ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ 09-11-2005

.ການແກ້ໄຂຄໍາຮ້ອງທຸກ 09-11-2005


..ພາກທີ1ບົດບັນຍັັດທົ່ວໄປ


...ມາດຕາ1:ຈຸດປະສົງຂອງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ

ມາດຕາ1:ຈຸດປະສົງຂອງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງ ທຸກ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກກໍານົດຫຼັກການ, ລະບຽບການ,ມາດຕະການກ່ຽວກັບການຮ້ອງທຸກແລະການແກ້ ໄຂຄໍາຮ້ອງທຸກຂອງພົນລະເມືອງ,ການຈັດຕັ້ງໃຫ້ຖືກຕ້ອງຕາມລະ ບຽບກົດໝາຍແນໃສ່ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາ ຊົນ.ເພີ່ມທະວິນິຕິທໍາຢູ່ສປປລາວ,ປົກປັກຮັກສາຜົນປະໂຫຍດຂອງ ລັດ,ລວມໝູ່,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ,ຍຸດຕິທໍາແລະສີວິໄລ.

...ມາດຕາ02:ຄໍາຮ້ອງທຸກ

ມາດຕາ02:ຄໍາຮ້ອງທຸກ ຄໍາຮ້ອງທຸກແມ່ນເອກະສານພົນລະເມືອງຫຼືການຈັດຕັ້ງທີ່ຍື່ນ ຕໍ່ອົງການທີ່ກ່ຽວຂ້ອງເພື່ອພິຈາລະນາແກ້ໄຂກ່ຽວກັບການກະທໍາຫຼື ການຕົກລົງໃດໜຶ່ງຂອງການຈັດຕັ້ງຫຼືບຸກຄົນທີ່ຕົນເຫັນວ່າເປັນການ ລະເມີດລະບຽບກົດໝາຍແລະແຕະຕ້ອງເຖິງຜົນປະໂຫຍດຂອງລັດ, ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ.

ຄໍາຮ້ອງທຸກມີສາມປະເພດຄື: 1.ຄໍາຮ້ອງທຸກທີ່ຍື່ນຕໍ່ອົງການບໍລິຫານລັດເອີ້ນວ່າຄໍາສະເໜີ; 2.ຄໍາຮ້ອງທຸກທີ່ຍື່ນຕໍ່ອົງການສືບສວນ-ສອບສວນ,ອົງການ ໄປຍະການຫຼືສານເອີ້ນວ່າຄໍາຮ້ອງຟ້ອງ; 3.ຄໍາຮ້ອງທຸກທີ່ຍື່ນຕໍ່ສະພາແຫ່ງຊາດເອີ້ນວ່າຄໍາຮ້ອງຂໍ ຄວາມເປັນທໍາ.


...ມາດຕາ03:ການອະທິບາຍສັບ

ມາດຕາ03:ການອະທິບາຍສັບ ພົນລະເມືອງໝາຍເຖິງພົນລະເມືອງລາວ,ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ,ຊາວຕ່າງປະເທດທີ່ດໍາລົງຊີວິດຢູ່ສປປລາວ.

ຜູ້ສະເໜີໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ໄດ້ຍື່ນຄໍາສະເໜີ ຂອງຕົນຕໍ່ການຈັດຕັ້ງທີ່ມີສິດແລະໜ້າທີ່ແກ່ໄຂທາງດ້ານບໍລິຫານ ຊຶ່ງຕົນເຫັນວ່າມີບຸກຄົນຫຼືການຈັດຕັ້ງບໍລິຫານລັດລະເມີດລະບຽບ ກົດໝາຍແລະແຕະຕ້ອງຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.

ໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ຖືກຜູ້ອື່ນສະເໜີຕໍ່ການຈັດ ຕັ້ງທີ່ມີສິດແລະໜ້າທີ່ແກ້ໄຂທາງດ້ານບໍລິຫານວ່າຕົນໄດ້ລະເມີດລະ ບຽບກົດໝາຍແລະແຕະຕ້ອງຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດ ແລະຜົນປະໂຫຍດອັນຊອບທໍາຂອງຜູ້ອື່ນ.

ຜູ້ຮ້ອງຟ້ອງໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ໄດ້ຍື່ນຄໍາຮ້ອງ ຟ້ອງຂອງຕົນຕໍ່ອົງການທີ່ມີສິດແລະໜ້າທີ່ດໍາເນີນຄະດີເພື່ອປົກປ້ອງ ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາ ຂອງຕົນທີ່ຖືກລະເມີດ.

ຜູ້ຖືກຮ້ອງຟ້ອງໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ຖືກຜູ້ອື່ນ ຮ້ອງຟ້ອງຕໍ່ການຈັດຕັ້ງທີ່ມີສິດແລະໜ້າທີ່ດໍາເນີນຄະດີວ່າຕົນໄດ້ ລະເມີດລະບຽບກົດໝາຍແລະແຕະຕ້ອງຜົນປະໂຫຍດຂອງລັດ, ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຜູ້ອື່ນ.

ຜູ້ຮ້ອງຂໍຄວາມເປັນທໍາໝາຍເຖິງບຸກຄົນຫຼືການຈັດຕັ້ງທີ່ຍື່ນ ຄໍາຮ້ອງຂໍຄວາມເປັນທໍາຂອງຕົນຕໍ່ສະພາແຫ່ງຊາດເພື່ອປົກປ້ອງ ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາ ຂອງຕົນຊຶ່ງຕົນເຫັນວ່າຂໍ້ຕົກລົງຂອງອົງການບໍລິຫານລັດຫຼືຄໍາຕັດ ສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນຍັງບໍ່ທັນໃຫ້ຄວາມເປັນ ທໍາແກ່ຕົນ.


...ມາດຕາ04:ສິດຂອງພົນລະເມືອງແລະການຈັດຕັ້ງ

ມາດຕາ04:ສິດຂອງພົນລະເມືອງແລະການຈັດຕັ້ງ ພົນລະເມືອງແລະການຈັດຕັ້ງມີສິດຮ້ອງທຸກຕໍ່ການຈັດຕັ້ງທີ່ ມີສິດແລະໜ້າທີ່ທີ່ກ່ຽວຂ້ອງເພື່ອປົກປ້ອງຜົນປະໂຫຍດຂອງລັດ,ລວມ ໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນທີ່ຖືກລະເມີດຫຼືຖືກໂຕ້ ແຍ້ງຈາກບຸກຄົນຫຼືການຈັດຕັ້ງອື່ນ.

ສໍາລັບບຸກຄົນຫຼືການຈັດຕັ້ງຕ່າງປະເທດກໍ່ມີສິດຮ້ອງທຸກຕາມ ທີ່ກົດມາຍສະບັບນີ້ໄດ້ກໍານົດໄວ້ເວັ້ນເສຍແຕ່ສັນຍາຫຼືສົນທິສັນຍາສາ ກົນທີ່ສປປລາວໄດ້ເຊັນຫຼືເຂົ້າຮ່ວມເປັນພາຄີຫາກໄດ້ກໍານົດໄວ້ຢ່າງ ອື່ນ.

...ມາດຕາ05:ນະໂຍບາຍກ່ຽວກັບຄໍາຮ້ອງທຸກ

ມາດຕາ05:ນະໂຍບາຍກ່ຽວກັບຄໍາຮ້ອງທຸກ ລັດອໍານວຍຄວາມສະດວກໃຫ້ພົນລະເມືອງແລະການຈັດ ຕັ້ງປະຕິບັດສິດຮ້ອງທຸກແນໃສ່ປົກປ້ອງຜົນປະໂຫຍດຂອງລັດ,ລວມ ໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງຕົນເພື່ອເຮັດໃຫ້ກົງຈັກ ລັດ,ພະນັກງານມີຄວາມໂປ່ງໃສແລະມີປະສິດທະພາບໃນການປະ ຕິບັດໜ້າທີ່ຂອງຕົນ,ກໍາຈັດແລະສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ.

ບຸກຄົນຫຼືການຈັດຕັ້ງຕ້ອງກວດກາ,ພິຈາລະນາຢ່າງຖີ່ຖ້ວນ ໃນການປະຕິບັດສິດແລະໜ້າທີ່ຂອງຕົນຖ້າເຫັນວ່າສິ່ງໃດຫາກບໍ່ ຖືກຕ້ອງຕາມລະບຽບກົດໝາຍ,ກໍ່ຄວາມເສຍຫາຍໃຫ້ແກ່ຜົນປະ ໂຫຍດຂອງລັດ,ລວມໝູ່ຫຼືບຸກຄົນອື່ນແລ້ວກໍ່ຕ້ອງປ່ຽນແປງແກ້ໄຂ ຢ່າງທັນການເພື່ອຈໍາກັດບໍ່ໃຫ້ມີຄໍາຮ້ອງທຸກເກີດຂຶ້ນ.

ລັດສົ່ງເສີມໃຫ້ມີການໄກ່ເກ່ຍຂໍ້ຂັດແຍ່ງໃນໝູ່ປະຊາຊົນຕາມ ລະບຽບກົດໝາຍກ່ອນຈະມີການຮ້ອງທຸກຕໍ່ການຈັດຕັ້ງທີ່ມີສິດແລະ ໜ້າທີ່ທີ່ກ່ຽວຂ້ອງພິຈາລະນາແກ້ໄຂ.

...ມາດຕາ06:ຫຼັກການແກ້ໄຂຄໍາຮ້ອງທຸກ

ມາດຕາ06:ຫຼັກການແກ້ໄຂຄໍາຮ້ອງທຸກ ການຮ້ອງທຸກຕ້ອງດໍາເນີນໄປຕາມຫຼັກການດັ່ງນີ້: 1.ການຮ້ອງທຸກຕ້ອງດໍາເນີນໄປຕາມລະບຽບກົດໝາຍ; 2.ການຈັດຕັ້ງປະຕິບັດສິດແລະໜ້າທີ່ທີ່ກ່ຽວຂ້ອງຕ້ອງຮັບ ຕ້ອນຜູ້ຮ້ອງທຸກຕາມຄວາມເໝາະສົມແລະພິຈາລະນາແກ້ໄຂຄໍາ ຮ້ອງທຸກໃຫ້ທັນເວລາ. 3.ການແກ້ໄຂຄໍາຮ້ອງທຸກຕ້ອງຄົ້ນຄວ້າຢ່າງຮອບດ້ານ,ຄົບ ຖ້ວນ,ພາວະວິໃສແລະຖືກຕ້ອງຕາມລະບຽບກົດໝາຍ. 4.ອົງການຈັດຕັ້ງທີ່ຮັບຜິດຊອບແກ້ໄຂຄໍາຮ້ອງທຸກຕ້ອງ ແຈ້ງຜົນຂອງການແກ້ໄຂໃຫ້ຜູ້ຮ້ອງທຸກຊາບຢ່າງເປັນລາຍລັກອັກ ສອນ. 5.ຜູ້ຖືກຮ້ອງທຸກແລະຜູ້ກ່ຽວຂ້ອງອື່ນໆຕ້ອງໃຫ້ມີການຮ່ວມ ມືແລະສ້າງເງື່ອນໄຂສະດວກໃຫ້ແກ່ການແກ້ໄຂຄໍາຮ້ອງທຸກ. 6.ການແກ້ໄຂຄໍາຮ້ອງທຸກທາງດ້ານບໍລິຫານໃຫ້ດໍາເນີນ ໄດ້ສອງຂັ້ນ.ຖ້າຜູ້ຮ້ອງທຸກຍັງບໍ່ພໍໃຈກໍ່ໃຫ້ຮ້ອງຟ້ອງຕໍ່ສານຫຼືຮ້ອງ ຂໍຄວາມເປັນທໍາຕໍ່ສະພາແຫ່ງຊາດ.

...ມາດຕາ07:ການຮ່ວມມືສາກົນ

ມາດຕາ07:ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການຮ່ວມມືກັບສາກົນໃນວຽກງານແກ້ໄຂ ຄໍາຮ້ອງທຸກໂດຍສະເພາະການຍົກລະດັບພະນັກງານແລະການ ແລກປ່ຽນບົດຮຽນກັບປະເທດອື່ນໆເພື່ອເຮັດໃຫ້ການແກ້ໄຂຄໍາ ຮ້ອງທຸກຢູ່ສປປລາວມີປະສິດທິຜົນດີຂຶ້ນ.

..ພາກທີ2ລະບຽບການກ່ຽວກັບການຍື່ນຄໍາຮ້ອງທຸກ


...ມາດຕາ08:ການຍື່ນຄໍາຮ້ອງທຸກ

ມາດຕາ08:ການຍື່ນຄໍາຮ້ອງທຸກ ການຍື່ນຄໍາຮ້ອງທຸກຕ້ອງຍື່ນຕໍ່ການຈັດຕັ້ງທີ່ມີສິດແລະໜ້າ ທີ່ທີ່ກ່ຽວຂ້ອງໃນການພິຈາລະນະແກ່ໄຂເທົ່ານັ້ນ.

...ມາດຕາ09:ສິດແລະພັນທະຂອງຜູ້ຍື່ນຄໍາຮ້ອງທຸກ

ມາດຕາ09:ສິດແລະພັນທະຂອງຜູ້ຍື່ນຄໍາຮ້ອງທຸກ 01 ຜູ້ຍື່ນຄໍາຮ້ອງທຸກມີສິດຕົ້ນຕໍດັ່ງນີ້: 1.ຍື່ນຄໍາຮ້ອງທຸກໂດຍຕົນເອງຫຼືໂດຍຜູ້ຕາງໜ້າທີ່ຖືກຕ້ອງ ຕາມກົດໝາຍ; 2.ຮັບຊາບຜົນຂອງການແກ້ໄຂຄໍາຮ້ອງທຸກຢ່າງເປັນລາຍ ລັກອັກສອນຈາກການຈັດຕັ້ງທີ່ກ່ຽວຂ້ອງ; 3.ໄດ້ຮັບການປົກປ້ອງຈາກການນາບຂູ່,ປາບປາມແລະໄດ້ ຮັບການປົກປິດເປັນຄວາມລັບກ່ຽວກັບຊື່ແລະນາມສະກຸນ,ທີ່ຢູ່,ນາມ ປາກກາຂອງຕົນຕາມການຮ້ອງຂໍ້; 4.ໄດ້ຮັບການຟື້ນຟູຄືນກ່ຽວກັບສິດຂອງຕົນທີ່ຖືກລະເມີດ ແລະໄດ້ຮັບການໃຊ້ແທນຄ່າເສຍຫາຍຈາກຜູ້ລະເມີດຕາມລະບຽບ ກົດໝາຍ; 5.ຖອນຄໍາຮ້ອງທຸກຂອງຕົນຢູ່ໃນທຸກຂັ້ນຕອນ.


02 ຜູ້ຮ້ອງທຸກມີພັນທະຕົ້ນຕໍດັ່ງນີ້: 1.ແຈ້ງຊື່,ນາມສະກຸນ,ອາຍຸ,ອາຊີບແລະທີ່ຢູ່ຂອງຕົນໃຫ້ຊັດ ແຈນ; 2.ຍັກບັນຫາກ່ຽວກັບຄໍາຮ້ອງທຸກໃຫ້ຈະແຈ້ງ,ຖືກຕ້ອງຕາມ ຄວາມຈິງພ້ອມທັງສະໜອງຂໍ້ມູນ,ຫຼັກຖານໃຫ້ແກ່ການຈັດຕັ້ງທີ່ແກ້ ໄຂຄໍາຮ້ອງທຸກຢ່າງຄົບຖ້ວນແລະທັນເວລາ; 3.ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເນື້ອໃນຄໍາຮ້ອງທຸກ ຂອງຕົນແລະຂໍ້ມູນ,ຫຼັກຖານທີ່ນໍາມາສະເໜີຕໍ່ການຈັດຕັ້ງທີ່ກ່ຽວ ຂ້ອງ; 4.ປະຕິບັດຢ່າງເຂັ້ມງວດຄໍາຕົກລົງກ່ຽວກັບການແກ້ໄຂຄໍາ ຮ້ອງທຸກທີ່ມີຜົນສັກສິດທາງດ້ານກົດໝາຍແລ້ວ.


...ມາດຕາ10:ສິດແລະພັນທະຂອງຜູ້ຖືກຮ້ອງທຸກ

ມາດຕາ10:ສິດແລະພັນທະຂອງຜູ້ຖືກຮ້ອງທຸກ 01 ຜູ້ຖືກຮ້ອງທຸກມີສິດຕົ້ນຕໍດັ່ງນີ້: 1.ຮັບຊາບກ່ຽວກັບເນື້ອໃນຄໍາຮ້ອງທຸກ; 2.ປົກປ້ອງຕົນເອງດ້ວຍການນໍາເອົາຂໍ້ມູນ,ຫຼັກຖານມາຢັ້ງ ຢືນ; 3.ໄດ້ຮັບການຟື້ນຟູກຽດສັກສີແລະຜົນປະໂຫຍດອື່ນຄືນທີ່ ຖືກເສຍຫາຍຍ້ອນການຮ້ອງທຸກທີ່ບໍ່ມີມູນຄວາມຈິງຕາມລະບຽບ ກົດໝາຍ; 4.ສະເໜີໃຫ້ການຈັດຕັ້ງທີ່ມີສິດແລະໜ້າທີ່ທີ່ກ່ຽວຂ້ອງໃຊ້ ມາດຕະການຕໍ່ຜູ້ຮ້ອງທຸກທີ່ບໍ່ມີມູນຄວາມຈິງນັ້ນຕາມລະບຽບກົດ ໝາຍ.


02 ຜູ້ຖືກຮ້ອງທຸກມີພັນທະຕົ້ນຕໍດັ່ງນີ້: 1.ຊີ້ແຈງອະທິບາຍກ່ຽວກັບບັນຫາທີ່ຖືກຮ້ອງທຸກແລະສະ ໜອງຂໍ້ມູນ,ຫຼັກຖານໃຫ້ແກ່ການຈັດຕັ້ງທີ່ກ່ຽວຂ້ອງ; 2.ປະຕິບັດຢ່າງເຂັ້ມງວດຄໍາຕົກລົງກ່ຽວກັບການແກ້ໄຂ ຄໍາຮ້ອງທຸກທີ່ມີຜົນສັກສິດທາງດ້ານກົດໝາຍແລ້ວ.

...ມາດຕາ11:ກໍານົດເວລາແລະສະຖານທີ່ຍື່ນຄໍາຮ້ອງທຸກ

ມາດຕາ11:ກໍານົດເວລາແລະສະຖານທີ່ຍື່ນຄໍາຮ້ອງທຸກ ການຍື່ນຄໍາຮ້ອງທຸກຕໍ່ການຈັດຕັ້ງທີ່ກ່ຽວຂ້ອງນັ້ນຕ້ອງປະ ຕິບັດຕາມໂມງເວລາແລະສະຖານທີ່ທີ່ທາງການໄດ້ກໍານົດໄວ້.


...ມາດຕາ12:ເນື້ອໃນຂອງຄໍາຮ້ອງທຸກ

ມາດຕາ12:ເນື້ອໃນຂອງຄໍາຮ້ອງທຸກ ຄໍາຮ້ອງທຸກທີ່ເປັນລາຍລັກອັກສອນຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: 1.ຊື່ແລະສະຖານທີ່ຂອງການຈັດຕັ້ງທີ່ກ່ຽວຂ້ອງ; 2.ຊື່,ນາມສະກຸນ,ອາຍຸ,ອາຊີບ,ທີ່ຢູ່ຂອງຜູ້ຮ້ອງທຸກແລະຜູ້ຖືກ ຮ້ອງທຸກ; 3.ບັນຫາທີ່ຢາກໃຫ້ແກ້ໄຂ,ຫຼັກຖານອ້າງອີງ; 4.ສະຖານທີ່,ວັນທີ,ລາຍເຊັນແລະລາຍໂປ້ມືຂອງຜູ້ຮ້ອງທຸກ ຫຼືຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍ.

ໃນກໍລະນີຜູ້ຮ້ອງທຸກໄປລາຍງານຫຼືແຈ້ງຄວາມໂດຍປາກ ເປົ່າຕໍ່ການຈັດຕັ້ງທີ່ກ່ຽວຂ້ອງນັ້ນ,ຜູ້ຮັບການລາຍງານຫຼືຮັບແຈ້ງ ຄວາມຕ້ອງເຮັດບົດບັນທຶກເປັນລາຍລັກອັກສອນຕາມເນື້ອໃນທີ່ໄດ້ ກ່າວໄວ້ໃນວັກເທິງຂອງມາດຕານີ້.

...ມາດຕາ13:ເງື່ອນໄຂຮັບຄໍາຮ້ອງທຸກ

ມາດຕາ13:ເງື່ອນໄຂຮັບຄໍາຮ້ອງທຸກ ຄໍາຮ້ອງທຸກຈະຮັບມາພິຈາລະນາໄດ້ກໍ່ຕໍ່ເມື່ອມີເງື່ອນໄຂດັ່ງ ນີ້: 1.ຕ້ອງມີຊື່,ທີ່ຢູ່,ລາຍເຊັນແລະລາຍໂປ້ມືຂອງຜູ້ຮ້ອງທຸກ ເອງຫຼືຂອງຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍ; 2.ຜູ້ຮ້ອງທຸກຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປແລະບໍ່ເປັນ ບ້າເສຍຈິດ; 3.ຄໍາຮ້ອງທຸກທີ່ຍັງບໍ່ທັນມີການຈັດຕັ້ງໃດພິຈາລະນາແກ້ ໄຂເທື່ອຫຼືແກ້ໄຂແລ້ວແຕ່ຜູ້ຮ້ອງທຸກຍັງບໍ່ພໍໃຈ; 4.ຄໍາຮ້ອງທຸກທີ່ເປັນຄໍາຮ້ອງຂໍຄວາມເປັນທໍານັ້ນຕ້ອງໄດ້ ຜ່ານການແກ້ໄຂທາງດ້ານບໍລິຫານລັດສິ້ນສຸດເສຍກ່ອນຫຼືຖ້າເປັນ ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວກໍ່ຕ້ອງມີຫຼັກຖານ ໃໝ່. 5.ຄໍາຮ້ອງທຸກຕ້ອງເຮັດເປັນພາສາລາວທີ່ສາມາດອ່ານ ແລະເຂົ້າໃຈເນື້ອໃນໄດ້.

..ພາກທີ3ການແກ້ໄຂຄໍາຮ້ອງທຸກ


...ໝວດທີ1ອົງການແກ້ໄຂຄໍາຮ້ອງທຸກ


....ມາດຕາ14:ອົງການແກ້ໄຂຄໍາຮ້ອງທຸກ.

ມາດຕາ14:ອົງການແກ້ໄຂຄໍາຮ້ອງທຸກ. ອົງການແກ້ໄຂຄໍາຮ້ອງທຸກມີດັ່ງນີ້: 1.ອົງການບໍລິຫານລັດຮັບແລະພິຈາລະນາແກ້ໄຂຄໍາສະເໜີ; 2.ສານ,ອົງການໄອຍະການ,ອົງການສືບສວນ-ສອບສວນຮັບ ແລະພິຈາລະນາແກ້ໄຂຄໍາຮ້ອງຟ້ອງ; 3.ສະພາແຫ່ງຊາດຮັບແລະພິຈາລະນາແກ້ໄຂຄໍາຮ້ອງຂໍ ຄວາມເປັນທໍາ.


....ມາດຕາ15:ສິດແລະພັນທະຂອງອົງການແກ້ໄຂຄໍາຮ້ອງທຸກ

ມາດຕາ15:ສິດແລະພັນທະຂອງອົງການແກ້ໄຂຄໍາຮ້ອງທຸກ 01 ອົງການແກ້ໄຂຄໍາຮ້ອງທຸກມີສິດຕົ້ນຕໍດັ່ງລຸ່ມນີ້: 1.ຮຽກເຊີນຜູ້ຮ້ອງທຸກ,ຜູ້ຖືກຮ້ອງທຸກ,ບຸກຄົນຫຼືການຈັດຕັ້ງ ອື່ນທີ່ກ່ຽວຂ້ອງມາສອບຖາມຫຼືໃຫ້ຄວາມກະຈ່າງແຈ້ງກ່ຽວກັບບັນ ຫາໃດໜຶ່ງ; 2.ທວງເອົາເອກະສານ,ຂໍ້ມູນ,ຫຼັກຖານຈາກບຸກຄົນຫຼືການ ຈັດຕັ້ງທີ່ກ່ຽວຂ້ອງ; 3.ອອກຄໍາຕົກລົງກ່ຽວກັບການແກ້ໄຂຄໍາຮ້ອງທຸກ.

02 ອົງການແກ້ໄຂຄໍາຮ້ອງທຸກມີພັນທະຕົ້ນຕໍດັ່ງລູ່ມນີ້: 1.ແກ້ໄຂຄໍາຮ້ອງທຸກໃຫ້ທັນເວລາ,ຖືກຕ້ອງຕາມລະບຽບ ກົດໝາຍ; 2.ໄກ່ເກ່ຍຄູ່ກໍລະນີໃຫ້ມີການປະນີປະນອມກັນໃນເມື່ອມີ ເງື່ອນໄຂ; 3.ແຈ້ງຜົນຂອງການແກ້ໄຂໃຫ້ແກ່ຜູ້ຮ້ອງທຸກແລະຜູ້ຖືກ ຮ້ອງທຸກຊອບ; 4.ສົ່ງສໍານວນເອກະສານໄປໃຫ້ການຈັດຕັ້ງທີ່ກ່ຽວຂ້ອງພິ ຈາລະນາແກ້ໄຂໃນກໍລະນີທີ່ບໍ່ແມ່ນສິດແລະໜ້າທີ່ຂອງຕົນ.

...ໝວດທ່ີ2ການແກ້ໄຂຄໍາສະເໜີ


....ມາດຕາ16:ຄໍາສະເໜີ

ມາດຕາ16:ຄໍາສະເໜີ ຄໍາສະເໜີຕາມກົດໝາຍສະບັບນີ້ແມ່ນເອກະສານທີ່ພົນລະ ເມືອງຫຼືການຈັດຕັ້ງຍື່ນຕໍ່ອົງການບໍລິຫານລັດທີ່ກ່ຽວຂ້ອງເພື່ອພິ ຈາລະນາແກ້ໄຂກ່ຽວກັບການກະທໍາຫຼືການຕົກລົງໃດໜຶ່ງຂອງບຸກ ຄົນຫຼືການຈັດຕັ້ງບໍລິຫານລັດທີ່ຕົນເຫັນວ່າລະເມີດແລະບຽບກົດ ໝາຍແລະແຕະຕ້ອງເຖິງຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.

....ມາດຕາ17:ອົງການແກ້ໄຂຄໍາສະເໜີ

ມາດຕາ17:ອົງການແກ້ໄຂຄໍາສະເໜີ ອົງການແກ້ໄຂຄໍາສະເໜີມີດ່ັງນີ້: 1.ລັດຖະບານ; 2.ກະຊວງແລະອົງການທຽບເທົ່າກະຊວງ; 3.ອົງການປົກຄອງຂັ້ນແຂວງ; 4.ອົງການປົກຄອງຂັ້ນເມືອງ; 5.ອົງການປົກຄອງຂັ້ນບ້ານ.

ສໍາລັບສິດແລະໜ້າທີ່ລະອຽດຂອງອົງການແກ້ໄຂຄໍາສະ ເໜີນັ້ນກໍານົດໄວ້ໃນລະບຽບການຕ່າງຫາກ. ....ມາດຕາ18:ຂັ້ນຕອນການແກ້ໄຂຄໍາສະເໜີ

ມາດຕາ18:ຂັ້ນຕອນການແກ້ໄຂຄໍາສະເໜີ ການແກ້ໄຂຄໍາສະເໜີຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້: 1.ຄົ້ນຄວ້າ,ພິຈາລະນາຄໍາສະເໜີແລະເກັບກໍາຂໍ້ມູນ,ຫຼັກ ຖານເພີ່ມເຕີມຖ້າເຫັນວ່າມີຄວາມຈໍາເປັນ; 2.ອອກຂໍ້ຕົກລົງກ່ຽວກັບການແກ້ໄຂຄໍາສະເໜີ; 3.ແຈ້ງຜົນຂອງການແກ້ໄຂໃຫ້ຜູ້ສະເໜີແລະຜູ້ຖືກສະເໜີ ຊາບ; 4.ຈັດຕັ້ງປະຕິບັດຂໍ້ຕົກລົງກ່ຽວກັບການແກ້ໄຂຄໍາສະເໜີທີ່ ມີຜົນສັກສິດທາງດ້ານກົດໝາຍແລ້ວ.

ໃນກໍລະນີທີ່ຜູ້ສະເໜີຫຼືຜູ້ຖືກສະເໜີຫາກເຫັນວ່າຂໍ້ຕົກລົງນັ້ນ ຕົນຍັງບໍ່ໄດ້ຮັບຄວາມເປັນທໍາກໍ່ມີສິດສະເໜີຂຶ້ນຫາອົງການບໍລິຫານ ລັດຂັ້ນເທິງຖັດນັ້ນພິຈາລະນາແກ້ໄຂ.

ຖ້າເຫັນວ່າຂໍ້ຕົກລົງຂອງອົງການບໍລິຫານລັດຂັ້ນເທິງຖັດນັ້ນ. ຫາກຍັງບໍ່ທັນໃຫ້ຄວາມເປັນທໍາແກ່ຕົນອີກຜູ້ສະເໜີມີສິດຮ້ອງຟ້ອງຕໍ່ ສານຫຼືຮ້ອງຂໍຄວາມເປັນທໍາຕໍ່ສະພາແຫ່ງຊາດ.

....ມາດຕາ19:ການກໍານົດເວລາໃນການຍື່ນແລະການແກ້ໄຂຄໍາສະເໜີ

ມາດຕາ19:ການກໍານົດເວລາໃນການຍື່ນແລະການແກ້ໄຂຄໍາ ສະເໜີ ກໍານົດເວລາໃນການຍື່ນຄໍາສະເໜີຕໍ່ອົງການບໍລິຫານລັດ ຕ້ອງດໍາເນີນພາຍໃນສາມປີນັບແຕ່ວັນທີ່ຖືກລະເມີດເປັນຕົ້ນໄປ.

ການແກ້ໄຂຄໍາສະເໜີຕ້ອງພິຈາລະນາພາຍໃນກໍານົດຊາວ ວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.

ໃນກໍລະນີຄໍາສະເໜີບໍ່ໄດ້ຮັບການພິຈາລະນາແກ້ໄຂຕາມ ກໍານົດເວລາ.ຜູ້ສະເໜີມີສິດຍື່ນຄໍາສະເໜີດັ່ງກ່າວຕໍ່ຂັ້ນເທິງຖັດນັ້ນ. ຖ້າຫາກຍັງບໍ່ໄດ້ຮັບພິຈາລະນາແກ້ໄຂຕາມກໍານົດເວລາອີກແລ້ວ ຜູ້ສະເໜີມີສິດຮ້ອງຟ້ອງຕໍ່ສານຫຼືຮ້ອງຂໍຄວາມເປັນທໍາຕໍ່ສະພາແຫ່ງ ຊາດ.

....ມາດຕາ20:ຜົນສັກສິດຂອງຂໍ້ຕົກລົງ

ມາດຕາ20:ຜົນສັກສິດຂອງຂໍ້ຕົກລົງ ຂໍ້ຕົກລົງກ່ຽວກັບການແກ້ໄຂຄໍາສະເໜີທີ່ມີຜົນສັກສິດທາງ ດ້ານກົດໝາຍມີດັ່ງນີ້: 1.ຂໍ້ຕົກລົງຂອງອົງການບໍລິຫານລັດທີ່ມີສິດແລະໜ້າທີ່ແກ້ ໄຂເປັນຂັ້ນທໍາອິດຊຶ່ງຜູ້ສະເໜີແລະຜູ້ຖືກສະເໜີນັ້ນເຫັນດີປະຕິບັດ; 2.ຂໍ້ຕົກລົງຂອງອົງການບໍລິຫານລັດທີ່ມີສິດແລະໜ້າທີ່ແກ້ ໄຂເປັນຂັ້ນທີສອງຊຶ່ງເປັນຂັ້ນສຸດທ້າຍແລະຜູ້ສະເໜີຫຼືຜູ້ຖືກສະເໜີ ບໍ່ຮ້ອງຟ້ອງຕໍ່ສານຫຼືບໍ່ຮ້ອງຂໍຄວາມເປັນທໍາຕໍ່ສະພາແຫ່ງຊາດ.


ຂໍ້ຕົກລົງທີ່ມີຜົນສັກສິດທາງດ້ານກົດໝາຍນັ້ນພະນັກງານທີ່ ມີໜ້າທີ່ຮັບຜິດຊອບຕ້ອງນໍາໄປຈັດຕັ້ງປະຕິບັດຢ່າງທັນການແລະ ຖືກຕ້ອງຕາມຂໍ້ຕົກລົງດັ່ງກ່າວ:ບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ ຕ້ອງປະຕິບັດຢ່າງເຂັ້ມງວດ.

...ໝວດທີ3ການແກ້ໄຂຄໍາຮ້ອງຟ້ອງ


....ມາດຕາ21:ຄໍາຮ້ອງຟ້ອງ

ມາດຕາ21:ຄໍາຮ້ອງຟ້ອງ ຄໍາຮ້ອງຟ້ອງແມ່ນເອກະສານທີ່ພົນລະເມືອງຫຼືການຈັດຕັ້ງ ຍື່ນຕໍ່ອົງການສືບສວນ-ສອບສວນ,ອົງການໄອຍະການຫຼືສານເພື່ອ ພິຈາລະນາແກ້ໄຂກ່ຽວກັບການກະທໍາຫຼືການຕົກລົງໃດໜຶ່ງຂອງ ບຸກຄົນຫຼືການຈັດຕັ້ງທີ່ຕົນເຫັນວ່າລະເມີດລະບຽບກົດໝາຍແລະ ແຕະຕ້ອງເຖິງຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດ ອັນຊອບທໍາຂອງຕົນ.

....ມາດຕາ22:ຂັ້ນຕອນການແກ້ໄຂຄໍາຮ້ອງຟ້ອງ

ມາດຕາ22:ຂັ້ນຕອນການແກ້ໄຂຄໍາຮ້ອງຟ້ອງ ການແກ້ໄຂຄໍາຮ້ອງຟ້ອງໃຫ້ປະຕິບັດຕາມຂັ້ນຕອນທີ່ໄດ້ກໍາ ນົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງແລະກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ.

...ໝວດທີ4ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ


....ມາດຕາ23:ຄໍາຮ້ອງຂໍຄວາມເປັນທໍາ

ມາດຕາ23:ຄໍາຮ້ອງຂໍຄວາມເປັນທໍາ ຄໍາຮ້ອງຂໍຄວາມເປັນທໍາແມ່ນເອກະສານທີ່ພົນລະເມືອງຫຼື ການຈັດຕັ້ງຍື່ນຕໍ່ສະພາແຫ່ງຊາດເພື່ອພິຈາລະນາຄືນຜົນຂອງການ ແກ້ໄຂຄໍາສະເໜີໂດຍອົງການບໍລິຫານລັດ,ການແກ້ໄຂຄໍາຮ້ອງ ຟ້ອງໂດຍອົງການໄອຍິການຫຼືສານທີ່ມີຜົນສັກສິດທາງດ້ານກົດ ໝາຍແລ້ວຊຶ່ງຕົນເຫັນວ່າການແກ້ໄຂນັ້ນຍັງບໍ່ທັນມີຄວາມເປັນ ທໍາເທື່ອ.

....ມາດຕາ24:ອົງການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ

ມາດຕາ24:ອົງການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ອົງການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາມີດັ່ງນີ້: 1.ຄະນະປະຈໍາສະພາແຫ່ງຊາດ; 2.ຄະນະສະມາຊິກສະພາແຫ່ງຊາດປະຈໍາແຕ່ລະເຂດເລືອກ ຕັ້ງ.

ສໍາລັດສິດແລະໜ້າທີ່ຂອງອົງການແກ້ໄຂຄໍາຮ້ອງຂໍຄວາມ ເປັນທໍາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ25:ຂັ້ນຕອນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ

ມາດຕາ25:ຂັ້ນຕອນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຕ້ອງປະຕິບັດຕາມຂັ້ນ ຕອນດັ່ງນີ້: 1.ຄົ້ນຄວ້າ,ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາແລະລວບ ລວມຂໍ້ມູນ,ຫຼັກຖານເພີ່ມເຕີມຖ້າເຫັນວ່າມີຄວາມຈໍາເປັນ; 2.ອອກຂໍ້ຕົກລົງກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນ ທໍາ; 3.ແຈ້ງຜົນຂອງການແກ້ໄຂໃຫ້ຜູ້ຮ້ອງຂໍຄວາມເປັນທໍາແລະ ພາກສ່ວນກ່ຽວຂ້ອງຊາບເພື່ອຈັດຕັ້ງປະຕິບັດ; 4.ຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.

ໃນກໍລະນີທີ່ຜູ້ຮ້ອງຂໍຄວາມເປັນທໍາຫາກບໍ່ເຫັນດີນໍາຂໍ້ຕົກລົງ ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງນັ້ນແລ້ວ ກໍ່ມີສິດສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດເພື່ອພິຈາລະນາແກ້ ໄຂເປັນຂັ້ນສຸດທ້າຍ.

....ມາດຕາ26:ຂໍ້ຕົກລົງແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ

ມາດຕາ26:ຂໍ້ຕົກລົງແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂໍ້ຕົກລົງແກ້ໄຂຄໍາຮ້ອງຂໍຄວາມເປັນທໍາມີດັ່ງນີ້: 1.ຕົກລົງຢັ້ງຢືນເອົາຕາມຂໍ້ຕົກລົງຂອງອົງການບໍລິຫານ ລັດຫຼືຄໍາຕັດສິນຂອງສານ; 2.ຕົກລົງໃຫ້ອົງການບໍລິຫານລັດ,ອົງການໄອຍະການຫຼື ສານພິຈາລະນາຄືນໃໝ່.

....ມາດຕາ27:ກໍານົດເວລາໃນການຍື່ນແລະແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ

ມາດຕາ27:ກໍານົດເວລາໃນການຍື່ນແລະແກ້ໄຂຄໍາຮ້ອງຂໍ ຄວາມເປັນທໍາ ກໍານົດເວລາໃນການຍື່ນຄໍາຮ້ອງຂໍຄວາມເປັນທໍາຕໍ່ສະພາ ແຫ່ງຊາດຕ້ອງດໍາເນີນພາຍໃນຫົກສິບວັນນັບແຕ່ວັນທີ່ໄດ້ຮັບຊາດ ຂໍ້ຕົກລົງຂອງອົງການບໍລິຫານລັດຂັ້ນສຸດທ້າຍຫຼືໄດ້ຮັບຊາບຄໍາຕັດ ສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປ.

ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຕ້ອງພິຈາລະນາພາຍ ໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງຂໍຄວາມເປັນ ທໍາເປັນຕົ້ນໄປ.

ການຍື່ນຄໍາຮ້ອງຂໍຄວາມເປັນທໍາຕ້ອງຍື່ນຕໍ່ຄະນະສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຂອງຕົນເສຍກ່ອນ,ຖ້າຄະນະ ສະມາຊິກສະພາແຫ່ງຊາດບໍ່ພິຈາລະນາແກ້ໄຂຕາມກໍານົດເວລາທີ່ ໄດ້ກໍານົດໄວ້ໃນວັກສອງຂອງມາດຕານີ້ແລ້ວຜູ້ຮ້ອງຂໍຄວາມເປັນ ທໍາມີສິດຍື່ນຄໍາຮ້ອງຂອງຕົນຕໍ່ຄະນະປະຈໍາສະພາແຫ່ງຊາດພິຈາ ລະນາແກ້ໄຂ.

....ມາດຕາ28:ຜົນສັກສິດຂອງຂໍ້ຕົກລົງ

ມາດຕາ28:ຜົນສັກສິດຂອງຂໍ້ຕົກລົງ ຂໍ້ຕົກລົງກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາທີ່ມີ ຜົນສັກສິດທາງດ້ານກົດໝາຍມີດັ່ງນີ້: 1.ຂໍ້ຕົກລົງກ່ຽວກັບການແກ້ໄຂຂອງຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ່ມີສິດແລະໜ້າທີ່ແກ້ໄຂເປັນຂັ້ນທໍາ ອິດຊຶ່ງຜູ້ຮ້ອງຂໍຄວາມເປັນທໍາແລະຜູ້ຖືກຮ້ອງຂໍຄວາມເປັນທໍາເຫັນ ດີປະຕິບັດ; 2.ຂໍ້ຕົກລົງກ່ຽວກັບການແກ້ໄຂຂອງຄະນະປະຈໍາສະພາ ແຫ່ງຊາດ.

ຂໍ້ຕົກລົງກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາທີ່ມີຜົນສັກສິດ ທາງດ້ານກົດໝາຍນັ້ນພະນັກງານທີ່ມີໜ້າທີ່ຮັບຜິດຊອບຕ້ອງນໍາໄປ ຈັດຕັ້ງປະຕິບັດຢ່າງທັນການແລະຖືກຕ້ອງຕາມຂໍ້ຕົກລົງດັ່ງກ່າວ: ບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງຕ້ອງປະຕິບັດຢ່າງເຂັ້ມງວດ.

..ພາກທີ4ການຮັບຕ້ອນຜູ້ຮ້ອງທຸກ


...ມາດຕາ29:ການຮັບຕ້ອນຜູ້ຮ້ອງທຸກ

ມາດຕາ29:ການຮັບຕ້ອນຜູ້ຮ້ອງທຸກ ການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງ ມະຫາຊົນ,ສະຫະພັນນັກຮົບເກົ່າແລະອົງການຈັດຕັ້ງສັງຄົມອື່ນຕ້ອງ ມີການຈັດຕັ້ງຮັບຕ້ອນຜູ້ີ່ມາຍື່ນຄໍາຮ້ອງທຸກ,ແຈ້ງຄວາມຫຼືລາຍງານ ກ່ຽວກັບບັນຫາຕ່າງໆທີ່ພົວພັນເຖິງຜົນປະໂຫຍດຂອງລັດ,ລວມໝູ່ຫຼື ສິດແລະຜົນປະໂຫຍດອັນຊອບທໍາຂອງຕົນ.

ຂະແໜງການຕ່າງໆຕ້ອງຈັດວາງພະນັກງານຂອງຕົນເພື່ອ ຮັບຕ້ອນຜູ້ມາຮ້ອງທຸກ,ສໍາລັບຫົວໜ້າຂະແໜງການດັ່ງກ່າວກໍ່ຕ້ອງ ຈັດເວລາຮັບຕ້ອນຜູ້ມາຮ້ອງທຸກດ້ວຍຕົນເອງຕາມຄວາມເໝາະສົມ.

...ມາດຕາ30:ສະຖານທີ່ແລະເວລາຮັບຕ້ອນຜູ້ຮ້ອງທຸກ

ມາດຕາ30:ສະຖານທີ່ແລະເວລາຮັບຕ້ອນຜູ້ຮ້ອງທຸກ ເພື່ອອໍານວຍຄວາມສະດວກໃຫ້ແກ້ຜູ້ມາຍື່ນຄໍາຮ້ອງທຸກ, ແຈ້ງຄວາມຫຼືລາຍງານນັ້ນຂະແໜງການຕ່າງທຕ້ອງຈັດສະຖານ ທີ່ຮັບຕ້ອນຢ່າງເໝາະສົມ.

ການຮັບຕ້ອນຜູ້ຮ້ອງທຸກໃຫ້ດໍາເນີນສະເພາະຢູ່ໃນສະຖານີ່ ແລະໂມງລັດຖະການ. ..ພາກທີ5ຂໍ້ຫ້າມ


...ມາດຕາ31:ສໍາລັບຜູ້ຮ້ອງທຸກ

ມາດຕາ31:ສໍາລັບຜູ້ຮ້ອງທຸກ ຫ້າມຜູ້ຮ້ອງທຸກມີການປະພຶດດັ່ງນີ້: 1.ຮ້ອງທຸກທີ່ບໍ່ມີມູນຄວາມຈິງ; 2.ສວຍໃຊ້ການຮ້ອງທຸກເພື່ອໃສ່ຮ້າຍປ້າຍສີຜູ້ອື່ນ,ກໍ່ຄວາມ ບໍ່ສະຫງົບໃນສັງຄົມ; 3.ຊື້ຈ້າງຈອບອອຍ,ນາບຂູ່,ປາບປາມຜູ້ມີສິດແລະໜ້າທີ່ ແກ້ໄຂຄໍາຮ້ອງທຸກ.

...ມາດຕາ32:ສໍາລັບຜູ້ຖືກຮ້ອງທຸກ

ມາດຕາ32:ສໍາລັບຜູ້ຖືກຮ້ອງທຸກ ຫ້າມຜູ້ຖືກຮ້ອງທຸກມີການປະພຶດດັ່ງນີ້: 1.ຮ້ອງທຸກທີ່ບໍ່ມີມູນຄວາມຈິງ; 2.ສວຍໃຊ້ການຮ້ອງທຸກເພື່ອໃສ່ຮ້າຍປ້າຍສີຜູ້ອື່ນ,ກໍ່ຄວາມ ບໍ່ສະຫງົບໃນສັງຄົມ; 3.ຊື້ຈ້າງຈອບອອຍ,ນາບຂູ່,ປາບປາມຜູ້ມີສິດແລະໜ້າທີ່ ແກ້ໄຂຄໍາຮ້ອງທຸກ.

...ມາດຕາ33:ສໍາລັບຜູ້ທີ່ມີສິດແລະໜ້າທີ່ແກ້ໄຂ

ມາດຕາ33:ສໍາລັບຜູ້ທີ່ມີສິດແລະໜ້າທີ່ແກ້ໄຂ ຫ້າມຜູ້ທີ່ມີສິດແລະໜ້າທີ່ແກ້ໄຂຄໍາຮ້ອງທຸກມີການປະພຶດດັ່ງ ນີ້: 1.ມີເຈດຕະນາບໍ່ແກ້ໄຂ,ຮັບສິນບົນ,ທ່ວງດຶງການແກ້ໄຂຫຼື ແກ້ໄຂໂດຍບໍ່ຖືກຕ້ອງຕາມກົດໝາຍ; 2.ປົກປິດ,ເຊື່ອງອໍາຂໍ້ມູນ,ຫຼັກຖານຕ່າງໆທີ່ກ່ຽວຂ້ອງກັບ ຄໍາຮ້ອງທຸກ; 3.ເປີດເຜີຍຄວາມລັບກ່ຽວກັບຜູ້ຮ້ອງທຸກເຊັ່ນ:ຊື່ແລະນາມ ສະກຸນ,ທີ່ຢູ່,ນາມປາກກາໃນກໍລະນີທີ່ມີຄວາມຈໍາເປັນຕ້ອງປິດລັດ.

...ມາດຕາ34:ສໍາລັບບຸກຄົນແລະການຈັດຕັ້ງອື່ນ

ມາດຕາ34:ສໍາລັບບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການປະພຶດດັ່ງນີ້: 1.ຍຸແຍ່,ຊວນເຊື່ອຫຼືຊື້ຈ້າງຈອບອອຍໃຫ້ຜູ້ອື່ນເຮັດການ ຮ້ອງທຸກທີ່ບໍ່ມີມູນຄວາມຈິງ; 2.ແຊກແຊງ,ນາບຂູ່ຜູ້ມີສິດແລະໜ້າທີ່ແກ້ໄຂຄໍາຮ້ອງທຸກ; 3.ປົກປິດ,ເຊື່ອງອໍາຫຼືທໍາລາຍຂໍ້ມູນ,ຫຼັກຖານກ່ຽວກັບຄໍາ ຮ້ອງທຸກ; 4.ນາບຂູ່,ໃຊ້ຄວາມຮຸນແຮງ,ປາບປາມຜູ້ຮ້ອງທຸກຫຼືຜູ້ຖືກ ຮ້ອງທຸກ; 5.ປົກປິດ,ເຊື່ອງອໍາຜູ້ຖືກຮ້ອງທຸກ.

..ພາກທີ6ການຄຸ້ມຄອງການແກ້ໄຂຄໍາຮ້ອງທຸກ


...ມາດຕາ35:ວຽກງານຄຸ້ມຄອງການແກ້ໄຂຄໍາຮ້ອງທຸກ

ມາດຕາ35:ວຽກງານຄຸ້ມຄອງການແກ້ໄຂຄໍາຮ້ອງທຸກ ວຽກງານຄຸ້ມຄອງການແກ້ໄຂຄໍາຮ້ອງທຸກມີດັ່ງນີ້: 1.ປະກາດໃຊ້ນິຕິກໍາຕ່າງໆກ່ຽວກັບການແກ້ໄຂຄໍາຮ້ອງ ທຸກ; 2.ເຜີຍແຜ່,ແນະນໍາແລະຈັດຕັ້ງປະຕິບັດລະບຽບກົດໝາຍ ຕ່າງໆທີ່ພົວພັນເຖິງການແກ້ໄຂຄໍາຮ້ອງທຸກ; 3.ກວດກາ,ກວດການການປະຕິບັດລະບຽບກົດໝາຍກ່ຽວ ກັບການແກ້ໄຂຄໍາຮ້ອງທຸກ. 4.ສັງລວມສະພາບການກ່ຽວກັບຄໍາຮ້ອງທຸກແລະການແກ້ ໄຂຄໍາຮ້ອງທຸກ; 5.ສະຫຼຸບ,ຖອດຖອນບົດຮຽນກ່ຽວກັບວຽກງານແກ້ໄຂຄໍາ ຮ້ອງທຸກ; 6.ລາຍງານການຈັດຕັ້ງຂັ້ນເທິງທີ່ກ່ຽວຂ້ອງ.

...ມາດຕາ36:ອົງການຄຸ້ມຄອງການແກ້ໄຂຄໍາຮ້ອງທຸກ

ມາດຕາ36:ອົງການຄຸ້ມຄອງການແກ້ໄຂຄໍາຮ້ອງທຸກ ອົງການຄຸ້ມຄອງການແກ້ໄຂຄໍາຮ້ອງທຸກປະກອບດ້ວຍ: 1.ສະພາແຫ່ງຊາດ; 2.ອົງການບໍລິຫານລັດ; 3.ສານ; 4.ອົງການໄອຍະການ. ...ມາດຕາ37:ສະພາແຫ່ງຊາດ

ມາດຕາ37:ສະພາແຫ່ງຊາດ ສະພາແຫ່ງຊາດຄຸມຄອງການແກ້ໄຂຄໍາຮ້ອງຂໍຄວາມເປັນ ທໍາຢູ່ໃນຂອບເຂດທົ່ວປະເທດຊຶ່ງແມ່ນຫ້ອງການສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງເປັນເສນາທິການໃຫ້ແກ່ຄະນະສະມາຊິກສະ ພາແຫ່ງຊາດແລະຫ້ອງວ່າການສະພາແຫ່ງຊາດເປັນເສນາທິການ ໃຫ້ແກ່ຄະນະປະຈໍາສະພາແຫ່ຊາດໃນການແກ້ໄຂຄໍາຮ້ອງຂໍຄວາມ ເປັນທໍາ.

...ມາດຕາ38:ອົງການບໍລິຫານລັດ

ມາດຕາ38:ອົງການບໍລິຫານລັດ ລັດຖະບານຄຸ້ມຄອງຢ່າງລວມສູນ,ເປັນເອກະພາບກ່ຽວກັບ ການແກ້ໄຂຄໍາສະເໜີໃນຂອບເຂດທົ່ວປະເທດ.

ອົງການກວດກາແຫ່ງລັດຂັ້ນສູນກາງເປັນເສນາທິການແລະ ຮັບຜິດຊອບຕໍ່ລັດຖະບານໃນການຄຸ້ມຄອງການແກ້ໄຂຄໍາສະເໜີໃນ ຂອບເຂດສິດແລະໜ້າທີ່ຂອງລັດຖະບານ.

ກະຊວງ,ອົງການທຽບເທົ່າກະຊວງແລະອົງການປົກຄອງ ທ້ອງຖິ່ນຄຸ້ມຄອງການແກ້ໄຂຄໍາສະເໜີໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ.

ອົງການກວດກາຂັ້ນກະຊວງແລະຂັ້ນທ້ອງຖິ່ນເປັນເສນາທິ ການໃຫ້ແກ້ອົງການຈັດຕັ້ງລັດຂັ້ນຂອງຕົນໃນການຄຸ້ມຄອງການ ແກ້ໄຂຄໍາສະເໜີ.

...ມາດຕາ39:ສານແລະອົງການໄອຍະການ

ມາດຕາ39:ສານແລະອົງການໄອຍະການ ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງ ສຸດຄຸມຄອງການແກ້ໄຂຄໍາຮ້ອງຟ້ອງໃນຂອບເຂດທົ່ວປະເທດຕາມ ພາລະບົດບາດ,ສິດແລະໜ້າທີ່ຂອງຕົນ.

ສານ,ອົງການໄປຍະການຄຸ້ມຄອງການແກ້ໄຂຄໍາຮ້ອງຟ້ອງ ຕາມພາລະບົດບາດ,ຂອບເຂດສິດແລະໜ້າທີ່ຂອງຕົນ.

...ມາດຕາ40:ການປະສານສົມທົບແລະລາຍງານ

ມາດຕາ40:ການປະສານສົມທົບແລະລາຍງານ ໃນກໍລະນີທີ່ເຫັນວ່າມີຄວາມຈໍາເປັນຄະນະປະຈໍາສະພາ ແຫ່ງຊາດອາດຈະເຊີນນາຍົກລັດຖະມົນຕີ,ປະທານສານປະຊາ ຊົນສູງສຸດ,ໄອຍະການປະຊາຊົນສູງສຸດມາປຶກສາຫາລືກ່ຽວກັບ ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງຫຼືການ ຈັດຕັ້ງ;ນາຍົກລັດຖະມົນຕີອາດຈະເຊີນປະທານສານປະຊາຊົນ ສູງສຸດ,ໄອຍະການປະຊາຊົນສູງສຸດມາປຶກສາຫາລືກ່ຽວກັບ ການແກ້ໄຂຄໍາສະເໜີຂອງພົນລະເມືອງຫຼືການຈັດຕັ້ງ.

ລັດຖະບານ,ສານປະຊາຊົນສູງສຸດ,ອົງການໄອຍະການ ປະຊາຊົນສູງສຸດລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ,ຄະນະ ປະຈໍາສະພາແຫ່ງຊາດແລະປະທານປະເທດກ່ຽວກັບການແກ້ໄຂ ຄໍາສະເໜີແລະຄໍາຮ້ອງຟ້ອງຕາມລະບຽບການ;ຄະນະປະຈໍາສະ ພາແຫ່ງຊາດລາຍງານຕໍ່ກອງປະຊຸມສະພາແຫ່ງຊາດກ່ຽວກັບການ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງຫຼືການຈັດຕັ້ງ.

ຫົວໜ້າອົງການກວດກາແຫ່ງລັດຂັ້ນສູນກາງລາຍງານຕໍ່ ລັດຖະບານເປັນແຕ່ລະໄລຍະກ່ຽວກັບການແກ້ໄຂຄໍາສະເໜີ.

ໃນກໍລະນີທີ່ເຫັນວ່າມີຄວາມຈໍາເປັນຫົວໜ້າຄະນະສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງອາດຈະເຊີນປະທານສານປະ ຊາຊົນ,ໄອຍະການປະຊາຊົນຂັ້ນທ້ອງຖິ່ນແລະພາກສ່ວນອື່ນທີ່ກ່ຽວ ຂ້ອງມາປຶກສາຫາລືກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງພົນລະເມືອງຫຼືການຈັດຕັ້ງ;ເຈົ້າແຂວງ,ເຈົ້າຄອງນະຄອນ, ເຈົ້າເມືອງ,ຫົວໜ້າເທດສະບານອາດຈະເຊີນປະທານສານປະຊາ ຊົນ,ໄອຍະການປະຊາຊົນຂັ້ນດຽວກັນມາປຶກສາຫາລືກ່ຽວກັບການ ແກ້ໄຂຄໍາສະເໜີຂອງພົນລະເມືອງຫຼືການຈັດຕັ້ງ.

ການແກ້ໄຂຄໍາສະເໜີແລະຄໍາຮ້ອງຟ້ອງຢູ່ທ້ອງຖິ່ນຕ້ອງປະ ຕິບັດລະບອບລາຍງານໃຫ້ຂັ້ນເທິງຂອງຕົນແລະຄະນະສະມາຊິກສະ ພາແຫ່ງຊາດປະຈໍາເຂດເລືອກຕັ້ງຕາມລະບຽບການ;ຄະນະສະມາ ຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຕ້ອງລາຍງານຕໍ່ຄະນະປະ ຈໍາສະພາແຫ່ງຊາດກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ຂອງພົນລະເມືອງຫຼືການຈັດຕັ້ງ.


..ພາກທີ7ການຕິດຕາມກວດກາແລະການເຂົ້າຮ່ວມໃນການແກ້ໄຂຄໍາຮ້ອງທຸກ


...ໝວດທີ1ການຕິດຕາມກວດກາຂອງສະພາແຫ່ງຊາດ


....ມາດຕາ41:ການຕິດຕາມກວດກາຂອງສະພາແຫ່ງຊາດ

ມາດຕາ41:ການຕິດຕາມກວດກາຂອງສະພາແຫ່ງຊາດ ການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການ ແກ້ໄຂຄໍາຮ້ອງທຸກໃຫ້ປະຕິບັດຕາມມາດຕາສິບຫ້າ,ຊາວສີ່,ສາມ ສິບແປດແລະສີ່ສິບຫົກຂອງກົດໝາຍວ່າດ້ວຍການຕິດຕາມກວດ ກາຂອງສະພາແຫ່ງຊາດ.

....ມາດຕາ42:ພັນທະຂອງບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ

ມາດຕາ42:ພັນທະຂອງບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ ບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງມີພັນທະໃນການສ້າງ ເງື່ອນໄຂແລະອໍານວຍຄວາມສະດວກໃຫ້ແກ່ສະພາແຫ່ງຊາດໃນ ການຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກ.

...ໝວດທີ2ການເຂົ້າຮ່ວມໃນການແກ້ໄຂຄໍາຮ້ອງທຸກຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ


....ມາດຕາ43:ພັນທະເຂົ້າຮ່ວມ

ມາດຕາ43:ພັນທະເຂົ້າຮ່ວມ ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ສະຫະພັນ ນັກຮົບເກົ່າແລະອົງການຈັດຕັ້ງສັງຄົມອື່ນມີພັນທະເຂົ້າຮ່ວມໃນ ການແກ້ໄຂຄໍາຮ້ອງທຸກຕາມພາລະບົດບາດຂອງຕົນດັ່ງນີ້: 1.ຮັບ,ຄົ້ນຄວ້າຄໍາຮ້ອງທຸກ,ໃຫ້ຄໍາປຶກສາແລະຄໍາແນະນໍາ ແກ່ຜູ້ຮ້ອງທຸກ; 2.ດໍາເນີນການໄກ່ເກ່ຍຂໍ້ຂັດແຍ່ງໃນເມື່ອມີເງື່ອນໄຂ; 3.ສົ່ງສໍານວນເອກະສານຄໍາຮ້ອງທຸກທີ່ຕົນໄດ້ຮັບໄປຍັງອົງ ການທີ່ມີສິດແລະໜ້າທີ່ແກ້ໄຂຄໍາຮ້ອງທຸກ,ຖ້າເຫັນວ່າບໍ່ສາມາດ ໄກ່ເກ່ຍໄດ້ແລະບໍ່ຢູ່ໃນສິດແລະໜ້າທີ່ແກ້ໄຂຂອງຕົນ; 4.ເຂົ້າຮ່ວມໃນການແກ້ໄຂຄໍາຮ້ອງທຸກຕາມຄໍາເຊີນຂອງ ອົງການບໍລິຫານລັດ,ສານ,ອົງການໄອຍະການຫຼືສະພາແຫ່ງຊາດ; 5.ເຂົ້າຮ່ວມໃນການຕິດຕາມກວດກາການແກ້ໄຂຄໍາຮ້ອງ ທຸກຕາມຄໍາເຊີນຂອງສະພາແກ່ງຊາດ.

....ມາດຕາ44:ສິດໃນການເຂົ້າຮ່ວມ

ມາດຕາ44:ສິດໃນການເຂົ້າຮ່ວມ ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ສະຫະພັນ ນັກຮົບເກົ່າແລະອົງການຈັດຕັ້ງສັງຄົມອື່ນມີສິດໃນການເຂົ້າຮ່ວມ ດັ່ງນີ້: 1.ເຂົ້າຮ່ວມແລະຕິດຕາມກວດກາການແກ້ໄຂຄໍາຮ້ອງທຸກ ທີ່ພົວພັນເຖິງພາລະບົບບາດຂອງຕົນ; 2.ຮັບການຮ້ອງທຸກຂອງພົນລະເມືອງຫຼືການຈັດຕັ້ງກ່ຽວກັບ ການລະເມີດລະບຽບກົດໝາຍ; 3.ຮຽກ,ເຊີນບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງມາໃຫ້ຄວາມ ກະຈ່າງແຈ້ງກ່ຽວກັບການລະເມີດລະບຽບກົດໝາຍ; 4.ສະເໜີໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາແກ້ໄຂຢ່າງທັນ ການກ່ຽວກັບການລະເມີດລະບຽບກົດໝາຍ; 5.ຮັບຊາບຜົນຂອງການແກ້ໄຂຄໍາຮ້ອງທຸກຕາມການສະ ເໜີຂອງຕົນຈາກອົງການທີ່ກ່ຽວຂ້ອງ.

..ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ45:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ45:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະຕິບັດ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກຈະໄດ້ຮັບການຍ້ອງຍໍ ຫຼືປະຕິບັດນະໂຍບາຍອື່ນຕາມລະບຽບການ. ...ມາດຕາ46:ມາດຕາຕະການຕໍ່ຜູ້ລະເມີດ

ມາດຕາ46:ມາດຕາຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກ ປະຕິບັດມາດຕະການຕ່າງໆເຊັ່ນ:ກ່າວເຕືອນ,ປະຕິບັດວິໄນ,ປັບໃໝ ຫຼືມາດຕະການທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງການ ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

..ພາກທີ9ບົດບັນຍັດສຸດທ້າຍ


...ມາດຕາ47:ການຈັດຕັ້ງປະຕິບັດ

ມາດຕາ47:ການຈັດຕັ້ງປະຕິບັດ ຄະນະປະຈໍາສະພາແຫ່ງຊາດ,ລັດຖະບານ,ສານປະຊາຊົນ ສູງສຸດແລະອົງການໄອຍະການປະຊາຊົນສູງສຸດເປັນຜູ້ຈັດຕັ້ງປະ ຕິບັດກົດໝາຍສະບັບນີ້.

...ມາດຕາ48:ຜົນສັກສິດ

ມາດຕາ48:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວ່ານັບແຕ່ວັນ ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ.