ກົດໝາຍວ່າດ້ວຍການຄວບຄຸມຢາສູບ 26-11-2009

ການຄວບຄຸມຢາສູບ 26-11-2009

ພາກທີ1ບົດບັດຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄວບຄຸມ,ການຄຸ້ມຄອງ,ການຕິດຕາມ,ກວດກາການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ,ການໂຄສະນາຜະລິດຕະພັນຢາສູບເພື່ອປົກປ້ອງສຸຂະພາບຂອງພົນລະເມືອງຈາກຜົນຮ້າຍຂອງຢາສູບ,ແນໃສ່ຫຼຸດຜ່ອນການຊົມໃຊ້ແລະຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ,ປົກປັກຮັກສາສິ່ງແວດລ້ອມ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.

ມາດຕາ2ການຄວບຄຸມຢາສູບ ການຄວບຄຸມຢາສູບແມ່ນການນໍາໃຊ້ມາດຕະການຕ່າງໆເພື່ອຄຸ້ມຄອງ,ຕິດຕາມ,ກວດກາການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ,ການຊື້ຂາຍຜະລິດຕະພັນຢາສູບແລະສະຖານທີ່ສູບຢາແນໃສ່ຫຼຸດຜ່ອນຄວາມຕ້ອງການ,ຄວາມເປັນອັນຕະລາຍຈາກການຊົມໃຊ້ຜະລິດຕະພັນຢາສູບແລະການໄດ້ຮັບຄັວນຢາສູບ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ຢາສູບໝາຍເຖິງຜະລິດຕະພັນທີ່ຖືກປຸງແຕ່ງຈາກພືດລົ້ມລຸກຊະນິດໜຶ່ງທີ່ມີສານນິໂກຕິນຊຶ່ງເປັນທາດເບື່ອແລະເປັນສິ່ງເສບຕິດ; 2.ການຊົມໃຊ້ຢາສູບໝາຍເຖິງການສູບ,ການຄ້ຽວ,ການອົມ,ການດົມຜະລິດຕະພັນຢາສູບ; 3.ຜະລິດສະພັນຢາສູບໝາຍເຖິງຢາເສັ້ນ,ກອກຢາສໍາເລັດຮູບ,ຢາຊີກາແລະຢາຮູບແບບອື່ນທີ່ນໍາໃຊ້ໃບຢາສູບເປັນວັດຖຸດິບທັງໝົດຫຼືສ່ວນໃດສ່ວນໜຶ່ງ; 4.ການໄດ້ຮັບຄວັນຢາສູບໝາຍເຖິງການທີ່ຜູ້ບໍ່ສູບຢາໄດ້ຮັບຄວັນທີ່ພົ່ນອອກມາຈາກຜູ້ສູບຢາຫຼືຄວັນຈາກກອກຢາທີ່ຈູດປະໄວ້; 5.ຜະລິດຕະພັນທີ່ຄ້າຍຄືຜະລິດຕະພັນຢາສູບໝາຍເຖິງຜະລິດຕະພັນທີ່ຮຽນແບບຈາກຜະລິດຕະພັນຢາສູບເພື່ອເປັນການໂຄສະນາ,ຊັກຊວນໃຫ້ຊົມໃຊ້ຢາສູບ; 6.ຢາສູບເຖື່ອນໝາຍເຖິງຜະລິດຕະພັນຢາສູບແບບອຸດສາຫະກໍາທີ່ບໍ່ໄດ້ຮັບອະນຸຍາດໃຫ້ຜະລິດ,ນໍາເຂົ້າແລະຈໍາໜ່າຍ; 7.ເຄື່ອງຈັກຂາຍຢາສູບແບບອັດຕະໂນມັດໝາຍເຖິງເຄື່ອງຈັກຂາຍຜະລິດຕະພັນຢາສູບທີ່ຜູ້ຊົມໃຊ້ສາມາດຊື້ໄດ້ໂດຍການນໍາໃຊ້ເງິນສົດຫຼືຢອດຫຼຽນຫຼືບັດສະເພາະ; 8.ອຸດສາຫະກໍາຢາສູບໝາຍເຖິງໂຮງງານຜະລິດ,ບໍລິສັດນໍາເຂົ້າແລະຕົວແທນຈໍາໜ່າຍຜະລິດຕະພັນຢາສູບທີ່ຜະລິດແບບອຸດສາຫະກໍາ; 9.ການອຸປະຖໍາຈາກອຸດສາຫະກໍາຢາສູບໝາຍເຖິງການປະກອບສ່ວນທຸກປະເພດໂດຍທາງກົງຫຼືທາງອ້ອມຜ່ານກິດຈະກໍາແລະພາຫະນະໃດໜຶ່ງເພື່ອຈູງໃຈຫຼືສົ່ງເສີມການຂາຍແລະການຊົມໃຊ້ຜະລິດຕະພັນຢາສູບ; 10.ການຫຸ້ມຫໍ່ໝາຍເຖິງການບັນຈຸຜະລິດຕະພັນຢາສູບໃສ່ຊອງ,ຕຸດ,ຫີບແລະວັດສະດຸຫຸ້ມຫໍ່ອື່ນໆ; 11.ຢາເສັ້ນໝາຍເຖິງຜະລິດຕະພັນຈາກໃບຢາສູບທີ່ຖືກຊອຍເປັນເສັ້ນແລ້ວນໍາມາຊົມໃຊ້ດ້ວຍການພັນ,ຍັດກອກ,ຍັດບັ້ງ,ອົມ,ຄ້ຽວ,ດົມ.

ມາດຕາ4ນະຖຍບາຍຂອງລັດກ່ຽວກັບການຄວບຄຸມຢາສູບ ລັດຄວບຄຸມຢາສູບແ້ວຍການວາງນະໂຍບາຍ,ມາດຕະການຕ່າງໆເຊັ່ນ:ເພີ່ມພາສີອາກອນ,ກໍານົດສະຖານທີ່ຫ້າມສູບຢາ,ສະຖານທີ່ຈໍາໜ່າຍ,ຊື້ຂາຍຢາສູບແລະສົ່ງເສີມຊາວກະສິກອນປູກພືດອື່ນທົດແທນການປູກຢາສູບ. ລັດເອົາໃຈໃສ່ໂຄສະນາ,ສຶກສາອົບຮົມທົ່ວສັງຄົມດ້ວຍຫຼາຍຮູບການເພື່ອສ້າງຈິດສໍານຶກໃຫ້ເຫັນໄດ້ຜົນຮ້າຍຂອງຢາສູບແລະບໍ່ຊົມໃຊ້ຢາສູບ. ລັດຊຸກຍູ້ສົ່ງເສີມບຸກຄົນ,ຄອບຄົວ,ການຈັດຕັ້ງທຸກພາກສ່ວນໃຫ້ເຂົ້າຮ່ວມໃນການຄວບຄຸມຢາສູບລວມທັງບໍາບັດຜູ້ອອກຢາສູບ,ປິ່ນປົວຜູ້ໄດ້ຮັບຜົນຮ້າຍ,ເຈັບເປັນຈາກຄວັນຢາສູບ. ລົດຄຸ້ມຄອງການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ,ການຊື້ຂາຍແລະການຊົມໃຊ້ຜະລິດຕະພັນຢາສູບແນໃສ່ຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ,ຫຼຸດຜ່ອນການເປັນພະຍາດແລະຄ່າໃຊ້ຈ່າຍຕ່າງໆທີ່ບໍ່ຈໍາເປັນການຊົມໃຊ້ຢາສູບເພື່ອສົ່ງເສີມໃຫ້ພົນລະເມືອງທຸກຄົນມີສຸຂະພາບແຂງແຮງ. ລັດຈັດສັນງົບປະມານ,ພາຫະນະແລະວັດຖຸອຸປະກອນທີ່ຈໍາເປັນໃຫ້ແກ່ວຽກງານຄວບຄຸມຢາສູບ.

ມາດຕາ5ຫຼັກການກ່ຽວກັບການຄວບຄຸມຢາສູບ ການຄວບຄຸມຢາສູບຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1.ຮັບປະກັນການຄຸ້ມຄອງ,ການຕິດຕາມ,ກວດກາຢ່າງລວມສູນໃນທົ່ວປະເທດແລະສົ່ງເສີມການມີສ່ວນຮ່ວມຢ່າງກວ້າງຂວາງຂອງບຸກຄົນແລະການຈັດຕັ້ງ; 2.ໃຫ້ພົນລະເມືອງທຸກຄົນດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ປອດຄວັນຢາສູບ,ສາມາດເຂົ້າເຖິງການບໍາບັດເພື່ອອອກຢາສູບແລະປິ່ນປົວເມື່ອໄດ້ຮັບຜົນຮ້າຍຈາກຢາສູບ; 3.ຕ້ອງເລີ່ມຈາກບຸກຄົນ,ຄອບຄົວໂດຍມີສ່ວນຮ່ວມຂອງການຈັດຕັ້ງແລະສັງຄົມໃນການແກ້ໄຂຜົນຮ້າຍຂອງຢາສູບ; 4.ປະຕິບັດຕາມການກໍານົດສະຖານທີ່ສູບຢາຢ່າງເຂັ້ມງວດໃນການຊົມໃຊ້ຜະລິດຕະພັນຢາສູບເປັນຕົ້ນການສູບຢາ.

ມາດຕາ6ພັນທະຂອງພົນລະເມືອງກ່ຽວກັບການຄວບຄຸມຢາສູບ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ຢູ່ສປປລາວມີພັນທະປະກອບສ່ວນເຂົ້າໃນວຽກງານຄວບຄຸມ,ຄຸ້ມຄອງ,ຕິດຕາມ,ກວດກາຢາສູບດ້ວຍການເປັນແບບຢ່າງໃນການປະຕິບັດລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບ,ສຶກສາອົບຮົມ,ແນະນໍາຜູ້ທີ່ຢູ່ໃກ້ຄຽງຫຼືຢູ່ໃນການຄຸ້ມຄອງຂອງຕົນໃຫ້ເຫັນໄດ້ຜົນຮ້າຍຈາກການຊົມໃຊ້ຢາສູບ.

ມາດຕາ7ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການຄວບຄຸມການຜະລິດ,ນໍາເຂົ້າ,ຈໍາໜ່າຍ,ຊື້ຂາຍຜະລິດຕະພັນຢາສູບແບບອຸດສາຫະກໍາແລະສະຖານທີ່ສູບຢາໃນຂອບເຂດສປປລາວ.

ມາດຕາ8ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ການຝຶກອົບຮົມ,ການກໍ່ສ້າງຍົກລະດັບພະນັກງານລວມທັງການຍາດແຍ່ງທຶນຮອນ,ພາຫະນະແລະອຸປະກອນຕ່າງໆເພື່ອເຮັດໃຫ້ວຽກງານຄວບຄຸມຢາສູບມີປະສິດທິຜົນໂດຍສອດຄ່ອງກັບສັນຍາແລະສົນທິສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ປະເພດຜະລິດຕະພັນແລະຜົນຮ້າຍຂອງຢາສູບ

ໝວດທີ1ປະເພດຜະລິດຕະພັນຢາສູບ

ມາດຕາ9ປະເພດຜະລິດຕະພັນ ຜະລິດຕະພັນຢາສູບມີສອງປະເພດຄື: -ຜະລິດຕະພັນແບບອຸດສາຫະກໍາ; -ຜະລິດຕະພັນແບບຫັດຖະກໍາ.

ມາດຕາ10ຜະລິດຕະພັນແບບອຸດສາຫະກໍາ ຜະລິດຕະພັນແບບອຸດສາຫະກໍາແມ່ນຜະລິດຕະພັນທີ່ຜະລິດດ້ວຍເຄື່ອງຈັກໃນໂຮງຈັກໂຮງງານຊຶ່ງສາມາດຜະລິດໄດ້ເປັນຈໍານວນຫຼວງຫຼາຍ.

ມາດຕາ11ຜະລິດຕະພັນແບບຫັດຖະກໍາ ຜະລິດຕະພັນແບບຫັດຖະກໍາແມ່ນຜະລິດຕະພັນທີ່ຜະລິດດ້ວຍມືຫຼືການນໍາໃຊ້ເຄື່ອງມືແບບປະຖົມປະຖານ.

ມາດຕາ12ຊະນິດຜະລິດຕະພັນຢາສູບ ຜະລິດຕະພັນຢາສູບມີຫຼາຍຊະນິດຄືຢາເສັ້ນ,ຢາຊອງ,ຢາຊີກາແລະຢາຊະນິດອື່ນໆທີ່ນໍາໃຊ້ໃບຢາສູບເປັນວັດຖຸດິບທັງມົດຫຼືສ່ວນໃດສ່ວນໜຶ່ງ.

ໝວດທີ2ຜົນຮ້າຍຂອງຢາສູບ

ມາດຕາ13ຜົນຮ້າຍຕໍ່ສຸຂະພາບ ການຊົມໃຊ້ຢາສູບເປັນຕົ້ນການສູບຢາແມ່ນມີຜົນຮ້າຍຕໍ່ສຸຂະພາບຂອງຜູ້ສູບແລະຜູ້ໄດ້ຮັບຄວັນຢາສູບໂດຍສະເພາະແມ່ຍິງແລະເດັກນ້ອຍຊຶ່ງມີຄວາມສ່ຽງໃນການເປັນພະຍາດຮ້າຍແຮງເຊັ່ນມະເຮັງປອດ,ພະຍາດເສັ້ນເລືອດຫົວໃຈ,ພະຍາດເສັ້ນເລືອດສະໝອງ,ພະຍາດຊໍາເຮື້ອລະບົບຫາຍໃຈ,ລະບົບລະລາຍ,ລະບົບປະສາດ,ພະຍາດອື່ນໆແລະນໍາໄປສູ່ການເສຍຊີວິດ.

ມາດຕາ14ຜົນກະທົບຕໍ່ເສດຖະກິດສັງຄົມ ການຊົມໃຊ້ຢາສູບນອກຈາກຈະມີຜົນຮ້າຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງກົດໝາຍສະບັບນີ້ແລ້ວຍັງເປັນການທໍາລາຍສຸຂະພາບຂອງຜູ້ອອກແຮງງານ,ຜູ້ຜະລິດທັງເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຊຶ່ງເປັນຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດແລະເປັນການທໍາລາຍສິ່ງແວດລ້ອມ.

ມາດຕາ15ຜົນກະທົບຕໍ່ຄອບຄົວ ການຊົມໃຊ້ຢາສູບນອກຈາກຈະມີຜົນຮ້າຍຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງກົດໝາຍສະບັບນີ້ແລະມີຜົນຮ້າຍຕໍ່ສະມາຊິກຂອງຄອບຄົວເປັນຕົ້ນແມ່ຍິງແລະເດັກນ້ອຍແລ້ວຜູ້ສູບຢາຍັງຕ້ອງໄດ້ຈ່າຍເງິນເຂົ້າໃນການຊື້ຢາສູບແລະປິ່ນປົວພະຍາດທີ່ເກີດຂຶ້ນຊຶ່ງເປັນການເພີ່ມພາລະແບກຫາບຂອງຄອບຄົວ.

ພາກທີ3ການຄວບຄຸມຜະລິດຕະພັນຢາສູບ

ໝວດທີ1ການຄວບຄຸມການຜະລິດ,ນໍາເຂົ້າ,ຈໍາໜ່າຍຜະລິດຕະພັນຢາສູບ

ມາດຕາ16ການຄວບຄຸມການຜະລິດ ການຜະລິດຢາສູບແບບອຸດສາຫະກໍາຢູ່ສປປລາວຕ້ອງຢູ່ໃຕ້ການຄວບຄຸມ,ຄຸ້ມຄອງ,ຕິດຕາມ,ກວດກາຢ່າງເຂັ້ມງວດແລະປະຕິບັດຕາມການກໍານົດຂອງອົງການຄຸ້ມຄອງແລະກວດກາວຽກງານຄວບຄຸມຢາສູບເປົນຕົ້ນມາດຕະຖານເຕັກນິກ,ການພິມສະຫຼາກແລະຄໍາເຕືອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ33ແລະ34ຂອງກົດໝາຍສະບັບນີ້.

ມາດຕາ17ການຄວບຄຸມການນໍາເຂົ້າ ການນໍາເຂົ້າຜະລິດຕະພັນຢາສູບໃນສປປລາວຕ້ອງຢູ່ໃຕ້ການຄວບຄຸມ,ຄຸ້ມຄອງ,ຕິດຕາມ,ກວດກາຢ່າງເຂັ້ມງວດເຊັ່ນການອະນຸຍາດ,ການພິມສະຫຼາກ,ຄໍາເຕືອນແລະປະຕິບັດຕາມລະບຽບການຂອງລັດ.

ມາດຕາ18ການຄວບຄຸມການຈໍາໜ່າຍ ການຈໍາໜ່າຍຜະລິດຕະພັນຢາສູບໃນສປປລາວຕ້ອງໄດ້ຮັບອະນຸຍາດຕາມລະບຽບການສະເພາະແລະຜ່ານການກວດກາຈາກຂະແໜງການທີ່ກ່ຽວຂ້ອງຂ້ອງລັດ. ຜະລິດຕະພັນຢາສູບບໍ່ອະນຸຍາດໃຫ້ຈໍາໜ່າຍຫຼືຊື້ຂາຍຢູ່ສະຖານທີ່ດັ່ງນີ້: 1.ສະຖານທີ່ບໍລິການສາທາລະນະສຸກ; 2.ສະຖານທີ່ການສຶກສາ; 3.ສໍານັກງານ,ອົງການຂອງລັດ; 4.ໂຮງມະຫໍລະສົບເຊັ່ນໂຮງຮູບເງົາ,ໂຮງລະຄອນ,ໂຮງກາຍຍະສິນ,ຫໍວັດທະນະທໍາ,ຫໍພິພິທະພັນ;ສະໜາມກິລາ,ສະໜາມອອກກໍາລັງກາຍ; 5.ໃນພາຫະນະໂດຍສານ. ສະຖານທີ່ຂາຍຍ່ອຍຜະລິດຕະພັນຢາສູບຕ້ອງເປັນບ່ອນທີ່ເໝາະສົມແລະໄດ້ຮັບການອະນຸຍາດຜະລິດຕະພັນຢາສູບຈະບໍ່ຖືກອະນຸຍາດໃຫ້ຈໍາໜ່າຍຫຼືຊື້ຂາຍແກ່ເດັກທີ່ມີອາຍຸຕໍ່າກວ່າສິບແປດປີ.

ໝວດທີ2ການບັນຈຸແລະການຫຸ້ມຫໍ່ຜະລິດຕະພັນຢາສູບ

ມາດຕາ19ການບັນຈຸຜະລິດຕະພັນຢາສູບ ເພື່ອຫຼຸດຜ່ອນຄວາມສາມາດໃນການຊື້ແລະການຊົມໃຊ້ຢາສູບຂອງເດັກນ້ອຍນັ້ນການບັນຈຸຜະລິດຕະພັນຢາສູບຕ້ອງບໍ່ໃຫ້ຕໍ່າກວ່າຊາວກອກຕໍ່ຊອງຫຼືຫ້າສິບກອກຕໍ່ກະປ໋ອງ.

ມາດຕາ20ການຫຸ້ມຫໍ່ຜະລິດຕະພັນຢາສູບ ການຫຸ້ມຫໍ່ຊອງ,ຕຸດ,ຫໍ່,ກະປ໋ອງ,ຫີບຜະລິດຕະພັນຢາສູບຕ້ອງມີການພິມສະຫຼາກແລະຄໍາເຕືອນຕາມການກໍານົດຂອງລັດຖະບານ.

ໝວດທີ3ພັນທະຂອງຜູ້ຜະລິດ,ນໍາເຂົ້າ,ຈໍາໜ່າຍແລະຜູ້ຊົມໃຊ້ຜະລິດຕະພັນຢາສູບ

ມາດຕາ21ພັນທະທົ່ວໄປ ຜູ້ຜະລິດ,ນໍາເຂົ້າແລະຈໍາໜ່າຍຜະລິດຕະພັນຢາສູບມີພັນທະທົ່ວໄປດັ່ງນີ້: 1.ປະຕິບັດລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບຢ່າງເຂັ້ມງວດ; 2.ມອບເງິນເຂົ້າກອງທຶນຄວບຄຸມຢາສູບຕາມທີ່ໄດ້ກໍານົດໄວ້ໃນຂໍ້2ມາດຕາ46ຂອງກົດໝາຍສະບັບນີ້; 3.ດໍາເນີນທຸລະກິດຢ່າງໂປ່ງໃສສາມາດກວດສອບໄດ້. ສໍາລັບຜູ້ຊື້-ຂາຍຜະລິດຕະພັນຢາສູບມີພັນທະປະຕິບັດຕາມຂໍ້ທີ1ຂອງມາດຕານີ້.

ມາດຕາ22ພັນທະຂອງຜູ້ຜະລິດ ນອກຈາກພັນທະທົ່ວໄປທີ່ໄດ້ກໍານົດໄວ້ໃນມາດຕາ21ຂອງກົດໝາຍສະບັບນີ້ແລ້ວຜູ້ຜະລິດຜະລິດຕະພັນຢາສູບຍັງມີພັນທະດັ່ງນີ້: 1.ພິມສະຫຼາກ,ຄໍາເຕືອນທີ່ເປັນຂໍ້ຄວາມໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບຕາມລະບຽບການ; 2.ປົກປັກຮັກສາສຶ່ງແວດລ້ອມເປັນຕົ້ນໃນຂອບເຂດພື້ນທີ່ການຜະລິດຂອງຕົນ; 3.ປ້ອງກັນແລະສົ່ງເສີມສຸຂະພາບຂອງຜູ້ອອກແຮງງານໃນການຜະລິດຢາສູບຕາມລະບຽບການ.

ມາດຕາ23ພັນທະຂອງຜູ້ນໍາເຂົ້າ ນອກຈາກພັນທະທົ່ວໄປທີ່ໄດ້ກໍານົດໄວ້ໃນມາດຕາ21ຂອງກົດໝາຍສະບັບນີ້ແລ້ວຜູ້ນໍາເຂົ້າຜະລິດຕະພັນຢາສູບຍັງມີພັນທະຮັບປະກັນການນໍາເຂົ້າຜະລິດຕະພັນຢາສູບທີ່ມີການພິມສະຫຼາກ,ຄໍາເຕືອນທີ່ເປັນຂໍ້ຄວາມໃສ່ວັດຖຸຫຸ້ມຫໍ່ຜະລິດຕະພັນຢາສູບຢ່າງຖືກຕ້ອງຕາມລະບຽບການ.

ມາດຕາ24ພັນທະຂອງຜູ້ຈໍາໜ່າຍ ນອກຈາກພັນທະທົ່ວໄປທີ່ໄດ້ກໍານົດໄວ້ໃນມາດຕາ21ຂອງກົດໝາຍສະບັບນີ້ແລ້ວຜູ້ຈໍາໜ່າຍ,ຊື້ຂາຍຍັງມີພັນທະດັ່ງນີ້: 1.ຮັບປະກັນໃຫ້ມີສະຖານທີ່ທີ່ເໝາະສົມໃນການຈໍາໜ່າຍ,ຊື້ຂາຍຜະລິດຕະພັນຢາສູບ; 2.ຈໍາໜ່າຍ,ຊື້ຂາຍຜະລິດຕະພັນຢາສູບທີ່ມີການພິມສະຫຼາກແລະຄໍາເຕືອນເປັນຂໍ້ຄວາມຢ່າງຖືກຕ້ອງຕາມລະບຽບການເທົ່ານັ້ນ.

ມາດຕາ25ພັນທະຂອງຜູ້ຊົມໃຊ້ຜະລິດຕະພັນຢາສູບ ຜູ້ຊົມໃຊ້ຜະລິດຕະພັນຢາສູບມີພັນທະດັ່ງນີ້: 1.ສູບຢາໃນສະຖານທີ່ອະນຸຍາດ; 2.ປົກປັກຮັກສາສິ່ງແວດລ້ອມເປັນຕົ້ນການບໍ່ຖິ້ມກິດກອກຢາຊະຊາຍ; 3.ເຄົາລົບສິດຂອງຜູ້ບໍ່ສູບຢາແລະຜູ້ຢູ່ໃກ້ຄຽງ.

ໝວດທີ4ຄວາມຮັບຜິດຊອບກ່ຽວກັບການຄວບຄຸມຢາສູບ

ມາດຕາ26ຄວາມຮັບຜິດຊອບຂອງລັດ ລັດມີຄວາມຮັບຜິດຊອບຕໍ່ວຽກງານຄວບຄຸມ,ຄຸ້ມຄອງ,ຕິດຕາມກວດກາຢາສູບດ້ວຍການວາງນະຖຍບາຍ,ລະບຽບກົດໝາຍກ່ຽວກັບວຽກງານດັ່ງກ່າວລວມທັງການບໍາບັດຜູ້ອອກຢາສູບ,ການປິ່ນປົວຜູ້ຕິດຢາສູບ,ຜູ້ໄດ້ຮັບຜົນຮ້າຍຈາກຢາສູບ,ການສະໜອງງົບປະມານ,ພາຫະນະ,ອຸປະກອນແລະບຸກຄະລາກອນໃຫ້ແກ່ວຽກງານຄວບຄຸມຢາສູບເປັນຕົ້ນວຽກງານໂຄສະນາສຶກສາອົບຮົມກ່ຽວກັບຜົນຮ້າຍຂອງຢາສູບ. ມາດຕາ27ຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ຂະແໜງການທີ່ກ່ຽວຂ້ອງມີຄວາມຮັບຜິດຊອບຈັດຕັ້ງໜ່ວຍງານຄວບຄຸມຢາສູບສະເພາະແລະຊີ້ນໍາ,ຕິດຕາມ,ກວດກາສາຍຕັ້ງຂອງຕົນໃນການປະຕິບັດວຽກງານດັ່ງກ່າວຕາມພາລະບົດບາດ,ສິດແລະໜ້າທີ່.

ມາດຕາ28ຄວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ ສັງຄົມແລະຊຸມຊົນມີຄວາມຮັບຜິດຊອບໃນການໂຄສະນາເຜີຍແຜ່,ປຸກລະດົມໃຫ້ທຸກຊັ້ນຄົນເຫັນໄດ້ຜົນຮ້າຍຂອງຢາສູບ,ການບໍ່ສູບຢາເປັນຄ່ານິຍົມຂອງສັງຄົມແລະພ້ອມກັນເຂົ້າຮ່ວມໃນການຄວບຄຸມຢາສູບເປັນຕົ້ນຫຼຸດຜ່ອນການຊົມໃຊ້ຢາສູບ,ສູບຢາຢູ່ໃນສະຖານທີ່ອະນຸຍາດແລະໃຫ້ການບໍາບັດຜູ້ອອກຢາສູບ,ປິ່ນປົວຜູ້ຕິດຢາສູບແລະຜູ້ໄດ້ຮັບຜົນຮ້າຍຈາກຢາສູບ.

ມາດຕາ29ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວມີບົດບາດສໍາຄັນແລະມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ໃຫ້ຄໍາແນະນໍາແກ່ສະມາຊິກຄອບຄົວໃຫ້ຮູ້ເຖິງຜົນຮ້າຍຂອງຢາສູບທັງເປັນແບບຢ່າງໃນການຫ່າງໄກຈາກຢາສູບ,ເຂົ້າຮ່ວມຂະບວນການຄວບຄຸມ,ຄຸ້ມຄອງ,ຕິດຕາມ,ກວດກາຢາສູບແລະໃຫ້ການບໍາບັດ,ປິ່ນປົວເມື່ອສະມາຊິກຄອບຄົວຫາກອອກຢາສູບແລະຜູ້ໄດ້ຮັບຜົນຮ້າຍຈາກຢາສູບລວມທັງຕິດຕາມຜູ້ທີ່ອອກຢາສູບແລ້ວບໍ່ໃຫ້ກັບຄືນມາສູບໃໝ່.

ມາດຕາ30ຄວາມຮັບຜິດຊອບຂອງບຸກຄົນ ພົນລະເມືອງລາວທຸກຄົນເປັນຕົ້ນເຍົາວະຊົນ,ຊາວໜູ່ມ,ນັກຮຽນ,ນັກສຶກສາຕ້ອງເປັນເຈົ້າຕົນເອງໃນການຫ່າງໄກຈາກຢາສູບ,ຕ້ານແນວຄິດຢາກລອງສູບຢາ. ພໍ່ແມ່,ຜູ້ປົກຄອງ,ຄູອາຈານຕ້ອງເປັນແບບຢ່າງໃນການຫ່າງໄກຈາກຢາສູບແລະໃຫ້ຄໍາແນະນໍາແກ່ລູກຫຼານ,ນັກຮຽນ,ນັກສຶກສາຂອງຕົນບໍ່ໃຫ້ສູບຢາ,ຜູ້ເປັນລູກຫຼານ,ນັກຮຽນ,ນັກສຶກສາກໍ່ຕ້ອງຟັງຄໍາແນະນໍາດັ່ງກ່າວ,ເມື່ອຕິດຢາສູບແລ້ວກໍ່ຕ້ອງຕັດສິນໃຈຕື່ນຕົວຮັບການບໍາບັດເພື່ອອອກຢາສູບ.

ພາກທີ4ການປົກປ້ອງສຸຂະພາບຈາກຜົນຮ້າຍຂອງຢາສູບ

ໝວດທີ1ການໂຄສະນາແລະການສະໜອງຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍຂອງຢາສູບ

ມາດຕາ31ການໂຄສະນາ,ສຸຂະສຶກສາກ່ຽວກັບຜົນຮ້າຍຂອງຢາສູບ ການໂຄສະນາ,ສຸຂະສຶກສາແມ່ນການໃຫ້ຄວາມຮູ້,ການປຸກລະດົມໃຫ້ຄົນຫ່າງໄກຈາກຢາສູບລວມທັງການສະໜອງຂໍ້ມູນຂ່າວສານທີ່ມີລັກສະນະວິທະຍາສາດທີ່ພົວພັນກັບການສູບຢາ,ການໄດ້ຮັບຄວັນຢາສູບແລະຜົນຮ້າຍທີ່ມາຈາກການສູບຢາດ້ວຍຮູບການແລະວິທີການຕ່າງໆເປັນຕົ້ນຜ່ານສື່ມວນຊົນ. ບຸກຄົນແລະການຈັດຕັ້ງເປັນຕົ້ນຂະແໜງການສາທາລະນະສຸກ,ຖະແຫຼງຂ່າວແລະວັດທະນະທໍາ,ສຶກສາ,ກິລາກາຍຍະກໍາ,ທ່ອງທ່ຽວ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຕ້ອງເອົາໃຈໃສ່ໂຄສະນາ,ສຸຂະສຶກສາກ່ຽວກັບຜົນຮ້າຍຂອງຢາສູບໃຫ້ພົນລະເມືອງໂດຍສະເພາະເຍົາວະຊົນ,ຊາວໜຸ່ມ,ນັກຮຽນນັກສຶກສາເພື່ອປູກຈິດສໍານຶກບໍ່ໃຫ້ສູບຢາລວມທັງປຸກລະດົມ,ຊວນເຊື່ອແລະສ້າງສິ່ງຈູງໃຈໃຫ້ແກ່ຜູ້ສູບຢາເພື່ອອອກຢາສູບ.

ມາດຕາ32ການສະໜອງຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍຂອງຢາສູບ ຂະແໜງການສາທາລະນະສຸກ,ສຶກສາ,ຖະແຫຼງຂ່າວແລະວັດທະນະທໍາ,ທ່ອງທ່ຽວ,ແນວລາວສ້າງຊາດ,ແມ່ຍິງ,ຊາວໜຸ່ມ,ກໍາມະບານແລະການຈັດຕັ້ງອື່ນໃນສັງຄົມທັງພາກລັດແລະເອກະຊົນມີຄວາມຮັບຜິດຊອບແລະປະກອບສ່ວນເຂົ້າໃນການສະໜອງຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍຂອງຢາສູບໃຫ້ປະຊາຊົນຢ່າງເປັນປົກກະຕິ. ປະຊາຊົນທຸກຄົນມີສິດໄດ້ຮັບຂໍ້ມູນຂ່າວສານກ່ຽວກັບວຽກງານຄວບຄຸມຢາສູບເປັນຕົ້ນຜົນຮ້າຍຂອງການຊົມໃຊ້ຢາສູບ,ຜົນດີຂອງການບໍ່ຊົມໃຊ້ຢາສູບ,ການອອກຢາສູບແລະສິ່ງແວດລ້ອມທີ່ປອດຄວັນຢາສູບໂດຍຜ່ານສື່ມວນຊົນແລະກິດຈະກໍາຕ່າງໆ.

ໝວດທີ2ການພິມສະຫຼາກແລະຄໍາເຕືອນໃສ່ຜະລິດຕະພັນຢາສູບ

ມາດຕາ33ສະຫຼາກ ສະຫຼາກແມ່ນຂໍ້ຄວາມດ້ວຍການກໍານົດຂອງລັດຖະບານທີ່ພິມໃສ່ດ້ານຂ້າງທາງນອກຂອງແຕ່ລະຊອງ,ແຕ່ລະຫໍ່,ແຕ່ລະດຸດແລະແຕ່ລະຫີບເພື່ອສະແດງໃຫ້ຜູ້ຊົມໃຊ້ຢາສູບຮັບຮູ້. ຜະລິດຕະພັນຢາສູບທີ່ຈໍາໜ່າຍໃນສປປລາວຕ້ອງໄດ້ພິມສະຫຼາກທີ່ໄດ້ກໍານົດໄວ້ໃນວັກເທິງນີ້.

ມາດຕາ34ຄໍາເຕືອນ ຄໍາເຕືອນແມ່ນຂໍ້ຄວາມດ້ວຍການກໍານົດຂອງລັດຖະບານທີ່ພິມໃສ່ຢູ່ດ້ານໜ້າແລະດ້ານຫຼັງຂອງແຕ່ລະຊອງ,ແຕ່ລະຫໍ່,ແຕ່ລະຕຸດແລະແຕ່ລະຫີບຂອງຜະລິດຕະພັນຢາສູບເພື່ອສະແດງໃຫ້ຜູ້ຊົມໃຊ້ຢາສູບຮັບຮູ້ວ່າຜະລິດຕະພັນນີ້ເປັນອັນນຕະລາຍແລະມີຜົນຮ້າຍຕໍ່ສຸຂະພາບຂອງຄົນ. ຜະລິດຕະພັນຢາສູບທີ່ຈໍາໜ່າຍໃນສປປລາວຕ້ອງໄດ້ພິມຄໍາເຕືອນທີ່ໄດ້ກໍານົດໄວ້ໃນວັກເທິງນີ້.

ໝວດທີ3ລາຄາຢາສູບ

ມາດຕາ35ລາຄາຢາສູບ ລາຄາຜະລິດຕະພັນຢາສູບຕ້ອງໄດ້ຮັບການດັດສົມໂດຍຜ່ານນະຖຍບາຍພາສີອາກອນໃນແຕ່ລະໄລຍະເພື່ອຫຼຸດຜ່ອນການຊົມໃຊ້ຢາສູບຢູ່ໃນສັງຄົມ. ຂະແໜງການທີ່ກ່ຽວຂ້ອງຂອງລັດມີໜ້າທີ່ຕິດຕາມ,ເກັບກໍາຂໍ້ມູນກ່ຽວກັບລາຄາຜະລິດຕະພັນຢາສູບໃນແຕ່ລະໄລຍະເພື່ອປັບປຸງນະໂຍບາຍພາສີອາກອນກ່ຽວກັບຜະລິດຕະພັນຢາສູບໃຫ້ສົມເຫດສົມຜົນ. ຜູ້ຈໍາໜ່າຍຜະລິດຕະພັນຢາສູບຕ້ອງຕິດລາຄາເພື່ອຄວາມສະດວກສໍາລັບຜູ້ຊົມໃຊ້ແລະພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ36ການເກັບພາສີອາກອນ ເຈົ້າໜ້າທີ່ພາສີອາກອນຕ້ອງໄດ້ຕິດຕາມ,ກວດກາແລະເກັບພາສີອາກອນກ່ຽວກັບການຜະລິດ,ນໍາເຂົ້າ,ຈໍາໜ່າຍຜະລິດຕະພັນຢາສູບໃນສປປລາວຕາມລະບຽບກົດໝາຍຢ່າງຄົບຖ້ວນແລະເຂັ້ມງວດ.

ໝວດທີ4ສະຖານທີ່ຫ້າມສູບຢາ

ມາດຕາ37ສະຖານທີ່ຫ້າມສູບຢາ ສະຖານທີ່ຫ້າມສູບຢາທຸກປະເພດມີດັ່ງນີ້: 1.ສະຖານທີ່ບໍລິການສາທາລະນະສຸກ; 2.ສະຖານທີ່ການສຶກສາ,ຫ້ອງປະຊຸມ,ໂຮງມະຫໍລະສົມ; 3.ພາຍໃນພາຫະນະໂດຍສານທາງບົກ,ທາງນໍ້າແລະທາງອາກາດ; 4.ສະຖານທີ່ມີເຊື້ອໄຟເຊັ່ນ:ນໍ້າມັນ,ເຄມີແລະອື່ນໆ; 5.ສະຖານທີ່ອື່ນທີ່ມີປ້າຍຫ້າມສູບຢາແລະສະຖານທີ່ປອດຄວັນຢາສູບ.

ມາດຕາ38ສະຖານທີ່ຕ້ອງໄດ້ຈັດບ່ອນສະເພາະໃຫ້ສູບຢາ ສະຖານທີ່ຕ້ອງໄດ້ຈັດຫ້ອງຫຼືບ່ອນສະເພາະໃຫ້ສູບຢາມີດັ່ງນນີ້: 1.ສໍານັກງານຂອງລັດແລະເອກະຊົນ; 2.ສູນການຄ້າ,ຮ້ານສັບພະສິນຄ້າ,ເຮືອນພັນ,ໂຮງແຮມ,ຮ້ານອາຫານ,ສະຖານທີ່ບັນເທີງແລະຕະຫຼາດ; 3.ສະຖານທີ່ສາທາລະນະແລະຊຸມຊົນແອອັດເຊັ່ນບ່ອນລໍຖ້າຂອງຜູ້ໂດຍສານ,ສະໜາມຝຶກຊ້ອມແລະແຂ່ງຂັນກິລາ,ສະໂມສອນ,ວັດວາອາຮາມ,ໂບດ,ສວນສາທາລະນະ.

ພາກທີ5ການແກ້ໄຂຜົນຮ້າຍຂອງຢາສູບ

ໝວດທີ1ການຊ່ວຍເຫຼືອຜູ້ຕິດຢາສູບ

ມາດຕາ39ການປຸກລະດົມ,ຊວນເຊື່ອໃຫ້ອອກຢາສູບ ບຸກຄົນແລະການຈັດຕັ້ງເອົາໃຈໃສ່ປຸກລະດົມ,ຊວນເຊື່ອ,ບອກວິທີໃຫ້ຜູ້ຕິດຢາສູບຮັບຮູ້ແລະເຂົ້າໃຈເຖິງຜົນຮ້າຍຂອງຢາສູບທີ່ມີຕໍ່ຕົນເອງ,ຄອບຄົວ,ສັງຄົມແລະເສດຖະກິດເພື່ອໃຫ້ຜູ້ກ່ຽວຕື່ນຕົວຫຼຸດຜ່ອນ,ຈໍາກັດແລະກ້າວໄປເຖິງການອອກຢາສູບ.

ມາດຕາ40ການບໍາບັດ,ປິ່ນປົວ ຜູ້ຕິດຢາສູບ,ຜູ້ໄດ້ຮັບຜົນຮ້າຍຈາກຢາສູບຕ້ອງສະໝັກໃຈຕື່ນຕົວຮັບການບໍາບັດແລະປິ່ນປົວດ້ວຍການເອົາໃຈໃສ່ແລະຊ່ວຍເຫຼືອຈາກຄອບຄົວ,ຊຸມຊົນ,ສັງຄົມແລະໂຮງໝໍ.

ມາດຕາ41ການຊ່ວຍເຫຼືອຜູ້ອອກຢາສູບ ການຊ່ວຍເຫຼືອຜູ້ຕື່ນຕົວອອກຢາສູບຕ້ອງດໍາເນີນໂດຍໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ອອກຢາສູບດັ່ງນີ້: 1.ໃຫ້ຄໍາປຶກສາແລະແນະນໍາກ່ຽວກັບການອອກຢາສູບ; 2.ແນະນໍາກ່ຽວກັບສຸຂະພາບຂອງຜູ້ສູບຢາກ່ອນແລະຫຼັງການອອກຢາສູບ; 3.ຈັດກິດຈະກໍາຕ່າງໆເພື່ອອອກຢາສູບ; 4.ໃຫ້ການບໍາບັດແລະປິ່ນປົວຜູ້ຕື່ນຕົວອອກຢາສູບດ້ວຍຮູບການຕ່າງໆແລະຕາມເງື່ອນໄຂຕົວຈິງ.

ມາດຕາ42ພາລະບົດບາດຂອງໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ອອກຢາສູບ ໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ອອກຢາສູບໄດ້ຮັບການສ້າງຕັ້ງຂຶ້ນໂດຍຂະແໜງການສາທາລະນະສຸກຊຶ່ງມີພາລະບົດບາດໃນການໂຄສະນາ,ສຸຂະສຶກສາ,ໃຫ້ຄໍາແນະນໍາ,ຄໍາປຶກສາແລະການຊ່ວຍເຫຼືອທີ່ຈໍາເປັນແກ່ຜູ້ອອກຢາສູບ,ເກັບກໍາຂໍ້ມູນສະຖິຕິ,ຕິດຕາມ,ກວດກາການຊ່ວຍເຫຼືອຜູ້ອອກຢາສູບແລະລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ.

ມາດຕາ43ຄວາມຮັບຜິດຊອບຂອງພາກສ່ວນອື່ນຕໍ່ຜູ້ອອກຢາສູບ ນອກຈາກໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ອອກຢາສູບແລ້ວອົງການຈັດຕັ້ງ,ສັງຄົມ,ຊຸມຊົນ,ຄອບຄົວແລະໝູ່ເພື່ອນມີຄວາມັບຜິດຊອບໃນການຊ່ວຍເຫຼືອ,ສະໜັບສະໜູນຜູ້ອອກຢາສູບດ້ວຍການແນະນໍາ,ການສ້າງກິດຈະກໍາຕ່າງທເພື່ອບໍ່ໃຫ້ຜູ້ກ່ຽວກັບມາສູບຢາຄືນ.

ມາດຕາ44ການຊ່ວຍເຫຼືອຜູ້ໄດ້ຮັບຄວນຢາສູບ ຜູ້ໄດ້ຮັບຄວາມຢາສູບຕ້ອງໄດ້ຮັບການຊ່ວຍເຫຼືອດ້ວຍການແນະນໍາກ່ຽວກັບຜົນຮ້າຍຂອງຄວັນຢາສູບ,ເປັນເຈົ້າການປົກປ້ອງຕົນເອງດ້ວຍການອອກຫ່າງຈາກຜູ້ສູບຢາຫຼືມີສິດສະເໜີໃຫ້ຜູ້ສູບຢາໄປສູບຢູ່ບ່ອນອື່ນທີ່ຫ່າງໄກຈາກຕົນ.ເມື່ອໄດ້ຮັບຜົນຮ້າຍ,ເຈັບເປັນຈາກຄວັນຢາສູບແລ້ວຜູ້ກ່ຽວກໍ່ຈະໄດ້ຮັບການຊ່ວຍເຫຼືອ,ເບິ່ງແຍງແລະປິ່ນປົວຕາມເງື່ອນໄຂຕົວຈິງ.

ໝວດທີ2ກອງທຶນຄວບຄຸມຢາສູບ

ມາດຕາ45ກອງທຶນຄວບຄຸມຢາສູບ ລັດສົ່ງເສີມໃຫ້ສ້າງຕັ້ງກອງທຶນຄວບຄຸມຢາສູບເພື່ອຮັບໃຊ້ວຽກງານຄວບຄຸມຢາສູບເປັນຕົ້ນວຽກງານໂຄສະນາ,ສຸຂະສຶກສາ,ການບໍາບັດຜູ້ອອກຢາສູບແລະຜູ້ໄດ້ຮັບຜົນຮ້າຍຈາກຄວັນຢາສູບແລະນໍາໃຊ້ເຂົ້າໃນບັນດາກິດຈະກໍາຕ່າງໆເພື່ອສົ່ງເສີມສຸຂະພາບ.

ມາດຕາ46ແຫຼ່ງຂອງກອງທຶນ ກອງທຶນຄວບຄຸມຢາສູບໄດ້ມາຈາກແຫຼ່ງຕົ້ນຕໍດັ່ງນີ້: 1.ງົບປະມານຂອງລັດ; 2.ອາກອນກໍາໄລຂອງຜູ້ດໍາເນີນທຸລະກິດຜະລິດຕະພົນຢາສູບຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສ່ວຍສາອາກອນ; 3.ການບໍລິການຂອງບຸກຄົນ,ການຈັດຕັ້ງພາຍໃຈແລະສາກົນ; 4.ການເຄື່ອນໄຫວກິດຈະກໍາຫາລາຍໄດ້ເພື່ອວຽກງານຄວບຄຸມຢາສູບເຊັ່ນການແຂ່ງຂັນກິລາກາຍຍະກໍາ,ການສະແດງສິລະປະວັນນະຄະດີແລະອື່ນໆ.

ມາດຕາ47ການຄຸ້ມຄອງແລະນໍາໃຊ້ກອງທຶນ ກອງທຶນຄວບຄຸມຢາສູບແມ່ນຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບເປັນຜູ້ຄຸ້ມຄອງແລະນໍາໃຊ້ຕາມແຜນການວຽກງານໃນແຕ່ລະໄລຍະ. ກອງທຶນດັ່ງກ່າວນໍາໃຊ້ເພື່ອຮັບໃຊ້ວຽກງານຕາມທີ່ໄດ້ກໍານົດໄວ້ໃນມາດຕາ45ຂອງກົດໝາຍສະບັບນີ້ໂດຍສອດຄ່ອງກັບລະບຽບກົດໝາຍກ່ຽວກັບງົບປະມານແຫ່ງລັດ. ການຈັດຕັ້ງແລະການເຄື່ອນໄຫວຂອງກອງທຶນຄວບຄຸມຢາສູບໄດ້ກໍານົດໄວ້ໃນລະບຽບການສະເພາະ.

ພາກທີ6ຂໍ້ຫ້າມກ່ຽວກັບຢາສູບ

ມາດຕາ48ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດຢາສູບ ຫ້າມຜູ້ດໍາເນີນທຸລະກິດຢາສູບມີການກະທໍາດັ່ງນີ້: 1.ໂຄສະນາໃນທຸກຮູບແບບເພື່ອເປັນການຊຸກຍູ້ສົ່ງເສີມການສູບຢາ,ການຈໍາໜ່າຍແລະການຊື້ຂາຍຜະລິດຕະພັນຢາສູບ; 2.ຜະລິດ,ນໍາເຂົ້າ,ຊື້ຂາຍຜະລິດຕະພັນຢາສູບເຖື່ອນ,ປອມ,ໝົດອາຍຸ,ຮຽນແບບ,ບໍ່ມີສະຫຼາກ,ບໍ່ມີຄໍາເຕືອນແລະບໍ່ຕິດສະແຕັມຕາມລະບຽບກົດໝາຍ; 3.ຂາຍຫຼືຈໍາໜ່າຍຜະລິດຕະພັນຢາສູບຢ່າງຊະຊາຍເປັນຕົ້ນໃນສະຖານທີ່ທີ່ບໍ່ອະນຸຍາດໃຫ້ຂາຍ; 4.ຜະລິດຢາຊອງທີ່ບັນຈຸຕໍ່າກວ່າຊາວກອກ,ຂາຍຢາຊອງ,ຢາກະປັອງເປັນກອກ; 5.ຂາຍຢາສູບດ້ວຍເຄື່ອງຈັກອັດຕະໂນມັດທຸກຊະນິດ; 6.ບໍ່ໃຫ້ເດັກທີ່ມີອາຍຸຕໍ່າກວ່າສິບແປດປີຊື້ຂາຍຢາສູບ; 7.ເຮັດໃຫ້ຜູ້ຊົມໃຊ້ເກີດຄວາມເຂົ້າໃຈຜິດຕໍ່ຄຸນລັກສະນະຂອງຜະລິດຕະພັນຢາສູບເຊັ່ນ:ເຄື່ອງໝາຍການຄ້າ,ຮູບແບບ,ສີສັນຫຼືສັນຍາລັກອື່ນໆ; 8.ອຸປະຖໍາເພື່ອເປັນຜົນປະໂຫຍດໃຫ້ແກ່ທຸລະກິດຢາສູບ; 9.ໃຫ້ສິນບົນແກ່ພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 10.ນາບຂູ່,ຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 11.ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ49ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ ຫ້າມພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງມີການກະທໍາດັ່ງນີ້: 1.ສວຍໃຊ້ຕໍາແໜ່ງ,ໜ້າທີ່,ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່,ໃຫ້ຫຼືຮັບສິນບົນຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ແລະບຸກຄົນເນື່ອງມາຈາກວຽກງານຄວບຄຸມຢາສູບ; 2.ເປີດເຜີຍຄວາມລັບຂອງລັດຫຼືທາງລັດຖະການ,ກົດໜ່ວງ,ຖ່ວງດຶງ,ປອມແປງເອກະສານ,ຂາດຄວາມຮັບຜິດຊອບຕໍ່ວຽກງານຄວບຄຸມຢາສູບທີ່ໄດ້ຮັບມອບໝາຍ; 3.ປົກປ້ອງ,ສົມຮູ້ຄວາມຄິດກັບຜູ້ດໍາເນີນທຸລະກິດຜະລິດຕະພັນຢາສູບທີ່ບໍ່ຖືກລະບຽບກົດໝາຍ; 4.ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ50ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການກະທໍາດັ່ງນີ້: 1.ສະໜັບສະໜູນການໂຄສະນາສົ່ງເສີມຜະລິດຕະພັນຢາສູບ; 2.ສູບຢາໃນສະຖານທີ່ເກືອດຫ້າມ; 3.ຊັກຊວນ,ນໍາໃຊ້ຜູ້ອື່ນເປັນຕົ້ນເດັກຕໍ່າກວ່າສິບແປດປີສູບຢາ,ຊື້ຂາຍຜະລິດຕະພົນຢາສູບ; 4.ເຂົ້າຮ່ວມການຜະລິດ,ນໍາເຂົ້າຫຼືນໍາໜ່າຍຜະລິດຕະພັນຢາສູບທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; 5.ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ7ການຄຸ້ມຄອງແລະການກວດກາວຽກງານຄວບຄຸມຢາສູບ

ໝວດທີ1ການຄຸ້ມຄອງວຽກງານຄວບຄຸມຢາສູບ

ມາດຕາ51ອົງການຄຸ້ມຄອງວຽກງານຄວບຄຸມຢາສູບ ລັດຖະບານຄຸ້ມຄອງວຽກງານຄວບຄຸມຢາສູບຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງສາທາລະນະສຸກເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງເປັນຕົ້ນ:ຂະແໜງການອຸດສາຫະກໍາແລະການຄ້າ,ການເງິນ,ຖະແຫຼງຂ່າວແລະວັດທະນະທໍາ,ສຶກສາແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຄວບຄຸມຢາສູບປະກອບດ້ວຍ: 1.ກະຊວງສາທາລະນະສຸກ; 2.ພະແນກສາທາລະນະສຸກແຂວງ,ນະຄອນ; 3.ຫ້ອງການສາທາລະນະສຸກເມືອງ,ເທດສະບານ. ເພື່ອໃຫ້ວຽກງານຄວບຄຸມຢາສູບດໍາເນີນໄປຢ່າງມີປະສິດທິພາບນັ້ນໄດ້ສ້າງຕັ້ງຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບຂຶ້ນ. ການຈັດຕັ້ງແລະການເຄື່ອນໄຫວຂອງຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ52ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນການຄຸ້ມຄອງວຽກງານຄວບຄຸມຢາສູບກະຊວງສາທາລະນະສຸກມີສິດແລະໜ້າທີ່ດັ່ງນີ້: 1.ເປັນເສນາທິການໃນການຄົ້ນຄວ້າສ້າງແຜນຍຸດທະສາດ,ນະຖຍບາຍ,ລະບຽບກົດໝາຍ,ແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຄວບຄຸມຢາສູບເພື່ອນໍາສະເໜີລັດຖະບານພິຈາລະນາ; 2.ໂຄສະນາເຜີຍແຜ່ແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍ,ແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຄວບຄຸມຢາສູບຢ່າງກວ້າງຂວາງ; 3.ຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດມາຍ,ແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຄວບຄຸມຢາສູບລວມທັງການຄົ້ນຄວ້າວິໄຈກ່ຽວກັບຢາສູບ; 4.ກໍ່ສ້າງ,ບໍາລຸງຍົກລະດັບ,ຄຸ້ມຄອງ,ນໍາໃຊ້ພະນັກງານ,ບຸກຄະລາກອນກ່ຽວກັບວຽກງານຄວບຄຸມຢາສູບຕາມພາລະບົດບາດຂອງຕົນ; 5.ຄົ້ນຄວ້າ,ປະກອບຄໍາເຫັນກ່ຽວກັບການຂໍອະນຸຍາດສ້າງຕັ້ງວິສາຫະກິດຢາສູບເຊັ່ນໂຮງງານຜະລິດຢາສູບ,ບໍລິສັດນໍາເຂົ້າ,ຈໍາໜ່າຍຜະລິດຕະພັນຢາສູບ; 6.ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງຂັ້ນລຸ່ມຂອງຕົນທີ່ຂັດກັບລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບ; 7.ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ,ອອກຄໍາສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງຈັດຕັ້ງປະຕິບັດມາດຕະການທີ່ໄດ້ກໍານົດໄວ້ພ້ອມທັງເປັນເຈົ້າການໃນການຕິດຕາມຢ່າງເຂັ້ມງວດ; 8.ຊີ້ນໍາການບໍາບັດ,ປິ່ນປົວຜູ້ອອກຢາສູບແລະຜູ້ໄດ້ຮັບຜົນນຮ້າຍ,ເຈັບເປັນຈາກຢາສູບ; 9.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນວຽກງານຄວບຄຸມຢາສູບແລະຄຸ້ມຄອງນໍາໃຊ້ກອງທຶນຄວບຄຸມຢາສູບໃຫ້ມີປະສິດທິຜົນ; 10.ພົວພັວຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນກ່ຍວກັບວຽກງານຄວບຄຸມຢາສູບ; 11.ປະເມີນຜົນ,ສະຫຼຸບແລະລາຍງານວຽກງານຄວບຄຸມຢາສູບໃຫ້ລັດຖະບານຢ່າງເປັນປົກະຕິ; 12.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ53ສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຄວບຄຸມຢາສູບພະແນກສາທາລະນະສຸກແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1.ຜັນຂະຫຍາຍແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍ,ແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຄວບຄຸມຢາສູບມເປັນວຽກງານລະອຽດຂອງຕົນເພື່ອຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່ລະບຽບກົດໝາຍ,ຂໍ້ມູນຂ່າວສານກ່ຽວກັບວຽກງານຄວບຄຸມຢາສູບຕາມຄວາມຮັບຜິດຊອບຂອງຕົນ; 3.ຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດວຽກງານຄວບຄຸມຢາສູບຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານ; 4.ຊີ້ນໍາໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ອອກຢາສູບໃນການປະຕິບັດໜ້າທີ່ວຽກງານ; 5.ພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຢາສູບແລະຜະລິດຕະພັນຢາສູບໃນຄວາມຮັບຜິດຊອບຂອງຕົນຫຼືສະເໜີໃຫ້ອົງການຂັ້ນເທິງທີ່ກ່ຽວຂ້ອງແກ້ໄຂ; 6.ຄົ້ນຄວ້າ,ປະກອບຄໍາເຫັນກ່ຽວກັບການຂໍອະນຸຍາດສ້າງຕັ້ງວິສາຫະກິດຢາສູບໃນຂອບເຂດຄວາມຮັບຜິດຊອບຂອງຕົນເຊັ່ນໂຮງງານຜະລິດຢາສູບ,ບໍລິສັດນໍາເຂົ້າ,ນໍາໜ່າຍຜະລິດຕະພັນຢາສູບ; 7.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນວຽກງານຄວບຄຸມຢາສູບແລະສະເໜີນໍາໃຊ້ກອງທຶນຄວບຄຸມຢາສູບຕາມລະບຽບການ; 8.ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນກ່ຽວກັບວຽກງານຄວບຄຸມຢາສູບຕາມການມອບໝາຍ; 9.ປະເມີນຜົນ,ສະຫຼຸບແລະລາຍງານວຽກງານຄວບຄຸມຢາສູບໃຫ້ກະຊວງສາທາລະນະສຸກແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 10.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ54ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຄວບຄຸມຢາສູບຫ້ອງການສາທາລະນະສຸກເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນງານ,ໂຄງການ,ລະບຽບກົດໝາຍ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງກະຊວງສາທາລະນະສຸກແລະພະແນກສາທາລະນະສຸກແຂວງ,ນະຄອນ; 2.ເຜີຍແຜ່ລະບຽບກົດໝາຍ,ຂໍ້ມູນຂ່າວສານກ່ຽວກັບວຽກງານຄວບຄຸມຢາສູບ,ຜົນຮ້າຍຂອງຢາສູບໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ຊີ້ນໍາໜ່ວຍງານບໍາບັດຜູ້ອອກຢາສູບແລະປິ່ນປົວຜູ້ໄດ້ຮັບຜົນຮ້າຍ,ເຈັບເປັນຈາກຢາສູບ; 4.ພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບບັນຫາຢາສູບຕາມຄວາມຮັບຜິດຊອບຂອງຕົນຫຼືສະເໜີໃຫ້ອົງການຂັ້ນເທິງແກ້ໄຂ; 5.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນວຽກງານຄວບຄຸມຢາສູບແລະສະເໜີນໍາໃຊ້ກອງທຶນຄວບຄຸມຢາສູບລວມທັງການກໍານົດສະຖານທີ່ຂາຍຢາສູບຕາມລະບຽບການ; 6.ປະເມີນຜົນ,ສະຫຼຸບແລະລາຍງານວຽກງານຄວບຄຸມຢາສູບໃຫ້ພະແນກສາທາລະນະສຸກແຂວງ,ນະຄອນແລະອົງການປົກຄອງເມືອງ,ເທດສະບານຕ່າງເປັນປົກກະຕິ; 7.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

ມາດຕາ55ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານຄວບຄຸມຢາສູບຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການສາທາລະນະສຸກໃນວຽກງານຄວບຄຸມຢາສູບຕາມພາລະບົດບາດຂອງຕົນເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນລວມທັງສ້າງຂະບວນການຄວບຄຸມຢາສູບ,ປຸກລະດົມແລະປະກອບສ່ວນທຶນຮອນໃຫ້ແກ່ກອງທຶນຄວບຄຸມຢາສູບ.

ໝວດທີ2ການກວດກາວຽກງານຄວບຄຸມຢາສູບ

ມາດຕາ56ອົງການກວດກາວຽກງານຄວບຄຸມຢາສູບ ອົງການກວດກາວຽກງານຄວບຄຸມຢາສູບມີ: 1.ອົງການກວດກາພາຍໃນຊຶ່ງແມ່ນພາກສ່ວນໜຶ່ງຂອງອົງການຄຸ້ມຄອງວຽກງານຄວບຄຸມຢາສູບຕາມທີ່ໄດ້ກໍານົດໄວ້ໃນມາດຕາ51ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງການກວດກາລັດ,ອົງການກວດສອບແຫ່ງລັດແລະການຕິດຕາມກວດກາຂອງປະຊາຊົນ.

ມາດຕາ57ເນື້ອໃນການກວດກາວຽກງານຄວບຄຸມຢາສູບ ການກວດກາວຽກງານຄວບຄຸມຢາສູບມີເນື້ອໃນຕົ້ນຕໍດັ່ງນີ້: 1.ກວດກາການຈັດຕັ້ງປະຕິບັດແຜນການ,ໂຄງການ,ລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບລວມທັງການປະຕິບັດສັນຍາທຸລະກິດຢາສູບ; 2.ກວດກາການດໍາເນີນທຸລະກິດກ່ຽວກັບຜະລິດຕະພັນຢາສູບເປັນຕົ້ນການບັນຈຸ,ການຫຸ້ມຫໍ່,ການຕິດສະຫຼາກ,ຄໍາເຕືອນ,ການນໍາເຂົ້າ,ການຈໍາໜ່າຍ,ກວດກາການສູບຢາຢູ່ສະຖານເກືອດຫ້າມ; 3.ກວດກາການເຄື່ອນໄຫວຂອງການຈັດຕັ້ງ,ພະນັກງານ,ເຈົ້າໜ້າທີ່ແລະປະຊາຊົນກ່ຽວກັບວຽກງານຄວບຄຸມຢາສູບ.

ມາດຕາ58ສິດແລະໜ້າທີ່ຂອງອົງການກວດກາວຽກງານຄວບຄຸມຢາສູບ ອົງການກວດກາວຽກງານຄວບຄຸມຢາສູບມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຕິດຕາມ,ກວດກາຫົວໜ່ວຍທຸລະກິດຢາສູບໃນການປະຕິບັດລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບ; 2.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງທັງພາຍໃນແລະຕ່າງປະເທດໃນການກວດກາວຽກງານຄວບຄຸມຢາສູບ; 3.ຕົກລົງວິທີການ,ມາດຕະການແກ້ໄຂຜົນຂອງການກວດກາຫຼືສະເໜີໃຫ້ຂັ້ນເທິງແກ້ໄຂ; 4.ປະເມີນຜົນ,ສະຫຼຸບ,ຖອດຖອນບົດຮຽນແລະລາຍງານຂັ້ນເທິງກ່ຽວກັບວຽກງານກວດກາການຄວບຄຸມຢາສູບ.

ມາດຕາ59ຮູບການການກວດກາ ການກວດກາສາມາດດໍາເນີນຕາມແຜນການປົກກະຕິ,ນອກແຜນການໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຫຼືແບບກະທັນຫັນ.

ພາກທີ3ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ60ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນການເປັນແບບຢ່າງ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຍກງານຄວບຄຸມຢາສູບຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມຄວາມເໝາະສົມແລ້ວແຕ່ລະກໍລະນີ.

ມາດຕາ61ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນລະບຍບການກ່ຽວກັບການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ,ຊື້ຂາຍ,ສະຖານທີ່ຫ້າມສູບຢາ,ລະເມີດຂໍ້ຫ້າມອື່ນໆຈະຖືກສຶກສາອົບຮົມ,ກ່າວເຕືອນ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

ມາດຕາ62ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບທີ່ມີລັກສະນະເບົາເປັນຕົ້ນການຂາຍຢາສູບໃຫ້ເດັກທີ່ມີອາຍຸຕໍ່າກວ່າສິບແປດປີ,ຂາຍຢາຢູ່ບ່ອນທີ່ບໍ່ໄດ້ຮັບອະນຸຍາດ,ສູບຢາໃນສະຖານທີ່ເກືອດຫ້າມເປັນຄັ້ງທໍາອິດຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ63ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບແລະຈະຖືກປະຕິບັດວິໄນໃນກໍລະນີດັ່ງນີ້: 1.ກົດໜ່ວງ,ຖ່ວງດຶງເອກະສານກ່ຽວກັບຢາສູບທີ່ບໍ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ; 2.ຂາດຄວາມຮັບຜິດຊອບຕໍ່ວຽກງານຄວບຄຸມຢາສູບທີ່ຕົນໄດ້ຮັບມອບໝາຍຊຶ່ງໄດ້ສ້າງຄວາມເສຍຫາຍເລັກໜ້ອຍແລະບໍ່ເປັນການກະທໍາຜິດທາງອາຍາ; 3.ມີການລະເມີດຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍເລັກໜ້ອຍແລະບໍ່ມີອົງປະກອບຂອງການກະທໍາຜິດທາງອາຍາ. ການປະຕິບັດວິໄນຕໍ່ພະນັກງານແລະເຈົ້າໜ້າທີ່ດັ່ງກ່າວໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ64ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບເປັນຕົ້ນການຜະລິດ,ການນໍາເຂົ້າ,ການຈໍາໜ່າຍແລະຊື້ຂາຍຜະລິດຕະພັນຢາສູບທີ່ບໍ່ມີສະຫຼາກ,ຄໍາເຕືອນໃສ່ວັດຖຸຫຸ້ມຫໍ່,ຂາຍຢາສູບໃນສະຖານທີ່ເກືອດຫ້າມ,ຂາຍຢາສູບໃຫ້ເດັກທີ່ມີອາຍຸຕໍ່າກວ່າສິບແປດປີທີ່ໄດ້ກ່າວເຕືອນມາແລ້ວ,ຂາຍຢາຊອງທີ່ບັນຈຸຕໍ່າກວ່າຊາວກອກກໍ່ຈະຖືກປັບໃໝ. ອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ.

ມາດຕາ65ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການຄວບຄຸມຢາສູບຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຈະຖືກໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ66ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍກ່ຽວກັບການຄວບຄຸມຢາສູບເປັນຕົ້ນການລະເມີດຂໍ້ຫ້າມຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.

ພາກທີ9ບົດບັນຍັດສຸດທ້າຍ

ມາດຕາ67ວັນງົດສູບຢາແຫ່ງຊາດ ສປປລາວຖືກເອົາວັນທີ31ພຶດສະພາຂອງທຸກປີເປັນວັນງົດສູບຢາແຫ່ງຊາດດ້ວຍການສ້າງຂະບວນການ,ກິດຈະກໍາຕ່າງໆກ່ຽວກັບການຄວບຄຸມຢາສູບແລະການສົ່ງເສີມສຸຂະພາບ.

ມາດຕາ68ການຈັດຕັ້ງປະຕິບັດ ລັດຖະການແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້ຢ່າງເຂັ້ມງວດ.

ມາດຕາ69ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ