ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມາທາດເຫຼົ້າ 19-12-2014

ການຄວບຄຸມເຄື່ອງດື່ມທີ່ມາທາດເຫຼົ້າ 19-12-2014

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມ,ກວດກາແລະຄວບຄຸມການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ,ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າເພື່ອສົ່ງເສີມສຸຂະພາບ,ກັນພະຍາດ,ປົກປ້ອງຊີວິດແລະຊັບສິນຂອງພົນລະເມືອງ,ແນໃສ່ຫຼຸດຜ່ອນຜົນຮ້າຍທີ່ເກີດຂຶ້ນຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ,ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນແລະຜົນຮ້າຍອື່ນປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະພັດທະນາເສດຖະກິດສັງຄົມຂອງຊາດ.

ມາດຕາ2ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ເຄື່ອງທີ່ທີ່ມີທາດເຫຼົ້າແມ່ນເຄື່ອງດື່ມທຸກປະເພດທີ່ມີສ່ວນປະສົມຂອງທາດເຫຼົ້າເອຕາໂນນທັງມົດຫຼືສ່ວນໃດສ່ວນໜຶ່ງເປັນຕົ້ນເຫຼົ້າຂາວ,ເຫຼົ້າບອງຢາ,ເຫຼົ້າວິດສະກີ້,ວາຍ,ເບຍ. ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າແມ່ນການນໍາໃຊ້ມາດຕະການຕ່າງໆເພື່ອຄຸ້ມຄອງ,ຕິດຕາມແລະຈໍາກັດການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ,ການຊື້ຂາຍ,ການໂຄສະນາແລະສະຖານທີ່ບໍລິການສະຖານທີ່ອື່ນກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ທາດເຫຼົ້າໝາຍເຖິງທາດແຫຼວໄວໄຟ,ລະເຫີຍ,ມີກິ່ນແຕ່ບໍ່ມີສີແລະພາໃຫ້ມຶນເມົາຫຼືຊຶມເບື່ອຊຶ່ງປະກອບດ້ວຍທາດເອົ້າເອຕາໂນນແລະເມຕາໂນນທີ່ນໍາໃຊ້ເຂົ້າໃນອຸດສາຫະກໍາ,ການແພດແລະເຊື້ອໄຟ; 2.ທາດເຫຼົ້າເອຕາໂນນໝາຍເຖິງທາດເຫຼົ້າທີ່ສາມາດດື່ມໄດ້; 3.ທາດເຫຼົ້າເມຕາໂນນໝາຍເຖິງທາດເຫຼົ້າທີ່ບໍ່ສາມາດດື່ມໄດ້; 4.ເຫຼົ້າເຖື່ອນໝາຍເຖິງເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ໄດ້ຮັບອະນຸຍາດໃຫ້ຜະລິດ,ນໍາເຂົ້າແລະຈໍາໜ່າຍເປັນຕົ້ນເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ໄດ້ຂຶ້ນທະບຽນຢ່າງຖືກກົດໝາຍ,ເຫຼົ້າທີ່ລັກລອບນໍາເຂົ້າມາຈໍາໜ່າຍ; 5.ເຫຼົ້າປອມໝາຍເຖິງເຫຼົ້າທີ່ຖືກສັບປ່ຽນສ່ວນປະກອບບາງຢ່າງອອກແລະໃຊ້ວັດຖຸອື່ນຜະລິດແທນເພື່ອຫຼອກລວງຜູ້ບໍລິໂພກໃຫ້ເຂົ້າໃຈຜິດຕໍ່ຄຸນນະພາບແລະປະລິມານຫຼືເຄື່ອງດື່ມທີ່ມີທາດເຫຼົ້າທີ່ນໍາໃຊ້ເຄື່ອງໝາຍການຄ້າຂອງເຄື່ອງດື່ມທີ່ມີທາດເຫຼົ້າອື່ນທີ່ໄດ້ຂຶ້ນທະບຽນຢ່າງເປັນທາງການແລ້ວ; 6.ຜູ້ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າໝາຍເຖິງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ຮັບການອະນຸຍາດໃຫ້ດໍາເນີນທຸລະກິດເຄື່ອງດື່ມທີ່ມີມາດເຫຼົ້າຕາມກົດໝາຍແລະລະບຽບການຂອງສປປລາວ; 7.ການອຸປະຖໍາໝາຍເຖິງການປະກອບສ່ວນຂອງຜູ້ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າໂດຍທາງກົງຫຼືທາງອ້ອມທີ່ບໍ່ມີລັກສະນະຈູງໃຈຫຼືສົ່ງເສີມການຂາຍແລະບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ; 8.ການໂຄສະນາສຸຂະສຶກສາໝາຍເຖິງການໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າແລະປຸກລະດົມໃຫ້ຄົນຫ່າງໄກຈາກເຄື່ອງດື່ມທີ່ມີທາດເຫຼົ້າລວມທັງການສະໜອງຂໍ້ມູນຂ່າວສານທີ່ມີລັກສະນະວິທະຍາສາດທີ່ພົວພັນກັບການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍຮູບການແລະວິທີການຕ່າງໆເປັນຕົ້ນຜ່ານສື່ມວນຊົນ; 9.ຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າໝາຍເຖິງຜູ້ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າທີ່ໄ້ຮັບຜົນຮ້າຍທາງດ້ານສຸຂະພາບ,ຄອບຄົວແລະເສດຖະກິດສັງຄົມ; 10.ການບົ່ມໝາຍເຖິງການປ່ຽນທາງເຄມີຂອງທາດແປ້ງໃນອາຫານໃຫ້ກາຍເປັນສານປະກອບອື່ນເຊັ່ນທາດເຫຼົ້າ,ກົດສົ້ມໂດຍມີສານຈໍາພວກເຊື້ອເຫັດເປັນນຕົວເຮັດໃຫ້ເກີດປະຕິກິລິຍາ; 11.ການກັ່ນໝາຍເຖິງການແຍກສານລະລາຍທີ່ເປັນທາດແຫຼວອອກຈາກສ່ວນປະສົມໂດຍອາໄສຫຼັກການລະເຫີດເປັນອາຍແລະລວມຕົວເປັນນໍ້າ; 12.ຜະລິດຕະພັນແບບອຸດສາຫະກໍາໝາຍເຖິງຜະລິດຕະພັນທີ່ຜະລິດດ້ວຍເຄື່ອງຈັກ; 13.ຜະລິດຕະພັນແບບຫັດຖະກໍາໝາຍເຖິງຜະລິດຕະພັນທີ່ຜະລິດດ້ວຍການນໍາໃຊ້ເຄື່ອງມືແບບປະຖົມປະຖານ; 14.ພາຊະນະບັນຈຸແລະຫຸ້ມຫໍ່ໝາຍເຖິງວັດສະດຸຕ່າງໆທີ່ນໍາໃຊ້ໃນການບັນຈຸແລະຫຸ້ມຫໍ່ເຄື່ອງດື່ມທີ່ມີທາດເຫຼົ້າທຸກຊະນິດ; 15.ບຸກຄົນທີ່ໃສ່ເຄື່ອງແບບໝາຍເຖິງແພດ,ພະຍາບານ,ຄູ,ທະຫານ,ຕໍາຫຼວດ,ນັກຮຽນ,ນັກສຶກສາແລະເຈົ້າໜ້າທີ່ອື່ນຂອງລັດ; 16.ພະຍາດຊໍາເຮື້ອໝາຍເຖິງພະຍາດບໍ່ຕິດຕໍ່ທີ່ມີອາການແກ່ຍາວເຊັ່ນພະຍາດລະບົບປະສາດ,ຄວາມຈໍາເສື່ອມ,ພະຍາດຕັບແຂັງ,ພະຍາດມະເຮັງ,ພະຍາດຫົວໃຈເສັ້ນເລືອດ,ພະຍາດຄວາມດັນເລືອດສູງ,ພະຍາດເບົາຫວານແລະພະຍາດອື່ນ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ. ລັດຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍການອອກມາດຕະການຕ່າງໆໃນການກໍານົດສະຖານທີ່ບໍລິການ,ການຜະລິດ,ການປຸງແຕ່ງ,ຈໍາໜ່າຍ,ຊື້ຂາຍ,ຈໍາກັດການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ,ປະກອບບຸກຄະລາກອນ,ພາຫະນະ,ວັດຖຸປະກອນ,ສະໜອງງົບປະມານທີ່ຈໍາເປັນແລະເພີ່ມອັດຕາພາສີ,ອາກອນແລະຄ່າທໍານຽມຕາມກົດໝາຍແລະລະບຽບການ. ລັດເອົາໃຈໃສ່ໂຄສະນາສຶກສາອົບຮົມດ້ວຍຫຼາຍຮູບການເພື່ອປູກຈິດສໍານຶກທົ່ວສັງຄົມໂດຍສະເພາະແມ່ຍິງຖືກພາ,ເດັກນ້ອຍ,ເຍົາວະຊົນແລະຊາວໜຸ່ມໃຫ້ເຫັນໄດ້ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ. ລັດຊຸກຍູ້ສົ່ງເສີມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທຸກພາກສ່ວນໃຫ້ມີສ່ວນຮ່ວມ,ປະກອບສ່ວນໂດຍທາງກົງແລະທາງອ້ອມໃນການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າລວມທັງການປິ່ນປົວແລະບໍາບັດຜູ້ໄດ້ຮັບຜົນຮ້າຍ,ຜູ້ເຈັບເປັນຈາກເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ5ຫຼັກການກ່ຍວັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ຮັບປະກັນການຫຼຸດຜ່ອນ,ຈໍາກັດການສົ່ງເສີມການດື່ມ,ການຂາຍ,ການໂຄສະນາ,ການຜະລິດ,ການນໍາເຂົ້າ,ການຈໍາໜ່າຍ; 2.ຮັບປະກັນການມີສ່ວນຮ່ວມຂອງສັງຄົມເຂົ້າໃນການຫຼຸດຜ່ອນກ້າວໄປເຖິງການຢຸດເຊົາແລະແກ້ໄຂຜົນຮ້າຍຂອງການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ; 3.ຮັບປະກັນການບໍາບັດ,ປິ່ນປົວຜູ້ຕິດເຫຼົ້າແລະຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ; 4.ຮັບປະກັນການສຶກສາອົບຮົມເພື່ອປູກຈິດສໍານຶກແລະສ້າງສະຕິໃຫ້ທົ່ວສັງຄົມຮູ້ໄດ້ຜົນຮ້າຍຈາກການບໍລິໂພເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບທຸລະກິດການຜະລິດ,ການນໍາເຂົ້າ,ການສົ່ງອອກ,ການຈໍາໜ່າຍ,ການຊື້ຂາຍ,ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າລວມທັງສະຖານທີ່ບໍລິການແລະສະຖານທີ່ອື່ນໃນຂອບເຂດທົ່ວປະເທດ. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບການເຮັດເຫຼົ້າສາໂທ,ເຫຼົ້າໄຫແບບຄອບຄົວເນື່ອງໃນໂອກາດງານບຸນປະເພນີເທົ່ານັ້ນ.

ມາດຕາ7ການຮ່ວມມືສາກົນ ລົດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກນິກ,ເຕັກໂນໂລຊີ,ການຝຶກອົບຮົມ,ການຍົກລະດັບພະນັກງານ,ການຄົ້ນຄວ້າວິທະຍາສາດລວມທັງການຍາດແຍ່ງທຶນຮອນ,ພາຫະນະແລະອຸປະກອນເພື່ອເຮັດໃຫ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ມີປະສິດທິຜົນສູງລະປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ປະເພດແລະຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ8ປະເພດເຄື່ອງດື່ມທີ່ມີທາດເຫຼົ້າ ເຄື່ອງດື່ມທີ່ມີທາດເຫຼົ້າມີສອງປະເພດຄື: 1.ເຄື່ອງດື່ມທີ່ມີທາດເຫຼົ້າປະເພດບົ່ມເຊັ່ນ:ວາຍ,ເບຍ,ເຫຼົ້າສາໂທ,ເຫຼົ້າໄຫແລະອື່ນໆ; 2.ເຄື່ອງດື່ມທີ່ມີທາດເຫຼົ້າປະເພດກັ່ນເຊັ່ນ:ເຫຼົ້າຂາວ,ວິດສະກີແລະອື່ນໆ.

ມາດຕາ9ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ ເຄື່ອງດື່ມທີ່ມີທາດເຫຼົ້າມີຜົນຮ້າຍດັ່ງນີ້: 1.ຜົນຮ້າຍຕໍ່ສຸຂະພາບ; 2.ຜົນຮ້າຍຕໍ່ຄອບຄົວ; 3.ຜົນຮ້າຍຕໍ່ເສດຖະກິດສັງຄົມ.

ມາດຕາ10ຜົນຮ້າຍຕໍ່ສຸຂະພາບ ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າມີຜົນຮ້າຍແລະເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບທັງຮ່າງກາຍແລະຈິດໃຈ,ເປັນສາເຫດທີ່ພາໃຫ້ເກີດອຸປະຕິເຫດ,ພະຍາດຊໍາເຮື້ອແລະພະຍາດອື່ນທີ່ນໍາໄປສູ່ຄວາມພິການແລະການເສຍຊີວິດ. ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃນໄລຍະຖືພາເປັນສາເຫດແລະປັດໄຈສ່ຽງທີ່ພາໃຫ້ຫຼຸລູກ,ເດັກເກີດກ່ອນກໍານົດ,ມີນໍ້າໜັກຕໍ່າ,ຜິດປົກກະຕິ,ພິການ,ມີການພັດທະນາທາງສະໝອງແລະຮ່າງກາຍຊ້າ.

ມາດຕາ11ຜົນຮ້າຍຕໍ່ຄອບຄົວ ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າພາໃຫ້ມີຜົນຮ້າຍຕໍ່ໝົດທຸກຄົນໃນຄອບຄົວໂດຍສະເພາະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ,ເດັກແລະຜູ້ອາຍຸສູງ,ຂາດຄວາມເປັນແບບຢ່າງແລະຄວາມຮັບຜິດຊອບຕໍ່ຄອບຄົວທັງຍັງເປັນການເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຂອງຄອບຄົວ.

ມາດຕາ12ຜົນຮ້າຍຕໍ່ເສດຖະກິດສັງຄົມ ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າພາໃຫ້ເກີດອຸປະຕິເຫດ,ເກດອາຊະຍາກໍາແລະອື່ນໆຊຶ່ງແຕະຕ້ອງເຖິງການພັດທະນາຊັບພະຍາກອນມະນຸດ,ຄວາມສະຫງົບປອດໄພ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຮີດຄອງປະເພນີອັນດີງາມຂອງຊາດ,ພາໃຫ້ສູນເສຍລາຍຮັບທັງເປັນການໃຊ້ຈ່າຍຟູມເຟືອຍແລະເປັນຜົນກະທົບຕໍ່ການພັດທະນາເສດຖະກິດສັງຄົມ.

ມາດຕາ3ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໝວດທີ1ການຄວບຄຸມການດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ13ການດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ທຸກລະກິດເຄື່ອງດື່ມທີ່ມີທາດເຫຼົ້າແມ່ນການດໍາເນີນກິດຈະການໃດໜຶ່ງກ່ຽວກັບການຜະລິດ,ການປຸງແຕ່ງ,ການບັນຈຸ,ການຫຸ້ມຫໍ່,ການຕິດສະຫຼາກ,ການຈໍາໜ່າຍ,ການບໍລິການ,ການສະໜອງ,ການເກັບຮັກສາ,ການຂົນສົ່ງ,ການສົ່ງອອກ,ການນໍາເຂົ້າ,ການສົ່ງຜ່ານ,ການກວດກາຄຸນນະພາບເຄື່ອງດື່ມທີ່ມີທາດເຫຼົ້າ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແລະກົດໝາຍວ່າດ້ວຍວິສາຫະກິດໂດຍໄດ້ຮັບການເຫັນດີທາງດ້ານວິຊາການຈາກຂະແໜງການສາທາລະນະສຸກ.

ມາດຕາ14ການຜະລິດ ການຜະລິດເຄື່ອງດື່ມທີ່ມີທາດເຫຼົ້າມີສອງປະເພດຄືແບບອຸດສາຫະກໍາແລະແບບຫັດຖະກໍາ. ການຜະລິດແບບອຸດສາຫະກໍາແລະແບບຫັດຖະກໍາໃຫ້ປະຕິບັດຕາມມາດຕະຖານການຄວບຄຸມຄວາມປອດໄພ,ມາດຕະຖານການຜະລິດ,ສະຫຼາກແລະຄໍາເຕືອນກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ15ການປຸງແຕ່ງ ການປຸງແຕ່ງແມ່ນການນໍາເອົາວັດຖຸດິບຕ່າງໆມາປະກອບຫຼືປະສົມເຂົ້າເປັນເຄື່ອງດື່ມທີ່ມີທາດເຫຼົ້າຊຶ່ງຕ້ອງຮັບປະກັນຄວາມປອດໄພ,ອະນາໄມ,ມີຄຸນນະພາບ;ສະຖານທີ່,ພາຊະນະແລະອຸປະກອນອື່ນທີ່ຮັບໃຊ້ການປຸງແຕ່ງຕ້ອງຮັບປະກັນຄວາມສະອາດແລະໄດ້ມາດຕະຖານ. ຜູ້ປຸງແຕ່ງເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງບໍ່ແມ່ນຜູ້ເປັນພະຍາດຕິດຕໍ່,ມີການອະນາໄມສ່ວນບຸກຄົນ,ໃສ່ຊຸດທີ່ສະອາດແລະຕ້ອງກວດສຸຂະພາບຢ່າງໜອຍສອງຄັ້ງຕໍ່ປີ.

ມາດຕາ16ການບັນຈຸ ເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງບັນຈຸໃສ່ພາຊະນະເຊັ່ນຂວດແກ້ວ,ໄຫ,ກະປ໋ອງທີ່ສະອາດແລະປອດໄພ.

ມາດຕາ17ການຫຸ່ມຫໍ່ ພາຊະນະທີ່ບັນຈຸເຄື່ອງດື່ມທີ່ມີທາດເຫຼົ້າທີ່ນໍາເຂົ້າຈາກຕ່າງປະເທດຫຼືຜະລິດຢູ່ພາຍໃນປະເທດຕ້ອງມີການຫຸ້ມຫໍ່ທີ່ປອດໄພ,ກ່ອນຈະນໍາອອກຈໍາໜ່າຍຕ້ອງໄດ້ຜ່ານການກວດກາຈາກຂະແໜງການສາທາລະນະສຸກ.

ມາດຕາ18ການຕິດສະຫຼາກ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ຈໍລະຈອນ,ຈໍາໜ່າຍ,ຂາຍ,ບໍລິການໃນສປປລາວ,ນໍາເຂົ້າແລະສົ່ງອອກລວມທັງສິ່ງຫຸ້ມຫໍ່ເຄື່ອງດື່ມດັ່ງກ່າວຕ້ອງຕິດສະຫຼາກແລະຄໍາເຕືອນສຸຂະພາເປັນພາສາລາວແລະພາສາຕ່າງປະເທດທີ່ບົ່ງບອກຂໍ້ມູນຢ່າງຖືກຕ້ອງກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ19ການຈໍາໜ່າຍ ການຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າຢູ່ພາຍໃນປະເທດປະກອບດ້ວຍການຂາຍຍົກແລະການຂາຍຍ່ອຍຊຶ່ງຕ້ອງຢູ່ພາຍໃຕ້ການຄວບຄຸມ,ການຕິດຕາມ,ການກວດກາແລະການປະຕິບັດຕາມລະບຽບການຂອງຂະແໜງການສາທາລະນະສຸກແລະຂະແໜງການອື່ນທີ່ກ່ຽວຂ້ອງ. ສໍາລັບເຄື່ອງດື່ມທີ່ມີທາດເຫຼົ້າທີ່ສົ່ງອອກຈໍາໜ່າຍໄປຕ່າງປະເທດນອກຈາກປະຕິບັດຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງຂອງສປປລາວແລ້ວຍັງຕ້ອງປະຕິບັດຕາມກົດໝາຍແລະລະບຽບການຂອງປະເທດທີ່ນໍາເຂົ້າອີກດ້ວຍ.

ມາດຕາ20ການບໍລິການ ການບໍລິການເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງດໍາເນີນການສະເພາະໃນສະຖານທີ່ແລະເວລາຕາມທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງແລະສອດຄ່ອງກັບກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ21ການສະໜອງ ການສະໜອງເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ສະຖານທີ່ຈໍາໜ່າຍທີ່ມີໃບອະນຸຍາດຖືກຕ້ອງຕ້ອງຮັບປະກັນຄວາມປອດໄພ,ອະນາໄມແລະຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ22ການເກັບຮັກສາ ເພື່ອບໍ່ໃຫ້ເຄື່ອງດື່ມທີ່ມີທາດເຫຼົ້າເສື່ອມຄຸນນະພາບ,ບູດ,ໃຫ້ຢູ່ໃນສະພາບທີ່ບໍລິໂພກໄດ້ແລະຮັບປະກັນຄວາມປອດໄພຕ້ອງເກັບຮັກສາຕາມເງື່ອນໄຂສະເພາະຂອງເຄື່ອງດື່ມແຕ່ລະຊະນິດແລະປະຕິບັດຕາມຫຼັກການການເກັບຮັກສາທີ່ດີ.

ມາດຕາ23ການຂົນສົ່ງ ການຂົນສົ່ງເຄື່ອງດື່ມທີ່ມີທາດເຫຼົ້າທຸກຊະນິດຕ້ອງປະຕິບັດຕາມຫຼັກການຂົນສົ່ງທີ່ດີແຕ່ຕົ້ນທາງຈົນເຖິງປາຍທາງເພື່ອຮັບປະກັນຄຸນນະພາບແລະຄວາມປອດໄພຂອງເຄື່ອງດື່ມຕາມເງື່ອນໄຂສະເພາະຂອງເຄື່ອງດື່ມແຕ່ລະຊະນິດ.

ມາດຕາ24ການສົ່ງອອກ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງສົ່ງອອກເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງປະກອບເອກະສານໃຫ້ຄົບຖ້ວນແລະປະຕິບັດຕາມການກໍານົດຂອງປະເທດນໍາເຂົ້າ.

ມາດຕາ25ການນໍາເຂົ້າ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງນໍາເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງປະກອບເອກະສານໃຫ້ຄົບຖ້ວນເປັນນຕົ້ນໃບຢັ້ງຢືນການວິໄຈຈາກຫ້ອງວິໄຈຂອງປະເພດຕົ້ນກໍາເນີດ,ໃບຢັ້ງຢືນຄຸນນະພາບ,ໃບຢັ້ງຢືນຄວາມປອດໄພອາຫານ,ຮູບແບບສະຫຼາກແລະຄໍາເຕືອນສຸຂະພາບກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າແລະເອກະສານອື່ນທີ່ກ່ຽວຂ້ອງເພື່ອຂໍອະນຸຍາດຈາກຂະແໜການສາທາລະນະສຸກ. ການນໍາເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງຢູ່ພາຍໃຕ້ການຄວບຄຸມ,ການຕິດຕາມ,ການກວດກາແລະການປະຕິບັດຕາມການກໍານົດຂອງກະຊວງສາທາລະນະສຸກແລະຂະແໜງການອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ເຄື່ອງດື່ມທີ່ມີທາດເຫຼົ້າທີ່ນໍາເຂົ້າມາຈໍາໜ່າຍຢູ່ສປປລາວຕ້ອງມີການຕິດສະແຕັມ,ເສຍພາສີ,ອາກອນແລະຄ່າທໍານຽມຢ່າງຖືກຕ້ອງຕາມກົດໝາຍແລະລະບຽບການ.

ມາດຕາ26ການສົ່ງຜ່ານ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຂົນສົ່ງເຄື່ອງດື່ມທີ່ມີທາດເຫຼົ້າຈາກປະເທດໜຶ່ງຜ່ານສປປລາວໄປຫາປະເທດທີສາມຕ້ອງໄດ້ຮັບອະນຸຍາດຈາກຂະແໜງການສາທາລະນະສຸກ.ໃນການສົ່ງຜ່ານນັ້ນເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງປິດແລະປະທັບຕາໃສ່ຕູ້ບັນຈຸສິນຄ້າແລະຕ້ອງປະຕິບັດຕາມລະບຽບການການສົ່ງຜ່ານແດນ,ໃນກໍລະນີທີ່ມີການຄ່ຽນຖ່າຍສິນຄ້າໃສ່ພາຫະນະບັນທຸກອື່ນຫຼືລົງສາງກ່ອນການສົ່ງຜ່ານນັ້ນຕ້ອງມີການກດກາຢັ້ງຢືນຈາກຂະແໜງການສາທາລະນະສຸກແລະດານພາສີຊາຍແດນກ່ຽວກັບຈໍານວນແລະຊະນິດສິນຄ້າທີ່ໄດ້ແຈ້ງໄວ້ພ້ອມທັງເອກະສານຕິດຕາມສິນຄ້າແລະແຈ້ງໄປຍັງດ່ານຂາອອກບ່ອນສິນຄ້າດັ່ງກ່າວຜ່ານອອກໄປ.

ມາດຕາ27ການກວດກາຄຸນນະພາບ ຜະລິດຕະພັນເຄື່ອງດື່ມທີ່ມີທາດເຫຼົ້າກ່ອນນໍາເຂົ້າ,ຈໍາໜ່າຍຕ້ອງໄດ້ຜ່ານການກວດກາຄຸນນະພາບຕາມລະບຽບການຂອງກະຊວງສາທາລະນະສຸກ.

ມາດຕາ28ສະຖານທີ່ດໍາເນີນທຸລະກິດ ສະຖານທີ່ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າແມ່ນສິ່ງປຸກສ້າງຫຼືໂຄງສ້າງອື່ນແບບຖາວອນ,ຊົ່ວຄາວລວມທັງພາຫະນະ,ທີ່ດິນບ່ອນສິ່ງດັ່ງກ່າວຕັ້ງຢູ່ແລະສະຖານທີ່ອ້ອມຮອບສໍາລັບການຜະລິດ,ການປຸງແຕ່ງ,ການຂາຍ,ການບໍລິການ,ການຫຸ້ມຫໍ່ແລະການເກັບຮັກສາເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ29ທີ່ຕັ້ງສະຖານທີ່ບໍລິການ ທີ່ຕັ້ງສະຖານທີ່ບໍລິການເຄື່ອງດື່ມທີ່ມີມາດເຫຼົ້າຕ້ອງໃຫ້ຫ່າງຈາກສະຖານທີ່ດັ່ງນີ້: 1.ສະຖານທີ່ບໍລິການສຸຂະພາບ; 2.ສະຖານການສຶກສາ; 3.ສໍານັກງານ,ອົງການຂອງລັດ; 4.ສາສະໜາສະຖານ; 5.ສະຖານເອກອັກຄະລັດຖະທູດ; 6.ສວນສາທາລະນະ; 7.ໂຮງມະໂຫລະສົບ; 8.ສະຖານີລົດໂດຍສານ; 9.ປໍ້ານໍ້າມັນເຊື້ອໄຟ; 10.ສະໜາມກິລາ; 11.ໂຮງຈັກໂຮງງານ. ການກໍານົດໄລຍະຫ່າງຈາກສະຖານທີ່ດັ່ງກ່າວໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ30ການຊື້ຂາຍຍ່ອຍ ການຊື້ຂາຍຍ່ອຍແມ່ນການຊື້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ຜູ້ບໍລິໂພກເພື່ອຊົມໃຊ້ເອງແຕ່ຫາກບໍ່ແມ່ນເພື່ອນໍາໄປຂາຍຕໍ່. ເຄື່ອງດື່ມທີ່ມີທາດເຫຼົ້າອະນຸຍາດໃຫ້ຈໍາໜ່າຍ,ຊື້ຂາຍຍ່ອຍໄດ້ສະເພາະແຕ່ເວລາສິບຫົກໂມງຫາຊາວສາມໂມງຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ31ການໂຄສະນາ ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າບໍ່ວ່າຢູ່ໃນສະຖານທີ່ໃດ,ຜ່ານສື່ມວນຊົນທຸກປະເພດແລະກິດຈະກໍາທາງການຕະຫຼາດທຸກຮູບແບບຕ້ອງໄດ້ຮັບອະນຸຍາດຈາກຂະແໜງການສາທາລະນະສຸກແລະຂະແໜງການອື່ນທີ່ກ່ຽວຂ້ອງ. ເນື້ອໃນການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າມີດັ່ງນີ້: 1.ຕ້ອງເປັນການໃຫ້ຄວາມຮຸ້,ແນວຄິດສ້າງສັນຕໍ່ສັງຄົມ; 2.ຕ້ອງມີຄໍາເຕືອນດ້ານສຸຂະພາບ; 3.ບໍ່ມີລັກສະນະສົ່ງເສີມກິດຈະກໍາທາງການຕະຫຼາດຫຼືການຂາຍ; 4.ບໍ່ມີລັກສະນະຊວນເຊື່ອໃຫ້ມີການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ; 5.ບໍ່ສະແດງເຄື່ອງດື່ມທີ່ມີທາດເຫຼົ້າແລະການບໍລິໂພກເຄື່ອງດື່ມດັ່ງກ່າວ; 6.ບໍ່ສະແດງເຄື່ອງໝາຍການຄ້າ; 7.ບໍ່ໃຫ້ເປັນການສ້າງຄ່ານິຍົມກ່ຽວກັບການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ສັງຄົມ. ການກໍານົດເວລາແລະຄ່າບໍລິການໂຄສະນາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ32ການອຸປະຖໍາ ການອຸປະຖໍາບໍ່ວ່າທາງກົງຫຼືທາງອ້ອມຕ້ອງບໍ່ຢູ່ໃນຮູບການໂຄສະນາເສົ່ງເສີມການຂາຍແລະການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ.

ໝວດທີ2ການຄວບຄຸມຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ33ມາດຕະການຄວບຄຸມຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ ມາດຕະການຄວບຄຸມຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າມີດັ່ງນີ້: 1.ມາດຕະການທາງດ້ານສຸຂານາໄມຊຶ່ງແມ່ນມາດຕະການຕ່າງໆທີ່ນໍາໃຊ້ເພື່ອປົກປ້ອງສຸຂະພາບແລະຊີວິດຂອງຄົນຈາກຄວາມສ່ຽງຕ່າງທທີ່ມາຈາກການປົນເປື້ອນໃນເຄື່ອງດື່ມທີ່ມີທາດເຫຼົ້າ; 2.ມາດຕະການທາງດ້ານເຕັກນິກຊຶ່ງແມ່ນຂັ້ນຕອນຕ່າງໆກ່ຽວກັບມາດຕະຖານການຜະລິດ,ວິທີການຜະລິດ,ການທົດສອບແລະການກວດກາຈາກຂະແໜງການສາທາລະນະສຸກ.

ມາດຕາ34ການຮັບປະກັນຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າ ເຄື່ອງດື່ມທີ່ມີທາດເຫຼົ້າທີ່ໄດ້ຜະລິດ,ປຸງແຕ່ງ,ຈໍາໜ່າຍ,ສົ່ງອອກ,ນໍາເຂົ້າແລະສົ່ງຜ່ານຕ້ອງຮັບປະກັນໃຫ້ມີຄຸນນະພາບດີ. ເຄື່ອງດື່ມທີ່ມີທາດເຫຼົ້າທີ່ຮັບປະກັນຄຸນນະພາບນັ້ນຕ້ອງປະຕິບັດຕາມຫຼັກການການຜະລິດທີ່ດີ,ການສຸຂານາໄມທີ່ດີ,ການວິເຄາະຄວາມສ່ຽງແລະການຄວບຄຸມຈຸດອັນຕະລາຍແລະຫຼັກການອື່ນທີ່ກ່ຽວຂ້ອງຢ່າງຖືກຕ້ອງ. ຄຸນນະພາບຂອງເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງໄດ້ຮັບການກວດກາຈາກຂະແໜງການສາທາລະນະສຸກ.

ໝວດທີ3ພັນທະຂອງຜູ້ຜະລິດ,ນໍາເຂົ້າແລະຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ35ພັນທະທົ່ວໄປ ຜູ້ຜະລິດ,ນໍາເຂົ້າແລະຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າມີພັນທະທົ່ວໄປດັ່ງນີ້: 1.ຮັບປະກັນມາດຕະຖານຄວບຄຸມຄວາມປອດໄພຂອງເຄື່ອງດື່ມທີ່ມີທາດເຫຼົ້າ; 2.ສົ່ງເສີມສຸຂະພາບ,ປົກປ້ອງຊີວິດ,ສິດແລະຜົນປະໂຫຍດຜູ້ບໍລິໂພກ; 3.ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າຢ່າງຖືກຕ້ອງ,ໂປ່ງໄສ,ຍຸຕິທໍາແລະສາມາດກວດສອບໄດ້; 4.ປະຕິບັດກົດໝາຍແລະລະບຽບການກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າແລະກົດໝາຍອື່ນທີ່ກ່ຽວຂ້ອງ. ສໍາລັບຜູ້ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າຢູ່ພາຍໃນປະເທດແລະຜູ້ຈໍາເຂົ້າຈາກຕ່າງປະເທດຕ້ອງໄດ້ປະຕິບັດພັນທະເພີ່ມຕາມທີ່ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ36ພັນທະຂອງຜູ້ຜະລິດ ຜູ້ຜະລິດເຄື່ອງດື່ມທີ່ມີທາດເຫຼົ້າມີພັນທະດັ່ງນີ້: 1.ຕິດສະຫຼາກ,ຄໍາເຕືອນທີ່ເປັນຂໍຄວາມໃສ່ພາຊະນະບັນຈຸ,ສິ່ງຫຸ້ມຫໍ່ເຄື່ອງດື່ມທີ່ມີທາດເຫຼົ້າຕາມລະບຽບການ; 2.ປົກປັກຮັກສາສິ່ງແວດລ້ອມໃນຂອບເຂດພື້ນທີ່ແລະອ້ອມຂ້າງການຜະລິດຂອງຕົນ; 3.ສົ່ງເສີມສຸຂະພາບແລະກັນພະຍາດຂອງຜູ້ອອກແຮງງານໃນການຜະລິດເຄື່ອງດື່ມທີ່ມີທາດເຫຼົ້າຕາມລະບຽບການ; 4.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ37ພັນທະຂອງຜູ້ນໍາເຂົ້າ ຜູ້ໍາເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າມີພັນທະດັ່ງນີ້: 1.ຮັບປະກັນຄຸນນະພາບແລະມາດຕະຖານຂອງເຄື່ອງດື່ມທີ່ມີທາດເຫຼົ້າຕາມມາດຕະຖານຄວບຄຸມຄວາມປອດໄພຂອງສປປລາວ; 2.ຮັບປະກັນການນໍາເຂົ້າເຄື່ອງດື່ມທີ່ມີທາດເຫຼົ້າທີ່ມີການຕິດສະຫຼາກ,ຄໍາເຕືອນທີ່ເປັນຂໍ້ຄວາມໃສ່ພາຊະນະແລະສິ່ງຫຸ້ມຫໍ່ຕາມລະບຽບການ; 3.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ38ພັນທະຂອງຜູ້ຈໍາໜ່າຍ ຜູ້ຈໍາໜ່າຍ,ຊື້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າມີພັນທະດັ່ງນີ້: 1.ຮັບປະກັນໃຫ້ມີສະຖານທີ່ທີ່ເໝາະສົມໃນການຈໍາໜ່າຍ,ຊື້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ; 2.ແນະນໍາ,ອະທິບາຍໃຫ້ຜູ້ຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າຮູ້ເຖິງຜົນຮ້າຍຂອງການບໍລິໂພກ 3.ຈໍາໜ່າຍ,ຊື້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າທີ່ມີການຕິດສະຫຼາກແລະຄໍາເຕືອນຢ່າງຖືກຕ້ອງຕາມລະບຽບການ; 4.ປົກປັກຮັກສາສິ່ງແວດລ້ອມໃນຂອບເຂດພື້ນທີ່ຈໍາໜ່າຍຂອງຕົນ; 5.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ4ຄວາມຮັບຜິດຊອບກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ39ຄວາມຮັບຜິດຊອບຂອງລັດ ຂະແໜງການຂອງລັດມີຄວາມຮັບຜິດຊອບໃນການຊີ້ນໍາ,ການຄຸ້ມຄອງ,ການຕິດຕາມ,ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າແລະໃຫ້ການບໍາບັດຜູ້ຕິດເຫຼົ້າຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນ.

ມາດຕາ40ຄວາມຮັບຜິດຊອບຂອງສັງຄົມແລະຊຸມຊົນ ສັງຄົມແລະຊຸມຊົນມີຄວາມຮັບຜິດຊອບເຂົ້າຮ່ວມໃນຂະບວນການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນການໂຄສະນາເຜີຍແຜ່,ປຸກລະດົມໃຫ້ຮູ້ແລະເຂົ້າໃຈເຖິງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ41ຄວາມຮັບຜິດຊອບຂອງຄອບຄົວ ຄອບຄົວມີບົດບາດສໍາຄັນແລະມີຄວາມຮັບຜິດຊອບໃນການສຶກສາອົບຮົມ,ປູກຈິດສໍານຶກ,ໃຫ້ຄໍາແນະນໍາແກ່ສະມາຊິກຄອບຄົວຮູ້ເຖິງຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ,ເຂົ້າຮ່ວມຂະບວນການຄວບຄຸມ,ການຄຸ້ມຄອງ,ການຕິດຕາມ,ການກວດກາເຄື່ອງດື່ມທີ່ມີທາດເຫຼົ້າແລະຊ່ວຍໃນການບໍາບັດ,ປິ່ນປົວເມື່ອສະມາຊິກຄອບຄົວຕິດເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ42ຄວາມຮັບຜິດຊອບຂອງບຸກຄົນ ພົນລະເມືອງທຸກຄົນເປັນຕົ້ນເຍົາວະຊົນ,ຊາວໜຸ່ມ,ນັກຮຽນ,ນັກສຶກສາ,ກໍາມະກອນຕ້ອງເປັນເຈົ້າຕົນເອງໃນການຫ່າງໄກຈາກເຄື່ອງດື່ມທີ່ມີທາດເຫຼົ້າ,ຕ້ານແນວຄິດ,ຄ່ານິຍົມແລະພຶດຕິກໍາໃນການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ. ພໍ່ແມ່,ຜູ້ປົກຄອງ,ຄູ,ອາຈານຕ້ອງເປັນແບບຢ່າງໃນການຫ່າງໄກຈາກເຄື່ອງດື່ມທີ່ມີທາດເຫຼົ້າແລະໃຫ້ຄໍາແນະນໍາແກ່ລູກຫຼານ,ນັກຮຽນ,ນັກສຶກສາຂອງຕົນ,ຜູ້ເປັນລູກ,ຫຼານ,ນັກຮຽນ,ນັກສຶກສາກໍ່ຕ້ອງຟັງຄໍາແນະນໍາດັ່ງກ່າວ.

ພາກທີ4ການສົ່ງເສີມສຸຂະພາບຈາກຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ໝວດທີ1ການໂຄສະນາສຸຂະສຶກສາແລະສະໜອງຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ43ການໂຄສະນາສຸຂະສຶກສາ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຕ້ອງເອົາໃຈໃສ່ໂຄສະນາສຸຂະສຶກສາກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ພົນລະເມືອງໂດຍສະເພາະເຍົາວະຊົນ,ຊາວໜຸ່ມ,ນັກຮຽນ,ນັກສຶກສາ,ກໍາມະກອນເພື່ອປູກຈິດສໍານຶກຕ້ານແນວຄິດ,ຄ່ານິຍົມແລະພຶດຕິກໍາໃນການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ44ການສະໜອງຂໍ້ມູນຂ່າວສານ ຂະແໜງການສາທາລະນະສຸກ,ຂະແໜງການອື່ນຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະການຈັດຕັ້ງອື່ນໃນສັງຄົມທັງພາກລັດແລະເອກະຊົນມີຄວາມຮັບຜິດຊອບແລະປະກອບສ່ວນເຂົ້າໃນການສະໜອງຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ພົນລະເມືອງຢ່າງເປັນປົກກະຕິ. ພົນລະເມືອງທຸກຄົນມີສິດໄດ້ຮັບຂໍ້ມູນຂ່າວສານກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເປັນຕົ້ນຜົນຮ້າຍຂອງການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ.

ໝວດທີ2ສະຫຼາກແລະຄໍາເຕືອນໃສ່ພາຊະນະບັນຈຸຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ45ສະຫຼາກ ສະຫຼາກແມ່ນເຄື່ອງໝາຍ,ຮູບພາບຫຼືຂໍ້ຄວາມທີ່ພິມຕິດໃສ່ພາຊະນະບັນຈຸແຕ່ລະແກ້ວ,ຫໍ່,ກະປ໋ອງແລະຫີບຂອງເຄື່ອງດື່ມທີ່ມີທາດເຫຼົ້າເພື່ອສະແດງໃຫ້ຜູ້ບໍລິໂພກຮັບຮູ້ຄໍາເຕືອນກ່ຽວກັບສຸຂະພາບ,ຂໍ້ມູນດ້ານໂພຊະນາການ,ສ່ວນປະກອບຫຼັກ,ການນໍາໃຊ້,ການເກັບຮັກສາ,ຜູ້ຜະລິດຫຼືຜູ້ຈໍາໜ່າຍ,ປະລິມານທາດເຫຼົ້າເອຕາໂນນແລະທາດອື່ນໃນເຄື່ອງດື່ມທີ່ມີທາດເຫຼົ້າ. ກະຊວງສາທາລະນະສຸກເປັນຜູ້ກໍານົດຂໍ້ຄວາມຕ່າງໆຂອງສະຫຼາກ.

ມາດຕາ46ຄໍາເຕືອນ ຄໍາເຕືອນແມ່ນຂໍ້ຄວາມທີ່ພິມຕິດໃສ່ພາຊະນະບັນຈຸຂອງເຄື່ອງດື່ມທີ່ມີທາດເຫຼົ້າຊຶ່ງກໍານົດໂດຍກະຊວງສາທາລະນະສຸກເພື່ອສະແດງໃຫ້ຜູ້ບໍລິໂພກຮັບຮູ້ວ່າເຄື່ອງດື່ມນີ້ເປັນອັນຕະລາຍແລະມີຜົນຮ້າຍຕໍ່ສຸຂະພາບ.

ໝວດທີ3ການດັດສົມລາຄາເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ47ການດັດສົມແລະຕິດລາຄາ ເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງມີການຕັດສົມລາຄາຢ່າງສອດຄ່ອງກັບນະໂຍບາຍພາສີ,ອາກອນໃນແຕ່ລະໄລຍະເພື່ອຫຼຸດຜ່ອນການຊົມໃຊ້ເຄື່ອງດື່ມທີ່ມີທາດເຫຼົ້າຢູ່ໃນສັງຄົມ. ຂະແໜງການທີ່ກ່ຽວຂ້ອງຂອງລັດຕ້ອງຕິດຕາມ,ກວດກາ,ເກັບກໍາຂໍ້ມູນກ່ຽວກັບລາຄາເຄື່ອງດື່ມທີ່ມີທາດເຫຼົ້າໃນແຕ່ລະໄລຍະ. ຜູ້ຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງຕິດລາຄາເປັນເງິນກີບຢ່າງເປີດເຜີຍ.

ມາດຕາ48ການເກັບພາສີ,ອາກອນ ການເກັບພາສີ,ອາກອນກ່ຽວກັບການດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າໃນສປປລາວຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງກົດໝາຍສະບັບນີ້ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍພາສີແລະກົດໝາຍວ່າດ້ວຍສ່ວຍສາອາກອນ.

ພາກທີ5ການແກ້ໄຂຜົນກະທົບຂອງເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ49ການປຸກລະດົມ,ໂຄສະນາຊວນເຊື່ອໃຫ້ຫຼຸດຜ່ອນການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຕ້ອງເອົາໃຈໃສ່ປຸກລະດົມ,ໂຄສະນາຊວນເຊື່ອ,ແນະນໍາວິທີໃຫ້ຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ຮັບຮູ້ແລະເຂົ້າໃຈເຖິງຜົນຮ້າຍຕໍ່ສຸຂະພາບ,ຄອບຄົວ,ເສດຖະກິດສັງຄົມເພື່ອໃຫ້ມີຄວາມຕື່ນຕົວ,ຫຼຸດຜ່ອນແລະກ້າວໄປເຖິງການຢຸດເຊົາ.

ມາດຕາ50ການບໍາບັດ,ປິ່ນປົວ ຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງສະໝັກໃຈຕື່ນຕົວເຂົ້າຮັບການບໍາບັດແລະປິ່ນປົວດ້ວຍການເອົາໃຈໃສ່ແລະຊ່ວຍເຫຼືອຈາກຄອບຄົວ,ຊຸມຊົນ,ສັງຄົມແລະໂຮງໝໍ.

ມາດຕາ51ການຊ່ວຍເຫຼືອຜູ້ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ການຊ່ວຍເຫຼືອຜູ້ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າຕ້ອງດໍາເນີນໂດຍໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອດ້ວຍວິທີການດັ່ງນີ້: 1.ໃຫ້ຄໍາປຶກສາ,ແນະນໍາກ່ຽວກັບການຫຼຸດຜ່ອນແລະຢຸດເຊົາການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າແລະການສົ່ງເສີມສຸຂະພາບ; 2.ໃຫ້ການບໍາບັດແລະປິ່ນປົວດ້ວຍຮູບການຕ່າງໆຕາມເງື່ອນໄຂຕົວຈິງ; 3.ຈັດກິດຈະກໍາຕ່າງໆເພື່ອໃຫ້ຢຸດເຊົ້າບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ52ໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອ ໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໄດ້ຮັບການສ້າງຕັ້ງຂຶ້ນໂດຍຂະແໜງການສາທາລະນະສຸກຊຶ່ງມີພາລະບົດບາດໂຄສະນາສຸຂະສຶກສາ,ໃຫ້ຄໍາແນະນໍາ,ຄໍາປຶກສາແລະການຊ່ວຍເຫຼືອຜູ້ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ. ໜ່ວຍງານດັ່ງກ່າວຕ້ອງເກັບກໍາຂໍ້ມູນສະຖິຕິ,ຕິດຕາມ,ກວດກາແລະລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ. ນອກຈາກໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອແລ້ວອົງການຈັດຕັ້ງສັງຄົມ,ຊຸມຊົນ,ຄອບຄົວແລະໝູ່ເພື່ອນກໍ່ຕ້ອງມີສ່ວນຮ່ວມໃນການຊ່ວຍເຫຼືອຜູ້ຕ້ອງການຢຸດເຊົາບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍການແນະນໍາແລະການສ້າງກິດຈະກໍາຕ່າງໆ. ການຈັດຕັ້ງແລະການເຄື່ອນໄຫວຂອງໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ພາກທີ4ຂໍ້ຫ້າມ

ມາດຕາ53ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ຫ້າມຜູ້ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າມີພຶດຕິກໍາດັ່ງນີ້: 1ສະແດງເຄື່ອງໝາຍທີ່ເປັນສັນຍາລັກ,ເຄື່ອງໝາຍການຄ້າຂອງເຄື່ອງດື່ມທີ່ມີທາດເຫຼົ້າຜ່ານສື່ມວນຊົນທຸກປະເພດ,ສະຖານທີ່ສາທາລະນະ,ຊຸມຊົນ,ສະໜາມກິລາ,ສະໜາມເດັກນ້ອຍ,ສະຖານການສຶກສາ,ງານມະໂຫລະສົບຕ່າງໆໂດຍບໍ່ໄດຮັບອະນຸຍາດ; 2.ໂຄສະນາໃນທຸກຮູບແບບທີ່ເປັນການຊຸກຍູ້,ສົ່ງເສີມການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ,ການຈໍາໜ່າຍແລະການຊື້ຂາຍໃນສະຖານທີ່ທີ່ໄດ້ກໍານົດໄວ້ໃນມາດຕາ29ຂອງກົດໝາຍສະບັບນີ້; 3.ອຸປະຖໍາດ້ວຍຮູບການຕ່າງໆທີ່ເປັນການສົ່ງເສີມການບໍລິໂພກແລະການຂາຍບໍ່ວ່າທາງກົງຫຼືທາງອ້ອມ; 4.ຜະລິດ,ນໍາເຂົ້າ,ຊື້ຂາຍເຫຼົ້າເຖື່ອນ,ເຫຼົ້າປອມ,ເຫຼົ້າໝົດອາຍຸ,ເຫຼົ້າບໍ່ມີສະຫຼາກ,ບໍ່ມີຄໍາເຕືອນເປັນພາສາລາວ,ບໍ່ຕິດລາຄາແລະບໍ່ຕິດສະແຕັມຕາມກົດໝາຍແລະລະບຽບການ; 5.ຂາຍເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍເຄື່ອງຈັກອັດຕະຖນມັດທຸກຊະນິດ; 6.ສົ່ງເສີມການຂາຍໃນທຸກຮູບແບບເຊັ່ນການຈົກສະຫຼາກ,ຫຼຸດລາຄາ,ແລກປ່ຽນ,ແຈກ,ແຖມ,ເຄື່ອງທີ່ລະນຶກແລະອື່ນໆ; 7.ຫຼຸດລາຄາຕໍ່າກວ່າຕົ້ນທຶນການຜະລິດຫຼືຕົ້ນທຶນການນໍາເຂົ້າບວກກັບພາສີ,ອາກອນແລະຄ່າທໍານຽມຕ່າງໆທີ່ລັດຮັບຮູ້; 8.ຂັດຂວາງການປະຕິບັດໜ້າທີ່,ນາບຂູ່ຫຼືໃຫ້ສິນບົນແກ່ພະນັກງານແລະເຈົ້າໜ້າທີ່ກ່ຽວຂ້ອງ; 9.ນໍາໃຊ້ສານເຄມີທີ່ບໍ່ອະນຸຍາດຫຼືສິ່ງປົນເປື້ອນອື່ນທີ່ເປັນອັນຕະລາຍໃສ່ເຄື່ອງດື່ມທີ່ມີທາດເຫຼົ້າ; 10.ຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າໃນວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າ; 11.ຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ຜູ້ມີອາຍຸຕໍ່າກວ່າສິບແປດປີ,ຜູ້ມຶນເມົາ,ບຸກຄົນໃສ່ເຄື່ອງແບບແລະຜູ້ຂັບຂີ່; 12.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ54ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ ຫ້າມພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ຕໍາແໜ່ງ,ໜ້າທີ່,ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່,ທວງເອົາ,ຂໍເອົາ,ໃຫ້ຫຼືຮັບສິນບົນຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່,ບຸກຄົນ,ນິຕິຸກຄົນແລະການຈັດຕັ້ງ; 2.ເປີດເຜີຍຄວາມລັບຂອງລັດຫຼືທາງລັດຖະການ,ຂໍ້ມູນຂອງຜູ້ດໍາເນີນທຸລະກິດ,ກົດໜ່ວງ,ຖ່ວງດຶງ,ປອມແປງເອກະສານ,ຂາດຄວາມຮັບຜິດຊອບຕໍ່ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ໄດ້ຮັບມອບໝາຍ; 3.ປົກປ້ອງ,ຊຸກເຊື່ອງຫຼືປິດບັງ,ຮ່ວມກັນກະທໍາຜິດກັບຜູ້ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າທີ່ບໍ່ຖືກຕ້ອງຕາມກົດໝາຍ; 4.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ55ຂໍ້ຫ້າມສໍາລັບຜູ້ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ຫ້າມຜູ້ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າມີພຶດຕິກໍາດັ່ງນີ້: 1.ຂັບຂີ່ຍານພາຫະນະ; 2.ໃຊ້ຄວາມຮຸນແຮງຕໍ່ຜູ້ອື່ນໂດຍສະເພາະແມ່ຍິງ,ເດັກນ້ອຍແລະຜູ້ອາຍຸສູງ; 3.ອາລະວາດຕີກັນ; 4.ລົບກວນເວລາເຮັດວຽກ,ເວລາພັກຜ່ອນ,ສ້າງຄວາມລໍາຄານແກ່ບຸກຄົນອື່ນຫຼືສ້າງຄວາມຫຍຸ້ງຍາກໃຫ້ສັງຄົມ; 5.ປະຕິເສດການກວດຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງກ່ຽວກັບປະລິມານທາດເຫຼົ້າຢູ່ໃນເລືອດ,ໃນປັດສະວະຫຼືລົມຫາຍໃຈ; 6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ56ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າໂດຍບໍ່ໄດ້ຮັບອະນຸຍາດ; 2.ສະໜັບສະໜູນການໂຄສະນາ,ສົ່ງເສີມເຄື່ອງດື່ມທີ່ມີທາດເຫຼົ້າ; 3.ຊັກຊວນ,ນໍາໃຊ້ຫຼືໃຫ້ຜູ້ມີອາຍຍຸຕໍ່າກວ່າສິບແປດປີດື່ມ,ຊື້ຂາຍ,ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ; 4.ຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າໃນສະຖານທີ່ທີ່ໄດ້ກໍານົດໄວ້ໃນມາດຕາ29ຂອງກົດໝາຍສະບັບນີ້; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ7ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ57ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງອາດດໍາເນີນດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການປະນີປະນອມ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງສານ; 5.ການແກ້ໄຂທີ່ມີລັກສະນະສາກົນ.

ມາດຕາ58ການປະນີປະນອມ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານັ້ນຄູ່ກໍລະນີສາມາດປຶກສາຫາລື,ເຈລະຈາແລະປະນີປະນອມກັນ.

ມາດຕາ59ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານັ້ນຄູ່ກໍລະນີມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນຕົນໄ້ຮັບອະນຸຍາດເພື່ອພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ60ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີເກີດຂໍ້ຂັດແຍ່ງໃນການດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້ານັ້ນຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອພິຈາລະນາແກ້ໄຂຕາມກົດໝາຍແລະລະບຽບການ.

ມາດຕາ61ການຕັດສິນຂອງສານ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້ານັ້ນຄູ່ກໍລະນີຝ່າຍໃດຝ່າຍໜຶ່ງສາມາດຮ້ອງຟ້ອງຕໍ່ສານປະຊຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

ມາດຕາ62ການແກ້ໄຂທີ່ມີລັກສະນະສາກົນ ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້ານັ້ນຄູ່ກໍລະນີສາມາດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ,ຕ່າງປະເທດຫຼືສາກົນຕາມກົານຕົກລົງກັນຫຼືໃຫ້ປະຕິບັດຕາມສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ8ການຄຸ້ມຄອງແລະການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໝວດທີ1ການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ມາດຕາ63ອົງການຄຸ້ມຄອງ ລັດຖະບານຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງສາທາລະນະສຸກເປັນເຈົ້າການຮັບຜິດຊອບໂດຍກົງແລະປະສານສົມທົບກັບກະຊວງອື່ນທີ່ກ່ຽວຂ້ອງທີ່ກ່ຽວຂ້ອງເປັນຕົ້ນກະຊວງອຸດສາຫະກໍາແລະການຄ້າ,ກະຊວງການເງິນ,ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ,ກະຊວງສຶກສາທິການແລະກິລາ,ກະຊວງໂຍທທິການແລະຂົນສົ່ງ,ກະຊວງປ້ອງກັນຄວາມສະຫງົບ,ກະຊວງແຮງງານແລະສະຫວັດດີການສັງຄົມ,ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງມະຫາຊົນໃນການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕາມພາລະບົດບາດຂອງຕົນ. ອົງການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າປະກອບດ້ວຍ: 1.ກະຊວງສາທາລະນະສຸກ; 2.ພະແນກສາທາລະນະສຸກແຂວງ,ນະຄອນ; 3.ຫ້ອງການສາທາລະນະສຸກເມືອງ,ເທດສະບານ; 4.ຄະນະກໍາມະການຮັກສາສຸຂະພາບຂັ້ນບ້ານ. ເພື່ອເຮັດໃຫ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າດໍາເນີນໄປຢ່າງມີປະສິດທິພາບນັ້ນໄດ້ສ້າງຕັ້ງຄະນະກໍາມະການເພື່ອການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຊຶ່ງແມ່ນຄະນະດຽວກັນກັບຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຄວບຄຸມຢາສູບ.

ມາດຕາ64ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າກະຊວງສາທາລະນະສຸກມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າສ້າງນະໂຍບາຍ,ແຜນຍຸດທະສາດ,ກົດໝາຍກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອສະເໜີລັດຖະບານພິຈາລະນາ; 2.ຈັດຕັ້ງ,ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເປັນແຜນການ,ແຜນງານ,ໂຄງການແລະລະບຽບການ; 3.ໂຄສະນາ,ເຜີຍແຜ່ນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານ,ໂຄງການແລະສຸຂະສຶກສາກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຢ່າງກວ້າງຂວາງ; 4.ຊີ້ນໍາ,ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າລວມທັງການຄົ້ນຄວ້າ,ວິໄຈ; 5.ສ້າງ,ບໍາລຸງ,ຍົກລະດັບ,ຄຸ້ມຄອງ,ນໍາໃຊ້ພະນັກງານ,ບຸກຄະລາກອນກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕາມພາລະບົດບາດຂອງຕົນ; 6.ຄົ້ນຄວ້າ,ປະກອບຄໍາເຫັນກ່ຽວກັບການຂໍອະນຸຍາດສ້າງຕັ້ງວິສາຫະກິດເຄື່ອງດື່ມທີ່ມີທາດເຫຼົ້າ; 7.ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງແລະຄໍາແນະນໍາຂອງຂັ້ນລຸ່ມຂອງຕົນທີ່ຂັດກັບກົດໝາຍແລະລະບຽບການກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; 8.ແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ,ອອກຄໍາສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງຈັດຕັ້ງປະຕິບັດມາດຕະຖານທີ່ໄດ້ກໍານົດໄວ້ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ; 9.ຊີ້ນໍາການບໍາບັດ,ປິ່ນປົວຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ; 10.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; 11.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; 12.ປະເມີນຜົນ,ສະຫຼຸບແລະລາຍງານວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ລັດຖະບານຢ່າງເປັນປົກກະຕິ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ65ສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າພະແນກສາທາລະນະສຸກແຂວງ,ນະຄອນມີສິດແລະໜ້າທີ່ດ່ັ່ງນີ້: 1.ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າມາເປັນວຽກງານລະອຽດຂອງຕົນເພື່ອຈັດຕັ້ງປະຕິບັດ; 2.ໂຄສະນາ,ເຜີຍແຜ່ຂໍ້ມູນຂ່າວສານ,ຈັດຕັ້ງປະຕິບັດກົດໝາຍ,ລະບຽບການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕາມຄວາມຮັບຜິດຊອບຂອງຕົນ; 3.ຊີ້ນໍາແລະຕິດຕາມການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານ; 4.ຊີ້ນໍາໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າໃນການປະຕິບັດໜ້າທີ່ວຽກງານ; 5.ບໍາບັດ,ປິ່ນປົວຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ; 6.ພິຈາລະນາ,ແກ້ໄຂຄໍາສະເໜີກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເຄື່ອງດື່ມທີ່ມີທາດເຫຼົ້າໃນຄວາມຮັບຜິດຊອບຂອງຕົນຫຼືສະເໜີໃຫ້ອົງການຂັ້ນເທິງທີ່ກ່ຽວຂ້ອງແກ້ໄຂ; 7.ຄົ້ນຄວ້າ,ປະກອບຄໍາເຫັນກ່ຽວກັບການຂໍອະນຸຍາດສ້າງຕັ້ງວິສາຫະກິດເຄື່ອງດື່ມທີ່ມີທາດເຫຼົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນເຊັ່ນໂຮງງານຜະລິດ,ບໍລິສັດນໍາເຂົ້າສົ່ງອອກ,ຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ; 8.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; 9.ພົວພັນ,ຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕາມການມອບໝາຍ; 10.ປະເມີນຜົນ,ສະຫຼຸບແລະລາຍງານວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ກະຊວງສາທາລະນະສຸກແລະອົງການປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 11.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ66ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຫ້ອງການສາທາລະນະສຸກເມືອງ,ເທດສະບານມີສິດແລະໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານ,ໂຄງການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; 2.ເຜີຍແຜ່ຂໍ້ມູນຂ່າວສານ,ຈັດຕັ້ງປະຕິບັດກົດໝາຍ,ລະບຽບການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ທີທາດເຫຼົ້າ,ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ; 3.ຊີ້ນໍາໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ; 4.ພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເຄື່ອງດື່ມທີ່ມີທາດເຫຼົ້າຫຼືສະເໜີໃຫ້ອົງການຂັ້ນເທິງແກ້ໄຂ; 5.ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການກໍານົດສະຖານທີ່ບໍລິການແລະໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕາມກົດໝາຍແລະລະບຽບການ; 6.ປະເມີນຜົນ,ສະຫຼຸບແລະລາຍງານວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ພະແນກສາທາລະນະສຸກແຂວງ,ນະຄອນແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ67ສິດແລະໜ້າທີ່ຂອງຄະນະກໍາມະການຮັກສາສຸຂະພາບຂັ້ນບ້ານ ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຄະນະກໍາມະການຮັກສາສຸຂະພາບຂັ້ນບ້ານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານ,ໂຄງການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ; 2.ເຜີຍແຜ່ສຸຂະສຶກສາ,ຂໍ້ມູນຂ່າວສານ,ຈັດຕັ້ງປະຕິບັດກົດໝາຍ,ລະບຽບການກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ,ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າ; 3.ເກັບກໍາສະຖິຕິ,ຕິດຕາມການຜະລິດແບບຄອບຄົວຂອງບ້ານຢ່າງທົ່ວເຖິງ; 4.ປະສານສົມທົບກັບໜ່ວຍງານໃຫ້ຄໍາປຶກສາແລະຊ່ວຍເຫຼືອຜູ້ໄດ້ຮັບຜົນຮ້າຍຈາກເຄື່ອງດື່ມທີ່ມີທາດເຫຼົ້າ; 5.ພິຈາະລະນາແກ້ໄຂຄໍາສະເໜີ,ໄກ່ເກ່ຍກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເຄື່ອງດື່ມທີ່ມີທາດເຫຼົ້າຫຼືສະເໜີໃຫ້ອົງການຂັ້ນເທິງແກ້ໄຂ; 6.ສະຫຼຸບແລະລາຍງານວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ຫ້ອງການສາທາລະນະສຸກເມືອງ,ເທດສະບານແລະອົງການປົກຄອງບ້ານຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ68ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຂະແໜງການທີ່ໄດ້ກໍານົດໄວ້ໃນວັກທີ1ມາດຕາ63ຂອງກົດໝາຍສະບັບນີ້ມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການສາທາລະນະສຸກຕາມພາລະບົດບາດຂອງຕົນເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນລວມທັງສ້າງຂະບວນການປຸກລະດົມແລະປະກອບສ່ວນເຂົ້າໃນວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ.

ໝວດທີ2ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ທີທາດເຫຼົ້າ

ມາດຕາ69ອົງການກວດກາ ອົງການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າມີດັ່ງນີ້: 1.ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕາມທີ່ໄດ້ກໍານົດໄວ້ໃນມາດຕາ63ຂອງກົດໝາຍສະບັບນີ້; 2.ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການກວດສອບແຫ່ງລັດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມແລະສື່ມວນຊົນ.

ມາດຕາ70ເນື້ອໃນການກວດກາ ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າມີເນື້ອໃນຕົ້ນຕໍດັ່ງນີ້: 1.ກວດກາການຈັດຕັ້ງປະຕິບັດກົດໝາຍ,ລະບຽບການ,ແຜນການ,ແຜນງານ,ໂຄງການກ່ຽວກັບການຄວບຄຸມເຄື່ອງດື່ມທີ່ທີທາດເຫຼົ້າ; 2.ກວດກາການດໍາເນີນທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າເປັນຕົ້ນການບັນຈຸ,ການຫຸ່ມຫໍ່,ການຕິດສະຫຼາກ,ຄໍາເຕືອນ,ການໂຄສະນາ,ການນໍາເຂົ້າ,ການສົ່ງອອກ,ການຈໍາໜ່າຍລວມທັງສະຖານທີ່ດໍາເນີນທຸລະກິດແລະສະຖານທີ່ບໍລິການ; 3.ກວດກາການເຄື່ອນໄຫວຂອງການຈັດຕັ້ງ,ພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງກ່ຽວກັບວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ.

ມາດຕາ71ຮູບການການກວດກາ ການກວດກາດໍາເນີນດ້ວຍຮູບການດັ່ງນນີ້: 1.ການກວດກາຕາມປົກກະຕິ; 2.ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນ. ການກວດກາຕາມປົກກະຕິແມ່ນການກວດກາຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາທີ່ແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການໂດຍມີການແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາວຽກງານຄວບຄຸມເຄື່ອງດື່ມທີ່ທີທາດເຫຼົ້າຕ້ອງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການຢ່າງເຂັ້ມງວດ.

ພາກທີ9ງົບປະມານແລະວັນງົດດື່ມເຄື່ອງດື່ມທີ່ທີທາດເຫຼົ້າ

ມາດຕາ72ງົບປະມານຮັບໃຊ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າແມ່ນງົບປະມານແຫ່ງລັດແລະແຫຼ່ງອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ73ວັກງົດດື່ມເຄື່ອງດື່ມທີ່ທີທາດເຫຼົ້າ ສປປລາວຖືເອົາວັນທີ9ທັນວາຂອງທຸກປີເປັນວັນງົດດື່ມເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍການສ້າງຂະບວນການ,ກິດຈະກໍາຕ່າງໆກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າແລະການສົ່ງເສີມສຸຂະພາບ.

ພາກທີ10ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ74ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນການເປັນແບບຢ່າງ,ການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມຄວາມເໝາະສົມແລ້ວແຕ່ລະກໍລະນີ.

ມາດຕາ75ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນການດໍາເນີນທຸລະກິດເຄື່ອງດື່ມທີ່ທີທາດເຫຼົ້າທີ່ບໍ່ຖືກຕ້ອງຫຼືການລະເມີດຂໍ້ຫ້າມກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຈະຖືກສຶກສາອົບຮົມ,ກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

ມາດຕາ76ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ລະເມີດກົດໝາຍແລະລະບຽບການກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ມີລັກສະນະເບົາເປັນຕົ້ນການຂາຍເຄື່ອງດື່ມທີ່ທີທາດເຫຼົ້າໃຫ້ເດັກທີ່ມີອາຍຸຕໍ່າກວ່າສິບແປດປີ,ຊື້ຂາຍ,ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃນສະຖານທີ່ທີ່ບໍ່ໄດ້ຮັບອະນຸຍາດເປັນຄັ້ງທໍາອິດຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ77ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງທີ່ໄດ້ລະເມີດກົດໝາຍແລະລະບຽບການກ່ຽວກັບການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຊຶ່ງບໍ່ເປັນການກະທໍາຜິດທາງອາຍາເປັນຕົ້ນການກົດໜ່ວງ,ຖ່ວງດຶງເອກະສານ,ຂາດຄວາມຮັບຜິດຊອບຕໍ່ວຽກງານທີ່ຕົນໄດ້ຮັບມອບໝາຍຈະຖືກລົງວິໄນຕາມລະບຽບການ.

ມາດຕາ78ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ໃນກໍລະນີເບົາຊຶ່ງໄດ້ຜ່ານການສຶກສາອົບຮົມເປັນເທື່ອທີສອງຫຼືໃນກໍລະນີມີຜົນເສຍຫາຍຊຶ່ງບໍ່ເປັນການກະທໍາຜິດທາງອາຍາເປັນຕົ້ນການລະເມີດຂໍ້ຫ້າມຈະຖືກປັບໃໝ. ອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ79ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຕ້ອງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ80ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນທີ່ກໍານົດໂທດທາງອາຍາ.

ພາກທີ11ບົດບັນຍັດສຸດທ້າຍ

ມາດຕາ81ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ82ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃຈຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ