ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງ) 9-11-2016

ການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງ) 9-11-2016

ພາກທີ1ບັດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການດໍາເນີນການແກ້ໄຂຄໍາຮ້ອງທຸກ,ຄຸ້ມຄອງແລະກວດກາຜົນການແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງເພື່ອໃຫ້ຖືກຕ້ອງຕາມກົດໝາຍແນໃສ່ເພີ່ມທະວີນິຕິທໍາ,ປົກປັກຮັກສາຜົນປະໂຫຍດຂອງລັດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ,ເປັນລະບຽບຮຽບຮ້ອຍ,ຍຸຕິທໍາແລະສີວິໄລ.

ມາດຕາ2(ປັບປຸງ)ຄໍາຮ້ອງທຸກ ຄໍາຮ້ອງທຸກແມ່ນເອກະສານຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຢື່ນຕໍ່ອົງການກ່ຽວຂ້ອງເພື່ອພິຈາລະນາແກ້ໄຂກ່ຽວກັບການກະທໍາຂອງບຸກຄົນຫຼືຄໍາຕົກລົງຂອງການຈັດຕັ້ງໃດໜຶ່ງທີ່ຕົນເຫັນວ່າເປັນການລະເມີດກົດໝາຍ,ບໍ່ໄດ້ຮັບຄວາມຍຸຕິທໍາ,ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ. ຄໍາຮ້ອງທຸກມີສາມປະເພດຄືຄໍາສະເໜີ,ຄໍາຮ້ອງຟ້ອງແລະຄໍາຮ້ອງຂໍຄວາມເປັນທໍາ. 1.ຄໍາສະເໜີແມ່ນເອກະສານຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຍື່ນຕໍ່ອົງການປົກຄອງທ້ອງຖິ່ນຫຼືລັດຖະບານເພື່ອພິຈາລະນາແກ່ໄຂກ່ຽວກັບການກະທໍາ,ການຕົກລົງຂອງບຸກຄົນ,ຂອງການຈັດຕັ້ງໃດໜຶ່ງທີ່ເຫັນວ່າເປັນການລະເມີດກົດໝາຍ,ກໍ່ຄວາມເສຍຫາຍໃນແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ; 2.ຄໍາຮ້ອງຟ້ອງແມ່ນເອກະສານຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຍື່ນຕໍ່ອົງການສືບສວນ-ສອບສວນ,ອົງການໄອຍຍະການປະຊາຊົນແລະສານປະຊາຊົນເພື່ອພິຈາລະນາແກ້ໄຂກ່ຽວກັບການກະທໍາ,ການຕົກລົງຂອງບຸກຄົນ,ຂອງການຈັດຕັ້ງໃດໜຶ່ງທີ່ເຫັນວ່າມີການລະເມີດກົດໝາຍ,ກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ; 3.ຄໍາຮ້ອງຂໍຄວາມເປັນທໍາແມ່ນເອກະສານຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຍື່ນຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືຄະນະປະຈໍາສະພາແຫ່ງຊາດເພື່ອຄົ້ນຄວ້າ,ກວດກາແລະພິຈາລະນາຜົນການແກ້ໄຂຄໍາສະເໜີຂອງອົງການປົກຄອງທ້ອງຖິ່ນ,ລັດຖະບານຫຼືຜົນຂອງການແກ້ໄຂຄໍາຮ້ອງຟ້ອງຂອງອົງການສືບສວນ-ສອບສວນ,ອົງການໄອຍະການປະຊາຊົນຫຼືສານປະຊາຊົນທີ່ເຫັນວ່າການແກ້ໄຂນັ້ນເປັນການລະເມີດກົດໝາຍ,ກໍ່ຄວາມເສຍຫາຍຕໍ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ.

ມາດຕາ3(ປັບປຸງ)ການແກ້ໄຂຄໍາຮ້ອງທຸກ ການແກ້ໄຂຄໍາຮ້ອງທູກແມ່ນການນໍາເອົາຄໍາສະເໜີ,ຄໍາຮ້ອງຟ້ອງແລະຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງມາຄົ້ນຄວ້າພິຈາລະນາແກ້ໄຂໂດຍອົງການບໍລິຫານ,ອົງການສືບສວນ-ສອບສວນ,ອົງການໄອຍະການປະຊາຊົນ,ສານປະຊາຊົນ,ຄະນະປະຈໍາສະພາປະຊາຊົນຂັ້ນແຂວງແລະຄະນະປະຈໍາສະພາແຫ່ງຊາດຕາມພາລະບົດບາດຂອງຕົນຢ່າງຖືກຕ້ອງແລະເປັນທໍາ.

ມາດຕາ4(ປັບປຸງ)ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1.ພົນລະເມືອງໝາຍເຖິງພົນລະເມືອງລາວ,ຊາວຕ່າງດ້າວ,ຄົນຕ່າງປະເທດແລະຄົນບໍ່ມີສັນຍາທີ່ດໍາລົງຊີວິດຢູ່ສປປລາວ; 2.ນິຕິບຸກຄົນໝາຍເຖິງການຈັດຕັ້ງຫຼືອົງການທີ່ຂຶ້ນທະບຽນວິສາຫະກິດຊຶ່ງມີຊື່,ສະຖານທີ່ຕັ້ງສໍານັກງານ,ມີຊັບສົມບັດເປັນຂອງຕົນເອງ,ມີສິດແລະພັນທະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 3.ການຈັດຕັ້ງໝາຍເຖິງການຈັດຕັ້ງຂອງລັດ,ລວມໝູ່ຫຼືສັງຄົມທີ່ໄດ້ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດໝາຍແລະລະບຽບການ; 4.ຜູ້ຮ້ອງທຸກໝາຍເຖິງຜູ້ສະເໜີ,ຜູ້ຮ້ອງຟ້ອງແລະຜູ້ຮ້ອງຂໍຄວາມເປັນທໍາ; 5.ຜູ້ຖືກຮ້ອງທຸກໝາຍເຖິງຜູ້ຖືກສະເໜີ,ຜູ້ຖືກຮ້ອງຟ້ອງແລະຜູ້ຖືກຮ້ອງຂໍຄວາມເປັນທໍາ; 6.ຜູ້ສະເໜີໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຍື່ນຄໍາສະເໜີຂອງຕົນຕໍ່ການຈັດຕັ້ງທີ່ມີສິດແລະໜ້າທີ່ແກ້ໄຂທາງດ້ານບໍລິຫານ; 7.ຜູ້ຖືກສະເໜີໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກຜູ້ອື່ນສະເໜີຕໍ່ການຈັດຕັ້ງທີ່ມີສິດແລະໜ້າທີ່ແກ້ໄຂທາງດ້ານບໍລິຫານວ່າຕົນເປັນຜູ້ລະເມີດກົດໝາຍແລະລະບຽບການ; 8.ຜູ້ຮ້ອງຟ້ອງໝາຍຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ໄດ້ຍື່ນຄໍາຮ້ອງຟ້ອງຂອງຕົນຕໍ່ອົງການສືບສວນ-ສອບສວນ,ອົງການໄອຍະການປະຊາຊົນຫຼືສານປະຊາຊົນ; 9.ຜູ້ຖືກຮ້ອງຟ້ອງໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຖືກຜູ້ອື່ນຮ້ອງຟ້ອງຕໍ່ອົງການສືບສວນ-ສອບສວນ,ອົງການໄອຍະການປະຊາຊົນຫຼືສານປະຊາຊົນວ່າເປັນຜູ້ລະເມີດກົດໝາຍ. 10.ຜູ້ຮ້ອງຂໍຄວາມເປັນທໍາໝາຍເຖິງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຍື່ນຄໍາຮ້ອງຂໍຄວາມເປັນທໍາຂອງຕົນຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືຄະນະປະຈໍາສະພາແຫ່ງຊາດ; 11.ນິຕິທໍາໝາຍເຖິງການເຄົາລົບແລະປະຕິບັດກົດໝາຍຢ່າງຖືກຕ້ອງແລະເຂັ້ມງວດ; 12.ການຕົກລົງໝາຍເຖິງການອອກຂໍ້ຕົກລົງຫຼືແຈ້ງການຂອງອົງການບໍລິຫານ,ອົງການສືບສວນ-ສອບສວນ,ຄໍາຕົກລົງຂອງອົງການໄອຍະການປະຊາຊົນຫຼືສານປະຊາຊົນ,ມະຕິຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືຄະນະປະຈໍາສະພາແຫ່ງຊາດ.

ມາດຕາ5(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານແກ້ໄຂຄໍາຮ້ອງທຸກ. ລັດອໍານວຍຄວາມສະດວກໃຫ້ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງນໍາໃຊ້ສິດຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງພິຈາລະນາແກ້ໄຂເພື່ອປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ,ເຮັດໃຫ້ກົງຈັກລັດມີຄວາມເຂັ້ມແຂງ,ພະນັກງານມີຄວາມໂປ່ງໃສ,ປະຕິບັດໜ້າທີ່ຢ່າງຖືກຕ້ອງແລະເປັນທໍາ,ຕ້ານແລະສະກັດກັ້ນປາກົດການຫຍໍ້ທໍາໃນສັງຄົມ. ລັດປະກອບບຸກຄະລາກອນ,ສະໜອງງົບປະມານ,ພາຫະນະ,ອຸປະກອນໃຫ້ອົງການທີ່ກ່ຽວຂ້ອງຕາມຄວາມເໝາະສົມເພື່ອສາມາດເຄື່ອນໄຫວວຽກງານໃນການແກ້ໄຂຄໍາຮ້ອງທຸກຢ່າງມີປະສິດທິພາບແລະປະສິດທິຜົນ. ລັດຊຸກຍູ້,ສົ່ງເສີມໃຫ້ມີການໂຄສະນາເຜີຍແຜ່ກົດໝາຍແລະລະບຽບການຢ່າງກ້ວາງຂວາງ,ໄກ່ເກ່ຍຂໍ້ຂັດແຍ່ງທີ່ເກີດຂຶ້ນໃນໝູ່ປະຊາຊົນຕາມປະເພນີ,ກົດໝາຍແລະລະບຽບການເພື່ອຫຼຸດຜ່ອນການຮ້ອງທຸກລວມທັງສຽງຈົ່ມວ່າຂອງສັງຄົມ.

ມາດຕາ6(ປັບປຸງ)ຫຼັກການກ່ຽວກັບການພິຈາລະນາແລະແກ້ໄຂຄໍາຮ້ອງທຸກ ການແກ້ໄຂຄໍາຮ້ອງທຸກຕ້ອງຮັບປະກັນຕາມຫຼັກການພື້ນຖານດັ່ງນີ້: 1.ຖືກຕ້ອງຕາມລັດຖະທໍາມະນູນ,ກົດໝາຍແລະສອດຄ່ອງກັບຄວາມເປັນຈິງ; 2.ຮອບດ້ານ,ຄົບຖ້ວນ,ພາວະວິໄສ,ຖືກຕ້ອງ,ເປັນທໍາແລະທັນຕາມກໍານົດເວລາ; 3.ສະເໝີພາບຕໍ່ໜ້າກົດໝາຍ; 4.ແຈ້ງຜົນຂອງການແກ້ໄຂໃຫ້ຜູ້ຮອງທຸກ,ຜູ້ຖືກຮ້ອງທຸກແລະການຈັດຕັ້ງທີ່ກ່ຽວຂ້ອງຢ່າງເປັນລາຍລັກອັກສອນ.

ມາດຕາ7(ປັບປຸງ)ສິດ,ພັນທະຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງ ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງມີສິດຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງເພື່ອປົກປ້ອງຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຄົນທີ່ຖືກລະເມີດຫຼືຖືກແບ່ງຈາກບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນ. ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງມີພັນທະລາຍງານ,ເຂົ້າຮ່ວມແລະປະກອບສ່ວນໃນການແກ້ໄຂຄໍາຮ້ອງທຸກເມື່ອເຫັນວ່າບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງມີການລະເມີດກົດໝາຍ.

ມາດຕາ8(ປັບປຸງ)ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການແກ້ໄຂຄໍາຮ້ອງທຸກຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຢູ່ໃນດິນແດນຂອງສປປລາວແລະພົນລະເມືອງລາວທີ່ຢູ່ນອກດິນແດນຂອງສປປລາວ.

ມາດຕາ9ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວກັບວຽກງານແກ້ໄຂຄໍາຮ້ອງທຸກດ້ວຍການແລກປ່ຽນບົດຮຽນ,ປະສົບການ,ຍົກລະດັບທາງດ້ານວິຊາການໃຫ້ພະນັກງານເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບແລະປະສິດທິຜົນ,ປະຕິບັດສົນທິສັນຍາແລະສັນຍາສາກົນທີ່ສປປລາວເປັນພາຄີ.

ພາກທີ2ລະບຽບການກ່ຽວກັບຄໍາຮ້ອງທຸກ

ໝວດທີ1ເນື້ອໃນຄໍາຮ້ອງທຸກ

ມາດຕາ10ເນື້ອໃນຄໍາຮ້ອງທຸກ ຄໍາຮ້ອງທຸກຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ແລະສະຖານທີ່ຂອງອົງການທີ່ກ່ຽວຂ້ອງຊຶ່ງຜູ້ຮ້ອງທຸກຍື່ນເຖິງ; 2.ຊື່,ນາມສະກຸນ,ອາຍຸ,ອາຊີບ,ສັນຊາດ,ທີ່ຢູ່ປັດຈຸບັນ,ເລກໂທລະສັບແລະທີ່ຢູ່ທາງເອເລັກໂຕຼນິກຂອງຜູ້ຮ້ອງທຸກແລະຜູ້ຖືກຮ້ອງທຸກ(ຖ້າມີ); 3.ຄວາມເປັນມາຂອງເຫດການຫຼືຂໍ້ຂັດແຍ່ງ,ຜົນການແກ້ໄຂຂອງອົງການທີ່ກ່ຽວຂ້ອງ,ບັນຫາທີ່ຕ້ອງການໃຫ້ແກ້ໄຂໂດຍອ້າງເຫດຜົນແລະຂໍ້ມູນຫຼັກຖານອ້າງອີງ; 4.ສະຖານທີ່,ວັນທີ,ລາຍເຊັນແລະລາຍໂປ້ມືຂອງຜູ້ຮ້ອງທຸກຫຼືຜູ້ຕາາງໜ້າທີ່ຖືກຕ້ອງຕາມກົດໝາຍ. ຄໍາຮ້ອງທຸກຕ້ອງເຮັດເປັນພາສາລາວທີ່ສາມາດອ່ານແລະເຂົ້າໃຈເນື້ອໃນໄດ້ງ່າຍ;ໃນກໍລະນີຄໍາຮ້ອງທຸກທີ່ເປັນພາສາຕ່າງປະເທດຕ້ອງແປເປັນພາສາລາວໂດຍມີການຢັ້ງຢືນຈາກອົງການທະບຽນສານ.

ມາດຕາ11(ປັບປຸງ)ສິດແລະພັນທະຂອງຜູ້ຮ້ອງທຸກ ຜູ້ຮ້ອງທຸກມີສິດຕົ້ນຕໍດັ່ງນີ້: 1.ຍື່ນຄໍາຮ້ອງທຸກດ້ວຍຕົນເອງຫຼືໂດຍຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍ; 2.ໄດ້ຮັບການປົກປ້ອງຈາກການບັງຄັບ,ນາບຂູ່ແລະໄດ້ຮັບການຮັກສາເປັນຄວາມລັບໃນສິ່ງທີ່ຕົນໄດ້ລາຍງານລວມທັງຊື່,ນາມສະກຸນ,ທີ່ຢູ່ຂອງຕົນ; 3.ໄດ້ຮັບການຟື້ນຟູຄືນກ່ຽວກັບສິດຂອງຕົນທີ່ຖືກລະເມີດແລະໄດ້ຮັບການໃຊ້ແທນຄ່າເສຍຫາຍຈາກຜູ້ລະເມີດ; 4.ຖອນຄໍາຮ້ອງທຸກຂອງຕົນໃນທຸກຂັ້ນຕອນຂອງການພິຈາລະນາແກ້ໄຂ; 5.ໄດ້ຮັບການແນະນໍາແລະຮັບຊາບຜົນຂອງການແກ້ໄຂຄໍາຮ້ອງທຸກຢ່າງເປັນລາຍລັກອັກສອນຈາກອົງການທີ່ກ່ຽວຂ້ອງ. ຜູ້ຮ້ອງທຸກມີພັນທະຕົ້ນຕໍດັ່ງນີ້: 1.ແຈ້ງຊື່,ນາມສະກຸນ,ອາຍຸ,ອາຊີບ,ສັນຊາດແລະທີ່ຢູ່ປັດຈຸບັນຂອງຕົນໃຫ້ຊັດເຈນ; 2.ສະເໜີ,ຊີ້ແຈງອະທິບາຍກ່ຽວກັບຄໍາຮ້ອງທຸກຂອງຕົນໃຫ້ຈະແຈ້ງ,ຖືກຕ້ອງຕາມຄວາມຈິງພ້ອມທັງສະໜອງຂໍ້ມູນ,ຫຼັກຖານໃຫ້ແກ່ອົງການທີ່ກ່ຽວຂ້ອງຢ່າງຄົບຖ້ວນແລະທັນເວລາ; 3.ຮັບຜິດຊອບຕໍ່ເນື້ອໃນຄໍາຮ້ອງທຸກ,ຂໍ້ມູນແລະຫຼັກຖານທີ່ຕົນນໍາມາສະເໜີຕໍ່ອົງການທີ່ກ່ຽວຂ້ອງຕາມກົດໝາຍ; 4.ຮັບຜິດຊອບຄ່າເສຍຫາຍຕໍ່ການຮ້ອງທຸກທີ່ບໍ່ມີມູນຄວາມຈິງ; 5.ປະຕິບັດຕາມການເຊີນຫຼືໝາຍຮຽກຂອງອົງການທີ່ກ່ຽວຂ້ອງຕມກໍານົດເວລາແລະສະຖານທີ່,ຖ້າບໍ່ປະຕິບັດຕາມການເຊີນຫຼືໝາຍຮຽກທີ່ໄດ້ຮັບເຖິງສາມຄັ້ງຕິດຕໍ່ກັນໂດຍບໍ່ມີເຫດຜົນຖືວ່າໝົດສິດ; 6.ວາງຕົວໃຫ້ເໝາະສົມແລະເຄົາລົບກົດລະບຽບຂອງອົງການທີ່ເຊີນຫຼືຮຽກ; 7.ປະຕິບັດຂໍ້ຕົກລົງກ່ຽວກັບການແກ້ໄຂຄໍາຮ້ອງທຸກທີ່ມີຜົນສັກສິດທາງດ້ານກົດໝາຍ.

ມາດຕາ12ສິດແລະພັນທະຂອງຜູ້ຖືກຮ້ອງທຸກ ຜູ້ຖືກຮ້ອງທຸກມີສິດຕົ້ນຕໍດັ່ງນີ້: 1.ຮັບຊາດເນື້ອໃນຄໍາຮ້ອງທຸກແລະແກ້ຄໍາຮ້ອງທຸກທີ່ກ່າວຫາໃສ່ຕົນ; 2.ປົກປ້ອງຕົນເອງດ້ວຍການນໍາເອົາຂໍ້ມູນ,ຫຼັກຖານທີ່ຖືກຕ້ອງມາຢັ້ງຢືນ; 3.ໄດ້ຮັບການຟື້ນຟູຄືນກຽດສັກສີແລະຜົນປະໂຫຍດອື່ນທີ່ຖືກເສຍຫາຍຍ້ອນການຮ້ອງທຸກທີ່ບໍ່ມີມູນຄວາມຈິງ; 4.ສະເໜີໃຫ້ອົງການທີ່ກ່ຽວຂ້ອງນໍາໃຊ້ມາດຕະການຕໍ່ຜູ້ຮ້ອງທຸກທີ່ບໍ່ມີມູນຄວາມຈິງ; 5.ຮັບຊາບຜົນຂອງການແກ້ໄຂຄໍາຮ້ອງທຸກຢ່າງເປັນລາຍລັກອັກສອນຈາກອົງການທີ່ກ່ຽວຂ້ອງ.

ຜູ້ຖືກຮ້ອງທຸກມີພັນທະຕົ້ນຕໍດັ່ງນີ້: 1.ຊີ້ແຈງ,ອະທິບາຍບັນຫາທີ່ຖືກຮ້ອງທຸກພ້ອມທັງສະໜອງຂໍ້ມູນ,ຫຼັກຖານທີ່ຖືກຕ້ອງໃຫ້ແກ່ອົງການທີ່ກ່ຽວຂ້ອງ; 2.ປະຕິບັດການເຊີນຫຼືໝາຍຮຽກຂອງອົງການທີ່ກ່ຽວຂ້ອງຖ້າບໍ່ປະຕິບັດຕາມການເຊີນຫຼືໝາຍຮຽກເຖິງສາມຄັ້ງຕິດຕໍ່ກັນໂດຍບໍ່ມີເຫດຜົນຕ້ອງຮັບຜິດຊອບຕາມກົດໝາຍ; 3.ວາງຕົວໃຫ້ເໝາະສົມແລະເຄົາລົບກົດລະບຽບຂອງອົງການທີ່ເຊີນຫຼືຮຽກ; 4.ປະຕິບັດຕາມການຕົກລົງກ່ຽວກັບການແກ້ໄຂຄໍາຮ້ອງທຸກທີ່ມີຜົນສັກສິດທາງດ້ານກົດໝາຍຢ່າງເຂັ້ມງວດ.

ໝວດທີ2ການຍື່ນຄໍາຮ້ອງທຸກແລະການຮັບຕ້ອນຜູ້ຮ້ອງທຸກ

ມາດຕາ13(ປັບປຸງ)ການຍື່ນຄໍາຮ້ອງທຸກ ຄໍາຮ້ອງທຸກທີ່ຍື່ນຕໍ່ອົງການທີ່ກ່ຽວຂ້ອງໃຫ້ປະຕິບັດຕາມວັນ,ເວລາແລະສະຖານທີ່ທີ່ອົງການດັ່ງກ່າວໄດ້ກໍານົດໄວ້. ສໍາລັບການຍື່ນຄໍາຮ້ອງຂໍຄວາມເປັນທໍາຖ້າຜູ້ຮ້ອງຂໍຫາກມີຄວາມຫຍຸ້ງຍາກໃຫ້ຍື່ນຕໍ່ສະມາຊິກສະພາປະຊາຊົນຂັ້ນແຂວງທີ່ປະຈໍາຢູ່ເມືອງບ່ອນທີ່ຕົນອາໄສຢູ່ກໍ່ໄດ້.

ມາດຕາ14(ປັບປຸງ)ການຮັບຕ້ອນຜູ້ຮ້ອງທຸກ ອົງການແກ້ໄຂຄໍາຮ້ອງທຸກຕ້ອງມີພະນັກງານຮັບຕ້ອນຜູ້ທີ່ມາຍື່ນຄໍາຮ້ອງທຸກ. ພະນັກງານທີ່ຮັບຕ້ອນຕ້ອງສະແດງຄວາມຕ້ອນຮັບ,ເວົ້າຈາສຸພາບນິ້ມນວນ,ສຸຂຸມ,ມີມາລະຍາດດີ,ມີຈັນຍາບັນ,ຈັນຍາທໍາ,ວາງຕົວເປັນກາງແລະມີການປະພຶດທີ່ເໝາະສົມ. ນອກຈາກການຮັບຕ້ອນແລ້ວພະນັກງານຍັງຕ້ອງໃຫ້ຄໍາປຶກສາ,ແນະນໍາ,ອະທິບາຍທາງດ້ານກົດໝາຍໃຫ້ຜູ້ຖືກຮັບຕ້ອນເປັນຢ່າງດີ.

ມາດຕາ15(ປັບປຸງ)ສະຖານທີ່ແລະເວລາຮັບຕ້ອນຜູ້ຮ້ອງທຸກ ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ມາຍື່ນຄໍາຮ້ອງທຸກ,ອົງການທີ່ກ່ຽວຂ້ອງຕ້ອງມີສະຖານທີ່ຮັບຕ້ອນຢ່າງເໝາະສົມ. ການຮັບຕ້ອນນັ້ນໃຫ້ດໍາເນີນຢູ່ໃນສະຖານທີ່ສະເພາະແລະໃນໂມງລັດຖະການ.

ພາກທີ3ການພິຈາລະນາແລະແກ້ໄຂຄໍາຮ້ອງທຸກ

ໝວດທີ1ການພິຈາລະນາແລະແກ້ໄຂຄໍາສະເໜີ

ມາດຕາ16(ໃໝ່)ການພິຈາລະນາແລະແກ້ໄຂຄໍາສະເໜີ ການພິຈາລະນາແລະແກ້ໄຂຄໍາສະເໜີແມ່ນການນໍາເອົາຄໍາສະເໜີຂອງພົນລະເມືອງ,ນິຕິບຸກຄົນແລະການຈັດຕັ້ງມາກວດກາ,ຄົ້ນຄວ້າ,ພິຈາລະນາແລະແກ້ໄຂຢ່າງຮອບດ້ານ,ພາວະວິໄສແລະແກ້ໄຂໃຫ້ໄດ້ຮັບຄວາມເປັນທໍາ.

ມາດຕາ17(ປັບປຸງ)ອົງການພິຈາລະນາແລະແກ້ໄຂຄໍາສະເໜີ ອົງການພິຈາລະນາແລະແກ້ໄຂຄໍາສະເໜີມີດັ່ງນີ້: 1.ອົງການປົກຄອງຂັ້ນບ້ານ; 2.ອົງການປົກຄອງຂັ້ນເມືອງ; 3.ອົງການປົກຄອງຂັ້ນແຂວງ; 4.ລັດຖະການ.

ມາດຕາ18(ໃໝ່)ການພິຈາລະນາແລະແກ້ໄຂຄໍາສະເໜີຂອງອັງການປົກຄອງຂັ້ນບ້ານ

ກ.ຄໍາສະເໜີທີ່ອົງການປົກຄອງຂັ້ນບ້ານຮັບມາຄົ້ນຄວ້າພິຈາລະນາແລະແກ້ໄຂມີດັ່ງນີ້: 1.ຄໍາສະເໜີທີ່ບໍ່ພໍໃຈຕໍ່ການຕົກລົງທາງດ້ານບໍລິຫານຂອງອົງການປົກຄອງຂັ້ນບ້ານ,ຄວາມຮັບຜິດຊອບ,ການກະທໍາຂອງນາຍບ້ານແລະບຸກຄົນທີ່ຢູ່ພາຍໃຕ້ການຄຸ້ມຄອງໂດຍກົງຂອງຕົນ; 2.ຄໍາສະເໜີທີ່ບໍ່ພໍໃຈຕໍ່ການກະທໍາຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນທີ່ດໍາລົງຊີວິດ,ເຄື່ອນໄຫວແລະປະຕິບັດໜ້າທີ່ຢູ່ບ້ານດັ່ງກ່າວ. ຂ.ການພິຈາລະນາແລະແກ້ໄຂໃຫ້ປະຕິບັດດັ່ງນີ້: 1.ອົງການປົກຄອງຂັ້ນບ້ານພິຈາລະນາແລະແກ້ໄຂຄໍາສະເໜີພາຍໃນເວລາຊາວວັນລັດຖະການນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ; 2.ອົງການປົກຄອງຂັ້ນບ້ານອອກຄໍາຕົກລົງກ່ຽວກັບການພິຈາລະນະແລະແກ້ໄຂແລ້ວແຈ້ງການຕົກລົງໃຫ້ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຮັບຊາບເພື່ອຈັດຕັ້ງປະຕິບັດ. ໃນກໍລະນີອົງການປົກຄອງຂັ້ນບ້ານພິຈາລະນາແກ້ໄຂຄໍາສະເໜີຫາກບໍ່ຖືກຕ້ອງຕາມກົດໝາຍນັ້ນພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງກໍ່ມີສິດສະເໜີຕໍ່ອົງການປົກຄອງຂັ້ນເມືອງ.

ມາດຕາ19(ໃໝ່)ການພິຈາລະນາແລະແກ້ໄຂຄໍາສະເໜີຂອງອົງການປົກຄອງຂັ້ນເມືອງ

ກ.ຄໍາສະເໜີທີ່ອົງການປົກຄອງຂັ້ນເມືອງຮັບມາຄົ້ນຄວ້າພິຈາລະນາແລະແກ້ໄຂມີດັ່ງນີ້: 1.ຄໍາສະເໜີຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ພໍໃຈຕໍ່ຄໍາຕົກລົງຂອງອົງການປົກຄອງຂັ້ນບ້ານ; 2.ຄໍາສະເໜີທີ່ບໍ່ພໍໃຈຕໍ່ຄໍາຕົກລົງທາງດ້ານບໍລິຫານຂອງອົງການປົກຄອງຂັ້ນເມືອງ,ຄວາມຮັບຜິດຊອບ,ການກະທໍາຂອງເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນແລະບຸກຄົນທີ່ຢູ່ພາຍໃຕ້ການຄຸ້ມຄອງໂດຍກົງຂອງຕົນ; 3.ຄໍາສະເໜີທີ່ບໍ່ພໍໃຈຕໍ່ການກະທໍາຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນທີ່ດໍາລົງຊີວິດ,ເຄື່ອນໄຫວແລະປະຕິບັດໜ້າທີ່ຢູ່ເມືອງດັ່ງກ່າວ.

ຂ.ການພິຈາລະນາແລະແກ້ໄຂໃຫ້ປະຕິບັດດັ່ງນີ້: 1.ອົງການປົກຄອງຂັ້ນເມືອງມອບໃຫ້ຫ້ອງການກວດກາລັດຂັ້ນເມືອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງກວດກາຄົ້ນຄວ້າ,ຂໍ້ມູນຫຼັກຖານຕົວຈິງແລະສະເໜີໃຫ້ອົງການປົກຄອງຂັ້ນເມືອງພິຈາລະນາແກ້ໄຂພາຍໃນເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ; 2.ອົງການປົກຄອງຂັ້ນເມືອງອອກຄໍາຕົກລົງກ່ຽວກັບການພິຈາລະນາແລະແກ້ໄຂແລ້ວແຈ້ງການຕົກລົງໃຫ້ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຮັບຊາບເພື່ອຈັດຕັ້ງປະຕິບັດ. ໃນກໍລະນີຜູ້ສະເໜີຫາກຍັງບໍ່ພໍໃຈຕໍ່ຜົນການແກ້ໄຂຂອງອົງການປົກຄອງຂັ້ນເມືອງໃຫ້ປະຕິບັດດັ່ງນີ້ 1.ຄໍາສະເໜີທີ່ໄດ້ຜ່ານການແກ້ໄຂຂອງອົງການປົກຄອງຂັ້ນບ້ານແລ້ວຜູ້ກ່ຽວມີສິດຮ້ອງຟ້ອງຕໍ່ສານປະຊາຊົນພິຈາລະນາແກ້ໄຂຫຼືຮ້ອງຂໍຄວາມເປັນທໍາຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 2.ຄໍາສະເໜີຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຍື່ນຕໍ່ອົງການປົກຄອງຂັ້ນເມືອງໂດຍກົງນັ້ນຜູ້ກ່ຽວມີສິດຍື່ນຄໍາສະເໜີຕໍ່ອົງການປົກຄອງຂັ້ນແຂວງຫຼືຮ້ອງຟ້ອງຕໍ່ສານປະຊາຊົນພິຈາລະນາແກ້ໄຂ.

ມາດຕາ20(ໃໝ່)ການພິຈາລະນາແລະແກ້ໄຂຄໍາສະເໜີຂອງອົງການປົກຄອງຂັ້ນແຂວງ

ກ.ຄໍາສະເໜີທີ່ອົງການປົກຄອງຂັ້ນແຂວງຮັບມາຄົນຄວ້າພິຈາລະນາແລະແກ້ໄຂມີດັ່ງນີ້: 1.ຄໍາສະເໜີຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ພໍໃຈຕໍ່ຄໍາຕົກລົງຂອງອົງການປົກຄອງຂັ້ນເມືອງ; 2.ຄໍາສະເໜີທີ່ບໍ່ພໍໃຈຕໍ່ຄໍາຕົກລົງທາງດ້ານບໍລິຫານຂອງອົງການປົກຄອງຂັ້ນແຂວງ,ຄວາມຮັບຜິດຊອບດການກະທໍາຂອງເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະບຸກຄົນທີ່ຢູ່ພາຍໃຕ້ການຄຸ້ມຄອງໂດຍກົງຂອງຕົນ; 3.ຄໍາສະເໜີທີ່ບໍ່ພໍໃຈຕໍ່ການກະທໍາຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນທີ່ດໍາລົງຊີວິດ,ເຄື່ອນໄຫວແລະປະຕິບັດໜ້າທີ່ຢູ່ແຂວງດັ່ງກ່າວ.

ຂ.ການພິຈາລະນາແລະແກ້ໄຂໃຫ້ປະຕິບັດດັ່ງນີ້: 1.ອົງການປົກຄອງຂັ້ນແຂວງມອບໃຫ້ພະແນກກວດກາລັດຂັ້ນແຂວງສົມທົບກັບຂະແໜງການທີ່ກ່ຽວຂ້ອງກວດກາຄົ້ນຄວ້າ,ຂໍ້ມູນຫຼັກຖານຕົວຈິງແລ້ວສະເໜີໃຫ້ອົງການປົກຄອງຂັ້ນແຂວງພິຈາລະນາແກ້ໄຂພາຍໃນເວລາສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ; 2.ອົງການປົກຄອງຂັ້ນແຂວງອອກຂໍ້ຕົກລົງກ່ຽວກັບການພິຈາລະນາແລະແກ້ໄຂແລ້ວແຈ້ງການຕົກລົງໃຫ້ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຮັບຊາບເພື່ອຈັດຕັ້ງປະຕິບັດ. ໃນກໍລະນີຜູ້ສະເໜີຫາກຍັງບໍ່ພໍໃຈຕໍ່ຜົນການຕົກລົງຂອງອົງການປົກຄອງຂັ້ນແຂວງໃຫ້ປະຕິບັດດັ່ງນີ້: 1.ຄໍາສະເໜີທີ່ໄດ້ຜ່ານການແກ້ໄຂຂອງອົງການປົກປຄອງຂັ້ນເມືອງແລ້ວຜູ້ກ່ຽວມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາແກ້ໄຂຫຼືຮ້ອງຂໍຄວາມເປັນທໍາຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 2.ຄໍາສະເໜີຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງຂັ້ນແຂວງທີ່ຍື່ນຕໍ່ອົງການປົກຄອງຂັ້ນແຂວງໂດຍກົງນັ້ນຜູ້ກ່ຽວມີສິດຍື່ນຄໍາສະເໜີຕໍ່ລັດຖະບານຫຼືຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາແກ້ໄຂ.

ມາດຕາ21(ໃໝ່)ການພິຈາລະນາແລະແກ້ໄຂຄໍາສະເໜີຂອງລັດຖະບານ

ກ.ຄໍາສະເໜີທີ່ລັດຖະບານຮັບມາຄົ້ນຄວ້າພິຈາລະນາແລະແກ້ໄຂມີດັ່ງນີ້: 1.ຄໍາສະເໜີຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ພໍໃຈຕໍ່ຄໍາຕົກລົງຂອງອົງການປົກຄອງຂັ້ນແຂວງ; 2.ຄໍາສະເໜີຂອງພັນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງຂັ້ນສູກາງທີ່ຍື່ນຕໍ່ກະຊວງ,ອົງການລັດທຽບເທົ່າກະຊວງໂດຍກົງນັ້ນກະຊວງ,ອົງການລັດທຽບເທົ່າກະຊວງມອບໃຫ້ກົມກວດກາຂອງຕົນກວດກາ,ຄົ້ນຄວ້າແລ້ວສະເໜີຕໍ່ລັດຖະມົນຕີ,ຫົວໜ້າອົງການລັດທຽບເທົ່າກະຊວງພິຈາລະນາແກ້ໄຂ; 3.ຄໍາສະເໜີທີ່ບໍ່ພໍໃຈຕໍ່ຂໍ້ຕົກລົງຂອງກະຊວງ,ອົງການລັດທຽບເທົ່າກະຊວງ,ຄວາມຮັບຜິດຊອບ,ການກະທໍາຂອງລັດຖະມົນຕີ,ຫົວໜ້າອົງການລັດທຽບເທົ່າກະຊວງແລະບຸກຄົນທີ່ຢູ່ພາຍໃຕ້ການຄຸ້ມຄອງໂດຍກົງຂອງຕົນ. ໃນກໍລະນີຜູ້ສະເໜີຫາກຍັງບໍ່ພໍໃຈຕໍ່ການຕົກລົງຂອງລັດຖະມົນຕີ,ຫົວໜ້າອົງການລັດທຽບເທົ່າກະຊວງຜູ້ກ່ຽວມີສິດສະເໜີຕໍ່ນາຍົກລັດຖະມົນຕີພິຈາລະນາແກ້ໄຂຫຼືຮ້ອງຟ້ອງຕໍ່ສານປະຊາຊົນເພື່ອພິຈາລະນາແກ້ໄຂ.

ຂ.ການພິຈາລະນາແລະແກ້ໄຂໃຫ້ປະຕິບັດດັ່ງນີ້: 1.ລັດຖະບານມອບໃຫ້ອົງການກວດກາລັດຖະບານສົມທົບກັບກະຊວງ,ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງກວດກາຄົ້ນຄວ້າ,ຂໍ້ມູນຫຼັກຖານຕົວຈິງແລ້ວສະເໜີໃຫ້ລັດຖະບານພິຈາລະນາແກ້ໄຂພາຍໃນເວລາສີ່ສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ; 2.ລັດຖະບານອອກຂໍ້ຕົກລົງກ່ຽວກັບການພິຈາລະນາແລະແກ້ໄຂແລ້ວແຈ້ງການຕົກລົງໃຫ້ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຮັບຊາບເພື່ອຈັດຕັ້ງປະຕິບັດ. ໃນກໍລະນີຜູ້ສະເໜີຫາກບໍ່ພໍໃຈຕໍ່ການຕົກລົງຂອງລັດຖະບານຜູ້ກ່ຽວມີສິດຮ້ອງຟ້ອງຕໍ່ສານປະຊາຊົນຫຼືຮ້ອງຂໍຄວາມເປັນທໍາຕໍ່ຄະນະປະຈໍາສະພາແຫ່ງຊາດເພື່ອພິຈາລະນາແກ້ໄຂຕາມກົດໝາຍ.

ໝວດທີ2ການພິຈາລະນາແລະແກ້ໄຂຄໍາຮ້ອງຟ້ອງ

ມາດຕາ22(ໃໝ່)ການພິຈາລະນາແລະແກ້ໄຂຄໍາຮ້ອງຟ້ອງ ການພິຈາລະນາແລະແກ້ໄຂຄໍາຮ້ອງຟ້ອງແມ່ນການນໍາເອົາຄໍາຮ້ອງຟ້ອງຂອງພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງມາພິຈາລະນາຕາມກົດໝາຍ.

ມາດຕາ23ອົງການພິຈາລະນາແລະແກ້ໄຂຄໍາຮ້ອງຟ້ອງ ອົງການພິຈາລະນາແລະແກ້ໄຂຄໍາຮ້ອງຟ້ອງມີດັ່ງນີ້: -ອົງການສືບສວນ-ສອບສວນ; -ອົງການໄອຍະການປະຊາຊົນ; -ສານປະຊາຊົນ.

ມາດຕາ24(ປັບປຸງ)ວິທີການພິຈາລະນາແລະແກ້ໄຂຄໍາຮ້ອງ ວິທີການພິຈາລະນາແກ້ໄຂຄໍາຮ້ອງຟ້ອງໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ,ກົດໝາຍວ່າດ້ວຍການດໍາເນີນຄະດີອຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ໝວດທີ3ການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ

ມາດຕາ25(ໃໝ່)ການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາແມ່ນການນໍາເອົາຄໍາຮ້ອງຂໍຄວາມເປັນທີ່ມີ່ບໍ່ພໍໃຈຕໍ່ການຕົກລົງແກ້ໄຂຄໍາສະເໜີຂອງລັດຖະບານຫຼືອົງການປົກຄອງທ້ອງຖິ່ນຫຼືບໍ່ພໍໃຈຕໍ່ຄໍາຕັດສິນຫຼືຄໍາພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃນແຕ່ລະຂັ້ນນັ້ນ.

ມາດຕາ26(ປັບປຸງ)ອົງການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ອົງການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາມີດັ່ງນີ້: -ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; -ຄະນະປະຈໍາສະພາແຫ່ງຊາດ.

ມາດຕາ27(ປັບປຸງ)ກໍານົດເວລາໃນການຍື່ນ,ການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຄໍາຮ້ອງຂໍຄວາມເປັນທໍາໃຫ້ຍື່ນຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືຄະນະປະຈໍາສະພາແຫ່ງຊາດພາຍໃນເວລາສາມເດືອນນັບແຕ່ວັນຮັບຊາບຜົນການແກ້ໄຂຄໍາສະເໜີຂອງອົງການພິຈາລະນາແລະແກ້ໄຂຄໍາສະເໜີຫຼືຜົນການແກ້ໄຂຄໍາຮ້ອງຟ້ອງຂອງອົງການພິຈາລະນາແລະແກ້ໄຂຄໍາຮ້ອງຟ້ອງ. ຄໍາຮ້ອງຂໍຄວາມເປັນທໍາຕ້ອງໄດ້ຮັບການພິຈາລະນາແລະແກ້ໄຂພາຍໃນເວລາສີ່ສິບຫ້າວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍຄວາມເປັນທໍາເປັນຕົ້ນໄປຍົກເວັ້ນຄໍາຮ້ອງຂໍຄວາມເປັນທໍາທີ່ມີຄວາມຫຍຸ້ງຍາກຊຶ່ງພົວພັນກັບຫຼາຍພາກສ່ວນ.

ມາດຕາ28(ໃໝ່)ຄໍາຮ້ອງຂໍຄວາມເປັນທໍາທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຮັບມາພິຈາລະນາແລະແກ້ໄຂ ຄໍາຮ້ອງຂໍຄວາມເປັນທໍາທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ,ຮັບມາພິຈາລະນາແລະແກ້ໄຂມີດັ່ງນີ້: 1.ຄໍາຮ້ອງຂໍຄວາມເປັນທໍາທີ່ບໍ່ພໍໃຈຕໍ່ການແກ້ໄຂຄໍາສະເໜີຂອງອົງການປົກຄອງຂັ້ນເມືອງແລະຂັ້ນແຂວງຕາມທີ່ໄດ້ກໍານົດໄວ້ໃນມາດຕາ19ຂໍ້"ຂ"ວັກ2ແລະມາດຕາ20ຂໍ້"ຂ"ວັກສອງກົດໝາຍສະບັບນີ້; 2.ຄໍາຮ້ອງຂໍຄວາມເປັນທໍາທີ່ບໍ່ພໍໃຈຕໍ່ຄໍາຕົກລົງຂອງສານປະຊາຊົນເຂດ,ສານປະຊາຊົນແຂວງ,ນະຄອນຫຼວງ. ສໍາລັບຄໍາຮ້ອງຂໍຄວາມເປັນທໍາທີ່ບໍ່ໄດກໍານົດໄວ້ໃນຂໍ້1ແລະ2ຂອງມາດຕະນີໃຫ້ຮັບແລະພິຈາລະນາແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງຫຼືສົ່ງໃຫ້ອົງການທີ່ກ່ຽວຂ້ອງເປັນຜູ້ພິຈາລະນາແກ້ໄຂແລະແຈ້ງໃຫ້ຜູ້ກ່ຽວຊາບເພື່ອສືບຕໍ່ຕິດຕາມການແກ້ໄຂ.

ມາດຕາ29(ປັບປຸງ)ຂັ້ນຕອນການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາສະເໜີຫຼືຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: 1.ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຮັບຄໍາຮ້ອງຂໍຄວາມເປັນທໍາແລ້ວມອບໃຫ້ຄະນະກໍາມະການຍຸຕິທໍາແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫຼືຄະນະກໍາມະການອື່ນທີ່ກ່ຽວຂ້ອງກວດກາ,ຄົ້ນຄວ້າຂໍ້ມູນ,ຫຼັກຖານຕົວຈິງຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງຢ່າງພາວະວິໄສພາຍໃນເວລາສາມສິບວັນແລ້ວສະເໜີຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງພິຈາລະນາຕົກລົງ; 2.ຄະນະກໍາມະການຍຸຕິທໍາແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫຼືຄະນະກໍາມະການອື່ນທີ່ກ່ຽວຂ້ອງແຈ້ງການຕົກລົງເປັນລາຍລັກອັກສອນໂດຍບົ່ງບອກແຈ້ງຄວາມຖືກຕ້ອງຫຼືບໍ່ຖືກຕ້ອງ,ເຫດຜົນຂອງແຕ່ລະບັນຫາໃຫ້ຊັດເຈນແລະຄວາມສອດຄ່ອງກັບກົດໝາຍແລະລະບຽບການໃຫ້ຜູ້ສະເໜີຫຼືຜູ້ຮ້ອງຂໍຄວາມເປັນທໍາ,ຜູ້ຖືກສະເໜີຫຼືຜູ້ຖືກຕ້ອງຂໍຄວາມເປັນທໍາ,ການຈັດຕັ້ງຂອງລັດແລະພາສ່ວນກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດພາຍໃນເວລາສາມສິບວັນ; 3.ຄະນະກໍາມະການຍຸຕິທໍາແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫຼືຄະນະກໍາມະການອື່ນທີ່ກ່ຽວຂ້ອງຕິດຕາມກວດກາແລະຊຸກຍູ້ການຈັດຕັ້ງປະຕິບັດຕາມການຕົກລົງຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; 4.ໃນກໍລະນີຜູ້ສະເໜີຫຼືຜູ້ຮ້ອງຂໍຄວາມເປັນທໍາຫາກຍັງບໍ່ພໍໃຈຕໍ່ການຕົກລົງຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງກໍ່ມີສິດສະເໜີຫຼືຮ້ອງຂໍຄວາມເປັນທໍາຕໍ່ຄະນະປະຈໍາສະພາແຫ່ງຊາດເພື່ອກວດກາ.

ມາດຕາ30(ປັບປຸງ)ຄໍາຮ້ອງຂໍຄວາມເປັນທໍາທີ່ຄະນະປະຈໍາສະພາແຫ່ງຊາດຮັບມາກວດກາ,ຄົ້ນຄວ້າແລະພິຈາລະນາ. ຄໍາຮ້ອງຂໍຄວາມເປັນທໍາທີ່ຄະນະປະຈໍາສະພາແຫ່ງຊາດຮັບມາກວດກາ,ຄົ້ນຄວ້າແລະພິຈາລະນາມີດັ່ງນີ້: 1.ຄໍາຮ້ອງຂໍຄວາມເປັນທໍາທີ່ບໍ່ພໍໃຈຕໍ່ການແກ້ໄຂຄໍາສະເໜີຂອງລັດຖະບານຕາມທີ່ໄດ້ກໍານົດໄວ້ໃນມາດຕາ21ຂອງກົດໝາຍສະບັບນີ້; 2.ຄໍາຮ້ອງຂໍຄວາມເປັນທໍາທີ່ບໍ່ພໍໃຈຕໍ່ການຕົກລົງຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງຕາມທີ່ໄດ້ກໍານົດໄວ້ໃນມາດຕາ29ຂອງກົດໝາຍສະບັບນີ້; 3.ຄໍາຮ້ອງຂໍຄວາມເປັນທໍາທີ່ບໍ່ພໍໃຈຕໍ່ຄໍາພິພາກສາຂອງສານປະຊາຊົນພາກ,ການປະຊາຊົນສູງສຸດ. ສໍາລັບຄໍາຮ້ອງຂໍຄວາມເປັນທໍາທີ່ບໍ່ໄດ້ກໍານົດໄວ້ໃນຂໍ້1,2ແລະ3ຂອງມາດຕານີ້ໃຫ້ຮັບແລະພິຈາລະນາແກ້ໄຂຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມກວດກາຂອງພະພາແຫ່ງຊາດແລະສະພາປະຊາຊົນຂັ້ນແຂວງ,ຫຼືສົ່ງໃຫ້ອົງການທີ່ກ່ຽວຂ້ອງເປັນຜູ້ພິຈາລະນາແກ້ໄຂແລະແຈ້ງໃຫ້ຜູ້ກ່ຽວຊາບເພື່ອສືບຕໍ່ຕິດຕາມການແກ້ໄຂ.

ມາດຕາ31(ປັບປຸງ)ຂັ້ນຕອນການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດ ການກວດກາ,ຄົ້ນຄວ້າແລະພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງຄະນະປະຈໍາສະພາແຫ່ງຊາດໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: 1.ຄະນະປະຈໍາສະພາແຫ່ງຊາດຮັບຄໍາຮ້ອງຂໍຄວາມເປັນທໍາແລ້ວມອບໃຫ້ກໍາມາທິການຍຸຕິທໍາຫຼືກໍາມາທິການອື່ນທີ່ກ່ຽວຂ້ອງກວດກາ,ຄົ້ນຄວ້າ,ຂໍ້ມູນ,ຫຼັກຖານຕົວຈິງຕາມກົດໝາຍທີ່ກ່ຽວຂ້ອງຢ່າງພາວະວິໄສພາຍໃນເວລາສາມສິບວັນແລ້ວສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາຕົກລົງ; 2.ກໍາມາທິການຍຸຕິທໍາຫຼືກໍາມາທິການອື່ນທີ່ກ່ຽວຂ້ອງແຈ້ງຜົນຂອງການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດເປັນລາຍລັກອັກສອນໂດຍບົ່ງອອກແຈ້ງຄວາມຖືກຕ້ອງຫຼືບໍ່ຖືກຕ້ອງ,ເຫດຜົນຂອງແຕ່ລະບັນຫາໃຫ້ຊັດແຈນແລະຄວາມສອດຄ່ອງກັບກົດໝາຍແລະລະບຽບການໃຫ້ຜູ້ສະເໜີຫຼືຜູ້ຮ້ອງຂໍຄວາມເປັນທໍາ,ຜູ້ຖືກສະເໜີຫຼືຜູ້ຖືກຮ້ອງຂໍຄວາມເປັນທໍາ,ການຈັດຕັ້ງຂອງລັດແລະພາກສ່ວນກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດພາຍໃນເວລາສາມສິບວັນ; 3.ກໍາມາທິການຍຸຕິທໍາຫຼືກໍາມາທິການອື່ນທີ່ກ່ຽວຂ້ອງຂອງສະພາແຫ່ງຊາດຕິດຕາມກວດກແລະຊຸກຍູ້ການຈັດຕັ້ງປະຕິບັດຜົນການຕັດລົງຂອງຄະນະປະຈໍາສະພາແຫ່ງຊາດ.

ມາດຕາ32(ໃໝ່)ການຕິດຕາມກວດກາຜົນຂອງການຈັດຕັ້ງປະຕິບັດການຕົກລົງຂອງຄະນະປະຈໍາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງມອບໃຫ້ຄະນະກໍາມະການຍຸຕິທໍາແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຫຼືຄະນະກໍາມະການອື່ນທີ່ກ່ຽວຂ້ອງຕິດຕາມກວດກາແລະຊຸກຍູ້ອົງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດການຕົກລົງຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ. ຄະນະປະຈໍາສະພາແຫ່ງຊາດມອບໃຫ້ກໍາມາທິການຍຸຕິທໍາຫຼືກໍາມາທິການອື່ນທີ່ກ່ຽວຂ້ອງຕິດຕາມກວດກາແລະຊຸກຍູ້ອົງການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດຕາມຜົນການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ. ອົງການທີ່ກ່ຽວຂ້ອງຕ້ອງລາຍງານການຈັດຕັ້ງປະຕິບັດຜົນການຕົກລົງຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືຄະນະປະຈໍາສະພາແຫ່ງຊາດພາຍໃນເວລາທີ່ສິບຫ້າວັນນັບແຕ່ວັນໄດ້ຮັບເປັນຕົ້ນໄປ. ໃນກໍລະນີບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມກໍານົດເວລາດັ່ງກ່າວຍ້ອນມີຄວາມຫຍຸ້ງຍາກສັບສົນ,ກ່ຽວພັນເຖິງຫຼາຍພາກສ່ວນໃຫ້ພາກສ່ວນກ່ຽວຂ້ອງມາຊີ້ແຈງເຫດຜົນຕໍ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງຫຼືຄະນະປະຈໍາສະພາແຫ່ງຊາດ.

ໝວດທີ4ການພິຈາລະນາແລະແກ້ໄຂຄໍາຮ້ອງທຸກຂອງອົງການຈັດຕັ້ງອື່ນ

ມາດຕາ33(ໃໝ່)ການຍື່ນຄໍາຮ້ອງທຸກຕໍ່ອົງການຈັດຕັ້ງອື່ນ ພົນລະເມືອງ,ນິຕິບຸກຄົນຫຼືການຈັດຕັ້ງມີສິດຍື່ນຄໍາຮ້ອງທຸກຕໍ່ອົງການຈັດຕັ້ງພັກ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນພິຈາລະນາເມື່ອມີບຸກຄົນຫຼືການຈັດຕັ້ງລະເມີດກົດໝາຍພາໃຫ້ເກີດຄວາມເສຍຫາຍຕໍ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືຜົນປະໂຫຍດອັນຊອບທໍາຂອງຕົນ.

ມາດຕາ34(ໃໝ່)ການພິຈາລະນາແລະແກ້ໄຂຄໍາຮ້ອງທຸກຂອງອົງການຈັດຕັ້ງອື່ນ ອົງການຈັດຕັ້ງຂອງພັກ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນທີ່ໄດ້ຮັບຄໍາຮ້ອງທຸກຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີສິດແລະໜ້າທີ່ພິຈາລະນາແລະແກ້ໄຂຕາມພາລະບົດບາດ,ຂອບເຂດສິດແລະໜ້າທີ່ຄວາມຮັບຜິດຊອບຂອງຕົນ;ຖ້າຄໍາຮ້ອງທຸກດັ່ງກ່າວຫາກບໍ່ຢູ່ໃນຄວາມຮັບຜິດຊອບຂອງຕົນກໍ່ຕ້ອງສົ່ງໄປຍັງອົງການອື່ນທີ່ກ່ຽວຂ້ອງພິຈາລະນາແກ້ໄຂພ້ອມທັງແຈ້ງໃຫ້ຜູ້ຍື່ນຄໍາຮ້ອງທຸກຮັບຊາບແລະສືບຕໍ່ຕິດຕາມການແກ້ໄຂຫຼືແນະນໍາໃຫ້ຜູ້ຮ້ອງທຸກໄປຍື່ນໂດຍກົງຕໍ່ອົງການທີ່ກ່ຽວຂ້ອງ.

ພາກທີ4ຫຼັກການແລະແບບແຜນວິທີເຮັດວຽກ

ມາດຕາ35ຫຼັກການເຮັດວຽກ ການພິຈາລະນາແລະແກ້ໄຂຄໍາຮ້ອງທຸກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ,ເຮັດວຽກເປັນໝູ່ຄະນະ,ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ,ມີການປະຊຸມປຶກສາຫາລື,ມີການກວດກາ. ການພິຈາລະນາແລະແກ້ໄຂຄໍາຮ້ອງທຸກຕ້ອງດໍາເນີນຕາມແຜນການ,ມີຂໍ້ມູນຫຼັກຖານ,ລົງຕົວຈິງ,ມີການສະຫຼຸບແລະຖອດຖອນບົດຮຽນ,ມີການປະສານສົມທົບກັບບັນດາອົງການແລະຂະແໜງການທີ່ກ່ຽວຂ້ອງ.

ມາດຕາ36(ປັບປຸງ)ແບບແຜນວິທີເຮັດວຽກ ການພິຈາລະນາແລະແກ້ໄຂຄໍາຮ້ອງທຸກຂອງອົງການແກ້ໄຂຄໍາຮ້ອງທຸກໃຫ້ປະສານສົມທົບ,ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນເພື່ອຮັບປະກັນຄວາມຖືກຕ້ອງຕາມກົດໝາຍແລະສອດຄ່ອງກັບຄວາມເປັນຈິງ. ການຄົ້ນຄວ້າພິຈາລະນາແລະແກ້ໄຂຄໍາຮ້ອງທຸກຢູ່ຂັ້ນທ້ອງຖິ່ນຫາກມີຄວາມຈໍາເປັນປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງອາດເຊີນເຈົ້າແຂວງ,ເຈົ້າຄອງນະຄອນຫຼວງ,ປະທານສານປະຊາຊົນ,ຫົວໜ້າອົງການໄອຍະການປະຊາຊົນແລະພາກສ່ວນອື່ນທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນມາປຶກສາຫາລືແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ;ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງອາດເຊີນປະທານສານປະຊາຊົນ,ຫົວໜ້າອົງການໄອຍະການປະຊາຊົນຂັ້ນແຂວງແລະພາກສ່ວນອື່ນທີ່ກ່ຽວຂ້ອງມາປຶກສາຫາລືແກ້ໄຂຄໍາສະເໜີ. ການຄົ້ນຄວ້າພິຈາລະນາແລະແກ້ໄຂຄໍາຮ້ອງທຸກຢູ່ຂັ້ນສູນກາງຫາກມີຄວາມຈໍາເປັນປະທານຄະນະປະຈໍາສະພາແຫ່ງຊາດອາດເຊີນນາຍົກລັດຖະມັນຕີຫຼືຜູ້ຕາງໜ້າລັດຖະບານ,ປະທານສານປະຊາຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະພາກສ່ວນອື່ນທີ່ກ່ຽວຂ້ອງມາປຶກສາຫາລືແກ້ໄຂຄໍາຮ້ອງຂໍຄວາມເປັນທໍານາຍົກລັດຖະມົນຕີອາດສະເໜີໃຫ້ປະທານອົງການກວດກາລັດຖະບານ,ລັດຖະມົນຕີ,ຫົວໜ້າອົງການລັດທຽບເທົ່າກະຊວງອື່ນທີ່ກ່ຽວຂ້ອງມາຊີ້ແຈງ,ອະທິບາຍແລະປຶກສາອາລີກ່ຽວກັບຄໍາສະເໜີ.

ພາກທີ5ຄວາມຮັບຜິດຊອບຕໍ່ຜົນການຕົກລົງແກ້ໄຂຄໍາຮ້ອງທຸກ

ມາດຕາ37(ໃໝ່)ຄວາມຮັບຜິດຊອບຕໍ່ຜົນການຕົກລົງແກ້ໄຂຄໍາສະເໜີ ອົງການພິຈາລະນາແລະແກ້ໄຂຄໍາສະເໜີແຕ່ລະຂັ້ນມີຄວາມຮັບຜິດຊອບຕໍ່ຜົນການຕົກລົງແກ້ໄຂຄໍາສະເໜີຂອງຕົນດັ່ງນີ້: 1.ອໍານວຍການສະດວກແລະຊຸກຍູ້ການຈັດຕັ້ງປະຕິບັດຜົນການຕົກລົງແກ້ໄຂຄໍາສະເໜີ; 2.ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຜົນການຕົກລົງຂອງຕົນ; 3.ໂຈະຫຼືຍົກເລີກການຕົກລົງຂອງຕົນທີ່ເຫັນວ່າບໍ່ຖືກຕ້ອງຕາມກົດມາຍ; 4.ພິຈາລະນາຄົ້ນຄວ້າຂໍ້ມູນ,ຫຼັກຖານຄືນໃໝ່ເມື່ອເຫັນວ່າຜົນການແກ້ໄຂບໍ່ຖືກຕ້ອງ; 5.ປະຕິບັດຕາມການຕົກລົງຮ່ວມລະຫວ່າງພາກສ່ວນແລະອົງການທີ່ກ່ຽວຂ້ອງກ່ຽວກັບວິທີການແກ້ໄຂຜົນການຕົກລົງໃຫ້ມີຄວາມຖືກຕ້ອງແລະສອດຄ່ອງກັບຄວາມເປັນຈິງ; 6.ອະທິບາຍ,ຊີ້ແຈງເຫດຜົນຂອງການແກ້ໄຂຄໍາສະເໜີໃຫ້ຜູ້ສະເໜີຮັບຮູ້ແລະຈັດຕັ້ງປະຕິບັດ; 7.ລາຍງານການແກ້ໄຂຜົນການຕົກລົງຂອງຕົນຕໍ່ຂັ້ນເທິງ.

ມາດຕາ38(ໃໝ່)ຄວາມຮັບຜິດຊອບຕໍ່ຜົນການຕົກລົງແກ້ໄຂຄໍາຮ້ອງຟ້ອງ ອົງການພິຈາລະນາແລະແກ້ໄຂຄໍາຮ້ອງຟ້ອງແຕ່ລະຂັ້ນມີຄວາມຮັບຜິດຊອບຕໍ່ຜົນການຕົກລົງແກ້ໄຂຄໍາຮ້ອງຟ້ອງຂອງຕົນດັ່ງນີ້: 1.ຮັບຜິດຊອບຕໍ່ຄວາມເສຍຫາຍຂອງຂໍ້ມູນຫຼັກຖານໃນສໍານວນຄະດີຕ່າງທີ່ຕົນໄດ້ຮັບ; 2.ອໍານວຍຄວາມສະດວກແລະແນະນໍາຄູ່ຄວາມໃນການດໍາເນີນຕາມຂັ້ນຕອນຂອງກົດໝາຍ; 3.ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບການຕົກລົງຂອງຕົນ; 4.ໂຈະຫຼືຍົກເລີກການຕົກລົງຂອງຕົນທີ່ເຫັນວ່າບໍ່ຖືກຕ້ອງຕາມກົດໝາຍ; 5.ພິຈາລະນາຄົ້ນຄວ້າຂໍ້ມູນ,ຫຼັກຖານຄືນໃໝ່ເມື່ອເຫັນວ່າຜົນການແກ້ໄຂບໍ່ຖືກຕ້ອງ; 6.ອະທິບາຍ,ຊີ້ແຈງເຫດຜົນຂອງການແກ້ໄຂຄໍາສະເໜີຫຼືຄໍາຮ້ອງຟ້ອງໃຫ້ຜູ້ສະເໜີຫຼືຜູ້ຮ້ອງຟ້ອງຮັບຮູ້ແລະຈັດຕັ້ງປະຕິບັດ; 7.ລາຍງານການແກ້ໄຂຜົນການຕົກລົງຂອງຕົນຕໍ່ຂັ້ນເທິງ.

ມາດຕາ39(ໃໝ່)ຄວາມຮັບຜິດຊອບຕໍ່ຜົນການພິຈາລະນາຈະຕົກລົງຄໍາຮ້ອງຂໍຄວາມເປັນທໍາ ອົງການກວດກາ,ຄົ້ນຄວ້າ,ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາແຕ່ລະຂັ້ນມີຄວາມຮັບຜິດຊອບຕໍ່ຜົນການພິຈາລະນາຕົກລົງຄໍາຮ້ອງຂໍຄວາມເປັນທໍາຂອງຕົນດັ່ງນີ້: 1.ເກັບສໍາເນົາຮັກສາຂໍ້ມູນ,ຫຼັກຖານແລະເອກະສານກ່ຽວກັບຜົນການຕົກລົງຂອງຕົນຢ່າງເປັນລະບົບ; 2.ຕິດຕາມຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມການຕົກລົງຂອງຕົນໃຫ້ສໍາເລັດ; 3.ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບຜົນການຕົກລົງຂອງຕົນ; 4.ພິຈາລະນາຄົ້ນຄວ້າຂໍ້ມູນ,ຫຼັກຖານຄືນໃໝ່ເມື່ອເຫັນວ່າຜົນການແກ້ໄຂບໍ່ຖືກຕ້ອງ; 5.ໂຈະຫຼືຍົກເລີກການຕົກລົງຂອງຕົນທີ່ເຫັນວ່າບໍ່ຖືກຕ້ອງຕາມກົດໝາຍ; 6.ປະຕິບັດຕາມການຕົກລົງຮ່ວມລະຫວ່າງພາກສ່ວນແລະອົງການທີ່ກ່ຽວຂ້ອງກ່ຽວກັບວິທີການແກ້ຜົນການຕົກລົງໃຫ້ມີຄວາມຖືກຕ້ອງແລະສອດຄ່ອງກັບຄວາມເປັນຈິງ; 7.ອະທິບາຍ,ຊີ້ແຈງເຫດຜົນຂອງການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາໃຫ້ຜູ້ຮ້ອງຂໍຄວາມເປັນທໍາຮັບຮູ້ແລະຈັດຕັ້ງປະຕິບັດ; 8.ລາຍງານການແກ້ໄຂຜົນການຕົກລົງຂອງຕົນຕໍ່ຂັ້ນເທິງ.

ພາກທີ6ຂໍ້ຫ້າມ

ມາດຕາ40(ປັບປຸງຂໍ້ຫ້າມສໍາລັບຜູ້ຮ້ອງທຸກ ຫ້າມຜູ້ຮ້ອງທຸກມີພຶດຕິກໍາດັ່ງນີ້: 1.ຮ້ອງທຸກ,ໃຫ້ການຫຼືລາຍງານບໍມີມູນຄວາມຈິງ; 2.ສວຍໃຊ້ການຮ້ອງທຸກເພື່ອແກ່ຍາວເວລາ,ໃສ່ຮ້າຍປ້າຍສີຜູ້ອື່ນ,ກໍ່ຄວາມບໍ່ສະຫງົບໃນສັງຄົມ; 3.ຊື້ຈ້າງຈອບອອຍ,ໃຫ້ສິນບົນ,ບັງຄັບ,ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ຜູ້ມີສິດແລະໜ້າທີ່ແກ້ໄຂຄໍາຮ້ອງທຸກ; 4.ອ້າງອີງຊື່ຂອງຜູ້ມີອໍານາດແລະມີອິດທິພົນ.

ມາດຕາ41(ປັບປຸງ)ຂໍ້ຫ້າມສໍາລັບຜູ້ຖືກຮ້ອງທຸກ ຫ້າມຜູ້ຖືກຮ້ອງທຸກມີພຶດຕິກໍາດັ່ງນີ້: 1.ຊື້ຈ້າງຈອບອອຍ,ໃຫ້ສິນບົນ,ບັງຄັບ,ນາບຂູ່,ໃຊ້ຄວາມຮຸນແຮງຕໍ່ຜູ້ຮ້ອງທຸກ,ຕໍ່ຜູ້ມີສິດແລະໜ້າທີ່ແກ້ໄຂຄໍາຮ້ອງທຸກ; 2.ປົກປິດ,ເຊື່ອງອໍາ,ທໍາລາຍຂໍ້ມູນ,ຫຼັກຖານຕ່າງໆທີ່ກ່ຽວຂ້ອງກັບຄໍາຮ້ອງທຸກ; 3.ໃຫ້ການຫຼືລາຍງານບໍ່ມີມູນຄວາມຈິງຕໍ່ຜູ້ມີສິດແລະໜ້າທີ່ແກ້ໄຂຄໍາຮ້ອງທຸກ; 4.ອ້າງອີງຊື່ຂອງຜູ້ມີອໍານາດແລະມີອິດທະພົນ.

ມາດຕາ42(ປັບປຸງ)ຂໍ້ຫາມສໍາລັບພະນັກງານຫຼືເຈົ້າໜ້າທີ່ຂອງອົງການແກ້ໄຂຄໍາຮ້ອງທຸກ ຫ້າມພະນັກງານຫຼືເຈົ້າໜ້າທີ່ຂອງອົງການແກ້ໄຂຄໍາຮ້ອງທຸກມີພຶດຕິກໍາດັ່ງນີ້: 1.ປະລະໜ້າທີ່ແລະຂາດຄວາມຮັບຜິດຊອບ,ກົດໜ່ວງຖ່ວງດຶງ,ແກ່ຍາວເວລາໃນການຄົ້ນຄວ້າແກ້ໄຂຄໍາຮ້ອງທຸກ; 2.ສວຍໃຊ້ໜ້າທີ່,ຕໍາແໜ່ງ,ຂໍເອົາ,ທວງເອົາແລະຮັບສິນບົນ; 3.ປົກປິດ,ເຊື່ອງອໍາ,ທໍາລາຍຂໍ້ມູນ,ຫຼັກຖານຕ່າງໆທີ່ກ່ຽວຂ້ອງກັບຄໍາຮ້ອງທຸກ; 4.ບັງຄັບ,ນາບຂູ່ຜູ້ຮ້ອງທຸກແລະຜູ້ຖືກຮ້ອງທຸກ; 5.ເປີດເຜີຍຂໍ້ມູນ,ຊື່ແລະນາມສະກຸນ,ທີ່ຢູ່ຂອງຜູ້ຮ້ອງທຸກໃນກໍລະນີທີ່ເຫັນວ່າຈະເປັນອັນຕະລາຍຕໍ່ຜູ້ຮ້ອງທຸກ.

ມາດຕາ43ຂໍ້ຫ້າມສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້: 1.ຍຸແຍ່,ຊວນເຊື່ອຫຼືຊື້ຈ້າງຈອບອອຍໃຫ້ຜູ້ອື່ນທໍາການຮ້ອງທຸກທີ່ບໍ່ມີມູນຄວາມຈິງ; 2.ແຊກແຊງ,ບັງຄັບ,ນາບຂູ່ພະນັກງານຂອງອົງການແກ້ໄຂຄໍາຮ້ອງທຸກ,ຜູ້ຮ້ອງທຸກຫຼືຜູ້ຖືກຮ້ອງທຸກ; 3.ປົກປິດ,ເຊື່ອງອໍາຜູ້ຖືກຮ້ອງທຸກຫຼືປິດບັງ,ທໍາລາຍຂໍ້ມູນ,ຫຼັກຖານກ່ຽວກັບຄໍາຮ້ອງທຸກ.

ພາກທີ7ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ44ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

ມາດຕາ45(ປັບປຸງ)ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກປະຕິບັດມາດຕະການສຶກສາອົບຮົມ,ລົງວິໄນ,ໃຊ້ແທນຄ່າເສຍຫາຍທາງແພ່ງທີ່ຕົນໄດ້ກໍ່ຂຶ້ນຫຼືຖືກລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ.

ມາດຕາ46(ໃໝ່)ມາດຕະການສຶກສາອົບຮົມ ບຸກຄົນໃດທີ່ກໍ່ຄວາມເສຍຫາຍໜ້ອຍ,ມີຄວາມຈິງໃຈລາຍງານ,ຮັບສາລະພາບຕໍ່ຄວາມຮັບຜິດຂອງຕົນຕໍ່ການຈັດຕັ້ງແລະສົ່ງຊັບທີ່ໄດ້ເອົາໄປໂດຍບໍ່ຖືກຕ້ອງນັ້ນຄືນໃຫ້ແກ່ການຈັດຕັ້ງແລະບຸກຄົນອື່ນຢ່າງຄົບຖ້ວນແລ້ວກໍ່ຈະໄດ້ຮັບການສຶກສາອົບຮົມແລະກ່າວເຕືອນ.

ມາດຕາ47(ໃໝ່)ມາດຕະການທາງວິໄນ ບຸກຄົນໃດທີ່ໄດ້ກະທໍາຜິດໃນສະຖານເບົາແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດກໍ່ຈະຖືກລົງວິໄນຕາມແຕ່ລະກໍລະນີດັ່ງນີ້: 1.ຕິຕຽນ,ກ່າວເຕືອນພ້ອມທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງບຸກຄົນນັ້ນ; 2.ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3.ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າເກົ່າ; 4.ໃຫ້ອອກຈາກລັດຖະບານໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

ມາດຕາ48(ໃໝ່)ມາດຕະການທາງແພ່ງ ບຸກຄົນໃດທີ່ໄດ້ລະເມີດກົດໝາຍຊຶ່ງກໍ່ຄວາມເສຍຫາຍຕໍ່ຊັບສິນຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງກໍ່ຕ້ອງໄດ້ໃຊ້ແທນຄ່າເສຍຫາຍທີ່ດິນໄດ້ກໍ່ຂຶ້ນນັ້ນຢ່າງຄົບຖ້ວນ.

ມາດຕາ49(ໃໝ່)ມາດຕະການທາງອາຍາ ບຸກຄົນໃດທີ່ໄດ້ລະເມີດກົດໝາຍສະບັບນີ້ຊຶ່ງເປັນການກະທໍາຜິດທາງອາຍາເປັນຕົ້ນການໃຫ້ແລະຮັບສິນບົນ,ການສວຍໃຊິສິດອໍານາດໜ້າທີ່ເກີນຂອບເຂດ,ການປອມແປງເອກະສານ,ຍັກຍອກ,ສໍ້ໂກງຊັບແລະສໍ້ລາດບັງຫຼວງກໍ່ຈະຖືກລົງໂທດທາງອາຍາຕາມກົດໝາຍຕາມແຕ່ກໍລະນີເບົາຫຼືໜັກ.

ພາກທີ8ບົດບັນຍັດສຸດທ້າຍ

ມາດຕາ50(ປັບປຸງ)ການຈັດຕັ້ງປະຕິບັດ ຄະນະປະຈໍາສະພາແຫ່ງຊາດ,ລັດຖະບານ,ອົງການໄອຍະການປະຊາຊົນສູງສຸດ,ສານປະຊາຊົນສູງສຸດແລະຄະນະປະຈໍາສະພາປະຊາຊົນຂັ້ນແຂວງເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້ຢ່າງເຂັ້ມງວດ.

ມາດຕາ51ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກສະບັບເລກທີ53/ສພຊ,ລົງວັນທີ15ທັນວາ214. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້