ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາ 08-12-2008

.ຂໍ້ຜູກພັນໃນສັນຍາແລະນອກສັນຍາ 08-12-2008


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ໃໝ່) ຈຸດປະສົງ

ມາດຕາ 1 (ໃໝ່) ຈຸດປະສົງ ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາແລະນອກສັນຍາກໍານົດ ຫຼັກການ,ລະບຽບການແລະມາດຕະການກ່ຽວກັບການເຮັດແລະປະຕິບັດ ສັນຍາ,ຄວາມຮັບຜິດຊອບທີ່ເນື່ອງຈາກການລະເມີດສັນຍາແລະການກໍ່ ຄວາມເສຍຫາຍທີ່ເກີດຂຶ້ນນອກສັນຍາແນ່ໃສ່ປົກປ້ອງສິດແລະຜົນປະ ໂຫຍດຂອງຄູ່ສັນຍາ,ຜູ້ຖືກເສຍຫາຍແລະຜູ້ກໍ່ຄວາມເສຍຫາຍ,ຮັບປະກັນ ຄວາມຖືກຕ້ອງຕາມລະບຽບກົດໝາຍ,ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມຍຸດຕິທໍາໃນສັງຄົມເພື່ອປະສອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ.

...ມາດຕາ 2 (ໃໝ່) ຂໍ້ຜູກພັນໃນສັນຍາແລະຂໍ້ຜູກພັນນອກສັນຍາ

ມາດຕາ 2 (ໃໝ່) ຂໍ້ຜູກພັນໃນສັນຍາແລະຂໍ້ຜູກພັນນອກສັນຍາ ຂໍ້ຜູກພັນໃນສັນຍາແມ່ນສາຍພັວພັນທາງດ້ານກົດໝາຍທີ່ເກີດ ຂຶ້ນຈາກສັນຍາຊຶ່ງພາໃຫ້ຄູ່ສັນຍາມີສິດແລະພັນທະທາງແພ່ງທີ່ຕ້ອງປະຕິ ບັດຕໍ່ກັນ. ຂໍ້ຜູກພັນນອກສັນຍາແມ່ນສາຍພົວພັນທາງດ້ານກົດໝາຍທີ່ ເກີດຂຶ້ນໂດຍບໍ່ມີສັນຍານໍາກັນຫຼືຈາກການກະທໍາຂອງບຸກຄົນໃດໜຶ່ງ,ຂອງ ບຸກຄົນອື່ນ,ຂອງສັດຫຼືຈາກວັດຖຸສິ່ງຂອງທີ່ຢູ່ໃນການຄຸ້ມຄອງຂອງບຸກຄົນ ນັ້ນ.

...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1. ການຄໍ້າປະກັນໝາຍເຖິງການຮັບປະກັນການປະຕິບັດສັນ ຍາດ້ວຍສັງຫາລິມະຊັບ(ຊັບເຄື່ອນທີ່),ອະສັງຫາລິມະຊັບ(ຊັບຄົງທີ່),ບຸກ ຄົນຫຼືນິຕິບຸກຄົນ; 2. ການຊວດຈໍາໝາຍເຖິງການນໍາເອົາຊັບສິ່ງຂອງໃດໜຶ່ງ ໄປໄວ້ນໍາເຈົ້າໜີ້ຫຼືບຸກຄົນອື່ນທີ່ມີສິດກ່ຽວຂ້ອງເພື່ອຮັບປະກັນການປະຕິ ບັດສັນຍາ; 3. ການຊື້ຂາຍເປັນເງິນຜ່ອນໝາຍເຖິງການຊື້ຂາຍດ້ວຍ ການຈ່າຍເງິນເປັນງວດຕາມການຕົກລົງຂອງຄູ່ສັນຍາ; 4. ການມອບຊັບໝາຍເຖິງການເອົາຊັບຂອງຕົນໃຫ້ບຸກຄົນ ອື່ນໂດຍບໍ່ມີເງື່ອນໄຂໃນເວລາຍັງມີຊີວິດຢູ່; 5. ການຍົກຊັບໝາຍເຖິງການເອົາຊັບຂອງຕົນໃຫ້ບຸກຄົນ ອື່ນໂດຍມີເງື່ອນໄຂໃນເວລາຍັງມີຊີວິດຢູ່; 6. ການນໍາໃຊ້ສິດເກີນຄວນໝາຍເຖິງການນໍາໃຊ້ສິດເກີນ ຂອບເຂດທີ່ກົດໝາຍໄດ້ກໍານົດໄວ້ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ໃດໜຶ່ງ; 7. ການປະຕິບັດໜ້າທີ່ ໝາຍເຖິງການເຄື່ອນໄຫວວຽກງານ ໃນຂອບເຂດສິດແລະໜ້າທີ່ທີ່ໄດ້ຮັບມອບໝາຍ,ຖືກຕ້ອງຕາມຫຼັກວິຊາ ການແລະຫຼັກຈັນຍາບັນ; 8. ຄ່າເສຍຫາຍໝາຍເຖິງຈໍານວນເງິນຫຼືວັດຖຸສິ່ງຂອງຂອງ ຜູ້ຮັບຜິດຊອບເພື່ອໃຊ້ແທນຄວາມເສຍຫາຍທີ່ເກີດຂຶ້ນແກ່ຜູ້ອື່ນ; 9. ຄ່າປ່ວຍການໝາຍເຖິງຈໍານວນເງິນຫຼືວັດຖຸສິ່ງຂອງ ຂອງຜູ້ຮັບຜິດຊອບເພື່ອທົດແທນລາຍໄດ້ຂອງຜູ້ຖືກເສຍຫາຍທີ່ຄວນຈະ ໄດ້ຮັບຈາກວຽກງານຫຼືເວລາທີ່ເສຍໄປ; 10. ຄ່າປ່ວຍການຊັບໝາຍເຖິງຈໍານວນເງິນຂອງລູກໜີ້ທີ່ ທົດແທນຄ່າເສຍຫາຍໃຫ້ເຈົ້າໜີ້ຊຶ່ງຄວນໄດ້ຮັບຍ້ອນລູກໜີ້ບໍ່ປະຕິບັດພັນ ທະຂອງຕົນ; 11. ເຈົ້າໜີ້ໝາຍເຖິງຜູ້ມີສິດທວງໃຫ້ລູກໜີ້ປະຕິບັດພັນທະ ໃດໜຶ່ງ; 12. ລູກໜີ້ໝາຍເຖິງຜູ້ມີພັນທະປະຕິບັດສິ່ງໃດໜຶ່ງເຊັ່ນ: ມອບຊັບສິ່ງຂອງ,ປະຕິບັດວຽກງານ,ຈ່າຍເງິນແລະອື່ນໆຫຼືບໍ່ປະຕິບັດສິ່ງ ໃດໜຶ່ງເພື່ອຜົນປະໂຫຍດຂອງເຈົ້າໜີ້; 13. ສະພາວະທີ່ຈໍາເປັນໝາຍເຖິງການກະທໍາດ້ວຍຄວາມ ຈໍາເປັນຂອງບຸກຄົນໃດໜຶ່ງຊຶ່ງບໍ່ສາມາດນໍາໃຊ້ວິທີອື່ນເພື່ອຫຼີກເວັ້ນໄພ ອັນຕະລາຍທີ່ຂົ່ມຂູ່ຜົນປະໂຫຍດຂອງລັດຫຼືຂອງບຸກຄົນອື່ນແຕ່ຜົນເສຍ ຫາຍທີ່ເກີດຈາກການກະທໍານັ້ນຕ້ອງມີມູນຄ່າໜ້ອຍກວ່າຜົນເສຍຫາຍ ທີ່ຈະເກີດຂຶ້ນຈາກໄພອັນຕະລາຍດັ່ງກ່າວ; 14. ສັນຍາທີ່ເປັນໂມຄະໝາຍເຖິງສັນຍາທີ່ບໍ່ມີຜົນບັງຄັບໃຊ້ ທາງດ້ານກົດໝາຍ; 15. ບຸກຄົນອື່ນທີ່ຢູ່ໃນການຄຸ້ມຄອງຂອງບຸກຄົນໃດໜຶ່ງໝາຍ ເຖິງຜູ້ຮັບໃຊ້ວຽກ,ເດັກທີ່ບໍ່ທັນເຖິງກະສຽນອາຍຸ,ຄົນບ້າເສຍຈິດຫຼືນັກ ຮຽນ; 16. ຜູ້ໃຊ້ວຽກໝາຍເຖິງຜູ້ທີ່ໃຊ້ໃຫ້ບຸກຄົນໃດໜຶ່ງຊຶ່ງຢູ່ໃນ ການຄຸ້ມຄອງຂອງຕົນປະຕິບັດວຽກງານຕາມຄໍາສັ່ງຫຼືຄໍາແນະນໍາຂອງ ຕົນ; 17. ເຫດສຸດວິໄສໝາຍເຖິງເຫດການທີ່ບໍ່ສາມາດຄາດຄະ ເນແລະຄວບຄຸມໄດ້ເຊັ່ນນໍ້າຖ້ວມ,ຟ້າຜ່າ,ແຜນດິນໄຫວຊຶ່ງພາໃຫ້ລູກໜີ້ ບໍ່ສາມາດປະຕິບັດພັນທະຂອງຕົນໄດ້; 18. ເຫດບັງເອີນໝາຍເຖິງ ເຫດການທີ່ເກີດຂຶ້ນກະທັນຫັນ ໂດຍບໍ່ໄດ້ຄາດຄິດມາກ່ອນເຊັ່ນ:ການເຈັບເປັນກະທັນຫັນແລະຮ້າຍແຮງ, ອຸປະຕິເຫດຊຶ່ງພາໃຫ້ລູກໜີ້ບໍ່ສາມາດປະຕິບັດພັນທະຂອງຕົນໄດ້.

...ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບຂໍ້ຜູກພັນໃນສັນຍາແລະນອກສັນຍາ

ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບຂໍ້ຜູກພັນໃນສັນຍາແລະ ນອກສັນຍາ ລັດຊຸກຍູ້ແລະສົ່ງເສີມໃຫ້ບຸກຄົນແລະນິຕິບຸກຄົນມີການພັວພັນ ກັນໃນດ້ານຕ່າງໆເຊັ່ນ:ຊື້-ຂາຍ, ກູ້ຢືມ,ຮັບເໝົາກໍ່ສ້າງ,ດ້ວຍການເຮັດ ສັນຍາເປັນລາຍລັກອັກສອນເພື່ອຮັບປະກັນໃຫ້ສັນຍານັ້ນໄດ້ຮັບການປະຕິ ບັດຢ່າງຄົບຖ້ວນ,ຖືກຕ້ອງ,ເປັນທໍາ,ດ້ວຍຄວາມຈິງໃຈແລະທັນເວລາ ລວມທັງຍົກສູງຄວາມຮັບຜິດຊອບຕໍ່ບຸກຄົນອື່ນ,ຕໍ່ສັດແລະຕໍ່ຊັບສິ່ງຂອງທີ່ ຢູ່ໃນການຄຸ້ມຄອງຂອງຕົນເພື່ອບໍ່ໃຫ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນ.

...ມາດຕາ 5 (ໃໝ່) ຫຼັກການກ່ຽວກັບຂໍ້ຜູກພັນໃນສັນຍາແລະນອກສັນຍາ

ມາດຕາ 5 (ໃໝ່) ຫຼັກການກ່ຽວກັບຂໍ້ຜູກພັນໃນສັນຍາແລະນອກສັນຍາ ຂໍຜູກພັນໃນສັນຍາໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ມີຄວາມສະໝັກໃຈ; 2. ມີຄວາມສະເໝີພາບ; 3. ມີຄວາມຊື່ສັດ,ການຮ່ວມມືແລະຄວາມຈິງໃຈຕໍ່ກັນ; 4. ເຄົາລົບແລະປະຕິບັດຕາມລະບຽບກົດໝາຍແລະຮີດ ຄອງປະເພດນີອັນດີງາມຂອງຊາດລາວ. ຂໍ້ຜູກພັນນອກສັນຍາໃຫ້ປະຕິບັດຕາມຫຼັກການພື້ນຖານດັ່ງນີ້: 1. ຜູ້ໃດກໍ່ຄວາມເສຍຫາຍແມ່ນຜູ້ນັ້ນເປັນຜູ້ຮັບຜິດຊອບຕໍ່ ຄວາມເສຍຫາຍທີ່ໄດ້ເກີດຂຶ້ນຕາມລະບຽບກົດໝາຍ; 2. ການໃຊ້ແທນຄ່າເສຍຫາຍແມ່ນຂຶ້ນກັບລະດັບຄວາມເສຍ ຫາຍຕາມມູນຄ່າຕົວຈິງແລະປະຕິບັດຕາມສ່ວນຄວາມຮັບຜິດຊອບຂອງ ການກໍ່ຄວາມເສຍຫາຍ.

...ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບການເຮັດສັນຍາ,ການປະຕິ ບັດສັນຍາ,ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນແກ່ລັດ,ລວມ ໝູ່,ບຸກຄົນຫຼືການຈັດຕັ້ງລວມທັງຄົນຕ່າງປະເທດ,ຄົນຕ່າງດ້າວ,ຄົນບໍ່ມີ ສັນຊາດ ຢູ່ ສປປລາວ ແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວ.

...ມາດຕາ (7) ການຮ່ວມມືສາກົນ

ມາດຕາ (7) ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນແລະຮ່ວມມືກັບຕ່າງປະເທດ, ພາກພື້ນແລະສາກົນດ້ວຍການເຊັນແລະປະຕິບັດສັນຍາ,ການແລກປ່ຽນ ບົດຮຽນ,ຂໍ້ມູນຂ່າວສານ,ຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບການ ເຮັດສັນຍາ,ການປະຕິບັດສັນຍາແລະການແກ້ໄຂຂໍ້ຂັດແຍ່ງທີ່ເນື່ອງຈາກ ການລະເມີດສັນຍາແລະການກໍ່ຄວາມເສຍຫາຍ.

..ພາກທີ 2 ຂໍ້ຜູກພັນໃນສັນຍາ


...ໝວດທີ 1 ຫຼັກການລວມ


....ກ. ການເຮັດສັນຍາ


.....ມາດຕາ 8 (ປັບປຸງ) ສັນຍາ

ມາດຕາ 8 (ປັບປຸງ) ສັນຍາ ສັນຍາແມ່ນການຕົກລົງລະຫວ່າງຄູ່ສັນຍາຊຶ່ງພາໃຫ້ສິດແລະ ພັນທະທາງແພ່ງເກີດຂຶ້ນ,ປ່ຽນແປງຫຼືສິ້ນສຸດລົງ. ສັນຍາອາດຈະເຮັດຂຶ້ນລະຫວ່າງ: - ອົງການຈັດຕັ້ງຂອງລັດຫຼືລວມໝູ່ດ້ວຍກັນ; - ອົງການຈັດຕັ້ງຂອງລັດຫຼືລວມໝູ່ກັບນິຕິບຸກຄົນອື່ນຫຼືບຸກຄົນ; - ນິຕິບຸກຄົນຫຼືບຸກຄົນດ້ວຍກັນ; - ນິຕິບຸກຄົນກັບບຸກຄົນ.

.....ມາດຕາ 9 (ປັບປຸງ) ລັກສະນະຂອງສັນຍາ

ມາດຕາ 9 (ປັບປຸງ) ລັກສະນະຂອງສັນຍາ ສັນຍາອາດຈະມີລັກສະນະຝ່າຍດຽວ,ສອງຝ່າຍຫຼືຫຼາຍຝ່າຍ. ສັນຍາຝ່າຍດຽວແມ່ນການຕົກລົງທີ່ຝ່າຍດຽວມີພັນທະຊຶ່ງ ຕ້ອງປະຕິບັດຕໍ່ອີກຝ່າຍນຶ່ງໂດຍບໍ່ມີການຕອບແທນຈາກຝ່າຍນີ້. ສັນຍາສອງຫຼື້ຫຼາຍຝ່າຍແມ່ນການຕົກລົງຂອງສອງຫຼືຫຼາຍ ຝ່າຍທີ່ພາໃຫ້ເກີດສິດແລະພັນທະຕໍ່ກັນ. ສັນຍາດັ່ງກ່າວແມ່ນສັນຍາທາງແພ່ງຊຶ່ງຈະກາຍເປັນສັນ ຍາການຄ້າຖ້າວ່າວັດຖຸປະສົງຂອງສັນຍາຫາກແມ່ນການເຄື່ອນໄຫວ ທຸລະກິດ.

.....ມາດຕາ 10 ເງື່ອນໄຂຂອງສັນຍາ

ມາດຕາ 10 ເງື່ອນໄຂຂອງສັນຍາ ສັນຍາຕ້ອງເຮັດຂຶ້ນໃຫ້ຄົບຖ້ວນຕາມເງື່ອນໄຂດັ່ງນີ້: 1.​ ຄວາມສະໝັກໃຈຂອງຄູ່ສັນຍາ; 2. ຄວາມສາມາດທາງດ້ານການປະພຶດຂອງຄູ່ສັນຍາ; 3. ວັດຖຸປະສົງຂອງສັນຍາຕ້ອງໃຫ້ຊັດເຈນ,ມີຈິງແລະຖືກ ຕ້ອງຕາມກົດໝາຍ; 4. ເຫດຜົນຂອງສັນຍາຕ້ອງໃຫ້ຖືກຕ້ອງຕາມກົດໝາຍ; 5. ຮູບການຂອງສັນຍາຕ້ອງໃຫ້ສອດຄ່ອງກັບການນໍານົດ ຂອງກົດໝາຍ.

.....ມາດຕາ 11 (ປັບປຸງ) ຄວາມສະໝັກໃຈຂອງຄູ່ສັນຍາ

ມາດຕາ 11 (ປັບປຸງ) ຄວາມສະໝັກໃຈຂອງຄູ່ສັນຍາ ຄວາມສະໝັກໃຈຂອງຄູ່ສັນຍາແມ່ນຄວາມສົມຍອມຂອງຄູ່ ສັນຍາໃນການເຮັດສັນຍານໍາກັນໂດຍປາສະຈາກຄວາມຫຼົງຜິດ,ການ ຕົວະຍົວະຫຼອກລວງ,ການບັງຄັບນາບຂູ່ຫຼືການໃຊ້ຄວາມຮຸນແຮງຫຼື ຄວາມອັບປະໂຫຍດຂອງຝ່າຍໃດໜຶ່ງ. ຄວາມຫຼົງຜິດເກີດຂຶ້ນເມື່ອວັດຖຸປະສົງຂອງສັນຍາບໍ່ຖືກຕ້ອງ ຕາມທີ່ຄູ່ສັນຍາໄດ້ຕົກລົງກັນ. ການຕົວະຍົວະຫຼອກລວງເກີດຂຶ້ນເມື່ອຄູ່ສັນຍາຝ່າຍໜຶ່ງໄດ້ ໃຊ້ກົນອຸບາຍຊຶ່ງພາໃຫ້ອີກຝ່າຍໜຶ່ງຫຼົງເຊື່ອເຮັດສັນຍາ. ການບັງຄັບນາບຂູ່ຫຼືການໃຊ້ຄວາມຮຸນແຮງເກີດຂຶ້ນເມື່ອຄູ່ ສັນຍາຝ່າຍໃດໜຶ່ງຫາກເຮັດສັນຍາຍ້ອນຄວາາມຢ້ານກົວຕໍ່ການກະທໍາ ດັ່ງກ່າວຊຶ່ງເປັນອັນຕະລາຍແກ່ຕົນເອງ,ຄອບຄົວ,ຊັບສົມບັດຫຼືຍາດພີ່ ນ້ອງຂອງຕົນ. ຄວາມອັບປະໂຫຍດຂອງຝ່າຍໃດໜຶ່ງເກີດຂຶ້ນເມື່ອຜົນປະ ໂຫຍດທີ່ເກີດຈາກສັນຍານັ້ນບໍ່ເປັນທໍາ.

.....ມາດຕາ 12 (ປັບປຸງ) ຄວາມສາມາດທາງດ້ານການປະພຶດຂອງຄູ່ສັນຍາ

ມາດຕາ 12 (ປັບປຸງ) ຄວາມສາມາດທາງດ້ານການປະພຶດຂອງຄູ່ສັນ ຍາ ຄວາມສາມາດທາງດ້ານການປະພຶດແມ່ນຄວາມສາມາດ ດ້ວຍການກະທໍາຂອງບຸກຄົນຫຼືການຈັດຕັ້ງທີ່ພາໃຫ້ເກີດສິດແລະພັນທະ ທາງແພ່ງແກ່ຕົນ. ບຸກຄົນໃດໜຶ່ງຈະຖືວ່າເປັນຜູ້ມີຄວາມສາມາດທາງດ້ານ ການປະພຶດໄດ້ກໍ່ຕໍ່ເມື່ອບຸກຄົນນັ້ນຫາກມີອາຍຸແຕ່ສິບແປດປີຂຶ້ນໄປແລະ ບໍ່ເປັນຄົນບ້າເສຍຈິດ. ການຈັດຕັ້ງໃດໜຶ່ງຈະຖືວ່າມີຄວາມສາມາດທາງດ້ານການ ປະພຶດໄດ້ກໍ່ຕໍ່ເມື່ອການຈັດຕັ້ງນັ້ນຫາກໄດ້ຖືກຮັບຮອງເປັນນິຕິບຸກຄົນ.

.....ມາດຕາ 13 ວັດຖຸປະສົງຂອງສັນຍາ

ມາດຕາ 13 ວັດຖຸປະສົງຂອງສັນຍາ ວັດຖຸປະສົງຂອງສັນຍາແມ່ນເປົ້າໝາຍທີ່ຄູ່ສັນຍາຕ້ອງການ ໃຫ້ມີຂຶ້ນ. ວັດຖຸປະສົງຕ້ອງໃຫ້ຊັດເຈນ,ມີຈິງ,ຖືກຕ້ອງຕາມກົດໝາຍ ຫຼືບໍ່ຂັດກັບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະສາມາດປະຕິ ບັດໄດ້.

.....ມາດຕາ 14 ເຫດຜົນຂອງສັນຍາ

ມາດຕາ 14 ເຫດຜົນຂອງສັນຍາ ເຫດຜົນຂອງສັນຍາແມ່ນສິ່ງຊຸກຍູ້ໃຫ້ເຮັດສັນຍາແລະໃຫ້ຄູ່ ສັນຍານັ້ນໄດ້ປະຕິບັດສິດແລະພັນທະຂອງຕົນ. ເຫດຜົນຂອງສັນຍາຕ້ອງໃຫ້ມີຈິງແລະຖືກຕ້ອງຕາມກົດໝາຍ. .....ມາດຕາ 15 (ປັບປຸງ) ຮູບການຂອງສັນຍາ

ມາດຕາ 15 (ປັບປຸງ) ຮູບການຂອງສັນຍາ ສັນຍາອາດຈະເຮັດເປັນລາຍລັກອັກສອນ,ທາງປາກເປົ່າຫຼື ດ້ວຍຮູບການອື່ນ. ສັນຍາທີ່ເຮັດຂຶ້ນຕາມ ມາດຕາ 8 ຂອງກົດໝາຍສະບັບນີ້ ຕ້ອງເຮັດເປັນລາຍລັກອັກສອນເວັ້ນເສຍແຕ່ສັນຍາທີ່ເຮັດຂຶ້ນລະຫວ່າງ ບຸກຄົນດ້ວຍກັນ. ສັນຍາທີ່ເຮັດເປັນລາຍລັກອັກສອນນັ້ນຕ້ອງລົງວັນທີເດືອນ ປີແລະມີລາຍເຊັນຂອງຄູ່ສັນຍາ,ເພື່ອຢັ້ງຢືນຄວາມແນ່ນອນຄູ່ສັນຍາອາດ ຈະແປະໂປ້ມືຂອງຕົນໃສ່ຕື່ມອີກກໍ່ໄດ້. ສັນຍາທີ່ເຮັດເປັນລາຍລັກອັກສອນອາດຈະຂຽນດ້ວຍມື,ພິມ ດີດຫຼືພິມດ້ວຍເຄື່ອງເອເລັກໂຕຼນິກໂດຍຄູ່ສັນຍາເອງຫຼືມີການເຂົ້າຮ່ວມ ຂອງນາຍບ້ານພ້ອມດ້ວຍພະຍານທັງສອງຝ່າຍທີ່ເຊື່ອຖືໄດ້ຢ່າງໜ້ອຍ ສາມຄົນ. ເພື່ອຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍແລະ ຄວາມເປັນຈິງຂອງສັນຍາໃຫ້ນໍາສັນຍານັ້ນໄປຢັ້ງຢືນຢູ່ສໍານັກງານທະ ບຽນສານ.

.....ມາດຕາ 16 (ປັບປຸງ) ເນື້ອໃນຂອງສັນຍາ

ມາດຕາ 16 (ປັບປຸງ) ເນື້ອໃນຂອງສັນຍາ ສັນຍາອາດຈະປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: - ຊື່,ນາມສະກຸນແລະບ່ອນຢູ່ຂອງຄູ່ສັນຍາ; - ວັດຖຸປະສົງ,ຄາລາ,ກໍານົດເວລາປະຕິບັດ,ການຊໍາລະ, ການນໍາສົ່ງ; - ຂອບເຂດ,ປະລິມານແລະຄຸນນະພາບຂອງເປົ້າໝາຍ; - ສະຖານທີ່ຂອງການປະຕິບັດສັນຍາແລະພັນທະໃນການ ແຈ້ງໃຫ້ແກ່ກັນຊາບ; - ຜົນສະທ້ອນຂອງການລະເມີດສັນຍາ; - ຮູບການແລະອົງການແກ້ໄຂຂໍ້ຂັດແຍ່ງ; - ເງື່ອນໄຂຂອງການປ່ຽນແປງແລະການສິ້ນສຸດສັນຍາກ່ອນ ກໍານົດ. ວັດຖຸປະສົງ,ລາຄາ,ກໍານົດເວລາປະຕິບັດແມ່ນເນື້ອໃນອັນຈໍາ ເປັນສໍາລັບສັນຍາທຸກປະເພດ.

.....ມາດຕາ 17 (ປັບປຸງ) ການສະເໜີແລະການຮັບຕອບສັນຍາ

ມາດຕາ 17 (ປັບປຸງ) ການສະເໜີແລະການຮັບຕອບສັນຍາ ໃນສັນຍາທາງປາກເປົ່າທີ່ຝ່າຍສະເໜີບໍ່ໄດ້ກໍານົດເວລາໃຫ້ ຕອບຮັບນັ້ນເມື່ອຝ່າຍຖືກສະເໜີໄດ້ຮັບຄໍາສະເໜີໃນເວລາໃດ,ຢູ່ບ່ອນໃດ ກໍ່ສາມາດຕອບຮັບໃນເວລານັ້ນ,ຢູ່ບ່ອນນັ້ນໄດ້ແລະກໍ່ໃຫ້ຖືກວ່າສັນຍານັ້ນ ໄດ້ມີການຕົກລົງກັນນັບແຕ່ເວລານັ້ນເປັນຕົ້ນໄປ. ໃນສັນຍາເປັນລາຍລັກອັກສອນທີ່ຝ່າຍສະເໜີບໍ່ໄດ້ກໍານົດເວ ລາໃຫ້ຕອບຮັບນັ້ນຝ່າຍທີ່ໄດ້ຮັບຄໍາສະເໜີຕ້ອງສົ່ງຄໍາຕອບເຖິງຝ່າຍສະ ເໜີພາຍໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນ ໄປ. ຖ້າວ່າຝ່າຍສະເໜີຫາກໄດ້ວາງກໍານົດເວລາໃຫ້ຕອບຮັບ ແລ້ວສັນຍາກໍ່ຈະຖືວ່າໄດ້ມີການຕົກລົງກັນນັບແຕ່ເວລາຄໍາຕອບຮັບນັ້ນ ໄດ້ມາເຖິງຝ່າຍສະເໜີພາຍໃນກໍານົດເວລາດັ່ງກ່າວແລະຝ່າຍສະເໜີກໍ່ ບໍ່ມີສິດຖອນຕົວໄດ້. ຖ້າວ່າຄໍາຕອບຮັບນັ້ນຫາກເຮັດຂຶ້ນພາຍໃນກໍານົດເວລາທີ່ ສະເໜີແຕ່ຄໍາຕອບຮັບຜັດໄດ້ມາເຖິງມືຝ່າຍສະເໜີຊ້າກວ່າກໍານົດເວລາ ດັ່ງກ່າວໃນກໍລະນີທີ່ຝ່າຍສະເໜີຫາກຮັບເອົາກໍ່ໃຫ້ຖືວ່າສັນຍານັ້ນໄດ້ມີ ການຕົກລົງກັນ. ຖ້າວ່າຄໍາຕອບຮັບນັ້ນຫາກມີຂໍ້ຄວາມເພີ່ມເຕີມ,ຕັດອອກຫຼື ປ່ຽນແປງເມື່ອຝ່າຍສະເໜີເບື້ອງຕົນຫາກຕອບຮັບເຫັນດີນໍາກໍ່ໃຫ້ຖືວ່າ ສັນຍານັ້ນໄດ້ມີການຕົກລົງກັນ.

....ຂ. ສັນຍາທີ່ເປັນໂມຄະ


.....ມາດຕາ 18 ສັນຍາທີ່ເປັນໂມຄະ

ມາດຕາ 18 ສັນຍາທີ່ເປັນໂມຄະ ສັນຍາທີ່ເປັນໂມຄະແມ່ນສັນຍາທີ່ເຮັດຂຶ້ນໂດຍບໍ່ຖືກຕ້ອງ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ມາດຕາ 10 ຂອງກົດໝາຍສະບັບນີ້. ສັນຍາອາດຈະເປັນໂມຄະບໍ່ເດັດຂາດຫຼືເດັດຂາດ,ເປັນໂມ ຄະທັງໝົດຫຼືບາງສ່ວນ.

.....ມາດຕາ 19 (ປັບປຸງ) ສັນຍາທີ່ເປັນໂມຄະບໍ່ເດັດຂາດ

ມາດຕາ 19 (ປັບປຸງ) ສັນຍາທີ່ເປັນໂມຄະບໍ່ເດັດຂາດ ສັນຍາທີ່ເປັນໂມຄະບໍ່ເດັດຂາດແມ່ນສັນຍາເປັນໂມຄະທີ່ພົວ ພັນເຖິງສິດແລະຜົນປະໂຫຍດຂອງບຸກຄົນເທົ່ານັ້ນ. ສັນຍາທີ່ເປັນໂມຄະບໍ່ເດັດຂາດມີຄື: 1. ສັນຍາທີ່ເຮັດຂຶ້ນດ້ວຍການຕົວະຍົວະຫຼອກລວງຫຼືການບັງ ຄັບນາບຂູ່ຫຼືເຮັດຂຶ້ນໂດຍຝ່າຍໜຶ່ງໄດ້ຮັບຄວາມອັບປະໂຫຍດ; 2. ສັນຍາທີ່ເຮັດຂຶ້ນໂດຍຜູ້ບໍ່ມີຄວາມສາມາດທາງດ້ານ ການປະພຶດ; 3. ສັນຍາທີ່ເຮັດຂຶ້ນໂດຍບຸກຄົນທີ່ຂາດສະຕິສໍານຶກຫຼືຢູ່ໃນສະ ພາບມຶນເມົາອັນໜັກໜ່ວງ; 4. ສັນຍາທີ່ເຮັດຂຶ້ນໂດຍເຈດຕະນາບໍ່ດີຂອງຜູ້ຕາງໜ້າ; 5. ສັນຍາທີ່ເຮັດຂຶ້ນດ້ວຍຄວາມຈໍາເປັນໃນສະພາບການ ອັນໜັກໜ່ວງເປັນພິເສດ. ຖ້າວ່າສັນຍາທີ່ເປັນໂມຄະບໍ່ເດັດຂາດນັ້ນຫາກມີການເຫັນດີ ຫຼືຮັບຮອງເອົາຈາກຝ່າຍທີ່ເສຍສິດແລະຜົນປະໂຫຍດແລ້ວກໍ່ຈະຖືວ່າເປັນ ສັນຍາທີ່ໃຊ້ໄດ້.

.....ມາດຕາ 20 (ປັບປຸງ) ສັນຍາທີ່ເປັນໂມຄະເດັດຂາດ

ມາດຕາ 20 (ປັບປຸງ) ສັນຍາທີ່ເປັນໂມຄະເດັດຂາດ ສັນຍາທີ່ເປັນໂມຄະເດັດຂາດແມ່ນສັນຍາເປັນໂມຄະທີ່ພັວພັນ ເຖິງສິດແລະຜົນປະໂຫຍດຂອງລັດຫຼືຂອງສັງຄົມ. ສັນຍາທີ່ເປັນໂມຄະເດັດຂາດມີຄື: 1. ສັນຍາທີ່ເຮັດຂຶ້ນໂດຍຂັດກັບຜົນປະໂຫຍດຂອງລັດຫຼືຂອງ ສັງຄົມ; 2. ສັນຍາທີ່ເຮັດຂຶ້ນໂດຍນິຕິບຸກຄົນຊຶ່ງຂັດກັບກົດລະບຽບ ກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງຕົນ; 3. ສັນຍາທີ່ເຮັດຂຶ້ນດ້ວຍການເຊື່ອງອໍາ; 4. ສັນຍາທີ່ເຮັດຂຶ້ນດ້ວຍການລະເມີດຮູບການຂອງສັນຍາ. ຄູ່ສັນຍາບໍ່ມີສິດຕົກລົງແລະຮັບຮອງເອົາສັນຍາທີ່ເປັນໂມຄະ ເດັດຂາດນັ້ນໄດ້ແຕ່ຢ່າງໃດ.

.....ມາດຕາ 21 (ປັບປຸງ) ສັນຍາທີ່ເປັນໂມຄະທັງໝົດຫຼືບາງສ່ວນ

ມາດຕາ 21 (ປັບປຸງ) ສັນຍາທີ່ເປັນໂມຄະທັງໝົດຫຼືບາງສ່ວນ ສັນຍາທີ່ເປັນໂມຄະທັງໝົດແມ່ນສັນຍາທີ່ມີເນື້ອໃນໃຊ້ບໍ່ໄດ້ ທັງໝົດ. ສັນຍາທີ່ເປັນໂມຄະບາງສ່ວນແມ່ນສັນຍາທີ່ມີເນື້ອໃນບາງ ສ່ວນໃຊ້ໄດ້ແລະບາງສ່ວນໃຊ້ບໍ່ໄດ້.

.....ມາດຕາ 22 ການຂໍລົບລ້າງສັນຍາທີ່ເປັນໂມຄະ

ມາດຕາ 22 ການຂໍລົບລ້າງສັນຍາທີ່ເປັນໂມຄະ ສັນຍາທີ່ເປັນໂມຄະອາດຈະຂໍລົບລ້າງໄດ້. ຖ້າວ່າຄູ່ສັນຍາຝ່າຍໃດຫາກໄດ້ຮູ້ວ່າສັນຍາທີ່ເຮັດຂຶ້ນນັ້ນ ເປັນໂມຄະແລ້ວຕ້ອງແຈ້ງໃຫ້ຄູ່ສັນຍາຂອງຕົນຊາບໃນທັນໃດເພື່ອທໍາ ການລົບລ້າງສັນຍາດັ່ງກ່າວ,ໃນກໍລະນີທີ່ຄູ່ສັນຍາຝ່າຍນີ້ຫາກບໍ່ເຫັນດີ ລົບລ້າງສັນຍານັ້ນແລ້ວກໍ່ໃຫ້ຝ່າຍທີ່ແຈ້ງນັ້ນຍື່ນຄໍາຮ້ອງຂໍຕໍ່ສານເພື່ອ ໃຫ້ລົບລ້າງສັນຍາ. ພໍ່ແມ່ຫຼືຜູ້ປົກຄອງຂອງເດັກທີ່ຍັງບໍ່ທັນເຖິງສະສຽນອາຍຸ,ຄົນ ບ້າເສຍຈິດກໍ່ມີສິດຂໍລົບລ້າງສັນຍາດັ່ງກ່າວ. ເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸ,ຄົນບ້າເສຍຈິດມີສິດຂໍລົບ ລ້າງສັນຍາທີ່ຕົນໄດ້ເຮັດຂຶ້ນນັ້ນພາຍໃນກໍານົດສາມປີພາຍຫຼັງທີ່ຕົນໄດ້ ເຖິງກະສຽນອາຍຸຫຼືໄດ້ກັບຄືນມາເປັນຜູ້ມີຄວາມສາມາດທາງດ້ານການ ປະພຶດແລ້ວ. ສໍາລັບສັນຍາທີ່ເປັນໂມຄະບໍ່ເດັດຂາດນັ້ນມີແຕ່ຄູ່ສັນຍາເທົ່າ ນັ້ນທີ່ຈະຂໍລົບລ້າງໄດ້.ສ່ວນສັນຍາທີ່ເປັນໂມຄະເດັດຂາດນັ້ນທຸກຄົນທີ່ມີ ຜົນປະໂຫຍດກ່ຽວຂອງກໍ່ມີສິດຂໍລົບລ້າງໄດ້.

.....ມາດຕາ 23 ຜົນສະທ້ອນຂອງສັນຍາທີ່ເປັນໂມຄະ

ມາດຕາ 23 ຜົນສະທ້ອນຂອງສັນຍາທີ່ເປັນໂມຄະ ເມື່ອຮັບຮູ້ວ່າສັນຍາເປັນໂມຄະແລ້ວໃຫ້ປະຕິບັດດັ່ງນີ້: 1. ໃຫ້ສົ່ງຊັບສິ່ງຂອງທີ່ໄດ້ປະຕິບັດຕໍ່ກັນແລ້ວນັ້ນຄືນແກ່ຄູ່ ສັນຍາທັງສອງຝ່າຍໃນກໍລະນີທີ່ສັນຍາຫາກໄດ້ເຮັດຂຶ້ນໂດຍບໍ່ສອດຄ່ອງ ກັບເງື່ອນໄຂຂອງສັນຍາ,ສັນຍາຂອງນິຕິບຸກຄົນຫາກໄດ້ເຮັດຂຶ້ນໂດຍຂັດ ກັບວັດຖຸປະສົງຫຼືເປົ້າໝາຍກາຍເຄື່ອນໄຫວຂອງຕົນ,ສັນຍາທີ່ໄດ້ເຮັດຂຶ້ນ ໂດຍເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸຫຼືຄົນບ້ານເສຍຈິດ,ສັນຍາທີ່ໄດ້ເຮັດ ຂຶ້ນໂດຍບຸກຄົນທີ່ຂາດສະຕິສໍານຶກຫຼືຢູ່ໃນສະພາບມຶນເມົາອັນໜັກໜ່ວງ, ສັນຍາທີ່ໄດ້ເຮັດຂຶ້ນໂດຍຝ່າຍໜຶ່ງໄດ້ຮັບຄວາມອັບປະໂຫຍດ; 2. ໃຫ້ສົ່ງຊັບສິ່ງຂອງທີ່ໄດ້ປະຕິບັດແລ້ວນັ້ນຄືນແກ່ຝ່າຍທີ່ ໄດ້ຮັບຄວາມເສຍຫາຍໃນກໍລະນີທີ່ສັນຍາຫາກໄດ້ເຮັດຂຶ້ນດ້ວຍການຕົວະ ຍົວະຫຼອກລວງຫຼືການບັງຄັບນາບຂູ່.ສ່ວນຊັບສິ່ງຂອງທີ່ໄດ້ປະຕິບັດຈາກ ອີກຝ່າຍໜຶ່ງນັ້ນໃຫ້ຮິບເປັນຂອງລັດ; 3. ໃນກໍລະນີທີ່ສັນຍາຫາກໄດ້ເຮັດຂຶ້ນໂດຍຂັດກັບຄວາມໝັ້ນ ຄົງຂອງຊາດ,ຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງ ຄົມນັ້ນກໍ່ໃຫ້ຮິບຊັບສິ່ງຂອງທີ່ໄດ້ປະຕິບັດແລ້ວທັງໝົດເປັນຂອງລັດ.

....ຄ. ການປະຕິບັດສັນຍາ


.....ມາດຕາ 24 (ປັບປຸງ) ການປະຕິບັັດສັນຍາ

ມາດຕາ 24 (ປັບປຸງ) ການປະຕິບັັດສັນຍາ ຄູ່ສັນຍາຕ້ອງປະຕິບັດສັນຍາດ້ວຍຄວາມຈິງໃຈ,ຄົບຖ້ວນ, ຕາມກໍານົດເວລາແລະໃນສະຖານທີ່ຊຶ່ງໄດ້ກໍານົດໄວ້ໃນສັນຍາຫຼືກົດ ໝາຍ. ຄູ່ສັນຍາບໍ່ມີສິດປະຕິເສດການປະຕິບັດສັນຍາຫຼືປ່ຽນແປງ ເງື່ອນໄຂຂອງສັນຍາແຕ່ຝ່າຍດຽວເວັ້ນເສຍແຕ່ກໍລະນີທີ່ກົດໝາຍຫາກ ໄດ້ອະນຸຍາດໃຫ້. ຄູ່ສັນຍາມີສິດບໍ່ຮັບເອົາການປະຕິບັດທີ່ບໍ່ຄົບຖ້ວນ,ບໍ່ຖືກຕ້ອງ ແລະສອດຄ່ອງກັບສັນຍາຫຼືກົດໝາຍເວັ້ນເສຍແຕ່ສັນຍາຫຼືກົດໝາຍຫາກ ໄດ້ກໍານົດໄວ້ຢ່າງອື່ນ.

.....ມາດຕາ 25 (ໃໝ່) ການປະຕິບັດສັນຍາເພີ່ມເຕີມ

ມາດຕາ 25 (ໃໝ່) ການປະຕິບັດສັນຍາເພີ່ມເຕີມ ໃນກໍລະນີທີ່ສັນຍາຫາກບໍ່ໄດ້ກໍານົດຫຼືກໍານົດບໍ່ຈະແຈ້ງກ່ຽວ ກັບຄຸນນະພາບທີ່ຕ້ອງການນັ້ນໃຫ້ປະຕິບັດຢ່າງສອດຄ່ອງກັບກົດໝາຍວ່າ ດ້ວຍມາດຕະຖານຫຼືລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຫຼືມາດຕະຖານທີ່ ຍອມຮັບເປັນປະເພນີເຄີຍປະຕິບັດກັນມາໂດຍສອດຄ່ອງກັບວັດຖຸປະສົງ ຂອງສັນຍາ. ໃນກໍລະນີທີ່ສັນຍາຫາກກໍານົດລາຄາຫຼືຄ່າຕອບແທນບໍ່ຈະ ແຈ້ງນັ້ນໃຫ້ປະຕິບັດຢ່າງສອດຄ່ອງກັບລາຄາທົ່ວໄປໃນທ້ອງຕະຫຼາດຢູ່ ສະຖານທີ່ເວລາປະຕິບັດສັນຍາຫຼືຕາມລາຄາທີ່ລັດໄດ້ກໍານົດ.

.....ມາດຕາ 26 ກໍານົດເວລາຂອງການປະຕິບັດສັນຍາ

ມາດຕາ 26 ກໍານົດເວລາຂອງການປະຕິບັດສັນຍາ ສັນຍາຕ້ອງໄດ້ຮັບການປະຕິບັດຕາມກໍານົດເວລາທີ່ໄດ້ກໍາ ກົດໄວ້ແລະໃຫ້ສອດຄ່ອງກັບກົດໝາຍ. ໃນກໍລະນີທີ່ບໍ່ໄດ້ກໍານົດເວລາຂອງການປະຕິບັດສັນຍາເຈົ້າ ໜີ້ມີສິດທວງໃຫ້ປະຕິບັດແລະລູກໜີ້ກໍ່ມີສິດປະຕິບັດໄດ້ທຸກເວລາ.ໃນກໍລະ ນີທີ່ເຈົ້າໜີ້ຫາກໄດ້ທວງໃຫ້ປະຕິບັດນັ້ນລູກໜີ້ມີພັນທະປະຕິບັດສັນຍາດັ່ງ ກ່າວພາຍໃນກໍານົດເວລາສິບຫ້າວັນນັບແຕ່ວັນທີ່ເຈົ້າໜີ້ໄດ້ທວງໃຫ້ປະຕິ ບັດເປັນຕົ້ນໄປ. ລູກໜີ້ອາດຈະປະຕິບັດສັນຍາກ່ອນກໍານົດເວລາກໍ່ໄດ້ຖ້າວ່າ ການປະຕິບັດນັ້ນຫາກບໍ່ຂັດກັບສັນຍາຫຼືກົດໝາຍແລະເຈົ້າໜີ້ກໍ່ເຫັນດີນໍາ.

.....ມາດຕາ 27 ສະຖານທີ່ປະຕິບັດສັນຍາ

ມາດຕາ 27 ສະຖານທີ່ປະຕິບັດສັນຍາ ສັນຍາຈະປະຕິບັດຢູ່ສະຖານທີ່ຊຶ່ງສັນຍາຫຼືກົດໝາຍໄດ້ກໍາ ນົດໄວ້.ໃນກໍລະນີທີ່ບໍ່ໄດ້ກໍານົດສະຖານທີ່ປະຕິບັດແມ່ນໃຫ້ປະຕິບັດສັນຍາ ຢູ່ສະຖານທີ່ດັ່ງນີ້: 1. ການມອບອາຄານກໍ່ສ້າງໃຫ້ປະຕິບັດຢູ່ສະຖານທີ່ການກໍ່ ສ້າງນັ້ນ; 2. ການໃຊ້ແທນໜີ້ສິນໃຫ້ປະຕິບັດຢູ່ບ່ອນຢູ່ຂອງເຈົ້າໜີ້ໃນ ເວລາເຮັດສັນຍານັ້ນເວັ້ນເສຍແຕ່ການໃຊ້ແທນໜີ້ສິນຂອງການຈັດຕັ້ງ ຂອງລັດ,ລວມໝູ່ແລະສັງຄົມ. ຖ້າວ່າເຈົ້າໜີ້ຫາກໄດ້ຍ້າຍບ່ອນຢູ່ໃນເວລາປະຕິບັດສັນຍາ ແລະໄດ້ແຈ້ງໃຫ້ລູກໜີ້ຊາບໃນເວລານັ້ນໃຫ້ປະຕິບັດຢູ່ບ່ອນຢູ່ໃໝ່ຂອງ ເຈົ້າໜີ້,ສ່ວນຄ່າໃຊ້ຈ່າຍທັງໝົດໃນການປະຕິບັດສັນຍານັ້ນແມ່ນເປັນພາ ລະຂອງເຈົ້າໜີ້; 3. ພັນທະອື່ນໃຫ້ປະຕິບັດຢູ່ບ່ອນຢູ່ຂອງລູກໜີ້ໃນເວລາເຮັດ ສັນຍານັ້ນ.ຖ້າວ່າລູກໜີ້ຫາກແມ່ນນິຕິບຸກຄົນກໍ່ໃຫ້ປະຕິບັດຢູ່ສໍານັກງານ ຂອງນິຕິບຸກຄົນນັ້ນ.

.....ມາດຕາ 28 (ປັບປຸງ) ການຊໍາລະ

ມາດຕາ 28 (ປັບປຸງ) ການຊໍາລະ ການຊໍາລະອາດຈະປະຕິບັດເປັນເງິນສົດ,ເງິນໂອນ,ເຊັກຫຼື ວັດຖຸຫຼືແຮງງານຕາມການຕົກລົງເຫັນດີຂອງເຈົ້າໜີ້. ການຊໍາລະຈະມີຂຶ້ນໄດ້ກໍ່ຕໍ່ເມື່ອຫາກມີການເຮັດໃບເກັບເງິນ ເສຍກ່ອນ. ໃນການຊໍາລະນັ້ນເຈົ້າໜີ້ຕ້ອງເຮັດໃບຮັບເງິນຫຼືເອກະສານ ອື່ນດ້ວຍຕົນເອງລືຕາມຄໍາຮ້ອງຂໍຂອງລູກໜີ້.ໃບຮັບເງິນຫຼືເອກະສານອື່ນ ນີ້ຕ້ອງເຮັດໃນທັນໃດຫຼືຢ່າງຊ້າພາຍໃນສິບຫ້າວັນພາຍຫຼັງທີ່ໄດ້ປະຕິບັດ ສັນຍາແລ້ວ. ໃນກໍລະນີທີ່ມີການຊໍາລະດ້ວຍເຊັກນັ້ນມື້ຊໍາລະແມ່ນມື້ທີ່ເຈົ້າ ໜີ້ໄດ້ຖອນເງິນຕາມຈໍານວນທີ່ກໍານົດໄວ້ໃນເຊັກນັ້ນ.ການຊໍາລະເປັນເງິນ ໂອນໃຫ້ຖືວ່າມື້ຊໍາລະແມ່ນມື້ທີ່ເງິນເຂົ້າບັນຊີຂອງເຈົ້າໜີ້.ໃນການຊໍາລະ ທາງໄປສະນີໃຫ້ຖືກວ່າມື້ຊໍາລະແມ່ນມື້ທີ່ລູກໜີ້ໄດ້ມອບເງິນຫຼືຊັບສິ່ງຂອງ ທາງໄປສະນີ.

.....ມາດຕາ 29 ການແຈ້ງຂໍ້ຫຍຸ້ງຍາກໃນການປະຕິບັດສັນຍາ

ມາດຕາ 29 ການແຈ້ງຂໍ້ຫຍຸ້ງຍາກໃນການປະຕິບັດສັນຍາ ເມື່ອມີຂໍ້ຫຍຸ້ງຍາກເກີດຂຶ້ນໃນການປະຕິບັດສັນຍາເຖິງວ່າຄູ່ ສັນຍາຝ່າຍໃດໜຶ່ງຫາກໄດ້ພະຍາຍາມພຽງໃດກໍ່ບໍ່ສາມາປະຕິບັດພັນທະ ຂອງຕົນໄດ້ຢ່າງສະໝໍ່າສະເໝີນັ້ນຜູ້ກ່ຽວຕ້ອງແຈ້ງສາເຫດຂອງຂໍ້ຫຍຸ້ງ ຍາກດັ່ງກ່າວໃຫ້ອີກຝ່າຍໜຶ່ງຊາບໃນເວລາອັນເໝາະສົມກ່ອນກໍານົດເວ ລາຂອງການປະຕິບັດສັນຍາຈະສິ້ນສຸດ. ການແຈ້ງຂໍ້ຫຍຸ້ງຍາກນັ້ນຈະບໍ່ເປັນສາເຫດທີ່ພາໃຫ້ລູກໜີ້ພົ້ນ ຈາກຄວາມຮັບຜິດຊອບຂອງຕົນໄປໄດ້,ພາຍຫຼັງທີ່ຂໍ້ຫຍຸ້ງຍາກຫາກໄດ້ສິ້ນ ສຸດລົງແລ້ວລູກໜີ້ກໍ່ຈະສືບຕໍ່ປະຕິບັດພັນທະຕາມສັນຍານັ້ນ.

.....ມາດຕາ 30 (ໃໝ່) ການໂຈະການປະຕິບັດສັນຍາ

ມາດຕາ 30 (ໃໝ່) ການໂຈະການປະຕິບັດສັນຍາ ຄູ່ສັນຍາຝ່າຍໃດໜຶ່ງທີ່ໄດ້ປະຕິບັດພັນທະຂອງຕົນສ່ວນໃດ ໜຶ່ງແລ້ວອາດໂຈະການປະຕິບັດພັນທະຂອງຕົນໂດຍແຈ້ງໃຫ້ຄູ່ສັນຍາອີກ ຝ່າຍໜຶ່ງໃນທັນທີຖ້າເຫັນວ່າຄູ່ສັນຍາຝ່າຍທີ່ຖືກແຈ້ງໂຈະນີ້ຕົກຢູ່ໃນສະ ພາບໃດໜຶ່ງຊຶ່ງອາດຈະສ້າງຜົນເສຍຫາຍໃຫ້ແກ່ຕົນດັ່ງນີ້: - ຖືກຮ້ອງຟ້ອງຫຼືຮ້ອງຂໍໃຫ້ລົ້ມລະລາຍ; - ຂາຍຄວາມເຊື່ອຖືໃນການດໍາເນີນທຸລະກິດຊຶ່ງອາດຈະບໍ່ ສາມາດປະຕິບັດສັນຍາໄດ້; - ຕົກຢູ່ໃນສະພາບທີ່ເຮັດໃຫ້ຜູ້ກ່ຽວບໍ່ສາມາດປະຕິບັດສັນ ຍານນັ້ນໄດ້. ຄູ່ສັນຍາທີ່ໄດ້ໂຈະການປະຕິບັດນັ້ນຕ້ອງຮັບຜິດຊອບຕໍ່ຄູ່ສັນ ຍາອີກຝ່າຍໜຶ່ງກ່ຽວກັບຄວາມເສຍຫາຍທີ່ເກີດຂຶ້ນຖ້າວ່າການໂຈະນັ້ນ ຫາກໄດ້ເຮັດຂຶ້ນໂດຍບໍ່ມີສະພາບຕາມທີ່ກ່າວມາຂ້າງເທິງນີ້. ຖ້າວ່າຄູ່ສັນຍາທີ່ຖືກແຈ້ງກ່ຽວກັບການໂຈະການປະຕິບັດ ສັນຍານັ້ນສາມາດຢັ້ງຢືນຫຼືໃຫ້ການຄໍ້າປະກັນໃນການປະຕິບັດສັນຍາທີ່ ເໝາະສົມກ່ຽວກັບຄວາມສາມາດໃນການປະຕິບັດພັນທະຂອງຕົນຄູ່ສັນ ຍາທີ່ໄດ້ໂຈະນັ້ນຕ້ອງສືບຕໍ່ປະຕິບັດພັນທະຂອງຕົນ.ໃນກໍລະນີທີ່ບໍ່ສາມາດ ຢັ້ງຢືນຫຼືໃຫ້ການຄໍ້າປະກັນທີ່ເໝາະສົມໄດ້ຄູ່ສັນຍາທີ່ໂຈະນັ້ນສາມາດຍົກ ເລີກສັນຍາໄດ້.ສໍາລັບການປະຕິບັດພັນທະຜ່ານມາຄູ່ສັນຍາທີ່ຖືກແຈ້ງ ໂຈະນັ້ນຕ້ອງທົດແທນຄືນໃຫ້ແກ່ຄູ່ສັນຍາທີ່ຍົກເລີກ. ການໂຈະການປະຕິບັດສັນຍາສາມາດດໍາເນີນໄດ້ໃນສັນຍາ ທຸກປະເພດເວັ້ນເສຍແຕ່ສັນຍາຝ່າຍດຽວ.

.....ມາດຕາ 31 ຜົນບັງຄັບຂອງສັນຍາຕໍ່ບຸກຄົນອື່ນ

ມາດຕາ 31 ຜົນບັງຄັບຂອງສັນຍາຕໍ່ບຸກຄົນອື່ນ ເຈົ້າໜີ້ມີສິດມອບສິດຂອງຕົນໃຫ້ເຈົ້າໜີ້ຄົນໃໝ່ທວງເອົາຊັບ ສິ່ງຂອງຈາກລູກໜ້ີທີ່ກ່ຽວຂ້ອງ. ເຈົ້າໜີ້ຕ້ອງມອບເອກະສານຕ່າງໆກ່ຽວກັບການທວງໜີ້ນັ້ນ ໃຫ້ເຈົ້າໜີ້ຄົນໃໝ່ແລະຕ້ອງຮັບຜິດຊອບຕໍ່ຜູ້ກ່ຽວຖ້າວ່າສິດທີ່ມອບໃຫ້ຜູ້ ກ່ຽວນັ້ນຫາກບໍ່ມີຄວາມຈິງ. ໃນກໍລະນີທີ່ເຈົ້າໜີ້ຫາກໄດ້ເສຍຊີວິດໄປແລ້ວຜູ້ສືບທອດທີ່ໄດ້ ຮັບມູນມໍລະດົກກໍ່ມີສິດທວງເອົາຊັບສິ່ງຂອງຈາກລູກໜີ້ທີ່ກ່ຽວຂ້ອງນັ້ນ ໄດ້. ລູກໜີ້ກໍ່ມີສິດມອບພັນທະຂອງຕົນໃຫ້ລູກໜີ້ຄົນໃໝ່ປະຕິບັດ ແທນຕົນໄດ້ແຕ່ຕ້ອງໄດ້ຮັບການຕົກລົງເຫັນດີຈາກເຈົ້າໜີ້ເສຍກ່ອນ. ໃນກໍລະນີທີ່ລູກໜີ້ຫາກໄດ້ເສຍຊີວິດໄປແລ້ວຜູ້ສືບທອດທີ່ໄດ້ ຮັບເອົາມູນມໍລະດົກກໍ່ມີພັນທະປະຕິບັດແທນຜູ້ກ່ຽວ.

.....ມາດຕາ 32 (ໃໝ່) ສິດດໍາເນີນການແທນລູກໜີ້

ມາດຕາ 32 (ໃໝ່) ສິດດໍາເນີນການແທນລູກໜີ້ ໃນກໍລະນີທີ່ລູກໜີ້ຫາກບໍ່ທວງໜີ້ນໍາລູກໜີ້ຂອງຕົນຊຶ່ງພາໃຫ້ ເກີດຄວາມອັບປະໂຫຍດແກ່ເຈົ້າໜີ້ ເຈົ້າໜີ້ມີສິດຮ້ອງຟ້ອງທວງເອົາໜີ້ ສິນຕໍ່ສານແທນລູກໜີ້ເວັ້ນເສຍແຕ່ສິດຂອງລູກໜີ້ນັ້ນແມ່ນຮຽກຮ້ອງໃຫ້ ແຕ່ລູກໜີ້ສະເພາະເທົ່ານັ້ນເປັນຜູ້ປະຕິບັດ. ຄ່າໃຊ້ຈ່າຍໃນການດໍາເນີນການແທນຂອງເຈົ້າໜີ້ຕົກເປັນ ຄວາມຮັບຜິດຊອບຂອງລູກໜີ້.

.....ມາດຕາ 33 ຜົນສະທ້ອນຂອງການລະເມີດສັນຍາ

ມາດຕາ 33 ຜົນສະທ້ອນຂອງການລະເມີດສັນຍາ ການລະເມີດສັນຍາແມ່ນການບໍ່ປະຕິບັດສັນຍາທັງໝົດຫຼື ບາງສ່ວນຫຼືການປະຕິບັດສັນຍາຢ່າງບໍ່ສົມເຫດສົມຜົນໂດຍຄູ່ສັນຍາຝ່າຍ ໃດໜຶ່ງເຊັ່ນການປະຕິບັດສັນຍາບໍ່ມີຄຸນນະພາບ,ບໍ່ທັນກັບເວລາ,ບໍ່ຖືກສະ ຖານທີ່ຊຶ່ງກໍານົດໄວ້ໃນສັນຍາ. ຖ້າວ່າຄູ່ສັນຍາຝ່າຍໃດໜຶ່ງຫາກໄດ້ລະເມີດສັນຍາຝ່າຍນັ້ນ ຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນເວັ້ນເສຍແຕ່ການລະ ເມີດສັນຍານັ້ນຫາກເກີດຂຶ້ນຍ້ອນເຫດສຸດວິໄສ.

....ງ. ມາດຕະການຮັບປະກັນການປະຕິບັດສັນຍາ


.....ມາດຕາ 34 (ປັບປຸງ) ມາດຕະການຮັບປະກັນການປະຕິບັດສັນຍາ

ມາດຕາ 34 (ປັບປຸງ) ມາດຕະການຮັບປະກັນການປະຕິບັດສັນຍາ ໃນການຮັບປະກັນການປະຕິບັດສັນຍາຢ່າງສົມເຫດສົມຜົນ, ເພື່ອຕອບສະໜອງຄວາມຕ້ອງການຂອງເຈົ້າໜີ້ຫຼືທົດແທນຄ່າເສຍຫາຍ ຊຶ່ງອາດຈະເກີດຂຶ້ນພາຍຫຼັງການບໍ່ປະຕິບັດສັນຍາຫຼືການປະຕິບັດສັນຍາ ຢ່າງບໍ່ສົມເຫດສົມຜົນນັ້ນກົດໝາຍໄດ້ອະນຸຍາດໃຫ້ນໍາໃຊ້ມາດຕະການ ຕ່າງໆຄື: ການຊວດຈໍາ, ການຄໍ້າປະກັນດ້ວຍຫຼັກຊັບ, ດ້ວຍບຸກຄົນຫຼືນິຕິ ບຸກຄົນແລະການປັບໃໝ.

.....ມາດຕາ 35 ການຊວດຈໍາແລະການຄໍ້າປະກັນ

ມາດຕາ 35 ການຊວດຈໍາແລະການຄໍ້າປະກັນ ການຊວດຈໍາແລະການຄໍາປະກັນໃຫ້ປະຕິບັດຕາມກົດໝາຍ ວ່າດ້ວຍການຄໍ້າປະກັນການປະຕິບັດສັນຍາ.

.....ມາດຕາ 36 ການປັບໃໝ່

ມາດຕາ 36 ການປັບໃໝ່ ການປັບໃໝແມ່ນມາດຕະການຕໍ່ຜູ້ລະເມີດສັນຍາຄືບໍ່ປະຕິບັດ ສັນຍາ,ປະຕິບັດສັນຍາບໍ່ຄົບຖ້ວນຫຼືປະຕິບັດບໍ່ທັນຕາມກໍານົດເວລາ. ການປັບໃໝໃຫ້ປະຕິບັດຕາມລະບຽບການສະເພາະຂອງຂະ ແໜງການທີ່ກ່ຽວຂ້ອງຫຼືຕາມການຕົກລົງຂອງຄູ່ສັນຍາໃນກໍລະນີທີ່ບໍ່ມີລະ ບຽບການສະເພາະ.

....ຈ. ການປ່ຽນແປງ,ການຍົກເລີກແລະກາສິ້ນສຸດສັນຍາ


.....ມາດຕາ 37 ການປ່ຽນແປງຫຼືການຍົກເລີກສັນຍາ

ມາດຕາ 37 ການປ່ຽນແປງຫຼືການຍົກເລີກສັນຍາ ສັນຍາອາດຈະຖືກປ່ຽນແປງຫຼືຍົກເລີກຕາມການຕົກລົງເຫັນ ດີຂອງຄູ່ສັນຍາ. ໃນກໍລະນີທີ່ມີການລະເມີດສັນຍາຄູ່ສັນຍາຝ່າຍທີ່ໄດ້ຮັບຄວາມ ອັບປະໂຫຍດນັ້ນຈະປ່ຽນແປງຫຼືຍົກເລີກສັນຍາແຕ່ຝ່າຍດຽວກໍ່ໄດ້ເວັ້ນ ເສຍແຕ່ຄູ່ສັນຍາຫາກໄດ້ຕົກລົງກັນຢ່າງອື່ນ. ການປ່ຽນແປງຫຼືການຍົກເລີກສັນຍາທີ່ເປັນລາຍລັກອັກສອນ ຕ້ອງເຮັດເປັນລາຍລັກອັກສອນ. ເມື່ອສັນຍາຫາກຖືກຍົກເລີກແລ້ວສິ່ງທີ່ໄດ້ປະຕິບັດຕໍ່ກັນຜ່ານ ມາກໍ່ໃຫ້ແລ້ວກັນໄປ.ຖ້າວ່າຝ່າຍນຶ່ງຫາກໄດ້ປະຕິບັດພັນທະຂອງຕົນກ່ອນ ແລ້ວຝ່າຍທີ່ຍັງຄ້າງຄານັ້ນຕ້ອງໄດ້ປະຕິບັດຕອບແທນ.ສໍາລັບພັນທະທີ່ຍັງ ບໍ່ທັນໄດ້ປະຕິບັດຕໍ່ກັນນັ້ນກໍ່ໃຫ້ເລີກແລ້ວກັນໄປ.

.....ມາດຕາ 38 ການສິ້ນສຸດສັນຍາ

ມາດຕາ 38 ການສິ້ນສຸດສັນຍາ ສັນຍາຈະສິ້ນສຸດລົງໃນກໍລະນີດັ່ງນີ້: - ສັນຍາທີ່ໄດ້ປະຕິບັດຢ່າງຖືກຕ້ອງແລະຄົບຖ້ວນແລ້ວ; - ຄູ່ສັນຍາໄດ້ເຂົ້າຮ່ວມເປັນອັນດຽວກັນ; - ຄູ່ສັນຍາໄດ້ມີການຕົກລົງກັນ; - ສັນຍາບໍ່ສາມາດປະຕິບັດໄດ້; - ຄູ່ສັນຍາຝ່າຍໃດໜຶ່ງໄດ້ເສຍຊີວິດຊຶ່ງບຸກຄົນອື່ນບໍ່ສາມາດ ສືບຕໍ່ປະຕິບັດໄດ້; - ນິຕິບຸກຄົນທີ່ເປັນຄູ່ສັນຍາໄດ້ຖືກຍຸບເລີກຫຼືລົ້ມລະລາຍ. ໃນກໍລະນີທີ່ນິຕິບຸກຄົນໃດໜຶ່ງຫາກຖືກຍຸບເລີກຫຼືລົ້ມລະລາຍຄູ່ ສັນຍາຂອງນິຕິບຸກຄົນນັ້ນມີສິດທວງເອົາຄ່າໃຊ້ຈ່າຍແລະຄ່າເສຍຫາຍ ຕ່າງໆຈາກຜູ້ຮັບຜິດຊອບຊັບສິ່ງຂອງຂອງນິຕິບຸກຄົນທີ່ໄດ້ຖືກຍຸບເລີກຫຼື ລົ້ມລະລາຍນັ້ນ.

...ໝວດທີ 2 ປະເພດສັນຍາ


....ກ. ສັນຍາຊື້ຂາຍ


.....ມາດຕາ 39 ສັນຍາຊື້ຂາຍ

ມາດຕາ 39 ສັນຍາຊື້ຂາຍ ສັນຍາຊື້ຂາຍແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຜູ້ຂາຍມີພັນ ທະມອບຊັບສິ່ງຂອງໃຫ້ເປັນກໍາມະສິດຂອງຜູ້ຊື້ແລະຜູ້ຊື້ຕ້ອງຮັບເອົາຊັບ ສິ່ງຂອງແລະມີພັນທະຈ່າຍເງິນຕາມລາຄາທີ່ໄດ້ຕົກລົງກັນ. ຜູ້ຂາຍຈະຂາຍຊັບສິ່ງຂອງອັນໃດກໍ່ໄດ້ທີ່ເປັນກໍາມະສິດຂອງ ຕົນ.ຖ້າວ່າຊັບສິ່ງຂອງທີ່ຂາຍໃຫ້ຜູ້ຊື້ນັ້ນຫາກຖືກຮິບຕາມຄໍາຕັດສິນຂອງ ສານຫຼືອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດແລ້ວຜູ້ຂາຍຕ້ອງ ທົດແທນຄ່າເສຍຫາຍໃຫ້ແກ່ຜູ້ຊື້. ໃນການເຮັດສັນຍາຜູ້ຂາຍຕ້ອງແຈ້ງໃຫ້ຜູ້ຊື້ຊາບກ່ຽວກັບສິດ ຂອງບຸກຄົນອື່ນໃນຊັບສິ່ງຂອງທີ່ຂາຍເຊັ່ນ:ຊັບສິ່ງຂອງທີ່ຂາຍນັ້ນຍັງມີຜູ້ ເຊົ່າຢູ່.ການບໍ່ແຈ້ງໃຫ້ຊາບນີ້ຈະພາໃຫ້ຜູ້ຊື້ມີສິດຮ້ອງຂໍລົບລ້າງສັນຍາ ແລະຮ້ອງຂໍເອົາຄ່າເສຍຫາຍຫຼືຫຼຸດຜ່ອນລາຄາຊື້. ເມື່ອສິດກ່ຽວກັບກໍາມະສິດຫາກເປັນຂອງຜູ້ຊື້ກ່ອນການມອບ ຊັບສິ່ງຂອງແລ້ວຜູ້ຂາຍຍັງມີພັນທະຮັກສາຊັບສິ່ງຂອງດັ່ງກ່າວໂດຍບໍ່ໃຫ້ ມີການເສຍຫາຍຫຼືເປ່ເພຈົນກວ່າຜູ້ຊື້ຈະຮັບເອົາ. ຜູ້ຊື້ເປັນເຈົ້າກໍາມະສິດໃນຊັບສິ່ງຂອງທີ່ຕົນໄດ້ຊື້ນັ້ນ: - ນັບແຕ່ເວລາຜູ້ຊື້ແລະຜູ້ຂາຍໄດ້ມອບເງິນແລະຊັບສິ່ງຂອງ ໃຫ້ກັນ; - ນັບແຕ່ເວລາຜູ້ຊື້ໄດ້ຈ່າຍເງິນຢ່າງຄົບຖ້ວນເປັນຕົ້ນໄປ ເຖິງວ່າຜູ້ຂາຍຍັງບໍ່ທັນໄດ້ມອບຊັບສິ່ງຂອງໃຫ້ກໍ່ຕາມຫຼືນັບແຕ່ເວລາຜູ້ ຂາຍໄດ້ມອບຊັບສິ່ງຂອງໃຫ້ແລ້ວແຕ່ຜູ້ຊື້ຍັງບໍ່ທັນໄດ້ຈ່າຍເງິນກໍ່ຕາມ ຕາມການຕົກລົງກັນ.

.....ມາດຕາ 40 ຄຸນນະພາບຂອງຊັບສິ່ງຂອງທີ່ຂາຍ

ມາດຕາ 40 ຄຸນນະພາບຂອງຊັບສິ່ງຂອງທີ່ຂາຍ ຄຸນນະພາບຂອງຊັບສິ່ງຂອງທີ່ຂາຍຕ້ອງໃຫ້ຖືກຕ້ອງຕາມ ເນື້ອໃນຂອງສັນຍາ.ຖ້າວ່າຊັບສິ່ງຂອງທີ່ຂາຍນັ້ນຫາກບໍ່ມີຄຸນນະພາບ ຕາມທີ່ໄດ້ກໍານົດໄວ້ໃນສັນຍາແລ້ວຜູ້ຂາຍຕ້ອງຮັບຜິດຊອບຕໍ່ຊັບສິ່ງຂອງ ດັ່ງກ່າວ. ໃນກໍລະນີທີ່ຜູ້ຊື້ຫາກໄດ້ຮູ້ວ່າຊັບສິ່ງຂອງນັ້ນບໍ່ມີຄຸນນະພາບ ແລ້ວຜູ້ຊື້ມີສິດຂໍປ່ຽນເອົາຊັບສິ່ງຂອງປະເພດດຽວກັນທີ່ມີຄຸນນະພາບຫຼື ຂໍຫຼຸດລາຄາຫຼືລົບລ້າງສັນຍາພ້ອມທັງທວງເອົາການໃຊ້ແທນຄ່າເສຍ ຫາຍ. ຜູ້ຊື້ຕ້ອງກວດເບິ່ງຄຸນນະພາບຂອງຊັບສິ່ງຂອງທີ່ຊື້ແລະຕ້ອງ ແຈ້ງໃຫ້ຜູ້ຂາຍຊາບຢ່າງຮີບດ່ວນໃນກໍລະນີທີ່ພົບເຫັນຄວາມບົກພ່ອງໃນ ຊັບສິ່ງຂອງທີ່ຊື້ຖ້າບໍ່ດັ່ງນັ້ນຜູ້ຊື້ຕ້ອງຮັບຜິດຊອບເອົາເອງຕໍ່ຄວາມບົກພ່ອງ ເຫຼົ່ານັ້ນ.

.....ມາດຕາ 41 (ປັບປຸງ) ການຂາຍສິນຄ້າເປັນເງິນຜ່ອນ

ມາດຕາ 41 (ປັບປຸງ) ການຂາຍສິນຄ້າເປັນເງິນຜ່ອນ ໃນການຊື້ຂາຍສິນຄ້າ ຜູ້ຂາຍ ອາດຈະຂາຍເປັນເງິນຜ່ອນ ກໍ່ໄດ້,ຜູ້ຊື້ມີກໍາມະສິດໃນສິນຄ້າທີ່ຂາຍເປັນເງິນຜ່ອນນັ້ນນັບແຕ່ວັນທີ່ໄດ້ ຈ່າຍຄ່າສິນຄ້າຄົບຖ້ວນເປັນຕົ້ນໄປ. ໃນກໍລະນີທີ່ຜູ້ຊື້ຫາກຈ່າຍບໍ່ຄົບຖ້ວນແລະທັນຕາມກໍານົດເວ ລາເປັນເວລາສາມງວດລຽນຕິດຜູ້ຂາຍມີສິດຍົກເລີກສັນຍາແລະທວງ ເອົາສິນຄ້າທີ່ຂາຍນັ້ນຄືນ,ສ່ວນເງິນທີ່ຜູ້ຊື້ໄດ້ຈ່າຍໄປແລ້ວນັ້ນກໍ່ຈະບໍ່ຖືກ ສົ່ງຄືນ. ໃນກໍລະນີທີ່ສິນຄ້ານັ້ນຫາກຖືກເປ່ເພຍ້ອນຄວາມຜິດຂອງຜູ້ ຊື້ແລ້ວຜູ້ຊື້ຕ້ອງຮັບຜິດຊອບຈ່າຍຄ່າສິນຄ້າຈົນຄົບຖ້ວນຕາມສັນຍາ. ຖ້າວ່າຜູ້ຊື້ທີ່ຍັງບໍ່ທັນໄດ້ເປັນເຈົ້າກໍາມະສິດໃນສິນຄ້າທີ່ຊື້ເປັນ ເງິນຜ່ອນນັ້ນຫາກນໍາເອົາໄປຂາຍຕໍ່ແລ້ວຜູ້ກ່ຍວກໍ່ຈະເປັນຜູ້ກະທໍາຜິດໃນ ສະຖານຍັກຍອກ,ສໍ້ໂກງຊັບ.ສໍາລັບຜູ້ຂາຍສິນຄ້າເປັນເງິນຜ່ອນແລະຜູ້ຊື້ ຕໍ່ທີ່ໄດ້ຮັບຄວາມເສຍຫາຍກໍ່ມີສິດຮ້ອງຟ້ອງຕາມລະບຽບກົດໝາຍ. ການຂາຍສິນຄ້າເປັນເງິນຜ່ອນຕ້ອງປະຕິບັດຕາມລາຄາທີ່ ໄດ້ຕົກລົງກັນໃນມື້ຂາຍນັ້ນ.ການປ່ຽນແປງລາຄາສິນຄ້າທີ່ຂາຍເປັນເງິນ ຜ່ອນໃນເວລາຕໍ່ມາກໍ່ຈະບໍ່ພາໃຫ້ລາຄາທີ່ໄດ້ຕົກລົງກັນແລ້ວນັ້ນມີການ ປ່ຽນແປງແຕ່ຢ່າງໃດ.

.....ມາດຕາ 42 ການຊື້ຊັບສິ່ງຂອງທີ່ໄດ້ມາຢ່າງຜິດກົດໝາຍ

ມາດຕາ 42 ການຊື້ຊັບສິ່ງຂອງທີ່ໄດ້ມາຢ່າງຜິດກົດໝາຍ ບຸກຄົນທີ່ໄດ້ຊື້ຊັບສິ່ງຂອງດ້ວຍຄວາມບໍລິສຸດໃຈແມ່ນບຸກຄົນ ທີ່ເຊື່ອວ່າຕົນໄດ້ຊື້ຊັບສິ່ງຂອງທີ່ຖືກຕ້ອງຕາມກົດໝາຍຊຶ່ງອາດຈະສະ ແດງອອກດ້ວຍການຊື້ໃນລາຄາທີ່ເໝາະສົມຕາມທ້ອງຕະຫຼາດໃນເວລາ ນັ້ນ,ຊື້ແລະນໍາໃຊ້ຊັບສິ່ງຂອງຢ່າງເປີດເຜີຍ,ລຽນຕິດແລະສະຫງົບແລ້ວ ເຈົ້າຂອງຊັບຈະເອົາຊັບສິ່ງຂອງນັ້ນຄືນໄດ້ກໍ່ຕໍ່ເມື່ອຫາກຜູ້ກ່ຽວໄດ້ທົດ ແທນລາຄາທີ່ຜູ້ຊື້ໄດ້ຈ່າຍໄປແລ້ວນັ້ນແຕ່ເຈົ້າຂອງຊັບສິ່ງຂອງກໍ່ມີສິດ ຮ້ອງຟ້ອງຜູ້ທີ່ເອົາຊັບສິ່ງຂອງຂອງຕົນມຂາຍຢ່າງຜິດກົດໝາຍນັ້ນ. ບຸກຄົນທີ່ໄດ້ຊື້ຊັບສິ່ງຂອງດ້ວຍຄວາມບໍ່ບໍລິສຸດໃຈແມ່ນບຸກ ຄົນທີ່ຊື້ຊັບສິ່ງຂອງໂດຍຮູ້ຫຼືຄວນຮູ້ວ່າຕົນໄດ້ຊື້ຊັບສິ່ງຂອງທີ່ບໍ່ຖືກຕ້ອງ ຕາມກົດໝາຍຊຶ່ງອາດຈະສະແດງອອກດ້ວຍການຊື້ໃນລາຄາທີ່ບໍ່ເໝາະ ສົມຕາມທ້ອງຕະຫຼາດໃນເວລານັ້ນ,ຊື້ແລະນໍາໃຊ້ຊັບສິ່ງຂອງຢ່າງປິດ ລັບ,ບໍ່ລຽນຕິດ,ມີການທັກທ້ວງແລະເຈົ້າຂອງຊັບມີສິດເອົາຊັບສິ່ງຂອງ ນັ້ນຄືນໂດຍບໍ່ມີການທົດແທນຄ່າຊັບສິ່ງຂອງໃຫ້ແກ່ຜູ້ຊື້ແຕ່ຢ່າງໃດ.ຜູ້ ຊື້ຈະຕໍ່ວ່າເອົາເງິນທີ່ຊື້ຊັບສິ່ງຂອງນັ້ນຄືນນໍາຜູ້ຂາຍກໍ່ໄດ້ແຕ່ບໍ່ມີສິດຮ້ອງ ຟ້ອງຕໍ່ສານ.

.....ມາດຕາ 43 ການນໍາສົ່ງສິນຄ້າຫຼືຊັບສິ່ງຂອງທີ່ຂາຍ

ມາດຕາ 43 ການນໍາສົ່ງສິນຄ້າຫຼືຊັບສິ່ງຂອງທີ່ຂາຍ ຜູ້ຂາຍຈະນໍາສົ່ງສິນຄ້າຫຼືຊັບສິ່ງຂອງທີ່ຂ້າຍນັ້ນໄປຮອດ ບ່ອນຢູ່ຂອງຜູ້ຊື້ຫຼືສະຖານທີ່ໃດໜຶ່ງຕາມທີ່ໄດ້ຕົກລົງກັນ. ຜູ້ຊື້ຕ້ອງຮັບເອົາສິນຄ້າຫຼືຊັບສິ່ງຂອງທີ່ນໍາສົງມາໃຫ້ຕົນ, ສ່ວນການໃຊ້ຈ່າຍຄ່ານໍາສົ່ງນັ້ນແມ່ນຂຶ້ນກັບການຕົກລົງຂອງຄູ່ສັນຍາ. ຖ້າວ່າຜູ້ຂາຍຫາກບໍ່ນໍາສົ່ງສິນຄ້າຫຼືຊັບສິ່ງຂອງທີ່ຂາຍຕາມ ກໍານົດເວລາຊຶ່ງໄດ້ຕົກລົງກັນແລ້ວນັ້ນຜູ້ຊື້ຈະບໍ່ຮັບເອົາສິນຄ້າຫຼືຊັບສິ່ງ ຂອງນັ້ນກໍ່ໄດ້. ໃນກໍລະນີທີ່ຜູ້ຊື້ຫາກໄດ້ຈ່າຍຄ່າສິນຄ້າ,ຄ່ານໍາສົ່ງແລ້ວຜູ້ຊື້ ຈະໃຫ້ຜູ້ຂາຍຈ່າຍຄ່າປ່ວຍການຊັບແກ່ຕົນຕາມຄວາມເໝາະສົມ. ຖ້າວ່າຜູ້ຂາຍຫາກໄດ້ນໍາສົ່ງສິນຄ້າຫຼືຊັບສິ່ງຂອງທີ່ຂາຍນັ້ນ ບໍ່ຄົບຕາມປະລິມານ,ບໍ່ຄົບຊຸດ,ບໍ່ມີຄຸນນະພາບຕາມທີ່ໄດ້ຕົກລົງຊື້ຂາຍກັນ ຜູ້ຊື້ຈະບໍ່ຮັບເອົາແລະຈະບໍ່ຈ່າຍຄ່າສິນຄ້ານັ້ນກໍ່ໄດ້.ຖ້າວ່າຜູ້ຊື້ຫາກໄດ້ ຈ່າຍຄ່າສິນຄ້ານັ້ນແລ້ວຜູ້ຂາຍຈະໄດ້ສົ່ງເງິນຄືນແລະອາດຈະຈ່າຍຄ່າ ເສຍຫາຍອີກດ້ວຍ.

....ຂ. ສັນຍາແລກປ່ຽນ


.....ມາດຕາ 44 ສັນຍາແລກປ່ຽນ

ມາດຕາ 44 ສັນຍາແລກປ່ຽນ ສັນຍາແລກປ່ຽນແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຝ່າຍ ໜຶ່ງໄດ້ເອົາຊັບສິ່ງຂອງທີ່ເປັນກໍາມະສິດຂອງຕົນມອບໃຫ້ອີກຝ່າຍໜຶ່ງ ແລະຝ່າຍນີ້ກໍ່ໄດ້ເອົາຊັບສິ່ງຂອງອັນອື່ນທີ່ເປັນກໍາມະສິດຂອງຕົນຕອບ ແທນໃຫ້.

.....ມາດຕາ 45 (ໃໝ່) ການເພີ່ມເງິນເຂົ້າໃນການແລກປ່ຽນ

ມາດຕາ 45 (ໃໝ່) ການເພີ່ມເງິນເຂົ້າໃນການແລກປ່ຽນ ໃນການແລກປ່ຽນນັ້ນຄູ່ສັນຍາຝ່າຍໃດໜຶ່ງອາດຈະເພີ່ມເງິນ ເຂົ້າເມື່ອຊັບສິ່ງຂອງຂອງຕົນທີ່ແລກປ່ຽນນັ້ນຫາກມີມູນຄ່າຕໍ່າກວ່າມູນຄ່າ ຊັບສິ່ງຂອງຂອງອີກຝ່າຍໜຶ່ງ.

.....ມາດຕາ 46 (ປັບປຸງ) ລະບຽບການກ່ຽວກັບສັນຍາແລະປ່ຽນ

ມາດຕາ 46 (ປັບປຸງ) ລະບຽບການກ່ຽວກັບສັນຍາແລະປ່ຽນ ລະບຽບການກ່ຽວກັບສັນຍາແລກປ່ຽນໃຫ້ປະຕິບັດຄືກັນກັບ ລະບຽບການຂອງສັນຍາຊື້ຂາຍ. ສັນຍາແລກປ່ຽນຈະມີຜົນສັກສິດເມື່ອຄູ່ສັນຍານັ້ນໄດ້ມອບຊັບ ສິ່ງຂອງໃຫ້ແກ່ກັນແລ້ວ.

....ຄ. ສັນຍາມອບຮັບ (ໃໝ່)


.....ມາດຕາ 47 (ໃໝ່) ສັນຍາມອບຊັບ

ມາດຕາ 47 (ໃໝ່) ສັນຍາມອບຊັບ ສັນຍາມອບຊັບແມ່ນການຕົກລົງຂອງເຈົ້າຂອງຊັບຊຶ່ງເອົາ ຊັບສິ່ງຂອງທີ່ເປັນກໍາມະສິດຂອງຕົນໃຫ້ຜູ້ໃດໜຶ່ງດ້ວຍຄວາມສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນແລະຜູ້ຮັບກໍ່ເຫັນດີຮັບເອົາຊັບນັ້ນ. ເປົ້າໝາຍຂອງສັນຍາມອບຊັບອາດຈະແມ່ນສັງຫາລິມະຊັບ ຫຼືອະສັງຫາລິມະຊັບ.

.....ມາດຕາ 48 (ໃໝ່) ການມອບສັງຫາລິມະຊັບ

ມາດຕາ 48 (ໃໝ່) ການມອບສັງຫາລິມະຊັບ ການມອບສັງຫາລິມະຊັບແມ່ນການມອບຊັບເຄື່ອນທີ່ຊິ່ງຜູ້ ຮັບກາຍເປັນເຈົ້າຂອງກໍາມະສິດນັບແຕ່ເວລາຮັບເປັນຕົ້ນໄປ. ສໍາລັບການມອບສັງຫາລິມະຊັບທີ່ເຮັດເປັນລາຍລັກອັກສອນ ຊຶ່ງຕ້ອງຈົດທະບຽນນັ້ນຈະມີຜົນສັກສິດນັບແຕ່ວັນໄດ້ຈົດທະບຽນເປັນຕົ້ນ ໄປ.

.....ມາດຕາ 49 (ໃໝ່) ການມອບອະສັງຫາລິມະຊັບ

ມາດຕາ 49 (ໃໝ່) ການມອບອະສັງຫາລິມະຊັບ ການມອບອະສັງຫາລິມະຊັບແມ່ນການມອບຊັບຄົງທີ່ໂດຍມີ ເອກະສານຢັ້ງຢືນກໍາມະສິດຫຼືສິດນໍາໃຊ້ຢ່າງຖືກຕ້ອງຕາມກົດໝາຍຈາກ ອົງການທີ່ມີສິດກ່ຽວຂ້ອງ. ການມອບອະສັງຫາລິມະຊັບຕ້ອງເຮັດເປັນລາຍລັກອັກສອນ. ຜູ້ຮັບອະສັງຫາລິມະຊັບຈະກາຍເປັນເຈົ້າກໍາມະສິດນັບແຕ່ວັນ ໄດ້ຈົດທະບຽນເປັນຕົ້ນໄປ.

.....ມາດຕາ 50 (ໃໝ່) ສັນຍາຍົກຊັບ

ມາດຕາ 50 (ໃໝ່) ສັນຍາຍົກຊັບ ສັນຍາຍົກຊັບແມ່ນການຕົກລົງຂອງເຈົ້າຂອງຊັບທີ່ເອົາຊັບ ຂອງຕົນໃຫ້ຜູ້ໃດໜຶ່ງໂດຍມີເງື່ອນໄຂທີ່ຖືກຕ້ອງຕາມກົດໝາຍຊຶ່ງຜູ້ຮັບຈະ ຕ້ອງປະຕິບັດກ່ອນຫຼືຫຼັງການຮັບຊັບນັ້ນ. ຜູ້ຮັບຊັບຈະກາຍເປັນເຈົ້າກໍາມະສິດເມື່ອໄດ້ປະຕິບັດເງື່ອນ ໄຂດັ່ງກ່າວຄົບຖ້ວນແລ້ວ.ໃນກໍລະນີປະຕິບັດເງື່ອນໄຂບໍ່ຄົບຖ້ວນຫຼືບໍ່ສາ ມາດປະຕິບັດຕາມເງື່ອນໄຂນັ້ນໄດ້ຜູ້ຍົກຊັບມີສິດຍົກເລີກສັນຍາດັ່ງກ່າວ.

.....ມາດຕາ 51 (ໃໝ່) ຂອບເຂດຂອງການມອບຊັບແລະການຍົກຊັບ

ມາດຕາ 51 (ໃໝ່) ຂອບເຂດຂອງການມອບຊັບແລະການຍົກຊັບ ຂອບເຂດຂອງການມອບຊັບແລະການຍົກຊັບໃຫ້ປະຕິບັດ ຕາມ ມາດຕາ 25 ຂອງກົດໝາຍວ່າດ້ວຍການສືບທອດມູນມໍລະດົກ.

.....ມາດຕາ 52 (ໃໝ່) ພັນທະໃນການແຈ້ງຈຸດບົກພ່ອງຂອງຊັບ

ມາດຕາ 52 (ໃໝ່) ພັນທະໃນການແຈ້ງຈຸດບົກພ່ອງຂອງຊັບ ຜູ້ມອບຊັບຫຼືຜູ້ຍົກຊັບຕ້ອງແຈ້ງຈຸດບົກພ່ອງຫຼືຈຸດພິເສດຂອງ ຊັບສິ່ງຂອງທີ່ມອບຫຼືຍົກໃຫ້ຜູ້ຮັບນັ້ນຊາບ.ໃນກໍລະນີທີ່ບໍ່ໄດ້ແຈ້ງຜູ້ມອບ ຊັບຫຼືຜູ້ຍົກຊັບຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຈາກຈຸດບົກ ພ່ອງຫຼືຈຸດພິເສດຂອງຊັບສິ່ງຂອງດັ່ງກ່າວ.

....ງ. ສັນຍາຂາຍຝາກ


.....ມາດຕາ 53 ສັນຍາຂາຍຝາກ

ມາດຕາ 53 ສັນຍາຂາຍຝາກ ສັນຍາຂາຍຝາກແມ່ນການຕົກລົງຂອງຄູ່ສັນຍາເພື່ອຊື້ຂາຍ ຊັບສິ່ງຂອງຊຶ່ງຜູ້ຂາຍຍັງມີສິດຊື້ຊັບສິ່ງຂອງທີ່ຂາຍນັ້ນຄືນໄດ້ພາຍໃນກໍາ ນົດສາມປີຕາມລາຄາທີ່ຕົນໄດ້ຂາຍໄປແລ້ວນັ້ນ. ເມື່ອໝົດກໍານົດເວລາສາມປີແລ້ວຜູ້ຂາຍມີສິດຕໍ່ກໍານົດເວລາ ຂາຍຝາກອອກໄປອີກຖ້າຫາກວ່າໄດ້ມີການຕົກລົງກັນກ່ອນໃນເວລາເຮັດ ສັນຍາແຕ່ບໍ່ໃຫ້ເກີນໜຶ່ງປີ. ເມື່ອຮອດກໍານົດເວລາແລ້ວຖ້າວ່າຜູ້ຂາຍຫາກບໍ່ຊື້ເອົາຊັບ ສິ່ງຂອງນັ້ນຄືນ ຜູ້ຊື້ ກໍາຈະເປັນເຈົ້າກໍາມະສິດກ່ຽວກັບຊັບສິ່ງຂອງນັ້ນ ໂດຍເດັດຂາດ.

.....ມາດຕາ 54 ຜົນຂອງສັນຍາຂາຍຝາກ

ມາດຕາ 54 ຜົນຂອງສັນຍາຂາຍຝາກ ຖ້າວ່າຊັບສິງຂອງທີ່ຂາຍຝາກນັ້ນຫາກມີຜົນໃດໜຶ່ງເກີດຂຶ້ນ ຜູ້ຊື້ທີ່ໄດ້ຈ່າຍເງິນຄ່າຊັບສິ່ງຂອງໝົດແລ້ວກໍ່ຈະເປັນເຈົ້າກໍາມະສິດກ່ຽວ ກັບຜົນທີ່ເກີດມານັ້ນ.ໃນກໍລະນີທີ່ຜູ້ຊື້ຫາກຍັງບໍ່ທັນໄດ້ຈ່າຍເງິນຄ່າຊັບສິ່ງ ຂອງນັ້ນໝົດ ຜູ້ຊື້ ຈະບໍ່ມີສິດໄດ້ຮັບຜົນທີ່ເກີດມານັ້ນ ເວັ້ນເສຍແຕ່ສັນຍາ ໄດ້ກໍານົດໄວ້ຢ່າງອື່ນ.

.....ມາດຕາ 55 ການປົກປັກຮັກສາຊັບສິ່ງຂອງທີ່ຂາຍຝາກ

ມາດຕາ 55 ການປົກປັກຮັກສາຊັບສິ່ງຂອງທີ່ຂາຍຝາກ ຜູ້ຊື້ຕ້ອງປົກປັກຮັກສາຊັບສິ່ງຂອງທີ່ຂາຍຝາກແລະຜູ້ຂາຍ ຕ້ອງທົດແທນຄ່າໃຊ້ຈ່າຍຕ່າງໆໃນການປົກປັກຮັກສາຊັບສິ່ງຂອງນັ້ນ ຊຶ່ງຜູ້ຊື້ໄດ້ຈ່າຍໄປແລ້ວ.ໃນກໍລະນີທີ່ການໃຊ້ຈ່າຍດັ່ງກ່າວຫາກມີມູນຄ່າ ພຽງເລັກໜ້ອຍກໍ່ຈະຕົກເປັນພາລະຂອງຜູ້ຊື້ເອງ.ຜູ້ຊື້ມີສິດນໍາໃຊ້ຊັບສິ່ງ ຂອງທີ່ຂາຍຝາກນັ້ນ,ຖ້າວ່າຜູ້ຂາຍຫາກຊື້ເອົາຊັບສິ່ງຂອງຄືນພາຍໃນ ກໍານົດເວລາແລ້ວຜູ້ຊື້ກໍ່ຕ້ອງສົ່ງຊັບສິ່ງຂອງນັ້ນຄືນໃນສະພາບເດີມ.

....ຈ. ສັນຍາກູ້ຢືມ


.....ມາດຕາ 56 (ປັບປຸງ) ສັນຍາກູ້ຢືມ

ມາດຕາ 56 (ປັບປຸງ) ສັນຍາກູ້ຢືມ ສັນຍາກູ້ຢືມແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຜູ້ໃຫ້ຢືມໄດ້ ເອົາເງິນຫຼືຊັບສິ່ງຂອງຂອງຕົນໃຫ້ເປັນກໍາມະສິດແກ່ຜູ້ກູ້ຢືມແລະຜູ້ກູ້ຢືມ ຕ້ອງສົ່ງຈໍານວນເງິນຫຼືຊັບສິ່ງຂອງປະເທດທີ່ກູ້ຢືມນັ້ນຕາມຈໍານວນເທົ່າ ທຽມກັນແລະຄຸນນະພາບດຽວກັນຄືນແກ່ຜູ້ໃຫ້ຢືມຕາມກໍານົດເວລາທີ່ໄດ້ ກໍານົດໄວ້ໃນສັນຍາ. ຖ້າວ່າສັນຍາກູ້ຢືມຫາກບໍ່ມີກໍານົດເວລາກໍ່ໃຫ້ປະຕິບັດຕາມ ການສະເໜີຂອງຜູ້ໃຫ້ຢືມຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 26 ຂອງກົດ ໝາຍສະບັບນີ້. ການກູ້ຢຶມເງິນຫຼືຊັບສິ່ງຂອງຈະມີດອກເບ້ຍໄດ້ກໍ່ຕໍ່ເມື່ອຫາກ ໄດ້ກໍານົດໄວ້ໃນສັນຍາເທົ່ານັ້ນ.ໃນກໍລະນີທີ່ມີການໃຊ້ແທນໜີ້ສິນຊັກຊ້າ ຊຶ່ງສ້າງຄວາມອັບປະໂຫຍດແກ່ຜູ້ໃຫ້ຢືມກໍ່ອາດຈະພິຈາລະນາຄ່າປ່ວຍ ການຊັບໃຫ້ຖ້າຫາກມີການຮ້ອງຂໍ. ການກູ້ຢືມເງິນຈາກທະນາຄານຫຼືສະຖາບັນການເງິນທີ່ສ້າງ ຕັ້ງຢ່າງຖືກຕ້ອງຕາມກົດໝາຍໃຫ້ປະຕິບັດຕາມລະບຽບການຂອງທະນາ ຄານຫຼືສະຖາບັນການເງິນທີ່ໃຫ້ກູ້ຢືມເງິນນັ້ນ. ດອກເບ້ຍຂອງການກູ້ຢືມເງິນລະຫວ່າງບຸກຄົນຫຼືການຈັດຕັ້ງ ເປັນເງິນກີບຫຼືເງິນຕາຕ່າງປະເທດໃຫ້ປະຕິບັດຕາມການຕົກລົງຂອງຄູ່ ສັນຍາ.ສໍາລັບດອກເບ້ຍທີ່ໄດ້ປະຕິບັດແລ້ວນັ້ນກໍ່ໃຫ້ແລ້ວໄປ,ສ່ວນດອກ ເບ້ຍທີ່ຍັງບໍ່ທັນໄດ້ປະຕິບັດນັ້ນຖ້າຫາກມີການຮ້ອງຟ້ອງຂຶ້ນສານແມ່ນໃຫ້ ອີງໃສ່ອັດຕາດອກເບ້ຍຂອງທະນາຄານທຸລະກິດລັດບ່ອນຂໍ້ຂັດແຍ່ງເກີດ ຂຶ້ນທີ່ວາງອອກໃນໄລຍະນັ້ນແຕ່ໃນການກູ້ຢືມນັ້ນບໍ່ໃຫ້ເອົາດອກເບ້ຍເງິນ ກູ້ມາເປັນຕົ້ນທຶນ. ເມື່ອຮອດກໍານົດເວລາໃຊ້ແທນຕາມທີ່ໄດ້ຕົກລົງກັນໄວ້ໃນ ສັນຍາແລ້ວຖ້າວ່າຜູ້ໃຫ້ຢືມຫາກບໍ່ຍອມຮັບເອົາເງິນຫຼືຊັບສິ່ງຂອງຈາກຜູ້ ກູ້ຢືມກໍ່ຈະບໍ່ມີການຄິດໄລ່ດອກເບ້ຍໃຫ້. ສໍາລັບການກູ້ຢືມເງິນກັບການຈັດຕັ້ງຕ່າງປະເທດຫຼືສາກົນ ນັ້ນການຄິດໄລ່ດອກເບ້ຍໃຫ້ອີງຕາມການຕົກລົງຂອງຄູ່ສັນຍາ. ເມື່ອມີຂໍ້ຂັດແຍ່ງກ່ຽວກັບການຈ່າຍດອກເບ້ຍຫຼືຕົ້ນທຶນລະ ຫວ່າງເຈົ້າໜີ້ແລະລູກໜີ້ແມ່ນໃຫ້ເອົາຕົ້ນທຶນແລະດອກເບ້ຍທີ່ຕ້ອງຈ່າຍ ທັງໝົດນັ້ນມາລວມເຂົ້າກັນແລ້ວຈຶ່ງໃຫ້ລູກໜີ້ຊໍາລະຈົນກວ່າຈະຄົບຖ້ວນ. ສັນຍາກູ້ຢືມຕ້ອງເຮັດເປັນລາຍລັກອັກສອນ.

.....ມາດຕາ 57 (ປັບປຸງ) ຄວາມຮັບຜິດຊອບຂອງຄູ່ຜົວເມຍຕໍ່ໜີ້ສິນ

ມາດຕາ 57 (ປັບປຸງ) ຄວາມຮັບຜິດຊອບຂອງຄູ່ຜົວເມຍຕໍ່ໜີ້ສິນ ຄູ່ຜົວເມຍຫຼືຝ່າຍໃດໜຶ່ງຕ້ອງຮັບຜິດຊອບຕໍ່ການກູ້ຢືມເງິນຫຼື ຊັບສິ່ງຂອງໃນກໍລະນີດັ່ງນີ້: - ຜົວແລະເມຍໄດ້ພ້ອມກັນກູ້ຢືມເງິນຫຼືຊັບສິ່ງຂອງນັ້ນ; - ຜົວຫຼືເມຍໄດ້ກູ້ຢືມເງິນຫຼືຊັບສິ່ງຂອງແຕ່ຝ່າຍດຽວເພື່ອນໍາ ມາໃຊ້ຈ່າຍໃນຄອບຄົວ; - ຜົວຫຼືເມຍໄດ້ກູ້ຢືມເງິນຫຼືຊັບສິ່ງຂອງແຕ່ຝ່າຍດຽວເພື່ອຜົນ ປະໂຫຍດສ່ວນຕົວຂອງຜູ້ກ່ຽວ.ໃນກໍລະນີນີ້ຖ້າວ່າຜົວຫຼືເມຍຫາກໄດ້ເອົາ ເງິນຂອງຕົນຫຼືສິນສົມສ້າງໃຊ້ແທນໜີ້ສິນນັ້ນກໍ່ມີສິດໄດ້ຮັບການທົດແທນ ຄືນໃນເວລາແບ່ງປັນສິນສົມສ້າງ.

....ສ. ສັນຍາຢືມຊັບສິ່ງຂອງໄປໃຊ້


.....ມາດຕາ 58 ສັນຍາຢືມຊັບສິ່ງຂອງໄປໃຊ້

ມາດຕາ 58 ສັນຍາຢືມຊັບສິ່ງຂອງໄປໃຊ້ ສັນຍາຢືມຊັບສິ່ງຂອງໄປໃຊ້ແມ່ນການຕົກລົງຂອງຄູ່ສັນຍາ ຊຶ່ງຜູ້ໃຫ້ຢືມໄດ້ມອບຊັບສິ່ງຂອງໃຫ້ຜູ້ຢືມໄປໃຊ້ໂດຍບໍ່ຄິດຄ່າແລະຜູ້ຢືມ ຕ້ອງສົ່ງຊັບສິ່ງຂອງດັ່ງກ່າວຄືນໃຫ້ແກ່ເຈົ້າຂອງຊັບໃນສະພາບເດີມຕາມ ກໍານົດເວລາທີ່ໄດ້ຕົກລົງກັນ.

.....ມາດຕາ 59 ຄວາມຮັບຜິດຊອບຂອງຜູ້ຢືມ

ມາດຕາ 59 ຄວາມຮັບຜິດຊອບຂອງຜູ້ຢືມ ໃນກໍລະນີທີ່ຊັບສິ່ງຂອງຫາກຖືກເສຍຫາຍຫຼືເປ່ເພໃນເວລາທີ່ ຢືມໄປໃຊ້ນັ້ນຜູ້ຢືມຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍດັ່ງກ່າວເວັ້ນ ເສຍແຕ່ໄດຕົກລົງກັນໄວ້ຢ່າງອື່ນ. ຖ້າວ່າຜູ້ຢືມຫາກບໍ່ມີຄວາມສາມາດສົ່ງຊັບສິ່ງຂອງທີ່ຢືມໄປ ໃຊ້ນັ້ນຄືນຫຼືເຮັດໃຫ້ຊັບສິ່ງຂອງນັ້ນໃຊ້ການບໍ່ໄດ້ຜູ້ກ່ຽວອາດຈະໃຊ້ແທນ ດ້ວຍເງິນຫຼືດ້ວຍຊັບສິ່ງຂອງອື່ນຕາມການເຫັນດີຂອງຜູ້ໃຫ້ຢືມແລະຕາມ ລາຄາໃນທ້ອງຕະຫຼາດໃນເວລານັ້ນ. ຜູ້ຢືມບໍ່ມີສິດເອົາຊັບສິ່ງຂອງທີ່ຢືມມານັ້ນໃຫ້ຜູ້ອື່ນຢືມຕໍ່.

....ຊ. ສັນຍາເຊົ່າຊັບສິ່ງຂອງ


.....ມາດຕາ 60 (ປັບປຸງ) ສັນຍາເຊົ່າຊັບສິ່ງຂອງ

ມາດຕາ 60 (ປັບປຸງ) ສັນຍາເຊົ່າຊັບສິ່ງຂອງ ສັນຍາເຊົ່າຊັບສິ່ງຂອງແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຜູ້ ໃຫ້ເຊົ່າໄດ້ມອບຊັບສິ່ງຂອງທີ່ເປັນກໍາມະສິດຂອງຕົນໃຫ້ຜູ້ເຊົ່ານໍາໃຊ້ຊົ່ວ ຄາວແລະຜູ້ເຊົ່າຕ້ອງນໍາໃຊ້ຢ່າງຖືກຕ້ອງແລະສອດຄ່ອງກັບສັນຍາແລະ ຄຸນປະໂຫຍດຂອງຊັບສິ່ງຂອງທີ່ເຊົ່າ,ຈ່າຍຄ່າເຊົ່າຕາມເວລາແລະກໍາ ນົດເວລາທີ່ໄດ້ຕົກລົງກັນ. ສັນຍາເຊົ່າຊັບສິ່ງຂອງອາດຈະເຮັດຂຶ້ນໂດຍບໍ່ມີກໍານົດເວ ລາ.ໃນກໍລະນີນີ້ຜູ້ໃຫ້ເຊົ່າຫຼືຜູ້ເຊົ່າມີສິດຍົກເລີກສັນຍາໄດ້ທຸກເວລາແຕ່ ຕ້ອງແຈ້ງໃຫ້ຄູ່ສັນຍາຊາບລ່ວງໜ້າກ່ອນສາມເດືອນສໍາລັບອະສັງຫາ ລະມະຊັບເຊັ່ນທີ່ດິນ,ເຮືອນ,ອາຄານແລະໜຶ່ງເດືອນສໍາລັບສັງຫາລິມະ ຊັບເຊັ່ນ:ລົດ,ເຮືອ,ສັດ. ສໍາລັບການເຊົ່າທີ່ດິນປູກຝັງໃຫ້ແຈ້ງຍົກເລີກສັນຍາໃນທ້າຍ ລະດູເກັບກ່ຽວຫຼືກ່ອນເລີ່ມລະດູປູກຝັງໃໝ່. ກ່ອນຈະມອບຊັບສິ່ງຂອງໃຫ້ເຊົ່ານັ້ນຜູ້ໃຫ້ເຊົ່າຕ້ອງແຈ້ງຈຸດ ບົກພ່ອງຫຼືຈຸດພິເສດຂອງຊັບສິ່ງຂອງນັ້ນໃຫ້ຜູ້ເຊົ່າຊາບ. ໃນກໍລະນີທີຜູ້ໃຫ້ເຊົ່າຫາກບໍ່ໄດ້ແຈ້ງຈຸດບົກພ່ອງຫຼືຈຸດພິເສດ ຂອງຊັບສິ່ງຂອງນັ້ນແລ້ວຖ້າຫາກມີການເສຍຫາຍຫຼືເປ່ເພຍ້ອນການບໍ່ ໄດ້ແຈ້ງນັ້ນຜູ້ເຊົ່າກໍ່ຈະບໍ່ມີຄວາມຮັບຜິດຊອບແຕ່ຢ່າງໃດ.

.....ມາດຕາ 61 ການຈ່າຍຄ່າເຊົ່າຊັບສິ່ງຂອງ

ມາດຕາ 61 ການຈ່າຍຄ່າເຊົ່າຊັບສິ່ງຂອງ ໃນການເຊົ່າຊັບສິ່ງຂອງນັ້ນຜູ້ເຊົ່າອາດຈະຈ່າຍເງິນຄ່າເຊົ່າ ເປັນມື້,ເປັນອາທິດ,ເປັນເດືອນ,ເປັນປີຫຼືຈ່າຍລ່ວງໜ້າກ່ອນກໍ່ໄດ້.ໃນກໍລະ ນີທີ່ຜູ້ເຊົ່າໄດ້ຈ່າຍລ່ວງໜ້າໄປແລ້ວຫາກມີການຍົກເລີກສັນຍາກ່ອນກໍາ ນົດເວລາຜູ້ໃຫ້ເຊົ່າຕ້ອງສົ່ງເງິນຄ່າເຊົ່າສ່ວນທີ່ເຫຼືອທີ່ໄດ້ຈ່າຍລ່ວງໜ້າ ນັ້ນຄືນແລະຜູ້ກ່ຽວກໍ່ມີສິດທວງເອົາຄ່າເສຍຫາຍຈາກຜູ້ເຊົ່າທີ່ໄດ້ລະເມີດ ສັນຍານັ້ນໄດ້. ໃນກໍລະນີທີ່ຜູ້ໃຫ້ເຊົ່າຫາກລະເມີດສັນຍາຜູ້ເຊົ່າມີສິດທວງ ເອົາເງິນຄ່າເຊົ່າສ່ວນທີ່ເຫຼືອທີ່ໄດ້ຈ່າຍລ່ວງໜ້າໄປແລ້ວນັ້ນພ້ອມທັງຄ່າ ເສຍຫາຍຈາກຜູ້ໃຫ້ເຊົ່າອີກດ້ວຍ.

.....ມາດຕາ 62 ການນໍາໃຊ້ແລະການສ້ອມແປງຊັບສິ່ງຂອງທີ່ເຊົ່າ

ມາດຕາ 62 ການນໍາໃຊ້ແລະການສ້ອມແປງຊັບສິ່ງຂອງທີ່ເຊົ່າ ຜູ້ເຊົ່າຕ້ອງນໍາໃຊ້ຊັບສິ່ງຂອງທີ່ເຊົ່ານັ້ນໃຫ້ສອດຄ່ອງກັບສັນ ຍາແລະຄຸນປະໂຫຍດຂອງຊັບສິ່ງຂອງທີ່ເຊົ່າ,ຄຸ້ມຄອງ,ຮັກສາໃຫ້ຢູ່ໃນສະ ພາບອັນເໝາະສົມແລະສົ່ງຊັບສິ່ງຂອງນັ້ນຄືນແກ່ຜູ້ໃຫ້ເຊົ່າໃນສະພາບ ເດີມພາຍຫຼັງທີ່ສັນຍານັ້ນໄດ້ສິ້ນສຸດລົງ.ຜູ້ເຊົ່າຕ້ອງຮັບຜິດຊອບຕໍ່ການ ເສຍຫາຍຫຼືເປ່ເພທີ່ເນື່ອງມາຈາກຄວາມຜິດຂອງຜູ້ກ່ຽວ. ໃນການນໍາໃຊ້ຊັບສິ່ງຂອງທີ່ເຊົ່ານັ້ນຖ້າຫາກມີການສ້ອມ ແປງນ້ອຍເຊັ່ນ:ແປງກະແຈ,ຢາເຮືອນຮົ່ວ,ຈອດຢ່າງລົດກໍ່ຈະຕົກເປັນພາ ລະຂອງຜູ້ເຊົ່າ,ສ່ວນການສ້ອມແປງໃຫຍ່ເຊັ່ນ: ຮື້ຫຼັງຄາເຕືອນ, ຍົກຈັກ ລົດນັ້ນກໍ່ຈະຕົກເປັນພາລະຂອງຜູ້ໃຫ້ເຊົ່າ. ຖ້າວ່າຜູ້ເຊົ່າຫາກໄດ້ຈ່າຍຄ່າສ້ອມແປງໃຫຍ່ດ້ວຍທຶນຂອງ ຕົນເອງຕາມການເຫັນດີຂອງຜູ້ໃຫ້ເຊົ່າ ຜູ້ເຊົ່າ ມີສິດທວງເອົາຄ່າໃຊ້ ຈ່າຍດັ່ງກ່າວຈາກຜູ້ໃຫ້ເຊົ່າຫຼືຈະຄິດໄລ່ເປັນຄ່າເຊົ່າກໍ່ໄດ້. ໃນກໍລະນີທີ່ຜູ້ເຊົ່າໄດ້ສະເໜີໃຫ້ມີການສ້ອມແປງໃຫຍ່ແລ້ວ ແຕ່ຍັງບໍ່ໄດ້ສ້ອມແປງທັງໆທີ່ຜູ້ໃຫ້ເຊົ່າມີຄວາມສາມາດ ຜູ້ເຊົ່າມີສິດຍົກ ເລີກສັນຍາໄດ້ແລະທວງເອົາຄ່າເຊົ່າທີ່ໄດ້ຈ່າຍລ່ວງໜ້ານັ້ນຄືນ.

.....ມາດຕາ 63 (ປັບປຸງ) ການປ່ຽນເຈົ້າກໍາມະສິດໃນຊັບສິ່ງຂອງທີ່ເຊົ່າ

ມາດຕາ 63 (ປັບປຸງ) ການປ່ຽນເຈົ້າກໍາມະສິດໃນຊັບສິ່ງຂອງທີ່ເຊົ່າ ໃນກໍລະນີທີ່ຜູ້ໃຫ້ເຊົ່າຫາກໄດ້ມອບຫຼືຂາຍຊັບສິ່ງຂອງທີ່ເຊົ່າ ນັ້ນໃຫ້ແກ່ບຸກຄົນອື່ນສັນຍາເຊົ່າຊັບສິ່ງຂອງນັ້ນກໍ່ຍັງມີຜົນໃຊ້ໄດ້ສໍາລັບຜູ້ ຮັບຫຼືຜູ້ຊື້ທີ່ເປັນເຈົ້າກໍາມະສິດໃໝ່ແຕ່ຜູ້ໃຫ້ເຊົ່າຕ້ອງແຈ້ງໃຫ້ແກ່ເຈົ້າກໍາ ມະສິດໃໝ່ຊາບກ່ອນວ່າຊັບສິ່ງຂອງດັ່ງກ່າວຍັງຢູ່ໃນການນໍາໃຊ້ຂອງຜູ້ ເຊົ່າຢູ່.

.....ມາດຕາ 64 (ໃໝ່) ການໃຫ້ເຊົ່າຕໍ່

ມາດຕາ 64 (ໃໝ່) ການໃຫ້ເຊົ່າຕໍ່ ຜູ້ເຊົ່າສາມາດເອົາຊັບສິ່ງຂອງທີ່ເຊົ່າໃຫ້ບຸກຄົນອື່ນເຊົ່າຕໍ່ ໄດ້ດ້ວຍຄວາມເຫັນດີຂອງຜູ້ໃຫ້ເຊົ່າແຕ່ການໃຫ້ເຊົ່າຕໍ່ຕ້ອງຢູ່ໃນຂອບ ເຂດກໍານົດເວລາແລະເງື່ອນໄຂຂອງສັນຍາເຊົ່າເບື້ອງຕົ້ນ.

....ຍ. ສັນຍາຝາກຊັບສິ່ງຂອງ


.....ມາດຕາ 65 ສັນຍາຝາກຊັບສິ່ງຂອງ

ມາດຕາ 65 ສັນຍາຝາກຊັບສິ່ງຂອງ ສັນຍາຝາກຊົບສິ່ງຂອງແມ່ນການຕົກລົງຂອງຄູ່ສັນຍາຊຶ່ງ ຜູ້ຝາກໄດ້ມອບຊັບສິ່ງຂອງໃຫ້ແກ່ຜູ້ຮັບຝາກເພື່ອປົກປັກຮັກສາແລະຜູ້ ຮັບຝາກຕ້ອງສົ່ງຊັບສິ່ງຂອງດັ່ງກ່າວຄືນໃນສະພາບເດີມໃຫ້ແກ່ຜູ້ຝາກ ເມື່ອຜູ້ກ່ຽວຫາກທວງຖາມເອົາ. ໃນການຝາກຊັບສິ່ງຂອງນັ້ນອາດຈະມີການຈ່າຍຫຼືບໍ່ມີການ ຈ່າຍຄ່າຝາກກໍ່ໄດ້ແລ້ວແຕ່ຄູ່ສັນຍາຈະຕົກລົງກັນຫຼືຕາມລະບຽບການສະ ເພາະ. ໃນກໍລະນີທີ່ການຝາກຊັບສິ່ງຂອງຫາກມີກໍານົດເວລາຜູ້ຮັບ ຝາກບໍ່ມີສິດຈະສົ່ງຊັບທີ່ຝາກນັ້ນຄືນກ່ອນກໍານົດເວລາໄດເວັ້ນເສຍແຕ່ ໃນກໍລະນີຈໍາເປັນແຕ່ຜູ້ຝາກຈະເອົາຊັບສິ່ງຂອງທີ່ຝາກນັ້ນຄືນກ່ອນກໍາ ນົດເວລາກໍ່ໄດ້. ຖ້າວ່າການຝາກຊັບສິ່ງຂອງຫາກບໍ່ມີກໍານົດເວລາຜູ້ຝາກ ຈະເອົາຊັບສິ່ງຂອງທີ່ຝາກນັ້ນຄືນໃນເວລາໃດກໍ່ໄດ້ແລະຜູ້ຮັບຝາກກໍ່ມີ ສິດທວງໃຫ້ຜູ້ຝາກຮັບເອົາຊັບສິ່ງຂອງຂອງຕົນຄືນໃນເວລາອັນເໝາະ ສົມ. ການຈ່າຍຄ່າຝາກຊັບສິ່ງຂອງນັ້ນຈະຄິດໄລ່ຕາມກໍານົດເວ ລາຝາກຕົວຈິງເວັ້ນເສຍແຕ່ຫາກໄດ້ຕົກລົງກັນຢ່າງອື່ນໄວ້ໃນສັນຍາ.

.....ມາດຕາ 66 (ປັບປຸງ) ພັນທະຂອງຜູ້ຮັບຝາກ

ມາດຕາ 66 (ປັບປຸງ) ພັນທະຂອງຜູ້ຮັບຝາກ ຜູ້ຮັບຝາກມີພັນທະປົກປັກຮັກສາບໍ່ໃຫ້ຊັບສິ່ງຂອງທີ່ຝາກນັ້ນ ຖືກເສຍຫາຍ,ເປ່ເພຫຼືເສຍຄຸນນະພາບ,ສົ່ງຊັບສິ່ງຂອງທີ່ຝາກນັ້ນຄືນໃຫ້ ແກ່ຜູ້ຝາກໃນສະພາບເດີມ. ຜູ້ຮັບຝາກບໍ່ມີສິດນໍາໃຊ້ຊັບສິ່ງຂອງທີ່ຝາກນັ້ນຫຼືມອບຊັບສິ່ງ ຂອງດັ່ງກ່າວໃຫ້ຜູ້ອື່ນປົກປັກຮັກສາແທນເວັ້ນເສຍແຕ່ໄດ້ຮັບອະນຸຍາດ ຈາກຜູ້ຝາກເທົ່ານັ້ນ.ຖ້າວ່າຊັບສິ່ງຂອງທີ່ຝາກຫາກເກີດໝາກຜົນຢ່າງ ໃດໜຶ່ງຂຶ້ນໝາກຜົນທີ່ເກີດນັ້ນກໍ່ຈະຕົກເປັນຂອງຜູ້ຝາກ. ເມື່ອຊັບສິ່ງຂອງທີ່ຝາກຫາກມີການເສຍຫາຍ,ເປ່ເພຫຼືເສຍ ຄຸນນະພາບແລ້ວຜູ້ຮັບຝາກຕ້ອງຮັບຜິດຊອບຕໍ່ການເສຍຫາຍດັ່ງກ່າວ ເວັ້ນເສຍແຕ່ການເສຍຫາຍນັ້ນຫາກເກີດຂຶ້ນຍ້ອນເຫດສຸດວິໄສເທົ່ານັ້ນ. ໃນກໍລະນີທີ່ມີເຫດການຫຼືສະພາບການໃດໜຶ່ງທີ່ຈະກໍ່ຄວາມ ເສຍຫາຍແກ່ຊັບສິ່ງຂອງທີ່ຝາກນັ້ນ ຜູ້ຮັບຝາກ ຕ້ອງແຈ້ງໃຫ້ຜູ້ຝາກຊາບ ໃນທັນທີທັນໃດ. ຖ້າວ່າຜູ້ຮັບຝາກຫາກບໍ່ແຈ້ງແລ້ວຜູ້ກ່ຽວກໍ່ຈະຮັບຜິດ ຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ.

.....ມາດຕາ 67 ພັນທະຂອງຜູ້ຝາກ

ມາດຕາ 67 ພັນທະຂອງຜູ້ຝາກ ຜູ້ຝາກມີພັນທະແຈ້ງຈຸດບົກພ່ອງຫຼືຈຸດພິເສດຂອງຊັບສິ່ງຂອງ ທີ່ຝາກນັ້ນໃຫ້ຜູ້ຮັບຝາກຊາບແລ້ວຄູ່ສັນຍາທັງສອງຝ່າຍຈຶ່ງພ້ອມກັນກວດ ກາເບິ່ງສະພາບຕົວຈິງຂອງຊັບສິ່ງຂອງນັ້ນ. ຖ້າວ່າຜູ້ຝາກຫາກບໍ່ໄດ້ແຈ້ງຈຸດບົກພ່ອງຫຼືຈຸດພິເສດຂອງຊັບ ສິ່ງຂອງນັ້ນໃຫ້ຜູ້ຮັບຝາກຊາບຊຶ່ງພາໃຫ້ມີການເສຍຫາຍແກ່ຜູ້ຮັບຝາກ ຫຼືຊັບສິ່ງຂອງທີ່ຝາກນັ້ນແລ້ວຜູ້ຝາກຕ້ອງຮັບຜິດຊອບຕໍ່ການເສຍຫາຍທີ່ ເກີດຂຶ້ນ. ຜູ້ຝາກຕ້ອງຮັບເອົາຊັບສິ່ງຕາມກໍານົດເວລາແລະຈ່າຍຄ່າ ຝາກຖ້າຫາກວ່າມີການຕົກລົງກັນ. ຖ້າວ່າຄູ່ສັນຍາຫາກໄດ້ຕົກລົງຈ່າຍຄ່າຝາກນັບແຕ່ວັນໄດ້ ຕົກລົງກັນເປັນຕົ້ນໄປ ການຊັກຊ້າໃນການມອບຊັບສິ່ງຂອງທີ່ຝາກນັ້ນ ກໍ່ຈະຕົກເປັນຄວາມຮັບຜິດຊອບຂອງຜູ້ຝາກເອງ. ໃນກໍລະນີທີ່ຜູ້ຝາກຫາກ ຊັກຊ້າໃນການຮັບເອົາຊັບສິ່ງຂອງນັ້ນຄືນ ຜູ້ກ່ຽວ ຕ້ອງຮັບຜິດຊອບຈ່າຍ ຄ່າຝາກຕາມຈໍານວນວັນຊັກຊ້ານັ້ນຕື່ມ. ເມື່ອຜູ້ຮັບຝາກຫາກໄດ້ໃຊ້ຈ່າຍໃນການປົກປັກຮັກສາຊັບສິ່ງ ຂອງນັ້ນແລ້ວຜູ້ຝາກຕ້ອງທົດແທນຄ່າໃຊ້ຈ່າຍນັ້ນຄືນ. ໃນກໍລະນີຊັບສິ່ງຂອງທີ່ຝາກນັ້ນຫາກມີລັກສະນະປ່ຽນຮູບ, ເສຍຄຸນນະພາບໄວແລະຜູ້ຝາກບໍ່ມາຮັບເອົາຕາມກໍານົດເວລາແລ້ວຜູ້ ຮັບຝາກມີສິດຂາຍຊັບສິ່ງຂອງດັ່ງກ່າວແລະຫັກເອົາເງິນຄ່າຝາກລວມ ທັງຄ່າໃຊ້ຈ່າຍໃນການຂາຍຖ້າຫາກມີ,ສ່ວນເງິນທີ່ຍັງເຫຼືອນັ້ນຕ້ອງສົ່ງ ຄືນໃຫ້ແກ່ຜູ້ຝາກ.ຖ້າວ່າຜູ້ຮັບຝາກຫາກຂາຍຊັບສິ່ງຂອງທີ່ຝາກນັ້ນດ້ວຍ ຄວາມບໍລິສຸດໃຈແລ້ວຜູ້ກ່ຽວກໍ່ຈະມີຄວາມຜິດໃນສະຖານຍັກຍອກຊັບ.

....ດ. ສັນຍາມອບໝາຍ


.....ມາດຕາ 68 ສັນຍາມອບໝາຍ

ມາດຕາ 68 ສັນຍາມອບໝາຍ ສັນຍາມອບໝາຍແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຜູ້ຮັບ ມອບໝາຍຕ້ອງເຮັດສິ່ງໃດໜຶ່ງໃນນາມແລະດ້ວຍທຶນຂອງຜູ້ມອບໝາຍ, ຜູ້ມອບໝາຍມີພັນທະຈ່າຍຄ່າຕອບແທນໃຫ້ຜູ້ຮັບມອບໝາຍຖ້າຫາກວ່າ ໄດ້ກໍານົດໄວ້ໃນສັນຍາຫຼືກົດໝາຍ. ຜູ້ຮັບມອບໝາຍຈະເຮັດສິ່ງໃດໜຶ່ງຕາມການມອບໝາຍໄດ້ ກໍ່ຕໍ່ເມື່ອຫາກມີໃບມອບສັນທະເທົ່ານັ້ນເວັ້ນແຕ່ໄດ້ເຮັດສິ່ງໃດໜຶ່ງທີ່ມີ ຄວາມສໍາຄັນເລັກໜ້ອຍ. ການມອບໝາຍບໍ່ໃຫ້ເກີນສາມປີ.ຖ້າວ່າບໍ່ໄດ້ກໍານົດເວລາ ໄວ້ການມອບໝາຍກໍ່ຈະມີຜົນບັງຄັບໃຊ້ໄດ້ພາຍໃນກໍານົດໜຶ່ງປີນັບແຕ່ ວັນໄດ້ເຮັດໃບມອບສັນທະນັ້ນເປັນຕົ້ນໄປ. ພໍ່ແມ່ຫຼືຜູ້ປົກຄອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດ ປີ,ຄົນບ້າເສຍຈິດ,ຜົວຫຼືເມຍຈະເຮັດສິ່ງໃດໜຶ່ງແທນກັນໂດຍບໍ່ມີໃບມອບ ສັນທະກໍ່ໄດ້ແຕ່ຫາກໃຫ້ມີເອກະສານຢັ້ງຢືນກ່ຽວກັບສາຍພົວພັນຄອບຄົວ ລະຫວ່າງບຸກຄົນດັ່ງກ່າວ.

.....ມາດຕາ 69 ພັນທະຂອງຜູ້ຮັບມອບໝາຍ

ມາດຕາ 69 ພັນທະຂອງຜູ້ຮັບມອບໝາຍ ຜູ້ຮັບມອບໝາຍມີພັນທະປະຕິບັດຕາມການມອບໝາຍດ້ວຍ ຕົນເອງຢ່າງສອດຄ່ອງກັບຄໍາແນະນໍາຂອງຜູ້ມອບໝາຍແລະປະຕິບັດ ດ້ວຍຄວາມຈິງໃຈເໝືອນດັ່ງວຽກງານຂອງຕົນເອງ.ຖ້າວ່າຜູ້ຮັບມອບ ໝາຍຫາກບໍ່ສາມາດປະຕິບັດດ້ວຍຕົນເອງໄດ້ຍ້ອນສາເຫດພາວະວິໄສ ແລ້ວຜູ້ກ່ຽວກໍ່ມີສິດມອບການມອບໝາຍນັ້ນໃຫ້ບຸກຄົນອື່ນປະຕິບັດແທນ ຕົນກໍ່ໄດ້ແຕ່ຕ້ອງໄດ້ແຈ້ງກ່ຽວກັບບຸກຄະລິກກະພາບ,ຄວາມສາມາດ ຂອງບຸກຄົນທີ່ຈະປະຕິບັດແທນນັ້ນໃຫ້ຜູ້ມອບໝາຍຊາບໃນທັນໃດເພື່ອຂໍ ຄວາມເຫັນດີຈາກຜູ້ກ່ຽວ,ຖ້າບໍ່ດັ່ງນັ້ນຜູ້ຮັບມອບໝາຍກໍ່ຈະຮັບຜິດຊອບ ຕໍ່ການເສຍຫາຍທີ່ເກີດຂຶ້ນແກ່ຜູ້ມອບໝາຍຍ້ອນການກະທໍາຂອງບຸກຄົນ ນັ້ນ.ຜູ້ຮັບມອບໝາຍຍັງມີພັນທະລາຍງານແລະມອບຊັບສິ່ງຂອງ,ເງິນ ຫຼືເອກະສານທີ່ຮັບຈາກການປະຕິບັດການມອບໝາຍນັ້ນໃຫ້ຜູ້ມອບໝາຍ ໂດຍທັນທີ. ໃນກໍລະນີທີ່ຜູ້ຮັບມອບໝາຍຫາກໄດ້ກໍ່ຄວາມເສຍຫາຍໃຫ້ ແກ່ຜູ້ມອບໝາຍໃນການປະຕິບັດວຽກງານໂດຍບໍ່ສອດຄ່ອງກັບຄໍາແນະ ນໍາຫຼືເກີນຂອບເຂດຂອງການມອບໝາຍນັ້ນຜູ້ກ່ຽວຕ້ອງຮັບຜິດຊອບໃຊ້ ແທນຄ່າເສຍຫາຍໃຫ້ແກ່ຜູ້ມອບໝາຍ.

.....ມາດຕາ 70 ພັນທະຂອງຜູ້ມອບໝາຍ

ມາດຕາ 70 ພັນທະຂອງຜູ້ມອບໝາຍ ຜູ້ມອບໝາຍຕ້ອງສະໜອງຊັບສິ່ງຂອງທີ່ຈໍາເປັນໃຫ້ແກ່ຜູ້ຮັບ ມອບໝາຍເພື່ອປະຕິບັດວຽກງານຂອງຕົນ,ຕ້ອງຮັບຮູ້ວຽກງານທີ່ຜູ້ຮັບ ມອບໝາຍໄດ້ປະຕິບັດມາແລ້ວໃນຂອບເຂດການມອບໝາຍຂອງຕົນ, ຕ້ອງຈ່າຍຄ່າຕອບແທນໃຫ້ຜູ້ຮັບມອບໝາຍໃນກໍລະນີທີ່ໄດ້ກໍານົດໄວ້ໃນ ສັນຍາແລະຮັບຮູ້ການໃຊ້ຈ່າຍຂອງຜູ້ຮັບມອບໝາຍໃນການປະຕິບັດວຽກ ງານ.ຜູ້ມອບໝາຍມີສິດບໍ່ຮັບເອົາວຽກງານທີ່ຜູ້ຮັບມອບໝາຍໄດ້ປະຕິບັດ ໂດຍບໍ່ສອດຄ່ອງກັບຄໍາແນະນໍາຫຼືເກີນຂອບເຂດຂອງການມອບໝາຍ. ຖ້າວ່າຜູ້ມອບໝາຍຫາກບໍ່ຮັບຮູ້ວຽກງານທີ່ຜູ້ຮັບມອບໝາຍ ໄດ້ປະຕິບັດໂດຍສອດຄ່ອງກັບການມອບໝາຍລວມທັງການໃຊ້ຈ່າຍໃນ ການປະຕິບັດວຽກງານນັ້ນຜູ້ມອບໝາຍຕ້ອງຮັບຜິດຊອບໃຊ້ແທນຄ່າເສຍ ຫາຍທັງໝົດ.

....ຕ. ສັນຍາບໍລິການ


.....ມາດຕາ 71 (ປັບປຸງ) ສັນຍາບໍລິການ

ມາດຕາ 71 (ປັບປຸງ) ສັນຍາບໍລິການ ສັນຍາບໍລິການແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຜູ້ບໍລິການ ຕ້ອງຮັບໃຊ້,ເຮັດຫຼືສ້າງສິ່ງໃດໜຶ່ງຫຼືໃຫ້ຄໍາປຶກສາແກ່ຜູ້ໃຊ້ບໍລິການແລະ ຜູ້ໃຊ້ບໍລິການຕ້ອງຈ່າຍຄ່າບໍລິການນັ້ນຕາມລາຄາທີ່ໄດ້ຕົກລົງກັນ.

.....ມາດຕາ 72 (ປັບປຸງ) ປະເພດສັນຍາບໍລິການ

ມາດຕາ 72 (ປັບປຸງ) ປະເພດສັນຍາບໍລິການ ສັນຍາບໍລິການມີສອງປະເພດຄື; 1. ສັນຍາບໍລິການທົ່ວໄປ; 2. ສັນຍາບໍລິການດ້ານວິຊາການ.

ສັນຍາບໍລິການທົ່ວໄປແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຜູ້ບໍ ລິການຕ້ອງເຮັດຫຼືສ້າງສິ່ງໃດໜຶ່ງທີ່ແນ່ນອນເຊັ່ນ:ສ້ອມແປງ,ຕັດຜົມ, ຫຍິບເຄື່ອງນຸ່ງຫົ່ມ,ຮັບໃຊ້ການກິນດື່ມ. ສັນຍາບໍລິການດ້ານວິຊາການແມ່ນການຕົກລົງຂອງຄູ່ສັນ ຍາຊຶ່ງຜູ້ບໍລິການຕ້ອງໃຫ້ການບໍລິການໃນການຄົ້ນຄວ້າ,ວິເຄາະ,ວິໄຈ, ສະໜອງຂໍ້ມູນ,ໃຫ້ຄໍາປຶກສາ,ຄໍາແນະນໍາ,ສ້າງໂປຼແກຼມ,ສ້າງບົດລາຍ ງານແລະອື່ນໆໃຫ້ຖືກຕ້ອງຕາມຫຼັກວິຊາການ. ສັຍາບໍລິການດ້ານວິຊາການຕ້ອງເຮັດເປັນລາຍລັກອັກສອນ.

.....ມາດຕາ 73 (ໃໝ່) ສິດແລະພັນທະຂອງຜູ້ບໍລິການ

ມາດຕາ 73 (ໃໝ່) ສິດແລະພັນທະຂອງຜູ້ບໍລິການ ຜູ້ບໍລິການມີສິດໄດ້ຮັບຄ່າບໍລິການຕາມທີ່ໄດ້ຕົກລົງກັນໄວ້ໃນ ສັນຍາ. ຜູ້ບໍລິການມີພັນທະດັ່ງນີ້: 1. ນໍາໃຊ້ອຸປະກອນທີ່ດີ,ມີຄຸນນະພາບຖືກຕ້ອງຕາມຫຼັກວິຊາ ຊີບແລະຄວາມຕ້ອງການຂອງຜູ້ໃຊ້ບໍລິການ; 2. ປົກປັກຮັກສາວັດຖຸສິ່ງຂອງຂອງຜູ້ໃຊ້ບໍລິການ; 3. ມອບວັດຖຸສິ່ງຂອງຫຼືໝາກຜົນຂອງການບໍລິການທີ່ຕົນໄດ້ ເຮັດຫຼືສ້າງສໍາເລັດຕາມກໍານົດເວລາແລະມີຄຸນນະພາບໃຫ້ຜູ້ໃຊ້ບໍລິການ; 4. ຮັກສາຄວາມລັບຂອງຜູ້ໃຊ້ບໍລິການ.

.....ມາດຕາ 74 (ໃໝ່) ສິດແລະພັນທະຂອງຜູ້ໃຊ້ບໍລິການ

ມາດຕາ 74 (ໃໝ່) ສິດແລະພັນທະຂອງຜູ້ໃຊ້ບໍລິການ ຜູ້ໃຊ້ບໍລິການມີສິດດັ່ງນີ້: 1. ທວງເອົາສິ່ງທີ່ຕົນນໍາໄປໃຊ້ບໍລິການ; 2. ສະເໜີໃຫ້ຜູ້ບໍລິການປັບປຸງແກ້ໄຂຈຸດບົກຜ່ອງ; 3. ບໍ່ຮັບເອົາການບໍລິການທີ່ບໍ່ໄດ້ຕາມການຕົກລົງ; 4. ທວງເອົາຄ່າເສຍຫາຍທີ່ເກີດຂຶ້ນເນື່ອງຈາກການລະ ເມີດສັນຍາຂອງຜູ້ບໍລິການ; 5. ປ່ຽນຜູ້ບໍລິການຄົນໃໝ່ແຕ່ຕ້ອງໄດ້ຈ່າຍຄ່າບໍລິການໃຫ້ ຜູ້ບໍລິການຄົນເກົ່າໃນສິ່ງທີ່ໄດ້ເຮັດຫຼືສ້າງແລ້ວ.

ຜູ້ໃຊ້ບໍລິການມີພັນທະດັ່ງນີ້: 1. ສະໜອງວັດຖຸອຸປະກອນຫຼືຂໍ້ມູນທີ່ຈໍາເປັນໃຫ້ແກ່ຜູ້ບໍລິການ; 2. ຮັບເອົາວັດຖຸສິ່ງຂອງຫຼືໝາກຜົນຂອງການບໍລິການທີ່ຜູ້ບໍ ລິການໄດ້ເຮັດຫຼືສ້າງສໍາເລັດແລ້ວແລະຈ່າຍຄ່າບໍລິການ.

....ຖ. ສັນຍາຮັບເໝົາກໍ່ສ້າງ


.....ມາດຕາ 75 (ປັບປຸງ) ສັນຍາຮັບເໝົາກໍ່ສ້າງ

ມາດຕາ 75 (ປັບປຸງ) ສັນຍາຮັບເໝົາກໍ່ສ້າງ ສັນຍາຮັບເໝົາກໍ່ສ້າງແມ່ນການຕົກລົງຂອງຄູ່ສັນຍາຊຶ່ງຜູ້ ຮັບເໝົາຕ້ອງກໍ່ສ້າງສິ່ງໃດໜຶ່ງອັນແນ່ນອນຕາມຈຸດປະສົງຂອງເຈົ້າ ຂອງໂຄງການດ້ວຍວັດຖະປະກອນຂອງເຈົ້າຂອງໂຄງການຫຼືຂອງຕົວ ເອງ,ສ່ວນເຈົ້າຂອງໂຄງການນັ້ນຕ້ອງຮັບເອາແລະຈ່າຍຄ່າສິ່ງກໍ່ສ້າງ ຊຶ່ງໄດ້ເຮັດແລະຢັ້ງຢືນຜົນສໍາເລັດຮ່ວມກັນແລ້ວ. ຜູ້ຮັບເໝົາມີສິດສະເໜີໃຫ້ເຈົ້າຂອງໂຄງການຮູ້ວ່າຕົນບໍ່ສາ ມາດປະຕິບັດຄໍາແນະນໍາຫຼືນໍາໃຊ້ວັດຖຸປະກອນຫຼືພາຫະນະຂອງເຈົ້າຂອງ ໂຄງການທີ່ບໍ່ໄດ້ມາດຕະຖານເຕັກນິກ. ຖ້າວ່າເຈົ້າຂອງໂຄງການຫາກບໍ່ໄດ້ແກ້ໄຂພາຍໃນກໍານົດ ອັນເໝາະສົມແລ້ວຜູ້ຮັບເໝົາມີສິດຂໍຍົກເລີກສັນຍາແລະທວງເອົາຄ່າ ເສຍຫາຍ. ໃນກໍລະນີທີ່ວັດຖຸປະກອນຫຼືພາຫະນະຫາກເປັນຂອງເຈົ້າຂອງ ໂຄງການແລ້ວຜູ້ຮັບເໝົາຕ້ອງປົກປັກຮັກສາແລະນໍາໃຊ້ໃຫ້ຖືກຕ້ອງ. ຖ້າ ວ່າການນໍາໃຊ້ຫາກບໍ່ຖືກຕ້ອງແລ້ວຜູ້ກ່ຽວຕ້ອງຮັບຜິດຊອບ,ນອກຈາກນີ້ ກໍ່ຍັງມີພັນທະມອບບັນຊີກ່ຽວກັບການນໍາໃຊ້ວັດຖຸປະກອນແລະສົ່ງວັດຖຸ ປະກອນທີ່ຍັງເຫຼືອຄືນໃຫ້ແກ່ເຈົ້າຂອງໂຄງການ. ເຈົ້າຂອງໂຄງການມີສິດກວດກາເບິ່ງສິ່ງທີ່ໄດ້ກໍ່ສ້າງ.ຖ້າວ່າ ສິ່ງທີ່ໄດ້ກໍ່ສ້າງນັ້ນຫາກບໍ່ໄດ້ປະຕິບັດຫຼືປະຕິບັດບໍ່ຖືກຕ້ອງຕາມເງື່ອນໄຂ ຂອງສັນຍາອັນພາໃຫ້ສິ່ງກໍ່ສ້າງນັ້ນບໍ່ໄດ້ມາດຕະຖານເຕັກນິກຫຼືເປ່ເພ ແລ້ວເຈົ້າຂອງໂຄງການມີສິດແຈ້ງໃຫ້ຜູ້ຮັບເໝົາແກ້ໄຂຫຼືປົວແປງພາຍ ໃນກໍານົດເວລາອັນຄວນຫຼືທວງເອົາຄ່າເສຍຫາຍຖ້າວ່າການໃຊ້ຈ່າຍ ໃນການປົວແປງນັ້ນຫາກເປັນວັດຖຸປະກອນຫຼືພາຫະນະຂອງຕົນເອງ, ນອກຈາກນີ້ເຈົ້າຂອງໂຄງການອາດຈະຂໍຍົກເລີກສັນຍາແລະທວງເອົາ ຄ່າເສຍຫາຍກໍ່ໄດ້. ວັດຖຸປະກອນຫຼືພາຫະນະທີ່ເຈົ້າຂອງໂຄງການເປັນຜຸ້ຈັດຫາ ໃຫ້ນັ້ນຕ້ອງໃຫ້ມີຄຸນນະພາບ,ຖືກຕ້ອງຕາມມາດຕະຖານເຕັກນິກແລະໃຫ້ ທັນຕາມກໍານົດເວລາ.

.....ມາດຕາ 76 ການຮັບປະກັນຄຸນນະພາບຂອງສິ່ງກໍ່ສ້າງ

ມາດຕາ 76 ການຮັບປະກັນຄຸນນະພາບຂອງສິ່ງກໍ່ສ້າງ ຜູ້ຮັບເໝົາຕ້ອງຮັບປະກັນສິ່ງກໍ່ສ້າງຕາມລະບຽບການຂອງ ການກໍ່ສ້າງ. ພາຍຫຼັງທີ່ເຈົ້າຂອງໂຄງການໄດ້ຮັບເອົາສິ່ງກໍ່ສ້າງແລ້ວ ຫາກຍັງເຫັນວ່າມີສິ່ງບົກພ່ອງໃນການກໍ່ສ້າງນັ້ນເຈົ້າຂອງໂຄງການມີ ສິດທວງໃຫ້ຜູ້ຮັບເໝົາທໍາການສ້ອມແປງຄືນໂດຍບໍ່ເສຍຄ່າສ້ອມແປງ ແຕ່ຢ່າງໃດຖ້າວ່າກໍານົດເວລາຮັບປະກັນນັ້ນຫາກຍັງບໍ່ທັນໄດ້ສິ້ນສຸດ.

....ທ. ສັນຍາຂົນສົ່ງ


.....ມາດຕາ 77 (ປັບປຸງ) ສັນຍາຂົນສົ່ງ

ມາດຕາ 77 (ປັບປຸງ) ສັນຍາຂົນສົ່ງ ສັນຍາຂົນສົ່ງແມ່ນການຕົກລົງຂອງຜູ້ສັນຍາຊຶ່ງຝ່າຍໜຶ່ງ ແມ່ນຜູ້ຂົນສົ່ງເປັນຜູ້ຮັບຜິດຊອບນໍາສົ່ງຜູ້ໂດຍສານ,ເຄື່ອງຕິດຕົວຫຼືວັດ ຖຸເຄື່ອງຂອງ,ສິນຄ້າໄປຮອດຈຸດໝາຍຫຼືຕາມຈຸດປະສົງຂອງອີກຝ່າຍ ໜຶ່ງ,ສ່ວນອີກຝ່າຍໜຶ່ງແມ່ນຜູ້ໂດຍສານຫຼືຜູ້ສົ່ງວັດຖຸເຄື່ອງຂອງຫຼືສິນຄ້າ ເປັນຜູ້ມີພັນທະຈ່າຍຄ່າໂດຍສານຫຼືຄ່າຂົນສົ່ງຕາມລາຄາທີ່ໄດ້ຕົກລົງກັນ. ສັນຍາຂົນສົ່ງມີຜົນສັກສິດນັບແຕ່ເວລາຜູ້ຂົນສົ່ງຮັບເອົາຜູ້ ໂດຍສານ,ເຄື່ອງຕິດຕົວຫຼືວັດຖຸເຄື່ອງຂອງ,ສິນຄ້າແລະສິດສຸດລົງໃນ ເວລາຜູ້ໂດຍສານຮອດຈຸດໝາຍພ້ອມດ້ວຍເຄື່ອງຕິດຕົວຫຼືເຈົ້າຂອງຫຼື ຜູ້ມີສິດໄດ້ຮັບເອົາວັດຖຸເຄື່ອງຂອງຫຼືສິນຄ້າດັ່ງກ່າວແລ້ວ. ການຂົນສົ່ງອາດຈະເຮັດຂຶ້ນໂດຍທາງບົກ,ທາງນໍ້າຫຼືທາງ ອາກາດແລະໃຫ້ປະຕິບັດຕາມລະບຽບການສະເພາະຂອງຂະແໜງ ການທີ່ກ່ຽວຂ້ອງ.

.....ມາດຕາ 78 ພັນທະຂອງຜູ້ຂົນສົ່ງ

ມາດຕາ 78 ພັນທະຂອງຜູ້ຂົນສົ່ງ ຜູ້ຂົນສົ່ງມີພັນທະສົ່ງຜູ້ໂດຍສານພ້ອມດ້ວຍເຄື່ອງຕິດຕົວໄປ ຮອດຈຸດໝາຍຢ່າງປອດໄພ,ນໍາສົ່ງວັດຖຸເຄື່ອງຂອງຫຼືສິນຄ້າທີ່ມອບໝາຍ ໃຫ້ຂົນສົ່ງນັ້ນໄປຮອດຈຸດໝາຍແລະມອບໃຫ້ຜູ້ມີສິດຮັບເອົາວັດຖຸເຄື່ອງ ຂອງຫຼືສິນຄ້າດັ່ງກ່າວຕາມຈໍານວນແລະຄຸນນະພາບທີ່ຕົນໄດ້ຮັບຢູ່ຕົ້ນ ທາງ. ໃນກໍລະນີທີ່ເກີດອຸປະຕິເຫດຜູ້ຂົນສົ່ງຕ້ອງຮັບຜິດຊອບຕໍ່ຜູ້ ໂດຍສານທີ່ໄດ້ຮັບບາດເຈັບຫຼືເສຍຊີວິດ,ຮັບຜິດຊອບຕໍ່ເຄື່ອງຕິດຕົວຫຼື ວັດຖຸເຄື່ອງຂອງ,ສິນຄ້າທີ່ໄດ້ເສຍຫາຍຫຼືເປ່ເເພຈາກການຂົນສົ່ງເວັ້ນ ເສຍແຕ່ກໍລະນີທີ່ມີເຫດສຸດວິໄສ.

.....ມາດຕາ 79 (ປັບປຸງ) ຄ່າໂດຍສານແລະຄ່າຂົນສົ່ງ

ມາດຕາ 79 (ປັບປຸງ) ຄ່າໂດຍສານແລະຄ່າຂົນສົ່ງ ຜູ້ໂດຍສານຈະຈ່າຍຄ່າໂດຍສານກ່ອນຫຼືຫຼັງການເດີນທາງກໍ່ ໄດ້ຕາມລາຄາເປັນສາຍທາງທີ່ລັດໄດ້ກໍານົດໃນແຕ່ລະໄລຍະຫຼືຕາມການ ຕົກລົງຂອງຄູ່ສັນຍາ. ເຈົ້າຂອງວັດຖຸເຄື່ອງຂອງຫຼືເຈົ້າຂອງສິນຄ້າຈະຈ່າຍຄ່າຂົນ ສົ່ງກ່ອນຫຼືຫຼັງການຂົນສົ່ງກໍ່ໄດ້ຕາມທີ່ໄດ້ຕົກລົງກັນ.

....ນ. ສັນຍາຮຸ້ນສ່ວນ


.....ມາດຕາ 80 (ປັບປຸງ) ສັນຍາຮຸ້ນສ່ວນ

ມາດຕາ 80 (ປັບປຸງ) ສັນຍາຮຸ້ນສ່ວນ ສັນຍາຮຸ້ນສ່ວນແມ່ນການຕົກລົງລະຫວ່າງສອງຄົນຫຼືຫຼາຍ ຄົນເພື່ອເອົາເງິນຫຼືຊັບສິ່ງຂອງຫຼືແຮງງານມາຮ່ວມກັນດໍາເນີນທຸລະກິດ ໃດໜຶ່ງເພື່ອແບ່ງປັນຜົນປະໂຫຍດຫຼືຮັບຜິດຊອບຕໍ່ໜີ້ສິນ. ຄູ່ສັນຍາຈະຕົກລົງກັນຢ່າງໃດກໍ່ໄດ້ໂດຍສອດຄ່ອງກັບກົດ ໝາຍວ່າດ້ວຍວິສາຫະກິດແລະລະບຽບກົດໝາຍອື່ນ.

.....ມາດຕາ 81 (ປັບປຸງ) ການສິ້ນສຸດຂອງສັນຍາຮຸ້ນສ່ວນ

ມາດຕາ 81 (ປັບປຸງ) ການສິ້ນສຸດຂອງສັນຍາຮຸ້ນສ່ວນ ສັນຍາຮຸ້ນສ່ວນອາດຈະສິ້ນສຸດລົງໃນກໍລະນີໃດໜຶ່ງດັ່ງນີ້: 1. ວັດຖຸປະສົງຂອງສັນຍາຮຸ້ນສ່ວນໄດ້ຮັບການປະຕິບັດ ສໍາເລັດແລ້ວ; 2. ກໍານົດເວລາຂອງສັນຍາຮຸ້ນສ່ວນໄດ້ສິ້ນສຸດລົງ; 3. ຄູ່ສັນຍາຝ່າຍໃດໜຶ່ງເສຍຊີວິດໂດຍບໍ່ມີຜູ້ສືບທອດ; 4. ຄູ່ສັນຍາໄດ້ມີການຕົກລົງກັນ; 5. ຄູ່ສັນຍາໄດ້ເຂົ້າຮ່ວມເປັນອັນດຽວກັນ; 6. ມີຄໍາຕັດສິນຂອງສານໃຫ້ຍົກເລີກສັນຍາຮຸ້ນສ່ວນ; 7. ມີຂາຮຸ້ນໃດໜຶ່ງລົ້ມລະລາຍຫຼືຂາດຄວາມສາມາດທາງ ດ້ານການປະພຶດເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນຫຼືມີການລົ້ມລະ ລາຍຂອງວິສາຫະກິດ.

.....ມາດຕາ 82 (ປັບປຸງ) ການແບ່ງປັນຜົນປະໂຫຍດຫຼືຄວາມຮັບຜິດຊອບຕໍ່ໜີ້ສິນ

ມາດຕາ 82 (ປັບປຸງ) ການແບ່ງປັນຜົນປະໂຫຍດຫຼືຄວາມຮັບຜິດຊອບ ຕໍ່ໜີ້ສິນ ເມື່ອສັນຍາຮຸ້ນສ່ວນຫາກໄດ້ສິ້ນສຸດລົງຖ້າບໍ່ມີການຕົກລົງ ຕ່າງຫາກຢູ່ໃນສັນຍາແລ້ວການແບ່ງປັນຜົນປະໂຫຍດຫຼືຄວາມຮັບຜິດ ຊອບຕໍ່ໜີ້ສິນໃຫ້ອີງຕາມຮຸ້ນຂອງແຕ່ລະຄົນ.

..ພາກທີ 3 ຂໍ້ຜູກພັນນອກສັນຍາ


...ໝວດທີ 1 ຄວາມຮັບຜິດຊອບທີ່ເນື່ອງມາຈາກການກະທໍາຂອງຕົນເອງ


....ມາດຕາ 83 (ປັບປຸງ) ສາເຫດທີ່ພາໃຫ້ມີຄວາມຮັບຜິດຊອບ

ມາດຕາ 83 (ປັບປຸງ) ສາເຫດທີ່ພາໃຫ້ມີຄວາມຮັບຜິດຊອບ ບຸກຄົນໃດຫາກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນດ້ວຍການ ກະທໍາຂອງຕົນເອງບຸກຄົນນັ້ນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ ຕົນໄດ້ກໍ່ຂຶ້ນເວັ້ນເສຍແຕ່ຄວາມເສຍຫາຍທີ່ເກີດຂຶ້ນນັ້ນແມ່ນຍ້ອນການ ປ້ອງກັນຕົວ,ການປະຕິບັດໜ້າທີ່ທີ່ຖືກຕ້ອງຕາມກົດໝາຍຫຼືຍ້ອນຄວາມ ຜິດຂອງຜູ້ຖືກເສຍຫາຍເອງ.

....ມາດຕາ 84 (ປັບປຸງ) ລັກສະນະຂອງຄວາມເສຍຫາຍ

ມາດຕາ 84 (ປັບປຸງ) ລັກສະນະຂອງຄວາມເສຍຫາຍ ຄວາມເສຍຫາຍທີ່ເນື່ອງມາຈາກການກະທໍາຂອງບຸກຄົນໃດ ໜຶ່ງຕ້ອງມີລັກສະນະແນ່ນອນຄືໄດ້ເກີດຂຶ້ນແລ້ວຫຼືແນ່ນອນຈະເກີດຂຶ້ນໃນ ອະນາຄົດ. ຄວາມເສຍຫາຍທີ່ອາດຈະເກີດຂຶ້ນຫຼືບໍ່ເກີດຂຶ້ນໃນອະນາຄົດ ນັ້ນບໍ່ໃຫ້ຖືວ່າເປັນຄວາມເສຍຫາຍທີ່ແນ່ນອນ.

....ມາດຕາ 85 (ປັບປຸງ) ປະເພດຂອງຄວາມເສຍຫາຍ

ມາດຕາ 85 (ປັບປຸງ) ປະເພດຂອງຄວາມເສຍຫາຍ ຄວາມເສຍຫາຍມີສາມປະເພດດັ່ງນີ້: - ທາງດ້ານຊັບສິ່ງຂອງ; - ທາງດ້ານຊີວິດຫຼືສຸຂະພາບ; - ທາງດ້ານຈິດໃຈ.

....ມາດຕາ 86 ຄວາມຜິດ

ມາດຕາ 86 ຄວາມຜິດ ຄວາມຜິດສະແດງອອກດ້ວຍການກະທໍາຫຼືການເມີນເສີຍຊຶ່ງ ເປັນການລະເມີດລະບຽບກົດໝາຍແລະກໍ່ຄວາມເສຍຫາຍໃຫ້ແກ່ບຸກຄົນ ອື່ນໂດຍເຈດຕະນາຫຼືດ້ວຍຄວາມບໍ່ລະມັດລະວັງ.

....ມາດຕາ 87 ສາຍພັວພັນລະຫວ່າງເຫດແລະຜົນເສຍຫາຍ

ມາດຕາ 87 ສາຍພັວພັນລະຫວ່າງເຫດແລະຜົນເສຍຫາຍ ບຸກຄົນໃດໜຶ່ງຈະມີຄວາມຮັບຜິດຊອບຕໍ່ການໃຊ້ແທນຄ່າເສຍ ຫາຍໄດ້ນັ້ນກໍ່ຕໍ່ເມື່ອຫາກມີສາຍພົວພັນເຫດແລະຜົນລະຫວ່າງການກະທໍາ ທີ່ລະເມີດກົດໝາຍຂອງບຸກຄົນນັ້ນກັບຄວາມເສຍຫາຍທີ່ເກີດຂຶ້ນຊຶ່ງປະ ກອບດ້ວຍສາມເງື່ອນໄຂດັ່ງນີ້: - ເຫດແມ່ນສິ່ງຈໍາເປັນທີ່ພາໃຫ້ເກີດຜົນເສຍຫາຍ; - ເຫດຕ້ອງເກີດຂຶ້ນກ່ອນຜົນເສຍຫາຍ; - ເຫດຕ້ອງເປັນສາເຫດໂດຍກົງຂອງຜົນເສຍຫາຍ.

....ມາດຕາ 88 ຄວາມເສຍຫາຍທີ່ເນື່ອງມາຈາກການນໍາໃຊ້ສິດເກີນຄວນ

ມາດຕາ 88 ຄວາມເສຍຫາຍທີ່ເນື່ອງມາຈາກການນໍາໃຊ້ສິດເກີນຄວນ ບຸກຄົນໃດຫາກໄດ້ນໍາໃຊ້ສິດຂອງຕົນເກີນຄວນໂດຍເຈດຕະ ນາບຸກຄົນນັ້ນຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ເນື່ອງມາຈາກ ການໃຊ້ສິດເກີນຄວນນັ້ນ.

....ມາດຕາ 89 ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເນື່ອງມາຈາກສະພາວະທີ່ຈໍາເປັນ

ມາດຕາ 89 ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເນື່ອງມາຈາກສະ ພາວະທີ່ຈໍາເປັນ ຄວາມເສຍຫາຍທີ່ເນື່ອງມາຈາກສະພາວະທີ່ຈໍາເປັນຕ້ອງ ໄດ້ຮັບການໃຊ້ແທນແຕ່ອີງໃສ່ສະພາບການຕົວຈິງສານອາດພິຈາລະນາ ຕັດສິນໃຫ້ຜູ້ກະທໍາຫຼືບຸກຄົນທີສາມຊຶ່ງໄດ້ຮັບຜົນປະໂຫຍດຈາກການກະ ທໍາຂອງຜູ້ກໍ່ຄວາມເສຍຫາຍນັ້ນເປັນຜູ້ຮັບຜິດຊອບໃຊ້ແທນຄ່າເສຍຫາຍ.

....ມາດຕາ 90 ຄວາມຮັບຜິດຊອບຕໍຄວາມເສຍຫາຍທີ່ຫຼາຍຄົນໄດ້ກໍ່ຂຶ້ນ

ມາດຕາ 90 ຄວາມຮັບຜິດຊອບຕໍຄວາມເສຍຫາຍທີ່ຫຼາຍຄົນໄດ້ກໍ່ຂຶ້ນ ບັນດາບຸກຄົນຊຶ່ງໄດ້ຮ່ວມກັນກໍ່ຄວາມເສຍຫາຍຕ້ອງຮັບຜິດ ຊອບຮ່ວມກັນໃນການໃຊ້ແທນຄ່າເສຍຫາຍທີ່ພວກຕົນໄດ້ກໍ່ຂຶ້ນນັ້ນ.ສານ ອາດພິຈາລະນາຕັດສິນໃຫ້ບຸກຄົນໃດໜຶ່ງຫຼືຫຼາຍຄົນໃນຈໍານວນຜູ້ກໍ່ຄວາມ ເສຍຫາຍນັ້ນໃຊ້ແທນຄ່າເສຍຫາຍທັງໝົດກໍ່ໄດ້,ແຕ່ຜູ້ກ່ຽວມີສິດທວງ ເອົານໍາບຸກຄົນທີ່ຕົນໄດ້ໃຊ້ຕ່າງໄປແລ້ວນັ້ນຄືນ.

....ມາດຕາ 91 (ປັບປຸງ) ການຄິດໄລ່ການໃຊ້ແທນຄ່າເສຍຫາຍແລະຄ່າປ່ວຍການ

ມາດຕາ 91 (ປັບປຸງ) ການຄິດໄລ່ການໃຊ້ແທນຄ່າເສຍຫາຍແລະຄ່າ ປ່ວຍການ ການຄິດໄລ່ການໃຊ້ແທນຄ່າເສຍຫາຍແລະຄ່າປ່ວຍການ ຕ້ອງໃຫ້ສອດຄ່ອງກັບຄວາມຜິດຂອງຜູ້ກໍ່ຄວາມເສຍຫາຍ. ນອກຈາກຄ່າເສຍຫາຍແລ້ວຜູ້ກໍ່ຄວາມເສຍຫາຍອາດຈະຍັງ ຕ້ອງໄດ້ໃຊ້ແທນຄ່າປ່ວຍການນໍາອີກເຊັ່ນ:ລາຍຮັບຊຶ່ງຜູ້ຖືກເສຍຫາຍ ຄວນຈະໄດ້,ຄ່າໃຊ້ຈ່າຍເພື່ອຂອງຜູ້ຖືກເສຍຫາຍຊຶ່ງເນື່ອງມາຈາກການ ກະທໍາຜິດ. ໃນກໍລະນີທີ່ຜູ້ຖືກເສຍຫາຍຫາກມີຄວາມຜິດຜູ້ກ່ຽວກໍ່ຕ້ອງມີ ສ່ວນຮັບຜິດຊອບຕໍ່ຄວາມເສຍຫາຍແລະຄ່າປ່ວຍການນັ້ນເໝືອນກັນ.

...ໝວດທີ 2 ຄວາມຮັບຜິດຊອບທີ່ເນື່ອງມາຈາກການກະທໍາຂອງບຸກຄົນອື່ນ,ຂອງສັດ,ວັດຖຸສິ່ງຂອງທີ່ຢູ່ໃນການຄຸ້ມຄອງຂອງຕົນ


....ມາດຕາ 92 (ປັບປຸງ) ຄວາມຮັບຜິດຊອບຂອງຜູ້ໃຊ້ວຽກ

ມາດຕາ 92 (ປັບປຸງ) ຄວາມຮັບຜິດຊອບຂອງຜູ້ໃຊ້ວຽກ ຜູ້ໃຊ້ວຽກຕ້ອງຮັບຜິດຊອບໃຊ້ແທນຄ່າເສຍຫາຍທີ່ຜູ້ຮັບໃຊ້ ວຽກຂອງຕົນໄດ້ກໍ່ຂຶ້ນໃຫ້ແກ່ບຸກຄົນອື່ນໃນການປະຕິບັດໜ້າທີ່ຕາມການ ມອບໝາຍ. ໃນກໍລະນີທີ່ຄວາມເສຍຫາຍຫາກເກີດຂຶ້ນຍ້ອນຄວາມຜິດອັນ ໜັກໜ່ວງຂອງຜູ້ຮັບໃຊ້ວຽກແລ້ວຜູ້ກ່ຽວຕ້ອງຮັບຜິດຊອບໃຊ້ແທນຄ່າ ເສຍຫາຍແຕ່ຜູ້ໃຊ້ວຽກນັ້ນຕ້ອງໄດ້ຈ່າຍຄ່າເສຍຫາຍນັ້ນກ່ອນແລ້ວຈຶ່ງ ທວງເອົາການທົດແທນຄ່າເສຍຫາຍທີ່ໄດ້ຈ່າຍໄປແລ້ວນັ້ນຄືນຈາກຜູ້ຮັບ ໃຊ້ວຽກ. ການຫາບຸກຄົນອື່ນໃຫ້ເຮັດວຽກເພື່ອຜົນປະໂຫຍດຂອງຕົນ ກໍ່ໃຫ້ປະຕິບັດຕາມວັກທີໜຶ່ງຂອງມາດຕານີ້.

....ມາດຕາ 93 ຄວາມຮັບຜິດຊອບຂອງພໍ່ແມ່,ຜູ້ປົກຄອງຫຼືຜູ້ຄຸ້ມຄອງ

ມາດຕາ 93 ຄວາມຮັບຜິດຊອບຂອງພໍ່ແມ່,ຜູ້ປົກຄອງຫຼືຜູ້ຄຸ້ມຄອງ ພໍ່ແມ່,ຜູ້ປົກຄອງຫຼືຜູ້ຄຸ້ມຄອງເຊັ່ນໂຮງຮຽນອະນຸບານ,ໂຮງ ໝໍແລະອື່ນໆເປັນຜູ້ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເນື່ອງມາຈາກຄວາມ ຜິດຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸຫຼືຄົນບ້າເສຍຈິດທີ່ຢູ່ໃນການຄຸ້ມ ຄອງຂອງຕົນ.

....ມາດຕາ 94 ຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງຫຼືຜູ້ຄອບຄອງສັດ

ມາດຕາ 94 ຄວາມຮັບຜິດຊອບຂອງຜູ້ເປັນເຈົ້າຂອງຫຼືຜູ້ຄອບຄອງສັດ ເຈົ້າຂອງຫຼືຜູ້ຄອບຄອງສັດຕ້ອງຮັບຜິດຊອບຕໍ່ຄວາມເສຍ ຫາຍທີ່ສັດນັ້ນໄດ້ກໍ່ຂຶ້ນຍ້ອນຄວາມຜິດຂອງເຈົ້າຂອງຫຼືຜູ້ຄອບຄອງສັດນັ້ນ.

....ມາດຕາ 95 ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຈາກວັດຖຸສິ່ງຂອງ

ມາດຕາ 95 ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນຈາກວັດ ຖຸສິ່ງຂອງ ຄວາມເສຍຫາຍທີ່ເກີດຂຶ້ນຈາກວັດຖຸສິ່ງໃດໜຶ່ງຍ້ອນຄວາມ ຜິດຂອງຜູ້ເປັນເຈົ້າຂອງຫຼືຜູ້ຄອບຄອງນັ້ນຜູ້ກ່ຽວຕ້ອງຮັບຜິດຊອບໃຫ້ ແທນຄ່າເສຍຫາຍດັ່ງກ່າວ.


...ໝວດທີ 3 ການເຮັດວຽກງານແທນຜູ້ອື່ນ


....ມາດຕາ 96 ການເຮັດວຽກງານແທນຜູ້ອື່ນ

ມາດຕາ 96 ການເຮັດວຽກງານແທນຜູ້ອື່ນ ການເຮັດວຽກແທນຜູ້ອື່ນແມ່ນການທີ່ຜູ້ເຮັດວຽກງານແທນ ໄດ້ດໍາເນີນວຽກງານໃດໜຶ່ງເພື່ອຜົນປະໂຫຍດຂອງບຸກຄົນອື່ນໂດຍບໍ່ໄດ້ ຮັບການມອບໝາຍຈາກບຸກຄົນນັ້ນເຊັ່ນ:ການສ້ອມແປງເຮືອນໃຫ້ຜູ້ອື່ນໃນ ເວລາຜູ້ນີ້ຫາກບໍ່ຢູ່ແລະອື່ນໆ.

....ມາດຕາ 97 ເງື່ອນໄຂຂອງການເຮັດວຽກງານແທນຜູ້ອື່ນ

ມາດຕາ 97 ເງື່ອນໄຂຂອງການເຮັດວຽກງານແທນຜູ້ອື່ນ ການເຄື່ອນໄຫວຂອງຜູ້ເຮັດວຽກງານແທນຜູ້ອື່ນຕ້ອງດໍາ ເນີນໄປດ້ວຍເຈດຕະນາດີແລະມີຜົນປະໂຫຍດໃຫ້ແກ່ຜູ້ເປັນເຈົ້າຂອງຫຼື ຜູ້ຄອບຄອງ,ໃນກໍລະນີທີ່ຜູ້ເປັນເຈົ້າຂອງຫຼືຜູ້ຄອບຄອງຫາກຍັງຢູ່ກັບທີ່ ນັ້ນການເຮັດວຽກງານແທນຈະດໍາເນີນໄດ້ກໍ່ຕໍ່ເມື່ອຫາກໄດ້ຮັບຄວາມ ເຫັນດີຈາກຜູ້ກ່ຽວເສຍກ່ອນ. ເປົ້າໝາຍຂອງການເຮັດວຽກງານແທນຜູ້ອື່ນອາດຈະແມ່ນ ການເຄື່ອນໄຫວທາງດ້ານກົດໝາຍເຊັ່ນການໃຊ້ໜີ້ສິນແທນຫຼືການເຄື່ອນ ໄຫວທາງດ້ານວັດຖຸເຊັ່ນການສ້ອມແປງເຮືອນແທນ.

....ມາດຕາ 98 ຜົນຂອງການເຮັດວຽກງານແທນຜູ້ອື່ນ

ມາດຕາ 98 ຜົນຂອງການເຮັດວຽກງານແທນຜູ້ອື່ນ ຜູ້ເຮັດວຽກແທນຜູ້ອື່ນມີພັນທະດັ່ງກຽວກັນກັບຜູ້ຮັບມອບ ໝາຍ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 69 ຂອງກົດໝາຍສະບັບນີ້. ຜູ້ເຮັດວຽກງານແທນຕ້ອງຮັບຜິດຊອບຕໍ່ທຸກຄວາມເສຍຫາຍທີ່ຕົນໄດ້ ກໍ່ຂຶ້ນແລະຕ້ອງແຈ້ງກ່ຽວກັບການເຮັດວຽກຂອງຕົນໃຫ້ຜູ້ເປັນເຈົ້າຂອງ ຫຼືຜູ້ຄອບຄອງຊາບ.ຜູ້ເຮັດວຽກງານແທນຕ້ອງສືບຕໍ່ວຽກງານທີ່ໄດ້ເລີ່ມ ມາແລ້ວນັ້ນໃຫ້ສໍາເລັດຫຼືຈົນກວ່າຜູ້ເປັນເຈົ້າຂອງຫຼືຜູ້ຄອບຄອງຈະມີ ຄວາມສາມາດດໍາເນີນເອງໄດ້. ຜູ້ເປັນເຈົ້າຂອງຫຼືຜູ້ຄອບຄອງມີພັນທະດັ່ງກຽວກັນກັບຜູ້ມອບ ໝາຍໃນການທົດແທນຄ່າໃຊ້ຈ່າຍຕ່າງໆທີ່ຈໍາເປັນແລະມີຜົນປະໂຫຍດ ຖ້າວ່າການເຮັດວຽກງານແທນນັ້ນຫາກໄດ້ດໍາເນີນໄປດ້ວຍດີຫຼືໃນກໍລະ ນີ້ໃດກໍ່ຕາມຖ້າຜູ້ເປັນເຈົ້າຂອງຫຼືຜູ້ຄອບຄອງຫາກໄດ້ເຫັນດີຮັບຮອງເອົາ ການເຮັດວຽກງານແທນນັ້ນ.

...ໝວດທີ 4 ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດ


....ມາດຕາ 99 ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດໂດຍເຈດຕະນາ

ມາດຕາ 99 ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດໂດຍເຈດຕະນາ ບຸກຄົນໃດຫາກໄດ້ຮັບຊັບສິ່ງຂອງຂອງຜູ້ອື່ນໂດຍເຈດຕະນາ ທັງທທີ່ຮູ້ວ່າຕົນບໍ່ມີສິດຮັບຊັບສິ່ງຂອງນັ້ນແລ້ວບຸກຄົນນັ້ນຕ້ອງສົ່ງຊັບສິ່ງ ຂອງຫຼືມູນຄ່າຂອງຊັບສິ່ງຂອງນັ້ນຄືນໃຫ້ຜູ້ເປັນເຈົ້າຂອງພ້ອມທັງໝາກ ຜົນຫຼືລາຍໄດ້ນັບແຕ່ວັນໄດ້ຮັບເປັນຕົ້ນໄປ.

....ມາດຕາ 100 ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດດ້ວຍຄວາມຫຼົງຜິດ

ມາດຕາ 100 ການຮັບຊັບສິ່ງຂອງທີ່ຕົນບໍ່ມີສິດດ້ວຍຄວາມຫຼົງຜິດ ບຸກຄົນໃດຫາກໄດ້ຮັບຊັບສິ່ງຂອງຂອງຜູ້ອື່ນດ້ວຍຄວາມຫຼົງ ຜິດບຸກຄົນນັ້ນຕ້ອງສົ່ງຊັບສິ່ງຂອງຫຼືູນຄ່າຂອງຊັບສິ່ງຂອງນັ້ນຄືນໃຫ້ຜູ້ ເປັນເຈົ້າຂອງ.ຜູ້ເປັນເຈົ້າຂອງຊັບນັ້ນຕ້ອງທົດແທນຄ່າໃຊ້ຈ່າຍໃນການ ປົກປັກຮັກສາຊັບສິ່ງຂອງໃຫ້ແກ່ຜູ້ຮັບຊັບນັ້ນ.

..ພາກທີ 4 ການແກ້ໄຂຂໍ້ຂັດແຍ່ງແລະອາຍຸຄວາມໃນການຮ້ອງຟ້ອງ


...ມາດຕາ 101 (ປັບປຸງ) ວິທີແກ້ໄຂຂໍ້ຂັດແຍ່ງ

ມາດຕາ 101 (ປັບປຸງ) ວິທີແກ້ໄຂຂໍ້ຂັດແຍ່ງ ໃນກໍລະນີທີ່ມີຂໍ້ຂັດແຍ່ງກ່ຽວກັບການປະຕິບັດສັນຍາແລະ ການຮ້ອງຂໍເອົາການໃຊ້ແທນຄ່າເສຍຫາຍຄູ່ກໍລະນີອາດຈະຊອກວິທີແກ້ ໄຂຂໍ້ຂັດແຍ່ງດ້ວຍຕົນເອງຫຼືປະນີປະນອມກັນ.ຖ້າວ່າຄູ່ກໍລະນີຫາກບໍ່ສາ ມາດຕົກລົງກັນໄດ້ກໍ່ມີສິດສະເໜີຕໍ່ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຫຼືອົງ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຫຼືຮ້ອງຟ້ອງຕໍ່ສານເພື່ອພິຈາ ລະນາແກ້ໄຂຕາມລະບຽບກົດໝາຍ.

...ມາດຕາ 102 (ປັບປຸງ) ອາຍຸຄວາມໃນການຮ້ອງຟ້ອງ

ມາດຕາ 102 (ປັບປຸງ) ອາຍຸຄວາມໃນການຮ້ອງຟ້ອງ ອາຍຸຄວາມໃນການຮ້ອງຟ້ອງມີກໍານົດສິບປີສໍາລັບສັນຍາ ກ່ຽວກັບສິ່ງກໍ່ສ້າງແລະສາມປີສໍາລັບສັນຍາປະເພດອື່ນແລະການຮ້ອງ ຂໍເອົາການໃຊ້ແທນຄ່າເສຍຫາຍເວັ້ນເສຍແຕ່ກົດໝາຍຫາກໄດ້ກໍານົດ ໄວ້ຢ່າງອື່ນ. ອາຍຸຄວາມໃນການຮ້ອງຟ້ອງໃຫ້ເລີ່ມນັບແຕ່ວັນກໍານົດເວ ລາຂອງສັນຍານັ້ນໄດ້ສິ້ນສຸດຫຼືນັບແຕ່ວັນທີ່ຄວາມເສຍຫາຍໄດ້ເກີດຂຶ້ນ ເປັນຕົ້ນໄປ. ອາຍຸຄວາມໃນການຮ້ອງຟ້ອງຈະຖືກໂຈະໃນກໍລະນີທີ່ມີເຫດ ສຸດວິໄສຫຼືເຫດບັງເອີນຊຶ່ງເປັນອຸປະສັກຕໍ່ການຍື່ນຄໍາຮ້ອງຟ້ອງ. ພາຍຫຼັງທີ່ໄລຍະເວລາຂອງການໂຈະນັ້ນໄດ້ສິ້ນສຸດແລ້ວອາ ຍຸຄວາມທີ່ໄດ້ຜ່ານມາກ່ອນນັ້ນກໍ່ຈະສືບຕໍ່ອີກ. ອາຍຸຄວາມໃນການຮ້ອງຟ້ອງຈະຖືກຢຸດຊະງັກເມື່ອມີການ ກະທໍາອັນແນ່ນອນຂອງຄູ່ຄວາມຫຼືຄູ່ສັນຍາເຊັ່ນ:ການຮັບຮູ້ໜີ້ສິນຂອງ ຕົນ. ໃນກໍລະນີນີ້ອາຍຸຄວາມໃນການຮ້ອງຟ້ອງໃຫ້ເລີ່ມນັບຄືນໃໝ່.

..ພາກທີ 5 (ໃໝ່) ຂໍ້ຫ້າມ


...ມາດຕາ 103 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະນິຕິບຸກຄົນ

ມາດຕາ 103 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນແລະນິຕິບຸກຄົນ ຫ້າມບຸກຄົນແລະນິຕິບຸກຄົນມີການກະທໍາຕົ້ນຕໍດັ່ງນີ້: - ປ່ຽນແປງຫຼືຍົກເລີກສັນຍາແຕ່ຝ່າຍດຽວ; - ປອມແປງເອກະສານຫຼືສັນຍາ; - ຊື້ຂາຍຊັບສິນທຸກປະເພດຂອງລັດຫຼືຂອງສາທາລະນະໂດຍ ບໍ່ໄດ້ຮັບອະນຸຍາດ; - ໃຫ້ສິນບົນແກ່ເຈົ້າໜ້າທີ່ຂອງລັດ; - ເຮັດສັນຍາເກີນສິດອໍານາດທີ່ມອບໝາຍໃຫ້; - ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ; - ຕົວະຍົວະຫຼອກລວງຫຼືບັງຄັບນາບຂູ່ໃຫ້ເຮັດສັນຍາ; - ຊັກຊວນເດັກ,ຄົນບ້າເສຍຈິດຫຼືຄົນຢູ່ໃນສະພາບມຶນເມົາອັນ ໜັກໜ່ວງຫຼືຂາດສະຕິເຮັດສັນຍາ; - ປ່ອຍປະລະເລີຍແລະຂາດຄວາມຮັບຜິດຊອບຕໍ່ບຸກຄົນອື່ນ, ສັດແລະວັດຖຸສິ່ງຂອງທີ່ຢູ່ໃນການຄຸ້ມຄອງຂອງຕົນ; - ເຮັດວຽກງານແທນຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດໃນກໍລະນີ ທີ່ຜູ້ເປັນເຈົ້າຂອງຢູ່ໃນສະຖານທີ່ທີ່ສາມາດຕິດຕໍ່ໄດ້.

...ມາດຕາ 104 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດ

ມາດຕາ 104 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດ ຫ້າມເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລັດມີການກະທໍາຕົ້ນຕໍດັ່ງນີ້: - ສວຍໃຊ້ຕໍາແໜ່ງໜ້າທີ່ເພື່ອຜົນປະໂຫຍດຂອງຕົນ,ຄອບ ຄົວຫຼືພັກພວກ; - ຮັບສິນບົນ; - ເຊັນຢັ້ງຢືນເອກະສານຫຼືສັນຍາໂດຍບໍ່ມີການຄົ້ນຄ້ວາຫຼື ກວດກາຢ່າງຄັກແນ່; - ປອມແປງເອກະສານ; - ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ.

..ພາກທີ 6 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 105 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 105 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 106 (ໃໝ່) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 106 (ໃໝ່) ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືນິຕິບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນ ການບໍ່ປະຕິບັດສັນຍາຫຼືມີການລະເມີດໃດໜຶ່ງທີ່ກໍ່ໃຫ້ເກີດຄວາມເສຍ ຫາຍແກ່ລັັດ,ສັງຄົມຫຼືບຸກຄົນອື່ນຈະຖືກປະຕິບັດມາດຕະການຕ່າງໆທີ່ ເໝາະສົມຫຼືອາດຖືກດໍາເນີນຄະດີຕາມກົດໝາຍຕາມກໍລະນີເບົາຫຼືໜັກ.

..ພາກທີ 7 (ໃໝ່) ບົດບັນຍັດສຸດທ້າຍ


...ມາດຕາ 107 (ໃໝ່) ການຈັດຕັ້ງປະຕິບັດ

ມາດຕາ 107 (ໃໝ່) ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 108 (ໃໝ່) ຜົນສັກສິດ

ມາດຕາ 108 (ໃໝ່) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສປປລາວ ອອກດໍາລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍຂໍຜູກພັນໃນສັນ ຍາສະບັບເລກທີ 02/90/ສປສ ລົງວັນທີ 29 ພະຈິກ 1990. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.