ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາແລະອາຊີບ15-06-2018

ການຈັດສັນພູມລໍາເນົາແລະອາຊີບ15-06-2018

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດກາວຽກງານຈັດສັນພູມລໍາເນົາແລະອາຊີບເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບແລະປະສິດທິຜົນ,ຖືກຕ້ອງ,ສອດຄ່ອງກັບການພັດທະນາແລະຄວາມເປັນຈິງຂອງທ້ອງຖິ່ນຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າທີ່ຢູ່ໃນເຂດການຈັດສັນພູມລໍາເນົາແລະອາຊີບມີທີ່ຢູ່ອາໄສ,ບ່ອນທໍາມາຫາກິນແລະອາຊີບໝັ້ນຄົງແນໃສ່ແກ້ໄຂການເຄື່ອນຍ້າຍແບບບໍ່ຖືກຕ້ອງຕາມກົດໝາຍ,ລຶບລ້າງຄວາມທຸກຍາກ,ຍົກລະດັບຊີວິດການເປັນຢູ່ຂອງປະຊຊົນລາວບັນດາເຜົ່າທາງດ້ານວັດຖຸແລະຈິດໃຈໃຫ້ດີຂຶ້ນກວ່າເກົ່າ,ສ້າງຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ສ້າງເປັນບ້ານພັດທະນາ,ສ້າງບ້ານໃຫຍ່ກາຍເປັນຕົວເມືອງໃນຊົນນະບົດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ມາດຕາ2ການຈັດສັນພູມລໍາເນົາແລະອາຊີບ ການຈັດສັນພູມລໍາເນົາແມ່ນການກໍານົດຂອບເຂດທີ່ຢູ່ອາໄສ,ບ່ອນທໍາມາຫາກິນໃຫ້ແກ່ປະຊາຊົນນັບທັງຕົວເມືອງແລະຊົນນະບົດທີ່ຖືກຫຍັບຍ້າຍຫຼືຍົກຍ້າຍຈາກພູມລໍາເນົາເດີມໄປຕັ້ງພູມລໍາເນົາບ່ອນໃໝ່ເພື່ອຮັບປະກັນຄວາມສົມດຸນແລະສອດຄ່ອງກັບການພັດທະນາ. ການຈັດສັນອາຊີບແມ່ນການສ້າງເງື່ອນໄຂແລະຄວາມອາດສາມາດໃນການທໍາມາຫາກິນໃຫ້ແກ່ປະຊາຊົນນັບທັງຕົວເມືອງແລະຊົນນະບົດທີ່ຖືກຫຍັບຍ້າຍຫຼືຍົກຍ້າຍຈາກພູມລໍາເນົາເດີມໄປຕັ້ງພູມລໍາເນົາບ່ອນໃໝ່ເພື່ອໃຫ້ມີແຫຼ່ງລາຍຮັບທີ່ແນ່ນອນມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າແລະຫຼຸດພົ້ນອອກຈາກຄວາມທຸກຍາກ.

ມາດຕາ3ການອະທິບາຍສັບ ຄໍາສັບທີ່ໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພູມລໍາເນົາໝາຍເຖິງຂອບເຂດທີ່ຢູ່ອາໄສແລະບ່ອນທໍາມາຫາກິນຂອງປະຊາຊົນ; 2.ອາຊີບໝັ້ນຄົງໝາຍເຖິງກິດຈະກໍາໃດໜຶ່ງທີ່ແນ່ນອນຊຶ່ງສາມາດລ້ຽງຊີບແລະສ້າງລາຍຮັບກຸ້ມຕົນເອງແລະຄອບຄົວໄດ້ຢ່າງຕໍ່ເນື່ອງ; 3.ການຫຍັບຍ້າຍໝາຍເຖິງການຈັດສັນຄືນໃໝ່ເຂດທີ່ຢູ່ອາໄສໃຫ້ປະຊາຊົນໃນບ້ານຫຼືເຂດພື້ນທີ່ເດີ່ມໃຫ້ເປັນລະບຽບແລະເໝາະສົມກວ່າເກົ່າ; 4.ການຍົກຍ້າຍໝາຍເຖິງການປ່ຽນແປງທີ່ຢູ່ອາໄສເດີມຂອງຄອບຄົວແລະບ້ານເພື່ອໄປຕັ້ງພູມລໍາເນົາແລະດໍາລົງຊີວິດຢູ່ບ່ອນໃໝ່; 5.ເຈົ້າຂອງໂຄງການໝາຍເຖິງກະຊວງ,ອົງການລັດທຽບເທົ່າກະຊວງ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງທີ່ໄດ້ຮັບມອບໝາຍຈາກລັດຖະບານໃນການຈັດຕັ້ງປະຕິບັດໂຄງການຈັດສັນພູມລໍາເນົາແລະອາຊີບ; 6.ໂຄງການຈັດສັນພູມລໍາເນົາແລະອາຊີບໝາຍເຖິງບັນດາກິດຈະການທີ່ກໍານົດປະເພດ,ເຂດ,ພື້ນທີ່ຮອງຮັບແລະເງື່ອນໄຂການຈັດສັນພູມລໍາເນົາແລະອາຊີບລວມທັງຂັ້ນຕອນ,ວິທີການ,ງົບປະມານແລະກໍານົດເວລາໃນການຈັດຕັ້ງປະຕິບັດ; 7.ຜູ້ພັດທະນາໂຄງການໝາຍເຖິງບຸກຄົນ,ນິຕິບຸກຄົນທັງພາຍໃນແລະຕ່າງປະເທດທີ່ໄດ້ຮັບອະນຸຍາດໃຫ້ລົງທຶນໃນໂຄງການພັດທະນາໃດໜຶ່ງ; 8.ໂຄງການພັດທະນາໝາຍເຖິງໂຄງການລົງທຶນຫຼືກົດຈະການຕ່າງໆທີ່ດໍາເນີນການຢູ່ພາຍໃນສປປລາວຊຶ່ງຕ້ອງໄດ້ຈັດສັນຫຍັບຍ້າຍຫຼືຍົກຍ້າຍປະຊາຊົນແລະທົດແທນຄ່າເສຍຫາຍ; 9.ໂຄງລ່າງພື້ນຖານທີ່ຈໍາເປັນໝາຍເຖິງລະບົບການບໍລິການສາທາລະນະປະໂຫຍດຂັ້ນພື້ນຖານເປັນຕົ້ນເສັ້ນທາງ,ໄຟຟ້າໃນລະບົບ,ສຸກສາລາ,ນໍ້າສະອາດ,ໂຮງຮຽນ; 10.ບ້ານເຈົ້າພາບໝາຍເຖິງບ້ານທີ່ມີປະຊາຊົນອາໄສຢູ່ກ່ອນແລ້ວຊຶ່ງມີຜູ້ໄດ້ຮັບຜົນກະທົບຈາກບ່ອນອື່ນຍົກຍ້າຍມາອາໄສຢູ່ນໍາ; 11.ຜູ້ໄດ້ຮັບຜົນກະທົບໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ; 12.ນັກພັດທະນາໝາຍເຖິງບຸກຄົນທີ່ໄດ້ຮັບການຝຶກອົບຮົມເຕັກນິກວິຊາການໃດໜຶ່ງທີ່ແນ່ນອນ,ມີຄວາມຊໍານິຊໍານານແລະໄດ້ຮັບການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ; 13.ລາຍຮັບໄລຍະເສຍໂອກາດໝາຍເຖິງຄ່າຕອບແທນຈາກການດໍາເນີນກິດຈະການໃດໜຶ່ງທີ່ຜູ້ໄດ້ຮັບຜົນກະທົບຈາກການຈັດສັນພູມລໍາເນົາຈະໄດ້ຮັບໄລຍະສາມປີ; 14.ເງື່ອນໄຂດໍາລົງຊີວິດຂັ້ນພື້ນຖານໝາຍເຖິງປັດໄຈພື້ນຖານຂອງການດໍາລົງຊີວິດປະຈໍາວັນຄືອາຫານການກິນ,ເຄື່ອງນຸ່ງຫົ່ມທີ່ຈໍາເປັນ,ທີ່ຢູ່ອາໄສຖາວອນ,ຄວາມສາມາດໃຊ້ຈ່າຍເຂົ້າໃນການປິ່ນປົວໃນເວລາເຈັບເປັນ,ການສຶກສາຂັ້ນພື້ນຖານແລະຄວາມສາມາດເຂົ້າເຖິງຕາໜ່າງການບໍລິການສາທາລະນະຂັ້ນພື້ນຖານທີ່ຈໍາເປັນ; 15.ໄລຍະຂ້າມຜ່ານໝາຍເຖິງໄລຍະຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນພາຍໃນເວລາສາມຫາຫ້າປີນັບແຕ່ເວລາທີ່ໄດ້ມີການຍົກຍ້າຍອອກຈາກທີ່ຢູ່ອາໄສເດີມ; 16.ການທົດແທນຄ່າເສຍຫາຍໝາຍເຖິງການທົດແທນຫຼືຊົດເຊີຍເປັນທີ່ດິນ,ວັດຖຸຫຼືເປັນເງິນສໍາລັບທີ່ດິນ,ສິ່ງປູກສ້າງ,ຜົນລະປູກ,ສັດລ້ຽງແລະລາຍຮັບຜົນກະທົບຈາກໂຄງການຈັດສັນພູມລໍາເນົາແລະອາຊີບດ້ວຍມູນຄ່າປ່ຽນແທນທີ່ກໍານົດໄວ້ແຕ່ລະໄລຍະ; 17.ມູນຄ່າປ່ຽນແທນໝາຍເຖິງມູນຄ່າທີ່ຄິດໄລ່ເປັນວັດຖຸ,ເງິນຫຼືທີ່ດິນທີ່ຈໍາເປັນຕ້ອງນໍາໃຊ້ເພື່ອປ່ຽນແທນທີ່ດິນ,ສິ່ງປຸກສ້າງ,ຜົນລະປູກ,ສັດລ້ຽງແລະລາຍຮັບທີ່ໄດ້ຮັບຜົນກະທົບຈາກການຈັດສັນພູມລໍາເນົາ; 18.ສິດນໍາໃຊ້ທີ່ດິນຕາມປະເພນີໝາຍເຖິງສິດນໍາໃຊ້ທີ່ດິນຂອງບຸກຄົນຫຼືລວມບ້ານດ້ວຍການບຸກເບີກ,ພັດທະນາທີ່ໄດ້ປົກປັກຮັກສາແລະນໍາໃຊ້ທີ່ດິນເປັນປົກກະຕິ,ເປີດເຜີຍຕໍ່ເນື່ອງເປັນເວລາແຕ່ຊາວປີຂຶ້ນໄປໂດຍບໍ່ມີເອກະສານໃດໆຢັ້ງຢືນຈາກການຈັດຕັ້ງທີ່ກ່ຽວຂ້ອງແລະທີ່ດິນບ່ອນດັ່ງກ່າວນັ້ນບໍ່ຢູ່ໃນເຂດສະຫງວນຂອງລັດ.

ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ ລັດຮັບປະກັນສິດໃນການຕັ້ງພູມລໍາເນົາແລະປະກອບອາຊີບຂອງປະຊາຊົນຕາມລັດຖະທໍາມະນູນ,ກົດໝາຍແລະຖືເອົາວຽກງານຈັດສັນພູມລໍາເນົາແລະອາຊີບຕິດພັນກັບວຽກງານກໍ່ສ້າງຮາກຖານ,ພັດທະນາຊົນນະບົດແລະລົບລ້າງຄວາມທຸກຍາກເປັນມາດຕະການຍຸດທະສາດທີ່ຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນສະເພາະໜ້າແລະຍາວນານແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ລັດສະໜອງງົບປະມານ,ບຸກຄະລາກອນແລະວັດຖຸປະກອນເຂົ້າໃນວຽກງານຈັດສັນພູມລໍາເນົາແລະອາຊີບຕາມເງື່ອນໄຂແລະຄວາມສາມາດຕົວຈິງໃນແຕ່ລະໄລຍະ. ລັດຊຸກຍູ້,ສົ່ງເສີມໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ,ສຶກສາຄົ້ນຄວ້າ,ວິໄຈແລະປະກອບທຶນໃນວຽກງານຈັດສັນພູມລໍາເນົາແລະອາຊີບ.

ມາດຕາ5ຫຼັກການກ່ຽວກັບການຈັດສັນພູມລໍາເນົາແລະອາຊີບ ການຈັດສັນພູມລໍາເນົາແລະອາຊີບໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ສອດຄ່ອງກັບແນວທາງນະໂຍບາຍ,ຍຸດທະສາດ,ກົດໝາຍ,ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແລະຮັບປະກັນວຽກງານປ້ອງກັນຊາດ-ຫ້ອງກັນຄວາມສະຫງົບ; 2.ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດ; 3.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນບົນພື້ນຖານຄວາມສະເໝີພາບ,ຖືກຕ້ອງ,ໂປ່ງໃສ,ເປີດເຜີຍ,ທັນເວລາແລະຍຸຕິທໍາ; 4.ຮັບປະກັນມີພູມລໍາເນົາ,ໂຄງລ່າງພື້ນຖານທີ່ຈໍາເປັນ,ບ່ອນທໍາມາຫາກິນ,ມີນໍ້າໃຊ້ແລະອາຊີບທີ່ໝັ້ນຄົງ,ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າແລະຫຼຸດພົ້ນອອກຈາຄວາມທຸກຍາກ; 5.ຈັດສັນບໍລິເວນທ້ອງຖິ່ນເດີມໃຫ້ສໍາເລັດກ່ອນແລ້ວຈຶ່ງຈັດສັນໄປທ້ອງຖິ່ນອື່ນໂດຍຮັບປະກັນຄວາມສົມດຸນລະຫວ່າງຈໍານວນຄົນກັບພື້ນທີ່ຕົວຈິງ; 6.ມີການປະສານສົມທົບ,ປຶກສາຫາລືແລະເຂົ້າຮ່ວມຂອງປະຊາຊົນ,ການຈັດຕັ້ງຂອງລັດແລະພາກສ່ວນອື່ນທີ່ກ່ຽວຂ້ອງແຕ່ຫົວທີ.

ມາດຕາ6ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ກ່ຽວຂ້ອງກັບວຽກງານຈັດສັນພູມລໍາເນົາແລະອາຊີບຢູ່ສປປລາວ.

ມາດຕາ7ການຮ່ວມມືກັບສາກົນ ລັດຊຸກຍູ້ແລະສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບກວຽກງານຈັດສັນພູມລໍາເນົາແລະອາຊີບດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວານ,ຍົກລະດັບຄວາມຮູ້ທາງດ້ານວິຊາການ,ວິທະຍາສາດເຕັກໂນໂລຊີແລະຍາດແຍ່ງການສະໜັບສະໜູນເພື່ອພັດທະນາວຽກງານດັ່ງກ່າວໃຫ້ມີປະສິດທິພາບ,ປະສິດທິຜົນແລະປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ຍຸດທະສາດການຈັດສັນພູມລໍາເນົາແລະອາຊີບ

ມາດຕາ8ຍຸດທະສາດການຈັດສັນພູມລໍາເນົາແລະອາຊີບ ຍຸດທະສາດການຈັດສັນພູມລໍາເນົາແລະອາຊີບແມ່ນການກໍານົດນະໂຍບາຍ,ທິດທາງລວມ,ແຜນງານແລະໂຄງການທີ່ຢູ່ໃນແຜນພັດທະນາຊົນນະບົດແລະລຶບລ້າງຄວາມທຸກຍາກໂດຍຕິດພັນກັບວຽກງານຄຸ້ມຄອງການເຄື່ອນຍ້າຍຂອງພົນລະເມືອງແລະການຈັດສັນພູມລໍາເນົາແລະອາຊີບໃຫ້ໄດ້ໂດຍພື້ນຖານໂດຍສຸມໃສ່ເຂດການຈັດສັນພູມລໍາເນົາແລະອາຊີບເພື່ອຮັບປະກັນຄວາມສົມດຸນລະຫວ່າງຈໍານວນປະຊາກອນຫຼືກໍາລັງແຮງງານກັບພື້ນທີ່,ສົ່ງເສີມໃຫ້ປະຊາຊົນມີອາຊີບທີ່ໝັ້ນຄົງ,ມີແຫຼ່ງລາຍຮັບທີ່ແນ່ນອນແລະສອດຄ່ອງກັບການພັດທະນາໃນແຕ່ລະໄລຍະ.

ມາດຕາ9ການສ້າງຍຸດທະສາດການຈັດສັນພູມລໍາເນົາແລະອາຊີບ ກະຊວງກະສິກໍາແລະປ່າໄມ້ສ້າງຍຸດທະສາດການຈັດສັນພູມລໍາເນົາແລະອາຊີບໂດຍປະສານສົມທົບກັບກະຊວງພາຍໃນ,ແຜນການແລະການລົງທຶນ,ການເງິນ,ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ພະລັງງານແລະບໍ່ແຮ່,ໂຍທາທິການແລະຂົນສົ່ງ,ແຮງງານແລະສະຫວັດດິການສັງຄົມ,ສຶກສາທິການແລະກິລາ,ສາທາລະນະສຸກ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສະຖາບັນຄົ້ນຄວ້າວິທະຍາສາດແລະສັງຄົມແຫ່ງຊາດ,ສະຖາບັບຄົ້ນຄວ້າເສດຖະກິດແຫ່ງຊາດ,ສະຖາບັນການສຶກສາ,ກະຊວງ,ອົງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອສະເໜີລັດຖະບານພິຈາລະນາແລ້ວສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ.

ມາດຕາ10ເນື້ອໃນຍຸດທະສາດການຈັດສັນພູມລໍາເນົາແລະອາຊີບ ຍຸດທະສາດການຈັດສັນພູມລໍາເນົາແລະອາຊີບມີເນື້ອໃນຕົ້ນຕໍດັ່ງນີ້: 1.ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບຜ່ານມາ; 2.ທິດທາງລວມ,ຄາດໝາຍສູ້ຊົນແລະເປົ້າໝາຍໃນແຕ່ລະໄລຍະ; 3.ຈຸດສຸມການຈັດສັນພູມລໍາເນົາແລະອາຊີບ; 4.ນະໂຍບາຍ,ມາດຕະການແລະກົນໄກການຈັດຕັ້ງປະຕິບັດ; 5.ລະບົບການຕິດຕາມແລະປະເມີນຜົນ; 6.ງົບປະມານ.

ພາກທີ3ການຈັດສັນພູມລໍາເນົາ

ໝວດທີ1ປະເພດ,ເຂດແລະເງື່ອນໄຂຜູ້ໄດ້ຮັບການຈັດສັນພູມລໍາເນົາ

ມາດຕາ11ປະເພດການຈັດສັນພູມລໍາເນົາ ການຈັດສັນພູມລໍາເນົາມີສອງປະເພດດັ່ງນີ້: 1.ການຈັດສັນທົ່ວໄປ; 2.ການຈັດສັນສະເພາະ. ການຈັດສັນທົ່ວໄປແມ່ນການກໍານົດເຂດທີ່ຢູ່ອາໄສແລະບ່ອນທໍາມາຫາກິນໃຫ້ແກ່ປະຊາຊົນທີ່ຢູ່ໃນເຂດທຸລະກັນດານແລະຂາດເງື່ອນໄຂການພັດທະນາ,ເຂດທີ່ມີຄວາມສ່ຽງໃນການດໍາລົງຊີວິດ,ເຂດທີ່ມີລັກສະນະພິເສດຊຶ່ງແມ່ນຂະແໜງການກະສິກໍາແລະປ່າໄມ້ແລະຂະແໜງການອື່ນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່່ນທີ່ກ່ຽວຂ້ອງ. ການຈັດສັນສະເພາະແມ່ນການກໍານົດເຂດທີ່ຢູ່ອາໄສແລະບ່ອນທໍາມາຫາກິນໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງງການພັດທະນາຊຶ່ງແມ່ນຂະແໜງການກະສິກໍາແລະປ່າໄມ້,ຂະແໜງການອື່ນທີ່ກ່ຽວຂ້ອງແລະຜູ້ພັດທະນາໂຄງການເປັນຜູ້ຈັດຕັ້ງປະຕິບັດໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ມາດຕາ12ເຂດທີ່ຈະໄດ້ຮັບການຈັດສັນພູມລໍາເນົາ ເຂດທີ່ຈະໄດ້ຮັບການຈັດສັນພູມລໍາເນົາມີດັ່ງນີ້: 1.ເຂດທຸລະກັນດານແລະບໍ່ເມີເງື່ອນໄຂໃນການພັດທະນາ; 2.ເຂດທີ່ມີຄວາມສ່ຽງໃນການດໍາລົງຊີວິດ; 3.ເຂດທີ່ມີລັກສະນະພິເສດ; 4.ເຂດທີ່ຖືກໂຄງການພັດທະນາ.

ມາດຕາ13ເຂດທຸລະກັນດານແລະບໍ່ມີເງື່ອນໄຂໃນການພັດທະນາ ເຂດທຸລະກັນດານແລະບໍ່ມີເງື່ອນໄຂໃນການພັດທະນາມີດັ່ງນີ້: 1.ເຂດທີ່ບໍ່ມີບ່ອນທໍາການຜະລິດຫຼືມີໜ້ອຍເກີນໄປ,ຖາງປ່າເຮັດໄຮ່ແບບເລື່ອນລອຍແລະບໍ່ມີເງື່ອນໄຂໃນການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ; 2.ເຂດຫ່າງໄກສອກຫຼີກທີ່ບໍ່ມີເງື່ອນໄຂຫຼືມີຄວາມຫຍຸ້ງຍາກໃນການພັດທະນາເຊັ່ນເຂດພູຜາປ່າເລິກ,ປ່າຍອດນໍ້າ,ມີຄວາມຫຍຸ້ງຍາກໃນການເຂົ້າເຖິງລະບົບການບໍລິການທາງດ້ານສາທາລະນະ; 3.ບ້ານນ້ອຍກະແຈກກະຈາຍ,ເປັນກຸ່ມຄົນທີ່ດໍາລົງຊີວິດແບບເລື່ອນລອຍທຸກຍາກ.

ມາດຕາ14ເຂດທີ່ມີຄວາມສ່ຽງໃນການດໍາລົງຊີວິດ ເຂດທີ່ມີຄວາມສ່ຽງໃນການດໍາລົງຊີວິດມີດັ່ງນີ້: 1.ເຂດທີ່ມີໄພພິບັດເລື້ອຍໆເປັນຕົນເຂດທີ່ມີນ້ໍາຖ້ວມ,ເຂດທີ່ມີການເຊາະເຈື່ອນ; 2.ເຂດທີ່ບໍ່ຮັບປະກັນດ້ານຄວາມປອດໄພເປັນນຕົ້ນພະຍາດລະບາດ,ມົນລະຜິດ,ຜົນກະທົບດ້ານສິ່ງແວດລ້ອມ.

ມາດຕາ15ເຂດທີ່ມີລັກສະນະພິເສດ ເຂດທີ່ມີລັກສະນະພິເສດແມ່ນເຂດຍຸດທະສາດດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ເຂດຊາຍແດນ,ປ່າສະຫງວນ,ປ່າປ້ອງກັນ,ມີທາດເບື່ອຫຼືເຂດທີ່ມີກໍາມັນຕະພາບລັງສີແລະແຫຼ່ງວັດຖຸບູຮານ.

ມາດຕາ16ເຂດທີ່ຖືກໂຄງການພັດທະນາ ເຂດທີ່ຖືກໂຄງການພັດທະນາແມ່ນເຂດທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ,ໂຄງການຂຸດຄົ້ນແຮ່ທາດ,ເຂດເສດຖະກິດພິເສດ,ເຂດບໍ່ສ້າງໂຄງລ່າງພື້ນຖານແລະໂຄງການອື່ນ.

ມາດຕາ17ເງື່ອນໄຂຜູ້ຈະໄດ້ຮັບການຈັດສັນພູມລໍາເນົາ ຜູ້ຈະໄດ້ຮັບການຈັດສັນພູມລໍາເນົາຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ເປັນພົນລະເມືອງລາວ,ຂາວຕ່າງດ້າວແລະຄົນບໍ່ມີສັນຊາດທີ່ອາໄສຢູ່ສປປລາວຖາວອນຖືກຕ້ອງຕາມກົດໝາຍ; 2.ຢູ່ໃນເຂດທີ່ໄດ້ຮັບການຈັດສັນພູມລໍາເນົາຕາມທີ່ໄດ້ກໍານົດໄວ້ໃນມາດຕາ12ຂອງກົດໝາຍສະບັບນີ້; 3.ເຫັນດີຮັບເອົາການຈັດສັນພູມລໍາເນົາ.

ໝວດທີ2ເຂດພື້ນທີ່ແລະເງື່ອນໄຂຮອງຮັບການຈັດສັນພູມລໍາເນົາ

ມາດຕາ18ເຂດພື້ນທີ່ຮອງຮັບການຈັດສັນພູມລໍາເນົາ ເຂດພື້ນທີ່ຮອງຮັບການຈັດສັນພູມລໍາເນົາມີດັ່ງນີ້: 1.ເຂດບໍລິເວນພື້ນທີ່ເດີມທີ່ມີເງື່ອນໄຂຕັ້ງທີ່ຢູ່ອາໄສ,ມີທີ່ດິນເພື່ອທໍາການຜະລິດແລະເພື່ອການພັດທະນາ; 2.ເຂດພື້ນທີ່ເປົ່າວ່າງຫຼືປ່ອຍປະໃຫ້ເປັນເຮື້ອຊຶ່ງສາມາດບຸກເບີກ,ຟື້ນຟູໃຫ້ເປັນບ່ອນຕັ້ງທີ່ຢູ່ອາໄສແລະທໍາມາຫາກິນ; 3.ເຂດພື້ນທີ່ທີ່ສາມາດບຸກເບີກແລະຈັດສັນເປັນເຂດຈຸດສຸມພັດທະນາ,ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ; 4.ເຂດພື້ນທີ່ທີ່ຕ້ອງການແຮງງານເປັນຕົ້ນເຂດໂຮງງານອຸດສາຫະກໍາ,ເຂດເສດຖະກິດພິເສດ,ເຂດປູກໄມ້ຫຼືພຶດອຸດສາຫະກໍາ; 5.ເຂດພື້ນທີ່ຈັດສັນພິເສດໃຫ້ຄອບຄົວແລະບ້ານເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ປົກປັກຮັກສາຊັບສົມບັດແລະຊັບພະຍາກອນຂອງຊາດເປັນຕົ້ນເຂດບໍລິເວນຊາຍແດນລະຫວ່າງປະເທດ,ເຂດປ່າສະຫງວນ,ເຂດແຫຼ່ງແຮ່ທາດທີ່ມີຄ່າສູງ,ແຫຼ່ງວັດຖຸບູຮານ.

ມາດຕາ19ເງື່ອນໄຂເຂດພື້ນທີ່ຮອງຮັບການຈັດສັນພູມລໍາເນົາ ເຂດພື້ນທີ່ຮອງຮັບການຈັດສັນພູມລໍາເນົາຕ້ອງມີເງື່ອນໄຂດັ່ງນີ້: 1.ເປັນພື້ນທີ່ບ້ານເດີມທີ່ສາມາດຮອງຮັບການຂະຫຍາຍບ່ອນຢູ່ອາໄສແລະບ່ອນທໍາມາຫາກິນໄດ້ຕື່ມອີກ; 2.ເປັນພື້ນທີ່ໃໝ່ທີ່ສາມາດຮອງຮັບແລະເໝາະສົມໃຫ້ແກ່ການຕັ້ງທີ່ຢູ່ອາໄສ,ບ່ອນທໍາມາຫາກິນແລະການຂະຫຍາຍຕົວຂອງປະຊາກອນຢ່າງຍາວນານ; 3.ເປັນພື້ນທີ່ທີ່ເໝາະສົມແກ່ການພັດທະນາໂຄງລ່າງພື້ນຖານ; 4.ເປັນພື້ນທີ່ທີ່ມີແຫຼ່ງນໍ້າສໍາລັບການບໍລິໂພກ,ອຸປະໂພກແລະຮັບໃຊ້ການຜະລິດຢ່າງພຽງພໍ; 5.ເປັນພື້ນທີ່ທີ່ເອື້ອອໍານວຍໃຫ້ແກ່ວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົ,ເປັນພື້ນທີ່ທີ່ບໍ່ມີຄວາມສ່ຽງຕໍ່ການດໍາລົງຊີວິດແລະບໍ່ທໍາລາຍສິ່ງແວດລ້ອມ.

ໝວດທີ3ຂັ້ນຕອນການຈັດສັນພູມລໍາເນົາ

ມາດຕາ20ຂັ້ນຕອນການຈັດສັນພູມລໍາເນົາ ການຈັດສັນພູມລໍາເນົາໃຫ້ດໍາເນີນຕາມຂັ້ນຕອນດັ່ງນີ້: 1.ການສຶກສາຄົ້ນຄວ້າໂຄງການແລະວາງແຜນການຈັດສັນພູມລໍາເນົາ; 2.ການທົດແທນຄ່າເສຍຫາຍຈາການຈັດສັນພູມລໍາເນົາ; 3.ການກໍ່ສ້າງໂຄງລ່າງພື້ນຖານຮອງຮອບການຈັດສັນພູມລໍາເນົາ; 4.ການດໍາເນີນການຫຍັບຍ້າຍຫຼືຍົກຍ້າຍຈັດສັນພູມລໍາເນົາ; 5.ການພັດທະນາເຂດຈັດສັນພູມລໍາເນົາ; 6.ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຂ້າມຜ່ານ; 7.ການມອບ-ຮັບໂຄງການຈັດສັນພູມລໍາເນົາ; 8.ການສິ້ນສຸດໂຄງການຈັດສັນພູມລໍາເນົາ.

ມາດຕາ21ການສຶກສາຄົ້ນຄວ້າໂຄງການແລະວາງແຜນການຈັດສັນພູມລໍາເນົາ ການສຶກສາຄົ້ນຄວ້າໂຄງການຈັດສັນພູມລໍາເນົາປະກອບດ້ວຍການສຶກສາເບື້ອງຕົ້ນ,ການສຶກສາຄວາມເປັນໄປໄດ້ແລະການສຶກສາລະອຽດ. ການສຶກສາເບື້ອງຕົນແມ່ນການສຶກສາຂໍ້ມູນດ້ານເສດຖະກິດ,ວັດທະນະທໍາ,ສັງຄົມ,ປະຊາກອນແລະລະບົບການບໍລິການສາທາລະນະຂອງບ້ານເປົ້າໝາຍທີ່ຈະຫຍັບຍ້າຍຫຼືຍົກຍ້າຍລວມທັງລັກສະນະພູມສັນຖານຂອງພື້ນທີ່ຮອງຮັບການຈັດສັນເພື່ອກ້າວໄປເຖິງການສຶກສາຄວາມເປັນໄປໄດ້. ການສຶກສາຄວາມເປັນໄປໄດ້ແມ່ນການສຶກສາຕາມຫຼັກການທາງດ້ານວິຊາການຢ່າງເປັນລະບົບຄົບຊຸດເປັນຕົ້ນການສໍາຫຼວດທີ່ດິນ,ຊັບສິນ,ແຜນການກໍ່ສ້າງບ້ານໃໝ່,ຜົນກະທົບທາງດ້ານສິ່ງແວດລ້ອມແລະສັງຄົມ. ການສຶກສາລະອຽດແມ່ນການສຶກສາຂຂໍ້ມູນຢ່າງລະອຽດຮອບດ້ານແລລະປະເມີນມູນຄ່າໂຄງການເບື້ອງຕົ້ນລວມທັງປະເມີນປະສິດທິຜົນຂອງໂຄງການ. ການສຶກສາຄົ້ນຄວ້າໂຄງການຈັດສັນພູມລໍາເນົາປະເພດການຈັດສັນທົ່ວໄປແມ່ນເຈົ້າຂອງໂຄງການເປັນຜູ້ດໍາເນີນການແລ້ວວາງແຜນການຈັດສັນພູມລໍາເນົາແລະອາຊີບເພື່ອສະເໜີຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນຂອງຕົນພິຈາລະນາ. ສໍາລັບການສຶກສາຄົ້ນຄວ້າໂຄງການຈັດສັນພູມລໍາເນົາປະເພດການຈັດສັນສະເພາະແມ່ນຜູ້ພັດທະນາໂຄງການເປັນຜູ້ດໍາເນີນການໂດຍປະສານສົມທົບກັບເຈົ້າຂອງໂຄງການແລ້ວວາງແຜນການຈັດສັນພູມລໍາເນົາແລະອາຊີບເພື່ອສະເໜີຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນຂອງຕົນພິຈາລະນາ.

ມາດຕາ22ການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາ ການຈັດສັນພູມລໍາເນົາສໍາລັບປະເພດການຈັດສັນທົ່ວໄປໃຫ້ປະຕິບັດຕາມແຜນການຈັດສັນຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບທີ່ໄດ້ຜ່ານການຮັບຮອງຢ່າງເປັນທາງການໂດຍສອດຄ່ອງກັບກົດໝາຍ. ການທົດແທນຄ່າເສຍຫາຍຈາກການຈັດສັນພູມລໍາເນົາສໍາລັບປະເພດການຈັດສັນສະເພາະໃຫ້ປະຕິບັດດັ່ງນີ້: 1.ຜູ້ໄດ້ຮັບຜົນກະທົບທີ່ມີເອກະສານກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຖືກຕ້ອງຕາມກົດໝາຍຫາກໄດ້ສູນເສນທີ່ດິນທັງໝົດຫຼືບ້າງສ່ວນແລະທີ່ດິນທີ່ຍັງເຫຼືອກໍ່ບໍ່ສາມາດນໍາໃຊ້ໄດ້ນັ້ນຕ້ອງໄດ້ທົດແທນຄ່າເສຍຫາຍທັງໝົດ້ວຍການຈັດສັນທີ່ດິນບ່ອນໃໝ່ທົດແທນຕາມມູນຄ່າປ່ຽນແທນທີ່ກໍານົດໄວ້ແຕ່ລະໄລຍະແລະໄດ້ຮັບເອກະສານກ່ຽວກັບສິດນໍາໃຊ້ທີ່ດິນຕອນນັ້ນພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆເພື່ອໃຫ້ໄດ້ຮັບເອກະສານດັ່ງກ່າວ.ໃນກໍລະນີບໍ່ສາມາດຈັດສັນທີ່ດິນທີ່ເໝາະສົມທົດແທນໃຫ້ຫຼືທີ່ດິນນັ້ນມີມູນຄ່າປ່ຽນແທນໜ້ອຍກວ່າມູນຄ່າທີ່ດິນທີ່ຜູ້ໄດ້ຮັບຜົນກະທົບສູນເສຍຕ້ອງໄດ້ທົດແທນຄ່າເສຍຫາຍໃຫ້ແກ່ຜູ້ກ່ຽວດ້ວຍຮູບການອື່ນຕາມມູນຄ່າປ່ຽນແທນ; 2.ໃນກໍລະນີມູນຄ່າທີ່ດິນແລະເຮືອນຂອງຜູ້ໄດ້ຮັບຜົນກະທົບນັ້ນຫາກຕໍ່າກວ່າມູນຄ່າທີ່ດິນແລະເຮືອນທີ່ຈະຈັດສັນໃຫ້ໃໝ່ໃຫ້ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບພິຈາລະນາແກ້ໄຂຕາມຄວາມເໝາະສົມ; 3.ຜູ້ໄດ້ຮັບຜົນກະທົບທີ່ມີເອກະສານກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຖືກຕ້ອງຕາມກົດໝາຍຫາກໄດ້ສູນເສຍທີ່ດິນພຽງສ່ວນໜຶ່ງແລະທີ່ດິນສ່ວນທີ່ຍັງເຫຼືອກໍ່ຍັງສາມາດນໍາໃຊ້ໄດ້ນັ້ນໃຫ້ທົດແທນຄ່າເສຍຫາຍໃນສ່ວນທີ່ໄດ້ສູນເສຍນັ້ນດ້ວຍມູນຄ່າປ່ຽນແທນທີ່ຄິດໄລ່ໄວ້.ສ່ວນທີ່ດິນທີ່ຍັງເຫຼືອຕ້ອງໄດ້ຮັບເອກະສານຢັ້ງຢືນສິດນໍາໃຊ້; 4.ຜູ້ໄດ້ຮັບຜົນກະທົບທີ່ໄດ້ສິດນໍາໃຊ້ທີ່ດິນຕາມປະເພນີຫາກສູນເສຍສິດໂດຍໄດ້ຮັບການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ຮັບການທົດແທນຄ່າເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນຂໍ້1ຫຼື2ຂອງມາດຕານີ້; 5.ຜູ້ໄດ້ຮັບຜົນກະທົບທີ່ບໍ່ມີເອກະສານກ່ຽວກັບສິດນໍາໃຊ້ທີ່ດດິນຕາມທີ່ໄດ້ກໍານົດໄວ້ໃນຂໍ້1,2ແລະ3ຂອງມາດຕານີ້ຈະບໍ່ໄດ້ຮັບການທົດແທນຄ່າເສຍຫາຍຕໍ່ການສູນເສຍທີ່ດິນດັ່ງກ່າວ,ແຕ່ຈະໄດ້ຮັບການທົດແທນຄ່າເສຍຫາຍຕໍ່ການສູນເສຍສິ່ງປຸກສ້າງ,ຕົ້ນໄມ້ແລະຜົນລະປູກຕາມມູນຄ່າປ່ຽນແທນທີ່ຄິດໄລ່ໄວ້; 6.ການສູນເສຍສິ່ງປຸກສ້າງທັງໝົດຫຼືບາງສ່ວນຕ້ອງໄດ້ທົດແທນຄ່າເສຍຫາຍດ້ວຍມູນຄ່າປ່ຽນແທນຂອງສິ່ງປຸກສ້າງດັ່ງກ່າວໃຫ້ແກ່ຜູ້ໄດ້ຮັບຜົນກະທົບທີ່ເປັນເຈົ້າກໍາມະສິດຂອງສິ່ງປຸກສ້າງນັ້ນໂດຍບໍ່ມີການຫັກຄ່າຫຼຸ້ຍຫ້ຽນຫຼືບໍ່ມີການຫຼຸດຄ່າທົດແທນສໍາລັບວັດຖຸກໍ່ສ້າງທີ່ຍັງເຫຼືອ; 7.ທີ່ດິນຫຼືສິ່ງປຸກສ້າງທີ່ໄດ້ຢຸດການນໍາໃຊ້ຊົ່ວຄາວຕ້ອງໄດ້ທົດແທນຄ່າເສຍຫາຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບຕາມແຕ່ລະກໍລະນີພ້ອມທັງຮັບປະກັນໃນການສົ່ງຄືນທີ່ດິນຫຼືສິ່ງປຸກສ້າງໃຫ້ແກ່ຜູ້ໄດ້ຮັບຜົນກະທົບໃນສະພາບເດີມ; 8.ການສູນເສຍຕົ້ນໄມ້,ຜົນລະປູກ,ສັດລ້ຽງຫຼືລາຍຮັບໄລຍະເສຍໂອກາດຕ້ອງທົດແທນຄ່າເສຍຫາຍດ້ວຍມູນຄ່າປ່ຽນແທນ; 9.ການສູນເສຍໂຄງລ່າງພື້ນຖານແລະສິ່ງອໍານວຍຄວາມສະດວກຕ່າງໆແກ່ຊຸມຊົນຕ້ອງໄດ້ປົວແປງຄືນໃຫ້ຢູ່ໃນສະພາບຄ້າຍຄືເກົ່າຫຼືດີກວ່າເກົ່າແລະຕ້ອງເອົາໃຈໃສ່ເປັນພິເສດຖ້າຫາກເປັນການສູນເສຍໂຄງລ່າງພື້ນຖານທາງດ້ານວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ.ສໍາລັບປ່າຊ້າ,ທາດອັດຖິ,ຂຸມຝັງສົບຫາກຖືກຜົນກະທົບແລະຕ້ອງໄດ້ຍ້າຍໄປບ່ອນໃໝ່ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕາມຄວາມເປັນຈິງບົນພື້ນຖານການປຶກສາຫາລືກັບຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແລະພາກສ່ວນອື່ນທີ່ກ່ຽວຂ້ອງ. 10.ການປະຕິບັດການທົດແທນຄ່າເສຍຫາຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບບໍ່ວ່າໃນກໍລະນີໃດກໍ່ຕາມຕ້ອງໄດ້ປະສານສົມທົບກັບຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແຕ່ລະຂັ້ນທີ່ກ່ຽວຂ້ອງເພື່ອຕິດຕາມກວດກາແລະຢັ້ງຢືນຄວາມຖືກຕ້ອງຕາມແຜນການທົດແທນຄ່າເສຍຫາຍ; 11.ຜູ້ໄດ້ຮັບຜົນກະທົບທີ່ພໍໃຈຍົກຍ້າຍໄປຢູ່ບ່ອນອື່ນທີ່ລັດບໍ່ໄດ້ຈັດສັນໃຫ້ໂດຍໄດ້ຮັບການອະນຸຍາດຈະບໍ່ໄດ້ຮັບການຈັດສັນພູມລໍາເນົາແຕ່ຈະໄດ້ຮັບການທົດແທນຄ່າເສຍຫາຍ; 12.ກິດຈະການທີ່ດໍາເນີນພາຍຫຼັງວັນຂຶ້ນທະບຽນສິດຂອງຜູ້ໄດ້ຮັບຜົນກະທົບນັ້ນຈະບໍ່ໄດ້ຮັບການທົດແທນຄ່າເສຍຫາຍຍົກເວັ້ນໃນກໍລະນີແຜນການທົດແທນຄ່າເສຍຫາຍຫາກບໍ່ໄດ້ຮັບການຈັດຕັ້ງປະຕິບັດຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນຂໍ້13ຂອງມາດຕານີ້; 13.ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຕ້ອງມີການປະເມີນຄືນໃໝ່ມູນຄ່າທົດແທນຄ່າເສຍຫາຍໂດຍການມີສ່ວນຮ່ວມຂອງຜູ້ໄດ້ຮັບຜົນກະທົບຖ້າຫາກເຫັນວ່າແຜນການທົດແທນຄ່າເສຍຫາຍບໍ່ໄດ້ຮັບການຈັດຕັ້ງປະຕິບັດພາຍໃນສິບສອງເດືອນ; 14.ການປະຕິບັດແຜນການທົດແທນຄ່າເສຍຫາຍຕ້ອງສໍາເລັດພາຍໃນຊາວສີ່ເດືອນນັບແຕ່ວັນແຜນການດັ່ງກ່າວໄດ້ຖືກຮັບຮອງເອົາຢ່າງເປັນທາງການ.ຖ້າຫາກບໍ່ສໍາເລັດການທົດແທນຄ່າເສຍຫາຍພາຍໃນໄລຍະເວລາທີ່ກໍານົດໄວ້,ຜູ້ພັດທະນາໂຄງການຕ້ອງສະເໜີຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບພິຈາລະນາຕໍ່ເວລາເພີ່ມເຕີມແຕ່ບໍ່ໃຫ້ເກີນສິບສອງເດືອນ.

ມາດຕາ23ການກໍ່ສ້າງໂຄງລ່າງພື້ນຖານຮອງຮັບການຈັດສັນພູມລໍາເນົາ ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງກໍ່ສ້າງແລະພັດທະນາລະບົບໂຄງລ່າງພື້ນຖານທີ່ຈໍາເປັນໃຫ້ສໍາເລັດກ່ອນເພື່ອຮອງຮັບການຈັດສັນພູມລໍາເນົາຕົວຈິງຕາມແຜນການທີ່ຖືກຮັບຮອງຢ່າງເປັນທາງການ.

ມາດຕາ24ການດໍາເນີນການຫຍັບຍ້າຍຫຼືຍົກຍ້າຍຈັດສັນພູມລໍາເນົາ ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງປະສານສົມທົບກັບຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແຕ່ລະຂັ້ນທີ່ກ່ຽວຂ້ອງເພື່ອດໍາເນີນການຫຍັບຍ້າຍຫຼືຍົກຍ້າຍຕົວຈິງແລະໃຫ້ປະຕິບັດດັ່ງນີ້: 1.ຮັບປະກັນໃຫ້ໄປຕາມພື້ນທີ່ແລະກໍານົດເວລາທີ່ໄດ້ກໍານົດໄວ້ໃນແຜນການຈັດສັນຫຍັບຍ້າຍຫຼືຍົກຍ້າຍທີ່ຖືກຮັບຮອງຢ່າງເປັນທາງການ; 2.ເຄົາລົບວັດທະນະທໍາ,ສາສະໜາ,ຮີດຄອງປະເພດນີອັນດີງາມແລະຄວາມເຊື່ອຖືຂອງທ້ອງຖິ່ນ; 3.ຫຼຸດຜ່ອນຜົນກະທົບຕໍ່ບ້ານເຈົ້າພາບພ້ອມທັງຮັບປະກັນໃຫ້ປະຊາຊົນທີ່ຢູ່ມາກ່ອນສາມາດນໍາໃຊ້ໂຄງລ່າງພື້ນຖານຂອງຊຸມຊົນທີ່ລັດຫຼືຜູ້ພັດທະນາໂຄງການຈັດສັນໃຫ້. ໃນກໍລະນີຜ່ານການປະເມີນຕີລາຄາຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບເຫັນວ່າບໍ່ປະຕິບັດຕາມແຜນທີ່ໄດ້ກໍານົດໄວ້ພາຍໃນສິບສອງເດືອນພາຍຫຼັງຂຶ້ນທະບຽນສິດຂອງຜູ້ໄດ້ຮັບຜົນກະທົບແລ້ວໃຫ້ປະຕິບັດດັ່ງນີ້: 1.ຜູ້ພັດທະນາໂຄງການດັ່ງກ່າວຕ້ອງຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນ; 2.ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຕ້ອງພິຈາລະນາຕົກລົງເອົາຜູ້ພັດທະນາໂຄງການໃໝ່:ຖ້າຜູ້ພັດທະນາໂຄງການເກົ່າຫາກຕ້ອງການສືບຕໍ່ໃຫ້ສະເໝີຕໍ່ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບເພື່ອພິຈາລະນາ; 3.ຜູ້ພັດທະນາໂຄງການທີ່ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບໄດ້ຕົກລົງເລືອກເອົາຕ້ອງປັບປຸງແຜນການຫຍັບຍ້າຍຫຼືຍົກຍ້າຍຄືນໃໝ່ແລ້ວນໍາສະເໜີຄະນະກໍາະມການຈັດສັນພູມລໍາເນົາແລະອາຊີບພິຈາລະນາຮັບຮອງ.

ມາດຕາ25ການພັດທະນາເຂດຈັດສັນພູມລໍາເນົາ ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງພັດທະນາເຂດຈັດສັນພູມລໍາເນົາໃຫ້ຖືກຕ້ອງສອດຄ້ອງກັບຫຼັກການດັ່ງນີ້: 1.ປະຕິບັດຕາມແຜນການພັດທະນາເຂດຈັດສັນທີ່ຖືກຮັບຮອງຢ່າງເປັນທາງການ; 2.ຮັບປະກັນໃຫ້ການກໍ່ສ້າງໂຄງລ່າງພື້ນຖານແລະສິ່ງອໍານວຍຄວາມສະດວກຖືກຕ້ອງຕາມມາດຕະການເຕັກນິກຂອງຂະແໜງການທີ່ກ່ຽວຂ້ອງ; 3.ພັດທະນາເຂດຈັດສັນພູມລໍາເນົາຢ່າງຮອບດ້ານເພື່ອສ້າງເປັນບ້ານພັດທະນາແລະສ້າງບ້ານໃຫຍ່ກາຍເປັນຕົວເມືອງໃນຊົນນະບົດ.

ມາດຕາ26ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຂ້າມຜ່ານ ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນໄລຍະຂ້າມຜ່ານແລະຕ້ອງຮັບປະກັນດັ່ງນີ້: 1.ໃຫ້ການຊ່ວຍເຫຼືອໃນໄລຍະຂ້າມຜ່ານຕາມແຜນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນຕົ້ນຕອບສະໜອງດ້ານສະບຽງອາຫານ,ເຄື່ອງອຸປະໂພກແລະບໍລິໂພກທີ່ຈໍາເປັນ; 2.ປະກອບຫຼືສະນອງອຸປະກອນທີ່ຈໍາເປັນໃນການຜະລິດໃຫ້ແກ່ຜູ້ໄດ້ຮັບຜົນກະທົບ. ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງເອົາໃຈໃສ່ເປັນພິເສດໃນການຟື້ນຟູຊີວິດການເປັນຢູ່ຂອງກຸ່ມຄົນທີ່ບໍ່ສາມາດຊ່ວຍຕົວເອງໄດ້ເພື່ອໃຫ້ຫຼຸດພົນຈາກຄວາມທຸກຍາກ.

ມາດຕາ27ການມອບ-ຮັບໂຄງການຈັດສັນພູມລໍາເນົາ ສໍາລັບໂຄງການຈັດສັນປະເພດສະເພາະພາຍຫຼັງສໍາເລັດການກໍ່ສ້າງໂຄງການແລ້ວຜູ້ພັດທະນາໂຄງການສະເໜີໃຫ້ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບໃນຂັ້ນທີ່ກ່ຽວຂ້ອງດໍາເນີນການກວດກາມາດຕະຖານເຕັກນິກແລະຄຸນນະພາບຂອງໂຄງການເພື່ອມອບ-ຮັບໂຄງການ. ຜູ້ພັດທະນາໂຄງການຕ້ອງວາງເງິນຄໍ້າປະກັນຈໍານວນສິບສ່ວນຮ້ອຍຂອງມູນຄ່າໂຄງການຈັດສັນພູມລໍາເນົາໄວ້ຢູ່ທະນາຄານໃດໜຶ່ງຢູ່ສປປລາວໂດຍມີການຢັ້ງຢືນຈາກເຈົ້າຂອງໂຄງການ. ກໍານົດເວລາການຄໍ້າປະກັນໂຄງການຈັດສັນພູມລໍາເນົາຢ່າງໜ້ອຍໜຶ່ງປີນັບແຕ່ວັນມອບ-ຮັບໂຄງການເປັນຕົ້ນໄປ.ໃນໄລຍະເວລາດັ່ງກ່າວຫາກເຫັນວ່າມີສິ່ງບົກພ່ອງໃນການພັດທະນາໂຄງການເຈົ້າຂອງໂຄງການມີສິດທວງໃຫ້ຜູ້ພັດທະນາໂຄງການຮັບຜິດຊອບປັບປຸງແກ້ໄຂສ້ອມແປງຄືນ.

ມາດຕາ28ການສິ້ນສຸດໂຄງການຈັດສັນພູມລໍາເນົາ ໂຄງການຈັດສັນພູມລໍາເນົາສໍາລັບປະເພດການຈັດສັນສະເພາະຈະສິ້ນສຸດພາຍຫຼັງທີ່ຜູ້ພັດທະນາໂຄງການໄດ້ສໍາເລັດໄລຍະຄໍ້າປະກັນ.ໃນກໍລະນີມີການເປ່ເພເສຍຫາຍທີ່ເກີດຈາກຄວາມບົກພ່ອງທາງດ້ານເຕັກນິກຕ້ອງໄດ້ສ້ອມແປງຄືນແລະໄດ້ຮັບການຢັ້ງຢືນຈາກຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ; ເຈົ້າຂອງໂຄງການຕ້ອງອອກໃບຢັ້ງຢືນຕາມການສະເໜີຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແລະສົ່ງເງິນຄໍ້າປະກັນຄືນຕາມສັນຍາ.

ພາກທີ4ການຈັດສັນອາຊີບ

ມາດຕາ29ປະເພດອາຊີບທີ່ຈັດສັນ ຂະແໜງການກະສິກໍາແລະປ່າໄມ້ສົມທົບກັບຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງທັງສູນກາງແລະທ້ອງຖິ່ນຄົ້ນຄວ້າແລະກໍານົດປະເພດອາຊີບໃນກຸ່ມເປົ້າໝາຍຕາມເງື່ອນໄຂຕົວຈິງຂອງປະເພດອາຊີບດັ່ງນີ້: 1.ການປູກຝັງ,ການລ້ຽງສັດແລະການປະມົງ; 2.ການປູກໄມ້ແລະປົກປັກຮັກສາປ່າໄມ້; 3.ການບໍລິການ,ການຄ້າຂາຍສິນຄ້າ,ການທ່ອງທຽວ; 4.ການຜະລິດສິນຄ້າອຸດສາຫະກໍາແລະຫັດຖະກໍາຂອງຄອບຄົວ; 5.ການປະກອບອາຊີບກໍາມະກອນຢູ່ໂຮງງານຫຼືໂຄງການພັດທະນາ,ການຜະລິດສິນຄ້ໃນໂຮງງານຫຼືສະຖານປະກອບການຂະໜາດນ້ອຍ,ການປະກອບເຄື່ອງມື,ອຸປະກອນຫຼືວັດສະດຸທີ່ຜູ້ວ່າຈ້າງນໍາມາໃຫ້ຜະລິດລວມທັງການຮັບຕໍ່ວຽກບາງຂັ້ນຕອນຂອງການຜະລິດມາດໍາເນີນການ.

ມາດຕາ30ເຂດແລະເງື່ອນໄຂຜູ້ໄດ້ຮັບການຈັດສັນອາຊີບ ຜູ້ໄດ້ຮັບການຈັດສັນອາຊີບແມ່ນບຸກຄົນຫຼືຄອບຄົວທີ່ຢູ່ໃນເຂດແລະເງື່ອນໄຂດັ່ງກຽວກັນກັບຜູ້ໄດ້ຮັບການຈັດສັນພູມລໍາເນົາຕາມທີ່ໄດ້ກໍານົດໄວ້ໃນມາດຕາ12ແລະ17ຂອງກົດໝາຍສະບັບນີ້.

ມາດຕາ31ບູລິມະສິດການຈັດສັນອາຊີບ ການຈັດສັນອາຊີບໃຫ້ບຸກຄົນຫຼືຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ້ອງປະຕິບັດຕາມລູລິມະສິດດັ່ງນີ້: 1.ຄອບຄົວທີ່ມີຄົນພິການ,ເສຍອົງຄະແລະອາຍຸສູງທີ່ມີຄວາມສ່ຽງຈະທຸກຍາກລົງຫຼາຍກວ່າກຸ່ມຄົນອື່ນ; 2.ຄອບຄົວຫຼືບຸກຄົນທຸກຍາກ,ບໍ່ມີອາຊີບໝັ້ນຄົງ; 3.ຄອບຄົວຫຼືບຸກຄົນທີ່ມີເງື່ອນໄຂເໝາະສົມໃນການສ້າງເປັນຄອບຄົວຕົວແບບໃນການຜະລິດກະສິກໍາ,ຫັດຖະກໍາ,ການຄ້າແລະການບໍລິການ.

ມາດຕາ32ຂັ້ນຕອນການຈັດສັນອາຊີບ ຂັ້ນຕອນການຈັດສັນອາຊີບມີດັ່ງນີ້: 1.ການເກັບກໍາຂໍ້ມູນ; 2.ການປະເມີນທາງເລືອກອາຊີບ; 3.ການຝຶກອົບຮົມແລະສ້າງຂີດຄວາມສາມາດ; 4.ການຊຸກຍູ້ສົ່ງເສີມດ້ານວິຊາການ,ການເຂົ້າເຖິງແຫຼ່ງທຶນແລະການຕະຫຼາດ; 5.ການສ້າງນັກພັດທະນາກັບທີ່ແລະສ້າງຄອບຄົວຕົວແບບ; 6.ການຕິດຕາມ,ປະເມີນຜົນການຈັດຕັ້ງປະຕິບັດການຈັດສັນອາຊີບ; 7.ການສິ້ນສຸດໂຄງການຈັດສັນອາຊີບ.

ມາດຕາ33ການເກັບກໍາຂໍ້ມູນ ການເກັບກໍາຂໍ້ມູນດ້ານອາຊີບຂອງຜູ້ໄດ້ຮັບຜົນກະທົບຈາກການພັດທະນາໃຫ້ດໍາເນີນໄປພ້ອມກັນກັບການສຶກສາຄົ້ນຄວ້າໂຄງການຈັດສັນພູມລໍາເນົາ. ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການເປັນຜູ້ເກັບກໍາຂໍ້ມູນດ້ານອາຊີບແລ້ວສະເໜີຕໍ່ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບໃນຂັ້ນຂອງຕົນເພື່ອພິຈາລະນາ.

ມາດຕາ34ການປະເມີນທາງເລືອກອາຊີບ ການປະເມີນທາງເລືອກອາຊີບແມ່ນການຄົ້ນຄວ້າອາຊີບເກົ່າທີ່ມີພື້ນຖານຫຼືອາຊີບໃໝ່ເພື່ອກໍານົດກິດຈະການແຕ່ລະປະເພດອຊີບທີ່ເໝາະສົມຂອງຜູ້ໄດ້ຮັບຜົນກະທົບຈາກໂຄງການຈັດສັນພູມລໍາເນົາແລະອາຊີບ. ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງງານເປັນຜູ້ປະເມີນທາງເລອກອາຊີບແລ້ວສະເໜີຕໍ່ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບໃນຂັ້ນຂອງຕົນເພື່ອພິຈາລະນາ.

ມາດຕາ35ການຝຶກອົບຮົມແລະສ້າງຂີດຄວາມສາມາດ ພາຍຫຼັງສໍາເລັດການປະເມີນທາງເລືອກອາຊີບເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງດໍາເນີນການຝຶກອົບຮົມໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການຈັດສັນພູມລໍາເນົາແລະອາຊີບເພື່ອສ້າງຂີດຄວາມສາມາດດ້ານການສ້າງຕັ້ງແລະບໍລິຫານກຸ່ມການຜະລິດ,ເຕັກນິກການຜະລິດ,ການບົວລະບັດຮັກສາ,ການເກັບກູ້,ປຸງແຕ່ງສ້າງມູນຄ່າເພີ່ມ,ການຕະຫຼາດແລະການອະນຸລັກສິ່ງແວດລ້ອມລວມທັງການຄຸ້ມຄອງ,ປົກປັກຮັກສາ,ນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ.

ມາດຕາ36ການຊຸກຍູ້ສົ່ງເສີມດ້ານວິຊາການ,ການເຂົ້າເຖິງແຫຼ່ງທຶນແລະການຕະຫຼາດ ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງປະສານສົມທົບກັບຂະແໜງການຫຼືພາກສ່ວນທີ່ກ່ຽວຂ້ອງເພື່ອສ້າງແລະປະຕິບັດແຜນການຊຸກຍູ້ສົ່ງເສີມດ້ານວິຊາການເປັນຕົ້ນການປູກ,ການລ້ຽງ,ຫັດຖະກໍາ,ການຄ້າ,ການບໍລິການລວມທັງການເຂົ້າເຖິງແຫຼ່ງທຶນແລະການຕະຫຼາດດ້ວຍການເຜີຍແຜ່,ແນະນໍາເຕັກນິກວິຊາການແລະນໍາພາປະຊາຊົນເຮັດຕົວຈິງຈົນກວ່າປະຊາຊົນຈະມີຄວາມສາມາດເພິ່ງຕົນເອງໄດ້ໃນເງື່ອນໄຂດໍາລົງຊີວິດຂັ້ນພື້ນຖານ.

ມາດຕາ37ການສ້າງນັກພັດທະນາກັບທີ່ແລະສ້າງຄອບຄົວຕົວແບບ ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງປະສານສົມທົບກັບຂະແໜງການຫຼືພາກສ່ວນທີ່ກ່ຽວຂ້ອງສ້າງບຸກຄົນທີ່ມີຄວາມຮູ້ພື້ນຖານ,ເງື່ອນໄຂເໝາະສົມແລະມີຄວາມສະໝັກໃຈໃນປະເພດອາຊີບໃດໜຶ່ງຕາມແບບແຜນທາງດ້ານເຕັກນິກເພື່ອສ້າງເປັນນັກພັດທະນາກັບທີ່ພ້ອມທັງສ້າງຄອບຄົວທີ່່ມີທ່າແຮງພື້ນຖານແລະໜໍ່ແໜງດ້ານການພັດທະນາເປັນຕົ້ນການປຸກ,ການລ້ຽງ,ຫັດຖະກໍາ,ການຄ້າ,ການບໍລິການໃຫ້ກາຍເປັນຄອບຄົວຕົວແບບ.

ມາດຕາ38ການຕິດຕາມ,ປະເມີນຜົນການຈັດຕັ້ງປະຕິບັດການຈັດສັນອາຊີບ ເຈົ້າຂອງໂຄງການຫຼືຜູ້ພັດທະນາໂຄງການຕ້ອງປະສານສົມທົບກັບຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແລະພາກສ່ວນອື່ນທີ່ກ່ຽວຂ້ອງໃນຂັ້ນຂອງຕົນດໍາເນີນການຕິດຕາມກວດກາແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານຈັດສັນອາຊີບໃນແຕ່ລະໄລຍະເພື່ອຫາວິທີແກ້ໄຂແລະສືບຕໍ່ສົ່ງເສີມໃຫ້ມີປະສິດທິພາບແລະປະສິດທິຜົນ.

ມາດຕາ39ການສິ້ນສຸດໂຄງການຈັດສັນອາຊີບ ໂຄງການຈັດສັນອາຊີບຈະສິ້ນສຸດພາຍລັງທີ່ຜູ້ພັດທະນາໂຄງການໄດ້ສໍາເລັດການຈັດຕັ້ງປະຕິບັດແຜນການຈັດສັນອາຊີບແລະໄດ້ຜ່ານການປະເມີນຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບເຫັນວ່າຜູ້ໄດ້ຮັບຜົນກະທົບມີອາຊີບທີ່ໝັ້ນຄົງ,ມີລາຍຮັບແລະມີຊີວິດການເປັນຢູ່ດີຂຶ້ນ. ຂະແໜງການກະສິກໍາແລະປ່າໄມ້ຕ້ອງອອກໃບຢັ້ງຢືນຕາມການສະເໜີຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ.

ພາກທີ5ໂຄງການຈັດສັນພູມລໍາເນົາແລະອາຊີບ

ມາດຕາ40ໂຄງການຈັດສັນພູມລໍາເນົາແລະອາຊີບ ຂະແໜງການກະສິກໍາແລະປ່າໄມ້ເປັນເຈົ້າການປະສານສົມທົບກັບບັນດາຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງຄົ້ນຄວ້າແລະສ້າງໂຄງການຈັດສັນພູມລໍາເນົາແລະອາຊີບໃນສະເພາະໜ້າແລະຍາວນານໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມການດຸນດ່ຽງຈໍານວນປະຊາກອນແລະກໍາລັງແຮງງານໃຫ້ເໝາະສົມກັບພື້ນທີ່ລວມທັງວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບຢູ່ໃນແຕ່ລະທ້ອງຖິ່ນແລະເຂດແຄວ້ນ. ໂຄງການຈັດສັນພູມລໍາເນົາແລະອາຊີບມີສາມຂັ້ນດັ່ງນີ້: 1.ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງ; 2.ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງ; 3.ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງ.

ມາດຕາ41ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງ ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງແມ່ນໂຄງການຈັດສັນທີ່ມີການຫຍັບຍ້າຍຫຼືຍົກຍ້າຍປະຊາຊົນຫຼາຍກວ່າໜຶ່ງຮ້ອຍຄອບຄົວຫາຫ້າຮ້ອຍຄອບຄົວແມ່ນລັດຖະບານເປັນຜູ້ພິຈາລະນາຕາມການສະເໜີຂອງກະຊວງກະສິກໍາແລະປ່າໄມ້. ໃນກໍລະນີມີການຍົກຍ້າຍປະຊາຊົນຫຼາຍກວ່າຫ້າຮ້ອຍຄອບຄົວຂຶ້ນໄປແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ພິຈາລະນາຕາມການສະເໜີຂອງລັດຖະບານ.

ມາດຕາ42ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງ ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງແມ່ນໂຄງການຈັດສັນທີ່ມີການຫຍັບຍ້າຍຫຼືຍົກຍ້າຍປະຊາຊົນແຕ່ຊາວຄອບຄົວຫາໜຶ່ງຮ້ອຍຄອບຄົວພາຍໃນເມືອງຫຼືຈາກເມືອງ,ເທດສະບານ,ນະຄອນໜຶ່ງຫາເມືອງ,ເທດສະບານນະຄອນອື່ນພາຍໃນແຂວງ,ເຈົ້າຄອງນະຄອນຫຼວງ. ໃນກໍລະນີໂຄງການຈັດສັນຍົກຍ້າຍປະຊາຊົນຈາກແຂວງໜຶ່ງຫາແຂວງອື່ນຈໍານວນຕໍ່າກວ່າຊາວຄອບຄົວບົນພື້ນຖານການເຫັນດີຂອງເຈົ້າຄອງນະຄອນ,ເຈົ້າແຂວງທີ່ກ່ຽວຂ້ອງ.

ມາດຕາ43ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງ ໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງແມ່ນໂຄງການຈັດສັນທີ່ມີການຫຍັບຍ້າຍຫຼືຍົກຍ້າຍປະຊາຊົນຕໍ່າກວ່າຊາວຄອບຄົວລົງມາພາຍໃນບ້ານຫຼືຈາກບ້ານໜຶ່ງຫາບ້ານອື່ນພາຍໃນເມືອງ,ເທດສະບານ,ນະຄອນແມ່ນເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນເປັນຜູ້ພິຈາລະນາຕາມການສະເໜີຂອງຫ້ອງການກະສິກໍາແລະປ່າໄມ້ເມືອງໂດຍການເຫັນດີຈາກນາບບ້ານທີ່ກ່ຽວຂ້ອງ; ໃນກໍລະນີໂຄງການຈັດສັນຍົກຍ້າຍປະຊາຊົນຈາກເມືອງ,ເທດສະບານ,ນະຄອນໜຶ່ງຫາເມືອງ,ເທດສະບານນະຄອນອື່ນພາຍໃນແຂວງຈໍານວນຕໍ່າກວ່າຊາວຄອບຄົວບົນພື້ນຖານການເຫັນດີຂອງເຈົ້າເມືອງ,ຫົວນ້າເທດສະບານ,ເຈົ້ານະຄອນທີ່ກ່ຽວຂ້ອງ.

ພາກທີ6ສິດແລະພັນທະຂອງຜູ້ພັດທະນາໂຄງການແລະຜູ້ໄດ້ຮັບການຈັດສັນພູມລໍາເນົາແລະອາຊີບ

ມາດຕາ44ສິດຂອງຜູ້ພັດທະນາໂຄງການ ຜູ້ພັດທະນາໂຄງການມີສິດດັ່ງນີ້: 1.ໄດ້ຮັບການຮ່ວມມືຈາກຂະແໜງການຫຼືພາກສ່ວນທີ່ກ່ຽວຂ້ອງໃນການພັດທະນາໂຄງການຈັດສັນພູມລໍາເນົາແລະອາຊີບ; 2.ຕິດຕາມກວດກາດ້ວຍຕົນເອງໃນການສຶກສາຄົ້ນຄວ້າການຈັດສັນພູມລໍາເນົາແລະອາຊີບລວມທັງການທົດແທນຄ່າເສຍຫາຍແລະການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ສະເໜີເຈົ້າຂອງໂຄງການ,ຂະແໜງການຫຼືພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາທີ່ຕິດພັນກັບການຈັດສັນພູມລໍາເນົາແລະອາຊີບ; 4.ນໍາໃຊ້ສິດອື່ນຕາມທີ່ໄດກໍານົດໄວ້ໃນກົດໝາຍ.

ມາດຕາ45ພັນທະຂອງຜູ້ພັດທະນາໂຄງການ ຜູ້ພັດທະນາໂຄງການມີພັນທະດັ່ງນີ້: 1.ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມທາງສັງຄົມແລະທໍາມະຊາດລວມທັງແຜນຄຸ້ມຄອງຕິດຕາມແລະກວດກາໃຫ້ຖືກຕ້ອງສອດຄ່ອງຕາມເຕັກນິກວິຊາການ; 2.ປະຕິບັດພັນທະດ້ານສິ່ງແວດລ້ອມທາງສັງຄົມແລະທໍາມະຊາດຢ່າງເຂັ້ມງວດຕາມທີ່ໄດ້ກໍານົດໄວ້ໃນສັນຍາ; 3.ສ້າງແຜນການທົດແທນຄ່າເສຍຫາຍ,ແຜນຈັດສັນພູມລໍາເນົາແລະແຜນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບບົນພື້ນຖານຮັບປະກັນໃຫ້ມີງົບປະມານຢ່າງພຽງພໍເພື່ອຄິດໄລ່ເຂົ້າໃນມູນຄ່າຂອງໂຄງການ; 4.ຮັບຜິດຊອບໂດຍກົງແລະຈັດຕັ້ງປະຕິບັດແຜນການທົດແທນຄ່າເສຍຫາຍ,ແຜນຈັດສັນພູມລໍາເນົາແລະແຜນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ຖືກຕ້ອງແລະເຂັ້ມງວດ; 5.ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຈາກການບໍ່ປະຕິບັດຕາມແຜນການຫຍັບຍ້າຍຫຼືຍົກຍ້າຍ; 6.ຮັບຜິດຊອບຄ່າໃຊ້ຈ່າຍສໍາລັບຜູ້ຊ່ຽວຊານ,ອົງການທີ່ມີບົດຮຽນແລະປະສົບການທັງພາຍໃນຫຼືຕ່າງປະເທດລວມທັງເຈົ້າຂອງໂຄງການແລະການຈັດຕັ້ງລັດມາດໍາເນີນການຕິດຕາມກວດກາແລະຕີລາຄາຜັນສໍາເລັດຂອງວຽກງານດັ່ງກ່າວ; 7.ຮັບຜິດຊອບຕໍ່ຂໍ້ມູນທີ່ຕົນສ້າງຂຶ້ນພ້ອມທັງສະໜອງແລະເປີດເຜີຍຂໍ້ມູນທີ່ຕິດພັນກັບການປະຕິບັດໂຄງການພັດທະນາຂອງຕົນໃຫ້ແກ່ການຈັດຕັ້ງທີ່ກ່ຽວຂ້ອງຂອງລັດແລະຕໍ່ສາທາລະນະ; 8.ວາງເງິນຄໍ້າປະກັນຈໍາວນສິບສ່ວນຮ້ອຍຂອງມູນຄ່າທັງໝົດທີ່ນໍາໃຊ້ເຂົ້າໃນການຈັດສັນພູມລໍາເນົາພາຍໃນເວລາໜຶ່ງເດືອນກ່ອນວັນມອບ-ຮັບໂຄງການຈັດສັນພູມລໍາເນົາ; 9.ລາຍງານສະພາບການຕ່າງໆທີ່ພົວພັນກັບການພັດທະນາໂຄງການຂອງຕົນໃຫ້ເຈົ້າຂອງໂຄງການແລະຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບທີ່ຕົນຂຶ້ນກັບເປັນແຕ່ລະໄລຍະ; 10.ສ້າງ,ພັດທະນາສີມືແຮງງານແລະນໍາໃຊ້ແຮງງານພາຍໃນທ້ອງຖິ່ນ; 11.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ46ສິດຂອງຜູ້ໄດ້ຮັບການຈັດສັນພູມລໍາເນົາ ຜູ້ໄດ້ຮັບການຈັດສັນພູມລໍາເນົາມີສິດດັ່ງນີ້: 1.ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາ,ຜົນປະໂຫຍດແລະຜົນກະທົບທີ່ຕົນຈະໄດ້ຮັບລວມທັງຄວາມຄືບໜ້າໃນການຈັດສັນ,ທົດແທນຄ່າເສຍຫາຍແລະຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຕະຫຼອດໄລຍະປະຕິບັດໂຄງການ; 2.ໄດ້ຮັບການທົດແທນຄ່າເສຍຫາຍ,ການຈັດສັນຍົກຍ້າຍແລະຟື້ນຟູຊີວິດການເປັນຢູ່ຕາມແຜນການທີ່ໄດ້ຮັບຮອງເປັນທາງການ; 3.ສະເໜີເປັນລາຍລັກອັກສອນຕໍ່ເຈົ້າຂອງໂຄງການ,ຜູ້ພັດທະນາໂຄງການແລະຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບເພື່ອພິຈາະລະນາແກ້ໄຂບັນຫາທີ່ຕິດພັນກັບໂຄງການພັດທະນາ; 4.ເຂົ້າຮ່ວມກອງປະຊຸມປຶກສາຫາລືປະກອບຄໍາຄິດຄໍາເຫັນຕໍ່ແຜນການຈັດສັນພູມລໍາເນົາ,ການທົດແທນຄ່າເສຍຫາຍ,ການຟື້ນຟູຊີວິດການເປັນຢູ່; 5.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ47ພັນທະຂອງຜູ້ໄດ້ຮັບການຈັດສັນພູມລໍາເນົາ ຜູ້ໄດ້ຮັບການຈັດສັນພູມລໍາເນົາມີພັນທະດັ່ງນີ້: 1.ສະໜອງຂໍ້ມູນໃຫ້ຊັດເຈນ,ຖືກຕ້ອງຕາມຄວາມເປັນຈິງພ້ອມທັງຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຂໍ້ມູນຂອງຕົນ; 2.ໃຫ້ຄວາມຮ່ວມມືແລະອໍານວຍຄວາມສະດວກແກ່ເຈົ້າຂອງໂຄງການ,ຜູ້ພັດທະນາໂຄງການ,ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແລະພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດແຜນການຈັດສັນພູມລໍາເນົາ,ການທົດແທນຄ່າເສຍຫາຍ,ການຟື້ນຟູຊີວິດການເປັນຢູ່ແລະການແກ້ໄຂຂໍ້ສະເໜີຂອງຕົນ; 3.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ48ສິດຂອງຜູ້ໄດ້ຮັບການຈັດສັນອາຊີບ ຜູ້ໄດ້ຮັບການຈັດສັນອາຊີບມີສິດດັ່ງນີ້: 1.ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບຜົນປະໂຫຍດແລະຜົນກະທົບຕໍ່ອາຊີບຂອງຕົນ; 2.ເລືອກອາຊີບທີ່ຕົນມີພື້ນຖານຫຼືອາຊີບໃໝ່ຕາມທ່າແຮງ; 3.ໄດ້ຮັບບູລິມະສິດໃນການເຂົ້າເຮັດວຽກນໍາໂຄງການ; 4.ໄດ້ຮັບການສົ່ງເສີມທາງດ້ານເຕັກນິກວິຊາການໃນການຍົກລະດັບອາຊີບຂອງຕົນ,ການເຂົ້າເຖິງແຫຼ່ງທຶນແລະສົ່ງເສີມການຕະຫຼາດ; 5.ສະເໜີເປັນລາຍລັກອັກສອນຕໍ່ເຈົ້າຂອງໂຄງການ,ຜູ້ພັດທະນາໂຄງການແລະຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບເພື່ອພິຈາລະນາແກ້ໄຂບັນຫາທີ່ຕິດພັນກັບອາຊີບຂອງຕົນ; 6.ເຂົ້າຮ່ວມກອງປະຊຸມປຶກສາຫາລືປະກອບຄໍາຄິດຄໍາເຫັນຕໍ່ແຜນການຈັດສັນອາຊີບ; 7.ນໍາໃຊ້ສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ49ພັນທະຂອງຜູ້ໄດ້ຮັບການຈັດສັນອາຊີບ ຜູ້ໄດ້ຮັບການຈັດສັນອາຊີບມີພັນທະດັ່ງນີ້: 1.ສະໜອງຂໍ້ມູນກ່ຽວກັບອາຊີບຂອງຕົນໃຫ້ຊັດເຈນແລະຖືກຕ້ອງຕາມຄວາມເປັນຈິງພ້ອມທັງຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຂໍ້ມູນຂອງຕົນ; 2.ໃຫ້ຄວາມຮ່ວມມືແລະອໍານວຍຄວາມສະດວກແກ່ເຈົ້າຂອງໂຄງການ,ຜູ້ພັດທະນາໂຄງການ,ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແລະພາກສ່ວນອື່ນທີ່ກ່ຽວຂ້ອງໃນການປະຕິບັດວຽກງານຈັດສັນອາຊີບ; 3.ເປັນເຈົ້າການ,ບຸກບືນຜ່ານຜ່າຄວາມຫຍຸ້ງຍາກແລະດຸໝັ່ນໃນການປະກອບອາຊີບເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ; 4.ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ພາກທີ7ຂໍ້ຫ້າມ

ມາດຕາ50ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພຶດຕິກໍາດັ່ງນີ້: 1.ສະໜອງຂໍ້ມູນກ່ຽວກັບພູມລໍາເນົາແລະອາຊີບຂອງຕົນໂດຍບໍ່ຖືກຕ້ອງກັບຄວາມເປັນຈິງ; 2.ມີການປະພຶດທີ່ສະແດງອອກເຖິງແນວຄິດຄັບແຄບ,ເມີນເສີຍ,ແບ່ງແຍກລະຫວ່າງເຜົ່າແລະສາສະໜາ,ເຫັນແກ່ທ້ອງຖິ່ນແລະເຜົ່າຕົນເອງ; 3.ເຄື່ອນຍ້າຍຫຼືຈັບຈອງພູມລໍາເນົາໂດຍບໍ່ຖືກຕ້ອງຕາມກົດໝາຍ; 4.ໂຄສະນາຕ້ານແນວທາງນະໂຍບາຍ,ສ້າງຄວາມປັ່ນປ່ວນ,ຍຸແຍ່,ນາບຂູ່,ກົດໜ່ວງຖ່ວງດຶງ,ສ້າງອຸປະສັກຫຼືຂັດຂວາງຕໍ່ການປະຕິບັດແຜນການຫຍັບຍ້າຍຫຼືຍົກຍ້າຍຈັດສັນພູມລໍາເນົາແລະການປະຕິບັດໜ້າທີ່ຂອງເຈົ້າຂອງໂຄງານຫຼືຜູ້ພັດທະນາໂຄງການ; 5.ໃຫ້ຫຼືເປັນສື່ກາງໃນການໃຫ້ຫຼືຮັບສິນບົນ; 6.ດໍາເນີນການຈັດສັນພູມລໍາເນົາໂດຍບໍ່ໄດ້ຮັບອະນຸຍາດ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ51ຂໍ້ຫ້າມສໍາລັບພະນັກງານ,ເຈົ້າຂອງໂຄງການແລະຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ ຫ້າມພະນັກງານ,ເຈົ້າຂອງໂຄງການແລະຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບມີພຶດຕິກໍາດັ່ງນີ້: 1.ສວຍໃຊ້ສິດ,ໜ້າທີ່ຫຼືຕໍາແໜ່ງເພື່ອບັງຄັບ,ນາບຂູ່,ກົດໜ່ວງຖ່ວງດຶງຫຼືຮຽກເອົາສິນບົນຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່,ບຸກຄົນຫຼືຜູ້ໄດ້ຮັບຜົນກະທົບ; 2.ເປີດເຜີຍຄວາມລັບຂອງລັດຫຼືທາງລັດຖະການ,ຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ; 3.ບິດເບືອນຂໍ້ມູນ,ປອມແປງເອກະສານຫຼືອອກເອກະສານໂດຍບໍ່ຖືກຕ້ອງ; 4.ປະຕິບັດໜ້າທີ່ດ້ວຍຄວາມປະໝາດ,ເລີ່ນເລີ້,ເມີນເສີຍ,ບໍ່ມີຄວາມຍຸຕິທໍາຫຼືຂາດຄວາມຮັບຜິດຊອບຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່,ບຸກຄົນຫຼືຜູ້ໄດ້ຮັບຜົນກະທົບ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ52ຂໍ້ຫ້າມສໍລັບຜູ້ພັດທະນາໂຄງການ ຫ້າມຜູ້ພັດທະນາໂຄງການມີພຶດຕິກໍາດັ່ງນີ້: 1.ດໍາເນີນການສໍາຫຼວດຫຼືສຶກສາຄົ້ນຄວ້າໂຄງການຈັດສັນພູມລໍາເນົາແລະອາຊີບໂດຍບໍ່ໄດ້ຮັບອະນຸຍາດ; 2.ຖ່ວງດຶງຫຼືແກ່ຍາວເວລາການປະຕິບັດແຜນການຍົກຍ້າຍ,ການທົດແທນຄ່າເສຍຫາຍແລະການຟື້ນຟູຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບ; 3.ນໍາໃຊ້ຫຼືແຈ້ງຂໍ້ມູນກ່ຽວກັບການສໍາຫຼວດແລະສຶກສາຄົ້ນຄວ້າໂຄງການຈັດສັນພູມລໍາເນົາແລະອາຊີບໂດຍບໍ່ໄດ້ຮັບອະນຸຍາດ; 4.ໃຫ້ສິນບົນພະນັກງານ,ເຈົ້າຂອງໂຄງການ,ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແລະປະຊາຊົນ; 5.ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ພະນັກງານ,ເຈົ້າຂອງໂຄງການ,ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແລະປະຊາຊົນ; 6.ລະເມີດສິດແລະໜ້າທີ່ຂອງເຈົ້າຂອງໂຄງການ,ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ; 7.ປະຕິບັດບໍ່ຖືກຕ້ອງຕາມແຜນການຫຍັບຍ້າຍ,ການທົດແທນຄ່າເສຍຫາຍແລະການຟື້ນຟູຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບຕາມທີ່ໄດ້ຕົກລົງກັບເຈົ້າຂອງໂຄງການ,ຄະນະກໍາມະການຈົດສັນພູມລໍາເນົາແລະອາຊີບ; 8.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ53ຂໍ້ຫ້າມສໍາລັບຜູ້ໄດ້ຮັບການຈັດສັນພູມລໍາເນົາແລະອາຊີບ ຫ້າມຜູ້ໄດ້ຮັບການຈັດສັນພູມລໍາເນົາແລະອາຊີບມີພຶດຕິກໍາດັ່ງນີ້: 1.ສ້າງອຸປະສັກ,ຂັດຂວາງການປະຕິບັດໜ້າທີ່ຫຼືບໍ່ໃຫ້ການຮ່ວມມືແກ່ພະນັກງານທີ່ກ່ຽວຂ້ອງກັບການຈັດສັນພູມລໍາເນົາແລະອາຊີບ; 2.ຍົກຍ້າຍກັບຄືໄປບ່ອນຢູ່ເດີຫຼືຢູ່ບ່ອນໃໝ່ໂດຍບໍ່ໄດ້ຮັບອະນຸຍາດ; 3.ສະໜອງຂໍ້ມູນກ່ຽວກັບພູມລໍາເນົາແລະອາຊີບຂອງຕົນໂດຍບໍ່ຖືກຕ້ອງຕາມຄວາມເປັນຈິງ; 4.ປຸກລະດົມ,ສ້າງກຸ່ມກ້ອນ,ສ້າງຄວາມແຕກແຍກພາຍໃນກຸ່ມຜູ້ໄດ້ຮັບການຈັດສັນຫຼືບ້ານເຈົ້າພາບ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ8ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ54ຮູບການແກ້ໄຂຂໍ້ຂັດແຍ່ງ ຂໍ້ຂັດແຍ່ງກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບສາມາດແກ້ໄຂດ້ວຍຮູບການໃດໜຶ່ງດັ່ງນີ້: 1.ການປະນີປະນອມຫຼືການໄກ່ເກ່ຍ; 2.ການແກ້ໄຂທາງດ້ານບໍລິຫານ; 3.ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ; 4.ການຕັດສິນຂອງການປະຊາຊົນ.

ມາດຕາ55ການປະນີປະນອມຫຼືການໄກ່ເກ່ຍ ໃນກໍລະນີເກີດມີຂໍ້ຂັດແຍ່ງກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ,ຄູ່ກໍລະນີສາມາດປຶກສາຫາລື,ເຈລະຈາ,ປະນີປະນອມຫຼືໄກ່ເກ່ຍກັນ.

ມາດຕາ56ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີເກີດມີຂໍ້ຂັດແຍ່ງກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ,ຄູ່ກໍລະນີມີສິດສະເໜີຕໍ່ອົງການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບຫຼືຂະແໜງການອື່ນທີ່ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ57ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໃນກໍລະນີເກີດມີຂໍ້ຂັດແຍ່ງກ່ຽວກັບການຈັດສັນພູມລໍາເນົາແລະອາຊີບ,ຄູ່ກໍລະນີມີສິດສະເໜີໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂຕາມກົດໝາຍ.

ມາດຕາ58ການຕັດສິນຂອງສານປະຊາຊົນ ໃນກໍລະນີເກີດມີຂໍ້ຂັດແຍ່ງກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ,ຄູ່ກໍລະນີຝ່າຍໃດໜຶ່ງມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນຕາມກົດໝາຍ.

ພາກທີ9ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ

ມາດຕາ59ຄະນະກໍາມະກາຈັດສັນພູມລໍາເນົາແລະອາຊີບ ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແມ່ນການຈັດຕັ້ງທີ່ບໍ່ປະຈໍາການ,ມີພາລະບົດບາດເປັນເສນາທິການຊ່ວຍລັດຖະບານແລະອົງການປົກຄອງທ້ອງຖິ່ນໃນການຄົ້ນຄວ້າ,ຕິດຕາມກວດກາແລະປະເມີນຜົນວຽກງານກ່ຽວກັບການຈັດສັນພູມລໍາເນົາແລະອາຊີບ. ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບມີສາມຂັ້ນດັ່ງນີ້: 1.ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງ; 2.ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງ; 3.ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງ. ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງແມ່ນນາຍົກລັດຖະມົນຕີເປັນຜູ້ແຕ່ງຕັ້ງຕາມການສະເໜີຂອງລັດຖະມົນຕີກະຊວງກະສິກໍາແລະປ່າໄມ້. ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງແມ່ນເຈົ້າແຂວງ,ເຈົ້າຄອງນະຄອນຫຼວງເປັນຜູ້ແຕ່ງຕັ້ງຕາມການສະເໜີຂອງຫົວໜ້າພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງ. ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງແມ່ນເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນເປັນຜູ້ແຕ່ງຕັ້ງຕາມການສະເໜີຂອງຫົວໜ້າຫ້ອງການກະທິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນ.

ມາດຕາ60ໂຄງປະກອບຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງ ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງປະອບດ້ວຍ: 1.ລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ ເປັນປະທານ; 2.ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາ ມະຊາດແລະສິ່ງແວດລ້ອມ ເປັນຮອງປະທານ; 3.ຮອງລັດຖະມົນຕີກະຊວງພາຍໃນ ເປັນຮອງປະທານ; 4.ຮອງລັດຖະມົນຕີກະຊວງການເງິນ ເປັນຮອງປະທານ; 5.ຮອງລັດຖະມົນຕີກະຊວງແຜນການແລະ ການລົງທຶນ ເປັນຮອງປະທານ; 6.ຮອງລັດຖະມົນຕີກະຊວງແຮງງານແລະ ສະຫວັດດີການສັງຄົມ ເປັນຄະນະ; 7.ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ ເປັນຄະນະ; 8.ຮອງລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່ ເປັນຄະນະ; 9.ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ເປັນຄະນະ; 10.ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ເປັນຄະນະ; 11.ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນຄະນະ; 12.ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວ ເປັນຄະນະ; 13.ຮ້ອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຄະນະ; 14.ຮອງລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ເປັນຄະນະ; 15.ຮອງຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ເປັນຄະນະ; 16.ຮອງປະທານສູນກາງແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເປັນຄະນະ; 17.ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງທີ່ກ່ຽວ ຂ້ອງ ເປັນຄະນະ.

ມາດຕາ61ໂຄງປະກອບຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງ ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງປະກອບດ້ວຍ: 1.ຮອງເຈົ້າແຂວງ,ຮອງເຈົ້າຄອງນະຄອນຫຼວງ ຜູ້ຊີ້ນໍາວຽກງານຈັດສັນພູມລໍາເນົາແລະອາຊີບ ເປັນປະທານ; 2.ຫົວໜ້າພະແກນກະສິກໍາແລະປ່າໄມ້ ເປັນຮອງປະທານ; 3.ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເປັນຮອງປະທານ; 4.ຫົວໜ້າພະແນກພາຍໃນ ເປັນຮອງປະທານ; 5.ຫົວໜ້າພະແນກການເງິນ ເປັນຮອງປະທານ; 6.ຫົວໜ້າພະແນກແຜນການແລະການລົງທຶນ ເປັນຮອງປະທານ; 7.ຮອງຫົວນ້າພະແນກແຮງງານແລະສະຫວັດ ດີການສັງຄົມ ເປັນຄະນະ; 8.ຮອງຫົວໜ້າພະແນກອຸດສາຫະກໍາແລະ ການຄ້າ ເປັນຄະນະ; 9.ຮອງຫົວນ້າພະແນກພະລັງງານແລະບໍ່ແຮ່ ເປັນຄະນະ; 10.ຮອງຫົວໜ້າພະແນກໂຍທາທິການແລະ ຂົນສົ່ງ ເປັນຄະນະ; 11.ຮອງຫົວໜ້າພະແນກສຶກສາທິການແລະ ກິລາ ເປັນຄະນະ; 12.ຮອງຫົວໜ້າພະແນກສາທາລະນະສຸກ ເປັນຄະນະ; 13.ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາແລະທ່ອງທ່ຽວ ເປັນຄະນະ; 14.ຮອງຫົວໜ້າກອງບັນຊາການທະຫານ ແຂວງ,ນະຄອນຫຼວງ ເປັນຄະນະ; 15.ຮອງຫົວໜ້າກອງບັນຊາການການປ້ອງ ກັນຄວາມສະຫງົບແຂວງ,ນະຄອນຫຼວງ ເປັນຄະນະ; 16.ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງ,ນະຄອນຫຼວງ ເປັນຄະນະ; 17.ຮອງປະທານແນວລາວສ້າງຊາດແລະ ອົງການຈັດຕັ້ງມະຫາຊົນແຂວງ,ນະຄອນຫຼວງ ເປັນຄະນະ; 18.ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະ ຄອນທີ່ກ່ຽວຂ້ອງ ເປັນຄະນະ;

ມາດຕາ62ໂຄງປະກອບຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງ ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງປະກອບດ້ວຍ: 1.ຮ້ອງເຈົ້າເມືອງ,ຮອງຫົວໜ້າເທດສະບານ, ຮອງເຈົ້າພາບຜູ້ຊີ້ນໍາວຽກງານຈັດສັນພູມລໍາ ເນົາແລະອາຊີບ ເປັນປະທານ; 2.ຫົວໜ້າຫ້ອງການກະສິກໍາແລະປ່າໄມ້ ເປັນຮອງປະທານ; 3.ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເປັນຮອງປະທານ; 4.ຫົວໜ້າຫ້ອງການພາຍໃນ ເປັນຮອງປະທານ; 5.ຫົວໜ້າຫ້ອງການການເງິນ ເປັນຮອງປະທານ; 6.ຫົວໜ້າຫ້ອງການແຜນການແລະການລົງທຶນ ເປັນຮອງປະທານ; 7.ຮອງຫົວໜ້າຫ້ອງການແຮງງານແລະສະ ຫວັດດີການສັງຄົມ ເປັນຄະນະ; 8.ຮອງຫົວໜ້າຫ້ອງການອຸດສາຫະກໍາແລະ ການຄ້າ ເປັນຄະນະ; 9.ຮອງຫົວໜ້າຫ້ອງການພະລັງງານແລະບໍ່ແຮ່ ເປັນຄະນະ; 10.ຮອງຫົວນ້າຫ້ອງການໂຍທາທິການແລະ ຂົນສົ່ງ ເປັນຄະນະ; 11.ຮອງຫົວໜ້າຫ້ອງການສຶກສາທິການແລະ ກິລາ ເປັນຄະນະ; 12.ຮອງຫົວໜ້າຫ້ອງການສາທາລະນະສຸກ ເປັນຄະນະ; 13.ຮອງຫົວໜ້າຫ້ອງການຖະແຫຼ່ງຂ່າວ, ວັດທະນະທໍາແລະທ່ອງທ່ຽວ ເປັນຄະນະ; 14.ຮອງຫົວໜ້າກອງບັນຊາການທະຫານ ເມືອງ,ເທດສະບານ,ນະຄອນ ເປັນຄະນະ; 15.ຮອງຫົວໜ້າກອງບັນຊາການປ້ອງກັນ ຄວາມສະຫງົບເມືອງ,ເທດສະບານ,ນະຄອນ ເປັນຄະນະ; 16.ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ, ເທດສະບານ,ນະຄອນ ເປັນຄະນະ; 17.ຮອງປະທານແນວລາວສ້າງຊາດແລະອົງ ການຈັດຕັ້ງມະຫາຊົນເມືອງ,ເທດສະບານ ເປັນຄະນະ; 18.ນາຍບ້ານທີ່ກ່ຽວຂ້ອງ ເປັນຄະນະ.

ມາດຕາ63ສິດແລະໜ້າທີ່ຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບມີສິດແລະໜ້າທີ່ຕຕາມຂອບເຂດຄວາມຮັບຜິດຊອບຂອງຕົນດ່ັງນີ້: 1.ຊີ້ນໍາ,ຄຸ້ມຄອງການຈັດຕັ້ງປະຕິບັດແຜນການຈັດສັນພູມລໍາເນົາແລະອາຊີບ; 2.ໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໂຄງການຈັດສັນພູມລໍາເນົາແລະອາຊີບ,ປະຊາຊົນບ້ານເຈົ້າພາບແລະພາກສ່ວນກ່ຽວຂ້ອງໃຫ້ເຂົ້າໃຈຕໍ່ເຫດຜົນຄວາມຈໍາເປັນແລະທິດທາງແຜນການຂອງການຈັດສັນພູມລໍາເນົາແລະອາຊີບ; 3.ພິຈາລະນາແຜນການຈັດສັນພູມລໍາເນົາແລະອາຊີບແລ້ວສະໜີຂັ້ນເທິງຂອງຕົນຮັບຮອງ; 4.ກໍານົດນະໂຍບາຍແລະຫົວໜ່ວຍການທົດແທນຄ່າເສຍຫາຍ,ກໍານົດໄລຍະເວລາການພັດທະນາເຂດຈັດສັນ,ໄລຍະເວລາຂ້າມຜ່ານແລະການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ; 5.ພິຈາລະນາແລະແກ້ໄຂຂໍ້ສະເໜີກ່ຽວກັບການທົດແທນຄ່າເສຍຫາຍ,ການຫຍັບຍ້າຍຫຼືຍົກຍ້າຍແລະຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົໍໃຫ້ທັນກໍານົດເາ; 6.ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບ; 7.ສະໜອງຂໍ້ມູນຂ່າວສານໃຫ້ແກ່ຜູ້ໄດ້ຮັບຜົນກະທົບແລະຜູ້ມີສ່ວນຮ່ວມກ່ຽວກັບໂຄງການພັດທະນາ,ຜົນປະໂຫຍດແລະຜົນກະທົບທີ່ຕົນຈະໄດ້ຮັບລວມທັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການແຕ່ລະໄລຍະ; 8.ສະຫຼຸບແລະລາຍງານການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 9.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ64ກອງເລຂາຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ ກອງເລຂາຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບແມ່ນການຈັດຕັ້ງທີ່ປະຈໍາການ,ມີພາລະບົດບາດເປັນເສນາທິການໃຫ້ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນຂອງຕົນຊຶ່ງປະກອບດ້ວຍ: 1.ຂັ້ນສູນກາງແມ່ນກົມພັດທະນາຊົນນະບົດແລະສະຫະກອນ,ກະຊວງກະສິກໍາແລະປ່າໄມ້; 2.ຂັ້ນແຂວງແມ່ນຂະແໜງພັດທະນາຊົນນະບົດແລະສະຫະກອນ,ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງ; 3.ຂັ້ນເມືອງແມ່ນໜ່ວຍງ່ານພັດທະນາຊົນນະບົດແລະສະຫະກອນ,ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນ.

ມາດຕາ65ສິດແລະໜ້າທີ່ຂອງກອງເລຂາຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ ກອງເລຂາຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຄົ້ນຄວ້າ,ສັງລວມແລະສະເໜີແຜນການຈັດສັນພູມລໍາເນົາແລະອາຊີບຕໍ່ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນຂອງຕົນພິຈາລະນາ; 2.ຄົ້ນຄວ້ານະໂຍບາຍ,ຫົວໜ່ວຍການທົດແທນຄ່າເສຍຫາຍ,ໄລຍະເວລາການພັດທະນາເຂດຈັດສັນ,ໄລຍະຂ້າມຜ່ານແລະການຟື້ນຟູຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບຈາກໂຄງການ; 3.ເກັບກໍາ,ສັງລວມແລະຮັກສາຂໍ້ມູນຂອງຜູ້ໄດ້ຮັບຜົນກະທົບແລະຜູ້ມີສ່ວນຮ່ວມກ່ຽວກັບໂຄງການພັດທະນາລວມທັງລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການພັດທະນາໃຫ້ຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນຂອງຕົນໃນແຕ່ລະໄລຍະ; 4.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບ.

ພາກທີ10ການຄຸ້ມຄອງແລະການກວດກາວຽກງານຈັດສັນພູມລໍາເນົາແລະອາຊຊີບ

ໝາຍທີ1ການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບ

ມາດຕາ66ອົງການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບ ລັດຖະບານເປັນຜູ້ຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງກະສິກໍາແລະປ່າໄມ້ຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບບັນດາກະຊວງ,ອົງການແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບປະກອບດ້ວຍ: 1.ກະຊວງກະສິກໍາແລະປ່າໄມ້; 2.ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງ; 3.ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນ; 4.ຈຸງານກະສິກໍາແລະປ່າໄມ້ຂອງໜ່ວຍງານເສດຖະກິດ-ການເງິນບ້ານ.

ມາດຕາ67ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ ໃນການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບກະຊວງກະສິກໍາແລະປ່າໄມ້ມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ສ້າງນະໂຍບາຍ,ຍຸດທະາດ,ກົດໝາຍລະບຽບການກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບເພື່ອສະເໜີລັດຖະບານພິຈາລະນາ; 2.ຜັນຂະຫຍາຍນະໂຍບາຍ,ຍຸດທະສາດ,ກົດໝາຍແລະລະບຽບການກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບເປັນແຜນການ,ແຜນງານ,ໂຄງການແລະຈັດຕັ້ງປະຕິບັດ; 3.ໂຄສະນາເຜີຍແຜ່ແລະສຶກສາອົບຮົມນະໂຍບາຍ,ຍຸດທະສາດ,ກົດໝາຍ,ແຜນການ,ແຜນງານ,ໂຄງການແລະນິຕິກໍາອື່ນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 4.ສ້າງແລະປັບປຸງນິຕິກໍາພາຍໃຕ້ກົດໝາຍກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 5.ປະສານສົມທົບກັບຂະແໜງການຂັ້ນສູນກາງແລະທ້ອງຖິ່ນທີ່ກ່ຽວຂ້ອງຄົ້ນຄວ້າແລະກໍານົດເຂດ,ພື້ນທີ່ຮອງຮັບການຈັດສັນພູມລໍາເນົາແລະອາຊີບເພື່ອສ້າງເປັນໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງ; 6.ຄົ້ນຄວ້າ,ສັງລວມ,ຈັດລຽງບູລິມະສິດບັນດາໂຄງການລົງທຶນຂອງລັດ,ທຶນຊ່ວຍເຫຼືອລ້າແລະທຶນກູ້ຢືມຈາກຕ່າງປະເທດກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບເພື່ອນໍາສະເໜີລັດຖະບານພິຈາລະນາ; 7.ຊີ້ນໍາຄະນະກໍາມະການຈັດສັນພູມລໍາເນົາແລະອາຊີບຂັ້ນສູນກາງໃນການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບ; 8.ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາ,ປະເມີນຜົນວຽກງານຈັດສັນພູມລໍາເນົາແລະອາຊີບ; 9.ພິຈາລະນາແລະອອກໃບຢັ້ງຢືນພາຍຫຼັງສິ້ນສຸດໂຄງການຈັດສັນພູມລໍາເນົາແລະອາຊີບ; 10.ປະສານສົມທົບກັບການຈັດຕັ້ງຂອງລັດແລະການຈັດຕັ້ງອື່ນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 11.ສ້າງ,ບໍາລຸງ,ຍົກລະດັບ,ຄຸ້ມຄອງແລະຈໍາໃຊ້ບຸກຄະລາກອນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 12.ຮັບແລະພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 13.ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 14.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບໃຫ້ລັດຖະບານຢ່າງເປັນປົກກະຕິ; 15.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ68ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງ. ໃນການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດ,ກົດໝາຍ,ລະບຽບການ,ແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 2.ໂຄສະນາ,ເຜີຍແຜ່,ຊີ້ນໍາ,ຕິດຕາມແລະກວດກາການຈັດຕັ້ງປະຕິບັດກົດໝາຍແຜນການ,ແຜນງານແລະໂຄງການກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 3.ຄົ້ນຄວ້າແລະນໍາສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພິຈາລະນາອອກຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 4.ສໍາຫຼວດ,ເກັບກໍາຂໍ້ມູນແລະສຶກສາຄົ້ນຄວ້າເຂດແລະພື້ນທີ່ຮອງຮັບການຈັດສັນເພື່ອສ້າງເປັນໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນແຂວງ; 5.ຄົ້ນຄວ້າ,ສັງລວມ,ຈັດລຽງບູລິມະສິດບັນດາໂຄງການລົງທຶນຂອງລັດ,ທຶນຊ່ວຍເຫຼືອລ້າແລະທຶນກູ້ຢືຈາກຕ່າງປະເທດກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບເພື່ອນໍາສະເໜີເຈົ້າແຂວງ,ເຈົ້າຄອງນະຄອນຫຼວງພິຈາລະນາ; 6.ສະເໜີສ້າງ,ບໍາລົງ,ຍົກລະດັບ,ຄຸ້ມຄອງແລະນໍາໃຊ້ບຸກຄະລາກອນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 7.ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນວຽກງານກ່ຽວກັບການຈັດສັນພູມລໍາເນົາແລະອາຊີບ; 8.ປະສານສົມທົບກັບການຈັດຕັ້ງຂອງລັດແລະການຈັດຕັ້ງອື່ນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 9.ຮັບແລະພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 10.ພົວພັນຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບຕາມການມອບໝາຍຂອງຂັ້ນເທິງ; 11.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບໃຫ້ກະຊວງກະສິກໍາແລະປ່າໄມ້ແລະອົງການປົກຄອງແຂວງ,ນະຄອນຫຼວງຢ່າງເປັນປົກະຕິ; 12.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ69ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນ ໃນການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດ,ກົດໝາຍແລະນິຕິກໍາອື່ກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 2.ເຜີຍແຜ່,ຕິດຕາມແລະກວດກາການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 3.ສໍາຫຼວດ,ເກັບກໍາຂໍ້ມູນແລະສຶກສາຄົ້ນຄວ້າເຂດແລະພື້ນທີ່ຮອງຮອບການຈັດສັນເພື່ອສ້າງເປັນໂຄງການຈັດສັນພູມລໍາເນົາແລະອາຊີບຂັ້ນເມືອງ; 4.ສະເໜີສ້າງ,ບໍາລຸງ,ຍົກລະດັບ,ຄຸ້ມຄອງແລະນໍາໃຊ້ບຸກຄະລາກອນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 5.ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນວຽກງານຈັດສັນພູມລໍາເນົາແລະອາຊີບ; 6.ປະສານສົມທົບກັບການຈັດຕັ້ງຂອງລັດແລະການຈັດຕັ້ງອື່ນກ່ຽວກັບການຈັດຕັ້ງປະຕິບັດໂຄງການແລະວຽງານຈັດສັນພູມລໍາເນົາແລະອາຊີບ; 7.ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບໃຫ້ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນຫຼວງແລະອົງການປົກຄອງເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ70ສິດແລະໜ້າທີ່ຈຸງານກະສິກແລະປ່າໄມ້ຂອງໜ່ວຍງານເສດຖະກິດ-ການເງິນບ້ານ ໃນການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບຈຸງານກະສິກໍາແລະປ່າມ້ຂອງໜ່ວຍງານເສດຖະກິດ-ການເງິນບ້ານມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດ,ກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 2.ເຜີຍແຜ່ການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 3.ເຂົ້າຮ່ວມການສໍາຫຼວດ,ເກັບກໍາຂໍ້ມູນກ່ຽວກັບການຈັດສັນພູມລໍາເນົາແລະອາຊີບ; 4.ປຸກລະດົມປະຊາຊົນພາຍໃນບ້ານໃຫ້ການຮ່ວມມືແລະອໍານວຍຄວາມສະດວກແກ່ພະນັກງານຈັດສັນພູມລໍາເນົາແລະອາຊີບ; 5.ເຂົ້າຮ່ວມໃນການໄກ່ເກ່ຍກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບພາຍໃນບ້ານຂອງຕົນ; 6.ສະຫຼຸບ,ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບໃນຂອບເຂດບ້ານຂອງຕົນໃຫ້ຫ້ອງການສະສິກໍາແລະປ່າໄມ້ເມືອງ,ເທດສະບານ,ນະຄອນຢ່າງເປັນປົກກະຕິ; 7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ71ສິດແລະໜ້າທີ່ຂອງກະຊວງອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບກະຊວງອື່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ດັ່ງນີ້: 1.ກະຊວງແຜນການແລະການລົງທຶນມີສິດແລະໜ້າທີ່ໃນການຄົ້ນຄວ້າພິຈາລະນາຈັດສັນໂຄງການຈັດສັນພູມລໍາເນົາແລະອາຊີບເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມຫ້າປີແລະປະຈໍາປີເພື່ອສະເໜີຕໍ່ລັດຖະບານພິຈາລະນາ;ຊີ້ນໍາຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນເອົາໂຄງການຈັດສັນພູມລໍາເນົາແລະອາຊີບເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມຫ້າປີແລະປະຈໍາປີຂອງຂັ້ນແຂວງ,ຂັ້ນເມືອງເພື່ອສະເໜີຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນພິຈາລະນາ; 2.ກະຊວງການເງິນມີສິດແລະໜ້າທີ່ໃນການຈັດສັນງົບປະມານໃຫ້ໂຄງການຈັດສັນພູມລໍາເນົາແລະອາຊີບເຂົ້າໃນແຜນງົບປະມານແຫ່ງລັດຫ້າປີແລະປະຈໍາປີເພື່ອສະເໜີຕໍ່ລັດຖະບານພິຈາລະນາ;ຊີ້ນໍາຂະແໜງການສາຍຕັ້ງຂອງຕົນຢູ່ທ້ອງຖິ່ນຈັດສັນງົບປະມານໃຫ້ໂຄງການຈັດສັນພູມລໍາເນົາແລະອາຊີບເຂົ້າໃນແຜນງົບປະມານແຫ່ງລັດຫ້າປີແລະປະຈໍາປີຂອງຂັ້ນແຂວງ,ຂັ້ນເມືອງເພື່ອສະເໜີຕໍ່ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນພິຈາລະນາ; 3.ກະຊວງພາຍໃນ,ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ໂຍທາທິການແລະຂົນສົ່ງ,ແຮງງານແລະສະຫວັດດີການສັງຄົມ,ພະລັງງານແລະບໍ່ແຮ່,ປ້ງກັນຊາດ-ປ້ອງກັນຄວາມສະຫງົບມີສິດແລະໜ້າທີ່ໃນການປະສານສົມທົບແລະຮ່ວມມືກັບອົງການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ72ສິດແລະໜ້າທີ່ຂອງອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບອົງການປົກຄອງທ້ອງຖິ່ນມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າແລະກໍານົດເຂດທີ່ຈະໄດ້ຮັບການຈັດສັນພູມລໍາເນົາແລະເຂດພື້ນທີ່ຮອງຮັບການຈັດສັນພູມລໍາເນົາແລະອາຊີບຕາມເງື່ອນໄຂແລະມາດຕະຖານທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 2.ຊີ້ນໍາບັນດາຂະແໜງການ,ອົງການໃນທ້ອງຖິ່ນຕົນເຂົ້າຮ່ວມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບ; 3.ໂຄສະນາ,ເຜີຍແຜ່ແລະສຶກສາອົບຮົມວຽກງານຈັດສັນພູມລໍາເນົາແລະອາຊີບໃຫ້ແກ່ປະຊາຊົນໃນທ້ອງຖິ່ນຂອງຕົນ; 4.ຮັບແລະພິຈາລະນາແກ້ໄຂຄໍາສະເໜີກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 5.ປະສານສົມທົບແລະຮ່ວມມືກັບອົງການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງຕົນ.

ໝວດທີ2ການກວດກາວຽກງານຈັດສັນພູມລໍາເນົາແລະອາຊີບ

ມາດຕາ73ອົງການກວດກາວຽກງານຈັດສັນພູມລໍາເນົາແລະອາຊີບ ອົງການກວດກາວຽກງານຈັດສັນພູມລໍາເນົາແລະອາຊີບປະກອບດ້ວຍອົງການກວດກາພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການຄຸ້ມຄອງວຽກງານຈັດສັນພູມລໍາເນົາແລະອາຊີບຕາມທີ່ໄດ້ກໍານົດໄວ້ໃນມາດຕາ66ຂອງກົດໝາຍສະບັບນີ້. ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ສະພາປະຊາຊົນຂັ້ນແຂວງ,ອົງການກວດກາລັດ,ອົງການກວດສອບແຫ່ງລັດ,ແນວລາວສ້າງຊາດ,ສະຫະພັນນັກຮົບເກົ່າລາວ,ອົງການຈັດຕັ້ງມະຫາຊົນ,ສື່ມວນຊົນແລະປະຊາຊົນ.

ມາດຕາ74ເນື່ອໃນການກວດກາ ການກວດກາວຽກງານຈັດສັນພູມລໍາເນົາແລະອາຊີບມີເນື້ອໃນຕົ້ນຕໍດັ່ງນີ້: 1.ການປະຕິບັດກົດໝາຍແລະລະບຽບການກ່ຽວກັບວຽກງານຈັດສັນພູມລໍາເນົາແລະອາຊີບ; 2.ການປະຕິບັດໜ້າທີ່ຂອງເຈົ້າຂອງໂຄງການ,ຜູ້ພັດທະນາໂຄງການແລະພະນັກງານຈັດສັນພູມລໍາເນົາແລະອາຊີບ; 3.ການສ້າງແລະປະຕິບັດແຜນການຈັດສັນ,ການທົດແທນຄ່າເສຍຫາຍແລະການຟ້ືນຟູຊີວິດການເປັນຢູ່ຂອງຜູ້ໄດ້ຮັບຜົນກະທົບ; 4.ການນໍາໃຊ້ງົບປະມານແລະການເງິນເຂົ້າໃນວຽກງານຈັດສັນພູມລໍາເນົາແລະອາຊີບ.

ມາດຕາ75ຮູບການການກວດກາ ການກວດກາວຽກງານຈັດສັນພູມລໍາເນົາແລະອາຊີບມີສາມຮູບການດັ່ງນີ້: 1.ການກວດກາຕາມລະບົບປົກກະຕິຊຶ່ງແມ່ນການກວດກາທີ່ດໍາເນີນຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ; 2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ; 3.ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຮູ້ລ່ວງໜ້າ. ໃນການດໍາເນີນການກວດກາແຕ່ລະຄັ້ງຕ້ອງປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ພາກທີ11ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ76ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນວຽກງານຄຸ້ມຄອງ,ຕິດຕາມກວດກາການຈັດສັນພູມລໍາເນົາແລະອາຊີບຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບການ.

ມາດຕາ77ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືລົງໂທດທາງອາຍາຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ.

ມາດຕາ78ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາຜິດທາງອາຍາແລະບໍ່ເປັນອັນຕະລາຍຮ້າຍແຮງຕໍ່ເສດຖະກິດ-ສັງຄົມແລະສິ່ງແວດລ້ອມແຕ່ຫາກມີຄວາມຈິງໃຈລາຍງານ,ຮັບສາລະພາບຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນຈະຖືກສຶກສາອົບຮົມແລະກ່າວເຕືອນ.

ມາດຕາ 79ມາດຕະການທາງວິໄນ ພະນັກງານຈັດສັນພູມລໍາເນົາແລະອາຊີບທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ມີລັກສະນະເບົາ,ບໍ່ເປັນການກະທໍາຜິດທາງອາຍາ,ກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍແລະບໍ່ຈິງໃຈລາຍງານການກະທໍາທີ່ບໍ່ຖືກຕ້ອງຂອງຕົນຈະຖືກລົງວິໄນຕາມລະບຽບການເປັນຕົ້ນໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນຫຼືໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ມາດຕາ80ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ເປັນຕົ້ນຂໍ້ຫ້າມທີ່ບໍ່ເປັນການກະທໍາຜິດທາງອາຍາຊຶ່ງກໍ່ຄວາມເສຍຫາຍທາງດ້ານຊັບສິນໃຫ້ແກ່ຜູ້ອື່ນຈະຖືກປັບໃໝໜຶ່ງເທົ່າຕົວຂອງມູນຄ່າຄວາມເສຍຫາຍທັງໝົດ. ໃນກໍລະນີມີການລະເມີດເປັນຄັ້ງທີສອງຫຼືເປັນອາຈີນຈະຖືກປັບໃໝສອງເທົ່າຕົວຂອງມູນຄ່າຄວາມເສຍຫາຍທັງໝົດ.

ມາດຕາ81ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່,ສັງຄົມຫຼືບຸກຄົນອື່ນຕ້ອງໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ82ມາດຕະການທາງອາຍາ ບຸກຄົນໃດທີ່ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາຈະຖືກລົງໂທດຕາມແຕ່ກໍລະນີເບົາຫຼືໜັກ.

ພາກທີ12ບົດບັນຍັດສຸດທ້າຍ

ມາດຕາ 83 ງົບປະມານ ງົບປະມານໃນການຈັດຕັ້ງປະຕິບັດວຽກງານຈັດສັນພູມລໍາເນົາແລະອາຊີບໄດ້ມາຈາກງົບປະມານແຫ່ງລັດ,ຜູ້ພັດທະນາໂຄງການແລະການຊ່ວຍເຫຼືອຈາກພາຍໃນແລະຕ່າງປະເທດລວມທັງການປະກອບສ່ວນຂອງປະຊາຊົນ.

ມາດຕາ84ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ85ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້