ກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາ 20-05-2005

.ການຄໍ້າປະກັນການປະຕິບັດສັນຍາ 20-05-2005


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍການຄໍ້າປະກັນການ ປະຕິບັດສັນຍາ ກົດໝາຍວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາກໍານົດ ຫຼັກການ,ລະບຽບການແລະມາດຕະການເພື່ອຮັບປະກັນການປະຕິບັດ ສັນຍາ,ເສີມຂະຫຍາຍສາຍພົວພັນທາງດ້ານຊັບສິນໃນການດໍາລົງຊີ ວິດຂອງປະຊາຊົນ,ຊຸກຍູ້ການຜະລິດແລະການດໍາເນີນທຸລະກິດ,ປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ,ເຮັດໃຫ້ສັງຄົມມີຄວາມ ສະຫງົບແລະຍຸຕິທໍາ.

...ມາດຕາສອງ:ການຄໍ້າປະກັນ

ມາດຕາສອງ:ການຄໍ້າປະກັນ ການຄໍ້າປະກັນແມ່ນການຮັບປະກັນການປະຕິບັດພັນທະຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍຫຼືສັນຍາ.

...ມາດຕາສາມ:ປະເພດການຄໍ້າປະກັນ

ມາດຕາສາມ:ປະເພດການຄໍ້າປະກັນ ການຄໍ້າປະກັນມີສອງປະເພດຄື: -ການຄໍ້າປະກັນຕາມກົດໝາຍ; -ການຄໍ້າປະກັນຕາມສັນຍາ.

...ມາດຕາສີ່:ການຄໍ້າປະກັນຕາມກົດໝາຍ

ມາດຕາສີ່:ການຄໍ້າປະກັນຕາມກົດໝາຍ ການຄ້ໍາປະກັນຕາມກົດໝາຍແມ່ນການຮັບປະກັນການໃຊ້ ແທນໜີ້ສິນຫຼືພັນທະອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍໂດຍອີງໃສ່ເຫດ ຜົນທາງດ້ານມະນຸດສະທໍາແລະທາງດ້ານຜົນປະໂຫຍດລວມຂອງ ຊາດເຊັ່ນ:ການຈ່າຍຄ່າແຮງງານ,ເງິນເດືອນຫຼືຜົນປະໂຫຍດອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແຮງງານ,ການເສຍພາສີ-ອາກອນ ແລະການຈ່າຍອື່ນໆເພື່ອຮັບປະກັນຜົນປະໂຫຍດຂອງຊາດຊຶ່ງບໍ່ກວມ ເອົາໜີ້ສິນຫຼືຜົນປະໂຫຍດອື່ນໆທີ່ເກີດຈາກສັນຍາລະຫວ່າງລັດກັບບຸກ ຄົນຫຼືການຈັດຕັ້ງອື່ນໆ.

...ມາດຕາຫ້າ:ການຄໍ້າປະກັນຕາມສັນຍາ

ມາດຕາຫ້າ:ການຄໍ້າປະກັນຕາມສັນຍາ ການຄໍາປະກັນຕາມສັນຍາແມ່ນການຕົກລົງຮັບປະກັນການ ໃຊ້ແທນໜີ້ສິນລະຫວ່າງເຈົ້າໜີ້ກັບລູກໜີ້ຫຼືການຕົກລົງໃຊ້ໜີ້ສິນແທນ ລູກໜີໂດຍບຸກຄົນຫຼືນິຕິບຸກຄົນໃດໜຶ່ງໃນກໍລະນີທີ່ລູກໜີ້ຫາກບໍ່ປະຕິບັດ ສັນຍາ. ການຄໍ້າປະກັນຕາມສັນຍາມີສອງຢ່າງຄື: -ການຄໍ້າປະກັນຕາມສັນຍາດ້ວຍຊັບ; -ການຄໍ້າປະກັນຕາມສັນຍາດ້ວຍບຸກຄົນຫຼືນິຕິບຸກຄົນ. ການຄໍ້າປະກັນຕາມສັນຍາວ່າດ້ວຍຊັບແມ່ນການຕົກລົງລະ ຫວ່າງເຈົ້າໜີ້ກັບລູກໜີ້ຊຶ່ງລູກໜີ້ໄດ້ເອົາຊັບຫຼືເອກະສານຢັ້ງຢືນຊັບ ໄປໄວ້ໃນການຄອບຄອງຂອງເຈົ້າໜີ້ຫຼືໄວ້ນໍາບຸກຄົນອື່ນທີ່ໄດ້ຮັບມອບ ໝາຍຫຼືຊັບດັ່ງກ່າວໄດ້ມີການກໍານົດໄວ້ຢ່າງຈະແຈ້ງຢູ່ໃນສັນຍາຄໍ້າ ປະກັນ;ເຈົ້າໜີ້ດັ່ງກ່າວມີບຸລິມະສິດໃນການໄດ້ຮັບການໃຊ້ແທນໜີ້ສິນ ດ້ວຍຊັບນັ້ນ. ການຄໍ້າປະກັນຕາມສັນຍາວ່າດ້ວຍບຸກຄົນຫຼືນິຕິບຸກຄົນແມ່ນ ສັນຍາຊຶ່ງບຸກຄົນຫຼືນິຕິບຸກຄົນໃດໜຶ່ງໄດ້ຕົກລົງໃຊ້ແທນໜີ້ສິນຫຼືປະຕິ ບັດພັນທະອື່ນຕາງລູກໜີ້ໃນກໍລະນີທີ່ລູກໜີ້ຫາກບໍ່ໃຊ້ແທນໜີ້ສິນຫຼືບໍ່ ປະຕິບັດພັນທະອື່ນດ້ວຍຕົນເອງ.

...ມາດຕາຫົກ:ຮູບການ,ເນື້ອໃນແລະເງື່ອນໄຂຂອງສັນຍາຄໍ້າປະກັນ

ມາດຕາຫົກ:ຮູບການ,ເນື້ອໃນແລະເງື່ອນໄຂຂອງສັນຍາຄໍ້າປະກັນ ການເຮັດສັນຍາຄໍາປະກັນໃຫ້ອີງໃສ່ຮູບການ,ເນື້ອໃນແລະ ເງື່ອນໄຂຂອງສັນຍາທົ່ວໄປຊຶ່ງໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກ ພັນໃນສັນຍາ.ສັນຍາຄໍ້າປະກັນອາດຈະເຮັດພ້ອມກັນກັບສັນຍາກູ້ຢືມ ຫຼືເຮັດລຸນຫຼັງກໍ່ໄດ້.ສັນຍາຄໍ້າປະກັນອາດຈະເຮັດພ້ອມກັນກັບສັນຍາ ກູ້ຢືມຫຼືເຮັດລຸນຫຼັງກໍ່ໄດ້.ສັນຍາຄໍ້າປະກັນອາດຈະເຮັດໃສ່ເອກະສານ ດຽວກັນກັບສັນຍາກູ້ຢືມຫຼືເຮັດເປັນສັນຍາໜຶ່ງຕ່າງຫາກກໍ່ໄດ້.

...ມາດຕາເຈັດ:ລໍາດັບບຸລິມະສິດຂອງການຄໍ້າປະກັນ

ມາດຕາເຈັດ:ລໍາດັບບຸລິມະສິດຂອງການຄໍ້າປະກັນ ການໃຊ້ແທນໜີ້ສິນດ້ວຍການຄໍ້າປະກັນໃຫ້ປະຕິບັດຕາມລໍາ ດັບບຸລິມະສິດດັ່ງນີ້: -ການຄໍ້າປະກັນຕາມກົດໝາຍ; -ການຄໍ້າປະກັນຕາມສັນຍາ. ບຸລິມະສິດທີ່ກ່າວມາເທິງນີ້ຈະຖືກນໍາໃຊ້ກໍ່ຕໍ່ເມື່ອລູກໜີ້ຫາກບໍ່ ໃຊ້ແທນຫນີ້ສິນ,ບໍ່ປະຕິບັດພັນທະຂອງຕົນຫຼືຖືກສານຕັດສິນໃຫ້ລົ້ມລະ ລາຍ.

...ມາດຕາແປດ:ຮູບແບບການຄໍ້າປະກັນຕາມສັນຍາ

ມາດຕາແປດ:ຮູບແບບການຄໍ້າປະກັນຕາມສັນຍາ ການຄໍ້າປະກັນຕາມສັນຍາມີສາມຮູບແບບດັ່ງນີ້: -ການຄໍ້າປະກັນດ້ວຍສັງຫາລິມະຊັບ; -ການຄໍ້າປະກັນດ້ວຍອະສັງຫາລິມະຊັບ; -ການຄໍ້າປະກັນດ້ວຍບຸກຄົນຫຼືນິຕິບຸກຄົນອື່ນ. ...ມາດຕາເກົ້າ:ສິດໃນການຄໍ້າປະກັນໂດຍວິສາຫະກິດຂອງລັດ

ມາດຕາເກົ້າ:ສິດໃນການຄໍ້າປະກັນໂດຍວິສາຫະກິດຂອງລັດ ລັດວິສາຫະກິດຫຼືລັດວະສາຫະກິດປະສົມທີ່ໄດ້ຈົດທະບຽນຢ່າງ ຖືກຕ້ອງຕາມກົດໝາຍສາມາດເອົາຊັບສິນຂອງຕົນໄປເປັນຫຼັກຊັບຄໍ້າ ປະກັນໄດ້ຕາມລະບຽບກົດໝາຍ. ສໍາລັບທີ່ດິນນັ້ນລັດວິສາຫະກິດຫຼືລັດວິສາຫະກິດປະສົມ,ໂດຍ ໄດ້ຮັບຄວາມເຫັນດີຈາກສະພາບບໍລິຫານ,ສາມາດນໍາໄປຄໍ້າປະກັນ ໄດ້ແຕ່ສິດໃຊ້ໃນຂອບເຂດກໍານົດເວລາຕາມການອະນຸຍາດຂອງລັດ ຖະບານ. ລັດຖະບານເປັນຜູ້ອອກລະບຽບການລະອຽດກ່ຽວກັບການ ເອົາຊັບສິນຂອງລັດວິສາຫະກິດຫຼືລັດວິສາຫະກິດປະສົມໄປເປັນຫຼັກຊັບ ຄໍ້າປະກັນ.

..ໝວດທີ2ການຄ້ໍາປະກັນດ້ວຍສັງຫາລິມະຊັບ


...ມາດຕາສິບ:ການຄໍ້າປະກັນດ້ວຍສັງຫາລິມະຊັບ

ມາດຕາສິບ:ການຄໍ້າປະກັນດ້ວຍສັງຫາລິມະຊັບ ການຄໍ້າປະກັນດ້ວຍສັງຫາລິມະຊັບຊຶ່ງເອີ້ນວ່າການຊວດຈໍາ ແມ່ນການຮັບປະກັນການໃຊ້ແທນໜີ້ສິນຫຼືການປະຕິບັດພັນທະອື່ນດ້ວຍ ຊັບທີ່ສາມາດເຄື່ອນຍ້າຍໄດ້.

...ມາດຕາສິບເອັດ:ປະເພດການຊວດຈໍາ

ມາດຕາສິບເອັດ:ປະເພດການຊວດຈໍາ ການຊວດຈໍາມີຫ້າປະເພດຕົ້ນຕໍດັ່ງນີ້: -ການຊວດຈໍາດ້ວຍວັດຖຸສິ່ງຂອງ; -ການຊວດຈໍາດ້ວຍເອກະສານເຊັ່ນ:ເອກະສານຢັ້ງຢືນກໍາມະ ສິດ,ໃບຮຸ້ນ,ໃບຮຸ້ນກູ້,ພັນທະບັດ; -ການຊວດຈໍາດ້ວຍສິນຄ້າໃນສາງ; -ການຊວດຈໍາດ້ວຍຊັບສິນທີ່ບໍ່ມີຕົວຕົນເຊັ່ນ:ຮຸ້ນໃນບໍລິສັດ,ຊັບ ສິນທາງປັນຍາ,ເງິນຝາກທະນາຄານ,ສິດຕາມສັນຍາ,ສິດໃນການຮັບ ຊັບສິນຫຼືວັດຖຸສິ່ງຂອງ,ການອະນຸຍາດ,ການຮັບຮອງຫຼືສິດໃນການດໍາ ເນີນທຸລະກິດໃດໜຶ່ງ; -ການຊວດຈໍາດ້ວຍຊັບສິນຫຼືໝາກຜົນຂອງໂຄງການຫຼືກິດ ຈະການໃດໜຶ່ງທີ່ຮັບປະກັນວ່າຈະເກີດຂຶ້ນຢ່າງແນ່ນອນໃນອະນາ ຄົດ. ...ມາດຕາສິບສອງ:ການຊວດຈໍາດ້ວຍວັດຖຸສິ່ງຂອງ

ມາດຕາສິບສອງ:ການຊວດຈໍາດ້ວຍວັດຖຸສິ່ງຂອງ ການຊວດຈໍາດ້ວຍວັດຖຸສິ່ງຂອງແມ່ນສັນຍາຊຶ່ງລູກໜີ້ໄດ້ ເອົາວັດຖຸສິ່ງຂອງຂອງຕົນໄວ້ໃນການຄອບຄອງຂອງເຈົ້າໜີ້ຫຼືໄວ້ ນໍາຄົນອື່ນທີ່ໄດ້ຮັບມອບໝາຍຫຼືໃນເມື່ອລູກໜີ້ໄດ້ກໍານົດວັດຖຸສິ່ງຂອງ ດັ່ງກ່າວຢ່າງຈະແຈ້ງໃນສັນຍາຊວດຈໍາເພື່ອຮັບປະກັນການໃຊ້ແທນ ໜີ້ສິນຫຼືພັນທະອື່ນແຕ່ລູກໜີ້ຍັງເປັນຜູ້ຄອບຄອງວັດຖຸສິ່ງຂອງດັ່ງກ່າວ ຢູ່.

...ມາດຕາສິບສາມ:ເງື່ອນໄຂຂອງການຊວດຈໍາດ້ວຍວັດຖຸສິ່ງຂອງ.

ມາດຕາສິບສາມ:ເງື່ອນໄຂຂອງການຊວດຈໍາດ້ວຍວັດຖຸສິ່ງຂອງ. ການຊວດຈໍາດ້ວຍວັດຖຸສິ່ງຂອງປະກອບດ້ວຍເງື່ອນໄຂດັ່ງຕໍ່ ໄປນີ້: ໜຶ່ງ:ມີສັນຍາໃຊ້ໜີ້ຊຶ່ງເປັນສັນຍາຊວດຈໍາທີ່ຮັບປະກັນດ້ວຍ ວັດຖູສິ່ງຂອງ; ສອງ:ວັດຖຸສິ່ງຂອງນັ້ນຕ້ອງເປັນກໍາມະສິດຂອງລູກໜີ້ຫຼືຂອງ ບຸກຄົນອື່ນທີ່ໄດ້ມອບສິດຢ່າງເປັນລາຍລັກອັກສອນໃຫ້ນໍາມາຊວດຈໍາ; ສາມ:ວັດຖຸສິ່ງຂອງນັ້ນຕ້ອງນໍາໄປໄວ້ໃນການຄອບຄອງຂອງ ເຈົ້າໜີ້ຫຼືບຸກຄົນອື່ນທີ່ທັງສອງຝ່າຍເຫັນດີເຫັນພ້ອມນໍາກັນ.

...ມາດຕາສິບສີ່:ຜົນຂອງການຊວດຈໍາດ້ວຍວັດຖຸສິ່ງຂອງ

ມາດຕາສິບສີ່:ຜົນຂອງການຊວດຈໍາດ້ວຍວັດຖຸສິ່ງຂອງ ວັດຖຸສິ່ງຂອງທີ່ນໍາໄປຊວດຈໍານັ້ນຍັງເປັນກໍາມະສິດຂອງ ລູກໜີ້ຢູ່ແຕ່ຢູ່ໃນການຄອບຄອງຂອງເຈົ້າໜີ້ຫຼືຂອງບຸກຄົນອື່ນທີ່ໄດ້ ຮັບມອບໝາຍໃຫ້ປົກປັກຮັກສາວັດຖຸສິ່ງຂອງນັ້ນ.ເຈົ້າໜີ້ອື່ນໆບໍ່ມີ ສິດຢຶດເອົາວັດຖຸສິ່ງຂອງທີ່ນໍາມາຊວດຈໍານັ້ນ.ເຈົ້າໜີ້ທີ່ມີການຄໍ້າ ປະກັນຫຼືຜູ້ໄດ້ຮັບມອບໝາຍໃຫ້ປົກປັກຮັກສາວັດຖຸສິ່ງຂອງນັ້ນບໍ່ມີ ສິດນໍາໃຊ້ຫຼືຮັບໝາກຜົນຈາກວັດຖຸສິ່ງຂອງດັ່ງກ່າວເວັ້ນເສຍແຕ່ ໄດ້ຮັບອະນຸຍາດຢ່າງເປັນລາຍລັກອັກສອນຈາກລູກໜີ້.ເຈົ້າໜີ້ຫຼືຜູ້ ໄດ້ຮັບມອບໝາຍໃຫ້ປົກປັກຮັກສາວັດຖຸສິ່ງຂອງນັ້ນຕ້ອງຮັບຜິດ ຊອບໃຊ້ແທນຖ້າວັດຖຸສິ່ງຂອງນັ້ນຫາກມີການເປ່ເພເສຍຫາຍຍ້ອນ ຄວາມຜິດພາດຂອງຕົນ.ໃນກໍລະນີທີ່ວັດຖຸສິ່ງຂອງຊຶ່ງນໍາມາຊວດ ຈໍານັ້ນຫາກຕົກເຮ່ຍເສຍຫາຍຫຼືຖືກລັກ,ເຈົ້າໜີ້ຫຼືຜູ້ໄດ້ຮັບມອບໝາຍ ໃຫ້ປົກປັກຮັກສາມີສິດທວງ,ຕິດຕາມເອົາວັດຖຸສິ່ງຂອງນັ້ນຄືນ. ເມື່ອລູກໜີ້ຫາກໄດ້ໃຊ້ແທນໜີ້ສິນໝົດແລ້ວສັນຍາຊວດຈໍາ ກໍ່ຈະສິ່ນສຸດລົງ.ວັດຖຸສິ່ງຂອງທີ່ນໍາມາຊວດຈໍານັ້ນຕ້ອງສົ່ງຄືນໃຫ້ ລູກໜີ້.ຖ້າວ່າລູກໜີ້ຫາກບໍ່ໃຊ້ແທນໜີ້ສິນຄາມກໍານົດເວລາທີ່ໄດ້ ຕົກລົງກັນ.ວັດຖູສິ່ງຂອງທີ່ນໍາມາຊວດຈໍານັ້ນກໍ່ຈະຕົກເປັນກໍາມະ ສິດຂອງເຈົ້າໜີ້.ໃນກໍລະນີທີ່ວັດຖຸສິ່ງຂອງທີ່ນໍາມາຊວດຈໍານັ້ນຫາກ ມີລາຄາສູງກວ່າໜີ້ສິນ,ເຈົ້າໜີ້ສາມາດເສັ້ງເອົາ,ຂາຍວັດຖຸສິ່ງ ຂອງທີ່ນໍາມາຊວດຈໍານັ້ນຕາມທີ່ໄດ້ຕົກລົງກັນຫຼືປະມູນຂາຍ.ພາຍ ຫຼັງທີ່ໄດ້ຫັກເອົາຕົ້ນທຶນແລະດອກເບ້ຍແລ້ວ່ວນທີ່ເຫຼືອຕ້ອງສົ່ງຄືນ ໃຫ້ລູກໜີ້.ຖ້າວ່າຈໍານວນເງິນທີ່ໄດ້ຈາກການຂາຍວັດຖຸສິ່ງຂອງທີ່ ນໍາມາຊວດຈໍານັ້ນຫາກບໍ່ພຽງພໍກັບໜີ້ສິນແມ່ນໃຫ້ລູກໜີ້ຕື່ມໃສ່ຈົນ ໃຫ້ຄົບຖ້ວນ. ...ມາດຕາສິບຫ້າ:ການຊວດຈໍາດ້ວຍເອກະສານ

ມາດຕາສິບຫ້າ:ການຊວດຈໍາດ້ວຍເອກະສານ ການຊວດຈໍາດ້ວຍເອກະສານແມ່ນສັນຍາຊຶ່ງລູກໜີ້ໄດ້ມອບ ເອກະສານຢັ້ງຢືນກໍາມະສິດ,ສັງຫາລິມະຊັບຫຼືອະສັງຫາລິມະຊັບໃຫ້ ແກ່ເຈົ້າໜີ້ເພື່ອຮັບປະກັນການໃຊ້ແທນໜີ້ສິນ,ແຕ່ລູກໜີ້ຍັງມີສິດຄອບ ຄອງແລະນໍາໃຊ້ຊັບດັ່ງກ່າວຕໍ່ໄປ. ໃນການຊວດຈໍາດ້ວຍເອກະສານລູກໜີ້ຍັງເປັນເຈົ້າກໍາມະສິດ ໃນຊັບແລະມີສິດນໍາໃຊ້ຊັບດັ່ງກ່າວແຕ່ບໍ່ມີສິດຂາຍ,ໂອນຫຼືນໍາໄປຊວດ ຈໍາຕໍ່.ນອກຈາກນີ້ລູກໜີ້ຕ້ອງປົກປັກຮັກສາວັດຖຸສິ່ງຂອງດັ່ງກ່າວໃຫ້ຢູ່ ໃນສະພາບເດີມ. ...ມາດຕາສິບຫົກ:ສິດຂອງເຈົ້າໜີ້ໃນການຊວດຈໍາດ້ວຍເອກະສານ

ມາດຕາສິບຫົກ:ສິດຂອງເຈົ້າໜີ້ໃນການຊວດຈໍາດ້ວຍເອກະສານ ໃນການຊວດຈໍາດ້ວຍເອກະສານນັ້ນເຈົ້າໜີ້ມີສິດ: -ທວງທາວ,ຕິດຕາມເອົາສັງຫາລິມະຊັບທີ່ໄດ້ນໍາມາຊວດຈໍາ ນັ້ນໃນກໍລະນີທີ່ຊັບດັ່ງກ່າວຫາກຢູ່ນໍາບຸກຄົນອື່ນ; -ໄດ້ຮັບການໃຊ້ແທນໜີ້ສິນດ້ວຍມູນຄ່າຂອງສັງຫາລິມະຊັບທີ່ ນໍາມາຊວດຈໍາກ່ອນເຈົ້າໜີ້ຜູ້ອື່ນ; -ສະເໜີໃຫ້ທໍາການປະມູນຂາຍສັງຫາລິມະຊັບນັ້ນ.

...ມາດຕາສິບເຈັດ:ການຊວດຈໍາດ້ວຍສິນຄ້າໃນສາງ

ມາດຕາສິບເຈັດ:ການຊວດຈໍາດ້ວຍສິນຄ້າໃນສາງ ການຊວດຈໍາດ້ວຍສິນຄ້າໃນສາງແມ່ນການນໍາເອົາໃບຢັ້ງຢືນ ສິນຄ້າໃນສາງໄປຄໍ້າປະກັນການໃຊ້ແທນໜີ້ສິນນໍາເຈົ້າໜີ້.ໃບຢັ້ງຢືນ ສິນຄ້າໃນສາງສາມາດປ່ຽນມືໄດ້.ສ່ວນລະບຽບການລະອຽດກ່ຽວກັບ ໃບຢັ້ງຢືນສິນຄ້າໃນສາງນັ້ນແມ່ນລັດຖະບານເປັນຜູ້ກໍານົດ.

...ມາດຕາສິບແປດ:ການກໍານົດລັກສະນະແລະການຕີມູນຄ່າຂອງສັງຫາລິມະຊັບ

ມາດຕາສິບແປດ:ການກໍານົດລັກສະນະແລະການຕີມູນຄ່າຂອງສັງ ຫາລິມະຊັບ ສັງຫາລິມະຊັບຊຶ່ງນໍາໄປຊວດຈໍານັ້ນຕ້ອງໄດ້ກໍານົດລັກສະນະ ແລະມູນຄ່າຢ່າງຄົບຖ້ວນໄວ້ໃນສັນຍາຕາມການເຫັນດີເຫັນພ້ອມຂອງ ຄູ່ສັນຍາທັງສອງຝ່າຍ.

...ມາດຕາສິບເກົ້າ:ການຊວດຈໍາດ້ວຍຊັບສິນທີ່ບໍ່ມີຕົວຕົນ

ມາດຕາສິບເກົ້າ:ການຊວດຈໍາດ້ວຍຊັບສິນທີ່ບໍ່ມີຕົວຕົນ ຊັບສິນທີ່ບໍ່ມີຕົວຕົນແລະຊັບສິນຫຼືໝາກຜົນຂອງໂຄງການຫຼືກິດ ຈະການໃດໜຶ່ງທີ່ຮັບປະກັນວ່າຈະເກີດຂຶ້ນຢ່າງແນ່ນອນໃນອະນາຄົດ ສາມາດນໍາໄປຊວດຈໍາໄດ້.ສິດຕໍ່ຊັບສິນຫຼືໝາກຜົນດັ່ງກ່າວກໍ່ສາມາດ ຂາຍ,ແລກປ່ຽນຫຼືມອບໃຫ້ເປັນກໍາມະສິດແກ່ບຸກຄົນອື່ນໄດ້.

..ໝວດທີ3ການຄໍ້າປະກັນດ້ວຍອະສັງຫາລິມະຊັບ


...ມາດຕາຊາວ:ການຄໍ້າປະກັນດ້ວຍອະສັງຫາລິມະຊັບ

ມາດຕາຊາວ:ການຄໍ້າປະກັນດ້ວຍອະສັງຫາລິມະຊັບ ການຄໍ້າປະກັນດ້ວຍອະສັງຫາລິມະຊັບແມ່ນການຮັບປະກັນ ການໃຊ້ແທນໜີ້ສິນຫຼືພັນທະອື່ນແກ່ເຈົ້າໜີ້ດ້ວຍອະສັງຫາລິມະຊັບຫຼື ດ້ວຍສິດນໍາໃຊ້ອະສັງຫາລິມະຊັບຂອງລູກໜີ້ເຊັ່ນ:ທີ່ດິນ,ເຮືອນ,ໂຮງ ຈັກໂຮງງານໂດຍເອົາໃບຢັ້ງຢືນກໍາມະສິດຫຼືເອກະສານຢັ້ງຢືນສິດນໍາ ໃຊ້ຊັບດັ່ງກ່າວໄ້ວໃນການຄອບຄອງຂອງເຈົ້າໜີ້ຫຼືໄວ້ນໍາບຸກຄົນອື່ນທີ່ ໄດ້ຮັບມອບໝາຍ.ສໍາລັບການຄໍ້າປະກັນດ້ວຍສິດໃຊ້ອະສັງຫາລິມະຊັບ ນັ້ນຕ້ອງໄດ້ຮັບຄໍາເຫັນດີຈາດເຈົ້າຂອງຊັບເສຍກ່ອນ.

...ມາດຕາຊາວເອັດ:ຮູບການຂອງສັນຍາຄໍ້າປະກັນດ້ວຍອະສັງຫາລິມະຊົບ

ມາດຕາຊາວເອັດ:ຮູບການຂອງສັນຍາຄໍ້າປະກັນດ້ວຍອະສັງຫາລ ິມະຊົບ ສັນຍາຄໍ້າປະກັນດ້ວຍອະສັງຫາລິມະຊັບຕ້ອງເຮັດເປັນລາຍ ລັກອັກສອນດ້ວຍຮູບການໃດໜຶ່ງໃນສອງຮູບການດັ່ງລູ່ມນີ້: -ເຮັດຂຶ້ນໂດຍຄູ່ສັນຍາຊ້ອງໜ້າພະນັກງານທະບຽນສານຫຼືນາຍບ້ານ ພ້ອມດ້ວຍພະຍານສາມຄົນ; -ເຮັດຂຶ້ນໂດຍຄູ່ສັນຍາຊ້ອງໜ້າພະຍານສາມຄົນ. ສັນຍາຄໍ້າປະກັນດ້ວຍອະສັງຫາລິມະຊັບທີ່ຕັ້ງຢູ່ໃນສປປລາວ ສາມາດເຮັດຢູ່ຕ່າງປະເທດໄດ້ໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍ ຂອງສປປລາວ. ສັນຍາຄໍ້າປະກັນດ້ວຍອະສັງຫາລິມະຊັບທີ່ຕັ້ງຢູ່ຕ່າງປະເທດ ນັ້ນແມ່ນບໍ່ມີຜົນໃຊ້ໄດ້ຢູ່ສປປລາວເວັ້ນເສຍແຕ່ກົດໝາຍຫາກໄດ້ກໍາ ນົດໄວ້ຢ່າງອື່ນ. ...ມາດຕາຊາວສອງ:ການກໍານົດມູນຄ່າແລະລັກຊະນະຂອງອະສັງຫາລິມະຊັບ

ມາດຕາຊາວສອງ:ການກໍານົດມູນຄ່າແລະລັກຊະນະຂອງອະສັງຫາ ລິມະຊັບ ສັນຍາຄໍ້າປະກັນດ້ວຍອະສັງຫາລິມະຊັບຕ້ອງໄດ້ກໍານົດມູນຄ່າ ແລະລັກສະນະຂອງອະສັງຫາລິມະຊັບຢ່າງລະອຽດເຊັ່ນ:ປະເພດ,ຊະ ນິດ,ຂະໜາດ,ຄຸນນະພາບ,ຈໍານວນແລະສະຖານທີ່ຕັ້ງຂອງອະສັງຫາ ລິມະຊັບຊຶ່ງນໍາມາຄໍ້າປະກັນນັ້ນ.

...ມາດຕາຊາວສາມ:ການສ້ອມແປງ,ປັບປຸງຫຼືເພີ່ມເຕີມ

ມາດຕາຊາວສາມ:ການສ້ອມແປງ,ປັບປຸງຫຼືເພີ່ມເຕີມ ຖ້າວ່າຊັບທີ່ນໍາມາຄໍ້າປະກັນນັ້ນຫາກມີການສ້ອມແປງ,ປັບປຸງ ຫຼືເພີ່ມເຕີມກໍ່ໃຫ້ນັບເຂົ້າໃນມູນຄ່າຂອງຊັບດັ່ງກ່າວ.

...ມາດຕາຊາວສີ່:ການນໍາໃຊ້ອະສັງຫາລິມະຊັບ

ມາດຕາຊາວສີ່:ການນໍາໃຊ້ອະສັງຫາລິມະຊັບ ອະສັງຫາລິມະຊັບຊຶ່ງນໍາໄປຄໍ້າປະກັນນັ້ນລູກໜີ້ຕ້ອງນໍາໃຊ້ ແລະປົກປັກຮັກສາໃຫ້ຢູ່ໃນສະພາບປົກກະຕິ,ລູກໜີ້ຈະເຮັດໃຫ້ອະສັງ ຫາລິມະຊັບທີ່ນໍາມາຄໍ້າປະກັນນັ້ນຫຼຸດມູນຄ່າລົງບໍ່ໄດ້ຖ້າຫາກບໍ່ຮັບອະ ນຸຍາດຈາກເຈົ້າໜີ້.

...ມາດຕາຊາວຫ້າ:ສິດຂອງເຈົ້າໜີ້

ມາດຕາຊາວຫ້າ:ສິດຂອງເຈົ້າໜີ້ ເຈົ້າໜີ້ທີ່ມີການຄໍ້າປະກັນດ້ວຍອະສັງຫາລິມະຊັບມີບຸລິມະສິດ ໄດ້ຮັບການໃຊ້ແທນໜີ້ສິນກ່ອນເຈົ້າໜີ້ຜູ້ອື່ນທີ່ບໍ່ມີການຄໍ້າປະກັນຫຼືເຈົ້າ ໜີ້ທີ່ໄດ້ຮັບການຄໍ້າປະກັນນໍາຫຼັງຕົນກ່ຽວກັບຊັບນັ້ນເວັ້ນເສຍແຕ່ໃນ ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາເຈັດຂອງກົດໝາຍສະບັບນີ້. ລູກໜີ້ບໍ່ມີສິນຂາຍ,ມອບຫຼືແລກປ່ຽນຊັບທີ່ນໍາໄປຄໍ້າປະກັນ.ຖ້າ ຫາກລະເມີດເຈົ້າໜີ້ມີສິດທວງທາວ,ຕິດຕາມເອົາຊັບນັ້ນຄືນ.ລູກໜີ້ ເປັນຜູ້ຮັບພາລະການໃຊ້ຈ່າຍໃນການທວງທາວ,ຕິດຕາມເອົາຊັບນັ້ນ ຄືນລວມທັງຄ່າເສຍຫາຍທີ່ເກີດຂຶ້ນຈາກການລະເມີດນັ້ນ. ເຈົ້າໜີ້ມີສິດປະມູນຂາຍຊັບທີ່ນໍາມາຄໍ້າປະກັນນັ້ນເພື່ອໃຊ້ແທນ ໜີ້ສິນພ້ອມທັງດອກເບ້ຍໃຫ້ຕົນໃນກໍລະນີທີ່ລູກໜີ້ຫາກບໍ່ໃຊ້ແທນໜີ້ສິນ ຕາມກໍານົດເວລາ.

..ໝວດທີ4ການຄໍ້າປະກັນດ້ວຍບຸກຄົນຫຼືນິຕິບຸກຄົນອື່ນ


...ມາດຕາຊາວຫົກ:ການຄໍ້າປະກັນດ້ວຍບຸກຄົນຫຼືນິຕິບຸກຄົນອື່ນ

ມາດຕາຊາວຫົກ:ການຄໍ້າປະກັນດ້ວຍບຸກຄົນຫຼືນິຕິບຸກຄົນອື່ນ ການຄໍ້າປະກັນດ້ວຍບຸກຄົນຫຼືນິຕິບຸກຄົນອື່ນແມ່ນການທີ່ບຸກຄົນ ຫຼືນິຕິບຸກຄົນໃດໜຶ່ງໄດ້ຕົກລົງໃຊ້ແທນໜີ້ສິນຫຼືປະຕິບັດພັນທະອື່ນຕາງ ລູກໜີ້ໂດຍສັນຍາຄໍ້າປະກັນຢ່າງເປັນລາຍລັກອັກສອນໃນກໍລະນີທີ່ລູກ ໜີ້ຫາກບໍ່ໃຊ້ແທນໜີ້ສິນຫຼືບໍ່ປະຕິບັດພັນທະອື່ນດ້ວຍຕົນເອງ. ຜູ້ຄໍ້າປະກັນສາມາດເອົາອະສັງຫາລິມະຊັບຫຼືສັງຫາລິມະຊັບ ຊຶ່ງເປັນກໍາມະສິດຂອງຕົນນໍາມາຄໍ້າປະກັນຕື່ມອີກໍ່ໄດ້.

...ມາດຕາຊາວເຈັດ:ຂອບເຂດຄວາມຮັບຜິດຊອບຂອງຜູ້ຄໍ້າປະກັນ

ມາດຕາຊາວເຈັດ:ຂອບເຂດຄວາມຮັບຜິດຊອບຂອງຜູ້ຄໍ້າປະກັນ ຜູ້ຄໍ້າປະກັນອາດຈະຄໍ້າປະກັນການໃຊ້ແທນໜີ້ສິນທັງໝົດຫຼື ສ່ວນໃດສ່ວນໜຶ່ງກໍ່ໄດ້.ຜູ້ຄໍ້າປະກັນຕ້ອງໃຊ້ແທນໜີ້ສິນຕາມທີ່ໄດ້ຕົກ ລົງໄວ້ໃນສັນຍາຄໍ້າປະກັນ,ໃນການໃຊ້ແທນໜີ້ສິນນັ້ນຜູ້ຄໍ້າປະກັນມີ ພັນທະໃຊ້ແທນພຽງແຕ່ຕົ້ນທຶນເທົ່ານັ້ນເວັ້ນເສຍແຕ່ສັນຍາຫາກໄດ້ ກໍານົດໄວ້ຢ່າງອື່ນ. ໃນກໍລະນີລູກໜີ້ຫາກມີຄວາມສາມາດໃຊ້ແທນໜີ້ສິນໄດ້ສ່ວນ ໃດສ່ວນໜຶ່ງເທົ່ານັ້ນສ່ວນທີ່ຍັງເຫຼືອນັ້ນແມ່ນຜູ້ຄໍ້າປະກັນຕ້ອງໃຊ້ແທນ ແຕ່ບໍ່ໃຫ້ເກີນຈໍານວນໜີ້ສິນທີ່ຜູ້ກ່ຽວຕົກລົງຄໍ້າປະກັນ. ເມື່ອເຖິງກໍານົດເວລາທີ່ໄດ້ບົ່ງໄວ້ໃນສັນຍາແລ້ວເຈົ້າໜີ້ຕ້ອງ ທວງທາວເອົານໍາລູກໜີ້ເສຍກ່ອນ,ຖ້າວ່າລູກໜີ້ຫາກບໍ່ໃຊ້ແທນໜີ້ສິນ ແລ້ວເຈົ້າໜີ້ຈຶ່ງມີສິດທວງເອົານໍາຜູ້ຄໍ້າປະກັນໄດ້. ຜູ້ຄໍ້າປະກັນມີສິດປົກປ້ອງລູກໜີ້ທີ່ຕົນຄໍ້າປະກັນນັ້ນ.ຜູ້ຄໍ້າປະກັນ ແລະລູກໜີ້ມີພັນທະແຈ້ງໃຫ້ກັນຊາບກ່ຽວກັບການໃຊ້ແທນໜີ້ສິນທີ່ຕົນ ໄດ້ປະຕິບັດໄປແລ້ວ.ຜູ້ຄໍ້າປະກັນທີ່ໄດ້ໃຊ້ໜີ້ສິນທັງໝົດຫຼືສ່ວນໃດສ່ວນ ໜຶ່ງແທນລູກໜີ້ແລ້ວນັ້ນກໍ່ກາຍມາເປັນເຈົ້າໜີ້ຂອງລູກໜີ້ຜູ້ນັ້ນແລະມ ີສິດທວງເອົາຕົ້ນທຶນທີ່ຕົນໄດ້ຈ່າຍໄປແລ້ວລວມທັງດອກເບ້ຍແລະຄ່າ ໃຊ້ຈ່າຍຕ່າງໆຖ້າຫາກໄດ້ຕົກລົງກັນໄວ້ໃນສັນຍາ.

...ມາດຕາຊາວແປດ:ຜູ້ຄໍ້າປະກັນຮ່ວມ

ມາດຕາຊາວແປດ:ຜູ້ຄໍ້າປະກັນຮ່ວມ ໜີ້ສິນອາດຈະຖືກຄໍ້າປະກັນດ້ວຍສອງຄົນຫຼືຫຼາຍກວ່ານັ້ນຊຶ່ງ ເອີ້ນວ່າຜູ້ຄໍ້າປະກັນຮ່ວມໃນສັນຍາດຽວຫຼືຫຼາຍສັນຍາກໍ່ໄດ້. ຜູ້ຄໍ້າປະກັນຮ່ວມແຕ່ລະຄົນຈະຄໍ້າປະກັນໜີ້ສິນຮ້ອຍສ່ວນຮ້ອຍ ຫຼືໜ້ອຍກວ່ານັ້ນກໍ່ໄດ້ຕາມທີ່ໄດ້ຕົກລົງກັນ.ໃນກໍລະນີການຄໍ້າປະກັນ ແຕ່ລະຄົນຮ້ອຍສ່ວນຮ້ອຍນັ້ນເຈົ້າໜີ້ມີສິດທວງເອົາໜີ້ສິນທັງໝົດນໍາ ຜູ້ຄໍ້າປະກັນຮ່ວມຜູ້ໃດຜູ້ໜຶ່ງກໍ່ໄດ້. ໃນກໍລະນີການຄໍ້າປະກັນສ່ວນໃດສ່ວນນຶ່ງນັ້ນເຈົ້າໜີ້ມີສິດທວງ ເອົາໜີ້ສິນນໍາຜູ້ຄໍ້າປະກັນຮ່ວມຕາມສ່ວນທີ່ຜູ້ກ່ຽວຮັບຜິດຊອບ. ໃນເມື່ອລູກໜີ້ຫາກໄດ້ໃຊ້ແທນໜີ້ສິນສ່ວນໃດສ່ວນໜຶ່ງແລ້ວ ເຈົ້າໜີ້ມີສິດທວງເອົາໜີ້ສິນທີ່ຍັງເຫຼືອນັ້ນນໍາຜູ້ຄໍ້າປະກັນຮ່ວມຜູ້ໃດຜູ້ ໜຶ່ງກໍ່ໄດ້ຖ້າຫາກແມ່ນການຄໍ້າປະກັນໜີ້ສິນຮ້ອຍສ່ວນຮ້ອຍ.ຖ້າແມ່ນ ການຄໍ້າປະກັນສ່ວນໃດສ່ວນໜຶ່ງເຈົ້າໜີ້ມີສິດທວງເອົາໜີ້ສິນຕາມພູດ ຂອງແຕ່ລະຄົນຮັບຜິດຊອບ. ...ມາດຕາຊາວເກົ້າ:ຜູ້ຄໍ້າປະກັນເສຍຊີວິດຫຼືເສຍຈິດ

ມາດຕາຊາວເກົ້າ:ຜູ້ຄໍ້າປະກັນເສຍຊີວິດຫຼືເສຍຈິດ ເມື່ອຜູ້ຄໍ້າປະກັນຫາກເສຍຊີວິດຫຼືເສຍຈິດ.ການຄໍ້າປະກັນນັ້ນ ແມ່ນສືບຕໍ່ໂດຍຜູ້ສືບທອດມູນມໍລະດົກຫຼືຜູ້ປົກຄອງຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍມູນມໍລະດົກແລະພື້ນຖານການສືບທອດມູນມໍລະ ດົກແລະກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ.

...ມາດຕາສາມສິບ:ການພົ້ນຈາກການຄໍ້າປະກັນ

ມາດຕາສາມສິບ:ການພົ້ນຈາກການຄໍ້າປະກັນ ຜູ້ຄໍ້າປະກັນຈະພົ້ນຈາກການຄໍ້າປະກັນໃນກໍລະນີໃດໜຶ່ງດັ່ງຕໍ່ ໄປນີ້: -ລູກໜີ້ໄດ້ໃຊ້ແທນໜີ້ສິນໝົດແລ້ວ; -ຜູ້ຄໍ້າປະກັນໄດ້ປະຕິບັດພັນທະຂອງຕົນຕາມທີ່ໄດ້ກໍານົດໄວ້ ໃນສັນຍາ; -ມີການປ່ຽນແປງ,ເພີ່ມເຕີມເນື້ອໃນສັນຍາລະຫວ່າງລູກໜີ້ ແລະເຈົ້າໜີ້ໂດຍຜູ້ຄໍ້າປະກັນບໍ່ເຫັນດີນໍາ.

..ໝວດທີ5ລະບຽບການລວມຂອງການຄ້ໍາປະກັນ


...ມາດຕາສາມສິບເອັດ:ການຈົດທະບຽນການຄໍ້າປະກັນ

ມາດຕາສາມສິບເອັດ:ການຈົດທະບຽນການຄໍ້າປະກັນ ສັນຍາຄໍ້າປະກັນຕ້ອງນໍາໄປຈົດທະບຽນຢູ່ຫ້ອງການຈົດທະ ບຽນຂອງຂະແໜງການເງິນ.ສໍາລັບສັນຍາຄໍ້າປະກັນດ້ວຍອະສັງ ຫາລິມະຊັບນັ້ນຕ້ອງນໍາໄປຈົດທະບຽນຢູ່ຫ້ອງການຄຸ້ມຄອງທີ່ດິນບ່ອນ ຊັບຕັ້ງຢູ່. ສັນຍາຄໍ້າປະກັນຈະໃຊ້ໄດ້ຢ່າງເປັນທາງການນັບແຕ່ວັນໄດ້ ຈົດທະບຽນເປັນຕົ້ນໄປ. ເຈົ້າໜີ້ມີບຸລິມະສິດໃນການໄດ້ຮັບການໃຊ້ແທນໜີ້ສິນນັບແຕ່ ວັນທີ່ໄດ້ຈົດທະບຽນສັນຍາຄໍ້າປະກັນເປັນຕົ້ນໄປ. ສັນຍາຄໍ້າປະກັນທີ່ບໍ່ໄດ້ຈົດທະບຽນມີຜົນໃຊ້ໄດ້ລະຫວ່າງຄູ່ສັນ ຍາແຕ່ຫາກບໍ່ມີບູລິມະສິດເຊັ່ນດຽວກັບສັນຍາຄໍ້າປະກັນທີ່ໄດ້ຈົດທະ ບຽນ. ການຈົດທະບຽນສັນຍາຄໍ້າປະກັນຢູ່ຫ້ອງການຈົດທະບຽນຂອງ ຂະແໜງການເງິນຫຼືຢູ່ຫ້ອງການຄຸ້ມຄອງທີ່ດິນຕ້ອງດໍາເນີນຢ່າງເປີດ ເຜີຍແລະໃຫ້ສາທາລະນະຊົນສາມາດເບິ່ງຂໍ້ມູນໄດ້ໂດຍບໍ່ຈໍາເປັນ ຕ້ອງມີການຮ້ອງຂໍ.

...ມາດຕາສາມສິບສອງ:ການສະລະບຸລິມະສິດແລະການໂອນການຄໍ້າປະກັນ

ມາດຕາສາມສິບສອງ:ການສະລະບຸລິມະສິດແລະການໂອນການ ຄໍ້າປະກັນ ເຈົ້າໜີທີ່ມີບຸລິມະສິດສາມາດສະລະບຸລິມະສິດຂອງຕົນໃຫ້ ແກ່ເຈົ້າໜີ້ຜູ້ອື່ນທີ່ມີການຄໍ້າປະກັນແຕ່ບໍ່ໃຫ້ເກີນມູນຄ່າໜີ້ສິນຂອງ ຕົນ. ເຈົ້າໜີ້ທີ່ມີການຄໍ້າປະກັນມີສິດໂອນການຄໍ້າປະກັນຂອງຕົນ ໃຫ້ແກ່ເຈົ້າໜີ້ຜູ້ອື່ນທີ່ບໍ່ມີການຄໍ້າປະກັນຕໍ່ລູກໜີ້ຜູ້ດຽວກັນແຕ່ບໍ່ໃຫ້ ເກີນມູນຄ່າໜີ້ຂອງລູກໜີ້. ເຈົ້າໜີ້ທີ່ມີການຄໍ້າປະກັນສາມາດໂອນໜີ້ລວມທັງຜົນປະ ໂຫຍດໃນໜີ້ຂອງຕົນໃຫ້ບຸກຄົນອື່ນ.ໃນກໍລະນີນີ້ການຄ້ໍາປະກັນແລະ ບຸລິມະສິດທີ່ຕິດພັນກັບໜີ້ນັ້ນກໍ່ຈະຖືກໂອນໄປພ້ອມແຕ່ບໍ່ໃຫ້ເກີນມູນ ຄ່າໜີ້ຂອງຕົນ.

...ມາດຕາສາມສິບສາມ:ສິດແລະພັນທະຂອງຜູ້ປົກຄອງ

ມາດຕາສາມສິບສາມ:ສິດແລະພັນທະຂອງຜູ້ປົກຄອງ ຜູ້ປົກຄອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ຜູ້ປົກ ຄອງຄົນເສຍຈິດຫຼືຜູ້ຄຸ້ມຄອງຊັບສົມບັດຂອງຜູ້ຫາຍສາບສູນມີພັນທະ ປົກປັກຮັກສາຊັບສົມບັດຂອງພວກກ່ຽວ. ຜູ້ປົກຄອງຫຼືຜູ້ຄຸ້ມຄອງດັ່ງກ່າວມີສິດນໍາເອົາຊັບສົມບັດຂອງ ເດັກຫຼືຜູ້ເສຍຈິດໄປຄໍ້າປະກັນໜີ້ເພື່ອຮັບປະກັນການໃຊ້ຈ່າຍໃນການ ຄຸ້ມຄອງດູແລແລະຮັກສາຜົນປະໂຫຍດຂອງພວກກ່ຽວຕາມຄໍາເຫັນ ດີຂອງສານ. ຜູ້ປົກຄອງຫຼືຜູ້ຄຸ້ມຄອງຕ້ອງຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດ ຂຶ້ນຕໍ່ຊັບສົມບັດຂອງຜູ້ທີ່ຢູ່ໃຕ້ການຄຸ້ມຄອງດູແລຂອງຕົນຖ້າວ່າຜົນ ເສຍຫາຍນັ້ນຫາກເກີດຂຶ້ນຍ້ອນຄວາມຜິດພາຍຂອງຕົນ. ...ມາດຕາສາມສິບສີ່:ສິດໃນການຂາຍຊັບທີ່ນໍາມາຄໍ້າປະກັນ

ມາດຕາສາມສິບສີ່:ສິດໃນການຂາຍຊັບທີ່ນໍາມາຄໍ້າປະກັນ ໃນກໍລະນີທີ່ລູກໜີ້ຫຼືຜູ້ຄໍ້າປະກັນຫາກບໍ່ໃຊ້ແທນໜີ້ສິນຕາມ ກໍານົດເວລາໄດ້ຜູ້ກ່ຽວຈະໝົດກໍາມະສິດຕໍ່ຊັບທີ່ເອົາມາຊວດຈໍາຫຼື ຄໍ້າປະກັນແລະເຈົ້າໜີ້ກໍ່ມີສິດເປັນເຈົ້າຂອງຊັບທີ່ນໍາມາຄໍ້າປະກັນ ຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາ. ເຈົ້າໜີ້ມີສິດປະມູນຂາຍຊັບທີ່ນໍາມາຊວດຈໍາຫຼືຄໍ້າປະກັນ ເພື່ອໃຊ້ແທນໜີ້ສິນ.ໃນກໍລະນີທີ່ວັດຖຸສິ່ງຂອງທີ່ນໍາມາຊວດຈໍາຫຼື ຄ້ໍາປະກັນນັ້ນຫາກມີລາຄາສູງກວ່າໜີ້ສິນແລ້ວເຈົ້າໜີ້ສາມາດ ເສັ້ງເອົາ,ຂາຍຊັບສິນທີ່ນໍາມາຊວດຈໍາຫຼືຄໍ້າປະກັນນັ້ນຕາມທີ່ໄດ້ ຕົກລົງກັນຫຼືປະມູນຂາຍ.ພາຍຫຼັງທີ່ໄດ້ຫັກເອົາຕົ້ນທຶນແລະດອກ ເບ້ຍແລ້ວສ່ວນທີ່ເຫຼືອຕ້ອງສົ່ງຄືນໃຫ້ລູກໜີ້.ຖ້າວ່າຈໍານວນເງິນທີ່ ໄດ້ຈາກການຂາຍຊັບທີ່ນໍາມາຊວດຈໍາຫຼືຄໍ້າປະກັນນັ້ນຫາກບໍ່ພຽງ ພໍກັບໜີ້ສິນແມ່ນໃຫ້ລູກໜີ້ຫຼືຜູ້ຄໍ້າປະກັນຕື່ມໃສ່ຈົນໃຫ້ຄົບຖ້ວນ. ຊັບທີ່ນໍາມາຄໍ້າປະກັນຕາມສັນຍາທີ່ຖືກຢຶດຫຼືອາຢັດຕາມຄໍາ ສັ່ງຂອງສານຈະນໍາມາຊາຍໄດ້ດ້ວຍການປະມູນຂາຍຕາມການ ຮ້ອງຂໍຂອງເຈົ້າໜີ້ຫຼືຂາຍຕາມທີ່ໄດ້ກໍານົດໄວ້ໃນສັນຍາຄໍ້າປະກັນ. ເມື່ອເຈົ້າໜີ້ຫຼືຜູ້ຊື້ໄດ້ເຂົ້າຄຸ້ມຄອງຫຼືຊື້ຊັບທີ່ນໍາມາຊວດຈໍາ ຫຼືຄໍ້າປະກັນນັ້ນແລ້ວເຈົ້າຂອງຊັບຕ້ອງໂອນກໍາມະສິດຕໍ່ຊັບດັ່ງກ່າວ ໃຫ້ແກ່ເຈົ້າໜີ້ຫຼືຜູ້ຊື້.ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງກໍ່ຕ້ອງຢັ້ງຢືນ ການໂອນສິດດັ່ງກ່າວໃຫ້ແກ່ເຈົ້າໜີ້ຫຼືຜູ້ຊື້.

...ມາດຕາສາມສິບຫ້າ:ການປ່ຽນແປງຫຼືການຍົກເລີກສັນຍາຄໍ້າປະກັນ

ມາດຕາສາມສິບຫ້າ:ການປ່ຽນແປງຫຼືການຍົກເລີກສັນຍາຄໍ້າປະ ກັນ ສັນຍາຄໍ້າປະກັນຈະເພີ່ມເຕີມ,ປ່ຽນແປງຫຼືຍົກເລີກກໍ່ໄດ້ຖ້າ ວ່າຄູ່ສັນຍາທັງໝົດຫາກເຫັນດີເຫັນພ້ອມນໍາກັນ.ທຸກເທື່ອທີ່ມີການ ເພີ່ມເຕີມຫຼືປ່ຽນແປງສັນຍາຄໍ້າປະກັນນັ້ນຕ້ອງໄດ້ຈົດທະບຽນຢ່າງ ຖືກຕ້ອງຕື່ມອີກ.

...ມາດຕາສາມສິບຫົກ:ການຄໍ້າປະກັນທີ່ເປັນໂມຄະ

ມາດຕາສາມສິບຫົກ:ການຄໍ້າປະກັນທີ່ເປັນໂມຄະ ການຄໍ້າປະກັນຈະເປັນໂມຄະໃນກໍລະນີໃດໜຶ່ງດັ່ງນີ້: ໜຶ່ງ:ການຄໍ້າປະກັນທີ່ເຮັດຂຶ້ນໂດຍບໍ່ຖືກຕ້ອງຕາມກົດໝາຍ; ສອງ:ຊັບທີ່ເອົາໄປຄໍ້າປະກັນນັ້ນບໍ່ແມ່ນກໍາມະສິດຂອງຜູ້ຄໍ້າ ປະກັນທັງບໍ່ໄດ້ຮັບການມອບສິດ; ສາມ:ການຄໍ້າປະກັນທີ່ເຮັດຂຶ້ນດ້ວຍການຂົ່ມຂູ່ຫຼືຕົວະຍົວະ ຫຼອກລວງ. ...ມາດຕາສາມສິບເຈັດ:ການສິ້ນສຸດການຄໍ້າປະກັນ

ມາດຕາສາມສິບເຈັດ:ການສິ້ນສຸດການຄໍ້າປະກັນ ການຄໍ້າປະກັນຈະສິ້ນສຸດລົງໃນກໍລະນີໃດໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ໜີ້ສິນໄດ້ໃຊ້ແທນຄົບຕາມສັນຍາ; ສອງ:ການທວງໜີ້ໄດ້ໝົດອາຍຸຄວາມແລ້ວ; ສາມ:ເຈົ້າໜີ້ສະລະສິດກ່ຽວກັບການຄໍ້າປະກັນ;

...ມາດຕາສາມສິບແປດ:ການລົບລ້າງການຈົດທະບຽນສັນຍາຄໍ້າປະກັນ

ມາດຕາສາມສິບແປດ:ການລົບລ້າງການຈົດທະບຽນສັນຍາຄໍ້າປະ ກັນ ການຈົດທະບຽນສັນຍາຄໍ້າປະກັນຈະຖືກລົບລ້າງໃນກໍລະນ ີໃດໜຶ່ງດັ່ງນີ້: ໜຶ່ງ:ເຈົ້າໜີ້ສະເໜີໃຫ້ລົບລ້າງການຈົດທະບຽນ; ສອງ:ເຈົ້າຂອງຊັບສະເໜີໃຫ້ລົບລ້າງການຈົດທະບຽນການ ຄໍ້າປະກັນຖ້າວ່າການຄໍ້າປະກັນນັ້ນຫາກບໍ່ຖືກຕ້ອງ; ສາມ:ສານໄດ້ຕັດສິນໃຫ້ລົບລ້າງການຄໍ້າປະກັນ.

..ໝວດທີ6ບົດບັນຍັດສຸດທ້າຍ


...ມາດຕາສາມສິບເກົ້າ:ການຈັດຕັ້ງປະຕິບັດ

ມາດຕາສາມສິບເກົ້າ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ອອກດໍາລັດເພື່ອຈັດຕັ້ງປະ ຕິບັດກົດໝາຍສະບັບນີ້.

...ມາດຕາສີ່ສິບ:ຜົນສັກສິດ

ມາດຕາສີ່ສິບ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງສາມສິບວັນນັບແຕ່ມື້ທີ່ ປະທານປະເທດແຜ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການຄໍ້າປະກັນ ການປະຕິບັດສັນຍາສະບັບເລກທີສູນເຈັດທັບເກົ້າສີ່,ລົງວັນທີສິບສີ່ຕຸ ລາພັນເກົ້າຮ້ອຍເກົ້າສິບສີ່. ປະທານສະພາແຫ່ງຊາດ.