ກົດໝາຍວ່າດ້ວຍການປິ່ນປົວ 09-11-2005

.ການປິ່ນປົວ 09-11-2005


..ໝວດທີ1ບົດບັນຍັດທົ່ວໄປ


...ມາດຕາ1:ຈຸດປະສົງຂອງກົດໝາຍວ່າດ້ວຍການປິ່ນປົວ

ມາດຕາ1:ຈຸດປະສົງຂອງກົດໝາຍວ່າດ້ວຍການປິ່ນປົວ ກົດໝາຍວ່າດ້ວຍການປິ່ນປົວກໍານົດຫຼັກການ,ລະບຽບ ການແລະມາດຕະການຕ່າງໆກ່ຽວກັບການຈັດຕັ້ງ,ການເຄື່ອນ ໄຫວ,ການຄຸ້ມຄອງແລະການກວດກາວຽກງານປິ່ນປົວເພື່ອຮັບ ປະກັນໃຫ້ທຸກຄົນໃນຄອບຄົວແລະຊຸມຊົນໄດ້ຮັບການບໍລິການປິ່ນ ປົວຢ່າງສະເໝີພາບ,ທົ່ວເຖິງ,ຍຸຕິທໍາແລະມີຄຸນນະພາບ,ປົກປ້ອງ ສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ປະກອບວິຊາຊີບປິ່ນປົວ ແນ່ໃສ່ພັດທະນາການບໍລິການປິ່ນປົວໃຫ້ນັບມື້ນັບທັນສະໄໝເຮັດ ໃຫ້ພົນລະເມືອງທຸກຄົນມີສຸດຂະພາບແຂງແຮງດີ,ສາມາດປະ ກອບສ່ວນຢ່າງມີປະສິດທິພາບເຂົ້າໃນການປົກປັກຮັກສາແລະ ພັດທະນາປະເທດຊາດ.

...ມາດຕາ2:ການປິ່ນປົວ

ມາດຕາ2:ການປິ່ນປົວ ການປິ່ນປົວແມ່ນການບໍລິການຄົນເຈັບດ້ວຍສະຕິຮັບຜິດ ຊອບເພື່ອກວດ,ຊອກຄົ້ນຫາພະຍາດ,ບົ່ງມະຕິພະຍາດ,ວາງຢາ, ປະຕິບັດເຕັກນິກການແພດ,ເຮັດໃຫ້ຄົນເຈັບໄດ້ພັກຜ່ອນ,ຟື້ນຟູສຸ ຂະພາບ,ຫາຍຈາກພະຍາດແລະມີສຸຂະພາບແຂງແຮງດີລວມ ທັງການສົ່ງເສີມສຸຂະພາບ,ການກັນພະຍາດຂອງພົນລະເມືອງ.

ຄໍາຄົ້ນ:ການລືມມີດໃນທ້ອງຄົນເຈັບບໍ່ແມ່ນການປິ່ນປົວ.


...ມາດຕາ03:ຄວາມໝາຍຂອງຄໍາສັບ

ມາດຕາ03:ຄວາມໝາຍຂອງຄໍາສັບ 01 ສຸຂະພາບດີ ສຸຂະພາບດີໝາຍເຖິງສະພາບທີ່ສົມບູນທາງດ້ານຮ່າງກາຍ, ຈິດໃຈ,ມັນສະໝອງແລະສັງຄົມຫາກບໍ່ແມ່ນພຽງແຕ່ສະພາບບໍ່ເປັນ ພະຍາດຫຼືບໍ່ພິການເທົ່ານັ້ນ,ການມີສຸຂະພາບດີແມ່ນກ້ອນທຶນອັນປະ ເສີດ,ເປັນສິດພື້ນຖານທີ່ຊອບທໍາແລະເປັນພັນທະຂອງພົນລະເມືອງ ທຸກຄົນ,ທຸກຄອບຄົວ,ຂອງທົ່ວສັງຄົມແລະເປັນເງື່ອນໄຂພື້ນຖານອັນ ໜຶ່ງໃນການສຶກສາຮໍ່າຮຽນ,ອອກແຮງງານຜະລິດແລະດໍາລົງຊີວິດ ຢ່າງມີຄວາມສຸກ;

02 ຜູ້ປະກອບວິຊາຊີບປິ່ນປົວ ຜູ້ປະກອບວິຊາຊີບປິ່ນປົວໝາຍເຖິງຜູ້ທີ່ປິ່ນປົວດ້ວຍວິຊາການ ແພດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ຜູ້ທີ່ປະກອບວິຊາຊີບປິ່ນປົວດ້ວຍການແພດທັນສະໄໝມີ:ທ່ານ ໝໍ,ແພດຊ່ວຍ,ທັນຕະແພດ,ທັນຕະແພດຊ່ວຍ,ພະຍາບານ,ຜະດຸງຄັນ ,ນັກກາຍະພາບບໍາບັດ,ນັກເຕັກນິກວິເຄາະແລະລັງສີ,ນັກແທກສາຍ ຕາ,ນັກຝຶກແອບສຽງ,ນັກຈິດຕະວິທິຍາ,ນັກໂພຊະນາການ. ຜູ້ທີ່ປະກອບວິຊາຊີບປິ່ນປົວດ້ວຍການແພດພື້ນເມືອງມີ:ໝໍຢາ ພື້ນເມືອງ,ໝໍນວດແຜນບູຮານ,ໝໍປັກເຂັມ. ສໍາລັບຜູ້ທີ່ປະກອບວິຊາຊີບປິ່ນປົວດ້ວຍການແພດພື້ນເມືອງ ຈະມີລະບຽບຕ່າງຫາກ;

03 ໂຮງໝໍ ໂຮງໝໍໝາຍເຖິງສະຖານທີ່ບໍລິການປິ່ນປົວແກ້ຄົນເຈັບຂອງ ລັດຫຼືຂອງເອກະຊົນທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະລັດ ຊຶ່ງມີການປະກອບອຸປະກອນການແພດ,ຕຽງນອນແລະຜູ້ປະກອບວິ ຊາຊີບປິ່ນປົວຕາມລະບຽບການ;

04 ຫ້ອງກວດພະຍາດ ຫ້ອງກວດພະຍາດໝາຍເຖິງສະຖານທີ່ບໍລິການປິ່ນປົວແກ່ຄົນ ເຈັບຂອງລັດຫຼືຂອງເອກະຊົນທີ່ໄດ້ຮັບອະນຸຍາດຈາກກະຊວງສາທາ ລະນະສຸກຊຶ່ງປະກອບມີອຸປະກອນການແພດພື້ນຖານ,ຜູ້ປະກອບວິຊາ ຊີບປິ່ນປົວແຕ່ບໍ່ມີຕຽງສໍາລັບຄົນເຈັບນອນພັກປິ່ນປົວແຮມຄືນ;

05 ການສົ່ງເສີມສຸຂະພາບ ການສົ່ງເສີມສຸຂະພາບໝາຍເຖິງການເພີ່ມຄວາມຮູ້,ຄວາມ ສາມາດ,ສະຕິຕື່ນຕົວຂອງຄົນເຮົາໃນການຄວບຄຸມ,ດູແລແລະພັດ ທະນາສຸຂະພາບຕົນເອງ,ຄອບຄົວ,ລວມໝູ່ແລະສັງຄົມໃຫ້ດີຂຶ້ນດ້ວຍ ການຫັນປ່ຽນການປະພຶດຂອງຕົນ,ສ້າງເງື່ອນໄຂອໍານວຍຄວາມສະ ດວກແລະວາງຫຼັກການໃນການປະຕິບັດມາດຕະການຕ່າງໆເພື່ອປັບ ປຸງແບບແຜນດໍາລົງຊີວິດໃຫ້ດີຂຶ້ນໂດຍເອົາວຽກງານສຸຂະສຶກສາ ເປັນໃຈກາງ;

06 ສະພາຄຸ້ມຄອງວິຊາຊີບປິ່ນປົວ ສະພາຄຸ້ມຄອງວິຊາຊີບປິ່ນປົວໝາຍເຖິງອົງການທີ່ເປັນຕົວ ແທນໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວ,ໂດຍແມ່ນກະຊວງສາທາລະ ນະສຸກເປັນຜູ້ແຕ່ງຕັ້ງຊຶ່ງມີພາລະບົດບາດຄຸ້ມຄອງ,ກວດກາແລະ ກວດສອບວຽກງານປິ່ນປົວ;

07 ກອງທຶນປະກັນສຸຂະພາບ ກອງທຶນປະກັນສຸຂະພາບແມ່ນການຈັດຕັ້ງປະລະບົບການ ເງິນດ້ານການປິ່ນປົວຊຶ່ງໄດ້ທຶນມາຈາກແຫຼ່ງຕ່າງໆເຊັ່ນ:ງົບປະ ມານຂອງລັດ,ການປະກອບສ່ວນຂອງສະມາຊິກ,ບຸກຄົນຫຼືການຈັດ ຕັ້ງພາຍໃນແລະຕ່າງປະເທດເພື່ອນໍາໃຊ້ເຂົ້າໃນການຈ່າຍຄ່າບໍລິ ການປິ່ນປົວ;

08 ການປິ່ນປົວເສຍຄ່າ ການປິ່ນປົວເສຍຄ່າໝາຍເຖິງການປິ່ນປົວທີ່ຄົນເຈັບຕ້ອງ ໄດ້ຈ່າຍຄ່າປິ່ນປົວດ້ວຍຕົນເອງຫຼືຜ່ານກອງທຶນທີ່ຕົນເປັນສະມາຊິກ;

09 ການປິ່ນປົວບໍ່ເສຍຄ່າ ການປິ່ນປົວບໍ່ເສຍຄ່າໝາຍເຖິງການປິ່ນປົວຄົນເຈັບທີ່ມີລາຍ ໄດ້ຕໍ່າຫຼືທຸກຍາກຊຶ່ງບໍ່ສາມາດຈ່າຍຄ່າປິ່ນປົວດ້ວຍຕົນເອງໄດ້ໂດຍ ມີການຢັ້ງຢືນຕາມລະບຽບຂອງການຈັດຕັ້ງທີ່ກ່ຽວຂ້ອງ.


...ມາດຕາສີ່ສິດແລະພັນທະພົນລະເມືອງໃນການປິ່ນປົວ

ມາດຕາສີ່ສິດແລະພັນທະພົນລະເມືອງໃນການປິ່ນປົວ ພົນລະເມືອງທຸກຄົນໂດຍບໍ່ຈໍາແນກແພດໄວເຜົ່າຊົນເຊື້ອ ຊາດສາດສະໜາຖານະທາງດ້ານເສດຖະກິດສັງຄົມລ້ວນແຕ່ມີສິດ ສະເໝີພາບໄດ້ຮັບການປິ່ນປົວໃນເວລາເຈັບເປັນສາມາດຕໍານິສົ່ງ ຂ່າວຫຼືຮ້ອງທຸກຖ້າຕົນເຫັນວ່າການປິ່ນປົວນັ້ນຫາກບໍ່ຖືກຕ້ອງຕາມ ຫຼັກວິຊາການແລະບໍ່ຍຸຕິທໍາສາມາດເລືອກຫຼືປ່ຽນສະຖານທີ່ບໍລິ ການປິ່ນປົວໄດ້ໃນກໍລະນີທີ່ມີການປ່ຽນສະຖານທີ່ປິ່ນປົວນັ້ນຜູ້ປະ ກອບວິຊາຊີບປິ່ນປົວຕ້ອງແຈ້ງຄວາມສ່ຽງກ່ຽວກັບສະພາບການ ເຈັບເປັນລວມທັງມອບບົດບັນທຶກການປິ່ນປົວໃຫ້ຄົນເຈັບຫຼືຄອບ ຄົວຂອງຜູ້ກ່ຽວ. ພົນລະເມືອງທຸກຄົນຕ້ອງເຄົາລົບກົດລະບຽບຂອງສະຖານ ທີ່ປິ່ນປົວແລະປະຕິບັດຕາມການແນະນໍາຂອງຜູ້ປະກອບວິຊາຊີບ ປິ່ນປົວຢ່າງເຂັ້ມງວດ.

...ມາດຕາຫ້ານະໂຍບາຍຂອງລັດກ່ຽວກັບການປິ່ນປົວ

ມາດຕາຫ້ານະໂຍບາຍຂອງລັດກ່ຽວກັບການປິ່ນປົວ ລັດເອົາໃຈໃສ່ປັບປຸງຄຸນນະພາບຂອງການປິ່ນປົວແນ່ໃສ່ ເຮັດໃຫ້ສຸຂະພາບຂອງພົນລະເມືອງທຸກຄົນແຂງແຮງດີໂດຍສະ ເພາະແມ່ແລະເດັກປະຊາຊົນຜູ້ທຸກຍາກແລະຜູ້ຢູ່ຫ່າງໄກສອກຫຼີກ. ລັດປະຕິບັດນະໂຍບາຍປິ່ນປົວໂດຍບໍ່ເສຍຄ່າຫຼືບໍ່ເສຍຄ່າ ຕາມລະບຽບການ. ລັດຊຸກຍູ້ແລະສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດທັງພາຍ ໃນແລະຕ່າງປະເທດລົງທຶນໃສ່ການບໍລິການປິ່ນປົວໃຫ້ທົ່ວເຖິງໂດຍ ການນໍາໃຊ້ເຄື່ອງມືແລະອຸປະກອນການແພດທີ່ທັນສະໄໝ. ລັດສົ່ງເສີມການບໍລິການປິ່ນປົ່ວໂດຍມີການສົມທົບລະຫວ່າງ ການແພດທັນສະໄໝແລະການແພດພື້ນເມືອງ.

...ມາດຕາຫົກຫຼັກການປິ່ນປົວ

ມາດຕາຫົກຫຼັກການປິ່ນປົວ ການປິ່ນປົວຕ້ອງດໍາເນີນໄປຕາມຫຼັກການດັ່ງນີ້: 1. ເຄົາລົບສິດໃນການມີຊີວິດຂອງມະນຸດ. 2. ໃຫ້ການປິ່ນປົວຢ່າງສະເໝີພາບ,ຍຸດຕິທໍາແລະມີຄຸນນະ ພາບ,ຕາມຄວາມເປັນຈິງຂອງພະຍາດ. 3. ມີມະນຸດສະທໍາເປັນຕົນຈັນຍາແພດແລະສະຕິຮັບຜິດຊອບ ສູງໃນການປິ່ນປົວ. 4. ມີໃບຍິນຍອມຂອງຄົນເຈັບຫຼືຍາດພີ່ນ້ອງໃນກໍລະນີຈໍາ ເປັນ.

...ມາດຕາເຈັດການພົວພັນສາກົນ

ມາດຕາເຈັດການພົວພັນສາກົນ ລັດສົ່ງເສີມການພົວພັນຮ່ວມມືຍາດແຍ່ງການຊ່ວຍເຫຼືອ ຈາກຕ່າງປະເທດແລະສາກົນກ່ຽວກັບການປິ່ນປົວເປັນຕົ້ນການ ຄົ້ນຄວ້າວິທະຍາສາດການແລກປ່ຽນຂໍ້ມູນຂ່າວສານຄວາມຮູ້ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີການແພດການກໍ່ສ້າງ ບໍາລຸງພະນັກງານ. ..ໝວດທີ2ການປະກອບວິຊາຊີບປິ່ນປົວ


...ມາດຕາ08:ເງື່ອນໄຂຂອງຜູ້ປະກອບວິຊາຊີບປິ່ນປົວ

ມາດຕາ08:ເງື່ອນໄຂຂອງຜູ້ປະກອບວິຊາຊີບປິ່ນປົວ ຜູ້ປະກອບວິຊາຊີບປິ່ນປົວຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ຮຽນຈົບວິຊາການແພດຊັ້ນກາງຂຶ້ນໄປ,ມີໃບປະກາດສະນີຍະ ບັດອອກໃຫ້ໂດຍສະຖາບັນການສຶກສາການແພດຢູ່ສປປລາວຫຼື ຕ່າງປະເທດທີ່ຮັບຮູ້ໂດຍກະຊວງສຶກສາທິການແລະກະຊວງສາ ທາລະນະສຸກຂອງສປປລາວ. 2. ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກໂດຍຜ່ານການ ຄົ້ນຄວ້າແລະສະເໜີຈາກສະພາຄຸ້ມຄອງວິຊາຊີບປິ່ນປົວ; 3. ມີຄົນສົມບັດດີ,ມີປະສົບການແລະບົດຮຽນດ້ານວິຊາຊີບປິ່ນປົວ ຢູ່ໂຮງໝໍລັດຫຼືເອກະຊົນມາແລ້ວ,ສໍາລັບທ່ານໝໍ,ທັນຕະແພດຢ່າງ ໜ້ອຍຫ້າປີ;ສໍາລັດແພດຊ່ວຍ,ທັນຕະແພດຊ່ວຍ,ພະຍາບານ,ຜະ ດຸງຄັນ,ນັກກາຍະພາບບໍາບັດ,ນັກເຕັກນິກການແພດອື່ນໆຢ່າງ ໜ້ອຍສາມປີ; 4. ມີສຸຂະພາບດີທາງດ້ານຮ່າງກາຍ,ຈິດໃຈແລະບໍ່ມີພະຍາດຕິດ ແປດໂດຍມີການຢັ້ງຢືນຈາກອົງການທີ່ກ່ຽວຂ້ອງ; 5. ບໍ່ເຄີຍຖືກວິໄນ,ຕ້ອງໂທດດ້ານວິຊາຊີບປິ່ນປົວຫຼືຄິດີອາຍາມາ ກ່ອນ; 6. ມີສັນຊາດລາວແລະອາໃສຢູ່ສປປລາວຍົກເວັ້ນກໍລະນີທີ່ກໍານົດ ໄວ້ໃນຂໍ້ຕົກລົງຕ່າງຫາກ. ...ມາດຕາ09:ຄວາມຮັບຜິດຊອບຂອງຜູ້ປະກອບວິຊາຊີບປິ່ນປົວ

ມາດຕາ09:ຄວາມຮັບຜິດຊອບຂອງຜູ້ປະກອບວິຊາຊີບປິ່ນປົວ ຜູ້ປະກອບວິຊາຊີບປິ່ນປົວມີຄວາມຮັບຜິດຊອບດັ່ງນີ້: 1.ອອກຄໍາສັ່ງ,ແນະນໍາວິທີການແລະດໍາເນີນກິດຈະການປິ່ນປົວທີ່ ຈໍາເປັນຢ່າງມີຄຸນນະພາບແລະປອດໄພ; 2.ຊັ່ງຊາເຖິງຜົນໄດ້,ຜົນເສຍ,ຜົນສະທ້ອນຂອງການກວດກາແລະ ການປິ່ນປົວທີ່ສາມາດເຮັດໄດ້,ຖ້າເຫັນວ່າສະພາບຂອງຄົນເຈັບບໍ່ ຖືກກັບວິຊາສະເພາະຫຼືຄວາມຊໍານານຂອງຕົນແລ້ວຕ້ອງແນະນໍາ ຢ່າງຮີບດ່ວນໃຫ້ຄົນເຈັບຫຼືຍາດພີ່ນ້ອງຂອງຜູ້ກ່ຽວໄປຫາສະຖານ ທີ່ປິ່ນປົວອື່ນທີ່ເໝາະສົມກວ່າ; 3.ທຸກວິທີການປິ່ນປົວເປັນຕົ້ນການຜ່າຕັດ,ການເຈາະ,ການຂູດ, ການຖູຊິ່ງເຮັດໃຫ້ເກີດມີບາດແຜຕ້ອງມີຂໍ້ມູນອ້ອງອີງຊັດເຈນດ້ານ ການແພດແລະຕ້ອງແຈ້ງໃຫ້ຄົນເຈັບຫຼືບຸກຄົນທີ່ກ່ຽວຂ້ອງຮັບຮູ້ແລະ ເຫັນດີເສຍກ່ອນເວັ້ນເສຍແຕ່ກໍ່ລະນີສຸກເສີນຫຼືຄົນເຈັບເສຍສະຕິທີ່ບໍ່ ມີຍາດພີ່ນ້ອງ.

...ມາດຕາ10:ການພົວພັນລະຫວ່າງຜູ້ປະກອບອາຊີບປິ່ນປົນດ້ວຍກັນ

ມາດຕາ10:ການພົວພັນລະຫວ່າງຜູ້ປະກອບອາຊີບປິ່ນປົນດ້ວຍກັນ ຜູ້ປະກອບວິຊາຊີບປິ່ນປົວຕ້ອງນັບຖື,ໃຫ້ກຽດຊຶ່ງກັນແລະກັນ, ບໍ່ວິພາກວິຈານ,ບໍ່ໃສ່ຮ້າຍປ້າຍສີການປິ່ນປົວຂອງຜູ້ອື່ນ,ບໍ່ຍາດແຍ່ງ ຄົນເຈັບຂອງຜູ້ອື່ນມາເປັນຂອງຕົນ,ສົ່ງເສີມແລະສະໜັບສະໜູນການ ບໍລິການປິ່ນປົວທີ່ຖືກຕ້ອງຕາມລະບຽບກົດໝາຍ.

...ມາດຕາ11:ສະຖານທີ່ບໍລິການປິ່ນປົວ

ມາດຕາ11:ສະຖານທີ່ບໍລິການປິ່ນປົວ ສະຖານທີ່ບໍລິການປິ່ນປົວປະກອບດ້ວຍ: 1.ສະຖານທີ່ບໍລິການປິ່ນປົວຂອງລັດມີ:ໂຮງໝໍສູນກາງ,ສູນປິ່ນປົວ ສະເພາະ,ໂຮງໝໍພາກ,ໂຮງໝໍແຂວງ,ນະຄອນ,ໂຮງໝໍເມືອງ,ເທດ ສະບານ,ສຸກສາລາ,ຖົງຢາປະຈໍາບ້ານ,ໂຮງໝໍການແພດພື້ນເມືອງ ແລະຫ້ອງກວດພະຍາດພື້ນເມືອງ; 2.ສະຖານທີ່ບໍລິການປິ່ນປົວຂອງເອກະຊົນມີ:ໂຮງໝໍ,ຫ້ອງກວດ ພະຍາດແລະໂຮງໝໍການແພດພື້ນເມືອງແລະຫ້ອງກວດພະຍາດ ພື້ນເມືອງ.

...ມາດຕາ12:ລະບົບບໍລິການປິ່ນປົວ

ມາດຕາ12:ລະບົບບໍລິການປິ່ນປົວ ລະບົບບໍລະການປິ່ນປົວຢູ່ສປປລາວມີ: 1.ລະບົບບໍລິການປິ່ນປົວຂອງລັດ; 2.ລະບົບບໍລິການປິ່ນປົວຂອງເອກະຊົນ. ...ມາດຕາ13:ລະບົບການປິ່ນປົວຂອງລັດ

ມາດຕາ13:ລະບົບການປິ່ນປົວຂອງລັດ ລະບົບບໍລິການປິ່ນປົວຂອງລັດມີສີ່ຂັ້ນ: 1.ການບໍລິການປິ່ນປົວຂັ້ນຕົ້ນ; 2.ການບໍລິການປິ່ນປົວຂັ້ນກາງ; 3.ການບໍລິການປິ່ນປົວຂັ້ນສູງ; 4.ການບໍລິການປິ່ນປົວຂັ້ນສູງສຸດ;

...ມາດຕາ14:ການບໍລິການປິ່ນປົວຂັ້ນຕົ້ນ

ມາດຕາ14:ການບໍລິການປິ່ນປົວຂັ້ນຕົ້ນ ການບໍລິການປິ່ນປົວຂັ້ນຕົ້ນແມ່ນການຈັດຕັ້ງປະຕິບັດການ ປິ່ນປົວຢູ່ຖົງຢາປະຈໍາບ້ານແລະສຸກສາລາ.

ຖົງຢາປະຈໍາບ້ານແມ່ນສະຖານທີ່ປິ່ນປົວພະຍາດປະຈໍາ ບ້ານບ່ອນທີ່ບໍ່ມີສຸກສາລາຊຶ່ງປະກອບມີຢາພື້ນຖານອັນຈໍາເປັນ ເພື່ອໃຫ້ມີການບໍລິການປິ່ນປົວພົນລະເມືອງປະຈໍາບ້ານ.ຖົງຢາປະ ຈໍາບ້ານປະກອບດ້ວຍແພດຍ່ວຍປະຈໍາບ້ານຫຼືອາສາສະມັກສາ ທາລະນະສຸກບ້ານ,ໝໍຕໍາແຍແລະມີເຄື່ອງມືການແພດຂັ້ນພື້ນ ຖານ,ຖົງຢາປະຈໍາບ້ານກວດແລະປິ່ນປົວພະຍາດບໍ່ຮ້າຍແຮງ ທີ່ມັກເກີດຂຶ້ນຕາມລະດູການເປັນຕົ້ນພະຍາດຖອກທ້ອງ,ເປັນໄຂ້, ເປັນຫວັດ,ລວມທັງບາດແຜນ້ອຍ,ຊ່ວຍອອກລູກຢູ່ເຮືອນແລະ ຈ່າຍຢາ.

ສຸກສາລາແມ່ນສະຖານທີ່ປິ່ນປົວຂອງລັດປະຈໍາບ້ານໂດຍ ມີຫ້ອງກວດພະຍາດ,ມີຕຽງນອນປິ່ນປົວແຮມຄືນ.ສຸກສາລາປະ ກອບດ້ວຍມ່ານໝໍ,ແພດຊ່ວຍ,ພະຍາບານ,ຜະດຸງຄັນ,ມີເຄື່ອງມື ແລະອຸປະກອນການແພດ,ມີການນໍາໃຊ້ວິທິຍາການເຕັກໂນໂລຊີ ທີ່ຈໍາເປັນພື້ນຖານ,ສຸກສາລາມີຄວາມສາມາດກວດແລະປິ່ນປົວ ໃນລະດັບສູງກວ່າຖົງຢາປະຈໍາບ້ານເຊັ່ນ:ຖອກທ້ອງແກ້ຍາວ, ເປັນຫວັດຊໍາເຮື້ອ,ຫຍິບບາດແຜ,ສັກຢາກັນພະຍາດ,ຊ່ວຍໃນການ ອອກລູກ.

...ມາດຕາ15:ການບໍລິການປິ່ນປົວຂັ້ນກາງ

ມາດຕາ15:ການບໍລິການປິ່ນປົວຂັ້ນກາງ

ການບໍລິການປິ່ນປົວຂັ້ນກາງແມ່ນການຈັດຕັ້ງປະຕິບັດ ການປິ່ນປົວຢູ່ໂຮງໝໍເມືອງ,ເທດສະບານ.

ໂຮງໝໍເມືອງ,ເທດສະບານປະກອບດ້ວຍທ່ານໝໍ,ແພດ ຊ່ວຍ,ທັນຕະແພດ,ທັນຕະແພດຊ່ວຍ,ພະຍາບານ,ຜະດຸງຄັນ,ນັກ ເຕັກນິກການແພດຕ່າງໆ,ມີເຄື່ອງມືແລະອຸປະກອນການແພດ ແລະນໍາໃຊ້ວິທະຍາການ,ເຕັກໂນໂລຊີທີ່ຈໍາເປັນ,ຮັບຜິດຊອບ ກວດແລະປິ່ນປົວພະຍາດໃນສີ່ວິຊາຫຼັກຄື:ພາຍໃນ,ພາຍນອກ,ອອກ ລູກ-ພະຍາດຍິງແລະເດັກນ້ອຍ.


...ມາດຕາ16:ການບໍລິການປິ່ນປົວຂັ້ນສູງ

ມາດຕາ16:ການບໍລິການປິ່ນປົວຂັ້ນສູງ ການບໍລິການປິ່ນປົວຂັ້ນສູງແມ່ນການຈັດຕັ້ງປະຕິບັດການ ປິ່ນປົວຢູ່ໂຮງໝໍແຂວງ,ໂຮງໝໍພາກ.

ໂຮງໝໍແຂວງ,ໂຮງໝໍພາກປະກອບດ້ວຍທ່ານໝໍ,ທັນຕະ ແພດ,ພະຍາບານ,ຜະດຸງຄັນ,ນັກເຕັກນິກການແພດຕ່າງໆ,ມີ ເຄື່ອງມືແລະອຸປະກອນການແພດ,ນໍາໃຊ້ວິທະຍາການແລະເຕັກ ໂນໂລຊີທີ່ທັນສະໄໝ,ມີຄວາມສາມາດກວດແລະປິ່ນປົວໃນລະດັບ ສູງກວ່າໂຮງໝໍເມືອງ,ເທດສະບານ.


...ມາດຕາ17:ການບໍລິການປິ່ນປົວຂັ້ນສູງສຸດ

ມາດຕາ17:ການບໍລິການປິ່ນປົວຂັ້ນສູງສຸດ ການບໍລິການປິ່ນປົວຂັ້ນສູງສຸດແມ່ນການຈັດຕັ້ງປະຕິບັດ ການປິ່ນປົວຢູ່ໂຮງໝໍສູນກາງແລະສູນປິ່ນປົວສະເພາະ.

ການບໍລິການປິ່ນປົວຂັ້ນສູງສຸດປະກອບດ້ວຍທ່ານໝໍຂັ້ນຊ່ຽວ ຊານ,ທ່ານໝໍ,ທັນຕະແພດ,ພະຍາບານ,ຜະດຸງຄັນ,ນັກເຕັກນິກການ ແພດຕ່າງໆ,ມີເຄື່ອງມືແລະອຸປະກອນການແພດ,ນໍາໃຊ້ວິທິຍາການ, ເຕັກໂນໂລຊີທີ່ທັນສະໄໝ,ມີຄວາມສາມາດກວດແລະປິ່ນປົວໃນລະ ດັບສູງກວ່າໂຮງໝໍແຂວງ,ໂຮງໝໍພາກ.

...ມາດຕາ18:ການເຊື່ອມຕໍ່ລະບົບການປິ່ນປົວຂອງລັດ

ມາດຕາ18:ການເຊື່ອມຕໍ່ລະບົບການປິ່ນປົວຂອງລັດ ໃນການນໍາໃຊ້ການບໍລິການປິ່ນປົວຂອງລັດ.ຄົນເຈັບມີສິດ ໄດ້ຮັບການປິ່ນປົວຢູ່ຂັ້ນຕົ້ນແລະຕໍ່ເນື່ອງໄປຫາຂັ້ນກາງ,ຂັ້ນສູງ ແລະຂັ້ນສູງສຸດຕາມອາການເບົາຫຼືໜັກຂອງພະຍາດ.ໃນກໍລະນີ ສຸກເສີນ,ພະຍາດຮ້າຍແຮງຄົນເຈັບສາມາດນໍາໃຊ້ການບໍລິການ ປິ່ນປົວຂັ້ນກາງ,ຂັ້ນສູງຫຼືຂັ້ນສູງສຸດໂດຍກົງກໍ່ໄດ້.

ໃນການບໍລິການປິ່ນປົວຂອງລັດນັ້ນໂຮງໝໍຂັ້ນລຸ່ມມີສິດສະ ເໜີຕໍ່ໂຮງໝໍຂັ້ນເທິງກ່ຽວກັບການປິ່ນປົວແລະໂຮງໝໍຂັ້ນເທິງມີ ຄວາມຮັບຜິດຊອບລົງກວດກາ,ແນະນໍາແລະໃຫ້ການຊ່ວຍເຫຼືອ ໂຮງໝໍຂັ້ນລູ່ມ.

...ມາດຕາ19:ລະບົບການບໍລິການປິ່ນປົວຂອງເອກະຊົນ

ມາດຕາ19:ລະບົບການບໍລິການປິ່ນປົວຂອງເອກະຊົນ ລະບົບການບໍລິການປິ່ນປົວຂອງເອກະຊົນປະກອບດ້ວຍ ໂຮງໝໍ,ຫ້ອງກວດພະຍາດ,ຫ້ອງກາຍຍະພາບບໍາບັດ,ຫ້ອງຮົມ ຢາ,ນວດແຜນບູຮານແລະການແພດພື້ນເມືອງ.

ໂຮງໝໍ,ຫ້ອງກວດພະຍາດ,ຫ້ອງກາຍຍະບໍາບັດ,ຫ້ອງຮົມ ຢາ,ນວດແຜນບູຮານແລະແພດພື້ນເມືອງຂອງເອກະຊົນຕ້ອງມີສະ ຖານທີ່,ບຸກຄະລາກອນ,ເຄື່ອງມືແລະອຸປະກອນການແພດ,ນໍາໃຊ້ ວິທະຍາການເຕັກໂນໂລຊີຕາມລະບຽບການທີ່ກະຊວງສາທາລະ ນະສຸກວາງອອກ.

...ມາດຕາ20:ຫ້ອງກວດພະຍາດ

ມາດຕາ20:ຫ້ອງກວດພະຍາດ ຜູ້ປະກອບວິຊາຊີບປິ່ນປົວຜູ້ໜຶ່ງຕ້ອງມີຫ້ອງກວດພະຍາດ ບ່ອນດຽວໂດຍບໍ່ໃຫ້ຜູ້ອື່ນເຊົ່າຫຼືຢືມ;ໃນກໍລະນີທີ່ເຈົ້າຂອງຫ້ອງ ກວດພະຍາດດັ່ງກ່າວເສຍຊີວິດຫຼືຕິດຂັດບຸກຄົນອື່ນບໍ່ມີສິດນໍາໃຊ້ ຫ້ອງກວດພະຍາດດັ່ງກ່າວຖ້າບໍ່ໄດ້ຮັບອະນຸຍາດຈາກກະຊວງ ສາທາລະນະສຸກ.


...ມາດຕາ21:ເຄື່ອງມືແລະອຸປະກອນການແພດ

ມາດຕາ21:ເຄື່ອງມືແລະອຸປະກອນການແພດ ການປະກອບເຄື່ອງມືແລະອຸປະກອນການແພດຕ້ອງໃຫ້ຖືກ ກັບມາດຕະຖານຂອງສະຖານທີ່ບໍລິການປິ່ນປົວແຕ່ລະຂັ້ນນັບທັງ ຂອງລັດແລະເອກະຊົນທີ່ກະຊວງສາທາລະນະສຸກວາງອອກ.

ເຄື່ອງມືຫຼືອຸປະກອນການແພດທີ່ເປ່ເພ,ບໍ່ສາມາດສ້ອມແປງ ໄດ້ຫຼືໝົດອາຍຸການຕ້ອງຍົກເລີກການນໍາໃຊ້ຕາມລະບຽບການຂອງ ກະຊວງສາທາລະນະສຸກ.

..ໝວດທີ3ສິດ,ໜ້າທີ່,ແລະຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວ


...ມາດຕາ22:ສິດແລະໜ້າທີ່ຂອງຜູ້ປະກອບວິຊາຊີບປິ່ນປົວ

ມາດຕາ22:ສິດແລະໜ້າທີ່ຂອງຜູ້ປະກອບວິຊາຊີບປິ່ນປົວ ຜູ້ປະກອບວິຊາຊີບປິ່ນປົວມີສິດແລະໜ້າທີ່ດັ່ງນີ້: 1.ກວດພະຍາດ; 2.ບົ່ງມະຕິພະຍາດ; 3.ອອກໃບສັ່ງປິ່ນປົວ; 4.ວາງຢາ; 5.ຈ່າຍຢາ; 6.ແນະນໍາດ້ານການແພດ,ຟັງຄວາມເຫັນແລະຄວາມຕັດສິນໃຈ ຂອງຄົນເຈັບ; 7.ໃຫ້ການພະຍາບານ; 8.ເວນຍາມ; 9.ໃຫ້ຂໍ້ມູນຂ່າວສານແກ່ຄົນເຈັບ; 10.ຮັກສາຄວາມລັບຂອງຄົນເຈັບ; 11.ອອກໃບຢັ້ງຢືນການປິ່ນປົວ; 12.ຮັບການຝຶກອົບຮົມແລະປະເມີນຜົນ; 13.ປະຕິບັດສິດແລະໜ້າທີ່ອື່ນໆຕາມລະບຽບກົດໝາຍ. ...ມາດຕາ23:ການກວດພະຍາດ

ມາດຕາ23:ການກວດພະຍາດ ຜູ້ປະກອບວິຊາຊີບປິ່ນປົວຕ້ອງກວດພະຍາດໃຫ້ຄົນເຈັບ ດ້ວຍຄວາມຮັບຜິດຊອບສູງ,ວ່ອງໄວທັນເວລາໂດຍນໍາໃຊ້ຄວາມ ຮູ້,ປະສົບການ,ສະຕິປັນຍາ,ເຄື່ອງມືແລະອຸປະກອນການແພດ,ວິ ທະຍາສາດ,ເຕັກນິກແລະເຕັກໂນໂລຊີທີ່ເໝາະສົມເພື່ອຊ່ວຍບົ່ງ ມະຕິພະຍາດ.

...ມາດຕາ24:ການບົ່ງມະຕິພະຍາດ

ມາດຕາ24:ການບົ່ງມະຕິພະຍາດ ຜູ້ປະກອບວິຊາຊີບປິ່ນປົວຕ້ອງບົ່ງມະຕິພະຍາດໃຫ້ຖືກຕ້ອງ, ຊັດເຈນແລະມີຄວາມຮັບຜິດຊອບສູງດ້ວຍການນໍາໃຊ້ຂໍ້ມູນ,ຫຼັກ ຖານຈາກຜົນຂອງການກວດ,ການວິເຄາະປະເພດຕ່າງໆເພື່ອເປັນ ບ່ອນອີງໃຫ້ແກ່ການກໍານົດວິທີການປິ່ນປົວແລະຟື້ນຟູສຸຂະພາບຂອງ ຄົນເຈັບ.

...ມາດຕາ25:ການອອກໃບສັ່ງປິ່ນປົວ

ມາດຕາ25:ການອອກໃບສັ່ງປິ່ນປົວ ຜູ້ປະກອບວິຊາຊີບປິ່ນປົວຕ້ອງອອກໃບສັ່ງປິ່ນປົວແນໃສ່ ເຮັດໃຫ້ການປິ່ນປົວດໍາເນີນໄປຢ່າງຖືກຕ້ອງ,ຮັບປະກັນຄຸນນະ ພາບແລະຄວາມປອດໄພ.

...ມາດຕາ26:ການວາງຢາ

ມາດຕາ26:ການວາງຢາ ການວາງຢາແມ່ນການຂຽນໃບສັ່ງຢາຊຶ່ງກໍານົດຊື່ຄົນ ເຈັບ,ບ່ອນຢູ່,ຊື່ພະຍາດ,ຊື່,ຈໍານວນ,ຄວາມແຮງ,ວິທີນໍາໃຊ້ຢາ ເພື່ອໃຫ້ຄົນເຈັບໃຫ້ຢາຢ່າງຖືກຕ້ອງ.ໃບສັ່ງຢາຕ້ອງຂຽນໃຫ້ຈະ ແຈ້ງ,ບອກວັນເດືອນປີ,ຊື່ແລະລາຍເຊັນຂອງທ່ານໝໍຫຼືທັນຕະ ແພດ.

...ມາດຕາ27:ການຈ່າຍຢາ

ມາດຕາ27:ການຈ່າຍຢາ ການຈ່າຍຢາແມ່ນໃຫ້ດໍາເນີນໂດຍເພສັດສະກອນ,ພະຍາ ບານຫຼືຜະດຸງຄັນຊຶ່ງຕ້ອງປະຕິບັດຕາມໃບສັ່ງຢາຂອງທ່ານໝໍຫຼືທັນ ຕະແພດຢ່າງເຂັ້ມງວດພ້ອມທັງໃຫ້ຄໍາແນະນໍາການນໍາໃຊ້ຢານັ້ນ ຢ່າງລະອຽດແກ່ຄົນເຈັບ.

...ມາດຕາ28:ການແນະນໍາ,ຟັງຄວາມເຫັນແລະຄວາມຕັດສິນໃຈຂອງຄົນເຈັບ

ມາດຕາ28:ການແນະນໍາ,ຟັງຄວາມເຫັນແລະຄວາມຕັດສິນໃຈ ຂອງຄົນເຈັບ ຜູ້ປະກອບວິຊາຊີບປິ່ນປົວຕ້ອງແນະນໍາໃຫ້ຄົນເຈັບຮຸ້ສະ ພາບການເຈັບເປັນຂອງຕົນຫຼັງຈາກການກວດ,ການບົ່ງມະຕິພ້ອມ ທັງແນະນໍາວິທີການປິ່ນປົວໃຫ້ຄົນເຈັບຮູ້ແລະປະຕິບັດຢ່າງຖືກຕ້ອງ ແລະເຂັ້ມງວດ.

ຜູ້ປະກອບວິຊາຊີບປິ່ນປົວຕ້ອງຟັງຄວາມເຫັນແລະຄວາມ ຕັດສິນໃຈຂອງຄົນເຈັບ.

...ມາດຕາ29:ການພະຍາບານ

ມາດຕາ29:ການພະຍາບານ ການພະຍາບານແມ່ນການບົວລະບັດ,ປົວແລະຕິດຕາມ ສະພາບຄົນເຈັບຢ່າງໃກ້ຊິດໂດຍຜູ້ປະກອບວິຊາຊີບປິ່ນປົວເປັນ ຕົ້ນ:ພະຍາບານ,ຜະດຸງຄັນ,ນັກກາຍຍະພາບບໍາບັດ...ການພະ ຍາບານຕ້ອງປະຕິບັດຢ່າງຖືກຕ້ອງຕາມໃບສັ່ງປິ່ນປົວຂອງທ່ານ ໝໍ,ທັນຕະແພດຫຼືປະຕິບັດຕາມສິດ,ໜ້າທີ່ແລະຄວາມຮັບຜິດຊອບ ຂອງຕົນ.

...ມາດຕາ30:ການເວນຍາມ

ມາດຕາ30:ການເວນຍາມ ການເວນຍາມຢູ່ສະຖານທີ່ບໍລິການປິ່ນປົວແມ່ນເພື່ອຕິດ ຕາມສະພາບຂອງຄົນເຈັບແລະສາມາດປິ່ນປົວໄດ້ຢ່າງຕໍ່ເນື່ອງ ຊາວສີ່ຊົ່ວໂມງຕໍ່ມື້ຊຶ່ງດໍາເນີນໂດຍຜູ້ປະກອບວິຊາຊີບປິ່ນປົວທັງ ໝົດຕາມຜຽນຂອງຕົນດ້ວຍຄວາມຮັບຜິດຊອບສູງ.

ສະພາຄຸ້ມຄອງວິຊາຊີບປິ່ນປົວຈະພິຈາລະນາຍົກເວັ້ນການ ເວນຍາມໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທີ່ບໍ່ສາມາດເວນຍາມ ໄດ້ເປັນຕົ້ນຜູ້ອາຍຸສູງ,ຜູ້ມີສຸຂະພາບອ່ອນເພຍ.

...ມາດຕາ31:ການໃຫ້ຂໍ້ມູນຂ່າວສານ

ມາດຕາ31:ການໃຫ້ຂໍ້ມູນຂ່າວສານ ຜູ້ປະກອບວິຊາຊີບປິ່ນປົວຕ້ອງໃຫ້ຂໍ້ມູນຂ່າວສານແກ່ຄົນເຈັບ,ຄອບ ຄົວຫຼືຊຸມຊົນດັ່ງນີ້: 1.ຂໍ້ມູນຂ່າວສານກ່ຽວກັບການແພດທີ່ບໍ່ເປັນຄວາມລັບເພື່ອຕອບ ສະໜອງຄວາມຢາກຮູ້,ຄວາມສົນໃຈແລະການໃຫ້ກໍາລັງໃຈ; 2.ຊີ້ແຈງອະທິບາຍກ່ຽວກັບການກວດ,ການບົ່ງມະຕິ,ການປິ່ນປົວ, ການບົວລະບັດ,ການລ້ຽງດູ,ການຟື້ນຟູ,ການກັນພະຍາດ,ຄວາມ ສ່ຽງ,ຜົນຮ້າຍ,ລະດັບຄວາມຮ້າຍແຮງ,ຄວາມຫຍຸ້ງຍາກ,ຄວາມ ອາດສາມາດເປັນໄປໄດ້,ວິທີການອື່ນຫຼືທ່າອ່ຽງທີ່ຫຼີກລ້ຽງບໍ່ໄດ້ກ່ຽວ ກັບການປິ່ນປົວ.

...ມາດຕາ32:ການຮັກສາຄວາມລັບຂອງຄົນເຈັບ

ມາດຕາ32:ການຮັກສາຄວາມລັບຂອງຄົນເຈັບ ຜູ້ປະກອບວິຊາຊີບປິ່ນປົວຕ້ອງຮັກສາຄວາມລັບຢ່າງເຂັ້ມ ງວດກ່ຽວກັບພະຍາດ,ຕໍານິຈຸດພິເສດຂອງຄົນເຈັບທີ່ຍັງມີຊີວິດຫຼື ເສຍຊີວິດແລ້ວເພື່ອຜົນປະໂຫຍດຂອງຄົນເຈັບເອງຍົກເວັ້ນບາງ ກໍລະນີທີ່ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ33:ການອອກໃບຢັ້ງຢືນການແພດ

ມາດຕາ33:ການອອກໃບຢັ້ງຢືນການແພດ ໃບຢັ້ງຢືນການແພດປະກອບດ້ວຍໃບຢັ້ງຢືນສຸຂະພາບ,ໃບ ຢັ້ງຢືນການເກີດ,ໃບຢັ້ງຢືນການຕາຍ,ໃບຢັ້ງຢືນເສຍອົງຄະແລະ ໃບຢັ້ງຢືນອື່ນໆຊຶ່ງອອກໃຫ້ໂດຍຜູ້ປະກອບວິຊາຊີບປິ່ນປົວເພື່ອນໍາ ໃຊ້ເປັນຫຼັກຖານທາງດ້ານກົດໝາຍ.

ໃຍຢັ້ງຢືນການແພດຕ້ອງເຮັດໃຫ້ຖືກຕ້ອງຕາມຄວາມເປັນ ຈິງ,ຕາມຫຼັກການວິທິຍາສາດການແພດ,ຕາມແບບພິມທີ່ໄດ້ກໍາ ນົດໄວ້ໃນລະບຽບການສະເພາະ.

...ມາດຕາ34:ການຝຶກອົບຮົມ

ມາດຕາ34:ການຝຶກອົບຮົມ ຜູ້ປະກອບວິຊາຊີບປິ່ນປົວຕ້ອງຍົກສູງຄວາມຮູ້ຄວາມສາ ມາດຂອງຕົນຢ່າງຕໍ່ເນື່ອງ,ເຂົ້າຮ່ວມການຝຶກອົບຮົມແລະການປະ ເມີນຜົນກ່ຽວກັບຄວາມສາມາດຕົວຈິງໃນການປະຕິບັດວິຊາຊີບ ຂອງຕົນເພື່ອຍົກສູງຄຸນນະພາບຂອງການກວດ,ບົ່ງມະຕິພະຍາດ ແລະປິ່ນປົວໃຫ້ໄປທັນກັບຄວາມກ້າວໜ້າທາງດ້ານວິທະຍາສາດ ການແພດຂອງຍຸກສະໄໝ,ເພື່ອຜົນປະໂຫຍດແລະຄວາມປອດໄພ ຂອງຄົນເຈັບ;

ສະພາຄຸມຄອງວິຊາຊີບປິນປົວມີສິດແລະໜ້າທີ່ກວດກາ,ສະ ຫຼຸບຕີລາຄາປະເມີນຜົນການຈັດຕັ້ງປະຕິບັດການຝຶກອົບຮົມຢ່າງ ໜ້ອຍສອງປີຕໍ່ເທື່ອໂດຍການຊີ້ນໍາຂອງກະຊວງສາທາລະນະສຸກ.

...ມາດຕາ35:ຈັນຍາທໍາຂອງຜູ້ປະກອບອາຊີບປິ່ນປົວ

ມາດຕາ35:ຈັນຍາທໍາຂອງຜູ້ປະກອບອາຊີບປິ່ນປົວ ຈັນຍາທໍາຂອງຜູ້ປະກອບອາຊີບປິ່ນປົວຕໍ່ຄົນເຈັບແມ່ນມາດ ຕະຖານຄວບຄຸມການປະພຶດຂອງທ່ານໝໍ,ທັນຕະແພດ,ພະຍາບານ, ຜະດຸງຄັນແລະນັກເຕັກນິກການແພດໃນການປິ່ນປົວເພື່ອເຮັດໃຫ້ ການປິ່ນປົວມີຄຸນນະພາບແລະປະສິດທິຜົນດີຂຶ້ນ.

ຈັນຍາທໍາຂອງຜູ້ປະກອບວິຊາຊີບປິ່ນປົວມີເນື້ອໃນດັ່ງນີ້: 1.ເຄົາລົບສິດແຫ່ງການມີຊີວິດແລະກຽດສັກສີຂອງຄົນເຈັບຫຼືຍາດ ພີ່ນ້ອງຂອງຄົນເຈັບໂດຍບໍ່ມີການຈໍາແນກໃດໆລວມທັງບໍ່ໃຫ້ໝິ່ນປະ ມາດຊາກສົບ; 2.ປະຕິບັດຕາມມາດຕະຖານເຕັກນິກການປິ່ນປົວທີ່ຖືກຮັບຮູ້ໂດຍທົ່ວ ໄປທັງພາຍໃນແລະຕ່າງປະເທດເພື່ອຊ່ວຍຄົນເຈັບຟື້ນຟູສຸຂະພາບ; 3.ເກັບຄ່າບໍລິການປິ່ນປົວຕາມລະບຽບກົດໝາຍໂດຍບໍ່ຮຽກຮ້ອງ ຄຸນຄ່າເພີ່ມເຕີມໃດໆອີກ; 4.ຟັງຄວາມຄິດເຫັນ,ຈຸດປະສົງແລະຄວາມຕັດສິນໃຈຂອງຄົນເຈັບ ບົນພື້ນຖານລະບຽບກົດໝາຍແລະວິຊາຊີບການແພດ; 5.ຊ່ວຍເຫຼືອຄົນເຈັບທີ່ກໍາລັງຕົກຢູ່ໃນອັນຕະລາຍໃນເບື້ອງຕົ້ນດ້ວຍ ຄວາມບໍລິສຸດໃຈໃນເມື່ອຕົນມີເງື່ອນໄຂຊ່ວຍໄດ້ໂດຍບໍ່ປະຕິເສດຫຼືຫຼົບ ຫຼີກການຊ່ອຍເຫຼືອດັ່ງກ່າວ; 6.ລະດົມຄົນເຈັບໃຫ້ການຮ່ວມມືໃນການປິ່ນປົວທັງໃຫ້ກໍາລັງໃຈເພື່ອ ຜົນປະໂຫຍດຂອງຄົນເຈັບເອງເປັນຕົ້ນຕໍ,ແຕ່ຫາກບໍ່ແມ່ນເພື່ອຜົນປະ ໂຫຍດຂອງຜູ້ປະກອບວິຊາຊີບປິ່ນປົວ; 7.ມີຄວາມອົດທົນ,ໃຈດີ,ສຸພາບຮຽບຮ້ອຍແລະບໍ່ມີອະຄະຕິຕໍ່ພຶດຕິກໍາ ທີ່ບໍ່ເໝາະສົມຂອງຄົນເຈັບແລະຍາດພີ່ນ້ອງ.


..ໝວດທີ4ຂໍ້ຫ້າມ


...ມາດຕາ36:ປະເພດຂໍ້ຫ້າມ

ມາດຕາ36:ປະເພດຂໍ້ຫ້າມ ຫ້າມຜູ້ປະກອບວິຊາຊີບປິ່ນປົວມີການກະທໍາດັ່ງນີ້: 1.ເອົາການຄ້າເປັນເປົ້າໝາຍຕົ້ນຕໍຂອງການປິ່ນປົວ; 2.ອອກໃບຢັ້ງຢືນການແພດແບບສົມຮູ້ຮ່ວມຄິດ; 3.ເຮັດການຄ້າຜະລິດຕະພັນຫຼືອະໄວຍະວະໃດໜຶ່ງຈາກຮ່າງກາຍ ຂອງມະນຸດ; 4.ດໍາເນີນການປິ່ນປົວຢູ່ສະຖານທີ່ຕ້ອງຫ້າມ; 5.ດໍາເນີນການປິ່ນປົວທີ່ບໍ່ໄດ້ຮັບອະນຸຍາດ; 6.ດໍາເນີນການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍ.


...ມາດຕາ37:ຫ້າມເອົາການຄ້າເປັນເປົ້າໝາຍຕົ້ນຕໍຂອງການປິ່ນປົວ

ມາດຕາ37:ຫ້າມເອົາການຄ້າເປັນເປົ້າໝາຍຕົ້ນຕໍຂອງການປິ່ນປົວ ທຸກການປິ່ນປົວຄົນເຈັບບໍ່ໃຫ້ຖືຜົນກໍາໄລເປັນຕົ້ນຕໍກັບການຄ້າ.ຫ້າມ ໂຄສະນາເກີນຄວາມເປັນຈິງດ້ວຍຮູບການຕ່າງໆເພື່ອໃຫ້ຄົນເຈັບມາ ປິ່ນປົວນໍາຕົນ.ການຕົບແຕ່ງສະຖານທີ່ປິ່ນປົວແລະການຈັດວາງປ້າຍ ໂຄສະນາກໍ່ບໍ່ໃຫ້ມີລັກສະນະການຄ້າ.

...ມາດຕາ38:ຫ້າມອອກໃບຢັ້ງຢືນການແພດແບບສົມຮູ້ຮ່ວມຄິດ

ມາດຕາ38:ຫ້າມອອກໃບຢັ້ງຢືນການແພດແບບສົມຮູ້ຮ່ວມຄິດ ຫ້າມຜູ້ປະກອບວິຊາຊີບປິ່ນປົວເຮັດບົດລາຍງານ,ອອກໃບຢັ້ງຢືນ ການແພດໂດຍມີການສົມຮູ້ຮ່ວມຄິດກັບຄົນເຈັບຫຼືບຸກຄົນອື່ນໂດຍບໍ່ ຖືກຕ້ອງກັບຄວາມເປັນຈິງຊຶ່ງເປັນການລະເມີດຕໍ່ລະບຽບກົດໝາຍ.

...ມາດຕາ39:ຫ້າມເຮັດການຄ້າຜະລິດຕະພັນ,ອະໄວຍະວະຈາກຮ່າງກາຍມະນຸດ

ມາດຕາ39:ຫ້າມເຮັດການຄ້າຜະລິດຕະພັນ,ອະໄວຍະວະຈາກ ຮ່າງກາຍມະນຸດ ຫ້າມຜູ້ປະກອບວິຊາຊີບປິ່ນປົວສົ່ງເສີມຫຼືເຮັດການຊື້-ຂາຍຜະລິດ ຕະພັນຫຼືອະໄວຍະວະໃດໜຶ່ງຂອງຮ່າງກາຍມະນຸດເຊັ່ນ:ເລືອດ,ອົງ ຄະ,ຈີວະ,ຈຸລັງຫຼືຜະລິດຕະພັນຈາກຮ່າງກາຍຂອງມະນຸດທີ່ຍັງມີຊີວິດ ຢູ່ຫຼືເສຍຊີວິດແລ້ວຍົກເວັ້ນແຕ່ກໍລະນີທີ່ກົດໝາຍກໍານົດໄວ້ຢ່າງອື່ນ.

...ມາດຕາ40:ສະຖານທີ່ປິ່ນປົວທີ່ຕ້ອງຫ້າມ

ມາດຕາ40:ສະຖານທີ່ປິ່ນປົວທີ່ຕ້ອງຫ້າມ ສະຖານທີ່ປິ່ນປົວທີ່ຕ້ອງຫ້າມເພື່ອເປັນບ່ອນກວດພະຍາດແລະປິ່ນ ປົວຄົນເຈັບມີດັ່ງນີ້: 1.ສະຖານທີ່ຄ້າຂາຍເຊັ່ນ:ສູນການຄ້າ,ຕະຫຼາດ; 2.ຮ້ານຂາຍຢາ,ຜະລິດຕະພັນ,ເຄື່ອງມືແລະອຸປະກອນການແພດ; 3.ສະຖານທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ...ມາດຕາ41:ຫ້າມດໍາເນີນການປິ່ນປົວທີ່ບໍ່ໄດ້ຮັບອະນຸຍາດ

ມາດຕາ41:ຫ້າມດໍາເນີນການປິ່ນປົວທີ່ບໍ່ໄດ້ຮັບອະນຸຍາດ ຫ້າມດໍາເນີນການປິ່ນປົວໂດຍບໍ່ໄດ້ຮັບອະນຸຍາດ,ນໍາໃຊ້ວິທີການ ປິ່ນປົວທີ່ບໍ່ຖືກຮັບຮອງແລະບໍ່ສາມາດກວດສອບໄດ້ຈາກກະຊວງ ສາທາລະນະສຸກ.

...ມາດຕາ42:ຫ້າມດໍາເນີນການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍ

ມາດຕາ42:ຫ້າມດໍາເນີນການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍ ຫ້າມດໍາເນີນ,ຊຸກຍູ້,ສົ່ງເສີມການປິ່ນປົວທີ່ບໍ່ຖືກຕ້ອງຕາມກົດໝາຍ ເຊັ່ນ:ທໍາການຫຼຸລູກໂດຍບໍ່ໄດ້ຮັບອະນຸຍາດ,ນໍາໃຊ້ເຕັກນິກປິ່ນປົວທີ່ ເປັນອັນຕະລາຍຕໍ່ສຸຂະພາບຂອງຕົນ.

..ໝວດທີ5ການເງິນດ້ານການປິ່ນປົວ


...ມາດຕາ43:ການເງິນດ້ານການປິ່ນປົວ

ມາດຕາ43:ການເງິນດ້ານການປິ່ນປົວ ການເງິນດ້ານການປິ່ນປົວແມ່ນການຄຸ້ມຄອງລາຍຮັບ,ລາຍ ຈ່າຍຢ່າງເປັນລະບົບຕາມລະບຽບກົດໝາຍແນໃສ່ເຮັດໃຫ້ພົນລະເມືອງ ທຸກຄົນມີເງື່ອນໄຂໄດ້ຮັບການປິ່ນປົວຢ່າງສະເໝີພາບ,ເປັນທໍາແລະມີ ສຸຂະພາບດີຂຶ້ນ.

...ມາດຕາ44:ແຫຼ່ງການເງິນດ້ານການປິ່ນປົວ

ມາດຕາ44:ແຫຼ່ງການເງິນດ້ານການປິ່ນປົວ ແຫຼ່ງການເງິນດ້ານການປິ່ນປົວໄດ້ມາຈາກ: 1.ງົບປະມານຂອງລັດ; 2.ການເກັບໂດຍກົງຈາກຄົນເຈັບ; 3.ກອງທຶນປະກັນສຸຂະພາບ; 4.ການປະກອບສ່ວນຂອງສັງຄົມ; 5.ການປະກອບສ່ວນຂອງຕ່າງປະເທດແລະສາກົນ. ...ມາດຕາ45:ກອງທຶນປະກັນສຸຂະພາບ

ມາດຕາ45:ກອງທຶນປະກັນສຸຂະພາບ ກອງທຶນປະກັນສຸຂະພາບແມ່ນອົງປະກອບໜຶ່ງຂອງການ ເງິນດ້ານການປິ່ນປົວຊຶ່ງມີຫຼາຍປະເພດຄື:ກອງທຶນປະກັນສຸຂະພາບ ຊຸມຊົນ,ລັດຖະກອນ,ວິສາຫະກິດ,ເອກະຊົນແລະກອງທຶນສົງເຄາະ ຂອງລັດຊຶ່ງມີການຄຸ້ມຄອງກອງທິນຫຼືສະພາບໍລິຫານກອງທຶນ.

...ມາດຕາ46:ກອງທຶນປະກັນສຸຂະພາບຊຸມຊົນ

ມາດຕາ46:ກອງທຶນປະກັນສຸຂະພາບຊຸມຊົນ ກອງທຶນປະກັນສຸຂະພາບຊຸມຊົນແມ່ນໄດ້ມາຈາກການປະ ກອບສ່ວນຂອງປະຊາຊົນລວມທັງພະສົງ,ສໍາມະເນນ,ນັກບວດ,ນັກ ສຶກສາ.

ເມື່ອສະມາຊິກກອງທຶນດັ່ງກ່າວມາຮັບບໍລິການກວດພະ ຍາດແລະປິ່ນປົວຢູ່ສະຖານທີ່ບໍລິການປິ່ນປົວຕ່າງທແມ່ນບໍ່ໄດ້ເສຍ ຄ່າດ້ວຍຕົນເອງແຕ່ແມ່ນກອງທຶນປະກັນສຸຂະພາບຊຸມຊົນທີ່ຕົນ ເປັນສະມາຊິກເປັນຜູ້ເສຍໃຫ້ຕາມລະບຽບທີ່ໄດ້ກໍານົດໄວ້.

...ມາດຕາ47:ກອງທຶນປະກັນສຸຂະພາບລັດຖະກອນ

ມາດຕາ47:ກອງທຶນປະກັນສຸຂະພາບລັດຖະກອນ ກອງທຶນປະກັນສຸຂະພາບລັດຖະກອນແມ່ນການປະກອບ ສ່ວນຂອງພະນັກງານ,ລັດຖະກອນລວມທັງພະນັກງານບໍານານ, ນັກຮົບເກົ່າ,ຜູ້ເສຍອົງຄະຫຼືເສຍກໍາລັງແຮງງານທີ່ສັງກັດຢູ່ໃນ ການຈັດຕັ້ງຂອງພັກ,ຂອງລັດ,ແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນແລະການປະກອບສ່ວນຂອງລັດຖະບານ.

ເມື່ອສະມາຊິກກອງທຶນນີ້ລວມທັງຜູ້ເສຍອົງຄະພິເສດ,ເມຍ ຫຼືຜົວແລະລູກທີ່ມີອາຍຸບໍ່ເກີນສິບແປດປີຂອງສະມາຊິກຂອງກອງ ທຶນດັ່ງກ່າວມາຮັບການບໍລິການກວດພະຍາດແລະປິ່ນປົວຢູ່ສະຖານ ທີ່ບໍລິການປິ່ນປົວຕ່າງທແມ່ນບໍ່ໄດ້ເສຍຄ່າດ້ວຍຕົນເອງແຕ່ແມ່ນ ກອງທຶນປະກັນສຸຂະພາບລັດຖະກອນເປັນຜູ້ເສຍໃຫ້ຕາມລະບຽບທີ່ ໄດ້ກໍານົດໄວ້.

...ມາດຕາ48:ກອງທຶນປະກັນສຸຂະພາບວິສາຫະກິດ

ມາດຕາ48:ກອງທຶນປະກັນສຸຂະພາບວິສາຫະກິດ ກອງທຶນປະກັນສຸຂະພາບວິສາຫະກິດແມ່ນການປະກອບ ສ່ວນຂອງຜູ້ອອກແຮງງານທີ່ສັງກັດຢູ່ຫົວໜ່ວຍທຸລະກິດແລະຜູ້ໃຊ້ ແຮງງານ.

ເມື່ອສະມາຊິກກອງທຶນດັ່ງກ່າວລວມທັງເມຍຫຼືຜົວແລະລູກ ທີ່ມີອາຍຸບໍ່ເກີນສິບແປດປີຂອງສະມາຊິກຂອງກອງທຶນນັ້ນມາຮັບ ການບໍລິການກວດພະຍາດແລະປິ່ນປົວຢູ່ສະຖານທີ່ບໍລິການປິ່ນປົວ ຕ່າງໆຈະບໍ່ໄດ້ເສຍຄ່າດ້ວຍຕົນເອງແຕ່ແມ່ນກອງທຶນປະກັນສຸຂະ ພາບວິສາຫະກິດເປັນຜູ້ເສຍໃຫ້ຕາມລະບຽບທີ່ໄດ້ກໍານົດໄວ້.

...ມາດຕາ49:ກອງທຶນປະກັນສຸຂະພາບເອກະຊົນ

ມາດຕາ49:ກອງທຶນປະກັນສຸຂະພາບເອກະຊົນ ກອງທຶນປະກັນສຸຂະພາບເອກະຊົນແມ່ນການປະກອບສ່ວນ ຂອງບຸກຄົນນອກຈາກທີ່ໄດ້ກ່າວຂ້າງເທິງນັ້ນເປັນຕົ້ນນັກທຸລະກິດ, ຊາວຄ້າຂາຍແລະບຸກຄົນທີ່ມີອາຊີບອິດສະລະ.

ເມື່ອສະມາຊິກກອງທຶນນັ້ນມາຮັບການບໍລິການກວດພະຍາດ ແລະປິ່ນປົວຢູ່ສະຖານທີ່ບໍລິການປິ່ນປົວຕ່າງທຈະບໍ່ໄດ້ເສຍຄ່າດ້ວຍ ຕົນເອງແຕ່ແມ່ນກອງທຶນປະກັນສຸຂະພາບເອກະຊົນດັ່ງກ່າວເປັນຜູ້ ເສຍໃຫ້ຕາມລະບຽບທີ່ໄດ້ກໍານົດໄວ້.

...ມາດຕາ50:ກອງທຶນສົງເຄາະຂອງລັດ

ມາດຕາ50:ກອງທຶນສົງເຄາະຂອງລັດ ກອງທຶນສົງເຄາະຂອງລັດແຕ່ລະຂັ້ນແມ່ນລັດສ້າງຕັ້ງຂຶ້ນ ເພື່ອຊ່ວຍເຫຼືອຜູ້ທຸກຍາກ,ຜູ້ມີລາຍໄດ້ຕໍ່າທີ່ບໍ່ສາມາດເຂົ້າເປັນສະ ມາຊິກຂອງກອງທຶນປະກັນສຸຂະພາບໃດໜຶ່ງໄດ້.

ແຫຼ່ງກອງທຶນສົງເຄາະຂອງລັດໄດ້ມາຈາກການປະກອບ ສ່ວນຂອງລັດ,ບຸກຄົນ,ຊຸມຊົນ,ອົງການຈັດຕັ້ງພາຍໃນ,ຕ່າງປະ ເທດແລະສາກົນ.

ຜູ້ທຸກຍາກ,ຜູ້ມີລາຍໄດ້ຕໍ່າທີ່ມີໜັງສືຢັ້ງຢືນຈາກອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງນັ້ນເມື່ອກວດພະຍາດແລະປິ່ນປົວສຸ ຂະພາບຢູ່ສະຖານທີ່ປິ່ນປົວຕ່າງທຈະບໍ່ໄດ້ເສຍຄ່າດ້ວຍຕົນເອງ ແຕ່ແມ່ນກອງທຶນສົງເຄາະຂອງລັດເປັນຜູ້ເສຍໃຫ້ຕາມລະບຽບ ທີ່ໄດ້ກໍານົດໄວ້.

...ມາດຕາ51:ການເສຍຄ່າປິ່ນປົວດ້ວຍຕົນເອງ

ມາດຕາ51:ການເສຍຄ່າປິ່ນປົວດ້ວຍຕົນເອງ ບຸກຄົນທີ່ບໍ່ໄດ້ເຂົ້າເປັນສະມາຊິກຂອງກອງທຶນໃດໜຶ່ງທີ່ ກ່າວມາຂ້າງເທິງນັ້ນເມື່ອມາກວດພະຍາດແລະປິ່ນປົວສູຂະພາບ ຢູ່ສະຖານທີ່ປິ່ນປົວຕ່າງໆແມ່ນຈະໄດ້ເສຍຄ່າປິ່ນປົວດ້ວຍຕົນເອງ.

...ມາດຕາ52:ການເກັບຄ່າທໍານຽມ,ຄ່າບໍລິການແລະຄ່າປິ່ນປົວ

ມາດຕາ52:ການເກັບຄ່າທໍານຽມ,ຄ່າບໍລິການແລະຄ່າປິ່ນປົວ ຄ່າທໍານຽມແມ່ນຄ່າເກັບຈາກເອກະສານຕ່າງໆກ່ຽວກັບ ການປິ່ນປົວເຊັ່ນ:ປຶ້ມຕິດຕາມພະຍາດ,ໃບຢັ້ງຢືນການແພດ,ໃບຢັ້ງ ຢືນສຸຂະພາບ.

ຄ່າບໍລິການແມ່ນຄ່າເກັບຈາກການບໍລິການຕ່າງໆເຊັ່ນ:ຄ່າ ຫ້ອງນອນ,ອາຫານ,ລົດຂົນສົ່ງຄົນເຈັບ.

ຄ່າປິ່ນປົວແມ່ນຄ່າເກັບຈາກການປິ່ນປົວຕ່າງໆເຊັ່ນ:ການ ກວດ,ວິເຄາະ,ສ່ອງລັງສີ,ຜ່າຕັດ,ຢາ,ຜະລິດຕະພັນການແພດ,ເຕັກ ນິກອື່ນໆ.

...ມາດຕາ53:ການຄຸ້ມຄອງແລະການນໍາໃຊ້ຄ່າທໍານຽມ,ຄ່າບໍລິການແລະຄ່າປິ່ນປົວ

ມາດຕາ53:ການຄຸ້ມຄອງແລະການນໍາໃຊ້ຄ່າທໍານຽມ,ຄ່າບໍລິ ການແລະຄ່າປິ່ນປົວ ການຄຸ້ມຄອງແລະການນໍາໃຊ້ຄ່າທໍານຽມ,ຄ່າບໍລິການ ແລະຄ່າປິ່ນປົວແມ່ນປະຕິບັດຕາມລະບຽບກົດໝາຍວ່າດ້ວຍງົບ ປະມານຂອງລັດ.

..ໝວດທີ6ການຄຸ້ມຄອງວຽກງານປິ່ນປົວ


...ມາດຕາ54:ອົງການຄຸ້ມຄອງ

ມາດຕາ54:ອົງການຄຸ້ມຄອງ ອົງການຄຸ້ມຄອງວຽກງານປິ່ນປົວແມ່ນຂະແໜງການສາ ທາລະນະສຸກຊຶ່ງປະກອບດ້ວຍ: ຂັ້ນສູນກາງແມ່ນກະຊວງສາທາລະນະສຸກ; ຂັ້ນແຂວງແມ່ນພະແນກສາທາລະນະສຸກ; ຂັ້ນເມືອງແມ່ນຫ້ອງການສາທາລະນະສຸກ. ນອກຈາກອົງການຄຸ້ມຄອງວຽກງານປິ່ນປົວຂ້າງເທິງນີ້ ແລ້ວຍັງມີສະພາຄຸ້ມຄອງວິຊາຊີບປິ່ນປົວອີກ.

...ມາດຕາ55:ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ

ມາດຕາ55:ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນວຽກງານປິ່ນປົວກະຊວງສາທາລະນະສຸກມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວາມນະໂຍບາຍແລະແຜນຍຸດທະສາດກ່ຽວກັບການຄຸ້ມຄອງ ວຽກງານປິ່ນປົວເພື່ອສະເໜີລັດຖະບານພິຈາລະນາ; 2.ຫັນເອົານະໂຍບາຍ,ແຜນການ,ມະຕິຕົກລົງຂອງລັດຖະບານກ່ຽວ ກັບການຄຸ້ມຄອງວຽກງານປິ່ນປົວມາເປັນແຜນການ,ແຜນງານ ແລະໂຄງການລະອຽດຂອງຕົນພ້ອມກັນນັ້ນກໍ່ເປັນເຈົ້າການໃນການ ຈັດຕັ້ງປະຕິບັດ; 3.ສ້າງແລະປັບປຸງຂໍ້ກໍານົດກົດລະບຽບແລະມາດຕະຖານກ່ຽວກັບ ວຽກງານປິ່ນປົວ; 4.ຊີ້ນໍາດ້ານວິຊາສະເພາະແລະຕິດຕາມການຈັດຕັ້ງປະຕິບັດລະ ບຽບກົດໝາຍກ່ຽວກັບການປິ່ນປົວ,ສະຫຼຸບປະເມີນຜົນແລ້ວລາຍ ງານໃຫ້ລັດຖະບານຊາບ; 5.ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງ ອົງການຄຸ້ມຄອງວຽກງານປິ່ນປົວຂັ້ນລຸ່ມທີ່ຂຶ້ນກັບຕົນຊຶ່ງຂັດກັບລະ ບຽບກົດໝາຍ; 6.ພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງຫຼືການຈັດຕັ້ງກ່ຽວ ກັບຄຸນນະພາບ,ມາດຕະຖານການປິ່ນປົວແລະການຄຸ້ມຄອງວຽກ ງານປິ່ນປົວ; 7.ກໍ່ສ້າງ,ບໍລຸງພະນັກງານໃຫ້ມີຄວາມຮູ້,ຄວາມສາມາດແລະປະຕິ ບັດໃຫ້ຖືກຕ້ອງຕາມຈັນຍາແພດ; 8.ຄົ້ນຄວ້າ,ເຜີຍແຜ່ວິທິຍາສາດການແພດເພື່ອເຮັດໃຫ້ການປິ່ນປົວ ມີຄຸນນະພາບແລະທັນສະໄໝຂຶ້ນ; 9.ອອກໃບອະນຸຍາດໃຫ້ເປັນຜູ້ປະກອບວິຊາຊີບປິ່ນປົວ; 10.ປະສານສົມທັບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງວຽກ ງານປິ່ນປົວເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບການປິ່ນປົວທີ່ ວາງອອກນັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; 11.ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນເພື່ອ ສ້າງເງື່ອນໄຂສະດວກໃຫ້ແກ່ການຄຸ້ມຄອງວຽກງານປິ່ນປົວ; 12.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.


...ມາດຕາ56:ສິດແລະໜ້າທີ່ຂອງພະແນກສາທາລະນະສຸກ

ມາດຕາ56:ສິດແລະໜ້າທີ່ຂອງພະແນກສາທາລະນະສຸກ ໃນວຽກງານປິ່ນປົວພະແນກສາທາລະນະສຸກມີສິດແລະໜ້າ ທີ່ດັ່ງນີ້: 1.ຫັນເອົານະໂຍບາຍ,ແຜນການ,ມະຕິຕົກລົງຂອງກະຊວງສາທາ ລະນະສຸກກ່ຽວກັບການຄຸ້ມຄອງວຽກງານປິ່ນປົວມາເປັນແຜນການ, ແຜນງານແລະໂຄງການລະອຽດຂອງຕົນ; 2.ຈັດຕັ້ງປະຕິບັດນະໂຍບາຍແລະແຜນຍຸດທະສາດກ່ຽວກັບການ ຄຸ້ມຄອງວຽກງານປິ່ນປົວທີ່ກະຊວງສາທາລະນະສຸກວາງອອກ,ສະ ຫຼຸບປະເມີນຜົນແລ້ວລາຍງານໃຫ້ຂັ້ນເທິງຂອງຕົນແລະກະຊວງສາ ທາລະນະສຸກຊາບ; 3.ຊີ້ນໍາຫ້ອງການສາທາລະນະສຸກເມືອງ,ເທດສະບານກ່ຽວກັບການ ຄຸ້ມຄອງວຽກງານປິ່ນປົວ; 4.ຄຸ້ມຄອງວຽກງານປິ່ນປົວຢູ່ໃນຂອບເຂດຄວາມຮັບຜິດຊອບຂອງ ຕົນເພື່ອເຮັດໃຫ້ການປິ່ນປົວມີຄຸນນະພາບແລະໄດ້ມາດຕະຖານ; 5.ແນະນໍາເຜີຍແຜ່ຂໍ້ມູນຂ່າວສານແລະສົ່ງເສີມໃຫ້ສັງຄົມຈັດຕັ້ງປະ ຕິບັດວຽກງານປິ່ນປົວທີ່ມີຄວາມປອດໄພແລະມີຄຸນນະພາບ. 6.ຄຸ້ມຄອງການໂຄສະນາວຽກງານປິ່ນປົວຂອງຜູ້ປະກອບວິຊາຊີບ ປິ່ນປົວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 7.ຄົ້ນຄວ້າຄໍາສະເໜີຂອງບຸກຄົນທີ່ມີຈຸດປະສົງຢາກປະກອບວີຊາຊີບ ປິ່ນປົວແລ້ວນໍາສະເໜີໃຫ້ກະຊວງສາທາລະນະສຸກເພື່ອພິຈາລະນາ; 8.ພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງຫຼືການຈັດຕັ້ງກ່ຽວ ກັບຄຸນນະພາບ,ມາດຕະຖານແລະການຄຸ້ມຄອງວຽກງານປິ່ນປົວ; 9.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງວຽກ ງານປິ່ນປົວເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບວຽກງານປິ່ນປົວ ທີ່ໄດ້ກໍານົດອອກນັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; 10.ປະຕິບັດສິດແລະໜ້າທີ່ອື່ນໆທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

...ມາດຕາ57:ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກ

ມາດຕາ57:ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກ ໃນວຽກງານປິ່ນປົວຫ້ອງການສາທາລະນະສຸກມີສິດແລະ ໜ້າທີ່ດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍແລະແຜນຍຸດທະສາດກ່ຽວກັບການ ຄຸ້ມຄອງວຽກງານປິ່ນປົວທີ່ຂັ້ນເທິງວາງອອກ; 2.ຄຸ້ມຄອງການປິ່ນປົວແລະຕິດຕາມການໂຄສະນາຂອງຜູ້ປະກອບ ວິຊາຊີບປິ່ນປົວທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ,ສະຫຼຸບປະເມີນ ຜົນແລ້ວລາຍງານໃຫ້ຂັ້ຂເທິງຂອງຕົນຊາບ; 3.ແນະນໍາ,ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມປະຕິບັດວຽກງານ ປິ່ນປົວທີ່ມີຄວາມປອດໄພແລະມີຄຸນນະພາບ; 4.ຄົນຄວ້າຄໍາສະເໜີຂອງບຸກຄົນທີ່ມີສຸດປະສົງຢາກປະກອບວິຊາ ຊີບປິ່ນປົວແລ້ວນໍາສະເໜີໃຫ້ພະແນກສາທາລະນະສຸກຂັ້ນແຂວງພິ ຈາລະນາ; 5.ພິຈາລະນາແກ້ໄຂຄໍາສະເໜີຂອງພົນລະເມືອງຫຼືການຈັດຕັ້ງ ກ່ຽວກັບຄຸນນະພາບ,ມາດຕະຖານແລະການຄຸ້ມຄອງວຽກງານປິ່ນ ປົວ; 6.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງວຽກ ງານປິ່ນປົວເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບວຽກງານປິ່ນປົວ ທີ່ວາງອອກນັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; 7.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

...ມາດຕາ58:ພາລະບົດບາດຂອງສະພາຄຸ້ມຄອງວິຊາຊີບປິນປົວ

ມາດຕາ58:ພາລະບົດບາດຂອງສະພາຄຸ້ມຄອງວິຊາຊີບປິນປົວ ສະພາຄຸມຄອງວິຊາຊີບປິ່ນປົວເປັນເສນາທິການໃຫ້ກະ ຊວງສາທາລະນະສຸກໃນການຄຸ້ມຄອງວິຊາຊີບປິ່ນປົວ.

ສໍາລັບສິດແລະໜ້າທີ່ຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ນັ້ນຈະມີກໍານົດຕ່າງຫາກ.

..ໝວດທີ7ການກວດກາວຽກງານປິ່ນປົວ


...ມາດຕາ59:ອົງການກວດກາ

ມາດຕາ59:ອົງການກວດກາ ອົງການກວດກາວຽກງານປິ່ນປົວແມ່ນອົງການດຽວກັນ ກັບອົງການຄຸ້ມຄອງວຽກງານປິ່ນປົວຕາມທີ່ໄດ້ກໍານົດໄວ້ໃນມາດ ຕາຫ້າສິບສີ່ຂອງກົດໝາຍສະບັບນີ້.

...ມາດຕາ60:ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາ60:ສິດແລະໜ້າທີ່ຂອງອົງການກວດກາ ອົງການກວດກາກຽວງານປິ່ນປົວມີສິດແລະໜ້າທີ່ດັ່ງນີ້: 1.ກວດກາການຈັດຕັ້ງປະຕິບັດຍຸດທະສາດ,ແຜນການແລະລະ ບຽບກົດໝາຍວ່າດ້ວຍການປິ່ນປົວ; 2.ກວດກາມາດຕະຖານກ່ຽວກັບການປະກອບບຸກຄະລາກອນ, ເຄື່ອງມືແລະອຸປະກອນການແພດ,ການຈັດຕັ້ງປະຕິບັດລະບອບ ຄຸ້ມຄອງວິຊາການ,ຄຸ້ມຄອງບໍລິຫານແລະການເຄື່ອນໄຫວປະຕິ ບັດວິຊາຊີບປິ່ນປົວຂອງສະຖານທີ່ບໍລິການປິ່ນປົວຊຶ່ງກະຊວງສາ ທາລະນະສຸກວາງອອກ; 3.ກວດກາການຄຸ້ມຄອງ,ການນໍາໃຊ້ກອງທຶນປະກັນສຸຂະພາບ; 4.ກວດກາການແກ້ໄຂຄໍາສະເໜີຂອງພົນລະເມືອງແລະການຈັດ ຕັ້ງກ່ຽວກັບການປິ່ນປົວ; 5.ປະຕິບັດສິດແລະໜ້າທີ່ກວດກາອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ61:ການກວດສອບດ້ວຍວິທະຍາສາດການແພດ

ມາດຕາ61:ການກວດສອບດ້ວຍວິທະຍາສາດການແພດ ການກວດສອບດ້ວຍວິທະຍາສາດການແພດແມ່ນການວິ ເຄາະ,ວິໄຈຫາຄວາມຈິງເພື່ອຢັ້ງຢືນຄວາມຖືກຕ້ອງຫຼືຄວາມຜິດ ພາດກ່ຽວກັບການປິ່ນປົວຕາມການສະເໜີຂອງບຸກຄົນຫຼືການຈັດ ຕັ້ງທີ່ກ່ຽວຂ້ອງເປັນຕົ້ນແມ່ນອົງການໄອຍະການປະຊາຊົນ,ສານ ປະຊາຊົນ.

ເພື່ອດໍາເນີນການກວດສອບດ້ວຍວິທະຍາສາດການແພດ ນັ້ນລັດຖະມົນຕີວ່າການກະຊວງສາທາລະນະສຸກແຕ່ງຕັ້ງຜູ້ທີ່ມີປະ ສົບການດ້ານວິຊາຊີບປິ່ນປົວຫຼືດ້ານນິຕິເວດເປັນຜູ້ປະຕິບັດ.

ຫ້າມບໍ່ໃຫ້ແຕ່ງຕັ້ງຜູ້ປະກອບວິຊາຊີບທີ່ທໍາການປິ່ນປົວຄົນ ເຈັບນັ້ນເປັນຜູ້ກວດສອບ.ໃນກໍລະນີທີ່ຜູ້ກ່ຽວຫາກເປັນສະມາຊິກ ໃນຄອບຄົວ,ຍາດຕິພີ່ນ້ອງ,ໝູ່ເພື່ອນຂອງຄົນເຈັບຫຼືຫາກມີບຸກຄົນ, ກຸ່ມຄົນໃດໜຶ່ງທີ່ຜູ້ກ່ຽວມີຜົນປະໂຫຍດຮ່ວມກັນຮຽກຮ້ອງໃຫ້ເຂົ້າ ຮ່ວມໃນການກວດສອບນັ້ນກໍ່ຫ້າມເຊັ່ນດຽວກັນ.

..ໝວດທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ62:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ62:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນປະຕິບັດກົດໝາຍວ່າ ດ້ວຍການປິ່ນປົວສະບັບນີ້ຈະໄດ້ຮັບການຍ້ອງຍໍແລະປະຕິບັດນະ ໂຍບາຍອື່ນທຕາມຄວາມເໝາະສົມ.

...ມາດຕາ63:ມາດຕະການຕໍ່ຜູ້ລະເມີດ

ມາດຕາ63:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍວ່າດ້ວຍການປິ່ນປົວສະ ບັບນີ້ຈະຖືກສຶກສາອົບຮົມ,ຖືກປັບໃໝ,ໃຊ້ແທນທາາງແພ່ງຫຼືຖືກລົງ ໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

..ໝວດທີ9:ບົດບັນຍັດສຸດທ້າຍ


...ມາດຕາ64:ການຈັດຕັ້ງປະຕິບັດ

ມາດຕາ64:ການຈັດຕັ້ງປະຕິບັດ ລັດຖະບານແກ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍການປິ່ນປົວສະບັບນີ້.

...ມາດຕາ65:ຜົນສັກສິດ

ມາດຕາ65:ຜົນສັກສິດ ກົດໝາຍວ່າດ້ວຍການປິ່ນປົວສະບັບນີ້ມີຜົນສັກສິດພາຍລັງເກົ້າ ສິບວັນນັບແຕ່ວັນທີ່ປະທານປະເພດແຫ່ງສປປລາວອອກລັດຖະດໍາ ລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ.

ປະທ່ານສະພາແຫ່ງຊາດ.