ກົດໝາຍວ່າດ້ວຍການກວດສອບແຫ່ງລັດ(ສະບັບປັບປຸງ) 06-07-2012

.ການກວດສອບແຫ່ງລັດ(ສະບັບປັບປຸງ) 06-07-2012


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດ ຕະການກ່ຽວກັບການກວດສອບແຫ່ງລັດເພື່ອເຮັດໃຫ້ຫົວໜ່ວຍງົບ ປະມານ,ຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາ ໄລເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ,ມີປະສິດທິພາບ,ປະ ສິດທະຜົນ,ປະຢັດ,ແນໃສ່ສະກັດກັ້ນປາກົດການຫຍໍ້ທໍ້ທາງດ້ານ ການເງິນແລະງົບປະມານແຫ່ງລັດ,ປະກອບສ່ວນເຮັດໃຫ້ການຄຸ້ມ ຄອງລັດ,ຄຸ້ມຄອງເສດຖະກິດມີຄວາມເຂັ້ມແຂງ,ໂປ່ງໃສ,ສົ່ງເສີມ ການລົງທຶນພາຍໃນແລະຕ່າງປະເທດ,ຊຸກຍູ້ການພັດທະນາເສດ ຖະກິດສັງຄົມໃຫ້ຂະຫຍາຍຕົວແລະໝັ້ນຄົງ. ...ມາດຕາສອງ(ປັບປຸງ)ການກວດສອບແຫ່ງລັດ

ມາດຕາສອງ(ປັບປຸງ)ການກວດສອບແຫ່ງລັດ ການກວດສອບແຫ່ງລັດແມ່ນຂະບວນການເຄື່ອນໄຫວເກັບ ກໍາຂໍ້ມູນແລະຫຼັກຖານຕົວຈິງກ່ຽວກັບເປົ້າໝາຍກວດສອບຊຶ່ງດໍາ ເນີນໂດຍອົງການກວດສອບແນ່ໃສ່ຢັ້ງຢືນຄວາມຖືກຕ້ອງຂອງເອ ກະສານລາຍງານການເງິນ,ຄວາມສອດຄ່ອງທາງດ້ານລະບຽບ ກົດໝາຍ,ປະສິດທິຜົນໃນການຄຸ້ມຄອງ,ການນໍາໃຊ້ທຶນຮອນຂອງ ຫົວໜ່ວຍງົບປະມານ,ຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງ ຫາຜົນກໍາໄລ. ...ມາດຕາສາມ(ປັບປຸງ)ການອະທິບາຍຄໍາສັບ

ມາດຕາສາມ(ປັບປຸງ)ການອະທິບາຍຄໍາສັບ ໜຶ່ງຊັບສິນຂອງລັດໝາຍເຖິງຊັບສິນທີ່ງົບປະມານແຫ່ງ ລັດສະໜອງໃຫ້ໂດຍກົງຫຼືມີຕົ້ນກໍາເນີດມາຈາກງົບປະມານລັດຊຶ່ງ ເປັນກໍາມະສິດແລະຢູ່ພາຍໃຕ້ການຄຸ້ມຄອງແລະກວດກາຂອງລັດ; ສອງຫົວໜ່ວຍທຸລະກິດໝາຍເຖິງບຸກຄົນຫຼືນິຕິບຸກຄົນທີ່ດໍາ ເນີນທຸລະກິດ. ສາມຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລໝາຍເຖິງການ ຈັດຕັ້ງສັງຄົມ,ມູນນິທິຫຼືກອງທຶນຕ່າງໆທີ່ເຄື່ອນໄຫວຮັບໃຊ້ສາທາ ລະນະປະໂຫຍດຫຼືຊ່ວຍເຫຼືອສັງຄົມ. ສີ່ຄໍາແນະນໍາກວດສອບໝາຍເຖິງຄໍາເຫັນແລະວິທີການ ແກ້ໄຂຂອງອົງການກວດສອບຕໍ່ຂໍ້ຄົງຄ້າງຂອງເປົ້າໝາຍຖືກ ກວດສອບແຫ່ງລັດ. ຫ້າຄະນະກວດສອບແຫ່ງລັດໝາຍເຖິງໜ່ວຍງານກວດ ສອບຂອງລັດທີ່ຖືກແຕ່ງຕັ້ງໃຫ້ດໍາເນີນການກວດສອບບັນດາຫົວ ໜ່ວຍງົບປະມານ,ຫົວໜ່ວຍທຸລະກິດແລະຫົວໜ່ວຍທີ່ບໍ່ສະແຫວງ ຫາຜົນກໍາໄລທີ່ນໍາໃຊ້ງົບປະມານເງິນແລະຊັບສິນຂອງລັດ. ຫົກບົດສະຫຼຸບຜົນການກວດສອບໝາຍເຖິງຂໍ້ສະຫຼຸບຂອງ ອົງການກວດສອບທີ່ຕີລາຄາແລະຢັ້ງຢືນກ່ຽວກັບເນື້ອໃນທີ່ໄດ້ ກວດສອບ. ເຈັດຜູ້ຮ່ວມງານກວດສອບຂອງອົງການກວດສອບໝາຍ ເຖິງວິສາຫະກິດກວດສອບທີ່ໄດ້ເຊັນສັນຍາກວດສອບກັບອົງການ ກວດສອບເພື່ອດໍາເນີນການກວດສອບເປົ້າໝາຍຖືກກວດສອບ ແຫ່ງລັດທີ່ໄດ້ກໍານົດໄວ້ໃນມາດຕາຊາວຫົກຂອງກົດໝາຍສະບັບ ນີ້. ແປດວິສາຫະກິດກວດສອບໝາຍເຖິງວິສາຫະກິດທີ່ດໍາ ເນີນທຸລະກິດກວດສອບຊຶ່ງໄດ້ຈົດທະບຽນແລະໄດ້ຂຶ້ນທະບຽນວິ ສາຫະກິດຢ່າງຖືກຕ້ອງຕາມກົດໝາຍແຫ່ງສປປລາວ. ...ມາດຕາສີ່ນະໂຍບາຍຂອງລັດຕໍ່ການກວດສອບແຫ່ງລັດ

ມາດຕາສີ່ນະໂຍບາຍຂອງລັດຕໍ່ການກວດສອບແຫ່ງລັດ ລັດສົງເສີມແລະສ້າງເງື່ອນໄຂໃຫ້ມີການກວດສອບຢ່າງ ເປັນເອກະລາດແລະເຂັ້ມງວດຕໍ່ທຸກການເຄື່ອນໄຫວຂອງເປົ້າໝາຍ ຖືກກວດສອບແຫ່ງລັດເພື່ອໃຫ້ມີຄວາມໂປ່ງໃສ,ຖືກຕ້ອງຕາມກົດ ໝາຍແລະມີປະສິດທິຜົນ. ລັດລົງທຶນພັດທະນາທາງດ້ານເຕັກໂນໂລຊີ,ຂໍ້ມູນຂ່າວສານ, ສິ່ງປຸກສ້າງ,ພາຫະນະແລະອຸປະກອນຕ່າງໆເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ. ...ມາດຕາຫ້າຫຼັກການເຄື່ອນໄຫວກວດສອບແຫ່ງລັດ

ມາດຕາຫ້າຫຼັກການເຄື່ອນໄຫວກວດສອບແຫ່ງລັດ ການກວດສອບແຫ່ງລັດຕ້ອງປະຕິບັດຕາມຫຼັກການດັ່ງນີ້: ໜຶ່ງເປັນເອກະລາດໃນເວລາດໍາເນີນການກວດສອບແລະ ພິຈາລະນາຜົນຂອງການກວດສອບ. ສອງປະຕິບັດຕາມກົດໝາຍແລະນິຕິກໍາອື່ນ. ສາມມີປະຊາທິປະໄຕ. ສີ່ອີງໃສ່ຂໍ້ມູນຫຼັກຖານຕົວຈິງ. ຫ້າມີຄວາມໂປ່ງໃສ. ຫົກມີຄວາມສັດຊື່ບໍລິສູດ. ...ມາດຕາຫົກມາດຕະຖານການກວດສອບແຫ່ງລັດ

ມາດຕາຫົກມາດຕະຖານການກວດສອບແຫ່ງລັດ ມາດຕະຖານການກວດສອບແຫ່ງລັດປະກອບດ້ວຍ: ໜຶ່ງຫຼັກການເຄື່ອນໄຫວກວດສອບ. ສອງລະບຽບການກວດສອບ. ສາມຄຸນສົມບັດ,ຄວາມຮູ້,ຄວາມສາມາດຂອງນັກກວດ ສອບ.


ສໍາລັບເນື້ອໃນລະອຽດຂອງມາດຕະຖານການກວດ ສອບແຫ່ງລັດໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາເຈັດຄຸນປະໂຫຍດຂອງບົດສະຫຼຸບຜົນການກວດສອບແຫ່ງລັດ

ມາດຕາເຈັດຄຸນປະໂຫຍດຂອງບົດສະຫຼຸບຜົນການກວດສອບ ແຫ່ງລັດ ບົດສະຫຼຸບຜົນການກວດສອບແຫ່ງລັດມີຄຸນປະໂຫຍດດັ່ງ ນີ້: -ສະພາແຫ່ງຊາດນໍາໃຊ້ເປັນບ່ອນອີງເຂົ້າໃນການພິຈາລະ ນາ,ຮັບຮອງເອົາແຜນງົບປະມານແຫ່ງລັດ,ຕົວເລກແບ່ງປັນງົບ ປະມານແຫ່ງລັດ,ແຜນງານແລະໂຄງການຊຶ່ງມີຄວາມສໍາຄັນລະ ດັບຊາດທີ່ນໍາໃຊ້ງົບປະມານແຫ່ງລັດ,ບົດສະຫຼຸບຂາດຕົວການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາສົກປີແລະຕິດຕາມ ກວດກາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ,ນະໂຍ ບາຍການເງິນ-ເງິນຕາຂອງລັດ. -ອົງການບໍລິຫານແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງນໍາ ໃຊ້ເປັນບ່ອນອີງເຂົ້າໃນການປັບປຸງວຽກງານບໍລິຫານແລະການ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນເພື່ອໃຫ້ມີຄຸນນະພາບ. -ສານປະຊາຊົນ,ອົງການໄອຍະການປະຊາຊົນແລະອົງ ການສືບສວນສອບສວນນໍາໃຊ້ເປັນຂໍ້ມູນຫຼັກຖານໃນການດໍາເນີນ ຄະດີ. -ອົງການຈັດຕັ້ງຄຸ້ມຄອງເປົ້າໝາຍຖືກກວດສອບແຫ່ງລັດ ນໍາໃຊ້ເພື່ອສຶກສາອົບຮົມຫຼືລົງວິໄນຕໍ່ການຈັດຕັ້ງຫຼືບຸກຄົນທີ່ສັງກັດ ຢູ່ໃນເປົ້າໝາຍຖືກກວດສອບແຫ່ງລັດ. -ເປົ້າໝາຍຖືກກວດສອບແຫ່ງລັດນໍາໃຊ້ເປັນບ່ອນອີງເພື່ອ ຢັ້ງຢືນແລະເສີມຂະຫຍາຍປະສິດທິຜົນຂອງການເຄື່ອນໄຫວແລະ ແກ້ໄຂຂໍ້ຄົງຄ້າງຂອງຕົນ. ...ມາດຕາແປດ(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ

ມາດຕາແປດ(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບເປົ້າໝາຍຖືກກວດສອບ ແຫ່ງລັດ,ອົງການກວດສອບ,ກະຊວງການເງິນ,ການຈັດຕັ້ງແລະ ບຸກຄົນອື່ນທີ່ກ່ຽວຂ້ອງກັບການກວດສອບແຫ່ງລັດຍົກເວັ້ນວິສາຫະ ກິດກວດສອບ. ...ມາດຕາເກົ້າການຮ່ວມມືສາກົນ

ມາດຕາເກົ້າການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນ ໂລຊີ,ຝຶກອົບຮົມ.ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາຊີບກວດ ສອບເພື່ອພັດທະນາວຽກງານກວດສອບແຫ່ງລັດໃຫ້ມີຄວາມເຂັ້ມ ແຂງແລະທັນສະໄໝ,ປະຕິບັດສັນຍາແລະສົນທິສັນຍາສາກົນທີ່ສປປ ລາວເປັນພາຄີ. ..ພາກທີສອງການເຄື່ອນໄຫວກວດສອບແຫ່ງລັດ


...ໝວດທີໜຶ່ງຂັ້ນຕອນການກວດສອບແຫ່ງລັດ


....ມາດຕາສິບ(ປັບປຸງ)ຂັ້ນຕອນການກວດສອບແຫ່ງລັດ

ມາດຕາສິບ(ປັບປຸງ)ຂັ້ນຕອນການກວດສອບແຫ່ງລັດ ການກວດສອບແຫ່ງລັດຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້: ໜຶ່ງບ່ອນອີງຂອງການອອກຂໍ້ຕົກລົງກວດສອບ. ສອງການຕົກລົງກວດສອບ. ສາມການແຈ້ງແລະຕອບຮັບຂໍ້ຕົກລົງກວດສອບ. ສີ່ການກະກຽມການກວດສອບ. ຫ້າການດໍາເນີນການກວດສອບ. ຫົກການສະຫຼຸບຜົນການກວດສອບ. ເຈັດການສົ່ງບົດສະຫຼຸບຜົນການກວດສອບ. ແປດການເປີດເຜີຍຜົນການກວດສອບ. ....ມາດຕາສິບເອັດບ່ອນອີງຂອງການອອກຂໍ້ຕົກລົງກວດສອບ

ມາດຕາສິບເອັດບ່ອນອີງຂອງການອອກຂໍ້ຕົກລົງກວດສອບ ການອອກຂໍ້ຕົກລົງກວດສອບອີງໃສ່: ໜຶ່ງແຜນການກວດສອບປະຈໍາສົກປີຂອງອົງການກວດສອບ. ສອງຄໍາສະເໜີຂອງກອງປະຊຸມສະພາແຫ່ງຊາດຫຼືຄະນະປະ ຈໍາສະພາແຫ່ງຊາດ. ສາມຄໍາສະເໜີຂອງລັດຖະບານຫຼືນາຍົກລັດຖະມົນຕີ. ສີ່ຄໍາສະເໜີຂອງອົງການຈັດຕັ້ງລັດອົງການຄຸ້ມຄອງເປົ້າ ໝາຍຖືກກວດສອບແຫ່ງລັດແນວລາວສ້າງຊາດອົງການຈັດຕັ້ງມະ ຫາຊົນຫຼືອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ. ....ມາດຕາສິບສອງການຕົກລົງກວດສອບ

ມາດຕາສິບສອງການຕົກລົງກວດສອບ ການຕົກລົງກວດສອບໃຫ້ອອກເປັນຂໍ້ຕົກລົງກວດສອບຊຶ່ງ ມີເນື້ອໃນດັ່ງນີ້: -ບ່ອນອີງດ້ານກົດໝາຍເພື່ອດໍາເນີນການກວດສອບ. -ຊື່ຂອງເປົ້າໝາຍຖືກກວດສອບແຫ່ງລັດ. -ຈຸດປະສົງລະດັບຄາດໝາຍເນື້ອໃນແລະຂອບເຂດຂອງການ ກວດສອບ. -ສະຖານທີ່ກວດສອບ. -ກໍານົດເວລາກວດສອບ. -ຄະນະກວດສອບແຫ່ງລັດ.


ໃນເວລາດໍາເນີນການກວດສອບຖ້າເຫັນວ່າມີຄວາມຈໍາ ເປັນຕ້ອງປ່ຽນແປງເນື້ອໃນຂອບເຂດສະຖານທີ່ກໍານົດເວລາກວດ ສອບແລະຄະນະກວດສອບແຫ່ງລັດນັ້ນປະທານອົງການກວດສອບ ແຫ່ງລັດຕ້ອງມີຂໍ້ຕົກລົງເພີ່ມເຕີມຢ່າງເປັນທາງການ. ....ມາດຕາສິບສາມ(ປັບປຸງ)ການແຈ້ງແລະຕອບຮັບຂໍ້ຕົກລົງກວດສອບ

ມາດຕາສິບສາມ(ປັບປຸງ)ການແຈ້ງແລະຕອບຮັບຂໍ້ຕົກລົງກວດ ສອບ ຂໍ້ຕົກລົງກວດສອບຕ້ອງແຈ້ງຢ່າງເປັນລາຍລັກອັກສອນໃຫ້ ເປົ້າໝາຍຖືກກວດສອບແຫ່ງລັດຊາບກ່ອນລ່ວງໜ້າຍົກເວັ້ນກໍລະນີ ການກວດສອບແບບກະທັນຫັນ. ເມື່ອເປົ້າໝາຍຖືກກວດສອບແຫ່ງລັດໄດ້ຮັບຂໍ້ຕົກລົງກວດ ສອບແລ້ວຕ້ອງຕອບຄືນຢ່າງເປັນລາຍລັກອັກສອນແລະແຕ່ງຕັ້ງ ຄະນະຮ່ວມເຮັດວຽກກັບຄະນະກວດສອບແຫ່ງລັດພາຍໃນກໍານົດເວ ລາຊາວວັນລັດຖະການນັບແຕ່ວັນໄດ້ຮັບຂໍ້ຕົກລົງດັ່ງກ່າວເປັນຕົ້ນ ໄປ. ....ມາດຕາສິບສີ່ການກະກຽມກວດສອບ

ມາດຕາສິບສີ່ການກະກຽມກວດສອບ ພາຍຫຼັງທີ່ມີການຕົກລົງກວດສອບຕາມກໍານົດເວລາທີ່ໄດ້ ກໍານົດໄວ້ໃນມາດຕາສິບສາມຂອງກົດໝາຍສະບັບນີ້ແລ້ວຄະນະ ກວດສອບແຫ່ງລັດຕ້ອງສົມທັບກັບເປົ້າໝາຍຖືກກວດສອບແຫ່ງລັດ ເພື່ອກະກຽມການກວດສອບຕາເນື້ອໃນດັ່ງນີ້: ໜຶ່ງສໍາຫຼວດເກັບກໍາແລະລວມລວມຂໍ້ມູນກ່ຽວກັບສະພາບ ການດ້ານການເງິນລະບົບຄວບຄຸມພາຍໃນແລະຂໍ້ມູນອື່ນທີ່ພົວພັນ ເຖິງເປົ້າໝາຍຖືກກວດສອບແຫ່ງລັດ. ສອງຕີລາຄາລະບົບຄວບຄຸມພາຍໃນແລະຂໍ້ມູນທີ່ເກັບກໍາໄດ້ ຂອງເປົ້າໝາຍທີ່ຈະຕ້ອງກວດສອບເພື່ອກໍານົດຈຸດປະສົງລະດັບຄາດ ໝາຍເນື້ອໃນຂອບເຂດແລະວິທີການກວດສອບທີ່ເໝາະສົມ. ສາມສ້າງແຜນການກວດສອບລະອຽດ. ....ມາດຕາສິບຫ້າການດໍາເນີນການກວດສອບ

ມາດຕາສິບຫ້າການດໍາເນີນການກວດສອບ ໃນການກວດສອບຄະນະກວດສອບແຫ່ງລັດຕ້ອງປະຕິບັດດັ່ງ ນີ້: ໜຶ່ງດໍາເນີນໃຫ້ຖືກຕ້ອງຕາມເນື້ອໃນຂໍ້ຕົກລົງກວດສອບແລະ ແຜນການກວດສອບລະອຽດ. ສອງໃຫ້ກວດສອບເອກະສານແລະລົງກວດສອບຕົວຈິງຢູ່ພາກ ສະໜາມ. ສາມດໍາເນີນໃຫ້ຖືກຕ້ອງຕາມມາດຕະຖານການກວດສອບ ແຫ່ງລັດ. ....ມາດຕາສິບຫົກ(ປັບປຸງ)ການສະຫຼຸບຜົນການກວດສອບ

ມາດຕາສິບຫົກ(ປັບປຸງ)ການສະຫຼຸບຜົນການກວດສອບ ເມື່ອສິ້ນສຸດການກວດສອບແລ້ວຄະນະກວດສອບແຫ່ງລັດຕ້ອງ ຮ່າງບົດບັນທຶກຜົນການກວດສອບແຫ່ງລັດສົ່ງໃຫ້ເປົ້າໝາຍຖືກກວດ ສອບແຫ່ງລັດມີຄໍາເຫັນແລະຕອບເປັນລາຍລັກອັກສອນ,ຖ້າຫາກບໍ່ມີ ຄໍາຕອບເປັນລາຍລັກອັກສອນພາຍໃນກໍານົດຊາວວັນນັບແຕ່ວັນໄດ້ ຮັບຮ່າງບົດບັນທຶກດັ່ງກ່າວເປັນຕົ້ນໄປຖືວ່າເປົ້າໝາຍຖືກກວດສອບ ແຫ່ງລັດເຫັນດີນໍາຮ່າງບົດບັນທຶກຜົນການກວດສອບນັ້ນ.ຈາກນັ້ນຄະ ນະກວດສອບແຫ່ງລັດຕ້ອງສ້າງສ້າງບົດສະຫຼຸບຜົນການກວດສອບໃຫ້ ຈະແຈ້ງກ່ຽວກັບການຕີລາຄາແລະການຢັ້ງຢືນເນື້ອໃນການກວດ ສອບ. ບົດສະຫຼຸບຜົນການກວດສອບແຫ່ງລັດຕ້ອງລົງລາຍເຊັນແລະ ຢັ້ງຢືນໂດຍປະທານອົງການກວດສອບແຫ່ງລັດຫຼືຫົວໜ້າອົງການ ກວດສອບປະຈໍາພາກຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ....ມາດຕາສິບເຈັດ(ປັບປຸງ)ການສົ່ງບົດສະຫຼຸບຜົນການກວດສອບ

ມາດຕາສິບເຈັດ(ປັບປຸງ)ການສົ່ງບົດສະຫຼຸບຜົນການກວດສອບ ບົດສະຫຼຸບຜົນການກວດສອບແຫ່ງລັດໃຫ້ປະຕິບັດດັ່ງນີ້: ໜຶ່ງຜົນການກວດສອບບົດສະຫຼຸບຂາດຕົວງົບປະມານແຫ່ງ ລັດປະຈໍາປີຕ້ອງສົ່ງໃຫ້ນາຍົກລັດຖະມົນຕີເພື່ອລາຍງານ,ຈາກນັ້ນ ຈຶ່ງນໍາສົ່ງໃຫ້ຄະນະປະຈໍາສະພາແຫ່ງຊາດຢ່າງຊ້າບໍ່ໃຫ້ກາຍສິບ ຫ້າເດືອນນັບແຕ່ສົກປີງົບປະມານແຫ່ງລັດສິ້ນສຸດລົງ. ສອງບົດສະຫຼຸບຜົນການກວດສອບຕາມຄໍາສະເໜີຂອງການ ຈັດຕັ້ງທີ່ກ່ຽວຂ້ອງຕ້ອງສົ່ງໃຫ້ການຈັດຕັ້ງທີ່ສະເໜີໃຫ້ກວດສອບ. ສາມບົດສະຫຼຸບຜົນການກວດສອບແບບກະທັນຫັນຕ້ອງສົ່ງ ໃຫ້ການຈັດຕັ້ງສະເໜີໃຫ້ກວດສອບ.

ບົດສະຫຼຸບຜົນຂອງການກວດສອບແຕ່ລະຄັ້ງຕ້ອງສົ່ງໃຫ້ເປົ້າ ໝາຍຖືກກວດສອບແຫ່ງລັດແລະອົງການຄຸ້ມຄອງເປົ້າໝາຍຖືກ ກວດສອບນັ້ນ. ບົດສະຫຼຸບການເຄື່ອນໄຫວປະຈໍາສົກປີຂອງອົງການກວດ ສອບແຫ່ງລັດຕ້ອງສົ່ງໃຫ້ຄະນະປະຈໍາສະພາແຫ່ງຊາດແລະນາຍົກ ລັດຖະມົນຕີ,ສໍາລັບບົດສະຫຼຸບຜົນການກວດສອບຕາມຂໍ້ສອງແລະ ສາມເທິງນີ້ແລະບົດສະຫຼຸບການເຄື່ອນໄຫວປະຈໍາສົກປີຂອງອົງ ການກວດສອບປະຈໍາພາກຕ້ອງສົ່ງໃຫ້ອົງການກວດສອບແຫ່ງລັດ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແລະອົງການ ປົກຄອງແຂວງຫຼືນະຄອນທີ່ອົງການກວດສອບປະຈໍາພາກຮັບຜິດ ຊອບ. ....ມາດຕາສິບແປດການເປີດເຜີຍຜົນການກວດສອບ

ມາດຕາສິບແປດການເປີດເຜີຍຜົນການກວດສອບ ຜົນການກວດສອບແຫ່ງລັດຈະສາມາດເປີດເຜີຍໄດ້ກໍ່ຕໍ່ເມື່ອ ໄດ້ລາຍງານແລະໄດ້ຮັບອະນຸຍາດຈາກການຈັດຕັ້ງລັດທີ່ມີສິດກ່ຽວ ຂ້ອງແລ້ວເທົ່ານັ້ນ.ການເປີດເຜີຍດໍາເນີນດ້ວຍຮູບການດັ່ງນີ້: ໜຶ່ງຈັດກອງປະຊຸມຂ່າວ. ສອງລົງໜັງສືພິມຂ່າວສານໂທລະພາບວິທະຍຸແລະພາຫະນະ ສື່ມວນຊົນອື່ນ. ສາມລົງໃນເວບໄຊຂໍ້ມູນຂ່າວສານຂອງອົງການກວດກາແຫ່ງ ລັດ. ...ໝວດທີສອງການແກ້ໄຂການລະເມີດແລະການກວດຄືນຜົນການກວດສອບ


....ມາດຕາສິບເກົ້າການແກ້ໄຂການລະເມີດ

ມາດຕາສິບເກົ້າການແກ້ໄຂການລະເມີດ ທຸການກະທໍາຊຶ່ງເປັນການລະເມີດລະບຽບກົດໝາຍທີ່ໄດ້ພົບ ເຫັນຈາກຜົນການກວດສອບແຫ່ງລັດຕ້ອງໄດ້ຮັບການແກ້ໄຂຢ່າງທັນ ເວລາແລະເຂັ້ມງວດຖ້າເຫັນວ່າ: ໜຶ່ງມີການລະເມີດທີ່ມີລັກສະນະເບົານັ້ນອົງການກວດສອບຈະ ສົ່ງບົດສະຫຼຸບຜົນການກວດສອບໃຫ້ອົງການຄຸ້ມຄອງເປົ້າໝາຍຖືກ ກວດສອບແຫ່ງລັດເພື່ອສຶກສາອົບຮົມກ່າວເຕືອນຫຼືລົງວິໄນຕາມແຕ່ ລະກໍລະນີ. ສອງມີການລະເມີດທີ່ມີລັກສະນະທາງແພ່ງຫຼືເປັນການກະທໍາ ຜິດທາງອາຍານັ້ນອົງການກວດສອບຈະສົ່ງບົດສະຫຼຸບຜົນການກວດ ສອບໃຫ້ພາກສ່ວນທີ່ມີສິດອໍານາດກ່ຽວຂ້ອງແກ້ໄຂຕາມລະບຽບກົດ ໝາຍ. ....ມາດຕາຊາວ(ປັບປຸງ)ການກວດຄືນຜົນການກວດສອບ

ມາດຕາຊາວ(ປັບປຸງ)ການກວດຄືນຜົນການກວດສອບ ອົງການກວດສອບຕ້ອງດໍາເນີນການກວດກາຄືນກ່ຽວກັບການ ຈັດຕັ້ງປະຕິບັດຄໍາແນະນໍາແລະຄໍາສະເໜີແກ້ໄຂຜົນການກວດສອບ ເພື່ອຕີລາຄາສະພາບຄວາມເປັນຈິງໃນການຈັດຕັ້ງປະຕິບັດຜ່ານມາ ບົນພື້ນຖານການລາຍງານເປັນລາຍລັກອັກສອນຂອງເປົ້າໝາຍຖືກ ກວດສອບແຫ່ງລັດ. ການກວດຄືນຜົນການກວດສອບຕ້ອງໄດ້ລາຍງານຕໍ່ກອງປະ ຊຸມສະພາແຫ່ງຊາດໂດຍແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກ ລົງ. ...ໝວດທີສາມຮູບການ,ປະເພດ,ເປົ້າໝາຍຖືກວດສອບ,ກໍານົດເວລາແລະສະຖານທີ່ກວດສອບ


....ມາດຕາຊາວເອັດ(ປັບປຸງ)ຮູບການກວດສອບແຫ່ງລັດ

ມາດຕາຊາວເອັດ(ປັບປຸງ)ຮູບການກວດສອບແຫ່ງລັດ ການກວດສອບແຫ່ງລັດມີສາມຮູບການດັ່ງນີ້: ໜຶ່ງການກວດສອບຕາມແຜນການ. ສອງການກວດສອບຕາມຄໍາສະເໜີ. ສາມການກວດສອບແບບກະທັນຫັນ.

ການກວດສອບຕາມແຜນການແມ່ນການກວດສອບທີ່ດໍາເນີນ ໄປຕາມແຜນການທີ່ໄດ້ວາງໄວ້ແລະມີກໍານົດເວລາອັນແນ່ນອນໂດຍ ມີການແຈ້ງໃຫ້ເປົ້າໝາຍຖືກກວດສອບແຫ່ງລັດຊາບລ່ວງໜ້າ. ການກວດສອບຕາມຄໍາສະເໜີແມ່ນການກວດສອບທີ່ດໍາເນີນ ຕາມຄໍາສະເໜີຂອງອົງການທີ່ໄດ້ກໍານົດໄວ້ໃນຂໍ້ສອງ,ສາມແລະສີ່ ມາດຕາສິບເອັດຂອງກົດໝາຍສະບັບນີ້ຫຼືເປົ້າໝາຍຖືກກວດສອບ ແຫ່ງລັດ. ການກວດສອບແບບກະທັນຫັນແມ່ນການກວດສອບໃນກໍລະນີ ທີ່ຈໍາເປັນແລະຮີບດ່ວນໂດຍບໍ່ມີການແຈ້ງໃຫ້ເປົ້າໝາຍຖືກກວດສອບ ແຫ່ງລັດຊາບລ່ວງໜ້າ. ....ມາດຕາຊາວສອງ(ປັບປຸງ)ປະເພດການກວດສອບແຫ່ງລັດ

ມາດຕາຊາວສອງ(ປັບປຸງ)ປະເພດການກວດສອບແຫ່ງລັດ ການກວດສອບແຫ່ງລັດມີສາມປະເພດດັ່ງນີ້: ໜຶ່ງການກວດສອບເອກະສານລາຍງານການເງິນ. ສອງການກວດສອບຄວາມສອດຄ່ອງທາງດ້ານລະບຽບກົດ ໝາຍ. ສາມການກວດສອບຜົນການຈັດຕັ້ງປະຕິບັດ.

ອີງໃສ່ຈຸດປະສົງຂອງການກວດສອບແຕ່ລະຄັ້ງປະທານອົງ ການກວດສອບແຫ່ງລັດເປັນຜູ້ກໍານົດປະເພດການກວດສອບຊຶ່ງອາດ ຈະມີໜຶ່ງຫຼືຫຼາຍປະເພດຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕາ ນີ້. ....ມາດຕາຊາວສາມການກວດສອບເອກະສານລາຍງານການເງິນ

ມາດຕາຊາວສາມການກວດສອບເອກະສານລາຍງານການເງິນ ການກວດສອບເອກະສານລາຍງານການເງິນແມ່ນການກວດ ສອບບັນດາເອກະສານກ່ຽວກັບການເງິນປະຈໍາປີເຊັ່ນ:ໃບສະຫຼຸບຊັບ ສົມບັດໃບລາຍງານຜົນໄດ້ຮັບໃບລາຍງານກະແສເງິນສົດລວມໃບ ລາຍງານສ່ວນປ່ຽນແປງຂອງທຶນຕົນເອງແລະເອກະສານອື່ນທີ່ພົວ ພັນກັບການກວດສອບເພື່ອຕີລາຄາແລະຢັ້ງຢືນລະດັບຄວາມຖືກຕ້ອງ ຕາມຕົວຈິງຕາມລະບຽບກົດໝາຍຕາມມາດຕະຖານການບັນຊີແລະ ຖານະການເງິນຂອງເປົ້າໝາຍຖືກກວດສອບແຫ່ງລັດ. ....ມາດຕາຊາວສີ່ການກວດສອບຄວາມສອດຄ່ອງທາງດ້ານລະບຽບກົດໝາຍ

ມາດຕາຊາວສີ່ການກວດສອບຄວາມສອດຄ່ອງທາງດ້ານລະບຽບ ກົດໝາຍ ການກວດສອບຄວາມສອດຄ່ອງທາງດ້ານລະບຽບກົດໝາຍ ມີເນື້ອໃນດັ່ງນີ້: ໜຶ່ງສະພາບການຈັດຕັ້ງປະຕິບັດຕາມກົດໝາຍເຊັ່ນ:ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດກົດໝາຍວ່າດ້ວຍການບັນຊີກົດໝາຍວ່າ ດ້ວຍທະນາຄານທຸລະກິດກົດໝາຍພາສີກົດໝາຍສ່ວຍສາອາກອນກົດ ໝາຍອາກອນມູນຄ່າເພີ່ມແລະກົດໝາຍອື່ນໆທີ່ກ່ຽວຂ້ອງ. ສອງສະພາການຈັດຕັ້ງປະຕິບັດນິຕິກໍາຕ່າງໆແລະກົດລະບຽບ ພາຍໃນຂອງເປົ້າໝາຍຖືກກວດສອບແຫ່ງລັດ. ....ມາດຕາຊາວຫ້າການກວດສອບຜົນການຈັດຕັ້ງປະຕິບັດ

ມາດຕາຊາວຫ້າການກວດສອບຜົນການຈັດຕັ້ງປະຕິບັດ ການກວດສອບຜົນການຈັດຕັ້ງປະຕິບັດມີເນື້ອໃນດັ່ງນີ້: ໜຶ່ງສະພາບການຈັດຕັ້ງປະຕິບັດຄາດໝາຍຂອງແຜນການ ແລະບົດວິພາກເສດຖະກິດເຕັກນິກຫຼືການວັດແທກໝາກຜົນຂອງການ ຈັດຕັ້ງປະຕິບັດວຽກງານໂດຍສົມທຽບໃສ່ຄາດໝາຍທີ່ໄດ້ວາງໄວ້. ສອງລະດັບການຮັບປະກັນການຄຸ້ມຄອງແລະການນໍາໃຊ້ຊັບ ພະຍາກອນແລະທ່າແຮງຕ່າງໆໃຫ້ມີປະສິດທິພາບປະສິດທິຜົນຍືນຍົງ ແລະຮັກສາສິ່ງແວດລ້ອມ. ສາມປະສິດທິຜົນຂອງການຄວບຄຸມພາຍໃນຂອງເປົ້າໝາຍ ຖືກກວດສອບແຫ່ງລັດ. ສີ່ແຜນງານ,ໂຄງການ,ການເຄື່ອນໄຫວຕ່າງໆຂອງເປົ້າ ໝາຍຖືກກວດສອບແຫ່ງລັດ. ຫ້າຜົນກະທົບຂອງສະພາບແວດລ້ອມທາງນອກຕໍ່ບັນຫາເສດ ຖະກິດແລະປະສິດທິຜົນໃນການເຄື່ອນໄຫວຂອງເປົ້າໝາຍຖືກກວດ ສອບແຫ່ງລັດ. ....ມາດຕາຊາວຫົກ(ປັບປຸງ)ເປົ້າໝາຍຖືກກວດສອບແຫ່ງລັດ

ມາດຕາຊາວຫົກ(ປັບປຸງ)ເປົ້າໝາຍຖືກກວດສອບແຫ່ງລັດ ເປົ້າໝາຍຖືກກວດສອບແຫ່ງລັດມີດັ່ງນີ້: ໜຶ່ງອົງການຈັດຕັ້ງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງ ມະຫາຊົນແລະອົງການຈັດຕັ້ງອື່ນທີ່ຄຸ້ມຄອງແລະນໍາໃຊ້ງົບປະມານ ເງິນແລະຊັບສິນຂອງລັດ. ສອງອົງການຈັດຕັ້ງການເມືອງສັງຄົມທີ່ນໍາໃຊ້ງົບປະມານ ແຫ່ງລັດ. ສາມກົມກອງທີ່ຂຶ້ນກັບກໍາລັງປະກອບອາວຸດ. ສີ່ໂຄງການລົງທຶນຂອງລັດທີ່ນໍາໃຊ້ທຶນມາຈາກງົບປະມານ ພາຍໃນທຶນກູ້ຢືມທຶນສົມທົບຫຼືທຶນຊ່ວຍເຫຼືອລ້າຈາກພາຍໃນຫຼືຕ່າງປະ ເທດ. ຫ້າທະນາຄານທຸລະກິດຂອງລັດວິສາຫະກິດຂອງລັດວິສາຫະ ກິດປະສົມແລະບໍລິສັດມະຫາຊົນ. ຫົກຫົວໜ່ວຍການບັນຊີຕາມການເຫັນດີຂອງຄະນະປະຈໍາສະ ພາແຫ່ງຊາດຫຼືນາຍົກລັດຖະມົນຕີ. ....ມາດຕາຊາວເຈັດ(ປັບປຸງ)ກໍານົດເວລາກວດສອບ

ມາດຕາຊາວເຈັດ(ປັບປຸງ)ກໍານົດເວລາກວດສອບ ໃນການກວດສອບແຕ່ລະຄັ້ງປະທານອົງການກວດສອບແຫ່ງ ລັດເປັນຜູ້ກໍານົດເວລາກວດສອບໃນກໍລະນີທີ່ການກວດສອບຫາກບໍ່ສໍາ ເລັດກໍ່ສາມາດຕໍ່ເວລາໄດ້ແຕ່ສູງສຸດບໍ່ໃຫ້ເກີນສາມສິບວັນ. ....ມາດຕາຊາວແປດສະຖານທີ່ກວດສອບ

ມາດຕາຊາວແປດສະຖານທີ່ກວດສອບ ການກວດສອບຕ້ອງດໍາເນີນຢູ່ສໍານັກງານຂອງເປົ້າໝາຍຖືກ ກວດສອບແຫ່ງລັດ.ໃນກໍລະນີທີ່ຈໍາເປັນຈະກວດສອບຢູ່ນອກສະຖານທີ່ ສໍານັກງານກໍ່ໄດ້ແຕ່ເປົ້າໝາຍຖືກກວດສອບແຫ່ງລັດຕ້ອງສົ່ງສໍາ ນວນເອກະສານແລະຂໍ້ມູນຕ່າງໆທີ່ກ່ຽວຂ້ອງໄປໃຫ້ຄະນະກວດສອບ ແຫ່ງລັດຕາມການສະເໜີ. ..ພາກທີສາມອົງການກວດສອບ


...ໝວດທີໜຶ່ງລະບົບການຈັດຕັ້ງແລະບຸກຄະລາກອນ


....ມາດຕາຊາວເກົ້າ(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງອົງການກວດສອບ

ມາດຕາຊາວເກົ້າ(ປັບປຸງ)ທີ່ຕັ້ງແລະພາລະບົດບາດຂອງອົງການ ກວດສອບ ອົງການກວດສອບແມ່ນສະຖາບັນກວດສອບໃນລະບົບການ ຈັດຕັ້ງດ້ານການກວດສອບຖືກສ້າງຕັ້ງຫຼືຍຸບເລີກໂດຍສະພາແຫ່ງ ຊາດເຄື່ອນໄຫວບົນພື້ນຖານລະບຽບກົດໝາຍມີພາລະບົດບາດກວດ ສອບບັນດາອົງການຈັດຕັ້ງຕ່າງໆຕາມທີ່ໄດ້ກໍານົດໄວ້ໃນມາດຕາ ຊາວຫົກຂອງກົດໝາຍສະບັບນີ້. ....ມາດຕາສາມສິບ(ປັບປຸງ)ລະບົບການຈັດຕັ້ງຂອງອົງການກວດສອບ

ມາດຕາສາມສິບ(ປັບປຸງ)ລະບົບການຈັດຕັ້ງຂອງອົງການກວດ ສອບ ລະບົບການຈັດຕັ້ງຂອງອົງການກວດສອບປະກອບດ້ວຍ: ໜຶ່ງອົງການກວດສອບແຫ່ງລັດ. ສອງອົງການກວດສອບປະຈໍາພາກ.

ອົງການກວດສອບແຫ່ງລັດແມ່ນສະຖາບັນກວດສອບຂັ້ນສູງ ສຸດ. ອົງການກວດສອບປະຈໍາພາກແມ່ນການຈັດຕັ້ງກວດສອບຂັ້ນ ທ້ອງຖິ່ນທີ່ຂຶ້ນກັບອົງການກວດສອບແຫ່ງລັດ. ....ມາດຕາສາມສິບເອັດ(ໃໝ່)ການຈັດຕັ້ງຂອງອົງການກວດສອບ

ມາດຕາສາມສິບເອັດ(ໃໝ່)ການຈັດຕັ້ງຂອງອົງການກວດສອບ ໜຶ່ງອົງການກວດສອບແຫ່ງລັດປະກອບດ້ວຍ: ຫ້ອງການ. ກົມຈໍານວນໜຶ່ງ. ສູນຝຶກອົບຮົມ.

ຫ້ອງການແລະກົມຕ່າງໆມີກົງຈັກຊ່ວຍວຽກຂອງຕົນຈໍານວນ ໜຶ່ງ. ໃນກໍລະນີຈະສ້າງຕັ້ງກົມໃດໜຶ່ງຂຶ້ນຕ້ອງໄດ້ຮັບການຕົກລົງ ຂອງຄະນະປະຈໍາສະພາແຫ່ງຊາດບົນພື້ນຖານການສະເໜີຂອງປະ ທານອົງການກວດສອບແຫ່ງລັດ.

ສອງອົງການກວດສອບປະຈໍາພາກປະກອບດ້ວຍ: ຫ້ອງການ. ພະແນກຈໍານວນໜຶ່ງ.

ຫ້ອງການແລະພະແນກຕ່າງໆທີ່ກົງຈັກຊ່ວຍວຽກຂອງຕົນ ຈໍານວນໜຶ່ງ. ປະທານອົງການກວດສອບແຫ່ງລັດເປັນຜູ້ຕົກລົງສ້າງຕັ້ງພະ ແນກໃດໜຶ່ງຂຶ້ນ. ....ມາດຕາສາມສິບສອງ(ປັບປຸງ)ສິດແລະໜ້າທີ່ຂອງອົງການກວດສອບແຫ່ງລັດ

ມາດຕາສາມສິບສອງ(ປັບປຸງ)ສິດແລະໜ້າທີ່ຂອງອົງການກວດ ສອບແຫ່ງລັດ ອົງການກວດສອບແຫ່ງລັດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າແລະສ້າງຮ່າງແຜນຍຸດທະສາດ,ນະໂຍບາຍ, ລະບຽບກົດໝາຍ,ທິດທາງແຜນການ,ມາດຕະຖານແລະມາດຕະ ການກ່ຽວກັບວຽກງານກວດສອບແລະສະເໜີຕໍ່ຄະນະປະຈໍາສະພາ ແຫ່ງຊາດພິຈາລະນາ. ສອງກໍ່ສ້າງແລະຍົກລະດັບບຸກຄະລາກອນເພື່ອຮັບໃຊ້ວຽກ ງານກວດສອບ. ສາມໂຄສະນາເຜີຍແຜ່ແຜນຍຸດທະສາດນະໂຍບາຍລະບຽບ ກົດໝາຍທິດທາງແຜນການມາດຕະຖານແລະມາດຕະການກ່ຽວ ກັບວຽກງານກວດສອບ. ສີ່ຄຸ້ມຄອງຊີ້ນໍາກວດກາການຈັດຕັ້ງປະຕິບັດນະໂຍບາຍລະ ບຽບກົດໝາຍມາດຕະຖານກ່ຽວກັບວຽກງານກວດສອບ. ຫ້າສ້າງແລະຈັດຕັ້ງປະຕິບັດແຜນການກວດສອບປະຈໍາສົກ ປີ. ຫົກເຊັນສັນຍາຮ່ວມມືກັບວິສາຫະກິດກວດສອບ. ເຈັດພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບການກວດສອບ ເປັນຕົ້ນບົດສະຫຼຸບຜົນການກວດສອບ. ແປດປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງກ່ຽວກັບ ວຽກງານກວດສອບ. ເກົ້າປະກອບຄໍາເຫັນໃຫ້ຂະແໜງການທີ່ກ່ຽວຂ້ອງກ່ຽວກັບ ການອະນຸຍາດດໍາເນີນທຸລະກິດກວດສອບ. ສິບກວດກາບົດສະຫຼຸບຜົນການກວດສອບຂອງວິສາຫະກິດ ກວດສອບທີ່ໄດ້ກວດສອບຫົວໜ່ວຍການບັນຊີຊຶ່ງເຫັນວ່າມີຄວາມ ຈໍາເປັນຕາມການເຫັນດີຂອງຄະນະປະຈໍາສະພາແຫ່ງຊາດຫຼືນາ ຍົກລັດຖະມົນຕີ. ສິບເອັດສະເໜີໃຫ້ກະຊວງອົງການທີ່ມີສິດອໍານາດກ່ຽວຂ້ອງ ຊີ້ນໍາບັນດາເປົ້າໝາຍຖືກກວດສອບແຫ່ງລັດທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນໃຫ້ຄວາມຮ່ວມມືແລະປະຕິບັດຄໍາແນະນໍາຂອງອົງ ການກວດສອບແຫ່ງລັດ. ສິບສອງສະເໜີໃຫ້ກະຊວງອົງການທີ່ມີສິດອໍານາດລົງວິໄນ ຕໍ່ບຸກຄົນຫຼືນິຕິບຸກຄົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນທີ່ໄດ້ລະເມີດ ວິໄນທາງດານການເງິນແລະການບັນຊີ. ສິບສາມສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງສ້າງແລະປັບ ປຸງນິຕິກໍາຕ່າງໆທີ່ເຫັນວ່າບໍ່ຖືກຕ້ອງ. ສິບສີ່ພົວພັນຮ່ວມມືກັບຕ່າງປະເທດພາກພື້ນແລະສາກົນໃນ ຂົງເຂດວຽກງານກວດສອບ. ສິບຫ້າສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງອົງ ການກວດສອບແຫ່ງລັດປະຈໍາຫົກເດືອນແລະປະຈໍາສົກປີໃຫ້ຄະນະ ປະຈໍາສະພາແຫ່ງຊາດແລະນາຍົກລັດຖະມົນຕີ. ສິບຫົກສະຫຼຸບລາຍງານຜົນການກວດສອບບົດສະຫຼຸບຂາດ ຕົວງົບປະມານແຫ່ງລັດປະຈໍາສົກປີຕໍ່ກອງປະຊຸມສະພາແຫ່ງຊາດ. ສິບເຈັດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ....ມາດຕາສາມສິບສາມ(ປັບປຸງ)ໂຄງປະກອບບຸກຄະລາກອນຂອງອົງການກວດສອບແຫ່ງລັດ

ມາດຕາສາມສິບສາມ(ປັບປຸງ)ໂຄງປະກອບບຸກຄະລາກອນຂອງອົງ ການກວດສອບແຫ່ງລັດ ໂຄງປະກອບບຸກຄະລາກອນຂອງອົງການກວດສອບແຫ່ງລັດ ມີດັ່ງນີ້: ປະທານ. ຮອງປະທານຈໍານວນໜຶ່ງ. ຫົວໜ້າຮອງຫົວໜ້າຫ້ອງການ,ກົມ,ສູນຝຶກອົບຮົມ. ຫົວໜ້າ,ຮອງຫົວໜ້າພະແນກ. ນັກກວດສອບແລະພະນັກງານວິຊາການຈໍານວນໜຶ່ງ.

ສໍາລັບການຈັດຕັ້ງແລະການເຄື່ອນໄຫວຂອງອົງການກວດ ສອບແຫ່ງລັດໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາສາມສິບສີ່(ປັບປຸງ)ປະທານອົງການກວດສອບແຫ່ງລັດ

ມາດຕາສາມສິບສີ່(ປັບປຸງ)ປະທານອົງການກວດສອບແຫ່ງລັດ ປະທານອົງການກວດສອບແຫ່ງລັດຖືກເລືອກຕັ້ງຫຼືປົດຕໍາ ແໜ່ງໂດຍກອງປະຊຸມສະພາແຫ່ງຊາດຕາມການສະເໜີຂອງຄະນະ ປະະຈໍາສະພາແຫ່ງຊາດ,ມີອາຍຸການຫ້າປີ.ການເລືອກຕັ້ງດັ່ງກ່າວ ຕ້ອງດໍາເນີນຢ່າງໄວໜຶ່ງປີຫຼັງຈາກກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ. ສໍາລັບເງິນເດືອນແລະນະໂຍບາຍອື່ນຂອງປະທານອົງການ ກວດສອບແຫ່ງລັດແມ່ນໃຫ້ປະຕິບັດຕາມລະບຽບການທີ່ລັດວາງ ອອກ. ....ມາດຕາສາມສິບຫ້າ(ປັບປຸງ)ສິດແລະໜ້າທີ່ຂອງປະທານອົງການກວດສອບແຫ່ງລັດ.

ມາດຕາສາມສິບຫ້າ(ປັບປຸງ)ສິດແລະໜ້າທີ່ຂອງປະທານອົງການ ກວດສອບແຫ່ງລັດ. ປະທານອົງການກວດສອບແຫ່ງລັດມີສິດແລະໜ້າທີ່ດັ່ງນີ້. ໜຶ່ງຮັບຜິດຊອບໂດຍກົງຕໍ່ສະພາແຫ່ງຊາດຄະນະປະຈໍາສະ ພາແຫ່ງຊາດກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກງານ ຂອງອົງການກວດສອບ. ສອງຊີ້ນໍາແລະກວດກາການຈັດຕັ້ງປະຕິບັດວຽກງານກວດ ສອບແຫ່ງລັດທົ່ວປະເທດ. ສາມອອກຂໍ້ຕົກລົງຄໍາສັ່ງແລະຄໍາແນະນໍາກ່ຽວກັບວຽກ ງານກວດສອບແຫ່ງລັດ. ສີ່ສະເໜີສ້າງຫຼືປັບປຸງນິຕິກໍາກ່ຽວກັບວຽກງານກວດສອບ ຕໍ່ຄະນະປະຈໍາສະພາແຫ່ງຊາດ. ຫ້າຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເນື້ອໃນບົດສະຫຼຸບຜົນ ການກວດສອບຂອງອົງການກວດສອບ. ຫົກເຂົ້າຮ່ວມກອງປະຊຸມສະໄໝສາມັນຂອງສະພາແຫ່ງ ຊາດຄະນະປະຈໍາສະພາແຫ່ງຊາດແລະກອງປະຊຸມລັດຖະບານ ກ່ຽວກັບບັນຫາທີ່ພົວພັນເຖິງວຽກງານກວດສອບ. ເຈັດລາຍງານແລະຕອບຂໍ້ຊັກຖາມກ່ຽວກັບຜົນການກວດ ສອບບົດສະຫຼຸບຂາດຕົວງົບປະມານແຫ່ງລັດປະຈໍາສົກປີຕໍ່ກອງປະ ຊຸມສະພາແຫ່ງຊາດ. ແປດສະເໜີກະຊວງອົອງການທີ່ມີສິດອໍານາດກ່ຽວຂ້ອງ ແລະການຈັດຕັ້ງຂອງເປົ້າໝາຍຖືກກວດສອບແຫ່ງລັດສຶກສາອົບ ຮົມລົງວິໄນຫຼືດໍາເນີນຄະດີຕາມແຕ່ລະກໍລະນີຕໍ່ເປົ້າໝາຍຖືກກວດ ສອບແຫ່ງລັດ. ເກົ້າແຕ່ງຕັ້ງຍົກຍ້າຍຫຼືປົດຕໍາແໜ່ງພະນັກງານຂອງອົງ ການກວດສອບແຫ່ງລັດແຕ່ຂັ້ນຫົວໜ້າຫ້ອງການຫົວໜ້າກົມແລະ ຫົວໜ້າສະຖາບັນຄົ້ນຄວ້າແລະສູນຝຶກອົບຮົມລວມທັງຮອງຫົວໜ້າ ອົງການກວດສອບປະຈໍາພາກລົງໄປ. ສິບສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງອົງ ການກວດສອບແຫ່ງລັດປະຈໍາຫົກເດືອນແລະປະຈໍາສົກປີໃຫ້ຄະ ນະປະຈໍາສະພາແຫ່ງຊາດແລະນາຍົກລັດຖະມົນຕີ. ສິບເອັດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ. ....ມາດຕາສາມສິບຫົກ(ປັບປຸງ)ຮອງປະທານອົງການກວດສອບແຫ່ງລັດ

ມາດຕາສາມສິບຫົກ(ປັບປຸງ)ຮອງປະທານອົງການກວດສອບ ແຫ່ງລັດ ຮອງປະທານອົງການກວດສອບແຫ່ງລັດຖືກແຕ່ງຕັ້ງ,ຍົກຍ້າຍ ຫຼືຜົດຕໍາແໜ່ງໂດຍປະທານປະເທດຕາມການສະເໜີຂອງຄະນະປະ ຈໍາສະພາແຫ່ງຊາດ. ສໍາລັບເງິນເດືອນແລະນະໂຍບາຍອື່ນຂອງຮອງປະທານອົງ ການກວດສອບແຫ່ງລັດແມ່ນໃຫ້ປະຕິບັດຕາມລະບຽບການທີ່ລັດວາງ ອອກ. ຮອງປະທານອົງການກວດສອບແຫ່ງລັດມີສິດແລະໜ້າທີ່ດັ່ງ ນີ້: 1. ຊ່ວຍວຽກປະທານອົງການກວດສອບແຫ່ງລັດແລະຮັບຜິດ ຊອບວຽກງານໃດໜຶ່ງຕາມການມອບໝາຍຂອງປະທານອົງການ ກວດສອບແຫ່ງລັດ. 2. ໃນກໍລະນີທີ່ປະທານບໍ່ຢູ່ຫຼືບໍ່ສາມາດປະຕິບັດໜ້າທີ່ໄດ້ນັ້ນ ແມ່ນຮອງປະທານຜູ້ໄດ້ຮັບມອບໝາຍຈາກປະທານອົງການກວດ ສອບແຫ່ງລັດເປັນຜູ້ວ່າການແທນ. ....ມາດຕາສາມສິບເຈັດ(ປັບປຸງ)ອົງການກວດສອບປະຈໍາພາກ

ມາດຕາສາມສິບເຈັດ(ປັບປຸງ)ອົງການກວດສອບປະຈໍາພາກ ອົງການກວດສອບປະຈໍາພາກແມ່ນການຈັດຕັ້ງກວດສອບ ຂັ້ນທ້ອງຖິ່ນທີ່ຂຶ້ນກັບອົງການກວດສອບແຫ່ງລັດ,ດໍາເນີນການກວດ ສອບບັນດາການຈັດຕັ້ງທີ່ຕັ້ງຢູ່ໃນພື້ນທີ່ຂອງພາກແລະກວດສອບ ເປົ້າໝາຍອື່ນໆຕາມການມອບໝາຍຂອງປະທານອົງການກວດ ສອບແຫ່ງລັດ.

ອົງການກວດສອບປະຈໍາພາກມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າຫັນເອົານະໂຍບາຍ,ມະຕິ,ແຜນການຂອງອົງ ການກວດສອບແຜ່ງລັດມາເປັນແຜນການ,ແຜນງານ,ໂຄງການ ລະອຽດຂອງຕົນແລ້ວຈັດຕັ້ງປະຕິບັດ. ສອງໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບການກວດ ສອບລວມທັງຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາຂອງປະທານອົງ ການກວດສອບແຫ່ງລັດ. ສາມດໍາເນີນການກວດສອບຕາມແຜນການຂອງຕົນແລະ ຕາມການມອບໝາຍຂອງປະທານອົງການກວດສອບແຫ່ງລັດ. ສີ່ແຈ້ງຜົນການກວດສອບໃຫ້ເປົ້າໝາຍຖືກກວດສອບແຫ່ງ ລັດພາຍຫຼັງອົງການກວດສອບແຫ່ງລັດໄດ້ຮັບຮອງເອົາ. ຫ້າພິຈາລະນາ,ແກ້ໄຂຄໍາສະເໜີທີ່ພົວພັນເຖິງການກວດ ສອບເປັນຕົ້ນກ່ຽວກັບບົດສະຫຼຸບຜົນການກວດສອບ. ຫົກປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະ ຕິບັດວຽກງານກວດສອບ. ເຈັດພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານກວດສອບຕາມການມອບໝາຍຂອງປະທານ ອົງການກວດສອບແຫ່ງລັດ. ແປດສະຫຼຸບ,ລາຍງານຜົນການເຄື່ອນໄຫວວຽກງານຂອງ ຕົນປະຈໍາງວດແລະປະຈໍາສົກປີໃຫ້ປະທານອົງການກວດສອບແຫ່ງ ລັດແລະປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງທີ່ກ່ຽວຂ້ອງ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍຫຼືຕາມ ການມອບໝາຍຂອງປະທານອົງການກວດສອບແຫ່ງລັດ. ....ມາດຕາສາມສິບແປດ(ປັບປຸງ)ໂຄງປະກອບບຸກຄະລາກອນຂອງອົງການກວດສອບປະຈໍາພາກ

ມາດຕາສາມສິບແປດ(ປັບປຸງ)ໂຄງປະກອບບຸກຄະລາກອນຂອງອົງ ການກວດສອບປະຈໍາພາກ ໂຄງປະກອບບຸກຄະລາກອນຂອງອົງການກວດສອບປະຈໍາ ພາກມີດັ່ງນີ້: ຫົວໜ້າ. ຮອງຫົວໜ້າຈໍານວນໜຶ່ງ. ຫົວໜ້າ,ຮອງຫົວໜ້າຫ້ອງການແລະພະແນກຈໍານວນໜຶ່ງ. ນັກກວດສອບແລະພັກນັກງານວິຊາການ.


ສໍາລັບການຈັດຕັ້ງແລະການເຄື່ອນໄຫວຂອງອົງການກວດ ສອບປະຈໍາພາກໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາສາມສິບເກົ້າ(ປັບປຸງ)ຫົວໜ້າອົງການກວດສອບປະຈໍາພາກ

ມາດຕາສາມສິບເກົ້າ(ປັບປຸງ)ຫົວໜ້າອົງການກວດສອບປະຈໍາ ພາກ ຫົວໜ້າອົງການກວດສອບປະຈໍາພາກຖືກແຕ່ງຕັ້ງ,ຍົກຍ້າຍ ຫຼືປົດຕໍາແໜ່ງໂດຍຄະນະປະຈໍາສະພາແຫ່ງຊາດຕາມການສະເໜີ ຂອງປະທານອົງການກວດສອບແຫ່ງລັດ. ສໍາລັບເງິນເດອນແລະນະໂຍບາຍອື່ນຂອງຫົວໜ້າອົງການ ກວດສອບປະຈໍາພາກແມ່ນໃຫ້ປະຕິບັດຕາມລະບຽບການທີ່ລັດວາງ ອອກ.

ຫົວໜ້າອົງການກວດສອບປະຈໍາພາກມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຮັບຜິດຊອບໂດຍກົງຕໍ່ປະທານອົງການກວດສອບແຫ່ງ ລັດກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວວຽກງານຂອງຕົນ. ສອງຊີ້ນໍາແລະກວດກາການດໍາເນີນການກວດສອບໃຫ້ ສອດຄ່ອງກັບມາດຕະຖານການກວດສອບ. ສາມສະເໜີປັບປຸງກົງຈັກການຈັດຕັ້ງ,ຈໍານວນພົນແລະ ການສັບຊ້ອນພະນັກງານຢູ່ໃນອົງການກວດສອບປະຈໍາພາກຂອງ ຕົນຕໍ່ປະທານອົງການກວດສອບແຫ່ງລັດ. ສີ່ປະສານສົມທົບກັບອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງຢູ່ໃນ ພື້ນທີ່ພາກຂອງຕົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ. ຫ້າພົວພັນຮ່ວມມກັບຕ່າງປະເທດ,ພາກພື້ນແລະສາກົນໃນ ຂົງເຂດວຽກງານກວດສອບຕາມການມອບໝາຍຂອງປະທານອົງ ການກວດສອບແຫ່ງລັດ. ຫົກລາຍງານຜົນຂອງການເຄື່ອນໄຫວວຽກງານທັງໝົດ ຂອງອົງການກວດສອບປະຈໍາພາກໃຫ້ປະທານອົງການກວດສອບ ແປ່ງລັດແລະປະທານຄະນະສານສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງຢ່າງເປັນປົກກະຕິ. ເຈັດປະຕິບັດສິດແລະໜ້າທີ່ອື່ນຕາມລະບຽບກົດໝາຍແລະ ຕາມການອບໝາຍຂອງປະທານອົງການກວດສອບແຫ່ງລັດ. ....ມາດຕາສີ່ສິບ(ປັບປຸງ)ຮອງຫົວໜ້າອົງການກວດສອບປະຈໍາພາກ

ມາດຕາສີ່ສິບ(ປັບປຸງ)ຮອງຫົວໜ້າອົງການກວດສອບປະຈໍາພາກ ຮອງຫົວໜ້າອົງການກວດສອບປະຈໍາພາກຖືກແຕ່ງຕັ້ງ,ຍົກ ຍ້າຍຫຼືປົດຕໍາແໜ່ງໂດຍປະທານອົງການກວດສອບແຫ່ງລັດຕາມ ການສະເໜີຂອງຫົວໜ້າອົງການກວດສອບປະຈໍາພາກ. ສໍາລັບເງິນເດືອນແລະນະໂຍບາຍອື່ນຂອງຮອງຫົວໜ້າອົງ ການກວດສອບປະຈໍາພາກແມ່ນໃຫ້ປະຕິບັດຕາມລະບຽບການທີ່ລັດ ວາງອອກ. ຮອງຫົວໜ້າອົງການກວດສອບປະຈໍາພາກມີສິດແລະໜ້າທີ່ ດັ່ງນີ້: ໜຶ່ງຊ່ວຍວຽກຫົວໜ້າອົງການກວດສອບປະຈໍາພາກແລະຮັບ ຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າອົງການ ກວດສອບປະຈໍາພາກ. ສອງໃນກໍລະນີທີ່ຫົວໜ້າອົງການກວດສອບປະຈໍາພາກບໍ່ຢູ່ຫຼືບໍ່ ສາມາດປະຕິບັດໜ້າທີ່ໄດ້ນັ້ນແມ່ນຮອງຫົວໜ້າອົງການກວດສອບປະ ຈໍາພາກຜູ້ໄດ້ຮັບມອບໝາຍຈາກຫົວໜ້າອົງການກວດສອບປະຈໍາ ພາກເປັນຜູ້ວ່າການແທນ. ...ໝວດທີສອງມາດຕະຖານການນໍາຂອງອົງການກວດສອບ


....ມາດຕາສີ່ສິບເອັດ(ໃໝ່)ມາດຕະຖານລວມຂອງການນໍາຂອງອົງການກວດສອບ

ມາດຕາສີ່ສິບເອັດ(ໃໝ່)ມາດຕະຖານລວມຂອງການນໍາຂອງອົງ ການກວດສອບ ມາດຕະຖານລວມຂອງປະທານ,ຮອງປະທານຂອງອົງການ ກວດສອບແຫ່ງລັດແລະຫົວໜ້າອົງການກວດສອບປະຈໍາພາກມີດັ່ງ ນີ້: ໜຶ່ງມາດຕະຖານທາງດ້ານຄຸນທາດການເມືອງ. ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ,ປອດໃສຂາວສະ ອາດ,ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການທີ່ຜັນແປຢູ່ພາຍໃນແລະ ສາກົນ. ເປັນເອກະພາບສູງກັບແນວທາງປ່ຽນແປງໃໝ່ຂອງພັກ,ບ ໍ່ມີແນວຄິດຫຼາຍພັກຫຼາຍເຄົ້າ,ມີຫຼັກໝັ້ນຈໍາແນກມິດສັດຕູຢ່າງຈະ ແຈ້ງແລະເດັດຂາດ. ເປັນຜູ້ມີຈິດໃຈຕື່ນຕົວເປັນເຈົ້າການຮັບໃຊ້ຊາດຮັບໃຊ້ປະ ຊາຊົນ,ມີຄວາມຍຸດຕິທໍາ,ບໍ່ສວຍໃຊ້ຖານະຕໍາແໜ່ງ,ບໍ່ໂລບມາກ ໂລພາ,ບໍ່ສໍ້ລາດບັງຫຼວງ. ເດັດດ່ຽວຕໍ່ສູ້ກັບບັນດາທັດສະນະທີ່ຜິດແຂ,ບໍ່ອວດອົ່ງທະນົງ ຕົວ. ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ.

ສອງມາດຕະຖານຄວາມຮູ້ແລະຄວາມສາມາດ. ມີຄວາມຮູ້ທາງດ້ານທິດສະດີການເມືອງແລະການປົກຄອງ, ມີຄວາມຮູ້ໃນການຄຸ້ມຄອງລັດ,ຄຸ້ມຄອງເສດຖະກິດສັງຄົມ,ມີຄວາມ ສາມາດໃນການຊີ້ນໍານໍາພາປະຕິບັດໜ້າທີ່ການເມືອງຂອງຂະ ແໜງການທີ່ຕົນຮັບຜິດຊອບ. ຮູ້ເຮັດວຽກງານສຶກສາອົບຮົມການເມືອງແນວຄິດແລະມີ ບົດຮຽນໃນວຽກງານກໍ່ສ້າງພັກກໍ່ສ້າງພະນັກງານ,ຮູ້ຄຸ້ມຄອງແລະ ນໍາໃຊ້ພະນັກງານ. ກໍາແໜ້ນແນວທາງ,ແຜນນະໂຍບາຍຂອງພັກແລະລະບຽບ ກົດໝາຍຂອງລັດ,ເດັດດ່ຽວເຄົາລົບແລະປະຕິບັດກົດໝາຍຢ່າງ ເຂັ້ມງວດ. ມີຄວາມຮູ້ພາສາຕ່າງປະເທດໃດໜຶ່ງໃນລະດັບພື້ນຖານຂຶ້ນ ໄປ. ມີຄວາມສາມາດເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະ ແລະພະນັກງານສະມາຊິກພັກທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ,ຮູ້ ເສີມຂະຫຍາຍສະຕິປັນຍາຫົວຄິດປະດິດສ້າງຂອງມະຫາຊົນ. ມີຄວາມຮູ້ລະດັບຊັ້ນສູງຂຶ້ນໄປ,ມີປະສົບການດ້ານການເງິນ, ການບັນຊີຫຼືການກວດກາ.

ສາມມາດຕະຖານແບບແຜນເຮັດວຽກ. ມີແບບແຜນເຂັ້ມງວດໃນການເຮັດວຽກແລະປະຕິບັດຕາມ ຫຼັກການລວມສູນປະຊາທິປະໄຕ,ຕົກລົງເປັນໝູ່ຄະນະ,ມີການແບ່ງ ງານ,ມອບສິດໜ້າທີ່ໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ. ເຮັດວຽກມີແຜນການ,ມີຈຸດສຸມ,ມີຄາດໝາຍ,ມີການກວດ ກາ,ສະຫຼຸບຕີລາຄາປະເມີນຜົນແລະຖອດຖອນບົດຮຽນ. ມີທັດສະນະມະຫາຊົນຢ່າງຖືກຕ້ອງ,ຮູ້ຟັງຄໍາຄິດຄໍາເຫັນ,ໃຫ້ ຊິດຕິດແທດແລະຮູ້ຮໍ່າຮຽນນໍາມະຫາຊົນ. ນອກຈາກມາດຕະຖານດັ່ງກ່າວເທິງນີ້ແລ້ວຍັງຕ້ອງມີສັນ ຊາດລາວໂດຍກໍາເນີດແລະມີສຸຂະພາບດີ. ....ມາດຕາສີ່ສິບສອງ(ໃໝ່)ມາດຕະຖານຂອງປະທານອົງການກວດສອບແຫ່ງລັດ

ມາດຕາສີ່ສິບສອງ(ໃໝ່)ມາດຕະຖານຂອງປະທານອົງການກວດ ສອບແຫ່ງລັດ ນອກຈາກມາດຕະຖານລວມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບ ເອັດຂອງກົດໝາຍສະບັບນີ້ແລ້ວປະທານອົງການກວດສອບແຫ່ງລັດ ຍັງຕ້ອງເຄີຍດໍາລົງຕໍາແໜ່ງຂັ້ນລັດຖະມົນຕີຊ່ວຍວ່າການຂຶ້ນໄປ. ....ມາດຕາສີ່ສິບສາມ(ໃໝ່)ມາດຕະຖານສະເພາະຂອງຮອງປະທານອົງການກວດສອບແຫ່ງລັດ

ມາດຕາສີ່ສິບສາມ(ໃໝ່)ມາດຕະຖານສະເພາະຂອງຮອງປະທານອົງ ການກວດສອບແຫ່ງລັດ ນອກຈາກມາດຕະຖານລວມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບ ເອັດຂອງກົດໝາຍສະບັບນີ້ແລ້ວຮອງປະທານອົງການກວດສອບ ແຫ່ງລັດຍັງຕ້ອງເຄີຍດໍາລົງຕໍາແໜ່ງຂັ້ນຫົວໜ້າກົມຂຶ້ນໄປ. ....ມາດຕາສີ່ສິບສີ່(ໃໝ່)ມາດຕະຖານສະເພາະຂອງຫົວໜ້າອົງການກວດສອບປະຈໍາພາກ

ມາດຕາສີ່ສິບສີ່(ໃໝ່)ມາດຕະຖານສະເພາະຂອງຫົວໜ້າອົງການ ກວດສອບປະຈໍາພາກ ນອກຈາກມາດຕະຖານລວມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບ ເອັດຂອງກົດໝາຍສະບັບນີ້ແລ້ວຫົວໜ້າອົງການກວດສອບປະຈໍາ ພາກຍັງຕ້ອງເຄີຍດໍາລົງແໜ່ງຂັ້ນຮອງຫົວໜ້າກົມຂຶ້ນໄປ. ...ໝວດທີສາມການເລືອກຕັ້ງ,ການແຕ່ງຕັ້ງ,ການຍົກຍ້າຍ,ການປົດຕໍາແໜ່ງການນໍາຂອງອົງການກວດສອບ


....ມາດຕາສີ່ສິບຫ້າ(ໃໝ່)ການສະເໜີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ

ມາດຕາສີ່ສິບຫ້າ(ໃໝ່)ການສະເໜີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຄົ້ນຄວ້າລາຍຊື່ຜູ້ສະໝັກ ຮັບເລືອກຕັ້ງທີ່ມີມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ ສີ່ສິບເອັດແລະສີ່ສິບສອງຂອງກົດໝາຍສະບັບນີ້ເພື່ອສະເໜີຕໍ່ກອງປະ ຊຸມສະພາແຫ່ງຊາດພິຈາລະນາລົງຄະແນນສຽງເລືອກຕັ້ງ.ການລົງ ຄະແນນສຽງນັ້ນຕ້ອງດໍາເນີນຢ່າງປິດລັບ. ການເລືອກຕັ້ງປະທານອົງການກວດສອບແຫ່ງລັດຈະມີຜົນສັກ ສິດກໍ່ຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງສະມາຊິກສະ ພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ. ....ມາດຕາສີ່ສິບຫົກ(ໃໝ່)ການສະເໜີແຕ່ງຕັ້ງຮອງປະທານອົງການກວດສອບແຫ່ງລັດ

ມາດຕາສີ່ສິບຫົກ(ໃໝ່)ການສະເໜີແຕ່ງຕັ້ງຮອງປະທານອົງການ ກວດສອບແຫ່ງລັດ ປະທານອົງການກວດສອບແຫ່ງລັດເປັນຜູ້ສະໜີລາຍຊື່ແຕ່ງ ຕັ້ງເປັນຮອງປະທານອົງການກວດສອບແຫ່ງລັດຕໍ່ຄະນະປະຈໍາສະ ພາແຫ່ງຊາດເພື່ອຄົ້ນຄວ້າແລະນໍາສະເໜີຕໍ່ປະທານປະເທດພິຈາລະ ນາແຕ່ງຕັ້ງ.

....ມາດຕາສີ່ສິບເຈັດ(ໃໝ່)ການສະເໜີແຕ່ງຕັ້ງຫົວໜ້າອົງການກວດສອບປະຈໍາພາກ

ມາດຕາສີ່ສິບເຈັດ(ໃໝ່)ການສະເໜີແຕ່ງຕັ້ງຫົວໜ້າອົງການກວດ ສອບປະຈໍາພາກ ປະທານອົງການກວດສອບແຫ່ງລັດເປັນຜູ້ສະເໜີລາຍຊື່ແຕ່ງ ຕັ້ງເປັນຫົວໜ້າອົງການກວດສອບປະຈໍາພາກຕໍ່ຄະນະປະຈໍາສະພາ ແຫ່ງຊາດເພື່ອຄົ້ນຄວ້າແລະພິຈາລະນາແຕ່ງຕັ້ງ.

....ມາດຕາສີ່ສິບແປດ(ໃໝ່)ການຍົກຍ້າຍຫຼືປົດຕໍາແໜ່ງການນໍາຂອງອົງການກວດສອບ

ມາດຕາສີ່ສິບແປດ(ໃໝ່)ການຍົກຍ້າຍຫຼືປົດຕໍາແໜ່ງການນໍາຂອງ ອົງການກວດສອບ ການຍົກຍ້າຍຫຼືປົດຕໍາແໜ່ງປະທານຮອງປະທານຂອງອົງ ການກວດສອບແຫ່ງລັດແລະຫົວໜ້າອົງການກວດສອບປະຈໍາພາກ ໃຫ້ປະຕິບັດຕາມຂັ້ນຕອນແລະວິທີການເລືອກຕັ້ງຫຼືການແຕ່ງຕັ້ງຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

...ໝວດທີສີ່ນັກກວດສອບແລະຄະນະກວດສອບແຫ່ງລັດ


....ມາດຕາສີ່ສິບເກົ້ານັກກວດສອບແຫ່ງລັດ

ມາດຕາສີ່ສິບເກົ້ານັກກວດສອບແຫ່ງລັດ ນັກກວດສອບແຫ່ງລັດແມ່ນພະນັກງານທີ່ສັງກັດຢູ່ອົງການ ກວດສອບ. ນັກກວດສອບແຫ່ລັດຕ້ອງມີມາດຕະຖານດັ່ງນີ້: ໜຶ່ງກໍາແໜ້ນແນວທາງນະໂຍບາຍລະບຽບກົດໝາຍ. ສອງມີທັດສະນະຫຼັກໝັ້ນມີຄຸນສົມບັດສິນທໍາປະຕິວັດ. ສາມມີຄວາມຮັບຜິດຊອບສູງມີຄວາມປອດໃສແລະມີຄວາມ ຍຸດຕິທໍາ. ສີ່ມີຄວາມຮູ້ຄວາມສາມາດມີວິຊາສະເພາະໃດໜຶ່ງທີ່ກ່ຽວຂ້ອງ ກັບວຽກງານກວດສອບໂດຍມີປະກາສະນີຍະບັດແຕ່ຊັ້ນສູງຂຶ້ນໄປຫຼື ໄດ້ຜ່ານການຮຽນການຝຶກອົບຮົມວຽກງານກວດສອບແລະມີບົດຮຽນ ກ່ຽວກັບວຽກງານກວດສອບແຕ່ສາມປີຂຶ້ນໄປ. ຫ້າຮັກສາຄວາມລັບດ້ານວິຊາຊີບກວດສອບ. ຫົກບໍ່ເຄີຍຖືກລົງວິໄນທາງການເງິນແລະການບັນຊີຫຼືຖືກໂທດ ອາຍາໂດຍເຈດຕະນາມາກ່ອນ. ເຈັດມີສັນຊາດລາວໂດຍກໍາເນີດ. ແປດມີສຸຂະພາບດີ. ....ມາດຕາຫ້າສິບຄະນະກວດສອບແຫ່ງລັດ

ມາດຕາຫ້າສິບຄະນະກວດສອບແຫ່ງລັດ ຄະນະກວດສອບແຫ່ງລັດແມ່ນວິສາຫະກິດກວດສອບທີ່ໄດ້ເຊັນ ສັນຍາກວດສອບກັບອົງການກວດສອບແຫ່ງລັດເພື່ອດໍາເນີນການ ກວດສອບເປົ້າໝາຍຖືກກວດສອບແຫ່ງລັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາຊາວຫົກຂອງກົດໝາຍສະບັບນີ້. ຜູ້ຮ່ວມງານກວດສອບມີພັນທະດັ່ງນີ້: ໜຶ່ງເຊັ່ນສັນຍາກັບອົງການກວດສອບແຫ່ງລັດ. ສອງປະຕິບັດຕາມຂໍ້ຜູກພັນໃນສັນຍາກວດສອບ. ສາມປະຕິບັດຕາມກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ສີ່ດໍາເນີນການກວດສອບຕາມມາດຕະຖານການກວດສອບ ແຫ່ງລັດ. ຫ້າຮັບຜິດຊອບຕໍ່ອົງການກວດສອບແຫ່ງລັດກ່ຽວກັບຜົນການ ກວດສອບທີ່ຕົ້ນໄດ້ປະຕິບັດ. ຫົກສົ່ງບົດລາຍງານຜົນການກວດສອບໃຫ້ອົງການກວດສອບ ແຫ່ງລັດເພື່ອກວດກາຄືນ.

ສໍາລັບລະບຽບການລະອຽດກ່ຽວກັບຜູ້ຮ່ວມງານກວດສອບນັ້ນ ແມ່ນປະທານອົງການກວດສອບແຫ່ງລັດເປັນຜູ້ກໍານົດ. ..ພາກທີສີ່ສະພາທີ່ປຶກສາການກວດສອບແຫ່ງລັດ


...ມາດຕາຫ້າສິບສອງສະພາທີ່ປຶກສາການກວດສອບແຫ່ງລັດ

ມາດຕາຫ້າສິບສອງສະພາທີ່ປຶກສາການກວດສອບແຫ່ງລັດ ສະພາທີ່ປຶກສາການກວດສອບແຫ່ງລັດແມ່ນການຈັດຕັ້ງໜຶ່ງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງອົງການກວດສອບແຫ່ງລັດຖືກແຕ່ງຕັ້ງ ຫຼືຍຸບເລີກໂດຍປະທານອົງການກວດສອບແຫ່ງລັດມີພາລະບົດບາດ ຄົ້ນຄວ້າລະບຽບການຕ່າງໆກ່ຽວກັບການກວດສອບແລະໃຫ້ຄໍາປຶກ ສາທາງດ້ານວິຊາການກວດສອບແຫ່ອົງການກວດສອບແຫ່ງລັດ. ...ມາດຕາຫ້າສິບສາມໂຄງປະກອບການຈັດຕັ້ງແລະບຸກຄະລາກອນ

ມາດຕາຫ້າສິບສາມໂຄງປະກອບການຈັດຕັ້ງແລະບຸກຄະລາກອນ ໂຄງປະກອບບຸກຄະລາກອນຂອງສະພາທີ່ປຶກສາການກວດ ສອບແຫ່ງລັດມີດັ່ງນີ້: ໜຶ່ງຮອງປະທານອົງການກວດສອບແຫ່ງລັດເປັນປະທານ. ສອງຫົວໜ້າກົມໃດໜຶ່ງທີ່ກ່ຽວຂ້ອງຂອງອົງການກວດສອບ ແຫ່ງລັດເປັນຮອງປະທານ. ສາມກໍາມະການຈໍານວນໜຶ່ງ.

ສໍາລັບໂຄງປະກອບການຈັດຕັ້ງແລະການເຄື່ອນໄຫວຂອງ ສະພາທີ່ປຶກສາການກວດສອບແຫ່ງລັດໄດ້ກໍານົດໄວ້ໃນລະບຽບການ ສະເພາະ. ...ມາດຕາຫ້າສິບສີ່ສິດແລະໜ້າທີ່ຂອງສະພາທີ່ປຶກສາການກວດສອບແຫ່ງລັດ

ມາດຕາຫ້າສິບສີ່ສິດແລະໜ້າທີ່ຂອງສະພາທີ່ປຶກສາການກວດສອບ ແຫ່ງລັດ ສະພາທີ່ປຶກສາການກວດສອບແຫ່ງລັດມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າມມາດຕະຖານແລະລະບຽບການຕ່າງໆທາງ ດ້ານການກວດສອບ. ສອງໃຫ້ຄໍາປຶກສາກ່ຽວກັບການເຄື່ອນໄຫວວຽກງານດ້ານວິ ຊາການກວດສອບແກ່ອົງການກວດສອບແຫ່ງລັດ. ສາມປະກອບຄໍາເຫັນໃສ່ຮ່າງນິຕິກໍາກ່ຽວກັບການກວດສອບ ແຫ່ງລັດ. ສີ່ເຂົ້າຮ່ວມການເຄື່ອນໄຫວວຽກງານກວດສອບຢູ່ພາຍໃນ ແລະຕ່າງປະເທດຕາມການມອບໝາຍ. ຫ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ. ..ພາກທີຫ້າສິດແລະພັນທະຂອງເປົ້າໝາຍຖືກກວດສອບແຫ່ງລັດ


...ມາດຕາຫ້າສິບຫ້າສິດຂອງເປົ້າໝາຍຖືກກວດສອບແຫ່ງລັດ

ມາດຕາຫ້າສິບຫ້າສິດຂອງເປົ້າໝາຍຖືກກວດສອບແຫ່ງລັດ ເປົ້າໝາຍຖືກກວດສອບແຫ່ງລັດມີສິດດັ່ງນີ້: ໜຶ່ງສະເໜີໃຫ້ອົງການກວດສອບແຫ່ງລັດແຈ້ງການຕົກລົງ ກ່ຽວກັບການແຕ່ງຕັ້ງຄະນະກວດສອບແຫ່ງລັດ. ສອງປະຕິເສດການສະໜອງເອກະສານຫຼືຂໍ້ມູນອື່ນທີ່ບໍ່ກ່ຽວ ຂ້ອງກັບເນື້ອໃນຂອງການຕົກລົງກວດອບ. ສາມສະເໜີປ່ຽນບຸກຄົນໃນຄະນະກວດສອບແຫ່ງລັດຖ້າເຫັນ ວ່າມີການລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບເຈັດ ແລະຫ້າສິບແປດຂອງກົດໝາຍສະບັບນີ້. ສີ່ປຶກສາຫາລືອະທິບາຍຢ່າງເປັນລາຍລັກອັກສອນກ່ຽວກັບ ບັນຫາທີ່ໄດ້ຍົກຂຶ້ນໃນຮ່າງບົດບັນທຶກຜົນການກວດສອບ. ຫ້າຍື່ນຄໍາຮ້ອງຕໍ່ອົງການກວດສອບແຫ່ງລັດກ່ຽວກັບການກະ ທໍາທີ່ເປັນການລະເມີດລະບຽບກົດໝາຍຂອງນັກກວດສອບແຫ່ງລັດຫຼື ຜູ້ມີສ່ວນຮ່ວມໃນການກວດສອບທີ່ເກີດຂຶ້ນໃນເວລາດໍາເນີນການກວດ ສອບ. ຫົກສະເໜີກ່ຽວກັບບົດສະຫຼຸບຜົນການກວດສອບທີ່ຕົນເຫັນວ່າ ຂັດກັບລະບຽບກົດໝາຍຕໍ່ການກວດສອບແຫ່ງລັດແລະການຈັດຕັ້ງ ອື່ນທີ່ກ່ຽວຂ້ອງ. ເຈັດທວງເອົາຄ່າເສຍຫາຍຍ້ອນການກະທໍາທີ່ບໍ່ຖືກຕ້ອງຕາມ ຈັນຍາບັນຂອງນັກກວດສອບແຫ່ງລັດ. ...ມາດຕາຫ້າສິບຫົກ(ປັບປຸງ)ພັນທະຂອງເປົ້າໝາຍຖືກກວດສອບແຫ່ງລັດ

ມາດຕາຫ້າສິບຫົກ(ປັບປຸງ)ພັນທະຂອງເປົ້າໝາຍຖືກກວດສອບ ແຫ່ງລັດ ເປົ້າໝາຍຖືກກວດສອບແຫ່ງລັດມີພັນທະດັ່ງນີ້: ໜຶ່ງປະຕິບັດຕາມເນື້ອໃນຂອງການຕົກລົງກວດສອບຢ່າງ ເຂັ້ມງວດ. ສອງແຕ່ງຕັ້ງຄະນະຮ່ວມເຮັດວຽກແລະຕອບຄືນຢ່າງເປັນ ລາຍລັກອັກສອນກ່ຽວກັບຂໍ້ຕົກລົງກວດສອບໃຫ້ແກ່ອົງການກວດ ສອບ. ສາມສົ່ງເອກະສານລາຍງານການເງິນປະຈໍາເດືອນຂອງ ຕົນໃຫ້ອົງການກວດສອບແຫ່ງລັດກ່ອນວັນທີສິບຫ້າຂອງເດືອນຖັດ ໄປ.ສໍາລັບການສົ່ງເອກະສານລາຍງານການເງິນປະຈໍາປີແມ່ນໃຫ ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ສີ່ສະໜອງຂໍ້ມູນຂ່າວສານແລະໃຫ້ຄວາມກະຈ່າງແຈ້ງກ່ຽວ ກັບວຽກງານກວດສອບຕາມການສະເໜີຂອງຄະນະກວດສອບ ແຫ່ງລັດໃຫ້ຄົບຖ້ວນແລະທັນເວລາໃນເວລາດໍາເນີນການກວດ ສອບ. ຫ້າປັບປຸງແກ້ໄຂຂໍ້ຄົງຄ້າງຫຼືຂ້ໍຜິດພາດຕາມຄໍາແນະນໍາ ຂອງອົງການກວດສອບແຫ່ງລັດພ້ອມລົບລ້າງເງື່ອນໄຂແລະສາ ເຫດຂອງການລະເມີດ. ຫົກລາຍງານຢ່າງເປັນລາຍລັກອັກສອນກ່ຽວກັບການຈັດ ຕັ້ງປະຕິບັດຄໍາແນະນໍາຂອງອົງການກວດສອບແຫ່ງລັດ. ເຈັດຮັບຜິດຊອບຕໍ່ຄວາມເສຍຫາຍທີ່ຕົນໄດ້ລະເມີດລະບຽບ ກົດໝາຍກ່ຽວກັບເນື້ອໃນຂອງການກວດສອບ. ແປດເຊັນຢັ້ງຢືນໃສ່ບົດບັນທຶກຜົນການກວດສອບ. ..ພາກທີຫົກຂໍ້ຫ້າມ


...ມາດຕາຫ້າສິບເຈັດ(ປັບປຸງ)ຂໍ້ຫ້າມສໍາລັບນັກກວດສອບແຫ່ງລັດ

ມາດຕາຫ້າສິບເຈັດ(ປັບປຸງ)ຂໍ້ຫ້າມສໍາລັບນັກກວດສອບແຫ່ງລັດ ຫ້າມນັກກວດສອບແຫ່ງລັດມີການກະທໍາດັ່ງນີ້: ໜຶ່ງລາຍງານຂໍ້ມູນກວດສອບບໍ່ກົງກັບຄວາມເປັນຈິງ. ສອງສວຍໃຊ້ໜ້າທີ່ຕໍາແໜ່ງອໍານາດເພື່ອຜົນປະໂຫຍດສ່ວນ ຕົວຄອບຄົວຫຼືຍາດພີ່ນ້ອງ. ສາມຮັບສິນບົນ. ສີ່ເປີດເຜີຍຄວາມລັບດ້ານວິຊາຊີບກວດສອບຫຼືຂໍ້ມູນກ່ຽວກັບ ຜົນການກວດສອບໂດຍບໍ່ໄດ້ຮັບອະນຸຍາດ. ຫ້າຫາຄວາມບໍ່ຈິງນາບຂູ່ຫຼືສ້າງຄວາມຫຍຸ່ງຍາດທີ່ບໍ່ຈໍາເປັນ ແກ່ເປົ້າໝາຍຖືກກວດສອບແຫ່ງລັດ. ຫົກມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ. ...ມາດຕາຫ້າສິບແປດຂໍ້ຫ້າມສໍາລັບການແຕ່ງຕັ້ງນັກກວດສອບແຫ່ງລັດ

ມາດຕາຫ້າສິບແປດຂໍ້ຫ້າມສໍາລັບການແຕ່ງຕັ້ງນັກກວດສອບແຫ່ງ ລັດ ຫ້າມແຕ່ງຕັ້ງບຸກຄົນດັ່ງລຸ່ມນີ້ເຂົ້າໃນຄະນະກວດສອບແຫ່ງ ລັດ. ໜຶ່ງຜູ້ມີທຶນມີຮຸ້ນມີຜົນປະໂຫຍກດ້ານການເງິນຫຼືການພົວພັນ ດ້ານຜົນປະໂຫຍດອື່ນກັບເປົ້າໝາຍຖືກກວດສອບແຫ່ງລັດ. ສອງການນໍາຫົວໜ້າບັນຊີຫຼືນາຍບັນຊີທີ່ເຄີຍຢູ່ເປົ້າໝາຍການ ກວດສອບແຫ່ງລັດແລະໄດ້ຍົກຍ້າຍມາຢູ່ອົງການກວດສອບບໍ່ເຖິງຫ້າ ປີ. ສາມຜູ້ເປັນຍາດພີ່ນ້ອງກັບການນໍາຫົວໜ້າບັນຊີຫຼືນາຍບັນຊີ ຢູ່ເປົ້າໝາຍຖືກກວດສອບແຫ່ງລັດ. ສີ່ມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ.

...ມາດຕາຫ້າສິບເກົ້າຂໍ້ຫ້າມສໍາລັບເປົ້າໝາຍຖືກກວດສອບແຫ່ງລັດ

ມາດຕາຫ້າສິບເກົ້າຂໍ້ຫ້າມສໍາລັບເປົ້າໝາຍຖືກກວດສອບແຫ່ງລັດ ຫ້າມເປົ້າໝາຍຖືກກວດສອບແຫ່ງລັດມີການກະທໍາດັ່ງນີ້: ໜຶ່ງປະຕິເສດການສະໜອງຂໍ້ມູນແລະເອກະສານທີ່ພົວພັນກັບ ເນື້ອໃນຂອງການຕົກລົງກວດສອບ. ສອງລາຍງານສະໜອງຂໍ້ມູນເອກະສານທີ່ບໍ່ຖືກຕ້ອງກັບຄວາມ ເປັນຈິງຊຸກເຊື່ອງຫຼືເຮັດລາຍເອກະສານຫຼືວັດຖຸສິ່ງຂອງທີ່ພົວພັນກັບ ການກວດສອບ. ສາມໃຊ້ຄວາມຮຸນແຮງຂັດຂວາງນາບຂູ່ຄະນະກວດສອບແຫ່ງ ລັດຫຼືຜູ້ສະໜອງຂໍ້ມູນໃຫ້ແກ່ການກວດສອບ. ສີ່ໃຫ້ສິນບົນແກ່ຄະນະກວດສອບແຫ່ງລັດຜູ້ສະໜອງຂໍ້ມູນໃຫ ້ແກ່ການກວດສອບຫຼືບຸກຄົນອື່ນທີ່ກ່ຽວຂ້ອງກັບການກວດສອບ. ຫ້າມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ. ...ມາດຕາຫົກສິບ(ປັບປຸງ)ຂໍ້ຫ້າມສໍາລັບການຈັດຕັ້ງຫຼືບຸກຄົນອື່ນ

ມາດຕາຫົກສິບ(ປັບປຸງ)ຂໍ້ຫ້າມສໍາລັບການຈັດຕັ້ງຫຼືບຸກຄົນອື່ນ ຫ້າມການຈັດຕັ້ງຫຼືບຸກຄົນອື່ນມີການກະທໍາດັ່ງນີ້: ໜຶ່ງຍຸແຍ່ຫາເລື່ອງແຊກແຊງກ້າວກ່າຍໃນເວລາດໍາເນີນ ການກວດສອບແລະຕ້ານການກວດສອບ. ສອງໃຊ້ຄວາມຮຸນແຮງນາບຂູ່ທໍາຮ້າຍນັກກວດສອບແຫ່ງ ລັດຫຼືຜູ້ໃຫ້ຂໍ້ມູນຂັດຂວາງການດໍາເນີນການກວດສອບຫຼືປົກປ້ອງເປົ້າ ໝາຍຖືກກວດສອບແຫ່ງລັດ. ສາມປົກປິດເຊື່ອງອໍາຫຼືທໍາລາຍຂໍ້ມູນຫຼັກຖານທີ່ພົວພັນກັບວຽກ ງານກວດສອບແຫ່ງລັດ. ສີ່ມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ. ...ມາດຕາຫົກສິບເອັດ(ໃໝ່)ຂໍ້ຫ້າມສໍາລັບການເລືອກຕັ້ງຫຼືການແຕ່ງຕັ້ງ

ມາດຕາຫົກສິບເອັດ(ໃໝ່)ຂໍ້ຫ້າມສໍາລັບການເລືອກຕັ້ງຫຼືການແຕ່ງ ຕັ້ງ ຫ້າມເລືອກຕັ້ງຫຼືແຕ່ງຕັ້ງບຸກຄົນດັ່ງລຸ່ມນີ້ເປັນການນໍາຂອງ ອົງການກວດສອບ: ໜຶ່ງຜູ້ກະທໍາຜິດໃນສະຖານສໍ້ໂກງຍັກຍອກຊັບຫຼືກະທໍາຜິດຕໍ່ ເສດຖະກິດ. ສອງຜູ້ກະທໍາຜິດໃນສະຖານການກະທໍາຜິດອື່ນທີ່ຖືກສານຕັດ ສິນລົງໂທດຕັດອິດສະລະພາບເວັ້ນເສຍແຕ່ການກະທໍາຜິດດ້ວຍຄວາມ ບໍ່ລະມັດລະວັງ. ສາມຜູ້ຖືກສານຕັດສິນປົດສິດສະໝັກຮັບເລືອກຕັ້ງ. ສີ່ຜູ້ຖືກສະພາແຫ່ງຊາດອະພິປາຍແລະລົງມະຕິບໍ່ໄວ້ວາງໃຈ. ..ພາກທີເຈັດການຕິດຕາມກວດກາການເຄື່ອນໄຫວວຽກງານກວດສອບແຫ່ງລັດ


...ມາດຕາຫົກສິບສອງການກວດກາພາຍໃນ

ມາດຕາຫົກສິບສອງການກວດກາພາຍໃນ ການກວດກາພາຍໃນແມ່ນການກວດກາການເຄື່ອນໄຫວ ກວດສອບແຫ່ງລັດໃນລະບົບການຈັດຕັ້ງຂອງການກວດສອບ. ເພື່ອຮັບປະກັນໃຫ້ວຽກງານກວດສອບແຫ່ງລັດດໍາເນີນໄປ ໂດຍດີມີປະສິດທິພາບໂປ່ງໃສແລະຍຸຕິທໍານັ້ນອົງການກວດສອບ ແຫ່ງລັດແລະອົງການກວດສອບປະຈໍາພາກຕ້ອງມີການກວດກາ ພາຍໃນຢ່າງເປັນປົກກະຕິ. ...ມາດຕາຫົກສິບສາມ(ປັບປຸງ)ການກວດສອບພາຍນອກ

ມາດຕາຫົກສິບສາມ(ປັບປຸງ)ການກວດສອບພາຍນອກ ສະພາແຫ່ງຊາດມີໜ້າທີ່ຕິດຕາມກວດກາການເຄື່ອນໄຫວ ວຽກງານການຄຸ້ມຄອງແລະການນໍາໃຊ້ງົບປະມານເງິນແລະຊັບ ສິນຂອງອົງການກວດສອບ. ..ພາກທີແປດງົບປະມານ,ເຄື່ອງແບບ,ກາໝາຍ,ບັດນັກກວດສອບແລະຕາປະທັບ


...ມາດຕາຫົກສິບສີ່(ປັບປຸງ)ງົບປະມານຂອງອົງການກວດສອບ

ມາດຕາຫົກສິບສີ່(ປັບປຸງ)ງົບປະມານຂອງອົງການກວດສອບ ງົບປະມານຂອງອົງການກວດສອບແຫ່ງລັດແມ່ນຫົວໜ່ວຍງົບ ປະມານຂັ້ນໜຶ່ງຂອງງົບປະມານແຫ່ງລັດເພື່ອນໍາໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານກວດສອບສໍາລັບງົບປະມານຂອງອົງການກວດ ສອບປະຈໍາພາກແມ່ນຫົວໜ່ວຍງົບປະມານຂັ້ນສອງທີ່ຂຶ້ນກັບງົບປະ ມານຂອງອົງການກວດສອບແຫ່ງລັດ. ...ມາດຕາຫົກສິບຫ້າເຄື່ອງແບບ,ກາໝາຍແລະບັດນັກກວດສອບແຫ່ງລັດ

ມາດຕາຫົກສິບຫ້າເຄື່ອງແບບ,ກາໝາຍແລະບັດນັກກວດສອບແຫ່ງ ລັດ ອົງການກວດສອບມີເຄື່ອງແບບແລະກາໝາຍຊຶ່ງແມ່ນຄະນະ ປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງ. ນັກກວດສອບແຫ່ງລັດມີບັດສະເພາະທີ່ອອກໃຫ້ໂດຍອົງການ ກວດສອບແຫ່ງລັດ. ...ມາດຕາຫົກສິບຫົກ(ປັບປຸງ)ຕາປະທັບ

ມາດຕາຫົກສິບຫົກ(ປັບປຸງ)ຕາປະທັບ ຕາປະທັບຂອງອົງການກວດສອບແຫ່ງລັດເປັນຮູບວົງມົນຢູ່ ກາງວົງມົນມີເຄື່ອງໝາຍຊາດເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງ ຂຽນວ່າ"ອົງການກວດສອບແຫ່ງລັດ"ຢູ່ເບື້ອງລຸ່ນຂຽນວ່າ"ປະທານ" ຊຶ່ງຂັ້ນດ້ວຍຮູບດາວຫ້າແຈ. ຕາປະທັບຂອງອົງການກວດສອບປະຈໍາພາກເປັນຮູບວົງມົນ ຢູ່ກາງວົງມົນມີເຄື່ອງໝາຍຊາດເນື້ອໃນຢູ່ໃນຂອບວົງມົນເບື້ອງເທິງ ຂຽນວ່າ"ອົງການກວດສອບແຫ່ງລັດ"ຢູ່ເບື້ອງລຸ່ມຂຽນວ່າ"ອົງການ ກວດສອບປະຈໍາພາກ"ຊຶ່ງຂັ້ນດ້ວຍຮູບດາວຫ້າແຈ. ..ພາກທີເກົ້ານະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫົກສິບເຈັດມາດຕະການຕໍ່ຜູ້ມີຜົນງານ

ມາດຕາຫົກສິບເຈັດມາດຕະການຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ເປັນຕົ້ນການປະຕິບັດໜ້າທີ່ການເຄື່ອນໄຫວຖືກຕ້ອງ ການໃຫ້ຄວາມຮ່ວມມືແລະການສະໜອງຂໍ້ມູນກ່ຽວກັບການກວດສອບ ແຫ່ງລັດຈະໄດ້ຮັບການຍ້ອງຍໍຫຼືປະຕິບັດນະໂຍບາຍອື່ນຕາມຄວາມ ເໝາະສົມ. ...ມາດຕາຫົກສິບແປດມາດຕະການຕໍ່ຜູ້ລະເມີດ

ມາດຕາຫົກສິບແປດມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມ ເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ.ສັງຄົມແລະຜົນປະໂຫຍດອັນ ຊອບທໍາຂອງພົນລະເມືອງຈະຖືກປະຕິບັດມາດຕະການສຶກສາອົບຮົມ ລົງວິິໄນປັບໃໝຫຼືລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກລວມທັງ ການໃຊ້ແທນຄ່າເສຍຫາຍທາງແພ່ງ. ...ມາດຕາຫົກສິບເກົ້າມາດຕະການສຶກສາອົບຮົມ

ມາດຕາຫົກສິບເກົ້າມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນ ການຄຸ້ມຄອງການນໍາໃຊ້ງົບປະມານເງິນແລະຊັບສິນຂອງລັດຫຼືການ ດໍາເນີນວຽກງານຂອງຕົນຊຶ່ງກໍ່ຄວາມເສຍຫາຍແກ່ການຈັດຕັ້ງຫຼືບຸກ ຄົນອື່ນທີ່ບໍ່ມີມູນຄ່າສູງແຕ່ມີຄວາມຈິງໃຈລາຍງານແລະຮັບສາລະ ພາບຕໍ່ຄວາມຜິດພາດຂອງຕົນຈະຖືກສຶກສາອົບຮົມຫຼືກ່າວເຕືອນ. ...ມາດຕາເຈັດສິບ(ປັບປຸງ)ມາດຕະການທາງວິໄນ

ມາດຕາເຈັດສິບ(ປັບປຸງ)ມາດຕະການທາງວິໄນ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ ຫ້າມທີ່ບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາແຕ່ບໍ່ມີຄວາມ ຈິງໃຈລາຍງານຫຼົບຫຼີກຈາກຄວາມຜິດກໍ່ຈະຖືກລົງວິໄນຕາມແຕ່ລະກໍ ລະນີດັ່ງນີ້: ໜຶ່ງຕິຕຽນກ່າວເຕືອນຄວາມຜິດພ້ອມທັງບັນທຶກໄວ້ໃນສໍານວນ ເອກະສານຊີວິປະຫວັດຂອງບຸກຄົນນັ້ນ. ສອງໂຈະການເລື່ອນຊັ້ນຂັ້ນເງິນເດືອນຫຼືການຍ້ອງຍໍ. ສາມປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ. ສີ່ໃຫ້ອອກຈາກການເປັນລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍ ໃດໆ. ...ມາດຕາເຈັດສິບເອັດ(ໃໝ່)ມາດຕະການປັບໃໝ

ມາດຕາເຈັດສິບເອັດ(ໃໝ່)ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍສະບັບນີ້ຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະກໍ່ ຄວາມເສຍຫາຍທີ່ບໍ່ມີມູນຄ່າສູງກໍ່ຈະຖືກປັບໃໝ. ອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ...ມາດຕາເຈັດສິບສອງມາດຕະການທາງແພ່ງ

ມາດຕາເຈັດສິບສອງມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນ ການຄຸ້ມຄອງການນໍາໃຊ້ງົບປະມານເງິນແລະຊັບສິນຂອງລັດຫຼືການ ດໍາເນີນວຽກງານຂອງຕົນຊຶ່ງກໍ່ຄວາມເສຍຫາຍແກ່ການຈັດຕັ້ງຫຼືບຸກ ຄົນອື່ນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ...ມາດຕາເຈັດສິບສາມມາດຕະການທາງອາຍາ

ມາດຕາເຈັດສິບສາມມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນການຄຸ້ມຄອງ ການນໍາໃຊ້ງົບປະມານເງິນແລະຊັບສິນຂອງລັດຫຼືການດໍາເນີນວຽກ ງານຂອງຕົນຊຶ່ງເປັນການກະທໍາຜິດທາງອາຍາເຊັ່ນການປອມແປງ ຕົວເລກບັນຊີການທໍາລາຍເອກະສານການເງິນທີ່ກ່ຽວຂ້ອງກັບການ ກວດສອບແຫ່ງລັດການຮັບສິນບົນກໍ່ຈະຖືກລົງໂທດຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍອາຍາ. ..ພາກທີສິບບົດບັນຍັດສຸດທ້າຍ


...ມາດຕາເຈັດສິບສີ່ການຈັດຕັ້ງປະຕິບັດ

ມາດຕາເຈັດສິບສີ່ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້. ...ມາດຕາເຈັດສິບຫ້າ(ປັບປຸງ)ຜົນສັກສິດ

ມາດຕາເຈັດສິບຫ້າ(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນ ປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການກວດສອບ ສະບັບເລກທີສູນຫ້າທັບສພຊລົງວັນທີສາມກໍລະກົດສອງພັນເຈັດ. ຂໍກໍານົດບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.