ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ 08-07-2009

.ການສົ່ງເສີມການລົງທຶນ 08-07-2009


..ພາກທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງຈຸດປະສົງ

ມາດຕາໜຶ່ງຈຸດປະສົງ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນກໍານົດຫຼັກການ,ລະ ບຽບການແລະມາດຕະການກ່ຽວກັບການສົ່ງເສີມ,ການຄຸ້ມຄອງການ ລົງທຶນທັງພາຍໃນແລະຕ່າງປະເທດເພື່ອເຮັດໃຫ້ການລົງທຶນມີຄວາມ ສະດວກ,ວ່ອງໄວ,ຖືກຕ້ອງ,ໄດ້ຮັບການປົກປ້ອງດ້ານຕ່າງໆຈາກລັດ, ຮັບປະກັນສິດແລະຜົນປະໂຫຍດຂອງຜູ້ລົງທຶນ,ຂອງລັດ,ຂອງປະຊາຊົນ ແນໃສ່ເພີ່ມທະວີຄຸນປະໂຫຍດແລະບົດບາດການລົງທຶນຕໍ່ເສດຖະກິດສັງ ຄົມຂອງຊາດໃຫ້ເຕີບໃຫຍ່,ຂະຫຍາຍຕົວຢ່າງຕໍ່ເນື່ອງແລະຍືນຍົງ,ປະ ກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດ ຊາດໃຫ້ເຂັ້ມແຂງ.


...ມາດຕາສອງການສົ່ງເສີມການລົງທຶນ

ມາດຕາສອງການສົ່ງເສີມການລົງທຶນ ການສົ່ງເສີມການລົງທຶນແມ່ນການວາງນະໂຍບາຍ,ການສ້າງ ສະພາບແວດລ້ອມແລະເງື່ອນໄຂໃນດ້ານຕ່າງໆແກ່ການລົງທຶນທັງ ພາຍໃນແລະຕ່າງປະເທດເພື່ອໃຫ້ຜູ້ລົງທຶນສາມາດດໍາເນີນທຸລະກິດຢູ່ ສປປລາວໄດ້ຢ່າງສະດວກ,ວ່ອງໄວແລະຖືກຕ້ອງຕາມລະບຽບກົດ ໝາຍ.


...ມາດຕາສາມການອະທິບາຍຄໍາສັບ

ມາດຕາສາມການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: ໜຶ່ງການລົງທຶນໝາຍເຖິງການທີ່ຜູ້ລົງທຶນນໍາເອົາທຶນທີ່ມີຕົວ ຕົນແລະບໍ່ມີຕົວຕົນເພື່ອດໍາເນີນທຸລະກິດຢູ່ສປປລາວ. ສອງຜູ້ລົງທຶນໝາຍເຖິງບຸກຄົນຫຼືນິຕິບຸກຄົນພາຍໃນແລະຕ່າງ ປະເທດທີ່ໄດ້ລົງທຶນດໍາເນີນທຸລະກິດຢູ່ສປປລາວ. ສາມຜູ້ລົງທຶນພາຍໃນໝາຍເຖິງພົນລະເມືອງລາວ,ຄົນຕ່າງ ດ້າວ,ຄົນບໍ່ມີສັນຊາດແລະນິຕິບຸກຄົນຂອງກຸ່ມຄົນດັ່ງກ່າວທີ່ດໍາລົງຊ ີວິດແລະດໍາເນີນທຸລະກິດຢູ່ສປປລາວ. ສີ່ຜູ້ລົງທຶນຕ່າງປະເທດໝາຍເຖິງບຸກຄົນຫຼືນິຕິບຸກຄົນຂອງ ຕ່າງປະເທດທີ່ມາດໍາເນີນທຸລະກິດຢູ່ສປປລາວ. ຫ້າທຶນທີ່ມີຕົວຕົນໝາຍເຖິງເງິນຕາ,ສັງຫາລິມະຊັບແລະອະ ສັງຫາລິມະຊັບ. ຫົກທຶນທີ່ບໍ່ມີຕົວຕົນໝາຍເຖິງຊັບສິນທາງປັນຍາ,ລາຍຮັບທີ່ ຈະເກີດຂຶ້ນໃນອະນາຄົດ,ສິດເຊົ່າ,ສິດທາງດ້ານການຄ້າ,ມູນຄ່າການ ສໍາປະທານແລະອື່ນໆ. ເຈັດການສໍາປະທານໝາຍເຖິງການທີ່ລັດອະນຸຍາດໃຫ້ນິຕິ ບຸກຄົນນໍາໃຊ້ສິດໃນກໍາມະສິດຕ່າງໆທີ່ເປັນຂອງລັດຕາມເງື່ອນໄຂ ແລະກໍານົດເວລາທີ່ແນ່ນອນໂດຍມີສັນຍາຢ່າງຖືກຕ້ອງຕາມລະ ບຽບກົດໝາຍເພື່ອພັດທະນາແລະດໍາເນີນທຸລະກິດໃດໜຶ່ງ. ແປດສັນຍາສໍາປະທານໝາຍເຖິງສັນຍາທີ່ອົງການຈັດຕັ້ງ ຂອງລັດຫຼືວິສາຫະກິດຂອງລັດທີ່ໄດ້ຮັບມອບໝາຍຈາກລັດຖະບານ ເຊັນກັບນິຕິບຸກຄົນກ່ຽວກັບການສໍາປະທານ. ເກົ້າພາຫະນະຮັບໃຊ້ການຜະລິດໂດຍກົງໝາຍເຖິງກົນຈັກ, ລົດບັນທຸກໜັກແລະອື່ນໆທີ່ນໍາໃຊ້ໂດຍກົງເຂົ້າໃນການດໍາເນີນກິດ ຈະການລົງທຶນຕາມການກໍານົດຂອງລັດຖະບານ. ສິບການລົງທຶນທາງກົງໝາຍເຖິງການທີ່ຜູ້ລົງທຶນຫຼືກຸ່ມຜູ້ລົງ ທຶນນໍາເອົາທຶນໄປດໍາເນີນທຸລະກິດຊຶ່ງເຮັດໃຫ້ຕົນເປັນເຈົ້າຂອງວິ ສາຫະກິດແລະຄຸ້ມຄອງບໍລິຫານຫຼືຂະຫຍາຍວິສາຫະກິດທີ່ກ່ຽວຂ້ອງ. ສິບເອັດການລົງທຶນທາງອ້ອມໝາຍເຖິງການທີ່ຜູ້ລົງທຶນຊຶ້ຮຸ້ນ ບໍລິສັດ,ຊື້ຮຸ້ນຈາກຕະຫຼາດຮຸ້ນ,ລວມທັງການລົງທຶນໃສ່ກອງທຶນຄໍ້າປະ ກັນການເງິນ,ພັນທະບັດແລະເອກະສານມີຄ່າອື່ນໂດຍຜູ້ລົງທຶນບໍ່ມີ ສ່ວນຮ່ວມໂດຍກົງໃນການບໍລິຫານຈັດການວິສາຫະກິດທີ່ກ່ຽວຂ້ອງ. ສິບສອງເອກະສານມີຄ່າໝາຍເຖິງເອກະສານທີ່ສາມາດຕີ ມູນຄ່າເປັນເງິນຊຶ່ງສາມາດຊື້ຂາຍ,ແລກປ່ຽນຫຼືຄໍ້າປະກັນໄດ້ເຊັ່ນ ໃບຕາດິນ,ໃບຮຸ້ນ,ພັນທະບັດ. ສິບສາມເຂດເສດຖະກິດພິເສດໝາຍເຖິງເຂດທີ່ລັດຖະບານ ກໍານົດເພື່ອພັດທະນາໃຫ້ເປັນຕົ້ນເມືອງໃໝ່ທີ່ທັນສະໄໝຢ່າງຮອບ ດ້ານ,ເປັນບ່ອນດຶງດູດການລົງທຶນພາຍໃນແລະຕ່າງປະເທດຊຶ່ງມີ ເນື້ອທີ່ແຕ່ໜຶ່ງພັນເຮັກຕາຂຶ້ນໄປ,ມີນະໂຍບາຍສົ່ງເສີມພິເສດແລະ ມີລະບົບເສດຖະກິດການເງິນເປັນເຈົ້າຕົນເອງ,ເປັນຫົວໜ່ວຍບໍລິ ຫານນ້ອຍສັງຄົມກວ້າງ,ມີລະບົບຮັບປະກັນຄວາມສະຫງົບປອດໄພ ແລະປົກປັກຮັກສາສິ່ງແວດລ້ອມໃຫ້ຍືນຍົງ. ສິບສີ່ເຂດເສດຖະກິດສະເພາະໝາຍເຖິງເຂດທີ່ລັດຖະບານ ກໍານົດໃຫ້ເປັນເຂດອຸດສາຫະກໍາ,ເຂດການຜະລິດເພື່ອສົ່ງອອກ,ເຂັດ ຕົວເມືອງທ່ອງທ່ຽວ,ເຂດການຄ້າປອດພາສີ,ເຂດພັດທະນາເຕັກ ໂນໂລຢີແລະຂໍ້ມູນຂ່າວສານ,ເຂດເສດຖະກິດຊາຍແດນແລະອື່ນໆ. ສິບຫ້າເຂດອຸດສາຫະກໍາໝາຍເຖິງເຂດທີ່ລັດຖະບານກໍານົດ ໃຫ້ເປັນເຂດອຸດສາຫະກໍາ,ປຸງແຕ່ງຜະລິດຕະພັນອຸດສາຫະກໍາ,ສະ ໜອງການບໍລິການໃຫ້ອຸດສາຫະກໍາປຸງແຕ່ງເພື່ອສ້າງໃຫ້ເປັນນິຄົມ ອຸດສາຫະກໍາດ້ວຍການພັດທະນາພື້ນຖານໂຄງລ່າງທີ່ເໝາະສົມເພື່ອ ຮັງຮັບການລົງທຶນ,ເນື້ອທີ່ອາດຈະບໍ່ກວ້າງເທົ່າກັບເຂດເສດຖະກິດ ພິເສດ. ສິບຫົກເຂດການຜະລິດເພື່ອສົ່ງອອກໝາຍເຖິງເຂັດທີ່ລັດຖະ ບານກໍານົດໃຫ້ເປັນເຂດການລົງທຶນດ້ານການຜະລິດ,ການປຸງແຕ່ງ ສິນຄ້າແລະການບໍລິການເພື່ອສົ່ງອອກ. ສິບເຈັດເຂັດຕົວເມືອງທ່ອງທ່ຽວໝາຍເຖິງເຂດທີ່ລັດຖະບານ ກໍານົດໃຫ້ເປັນເຂດການລົງທຶນດ້ານການທ່ອງທ່ຽວໂດຍຕິດພັກກັບ ການປົກປັກຮັກສາ,ອະນຸລັກຊັບພະຍາກອນທໍາມະຊາດ,ສິ່ງແວດ ລ້ອມ,ສົ່ງເສີມທ່າແຮງຂອງທ້ອງຖິ່ນແລະຂອງຊາດເພື່ອດຶງດູດການ ທ່ອງທ່ຽວແລະຫັນເປັນອຸດສາຫະກໍາທ່ອງທ່ຽວທີ່ທັນສະໄໝເທື່ອລະ ກ້າວ. ສິບແປດເຂດການຄ້າປອດພາສີໝາຍເຖິງເຂດທີ່ລັດຖະບານ ກໍານົດໃຫ້ເປັນເຂດການລົງທຶນດ້ານການຄ້າ,ການແລກປ່ຽນສິນຄ້າ ລະຫວ່າງພາຍໃນກັບຕ່າງປະເທດຊຶ່ງມີນະໂຍບາຍຍົກເວັ້ນພາສີຢູ່ ພາຍໃນເຂດດັ່ງກ່າວ. ສິບເກົ້າເຂດພັດທະນາເຕັກໂນໂລຢີແລະຂໍ້ມູນຂ່າວສານ ໝາຍເຖິງເຂດທີ່ລັດຖະບານກໍານົດໃຫ້ມີການລົງທຶນເຂົ້າໃສ່ການ ສຶກສາ,ຄົ້ນຄວ້າ,ພັດທະນາແລະນໍາໃຊ້ເຕັກໂນໂລຢີລະດັບສູງເພື່ອ ຜະລິດແລະຈໍາໜ່າຍຜະລິດຕະພັນເຕັກໂນໂລຢີ,ສະໜອງແລະບໍລິ ການດ້ານຂໍ້ມູນຂ່າວສານແບບຄົບວົງຈອນໃຫ້ແກ່ສັງຄົມດ້ວຍຄວາມ ສະດວກແລະວ່ອງໄວ. ຊາວເຂດເສດຖະກິດຊາຍແດນໝາຍເຖິງເຂດທີ່ລັດຖະບານ ກໍານົດເພື່ອສົ່ງເສີມໃຫ້ມີການຊື້ຂາຍ,ແລກປ່ຽນສິນຄ້າຢູ່ຕາມດ້ານ ຊາຍແດນ. ຊາວເອັດເຂດຈັດສັນຕົວເມືອງໝາຍເຖິງເຂດທີ່ລັດຖະບານ ກໍານົດເພື່ອະນຸຍາດໃຫ້ມີການລົງທຶນພັດທະນາອະສັງຫາລິມະຊັບເພື່ອ ສ້າງໃຫ້ເປັນເຂດທີ່ພັກອາໄສຂອງນັກລົງທຶນຕ່າງປະເທດຫຼືພົນລະ ເມືອງທົ່ວໄປ. ຊາວສອງຕົວເມືອງໃໝ່ໝາຍເຖິງເຂດທີ່ໄດ້ຮັບການພັດທະ ນາໃຫ້ກາຍເປັນຕົວເມືອງທັນສະໄໝ,ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ,ວັດທະນະທໍາສັງຄົມທີ່ສີວິໄລແລະຍຸຕິທໍາ,ເສີມສ້າງອະລິຍະ ທໍາແລະວັດທະນະທໍາຂອງຊາດໂດຍຕິດພັນກັບຮ່ອງຮອຍປະຫວັດ ສາດຂອງເຂດທີ່ຕັ້ງຕົວເມືອງດັ່ງກ່າວ.


...ມາດຕາສີ່ນະໂຍບາຍຂອງລັດກ່ຽວກັບການສົ່ງເສີມການລົງທຶນ

ມາດຕາສີ່ນະໂຍບາຍຂອງລັດກ່ຽວກັບການສົ່ງເສີມການລົງທຶນ ລັດສົ່ງເສີມການລົງທຶນຂອງທຸກພາກສ່ວນເສດຖະກິດທັງພາຍ ໃນແລະຕ່າງປະເທດດ້ວຍການວາງນະໂຍບາຍເພື່ອສ້າງສະພາບແວດ ລ້ອມ,ເງື່ອນໄຂອໍານວຍຄວາມສະດວກຕ່າງໆເປັນຕົ້ນການກໍານົດທິດ ທາງ,ການສະໜອງຂໍ້ມູນຂ້າວສານທີ່ຈໍາເປັນ,ການໃຫ້ນະໂຍບາຍດ້ານ ພາສີອາກອນ,ດ້ານແຮງງານ,ການໃຫ້ສິດນໍາໃຊ້ທີ່ດິນ,ການບໍລິການ ການລົງທຶນປະຕູດຽວລວມທັງການຮັບຮູ້,ການຮັບປະກັນການປົກປ້ອງ ກໍາມະສິດ,ສິດ,ຜົນປະໂຫຍດແລະດ້ານອື່ນທີ່ຖືກຕ້ອງຕາມກົດໝາຍ ຂອງຜູ້ລົງທຶນຈາກລັດ. ລັດສົ່ງເສີມໃຫ້ລົງທຶນເຂົ້າໃສ່ທຸກຂະແໜງການ,ກິດຈະການ ແລະທຸກເຂດແຄວ້ນໃນທົ່ວປະເທດເວັ້ນເສຍແຕ່ເຂດແລະກິດຈະການ ທີ່ແຕະຕ້ອງເຖິງຄວາມໝັ້ນຄົງແລະຄວາມສະຫງົບຂອງຊາດ,ມີຜົນສະ ທ້ອນອັນຮ້າຍແຮງຕໍ່ສິ່ງແວດລ້ອມໃນປັດຈຸບັນແລະຍາວນານ,ຕໍ່ສຸຂະ ພາບຂອງປະຊາຊົນແລະວັດທະນະທໍາອັນດີງາມຂອງຊາດ.


...ມາດຕາຫ້າຫຼັກການກ່ຽວກັບການສົ່ງສເີມການລົງທຶນ

ມາດຕາຫ້າຫຼັກການກ່ຽວກັບການສົ່ງສເີມການລົງທຶນ ການສົ່ງເສີມການລົງທຶນຕ້ອງປະຕິບັດຕາມຫຼັກການດັ່ງນີ້: ໜຶ່ງ:ສອດຄ່ອງກັບແນວທາງນະໂຍບາຍ,ຍຸດທະສາດ,ແຜນພັດ ທະນາເສດຖະກິດສັງຄົມ,ແຜນພັດທະນາຂະແໜງການ,ເຂດແຄວ້ນ ແລະການຂະຫຍາຍເສດຖະກິດສັງຄົມໃນແຕ່ລະໄລຍະ,ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນແລະຖືກຕ້ອງຕາມລະບຽບກົດ ໝາຍ. ສອງສົມທົບແໜ້ມກັບການເພີ່ມທະວີການຄຸ້ມຄອງຂອງລັດຢ່າງ ລວມສູນເປັນເອກະພາບໃນທົ່ວປະເທດ. ສາມຮັບປະກັນໃຫ້ການລົງທຶນໄດ້ຮັບການບໍລິການທີ່ສະດວກ, ວ່ອງໄວ,ໂປ່ງໃສ,ຍຸຕິທໍາແລະສະເໝີພາບຕໍ່ໜ້າກົດໝາຍດ້ວຍການບໍ ລິການການລົງທຶນປະຕູດຽວ. ສີ່ວາງນະໂຍບາຍສົ່ງເສີມດ້ານຕ່າງໆທີ່ສາມາດດຶງດູດແລະ ຍາດແຍ່ງການລົງທຶນ. ຫ້າຮັບຮູ້,ຮັບປະກັນການປົກປ້ອງກໍາມະສິດ,ສິດ,ຜົນປະໂຫຍດ ແລະດ້ານອື່ນທີ່ຖືກຕ້ອງຕາມກົດໝາຍຂອງຜູ້ລົງທຶນຈາກລັດ. ຫົກຮັບປະກັນການປົກປັກຮັກສາແລະການພັດທະນາສິ່ງແວດ ລ້ອມ,ຄວາມສະຫງົບແລະຄວາມປອດໄພຂອງສັງຄົມແລະໃນເຂດ ການລົງທຶນ.


...ມາດຕາຫົກຂອບເຂດການນໍາໃຊ້ກົດໝາຍ

ມາດຕາຫົກຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນຫຼືນິຕິບຸກຄົນທີ່ພົວພັນກັບ ການລົງທຶນທຸກປະເພດເພື່ອດໍາເນີນການຜະລິດທຸລະກິດແນໃສ່ສ້າງມູນ ຄ່າເພີ່ມຍົກເວັ້ນທຸລະກິດຄອບຄົວແລະຜູ້ຄ້າຂ້າຍນ້ອຍ.

...ມາດຕາເຈັດການຮ່ວມມືສາກົນ

ມາດຕາເຈັດການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບການສົ່ງເສີມການລົງທຶນດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ,ເຕັກໂນໂລຢີແລະປະສົບການໃນການສົ່ງເສີມແລະຄຸ້ມ ຄອງການລົງທຶນ,ການຕະຫຼາດ,ການຄ້າ,ແຫຼ່ງທຶນ,ການເຊື່ອມໂຍງ ເຂົ້າກັບພາກພື້ນແລະສາກົນ.

..ພາກທີສອງຮູບການລົງທຶນ


...ມາດຕາແປດຮູບການການລົງທຶນ

ມາດຕາແປດຮູບການການລົງທຶນ ຜູ້ລົງທຶນສາມາດລົງທຶນທາງກົງຫຼືທາງອ້ອມດ້ວຍຮູບການດັ່ງນີ້: ໜຶ່ງການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນຫຼືຕ່າງປະເທດ. ສອງການລົງທຶນແບບຮຸ້ນສ່ວນລະຫວ່າງຜູ້ລົງທຶນພາຍໃນກັບ ຕ່າງປະເທດ. ສາມການລົງທຶນທຸລະກິດຮ່ວມຕາມສັນຍາ.


...ມາດຕາເກົ້າການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນຫຼືຕ່າງປະເທດ

ມາດຕາເກົ້າການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນຫຼືຕ່າງປະ ເທດ ການລົງທຶນຝ່າຍດຽວຂອງຜູ້ລົງທຶນພາຍໃນຫຼືຕ່າງປະເທດ ແມ່ນການລົງທຶນຂອງຜູ້ລົງທຶນພາຍໃນຫຼືຕ່າງປະເທດຝ່າຍດຽວຊຶ່ງ ອາດຈະມີຜູ້ລົງທຶນຜູ້ດຽວຫຼືຫຼາຍຄົນໃນກິດຈະການຫຼືໂຄງການໃດໜຶ່ງ ຢູ່ສປປລາວ.


...ມາດຕາສິບການລົງທຶນແບບຮຸ້ນສ່ວນລະຫວ່າງຜູ້ລົງທຶນພາຍໃນກັບຕ່າງປະເທດ

ມາດຕາສິບການລົງທຶນແບບຮຸ້ນສ່ວນລະຫວ່າງຜູ້ລົງທຶນພາຍໃນກັບ ຕ່າງປະເທດ ການລົງທຶນແບບຮຸ້ນສ່ວນລະຫວ່າງຜູ້ລົງທຶນພາຍໃນກັບຕ່າງ ປະເທດແມ່ນການລົງທຶນຮ່ວມລະຫວ່າງຜູ້ລົງທຶນພາຍໃນກັບຕ່າງປະ ເທດຊຶ່ງດໍາເນີນທຸລະກິດ,ມີກໍາມະສິດຮ່ວມກັນແລະສ້າງເປັນນິຕິບຸກຄົນ ໃໝ່ຂຶ້ນພາຍໃຕ້ກົດໝາຍຂອງສປປລາວ. ການຈັດຕັ້ງ,ການເຄື່ອນໄຫວ,ການບໍລິຫານຄຸ້ມຄອງ,ສິດແລະ ພັນທະຂອງຜູ້ລົງທຶນແບບຮຸ້ນສ່ວນໄດ້ກໍານົດໄວ້ໃນສັນຍາຮ່ວມທຶນແລະ ກົດລະບຽບຂອງນິຕິບຸກຄົນໃໝ່ດັ່ງກ່າວ. ສໍາລັບຜູ້ລົງທຶນຕ່າງປະເທດທີ່ລົງທຶນໃນຮູບການດັ່ງກ່າວຕ້ອງ ປະກອບທຶນຢ່າງໜ້ອຍບໍ່ໃຫ້ຫຼຸບສິບສ່ວນຮ້ອຍຂອງທຶນທັງໝົດ.

...ມາດຕາສິບເອັດການລົງທຶນທຸລະກິດຮ່ວມຕາມສັນຍາ

ມາດຕາສິບເອັດການລົງທຶນທຸລະກິດຮ່ວມຕາມສັນຍາ ການລົງທຶນທຸລະກິດຮ່ວມຕາມສັນຍາແມ່ນການລົງທຶນຮ່ວມ ລະຫວ່າງນິຕິບຸກຄົນພາຍໃນສປປລາວກັບນິຕິບຸກຄົນຕ່າງປະເທດທີ່ໄດ້ ກໍານົດໄວ້ໃນສັນຍາໂດຍບໍ່ໄດ້ສ້າງຕັ້ງເປັນນິຕິບຸກຄົນໃໝ່ຫຼືສາຂາຂຶ້ນ ຢູ່ສປປລາວ. ນິຕິບຸກຄົນພາຍໃນດັ່ງກ່າວຕ້ອງແຈ້ງໃຫ້ຂະແໜງການອຸດສາ ຫະກໍາແລະການຄ້າ,ຂະແໜງການແຜນການແລະການລົງທຶນເພື່ອຄຸ້ມ ຄອງຕາມລະບຽບການ. ສັນຍາຂອງການລົງທຶນທຸລະກິດຮ່ວມຕາມສັນຍາຕ້ອງນໍາໄປ ຢັ້ງຢືນຄວາມຖືກຕ້ອງຈາກອົງການທະບຽນສານ.


...ມາດຕາສິບສອງການກໍານົດທຶນຈົດທະບຽນ

ມາດຕາສິບສອງການກໍານົດທຶນຈົດທະບຽນ ທຶນຈົດທະບຽນຂອງບັນດາກິດຈະການສໍາປະທານຕ້ອງບໍ່ໃຫ້ຫຼຸດ ສາມສິບສ່ວນຮ້ອຍຂອງທຶນທັງໝົດ.ສໍາລັບກິດຈະການທົ່ວໄປແມ່ນໃຫ້ ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ. ທຶນຈົດທະບຽນຕ້ອງສະແດງອອກເປັນຊັບສິນແລະໃນຕະຫຼອດ ໄລຍະການດໍາເນີນທຸລະກິດນັ້ນມູນຄ່າຊັບສິນຕ້ອງບໍ່ໃຫ້ຫຼຸດທຶນຈົດທະ ບຽນ.

..ພາກທີສາມກິດຈະການການລົງທຶນ


...ໝວດທີໜຶ່ງປະເພດກິດຈະການການລົງທຶນ


....ມາດຕາສິບສາມປະເພດກິດຈະການການລົງທຶນ

ມາດຕາສິບສາມປະເພດກິດຈະການການລົງທຶນ ຜູ້ລົງທຶນສາມາດລົງທຶນໃນກິດຈະການດັ່ງນີ້: ໜຶ່ງກິດຈະການທົ່ວໄປ. ສອງກິດຈະການສໍາປະທານ. ສາມກິດຈະການພັດທະນາເຂດເສດຖະກິດພິເສດແລະເຂດ ເສດຖະກິດສະເພາະ.


....ມາດຕາສິບສີ່ກິດຈະການທົ່ວໄປ

ມາດຕາສິບສີ່ກິດຈະການທົ່ວໄປ ກິດຈະການທົ່ວໄປແມ່ນກິດຈະການລົງທຶນໃນຂະແໜງການທຸ ລະກິດທົ່ວໄປລວມທັງກິດຈະການທີ່ນອນໃນບັນຊີປະເພດທຸລະກິດຄວາມ ຄຸມ (Negative List) ແລະກິດຈະການເຫຼົ່ານັ້ນບໍ່ແມ່ນກິດຈະການ ສໍາປະທານ.


....ມາດຕາສິບຫ້າກິດຈະການສໍາປະທານ

ມາດຕາສິບຫ້າກິດຈະການສໍາປະທານ ກິດຈະການສໍາປະທານແມ່ນກິດຈະການລົງທຶນທີ່ໄດ້ຮັບອະນຸ ຍາດຈາກລັດໃຫ້ນໍາໃຊ້ສິດໃນກໍາມະສິດແລະສິດອື່ນຂອງລັດຕາມລະ ບຽບການເພື່ອພັດທະນາແລະດໍາເນີນທຸລະກິດໃດໜຶ່ງເປັນຕົ້ນສິດສໍາ ປະທານທີ່ດິນ,ແຮ່ທາດ,ພະລັງງານໄຟຟ້າ,ສາຍການບິນ,ໂທລະຄົມ ມະນາຄົມ,ປະກັນໄພ,ສະຖາບັນການເງິນ. ບັນຊີກິດຈະການສໍາປະທານແມ່ນລັດຖະບານເປັນຜູ້ກໍານົດ.

....ມາດຕາສິບຫົກກິດຈະການພັດທະນາເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາສິບຫົກກິດຈະການພັດທະນາເຂດເສດຖະກິດພິເສດແລະເຂດ ເສດຖະກິດສະເພາະ ກິດຈະການການພັດທະນາເຂດເສດຖະກິດພິເສດແມ່ນກິດຈະ ການລົງທຶນໃນເຂດເສດຖະກິດພິເສດເພື່ອສ້າງພື້ນຖານໂຄງລ່າງໃຫ້ ຄົບຊຸດແລະພັດທະນາໃຫ້ເປັນຕົວເມືອງໃໝ່. ກິດຈະການການພັດທະນາເຂດເສດຖະກິດສະເພາະແມ່ນກິດ ຈະການລົງທຶນໃນເຂດເສດຖະກິດສະເພາະເພື່ອສ້າງພື້ນຖານໂຄງລ່າງ ແລະພັດທະນາໃຫ້ເປັນເຂດຕ່າງໆຕາມເງື່ອນໄຂຕົວຈິງແລະລະບຽບ ກົດໝາຍເປັນຕົ້ນເຂດອຸດສາຫະກໍາ,ເຂດການຜະລິດເພື່ອສົ່ງອອກ,ເຂດ ຕົວເມືອງທ່ອງທ່ຽວແລະອື່ນໆ. ການຈັດຕັ້ງແລະການເຄື່ອນໄຫວຂອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ໝວດທີສອງການລົງທຶນໃນກິດຈະການທົ່ວໄປ


....ມາດຕາສິບເຈັດການສະເໜີລົງທຶນ

ມາດຕາສິບເຈັດການສະເໜີລົງທຶນ ຜູ້ລົງທຶນທີ່ມີຈຸດປະສົງລົງທຶນໃນກິດຈະການທົ່ວໄປຕ້ອງຍື່ນຄໍາ ຮ້ອງສະເໜີຜ່ານການບໍລິການການລົງທຶນປະຕູດຽວຂອງຂະແໜງ ການອຸດສາຫະກໍາແລະການຄ້າເພື່ອຂຶ້ນທະບຽນວິສາຫະກິດຕາມທີ່ໄດ້ ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ. ຜູ້ລົງທຶນຕ່າງປະເທດທີ່ລົງທຶນໃນກິດຈະການທົ່ວໄປຕ້ອງມີທິນ ທັງໝົດບໍ່ໃຫ້ຫຼຸດໜຶ່ງຕື້ກີບ.


....ມາດຕາສິບແປດການພິຈາລະນາ

ມາດຕາສິບແປດການພິຈາລະນາ ຂັ້ນຕອນແລະກໍານົດເວລາໃນການພິຈາລະນາການຂຶ້ນທະບຽນ ວິສາຫະກິດກ່ຽວກັບການລົງທຶນໃນກິດຈະການທົ່ວໄປທີ່ບໍ່ແມ່ນປະເພດ ທຸລະກິດຄວບຄຸມໃຫ້ອອກໃບທະບຽນວິສາຫະກິດຢ່າງຊ້າບໍ່ໃຫ້ເກີນສິບ ວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ເປັນຕົ້ນໄປສໍາລັບປະເພດທຸລະກິດຄວບຄຸມນັ້ນໃຫ້ອອກໃບທະບຽນວິສາ ຫະກິດຢ່າງຊ້າບໍ່ໃຫ້ເກີສິບສາມວັນລັດຖະການນັບແຕ່ວັນໄດ້ຮັບຄໍາ ຮ້ອງຂຶ້ນທະບຽນວິສາຫະກິດເປັນຕົ້ນໄປຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍວິສາຫະກິດ. ສໍາລັບການສະເໜີຂະຫຍາຍກິດຈະການຂອງຜູ້ລົງທຶນທີ່ມີວິສາ ຫະກິດແລ້ວນັ້ນການປະກອບເອກະສານແມ່ນໃຫ້ປະກອບແຕ່ອັນຈໍາ ເປັນຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະແລະການພິຈາລະ ນາກໍ່ໃຫ້ວ່ອງໄວກວ່າການລົງທຶນໃໝ່.


....ມາດຕາສິບເກົ້າໃບທະບຽນວິສາຫະກິດ

ມາດຕາສິບເກົ້າໃບທະບຽນວິສາຫະກິດ ໃບທະບຽນວິສາຫະກິດແມ່ນເອກະສານຮັບຮອງການຂຶນທະ ບຽນເພື່ອດໍາເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ. ໃບທະບຽນວິສາຫະກິດລວມເອົາການອະນຸຍາດລົງທຶນ,ນະໂຍ ບາຍສົ່ງເສີມ,ທະບຽນອາກອນແລະການອະນຸຍາດດໍາເນີນກິດຈະການ ຂອງຂະແໜງການທີ່ກ່ຽວຂ້ອງ. ເມື່ອໄດ້ຮັບໃບທະບຽນວິສາຫະກິດແລ້ວຜູ້ລົງທຶນສາມາດດໍາ ເນີນທຸລະກິດໄດ້ເລີຍ. ....ມາດຕາຊາວອາຍູການລົງທຶນ

ມາດຕາຊາວອາຍູການລົງທຶນ ການລົງທຶນໃນກິດຈະການທົ່ວໄປບໍ່ຈໍາກັດອາຍຸການລົງທຶນເວັ້ນ ເສຍແຕ່ກິດຈະການລົງທຶນທີ່ໄດ້ກໍານົດອາຍຸການລົງທຶນໄວ້ໃນລະບຽບ ກົດໝາຍສະເພາະຂອງຂະແໜງການທີ່ກ່ຽວຂ້ອງ. ...ໝວດທີສາມການລົງທຶນໃນກິດຈະການສໍາປະທານ


....ມາດຕາຊາວເອັດການສະເໜີລົງທຶນ

ມາດຕາຊາວເອັດການສະເໜີລົງທຶນ ຜູ້ລົງທຶນທີ່ມີຈຸດປະສົງລົງທຶນໃນກິດຈະການສໍາປະທານຕ້ອງ ຍື່ນຄໍາຮ້ອງສະເໜີຜ່ານການບໍລິການລົງທຶນປະຕູດຽວຂອງຂະແໜງ ການແຜນການແລະການລົງທຶນເພື່ອຄົ້ນຄວ້າແລ້ວນໍາສະເໜີລັດຖະ ບານຫຼືອົງການປົກຄອງຂັ້ນແຂວງພິຈາລະນາ.


....ມາດຕາຊາວສອງການຄັດເລືອກເອົາຜູ້ລົງທຶນ

ມາດຕາຊາວສອງການຄັດເລືອກເອົາຜູ້ລົງທຶນ ຜູ້ສະເໜີລົງທຶນໃນກິດຈະການສໍາປະທານຕ້ອງໄດ້ຜ່ານການ ຄັດເລືອກຕາມແຕ່ກໍລະນີດ້ວຍວິທີການຕ່າງໆເປັນຕົ້ນການປຽບທຽບ, ການປະມູນຫຼືການປະເມີນຜົນໂດຍຂະແໜງການແຜນການແລະການ ລົງທຶນບົນພື້ນຖານການປະສານສົມທົບກັບຂະແໜງການແລະທ້ອງຖິ່ນ ທີ່ກ່ຽວຂ້ອງຕາມລະບຽບກົດໝາຍ. ໃນການຄັດເລືອກເອົາຜູ້ລົງທຶນນັ້ນຕ້ອງຮັບປະກັນຄວາມໂປ່ງ ໃສ,ການເປີດເຜີຍແລະສາມາດກວດສອບໄດ້. ວິທີການຄັດເລືອກເອົາຜູ້ລົງທຶນໃນກິດຈະການສໍາປະທານໄດ້ ກໍານົດໄວ້ໃນລະບຽບການສະເພາະ.


....ມາດຕາຊາວສາມການພິຈາລະນາການລົງທຶນໃນກິດຈະການສໍາປະທານ

ມາດຕາຊາວສາມການພິຈາລະນາການລົງທຶນໃນກິດຈະການສໍາປະ ທານ ຂະແໜງການແຜນການແລະການລົງທຶນພິຈາລະນາການ ລົງທຶນໃນກິດຈະການສໍາປະທານຕາມຂັ້ນຕອນດັ່ງນີ້: ໜຶ່ງຄົ້ນຄວ້າແລະຕົກລົງທາງດ້ານຫຼັກການກ່ຽວກັບການລົງ ທຶນໂດຍຮັບປະກັນຜົນປະໂຫຍດຂອງລັດ,ຜູ້ລົງທຶນແລະປະຊາຊົນ.ໃນ ກໍລະນີທີ່ມີການໂອນສິດນໍາໃຊ້ທີ່ດິນຄືນໃຫ້ລັດນັ້ນອົງການຄຸ້ມຄອງທີ່ ດິນທີ່ກ່ຽວຂ້ອງຕ້ອງຄິດໄລ່ຄ່າທົດແທນໃຫ້ຜູ້ລົງທຶນຫຼືປະຊາຊົນທີ່ໄດ້ ຮັບຄວາມເສຍຫາຍຈາກການໂອນດັ່ງກ່າວຕາມລາຄາທ້ອງຕະ ຫຼາດ. ສອງແນະນໍາໃຫ້ຜູ້ລົງທຶນກະກຽມບັນດາເອກະສານຕາມ ແບບພິມທີ່ໄດ້ກໍານົດໄວ້ເປັນຕົ້ນບົດວິພາກເສດຖະກິດເຕັກນິກ,ບົດ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມ,ເອກະສານບັນຊີພາ ຫະນະ,ອຸປະກອນແລະວັດຖະດິບຮັບໃຊ້ການຜະລິດໂດຍກົງທີ່ຈະສະ ເໜີຂໍຍົກເວັ້ນພາສີອາກອນການນໍາເຂົ້າເພື່ອເປັນພື້ນຖານໃຫ້ແກ່ ການຄົ້ນຄວ້າພິຈາລະນາອະນຸມັດ. ສາມຂະແໜງການແຜນການແລະການລົງທຶນແລະຂະແໜງ ການອື່ນທີ່ກ່ຽວຂ້ອງເປັນເຈົ້າການໃນການເຈລະຈາແລະການຮ່າງ ສັນຍາເບື້ອງຕົ້ນ. ສີ່ນໍາເອົາຜົນຂອງການເຈລະຈາຂອງໂຄງການດັ່ງກ່າວເຂົ້າ ພິຈາລະນາໃນກອງປະຊຸມທີ່ຫ້ອງການບໍລິການການລົງທຶນປະຕູດຽວ ເປັນຜູ້ຈັດຂຶ້ນ. ຫ້ານໍາສະເໜີຕໍ່ລັດຖະບານຫຼືອົງການປົກຄອງຂັ້ນແຂວງເພື່ອ ພິຈາລະນາຕົກລົງພ້ອມທັງແນະນໍາໃຫ້ຜູ້ລົງທຶນວາງເງິນຄໍ້າປະກັນ ໂຄງການຕາມລະບຽບການໂດຍອີງຕາມປະເພດແລະຂະໜາດຂອງ ການລົງທຶນ.ເງິນຄ້ໍາປະກັນດັ່ງກ່າວຕ້ອງຖອກໄວ້ໃນບັນຊີຄັງແງິນ ແຫ່ງຊາດແລະຈະຖືກສົ່ງຄືນໃນເວລາທີ່ໂຄງການໄດ້ເລີ່ມຕົ້ນດໍາ ເນີນໃນໄລຍະທີໜຶ່ງ.

ເມື່ອໄດ້ຮັບຄໍາຕົກລົງແລ້ວຂະແໜງການແຜນການແລະ ການລົງທຶນອອກໃບທະບຽນສໍາປະທານໃຫ້ແກ່ຜູ້ລົງທຶນຕາມລະບຽບ ການ.


....ມາດຕາຊາວສີ່ການອອກໃບທະບຽນສໍາປະທານ

ມາດຕາຊາວສີ່ການອອກໃບທະບຽນສໍາປະທານ ກະຊວງແຜນການແລະການລົງທຶນເປັນຜູ້ອອກໃບທະບຽນສໍາ ປະທານໃນຂອບເຂດຄວາມຮັບຜິດຊອບຂອງຕົນພາຍຫຼັງທີ່ໄດ້ຮັບການ ຕົກລົງເຫັນດີຂອງລັດຖະບານ. ພະແນກ,ຫ້ອງການແຜນການແລະການລົງທຶນເປັນຜູ້ອອກໃບ ທະບຽນສໍາປະທານໃນຂອບເຂດຄວາມຮັບຜິດຊອບຂອງຕົນພາຍຫຼັງທີ່ ໄດ້ຮັບການຕົກລົງເຫັນດີຂອງອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.



....ມາດຕາຊາວຫ້າໃບທະບຽນສໍາປະທານ

ມາດຕາຊາວຫ້າໃບທະບຽນສໍາປະທານ ໃບທະບຽນສໍາປະທານແມ່ນເອກະສານຮັບຮອງການໄດ້ຮັບສິດ ສໍາປະທານຂອງຜູ້ລົງທຶນຢ່າງຖືກຕ້ອງຕາມກົດໝາຍ. ໃບທະບຽນສໍາປະທານລວມເອົາທະບຽນວິສາຫະກິດ,ການອະ ນຸຍາດລົງທຶນ,ນະໂຍບາຍສົ່ງເສີມ,ທະບຽນອາກອນແລະການອະນຸ ຍາດດໍາເນີນກິດຈະການຂອງຂະແໜງການທີ່ກ່ຽວຂ້ອງ. ເມື່ອໄດ້ຮັບໃບທະບຽນສໍາປະທານແລ້ວຜູ້ລົງທຶນສາມາດດໍາ ເນີນທຸລະກິດໄດ້ເລີຍແລະຜູ້ລົງທຶນຕ້ອງເຄື່ອນໄຫວກິດຈະການຂອງຕົນ ພາຍໃນກໍານົດເວລາເກົ້າສິບວັນ,ຖ້າຜູ້ລົງທຶນຫາກບໍ່ດໍາເນີນກິດຈະ ການໃນກໍານົດເວລາດັ່ງກ່າວຂະແໜງການແຜນການແລະການລົງ ທຶນຈະມີການແຈ້ງເຕືອນເປັນລາຍລັກອັກສອນ,ຫຼັງຈາກນັ້ນພາຍໃນກໍາ ນົດເວລາຫົກສິບວັນຖ້າຜູ້ລົງທຶນຫາກຍັງບໍ່ເລີ່ດໍາເນີນກິດຈະການນັ້ນ ກິດຈະການດັ່ງກ່າວຈະຖືກໃບທະບຽນສໍາປະທານພ້ອມທັງຮິບເງິນຄໍ້າ ປະກັນເປັນຂອງລັດ.



....ມາດຕາຊາວຫົກການສ້າງສັນຍາສໍາປະທານ

ມາດຕາຊາວຫົກການສ້າງສັນຍາສໍາປະທານ ສັນຍາສໍາປະທານສ້າງຂຶ້ນບົນພື້ນຖານຄວາມສະໝັກໃຈແລະ ເຫັນດີເຫັນພ້ອມລະຫວ່າງຜູ້ລົງທຶນກັບລັດຖະບານຫຼືອົງການປົກຄອງ ຂັ້ນແຂວງ. ສັນຍາສໍາປະທານຕ້ອງກໍານົດເປົ້າໝາຍ,ມູນຄ່າ,ກໍານົດເວລາ, ເງື່ອນໄຂ,ສິດແລະພັນທະຂອງຄູ່ສັນຍາ. ສັນຍາກ່ຽວກັບການລົງທຶນໂດຍສະເພາະການໂອນສິດສໍາປະ ທານແລະການໂອນຮູ້ນຕ້ອງນໍາໄປຢັ້ງຢືນຄວາມຖືກຕ້ອງຈາກອົງການ ທະບຽນສານ.



....ມາດຕາຊາວເຈັດການດັດແກ້ເນື້ອໃນຂອງສັນຍາສໍາປະທານ

ມາດຕາຊາວເຈັດການດັດແກ້ເນື້ອໃນຂອງສັນຍາສໍາປະທານ ເນື້ອໃນຂອງສັນຍາສໍາປະທານອາດຈະຖືກພິຈາລະນາດັດແກ້, ປ່ຽນແປງຫຼືເພີ່ມເຕີມບົນພື້ນຖານການຕົກລົງເຫັນດີຂອງຄູ້ສັນຍາ,ຖ້າ ວ່າການດັດແກ້,ປ່ຽນແປງຫຼືເພີ່ມເຕີມນັ້ນຫາກບໍ່ແມ່ນບັນຫາທີ່ສໍາຄັນ ແມ່ນຂະແໜງການແຜນການແລະການລົງທຶນສົມທົບກັບຂະແໜງ ການທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມການສະເໜີຂອງຄູ່ສັນຍາຝ່າຍ ໃດຝ່າຍໜຶ່ງແລະລາຍງານໃຫ້ລັດຖະບານຫຼືອົງການປົກຄອງຂັ້ນ ແຂວງທີ່ກ່ຽວຂ້ອງຊາບ. ການດັດແກ້,ປ່ຽນແປງຫຼືເພີ່ມເຕີມສັນຍາສໍາປະທານດ້ວຍການ ໂອນສິດແລະການໂອນຮູ້ນຕ້ອງເສຍອາກອນຕາມກົດໝາຍວ່າດ້ວຍ ສ່ວຍສາອາກອນ.


....ມາດຕາຊາວແປດອາຍຸການລົງທຶນໃນກິດຈະການສໍາປະທານ

ມາດຕາຊາວແປດອາຍຸການລົງທຶນໃນກິດຈະການສໍາປະທານ ອາຍຸການລົງທຶນໃນກິດຈະການສໍາປະທານແມ່ນອີງຕາມປະ ເພດ,ຂະໜາດ,ມູນຄ່າການລົງທຶນ,ເງື່ອນໄຂຂອງກິດຈະການສໍາປະ ທານຕາມລະບຽບກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງແຕ່ສູງສຸດ ບໍ່ໃຫ້ເກີນເກົ້າສິບເກົ້າປີແລະສາມາດຕໍ່ໄດ້ຕາມການຕົກລົງຂອງລັດ ຖະບານຫຼືອົງການປົກຄອງຂັ້ນແຂວງເປັນຕົ້ນໃນກໍລະນີທີ່ຜູ້ລົງທຶນໄດ້ ປະຕິບັດໂຄງການທີ່ນໍາເອົາຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ໄດ້ປະຕິບັດສັນຍາຢ່າງມີປະສິດທິຜົນແລະມີຜົນງານໃນການປະກອບ ສ່ວນພັດທະນາທ້ອງຖິ່ນ.


...ໝວດທີສີ່ການລົງທຶນໂຄງການຫຼືກິດຈະການໃນບັນຊີຮຽກການລົງທຶນ


....ມາດຕາຊາວເກົ້າໂຄງການຫຼືກິດຈະການໃນບັນຊີຮຽນການລົງທຶນ

ມາດຕາຊາວເກົ້າໂຄງການຫຼືກິດຈະການໃນບັນຊີຮຽນການລົງທຶນ ໂຄງການຫຼືກິດຈະການໃນບັນຊີຮຽການລົງທຶນແມ່ນກິດຈະ ການທົ່ວໄປແລະກິດຈະການສໍາປະທານທີ່ບັນດາຂະແໜງການແລະ ທ້ອງຖິ່ນເປັນຜູ້ດໍາເນີນການຄົ້ນຄວ້າແລະສ້າງຂຶ້ນບົນພື້ນຖານໂຄງ ການຫຼືກິດຈະການທີ່ມີຄວາມສໍາຄັນຕໍ່ເສດຖະກິດແຫ່ງຊາດແລະມີທ່າ ແຮງບົ່ມຊ້ອນທາງດ້ານຊັບພະຍາກອນທໍາມະຊາດຊຶ່ງລັດຖະບານຫຼື ອົງການປົກຄອງຂັ້ນແຂວາງໄດ້ຮັບຮອງເອົາແລ້ວແຕ່ມີຄວາມຈໍາ ເປັນຕ້ອງຊອກທຶນເພື່ອນໍາມາພັດທະນາກິດຈະການດັ່ງກ່າວ.

....ມາດຕາສາມສິບເນື້ອໃນຕົ້ນຕໍຂອງໂຄງການຫຼືກິດຈະການຮຽນການລົງທຶນ

ມາດຕາສາມສິບເນື້ອໃນຕົ້ນຕໍຂອງໂຄງການຫຼືກິດຈະການຮຽນການ ລົງທຶນ ເນື້ອໃນຕົ້ນຕໍຂອງໂຄງການຫຼືກິດຈະການຮຽການລົງທຶນປະ ກອບດ້ວຍ: ໜຶ່ງແຜນແມ່ບົດໃນການພັດທະນາ. ສອງບົດວິພາກເສດຖະກິດເຕັກນິກ. ສາມບົດປະມານຜົນກະທົບຕໍ່ສິ່ງແວດລ້ອມ. ສີ່ເງື່ອນໄຂຂອງການລົງທຶນ. ຫ້າແຫຼ່ງທຶນທີ່ຕ້ອງການ.


....ມາດຕາສາມສິບເອັດການພິຈາລະນາໂຄງການລືກິດຈະການຮຽກການລົງທຶນ

ມາດຕາສາມສິບເອັດການພິຈາລະນາໂຄງການລືກິດຈະການຮຽກ ການລົງທຶນ ຂະແໜງການຕ່າງໆເປັນເຈົ້າການໃນການສ້າງໂຄງການ ຫຼືກິດຈະການຮຽນການລົງທຶນຕາມຍຸດທະສາດແລະແຜນການຂອງ ຕົນ.ຫຼັງຈາກນັ້ນແລ້ວກໍ່ສົ່ງໃຫ້ຂະແໜງການແຜນການແລະການລົງ ທຶນເພື່ອຄົ້ນຄວ້າ,ສັງລວມແລ້ວນໍາສະເໜີລັດຖະບານຫຼືອົງການປົກ ຄອງແຂວງ,ນະຄອນພິຈາລະນາຮັບຮອງ. ພາຍຫຼັງລັດຖະບານຫຼືອົງການປົກຄອງແຂວງ,ນະຄອນໄດ້ ຮັບຮອງເອົາບັນດາໂຄງການຫຼືກິດຈະການນັ້ນແລ້ວກໍ່ສົ່ງໃຫ້ຂະ ແໜງການ,ທ້ອງຖິ່ນທີ່ກ່ຽວຂ້ອງແລະຫ້ອງການບໍລິການການລົງ ທຶນປະຕູດຽວຂອງຂະແໜງການແຜນການແລະການລົງທຶນແລະ ຂະແໜງການອຸດສະຫະກໍາແລະການຄ້າລວມທັງບັນດາສະຖານ ທູດ,ກົງສູນແລະຜູ້ຕາງໜ້າທາງດ້ານການຄ້າເພື່ອເປັນຂໍ້ມູນແນ ໃສ່ຮຽກການລົງທຶນທັງພາຍໃນແລະຕ່າງປະເທດ. ສໍາລັບກິດຈະການສໍາປະທານໃນບັນຊີຮຽກການລົງທຶນນັ້ນ ການພິຈາລະນາອະນຸມັດຢ່າງຊ້າແມ່ນບໍ່ໃຫ້ກາຍສີ່ສິບຫ້າວັນລັດຖະ ການນັບແຕ່ວັນໄດ້ຮັບຄໍາສະເນີເປັນຕົ້ນໄປ.


....ມາດຕາສາມສິບສອງການອະນຸມັດລົງທຶນໃນໂຄງການຫຼືກິດຈະການຮຽນການລົງທຶນ

ມາດຕາສາມສິບສອງການອະນຸມັດລົງທຶນໃນໂຄງການຫຼືກິດຈະການ ຮຽນການລົງທຶນ ການລົງທຶນໃນໂຄງການຫຼືກິດຈະການຮຽການລົງທຶນແມ່ນໃຫ້ ຂະແໜງການອຸດສາຫະກໍາແລະການຄ້າຫຼືຂະແໜງການແຜນການ ແລະການລົງທຶນເປັນຜູ້ອະນຸມັດໂດຍກົງພາຍຫຼັງທີ່ໄດ້ຄົ້ນຄວ້າເງື່ອນໄຂ ແລະຄວາມສາມາດຂອງຜູ້ລົງທຶນຕາມລະບຽບການ.

...ໝວດທີຫ້າການລົງທຶນໃນກິດຈະການການພັດທະນາເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ


....ມາດຕາສາມສິບສາມເຂດເສດຖະກິດພິເສດ

ມາດຕາສາມສິບສາມເຂດເສດຖະກິດພິເສດ ເຂດເສດຖະກິດພິເສດແມ່ນເຂດພັດທະນາເປັນຕົວເມືອງໃໝ່ ທີ່ໄດ້ຮັບນະໂຍບາຍສົ່ງເສີມພິເສດແລະຄຸ້ມຄອງດ້ວຍລະບຽບກົດ ໝາຍຂອງລັດແລະລະບຽບການສະເພາະຂອງເຂດທີ່ບໍ່ຂັດກັບຜົນປະ ໂຫຍດຂອງລັດແລະສັງຄົມ. ວິສາຫະກິດທີ່ດໍາເນີນການເຄື່ອນໄຫວໃນເຂດດັ່ງກ່າວຈະໄດ້ ຮັບນະໂຍບາຍພິເສດແລະຄຸ້ມຄອງດ້ວຍກົດໝາຍແລະລະບຽບການ ສະເພາະຢ່າງສອດຄ່ອງກັບກົດໝາຍຂອງສປປລາວ. ລັດຖະບານເປັນຜູ້ວາງແຜນສ້າງເຂດເສດຖະກິດພິເສດແລະ ອະນຸມັດໃຫ້ຜູ້ລົງທຶນພາຍໃນແລະຕ່າງປະເທດລົງທຶນເຂົ້າໃສ່ການພັດ ທະນາພື້ນຖານໂຄງລ່າງສາທາລະນຸປະໂພກເພື່ອຮອງຮັບການດໍາ ເນີນທຸລະກິດດ້ານຂະແໜງການອຸດສາຫະກໍາ,ການຄ້າແລະການບໍ ລິການ,ວັດທະນະທໍາສັງຄົມ. ເຂດເສດຖະກິດພິເສດອາດຈະປະກອບດ້ວຍຫຼາຍເຂດຂອງ ເຂດເສດຖະກິດສະເພາະເປັນຕົ້ນເຂດອຸດສາຫະກໍາ,ເຂດການຜະລິດ ເພື່ອສ່ົງອອກ,ເຂດຕົວເມືອງທ່ອງທ່ຽວ,ເຂດການຄ້າປອດພາສີ,ເຂັດ ພັດທະນາເຕັກໂນໂລຢີແລະຂໍ້ມູນຂ່າວສານ,ເຂດເສດຖະກິດຊາຍ ແດນ,ເຂດຈັດສັນຕົວເມືອງແລະອື່ນໆ. ໂຄງປະກອບການຈັດຕັ້ງ,ການເຄື່ອນໄຫວແລະການຄຸ້ມຄອງ ແຕ່ລະເຂດຂອງເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.


....ມາດຕາສາມສິບສີ່ຫຼັກການການສ້າງຕັ້ງເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາສາມສິບສີ່ຫຼັກການການສ້າງຕັ້ງເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະ ເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະຕ້ອງ ສ້າງຕັ້ງຕາມຫຼັກການຕົ້ນຕໍດັ່ງນີ້: ໜຶ່ງກໍານົດແຈ້ງວັດຖຸປະສົງຂອງເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະ. ສອງກໍານົດແຈ້ງຜົນປະໂຫຍດຂອງລັດ,ຜູ້ພັດທະນາແລະປະ ຊາຊົນ. ສາມເປັນເຂດທີ່ເໝາະສົມກັບວັດຖະປະສົງຂອງແຕ່ລະເຂດ ເສດຖະກິດພິເສດແລະເຂດເສດຖະກິດສະເພາະ. ສີ່ກໍານົດເນື້ອທີ່ແລະເຂດແດນຢ່າງຈະແຈ້ງ. ຫ້າມີນະໂຍບາຍສົ່ງເສີມທາງດ້ານເສດຖະກິດເປັນອັນສະ ເພາະຂອງແຕ່ລະເຂດ. ຫົກມີລະບົບການບໍລິຫານດ້ານເສດຖະກິດເຂດທີ່ເປັນເອກະ ລາດຕາມແຕ່ລະເຂດ. ເຈັດຢູ່ໃຕ້ການຄຸ້ມຄອງຂອງລັດຖະບານຫຼືອົງການປົກຄອງ ຂັ້ນແຂວງຕາມການຕົກລົງຂອງລັດຖະບານ. ແປດໃຫ້ຄະນະບໍລິຫານເຂດມີສິດໃຫ້ຜູ້ອື່ນເຊົ່າທີ່ດິນແລະກໍາ ນົດຄ່າເຊົ່າດ້ວຍຕົນເອງໂດຍບໍ່ເກີນກໍານົດເວລາຂອງສັນຍາສໍາປະ ທານ. ເກົ້າໃຫ້ຄະນະບໍລິຫານເຂດສາມາດດໍາເນີນການພັດທະນາເຂັດເສດຖະກິດພິເສດແລະເຂດເສດຖະກິດສະເພາະພາຍໃນເຂດຂອງຕົນ. ສິບໃຫ້ຄະນະບໍລິຫານເຂດສາມາດດຶງດູດແລະອະນຸມັດການ ລົທຶນຂອງບຸກຄົນຫຼືນິຕິບຸກຄົນອື່ນທັງພາຍໃນແລະຕ່າງປະເທດພາຍ ໃນເຂດຂອງຕົນ. ສິບເອັດຮັບປະກັນຄວາມໝັ້ນຄົງ,ຄວາມສະຫງົບ,ຄວາມປອດ ໄພແລະການປົກປັກຮັກສາສິ່ງແວດລ້ອມພາຍໃນເຂດ.


....ມາດຕາສາມສິບຫ້າຂັ້ນຕອນການສ້າງຕັ້ງ

ມາດຕາສາມສິບຫ້າຂັ້ນຕອນການສ້າງຕັ້ງ ລັດຖະບານເປັນຜູ້ຕົກລົງກ່ຽວກັບການສ້າງຕັ້ງເຂດເສດຖະ ກິດ ພິເສດແລະເຂດເສດຖະກິດສະເພາະໃດໜຶ່ງຕາມການສະເໜີຂອງ ກະຊວງແຜນການແລະການລົງທຶນບົນພື້ນຖານການຄົ້ນຄວ້າ,ປະ ສານສົມທົບກັບຂະແໜງການອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງໂດຍ ສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມຂອງລັດຖະບານ, ທ້ອງຖິ່ນແລະທ່າແຮງໃນດ້ານຕ່າງໆຂອງເຂດນັ້ນ. ຜູ້ທີ່ມີຈຸດປະສົງສ້າງຕັ້ງເຂດເສດຖະກິດພິເສດແລະເຂດເສດ ຖະກິດສະເພາະຕ້ອງຍື່ນຄໍາຮ້ອງຕໍ່ຂະແໜງການແຜນການແລະ ການລົງທຶນເພື່ອຄົ້ນຄວ້າແລະນໍາສະເໜີລັດຖະບານພິຈາລະນາ. ການພິຈາລະນາການລົງທຶນສ້າງຕັ້ງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະໃຫ້ປະຕິັດຄ້າຍຄືກັນກັບການພິຈາລະ ນາການລົງທຶນໃນກິດຈະການສໍາປະທານ.ນອກຈາກນັ້ນຍັງຕ້ອງ ແຕ່ງຕັ້ງຄະນະຮັບຜິດຊອບສ້າງຕັ້ງເຂດເສດຖະກິດພິເສດແລະເຂດ ເສດຖະກິດສະເພາະ. ສໍາລັບການເຄື່ອນໄຫວ,ການຄຸ້ມຄອງແລະນະໂຍບາຍສົ່ງ ເສີມແຕ່ລະເຂດຂອງເຂດເສດຖະກິດພິເສດແລະເຂດເສດຖະກິດສະ ເພາະນັ້ນແມ່ນລັດຖະບານເປັນຜູ້ກໍານົດ.


....ມາດຕາສາມສິບຫົກຄະນະຮັບຜິດຊອບສ້າງຕັ້ງ

ມາດຕາສາມສິບຫົກຄະນະຮັບຜິດຊອບສ້າງຕັ້ງ ຄະນະຮັບຜິດຊອບສ້າງຕັ້ງເຂດເສດຖະກິດພິເສດແລະເຂດເສດ ຖະກິດສະເພາະຖືກແຕ່ງຕັ້ງໂດຍລັດຖະບານຕາມການສະເໜີຂອງຂະ ແໜງການແຜນການແລະການລົງທຶນໂດຍປະສານສົມທົບກັບທ້ອງຖິ່ນ ທີ່ກ່ຽວຂ້ອງ. ຄະນະຮັບຜິດຊອບສ້າງຕັ້ງເຂດເສດຖະກິດພິເສດແລະເຂດເສດ ຖະກິດສະເພາະປະກອບດ້ວຍຜູ້ພັດທະນາ,ບັນດາຜູ້ຕາງໜ້າຈາກຂະ ແໜງການ,ອົງການປົກຄອງທ້ອງຖິ່ນແລະແນວລາວສ້າງຊາດບ່ອນ ເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະຕັ້ງຢູ່. ຄະນະຮັບຜິດຊອບສ້າງຕັ້ງດັ່ງກ່າວແຕ່ງຕັ້ງໜ່ວຍງານຊ່ວຍ ວຽກຂອງຕົນເພື່ອເປັນຜູ້ປະຈໍາການເຮັດວຽກຮ່ວມກັບຜູ້ພັດທະນາເພື່ອ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນໄລຍະເວລາສ້າງຕັ້ງເຂດເສດຖະກິດ ພິເສດແລະເຂດເສດຖະກິດສະເພາະ.


....ມາດຕາສາມສິບເຈັດສິດແລະໜ້າທີ່ຂອງຄະນະຮັບຜິດຊອບສ້າງຕັ້ງ

ມາດຕາສາມສິບເຈັດສິດແລະໜ້າທີ່ຂອງຄະນະຮັບຜິດຊອບສ້າງຕັ້ງ ຄະນະຮັບຜິດຊອບສ້າງຕັ້ງເຂດເສດຖະກິດພິເສດແລະເຂດ ເສດຖະກິດສະເພາະມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: ໜຶ່ງຄົ້ນຄວ້າມ,ສະເໜີບັນຫາແລະພົວພັນກັບພາກສ່ວນຕ່າງໆ ກ່ຽວກັບການສ້າງຕັ້ງເຂດເສດຖະກິດພິເສດແລະເຂດເສດຖະກິດສະ ເພາະ. ສອງດໍາເນີນການສ້າງເຂດເສດຖະກິດພິເສດແລະເຂດເສດ ຖະກິດສະເພາະໃຫ້ສໍາເລັດຕາມຈຸດປະສົງ,ລະດັບຄາດໝາຍແລະກໍາ ນົດເວລາ. ສາມແກ້ໄຂບັນຫາຕ່າງໆທີ່ພັວພັນກັບການສ້າງຕັ້ງເຂດເປັນ ຕົ້ນກ່ຽວກັບຜູ້ພັດທະນາແລະຜົນປະໂຫຍດຂອງປະຊາຊົນໃນເຂດ ເສດຖະກິດພິເສດແລະເຂດເສດຖະກິດສະເພາະໂດຍມີການປະສານ ສົມທົບກັບອົງການປົກຄອງທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງ.

ຄະນະຮັບຜິດຊອບສ້າງຕັ້ງເຂດເສດຖະກິດພິເສດແລະເຂດ ເສດຖະກິດສະເພາະເຄື່ອນໄຫວບົນພື້ນຖານງົບປະມານຂອງຜູ້ພັດທະ ນາ. ຄະນະຮັບຜິດຊອບສ້າງຕັ້ງເຂດເສດຖະກິດພິເສດແລະເຂດ ເສດຖະກິດສະເພາະຈະສິ້ນສຸດລົງພາຍຫຼັງທີ່ລັດຖະບານອອກດໍາລັດ ວ່າດ້ວຍການເຄື່ອນໄຫວແລະຄຸ້ມຄອງເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະນັ້ນ.


....ມາດຕາສາມສິບແປດເນື້ອໃນຂອງດໍາລັດ

ມາດຕາສາມສິບແປດເນື້ອໃນຂອງດໍາລັດ ເນື້ອໃນຕົ້ນຕໍຂອງດໍາລັດວ່າດ້ວຍການເຄື່ອນໄຫວແລະຄຸ້ມ ຄອງເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະປະກອບ ດ້ວຍ: ໜຶ່ງຄະນະບໍລິຫານເຂດ; ສອງການເຄື່ອນໄຫວຂອງເຂດ; ສາມຫຼັກການຄຸ້ມຄອງພາຍໃນເຂດ; ສີ່ການຄຸ້ມຄອງມະຫາພາກຂອງເຂດ; ຫ້າຫຼັກການໃນການວາງນະໂຍບາຍສົ່ງເສີມ; ຫົກການແບ່ງປັນຜົນປະໂຫຍດລະຫວ່າງລັດແລະຜູ້ພັດທະນາ.


....ມາດຕາສາມສິບເກົ້າການກໍານົດນະໂຍບາຍສົ່ງເສີມການລົງທຶນພາຍໃນເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາສາມສິບເກົ້າການກໍານົດນະໂຍບາຍສົ່ງເສີມການລົງທຶນ ພາຍໃນເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ ຄະນະບໍລິຫານເຂດເສດຖະກິດພິເສດແລະເຂດເສດຖະກິດສະ ເພາະເປັນຜູ້ຄົ້ນຄວ້າ,ກໍານົດນະໂຍບາຍສົ່ງເສີມການລົງທຶນແລະນະ ໂຍບາຍດ້ານເສດຖະກິດອື່ນພາຍໃນເຂດຂອງຕົນຕາມຂອບເຂດທີ່ລັດ ຖະບານກໍານົດອອກໃນດໍາລັດວ່າດ້ວຍການຈັດຕັ້ງ,ການເຄື່ອນໄຫວ ແລະການຄຸ້ມຄອງຂອງແຕ່ລະເຂດ.


....ມາດຕາສີ່ສິບຫຼັກການການເຄື່ອນໄຫວຂອງເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາສີ່ສິບຫຼັກການການເຄື່ອນໄຫວຂອງເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະ ເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະເຄື່ອນໄຫວ ຕາມຫຼັກການດັ່ງນີ້: ໜຶ່ງເປັນເອກະລາດທາງດ້ານບໍລິຫານເສດຖະກິດ. ສອງຢູ່ພາຍໃຕ້ການຄຸ້ມຄອງດ້ານມະຫາພາກຂອງລັດຖະບານ ຫຼືອົງການປົກຄອງທ້ອງຖິ່ນຊຶ່ງລັດຖະບານເປັນຜູ້ມອບໝາຍໃຫ້.


....ມາດຕາສີ່ສິບເອັດການພັດທະນາ

ມາດຕາສີ່ສິບເອັດການພັດທະນາ ການພັດທະນາເຂດເສດຖະກິດພິເສດແລະເຂດເສດຖະກິດສະ ເພາະແມ່ນເລັງໃສ່ການກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດເພື່ອສ້າງ ສະພາບແວດລ້ອມທີ່ເອື້ອອໍານວຍແກ່ການດຶງດູດການລົງທຶນໂດຍໃຫ້ ສອດຄ່ອງກັບວັດຖະປະສົງແຕ່ລະເຂດຂອງເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະທີ່ລັດອະນຸມັດ.

....ມາດຕາສີ່ສິບສອງອາຍຸການລົງທຶນໃນກິດຈະການການພັດທະນາເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາສີ່ສິບສອງອາຍຸການລົງທຶນໃນກິດຈະການການພັດທະນາ ເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ ອາຍຸການລົງທຶນໃນກິດຈະການການພັດທະນາເຂດເສດຖະກິດ ພິເສດແລະເຂດເສດຖະກິດສະເພາະແມ່ນອີງຕາມປະເພດ,ຂະໜາດ, ເງື່ອນໄຂແຕ່ລະເຂດຂອງເຂດເສດຖະກິດພິເສດແລະເຂດເສດຖະກິດ ສະເພາະຊຶ່ງສູງສຸດບໍ່ເກີນເກົ້າສິບເກົ້າປີແລະສາມາດຕໍ່ໄດ້ແລ້ວແຕ່ລະ ກໍລະນີຕາມການຕົກລົງຂອງລັດຖະບານເປັນຕົ້ນໃນກໍລະນີທີ່ຜູ້ລົງທຶນໄດ້ ປະຕິບັດໂຄງການທີ່ນໍາເອົາຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ໄດ້ປະຕິບັດສັນຍາຢ່າງມີປະສິດທິຜົນແລະມີຜົນງານໃນການປະກອບ ສ່ວນພັດທະນາທ້ອງຖິ່ນ.

....ມາດຕາສີ່ສິບສາມການສະເໜີລົງທຶນໃນເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະຂອງຜູ້ລົງທຶນອື່ນ

ມາດຕາສີ່ສິບສາມການສະເໜີລົງທຶນໃນເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະຂອງຜູ້ລົງທຶນອື່ນ ນອກຈາກຜູ້ພັດທະນາແລ້ວຜູ້ລົງທຶນອື່ນທີ່ມີຈຸດປະສົງລົງທຶນໃນ ເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະນັ້ນຕ້ອງສະເໜີ ຜ່ານການບໍລິການການລົງທຶນປະຕູດຽວຂອງຄະນະບໍລິຫານເຂດເສດ ຖະກິດພິເສດແລະເຂດເສດຖະກິດສະເພາະທີ່ກ່ຽວຂ້ອງເພື່ອພິຈາລະ ນາຕາມລະບຽບການ. ການລົງທຶນຂອງຜູ້ລົງທຶນອື່ນໃນເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະແມ່ນບໍ່ຈໍາກັດອາຍຸການລົງທຶນເວັ້ນເສຍແຕ່ ກິດຈະການລົງທຶນກທີ່ໄດ້ກໍານົດອາຍຸການລົງທຶນໄວ້ໃນລະບຽບກົດ ໝາຍຂອງຂະແໜງການທີ່ກ່ຽວຂ້ອງ.

...ໝວດທີຫົກການບໍລິການການລົງທຶນປະຕູດຽວ


....ມາດຕາສີ່ສິບສີ່ການບໍລິການການລົງທຶນປະຕູດຽວ

ມາດຕາສີ່ສິບສີ່ການບໍລິການການລົງທຶນປະຕູດຽວ ການບໍລິການການລົງທຶນປະຕູດຽວແມ່ນການບໍລິການທີ່ເອື້ອ ອໍານວຍຄວາມສະດວກຮອບດ້ານໃຫ້ແກ່ຜູ້ລົງທຶນດ້ວຍການໃຫ້ບໍລິການ ຂໍ້ມູນຂ່າວສານ,ການພິຈາລະນາການລົງທຶນ,ການອອກໃບທະບຽນວິ ສາຫະກິດຫຼືໃບທະບຽນສໍາປະທານແລະການອອກໃບແຈ້ງການຕ່າງໆ ກ່ຽວກັບການລົງທຶນ.

ຫ້ອງການບໍລິການການລົງທຶນປະຕູດຽວຖືກສ້າງຕັ້ງຂຶ້ນຢູ່: ໜຶ່ງຂະແໜງການແຜນການແລະການລົງທຶນສໍາລັບການລົງ ທຶນໃນກິດຈະການສໍາປະທານແລະກິດຈະການການພັດທະນາເຂດເສດ ຖະກິດພິເສດແລະເຂດເສດຖະກິດສະເພາະ. ສອງຂະແໜງການອຸດສາຫະກໍາແລະການຄ້າສໍາລັບການລົງ ທຶນໃນກິດຈະການທົ່ວໄປ. ສາມເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະສໍາ ລັບການລົງທຶນເຂົ້າໃນເຂດດັ່ງກ່າວ.

ການຈັດຕັ້ງແລະການເຄື່ອນໄຫວຂອງຫ້ອງການບໍລິການການ ລົງທຶນປະຕູດຽວໄດ້ກໍານົດໄວ້ໃນລະບຽບການ.


....ມາດຕາສີ່ສິບຫ້າຫຼັກການການບໍລິການການລົງທຶນປະຕູດຽວ

ມາດຕາສີ່ສິບຫ້າຫຼັກການການບໍລິການການລົງທຶນປະຕູດຽວ ຫຼັກການການບໍລິການການລົງທຶນປະຕູດຽວມີດັ່ງນີ້: ໜຶ່ງຜູ້ລົງທຶນສະເໜີລົງທຶນຢູ່ບ່ອນໃດແມ່ນໄດ້ຮັບຄໍາຕອບຢູ່ ບ່ອນນັ້ນ,ການໃຫ້ຄໍາຕອບແກ່ຜູ້ລົງທຶນຕ້ອງປະຕິບັດຕາມກໍານົດເວ ລາທີ່ໄດ້ບົ່ງໄວ້ໃນລະບຽບການທີ່ປະກາດແຈ້ງຢູ່ຫ້ອງການບໍລິການ ການລົງທຶນປະຕູດຽວ. ສອງການສະເໜີລົງທຶນສາມາດດໍາເນີນດ້ວຍຜູ້ລົງທຶນເອງຫຼື ຜ່ານຕົວແທນທີ່ຖືກຕ້ອງຕາມກົດໝາຍ. ສາມການບໍລິການຕ້ອງຮັບປະກັນການສະໜອງຂໍ້ມູນຂ່າວສານ ແລະແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນກັບຜູ້ລົງທຶນ. ສີ່ຄ່າທໍານຽມແລະຄ່າບໍລິການຕ້ອງປະກາດຢ່າງເປີດເຜີຍແລະ ຕິດຢູ່ບ່ອນສະຖານທີ່ບໍລິການການລົງທຶນປະຕູດຽວ. ຫ້າການບໍລິການຕ້ອງເປັນໄປຕາມລະບຽບການ,ມີແບບແຜນ ວິທີເຮັດວຽກກະທັດຮັດ,ວ່ອງໄວ,ປະດິດສ້າງ,ໂປ່ງໃສ,ເປີດເຜີຍແລະ ສາມາດກວດສອບໄດ້. ຫົກການຕົກລົງບັນຫາຕ່າງໆກ່ຽວກັບການລົງທຶນຕ້ອງຜ່ານ ກອງປະຊຸມຂອງຫ້ອງການບໍລິການການລົງທຶນປະຕູດຽວ. ....ມາດຕາສີ່ສິບຫົກກົນໄກການຈັດຕັ້ງປະຕິບັດການບໍລິການການລົງທຶນປະຕູດຽວ

ມາດຕາສີ່ສິບຫົກກົນໄກການຈັດຕັ້ງປະຕິບັດການບໍລິການການລົງ ທຶນປະຕູດຽວ ຫ້ອງການບໍລິການການລົງທຶນປະຕູດຽວຕ້ອງຈັດກອງປະຊຸມ ປະຈໍາອາທິດຊຶ່ງປະກອບດ້ວຍບັນດາຜູ້ຕາງໜ້າທີ່ໄດ້ຮັບການແຕ່ງຕັ້ງ ຈາກຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຄົນຄວ້າບັນຫາຕ່າງ ໆກ່ຽວກັບການລົງທຶນໂດຍສົ່ງເອກະສານກ່ອນລ່ວງໜ້າໃຫ້ບັນດາຜູ້ ຕາງໜ້າດັ່ງກ່າວເພື່ອໃຫ້ຂັ້ນນໍາຂອງຕົນມີຄໍາເຫັນກ່ອນມາເຂົ້າຮ່ວມ ກອງປະຊຸມ. ຂະແໜງການແລະທ້ອງຖິ່ນທີ່ກ່ຽວຂ້ອງແຕ່ງຕັ້ງຜູ້ປະສານ ງານດ້ານການລົງທຶນຊຶ່ງມີໜ້າທີ່ປະສານສົມທົບກັບທຸກພາກສ່ວນທີ່ ກ່ຽວຂ້ອງກ່ຽວກັບການລົງທຶນເປັນຕົ້ນແມ່ນການສົ່ງຂໍ້ມູນຂ່າວສານ ທີ່ຈໍາເປັນກ່ຽວກັບຂະແໜງການແລະທ້ອງຖິ່ນຂອງຕົນໃຫ້ຫ້ອງການ ບໍລິການການລົງທຶນປະຕູດຽວເພື່ອສະໜອງຂໍ້ມູນຂ່າວສານໃຫ້ແກ່ຜູ້ ລົງທຶນ. ...ໝວດທີເຈັດຫ້ອງການຜູ້ຕາງໜ້າແລະສາຂາ


....ມາດຕາສີ່ສິບເຈັດຫ້ອງການຜູ້ຕາງໜ້າ

ມາດຕາສີ່ສິບເຈັດຫ້ອງການຜູ້ຕາງໜ້າ ນິຕິບຸກຄົນຕ່າງປະເທດທີ່ມີຈຸດປະສົງສ້າງຕັ້ງຫ້ອງການຜູ້ຕາງ ໜ້າຢູ່ສປປລາວຕ້ອງສະເໜີຜ່ານການບໍລິການການລົງທຶນປະຕູດຽວ ຂອງກະຊວງແຜນການແລະການລົງທຶນເພື່ອພິຈາລະນາແລະອອກໃບ ທະບຽນສ້າງຕັ້ງຫ້ອງການຜູ້ຕາງໜ້ານັ້ນພາຍໃນກໍານົດເວລາຫ້າວັນ ນັບແຕ່ວັນໄດ້ຮັບຄໍາສະເໜີຂອງຜູ້ລົງທຶນເປັນຕົ້ນໄປ. ໃບທະບຽນດັ່ງກ່າວຮັບຮູ້ສິດທີ່ຖືກຕ້ອງຕາມກົດໝາຍຂອງຫ້ອງ ການຜູ້ຕາງໜ້າຊຶ່ງສາມາດເຄື່ອນໄຫວຕາມພາລະບົດບາດ,ສິດແລະ ໜ້າທີ່ຂອງຕົນເປັນຕົ້ນການເກັບກໍາຂໍ້ມູນທາງດ້ານການລົງທຶນໃຫ້ແກ່ ບໍລິສັດແມ່ເພືອເປັນພື້ນຖານໃນການພິຈາລະນາການລົງທຶນຢູ່ສປປ ລາວແຕ່ຫາກບໍ່ມີສິດເຄື່ອນໄຫວທຸລະກິດ.



....ມາດຕາສີ່ສິບແປດສາຂາຂອງນິຕິບຸກຄົນ

ມາດຕາສີ່ສິບແປດສາຂາຂອງນິຕິບຸກຄົນ ນິຕິບຸກຄົນຕ່າງປະເທດທີ່ມີຈຸດປະສົງສ້າງຕັ້ງສາຂາຂອງຕົນ ຢູ່ສປປລາວຕ້ອງສະເໜີຜ່ານການບໍລິການການລົງທຶນປະຕູດຽວຂອງ ກະຊວງອຸສາຫະກໍາແລະການຄ້າເພື່ອພິຈາລະນາແລະອອກໃບທະບຽນ ສ້າງຕັ້ງສາຂາພາຍໃນສິບຫ້າວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນ ໄປ. ໃບທະບຽນດັ່ງກ່າວຮັບຮູ້ສິດທີ່ຖືກຕ້ອງຕາມກົດໝາຍຂອງສາ ຂາຊຶ່ງສາມາດເຄື່ອນໄຫວດໍາເນີນທຸລະກິດໄດ້ຕາມການມອບໝາຍ ຂອງບໍລິສັດແມ່. ນິຕິບຸກຄົນພາຍໃນທີ່ມີຈຸດປະສົງສ້າງຕັ້ງສາຂາຂອງຕົນໃນກິດ ຈະການທົ່ວໄປແລະກິດຈະການປະທານຢູ່ພາຍໃນປະເທດໃຫ້ປະຕິບັດ ຕາມກົດໝາຍວ່າດ້ວຍວິສາຫະກິດ. ..ພາກທີສີ່ການສົ່ງເສີມແລະການປົກປ້ອງການລົງທຶນ


...ໝວດທີໜຶ່ງການສົ່ງເສີມການລົງທຶນດ້ານພາສີອາກອນ


....ມາດຕາສີ່ສິບເກົ້າຂະແໜງການທີ່ໄດ້ຮັບການສົ່ງເສີມ

ມາດຕາສີ່ສິບເກົ້າຂະແໜງການທີ່ໄດ້ຮັບການສົ່ງເສີມ ຂະແໜງການທີ່ໄດ້ຮັບການສົ່ງເສີມມີກະສິກໍາ,ອຸສາຫະກໍາ, ຫັດຖະກໍາແລະການບໍລິການຊຶ່ງແມ່ນລັດຖະບານເປັນຜູ້ກໍານົດບັນຊ ີລະອຽດຂອງບັນດາກິດຈະການໃນຂະແໜງການດັ່ງກ່າວເປັນສາມ ລະດັບໂດຍອີງໃສ່ກິດຈະການບູລິມະສິດຂອງລັດຖະບານ,ກິດຈະການ ທີ່ຕິດພັນກັບການແກ້ໄຂຄວາມທຸກຍາກ,ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນ,ການສ້າງພື້ນຖານໂຄງລ່າງ,ການພັດທະນາຊັບພະ ຍາກອນມະນຸດ,ການສ້າງວຽກເຮັດງານທໍາແລະອື່ນໆ. ການສົ່ງເສີມແບ່ງອອກເປັນສາມລະດັບດັ່ງນີ້: ລະດັບໜຶ່ງ:ແມ່ນບັນດາກິດຈະການທີ່ໄດ້ຮັບການສົ່ງເສີມສູງ ສຸດ. ລະດັບສອງ:ແມ່ນບັນດາກິດຈະການທີ່ໄດ້ຮັບການສົ່ງເສີມ ປານກາງ. ລະດັບສາມ:ແມ່ນບັນດາກິດຈະການທີ່ໄດຮັບການສົ່ງເສີມຕໍ່າ.


....ມາດຕາຫ້າສິບເຂດສົ່ງເສີມການລົງທຶນ

ມາດຕາຫ້າສິບເຂດສົ່ງເສີມການລົງທຶນ ເຂດສົ່ງເສີມການລົງທຶນໄດ້ກໍານົດຂຶ້ນໂດຍອີງຕາມສະພາບພື້ນ ຖານໂຄງລ່າງເສດຖະກິດສັງຄົມແລະພູມປະເທດຊຶ່ງແບ່ງອອກເປັນ ສາມເຂດດັ່ງນີ້: ເຂດໜຶ່ງ:ເຂດທີ່ມີພື້ນຖານໂຄງລ່າງເສດຖະກິດສັງຄົມທີ່ຍັງບໍ່ ທັນອໍານວຍຄວາມສະດວກແກ່ການລົງທຶນແລະພູມປະເພດສ່ວນໃຫຍ່ ເປັນເຂດພູດອຍຫ່າງໄກສອກຫຼີກ.ເຂດດັ່ງກ່າວຈະໄດ້ຮັບການສົ່ງເສີມ ການລົງທຶນໃນລະດັບສູງສຸດ. ເຂດສອງ:ເຂດທີ່ມີພ້ືນຖານໂຄງລ່າງເສດຖະກິດສັງຄົມທີ່ສາ ມາດອໍານວຍຄວາມສະດວກແກ່ການລົງທຶນໄດ້ສ່ວນໃດສ່ວນໜຶ່ງແລະ ພູມປະເທດບໍ່ທຸລະກັນດານເທົ່າກັບເຂດໜຶ່ງ.ເຂດດັ່ງກ່າວຈະໄດ້ຮັບ ການສົ່ງເສີມການລົງທຶນໃນລະດັບກາງ. ເຂດສາມ:ເຂດທີ່ມີພື້ນຖານໂຄງລ່າງເສດຖະກິດສັງຄົມທີ່ສາ ມາດອໍານວຍຄວາມສະດວກແກ່ການລົງທຶນໄດ້ດີ.ເຂດດັ່ງກ່າວຈະໄດ້ ຮັບການສົ່ງເສີມການລົງທຶນໃນລະດັບຕໍ່າ.

ບັນຊີແຕ່ລະເຂດສົ່ງເສີມການລົງທຶນໄດ້ກໍານົດໄວ້ໃນລະບຽບ ການສະເພາະ.

....ມາດຕາຫ້າສິບເອັດນະໂຍບາຍດ້ານອາກອນກໍາໄລ

ມາດຕາຫ້າສິບເອັດນະໂຍບາຍດ້ານອາກອນກໍາໄລ ນະໂຍບາຍດ້ານອາກອນກໍາໄລປະຕິບັດດັ່ງນີ້: ເຂດໜຶ່ງ ໜຶ່ງກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມລະ ດັບໜຶ່ງຈະໄດ້ຮັບການຍົກເວັ້ນອາກອນກໍາໄລສິບປີ. ສອງກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມ ລະດັບສອງຈະໄດ້ຮັບການຍົກເວັ້ນອາກອນກໍາໄລຫົກປີ. ສາມກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມ ລະດັບສາມຈະໄດ້ຮັບການຍົກເວັ້ນອາກອນກໍາໄລສີ່ປີ.

ເຂດສອງ ໜຶ່ງກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມລະ ດັບໜຶ່ງຈະໄດ້ຮັບການຍົກເວັ້ນອາກອນກໍາໄລຫົກປີ. ສອງກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມລະ ດັບສອງຈະໄດ້ຮັບການຍົກເວັ້ນອາກອນກໍາໄລສອງປີ. ສາມກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມລະ ດັບສາມຈະໄດ້ຮັບການຍົກເວັ້ນອາກອນກໍາໄລສອງປີ.

ເຂດສາມ ໜຶ່ງກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີລະດັບ ໜຶ່ງຈະໄດຮັບການຍົກເວັ້ນອາກອນກໍາໄລສີ່ປີ. ສອງກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມລະ ດັບສອງຈະໄດ້ຮັບການຍົກເວັ້ນອາກອນກໍາໄລສອງປີ. ສາມກິດຈະການຂອງຂະແໜງການທີ່ໄດ້ຮັບການສົ່ງເສີມລະ ດັບສາມຈະໄດ້ຮັບການຍົກເວັ້ນອາກອນກໍາໄລໜຶ່ງປີ.

ໄລຍະການຍົກເວັ້ນອາກອນກໍາໄລແມ່ນໃຫ້ນັບແຕ່ວັນໄດ້ກໍາ ເນີນທຸລະກິດເປັນຕົ້ນໄປ.ສໍາລັບກິດຈະການຜະລິດສິນຄ້າໃໝ່,ກິດຈະ ການຄົ້ນຄວ້າແລະສ້າງເຕັກໂນໂລຢີໃໝ່ນັ້ນການຍົກເວັ້ນອາກອນກໍາ ໄລແມ່ນໃຫ້ນັບແຕ່ວັນມີກໍາໄລເປັນຕົ້ນໄປ.ຫຼັງຈາກສິ້ນສຸດໄລຍະຍົກ ເວັ້ນອາກອນກໍາໄລດັ່ງທີ່ກ່າວມາຂ້າງເທິງນັ້ນແລ້ວກິດຈະການດັ່ງ ກ່າວຕ້ອງໄດ້ເສຍພັນທະອາກອນກໍາໄລຕາມກົດໝາຍວ່າດ້ວຍສ່ວຍ ສາອາກອນ. ກິດຈະການສໍາປະທານໃນການຂຸດຄົ້ນບໍ່ແຮ່,ພະລັງງານໄຟ ຟ້າແລະກິດຈະການປູກໄມ້ໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.

....ມາດຕາຫ້າສິບສອງນະໂຍບານດ້ານພາສີ,ອາກອນອື່ນ

ມາດຕາຫ້າສິບສອງນະໂຍບານດ້ານພາສີ,ອາກອນອື່ນ ຜູ້ລົງທຶນນອກຈາກໄດ້ຮັບນະໂຍບາຍດ້ານອາກອນກໍາໄລ ແລ້ວຍັງຈະໄດ້ຮັບນະໂຍບາຍດ້ານພາສີ,ອາກອນອື່ນດັ່ງນີ້: ໜຶ່ງໄດ້ຮັບການຍົກເວັ້ນອາກອນກໍາໄລໃນປີການບັນຊີປີຖັດ ໄປສໍາລັບການນໍາເອົາເງິນກໍາໄລສຸດທິທີ່ໄດ້ຮັບຈາກການດໍາເນີນ ທຸລະກິດຂອງຕົນໄປລົງທຶນເພື່ອຂະຫຍາຍກິດຈະການ. ສອງໄດ້ຮັບການຍົກເວັ້ນພາສີນໍາເຂົ້າວັດຖຸດິບ,ອຸປະກອນ ແລະພາຫະນະຮັບໃຊ້ການຜະລິດໂດຍກົງ,ສໍາລັບການຍົກເວັ້ນອາ ກອນນໍາເຂົ້າສິ່ງດັ່ງກ່າວທີ່ມີລັກສະນະສົ່ງເສີມນັ້ນໃຫ້ປະຕິບັດຕາມ ລະບຽບການສະເພາະ. ສາມໄດ້ຮັບການຍົກເວັ້ນພາສີຂາອອກສໍາລັບຜະລິດຕະພັນ ທົ່ວໄປເພື່ອສົ່ງອອກ.ສ່ວນການສົ່ງອອກຊັບພະຍາກອນທໍມະຊາດ, ຜະລິດຕະພັນຈາກຊັບພະຍາກອນທໍາມະຊາດໃຫ້ປະຕິບັດຕາມລະ ບຽບກົດໝາຍທີ່ກ່ຽວຂ້ອງ. ສໍາລັບການນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດແມ່ນບໍ່ໄດ້ຮັບ ການຍົກເວັ້ນດ້ານພາສີອາກອນ. ສີ່ຜູ້ລົງທຶນສາມາດຍົກເງິນຂາດທຶນປະຈໍາປີໄປຫັກອອກໃນ ປີຖັດໄປຫາກມີການຂາດທຶນປະຈໍາປີຊຶ່ງເຈົ້າໜ້າທີ່ສ່ວຍສາອາກອນ ໄດ້ກວດກາຢັ້ງຢືນແລ້ວພາຍໃນກໍານົດເວລາສາມປີ.ເມື່ອໝົດກໍານົດ ແລ້ວເງິນຂາດທຶນທີ່ຍັງເຫຼືອຈະບໍ່ອະນຸຍາດໃຫ້ຫັກອອກຈາກກໍາໄລ ຕໍ່ໄປອີກ.ສໍາລັບເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ ແມ່ນໃຫ້ປະຕິບັດຕາມດໍາລັດວ່າດ້ວຍການສ້າງຕັ້ງແລະເຄື່ອນໄຫວ ຂອງແຕ່ລະເຂດ.


....ມາດຕາຫ້າສິບສາມນະໂຍບາຍການເຂົ້າເຖິງແຫຼ່ງທຶນ

ມາດຕາຫ້າສິບສາມນະໂຍບາຍການເຂົ້າເຖິງແຫຼ່ງທຶນ ຜູ້ລົງທຶນພາຍໃນແລະຕ່າງປະເທດສາມາດເຂົ້າເຖິງແຫຼ່ງທຶນ ດ້ວຍການກູ້ຢືມເງິນນໍາທະນາຄານທຸລະກິດແລະສະຖາບັນການເງິນ ອື່ນຢູ່ສປປລາວແລະຕ່າງປະເທດຕາມລະບຽບກົດໝາຍ.


....ມາດຕາຫ້າສິບສີ່ນະໂຍບາຍສົ່ງເສີມສະເພາະ

ມາດຕາຫ້າສິບສີ່ນະໂຍບາຍສົ່ງເສີມສະເພາະ ນະໂຍບາຍສົ່ງເສີມສະເພາະມີດັ່ງນີ້: ໜຶ່ງການລົງທຶນສ້າງໂຮງໝໍ,ໂຮງຮຽນອະນຸບານ,ໂຮງຮຽນ ສາມັນສຶກສາ,ໂຮງຮຽນວິຊາຊີບ,ວິທະຍາໄລ,ມະຫາວິທະຍາໄລ,ສູນ ຄົ້ນຄວ້າວິໄຈ,ບາງກິດຈະການສາທາລະນະປະໂຫຍດແລະສາທາລະ ນຸປະໂພກຈະໄດ້ຮັບນະໂຍບາຍຍັກເວັ້ນການເກັບຄ່າເຊົ່າຫຼືສໍາປະທານ ທີ່ດິນຂອງລັດດັ່ງນີ້: ເຂດໜຶ່ງ:ໄດ້ຮັບການຍົກເວັ້ນຄ່າເຊົ່າຫຼືສໍາປະທານສິບຫ້າປີ. ເຂດສອງ:ໄດ້ຮັບການຍົກເວັ້ນຄ່າເຊົ່າຫຼືສໍາປະທານສິບປີ. ເຂດສາມ:ໄດ້ຮັບການຍົກເວັ້ນຄ່າເຊົ່າຫຼືສໍາປະທານສາມປີ.

ສອງການລົງທຶນສ້າງໂຮງໝໍ,ໂຮງຮຽນອະນຸບານ,ໂຮງຮຽນ ສາມັນສຶກສາ,ໂຮງຮຽນວິຊາຊີບ,ວິທະຍາໄລ,ມະຫາວິທະຍາໄລ,ສູນ ຄົ້ນຄວ້າວິໄຈ,ບາງກິດຈະການສາທາລະນະປະໂຫຍດແລະສາທາລະ ນຸປະໂພກຕ່າງໆຈະໄດ້ຮັບນະໂຍບາຍເວັ້ນອາກອນກໍາໄລເພີ່ມຫ້າປີ ຈາກການສົ່ງເສີມທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບເອັດຂອງກົດ ໝາຍສະບັບນີ້.


....ມາດຕາຫ້າສິບຫ້າການຈັດຕັ້ງປະຕິບັດກ່ຽວກັບນະໂຍບາຍດ້ານພາສີແລະອາກອນ

ມາດຕາຫ້າສິບຫ້າການຈັດຕັ້ງປະຕິບັດກ່ຽວກັບນະໂຍບາຍດ້ານພາສີ ແລະອາກອນ ການຈັດຕັ້ງປະຕິບັດກ່ຽວກັບນະໂຍບາຍດ້ານພາສີແລະອາ ກອນມີດັ່ງນີ້: ໜຶ່ງຂະແໜງການການເງິນເປັນຜູ້ຈັດຕັ້ງປະຕິບັດການໃຫ້ນະ ໂຍບາຍສົ່ງເສີມດ້ານພາສີອາກອນຕາມທີ່ໄດ້ກໍານົດໄວ້ໃນໃບທະບຽນ ວິສາຫະກິດຫຼືໃບທະບຽນສໍາປະທານ. ສອງສໍາລັບການຍັກເວັ້ນພາສີນໍາເຂົ້າວັດຖະດິບ,ອຸປະກອນ ແລະພາຫະນະຮັບໃຊ້ການຜະລິດໂດຍກົງໃຫ້ຂະແໜງການການເງິນ ຈັດຕັ້ງປະຕິບັດຕົວຈິງໂດຍສອດຄ່ອງກັບກົດໝາຍສະບັບນີ້.

...ໝວດທີສອງການສົ່ງເສີມການລົງທຶນດ້ວຍນະໂຍບາຍດ້ານອື່ນໆ


....ມາດຕາຫ້າສິບຫົກການສົ່ງເສີມການລົງທຶນດ້ວຍນະໂຍບາຍດ້ານອື່ນໆ

ມາດຕາຫ້າສິບຫົກການສົ່ງເສີມການລົງທຶນດ້ວຍນະໂຍບາຍດ້ານ ອື່ນໆ ການສົ່ງເສີມການລົງທຶນດ້ວຍນະໂຍບາຍດ້ານອື່ນໆມີດັ່ງນີ້: ໜຶ່ງການສົ່ງເສີມດ້ານຂ້ໍມູນຂ່າວສານ. ສອງການສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ.


....ມາດຕາຫ້າສິບເຈັດການສົ່ງເສີມດ້ານຂໍມູນຂ່າວສານ

ມາດຕາຫ້າສິບເຈັດການສົ່ງເສີມດ້ານຂໍມູນຂ່າວສານ ເພື່ອຮັບປະກັນໃຫ້ຜູ້ລົງທຶນໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການ ລົງທຶນຢ່າງຄົບຖ້ວນ,ເອກະພາບ,ວ່ອງໄວ,ທັນການແລະສາມາດຕັດ ສິນໃຈລົງທຶນໄດ້ນັ້ນຕ້ອງສ້າງສູນຂໍ້ມູນຂ່າວສານການລົງທຶນຢູ່ໃນຫ້ອງ ການບໍລິການການລົງທຶນປະຕູດຽວທີ່ກ່ຽວຂ້ອງ. ສູນຂໍ້ມູນຂ່າວສານການລົງທຶນເປັນຜູ້ເກັບກໍາແລະສັງລວມບັນ ດາຂໍ້ມູນກ່ຽວກັບການລົງທຶນເພື່ອສ້າງເຄືອຂ່າຍ,ສະໜອງແລະແລກ ປ່ຽນຂໍ້ມູນຂ່າວສານເປັນຕົ້ນການໂຄສະນາຜ່ານລະບົບເວບໄຊ,ປຶ້ມຄູ່ມື, ວາລະສານ,ແຜນພັບໂຄສະນາແລະອື່ນໆກ່ຽວກັບການລົງທຶນໃຫ້ຜູ້ທີ່ມີ ຄວາມສົນໃຈ,ສະຖານທູດ,ກົງສູນລາວຫຼືຫ້ອງການຜູ້ຕາງໜ້າທາງ ດ້ານການຄ້າລາວປະຈໍາຢູ່ຕ່າງປະເທດເພື່ອສະໜອງໃຫ້ຜູ້ທີ່ຕ້ອງການ ມາລົງທຶນ.

....ມາດຕາຫ້າສິບແປດການສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ

ມາດຕາຫ້າສິບແປດການສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນ ຜູ້ລົງທຶນຕ່າງປະເທດທີ່ມາລົງທຶນໃນໂຄງການທີ່ມີທຶນຈົດທະ ບຽນແຕ່ຫ້າແສນໂດລາສະຫະລັດດຂຶ້ນໄປມີສິດຊື້ສິດນໍາໃຊ້ທີ່ດິນຈາກ ລັດທີ່ໄດ້ມີການກໍານົດຈັດສັນຕາມກໍານົດເວລາຂອງການລົງທຶນເພື່ອ ປຸກສ້າງສິ່ງຕ່າງໆເປັນທີ່ຢູ່ອາໄສຫຼືສະຖານທີ່ດໍາເນີນທຸລະກິດດ້ວຍ ການຕົກລົງຂອງອົງການປົກຄອງທ້ອງຖິ່ນຕາມລະບຽບການ. ລັດຖະບານເປັນຜູ້ກໍານົດລະບຽບການ,ກົນໄກການແບ່ງຂັ້ນຄຸ້ມ ຄອງກ່ຽວກັບການສົ່ງເສີມດ້ວຍສິດນໍາໃຊ້ທີ່ດິນຂອງຜູ້ລົງທຶນຕ່າງປະ ເທດ.

....ມາດຕາຫ້າສິບເກົ້າການເປີດກວ້າງນະໂຍບາຍສົ່ງເສີມ

ມາດຕາຫ້າສິບເກົ້າການເປີດກວ້າງນະໂຍບາຍສົ່ງເສີມ ນອກຈາກນະໂຍບາຍສົ່ງເສີມທີ່ໄດ້ກໍານົດໄວ້ໃນໝວດທີໜຶ່ງ ແລະໝວດທີສອງຂອງພາກທີສີ່ແລ້ວຖ້າເຫັນວ່າມີຄວາມຈໍາເປັນຕ້ອງ ມີນະໂຍບາຍສົ່ງເສີມຕື່ມຕໍ່ບາງຂະແໜງການ,ເຂດລົງທຶນ,ເຂດເສດ ຖະກິດພິເສດແລະເຂດເສດຖະກິດສະເພາະໃດໜຶ່ງນັ້ນລັດຖະບານມີສິດ ນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດລືຄະນະປະຈໍາສະພາແຫ່ງ ຊາດໃນເວລາທີ່ສະພາແຫ່ງຊາດບໍ່ເປີດກອງປະຊຸມເພື່ອພິຈາລະນາ ແລະຕົກລົງ.


...ໝວດທີສາມການປົກປ້ອງການລົງທຶນ


....ມາດຕາຫົກສິບການປົກປ້ອງການລົງທຶນ

ມາດຕາຫົກສິບການປົກປ້ອງການລົງທຶນ ຜູ້ລົງທຶນລ້ວນແຕ່ໄດ້ຮັບິດສະເໝີພາບໃນການລົງທຶນ,ໄດ້ຮັບ ການປົກປ້ອງສິດແລະຜົນປະໂຫຍດຂອງຕົນພາຍໃຕ້ລະບຽບກົດໝາຍ ຂອງສປປລາວແລະສົນທິສັນຍາສາກົນທີ່ສປປລາວເປັນພາຄີ.


....ມາດຕາຫົກສິບເອັດຮູບການປົກປ້ອງການລົງທຶນ

ມາດຕາຫົກສິບເອັດຮູບການປົກປ້ອງການລົງທຶນ ລັດຮັບຮູ້ແລະປົກປ້ອງການລົງທຶນຂອງຜູ້ລົງທຶນຢ່າງເຕັມສ່ວນ ໂດຍບໍ່ເກັບເກນ,ຍຶດແລະໂອນມາເປັນຂອງລັດດ້ວຍວິທີການທາງດ້ານ ບໍລິຫານ. ໃນກໍລະນີທີ່ລັດຖະບານມີຄວາມຈໍາເປັນນໍາໃຊ້ເພື່ອສາທາລະນະ ປະໂຫຍດຜູ້ລົງທຶນຈະໄດ້ຮັບຄ່າທົດແທນຄືນຕາມມູນຄ່າຕົວຈິງຕາມ ລາຄາຕະຫຼາດໃນເວລາມອບໂອນແລະດ້ວຍວິທີການຊໍາລະທີ່ຕົກລົງ ກັນ.


....ມາດຕາຫົກສິບສອງການປົກປ້ອງຊັບສິນທາງປັນຍາ

ມາດຕາຫົກສິບສອງການປົກປ້ອງຊັບສິນທາງປັນຍາ ລັດຮັບຮູ້ແລະປົກປ້ອງຊັບສິນທາງປັນຍາຂອງຜູ້ລົງທຶນທີ່ຈົດ ທະບຽນຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາຂອງ ສປປລາວຫຼືສົນທິສັນຍາສາກົນທີ່ສປປລາວເປັນພາຄີ.

..ພາກທີຫ້າສິດແລະພັນທະຂອງຜູ້ລົງທຶນ


...ມາດຕາຫົກສິບສາມສິດຂອງຜູ້ລົງທຶນ

ມາດຕາຫົກສິບສາມສິດຂອງຜູ້ລົງທຶນ ຜູ້ລົງທຶນມີສິດຕົ້ນຕໍດັ່ງນີ້: ໜຶ່ງສິດເປັນເຈົ້າໃນການລົງທຶນ. ສອງສິດໃນການຄຸ້ມຄອງບໍລິຫານກິດຈະການການລົງທຶນ ຂອງຕົນ. ສາມສິດໃນການວ່າຈ້າງແຮງງານ. ສີ່ສິດໃນການຢູ່ອາໄສສໍາລັບຜູ້ລົງທຶນຕ່າງປະເທດ. ຫ້າສິດຂອງຜູ້ລົງທຶນຕ່າງປະເທດໃນການສົ່ງເສີມ,ຊັບສິນ ແລະລາຍຮັບອອກໄປຕ່າງປະເທດ.



...ມາດຕາຫົກສິບສີ່ສິດເປັນເຈົ້າໃນການລົງທຶນ

ມາດຕາຫົກສິບສີ່ສິດເປັນເຈົ້າໃນການລົງທຶນ ສິດເປັນເຈົ້າໃນການລົງທຶນມີດັ່ງນີ້: ໜຶ່ງລົງທຶນໃນທຸກຂະແໜງການແລະທຸກເຂດລົງທຶນທີ່ບໍ່ ຫວງຫ້າມຕາມກົດໝາຍຂອງສປປລາວ. ສອງລົງທຶນຕາມປະເພດ,ຮູບການແລະຮູບແບບວິສາຫະ ກິດຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ສາມຂໍສໍາປະທານໂຄງການຈາກລັດຖະບານຫຼືອົງການປົກ ຄອງທ້ອງຖິ່ນຕາມແຕ່ກໍລະນີເພື່ອພັດທະນາໂຄງການໃດໜຶ່ງ. ສີ່ຂໍສໍາປະທານສ້າງຕັ້ງເຂດເສດຖະກິດພິເສດແລະເຂດເສດ ຖະກິດສະເພາະຈາກລັດຖະບານ. ຫ້າສ້າງຕັ້ງຫ້ອງການຜູ້ຕາງໜ້າຫຼືສາຂາຂອງຕົນຢູ່ສປປ ລາວ. ຫົກຂໍປ່ຽນວັດຖຸປະສົງຫຼືກິດຈະການລົງທຶນໃນກໍລະນີທີ່ການ ດໍາເນີນທຸລະກິດຂອງຕົນຫາກບໍ່ມີປະສິດທິຜົນເນື່ອງມາຈາກການ ປ່ຽນແປງດ້ານນະໂຍບາຍຫຼືລະບຽບກົດໝາຍຂອງລັດ. ເຈັດເປັນເຈົ້າກໍາມະສິດຕໍ່ຊັບສິນຂອງຕົນ. ແປດໄດ້ຮັບການປົກປ້ອງດ້ານຕ່າງໆຈາກລັດ,ສິດແລະຜົນ ປະໂຫຍດອັນຊອບທໍາທີ່ໄດ້ມາຈາກການລົງທຶນຂອງຕົນ. ເກົ້າໄດ້ຮັບການອໍານວຍຄວາມສະດວກຈາກລັດໃນດ້ານ ຕ່າງໆໃນການລົງທຶນຂອງຕົນ. ສິບໄດ້ຮັບຜົນປະໂຫຍດຈາກການເຊົ່າຫຼືການສໍາປະທານ ເຊັ່ນ:ສິດໃຊ້,ເປັນຫຼັກຊັບຄໍ້າປະກັນນໍາບຸກຄົນອື່ນຫຼືສະຖາບັນການ ເງິນຫຼືໃຫ້ຮ່ວມທຶນ,ໃຫ້ເຊົ່າ,ຊື້ຂາຍສິດໃຫ້ທີ່ດິນ,ໃຫ້ສືບທອດສັນຍາ ເຊົ່າທີ່ດິນຕາມອາຍຸຂອງສັນຍາແລະອື່ນໆຕາມກົດໝາຍ. ສິບເອັດສໍາລັບຜູ້ເຊົ່າຫຼືສໍາປະທານທີ່ດິນມີສິດໃຊ້ທີ່ດິນຕາມ ອາຍຸເຊົ່າຫຼືສໍາປະທານ,ເປັນເຈົ້າກໍາມະສິດກ່ຽວກັບຕຶກ,ອາຄານຫຼື ສິ່ງປຸກສ້າງໃນທີ່ດິນດັ່ງກ່າວເປັນຕົ້ນມີສິດໂອນໃຫ້ຄົນພາຍໃນຫຼື ຕ່າງປະເທດ. ສິບສອງເປີດບັນຊີເປັນເງິນກີບຫຼືເງິນຕາຕ່າງປະເທດຢູ່ທະ ນາຄານທີ່ຕັ້ງຢູ່ສປປລາວ. ສິບສາມຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງໃນກໍລະນີທີ່ເຫັນວ່າ ຕົນຖືກອັບປະໂຫຍດໃນການລົງທຶນ. ສິບສີ່ໄດ້ຮັບສິດແລະຜົນປະໂຫຍດອື່ນຕາມທີ່ໄດ້ກໍານົດໄວ້ໃນ ລະບຽບກົດໝາຍ.


...ມາດຕາຫົກສິບຫ້າສິດໃນການຄຸ້ມຄອງບໍລິຫານກິດຈະການການລົງທຶນຂອງຕົນ

ມາດຕາຫົກສິບຫ້າສິດໃນການຄຸ້ມຄອງບໍລິຫານກິດຈະການການ ລົງທຶນຂອງຕົນ ສິດໃນການຄຸ້ມຄອງບໍລິຫານກິດຈະການການລົງທຶນຂອງຕົນ ມີດັ່ງນີ້: ໜຶ່ງວາງແຜນການໃນການລົງທຶນຂອງຕົນ. ສອງຈັດຫາແລະນໍາໃຊ້ວັດຖຸ,ອຸປະກອນ,ພາຫະນະ,ກົນຈັກ ແລະເຕັກໂນໂລຢີຕ່າງໆເຂົ້າໃນການລົງທຶນຂອງຕົນ. ສາມເຂົ້າເຖິງຕະຫຼາດພາຍໃນແລະຕ່າງປະເທດ. ສີ່ຄຸ້ມຄອງແຮງງານໃຫ້ມີຄວາມປອດໄພແລະມີຄວາມສະ ດວກໃນການເຄື່ອນໄຫວທຸລະກິດຂອງຕົນ. ຫ້າດໍາເນີນກອງປະຊຸມເພື່ອປຶກສາຫາລືກ່ຽວກັບການລົງທຶນ ຂອງຕົນ. ຫົກມອບໂອນ,ຖອນທຶນຫຼືເພີ່ມທຶນຂອງວິສາຫະກິດແລະມອບ ໝາຍໃຫ້ຜູ້ລົງທຶນອື່ນດໍາເນີນທຸລະກິດແທນເປັນການຊົ່ວຄາວ. ເຈັດສະເໜີຕໍ່ອົງການທີ່ກ່ຽວຂ້ອງເພື່ອພິຈາລະນາກ່ຽວກັບ ການໂຈະ,ຍຸບເລີກຫຼືຫັນວິສາຫະກິດຂອງຕົນໄປສູ່ຮູບແບບວິສາຫະ ກິດອື່ນ. ແປດປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາຫົກສິບຫົກສິດໃນການວ່າຈ້າງແຮງງານ

ມາດຕາຫົກສິບຫົກສິດໃນການວ່າຈ້າງແຮງງານ ສິດໃນການວ່າຈ້າງແຮງງານມີດັ່ງນີ້: ໜຶ່ງເຊັນສັນຍາວ່າຈ້າງແຮງງານກັບນັກວິຊາການ,ຜູ້ຊ່ຽວ ຊານເພື່ອເຂົ້າມາເຮັດວຽກໃນວິສາຫະກິດຂອງຕົນ.ໃນກໍລະນີກິດຈະ ການລົງທຶນຫາກມີຄວາມຈໍາເປັນນໍາເຂົ້າຜູ້ອອກແຮງງານດ້ານຮ່າງ ກາຍແລະມັນສະໝອງເກີນອັດຕາທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ແຮງງານຜູ້ລົງທຶນມີສິດນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາຕາມ ຄວາມເໝາະສົມ. ສອງສັບຊ້ອຍ,ຈັດວາງຜູ້ອອກແຮງງານເຂົ້າໃນຕໍາແໜ່ງງານ ຕ່າງໆຕາມຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດຕົນ. ສາມປະຕິບັດນະໂຍບາຍຫຼືມາດຕະການຕໍ່ຜູ້ອອກແຮງງານຢ່າງ ສະເໝີພາບ. ສີ່ປະຕິບັດສິດອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍແຮງ ງານແລະລະບຽບກົດໝາຍອື່ນ.

...ມາດຕາຫົກສິບເຈັດສິດໃນການຢູ່ອາໄສສໍາລັບຜູ້ລົງທຶນຕ່າງປະເທດ

ມາດຕາຫົກສິບເຈັດສິດໃນການຢູ່ອາໄສສໍາລັບຜູ້ລົງທຶນຕ່າງປະເທດ ຜູ້ລົງທຶນຕ່າງປະເທດພ້ອມດ້ວຍສະມາຊິກຄອບຄົວມີສິດອາໄສ ຢູ່ດິນແດນສປປລາວຕາມໄລຍະເວລາຂອງການລົງທຶນ.ນັກວິຊາການ, ຜູ້ຊ່ຽວຊານຕ່າງປະເທດມີສິດອາໄສຢູ່ດິນແດນຂອງສປປລາວຕາມສັນ ຍາວ່າຈ້າງແຮງງານ. ຜູ້ລົງທຶນຕ່າງປະເທດພ້ອມດ້ວຍສາມາຊິກຄອບຄົວ,ນັກວິຊາ ການ,ຜູ້ຊ່ຽວຊານຕ່າງປະເທດໄດ້ຮັບຄວາມສະດວກໃນການເຂົ້າອອກ ສປປລາວລວມທັງການຂໍວີຊາເຂົ້າອອກຫຼາຍເທື່ອຊຶ່ງແຕ່ລະຄັ້ງບໍ່ໃຫ້ ເກີນຫ້າປີ.


...ມາດຕາຫົກສິບແປດສິດຂອງຜູ້ລົງທຶນຕ່າງປະເທດໃນການສົ່ງທຶນ,ຊັບສິນແລະລາຍຮັບອອກໄປຕ່າງປະເທດ

ມາດຕາຫົກສິບແປດສິດຂອງຜູ້ລົງທຶນຕ່າງປະເທດໃນການສົ່ງທຶນ, ຊັບສິນແລະລາຍຮັບອອກໄປຕ່າງປະເທດ ຜູ້ລົງທຶນຕ່າງປະເທດມີສິດສົ່ງທຶນ,ຊັບສິນແລະລາຍຮັບຂອງ ຕົນເປັນຕົ້ນກໍາໄລຈາກການລົງທຶນ,ເງິນແລະຊັບສິນຕ່າງໆທີ່ເປັນກໍາ ມະສິດສ່ວນຕົວຫຼືຂອງວິສາຫະກິດອອກໄປຕ່າງປະເທດໂດຍຜ່ານທະ ນາຄານທີ່ຕັ້ງຢູ່ສປປລາວແລະອົງການຈັດຕັ້ງລັດທີ່ກ່ຽວຂ້ອງພາຍຫຼັງ ທີ່ໄດ້ປະຕິບັດພັນທະດ້ານພາສີອາກອນແລະຄ່າທໍານຽມໃຫ້ລັດຢ່າງຄົບ ຖ້ວນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຂອງສປປລາວ.


...ມາດຕາຫົກສິບເກົ້າພັນທະຂອງຜູ້ລົງທຶນ

ມາດຕາຫົກສິບເກົ້າພັນທະຂອງຜູ້ລົງທຶນ ຜູ້ລົງທຶນມີພັນທະຕົ້ນຕໍດັ່ງນ້ີ: ໜຶ່ງຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີຂອງລາວໃນກໍ ລະນີທີ່ຈໍາເປັນກໍ່ສາມາດນໍາໃຊ້ລະບົບບັນຊີອື່ນທີ່ສາກົນຮັບຮູ້ແຕ່ຕ້ອງ ໄດ້ຮັບການເຫັນດີຈາກຂະແໜງການການເງິນຂອງສປປລາວ. ສອງເສຍພາສີ,ອາກອນ,ຄ່າທໍານຽມແລະຄ່າບໍລິການຢ່າງ ຄົບຖ້ວນແລະທັນເວລາ. ສາມປະຕິບັດລະບອບປະກັນໄພແລະປະກັນສັງຄົມຕໍ່ຜູ້ອອກ ແຮງງານໃນວິສາຫະກິດຂອງຕົນຕາມລະບຽບກົດໝາຍ,ສົ່ງເສີມ ການນໍາໃຊ້ແຮງງານລາວ,ເອົາໃຈໃສ່ໃນການພັດທະນາສີມືແຮງ ງານ,ຍົກລະດັບວິຊາສະເພາະແລະຖ່າຍທອດເຕັກໂນໂລຢີໃຫ້ແກ່ຜູ້ ອອກແຮງງານລາວ. ສີ່ອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງແລະການເຄື່ອນ ໄຫວຂອງອົງການຈັດຕັ້ງມະຫາຊົນໃນວິສາຫະກິດຂອງຕົນໂດຍສະ ເພາະແມ່ນອົງການຈັດຕັ້ງກໍາມະບານ. ຫ້າປະສານງານກົບອົງການປົກຄອງທ້ອງຖິ່ນໃນການເຄື່ອນ ໄຫວວຽກງານທຸລະກິດ,ທົດແທນຄ່າເສຍຫາຍທີ່ທຸລະກິດຂອງຕົນໄດ້ ກໍ່ຂຶ້ນ,ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນແລະພັດທະ ນາທ້ອງຖິ່ນໃນເຂດໂຄງການຂອງຕົນ. ຫົກປະຕິບັດພັນທະອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

...ມາດຕາເຈັດສິບພັນທະໃນການປົກປັກຮັກສາສິງແວດລ້ອມ

ມາດຕາເຈັດສິບພັນທະໃນການປົກປັກຮັກສາສິງແວດລ້ອມ ຜູ້ລົງທຶນມີພັນທະໃນການປົກປັກຮັກສາ,ພັດທະນາສິ່ງແວດ ລ້ອມ,ຮັບປະກັນບໍ່ໃຫ້ການດໍາເນີນທຸລະກິດມີຜົນກະທົບຢ່າງຫຼວງຫຼາຍ ຕໍ່ສາທາລະນະຊົນ,ຄວາມປອດໄພ,ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມຫຼືສຸຂະພາບຂອງຜູ້ອອກແຮງງານ.ໃນກໍລະນີທີ່ເກີດບັນຫາດ້ານ ສິ່ງແວອດລ້ອມຜູ້ລົງທຶນມີພັນທະປະຕິບັດມາດຕະການທີ່ຈໍາເປັນເພື່ອ ແກ້ໄຂສະພາບດັ່ງກ່າວຢ່າງທັນການຕາມລະບຽບກົດໝາຍ.

..ພາກທີຫົກຂໍ້ຫ້າມ


...ມາດຕາເຈັດສິບເອັດຂໍ້ຫ້າມທົ່ວໄປ

ມາດຕາເຈັດສິບເອັດຂໍ້ຫ້າມທົ່ວໄປ ຫ້າມບຸກຄົນແລະການຈັດຕັ້ງມີການກະທໍາດັ່ງນີ້: ໜຶ່ງອະນຸມັດ,ດໍາເນີນທຸລະກິດທີ່ຫວງຫ້າມຫຼືບໍ່ຖືກຕ້ອງຕາມ ລະບຽບກົດໝາຍ. ສອງຂັດຂວາງການສົ່ງເສີມການລົງທຶນຢູ່ສປປລາວໃນທຸກ ຮູບການ. ສາມມີການກະທໍາອື່ນທີ່ເປັນຂໍ້ຫ້າມຊຶ່ງໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.


...ມາດຕາເຈັດສິບສອງຂໍ້ຫ້າມສໍາລັບພະນັກງານ

ມາດຕາເຈັດສິບສອງຂໍ້ຫ້າມສໍາລັບພະນັກງານ ຫ້າມພະນັກງານມີການກະທໍາດັ່ງນີ້: ໜຶ່ງສວຍໃຊ້ອໍານາດ,ໜ້າທີ່,ຕໍາແໜ່ງເພື່ອຫາຜົນປະໂຫຍດ ສ່ວນຕົວ. ສອງຮັບສິນບົນຈາກຜູ້ລົງທຶນຫຼືຜູ້ທີ່ຫວັງຜົນປະໂຫຍດຈາກການ ລົງທຶນ. ສາມເປີດເຜີຍເອກະສານລັບຂອງຊາດ,ຂອງລັດຖະການແລະ ຂອງຜູ້ລົງທຶນ. ສີ່ແກ່ຍາວເວລາໃນການພິຈາລະນາເອກະສານຕ່າງໆໂດຍບໍ່ມີ ເຫດຜົນຫຼືກົດໜ່ວຍເອກະສານດັ່ງກ່າວຂອງຜູ້ລົງທຶນ. ຫ້າມີການກະທໍາອື່ນທີ່ເປັນຂໍ້ຫ້າມຊຶ່ງໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.


...ມາດຕາເຈັດສິບສາມຂໍ້ຫ້າມສໍາລັບຜູ້ລົງທຶນ

ມາດຕາເຈັດສິບສາມຂໍ້ຫ້າມສໍາລັບຜູ້ລົງທຶນ ຫ້າມຜູ້ລົງທຶນມີການກະທໍາດັ່ງນີ້: ໜຶ່ງໃຫ້ສິນບົນແກ່ເຈົ້າໜ້າທີ່ແລະພະນັກງານຮັບຜິດຊອບວຽກ ງານທີ່ກ່ຽວຂ້ອງ. ສອງຫຼົບຫຼີກການປະຕິບັດພັນທະ,ເຊື່ອງອໍາລາຍຮັບ,ຜົນກໍາໄລ ລວມທັງຕົວເລກການເສຍພາສີອາກອນ. ສາມໃສ່ຮ້າຍປ້າຍສີຫຼືໂຄສະນາທົບຖົມການຈັດຕັ້ງແລະພະນັກ ງານຂອງລັດ. ສີ່ມີການກະທໍາອື່ນທີ່ເປັນຂໍ້ຫ້າມຊຶ່ງໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ..ພາກທີເຈັດການໂຈະ,ປ່ຽນແປງ,ຍົກເລີກແລະສິ້ນສຸດການລົງທຶນ


...ມາດຕາເຈັດສິບສີ່ການໂຈະການລົງທຶນ

ມາດຕາເຈັດສິບສີ່ການໂຈະການລົງທຶນ ການລົງທຶນຈະຖືກໂຈະໂດຍອົງການທີ່ອອກໃບທະບຽນ: ໜຶ່ງຕາມການສະເໜີຂອງຜູ້ລົງທຶນໃນກໍລະນີທີ່ປະສົບບັນຫາ ດ້ານທຸລະກິດ. ສອງຕາມການສະເໜີຂອງຂະແໜງການທີ່ກ່ຽວຂ້ອງຫຼືຕາມ ຄໍາເຫັນຂອງອົງການທີ່ອອກໃບທະບຽນໃນກໍລະນີທີ່ທຸລະກິດມີຜົນກະ ທົບຢ່າງຮ້າຍແຮງຕໍ່ສະພາບແວດລ້ອມ,ເສດຖະກິດສັງຄົມຫຼືດໍາເນີນ ທຸລະກິດບໍ່ສອດຄ່ອງກັບລະບຽບກົດໝາຍ.

ການໂຈະການລົງທຶນຕ້ອງມີກໍານົດເວລາອັນແນ່ນອນເພື່ອ ຊອກຫາວິທີແກ້ໄຂຫຼືປັບປຸງໃຫ້ຄືນສູ່ສະພາບປົກກຕິ.ໃນກໍລະນີທີ່ບໍ່ສາ ມາດແກ້ໄຂໄດ້ກິດຈະການນັ້ນກໍ່ຈະຖືກຍຸບເລີກຕາມກົດໝາຍວ່າດ້ວຍ ວິສາຫະກິດ.


...ມາດຕາເຈັດສິບຫ້າການປ່ຽນແປງການລົງທຶນ

ມາດຕາເຈັດສິບຫ້າການປ່ຽນແປງການລົງທຶນ ການລົງທຶນຈະຖືກປ່ຽນແປງດ້ວຍວິທີການຕ່າງໆເຊັ່ນ:ການ ປ່ຽນວັດຖຸປະສົງໃນການດໍາເນີນກິດຈະການ,ຜູ້ຖືຮຸ້ນ,ຜູ້ຕາງໜ້າທາງ ດ້ານກົດໝາຍ,ທຶນຈົດທະບຽນຕາມການສະເໜີຂອງຜູ້ລົງທຶນໂດຍແມ່ນ ອົງການທີ່ອອກໃບທະບຽນນັ້ນເປັນຜູ້ພິຈາລະນາ.


...ມາດຕາເຈັດສິບຫົກການຍົກເລີກການລົງທຶນ

ມາດຕາເຈັດສິບຫົກການຍົກເລີກການລົງທຶນ ການລົງທຶນຈະຖືກຍົກເລີກໂດຍອົງການທີ່ອອກໃບທະບຽນ: ໜຶ່ງຕາມການສະເໜີຂອງຄຸ່ສັນຍາ. ສອງຕາມການສະເໜີຂອງຄູ່ສັນຍາຝ່າຍໃດຝ່າຍໜຶ່ງໃນກ ໍລະນີທີ່ມີການລະເມີດຂໍ້ຜູ້ພັນຂອງອີກຝ່າຍໜຶ່ງຕາມທີ່ໄດ້ກໍານົດໄວ້ ໃນສັນຍາຫຼືລະບຽບກົດໝາຍ. ສາມເມື່ອມີການຖອນໃບຖະບຽນວິສາຫະກິດຫຼືໃບທະບຽນ ສໍາປະທານ.


ຂັ້ນຕອນການພິຈາລະນາການຍົກເລີກການລົງທຶນມີດັ່ງນີ້: ໜຶ່ງອົງການທີ່ອອກໃບທະບຽນຈະເປັນຜູ້ອອກແຈ້ງການ ເຕືອນຜູ້ລົງທຶນໃນກໍລະນີທີ່ເຫັນວ່າມີການດໍາເນີນທຸລະກິດຂັດກັບ ສັນຍາສໍາປະທານ,ລະບຽບກົດໝາຍ,ມີຜົນກະທົບຢ່າງຮ້າຍແຮງ ຕໍ່ສິ່ງແວດລ້ອມເພື່ອໃຫ້ແກ້ໄຂແລະປັບປຸງພາຍໃນກໍານົດເວລາເກົ້າ ສິບວັນນັບແຕ່ວັນອອກແຈ້ງການເປັນຕົ້ນໄປພ້ອມທັງເຮັດບົດບັນທຶກ ກັບຜູ້ລົງທຶນ. ສອງຖ້າຫາກຜູ້ລົງທຶນບໍ່ໄດ້ແກ້ໄຂແລະປັບປຸງພາຍໃນກໍານົດ ເວລາດັ່ງກ່າວແລ້ວອົງການທີ່ອອກໃບທະບຽນກໍ່ຈະອອກແຈ້ງການ ເຕືອນເປັນຄັ້ງທີສອງເພື່ອໃຫ້ຜູ້ລົງທຶນຕ້ອງແກ້ໄຂແລະປັບປຸງພາຍ ໃນກໍານົດເວລາຫົກສິບວັນ. ສາມຫຼັງຈາກນັ້ນຖ້າຫາກຜູ້ລົງທຶນຍັງບໍ່ປະຕິບັດພາຍໃນກໍາ ນົດເວລາດັ່ງກ່າວອົງການທີ່ອອກໃບທະບຽນຈຶ່ງອອກແຈ້ງການຍົກ ເລີກການດໍາເນີນກິດຈະການຂອງຜູ້ລົງທຶນແລະແຈ້ງໃຫ້ສື່ມວນຊົນ ເພື່ອອອກຂ່າວພ້ອມທັງນໍາໃຊ້ມາດຕະການທີ່ຈໍາເປັນຕໍ່ຜູ້ລົງທຶນຕາມ ລະບຽບກົດໝາຍ.


...ມາດຕາເຈັດສິບເຈັດການສິ້ນສຸດການລົງທອນ

ມາດຕາເຈັດສິບເຈັດການສິ້ນສຸດການລົງທອນ ການລົງທຶນຈະສິ້ນສຸດລົງໃນກໍລະນີດັ່ງນີ້: ໜຶ່ງໝົດອາຍຸການລົງທຶນຕາມທີ່ໄດ້ກໍານົດໄວ້ໃນໃບທະບຽນ ສໍາປະທານຫຼືໂຄງການລົງທຶນໄດ້ປະຕິບັດສໍາເລັດແລ້ວ. ສອງມີການຖອນຫຼືຍົກເລີກໃບທະບຽນສໍາປະທານຫຼືໃບທະບຽນ ວິສາຫະກິດ. ສາມມີການຄວບເຂົ້າກັນຫຼືແຍກຕົວອອກຈາກກັນຂອງກິດຈະ ການລົງທຶນເພື່ອສ້າງເປັນນິຕິບຸກຄົນອື່ນ. ສີ່ຍຸບເລີກຕາມການສະເໜີຂອງຜູ້ລົງທຶນຫຼືຄູ່ສັນຍາໂດຍມີການ ຢັ້ງຢືນຂອງຂະແໜງການທີ່ກ່ຽວຂ້ອງ. ຫ້າຍົກເລີກຕາມຄໍາຕັດສິນຂອງສານຫຼືລົ້ມລະລາຍ. ..ພາກທີແປດການແກ້ໄຂຂໍ້ຂັດແຍ່ງ


...ມາດຕາເຈັດສິບແປດຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາເຈັດສິບແປດຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການລົງທຶນດໍາເນີນດ້ວຍຮູບ ການດັ່ງນີ້: ໜຶ່ງການແກ້ໄຂດ້ວຍການປະຕິປະນອມກັນ. ສອງການແກ້ໄຂທາງດ້ານບໍລິຫານ. ສາມການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ. ສີ່ການຮ້ອງຟ້ອງ. ...ມາດຕາເຈັດສິບເກົ້າການແກ້ໄຂດ້ວຍການປະນີປະນອມກັນ

ມາດຕາເຈັດສິບເກົ້າການແກ້ໄຂດ້ວຍການປະນີປະນອມກັນ ໃນກໍລະນີເກີດຂໍ້ຂັດແຍ່ງກ່ຽວກັບການລົງທຶນຄຸ່ກໍລະນີຕ້ອງພະ ຍາຍາມແກ້ໄຂຂໍ້ຂັດແຍ່ງນັ້ນດ້ວຍການປຶກສາຫາລືແລະປະນິປະນອມ ນໍາກັນເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.


...ມາດຕາແປດສິບການແກ້ໄຂທາງດ້ານບໍລິຫານ

ມາດຕາແປດສິບການແກ້ໄຂທາງດ້ານບໍລິຫານ ໃນກໍລະນີເກີດຂໍ້ຂັດແຍ່ງທີ່ບໍ່ສາມາດຕົກລົງກັນຫຼືບໍ່ສາມາດ ໄກ່ເກ່ຍກັນໄດ້ຄູ່ກໍລະນີກໍ່ມີສິດຮ້ອງຂໍໃຫ້ຂະແໜງການແຜນການແລະ ການລົງທຶນຫຼືຂະແໜງການອຸສາຫະກໍາແລະການຄ້າຫຼືຂະແໜງການ ອື່ນທີ່ກ່ຽວຂ້ອງພິຈາລະນາແກ້ໄຂທາງດ້ານບໍລິຫານຕາມພາລະບົດ ບາດຂອງຕົນ.


...ມາດຕາແປດສິບເອັດການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາແປດສິບເອັດການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດ ແຍ່ງທາງດ້ານເສດຖະກິດ ເມື່ອຄູ່ກໍລະນີບໍ່ສາມາດປະນີປະນອມກັນຫຼືບໍ່ສາມາດແກ້ໄຂ ທາງດ້ານບໍລິຫານໄດ້ແລ້ວກໍ່ມີສິດຮ້ອງຂໍໃຫ້ຄະນະກໍາມະການແກ້ໄຂ ຂໍ້ຂັດແຍ່ງທາງດ້ານເສດຖະກິດພິຈາລະນາແກ້ໄຂຕາມລະບຽບກົດ ໝາຍບົນພື້ນຖານການຕົກລົງເຫັນດີນໍາກັນ.


...ມາດຕາແປດສິບສອງການຮ້ອງຟ້ອງ

ມາດຕາແປດສິບສອງການຮ້ອງຟ້ອງ ເມື່ອຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫາກເຫັນວ່າຕົນຍັງບໍ່ໄດ້ຮັບ ຄວາມຍຸຕິທໍາໃນການແກ້ໄຂຂໍ້ຂັດແຍ່ງຈາກອົງການທີ່ກ່ຽວຂ້ອງຫຼືໄດ້ ຮັບຄວາມເສຍຫາຍເນື່ອງຈາກການລົງທຶນໃນກິດຈະການໃດໜຶ່ງແລ້ວ ກໍມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອທໍາການພິຈາລະນາຕັດສິນຕາມ ລະບຽບກົດໝາຍ. ສໍາລັບຂໍ້ຂັດແຍ່ງຂອງການລົງທຶນທີ່ໄດ້ມີສັຍາກັບລັດໃຫ້ປະຕິ ບັດຕາມວິທີການແກ້ໄຂຂໍ້ຂັດແຍ່ງທີ່ໄດ້ກໍານົດໄວ້ໃນສັນຍາ. ..ພາກທີເກົ້າການຄຸ້ມຄອງແລະກວດກາ


...ໝວດທີໜຶ່ງການຄຸ້ມຄອງ


....ມາດຕາແປດສິບສາມຫຼັກການຂອງການແບ່ງຂັ້ນຄຸ້ມຄອງ

ມາດຕາແປດສິບສາມຫຼັກການຂອງການແບ່ງຂັ້ນຄຸ້ມຄອງ ການຄຸ້ມຄອງການລົງທຶນໃຫ້ປະຕິບັດຕາມຫຼັກການດັ່ງນີ້: ໜຶ່ງແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ,ເພີ່ມຄວາມ ຮັບຜິດໃຫ້ສູນກາງໃນການຄຸ້ມຄອງມະຫາພາກ,ຊຸກຍູ້,ຕິດຕາມແລະ ກວດກາການຈັດຕັ້ງປະຕິບັດຂອງທ້ອງຖິ່ນ. ສອງອົງການໃດ,ຂັ້ນໃດເປັນຜູ້ອອກໃບທະບຽນແມ່ນອົງການ ນັ້ນຂັ້ນນັ້ນເປັນຜູ້ຄຸ້ມຄອງ,ຕິດຕາມ,ກວດກາປະເມີນຜົນກ່ຽວກັບການ ລົງທຶນໂດຍປະສານສົມທົບກັບຂະແໜງການອື່ນແລະອົງການປົກຄອງ ທ້ອງຖິ່ນທີ່ກ່ຍວຂ້ອງແລ້ວລາຍງານໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກ ກະຕິ. ສາມການລົງທຶນໃນຂະແໜງການໃດແມ່ນຂະແໜງການນັ້ນ ເປັນເຈົ້າການຄຸ້ມຄອງທາງດ້ານວິຊາການໂດຍປະສານສົມທົບກັບຂະ ແໜງການອື່ນທີ່ກ່ຽວຂ້ອງຕາມລະບຽບກົດໝາຍ.


....ມາດຕາແປດສິບສີ່ການແບ່ງຂັ້ນຄຸ້ມຄອງການລົງທຶນລະຫວ່າງທ້ອງຖິ່ນແລະສູນກາງ

ມາດຕາແປດສິບສີ່ການແບ່ງຂັ້ນຄຸ້ມຄອງການລົງທຶນລະຫວ່າງ ທ້ອງຖິ່ນແລະສູນກາງ ທ້ອງຖິ່ນເປັນຜູ້ອອກໃບທະບຽນແລະຄຸ້ມຄອງການລົງທຶນເປັນ ຕົ້ນຕໍ,ສໍາລັບສູນກາງແມ່ນອອກໃບທະບຽນແລະຄຸ້ມຄອງບັນດາກິດຈະ ການທີ່ມີລັກສະນະຍຸດທະສາດເປັນຕົ້ນກິດຈະການທີ່ພົວພັນເຖິງຫຼາຍ ຂະແໜງການຫຼືຫຼາຍທ້ອງຖິ່ນ,ກິດຈະການທີ່ນໍາໃຊ້ເຕັກໂນໂລຢີສູງ, ສະຖາບັນການເງິນ,ການປະກັນໄພ,ໂທລະຄົມມະນາຄົມ,ການບິນ,ສິດ ຂອງລັດ,ພະລັງງານ,ແຮ່ທາດ,ນໍ້າມັນດິບ,ອາຍແກັສແລະອື່ນໆຕາມ ການກໍານົດຂອງລັດຖະບານໂດຍມີການສົມທົບລະຫວ່າງອົງການທີ່ ອອກໃບທະບຽນກັບຂະແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກ ຄອງທ້ອງຖິ່ນ. ອົງການປົກຄອງທ້ອງຖິ່ນມີໜ້າທີ່ເຂົ້າຮ່ວມຕາມພາລະບົດບາດ ຂອງຕົນໃນການຄຸ້ມຄອງກິດຈະການລົງທຶນທີ່ສູນກາງອອກໃບທະບຽນ ຊຶ່ງຕັ້ງຢູ່ທ້ອງຖິ່ນຂອງຕົນ. ການແບ່ງຂັ້ນຄຸ້ມຄອງທີ່ໄດ້ກໍານົດໄວ້ສະເພາະໃນກົດໝາຍທີ່ ກ່ຽວຂ້ອງແລ້ວໃຫ້ປະຕິບັດຕາມກົດໝາຍດັ່ງກ່າວ.

...ໝວດທີສອງອົງການຄຸ້ມຄອງ


....ມາດຕາແປດສິບຫ້າອົງການຄຸ້ມຄອງການລົງທຶນ

ມາດຕາແປດສິບຫ້າອົງການຄຸ້ມຄອງການລົງທຶນ ລັດຖະບານເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບ ໃນຂອບເຂດທົ່ວປະເທດໂດຍມອບໃຫ້ຂະແໜງການແຜນການແລະ ການລົງທຶນແລະຂະແໜງການອຸດສະຫະກໍາແລະການຄ້າເປັນເຈົ້າ ການຄຸ້ມຄອງໂດຍປະສານສົມທົບກັບຂະແໜງການອື່ນແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕາມພາລະບົດບາດຂອງຕົນ. ອົງການຄຸ້ມຄອງການລົງທຶນປະກອບດ້ວຍ: ໜຶ່ງຂະແໜງແຜນການແລະການລົງທຶນ; ສອງຂະແນງການອຸດສາຫະກໍາແລະການຄ້າ; ສາມເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ.


....ມາດຕາແປດສິບຫົກສິດແລະໜ້າທີ່ຂອງກະຊວງແຜນການແລະການລົງທຶນແລະອຸດສາຫະກໍາແລະການຄ້າ

ມາດຕາແປດສິບຫົກສິດແລະໜ້າທີ່ຂອງກະຊວງແຜນການແລະ ການລົງທຶນແລະອຸດສາຫະກໍາແລະການຄ້າ ໃນການຄຸ້ມຄອງການລົງທຶນກະຊວງແຜນການແລະການລົງ ທຶນແລະອຸດສາຫະກໍາແລະການຄ້າມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄວ້າ,ສ້າງແຜນຍຸດທະສາດ,ນະໂຍບາຍ,ລະບຽບກົດ ໝາຍກ່ຽວກັບການສົ່ງເສີມການລົງທຶນແລະສັງລວມໂຄງການຫຼືກິດ ຈະການຮຽກການລົງທຶນເພື່ອສະເໜີໃຫ້ລັດຖະບານພິຈາລະນາ. ສອງໂຄສະນາ,ເຜີຍແຜ່ແຜນຍຸດທະສາດ,ນະໂຍບາຍ,ລະ ບຽບກົດໝາຍກ່ຽວກັບການສົ່ງເສີມການລົງທຶນແລະສະໜອງຂໍ້ມູນ ຂ່າວສານລວມທັງໂຄງການຫຼືກິດຈະການຮຽກການລົງທຶນເພື່ອດຶງ ດູດການລົງທຶນ. ສາມແນະນໍາ,ຕິດຕາມແລະປະສານສົມທົບກັບຂະແໜງການ ອື່ນແລະທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດລະບຽບກົດ ໝາຍກ່ຽວກັບການສົ່ງເສີມການລົງທຶນ. ສີ່ຊຸກຍູ້,ສົ່ງເສີມແລະແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນບັນ ດາໂຄງການ,ກິດຈະການລົງທຶນໃນຂອບເຂດທົ່ວປະເທດ. ຫ້າສ້າງເງື່ອນໄຂແລະອໍານວຍຄວາມສະດວກໃນການດໍາ ເນີນການບໍລິການການລົງທຶນປະຕູດຽວ. ຫົກຄົ້ນຄວ້າພິຈາລະນາອອກ,ໂຈະ,ຖອນ,ຍົກເລີກໃບທະບຽນ ຫຼືສັນຍາຕາມພາລະບົດບາດຂອງຕົນດ້ວຍການເຫັນດີຂອງລັດຖະ ບານ. ເຈັດກໍ່ສ້າງ,ບໍາລຸງ,ຍົກລະດັບພະນັງານກ່ຽວກັບການລົງທຶນ. ແປດພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ການລົງທຶນ. ເກົ້າສະຫຼຸບແລະລາຍງານກ່ຽວກັບວຽກງານການລົງທຶນຕໍ່ ລັດຖະບານຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດກໍານົດໄວ້ໃນລະບຽບ ກົດໝາຍ.


....ມາດຕາແປດສິບເຈັດສິດແລະໜ້າທີ່ຂອງພະແນກແຜນການແລະການລົງທຶນແລະອຸດສາຫະກໍາແລະການຄ້າແຂວງ,ນະຄອນ

ມາດຕາແປດສິບເຈັດສິດແລະໜ້າທີ່ຂອງພະແນກແຜນການ ແລະການລົງທຶນແລະອຸດສາຫະກໍາແລະການຄ້າແຂວງ,ນະ ຄອນ ໃນການຄຸ້ມຄອງການລົງທຶນພະແນກແຜນການແລະການ ລົງທຶນແລະອຸດສາຫະກໍາແລະການຄ້າແຂວງ,ນະຄອນມີສິດແລະ ໜ້າທີ່ດັ່ງນີ້: ໜຶ່ງຜັນຂະຫຍາຍ,ຈັດຕັ້ງປະຕິບັດແຜນຍຸດທະສາດ,ນະໂຍ ບາຍ,ລະບຽບກົດໝາຍກ່ຽວກັບການສົ່ງເສີມການລົງທຶນແລະສ້າງ ໂຄງການຫຼືກິດຈະການຮຽກການລົງທຶນໃນທ້ອງຖິ່ນຂອງຕົນ. ສອງໂຄສະນາ,ເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວ ກັບການລົງທຶນ,ສະໜອງຂໍ້ມູນຂ່າວສານລວມທັງໂຄງການຫຼືກິດຈະ ການຮຽກການລົງທຶນແລະອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ ຕາມຄວາມຮັບຜິດຊອບຂອງຕົນ. ສາມແນະນໍາ,ຕິດຕາມແລະປະສານສົມທົບກັບຂະແໜງການ ອື່ນທີ່ກ່ຽວຂ້ອງພາຍໃນທ້ອງຖິ່ນຂອງຕົນໃນການຈັດຕັ້ງປະຕິບັດລະ ບຽບກົດໝາຍກ່ຽວກັບການສົ່ງເສີມການລົງທຶນ. ສີ່ຄົ້ນຄວ້າພິຈາລະນາອອກ,ໂຈະ,ຖອນ,ຍົກເລີກໃບທະບຽນ ຫຼືສັນຍາຕາມພາລະບົດບາດຂອງຕົນດ້ວຍການເຫັນດີຂອງອົງການ ປົກຄອງທ້ອງຖິ່ນ. ຫ້າຈັດຕັ້ງປະຕິບັດການບໍລິການການລົງທຶນປະຕູດຽວຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ. ຫົກພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບວຽກງານ ການລົງທຶນຕາມການມອບໝາຍຂອງຂັ້ນເທິງ. ເຈັດສະຫຼຸບແລະລາຍງານກ່ຽວກັບວຽກງານການລົງທຶນຕໍ່ ຂັ້ນເທິງຢ່າງເປັນປົກກະຕິ. ແປດປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.


....ມາດຕາແປດສິບແປດສິດແລະໜ້າທີ່ຂອງຫ້ອງການແຜນການແລະການລົງທຶນແລະອຸດສາຫະກໍາແລະການຄ້າເມືອງ,ເທດສະບານ

ມາດຕາແປດສິບແປດສິດແລະໜ້າທີ່ຂອງຫ້ອງການແຜນການ ແລະການລົງທຶນແລະອຸດສາຫະກໍາແລະການຄ້າເມືອງ,ເທດສະ ບານ ໃນການຄຸ້ມຄອງການລົງທຶນຫ້ອງການແຜນການແລະການ ລົງທຶນແລະອຸດສາຫະກໍາແລະການຄ້າເມືອງ,ເທດສະບານມີສິດ ແລະໜ້າທີ່ດັ່ງນີ້: ໜຶ່ງຈັດຕັ້ງປະຕິບັດແຜນການ,ແຜນງານ,ໂຄງການ,ລະບຽບ ກົດໝາຍກ່ຽວກັບການສົ່ງເສີມການລົງທຶນແລະໂຄງການຫຼືກິດຈະ ການຮຽກການລົງທຶນໃນທ້ອງຖິ່ນຂອງຕົນ. ສອງເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍກ່ຽວກັບການລົງ ທຶນ,ສະໜອງຂໍ້ມູນຂ່າວສານລວມທັງໂຄງການລືກິດຈະການຮຽກ ການລົງທຶນແລະອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນຕາມຄວາມ ຮັບຜິດຊອບຂອງຕົນ. ສາມປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງພາຍ ໃນເມືອງ,ເທດສະບານຂອງຕົນໃນການຈັດຕັ້ງປະຕິບັດລະບຽບກົດ ມາຍກ່ຽວກັບການສົ່ງເສີມການລົງທຶນ. ສີ່ຈັດຕັ້ງປະຕິບັດການບໍລິການການລົງທຶນປະຕູດຽວຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ. ຫ້າສ້າງໂຄງການລືກິດຈະການຮຽກການລົງທຶນຕາມຄວາມ ຮັບຜິດຊອບຂອງຕົນແລ້ວສະເໜີຂັ້ນເທິງທີ່ກ່ຽວຂ້ອງພິຈາລະນາ. ຫົກເກັບກໍາຂໍ້ມູນກ່ຽວກັບການລົງທຶນລວມທັງກິດຈະການ ການລົງທຶນຕ່າງໆຢູ່ໃນທ້ອງຖິ່ນຂອງຕົນ. ເຈັດສຸກຍູ້ສົ່ງເສີມແລະແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນການ ລົງທຶນໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ແປດສະຫຼຸບແລະລາຍງານກ່ຽວກັບວຽກງານການລົງທຶນຕໍ່ ຂັ້ນເທິງຢ່າງເປັນປົກກະຕິ. ເກົ້າປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.


....ມາດຕາແປດສິບເກົ້າຄະນະບໍລິຫານເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາແປດສິບເກົ້າຄະນະບໍລິຫານເຂດເສດຖະກິດພິເສດແລະ ເຂດເສດຖະກິດສະເພາະ ຄະນະບໍລິຫານເຂດເສດຖະກິດພິເສດແລະເຂດເສດຖະກິດ ສະເພາະເປັນອົງການຄຸ້ມຄອງການລົງທຶນໃນເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະຂອງຕົນ,ສ້າງຕັ້ງຫ້ອງການບໍລິການ ການລົງທຶນປະຕູດຽວເພື່ອດຶງດູດແລະສົ່ງເສີມການລົງທຶນທັງພາຍ ໃນແລະຕ່າງປະເທດເຂົ້າໃນເຂດເສດຖະກິດພິເສດແລະເຂດເສດຖະ ກິດສະເພາະຂອງຕົນ. ລະບຽບການຄຸ້ມຄອງການລົງທຶນຂອງຄະນະບໍລິຫານເຂດເສດ ຖະກິດພິເສດແລະເຂດເສດຖະກິດສະເພາະໄດ້ກໍານົດໄວ້ຕ່າງຫາກ.

....ມາດຕາເກົ້າສິບສິດແລະໜ້າທີ່ຂອງຄະນະບໍລິຫານເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ

ມາດຕາເກົ້າສິບສິດແລະໜ້າທີ່ຂອງຄະນະບໍລິຫານເຂດເສດຖະກິດ ພິເສດແລະເຂດເສດຖະກິດສະເພາະ ໃນການຄຸ້ມຄອງການລົງທຶນຄະນະບໍລິຫານເຂດເສດຖະກິດ ພິເສດແລະເຂດເສດຖະກິດສະເພາະມີສິດແລະໜ້າທີ່ດັ່ງນີ້: ໜຶ່ງຄົ້ນຄ້ວາວາງນະໂຍບາຍສົ່ງເສີມການລົງທຶນໃນເຂດ ຂອງຕົນ. ສອງຄົ້ນຄວ້າແລະສ້າງໂຄງການຫຼືກິດຈະການຮຽກການ ລົງທຶນເພື່ອມາລົງທຶນໃນເຂດຂອງຕົນ. ສາມປະຕິບັດນະໂຍບາຍສົ່ງເສີມການລົງທຶນເພື່ອດຶງດູດຜູ້ ລົງທຶນທັງພາຍໃນແລະຕ່າງປະເທດມາລົງທຶນໃນເຂດຂອງຕົນ. ສີ່ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ຜູ້ລົງທຶນໃນການ ດໍາເນີນທຸລະກິດຢູ່ເຂດຂອງຕົນ. ຫ້າດໍາເນີນການເກັບພາສີອາກອນ,ຄ່າທໍານຽມ,ຄ່າບໍລິການ, ຄ່າເຊົ່າແລະອື່ນໆຕາມທີ່ໄດ້ກໍານົດໄວ້ໃນສັນຍາແລະລະບຽບການ ພາຍໃນເຂດ. ຫົກຄຸ້ມຄອງແລະນໍາໃຊ້ງົບປະມານໃຫ້ສອດຄ່ອງກັບສັນຍາ ແລະລະບຽບກົດໝາຍ. ເຈັດພົວພັນ,ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງທັງ ພາຍໃນແລະຕ່າງປະເທດເພື່ອບໍລິຫານເຂດຂອງຕົນໃຫ້ມີປະສິດທິ ຜົນແລະຖືກຕ້ອງຕາມລະບຽບກົດໝາຍ. ແປດຈັດວາງລະບົບການປົກປັກຮັກສາສິ່ງອໍານວຍຄວາສະ ດວກແລະພື້ນຖານໂຄງລ່າງ,ຮັບປະກັນຄວາມປອດໄພແລະສິ່ງແວດ ລ້ອມພາຍໃນເຂດ. ເກົ້າສະຫຼຸບແລະລາຍງານວຽກງານການລົງທຶນໃນເຂດຂອງ ຕົນຕໍ່ຂັ້ນເທິງຢ່າງເປັນປົກກະຕິ. ສິບປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.


....ມາດຕາເກົ້າສິບເອັດສິດແລະໜ້າທີ່ຂອງຂະແໜງການແລະພາກສ່ວນອື່ນ

ມາດຕາເກົ້າສິບເອັດສິດແລະໜ້າທີ່ຂອງຂະແໜງການແລະພາກ ສ່ວນອື່ນ ຂະແໜງການແລະພາກສ່ວນອື່ນທີ່ກ່ຽວຂ້ອງມີສິດແລະໜ້າ ທີ່ຄຸ້ມຄອງ,ສົ່ງເສີມການລົງທຶນຕາມພາລະບົດບາດຂອງຕົນ. ອົງການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບໃນການຄຸ້ມຄອງ, ຕິດຕາມການລົງທຶນໃນກິດຈະການຕ່າງໆ,ຮັບປະກັນສິດແລະຜົນປະ ໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ,ຂອງລັດ,ຂອງຜູ້ລົງ ທຶນ,ອໍານວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການລົງທຶນລວມທັງຮັບ ປະກັນຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍພາຍໃນເຂດ ທ້ອງຖິ່ນຂອງຕົນແລະລາຍງານການເຄື່ອນໄຫວກ່ຽວກັບການລົງທຶນ ໃຫ້ຂັ້ນເທິງ.


...ໝວດທີສາມການກວດກາ


....ມາດຕາເກົ້າສິບສອງອົງການກວດກາການລົງທຶນ

ມາດຕາເກົ້າສິບສອງອົງການກວດກາການລົງທຶນ ອົງການກວດກາການລົງທຶນແມ່ນອົງການດຽວກັນກັບອົງ ການຄຸ້ມຄອງການລົງທຶນຕາມທີ່ໄດ້ກໍານົດໄວ້ໃນມາດຕາແປດສິບຫ້າ ຂອງກົດໝາຍສະບັບນີ້.


....ມາດຕາເກົ້າສິບສາມເນື້ອໃນການກວດກາ

ມາດຕາເກົ້າສິບສາມເນື້ອໃນການກວດກາ ທຸກການເຄື່ອນໄຫວຂອງບັນດາກິດຈະການການລົງທຶນລ້ວນ ແຕ່ໄດ້ຮັບການຄຸ້ມຄອງ,ຕິດຕາມແລະກວດກາຈາກຂະແໜງການທີ່ ກ່ຽວຂ້ອງຊຶ່ງມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງກວດກາການປະຕິບັດສັນຍາການລົງທຶນ. ສອງກວດກາການປະຕິບັດຂັ້ນຕອນຂອງການລົງທຶນຕາມທີ່ໄດ້ ກໍານົດໄວ້ໃນບົດວິພາກເສດຖະກິດເຕັກນິກ. ສາມກວດກາການປົກປັກຮັກສາສິ່ງແວດລ້ອມຕາມການປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມລວມທັງຊັບສິນຂອງປະຊາຊົນ,ຂອງລັດ ແລະຜູ້ລົງທຶນ. ສີ່ກວດກາການປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງ. ຫ້າກວດກາການປະຕິບັດມາດຕະການຄວາມປອດໄປຂອງ ແຮງງານ.

ອົງການກວດກາການລົງທຶນມີສິດສະເໜີມາດຕະການແກ້ໄຂ ຕໍ່ອົງການທີ່ກ່ຽວຂ້ອງເພື່ອພິຈາລະນາໃນກໍລະນີທີ່ພົບເຫັນການລະເມີດ ລະບຽບກົດໝາຍກ່ຽວກັບການລົງທຶນ. ....ມາດຕາເກົິາສິບສີ່ປະເພດການກວດກາ

ມາດຕາເກົິາສິບສີ່ປະເພດການກວດກາ ການກວດກາມີສອງປະເພດດັ່ງນີ້: ໜຶ່ງການກວດກາພາຍໃນຊຶ່ງແມ່ນອົງການຄຸ້ມຄອງແລະ ກວດກາການລົງທຶນທີ່ໄດ້ກໍານົດໄວ້ໃນມາດຕາແປດສິບຫ້າແລະ ເກົ້າສິບສອງຂອງກົດໝາຍສະບັບນີ້. ສອງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງ ການກວດກາລັດ,ອົງການກວດສອບແຫ່ງລັດໃນການກວດກາການ ຈັດຕັ້ງປະຕິບັດວຽກງານສົ່ງເສີມແລະຄຸ້ມຄອງການລົງທຶນຕາມສິດ, ໜ້າທີ່ແລະພາລະບົດບາດຂອງຕົນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ. ....ມາດຕາເກົິາສິບຫ້າຮູບການກວດກາ

ມາດຕາເກົິາສິບຫ້າຮູບການກວດກາ ການກວດກາມີສາມຮູບການດັ່ງນີ້: ໜຶ່ງການກວດກາຕາມລະບົບປົກກະຕິ. ສອງການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ. ສາມການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກ ສະນະເປັນປະຈໍາແລະມີກໍານົດເວລາແນ່ນອນຊຶ່ງຕ້ອງປະຕິບັດຢ່າງ ໜ້ອຍສອງຄັ້ງຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດ ການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ ຖືກກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາໃນເວລາທີ່ ເຮັດວ່າມີຄວາມຈໍາເປັນແລະຮີບດ່ວນໂດຍບໍ່ມີການແຈ້ງໃຫ້ຜູ້ຖືກ ກວດກາຮູ້ລ່ວງໜ້າ.

ການກວດກາສາມາດດໍາເນີນການກວດກາດ້ານເອກະສານ ແລະການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.


..ພາກທີສິບນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະຖານຕໍ່ຜູ້ລະເມີດ


...ມາດຕາເກົ້າສິບຫົກນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາເກົ້າສິບຫົກນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນແລະນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດກົດ ໝາຍສະບັບນີ້ເປັນຕົ້ນການລົງທຶນທີ່ມີປະສິດທິຜົນ,ມີຄວາມສໍາຄັນຕໍ່ ການພັດທະນາເສດຖະກິດສັງຄົມ,ການດຶງດູດແລະການຊຸກຍູ້ການລົງ ທຶນຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບກົດໝາຍ.


...ມາດຕາເກົ້າສິບເຈັດມາດຕະການຕໍ່ຜູ້ລະເມີດ

ມາດຕາເກົ້າສິບເຈັດມາດຕະການຕໍ່ຜູ້ລະເມີດ ບຸກຄົນແລະນິຕິບຸກຄົນທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບ ການສົ່ງເສີມການລົງທຶນຈະຖືກປະຕິບັດມາດຕະການສຶກສາອົບຮົມ,ປະ ຕິບັດວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືດໍາເນີນຄະດີແລ້ວແຕ່ກໍລະນີ ເບົາຫຼືໜັກຕາມລະບຽບກົດໝາຍ.

..ພາກທີສິບເອັດບົດບັນຍັດສຸດທ້າຍ


...ມາດຕາເກົ້າສິບແປດການຈັດຕັ້ງປະຕິບັດ

ມາດຕາເກົ້າສິບແປດການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.


...ມາດຕາເກົ້າສິບເກົ້າຜົນສັກສິດ

ມາດຕາເກົ້າສິບເກົ້າຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການສົ່ງເສີມ ການລົງທຶນພາຍໃນສະບັບເລກທີສອບທັບສພຊລົງວນທີຊາວສອງຕ ຸລາປີສອງພັນສີ່ແລະກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຂອງ ຕ່າງປະເທດສະບັບເລກທີສິບເອັດທັບສພຊລົງວັນທີຊາວສອງຕຸລາ ສອງພັນສີ່. ຜົນປະໂຫຍດທີ່ບັນດາວິສາຫະກິດໄດ້ຮັບພາຍໃຕ້ກົດໝາຍສະ ບັບກ່ອນຫຼືສັນຍາທີ່ໄດ້ເຊັນກັບລັດກ່ອນໜ້ານີ້ແມ່ນບໍ່ມີການປ່ຽນແປງ. ໃນກໍລະນີທີ່ບັນດາວິສາຫະກິດດັ່ງກ່າວຫາກມີຈຸດປະສົງຕ້ອງການຮັບ ນະໂຍບາຍສົ່ງເສີມການລົງທຶນຕາມກົດໝາຍສະບັບນີ້ກໍ່ມີສິດສະເໜີຕໍ່ ຂະແໜງການທີ່ກ່ຽວຂ້ອງແລ້ວຂະແໜງການດັ່ງກ່າວກໍ່ຈແງ້ໃຫ້ຜູ້ລົງ ທຶນປະຕິບັດໄດ້ໃນທັນໃດ. ປະທານສະພາແຫ່ງຊາດ ທອງສິງທໍາມະວົງ