ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ) 14-12-2015

ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ(ສະບັບປັບປຸງ) 14-12-2015

ໝວດທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງເພື່ອຮັບປະກັນການປະຕິບັດສິດປະຊາທິປະໄຕໃນການເລືອກຕັ້ງຂອງພົນລະເມືອງລາວໃຫ້ດໍາເນີນໄປຕາມກົດໝາຍແລະຮັບປະກັນການເລືອກຕັ້ງໃຫ້ໄດ້ສະມາຊິກຜູ້ມີມາດຕະຖານຄົບຖ້ວນ,ແນໃສ່ປັບປຸງບູລະນະສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງໃຫ້ໜັກແໜ້ນ,ເຂັ້ມແຂງ,ເປັນອົງການຕົວແທນແຫ່ງສິດແລະຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ.

ມາດຕາ2(ປັບປຸງ)ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງແມ່ນຂະບວນການປະຕິບັດໜ້າທີ່ການເມືອງແລະສິດປະຊາທິປະໄຕຂອງພົນລະເມືອງລາວໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ເຂົ້າໃນສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນລາວບັນດາເຜົ່າ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດມາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພົນລະເມືອງລາວໝາຍເຖິງຜູູ້ທີ່ມີສັນຊາດລາວຊຶ່ງມີສາຍກ່ຽວພັນສະໜິດແໜ້ນທາງດ້ານການເມືອງແລະກົດມາຍລະຫວ່າງບຸກຄົນກັບລັດສປປລາວ; 2.ດ້ວຍວິທີອື່ນໝາຍເຖິງການຈັດລຽງລໍາດັບຂອງຜູ້ສະໝັກຮັບເລືອກຕັ້ງຕາມຕໍາແໜ່ງ,ຄຸນວຸດທິຫຼືການຈົກສະຫຼາກ; 3.ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບໝາຍເຖິງຜູ້ຖືກສານຕັດສິນເປັນຜູ້ກະທໍາຜິດແລະພວມປະຕິບັດໂທດຢູ່; 4.ບັດທີ່ບໍ່ສາມາດເຊື້ອຖືໄດ້ໝາຍເຖິງບັດທີ່ບໍ່ສາມາດຢັ້ງຢືນໄດ້ຢ່າງຊັດເຈນເຊັ່ນບັດເປື້ອນ,ບັດສີກຂາດ,ບັດເກີນຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງຢູ່ໜ່ວຍປ່ອນບັດເລືອກຕັ້ງນັ້ນ; 5.ສະມາຊິກສະພາໝາຍເຖິງສະມາຊິກສະພາແຫ່ງຊາດ(ສສຊ)ແລະສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ); 6.ສະພາໝາຍເຖິງສະພາແຫ່ງຊາດ(ສພຊ)ແລະສະພາປະຊາຊົນຂັ້ນແຂວງ(ສພຂ); 7.ສະພາປະຊາຊົນຂັ້ນແຂວງໝາຍເຖິງສະພາປະຊາຊົນແຂວງ,ນະຄອນຫຼວງ; 8.ແຕ່ລະເຂດເລືອກຕັ້ງໝາຍເຖິງເຂດເລືອກຕັ້ງສະພາແຫ່ງຊາດແລະເຂດເລືອກຕັ້ງສະພາປະຊາຊົນຂັ້ນແຂວງ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານເລືອກຕັ້ງ ລັດຊຸກຍູ້,ປຸກລະດົມປະຊາຊົນລາວບັນດາເຜົ່າ.ບັນດາຊັ້ນຄົນໃຫ້ມີຄວາມຕື່ນຕົວ,ເປັນເຈົ້າການເຂົ້າຮ່ວມແລະນໍາໃຊ້ສິດປະຊາທິປະໄຕຂອງຕົນເຂົ້າໃນວຽກງານເລືອກຕັ້ງໃຫ້ໄດ້ຢ່າງເຕັມສ່ວນຕາມລະດັບຄາດໝາຍ. ລັດສະໜອງງົບປະມານ,ພາຫະນະ,ວັດຖຸປະກອນທີ່ຈໍາເປັນແລະບຸກຄະລາກອນເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ວຽກງານເລືອກຕັ້ງສະມາຊິກສະພາໃຫ້ໄດ້ຕາມລະດັບຄາດໝາຍແລະມີປະສິດທິຜົນທັງຮັບປະກັນຄວາມສະຫງົບແລະຄວາມປອດໄພ.

ມາດຕາ5(ປັບປຸງ)ຫຼັກການກ່ຽວກັບວຽກງານເລືອກຕັ້ງ ວຽກງານເລືອກຕັ້ງສະມາຊິກສະພາດໍາເນີນໄປຕາມຫຼັກການພື້ນຖານດັ່ງນີ້: 1.ຫຼັກການທົ່ວໄປແມ່ນລະບຍບການທີ່ກໍານົດໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງດໍາເນີນການປ່ອນບັດໃນວັນ,ເວລາດຽວັນລວມທັງວິທີການບ່ອນບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ສະເພາະ; 2.ຫຼັກການສະເໝີພາບແມ່ນລະບຽບການທີ່ກໍານົດໃຫ້ພົນລະເມືອງລາວມີສິດເທົ່າທຽມກັນໃນການເລືອກຕັ້ງແລະສະມັກຮັບເລືອກຕັ້ງໂດຍບໍ່ຈໍາແນກເພດ,ເຜົ່າ,ຖານະທາງດ້ານສັງຄົມ,ລະດັບການສຶກສາແລະຄວາມເຊື່ອຖື; 3.ຫຼັກການໂດຍກົງແມ່ນລະບຽບການທີ່ກໍານົດໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງດໍາເນີນການປ່ອນບັດດ້ວຍຕົວເອງເພື່ອເລືອກເອົາຜູ້ສະໝັກຮັບເລືອກຕັ້ງທີ່ຕົນເຫັນວ່າມີມາດຕະຖານຄົບຖ້ວນເປັນສະມາຊິກສະພາຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ສະເພາະ; 4.ຫຼັກການລົງຄະແນນສຽງປິດລັບແມ່ນລະບຽບການທີ່ກໍານົດໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງລົງຄະແນນສຽງດ້ວຍການຕັດສິນໃຈຂອງຕົນເອງຢູ່ຫ້ອງລັບທີ່ຄະນະກໍາມະການຈັດໄວ້ຍົກເວັ້ນກໍລະນີທີ່ໄດ້ກໍານົດໄວ້ສະເພາະ; 5.ຫຼັກການຍຸຕິທໍາແມ່ນລະບຽບການທີ່ກໍານົດໃຫ້ພົນລະເມືອງລາຍຜູ້ມີສິດເລືອກຕັ້ງແລະສະມັກຮັບເລືອກຕັ້ງໂດຍບໍ່ໃຫ້ມີການລັກໂລບປອມແປງຄະແນນສຽງ,ສ້າງເງື່ອນໄຂທີ່ເອື້ອອໍານວຍຢ່າງເທົ່າທຽມກັນແລະຮັບປະກັນຄວາມໂປ່ງໄສ.

ມາດຕາ6(ປັບປຸງ)ຜູ້ມີສິດເລືອກຕັ້ງແລະຜູ້ສະໝັກຮັບເລືອກຕັ້ງ ພົນລະເມືອງລາວທຸກຄົນໂດຍບໍ່ຈໍາແນກເພດ,ເຜົ່າ,ຖານະທາງດ້ານເສດຖະກິດ.ສັງຄົມ,ຄວາມເຊື່ອຖື,ສາດສະໜາ,ທີ່ຕັ້ງພູມລໍາເນົາລ້ວນແຕ່ມີສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ. ຜູ້ມີສິດເລືອກຕັ້ງຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປ. ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາຕ້ອງມີອາຍຸແຕ່ຊາວເອັດປີຂຶ້ນໄປແລະມີມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ12ຂອງກົດໝາຍສະບັບນີ້.

ມາດຕາ7(ປັບປຸງ)ຜູ້ບໍ່ມີສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ ພົນລະເມືອງລາວທີ່ບໍ່ມີສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງເປັນສະມາຊິກສະພາມີດັ່ງນີ້: 1.ຜູ້ເປັນບ້າ,ເສຍຈິດ; 2.ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບ,ປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ.

ມາດຕາ8(ປັບປຸງ)ສິດຂໍຄັດຄ້ານຜູ້ໄດ້ຮັບການເລືອກຕັ້ງ ຜູ້ມີສິດເລືອກຕັ້ງມີສິດຂໍຄັດຄ້ານຜູ້ໄດ້ຮັບການເລືອກຕັ້ງໃນເຂດເລືອກຕັ້ງຂອງຕົນກ່ອນວັນເປີດກອງປະຊຸມຄັ້ງປະຖົມມະລຶກຂອງສະພາຖ້າເຫັນວ່າຜູ້ໄດ້ຮັບການເລືອກຕັ້ງນັ້ນຫາກມີພຶດຕິກໍາລະເມີດກົດໝາຍແລະລະບຽບການກ່ຽວກັບການເລືອກຕັ້ງ. ຜູ້ຂໍຄັດຄ້ານຕ້ອງຍື່ນຄໍາຄັດຄ້ານພ້ອມດ້ວຍຂໍ້ມູນຫຼັກຖານທີ່ເຊື່ອຖືໄດ້ຕໍ່ຄະນະກໍາມະການເລືອກຕັ້ງຂັ້ນກ່ຽວຂ້ອງແລະຕ້ອງຮັບຜິດຊອບຕໍ່ຄໍາຂໍຄັດຄ້ານຂອງຕົນຕາມກົດໝາຍແລະລະບຽບການ.

ມາດຕາ9(ປັບປຸງ)ສິດປົກປ້ອງຂອງຜູ້ໄດ້ຮັບການເລືອກຕັ້ງ ຜູ້ໄດ້ຮັບການເລືອກຕັ້ງມີສິດປົກປ້ອງຕົນເອງດ້ວຍການອະທິບາຍ,ຊີ້ແຈງ,ໃຫ້ເຫດຜົນກ່ຽວກັບບັນຫາທີ່ຜູ້ຂໍຄັດຄ້ານຕົນນັ້ນຕໍ່ຄະນະກໍາມະການເລືອກຕັ້ງຂັ້ນກ່ຽວຂ້ອງ.

ມາດຕາ10(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບພົນລະເມືອງລາວຕາມທີ່ໄດ້ກໍານົດໄວ້ໃນມາດຕາ6ຂອງກົດໝາຍສະບັບນີ້. ສໍາລັບພົນລະເມືອງລາວທີ່ດໍາລົງຊີວິດຢູ່ຕ່າງປະເທດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ2ການກໍນົດຈໍານວນສະມາຊິກສະພາແລະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາ

ມາດຕາ11(ປັບປຸງ)ການກໍານົດຈໍານວນສະມາຊິກສະພາ ການກໍານົດນໍານວນສະມາຊິກສະພາໃຫ້ປະຕິບັດດັ່ງນີ້: 1.ຮັບປະກັນການເຮັດວຍກເປັນໝູ່ຄະນະ; 2.ອີງໃສ່ທີ່ຕັ້ງ,ຄວາມສໍາຄັນ,ຄວາມຈໍາເປັນແລະຈຸດພິເສດທາງດ້ານການເມືອງ,ການປ້ອງກັນຊາດປ້ອງກັນຄວາມສະຫງົບ,ເສດຖະກິດ,ວັດທະນະທໍາສັງຄົມຂອງແຕ່ລະແຂວງ,ນະຄອນຫຼວງແລະເມືອງ,ເທດສະບານ,ນະຄອນ; 3.ພົນລະເມືອງຫ້າສິບພັນຄົນໃດໃຫ້ມີສະມຊິກສະພາແຫ່ງຊາດໜຶ່ງຄົນ; 4.ແຂວງທີ່ມີພົນລະເມືອງສອງຮ້ອຍຫ້າສິບພັນຄົນລົງມາໃຫ້ມີສະມາຊິກສະພາແຫ່ງຊາດຫ້າຄົນແລະແຂວງທີ່ມີພົນລະເມອງເກີນກວ່າສອງຮ້ອຍຫ້າສິບພັນຄົນໃຫ້ເພີ່ມສະມາຊິກສະພາແຫ່ງຊາດໜຶ່ງຄົນຕໍ່ພົນລະເມືອງຫ້າສິບພັນຄົນແຕ່ຈໍານວນສະມາຊິກສະພາແຫ່ງຊາດໃນເຂດເລືອກຕັ້ງນັ້ນສູງສຸດບໍ່ໃຫ້ເກີນສິບເກົ້າຄົນ; 5.ພົນລະເມືອງຫ້າສິບພັນຄົນໃດກໍ່ໃຫ້ມີສະມາຊິກສະພາປະຊາຊົນຂັ້ນແຂວງໜຶ່ງຄົນ;ເມືອງ,ເທດສະບານ,ນະຄອນໃດທີ່ມີພົນລະເມືອງຮ້ອຍຫ້າສິບພັນຄົນລົງມາໃຫ້ມີສະມາຊິກສະພາປະຊາຊົນຂັ້ນແຂວງສາມຄົນແຕ່ຈໍານວນສະມຊິກສະພາປະຊາຊົນຂັ້ນແຂວງທັງໝົດບໍ່ໃຫ້ຫຼຸດສິບຫ້າຄົນແລະເມືອງ,ເທດສະບານ,ນະຄອນໃດທີ່ມີພົນລະເມືອງເກີນກວ່າຮ້ອຍຫ້າສິບພັນຄົນໃຫ້ເພີ່ມສະມາຊິກສະພາປະຊາຊົນຂັ້ນແຂວງໜຶ່ງຄົນຕໍ່ພົນລະເມືອງຫ້າສິບພັນຄົນ. ຈໍານວນຜູ້ສະໝັກຮັກເລືອກຕັ້ງເປັນສະມາຊິກສະພາໃຫ້ມີຕົວແທນຂອງບັນດາຊັ້ນຄົນ,ເພດ,ໄວ,ເຜົ່າທັງຮັບປະກັນຫຼັກການສົມທົບລະຫວ່າງການຄວບຕໍາແໜ່ງແລະບໍ່ຄວບຕໍາແໜ່ງໃນອັດຕາສ່ວນຢ່າງເໝາະສົມ. ຄະນະປະຈໍາສະພາແຫ່ງຊາດເປັນຜູ້ກໍານົດຈໍານວນຜູ້ສະໝັກຮັບເລືອກຕັ້ງແລະຈໍານວນສະມາຊິກສະພາແຫ່ງຊາດໃນແຕ່ລະເຂດເລືອກຕັ້ງແລະສະມາຊິກສະພາປະຊາຊົນຂັ້ນແຂວງໂດຍແມ່ນປະທານປະເທດເປັນຜູ້ອອກລັດຖະດໍາລັດປະກາດເປັນທາງການກ່ອນວັນເລືອກຕັ້ງພາຍໃນສີ່ສິບຫ້າວັນ.

ມາດຕາ12(ປັບປຸງ)ມາດຕະຖານຂອງຜູ້ສະໝັກຮັບເລືອກຕັ້ງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາຕ້ອງມີມາດຕະຖານຄົບຖ້ວນດັ່ງນີ້: 1.ເປັນພົນລະເມືອງລາວ; 2.ມີນໍ້າໃຈຮັກຊາດ,ຮັກລະບອບປະຊາທິປະໄຕປະຊາຊົນ,ຈົງຮັກພັກດີແລະຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ,ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ,ຮັບໃຊ້ປະຊາຊົນຢ່າງແທ້ຈິງ,ມີຄວາມອິດທົນ,ປະຢັດ,ຊື່ສັດ,ທ່ຽງທໍາ,ບໍ່ອວດອົ່ງທະນົງຕົວ,ບໍ່ສວຍໃຊ້ອໍານາດເດັດດ່ຽວຕ້ານການສໍ້ລາດບັງຫຼວງ,ຕ້ານພະຍາດອາດຍາສິດແລະເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ; 3.ກໍາແໜ້ນແລະຍຶດໝັ້ນແນວທາງປ່ຽນແປງໃໝ່,ລັດຖະທໍາມະນູນແລະກົດໝາຍ;ຮູ້ໂຄສະນາແລະສຶກສາອົບຮົມປະຊາຊົນ,ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ,ປະຊາຊົນຮັ່ງມີຜາສຸກ,ສັງຄົມມີຄວາມສາມັກຄີປອງດອງປະຊາທິປະໄຕຍຸຕິທໍາແລະສີວິໄລ; 4.ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ,ຄົ້ນຄວ້າມີຄໍາເຫັນຕໍ່ບັນຫາສໍາຄັນພື້ນຖານຂອງປະເທດຊາດ,ຂອງທ້ອງຖິ່ນແລະສາມາດປະຕິບັດໜ້າທີ່ຂອງຕົນໄດ້; 5.ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ,ມີວິຊາສະເພາະໃດໜຶ່ງ; 6.ມີສຸຂະພາບດີ.

ມາດຕາ13(ປັບປຸງ)ການສະເໜີລາຍຊື່ແລະການຈັດລຽງເລກລໍາດັບຂອງຜູ້ສະໝັກຮັບເລືອກຕັ້ງ ອົງການຈັດຕັ້ງຂອງພັກ,ລັດ,ແນວລາງສ້າງຊາດແລະອົງການຈັດຕັ້ງມະຫາຊົນມີສິດຄົ້ນຄວ້າ,ທາບທາມແລະສະເໜີລາຍຊື່ຜູ້ຕາງໜ້າອົງການຂອງຕົນອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຈາກຂະແໜງການແລະອົງການຈັດຕັ້ງຂັ້ນສູນກາງນັ້ນໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ພິຈາລະນາຕົກລົງ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຈາກທ້ອງຖິ່ນໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງຂັ້ນແຂວງແລ້ວນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ພິຈາລະນາຕົກລົງ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງຂັ້ນແມ່ງແລະນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງແລ້ວນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ພິຈາລະນາຕົກລົງ. ສໍາລັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງຈາກຂະແໜງການແລະອົງການຈັດຕັ້ງຂັ້ນແຂວງໃຫ້ສະເໜີຕໍ່ຄະນະກໍາມະການເລືອກຕັ້ງຂັ້ນແຂວງແລ້ວນໍາສະເໜີໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ພິຈາລະນາຕົກລົງ. ການຈັດລຽງເລກລໍາດັບລາຍຊື່ຂອງຜູ້ສະໝັກຮັບເລືອກຕັ້ງໃນແຕ່ລະເຂດເລືອກຕັ້ງຈະດໍາເນີນຕາມຕົວອັກສອນລາວຫຼືດ້ວຍວິທີອື່ນກໍ່ໄດ້ຕາມການຕົກລົງຂອງຄະນະກໍາມະການເລືອກຕັ້ງລະດັບຊາດ.

ມາດຕາ14(ປັບປຸງ)ການປະກອບເອກະສານຂອງຜູ້ສະໝັກຮັບເລືອກຕັ້ງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາຕ້ອງປະກອບເອກະສານຕ່າງໆດັ່ງນີ້: 1.ໃບຄໍາຮ້ອງຂໍສະໝັກຮັບເລືອກຕັ້ງ; 2.ຊີວະປະຫວັດ; 3.ຮູບຂະໜາດ6x9ຊັງຕີແມັດ; 4.ໃບຢັ້ງຢືນທີ່ຢູ່; 5.ໃບແຈ້ງໂທດເລັກທີ3; 6.ໃບຢັ້ງຢືນສຸຂະພາບ.

ມາດຕາ15(ປັບປຸງ)ການປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ສັງລວມບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາໃນທົ່ວປະເທດແລ້ວປະກາດເປັນທາງການພາຍໃນສີ່ສິບຫ້າວັນກ່ອນວັນເລືອກຕັ້ງ.

ມາດຕາ16ການຄັດຄ້ານຜູ້ສະໝັກຮັບເລືອກຕັ້ງ ຜູ້ມີສິດປ່ອນບັດເລືອກຕັ້ງມີສິດຄັດຄ້ານຜູ້ສະໝັກຮັບເລືອກຕັ້ງໃນເຂດເລືອກຕັ້ງຂອງຕົນທີ່ຕົນເຫັນວ່າບໍ່ມີມາດຕະຖານຄົບຖ້ວນຫຼືມີການກະທໍາຊຶ່ງເປັນການລະເມີດກົດໝາຍ.ລະບຽບການແລະແຕະຕ້ອງເຖິງສິດຜົນປະໂຫຍດຂອງປະຊາຊົນໂດຍມີຂໍ້ມູນຫຼັກຖານທີ່ເຊື່ອຖືໄດ້ຢ່າງເປັນລາຍລັກອັກສອນພາຍໃນກໍານົດເຈັດວັນນັບແຕ່ວັນປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນຕົ້ນໄປ. ການຄັດຄ້ານນັ້ນໃຫ້ເຮັດເປັນລາຍລັກອັກສອນແລ້ວຍືນຕໍ່ຄະນະກໍາມະການເລືອກຕັ້ງຂັ້ນເມືອງເພື່ອລາຍງານໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງພິຈາລະນາແກ້ໄຂພາຍໃນກໍານົດສາມວັນ.ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ນັ້ນຕ້ອງຮີບຮ້ອນສົ່ງໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດພິຈາລະນາແກ້ໄຂພາຍໃນກໍານົດຫ້າວັນນັບແຕ່ວັນໄດ້ຮັບຄໍາຄັດຄ້ານເປັນຕົ້ນໄປ. ຜູ້ຄັດຄ້ານຕ້ອງຮັບຜິດຊອບຕໍ່ຄໍາຄັດຄ້ານຂອງຕົນຕາມກົດໝາຍແລະລະບຽບການ.

ມາດຕາ17(ປັບປຸງ)ການຈັດຕັ້ງໂຄສະນາຫາສຽງ ອົງການຈັດຕັ້ງຂອງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມມີສິດແລະໜ້າທີ່ອໍານວຍຄວາມສະດວກໃນການຈັດສະຖານທີ່,ຈັດຕັ້ງການໂຄສະນາຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດເລືອກຕັ້ງຂອງຕົນຕາມກົດໝາຍແລະລະບຽບການ. ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນມີສິດໂຄສະນາຫາສຽງໃຫ້ແກ່ຕົນເອງຕາມລະບຽບການແລະບໍ່ໃຫ້ໂຄສະນາທັບຖົມຫຼືໃສ່ຮ້າຍປ້າຍສີຜູ້ສະໝັກຮັບເລືອກຕັ້ງຄົນອື່ນ. ການໂຄສະນາຫາສຽງໃຫ້ເລີ່ມພາຍຫຼັງວັນປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງຕາມການຕົກລົງຂອງຄະນະກໍາມະການເລືອກຕັ້ງລະດັບຊາດແລະຕ້ອງຢຸດລົງກ່ອນວັນເລືອກຕັ້ງໜຶ່ງວັນ. ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ກໍານົດລະບຽບການຈັດຕັ້ງໂຄສະນາຫສຽງ.

ໝວດທີ3ການກໍານົດເຂດເລືອກຕັ້ງແລະໜ່ວຍປ່ອນບັດເລືອກຕັ້ງ

ມາດຕາ18(ປັບປຸງ)ການກໍານົດເຂດເລືອກຕັ້ງ ການເລືອກຕັ້ງສະມາຊິກສະພາແຫ່ງຊາດໃຫ້ຖືເອົາແຂວງ,ນະຄອນຫຼວງເປັນເຂດເລືອກຕັ້ງ. ການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງໃຫ້ຖືເອົາເມືອງ,ເທດສະບານ,ນະຄອນເປັນເຂດເລືອກຕັ້ງ. ເພື່ອໃຫ້ເທດເໝາກັບສະພາບຕົວຈິງຮັບປະກັນການປະຕິບັດໜ້າທີ່ໃນຖານະເປັນຕົວແທນແຫ່ງສິດແລະຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງເປັນປົກກະຕິພາຍຫຼັງທີ່ການເລືອກຕັ້ງສໍາເລັດແລ້ວ: 1.ຖ້າຫາກມີການຍຸບໂຮມເຂົ້າຫຼືສ້າງຕັ້ງແຂວງຂຶ້ນໃໝ່ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງກ່ຽວກັບການສັບຊ້ອນສະມາຊິກສະພາແຫ່ງຊາດ. 2.ຖ້າຫາກມີການຍຸບໂຮມເຂົ້າຫຼືສ້າງເມືອງຂຶ້ນໃໝ່ຄະນະປະຈໍສະພາປະຊາຊົນຂັ້ນແຂວງເປັນຜູ້ຕົກລົງກ່ຽວກັບການສັບຊ້ອນສະມາຊິກສະພາປະຊາຊົນຂັ້ນແຂວງ.

ມາດຕາ19ການກໍານົດໜ່ວຍປ່ອນບັດເລືອກຕັ້ງ ການກໍານົດໜ່ວຍປ່ອນບັດເລືອກຕັ້ງສະມາຊິກສະພາໃຫ້ຖືເອົາບ້ານເປັນຫຼັກ,ບ້ານໃດທີ່ມີຜູ້ມີສິດເລືອກຕັ້ງແຕ່ຫ້າຮ້ອຍເຖິງໜຶ່ງພັນຄົນໃຫ້ຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງ,ຖ້າຫາກຫຼາຍກວ່າໜຶ່ງພັນຄົນຂຶ້ນໄປໃຫ້ຈັດຕັ້ງເປັນຫຼາຍໜ່ວຍປ່ອນບັດເລືອກຕັ້ງ. ສໍາລັບບ້ານທີ່ຢູ່ໃກ້ຄຽງກັນຊຶ່ງມີຈໍານວນຜູ້ມີສິດເລືອກຕັ້ງໜ້ອຍກວ່າຫ້າຮ້ອຍຄົນນັ້ນໃຫ້ໂຮມເຂົ້າກັນແລ້ວຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງ. ໃນກໍລະນີບ້ານທີ່ຢູ່ຫ່າງໄກສອກຫຼີກ,ການໄປມາມີຄວາມຫຍຸ້ງຍາກຫຼາຍນັ້ນອາດຈະຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງໜຶ່ງຫຼືຈັດເປັນໜ່ວຍຮັບຜິດຊອບຫີບບັດເລືອກເຄື່ອນທີ່ເພື່ອໄປຮັບເອົາບັດລົງຄະແນນສຽງຂອງຜູ້ມີສິດເລືອກຕັ້ງກໍ່ໄດ້. ໜ່ວຍປ່ອນບັດເລືອກຕັ້ງສໍາລັບພົນລະເມືອງລາວທີ່ພວມປະຕິບັດໜ້າທີ່ແລະດໍາລົງຊີວິດຢູ່ຕ່າງປະເທດນັ້ນໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ກໍານົດ.

ມາດຕາ20ການກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ຄະນະກອງບັນຊາການກອງພົນ,ກອງພັນ,ກອງຮ້ອຍເອກະລາດແລະຄະນະກອງບັນຊາການແຂວງ,ນະຄອນຫຼວງເປັນຜູ້ກໍານົດໜ່ວຍປ່ອນບັດເລືອກຕັ້ງຢູ່ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບຂອງຕົນແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງທີ່ຄະນະກອງນັ້ນຕັ້ງຢູ່ເພື່ອຮັບຮູ້ແລະສັງລວມເຂົ້າບັນຊີລາຍຊື່ໃນຈໍານວນໜ່ວຍປ່ອນບັດເລືອກຕັ້ງຂອງເມືອງ,ເທດສະບານ,ນະຄອນນັ້ນ. ສໍາລັບກະຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມສະຫງົບຖ້າຫາກມີຄວາມຈໍາເປັນຈັດຕັ້ງໜ່ວຍປ່ອນບັດເລືອກຕັ້ງສະເພາະນັ້ນກໍ່ໃຫ້ຫ້ອງວ່າການກະຊວງດັ່ງກ່າວເປັນຜູ້ກໍານົດແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາະການເລືອກຕັ້ງຂັ້ນເມືອງບ່ອນກະຊວງນັ້ນຕັ້ງຢູ່ເພື່ອຮັບຮູ້.

ໝວດທີ4ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ

ມາດຕາ21(ປັບປຸງ)ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ອົງການປົກຄອງບ້ານເປັນຜູ້ຮັບຜິດຊອບຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງສະມາຊິກສະພາໃນຂອບເຂດບ້ານຂອງຕົນ. ຜູ້ມີສິດເລືອກຕັ້ງແຕ່ລະຄົນມີສິດຈົດຊື່ຂອງຕົນຢູ່ໜ່ວຍປ່ອນບັດເລືອກຕັ້ງໜ່ວຍດຽວບ່ອນຕົນອາໄສຢູ່ຫຼືຂຶ້ນສໍາມະໂນຄົວເທົ່ານັ້ນ. ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ປະກາດລາຍຊື່ຜູ້ມີສິດບ່ອນບັດເລືອກຕັ້ງດັ່ງກ່າວໃນຂອບເຂດທົ່ວປະເທດກ່ອນວັນເລືອກຕັ້ງພາຍໃນສາມສິບວັນ. ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຕ້ອງນໍາມາຕິດປະກາດເປັນທາງການຢູ່ພາຍໃນໜ່ວຍປ່ອນບັດເລືອກຕັ້ງຂອງບ້ານເປັນຕົ້ນຫ້ອງການປົກຄອງບ້ານ,ສະຖານທີ່ສາທາລະນະຂອງເຂດປ່ອນບັດເພື່ອໃຫ້ປະຊາຊົນຕິດຕາມແລະກວດກາຊື່ຂອງຕົນ.

ມາດຕາ22(ປັບປຸງ)ການຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ຄະນະກອງບັນຊາການກອງພົນ,ກອງພັນ,ກອງຮ້ອຍເອກະລາດແລະຄະນກອງບັນຊາການແຂວງ,ນະຄອນຫຼວງເປັນຜູ້ຮັບຜິດຊອບຂຶ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງບ່ອນຄະນະກອງດັ່ງກ່າວນັ້ນຕັ້ງຢູ່ເພື່ອຮັບຮູ້. ສໍາລັບທະຫານ,ຕໍາຫຼວດທີ່ມີປຶ້ມສໍາມະໂນຄົວອາໄສຢູ່ບ້ານໃດກໍ່ໃຫ້ຈົດຊື່ຂອງຕົນເຂົ້າໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢູ່ໜ່ວຍປ່ອນບັດເລືອກຕັ້ງຂອງບ້ານນັ້ນ.

ມາດຕາ23ການຂໍປ່ຽນໜ່ວຍປ່ອນບັດເລືອກຕັ້ງຢູ່ບ່ອນໃໝ່ ພາຍຫຼັງໄດ້ປະກາດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງແລ້ວຖ້າຜູ້ໃດຜູ້ໜຶ່ງຫາກຖືກຍົກຍ້າຍຫຼືໄປເຮັດວຽກງານຢູ່ບ່ອນອື່ນນັ້ນຕ້ອງແຈ້ງໃຫ້ອົງການປົກຄອງບ້ານຫຼືຄະນະກອງສໍາລັບກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບບ່ອນຕົນໄດ້ຂຶ້ນບັນຊີເພື່ອຂໍເອົາໃບຢັ້ງຢືນໄປລົງຄະແນນສຽງຢູ່ໜ່ວຍປ່ອນບັດເລືອກຕັ້ງບ່ອນໃໝ່.

ໝວດທີ4ຄະນະກໍາມະການເລືອກຕັ້ງ

ມາດຕາ24(ປັບປຸງ)ອົງປະກອບຄະນະກໍາມະການເລືອກຕັ້ງ ຄະນະກໍາມະການເລືອກຕັ້ງປະກອບດ້ວຍຄະນະກໍາມະການເລືອກຕັ້ງລະດັບຊາດແລະຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ. 1.ຄະນະກໍາມະການເລືອກຕັ້ງລະດັບຊາດແມ່ນການຈັດຕັ້ງທີ່ຄະນະປະຈໍາສະພາແຫ່ງຊາດຕົກລົງສ້າງຕັ້ງແລ້ວສະເໜີປະທານປະເທດອອກລັດຖະດໍາລັດປະກາດເປັນທາງການມີພາລະບົດລາດຊີ້ນໍາ,ນໍາພາການເລືອກຕັ້ງສະມາຊິກສະພາແລະຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ; 2.ຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນປະກອບດ້ວຍ: -ຄະນະກໍາມະການເລືອກຕັ້ງຂັ້ນແຂວງ; -ຄະນະກໍາມະການເລືອກຕັ້ງຂັ້ນເມືອງ; -ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ. ການປະກອບຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນໃຫ້ມີຕົວແທນຈາກອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບ.ສໍາລັບຄະນະກໍາມະການເລືອກຕັ້ງລະດັບຊາດແລະຄະນະກໍາມະການເລືອກຕັ້ງຂັ້ນແຂວງນັ້ນຍັງໃຫ້ມີຕົວແທນຈາກສະພາຕື່ມອີກ. ຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນມີສິດສ້າງຕັ້ງອະນຸກໍາມະການເພື່ອເປັນກົງຈັກຊ່ວຍວຽກຂອງຕົນຕາມຄວາມເໝາະສົມ.

ມາດຕາ25ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ຕົກລົງແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດແລ້ວສະເໜີປະທານປະເທດອອກລັດຖະດໍາລັດປະກາດເປັນທາງການພາຍໃນເກົ້າສິບວັນກ່ອນວັນເລືອກຕັ້ງ. ຄະນະກໍາມະການເລືອກຕັ້ງລະດັບຊາດປະກອບດ້ວຍປະທານ,ຮອງປະທານແລະກໍາມະການ,ແຕ່ຈໍານວນຄະນະກໍາມະການບໍ່ໃຫ້ເກີນສິບເຈັດຄົນ.

ມາດຕາ26(ປັບປຸງ)ສິດແລະໜ້າທີ່ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ຄະນະກໍາມະການເລືອກຕັ້ງລະດັບຊາດມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າ,ກໍານົດທິດທາງ,ແຜນການເຄື່ອນໄຫວ,ອອກມະຕິ,ຄໍາແນະນໍາ,ຄໍາສັ່ງກ່ຽວກັບວຽກງານເລືອກຕັ້ງໃນທົ່ວປະເທດ; 2.ແນະນໍາໃຫ້ອົງການປົກຄອງທ້ອງຖິ່ນແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຂອງຕົນແລະຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງໃນຂອບເຂດທ້ອງຖິ່ນຕົນ; 3.ຈັດຕັ້ງການສຶກສາອົບຮົມທາງດ້ານການເມືອງແນວຄິດ,ກົດໝາຍແລະລະບຽບການເພື່ອຮັບປະກັນການຍົກລະດັບການນໍາໃຊ້ສິດປະຊາທິປະົຕຂອງປະຊາຊົນລາວບັນດາເຜົ່າແລະຮັບປະກັນການຍົກລະດັບການນໍາໃຊ້ສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າແລະຮັບປະກັນຄວາມເປັນເອກະພາບ,ຄວາມສະຫງົບປອດໄພແລະຄວາມເປັນລະບຽບຮຽບຮ້ອຍກ່ຽວກັບວຽກງານເລືອກຕັ້ງໃຫ້ໄດ້ຮັບຜົນດີ; 4.ຊຸກຍູ້ແລະປຸກລະດົມຂະບວນການດ້ານຕ່າງໆໃນການຈັດຕັ້ງປະຕິບັດວຽກງານເລືອກຕັ້ງສະມາຊິກສະພາ; 5.ກະກຽມ,ແບ່ງປັນງົບປະມານ,ແຈກຢາຍບັນດາເອກະສານແລະອຸປະກອນຮັບໃຊ້ການເລືອກຕັ້ງ; 6.ຄົ້ນຄວ້າພິຈາລະນາຄໍາຮ້ອງຂໍສະໝັກຮັບເລືອກຕັ້ງເພື່ອອະນຸມັດແລະປະກາດລາຍຊື່ຜູ້ສະໝັກຮັບເລືອກຕັ້ງຢ່າງເປັນທາງການ; 7.ຄົ້ນຄວ້າພິຈາລະນາແລະແກ້ໄຂຄໍາຮ້ອງຂໍຕໍ່ວ່າຂອງຜູ້ມີສິດເລືອກຕັ້ງແລະຜູ້ມີສິດສະໝັກຮັບເລືອກຕັ້ງກ່ຽວກັບວຽກງານຂອງຄະນະກໍາມະການເລືອກຕັ້ງແຕ່ລະຂັ້ນ; 8.ຊີ້ນໍາ,ນໍາພາແລະຕິດຕາມກວດກາການເຄື່ອນໄຫວວຽກງານຂອງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ; 9.ສັງລວມແລະປະກາດຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດໃນທົ່ວປະເທດ; 10.ອອກບັດຢັ້ງຢືນຊົ່ວຄາວໃຫ້ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ; 11.ສະຫຼຸບ,ຕີລາຄາແລະຖອດຖອນບົດຮຽນກ່ຽວກັບການເລືອກຕັ້ງ,ຍ້ອງຍໍສັນລະເສີນການຈັດຕັ້ງແລະບຸກຄົນທີ່ມີຜົນງານດີເດັ່ນໃນບັ້ນເລືອກຕັ້ງໃນທົ່ວປະເທດ; 12.ສະເໜີເປີດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ; 13.ລາຍງານຜົນສໍາເລັດຂອງການເລືອກຕັ້ງແລະຄຸນລັກສະນະຂອງຜູ້ໄດ້ຮັບເລືອກຕັ້ງຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດໃໝ່; 14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນກ່ຽວກັບວຽກງານເລືອກຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ27(ປັບປຸງ)ການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນເປັນຜູ້ແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນຂອງຕົນແລ້ວປະກາດເປັນທາງການພາຍໃນຫົກສິບວັນກ່ອນວັນເລືອກຕັ້ງ. ຄະນະກໍາມະການເລືອກຕັ້ງຂັ້ນແຂວງປະກອບດ້ວຍປະທານ,ຮອງປະທານແລະກໍາມະການ,ແຕ່ຈໍານວນຄະນະກໍາມະການດັ່ງກ່າວບໍ່ໃຫ້ເກີນສິບຫ້າຄົນ. ຄະນະກໍາມະການເລືອກຕັ້ງຂັ້ນເມືອງປະກອບດ້ວຍປະທານ,ຮອງປະທານແລະກໍາມະການ,ແຕ່ຈໍານວນຄະນະກໍາມະການດັ່ງກ່າວບໍ່ໃຫ້ເກີນສິບສາມຄົນ.

ມາດຕາ28(ປັບປຸງ)ສິດແລະໜ້າທີ່ຂອງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນ ຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນມີສິດແລະໜ້າທີ່ດັ່ງນີ້: 1.ຈັດຕັ້ງຜັນຂະຫຍາຍທິດທາງ,ແຜນການເຄື່ອນໄຫວ,ມະຕິ,ຄໍາແນະນໍາ,ຄໍາສັ່ງຂອງຄະນະກໍາມະການເລືອກຕັ້ງລະດັບຊາດ; 2.ຈັດຕັ້ງການສຶກສາອົບຮົມທາງດ້ານການເມືອງແນວຄິດ,ກົດໝາຍແລະລະບຽບການໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອຮັບປະກັນການຍົກລະດັບການນໍາໃຊ້ສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າແລະຮັບປະກັນຄວາມເປັນເອກະພາບກ່ຽວກັບວຽກງານເລືອກຕັ້ງໃນຂັ້ນຂອງຕົນ; 3.ຊຸກຍູ້ແລະປຸກລະດົມຂະບວນການດ້ານຕ່າງໆໃນການຈັດຕັ້ງປະຕິບັດວຽກງານເລືອກຕັ້ງໃນຂັ້ນຂອງຕົນ; 4.ຄຸ້ມຄອງ,ນໍາໃຊ້ງົບປະມານ,ແຈກຢາຍບັນດາເອກະສານແລະອຸປະກອນຮັບໃຊ້ການເລືອກຕັ້ງໃນເຂດຂອງຕົນ; 5.ຊີ້ນໍາ,ນໍາພາແລະຕິດຕາມກວດກາການເຄື່ອນໄຫວວຽກງານຂອງຄະນະກໍາມະການເລືອກຕັ້ງຂັ້ນລຸ່ມຖັດຕົນ; 6.ປະສານສົມທົບກັບກໍາລັງປະກອບອາວຸດໃນຂັ້ນຂອງຕົນເພື່ອຮັບປະກັນຄວາມສະຫງົບປອດໄພແລະຄວາມເປັນລະບຽບຮຽບຮ້ອຍໃນການເລືອກຕັ້ງສະມາຊິກສະພາ; 7.ນໍາພາການຈັດຕັ້ງໂຄສະນາຫາສຽງແລະແນະນໍາຊີວະປະຫວັດຂອງຜູ້ສະມັກຮັບເລືອກຕັ້ງໃຫ້ປະຊາຊົນຊາບ; 8.ພິຈາລະນາແກ້ໄຂຄໍາຮ້ອງຂໍຕໍ່ວ່າຂອງຜູ້ມີສິດເລືອກຕັ້ງແລະຜູ້ມີສິດສະໝັກຮັບເລືອກຕັ້ງກ່ຽວກັບການປະຕິບັດວຽກງານເລືອກຕັ້ງໃນຂັ້ນຂອງຕົນ; 9.ສັງລວມແລະຢັ້ງຢືນຜົນຂອງການເລືອກຕັ້ງໃນຂອບເຂດທ້ອງຖິ່ນຕົນແລ້ວໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ40ຂອງກົດໝາຍສະບັບນີ້; 10.ສະຫຼຸບ,ຕີລາຄາ,ຖອດຖອນບົດຮຽນແລະລາຍງານກ່ຽວກັບການເລືອກຕັ້ງໃຫ້ຂັ້ນເທິງຖັດຕົນ.ຈັດຕັ້ງການຍ້ອງຍໍສັນລະເສີນການຈັດຕັ້ງແລະບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານເລືອກຕັ້ງໃນຂັ້ນຂອງຕົນ; 11.ສະເໜີເປີດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນຂັ້ນແຂວງ; 12.ລາຍງານຜົນສໍາເລັດຂອງການເລືອກຕັ້ງແລະຄຸນລັກສະນະຂອງຜູ້ໄດ້ຮັບເລືອຕັ້ງຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນຂັ້ນແຂວງ; 13.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນກ່ຽວກັບວຽກງານເລືອກຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ29ການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງໃນຂອບເຂດເມືອງຂອງຕົນ. ຄະນະກອງບັນຊາການກອງພົນ,ກອງພັນ,ກອງຮ້ອຍເອກະລາດແລະຄະນະກອງບັນຊາການແຂວງ,ນະຄອນຫຼວງ,ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມສະຫງົບເປັນຜູ້ແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຢູ່ໃນກໍາລັງປະກອບອາວຸດແລ້ວແຈ້ງເປັນລາຍລັກອັກສອນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງບ່ອນຄະນະກອງແລະຫ້ອງວ່າການນັ້ນຕັ້ງຢູ່ເພື່ອຮັບຮູ້. ຄະນະຮັບຜິດຊອບໜ່ວຍບ່ອນບັດເລືອກຕັ້ງປະກອບດ້ວຍຫົວໜ້າ,ຮອງຫົວໜ້າ,ກໍາມະການແລະເລຂານຸການສາມຫາຫ້າຄົນແຕ່ຈໍານວນຄະນະຮັບຜິດຊອບບໍ່ໃຫ້ເກີນສິບຫ້າຄົນ.

ມາດຕາ30(ປັບປຸງ)ສິດແລະໜ້າທີ່ຂອງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງມີສິດແລະໜ້າທີ່ດັ່ງນີ້: 1.ຊຸກຍູ້,ແນະນໍາ,ສຶກສາອົບຮົມກົດໝາຍ,ລະບຽບການກ່ຽວກັບວຽກງານເລືອກຕັ້ງແລະຈັດຕັ້ງນໍາພາຜູ້ມີສິດເລືອກຕັ້ງໃນຂອບເຂດຄວາມຮັບຜິດຊອບຂອງຕົນໄປໃຊ້ສິດປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ,ຖືກຕ້ອງແລະທັນເວລາ; 2.ກະກຽມສະຖານທີ່,ຫີບບັດລົງຄະແນນສຽງສະມາຊິກສະພາແຫ່ງຊາດແລະຫີບບັດລົງຄະແນນສຽງສະມາຊິກສະພາປະຊາຊົນຂັ້ນແຂວງແລະອຸປະກອນຮັບໃຊ້ການປ່ອນບັດເລືອກຕັ້ງ; 3.ຄຸ້ມຄອງ,ແນະນໍາແຈກຢາຍບັດລົງຄະແນນສຽງເລືອກຕັ້ງສະມາຊິກສະພາແຫ່ງຊາດແລະບັດລົງຄະແນນສຽງເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງໃຫ້ແກ່ຜູ້ມີສິດເລືອກຕັ້ງຢ່າງຊັດເຈນ; 4.ຮັບຜິດຊອບວຽກງານປ່ອນບັດເລືອກຕັ້ງ,ປະສານສົມທົບກັບກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບເພື່ອຮັບປະກັນຄວາມສະຫງົບ,ປອດໄພແລະຄວາມເປັນລະບຽບຮຽບຮ້ອຍຢູ່ໜ່ວຍປ່ອນບັດເລືອກຕັ້ງຂອງຕົນ; 5.ແກ້ໄຂຄໍາສະເໜີຫຼືຄໍາຮ້ອງຂໍຕໍ່ວ່າຂອງຜູ້ມີສິດເລືອກຕັ້ງຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6.ແຍກຫີບບັດ,ນັບບັດ,ກວດກາບັດໃນແຕ່ລະຫີບແລະເຮັດບົດບັນທຶກຜົນຂອງການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດແລະບົດບັນທຶກຜົນຂອງການປ່ອນບັດເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງຢູ່ໜ່ວຍຂອງຕົນແລ້ວມອບບົດບັນທຶກ,ຕາປະທັບແລະເອກະສານທີ່ສໍາຄັນໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ; 7.ເກັບມ້ຽນບັດລົງຄະແນນສຽງທີ່ໄດ້ປ່ອນແລ້ວນັ້ນໄວ້ຈົນກວ່າອາຍຸການຂອງຄະນະກໍາມະການເລືອກຕັ້ງສິ້ນສຸດລົງແລ້ວຈຶ່ງທໍາລາຍຖິ້ມ; 8.ສະຫຼຸບ,ຕີລາຄາ,ຖອດຖອນບົດຮຽນ,ແລ້ວລາຍງານກ່ຽວກັບວຽກງານເລືອກຕັ້ງໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ; 9.ຄັດເລືອກຕົວເດັ່ນແລ້ວສະເໜີໃຫ້ຄະນະກໍາມະການເລືອກຕັ້ັງຂັ້ນເມືອງພິຈາລະນາແລະສະເໜີຂັ້ນເທິງຕົກລົງຍ້ອງຍໍ; 10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນກ່ຽວກັບວຽກງານເລືອກຕັ້ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ31(ປັບປຸງ)ອາຍຸການຂອງຄະນະກໍາມະການເລືອກຕັ້ງ ອາຍຸການຂອງຄະນະກໍາມະການເລືອກຕັ້ງລະດັບຊາດຈະສິ້ນສຸດລົງພາຍຫຼັງສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດນັ້ນ. ອາຍຸການຂອງຄະນະກໍາມະການເລືອກຕັ້ງລະດັບທ້ອງຖິ່ນຈະສິ້ນສຸດລົງພາຍຫຼັງສໍາເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນຂັ້ນແຂວງຊຸດນັ້ນ.

ໝວກທີ4ການກໍານົດວັນເວລາແລະລະບຽບການປ່ອນບັດເລືອກຕັ້ງ

ມາດຕາ32(ປັບປຸງ)ການກໍານົດວັນເລືອກຕັ້ງ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ກໍານົດວັນເລືອກຕັ້ງແລ້ວສະເໜີປະທານປະເທດອອກລັດຖະດໍາລັດປະກາດຢ່າງເປັນທາງການກ່ອນວັນເລືອກຕັ້ງພາຍໃນເກົ້າສິບວັນ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງດໍາເນີນໃນວັນດຽວກັນຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດໂດຍຖືເອົາວັນເສົາຫຼືວັນອາທິດເປັນວັນເລືອກຕັ້ງ. ໃນກໍລະນີທີ່ມີຄວາມຈໍາເປັນຄະນະປະຈໍາສະພາແຫ່ງຊາດອາດຈະກໍານົດວັນເລືອກຕັ້ງສະເພາະກ່ອນຫຼືຫຼັງວັນເລືອກຕັ້ງທີ່ໄດ້ກໍານົດໄວ້ນັ້ນກໍ່ໄດ້.

ມາດຕາ33ການກໍານົດເວລາປ່ອນບັດເລືອກຕັ້ງ ເວລາປ່ອນບັດເລືອກຕັ້ງໃຫ້ເລີ່ມແຕ່ເຈັດໂມງເຊົ້າຫາສິບເຈັດໂມງແລງ. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງອາດຈະຕົກລົງໄຂພິທີຫຼືອັດພິທີໄວຫຼືຊ້າກວ່າເວລາທີ່ໄດ້ກໍານົດໄວ້ນັ້ນກໍ່ໄດ້ໂດຍອີງໃສ່ສະພາບການຕົວຈິງຂອງແຕ່ລະບ່ອນແຕ່ບໍ່ໃຫ້ໄຂພິທີກ່ອນຫ້າໂມງເຊົ້າແລະອັດພິທີຊ້າກວ່າສິບເກົ້າໂມງແລງ.

ມາດຕາ34(ປັບປຸງ)ລະບຽບການປ່ອນບັດເລືອກຕັ້ງ ລະບຽບການປ່ອນບັດເລືອກຕັ້ງມີດັ່ງນີ້: 1.ສະຖານທີ່ປ່ອນບັດເລືອກຕັ້ງໃຫ້ຈັດໃສ່ບ່ອນທີ່ເຫັນວ່າເໝາະສົມແລະສະດວກດີເຊັ່ນໂຮງຮຽນ,ສະໂມສອນ,ວັດຫຼືສະຖານທີ່ອື່ນ; 2.ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງແນະນໍາ,ເຜີຍແຜ່ລະບຽບການຕ່າງໆ,ວິທີຂີດບັດແລະວິທີປ່ອນບັດລົງຄະແນນສຽງໃຫ້ຜູ້ມີສິດເລືອກຕັ້ງທຸກຄົນເຂົ້າໃຈ; 3.ກ່ອນການປ່ອນບັດນັ້ນຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງໄຂຫີບບັດໃຫ້ເຫັນທາງໃນໂດຍຊ້ອງໜ້າປະຊາຊົນ; 4.ຜູ້ມີສິດເລືອກຕັ້ງຕ້ອງສະເໜີຕົວແລະແຈ້ງບັດຢັ້ງຢືນຕໍ່ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງເພື່ອຮັບເອົາບັດລົງຄະແນນສຽງທັງສອງຫີບ; 5.ສໍາລັບຜູ້ມີສິດເລືອກຕັ້ງທີ່ບໍ່ຮູ້ໜັງສືຊຶ່ງບໍ່ສາມາດຂີດບັດດ້ວຍຕົນເອງໄດ້ນັ້ນຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງມີສິດແຕ່ງຕັ້ງຜູ້ຮັບຜິດຊອບຊ່ວຍຂີດບັດ,ແຕ່ຕ້ອງປະຕິບັດຕາມຄວາມມັກແລະການຊີ້ບອກຂອງຜູ້ນັ້ນແລະໃຫ້ຜູ້ກ່ຽວນໍາເອົາບັດລົງຄະແນນສຽງໄປບ່ອນໃສ່ແຕ່ລະຫີບບັດດ້ວຍຕົນເອງ.ໃນກໍລະນີທີ່ປ່ອນບັດດ້ວຍຕົນເອງບໍ່ໄດ້ກໍ່ມອບໃຫ້ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຜູ້ໃດໜຶ່ງຊ່ວຍນໍາເອົາບັດໄປປ່ອນໃສ່ແຕ່ລະຫີບບັດໂດຍຊ້ອງໜ້າຜູ້ກ່ຽວ; 6.ໃນກໍລະນີທີ່ຜູ້ມີສິດເລືອກຕັ້ງເຈັບປ່ວຍ,ເສຍອົງຄະ,ເຖົ້າແກ່ໄປປ່ອນບັດບໍ່ໄດ້ນັ້ນຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງຈັດຕັ້ງໜ່ວຍຮັບຜິດຊອບຫີບບັດເຄື່ອນທີ່ໄປຮັບເອົາບັດລົງຄະແນນສຽງກັບທີ່; 7.ຖ້າຜູ້ມີສິດເລືອກຕັ້ງຫາກຂີດບັດຜິດຕ້ອງສົ່ງບັດທີ່ຂີດຜິດນັ້ນຄືນແລ້ວຂໍເອົາບັດໃໝ່ນໍາຄະນະຮັບຜິດຊອບໜ່ວຍບ່ອນບັດເລືອກຕັ້ງ; 8.ຜູ້ມີສິດເລືອກຕັ້ງຕ້ອງປ່ອນບັດລົງຄະແນນສຽງໃສ່ແຕ່ລະຫີບບັດເທື່ອລະຄົນ.

ມາດຕາ35ການແກ້ໄຂກໍລະນີສຸກເສີນຢູ່ບ່ອນປ່ອນບັດເລືອກຕັ້ງ ໃນເວລາດໍາເນີນການປ່ອນບັດເລືອກຕັ້ງນັ້ນຖ້າຫາກມີກໍລະນີສຸກເສີນຢ່າງຮ້າຍແຮງເກີດຂຶ້ນຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງປະກາດໂຈະການປ່ອນບັດໃນທັນທີ,ແຕ່ຕ້ອງພິຈາລະນາແກ້ໄຂກໍລະນີດັ່ງກ່າວໃຫ້ສໍາເລັດເພື່ອສາມາດສືບຕໍ່ການປ່ອນບັດນັ້ນໄດ້.ຖ້າຫາກບໍ່ສາມາດແກ້ໄຂໄດ້ນັ້ນກໍ່ໃຫ້ປະກາດງົດການປ່ອນບັດເລືອກຕັ້ງແລ້ວລາຍງານໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງພິຈາລະນາໃນທັນທີເພື່ອແກ້ໄຂຫຼືກໍານົດວັນເວລາປ່ອນບັດເລືອກຕັ້ງໃໝ່.

ໝວດທີ7ການນັບຄະແນນສຽງແລະການປະກາດຜົນການເລືອກຕັ້ງ

ມາດຕາ36(ປັບປຸງ)ການນັບຄະແນນສຽງ ການນັບຄະແນນສຽງຕ້ອງດໍາເນີນຢ່າງເປີດເຜີຍໂດຍຊ້ອງໜ້າພະຍານຢ່າງນ້ອຍສາມຄົນທີ່ມາຈາກຜິມີສິດເລືອກຕັ້ງຂອງໜ່ວຍປ່ອນບັດເລືອກຕັ້ງນັ້ນ.ແຕ່ຫາກບໍ່ແມ່ນຜູ້ສະໝັກຮັບເລືອກຕັ້ງ. ນັກຂ່າວແລະຜູ້ຕາງໜ້າຂອງຜູ້ສະໝັກຮັບເລືອກຕັ້ງຈະເຂົ້າຮ່ວມສັງເກດການແລະຕິດຕາມການນັບຄະແນນສຽງກໍ່ໄດ້. ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຕ້ອງແບ່ງເປັນສອງຈຸຄືຈຸຮັບຜິດຊອບຫີບປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດແລະຈຸຮັບຜິດຊອບຫີບປ່ອນບັດເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ;ໃນການນັບຄະແນນສຽງນັ້ນໃຫ້ຜູ້ໜຶ່ງອ່ານ,ຜູ້ໜຶ່ງກວດກາຄືນ,ຜູ້ໜຶ່ງຂຽນແລະຜູ້ອື່ນໆເປັນຜູ້ຕິດຕາມແລະບັນທຶກ.

ມາດຕາ37(ປັບປຸງ)ບັດລົງຄະແນນສຽງທີ່ບໍ່ຖືກຕ້ອງ ລັດລົງຄະແນນສຽງທີ່ບໍ່ຖືກຕ້ອງມີດັ່ງນີ້: 1.ບໍ່ມີຕາປະທັບຂອງໜ່ວຍປ່ອນບັດເລືອກຕັ້ງນັ້ນ; 2.ຂີດຊື່ຜູ້ສະໝັກຮັບເລືອກຕັ້ງເກີນຫຼືຫຼຸດຈໍານວນທີ່ໄດ້ກໍານົດໄວ້; 3.ບໍ່ຂີດຊື່ຜູ້ສະໝັກຮັບເລືອກຕັ້ງ; 4.ບໍ່ປ່ອນບັດຖືກຕາຫີບບັດທີ່ກ່ຽວຂ້ອງ; 5.ບໍ່ສາມາດເຊື່ອຖືໄດ້.

ມາດຕາ38(ປັບປຸງ)ບົດບັນທຶກຜົນການປ່ອນບັດເລືອກຕັ້ງ ບົດບັນທຶກຜົນການປ່ອນບັດເລືອກຕັ້ງໃຫ້ເຮັດເປັນສອງບົດຄືບົດບັນທຶກຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະບົດບັນທຶກຜົນການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງຊຶ່ງມີເນື້ອໃນດັ່ງນີ້: 1.ເວລາໄຂແລະອັດພິທີປ່ອນບັດເລືອກຕັ້ງ; 2.ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ; 3.ຈໍານວນຜູ້ມີສິດເລືອກຕັ້ງທັງໝົດ; 4.ຈໍານວນຜູ້ມາປ່ອນບັດເລືອກຕັ້ງຕົວຈິງ; 5.ຈໍານວນບັດລົງຄະແນນສຽງທີ່ໄດ້ຮັບຕົວຈິງ; 6.ຈໍານວນບົດລົງຄະແນນສຽງທີ່ຂີດຜິດໃນແຕ່ລະຫີບບັດຊຶ່ງໄດ້ນໍາມາປ່ຽນເອົາບັດໃໝ່; 7.ຈໍານວນລັດລົງຄະແນນສຽງທີ່ຖືກຕ້ອງໃນແຕ່ລະຫີບບັດ; 8.ຈໍານວນລັດລົງຄະແນນສຽງທີ່ບໍ່ຖືກຕ້ອງໃນແຕ່ລະຫີບບັດ; 9.ຈໍານວນຄະແນນສຽງທີ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນໄດ້ຮັບ; 10.ຈໍານວນຄໍາຮ້ອງຂໍຕໍ່ວ່າທີ່ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງໄດ້ແກ້ໄຂແລ້ວແລະຄໍາຮ້ອງຂໍຕໍ່ວ່າທີ່ບໍ່ທັນໄດ້ແກ້ໄຂພ້ອມດ້ວຍເຫດຜົນ(ຖ້າຫາກມີ). ບົດບັນທຶກດັ່ງກ່າວຕ້ອງມີລາຍເຊັນຂອງຫົວໜ້າຄະນະຮັບຜິດຊອບໜ່ວຍບ່ອນບັດເລືອກຕັ້ງ,ເລຂານຸການແລະພະຍານສາມຄົນທີ່ເຂົ້າຮ່ວມໃນການກວດກາບັດ.ບົດບັນທຶກນັ້ນສະບັບໜຶ່ງສົ່ງໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງເພື່ອລາຍງານຕໍ່ຄະນະກໍາມະການເລືອກຕັ້ງຂັ້ນແຂວງແລະອີກສະບັບໜຶ່ງມອບໃຫ້ນາຍບ້ານເກັບຮັກສາໄວ້ເພື່ອເປັນຫຼັກຖານ.

ມາດຕາ39(ປັບປຸງ)ຜູ້ໄດ້ຮັບການເລືອກຕັ້ງ ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແມ່ນຜູ້ໄດ້ຮັບຄະແນນສຽງຫຼາຍກວ່າຕາມລໍາດັບຈົນຄົບຈໍານວນທີ່ຕ້ອງການເລືອກເອົາໃນແຕ່ລະເຂດເລືອກຕັ້ງ. ໃນກໍລະນີທີ່ຄະແນນສຽງຂອງຜູ້ຢູ່ໃນອັນດັບສຸດທ້າຍຂອງຈໍານວນທີ່ຕ້ອງການໃນເຂດເລືອກຕັ້ງໃດໜຶ່ງຫາກເທົ່າກັນນັ້ນໃຫ້ຕັດສິນເອົາຜູ້ມີອາຍຸການຫຼາຍກວ່າ,ແຕ່ໃນກໍລະນີທີ່ອາຍຸການຫາກເທົ່າກັນແມ່ນໃຫ້ເອົາຜູ້ມີອາຍຸກະສຽນສູງກວ່າເປັນຜູ້ໄດ້ຮັບການເລືອກຕັ້ງ. ໃນກໍລະນີທີ່ຄະແນນສຽງຂອງຜູ້ຢູ່ໃນອັນດັບສຸດທ້າຍຂອງຈໍານວນທີ່ຕ້ອງການໃນເຂດເລືອກຕັ້ງໃດໜຶ່ງຫາກເທົ່າກັນລະຫວ່າງເພດຍິງກັບເພດຊາຍໃຫ້ຕັດສິນເອົາເພດຍິງ. ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດທີ່ເປັນຜູ້ດໍາລົງຊີວິດຢູ່ທ້ອງຖິ່ນເຂດເລືອກຕັ້ງນັ້ນເປັນທັງສະມາຊິກສະພາປະຊາຊົນຂັ້ນແຂວງ.

ມາດຕາ40ການປະກາດຜົນຂອງການເລືອກຕັ້ງ ພາຍຫຼັງຄະນະກໍາມະການເລືອກຕັ້ງໄດ້ສໍາເລັດການນັບຄະແນນສຽງເປັນທີ່ຮຽບຮ້ອຍແລະຖືກຕ້ອງແລ້ວໃຫ້ປະຕິບັດດັ່ງນີ້: 1.ຄະນະກໍາມະການເລືອກຕັ້ງຂັ້ນແຂວງໃຫ້ສົ່ງຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດໄປຍັງຄະນະກໍາມະການເລືອກຕັ້ງລະດັບຊາດເພື່ອສັງລວມແລະປະກາດຜົນຢ່າງເປັນທາງການ; 2.ຄະນະກໍາມະການເລືອກຕັ້ງຂັ້ນເມືອງໃຫ້ສົ່ງຜົນຂອງການເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງໄປຍັງຄະນະກໍາມະການເລືອກຕັ້ງຂັ້ນແຂວງເພື່ອສັງລວມແລະປະກາດຜົນຢ່າງເປັນທາງການ.

ໝວກທີ3ການເລືອກຕັ້ງແທນ

ມາດຕາ41(ປັບປຸງ)ການເລືອກຕັ້ງແທນ ການເລືອກຕັ້ງແທນຈະໄດ້ຈັດຂຶ້ນເມື່ອສະມາຊິກສະພາໃນເຂດເລືອກຕັ້ງໃດໜຶ່ງຫາກຫຼຸດຈໍານວນລົງອັນເນື່ອງມາຈາກໍລະນີດັ່ງນີ້: 1.ເສຍຊີວິດ; 2.ລາອອກ; 3.ຖືກປົດອອກຈາກການເປັນສະມາຊິກສະພາ. ການເລືອກຕັ້ງແທນຈະດໍາເນີນໄດ້ກໍ່ຕໍ່ເມື່ອໄດ້ຮັບສຽງເຫັນດີຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກສະພາທີ່ກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມຕາມການສະເໜີຂອງຄະນະປະຈໍາສະພາທີ່ກ່ຽວຂ້ອງແລະອາຍຸການຂອງສະພາທີ່ກ່ຽວຂ້ອງຊຸດນັ້ນຫາກຍັງເຫຼືອຢ່າງນ້ອຍສາມປີຂອງອາຍຸການທັງໝົດນັບແຕ່ວັນເກີດກໍລະນີທີ່ໄດ້ກໍານົດໄວ້ໃນວັກເທິງນີ້.

ມາດຕ42(ປັບປຸງ)ວິທີການເລືອກຕັ້ງແທນ ການເລືອກຕັ້ງແທນມີສອງວິທີດັ່ງນີ້: 1.ຕາມວິທີທົ່ວໄປ ຄະນະປະຈໍາສະພາທີ່ກ່ຽວຂ້ອງເປັນຜູ້ຕົກລົງແຕ່ງຕັ້ງຄະນະກໍາມະການເລືອກຕັ້ງແລະກໍານົດວັນເລືອກຕັ້ງແທນ. ການດໍາເນີນການເລືອກຕັ້ງແທນນັ້ນໃຫ້ປະຕິບັດຕາມກົດໝາຍສະບັບນີ້. 2.ຕາມວິທີສະເພາະ ໃນກໍລະນີທີ່ບໍ່ສາມາດດໍາເນີນການເລືອກຕັ້ງແທນຕາມວິທີທົ່ວໄປໄດ້ນັ້ນໃຫ້ປະຕິບັດດັ່ງນີ້: 2.1.ເຂດເລືອກຕັ້ງທີ່ກ່ຽວຂ້ອງເລືອກເອົາຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ຮັບຄະແນນສຽງຫຼາຍຖັດຈາກຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາທີ່ກ່ຽວຂ້ອງໃນເຂດເລືອກຕັ້ງນັ້ນ; 2.2.ຜູ້ສະໝັກຮັບເລືອກຕັ້ງດັ່ງກ່າວຕ້ອງໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນຜູ້ມາປ່ອນບັດເລືອກຕັ້ງ; 2.3.ຜູ້ສະໝັກຮັບເລືອກຕັ້ງດັ່ງກ່າວຕ້ອງຮັກສາໄດ້ມາດຕະຖານຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ12ຂອງກົດໝາຍສະບັບນີ້; 2.4.ເຂດເລືອກຕັ້ງທີ່ກ່ຽວຂ້ອງນໍາສະເໜີບຸກຄົນດັ່ງກ່າວເພື່ອໃຫ້ຄະນະປະຈໍາສະພາທີ່ກ່ຽວຂ້ອງສະເໜີຕໍ່ກອງປະຊຸມສະພາຂອງຕົນພິຈາລະນາຮັບຮອງເອົາເປັນສະມາຊິກສະພາທີ່ກ່ຽວຂ້ອງຕາມກົດໝາຍແລະລະບຽບການ.

ໝວດທີ່9ຂໍ້ຫ້າມ

ມາດຕາ43(ປັບປຸງ)ຂໍ້ຫ້າມສໍາລັບຜູ້ມີສິດເລືອກຕັ້ງ ຫ້າມຜູ້ມີສິດເລືອກຕັ້ງມີພຶດຕິກໍາດັ່ງນີ້: 1.ບິດເບືອນແນວທາງນະໂຍບາຍແລະຄວາມເປັນຈິງກ່ຽວກັບການເລືອກຕັ້ງ; 2.ໂຄະນາໃສ່ຮ້າຍປ້າຍສີ,ທັບຖົມຜູ້ສະໝັກຮັບເລືອກຕັ້ງ; 3.ປັ່ນປ່ວນ,ສ້າງສະຖານະການກໍ່ຄວາມບໍ່ສະຫງົບໃນໜ່ວຍເລືອກຕັ້ງ; 4.ແຊກແຊງການຂີດບັດລົງຄະແນນສຽງຂອງຜູ້ອື່ນຫຼືທໍາລາຍບັດເລືອກຕັ້ງ; 5.ຂີດບົດລົງຄະແນນສຽງຂອງຕົນແບບຊະຊາຍຫຼືບໍ່ຖືກຕ້ອງຕາມລະບຽບການ; 6.ຮັບຫຼືໃຫ້ສິນບົນ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ44(ປັບປຸງ)ຂໍ້ຫ້າມສໍາລັບຜູ້ສະໝັກຮັບເລືອກຕັ້ງ ຫ້າມຜູ້ສະໝັກຮັບເລືອກຕັ້ງມີພຶດຕິກໍາດັ່ງນີ້: 1.ໂຄສະນາໃສ່ຮ້າຍປ້າຍສີ,ທັບຖົມຜູ້ສະໝັກຮັບເລືອກຕັ້ງດ້ວຍກັນ; 2.ໃຫ້ສິນບົນ,ຊື້ຈ້າງ,ຈອບອອຍຜູ້ມີສິດເລືອກຕັ້ງດ້ວຍຮູບການຕ່າງໆ; 3.ໂຄສະນາຫາສຽງໃນວັນເລືອກຕັ້ງ; 4.ເຂົ້າຫຍຸ້ງກ່ຽວການນັບບັດລົງຄະແນນສຽງຂອງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ; 5.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ45(ປັບປຸງ)ຂໍ້ຫ້າມສໍາລັບຄະນະກໍາມະການເລືອກຕັ້ງ ຫ້າມຄະນະກໍາມະການເລືອກຕັ້ງມີພຶດຕິກໍາດັ່ງນີ້: 1.ລໍາອຽງ,ເຂົ້າຂ້າງອອກຂາຜູ້ສະໝັກຮັບເລືອກຕັ້ງໃດໜຶ່ງເປັນຕົ້ນໃນເວລານັບບັດລົງຄະແນນສຽງ; 2.ໃສ່ຮ້າຍປ້າຍສີ,ທັບຖົມບົດບາດແລະຊື່ສຽງຂອງຜູ້ສະໝັກຮັບເລືອກຕັ້ງໃດໜຶ່ງ; 3.ນໍາໃຊ້ສິດແລະປະຕິບັດໜ້າທີ່ຂອງຕົນເກີນຂອບເຂດທີ່ໄດ້ກໍານົດໄວ້; 4.ເມີນເສີຍຕໍ່ໜ້າທີ່ແລະຄວາມຮັບຜິດຊອບຂອງຕົນເປັນຕົ້ນການຄຸ້ມຄອງງົບປະມານ,ອຸປະກອນຮັບໃຊ້ການເລືອກຕັ້ງ; 5.ຮັບຫຼືໃຫ້ສິນບົນຈາກຜູ້ມີສິດເລືອກຕັ້ງແລະຜູ້ສະໝັກຮັບເລືອກຕັ້ງ; 6.ຂີດບັດແທນຜູ້ມີສິດເລືອກຕັ້ງໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງບັດ; 7.ອັດຫີບບັດກ່ອນກໍານົດເວລາທີ່ຜູ້ມີສິດເລືອກຕັ້ງຍັງບໍ່ທັນໄດ້ມາໃຊ້ສິດປ່ອນບັດເລືອກຕັ້ງຢ່າງຄົບຖ້ວນຕາມບັນຊີ; 8.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ46(ປັບປຸງ)ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ຂັດຂວາງຜູ້ອື່ນບໍ່ໃຫ້ເຂົ້າຮ່ວມການເລືອກຕັ້ງ; 2.ເຂົ້າໄປຫຍຸ້ງກ່ຽວໃນເວລາຜູ້ມີສິດເລືອກຕັ້ງດໍາເນີນການຂີດບັດ; 3.ໂຄສະນາຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງໃດໜຶ່ງໃນວັນເລືອກຕັ້ງແລະເວລາດໍາເນີນການປ່ອນບັດ; 4.ກໍ່ຄວາມວຸ້ນວາຍໃນການດໍາເນີນການເລືອກຕັ້ງອັນເປັນການລະເມີດກົດໝາຍແລະລະບຽບການ; 5.ຍຸແຍ່,ຊວນເຊື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງໃນເຂດດຽວກັນນັ້ນມີຄວາມເຂົ້າໃຈຜິດຊຶ່ງກັນແລະກັນ; 6.ໃຫ້ຫຼືຮັບສິນບົນຫຼືການຊື້ຈ້າງຈອບອອຍຈາກຜູ້ສະໝັກຮັບເລືອກຕັ້ງດ້ວຍຮູບການຕ່າງໆ; 7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ໝວດທີ10ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ47ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນແລະການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການເຂົ້າຮ່ວມຂະບວນການໂຄສະນາ,ປ້ອງກັນຄວາມສະຫງົບ,ປະກອບສ່ວນທຶນຮອນໃຫ້ແກ່ການເລືອກຕັ້ງຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ48(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນແລະການຈັດຕັ້ງທີ່ລະເມີດກົດໝາຍແລະລະບຽບການກ່ຽວກັບວຽກງານເລືອກຕັ້ງຈະຖືກປະຕິບັດມາດຕະການສຶກສາອົບຮົມ,ກ່າວເຕືອນ,ປັບໃໝ,ລົງວິໄນ,ໃຊ້ແທນທາງແພ່ງຫຼືລົງໂທດທາງອາຍາຕາມກໍລະນີເບົາຫຼືໜັກ.

ໝວດທີ10ບົດບັນຍັດສຸດທ້າຍ

ມາດຕາ49(ປັບປຸງ)ງົບປະມານຮັບໃຊ້ການເລືອກຕັ້ງ ງົບປະມານຮັບໃຊ້ການເລືອກຕັ້ງສະມາຊິກສະພາແມ່ນງົບປະມານຂອງລັດ. ຄະນະກໍາມະການເລືອກຕັ້ງລະດັບຊາດເປັນຜູ້ແບ່ງປັນງົບປະມນດັ່ງກ່າວໃຫ້ແຕ່ລະເຂດເລືອກຕັ້ງຕາມເງື່ອນໄຂຕົວຈິງແລະຢ່າງເໝາະສົມ.

ມາດຕາ50ການຈັດຕັ້ງປະຕິບັດ ຄະນະປະຈໍາສະພາແຫ່ງຊາດເປັນຜູ້ອອກຄໍາແນະນໍາຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ51(ປັບປຸງ)ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດສະບັບເລກທີ05/ສພຊລົງວັນທີ15ທັນວາ2010. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ