ກົດໝາຍວ່າດ້ວຍການດໍາເນີນຄະດີເດັກ 20-12-2013
ການດໍາເນີນຄະດີເດັກ 20-12-2013
ພາກທີ1ບົດບັດຍັດທົ່ວໄປ
ມາດຕາ1ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມກວດກາການດໍາເນີນຄະດີເດັກທາງດ້ານບໍລິຫານແລະຕາມຂະບວນການຍຸຕິທໍາໃຫ້ຖືກຕ້ອງ,ຍຸຕິທໍາເພື່ອປົກປ້ອງສິດແລະຜົນປະໂຫຍດຂອງເດັກແນໃສ່ສຶກສາອົບຮົມ,ຊ່ວຍເຫຼືອເດັກໃຫ້ເຄົາລົບແລະປະຕິບັດກົດໝາຍ,ຈໍາກັດ,ສະກັດກັ້ນການກະທໍາຜິດຂອງເດັກ,ເຮັດໃຫ້ສັງຄົມມີຄວາມສະຫງົບ,ເປັນລະບຽບຮຽບຮ້ອຍ,ສ້າງເງື່ອນໄຂໃຫ້ເດັກໄດ້ຮັບການຟື້ນຟູ,ປົວແປງທາງດ້ານຈິດໃຈສາມາດປັບຕົວເຂົ້າສູ່ສັງຄົມ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.
ມາດຕາ2ການດໍາເນີນຄະດີເດັກ ຄະດີເດັກແມ່ນຄະດີກ່ຽວກັບການກະທໍາຫຼືການເມີນເສີຍຂອງເດັກທີ່ເປັນອັນຕະລາຍຕໍ່ລະບອບການເມືອງ,ເສດຖະກິດຫຼືສັງຄົມຂອງສປປລາວ,ຕໍ່ກໍາມະສິດຂອງລັດ,ລວມໝູ່ແລະບຸກຄົນ,ຊີວິດ,ສຸຂະພາບ,ກຽດສັກສີ,ສິດ,ເສລີພາບຂອງພົນລະເມືອງ,ຄວາມສະຫງົບຂອງຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຊຶ່ງບົ່ງໄວ້ໃນກົດໝາຍອາຍາຫຼືກົດໝາຍອື່ນຂອງສປປລາວທີ່ໄດ້ກໍານົດໂທດທາງອາຍາແລະບັນຫາທາງແພ່ງທີ່ພົວພັນກັບເດັກ. ການດໍາເນີນຄະດີເດັກແມ່ນການເຄື່ອນໄຫວຂອງໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ,ຫ້ອງການຍຸຕິທໍາເມືອງ,ເທດສະບານ,ໜ່ວຍງານສືບສວນສອບສວນຄະດີເດັກ,ໜ່ວຍງານໄອຍະການເດັດ,ສານເດັກ,ຄະນະສານເດັກແລະຜູ້ເຂົ້າຮ່ວມອື່ນເພື່ອສຶກສາອົບຮົມ,ຊອກໃຫ້ເຫັນການກະທໍາຜິດຢ່າງຮີບດ່ວນ,ຄົບຖ້ວນ,ຮອບດ້ານແລະພາວະວິໄສ.ນໍາເອົາເດັກກະທໍາຜິດມາດໍາເນີນຄະດີແລະຮັບປະກັນການປະຕິບັດກົດໝາຍຢ່າງຖືກຕ້ອງແລະຍຸຕິທໍາລວມເຖິງການເຄື່ອນໄຫວແກ້ໄຂຄະດີເດັກທາງດ້ານບໍລິຫານ.
ມາດຕາ3ການອະທິບາຍຄໍາສັບ 1.ເດັກໝາຍເຖິງບຸກຄົນທີ່ມີອາຍຸຕໍ່າກວ່າສິບແປດປີ; 2.ເດັກກໍ່ຄວາມເສຍຫາຍໝາຍເຖິງເດັກໄດ້ກະທໍາສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ບຸກຄົນອື່ນໄດ້ຮັບຄວາມເສຍຫາຍ; 3.ເດັດທີ່ມີຄວາມຮັບຜິດຊອບໂທດທາງອາຍາໝາຍເຖິງເດັກທີ່ມີອາຍຸສິບຫ້າປີແຕ່ບໍ່ເຖິງສິບແປດປີໃນເວລາກະທໍາຜິດ; 4.ເດັກເປັນພະຍານໝາຍເຖິງເດັກທີ່ຮູ້ເຫັນເຫດການຊຶ່ງອົງການທີ່ກ່ຽວຂ້ອງຮຽກມາໃຫ້ການເພື່ອເປັນຂໍ້ມູນໃນການດໍາເນີນຄະດີ; 5.ເດັກຖືກເຄາະຮ້າຍໝາຍເຖິງເດັກທີ່ໄດ້ຮັບຄວາມເສຍຫາຍໂດຍກົງຕໍ່ຊີວິດ,ສຸຂະພາບ,ຈິດໃຈ,ກຽດສັກສີ,ສິດເສລີພາບຫຼືຊັບສິນຈາກການກະທໍາຂອງບຸກຄົນອື່ນ; 6.ສານໝາຍເຖິງສານເດັກແລະຄະນະສານເດັກ; 7.ສານເດັກໝາຍເຖິງສານສະເພາະທີ່ສ້າງຕັ້ງຂຶ້ນຢູ່ແຂວງ,ນະຄອນຕາມກົດໝາຍວ່າດ້ວຍສານປະຊາຊົນທີ່ພິຈາລະນາຕັດສິນຄະດີເປັນຂັ້ນຕົ້ນກ່ຽວກັບເດັກກະທໍາຜິດແລະການພິຈາລະນາບັນຫາທາງແພ່ງກ່ຽວກັບເດັກ; 8.ຄະນະສານເດັກໝາຍເຖິງຄະນະສານໜຶ່ງທີ່ສ້າງຕັ້ງຂຶ້ນຢູ່ສານປະຊາຊົນພາກແລະສານປະຊາຊົນສູງສຸດເພື່ອພິຈາລະນາຄະດີກ່ຽວກັບເດັກເປັນຂັ້ນອຸທອນແລະຂັ້ນລົບລ້າງ; 9.ຄໍາຕົກລົງຂອງສານໝາຍເຖິງຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນແລະຄໍາພິພາກສາຂອງສານ; 10.ຜູ້ປົກປ້ອງໝາຍເຖິງບຸກຄົນທີ່ເຂົ້າຮ່ວມໃນການດໍາເນີນຄະດີເດັກເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ຖືກຫາຫຼືຈໍາເລີຍ,ຜູ້ຖືກເສຍຫາຍ,ໂຈດທາງແພ່ງຫຼືຜູ້ຮັບຜິດຊອບທາງແພ່ງເຊັ່ນຜູ້ຕາງໜ້າຂອງອົງການຈັດຕັ້ງ,ວິສາຫະກິດ,ພໍ່ແມ່,ຜູ້ປົກຄອງຫຼືຍາດພີ່ນ້ອງໃກ້ຊິດ,ທະນາຍຄວາມ,ຄູ,ອາຈານ; 11.ຜູ້ປົກປ້ອງອື່ນໝາຍເຖິງຜູ້ທີ່ຕ້ອງໄດ້ຮັບການແຕ່ງຕັ້ງຫຼືມອບສິດໃຫ້ເຂົ້າຮ່ວມໃໃນການດໍາເນີນຄະດີເດັກເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງເດັກ; 12.ໜ່ວຍງານສືບສວນສອບສວນຄະດີເດັກໝາຍເຖິງໜ່ວຍງານຂອງອົງການສືບສວນສອບສວນຂອງເຈົ້າໜ້າທີ່ຕໍາຫຼວດເພື່ອເຮັດໜ້າທີ່ສະເພາະດໍາເນີນຄະດີເດັກ; 13.ໜ່ວຍງານໄອຍະການເດັກໝາຍເຖິງໜ່ວຍງານຂອງອົງການໄອຍະການປະຊາຊົນເພື່ອເຮັດໜ້າທີ່ສະເພາະດໍາເນີນຄະດີເດັກ; 14.ການສືບສວນສອບສວນໝາຍເຖິງການຊອກຫາຂໍ້ມູນ,ການເກັບກໍາຂໍ້ມູນ,ການເກັບກໍາຫຼັກຖານແລະການເອົາຄໍາໃຫ້ການຂອງເດັກກະທໍາຜິດ; 15.ການສໍາພາດໝາຍເຖິງການເກັບກໍາຂໍ້ມູນຫຼັກຖານຫຼືການເອົາຄໍາໃຫ້ການຂອງເດັກຖືກເຄາະຮ້າຍ,ເດັກເປັນພະຍານແລະເດັກພິການ; 16.ການກະທໍາຜິດເປັນອາຈິນໝາຍເຖິງການກະທໍາຜິດໃນສະຖານໃດໜຶ່ງແຕ່ສີ່ຄັ້ງຂຶ້ນໄປ; 17.ຜູ້ເຂົ້າຮ່ວມໃນການດໍາເນີນຄະດີໝາຍເຖິງຜູ້ມີສ່ວນກ່ຽວຂ້ອງກັບຄະດີແລະຜູ້ຖືກແຕ່ງຕັ້ງ,ຮຽກຫຼືເຊີນໃຫ້ມາເຂົ້າຮ່ວມໃນການດໍາເນີນຄະດີເດັກ; 18.ຜູ້ຊ່ຽວຊານໝາຍເຖິງບຸກຄົນທີ່ມີຄວາມຮູ້ແລະປະສົບການທາງດ້ານວິຊາສະເພາະໃດໜຶ່ງທີ່ຖືກຮັບຮູ້ຈາກສະຖາບັນທີ່ກ່ຽວຂ້ອງຊຶ່ງສາມາດໃຫ້ຄວາມກະຈ່າງແຈ້ງຕໍ່ບັນຫາທີ່ພົວພັນກັບວິສາສະເພາະຂອງຕົນ; 19.ຜູ້ຊໍານານງານໝາຍເຖິງຜູ້ມີຄວາມຮູ້,ຄວາມສາມາດໃນດ້ານໃດໜຶ່ງເພື່ອໃຫ້ຄໍາເຫັນກ່ຽວກກັບບັນຫາທີ່ອົງການດໍາເນີນຄະດີເດັກໃຫ້ທໍາການພິສູດ; 20.ສິດທິເດັກໝາຍເຖິງຄວາມຈໍາເປັນ,ຄວາມຕ້ອງການແລະສິດຂອງເດັກຊຶ່ງລັດແລະສັງຄົມຕ້ອງເອົາໃຈໃສ່; 21.ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານໝາຍເຖິງຫົວໜ່ວຍການຈັດຕັັ້ງຍຸຕິທໍາຂັ້ນຮາກຖານທີ່ເຮັດໜ້າທີ່ປະນີປະນອມຂໍ້ຂັດແຍ່ງຕ່າງໆທີ່ພົວພັນກັບເດັກແລະແກ້ໄຂຄະດີເດັກທີ່ບໍ່ຮ້າຍແຮງຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບຕໍ່ກວ່າສາມປີ; 22.ຄະນະກໍາມະການປົກຄອງແລະຊ່ວຍເຫຼືອເດັກໝາຍເຖິງການຈັດຕັ້ງທີ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ສູນກາງ,ແຂວງ,ນະຄອນແລະເມືອງ,ເທດສະບານໂກຍກະຊວງແຮງງານແລະສະຫວັດດີການສັງຄົມເພື່ອຕິດຕາມ,ກວດກາ,ຊຸກຍູ້ການຈັດຕັ້ງປະຕິບັດວຽກງານປົກປ້ອງແລະຊ່ວຍເຫຼືອເດັກ; 23.ຕາໜ່າງປົກປ້ອງແລະຊ່ວຍເຫຼືອເດັກໝາຍເຖິງຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນເຄືອຂ່າຍຂອງຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກປະຈໍາຢູ່ຂັ້ນບ້ານແລະຊຸມຊົນ; 24.ນັກສັງຄົມສົງເຄາະໝາຍເຖິງຜູ້ໄດ້ຮັບການແຕ່ງຕັ້ງຈາກອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດເພື່ອໃຫ້ການຊ່ວຍເຫຼືອເດັກກະທໍາຜິດ,ເດັກເປັນພະຍານແລະເດັກຖືກເຄາະຮ້າຍ; 25.ນັກຈິດຕະວິທະຍາໝາຍເຖິງນັກວິຊາການທີ່ມີຄວາມຮູ້ກ່ຽວກັບຂຸຂະພາບຈິດ; 26.ດູນພິນິດໝາຍເຖິງຄວາມໝັ້ນໃຈຂອງຜູ້ດໍາເນີນຄະດີກ່ຽວກັບການຕີລາຄາຂໍ້ມູນ,ຫຼັກຖານໃນຄະດີເດັກ; 27.ຄໍາຖາມແບບກົດດັນໝາຍເຖິງການຕັ້ງຄໍາຖາມທີ່ມີລັກສະນະບັງຄັບ,ນາບຂູ່ຊຶ່ງເປັນການແຕະຕ້ອງເຖິງກຽດສັກສີແລະຈິດໃຈຂອງເດັກເພື່ອໃຫ້ເດັກຍອມຮັບ; 28.ຄໍາຖາມແບບຊີ້ນໍາຫຼືຄໍາຖາມປິດໝາຍເຖິງການຕັ້ງຄໍາຖາມທີ່ມີລັກສະນະເລົ່າເລື່ອງໄປກ່ອນຈຶ່ງຖາມເດັກວ່າແມ່ນຫຼືບໍ່ແມ່ນ,ຮັບຮູ້ຫຼືບໍ່ຮັບຮູ້,ເຫັນຫຼືບໍ່ເຫັນ; 29.ຄໍາຖາມແບບຊັກຈູງໝາຍເຖິງການຕັ້ງຄໍາຖາມທີ່ມີລັກສະນະຍົວະເຍົ້າ,ຈອບອອຍເພື່ອໃຫ້ເດັກມີທ່າອ່ຽງແລະໃຫ້ການໄປຕາມຈຸດປະສົງຂອງຜູ້ຖາມ; 30.ການເມີນເສີຍໝາຍເຖິງການບໍ່ກະທໍາໃດໆເຊັ່ນການບໍ່ໃຫ້ຄວາມຊ່ວຍເຫຼືອບຸກຄົນອື່ນໃນເວລາຕົກຢູ່ໃນໄພອັນຕະລາຍທັງໆທີ່ຜູ້ກ່ຽວມີຄວາມສາມາດຊ່ວຍເຫຼືອໄດ້; 31.ບຸກຄົນທີສາມໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ເຂົ້າຮ່ວມໃນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດຂອງຕົນທີ່ຕິດພັນກັບຄະດີຊຶ່ງພວມຖືກພິຈາລະນາ; 32.ລະຫຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕໍານິວິຈານຕໍ່ໜ້າມະຫາຊົນຫຼືໂທດປັບໃໝ; 33.ໂທສານຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດຕັດອິດສະລະພາບແຕ່ສາມເດືອນຫາສິບປີພ້ອມທັງໂທດປັບໃໝ; 34.ຄະຣຸໂທດໝາຍເຖິງການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ຫ້າປີຂຶ້ນໄປຫາຕະຫຼອດຊີວິດພ້ອມທັງໂທດປັບໃໝແລະໂທດປະຫານຊີວິດ; 35.ການກະທໍາຜິດບໍ່ຮ້າຍແຮງໝາຍເຖິງການກະທໍາຜິດທີ່ບໍ່ມີຄວາມເສຍຫາຍຫຼວງຫຼາຍຫຼືບໍ່ມີຄວາມສ່ຽງຕໍ່ຊີວິດ,ສຸຂະພາບຂອງບຸກຄົນໃດໜຶ່ງ; 36.ຜູ້ປົກຄອງເດັກໝາຍເຖິງຜູ້ທີ່ມີຄວາມຮັບຜິດຊອບຕໍ່ເດັກຄືກັນກັບພໍ່ແມ່ຂອງເດັກ; 37.ຮອບດ້ານໝາຍເຖິງການດໍາເນີນຄະດີຕ້ອງຊອກຫາຫຼັກຖານທັງຜູກມັດແລະແກ້ມັດ; 38.ຄົບຖ້ວນໝາຍເຖິງການດໍາເນີນຄະດີນອກຈາກມີສີ່ອົງປະກອບຂອງການກະທໍາຜິດແລ້ວຍັງຕ້ອງຊອກຫາສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືເພີ່ມຄວາມຮັບຜິດຊອບທາງອາຍາຕື່ມອີກ; 39.ນິຕິທໍາໝາຍເຖິງການເຄົາລົບແລະປະຕິບັດກົດໝາຍຢ່າງຖືກຕ້ອງແລະເຂັ້ມງວດ.
ມາດຕາ4ນະໂຍບາຍຂອງລັດກ່ຽວກັບວຽກງານດໍາເນີນຄະດີເດັກ ລັດສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວວຽກງານດໍາເນີນຄະດີເດັກດ້ວຍການວາງນະໂຍບາຍ,ກົດໝາຍ,ລະບຍບການ,ການສະໜອງງົບປະມານ,ການປະກອບບຸກຄະລາກອນ,ພາຫະນະ,ອຸປະກອນ,ເຕັກນິກແລະການກໍ່ສ້າງພື້ນຖານໂຄງລ່າງເຊັ່ນສ້າງຕັ້ງສູນຝຶກອົບຮົມສໍາລັບເດັກກະທໍາຜິດຕາມຄວາມເໝາະສົມໂດຍການມີສ່ວນຮ່ວມຊ່ວຍເຫຼືອຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເພື່ອເຮັດໃຫ້ການດໍາເນີນຄະດີເດັກມີຄວາມວ່ອງໄວ,ໂປ່ງໃສ,ຖືກຕ້ອງຕາມກົດໝາຍ,ຮັບປະກັນຄວາມຍຸຕິທໍາ,ຈໍາກັດແລະສະກັດກັ້ນການກະທໍາຜິດຂອງເດັກ. ລັດເອົາໃຈໃສ່ສົ່ງເສີມການໂຄສະນາເຜີຍແຜ່ກົດໝາຍໃຫ້ພົນລະເມືອງຮູ້,ເຂົ້າໃຈ,ມີສະຕິເຄົາລົບແລະປະຕິບັດກົດໝາຍ,ປົກປ້ອງແລະຊ່ວຍເຫຼືອເດັກກະທໍາຜິດ,ເດັກຖືກເຄາະຮ້າຍແລະເດັກເປັນພະຍານເພື່ອຮັບປະກັນສິດຜົນປະໂຫຍດສູງສຸດຂອງເດັກ.
ມາດຕາ5ຄວາມຈໍາເປັນໃນການແກ້ໄຂຄະດີເດັກ ລັດແລະສັງຄົມເຫັນຄວາມຈໍາເປັນໃນການແກ້ໄຂຄະດີເດັກເພື່ອປົກປ້ອງສິດແລະຜົນປະໂຫຍດສູງສຸດຂອງເດັກ.ການຈັດຕັ້ງທີ່ກ່ຽວຂ້ອງຕ້ອງແກ້ໄຂດ້ວຍວິທີການທີ່ເໝາະສົມໂດຍໃຫ້ສອດຄ່ອງກັບລະບຽບກົດໝາຍແລະສົນທິສັນຍາທີ່ສປປລາວເປັນພາຄີ.
ມາດຕາ6ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕໍ່ເດັກຕົກໄປ. ສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕໍ່ເດັກຕົກໄປມີດັ່ງນີ້: 1.ຂາດເຫດການຂອງການກະທໍາຜິດທາງອາຍາ; 2.ຂາດອົງປະກອບຂອງການກະທໍາຜິດທາງອາຍາ; 3.ໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ; 4.ມີການໄກ່ເກ່ຍແລະສຶກສາອົບຮົມເດັກກະທໍາຜິດແລ້ວໃນຄະດີທີ່ກົດມາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າສາມປີແລະເປັນການກະທໍາຜິດທີ່ບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງເດັກ; 5.ຂາດການຮ້ອງຢ້ອງຂອງຜູ້ຖືກເສຍຫາຍຫຼືຜູ້ຖືກເສຍຫາຍຖອນຄໍາຮ້ອງຟ້ອງໃນກໍລະນີການກະທໍາຜິດທີ່ຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ; 6.ມີການເສຍຊີວິດຂອງເດັກກະທໍາຜິດຍົກເວັ້ນກໍລະນີການເສຍຊີວິດໃນເວລາດໍາເນີນຄະດີຢູ່ສານ; 7.ມີຄໍາສັ່ງຊັດມ້ຽນຫຼືມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວກ່ຽວກັບຄະດີດຽວກັນ.
ມາດຕາ7ການປົກປ້ອງສິດແລະຜົນປະໂຫຍດຂອງເດັກ ໃນທຸກຂັ້ນຕອນຂອງການດໍາເນີນຄະດີນັ້ນເດັກຕ້ອງໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ,ການປົກປ້ອງສິດແລະຜົນປະໂຍຫດຈາກການທໍາຮ້າຍຮ່າງກາຍ,ການທໍລະມານ,ການບັງຄັບນາບຂູ່,ການລະເມີດກຽດສັກສີຫຼືຊັບສິນແລະການພິຈາລະນາຕັດສິນໃຫ້ຖືກຕ້ອງແລະສອດຄ່ອງກັບກົດໝາຍ. ການປົກປ້ອງສິດແລະຜົນປະໂຫຍດຂອງເດັກໃຫ້ປະຕິບັດດັ່ງນີ້: 1.ເຄົາລົບກຽດສັກສີແລະຄຸນຄ່າຂອງເດັກ; 2.ເອົາຄໍາໃຫ້ການຂອງເດັກບົນພື້ນຖານການຊັ່ງຊາລະດັບອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກຄວາມຖືກຄວາມຜິດ; 3.ໃຫ້ພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງຂອງເດັກເຂົ້າຮ່ວມໃນທຸກຂັ້ນຕອນຂອງການດໍາເນີນຄະດີ; 4.ຮັກສາຄວາມລັບຂອງເດັກ; 5.ສໍາພາດເດັດທີ່ຖືກເຄາະຮ້າຍ,ເປັນພະຍານແລະເດັກພິການດ້ວຍຜູ້ຊ່ຽວຊານຫຼືຜູ້ຊໍານານງານຖ້າມີຄວາມຈໍາເປັນ.
ມາດຕາ8ການປົກປ້ອງຜູ້ດໍາເນີນຄະດີເດັກແລະຜູ້ເຂົ້າຮ່ວມ ຜູ້ພິພາກສາ,ພະນັກງານໄອຍະການ,ເຈົ້າໜ້າທີ່ສືບສວນສອບສວນແລະພະນັກງານອື່ນຂອງອົງການດໍາເນີນຄະດີເດັກລວມທັງຜູ້ເຂົ້າຮ່ວມໃນການດໍາເນີນຄະດີຕ້ອງໄດ້ຮັບການປົກປ້ອງຕາມລະບຽບກົດໝາຍຈາກການຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ກຽດຊື່ສຽງ,ຊັບສິນສ່ວນຕົວຫຼືຂອງຄອບຄົວ.
ມາດຕາ9ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການດໍາເນີນຄະດີເດັກທີ່ມີການຮ້ອງຂໍ,ຮ້ອງຟ້ອງຫຼືແຈ້ງຄວາມຢູ່ສປປລາວ.
ມາດຕາ10ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບການດໍາເນີນຄະດີເດັກດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ເຕັກໂນໂລຊີ,ຍົກລະດັບຄວາມຮູ້,ຄວາມສາມາດໃຫ້ພະນັກງານທີ່ກ່ຽວຂ້ອງ,ການປະສານງານແລະຍາດແຍ່ງການຊ່ວຍເຫຼືອໂດຍສອດຄ່ອງກັບສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.
ພາກທີ2ຫຼັກການພື້ນຖານ
ມາດຕາ11ຫຼັກຖານພື້ນຖານໃນການດໍາເນີນຄະດີເດັກ ໃນການດໍາເນີນຄະດີເດັກໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1.ການກະທໍາຜິດຂອງເດັກທີ່ບໍ່ໃຫ້ດໍາເນີນຄະດີທາງອາຍາ; 2.ການໄກ່ເກ່ຍຫຼືການຕັດສິນຄະດີ; 3.ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງເດັກ; 4.ການຮັບປະກັນສິດຂອງເດັກໃນການຕໍ່ສູ້ຄະດີ; 5.ການພິຈາລະນາຄ່າເສຍຫາຍໃນຄະດີເດັກ; 6.ການຮັກສາຄວາມລັບ; 7.ການເຂົ້າຮ່ວມຂອງເດັກແລະພໍ່ແມ່ຫຼືຜູ້ປົກຄອງຫຼືຜູ້ປົກປ້ອງເດັກ; 8.ການແຕ່ງຕັ້ງທະນາຍຄວາມຫຼືຜູ້ປົກປ້ອງອື່ນ. ສໍາລັບຫຼັກການນິຕິທໍາ,ຄວາມສະເໝີພາບຕໍ່ໜ້າກົດໝາຍແລະສານ,ການສັນນິຖານວ່າເປັນຜູ້ບໍລິສຸດ,ການພິຈາລະນາຄະດີເປັນໝູ່ຄະນະ,ຄວາມເປັນເອກະລາດຂອງຜູ້ພິພາກສາ,ພາສາທີ່ໃຊ້ໃນການດໍາເນີນຄະດີ,ການຂໍຖອນຕົວແລະການຄ້ານຕົວ,ການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນ.ການດໍາເນີນຄະດີຢ່າງຮອບດ້ານ,ຄົບຖ້ວນແລະພາວະວິໄສ,ການຮັບປະກັນສິດໃນການຮ້ອງຟ້ອງແລະການປະສານສົມທົບໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.
ມາດຕາ12ການກະທໍາຜິດຂອງເດັກທີ່ບໍ່ໃຫ້ດໍາເນີນຄະດີທາງອາຍາ ເດັກກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີຫາກໄດ້ກໍ່ຄວາມເສຍຫາຍເລັກໜ້ອຍທີ່ກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າສາມປີແລະບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຊຶ່ງມີການຮັບສາລະພາບຂອງເດັກແລະການຍິນຍອມໃຫ້ໄກ່ເກ່ຍຂອງຄູ່ກໍລະນີຈະບໍ່ອະນຸຍາດໃຫ້ດໍາເນີນຄະດີທາງອາຍາ.
ມາດຕາ13ການໄກ່ເກ່ຍຫຼືການຕັດສິນຄະດີ ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ,ຫ້ອງການຍຸຕິທໍາເມືອງ,ເທດສະບານ,ໜ່ວຍງານສືບສວນສອບສວນຄະດີເດັກ,ໜ່ວຍງານໄອຍະການເດັກຕ້ອງທໍາການໄກ່ເກ່ຍແລະວາງມາດຕະການຕໍ່ເດັກຕາມທີ່ໄດ້ກໍານົດໄວ້ໃນມາດຕາ36ຂອງກົດໝາຍສະບັບນີ້. ສໍາລັບການກະທໍາຜິດຂອງເດັກທີ່ມີໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປສາມາດໄກ່ເກ່ຍແຕ່ຄ່າເສຍຫາຍທາງແພ່ງ.ສ່ວນວິທີການໄກ່ເກ່ຍນັ້ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ. ມີແຕ່ສານເດັກຫຼືຄະນະສານເດັກເທົ່ານັ້ນທີ່ມີສິດອໍານາດໃນການພິຈາລະນາຕັດສິນ.
ມາດຕາ14ການບໍ່ໃຫ້ລ່ວງລະເມີດສິດແລະເສລີພາບຂອງເດັກ ບໍ່ອະນຸຍາດໃຫ້ກັກຕົວເດັກໂດຍບໍ່ມີຄໍາສັ່ງຂອງຫົວໜ້າອົງການສືບສວນສອບສວນຫຼືຫົວໜ້າອົງການໄອຍະການປະຊາຊົນ. ບໍ່ອະນຸຍາດໃຫ້ຈັບຕົວ,ກັກຂັງຫຼືກວດຄົ້ນເຄຫະສະຖານໂດຍບໍ່ມີຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນຫຼືສານບ່ອນການກະທໍາຜິດເກີດຂຶ້ນເວັ້ນເສຍແຕ່ການຈັບຕົວ,ການກວດຄົ້ນເຄຫະສະຖານໃນກໍລະນີການກະທໍາຜິດເຊິ່ງໜ້າຫຼືຮີບດ່ວນເທົ່ານັ້ນ. ບຸກຄົນທີ່ໄດ້ກັກຕົວ,ຈັບຕົວ,ກັກຂັງ,ກວດຄົ້ນເຄຫະສະຖານຫຼືຕົວເດັກໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກດໍາເນີນຄະດີແລະຮັບຜິດຊອບທາງອາຍາພ້ອມທັງໃຊ້ແທນຄ່າເສຍຫາຍຫາຍທີ່ເກີດຂຶ້ນ.
ມາດຕາ15ການຮັບປະກັນສິດຂອງເດັກໃນການຕໍ່ສູ້ຄະດີ ໜ່ວຍງານສືບສວນສອບສວນຄະດີເດັກ,ໜ່ວຍງານໄອຍະການເດັກແລະສານເດັກຫຼືຄະນະສານເດັກຕ້ອງຮັບປະກັນສິດໃນການຕໍ່ສູ້ຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງເດັກ. ທະນາຍຄວາມຫຼືຜູປົກປ້ອງອື່ນຂອງເດັກມີສິດໂຕ້ແຍ່ງ,ໂຕ້ຖຽງ,ສະເໜີຫຼັກຖານລວມທັງເດັກຖືກກ່າວຫາ,ເດັກຖືກເຄາະຮ້າຍແລະເດັກເປັນພະຍານກໍ່ມີສິດໃຫ້ຄໍາຄິດເຫັນກ່ຽວກັບເຫດການທີ່ເກີດຂຶ້ນແລະຈະບໍ່ຖືກບັງຄັບໃຫ້ຊອກຫາຫຼັກຖານມາຢັ້ງຢືນຄວາມບໍລິສຸດຂອງຕົນ.
ມາດຕາ16ການພິຈາລະນາຄ່າເສຍຫາຍໃນຄະດີເດັກ ການພິຈາລະນາການໃຊ້ແທນຄ່າເສຍຫາຍໃນຄະດີເດັກຕ້ອງດໍາເນີນໄປພ້ອມກັນກັບການພິຈາລະນາຕັດສິນຄະດີທາງອາຍາ.ໃນກໍລະນີທີ່ສານຍັງບໍ່ສາມາດກໍານົດມູນຄ່າຄວາມເສຍຫາຍໄດ້ເຊັ່ນຄະດີອຸປະຕິເຫດຫຼືເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບດ້ວຍຄວາມບໍ່ລະມັດລະວັງແລະຄະດີອື່ນຊຶ່ງຜູ້ຖືກເສຍຫາຍຍັງຕ້ອງສືບຕໍ່ປິ່ນປົວສານຈະພິຈາລະນາຕັດສິນຄະດີທາງອາຍຍາກ່ອນ.ສ່ວນການໃຊ້ແທນຄ່າເສຍຫາຍທາງແພ່ງໃຫ້ດໍາເນີນດ້ວຍການໄກ່ເກ່ຍຫຼືການຕັດສິນຂອງສານດ້ວຍການເຂົ້າຮ່ວມຂອງຜູ້ຮັບຜິດຊອບທາງແພ່ງ. ໃນກໍລະນີເດັກເປັນຈໍາເລີຍຫາກໄດ້ເສຍຊີວິດໃນເວລາດໍາເນີນຄະດີຢູ່ສານໃຫ້ສານທໍາການພິຈາລະນາຄະດີຈົນເປັນທີ່ສິ້ນສຸດຕາມລະບຽບກົດໝາຍ.
ມາດຕາ17ການຮັກສາຄວາມລັບ ໃນທຸກຂັ້ນຕອນຂອງການດໍາເນີນຄະດີເດັກບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງຕ້ອງໄດ້ຮັກສາຄວາມລັບແລະປະຫວັດຜ່ານມາຂອງເດັກ. ໃນການໄກ່ເກ່ຍ,ການສືບສວນສອບສວນ,ການສໍາພາດ,ການໄຕ່ສວນໃນທີ່ປະຊຸມສານຕ້ອງດໍາເນີນຢ່າງປິດລັບ.
ມາດຕາ18ການເຂົ້າຮ່ວມຂອງເດັກແລະພໍ່ແມ່ຫຼືຜູ້ປົກຄອງຫຼືຜູ້ປົກປ້ອງເດັກ ໃນທຸກຂັ້ນຕອນຂອງການດໍາເນີນຄະດີເດັກຕ້ອງໃຫ້ມີການເຂົ້າຮ່ວມຂອງເດັກ,ພໍ່ແມ່,ຜູ້ປົກຄອງຫຼືທະນາຍຄວາມຫຼືຜູ້ປົກປ້ອງເດັກເວັ້ນເສຍແຕ່ມີຂໍ້ສົງໄສວ່າບຸກຄົນເຫຼົ່ານີ້ເປັນຜູ້ກະທໍາຜິດຕໍ່ເດັກຫຼືກໍລະນີທີ່ເຫັນວ່າເດັກມີຄວາມກັງວົນຍ້ອນການເຂົ້າຮ່ວມຂອງບຸກຄົນດັ່ງກ່າວ.
ມາດຕາ19ການແຕ່ງຕັ້ງທະນາຍຄວາມຫຼືຜູ້ປົກປ້ອງອື່ນ ໃນທຸກຂັ້ນຕອນຂອງການດໍາເນີນຄະດີເດັກຕ້ອງມີທະນາຍຄວາມຫຼືຜູ້ປົກປ້ອງອື່ນເພື່ອຊ່ວຍເຫຼືອທາງດ້ານກົດໝາຍ.ຖ້າຫາກບໍ່ມີທະນາຍຄວາມຫຼືຜູ້ປົກປ້ອງອື່ນອົງການທີ່ດໍາເນີນຄະດີນັ້ນຕ້ອງສະເໜີຕໍ່ສະພາທະນາຍຄວາມຫຼືສະເໜີຕໍ່ອົງການທີ່ກ່ຽວຂ້ອງເພື່ອແຕ່ງຕັ້ງທະນາຍຄວາມຫຼືຜູ້ປົກຄອງອື່ນໂດຍໜ້າທີ່.ອົງການທີ່ໄດ້ຮັບຄໍາສະເໜີນັ້ນຕ້ອງໄດ້ແຕ່ງຕັ້ງພາຍໃນກໍານົດສາມວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.
ພາກທີ3ຜູ້ເຂົ້າຮ່ວມແລະອົງການທີ່ມີສິດໃນການດໍາເນີນຄະດີເດັກ
ໝວດທີ1ຜູ້ເຂົ້າຮ່ວມໃນການດໍາເນີນຄະດີເດັກ
ມາດຕາ20ຜູ້ເຂົ້າຮ່ວມໃນການດໍາເນີນຄະດີເດັກ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີເດັກມີ: 1.ເດັກຖືກເຄາະຮ້າຍຫຼືເປັນພະຍານ; 2.ເດັກເປັນຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍ,ຜູ້ຖືກເສຍຫາຍ; 3.ພໍ່,ແມ່ຫຼືຜູ້ປົກຄອງ; 4.ໂຈດ,ໂຈດທາງແພ່ງ; 5.ບຸກຄົນທີສາມ; 6.ຜູ້ຮັບຜິດຊອບທາງແພ່ງ; 7.ທະນາຍຄວາມຫຼືຜູ້ປົກປ້ອງອື່ນ; 8.ຜູ້ຊ່ຽວຊານ; 9.ຜູ້ຊໍານານງານ; 10.ຜູ້ແປພາສາ; 11.ນັກສັງຄົມສົງເຄາະຫຼືນັກຈິດຕະວິທະຍາ; 12.ຜູ້ຕາງນ້າແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຫຼືອົງການຈັດຕັ້ງສັງຄົມ; 13.ຄູ,ອາຈານ,ຜູ້ໃຊ້ວຽກຫຼືຜູ້ໃຊ້ແຮງງານເດັກ. ສິດແລະພັນທະຂອງຜູ້ເຂົ້າຮ່ວມແຕ່ຂໍ້ສອງຫາສິບເທິງນີ້ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ,ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ,ກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງເດັກແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.
ມາດຕາ21ເດັກຖືກເຄາະຮ້າຍຫຼືເປັນພະຍານ ເດັກຖືກເຄາະຮ້າຍຫຼືເປັນພະຍານສາມາດເຂົ້າຮ່ວມແລະສະເໜີຄໍາຄິດຄໍາເຫັນຂອງຕົນໃນທຸກຂັ້ນຕອນຂອງການດໍາເນີນຄະດີໂດຍມີພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງເຂົ້າຮ່ວມນໍາ. ເດັກຖືກເຄາະຮ້າຍຫຼືເປັນພະຍານໃນການດໍາເນີນຄະດີອາຍາມີສິດດັ່ງນີ້: 1.ໄດ້ຮັບການເຄົາລົບທາງດ້ານກຽດສັກສີແລະຄຸນຄ່າຂອງມະນຸດ; 2.ອອກຄໍາເຫັນຊຶ່ງຕ້ອງໄດ້ຮັບການພິຈາລະນາບົນພື້ນຖານການຊັ່ງຊາລະດັບອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກຄວາມຖືກຄວາມຜິດ; 3.ໄດ້ຮັບການຊ່ວຍເຫຼືອຈາກພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງທາງກົດໝາຍໃນທຸກຂັ້ນຕອນຂອງການດໍາເນີນຄະດີເພື່ອປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງເດັກລວມທັງການຟື້ນຟູຮ່າງກາຍແລະຈິດໃຈ; 4.ໄດ້ຮັບການຮັກສາຄວາມລັບແລະຄວາມເປັນສ່ວນຕົວ; 5.ໄດ້ຮັບການປົກປ້ອງຈາກການບັງຄັບ,ຂົ່ມຂູ່,ຈໍາແນກຫຼືອັນຕະລາຍທຸກຮູບແບບລວມທັງສະມາຊິກຄອບຄອງຂອງຕົນ; 6.ໄດ້ຮັບສິນອື່ນຕາມທີ່ໄດກໍານົດໄວ້ໃນກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.
ມາດຕາ22ນັກສັງຄົມສົງເຄາະຫຼືນັກຈິດຕະວິທະຍາ ນັກສັງຄົມສົງເຄາະຫຼືນັກຈິດທະວິທະຍາສາມາດເຂົ້າຮ່ວມໃນທຸກຂັ້ນຕອນຂອງການດໍາເນີນຄະດີເດັກເພື່ອປະຕິບັດສິດແລະໜ້າທີ່ດັ່ງນີ້: 1.ໃຫ້ການຊ່ວຍເຫຼືອຊອກຫາບ່ອນພັກເຊົາແກ່ເດັກ; 2.ຊອກຫາພໍ່ແມ່ຫຼືຜູ້ປົກຄອງຂອງເດັກ; 3.ຊອກຫາສາເຫດສະພາບແວດລ້ອມຂອງເດັກ; 4.ຟື້ນຟູດ້ານຈິດຕະສາດຂອງເດັກແລະຊ່ວຍເຫຼືອເດັກໃນການກັບຄືນສູ່ຄອບຄົວແລະສັງຄົມ; 5.ຕິດຕາມເດັກຕາມການຕັດສິນຂອງສານຫຼືຕາມມາດຕະການທີ່ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານຫຼືຫ້ອງການຍຸຕິທໍາເມືອງ,ເທດສະບານ,ໜ່ວຍງານສືບສວນສອບສວນຄະດີເດັກແລະໜ່ວຍງານໄອຍະການເດັກວາງໃສ່ເດັກ; 6.ໃຫ້ຄໍາປຶກສາແກ່ເດັກ,ຕິດຕາມ,ບໍາບັດແລະຟື້ນຟູທາງດ້ານຮ່າງກາວແລະຈິດໃຈຂອງເດັກ; 7.ເຂົ້າຮ່ວມການສອບຖາມ,ການສໍາພາດເດັກແລະການໄກ່ເກ່ຍຄະດີເດັກ; 8.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍແລະຕາມການມອບໝາຍ.
ມາດຕາ23ຜູ້ຕາງໜ້າແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຫຼືອົງການຈັດຕັ້ງສັງຄົມ ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຫຼືອົງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງສາມາດແຕ່ງຕັ້ງຜູ້ຕາງໜ້າເຂົ້າຮ່ວມການແກ້ໄຂຄະດີເດັກໃນກໍລະນີທີ່ພົວພັນກັບການຈັດຕັ້ງຂອງຕົນຫຼືເປັນຜູ້ປົກປ້ອງເດັກ.
ມາດຕາ24ຄູ,ອາຈານ,ຜູ້ໃຊ້ວຽກຫຼືຜູ້ໃຊ້ແຮງງານເດັກ ຄູ່,ອາຈານ,ຜູ້ໃຊ້ວຽກຫຼືຜູ້ໃຊ້ແຮງງານເດັກມີສິດເຂົ້າຮ່ວມໃນການດໍາເນີນຄະດີເດັກໃນຖານະເປັນພະຍານ,ຜູ້ປົກປ້ອງເດັກຫຼ່ຜູ້ຮັບຜິດຊອບທາງແພ່ງ,ໃຫ້ຄວາມຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງໃນການສະໜອງຂໍ້ມູນກ່ຽວກັບເດັກເປັນຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍຫຼືຜູ້ຖືກເຄາະຮ້າຍ,ພ້ອມກັນນັ້ນກໍ່ມີພັນທະໃນການສຶກສາອົບຮົມແລະຕິດຕາມເດັກໃຫ້ກາຍເປັນພົນລະເມືອງດີ.
ມາດຕາ25ບຸກຄົນທີ່ບໍ່ອະນຸຍາດໃຫ້ເປັນຜູ້ຕາງນ້າຫຼືຜູ້ປົກປ້ອງເດັກ ບຸກຄົນທີ່ບໍ່ອະນຸຍາດໃຫ້ເປັນຜູ້ຕາງໜ້າຫຼືຜູ້ປົກປ້ອງເດັກມີດັ່ງນີ້: 1.ຜູ້ເຄີຍໄດ້ກະທາຜິດຕໍ່ເດັກ; 2.ຜູ້ບໍ່ໄດ້ຮັບມອບສິດຢ່າງຖືກຕ້ອງ; 3.ຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ; 4.ຜູ້ຮັບຜິດຊອບໃນການແກ້ໄຂຫຼືດໍາເນີນຄະດີເດັກ; 5.ຜູ້ຖືກຄັດຄ້ານຈາກເດັກຫຼືຈາກບຸກຄົນອື່ນ.
ໝວດທີ2ອົງການທີ່ມີສິດໃນການດໍາເນີນຄະດີເດັກ
ມາດຕາ26ອົງການທີ່ມີສິດແກ້ໄຂທາງດ້ານບໍລິຫານ ອົງການທີ່ມີສິດແກ້ໄຂຄະດີເດັກທາງດ້ານບໍລິຫານມີດັ່ງນນີ້: 1.ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ; 2.ຫ້ອງການຍຸຕິທໍາເມືອງ,ເທດສະບານ; 3.ໜ່ວຍງານສືບສວນສອບສວນຄະດີເດັກ; 4.ໜ່ວຍງານໄອຍະການເດັກ; ສໍາລັບສິດແລະໜ້າທີ່ຂອງອົງການດັ່ງກ່າວໄດ້ກໍານົດໄວ້ໃນມາດຕາ31,32,42ແລະ71ຂອງກົດໝາຍສະບັບນີ້.
ມາດຕາ27ອົງການທີ່ມີສິດອໍານາດໃນການດໍາເນີນຄະດີເດັກ ອົງການທີ່ມີສິດອໍານາດໃນການດໍາເນີນຄະດີເດັກມີດັ່ງນີ້: 1.ອົງການສືບສວນສອບສວນ; 2.ອົງການໄອຍະການປະຊາຊົນ; 3.ສານເດັກແລະຄະນະສານເດັກ. ອົງການສືບສວນສອບສວນແລະອົງການໄອຍະການປະຊາຊົນສ້າງຕັ້ງໜ່ວຍງານສືບສວນສອບສວນຄະດີເດັກແລະໜ່ວຍງານໄອຍະການເດັກໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອເຮັດໜ້າທີ່ດໍາເນີນຄະດີເດັກສະເພາະ.
ພາກທີ4ຮູບການການແກ້ໄຂຄະດີເດັກ
ມາດຕາ28ຮູບການການແກ້ໄຂ ການແກ້ໄຂຄະດີເດັກໃຫ້ດໍາເນີນດ້ວຍສອງຮູບການດັ່ງນີ້: 1.ການແກ້ໄຂຄະດີເດັກທາງດ້ານບໍລິຫານ; 2.ການແກ້ໄຂຄະດີເດັກຕາມຂະບວນການຍຸຕິທໍາ.
ມາດຕາ29ການແກ້ໄຂຄະດີເດັກທາງດ້ານບໍລິຫານ ການແກ້ໄຂຄະດີເດັກທາງດ້ານບໍລິຫານແມ່ນການແກ້ໄຂດ້ວຍໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ,ຫ້ອງການຍຸຕິທໍາເມືອງ,ເທດສະບານໜ່ວຍງານສືບສວນສອບສວນຄະດີເດັກແລະໜ່ວຍງານໄອຍະການເດັກສໍາລັບຄະດີເດັກກະທໍາຜິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ12ຂອງກົດມາຍສະບັບນີ້. ໃນກໍລະນີເດັກອາຍຸຕໍ່າກວ່າສິບຫ້າປີທີ່ໄດ້ກະທໍາຜິດຢ່າງຮ້າຍແຮງ,ກະທໍາຜິດເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືກະທໍາຜິດໃນສະຖານຄະຣຸໂທດນັ້ນໃຫ້ອົງການທີ່ໄດ້ກໍານົດໄວ້ໃນວັກເທິງນີ້ທໍາການໄກ່ເກ່ຍ,ສຶກສາອົບຮົມພ້ອມທັງວາງມາດຕະການຕາມທີ່ໄດ້ກໍານົດໄວ້ໃນມາດຕາ36ຂອງກົດໝາຍສະບັບນີ້. ການກະທໍາຂອງເດັກທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປແລະມີອົງປະກອບຂອງການກະທໍາຜິດທາງອາຍາຢ່າງຄົບຖ້ວນແຕ່ໄດ້ກໍ່ຄວາມເສຍຫາຍຕໍ່າກວ່າຫ້າແສນກີບໃຫ້ແກ້ໄຂທາງດ້ານບໍລິຫານຍົກເວັ້ນການກະທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນຫຼືການກະທໍາຜິດອື່ນທີ່ເປັນອັນຕະລາຍເຊັ່ນການຊິງຊັບໃຫ້ແກ້ໄຂຕາມລະບຽບການຍຸຕິທໍາ.
ມາດຕາ30ການແກ້ໄຂຄະດີເດັກຕາມຂະບວນການຍຸຕິທໍາ ການແກ້ໄຂຄະດີເດັກຕາມຂະບວນການຍຸຕິທໍາແມ່ນການດໍາເນີນການສືບສວນສອບສວນ,ການສໍາພາດ,ການໄກ່ເກ່ຍກ່ຽວກັບການໃຊ້ແທນຄ່າເສຍຫາຍທາງແພ່ງ.ການນໍາໃຊ້ມາດຕະການຕ່າງໆຂອງໜ່ວຍງານສືບສວນສອບສວນຄະດີເດັກ.ໜ່ວຍງານໄອຍະການເດັກແລະການພິຈາລະນາຕັດສິນຂອງສານ.
ໝວດທີ1ການແກ້ໄຂຄະດີເດັກທາງດ້ານບໍລິຫານ
ມາດຕາ31ສິດແລະໜ້າທີ່ຂອງໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານມີສິດແລະໜ້າທີ່ດັ່ງນີ້: 1.ໄກ່ເກ່ຍຄະດີເດັກກະທໍາຜິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ29ຂອງກົດໝາຍສະບັບນີ້; 2.ໄກ່ເກ່ຍບັນຫາທາງແພ່ງທີ່ພົວພັນກັບເດັກຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ; 3.ວາງມາດຕະການເພື່ອສຶກສາອົບຮົມ,ຕັກເຕືອນເດັກກະທໍາຜິດແລະຊອກຫາວິທີການສະກັດກັ້ນການກະທໍາຜິດຂອງເດັກ; 4.ຈັດຕັ້ງປະຕິບັດຜົນການໄກ່ເກ່ຍ,ຕິດຕາມຊຸກຍູ້ໃຫ້ຜູ້ຮັບຜິດຊອທາງແພ່ງໃຊ້ແທນຄ່າເສຍຫາຍ; 5.ສົ່ງສໍານວນເອກະສານທີ່ໄດ້ໄກ່ເກ່ຍສໍາເລັດແລ້ວໃຫ້ຫ້ອງການຍຸຕິທໍາເມືອງ,ເທດສະບານເປັນຜູ້ເກັບຮັກສາໄວ້ແລະສົ່ງຜົນການໄກ່ເກ່ຍດັ່ງກ່າວໃຫ້ໜ່ວຍງານສືບສວນສອບສວນຄະດີເດັກເພື່ອຕິດຕາມການເຄື່ອນໄຫວຂອງເດັກ,ໃນກໍລະນີການໄກ່ເກ່ຍຫາກບໍ່ສໍາເລັດກໍ່ຕ້ອງສົ່ງໃຫ້ຫ້ອງການຍຸຕິທໍາເມືອງ,ເທດສະບານທໍາການໄກ່ເກ່ຍຕື່ມອີກ; 6.ຕິດຕາມຫຼືປະສານສົມທົບກັບຕາໜ່ງປົກປ້ອງແລະຊ່ວຍເຫຼືອເດັກຂັ້ນບ້ານແລະອົງການອື່ນທີ່ກ່ຽວຂ້ອງໃນການຊ່ວຍເຫຼືອເດັກແລະສົ່ງເດັກກັບຄືນສູ່ຄອບຄົວແລະສັງຄົມ; 7.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ໃນກໍລະນີທີ່ບໍ່ທັນໄດ້ສ້າງຕັ້ງໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານໃຫ້ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານເປັນຜູ້ຮັບຜິດຊອບໄກ່ເກ່ຍ.
ມາດຕາ32ສິດແລະໜ້າທີ່ຂອງຫ້ອງການຍຸຕິທໍາເມືອງ,ເທດສະບານ ໃນການໄກ່ເກ່ຍຄະດີເດັກຫ້ອງການຍຸຕິທໍາເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1.ຊີ້ນໍາທາງດ້ານວິຊາການຕໍ່ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ; 2.ໄກ່ເກ່ຍແລະສຶກສາອົບຮົມເດັກກະທໍາຜິດໃນຄະດີທີ່ສົ່ງມາຈາກໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ; 3.ຕິດຕາມ,ກວດກາການວາງມາດຕະການຕໍ່ເດັກກະທໍາຜິດຂອງໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ; 4.ເກັບກໍາສະຖິຕິແລະເກັບຮັກສາສໍານວນເອກະສານຂອງເດັກກະທໍາຜິດທີ່ຮັບຈາກໜ່າຍໄກ່ເກ່ຍຄະດີເດັກຂັ້ນບ້ານຫຼືຕົນເອງເປັນຜູ້ໄກ່ເກ່ຍ; 5.ຈັດຕັ້ງປະຕິບັດຜົນການໄກ່ເກ່ຍຫຼືຄໍາຕົກລົງຂອງສານກ່ຽວກັບບັນຫາທາງແພ່ງໃນຄະດີເດັກ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ໃນກໍລະນີບໍ່ສາມາດຕົກລົງຫຼືໄກ່ເກ່ຍກັນໄດ້ກ່ຽວກັບບັນຫາທາງແພ່ງນັ້ນຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານ.
ມາດຕາ33ຂັ້ນຕອນກະກຽມການໄກ່ເກ່ຍຄະດີເດັກ ການກະກຽມການໄກ່ເກ່ຍຄະດີເດັກໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: 1.ມີຄໍາຮ້ອງ,ຄໍາສະເໜີເປັນລາຍລັກອັກສອນຂອງຜູ້ຖືກເສຍຫາຍຫຼືມີສໍານວນຄະດີທີ່ສົ່ງມາຈາກອົງການສືບສວນສອບສວນຫຼືອົງການໄອຍະການປະຊາຊົນ.ໃນກໍລະນີມີການສະເໜີທາງປາກເປົ່າອົງການທີ່ກ່ຽວຂ້ອງຕ້ອງເຮັດບົກບັນທຶກແລ້ວໃຫ້ຜູ້ສະເໜີນັ້ນເຊັນແລະ/ຫຼືແປະໂປ້ມືໄວ້; 2.ປະກອບສໍານວນເອກະສານທີ່ກ່ຽວຂ້ອງກັບເຫດການຂອງຄະດີ; 3.ຄົ້ນຄວ້າເອກະສານເພື່ອກະກຽມໃຫ້ແກ່ການໄກ່ເກ່ຍ; 4.ກະກຽມຜູ້ໄກ່ເກ່ຍ,ກໍານົດວັນເວລາ,ຜູ້ເຂົ້າຮ່ວມແລະສະຖານີ່ໄກ່ເກ່ຍທີ່ເໝາະສົມ; 5.ເຊີນຜູ້ກ່ຽວຂ້ອງເຂົ້າຮ່ວມການໄກ່ເກ່ຍ. ການໄກ່ເກ່ຍຄະດີເດັກຕ້ອງດໍາເນີນພາຍໃນສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຫຼືຄໍາສະເໜີເປັນຕົ້ນໄປ.
ມາດຕາ34ຫຼັກການການໄກ່ເກ່ຍຄະດີເດັກ ໃນການໄກ່ເກ່ຍຄະດີເດັກໃຫ້ປະຕິບັດຕາມຫຼັກການດັ່ງນີ້: 1.ມີຂໍ້ມູນ,ຫຼັກຖານຮັດກຸມ,ໜັກແໜ້ນແລະຄົບຖ້ວນ; 2.ມີການຮັບສາລະພາບຂອງເດັກຕໍ່ການກະທໍາຜິດຂອງຕົນແລະມີການຍິນຍອມໃຫ້ໄກ່ເກ່ຍຂອງຄູ່ກໍລະນີ; 3.ມີການເຂົ້າຮ່ວມຂອງເດັກ,ພໍ່ແມ່,ຜູ້ປົກຄອງ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນ; 4.ໃຫ້ຜູ້ໄກ່ເກ່ຍວາງຕົວເປັນກາງ; 5.ມີການຕົກລົງດ້ວຍຄວາມສະໝັກໃຈຂອງຄູ່ກໍລະນີໂດຍປາສະຈາກການບັງຄັບ,ນາບຂູ່ຫຼືໃຊ້ວິທີການອື່ນທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ; 6.ວາງມາດຕະການຕໍ່ເດັກໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ຮັບປະກັນສິດແລະຜົນປະໂຫຍດອັນຊອບທໍາຂອງເດັກ; ການໄກ່ເກ່ຍຢູ່ແຕ່ລະຂັ້ນສູງສຸດບໍ່ໃຫ້ເກີນສາມຄັ້ງແລະແຕ່ລະຄັ້ງຫ່າງກັນບໍ່ໃຫ້ເກີນສິບວັນ.
ມາດຕາ35ວິທີການໄກ່ເກ່ຍຄະດີເດັກ ຜູ້ໄກ່ເກ່ຍຄະດີເດັກຕ້ອງດໍາເນີນຕາມວິທີການຕົ້ນຕໍດັ່ງນີ້: 1.ຊອກຮູ້ປະຫວັດ,ພຶດຕິກໍາຜ່ານມາຂອງເດັກ,ສະພາບການດໍາລົງຊີວິດຂອງຄອບຄົວເດັກ; 2.ຊອກຮູ້ສາເຫດຕົ້ນຕໍທີ່ພາໃຫ້ເດັກກະທໍາຜິດໂດຍເຈດຕະນາຫຼືຮູ້ເທົ່າບໍ່ເຖິງການ; 3.ໃຊ້ວາຈາສຸພາບ,ອ່ອນໂຍນແລະນິ້ມນວນ; 4.ໃຊ້ຄໍາເວົ້າທີ່ເຂົ້າໃຈງ່າຍ,ມີລັກສະນະເປັນກັນເອງເພື່ອບໍ່ໃຫ້ເດັກເກີດຄວາມຢ້ານກົວ; 5.ສຶກສາອົບຮົມຄູ່ກໍລະນີໃຫ້ຮັບຮູ້ເຂົ້າໃຈເຖິງເຫດການທີ່ເກີດຂຶ້ນແລ້ວໃຫ້ມີການປະນີປະນອມກັນ. ນອກຈາກວິທີການທີ່ໄດ້ກໍານົດໄວ້ຂ້າງເທິງນີ້ແລ້ວການດໍາເນີນການໄກ່ເກ່ຍຍັງຕ້ອງປະຕິບັດຕາມລະບຽບການສະເພາະ.
ມາດຕາ36ການວາງມາດຕະການຕໍ່ເດັກ ເມື່ອມີຂໍ້ມູນຫຼັກຖານວ່າເດັກເປັນຜູ້ກະທໍາຜິດແລ້ວໃນເວລາໄກ່ເກ່ຍເຖິງວ່າມີການຕົກລົງຫຼືບໍ່ຕົກລົງກັນກ່ຽວກັບບັນຫາທາງແພ່ງກໍ່ຕາມອົງການທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ26ຂອງກົດໝາຍສະບັບນີ້ຕ້ອງວາງມາດຕະການທີ່ເໝາະສົມໃສ່ເດັກດັ່ງນີ້: 1.ສຶກສາອົບຮົມໃຫ້ເດັກເຂົ້າໃຈຕໍ່ການກະທໍາຜິດຂອງຕົນ; 2.ໃຫ້ໄປຂໍອະໄພນໍາຜູ້ຖືກເສຍຫາຍດ້ວຍວິທີການອັນເໝາະສົມ; 3.ໃຊ້ແທນຄ່າເສຍຫາຍທາງແພ່ງແຕ່ໃຫ້ພໍ່ແມ່ຫຼືຜູ້ປົກຄອງເປັນຜູ້ຮັບຜິດຊອບ; 4.ມອບໃຫ້ພໍ່ແມ່,ຜູ້ປົກຄອງຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງເປັນຜູ້ກ່າວເຕືອນ,ສຶກສາອົບຮົມແລະຕິດຕາມຢ່າງໃກ້ຊິດ; 5.ໃຫ້ເດັກເຂົ້າມາສະເໜີຕົວຕໍ່ການຈັດຕັ້ງທີ່ກ່ຽວຂ້ອງຕາມວັນເວລາແລະສະຖານທີ່ທີ່ໄດ້ກໍານົດໄວ້; 6.ນໍາໃຊ້ມາດຕະການອື່ນທີ່ເຫັນວ່າເໝາະສົມເຊັ່ນການອອກແຮງງານໃຫ້ສັງຄົມຕາມຄວາມເໝາະສົມກັບອາຍຸຂອງເດັກ. ການວາງມາດຕະການໃສ່ເດັກນັ້ນບໍ່ໃຫ້ມີລັກສະນະເປັນການປະຈານ,ອອກແຮງງານໜັກຫຼືອອກແຮງງານແບບເປິເປື້ນຊຶ່ງຈະມີຜົນກະທົບຕໍ່ສຸຂະພາບຂອງເດັກແລະບໍ່ໃຫ້ລະເມີດກົດໝາຍວ່າດ້ວຍແຮງງານ.
ມາດຕາ37ບົດບັນທຶກການໄກ່ເກ່ຍ ການໄກ່ເກາຍຄະດີເດັກເຖິງວ່າຈະຕົກລົງກັນໄດ້ທັງໝົດ,ບາງສ່ວນຫຼືບໍ່ສາມາດຕົກລົງກັນໄດ້ກໍ່ຕາມຕ້ອງເຮັດບົດບັນທຶກຊຶ່ງມີຮ່າງແບບພິມສະເພາະໂດຍໃຫ້ມີຊື່ແລະນາມສະກຸນຂອງຜູ້ໄກ່ເກ່ຍ:ຊື່,ນາມສະກຸນແລະທີ່ຢູ່ຂອງຜູ້ເຂົ້າຮ່ວມເປັນຕົ້ນເດັກ,ພໍ່ແມ່,ທະນາຍຄວາມຫຼືຜູ້ປົກຄອງເດັກ,ຜູ້ຖືກເສຍຫາຍລວມທັງຜົນການໄກ່ເກ່ຍ,ການຈັດຕັ້ງປະຕິບັດແລະການວາງມາດຕະການໃສ່ເດັກ. ຜູ້ໄກ່ເກ່ຍຕ້ອງອ່ານບົດບັນທຶກໃຫ້ຄູ່ກໍາລະນີຟັງຫຼືໃຫ້ຄູ່ກໍລະນີອ່ານບົດບັນທຶກນັ້ນເອງແລ້ວໃຫ້ຜູ້ເຂົ້າຮ່ວມລົງລາຍເຊັນແລະ/ຫຼືແປະໂປ້ມືໄວ້ເປັນຫຼັກຖານ.ໃນກໍລະນີມີຮອຍລຶບຫຼືຂີດຂ້າຂໍ້ຄວາມໃດໜຶ່ງນັ້ນໃຫ້ເຊັ່ນຫຼືແປະໂປ້ມືຮັບຮູ້ໃສ່ໜ້າແຖວນັ້ນໄວ້. ບົດບັນທຶກການໄກ່ເກ່ຍຕ້ອງເຮັດເປັນສາມສະບັບໃຫ້ຄູ່ກໍລະນີຝ່າຍລະໜຶ່ງສະບັບແລະອີກສະບັບໜຶ່ງເກັບໄວ້ໃນສໍານວນ. ສໍາເນົາບົດບັນທຶກການໄກ່ເກ່ຍຂອງໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ,ຫ້ອງການຍຸຕິທໍາເມືອງ,ເທດສະບານ,ໜ່ວຍງານສືບສວນສອບສວນຄະດີເດັກຕ້ອງສົ່ງໃຫ້ໜ່ວຍງານໄອຍະການເດັກເພື່ອຕິດຕາມ.
ມາດຕາ38ຜົນຂອງບົດບັນທຶກການໄກ່ເກ່ຍ ບົກບັນທຶກການໄກ່ເກ່ຍຂອງອົງການທີ່ກ່ຽວຂ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ26ຂອງກົດໝາຍສະບັບນີ້ມີຜົນໃຊ້ໄດ້ນັບແຕ່ວັນຄູ່ກໍລະນີລົງລາຍເຊັນເປັນຕົ້ນໄປ.ສໍາລັບບົດບັນທຶກການໄກ່ເກ່ຍຢູ່ສານນັ້ນມີຜົນບັງຄັບໃຊ້ນັບແຕ່ວັນສານໄດ້ອອກຄໍາສັ່ງປະຕິບັດຜົນການໄກ່ເກ່ຍເປັນຕົ້ນໄປ. ຄູ່ກໍລະນີຝ່າຍທີ່ໄດ້ຮັບຄວາມອັບປະໂຫຍດຈາກການບໍ່ປະຕິບັດຜົນຂອງການແກ້ໄຂທາງດ້ານບໍລິຫານມີສິດຮ້ອງຂໍຕໍ່ສານໃຫ້ພິຈາລະນາອອກຄໍາຊີ້ຂາດເພື່ອບັງຄັບປະຕິບັດຜົນການໄກ່ເກ່ຍດັ່ງກ່າວ. ເມື່ອໄດຮັບຄໍາຮ້ອງຂໍຂອງຄູ່ກໍລະນີແລ້ວສານຕ້ອງພິຈາລະນາອອກຄໍາຊີ້ຂາດພາຍໃນສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປ. ໃນການພິຈາລະນາອອກຄໍາຊີ້ຂາດນັ້ນສານຕ້ອງກວດເບິ່ງການດໍາເນີນການໄກ່ເກ່ຍວ່າໄດ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍຫຼືບໍ່,ຖ້າເຫັນວ່າຖືກຕ້ອງແລ້ວສານຕ້ອງອອກຄໍາຊີ້ຂາດຢັ້ງຢືນເອົາ,ໃນກໍລະນີບໍ່ຖືກຕ້ອງຕາມລະບຽບກົດໝາຍສານປໍ່ຈະອອກຄໍາຊີ້ຂາດບໍ່ຢັ້ງຢືນແຕ່ຄູ່ກໍລະນີສາມາດຮ້ອງຟ້ອງທາງແພ່ງຕໍ່ສານເດັກ. ຄໍາຊີ້ຂາດຂອງສານມີຜົນບັງຄັບປະຕິບັດໃນທັນໃນແລະບໍ່ສາມາດຂໍອຸທອນໄດ້. ຄ່າທໍານຽມຂອງການໄກ່ເກ່ຍໃຫ້ປະຕິບັດຕາມລະບຽບກົດໝາຍ.
ໝວດທີ2ການແກ້ໄຂຄະດີເດັກຕາມຂະບວນການຍຸຕິທໍາ
ມາດຕາ39ເດັກກະທໍາຜິດ ເດັກກະທໍາຜິດຊຶ່ງຕ້ອງດໍາເນີນການແກ້ໄຂຕາມຂະບວນການຍຸຕິທໍາແມ່ນເດັກທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປແຕ່ບໍ່ເຖິງສິບແປດປີຊຶ່ງມີການກະທໍາຫຼືການເມີນເສີຍທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປ,ການກະທໍາຜິດບໍ່ເຂັດຫຼາບ,ເປັນອາຈິນແລະມີອົງປະກອບການກະທໍາຜິດທາງອາຍາ.
ມາດຕາ40ສິດຂອງເດັກທີ່ຖືກດໍາເນີນຄະດີ ການດໍາເນີນຄະດີອາຍາເດັກເປັນຜູ້ຖືກຫາຫຼືເປັນຈໍາເລີຍມີສິດດັ່ງນີ້: 1.ໄດ້ຮັບຊາບຂໍ້ກ່າວຫາແລະສິດໃນການຕໍ່ສູ້ຄະດີ; 2.ໄດ້ຮັບການໄກ່ເກ່ຍກ່ຽວກັບຄ່າເສຍຫາຍທາງແພ່ງ; 3.ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍຈາກທະນາຍຄວາມຫຼືຜູ້ປົກປ້ອງທີ່ຖືກຕ້ອງຕາມກົດໝາຍ; 4.ໃຫ້ພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງເຂົ້າຮ່ວມໃນທຸກຂັ້ນຕອນຂອງການດໍາເນີນຄະດີອາຍາ; 5.ໄດ້ຮັບການປະຕິບັດຢ່າງເໝາະສົມໃນທຸກຂັ້ນຕອນຂອງການດໍາເນີນຄະດີໂດຍບໍ່ມີການບັງຄັບນາບຂູ່ແລະການໃຊ້ຄໍາເວົ້າທີ່ແຕະຕ້ອງເຖິງກຽດສັກສີຂອງເດັກ; 6.ໄດ້ຮັບການປົກປ້ອງແລະຄຸ້ມຄອງຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ; 7.ໄດ້ຮັບການຮັກສາຄວາມລັບກ່ຽວກັບປະຫວັດແລະຄວາມລັບສ່ວນຕົວຂອງຕົນ; 8.ໄດ້ຮັບສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ພາກທີ5ອົງການສືບສວນສອບສວນ
ມາດຕາ41ອົງການສືບສວນສອບສວນ ເພື່ອຮັບປະກັນການປະຕິບັດສິດແລະໜ້າທີ່ຂອງຕົນອົງການສືບສວນສອບສວນມີໜ່ວຍງານສືບສວນສອບສວນຄະດີເດັກຊຶ່ງຖືກສ້າງຕັ້ງຂຶ້ນໂດຍກະຊວງປ້ອງກັນຄວາມສະຫງົບ. ເຈົ້າໜ້າທີ່ສືບສວນສອບສວນຄະດີເດັກຕ້ອງແມ່ນຜູ້ທີ່ໄດ້ຮັບການຝຶກອົບຮົມສະເພາະກ່ຽວກັບການດໍາເນີນຄະດີເດັກ. ໂຄງປະກອບບຸກຄະລາກອນຂອງໜ່ວຍງານສືບສວນສອບສວນຄະດີເດັກໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ42ສິດແລະໜ້າທີ່ຂອງໜ່ວຍງານສືບສວນສອບສວນຄະດີເດັກ ໜ່ວຍງານສືບສວນສອບສວນຄະດີເດັກມີສິດແລະໜ້າທີ່ດັ່ງນີ້: 1.ຮັບແລະບັນທຶກການຮ້ອງຟ້ອງຫຼືແຈ້ງຄວາມ; 2.ສະເໜີຂໍຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນແລະສົ່ງສໍາເນົາຄໍາສັ່ງດັ່ງກ່າວລາຍງານໃຫ້ຫົວໜ້າອົງການໄອຍະການປະຊາຊົນ; 3.ດໍາເນີນການສືບສວນສອບສວນ,ສືບສວນສອບຖາມ,ສໍາພາດແລະສະຫຼຸບຄະດີເດັກເພື່ອສົ່ງໃຫ້ອົງການໄອຍະການປະຊາຊົນ; 4.ສະເໜີຂໍນໍາໃຊ້ມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລາຍງານເປັນລາຍລັກອັກສອນໃຫ້ຫົວນ້າອົງການໄອຍະການປະຊາຊົນ; 5.ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງຕາມການມອບໝາຍ; 6.ໄກ່ເກ່ຍແລະວາງມາດຕະການໃສ່ເດັກກະທໍາຜິດຕາມມາຕາ36ຂອງກົດໝາຍສະບັບນີ້: 7.ສະເໜີຂໍຄໍາສັ່ງໂຈະຫຼືຊັດມ້ຽນຄະດີຕໍ່ຫົວໜ້າອົງການສືບສວນສອບສວນແລ້ວລາຍງານຕໍ່ອົງການໄອຍະການປະຊາຊົນໃນທັນໃດ; 8.ໄດ້ຮັບການບໍາລຸງຫຼືຍົກລະດັບວິຊາການກ່ຽວກັບການດໍາເນີນຄະຄະເດັກ; 9.ປະຕິບັດສິດດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ໝວດທີ1ການເປີດການສືບສວນສອບສວນ
ມາດຕາ43ການເປີດການສືບສວນສອບສວນ ການເປີດການສືບສວນສອບສວນ,ການປ່ຽນແປງຫຼືເພີ່ມເຕີມຄໍາສັ່ງເປີດການສືບສວນສອບສວນຄະດີເດັກໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.
ມາດຕາ44ສາເຫດທີ່ພາໃຫ້ເປີດການສືບສວນສອບສວນ ສາເຫດທີ່ພາໃຫ້ເປີດການສືບສວນສອບສວນຄະດີເດັກມີດັ່ງນີ້: 1.ມີຄໍາຮ້ອງຟ້ອງຫຼືການແຈ້ງຄວາມຂອງບຸກຄົນຫຼືການຈັດຕັ້ງກ່ຽວກັບການກະທໍາຜິດຂອງເດັກຫຼືການພົບເຫັນເດັກຖືກເຄາະຮ້າຍ; 2.ມີການເຂົ້າມອບຕົວຂອງເດັກກະທໍາຜິດຕໍ່ໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍະການເດັກ; 3.ພົບເຫັນຮ່ອງຮອຍການກະທໍາຜິດຂອງເດັກຫຼືເດັກຖືກເຄາະຮ້າຍໂດຍໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍະການເດັກ; 4.ມີການຈັບຕົວກັກຕົວໃນກໍລະນີເຊິ່ງນ້າຫຼືຮີບດ່ວນ. ໃນເວລາຄົ້ນຄວ້າພິຈາລະນາຄະດີຢູ່ສານຫາກພົບເຫັນຫຼັກຖານກ່ຽວກັບການກະທໍາຜິດໃໝ່ຕ້ອງສະເໜີໃຫ້ອົງການໄອຍະການປະຊາຊົນເປີດການສືບສວນສອບສວນຄະດີເພີ່ມເຕີມ.
ມາດຕາ45ຄໍາຮ້ອງຟ້ອງຫຼືການແຈ້ງຄວາມ ຄໍາຮ້ອງຟ້ອງຫຼືການແຈ້ງຄວາມກ່ຽວກັບການກະທໍາຜິດທາງອາຍາຂອງເດັກຫຼືການພົບເຫັນເດັກຖືກເຄາະຮ້າຍໃຫ້ແຈ້ງທາງປາກເປົ່າຫຼືເຮັດເປັນລາຍລັກອັກສອນແລະໃຫ້ຍື່ນຫຼືແຈ້ງຕໍ່ໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍະການເດັກຊຶ່ງຕ້ອງຮັບແລະພິຈາລະນາຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນມາຕາ48ຂອງກົດໝາຍສະບັບນີ້.ສໍາລັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມຂອງອົງການຈັດຕັ້ງຕ້ອງເຮັດເປັນລາຍລັກອັກສອນ. ໃນກໍລະນີຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມໄດ້ເຂົ້າມາດ້ວຍຕົນເອງຊຶ່ງບໍ່ແມ່ນກໍລະນີເຊິ່ງໜ້າຫຼືຮີບດ່ວນພະນັກງານຜູ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມຕ້ອງເຮັດບົດບັນທຶກເອົາຂໍ້ມູນກ່ຽວກັບປະຫວັດ,ສໍາເນົາບັດປະຈໍາຕົວຫຼືສໍາມະໂນຄົວຂອງຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມ,ເນື້ອໃນຂອງຄໍາຮ້ອງຟ້ອງຫຼືການແຈ້ງຄວາມແລ້ວໃຫ້ພະນັກງານແລະຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມນັ້ນລົງລາຍເຊັນ. ບົດບັນທຶກດັ່ງກ່າວຕ້ອງເຮັດເປັນສອງສະບັບແລ້ວມອບສະບັບໜຶ່ງໃຫ້ຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມ,ສ່ວນອີກໜຶ່ງສະບັບໃຫ້ເກັບໄວ້ໃນສໍານວນຄະດີ. ພະນັກງານຜູ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມຕ້ອງແຈ້ງໃຫ້ບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຊາບກ່ຽວກັບຄວາມຮັບຜິດຊອບຕາມກົດໝາຍໃນກໍລະນີທີ່ຄໍາຮ້ອງຟ້ອງຫຼືການແຈ້ງຄວາມນັ້ນຫາກບໍ່ມີມູນຄວາມຈິງຫຼືເປັນການເທັດ.
ມາດຕາ46ການເຂົ້າມອບຕົວຂອງເດັກກະທໍາຜິດ ການເຂົ້າມອບຕົວຂອງເດັກກະທໍາຜິດແມ່ນການເຂົ້າສະເໜີຕົວດ້ວຍຄວາມສະໝັກໃຈຂອງເດັກກະທໍາຜິດເພື່ອລາຍງານກ່ຽວກັບການກະທໍາຂອງຕົນຕໍ່ໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍະການເດັກ. ພະນັກງານຜູ້ຮັບການເຂົ້າມາມອບຕົວນັ້ນຕ້ອງເຮັດບົດບັນທຶກກ່ຽວກັບຊີວະປະຫວັດແລະຄໍາໃຫ້ການຂອງຜູ້ເຂົ້າມອບຕົວ,ໃນກໍລະນີທີ່ຜູ້ກ່ຽວຫາກເຂົ້າມອບຕົວຕໍ່ອົງການອື່ນທີ່ບໍ່ມີສິດໃນການດໍາເນີນຄະດີເດັກອົງການດັ່ງກ່າວຕ້ອງນໍາສົ່ງເດັກນັ້ນໃຫ້ໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍະການເດັກບ່ອນໃກ້ຄຽງໃນທັນໃດ. ການເຂົ້າມອບຕົວຂອງເດັກກະທໍາຜິດຕ້ອງແຈ້ງໃຫ້ພໍ່ແມ່ນ,ຜູ້ປົກຄອງ,ການຈັດຕັ້ງຫຼືອົງການປົກຄອງບ້ານທີ່ກ່ຽວຂ້ອງໃນທັນໃດ.
ມາດຕາ47ການພົບເຫັນຮ່ອງຮອຍການກະທໍາຜິດ ເມື່ອໜ່ວຍງານສືບສວນສອບສວນຄະດີເດັກ,ໜ່ວຍງານໄອຍະການເດັກຫາກພົບເຫັນຮ່ອງຮອຍການກະທໍາຜິດຂອງເດັກຫຼືເດັກຖືກເຄາະຮ້າຍຕ້ອງເຮັດບົດບັນທຶກກ່ຽວກັບສະພາບເຫດການທີ່ພົບເຫັນແລະເກັບກໍາຂໍ້ມູນໃນເບື້ອງຕົ້ນເພື່ອໃຊ້ເປັນພື້ນຖານໃຫ້ແກ່ການເປີດການສືບສວນສອບສວນ. ໃນກໍລະນີໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍາການເດັກໄດ້ເລີ່ມດໍາເນີນແລ້ວຫາກເຫັນວ່າໃນເວລາກະທໍາຜິດນັ້ນບຸກຄົນດັ່ງກ່າວມີອາຍຸຮອດສິບແປດປີແລ້ວກໍ່ໃຫ້ສົ່ງສໍານວນຄະດີໄປຍັງອົງການສືບສວນສອບສວນທີ່ກ່ຽວຂ້ອງເປັນຜູ້ດໍາເນີນຕາມກົດໝາຍ. ສໍາລັບເດັກຖືກເຄາະຮ້າຍຫຼືເດັກເປັນພະຍານໃຫ້ດໍາເນີນຕາມມາຕາ50,51ແລະ52ຂອງກົດໝາຍສະບັບນີ້. ສໍາລັບການຈັບຕົວ,ກັກຕົວໃນກໍລະນີເຊິ່ງນ້າຫຼືຮີບດ່ວນນັ້ນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.
ມາດຕາ48ກໍານົດເວລາໃນການພິຈາລະນາຄໍາຮ້ອງຟ້ອງຫຼືການແຈ້ງຄວາມ ໜ່ວຍງານສືບສວນສອບສວນຄະດີເດັກ,ໜ່ວຍງານໄອຍະການເດັກຕ້ອງພິຈາລະນາຄໍາຮ້ອງຟ້ອງຫຼືການແຈ້ງຄວາມບໍ່ໃຫ້ເກີດກໍານົດສາມວັນນັບແຕ່ວັນໄດ້ຮັບຄໍາຮ້ອງຟ້ອງຫຼືການແຈ້ງຄວາມເປັນຕົ້ນໄປ. ໃນກໍລະນີຄະດີມີຄວາມຫຍຸ້ງຍາກສັບສົນນັ້ນກໍານົດເວລາພິຈາລະນາບໍ່ໃຫ້ເກີດຫ້າວັນແລະຕ້ອງສະເໜີຫົວໜ້າອົງການສືບສວນສອບສວນ,ຫົວໜ້າອົງການໄອຍະການປະຊາຊົນເພື່ອລົງຄໍາເຫັນໃດໜຶ່ງດັ່ງນີ້: 1.ອອກຄໍາສັ່ງເປີດການສືບສວນສອບສວນ; 2.ອອກຄໍາສັ່ງບໍ່ເປີດການສືບສວນສອບສວນ; 3.ສົ່ງຄໍາຮ້ອງຟ້ອງຫຼືການແຈ້ງຄວາມໄປໃຫ້ອົງການທີ່ມີສິດພິຈາລະນາ. ໃນການພິຈາລະນາຄໍາຮ້ອງຟ້ອງຫຼືການແຈ້ງຄວາມນັ້ນກ່ອນຈະອອກຄໍາສັ່ງເປີດຫຼືບໍ່ເປີດການສືບສວນສອບສວນພະນັກງານຜູ້ດໍາເນີນສາມາດທວງເອົາຂໍ້ມູນຫຼັກຖານເບື້ອງຕົນແລະຟັງຄໍາອະທິບາຍທີ່ຈໍາເປັນຈາກຜູ້ຮ້ອງຟ້ອງຫຼືຜູ້ແຈ້ງຄວາມກໍ່ໄດ້. ໃນກໍລະນີທີ່ຂໍ້ມູນຫຼັກຖານໜັກແໜ້ນກ່ຽວກັບການກະທໍາຜິດກໍ່ຕ້ອງອອກຄໍາສັ່ງເປີດການສືບສວນສອບສວນຫຼືຖ້າບໍ່ມີຂໍ້ມູນຫຼັກຖານໜັກແໜ້ນຫຼືມີສາເຫດທີ່ພາໃຫ້ການດໍາເນີນຄະດີອາຍາຕົກໄປຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາກໍ່ຕ້ອງອອກຄໍາສັ່ງບໍ່ເປີດການສືບສວນສອບສວນ.
ໝວກທີ2ວິທີການສືບສວນສອບໂາມແລະການສໍາພາດເດັກ
ມາດຕາ49ສະຖານທີ່ສືສວນສອບຖາມຫຼືສໍາພາດເດັກ ການສືບສວນສອບຖາມ,ການສໍາພາດເດັກໃຫ້ດໍາເນີນຢູ່ສະຖານທີ່ທີ່ເໝາະສົມຫຼືສະຖານທີ່ສະເພາະປາສະຈາກການລົບກວນແລະມີສະພາບແວດລ້ອມທີ່ເປັນທິດຕໍ່ເດັກ.
ມາດຕາ50ການນຸ່ງຖືໃນເວລາສືບສວນສອບສວນຫຼືສໍາພາດເດັກ ໃນການສືບສວນສອບຖາມ,ການສໍາພາດເດັກນັ້ນພະນັກງານທີ່ກ່ຽວຂ້ອງຕ້ອງນຸ່ງເຄື່ອງສຸພາບບໍ່ໃສ່ເຄື່ອງແບບແລະບໍ່ຖືອາວຸດຍົກເວັ້ນການສືບສວນສອບຖາມຫຼືສໍາພາດກັບທີ່ໃນກໍລະນີເຊິ່ງໜ້າຫຼືຮີບດ່ວນແຕ່ເຈົ້າໜ້າທີ່ຄວນປົກປິດອາວຸດເພື່ອຫຼີກລ້ຽງຮູບການທີ່ເປັນການນາບຂູ່ເດັກ.
ມາດຕາ51ການສືບສວນສອບຖາມເດັກ ການສືບສວນສອບຖາມເດັກທີ່ຖືກສົງໄສ,ຖືກຫາ,ເປັນຈໍາເລີຍຕ້ອງໃຫ້ມີພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງອື່ນເຂົ້າຮ່ວມນໍາທຸກຄັ້ງ. ການສືບສວນສອບຖາມເດັກນັ້ນຕ້ອງໃຊ້ຄໍາຖາມທີ່ເຂົ້າໃຈງ່າຍ.ມີລັກສະນະເປັນກັນເອງໂດຍບໍ່ໃຫ້ເດັກເກີດຄວາມຢ້ານກົວ.ຫຼີກເວັ້ນຄໍາຖາມແບບກົດດັນ.ແບບຊີ້ນໍາຫຼືຄໍາຖາມເບົາ.ຊັກຈູງແລະບໍ່ໃຫ້ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່,ທຸບຕີ,ທໍລະມານຫຼືນໍາໃຊ້ມາດຕະການອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ. ການສືບສວນສອບຖາມເດັກແຕ່ລະຄັ້ງໃຫ້ມີການພັກຜ່ອນແຕ່ໃຊ້ເວລາລວມບໍ່ໃຫ້ເກີດເກົ້າສິບນາທີ,ຖ້າເດັກທີ່ຖືກສອບຖາມເປັນເພດຍິງຕ້ອງໃຫ້ເພດດຽວກັນເປັນຜູ້ສອບຖາມຫຼືໃຫ້ມີເພດຍິງເຂົ້າຮ່ວມນໍ້າ. ໃນກໍລະນີເດັກຫຼາຍຄົນຮ່ວມກັນກະທໍາຜິດນັ້ນໃຫ້ແຍກກັນສອບຖາມເທື່ອລະຄົນຖ້າວ່າຄໍາໃຫ້ການຫາກບໍ່ກົງກັນກໍ່ສາມາດສອບຖາມຊ້ອງໜ້າ.
ມາດຕາ52ການສໍາພາດເດັກ ການສໍາພາດເດັກຖືກເຄາະຮ້າຍແລະເດັກເປັນພາຍານຕ້ອງດໍາເນີນໂດຍພະນັກງານຂອງໜ່ວຍງານສືບສວນສອບສວນຄະດີເດັກຫຼືຂອງໜ່າຍງານໄອຍະການເດັກດ້ວຍການປະສານສົມທົບກັບນັກສັງຄົມສົງເຄາະ,ນັກຈິດຕະວິທະຍາຫຼືຕາໜ່າງປົກປ້ອງແລະຊ່ວຍເຫຼືອເດັກຫຼືຜູ້ຕາງນ້າອົງການຈັດຕັ້ງທີ່ກ່ຽວຂ້ອງ. ໃນການສໍາພາດເດັກຖືກເຄາະຮ້າຍແລະເດັກເປັນພະຍານຜູ້ສໍາພາດຕ້ອງປະຕິບັດດັ່ງນີ້: 1.ໃຫ້ມີພໍ່ແມ່,ຜູ້ປົກຄອງ,ຜູ້ປົກປ້ອງຫຼືການຈັດຕັ້ງທີ່ກ່ຽວຂ້ອງເຂົ້າຮ່ວມນໍາ; 2.ໃຊ້ວິທີການທີ່ນິ້ມນວຍແລະເປັນມິດຕໍ່ເດັກ; 3.ໃຊ້ຄໍາເວົ້າທີ່ເຂົ້າໃຈງ່າຍເໝາະສົມກັບອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກຄວາມຖືກຄວາມຜິດ; 4.ຕ້ອງດໍາເນີນໃນສະຖານທີ່ເໝາະສົມ.
ມາດຕາ53ການເອົາຄໍາໃຫ້ການຫຼືການສໍາພາດເດັກພິການ ໃນການເອົາຄໍາໃຫ້ການຫຼືການສໍາພາດເດັກພິການເປັນຕົ້ນເດັກຫູໜວກ,ຕາບອດ,ປາກກືກ,ປັນຍາອ່ອນ,ເສຍຈິດຊຶ່ງບໍ່ສາມາດປະຕິບັດສິດຂອງຕົນໄດ້ນັ້ນຕ້ອງໃຫ້ມີການເຂົ້າຮ່ວມຂອງພໍ່ແມ່,ຜູ້ປົກຄອງ,ຄູ,ຜູ້ຊ່ຽວຊານຫຼືຜູ້ຊໍານານງານ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນແລະໃຫ້ມີສະຖານທີ່ທີ່ເໝາະສົມ.
ມາດຕາ54ການສືບສວນສອບຖາມຫຼືສໍາພາດເດັກທີ່ບໍ່ມີຜູ້ປົກຄອງເຂົ້າຮ່ວມ ໃນການສືບສວນສອບຖາມຫຼືສໍາພາດເດັກທີ່ບໍ່ມີຜູ້ປົກຄອງເຂົ້າຮ່ວມເຊັ່ນເດັກຖືກປະລະ,ບໍ່ສາມາດຕິດຕໍ່ຫາພໍ່ແມ່ຫຼືຜູ້ປົກຄອງໄດ້ຫຼືບຸກຄົນດັ່ງກ່າວຢູ່ຫ່າງໄກບໍ່ສາມາດເຂົ້າຮ່ວມໄດ້ຫຼືປະຕິເສດການເຂົ້າຮ່ວມນັ້ນພະນັກງານທີ່ກ່ຽວຂ້ອງຕ້ອງພົວພັນກັບຍາດໃກ້ຊິດຂອງເດັກຫຼືສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງແຕ່ງຕັ້ງຜູ້ປົກປ້ອງຫຼືເຊີນຜູ້ຕາງໜ້າຕາໜ່າງປົກປ້ອງແລະຊ່ວຍເຫຼືອເດັກເຂົ້າຮ່ວມນໍາ.
ມາດຕາ15ບົດບັນທຶກການສືບສວນສອບຖາມຫຼືສໍາພາດເດັກ ໃນການສືບສວນສອບຖາມຫຼືສໍາພາດເດັກຕ້ອງເຮັດບົດບັນທຶກຄໍາໃຫ້ການຂອງເດັກຊຶ່ງມີເນື້ອໃນຕົ້ນຕໍດັ່ງນີ້ 1.ວັນທີ,ເດືອນ,ປີ,ສະຖານທີ່,ເວລາເລີ່ມຕົ້ນແລະສິ້ນສຸດການສືບສວນສອບຖາມຫຼືການສໍາພາດ; 2.ຊື່ແລະນາມສະກຸນ,ຕໍາແໜ່ງ,ໜ້າທີ່,ບ່ອນປະຈໍາການຂອງເຈົ້າໜ້າທີ່ສືບສວນສອບຖາມຫຼືສໍາພາດແລະຜູ້ບັນທຶກ;ໃນກໍລະນີມີເຈົ້າໜ້າທີ່ເຂົ້າຮ່ວມຫຼາຍຄົນກໍ່ຕ້ອງບອກຊື່ແລະນາມສະກຸນ,ຕໍາແໜ່ງ,ໜ້າທີ່,ບ່ອນປະຈໍາການຂອງແຕ່ລະຄົນ; 3.ຊື່ແລະນາມສະກຸນ,ອາຍຸ,ສັນຊາດ,ອາຊີບ,ທີ່ຢູ່ຂອງຜູ້ເຂົ້າຮ່ວມໃນການເອົາຄໍາໃຫ້ການແຕ່ລະຄົນ,ສໍາລັບເດັກຜູ້ຖືກສົງໄສ,ຜູ້ຖືກຫາຫຼືເປັນຈໍາເລີຍນັ້ນໃຫ້ເອົາຊີວະປະຫວັດລະອຽດຂອງຜູ້ກ່ຽວ; 4.ຂໍ້ກ່າວຫາ; 5.ເນື້ອໃນຂອງການສືບສວນສອບສວນຫຼືສໍາພາດເດັກ. ພາຍຫຼັງທີ່ໄດ້ຮັດບົດບັນທຶກແລ້ວຕ້ອງໃຫ້ຜູ້ໃຫ້ການອ່ານເອງຫຼືໃຫ້ທະນາຍຄວາມຫຼືຜູ້ປົກປ້ອງຂອງຜູ້ກ່ຽວອ່ານຫຼືອ່ານໃຫ້ຜູ້ກ່ຽວຟັງພ້ອມທັງຖາມຄໍາເຫັນຂອງຜູ້ກ່ຽວແລ້ວຈຶ້່ງໃຫ້ລົງລາຍເຊັນແລະ/ຫຼືແປະໂປ້ມືໃສ່. ຖ້າຫາກມີການຂີດຂ້າຫຼືເພີ່ມເຕີມຂໍ້ຄວາມໃນບົດບັນທຶກນັ້ນກໍ່ໃຫ້ລົງລາຍເຊັນຢັ້ງຢືນ,ສ່ວນຜູ້ໃຫ້ການນັ້ນຍັງຕ້ອງແປະໂປ້ມືໃສ່ຕໍາໜ້າແຖວບ່ອນມີການຂີດຂ້າຫຼືເພີ່ມເຕີມອີກ. ຖ້າບົດບັນທຶກນັ້ນຫາກມີຫຼາຍກວ່າໜຶ່ງໜ້າເຈ້ຍຕ້ອງໃຫ້ຜູ້ໃຫ້ການຫຼືທະນາຍຄວາມຫຼືຜູ້ປົກປ້ອງເຊັນແລະ/ຫຼືແປະໂປ້ມືຢັ້ງຢືນໄວ້ໃນແຕ່ລະໜ້າເຈ້ຍ. ໃນກໍລະນີຜູ້ໃຫ້ການຫາກບໍ່ຍອມລົງລາຍເຊັນແລະ/ຫຼືແປະໂປ້ມືກໍ່ໃຫ້ໝາຍເຫດໄວ້ໃນຕອນທ້າຍຂອງບົດບັນທຶກແລ້ວລົງລາຍເຊັນຢັ້ງຢືນໄວ້. ບົດບັນທຶກຄໍາໃຫ້ການດັ່ງກ່າວໃຫ້ເຮັດເປັນສາມສະບັບແລ້ວມອບສະບັບໜຶ່ງໃຫ້ຜູ້ໃຫ້ການ,ອີກສະບັບໜຶ່ງປະກອບໃສ່ສໍານວນຄະດີສ່ວນອີກໜຶ່ງສະບັບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງເກັບມ້ຽນ.
ມາດຕາ56ຜົນຂອງການສອບຖາມຫຼືສໍາພາດເດັກ ການສອບຖາມຫຼືສໍາພາດເດັກທີ່ມີອາຍຸແຕ່ສິບຫ້າປີປາຕໍ່າກວ່າສິບແປດປີຈະສາມາດໃຊ້ເປັນຫຼັກຖານໄດ້ກໍ່ຕໍ່ເມື່ອການພິຈາລະນາຂອງອົງການທີ່ມີສິດໃນການດໍາເນີນຄະດີມີຄວາມໝັ້ນໃຈວ່າເດັກນັ້ນມີຄວາມອາດສາມາດເຂົ້າໃຈຄໍາຖາມຂອງພະນັກງານທີ່ກ່ຽວຂ້ອງແລະຮູ້ໄດ້ເຖິງຜົນສະທ້ອນຂອງຄໍາຕອບຕົນຄວາມຄວາມເປັນຈິງ.ໃນກໍລະນີບໍ່ມີຄວາມໝັ້ນໃຈວ່າເດັກຈະສາມາດເຂົ້າໃຈໄດ້ຢ່າງເລິກເຊິ່ງກັບຄໍາຖາມຫຼືຜົນສະທ້ອນຂອງຄໍາຕອບນັ້ນກໍ່ສາມາດແຕ່ງຕັ້ງຜູ້ຊ່ຽວຊານເພື່ອທໍາການພິສູດສະພາບຈິດແລະຄວາມສາມາດຂອງເດັກໃນການຈໍາແນກຄວາມຖືກຄວາມຜິດ. ການສືບສວນສອບສວນຫຼືສໍາພາດເດັກທີ່ມີອາຍຸຕໍ່າກວ່າສິບຫ້າປີໃຫ້ຖືເປັນຂໍ້ມູນເທົ່ານັ້ນ.
ມາດຕາ57ການສະຫຼຸບຄະດີ ພາຍຫຼັງໄດ້ເກັບກໍາຂໍ້ມູນຫຼັກຖານແລະເອົາຄໍາໃຫ້ການຄົບຖ້ວນແລ້ວເຈົ້າໜ້າທີ່ຂອງໜ່ວຍງານສືບສວນສອບສວນຄະດີເດັກຫຼືຂອງໜ່ວຍງານໄອຍະການເດັກຕ້ອງເຮັດບົດສະຫຼຸບຄະດີຢ່າງເປັນລາຍລັກອັກສອນໂດຍສັງລວມເອົາເຫດການຂອງຄະດີ,ປະເດັນໃນຄະດີ,ຫຼັກຖານໃນຄະດີແລ້ວປະກອບເປັນສໍານວນຄະດີເພື່ອດໍານີນຕາມຂັ້ນຕອນຂອງກົດໝາຍ.
ມາດຕາ58ການແຍກຄະດີ ພາຍຫຼັງການສືບສວນສອບຖມຫຼືສໍາພາດສິ້ນສຸດແລ້ວຖ້າຫາກເຫັນວ່າຄະດີນັ້ນມີເດັກແລະຜູ້ໃຫຍ່ຮ່ວມກັນກະທໍາຜິດໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍະການເດັກຕ້ອງແຍກອອກເປັນສອງສໍານວນລະຫວ່າງຄະດີຜູ້ໃຫຍ່ແລະຄະດີເດັກ.ສ່ວນຄະດີຜູ້ໃຫຍ່ຕ້ອງສົ່ງໃຫ້ອົງການທີ່ມີສິດກ່ຽວຂ້ອງດໍາເນີນຕາມລະບຽບກົດໝາຍ.ຖ້າວ່າຜູ້ຖືກເຄາະຮ້າຍຫຼືເປັນພະຍານຫາກແມ່ນເດັກອົງການທີ່ດໍາເນີນຄະດີຕ້ອງປະຕິບັດຕໍ່ເດັກຕາມກົດໝາຍສະບັບນີ້. ຄໍາໃຫ້ການຂອງເດັກທີ່ຖືກເຄາະຮ້າຍຫຼືເປັນພະຍານໃນຄະດີເດັກສາມາດນໍາໃຊ້ເຂົ້າໃນການພິຈາລະນາຄະດີອື່ນໄດ້ຖ້າບໍ່ຈໍາເປັນບໍ່ໃຫ້ນໍາເດັກມາສືບສວນສອບຖາມຫຼືສໍາພາດຄືນໃນປະເດັນດຽວກັນ.
ມາດຕາ59ການໂຮມຄະດີ ໃນກໍລະນີເດັກຫຼາຍຄົນຮ່ວມກັນກະທໍາຜິດອັນດຽວຫຼືມີຜູ້ຖືກເສຍຫາຍຫຼາຍຄົນຈາກການກະທໍາຜິດຂອງເດັກຜູ້ດຽວຖ້າມີການດໍາເນີນຄະດີຢູ່ຫຼາຍບ່ອນໜ່ວຍງານສືບສວນສອບສວນຄະດີເດັກຫຼືໜ່ວຍງານໄອຍະການເດັກຕ້ອງໂຮມເອົາຄະດີນັ້ນເຂົ້າເປັນສໍານວນດຽວກັນເພື່ອດໍາເນີນຕາມລະບຽບກົດໝາຍ.
ມາດຕາ60ການນໍາໃຊ້ວິທີການສືບສວນສອບຖາມແລະການສໍາພາດເດັກ ໃນການດໍາເນີນຄະດີເດັກນອກຈາກທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລ້ວສາມາດນໍາໃຊ້ວິທີການສືບສວນສອບສວນ,ມາດຕະການຕ່າງໆທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ.
ໝວດທີ3ການນໍາໃຊ້ມາດຕະການສະກັດກັ້ນຕໍ່ເດັກ
ມາດຕາ61ມາດຕະການສະກັດກັ້ນຕໍ່ເດັກ ມາດຕະການສະກັດກັ້ນຕໍ່ເດັກມີດັ່ງນີ້: 1.ການພາຕົວ; 2.ການຄຸມຕົວຢູ່ກັບທີ່; 3.ການກັກຕົວ; 4.ການຈັບຕົວ; 5.ການກັກຂັງພາງ; 6.ການປ່ອຍຕົວພາງ; 7.ການປ່ອຍຕົວ; 8.ການສຶກສາອົບຮົມເດັກ. ໜ່ວຍງານສືບສວນສອບສວນຄະດີເດັກ,ໜ່ວຍງານໄອຍະການເດັກ,ສານເດັກແລະຄະນະສານເດັກຈະກັກຕົວ,ຈັບຕົວແລະກັກຂັງພາງໄດ້ແຕ່ໃຫ້ເປັນມາດຕະການສຸດທ້າຍ.
ມາດຕາ62ການພາຕົວ ໃນກໍລະນີເດັກທີ່ຖືກສົງໄສ,ຖືກຫາທີ່ບໍ່ໄດຖືກກັກຂັງພາງ,ເດັກເປັນພະຍານ,ໂຈດທາງແພ່ງ.ຜູ້ຮັບຜິດຊອບທາງແພ່ງຫາກໄດ້ຮັບໝາຍຮຽກເຖິງສາມຄັ້ງແລ້ວແຕ່ບໍ່ເຂົ້າມາຕາມໝາຍຮຽກໂດຍບໍ່ມເຫດຜົນພຽງພໍນັ້ນຫົວໜ້າອົງການສືບສວນສອບສວນ.ຫົວໜ້າອົງການໄອຍະການປະຊາຊົນ,ສານເດັກຫຼືຄະນະສານດັກຈະອອກຄໍາສັ່ງພາຕົວ,ສໍາລັບການພາຕົວເດັກນັ້ນຕ້ອງໃຫ້ພໍ່,ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງເຂົ້າຮ່ວມນໍາ.ຄໍາສັ່ງພາຕົວໃຫ້ປະຕິບັດໄດ້ແຕ່ເວລາຫົກໂມງຫາສິບແປດໂມງເວັ້ນເສຍແຕ່ໃນກໍລະນີເດັກທີ່ຖືກສົງໄສຫຼືຖືກຫາຈະເອົາຕົວຫຼົບໜີ. ກ່ອນຈະພາຕົວນັ້ນຕ້ອງອ່ານຄໍາສັ່ງໃຫ້ພໍ່,ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງແລະຜູ້ຖືກພາຕົວຊາບ.
ມາດຕາ63ການຄຸ້ມຕົວຢູ່ກັບທີ່ ເພື່ອຮັບປະກັນໃຫ້ແກ່ການດໍາເນີນຄະດີນັ້ນອົງການສືບສວນສອບສວນ,ອົງການໄອຍະການປະຊາຊົນ,ສານເດັກຫຼືຄະນະສານເດັກສາມາດອອກຄໍາສັ່ງຄຸມຕົວເດັກກະທໍາຜິດຢູ່ກັບທີ່ໂດຍບໍ່ອະນຸຍາດໃຫ້ເດັກເຂົ້າຫຼືອອກຈາພື້ນທີ່ໃດໜຶ່ງເວັ້ນເສຍແຕ່ກໍ່ລະນີມີຄໍາຮ້ອງຫຼືຄໍາສະເໜີຂອງພໍ່,ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງຂໍຮັບປະກັນດ້ວຍເຫດຜົນທີ່ເປັນໜ້າເຊື່ອຖືໄດ້. ຄໍາສັ່ງຄຸມຕົວຢູ່ກັບທີ່ຕ້ອງແຈ້ງໃຫ້ພໍ່,ແມ່ຫຼືຜູ້ປົກຄອງແລະສົ່ງໃຫ້ອົງການປົກຄອງບ້ານບ່ອນເດັກອາໄສຢູ່ພ້ອມທັງມອບໃຫ້ອົງການປົກຄອງບ້ານນັ້ນເປັນຜູ້ຄຸ້ມຄອງແລະຕິດຕາມຈົນກວ່າຄະດີຈະສິ້ນສຸດຫຼືມີການລົບລ້າງຄໍາສັ່ງດັ່ງກ່າວ. ໃນກໍລະນີທີ່ເດັກນັ້ນຫາກໄດ້ລະເມີດຄໍາສັ່ງຄຸມຕົວຢູ່ກັບທີ່ກໍ່ອາດຈະນໍາໃຊ້ມາດຕະການສະກັດກັ້ນອື່ນໃສ່ຜູ້ກ່ຽວ.
ມາດຕາ64ການກັກຕົວ ໃນກໍລະນີມີຄວາມຈໍາເປັນເດັກກໍ່ຈະຖືກກັກຕົວເພື່ອທໍາການສືບສວນສອບສວນໂດຍໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງອອກຄໍາສັ່ງກັກຕົວແກ່ການກັກຕົວບໍ່ໃຫ້ເກີນຊາວສີ່ຊົ່ວໂມງແລະຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການປະຊາຊົນ. ໃນກໍລະນີທີ່ໄດ້ກັກຕົວເດັກນັ້ນເຈົ້າໜ້າທີ່ຂອງໜ່ວຍງານສືບສວນສອບສວນຄະດີເດັກຫຼືຂອງໜ່ວຍງານໄອຍະການເດັກຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1.ແຈ້ງໃຫ້ເດັກຊາບກ່ຽວກັບເຫດຜົນຂອງການກັກຕົວແລະແຈ້ງໃຫ້ເດັກຜູ້ກ່ຽວກັບສິດຂອງຜູ້ກ່ຽວຕາມກົດໝາຍ; 2.ແຈ້ງໃຫ້ພໍ່,ແມ່,ຜູ້ປົກຄອງຫຼືອົງການປົກຄອງບ້ານທີ່ເດັກອາໄສຢູ່ໂດຍທັນທີພາຍຫຼັງໄດ້ກັກຕົວ; 3.ບໍ່ໃຊ້ຄວາມຮຸນແຮງທຸກຮູບແບບແລະບໍ່ນາບຂູ່ດ້ວຍອາວຸດຫຼືຄໍາເສົ້າທີ່ແຕະຕ້ອງເຖິງກຽດສັກສີແລະຈິດໃຈຂອງເດັກ; 4.ນໍາສົ່ງເດັກໄປຫາແພດທີ່ກ່ຽວຂ້ອງເພື່ອກວດສະພາບຮ່າງກາຍແລະຈິດໃຈຂອງເດັກຢ່າງລະອຽດ.ຜົນຂອງການກວດຕ້ອງຮັກສາໄວ້ເປັນຄວາມລັບເວັ້ນເສຍແຕ່ມີຄໍາສັ່ງຈາກອົງການທີ່ມີສິດໜ້າທີ່ກ່ຽວຂ້ອງເທົ່ານັ້ນ; 5.ຮັບປະກັນຄວາມປອດໄພແກ່ເດັກໃນເວລາຢູ່ໃນສະຖານທີ່ກັກຕົວ; 6.ມີສະຖານທີ່ກັກຕົວເດັກສະເພາະໂດຍໃຫ້ແຍກເດັກທີ່ເປັນເພດຕ່າງກັນຫຼືແຍກເດັກອອກຈາກຫ້ອງກັກຕົວຜູ້ໃຫຍ່ແລະນັກໂທດ; 7.ເຮັດບົດບັນທຶກການກັກຕົວແລະເຄື່ອງຕິດຕົວຂອງເດັກເປັນສອງສະບັບແລ້ວມອບໃຫ້ຜູ້ກ່ຽວສະບັບໜຶ່ງ.ອີກໜຶ່ງສະບັບເກັບໄວ້ໃນສໍານວນ.ສໍາລັບເຄື່ອງຕິດຕົວເດັກນັ້ນເຈົ້າໜ້າທີ່ອາດຈະຮັກສາໄວ້ຫຼືມອບຄືນໃຫ້ພໍ່ແມ່ຫຼືຜູ້ປົກຄອງເດັກ.
ມາດຕາ65ການຈັບຕົວ ການຈັບຕົວເດັກຕ້ອງມີຄໍາສັ່ງເປັນລາຍລັກອັກສອນຈາກຫົວໜ້າອົງການໄອຍະການປະຊາຊົນຫຼືສານເດັກຫຼືຄະສະສານເດັກເວັ້ນເສຍແຕ່ການຈັບຕົວໃນກໍລະນີທີ່ເປັນການປະທໍາຜິດເຊິ່ງໜ້າຫຼືຮີບດ່ວນ. ຫົວໜ້າອົງການໄອຍະການປະຊາຊົນແລະສານເດັກຫຼືຄະນະສານເດັກຈະອອກຄໍາສັ່ງຈັບຕົວເດັກກໍ່ຕໍ່ເມື່ອມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ມີຄໍາສັ່ງເປີດການສືບສວນສອບສວນ; 2.ມີອົງປະກອບການກະທໍາຜິດທາງອາຍາ,ເປັນການກະທໍາຜິດທາງອາຍາທີ່ຮ້າຍແຮງແລະກົດໝາຍກໍານົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປຫຼືການກະທໍາຜິດເປັນອາຈິນຫຼືບໍ່ເຂັດຫຼາບ; 3.ມີຫຼັກຖານຮັດກຸມໜັກແໜ້ນວ່າເດັກນັ້ນເປັນຜູ້ກະທໍຜິດ; 4.ມີເຫດຜົນທີ່ເຊື່ອໄດ້ວ່າເດັກອາດຈະເອົາຕົວຫຼີບໜີ,ທໍາລາຍຫຼັກຖານຫຼືກະທໍາຜິດໃໝ່ອີກ,ທໍາຮ້າຍ,ຜູ້ຖືກເສຍຫາຍ,ພະຍານຫຼືຖືກຜູ້ອື່ນທໍາຮ້າຍ. ໃນການຈັບຕົວເດັກນັ້ນເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຫຼັກການທີ່ໄດ້ກໍານົດໄວ້ໃນມາດຕາ64ຂອງກົດໝາຍສະບັບນີ້. ໃນການຈັບຕົວເດັກເຈົ້າໜ້າທີ່ຕ້ອງອ່ານຄໍາສັ່ງຈັບຕົວພ້ອມທັງແຈ້ງຂໍ້ກ່າວຫາ,ສິດແລະພັນທະໃຫ້ຜູ້ຖືກຈັບຕົວແລະພໍ່,ແມ່,ຜູ້ປົກຄອງຫຼືການຈັດຕັ້ງທີ່ກ່ຽວຂ້ອງ. ພາຍຫຼັງໄດ້ຈັບຕົວແລ້ວເຈົ້າໜ້າທີ່ຂອງໜ່ວຍງານສືບສວນສອບສວນຄະດີເດັກຫຼືຂອງໜ່ວຍງານໄອຍະການເດັກຕ້ອງສືບສວນສອບຖາມເດັກໃນທັນໃດແລະຕ້ອງລາຍງານເປັນລາຍລັກອັກສອນໃຫ້ຫົວໜ້າອົງການໄອຍະການປະຊາຊົນພາຍໃນກໍານົດຊາວສີ່ຊົ່ວໂມງເພື່ອພິຈາລະນາລົງຄໍາເຫັນວ່າຈະປ່ອຍຕົວຫຼືຈະກັກຂັງພາງ.
ມາດຕາ66ການກັກຂັງພາງ ການກັກຂັງພາງເດັກແມ່ນການກັກຂັງຊົ່ວຄາວກ່ອນຄໍາຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດ. ໃນການກັກຂັງພາງເດັກໃຫ້ປະຕິບັດດັ່ງນີ້: 1.ຕ້ອງມີຄໍາສັ່ງເປັນລາຍລັກອັກສອນຈາກຫົວໜ້າອົງການໄອຍະການປະຊາຊົນ,ສານເດັກຫຼືຄະນະສານເດັກແລະຕ້ອງມີເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ65ຂອງກົດໝາຍສະບັບນີ້; 2.ຕ້ອງອະນຸຍາດໃຫ້ພໍ່,ແມ່,ຜູ້ປົກຄອງ,ຍາດພີ່ນ້ອງ,ໝູ່ເພື່ອນແລະຜູ້ປົກປ້ອງເຂົ້າຢ້ຽມຢາມ; 3.ຕ້ອງແຍກເດັກທີ່ເປັນເພດຕ່າງກັນຫຼືແຍກເດັກອອກຈາກຫ້ອງກັກຕົວຜູ້ໃຫຍ່ແລະນັກໂທດ. ກໍານົດເວລາຂອງການກັກຂັງພາງເດັກບໍ່ໃຫ້ເກີນໜຶ່ງເດືອນນັບແຕ່ວັນອອກຄໍາສັ່ງກັກຂັງພາງເປັນຕົ້ນໄປ.ຖ້າຫາກເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບສວນສອບຖາມຕໍ່ນັ້ນຫົວໜ້າອົງການໄອຍະການປະຊາຊົນ,ສານເດັກຫຼືຄະນະສານເດັກອາດຈະຕໍ່ກໍານົດເວລາການກັກຂັງພາງໄດ້ອີກເທື່ອລະໜຶ່ງເດືອນແຕ່ສູງສຸດບໍ່ໃຫ້ເກີນສີ່ເດືອນສໍາລັບການກະທໍາຜິດໃນສະຖານໂທສານຸໂທດແລະບໍ່ໃຫ້ເກີນແປດເດືອນສໍາລັບການກະທໍາຜິດໃນສະຖານຄະຣຸໂທດ. ໃນໄລຍະກັກຂັງພາງນັ້ນບໍ່ອະນຸຍາດໃຫ້ນໍາເດັກອອກໄປອອກແຮງງານຫຼືອອກຈາກສະຖານທີ່ກັກຂັງເວັ້ນເສຍແຕ່ກໍລະນີທີ່ຈໍາເປັນ.
ມາດຕາ67ການປ່ອຍຕົວພາງ ການປ່ອຍຕົວພາງເດັກໃຫ້ຖືເປັນບູລິມະສິດໃນຂະບວນການດໍາເນີນຄະດີເດັກໂດຍສະເພາະເມື່ອເງື່ອນໄຂອງການກັກຂັງພາງຫາກໄດ້ຕົກໄປ.ການປ່ອຍຕົວພາງຈະດໍາເນີນຕາມຄໍາຮ້ອງຂໍຂອງພໍ່,ແມ່,ຜູ້ປົກຄອງຫຼືຍາດໃກ້ຊິດຫຼືຜູ້ປົກປ້ອງຫຼືໂດຍໜ້າທີ່ຂອງອົງການໄອຍະການປະຊາຊົນ,ສານເດັກຫຼືຄະນະສານເດັກ. ໃນການປ່ອຍຕົວພາງເດັກຕາມຄໍາຮ້ອງຂໍຂອງພໍ່,ແມ່,ຜູ້ປົກຄອງຫຼືຍາດໃກ້ຊິດຫຼືຜູ້ປົກປ້ອງນັ້ນຫົວໜ້າອົງການສືບສວນສອບສວນຕ້ອງໃຫ້ຄໍາເຫັນຕໍ່ຄໍາຮ້ອງຂໍປ່ອຍຕົວພາງນັ້ນພາຍໃນກໍານົດເວລາຊາວສີ່ຊົ່ວໂມງພາຍຫຼັງທີ່ໄດ້ຮັບຄໍາຮ້ອງເປັນຕົ້ນໄປແລ້ວສົ່ງຄໍາຮ້ອງດັ່ງກ່າວພ້ອມດ້ວຍຄໍາເຫັນຂອງຕົນໃຫ້ຫົວໜ້າອົງການໄອຍະການປະຊາຊົນພິຈາລະນາພາຍໃນກໍານົດຊາວສີ່ຊົ່ວໂມງ. ຖ້າວ່າຫົວໜ້າອົງການໄອຍະການປະຊາຊົນຕົກລົງເຫັນດີໃຫ້ປ່ອຍຕົວເດັກແລ້ວກໍ່ຕ້ອງປ່ອຍຕົວເດັກໂດຍທັນທີ. ເດັກທີ່ຖືກປ່ອຍຕົວພາງຕ້ອງໃຫ້ພໍ່,ແມ່,ຜູ້ປົກຄອງຫຼືຍາດໃກ້ຊິດຫຼືຜູ້ປົກປ້ອງ,ການຈັດຕັ້ງພ້ອມດ້ວຍອົງການປົກຄອງບ້ານທີ່ກ່ຽວຂ້ອງຕິດຕາມແລະສຶກສາອົບຮົມເດັກ. ສໍາລັບການກະທໍາຜິດໃນສະຖານຄະຣຸໂທດຈະບໍ່ອະນຸຍາດໃຫ້ມີການປ່ອຍຕົວພາງເດັກ. ການປ່ອຍຕົວພາງເດັກຖ້າບໍ່ຈໍາເປັນກໍ່ບໍ່ໃຫ້ມີຊັບຄໍ້າປະກັນ.
ມາດຕາ68ການປ່ອຍຕົວ ຫົວໜ້າອົງການໄອຍະການປະຊາຊົນ,ສານຫຼືຄະນະສານເດັກມີສິດອອກຄໍາສັ່ງປ່ອຍຕົວເດັກໃນກໍລະນີດັ່ງນີ້: 1.ເດັກທີ່ຖືກຈັບຕົວມີອາຍຸຕໍ່າກວ່າສິບຫ້າປີ; 2.ເດັກທີ່ມີອາຍຸສິບຫ້າປີແຕ່ບໍ່ເຖິງສິບແປດປີທີ່ຖືກຈັບຕົວໂດຍບໍ່ມີຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນ,ສານຫຼືຄະນະສານເດັກ; 3.ການກະທໍາຜິດຕາມທີ່ໄດ້ກັບການແກ້ໄຂທາງດ້ານບໍລິຫານແລ້ວ; 4.ກໍານົດເວລາຂອງການກັກຂັງພາງເດັກສິ້ນສຸດແລ້ວເຖິງວ່າຍັງບໍ່ສາມາດສະຫຼຸບການສືບສວນສອບຖາມແລະປະກອບສໍານວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນກໍ່ຕາມ; 5.ຄໍາຕັດສິນໃຫ້ເດັກພົ້ນໂທດຫຼືພົ້ນຂໍ້ກ່າວຫາຫຼືການປະຕິບັດໂທດຄົບຕາມຄໍາຕັດສິນຂອງສານແລ້ວ. ກ່ອນການປ່ອຍຕົວເດັກນັ້ນຕ້ອງແຈ້ງໃຫ້ພໍ່,ແມ່,ຜູ້ປົກຄອງຫຼືອົງການປົກຄອງບ້ານທີ່ຜູ້ກ່ຽວອາໄສຢູ່ໃນທັນໃດພ້ອມທັງສົ່ງເຄື່ອງຕິດຕົວຂອງເດັກຄືນຢ່າງຄົບຖ້ວນໂດຍໃຫ້ເຮັດບົດບັນທຶກມອບຮັບຢ່າງຖືກຕ້ອງ.
ມາດຕາ69ການສຶກສາອົບຮົມເດັກ ພາຍລັງມີການໄກ່ເກ່ຍຫຼືມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຊຶ່ງໄດ້ວາງມາດຕະການໃດໜຶ່ງຕໍ່ເດັກນັ້ນໃນການສຶກສາອົບຮົມເດັກກະທໍາຜິດໃຫ້ປະຕິບັດດັ່ງນີ້: 1.ໃຫ້ເດັກຮັບຮູ້,ສໍານຶກແລະຮູ້ສຶກວ່າການກະທໍາຂອງຕົນເປັນການກະທໍາທີ່ບໍ່ຖືກຕ້ອງແລະເປັນການລະເມີດກົດໝາຍ; 2.ໃຫ້ເດັກເຂົ້າໃຈ,ມີສະຕິເຄົາລົບ,ແລະປະຕິບັດກົດລະບຽບກົດໝາຍ; 3.ຊ່ວຍແນະນໍາໃຫ້ເດັກເຫັນທາງອອກທີ່ຖືກຕ້ອງໃນການດໍາລົງຊີວິດໃນສັງຄົມຕາມສະພາບທີ່ເໝາະສົມກັບສະພາບຕົວຈິງຂອງຕົນແລະຄອບຄົວ; 4.ຊ່ວຍຊອກເງື່ອນໄຂໃຫ້ເດັກໄດ້ຮັບການຟື້ນຟູ,ການສຶກສາຂັ້ນພື້ນຖານຫຼືຝຶກອົບຮົມວິຊາຊີບໃດໜຶ່ງ; 5.ຊ່ວຍເຫຼືອເດັກໃນການພັດທະນາຕົນເອງແລະໄດ້ຮັບສະຫວັດດີການຕາມຄວາມເໝາະສົມ; 6.ສຶກສາອົບຮົມດ້ວຍຮູບການອື່ນ.
ພາກທີ6ອົງການໄອຍະການປະຊາຊົນ
ມາດຕາ70ອົງການໄອຍະການປະຊາຊົນ ເພື່ອຮັບປະກັນການປະຕິບັດສິດແລະໜ້າທີ່ຂອງຕົນອົງການໄອຍະການປະຊາຊົນສູງສຸດຕ້ອງສ້າງຕັ້ງໜ່ວຍງານໄອຍະການເດັກຢູ່ອົງການໄອຍະການປະຊາຊົນແຂວງ,ນະຄອນ,ອົງການໄອຍະການປະຊາຊົນພາກແລະອົງການໄອຍະການປະຊາຊົນສຸງສຸດ. ໂຄງປະກອບການຈັດຕັ້ງ,ບຸກຄະລາກອນຂອງໜ່ວຍງານໄອຍະການເດັກແຕ່ລະຂັ້ນມີລະບຽບການສະເພາະ.
ມາດຕາ71ສິດແລະໜ້າທີ່ຂອງໜ່ວຍງານໄອຍະການເດັກ ໜ່ວຍງານໄອຍະການເດັກມີສິດແລະໜ້າທີ່ດັ່ງນີ້: 1.ສະເໜີຂໍເປີດການສືບສວນສອບສວນແລະສັ່ງຟ້ອງເດັກກະທໍາຜິດ,ນໍາໃຊ້ມາດຕະການເພື່ອບໍ່ໃຫ້ເດັກກກະທໍາຜິດຫຼຸດພົ້ນອອກຈາກການດໍາເນີນຄະດີ; 2.ຕິດຕາມກວດກາການປະຕິບັດລະບຽບການຂອງການໄກ່ເກ່ຍ,ການສືບສວນສອບຖາມ,ການສືບສວນສອບສວນແລະການດໍາເນີນຄະດີຢູ່ສານ; 3.ສະເໜີຂໍນໍາໃຊ້ມາດຕະການໃດໜຶ່ງເພື່ອປົກປ້ອງສິດແລະຜົນປະໂຫຍດຂອງເດັກ; 4.ຕິດຕາມກວດກາຢ່າງເຂັ້ມງວດເພື່ອບໍ່ໃຫ້ລົງໂທດເດັກທີ່ບໍ່ໄດ້ກະທໍາຜິດ; 5.ທວງເອົາສໍານວນຄະດີເດັກ,ເອກະສານແລະຂໍ້ມູນຕ່າງໆກ່ຽວກັບການກະທໍາຜິດຈາກໜ່ວຍງານສືບສວນສອບສວນຄະດີເດັກເພື່ອທໍາການກວດກາ; 6.ໄກ່ເກ່ຍແລະວາງມາດຕະການໃສ່ເດັກຕາມກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ12ແລະ29ຂອງກົດໝາຍສະບັບນີ້,ໄກ່ເກ່ຍຄ່າເສຍຫາຍທາງແພ່ງໃນຄະດີເດັກກະທໍາຜິດອາຍາຢ່າງຮ້າຍແຮງແລະກົດໝາຍກໍານົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປຫຼືການກະທໍາຜິດບໍ່ເຂັດຫຼາບຫຼືເປັນອາຈິນ; 7.ສົ່ງສໍານວນຄະດີຄືນໃໝ່ໜ່ວຍງານສືບສວນສອບສວນຄະດີເດັກເພື່ອທໍາການສືບສວນສອບຖາມເພີ່ມເຕີມ; 8.ໄດ້ຮັບການບໍາລຸງຫຼືຍົກລະດັບວິຊາການກ່ຽວກັບການດໍາເນີນຄະດີເດັກ; 9.ຕິດຕາມກວດກາການຈັດຕັ້ງປະຕິບັດມາດຕະການໃສ່ເດັກ,ຢູ່ນອກຫຼືໃນສູນຝຶກອົບຮົມສໍາລັບເດັກກະທໍາຜິດ. ນອກຈາກສິດແລະໜ້າທີ່ດັ່ງທີ່ກ່າວມາເທິງນີ້ແລ້ວໜ່ວຍງານໄອຍະການເດັກຍັງມີສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ,ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ.
ມາດຕາ72ການຕິດຕາມກວດກາການປະຕິບັດກົດໝາຍຂອງໜ່ວຍງານສືບສວນສອບສວນຄະດີເດັກ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງໜ່ວຍງານສືບສວນສອບສວນຄະດີເດັກໜ່ວຍງານໄອຍະການເດັກມີສິດແລະໜ້າທີ່ດັ່ງນີ້: 1.ຕິດຕາມກວດກາການເຄົາລົບລະບຽບການດໍາເນີນການສືບສວນສອບສວນ; 2.ຕິດຕາມກວດກາເພື່ອບໍ່ໃຫ້ເດັກຖືກກັກຕົວ,ຈັບຕົວຫຼືກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍ; 3.ເຂົ້າຮ່ວມການສືບສວນສອບສວນຄະດີເດັກແລະໃນກໍລະນີທີ່ຈໍາເປັນຈະດໍາເນີນການສືບສວນສອບສວນດ້ວຍຕົນເອງກໍ່ໄດ້; 4.ສະເໜີຫົວໜ້າອົງການໄອຍະການປະຊາຊົນລົບລ້າງຄໍາສັ່ງຂອງຫົວນ້າອົງການສືບສວນສອບສວນທີ່ບໍ່ຖືກຕ້ອງຕາມກົດໝາຍຫຼືບໍ່ມີເຫດຜົນ; 5.ສະເໜີອອກຄໍາແນະນໍາເປັນລາຍລັກອັກສອນກ່ຽວກັບການສືບສວນສອບຖາມຄະດີເດັກ,ການຊອກຫາເດັກກະທໍາຜິດ,ການຕີຄວາມໝາຍການກະທໍາຜິດ,ການນໍາໃຊ້ວິທີການສືບສວນສອບສວນແລະມາດຕະການສະກັດກັ້ນ; 6.ປະຕິບັດຄໍາສັ່ງພາຕົວ,ຈັບຕົວ,ກັກຂັງ,ກວດຄົ້ນເຄຫະສະຖານແລະອອກຄໍາສັ່ງປ່ອຍຕົວພາງແລະປ່ອຍຕົວ; 7.ສະເໜີຕໍ່ກໍານົດເວລາການສືບສວນສອບສວນແລະກໍານົດເວລາການກັກຂັງພາງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້; 8.ສົ່ງສໍານວນຄະດີຄືນໃຫ້ໜ່ວຍງານສືບສວນສອບສວນຄະດີເດັກພ້ອມດ້ວຍຄໍາແນະນໍາກ່ຽວກັບການສືບສວນສອບຖາມເພີ່ມເຕີມ; 9.ສະເໜີອອກຄໍາສັ່ງຢຸດເຊົາການສືບສວນສອບຖາມຂອງໜ່ວຍງານສືບສວນສອບສວນຄະດີເດັກທີ່ມີການລະເມີດກົດໝາຍ; 10.ສະເໜີອອກຄໍາສັ່ງໂຈະການດໍາເນີນຄະດີຫຼືຊັດມ້ຽນຄະດີຕາມສາເຫດທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ; 11.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ73ການຕິດຕາມກວດກາການດໍາເນີນຄະດີຢູ່ສານ ການຕິດຕາມກວດກາການດໍາເນີນຄະດີຢູ່ສານໜ່ວຍງານໄອຍະການເດັກມີສິດແລະໜ້າທີ່ດັ່ງນີ້: 1.ເຂົ້າຮ່ວມໃນທີ່ປະຊຸມສານຂັ້ນຂອງຕົນເພື່ອກ່າວຟ້ອງແລະຖະແຫຼງພ້ອມທັງຕິດຕາມກວດກາການໄຕ່ສວນຄະດີໃນທີ່ປະຊຸມສານ; 2.ກວດກາຄວາມຖືກຕ້ອງຂອງຄໍາຕັດສິນຫຼືຄໍາພິພາກສາຕາມການສັ່ງຟ້ອງຫຼືການຖະແຫຼງຂອງຕົນລວມທັງການວາງໂທດແລະການນໍາໃຊ້ມາດຕາກົດໝາຍໃສ່ການກະທໍາຜິດ; 3.ສະເໜີຕໍ່ຫົວໜ້າອົງການໄອຍະການປະຊາຊົນເພື່ອສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນ,ຄໍາພິພາກສາຄະດີເດັກຂອງສານຂັ້ນລຸ່ມແລະຂັ້ນຂອງຕົນທີ່ບໍ່ສອດຄ່ອງກັບກົດໝາຍ; 4.ສະເໜີຕໍ່ຫົວໜ້າອົງການໄອຍະການປະຊາຊົນເພື່ອຖອນຄໍາສະເໜີຄັດຄ້ານຂອງຕົນກ່ອນການພິຈາລະນາຕັດສິນຫຼືພິພາກສາຂອງສານໃນກໍລະນີກວດກາຄືນແລ້ວເຫັນວ່າຄໍາຕົກລົງຂອງສານນັ້ນໄດ້ປະຕິບັດຖືກຕ້ອງຕາມກົດໝາຍແລ້ວ; 5.ສະເໜີຕໍ່ຫົວນ້າອົງການໄອຍະການປະຊາຊົນສູງສຸດເພື່ອພິຈາລະນາການຮື້ຟື້ນຄະດີຕາມກົດໝາຍໃນກໍລະນີທີ່ໄດ້ພົບເຫັນຫຼັກຖານໃໝ່; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ74ກໍານົດເວລາໃນການພິຈາລະນາຄະດີເດັກ ໜ່ວຍງານໄອຍະການເດັກຕ້ອງຄົ້ນຄວ້າແລະພິຈາລະນາຄະດີເດັກພາຍໃນກໍານົດສິບວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປແລະມີສິດຕົກລົງດັ່ງນີ້: 1.ສະເໜີສົ່ງສໍານວນຄະດີຄືນໃຫ້ໜ່ວຍງານສືບສວນສອບສວນຄະດີເດັກພ້ອມດ້ວຍປະເດັນການສືບສວນສອບຖາມເພີ່ມເຕີມຖ້າເຫັນວ່າການສືບສວນສອບຖາມຍັງບໍ່ທັນຄົບຖ້ວນ; 2.ສະເໜີຂໍຄໍາສັ່ງໂຈະຫຼືຊັດມ້ຽນຄະດີຖ້າເຫັນວ່າມີສາເຫດຕາມທີ່ໄດ້ກໍານົດໄວ້ໃນມາດຕາ146ແລະ148ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ; 3.ສະເໜີປ່ຽນແປງ,ເພີ່ມເຕີມ,ຍົກເລີກຫຼືລົບລ້າງມາດຕະການສະກັດກັ້ນຂອງຫົວໜ້າອົງການສືບສວນສອບສວນຖ້າເຫັນວ່າບໍ່ສອດຄ່ອງກັບເຫດການຂອງຄະດີແລະກົດໝາຍ; 4.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ75ການສັ່ງຟ້ອງຂຶ້ນສານ ການສັ່ງຟ້ອງເດັກທີ່ຖືກຫາຂຶ້ນສານແມ່ນການອອກຄໍາສັ່ງໂດຍຫົວໜ້າອົງການໄອຍະການປະຊາຊົນຊຶ່ງຕັ້ງຂໍ້ກ່າວຫາໃສ່ເດັກເພື່ອໃຫ້ສານພິຈາລະນາຕັດສິນ. ຄໍາສັ່ງຟ້ອງເດັກທີ່ຖືກຫາຂຶ້ນສານຕ້ອງມີເນື້ອໃນດັ່ງນີ້: 1.ວັນ,ເດືອນ,ປີແລະສະຖານທີ່ອອກຄໍາສັ່ງຟ້ອງ; 2.ຊື່,ນາມສະກຸນ,ໜ້າທີ່ແລະຕໍາແໜ່ງພ້ອມທັງລາຍເຊັນຂອງຜູ້ອອກຄໍາສັ່ງຟ້ອງ; 3.ຊື່ແລະນາມສະກຸນຂອງຜູ້ຖືກຫາ,ວັນເດືອນປີເກີດ,ອາຍຸ,ສັນຊາດ,ເຜົ່າ,ອາຊີບ,ສໍາມະໂນຄົວແລະທີ່ຢູ່; 4.ຂໍ້ກ່າວຫາ,ວັນ,ເດືອນ,ປີກັກຂັງ,ປ່ອຍຕົວພາງ,ສະຖານທີ່ກັກຂັງ,ມາດຕາກົດໝາຍອາຍາຫຼືກົດໝາຍອື່ນທີ່ກໍານົດໂທດທາງອາຍາ. ໜ່ວຍງານໄອຍະການເດັກຕ້ອງແຈ້ງຄໍາສັ່ງຟ້ອງໃຫ້ເດັກທີ່ຖືກຫາຫຼືທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຜູ້ກ່ຽວແລ້ວໃຫ້ລົງລາຍເຊັນຮັບຮູ້ພາຍໃນສາມວັນລັດຖະການກ່ອນການສົ່ງສໍານານຄະດີໃຫ້ສານ.ໃນກໍລະນີທີ່ບໍ່ຍອມລົງລາຍເຊັນໃນຄໍາສັ່ງຟ້ອງກໍ່ໃຫ້ບັນທຶກໄວ້. ໃນການສັ່ງຟ້ອງເດັກທີ່ຖືກຫາຂຶ້ນສານຕ້ອງສົ່ງສໍານວນຄະດີພ້ອມດ້ວຍຂອງກາງເພື່ອໃຫ້ສານພິຈາລະນາຕາມກົດໝາຍ.
ມາດຕາ76ຄໍາຖະແຫຼງ ຄໍາຖະແຫຼງແມ່ນຄໍາເຫັນຂອງຫົວໜ້າອົງການໄອຍະການປະຊາຊົນທີ່ໄຈ້ແຍກການກະທໍາຜິດຂອງເດັກທີ່ຖືກຫາຕໍ່ສານໂດຍຊີ້ໃຫ້ເຫັນສີ່ອົງປະກອບຂອງການກະທໍາຜິດທາງອາຍາຄືດ້ານວັດຖຸກໍາ,ດ້ານພາວະວິໄສ,ດ້ານອັດຕະວິໄສແລະເຈົ້າກໍາ;ສາເຫດທີ່ພາໃຫ້ຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາຫຼືສາເຫດອື່ນທີ່ມີຄວາມສໍາຄັນສໍາລັບຄະດີ,ມາດຕາຂອງກົດໝາຍທີ່ກໍານົດໂທດທາງອາຍາ.ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແລະກົດໝາຍອື່ນທີ່ກ່ຽວຂ້ອງ. ເດັກທີ່ຖືກຫາ,ທະນາຍຄວາມຫຼືຜູ້ປົກປ້ອງອື່ນຂອງຜູ້ກ່ຽວມີສິດອ່ານ,ຈົດກ່າຍຫຼືອັດສໍາເນົາເອົາເນື້ອໃນຄໍາຖະແຫຼງ.
ມາດຕາ77ການສັ່ງຟ້ອງຂຶ້ນສານໂດຍກົງ ຄະດີເດັກທີ່ຕ້ອງສັ່ງຟ້ອງຂຶ້ນສານໂດຍກົງແມ່ນຄະດີທີ່ຫົວໜ້າອົງການໄອຍະການປະຊາຊົນສັ່ງຟ້ອງເດັກກະທໍາຜິດຂຶ້ນສານໂດຍບໍ່ເປີດການສືບສວນສອບສວນ.ການສັ່ງຟ້ອງຂຶ້ນສານໂດຍກົງຕ້ອງມີຫຼັກຖານຄົບຖ້ວນເປັນຕົ້ນການກະທໍາຜິດເຊິ່ງໜ້າທີ່ບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າສາມປີແຕ່ຄູ່ກໍລະນີບໍ່ຍິນຍອມໃຫ້ໄກ່ເກ່ຍຫຼືແກ້ໄຂທາງດ້ານບໍລິຫານຫຼືການກະທໍາຜິດບໍ່ເຂັດຫຼາບຫຼືເປັນອາຈິນຊຶ່ງມີການຮັບສາລະພາບຂອງເດັກ.
ພາກທີ7ການດໍາເນີນຄະດີເດັກຂອງສານ
ໝວດທີ1ສານເດັກແລະຄະນະສານເດັກ
ມາດຕາ78ສານເດັກແລະຄະນະສານເດັກ ສານເດັກຖືກສ້າງຕັ້ງຂຶ້ນຢູ່ແຂວງ,ນະຄອນຕາມການອະນຸມັດຂອງຄະນະປະຈໍາສະພາແຫ່ງຊາດ,ຂຶ້ນກັບສານປະຊາຊົນສູງສຸດໂດຍກົງມີສິດພິຈາລະນາຄະດີເດັກເປັນຂົ້ນຕົ້ນ.ໃນກໍລະນີທີ່ບໍ່ທັນສາມາດສ້າງຕັ້ງສານເດັກໄດ້ນັ້ນໃຫ້ຄະນະສານເດັກຂອງສານປະຊາຊົນແຂວງ,ນະຄອນເປັນຜູ້ພິຈາລະນາ. ຄະນະສານເດັກຢູ່ສານປະຊາຊົນພາກແລະສານປະຊາຊົນສູງສຸດມີສິດພິຈາລະນາຄະດີເດັກເປັນຂັ້ນອຸທອນແລະຂັ້ນລົບລ້າງ.
ມາດຕາ79ສິດອໍານາດໃນການພິຈາລະນາຄະດີຂອງສານ ສານເດັກມີສິດອໍານາດພິຈາລະນາຄະດີອາຍາແລະຄະດີແພ່ງກ່ຽວກັບເດັກເປັນຂັ້ນຕົ້ນແລະຊີ້ຂາດກ່ຽວກັບຄໍາຕົກລົງຂອງໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ,ຫ້ອງການຍຸຕິທໍາເມືອງ,ເທດສະບານ,ໜ່ວຍງານສືບສວນສອບສວນຄະດີເດັກແລະໜ່ວຍງານໄອຍະການເດັກທີ່ໄດ້ໄກ່ເກ່ຍແລ້ວແຕ່ບໍ່ສາມາດປະຕິບັດໄດ້. ຄະນະສານເດັກຂອງສານປະຊາຊົນພາກມີສິດອໍານາດພິພາກສາຄະດີເດັກເປັນຂັ້ນອຸທອນແລະຄະນະສານເດັກຂອງສານປະຊາຊົນສູງສຸດມີສິດອໍານາດພິພາກສາຄະດີເດັກເປັນຂັ້ນລົບລ້າງແລະຂັ້ນຮື້ຟື້ນ. ໃນກໍລະນີຈໍາເປັນສານສາມາດຈັດຕັ້ງຄະນະສານເຄື່ອນທີ່ໄປພິຈາລະນາຕັດສິນຫຼືພິພາກສາຄະດີເດັກຢູ່ສະຖານທີ່ໃດໜຶ່ງທີ່ເຫັນວ່າເໝາະສົມ.
ມາດຕາ80ສິດແລະໜ້າທີ່ຂອງສານ ສານເດັກແລະຄະນະສານເດັກມີສິດແລະໜ້າທີ່ດັ່ງນີ້: 1.ດໍາເນີນຄະດີທາງແພ່ງແລະຄະດີອາຍາກ່ຽວກັກເດັກ; 2.ອອກຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາຄະດີເດັກ; 3.ນໍາໃຊ້ວິທີການສືບສວນສອບສວນ,ການສໍາພາດແລະມາດຕະການສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 4.ສຶກສາອົບຮົມ,ໄກ່ເກ່ຍກ່ຽວກັບບັນຫາທາງແພ່ງໃນຄະດີເດັກ; 5.ສົ່ງຄໍາຕັດສິນຫຼືຄໍາພິພາກສາທີ່ໃຊ້ໄດ້ຢ່າງເດັດຂາດຂອງສານພ້ອມດ້ວຍສໍານວນຄະດີໄປຍັງພາກສ່ວນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດ; 6.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ81ສິດອໍານາດຂອງສານຕາມພື້ນທີ່ ສານບ່ອນທີ່ເດັກກະທໍາຜິດຫຼືບ່ອນທີ່ເດັກຢູ່ປະຈໍາມີສິດອໍານາດພິຈາລະນາຄະດີເດັກ.ໃນກໍລະນີມີເດັກຫຼາຍຄົນຮ່ວມກັນກະທໍາຜິດຫຼືກະທໍາຜິດຢູ່ຫຼາຍບ່ອນຊຶ່ງເດັກດັ່ງກ່າວມີທີ່ຢູ່ຕ່າງກັນກໍ່ໃຫ້ສານບ່ອນເດັກກະທໍາຜິດສຸດທ້າຍເປັນຜູ້ພິຈາລະນາຄໍາຕັດສິນ.
ມາດຕາ82ການຂັດແຍ່ງກ່ຽວກັບສິດອໍານາດສານ ເມື່ອມີການຂັດແຍ່ງກ່ຽວກັບສິດອໍານາດໃນການພິຈາລະນາຄດີລະຫວ່າງສານເດັກດ້ວຍການວ່າສານໃດມີສິດອໍານາດຫຼືບໍ່ມີສິດອໍານາດພິຈາລະນາຄະດີນັ້ນໃຫ້ສານບ່ອນໄດ້ຮັບຄໍາຮ້ອງຟ້ອງສະເໜີຂຶ້ນໄປຍັງສານປະຊາຊົນສູງສຸດເພື່ອພິຈາລະນາອອກຄໍາຊີ້ຂາດກ່ຽວກັບສິດອໍານາດດັ່ງກ່າວ.
ມາດຕາ83ລະບຽບການພິຈາລະນາຂອງສານ ໃນການພິຈາລະນາຄະດີເດັກສານຕ້ອງປະຕິບັດຕາມລະບຽບການດັ່ງນີ້: 1.ໃຫ້ມີຫ້ອງປະຊຸມສານສະເພາະ; 2.ໃຫ້ຄະນະສານຕັດສິນນຸ່ງເຄື່ອງສຸພາບບໍ່ໃຫ້ນຸ່ງຊຸດປະຊຸມສານທົ່ວໄປ; 3.ໃຫ້ເດັກກະທໍາຜິດທີ່ເຂົ້າຮ່ວມມີສິດອອກຄໍາເຫັນຊຶ່ງຕ້ອງໄດ້ຮັບການພິຈາລະນາບົນພື້ນຖານການຊັ່ງຊາຕາມອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກຄວາມຖືກຄວາມຜິດ; 4.ໃຫ້ເດັກໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍຈາກທະນາຍຄວາມຫຼືຜູ້ປົກປ້ອງອື່ນຫຼືໃຫ້ມີພໍ່,ແມ່ຫຼືຜູ້ປົກຄອງເຂົ້າຮ່ວມນໍາ; 5.ປະຕິບັດລະບຽບການອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ,ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງແລະກົດໝາຍອື່ນທີ່ກ່ຽວຂ້ອງ. ໃນໄລຍະເວລາຂອງການດໍາເນີນຄະດີເດັກເຖິງວ່າເດັກນັ້ນຈະມີຄວາມສາມາດທາງດ້ານການປະພຶດຫຼືຮອດກະສຽງອາຍຸສິບແປດປີແລ້ວກໍ່ຕາມໃຫ້ສານເດັກນັ້ນສືບຕໍ່ພິຈາລະນາຈົນກວ່າຄະດີສໍາເລັດ.ຖ້າຫາກມີການຂໍອຸທອນແລະຂໍລົບລ້າງກໍ່ໃຫ້ຄະນະສານເດັກຂອງສານຂັ້ນເທິງພິຈາລະນາຕໍ່ໄປ.
ມາດຕາ84ການໄຕ່ສວຍຄະດີເດັກໃນທີ່ປະຊຸມສານ ການໄຕ່ສວນຄະດີເດັກໃນທີ່ປະຊຸມສານຕ້ອງປະຕິບັດດັ່ງນີ້: 1.ດໍາເນີນຢ່າງປິດລັບແລະໃຫ້ເດັກນັ່ງໃກ້ພໍ່,ແມ່,ຜົກປົກຄອງຫຼືຜູ້ປົກປ້ອງ; 2.ໃຊ້ຄໍາສັບ,ຄໍາເວົ້າທີ່ເຂົ້າໃຈງ່າຍ,ມີລັກສະນະເປັນມິດກັບເດັກໂດຍບໍ່ໃຫ້ເດັກເກີດຄວາມຢ້ານກົວ,ຫຼີກເວັ້ນການຕັ້ງຄໍາຖາມແບບກົດດັນ,ແບບຊີ້ນໍາຫຼືຄໍາຖາມປິດຫຼືຄໍາຖາມຊັກຈູງ; 3.ດໍາເນີນໂດຍຊ້ອງນ້າບຸກຄົນທີ່ກ່ຽວຂ້ອງໂດຍຖືເອົາສິດຜົນປະໂຫຍດອັນສູງສຸດຂອງເດັກເປັນຫຼັກແລະປະຕິບັດຕາມລະບຽບການຂອງການໄຕ່ສວນ. ການໄຕ່ສວນເດັກຖືກເຄາະຮ້າຍ,ເດັກເປັນພະຍານຫຼືເດັກພິການຕ້ອງຫຼີກເວັ້ນການປະເຊີນນ້າກັບຈໍາເລີຍດ້ວຍການໃຊ້ຜ້າກັ້ງຫຼືສິ່ງກໍາບັງຫຼືໃຫ້ຈໍາເລີຍອອກຈາກຫ້ອງປະຊຸມສານເສຍກ່ອນຫຼືການສໍາພາດຜ່ານວິດີໂອຖ້າມີເງື່ອນໄຂ.
ໝວດທີ2ການດໍາເນີນຄະດີອາຍາຂອງສານເດັກແລະຄະນະສານເດັກ
ມາດຕາ85ການຮັບເອົາຄະດີມາພິຈາລະນາ ສານຈະຮັບເອົາຄະດີມາພິຈາລະນາໄດ້ກໍ່ຕໍ່ເມື່ອມີຄໍາສັ່ງຟ້ອງຂຶ້ນສານຂອງຫົວໜ້າອົງການໄອຍະການປະຊາຊົນ.
ມາດຕາ86ການຄົ້ນຄວ້າຄະດີເດັກ ພາຍຫຼັງທີ່ສານໄດ້ຮັບສໍານວນຄະດີຈາກອົງການໄອຍະການປະຊາຊົນແລ້ວປະທານສານຈະມອບໃຫ້ຜູ້ພິພາກສາທີ່ກ່ຽວຂ້ອງເປັນຜູ້ຄົ້ນຄວ້າຄວາມຖືກຕ້ອງກ່ຽວກັບການດໍາເນີນຄະດີຂອງນ່ວຍງານສືບສວນສອບສວນຄະດີເດັກ,ໜ່ວຍງານໄອຍະການເດັກແລະຄໍາສັ່ງຟ້ອງຂອງຫົວໜ້າອົງການໄອຍະການປະຊາຊົນຈາກນັ້ນຈຶ່ງນໍາເອົາຄະດີດັ່ງກ່າວຜ່ານໝູ່ຄະນະແລ້ວນໍາສະເໜີປະທານສານເພື່ອພິຈາລະນາຕົກລົງຕາມແຕ່ລະກໍ່ລະນີດັ່ງນີ້: 1.ສົ່ງສໍານວວນຄະດີຄືນໃຫ້ອົງການໄອຍະການປະຊາຊົນເພື່ອທໍາການສືບສວນສອບຖາມເພີ່ມເຕີມຖ້າເຫັນວ່າການສອບຖາມຫຼືການສືບສວນສອບຖາມຫາກຍັງບໍ່ທັນຄົບຖ້ວນ; 2.ສົ່ງສໍານວນຄະດີຄືນໃຫ້ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງເພີ່ມເຕີມຖ້າເຫັນວ່າຍັງມີການກະທໍາຜິດອື່ນຫຼືບຸກຄົນອື່ນທີ່ບໍ່ທັນໄດ້ຖືກສັງຟ້ອງຂຶ້ນສານ; 3.ຕົກລົງວັນ,ເວລານໍາເອົາຄະດີອອກມາພິຈາລະນາໃນທີ່ປະຊຸມສານ. ກ່ອນການນໍາເອົາຄະດີອອກພິຈາລະນາຕັດສິນຫຼືພິພາກສາໃນທີ່ປະຊຸມສານນັ້ນຕ້ອງໃຫ້ມີຄໍາຕົກລົງຂອງປະທານສານເດັກຫຼືຫົວໜ້າຄະນະສານເດັກທີ່ກ່ຽວຂ້ອງ.
ມາດຕາ87ການພິຈາລະນາຄະດີ ໃນການພິຈາລະນາຄະດີອາຍາກ່ຽວກັບເດັກຜູ້ພິພາກສາຕ້ອງອີງໃສ່ຄໍາສັ່ງຟ້ອງຂອງຫົວນ້າອົງການໄອຍະການປະຊາຊົນບົນພື້ນຖານຂໍ້ມູນ,ຫຼັກຖານແລະກົດໝາຍ. ໃນການພິຈາລະນາຄໍາໃຫ້ການຂອງເດັກສານຕ້ອງໃຊ້ດູນພິນິດວ່າເດັກສາມາດເຂົ້າໃຈແລະຮູ້ໄດ້ເຖິງຄວາມຖືກຄວາມຜິດກ່ຽວກັບຄໍາໃຫ້ການຂອງຕົນພ້ອມກັນນັ້ນສານກໍ່ຕ້ອງຊອກຫາສາເຫດຂອງການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາຫຼືສາເຫດອື່ນຕາມທີ່ກົດໝາຍໄດ້ກໍານົດໄວ້.
ມາດຕາ88ກໍານົດເວລາໃນການດໍາເນີນຄະດີອາຍາເດັກ ສານເດັກແລະຄະນະສານເດັກຕ້ອງນໍາເອົາຄະດີອອກມາພິຈາລະນາຕັດສິນຫຼືພິພາກສາພາຍໃນກໍານົດສິບຫ້າວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ. ໃນກໍລະນີມີການສັ່ງຟັ້ງຂຶ້ນສານໂດຍກົງໃຫ້ສານເດັກພິຈາລະນາຕັດສິນພາຍໃນສີ່ສິບແປດຊົ່ວໂມງ.
ມາດຕາ89ການວາງໂທດທາງອາຍາຕໍ່ເດັກ ໃນການວາງໂທດນັ້ນສານຕ້ອງອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງເດັກ,ຜົນສະທ້ອນ,ສະພາບແວດລ້ອມ,ສາເຫດຈູງໃຈແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືສາເຫດອື່ນທີ່ມີຄວາມສໍາຄັນສໍາລັບຄະດີ. ສານອາດຈະວາງໂທດທາງອາຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາແລະກົດໝາຍອື່ນທີ່ກໍານົດໂທດທາງອາຍາຫຼືອາດຈະນໍາໃຊ້ມາດຕະການຕາມທີ່ໄດ້ກໍານົດໄວ້ໃນມາດຕາ36ຂອງກົດໝາຍສະບັບນີ້. ການວາງໂທດຕັດອິດສະລະພາບໃສ່ເດັກກະທໍາຜິດໃຫ້ເປັນມາດຕະການສຸດທ້າຍ. ຫ້າມລົງໂທດປະຫານຊີວິດແລະໂທດຕັດອິດສະລະພາບຕະຫຼອດຊີວິດໃສ່ເດັກກະທໍາຜິດ. ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໄດ້ລົງໂທດຕັດອິດສະລະພາບໃສ່ເດັກນັ້ນສານອາດຈະວາງໂທດໃສ່ການກະທໍາຜິດຂອງເດັກເຄິ່ງນຶ່ງຂອງໂທດຫຼືຕໍ່າກວ່າໂທດທີ່ກົດໝາຍໄດ້ກໍານົດໄວ້ກໍ່ໄດ້. ສໍາລັບການກະທໍາຜິດຂອງເດັກທີ່ມີໂທດປະຫານຊີວິດໃຫ້ຫຼຸດຜ່ອນໂທດມາເປັນໂທດຕັດອິດສະລະພາບຊາວປີຫຼືໂທດຕັດອິດສະລະພາບຕະຫຼອດຊີວິດນັ້ນໃຫ້ຫຼຸດຜ່ອນມາເປັນໂທດຕັດອິດສະລະພາບສິບປີພ້ອມທັງປັບໃໝຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ.
ມາດຕາ90ການຂໍອຸທອນຫຼືການສະເໜີຄັດຄ້ານ ຄຸ່ຄວາມຫຼືຫົວນ້າອົງການໄອຍະການປະຊາຊົນມີສິດຂໍອຸທອນຫຼືສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດຫຼືຄໍາຕັດສິນຂອງສານເດັກຕາມກໍານົດເວລາທີ່ໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ສໍາລັບຄະດີທີ່ສັ່ງຟ້ອງຂຶ້ນສານໂດຍກົງຄູ່ຄວາມມີສິດຂໍອຸທອນແຕ່ບໍ່ມີສິດຂໍລົບລ້າງ.ສ່ວນຫົວໜ້າອົງການໄອຍະການປະຊາຊົນມີສິດສະເໜີຄັດຄ້ານໄດ້. ການດໍາເນີນຄະດີອາຍາກ່ຽວກັບເດັກຢູ່ສານຂັ້ນອຸທອນໃຫ້ປະຕິບັດຕາມພາກທີ9ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.
ມາດຕາ91ການຂໍລົບລ້າງແລະຂໍຮຶ້ຟື້ນຄະດີອາຍາກ່ຽວກັບເດັກ ຄູ່ຄວາມມີສິດຂໍລົບລ້າງແລະຫົວໜ້າອົງການໄອຍະການປະຊາຊົນມີສິດສະເໜີຄັດຄ້ານຄໍາສັ່ງ,ຄໍາຊີ້ຂາດ,ຄໍາພິພາກສາຂັ້ນອຸທອນຕາມກໍານົດເວລາທີ່ໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ການດໍາເນີນຄະດີອາຍາກ່ຽວກັບເດັກຢູ່ສານຂັ້ນລົບລ້າງໃຫ້ປະຕິບັດຕາມພາກທີ10ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ການຮື້ຟື້ນຄະດີອາຍາກ່ຽວກັບເດັກໃຫ້ປະຕິບັດຕາມພາກທີ7ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.
ໝວດທີ3ການດໍາເນີນຄະດີແພ່ງຂອງສານເດັກຫຼືຄະນະສານເດັກ
ມາດຕາ92ຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍທາງແພ່ງກ່ຽວກັບເດັກ ສານເດັກຫຼືຄະນະສານເດັກຈະຮັບເອົາຄໍາຮ້ອງຟ້ອງຫຼືຄໍາຮ້ອງຂໍທາງແພ່ງກ່ຽວກັບເດັກມາພິຈາລະນາໃນກໍລະນີດັ່ງນີ້: 1.ຄໍາຮ້ອງຟ້ອງກ່ຽວກັບ: -ການໃຊ້ແທນຄ່າເສຍຫາຍເນື່ອງຈາກການກະທໍາຜິດຂອງເດັກ; -ແຮງງານເດັກ; -ການກະທໍາລະຫວ່າງເດັກດ້ວຍກັນ; -ການລະເມີດສິດທິຂອງເດັກ; -ຄະດີອື່ນກ່ຽວກັບເດັກ. 2.ຄໍາຮ້ອງຂໍກ່ຽວກັບ: -ການແຕ່ງຕັ້ງຜູ້ປົກຄອງຫຼືຜູ້ຄຸ້ມຄອງເດັກ; -ການອອກມາດຕະການສຶກສາອົບຮົມເດັກ; -ການແຕ່ງຕັ້ງຜູ້ຄຸ້ມຄອງຊັບສົມບັດຂອງເດັກ; -ການນໍາໃຊ້ມາດຕະການເພື່ອປົກປ້ອງສິດແລະຜົນປະໂຫຍດຂອງເດັກ; -ການໃຫ້ປະຕິບັດຜົນການໄກ່ເກ່ຍ; -ການຮ້ອງຂໍອື່ນກ່ຽວກັບເດັກ. ນອກຈາກຄໍາຮ້ອງຂໍທີ່ກ່າວມາຂ້າງເທິງນີ້ແລ້ວຍັງມີຄໍາຮ້ອງຂໍທີ່ໄດ້ກໍານົດໄວ້ໃນມາດຕາ330ຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.
ມາດຕາ93ການດໍາເນີນຄະດີແພ່ງກ່ຽວກັບເດັກ ການດໍາເນີຄະດີແພ່ງກ່ຽວກັບເດັກໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງແລະກົດໝາຍອື່ນທີ່ກ່ຽວຂ້ອງຍົກເວັ້ນການສອບຖາມ,ການສໍາພາດ,ການໄຕ່ສວນໃນທີ່ປະຊຸມສານແລະກໍານົດເວລາໃນການດໍາເນີນຄະດີຊຶ່ງຕ້ອງປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ51,52,53,54ແລະ88ຂອງກົດໝາຍສະບັບນີ້.
ມາດຕາ94ກໍານົດເວລາໃນການດໍາເນີນຄະດີແພ່ງກ່ຽວກັບເດັກ ສານເດັກຫຼືຄະນະສານເດັກຕ້ອງນໍາເອົາຄະດີອອກມາພິຈາລະນາຕັດສິນຫຼືພິພາກສາພາຍໃນກໍານົດເວລາດັ່ງນີ້: -ຂັ້ນຕົນຫົກເດືອນ; -ຂັ້ນອຸທອນສີ່ເດືອນ; -ຂັ້ນລົບລາງສາມເດືອນ. ໃນກໍລະນີທີ່ບໍ່ສາມາດພິຈາລະນາຕັດສິນຫຼືພິພາກສາໃຫ້ສໍາເລັດຕາມກໍານົດເວລານັ້ນຜູ້ພິພາກສາທີ່ຮັບຜິດຊອບຄະດີດັ່ງກ່າວຕ້ອງະເໜີຕໍ່ປະທານສານທີ່ກ່ຽວຂ້ອງເພື່ອພິຈາລະນາອອກຄໍາສັ່ງຕໍ່ກໍານົດເວລາຄົ້ນຄວ້າແລະຕັດສິນຫຼືພິພາກສາແຕ່ການຕໍ່ເວລານັ້ນບໍ່ໃຫ້ກາຍສາມເດືອນຍົກເວັ້ນຄະດີທີ່ມີຄວາມຫຍຸ້ງຍາກສັບສົນຕາມການຕົກລົງຂອງຄະນະປະທານຂອງສານ. ການໂຈະແລະການເລື່ອນການດໍາເນີນຄະດີບໍ່ໃຫ້ນັບເຂົ້າໃນເວລາຂອງການຄົ້ນຄວ້າແລະການຕັດສິນຫຼືພິພາກສາຄະດີ.
ມາດຕາ95ການຂໍອຸທອນຫຼືການສະເໜີຄັດຄ້ານ ຄູ່ຄວາມ,ບຸກຄົນທີສາມຫຼືຫົວໜ້າອົງການໄອຍະການປະຊາຊົນມີສິດຂໍອຸທອນຫຼືສະເໜີຄັດຄ້ານຄໍາຕັດສິນຂອງສານເດັກຕາມກໍານົດເວລາທີ່ໄດ້ບົ່ງໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ. ສໍາລັບການຂໍອຸທອນຄໍາສັ່ງຫຼືຄໍາຊີ້ຂາດຂອງສານໃຫ້ປະຕິບັດພາຍໃນກໍານົດເວລາເຈັດວັນນັບແຕ່ວັນອອກຄໍາສັ່ງຫຼືຄໍາຊີ້ຂາດຫຼືວັນຮັບຊາບເປັນຕົ້ນໄປ. ການດໍາເນີນຄະດີແພ່ງກ່ຽວກັບເດັກຢູ່ສານຂັ້ນອຸທອນໃຫ້ປະຕິບັດຕາມພາກທີ7ຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.
ມາດຕາ96ຄະດີແພ່ງກ່ຽວກັບເດັກທີ່ບໍ່ອະນຸຍາດໃຫ້ຂໍອຸທອນ ຄະດີແພ່ງກ່ຽວກັບເດັກທີ່ບໍ່ອະນຸຍາດໃຫ້ຂໍອຸທອນມີດັ່ງນີ້: 1.ຄະດີທີ່ສານເດັກໄດ້ອອກຄໍາຊີ້ຂາດຢັ້ງຢືນຫຼືບໍ່ຢັ້ງຢືນເອົາຕາມການຕົກລົງຂອງການໄກ່ເກ່ຍ; 2.ຄໍາຕັດສິນໃຫ້ປະຕິບັດພາງ.
ມາດຕາ97ການຂໍລົບລ້າງແລະຮື້ຟື້ນຄະດີແພ່ງກ່ຽວກັບເດັກ ຄູ່ຄວາມມີສິດຂໍລົບລ້າງແລະຫົວໜ້າອົງການໄອຍະການປະຊາຊົນມີສິດສະເໜີຄັດຄ້ານຄໍາພິພາກສາຂັ້ນອຸທອນໄດ້ພາຍໃນກໍານົດສາມສິບວັນນັບແຕ່ວັນລົງຄໍາພິພາກສາຫຼືວັນຮັບຊາບຄໍາພິພາກສາດັ່ງກ່າວເປັນຕົ້ນໄປ. ສໍາລັບການຂໍລົບລ້າງຄໍາສັ່ງແລະຄໍາຊີ້ຂາດຂອງຄະນະສານເດັກໃຫ້ປະຕິບັດພາຍໃນກໍານົດເວລາເຈັດວັນນັບແຕ່ວັນອອກຄໍາສັ່ງຫຼືຄໍາຊີ້ຂາດຫຼືວັນຮັບຊາບເປັນຕົ້ນໄປ. ການຮື້ຟື້ນຄະດີແພ່ງກ່ຽວກັບເດັກໃຫ້ປະຕິບັດຕາມພາກທີ15ຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.
ພາກທີ8ການຕິດຕາມ,ການຝຶກອົບຮົມແລະການປິ່ນປົວເດັກ
ໝວດທີ1ການຕິດຕາມເດັກ
ມາດຕາ98ຄວາມຮັບຜິດຊອບຂອງຄອບຄົວແລະການຈັດຕັ້ງ ພໍ່,ແມ່,ຜູ້ປົກຄອງ,ອົງການປົກຄອງບ້ານ,ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ,ໂຮງຮຽນ,ຕາໜ່ວງປົກປ້ອງແລະຊ່ວຍເຫຼືອເດັກ,ຫ້ອງການຍຸຕິທໍາເມືອງ,ເທດສະບານແລະໜ່ວຍງານອື່ນຂອງລັດທຸກຂັ້ນມີຄວາມຮັບຜິດຊອບໃນການຕິດຕາມ,ຊ່ວຍເຫຼືອ,ປະສານສົມທົບຊຶ່ງກັນແລະກັນເພື່ອສຶກສາອົບຮົກເດັກກະທໍາຜິດຫຼືເຄີຍໄດ້ກະທໍາຜິດໃຫ້ກາຍເປັນຄົນດີໃນສັງຄົມ.ສ້າງເງື່ອນໄຂໃຫ້ເດັກໄດ້ຮັບການສຶສາຂັ້ນພື້ນຖານ,ຝຶກວິຊາຊີບໃດໜຶ່ງຕາມຄວາມເໝາະສົມແລະໄດ້ຮັບການເບິ່ງແຍງດູແລດ້ານສຸຂະພາບ.
ມາດຕາ99ການຕິດຕາມການປິພຶດຂອງເດັກກະທໍາຜິດ ພໍ່,ແມ່,ຜູ້ປົກຄອງຫຼືການຈັດຕັ້ງທີ່ໄດ້ຮັບມອບໝາຍຕາມບົດບັນທຶກການໄກ່ເກ່ຍຫຼືຄໍາຕົກລົງຂອງສານໃຫ້ຕິດຕາມການປະພຶດຂອງເດັກກະທໍາຜິດຕ້ອງປະຕິບັດດັ່ງນີ້: 1.ບັນທຶກປະຫວັດສ່ວນຕົວຂອງເດັກ; 2.ບັນທຶກການລາຍງານຕົວຂອງເດັກ,ການປະຕິບັດມາດຕະການທີ່ວາງໃສ່ເດັກ; 3.ສຶກສາອົບຮົມ,ແນະນໍາ,ຕັກເຕືອນໃຫ້ເດັກເຄົາລົບແລະປະຕິບັດລະບຽບກົດໝາຍ; 4.ບັນທຶກການປ່ຽນແປງພຶດຕິກໍາ,ຄວາມຮູ້ສຶກແລະການຂໍຄວາມຊ່ວຍເຫຼືອຂອງເດັກ; 5.ລາຍງານຜົນຂອງການຕິດຕາມເດັກໃຫ້ອົງການປົົກຄອງບ້ານຫຼືການຈັດຕັ້ງທີ່ກ່ຽວຂ້ອງເປັນປົກກະຕິ.
ໝວດທີ2ການຝຶກອົບຮົມເດັກກະທໍາຜິດ.
ມາດຕາ100ການຝຶກອົບຮົມເດັກກະທໍາຜິດ ການຝຶກອົບຮົມເດັກກະທໍາຜິດແມ່ນການນໍາໃຊ້ມາດຕະການຕໍ່ເດັກດ້ວຍວິທີການສຶກສາອົບຮົມແນວຄິດແລະການກະທໍາລວມທັງການຝຶກວິຊາຊີບໂດຍຜ່ານສູນຝຶກອົບຮົມສໍາລັບເດັກກະທໍາຜິດ. ເດັກກະທໍາຜິດຫຼືເດັກທີ່ຖືກສານຕັດສິນລົງໂທດຕັດອິດສະລະພາບຈະຖືກສົ່ງເຂົ້າສູນຝຶກອົບຮົມສໍາລັບເດັກກະທໍາຜິດ.
ມາດຕາ101ສູນຝຶກອົບຮົມສໍາລັບເດັກກະທໍາຜິດ ສູນຝຶກອົບຮົມສໍາລັບເດັກກະທໍາຜິດແມ່ນສະຖານທີ່ດັດສ້າງເດັກກະທໍາຜິດຕາມຄໍາຕັດສິນຫຼືຄໍາພິພາກສາຂອງສານທັງແມ່ນສູນສໍາລັບສຶກສາອົບຮົມແນວຄິດແລະການກະທໍາຂອງເດັກລວມທັງການຝຶກວິຊາຊີບເພື່ອໃຫ້ເດັກກາຍເປັນຄົນດີຂອງສັງຄົມ. ສູນຝຶກອົບຮົມສໍາລັບເດັກກະທໍາຜິດມີຢູ່ຂັ້ນແຂວງແລະສູນກາງຊຶ່ງຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງປ້ອງກັນຄວາມສະຫງົບ. ງົບປະມານຮັບໃຊ້ການເຄື່ອນໄຫວຂອງສູນຝຶກອົບຮົມເດັກກະທໍາຜິດໄດ້ມາຈາກງົບປະມານຂອງລັດ,ການປະກອບສ່ວນຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງພາຍໃນແລະຕ່າງປະເທດ.
ມາດຕາ102ສິດແລະໜ້າທີ່ຂອງສູນຝຶກອົບຮົມສໍາລັບເດັກກະທໍາຜິດ ສູນຝຶກອົບຮົມສໍາລັບເດັກກະທໍາຜິດມີສິດແລະໜ້າທີ່ດັ່ງນີ້: 1.ສຶກສາອົບຮົມແນວຄິດ,ຄຸນສົມບັດ,ໃຫ້ການສຶກສາຮໍ່າຮຽນ,ຝຶກອົບຮົມວິຊາຊີບເພື່ອຊ່ວຍໃຫ້ເດັກເປັນຄົນດີແລະສາມາດກັບຄືນເຂົ້າສູ່ສັງຄົມ; 2.ມີການເຄື່ອນໄຫວດ້ານກິລາແລະສິນລະປະວັນນະຄະດີເພື່ອພັດທະນາທາງດ້ານຮ່າງກາຍແລະຈິດໃຈຂອງເດັກ; 3.ຈັດຕັ້ງການອອກແຮງງານຕາມຄວາມເໝາະສົມກັບອາຍຸຂອງເດັກ; 4.ໃຫ້ຄໍາປຶກສາແລະຮັບຟັງຄໍາຄິດຄໍາເຫັນຂອງເດັກ; 5.ພົວພັນ,ຮ່ວມມືແລະປະສານສົມທົບກັບອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນ; 6.ລາຍງານຜົນການປະພຶດຂອງເດັກໃຫ້ຂັ້ນເທິງຂອງຕົນແລະອົງການໄອຍະການປະຊາຊົນເປັນປົກກະຕິ; 7.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ການຈັດຕັ້ງແລະການເຄື່ອນໄຫວຂອງສູນຝຶກອົບຮົມເດັກກະທໍາຜິດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ມາດຕາ103ສິດຂອງເດັກກະທໍາຜິດໃນສູນຝຶກອົບຮົມ ເດັກກະທໍາຜິດທີ່ຖືກສົ່ງເຂົ້າສູນຝຶກອົບຮົມມີສິດດັ່ງນີ້: 1.ມີບ່ອນພັກເຊົາແລະໄດ້ຮັບອາຫານຢ່າງເໝາະສົມ; 2.ໄດ້ຮັບເຄື່ອງນຸ່ງຢ່າງເໝາະສົມແລະສອດຄ່ອງກັບສະພາບອາກາດ; 3.ໄດ້ຮັບການບໍລິການດ້ານສາທາລະນະສຸກ,ການສຶກສາແລະຝຶກອົບຮົມວິຊາຊີບ; 4.ໄດຫຼິ້ນກິລາ,ສິນລະປະແລະພັກຜ່ອນຕາມລະບຽບການ; 5.ໄດ້ພົບພໍ່ແມ່,ຜູ້ປົກຄອງ,ຜູ້ປົກປ້ອງ,ຍາດພີ່ນ້ອງແລະໝູ່ເພື່ອນ; 6.ໄດ້ຮັບຂໍ້ມູນຂ່າວສານທີ່ເປັນປະໂຫຍດສໍາລັບເດັກ; 7.ໄດ້ຮັບການປົກປ້ອງຈາກການທາລຸກທຸກຮູບແບບ,ການສວຍໃຊ້,ການປະລະແລະການລົງວິໄນທີ່ບໍ່ເໝາະສົມ; 9.ມີສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ມາດຕາ104ຄວາມຮັບຜິດຊອບຂອງເດັກໃນສູນຝຶກອົບຮົມ ເດັກໃນສູນຝຶກອົບຮົມມີຄວາມຮັບຜິດຊອບດັ່ງນີ້: 1.ເຄົາລົບແລະປະຕິບັດລະບຽບພາຍໃນຂອງສູນຝຶກອົບຮົມ; 2.ຝຶກຝົນຕົນເອງໃຫ້ກາຍເປັນເດັກທີ່ດີ; 3.ສຶກສາຮໍ່າຮຽນ,ອອກແຮງງານແລະຝຶກວິຊາຊີບ; 4.ເຄົາລົບ,ນັບຖືສິດຂອງບຸກຄົນອື່ນແລະໃຫ້ການຊ່ວຍເຫຼືອຊຶ່ງກັນແລະກັນ; 5.ມີຄວາມຮັບຜິດຊອບອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍແລະລະບຽບພາຍໃນຂອງສູນຝຶກອົບຮົມ.
ມາດຕາ105ການໂຍກຍ້າຍເດັກກະທໍາຜິດ ການໂຍກຍ້າຍເດັກກະທໍາຜິດຈາກສູນຝຶກອົບຮົມສໍາລັບເດັກກະທໍາຜິດໃດໜຶ່ງໄປຢູ່ສູນຝຶກອົບຮົມອື່ນຕ້ອງມີຄໍາຮ້ອງຂໍເປັນລາຍລັກອັກສອນຂອງພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງໂດຍຜ່ານຄະນະຮັບຜິດຊອບສູນເພື່ອພິຈາລະນາພາຍໃນກໍານົດເວລາຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍເປັນຕົ້ນໄປແລ້ວສະເໜີຕໍ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ຄະຄອນບ່ອນສູນຕັ້ງຢູ່ພິຈາລະນາພາຍໃນກໍານົດເຈັດວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປແລ້ວຈຶ່ງລາຍງານຕໍ່ກະຊວງປ້ອງກັນຄວາມສະຫງົບ. ເມື່ອກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນໄດ້ຕົກລົງເຫັນດີໃຫ້ໂຍກຍ້າຍເດັກກະທໍາຜິດແລ້ວສູນຝຶກອົບຮົມທີ່ກ່ຽວຂ້ອງຕ້ອງໄດ້ເຮັດບົດບັນທຶກກ່ຽວກັບຊີວະປະຫວັດ,ສຸຂະພາບ,ການຝຶກອົບຮົມແລະບັນຫາອື່ນແລ້ວສົ່ງໃຫ້ສູນຝຶກອົບຮົມບ່ອນຈະຮັບເອົາເດັກກະທໍາຜິດ.ສໍາລັບວັດຖຸສິ່ງຂອງສ່ວນຕົວຕ້ອງມອບໃຫ້ຜູ້ກ່ຽວ. ຖ້າວ່າເດັກຢູ່ສູນຝຶກອົບຮົມເດັກກະທໍາຜິດຫາກບັນລຸນິຕິພາວະແລ້ວແຕ່ຜູ້ກ່ຽວຍັງຕ້ອງໄດ້ສືບຕໍ່ປະຕິບັດໂທດຢ່າງໜ້ອຍສາມປີໃຫ້ໂຍກຍ້າຍໄປປະຕິບັດໂທດຢູ່ຄ້າຍດັດສ້າງສໍາລັບນັກໂທດທົ່ວໄປ. ໃນການໂຍກຍ້າຍເດັກກະທໍາຜິດຕ້ອງລາຍງານໃຫ້ຫົວໜ້າອົງການໄອຍະການປະຊາຊົນບ່ອນສູນຝຶກອົບຮົມຕັ້ງຢູ່ເພື່ອຕິດຕາມກວດກາ. ຄ່າໃຊ້ຈ່າຍໃນການໂຍກຍ້າຍເດັກກະທໍາຜິດຕາມການຮ້ອງຂໍນັ້ນໃຫ້ຜູ້ຮ້ອງຂໍເປັນຜູ້ຮັບຜິດຊອບ,ສ່ວນການໂຍກຍ້າຍໂດຍໜ້າທີ່ນັ້ນໃຫ້ລັດເປັນຜູ້ຮັບຜິດຊອບ.
ມາດຕາ106ການປ່ອຍຕົວເດັກກ່ອນກໍານົດໂດຍມີເງື່ອນໄຂ ການປ່ອຍຕົວເດັກກ່ອນກໍານົດໂດຍມີເງື່ອນໄຂສາມາດປະຕິບັດໄດ້ໃນກໍລະນີດັ່ງນີ້: 1.ເດັດມີຄວາມກ້າວໜ້າ,ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ,ເປັນແບບຢ່າງທີ່ດີໃນການອອກແຮງງານແລະການປະຕິບັດລະບຽບພາຍໃນຂອງສູນຝຶກອົບຮົມ; 2.ເດັກໄດ້ມີການປ່ຽນແປງທາງດ້ານທັດສະນະແນວຄິດແລະມີຄວາມຮູ້ສຶກກິນແໜງຕໍ່ການກະທໍທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ; 3.ເດັກໄດ້ປະຕິບັດໂທດຕາມຄໍາດັດສິນຂອງສານຢ່າງໜ້ອຍເຄິ່ງໜຶ່ງເວັ້ນເສຍແຕ່ເດັກໄດ້ກະທໍາຜິດໃນສະຖານບໍ່ເຂັດຫຼາບແລະເປັນອາຈິນ. ໃນການປ່ອຍຕົວເດັກກ່ອນກໍານົດຕາມກໍລະນີເທິງນີ້ສູນຝຶກອົບຮົມທີ່ກ່ຽວຂ້ອງຕ້ອງສະເໜີຜ່ານກອງບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນບ່ອນສູນຕັ້ງຢູ່ພິຈາລະນາແລ້ວສະເໜີຕໍ່ຫົວໜ້າອົງການໄອຍະການປະຊາຊົນຖະແຫຼງໃຫ້ສານພິຈາລະນາຕັດສິນ.
ໝວດທີ3ການປິ່ນປົວເດັກກະທໍາຜິດ
ມາດຕາ107ການປິ່ນປົວເດັກກະທໍາຜິດ ໃນທຸກຂັ້ນຕອນຂອງການດໍາເນີນຄະດີຖ້າຫາກເດັກຖືກກັກຂັງຫຼືເດັກຢູ່ໃນສູນຝຶກອົບຮົມສໍາລັບເດັກມີອາການເຈັບປ່ວຍຕ້ອງແຈ້ງໃຫ້ພໍ່ແມ່,ຜູ້ປົກຄອງຫຼືການຈັດຕັ້ງທີ່ກ່ຽວຂ້ອງແລະຕ້ອງທໍາການປິ່ນປົວຢ່າງຮີບດ່ວນ.ໃນກໍລະນີແພດປະຈໍາສະຖານທີ່ກັກຂັງຫຼືສູນຝຶກອົບຮົມສໍາລັບເດັກບໍ່ສາມາດປິ່ນປົວໄດ້ກໍ່ຕ້ອງສົ່ງເດັກໄປປິ່ນປົວຢູ່ໂຮງໝໍຫຼືສະຖານທີ່ປິ່ນປົວສະເພາະ.
ມາດຕາ108ການອະນຸຍາດສົ່ງເດັກໄປປິ່ນປົວ ໃນເວລາດໍາເນີນຄະດີຫົວໜ້າອົງການໄອຍະການປະຊາຊົນ,ປະທານສານເດັກ,ຫົວນ້າຄະນະສານເດັກມີສິດອະນຸຍາດໃຫ້ເດັກທີ່ເຈັບປ່ວຍນັ້ນໄປປິ່ນປົວຕາມການສະເໜີຂອງຫົວໜ້າສະຖານທີ່ກັກຂັງເດັກຫຼືຫົວໜ້າສູນຝຶກອົບຮົມສໍາລັບເດັກກະທໍາຜິດ. ໃນກໍລະນີເດັກກະທໍຜິດຫາກໄດ້ເຈັບເປັນຢ່າງກະທັນຫັນຫົວໜ້າສະຖານທີ່ກັກຂັງເດັກຫຼືຫົວໜ້າສູນຝຶກອົບຮົມສໍາລັບເດັກກະທໍາຜິດສາມາດອະນຸຍາດໃຫ້ນໍາເດັກໄປປິ່ນປົວແຕ່ຕ້ອງລາຍງານໃຫ້ຫົວນ້າອົງການໄອຍະການປະຊາຊົນຫຼືປະທານສານເດັກຫຼືຫົວໜ້າຄະນະສານເດັກພາຍໃນກໍານົດຊາວສີ່ຊົ່ວໂມງເພື່ອຕິດຕາມກວດກາ. ພາຍຫຼັງປິ່ນປົວດີແລ້ວໃຫ້ນໍາເດັກມາດໍາເນີນຄະດີຫຼືສືບຕໍ່ຝຶກອົບຮົມ. ກໍານົດເວລາຂອງການປິ່ນປົວໃຫ້ນັບເຂົ້າໃນກໍານົດເວລາຂອງການກັກຂັງຫຼືການຝຶກອົບຮົມ.
ມາດຕາ109ການຄຸ້ມຄອງແລະປ້ອງກັນເດັກທີ່ຖືກສົ່ງໄປປິ່ນປົວ ເດັກກະທໍາຜິດທີ່ຖືກກັກຂັງຫຼືຢູ່ໃນສູນຝຶກອົບຮົມສໍາລັບເດັກກະທໍາຜິດຫາກເຈັບເປັນຕ້ອງຖືກສົ່ງໄປປິ່ນປົວຢູ່ໂຮງໝໍຫຼືສະຖານທີ່ປິ່ນປົວສະເພາະຂອງລັດເທົ່ານັ້ນ. ການຄຸ້ມຄອງແລະປ້ອງກັນເດັກທີ່ຖືກສົ່ງໄປປິ່ນປົວຕ້ອງຢູ່ພາຍໃຕ້ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ຕໍາຫຼວດປະຈໍາສະຖານທີ່ກັກຂັງຫຼືສູນຝຶກອົບຮົມສໍາລັບເດັກກະທໍາຜິດ.
ມາດຕາ110ການເສຍຊີວິດຂອງເດັກກະທໍາຜິດ ໃນກໍລະນີເດັກກະທໍາຜິດທີ່ກໍາລັງຖືກດໍາເນີນຄະດີແລະຖືກກັກຂັງຫຼືກໍາລັງຝຶກອົບຮົມຫາກໄດ້ເສຍຊີວິດຕ້ອງແຈ້ງໃຫ້ພໍ່ແມ່,ຜູ້ປົກຄອງຫຼືການຈັດຕັ້ງທີ່ກ່ຽວຂ້ອງ,ຖ້າເດັກຫາກເປັນຄົນຕ່າງປະເທດກໍ່ໃຫ້ແຈ້ງຕໍ່ສະຖານກົງສູນຫຼືສະຖານທູດທີ່ກ່ຽວຂ້ອງໃນທັນໃດ. ໃນການເສຍຊີວິດຂອງເດັກຕ້ອງໄດ້ທໍາການພິສູດຫາສາເຫດທີ່ພາໃຫ້ເດັກເສຍຊີວິດ,ໃນກໍລະນີຍັງມີການສົງໄສພໍ່ແມ່,ຜູ້ປົກຄອງຫຼືການຈັດຕັ້ງທີ່ກ່ຽວຂ້ອງມີສິດສະເໜີໃຫ້ພິສູດຄືນໃໝ່ກໍ່ໄດ້.
ພາກທີ9ການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີເດັກ
ມາດຕາ111ການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີເດັກ ການຮ່ວມມືສາກົນກ່ຽວກັບການດໍາເນີນຄະດີເດັກໃຫ້ປະຕິບັດບົນຫຼັກການເຄົາລົບຄວາມເປັນເອກະລາດ,ອະທິປະໄຕ,ຜືນແພ່ນດິນອັນຄົບຖ້ວນຂອງກັນແລະກັນ,ສະເໝີພາບ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຍຫດບົນພື້ນຖານສັນຍາສາກົນຫຼືສົນທິສັນຍາທີ່ສປປລາວເປັນພາຄີແລະສອດຄ່ອງກັບກົດໝາຍຂອງສປປລາວ. ໃນກໍລະນີທີ່ສປປລາວບໍ່ທັນໄດ້ເຊັນສັນຍາສາກົນຫຼືບໍ່ທັນໄດ້ເຂົ້າຮ່ວມເປັນພາຄີໃນສົນທິສັນຍາໃຫ້ດໍາເນີນຕາມຫຼັກການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນແຕ່ບໍ່ໃຫ້ຂັດກັບລັດຖະທໍາມະນູນແລະກົດໝາຍຂອງສປປລາວ.
ມາດຕາ112ການຊ່ວຍເຫຼືອທາງດ້ານຍຸຕິທໍາເດັກ ໃນການຊ່ວຍເຫຼືອທາງດ້ານຍຸຕິທໍາເດັກອົງການທີ່ມີສິດອໍານາດໃນການດໍາເນີນຄະດີເດັກຂອງສປປລາວຕ້ອງປະຕິບັດຕາມສົນທິສັນຍາທີ່ສປປລາວເປັນພາຄີແລະຕ້ອງໃຫ້ສອດຄ່ອງກັບກົດໝາຍຂອງສປປລາວ. ການຊ່ວຍເຫຼືອທາງດ້ານຍຸຕິທໍາເດັກແນ່ໃສ່ການສົ່ງຜູ້ຮ້າຍຂ້າມແດນ,ການໂອນຕົວເດັກກະທໍາຜິດ,ການຍຶດຫຼືການອາຍັດຊັບຂອງຜູ້ຖືກຫາຫຼືຈໍາເລີຍ,ການສະໜອງຂໍ້ມູນຂ່າວສານກ່ຽວກັບເດັກກະທໍາຜິດແລະວັດຖຸສິ່ງຂອງທີ່ພົວພັນກັບຄະດີ,ການປະຕິບັດຄໍາຕັດສິນຂອງສານແລະການຮ່ວມມືດ້ານອາຊະຍາກໍາອື່ນກ່ຽວກັບເດັກ.
ມາດຕາ113ການປະຕິເສດການຊ່ວຍເຫຼືອທາງດ້ານຍຸຕິທໍາເດັກ ອົງການທີ່ມີສິດອໍານາດໃນການດໍາເນີນຄະດີອາຍາກ່ຽວກັບເດັກຂອງສປປລາວອາດຈະປະຕິເສດການຊ່ວຍເຫຼືອທາງດ້ານຍຸຕິທໍາເດັກໃນກໍລະນີດັ່ງນີ້: 1.ການສະເໜີຂໍການຊ່ວຍເຫຼືອທາງດ້ານຍຸຕິທໍາບໍ່ສອດຄ່ອງກັບສົນທິສັນຍາທີ່ສປປລາວເປັນພາຄີແລະກົດໝາຍຂອງສປປລາວ; 2.ການປະຕິບັດການຊ່ວຍເຫຼືອທາງດ້ານຍຸຕິທໍາຈະເປັນຜົນກະທົບຕໍ່ອະທິປະໄຕ,ຄວາມສະຫງົບ,ຄວາມໝັ້ນຄົງຂອງຊາດຫຼືຜົນປະໂຫຍດອັນສໍາຄັນຂອງສປປລາວ.
ມາດຕາ114ການນຮັບຮູ້ຄໍາຕັດສິນທາງແພ່ງຂອງສານຕ່າງປະເທດ ສປປລາວຮັບຮູ້ແລະປະຕິບັດຄໍາຕັດສິນທາງແພ່ງກ່ຽວກັບເດັກຂອງສານຕ່າງປະເທດໂດຍຜ່ານສະຖານທູດ,ກົງສູນຫຼືອົງການຜູ້ຕາງໜ້າຂອງສປປລາວຢູ່ຕ່າງປະເທດແລະໄດ້ແປເປັນພາສາລາວແລ້ວ. ການຮ້ອງຂໍ,ການພິຈາລະນາໃຫ້ຮັບຮູ້ຄໍາຕັດສິນທາງແພ່ງຂອງສານຕ່າງປະເທດແລະການດໍາເນີນຄະດີລະຫວ່າງປະເທດໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ.
ພາກທີ10ການຄຸ້ມຄອງແລະກວດກາວຽກງານຄະດີເດັກ
ມາດຕາ115ອົງການຄຸ້ມຄອງ ອົງການຄຸ້ມຄອງວຽກງານຄະດີເດັກປະກອບດ້ວຍກະຊວງຍຸຕິທໍາ,ກະຊວງປ້ອງກັນຄວາມສະຫງົບ,ອົງການໄອຍະການປະຊາຊົນສູງສຸດແລະສານປະຊາຊົນສູງສຸດ. ກະຊວງຍຸຕິທໍາຄຸ້ມຄອງໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານແລະຫ້ອງການຍຸຕິທໍາເມືອງ,ເທດສະບານໃນການແກ້ໄຂຄະດີເດັກ; ກະຊວງຜ້ອງກັນຄວາມສະຫງົບຄຸ້ມຄອງໜ່ວຍງານສືບສວນສອບສວນຄະດີເດັກ,ສະຖານທີ່ກັກຂັງແລະສູນຝຶກອົບຮົມສໍາລັບເດັກກະທໍາຜິດ; ອົງການໄອຍະການປະຊາຊົນສູງສຸດຄຸ້ມຄອງໜ່ວຍງານໄອຍະການເດັກໃນການດໍາເນີນຄະດີເດັກ. ສານປະຊາຊົນສູງສຸດຄຸ້ມຄອງສານເດັກຫຼືຄະນະສານເດັກໃນວຽກງານດໍາເນີນຄະດີເດັກ.
ມາດຕາ116ອົງການກວດກາວຽກງານຄະດີເດັກ ອົງການກວດກາວຽກງານຄະດີເດັກແມ່ນອົງການດຽວກັນກັບອົງການຄຸ້ມຄອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ115ຂອງກົດໝາຍສະບັບນີ້.ແຕ່ລະອົງການມີໜ້າທີ່ກວດກາການປະຕບັດວຽກງານຕາມຂະແໜງການຂອງຕົນ,ສໍາລັບອົງການໄອຍະການປະຊາຊົນສູງສຸດນອກຈາກການຕິດຕາມກວດກາຕາມສາຍຕັ້ງແລ້ວຍັງມີສິດແລະໜ້າີ່ປະຕິບັດຕາມພາລະບົດບາດທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ117ສິດແລະໜ້າທີ່ຂອງອົງການຄຸ້ມຄອງແລະກວດກາວຽກງານຄະດີເດັກ ອົງການຄຸ້ມຄອງແລະກວດກາວຽກງານຄະດີເດັກມີສິດແລະໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້: 1.ວາງຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍກ່ຽວກັບການດໍາເນີນຄະດີເດັກ; 2.ໂຄສະນາ,ເຜີຍແຜ່ແຜນນະໂຍບາຍ,ລະບຽບກົດໝາຍກ່ຽວກັບການດໍາເນີນຄດີເດັກ; 3.ບໍາລຸງ,ສ້າງ,ຝຶກອົບຮົມ,ຍົກລະດັບພະນັກງານສະເພາະກ່ຽວກັບການດໍາເນີນຄະດີເດັກ; 4.ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາການຈັດຕັ້ງປະຕິບັດແຜນນະໂຍບາຍ,ລະບຽບກົດໝາຍກ່ຽວກັບວຽກງານຄະດີເດັກ; 5.ເກັບກໍາສະຖິຕິແລະຂໍ້ມູນກ່ຽວກັບຄະດີເດັກໃນຂອບເຂດທົ່ວປະເທດ; 6.ປະສານສົມທົບຊຶ່ງກັນແລະກັນຫຼືກັບພາກສ່ວນອື່ນກ່ຽວກັບວຽກງານດໍາເນີນຄະດີເດັກ; 7.ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນກ່ຽວກັບວຽກງານດໍາເນີນຄະດີເດັກ; 8.ສະຫຼຸບ,ລາຍງານວຽກງານຄະດີເດັກໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 9.ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.
ພາກທີ11ບົດບັນຍັດສຸດທ້າຍ
ມາດຕາ118ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ,ອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດແລະອົງການອື່ນທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.
ມາດຕາ119ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.
ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້