍງານໃຫ້ຂັ້ນເທິງຂອງຕົນເພື່ອຂໍຄໍາຊີ້ນໍາ;
	13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ47(ປັບປຸງ)ໂຄງປະກອບການຈັດຕັ້ງແລະກຸກຄະລາກອນຂອງກົມກວດກາລັດຂັ້ນກະຊວງ
	ໂຄງປະກອບການຈັດຕັ້ງຂອງກົມກວດກາຂັ້ນກະຊວງມີພະແນກຈໍານວນໜຶ່ງ.
	ໂຄງປະກອບບຸກຄະລາກອນຂອງກົມກວດກາລັດຂັ້ນກະຊວງມີຫົວໜ້າກົມແລະຮອງຫົວໜ້າກົມ,ຫົວໜ້າແລະຮອງຫົວໜ້າພະແນກ,ລັດຖະກອນວິຊາການ.
	
ມາດຕາ48ຫົວໜ້າກົມກວດກາລັດຂັ້ນກະຊວງ
	ຫົວໜ້າກົມກວດກາລັດຂັ້ນກະຊວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຄີຕາມການສະເໜີຂອງລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງບົນພື້ນຖານການເຫັນດີເປັນເອກະພາບກັບປະທານອົງການກວດກາລັດຖະບານ.
	ຫົວໜ້າກົມກວດກາລັດຂັ້ນກະຊວງມີສິດແລະໜ້າທີ່ດັ່ງນີ້:
	1.ຜົນຂະຫຍາຍນະໂຍບາຍ,ແຜນຍຸດທະາດ,ກົດໝາຍ,ລັດຖະບັນຍັດ,ດໍາລັດ,ມະຕິກອງປະຊຸມວຽກງານກວດກາທົ່ວປະເທດ,ມະຕິກອງປະຊຸມຂອງຂັ້ນກະຊວງເປັນແຜນການ,ແຜນກງານ,ໂຄງການຂອງຕົນແລະຈັດຕັ້ງປະຕິບັດ;
	2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານກວດກາ;
	3.ຊີ້ນໍາວຽກງານກວດກາລັດໃນຂອບເຂດການຄຸ້ມຄອງຂັ້ນກະຊວງແລະກວດກາການປະຕິບັດວຽກງານຂອງຂະແໜງການຕົນ;
	4.ອອກຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານກວດກາລັດໃຫ້ຂະແໜງການຂອງຕົນ;
	5.ດໍາເນີນການກວດກາຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ,ໃນກໍລະນີທີ່ເກີນສິດແລະໜ້າທີ່ຂອງຕົນຕ້ອງສະເໜີລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງເພື່ອພິຈາລະນາຕົກລົງ;
	6.ສະເໜີປະທານອົງການກວດກາລັດຖະບານອອກຄໍາສັ່ງເປີດການສືບສວນ-ສອບສວນ;
	7.ສະເໜີຕໍ່ຫົວໜ້າກົມອື່ນພາຍໃນຂັ້ນກະຊວງຫຼືພະແນກການສາຍຕັ້ງຂັ້ນລຸ່ມຂອງອົງການດັ່ງກ່າວງົດການປະຕິບັດ,ລົບລ້າງຫຼືຍົກເລີກນິຕິກໍາຂອງຕົນທີ່ຂັດກັບກົດໝາຍແລະລະບຽບການ;ໃນກໍລະນີທີ່ບໍ່ປະຕິບັດຕາມການສະເໜີນັ້ນກໍ່ມີສິດສະເໜີລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງພິຈາລະນາແກ້ໄຂ;
	8.ສະເໜີສ້າງຫຼືປັບປຸງນິຕິກໍາກ່ຽວກັບວຽກງານກວດກາລັດຕໍ່ລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງ;
	9.ແນະນໍາໃຫ້ຫົວໜ້າຂະແໜງກວດກາລັດຂັ້ນລຸ່ມດໍາເນີນການກວດກາລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
	10.ສະເໜີໃຫ້ລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົາກະຊວງພິຈາລະນາຕົກລົງແກ້ໄຂຜົນຂອງການກວດກາ,ໃນກໍລະນີທີ່ຄໍາສະເໜີດັ່ງກ່າວບໍ່ໄດ້ຮັບການພິຈາລະນາຫຼືໄດ້ພິຈາລະນາແລ້ວແຕ່ເຫັນວ່າຍັງບໍ່ເໝາະສົມແມ່ນມີສິດລາຍງານຕໍ່ປະທານອົງການກວດກາລັດຖະບານເພື່ອພິຈາລະນາຕົກລົງ.
	11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອືນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ49ຮອງຫົວໜ້າກົມກວດກາລັດຂັ້ນກະຊວງ
	ຮອງຫົວໜ້າກົມກວດກາລັດຂັ້ນກະຊວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງຕາມການສະເໜີຂອງກົມຈັດຕັ້ງຂັ້ນກະຊວງບົນພື້ນຖານການເຫັນດີເປັນເອກະພາບກັບຫົວໜ້າກົມກວດກາລັດຂອງອົງການດັ່ງກ່າວ.
	ຮອງຫົວໜ້າກົມກວດກາລັດຂັ້ນກະຊວງມີສິດແລະໜ້າທີ່ຊ່ວຍວຽກຫົວໜ້າກົມແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າກົມ.ໃນກໍລະນີທີ່ຫົວນ້າບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍຈາກຫົວໜ້າກົມເປັນຜູ້ຮັກສາການແທນ.
	
ມາດຕາ50(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງ
	ຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງແມ່ນການຈັດຕັ້ງວິຊາສະເພາະກ່ຽວກັບວຽກງານກວດກາລັດຕາມຂະແໜງການຊຶ່ງຂຶ້ນກນັບການຄຸ້ມຄອງແລະຊີ້ນໍາຂອງຫົວໜ້າພະແນກການດັ່ງກ່າວ,ມີພາລະບົດບາດຊ່ວຍຫົວນ້າຂັ້ນພະແນກການຂັ້ນແຂວງໃນການກວດກາຂະແໜງການແລະການບໍລິຫານກ່ຽວກັບການປະຕິບັດນະໂຍບາຍ,ກົດໝາຍແລະລະບຽບການ,ວິຊາສະເພາະ,ເຕັກນິກຂອງການຈັດຕັ້ງແລະພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ພະນັກງານວິສາຫະກິດຂອງລັດແລະຜູ້ໄດ້ຮັບມອບສິດຈາກທາງການທີ່ຂຶ້ນກັບການຄຸ້ມຄອງຂອງພະແນກການນັ້ນ.
	ຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງເຄື່ອນໄຫວວຽກງານພາຍໃຕ້ການຊີ້ນໍາດ້ານວິຊາສະເພາະຂອງອົງການກວດກາລັດຂັ້ນແຂວງ.
	
ມາດຕາ51(ປັບປຸງ)ສິດແລະໜ້າທີ່ຂອງຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງ.
	ຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງມີສິດແລະໜ້າທີ່ດັ່ງນີ້:
	1.ຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການແລະແຜນການຂອງອົງການກວດກາລັດຂັ້ນເທິງກ່ຽວກັບວຽກງານກວດກາລັດຕາມຂະແໜງການແລະການບໍລິຫານໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
	2.ໂຄສະນາ,ເຜີຍແຜ່ນະໂຍບາຍ,ກົດໝາຍແລະລະບຽບການກ່ຽວກັບວຽກງານກວດກາລັດໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
	3.ຕິດຕາມ,ກວດກາການປະຕິບັດນະໂຍບາຍ,ກົດໝາຍ,ລະບຽບການ,ແຜນການ,ສິດແລະໜ້າທີ່,ຄວາມຮັບຜິດຊອບຂອງການຈັດຕັ້ງ;
	4.ຕິດຕາມ,ກວດກາການປະຕິບັດໜ້າທີ່ຂອງຫົວນ້າແລະຮອງຫົວໜ້າຂັ້ນຂະແໜງໃນຂັ້ນພະແນກການຂັ້ນແຂວງແລະພະນັກງານ-ລັດຖະກອນ,ທະຫານ,ຕໍາຫຼວດ,ພະນັກງານວິສາຫະກິດຂອງລັດແລະຜູ້ທີ່ໄດ້ຮັບມອບສິດຈາກທາງການພາຍໃນພແນກການຂອງຕົນແລະຫ້ອງການຂັ້ນເມືອງຕາມສາຍຕັ້ງ;
	5.ສະເໜີໃຫ້ອົງການທີ່ກ່ຽວຂ້ອງປະຕິບັດມາດຕະການຕໍ່ຜູ້ກະທໍາຜິດຕາມກົດໝາຍ;
	6.ຄົ້ນຄວ້າ,ພິຈາລະນາຄໍາສະເໜີຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ;
	7.ສະກັດກັ້ນແລະດ້ານການສໍ້ລາດບັງຫຼວງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
	8.ພົວພັນແລະປະສານສົມທົບກັບບັນດາຂະແໜງການພາຍໃນຂັ້ນພະແນກການຂັ້ນແຂວງແລະຂັ້ນຫ້ອງການຂັ້ນເມືອງຕາມສາຍຕັ້ງເພື່ອດໍາເນີນການກວດກາ,ການແກ້ໄຂແລະການປະຕິບັດຜົນຂອງການກວດກາຕາມພາລະບົດບາດຂອງຕົນ;
	9.ສະເໜີມາດຕະການ,ວິທີການແກ້ໄຂຜົນຂອງການກວດກາລັດໃຫ້ຫົວໜ້າຂັ້ນພະແນກຂັ້ນຂອງຕົນແລະຫົວໜ້າຂັ້ນຫ້ອງການຂັ້ນເມືອງຕາມສາຍຕັ້ງເພື່ອພິຈາລະນາຕົກລົງ,ແກ້ໄຂແລະລາຍງານໃຫ້ຂັ້ນເທິງຂອງຕົນ;
	10.ສະຫຼຸບ,ລາຍງານການເຄື່ອນໄຫວວຍກງານກວດກາລັດແລະຜົນຂອງການກວດກາໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ຫົວໜ້າຂັ້ນພະແນກ,ຫົວໜ້າກົມກວດກາຂອງຂະແໜງການຕົນແລະປະທານອົງການກວດກາລັດຂັ້ນແຂວງຢ່າງເປັນປົກກະຕິ;
	11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ52(ປັບປຸງ)ໂຄງປະກອບບຸກຄະລາກອນຂອງຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງ
	ໂຄງປະກອບບຸກຄະລາກອນຂອງຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງມີຫົວໜ້າແລະຮອງຫົວໜ້າຂະແໜງ,ລັດຖະກອນວິຊາການ.
	
ມາດຕາ53(ປັບປຸງ)ຫົວໜ້າຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງ.
	ຫົວໜ້າຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຕາມການສະເໜີຂອງຄະນະຈັດຕັ້ງຂັ້ນແຂວງບົນພື້ນຖານການເຫັນດີເປັນເອກກະພາບກັບປະທານອົງການກວດກາລັດຂັ້ນແຂວງ.
	ຫົວນ້າຂະແໜງກວດກາລັດຂຶ້ນພະແນກການຂັ້ນແຂວງມີສິດແລະໜ້າທີ່ດັ່ງນີ້:
	1.ຈັດຕັ້ງປະຕິບັດນະໂຍບາຍ,ກົດໝາຍແລະລະບຽບການ,ແຜນການ,ແຜນງານ,ໂຄງການກ່ຍວກັບວຽກງານກວດກາລັດໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
	2.ຕິດຕາມ,ກວດກາການຈັດຕັ້ງປະຕິບັດວຽກງານກວດກາລັດໃນຂະແໜງຂອງຕົນ;
	3.ອອກຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານກວດກາລັດທີ່ຕົນຮັບຜິດຊອບ;
	4.ດໍາເນີນການກວດກາລັດຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ,ໃນກໍລະນີທີ່ເກີນສິດແລະໜ້າທີ່ຂອງຕົນຕ້ອງສະເໜີຫົວໜ້າຂັ້ນພະແນກການຂັ້ນແຂວງເພື່ອພິຈາລະນາຕົກລົງ;
	5.ສະເໜີໃຫ້ຫົວນ້າຂັ້ນພະແນກການຂັ້ນແຂວງພິຈາລະນາຕົກລົງແກ້ໄຂຜົນຂອງການກວດກາໃນຂອບເຂດການຄຸ້ມຄອງຂອງຕົນ.ໃນກໍລະນີທີ່ບໍ່ພິຈາລະນາຫຼືໄດ້ພິຈາລະນາແລ້ວແຕ່ເຫັນວ່າຍັງບໍ່ເໝາະສົມແມ່ນມີສິດລາຍງານຕໍ່ປະທານອົງການກວດກາລັດຂັ້ນແຂວງ,ກົມກວດກາລັດຂັ້ນກະຊວງເພື່ອພິຈາລະນາຕົກລົງ;
	6.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ54(ປັບປຸງ)ຮອງຫົວໜ້າຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງ
	ຮອງຫົວໜ້າຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງຖືກແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງໂດຍເຈົ້າແຂວງ,ເຈົ້າຄອງນະຄອນຫຼວງຕາມການສະເໜີຂອງຄະນະຈັດຕັ້ງຂັ້ນແຂວງບົນພື້ນຖານເຫັນດີເປັນເອກະພາບກັບຫົວນ້າພະແນກຂັ້ນແຂວງ.
	ຮອງຫົວໜ້າຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງມີສິດແລະໜ້າທີ່ຊ່ວຍວຽກຫົວນ້າຂະແໜງກວດກາລັດຂັ້ນພະແນກການຂັ້ນແຂວງແລະຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າ.ໃນກໍລະນີທີ່ຫົວນ້າບໍ່ຢູ່ບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍຈາກຫົວນ້າເປັນຜູ້ຮັກສາການແທນ.
	
ໝວດທີ4ຄະນະກວດກາແລະຄະນະກວດກາສະເພາະກິດ

ມາດຕາ55(ປັບປຸງ)ການແຕ່ງຕັ້ງຄະນະກວດກາ
	ເພື່ອດໍາເນີນການກວດກາແຕ່ລະຄັ້ງຫົວໜ້າອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງແລະຕາມຂະແໜງການແຕ່ງຕັ້ງຄະນະກວດກາຂັ້ນຂອງຕົນ.
	ຄະນະກວດກາປະກອບດ້ວຍຫົວນ້າ,ຮັງຫົວໜ້າແລະລັດຖະກອນວິຊາການຈໍານວນໜຶ່ງເປັນກໍາມະການ.
	ການເຄື່ອນໄຫວປະຕິບັດສິດແລະໜ້າທີ່ຂອງຄະນະກວດກາສິ້ນສຸດລົງພາຍຫຼັງການກວດກາສໍາເລັດ.
	
ມາດຕາ56(ປັບປຸງ)ສິດແລະໜ້າທີ່ຂອງຄະນະກວດກາ
	ຄະນະກວດກາມີສິດແລະໜ້າທີ່ໃນການກະກຽມ,ການດໍາເນີນການກວດກາ,ການສະຫຼຸບແລະລາຍງານຜົນຂອງການກວດກາ;ສະເໜີໃຫ້ພິຈາລະນາແລະແກ້ໄຂຜົນຂອງການກວດກາຕາມທີ່ໄດ້ກໍານົດໄວ້ໃນມາດຕາ23ແລະ24ຂອງກົດໝາຍສະບັບນີ້.

ມາດຕາ57ສິດແລະໜ້າທີ່ຂອງຫົວໜ້າຄະນະກວດກາ
	ຫົວໜ້າຄະນະກວດກາມີສິດແລະໜ້າທີ່ດັ່ງນີ້:
	1.ຈັດຕັ້ງ,ຊີ້ນໍາກໍາມະການໃນຄະນະກວດກາປະຕິບັດໃຫ້ຖືກຕ້ອງຕາມຈຸດປະສົງ,ລະດັບຄາດໝາຍ,ເນື້ອໃນແລະກໍານົດເວລາຂອງການກວດກາ;
	2.ສະເໜີຄໍາເຫັນຕໍ່ຜູ້ຕົກລົງກວດການໍາໃຊ້ມາດຕະການເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຄະນະກວດກາ;
	3.ສະເໜີໃຫ້ເປົ້າໝາຍຖືກກວດກາສະໜອງຂໍ້ມູນ,ເອກະສານ,ລາຍງານເປັນລາຍລັກອັກສອນ,ອະທິບາຍກ່ຽວກັບບັນຫາທີ່ພົວພັນກັບເນື້ອໃນກວດກາ,ໃນກໍລະນີທີ່ຈໍາເປັນອາດດໍາເນີນການກວດກາແລະຂຶ້ນບັນຊີຊັບສິນຂອງເປົ້າໝາຍຖືກກວດກາ;
	4.ສະເໜີໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນສະໜອງຂໍ້ມູນ,ເອກະສານທີ່ພົວພັນກັບເນື້ອໃນກວດກາ;
	5.ຕົກລົງຍຶດຫຼືອາຍັດເອກະສານຂອງເປົ້າໝາຍຖືກກວດກາເມື່ອມີຫຼັກຖານຢັ້ງຢືນວ່າມີການກະທໍາຜິດຫຼືລະເມີດກົດໝາຍເພື່ອປ້ອງກັນບໍ່ໃຫ້ມີການປອມແປງຫຼືທໍາລາຍເອກະສານ,ຫຼັກຖານ;
	6.ສະເໜີໃຫ້ຂັ້ນເທິງຂອງເປົ້າໝາຍຖືກກວດກາໂຈະການປະຕິບັດໜ້າທີ່ຊົ່ວຄາວເມື່ອເຫັນວ່າຜູ້ຖືກກວດກາຈະກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍແກ່ຜົນປະໂຫຍດຂອງລັດ,ສິດແລະຜົນປະໂຫຍດຂອງລັດ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ;
	7.ສະເໜີໃຫ້ຂັ້ນເທິງຂອງເປົ້າໝາຍຖືກກວດກາໂຈະຊົ່ວຄາວກ່ຽວກັບການຍົກຍ້າຍໜ້າທີ່,ຮັບບໍານານແລະອື່ນໆຕໍ່ຜູ້ຖືກກວດກາຫຼືຜູ້ຮ່ວມງານທີ່ເຫັນວ່າຈະເປັນການກີດຂວາງວຽກງານກວດກາ;
	8.ລາຍງານຕໍ່ຜູ້ຕົກລົງໃຫ້ກວດກາກ່ຽວກັບຜົນຂອງການກວດກາແລະຕ້ອງຮັບຜິດຊອບກ່ຽວກັບບົດລາຍງານດັ່ງກ່າວ;
	9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ58(ປັບປຸງ)ສິດແລະໜ້າທີ່ຂອງຮອງຫົວໜ້າແລະກໍາມະການ
	ຮອງຫົວໜ້າແລະກໍາມະການມີສິດແລະໜ້າທີ່ດັ່ງນີ້:
	1.ປະຕິບັດວຽກງານຕາມການມອບໝາຍແລະການແບ່ງງານຂອງຫົວໜ້າຄະນະ;
	2.ສະຫຼຸບລາຍງານກ່ຽວກັບການເຄື່ອນໄຫວກວດກາໃຫ້ຫົວນ້າຄະນະ;
	3.ປະກອບຄໍາເຫັນຕໍ່ບົດສະຫຼຸບ,ບົດລາຍງານຜົນຂອງການກວດກາ;
	4.ຮັບຜິດຊອບຕໍ່ໜ້າກົດໝາຍແລະຕໍ່ຫົວໜ້າຄະນະກ່ຽວກັບການປະຕິບັດໜ້າທີ່ຂອງຕົນໃນການກວດກາ;
	5.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ59(ປັບປຸງ)ການແຕ່ງຕັ້ງຄະນະກວດກາສະເພາະກິດ
	ເພື່ອດໍາເນີນການກວດກາບັນຫາໃດໜຶ່ງທີ່ເຫັນວ່າມີຄວາມຫຍຸ້ງຍາກສັບສົນແລະພົວພັນເຖິງຫຼາຍພວກສ່ວນນັ້ນນາຍົກລັດຖະມົນຕີ,ປະທານອົງການກວດກາລັດຖະບານ,ລັດຖະມົນຕີ,ຫົວໜ້າອົງການ,ຫົວໜ້າອົງການລັດທຽບເທົ່າກະຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນແຕ່ງຕັ້ງຄະນະກວດກາສະເພາະກິດຂຶ້ນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
	ຄະນະກວດກາສະເພາະກິດປະກອບດ້ວຍຫົວໜ້າ,ຮອງຫົວໜ້າແລະລັດຖະກອນວິຊາການຈໍານວນໜຶ່ງເປັນກໍາມະການ.
	ການເຄື່ອນໄຫວປະຕິບັດສິດແລະໜ້າທີ່ຂອງຄະນະກວດກາສະເພາະກິດສິ້ນສຸດລົງພາຍຫຼັງການກວດກາສໍາເລັດ.
	
ມາດຕາ60ສິດແລະໜ້າທີ່ຂອງຄະນະກວດກາສະເພາະກິດ
	ຄະນະກວດກາສະເພາະກິດ,ຫົວໜ້າ,ຮອງຫົວໜ້າແລະກໍາມະການມີສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນມາດຕາ56,57ແລະ58ຂອງກົດໝາຍສະບັບນີ້.
	
ມາດຕາ61(ປັບປຸງ)ມາດຕະຖານຂອງລັດຖະກອນກວດກາລັດ
	ລັດຖະກອນກວດກາລັດຕ້ອງມີມາດຕະຖານດັ່ງນີ້:
	1.ມີຄວາມຈົງຮັກພັກດີຕໍ່ປະເທດຊາດ,ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ມີຄຸນສົມບັນສິນທໍາປະຕິວັດ;
	2.ກໍາແໜ້ນແນວທາງນະໂຍບາຍ,ກົດໝາຍແລະລະບຽບການ;
	3.ມີຄວາມຮັບຜິດຊອບສູງ,ກ້າຫານ,ເດັດຂາດ,ມີໄຫວພິກໃນການປະຕິບັດໜ້າທີ່ວຽກງານ,ມີຄວາມໂປ່ງໃສ,ມີຄວາມຍຸຕິທໍາ,ຕັດສິນບັນຫາຢ່າງພາວະວິໄສ,ຖືກຕ້ອງກັບຄວາມເປັນຈິງແລະເປັນແບບຢ່າງໃນການປະຕິບັດກົດໝາຍແລະລະບຽບການ;
	4.ມີຄວາມຮູ້,ຄວາມສາມາດກ່ຽວກັບວິຊາສະເພາະໃດໜຶ່ງໂດຍມີປະກາສະນີຍະບັດແຕ່ຊັ້ນສູງຂຶ້ນໄປ;
	5.ໄດ້ຜ່ານການຮໍ່າຮຽນຫຼືການຝຶກອົບຮົມວຽກງານກວດກາ;
	6.ມີຄວາມຮູ້ດານພາສາຕ່າງປະເທດໃດໜຶ່ງແລະຄອມພິວເຕີ້ໃນລະດັບພື້ນຖານຂຶ້ນໄປ;
	7.ຮັກສາຄວາມລັບໃນການປະຕິບັດໜ້າທີ່ວິຊາສະເພາະ;
	8.ບໍ່ເຄີຍຖືກລົງວິໄນຫຼືບໍ່ເຄີຍຖືກສານປະຊາຊົນຕັດສິນລົງໂທດຍ້ອນການກະທໍາຜິດໂດຍເຈດຕະນາ;
	9.ຖືກສັນຍາດລາວໂດຍກໍາເນີນ;
	10.ມີສຸຂະພາບດີ.
	
ພາກທີ5ພັນທະແລະສິດຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກກວດກາ

ມາດຕາ62(ປັບປຸງ)ພັນທະຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກກວດກາ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກກວດກາມີພັນທະດັ່ງນີ້:
	1.ປະຕິບັດຂໍ້ຕົກລົງກ່ຽວກັບການກວດກາ,ໃຫ້ຄວາມຮ່ວມມື,ສະໜອງຂໍ້ມູນ,ເອກະສານຢ່າງຄົບຖ້ວນ,ຊັດເຈນແລະທັນເວລາຕາມການສະເໜີຂອງຄະນະກວດກາແລະຕ້ອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຂໍ້ມູນ,ເອກະສານທີ່ໄດ້ສະໜອງໃຫ້;
	2.ປະຕິບັດຕາມການສະເໜີ,ການຕົກລົງກ່ຽວກັບການແກ້ໄຂຜົນຂອງການກວດກາຂອງຄະນະກວດກາແລະອົງການທີ່ກ່ຽວຂ້ອງ;
	3.ລາຍງານເປັນລາຍລັກອັກສອນກ່ຽວກັບການຈັດຕັ້ງປະຕິບັດການແກ້ໄຂຜົນຂອງການກວດກາໃຫ້ຄະນະກວດກາຊາບ;
	4.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ມາດຕາ63(ປັບປຸງ)ສິດຂອງບຸກຄັນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກກວດກາ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກກວດກາມີສິດດັ່ງນີ້:
	1.ສະເໜີໃຫ້ແຈ້ງຂໍ້ຕົກລົງກ່ຽວກັບການກວດກາໃຫ້ຕົນຊາບ;
	2.ສະເໜີປ່ຽນບຸກຄົນໃນຄະນະກວດກາທີ່ເຄີຍມີຂໍ້ຂັດແຍ່ງກັບຕົນ;
	3.ອະທິບາຍ,ຊີ້ແຈງບັນຫາຕ່າງໆທີ່ພົວພັນເຖິງເນື້ອໃນຂອງການກວດກາ;
	4.ປະຕິເສດການສະໜອງຂໍ້ມູນ,ເອກະສານທີ່ບໍ່ພົວພັນເຖິງເນື້ອໃນຂອງການກວດກາ;
	5.ສະເໜີຕໍ່ຜູ້ຕົກລົງໃຫ້ກວດກາກ່ຽວກັບການກະທໍາຂອງຄະນະກວດກາແລະຜູ້ອື່ນທີ່ເຂົ້າຮ່ວມການກວດກາຊຶ່ງຕົນເຫັນວ່າບໍ່ຖືກຕ້ອງຕາມກົດໝາຍ;
	6.ສະເໜີຄໍາເຫັນກ່ຽວກັບບົດສະຫຼຸບລາຍງານຜົນຂອງການກວດກາ;
	7.ສະເໜີຫຼືຮ້ອງຟ້ອງໃຫ້ມີການທົດແທນຄ່າເສຍຫາຍຖ້າຫາກເຫັນວ່າຕົນໄດ້ຮັບຄວາມອັບປະໂຫຍດຈາກການກວດກາທີ່ບໍ່ຖືກຕ້ອງ;
	8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
	
ພາກທີ6ຂໍ້ຫ້າມ

ມາດຕາ64(ປັບປຸງ)ຂໍ້ຫ້າມສໍາລັບຜູ້ກວດກາ
	ຫ້າມຜູ້ກວດກາມີພຶດຕິກໍາດັ່ງນີ້:
	1.ສວຍໃຊ້ຕໍາແໜ່ງ,ໜ້າທີ່ສິດອໍານາດທຸກຮູບແບບເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ;
	2.ຂໍ້ເອົາ,ທວງເອົາຫຼືຮັບສິນບົນ;
	3.ປະຕິບັດສິດ,ໜ້າທີ່ກວດກາເກີນຂອບເຂດຂອງຂໍ້ຕົກລົງຫຼືລະເມີດກົດໝາຍແລະລະບຽບການກ່ຽວກັບການກວດກາ;
	4.ບັງຄັບແລະນາບຂູ່ເປົ້າໝາຍຖືກກວດກາ;
	5.ເມີນເສີຍຕໍ່ນ້າທີ່,ບິດເບືອນຄວາມຈິງ,ປິດບັງ,ຊຸກເຊື່ອງຫຼືປົກປ້ອງເປົ້າໝາຍຖືກກວດກາແລະລາຍງານຂໍ້ມູນກວດກາບໍ່ກົງກັບຄວາມເປັນຈິງ;
	6.ເປີດເຜີຍຂໍ້ມູນກ່ຽວກັບການກວດກາໂດຍບໍ່ໄດ້ຮັບອະນຸຍາດ;
	7.ໃຫ້ຄໍາສັນຍາຫຼືພົວພັນກັບຜູ້ຖືກກວດກາຫຼືບຸກຄົນອື່ນທີ່ກ່ຽວຂ້ອງເພື່ອຫາຜົນປະໂຫຍດ;
	8.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
	
ມາດຕາ65(ປັບປຸງ)ຂໍ້ຫ້າມສໍາລັບເປົ້າໝາຍຖືກກວດກາ
	ຫ້າມເປົ້າໝາຍຖືກກວດກາມີພຶດຕິກໍາດັ່ງນີ້:
	1.ປະຕິເສດການສະໜອງຂໍ້ມູນ,ຫຼັກຖານ,ເອກະສານກ່ຽວກັບການກວດກາ;
	2.ລາຍງານ,ສະໜອງຂໍ້ມູນ,ຫຼັກຖານ,ເອກະສານບໍ່ຖືກກັບຄວາມເປັນຈິງ;ຊຸກເຊື່ອງ,ທໍາລາຍເອກະສານ,ວັດຖຸສິ່ງຂອງຊຶ່ງເປັນຫຼັກຖານທີ່ພົວພັນເຖິງການກວດກາ;
	3.ຂັດຂວາງ,ສ້າງຄວາມຫຍຸ້ງຍາກ,ນາບຂູ່ຄະນະກວດກາແລະຜູ້ເຂົ້າຮ່ວມກວດກາຫຼືຜູ້ລາຍງານ,ຜູ້ສະໜອງຂໍ້ມູນໃຫ້ແກ່ການກວດກາຫຼືບຸກຄົນອື່ນທີ່ກ່ຽວຂ້ອງ;
	4.ຊື້ຈ້າງ,ໃຫ້ສິນບົນຄະນະກວດກາແລະຜູ້ເຂົ້າຮ່ວມ,ຜູ້ສະໜອງຂໍ້ມູນຫຼືບຸກຄົນອື່ນທີ່ກ່ຽວຂ້ອງກັບການກວດກາ;
	5.ແກ່ຍາວເວລາດໍາເນີນການກວດກາ;
	6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
	
ມາດຕາ66ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ
	ຫ້າມບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້:
	1.ຍຸຍົງໃຫ້ມີການກວດກາຫຼືໃຫ້ມີການຕ້ານການກວດກາ;
	2.ແຊກແຊງ,ກ້າວກ່າຍແລະຂັດຂວາງການກວດກາ;
	3.ປົກປິດ,ເຊື່ອງອໍາຫຼືທໍາລາຍຂໍ້ມູນ,ຫຼັກຖານກ່ຽວກັບການກວດກາ;
	4.ໃຊ້ຄວາມຮຸນແຮງ,ນາບຂູ່ຫຼືທໍາຮ້າຍຜູ້ກວດກາ,ຜູ້ລາຍງານ,ຜູ້ໃຫ້ຂໍ້ມູນຫຼືບຸກຄົນອື່ນທີ່ກ່ຽວຂ້ອງ;
	5.ປົກປ້ອງ,ຊຸກເຊື່ອງບຸກຄົນທີ່ຖືກກວດກາ;
	6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.
	
ພາກທີ7ການຕິດຕາມ,ກວດກາການເຄື່ອນໄຫວວຽກງານກວດກາລັດ

ມາດຕາ67(ປັບປຸງ)ປະເພດການຕິດຕາມ,ກວດກາການເຄື່ອນໄຫວວຽກງານກວດກາລັດ
	ການຕິດຕາມ,ກວດກາການເຄື່ອນໄຫວວຽກງານກວດກາລັດມີດັ່ງນີ້:
	1.ການຕິດຕາມ,ກວດກາພາຍໃນແມ່ນການຕິດຕາມ,ກວດກາການເຄື່ອນໄຫວວຽກງານກວດກາລັດໃນລະບົບການຈັດຕັ້ງຂອງອົງການກວດກາລັດແຕ່ລະຂັ້ນເພື່ອຮັບປະກັນໃຫ້ວຽກງານກວດກາດໍາເນີນໄປດ້ວຍດີ,ມີປະສິດທິພາບ,ໂປ່ງໃສແລະຍຸຕິທໍາ,ອົງການກວດກາລັດແຕ່ລະຂັ້ນຕ້ອງມີການກວດກາພາຍໃນຢ່າງເປັນປົກກະຕິ.
	2.ການຕິດຕາມ,ກວດກາພາຍນອກແມ່ນການຕິດຕາມ,ກວດກາຂອງສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົ,ສື່ມວນຊົນແລະພົນລະເມືອງຕໍ່ການເຄື່ອນໄຫວວຽກງານຂອງອົງການກວດກາລັດແຕ່ລະຂັ້ນ.
	
ມາດຕາ68(ໃໝ່)ເນື້ອໃນການຕິດຕາມ,ກວດກາການເຄື່ອນໄຫວວຽກງານກວດກາລັດ
	ການຕິດຕາມ,ກວດກາການເຄື່ອນໄຫວວຽກງານກວດກາລັດຂອງອົງການກວດກາລັດມີເນື້ອໃນດັ່ງນີ້:
	1.ການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານກວດກາລັດ;
	2.ການນໍາໃຊ້ສິດແລະປະຕິບັດໜ້າທີ່ຂອງອົງການຈັດຕັ້ງປະຕິບັດວຽກງານກວດກາລວມທັງການນໍາໃຊ້ມາດຕະການທາງດ້ານກົດໝາຍຕໍ່ຜູ້ລະເມີດ.
	
ພາກທີ8ວັນສ້າງຕັ້ງ,ງົບປະມານ,ເຄື່ອງແບບ,ກາໝາຍ,ບັດກວດກາແລະຕາປະທັບ

ມາດຕາ69(ໃໝ່)ວັນສ້າງຕັ້ງອົງການກວດກາລັດ
	ວັນສ້າງຕັ້ງອົງການກວດກາລັດແມ່ນວັນທີ16ກຸມພາ1982.
	
ມາດຕາ70(ປັບປຸງ)ງົບປະມານ
	ງົບປະມານຂອງອົງການກວດກາລັດຖະບານແມ່ນຫົວໜ່ວຍງົບປະມານຂັ້ນໜຶ່ງຂອງງົບປະມານແຫ່ງລັດເພື່ອຈໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາ.
	ງົບປະມານຂອງອົງການກວດກາລັດຂັ້ນໃດແມ່ນຂຶ້ນກັບງົບປະມານຂອງອົງການບໍລິຫານຂັ້ນນັ້ນ,ໃນນັ້ນ,ນອກຈາກມີງົບປະມານປົກກະຕິແລ້ວໃຫ້ມີງົບປະມານສະເພາະສໍາລັບການກວດກາຕາມຄໍາສັ່ງ,ກວດກາຕາມຜົນການກວດກສອບ.
	
ມາດຕາ71(ປັບປຸງ)ເຄື່ອງແບບ,ກາໝາຍແລະບັດກວດກາ
	ອົງການກວດກາລັດນັບແຕ່ຂັ້ນເມືອງຂຶ້ນໄປມີເຄື່ອງແບບແລະກາໝາຍໂດຍແມ່ນລັດຖະບານເປັນຜູ້ຕົກລົງ.
	ຜູ້ກວດກາຂອງອົງການກວດກາລັດມີບັດກວດກາສະເພາະທີ່ອອກໃຫ້ໂດຍອົງການກວດກາລັດຖະບານ.
	
ມາດຕາ72ຕາປະທັບ
	ໃນການເຄື່ອນໄຫວວຽກງານຂອງຕົນອົງການກວດກາລັດຕາມຂັ້ນບໍລິຫານການປົກຄອງແລະຕາມຂະແໜງການມີຕາປະທັບສະເພາະຂອງຕົນ.
	
ພາກທີ9ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ73(ປັບປຸງ)ນະໂຍບາຍຕໍ່ຜູ້ມີຜົນງານ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນໄດ້ປະກອບສ່ວນ,ຮ່ວມມືໃນການຕິດຕາມ,ກວດກາ,ລາຍງານ,ສະໜອງແຫຼ່ງຂ່າວ,ຂໍ້ມູນ,ຫຼັກຖານຖືກກັບຕົວຈິງ,ທັນເວລາໃຫ້ແກ່ການດໍາເນີນການກວດກາແລະແກ້ໄຂຜົນຂອງການກວດກາຈະໄດຮັບການປົກປ້ອງ,ການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.
	
ມາດຕາ74ມາດຕະການຕໍ່ຜູ້ລະເມີດ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິບັດມາດຕະການສຶກສາອົບຮົມ,ລົງວິໄນຫຼືຖືກລົງໂທດຕາມກໍລະນີເບົາຫຼືໜັກພ້ອມພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນຢ່າງຄົບຖ້ວນ.
	
ມາດຕາ75ມາດຕະການສຶກສາອົບຮົມ
	ບຸກຄົນໃດມີພຶດຕິກໍາທີ່ກໍ່ຄວາມເສຍຫາຍໜ້ອຍ,ມີຄວາມຈິງໃຈລາຍງານ,ຮັບສາລະພາບຕໍ່ຄວາມຜິດຂອງຕົນຕໍ່ການຈັດຕັ້ງແລະສົ່ງຊັບສິນທີ່ໄດ້ເອົາໄປໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ແກ່ການຈັດຕັ້ງຢ່າງຄົບຖ້ວນແລ້ວກໍ່ຈະໄດ້ຮັບການສຶກສາອົບຮົມ.
	
ມາດຕາ76(ປັບປຸງ)ມາດຕະການທາງວິໄນ
	ບຸກຄົນໃດທີ່ໄດ້ກະທໍາຜິດໃນສະຖານເບົາແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດກໍ່ຈະຖືກລົງວິໄນຕາມແຕ່ກໍລະນີຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
	
ມາດຕາ77ມາດຕະການທາງແພ່ງ
	ບຸກຄົນໃດທີ່ໄດ້ລະເມີດກົດໝາຍແລະລະບຽບການຊຶ່ງກໍ່ຄວາມເສຍຫາຍຕໍ່ຊັບສິນຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກໍ່ຈະໄດ້ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນນັ້ນຢ່າງຄົບຖ້ວນ.
	
ມາດຕາ78(ປັບປຸງ)ມາດຕະການທາງອາຍາ
	ບຸກຄົນໃດທີ່ໄດ້ລະເມີດກົດໝາຍຊຶ່ງເປັນກນກະທໍາຜິດທາງອາຍາເປັນຕົ້ນການໃຫ້ແລະຮັບິນບົນ,ການສວຍໃຊ້ສິດອໍານາດໜ້າທີ່ເກີດຂອບເຂດ,ການປອມແປງເອກະສານ,ການຫຼັກໂລບ,ປອມແປງກໍານົດໝາຍເຕັກນິກ,ມາດຕະຖານເຕັກນິກ,ອອກແບບ,ຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງແລະພຶດຕິກໍາອື່ນທີ່ເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມກົດໝາຍ.
	
ພາກທີ10ບົດບັນຍັດສຸດທ້າຍ

ມາດຕາ79ການຈັດຕັ້ງປະຕິບັດ
	ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
	
ມາດຕາ80(ປັບປຸງ)ຜົນສັກສິດ
	ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.
	ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການກວດກາລັດສະບັບເລກທີ02/ສພຊ,ລົງວັນທີ2ກໍລະກົດ2007.
	ຂໍກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.
	ປະທານສະພາແຫ່ງຊາດ
	ປານີ ຢາທໍ່ຕູ້