ກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງເດັກ 27-12-2006

.ການປົກປ້ອງສິດແລະຜົນປະໂຫຍດຂອງເດັກ 27-12-2006


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງຂອງກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງເດັກ

ມາດຕາໜຶ່ງຈຸດປະສົງຂອງກົດໝາຍວ່າດ້ວຍການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກ ກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງ ເດັກກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການ ຄຸ້ມຄອງ,ການຕິດຕາມ,ກວດກາການຈັດຕັ້ງປະຕິບັດການປົກປ້ອງ ສິດແລະຜົນປະໂຫຍດຂອງເດັກບັນດາເຜົ່າລວມທັງມາດຕະການ ຕໍ່ຜູ້່ກະທໍາຜິດຕໍ່ເດັກແນໃສ່ເຮັດໃຫ້ເດັກມີຄວາມສົມບູນທາງດ້ານ ຮ່າງກາຍ,ຈິດໃຈແລະມັນສະໝອງ,ມີຄຸນສົມບັດ,ຄວາມຮູ້,ຄວາມ ສາມາດ,ສາມາດດໍາລົງຊີວິດໃນສັງຄົມຢ່າງມີຄຸນນະພາບແລະ ກາຍເປັນຜູ້ສືບທອດທີ່ດີຂອງຊາດ.

...ມາດຕາສອງການອະທິບາຍຄໍາສັບ

ມາດຕາສອງການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: 1ເດັກໝາຍເຖິງບຸກຄົນທີ່ມີອາຍຸຕໍ່າກວ່າສິບແປດປີ; 2ເດັກທີ່ຕ້ອງການການປົກປ້ອງພິເສດໝາຍເຖິງເດັກກໍາ ພ້າ,ກໍາພອຍ,ເດັກທີ່ຖືກປະຖິ້ມ,ເດັກທີ່ຖືກປະລະຫຼືເດັກທີ່ບໍ່ໄດ້ຮັບ ການເອົາໃຈໃສ່ຈາກພໍ່ແມ່ໃນການເບິ່ງແຍງລ້ຽງດູ,ເດັກທີ່ຖືກທໍາ ຮ້າຍຮ່າງກາຍ,ເດັກທີ່ຖືກທາລຸນທາງເພດ,ເດັກທີ່ກາຍເປັນໂສເພ ນີ,ຕົກເປັນເຫຍື່ອຂອງການຄ້າມະນຸດ,ເດັກທີ່ເຮັດວຽກຢູ່ໃນສະພາບ ທີ່ເປັນອັນຕະລາຍຮ້າຍແຮງຕໍ່ຊີວິດ,ສຸຂະພາບຫຼືຖືກຂູດຮີດແຮງ ງານ,ເດັກນ້ອຍອົບພະຍົບ,ເດັກທີ່ຕິດຢາເສບຕິດ,ເດັກທີ່ໄດ້ຮັບຜົນ ກະທົບຈາກໂຣກເອດຫຼືເຊື້ອເອສໄອວີແລະເດັກທີ່ເປັນຜູ້ຖືກເສຍ ຫາຍໃນຂະບວນການດໍາເນີນຄະດີ. 3ເດັກພິການໝາຍເຖິງເດັກທີ່ບໍ່ມີຄວາມສົມບູນທາງດ້ານ ຮ່າງກາຍ,ຈິດໃຈຫຼືສະໝອງຊຶ່ງສ້າງຄວາມທໍລະມານແລະສົ່ງຜົນ ສະທ້ອນຕໍ່ການເຕີບໃຫຍ່ແລະການພັດທະນາຂອງເດັກ,ການພິການ ດັ່ງກ່າວອາດຈະເກີດຂຶ້ນໃນເວລາເກີດຫຼືຫຼັງການເກີດ; 4ເດັກທີ່ຖືກປະລະໝາຍເຖິງເດັກທີ່ຂາດການເອົາໃນໃສ່ເບິ່ງ ແຍງລ້ຽງດູ,ສຶກສາອົບຮົມ,ສົ່ງເສີມ,ສະໜອງເງື່ອນໄຂທີ່ຈໍາເປັນໃນ ການພັດທະນາຂອງເດັກຈາກພໍ່ແມ່ຫຼືຜູ້ປົກຄອງເຊັ່ນ:ດ້ານສຸຂະພາບ, ໂພຊະນາການທີ່ພຽງພໍແລະຖືກລັກອະນາໄມ,ດ້ານທີ່ຢູ່ອາໄສທີ່ປອດ ໄພ,ດ້ານການສຶກສາ,ການພັດທະນາທາງດ້ານຈິດໃຈບົນພື້ນຖານ ເງື່ອນໄຂທາງດ້ານເສດຖະກິດຂອງຄອບຄົວ; 5ເດັກທີ່ຖືກປະຖິ້ມໝາຍເຖິງເດັກທີ່ຖືກປ່ອຍປະຈາກພໍ່ແມ່ຫຼື ຜູ້ປົກຄອງໃນການຄຸ້ມຄອງເບິ່ງແຍງແລະລ້ຽງດູ. 6ເດັກກໍາພ້າໝາຍເຖິງເດັກທີ່ພໍ່ຫຼືແມ່ໄດ້ເສຍຊີວິດ. 7ເດັກກໍາພອຍໝາຍເຖິງເດັກທີ່ພໍ່ແລະແມ່ໄດ້ເສຍຊີວິດທັງ ໝົດ. 8ເດັກທີ່ຖືກທໍາຮ້າຍຮ່າງກາຍໝາຍເຖິງເດັກທີ່ຖືກທຸບຕີຫຼືທໍ ລະມານຈາກພໍ່ແມ່,ຜູ້ປົກຄອງຫຼືຜູ້ອື່ນໆ. 9ເດັກທີ່ຖືກລ່ວງລະເມີດທາງເພດໝາຍເຖິງເດັກທີ່ຖືກຂົ່ມ ຂືນທໍາຊໍາເລົາ,ຖືກທໍາຊໍາເລົາຫຼືຖືກທໍາອະນາຈານ. 10ເດັກທີ່ໄດ້ຮັບຜົນກະທົບຈາກໂຣກເອດຫຼືເຊື້ອເອສໄອວີ ໝາຍເຖິງເດັກທີ່ເປັນໂຮກເອດ,ຕິດເຊື້ອເອສໄອວີ,ເດັກທີ່ເປັນກໍາ ພ້າ,ກໍາພອຍທີ່ເນື່ອງຈາກຕິດເຊື້ອເອສໄອວີຫຼືເດັກທີ່ໄດ້ອາໄສຢູ່ກັບ ສະມາຊິກຄອບຄົວທີ່ເປັນໂຣກເອດຫຼືຕິດເຊື່ອເອສໄປວີ. 11ເດັກດ້ອຍໂອກາດໝາຍເຖິງເດັກທີ່ຂາຍເງື່ອນໄຂອັນ ຈໍາເປັນໃນການຕອບສະໜອງຫຼືອໍານວຍຄວາມສະດວກແກ່ການ ພັດທະນາຄວາມຮູ້ຄວາມສາມາດ; 12ເດັກກະທໍາຜິດໝາຍເຖິງເດັກທີ່ຖືກດໍາເນີນຄະດີອາຍາ: ເປັນຜູ້ຖືກຫາ,ເປັນຈໍາເລີຍຫຼືຖືກສານຕັດສິນວ່າມີຄວາມຜິດທາງ ອາຍາ; 13ຜູ້ປົກຄອງເດັກໝາຍເຖິງຜູ້ທີ່ມີຄວາມຮັບຜິດຊອບຕໍ່ເດັກ ຄືກັນກັບພໍ່ແມ່ຂອງເດັກ; 14ນັກສັງຄົມສົງເຄາະໝາຍເຖິງບຸກຄົນທີ່ໄດ້ຮັບການແຕ່ງ ຕັ້ງຈາກອົງການຈັດຕັ້ງທີ່ກ່ຽວຂ້ອງຂັງລັດເພື່ອໃຫ້ການຊ່ວຍເຫຼືອ ເດັກທີ່ຕ້ອງການການປົກປ້ອງພິເສດ; 15ການທາລຸນເດັກໝາຍເຖິງການກະທໍາຫຼືການເມີນເສີຍ ຊຶ່ງເປັນການທໍາຮ້າຍຮ່າງກາຍ,ທໍາລາຍຈິດໃຈຂອງເດັກ,ການ ລ່ວງລະເມີດທາງເພດຕໍ່ເດັກ,ການຍຸຍົງໃຫ້ເດັກກະທໍາຜິດຫຼືກະທໍາ ໃນສິ່ງທີ່ມີຜົນສະທ້ອນຕໍ່ຮ່າງກາຍຫຼືຈິດໃຈຂອງເດັກ. 16ການປົກປ້ອງເດັກໝາຍເຖິງການເຄື່ອນໄຫວຂອງບຸກ ຄົນຫຼືການຈັດຕັ້ງແນໃສ່ຮັບປະກັນໃຫ້ເດັກມີຊີວິດແລະເຕີບໃຫຍ່,ໄດ້ ຮັບການພັດທະນາທາງດ້ານຄຸນສົມບັດ,ຄວາມຮູ້,ຄວາມສາມາດ, ໄດ້ຮັບການປົກປ້ອງທາງດ້ານສິດແລະຜົນປະໂຫຍດ,ສາມາດເຂົ້າ ຮ່ວມການເຄື່ອນໄຫວໃນສັງຄົມຢ່າງມີປະສິດທິພາບ; 17ການຊ່ວຍເຫຼືອເດັກໝາຍເຖິງການເຄື່ອນໄຫວຂອງບຸກ ຄົນແລະການຈັດຕັ້ງເພື່ອກອບກູ້ເອົາເດັກທີ່ຕົກຢູ່ໃນອັນຕະລາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເດັກ,ນໍາສົ່ງເດັກກັບ ຄືນສູ່ຄອບຄົວແລະເພື່ອໃຫ້ເດັກປັບຕົວເຂົ້າກັບສົງຄົມ; 18ສູນຝຶກອົບຮົມສໍາລັບເດັກກະທໍາຜິດໝາຍເຖິງສູນສໍາລັບ ສຶກສາອົບຮົມດ້ານແນວຄິດແລະການກະທໍາຂອງເດັກລວມທັງການ ຝຶກວິຊາຊີບເພື່ອໃຫ້ເດັກກັບເປັນຄົນດີຂອງສັງຄົມ; 19ການສືບສວນ-ສອບຖາມໝາຍເຖິງການສືບສວນ-ສອບ ສວນໃນຄະດີເດັກກະທໍາຜິດ.

...ມາດຕາສາມສິດຂອງເດັກ

ມາດຕາສາມສິດຂອງເດັກ ເດັກທຸກຄົນມີສິດພື້ນຖານດັ່ງນີ້: 1ດໍາລົງຊີວິດຢ່າງປອດໄພແລະໄດ້ຮັບການພັດທະນາທາງ ດ້ານຮ່າງກາຍແລະຈິດໃຈຢ່າງເໝາະສົມ. 2ໄດ້ຮັບການຈົດທະບຽນການເກີດ,ການຕັ້ງຊື່ແລະນາມສະ ກຸນແລະໄດ້ສັນຊາດ. 3ຖືກຮັບຮູ້ແລະໄດ້ຮັບການເບິ່ງແຍງດູແລຈາກພໍ່ແມ່ແລະ ບໍ່ຖືກແຍກອອກຈາກພໍ່ແມ່ເວັ້ນເສຍແຕ່ໃນກໍລະນີເພື່ອປົກປ້ອງຜົນ ປະໂຫຍດຂອງເດັກ. 4ໄດ້ຮັບການເບິ່ງແຍງດ້ານສຸຂະພາບ,ການປິ່ນປົວແລະຟື້ນ ຟູສຸຂະພາບໃນເວລາເຈັບເປັນ. 5ໄດ້ຮັບການສຶກສາເພື່ອໃຫ້ມີຄຸນສົມບັດ,ຄວາມຮູ້,ຄວາມ ສາມາດ,ພອນສະຫວັນ,ການກໍ່ສ້າງດ້ານວິຊາຊີບ,ສີມືແຮງງານ ແລະມີວຽກເຮັດງານທໍາ; 6ປາກເວົ້າ,ສະແດງຄໍາຄິດເຫັນ,ພົບປະແລະແລກປ່ຽນບົດ ຮຽນທີ່ດີກັບເດັກນ້ອຍດ້ວຍກັນ,ເຂົ້າຮ່ວມກິດຈະກໍາທາງສັງຄົມ,ສິນ ລະປະ,ວັນນະຄະດີ,ກິລາກາຍະກໍາແລະການພັກຜ່ອນທີ່ເໝາະສົມ ກັບໄວອາຍຸຂອງເດັກ: 7ໄດ້ຮັບແລະຮູ້ຂໍ້ມູນຂ່າວສານຊຶ່ງມີເນື້ອໃນທີ່ເໝາະສົມກັບ ໄວອາຍຸແລະລະດັບການພັດທະນາຂອງເດັກພ້ອມທັງໄດ້ຮັບການ ປົກປ້ອງຈາກຂໍ້ມູນຂ່າວສານທີ່ເປັນອັນຕະລາຍຕໍ່ເດັກ: 8ໄດ້ຮັບການປົກປ້ອງຈາກທຸກຮູບການທາລຸນທາງດ້ານ ຮ່າງກາຍແລະຈິດໃຈຕໍ່ເດັກ. 9ໄດ້ຮັບການປົກປ້ອງພິເສດໃນຂະບວນການຍຸດຕິທໍາ. 10ໄດ້ຮັບສິດອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາສີ່ຜົນປະໂຫຍດສູງສຸດຂອງເດັກ

ມາດຕາສີ່ຜົນປະໂຫຍດສູງສຸດຂອງເດັກ ໃນການຕົກລົງທຸກໆບັນຫາທີ່ພົວພັນກັບເດັກເປັນຕົ້ນບັນຫາ ການເບິ່ງແຍງລ້ຽງດູເດັກ,ການແຕ່ງຕັ້ງຜູ້ປົກຄອງເດັກ,ການເອົາ ເດັກເປັນລູກລ້ຽງ,ການສຶກສາ,ການປິ່ນປົວເດັກແລະການດໍາເນີນ ຄະດີອາຍາສໍາລັບເດັກຕ້ອງຖືຜົນປະໂຫຍດສູງສຸດຂອງເດັກເປັນ ປັດໃຈສໍາຄັນ.

...ມາດຕາຫ້າຄວາມຮັບຜິດຊອບຂອງເດັກ

ມາດຕາຫ້າຄວາມຮັບຜິດຊອບຂອງເດັກ ເດັກທຸກຄົນມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1ເຄົາລົບນັບຖືພໍ່ແມ່,ຜູ້ປົກຄອງ,ສະມາຊິກພາຍໃນຄອບຄົວ, ຄູ,ອາຈານ,ທ່ານຜູ້ນໍາ,ຜູ້ອາຍຸສູງ,ເຄົາລົບສິດຂອງຄົນອື່ນ; 2ຊ່ວຍເຫຼືອພໍ່ແມ່,ຄອບຄົວ,ໝູ່ເພື່ອນ,ຜູ້ອາຍຸສູງແລະຄົນພິ ການຕາມຄວາມສາມາດ. 3ດຸໝັ່ນຮໍ່າຮຽນຢ່າງໜ້ອຍໃຫ້ຮຽນຈົບຊັ້ນປະຖົມ,ເຄົາລົບ ແລະປະຕິບັດກົດລະບຽບຂອງໂຮງຮຽນຢ່າງເຂັ້ມງວດ. 4ຮັກສາສຸຂະພາບ,ອະນາໄມ,ສິ່ງສາທາລະນະປະໂຫຍດ ແລະສິ່ງແວດລ້ອມ. 5ເຄົາລົບແລະປະຕິບັດລັດຖະທໍາມະນູນ,ກົດໝາຍແລະລະ ບຽບການຕ່າງໆຂອງລັດ. 6ສັດຊື່ບໍລິສຸດ,ຮັກບ້ານເກີດເມືອງນອນ,ຮັກປະເທດຊາດ, ຮັກຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ,ນັບຖືວັດທະນາທໍາ,ຮີດຄອງ ປະເພນີອັນດີງາມຂອງຊາດ; 7ປະກອບສ່ວນເຂົ້າໃນກິດຈະກໍາທາງສັງຄົມບົນພື້ນຖານ ຄວາມສາມາດຂອງຕົນ.

...ມາດຕາຫົກການບໍ່ຈໍາແນກເດັກ

ມາດຕາຫົກການບໍ່ຈໍາແນກເດັກ ເດັກທຸກຄົນມີຄວາມສະເໝີພາບໃນທຸກດ້ານໂດຍບໍ່ຈໍາ ແນກເພດ,ເຊື້ອຊາດ,ຊົນເຜົ່າ,ພາສາ,ຄວາມເຊື່ອຖື,ສາສະໜາ, ສະພາບທາງດ້ານຮ່າງກາຍ,ຖານະທາງດ້ານເສດຖະກິດແລະ ສັງຄົມຂອງຄອບຄົວ.

...ມາດຕາເຈັດການມີສ່ວນຮ່ວມຂອງເດັກ

ມາດຕາເຈັດການມີສ່ວນຮ່ວມຂອງເດັກ ລັດ,ສັງຄົມແລະຄອບຄົວຕ້ອງສ້າງເງື່ອນໄຂໃຫ້ເດັກມີ ສ່ວນຮ່ວມໃນກິດຈະກໍາຕ່າງໆ,ອອກຄໍາຄິດຄໍາເຫັນຕໍ່ບັນຫາທີ່ພົວ ພັນກັບເດັກ.ຄໍາເຫັນເຫຼົ່ານັ້ນຕ້ອງໄດ້ຮັບພິຈາລະນາຊັ່ງຊາບົນພື້ນ ຖານອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກຄວາມ ຖືກຜິດ.

...ມາດຕາແປດຄວາມຮັບຜິດຊອບຂອງລັດ

ມາດຕາແປດຄວາມຮັບຜິດຊອບຂອງລັດ ລັດເຫັນຄວາມສໍາຄັນຂອງເດັກຕໍ່ການປົກປັກຮັກສາແລະ ພັດທະນາປະເທດຊາດ.ລັດມີຄວາມຮັບຜິດຊອບວາງນະໂຍບາຍ ກ່ຽວກັບວຽກງານສຶກສາອົບຮົມແລະກໍ່ສ້າງເດັກໃຫ້ເດັກມີນໍ້າໃຈ ຮັກຊາດ,ບ້ານເກີດເມືອງນອນ,ສ້າງແລະຂະຫຍາຍໂຮງຮຽນສາ ມັນ,ໂຮງຮຽນວິຊາຊີບ,ສະຖານທີ່ເບິ່ງແຍງປິ່ນປົວໃຫ້ພຽງພໍ,ສົ່ງ ເສີມໃຫ້ເດັກໄດ້ມີສ່ວນຮ່ວມໃນການເຄື່ອນໄຫວທາງສັງຄົມ,ສ້າງ ແລະປັບປຸງມາດຕະການໃນການປົກປ້ອງເດັກຈາກການຂູດຮີດ, ການປະລະ,ການທາລຸນແລະອື່ນໆ.


...ມາດຕາເກົ້າຄວາມຮັບຜິດຊອບຂອງສັງຄົມ

ມາດຕາເກົ້າຄວາມຮັບຜິດຊອບຂອງສັງຄົມ ສັງຄົົມມີຄວາມຮັບຜິດຊອບປະກອບສ່ວນສ້າງແລະພັດທະ ນາເດັກທາງດ້ານຮ່າງກາຍ,ສະຕິປັນຍາເປັນຕົ້ນແມ່ນເຂົ້າຮ່ວມ ໃນການສ້າງສະຖານທີ່ປິ່ນປົວສຸຂະພາບ,ສຶກສາຮໍ່າຮຽນ,ເຄື່ອນ ໄຫວສິນລະປະວັນນະຄະດີ,ກິລາກາຍຍະກໍາແລະປົກປ້ອງເດັກ ຈາກສິ່ງຫຍໍ້ທໍ້ຕ່າງທໃນສັງຄົມ.

...ມາດຕາສິບ:ຄວາມຮັບຜິດຊອບຂອງພໍ່ແມ່,ຜູ້ປົກຄອງເດັກ

ມາດຕາສິບ:ຄວາມຮັບຜິດຊອບຂອງພໍ່ແມ່,ຜູ້ປົກຄອງເດັກ ພໍ່ແມ່,ຜູ້ປົກຄອງເດັກມີຄວາມຮັບຜິດຊອບດັ່ງນີ້: 1ເບິ່ງແຍງລ້ຽງດູເດັກໃຫ້ເຕີບໃຫຍ່,ເອົາໃນໃສ່ຮັກສາ ຄວາມປອດໄພຂອງເດັກ,ຊຸກຍູ້ແລະສົ່ງເສີມການພັດທະນາເດັກ ຢ່າງຮອບດ້ານ,ປົກປ້ອງເດັກຈາກໄພອັນຕະລາຍເຊັ່ນ:ການໃຊ້ ຄວາມຮຸນແຮງ,ການວຍໃຊ້,ການກົດຂີ່ຂູດຮີດທຸກຮູບແບບ. 2ຮັບປະກັນໃຫ້ເດັກໄດ້ຮັບການຮັກສາສຸຂະພາບຂັ້ນພື້ນ ຖານ; 3ຊຸກຍູ້,ສົ່ງເສີມ,ສ້າງເງື່ອນໄຂແລະອໍານວຍຄວາມສະ ດວກໃຫ້ເດັກໄດ້ເຂົ້າໂຮງຮຽນຢ່າງໜ້ອຍໃຫ້ຈົບຊັ້ນປະຖົມ. 4ສຶກສາອົບຮົມເດັກໃຫ້ເປັນຄົນດີຂອງຄອບຄົວ,ສັງຄົມ ແລະເປັນຜູ້ສືບທອດພາລະກິດຂອງປະເທດຊາດ. 5ເປັນຜູ້ຕ່າງໜ້າຢ່າງຖືກຕ້ອງຕາມກົດໝາຍຂອງເດັກ, ປົກປ້ອງສິດແລະຜົນປະໂຫຍດຂອງເດັກຢູ່ສານແລະສະຖານທີ່ ອື່ນໆ. 6ປະພຶດຕົນເປັນແບບຢ່າງທີ່ດີໃຫ້ແກ່ເດັກ; 7ມີຄວາມຮັບຜິດຊອບອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍ.

...ມາດຕາສິບເອັດກອງທຶນ

ມາດຕາສິບເອັດກອງທຶນ ເພື່ອຮັບປະກັນການພັດທະນາແລະປົກປ້ອງສິດແລະຜົນ ປະໂຫຍດຂອງເດັກລັດເຫັນຄວາມຈໍາເປັນຕ້ອງສ້າງກອງທຶນ ຂຶ້ນ,ແຫຼ່ງຂອງກອງທຶນໄດ້ມາຈາກ: -ງົບປະມານຂອງລັດ; -ການປະກອບສ່ວນຂອງບຸກຄົນແລະການຈັດຕັ້ງພາຍ ໃນປະເທດ. -ການຊ່ວຍເຫຼືອຂອງຕ່າງປະເທດແລະອົງການຈັດຕັ້ງ ສາກົນ. -ແຫຼ່ງອື່ນໆ. ການຈັດຕັ້ງແລະການເຄື່ອນໄຫວຂອງກອງທຶນໄດ້ກໍານົດ ໄວ້ໃນລະບຽບການສະເພາະ.

...ມາດຕາສິບສອງການພົວພັນຮ່ວມມືສາກົນ

ມາດຕາສິບສອງການພົວພັນຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືສາກົນກ່ຽວກັບການປົກ ປ້ອງສິດແລະຜົນປະໂຫຍດຂອງເດັກດ້ວຍການແລກປ່ຽນບົດ ຮຽນແລະຂໍ້ມູນຂ່າວສານ,ການກໍ່ສ້າງແລະບໍລຸງພະນັກງານ, ການຍາດແຍ່ງການຊ່ວຍເຫຼືອແລະອື່ນໆ.

..ພາກທີສອງການຮັກສາສຸຂະພາບ,ທະບຽນຄອບຄົວແລະການເບິ່ງແຍງລ້ຽງດູເດັກ


...ໝວດທີໜຶ່ງການຮັກສາສຸຂະພາບເດັກ


....ມາດຕາສິບສາມ:ການສະໜອງຂໍ້ມູນຂ່າວສານດ້ານສຸຂະພາບ

ມາດຕາສິບສາມ:ການສະໜອງຂໍ້ມູນຂ່າວສານດ້ານສຸຂະພາບ ເດັກທຸກຄົນມີສິດຮຽນຮູ້ແລະໄດ້ຮັບຂໍ້ມູນຂ່າວສານດ້ານສຸ ຂະພາບທີ່ຖືກຕ້ອງແລະພຽງພໍຈາກວິທະຍຸ,ໂທລະພາບແລະສື່ມວນ ຊົນອື່ນໆ. ຂະແໜງການສາທາລະນະສຸກ,ສຶກສາ,ຖະແຫຼງຂ່າວແລະ ວັດທະນາທໍາ,ສື່ມວນຊົນແລະການຈັດຕັ້ງຕ່າງໆໃນສັງຄົມທັງພາກ ລັດແລະເອກະຊົນມີຄວາມຮັບຜິດຊອບຫຼືປະກອບສ່ວນໃນການສະ ໜອງຂໍ້ມູນຂ່າວສານດ້ານສຸຂະພາບໃຫ້ແກ່ເດັກຢ່າງເປັນປົກກະຕິ.

....ມາດຕາສິບສີ່ການຮັກສາສຸຂະພາບແລະການໂພຊະນາການສໍາລັບແມ່ຍິງຖືພາ

ມາດຕາສິບສີ່ການຮັກສາສຸຂະພາບແລະການໂພຊະນາການສໍາ ລັບແມ່ຍິງຖືພາ ລັດເອົາໃຈໃສ່ໃຫ້ແມ່ຍິງຖືພາໄດ້ຮັບການບໍລິການທາງ ດ້ານສຸຂະພາບໃນເວລາຖືພາແລະຫຼັງອອກລູກແລ້ວຕາມລະ ບຽບການເປັນຕົ້ນການກວດກາ,ການຕິດຕາມເບິ່ງຄວາມສ່ຽງ ຕ່າງໆທີ່ອາດຈະເກີດຂຶ້ນຕໍ່ແມ່ຍິ່ງຖືພາແລະໃຫ້ການຊ່ວຍເຫຼືອ ໃນການອອກລູກ. ບຸກຄົນແລະອົງການຈັດຕັ້ງປະກອບສ່ວນໃຫ້ຂໍ້ມູນຂ່າວ ສານແກ່ແມ່ຍິງທີ່ພວກຖືພາຮູ້,ເຂົ້າໃຈກ່ຽວກັບການໂພຊະນາ ການເປັນຕົ້ນການກິນອາຫານທີ່ມີຄຸນປະໂຫຍດແລະບໍ່ເປັນອັນ ຕະລາຍຕໍ່ສຸຂະພາບເພື່ອໃຫ້ເດັກເກີດມາມີຄວາມສົມບູນທາງ ດ້ານຮ່າງກາຍ,ຈິດໃຈແລະມັນສະໝອງ.

....ມາດຕາສິບຫ້າການຮັກສາສຸຂະພາບເດັກຂັ້ນພື້ນຖານ

ມາດຕາສິບຫ້າການຮັກສາສຸຂະພາບເດັກຂັ້ນພື້ນຖານ ລັດສ້າງເງື່ອນໄຂເພື່ອຮັບປະກັນໃຫ້ເດັກໄດ້ຮັບການຮັກສາ ສຸຂະພາບດັ່ງນີ້: 1.ໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລຕັ້ງແຕ່ຢູ່ໃນທ້ອງ ແມ່ເປັນຕົ້ນມາ. 2.ໄດ້ຮັບການສັກ-ຢອດຢາກັນພະຍາດຕາມອາຍຸຂອງເດັກ ຢ່າງຄົບຖ້ວນ. 3.ໄດ້ຮັບການຕອບສະໜອງດ້ານໂພຊະນາການຢ່າງພຽງ ພໍແລະປອດໄພ,ດື່ມນໍ້າສະອາດ,ດໍາລົງຊີວິດຢູ່ໃນສະພາບແວດລ້ອມ ທີ່ດີ,ປອດໄພຈາກມົນລະພາວະທີ່ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະ ພາບຂອງເດັກ. 4.ໄດ້ຮັບການສະໜອງຂໍ້ມູນຂ່າວສານແລະການສຶກສາ ທາງດ້ານການຮັກສາສຸຂະພາບທີ່ສອດຄ່ອງກັບລະດັບໄວອາຍຸ ແລະຄວາມເຂົ້າໃຈຂອງເດັກ. 5.ສາມາດໃຊ້ການບໍລິການປິ່ນປົວແລະການຟື້ນຟູສຸຂະພາບ. 6.ໄດ້ຮັບການກວດກາແລະຕິດຕາມສຸຂະພາບຢ່າງເປັນປົກ ກະຕິ.

....ມາດຕາສິບຫົກການຕິດຕາມແລະການປິ່ນປົວສຸຂະພາບຂອງເດັກ

ມາດຕາສິບຫົກການຕິດຕາມແລະການປິ່ນປົວສຸຂະພາບຂອງເດັກ ເດັກພາຍຫຼັງເກີດມີສິດໄດ້ຮັບການກວດກາສຸຂະພາບແລະ ຕິດຕາມການຈະເລີນເຕີບໂຕຢ່າງເປັນປົກກະຕິ. ເດັກອາຍຸສິບຫ້າປີຫາຕໍ່າກວ່າສິບແປດປີມີສິດຕັດສິນໃຈໃນ ການເລືອກວິທີຫຼືສະຖານທີ່ປິ່ນປົວເໝາະສົມເວັ້ນເສຍແຕ່ເດັກນັ້ນ ຫາກຢູ່ໃນການຄວບຄຸມຂອງເຈົ້າໜ້າທີ່ຫຼືບໍ່ມີສະຕິສົມບູນ. ເດັກພິການ,ເດັກທີ່ຖືກປະຖິ້ມ,ເດັກຄອບຄົວທຸກຍາກໃນເວ ລາເຈັບເປັນຕ້ອງໄດ້ຮັບການກວດແລະປິ່ນປົວໃນສະຖານທີ່ບໍລິ ການປິ່ນປົວແຫ່ງຕ່າງໆໂດຍກອງທຶນສົງເຄາະຂອງລັດເປັນຜູ້ ເສຍໃຫ້.


....ມາດຕາສິບເຈັດການຮັກສາເດັກທີ່ໄດ້ຮັບຜົນກະທົບຈາກໂລກເອກຫຼືເຊື້ອໄວລັດເອສໄອວີ

ມາດຕາສິບເຈັດການຮັກສາເດັກທີ່ໄດ້ຮັບຜົນກະທົບຈາກໂລກເອກ ຫຼືເຊື້ອໄວລັດເອສໄອວີ ລັດແລະສັງຄົມຕ້ອງສ້າງເງື່ອນໄຂໃຫ້ເດັກທີ່ໄດ້ຮັບຜົນກະ ທົບຈາກໂລກເອດຫຼືເຊື້ອເອັດໄອວີໄດ້ເຂົ້າເຖິງການບໍລິການທາງ ດ້ານການຮັກສາສຸຂະພາບ,ການສຶກສາ,ການດໍາລົງຊີວິດຮ່ວມ ກັບຄອບຄົວແລະປົກປ້ອງເດັກຈາກການຈໍາແນກທຸກຮູບແບບ ຈາກຊຸມຊົນແລະສັງຄົມ. ລັດສ້າງເງື່ອນໄຂໃຫ້ເດັກທີ່ໄດ້ຮັບຜົນກະທົບຈາກໂລກເອດ ຫຼືເຊື້ອເອັດໄອວີໄດ້ຮັບນະໂຍບາຍກ່ຽວກັບການປ້ອງກັນແລະການ ຮັກສາສຸຂະພາບດັ່ງນີ້: 1.ຕ້ອງມີມາດຕະການປ້ອງກັນການຕິດເຊື້ອເອັດໄອວີເປັນ ຕົ້ນຈາກແມ່ສູ່ລູກ. 2.ໃຫ້ຄໍາປຶກສາຕໍ່ເດັກທີ່ເປັນໂລກເອດບໍ່ໃຫ້ບັງຄັບເດັກໄປ ກວດເພື່ອຊອກຫາເຊື້ອແລະສະພາບການຕິດເຊື້ອພະຍາດຂອງ ເດັກຕ້ອງຮັກສາເປັນຄວາມລັບ. 3.ໃຫ້ການຊ່ວຍເຫຼືອໃນການປິ່ນປົວແລະການຮັກສາສຸຂະ ພາບເດັກທີ່ຕິດໂລກເອດລວມທັງການໃຫ້ຢາຕ້ານເຊື້ອແລະຢາປິ່ນ ປົວຕ່າງໆ. 4.ຊຸກຍູ້ສັງຄົມແລະຊຸມຊົມໃຫ້ການຊ່ວຍເຫຼືອແກ່ເດັກທີ່ໄດ້ ຮັບຜົນກະທົບຈາກໂລກເອດ.


....ມາດຕາສິບແປດຄວາມຮັບຜິດຊອບຂອງລັດໃນການປົກປ້ອງເດັກຈາກອຸປະຕິເຫດ

ມາດຕາສິບແປດຄວາມຮັບຜິດຊອບຂອງລັດໃນການປົກປ້ອງ ເດັກຈາກອຸປະຕິເຫດ ລັດມີຄວາມຮັບຜິດຊອບວາງລະບຽບການ,ມາດຕະການ, ຊຸກຍູ້ແລະຕິດຕາມກວດກາການຈັດຕັ້ງປະຕິບັດເພື່ອປົກປ້ອງເດັກ ຈາກອຸປະຕິເຫດຕ່າງໆທີ່ນໍາຜົນເສຍຫາຍຕໍ່ຊີວິດຫຼືສຸຂະພາບຂອງ ເດັກເປັນຕົ້ນຄວາມເປັນລະບຽບຮຽບຮ້ອຍ,ຄວາມປອດໄພຂອງ ການຈະລາຈອນບົນທ້ອງຖະໜົນແລະໃນສະຖານທີ່ລ້ຽງເດັກ.

...ໝວດທີສອງທະບຽນຄອບຄົວຂອງເດັກ


....ມາດຕາສິບເກົ້າ:ການຈົດທະບຽນການເກີດຂອງເດັກ

ມາດຕາສິບເກົ້າ:ການຈົດທະບຽນການເກີດຂອງເດັກ ເດັກທີ່ເກີດຢູ່ໃນໂຮງໝໍຕ້ອງໄດ້ຮັບການຢັ້ງຢືນຈາກໂຮງ ໝໍນັ້ນແລ້ວໃຫ້ພໍ່ຫຼືແມ່ນໍາເອົາເອກະສານດັ່ງກ່າວໄປແຈ້ງຕໍ່ນາຍ ບ້ານບ່ອນທີ່ຕົນຢູ່ຫຼືບ່ອນທີ່ຕົນໄດ້ຈົດທະບຽນສໍາມະໂນຄົວເພື່ອຈົດ ທະບຽນການເກີດຂອງເດັກ. ເດັກທີ່ບໍ່ເກີດຢູ່ໂຮງໝໍໃຫ້ພໍ່ແມ່ໄປແຈ້ງຕໍ່ນາຍບ້ານບ່ອນທີ່ ຕົນຢູ່ຫຼືບ່ອນທີ່ຕົນໄດ້ຈົດທະບຽນສໍາມະໂນຄົວເພື່ອຈົດທະບຽນການ ເກີດຂອງເດັກ. ໃນກໍລະນີທີ່ເດັກເກີດຢູ່ຕ່າງປະເທດໃຫ້ພໍ່ຫຼືແມ່ໄປແຈ້ງຕໍ່ ສະຖານທູດແຫ່ງສປປລາວຫຼືກົງສູນໃຫຍ່ແຫ່ງສປປລາວປະຈໍາ ປະເທດນັ້ນເພື່ອຈົດທະບຽນການເກີດຂອງເດັກ. ການຈົດທະບຽນການເກີດຂອງເດັກໃຫ້ດໍາເນີນພາຍໃນ ກໍານົດສາມສິບວັນນັບແຕ່ວັນເດັກເກີດເປັນຕົ້ນໄປ. ນອກຈາກນີ້ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍທະບຽນ ຄອບຄົວ.

....ມາດຕາຊາວຊື່ແລະນາມສະກຸນຂອງເດັກ

ມາດຕາຊາວຊື່ແລະນາມສະກຸນຂອງເດັກ ເດັກທຸກຄົນມີສິດໄດ້ຮັບການຕັ້ງຊື່ແລະນາມສະກຸນຕາມທີ່ ໄດ້ກໍານົດໄວ້ໃນມາດຕາສາມສິບເອັດຂອງກົດໝາຍຄອບຄົວ.

....ມາດຕາຊາວເອັດສັນຊາດຂອງເດັກ

ມາດຕາຊາວເອັດສັນຊາດຂອງເດັກ ສັນຊາດຂອງເດັກແມ່ນໃຫ້ກໍານົດຕາມສັນຊາດຂອງພໍ່ແມ່ ຖ້າວ່າພໍ່ແມ່ຫາກມີສັນຊາດດຽວກັນ. ໃນກໍລະນີທີ່ພໍ່ແມ່ຫາກມີສັນຊາດຕ່າງກັນເດັກອາດຈະເອົາ ສັນຊາດຂອງພໍ່ຫຼືແມ່ກໍ່ໄດ້ໂດຍປະຕິບັດຕາມກົດໝາຍວ່າດ້ວຍສັນ ຊາດລາວ.

...ໝວດທີສາມການເບິ່ງແຍງລ້ຽງດູເດັກ


....ມາດຕາຊາວສອງການໃຫ້ຄວາມອົບອຸ່ນແກ່ເດັກ

ມາດຕາຊາວສອງການໃຫ້ຄວາມອົບອຸ່ນແກ່ເດັກ ພໍ່ແມ່,ຜູ້ປົກຄອງ,ສະມາຊິກອື່ນໃນຄອບຄົວ,ຍາດພີ່ນ້ອງ, ສັງຄົມແລະອົງການຈັດຕັ້ງທີ່ກ່ຽວຂ້ອງຕ້ອງໃຫ້ຄວາມອົບອຸ່ນແກ່ ເດັກດ້ວຍຄວາມໃກ້ຊິດ,ຮັກແພງ,ໃຫ້ຄໍາປຶກສາຫາລື,ສຶກສາອົບ ຮົມ,ຊ່ວຍເຫຼືອແລະອື່ນໆເພື່ອພັດທະນາທາງດ້ານຮ່າງກາຍ,ຈິດ ໃຈແລະມັນສະໝອງຂອງເດັກ. ພໍ່ແລະແມ່ທີ່ຢ່າຮ້າງກັນຕ້ອງຮັກສາສາຍສໍາພັນກັບລູກ ໂດຍສະເພາະເດັກທີ່ຍັງບໍ່ທັນບັນລຸນິຕິພາວະ.

....ມາດຕາຊາວສາມຜູ້ປົກຄອງເດັກ

ມາດຕາຊາວສາມຜູ້ປົກຄອງເດັກ ເດັກທີ່ຂາດພໍ່ແມ່ມີສິດໄດ້ຮັບການເບິ່ງແຍງລ້ຽງດູຈາກ ຜູ້ປົກຄອງທີ່ຖືກແຕ່ງຕັ້ງຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບສາມ ຫາສີ່ສິບຫົກຂອງກົດໝາຍຄອບຄົວ.

....ມາດຕາຊາວສີ່ພັນທະຂອງພໍ່ແມ່ຫຼືຜູ້ປົກຄອງໃນການເບິ່ງແຍງລ້ຽງດູ

ມາດຕາຊາວສີ່ພັນທະຂອງພໍ່ແມ່ຫຼືຜູ້ປົກຄອງໃນການເບິ່ງແຍງ ລ້ຽງດູ ພໍ່ແມ່ມີພັນທະຮ່ວມກັນໃນການເບິ່ງແຍງລ້ຽງດູລູກໂດຍບໍ່ ຂຶ້ນກັບສະພາບການເປັນຜົວເມຍກັນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາສາມສິບຫ້າຂອງກົດໝາຍຄອບຄົວ. ພໍ່ແມ່ແລະຜູ້ປົກຄອງເດັກຕ້ອງມີພັນທະສ້າງແລະສະໜອງ ເງື່ອນໄຂທີ່ດີໃຫ້ແກ່ເດັກເພື່ອໃຫ້ເດັກມີສຸຂະພາບແຂງແຮງ,ມີ ການພັດທະນາແລະມີອະນາຄົດທີ່ດີ.ຖ້າວ່າພໍ່ແມ່ຫຼືຜູ້ປົກຄອງປະ ສົບບັນຫາໃນການລ້ຽງດູເດັກແລະບໍ່ສາມາດແກ້ໄຂບັນຫາດ້ວຍ ຕົນເອງໄດ້ກໍ່ສາມາດຂໍຄໍາປຶກສາແລະການຊ່ວຍເຫຼືອຈາກອົງ ການຈັດຕັ້ງທີ່ກ່ຽວຂ້ອງ.

....ມາດຕາຊາວຫ້າຄວາມຮັບຜິດຊອບຂອງລັດໃນການລ້ຽງດູເດັກ

ມາດຕາຊາວຫ້າຄວາມຮັບຜິດຊອບຂອງລັດໃນການລ້ຽງດູເດັກ ລັດຮັບຜິດຊອບເບິ່ງແຍງລ້ຽງດູເດັກຊຶ່ງບໍ່ມີພໍ່ແມ່ຫຼືຜູ້ປົກ ຄອງລ້ຽງດູຫຼືພໍ່ແມ່ປະຖິ້ມດ້ວຍການສ້າງແລະຂະຫຍາຍສູນເດັກ ກໍາພ້າ,ໂຮງຮຽນກິນນອນແລະອື່ນໆ.

..ພາກທີສາມການພັດທະນາເດັກ


...ໝວດທີໜຶ່ງການສຶກສາສໍາລັບເດັກ


....ມາດຕາຊາວຫົກການສົ່ງເສີມການສຶກສາໃຫ້ແກ່ເດັກ

ມາດຕາຊາວຫົກການສົ່ງເສີມການສຶກສາໃຫ້ແກ່ເດັກ ລັດມີນະໂຍບາຍສົ່ງເສີມແລະສ້າງເງື່ອນໄຂໃຫ້ເດັກໄດ້ ຮັບການສຶກສາດ້ວຍການຂະຫຍາຍໂຮງຮຽນສາມັນສຶກສາ,ອາ ຊີວະສຶກສາ,ວິຊາຊີບ,ສູນຝຶກຝີມືແຮງງານທາງພາກລັດແລະເອ ກະຊົນ,ສະໜອງຄູ,ປຶ້ມຕໍາລາຮຽນ,ອຸປະກອນການຮຽນ,ການ ສອນໃຫ້ນັບມື້ນັບພຽງພໍເພື່ອພັດທະນາເດັກໃຫ້ມີຄວາມຮູ້,ຄວາມ ສາມາດ,ຄົນສົມບັດ,ພອນສະຫວັນແນ່ໃສ່ໃຫ້ເດັກເປັນຜູ້ສືບທອດ ພາລະກິດປົກປັກຮັກສາແລະພັດທະນາປະເທດຊາດຢ່າງມີປະສິດ ທະພາບ. ພໍ່ແມ່,ຜູ້ປົກຄອງເດັກແລະການຈັດຕັ້ງສັງຄົມມີພັນທະສົ່ງ ເສີມແລະສ້າງເງື່ອນໄຂໃຫ້ເດັກໄດ້ເຂົ້າໂຮງຮຽນແລະແກ້ໄຂອຸ ປະສັກຂັດຂວາງເດັກໃນການໄດ້ຮັບການສຶກສາ.

....ມາດຕາຊາວເຈັດໂຮງຮຽນເພື່ອນເດັກ

ມາດຕາຊາວເຈັດໂຮງຮຽນເພື່ອນເດັກ ລັດມີນະໂຍບາຍສ້າງໂຮງຮຽນເພື່ອນເດັກຊຶ່ງເປັນທີ່ນິ ຍົມແລະດູດດຶງເດັກໃຫ້ມັກການຮໍ່າຮຽນ.ໂຮງຮຽນເພື່ອນເດັກ ເປັນບ່ອນສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຮໍ່າຮຽນ,ການ ສຶກສາຄົ້ນຄວ້າສໍາລັບເດັກ,ໄດ້ຮັບການເອົາໃຈໃສ່,ປຶກສາຫາລື, ຊ່ວຍເຫຼືອຈາກຄູ,ມີຄວາມຮັກແພງສາມັກຄີລະຫວາງນັກຮຽນ ດ້ວຍກັນ,ປົກປ້ອງເດັກຈາກການໃຊ້ຄວາມຮຸນແຮງ,ການລົງ ໂທດທາງຮ່າງກາຍຫຼືໃຊ້ຄໍາເວົ້າຫຼືການກະທໍາທີ່ບໍ່ເໝາະສົມຊຶ່ງ ເປັນການແຕະຕ້ອງເຖິງກຽດສັກສີຂອງເດັກ,ປະສະຈາກການ ຈໍາແນກຫຼືການລໍາອຽງແລະການເຮັດວຽກຫຼືອອກແຮງງານ ເກີນຂອບເຂດ.

....ມາດຕາຊາວແປດການສົ່ງເສີມເດັກທີ່ມີພອນສະຫວັນ

ມາດຕາຊາວແປດການສົ່ງເສີມເດັກທີ່ມີພອນສະຫວັນ ລັດ,ສັງຄົມແລະຄອບຄົວຕ້ອງສົ່ງເສີມເດັກທີ່ມີພອນສະ ຫວັນດ້ວຍການສ້າງເງື່ອນໄຂອັນສະດວກໃຫ້ເດັກໄດ້ໃຊ້ຄວາມ ສາມາດທາງດ້ານພອນສະຫວັນຂອງຕົນຢ່າງເຕັມສ່ວນໄປຄຽງ ຄູ່ກັບການສຶກສາທົ່ວໄປ.

....ມາດຕາຊາວເກົ້າການສຶກສາສໍາລັດເດັກທີ່ດ້ອຍໂອກາດ

ມາດຕາຊາວເກົ້າການສຶກສາສໍາລັດເດັກທີ່ດ້ອຍໂອກາດ ລັດມີນະໂຍບາຍກ່ຽວກັບການຮຽນໂດຍບໍ່ເສຍຄ່າ,ສະ ໜອງການຊ່ວຍເຫຼືອທາງດ້ານວັດຖຸທີ່ຈໍາເປັນແລະຍົກເວັ້ນຄ່າ ທໍານຽມຕ່າງໆໃຫ້ແກ່ເດັກທີ່ດ້ອຍໂອກາດ,ເດັກທີ່ຢູ່ເຂດຫ່າງໄກ ສອກຫຼີກແລະເດັກທີ່ມາຈາກຄອບຄົວທຸກຍາກ.ການສຶກສາສໍາ ລັບເດັກດັ່ງກ່າວຢ່າງໜ້ອຍໃຫ້ໄດ້ຮຽນຈົບຊັ້ນປະຖົມແລະຝຶກອົບ ຮົມວິຊາຊີບ.

....ມາດຕາສາມສິບການສຶກສາສໍາລັບເດັກພິການ

ມາດຕາສາມສິບການສຶກສາສໍາລັບເດັກພິການ ເດັກພິການມີສິດໄດ້ຮັບການສຶກສາແລະການຝຶກອົບຮົມວິ ຊາຊີບໂດຍປາສະຈາກການນໍາແນກໂດຍຜ່ານນະໂຍບາຍການ ສຶກສາສໍາລັບໝົດທຸກຄົນ. ລັດສົ່ງເສີມແລະສ້າງເງື່ອນໄຂໃຫ້ເດັກພິການໄດ້ຮັບການ ສຶກສາແລະຊຸກຍູ້ໃຫ້ພາກເອກະຊົນ,ອົງການຈັດຕັ້ງສັງຄົມ,ອົງ ການຈັດຕັ້ງຕ່າງໆທັງພາຍໃນແລະຕ່າງປະເທດຊ່ວຍເຫຼືອການ ສຶກສາສໍາລັບເດັກພິການ.

....ມາດຕາສາມສິບເອັດການສຶກສາສໍາລັບເດັກທີ່ໄດ້ຮັບຜົນກະທົບຈາກໂລກເອດ

ມາດຕາສາມສິບເອັດການສຶກສາສໍາລັບເດັກທີ່ໄດ້ຮັບຜົນກະທົບ ຈາກໂລກເອດ ລັດສ້າງເງື່ອນໄຂສໍາລັບເດັກທີ່ໄດ້ຮັບຜົນກະທົບຈາກໂລກ ເອດໃຫ້ໄດ້ຮັບການສຶກສາແລະເຂົ້າຮ່ວມກິດຈະກໍາຕ່າງໆໃນໂຮງ ຮຽນໂດຍບໍ່ມີການຈໍາແນກ. ຫ້າມເປີດເຜີຍການເປັນໂລກເອດຂອງເດັກ.

...ໝວດທີສອງການມີສ່ວນຮ່ວມຂອງເດັກ


....ມາດຕາສາມສິບສອງການມີສ່ວນຮ່ວມຂອງເດັກໃນກິດຈະກໍາຕ່າງໆ

ມາດຕາສາມສິບສອງການມີສ່ວນຮ່ວມຂອງເດັກໃນກິດຈະກໍາ ຕ່າງໆ ເດັກທຸກຄົນມີສິດເຂົ້າຮ່ວມໃນກິດຈະກໍາຕ່າງໆທີ່ເປັນການ ພັດທະນາທາງຮ່າງກາຍ,ຈິດໃຈແລະມັນສະໝອງເຊັ່ນ:ກິດຈະກໍາ ທາງດ້ານການສຶກສາ,ວັດທະນາທໍາ-ສັງຄົມ,ສິນລະປະວັນນະຄະດີ, ກິລາກາຍະກໍາແລະການມ່ວນຊື່ນຂອງເດັກຢູ່ໃນຊຸມຊົນ. ໂຮງຮຽນ,ອົງການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບ ໃນການວາງແຜນແລະຈັດສະຖານທີ່ສໍາລັດກິດຈະກໍາທີ່ກໍານົດໄວ້ ໃນວັກເທິງນີ້.

....ມາດຕາສາມສິບສາມການມີສ່ວນຮ່ວມຂອງເດັກໃນການປະຕິດສ້າງ

ມາດຕາສາມສິບສາມການມີສ່ວນຮ່ວມຂອງເດັກໃນການປະຕິດ ສ້າງ ລັດມີນະໂຍບາຍສົ່ງເສີມເດັກທຸກຄົນໃຫ້ມີການປະດິດສ້າງ ດ້ວຍການສະແດງຜົນງານການປະດິດສ້າງສິ່ງຕ່າງໆຂອງຕົນທີ່ ເປັນປະໂຫຍດແລະເປັນແບບຢ່າງອັນດີໃຫ້ແກ່ເດັກຜູ້ອື່ນ,ສະເໜີ ຄໍາຄິດເຫັນແລະມີສ່ວນຮ່ວມໃນສັງຄົມໃນການສະແດງຄວາມສາ ມາດຂອງຕົນອອກດ້ວຍຮູບການຕ່າງໆ.

....ມາດຕາສາມສິບສີ່ການມີສ່ວນຮ່ວມຂອງເດັກໃນການຕົກລົງບັນຫາ

ມາດຕາສາມສິບສີ່ການມີສ່ວນຮ່ວມຂອງເດັກໃນການຕົກລົງບັນ ຫາ ເດັກທຸກຄົນມີສິດຄົ້ນຄວ້າປະກອບຄໍາເຫັນໃນການຕົກລົງ ບັນຫາຕ່າງໆທີ່ຍົກຂຶ້ນມາພິຈາລະນາເປັນຕົ້ນບັນຫາທີ່ພົວພັນກັບ ອະນາຄົດແລະຊາຕາກໍາຂອງຕົນ.ບຸກຄົນແລະການຈັດຕັ້ງທີ່ກ່ຽວ ຂ້ອງຕ້ອງອໍານວຍຄວາມສະດວກໃຫ້ແກ່ການປະກອບຄໍາເຫັນ ແລະພິຈາລະນາຄໍາເຫັນດັ່ງກ່າວບົນພື້ນຖານການຊັ່ງຊາຕາມ ອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກຄວາມຖືກຜິດ.

..ພາກທີສີ່ການປົກປ້ອງແລະຊ່ວຍເຫຼືອເດັກ


...ໝວດທີໜຶ່ງຄວາມຮັບຜິດຊອບຂອງລັດໃນການປົກປ້ອງແລະຊ່ວຍເຫຼືອເດັກ


....ມາດຕາສາມສິບຫ້ານະໂຍບາຍກ່ຽວກັບການປົກປ້ອງແລະຊ່ວຍເຫຼືອເດັກ

ມາດຕາສາມສິບຫ້ານະໂຍບາຍກ່ຽວກັບການປົກປ້ອງແລະຊ່ວຍ ເຫຼືອເດັກ ລັດມີນະໂຍບາຍສະກັດກັ້ນແລະຕ້ານການທາລຸນ,ການຂູດ ຮີດເດັກດ້ວຍການອອກມາດຕະການປົກປ້ອງແລະຊ່ວຍເຫຼືອເດັກທີ່ ມີຄວາມສ່ຽງຕໍ່ການທາລຸນຫຼືການຂູດຮີດໂດຍມອບໃຫ້ກະຊວງ ແຮງງານແລະສະຫວັດດີການສັງຄົມເປັນເຈົ້າການໂດຍປະສານ ສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເຊັ່ນ:ສາທາລະນະສຸກ,ສຶກ ສາ,ຍຸຕິທໍາ,ການຕ່າງປະເທດ,ປ້ອງກັນຄວາມສະຫງົບ,ອົງການ ໄອຍະການປະຊາຊົນ,ອົງການຈັດຕັ້ງມະຫາຊົນແລະອົງການຈັດ ຕັ້ງອື່ນທີ່ກ່ຽວຂ້ອງ. ກະຊວງແຮງງານແລະສະຫວັດດີການສັງຄົມວາງລະບຽບ ການແລະອອກຄໍາແນະນໍາກ່ຽວກັບການປົກປ້ອງແລະຊ່ວຍເຫຼືອ ເດັກ,ສ້າງຕັ້ງຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກເພື່ອ ຈັດຕັ້ງປະຕິບັດລວມທັງຕິດຕາມ,ກວດກາ,ຊຸກຍູ້ການຈັດຕັ້ງປະຕິ ບັດດັ່ງກ່າວ.

....ມາດຕາສາມສິບຫົກສິດແລະໜ້າທີ່ຂອງຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກ

ມາດຕາສາມສິບຫົກສິດແລະໜ້າທີ່ຂອງຄະນະກໍາມະການປົກ ປ້ອງແລະຊ່ວຍເຫຼືອເດັກ ຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກມີສິດແລະ ໜ້າທີ່ຕົ້ນຕໍດັ່ງນີ້: 1.ຮັບລາຍງານ,ຊອກຮູ້ແລະນໍາໃຊ້ມາດຕະການອັນຮີບ ດ່ວນເພື່ອປົກປ້ອງແລະຊ່ວຍເຫຼືອເດັກທີ່ຕົກຢູ່ໃນຄວາມສ່ຽງແລະ ເດັກທີ່ຕ້ອງການການປົກປ້ອງພິເສດ. 2.ສ້າງເງື່ອນໄຂແລະໃຫ້ການຊ່ວຍເຫຼືອແກ່ຄອບຄົວຂອງ ເດັກທີ່ຕ້ອງການການປົກປ້ອງພິເສດແລະຄອບຄົວທີ່ມີເດັກຕົກຢູ່ ໃນສະພາບຄວາມສ່ຽງເພື່ອໃຫ້ຄອບຄົວສາມາດແກ້ໄຂບັນຫາ ດ້ວຍຕົນເອງຢ່າງຖືກຕ້ອງ. 3.ແນະນໍາ,ຕິດຕາມ,ກວດກາຢ່າງເປັນປົກກະຕິກ່ຽວກັບ ການເບິ່ງແຍງດູແລ,ຊ່ວຍເຫຼືອເດັກຂອງບັນດາສູນຫຼືສະຖານທີ່ ທີ່ກ່ຽວຂ້ອງ. 4.ເກັບກໍາສະຖິຕິກ່ຽວກັບເດັກທີ່ຕ້ອງການການປົກປ້ອງ ພິເສດແລະເດັກທີ່ຕົກຢູ່ໃນຄວາມສ່ຽງໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ,ສະຫຼຸບສັງລວມການຈັດຕັ້ງປະຕິບັດວຽກງານຂອງ ຕົນເພື່ອລາຍງານໃຫ້ຂັ້ນເທິງຊາບຢ່າງເປັນປົກກະຕິ.

....ມາດຕາສາມສິບເຈັດນະໂຍບາຍກ່ຽວກັບການສ້າງຄອບຄົວໃຫ້ເຂັ້ມແຂງ

ມາດຕາສາມສິບເຈັດນະໂຍບາຍກ່ຽວກັບການສ້າງຄອບຄົວໃຫ້ ເຂັ້ມແຂງ ລັດສົ່ງເສີມໃຫ້ຄອບຄົວສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຄວາມສາມັກຄີຮັກແພງ,ໃຫ້ການຊ່ວຍເຫຼືອແກ່ພໍ່ແມ່ໃນ ການປະຕິບັດພັນທະເບິ່ງແຍງລ້ຽງດູແລະສຶກສາອົບຮົມລູກ,ກໍາ ນົດຄອບຄົວແລະເດັກທີ່ມີຄວາມອ່ອນແອຫຼືຢູ່ໃນຄວາມສ່ຽງສູງ ເພື່ອປົກປ້ອງແລະຊ່ວຍເຫຼືອ. ການສ້າງຄອບຄົວມີດັ່ງນີ້: 1.ໃຫ້ຄວາມຊ່ວຍເຫຼືອແກ່ພໍ່ແມ່ເພື່ອສ້າງຄວາມສາມາດ ໃນການປະຕິບັດພັນທະເບິ່ງແຍງລ້ຽງດູແລະສຶກສາອົບຮົມເດັກ, ຕອບສະໜອງຄວາມຢູ່ດີກິນດີແລະຜົນປະໂຫຍດສູງສຸດຂອງລູກ, ຂອງຄອບຄົວ,ສ້າງຄວາມສາມັກຄີພາຍໃນຄອບຄົວ. 2.ສະກັດກັ້ນຜົນກະທົບຈາກພາຍນອກຕໍ່ຄອບຄົວແລະເດັກ, ໃຫ້ຄໍາແນະນໍາ,ຄໍາປຶກສາແລະການຊ່ວຍເຫຼືອທີ່ເໝາະສົມແກ່ ຄອບຄົວແລະເດັກທີ່ມີບັນຫາ. 3.ສ້າງຄວາມຮັບຮູ້ຂອງມວນຊົນກ່ຽວກັບໄພອັນຕະລາຍ ແລະຜົນສະທ້ອນອັນບໍ່ດີຂອງການທາລຸນແລະການຂູດຮີດເດັກ.


...ໝວດທີສອງການປົກປ້ອງແລະຊ່ວຍເຫຼືອເດັກທີ່ຕ້ອງການການປົກປ້ອງພິເສດ


....ມາດຕາສາມສິບແປດການລາຍງານ

ມາດຕາສາມສິບແປດການລາຍງານ ເພື່ອເກັບກໍາສະພາບການຕ່າງໆທີ່ເກີດຂຶ້ນໃນຊຸມຊົນຂອງ ເດັກແລະໃນສັງຄົມ,ຊອກຫາສາເຫດທີ່ພາໃຫ້ເດັກຕົກເປັນບຸກຄົນ ທີ່ຕ້ອງການການປົກປ້ອງພິເສດຢ່າງທົ່ວເຖິງນັ້ນຕ້ອງສ້າງຕາໜ່າງ ປົກປ້ອງເດັກຢ່າງກວ້າງຂວາງພາຍໃຕ້ການຊີ້ນໍາຂອງຄະນະກໍາ ມະການປົກປ້ອງແລະຊ່ວຍເຫຼືອເດັກ. ຕາໜ່າງດັ່ງກ່າວມີໜ້າທີ່ຕົ້ນຕໍດັ່ງນີ້: -ຕິດຕາມເບິ່ງເດັກທີ່ຂາດຄວາມເອົາໃນໃສ່ເບິ່ງແຍງລ້ຽງ ດູຫຼືຖືກເອົາລັດເອົາປຽບເດັກ. -ເກັບກໍາຂໍ້ມູນແລະສະຖິຕິກ່ຽວກັບເດັກທີ່ຕ້ອງການການປົກ ປ້ອງພິເສດແລ້ວລາຍງານໃຫ້ຄະນະກໍາມະການປົກປ້ອງແລະຊ່ວຍ ເຫຼືອເດັກຢ່າງເປັນປົກກະຕິ. -ໃຫ້ຄໍາປຶກສາ,ແນະນໍາແກ່ເດັກທີ່ຕ້ອງການການປົກປ້ອງ ພິເສດ. -ອໍານວຍຄວາມສະດວກແລະປະສານສົມທົບກັບທຸກພາກ ສ່ວນທີ່ກ່ຽວຂ້ອງກ່ຽວກັບວຽກງານປົກປ້ອງແລະຊ່ວຍເຫຼືອເດັກ.

ນອກຈາກນີ້ບຸກຄົນແລະການຈັດຕັ້ງຫາກໄດ້ຮູ້,ໄດ້ເຫັນກ່ຽວ ກັບເຫດການທີ່ພາໃຫ້ເດັກຕົກຢູ່ໃນຄວາມສ່ຽງທີ່ຈະພາໃຫ້ມີການປົກ ປ້ອງພິເສດຫຼືເດັກທີ່ຕ້ອງການການປົກປ້ອງພິເສດນັ້ນຕ້ອງແຈ້ງຫຼື ລາຍງານເຫດການໃຫ້ຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອ ເດັກໂດຍດ່ວນຫຼືໃຫ້ອົງການສືບສ່ວນ-ສອບສວນຖ້າຫາກເຫັນວ່າ ເປັນການກະທໍາຜິດທາງອາຍາ.


....ມາດຕາສາມສິບເກົ້າການກໍານົດວິທີການປົກປ້ອງແລະຊ່ວຍເຫຼືອເດັກ

ມາດຕາສາມສິບເກົ້າການກໍານົດວິທີການປົກປ້ອງແລະຊ່ວຍເຫຼືອ ເດັກ ພາຍຫຼັງໄດ້ພົບເຫັນຫຼືຮັບລາຍງານວ່າມີເດັກທີ່ຕ້ອງການ ການປົກປ້ອງພິເສດແລ້ວຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອ ເດັກຕ້ອງພິຈາລະນາຄົ້ນຄວ້າເພື່ອວາງແຜນການ,ກໍານົດຮູບ ການແລະວິທີການຊ່ວຍເຫຼືອທີ່ຈໍາເປັນແກ່ເດັກໂດຍອີງໃສ່ຄໍາຄິດ ຄໍາເຫັນ,ອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກ ຄວາມຖືກຜິດ.

....ມາດຕາສີ່ສິບມາດຕະການປົກປ້ອງຮີບດ່ວນ

ມາດຕາສີ່ສິບມາດຕະການປົກປ້ອງຮີບດ່ວນ ເມື່ອໄດ້ພົບເຫັນຫຼືຮັບລາຍງານວ່າມີເດັກທີ່ຕ້ອງການການ ປົກປ້ອງພິເສດເພື່ອນໍາເອົາເດັກອອກຈາກໄພອັນຕະລາຍນັ້ນຄະ ນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກຕ້ອງນໍາໃຊ້ມາດຕະ ການປົກປ້ອງຮີບດ້ວນດັ່ງນີ້: 1.ກວດກາສະຖານທີ່ທີ່ສົງໄສວ່າມີເດັກທີ່ຕ້ອງການການ ປົກປ້ອງພິເສດ; 2.ເອົາເດັກອອກຈາກການຄຸ້ມຄອງຂອງພໍ່ແມ່ຫຼືຜູ້ປົກຄອງ ແລ້ວນໍາເອົາເດັກໄປໄວ້ໃນສະຖານທີ່ປອດໄພຊົ່ວຄາວຫຼືສູນຮັບ ຕ້ອນເດັກຖ້າພໍ່ແມ່ຫຼືຜູ້ປົກຄອງນັ້ນຫາກມີບັນຫາ; 3.ໃນກໍລະນີທີ່ເອົາເດັກມາຈາກສະຖານທີ່ອື່ນຕ້ອງມອບ ເດັກໃຫ້ແກ່ພໍ່ແມ່ຫຼືຜູ້ປົກຄອງເບິ່ງແຍງດູແລເວັ້ນເສຍແຕ່ພໍ່ແມ່ຫຼື ຜູ້ປົກຄອງນັ້ນຫາກມີບັນຫາ.

....ມາດຕາສີ່ສິບເອັດຂັ້ນຕອນດໍາເນີນການປົກປ້ອງແລະຊ່ວຍເຫຼືອເດັກ

ມາດຕາສີ່ສິບເອັດຂັ້ນຕອນດໍາເນີນການປົກປ້ອງແລະຊ່ວຍເຫຼືອ ເດັກ ໂດຍອີງໃສ່ເງື່ອນໄຂສະພາບແວດລ້ອມຂອງເດັກແຕ່ລະ ຄົນຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກຕ້ອງດໍາເນີນ ຕາມຂັ້ນຕອນດັ່ງນີ້: 1.ເອົາເຂົ້າສູນຮັບຕ້ອນເດັກ. 2.ໃຫ້ຄໍາປຶກສາ,ຮັກສາສຸຂະພາບ,ສຶກສາຮໍ່າຮຽນ,ຝຶກອົບ ຮົມວິຊາຊີບແລະໃຫ້ການບໍລິການອື່ນໆທີ່ຈໍາເປັນເພື່ອຊ່ວຍຟື້ນຟູ ສະພາບທາງດ້ານຮ່າງກາຍແລະຈິດໃຈຂອງເດັກໃຫ້ສາມາດກັບ ເຂົ້າສູ່ສັງຄົມຄືນໃໝ່. 3.ຊອກຫາພໍ່ແມ່ຫຼືຜູ້ປົກຄອງເດັກແລະສົ່ງເດັກຄືນໃຫ້ແກ່ ຄອບຄົວ. 4.ໃຫ້ຄວາມຊ່ວຍເຫຼືອແລະຄໍາແນະນໍາແກ່ພໍ່ແມ່ຫຼືຜູ້ປົກ ຄອງເດັກປະຕິບັດພັນທະລ້ຽງດູແລະສຶກສາອົບຮົມລູກໃຫ້ດີ,ຊ່ວຍ ເຫຼືອໃນການສ້າງລາຍໄດ້,ໃຫ້ການຊ່ວຍເຫຼືອທາງດ້ານການເງິນ ແລະອື່ນໆທີ່ຈໍາເປັນ. 5.ຕິດຕາມແລະຢ້ຽມຢາມເຮືອນທີ່ເດັກອາໄສຢູ່ເປັນປະ ຈໍາເພື່ອກວດກາຄຸນນະພາບຂອງການເບິ່ງແຍງລ້ຽງດູເດັກຂອງ ພໍ່ແມ່ຫຼືຜູ້ປົກຄອງ.


....ມາດຕາສີ່ສິບສອງທາງເລືອກສໍາລັບການເບິ່ງແຍງລ້ຽງດູເດັກ

ມາດຕາສີ່ສິບສອງທາງເລືອກສໍາລັບການເບິ່ງແຍງລ້ຽງດູເດັກ ການເບິ່ງແຍງລ້ຽງດູເດັກມີຫຼາຍທາງເລືອກ,ການພິຈາ ລະນາກ່ຽວກັບການນໍາໃຊ້ທາງເລືອກນັ້ນຕ້ອງອີງໃສ່ເງື່ອນໄຂດັ່ງ ນີ້: 1.ຜົນປະໂຫຍດສູງສຸດຂອງເດັກຕ້ອງຖືເປັນປັດໃຈຕົ້ນຕໍ. 2.ຜູ້ປົກຄອງທີ່ຖືກແຕ່ງຕັ້ງຕ້ອງມາຈາກສະມາຊິກພາຍໃນ ຄອບຄົວຫຼືຍາດໃກ້ຊິດທີ່ຢູ່ໃກ້ກັບເດັກເວັ້ນເສຍແຕ່ຫາກຂັດກັບຜົນ ປະໂຫຍດສູງສຸດຂອງເດັກ; 3.ຄວາມຈໍາເປັນໃນການປົກປັກຮັກສາວັດທະນະທໍາ,ພາ ສາ,ສາສະໜາແລະເຊື້ອຊາດຂອງເດັກ. 4.ການຄຸ້ມຄອງເດັກຢູ່ສະຖານທີ່ເບິ່ງແຍງລ້ຽງດູເດັກ ເຊັ່ນ:ສູນເດັກກໍາພ້າ,ໂຮງຮຽນກິນນອນຫຼືສະຖາບັນອື່ນໆນັ້ນຕ້ອງ ຖືເປັນທາງເລືອກສຸດທ້າຍ. 5.ຄໍາເຫັນຂອງເດັກຕ້ອງໄດ້ຮັບການພິຈາລະນາບົນພື້ນ ຖານການຊັ່ງຊາຕີລາຄາລະດັບອາຍຸແລະຄວາມສາມາດຂອງ ເດັກໃນການຈໍາແນກຄວາມຖືກຜິດ. 6.ເດັກທີ່ໄດ້ຮັບຜົນກະທົບຈາກໂລກເອດຕ້ອງໄດ້ຮັບການ ເບິ່ງແຍງລ້ຽງດູຈາກຄອບຄົວ,ບໍ່ຄວນແຍກເດັກອອກຢູ່ໂດດດ່ຽວ ຈາກເດັກຜູ້ອື່ນແລະສັງຄົມ.


....ມາດຕາສີ່ສິບສາມການຕິດຕາມ,ກວດກາຄືນທາງເລືອກ

ມາດຕາສີ່ສິບສາມການຕິດຕາມ,ກວດກາຄືນທາງເລືອກ ຄະນະກໍາມະການປົກປ້ອງແລະຊ່ວຍເຫຼືອເດັກ,ອົງການ ປົກຄອງບ້ານຕ້ອງຕິດຕາມແລະກວດກາຄືນການປະຕິບັດທາງ ເລືອກທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບສອງຂອງກົດໝາຍສະບັບ ນີ້ເພື່ອຮັບປະກັນໃຫ້ເດັກໄດ້ຮັບການປະຕິບັດທາງເລືອກຢ່າງເຕັມ ສ່ວນ,ໄດ້ຮັບການເບິ່ງແຍງລ້ຽງດູແລະປົກປ້ອງຢ່າງພຽງພໍ. ສູນຫຼືສະຖານທີ່ອື່ນທີ່ຮັບເດັກເຂົ້າມາເບິ່ງແຍງລ້ຽງດູຕ້ອງ ຕິດຕາມ,ກວດກາຄືນການປະຕິບັດວຽກງານຂອງຕົນຢູ່ສະເໝີ ເພື່ອຮັບປະກັນໃຫ້ເດັກກັບຄືນສູ່ສັງຄົມຢ່າງມີປະສິດທິຜົນໂດຍໄວ.

...ໝວດທີສາມການສໍາພາດເດັກທີ່ເປັນຜູ້ຖືກເຄາະຮ້າຍແລະເປັນພະຍານ


....ມາດຕາສີ່ສິບສີ່ສິດຂອງເດັກທີ່ເປັນຜູ້ຖືກເຄາະຮ້າຍແລະເປັນພະຍານ

ມາດຕາສີ່ສິບສີ່ສິດຂອງເດັກທີ່ເປັນຜູ້ຖືກເຄາະຮ້າຍແລະເປັນພະ ຍານ ເດັກທີ່ເປັນຜູ້ຖືກເຄາະຮ້າຍແລະເປັນພະຍານໃນການດໍາ ເນີນຄະດີອາຍາມີສິດດັ່ງນີ້: 1.ໄດ້ຮັບການເຄົາລົບທາງດ້ານກຽດສັກສີແລະຄຸນຄ່າ ຂອງມະນຸດ. 2.ອອກຄໍາເຫັນຊຶ່ງຕ້ອງໄດ້ຮັບການພິຈາລະນາບົນພື້ນ ຖານຊັ່ງຊາລະດັບອາຍຸແລະຄວາມສາມາດຂອງເດັກໃນການ ຈໍາແນກຄວາມຖືກຜິດ. 3.ໄດ້ຮັບການຊ່ວຍເຫຼືອຈາກພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງ ທາງກົດໝາຍໃນທຸກຂັ້ນຕອນຂອງການດໍາເນີນຄະດີເພື່ອປົກປ້ອງ ສິດແລະຜົນປະໂຫຍດອັນຊອບທໍາຂອງເດັກ. 4.ໄດ້ຮັບການຮັກສາຄວາມລັບ. 5.ໄດ້ຮັບການປົກປ້ອງຈາກການບັງຄັບ,ຂົ່ມຂູ່ຫຼືອັນຕະ ລາຍທຸກຮູບແບບລວມທັງສະມາຊິກຄອບຄົວຂອງຕົນ; 6.ໄດ້ຮັບສິດອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍການພັດທະນາແລະປົກປ້ອງແມ່ຍິງແລະກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ.


....ມາດຕາສີ່ສິບຫ້າການສໍາພາດເດັກ

ມາດຕາສີ່ສິບຫ້າການສໍາພາດເດັກ ຄະດີທີ່ມີເດັກເປັນຜູ້ຖືກເຄາະຮ້າຍຫຼືເປັນພະຍານຕ້ອງ ແມ່ນເຈົ້າໜ້າທີ່ຂອງອົງການສືບສວນ-ສອບສວນແລະອົງການໄອຍະການປະຊາຊົນທີ່ໄດ້ຜ່ານການຝຶກ ອົບຮົມສະເພາະເປັນຜູ້ສໍາພາດໂດຍປະສານສົມທົບກັບນັກສັງຄົມ ສົງເຄາະ. ໃນການສໍາພາດນັ້ນອົງການສືບສວນ-ສອບສວນແລະອົງ ການໄອຍະການປະຊາຊົນຕ້ອງປະຕິບັດດັ່ງນີ້: 1.ມີວິທີການທີ່ນິ້ມນວນແລະເປັນມິດຕໍ່ເດັກທີ່ເປັນຜູ້ຖືກ ເຄາະຮ້າຍຫຼືເປັນພະຍານ; 2.ໃຫ້ພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງເຂົ້າຮ່ວມກັບເດັກທຸກ ຄັ້ງໃນເວລາສໍາພາດ. 3.ໃຫ້ມີຫ້ອງສໍາພາດເດັກສະເພາະໂດຍປະສະຈາກການ ລົບກວນ. 4.ຖາມເດັກດ້ວຍຄໍາເວົ້າທີ່ເຂົ້າໃຈງ່າຍແລະເໝາະສົມ ກັບອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກຄວາມ ຖືກຜິດ. 5.ມີວິທີທີ່ເໝາະສົມເພື່ອບໍ່ໃຫ້ເດັກມີການຕິດຕໍ່ພົວພັນກັບ ຜູ້ຖືກຫາຫຼືຈໍາເລີຍໃນໄລຍະເວລາທີ່ສໍາພາດ.

...ໝວດທີສີ່ການສະກັດກັ້ນແລະການບໍາບັດຟື້ນຟູເດັກຕິດສິ່ງເສບຕິດ


....ມາດຕາສີ່ສິບຫົກການສະກັດກັ້ນການຕິດສິ່ງເສບຕິດ

ມາດຕາສີ່ສິບຫົກການສະກັດກັ້ນການຕິດສິ່ງເສບຕິດ ລັດມີນະໂຍບາຍ,ວາງລະບຽບກົດໝາຍສະກັດກັ້ນການຕິດ ສິ່ງເສບຕິດເຊັ່ນ:ຢາເສບຕິດ,ເຫຼົ້າ,ເບຍຫຼືສິ່ງມຶນເມົາອື່ນໆແລະຊຸກ ຍູ້ໃຫ້ສັງຄົມແລະຄອບຄົວເຂົ້າຮ່ວມຢ່າງຕັ້ງໜ້າໃນການສະກັດກັ້ນ ດັ່ງກ່າວພ້ອມກັນນັ້ນກໍ່ມີວິທີການສຶກສາອົບຮົມ,ຍົກສູງຄວາມຮັບຮູ້ ແລະສະຕິກ່ຽວກັບຄວາມເປັນອັນຕະລາຍຂອງສິ່ງເສບຕິດ.

....ມາດຕາສີ່ສິບເຈັດການບໍາບັດຟື້ນຟູເດັກຕິດສິ່ງເສບຕິດ

ມາດຕາສີ່ສິບເຈັດການບໍາບັດຟື້ນຟູເດັກຕິດສິ່ງເສບຕິດ ລັດມີນະໂຍບາຍ,ສ້າງເງື່ອນໄຂ,ສິ່ງອໍານວຍແລະຈັດຕັ້ງ ປິ່ນປົວ,ບໍາບັດ,ຟື້ນຟູແລະສຶກສາອົບຮົມເດັກຕິດສິ່ງເສບຕິດໄປ ຄຽງຄູ່ກັບການຝຶກວິຊາຊີບໂດຍຊຸກຍູ້ໃຫ້ມີການເຂົ້າຮ່ວມຂອງ ສັງຄົມ,ໂຮງຮຽນແລະຄອບຄົວ. ການປິ່ນປົວແລະຮັກສາເດັກຕິດສິ່ງເສບຕິດຢູ່ໂຮງໝໍຫຼື ສູນບໍາບັດຟື້ນຟູນັ້ນໃຫ້ຖືວ່າເປັນທາງເລືອກສຸດທ້າຍແລະບໍ່ໃຫ້ ເກີນກໍານົດເວລາທີ່ຈໍາເປັນໃນການບໍາລັດແລະຟື້ນຟູ. ການຮັບເດັກຕິດສິ່ງເສບຕິດເຂົ້າໃນສູນບໍາບັດຟື້ນຟູເຂົ້າ ສູ່ສູນບໍາບັດຟື້ນຟູຕ້ອງປະຕິບັດຕາມລະບຽບການຢ່າງເຂັ້ມງວດ ໂດຍໄດ້ຮັບອະນຸຍາດຈາກຄະນະກໍາມະການປົກປ້ອງແລະຊ່ວຍ ເຫຼືອເດັກ.

...ໝວດທີຫ້າຂໍ້ຫ້າມ


....ມາດຕາສີ່ສິບແປດຂໍ້ຫາມສໍາລັບເດັກ

ມາດຕາສີ່ສິບແປດຂໍ້ຫາມສໍາລັບເດັກ ຂໍ້ຫ້າມພື້ນຖານສໍາລັບເດັກມີດັ່ງນີ້: -ການເສບຢາເສບຕິດ,ການດື່ມເຫຼົ້າ,ເບຍ,ການສູບຢາແລະ ສິ່ງເສບຕິດອື່ນໆ. -ການບໍລິການຢູ່ຫ້ອງບັນເທີງ,ເຮືອນພັກ,ໂຮງແຮມ,ຮ້ານ ກິນດື່ມ. -ການໃຊ້ບໍລິການຢູ່ຫ້ອງບັນເທີງ,ເຮືອນພັກ,ໂຮງແຮມ, ຮ້ານກິນດື່ມໃນທາງທີ່ບໍ່ຖືກຕ້ອງເຊັ່ນ:ເພື່ອເສບຢາເສບຕິດ,ດື່ມ ສິ່ງມຶນເມົາ. -ການມົ້ວສຸມສິ່ງລາມົກ,ອະນາຈານຕ່າງໆ. -ການຫຼິ້ນເກມນອກຫຼັກສູດການຮຽນ-ການສອນໃນເວລາ ເຂົ້າໂຮງຮຽນ. -ການຫຼິ້ນການພະນັນທຸກປະເພດ. -ການຖືອາວຸດຫຼືວັດຖຸລະເບີດທຸກຊະນິດ. -ຂໍ້ຫ້າມອື່ນໆທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

....ມາດຕາສີ່ສິບເກົ້າຂໍ້ຫ້າມສໍາລັບພໍ່ແມ່,ຜູ້ປົກຄອງແລະບຸກຄົນອື່ນ

ມາດຕາສີ່ສິບເກົ້າຂໍ້ຫ້າມສໍາລັບພໍ່ແມ່,ຜູ້ປົກຄອງແລະບຸກຄົນອື່ນ ຂໍ້ຫ້າມສໍາລັບພໍ່ແມ່,ຜູ້ປົກຄອງແລະບຸກຄົນອື່ນມີດັ່ງນີ້: -ການຂັດຂວາງບໍ່ໃຫ້ເດັກປິ່ນປົວ,ສັກຟາກັນພະຍາດ,ສຶກ ສາຮໍ່າຮຽນຫຼືປະກອບສ່ວນເຂົ້າໃນກິດຈະກໍາຕ່າງໆທີ່ເປັນການ ພັດທະນາທາງຮ່າງກາຍ,ຈິດໃຈ,ມັນສະໝອງ,ຄວາມຮູ້ແລະ ຄວາມສາມາດຂອງເດັກ. -ການທໍາຮ້າຍຮ່າງກາຍແລະປ້ອຍດ່າຢ່າງຮຸນແຮງຕໍ່ເດັກ. -ການປະພຶດທີ່ເປັນແບບຢ່າງອັນບໍ່ດີແກ່ເດັກ. -ການໃຊ້ເດັກໄປຊື້,ໂຄສະນາສິ່ງເສບຕິດ,ສິ່ງມຶນເມົາ. -ການອະນຸຍາດໃຫ້ເດັກເຂົ້າໄປໃຊ້ບໍລິການແລະບໍລິການ ໃນຫ້ອງບັນເທີງ,ເຮືອນພັກ,ໂຮງແຮມແລະສະຖານທີ່ການພະນັນ. -ການອະນຸຍາດໃຫ້ເດັກເຂົ້າຮ້ານກິນດື່ມທີ່ບໍລິການປະເພດ ເຫຼົ້າ,ເບຍຫຼືເຄື່ອງດື່ມທີ່ມີສິ່ງມືນເມົາຂອງຕົນ. -ການອະນຸຍາດໃຫ້ເດັກເຂົ້າມົ້ວສຸມໃນສິ່ງລາມົກອະນາ ຈານ. -ການຕິດຕັ້ງປ້າຍໂຄສະນາເຫຼົ້າ,ເບຍ,ຢາສູບຫຼືສິ່ງມຶນເມົາ ອື່ນໆຢູ່ໃກ້ໂຮງຮຽນຫຼືໃນເຂດຊຸມຊົນຂອງເດັກ. -ຂໍ້ຫ້າມອື່ນໆທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ພາກທີຫ້າການແກ້ໄຂເດັກທີ່ມີບັນຫາ


...ໝວດທີໜຶ່ງເດັກກະທໍາຜິດກົດໝາຍ


....ມາດຕາຫ້າສິບເດັກທີ່ບໍ່ທັນເຖິງກະສຽນອາຍຸທາງອາຍາ

ມາດຕາຫ້າສິບເດັກທີ່ບໍ່ທັນເຖິງກະສຽນອາຍຸທາງອາຍາ ເດັກທີ່ມີອາຍຸຕໍ່າກວ່າສິບຫ້າປີໃນເວລາກະທໍາຜິດຈະບໍ່ ຖືວ່າເປັນຜູ້ກະທໍາຜິດທາງອາຍາຕາມທີ່ໄດ້ກໍານົດໄວ້ໃນມາດ ຕາເຈັດຂອງກົດໝາຍອາຍາ.

....ມາດຕາຫ້າສິບເອັດສິດຂອງເດັກກະທໍາຜິດກົດໝາຍ

ມາດຕາຫ້າສິບເອັດສິດຂອງເດັກກະທໍາຜິດກົດໝາຍ ໃນການດໍາເນີນຄະດີອາຍາເດັກທີ່ເປັນຜູ້ຖືກຫາຫຼືເປັນຈໍາ ເລີຍມີສິດດັ່ງນີ້: 1.ໄດ້ຮັບການພິຈາລະນານອກຂະບວນການຍຸດຕິທໍາໃນ ກໍລະນີທີ່ການກະທໍານັ້ນຫາກບໍ່ເປັນການກະທໍາຜິດທີ່ຮ້າຍແຮງ. 2.ໄດ້ຮັບຊາບຂໍ້ກ່າວຫາແລະສິດໃນການຕໍ່ສູ້ຄະດີ. 3.ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍຈາກທະນາຍ ຄວາມຫຼືຜູ້ປົກປ້ອງທີ່ຖືກຕ້ອງຕາມກົດໝາຍແລະມີພໍ່ແມ່ຫຼືຜູ້ປົກ ຄອງເຂົ້າຮ່ວມໃນທຸກຂັ້ນຕອນຂອງການດໍາເນີນຄະດີອາຍາ. 4.ໄດ້ຮັບການປະຕິບັດຢ່າງເໝາະສົມໂດຍບໍ່ມີການນາບ ຂູ່,ບັງຄັບແລະການໃຊ້ຄໍາເວົ້າທີ່ຫຍາບຊ້າໃນທຸກຂັ້ນຕອນຂອງ ການດໍາເນີນຄະດີອາຍາ. 5.ໄດ້ຮັບການປົກປ້ອງແລະຄຸ້ມຄອງຄວາມປອດໄພຈາກ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ. 6.ໄດ້ຮັບການປົກປ້ອງທາງດ້ານຄວາມລັບໃນການດໍາ ເນີນຄະດີເປັນຕົ້ນກ່ຽວກັບປະຫວັດແລະຂໍ້ມູນສ່ວນຕົວ. 7.ໄດ້ຮັບສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຕ່າງໆ.

...ໝວດທີສອງການແກ້ໄຂຄະດີເດັກໂດຍບໍ່ສົ່ງໃຫ້ສານຕັດສິນ


....ມາດຕາຫ້າສິບສອງການກະທໍາຜິດຂອງເດັກທີ່ບໍ່ສົ່ງໃຫ້ສານ

ມາດຕາຫ້າສິບສອງການກະທໍາຜິດຂອງເດັກທີ່ບໍ່ສົ່ງໃຫ້ສານ ການກະທໍາຜິດຂອງເດັກທີ່ບໍ່ສົ່ງໃຫ້ສານຕັດສິນແມ່ນການ ກະທໍາຜິດໃນສະຖານລະຫຸໂທດແລະໂທສານຸໂທດທີ່ບໍ່ເປັນອັນຕະ ລາຍຮ້າຍແຮງຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າ ກວ່າສາມປີລົງມາ.

....ມາດຕາຫ້າສິບສາມອົງການທີ່ມີສິດແກ້ໄຂ

ມາດຕາຫ້າສິບສາມອົງການທີ່ມີສິດແກ້ໄຂ ອົງການທີ່ມີສິດແກ້ໄຂຄະດີອາຍາຂອງເດັກທີ່ບໍ່ສົ່ງໃຫ້ສານ ຕັດສິນມີດັ່ງນີ້: 1.ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ. 2.ຫ້ອງການຍຸດຕິທໍາເມືອງ,ເທດສະບານ. 3.ອົງການສືບສວນ-ສອບສວນ. 4.ອົງການໄອຍະການປະຊາຊົນ.

ໃນກໍລະນີທີ່ບໍ່ທັນໄດ້ສ້າງຕັ້ງໜ່ວຍໄກ່ເກ່ຍຄະດີເດັກຂັ້ນ ບ້ານໃຫ້ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານເປັນຜູ້ຮັບຜິດຊອບ.

....ມາດຕາຫ້າສິບສີ່:ວິທີແກ້ໄຂຄະດີໂດຍບໍ່ສົ່ງໃຫ້ສານ

ມາດຕາຫ້າສິບສີ່:ວິທີແກ້ໄຂຄະດີໂດຍບໍ່ສົ່ງໃຫ້ສານ ການແກ້ໄຂຄະດີເດັກໂດຍບໍ່ສົ່ງໃຫ້ສານຕັດສິນສາມາດນໍາ ໃຊ້ວິທີການດັ່ງນີ້: 1.ຕັກເຕືອນ,ສຶກສາອົບຮົມເດັກກະທໍາຜິດ. 2.ໃຫ້ເດັກໄປຂໍອະໄພນໍາຜູ້ຖືກເສຍຫາຍດ້ວຍວິທີການອັນ ເໝາະສົມ. 3.ໄກ່ເກ່ຍລະຫວ່າງເດັກກະທໍາຜິດແລະຜູ້ຖືກເສຍຫາຍ. 4.ໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນຈາກການກະທໍາຜິດ ຂອງເດັກໂດຍພໍ່ແມ່ຫຼືຜູ້ປົກຄອງ. 5.ເຮັດວຽກໃຫ້ສັງຄົມຕາມຄວາມສາມາດແລະເໝາະສົມ ກັບອາຍຸຂອງເດັກ.


...ໝວດທີສາມການໄກ່ເກ່ຍຄະດີເດັກ


....ມາດຕາຫ້າສິບຫ້າສິດແລະໜ້າທີ່ຂອງໜ່ວຍໄກ່ເກ່ຍຄະດີຂັ້ນບ້ານ

ມາດຕາຫ້າສິບຫ້າສິດແລະໜ້າທີ່ຂອງໜ່ວຍໄກ່ເກ່ຍຄະດີຂັ້ນບ້ານ ໃນກໍລະນີທີ່ບໍ່ສົ່ງໃຫ້ສານຕັດສິນໜ່ວຍໄກ່ເກ່ຍຄະດີຂັ້ນບ້ານ ມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຕັກເຕືອນ,ສຶກສາອົບຮົມເດັກກະທໍາຜິດ. 2.ໄກ້ເກ່ຍຄະດີແພ່ງທີ່ພົວພັນກັບເດັກ. 3.ໄກ້ເກ່ຍຄະດີອາຍາທີ່ເດັກເປັນຜູ້ກະທໍາຜິດຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້. 4.ຕິດຕາມຊຸກຍູ້ການໃຊ້ແທນຄ່າເສຍຫາຍ. 5.ຕິດຕາມເດັກກະທໍາຜິດລວມທັງເດັກທີປະຕິບັດໂທດແລ້ວ.

....ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງຫ້ອງການຍຸດຕິທໍາເມືອງ,ເທດສະບານໃນການໄກ່ເກ່ຍຄະດີເດັກ

ມາດຕາຫ້າສິບຫົກສິດແລະໜ້າທີ່ຂອງຫ້ອງການຍຸດຕິທໍາເມືອງ, ເທດສະບານໃນການໄກ່ເກ່ຍຄະດີເດັກ ຫ້ອງການຍຸດຕິທໍາເມືອງ,ເທດສະບານມີສິດແລະໜ້າທີ່ ໃນການສຶກສາອົບຮົມ,ປະນີປະນອມແລະໄກ່ເກ່ຍຄະດີເດັກທີ່ສົ່ງ ມາຈາກໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານເນື່ອງຈາກໜ່ວຍໄກ່ເກ່ຍ ດັ່ງກ່າວບໍ່ສາມາດແກ້ໄຂໄດ້ຕາມມາດຕາຫ້າສິບຫ້າຂອງກົດ ໝາຍສະບັບນີ້ແລະໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ ເຈັດສິບເກົ້າແລະແປດສິບຂອງກົດໝາຍວ່າດ້ວຍການດໍາເນີນ ຄະດີແພ່ງ. ໃນກໍລະນີທີ່ບໍ່ສາມາດຕົກລົງໄກ້ເກ່ຍກັນໄດ້ຄູ່ຄວາມມີສິດ ໄປຮ້ອງຟ້ອງຕໍ່ສານ.

....ມາດຕາຫ້າສິບເຈັດຫຼັກການຂອງການໄກ່ເກ່ຍຄະດີເດັກ

ມາດຕາຫ້າສິບເຈັດຫຼັກການຂອງການໄກ່ເກ່ຍຄະດີເດັກ ໃນການໄກ່ເກ່ຍຄະດີເດັກຕ້ອງປະຕິບັດຕາມຫຼາຍການດັ່ງນີ້: 1.ຕ້ອງມີຂໍ້ມູນ,ຫຼັກຖານຮັດກຸມ,ໜັກແໜ້ນແລະເດັກກະທໍາ ຜິດຮັບຮູ້ຕໍ່ການກະທໍາຜິດຂອງຕົນ. 2.ຕ້ອງມີການເຂົ້າຮ່ວມຂອງເດັກກະທໍາຜິດ,ພໍ່ແມ່ຫຼືຜູ້ປົກ ຄອງທຸກຄັ້ງ. 3.ຜູ້ໄກ່ເກ່ຍຕ້ອງວາງຕົວເປັນກາງ,ມີທ່າທີນິ້ມນວນແລະ ຄໍານຶງເຖິງຜົນປະໂຫຍດຂອງເດັກ.

...ໝວດທີສີ່ການສືບສວນ-ສອບຖາມເດັກ


....ມາດຕາຫ້າສິບແປດສິດແລະໜ້າທີ່ຂອງອົງການສືບສວນ-ສອບສວນໃນການດໍາເນີນຄະດີເດັກ

ມາດຕາຫ້າສິບແປດສິດແລະໜ້າທີ່ຂອງອົງການສືບສວນ-ສອບ ສວນໃນການດໍາເນີນຄະດີເດັກ ການສືບສວນ-ສອບຖາມເດັກແມ່ນດໍາເນີນໂດຍອົງການ ສືບສວນ-ສອບສວນຄະດີເດັກສະເພາະ. ໃນການດໍາເນີນຄະດີອາຍາຕໍ່ເດັກອົງການສືບສວນ-ສອບ ສວນນອກຈາກຈະຕ້ອງປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍ ອື່ນທີ່ກ່ຽວຂ້ອງແລ້ວຍັງມີສິດແລະໜ້າທີ່ດັ່ງນີ້: 1.ສະຫຼຸບແລະສົ່ງຄະດີເດັກໄປຍັງໜ່ວຍໄກ່ເກ່ຍຄະດີຂັ້ນ ບ້ານເພື່ອແກ້ໄຂ,ຖ້າເຫັນວ່າເປັນການກະທໍາຜິດຕາມທີ່ໄດ້ກໍາ ນົດໄວ້ໃນມາດຕາຫ້າສິບສອງຂອງກົດໝາຍສະບັບນີ້. 2.ໄກ່ເກ່ຍຄະດີເດັກຢູ່ຂັ້ນຂອງຕົນພາຍໃນສາມສິບວັນນັບ ແຕ່ໄດ້ຮັບຄໍາຮ້ອງຟ້ອງຈາກຄູ່ຄວາມໃນຄະດີທີ່ບໍ່ສາມາດໄກ່ເກ່ຍ ຢູ່ຫ້ອງການຍຸຕິທໍາເມືອງ,ເທດສະບານໄດ້.ໃນກໍລະນີທີ່ຕົນບໍ່ສາ ມາດໄກ່ເກ່ຍໄດ້ກໍ່ສືບສວນ-ສອບຖາມເດັກ,ສະຫຼຸບຄະດີສົ່ງໃຫ້ໄອ ຍະການປະຊາຊົນເພື່ອພິຈາລະນາສັ່ງຟ້ອງ. 3.ສືບສວນ-ສອບຖາມແລະສະຫຼຸບຄະດີເດັກເພື່ອສົ່ງໃຫ້ໄອ ຍະການປະຊາຊົນພິຈາລະນາສັ່ງຟ້ອງໃນກໍລະນີທີ່ກົດໝາຍກໍານົດ ໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປ. 4.ຕິດຕາມ,ກວດກາ,ແນະນໍາແລະຄຸ້ມຄອງບັນຊີເດັກທີ່ເປັນ ຜູ້ຖືກຫາແລະນັກໂທດທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.


....ມາດຕາຫ້າສິບເກົ້າຫຼັກການຂອງການສືບສວນ-ສອບຖາມເດັກ

ມາດຕາຫ້າສິບເກົ້າຫຼັກການຂອງການສືບສວນ-ສອບຖາມເດັກ ໃນການດໍາເນີນຄະດີອາຍາຕໍ່ເດັກອົງການສືບສວນ-ສອບ ສວນຕ້ອງນໍາໃຊ້ມາດຕະການສືບສວນ-ສອບສວນທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະຕ້ອງປະຕິບັດ ຕາມຫຼັກການດັ່ງນີ້: 1.ການສືບສວນ-ສອບຖາມເດັກກະທໍາຜິດຕ້ອງດໍາເນີນ ໄປຢ່າງນິ້ມນວນແລະເໝາະສົມຕໍ່ເດັກໂດຍອີງຕາມໄວອາຍຸແລະ ຄວາມສາມາດຂອງເດັກໃນການຈໍາແນກຄວາມຖືກຜິດ. 2.ພໍ່ແມ່,ຜູ້ປົກຄອງຫຼືຜູ້ປົກປ້ອງອື່ນຕ້ອງເຂົ້າຮ່ວມຕະຫຼອດ ການສືບສວນ-ສອບຖາມແລະການເອົາຄໍາໃຫ້ການຂອງເດັກ.ພໍ່ແມ່, ຜູ້ປົກຄອງຫຼືຜູ້ປົກປ້ອງບໍ່ມີສິດໃຫ້ການແທນເດັກແຕ່ມີສິດສະເໜີບັນ ຫາທີ່ຕົນເຫັນວ່າບໍ່ເໝາະສົມ. 3.ການເອົາຄໍາໃຫ້ການຂອງເດັກຕ້ອງດໍາເນີນຢູ່ໃນຫ້ອງສະ ເພາະດ້ວຍວິທີການເປີດເຜີຍໂດຍປາສະຈາກການບັງຄັບຫຼືນາບຂູ່ ເດັກ,ຫຼີກລ້ຽງການໃຊ້ຄໍາເວົ້າທີ່ເປັນການແຕະຕ້ອງເຖິງກຽດສັກ ສີແລະຈິດໃຈຂອງເດັກ. 4.ການສືບສວນ-ສອບຖາມເດັກແຕ່ລະຄັ້ງບໍ່ໃຫ້ໃຊ້ເວລາ ເກີນເກົ້າສິບນາທີ. 5.ການສືບສວນ-ສອບຖາມໃນຄະດີເດັກຕ້ອງໃຫ້ສໍາເລັດ ພາຍໃນສາມສິບວັນແລະສາມາດຕໍ່ໄດ້ເທື່ອລະສາມສິບວັນໂດຍ ການຕົກລົງຂອງໄອຍະການປະຊາຊົນ.


...ໝວດທີຫ້າການນໍາໃຊ້ມາດຕະການສະກັດກັ້ນຕໍ່ເດັກ


....ມາດຕາຫົກສິບມາດຕະການສະກັດກັ້ນຕໍ່ເດັກ

ມາດຕາຫົກສິບມາດຕະການສະກັດກັ້ນຕໍ່ເດັກ ມາດຕະການສະກັດກັ້ນຕໍ່ເດັກແມ່ນມາດຕະການທົ່ວໄປ ຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບເກົ້າຂອງກົດໝາຍວ່າ ດ້ວຍການດໍາເນີນຄະດີອາຍາຄື: 1.ການພາຕົວ. 2.ການກັກຕົວ. 3.ການຈັບຕົວ. 4.ການກັກຂັງພາງ. 5.ການປ່ອຍຕົວພາງ.


....ມາດຕາຫົກສິບເອັດການພາຕົວເດັກ

ມາດຕາຫົກສິບເອັດການພາຕົວເດັກ ໃນກໍລະນີທີ່ເຈົ້າໜ້າທີ່ສືບສວນ-ສອບສວນ,ໄອຍະການປະຊາ ຊົນຫຼືສານໄດ້ຮຽກຕົວເດັກເຖິງສາມຄັ້ງແລ້ວແຕ່ກໍ່ຍັງບໍ່ມາໂດຍບໍ່ມີ ເຫດຜົນເດັກກໍ່ຈະຖືກພາຕົວພ້ອມດ້ວຍພໍ່ແມ່ຫຼືຜູ້ປົກຄອງ.

....ມາດຕາຫົກສິບສອງການກັກຕົວເດັກ

ມາດຕາຫົກສິບສອງການກັກຕົວເດັກ ໃນກໍລະນີທີ່ຈໍາເປັນເດັກກໍ່ຈະຖືກກັກຕົວບໍ່ເກີນສີ່ສິບແປດ ຊົ່ວໂມງຖ້າວ່າການກະທໍາຜິດຂອງເດັກນັ້ນຫາກເປັນອັນຕະລາຍ ຮ້າຍແຮງຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບແຕ່ສາມປ ີຂຶ້ນໄປແລະຕ້ອງມີຫຼັກຖານໜັກແໜ້ນ.

ໃນກໍລະນີທີ່ຈໍາເປັນຕ້ອງໄດ້ກັກຕົວເດັກເຈົ້າໜ້າທີ່ສືບສວນ- ສອບສວນຫຼືພະນັກງານສອບສວນຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1.ແຈ້ງໃຫ້ເດັກຊາບກ່ຽວກັບເຫດຜົນຂອງການກັກຕົວແລະ ແນະນໍາໃຫ້ເດັກຮູ້ກ່ຽວກັບສິດຂອງຜູ້ກ່ຽວຕາມກົດໝາຍ. 2.ແຈ້ງໃຫ້ພໍ່ແມ່,ຜູ້ປົກຄອງເດັກຊາບໂດຍທັນທີພາຍຫຼັງໄດ້ ກັກຕົວເດັກ. 3.ຫ້າມໃຊ້ຄວາມຮຸນແຮງທຸກຮູບແບບ,ການນາບຂູ່ດ້ວຍ ອາວຸດຫຼືດ້ວຍສິ່ງອື່ນ,ໃຊ້ຄໍາເວົ້າທີ່ຫຍາບຊ້າ,ໝິ່ນປະໝາດຕໍ່ເດັກ. 4.ຕ້ອງນໍາສົ່ງເດັກໄປຫາແພດທີ່ກ່ຽວຂ້ອງເພື່ອກວດສະ ພາບຮ່າງກາຍແລະຈິດໃຈຂອງເດັກຢ່າງລະອຽດ.ຜົນຂອງການ ກວດຕ້ອງຮັກສາໄວ້ເປັນຄວາມລັບເວັ້ນເສຍແຕ່ມີຄໍາສັ່ງຈາກພາກ ສ່ວນທີ່ມີສິດໜ້າທີ່ກ່ຽວຂ້ອງເທົ່ານັ້ນ. 5.ຕ້ອງຮັບປະກັນຄວາມປອດໄພແກ່ເດັກໃນເວລາຢູ່ໃນສະ ຖານທີ່ກັກຕົວ. 6.ເດັກທີ່ຖືກກັກຕົວຕ້ອງເອົາໄວ້ໃນສະຖານທີ່ກັກຕົວເດັກສະ ເພາະແລະແຍກອອກຈາກເພດຕ່າງກັນ.

....ມາດຕາຫົກສິບສາມການຈັບຕົວເດັກ

ມາດຕາຫົກສິບສາມການຈັບຕົວເດັກ ການຈັບຕົວເດັກຕ້ອງມີຄໍາສັ່ງເປັນລາຍລັກອັກສອນຈາກ ໄອຍະການປະຊາຊົນຫຼືສານເດັກເວັ້ນເສຍແຕ່ໃນກໍລະນີທີ່ເປັນ ການກະທໍາເຊິ່ງໜ້າຫຼືຮີບດ່ວນແລະເປັນການກະທໍາຜິດຮ້າຍແຮງ. ໄອຍະການປະຊາຊົນແລະສານເດັກຈະອອກຄໍາສັ່ງຈັບຕົວ ເດັກໃນກໍລະນີທີ່ເປັນມາດຕະການທາງເລືອກສຸດທ້າຍເທົ່ານັ້ນຊຶ່ງ ຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ຄົບອົງປະກອບການກະທໍາຜິດທາງອາຍາ. 2.ເດັກທີ່ຖືກກ່າວຫາວ່າໄດ້ກະທໍາຜິດທາງອາຍາຮ້າຍ ແຮງແລະກົດໝາຍກໍານົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນ ໄປ. 3.ມີຫຼັກຖານຮັດກຸມແລະໜັກແໜ້ນ. 4.ມີເຫດຜົນທີ່ເຊື່ອໄດ້ວ່າເດັກອາດຈະຫຼົບໜີ,ທໍາລາຍຫຼັກ ຖານຫຼືຈະໄປກະທໍາຜິດທີ່ຮ້າຍແຮງໃໝ່ອີກ,ໄປທໍາຮ້າຍຜູ້ຖືກເສຍ ຫາຍ,ພະຍານຫຼືຖືກຜູ້ອື່ນທໍາຮ້າຍ.

ໃນການຈັບຕົວເດັກນັ້ນເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງປະຕິບັດ ຕາມຫຼັກການທີ່ໄດ້ກໍານົດໄວ້ໃນມາດຕາຫົກສິບສອງຂອງກົດໝາຍ ສະບັບນີ້.


....ມາດຕາຫົກສິບສີ່ການກັກຂັງພາງເດັກ

ມາດຕາຫົກສິບສີ່ການກັກຂັງພາງເດັກ ການກັກຂັງພາງເດັກຕ້ອງອີງໃສ່ເຫດຜົນແລະເງື່ອນໄຂດັ່ງ ນີ້: 1.ຕ້ອງມີຄໍາສັ່ງເປັນລາຍລັກອັກສອນຈາກໄອຍະການປະ ຊາຊົນຫຼືສານເດັກແລະຕ້ອງອີງໃສ່ເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ມາດຕາຫົກສິບສາມຂອງກົດໝາຍສະບັບນີ້. 2.ຕ້ອງອະນຸຍາດໃຫ້ພໍ່ແມ່,ຜູ້ປົກຄອງ,ຍາດພີ່ນ້ອງ,ໝູ່ ເພື່ອນແລະຜູ້ປົກປ້ອງເຂົ້າຢ້ຽມຢາມ.

ກໍານົດເວລາຂອງການກັກຂັງພາງເດັກບໍ່ໃຫ້ເກີນໜຶ່ງ ເດືອນນັບແຕ່ວັນອອກຄໍາສັ່ງກັກຂັງພາງເປັນຕົ້ນໄປ.ຖ້າຫາກ ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ສືບສວນ-ສອບຖາມຕໍ່ໄອຍະການ ປະຊາຊົນຫຼືສານເດັກອາດຈະຕໍ່ກໍານົດເວລາການກັກຂັງພາງໃຫ້ ອີກຕື່ມໄດ້ເທື່ອລະໜຶ່ງເດືອນແຕ່ສູງສຸດບໍ່ໃຫ້ກາຍສີ່ເດືອນສໍາລັບ ການກະທໍາຜິດໃນສະຖານໂທສານຸໂທດແລະບໍ່ໃຫ້ເກີນແປດເດືອນ ສໍາລັບການກະທໍາຜິດໃນສະຖານຄະລຸໂທດ.

....ມາດຕາຫົກສິບຫ້າການປ່ອຍຕົວພາງເດັກ

ມາດຕາຫົກສິບຫ້າການປ່ອຍຕົວພາງເດັກ ການປ່ອຍຕົວພາງເດັກຈາກການກັກຂັງພາງຖືເປັນບູລິມະ ສິດໃນຂະບວນການດໍາເນີນຄະດີອາຍາໂດຍສະເພາະເມື່ອເງື່ອນ ໄຂຂອງການກັກຂັງພາງຫາກໄດ້ຕົກໄປ.ການປ່ອຍຕົວພາງແມ່ນ ດໍາເນີນຕາມຄໍາຮ້ອງຂໍຂອງພໍ່ແມ່,ຜູ້ປົກຄອງຫຼືຍາດໃກ້ຊິດຫຼືໂດຍ ໜ້າທີ່ຂອງໄອຍະການປະຊາຊົນຫຼືສານເດັກ.ການປ່ອຍຕົວພາງ ເດັກຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ມີຫຼັກຊັບຄໍ້າປະກັນ. ໃນການປ່ອຍຕົວພາງຕາມຄໍາຮ້ອງຂໍຂອງພໍ່ແມ່,ຜູ້ປົກຄອງ ຫຼືຍາດໃກ້ຊິດນັ້ນເຈົ້າໜ້າທີ່ສືບສວນ-ສອບສວນຕ້ອງໃຫ້ຄໍາເຫັນຕໍ່ ຄໍາຮ້ອງຂໍປ່ອຍຕົວພາງເດັກພາຍໃນກໍານົດເວລາຊາວສີ່ຊົ່ວໂມງ ພາຍຫຼັງທີ່ໄດ້ຮັບຄໍາຮ້ອງນັ້ນເປັນຕົ້ນໄປແລ້ວສົ່ງຄໍາຮ້ອງດັ່ງກ່າວ ພ້ອມດ້ວຍຄໍາເຫັນຂອງຕົນໄປໃຫ້ໄອຍະການປະຊາຊົນຫຼືສານເດັກ ພິຈາລະນາພາຍໃນກໍານົດຊາວສີ່ຊົ່ວໂມງ.ຖ້າວ່າໄອຍະການປະ ຊາຊົນຫຼືສານເດັກຕົກລົງເຫັນດີໃຫ້ປ່ອຍຕົວເດັກແລ້ວກໍ່ຕ້ອງປ່ອຍ ຕົວພາງເດັກໂດຍທັນທີ. ເດັກທີ່ຖືກປ່ອຍຕົວພາງຕ້ອງຖືກຕິດຕາມຈາກພໍ່ແມ່,ຜູ້ປົກ ຄອງຫຼືຍາດໃກ້ຊິດທີ່ໄດ້ຕົກລົງປະກັນຕົວເດກ. ສໍາລັບການກະທໍາຜິດໃນສະຖານຄະລຸໂທດຈະບໍ່ມີການປ່ອຍ ຕົວພາງ.


...ໝວດທີຫົກການດໍາເນີນຄະດີເດັກຂອງອົງການໄອຍະການປະຊາຊົນ


....ມາດຕາຫົກສິບຫົກສິດແລະໜ້າທີ່ຂອງອົງການໄອຍະການປະຊາຊົນໃນການດໍາເນີນຄະດີເດັກ

ມາດຕາຫົກສິບຫົກສິດແລະໜ້າທີ່ຂອງອົງການໄອຍະການປະຊາ ຊົນໃນການດໍາເນີນຄະດີເດັກ ໃນການດໍາເນີນຄະດີອາດຍາຕໍ່ເດັກໄອຍະການປະຊາຊົນ ນອກຈາກຈະຕ້ອງປະຕິບັດສິດແລະໜ້າທີ່ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍອື່ນທີ່ ກ່ຽວຂ້ອງແລ້ວຍັງມີສິດແລະໜ້າທີ່ດັ່ງນີ້. 1.ວາງມາດຕະການໃນຂອບເຂດສິດອໍານາດຂອງຕົນ ເພື່ອປົກປ້ອງສິດແລະຜົນປະໂຫຍດຂອງເດັກ. 2.ພິຈາລະນາສົ່ງຄະດີໃຫ້ໜ່ວຍໄກ່ເກ່ຍຄະດີເດັກຂັ້ນບ້ານ ເປັນຜູ້ແກ້ໄຂ. 3.ແກ້ໄຂຄະດີຢູ່ຂັ້ນຂອງຕົນດ້ວຍການໄກ່ເກ່ຍ,ຖ້າບໍ່ສໍາ ເລັດຈຶ່ງສັ່ງຟ້ອງຕໍ່ສານເດັກ. 4.ພິຈາລະນາອອກຄໍາສັ່ງຈັບຕົວ,ກັກຂັງພາງໃນກໍລະນີທີ່ ຈໍາເປັນແລະການກະທໍາຜິດທີ່ກົດໝາຍກໍານົດໂທດຕັດອິດສະລະ ພາບແຕ່ສາມປີຂຶ້ນໄປ. 5.ພິຈາລະນາອອກຄໍາສັ່ງປ່ອຍຕົວພາງ.

ເພື່ອຮັບປະກັນການປະຕິບັດສິດແລະໜ້າທີ່ຂອງຕົນໄອຍະ ການປະຊາຊົນສູງສຸດອາດຈະສ້າງຕັ້ງໜ່ວຍງານດໍາເນີນຄະດີ ເດັກສະເພາະ.

....ມາດຕາຫົກສິບເຈັດກໍານົດເວລາໃນການດໍາເນີນຄະດີເດັກໃນຂັ້ນໄອຍະການປະຊາຊົນ

ມາດຕາຫົກສິບເຈັດກໍານົດເວລາໃນການດໍາເນີນຄະດີເດັກໃນ ຂັ້ນໄອຍະການປະຊາຊົນ ໄອຍະການປະຊາຊົນຕ້ອງຄົ້ນຄວ້າແລະພິຈາລະນາຄະດີ ທີ່ໄດ້ຮັບຈາກອົງການສືບສວນ-ສອບສວນພາຍໃນກໍານົດສິບ ວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປແລະຕົກລົງດັ່ງນີ້: 1.ສົ່ງສໍານວນຄະດີຄືນໃຫ້ອົງການສືບສວນ-ສອບສວນເພື່ອ ສືບສວນ-ສອບຖາມເພີ່ມເຕີມ. 2.ສັ່ງຟ້ອງຕໍ່ສານເດັກ.

ໃນກໍລະນີທີ່ໄອຍະການປະຊາຊົນຕົກລົງໄກ່ເກ່ຍຄະດີເດັກ ຢູ່ຂັ້ນຂອງຕົນຕ້ອງພິຈາລະນາໃຫ້ສໍາເລັດພາຍໃນກໍານົດສາມສິບ ວັນນັບແຕ່ວັນໄດ້ຮັບສໍານວນຄະດີເປັນຕົ້ນໄປ.

...ໝວດທີເຈັດສານເດັກ


....ມາດຕາຫົກສິບແປດການສ້າງຕັ້ງສານເດັກ

ມາດຕາຫົກສິບແປດການສ້າງຕັ້ງສານເດັກ ສານເດັກສ້າງຕັ້ງຂຶ້ນຢູ່ແຂວງ,ນະຄອນຕາມການອະນຸມັດ ຂອງຄະນະປະຈໍາສະພາແຫ່ງຊາດ,ຂຶ້ນກັບສານປະຊາຊົນສູງສຸດ ໂດຍກົງແລະພິຈາລະນາເປັນຂັ້ນຕົ້ນ.ສໍາລັບຂັ້ນອຸທອນແລະຂັ້ນ ລົບລ້າງແມ່ນຄະນະສານເດັກຂອງສານປະຊາຊົນຂັ້ນອຸທອນແລະ ສານປະຊາຊົນສູງສຸດເປັນຜູ້ພິຈາລະນາ.

ໃນກໍລະນີທີ່ບໍ່ທັນສາມາດສ້າງຕັ້ງໄດ້ນັ້ນແມ່ນມອບໃຫ້ຄະ ນະສານເດັກຂອງສານປະຊາຊົນເປັນຜູ້ພິຈາລະນາ.

....ມາດຕາຫົກສິບເກົ້າຄະດີທີ່ພິຈາລະນາຢູ່ສານເດັກ

ມາດຕາຫົກສິບເກົ້າຄະດີທີ່ພິຈາລະນາຢູ່ສານເດັກ ສານເດັກມີສິດພິຈາລະນາຄະດີດັ່ງນີ້: 1.ຄະດີອາຍາທີ່ເດັກເປັນຜູ້ກະທໍາຜິດ. 2.ຄະດີກ່ຽວກັບແຮງງານເດັກ. 3.ຄະດີແພ່ງທີ່ຮ້ອງຟ້ອງຕໍ່ສານກ່ຽວກັບເດັກ. 4.ຂໍ້ຂັດແຍ່ງອື່ນໆກ່ຽວກັບເດັກ.

....ມາດຕາເຈັດສິບຫຼັກການດໍາເນີນຄະດີຂອງສານເດັກ

ມາດຕາເຈັດສິບຫຼັກການດໍາເນີນຄະດີຂອງສານເດັກ ສານເດັກຕ້ອງດໍາເນີນຄະດີຫຼັກການຕົ້ນຕໍດັ່ງນີ້: 1.ການພິຈາລະນາຄະດີເດັກຕ້ອງໃຫ້ມີຫ້ອງປະຊຸມສານທີ່ ເໝາະສົມຊຶ່ງແຕກຕ່າງຈາກຫ້ອງປະຊຸມສານທົ່ວໄປແລະດໍາເນີນ ຢ່າງປິດລັບ. 2.ເດັກມີສິດເຂົ້າຮ່ວມໃນການພິຈາລະນາຄະດີ,ມີສິດສະ ເໜີຄໍາເຫັນຊຶ່ງຕ້ອງໄດ້ຮັບການພິຈາລະນາບົນພື້ນຖານການຊັ່ງ ຊາຕາມອາຍຸແລະຄວາມສາມາດຂອງເດັກໃນການຈໍາແນກ ຄວາມຖືກຜິດ. 3.ພາສາແລະຄໍາສັບທີ່ໃຊ້ໃນສານເດັກຕ້ອງແມ່ນພາສາ ລາວແລະເປັນຄໍາສັບທີ່ເດັກເຂົ້າໃນງ່າຍ,ຖ້າເດັກບໍ່ຮູ້ພາສາລາວ ຕ້ອງໃຫ້ມີຜູ້ແປພາສາ. 4.ເດັກຕ້ອງໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍຈາກ ທະນາຍຄວາມຫຼືຜູ້ປົກປ້ອງອື່ນແລະມີພໍ່ແມ່ຫຼືຜູ້ປົກຄອງເຂົ້າຮ່ວມ ນໍາ. 5.ປະຕິບັດຕາມຫຼັກການອື່ນຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍການດໍາເນີນຄະດີອາຍາແລະກົດໝາຍອື່ນທີ່ກ່ຽວ ຂ້ອງ.

....ມາດຕາເຈັດສິບເອັດກໍານົດເວລາໃນການດໍາເນີນຄະດີຢູ່ສານເດັກ

ມາດຕາເຈັດສິບເອັດກໍານົດເວລາໃນການດໍາເນີນຄະດີຢູ່ສານເດັກ ສານເດັກຕ້ອງນໍາເອົາຄະດີອອກມາພິຈາລະນາພາຍໃນ ກໍານົດສິບຫ້າວັນນັບແຕ່ວັນໄດ້ຮັບຄໍາສັ່ງຟ້ອງຂອງໄອຍະການປະ ຊາຊົນເປັນຕົ້ນໄປ.

....ມາດຕາເຈັດສິບສອງການວາງໂທດທາງອາຍາຕໍ່ເດັກ

ມາດຕາເຈັດສິບສອງການວາງໂທດທາງອາຍາຕໍ່ເດັກ ນອກຈາກປະຕິບັດຕາມຫຼັກການລວມຂອງການວາງໂທດ ທີ່ກໍານົດໄວ້ໃນກົດໝາຍອາຍາແລ້ວສານເດັກອາດຈະນໍາໃຊ້ມາດ ຕະການຫຼືວາງໂທດທີ່ເໝາະສົມກັບອາຍຸແລະຄວາມສາມາດຂອງ ເດັກໃນການຈໍາແນກຄວາມຖືກຜິດດັ່ງນີ້: 1.ນໍ້າໃຊ້ມາດຕະການຂອງສານຕໍ່ເດັກຕາມທີ່ໄດ້ກໍານົດ ໄວ້ໃນມາດຕາຫ້າສິບສາມ(ໃໝ່)ຂອງກົດໝາຍອາຍາ. 2.ພາກໂທດຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບເຈັດ ຂອງກົດໝາຍອາຍາແລ້ວສົ່ງໃຫ້ພໍ່ແມ່ຫຼືຜູ້ປົກຄອງ,ອົງການປົກ ຄອງບ້ານສຶກສາອົບຮົມ.

ການວາງໂທດຕັດອິດສະລະພາບໃສ່ເດັກກະທໍາຜິດໃຫ້ເປັນ ມາດຕະການສຸດທ້າຍເວັ້ນເສຍແຕ່ການກະທໍາຜິດໃນສະຖານຄະ ລຸໂທດ.

ຫ້າມລົງໂທດປະຫານຊີວິດແລະໂທດຕັດອິດສະລະພາບ ຕະຫຼອດຊີວິດໃສ່ເດັກກະທໍາຜິດ.ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງ ໄດ້ລົງໂທດຕັດອິດສະລະພາບໃສ່ເດັກນັ້ນສານເດັກອາດຈະວາງ ໂທດໃສ່ການກະທໍາຜິດຂອງເດັກເຄິ່ງໜຶ່ງຂອງໂທດທີ່ກົດໝາຍ ອາຍາໄດ້ກໍານົດໄວ້ຫຼືສານເດັກອາດຈະວາງໂທດຕໍ່າກວ່າໂທດ ທີ່ກົດໝາຍອາຍາໄດ້ກໍານົດໄວ້ຕາມມາດຕາສີ່ສິບສີ່ຂອງກົດໝາຍ ອາຍາກໍ່ໄດ້.


....ມາດຕາເຈັດສິບສາມການດໍາເນີນຄະດີແພ່ງແລະຄະດີອື່ນໆຂອງສານເດັກ

ມາດຕາເຈັດສິບສາມການດໍາເນີນຄະດີແພ່ງແລະຄະດີອື່ນໆຂອງ ສານເດັກ ສໍາລັບການດໍາເນີນຄະດີແພ່ງແລະຄະດີອື່ນໆຂອງສານ ເດັກໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ແລະກົດໝາຍອື່ນທີ່ກ່ຽວຂ້ອງ.

...ໝວດທີແປດສູນຝຶກອົບຮົມສໍາລັບເດັກກະທໍາຜິດ


....ມາດຕາເຈັດສິບສີ່ສິດແລະໜ້າທີ່ຂອງສູນຝຶກອົບຮົມສໍາລັບເດັກກະທໍາຜິດ

ມາດຕາເຈັດສິບສີ່ສິດແລະໜ້າທີ່ຂອງສູນຝຶກອົບຮົມສໍາລັບເດັກກະ ທໍາຜິດ ເດັກກະທໍາຜິດແລະຖືກສານຕັດສິນລົງໂທດຕັດອິດສະລະ ພາບຈະຖືກສົ່ງເຂົ້າສູນຝຶກອົບຮົມສໍາລັບເດັກ.

ສູນຝຶກອົບຮົມດັ່ງກ່າວມີສິດແລະໜ້າທີ່ດັ່ງນີ້: 1.ສຶກສາອົບຮົມແນວຄິດ,ຄຸນສົມບັດ,ການສຶກສາຮໍ່າຮຽນ, ຝຶກອົບຮົມວິຊາຊີບແລະໃຫ້ການບໍລິການອື່ນໆທີ່ຈໍາເປັນໂດຍສະ ເພາະດ້ານສາທາລະນະສຸກເພື່ອຊ່ວຍໃຫ້ເດັກເປັນຄົນດີແລະສາ ມາດກັບຄືນເຂົ້າສູ່ສັງຄົມ. 2.ຈັດຕັ້ງການອອກແຮງງານຕາມຄວາມເໝາະສົມກັບ ອາຍຸຂອງເດັກ. 3.ພົວພັນ,ຮ່ວມມືແລະປະສານສົມທົບກັບອົງການຈັດຕັ້ງ ຕ່າງໆທີ່ກ່ຽວຂ້ອງໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງຕົນ. 4.ຜະຕິບັດສິດແລະໜ້າທີ່ອື່ນໆທີ່ໄດ້ກໍານົດໄວ້ໃນກົດໝາຍ.

ການຈັດຕັ້ງແລະການເຄື່ອນໄຫວຂອງສູນຝຶກອົບຮົມສໍາ ລັບເດັກກະທໍາຜິດໄດ້ກໍານົດໄວ້ໃນລະບຽບການສະເພາະ.


....ມາດຕາເຈັດສິບຫ້າສິດຂອງເດັກກະທໍາຜິດໃນສູນຝຶກອົບຮົມ

ມາດຕາເຈັດສິບຫ້າສິດຂອງເດັກກະທໍາຜິດໃນສູນຝຶກອົບຮົມ ເດັກກະທໍາຜິດໃນສູນຝຶກອົບຮົມມີສິດດັ່ງນີ້: 1.ມີບ່ອນພັກເຊົາແລະໄດ້ຮັບອາຫານຢ່າງເໝາະສົມ. 2.ໄດ້ຮັບເຄື່ອງນຸ່ງຢ່າງເໝາະສົມແລະສອດຄ່ອງກັບສະ ພາບອາກາດ. 3.ໄດ້ຮັບການບໍລິການດ້ານສາທາລະນະສຸກ,ການສຶກສາ ແລະຝຶກອົບຮົມວິຊາຊີບ; 4.ໄດ້ຫຼິ້ນກິລາແລະພັກຜ່ອນ. 5.ໄດ້ພົບພໍ່ແມ່,ຜູ້ປົກຄອງ,ຜູ້ປົກປ້ອງ,ຍາດພີ່ນ້ອງແລະໝູ່ ເພື່ອນ. 6.ໄດ້ຮັບຂໍ້ມູນຂ່າວສານທີ່ເປັນປະໂຫຍດສໍາລັບເດັກ. 7.ໄດ້ຮັບການປົກປ້ອງຈາກທຸກຮູບແບບຂອງການທາລຸນ. 8.ໄດ້ຮັບສິດອື່ນໆທີ່ໄດ້ກໍານົດໄວ້ໃນກົດໝາຍ.

....ມາດຕາເຈັດສິບຫົກຄວາມຮັບຜິດຊອບຂອງເດັກໃນສູນຝຶກອົບຮົມ

ມາດຕາເຈັດສິບຫົກຄວາມຮັບຜິດຊອບຂອງເດັກໃນສູນຝຶກອົບຮົມ ເດັກກະທໍາຜິດທີ່ຖືກສົ່ງເຂົ້າສູນຝຶກອົບຮົມມີຄວາມຮັບຜິດ ຊອບຕົ້ນນຕໍດັ່ງນີ້: 1.ເຄົາລົບແລະປະຕິບັດລະບຽບພາຍໃນຂອງສູນຢ່າງເຄັ່ງ ຄັດ. 2.ເອົາໃຈໃສ່ຝຶກຝົນຕົນເອງໃຫ້ກາຍເປັນເດັກທີ່ດີ. 3.ເອົາໃຈໃສ່ຕໍ່ການສຶກສາຮໍ່າຮຽນ,ອອກແຮງງານແລະ ຝຶກວິຊາຊີບ. 4.ເຄົາລົບແລະນັບຖືສິດຂອງຄົນອື່ນທີ່ຢູ່ໃນສະຖານທີ່ກ່ຽວ ກັນ.

....ມາດຕາເຈັດສິບເຈັດການຕິດຕາມ,ກວດກາສູນຝຶກອົບຮົມ

ມາດຕາເຈັດສິບເຈັດການຕິດຕາມ,ກວດກາສູນຝຶກອົບຮົມ ລັດເອົາໃຈໃສ່ຕິດຕາມ,ກວດກາຢ່າງເປັນປົກກະຕິກ່ຽວ ກັບການຝຶກອົບຮົມເດັກກະທໍາຜິດໂດຍມອບໃຫ້ອົງການໄອຍະ ການປະຊາຊົນສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຕິດຕາມ,ກວດ ກາການປະຕິບັດໜ້າທີ່ຂອງສູນຝຶກອົບຮົມດັ່ງກ່າວເພື່ອເຮັດໃຫ້ ການຝຶກອົບຮົມນັ້ນໄດ້ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບກົດ ໝາຍແລະມີປະສິດທະຜົນ.

....ມາດຕາເຈັດສິບແປດການຊຸກຍູ້ແລະຊ່ວຍເຫຼືອເດັກທີ່ອອກຈາກສູນ

ມາດຕາເຈັດສິບແປດການຊຸກຍູ້ແລະຊ່ວຍເຫຼືອເດັກທີ່ອອກຈາກ ສູນ ເດັກທີ່ອອກຈາກສູນຝຶກອົບຮົມເດັກກະທໍາຜິດແລະສູນບໍາ ບັດຟື້ນຟູຕ້ອງໄດ້ຮັບການຊຸກຍູ້ແລະຊ່ວຍເຫຼືອຈາກຄະນະກໍາມະ ການປົກປ້ອງແລະຊ່ວຍເຫຼືອເດັກດ້ວຍການຕິດຕາມ,ສຶກສາອົບ ຮົມ,ໃຫ້ຄໍາປຶກສາແລະໃຫ້ການຊ່ວຍເຫຼືອແກ່ເດັກໃນການຊອກ ວຽກເຮັດງານທໍາເພື່ອໃຫ້ເດັກໄດ້ມີໂອກາດເຂົ້າສູ່ງສັງຄົມໂດຍ ໄວ.

..ພາກທີຫົກການຄຸ້ມຄອງແລະກວດກາການປົກປ້ອງສິດແລະຜົນປະໂຫຍດຂອງເດັກ


...ມາດຕາເຈັດສິບເກົ້າອົງການຄຸ້ມຄອງແລະກວດກາ

ມາດຕາເຈັດສິບເກົ້າອົງການຄຸ້ມຄອງແລະກວດກາ ລັດຖະບານຄຸ້ມຄອງຢ່າງເປັນເອກະພາບໃນຂອບເຂດທົ່ວ ປະເທດແລະກວດກາການຈັດຕັ້ງປະຕິບັດກ່ຽວກັບການປົກປ້ອງ ສິດແລະຜົນປະໂຫຍດຂອງເດັກ. ລັດຖະບານມອບໃຫ້ຂະແໜງການທີ່ກ່ຽວຂ້ອງແຕ່ສູນກາງ ລົງຮອດທ້ອງຖິ່ນເປັນຕົ້ນກະຊວງຍຸຕິທໍາ,ຄະນະກໍາມາທິການເພື່ອ ແມ່ແລະເດັກແຫ່ງຊາດ,ກະຊວງແຮງງານແລະສະຫວັດດີການ ສັງຄົມ,ສາທາລະນະສຸກ,ສຶກສາທິການ,ຖະແຫຼງຂ່າວແລະວັດທະ ນະທໍາ,ປ້ອງກັນຄວາມສະຫງົບ,ການຕ່າງປະເທດ,ແນວລາວສ້າງ ຊາດ,ອົງການຈັດຕັ້ງມະປາຊົນ,ອົງການໄອຍະການປະຊາຊົນສູງ ສຸດແລະສານປະຊາຊົນສູງສຸດເປັນອົງການຄຸ້ມຄອງແລະກວດ ກາວຽກງານປົກປ້ອງສິດແລະຜົນປະໂຫຍດຂອງເດັກ. ໃນການຄຸ້ມຄອງແລະກວດກາປົກປ້ອງສິດແລະຜົນປະ ໂຫຍດຂອງເດັກແມ່ນກະຊວງຍຸຕິທໍາເປັນໃຈກາງໃນການປະ ສານງານລະຫວ່າງພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

...ມາດຕາແປດສິບສິດແລະໜ້າທີ່ຂອງອົງການຄຸ້ມຄອງແລະກວດກາ

ມາດຕາແປດສິບສິດແລະໜ້າທີ່ຂອງອົງການຄຸ້ມຄອງແລະກວດ ກາ ອົງການຄຸ້ມຄອງແລະກວດກາວຽກງານປົກປ້ອງສິດແລະ ຜົນປະໂຫຍດຂອງເດັກມີສິດແລະໜ້າທີ່ດັ່ງນີ້: 1.ວາງຍຸດທະສາດ,ນະໂຍບາຍ,ລະບຽບກົດໝາຍກ່ຽວກັບ ການປົກປ້ອງສິດແລະຜົນປະໂຫຍດຂອງເດັກ. 2.ໂຄສະນາ,ເຜີຍແຜ່ແນວທາງນະໂຍບາຍ,ລະບຽບກົດ ໝາຍກ່ຽວກັບການປົກປ້ອງສິດແລະຜົນປະໂຫຍດຂອງເດັກ. 3.ກໍ່ສ້າງ,ບໍາລຸງພະນັກງານສະເພາະກ່ຽວກັບວຽກງານ ປົກປ້ອງສິດແລະຜົນປະໂຫຍດຂອງເດັກ. 4.ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາການຈັດຕັ້ງປະຕິບັດແນວ ທາງນະໂຍບາຍ,ລະບຽບກົດໝາຍກ່ຽວກັບການປົກປ້ອງສິດແລະ ຜົນປະໂຫຍດຂອງເດັກ. 5.ເກັບກໍາສະຖິຕິແລະຂໍ້ມູນກ່ຽວກັບເດັກ. 6.ປະສານສົມທົບກັບພາກສ່ວນຕ່າງໆກ່ຽວກັບວຽກງານ ປົກປ້ອງສິດແລະຜົນປະໂຫຍດຂອງເດັກ. 7.ພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນກ່ຽວກັບວຽກງານປົກປ້ອງສິດແລະຜົນປະໂຫຍດຂອງເດັກ. 8.ສະຫຼຸບ,ລາຍງານວຽກງານກ່ຽວກັບການປົກປ້ອງສິດ ແລະຜົນປະໂຫຍດຂອງເດັກໃຫ້ລັດຖະບານຊາບ. 9.ປະຕິບັດສິດແລະໜ້າທີ່ອື່ນໆຕາມລະບຽບກົດໝາຍ.


..ພາກທີເຈັດນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາແປດສິບເອັດນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາແປດສິບເອັດນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດ ກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍ,ຊົມເຊີຍຫຼືໄດ້ຮັບນະໂຍ ບາຍອື່ນໆຕາມລະບຽບການ. ເດັກຜູ້ໃດຫາກໄດ້ເປັນແບບຢ່າງທີ່ດີແກ່ໝູ່ເພື່ອນໃນການ ປະຕິບັດສິດແລະຄວາມຮັບຜິດຊອບຂອງຕົນຈະໄດ້ຮັບການຍ້ອງ ຍໍ,ຊົມເຊີຍຫຼືໄດ້ຮັບນະໂຍບາຍອື່ນໆຕາມຄວາມເໝາະສົມ.

...ມາດຕາແປດສິບສອງມາດຕະການຕໍ່ຜູ້ລະເມີດ

ມາດຕາແປດສິບສອງມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ປະຕິບັດມາດຕະພານຕ່າງໆເຊັ່ນ:ມາດຕະການສຶກສາອົບຮົມ, ທາງບໍລິຫານຫຼືທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກລວມທັງ ການໃຊ້ແທນຄ່າເສຍຫາຍທາງແພ່ງ.

...ມາດຕາແປດສິບສາມມາດຕະການສຶກສາອົບຮົມ

ມາດຕາແປດສິບສາມມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ສຶກສາອົບຮົມໃນກໍລະນີດັ່ງນີ້: -ການຂັດຂວາງບໍ່ໃຫ້ເດັກໄປປິ່ນປົວ,ສັກຢາກັນພະຍາດ, ສຶກສາຮໍ່າຮຽນແລະປະກອບສ່ວນເຂົ້າໃນກິດຈະກໍາຕ່າງໆທີ່ເປັນ ການພັດທະນາທາງຮ່າງກາຍ,ຈິດໃຈ,ມັນສະໝອງ,ຄວາມຮູ້ແລະ ຄວາມສາມາດຂອງເດັກ. -ການປະພຶດທີ່ເປັນແບບຢ່າງອັນບໍ່ດີແກ່ເດັກ. -ການໃຊ້ເດັກໄປຊື້,ໂຄສະນາສິ່ງເສບຕິດ,ສິ່ງມຶນເມົາ. -ການຕິດຕັ້ງປ້າຍໂຄສະນາເຫຼົ້າ,ເບຍ,ຢາສູບຫຼືສິ່ງມຶນເມົາ ອື່ນໆຢູ່ໃກ້ໂຮງຮຽນຫຼືໃນເຂດຊຸມຊົນຂອງເດັກ. -ການເມີນເສີຍບໍ່ປະຕິບັດໜ້າທີ່ຂອງພະນັກງານກ່ຽວກັບ ການປົກປ້ອງສິດແລະຜົນປະໂຫຍດຂອງເດັກ. -ການຮັບເອົາເດັກທີ່ມີອາຍຸຕໍ່າກວ່າສິບສີ່ປີເຂົ້າເຮັດວຽກ. -ການລະເມີດອື່ນໆທີ່ມີລັັກສະນະເບົາບາງຊຶ່ງໄດ້ກໍານົດໄວ້ ໃນກົດໝາຍສະບັບນີ້.

...ມາດຕາແປດສິບສີ່ມາດຕະການທາງບໍລິຫານ

ມາດຕາແປດສິບສີ່ມາດຕະການທາງບໍລິຫານ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ປັບໃໝຫຼືປະຕິບັດວິໄນໃນກໍລະນີດັ່ງນີ້: -ການລະເມີດມາດຕາແປດສິບສາມເທິງນີ້ທີ່ໄດ້ຜ່ານການ ສຶກສາອົບຮົມມາແລ້ວ. -ການອະນຸຍາດໃຫ້ເດັກເຂົ້າຮ້ານກິນດື່ມທີ່ບໍລິການປະເພດ ເຫຼົ້າ,ເບຍຫຼືເຄື່ອງດື່ມທີ່ມີສິ່ງມຶນເມົາ. -ການອະນຸຍາດໃຫ້ເດັກເຂົ້າມົ້ວສຸມໃນສິ່ງລາມົກແລະອະ ນາຈານ. -ການໃຫ້ເດັກເຮັດວຽກເກີນຊົ່ວໂມງຫຼືເຮັດວຽກໜັກຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍແຮງງານ. -ການລະເມີດອື່ນໆຊຶ່ງໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ທີ່ ມີໂທດທາງບໍລິຫານ.

ນອກຈາກມາດຕະການທີ່ກ່າວມາຂ້າງເທິງນີ້ແລ້ວຜູ້ລະ ເມີດອາດຈະຖືກໂຈະຫຼືຖອນໃບອະນຸຍາດດໍາເນີນກິດຈະການ. ຄ່າປັບໃໝໄດ້ກໍານົດໄວ້ໃນລະບຽບການສະເພາະ.

...ມາດຕາແປດສິບຫ້າການເປີດເຜີຍປະຫວັດສ່ວນຕົວຂອງເດັກ

ມາດຕາແປດສິບຫ້າການເປີດເຜີຍປະຫວັດສ່ວນຕົວຂອງເດັກ ບຸກຄົນຜູ້ໃດຫາກໄດ້ເປີດເຜີຍປະຫວັດສ່ວນຕົວຫຼືຂໍ້ມູນຂ່າວ ສານກ່ຽວກັບເດັກທີ່ເປັນຜູ້ຖືກເສຍຫາຍ,ຜູ້ຖືກຫາ,ຈໍາເລີຍຫຼືເປັນ ຜູ້ກະທໍາຜິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາ ໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັດໃໝແຕ່ ຫ້າແສນກີບຫາສອງລ້ານກີບ.

...ມາດຕາແປດສິບຫົກການເຜີຍແຜ່ສິ່ງລາມົກເດັກ

ມາດຕາແປດສິບຫົກການເຜີຍແຜ່ສິ່ງລາມົກເດັກ ບຸກຄົນຜູ້ໃດຫາກໄດ້ຜະລິດ,ຈໍາໜ່າຍ,ເຜີຍແຜ່,ນໍາເຂົ້າ, ສົ່ງອອກ,ສະແດງຫຼືຂາຍໜັງສື,ຮູບ,ຟິມ,ວີດີໂອ,ດີວີດີຫຼືສິ່ງອື່ນໆທີ່ ເປັນສື່ລາມົກອະນາຈານຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງ ປີຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫົກລ້ານກີບ.

...ມາດຕາແປດສິບເຈັດການໃຊ້ແຮງງານເດັກ

ມາດຕາແປດສິບເຈັດການໃຊ້ແຮງງານເດັກ ບຸກຄົນຜູ້ໃດຫາກໃຊ້ແຮງງານເດັກຢູ່ໃນຂົງເຂດທີ່ເປັນ ອັນຕະລາຍແລະຜ່ານການໃຊ້ມາດຕະການທາງບໍລິຫານມາ ແລ້ວຫາກບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະລະພາບແຕ່ສາມ ເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສອງລ້ານ ກີບ. ໃນກໍລະນີທີ່ການໃຊ້ແຮງງານນັ້ນຫາກພາໃຫ້ເດັກເສຍອົງ ຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາ ເຈັດປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາເຈັດລ້ານກີບ.

...ມາດຕາແປດສິບແປດການປະຖິ້ມເດັກ

ມາດຕາແປດສິບແປດການປະຖິ້ມເດັກ ບຸກຄົນຜູ້ໃດຫາກໄດ້ປະຖິ້ມເດັກໂດຍເຈດຕະນາຈະຖືກລົງ ໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝ ແຕ່ຫົກແສນກີບຫາສອງລ້ານກີບ. ໃນກໍລະນີທີ່ການປະຖິ້ມຫາກເຮັດໃຫ້ເດັກເສຍອົງຄະຫຼືເສຍ ຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະ ຈະຖືກປັບໃໝແຕ່ສາມລ້ານກີບຫາເຈັດລ້ານກີບ.

...ມາດຕາແປດສິບເກົ້າການຮ່ວມເພດກັບເດັກ

ມາດຕາແປດສິບເກົ້າການຮ່ວມເພດກັບເດັກ ບຸກຄົນຜູ້ໃດຫາກໄດ້ຮ່ວມເພດກັບເດັກຍິງຫຼືຊາຍທີ່ມີອາຍຸ ຕໍ່າກວ່າສິບແປດປີລົງມາຫາສິບຫ້າປີດ້ວຍການຈ່າຍຄ່າຕອບ ແທນຫຼືຕອບສະໜອງຜົນປະໂຫຍດດ້ວຍຮູບການໃດໜຶ່ງຈະຖືກ ລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງ ໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາ ສອງລ້ານກີບ. ບຸກຄົນຜູ້ໃດຫາກໄດ້ຮ່ວມເພດກັບເດັກຍິງຫຼືເດັກຊາຍທີ່ມີ ອາຍຸຕໍ່າກວ່າສິບຫ້າປີລົງມາຫາສິບສອງປີດ້ວຍການຈ່າຍຄ່າ ຕອບແທນຫຼືຕອບສະໜອງຜົນປະໂຫຍດດ້ວຍຮູບການໃດໜຶ່ງຈະ ຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບ ໃໝແຕ່ສອງລ້ານກີບຫາຫ້າລ້ານກີບ. ບຸກຄົນຜູ້ໃດຫາກໄດ້ຮ່ວມເພດກັບເດັກຍິງຫຼືເດັກຊາຍທີ່ມີ ອາຍຸຕໍ່າກວ່າສິບສອງປີຈະດ້ວຍຮູບການໃດກໍ່ຕາມຖືວ່າເປັນການ ຂົ່ມຂືນທໍາຊໍາເລົາເດັກຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດ ປີຫາສິບຫ້າປີແລະຈະຖືກປັບໃໝອຕ່ເຈັດລ້ານກີບຫາສິບຫ້າລ້ານ ກີບ. ບຸກຄົນຜູ້ໃດທີ່ໄດ້ສະເໜີ,ຮັບເອົາ,ຈັດຫາຫຼືສະໜອງເດັກທີ່ ມີອາຍຸຕໍ່າກວ່າສສິບແປດປີລົງມາໃຫ້ເປັນໂສເພນີຖືວ່າເປັນການ ກະທໍາຜິດແລະຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນມາດຕາໜຶ່ງ ລ້ອຍສາມສິບສີ່(ໃໝ່)ຂອງກົດໝາຍອາຍາ.

...ມາດຕາເກົ້າສິບການຄ້າເດັກ

ມາດຕາເກົ້າສິບການຄ້າເດັກ ບຸກຄົນໃດຫາກໄດ້ກະທໍາຜິດໃນສະຖານການຄ້າເດັກຈະ ຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບ ໃໝແຕ່ສິບລ້ານກີບຫາໜຶ່ງລ້ອຍລ້ານກີບແລະຈະຖືກຮິບຊັບຕາມ ທີ່ໄດ້ກໍານົດໄວ້ໃນມາດຕາສາມສິບສີ່ຂອງກົດໝາຍອາຍາ.

...ມາດຕາເກົ້າສິບເອັດມາດຕະການທາງແພ່ງ

ມາດຕາເກົ້າສິບເອັດມາດຕະການທາງແພ່ງ ນອກຈາກໂທດທີ່ໄດ້ກໍານົດໄວ້ໃນມາດຕາແປດສິບຫ້າຫາ ເກົ້າສິບຂອງກົດໝາຍສະບັບນີ້ແລ້ວຜູ້ກະທໍາຜິດຍັງຈະໄດ້ໃຊ້ແທນ ຄ່າເສຍຫາຍຕ່າງໆເຊັ່ນ:ຄ່າປິ່ນປົວ,ຄ່າປົວແປງຈິດໃຈ,ຄ່າປ່ວຍ ການ,ຄ່າເດີນທາງ,ຄ່າກິນຢູ່ພັກເຊົາແລະຄ່າເສຍຫາຍອື່ນໆ.

..ພາກທີແປດບົດບັນຢັດສຸດທ້າຍ


...ມາດຕາເກົ້າສິບສອງການຈັດຕັ້ງປະຕິບັດ

ມາດຕາເກົ້າສິບສອງການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາເກົ້າສິບສາມຜົນສັກສິດ

ມາດຕາເກົ້າສິບສາມຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍລັງເກົ້າສິບວັນນັບແຕ່ ວັນປະທານປະເທດແຫ່ງສປປລາວໄດ້ອອກລັດຖະດໍາລັດປະກາດ ໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຢັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ