ກົດໝາຍວ່າດ້ວຍກໍາມະສິດ 27-03-1990

.ກໍາມະສິດ 27-03-1990


..ໝວດທີ1ວ່າດ້ວຍບົດບັນຢັດທົ່ວໄປ


...ມາດຕາໜຶ່ງ:ກໍາມະສິດ.

ມາດຕາໜຶ່ງ:ກໍາມະສິດ. ກໍາມະສິດແມ່ນສິດອັນຄົບຖ້ວນແລະເດັດຂາດຂອງລັດ,ລວມ ໝູ່,ເອກະເທດ,ເອກະຊົນແລະສ່ວນຕົວໃນການຄອບຄອງ,ນໍາໃຊ້,ໄດ້ຮັບ ໝາກຜົນແລະຊີ້ຂາດກ່ຽວກັບຊັບສິ່ງຂອງອັນໃດອັນໜຶ່ງໃນຂອບເຂດທີ່ກົດ ໝາຍໄດ້ກໍານົດໄວ້. ...ມາດຕາສອງ:ຮູບແບບກໍາມະສິດ.

ມາດຕາສອງ:ຮູບແບບກໍາມະສິດ. ກໍາມະສິດມີຫ້າຮູບແບບຄື: ກໍາມະສິດຂອງລັດ,ກໍາມະສິດລວມໝູ່,ກໍາມະສິດເອກະເທດ, ກໍາມະສິດເອກະຊົນ,ກໍາມະສິດສ່ວນຕົວ. ກໍາມະສິດລວມໝູ່ແບ່ງອອກເປັນກໍາມະສິດຂອງສະຫະກອນ ແລະຂອງອົງການຈັດຕັ້ງລວມໝູ່ອື່ນໆ.ລັດປົກປ້ອງກໍາມະສິດດັ່ງກ່າວ ດ້ວຍກົດໝາຍ. ..ໝວດທີ2ວ່າດ້ວຍກໍາມະສິດຂອງລັດ


...ມາດຕາສາມ:ເຈົ້າກໍາມະສິດຂອງຊັບສິ່ງຂອງຂອງລັດ.

ມາດຕາສາມ:ເຈົ້າກໍາມະສິດຂອງຊັບສິ່ງຂອງຂອງລັດ. ລັດເປັນເຈົ້າກໍາມະສິດແຕ່ຜູ້ດຽວກ່ຽວກັບຊັບສິ່ງຂອງທັງ ໝົດຂອງລັດ,ແຕ່ຊັບສິ່ງຂອງດັ່ງກ່າວແມ່ນຢູ່ໃນການຄຸ້ມຄອງຂອງອົງ ການຈັດຕັ້ງຂອງລັດ.ອົງການຈັດຕັ້ງຂອງລັດເປັນຜູ້ປະຕິບັດ,ຄອບຄອງ, ນໍາໃຊ້,ໄດ້ຮັບໝາກຜົນແລະຊີ້ຂາດ.ອາດຈະມອບໃຫ້ອົງການຈັດຕັ້ງລວມ ໝູ່ຫຼືບຸກຄົນເຊົ່າຊັບສິ່ງຂອງນັ້ນຕາມຂອບເຂດທີ່ກົດໝາຍໄດ້ກໍານົດໄວ້ ແລະສອດຄ່ອງກັບວຽກງານແລະແຜນການຂອງລັດກໍ່ໄດ້.

...ມາດຕາສີ່:ເປົ້າໝາຍກໍາມະສິດຂອງລັດ

ມາດຕາສີ່:ເປົ້າໝາຍກໍາມະສິດຂອງລັດ ກໍາມະສິດຂອງລັດມີສອງປະເພດຄື: ບັນດາພື້ນຖານວັດຖຸເຕັກນິກຂອງສັງຄົມທີ່ຂຶ້ນກັບການຄຸ້ມ ຄອງຂອງລັດເຊັ່ນ:ໂຮງຈັກ,ໂຮງງານ,ພາຫະນະຂົນສົ່ງທາງບົກ,ທາງ ນໍ້າແລະທາງອາກາດ,ພາຫະນະສື່ສານ,ໄປສະນີ,ທະນາຄານ,ວິສາຫະ ກິດແລະອື່ນໆທີ່ເປັນຂອງລັດ. ບັນດາຊັບສິ່ງຂອງທີ່ໃຊ້ໃນການເຄື່ອນໄຫວຂອງກົງຈັກລັດ ເຊັ່ນ:ອາຄານ,ລົດ,ໂຕະ,ຕັ່ງແລະອື່ນໆ. ສ່ວນທີ່ດິນ,ພື້ນດິນ,ນໍ້າ,ປ່າໄມ້,ສັດນໍ້າແລະສັດປ່າທີ່ເປັນຊັບ ພະຍາກອນທໍາມະຊາດແລະເປັນກໍາມະສິດຂອງວົງສາຄະນາຍາດແຫ່ງ ຊາດຊຶ່ງແມ່ນລັດເປັນຕົວແທນນັ້ນລັດອາດຈະມອບສິດຄອບຄອງ,ນໍາໃຊ້, ໂອນແລະສິດສືບທອດໃຫ້ອົງການຈັດຕັ້ງອື່ນໆ,ຫົວໜ່ວຍເສດຖະກິດຫຼືບຸກ ຄົນກໍໄດ່. ອົງການຈັດຕັ້ງອື່ນ,ຫົວໜ່ວຍເສດຖະກິດຫຼືບຸກຄົນນັ້ນອາດຈະ ທໍາການໂອນຫຼືສືບທອດທີ່ດິນກໍ່ໄດ້ແຕ່ບໍ່ໃຫ້ນໍາອອກມາຊື້ຂາຍ. ...ມາດຕາຫ້າ:ການໄດ້ມາເປັນກໍາມະສິດຂອງລັດ

ມາດຕາຫ້າ:ການໄດ້ມາເປັນກໍາມະສິດຂອງລັດ ກໍາມະສິດຂອງລັດແມ່ນໄດ້ມາຈາກ: ການຫັນປ່ຽນກໍາມະສິດມາເປັນຂອງລັດ. ການກໍ່ສ້າງຂອງອົງການຈັດຕັ້ງແລະວິສາຫະກິດຂອງລັດ. ການເກັບພາສີອາກອນຂອງລັດ. ການເໝົາຊື້ຊັບສິ່ງຂອງດ້ວຍຄວາມຈໍາເປັນ. ການຮິບຊັບສິ່ງຂອງ. ການໄດ້ຊັບສິ່ງຂອງທີ່ບໍ່ມີເຈົ້າຂອງ. ການເກັບຂອງຕົກເຮ່ຍ. ການພົບເຫັນວັດຖຸທີ່ມີຄ່າ. ການໄດ້ສັດທີ່ຂາດດການຮັກສາ. ການຊື້ແລະການແລກປ່ຽນ. ການມອບຊັບສິ່ງຂອງໃຫ້ລັດ. ການສືບທອດມູນມໍຣະດົກ. ...ມາດຕາຫົກ:ລະບຽບການຊີ້ຂາດກ່ຽວກັບຊັບສິ່ງຂອງຄົງທີ່ຂອງລັດ.

ມາດຕາຫົກ:ລະບຽບການຊີ້ຂາດກ່ຽວກັບຊັບສິ່ງຂອງຄົງທີ່ຂອງລັດ. ລະບຽບການມອບວິສາຫະກິດ,ອາຄານ,ສິ່ງທີ່ກໍ່ສ້າງ,ວັດຖຸ ປະກອນແລະຊັບສິ່ງຂອງອື່ນໆຂອງລັດຊຶ່ງເປັນຊັບສິ່ງຂອງຄົງທີ່ຂອງອົງ ການຈັດຕັ້ງໜຶ່ງຂອງລັດໃຫ້ອົງການຈັດຕັ້ງອື່ນຂອງລັດນັ້ນໄດ້ກໍານົດໄວ້ ໃນລະບຽບກົດໝາຍສະເພາະ. ຊັບສິ່ງຂອງທີ່ກ່າວມາຂ້າງເທິງນີ້ບໍ່ອາດຈະມອບໃຫ້ບຸກຄົນ ໃດບຸກຄົນໜຶ່ງເປັນເຈົ້າກໍາມະສິດໄດ້ເວັ້ນເສຍແຕ່ຊັບສິ່ງຂອງບາງຢ່າງ ທີ່ຂາຍໃຫ້ຕາມລະບຽບການທີ່ໄດ້ບົ່ງໄວ້ເທົ່ານັ້ນ. ...ມາດຕາເຈັດ:ລະບຽບການຊີ້ຂາດກ່ຽວກັບຊັບໝູນວຽນແລະຜະລິດຕະພັນ.

ມາດຕາເຈັດ:ລະບຽບການຊີ້ຂາດກ່ຽວກັບຊັບໝູນວຽນແລະຜະລິດຕະພັນ. ອົງການຈັດຕັ້ງຂອງລັດເປັນຜູ້ຊີ້ຂາດກ່ຽວກັບວັດຖຸດິບ,ວັດຖຸ ປະກອນ,ເງິນແລະຊັບໝູນວຽນອື່ນໆແລະຜະລິດຕະພັນປຸງແຕ່ງຢ່າງສອດ ຄ່ອງກັບຄຸນປະໂຫຍດຂອງມັນແລະຕາມແຜນການທີ່ໄດ້ວາງອອກ. ບໍ່ມີບຸກຄົນໃດຈະມີສິດນໍາໃຊ້ຊັບສິ່ງຂອງທີ່ເປັນກໍາມະສິດຂອງ ລັດເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ. ...ມາດຕາແປດ:ລະບຽບກ່ຽວກັບການຮິບຊັບສິ່ງຂອງຂອງລັດ

ມາດຕາແປດ:ລະບຽບກ່ຽວກັບການຮິບຊັບສິ່ງຂອງຂອງລັດ ວິສາຫະກິດ,ອາຄານ,ສິ່ງທີ່ກໍ່ສ້າງ,ວັດຖຸປະກອນແລະຊັບສິ່ງ ຂອງອື່ນໆທີ່ເປັນຊັບຄົງທີ່ຂອງອົງການຈັດຕັ້ງຂອງລັດບໍ່ອາດຈະເອົາມາ ເປັນເປົ້າໝາຍຂອງການຄໍ້າປະກັນແລະບໍ່ອາດຈະຖືກຮິບຫຼືຢຶດຕາມການ ຮ້ອງຟ້ອງຂອງເຈົ້າໜີ້ໄດ້ເວັ້ນເສຍແຕ່ພາຫະນະທາງດ້ານການເງິນແລະ ຊັບສິ່ງຂອງອື່ນໆທີ່ໄດ້ກໍານົດໄວ້ໃນກົດໝາຍເທົ່ານັ້ນ. ສໍາລັດຊັບສິ່ງຂອງຂອງລັດທີ່ຢູ່ຕ່າງປະເທດກໍ່ໃຫ້ປະຕິບັດເຊັ່ນ ດຽວກັນກັບຊັບສິ່ງຂອງຂອງລັດທີ່ຢູ່ພາຍໃນປະເທດ. ການທວງເອົາຊັບສິ່ງຂອງຂອງລັດຈາກຜູ້ທີ່ຄອບຄອງຢ່າງ ຜິດກົດໝາຍຢູ່ນັ້ນຈະກໍາເນີນເວລາໃດກໍ່ໄດ້ໂດຍບໍ່ມີອາຍຸຄວາມໃນການ ຮ້ອງຟ້ອງທາງແພ່ງ. ..ໝວດທີ3ວ່າດ້ວຍກໍາມະສິດລວມໝູ່


...ມາດຕາເກົ້າ:ເປົ້າໝາຍກໍາມະສິດຂອງສະຫະກອນແລະອົງການຈັດຕັ້ງລວມໝູ່ອື່ນໆ.

ມາດຕາເກົ້າ:ເປົ້າໝາຍກໍາມະສິດຂອງສະຫະກອນແລະອົງການຈັດຕັ້ງ ລວມໝູ່ອື່ນໆ. ກໍາມະສິດຂອງສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆມີພາ ຫະນະການຜະລິດແລະຊັບສິ່ງຂອງອື່ນໆທີ່ຈໍາເປັນສໍາລັບການປະຕິບັດໜ້າ ທີ່ວຽກງານຂອງຕົນເຊັ່ນ:ເຄື່ອງຈັກ,ພາຫະນະຂົນສົ່ງ,ລົດດຸດ,ລົດໄຖ,ສັດ, ອາຄານ,ສິ່ງທີ່ກໍ່ສ້າງ,ວິສາຫະກິດ,ເຮືອນພັກຜ່ອນ,ທຶນຄົງທີ່,ທຶນໝຸນວຽນ ແລະອື່ນໆ.

...ມາດຕາສິບ:ເນື້ອໃນຂອງກໍາມະສິດຂອງສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆ.

ມາດຕາສິບ:ເນື້ອໃນຂອງກໍາມະສິດຂອງສະຫະກອນຫຼືອົງການຈັດຕັ້ງລວມ ໝູ່ອື່ນໆ. ສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆມີສິດຄອບຄອງ,ນໍາ ໃຊ້,ໄດ້ຮັບໝາກຜົນແລະຊີ້ຂາດກ່ຽວກັບຊັບສິ່ງຂອງຊຶ່ງເປັນກໍາມະສິດ ຂອງຕົນໃນຂອບເຂດທີ່ກົດໝາຍໄດ້ກໍານົດໄວ້ແລະປະຕິບັດສິດດັ່ງກ່າວ ໃຫ້ສອດຄ່ອງກັບກົດລະບຽບຂອງຕົນ. ສິດຊີ້ຂາດກ່ຽວກັບຊັບສິ່ງຂອງນັ້ນແມ່ນມອບໃຫ້ສະຫະກອນຫຼື ອົງການຈັດຕັ້ງລວມໝູ່ອື່ນໆເປັນຜູ້ປະຕິບັດຢ່າງເປັນເອກະລາດແລະບໍ່ມີ ບຸກຄົນໃດຈະສາມາດຊີ້ຂາດກ່ຽວກັບຊັບສິ່ງຂອງດັ່ງກ່າວໄດ້. ...ມາດຕາສິບເອັດ:ການໄດ້ມາເປັນກໍາມະສິດຂອງສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆ

ມາດຕາສິບເອັດ:ການໄດ້ມາເປັນກໍາມະສິດຂອງສະຫະກອນຫຼືອົງການ ຈັດຕັ້ງລວມໝູ່ອື່ນໆ ກໍາມະສິດຂອງສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆແມ່ນ ໄດ້ມາຈາກ: ການປະກອບສ່ວນທາງດ້ານຊັບສິ່ງຂອງຂອງສະມາຊິກແຕ່ ລະຄົນ. ການຜະລິດແລະການບໍລິການ. ການຊື້ແລະການແລກປ່ຽນ. ການຊ່ວຍເຫຼືອທາງດ້ານວັດຖຸແລະການເງິນຂອງລັດ,ອົງ ການຈັດຕັ້ງອື່ນໆແລະບຸກຄົນອື່ນໆ. ...ມາດຕາສິບສອງ:ການນໍາໃຊ້ທີ່ດິນທີ່ຂຶ້ນກັບສິດຂອງສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆ.

ມາດຕາສິບສອງ:ການນໍາໃຊ້ທີ່ດິນທີ່ຂຶ້ນກັບສິດຂອງສະຫະກອນຫຼືອົງການ ຈັດຕັ້ງລວມໝູ່ອື່ນໆ. ສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆຕ້ອງນໍາໃຊ້ທີ່ດິນຊຶ່ງ ຕົນໄດ້ຄອບຄອງນັ້ນຢ່າງຖືກຕ້ອງ,ຖ້າຫາກບໍ່ນໍາໃຊ້ໃຫ້ເປັນຜົນປະໂຫຍດ ແລ້ວສະຫະກອນຫຼືອົງການຈັດຕັ້ງລວມໝູ່ກໍ່ຈະໄດ້ຖືກປັບໃໝຕາມລະບຽບ ການຄຸ້ມຄອງແລະນໍາໃຊ້ທີ່ດິນກະສິກໍາຫຼືລັດອາດຈະຖອດເອົາທີ່ດິນຄືນແລະ ມອບໃຫ້ຫົວໜ່ວຍເສດຖະກິດອື່ນຫຼືບຸກຄົນອື່ນນໍາໃຊ້ກໍ່ໄດ້ແຕ່ລັດຈະບໍ່ໄດ້ໃຊ້ ແທນຄ່າໃດໆໃຫ້ທັງສິ້ນ. ...ມາດຕາສິບສາມ:ລະບຽບກ່ຽວກັບຊັບສິ່ງຂອງສະຫະກອນແລະອົງການຈັດຕັ້ງລວມໝູ່ອື່ນໆ.

ມາດຕາສິບສາມ:ລະບຽບກ່ຽວກັບຊັບສິ່ງຂອງສະຫະກອນແລະອົງການ ຈັດຕັ້ງລວມໝູ່ອື່ນໆ. ອາຄານ,ການກໍ່ສ້າງ,ລົດດຸດ,ລົດໄຖ,ພາຫະນະຂົົນສົ່ງແລະ ຊັບສິ່ງຂອງອື່ນໆທີ່ເປັນຊັບຄົງທີ່ຂອງສະຫະກອນຫຼືອົງການຈັດຕັ້ງລວມໝູ່ ອື່ນໆບໍ່ອາດຈະຖືກຮິບໄດ້ເວັ້ນເສຍແຕ່ພາຫະນະທາງດ້ານການເງິນແລະ ຊັບສິ່ງຂອງອື່ນໆທີ່ໄດ້ກໍານົດໄວ້ໃນກົດໝາຍເທົ່ານັ້ນ.

..ໝວດທີ4ວ່າດ້ວຍກໍາມະສິດເອກະເທດ,ກໍາມະສິດເອກະຊົນແລະກໍາມະສິດສ່ວນຕົວ


...ມາດຕາສິບສີ່:ເປົ້າໝາຍກໍາມະສິດເອກະເທດ

ມາດຕາສິບສີ່:ເປົ້າໝາຍກໍາມະສິດເອກະເທດ ກໍາມະສິດເອກະເທດມີພາຫະນະການຜະລິດ,ຜະລິດຕະພັນ ແລະສິນຄ້າຊຶ່ງເປັນກໍາມະສິດສ່ວນບຸກຄົນຂອງເຈົ້າຊັບນ້ອຍ:ຊາວກະສິ ກອນ,ນາຍຊ່າງ,ຊາວຫັດຖະກອນແລະອື່ນໆ. ...ມາດຕາສິບຫ້າ:ສິດແລະພັນທະຂອງເຈົ້າກໍາມະສິດເອກະເທດ

ມາດຕາສິບຫ້າ:ສິດແລະພັນທະຂອງເຈົ້າກໍາມະສິດເອກະເທດ ເຈົ້າກໍາມະສິດເອກະເທດມີສິດດໍາເນີນການຜະລິດ,ການບໍລິ ການແລະຈໍາໜ່າຍຜະລິດຕະພັນຂອງຕົນຢ່າງເສລີຖືກກົດໝາຍ. ເຈົ້າກໍາມະສິດເອກະເທດຈະຕ້ອງປະຕິບັດຕາມກົດໝາຍ,ນະ ໂຍບາຍເສດຖະກິດແລະນະໂຍບາຍອື່ນໆຂອງລັດ,ມີພັນທະເສຍພາສີໃຫ້ ລັດຢ່າງຄົບຖ້ວນ.

...ມາດຕາສິບຫົກ:ເປົ້າໝາຍກໍາມະສິດເອກະຊົນ

ມາດຕາສິບຫົກ:ເປົ້າໝາຍກໍາມະສິດເອກະຊົນ ກໍາມະສິດເອກະຊົນມີພາຫະນະການຜະລິດ,ຜະລິດຕະພັນ,ສິນ ຄ້າແລະທຶນຮອນໃນການດໍາເນີນທຸລະກິດຂອງຫົວໜ່ວຍເສດຖະກິດທີ່ເປັນ ກໍາມະສິດສ່ວນບຸກຄົນຂອງເຈົ້າຂອງວິສາຫະກິດເພື່ອປະກອບສ່ວນເຂົ້າໃນ ການສ້າງສາພັດທະນະປະເທດຊາດແລະປົວແປງຊີວິດການເປັນຢູ່ຂອງປະ ຊາຊົນ. ຫົວໜ່ວຍເສດຖະກິດນີ້ເປັນຜູ້ຄຸ້ມຄອງແລະແກ້ໄຂບັນຫາການ ຜະລິດທຸລະກິດ,ຮັບຜິດຊອບຕໍ່ລາຍຮັບ,ລາຍຈ່າຍ,ກໍາໄລຫຼືການຫຼຸບທຶນດ້ວຍ ຕົນເອງ.


...ມາດຕາສິບເຈັດ:ສິດແລະພັນທະຂອງຫົວໜ່ວຍເສດຖະກິດເອກະຊົນ

ມາດຕາສິບເຈັດ:ສິດແລະພັນທະຂອງຫົວໜ່ວຍເສດຖະກິດເອກະຊົນ ຫົວໜ່ວຍເສດຖະກິດເອກະຊົນມີສິດດໍາເນີນການຜະລິດ-ທຸລະ ກິດ,ການກໍ່ສ້າງ,ການຂົນສົ່ງ,ການຄ້າ,ການບໍລິການແລະເຄື່ອນໄຫວເຮັດ ສັນຍາຕ່າງໆ,ນໍາໃຊ້ເງິນຕາເພື່ອສັ່ງຊື້ວັດຖຸດິບ,ວັດຖຸປະກອນແລະອື່ນໆ ຈາກຕ່າງປະເທດ,ຈໍາໜ່າຍຜະລິດຕະພັນຂອງຕົນຢ່າງເສລີຖືກກົດໝາຍ, ຮ່ວມມືທຸລະກິດຢູ່ພາຍໃນແລະຕ່າງປະເທດ. ຫົວໜ່ວຍເສດຖະກິດດັ່ງກ່າວຕ້ອງດໍາເນີນການຜະລິດທຸລະກິດ ຕາມຂອບເຂດທະບຽນວິສາຫະກິດຂອງຕົນ,ນອກຈາກນີ້ຍັງຈະໄດ້ປະຕິບັດ ຕາມກົດໝາຍ,ນະໂຍບາຍເສດຖະກິດແລະນະໂຍບາຍອື່ນໆຂອງລັດຢ່າງ ເຂັ້ມງວດ,ມີພັນທະເສຍພາສີໃຫ້ລັດຢ່າງຄົບຖ້ວນແລະຖືບັນຊີໃຫ້ຖືກຕ້ອງ ຕາມກົດໝາຍການບັນຊີ. ...ມາດຕາສິບແປດ:ການຮັບຮູ້ສິດເປັນເຈົ້າຂອງຫົວໜ່ວຍເສດຖະກິດເອກະຊົນ.

ມາດຕາສິບແປດ:ການຮັບຮູ້ສິດເປັນເຈົ້າຂອງຫົວໜ່ວຍເສດຖະກິດເອ ກະຊົນ. ຫົວໜ່ວຍເສດຖະກິດເອກະຊົນມີຖານະນິຕິບຸກຄົນ. ລັດຮັບຮູ້ສິດກ່ຽວກັບກໍາມະສິດໃນຊັບສິ່ງຂອງຕ່າງໆຂອງຫົວ ໜ່ວຍເສດຖະກິດເອກະຊົນ. ບໍ່ມີບຸກຄົນໃດຈະລະເມີດສິດຂອງຫົວໜ່ວຍເສດຖະກິດນີ້ໄດ້. ...ມາດຕາສິບເກົ້າ:ມາດຕະການຕໍ່ຫົວໜ່ວຍເສດຖະກິດເອກະຊົນ.

ມາດຕາສິບເກົ້າ:ມາດຕະການຕໍ່ຫົວໜ່ວຍເສດຖະກິດເອກະຊົນ. ໃນກໍລະນີທີ່ຫົວໜ່ວຍເສດຖະກິດເອກະຊົນຫາກໄດ້ດໍາເນີນ ການຜະລິດທຸລະກິດນອກວັດຖຸປະສົງທີ່ໄດ້ກໍານົດໄວ້ໃນກົດລະບຽບຂອງ ຕົນຫຼືໄດ້ລະເມີດລະບຽບການເຊັ່ນບໍ່ຖືບັນຊີຕາມກົດໝາຍການບັນຊີ,ບໍ່ ເສຍຄ່າທໍານຽມຕາມກໍານົດເວລາ,ປອມແປງຫຼືມອບໃບທະບຽນວິສາຫະ ກິດໃຫ້ບຸກຄົນອື່ນຢືມຫຼືເຊົ່າແລ້ວເຈົ້າຂອງຫົວໜ່ວຍເສດຖະກິດນັ້ນກໍ່ຈະ ໄດ້ຖືກປະຕິບັດຕາມມາດຕະການທີ່ໄດ້ກໍານົດໄວ້ໃນລະບຽບກ່ຽວກັບການ ຂຶ້ນທະບຽນວິສາຫະກິດເອກະຊົນ. ...ມາດຕາສິບເກົ້າ:ມາດຕະການຕໍ່ຫົວໜ່ວຍເສດຖະກິດເອກະຊົນ.

ມາດຕາຊາວ:ເປົ້າໝາຍກໍາມະສິດສ່ວນຕົວ ກໍາມະສິດສ່ວນຕົວມີເຄື່ອງໃຊ້ສອຍ,ສິ່ງຂອງຊົມໃຊ້ສ່ວນຕົວ, ສິ່ງຂອງອໍານວຍຄວາມສະດວກ,ເຮືອນຢູ່,ເຄື່ອງເຮືອນ,ສັດລ້ຽງຕ່າງໆ ແລະລາຍໄດ້ອື່ນໆ. ...ມາດຕາຊາວເອັດ:ເນື້ອໃນຂອງກໍາມະສິດສ່ວນຕົວ

ມາດຕາຊາວເອັດ:ເນື້ອໃນຂອງກໍາມະສິດສ່ວນຕົວ ເຈົ້າກໍາມະສິດມີສິດຄອບຄອງ,ນໍາໃຊ້,ໄດ້ຮັບໝາຍຜົນແລະ ຊີ້ຂາດກ່ຽວກັບຊັບສິ່ງຂອງແລະລາຍໄດ້ຂອງຕົນຕາມຄວາມຕ້ອງການ ແຕ່ຈະນໍາໃຊ້ຊັບສິ່ງຂອງຂອງຕົນໄປທໍາລາຍຜົນປະໂຫຍດທີ່ຖືກຕ້ອງຕາມ ກົດໝາຍຂອງລັດ,ລວມໝູ່ແລະຂອງບຸກຄົນອື່ນນັ້ນແມ່ນບໍ່ໄດ້. ...ມາດຕາຊາວສອງ:ການຈັບຈອງທີ່ດິນໄວ້ລ້າໆ

ມາດຕາຊາວສອງ:ການຈັບຈອງທີ່ດິນໄວ້ລ້າໆ ບຸກຄົນຜູ້ໃດຫາກໄດ້ຈັບຈອງທີ່ດິນໄວ້ລ້າໆໂດຍບໍ່ທໍາການບຸກ ເບີກຫຼືຜະລິດແຕ່ຢ່າງໃດ,ບຸກຄົນຜູ້ນັ້ນກໍ່ໄດ້ຖືກປັບໃໝຕາມລະບຽບການຄຸ້ມ ຄອງແລະການນໍາໃຊ້ທີ່ດິນກະສິກໍາຫຼືລັດອາດຈະໂອນເອົາທີ່ດິນນັ້ນໃຫ້ບຸກ ຄົນອື່ນນໍາໃຊ້ໂດຍບໍ່ມີການທົດແທນຄ່າຄືນໃຫ້ແຕ່ຢ່າງໃດ. ...ມາດຕາຊາວສາມ:ການຮິບແລະການຢຶດຊັບສິ່ງຂອງຂອງເອກະເທດ,ເອກະຊົນແລະຂອງສ່ວນຕົວ.

ມາດຕາຊາວສາມ:ການຮິບແລະການຢຶດຊັບສິ່ງຂອງຂອງເອກະເທດ,ເອ ກະຊົນແລະຂອງສ່ວນຕົວ. ຊັບສິ່ງຂອງຂອງເອກະເທດ,ເອກະຊົນແລະຂອງສ່ວນຕົວອາດ ຈະຮິບຫຼືຢຶດໄດ້.ແຕ່ສະບຽງອາຫານ,ເຄື່ອງນຸ່ງຮົ່ມ,ເຄື່ອງໃຊ້ສອຍ,ສັດລ້ຽງ ທີ່ຈໍາເປັນສໍາລັບການເປັນຢູ່ຂອງບຸກຄົນທີ່ເປັນລູກໜີ້ແລະຂອງຜູ້ທີ່ຢູ່ໃຕ້ ຄວາມດູແລຂອງຜູ້ກ່ຽວນີ້ແລະຊັບສິ່ງຂອງອື່ນໆຕາມບັນຊີທີ່ໄດ້ບົ່ງໄວ້ໃນ ກົດໝາຍອາຍານັ້ນບໍ່ອາດຈະຮິບໄດ້. ...ມາດຕາຊາວສີ່:ກໍາມະສິດສ່ວນຕົວຂອງສະມາຊິກຄອບຄົວສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນໆ

ມາດຕາຊາວສີ່:ກໍາມະສິດສ່ວນຕົວຂອງສະມາຊິກຄອບຄົວສະຫະກອນຫຼືອົງ ການຈັດຕັ້ງລວມໝູ່ອື່ນໆ ກໍາມະສິດສ່ວນຕົວຂອງສະມາຊິກຄອບຄົວສະຫະກອນຫຼືອົງ ການຈັດຕັ້ງລວມໝູ່ອື່ນໆມີລາຍໄດ້ສ່ວນຕົວຈາກການອອກແຮງງານຂອງ ສະມາຊິກຄອບຄົວສະຫະກອນແລະຊັບສິ່ງຂອງທີ່ສະມາຊິກນັ້ນຫາມາໄດ້ ດ້ວຍຕົນເອງຫຼືໄດ້ຮັບຕາມການສືບທອດມູນມໍລະດົກຫຼືຕາມການມອບຊຶ່ງ ບໍ່ໄດ້ມອບເຂົ້າເປັນກໍາມະສິດຂອງສະຫະກອນຫຼືອົງການຈັດຕັ້ງລວມໝູ່ອື່ນ ໆນັ້ນ. ຊັບສິ່ງຂອງທີ່ເປັນກໍາມະສິດສະເພາະຂອງສະຫະກອນຫຼືອົງ ການຈັດຕັ້ງລວມໝູ່ອື່ນໆຕາມລະບຽບທີ່ໄດ້ບົ່ງໄວ້ນັ້ນບໍ່ອາດຈະເອົາມາ ເປັນກໍາມະສິດສ່ວນຕົວຂອງສະມາຊິກຄອບຄົວສະຫະກອນຫຼືອົງການຈັດ ຕັ້ງລວມໝູ່ອື່ນໆໄດ້. ...ມາດຕາຊາວຫ້າ:ກໍາມະສິດລວມ

ມາດຕາຊາວຫ້າ:ກໍາມະສິດລວມ ຊັບສິ່ງຂອງໃດໜຶ່ງອາດຈະເປັນກໍາມະສິດລວມລະຫວ່າງອົງ ການຈັດຕັ້ງຂອງລັດຫຼືລວມໝູ່ດ້ວຍກັນ,ລະຫວ່າງອົງການຈັດຕັ້ງຂອງລັດ ຫຼືລວມໝູ່ກັບບຸກຄົນແລະລະຫວ່າງບຸກຄົນດ້ວຍກັນເຊັ່ນ:ວິສາຫະກິດ,ອາຄາ ນ,ເຮືອນ,ຮົ້ວ,ເດີ່ນ. ເຈົ້າກໍາມະສິດລວມມີສິດຄອບຄອງ,ນໍາໃຊ້ຊັບສິ່ງຂອງຮ່ວມ ກັນ,ໄດ້ຮັບໝາກຜົນແລະຊີ້ຂາດດ້ວຍການຕົກລົງເຫັນດີນໍາກັນ,ແຕ່ລະຄົນ ຕ້ອງຮັບຜິດຊອບຮ່ວມກັນໃນການເສຍພາສີ,ການປົກປັກຮັກສາ,ການສ້ອມ ແປງ,ໜີ້ສິນແລະການໃຊ້ຈ່າຍອື່ນໆ. ເຈົ້າກໍາມະສິດລວມແຕ່ລະຄົນມີສິດຮ້ອງຂໍແຍກພູດຂອງຕົນ ອອກຈາກກໍາມະສິດລວມດ້ວຍການຕົກລົງເຫັນດີນໍາກັນ.ຖ້າວ່າຊັບສິ່ງຂອງ ທີ່ເປັນກໍາມະສິດລວມນັ້ນຫາກບໍ່ສາມາດຕັດແຍກອອກຈາກກັນໄດ້ກໍ່ໃຫ້ທົດ ແທນມູນຄ່າຂອງພູດທີ່ຢາກຕັດແຍກອອກນັ້ນກໍ່ໄດ້. ...ມາດຕາຊາວຫົກ:ສິນສົມສ້າງ.

ມາດຕາຊາວຫົກ:ສິນສົມສ້າງ. ສິນສົມສ້າງຂອງຄູ້ຜົວເມຍແມ່ນຊັບສົມບັດທີ່ຄູ້ຜົວເມຍນັ້ນສ້າງ ສາແລະຫາມາໄດ້ໃນເວລາເປັນຜົວເມຍນໍາກັນເວັ້ນເສຍແຕ່ຊັບສິ່ງຂອງທີ່ ເປັນເຄື່ອງໃຊ້ສ່ວນຕົວຊຶ່ງບໍ່ມີມູນຄ່າສູງ. ຜົວເມຍແຕ່ລະຄົນມີສິດເທົ່າທຽມກັນກ່ຽວກັບສິນສົມສ້າງໂດຍ ບໍ່ຂຶ້ນກັບວ່າຈະແມ່ນຜົວຫຼືເມຍເປັນຜູ້ຫາຊັບສົມບັດນັ້ນມາໄດ້. ຈະບໍ່ຖືວ່າເປັນສິນສົມສ້າງສໍາຫຼັບຊັບສົມບັດທີ່ເປັນຂອງຜົວຫຼື ເມຍທີ່ໄດ້ມາກ່ອນການແຕ່ງດອງຫຼືທີ່ໄດ້ຮັບຈາກການສືບທອດມູນມໍລະດົກ ຫຼືຈາກການມອບຊັບທີ່ໄດ້ບົ່ງໄວ້ໃຫ້ເປັນຂອງຜົວຫຼືເມຍສະເພາະໃນເວລາ ເປັນຜົວເມຍກັນນັ້ນ. ຊັບສິ່ງຂອງທີ່ໄດ້ນໍາໃຊ້ເປັນສ່ວນຕົວເຊັ່ນເຄື່ອງນຸ່ງຫົ່ມແລະ ເຄື່ອງໃຊ້ສະເພາະອື່ນໆເຖິງວ່າຊັບສິ່ງຂອງດັ່ງກ່າວຈະໄດ້ມາໃນເວລາ ເປັນຜົວເມຍກັນນັ້ນກໍ່ຕາມຈະບໍ່ຖືວ່າເປັນສິນສົມສ້າງເວັ້ນເສຍແຕ່ວັດຖຸທີ່ ມີຄ່າເຊັ່ນ:ເພັດ,ນິນ,ຄໍາ,ເຄື່ອງເອ້ທີ່ມີຄ່າອື່ນໆ. ...ມາດຕາຊາວເຈັດ:ການແບ່ງປັນສິນສົມສ້າງ

ມາດຕາຊາວເຈັດ:ການແບ່ງປັນສິນສົມສ້າງ ສິນສົມສ້າງຈະໄດ້ແບ່ງປັນກັນພາຍຫຼັງທີ່ຜົວເມຍນັ້ນໄດ້ຢ່າ ຮ້າງກັນ.ໃນກໍລະນີທີ່ຜົວເມຍຫາກໄດ້ແຍກກັນຢູ່ຫຼືຜົວຫຼືເມຍຫາກໄດ້ລັກ ເອົາສິນສົມສ້າງໄປນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງຫຼືບໍ່ມີຄວາມບໍລິສຸດໃຈຕໍ່ສິນ ສົມສ້າງນັ້ນອາດຈະແບ່ງປັນສິນສົມສ້າງໃນເວລາທີ່ບໍ່ທັນໄດ້ຢ່າຮ້າງກັນກໍ່ ໄດ້. ຜົວແລະເມຍຈະໄດ້ຮັບສ່ວນແບ່ງປັນສິນສົມສ້າງເທົ່າກັນໃນກ ໍລະນີທົ່ວໄປ. ຖ້າວ່າຜົວຫຼືເມຍຫາກເປັນຜູ້ມີຄວາມຜິດຕໍ່ສາຍຜົວເມຍຫຼືຕໍ່ສິນ ສົມສ້າງແລ້ວຝ່າຍທີ່ຜິດນັ້ນກໍ່ຈະໄດ້ຮັບພຽງແຕ່ໜຶ່ງສ່ວນສາມຂອງສິນສົມ ສ້າງເທົ່ານັ້ນ. ໃນກໍລະນີທີ່ລູກຍັງບໍ່ທັນຖືກກະສຽນອາຍຸຫາກໄດ້ຢູ່ນໍາຜູ້ໃດຜູ້ ນັ້ນກໍ່ອາດຈະໄດ້ຮັບສ່ວນແບ່ງປັນຫຼາຍກວ່າໂດຍສະເພາະແມ່ນສານຈະ ເປັນຜູ້ຕັດສິນ. ..ໝວດທີ5ວ່າດ້ວຍການໄດ້ແລະການສິ້ນສຸດກໍາມະສິດ


...ມາດຕາຊາວແປດ:ການໄດ້ມາເປັນກໍາມະສິດ

ມາດຕາຊາວແປດ:ການໄດ້ມາເປັນກໍາມະສິດ ການໄດ້ມາເປັນກໍາມະສິດແມ່ນເກີດຂຶ້ນນັບແຕ່ເວລາທີ່ໄດ້ ມອບຫຼືໄດ້ຮັບຊັບສິ່ງຂອງນັ້ນໂດຍຖືກຕ້ອງຕາມກົດໝາຍ.ກໍາມະສິດອາດ ຈະໄດ້ມາຕາມສັນຍາກ່ອນກອນມອບຫຼືການຮັບຊັບສິ່ງຂອງນັ້ນກໍ່ໄດ້. ຖ້າວ່າສັນຍາມອບຊັບສິ່ງຂອງໃຫ້ບຸກຄົນອື່ນຫຼືຊັບສິ່ງຂອງນັ້ນ ຫາກຍັງຈະຕ້ອງໄດ້ຂຶ້ນທະບຽນແລ້ວກໍາມະສິດແມ່ນໄດ້ມານັບແຕ່ເວລາ ທີ່ໄດ້ຂຶ້ນທະບຽນເປັນຕົ້ນໄປເຖິງວ່າຊັບສິ່ງຂອງນັ້ນຈະໄດ້ມອບໃຫ້ແກ່ກັນ ແລ້ວກໍ່ຕາມ ...ມາດຕາຊາວແປດ:ການໄດ້ມາເປັນກໍາມະສິດ

ມາດຕາຊາວເກົ້າ:ການມອບຊັບສິ່ງຂອງ ການມອບຊັບສິ່ງຂອງແມ່ນການເອົາຊັບສິ່ງຂອງໃຫ້ອົງ ການຈັດຕັ້ງຫຼືບຸກຄົນໃດໜຶ່ງຊຶ່ງເອີ້ນວ່າຜູ້ຮັບ.ການມອບຊັບສິ່ງຂອງໃຫ້ ຜູ້ຂົນສົ່ງຫຼືໄປສະນີເພື່ອສົ່ງໄປໃຫ້ຜູ້ຮັບແລະການມອບເອກະສານຂົນສົ່ງ ສິນຄ້າຫຼືເຄື່ອງບັນທຸກຕ່າງໆນັ້ນກໍ່ຈະຖືວ່າເປັນການມອບຊັບສິ່ງຂອງໃຫ້ ຜູ້ຮັບແລ້ວ. ...ມາດຕາສາມສິບ:ການຄອບຄອງທີ່ຖືກກົດໝາຍ.

ມາດຕາສາມສິບ:ການຄອບຄອງທີ່ຖືກກົດໝາຍ. ການຄອບຄອງທີ່ຖືກກົດໝາຍແມ່ນການຄອບຄອງຊັບສິ່ງ ຂອງໂດຍບຸກຄົນໃດບຸກຄົນໜຶ່ງທີ່ຖືກຕ້ອງຕາມລະບຽບຫຼັກການໄດ້ກໍາ ນົດໄວ້.ສໍາລັບຊັບຄົງທີ່ຊຶ່ງຕ້ອງໄດ້ຂຶ້ນທະບຽນນັ້ນກໍ່ຈະໃຫ້ບຸກຄົນທີ່ມີຊື່ ໃນໃບທະບຽນເປັນຜູ້ຄອບຄອງຫຼືຜູ້ທີ່ໄດ້ຮັບສິດຈາກຜູ້ກ່ຽວເປັນຜູ້ຄອບ ຄອງ. ...ມາດຕາສາມສິບເອັດ:ການຄອບຄອງວັດຖຸສິ່ງຂອງຕາມການອະນຸຍາດພິເສດ.

ມາດຕາສາມສິບເອັດ:ການຄອບຄອງວັດຖຸສິ່ງຂອງຕາມການອະນຸຍາດ ພິເສດ. ວັດຖຸສິ່ງຂອງບາງປະເພດເຊັ່ນ:ອາວຸດ,ທາດເບື່ອ,ບາງທາດ ໂລຫະທີ່ມີຄ່າຈະໃຫ້ບຸກຄົນໃດບຸກຄົນໜຶ່ງຄອບຄອງໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບ ອະນຸຍາດພິເສດຈາກອົງການທີ່ມີສິດອໍານາດກ່ຽວຂ້ອງເທົ່ານັ້ນ.

...ມາດຕາສາມສິບສອງ:ລະບຽບການກ່ຽວກັບການມອບວັດຖຸບູຮານແລະສິ່ງທີ່ກໍ່ສ້າງສິນລະປະວັນນະກໍາໃຫ້ບຸກຄົນອື່ນ

ມາດຕາສາມສິບສອງ:ລະບຽບການກ່ຽວກັບການມອບວັດຖຸບູຮານແລະ ສິ່ງທີ່ກໍ່ສ້າງສິນລະປະວັນນະກໍາໃຫ້ບຸກຄົນອື່ນ ວັດຖຸບູຮານຫຼືສິ່ງທີ່ກໍ່ສ້າງສິນລະປະວັນນະກໍານັ້ນຈະຂາຍຫຼື ມອບໃຫ້ບຸກຄົນອື່ນໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບອະນຸຍາດຈາກອົງການປົກປັກ ຮັກບູຮານວັດຖຸເທົ່ານັ້ນ.ລັດເປັນຜູ້ມີບູລິມະສິດໃນການຊື້ວັດຖຸບູຮານເຫຼົ່າ ນັ້ນກ່ອນຜູ້ອື່ນ. ການຂາຍຫຼືການມອບວັດຖຸບູຮານດັ່ງກ່າວໃຫ້ບຸກຄົນອື່ນທີ່ຂັດ ກັບວັກເທິງນີ້ຈະຖືວ່າເປັນໂມຄະແລະຈະໄດ້ປະຕິບັດຕາມລະບຽບການ ຂອງສັນຍາທີ່ເປັນໂມຄະ. ...ມາດຕາສາມສິບສາມ:ການສູນຫາຍຫຼືການເປ່ເພຂອງຊັບສິ່ງຂອງໂດຍເຫດບັງເອີນຫຼືເຫດສຸດວິໄສໃນເວລາມອບ

ມາດຕາສາມສິບສາມ:ການສູນຫາຍຫຼືການເປ່ເພຂອງຊັບສິ່ງຂອງໂດຍ ເຫດບັງເອີນຫຼືເຫດສຸດວິໄສໃນເວລາມອບ ການສູນຫາຍຫຼືການເປ່ເພຂອງຊັບສິ່ງຂອງໂດຍເຫດບັງເອີນ ຫຼືເຫດສຸດວິໄສໃນເວລາມອບຊັບສິ່ງຂອງນັ້ນແມ່ນເລື່ອງທີ່ໄດ້ເກີດຂຶ້ນໃນ ເວລາມອບຊັບສິ່ງຂອງໃຫ້ກັນຊຶ່ງບໍ່ເປັນຄວາມຜິດຂອງຜູ້ມອບ,ຜູ້ຂົນສົ່ງຫຼື ຜູ້ຮັບ.ໃນກໍລະນີທີ່ເກີດມີການສູນຫາຍຫຼືການເປ່ເພໂດຍເຫດບັງເອີນຫຼືເຫດ ສຸດວິໄສນັ້ນບຸກຄົນທີ່ເປັນເຈົ້າຂອງກໍາມະສິດຊັບສິ່ງຂອງໃນເວລານັ້ນຈະ ເປັນຜູ້ຮັບຜິດຊອບເອົາເອງຕໍ່ຜົນເສຍຫາຍດັ່ງກ່າວຖ້າວ່າສັນຍາຫາກບໍ່ ໄດ້ບົ່ງໄວ້ຢ່າງອືື່ນ. ຖ້າຫາກວ່າຜູ້ມອບ,ຜູ້ຂົນສົ່ງຫຼືຜູ້ຮັບຊັບສິ່ງຂອງຫາກໄດ້ເຮັດ ຊັກຊ້າໃນການມອບ,ຂົນສົ່ງຫຼືຮັບແລ້ວຜູ້ກ່ຽວກໍ່ຈະໄດ້ຮັບຜິດຊອບຕໍ່ການ ສູນຫາຍຫຼືເປ່ເພເນື່ອງຈາກເຫດບັງເອີນຫຼືເຫດສຸດວິໄສນັ້ນ. ...ມາດຕາສາມສິບສີ່:ກໍາມະສິດກ່ຽວກັບໝາກຜົນແລະລາຍໄດ້

ມາດຕາສາມສິບສີ່:ກໍາມະສິດກ່ຽວກັບໝາກຜົນແລະລາຍໄດ້ ໝາກຜົນ,ລາຍໄດ້ທີ່ໄດ້ມາຈາກຊັບສິ່ງຂອງໃດໜຶ່ງກໍ່ຈະເປັນ ຂອງເຈົ້າກໍາມະສິດກ່ຽວກັບຊັບສິ່ງຂອງເຫຼົ່ານັ້ນຖ້າວ່າກົດໝາຍຫຼືສັນຍາ ຫາກບໍ່ໄດ້ບົ່ງໄວ້ຢ່າງອື່ນ. ...ມາດຕາສາມສິບຫ້າ:ກໍາມະສິດກ່ຽວກັບມູນມໍຣະດົກ

ມາດຕາສາມສິບຫ້າ:ກໍາມະສິດກ່ຽວກັບມູນມໍຣະດົກ ມູນມໍລະດົກທີ່ຜູ້ສືບທອດໄດ້ຮັບຈາກການສືບທອດຕາມກົດ ໝາຍຫຼືຕາມພິໄນກໍານັ້ນແມ່ນເປັນກໍາມະສິດຂອງຜູ້ສືບທອດນັບແຕ່ເວ ລາທີ່ໄດ້ຮັບເອົາມູນມໍລະດົກເປັນຕົ້ນໄປ. ໃນກໍລະນີທີ່ບໍ່ມີຜູ້ສືບທອດແລ້ວມູນມໍຮະດົກທັງໝົດກໍ່ຈະຕົກ ທອດມາເປັນຂອງລັດເວັ້ນເສຍແຕ່ມູນມໍຣະດົກນັ້ນຫາກເປັນຂອງພິກຂູ ສາມະເນນຊຶ່ງໄດ້ບົ່ງໄວ້ໃນມາດຕາຊາວສາມຂອງກົດໝາຍວ່າດ້ວຍ ການສືບທອດມູນມໍລະດົກ.

ຄໍາຄົ້ນຫາ:ມໍລະດົກ,ການສືບທອດມູນມໍລະດົກ ...ມາດຕາສາມສິບຫົກ:ຊັບສິ່ງຂອງທີ່ບໍ່ມີເຈົ້າຂອງ

ມາດຕາສາມສິບຫົກ:ຊັບສິ່ງຂອງທີ່ບໍ່ມີເຈົ້າຂອງ ຊັບສິ່ງຂອງທີ່ບໍ່ມີເຈົ້າຂອງແມ່ນຊັບສິ່ງຂອງທີ່ເຈົ້າກໍາມະສິດ ໄດ້ຖອນສິດຄອບຄອງຊັບສິ່ງຂອງຫຼືໄດ້ເສຍສິດຄອບຄອງຊັບສິ່ງຂອງນັ້ນ ຍ້ອນກໍານົດເວລາຂອງອາຍຸຄວາມໃນການຮ້ອງຟ້ອງໄດ້ໝົດໄປຫຼືທີ່ບໍ່ຮູ້ ແຈ້ງວ່າບຸກຄົນຜູ້ໃດເປັນເຈົ້າກໍາມະສິດ. ມີແຕ່ອົງການການເງິນເທົ່ານັ້ນຈຶ່ງມີສິດສະເໜີໃຫ້ສານຕັດ ສິນເອົາຊັບສິ່ງຂອງທີ່ບໍ່ມີເຈົ້າຂອງນັ້ນເປັນກໍາມະສິດຂອງລັດ.ຖ້າວ່າຊັບ ສິ່ງຂອງຫາກເປັນຂອງຄອບຄົວສະມາຊິກສະຫະກອນທີ່ໄດ້ຖອນຫຼືເສຍສິດ ນັ້ນຊັບສິ່ງຂອງດັ່ງກ່າວກໍຈະຕົກເປັນກໍາມະສິດຂອງສະຫະກອນບ່ອນທີ່ຊັບ ສິ່ງຂອງນັ້ນຕັ້ງຢູ່.

...ມາດຕາສາມສິບເຈັດ:ວິທີປະຕິບັດກ່ຽວກັບຊັບສິ່ງຂອງທີ່ບໍ່ມີເຈົ້າຂອງ

ມາດຕາສາມສິບເຈັດ:ວິທີປະຕິບັດກ່ຽວກັບຊັບສິ່ງຂອງທີ່ບໍ່ມີເຈົ້າຂອງ ຊັບສິ່ງຂອງທີ່ໄດ້ຮັບຮູ້ວ່າບໍ່ມີເຈົ້າຂອງນັ້ນຈະມອບເຂົ້າບັນຊີ ຊັບສິ່ງຂອງຂອງລັດ. ພາຍຫຼັງທີ່ຊັບສິ່ງຂອງດັ່ງກ່າວຫາກໄດ້ມອບໃຫ້ລັດແລ້ວເຈົ້າ ກໍາມະສິດກໍຍັງມີສິດຍື່ນຄໍາຮ້ອງຟ້ອງຕໍ່ສານເພື່ອທວງເອົາຊັບສິ່ງຂອງນັ້ນ ຄືນຫຼືຮ້ອງຂໍເອົາການໃຊ້ແທນຄ່າເສຍຫາຍຖ້າວ່າກໍານົດເວລາຂອງອາຍຸ ຄວາມໃນການຮ້ອງຟ້ອງທີ່ໄດ້ບົ່ງໄວ້ໃນມາດຕາສາມສິບຫ້າຂອງກົດໝາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາຫາກຍັງບໍ່ທັນໝົດ. ...ມາດຕາສາມສິບແປດ:ການເກັບຊັບສິ່ງຂອງທີ່ຄົກເຮ່ຍ

ມາດຕາສາມສິບແປດ:ການເກັບຊັບສິ່ງຂອງທີ່ຄົກເຮ່ຍ ຜູ້ທີ່ເກັບຊັບສິ່ງຂອງທີ່ຕົກເຮ່ຍບໍ່ວ່າຢູ່ໃນສະຖານທີ່ໃດກໍ່ມີພັນ ທະແຈ້ງໃຫ້ບຸກຄົນທີ່ໄດ້ເຮັດຊັບສິ່ງຂອງທີ່ຕົກເຮ່ຍນັ້ນຊາບໃນທັນໃດ.ຖ້າ ຫາກບໍ່ຮູ້ຕົວບຸກຄົນນັ້ນໃຫ້ແຈ້ງກ່ຽວກັບການເກັບຊັບສິ່ງຂອງທີ່ຕົກເຮ່ຍ ແລະມອບຊັບສິ່ງຂອງດັ່ງກ່າວໃຫ້ເຈົ້າໜ້າທີ່ຕໍາຫຼວດຫຼືນາຍບ້ານຮັກສາ ຫຼືມອບໃຫ້ຄະນະອໍານວຍການວິສາຫະກິດຫຼືສໍານັກງານທີ່ກ່ຽວຂ້ອງຮັກ ສາໄວ້ຖ້າວ່າຊັບສິ່ງຂອງທີ່ຕົກເຮ່ຍນັ້ນຫາກໄດ້ພົບເຫັນຫຼືເກັບໄດ້ຢູ່ວິສາ ຫະກິດຫຼືສໍານັກງານນັ້ນ. ໃນບາງກໍລະນີອາດຈະມອບຊັບສິ່ງຂອງທີ່ຕົກເຮ່ຍນັ້ນໃຫ້ເປັນ ກໍາມະສິດຂອງຜູ້ທີ່ເກັບໄດ້ຫຼືອາດຈະມອບໃຫ້ເປັນກໍາມະສິດຂອງລັດໂດຍ ບໍ່ມີການທົດແທນກໍ່ໄດ້.ຖ້າວ່າຜຸ້ເປັນເຈົ້າຂອງຊັບສິ່ງຂອງຫາກບໍ່ໄດ້ທັກ ທ້ວງເອົາຄືນພາຍໃນກໍານົດເວລາຫົກເດືອນນັບແຕ່ມື້ທີ່ຜູ້ເກັບໄດ້ແຈ້ງເປັນ ຕົ້ນໄປ. ...ມາດຕາສາມສິບເກົ້າ:ການທົດແທນຄ່າໃຊ້ຈ່າຍໃຫ້ຜູ້ທີ່ເກັບຊັບສິ່ງຂອງຕົກເຮ່ຍ.

ມາດຕາສາມສິບເກົ້າ:ການທົດແທນຄ່າໃຊ້ຈ່າຍໃຫ້ຜູ້ທີ່ເກັບຊັບສິ່ງຂອງ ຕົກເຮ່ຍ. ຜູ້ເກັບໄດ້ແລະຜູ້ທີ່ສົ່ງຊັບສິ່ງຂອງທີ່ຕົກເຮ່ຍຄືນກໍ່ມີສິດໄດ້ຮັບ ການທົດແທນຄ່າໃຊ້ຈ່າຍໃນການຮັກສາແລະການມອບຊັບສິ່ງຂອງທີ່ຕົກ ເຮ່ຍນັ້ນຄືນໃຫ້ຜູ້ເປັນເຈົ້າຂອງເດີມ.ໃນກໍລະນີທີ່ຊັບສິ່ງຂອງຖືກຕົກເຮ່ຍນັ້ນ ຫາກໄດ້ມອບໃຫ້ເປັນກໍາມະສິດຂອງລັດແລ້ວກໍ່ແມ່ນໃຫ້ອົງການຈັດຕັ້ງຂອງ ລັດທີ່ກ່ຽວຂ້ອງເປັນຜູ້ທົດແທນ. ຜູ້ທີ່ເກັບຊັບສິ່ງຂອງທີ່ຕົກເຮ່ຍກໍ່ມີສິດຮຽກຮ້ອງເອົາລາງວັນ ຢ່າງຫຼາຍບໍ່ໃຫ້ເກີນສິບຫ້າສ່ວນຮ້ອຍຂອງມູນຄ່າຂອງຊັບສິ່ງຂອງທີ່ຕົກ ເຮ່ຍຈາກຜູ້ເປັນເຈົ້າຂອງຫຼືບຸກຄົນທີ່ມີສິດຮັບເອົາຊັບສິ່ງຂອງທີ່ຕົກເຮ່ຍ ນັ້ນ. ໃນກໍລະນີທີ່ຜູ້ເກັບຊັບສິ່ງຂອງທີ່ຖືກຕົກເຮ່ຍຫາກບໍ່ໄດ້ແຈ້ງໃນ ທັນໃດແລ້ວຜູ້ເກັບໄວ້ນັ້ນກໍ່ຈະບໍ່ໄດ້ຮັບລາງວັນແຕ່ຢ່າງໃດ.

...ມາດຕາສີ່ສິບ:ສັດຊຶ່ງຂາດການຮັກສາ

ມາດຕາສີ່ສິບ:ສັດຊຶ່ງຂາດການຮັກສາ ບຸກຄົນຜູ້ໃດທີ່ໄດ້ຈັບສັດຊຶ່ງຂາດການຮັກສາຫຼືສັດທີ່ປະປ່ອຍ, ບຸກຄົນຜູ້ນັ້ນຕ້ອງແຈ້ງໃຫ້ເຈົ້າຂອງສັດຊາບໃນທັນໃດແລະສົ່ງສັດຄືນໃຫ້ຜູ້ ກ່ຽວຫຼືແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດຫຼືນາຍບ້ານຊາບພາຍໃນກໍານົດສາມມື້ ນັບແຕ່ມື້ທີ່ໄດ້ຈັບສັດນັ້ນເປັນຕົ້ນໄປ. ຖ້າວ່າເຈົ້າຂອງສັດຫາກຍັງບໍ່ທັນໄດ້ທວງທາວເອົາແລ້ວສັດ ດັ່ງກ່າວກໍ່ຈະມອບໃຫ້ຜູ້ຈັບໄດ້ນັ້ນເປັນຜູ້ຮັກສາ,ລ້ຽງເກືອແລະນໍາໃຊ້. ໃນກໍລະນີທີ່ພົບເຫັນເຈົ້າຂອງສັດພາຍໃນກໍານົດຫົກເດືອນນັບ ແຕ່ມື້ທີ່ໄດ້ແຈ້ງເປັນຕົ້ນໄປ,ສັດນັ້ນກໍ່ຈະໄດ້ສົ່ງຄືນໃຫ້ເຈົ້າຂອງແຕ່ຜູ້ກ່ຽວ ກໍ່ຕ້ອງທົດແທນຄ່າໃຊ້ຈ່າຍໃນການລ້ຽງເກືອສັດແລະໃຫ້ລາງວັນຕາມ ມາດຕາສາມສິບເກົ້າເທິງນີ້. ຖ້າວ່າຜູ້ຈັບສັດໄດ້ຫາກມີຄວາມຫຍຸ່ງຍາກໃນການຮັກສາຫຼື ລ້ຽງເກືອຫຼືມີການເລີ່ມເກີດພະຍຸສັດແລ້ວ,ຜູ້ຮັກສາອາດຈະຂາຍສັດນັ້ນກໍ່ ໄດ້ພາຍຫຼັງທີ່ໄດ້ແຈ້ງແລະໄດ້ຮັບຄວາມເຫັນດີຈາກເຈົ້າໜ້າທີ່ຫຼືນາຍ ບ້ານແລ້ວແຕ່ກໍ່ຕ້ອງຮັກສາເງິນທີ່ຂາຍນັ້ນໄວ້ໃຫ້ເຈົ້າຂອງສັດດັ່ງກ່າວ. ໃນກໍລະນີທີ່ບໍ່ອາດຈະພົບເຫັນເຈົ້າຂອງສັດໄດ້ພາຍໃນກໍານົດ ຫົກເດືອນ,ເຈົ້າຂອງສັດກໍ່ຈະເສຍກໍາມະສິດກ່ຽວກັບສັດນັ້ນ. ...ມາດຕາສີ່ສິບເອັດ:ການພົບພໍ້ວັດຖຸທີ່ມີຄ່າຫຼືວັດຖຸບູຮານ

ມາດຕາສີ່ສິບເອັດ:ການພົບພໍ້ວັດຖຸທີ່ມີຄ່າຫຼືວັດຖຸບູຮານ ວັດຖຸທີ່ມີຄ່າມີ:ຄໍາ,ເງິນຫຼືໂລຫະ,ແຮ່ທາດທີ່ມີຄ່າຊຶ່ງເຊື່ອງ ຊ້ອນຫຼືຝັງໄວ້ຢຸ່ໃນດິນຫຼືຖືກຊຸກເຊື່ອງໄວ້ດ້ວຍວິທີໃດໜຶ່ງ,ຊຶ່ງບໍ່ອາດຈະ ກໍານົດໄດ້ວ່າບຸກຄົນຜູ້ໃດເປັນເຈົ້າກໍາມະສິດຫຼືເຈົ້າກໍາມະສິດນັ້ນໄດ້ເສຍ ສິດກ່ຽວກັບວັດຖຸທີ່ມີຄ່ານີ້ແລ້ວຫຼືບໍ່ອາດຈະອ້າງຕົນວ່າເປັນເຈົ້າກໍາມະ ສິດໄດ້.ໃນກໍລະນີນີ້ວັດຖຸທີ່ມີຄ່າດັ່ງກ່າວຈະຕົກເປັນກໍາມະສິດຂອງລັດ ແລະບຸກຄົນທີ່ໄດ້ພົບພໍ້ນັ້ນຕ້ອງເອົາໄປມອບໃຫ້ອົງການການເງິນ. ບຸກຄົນທີ່ໄດ້ພົບພໍ້ແລະໄດ້ມອບວັດຖຸທີ່ມີຄ່າຫຼືວັດຖຸບູຮານນັ້ນ ມີສິດໄດ້ຮັບລາງວັນຫຼືຄ່າບໍາເນັດສິບຫ້າສ່ວນຮ້ອຍຂອງມູນຄ່າວັດຖຸທີ່ມີ ຄ່ານັ້ນເວັ້ນເສຍແຕ່ການຄົ້ນພົບຫຼືການພົບພໍ້ນັ້ນຫາກເປັນໜ້າທີ່ໂດຍກົງ ຂອງຜຸ້ກ່ຽວເອງ. ...ມາດຕາສີ່ສິບສອງ:ການໄດ້ມາເປັນກໍາມະສິດເນື່ອງຈາກການຄອບຄອງຊັບສິ່ງຂອງຂອງບຸກຄົນອື່ນດ້ວຍຄວາມບໍລິສຸດໃຈ.

ມາດຕາສີ່ສິບສອງ:ການໄດ້ມາເປັນກໍາມະສິດເນື່ອງຈາກການຄອບຄອງ ຊັບສິ່ງຂອງຂອງບຸກຄົນອື່ນດ້ວຍຄວາມບໍລິສຸດໃຈ. ບຸກຄົນຜູ້ໃດທີ່ໄດ້ຄອບຄອງຊັບສິ່ງຂອງຂອງບຸກຄົນອື່ນໂດຍ ຄວາມບໍລິສຸດໃຈຄືກັນກັບວ່າຕົນເອງເປັນເຈົ້າຂອງຊັບສິ່ງຂອງນັ້ນເປັນ ເວລາຊາວປີຕໍ່ເນື່ອງກັນ.ຖ້າຫາກແມ່ນຊັບຄົງທີ່ແລະເປັນເວລາຫ້າປີຕໍ່ ເນື່ອງກັນຖ້າຫາກແມ່ນຊັບເຄື່ອນທີ່ແລ້ວ.ບຸກຄົນຜູ້ນັ້ນກໍ່ຈະໄດ້ເປັນເຈົ້າ ກໍາມະສິດກ່ຽວກັບຊັບສິ່ງຂອງນັ້ນ.ການຄອບຄອງໂດຍຄວາມບໍລິສຸດໃຈ ນັ້ນສະແດງອອກດ້ວຍການຄອບຄອງຊັບສິ່ງຂອງຢ່າງເປີດເຜີຍ,ຕໍ່ເນື່ອງ ແລະສະຫງົບ.ເມື່ອຮອດກໍານົດເວລາດັ່ງກ່າວນີ້ແລ້ວບຸກຄົນຜູ້ທີ່ເປັນເຈົ້າ ກໍາມະສິດເດີມກ່ຽວກັບຊັບສິ່ງຂອງດັ່ງກ່າວຈະບໍ່ມີສິດຮ້ອງຟ້ອງເອົາຄືນ ໄດ້. ຖ້າວ່າບຸກຄົນຜູ້ນັ້ນຫາກໄດ້ຄອບຄອງຊັບສິ່ງຂອງດັ່ງກ່າວ ຍັງບໍ່ທັນຄົບຕາມກໍານົດເວລາທີ່ໄດ້ກ່າວໄວ້ໃນວັກທີໜຶ່ງນີ້ແຕ່ຜູ້ກ່ຽວພັດ ໄດ້ມອບຊັບສິ່ງຂອງນັ້ນໃຫ້ບຸກຄົນອື່ນຄອບຄອງໂດຍຄວາມບໍລິສຸດໃຈ ແລ້ວກໍານົດເວລາທີ່ໄດ້ມາເປັນກໍາມະສິດນັ້ນກໍ່ໃຫ້ນັບແຕ່ມື້ທີ່ບຸກຄົນຜູ້ທໍາ ອິດໄດ້ຄອບຄອງນັ້ນເປັນຕົ້ນມາ,ເມື່ອຮອດກໍານົດເວລາທີ່ໄດ້ກ່າວນີ້ແລ້ວ ບຸກຄົນຜູ້ໃໝ່ທີ່ຄອບຄອງກໍຈະໄດ້ຮັບກໍາມະສິດນັ້ນເລີຍ. ຊັບສິ່ງຂອງຂອງລັດຫຼືລວມໝູ່ນັ້ນຈະບໍ່ຕົກເປັນກໍາມະສິດຂອງ ຜູ້ຄອບຄອງໂດຍຄວາມບໍລິສຸດໃຈແຕ່ຢ່າງໃດເຖິງວ່າຈະກາຍກໍານົດເວ ລາທີ່ໄດ້ກ່າວໄວ້ໃນວັກທີໜຶ່ງນີ້ແລ້ວກໍ່ຕາມ. ...ມາດຕາສີ່ສິບສາມ:ການເໝົາຊື້ຊັບສິ່ງຂອງດ້ວຍຄວາມຈໍາເປັນ

ມາດຕາສີ່ສິບສາມ:ການເໝົາຊື້ຊັບສິ່ງຂອງດ້ວຍຄວາມຈໍາເປັນ ການເໝົາຊື້ຊັບສິ່ງຂອງດ້ວຍຄວາມຈໍາເປັນແມ່ນລັດເອົາຊັບ ສິ່ງຂອງຈາກເຈົ້າກໍາມະສິດເພື່ອຮັບໃຊ້ຜົນປະໂຫຍດຂອງລັດຫຼືສັງຄົມໂດຍ ລັດຈະທົດແທນຄ່າຊັບສິ່ງຂອງນັ້ນໃຫ້ເຈົ້າຂອງຊັບຄືນ. ການເໝົາຊື້ຊັບສິ່ງຂອງດ້ວຍຄວາມຈໍາເປັນຈະເຮັດໄດ້ກໍ່ຕໍ່ ເມື່ອຫາກມີຄວາມຈໍາເປັນຫຼືມີສະພາບການຮີບດ່ວນເທົ່ານັ້ນເຊັ່ນ:ການ ພັດທະນາ,ການຕ້ານໄພທໍາມະຊາດ,ພະຍາດລະບາດແລະອື່ນໆ. ຊັບສິ່ງຂອງທີ່ເໝົາຊື້ດ້ວຍຄວາມຈໍາເປັນນັ້ນຈະຕ້ອງໄດ້ທົດ ແທນຄືນພາຍໃນກໍານົດເວລາອັນເໝາະສົມໂດຍອີງຕາມສະພາບຕົວຈິງ. ໃນກໍລະນີທີ່ມີການເໝົາຊື້ຊັບສິ່ງຂອງດ້ວຍຄວາມຈໍາເປັນໂດຍ ບໍ່ຖືກຕ້ອງນັ້ນແລ້ວ,ເຈົ້າກໍາມະສິດມີສິດຍື່ນຄໍາຮ້ອງຕໍ່ອົງການຂັ້ນເທິງຂອງ ອົງການທີ່ໄດ້ມອບໃຫ້ພະນັກງານຂອງຕົນໄປທໍາການເໝົາຊື້ຊັບສິ່ງຂອງ ແລະເຈົ້າກໍາມະສິດກໍ່ຍັງມີສິດທວງເອົາຊັບສິ່ງຂອງຂອງຕົນຄືນພ້ອມທັງ ຄ່າເສຍຫາຍຕ່າງໆອີກດ້ວຍ. ...ມາດຕາສີ່ສິບສີ່:ການຮິບຊັບສິ່ງຂອງ

ມາດຕາສີ່ສິບສີ່:ການຮິບຊັບສິ່ງຂອງ ການຮິບຊັບສິ່ງຂອງແມ່ນການເອົາຊັບສິ່ງຂອງທັງໝົດຫຼື ສ່ວນໃດສ່ວນໜຶ່ງຊຶ່ງເປັນກໍາມະສິດຂອງຜູ້ໃດຜູ້ໜຶ່ງທີ່ໄດ້ລະເມີດກົດໝາຍ ມາເປັນຂອງລັດໂດຍບໍ່ມີການທົດແທນ. ການຮິບຊັບສິ່ງຂອງຈະປະຕິບັດຕໍ່ຜູ້ໃດຜູ້ໜຶ່ງໄດ້ກໍ່ຕໍ່ເມື່ອກົດ ໝາຍຫາກໄດ້ບົ່ງໄວ້ສະເພາະເທົ່ານັ້ນ. ໃນກໍລະນີທີ່ມີການຮິບຊັບສິ່ງຂອງໂດຍບໍ່ຖືກຕ້ອງແລ້ວຊັບ ສິ່ງຂອງນັ້ນກໍ່ຈະໄດ້ສົ່ງຄືນໃຫ້ເຈົ້າກໍາມະສິດແລະເຈົ້າກໍາມະສິດກໍ່ຍັງມີ ສິດຮ້ອງຂໍເອົາຄ່າເສຍຫາຍຕື່ມ. ຊັບສິ່ງຂອງຂອງລັດຫຼືລວມໝູ່ບໍ່ອາດຈະທໍາການຮິບໄດ້ເວັ້ນ ເສຍແຕ່ໃນກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາແປດແລະມາດຕາສິບສາມ ຂອງກົດໝາຍສະບັບນີ້. ...ມາດຕາສີ່ສິບຫ້າ:ການສິ້ນສຸດກໍາມະສິດ

ມາດຕາສີ່ສິບຫ້າ:ການສິ້ນສຸດກໍາມະສິດ ກໍາມະສິດກ່ຽວກັບຊັບສິ່ງຂອງອັນໃດອັນໜຶ່ງຈະສິ້ນສຸດລົງ ຖ້າວ່າ: -ເຈົ້າກໍາມະສິດຫາກໄດ້ຊີ້ຂາດກ່ຽວກັບຊັບສິ່ງຂອງນັ້ນຢ່າງ ສົມບູນແລ້ວ. -ຊັບສິ່ງຂອງນັ້ນຫາກໄດ້ສູນຫາຍຍ້ອນເຫດບັງເອີນຫຼືເຫດສຸດ ວິໄສເຊັ່ນ:ຟ້າຜ່າ,ນໍ້າຖ້ວມ,ແຜ່ນດິນໄຫວແລະອື່ນໆ. -ເຈົ້າກໍາມະສິດຫາກບໍ່ໄດ້ທວງທາວເອົາຊັບສິ່ງຂອງຂອງຕົນ ຄືນຕາມກໍານົດເວລາຂອງອາຍຸຄວາມໃນການຮ້ອງຟ້ອງ. -ຊັບສິ່ງຂອງນັ້ນຫາກໄດ້ຮິບເປັນຂອງລັດຫຼືຢຶດເພື່ອຂາຍເລ ຫຼັງໃຊ້ໜີ້ສິນຕາມຄໍາຕັດສິນຂອງສານ.

..ໝວດທີ6ວ່າດ້ວຍຂອບເຂດຂອງການນໍາໃຊ້ກໍາມະສິດ


...ມາດຕາສີ່ສິບຫົກ:ການນໍາໃຊ້ກໍາມະສິດ

ມາດຕາສີ່ສິບຫົກ:ການນໍາໃຊ້ກໍາມະສິດ ການນໍາໃຊ້ກໍາມະສິດແມ່ນການຊົມໃຊ້ພາຫະນະຫຼືຊັບສິ່ງ ຂອງທີ່ເປັນຂອງຕົນເພື່ອຕອບສະໜອງຄວາມຕ້ອງການທາງດ້ານການ ເປັນຢູ່ຫຼືຜົນປະໂຫຍດອັນແນ່ນອນທີ່ຕົນຕ້ອງການແຕ່ບໍ່ໃຫ້ກໍ່ຄວາມເສຍ ຫາຍຫຼືຂັດກັບສິດແລະຜົນປະໂຫຍດຂອງລັດ,ສັງຄົມຫຼືຂອງບຸກຄົນອື່ນ. ...ມາດຕາສີ່ສິບເຈັດ:ຂອບເຂດການປຸກສ້າງເຮືອນຫຼືການປູກຕົ້ນໄມ້

ມາດຕາສີ່ສິບເຈັດ:ຂອບເຂດການປຸກສ້າງເຮືອນຫຼືການປູກຕົ້ນໄມ້ ບຸກຄົນຜູ້ທີ່ໄດ້ຮັບສິດປຸກສ້າງເຮືອນຫຼືກໍ່ສ້າງອື່ນໆແລ້ວນັ້ນ,ບໍ່ ມີສິດເຮັດໃຫ້ສາຍຄາເຮືອນຂອງຕົນລື່ນກາຍໄປຈົນເຮັດໃຫ້ນໍ້າຝົນຕົກລົງ ໃສ່ຫຼືກວມເອົາທີ່ດິນຫຼືເຮືອນຂອງບຸກຄົນອື່ນທີ່ຢູ່ໃຫ້ຄຽງນັ້ນ. ບຸກຄົນຜູ້ທີ່ໄດ້ປຸກເຮືອນ,ປູກຕົ້ນໄມ້,ຕົ້ນໄມ້ກິນໝາກຫຼືຕົ້ນໄມ້ ເປັນເຄືອຫຼືອື່ນໆໃນທີ່ດິນຊຶ່ງຕົນມີສິດນໍາໃຊ້ນັ້ນບໍ່ໃຫ້ກໍ່ຜົນເສຍຫາຍໃຫ້ແກ່ ເຈົ້າຂອງເຮືອນທີ່ຢູ່ໄກ້ຄຽງຫຼືກີດຂວາງການສັນຈອນໄປມາ.

ຄໍາຄົ້ນ:ສິດໃນການປູກຕົ້ນໄມ້.ສິດໃນການປຸກເຮືອນ.ສິດໃນການປຸກສ້າງເຮືອນ. ...ມາດຕາສີ່ສິບແປດ:ສິດຂອງຜູ້ຖືກເສຍຫາຍຍ້ອນການນໍາໃຊ້ກໍາມະສິດໂດຍບໍ່ຖືກຕ້ອງ.

ມາດຕາສີ່ສິບແປດ:ສິດຂອງຜູ້ຖືກເສຍຫາຍຍ້ອນການນໍາໃຊ້ກໍາມະສິດ ໂດຍບໍ່ຖືກຕ້ອງ. ຜູ້ຖືກເສຍຫາຍເນື່ອງຈາກສາເຫດທີ່ໄດ້ກ່າວໄວ້ໃນວັກທີສອງ ຂອງມາດຕາສີ່ສິບເຈັດນີ້ອາດຈະຮານງ່າໄມ້ຫຼືເຄືອໄມ້ຫຼືຕັດຮາກໄມ້ທີ່ລ່ວງ ກາຍເຂົ້າມາໃນທີ່ດິນຕົນກໍ່ໄດ້.ພາຍຫຼັງທີ່ໄດ້ແຈ້ງໃຫ້ເຈົ້າກໍາມະສິດນັ້ນຊາບ ເຈັດວັນແລ້ວແຕ່ຜູ້ກ່ຽວກໍ່ຍັງເມີນເສີຍຢູ່ຫຼືຜູ້ຖືກເສຍຫາຍຈະດໍາເນີນການ ປົກປ້ອງສິດຕາມທີ່ໄດ້ບົ່ງໄວ້ໃນມາດຕາຫົກສິບສາມແລະມາດຕາຫົກສິບສີ່ ຂອງກົດໝາຍສະບັບນີ້ໄດ້. ນອກຈາກນີ້ແລ້ວຜູ້ຖືກເສຍຫາຍຍັງມີສິດຮ້ອງຂໍເອົາການໃຊ້ ແທນຄ່າເສຍຫາຍນັ້ນອີກດ້ວຍ.

ຄໍາຄົ້ນ:ການຕັດຕົ້ນໄມ້ຂອງຄົນອື່ນ.ການຕັດໄມ້ຂອງຄົນອື່ນ. ...ມາດຕາສີ່ສິບເກົ້າ:ການອະນຸຍາດໃຫ້ມີທາງຜ່ານ

ມາດຕາສີ່ສິບເກົ້າ:ການອະນຸຍາດໃຫ້ມີທາງຜ່ານ ບຸກຄົນຜູ້ໃດທີ່ມີເຮືອນຊຶ່ງຖືກປິດລ້ອມດ້ວຍເຮືອນຫຼືທີ່ດິນຊຶ່ງ ຜູ້ອື່ນມີສິດນໍາໃຊ້ໂດຍບໍ່ມີທາງຜ່ານອອກໄປສູ່ຫົນທາງໄດ້.ບຸກຄົນຜູ້ນັ້ນ ກໍ່ມີສິດຮ້ອງຂໍທາງຜ່ານຈາກຜູ້ທີ່ມີສິດນໍາໃຊ້ທີ່ດິນທີ່ຢູ່ໄກ້ຫົນທາງກວ່າ ໝູ່.ຜູ້ທີ່ມີສິດນໍາໃຊ້ທີ່ດິນຊຶ່ງຖືກຮ້ອງຂໍນັ້ນຕ້ອງອະນຸຍາດໃຫ້ທາງຜ່ານ ແຕ່ມີສິດຮ້ອງຂໍເອົາການໃຊ້ແທນຄ່າເສຍຫາຍແກ່ຜົນລະປູກຫຼືສິ່ງທີ່ກໍ່ ສ້າງຈາກການນໍາໃຊ້ທີ່ດິນເປັນທາງຜ່ານນັ້ນຕາມຄວາມເໝາະສົມ. ໃນກໍລະນີທີ່ມີການເນັ່ງສາຍໄຟຟ້າ,ສາຍໂທລະສັບຫຼືຂຸດຮ່ອງ ນໍ້າ,ວາງທໍານໍ້າ,ທໍານໍ້າປະປາຜ່ານທີ່ດິນຂອງຜູ້ທີ່ມີສິດນໍາໃຊ້ບຸກຄົນໃດ ບຸກຄົນໜຶ່ງຊຶ່ງພາໃຫ້ຕົ້ນໄມ້ຫຼືຜົນລະປູກຕ່າງໆຂອງຜູ້ກ່ຽວໄດ້ຖືກທໍາລາຍ ຫຼືພາໃຫ້ມີຄວາມເສຍຫາຍອື່ນໆແລ້ວ,ບຸກຄົນຜູ້ນັ້ນກໍ່ອາດຈະຂໍເອົາຄ່າ ເສຍຫາຍທີ່ເນື່ອງມາຈາກການກະທໍານັ້ນກໍ່ໄດ້.ຖ້າວ່າຜູ້ທີ່ມີສິດນໍາໃຊ້ທີ່ ດິນຫາກໄດ້ຮັບຜົນປະໂຫຍດນໍາແລ້ວກໍ່ຈະບໍ່ໃຫ້ຄິດໄລ່ຄ່າເສຍຫາຍນັ້ນອີກ. ...ມາດຕາຫ້າສິບ:ການອະນຸຍາດໃຫ້ມີນໍ້າຮ່ອງໄຫຼຜ່ານ

ມາດຕາຫ້າສິບ:ການອະນຸຍາດໃຫ້ມີນໍ້າຮ່ອງໄຫຼຜ່ານ ບຸກຄົນໃດທີ່ມີຄວາມຈໍາເປັນໃນການເປັ່ງນໍ້າອອກຈາກດິນ ບ້ານທີ່ຕົນຢູ່ກໍ່ມີສິດຮ້ອງຂໍຂຸດຮ່ອງເປັ່ງນໍ້າຜ່ານດິນບ້ານຂອງຜູ້ທີ່ຢູ່ລຸ່ມ ຖັດຕົນຫຼືຜູ້ທີ່ຢູ່ໃກ້ຄອງນໍ້າ.ຜູ້ທີ່ຖືກຮ້ອງຂໍກໍ່ຕ້ອງອະນຸຍາດໃຫ້ຂຸດຮ່ອງ ເປັ່ງນໍ້າແຕ່ມີສິດຮ້ອງຂໍເອົາຄ່າເສຍຫາຍແກ່ຜົນລະປູກຫຼືສິ່ງທີ່ປຸກສ້າງ ຈາກການຂຸດຮ່ອງເປັ່ງນໍ້ານັ້ນ.ຜູ້ຮ້ອງຂໍຂຸດຮ່ອງເປັນນໍ້າຕ້ອງຮັກສາອະ ນາໄມແລະສະພາບຂອງຮ່ອງນໍາ້ໃຫ້ເໝາະສົມ. ...ມາດຕາຫ້າສິບເອັດ:ສິດຂອງຜູ້ຮັກສາເຄື່ອງປູກຂອງຝັງ

ມາດຕາຫ້າສິບເອັດ:ສິດຂອງຜູ້ຮັກສາເຄື່ອງປູກຂອງຝັງ ຜູ້ຮັກສາດິນບ້ານຫຼືດິນສວນມີສິດນໍາໃຊ້ຜົນລະປູກຕາມການ ຕົກລົງກັນກັບເຈົ້າຂອງບ້ານຫຼືເຈົ້າຂອງສວນ.

ຄໍາຄົ້ນ:ສິດໃນການນໍາໃຊ້ຜົນລະປູກ. ...ມາດຕາຫ້າສິບເອັດ:ສິດຂອງຜູ້ຮັກສາເຄື່ອງປູກຂອງຝັງ

ມາດຕາຫ້າສິບສອງ:ພັນທະຂອງຜູ້ຮັກສາດິນບ້ານຫຼືດິນສວນ ຜູ້ຮັກສາດິນບ້ານຫຼືດິນສວນມີພັນທະປົກປັກຮັກສາຫຼືບົວລະບັດ ເຄື່ອງປູກຂອງຝັງທີ່ມີໃນດິນດັ່ງກ່າວຢ່າງເໝາະສົມ. ຖ້າວ່າເຄື່ອງປູກຂອງຝັງຫາກຫ່ຽວແຫ້ງຫຼືຕາຍໄປຜູ້ຮັກສາ ຕ້ອງຮັບຜິດຊອບໃຫ້ແທນຄ່າເສຍຫາຍໃຫ້ເຈົ້າຂອງບ້ານຫຼືເຈົ້າຂອງສວນ ເວັ້ນເສຍແຕ່ການເສຍຫາຍນັ້ນຫາກບໍ່ໄດ້ເກີດຂຶ້ນຍ້ອນຄວາມຜິດຂອງຜູ້ ກ່ຽວ. ຖ້າວ່າຜູ້ຮັກສານັ້ນຫາກໄດ້ນໍາໃຊ້ຜົນລະປູກເກີນຂອບເຂດທີ່ ໄດ້ຕົກລົງກັນແລ້ວຜູ້ກ່ຽວກໍ່ຈະໄດ້ໃຊ້ແທນຄືນໃຫ້ເຈົ້າຂອງບ້ານຫຼືເຈົ້າ ຂອງສວນ.ໃນກໍລະນີນີ້ເຈົ້າຂອງບ້ານຫຼືເຈົ້າຂອງສວນນັ້ນອາດຈະບໍ່ອະ ນຸຍາດໃຫ້ຜູ້ກ່ຽວນໍາໃຊ້ຜົນລະປູກຕໍ່ໄປອີກກໍ່ໄດ້.


...ມາດຕາຫ້າສິບສາມ:ສິດຂອງເຈົ້າຂອງບ້ານຫຼືເຈົ້າຂອງສວນ

ມາດຕາຫ້າສິບສາມ:ສິດຂອງເຈົ້າຂອງບ້ານຫຼືເຈົ້າຂອງສວນ ເຈົ້າຂອງບ້ານຫຼືເຈົ້າຂອງສວນຈະລ້ອມຮົ້ວບ້ານຫຼືສວນຂອງ ຕົນກໍ່ໄດ້,ແຕ່ການລ້ອມຮົ້ວນັ້ນບໍ່ໃຫ້ເປັນອຸບປະສັກຕໍ່ການສັນຈອນບົນຖະ ໜົນຫົນທາງຫຼືກີດຂວາງທາງທີ່ເຄີຍທຽວໄປມາຜ່ານດິນຕອນດັ່ງກ່າວ ກ່ອນແລ້ວຫຼືລ່ວງເຂດແດນດິນທີ່ຢູ່ໃກ້ຄຽງນັ້ນ.

ຄໍາຄົ້ນ:ການລ້ອມຮົ້ວ,ການລ້ອມກໍາແພງ.

...ມາດຕາຫ້າສິບສີ່:ຄວາມຮັບຜິດຊອບຂອງເຈົ້າຂອງບ້ານຫຼືເຈົ້າຂອງສວນ

ມາດຕາຫ້າສິບສີ່:ຄວາມຮັບຜິດຊອບຂອງເຈົ້າຂອງບ້ານຫຼືເຈົ້າຂອງສວນ ໃນເມື່ອຜູ້ຮັກສາຫາກຮູ້ວ່າເຄື່ອງປູກຂອງຝັງໃນທີ່ດິນທີ່ຕົນຮັກ ສານັ້ນຈະຕົກໃນໄພອັນຕະລາຍເຊັ່ນຍ້ອນລ້ອມຮົ້ວບໍ່ດີຫຼືສັດຕູພືດທໍາລາຍ ແລະອື່ນໆ,ແລະຜູ້ກ່ຽວກໍ່ໄດ້ສະເໜີໃຫ້ເຈົ້າຂອງບ້ານຫຼືເຈົ້າຂອງສວນຊາບ ແລ້ວແຕ່ຜູ້ກ່ຽວກໍ່ຍັງເມີນເສີຍຢູ່ໃນກໍລະນີນີ້ການເສຍຫາຍທຸກຢ່າງທີ່ເກີດ ຂຶ້ນກໍ່ແມ່ນໃຫ້ເຈົ້າຂອງບ້ານຫຼືເຈົ້າຂອງສວນເປັນຜູ້ຮັບຜິດຊອບເອົາເອງ. ຖ້າວ່າຜູ້ຮັກສາຫາກໄດ້ນໍາໃຊ້ຊັບຂອງຕົນໃນການສະກັດກັ້ນສານເສຍຫາຍ ນັ້ນເຈົ້າຂອງບ້ານຫຼືເຈົ້າຂອງສວນກໍ່ຕ້ອງໄດ້ໃຊ້ແທນຄ່າໃຊ້ຈ່າຍໃຫ້ຜູ້ຮັກ ສາ.

ຄໍາຄົ້ນ:ເມື່ອພືດຜົນເສຍຫາຍ ...ມາດຕາຫ້າສິບຫ້າ:ການຮັບຮູ້ສິດນໍາໃຊ້ທີ່ດິນເປົ່າຫວ່າງແລະທີ່ດິນປ່າໄມ້ຊຸດໂຊມ

ມາດຕາຫ້າສິບຫ້າ:ການຮັບຮູ້ສິດນໍາໃຊ້ທີ່ດິນເປົ່າຫວ່າງແລະທີ່ດິນປ່າໄມ້ ຊຸດໂຊມ ລັດຮັບຮູ້ສິດນໍາໃຊ້ຂອງບຸກຄົນຫຼືສະຫະກອນຫຼືອົງການຈັດຕັ້ງ ລວມໝູ່ອື່ນໆທີ່ໄດ້ມີຄວາມສະໝັກໃຈຢາກນໍາໃຊ້ທີ່ດິນເປົ່າຫວ່າງຫຼືທີ່ດິນ ປ່າໄມ້ທີ່ຊຸດໂຊມເພື່ອຟື້ນຟູບູລະນະແລະປູກຂະຫຍາຍປ່າໄມ້ໃຫ້ເປັນດົງຫຼື ທໍາການປູກຝັງ,ລ້ຽງສັດດ້ວຍທຶນຂອງຕົນເອງ.

..ໝວດທີ7ວ່າດ້ວຍການປົກປ້ອງກໍາມະສິດ


...ມາດຕາຫ້າສິບຫົກ:ການປົກປ້ອງກໍາມະສິດ

ມາດຕາຫ້າສິບຫົກ:ການປົກປ້ອງກໍາມະສິດ ການປົກປ້ອງກໍາມະສິດແມ່ນການນໍາໃຊ້ມາດຕະການທີ່ໄດ້ ບົ່ງໄວ້ໃນກົດໝາຍຕໍ່ບຸກຄົນທີ່ໄດ້ລະເມີດສິດກ່ຽວກັບກໍາມະສິດຂອງບຸກ ຄົນອື່ນເພື່ອຟື້ນຟູສິດແລະຜົນປະໂຫຍດທີ່ໄດ້ຖືກລະເມີດນັ້ນຄືນໃຫ້ເຈົ້າກໍາ ມະສິດ. ...ມາດຕາຫ້າສິບເຈັດ:ການຮ້ອງຟ້ອງເພື່ອທວງເອົາຊັບສິ່ງຂອງຄືນ

ມາດຕາຫ້າສິບເຈັດ:ການຮ້ອງຟ້ອງເພື່ອທວງເອົາຊັບສິ່ງຂອງຄືນ ໃນເມື່ອສິດກ່ຽວກັບຊັບສິ່ງຂອງຂອງເຈົ້າກໍາມະສິດຫາກໄດ້ ຖືກລະເມີດໂດຍບຸກຄົນອື່ນທີ່ພວມຄອບຄອງຢ່າງຜິດກົດໝາຍຢູ່ນັ້ນ,ຜູ້ກ່ຽວ ກໍ່ມີສິດຮ້ອງຟ້ອງເພື່ອທວງເອົາຊັບສິ່ງຂອງຈາກບຸກຄົນນັ້ນຄືນໄດ້. ຜູ້ຄອບຄອງຢ່າງຜິດກົດໝາຍແມ່ນຜູ້ທີ່ໄດ້ລະເມີດຂໍ້ກໍານົດ ຂອງກົດໝາຍເພື່ອຄອບຄອງຊັບສິ່ງຂອງຂອງບຸກຄົນອື່ນຫຼືແມ່ນຜູ້ທີ່ໄດ້ ຮັບຊັບສິ່ງຂອງຈາກຜູ້ທີ່ບໍ່ມີສິດມອບຊັບສິ່ງຂອງນັ້ນໃຫ້ແກ່ຕົນ. ...ມາດຕາຫ້າສິບແປດ:ຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍໂດຍຄວາມບໍລິສຸດໃຈ

ມາດຕາຫ້າສິບແປດ:ຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍໂດຍ ຄວາມບໍລິສຸດໃຈ ຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍໂດຍຄວາມບໍລິສຸດ ໃຈແມ່ນບຸກຄົນທີ່ບໍ່ຮູ້ແລະບໍ່ອາດຈະຮູ້ໄດ້ວ່າຊັບສິ່ງຂອງທີ່ຕົນຄອບຄອງນັ້ນ ຍັງເປັນກໍາມະສິດຂອງບຸກຄົນອື່ນຢູ່. ໃນກໍລະນີນີ້ຖ້າວ່າເຈົ້າກໍາມະສິດເດີມຫາກໄດ້ທວງເອົາຊັບ ສິ່ງຂອງນັ້ນຄືນຜູ້ຄອບຄອງຕ້ອງໄດ້ສົ່ງຄືນໃຫ້ແກ່ຜູ້ກ່ຽວ,ແຕ່ເຈົ້າກໍາມະ ສິດເດີມຕ້ອງທົດແທນຕາມມູນຄ່າຂອງຊັບສິ່ງຂອງໃຫ້ແກ່ຜູ້ຄອບຄອງ. ເຈົ້າກໍາມະສິດເດີມກໍ່ມີສິດຮ້ອງຂໍເອົາການໃຊ້ແທນຄ່າເສຍຫາຍຈາກຜູ້ ທີ່ໄດ້ມອບຊັບສິ່ງຂອງໂດຍບໍ່ມີສິດນັ້ນ. ໃນກໍລະນີທີ່ຜູ້ຄອບຄອງຫາກໄດ້ຮັບຊັບສິ່ງຂອງດ້ວຍການ ມອບຫຼືການສືບທອດມູນມໍຣະດົກນັ້ນຈະບໍ່ມີການທົດແທນມູນຄ່າຂອງຊັບ ດັ່ງກ່າວຫຼືໃຊ້ແທນຄ່າເສຍຫາຍແຕ່ຢ່າງໃດ. ...ມາດຕາຫ້າສິບເກົ້າ:ຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍໂດຍບໍ່ມີຄວາມບໍລິສຸດໃຈ

ມາດຕາຫ້າສິບເກົ້າ:ຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍໂດຍບໍ່ມີ ຄວາມບໍລິສຸດໃຈ ຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍໂດຍບໍ່ມີຄວາມບໍ ລິສຸດໃຈແມ່ນບຸກຄົນທີ່ຮູ້ຫຼືອາດຈະຮູ້ໄດ້ວ່າຊັບສິ່ງຂອງທີ່ຕົນຄອບຄອງນັ້ນ ຍັງເປັນກໍາມະສິດຂອງບຸກຄົນອື່ນຢູ່.ໃນກໍລະນີນີ້ຊັບສິ່ງຂອງທັງໝົດນັ້ນ ຕ້ອງໄດ້ຢຶດຈາກຜູ້ຄອບຄອງແລ້ວສົ່ງໃຫ້ເຈົ້າກໍາມະສິດຄືນ.ຜູ້ຄອບຄອງ ຈະຕໍ່ວ່າເອົາການໃຊ້ແທນຄ່າເສຍຫາຍຈາກຜູ້ທີ່ໄດ້ມອບຊັບສິ່ງຂອງໃຫ້ ຕົນໂດຍບໍ່ຖືກຕ້ອງນັ້ນກໍ່ໄດ້ແຕ່ບໍ່ມີສິດຮ້ອງຟ້ອງຕໍ່ສານ.

...ມາດຕາຫົກສິບ:ໝາຍຜົນແລະລາຍໄດ້ຈາກຊັບສິ່ງຂອງທີ່ຄອບຄອງຢ່າງຜິດກົດໝາຍ.

ມາດຕາຫົກສິບ:ໝາຍຜົນແລະລາຍໄດ້ຈາກຊັບສິ່ງຂອງທີ່ຄອບຄອງຢ່າງ ຜິດກົດໝາຍ. ໝາກຜົນຫຼືລາຍໄດ້ທີ່ເກີດຈາກຊັບສິ່ງຂອງຊຶ່ງຢູ່ໃນການຄອບ ຄອງຂອງບຸກຄົນໃດບຸກຄົນໜຶ່ງຢ່າງຜິດກົດໝາຍໂດຍບໍ່ມີຄວາມບໍລິສຸດໃຈ ຈະໄດ້ສົ່ງໃຫ້ເຈົ້າກໍາມະສິດທັງໝົດ.ໃນກໍລະນີທີ່ຜູ້ກ່ຽວຫາກໄດ້ເອົາໝາກ ຜົນຫຼືລາຍໄດ້ນັ້ນໄປນໍາໃຊ້,ຂາຍແລະອື່ນໆຜູ້ກ່ຽວກໍ່ຈະໄດ້ໃຊ້ແທນຄ່າເສຍ ຫາຍຫຼືມູນຄ່າຂອງໝາກຜົນຫຼລາຍໄດ້ນັ້ນໃຫ້ເຈົ້າກໍາມະສິດ. ສ່ວນຜູ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍໂດຍຄວາມມ ບໍລິສຸດໃຈຈະບໍ່ໄດ້ສົ່ງໝາກຜົນຫຼືລາຍໄດ້ທີ່ເກີດຈາກຊັບສິ່ງຂອງນັ້ນໃຫ້ເຈົ້າ ກໍາມະສິດແຕ່ຢ່າງໃດຕາມທີ່ໄດ້ກ່າວໄວ້ໃນມາດຕາຫ້າສິບແປດຂອງກົດ ໝາຍສະບັບນີ້. ...ມາດຕາຫົກສິບເອັດ:ການທີ່ເຮັດໃຫ້ສະພາບຂອງຊັບສິ່ງຂອງທີ່ຄອບຄອງຢ່າງຜິດກົດໝາຍດີຂຶ້ນ

ມາດຕາຫົກສິບເອັດ:ການທີ່ເຮັດໃຫ້ສະພາບຂອງຊັບສິ່ງຂອງທີ່ຄອບຄອງ ຢ່າງຜິດກົດໝາຍດີຂຶ້ນ ບຸກຄົນຜູ້ໃດຫາກໄດ້ຄອບຄອງຊັບສິ່ງຂອງຢ່າງຜິດກົດໝາຍ ໂດຍຄວາມບໍລິສຸດໃຈບຸກຄົນຜູ້ນັ້ນມີສິດຮັບເອົາສິ່ງທີ່ຕົນໄດ້ເຮັດໃຫ້ດີຂຶ້ນ ນັ້ນໄວ້.ຖ້າວ່າການຕັດແຍກສິ່ງທີ່ເຮັດຂຶ້ນໃໝ່ນັ້ນຈະບໍ່ເຮັດໃຫ້ຊັບສິ່ງຂອງ ເດີມນັ້ນເສຍຫາຍຫຼືເປ່ເພໃນເວລາຕັດແຍກອອກຈາກກັນ.ຖ້າວ່າຊັບສິ່ງ ຂອງທີ່ເຮັດຂຶ້ນໃໝ່ນັ້ນຫາກບໍ່ສາມາດຕັດແຍກອອກຈາກຊັບສິ່ງຂອງເດີມ ໄດ້ແລ້ວຜູ້ຄອບຄອງຢ່າງຜິດກົດໝາຍໂດຍຄວາມບໍລິສຸດໃຈນັ້ນກໍ່ມີສິດ ທວງເອົາການໃຊ້ແທນຄ່າເສຍຫາຍສະເພາະແຕ່ສ່ວນທີ່ຕົນໄດ້ເຮັດດີ ຂຶ້ນນັ້ນຈາກເຈົ້າກໍາມະສິດແຕ່ບໍ່ໃຫ້ເກີນມູນຄ່າຂອງຊັບສິ່ງຂອງເດີມ. ສ່ວນຊັບເດີມນັ້ນຈະຖືກສົ່ງກັບຄືນໃຫ້ເຈົ້າກໍາມະສິດເດີມໂດຍ ບໍ່ມີການທົດແທນຄ່າເສຍຫາຍຄືນແຕ່ຢ່າງໃດ,ຕາມທີ່ໄດ້ກ່າວໄວ້ໃນມາດ ຕາຫ້າສິບເກົ້າຂອງກົດໝາຍສະບັບນີ້.


...ມາດຕາຫົກສິບສອງ:ການຮ້ອງຟ້ອງເພື່ອໃຫ້ຮັບຮູ້ສິດກ່ຽວກັບກໍາມະສິດ

ມາດຕາຫົກສິບສອງ:ການຮ້ອງຟ້ອງເພື່ອໃຫ້ຮັບຮູ້ສິດກ່ຽວກັບກໍາມະສິດ ໃນເມື່ອຫາກມີບຸກຄົນໃດບຸກຄົນໜຶ່ງໄດ້ໂຕ້ແຍ້ງເອົາສິດກ່ຽວ ກັບຊັບສິ່ງຂອງຂອງຕົນແລ້ວເຖິງວ່າສິດຄອບຄອງຊັບສິ່ງຂອງນັ້ນຍັງບໍ່ ທັນໄດ້ຖືກລະເມີດກໍ່ຕາມເຈົ້າກໍາມະສິດກໍ່ມີສິດຮ້ອງຟ້ອງຕໍ່ສານເພື່ອໃຫ້ ຮັບຮູ້ສິດກ່ຽວກັບຊັບສິ່ງຂອງຂອງຕົນນັ້ນ.

...ມາດຕາຫົກສິບສາມ:ການຮ້ອງຟ້ອງເພື່ອທວງໃຫ້ຢຸດເຊົາການກີດຂວາງຫຼືອຸບປະສັກ

ມາດຕາຫົກສິບສາມ:ການຮ້ອງຟ້ອງເພື່ອທວງໃຫ້ຢຸດເຊົາການກີດຂວາງ ຫຼືອຸບປະສັກ ໃນເມື່ອຫາກມີບຸກຄົນໃດບຸກຄົນໜຶ່ງໄດ້ກໍ່ການກີດຂວາງຫຼື ສ້າງອຸບປະສັກຕໍ່ການນໍາໃຊ້,ໄດ້ຮັບໝາກຜົນຫຼືຊີ້ຂາດກ່ຽວກັບຊັບສິ່ງ ຂອງຂອງຕົນ.ເຖິງວ່າສິດຄອບຄອງຊັບສິ່ງຂອງນັ້ນຍັງບໍ່ທັນໄດ້ຖືກລະ ເມີດກໍ່ຕາມ,ເຈົ້າກໍາມະສິດກໍ່ມີສິດຮ້ອງຟ້ອງເພື່ອທວງໃຫ້ບຸກຄົນນັ້ນຢຸດ ເຊົາການກີດຂວາງຫຼືລົບລ້າງອຸບປະສັກນັ້ນກໍ່ໄດ້.

...ມາດຕາຫົກສິບສີ່:ການຮ້ອງຟ້ອງເພື່ອຂໍເອົາການໃຊ້ແທນຄ່າເສຍຫາຍ

ມາດຕາຫົກສິບສີ່:ການຮ້ອງຟ້ອງເພື່ອຂໍເອົາການໃຊ້ແທນຄ່າເສຍຫາຍ ໃນເມື່ອບຸກຄົນໃດບຸກຄົນໜຶ່ງຫາກໄດ້ເຮັດໃຫ້ຊັບສິ່ງຂອງຂອງ ບຸກຄົນອື່ນເປ່ເພຫຼືເສຍຫາຍແລ້ວເຈົ້າຂອງຊັບມີສິດຮ້ອງຟ້ອງຕໍ່ສານເພື່ອ ຂໍເອົາການໃຊ້ແທນຄ່າເສຍຫາຍຈາກຜູ້ກໍ່ຄວາມເສຍຫາຍນັ້ນ. ...ມາດຕາຫົກສິບຫ້າ:ການຮ້ອງຟ້ອງເພື່ອຂໍເອົາການໃຊ້ແທນຄ່າເສຍຫາຍເນື່ອງຈາກການນໍາໃຊ້ນໍ້າຫ້ວຍ,ນໍ້າໜອງ,ຄອງ,ບຶງຫຼື

ມາດຕາຫົກສິບຫ້າ:ການຮ້ອງຟ້ອງເພື່ອຂໍເອົາການໃຊ້ແທນຄ່າເສຍຫາຍ ເນື່ອງຈາກການນໍາໃຊ້ນໍ້າຫ້ວຍ,ນໍ້າໜອງ,ຄອງ,ບຶງຫຼືເໝືອງຝາຍ. ຜູ້ທີ່ມີສິດນໍາໃຊ້ທີ່ດິນຊຶ່ງເຄື່ອງປູກຂອງຝັງເຂົ້ານາຕາກ້າຂອງ ຕົນໄດ້ຮັບຄວາມເສຍຫາຍເນື່ອງຈາກບຸກຄົນອື່ນເປັ່ງນໍ້າຫ້ວຍ,ນໍ້າໜອງ, ນໍ້າຄອງ,ນໍ້າບຶງຫຼືເໝືອງຝາຍມາຖ້ວມຫຼືໄດ້ຖົມຫຼືຕັນນໍ້າດັ່ງກ່າວບໍ່ໃຫ້ໄຫຼ ລົງມາແລ້ວເຮັດໃຫ້ຜົນລະປູກຕ່າງໆຖືກເສຍຫາຍຫຼືບໍ່ໄດ້ນໍາໃຊ້ນໍ້ານັ້ນເປັນ ປົກກະຕິກໍ່ມີສິດຮ້ອງຟ້ອງໃຫ້ຢຸດເຊົາການກະທໍານັ້ນພ້ອມທັງຂໍເອົາການ ໃຊ້ແທນຄ່າເສຍຫາຍຈາກຜູ້ທີ່ເປັ່ງຫຼືຖົມຫຼືຕັນນໍ້າ. ...ມາດຕາຫົກສິບຫົກ:ການຮ້ອງຟ້ອງເອົາຊັບສິ່ງຂອງທີ່ໄດ້ມອບໃຫ້ບຸກຄົນອື່ນຄອບຄອງ

ມາດຕາຫົກສິບຫົກ:ການຮ້ອງຟ້ອງເອົາຊັບສິ່ງຂອງທີ່ໄດ້ມອບໃຫ້ບຸກຄົນ ອື່ນຄອບຄອງ ໃນເມື່ອເຈົ້າກໍາມະສິດໄດ້ມອບຊັບສິ່ງຂອງໃຫ້ບຸກຄົນໃດບຸກ ຄົນໜຶ່ງຮັກສາ,ເຊົ່າຫຼືນໍາໃຊ້...ຫາກບຸກຄົນເຫຼົ່ານີ້ບໍ່ຍອມສົ່ງຊັບສິ່ງຂອງ ດັ່ງກ່າວຄືນໃຫ້ເຈົ້າກໍາມະສິດ,ຜູ້ກ່ຽວມີສິດຮ້ອງຟ້ອງເອົາຊັບສິ່ງຂອງນັ້ນ ຄືນ.ໃນກໍລະນີທີ່ຊັບສິ່ງຂອງຫາກຖືກເສຍຫາຍຫຼືເປ່ເພຍ້ອນຄວາມຜິດຂອງ ຜູ້ຄອບຄອງແລ້ວ,ຜູ້ກ່ຽວຍັງຈະຕ້ອງໄດ້ໃຊ້ແທນຄ່າເສຍຫາຍອີກດ້ວຍເວັ້ນ ເສຍແຕ່ສັນຍາຫາກໄດ້ກໍານົດໄວ້ຢ່າງອື່ນ. ...ມາດຕາຫົກສິບເຈັດ:ການທີ່ໄດ້ຊັບສິ່ງຂອງມາໂດຍບໍ່ມີພື້ນຖານຖືກຕ້ອງ

ມາດຕາຫົກສິບເຈັດ:ການທີ່ໄດ້ຊັບສິ່ງຂອງມາໂດຍບໍ່ມີພື້ນຖານຖືກຕ້ອງ ບຸກຄົນຜູ້ໃດທີ່ໄດ້ຊັບສິ່ງຂອງຂອງບຸກຄົນອື່ນມາໂດຍບໍ່ມີເຫດ ຜົນແລ້ວ,ບຸກຄົນຜູ້ນັ້ນຈະຕ້ອງສົ່ງຊັບສິ່ງຂອງທີ່ໄດ້ມານັ້ນຄືນໃຫ້ເຈົ້າກໍາ ມະສິດເດີມ. ...ມາດຕາຫົກສິບແປດ:ການປົກປ້ອງສິດຂອງຜູ້ຄອບຄອງຊັບສິ່ງຂອງຊຶ່ງຕົນບໍ່ແມ່ນເຈົ້າກໍາມະສິດ

ມາດຕາຫົກສິບແປດ:ການປົກປ້ອງສິດຂອງຜູ້ຄອບຄອງຊັບສິ່ງຂອງຊຶ່ງ ຕົນບໍ່ແມ່ນເຈົ້າກໍາມະສິດ ຜູ້ຄອບຄອງຊັບສິ່ງຂອງຊຶ່ງຕົນບໍ່ແມ່ນເຈົ້າກໍາມະສິດເຊັ່ນ:ຜູ້ ເຊົ່າ,ຜູ້ຮັກສາ,ຜູ້ຢືມກໍ່ມີສິດຮ້ອງຟ້ອງເຊັ່ນດຽວກັນກັບເຈົ້າກໍາມະສິດເພື່ອ ທວງເອົາຊັບສິ່ງຂອງຄືນແລະເພື່ອທວງໃຫ້ຢຸດເຊົາການກີດຂວາງຫຼືລົບ ລ້າງອຸບປະສັກຕາມທີ່ໄດ້ບົ່ງໄວ້ໃນມາດຕາຫ້າສິບເຈັດຂອງກົດໝາຍສະ ບັບນີ້. ກົດໝາຍສະບັບນີ້ໄດ້ລົງຄະແນນສຽງຮັບຮອງເອົາຢ່າງເປັນ ເອກະສັນໃນກອງປະຊຸມສະໄໝວິສາມັນຄົບຄະນະເທື່ອທີສີ່ຂອງສະພາປະ ຊາຊົນສູງສຸດ(ຊຸດທີສອງ)ໃນວັນທີຊາວເຈັດມິຖຸນາພັນເກົ້າຮ້ອຍເກົ້າສິບ ເວລາສິບສີ່ໂມງສາມສິບນາທີ.

ປະທານສະພາປະຊາຊົນສູງສຸດ ໜູຮັກ ພູມສະຫວັນ