ກົດໝາຍວ່າດ້ວຍການສືບທອດມູນມໍລະດົກ 08-12-2008

.ການສືບທອດມູນມໍລະດົກ 08-12-2008


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງ(ໃໝ່)ຈຸດປະສົງ

ມາດຕາໜຶ່ງ(ໃໝ່)ຈຸດປະສົງ ກົດໝາຍວ່າດ້ວຍການສືບທອດມູນມໍລະດົກກໍານົດຫຼັກການ,ລະ ບຽບການ,ມາດຕະການກ່ຽວກັບການແບ່ງປັນ,ການສືບທຶດແລະການ ຄຸ້ມຄອງມູນມໍລະດົກແນໃສ່ຮັບປະກັນຄວາມຖືກຕ້ອງແລະຍຸຕິທໍາຂອງ ການສືບທອດມູນມໍລະດົກ,ເຮັດໃຫ້ສິດແລະພັນທະຂອງເຈົ້າມູນມໍລະດົກ ແລະຜູ້ສືບທອດໄດ້ຮັບການປະຕິບັດຢ່າງແທ້ຈິງເພື່ອໃຫ້ສັງຄົມມີຄວາມ ສະຫງົບແລະມີຄວາມເປັນລະບຽບຮຽບຮ້ອຍ.

...ມາດຕາສອງການສືບທຶດມູນມໍລະດົກ

ມາດຕາສອງການສືບທຶດມູນມໍລະດົກ ການສືບທອດມູນມໍລະດົກແມ່ນການຕົກທອດຂອງຊັບສົມບັດທີ່ ເປັນກໍາມະສິດຂອງຜູ້ເສຍຊີວິດລວມທັງສິດແລະພັນທະຂອງຜູ້ກ່ຽວໃຫ້ ຜູ້ສືບທອດມູນມໍລະດົກຕາມກົດໝາຍຫຼືຕາມພິໄນກໍາ.

...ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ

ມາດຕາສາມ(ໃໝ່)ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍ ດັ່ງນີ້: ໜຶ່ງມູນມໍລະດົກໝາຍເຖິງຊັບສົມບັດທຸກປະເພດທີ່ເປັນກໍາ ມະສິດຂອງຜູ້ເສຍຊີວິດລວມທັງສິດແລະພັດທະຂອງຜູ້ກ່ຽວເວັ້ນເສຍ ແຕ່ສິດແລະພັດນທະຊຶ່ງກົດໝາຍຫຼືສັນຍາໄດ້ກໍານົດໄວ້ໃຫ້ຜູ້ເສຍຊ ີວິດຕ້ອງໄດ້ປະຕິບັດດ້ວຍຕົນເອງໃນເວລາທີ່ຜູ້ກ່ຽວຍັງມີຊີວິດຢູ່ນັ້ນ. ສອງຊອບເດີມໝາຍເຖິງຊັບສົມບັດທີ່ຜົວຫຼືເມຍໄດ້ມາກ່ອນ ການແຕ່ງດອງຫຼືຊັບສົມບັດທີ່ໄດ້ມາຈາກການສືບທອດມູນມໍລະດົກຫຼື ຈາກການມອບຫຼືການຍົກຊັບໃຫ້ຜົວຫຼືເມຍສະເພາະພາຍຫຼັງການແຕ່ ງດອງແລະຊັບສິນຂອງຜົວຫຼືເມຍທີ່ຍັງຄົງຢູ່ຫຼືປ່ຽນສະພາບໄປເປັນ ຊັບສິ່ງຂອງໃໝ່ແລ້ວ. ສາມສິນສົມສ້າງໝາຍເຖິງຊັບສົມບັດທີ່ຄູ່ຜົວເມຍນັ້ນສ້າງ ສາແລະຫາມາໄດ້ໃນເວລາເປັນຜົວເປັນເມຍນໍາກັນເວັ້ນເສຍແຕ່ຊັບ ສິ່ງຂອງທີ່ເປັນເຄື່ອງໃຊ້ສ່ວນຕົວຊຶ່ງບໍ່ມີມູນຄ່າສູງ. ສີ່ການມອບຊັບໝາຍເຖິງການເອົາຊັບຂອງຕົນໃຫ້ບຸກຄົນອື່ນ ໂດຍບໍ່ມີເງື່ອນໄຂໃນເວລາຍັງມີຊີວິດຢູ່.ຜູ້ຮັບຊັບຈະການເປັນເຈົ້າ ກໍາມະສິດນັບແຕ່ເວລາໄດ້ຮັບຊັບນັ້ນເປັນຕົ້ນໄປ. ຫ້າການຍົກຊັບໝາຍເຖິງການເອົາຊັບຂອງຕົນໃຫ້ບຸກຄົນອື່ນ ໂດຍມີເງື່ອນໄຂໃນເວລາຍັງມີຊີວິດຢູ່.ຜູ້ຮັບຊັບຈະກາຍເປັນເຈົ້າກໍາ ມະສິດໄດ້ກໍ່ຕໍ່ເມື່ອຜູ້ກ່ຽວຫາກໄດ້ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດ ໄວ້ໂດຍຖືກຕ້ອງຕາມກົດໝາຍ. ຫົກພິໄນກໍາໝາຍເຖິງເອກະສານທາງດ້ານກົດໝາຍທີ່ເຈົ້າ ຂອງຊັດໄດ້ສະແດງເຈດຈໍານົງຂອງຕົນດ້ວຍການເຮັດເປັນລາຍລັກ ອັກສອນຫຼືການສະເໜີທາງປາກເປົ່າມອບໃຫ້ບຸກຄົນຫຼືການຈັດຕັ້ງ ໂດຍຊ້ອງໜ້າພະຍານຢ່າງໜ້ອຍສາມຄົນແລະມີການບັນທຶກເອົາ ໄວ້. ເຈັດການສືບທອດມູນມໍລະດົກຕາມກົດໝາຍໝາຍເຖິງການ ຮັບເອົາມູນມໍລະດົກໂດຍຜູ້ສືບທອດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ແປດການສືບທອດມູນມໍລະດົກຕາມພິໄນກໍາໝາຍເຖິງການ ຮັບເອົາມູນມໍລະດົກໂດຍຜູ້ສືບທອດຕາມເຈດຈໍາຈົງຂອງເຈົ້າມູນມໍ ລະດົກທີ່ໄດ້ມອບໃຫ້. ...ມາດຕາສີ່(ໃໝ່)ນະໂຍບາຍຂອງລັດກ່ຽວກັບມູນມໍລະດົກ

ມາດຕາສີ່(ໃໝ່)ນະໂຍບາຍຂອງລັດກ່ຽວກັບມູນມໍລະດົກ ລັດອໍານວຍຄວາມສະດວກ,ປົກປ້ອງສິດແລະຜົນປະໂຫຍດຂອງ ບຸກຄົນໃນການມອບ,ຍົກຫຼືໂອນຊັບສິນຂອງຕົນໃຫ້ບຸກຄົນ,ການຈັດຕັ້ງຫຼື ມູນນິທິ. ລັດສົ່ງເສີມໃຫ້ບຸກຄົນ,ການຈັດຕັ້ງຫຼືມູນນິທິທີ່ໄດ້ຮັບການມອບ, ຍົກ,ໂອນຊັບສິນຫຼືສືບທອດມູນມໍລະດົກ.ຫັນຊັບສິນຫຼືມູນມໍລະດົກດັ່ງກ່າວ ເປັນທຶນແລະນໍາໃຊ້ເຂົ້າໃນການດໍາເນີນທຸລະກິດຫຼືສາທາລະນະປະ ໂຫຍດ.

...ມາດຕາຫ້າ(ປັບປຸງ)ມູນມໍລະດົກຂອງຜູ້ຖືກສານຕັດສິນເປັນຜູ້ເສຍຊີວິດ

ມາດຕາຫ້າ(ປັບປຸງ)ມູນມໍລະດົກຂອງຜູ້ຖືກສານຕັດສິນເປັນຜູ້ເສຍຊ ີວິດ ເມື່ອບຸກຄົນໃດຫາກຖືກສານຕັດສິນວ່າເປັນຜູ້ເສຍຊີວິດແລ້ວມູນ ມໍລະດົກຂອງບຸກຄົນນັ້ນກໍ່ຈະຕົກທອດເປັນຜູ້ສືບທອດ.ຖ້າວ່າພາຍຫຼັງ ມາບຸກຄົນນັ້ນຫາກຍັງມີຊີວິດຢູ່ຜູ້ສືບທອດມູນມໍລະດົກຕ້ອງສົ່ງຊັບທີ່ຍັງ ຄົງຢູ່ຊຶ່ງຕົນໄດ້ຮັບນັ້ນຄືນແຕ່ເຈົ້າຂອງຊັບຕ້ອງໃຊ້ແທນຄ່າໃຊ້ຈ່າຍ ຕ່າງໆໃນການປົກປັກຮັກສາມູນມໍລະດົກນັ້ນຄືນໃຫ້ແກ່ຜູ້ສືບທອດ. ໃນກໍລະນີຜູ້ຖືກສານຕັດສິນວ່າເປັນຜູ້ເສຍຊີວິດແລ້ວນັ້ນຫາກຍັງ ມີຊີວິດຢູ່ແຕ່ບໍ່ມາທວງທາວເອົາຊັບສົມບັດຂອງຕົນຄືນພາຍໃນກໍານົດ ສາມປີສໍາລັບຊັບເຄື່ອນທີ່,ຫົກປີສໍາລັບຊັບຄົງທີ່ນັບແຕ່ວັນຜູ້ກ່ຽວຮັບ ຊາບຄໍາຕັດສິນຂອງສານເປັນຕົ້ນໄປຊັບສົມບັດດັ່ງກ່າວກໍ່ຈະຕົກເປັນ ຂອງຜູ້ສືບທອດ.

...ມາດຕາຫົກວັນເວລາເປີດການສືບທອດມູນມໍລະດົກ

ມາດຕາຫົກວັນເວລາເປີດການສືບທອດມູນມໍລະດົກ ການເປີດການສືບທອດມູນມໍລະດົກແມ່ນເລີ່ມແຕ່ວັນເຈົ້າມູນມໍ ລະດົກໄດ້ເສຍຊີວິດເປັນຕົ້ນໄປ.ໃນກໍລະນີເຈົ້າມູນກໍລະດົກຫາກໄດ້ຖືກ ສານຕັດສິນວ່າເປັນຜູ້ເສຍຊີວິດນັ້ນກໍ່ໃຫ້ຖືເອົາວັນຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວເປັນວັນເລີ່ມເປີດການສືບທອດມູນມໍລະ ດົກ.

...ມາດຕາເຈັດບ່ອນເປີດການສືບທອດມູນມໍລະດົກ

ມາດຕາເຈັດບ່ອນເປີດການສືບທອດມູນມໍລະດົກ ບ່ອນເປີດການສືບທອດມູນມໍລະດົກແມ່ນບ່ອນຢູ່ປະຈໍາສຸດທ້າຍ ຂອງເຈົ້າມູນມໍລະດົກ,ຖ້າວ່າບ່ອນຢູ່ຂອງເຈົ້າມູນມໍລະດົກນັ້ນຫາກບໍ່ຈະ ແຈ້ງຫຼືມີບ່ອນຢູ່ຫຼາຍບ່ອນກໍ່ໃຫ້ຖືເອົາບ່ອນມູນມໍລະດົກທີ່ເປັນພື້ນຖານ ສໍາຄັນຕັ້ງຢູ່ເປັນບ່ອນເປີດ. ການເປີດການສືບທອດມູນມໍລະດົກຕ້ອງມີຜູ້ສືບທອດ,ຍາດພີ່ ນ້ອງໃຫ້ຊິດແລະພະຍານເຂົ້າຮ່ວມໂດຍເຮັດເປັນລາຍລັກອັກສອນແລະ ຊ້ອງໜ້າພະນັກງານທະບຽນສານຫຼືນາຍບ້ານໃນກໍລະນີທີ່ບ່ອນໃດບໍ່ທັນ ມີພະນັກງານທະບຽນສານ.

...ມາດຕາແປດປະເພດການສືບທອດມູນມໍລະດົກ

ມາດຕາແປດປະເພດການສືບທອດມູນມໍລະດົກ ການສືບທອດມູນມໍລະດົກມີສອງປະເພດຄື: ໜຶ່ງການສືບທອດຕາມກົດໝາຍ. ສອງການສືບທອດຕາມພິໄນກໍາ. ..ພາກທີສອງການສືບທອດມູນມໍລະດົກຕາມກົດໝາຍ


...ມາດຕາເກົ້າການສືບທອດມູນມໍລະດົກຕາມກົດໝາຍ

ມາດຕາເກົ້າການສືບທອດມູນມໍລະດົກຕາມກົດໝາຍ ການສືບທອດມູນມໍລະດົກຕາມກົດໝາຍຈະມີຂຶ້ນໄດ້ໃນກໍລະນ ີດັ່ງນີ້: ໜຶ່ງມູນມໍລະດົກທີ່ບໍ່ໄດ້ເຮັດພິໄນກໍາມອບໃຫ້ບຸກຄົນຫຼືການຈັດ ຕັ້ງໃດໜຶ່ງສືບທອດ. ສອງພິໄນກໍາເປັນໂມຄະຫຼືຜູ້ສືບທອດມູນມໍລະດົກຕາມພິໄນກໍາ ນັ້ນໄດ້ເສຍຊີວິດກ່ອນການເປີດການສືບທອດ. ສາມຜູ້ສືບທອດມູນມໍລະດົກຕາມພິໄນກໍາຫາກບໍ່ຮັບເອົາການ ສືບທອດ. ສີ່ມູນມໍລະດົກທີ່ຍັງເຫຼືອຈາກການສືບທອດຕາມພິໄນກໍາ.

...ມາດຕາສິບຜູ້ສືບທອດຕາມມູນມໍລະດົກ

ມາດຕາສິບຜູ້ສືບທອດຕາມມູນມໍລະດົກ ຜູ້ສືບທອດມູນມໍລະດົກມີດັ່ງນີ້: ໜຶ່ງລູກ(ລູກຄີງ,ລູກລ້ຽງ,ລູກນ້າ)ຂອງຜູ້ເສຍຊີວິດ; ສອງຜົວຫຼືເມຍຂອງເຈົ້າມູນມໍລະດົກທີ່ຍັງມີຊີວິດຢູ່. ສາມຍາດສາຍຕັ້ງ:ພໍ່,ແມ່,ປູ່,ຍ່າ,ພໍ່ເຖົ້າ,ແມ່ເຖົ້າ,ທວດຂອງ ຜູ້ເສຍຊີວິດ. ສີ່ຍາດສາຍຂວາງ:ອ້າຍ,ເອື້ອຍ,ນ້ອງ,ລຸງ,ປ້າ,ອາວ,ອາ,ນ່າ ບ່າວ,ນ່າສາວ,ຫຼານ,ເຫຼນ,ຫຼ້ອນຂອງຜູ້ເສຍຊີວິດ. ຫ້າລັດຫຼືນິຕິບຸກຄົນຫຼືບຸກຄົນອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍສະ ບັບນີ້. ...ມາດຕາສິບເອັດ(ໃໝ່)ລໍາດັບໃນການຮັບມຸນມໍລະດົກ

ມາດຕາສິບເອັດ(ໃໝ່)ລໍາດັບໃນການຮັບມຸນມໍລະດົກ ໃນການເບ່ງປັນມູນມໍລະດົກໃຫ້ຜູ້ສືບທອດຕາມທີ່ໄດ້ກໍານົດໄວ້ ໃນມາດຕາສິບເທິງນີ້ຖ້າວ່າຜູ້ໃດຫາກເປັນຍາດຊັ້ນຈໍາອັບເຈົ້າມູນມໍລະ ດົກກໍ່ຈະແມ່ນຜູ້ນັ້ນເປັນຜູ້ໄດ້ຮັບກ່ອນ.ສ່ວນຜູ້ທີ່ຢູ່ລໍາດັບໃກ້ຊິດຖັດຕໍ່ໄປ ນັ້ນຈະໄດ້ຮັບກໍຕໍ່ເມື່ອຫາກບໍ່ມີຍາດຊັ້ນຈໍາຂອງເຈົ້າມູນມໍລະດົກເທົ່າ ນັ້ນ.

...ມາດຕາສິບສອງການແບ່ງປັນມູນມໍລະດົກລະຫວ່າງຜົວຫຼືເມຍທີ່ຍັງມີຊີວິດຢູ່ແລະລູກ

ມາດຕາສິບສອງການແບ່ງປັນມູນມໍລະດົກລະຫວ່າງຜົວຫຼືເມຍທີ່ຍັງມີ ຊີວິດຢູ່ແລະລູກ ໃນກໍລະນີທີ່ຜົວຫຼືເມຍຫາກໄດ້ເສຍຊີວິດໄປໂດຍໄດ້ປະເມຍຫຼືຜົວ ແລະລູກໄວ້ກໍ່ແມ່ນລູກເປັນຜູ້ມີສິດຮັບມູນມໍລະດົກທີ່ເປັນຊັບເດີມຂອງຜູ້ ເສຍຊີວິດສາມສ່ວນສີ່ແລະອີກໜຶ່ງສ່ວນສີ່ແມ່ນເມຍຫຼືຜົວທີ່ຍັງມີຊີວິດຢູ່ ເປັນຜູ້ຮັບ. ສ່ວນສິນສົມສ້າງນັ້ນໃຫ້ແບ່ງປັນເຄິ່ງຄືເຄິ່ງໜຶ່ງໃຫ້ເມຍຫຼືຜົວທີ່ ຍັງມີຊີວິດຢູ່ແລະອີກເຄິ່ງໜຶ່ງນັ້ນໃຫ້ແບ່ງປັນແກ່ພວກລູກເປັນພູດສະ ເໝີກັນ. ເມຍຫຼືຜົວທີ່ຍັງມີຊີວິດຢູ່ນັ້ນມີສິດຄຸ້ມຄອງຊັບທີ່ຕົກທອດເປັນຂອງ ລູກທີ່ຍັງບໍ່ທັນເຖິງກະສຽນອາຍຸ. ...ມາດຕາສິບສາມການແບ່ງປັນມູນມໍລະດົກລະຫວ່າງຜົວຫຼືເມຍທີ່ຍັງມີຊີວິດຢູ່ແລະຍາດສາຍຕັ້ງ

ມາດຕາສິບສາມການແບ່ງປັນມູນມໍລະດົກລະຫວ່າງຜົວຫຼືເມຍທີ່ຍັງ ມີຊີວິດຢູ່ແລະຍາດສາຍຕັ້ງ ໃນກໍລະນີທີ່ຜົວຫຼືເມຍຊຶ່ງບໍ່ມີລູກຫາກໄດ້ເສຍຊີວິດໄປຍັງເຫຼືອ ແຕ່ເມຍຫຼືຜົວແລະຍາດສາຍຕັ້ງການແບ່ງປັນມູນມໍລະດົກໃຫ້ປະຕິບັດ ດັ່ງນີ້: ໜຶ່ງເມຍຫຼືຜົວທີ່ຍັງມີຊີວິດຈະໄດ້ຮັບສ່ວນແບ່ງປັນໜຶ່ງສ່ວນສາມ ຂອງຊັບເດີມຂອງຜູ້ເສຍຊີວິດແລະອີກສອງສ່ວນສາມນັ້ນໃຫ້ແບ່ງປັນ ແກ່ຍາດສາຍຕັ້ງເປັນຜູ້ສະເໝີກັນ. ສອງເມຍຫຼືຜົວທີ່ຍັງມີຊີວິດຢູ່ນັ້ນຈະໄດ້ຮັບສິນສົມສ້າງທີ່ເປັນພູດ ຂອງຜູ້ເສຍຊີວິດທັງໝົດ.

...ມາດຕາສິບສີ່(ປັບປຸງ)ການແບ່ງປັນມູນມໍລະດົກລະຫວ່າງຍາດສາຍຂວາງ

ມາດຕາສິບສີ່(ປັບປຸງ)ການແບ່ງປັນມູນມໍລະດົກລະຫວ່າງຍາດ ສາຍຂວາງ ຖ້າວ່າຜູ້ເສຍຊີວິດຫາກບໍ່ມີລູກແລະບໍ່ມີຍາດສາຍຕັ້ງແຕ່ຫາກ ຍັງມີຜົວຫຼືເມຍນັ້ນຍາດສາຍຂວາງຕາມລໍາດັບໃກ້ຊິດຂອງຜູ້ເສຍຊີວິດ ຈະໄດ້ຮັບມູນມໍລະດົກທີ່ເປັນຊັບເດີມຂອງຜູ້ເສຍຊີວິດພຽງແຕ່ເຄິ່ງໜຶ່ງ ເທົ່ານັ້ນ,ສ່ວນອີກເຄິ່ງໜຶ່ງແລະສິນສົມສ້າງທັງໝົດນັ້ນຈະຕົກເປັນຂອງ ເມຍຫຼືຜົວທີ່ຍັງມີຊີວິດຢູ່. ການແບ່ງປັນມູນມໍລະດົກລະຫວ່າງຍາດສາຍຂວາງນັ້ນໃຫ້ ແບ່ງປັນເປັນພູດສະເໝີກັນ.

...ມາດຕາສິບຫ້າ(ປັບປຸງ)ການແບ່ງປັນມູນມໍລະດົກລະຫວ່າງພວກລູກຂອງຜູ້ເສຍຊີວິດ

ມາດຕາສິບຫ້າ(ປັບປຸງ)ການແບ່ງປັນມູນມໍລະດົກລະຫວ່າງພວກລູກ ຂອງຜູ້ເສຍຊີວິດ ການແບ່ງປັນມູນມໍລະດົກລະຫວ່າງພວກລູກຂອງຜູ້ເສຍຊີວິດ ໃຫ້ປະຕິບັດດັ່ງນີ້: ໜຶ່ງຖ້າວ່າຜູ້ເສຍຊີວິດຫາກມີແຕ່ລູກຄີງເທົ່ານັ້ນມູນມໍລະດົກ ທັງໝົດຊຶ່ງເປັນສິນສົມສ້າງແລະຊັບເດີມທີ່ຕົກທອດແກ່ພວກກ່ຽວກໍ່ ໃຫ້ແບ່ງປັນເປັນພູດສະເໝີກັນເວັ້ນເສຍແຕ່ຊັບເດີມຂອງຜູ້ເສຍຊີວິດ ທີ່ໄດ້ກໍານົດໄວ້ໃນມາດຕາສິບສອງຂອງກົດໝາຍສະບັບນີ້. ສອງຖ້າວ່າຜູ້ເສຍຊີວິດຫາກມີລູກຄີງ,ລູກລ້ຽງແລະລູກນ້າມູນ ມໍລະດົກທີ່ເປັນພູດສິນສົມສ້ງຂອງຜູ້ກ່ຽວໃຫ້ແບ່ງປັນເປັນພູດສະເໝີກັນ ຕາມຂໍ້ໜຶ່ງເທິງນີ້: ສາມລູກລ້ຽງມີສິດໄດ້ຮັບພູດທີ່ເປັນຊັບເດີມຂອງຜູ້ເສຍຊີວິດຄື ກັນກັບລູກຄີງ,ສໍາລັບລູກນ້າບໍ່ມີສິດໄດ້ຮັບພູດທີ່ເປັນຊັບເດີມຂອງພໍ່ນ້າ ຫຼືແມ່ນ້າທີ່ເສຍຊີວິດ. ສີ່ລູກລ້ຽງບໍ່ມີສິດສືບທອດມູນມໍລະດົກຂອງຜູ້ເປັນພໍ່ແມ່ເດີມຂອງ ຕົນອີກເວັ້ນເສຍແຕ່ມີພິໄນກໍາຈາກພໍ່ແມ່ເດີມມອບໃຫ້ຕົ້ນເທົ່ານັ້ນ. ສໍາລັບລູກຄີງ,ລູກລ້ຽງ,ລູກນ້າທີ່ໄດ້ລ້ຽງດູ,ເບິ່ງແຍງພໍ່ແມ່ຕະ ຫຼອດຮອດເສຍຊີວິດແລະມ້ຽນຄາບສົ່ງສະການກໍ່ຈະໄດ້ຮັບສ່ວນແບ່ງ ມູນມໍລະດົກຂອງຜູ້ເສຍຊີວິດຫຼາຍກວ່າຜູ້ສືບທອດຄົນອື່ນໜຶ່ງພູດ.

...ມາດຕາສິບຫົກສິດສືບທອດຂອງລູກທີ່ຍັງຢູ່ໃນທ້ອງແມ່

ມາດຕາສິບຫົກສິດສືບທອດຂອງລູກທີ່ຍັງຢູ່ໃນທ້ອງແມ່ ລູກທີ່ຍັງຢູ່ໃນທ້ອງຂອງຜູ້ເປັນແມ່ກໍ່ມີສິດຮັບສ່ວນແບ່ງປັນມູນ ມໍລະດົກທີ່ຕົກເປັນພູດຂອງຜູ້ເສຍຊີວິດເຊັ່ນດຽວກັນ.ແມ່ເປັນຜູ້ຄຸ້ມຄອງ ພູດຂອງຜູ້ກ່ຽວໄວ້.

...ມາດຕາສິບເຈັດການສືບທອດມູນມໍລະດົກລະຫວ່າງຫົວໜ້າຄອບຄົວແລະຜູ້ຮັບໃຊ້

ມາດຕາສິບເຈັດການສືບທອດມູນມໍລະດົກລະຫວ່າງຫົວໜ້າຄອບຄົວ ແລະຜູ້ຮັບໃຊ້ ຖ້າວ່າຫົວໜ້າຄອບຄົວຫາກໄດ້ເສຍຊີວິດໂດຍບໍ່ມີຜູ້ສືບທອດ ມູນມໍລະດົກແລ້ວຜູ້ຮັບໃຊ້ທີ່ຢູ່ໃນຄອບຄົວນັ້ນແຕ່ສາມປີຂຶ້ນໄປກໍ່ຈະໄດ້ ສືບທອດມູນມໍລະດົກນັ້ນ. ຖ້າວ່າຜູ້ຮັບໃຊ້ຫາກໄດ້ເສຍຊີວິດໂດຍບໍ່ມີຜູ້ສືບທອດມູນມໍລະດົກ ແລ້ວຫົວໜ້າຄອບຄົວກໍ່ຈະໄດ້ສືບທອດມູນມໍລະດົກຂອງຜູ້ຮັບໃຊ້ເຊັ່ນ ດຽວກັນ.

...ມາດຕາສິບແປດ(ປັບປຸງ)ມູນມໍລະດົກທີ່ບໍ່ມີຜູ້ສືບທອດ

ມາດຕາສິບແປດ(ປັບປຸງ)ມູນມໍລະດົກທີ່ບໍ່ມີຜູ້ສືບທອດ ເມື່ອບຸກຄົນໃດໜຶ່ງຫາກໄດ້ເສຍຊີວິດໂດຍບໍ່ມີຜູ້ສືບທອດມູນມ ໍລະດົກຫຼືບໍ່ຮູ້ວ່າຜູ້ສືບທອດນັ້ນຢູ່ໃສພາຍໃນກໍານົດຫົກເດືອນຖ້າວ່າບໍ່ມີຜູ້ ໃດມາທວງທາວເອົາແລ້ວມູນມໍລະດົກທັງໝົດນັ້ນຈະແມ່ນລັດເປັນຜູ້ຄຸ້ມ ຄອງໄວ້. ຖ້າຫາກໝົດອາຍຸຄວາມໃນການຮ້ອງຟ້ອງຕາມທີ່ໄດ້ກໍານົດໄວ ້ໃນມາດຕາສີ່ສິບຂອງກົດໝາຍສະບັບນີ້ແລ້ວມູນມໍລະດົກດັ່ງກ່າວກໍ່ຈະ ຕົກເປັນກໍາມະສິດຂອງລັດ. ພະນັກງານທະບຽນສານຫຼືນາຍບ້ານທີ່ໄດ້ເຂົ້າຮ່ວມໃນການ ເປີດການສືບທອດມູນມໍລະດົກນັ້ນເປັນຜູ້ກໍານົດເອົາຊັບສົມບັດສ່ວນໃດ ໜຶ່ງຂອງຜູ້ເສຍຊີວິດເພື່ອໃຊ້ຈ່າຍເຂົ້າໃນການມ້ຽນຄາບສົ່ງສະການ, ເຮັດບຸນກິນທານແລະຊໍາລະໜີ້ສິນຂອງຜູ້ເສຍຊີວິດ.

...ມາດຕາສິບເກົ້າ(ປັບປຸງ)ມູນມໍລະດົກຂອງພິກຂຸ,ສາມະເນນຫຼືນັກບວດອື່ນ

ມາດຕາສິບເກົ້າ(ປັບປຸງ)ມູນມໍລະດົກຂອງພິກຂຸ,ສາມະເນນຫຼືນັກ ບວດອື່ນ ພິກຂຸ,ສາມະເນນຫຼືນັກບວດອື່ນທີ່ມີຊັບກ່ອນບວດຫຼືມີໃນໄລຍະ ບວດນັ້ນແມ່ນມີສິດມອບຊັບ,ຍົກຊັບຫຼືເຮັດພິໄນກໍາໃຫ້ບຸກຄົນຫຼືການຈັດ ຕັ້ງອື່ນຕາມລະບຽບກົດໝາຍລວມທັງມີສິດໃຫ້ຜູ້ອື່ນສືບທອດມູນມໍລະ ດົກຂອງຕົນຕາມກົດໝາຍ. ໃນກໍລະນີທີ່ພິກຂຸ,ສາມະເນນຫຼືນັກບວດອື່ນຫາກໄດ້ເສຍຊີວິດ ໂດຍບໍ່ມີຜູ້ສືບທອດມູນມໍລະດົກຫຼືບໍ່ໄດ້ມອບຊັບໃດໜຶ່ງໃຫ້ບຸກຄົນ,ການ ຈັດຕັ້ງຫຼືມູນນິທິໃດໜຶ່ງແລ້ວຊັບທັງໝົດກໍ່ຈະຕົກເປັນຂອງລັດຫຼືສາສະ ນາສະຖານບ່ອນຜູ້ກ່ຽວຢູ່ປະຈໍາ.

...ມາດຕາຊາວສິດສືບທອດມູນມໍລະດົກຂອງຜົວເມຍທີ່ແຍກກັນຢູ່

ມາດຕາຊາວສິດສືບທອດມູນມໍລະດົກຂອງຜົວເມຍທີ່ແຍກກັນຢູ່ ຜົວເມຍທີ່ໄດ້ແຍກກັນຢູ່ຕ່າງຫາກແຕ່ຍັງບໍ່ທັນໄດ້ຢ່າງຮ້າງກັນ ໂດຍຖືກຕ້ອງຕາມກົດໝາຍນັ້ນກໍ່ຍັງມີສິດສືບທອດມູນມໍລະດົກຂອງກັນ ແລະກັນໄດ້ຢູ່ເມື່ອຜູ້ໃດໜຶ່ງຫາກໄດ້ເສຍຊີວິດ.

...ມາດຕາຊາວເອັດຜູ້ສືບທອດມູນມໍລະດົກແທນທີ່ກັນ

ມາດຕາຊາວເອັດຜູ້ສືບທອດມູນມໍລະດົກແທນທີ່ກັນ ເມື່ອບຸກຄົນເປັນຜູ້ສືບທອດມູນມໍລະດົກຕາມກົດໝາຍຫາກໄດ້ ເສຍຊີວິດກ່ອນເຈົ້າມູນມໍລະດົກແລ້ວຜູ້ສືບທອດຂອງບຸກຄົນນັ້ນກໍ່ມີສິດ ສືບທອດມູນມໍລະດົກແທນຜູ້ກ່ຽວຕາມລໍາດັບ,ເມື່ອຜູ້ສືບທອດມູນມໍລະ ດົກແທນທີ່ນີ້ຫາກໄດ້ເສຍຊີວິດກໍ່ໃຫ້ຜູ້ສືບທອດຜູ້ຕໍ່ໄປໄດ້ຮັບມູນມໍລະດົກ ແທນທີ່ກັນແລະຕໍ່ໆໄປ.

...ມາດຕາຊາວສອງເງື່ອນໄຂຂອງການສືບທອດມູນມໍລະດົກແທນທີ່ກັນ

ມາດຕາຊາວສອງເງື່ອນໄຂຂອງການສືບທອດມູນມໍລະດົກແທນທີ່ກັນ ຜູ້ສືບທອດມູນມໍລະດົກແທນທີ່ກັນຕ້ອງຢູ່ພາຍໃຕ້ເງື່ອນໄຂດັ່ງນີ້: ໜຶ່ງເປັນຜູ້ສືບທອດມູນມໍລະດົກຕາມກົດໝາຍ. ສອງເປັນລູກຂອງບຸກຄົນທີ່ມີສິດສືບທອດມູນມໍລະດົກຊຶ່ງໄດ້ເສຍ ຊີວິດກ່ອນແລ້ວ. ...ມາດຕາຊາວສາມສິດຂອງຜູ້ສະລະມູນມໍລະດົກ

ມາດຕາຊາວສາມສິດຂອງຜູ້ສະລະມູນມໍລະດົກ ຜູ້ສືບທອດທີ່ໄດ້ສະລະມູນມໍລະດົກຊຶ່ງຕົກເປັນພູດຂອງຕົນໃຫ້ຜູ້ ອື່ນແລ້ວກໍ່ຍັງມີສິດຮັບມູນມໍລະດົກແທນທີ່ກັນແຕ່ຫາກບໍ່ແມ່ນພູດທີ່ຕົນ ໄດ້ສະລະໄປແລ້ວນັ້ນ.

..ພາກທີສາມການສືບທອດມູນມໍລະດົກຕາມພິໄນກໍາ


...ມາດຕາຊາວສີ່ສິດໃນການມອບຊັບ,ຍົກຊັບຫຼືການເຮັດພິໄນກໍາ

ມາດຕາຊາວສີ່ສິດໃນການມອບຊັບ,ຍົກຊັບຫຼືການເຮັດພິໄນກໍາ ພົນລະເມືອງທຸກຄົນມີສິດມອບຊັບ,ຍົກຊັບຫຼືເຮັດພິໄນກໍາໃຫ້ບຸກ ຄົນໃດໜຶ່ງຫຼືໃຫ້ຫຼາຍຄົນ,ໃຫ້ອົງການຈັດຕັ້ງຂອງລັດ,ລວມໝູ່ແລະອົງ ການຈັດຕັ້ງສັງຄົມ,ກອງທຶນ,ມູນນິທິຕ່າງໆຫຼືສະຫງວນໄວ້ສ່ວນໃດໜຶ່ງ ເພື່ອເປັນບ່ອນສັກກາລະບູຊາຫຼືຮັກສາໃຫ້ຍາດພີ່ນ້ອງທີ່ຂາດເຂີນສາ ມາດສ້າງຢູ່ທໍາກິນຕາມເຈດຈໍານົງຂອງຕົນກ່ອນເສຍຊີວິດ.

...ມາດຕາຊາວຫ້າ(ປັບປຸງ)ຂອບເຂດສິດໃນການມອບ,ຍົກຊັບຫຼືການເຮັດພິໄນກໍາ

ມາດຕາຊາວຫ້າ(ປັບປຸງ)ຂອບເຂດສິດໃນການມອບ,ຍົກຊັບຫຼືການ ເຮັດພິໄນກໍາ ເຈົ້າຂອງຊັບທີ່ຍັງມີຊີວິດຢູ່ຈະມອບ,ຍົກຊັບຫຼືເຮັດພິໄນກໍາແມ່ນ ໃຫ້ປະຕິບັດດັ່ງນີ້: ໜຶ່ງຖ້າວ່າເຈົ້າມູນມໍລະດົກຫາກມີລູກໜຶ່ງຄົນແມ່ນບໍ່ໃຫ້ເກີນ ເຄິ່ງໜຶ່ງຂອງຊັບທັງໝົດ. ສອງຖ້າວ່າເຈົ້າມູນມໍລະດົກຫາກມີລູກສອງຄົນແມ່ນບໍ່ໃຫ້ເກີນ ນຶ່ງສ່ວນສາມຂອງຊັບທັງໝົດ. ສາມຖ້າວ່າເຈົ້າມູນມໍລະດົກຫາກມີລູກສາມຄົນຂຶ້ນໄປແມ່ນບໍ່ ໃຫ້ກາຍໜຶ່ງສ່ວນສີ່ຂອງຊັບທັງໝົດ.

ເມື່ອການມອບຊັບ,ການຍົກຊັບຫຼືການເຮັດພິໄນກໍາຫາກເກີນ ກວ່າຈໍານວນທີ່ໄດ້ກໍານົດໄວ້ເທິງນີ້ສ່ວນທີ່ເກີນນັ້ນຖືເປັນໂມຄະແລ້ວໃຫ້ ນໍາມາແບ່ງປັນຕາມການສືບທອດຕາມກົດໝາຍ. ...ມາດຕາຊາວຫົກຮູບການການເຮັດພິໄນກໍາ

ມາດຕາຊາວຫົກຮູບການການເຮັດພິໄນກໍາ ພິໄນກໍາສາມາດເຮັດຂຶ້ນໃນສອງຮູບການດັ່ງນີ້: ໜຶ່ງພິໄນກໍາເປັນລາຍລັກອັກສອນ. ສອງພິໄນກໍາທາງປາກເປົ່າ. ...ມາດຕາຊາວເຈັດພິໄນກໍາເປັນລາຍລັກອັກສອນ

ມາດຕາຊາວເຈັດພິໄນກໍາເປັນລາຍລັກອັກສອນ ການເຮັດພິໄນກໍາເປັນລາຍລັກອັກສອນອາດຈະຂຽນໂດຍເຈົ້າ ມູນມໍລະດົກເອງ,ຖ້າຫາກຜູ້ອື່ນຂຽນໃຫ້ກໍ່ຕ້ອງມີພະຍານຢ່າງໜ້ອຍ ສາມຄົນເຂົ້າຮ່ວມນໍາແຕ່ຕ້ອງຮັກສາຄວາມລັບໄວ້ຈົນກວ່າຈະມີການ ເປີດການສືບທອດມູນມໍລະດົກ. ໃນພິໄນກໍານັ້ນຕ້ອງບອກສະຖານທີ່,ວັນ,ເດືອນ,ປີເຮັດພິໄນກໍາ, ປະເພດແລະຈໍານວນຊັບທີ່ຈະມອບ,ຊື່ແລະນາມສະກຸນຂອງຜູ້ມອບແລະ ຜູ້ຮັບ,ຜູ້ຂຽນແລະຂອງພະຍານ. ຜູ້ມອບ,ຜູ້ຂຽນແລະພະຍານຕ້ອງລົງລາຍເຊັນແລະແປະໂປ້ມື ໃສ່ພິໄນກໍາ. ພິໄນກໍານັ້ນຫຼັງຈາກເຮັດແລ້ວຕ້ອງໃສ່ຊອງຕິດໃຫ້ແໜ້ນຫຼືຕິດ ດ້ວຍຄັ່ງແລ້ວໄປຂຶ້ນທະບຽນນໍາພະນັກງານທະບຽນສານບ່ອນເຈົ້າມູນ ມໍລະດົກຢູ່ຫຼືບ່ອນທີ່ໃກ້ຄຽງຫຼືນໍາໄປໄວ້ຢູ່ອົງການປົກຄອງບ້ານສໍາລັບ ບ່ອນທີ່ບໍ່ມີສໍານັກງານທະບຽນສານ.

...ມາດຕາຊາວແປດພິໄນກໍາທາງປາກເປົ່າ

ມາດຕາຊາວແປດພິໄນກໍາທາງປາກເປົ່າ ເຈົ້າຂອງຊັບທີ່ບໍ່ສາມາເຮັດພິໄນກໍາເປັນລາຍລັກອັກສອນໄດ້ ຍ້ອນຕົກຢູ່ໃນສະພາບອັນຕະລາຍທີ່ໃກ້ຈະເສຍຊີວິດ,ຍ້ອນສຸຂະພາບ ອ່ອນເພຍຫຼືຍ້ອນສາເຫດອື່ນຈະເຮັດພິໄຈກໍາທາງປາກເປົ່າກໍ່ໄດ້ໂດຍ ຊ້ອງໜ້າພະຍານຢ່າງໜ້ອຍສາມຄົນ. ພະຍານດັ່ງກ່າວຕ້ອງແຈ້ງຂໍ້ຄວາມທັງໝົດທີ່ເຈົ້າມູນມໍລະດົກ ໄດ້ສັ່ງໄວ້ຕໍ່ສໍານັກງານທະບຽນສານຫຼືອົງການປົກຄອງບ້ານໃນທັນໃດ ແລະຊີ້ແຈງສາເຫດທີ່ພາໃຫ້ເຈົ້າຂອງຊັບນັ້ນບໍ່ສາມາດເຮັດພິໄນກໍາ ເປັນລາຍລັກອັັກສອນໄດ້. ພິໄນກໍາທາງປາກເປົ່ານັ້ນຈະບໍ່ມີຜົນໃຊ້ໄດ້ຖ້າຫາກກາຍກໍານົດ ໜຶ່ງເດືອນນັບແຕ່ວັນເຈົ້າຂອງຊັບໄດ້ກັບຄືນສູ່ສະພາບປົກກະຕິ.

...ມາດຕາຊາວເກົ້າຜູ້ສືບທອດສໍາຮອງ

ມາດຕາຊາວເກົ້າຜູ້ສືບທອດສໍາຮອງ ເຈົ້າຂອງຊັບມີສິດແຕ່ງຕັ້ງຜູ້ສືບທອດສໍາຮອງເພື່ອແທນທີ່ຜູ້ສືບ ທອດມູນມໍລະດົກຊຶ່ງຕົນໄດ້ກໍານົດໄວ້ກ່ອນນັ້ນໃນກໍລະນີທີ່ຜູ້ສືບທອດຜູ້ນີ້ ຫາກໄດ້ເສຍຊີວິດກ່ອນການເປີດພິໄນກໍາຫຼືບໍ່ຮັບເອົາມູນມໍລະດົກຕາມ ພິໄນກໍານັ້ນ.

...ມາດຕາສາມສິບສິດຂອງຜູ້ສືບທອດມູນມໍລະດົກຕາມພິໄນກໍາ

ມາດຕາສາມສິບສິດຂອງຜູ້ສືບທອດມູນມໍລະດົກຕາມພິໄນກໍາ ຜູ້ສືບທອດທີ່ໄດ້ຮັບມູນມໍລະດົກຕາມພິໄນກໍາແລ້ວກໍ່ຍັງມີສິດ ໄດ້ຮັບພູດສ່ວນມູນມໍລະດົກທີ່ຕົກທອດໃຫ້ຕົນຕາມກົດໝາຍອີກດ້ວຍ.

...ມາດຕາສາມສິບເອັດຜູ້ບໍ່ມີສິດຮັບຊັບຕາມພິໄນກໍາເປັນລາຍລັກອັກສອນ

ມາດຕາສາມສິບເອັດຜູ້ບໍ່ມີສິດຮັບຊັບຕາມພິໄນກໍາເປັນລາຍລັກອັກ ສອນ ຜູ້ຂຽນພິໄນກໍາ,ພະຍານໃນພິໄນກໍາ,ຜົວຫຼືເມຍຫຼືລູກຂອງພວກ ກ່ຽວບໍ່ມີສິດໄດ້ຮັບຊັບຕາມພິໄນກໍານັ້ນ.

...ມາດຕາສາມສິບສອງ(ປັບປຸງ)ການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍລະດົກ

ມາດຕາສາມສິບສອງ(ປັບປຸງ)ການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍລະດົກ ເຈົ້າຂອງຊັບມີສິດແຕ່ງຕັ້ງຜູ້ຄຸ້ມຄອງມູນມໍລະດົກໃນກໍລະນີທີ່ຜູ້ ກ່ຽວຫາກມີຈຸດປະສົງເຮັດພິໄນກໍາມອບມູນມໍລະດົກໃຫ້ບຸກຄົນທີ່ຍັງບໍ່ ທັນເຖິງກະສຽນອາຍຸຫຼືເປັນບ້າເສຍຈິດ. ຜູ້ຄຸ້ມຄອງມູນມໍລະດົກນັ້ນອາດຈະແຕ່ງຕັ້ງບຸກຄົນອື່ນເປັນຜູ້ຄຸ້ມ ຄອງມູນມໍລະດົກແທນຕົນກໍ່ໄດ້ເວັ້ນເສຍແຕ່ເຈົ້າຂອງຊັບຫາກໄດ້ກໍາ ນົດໄວ້ຢ່າງອື່ນໃນພິໄນກໍາ. ສິດຂອງຜູ້ຄຸ້ມຄອງມູນມໍລະດົກຈະໝົດໄປເມື່ອເດັກນັ້ນຫາກເຖິງ ກະສຽນອາຍຸສິບແປດປີຫຼືຜູ້ເປັນບ້າເສຍຈິດຫາກໄດ້ກັບຄືນສູ່ສະພາບ ປົກກະຕິແລ້ວ.

...ມາດຕາສາມສິບສາມ(ປັບປຸງ)ການປ່ຽນແປງຫຼືລົບລ້າງພິໄນກໍາ

ມາດຕາສາມສິບສາມ(ປັບປຸງ)ການປ່ຽນແປງຫຼືລົບລ້າງພິໄນກໍາ ເຈົ້າຂອງຊັບມີສິດປ່ຽນແປງຫຼືລົບລ້າງພິໄນກໍາທີ່ຕົນເຮັດຂຶ້ນ ໄດ້ທຸກເວລາດ້ວຍການເຮັດພິໄນກໍາໃໝ່. ພິໄນກໍາທີ່ເຮັດຂຶ້ນໃໝ່ນີ້ຈະລົບລ້າງພິໄນກໍາເກົ່າສ່ວນໃດໜຶ່ງຫຼື ທັງໝົດທີ່ມີຂໍ້ຄວາມຂັດກັບພິໄນກໍາໃໝ່.

...ມາດຕາສາມສິບສີ່ສາເຫດທີ່ພາໃຫ້ພິໄນກໍາຕົກໄປ

ມາດຕາສາມສິບສີ່ສາເຫດທີ່ພາໃຫ້ພິໄນກໍາຕົກໄປ ພິໄນກໍາທີ່ເຮັດຂຶ້ນຈະຕົກໄປດ້ວຍສາເຫດດັ່ງນີ້: ໜຶ່ງເມື່ອຜູ້ສືບທອດມູນມໍລະດົກຕາມພິໄນກໍາຫາກໄດ້ເສຍຊີວິດ ກ່ອນເຈົ້າມູນມໍລະດົກ. ສອງເມື່ອຜູ້ສືບທອດມູນມໍລະດົກຕາມພິໄນກໍາຫາກໄດ້ສະລະມູນ ມໍລະດົກພູດທີ່ຕົນມີສິດໄດ້ຮັບຕາມພິໄນກໍາ. ສາມເມື່ອຊັບສົມບັດທີ່ຕົກທອດຕາມພິໄນກໍານັ້ນຫາກໄດ້ຖືກສູນ ຫາຍຫຼືຖືກທໍາລາຍດ້ວຍເຈົ້າມູນມໍລະດົກ. ສີ່ເມື່ອພິໄນກໍານັ້ນຫາກໄດ້ຖືກຮັບຮູ້ວ່າເປັນໂມຄະ.

...ມາດຕາສາມສິບຫ້າພິໄນກໍາເປັນໂມຄະ

ມາດຕາສາມສິບຫ້າພິໄນກໍາເປັນໂມຄະ ພິໄນກໍາເປັນໂມຄະໃນກໍລະນີດັ່ງນີ້: ໜຶ່ງພິໄນກໍາທີ່ເຮັດຂຶ້ນໂດຍບຸກຄົນທີ່ຍັງບໍ່ທັນເຖິງກະສຽນອາຍ ຸສິບແປດປີຫຼືເປັນບ້າເສຍຈິດ. ສອງພິໄນກໍາທີ່ມີເປົ້າໝາຍບໍ່ຈະແຈ້ງ. ສາມພິໄນກໍາທີ່ເຮັດຂຶ້ນດ້ວຍການຖືກບັງຄັບ,ຫຼອກລວງຫຼືປອມ ແປງ. ສີ່ພິໄນກໍາທີ່ໄດ້ມອບຊັບໃຫ້ແກ່ບຸກຄົນຊຶ່ງໄດ້ກໍານົດໄວ້ໃນມາດ ຕາສາມສິບເອັດຂອງກົດໝາຍສະບັບນີ້.

...ມາດຕາສາມສິບຫົກ(ປັບປຸງ)ການແຕ່ງຕັ້ງຜູ້ປະຕິບັດພິໄນກໍາ

ມາດຕາສາມສິບຫົກ(ປັບປຸງ)ການແຕ່ງຕັ້ງຜູ້ປະຕິບັດພິໄນກໍາ ຜູ້ປະຕິບັດພິໄນກໍາອາດຈະຖືກແຕ່ງຕັ້ງໂດຍ: ໜຶ່ງເຈົ້າຂອງຊັບ. ສອງບຸກຄົນຊຶ່ງໄດ້ກໍານົດໄວ້ໃນພິໄນກໍາຫຼືຜູ້ໃດໜຶ່ງທີ່ມີສິດສືບ ທອດມູນມໍລະດົກ. ສາມສານປະຊາຊົນໃນກໍລະນີເຈົ້າຂອງຊັບຫາກບໍ່ໄດ້ແຕ່ງຕັ້ງ ຜູ້ປະຕິບັດພິໄນກໍາໄວ້,ຜູ້ຖືກແຕ່ງຕັ້ງນັ້ນໄດ້ເສຍຊີວິດ,ເປັນຜູ້ຫາຍສາບ ສູນ,ບໍ່ມີຄວາມສາມາດທາງດ້ານການປະພຶດ,ບໍ່ຈິງໃຈປະຕິບັດລືບໍ່ສາ ມາດປະຕິບັດໄດ້.

...ມາດຕາສາມສິບເຈັດສິດແລະພັນທະຂອງຜູ້ປະຕິບັດພິໄນກໍາ

ມາດຕາສາມສິບເຈັດສິດແລະພັນທະຂອງຜູ້ປະຕິບັດພິໄນກໍາ ພິໄນກໍາຈະນໍາມາປະຕິບັດໄດ້ກໍ່ຕໍ່ເມື່ອເຈົ້າຂອງຊັບຫາກໄດ້ ເສຍຊີວິດໄປແລ້ວ. ຜູ້ປະຕິບັດພິໄນກໍາມີສິດເຮັດສິ່ງທີ່ຈໍາເປັນແລະເໝາະສົມເພື່ອ ປະຕິບັດພິໄນກໍາໃຫ້ປາກົດຜົນເປັນຈິງ. ຜູ້ປະຕິບັດພິໄນກໍາຈະບໍ່ໄດ້ຮັບບໍາເນັດໃນການປະຕິບັດພິໄນກໍາ ນັ້ນແຕ່ຫາກມີສິດໄດ້ຮັບຕ່າທົດແທນການໃຊ້ຈ່າຍອັນຈໍາເປັນໃນການ ປົກປັກຮັກສາແລະຄຸ້ມຄອງມູນມໍລະດົກນັ້ນ. ຜູ້ປະຕິບັດພິໄນກໍາມີພັນທະລາຍງານກ່ຽວກັບການຈັດຕັ້ງປະຕິ ບັດພິໄນກໍາດັ່ງກ່າວໃຫ້ຜູ້ສືບທອດມູນມໍລະດົກຊາບ. ..ພາກທີສີ່ການຮັບ,ການສະລະແລະການເສຍສິດສືບທອດມູນມໍລະດົກ


...ໝວດທີໜຶ່ງການຮັບແລະການສະລະມູນມໍລະດົກ


....ມາດຕາສາມສິບແປດ(ປັບປຸງ)ການສະເໜີເປີດການສືືບທອດມູນມໍລະດົກ

ມາດຕາສາມສິບແປດ(ປັບປຸງ)ການສະເໜີເປີດການສືືບທອດມູນມໍ ລະດົກ ຜູ້ສືບທອດມູນມໍລະດົກຜູ້ໃດຜູ້ໜຶ່ງມີສິດສະເໜີເປີດການສືບທອດ ມູນມໍລະດົກເວລາໃດກໍ່ໄດ້ເວັ້ນເສຍແຕ່ມີການກໍານົດໄວ້ໃນພິໄນກໍາຫຼື ມີການຕົກລົງກັນໄວ້ຢ່າງອື່ນ. ຖ້າຫາກມີຜູ້ສືບທອດມູນມໍລະດົກຜູ້ໃດຜູ້ໜຶ່ງທີ່ຍັງບໍ່ທັນເຖິງກະ ສຽນອາຍຸການແບ່ງປັນມູນມໍລະດົກຈະຍືດເວລາອອກໄປຈົນກວ່າຜູ້ ກ່ຽວຈະເຖິງກະສຽນອາຍຸສິບແປດປີກໍ່ໄດ້.ໃນກໍລະນີທີ່ມີການແບ່ງປັນ ມູນມໍລະດົກໃນເວລານັ້ນກໍ່ຕ້ອງໃຫ້ພະນັກງານທະບຽນສານຫຼືນາຍບ້ານ ເປັນຜູ້ເຂົ້າຮ່ວມຢັ້ງຢືນ. ໃນກໍລະນີໃດກໍ່ຕາມຖ້າວ່າຜົວຫຼືເມຍຫາກເສຍຊີວິດແລະຜູ້ມີຊີ ວິດຢູ່ນັ້ນຫາກໄດ້ເອົາເມຍຫຼືຜົວໃໝ່ພວກລູກໍ່ມີສິດສະເໜີແບ່ງປັນມູນມໍ ລະດົກນັ້ນໄດ້.

....ມາດຕາສາມສິບເກົ້າການເຮັດບັນຊີມູນມໍລະດົກ

ມາດຕາສາມສິບເກົ້າການເຮັດບັນຊີມູນມໍລະດົກ ກ່ອນການແບ່ງປັນມູນມໍລະດົກຕ້ອງເຮັດບັນຊີຊັບສົມບັດຕ່າງໆ ຂອງເຈົ້າມູນມໍລະດົກດັ່ງນີ້: ໜຶ່ງຊັບສົມບັດຊຶ່ງເຈົ້າມູນມໍລະດົກໄດ້ເອົາໃຫ້ຜູ້ອື່ນຢືມ,ກູ້ຢືມຫຼື ເອົາໄປຝາກຫຼືຊວດຈໍານໍາຜູ້ອື່ນ,ຖືກຜູ້ອື່ນສໍ້ໂກງ,ປິດບັງ,ຍັກຍອກເອົາ ກ່ອນການເສຍຊີວິດ. ສອງການໃຊ້ຈ່າຍຄ່າມ້ຽນຄາບສົ່ງສະການແລະໜີ້ສິນຂອງ ເຈົ້າມູນມໍລະດົກ. ພາຍຫຼັງທີ່ໄດ້ສະສາງບັນຊີລາຍຮັບລາຍຈ່າຍສໍາເລັດແລ້ວຜູ້ ສືບທອດມູນມໍລະດົກຈຶ່ງແບ່ງປັນຊັບດັ່ງກ່າວຕາມພູດຂອງໃຜລາວ. ....ມາດຕາສີ່ສິບ(ປັບປຸງ)ອາຍຸຄວາມໃນການຮ້ອງຟ້ອງເອົາມູນມໍລະດົກ

ມາດຕາສີ່ສິບ(ປັບປຸງ)ອາຍຸຄວາມໃນການຮ້ອງຟ້ອງເອົາມູນມໍລະ ດົກ ການຮ້ອງຟ້ອງເອົາມູນມໍລະດົກສາມາດເຮັດຂຶ້ນໄດ້ພາຍໃນ ກໍານົດເວລາສາມປີນັບແຕ່ວັນເຈົ້າມູນມໍລະດົກໄດ້ເສຍຊີວິດເປັນຕົ້ນ ໄປ.ຖ້າຫາກກາຍກໍານົດເວລາດັ່ງກ່າວສິດໃນການຮ້ອງຟ້ອງຈະຕົກ ໄປເວັ້ນເສຍແຕ່ໃນກໍລະນີຜູ້ສືບທອດມູນມໍລະດົກນັ້ນຫາກມີອາຍຸບໍ່ເຖິງ ສິບແປດປີພາຍຫຼັງເຈົ້າມູນມໍລະດົກໄດ້ເສຍຊີວິດຫຼືມີເຫດຜົນອື່ນພຽງ ພໍ.

....ມາດຕາສີ່ສິບເອັດການແບ່ງປັນມູນມໍລະດົກທີ່ຢູ່ໃນການຄຸ້ມຄອງຂອງຜູ້ສືບທອດຜູ້ໃດໜຶ່ງ

ມາດຕາສີ່ສິບເອັດການແບ່ງປັນມູນມໍລະດົກທີ່ຢູ່ໃນການຄຸ້ມຄອງຂອງ ຜູ້ສືບທອດຜູ້ໃດໜຶ່ງ ຜູ້ສືບທອດມູນມໍລະດົກທີ່ໄດ້ຄຸ້ມຄອງມູນມໍລະດົກຊຶ່ງຍັງບໍ່ທັນໄດ້ ແບ່ງປັນນັ້ນມີສິດສິດສະເໜີແບ່ງປັນມູນມໍລະດົກດັ່ງກ່າວໄດ້ທຸກເວລາ ເຖິງວ່າອາຍຸຄວາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບຂອງກົດໝາຍສະ ບັບນີ້ຈະໝົດແລ້ວກໍ່ຕາມ.

....ມາດຕາສີ່ສິບສອງ(ປັບປຸງ)ການຮັບມູນມໍລະດົກ

ມາດຕາສີ່ສິບສອງ(ປັບປຸງ)ການຮັບມູນມໍລະດົກ ຜູ້ສືບທອດມູນມໍລະດົກຕາມກົດໝາຍຈະຖືວ່າເປັນຜູ້ຮັບມູນມໍລະ ດົກກໍ່ຕໍ່ເມື່ອໄດ້ສະແດງເຈດຈໍານົງຂອງຕົນຮັບເອົາມູນມໍລະດົກຕໍ່ອົງ ການປົກຄອງບ້ານບ່ອນທີ່ເປີດການສືບທອດ. ຜູ້ສືບທອດມູນມໍລະດົກຕາມພິໄນກໍາຈະຖືວ່າເປັນຜູ້ຮັບມູນມໍລະ ດົກກໍ່ຕໍ່ເມື່ອໄດ້ສະແດງເຈດຈໍານົງຂອງຕົນຮັບເອົາມູນມໍລະດົກຕໍ່ສໍານັກ ງານທະບຽນສານບ່ອນທີ່ໄດ້ເກັບຮັກສາພິໄນກໍາໄວ້ຫຼືຕໍ່ອົງການປົກ ຄອງບ້ານສໍາລັບບ່ອນທີ່ບໍ່ມີສໍານັກງານທະບຽນສານ. ການຮັບເອົາມູນມໍລະດົກນັ້ນຕ້ອງໃຫ້ເຮັດຂຶ້ນໃນໄລຍະຫົກເດືອນ ນັບແຕ່ວັນເປີດການສືບທອດມູນມໍລະດົກເປັນຕົ້ນໄປ. ໃນກໍລະນີທີ່ຜູ້ສືບທອດມູນມໍລະດົກຜູ້ໃດໜຶ່ງຫາກໄດ້ສະລະມູນມໍ ລະດົກຜູ້ທີ່ຈະຮັບມູນມໍລະດົກຊຶ່ງເປັນພູດຂອງຜູ້ສະລະນັ້ນຕ້ອງສະແດງ ເຈດຈໍານົງຂອງຕົນວ່າຈະຮັບເອົາມູນມໍລະດົກດັ່ງກ່າວພາຍໃນໄລຍະ ເວລາທີ່ຍັງເຫຼືອ.ຖ້າວ່າກໍານົດເວລາທີ່ຍັງເຫຼືອນັ້ນຫາກຫຼຸດສາມເດືອນ ຜູ້ທີ່ຈະຮັບນັ້ນມີສິດຮ້ອງຂໍຕໍ່ສານໃຫ້ຍືດເວລາອອກຕື່ມອີກກໍ່ໄດ້ແຕ່ບໍ່ໃຫ້ ເກີນສາມເດືອນ. ພະນັກງານທະບຽນສານຫຼືນາຍບ້ານຕ້ອງອອກໃບຢັ້ງຢືນການ ຮັບມູນມໍລະດົກໃຫ້ແກ່ຜູ້ສືບທອດໄວ້ເພື່ອເປັນຫຼັກຖານ. ....ມາດຕາສີ່ສິບສາມມູນມໍລະດົກທີ່ບໍ່ໄດ້ຮັບເອົາພາຍໃນກໍານົດເວລາ

ມາດຕາສີ່ສິບສາມມູນມໍລະດົກທີ່ບໍ່ໄດ້ຮັບເອົາພາຍໃນກໍານົດເວລາ ມູນມໍລະດົກທີ່ຍັງຄົງເປັນວັດຖຸເດີມຊຶ່ງຕົກເປັນພູດຂອງຜູ້ສືບ ທອດມູນມໍລະດົກຜູ້ໃດໜຶ່ງທີ່ບໍ່ໄດ້ຮັບເອົາພາຍໃນກໍານົດເວລາຕາມທີ່ ໄດ້ກໍານົດໄວ້ໃນມາດຕາສີ່ສິບສອງວັກທີສາມຂອງກົດໝາຍສະບັບນີ້ ແຕ່ມູນມໍລະດົກດັ່ງກ່າວພັດມີຜູ້ສືບທອດມູນມໍລະດົກຜູ້ອື່ນຮັບເອົາຫຼືໄດ້ ມອບໃຫ້ແກ່ລັດແລ້ວມູນມໍລະດົກນັ້ນຈະຖືກສົ່ງຄືນໃຫ້ແກ່ຜູ້ສືບທອດມູນ ມໍລະດົກຫຼືລັທີ່ໄດ້ຮັບເອົາມູນມໍລະດົກເທົ່ານັ້ນ.ຖ້າຫາກບໍ່ໄດ້ຮັບຄວາມ ຍິນຍອມແລ້ວສານຈະເປັນຜູ້ຕັດສິນໃຫ້ເມື່ອຜູ້ກ່ຽວຫາກມີເຫດຜົນພຽງ ພໍ. ໃນກໍລະນີທີ່ຜູ້ສືບທອດມູນມໍລະດົກຕາມກົດໝາຍຫຼືຕາມພິໄນກໍາ ໄດ້ເສຍຊີວິດພາຍຫຼັງທີ່ໄດ້ເປີດການສືບທອດມູນມໍລະດົກແລ້ວແຕ່ຫາກ ຍັງບໍ່ທັນໄດ້ຮັບເອົາມູນມໍລະດົກທີ່ຕົກເປັນພູດຂອງຜູ້ກ່ຽວຕາມກົດນົດ ເວລາທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບສອງວັກທີສາມຂອງກົດໝາຍສະ ບັບນີ້ກໍ່ໃຫ້ຜູ້ສືບທອດມູນມໍລະດົກຂອງຜູ້ກ່ຽວເປັນຜູ້ມີສິດຮັບເອົາມູນມໍລະ ດົກນັ້ນ.

....ມາດຕາສີ່ສິບສີ່ຂອບເຂດສິດໃນການຊີ້ຂາດມູນມໍລະດົກ

ມາດຕາສີ່ສິບສີ່ຂອບເຂດສິດໃນການຊີ້ຂາດມູນມໍລະດົກ ກ່ອນການເປີດການສືບທອດມູນມໍລະດົກຫຼືກ່ອນການຮັບໃບຢັ້ງ ຢືນການຮັບມູນມໍລະດົກນັ້ນຜູ້ປົກຄອງຫຼືຜູ້ສືບທອດທີ່ໄດ້ຄຸ້ມຄອງມູນມໍລະ ດົກຈະບໍ່ມີສິດຊີ້ຂາດມູນມໍລະດົກດັ່ງກ່າວເວັ້ນເສຍແຕ່ໃນກໍລະນີທີ່ໄດ້ໃຊ້ ຈ່າຍເພື່ອ: ໜຶ່ງເບິ່ງແຍງ,ປິ່ນປົວຫຼືມ້ຽນຄາບສົ່ງສະການເຈົ້າມູນມໍລະດົດ. ສອງເບິ່ງແຍງລ້ຽງດູບຸກຄົນທີ່ຢູ່ພາຍໃຕ້ການອຸປະກາລະຂອງ ເຈົ້າມູນມໍລະດົກ. ສາມຊໍາລະຄ່າແຮງງານແລະອື່ນໆທີ່ຕົກເປັນພັນທະຂອງເຈົ້າ ມູນມໍລະດົກ. ສີ່ປົກປັກຮັກສາແລະຄຸ້ມຄອງມູນມໍລະດົກ. ....ມາດຕາສີ່ສິບຫ້າ(ປັບປຸງ)ການສະລະມູນມໍລະດົກ

ມາດຕາສີ່ສິບຫ້າ(ປັບປຸງ)ການສະລະມູນມໍລະດົກ ຜູ້ສືບທອດມູນມໍລະດົກຕາມກົດໝາຍຫຼືຕາມພິໄນກໍາອາດຈະ ສະລະມູນມໍລະດົກທີ່ເປັນພູດຂອງຕົນໃຫ້ບຸກຄົນ,ການຈັດຕັ້ງຂອງລັດ, ມູນນິທິ,ກອງທຶນໃດໜຶ່ງ,ການສະລະມູນມໍລະດົກແມ່ນໃຫ້ປະຕິບັດພາຍ ໃນກໍານົດຫົກເດືອນນັບແຕ່ວັນເປີດການສືບທອດມູນມໍລະດົກເປັນຕົ້ນ ໄປ. ຜູ້ສະລະມູນມໍລະດົກຕາມກົດໝາຍຕ້ອງສະແດງເຈດຈໍານົງ ຂອງຕົນເປັນລາຍລັກອັກສອນຕໍ່ອົງການປົກຄອງບ້ານໂດຍບອກຊື່ບຸກ ຄົນຫຼືການຈັດຕັ້ງທີ່ຕົນສະລະໃຫ້. ຜູ້ສະລະມູນມໍລະດົກຕາມພິໄນກໍາຕ້ອງສະແດງເຈດຈໍານົງຂອງ ຕົນເປັນລາຍລັກອັກສອນຕໍ່ສໍານັກງານທະບຽນສານໂດຍບອກຊື່ບຸກຄົນ ຫຼືການຈັດຕັ້ງທີ່ຕົນສະລະໃຫ້. ໃນກໍລະນີທີ່ບໍ່ບອກຊື່ບຸກຄົນຫຼືການຈັດຕັ້ງທີ່ຕົນສະລະໃຫ້ນັ້ນມູນ ມໍລະດົກດັ່ງກ່າວກໍ່ຈະຕົກທອດເປັນຂອງຜູ້ສືບທອດຄົນອື່ນຕາມກົດ ໝາຍ.

....ມາດຕາສີ່ສິບຫົກການສະລະມູນມໍລະດົກຂອງຜູ້ບໍ່ມີຄວາມສາມາດທາງດ້ານການປະພຶດ

ມາດຕາສີ່ສິບຫົກການສະລະມູນມໍລະດົກຂອງຜູ້ບໍ່ມີຄວາມສາມາດ ທາງດ້ານການປະພຶດ ຜູ້ສືບທອດມູນມໍລະດົກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີຫຼື ຜູ້ເປັນບ້າເສຍຈິດຈະສະລະມູນມໍລະດົກບໍ່ໄດ້ເວັ້ນເສຍແຕ່ໄດ້ຮັບຄວາມ ຍິນຍອມຂອງພໍ່,ແມ່ຫຼືຜູ້ປົກຄອງເທົ່ານັ້ນ.


...ໝວດທີສອງການເສຍສິດສືບທອດມູນມໍລະດົກ


....ມາດຕາສີ່ສິບເຈັດໃໝ່ການເສຍສິດສືບທອດ

ມາດຕາສີ່ສິບເຈັດໃໝ່ການເສຍສິດສືບທອດ ຜູ້ສືບທອດມູນມໍລະດົກຈະເສຍສິດສືບທອດດັ່ງນີ້: ໜຶ່ງກໍລະນີສໍ້ໂກງຫຼືຍັກຍອກມູນມໍລະດົກ. ສອງກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບເກົ້າແລະຫ້າສິບ ຂອງກົດໝາຍສະບັບນີ້. ....ມາດຕາສີ່ສິບແປດການສໍ້ໂກງ,ການຍັກຍອກມູນມໍລະດົກ

ມາດຕາສີ່ສິບແປດການສໍ້ໂກງ,ການຍັກຍອກມູນມໍລະດົກ ຜູ້ສືບທອດມູນມໍລະດົກທີ່ໄດ້ສໍ້ໂກງ,ປິດບັງ,ຍັກຍອກມູນມໍລະດົກ ຫຼາຍກວ່າພູດທີ່ຕົນຄວນຈະໄດ້ຮັບກໍ່ຈະບໍ່ໄດ້ຮັບມູນມໍລະດົກນັ້ນແຕ່ຢ່າງ ໃດແລະຍັງຕ້ອງສົ່ງມູນມໍລະດົກທີ່ໄດ້ເອົາໄປນັ້ນຄືນທັງໝົດ.ຖ້າວ່າ ການສໍ້ໂກງ,ການປິດບັງ,ການຍັກຍອກນັ້ນຫາກໜ້ອຍກວ່າຫຼືເທົ່າກັບ ພູດທີ່ຕົນຄວນຈະໄດ້ຮັບແລ້ວກໍ່ຈະບໍ່ໄດ້ຮັບພູດທີ່ຕົນຄວນໄດ້ຮັບນັ້ນອີກ. ມາດຕານີ້ຈະບໍ່ມີຜົນບັງຄັບໃຊ້ຕໍ່ຜູ້ສືບທອດມູນມໍລະດົກຕາມພິ ໄນກໍາຊຶ່ງເຈົ້າມູນມໍລະດົກໄດ້ເຮັດພິໄນກໍາໃຫ້ຜູ້ກ່ຽວແລ້ວ. ....ມາດຕາສີ່ສິບເກົ້າ(ປັບປຸງ)ການເສຍສິດສືບທອດມູນມໍລະດົກຂອງພໍ່ແມ່ແລະລູກ

ມາດຕາສີ່ສິບເກົ້າ(ປັບປຸງ)ການເສຍສິດສືບທອດມູນມໍລະດົກຂອງພໍ່ ແມ່ແລະລູກ ພໍ່ແມ່ທີ່ຖືກຕັດສິດຈາກຄວາມເປັນພໍ່ແມ່ຕາມຄໍາຕັດສິນຂອງ ສານຈະບໍ່ມີສິດສືບທອດມູນມໍລະດົກຂອງລູກ,ສ່ວນລູກນັ້ນກໍ່ຈະບໍ່ມີສິດ ສືບທອດມູນມໍລະດົກຂອງພໍ່ແມ່ເຊັ່ນດຽວກັນເວັ້ນເສຍແຕ່ລູກຫາກຍັງ ບໍ່ເຖິງກະສຽນອາຍຸ. ໃນກໍລະນີທີ່ພໍ່ແມ່ຫາກບໍ່ປະຕິບັດພັນທະໃນການລ້ຽງດູລູກຕາມ ຄໍາຕັດສິນຂອງສານກໍ່ຈະບໍ່ມີສິດສືບທອດມູນມໍລະດົກຂອງລູກ.ສ່ວນລູກ ທີ່ເຖິງກະສຽນອາຍຸຫາກບໍ່ປະຕິບັດພັນທະໃນການລ້ຽງດູພໍ່ແມ່ຕາມຄໍາ ຕັດສິນຂອງສານກໍ່ຈະບໍ່ມີສິດສືບທອດມູນມໍລະດົກຂອງພໍ່ແມ່ເຊັ່ນດຽວ ກັນ.

....ມາດຕາຫ້າສິບຜູ້ເສຍສິດສືບທອດຕາມກົດໝາຍແລະຕາມພິໄນກໍາ

ມາດຕາຫ້າສິບຜູ້ເສຍສິດສືບທອດຕາມກົດໝາຍແລະຕາມພິໄນກໍາ ຜູ້ເສຍສິດສືບທອດມູນມໍລະດົກຕາມກົດໝາຍຫຼືຕາມພິໄນກໍາ ມີດັ່ງນີ້: ໜຶ່ງຜູ້ທີ່ຖືກສານຕັດສິນວ່າໄດ້ມີເຈດຕະນາຫຼືພະຍາຍາມເຮັດ ໃຫ້ເຈົ້າມູນມໍລະດົກຫຼືຜູ້ມີສິດສືບທອດມູນມໍລະດົກຜູ້ໃດໜຶ່ງເສຍຊີວິດຫຼື ບາດເຈັບສາຫັດເພື່ອຍາດຊິງເອົາມູນມໍລະດົກ. ສອງຜູ້ທີ່ໄດ້ທໍາລາຍ,ປິດບັງຫຼືປອດແປງພິໄນກໍາທັງໝົດຫຼື ບາງສ່ວນ. ສາມຜູ້ທີ່ຢູ່ແຂວງຫຼືເມືອງດຽວກັນກັບຜູ້ເສຍຊີວິດເມື່ອຮູ້ຫຼື ຄວນຮູ້ຂ່າວການເສຍຊີວິດແລ້ວຫາກບໍ່ມາມ້ຽນຄາບສົ່ງສະການຫຼື ບໍ່ໄດ້ມອບໝາຍໃຫ້ຄົນອື່ນມາຮ່ວມແທນຕົນໂດຍບໍ່ມີເຫດຜົນ. ສີ່ຜູ້ທີ່ໄດ້ຂົ່ມຂູ່ເຈົ້າມູນມໍລະດົກໃຫ້ເຮັດ,ຖອນຫຼືປ່ຽນແປງພິໄນ ກໍາທັງໝົດຫຼືສ່ວນໃດສ່ວນໜຶ່ງ. ຫ້າຜູ້ທີ່ໄດ້ປິດບັງຫຼືຊຸກເຊື່ອງຜູ້ກະທໍາຜິດຕໍ່ຊີວິດຫຼືສຸຂະພາບ ຂອງເຈົ້າມູນມໍລະດົກຊຶ່ງເຮັດໃຫ້ໄດ້ຮັບບາດເຈັບສາຫັດຫຼືເສຍອົງ ຄະ. ຫົກຜູ້ທີ່ຖືກສານຕັດສິນວ່າໄດ້ຫາຄວາມບໍ່ຈິງໃສ່ເຈົ້າມູນມໍລະ ດົກຫຼືໃສ່ຜູ້ມີສິດສືບທອດມູນມໍລະດົກດ້ວຍການຕາມທີ່ໄດ້ກໍານົດໄວ ້ໃນມາດຕາໜຶ່ງລ້ອຍຫົກສິບສາມຂອງກົດໝາຍອາຍາ.

ບຸກຄົນທີ່ໄດ້ກ່າວມາຂ້າງເທິງນີ້ຫາກໄດ້ປະພຶດຕົນບໍ່ຊອບທໍາ, ບໍ່ຍອມຢູ່ໃຕ້ການຄຸ້ມຄອງຂອງພໍ່ແມ່,ບໍ່ໄດ້ເບິ່ງແຍງພໍ່ແມ່ໃນເວລາ ເຖົ້າແກ່ຫຼືເຈັບເປັນທັງໆທີ່ວ່າຕົນມີຄວາມອາດສາມາດຢູ່ແລ້ວກໍ່ຈະ ຖືວ່າເປັນຜູ້ເສຍສິດສືບທອດມູນມໍລະດົກແລະຈະໄດ້ປະຕິບັດດັ່ງດຽວ ກັນກັບວັກທີສອງຂອງມາດຕາສີ່ສິບເກົ້າຂອງກົດໝາຍສະບັບນີ້. ....ມາດຕາຫ້າສິບເອັດ(ໃໝ່)ການລົບລ້າງການເສຍສິດສືບທອດ

ມາດຕາຫ້າສິບເອັດ(ໃໝ່)ການລົບລ້າງການເສຍສິດສືບທອດ ເຈົ້າມູນມໍລະດົກອາດຈະລົບລ້າງການເສຍສິດສືບທອດມູນມໍ ລະດົກຕາມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບຂອງກົດໝາຍສະບັບນີ້ ດ້ວຍການສະແດງເຈດນໍານົງຂອງຕົນໂດຍມີຫຼັກຖານຫຼືພະຍານຢັ້ງ ຢືນ. ..ພາກທີຫ້າການຄຸ້ມຄອງມູນມໍລະດົກແລະຄວາມຮັບຜິດຊອບຂອງຜູ້ສືບທອດ


...ໝວດທີໜຶ່ງການຄຸ້ມຄອງມູນມໍລະດົກ


....ມາດຕາຫ້າສິບສອງ(ປັບປຸງ)ການຄຸ້ມຄອງມູນມໍລະດົກ

ມາດຕາຫ້າສິບສອງ(ປັບປຸງ)ການຄຸ້ມຄອງມູນມໍລະດົກ ເມື່ອມີການຮ້ອງຂໍໃຫ້ຄຸ້ມຄອງມູນມໍລະດົກຈາກຜູ້ສືບທອດຫຼືໃນ ກໍລະນີທີ່ຈໍາເປັນພະນັກງານທະບຽນສານຫຼືນາຍບ້ານບ່ອນທີ່ເປີດການ ສືບທອດມູນມໍລະດົກນັ້ນຕ້ອງວາງມາດຕະການຄຸ້ມຄອງມູນມໍລະດົກຫຼື ແຕ່ງຕັ້ງຜູ້ຄຸ້ມຄອງມູນມໍລະດົກເພື່ອຮັບປະກັນຜົນປະໂຫຍດຂອງບັນດາ ຜູ້ສືບທອດມູນມໍລະດົກແລະເຈົ້າໜີ້.

....ມາດຕາຫ້າສິບສາມ(ປັບປຸງ)ບຸກຄົນທີ່ບໍ່ມີສິດເປັນຜູ້ຄຸ້ມຄອງມູນມໍລະດົກ

ມາດຕາຫ້າສິບສາມ(ປັບປຸງ)ບຸກຄົນທີ່ບໍ່ມີສິດເປັນຜູ້ຄຸ້ມຄອງມູນມໍລະ ດົກ ບຸກຄົນທີ່ບໍ່ມີສິດເປັນຜູ້ຄຸ້ມຄອງມູນມໍລະດົກມີດັ່ງນີ້: ໜຶ່ງຜູ້ທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ. ສອງຜູ້ທີ່ເປັນບ້າເສຍຈິດ. ສາມຜູ້ທີ່ຖືກສານຕັດສິນວ່າເປັນຜູ້ລົ້ມລະລາຍທີ່ຢູ່ໃນໄລຍະຫ້າມ. ສີ່ຜູ້ທີ່ຖືກສານຕັດສິນປົດສິດໃນການເປັນພໍ່ແມ່ແລະຜູ້ເສຍສິດສືບ ທອດຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ສິບເກົ້າແລະຫ້າສິບຂອງກົດ ໝາຍສະບັບນີ້.

....ມາດຕາຫ້າສິບສີ່ສິດແລະໜ້າທີ່ຂອງຜູ້ຄຸ້ມຄອງມູນມໍລະດົກ

ມາດຕາຫ້າສິບສີ່ສິດແລະໜ້າທີ່ຂອງຜູ້ຄຸ້ມຄອງມູນມໍລະດົກ ຜູ້ຄຸ້ມຄອງມູນມໍລະດົກມີສິດແລະໜ້າທີ່ດັ່ງນີ້: ໜຶ່ງເຮັດບົນຊີມູນມໍລະດົກໂດຍຊ້ອງໜ້າຜູ້ສືບທອດມູນມໍລະດົກ ທຸກຄົນ.ໃນກໍລະນີທີ່ມີຜູ້ສືບທອດມູນມໍລະດົກຜູ້ໃດໜຶ່ງບໍ່ສາມາດມາຮ່ວມ ໄດ້ກໍ່ຕ້ອງແຈ້ງໃຫ້ຜູ້ຄຸ້ມຄອງມູນມໍລະດົກຊາບ,ການເຮັດບັນຊີມູນມໍລະ ດົກໂດຍຊ້ອງໜ້າຜູ້ສືບທອດມູນມໍລະດົກນັ້ນຢ່າງໜ້ອຍແມ່ນບໍ່ໃຫ້ຫຼຸດ ສອງສ່ວນສາມຂອງຈໍານວນຜູ້ສືບທອດມູນມໍລະດົກທັງໝົດໂດຍເຮັດ ໃຫ້ແລ້ວພາຍໃນກໍານົດໜຶ່ງເດືອນນັບແຕ່ວັນທີ່ຜູ້ຄຸ້ມຄອງໄດ້ຮັບການ ແຕ່ງຕັ້ງເປັນຕົ້ນໄປ. ສອງຮັບຄໍາຮ້ອງຂອງເຈົ້າໜີ້ແລະຊໍາລະໜີ້ສິນຂອງເຈົ້າມູນມໍ ລະດົກກ່ອນຜູ້ສືບທອດຈະຮັບເອົາມູນມໍລະດົກ. ສາມແບ່ງປັນມູນມໍລະດົກໃຫ້ບັນດາຜູ້ສືບທອດຕາມພູມຂອງ ແຕ່ລະຄົນ.

ຜູ້ຄຸ້ມຄອງມູນມໍລະດົກບໍ່ມີສິດທວງເອົາບໍາເນັດໃນການຄຸ້ມຄອງ ມູນມໍລະດົກເວັ້ນເສຍແຕ່ຜູ້ສືບທອດຫາກເຫັນດີມອບໃຫ້ເທົ່ານັ້ນ.

....ມາດຕາຫ້າສິບຫ້າກາລົບລ້າງການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍລະດົກ

ມາດຕາຫ້າສິບຫ້າກາລົບລ້າງການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍລະດົກ ຖ້າວ່າຜູ້ຄຸ້ມຄອງມູນມໍລະດົກຫາກບໍ່ໄດ້ປະຕິບັດຕາມສິດແລະ ໜ້າທີ່ຂອງຕົນຫຼືໄດ້ປະຕິບັດດ້ວຍຄວາມບໍ່ເອົາໃຈໃສ່ຫຼືໂດຍບໍ່ມີຄວາມ ບໍລິສຸດໃຈແລ້ວພະນັກງານທະບຽນສານຫຼືນາຍບ້ານທີ່ກ່ຽວຂ້ອງມີສິດ ລົບລ້າງການແຕ່ງຕັ້ງຜູ້ຄຸ້ມຄອງມູນມໍລະດົກດັ່ງກ່າວແລ້ວແຕ່ງຕັ້ງຜູ້ ຄຸ້ມຄອງຜູ້ໃໝ່ແທນພາຍໃນກໍານົດເວລາເຈັດວັນນັບແຕ່ວັນທີ່ໄດ້ລົບ ລ້າງການແຕ່ງຕັ້ງນັ້ນເປັນຕົ້ນໄປ. ...ໝວດທີສອງຄວາມຮັບຜິດຊອບຂອງຜູ້ສືບທອດມູນມໍລະດົກ


....ມາດຕາຫ້າສິບຫົກການຊໍາລະໜີ້ສິນ

ມາດຕາຫ້າສິບຫົກການຊໍາລະໜີ້ສິນ ຜູ້ສືບທອດມູນມໍລະດົກຕາມກົດໝາຍຫຼືຕາມພິໄນກໍາຕ້ອງຮັບ ຜິດຊອບຊໍາລະໜີ້ສິນຂອງເຈົ້າມູນມໍລະດົກບໍ່ໃຫ້ເກີນພູດມູນມໍລະດົກທີ່ ຕົ້ນໄດ້ຮັບ. ຖ້າວ່າມູນມໍລະດົກຫາກຍັງບໍ່ທັນໄດ້ແບ່ງປັນເຈົ້າໜີ້ກໍ່ມີສິດສະ ເໜີໃຫ້ຜູ້ສືບທອດມູນມໍລະດົກຫຼືຜູ້ຄຸ້ມຄອງມູນມໍລະດົກນັ້ນຊໍາລະໜີ້ສິນ ໃຫ້ຕົນທັງໝົດ. ຖ້າວ່າມູນມໍລະດົກຫາກໄດ້ແບ່ງປັນກັນໝົດແລ້ວເຈົ້າໜີ້ອາດ ຈະສະເໜີໃຫ້ຜູ້ສືບທອດມູນມໍລະດົກຜູ້ໃດໜຶ່ງຊໍາລະໜີ້ສິນໃຫ້ຕົນກໍ່ໄດ້. ໃນກໍລະນີທີ່ຜູ້ສືບທອດມູນມໍລະດົກຜູ້ໃດໜຶ່ງຫາກໄດ້ຊໍາລະໜີ້ສິນໃຫ້ແກ່ ເຈົ້າໜີ້ເກີນກວ່າສ່ວນທີ່ຕົນຈະຕ້ອງຊໍາແລະແລ້ວຜູ້ສືບທອດຜູ້ອື່ນໆກໍ່ ຕ້ອງສະເລ່ຍການທົດແທນຄ່າຊໍາລະໜີ້ສິນນັ້ນຄືນໃຫ້ຜູ້ກ່ຽວ. ຖ້າວ່າຜູ້ສືບທອດມູນມໍລະດົກຜູ້ໃດໜຶ່ງຫາກຕົກຢູ່ໃນສະພາບທີ່ບໍ່ ສາມາດຊໍາລະໜີ້ສິນຕາມພູດຂອງຕົນໄດ້ນັ້ນຜູ້ສືບທອດຜູ້ອື່ນຕ້ອງຮັບ ຜິດຊອບສະເລ່ຍໃຊ້ໜີ້ສິນແທນຜູ້ກ່ຽວໃຫ້ເຈົ້າໜີ້. ການຊໍາລະໜີ້ສິນຂອງເຈົ້າມູນມໍລະດົກໃຫ້ຄິດໄລ່ເອົາແຕ່ໃນຊັບ ສົມບັດທີ່ເປັນມູນມໍລະດົກເທົ່ານັ້ນ. ....ມາດຕາຫ້າສິບເຈັດກໍານົດເວລາໃນການທວງໜີ້ສິນ

ມາດຕາຫ້າສິບເຈັດກໍານົດເວລາໃນການທວງໜີ້ສິນ ເຈົ້າໜີ້ມີສິດທວງເອົາໜີ້ສິນຂອງຕົນນໍາຜູ້ສືບທອດທີ່ໄດ້ຮັບເອົາ ຂໍ້ມູນມໍລະດົກຫຼືນໍາຜູ້ຄຸ້ມຄອງມູນມໍລະດົກຫຼືຜູ້ປະຕິບັດພິໄນກໍາຫຼືຍື່ນຄໍາ ຮ້ອງເພື່ອທວງເອົາໜີ້ສິນຕໍ່ສໍານັກງານທະບຽນສານຫຼືນາຍບ້ານບ່ອນ ທີ່ເປີດການສືບທອດມູນມໍລະດົກຫຼືຕໍ່ສານພາຍໃນກໍານົດສາມປີນັບແຕ່ ວັນທີ່ໄດ້ເປີດການສືບທອດມູນມໍລະດົກເປັນຕົ້ນໄປ. ຖ້າວ່າເຈົ້າໜີ້ຫາກບໍ່ໄດ້ທວງເອົາໜີ້ສິນຫຼືບໍ່ໄດ້ຍື່ນຄໍາຮ້ອງທວງ ເອົາໜີ້ສິນຂອງຕົນພາຍໃນກໍານົດສາມປີແລ້ວເຈົ້າໜີ້ກໍ່ຈະໝົດສິດໄປ ເວັ້ນເສຍແຕ່ຜູ້ກ່ຽວຫາກມີເຫດຜົນພຽງພໍເທົ່ານັ້ນ. ....ມາດຕາຫ້າສິບແປດການແບ່ງປັນຂໍ້ມູນມໍລະດົກທີ່ບໍ່ສາມາດຕົກລົງກັນໄດ້

ມາດຕາຫ້າສິບແປດການແບ່ງປັນຂໍ້ມູນມໍລະດົກທີ່ບໍ່ສາມາດຕົກລົງ ກັນໄດ້ ຖ້າວ່າການແບ່ງປັນມູນມໍລະດົກຫາກບໍ່ສາມາດຕົກລົງກັນໄດ້ ລະຫວ່າງບັນດາຜູ້ສືບທອດມູນມໍລະດົກດ້ວຍກັນແລ້ວກໍ່ແມ່ນສານຈະ ເປັນຜູ້ຕົກລົງຖ້າຫາກມີການຮ້ອງຟ້ອງ.

..ພາກທີຫົກຂໍ້ຫ້າມ


...ມາດຕາຫ້າສິບເກົ້າຂ້ໍຫ້າມສໍາລັບຜູ້ສືບທອດ

ມາດຕາຫ້າສິບເກົ້າຂ້ໍຫ້າມສໍາລັບຜູ້ສືບທອດ ຫ້າມຜູ້ສືບທອດມູນມໍລະດົກມີການກະທໍາດັ່ງນີ້: ໜຶ່ງນໍາໃຊ້ມູນມໍລະດົກເພື່ອຜົນປະໂຫຍດຂອງຕົນເອງໃນກໍລະ ນີມູນມໍລະດົກຍັງບໍ່ທັນໄດ້ຮັບການແບ່ງປັນເວັ້ນເສຍແຕ່ໄດ້ຮັບຄວາມ ເຫັນດີຈາກຜູ້ສືບທອດຄົນອື່ນ. ົ ສອງສໍ້ໂກງ,ຍັກຍອກ,ທໍາລາຍ,ເຊື່ອງອໍາມູນມໍລະດົກທີ່ຍັງບໍ່ໄດ້ ຮັບການແບ່ງປັນ. ສາມນາບຂູ່,ໃຊ້ຄວາມຮຸນແຮງ,ຊື້ຈ້າງຜູ້ຄຸ້ມຄອງມໍລະດົກ,ນາຍ ບ້ານ,ພະນັກງານທະບຽນສານກ່ຽວກັບການສືບທອດມູນມໍລະດົກ. ສີ່ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ເຈົ້າມູນມໍລະດົກຫຼືຕໍ່ຜູ້ສືບທອດມູນ ມໍລະດົກດ້ວຍກັນກ່ຽວກັບການສືບທອດມູນມໍລະດົກ. ຫ້າຈອບອອຍເຈົ້າມູນມໍລະດົກໃຫ້ເຮັດພິໄນກໍາ,ມອບຊັບຫຼືຍົກຊັບ ໃຫ້ຕົນ. ...ມາດຕາຫົກສິບຂໍ້ຫ້າມສໍາລັບຜູ້ຄຸ້ມຄອງມູນມໍລະດົກ

ມາດຕາຫົກສິບຂໍ້ຫ້າມສໍາລັບຜູ້ຄຸ້ມຄອງມູນມໍລະດົກ ຫ້າມຜູ້ຄຸ້ມຄອງມູນມໍລະດົກມີການກະທໍາດັ່ງນີ້: ໜຶ່ງເຮັດບັນຊີມູນມໍລະດົກໂດຍບໍ່ຊ້ອງໜ້າຜູ້ສືບທອດມູນມໍລະ ດົກ. ສອງປະຕິເສດຄໍາຮ້ອງຂອງເຈົ້າໜີ້ແລະຊໍາລະໜີ້ສິນຂອງເຈົ້າ ມູນມໍລະດົກ. ສາມທວງເອົາບໍາເນັດໃນການຄຸ້ມຄອງມູນມໍລະດົກເວັ້ນເສຍ ແຕ່ຜູ້ສືບທອດຫາກເຫັນດີມແບໃຫ້. ສີ່ສໍ້ໂກງ,ຍັກຍອກ,ທໍາລາຍມູນມໍລະດົກທີ່ຕົນຄຸ້ມຄອງ. ຫ້ານາບຂູ່ໃຊ້ຄວາມຮຸນແຮງຕໍ່ຜູ້ສືບທອດມູນມໍລະດົກ. ຫົກນໍາໃຊ້ມູນມໍລະດົກເພື່ອຜົນປະໂຫຍດສ່ວນຕົວ. ເຈັດແກ່ຍາວ,ກົດໜ່ວງການມອບມູນມໍລະດົກໃຫ້ແກ່ຜູ້ສືບທອດ ມູນມໍລະດົກ. ...ມາດຕາຫົກສິບເອັດຂໍ້ຫ້າມສໍາລັບຜູ້ປະຕິບັດພິໄນກໍາ

ມາດຕາຫົກສິບເອັດຂໍ້ຫ້າມສໍາລັບຜູ້ປະຕິບັດພິໄນກໍາ ຫ້າມຜູ້ປະຕິບັດພິໄນກໍາມີການກະທໍາດັ່ງນີ້: ໜຶ່ງປະຕິບັດພິໄນກໍານອກເຈດຈໍານົງຂອງເຈົ້າມູນມໍລະດົກ. ສອງສໍ້ໂກງ,ຍັກຍອກ,ນໍາໃຊ້ມູນມໍລະດົກ. ສາມແກ່ຍາວ,ກົດໜ່ວງໃນການມອບມູນມໍລະດົກໃຫ້ແກ່ຜູ້ສືບ ທອດມູນມໍລະດົກ.

...ມາດຕາຫົກສິບສອງຂໍ້ຫ້າມສໍາລັບນາຍບ້ານ,ພະນັກງານຫຼືບຸກຄົນທີ່ກ່ຽວຂ້ອງ

ມາດຕາຫົກສິບສອງຂໍ້ຫ້າມສໍາລັບນາຍບ້ານ,ພະນັກງານຫຼືບຸກຄົນທີ່ ກ່ຽວຂ້ອງ ຫ້າມນາຍບ້ານ,ພະນັກງານຫຼືບຸກຄົນທີ່ກ່ຽວຂ້ອງມີການກະທໍາ ດັ່ງນີ້: ໜຶ່ງເປີດພິໄນກໍາໂດຍທີ່ເຈົ້າມູນມໍລະດົກຍັງມີຊີວິດຢູ່ຫຼືເປີດພິ ໄນກໍາໂດຍບໍ່ຊ້ອງໜ້າຜູ້ສືບທອດມູນມໍລະດົກ. ສອງຂີດຂ້າ,ເພີ່ມເຕີມ,ປອດແປງຫຼືທໍາລາຍພິໄນກໍາ. ສາມເຂົ້າຂ້າງອອກຂາຜູ້ສືບທອດໃນການແບ່ງປັນມູນມໍລະດົກ. ສີ່ຢັ້ງຢືນບໍ່ຖືກຕ້ອງຫຼືໃຫ້ການເທັດກ່ຽວກັບການສືບທອດມູນມໍ ລະດົກ. ຫ້າແກ່ຍາວ,ກົດໜ່ວງການຂຶ້ນທະບຽນກໍາມະສິດຂອງຜູ້ສືບ ທອດທີ່ໄດ້ຮັບມູນມໍລະດົກ.

...ມາດຕາຫົກສິບສາມຂໍ້ຫ້າມສໍາລັບພະນັກງານທະບຽນສານ

ມາດຕາຫົກສິບສາມຂໍ້ຫ້າມສໍາລັບພະນັກງານທະບຽນສານ ຫ້າມພະນັກງານທະບຽນສານມີການກະທໍາດັ່ງນີ້: ໜຶ່ງລັກເບິ່ງຫຼືເປີດເຜີຍເນື້ອໃນຂອງພິໄນກໍາໂດຍທີ່ເຈົ້າມູນມໍ ລະດົກຍັງມີຊີວິດຢູ່ຫຼືເປີດພິໄນກໍາໂດຍບໍ່ຊ້ອງໜ້າຜູ້ສືບທອດມູນມໍລະ ດົກ. ສອງຂີດຂ້າ,ເພີ່ມເຕີມ,ປອດແປງຫຼືທໍາລາຍພິໄນກໍາ. ສາມເຂົ້າຂ້າງອອກຂາຜູ້ສືບທອດໃນການແບ່ງປັນມູນມໍລະ ດົກ. ສີ່ຢັ້ງຢືນບໍ່ຖືກຕ້ອງຫຼືໃຫ້ການເທັດກ່ຽວກັບການສືບທອດມູນມໍ ລະດົກ. ຫ້າແກ່ຍາວ,ກົດໜ່ວງການຢັ້ງຢືນຄວາມຖືກຕ້ອງຂອງເອກະ ສານກ່ຽວກັບມູນມໍລະດົກ. ..ພາກທີເຈັດ(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາຫົກສິບສີ່(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາຫົກສິບສີ່(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມຄວາມ ເໝາະສົມ.

...ມາດຕາຫົກສິບຫ້າ(ໃໝ່)ມາດຕະການຕໍ່ຜູ້ລະເມີດ

ມາດຕາຫົກສິບຫ້າ(ໃໝ່)ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະຕິ ບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ມາດຕະການ ທາງແພ່ງຫຼືລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

..ພາກທີແປດ(ໃໝ່)ບົດບັນຍັດສູດທ້າຍ


...ມາດຕາຫົກສິບຫົກ(ໃໝ່)ການຈັດຕັ້ງປະຕິບັດ

ມາດຕາຫົກສິບຫົກ(ໃໝ່)ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາຫົກສິບເຈັດ(ໃໝ່)ຜົນສັກສິດ

ມາດຕາຫົກສິບເຈັດ(ໃໝ່)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ສໍາລັບບັນດາມາດຕາປັບປຸງແລະເພີ່ມເຂົ້າໃໝ່ແມ່ນມີຜົນສັກ ສິດພາຍຫຼັງຫົກສິບວັນນັບແຕ່ວັນປະທານປະເທດແຫ່ງສປປາວອອກ ລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.