ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ(ສະບັບປັບປຸງ) 18-12-2012

.ການປົກປັກຮັກສາສິ່ງແວດລ້ອມ(ສະບັບປັບປຸງ) 18-12-2012


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ປັບປຸງ) ຈຸດປະສົງ

ມາດຕາ 1 (ປັບປຸງ) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການຄຸ້ມຄອງ,ກວດກາການປົກປັກຮັກສາ,ການຄວບ ຄຸມ,ການບູລະນະຟື້ນຟູສິ່ງແລດລ້ອມເພື່ອໃຫ້ມີຄຸນນະພາບ,ຫຼຸດຜ່ອນ ຜົນກະທົບແລະມົນລະພິດທີ່ເກີດຂຶ້ນດ້ວຍການກະທໍາຂອງຄົນຫຼືຕາມ ທໍາມະຊາດ,ແນໃສ່ເຮັດໃຫ້ສິ່ງແວດລ້ອມສັງຄົມແລະທໍາມະຊາດມີ ຄວາມສົມດູນ,ຍືນຍົງ,ປົກປັກຮັກສາຊັບພະຍາກອນທໍາມະຊາດລວມ ທັງສຸຂະພາບຂອງຄົນໃນສັງຄົມ,ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດແລະການຫຼຸດຜ່ອນສະພາບໂລກ ຮ້ອນ.

...ມາດຕາ 2 (ປັບປຸງ) ສິ່ງແລດລ້ອມ

ມາດຕາ 2 (ປັບປຸງ) ສິ່ງແລດລ້ອມ ສິ່ງແວດລ້ອມແມ່ນທຸກສິ່ງທຸກຢ່າງທີ່ມີຊີວິດແລະບໍ່ມີຊີວິດ ເຊິ່ງເກີດຂຶ້ນຕາມທໍາມະຊາດຫຼືຍ້ອນມະນຸດສ້າງຂຶ້ນທີ່ຢູ່ອ້ອມເປົ້າ ໝາຍໃດໜຶ່ງເຊັ່ນ: ຄົນ, ສັດ, ພືດ ແລະ ອື່ນໆ ທີ່ມີສາຍກ່ຽວພັນ ແລະສົ່ງຜົນສະທ້ອນເຊິ່ງກັນແລະກັນທັງທາງບວກແລະທາງລົບ ຕໍ່ການດໍາລົງຊີວິດ,ການຜະລິດ,ການຄົງຕົວ,ການຂະຫຍາຍຕົວ ຂອງມະນຸດແລະທໍາມະຊາດ. ສິ່ງແວດລ້ອມປະກອບດ້ວຍສິ່ງແລດລ້ອມສັງຄົມແລະສິ່ງ ແວດລ້ອມທໍາມະຊາດ.

...ມາດຕາ 3 (ປັບປຸງ) ການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 3 (ປັບປຸງ) ການປົກປັກຮັກສາສິ່ງແວດລ້ອມ ການປົກປັກຮັກສາສິ່ງແວດລ້ອມແມ່ນການນໍາໃຊ້ວິທີການ ແລະມາດຕະການເພື່ອປ້ອງກັນ,ອະນຸລັກແລະບູລະນະຟື້ນຟູສິ່ງແວດ ລ້ອມ,ຄວບຄຸມມົນລະພິດ,ເຫດການສຸກເສີນທາງດ້ານສິ່ງແວດລ້ອມ ແລະໄພພິບັດທໍາມະຊາດເຮັດໃຫ້ສິ່ງແວດລ້ອມຂຽວສະອາດງາມ ຕາ,ປາສະຈາກມົນລະພິດ,ບໍ່ສົ່ງຜົນສະທ້ອນອັນບໍ່ດີຕໍ່ຊີວິດ,ສຸຂະພາບ ຂອງຄົນ,ສັດ,ພືດແລະລະບົບນິເວດ.

...ມາດຕາ 4 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 4 (ໃໝ່) ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ສິ່ງແວດລ້ອມສັງຄົມ ໝາຍເຖິງ ທຸກສິ່ງທຸກຢ່າງຫຼືອົງປະ ກອບສິ່ງແວດລ້ອມທີ່ມະນຸດສ້າງຂຶ້ນເຊິ່ງມີສາຍກ່ຽວພັນແລະສົ່ງຜົນ ສະທ້ອນເຊິ່ງກັນແລະກັນທັງທາງບວກແລະທາງລົບຕໍ່ການດໍາລົງຊີ ວິດ,ການຜະລິດ,ການຄົງຕົວແລະການຂະຫຍາຍຕົວຂອງມະນຸດ ແລະທໍາມະຊາດ; 2. ສິ່ງແວດລ້ອມທໍາມະຊາດໝາຍເຖິງທຸກສິ່ງທຸກຢ່າງຫຼືອົງ ປະກອບສິ່ງແວດລ້ອມທີ່ເກີດຂຶ້ນຕາມທໍາມະຊາດເຊິ່ງມີສາຍກ່ຽວ ພັນແລະສົ່ງຜົນສະທ້ອນເຊິ່ງກັນແລະກັນທັງທາງບວກແລະທາງລົບ ຕໍ່ການດໍາລົງຊີວິດ,ການຜະລິດ,ການຄົງຕົວແລະການຂະຫຍາຍຕົວ ຂອງມະນຸດແລະທໍາມະຊາດ; 3. ການຟື້ນຟູສິ່ງແວດລ້ອມ ໝາຍເຖິງ ການເຮັດໃຫ້ສິ່ງ ແວດລ້ອມທີ່ຖືກທໍາລາຍຫຼືເສື່ອມໂຊມແລ້ວນັ້ນມີການຟື້ນຕົວແລະ ໄດ້ຮັບການປົວແປງໃຫ້ຢູ່ໃນສະພາບດີຂຶ້ນແລະມີລະບົບນິເວດສົມ ບູນຂຶ້ນ; 4. ການປະເມີນສິ່ງແວດລ້ອມແບບຍຸດທະສາດ ໝາຍເຖິງ ຂະບວນການຄາດຄະເນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ລວມທັງການປົກປັກຮັກສາສິ່ງແວດລ້ອມໃນການວາງນະໂຍບາຍ, ຍຸດທະສາດແລະແຜນການຂອງຂະແໜງການຕ່າງໆ; 5. ແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານໝາຍເຖິງ ການຈັດສັນຂອບເຂດນໍາໃຊ້ພື້ນທີ່ແນໃສ່ປົກປັກຮັກສາ,ປັບປຸງແລະ ບູລະນະຟື້ນຟູຄຸນນະພາບສິ່ງແວດລ້ອມໂດຍສະເພາະການກໍານົດ ເຂດທີ່ພັກອາໄສ,ເຂດກະສິກໍາ,ເຂດອຸດສາຫະກໍາໃນອະນາຄົດແລະ ສະຖານທີ່ຕັ້ງປະເພດໂຄງການລົງທຶນຂະໜາດໃຫຍ່; 6. ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໝາຍເຖິງຂະ ບວນການສຶກສາ,ສໍາຫຼວດ,ວິໄຈຂໍ້ມູນແລະຄາດຄະເນຜົນກະທົບຕໍ່ ສິ່ງແວດລ້ອມສັງຄົມແລະທໍາມະຊາດທັງດ້ານບວກແລະດ້ານລົບທີ່ ຈະເກີດຂຶ້ນຈາກໂຄງການຕ່າງໆໃນໄລຍະສັ້ນ,ໄລຍະຍາວພ້ອມທັງ ກໍານົດວິທີການແລະມາດຕະການທີ່ເໝາະສົມເພື່ອປ້ອງກັນ,ຫຼີກເວັ້ນ ແລະຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ; 7. ຊີວະນາໆພັນໝາຍເຖິງຄວາມຫຼາກຫຼາຍຂອງຊະນິດພັນ ພືດ,ສັດແລະຈຸລິນຊີຢູ່ໃນຂອບເຂດທໍາມະຊາດໃດໜຶ່ງ; 8. ການພັດທະນາແບບຍືນຍົງ ໝາຍເຖິງ ການພັດທະນາ ເສດຖະກິດ-ສັງຄົມໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມທີ່ ບໍ່ມີຜົນກະທົບຕໍ່ຄົນຮຸ່ນຕໍ່ໄປໃນອະນາຄົດ; 9. ສິ່ງເສດເຫຼືອ ໝາຍເຖິງ ວັດຖຸ, ສານເຄມີ ຫຼື ສິ່ງໃດໜຶ່ງ ທີ່ບຸກຄົນຫຼືນິຕິບຸກຄົນບໍ່ຕ້ອງການຫຼືບໍ່ສາມາດນໍາໃຊ້ໄດ້ອີກເຊັ່ນນໍ້າ ມັນປ່ຽນຖ່າຍ,ຂີ້ເຫຍື້ອ,ນໍ້າເປື້ອນແລະສິ່ງອື່ນໆທີ່ເປັນພິດຫຼືບໍ່ເປັນ ພິດ; 10. ການກດວກາສິ່ງແວດລ້ອມ ໝາຍເຖິງ ການຕິດຕາມ, ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເປັນ ຕົ້ນໂຄງການລົງທຶນ,ການຂຸດຄົ້ນ,ການນໍາໃຊ້ຊັບພະຍາກອນທໍາມະ ຊາດເພື່ອປ້ອງກັນ,ແກ້ໄຂບັນຫາ,ບູລະນະຟື້ນຟູສິ່ງແວດລ້ອມແລະ ຄວບຄຸມມົນລະພິດໃຫ້ຖືກຕ້ອງຕາມລະບຽບກົດໝາຍແນໃສ່ເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມມີຄວາມຢືນຍົງແລະສິ່ງແວດລ້ອມ ມີຄຸນນະພາບທີ່ດີ; 11. ແຜນຄຸ້ມຄອງສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ຂອງໂຄງການລົງທຶນ ໝາຍເຖິງ ແຜນການທີ່ໄດ້ສັງລວມເອົາບັນ ດາໜ້າວຽກຕົ້ນຕໍດ້ານສິ່ງແວດລ້ອມສັງຄົມແລະທໍາມະຊາດ,ກໍານົດ ວິທີການແລະມາດຕະການປ້ອງກັນ,ຫຼຸດຜ່ອນແລະແກ້ໄຂຜົນກະທົບ ຕໍ່ສິ່ງແວດລ້ອມທີ່ໄດ້ສຶກສາໄວ້ໃນບົດລາຍງານກ່ຽວກັບການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດພ້ອມທັງກໍານົດ ການຈັດຕັ້ງ,ຄວາມຮັບຜິດຊອບ,ຕາຕະລາງເວລາແລະງົບປະມານ ໃຫ້ພຽງພໍເພື່ອການຈັດຕັ້ງປະຕິບັດວຽກງານຄຸ້ມຄອງແລະກວດກາ ດ້ານສິ່ງແວດລ້ອມສັງຄົມແລະທໍາມະຊາດ; 12. ເຕັກໂນໂລຊີສະອາດ ໝາຍເຖິງ ເຄື່ອງຈັກແລະອຸປະ ກອນຮັບໃຊ້ທີ່ນໍາໃຊ້ໃນຂະບວນການຜະລິດແລະການບໍລິການທີ່ບໍ່ ສ້າງມົນລະພິດຫຼືສິ່ງເສດເຫຼືອແລະນໍາໃຊ້ພະລັງງານໜ້ອຍທີ່ສຸດເພື່ອ ບໍ່ໃຫ້ມີຜົນກະທົບແລະເປັນອັນຕະລາຍຕໍ່ສິ່ງແວດລ້ອມ; 13. ສານເຄມີເປັນພິດ ໝາຍເຖິງ ວັດຖຸຫຼືທາດເບື່ອທີ່ເຈືອ ປົນໃນອາກາດ,ດິນຫຼືນໍ້າເຊິ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສິ່ງທີ່ມີຊີວິດ ແລະບໍ່ມີຊີວິດ; 14. ທາດກໍາມັນຕະພາບລັງສີ ໝາຍເຖິງ ທາດທີ່ແຜ່ກະ ຈາຍອະນຸພາບຂອງລັງສີຢ່າງຕໍ່ເນື່ອງເຊິ່ງເປັນອັນຕະລາຍຕໍ່ຮ່າງ ກາຍຫຼືຈຸລັງຂອງສິ່ງທີ່ມີຊີວິດຕ່າງໆ; 15. ລະບົບນິເວດໝາຍເຖິງ ສາຍກ່ຽວພັນເຊິ່ງກັນແລະກັນ ທັງທາງບວກແລະທາງລົບລະຫວ່າງສິ່ງທີ່ມີຊີວິດແລະສິ່ງບໍ່ມີຊີວິດທີ່ ຄົງຕົວຢູ່ຕາມທໍາມະຊາດ. ...ມາດຕາ 5 (ໃໝ່) ນະໂຍບາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 5 (ໃໝ່) ນະໂຍບາຍກ່ຽວກັບການປົກປັກຮັກສາສິ່ງ ແວດລ້ອມ ລັດສົ່ງເສີມການປົກປັກຮັກສາ,ບູລະນະຟື້ນຟູສິ່ງແວດລ້ອມ ສັງຄົມແລະທໍາມະຊາດດ້ວຍການເຜີຍແຜ່ລະບຽບກົດໝາຍ,ຂໍ້ມູນ ຂ່າວສານກ່ຽວກັບສິ່ງແວດລ້ອມ,ສ້າງຈິດສໍານຶກຄວາມຮັບຮູ້ແລະ ຶສຶກສາອົບຮົມລວມທັງການປຸກລະດົມບຸກຄົນແລະການຈັດຕັ້ງທັງ ພາຍໃນແລະຕ່າງປະເທດໃຫ້ເຫັນໄດ້ຄວາມສໍາຄັນຂອງສິ່ງແວດ ລ້ອມສັງຄົມແລະທໍາມະຊາດໃຫ້ການດໍາລົງຊີວິດປະຈໍາວັນ,ປະຕິ ບັດລະບຽບການ,ວິທີການແລະມາດຕະການກ່ຽວກັບການປົກປັກ ຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ. ລັດຊຸກຍູ້ການລົງທຶນໃສ່ການຜະລິດສະອາດ,ເຕັກໂນໂລຊີ ສະອາດແລະເສດຖະກິດສີຂຽວ,ກິດຈະການປົກປັກຮັກສາສິ່ງແວດ ລ້ອມດ້ວຍການໃຫ້ນະໂຍບາຍຕ່າງໆເປັນຕົ້ນການໃຫ້ສິນເຊື່ອ,ການ ຊ່ວຍເຫຼືອດ້ານວິຊາການ,ການສະໜອງຂໍ້ມູນຂ່າວສານ,ການຍົກ ເວັ້ນຫຼືຫຼຸດຜ່ອນພາສີອາກອນຕາມລະບຽບກົດໝາຍ.


...ມາດຕາ 6 (ປັບປຸງ) ຫຼັກການກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 6 (ປັບປຸງ) ຫຼັກການກ່ຽວກັບການປົກປັກຮັກສາສິ່ງ ແວດລ້ອມ ການປົກປັກຮັກສາສິ່ງແວດລ້ອມໃຫ້ປະຕິບັດຕາມຫຼັກການ ຕົ້ນຕໍດັ່ງນີ້: 1. ພັດທະນາເສດຖະກິດ-ສັງຄົມຕິດພັນກັບການປົກປັກຮັກ ສາສິ່ງແວດລ້ອມສັງຄົມແລະທໍາມະຊາດແບບຍືນຍົງ. 2. ເອົາການປ້ອງກັນສິ່ງແວດລ້ອມສັງຄົມແລະທໍາມະຊາດ ເປັນວຽກງານຕົ້ນຕໍແລະເອົາການບູລະນະຟື້ນຟູສິ່ງແວດລ້ອມສັງ ຄົມແລະທໍາມະຊາດເປັນວຽກງານສໍາຄັນ; 3. ມີການເຂົາຮ່ວມແລະປຶກສາຫາລືຢ່າງເປັນເຈົ້າການ ຂອງບຸກຄົນແລະການຈັດຕັ້ງໃນການປົກປັກຮັກສາສິ່ງແວດລ້ອມ ສັງຄົມແລະທໍາມະຊາດ; 4. ນໍາໃຊ້ຊັບພະຍາກອນທໍາມະຊາດ,ວັດຖຸດິບແລະພະລັງ ງານຢ່າງປະຢັດ,ສົມເຫດສົມຜົນ,ໃຫ້ເກີດຜົນປະໂຫຍດສູງສຸດແລະ ມີຜົນກະທົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມ; 5. ຮັບຜິດຊອບຕໍ່ຄວາມເສຍຫາຍດ້ານສິ່ງແວດລ້ອມສັງຄົມ ຫຼືທໍາມະຊາດທີ່ຕົນໄດ້ກໍ່ຂຶ້ນ.ການຊອກຫາຫຼັກຖານຢັ້ງຢືນ,ການປະ ຕິບັດມາດຕະຖານຄວບຄຸມມົນລະພິດແມ່ນພັນທະຂອງຜູ້ກໍ່ຄວາມ ເສຍຫາຍ.


...ມາດຕາ 7 (ປັບປຸງ) ພັນທະປົກປັກຮັກສາສິ່ງແວດລ້ອມ

ມາດຕາ 7 (ປັບປຸງ) ພັນທະປົກປັກຮັກສາສິ່ງແວດລ້ອມ ບຸກຄົນ,ຄອບຄົວ,ນິຕິບຸກຄົນແລະການຈັດຕັ້ງມີພັນທະປົກປັກ ຮັກສາສິ່ງແວດລ້ອມດ້ວຍການປ້ອງກັນ,ປັບປຸງ,ບູລະນະຟື້ນຟູ,ຄວບ ຄຸມ,ຕິດຕາມແລະກວດກາສິ່ງແວດລ້ອມຕາມລະບຽບກົດໝາຍ,ບໍ່ ສ້າງຜົນກະທົບ,ບໍ່ເຮັດໃຫ້ສິ່ງແວດລ້ອມເສື່ອມໂຊມ,ບໍ່ສ້າງແລະ ປ່ອຍມົນລະພິດເກີນມາດຕະຖານຄວບຄຸມມົນລະພິດແລະມາດຕະ ຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດແນໃສ່ຮັບປະກັນໃຫ້ສິ່ງ ແວດລ້ອມມີຄຸນນະພາບດີແລະຮັບປະກັນການພັດທະນາແບບຍືນ ຍົງ.

...ມາດຕາ 8 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 8 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການ ຈັດຕັ້ງຊຶ່ງລວມມີພົນລະເມືອງລາວ,ຄົນຕ່າງດ້າວ,ຄົນບໍ່ມີສັນຊາດ ແລະຄົນຕ່າງປະເທດທີ່ດໍາລົງຊີວິດແລະເຄື່ອນໄຫວຢູ່ ສປປລາວ.

...ມາດຕາ 9 (ປັບປຸງ) ການຮ່ວມມືສາກົນ

ມາດຕາ 9 (ປັບປຸງ) ການຮ່ວມມືສາກົນ ລັດສົ່ງເສີມການພັວພັນຮ່ວມມືກັບຕ່າງປະເທດ,ພາກພື້ນ ແລະສາກົນໃນການປົກປັກຮັກສາແລະບູລະນະຟື້ນຟູສິ່ງແວດລ້ອມ ດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ,ເຕັກ ໂນໂລຊີ,ການຍົກລະດັບວິຊາການ,ການເຂົ້າຮ່ວມແລະປະຕິບັດສົນ ທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 2 ຜົນກະທົບຕໍ່ສິ່ງແວດລ້ອມ


...ມາດຕາ 10 (ໃໝ່) ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ

ມາດຕາ 10 (ໃໝ່) ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແມ່ນຜົນສະທ້ອນທາງລົບ ຕໍ່ຊີວິດ,ສຸຂະພາບ,ຊັບສິນແລະການດໍາລົງຊີວິດປະຈໍາວັນຂອງຄົນ ລວມທັງທີ່ຢູ່ອາໄສຂອງປະຊາຊົນແລະຕໍ່ມໍລະດົກທາງດ້ານວັດທະ ນະທໍາແລະປະຫວັດສາດ.

...ມາດຕາ 11 (ໃໝ່) ຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ

ມາດຕາ 11 (ໃໝ່) ຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດແມ່ນຜົນສະທ້ອນທາງ ລົບຕໍ່ພື້ນຖານລະບົບນິເວດທໍາມະຊາດ,ຊັບພະຍາກອນທໍາມະຊາດ, ຊີວະນາໆພັນ,ດິນປູກຝັງ,ແຫຼ່ງນໍ້າແລະການປ່ຽນແປງດິນຟ້າອາ ກາດລວມທັງມໍລະດົກທາງດ້ານທໍາມະຊາດ.

..ພາກທີ 3 ການປົກປັກຮັກສາສິ່ງແວດລ້ອມ


...ມາດຕາ 12 (ໃໝ່) ຄວາມສໍາຄັນຂອງການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 12 (ໃໝ່) ຄວາມສໍາຄັນຂອງການປົກປັກຮັກສາສິ່ງ ແວດລ້ອມ ການປົກປັກຮັກສາສິ່ງແວດລ້ອມມີຄວາມສໍາຄັນຕໍ່ການຄົງ ຕົວແລະການຂະຫຍາຍຕົວຂອງສັງຄົມແລະທໍາມະຊາດໃນປັດຈຸບັນ ເພື່ອເຮັດໃຫ້ສິ່ງແວດລ້ອມຂຽວສະອາດງາມຕາ,ບໍ່ໃຫ້ຖືກກະທົບ, ທໍາລາຍ,ປາສະຈາກມົນລະພິດ,ບໍ່ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບ ຂອງຄົນ,ສັດ,ພືດຫຼືຄວາມດຸ່ນດ່ຽງຂອງລະບົບນິເວດ.


...ມາດຕາ 13 (ໃໝ່) ກິດຈະການປົກປັກຮັກສາສິ່ງແວດລ້ອມ

ມາດຕາ 13 (ໃໝ່) ກິດຈະການປົກປັກຮັກສາສິ່ງແວດລ້ອມ ການປົກປັກຮັກສາສິ່ງແວດລ້ອມມີກິດຈະການຕົ້ນຕໍດັ່ງນີ້: 1. ການປ້ອງກັນສິ່ງແວດລ້ອມ; 2. ການຄວບຄຸມມົນລະພິດ; 3. ການຄວບຄຸມສານເຄມີເປັນພິດແລະການກໍາຈັດສິ່ງ ເສດເຫຼືອ; 4. ການຢັ້ງຢືນແລະອະນຸຍາດກ່ຽວກັບສິ່ງແວດລ້ອມ; 5. ການສົ່ງເສີມແລະການມີສ່ວນຮ່ວມຂອງມວນຊົນ.

...ໝວດທີ 1 ການປ້ອງກັນສິ່ງແວດລ້ອມ


....ມາດຕາ 14 (ປັບປຸງ) ການປ້ອງກັນສິ່ງແວດລ້ອມ

ມາດຕາ 14 (ປັບປຸງ) ການປ້ອງກັນສິ່ງແວດລ້ອມ ການປ້ອງກັນສິ່ງແວດລ້ອມແມ່ນການເຄື່ອນໄຫວສະກັດກັ້ນ ແລະປ້ອງກັນທຸກເຫດການທີ່ຈະເກີດ,ພວມເກີດແລະໄດ້ເກີດຈາກ ທໍາມະຊາດຫຼືການກະທໍາຂອງມະນຸດເຊິ່ງເປັນສາເຫດເຮັດໃຫ້ສິ່ງ ແວດລ້ອມສັງຄົມ,ທໍາມະຊາດຖືກທໍາລາຍຫຼືເສື່ອມໂຊມລົງ.

....ມາດຕາ 15 (ໃໝ່) ເນື້ອໃນການປ້ອງກັນສິ່ງແວດລ້ອມ

ມາດຕາ 15 (ໃໝ່) ເນື້ອໃນການປ້ອງກັນສິ່ງແວດລ້ອມ ການປ້ອງກັນສິ່ງແວດລ້ອມມີເນື້ອໃນດັ່ງນີ້: - ການປ້ອງກັນຜົນກະທົບຕໍ່ຊີວິດ,ສຸຂະພາບ,ທີ່ຢູ່ອາໄສ,ບ່ອນ ທໍາມາຫາກິນຂອງປະຊາຊົນ; - ການປ້ອງກັນຜົນກະທົບຕໍ່ປ່າໄມ້,ຊັບພະຍາກອນນໍ້າ,ສັດ ສາວາສິ່ງແລະຊີວະນາໆພັນອື່ນ ທີ່ຢູ່ຕາມທໍາມະຊາດແລະຊັບພະ ຍາກອນທໍາມະຊາດອື່ນລວມທັງດິນຟ້າອາກາດ.

....ມາດຕາ 16 (ໃໝ່) ການປົກປັກຮັກສາແລະພັດທະນາປ່າໄມ້

ມາດຕາ 16 (ໃໝ່) ການປົກປັກຮັກສາແລະພັດທະນາປ່າໄມ້ ການປົກປັກຮັກສາແລະພັດທະນາປ່າໄມ້,ຊັບພະຍາກອນທໍາ ມະຊາດອື່ນເລັງໃສ່ການຄຸ້ມຄອງແລະພັດທະນາປະເພດປ່າປ້ອງ ກັນ,ປ່າສະຫງວນ,ປ່າຜະລິດ,ປ່າຍອດນໍ້າ,ພັນໄມ້,ເຄື່ອງປ່າຂອງ ດົງແລະຊັບພະຍາກອນທໍາມະຊາດອື່ນເພື່ອໃຫ້ມີຄວາມອຸດົມສົມບູນ ແນໃສ່ຕອບສະໜອງການນໍາໃຊ້ໄມ້,ຜະລິດຕະຜົນປ່າໄມ້ແລະຊັບ ພະຍາກອນທໍາມະຊາດອື່ນຢ່າງບໍ່ບົກແຫ່ງ,ປ້ອງກັນການເຊາະ ເຈື່ອນແລະຄຸນນະພາບຂອງດິນ,ປົກປັກຮັກສາແຫຼ່ງນໍ້າ,ສັດນໍ້າ, ສັດປ່າແລະສິ່ງແວດລ້ອມໃຫ້ມີຄວາມສົມດຸນ ທັງເປັນແຫຼ່ງລາຍຮັບ ອັນສໍາຄັນຂອງລັດ,ການຈັດຕັ້ງແລະບຸກຄົນດ້ວຍການປູກປ່າ,ຟື້ນ ຟູ,ປົກປັກຮັກສາປ່າໄມ້ແລະຊັບພະຍາກອນທໍາມະຊາດອື່ນ.

....ມາດຕາ 17 (ໃໝ່) ວຽກງານປ້ອງກັນສິ່ງແວດລ້ອມ

ມາດຕາ 17 (ໃໝ່) ວຽກງານປ້ອງກັນສິ່ງແວດລ້ອມ ການປ້ອງກັນສິ່ງແວດລ້ອມມີວຽກງານຕົ້ນຕໍດັ່ງນີ້: 1. ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ; 2. ການປະເມີນສິ່ງແວດລ້ອມແບບຍຸດທະສາດ; 3. ການວາງມາດຕະການປ້ອງກັນໄພພິບັດທໍາມະຊາດ; 4. ການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ; 5. ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ; 6. ການຄຸ້ມຄອງສິ່ງແວດລ້ອມໃນທຸລະກິດຄອບຄົວ; 7. ການນໍາໃຊ້ເຕັກໂນໂລຊີສະອາດ; 8. ການຈໍາກັດຜົນກະທົບຈາກການກໍ່ສ້າງແລະກິດຈະການ ອື່ນ; 9. ການປ້ອງກັນສິ່ງແວດລ້ອມຈາກສານເຄມີຍ້ອນການ ເກີດອຸປະຕິເຫດ; 10. ການກໍານົດມາດຕະຖານຄຸນນະພາບສິ່ງແວດລ້ອມ ແຫ່ງຊາດ; 11. ການສ້າງບົດລາຍງານສະພາບສິ່ງແວດລ້ອມ. ....ມາດຕາ 18 (ໃໝ່) ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ

ມາດຕາ 18 (ໃໝ່) ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບ ຮອບດ້ານ ເພື່ອຮັບປະກັນການປົກປັກຮັກສາສິງແວດລ້ອມການສ້າງ ແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານຕ້ອງປະຕິບັດດັ່ງນີ້: 1. ກໍານົດແຜນການນໍາໃຊ້ຊັບພະຍາກອນທໍາມະຊາດແບບ ຍືນຍົງແລະແຜນການນໍາໃຊ້ທີ່ດິນໂດຍສອດຄ່ອງກັບແຜນແມ່ບົດ ການຈັດສັນນໍາໃຊ້ທີ່ດິນແຫ່ງຊາດ; 2. ຄຸ້ມຄອງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ໃນສະຖານທີ່ໃດໜຶ່ງໂດຍສະເພາະເຂດທີ່ຢູ່ອາໄສ,ເຂດກະສິກໍາແລະ ເຂດອຸດສາຫະກໍາໃນອະນາຄົດຫຼືສະຖານທີ່ຕັ້ງແລະໂຄງການລົງທຶນ ຂະໜາດໃຫຍ່; 3. ສ້າງມາດຕະຖານ,ຫຼັກການກ່ຽວກັບການກໍານົດຫຼັກ ໝາຍແລະເຂດພື້ນທີ່ທີ່ໄດ້ກ່າວໄວ້ໃນຂໍ້ 2 ເທິງນີ້.

....ມາດຕາ 19 (ໃໝ່) ການປະເມີນສິ່ງແວດລ້ອມແບບຍຸດທະສາດ

ມາດຕາ 19 (ໃໝ່) ການປະເມີນສິ່ງແວດລ້ອມແບບຍຸດທະສາດ ການປະເມີນສິ່ງແວດລ້ອມແບບຍຸດທະສາດແມ່ນຂະບວນ ການຄາດຄະເນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມໃນເວ ລາວາງນະໂຍບາຍ,ແຜນຍຸດທະສາດແລະແຜນງານຕ່າງໆຊຶ່ງ ລວມເອົາການພິຈາລະນາບັນຫາທີ່ພົວພັນກັບຜົນກະທົບຂອງການ ປ່ຽນແປງດິນຟ້າອາກາດ.ການປະເມີນຜົນກະທົບດັ່ງກ່າວຕ້ອງຊີ້ ໃຫ້ເຫັນວິທີການ,ມາດຕະການຫຼີກເວັ້ນຫຼືຫຼຸດຜ່ອນຜົນກະທົບທີ່ຈະ ເກີດຂຶ້ນຕໍ່ສິ່ງແວດລ້ອມແນໃສ່ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງ. ໃນການສ້າງນະໂຍບາຍ,ແຜນຍຸດທະສາດແລະແຜນງານ ຕ່າງໆເປັນຕົ້ນໃນຂະແໜງການພະລັງງານແລະບໍ່ແຮ່,ກະສິກໍາ ແລະປ່າໄມ້,ອຸດສາຫະກໍາແລະການຄ້າ,ໂຍທາທິການແລະຂົນສົ່ງ, ໄປສະນີໂທລະຄົມມະນາຄົມແລະການສື່ສານ,ຖະແຫຼງຂ່າວ,ວັດທະ ນະທໍາແລະທ່ອງທ່ຽວຕ້ອງດໍາເນີນການປະເມີນສິ່ງແວດລ້ອມແບບ ຍຸດທະສາດຍົກເວັ້ນແຜນການກ່ຽວກັບການນໍາໃຊ້ເນື້ອທີ່ຂະໜາດ ນ້ອຍທີ່ໄດ້ກໍານົດໄວ້ໃນແຜນຄຸ້ມຄອງສິ່ງແລດລ້ອມແບບຮອບດ້ານ. ໃນການປະເມີນສິ່ງແວດລ້ອມແບບຍຸດທະສາດຕ້ອງມີການ ເຂົ້າຮ່ວມຂອງການຈັດຕັ້ງ,ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະປະຊາຊົນທີ່ຈະໄດ້ຮັບຜົນກະທົບໂດຍກົງຫຼືທາງອ້ອມຈາກນະ ໂຍບາຍ,ແຜນຍຸດທະສາດແລະແຜນການຕ່າງໆຂອງຂະແໜງການ ທີ່ກ່ຽວຂ້ອງ.

....ມາດຕາ 20 (ໃໝ່) ການວາງມາດຕະການປ້ອງກັນໄພພິບັດທໍາມະຊາດ

ມາດຕາ 20 (ໃໝ່) ການວາງມາດຕະການປ້ອງກັນໄພພິບັດ ທໍາມະຊາດ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທໍາມະຊາດຕ້ອງວາງ ມາດຕະການປ້ອງກັນເປັນຕົ້ນປູກຕົ້ນໄມ້,ສ້າງຄູກັນນໍ້າ,ຮ່ອງລະ ບາຍນໍ້າເພື່ອປ້ອງກັນໄພນໍ້າຖ້ວມ,ການເຊາະເຈື່ອນ,ໄພແຫ້ງແລ້ງ ຈາກວາຕະໄພຫຼືຫຼຸດຜ່ອນຜົນສະທົບຈາກການປ່ຽນແປງດິນຟ້າອາ ກາດ,ສະກັດກັ້ນໄຟໄໝ້ລາມປ່າ,ສ້າງລະບົບເຕືອນໄພແລະອື່ນໆ.

....ມາດຕາ 21 (ໃໝ່) ການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ

ມາດຕາ 21 (ໃໝ່) ການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງ ແວດລ້ອມ ການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແມ່ນການສຶກສາ,ສໍາຫຼວດແລະຄົ້ນຄວ້າວິໄຈຂໍ້ມູນເພື່ອຄາດຄະເນ ຜົນກະທົບຕໍ່ສິ່ງແວດລ້ອມທີ່ບໍ່ຮຸນແຮງຊຶ່ງອາດຈະເກີດຂຶ້ນພ້ອມທັງ ກໍານົດວິທີການແລະມາດຕະການທີ່ເໝາະສົມເພື່ອປ້ອງກັນ,ຫຼີກ ເວັ້ນຫຼືຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກໂຄງການລົງທຶນຫຼື ກິດຈະການຕ່າງໆລວມທັງການພິຈາລະນາບັນຫາທີ່ພົວພັນກັບຜົນ ກະທົບຂອງການປ່ຽນແປງດິນຟ້າອາກາດ. ໃນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ຕ້ອງມີການເຂົ້າຮ່ວມຂອງການຈັດຕັ້ງ,ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງແລະປະຊາຊົນທີ່ຈະໄດ້ຮັບຜົນກະທົບໂດຍກົງແລະທາງ ອ້ອມຈາກໂຄງການລົງທຶນຫຼືກິດຈະການຕ່າງໆ. ຂະບວນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດ ລ້ອມຈາກໂຄງການລົງທຶນແລະກິດຈະການຕ່າງໆໃຫ້ປະຕິບັດຕາມ ລະບຽບການສະເພາະ.

....ມາດຕາ 22 (ປັບປຸງ) ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ມາດຕາ 22 (ປັບປຸງ) ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແມ່ນຂະບວນການວິ ໄຈບັນຫາເພື່ອຄາດຄະເນຜົນກະທົບເຊິ່ງອາດຈະເກີດຂຶ້ນຕໍ່ສິ່ງແວດ ລ້ອມສັງຄົມແລະທໍາມະຊາດຈາກໂຄງການລົງທຶນຫຼືກິດຈະການ ຕ່າງໆລວມທັງການພິຈາລະນາບັນຫາທີ່ພົວພັນກັບຜົນກະທົບຂອງ ການປ່ຽນແປງດິນຟ້າອາກາດເຊິ່ງຕ້ອງເຮັດເປັນບົດລາຍງານ. ຄຽງຄູ່ກັບບົດລາຍງານດັ່ງກ່າວຕ້ອງສ້າງແຜນການຄຸ້ມຄອງແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດ. ບົດລາຍງານແລະແຜນການດັ່ງກ່າວຕ້ອງໄດ້ຮັບຮອງຈາກ ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມກ່ອນຈະດໍາ ເນີນການກໍ່ສ້າງໂຄງການລົງທຶນແລະກິດຈະການຕ່າງໆ. ຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະ ທໍາມະຊາດຈາກໂຄງການລົງທຶນແລະກິດຈະການຕ່າງໆໃຫ້ປະຕິ ບັດຕາມລະບຽບການສະເພາະ. ....ມາດຕາ 23 (ໃໝ່) ການຄຸ້ມຄອງສິ່ງແວດລ້ອມໃນທຸລະກິດຄອບຄົວ

ມາດຕາ 23 (ໃໝ່) ການຄຸ້ມຄອງສິ່ງແວດລ້ອມໃນທຸລະກິດຄອບຄົວ ຄອບຄົວທີ່ດໍາເນີນທຸລະກິດ,ຜະລິດ,ປູກຝັງ,ລ້ຽງສັດແລະບໍລິ ການໃດໜຶ່ງທີ່ອາດກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ສິ່ງແວດລ້ອມແລະ ທໍາມະຊາດເປັນຕົ້ນຖິ້ມຂີ້ເຫຍື້ອ,ຖອກເທນໍ້າເປື້ອນ,ສົ່ງສຽງ,ແສງ, ກິ່ນ,ປ່ອຍຄວັນ,ສ້າງຄວາມສັ່ນສະເທືອນແລະສານເຄມີທີ່ເປັນອັນຕະ ລາຍຕ້ອງສ້າງແຜນແກ້ໄຂບັນຫາເຫຼົ່ານັ້ນ. ພັນທະໃນການປົກປັກຮັກສາສິ່ງແວດລ້ອມ,ການສ້າງແຜນ ແກ້ໄຂບັນຫາແລະການຮັບຮອງແຜນແກ້ໄຂບັນຫາຂອງທຸລະກິດ ຄອບຄົວໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 24 (ປັບປຸງ) ການນໍາໃຊ້ເຕັກໂນໂລຊີສະອາດ

ມາດຕາ 24 (ປັບປຸງ) ການນໍາໃຊ້ເຕັກໂນໂລຊີສະອາດ ໃນການຜະລິດ,ການດໍາເນີນທຸລະກິດຕ້ອງນໍາໃຊ້ເຕັກໂນໂລ ຊີສະອາດ,ແທດເໝາະກັບສະພາບຄວາມເປັນຈິງທາງດ້ານເສດຖະ ກິດ-ສັງຄົມ,ມີຜົນກະທົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມ,ບໍ່ເກີນມາດຕະ ຖານຄວບຄຸມມົນລະພິດແຫ່ງຊາດແລະປະຕິບັດໃຫ້ໄດ້ຕາມມາດຕະ ຖານເຕັກນິກຊຶ່ງຂະແໜງການທີ່ກ່ຽວຂ້ອງວາງອອກຢ່າງເຂັ້ມງວດ. ການນໍາເຂົ້າຫຼືການຖ່າຍທອດເຕັກໂນໂລຊີທີ່ພົວພັນເຖິງການ ປົກປັກຮັກສາສິ່ງແວດລ້ອມຕ້ອງໄດ້ຮັບອະນຸຍາດຈາກຂະແໜງການ ທີ່ກ່ຽວຂ້ອງພາຍຫຼັງໄດ້ປະສານສົມທົບກັບຂະແໜງການຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມ.

....ມາດຕາ 25 (ປັບປຸງ) ການຈໍາກັດຜົນກະທົບຈາກການກໍ່ສ້າງແລະກິດຈະການອື່ນ

ມາດຕາ 25 (ປັບປຸງ) ການຈໍາກັດຜົນກະທົບຈາກການກໍ່ສ້າງແລະ ກິດຈະການອື່ນ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນການກໍ່ສ້າງ, ການສ້ອມແປງແລະກິດຈະການອື່ນທີ່ພາໃຫ້ເກີດມົນລະພິດເປັນຕົ້ນ ການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ:ທາງ,ຂົວ,ນໍ້າປະປາ,ໄຟຟ້າ, ຊົນລະປະທານ,ສະໜາມບິນ,ຄາຄານ,ໂຮງງານຕ້ອງມີວິທີການ ແລະມາດຕະການປ້ອງກັນຫຼືແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມຄືສານ ເຄມີເປັນພິດ,ຄວັນ,ຂີ້ຝຸ່ນ,ຄວາມສັ່ນສະເທືອນ,ສຽງ,ແສງ,ກິ່ນ,ສິ່ງ ເສດເຫຼືອ ແລະ ສິ່ງກີດຂວາງຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ສະເພາະກ່ຽວກັບມາດຕະຖານຄຸນນະພບສິ່ງແວດລ້ອມແຫ່ງຊາດ.

....ມາດຕາ 26 (ໃໝ່) ການປ້ອງກັນສິ່ງແວດລ້ອມຈາກສານເຄມີຍ້ອນການເກີດອຸບປະຕິເຫດ

ມາດຕາ 26 (ໃໝ່) ການປ້ອງກັນສິ່ງແວດລ້ອມຈາກສານເຄມີ ຍ້ອນການເກີດອຸບປະຕິເຫດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຄອບຄອງ,ນໍາໃຊ້ແລະ ຂົນສົ່ງສານເຄມີທີ່ເປັນອັນຕະລາຍຕ້ອງມີວິທີການແລະມາດຕະການ ປ້ອງກັນອຸບປະຕິເຫດທີ່ອາດຈະເກີດຂຶ້ນແລະສ້າງຄວາມເສຍຫາຍ ຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ.ໃນກໍລະນີທີ່ໄດ້ເກີດອຸບປະຕິ ເຫດຂຶ້ນນັ້ນກໍ່ຕ້ອງນໍາໃຊ້ວິທີການແລະມາດຕະການເພື່ອຈໍາກັດຜົນ ກະທົບຈາກອຸບປະຕິເຫດດັ່ງກ່າວ,ດໍາເນີນການແກ້ໄຂ,ປົວແປງ,ບູ ລະນະຟື້ນຟູໃຫ້ຄືນສູ່ສະພາບປົກກະຕິພ້ອມທັງທົດແທນຄ່າເສຍຫາຍ ທີ່ເກີດຂຶ້ນ.


....ມາດຕາ 27 (ໃໝ່) ການກໍານົດມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ

ມາດຕາ 27 (ໃໝ່) ການກໍານົດມາດຕະຖານຄຸນນະພາບສິ່ງ ແວດລ້ອມແຫ່ງຊາດ ມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດແມ່ນການ ກໍານົດຄວາມເຂັ້ມຂຸ້ນຂອງສິ່ງເຈືອປົນຢູ່ໃນອາກາດ,ດິນແລະນໍ້າ ເພື່ອເປັນຕົວວັດແທກຄຸນນະພາບຂອງສິງແວດລ້ອມ. ລັດຖະບານເປັນຜູ້ກໍານົດມາດຕະຖານຄຸນນະພາບສິ່ງແວດ ລ້ອມແຫ່ງຊາດຕາມການສະເໜີຂອງກະຊວງຊັບພະຍາກອນທໍາມະ ຊາດແລະສິ່ງແວດລ້ອມພາຍຫຼັງໄດ້ປະສານສົມທົບກັບຂະແໜງ ການອື່ນທີ່ກ່ຽວຂ້ອງ.

....ມາດຕາ 28 (ໃໝ່) ການສ້າງບົດລາຍງານສະພາບສິ່ງແວດລ້ອມ

ມາດຕາ 28 (ໃໝ່) ການສ້າງບົດລາຍງານສະພາບສິ່ງແວດລ້ອມ ຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ຕ້ອງສ້າງບົດລາຍງານສະພາບສິ່ງແວດລ້ອມໃນທຸກໆສາມປີເຊິ່ງ ປະກອບດ້ວຍເນື້ອໃນດັ່ງນີ້: 1. ສະພາບສິ່ງແວດລ້ອມໃນປັດຈຸບັນ; 2. ສະພາບທາງດ້ານຊີວະສາດແລະເສດຖະກິດ-ສັງຄົມໃນ ປັດຈຸບັນ; 3. ຂໍ້ສັງເກດລວມກ່ຽວກັບໂຄງການຫຼືກິດຈະການທີ່ສ້າງຜົນ ກະທົບຕໍ່ສິ່ງແວດລ້ອມລວມທັງມົນລະພິດ; 4. ການຕີລາຄາຜົນການຈັດຕັ້ງປະຕິບັດອຸບປະຕິເຫດແລະ ແຜນດໍາເນີນງານດ້ານສິ່ງແວດລ້ອມ.

ບົດລາຍງານສະພາບສິ່ງແວດລ້ອມຕ້ອງອີງໃສ່ຕົວຊີ້ວັດ ແຫ່ງຊາດດ້ານສິ່ງແວດລ້ອມເຊິ່ງປະກອບດ້ວຍບັນຫາຂີ້ເຫຍື້ອ,ຄຸນ ນະພາບນໍາ,ຄຸນນະພາບອາກາດ,ການປົນເປື້ອນຂອງສານເຄມີຢູ່ ໃນດິນ,ເນື້ອທີ່ປົກຫຸ້ມຂອງປ່າໄມ້,ຊີວະນາໆພັນແລະການປັບຕົວເຂົ້າ ກັບສະພາບການປ່ຽນແປງດິນຟ້າອາກາດ. ໃນກໍລະນີມີສະພາບສິ່ງແວດລ້ອມທີ່ເກີດມົນລະພິດຢ່າງຮ້າຍ ແຮງແລະມີເຫດການຮີບດ່ວນກໍ່ຕ້ອງເຮັດບົດລາຍງານໃນທັນໃດ.

...ໝວດທີ 2 ການຄວບຄຸມມົນລະພິດ


....ມາດຕາ 29 (ປັບປຸງ) ມົນລະພິດ

ມາດຕາ 29 (ປັບປຸງ) ມົນລະພິດ ມົນລະພິດແມ່ນສານເຄມີ,ກໍາມັນຕະພາບລັງສີ,ຝຸ່ນລະອອງ, ຄວັນລວມທັງສຽງ,ແສງ,ກິ່ນດຄວາມສັ່ນສະເທືອນແລະຄວາມຮ້ອນ ທີ່ເຈືອປົນໃນອາກາດ,ດິນ,ນໍ້າ ທີ່ມີຄ່າຄວາມເຂັ້ມຂຸ້ນເກີນມາດຕະ ຖານຄຸນນະພາບສິ່ງແວດລ້ອມຫຼືມາດຕະຖານຄວບຄຸມມົນລະພິດ ແຫ່ງຊາດເຊິ່ງເກີດຂຶ້ນຈາກການກະທໍາຂອງມະນຸດຫຼືຕາມທໍາມະ ຊາດທີ່ມີຜົນກະທົບຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດ,ສິ່ງທີ່ມີຊີວິດ ອື່ນແລະລະບົບນິເວດ.

....ມາດຕາ 30 (ປັບປຸງ) ປະເພດມົນລະພິດ

ມາດຕາ 30 (ປັບປຸງ) ປະເພດມົນລະພິດ ປະເພດມົນລະພິດປະກອບດ້ວຍ: - ມົນລະພິດທາງອາກາດ; - ມົນລະພິດທາງດິນ; - ມົນລະພິດທາງນໍ້າ; - ສິ່ງລົບກວນເຊັ່ນ ສຽງ,ແສງ,ກິ່ນ,ຄວາມສັ່ນສະເທືອນ, ຄວາມຮ້ອນ.

ມົນລະພິດດັ່ງກ່າວຕົ້ນຕໍແມ່ນເກີດຈາກສານເຄມີເປັນພິດ, ທາດກໍາມັນຕະພາບລັງສີແລະສິ່ງເສດເຫຼືອ.

....ມາດຕາ 31 (ໃໝ່) ມົນລະພິດທາງອາກາດ,ດິນ,ນໍ້າ,ສິ່ງລົບກວນ

ມາດຕາ 31 (ໃໝ່) ມົນລະພິດທາງອາກາດ,ດິນ,ນໍ້າ,ສິ່ງລົບກວນ ມົນລະພິດທາງອາກາດແມ່ນມົນລະພິດທີ່ເກີດຈາກຝຸ່ນລະ ອອງແລະຄວັນທີ່ເຈືອປົນໃນອາກາດເກີນມາດຕະຖານຄຸນນະພາບ ສິ່ງແວດລ້ອມແລະມາດຕະຖານຄວບຄຸມມົນລະພິດແຫ່ງຊາດເຊິ່ງ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສິ່ງທີ່ມີຊີວິດແລະບໍ່ມີຊີວິດ. ມົນລະພິດທາງດິນແມ່ນມົນລະພິດທີ່ເກີດຈາກການປົນເປື້ອນ ສິ່ງທີ່ເປັນພິດເກີນມາດຕະຖານຄຸນນະພາບສິ່ງແວດລ້ອມແລະມາດ ຕະຖານຄວບຄຸມມົນລະພິດແຫ່ງຊາດທີ່ເກີດຂຶ້ນຈາກການກະທໍາຂອງ ມະນຸດຊຶ່ງສົ່ງຜົນກະທົບຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດ,ສິ່ງທີ່ມີ ຊີວິດອື່ນ,ລະບົບນິເວດແລະກະທົບໃສ່ລະບົບໂຄງສ້າງຂອງດິນເຮັດ ໃຫ້ດິນໃຊ້ການບໍ່ໄດ້. ມົນລະພິດທາງນໍ້າແມ່ນມົນລະພິດທີ່ເກີດຈາກການປົນເປື້ອນ ສິ່ງທີ່ເປັນພິດໃນນໍ້າເກີນມາດຕະຖານຄຸນນະພາບສິ່ງແວດລ້ອມແລະ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດທີ່ເກີດຂຶ້ນຈາກການກະທໍາ ຂອງມະນຸດຊຶ່ງສົ່ງຜົນກະທົບຕໍ່ ແມ່ນໍ້າ,ລໍາເຊ,ຫ້ວຍ,ນໍ້າໃຕ້ດິນ,ສຸຂະ ພາບຂອງຄົນ,ສັດ,ພືດ,ສິ່ງທີ່ມີຊີວິດອື່ນແລະລະບົບນິເວດ. ສິ່ງລົບກວນແມ່ນມົນລະພິດທີ່ເກີດຈາກການກະທໍາຂອງມະ ນຸດເປັນຕົ້ນ ສຽງ,ແສງ,ສີ,ກິ່ນ,ຄວາມສັ່ນສະເທືອນແລະຄວາມຮ້ອນ ທີ່ເກີນມາດຕະຖານຄຸນນພາບສິ່ງແວດລ້ອມແລະມາດຕະຖານຄວບ ຄຸມມົນລະພິດແຫ່ງຊາດ ຊຶ່ງສົ່ງຜົນກະທົບຕໍ່ຊີວິດ,ສະຂະພາບຂອງ ຄົນ,ສັດ,ພືດແລະສິ່ງທີ່ມີຊີວິດອື່ນແລະລະບົບນິເວດ.

....ມາດຕາ 32 (ໃໝ່) ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ

ມາດຕາ 32 (ໃໝ່) ມາດຕະຖານຄວບຄຸມມົນລະພິດແຫ່ງຊາດ ມາດຕະຖານຄວບຄຸມມົນລະພິດແຫ່ງຊາດແມ່ນການກໍານົດ ຄວາມເຂັ້ມຂຸ້ນຂອງມົນລະພິດທີ່ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນແລະ ການຈັດຕັ້ງປ່ອຍມົນລະພິດຈາກແຫຼ່ງໃດໜຶ່ງສູ່ອາກາດ,ດິນຫຼືນໍ້າ. ລັດຖະບານເປັນຜູ້ກໍານົດມາດຕະຖານຄວບຄຸມມົນລະພິດ ແຫ່ງຊາດຕາມການສະເໜີຂອງກະຊວງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມພາຍຫຼັງທີ່ໄດ້ປະສານສົມທົບກັບຂະແໜງການ ອື່ນທີ່ກ່ຽວຂ້ອງ.

....ມາດຕາ 33 (ໃໝ່) ສິດຂອງຜູ້ປະກອບການໃນການຄວບຄຸມມົນລະພິດ

ມາດຕາ 33 (ໃໝ່) ສິດຂອງຜູ້ປະກອບການໃນການຄວບຄຸມ ມົນລະພິດ ຜູ້ປະກອບການໃນການຄວບຄຸມມົນລະພິດມີສິດດັ່ງນີ້: 1. ປ່ອຍມົນລະພິດຕາມມາດຕະຖານຄຸນນະພາບສິ່ງແວດ ລ້ອມແລະມາດຕະຖານຄວບຄຸມມົນລະພິດແຫ່ງຊາດ; 2. ສ້າງລະບົບຕິດຕາມຄຸນນະພາບສິ່ງແວດລ້ອມແລະຄວບ ຄຸມມົນລະພິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການ ຄວບຄຸມມົນລະພິດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 4. ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາ 34 (ປັບປຸງ) ພັນທະຂອງຜູ້ປະກອບການໃນການຄວບຄຸມມົນລະພິດ

ມາດຕາ 34 (ປັບປຸງ) ພັນທະຂອງຜູ້ປະກອບການໃນການຄວບ ຄຸມມົນລະພິດ ຜູ້ປະກອບການທີ່ດໍາເນີນການຜະລິດ,ທຸລະກິດແລະການບໍລິ ການເຊັ່ນອຸດສາຫະກໍາ,ກະສິກໍາ,ປ່າໄມ້,ພະລັງງານ,ບໍ່ແຮ່,ຫັດຖະ ກໍາ ມີພັນທະຄວບຄຸມມົນລະພິດໃຫ້ຖືກຕ້ອງຕາມມາດຕະຖານຄວບ ຄຸມມົນລະພິດແລະມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ດ້ວຍການສ້າງແຜນຄຸ້ມຄອງແລະດໍາເນີນການຄວບຄຸມມົນລະພິດ, ສິ່ງລົບກວນແລະມີພັນທະເສຍອາກອນສິ່ງແວດລ້ອມຕາມລະບຽບ ກົດໝາຍ.


....ມາດຕາ 35 (ປັບປຸງ) ມາດຕະການຄວບຄຸມມົນລະພິດ

ມາດຕາ 35 (ປັບປຸງ) ມາດຕະການຄວບຄຸມມົນລະພິດ ຜູ້ປະກອບການທີ່ດໍາເນີນກິດຈະການຕ່າງໆຕ້ອງນໍາໃຊ້ວິທີ ການແລະມາດຕະການຄວບຄຸມມົນລະພິດຢ່າງເຂັ້ມງວດເຊັ່ນການ ນໍາໃຊ້ເຕັກໂນໂລຊີແລະຕິດຕັ້ງອຸປະກອນຕ່າງໆທີ່ເໝາະສົມ,ການ ປ້ອງກັນ,ການແກ້ໄຂ,ການບໍາບັດອະເຊື້ອ,ການປັບປຸງແລະບູລະນະ ຟື້ນຟູສິ່ງແວດລ້ອມທີ່ໄດ້ຮັບຜົນກະທົບຈາກມົນລະພິດທາງອາກາດ, ດິນແລະນໍ້າ. ຜູ້ປະກອບການຕ້ອງຖອກເທ,ລະບາຍນໍ້າເປື້ອນ,ຖິ້ມ,ຈູດ,ຝັງ ຫຼືທໍາລາຍສິ່ງເສດເຫຼືອແລະຂີ້ເຫຍື້ອໃນເຂດທີ່ໄດ້ກໍານົດໄວ້ຕາມລະ ບຽບການ. ການຜະລິດ,ການນໍາເຂົ້າ,ການນໍາໃຊ້,ການຂົນສົ່ງ,ການ ເກັບຮັກສາແລະການທໍາລາຍສານເຄມີເປັນພິດຫຼືທາດກໍາມັນຕະ ພາບລັງສີຕ້ອງປະຕິບັດຕາມລະບຽບການແລະມາດຕະຖານສະ ເພາະຢ່າງເຂັ້ມງວດ.

...ໝວດທີ 3 ການຄວບຄຸມສານເຄມີເປັນພິດແລະການກໍາຈັດສິ່ງເສດເຫຼືອ


....ມາດຕາ 36 (ໃໝ່) ການຄວບຄຸມສານເຄມີເປັນພິດ

ມາດຕາ 36 (ໃໝ່) ການຄວບຄຸມສານເຄມີເປັນພິດ ສານເຄມີເປັນພິດແມ່ນສານທີ່ນໍາໃຊ້ໃນຂະບວນການຜະລິດ, ທຸລະກິດແລະການບໍລິການເຊັ່ນໃນອຸດສາຫະກໍາ,ກະສິກໍາ,ປ່າໄມ້,ພະ ລັງງານ,ບໍ່ແຮ່,ຫັດຖະກໍາຫຼືກິດຈະການອື່ນລວມທັງການນໍາໃຊ້ໃນ ຄອບຄົວເຊິ່ງສາມາດເປັນອັນຕະລາຍຕໍ່ຊີວິດ,ສຸຂະພາບຂອງຄົນ, ສັດ,ພືດແລະສິ່ງທີ່ບໍ່ມີຊີວິດຊຶ່ງຕ້ອງໄດ້ຄວບຄຸມເຊັ່ນ ການເກັບຮັກ ສາ,ບໍາບັດ,ຖິ້ມ,ຈູດ,ເຜົາ,ຝັງ ຫຼື ທໍາລາຍດ້ວຍການປະຕິບັດຕາມ ຂັ້ນຕອນແລະລະບຽບການສະເພາະຢ່າງເຂັ້ມງວດ. ຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ມີຄວາມຮັບຜິດຊອບໂດຍກົງໃນການປະສານສົມທົບກັບຂະແໜງ ການອື່ນທີ່ກ່ຽວຂ້ອງກ່ຽວກັບການກວດກາແລະການຮັບຮອງບັນຊີ ສານເຄມີເປັນພິດເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງຂະແໜງການທີ່ ກ່ຽວຂ້ອງໃນແຕ່ລະໄລຍະ.

....ມາດຕາ 37 (ໃໝ່) ປະເພດສິ່ງເສດເຫຼືອ

ມາດຕາ 37 (ໃໝ່) ປະເພດສິ່ງເສດເຫຼືອ ສິ່ງເສດເຫຼືອມີສອງປະເພດດັ່ງນີ້: 1. ສິ່ງເສດເຫຼືອທົ່ວໄປ; 2. ສິ່ງເສດເຫຼືອເປົນພິດແລະອັນຕະລາຍ. ....ມາດຕາ 38 (ໃໝ່) ການກໍາຈັດສິ່ງເສດເຫຼືອ

ມາດຕາ 38 (ໃໝ່) ການກໍາຈັດສິ່ງເສດເຫຼືອ ການກໍາຈັດສິ່ງເສດເຫຼືອທົ່ວໄປທີ່ບໍ່ເປັນພິດເປັນຕົ້ນຕ້ອງ ແຍກເປັນເປົ້າໝາຍຕ່າງໆເຊັ່ນນໍາໃຊ້ຄືນໃໝ່,ຜະລິດຄືນໃໝ່,ແປ ຮູບເປັນຜະລິດຕະພັນໃໝ່,ທໍາລາຍ,ຕາມວິທີການ,ເຕັກນິກແລະໃນ ເຂດທີ່ໄດ້ກໍານົດໄວ້ຕາມລະບຽບການ. ການກໍາຈັດສິ່ງເສດເຫຼືອເປັນພິດແລະອັນຕະລາຍເຊັ່ນວັດ ຖຸລະເບີດ,ວັດຖຸໄວໄຟ,ສານເຄມີ,ສິ່ງເສດເຫຼືອເອເລັກໂຕນິກ,ຖ່ານ ໄຟສາຍ,ໝໍ່ໄຟເກົ່າ,ຂີ້ເຫຍື້ອອັນຕະລາຍອື່ນ ລວມທັງນໍ້າເປື້ອນ ຈາກໂຮງໝໍ,ໂຮງງານອຸດສາຫະກໍາເປັນຕົ້ນໂຮງງານທີ່ນໍາໃຊ້ ສານເຄມີ,ກໍາມັນຕະພາບລັງສີເຂົ້າໃນການຜະລິດ,ໂຮງງານປຸງ ແຕ່ງແຮ່ທາດ,ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາ,ໂຮງງານ ຟອກໜັງຊຶ່ງຕ້ອງໄດ້ບໍາບັດ,ຖິ້ມ,ຈູດ,ເຜົາ,ຝັງຫຼືທໍາລາຍຕາມວິທີ ການ,ເຕັກນິກແລະໃນເຂດທີ່ໄດ້ກໍານົດໄວ້ຕາມລະບຽບການ. ສໍາລັບເຂດຖິ້ມຂີ້ເຫຍື້ອຂອງເມືອງ,ບ້ານ,ຄອບຄົວ,ສະຖານ ທີ່ປິ່ນປົວ,ສະຖາບັນການສຶກສາ,ສໍານັກງານ,ອົງການ,ໂຮງຈັກໂຮງ ງານແລະອື່ນໆນັ້ນໃຫ້ຂະແໜງການທີ່ກ່ຽວຂ້ອງເປັນຜູ້ກໍານົດໂດຍ ປະສານສົມທົບກັບຂະແໜງການຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ.

....ມາດຕາ 39 (ໃໝ່) ການຄຸ້ມຄອງສິ່ງເສດເຫຼືອເປັນພິດແລະອັນຕະລາຍ

ມາດຕາ 39 (ໃໝ່) ການຄຸ້ມຄອງສິ່ງເສດເຫຼືອເປັນພິດແລະອັນ ຕະລາຍ ການນໍາເຂົ້າສິ່ງເສດເຫຼືອເປັນພິດແລະອັນຕະລາຍເຊັ່ນ ສິ່ງເສດເຫຼືອເຈືອປົນສານເຄມີ,ກໍາມັນຕະພາບລັງສີເຂົ້າມາໃນດິນ ແດນຂອງ ສປປລາວ ແມ່ນບໍ່ອະນຸຍາດເວັ້ນເສຍແຕ່ລະບຽບກົດ ໝາຍໄດ້ກໍານົດໄວ້ສະເພາະ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກໍ່ໃຫ້ເກີດສິ່ງເສດເຫຼືອ ເປັນພິດແລະອັນຕະລາຍຈາກການຜະລິດແລະການດໍາເນີນທຸລະ ກິດຂອງຕົນຕ້ອງຮັບຜິດຊອບຕາມກົດໝາຍແລະຕ້ອງເກັບຮັກສາ, ກໍາຈັດ,ຝັງແລະບໍາບັດໃຫ້ຖືກຕ້ອງຕາມມາດຕະຖານແລະລະບຽບ ການ. ສໍາລັບສິ່ງເສດເຫຼືອຈາກໂຮງໝໍຕ້ອງມີການຄຸ້ມຄອງແລະ ຄວບຄຸມໃຫ້ຖືກຕ້ອງຕາມມາດຕະຖານແລະລະບຽບການທີ່ຂະ ແໜງການກ່ຽວຂ້ອງວາງອອກຢ່າງເຂັ້ມງວດ. ການຄຸ້ມຄອງສິ່ງເສດເຫຼືອເປັນພິດແລະອັນຕະລາຍໄດ້ກໍາ ນົດໄວ້ໃນລະບຽບການສະເພາະ.


....ມາດຕາ 40 (ໃໝ່) ພັນທະຂອງຜູ້ປະກອບການຕໍ່ສານເຄມີເປັນພິດແລະສິ່ງເສດເຫຼືອ

ມາດຕາ 40 (ໃໝ່) ພັນທະຂອງຜູ້ປະກອບການຕໍ່ສານເຄມີເປັນພິດ ແລະສິ່ງເສດເຫຼືອ ຜູ້ປະກອບການມີພັນທະກໍ່ສ້າງ,ຕິດຕັ້ງເຄື່ອງວັດແທກ,ເຄື່ອງ ຄວບຄຸມມົນລະພິດເພື່ອຕິດຕາມລວມທັງຕິດຕັ້ງລະບົບບໍາບັດ,ຖິ້ມ, ຈູດ,ເຜົາ,ຝັງຫຼືທໍາລາຍຕາມວິທີການ,ເຕັກນິກແລະໃນເຂດທີ່ໄດ້ກໍາ ນົດໄວ້ຕາມລະບຽບການແລະມີຄວາມຮັບຜິດຊອບໃນກໍລະນີສານ ເຄມີເປັນພິດຫຼືສິ່ງເສດເຫຼືອຫາກສົ່ງຜົນກະທົບຕໍ່ຊີວິດ,ສຸຂະພາບ ຂອງຄົນໂດຍສະເພາະຂອງແມ່ແລະເດັກ,ພືດ,ສັດ,ສິ່ງທີ່ມີຊີວິດອື່ນ ແລະລະບົບນິເວດ. ຜູ້ບໍລິໂພກມີຄວາມຮັບຜິດຊອບໃນການຄວບຄຸມສານເຄມີ ເປັນພິດແລະການກໍາຈັດສິ່ງເສດເຫຼືອທີ່ຕົນໄດ້ຄອບຄອງແລະນໍາ ໃຊ້ໃນຄອບຄົວຢ່າງເໝາະສົມ.


...ໝວດທີ 4 ການຢັ້ງຢືນແລະອະນຸຍາດກ່ຽວກັບສິ່ງແວດລ້ອມ


....ມາດຕາ 41 ການຢັ້ງຢືນກ່ຽວກັບສິ່ງແວດລ້ອມ

ມາດຕາ 41 ການຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຂະແໜງການຊັດພະຍາກອນທໍາມະຊາດແລະສິ່ງແວດລ້ອມ ເປັນຜູ້ຢັ້ງຢືນກ່ຽວກັບສິ່ງແວດລ້ອມຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນໂດຍອີງຕາມຜົນກະທົບຈາກການກໍ່ສ້າງໂຄງການລົງ ທຶນຫຼືກິດຈະການຕ່າງໆດ້ວຍການປະສານສົມທົບກັບຂະແໜງການ ອື່ນທີ່ກ່ຽວຂ້ອງ. ການຢັ້ງຢືນກ່ຽວກັບສິ່ງແວດລ້ອມແມ່ນການຮັບຮອງເອົາ ບົດລາຍງານການສຶກສາເບື້ອງຕົ້ນ,ການປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມສັງຄົມແລະທໍາມະຊາດຂອງໂຄງການລົງທຶນແລະກິດ ຈະການຕ່າງໆລວມທັງແຜນການຄຸ້ມຄອງແລະຕິດຕາມກວດກາ ສິ່ງແວດລ້ອມ.

....ມາດຕາ 42 (ໃໝ່) ການອະນຸຍາດໃຫ້ປ່ອຍສານມົນລະພິດ

ມາດຕາ 42 (ໃໝ່) ການອະນຸຍາດໃຫ້ປ່ອຍສານມົນລະພິດ ການອະນຸຍາດໃຫ້ປ່ອຍສານມົນລະພິດແມ່ນການຮັບຮູ້ແລະ ໃຫ້ສິດແກ່ຜູ້ດໍາເນີນການຜະລິດ,ທຸລະກິດເຊັ່ນອຸດສາຫະກໍາ,ບໍ່ແຮ່, ກະສິກໍາ,ປ່າໄມ້,ຫັດຖະກໍາ,ການບໍລິການຫຼືກິດຈະການອື່ນໃນການ ປ່ອຍສານມົນລະພິດຕາມມາດຕະຖານປ່ອຍຊຶ່ງຂະແໜງການຊັບ ພະຍາກອນທໍາມະຊາດແລະສິງແວດລ້ອມເປັນຜູ້ກໍານົດພາຍລັງໄດ້ ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ. ສໍາລັບປະເພດການລົງທຶນແລະກິດຈະການພັດທະນາທີ່ຕ້ອງ ໄດ້ຮັບອະນຸຍາດໃນການປ່ອຍສານມົນລະພິດນັ້ນໄດ້ກໍານົດໄວ້ໃນລະ ບຽບການສະເພາະ.

....ມາດຕາ 43 (ໃໝ່) ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມແລະໃບອະນຸຍາດໃຫ້ປ່ອຍສານມົນລະພິດ

ມາດຕາ 43 (ໃໝ່) ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມແລະໃບອະນຸ ຍາດໃຫ້ປ່ອຍສານມົນລະພິດ ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຕໍ່ບົດລາຍງານການປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດມີຜົນໃຊ້ໄດ້ ຕະຫຼອດໄລຍະເວລາຂອງໂຄງການເວັ້ນເສຍແຕ່ຮູ້ໄດ້ຮັບໃບຢັ້ງຢືນ ຫາກບໍ່ດໍາເນີນກິດຈະການໃດໆພາຍໃນກໍານົດສອງປີນັບແຕ່ວັນໄດ້ ຮັບໃບອະນຸຍາດເປັນຕົ້ນໄປ,ໃບຢັ້ງຢືນດັ່ງກ່າວກໍ່ຈະຕົກໄປ.ໃນກໍລະ ນີທີ່ຜູ້ກ່ຽວຫາກມີຈຸດປະສົງສືບຕໍ່ດໍາເນີນໂຄງການຫຼືກິດຈະການນັ້ນ ກໍ່ຕ້ອງຂໍອະນຸຍາດຄືນໃໝ່. ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມຕໍ່ແຜນການຄຸ້ມຄອງແລະ ຕິດຕາມກວດກາສິ່ງແວດລ້ອມສັງຄົມແລະທໍາມະຊາດແລະໃບອະ ນຸຍາດໃຫ້ປ່ອຍສານມົນລະພິດມີອາຍຸສອງຫາຫ້າປີຕາມແຕ່ລະປະ ເພດໂຄງການແລະສາມາດຕໍ່ໄດ້ບົນພື້ນຖານການປະຕິບັດເງື່ອນ ໄຂດ້ານສິ່ງແວດລ້ອມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 44 (ໃໝ່) ການບໍລິການດ້ານສິ່ງແວດລ້ອມ

ມາດຕາ 44 (ໃໝ່) ການບໍລິການດ້ານສິ່ງແວດລ້ອມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນການບໍ ລິການດ້ານວິຊາການກ່ຽວກັບສິ່ງແວດລ້ອມຕ້ອງຍື່ນຄໍາຮ້ອງພ້ອມ ດ້ວຍບົດວິພາກເສດຖະກິດ-ເຕັກນິກຕໍ່ຂະແໜງການຊັດພະຍາກອນ ທໍາມະຊາດແລະສິ່ງແວດລ້ອມເພື່ອພິຈາລະນາ. ການພິຈາລະນາຄໍາຮ້ອງດັ່ງກ່າວໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາ 45 (ໃໝ່) ເງື່ອນໄຂຂອງຜູ້ບໍລິການດ້ານສິ່ງແວດລ້ອມ

ມາດຕາ 45 (ໃໝ່) ເງື່ອນໄຂຂອງຜູ້ບໍລິການດ້ານສິ່ງແວດລ້ອມ ຜູ້ບໍລິການດ້ານສິ່ງແວດລ້ອມຕ້ອງມີເງື່ອນໄຂດັ່ງນີ້: 1. ມີນັກວິຊາການທີ່ມີປະສົບການດ້ານສິ່ງແວດລ້ອມ; 2. ມີທຶນ,ອຸປະກອນແລະເຕັກໂນໂລຊີດ້ານສິ່ງແວດລ້ອມ ຢ່າງພຽງພໍ; 3. ມີຈັນຍາບັນດ້ານສິ່ງແວດລ້ອມ; 4. ມີເງື່ອນໄຂອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ໝວດທີ 5 ການສົ່ງເສີມແລະການມີສ່ວນຮ່ວມຂອງມວນຊົນ


....ມາດຕາ 46 (ໃໝ່) ການສຶກສາແລະການສ້າງຈິດສໍານຶກກ່ຽວກັບສິ່ງແວດລ້ອມ

ມາດຕາ 46 (ໃໝ່) ການສຶກສາແລະການສ້າງຈິດສໍານຶກກ່ຽວ ກັບສິ່ງແວດລ້ອມ ລັດສົ່ງເສີມການມີສ່ວນຮ່ວມ,ການເຂົ້າຮ່ວມຂອງທຸກພາກ ສ່ວນໃນສັງຄົມໃນການປົກປັກຮັກສາສິ່ງແວດລ້ອມດ້ວຍການພັດ ທະນາຫຼັກສູດການສຶກສາກ່ຽວກັບສິ່ງແວດລ້ອມເຂົ້າໃນການຮຽນ- ການສອນຢູ່ໃນລະບົບໂຮງຮຽນ,ນອກລະບົບໂຮງຮຽນ,ໂຮງຮຽນ ວິຊາຊີບທຸກຂັ້ນແລະມະຫາວິທະຍາໄລທັງພາກລັດແລະເອກະຊົນ. ລັດຊຸກຍູ້ແລະສົ່ງເສີມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ ສ້າງຈິດສໍານຶກກ່ຽວກັບສິ່ງແວດລ້ອມແລະສ້າງຂະບວນການ ເນື່ອງໃນໂອກາດວັນສໍາຄັນຕ່າງໆ.

....ມາດຕາ 47 (ໃໝ່) ການບໍລິການຂໍ້ມູນຂ່າວສານກ່ຽວກັບສິ່ງແວດລ້ອມ

ມາດຕາ 47 (ໃໝ່) ການບໍລິການຂໍ້ມູນຂ່າວສານກ່ຽວກັບສິ່ງແວດ ລ້ອມ ຂະແໜງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ຕ້ອງສ້າງລະບົບຄຸ້ມຄອງແລະບໍລິການຂໍ້ມູນຂ່າວສານກ່ຽວກັບສິ່ງ ແວດລ້ອມເພື່ອຮັບປະກັນການສະໜອງຂໍ້ມູນຂ່າວສານໃຫ້ແກ່ມວນ ຊົນຕາມລະບຽບການ. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງສາມາດເຂົ້າເຖິງຂໍ້ມູນ ຂ່າວສານກ່ຽວກັບວຽກງານສິ່ງແວດລ້ອມ.

....ມາດຕາ 48 (ໃໝ່) ການມີສ່ວນຮ່ວມຂອງມວນຊົນ

ມາດຕາ 48 (ໃໝ່) ການມີສ່ວນຮ່ວມຂອງມວນຊົນ ການສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ,ການ ປະເມີນສິ່ງແວດລ້ອມແບບຍຸດທະສາດ,ການປະເມີນຜົນກະທົບຕໍ່ສິ່ງ ແວດລ້ອມສັງຄົມແລະທໍາມະຊາດ,ການສ້າງແຜນການຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມ,ການຄວບຄຸມມົນລະພິດແລະ ອື່ນໆຕ້ອງມີການເຂົ້າຮ່ວມຂອງການຈັດຕັ້ງ,ອົງການປົກຄອງທ້ອງ ຖິ່ນແລະປະຊາຊົນທີ່ກ່ຽວຂ້ອງໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບ ໂດຍກົງຫຼືທາງອ້ອມ.

..ພາກທີ 4 ການອະນຸລັກແລະການນໍາໃຊ້ຊັບພະຍາກອນທໍາມະຊາດ


...ມາດຕາ 49 (ໃໝ່) ການຂຶ້ນບັນຊີຊັບພະຍາກອນທໍາມະຊາດ

ມາດຕາ 49 (ໃໝ່) ການຂຶ້ນບັນຊີຊັບພະຍາກອນທໍາມະຊາດ ຂະແໜງການທີ່ກ່ຽວຂ້ອງເປັນຜູ້ຂຶ້ນບັນຊີຊັບພະຍາກອນທໍາ ມະຊາດ ດ້ວຍການກໍານົດຊະນິດ,ບໍລິມາດແລະປະເພດທີ່ຕ້ອງໄດ້ ຮັບການສະຫງວນ,ສາມາດທົດແທນຄືນໄດ້ແລະມີຄຸນຄ່າທາງດ້ານ ເສດຖະກິດ,ວັດທະນະທໍາແລະລະບົບນິເວດເພື່ອເປັນພື້ນຖານໃຫ້ແກ່ ການວາງນະໂຍບາຍ,ຍຸດທະສາດ,ນິຕິກໍາ,ແຜນນໍາໃຊ້,ກໍານົດຂອບ ເຂດການອະນຸຍາດໃຫ້ສໍາຫຼວດ,ຄ່າຊັບພະຍາກອນທໍາມະຊາດ,ອັດ ຕາອາກອນສິ່ງແວດລ້ອມ,ຄ່າບໍລິການລະບົບນິເວດ,ຄ່າປົກປັກຮັກ ສາສິ່ງແວດລ້ອມແລະການທົດແທນຄ່າເສຍຫາຍຕໍ່ສິ່ງແວດລ້ອມ ລວມທັງການກໍານົດວິທີການ,ມາດຕະການຄຸ້ມຄອງແລະຕິດຕາມ ກວດກາການນໍາໃຊ້ຊັບພະຍາກອນທໍາມະຊາດ. ວິທີການຂຶ້ນບັນຊີຊັບພະຍາກອນທໍາມະຊາດໄດ້ກໍານົດໄວ້ ໃນລະບຽບການສະເພາະ.

...ມາດຕາ 50 (ປັບປຸງ) ການອະນຸລັກຊັບພະຍາກອນທໍາມະຊາດ

ມາດຕາ 50 (ປັບປຸງ) ການອະນຸລັກຊັບພະຍາກອນທໍາມະຊາດ ລັດສົ່ງເສີມການອະນຸລັກແລະປົກປັກຮັກສາຊັບພະຍາກອນ ທໍາມະຊາດດ້ວຍການວາງນະໂຍບາຍ,ລະບຽບກົດໝາຍ,ວິທີການ ແລະມາດຕະການເພື່ອສະກັດກັ້ນການບຸກລຸກແລະການທໍາລາຍ ຂອງມະນຸດຫຼືຈາກໄພທໍາມະຊາດແນໃສ່ຮັກສາຄວາມສົມດູນຂອງ ລະບົບນິເວດແລະຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະ ຊາດເປັນຕົ້ນ ດິນ,ນໍ້າ,ແຮ່ທາດ,ປ່າໄມ້,ພັນພືດ,ພັນສັດ,ແມງໄມ້ ແລະຈຸລິນຊີລວມທັງການຮັກສາແນວພັນ,ພັນທຸກໍາທີ່ເປັນຜົນປະ ໂຫຍດແລະຖິ່ນທີ່ຢູ່ອາໄສໃຫ້ມີຄວາມຫຼາຍຫຼາກແລະຍືນຍົງ. ຂະແໜງການທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນ ຕ້ອງຈັດສັນເຂດອະນຸລັກ,ເຂດສະຫງວນ,ເຂດຫວງຫ້າມ,ເຂດອຸດ ທະຍານທ່ອງທ່ຽວທໍາມະຊາດສີຂຽວຕາມຂັ້ນຄຸ້ມຄອງຂອງຕົນເພື່ອ ຟື້ນຟູແລະຂະຫຍາຍເນື້ອທີ່ປ່າໄມ້ໃຫ້ນັບມື້ນັບຫຼາຍ. ມາດຕະການກ່ຽວກັບການອະນຸລັກຊັບພະຍາກອນທໍາມະ ຊາດໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາ 51 (ໃໝ່) ສິດຂອງຜູ້ນໍາໃຊ້ຊັບພະຍາກອນທໍາມະຊາດ

ມາດຕາ 51 (ໃໝ່) ສິດຂອງຜູ້ນໍາໃຊ້ຊັບພະຍາກອນທໍາມະຊາດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງສາມາດຈໍາໃຊ້ຊັບພະຍາ ກອນທໍາມະຊາດໂດຍສອດຄ່ອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ.

...ມາດຕາ 52 (ໃໝ່) ພັນທະຂອງຜູ້ນໍາໃຊ້ຊັບພະຍາກອນທໍາມະຊາດ

ມາດຕາ 52 (ໃໝ່) ພັນທະຂອງຜູ້ນໍາໃຊ້ຊັບພະຍາກອນທໍາມະຊາດ ຜູ້ນໍາໃຊ້ຊັບພະຍາກອນທໍາມະຊາດມີພັນທະດັ່ງນີ້: 1. ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງປະຢັດ,ສົມເຫດ ສົມຜົນ,ມີປະສິດທິຜົນແລະຍືນຍົງ; 2. ປະເມີນຜົນກະທົບທີ່ອາດເກີດຂຶ້ນຕໍ່ສິ່ງແວດລ້ອມສັງຄົມ ແລະທໍາມະຊາດຈາກການນໍາໃຊ້ຊັບພະຍາກອນທໍາມະຊາດແລະ ດໍາເນີນການປ້ອງກັນຫຼືຫຼຸດຜ່ອນຜົນກະທົບດັ່ງກ່າວຕາມທີ່ໄດ້ກໍານົດ ໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ; 3. ບໍ່ລະເມີດສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ອື່ນ ໃນການນໍາໃຊ້ຊັບພະຍາກອນທໍາມະຊາດ; 4. ແກ້ໄຂຜົນກະທົບແລະບູລະນະຟື້ນຟູເຂດທີ່ໄດ້ຮັບຜົນກະ ທົບຈາກການນໍາໃຊ້ຊັບພະຍາກອນທໍາມະຊາດ; 5. ປະກອບສ່ວນແລະເຂົ້າຮ່ວມຢ່າງເປັນເຈົ້າການໃນຂະ ບວນການປົກປັກຮັກສາຊັບພະຍາກອນທໍາມະຊາດ; 6. ຈ່າຍຄ່າຊັບພະຍາກອນທໍາມະຊາດ,ຄ່າບໍລິການລະບົບ ນິເວດແລະຄ່າປົກປັກຮັກສາສິ່ງແວດລ້ອມຕາມທີ່ໄດ້ກໍານົດໄວ້ໃນ ລະບຽບການສະເພາະ; 7. ໃຊ້ແທນຄ່າເສຍຫາຍທີ່ເກີດຈາກຜົນກະທົບຕໍ່ສິ່ງແວດ ລ້ອມ ສັງຄົມ ແລະ ທໍາມະຊາດໃນການນໍາໃຊ້ຊັບພະຍາກອນທໍາ ມະຊາດ; 8. ປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ...ມາດຕາ 53 (ປັບປຸງ) ການຂຸດຄົ້ນແລະການນໍາໃຊ້ຊັບພະຍາກອນທໍາມະຊາດ

ມາດຕາ 53 (ປັບປຸງ) ການຂຸດຄົ້ນແລະການນໍາໃຊ້ຊັບພະຍາ ກອນທໍາມະຊາດ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນການຂຸດຄົ້ນ, ຂົນສົ່ງ,ເກັບຮັກສາ,ປຸງແຕ່ງແລະນໍາໃຊ້ຊັບພະຍາກອນທໍາມະຊາດ ຕ້ອງປະຕິບັດຕາມກົດມາຍວ່າດ້ວຍການສົ່ງເສີມການລົງທຶນແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.


..ພາກທີ 5 ການບູລະນະຟື້ນຟູສິ່ງແວດລ້ອມ


...ມາດຕາ 54 (ປັບປຸງ) ການບູລະນະຟື້ນຟູສິ່ງແວດລ້ອມ

ມາດຕາ 54 (ປັບປຸງ) ການບູລະນະຟື້ນຟູສິ່ງແວດລ້ອມ ການລູລະນະຟື້ນຟູສິ່ງແວດລ້ອມແມ່ນການເຮັດໃຫ້ສິ່ງແວດ ລ້ອມສັງຄົມແລະທໍາມະຊາດທີ່ຖືກທໍາລາຍຫຼືເສື່ອມໂຊມແລ້ວນັ້ນມີ ການຟື້ນຕົວແລະໄດ້ຮັບການປົວແປງໃຫ້ຢູ່ໃນສະພາບທີ່ດີແລະລະ ບົບນິເວດມີຄວາມສົມດູນ.

...ມາດຕາ 55 (ໃໝ່) ຄວາມຮັບຜິດຊອບໃນການບູລະນະຟື້ນຟູສິ່ງແວດລ້ອມ

ມາດຕາ 55 (ໃໝ່) ຄວາມຮັບຜິດຊອບໃນການບູລະນະຟື້ນຟູສິ່ງ ແວດລ້ອມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນໂຄງການລົງທຶນ ຫຼືກິດຈະການຕ່າງໆທີ່ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະທໍາມະຊາດຕ້ອງແກ້ໄຂ,ປັບປຸງ,ບູລະນະຟື້ນຟູລວມທັງທົດແທນ ຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນໃນເຂດທີ່ໄດ້ຮັບຜົນກະທົບນັ້ນ. ໃນກໍລະນີທີ່ມີໄພພິບັດທໍາມະຊາດເກີດຂຶ້ນຂະແໜງການແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕ້ອງປະສານສົມທົບກັນເພື່ອມີ ວິທີການແລະມາດຕະການປັບປຸງ,ບູລະນະຟື້ນຟູຄືນເຂດດັ່ງກ່າວ.


...ມາດຕາ 56 (ປັບປຸງ) ພັນທະໃນການບູລະນະຟື້ນຟູສິ່ງແວດລ້ອມ

ມາດຕາ 56 (ປັບປຸງ) ພັນທະໃນການບູລະນະຟື້ນຟູສິ່ງແວດລ້ອມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີພັນທະປະກອບສ່ວນທາງ ດ້ານທຶນຮອນ,ສະຕິປັນຍາ,ເຫື່ອແຮງແລະວັດຖຸປະກອນຕ່າງໆເພື່ອ ບູລະນະຟື້ນຟູສິ່ງແວດລ້ອມທີ່ຖືກທໍາລາຍຫຼືເສື່ອມໂຊມ.

...ມາດຕາ 57 (ປັບປຸງ) ການບູລະນະຟື້ນຟູເຂດທີ່ຖືກທໍາລາຍ

ມາດຕາ 57 (ປັບປຸງ) ການບູລະນະຟື້ນຟູເຂດທີ່ຖືກທໍາລາຍ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ດໍາເນີນການຜະລິດ,ທຸລະ ກິດ,ການບໍລິການຫຼືກິດຈະການໃດໜຶ່ງທີ່ກໍ່ໃຫ້ເກີດຄວາມເສຍຫາຍ ຕ້ອງຮັບຜິດຊອບແກ້ໄຂ,ບູລະນະຟື້ນຟູຄືນເຂດ,ສະຖານທີ່ທິວທັດທໍາ ມະຊາດ,ມໍລະດົກທາງດ້ານວັດທະນະທໍາ,ສະຖານທີ່ປະຫວັດສາດ ແລະວັດຖຸບູຮານທີ່ຖືກທໍາລາຍພາຍໃຕ້ການຕິດຕາມກວດກາຂອງ ອົງການປົກຄອງທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງ. ໃນກໍລະນີທີ່ມີໄພພິບັດທໍາມະຊາດເກີດຂຶ້ນອົງການປົກຄອງ ທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງຕ້ອງປະສານສົມທົບກັນ ເພື່ອມີວິທີການແລະມາດຕະການແກ້ໄຂແລະບູລະນະຟື້ນຟູຄືນເຂດ ດັ່ງກ່າວ.

...ມາດຕາ 58 (ໃໝ່) ການຄໍ້າປະກັນດ້ານການເງິນຕໍ່ສິ່ງແວດລ້ອມ

ມາດຕາ 58 (ໃໝ່) ການຄໍ້າປະກັນດ້ານການເງິນຕໍ່ສິ່ງແວດລ້ອມ ເຈົ້າຂອງໂຄງການລົງທຶນຫຼືກິດຈະການຕ່າງໆຕ້ອງໄດ້ວາງ ເງິນຄໍ້າປະກັນການບູລະນະຟື້ນຟູສິ່ງແວດລ້ອມ,ການແກ້ໄຂມົນລະ ພິດແລະອະນາໄມສິ່ງແວດລ້ອມເຊິ່ງເກີດຈາກການດໍາເນີນວຽກ ງານຂອງຕົນຈົນຮອດໄລຍະປິດໂຄງການລົງທຶນຫຼືກິດຈະການດັ່ງ ກ່າວ. ເງິນຄໍ້າປະກັນການບູລະນະສິ່ງແວດລ້ອມກວມເອົາຄ່າໃຊ້ ຈ່າຍທີ່ເກີດຂຶ້ນໃນໄລຍະຕິດຕັ້ງ,ດໍາເນີນງານ,ປິດກິດຈະການຫຼືຄ່າ ໃຊ້ຈ່າຍທີ່ເກີດຂຶ້ນພາຍຫຼັງປິດກິດຈະການ. ເງິນຄໍ້າປະກັນຈະຖືກ ນໍາໃຊ້ໃນກໍລະນີທີ່ຜູ້ປະກອບການບໍ່ປະຕິບັດພັນທະຂອງຕົນໃນການ ບູລະນະຟື້ນຟູສິ່ງແວດລ້ອມ,ການແກ້ໄຂ,ອະນາໄມສິ່ງແວດລ້ອມ, ທົດແທນຄ່າເສຍຫາຍຫຼືຄ່າໃຊ້ຈ່າຍໃນການແກ້ໄຂຜົນກະທົບທີ່ກ່ຽວ ຂ້ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຫຼືສັນຍາ. ໃນກໍລະນີເຈົ້າຂອງໂຄງການລົງທຶນຫຼືກິດຈະການຕ່າງໆ ຫາກໄດ້ປະຕິບັດພັນທະຂອງຕົນຄົບຖ້ວນຕາມສັນຍາແລ້ວເງິນຄໍ້າ ປະກັນດັ່ງກ່າວກໍ່ຈະສົ່ງຄືນໃຫ້ແກ່ຜູ້ກ່ຽວຖ້າຫາກໄດ້ກໍານົດໄວ້ໃນ ສັນຍາ.

..ພາກທີ 6 ເຫດການສຸກເສີນທາງດ້ານສິ່ງແວດລ້ອມແລະໄພພິບັດທໍາມະຊາດ


...ມາດຕາ 59 (ໃໝ່) ເຫດການສຸກເສີນທາງດ້ານສິ່ງແວດລ້ອມ

ມາດຕາ 59 (ໃໝ່) ເຫດການສຸກເສີນທາງດ້ານສິ່ງແວດລ້ອມ ເຫດການສຸກເສີນທາງດ້ານສິ່ງແວດລ້ອມແມ່ນສະພາບສິ່ງ ແວດລ້ອມທີ່ມີລະດັບອັນຕະລາຍສູງກວ່າມາດຕະຖານຄຸນນະພາບ ສິ່ງແວດລ້ອມແລະມາດຕະຖານການຄວບຄຸມມົນລະພິດແຫ່ງຊາດ ເຊິ່ງເກີດຈາກທໍາມະຊາດ,ອຸບປະຕິເຫດ,ການເຄື່ອນໄຫວດໍາເນີນທຸ ລະກິດຫຼືເຫດການອື່ນ. ພື້ນທີ່ບ່ອນເຫດການສຸກເສີນທາງດ້ານສິ່ງແວດລ້ອມເກີດຂຶ້ນ ນັ້ນຕ້ອງຖືກປະກາດເປັນເຂດອັນຕະລາຍທາງດ້ານສິ່ງແວດລ້ອມ.

...ມາດຕາ 60 (ໃໝ່) ມາດຕະການປ້ອງກັນເຫດການສຸກເສີນທາງດ້ານສິ່ງແວດລ້ອມ

ມາດຕາ 60 (ໃໝ່) ມາດຕະການປ້ອງກັນເຫດການສຸກເສີນທາງ ດ້ານສິ່ງແວດລ້ອມ ເພື່ອປ້ອງກັນແລະສະກັດກັ້ນເຫດການສຸກເສີນທາງດ້ານສິ່ງ ແວດລ້ອມທີ່ອາດເກີດຂຶ້ນບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຄອບ ຄອງ,ນໍາໃຊ້,ຂົນສົ່ງວັດຖຸລະເບີດ,ໄວໄຟ,ສານເຄມີທີ່ເປັນອັນຕະ ລາຍ,ວັດຖຸບັນຈຸສານກໍາມັນຕະພາບລັງສີຕ້ອງມີວິທີການແລະມາດ ຕະການປ້ອງກັນເຊັ່ນຕິດສະຫຼາກຫຼືເຄື່ອງໝາຍ,ແຈ້ງການລ່ວງ ໜ້າ,ຄວບຄຸມແລະແກ້ໄຂຜົນກະທົບທີ່ອາດເກີດຂຶ້ນແລະສ້າງຄວາມ ເສຍຫາຍຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ.

...ມາດຕາ 61 (ໃໝ່) ການຄວບຄຸມເຫດການສຸກເສີນທາງດ້ານສິ່ງແວດລ້ອມ

ມາດຕາ 61 (ໃໝ່) ການຄວບຄຸມເຫດການສຸກເສີນທາງດ້ານ ສິ່ງແວດລ້ອມ ການຄວບຄຸມເຫດການສຸກເສີນທາງດ້ານສິ່ງແວດລ້ອມໃຫ້ ປະຕິບັດດັ່ງນີ້: 1. ເຂດບ່ອນມີສານເຄມີເປັນພິດປົນເປື້ອນເຂັ້ມຂຸ້ນສູງກວ່າ ລະດັບທີ່ອະນຸຍາດໃຫ້ອົງການປົກຄອງຂັ້ນແຂວງທີ່ກ່ຽວຂ້ອງເປັນຜູ້ ປະກາດເຂດດັ່ງກ່າວເປັນເຂດອັນຕະລາຍທາງດ້ານສິ່ງແວດລ້ອມ; 2. ເຂດບ່ອນທີ່ມີສິ່ງແວດລ້ອມເສື່ອມໂຊມຢ່າງຮ່າຍແຮງ ບໍ່ສາມາດແກ້ໄຂໄດ້ເຊິ່ງພາໃຫ້ສິ່ງມີຊີວິດບໍ່ສາມາດຢູ່ໄດ້ໃຫ້ລັດຖະ ບານເປັນຜູ້ປະກາດເຂດດັ່ງກ່າວເປັນເຂດສຸກເສີນທາງດ້ານສິ່ງ ແວດລ້ອມ. ໃນກໍລະນີເຫດການສຸກເສີນແລະອັນຕະລາຍທາງດ້ານສິ່ງ ແວດລ້ອມຫາກເກີດຈາກການດໍາເນີນໂຄງການລົງທຶນແລະກິດຈະ ການໃສໜຶ່ງຜູ້ພັດທະນາໂຄງການລົງທຶນແລະຜູ້ດໍາເນີນກິດຈະການ ນັ້ນຕ້ອງຮັບຜິດຊອບແກ້ໄຂຕົ້ນເຫດແລະຜົນກະທົບຂອງເຫດການ ດັ່ງກ່າວພ້ອມທັງແຈ້ງໃຫ້ລັດຖະບານ,ອົງການປົກຄອງທ້ອງຖິ່ນ,ຂະ ແໜງການສາທາລະນະສຸກ,ຂະແໜງການຊັບພະຍາກອນທໍາມະ ຊາດແລະສິ່ງແວດລ້ອມ,ພາກສ່ວນອື່ນທີ່ກ່ຽວຂ້ອງແລະມວນຊົນ ຊາບຢ່າງທັນການ. ໃນເຂດອັນຕະລາຍທາງດ້ານສິ່ງແວດລ້ອມຕ້ອງໂຈະ,ຈໍາກັດ ຫຼືຫ້າມການເຄື່ອນໄຫວທີ່ເປັນອັນຕະລາຍຕໍ່ຊີວິດ,ສຸຂະພາບຂອງຄົນ, ສັດ,ພືດ,ສິ່ງທີ່ມີຊີວິດອື່ນແລະລະບົບນິເວດ. ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມເປັນຜູ້ ກໍານົດລະບຽບການຄຸ້ມຄອງເຂດອັນຕະລາຍທາງດ້ານສິ່ງແວດ ລ້ອມ,ສໍາລັບລະບຽບການຄຸ້ມຄອງເຂດສຸກເສີນທາງດ້ານສິ່ງແວດ ລ້ອມແມ່ນລັດຖະບານເປັນຜູ້ກໍານົດຕາມການສະເໜີຂອງກະຊວງ ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ. ລັດຖະບານແລະອົງການປົກຄອງທ້ອງຖິ່ນປຸກລະດົມການ ເຂົ້າຮ່ວມຂອງທຸກອົງການຈັດຕັ້ງທັງພາກລັດແລະເອກະຊົນເພື່ອ ແກ້ໄຂຕົ້ນເຫດແລະຜົນກະທົບຈາກເຫດການສຸກເສີນທາງດ້ານສິ່ງ ແວດລ້ອມລວມທັງຕົກລົງເຄື່ອນຍ້າຍປະຊາຊົນອອກຈາກເຂດດັ່ງ ກ່າວ.

...ມາດຕາ 62 (ປັບປຸງ) ໄພພິບັດທໍາມະຊາດ

ມາດຕາ 62 (ປັບປຸງ) ໄພພິບັດທໍາມະຊາດ ໄພພິບັດທໍາມະຊາດແມ່ນເຫດການ,ປາກົດການແລະການ ປ່ຽນແປງຂອງທໍາມະຊາດທີ່ສົ່ງຜົນກະທົບແລະສ້າງຄວາມເສຍ ຫາຍຢ່າງຫຼວງຫຼາຍຕໍ່ສິ່ງແວດລ້ອມ,ເສດຖະກິດ-ສັງຄົມ,ຊັບສິນ,ສຸ ຂະພາບແລະຊີວິດຂອງຄົນ,ພືດ,ສັດ,ສິ່ງທີ່ມີຊີວິດອື່ນແລະລະບົບນິ ເວດເຊັ່ນໄພນໍ້າຖ້ວມ,ໄພແຫ້ງແລ້ງ,ພາຍຸ,ໄພໄໝ້ລາມປ່າ,ແຜ່ນດິນ ໄຫວແລະໄພພິບັດອື່ນ. ພື້ນທີ່ທີ່ມີໄພພິບັດທໍາມະຊາດເກີດຂຶ້ນນັ້ນຕ້ອງໄດ້ປະກາດ ເປັນເຂດອັນຕະລາຍຕາມທີ່ໄດ້ກໍານົດໄວ້ໃນລະບຽບການຄຸ້ມຄອງ ໄພພິບັດແຫ່ງຊາດ.

...ມາດຕາ 63 (ໃໝ່) ມາດຕະການປ້ອງກັນໄພພິບັດທໍາມະຊາດ

ມາດຕາ 63 (ໃໝ່) ມາດຕະການປ້ອງກັນໄພພິບັດທໍາມະຊາດ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທໍາມະຊາດຕ້ອງມີມາດ ຕະການທີ່ເໝາະສົມໃນການປ້ອງກັນ,ແກ້ໄຂແລະຄວບຄຸມເປັນຕົ້ນ ການສ້າງລະບົບເຕືອນໄພລ່ວງໜ້າ,ແຜນການປູກຕົ້ນໄມ້ເພື່ອປ້ອງ ກັນໄພນໍ້າຖ້ວມ,ການເຊາະເຈື່ອນຂອງດິນ,ໄພແຫ້ງແລ້ງ,ການສະ ກັດກັ້ນໄຟໄໝ້ລາມປ່າແລະການຫຼຸດຜ່ອນຜົນກະທົບຈາກການປ່ຽນ ແປງດິນຟ້າອາກາດ.

...ມາດຕາ 64 (ໃໝ່) ການຄວບຄຸມໄພພິບັດທໍາມະຊາດ

ມາດຕາ 64 (ໃໝ່) ການຄວບຄຸມໄພພິບັດທໍາມະຊາດ ການຄວບຄຸມໄພພິບັດທໍາມະຊາດທີ່ຈະເກີດ,ພວມເກີດຫຼືໄດ້ ເກີດຂຶ້ນໃຫ້ປະຕິບັດດັ່ງນີ້: 1. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພັນທະປ້ອງກັນແລະ ຕ້ານໄພພິບັດທໍາມະຊາດລວມທັງໃຫ້ການຮ່ວມມືແລະຊ່ວຍເຫຼືອເພື່ອ ບັນເທົາທຸກຢ່າງຮີບດ່ວນ; 2. ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຕ້ອງລາຍງານໂດຍ ຜ່ານໃຫ້ອົງການປົກຄອງທ້ອງຖິ່ນຫຼືຂະແໜງການທີ່ກ່ຽວຂ້ອງ; 3. ອົງການປົກຄອງທ້ອງຖິ່ນແລະຂະແໜງການທີ່ກ່ຽວ ຂ້ອງຕ້ອງປະສານສົມທົບກັບຂະແໜງການຂອງລັດແລະທຸກພາກ ສ່ວນໃນສັງຄົມພ້ອມກັນຊອກຫາວິທີການແລະມາດຕະການພ້ອມທັງ ປຸກລະດົມປະຊາຊົນແລະອົງການຈັດຕັ້ງທຸກຂັ້ນປະກອບສ່ວນດ້ານ ສະຕິປັນຍາ,ແຮງງານ,ທຶນຮອນ,ພາຫະນະ,ອຸປະກອນທີ່ຈໍາເປັນ ເພື່ອປ້ອງກັນແລະຫຼຸດຜ່ອນໄພພິບັດດັ່ງກ່າວ. ໃກໍລະນີໄພພິບັດເກີດຂຶ້ນໃນຫຼາຍທ້ອງຖິ່ນພ້ອມກັນອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕ້ອງປະສານສົມທົບກັນຊອກຫາວິທີ ການແລະມາດຕະການເພື່ອປ້ອງກັນແລະຫຼຸດຜ່ອນໄພພິບັດດັ່ງກ່າວ ຢ່າງທັນການ. ລັດຖະບານສ້າງຕັ້ງຄະນະກໍາມະການຄຸ້ມຄອງໄພພິບັດແຫ່ງ ຊາດເພື່ອຊີ້ນໍາລວມກ່ຽວກັບການຄຸ້ມຄອງໄພພິບັດທໍາມະຊາດໂດຍ ມອບໃຫ້ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມເປັນ ກອງເລຂາຮັບຜິດຊອບໂດຍກົງໃນຂອບເຂດທົ່ວປະເທດແລະຄົ້ນ ຄວ້າວາງແຜນຍຸດທະສາດ,ວິທີການແລະມາດຕະການກ່ຽວກັບ ການປ້ອງກັນ,ການຫຼຸດຜ່ອນໄພພິບັດ,ການແກ້ໄຂແລະບູລະນະຟື້ນ ຟູເຂດທີ່ປະສົບໄພພິລັດຫຼືເຂດທີ່ກໍາລັງເກີດໄພພິບັດໂດຍດ່ວນພ້ອມ ທັງຕິດຕາມເຂດທີ່ອາດເກີດໄພພິບັດຢ່າງເປັນປົກກະຕິ.


..ພາກທີ 7 ກອງທຶນປົກປັກຮັກສາສິ່ງແວດລ້ອມ


...ມາດຕາ 65 (ປັງປຸງ) ກອງທຶນປົກປັກຮັກສາສິ່ງແວດລ້ອມ

ມາດຕາ 65 (ປັງປຸງ) ກອງທຶນປົກປັກຮັກສາສິ່ງແວດລ້ອມ ລັດສົ່ງເສີມໃຫ້ມີການສັ້າງຕັ້ງກອງທຶນປົກຮັກສາສິ່ງແວດ ລ້ອມເພື່ອນໍາໃຊ້ເຂົ້າໃນວຽກງານສຶກສາຄົ້ນຄວ້າ,ປ້ອງກັນ,ແກ້ໄຂ, ລູລະນະຟື້ນຟູສິ່ງແວດລ້ອມ. ການຈັດຕັ້ງແລະການເຄື່ອນໄຫວຂອງກອງທຶນປົກປັກຮັກສາ ສິ່ງແວດລ້ອມໄດ້ກໍານົດໄວ້ໃນລະບຽບການສະເພາະ. ...ມາດຕາ 66 (ປັບປຸງ) ແຫຼ່ງກອງທຶນ

ມາດຕາ 66 (ປັບປຸງ) ແຫຼ່ງກອງທຶນ ແຫຼ່ງກອງທຶນປົກປັກຮັກສາສິ່ງແວດລ້ອມຕົ້ນຕໍດັ່ງນີ້: 1. ງົບປະມານຂອງລັດ; 2. ຄ່າບູລະນະຟື້ນຟູສິ່ງແວດລ້ອມຈາກໂຄງການລົງທຶນ ແລະກິດຈະການຕ່າງໆ. 3. ຄ່າບໍລິການລະບົບນິເວດ; 4. ການປະກອບສ່ວນຂອງໂຄງການລົງທຶນ,ພາກສ່ວນທຸ ລະກິດແລະບຸກຄົນທົ່ວໄປ; 5. ການຊ່ວຍເຫຼືອຂອງການຈັດຕັ້ງທັງພາຍໃນແລະຕ່າງ ປະເທດ; 6. ຄ່າປັບໃໝແລະຄ່າທົດແທນຄວາມເສຍຫາຍຕໍ່ສິ່ງແວດ ລ້ອມ; 7. ດອກເບ້ຍແລະຜົນກໍາໄລທີ່ເກີດຈາກການລົງທຶນຂອງ ກອງທຶນ.

...ມາດຕາ 67 (ປັບປຸງ) ການນໍາໃຊ້ກອງທຶນປົກປັກຮັກສາສິງແວດລ້ອມ

ມາດຕາ 67 (ປັບປຸງ) ການນໍາໃຊ້ກອງທຶນປົກປັກຮັກສາສິງແວດ ລ້ອມ ກອງທຶນປົກປັກຮັກສາສິ່ງແວດລ້ອມຈະຖືກນໍາໃຊ້ເຂົ້າໃນ ວຽກງານດັ່ງນີ້: 1. ການຄົ້ນຄວ້າວິທະຍາສາດເຕັກໂນໂລຊີເພື່ອປົກປັກຮັກ ສາສິ່ງແວດລ້ອມ,ສ້າງຕົວແບບການພັດທະນາສີຂຽວ,ການພັດທະ ນາສະອາດ,ບູລະນະຟື້ນຟູປ່າໄມ້,ທີ່ດິນ,ນໍ້າ,ຫຼຸດຜ່ອນຜົນກະທົບຈາກ ການປ່ຽນແປງດິນຟ້າອາກາດ,ການຜະລິດສະອາດແລະອື່ນໆ; 2. ໂຄງການປ້ອງກັນ,ຄວບຄຸມຫຼືກໍາຈັດມົນລະພິດທາງອາ ກາດ,ດິນແລະນໍ້າ; 3. ການສ້າງລະບຽບກົດໝາຍກ່ຽວກັບວຽກງານສິ່ງແວດ ລ້ອມ; 4. ການສຶກສາ,ການຍົກລະດັບແລະການສ້າງຈິດສໍານຶກ ດ້ານສິ່ງແວດລ້ອມແລະຊຸກຍູ້ຂະບວນການເຄື່ອນໄຫວວຽກງານປົກ ປັກຮັກສາສິ່ງແວດລ້ອມເປັນຕົ້ນວັນສິ່ງແວດລ້ອມໂລກ,ວັນນໍ້າໂລກ ແລະອື່ນໆ. 5. ການຄຸ້ມຄອງແລະການແກ້ໄຂບັນຫາສິ່ງແວດລ້ອມທີ່ ເປັນບູລິມະສິດໃນລະດັບຕ່າງໆ; 6. ການລໍລິຫານແລະການລົງທຶນຂອງກອງທຶນ. ..ພາກທີ 8 ຂໍ້ຫ້າມ


...ມາດຕາ 68 (ໃໝ່) ຂໍ້ຫ້າມທົ່ວໄປ

ມາດຕາ 68 (ໃໝ່) ຂໍ້ຫ້າມທົ່ວໄປ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະ ຕ່າງປະເທດມີພຶດຕິກໍາດັ່ງນີ້: 1. ຕັດໄມ້ທໍາລາຍປ່າ,ດໍາເນີນກິດຈະການບໍ່ແຮ່ແບບຊະ ຊາຍແລະນໍາໃຊ້ທີ່ດິນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ; 2. ນໍາເຂົ້າ,ສົ່ງອອກ,ສົ່ງຜ່ານ,ຈໍາໜ່າຍ,ເກັບຮັກສາ,ນໍາ ໃຊ້,ນໍາໄປຜະລິດຄືນໃໝ່ແລະທໍາລາຍສານເຄມີເປັນພິດ,ສານເຄ ມີທໍາລາຍຊັ້ນໂອໂຊນ,ວັດຖຸປະກອນທີ່ບັນຈຸສານເຄມີທໍາລາຍຊັ້ນ ໂອໂຊນ,ກໍາມັນຕະພາບລັງສີດສິ່ງເສດເຫຼືອອັນຕະລາຍແລະສານ ເຄມີອົງຄະທາດເປັນພິດຕົກຄ້າງໂດຍບໍ່ໄດ້ຮັບອະນຸຍາດ; 3. ສ້າງຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມແລະມາດຕະຖານຄວບ ຄຸມມົນລະພິດແຫ່ງຊາດເປັນຕົ້ນມົນລະພິດທາງນໍ້າ,ອາກາດແລະ ດິນ,ກໍາມັນຕະພາບລັງສີ,ສານເຄມີເປັນພິດ,ສິ່ງເສດເຫຼືອອັນຕະ ລາຍ,ຄວັນ,ຝຸ່ນລະອອງ,ສິ່ງລົບກວນຊັ່ນສຽງ,ແສງ,ສີ,ກິ່ນ,ແຮງ ສັ່ນສະເທືອນ,ຄວາມຮ້ອນແລະສິ່ງລົບກວນອື່ນ; 4. ຈູດ,ຝັງ,ຖິ້ມແລະກໍາຈັດສິ່ງເສດເຫຼືອ,ຖອກເທແລະລະ ບາຍນໍ້າເປື້ອນລົງໃສ່ຮ່ອງນໍ້າ,ແມ່ນໍ້າ,ແຫຼ່ງນໍ້າທໍາມະຊາດຫຼືສະ ຖານທີ່ອື່ນໂດຍບໍ່ມີການບໍາບັດຕາມມາດຕະຖານເຕັກນິກ; 5. ຂົນສົ່ງຫີນ,ດິນ,ແຮ່,ຊາຍ ແລະ ຂີ້ເຫຍື້ອໂດຍບໍ່ຖືກຕ້ອງ ຕາມລະບຽບການ; 6. ປ່ອຍສານເຄມີເປັນພິດ,ຄວັນ,ຝຸ່ນລະອອງ,ອາຍແລະ ກິ່ນເກີນມາດຕະຖານຄຸນນະພາບສິ່ງແວດລ້ອມແລະມາດຕະຖານ ຄວບຄຸມມົນລະພິດແຫ່ງຊາດ; 7. ສ້າງຄວາມສັ່ນສະເທືອນ,ສົ່ງສຽງແລະແສງເກີນຂອບ ເຂດທີ່ໄດ້ກໍານົດໄວ້: 8. ໃຫ້ສິນບົນແກ່ເຈົ້າໜ້າທີ່ແລະພະນັກງານທີ່ຮັບຜິດຊອບ ວຽກງານທີ່ກ່ຽວຂ້ອງເພື່ອຜົນປະໂຫຍດຂອງຕົນ; 9. ໃສ່ຮ້າຍປ້າຍສີຫຼືໂຄສະນາທັບຖົມການຈັດຕັ້ງແລະພະນັກ ງານຂອງລັດໂດຍບໍ່ມີມູນຄວາມຈິງ; 10. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 69 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຫຼືພະນັກງານ

ມາດຕາ 69 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ຫຼືພະນັກງານ ຫ້າມເຈົ້າໜ້າທີ່ຫຼືພະນັກງນມີພຶດຕິກໍາດັ່ງນີ້: 1. ສວຍໃຊ້ສິດອໍານາດ,ຕໍາແໜ່ງ,ໜ້າທີ່ກ່ຽວກັບສິ່ງແວດ ລ້ອມເພື່ອຫາຜົນປະໂຫຍດສ່ວນຕົວ; 2. ທວງເອົາ,ຂໍເອົາ,ຮັບສິນບົນຈາກເຈົ້າຂອງໂຄງການລົງ ທຶນແລະກິດຈະການຕ່າງໆດ້ານສິ່ງແວດລ້ອມ; 3. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸດຕິທໍາ,ລໍາອຽງ,ບໍ່ຖືກ ຕ້ອງຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ເຄື່ອນໄຫວກ່ຽວກັບ ວຽກງານສິ່ງແວດລ້ອມ; 4. ລະເຫຼີງ,ເມີນເສີຍຕໍ່ການປະຕິບັດໜ້າທີ່,ກົດໜ່ວງ,ຖ່ວງ ດຶງການພິຈາລະນາເອກະສານຕ່າງໆກ່ຽວກັບສິ່ງແວດລ້ອມ; 5. ປອມແປງເອກະສານຫຼືໃຊ້ເອກະສານປອມ,ເປີດເຜີຍ ຄວາມລັບຂອງລັດ,ທາງລັດຖະການ,ທໍາລາຍເອກະສານກ່ຽວກັບ ວຽກງານສິ່ງແວດລ້ອມ; 6. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

...ມາດຕາ 70 (ໃໝ່) ຂໍ້ຫ້າມສໍາລັບຜູ້ປະກອບການ

ມາດຕາ 70 (ໃໝ່) ຂໍ້ຫ້າມສໍາລັບຜູ້ປະກອບການ ຫ້າມຜູ້ປະກອບການມີພຶດຕິກໍາດັ່ງນີ້: 1. ດໍາເນີນທຸລະກິດທີ່ສ້າງຜົນກະທົບທາງລົບເກີນມາດຕະ ຖານຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ; 2. ດໍາເນີນທຸລະກິດໃດໜຶ່ງທີ່ສົ່ງກິ່ນເໝັນ,ສຽງດັງ,ປ່ອຍ ຄວັນເກີນມາດຕະຖານທີ່ໄດ້ກໍານົດໄວ້; 3. ດໍາເນີນໂຄງການ,ກິດຈະການແລະໃຫ້ບໍລິການດ້ານວິ ຊາການກ່ຽວກັບສິ່ງແວດລ້ອມໂດຍບໍ່ສອດຄ່ອງກັບການອະນຸຍາດ ແລະການຢັ້ງຢືນ; 4. ຫຼົບຫຼີກການປະຕິບັດພັນທະ; 5. ປອມແປງເອກະສານ,ໃຫ້ຂໍ້ມູນຂ່າວສານບໍ່ຖືກກັບຄວາມ ເປັນຈິງ; 6. ມີພຶດຕິກໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ.

..ພາກທີ 9 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 71 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 71 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບສິ່ງແວດລ້ອມດໍາເນີນດ້ວຍ ຮູບການໃດໜຶ່ງດັ່ງນີ້: 1. ການປະນີປະນອມໂດຍຄູ່ກໍລະນີ; 2. ການໄກ່ເກ່ຍ; 3. ການແກ້ໄຂທາງດ້ານບໍລິຫານ; 4. ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດ; 5. ການຮ້ອງຟ້ອງຕໍ່ສານປະຊາຊົນ; 6. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.

...ມາດຕາ 72 (ໃໝ່) ການປະນິປະນອມໂດຍຄູ່ກໍລະນີ

ມາດຕາ 72 (ໃໝ່) ການປະນິປະນອມໂດຍຄູ່ກໍລະນີ ໃນກໍລະນີມີຂໍ້ຂັດແຍ່ງທີ່ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມແລະທໍາມະຊາດບໍ່ຮ້າຍແຮງແລະມີມູນຄ່າເສຍຫາຍບໍ່ຫຼວງ ຫຼາຍຄູ່ກໍລະນີສາມາດປຶກສາຫາລືແລະປະນີປະນອມນໍາກັນເພື່ອແກ້ ໄຂຂໍ້ຂັດແຍ່ງນັ້ນ.

...ມາດຕາ 73 (ໃໝ່) ການໄກ່ເກ່ຍ

ມາດຕາ 73 (ໃໝ່) ການໄກ່ເກ່ຍ ໃນກໍລະນີມີຂໍ້ຂັດແຍ່ງທີ່ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມແລະທໍາມະຊາດຊຶ່ງບໍ່ຮ້າຍແຮງແລະມີມູນຄ່າເສຍຫາຍບໍ່ ຫຼວງຫຼາຍຄູ່ກໍລະນີສາມາດແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກ່ຍ.

...ມາດຕາ 74 (ໃໝ່) ການແກ້ໄຂທາງດ້ານບໍລິຫານ

ມາດຕາ 74 (ໃໝ່) ການແກ້ໄຂທາງດ້ານບໍລິຫານ ໃນກໍລະນີມີຂໍ້ຂັດແຍ່ງທີ່ກໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມແລະທໍາມະຊາດຊຶ່ງບໍ່ຮ້າຍແຮງແລະມີມູນຄ່າເສຍຫາຍບໍ່ ຫຼວງຫຼາຍຄູ່ກໍລະນີມີສິດສະເໜີໃຫ້ອົງການຄຸ້ມຄອງວຽກງານສິ່ງ ແວດລ້ອມພິຈາລະນາແກ້ໄຂ.

...ມາດຕາ 75 (ໃໝ່) ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 75 (ໃໝ່) ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງທາງດ້ານເສດຖະກິດເນື່ອງຈາກ ການດໍາເນີນກິດຈະການສິ່ງແວດລ້ອມຄູ່ກໍລະນີມີສິດຮ້ອງຂໍໃຫ້ອົງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂຕາມ ລະບຽບກົດໝາຍ.

...ມາດຕາ 76 (ໃໝ່) ການຮ້ອງຟ້ອງຕໍ່ສານປະຊາຊົນ

ມາດຕາ 76 (ໃໝ່) ການຮ້ອງຟ້ອງຕໍ່ສານປະຊາຊົນ ໃນກໍລະນີທີ່ເກີດຂໍ້ຂັດແຍ່ງເນື່ອງຈາກການດໍາເນີນກິດຈະ ການສິ່ງແວດລ້ອມຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນພິຈາລະ ນາແກ້ໄຂຕາມລະບຽບກົດໝາຍ.

...ມາດຕາ 77 (ໃໝ່) ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ມາດຕາ 77 (ໃໝ່) ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ເມື່ອມີຂໍ້ຂັດແຍ່ງກ່ຽວກັບສິ່ງແວດລ້ອມທີ່ມີລັກສະນະສາກົນ ເປັນຕົ້ນມົນລະພິດຂ້າມຊາຍແດນ,ການຂົນສົ່ງສານເຄມີເປັນພິດ, ສິ່ງເສດເຫຼືອອັນຕະລາຍ,ອາຍພິດເຮືອນແກ້ວແມ່ນໃຫ້ປະຕິບັດຕາມ ລະບຽບກົດໝາຍທີ່ກ່ຽວຂ້ອງຂອງສປປລາວ,ສົນທິສັນຍາແລະສັນ ຍາສາກົນທີ່ສປປລາວເປັນພາຄີ.

..ພາກທີ 10 ການຄຸ້ມຄອງແລະກວດກາ


...ໝວດທີ 1 ການຄຸ້ມຄອງວຽກງານສິ່ງແວດລ້ອມ


....ມາດຕາ 78 (ປັບປຸງ) ອົງການຄຸ້ມຄອງວຽກງານສິ່ງແວດລ້ອມ

ມາດຕາ 78 (ປັບປຸງ) ອົງການຄຸ້ມຄອງວຽກງານສິ່ງແວດລ້ອມ ລັດຖະບານຄຸ້ມຄອງວຽກງານສິ່ງແວດລ້ອມຢ່າງລວມສູນ ແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງ ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມເປັນຜູ້ຮັບຜິດຊອບ ໂດຍກົງທັງເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວ ຂ້ອງແລະອົງການປົກຄອງທ້ອງຖິ່ນໃນການຄົ້ນຄວ້າ,ກໍານົດນະໂຍ ບາຍ,ວາງແຜນຍຸດທະສາດ,ລະບຽບການ,ວິທີການແລະມາດຕະ ການໃນການປົກປັກຮັກສາສິ່ງແວດລ້ອມ. ອົງການຄຸ້ມຄອງວຽກງານສິ່ງແວດລ້ອມປະກອບດ້ວຍ: 1. ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ; 2. ພະແນກຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ແຂວງ,ນະຄອນ. 3. ຫ້ອງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ເມືອງ,ເທດສະບານ. 4. ໜ່ວຍງານຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ ຂອງບ້ານ. ໃນກໍລະນີທີ່ຈໍາເປັນອາດສ້າງຕັ້ງຄະນະກໍາມະການສິ່ງແວດ ລ້ອມແຫ່ງຊາດ,ແຂວງ,ນະຄອນຂຶ້ນກໍ່ໄດ້.

....ມາດຕາ 79 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ

ມາດຕາ 79 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງຊັບພະຍາກອນ ທໍາມະຊາດແລະສິ່ງແວດລ້ອມ ໃນການຄຸ້ມຄອງວຽກງານສິ່ງແວດລ້ອມກະຊວງຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ຜົນຂະຫຍາຍແນວທາງ,ແຜນຍຸດທະສາດ, ແຜນນະໂຍບາຍແລະນະໂຍບາຍຕ່າງໆໃຫ້ກາຍເປັນແຜນງານ, ໂຄງການລະອຽດແລະລະບຽບກົດໝາຍເພື່ອຄຸ້ມຄອງສິ່ງແວດ ລ້ອມ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຍວກັບສິ່ງແວດ ລ້ອມໃຫ້ທົ່ວປວງຊົນແນໃສ່ສຶກສາອົບຮົມ,ສ້າງຈິດສໍານຶກແລະເຊີດ ຊູສະຕິຮັກ,ຫວງແຫນແລະປັກປັກຮັກສາສິ່ງແວດລ້ອມ; 3. ຊີ້ນໍາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສິ່ງແວດ ລ້ອມ,ວຽກງານໄພພິບັດທໍາມະຊາດແລະການປ່ຽນແຜງດິນຟ້າອາ ກາດໂດຍປະສານສົມທົບກັບກະຊວງ,ອົງການອື່ນແລະອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 4. ຊຸກຍູ້ແລະແນະນໍາໃຫ້ໂຄງການລົງທຶນແລະກິດຈະການ ຕ່າງໆທີ່ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ດໍາເນີນການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ,ແຜນຄຸ້ມຄອງແລະຕິດຕາມສິ່ງແວດລ້ອມ ຕາມລະບຽບການ; 5. ອອກໃບຢັ້ງຢືນກ່ຽວກັບບົດລາຍງານການປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນຄຸ້ມຄອງແລະຕິດ ຕາມສິ່ງແວດລ້ອມໃຫ້ແກ່ຜູ້ປະກອບການ; 6. ອອກໃບອະນຸຍາດການບໍລິການດ້ານວິຊາການກ່ຽວກັບ ສິ່ງແວດລ້ອມ; 7. ຮັບຄໍາສະເໜີແລະການລາຍງານບັນຫາສິ່ງແວດລ້ອມ ຈາກປະຊາຊົນແລະພາກສ່ວນທີ່ກ່ຽວຂ້ອງລວມທັງແກ້ໄຂຂໍ້ຂັດແຍ່ງ ຕາມຄວາມຮັບຜິດຊອບຂອງຕົນ; 8. ໂຈະ ຫຼື ຖອນໃບຢັ້ງຢືນກ່ຽວກັບບົດລາຍງານການປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນຄຸ້ມຄອງ ແລະຕິດຕາມສິ່ງແວດລ້ອມ,ໃບປະນຸຍາດການບໍລິການດ້ານວິຊາ ການກ່ຽວກັບສິ່ງແວດລ້ອມເມື່ອເຫັນວ່າມີການລະເມີດລະບຽບກົດ ໝາຍ; 9. ສ້າງ,ບໍາລຸງແລະຍົກລະດັບພະນັກງານວິຊາການດ້ານ ສິ່ງແວດລ້ອມພ້ອມທັງສຶກສາອົບຮົມ,ສ້າງຈິດສໍານຶກໃຫ້ແກ່ທຸກພາກ ສ່ວນຂອງສັງຄົມ,ສ້າງຂະບວນການປົກປັກຮັກສາສິ່ງແວດລ້ອມໃນ ທົ່ວປະເທດໂດຍປະສານສົມທົບກັບຂະແໜງການອື່ນແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ; 10. ພົວພັນແລະຮ່ວມມືກັບສາກົນໃນວຽກງານປົກປັກຮັກ ສາສິ່ງແວດລ້ອມ; 11. ສະຫຼຸບ,ຕີລາຄາແລະລາຍງານຜົນການຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມຕໍ່ລັດຖະບານຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.


....ມາດຕາ 80 (ປັບປຸງ) ສິດແລະໜ້າທີ່ຂອງພະແນກຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມແຂວງ,ນະຄອນ

ມາດຕາ 80 (ປັບປຸງ) ສິດແລະໜ້າທີ່ຂອງພະແນກຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມແຂວງ,ນະຄອນ ໃນການຄຸ້ມຄອງວຽກງານສິ່ງແວດລ້ອມພະແນກຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍແລະຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະ ສາດ,ມະຕິ,ຄໍາສັ່ງ,ລະບຽບກົດໝາຍ,ແຜນດໍາເນີນງານ,ແຜນປົກ ປັກຮັກສາສິ່ງແວດລ້ອມແບບຮອບດ້ານ,ການປະເມີນຜົນກະທົບຕໍ່ ສິ່ງແວດລ້ອມ,ການຄວບຄຸມມົນລະພິດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບສິ່ງແວດ ລ້ອມໃຫ້ປະຊາຊົນເຂົ້າໃຈແລະເຂົ້າຮ່ວມການຈັດຕັ້ງປະຕິບັດຢ່າງ ຕັ້ງໜ້າ,ສຶກສາແລະຍົກລະດັບຄວາມຕື່ນຕົວທາງດ້ານສິ່ງແວດ ລ້ອມໃຫ້ແກ່ປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງພາຍໃນ ແຂວງ,ນະຄອນຂອງຕົນ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານສິ່ງແວດລ້ອມຂອງຫ້ອງການຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມເມືອງ,ເທດສະບານ; 4. ເປັນເຈົ້າການປະສານສົມທົບກັບພາກສ່ວນອື່ນທີ່ກ່ຍວ ຂ້ອງເພື່ອຈັດສັນແລະຍົກຍ້າຍປະຊຊົນທີ່ໄດ້ຮັບຜົນກະທົບຈາກໂຄງ ການລົງທຶນ,ກິດຈະການຕ່າງໆແລະໄພພິບັດທໍາມະຊາດ; 5. ຮັບຄໍາສະເໜີແລະການລາຍງານບັນຫາສິ່ງແວດລ້ອມ ຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງພ້ອມທັງແກ້ໄຂຂໍ້ຂັດ ແຍ່ງຕາມຄວາມຮັບຜິດຊອບຂອງຕົນ; 6. ອອກໃບຢັ້ງຢືນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບ ຕໍ່ສິ່ງແວດລ້ອມ; 7. ໂຈະຫຼືຖອນໃບຢັ້ງຢືນການສຶກສາເບື້ອງຕົ້ນກ່ຽວກັບຜົນ ກະທົບຕໍ່ສິ່ງແວດລ້ອມ; 8. ສະເໜີໂຈະ ຫຼື ຖອນໃບຢັ້ງຢືນກ່ຽວກັບບົດລາຍງານການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດ,ແຜນຄຸ້ມ ຄອງແລະຕິດຕາມສິ່ງແວດລ້ອມ,ໃບອະນຸຍາດການບໍລິການດ້ານວິ ຊາການກ່ຽວກັບສິ່ງແວດລ້ອມເມື່ອເຫັນວ່າມີການລະເມີດລະບຽບ ກົດໝາຍ; 9. ເກັບກໍາ,ສັງລວມ,ສຶກສາຄົ້ນຄວ້າ,ວິໄນຂໍ້ມູນດ້ານສິ່ງ ແວດລ້ອມເພື່ອກໍານົດວິທີການແລະມາດຕະການປ້ອງກັນ,ແກ້ໄຂ, ບູລະນະຟື້ນຟູສິ່ງແວດລ້ອມລວມທັງທ່າແຮງຂອງສິ່ງແວດລ້ອມເພື່ອ ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມພາຍໃນ ແຂວງ,ນະຄອນຂອງຕົນ; 10. ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ສິ່ງແວດລ້ອມຕາມກາຍມອບໝາຍຂອງຂັ້ນເທິງ; 11.​ ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານ ສິ່ງແວດລ້ອມຕໍ່ຂັ້ນເທິງຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະຕາມການມອບໝາຍ.

....ມາດຕາ 81 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມເມືອງ,ເທດສະບານ

ມາດຕາ 81 (ປັບປຸງ) ສິດແລະໜ້າທີ່ຂອງຫ້ອງການຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານສິ່ງແວດລ້ອມຫ້ອງການຊັບພະ ຍາກອນທໍາມະຊາດແລະສິ່ງແວດລ້ອມເມືອງ,ເທດສະບານມີສິດ ແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາ ກ່ຽວກັບວຽກງານສິ່ງແວດລ້ອມຂອງຂັ້ນເທິງ; 2. ເຜີຍແຜ່ລະບຽບກົດໝາຍກ່ຽວກັບສິ່ງແວດລ້ອມ,ສຶກສາ ອົບຮົມແລະສ້າງຈິດສໍານຶກດ້ານສິ່ງແວດລ້ອມໃຫ້ແກ່ປະຊາຊົນ ແລະພາກສ່ວນຕ່າງໆພາຍໃນເມືອງ,ເທດສະບານຂອງຕົນ; 3. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກ ງານສິ່ງແວດລ້ອມຂອງໜ່ວຍງານຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມຂອງບ້ານ; 4. ເປັນເຈົ້າການປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວ ຂ້ອງເພື່ອຈັດສັນແລະຍົກຍ້າຍປະຊາຊົນທີ່ໄດ້ຮົບຜົນກະທົບຈາກ ໂຄງການລົງທຶນ,ກິດຈະການຕ່າງໆແລະໄພພິບັດທໍາມະຊາດຕາມ ຄວາມຮັບຜິດຊອບຂອງຕົນ; 5. ອອກໃບຢັ້ງຢືນແຜນຄຸ້ມຄອງສິ່ງແວດລ້ອມຂອງທຸລະກິດ ຄອບຄົວ; 6. ໂຈະຫຼືຖອນໃບຢັ້ງຢືນກ່ຽວກັບແຜນຄຸ້ມຄອງສິ່ງແວດ ລ້ອມຂ້ອງທຸລະກິດຄອບຄົວ; 7. ສະເໜີໂຈະຫຼືຖອນໃບຢັ້ງຢືນການສຶກສາເບື້ອງຕົ້ນກ່ຽວ ກັບຜົນກະທົບຕໍ່ສິ່ງແວດລ້ອມ; 8. ປຶກສາຫາລືແລະແກ້ໄຂບັນຫາສິ່ງແວດລ້ອມກັບພະແນກ ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມແຂວງ,ນະຄອນ,ອົງ ການປົກປ້ອງທ້ອງຖິ່ນແລະຂະແໜງການອື່ນທີ່ກ່ຽວຂ້ອງພາຍໃນ ເມືອງ,ເທດສະບານຂອງຕົນ; 9. ຮັບຄໍາສະເໜີແລະການລາຍງານບັນຫາສິ່ງແວດລ້ອມ ຈາກປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງພ້ອມທັງແກ້ໄຂຂໍ້ຂັດ ແຍ່ງຕາມຄວາມຮັບຜິດຊອບຂອງຕົນ; 10. ສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງປັບປຸງ,ດັດແກ້,ໂຈະຫຼື ຍົກເລີກກິດຈະການໃດໜຶ່ງພາຍໃນເມືອງ,ເທດສະບານທີ່ກໍ່ໃຫ້ເກີດ ຜົນກະທົບອັນບໍ່ດີຕໍ່ຊີວິດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງທີ່ມີຊີວິດ ອື່ນ; 11. ສະຫຼຸບແລະລາຍງານຜົນກະທົບຈາກການຈັດຕັ້ງປະຕິ ບັດວຽກງານສິ່ງແວດລ້ອມຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະຕາມການມອບໝາຍ. ....ມາດຕາ 82 (ປັບປຸງ) ສິດ ແລະ ໜ້າທີ່ ຂອງໜ່ວຍງານຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມຂອງບ້ານ

ມາດຕາ 82 (ປັບປຸງ) ສິດ ແລະ ໜ້າທີ່ ຂອງໜ່ວຍງານຊັບພະ ຍາກອນທໍາມະຊາດແລະສິ່ງແວດລ້ອມຂອງບ້ານ ໃນການຄຸ້ມຄອງວຽກງານສິ່ງແວດລ້ອມໜ່ວຍງານຊັບພະ ຍາກອນທໍາມະຊາດແລະສິ່ງແວດລ້ອມຂອງບ້ານມີສິດໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນການ,ລະບຽບການກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມໂດຍອີງໃສ່ແຜນການ,ຄໍາແນະນໍາກ່ຽວ ກັບການປົກປັກຮັກສາສິ່ງແວດລ້ອມຂອງເມື່ອງ,ເທດສະບານ; 2. ເຜີຍແຜ່,ສຶກສາອົບຮົມ,ສ້າງຈິດສໍານຶກ,ນໍາພາ,ປຸກລະ ດົມຊຸກຍູ້ແລະຂົນຂວາຍປະຊາຊົນໃຫ້ເປັນເຈົ້າການໃນວຽກງານ ຄຸ້ມຄອງ,ປົກປັກຮັກສາ,ແກ້ໄຂບັນຫາແລະບູລະນະຟື້ນຟູສິ່ງແວດ ລ້ອມແລະຊັບພະຍາກອນທໍາມະຊາດພາຍໃນບ້ານ; 3. ປະເມີນແລະຕິດຕາມການຈັດຕັ້ງປະຕິບັດແຜນການ,ຄໍາ ແນະນໍາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຂອງປະຊາຊົນ ພາຍໃນບ້ານ; 4. ເປັນເຈົ້າການເຂົ້າຮ່ວມວຽກງານຈັດສັນແລະຍົກຍ້າຍ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນ,ກິດຈະການຕ່າງ ໆແລະໄພພິບັດທໍາມະຊາດໃນຂອບເຂດບ້ານຂອງຕົນ; 5. ສະເໜີໂຈະຫຼືຖອນໃບຢັ້ນຢືນກ່ຽວກັບແຜນຄຸ້ມຄອງສິ່ງ ແວດລ້ອມຂອງທຸລະກິດຄອບຄົວ; 6. ເຂົ້າຮ່ວມປຶກສາຫາລືແລະແລກປ່ຽນຄໍາເຫັນກ່ຽວກັບ ວຽກງານສິ່ງແວດລ້ອມ,ການອະນຸມັດໂຄງການລົງທຶນແລະກິດຈະ ການຕ່າງໆທີ່ຕັ້ງຢູ່ຂອບເຂດບ້ານຂອງຕົນກັບຫ້ອງການຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມດອົງການປົກຄອງເມືອງ,ເທດ ສະບານແລະພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາສິ່ງແວດ ລ້ອມໃນຂອບເຂດບ້ານຂອງຕົນ; 7. ຮັບແລະແກ້ໄຂຄໍາສະເໜີກ່ຽວກັບບັນຫາສິ່ງແວດລ້ອມ ຈາກປະຊາຊົນແລະພາກສ່ວນທີ່ກ່ຽວຂ້ອງຕາມຄວາມຮັບຜິດຊອບ ຂອງຕົນ; 8. ສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງປັບປຸງ,ດັດແກ້,ໂຈະຫຼື ຍົກເລີກກິດຈະການໃດໜຶ່ງພາຍໃນບ້ານທີ່ກໍ່ໃຫ້ເກີດຜົນກະທົບຕໍ່ຊີ ວິດ,ສຸຂະພາບຂອງຄົນ,ສັດ,ພືດແລະລະບົບນິເວດ; 9. ສ້າງລະບຽບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມທີ່ຢູ່ໃນຂອບເຂດບ້ານຂອງຕົນເປັນຕົ້ນການຮັກ ສາຄວາມສະອາດພາຍໃນບ້ານດການພັດທະນາບ້ານເປັນເຂດຂຽວ ສະອາດງາມຕາ,ວັງສະຫງວນ,ປ່າໄມ້ຊຸມຊົນ; 10. ສະຫຼຸບແລະລາຍານຜົນການຈັດຕັ້ງປະຕິບັດວຽກງານ ສິ່ງແວດລ້ອມຕໍ່ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 11.​ ປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍແລະຕາມການມອບໝາຍ.

....ມາດຕາ 83 (ປັບປຸງ) ສິດແລະໜ້າທີ່ຂອງຂະແໜງການອື່ນ

ມາດຕາ 83 (ປັບປຸງ) ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານສິ່ງແວດລ້ອມທຸກຂະແໜງການຢູ່ ຂັ້ນສູນກາງແລະທ້ອງຖິ່ນມີສິດແລະໜ້າທີ່ຄຸ້ມຄອງ,ປົກປັກຮັກສາ ແລະບູລະນະຟື້ນຟູສິ່ງແວດລ້ອມດ້ວຍການສ້າງຕັ້ງການຈັດຕັ້ງໜຶ່ງ ທີ່ຮັບຜິດຊອບວຽກງານສິ່ງແວດລ້ອມເພື່ອເຮັດໜ້າທີ່ຄຸ້ມຄອງ,ຕິດ ຕາມແລະກວດກາສິ່ງແວດລ້ອມຕາມຂອບເຂດຄວາມຮັບຜິດຊອບ ຂ້ອງຕົນ.

...ໝວດທີ 2 ການກວດກາວຽກງານສິ່ງແວດລ້ອມ


....ມາດຕາ 84 (ໃໝ່) ອົງການກວດກາວຽກງານສິ່ງແວດລ້ອມ

ມາດຕາ 84 (ໃໝ່) ອົງການກວດກາວຽກງານສິ່ງແວດລ້ອມ ອົງການກວດກາວຽກງານສິ່ງແວດລ້ອມປະກອບດ້ວຍ: 1. ອົງການກວດກາພາຍໃນເຊິ່ງແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານສິ່ງແວດລ້ອມຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 78 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກເຊິ່ງມີສະພາແຫ່ງຊາດ,ອົງ ການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ອົງການ ກວດສອບແຫ່ງລັດຕາມກົດໝາຍທີ່ກ່ຽວຂ້ອງ;

....ມາດຕາ 85 (ໃໝ່) ສິດແລະໜ້າທີ່ຂອງອົງກນກວດກາວຽກງານສິ່ງແວດລ້ອມ

ມາດຕາ 85 (ໃໝ່) ສິດແລະໜ້າທີ່ຂອງອົງກນກວດກາວຽກ ງານສິ່ງແວດລ້ອມ ອົງການກວດກາວຽກງານສິ່ງແວດລ້ອມມີສິດແລະໜ້າທີ່ ດັ່ງນີ້: 1. ສ້າງແຜນງານ,ແຜນການກວດກາສິ່ງແວດລ້ອມປະຈໍາ ປີໂດຍຮັບປະກັນໃຫ້ໂຄງການລົງທຶນຫຼືກິດຈະການຕ່າງໆບໍ່ສ້າງຜົນ ກະທົບຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດເກີນມາດຕະຖານ; 2. ກວດກາການຈັດຕັ້ງປະຕິບັດນະໂຍບາຍ,ຍຸດທະສາດ, ແຜນງານ,ແຜນການແລະລະບຽບກົດໝາຍກ່ຽວກັບສິ່ງແວດລ້ອມ; 3. ກວດກາດ້ານສິ່ງແວດລ້ອມໃນໂຄງການລົງທຶນແລະກິດ ຈະການຕ່າງໆຕາມແຜນຄຸ້ມຄອງແລະຕິດຕາມສິ່ງແວດລ້ອມໂດຍ ປະສານສົມທົບກັບຂະແໜງການອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງ; 4. ກວດກາການປ່ອຍມົນລະພິດແລະສິ່ງລົບກວນໂດຍອີງ ໃສ່ມາດຕະຖານຄຸນນະພາບສິ່ງແວດລ້ອມລວມແລະມາດຕະຖານ ຄວາມຄຸມມົນລະພິດແຫ່ງຊາດ; 5. ສະເໜີອົງການທີ່ກ່ຽວຂ້ອງອອກຄໍາສັ່ງໂຈະຫຼືຍົກເລີກ ໂຄງການລົງທຶນລະກິດຈະການຕ່າງໆເມື່ອພົບເຫັນວ່າມີຜົນກະທົບ ທີ່ຮ້າຍແຮງຕໍ່ສິ່ງແວດລ້ອມສັງຄົມແລະທໍາມະຊາດຊຶ່ງບໍ່ສາມາດ ແກ້ໄຂໄດ້; 6. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງ ປະຕິບັດວຽກງານກວດກາຂອງຕົນ.


....ມາດຕາ 86 (ໃໝ່) ເນື້ອໃນການກວດກາ

ມາດຕາ 86 (ໃໝ່) ເນື້ອໃນການກວດກາ ການກວດກາວຽກງານສິ່ງແວດລ້ອມມີເນື້ອໃນດັ່ງນີ້: 1. ການປະຕິບັດນະໂຍບາຍແລະລະບຽບກົດໝາຍກ່ຽວກັບ ວຽກງານປົກປັກຮັກສາສິ່ງແວດລ້ອມ; 2. ການຈັດຕັ້ງແລະການເຄື່ອນໄຫວຂອງອົງການຈັດຕັ້ງປະ ຕິບັດວຽກງານປົກປັກຮັກສາສິ່ງແວດລ້ອມ; 3. ຄວາມຮັບຜິດຊອບ,ການປະພຶດແລະແບບແຜນວິທີເຮັດ ວຽກຂອງພະນັກງານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ສ່ວນການກວດກາວິຊາການດ້ານສິ່ງແວດລ້ອມໃນໂຄງ ການລົງທຶນແລະກິດຈະການຕ່າງໆ,ແຜນຄຸ້ມຄອງແລະຕິດຕາມ ສິ່ງແວດລ້ອມ,ການກວດກາການປ່ອຍມົນລະພິດແລະສິ່ງລົບກວນ ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 87 ຮູບກນການກວດກາ

ມາດຕາ 87 ຮູບກນການກວດກາ ການກວດກາວຽກງານສິ່ງແວດລ້ອມມີສາມຮູບການດັ່ງນີ້: 1. ການກວດກາຕາມປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມປົກກະຕິແມ່ນການກວດກາຕາມແຜນ ການທີ່ມີລັກສະນະກວດກາເປັນປະຈໍາແລະມີກໍານົດເວລາອັນແນ່ ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການ ກວດກາເມື່ອເຫັນວ່າມີຄວາມຈໍາເປັນ,ຮີບດ່ວນໂດຍບໍ່ໄດ້ແຈ້ງລ່ວງ ໜ້າໃຫ້ຜູ້ຖືກກວດກາຮູ້. ການກວດກາໃຫ້ດໍາເນີນທັງການກວດກາເອກະສານທັງ ການກວດກາການປະຕິບັດຕົວຈິງແລະໃຫ້ປະຕິບັດຕາມລະບຽບ ກົດໝາຍຢ່າງເຂັ້ມງວດ.

....ມາດຕາ 88 (ໃໝ່) ການປະເມີນແລະລາຍງານການເຄື່ອນໄຫວວຽກງານສິ່ງແວດລ້ອມ

ມາດຕາ 88 (ໃໝ່) ການປະເມີນແລະລາຍງານການເຄື່ອນໄຫວ ວຽກງານສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມມີໜ້າ ທີ່ປະເມີນແລະລາຍງານການເຄື່ອນໄຫວວຽກງານສິ່ງແວດລ້ອມ ໃນແຕ່ລະປີຕໍ່ລັດຖະບານ. ການປະເມີນແລະລາຍງານການເຄື່ອນໄຫວວຽກງານສິ່ງ ແວດລ້ອມໃຫ້ປະຕິບັດຕາມ ມາດຕາ 22 ແລະ 28 ຂອງກົດໝາຍ ສະບັບນີ້.


..ພາກທີ 11 ວັນສິ່ງແວດລ້ອມແຫ່ງຊາດ,ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບ


...ມາດຕາ 89 (ໃໝ່) ວັນສິ່ງແວດລ້ອມແຫ່ງຊາດ

ມາດຕາ 89 (ໃໝ່) ວັນສິ່ງແວດລ້ອມແຫ່ງຊາດ ສປປລາວຖືເອົາວັນທີຫ້າມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງ ຊາດເພື່ອສົ່ງເສີມ,ສ້າງຈິດສໍານຶກແລະຍົກລະດັບຄວາມຕື່ນຕົວໃນ ການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ປະຊາຊົນ. ໃນແຕ່ລະປີສູນກາງແລະທ້ອງຖິ່ນຕ້ອງສາງຂະບວນການ ແລະຈັດພິທີສະເຫຼີມສະຫຼອງດ້ວຍຮູບການທີ່ເໝາະສົມ.

...ມາດຕາ 90 (ໃໝ່) ເຄື່ອງໝາຍ,ເຄື່ອງແບບ ແລະ ຕາປະທັບ

ມາດຕາ 90 (ໃໝ່) ເຄື່ອງໝາຍ,ເຄື່ອງແບບ ແລະ ຕາປະທັບ ອົງການຄຸ້ມຄອງແລະກວດກາວຽກງານສິ່ງແວດລ້ອມມີ ເຄື່ອງໝາຍ,ເຄື່ອງແບບແລະຕາປະທັບທີ່ໄດ້ຮັບອະນຸມັດຈາກລັດ ຖະບານເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະ ການ.

..ພາກທີ 12 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 91 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 91 (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການ ຈັດຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນການປົກປັກຮັກສາສິ່ງ ແວດລ້ອມ,ການສົ່ງເສີມຄຸນນະພາບສິ່ງແວດລ້ອມ,ການຄວບຄຸມ ມົນລະພິດ,ການບູລະນະຟື້ນຟູຊັບພະຍາກອນທໍາມະຊາດແລະສິ່ງ ແວດລ້ອມຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບກົດ ໝາຍ.

...ມາດຕາ 92 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 92 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຈະຖືກສຶກສາອົບຮົມ,ກ່າວ ເຕືອນ,ລົງວິໄນ,ປັບໃໝຫຼືໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງ ໂທດທາງອາຍາຕາມຕ່ກໍລະນີເບົາຫຼືໜັກຕາມລະບຽບກົດໝາຍ.

...ມາດຕາ 93 (ປັບປຸງ) ມາດຕະການສຶກສາອົບຮົມ

ມາດຕາ 93 (ປັບປຸງ) ມາດຕະການສຶກສາອົບຮົມ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມເປັນຄັ້ງທໍາອິດທີ່ບໍ່ເປັນອັນ ຕະລາຍຫຼືຮ້າຍແຮງໂດຍບໍ່ເຈດຕະນາແລະກໍ່ຄວາມເສຍຫາຍທີ່ມີ ມູນຄ່າບໍ່ຫຼວງຫຼາຍຈະຖືກສຶກສາອົບຮົມແລະກ່າວເຕືອນຕາມລະ ບຽບການ.

...ມາດຕາ 94 (ໃໝ່) ມາດຕະການທາງວິໄນ

ມາດຕາ 94 (ໃໝ່) ມາດຕະການທາງວິໄນ ພະນັກງານທີ່ລະເມີດລະບຽບກົດໝາຍກ່ຽວກັບການປົກປັກ ຮັກສາສິ່ງແວດລ້ອມແລະຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການ ກະທໍາຜິດທາງອາຍາ,ກໍ່ຄວາມເສຍຫາຍທີ່ມີມູນຄ່າບໍ່ຫຼວງຫຼາຍແຕ່ ບໍ່ຈິງໃຈລາຍງານຈະຖືກລົງວິໄນຕາມແຕ່ກໍລະນີດັ່ງນີ້: - ກ່າວເຕືອນຄວາມຜິດຕາມລະບຽບກົດໝາຍກ່ຽວກັບລັດ ຖະກອນພ້ອມທັງບັນທຶກໄວ້ໃນໍານວນເອກະສານຊີວະປະຫວັດຂອງ ຜູ້ກ່ຽວ; - ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນ,ການຍ້ອງຍໍ; - ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າ ກວ່າເກົ່າ; - ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ຜູ້ຖືກລົງວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນໃຫ້ການຈັດຕັ້ງຢ່າງຄົບຖ້ວນ.

...ມາດຕາ 95 (ປັບປຸງ) ມາດຕະການປັບໃໝ່

ມາດຕາ 95 (ປັບປຸງ) ມາດຕະການປັບໃໝ່ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້, ຂໍ້ຫ້າມແລະເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານຫຼືໃບ ອະນຸຍາດກ່ຽວກັບສິ່ງແວດລ້ອມຈະຖືກປັບໃໝ່ຕາມທີ່ໄດ້ກໍານົດໄວ້ ໃນລະບຽບກົດໝາຍທີ່ກ່ຽວຂ້ອງ.

...ມາດຕາ 96​ (ປັບປຸງ) ມາດຕະການທາງອາຍາ

ມາດຕາ 96​ (ປັບປຸງ) ມາດຕະການທາງອາຍາ ບຸກຄົນທີ່ລະເມີດກົດໝາຍສະບັບນີ້ເຊິ່ງເປັນການກະທໍາຜິດ ທາງອາຍາຈະຖືກລົງໂທດຕາມກົດມາຍອາຍາແລ້ວແຕ່ກໍລະນີເບົາ ຫຼືນັກລວມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 97 (ປັບປຸງ) ມາດຕະການໂທດເພີ່ມ

ມາດຕາ 97 (ປັບປຸງ) ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 96 ຂອງກົດໝາຍສະບັບນີ້ຜູ້ກະທໍາຜິດ ຈະຖືກປະຕິບັດມາດຕະການ ໂທດເພີ່ມເຊັ່ນ ການໂຈະ,ການຖອນ ໃບອະນຸຍາດຫຼືຍຸບເລີກກິດຈະ ການ.

..ພາກທີ 13 ບົດບັນຍັດສຸດທ້າຍ


...ມາດຕາ 98 ການຈັດຕັ້ງປະຕິບັດ

ມາດຕາ 98 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດ.

...ມາດຕາ 99 (ປັບປຸງ) ຜົນສັກສິດ

ມາດຕາ 99 (ປັບປຸງ) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນ ປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການປົກປັກ ຮັກສາສິ່ງແວດລ້ອມ ສະບັບເລກທີ ສູນສອງທັບເກົ້າສິບເກົ້າທັບ ສພຊ ລົງວັນທີ 3 ເມສາ 1999. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ. ປານີ ຢາທໍ່ຕູ້.