ກົດໝາຍວ່າດ້ວຍຄ່າທໍານຽມສານ 27-12-2006

.ຄ່າທໍານຽມສານ 27-12-2006


..ໝວດທີໜຶ່ງບົດບັນຍັດທົ່ວໄປ


...ມາດຕາໜຶ່ງ(ໃໝ່)ຈຸດປະສົງ

ມາດຕາໜຶ່ງ(ໃໝ່)ຈຸດປະສົງ ກົດໝາຍວ່າດ້ວຍຄ່າທໍານຽມສານກໍານົດຫຼັກການ,ລະ ບຽບການ,ມາດຕະການກ່ຽວກັບການເກັບ,ການຄຸ້ມຄອງ,ການຮັບ, ການຈ່າຍຄ່າທໍານຽມສານເພື່ອຮັບປະກັນໃຫ້ການເກັບຄ່າທໍານຽມ ສານມີຄວາມເປັນເອກະພາບກັນໃນທົ່ວປະເທດ,ສ້າງເງື່ອນໄຂສະ ດວກແກ່ເຈົ້າໜ້າທີ່ສືບສວນ-ສອບສວນ,ໄອຍະການປະຊາຊົນ,ສານ ປະຊາຊົນ,ພະນັກງານປະຕິບັດຄໍາຕັດສິນຂອງສານໃນການເຄື່ອນໄຫວ ວຽກງານໃຫ້ວ່ອງໄວແລະມີຄວາມຍຸດຕິທໍາທັງປະກອບສ່ວນສ້າງລາຍ ຮັບໃຫ້ແກ່ງົບປະມານແຫ່ງລັດ. ...ມາດຕາສອງ(ໃໝ່)ຄ່າທໍານຽມສານ

ມາດຕາສອງ(ໃໝ່)ຄ່າທໍານຽມສານ ຄ່າທໍານຽມສານແມ່ນຄ່າທໍານຽມທີ່ຄູ່ຄວາມຫຼືບຸກຄົນທີ ສາມຕ້ອງໄດ້ຈ່າຍເຂົ້າໃນການດໍາເນີນຄະດີຊຶ່ງປະກອບດ້ວຍອາກອນ ຂອງລັດ,ຄ່າໃຊ້ຈ່າຍໃນການດໍາເນີນຄະດີ,ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກ ເຊີນເຂົ້າຮ່ວມໃນການດໍາເນີນຄະດີ,ຄ່າເອກະສານແລະຄ່າສໍາເນົາ ເອກະສານຕ່າງໆ. ...ມາດຕາສາມ(ໃໝ່)ນະໂຍບາຍຂອງລັດຕໍ່ຄ່າທໍານຽມສານ

ມາດຕາສາມ(ໃໝ່)ນະໂຍບາຍຂອງລັດຕໍ່ຄ່າທໍານຽມສານ ລັດວາງນະໂຍບາຍກ່ຽວກັບການເກັບຄ່າທໍານຽມສານຄື ກັນກັບການເກັບຄ່າທໍານຽມແລະຄ່າບໍລິການອື່ນໆໃຫ້ຄົບຖ້ວນ,ທັນເວ ລາພ້ອມທັງຊຸກຍູ້ໃຫ້ຄູ່ຄວາມໃນຄະດີທີ່ກ່ຽວຂ້ອງປະຕິບັດພັນທະຫຼືຄວາມ ຮັບຜິດຊອບຂອງຕົນໃນການເສຍຄ່າທໍານຽມສານ.

...ມາດຕາສີ່(ໃໝ່)ຫຼັກການຂອງຄ່າທໍານຽມສານທາງແພ່ງ

ມາດຕາສີ່(ໃໝ່)ຫຼັກການຂອງຄ່າທໍານຽມສານທາງແພ່ງ ການດໍາເນີນຄະດີແພ່ງມີຈຸດປະສົງແນໃສ່ປົກປ້ອງສິດແລະ ຜົນປະໂຫຍດຂອງຄູ່ຄວາມຈຶ່ງກໍານົດໃຫ້ມີການເສຍຄ່າທໍານຽມສານທາງ ແພ່ງ. ການຮ້ອງຟ້ອງທາງແພ່ງທີ່ຍົກເວັ້ນຈາກຄ່າທໍານຽມສານ ທາງແພ່ງຄື:ອາກອນຂອງລັດ,ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮື້ຟື້ນ ຄະດີມີດັ່ງນີ້: 1.ການຮ້ອງຟ້ອງເອົາຄ່າແຮງງານຫຼືການຮ້ອງຂໍອື່ນໆທີ່ ເນື່ອງມາຈາກສາຍພົວພັນແຮງງານ; 2.ການຮ້ອງຟ້ອງເອົາຄ່າລ້ຽງດູ. 3.ການຮ້ອງຟ້ອງເອົາການໃຊ້ແທນຄ່າເສຍຫາຍທີ່ເນື່ອງມາ ຈາກການເສຍອົງຄະຫຼືສຸຂະພາບຫຼືການເສຍຊີວິດ. 4.ການຮ້ອງຟ້ອງເອົາການໃຊ້ແທນຄ່າເສຍຫາຍທີ່ເນື່ອງມາ ຈາກການກະທໍາຜິດທາງອາຍາ. 5.ການຮ້ອງຟ້ອງເອົາເງິນອຸດໜຸນຫຼືເງິນບໍານານທີ່ຈ່າຍບໍ່ ຖືກຕ້ອງນັ້ນຄືນ. 6.ການຮ້ອງຟ້ອງຂອງອົງການໄອຍະການປະຊາຊົນ,ອົງ ການບໍລິຫານລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງ ການຈັດຕັ້ງສັງຄົມເພື່ອປົກປ້ອງສິດແລະຜົນປະໂຫຍດອົນຊອບທໍາຂອງ ບຸກຄົນອື່ນ. 7.ການຮ້ອງຟ້ອງຂອງອົງການການເງິນຂອງລັດ. 8.ການຮ້ອງຟ້ອງຂອງອົງການບໍລິຫານລັດ,ພະນັກງານຫຼື ບຸກຄົນທີ່ເນື່ອງມາຈາກສາຍພົວພັນທາງດ້ານບໍລິຫານ.

ການຍົກເວັ້ນດັ່ງກ່າວແມ່ນໃຫ້ປະຕິບັດຕໍ່ຜູ້ຮ້ອງຟ້ອງທີ່ເສຍ ຄະດີເທົ່ານັ້ນ. ສໍາລັບຜູ້ຖືກຮ້ອງຟ້ອງທີ່ເສຍຄະດີນັ້ນຈະບໍ່ໄດ້ຮັບການຍົກ ເວັ້ນ. ...ມາດຕາຫ້າ(ໃໝ່)ຫຼັກການຂອງຄ່າທໍານຽມສານທາງອາຍາ

ມາດຕາຫ້າ(ໃໝ່)ຫຼັກການຂອງຄ່າທໍານຽມສານທາງອາຍາ ການດໍາເນີນຄະດີອາຍາມີຈຸດປະສົງແນໃສ່ປົກປ້ອງຜົນປະ ໂຫຍດຂອງລັດ,ຂອງສັງຄົມ,ສິດຜົນປະໂຫຍດອັນຊອບທໍາຂອງພົນລະ ເມືອງລັດຈຶ່ງຕ້ອງເປັນຜູ້ຮັບຜິດຊອບຕໍ່ຄ່າໃຊ້ຈ່າຍຕ່າງໆໃນການດໍາເນີນ ຄະດີອາຍານັ້ນກ່ອນ;ເມື່ອສານຫາກຕັດສິນໃຫ້ຈໍາເລີຍເປັນຜູ້ກະທໍາຜິດ ແລ້ວຈໍາເລີຍຕ້ອງຮັບຜິດຊອບໃຊ້ແທນຄ່າໃຊ້ຈ່າຍຕ່າງໆທັງໝົດຄືນໃຫ້ ແກ່ລັດ. ໃນກໍລະນີທີ່ມີການຕັດສິນໃຫ້ຈໍາເລີຍພົ້ນຈາກຂໍ້ກ່າວຫາຫຼືຕັດ ສິນລົງໂທດຜູ້ກະທໍາຜິດຊຶ່ງຢູ່ໃນສະພາບທີ່ບໍ່ສາມາດຈະຈ່າຍຄ່າທໍານຽມ ສານໄດ້ນັ້ນແມ່ນໃຫ້ລັດເປັນຜູ້ຮັບຜິດຊອບ.

...ມາດຕາຫົກ(ໃໝ່)ການເສຍຄ່າທໍານຽມສານ

ມາດຕາຫົກ(ໃໝ່)ການເສຍຄ່າທໍານຽມສານ ການເສຍຄ່າທໍານຽມສານໃຫ້ປະຕິບັດດັ່ງນີ້: 1.ຄ່າທໍານຽມສານໃຫ້ເສຍເປັນເງິນກີບ. 2.ຄ່າໃຊ້ຈ່າຍໃນການດໍາເນີນຄະດີ,ຄ່າເອກະສານ,ຄ່າສໍາ ເນົາເອກະສານແລະຄ່າໃຊ້ຈ່າຍສໍາລັບຜູ້ຖືກເຊີນເຂົ້າຮ່ວມໃນການດໍາ ເນີນຄະດີໃຫ້ເສຍໃນເວລາດໍາເນີນຄະດີ. 3.ອາກອນຂອງລັດໃຫ້ເສຍໃນເວລາຈັດຕັ້ງປະຕິບັດຄໍາຕັດ ສິນຂອງສານ; 4.ການຮັບແລະການຈ່າຍຄ່າທໍານຽມສານໃຫ້ເຮັດເປັນລາຍ ລັກອັກສອນ.

...ມາດຕາເຈັດ(ໃໝ່)ພັນທະຕໍ່ຄ່າທໍານຽມສານ

ມາດຕາເຈັດ(ໃໝ່)ພັນທະຕໍ່ຄ່າທໍານຽມສານ ໂຈດ,ຈໍາເລີຍແລະບຸກຄົນທີ່ສາມທີ່ກ່ຽວຂ້ອງໃນຄະດີຕ້ອງ ເສຍຄ່າທໍານຽມສານໃຫ້ຖືກຕ້ອງ,ຄົບຖ້ວນແລະທັນກໍານົດເວລາເພື່ອອໍາ ນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ສືບສວນ-ສອບສວນ,ໄອຍະການປະ ຊາຊົນ,ສານປະຊາຊົນ,ພະນັກງານປະຕິບັດຄໍາຕັດສິນຂອງສານໃນການ ດໍາເນີນຄະດີແລະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຢ່າງມີປະສິດ ທິຜົນແລະປະກອບສ່ວນສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ. ພະນັກງານທີ່ເກັບຄ່າທໍານຽມສານປະຕິບັດໜ້າທີ່,ຄວາມຮັບ ຜິດຊອບແລະພັນທະຂອງຕົນຕາມລະບຽບກົດໝາຍດ້ວຍຄວາມຊື່ສັດແລະ ໂປ່ງໃສ. ..ໝວດທີສອງຄ່າທໍານຽມສານ


...ມາດຕາແປດ(ໃໝ່)ອົງປະກອບຄ່າທໍານຽມສານ

ມາດຕາແປດ(ໃໝ່)ອົງປະກອບຄ່າທໍານຽມສານ ຄ່າທໍານຽມສານປະກອບດ້ວຍ: 1.ອາກອນຂອງລັດ. 2.ຄ່າໃຊ້ຈ່າຍໃນການດໍາເນີນຄະດີ. 3.ຄ່າໃຊ້ຈ່າຍໃຫ້ແກ້ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີ; 4.ຄ່າເອກະສານແລະຄ່າສໍາເນົາເອກະສານຕ່າງໆ. ...ມາດຕາເກົ້າ(ໃໝ່)ອາກອນຂອງລັດ

ມາດຕາເກົ້າ(ໃໝ່)ອາກອນຂອງລັດ ອາກອນຂອງລັດແມ່ນພາກສ່ວນໜຶ່ງຂອງຄ່າທໍານຽມສານ ຊຶ່ງຄູ່ຄວາມຜູ້ເສຍຄະດີຕ້ອງຈ່າຍຕາມຄໍາຕັດສິນຂອງສານ.ອາກອນຂອງ ລັດທີ່ເກັບໄດ້ນັ້ນໃຫ້ຖອກເຂົ້າງົບປະມານແຫ່ງລັດ. ອາກອນຂອງລັດປະກອບດ້ວຍ: 1.ອາກອນຂອງລັດຕາມມູນຄ່າຂອງຊັບທີ່ສານຕັດສິນໃຫ້. 2.ຄ່າຂໍອຸທອນ,ຄ່າຂໍລົບລ້ງແລະຄ່າຂໍຮຶ້ຟື້ນຄະດີ. ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນ,ຄໍາພະພາກສາຂອງສານທີ່ໃຊ້ ໄດ້ຢ່າງເດັດຂາດແລ້ວນັ້ນກ່ອນຈະນໍາໄປຈັດຕັ້ງປະຕິບັດຕ້ອງໃຫ້ເສຍອາ ກອນຂອງລັດເສຍກ່ອນ.

...ມາດຕາສິບ(ໃໝ່)ຄ່າໃຊ້ຈ່າຍໃນການດໍາເນີນຄະດີ

ມາດຕາສິບ(ໃໝ່)ຄ່າໃຊ້ຈ່າຍໃນການດໍາເນີນຄະດີ ຄ່າໃຊ້ຈ່າຍໃນການດໍາເນີນຄະດີແມ່ນຄ່າໃຊ້ຈ່າຍເພື່ອທໍາ ການພິສູດຫຼັກຖານ,ຊັນນະສູດສະຖານທີ່,ຮັກສາຂອງກາງລວມທັງຄ່າ ເດີນທາງ,ຄ່າກິນຢູ່ແລະອື່ນໆ.

...ມາດຕາສິບເອັດ(ໃໝ່):ຄ່າໃຊ້ຈ່າຍສໍາລັບຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີ

ມາດຕາສິບເອັດ(ໃໝ່):ຄ່າໃຊ້ຈ່າຍສໍາລັບຜູ້ຖືກເຊີນເຂົ້າຮ່ວມໃນການ ດໍາເນີນຄະດີ ພະຍານ,ຜູ້ຊ່ຽວຊານ,ຜູ້ແປພາສາທີ່ຖືກເຊີນເຂົ້າມາສານ ແລະພະນັກງານທີ່ລົງມາເຮັດວຽກນັ້ນຈະໄດ້ຮັບຄ່າທົດແທນຈໍານວນ ເງິນທີ່ພວກກ່ຽວໄດ້ໃຊ້ຈ່າຍເປັນຄ່າເດີນທາງ,ຄ່າພັກເຊົາແລະຄ່າກິນ ຢູ່ປະຈໍາວັນ. ຜູ້ຊ່ຽວຊານ,ຜູ້ແປພາສາ,ຜູ້ສົ່ງເອກະສານແລະຜູ້ຮັກສາ ຂອງກາງຈະໄດ້ຮັບຄ່າແຮງງານໃນເວລາປະຕິບັດວຽກງານຕາມການ ມອບໝາຍຂອງສານຕາມລະບຽບການສະເພາະ. ນອກຈາກຈະໄດ້ຮັບຄ່າເດີນທາງ,ຄ່າພັກເຊົາແລະຄ່າກິນ ຢູ່ປະຈໍາວັນແລ້ວກໍາມະກອນ,ລັດຖະກອນທີ່ຖືກເຊີນເຂົ້າມາສານໃນຖາ ນະເປັນພະຍານນັ້ນຍັງຕ້ອງຮັກສາເງິນເດືອນເດີມຂອງຜູ້ກ່ຽວໄວ້,ສ່ວນ ພະຍານທີ່ບໍ່ແມ່ນກໍາມະກອນ,ລັດຖະກອນຊຶ່ງຖືກເຊີນເຂົ້າມາສານໂດຍ ປະຕິບັດວຽກງານປະຈໍາວັນນັ້ນຜູ້ກ່ຽວກໍ່ຈະໄດ້ຮັບຄ່າຕອບແທນຄືນ.

...ມາດຕາສິບສອງ(ໃໝ່)ຄ່າເອກະສານແລະຄ່າສໍາເນົາເອກະສານຕ່າງໆ

ມາດຕາສິບສອງ(ໃໝ່)ຄ່າເອກະສານແລະຄ່າສໍາເນົາເອກະສານຕ່າງໆ ຄ່າເອກະສານແລະຄ່າສໍາເນົາເອກະສານຕ່າງໆປະກອບ ດ້ວຍ: 1.ຄ່າເສື້ອປົກສໍານວນຄະດີ. 2.ຄ່າທໍານຽມເອກະສານເຊັ່ນ:ຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນ, ຄໍາພິພາກສາ. 3.ຄ່າສໍາເນົາເອກະສານຕ່າງໆ. ...ມາດຕາສິບສາມ(ໃໝ່)ການມອບແລະການຮັບເງິນຄ່າທໍານຽມສານ

ມາດຕາສິບສາມ(ໃໝ່)ການມອບແລະການຮັບເງິນຄ່າທໍານຽມສານ ການມອບແລະການຮັບເງິນຄ່າທໍານຽມສານແມ່ນໃຫ້ຈ່າ ສານອອກໃບຮັບເງິນຢ່າງຖືກຕ້ອງຕາມຈໍານວນເງິນທີ່ໄດ້ມອບຮັບຕົວ ຈິງໂດຍມີລາຍເຊັນຫຼືຈໍ້າໂປ້ມືຂອງຜູ້ມອບແລະຜູ້ຮັບ. ການອອກໃບຮັບເງິນຕ້ອງເຮັດເປັນສາມສະບັບຄືໜຶ່ງສະບັບ ມອບໃຫ້ຜູ້ມອບເງິນ,ໜຶ່ງສະບັບເອົາໄວ້ໃນສໍານວນຄະດີແລະອີກໜຶ່ງສະ ບັບເອົາໄວ້ໃນຫົວຂວັ້ນ. ...ມາດຕາສິບສີ່(ໃໝ່)ການນໍາໃຊ້ເງິນຄ່າທໍານຽມສານ

ມາດຕາສິບສີ່(ໃໝ່)ການນໍາໃຊ້ເງິນຄ່າທໍານຽມສານ ເງິນຄ່າທໍານຽມສານຈະຖືກນໍາໃຊ້ເຂົ້າໃນການດໍາເນີນຄະດີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບແລະສິບເອັດຂອງກົດໝາຍສະບັບນີ້.

...ມາດຕາສິບຫ້າ(ໃໝ່)ການສະຫຼຸບເງິນຄ່າທໍານຽມສານ

ມາດຕາສິບຫ້າ(ໃໝ່)ການສະຫຼຸບເງິນຄ່າທໍານຽມສານ ການໃຊ້ຈ່າຍເງິນຄ່າທໍານຽມສານເຂົ້າໃນການດໍາເນີນຄະ ດີຕ້ອງໃຫ້ສະຫຼຸບຢ່າງລະອຽດຈະແຈ້ງເປັນລາຍລັກອັກສອນແລ້ວເກັບ ໄວ້ໃນສໍານວນຄະດີເພື່ອໃຫ້ສານພິຈາລະນາວິນິດໄສລົງໃສ່ຄໍາຕັດສິນຫຼື ຄໍາພິພາກສາ.

..ໝວດທີສາມຄ່າທໍານຽມສານທາງແພ່ງ


...ມາດຕາສິບຫົກ(ໃໝ່)ຄ່າທໍານຽມສານທາງແພ່ງ

ມາດຕາສິບຫົກ(ໃໝ່)ຄ່າທໍານຽມສານທາງແພ່ງ ຄ່າທໍານຽມສານທາງແພ່ງແມ່ນຄ່າໃຊ້ຈ່າຍຂອງຄູ່ຄວາມ ຫຼືບຸກຄົນທີສາມເຂົ້າໃນການດໍາເນີນຄະດີແພ່ງ,ການຄ້າ,ຄອບຄົວ,ເດັກ ແລະຄະດີອື່ນໆຕາມທີ່ກົດໝາຍໄດ້ກໍານົດໄວ້ລວມທັງອາກອນຂອງລັດ, ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີ,ຄ່າເອກະ ສານແລະຄ່າສໍາເນົາເອກະສານກ່ຽວກັບຄະດີນັ້ນ. ...ມາດຕາສິບເຈັດ(ໃໝ່)ອົງປະກອບຄ່າທໍານຽມສານທາງແພ່ງ

ມາດຕາສິບເຈັດ(ໃໝ່)ອົງປະກອບຄ່າທໍານຽມສານທາງແພ່ງ ຄ່າທໍານຽມສານທາງແພ່ງປະກອບດ້ວຍ: 1.ອາກອນຂອງລັດ; 2.ຄ່າໃຊ້ຈ່າຍໃນການດໍາເນີນຄະດີແພ່ງ. 3.ຄ່າໃຊ້ຈ່າຍໃຫ້ແກ້ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະ ດີແພ່ງ. 4.ຄ່າເອກະສານແລະຄ່າສໍາເນົາເອກະສານຕ່າງໆ.

...ມາດຕາສິບແປດ(ໃໝ່)ອັດຕາອາກອນຂອງລັດ

ມາດຕາສິບແປດ(ໃໝ່)ອັດຕາອາກອນຂອງລັດ ອັດຕາອາກອນຂອງລັດໃຫ້ປະຕິບັດດັ່ງນີ້: 1. ໃຫ້ເສຍອາກອນຂອງລັດສອງສ່ວນຮ້ອຍຂອງມູນຄ່າການ ຮ້ອງຟ້ອງ. 2. ໃຫ້ເສຍຫ້າສິບພັນກີບກ່ຽວກັບຄະດີສາຍຜົວເມຍ. 3. ໃຫ້ເສຍສີ່ສິບພັນກີບກ່ຽວກັບການຮ້ອງຟ້ອງເພື່ອຂໍຢ່າຮ້າງ ກັບບຸກຄົນທີ່ຖືກຮັບຮູ້ວ່າເປັນຜູ້ຫາຍສາບສູນຫຼືບຸກຄົນທີ່ບໍ່ມີຄວາມສາມາດ ທາງດ້ານການປະພຶດຫຼືບຸກຄົນທີ່ຖືກສານຕັດສິນລົງໂທດຕັດອິດສະລະພາບ ແຕ່ຫ້າປີຂຶ້ນໄປ. 4. ໃຫ້ເສຍຫ້າສິບພັນກີບກ່ຽວກັບການຮ້ອງຟ້ອງເພື່ອຂໍປ່ຽນ ແປງຫຼືຍົກເລີກສັນຍາເຊົ່າເຮືອນ,ການອາຍັດຊັບແລະການຮ້ອງຟ້ອງອື່ນ ໆທີ່ບໍ່ສາມາດຕີມູນຄ່າໄດ້.

...ມາດຕາສິບເກົ້າ(ໃໝ່)ຄ່າໃຊ້ຈ່າຍໃນການດໍາເນີນຄະດີແພ່ງ

ມາດຕາສິບເກົ້າ(ໃໝ່)ຄ່າໃຊ້ຈ່າຍໃນການດໍາເນີນຄະດີແພ່ງ ຄ່າໃຊ້ຈ່າຍໃນການດໍາເນີນຄະດີແພ່ງແມ່ນຄ່າໃຊ້ຈ່າຍເພື່ອ ລົງເກັບກໍາຂໍ້ມູນຫຼືຫຼັກຖານ,ພິສູດຫຼັກຖານແລະອື່ນໆ. ຄູ່ຄວາມຫຼືບຸກຄົນທີສາມທີ່ຮ້ອງຂໍໃຫ້ທໍາການເກັບກໍາຂໍ້ມູນ,ພິ ສູດຫຼັກຖານຫຼືຮຽກເອົາພະຍານເຂົ້າມາໃຫ້ການເພື່ອຊອກຫາຂໍ້ເທັດຈິງ ໃນຄະດີໃຫ້ແຈ້ງຂາວນັ້ນຜູ້ຮ້ອງຂໍຕ້ອງນໍາເອົາເງິນມາມອບໃຫ້ເພື່ອເປັນ ຄ່າໃຊ້ຈ່າຍ. ໃນກໍລະນີທີ່ເຫັນວ່າມີຄວາມຈໍາເປັນໃນການລົງເກັບກໍາຂໍ້ມູນ, ພິສູດຫຼັກຖານຫຼືຮຽກເອົາພະຍານຫຼືບຸກຄົນໜຶ່ງທີ່ກ່ຽວຂ້ອງໃນຄະດີມາໃຫ້ ການນັ້ນແມ່ນໃຫ້ໂຈດເປັນຜູ້ຈ່າຍກ່ອນ.

...ມາດຕາຊາວ(ໃໝ່)ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີແພ່ງ

ມາດຕາຊາວ(ໃໝ່)ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນ ຄະດີແພ່ງ ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີ ແພ່ງແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເອັດຂອງກົດ ໝາຍສະບັບນີ້.

...ມາດຕາຊາວເອັດ(ໃໝ່)ອັດຕາຄ່າທໍານຽມເອກະສານແລະສໍາເນົາເອກະສານຕ່າງໆທາງແພ່ງ

ມາດຕາຊາວເອັດ(ໃໝ່)ອັດຕາຄ່າທໍານຽມເອກະສານແລະສໍາເນົາເອກະ ສານຕ່າງໆທາງແພ່ງ ອັດຕາຄ່າທໍານຽມເອກະສານແລະສໍາເນົາເອກະສານຕ່າງໆ ທາງແພ່ງໃຫ້ປະຕິບັດດັ່ງນີ້: 1.ຄ່າເສື້ອປົກສໍານວນເອກະສານຄະດີໃຫ້ເກັບຊຸດລະສາມສິບ ຫ້າພັນກີບ. 2.ຄ່າແບບພິມຄໍາຮ້ອງຟ້ອງ,ຄໍາແກ້ຟ້ອງ,ຄໍາຟ້ອງແຍ່ງ,ຄໍາ ຮ້ອງຂໍອຸທອນ,ຄໍາຮ້ອງຂໍລົບລ້າງແລະຄໍາຮ້ອງຂໍຮື້ຟື້ນຄະດີໃຫ້ເກັບຊຸດລະ ສິບພັນກີບ. 3.ຄ່າອັດສໍາເນົາເອກະສານຕ່າງໆໃຫ້ເກັບໜ້າລະຫ້າລ້ອຍ ກີບ. 4.ຄ່າທໍານຽມຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນຫຼືຄໍາພິພາກສາ ໃຫ້ເກັບໜ້າລະສອງພັນກີບ.

ອັດຕາຄ່າທໍານຽມເອກະສານດັ່ງກ່າວສາມາດປ່ຽນແປງໄດ້ ຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງຊາດໂດຍການສະເໜີຂອງ ປະທານສານປະຊາຊົນສູງສຸດ. ...ມາດຕາຊາວສອງ(ໃໝ່)ເງິນວາງສານ

ມາດຕາຊາວສອງ(ໃໝ່)ເງິນວາງສານ ສານຈະກໍານົດໃຫ້ຄູ່ຄວາມຫຼືບຸກຄົນທີສາມໃນຄະດີແພ່ງວາງ ເງິນໄວ້ນໍາສານບໍ່ໃຫ້ເກີນສອງແສນກີບເພື່ອຄວາມສະດວກໃນການດໍາ ເນີນຄະດີ. ໃນກໍລະນີທີ່ເງິນນໍາມາວາງສານນັ້ນຫາກເຫຼືອຈາກການໃຊ້ ຈ່າຍແລ້ວກໍ່ຕ້ອງສົ່ງຄືນໃຫ້ຜູ້ກ່ຽວ. ...ມາດຕາຊາວສາມ(ໃໝ່)ການນໍາໃຊ້ເງິນວາງສານ

ມາດຕາຊາວສາມ(ໃໝ່)ການນໍາໃຊ້ເງິນວາງສານ ເງິນວາງສານຈະຖືກນໍາໃຊ້ໃນກໍລະນີດັ່ງນີ້: 1.ການສົ່ງໝາຍຮຽກ. 2.ການສົ່ງເອກະສານແລະສໍານວນຄະດີ. 3.ການໃຊ້ຈ່າຍອື່ນໆທີ່ເຫັນວ່າມີຄວາມຈໍາເປັນໃນການດໍາ ເນີນຄະດີແພ່ງ. ...ມາດຕາຊາວສີ່(ໃໝ່)ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮື້ຟື້ນຄະດີແພ່ງ

ມາດຕາຊາວສີ່(ໃໝ່)ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮື້ຟື້ນຄະດີແພ່ງ ການຂໍອຸທອນ,ການຂໍລົບລ້າງ,ແລະການຂໍຮື້ຟື້ນຄະດີແພ່ງໃຫ້ ປະຕິບັດດັ່ງນີ້: ຄ່າຂໍອຸທອນໃຫ້ເສຍສາມສິບພັນກີບ. ຄ່າຂໍລົບລ້າງໃຫ້ເສຍສີ່ສິບພັນກີບ. ຄ່າຂໍຮື້ຟື້ນຄະດີໃຫ້ເສຍຫ້າສິບພັນກີບ.

ສໍາລັບການຂໍອຸທອນ,ການຂໍລົບລ້າງແລະການຂໍຮື້ຟື້ນຄະດີ ກ່ຽວກັບຄະດີສາຍຜົວເມຍ,ການຮ້ອງຟ້ອງເພື່ອຂໍຢ່າຮ້າງກັບບຸກຄົນທີ່ຖືກ ຮັບຮູ້ວ່າເປັນຜູ້ຫາຍສາບສູນຫຼືບຸກຄົນທີ່ບໍ່ມີຄວາມສາມາດທາງດ້ານການ ປະພຶດຫຼືບຸກຄົນທີ່ຖືກສານຕັດສິນລົງໂທດຕັດອິດສະລະພາບແຕ່ຫ້າປີຂຶ້ນ ໄປ,ການຮ້ອງຟ້ອງເພື່ອຂໍຍົກເລີກສັນຍາເຊົ່າເຮືອນ,ການອາຍັດຊັບແລະ ການຮ້ອງຟ້ອງອື່ນໆທີ່ບໍ່ສາມາດຕີມູນຄ່າໄດ້ໃຫ້ປະຕິບັດດັ່ງນີ້: ຄ່າຂໍອຸທອນໃຫ້ເສຍສິບພັນກີບ. ຄ່າຂໍລົບລ້າງໃຫ້ເສຍຊາວພັນກີບ. ຄ່າຂໍຮື້ຟື້ນຄະດີໃຫ້ເສຍສາມສິບພັນກີບ.

...ມາດຕາຊາວຫ້າ(ໃໝ່)ການຍົກເວັ້ນອາກອນຂອງລັດ,ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮືຟື້ນຄະດີແພ່ງ

ມາດຕາຊາວຫ້າ(ໃໝ່)ການຍົກເວັ້ນອາກອນຂອງລັດ,ຄ່າຂໍອຸທອນ,ຄ່າຂໍ ລົບລ້າງແລະຄ່າຂໍຮືຟື້ນຄະດີແພ່ງ ການຮ້ອງຟ້ອງທາງແພ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາສີ່ ວັກທີສອງຂອງກົດໝາຍສະບັບນີ້ຈະຖືກຍົກເວັ້ນຈາກການຈ່າຍອາກອນ ຂອງລັດ,ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮື້ຟື້ນຄະດີແຕ່ສະເພາະຜູ້ ຮ້ອງຟ້ອງທີ່ເສຍຄະດີເທົ່ານັ້ນ.ສໍາລັບຜູ້ຖືກຮ້ອງຟ້ອງທີ່ເສຍຄະດີຈະບໍ່ໄດ້ ຮັບການຍົກເວັ້ນແລະຕ້ອງໄດ້ປະຕິບັດຕາມມາດຕາສິບແປດຂໍ້ໜຶ່ງແລະ ມາດຕາຊາວສີ່ວັກທີໜຶ່ງຂອງກົດໝາຍສະບັບນີ້ໃນກໍລະນີທີ່ຜູ້ກ່ຽວຫາກ ຮ້ອງຂໍອຸທອນ,ຂໍລົບລ້າງຫຼືຂໍຮື້ຟື້ນຄະດີນັ້ນ.

...ມາດຕາຊາວຫົກ(ໃໝ່)ພັນທະໃນການໃຊ້ແທນຄ່າທໍານຽມສານແພ່ງ

ມາດຕາຊາວຫົກ(ໃໝ່)ພັນທະໃນການໃຊ້ແທນຄ່າທໍານຽມສານແພ່ງ ຝ່າຍທີ່ເສຍຄະດີຕ້ອງໃຊ້ແທນຄ່າໃຊ້ຈ່າຍຕ່າງໆໃນການດໍາ ເນີນຄະດີໃຫ້ແກ່ຝ່າຍທີ່ຊະນະຄະດີແລະຈ່າຍອາກອນຂອງລັດຕາມຄໍາຕັດ ສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ.ຖ້າວ່າການຮ້ອງຟ້ອງຫາກຖືກສານ ຕັດສິນໃຫ້ໂຈດໄດ້ສ່ວນໃດສ່ວນໜຶ່ງຈໍາເລີຍຕ້ອງຈ່າຍອາກອນຂອງລັດ ຕາມສ່ວນທີ່ສານໄດ້ຕັດສິນໃຫ້ໂຈດນັ້ນ.ການຈ່າຍອາກອນຂອງລັດໃນ ສ່ວນທີ່ເຫຼືອນັ້ນໃຫ້ໂຈດເປັນຜູ້ຈ່າຍ. ເມື່ອສານຫາກຕັດສິນຍົກເລີກຄໍາຮ້ອງຟ້ອງທັງໝົດຫຼືສ່ວນໃດ ສ່ວນໜຶ່ງຂອງອົງການໄອຍະການປະຊາຊົນ,ອົງການບໍລິຫານລັດ,ແນວ ລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມເພື່ອປົກ ປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງບຸກຄົນອື່ນແລ້ວຈໍາເລີຍຈະໄດ້ ຮັບການໃຊ້ແທນຄືນລາຍຈ່າຍຊຶ່ງຜູ້ກ່ຽວໄດ້ຈ່າຍໃນການດໍາເນີນຄະດີ ໂດຍຄິດໄລ່ເອົາຈາກພາກສ່ວນທີ່ຮ້ອງຟ້ອງນັ້ນ.

...ມາດຕາຊາວເຈັດ(ໃໝ່)ຜູ້ຮັບຜິດຊອບເກັບຄ່າທໍານຽມສານແພ່ງ

ມາດຕາຊາວເຈັດ(ໃໝ່)ຜູ້ຮັບຜິດຊອບເກັບຄ່າທໍານຽມສານແພ່ງ ພະນັກງານທີ່ເກັບຄ່າທໍານຽມສານເປັນຜູ້ຮັບຜິດຊອບເກັບຄ່າ ທໍານຽມສານຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບ,ສິບເອັດແລະສິບສອງ ຂອງກົດໝາຍສະບັບນີ້. ພະນັກງານປະຕິບັດຄໍາຕັດສິນຂອງສານເປັນຜູ້ຮັບຜິດຊອບ ເກັບອາກອນຂອງລັດແລະຈັດຕັ້ງປະຕິບັດກ່ຽວກັບຄ່າໃຊ້ຈ່າຍອື່ນໆຕາມ ຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ.

..ໝວດທີສີ່ຄ່າທໍານຽມສານທາງອາຍາ


...ມາດຕາຊາວແປດ(ໃໝ່)ຄ່າທໍານຽມສານທາງອາຍາ

ມາດຕາຊາວແປດ(ໃໝ່)ຄ່າທໍານຽມສານທາງອາຍາ ຄ່າທໍານຽມສານທາງອາຍາແມ່ນຄ່າໃຊ້ຈ່າຍຂອງເຈົ້າໜ້າທີ່ ສືບສວນ-ສອບສວນ,ພະນັກງານຂອງອົງການໄອຍະການປະຊາຊົນແລະ ສານປະຊາຊົນເຂົ້າໃນການດໍາເນີນຄະດີອາຍາເຊັ່ນ:ການລົງຊັນນະສູດສະ ຖານທີ່ເກີດເຫດ,ການລົງເກັບກໍາຂໍ້ມູນ,ການພິສູດຫຼັກຖານ,ການຊອກຫາ ຕົວຜູ້ຕ້ອງຫາຫຼືຈໍາເລີຍລວມທັງການໃຊ້ຈ່າຍໃຫ້ບຸກຄົນທີ່ໄດ້ກ່າວໄວ້ໃນ ມາດຕາສິບເອັດຂອງກົດໝາຍສະບັບນີ້.

...ມາດຕາຊາວເກົ້າ(ໃໝ່)ອົງປະກອບຄ່າທໍານຽມສານທາງອາຍາ

ມາດຕາຊາວເກົ້າ(ໃໝ່)ອົງປະກອບຄ່າທໍານຽມສານທາງອາຍາ ຄ່າທໍານຽມສານທາງອາຍາປະກອບດ້ວຍ: 1.ຄ່າໃຊ້ຈ່າຍໃນການດໍາເນີນຄະດີອາຍາ. 2.ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະ ດີອາຍາ. 3.ຄ່າເອກະສານແລະຄ່າສໍາເນົາເອກະສານຕ່າງໆ. ...ມາດຕາສາມສິບ(ໃໝ່)ຄ່າໃຊ້ຈ່າຍໃນການດໍາເນີນຄະດີອາຍາ

ມາດຕາສາມສິບ(ໃໝ່)ຄ່າໃຊ້ຈ່າຍໃນການດໍາເນີນຄະດີອາຍາ ຄ່າໃຊ້ຈ່າຍໃນການດໍາເນີນຄະດີອາຍາແມ່ນຄ່າໃຊ້ຈ່າຍຂອງ ເຈົ້າໜ້າທີ່ສືບສວນ-ສອບສວນ,ພະນັກງານຂອງອົງການໄອຍະການປະຊາ ຊົນໃນການລົງຊັນນະສູດສະຖານທີ່ເກີດເຫດ,ການລົງເກັບກໍາຂໍ້ມູນ,ການພິ ສູດຫຼັກຖານ,ການຊອກຫາຕົວຜູ້ຕ້ອງຫາຫຼືຈໍາເລີຍລວມທັງຄ່າໃຊ້ຈ່າຍຂອງ ສານໃນການສົ່ງໝາຍຮຽກ,ສົ່ງເອກະສານ,ສົ່ງສໍານວນຄະດີແລະການໃຊ້ ຈ່າຍໃຫ້ບຸກຄົນທີ່ໄດ້ກ່າວໄວ້ໃນມາດຕາສິບເອັດຂອງກົດໝາຍສະບັບນີ້.


...ມາດຕາສາມສິບເອັດ(ໃໝ່)ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີອາຍາ

ມາດຕາສາມສິບເອັດ(ໃໝ່)ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການ ດໍາເນີນຄະດີອາຍາ ຄ່າໃຊ້ຈ່າຍໃຫ້ແກ່ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີ ອາຍາແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເອັດຂອງກົດ ໝາຍສະບັບນີ້.

...ມາດຕາສາມສິບສອງ(ໃໝ່)ອັດຕາຄ່າທໍານຽມເອກະສານແລະສໍາເນົາເອກະສານຕ່າງໆທາງອາຍາ

ມາດຕາສາມສິບສອງ(ໃໝ່)ອັດຕາຄ່າທໍານຽມເອກະສານແລະສໍາເນົາ ເອກະສານຕ່າງໆທາງອາຍາ ອັດຕາຄ່າທໍານຽມເອກະສານແລະສໍາເນົາເອກະສານຕ່າງໆ ທາງອາຍາແມ່ນໃຫ້ປະຕິບັດດັ່ງດຽວກັນກັບອັດຕາຄ່າທໍານຽມເອກະສານ ແລະສໍາເນົາເອກະສານຕ່າງໆທາງແພ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ ຊາວເອັດຂອງກົດໝາຍສະບັບນີ້.

...ມາດຕາສາມສິບສາມ(ໃໝ່)ຄວາມຮັບຜິດຊອບຕໍ່ຄ່າທໍານຽມສານທາງອາຍາ

ມາດຕາສາມສິບສາມ(ໃໝ່)ຄວາມຮັບຜິດຊອບຕໍ່ຄ່າທໍານຽມສານທາງ ອາຍາ ຄ່າໃຊ້ຈ່າຍໃນການດໍາເນີນຄະດີອາຍາ,ຄ່າໃຊ້ຈ່າຍໃຫ້ແກ່ ຜູ້ຖືກເຊີນເຂົ້າຮ່ວມໃນການດໍາເນີນຄະດີອາຍາ,ຄ່າເອກະສານແລະຄ່າ ສໍາເນົາເອກະສານຕ່າງໆແມ່ນໃຫ້ລັດເປັນຜູ້ຈ່າຍກ່ອນ.ຖ້າສານຫາກຕັດ ສິນໃຫ້ຈໍາເລີຍມີຄວາມຜິດທາງອາຍາແມ່ນໃຫ້ຈໍາເລີຍເປັນຜູ້ໃຊ້ແທນຄ່າ ທໍານຽມສານທີ່ລັດໄດ້ຈ່າຍໄປກ່ອນແລ້ວນັັ້ນຄືນໃຫ້ແກ່ລັດ.ໃນກໍລະນີທີ່ມີ ຜູ້ກະທໍາຜິດຫຼາຍຄົນກໍ່ໃຫ້ແບ່ງກັນເສຍຕາມຄວາມຮັບຜິດຊອບຂອງແຕ່ ລະຄົນ. ໃນກໍລະນີທີ່ມີການຕັດສິນໃຫ້ຈໍາເລີຍພົ້ນຈາກຂໍ້ກ່າວຫາຫຼືຕັດ ສິນລົງໂທດຜູ້ກະທໍາຜິດຊຶ່ງຢູ່ໃນສະພາບທີ່ບໍ່ສາມາດຈະຈ່າຍຄ່າທໍານຽມ ສານໄດ້ນັ້ນແມ່ນໃຫ້ລັດເປັນຜູ້ຮັບຜິດຊອບ. ໃນກໍລະນີທີ່ມີການຍົກເລີກຄະດີເນື່ອງຈາກມີການຕົກລົງກັນ ລະຫວ່າງຜູ້ຖືກເສຍຫາຍກັບຜູ້ຖືກຫາໃນຄະດີຕາມທີ່ໄດ້ກໍານົດໄວ້ໃນມາດ ຕາຊາວຫ້າຂອງກົດໝາຍອາຍາສະບັບປັບປຸງແມ່ນໃຫ້ຜູ້ຖືກເສຍຫາຍ ແລະຜູ້ຖືກຫາເປັນຜູ້ເສຍຄ່າໃຊ້ຈ່າຍໃນການດໍາເນີນຄະດີ.

...ມາດຕາສາມສິບສີ່(ໃໝ່)ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮື້ຟື້ນຄະດີອາຍາ

ມາດຕາສາມສິບສີ່(ໃໝ່)ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮື້ຟື້ນຄະ ດີອາຍາ ຄ່າຂໍອຸທອນ,ຄ່າຂໍລົບລ້າງແລະຄ່າຂໍຮື້ຟື້ນຄະດີອາຍາໃຫ້ປະ ຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາຊາວສີ່ວັກໜຶ່ງຂອງກົດໝາຍສະບັບ ນີ້ຍົກເວັ້ນການສະເໜີຄັດຄ້ານຂອງໄອຍະການປະຊາຊົນ.

..ໝວດທີຫ້າການຄຸ້ມຄອງແລະກວດກາຄ່າທໍານຽມສານ


...ມາດຕາສາມສິບຫ້າ(ໃໝ່)ອົງການຄຸ້ມຄອງຄ່າທໍານຽມສານ

ມາດຕາສາມສິບຫ້າ(ໃໝ່)ອົງການຄຸ້ມຄອງຄ່າທໍານຽມສານ ອົງການຄຸ້ມຄອງຄ່າທໍານຽມສານປະກອບດ້ວຍອົງການຄຸ້ມ ຄອງກ່ຽວກັບອາກອນຂອງລັດແລະອົງການຄຸ້ມຄອງກ່ຽວກັບຄ່າໃຊ້ຈ່າຍ ໃນການດໍາເນີນຄະດີແລະອື່ນໆ. ອົງການຄຸ້ມຄອງຄ່າທໍານຽມສານກ່ຽວກັບອາກອນຂອງລັດ ປະກອບດ້ວຍ: 1.ກະຊວງຍຸດຕິທໍາ. 2.ພະແນກຍຸດຕິທໍາແຂວງ,ນະຄອນ. 3.ຫ້ອງການຍຸດຕິທໍາເມືອງ,ເທດສະບານ.

ອົງການຄຸ້ມຄອງຄ່າທໍານຽມສານກ່ຽວກັບຄ່າໃຊ້ຈ່າຍໃນ ການດໍາເນີນຄະດີແລະອື່ນໆປະກອບດ້ວຍ: 1.ສານປະຊາຊົນສູງສຸດ. 2.ສານອຸທອນ. 3.ສານປະຊາຊົນແຂວງ,ນະຄອນ. 4.ສານປະຊາຊົນເມືອງ,ເທດສະບານ.

ໃນກໍລະນີທີ່ສໍານວນຄະດີຫາກຢູ່ໃນຄວາມຮັບຜິດຊອບຂອງ ອົງການໄອຍະການປະຊາຊົນນັ້ນກໍ່ໃຫ້ອົງການດັ່ງກ່າວເປັນຜູ້ຄຸ້ມຄອງ ຄ່າທໍານຽມສານກ່ຽວກັບຄະດີນັ້ນ.

...ມາດຕາສາມສິບຫົກ(ໃໝ່)ສິດແລະໜ້າທີ່ຂອງອົງການຄຸ້ມຄອງຄ່າທໍານຽມສານຂັ້ນສູນກາງ

ມາດຕາສາມສິບຫົກ(ໃໝ່)ສິດແລະໜ້າທີ່ຂອງອົງການຄຸ້ມຄອງຄ່າທໍາ ນຽມສານຂັ້ນສູນກາງ ໃນການຄຸ້ມຄອງຄ່າທໍານຽມສານນັ້ນອົງການຄຸ້ມຄອງຄ່າ ທໍານຽມສານຂັ້ນສູນກາງຊຶ່ງມີກະຊວງຍຸດຕິທໍາແລະສານປະຊາຊົນສູງ ສຸດມີສິດແລະໜ້າທີ່ດັ່ງນີ້: 1.ຄົ້ນຄວ້າສ້າງແຜນການ,ລະບຽບການ,ອອກຂໍ້ຕົກລົງ,ຄໍາ ສັ່ງ,ຄໍາແນະນໍາແລະແຈ້ງການກ່ຽວກັບວຽກງານຄ່າທໍານຽມສານ. 2.ຊີ້ນໍາແລະຄຸ້ມຄອງວຽກງານການຈັດຕັ້ງປະຕິບັດຄ່າທໍາ ນຽມສານ. 3.ສ້າງ,ບໍາລຸງແລະຍົກລະດັບຄວາມຮູ້ຄວາມສາມາດ,ຄຸນ ສົມບັດ,ຈັນຍາທໍາແລະແບບແຜນວິທີເຮັດວຽກໃຫ້ແກ່ພະນັກງານທີ່ກ່ຽວ ຂ້ອງ. 4.ປະຕິບັດນະໂຍບາຍຍ້ອງຍໍຕໍ່ພະນັກງານຜູ້ທີ່ມີຜົນງານແລະ ປະຕິບັດວິໄນຕໍ່ຜູ້ທີ່ມີຄວາມຜິດໃນການປະຕິບັດວຽກງານຕ່າທໍານຽມສານ. 5.ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບວຽກງານຄ່າທໍານຽມ ສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ...ມາດຕາສາມສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງອົງການຄຸ້ມຄອງຄ່າທໍານຽມສານຂັ້ນທ້ອງຖິ່ນ

ມາດຕາສາມສິບເຈັດ(ໃໝ່)ສິດແລະໜ້າທີ່ຂອງອົງການຄຸ້ມຄອງຄ່າທໍາ ນຽມສານຂັ້ນທ້ອງຖິ່ນ ໃນການຄຸ້ມຄອງຄ່າທໍານຽມສານນັ້ນອົງການຄຸ້ມຄອງຄ່າທໍາ ນຽມສານຂັ້ນທ້ອງຖິ່ນມີສິດແລະໜ້າທີ່ດັ່ງນີ້: 1.ຄຸ້ມຄອງທາງດ້ານການຈັດຕັ້ງ,ງົບປະມານແລະກວດກາ ການຈັດຕັ້ງປະຕິບັດວຽກງານຄ່າທໍານຽມສານຂອງພາກສ່ວນທີ່ຂຶ້ນກັບ ຕົນ. 2.ສະເໜີຕໍ່ຂັ້ນເທິງຂອງຕົນກ່ຽວກັບການປັບປຸງແກ້ໄຂວຽກ ງານຄ່າທໍານຽມສານ. 3.ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຄ່າທໍາ ນຽມສານຕໍ່ຂັ້ນເທິງຂອງຕົນຢ່າງເປັນລະບົບ. 4.ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບວຽກງານຄ່າທໍານຽມ ສານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາສາມສິບແປດ(ໃໝ່)ອົງການກວດກາຄ່າທໍານຽມສານ

ມາດຕາສາມສິບແປດ(ໃໝ່)ອົງການກວດກາຄ່າທໍານຽມສານ ອົງການກວດກາຄ່າທໍານຽມສານປະກອບດ້ວຍອົງການກວດ ກາພາຍໃນແລະອົງການກວດກາພາຍນອກ. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການ ຄຸ້ມຄອງຄ່າທໍານຽມສານຕາມທີ່ໄດ້ກໍານົດໄວ້ໃນມາດຕາສາມສິບຫ້າຂອງ ກົດໝາຍສະບັບນີ້. ອົງການກວດກາພາຍນອກມີກະຊວງການເງິນ,ພະແນກການ ເງິນແຂວງ,ນະຄອນແລະຫ້ອງການການເງິນເມືອງ,ເທດສະບານ.

...ມາດຕາສາມສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາສາມສິບເກົ້າ(ໃໝ່)ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ກວດກາການຈັດຕັ້ງ ປປະຕິບັດວຽກງານຄ່າທໍານຽມສານ,ການປະຕິບັດໜ້າທີ່ແລະຄວາມຮັບ ຜິດຊອບຂອງພະນັກງານແຕ່ລະຂັ້ນທີ່ຂຶ້ນກັບຕົນເປັນຕົ້ນແມ່ນການຄິດໄລ່ ແລະການເກັບຄ່າທໍານຽມສານລວມທັງພັນທະອື່ນໆໃຫ້ຖືກຕ້ອງ,ຄົບຖ້ວນ ຕາມຈິງແລະລະບຽບກົດໝາຍ.

...ມາດຕາສີ່ສິບ(ໃໝ່)ສິດແລະໜ້າທີ່ຂອງອົງການກວດສອບພາຍນອກ

ມາດຕາສີ່ສິບ(ໃໝ່)ສິດແລະໜ້າທີ່ຂອງອົງການກວດສອບພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດສິດແລະໜ້າທີ່ຂອງພະນັກງານທີ່ກ່ຽວຂ້ອງກັບວຽກງານຄ່າ ທໍານຽມສານຢູ່ໃນຂັ້ນຂອງຕົນເພື່ອເຮັດໃຫ້ການເກັບຄ່າທໍານຽມສານມີ ປະສິດທິພາບ,ມີຄວາມໂປ່ງໄສແລະຍຸດຕິທໍາ.

..ໝວດທີຫົກນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາສີ່ສິບເອັດ(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາສີ່ສິບເອັດ(ໃໝ່)ນະໂຍບາຍຕໍ່ຜູ້ມີຜົນງານ ພະນັກງານທີ່ກ່ຽວຂ້ອງກັບການປະຕິບັດວຽກງານຄ່າທໍາ ນຽມສານທີ່ໄດ້ເຮັດສໍາເລັດໜ້າທີ່ຂອງຕົນຢ່າງດີແລະອົງການຈັດຕັ້ງຫຼື ບຸກຄົນທີ່ໄດ້ໃຫ້ການຮ່ວມມືແລະປະກອບສ່ວນເຂົ້າໃນວຽກງານຄ່າທໍາ ນຽມສານທີ່ມີຜົນງານດີເດັ່ນຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນໆຕາມ ລະບຽບການ. ...ມາດຕາສີ່ສິບສອງ(ໃໝ່)ມາດຕະການຕໍ່ຜູ້ລະເມີດ

ມາດຕາສີ່ສິບສອງ(ໃໝ່)ມາດຕະການຕໍ່ຜູ້ລະເມີດ ພະນັກງານທີ່ກ່ຽວຂ້ອງກັບວຽກງານຄ່າທໍານຽມສານທີ່ມີ ຄວາມຜິດໃນການປະຕິບັດໜ້າທີ່ຂອງຕົ້ນເຊັ່ນຂາດຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານ,ເຂົ້າຂ້າງອອກຂາ,ເກັບຄ່າທໍານຽມ ສານຫຼືນໍາໃຊ້ຄ່າທໍານຽມສານບໍ່ຖືກຕ້ອງຕາມກົດໝາຍໂດຍເຈດຕະນາ ຈະຖືກສຶກສາອົບຮົມຫຼືປະຕິບັດວິໄນ. ໃນກໍລະນີທີ່ພະນັກງານດັ່ງກ່າວຫາກສວຍໃຊ້ໜ້າທີ່ຫຼືໃຊ້ສິດ ອໍານາດເກີນຂອບເຂດຫຼືທວງເອົາເງິນຄ່າທໍານຽມສານໂດຍບໍ່ຖືກຕ້ອງ, ສໍ້ໂກງຫຼືຍັກຍອກເອົາເງິນຄ່າທໍານຽມສານ,ເຮັດໃຫ້ເງິນຄ່າທໍານຽມ ສານເສຍຫາຍດ້ວຍຄວາມບໍ່ລະມັດລະວັງກໍ່ຈະຖືກດໍາເນີນຄະດີອາຍາ ຕາມກົດໝາຍ. ຄູ່ຄວາມທີ່ສານຕັດສິນໃຫ້ເສຍຄ່າທໍານຽມສານແຕ່ບໍ່ປະຕິບັດ ຕາມຄໍາຕັດສິນຂອງສານໂດຍບໍ່ມີເຫດຜົນຖືວ່າເປັນການກະທໍາຜິດແລະ ຈະຖືກດໍາເນີນຄະດີອາຍາຕາມກົດໝາຍ.

..ໝວດທີເຈັດບົດບັນຍັດສຸດທ້າຍ


...ມາດຕາສີ່ສິບສາມ(ໃໝ່)ການຈັດຕັ້ງປະຕິບັດ

ມາດຕາສີ່ສິບສາມ(ໃໝ່)ການຈັດຕັ້ງປະຕິບັດ ກະຊວງຍຸດຕິທໍາ,ສານປະຊາຊົນສູງສຸດແລະອົງການໄອຍະ ການປະຊາຊົນສູງສຸດເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້. ...ມາດຕາສີ່ສິບສີ່ຜົນສັກສິດ

ມາດຕາສີ່ສິບສີ່ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍຄ່າທໍານຽມ ສານສະບັບເລກທີສູນຫ້າທັບເກົ້າສູນສປສລົງວັນທີສິບເດືອນກໍລະກົດປີ ໜຶ່ງພັນເກົ້າຮ້ອຍເກົ້າສິບ. ຂໍ້ກໍານົດ,ບົບບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ ຖືກຍົກເລີກ. ປະທານສະພາແຫ່ງຊາດ.