ກົດໝາຍວ່າດ້ວຍງົບປະມານແຫ່ງລັດ(ສະບັບປັບປຸງ) 26-12-2006

.ງົບປະມານແຫ່ງລັດ(ສະບັບປັບປຸງ) 26-12-2006


..ພາກທີໜຶ່ງ:ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງ

ມາດຕາໜຶ່ງ:ຈຸດປະສົງ ກົດໝາຍວ່າດ້ວຍງົບປະມານແຫ່ງລັດກໍານົດຫຼັກການ,ລະ ບຽບການ,ມາດຕະການກ່ຽວກັບການສ້າງແຜນ,ການຈັດຕັ້ງປະຕິບັດ, ການສະຫຼຸບແລະການກວດສອບງົບປະມານແຫ່ງລັດເພື່ອຄຸ້ມຄອງການ ເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ,ຄົບຖ້ວນ,ປະຕິບັດລາຍຈ່າຍ ງົບປະມານໃຫ້ໂປ່ງໃສ,ປະຢັດມັດທະຍັດ,ມີປະສິດທິຜົນ,ເປັນເອກະພາບ ໃນຂອບເຂດທົ່ວປະເທດ,ຍົກສູງຄວາມຮັບຜິດຊອບຂອງອົງການລັດທຸກ ຂັ້ນ,ເພີ່ມຖານແຫຼ່ງລາຍຮັບ,ສ້າງຄວາມເຂັ້ມແຂງທາງດ້ານການເງິນ ດ້ວຍຕົນເອງເທື່ອລະກ້າວເຮັດໃຫ້ການເງິນແຫ່ງຊາດມີສະຖຽນລະພາບ ແລະເຊື່ອມໂຍງເຂົ້າລະບົບການເງິນສາກົນແນໃສ່ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ຕໍ່ເນື່ອງແລະ ຍືນຍົງ.

...ມາດຕາສອງ:ງົບປະມານແຫ່ງລັດ

ມາດຕາສອງ:ງົບປະມານແຫ່ງລັດ ງົບປະມານແຫ່ງລັດແມ່ນການຄາດຄະເນແຜນລາຍຮັບ-ລາຍ ຈ່າຍຂອງລັດຊຶ່ງໄດ້ຮັບຮອງຈາກສະພາແຫ່ງຊາດໃນແຕ່ລະປີ.ງົບປະມານ ແຫ່ງລັດເປັນໃຈກາງຂອງລະບົບການເງິນແຫ່ງຊາດ,ເປັນເຄື່ອງມືຄຸ້ມຄອງ ,ດັດສົມເສດຖະກິດມະຫາພາກເພື່ອຮັບປະກັນໃຫ້ເສດຖະກິດ-ສັງຄົມມີການ ພັດທະນາ.

...ມາດຕາສາມ:ການອະທິບາຍສັບ

ມາດຕາສາມ:ການອະທິບາຍສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງ ນີ້: 1.ການດຸ່ນດ່ຽງງົບປະມານແຫ່ງລັດ:ໝາຍເຖິງການສົມ ທຽບລະຫວ່າງຕົວເລກລວມຍອດລາຍຮັບກັບຕົວເລກລວມຍອດລາຍຈ່າຍ ງົບປະມານແຫ່ງລັດໃນໄລຍະເວລາໃດໜຶ່ງເມື່ອສົມທຽບແລ້ວຈະເຫັນໄດ້ ຖານະງົບປະມານແຫ່ງລັດເກີດຂຶ້ນໃນສາມກໍລະນີດັ່ງນີ້: -ງົບປະມານສົມດຸນ:ໝາຍເຖິງງົບປະມານທີ່ມີຕົວເລກລວມ ຍອດລາຍຮັບເທົ່າກັບຕົວເລກລວມຍອດລາຍຈ່າຍ. -ງົບປະມານເກີນດຸນ:ໝາຍເຖິງງົບປະມານທີ່ມີຕົວເລກລວມ ຍອດລາຍຮັບຫຼາຍກວ່າຕົວເລກລວມຍອດລາຍຈ່າຍ. -ງົບປະມານຂາດດຸນ:ໝາຍເຖິງງົບປະມານທີ່ມີຕົວເລກລວມ ຍອດລາຍຮັບໜ້ອຍກວ່າຕົວເລກລວມຍອດລາຍຈ່າຍ. 2.ການຊ່ວຍໜູນກົບປະມານ:ໝາຍເຖິງການຊ່ວຍໜູນຈາກ ງົບປະມານສູນກາງໃຫ້ງົບປະມານທ້ອງຖິ່ນທີ່ນອນໃນແຜນງົບປະມານ ແຫ່ງລັດປະຈໍາສົກປີ; 3.ຫົວໜ່ວຍງົບປະມານ:ໝາຍເຖິງອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນທີ່ໄດ້ຮັບມອບສິດຈາກລັດ ຖະບານໃນການສ້າງແຜນ,ການຈັດຕັ້ງປະຕິບັດແລະການສະຫຼຸບງົບປະ ມານແຫ່ງລັດ; 4.ຜູ້ສັ່ງການເອກ:ໝາຍເຖິງລັດຖະມົນຕີວ່າການກະຊວງ ການເງິນທີ່ໄດ້ຮັບມອບສິດຈາກລັດຖະບານໃຫ້ຮັບຜິດຊອບຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ; 5.ຜູ້ສັ່ງການ:ໝາຍເຖິງລັດຖະມົນຕີວ່າການກະຊວງ,ຫົວໜ້າ ອົງການທຽບເທົ່າກະຊວງ,ເຈົ້າແຂວງ,ເຈົ້າຄອງນະຄອນຊຶ່ງເປັນຜູ້ຮັບ ຜິດຊອບໃນການຈັດຕັ້ງປະຕິບັດແຜນງົບປະມານໃນຂະແໜງການແລະ ທ້ອງຖິ່ນຂອງຕົນຕາມການມອບໝາຍຂອງຜູ້ສັ່ງການເອກ; 6.ເງິນແຮລັດຖະບານແລະເງິນແຮທ້ອງຖິ່ນ:ໝາຍເຖິງຮ່ວງ ເງິນທີ່ກໍານົດໃນແຜນລາຍຈ່າຍງົບປະມານປະຈໍາສົກປີແລະຄິດໄລ່ຈາກ ຍອດລາຍຈ່າຍງົບປະມານເພື່ອນໍາໃຊ້ເຂົ້າໃນຄວາມຕ້ອງການບັງເອີນ ແລະຮີບດ່ວນເປັນຕົ້ນ.ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໄພທໍາມະຊາດ,ພະຍາດລະບາດ; 7.ຄັງສະສົມແຫ່ງລັດໝາຍເຖິງຮ່ວງເງິນຂອງລັດຖະບານທີ່ ກໍານົດໃນແຜນລາຍຈ່າຍປະຈໍາສົກປີໃນແຜນງົບປະມານແລະຄິດໄລ່ ຈາກຍອດລາຍຈ່າຍງົບປະມານດລາຍຮັບເກີນແຜນງົບປະມານປະຈໍາ ສົກປີແລະຂາຍຊັບພະຍາກອນທໍາມະຊາດໃນຂອບເຂດທີ່ລັດຖະບານຕົກ ລົງ,ທີ່ທ້ອນໄວ້ໃນແຕ່ລະສົກປີເພື່ອນໍາໃຊ້ເຂົ້າໃນການແກ້ໄຂວຽກງານ ສໍາຄັນ,ຮີບດ່ວນລະດັບຊາດເປັນຕົ້ນ:ວິກິດການທາງດ້ານການເງິນ. 8.ກອງທຶນຂອງລັດ:ໝາຍເຖິງຫົວໜ່ວຍການຈັດຕັ້ງໜຶ່ງທີ່ ໄດ້ຮັບອະນຸຍາດສ້າງຕັ້ງຈາກລັດຖະບານ,ມີໜ້າທີ່ເກັບລາຍຮັບເຂົ້າງົບ ປະມານແຫ່ງລັດແລະປະຕິບັດລາຍຈ່າຍຕາມລະບຽບການທີ່ລັດຖະບານ ອະນຸມັດ; 9.ອົງການບໍລິຫານວິຊາການ:ໝາຍເຖິງອົງການທີ່ນໍາໃຊ້ ຊັບສິນທີ່ລັດປະກອບໃຫ້ເພື່ອບໍລິການຮັບໃຊ້ສັງຄົມຊຶ່ງລາຍຮັບ,ລາຍຈ່າຍ ທັງໝົດຕ້ອງຈົດເຂົ້າໃນແຜນງົບປະມານປະຈໍາສົກປີ; 10.ວິໄນການເງິນ:ໝາຍເຖິງການເຄົາລົບແລະປະຕິບັດລະ ບຽບກົດໝາຍກ່ຽວກັບການເງິນຢ່າງເຂັ້ມງວດ; 11.ກໍານົດໝາຍກ່ຽວກັບການແບ່ງປັນງົບປະມານແຫ່ງລັດ: ໝາຍເຖິງຄາດໝາຍແນະນໍາໃນການກໍານົດວົງເງິນທີ່ຈະແບ່ງໃຫ້ຂະ ແໜງການແລະທ້ອງຖິ່ນເຊັ່ນ:ທີ່ຕັ້ງພູມສາດ,ຈໍານວນພົນ,ເນື້ອທີ່ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາຊຶ່ງລັດຖະບານເປັນຜູ້ກໍານົດ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ. ...ມາດຕາສີ່:ນະໂຍບາຍກ່ຽວກັບງົບປະມານແຫ່ງລັດ

ມາດຕາສີ່:ນະໂຍບາຍກ່ຽວກັບງົບປະມານແຫ່ງລັດ ລັດວາງນະໂຍບາຍກ່ຽວກັບງົບປະມານແຫ່ງລັດດ້ວຍການ ຂຸດຄົ້ນຄວາມອາດສາມາດບົ່ມຊ້ອນຢູ່ພາຍໃນປະເທດ,ຊອກແລະຄຸ້ມຄອງ ແຫຼ່ງລາຍຮັບພາຍໃນ,ຮັບປະກັນລາຍຈ່າຍແລະມີສ່ວນສະສົມແຮໄວ້, ພ້ອມກັນນັ້ນກໍ່ປະຕະບັດການຮ່ວມມືກັບຕ່າງປະເທດຢ່າງເປັນເຈົ້າການ ເພື່ອຮັກສາສະເຖຍລະພາບທາງດ້ານການເງິນຂອງປະເທດ,ປະຕິບັດ ລາຍຈ່າຍເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ ເປັນຕົ້ນ:ການພັດທະນາຊັບພະຍາກອນມະນຸດ,ການບໍລິການກົງຈັກລັດ, ການກໍ່ສ້າງພື້ນຖານໂຄງຮ່າງທີ່ມີຄວາມສໍາຄັນ,ການຄົ້ນຄ້ວາວິທະຍາ ສາດ,ການນໍາໃຊ້ແລະພັດທະນາເຕັກໂນໂລຊີເພື່ອສົ່ງເສີມການຜະລິດ ເປັນສິນຄ້າ,ການບໍລິການຕອບສະໜອງການຊົມໃຊ້ພາຍໃນແລະການ ສົ່ງອອກ,ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະ ລົບລ້າງຄວາມທຸກຍາກແນ່ໃສ່ເຮັດໃຫ້ປະເທດຊາດເປັນເຈົ້າຕົນເອງ, ເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ,ສາ ມາດເຊື່ອມໂຍງກັບພາກພື້ນແລະສາກົນ. ...ມາດຕາຫ້າ:ພັນທະຂອງບຸກຄົນແລະການຈັດຕັ້ງຕໍ່ງົບປະມານແຫ່ງລັດ

ມາດຕາຫ້າ:ພັນທະຂອງບຸກຄົນແລະການຈັດຕັ້ງຕໍ່ງົບປະມານແຫ່ງລັດ ບຸກຄົນແລະການຈັດຕັ້ງຕ້ອງປະຕິບັດພັນທະໃນການເສຍພາ ສີ-ອາກອນແລະຄ່າທໍານຽມຕ່າງໆມອບເຂົ້າງົບປະມານແຫ່ງລັດຕາມ ລະບຽບກົດໝາຍຢ່າງຖືກຕ້ອງ,ຄົບຖ້ວນແລະທັນກໍານົດເວລາເພື່ອປະ ກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາປະເທດຊາດ.

...ມາດຕາຫົກ:ຫຼັກການພື້ນຖານຂອງງົບປະມານແຫ່ງລັດ

ມາດຕາຫົກ:ຫຼັກການພື້ນຖານຂອງງົບປະມານແຫ່ງລັດ ຫຼັກການພື້ນຖານຂອງງົບປະມານແຫ່ງລັດມີດ່ັງນີ້: 1.ທຸກແຫຼ່ງລາຍຮັບ-ລາຍຈ່າຍງົບປະມານທັງໝົດຕ້ອງໄດ້ ລວມສູນຢ່າງຄົບຖ້ວນດ້ວຍການຈົດເຂົ້າໃນບັນຊີງົບປະມານແຫ່ງລັດໂດຍ ຜ່ານລະບົບຄັງເງິນແຫ່ງຊາດບົນພື້ນຖານຄວາມເປັນເອກະພາບທາງ ດ້ານລະບຽບກົດໝາຍອັນດຽວໃນຂອບເຂດທົ່ວປະເທດ,ບໍ່ອະນຸຍາດໃຫ້ ເອົາລາຍຮັບຮັກສາໄວ້ຢູ່ນອກລະບົບງົບປະມານແລະສ້າງຄັງໂດຍບໍ່ໄດ້ ຮັບອະນຸຍາດ; 2.ການສ້າງແຜນງົບປະມານຕ້ອງຮັບປະກັນຫຼັກການລວມ ສູນ,ປະຊາທິປະໄຕ,ເປີດເຜີຍ,ໂປ່ງໃສໂດຍເລີ່ມຈາກຄວາມອາດສາມາດ ຕົວຈິງຂອງເສດຖະກິດແຫ່ງຊາດ,ຮັບປະກັນການດຸ່ນດ່ຽງເສດຖະກິດມະ ຫາພາກແລະສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ; 3.ລາຍຈ່າຍງົບປະມານແຫ່ງລັດຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມເປົ້າໝາຍ,ຈໍານວນ,ກໍານົດເວລາຕາມແຜນງົບປະມານປະຈໍາສົກ ປີທີ່ສະພາແຫ່ງຊາດໄດ້ຮັບຮອງ.ບໍ່ອະນຸຍາດໃຫ້ຈ່າຍນອກແຜນ,ເກີນ ແຜນງົບປະມານແລະຕ້ອງຄຸ້ມຄອງລາຍຈ່າຍຕາມລະບຽບການການ ເງິນທີ່ໄດ້ກໍານົດໄວ້,ຮັບປະກັນຫຼັກການປະຢັດແລະມີປະສິດທິຜົນ; 4.ການຂາດດຸນງົບປະມານແຫ່ງລັດແມ່ນໃຫ້ຂາດດຸນສະ ເພາະງົບປະມານສູນກາງ,ບໍ່ອະນຸຍາດໃຫ້ງົບປະມານທ້ອງຖິ່ນຂາດດຸນ, ສ່ວນຈໍານວນຜິດດ່ຽງລະຫວ່າງແຜນລາຍຮັບກັບແຜນລາຍຈ່າຍຂອງ ທ້ອງຖິ່ນແມ່ນງົມປະມານສູນກາງຈະຊ່ວຍໜູນໃຫ້; 5.ການດຸນດ່ຽງງົບປະມານແຫ່ງລັດຕ້ອງດຸ່ນດ່ຽງລະຫວ່າງ ລວມຍອດລາຍຮັບກັບລວມຍອດລາຍຈ່າຍ.ໃນກໍລະນີທີ່ມີການຂາດດຸນງົບ ປະມານແຫ່ງລັດແມ່ນອະນຸຍາດໃຫ້ສະເພາະລາຍຈ່າຍລົງທຶນເພື່ອພັດທະ ນາເທົ່ານັ້ນ.ລະດັບການຂາດດຸນງົບປະມານແມ່ນສະພາແຫ່ງຊາດເປັນຜູ້ ຕົກລົງບົນພື້ນຖານຄວາມຕ້ອງການແລະຄວາມສາມາດຂອງການເງິນ ແຫ່ງລັດ.ສ່ວນແຫຼ່ງເງິນເພື່ອມາດຸ່ນດ່ຽງງົບປະມານແຫ່ງລັດນັ້ນໄດ້ມາ ຈາກເງິນກູ້ຢືມພາຍໃນ,ຕ່າງປະເທດແລະກູ້ຢືມຈາກຄັງສະສົມການເງິນ ແຫ່ງລັດ. 6.ຂໍ້ມູນຂ່າວສານງົບປະມານແຫ່ງລັດກ່ຽວກັບການສ້າງ ແຜນ,ການຈັດຕັ້ງປະຕິບັດແລະການສະຫຼຸບຕ້ອງຮັບປະກັນຄວາມຊັດເຈນ ,ໂປ່ງໃສ,ເປີດເຜີຍແລະຕ້ອງໄດ້ຜ່ານການກວດກາ,ກວດການ,ກວດສອບ ແລະຢັ້ງຢືນຈາກອົງການທີ່ມີສິດໜ້າທີ່; 7.ການແບ່ງຄວາມຮັບຜິດຊອບກ່ຽວກັບລາຍຮັບແລະລາຍ ຈ່າຍງົບປະມານແຫ່ງລັດລະຫວ່າງສູນກາງແລະທ້ອງຖິ່ນຕ້ອງຮັບປະກັນ ຫຼັກການລວມສູນປະຊາທິປະໄຕ,ປະຕິບັດລະບຽບກົດໝາຍຢ່າງເປັນເອກະ ພາບ.ງົບປະມານສູນກາງຕ້ອງຮັກສາບົດບາດເປັນໃຈກາງໃນການກໍາ ແຫຼ່ງລາຍຮັບເປັນສ່ວນໃຫຍ່ເພື່ອປະຕິບັດລາຍຈ່າຍທີ່ມີຄວາມສໍາຄັນລະ ດັບຊາດແລະຊ່ວຍໜູນໃຫ້ທ້ອງຖິ່ນເພື່ອຮັບປະກັນການພັດທະນາໃຫ້ມີ ຄວາມສະເໝີພາບແລະເທົ່າທຽມກັນ; 8.ວຽກງານພາສີ,ສ່ວຍສາອາກອນ,ຄັງເງິນແຫ່ງຊາດລວມ ທັງພະນັກງານ,ວຽກງານວິຊາສະເພາະແລະງົບປະມານຕ້ອງຄຸ້ມຄອງ ລວມສູນຕາມສາຍຕັ້ງ; 9.ການແບ່ງປັນງົບປະມານແຫ່ງລັດໃຫ້ຂະແໜງການແລະ ທ້ອງຖິ່ນຕ່າງໆຕ້ອງອີງຕາມກໍານົດໝາຍແບ່ງປັນງົບປະມານທີ່ສະພາ ແຫ່ງຊາດໄດ້ພິຈາລະນາຮັບຮອງຕາມການສະເໜີຂອງລັດຖະບານ.


...ມາດຕາເຈັດ:ສົກປີງົບປະມານແຫ່ງລັດ

ມາດຕາເຈັດ:ສົກປີງົບປະມານແຫ່ງລັດ ສົກປີງົບປະມານແຫ່ງລັດລວມມີສິບສອງເດືອນ,ເລີ່ມແຕ່ວັນ ທີໜຶ່ງຕຸລາແລະສິ້ນສຸດລົງໃນວັນທີສາມສິບກັນຍາຂອງປີຖັດໄປ. ...ມາດຕາແປດ:ກອງທຶນຂອງລັດ

ມາດຕາແປດ:ກອງທຶນຂອງລັດ ລາຍຮັບແລະລາຍຈ່າຍຂອງກອງທຶນລັດຕ້ອງຈົດເຂົ້າໃນ ແຜນງົບປະມານແຫ່ງລັດປະຈໍາສົກປີ,ຈັດຕັ້ງປະຕິບັດຢູ່ຄັງເງິນແຫ່ງ ຊາດເພື່ອນໍາໃຊ້ເຂົ້າໃນເປົ້າໝາຍລາຍຈ່າຍຕາມລະບຽບການທີ່ລັດ ຖະບານອະນຸມັດ.ທຸກລາຍຮັບແລະລາຍຈ່າຍຂອງກອງທຶນລັດຕ້ອງຢູ່ ພາຍໃຕ້ການຄຸ້ມຄອງ,ຕິດຕາມແລະກວດກາຂອງຂະແໜງການທີ່ກ່ຽວ ຂ້ອງແລະຂອງຂະແໜງການການເງິນ.

ລາຍຮັບແລະລາຍຈ່າຍຂອງກອງທຶນລັດຕ້ອງໄດ້ມີການຄິດ ໄລ່,ໄລ່ລຽງລາຍຮັບແລະລາຍຈ່າຍ.ໃນກໍລະນີທີ່ລາຍຮັບຫາກບໍ່ພຽງພໍ ກັບລາຍຈ່າຍລັດຈະເປັນຜູ້ຊ່ວຍໜູນໃຫ້.ຖ້າຫາກລາຍຮັບຫຼາຍກວ່າລາຍ ຈ່າຍຕ້ອງໄດ້ມອບຄືນເຂົ້າງົບປະມານແຫ່ງລັດ.

...ມາດຕາເກົ້າ:ຫົວໜ່ວຍງົບປະມານຂອງອົງການບໍລິຫານວິຊາການ

ມາດຕາເກົ້າ:ຫົວໜ່ວຍງົບປະມານຂອງອົງການບໍລິຫານວິຊາການ ຫົວໜ່ວຍງົບປະມານຂອງອົງການບໍລິຫານວິຊາການທີ່ຂຶ້ນ ກັບງົບປະມານສູນກາງແລະທ້ອງຖິ່ນຊຶ່ງມີລາຍຮັບເກັບຈາກການບໍລິ ການຂອງຂະແໜງວິຊາຊີບຕ້ອງຄິດໄລ່,ໄລ່ລຽງລາຍຮັບ,ລາຍຈ່າຍ, ສັງລວມເຂົ້າໃນແຜນງົບປະມານປະຈໍາສົກປີຂອງອົງການກ່ຽວຂ້ອງ, ປະຕິບັດຕາມລະບຽບການເງິນແຫ່ງລັດແລະພາຍໃຕ້ການຄຸ້ມຄອງຂອງ ຂະແໜງການທີ່ກ່ຽວຂ້ອງແລະຂະແໜງການການເງິນ. ...ມາດຕາສິບ(ບໍ່ມີວັກສອງ):ການນໍາໃຊ້ເງິນແຮລັດຖະບານແລະເງິນແຮທ້ອງຖິ່ນ

ມາດຕາສິບ(ບໍ່ມີວັກສອງ):ການນໍາໃຊ້ເງິນແຮລັດຖະບານແລະເງິນແຮ ທ້ອງຖິ່ນ ເງິນແຮລັດຖະບານແມ່ນນາຍົກລັດຖະມົນຕີເປັນຜູ້ຕົກລົງ ຈ່າຍ.ເງິນແຮທ້ອງຖິ່ນແມ່ນເຈົ້າແຂວງ,ເຈົ້າຄອງນະຄອນເປັນຜູ້ຕົກລົງ ຈ່າຍ.ໃນກໍລະນີທີ່ເງິນແຮດັ່ງກ່າວຫາກບໍ່ໄດ້ໃຊ້ຈ່າຍໃນສົກປີນັ້ນຕ້ອງ ມອບເຂົ້າຄັງສະສົມການເງິນແຫ່ງລັດ. ...ມາດຕາສິບເອັດ:ການນໍາໃຊ້ຄັງສະສົມແຫ່ງລັດ

ມາດຕາສິບເອັດ:ການນໍາໃຊ້ຄັງສະສົມແຫ່ງລັດ ຄັງສະສົມແຫ່ງລັດແມ່ນສະພາແຫ່ງຊາດເປັນຜູ້ຕົກລົງໃຫ້ ຈ່າຍຕາມການສະເໜີຂອງລັດຖະບານໃນກໍລະນີທີ່ຈໍາເປັນຮີບດ່ວນນາ ຍົກລັດຖະມົນຕີກໍ່ມີສິດສັ່ງຈ່າຍແຕ່ຕ້ອງລາຍງານໃຫ້ສະພາແຫ່ງຊາດ ຊາບ. ...ມາດຕາສິບສອງ:ການພົວພັນຮ່ວມມືສາກົນ

ມາດຕາສິບສອງ:ການພົວພັນຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນ,ຮ່ວມມືກັບຕ່າງປະເທດແລະອົງ ການຈັດຕັ້ງສາກົນຕ່າງໆ,ເຊື່ອມໂຍງກັບພາກພື້ນແລະສາກົນດ້ວຍການ ປະສານງານ,ແລກປ່ຽນບົດຮຽນ,ຍົກລະດັບຄວາມຮູ້ຄວາມສາມາດດ້ານ ວິຊາການແລະເຕັກໂນໂລຢີເພື່ອເຮັດໃຫ້ລະບົບການເງິນແຫ່ງຊາດມີຄວາມ ເຂັ້ມແຂງແລະທັນສະໄໝ,ຍາດແຍ່ງແຫຼ່ງທຶນແລະການເຂົ້າຮ່ວມຕະຫຼາດ ທຶນ. ..ພາກທີສອງ:ໂຄງປະກອບຂອງງົບປະມານແຫ່ງລັດ


...ມາດຕາສິບສາມ:ໂຄງປະກອບຂອງງົບປະມານແຫ່ງລັດ

ມາດຕາສິບສາມ:ໂຄງປະກອບຂອງງົບປະມານແຫ່ງລັດ ງົບປະມານແຫ່ງລັດປະກອບດ້ວຍ: -ລາຍຮັບງົບປະມານແຫ່ງລັດ; -ລາຍຈ່າຍງົບປະມານແຫ່ງລັດ; -ການດຸ່ນດ່ຽງງົບປະມານແຫ່ງລັດ;

...ມາດຕາສິບສີ່:ການຈັດແບ່ງປະເພດລາຍຮັບແລະລາຍຈ່າຍງົບປະມານແຫ່ງລັດ

ມາດຕາສິບສີ່:ການຈັດແບ່ງປະເພດລາຍຮັບແລະລາຍຈ່າຍງົບປະມານ ແຫ່ງລັດ ກະຊວງການເງິນເປັນຜູ້ຄົ້ນຄວ້າການຈັດແບ່ງປະເພດລາຍ ຮັບແລະລາຍຈ່າຍງົບປະມານແຫ່ງລັດເພື່ອສະເໜີລັດຖະບານພິຈາລະ ນາຕົກລົງແລ້ວນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນະຮັບຮອງຕົວເລກ ລາຍຮັບແລະລາຍຈ່າຍແຕ່ລະສົກປີເພື່ອໃຫ້ນໍາໃຊ້ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ. ...ໝວດທີໜຶ່ງ:ລາຍຮັບງົບປະມານແຫ່ງລັດ


....ມາດຕາສິບຫ້າ:ລາຍຮັບງົບປະມານແຫ່ງລັດ

ມາດຕາສິບຫ້າ:ລາຍຮັບງົບປະມານແຫ່ງລັດ ລາຍຮັບງົບປະມານແຫ່ງລັດລວມມີລາຍຮັບທີ່ເກັບຈາກພາຍ ໃນປະເທດແລະລາຍຮັບຈາກຕ່າງປະເທດ. ....ມາດຕາສິບຫົກ:ແຫຼ່ງລາຍຮັບຈາກພາຍໃນປະເທດ

ມາດຕາສິບຫົກ:ແຫຼ່ງລາຍຮັບຈາກພາຍໃນປະເທດ ລາຍຮັບງົບປະມານແຫ່ງລັດພາຍໃນປະເທດໄດ້ມາຈາກແຫຼ່ງຕ່າງໆດັ່ງນີ້: 1.ພາສີຂາອອກ-ຂາເຂົ້າ; 2.ສ່ວນສາອາກອນ; 3.ຊັບສິນຂອງລັດ; 4.ກອງທຶນຂອງລັດ; 5.ອົງການບໍລິຫານວິຊາການ; 6.ດອກເບ້ຍໃຫ້ກູ້ຢືມ,ການທົດແທນຕົ້ນທຶນເງິນກູ້; 7.ການຂາຍຊັບສິນແລະຫຸ້ນຂອງລັດຖະບານ; 8.ການປັບໃໝ,ການຂາຍເຄື່ອງທີ່ຖືກຮິບ. 9.ການລະດົມທຶນ,ການປະກອບສ່ວນຂອງບຸກຄົນແລະການຈັດຕັ້ງ; 10.ຄ່າທໍານຽມແລະອື່ນໆ. ....ມາດຕາສິບເຈັດ:ແຫຼ່ງລາຍຮັບຈາກຕ່າງປະເທດ

ມາດຕາສິບເຈັດ:ແຫຼ່ງລາຍຮັບຈາກຕ່າງປະເທດ ແຫຼ່ງລາຍຮັບງົບປະມານແຫ່ງລັດຈາກຕ່າງປະເທດແມ່ນ ລາຍຮັບທີ່ໄດ້ມາຈາກການຊ່ວຍເຫຼືອລ້າດ້ວຍຮູບການເປັນເງິນສົດຫຼືວັດ ຖຸຈາກບັນດາລັດຖະບານ,ອົງການຈັດຕັ້ງສາກົນ,ບຸກຄົນແລະນິຕິບຸກຄົນ ຕ່າງປະເທດໃຫ້ລັດຖະບານແລະປະຊາຊົນລາວ. ...ໝວດທີສອງ:ລາຍຈ່າຍງົບປະມານແຫ່ງລັດ


....ມາດຕາສິບແປດ:ລາຍຈ່າຍງົບປະມານແຫ່ງລັດ

ມາດຕາສິບແປດ:ລາຍຈ່າຍງົບປະມານແຫ່ງລັດ ລາຍຈ່າຍງົບປະມານແຫ່ງລັດລວມມີລາຍຈ່າຍດັ່ງນີ້: 1.ຮັບໃຊ້ວຽກງານບໍລິຫານປົກກະຕິ. 2.ຊໍາລະໜີ້ສິນ. 3.ການລົງທຶນເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; 4.ກອງທຶນ,ອົງການບໍລິຫານວິຊາການ; 5;ເງິນແຮລັດຖະບານແລະເງິນແຮທ້ອງຖິ່ນ; 6.ເຂົ້າຄັງສະສົມແຫ່ງລັດ. 7.ລາຍຈ່າຍອື່ນໆ. ....ມາດຕາສິບເກົ້າ:ລາຍຈ່າຍຮັບໃຊ້ວຽກງານບໍລິຫານປົກກະຕິ

ມາດຕາສິບເກົ້າ:ລາຍຈ່າຍຮັບໃຊ້ວຽກງານບໍລິຫານປົກກະຕິ ລາຍຈ່າຍຮັບໃຊ້ວຽກງານບໍລິຫານປົກກະຕິແມ່ນລາຍຈ່າຍ ເພື່ອຮັບໃຊ້ກົງຈັກຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາ ຊົນ,ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊຶ່ງປະກອບມີລາຍຈ່າຍ ເງິນເດືອນ,ເງິນອຸດໜູນຕ່າງໆໃຫ້ລັດຖະກອນ,ເງິນບໍລິຫານປົກກະຕິ, ລາຍຈ່າຍຮັບໃຊ້ວິຊາການແຕ່ລະຂະແໜງການ.

....ມາດຕາຊາວ:ລາຍຈ່າຍຊໍາລະໜີ້ສິນ

ມາດຕາຊາວ:ລາຍຈ່າຍຊໍາລະໜີ້ສິນ ລາຍຈ່າຍຊໍາລະໜີ້ສິນປະກອບມີການຊໍາລະຕົ້ນທຶນແລະດອກ ເບ້ຍເງິນກູ້ຢືມທັງພາຍໃນແລະຕ່າງປະເທດ,ຊໍາລະໜີ້ເງິນກູ້ຢືມ,ເງິນພັນ ທະປະກອບອົງການຈັດຕັ້ງສາກົນ. ....ມາດຕາຊາວເອັດ:ລາຍຈ່າຍການລົງທຶນເພື່ອພັດທະນາເສດຖະກິດສັງຄົມແຫ່ງຊາດ

ມາດຕາຊາວເອັດ:ລາຍຈ່າຍການລົງທຶນເພື່ອພັດທະນາເສດຖະກິດສັງ ຄົມແຫ່ງຊາດ ລາຍຈ່າຍການລົງທຶນເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດປະກອບດ້ວຍ:ລາຍຈ່າຍລົງທຶນກໍ່ສ້າງພື້ນຖານໂຄງລ່າງ,ຊື້ຫຸ້ນນໍາບໍ ລິສັດແລະວິສາຫະກິດ,ລາຍຈ່າຍຊື້ໃໝ່ເຊັ່ນ:ອຸປະກອນ,ເຄື່ອງຈັກແລະພາ ຫະນະ. ....ມາດຕາຊາວສອງ:ລາຍຈ່າຍອື່ນໆ

ມາດຕາຊາວສອງ:ລາຍຈ່າຍອື່ນໆ ລາຍຈ່າຍກອງທຶນ,ອົງການບໍລິຫານວິຊາການ,ເງິນແຮລັດ ຖະບານແລະເງິນແຮທ້ອງຖິ່ນ,ລາຍຈ່າຍເຂົ້າຄັງສະສົມແຫ່ງລັດໄດ້ກໍາ ນົດໄວ້ໃນມາດຕາ8,9,10ແລະ11ຂອງກົດໝາຍສະບັບນີ້.

ລາຍຈ່າຍອື່ນໆແມ່ນລາຍຈ່າຍທີ່ບໍ່ໄດ້ກໍານົດໄວ້ໃນມາດຕາ ສິບແປດຂອງກົດໝາຍສະບັບນີ້ຊຶ່ງປະກອບມີ: 1.ລາຍຈ່າຍແກ້ໄຂຄວາມທຸກຈົນ. 2.ລາຍຈ່າຍຖົມຂຸມລາຄາ,ອັດຕາເງິນເຟີ້. 3.ລາຍຈ່າຍໃຫ້ກູ້ຢືມ. 4.ລາຍຈ່າຍຊ່ວຍເຫຼືອລ້າ. 5.ລາຍຈ່າຍບັງເອີນທີ່ອາດຈະເກີດຂຶ້ນ. ....ມາດຕາຊາວສາມ:ລາຍຈ່າຍງົບປະມານແຫ່ງລັດຕາມຂະແໜງການ,ແຜນງານແລະໂຄງການ

ມາດຕາຊາວສາມ:ລາຍຈ່າຍງົບປະມານແຫ່ງລັດຕາມຂະແໜງການ, ແຜນງານແລະໂຄງການ ນອກຈາກການຈັດແບ່ງລາຍຈ່າຍງົບປະມານແຫ່ງລັດຕາມ ທີ່ໄດ້ກໍານົດໄວ້ໃນມາດຕາສິບແປດຂອງກົດໝາຍສະບັບນີ້ແລ້ວລາຍຈ່າຍ ງົບປະມານແຫ່ງລັດຍັງຈັດແບ່ງຕາມຂະແໜງການ,ແຜນງານແລະໂຄງ ການດັ່ງນີ້:

-ການຈັດແບ່ງຕາມຂະແໜງການ:ສຶກສາ,ສາທາລະນະສຸກ, ເສດຖະກິດ,ວັດທະນະທໍາ-ສັງຄົມ,ວິທະຍາສາດ,ສິ່ງແວດລ້ອມ,ການປົກ ຄອງ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສະຫວັດດີການສັງຄົມແລະ ຂະແໜງການອື່ນໆ; -ການຈັດແບ່ງຕາມແຜນງານແລະໂຄງການແມ່ນແຜນງານ ແລະໂຄງການທີ່ໄດ້ຮັບຮອງເອົາໃນແຕ່ລະໄລຍະເຊັ່ນ:ແຜນງານຮັບປະ ກັນສະເຖຍລະພາບແລະຄວາມສະຫງົບຮອບດ້ານ,ແຜນງານພັດທະນາ ກະສິກໍາຮອບດ້ານ,ໂຄງການພັດທະນາຊົນນະບົດແລະລົບລ້າງຄວາມທຸກ ຍາກ,ໂຄງການຢຸດຕິການຖາງປ່າເຮັດໄຮ່ແລະຈັດສັນອາຊີບຄົງທີ່.

...ໝວດທີສາມ:ການດຸ່ນດ່ຽງງົບປະມານແຫ່ງລັດ


....ມາດຕາຊາວສີ່:ລະບົບການດຸ່ນດ່ຽງງົບປະມານແຫ່ງລັດ

ມາດຕາຊາວສີ່:ລະບົບການດຸ່ນດ່ຽງງົບປະມານແຫ່ງລັດ ລະບົບການດຸນດ່ຽງງົບປະມານແຫ່ງລັດມີສາມກໍລະນີດັ່ງນີ້: -ງົບປະມານແຫ່ງລັດສົມດຸນ. -ງົບປະມານແຫ່ງລັດເກີນດຸນ. -ງົບປະມານແຫ່ງລັດຂາດດຸນ.

ການຂາດດຸນງົບປະມານແຫ່ງລັດປະຈໍາສົກປີຕ້ອງສອດຄ່ອງ ກັບຄວາມຕ້ອງການແລະຄວາມອາດສາມາດຂອງການເງິນແຫ່ງຊາດ. ລະດັບການຂາດດຸນແມ່ນລັດຖະບານເປັນຜູ້ຕົກລົງແລ້ວນໍາສະເໜີຕໍ່ສະພາ ແຫ່ງຊາດພິຈາລະນະຮັບຮອງເອົາ.ແຫ່ງເງິນເພື່ອດຸນດ່ຽງການຂາດດຸນ ງົບປະມານແຫ່ງລັດໄດ້ມາຈາກເງິນກູ້ຢືມຈາກພາຍໃນແລະຕ່າງປະເທດ. ....ມາດຕາຊາວຫ້າ:ການດຸນດ່ຽງງົບປະມານແຫ່ງລັດ

ມາດຕາຊາວຫ້າ:ການດຸນດ່ຽງງົບປະມານແຫ່ງລັດ ການດຸນດ່ຽງງົບປະມານແຫ່ງລັດແມ່ນການເຮັດໃຫ້ງົບປະ ມານມີຄວາມສົມດຸນລະຫວ່າງລາຍຮັບກັບລາຍຈ່າຍຊຶ່ງຕ້ອງປະຕິບັດດັ່ງ ນີ້: -ໃນກໍລະນີທີ່ງົບປະມານເກີນດຸນຕ້ອງໂອນສ່ວນເກີນດຸນເຂົ້າ ຄັງສະສົມການເງິນແຫ່ງລັດຫຼືເພີ່ມເຕີມລາຍຈ່າຍເຂົ້າໃນວຽກງານທີ່ຈໍາ ເປັນ; -ໃນກໍລະນີທີ່ງົບປະມານຂາດດຸນຕ້ອງຊອກຫາແຫຼ່ງເງິນກູ້ ຢືມຫຼືຫຼຸດຜ່ອນລາຍຈ່າຍເພື່ອຮັກສາການດຸນດ່ຽງງົບປະມານແຫ່ງລັດ. ....ມາດຕາຊາວຫົກ:ການເກີນດຸນ,ການຂາດດຸນແລະແຫຼ່ງເງິນດຸນດ່ຽງງົບປະມານແຫ່ງລັດ

ມາດຕາຊາວຫົກ:ການເກີນດຸນ,ການຂາດດຸນແລະແຫຼ່ງເງິນດຸນດ່ຽງງົບ ປະມານແຫ່ງລັດ ການເກີນດຸນລາຍຮັບທີ່ເປັນພູດຂອງສູນກາງແມ່ນລັດຖະບານ ເປັນຜູ້ຕົກລົງເພື່ອເພີ່ມໃຫ້ລາຍຈ່າຍໃດໜຶ່ງຫຼືມອບເຂົ້າຄັງສະສົມແຫ່ງລັດ;

ງົບປະມານແຫ່ງລັດແມ່ນໃຫ້ຂາດດຸນສະເພາະງົບປະມານສູນ ກາງເພື່ອນໍາໃຊ້ສະເພາະເຂົ້າໃນການລົງທຶນເທົ່ານັ້ນ.ແຫຼ່ງເງິນດຸນດ່ຽງ ງົບປະມານແຫ່ງລັດແມ່ນເງິນໄດ້ມາຈາກເງິນກູ້ຢືມພາຍໃນແລະຕ່າງປະ ເທດ: 1.ເງິນກູ້ພາຍໃນໄດ້ມາຈາກການລະດົມທຶນພາຍໃນດ້ວຍຮູບ ການຂາຍພັນທະບັດ,ຮຸ້ນກູ້ແລະຮູບການອື່ນໆ; 2.ເງິນກູ້ຈາກຕ່າງປະເທດໄດ້ມາຈາກຮູບການກູ້ຢືມຈາກ ຕ່າງປະເທດ,ອົງການຈັດຕັ້ງສາກົນ,ອົງການຈັດຕັ້ງຮ່ວມມືສອງຝ່າຍ, ຫຼາຍຝ່າຍແລະຮູບການອື່ນໆ. ..ພາກທີສາມ:ຄວາມຮັບຜິດຊອບກ່ຽວກັບງົບປະມານແຫ່ງລັດ


...ໝວດທີໜຶ່ງ:ຄວາມຮັບຜິດຊອບຂອງບັນດາອົງການທີ່ມີການພົວພັນກັບງົບປະມານແຫ່ງລັດ


....ມາດຕາຊາວເຈັດ:ຄວາມຮັບຜິດຊອບຂອງສະພາແຫ່ງຊາດ

ມາດຕາຊາວເຈັດ:ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ໃນວຽກງານການເງິນແລະງົບປະມານແຫ່ງລັດສະພາແຫ່ງ ຊາດມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ເຂົ້າຮ່ວມຄົ້ນຄວ້າສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົມປະມານແຫ່ງລັດເປັນຕົ້ນການແບ່ງປັນງົບປະມານແຫ່ງລັດ ໃຫ້ບັນດາກະຊວງ,ອົງການທຽບເທົ່າກະຊວງອ້ອມຂ້າງສູນກາງແລະບັນ ດາແຂວງ,ນະຄອນ; 2.ພິຈາລະນະຮັບຮອງເອົາການສ້າງແລະປັບປຸງກົດໝາຍ ໃນຂົງເຂດການເງິນແລະງົບປະມານແຫ່ງລັດ; 3.ພິຈາລະນາຮັບຮອງເອົາການກໍານົດນະໂຍບາຍການເງິນ ,ເງິນຕາຂອງຊາດ,ລາຍຮັບ-ລາຍຈ່າຍ,ການຂາດດຸນ,ໜີ້ສິນແລະການ ດຸ່ນດ່ຽງງົບປະມານແຫ່ງລັດເພື່ອຮັບປະກັນສະເຖຍລະພາບທາງດ້ານ ເສດຖະກິດ-ການເງິນ; 4.ພິຈາລະນາຮັບຮອງເອົາແຜນຍຸດທະສາດການເງິນໄລຍະ ກາງ,ໄລຍະຍາວແລະແຜນງົບປະມານແຫ່ງລັດປະຈໍາສົກປີ; 5.ພິຈາລະນະຮັບຮອງເອົາການສະຫຼຸບຂາດຕົວການຈັດຕັ້ງ ປະຕິບັດງົບປະມານແຫ່ງລັດປະຈໍາສົກປີ; 6.ພິຈາລະນາຮັບຮອງເອົາບັນດາແຜນງານແລະໂຄງການ ກໍ່ສ້າງພື້ນຖານລະດັບຊາດ; 7.ພິຈາລະນາຮັບຮອງເອົາແຜນດໍາລັດແກ້ງົບປະມານແຫ່ງ ລັດປະຈໍາສົກປີໃນກໍລະນີທີ່ມີຄວາມຈໍາເປັນ; 8.ຕິດຕາມການກວດກາການຈັດຕັ້ງປະຕິບັດບັນດານິຕິກໍາ ກ່ຽວກັບວຽກງານການເງິນແລະການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດປະຈໍາສົກປີໃນຂອບເຂດທົ່ວປະເທດ.


....ມາດຕາຊາວແປດ:ຄວາມຮັບຜິດຊອບຂອງລັດຖະບານ

ມາດຕາຊາວແປດ:ຄວາມຮັບຜິດຊອບຂອງລັດຖະບານ ໃນວຽກງານການເງິນແລະງົບປະມານແຫ່ງລັດ,ລັດຖະບານ ມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ສະເໜີຕໍ່ສະພາແຫ່ງຊາດກ່ຽວກັບຮ່າງແຜນຍຸດທະສາດ, ນະໂຍບາຍໄລຍະກາງ,ໄລຍະຍາວ,ກົດໝາຍແລະນິຕິກໍາອື່ນໆກ່ຽວກັບ ວຽກງານການເງິນແລະງົບປະມານແຫ່ງລັດ; 2.ສະເໜີຕໍ່ສະພາແຫ່ງຊາດກ່ຽວກັບຮ່າງແຜນງົບປະມານ ແຫ່ງລັດປະຈໍາສົກປີລວມທັງແຜນງານແລະໂຄງການລົງທືນ; 3.ສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງແຜນງົບປະ ມານແຫ່ງລັດປະຈໍາສົກປີໃຫ້ອົງການຈັດຕັ້ງຂອງລັດ,ແນວລາວສ້າງ ຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູນກາງແລະທ້ອງຖິ່ນ; 4.ອອກດໍາລັດກ່ຽວກັບແຜນງົບປະມານແຫ່ງລັດປະຈໍາສົກປີ, ຊີ້ນໍາ,ຄຸ້ມຄອງ,ຕິດຕາມ,ກວດກາແລະກວດການການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ; 5.ຊີ້ນໍາກະຊວງການເງິນ,ບັນດາອົງການຂອງລັດຂັ້ນສູນ ກາງແລະທ້ອງຖິ່ນປະຕິບັດລາຍຮັບແລະລາຍຈ່າຍງົບປະມານແຫ່ງລັດ ໃຫ້ຖືກຕ້ອງຕາມແຜນງົບປະມານທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະສັ່ງໂຈະລາຍຈ່າຍເມື່ອມີການລະເມີດລະບຽບກົດໝາຍກ່ຽວກັບການ ເງິນ; 6.ຕົກລົງມອບສິດໃຫ້ກະຊວງການເງິນອອກລະບຽບການ ແລະມາດຕະການຄຸ້ມຄອງເກັບລາຍຮັບ,ການຈັດຕັ້ງປະຕິບັດລາຍຈ່າຍ ງົບປະມານໃຫ້ຖືກຕ້ອງຕາມລະບຽບກົດໝາຍແລະເປັນເອກະພາບໃນ ຂອບເຂດທົ່ວປະເທດ; 7.ສະເໜີໃຫ້ສະພາແຫ່ງຊາດດັດແກ້ແຜນງົບປະມານປະຈໍາ ສົກປີໃນກໍລະນີທີ່ມີຄວາມຈໍາເປັນ,ດັດແກ້,ເພີ່ມຫຼືຫຼຸດລາຍຈ່າຍຕາມຕົວ ເລກລາຍຮັບເພື່ອຮັບປະກັນການດຸ່ນດ່ຽງງົບປະມານແຫ່ງລັດ; 8.ລາຍງານພະພາບການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດແລະບັນດາໂຄງການລົງທຶນພື້ນຖານໂຄງລ່າງຕໍ່ສະພາແຫ່ງ ຊາດ.


....ມາດຕາຊາວເກົ້າ:ຄວາມຮັບຜິດຊອບຂອງຄະນະກໍາມະການແຜນການແລະການລົງທຶນ

ມາດຕາຊາວເກົ້າ:ຄວາມຮັບຜິດຊອບຂອງຄະນະກໍາມະການແຜນການ ແລະການລົງທຶນ ໃນວຽກງານການເງິນແລະງົບປະມານແຫ່ງລັດຄະນະກໍາມະ ການແຜນການແລະການລົງທຶນມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ປະສານສົມທົບກັບກະຊວງການເງິນໃນການສ້າງແຜນຍຸດ ທະສາດການເງິນໄລຍະກາງ,ໄລຍະຍາວແລະແຜນງົບປະມານປະຈໍາສົກ ປີ; 2.ປະສານສົມທົບກັບກະຊວງການເງິນໃນການກໍານົດເພ ດານຂອງແຜນການລົງທຶນຂອງລັດທີ່ນໍາໃຊ້ແຫຼ່ງທຶນພາຍໃນແລະຕ່າງປະ ເທດຢູ່ສປປລາວປະຈໍາສົກປີ; 3.ຄົ້ນຄວ້າແລະນໍາສະເໜີລັດຖະບານກ່ຽວກັບໂຄງການລົງ ທຶນທີ່ເປັນບູລິມະສິດຂອງລັດຖະບານ; 4.ເປັນເຈົ້າການຄຸ້ມຄອງ,ຕິດຕາມ,ກວດກາແລະປະເມີນຜົນ ກ່ຽວກັບການຈັດຕັ້ງປະຕິບັດການລົງທຶນຂອງລັດໂດຍປະສານສົມທົບກັບ ບັນດາອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະ ຫາຊົນເພື່ອນໍາສະເໜີລັດຖະບານພິຈາລະນະແລະແກ້ໄຂຕາມແຕ່ລະກໍລະ ນີ; 5.ເປັນເຈົ້າການຮ່າງສັນຍາກ່ຽວກັບການອະນຸຍາດການລົງ ທຶນພາຍໃນແລະຕ່າງປະເທດໂດຍປະສານສົມທົບກັບກະຊວງການເງິນ, ຂະແໜງການອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນ. ....ມາດຕາສາມສິບ:ຄວາມຮັບຜິດຊອບຂອງທະນາຄານແຫ່ງສປປລາວ

ມາດຕາສາມສິບ:ຄວາມຮັບຜິດຊອບຂອງທະນາຄານແຫ່ງສປປລາວ ໃນວຽກງານການເງິນແລະງົບປະມານແຫ່ງລັດທະນາຄານ ແຫ່ງສປປລາວມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ບໍລິການບັນຊີເງິນຝາກງົບປະມານແຫ່ງລັດ,ຮັກສາວັດຖຸມີ ຄ່າທີ່ຂະແໜງການເງິນຝາກໄວ້; 2.ພິຈາລະນາສະໜອງທຶນກູ້ຢືມໄລຍະສັ້ນໃຫ້ກະຊວງການເງິນ ເມື່ອມີຄວາມຈໍາເປັນຕາມການສະເໜີຊຶ່ງຕ້ອງໄດ້ທົດແທນຄືນໃນສົກປີງົບ ປະມານນັ້ນ; 3.ໃຫ້ຄວາມຮ່ວມມືໃນການບໍລິການຮັບຈ່າຍ,ເປີດຈົດໝາຍສິນ ເຊື່ອເພື່ອຈັດຊື້ສິນຄ້າແລະການບໍລິການແລະດໍາເນີນການຊໍາລະໜີ້ສິນກັບ ຕ່າງປະເທດຕາມການສັ່ງມອບ-ສັ່ງຈ່າຍຂອງປະຊວງການເງິນ; 4.ຂາຍພັນທະບັດຂອງລັດຕາມການຕົກລົງຂອງລັດທະບານ. 5.ຄຸ້ມຄອງອັດຕາເງິນເຟີ້ໃຫ້ຢູ່ໃນລະດັບທີ່ເສດຖະກິດມະຫາ ພາກສາມາດຮອງຮັບໄດ້. ...ໝວດທີສອງ:ຄວາມຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງກັບງົບປະມານແຫ່ງລັດ


....ມາດຕາສາມສິບເອັດ:ຄວາມຮັບຜິດຊອບຂອງກະຊວງແລະອົງການຈັດຕັ້ງອື່ນ

ມາດຕາສາມສິບເອັດ:ຄວາມຮັບຜິດຊອບຂອງກະຊວງແລະອົງການຈັດ ຕັ້ງອື່ນ ໃນວຽກງານການເງິນແລະງົບປະມານແຫ່ງລັດກະຊວງ ແລະອົງການຈັດຕັ້ງອື່ນມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ຊີ້ນໍາພາກສ່ວນການເງິນທີ່ຂຶ້ນກັບຕົນກ່ຽວກັບການສ້າງ ແຜນ,ຈັດຕັ້ງປະຕິບັດແລະສະຫຼຸບງົບປະມານ,ສ້າງແຜນລາຍຮັບ,ຈັດສັນ ແຜນລາຍຈ່າຍ,ຮັບປະກັນການເຄື່ອນໄຫວຂອງກົງຈັກໃຫ້ມີປະສິດທິຜົນ, ປະຢັດແລະຖືກຕ້ອງຕາມລະບຽບກົດໝາຍແລະຕາມແຜນງົບປະມານທີ່ ສະພາແຫ່ງຊາດໄດ້ພິຈາລະນາຮັບຮອງເອົາ; 2.ຄຸ້ມຄອງ,ຊີ້ນໍາແລະກວດກາວິສາຫະກິດຂອງລັດແລະເອ ກະຊົນ,ຫົວໜ່ວຍບໍລິຫານວິຊາການທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ. ປະຕິບັດພັນທະເຂົ້າງົບປະມານໃຫ້ຖືກຕ້ອງ,ຄົບຖ້ວນ,ທັນກໍານົດເວລາ ແລະການໃຊ້ຈ່າຍໃຫ້ຖືກຕ້ອງຕາມແຜນງົບປະມານແລະລະບຽບກົດ ໝາຍ; 3.ຄຸ້ມຄອງ,ຊີ້ນໍາແລະກວດກາການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດກ່ຽວກັບການເກັບລາຍຮັບທີ່ຂຶ້ນກັບຕົນຮັບຜິດຊອບໃຫ້ ໄດ້ຕາມແຜນການແລະລືນແຜນການ;ກ່ຽວກັບການຈັດຕັ້ງປະຕິບັດລາຍ ຈ່າຍໃຫ້ໄປຕາມແຜນການປີທີ່ລັດຖະບານມອບໃຫ້ໂດຍມີການໄລ່ລຽງ ປະສິດທິຜົນ,ມີການປະຢັດແລະຕາມລະບຽບກົດໝາຍ; 4.ປະສານສົມທົບກັບຄະນະກໍາມະການແຜນການແລະການ ລົງທຶນແລະກະຊວງການເງິນຄົ້ນຄວ້າສັນຍາກ່ຽວກັບການອະນຸຍາດການ ລົງທຶນຂອງນັກລົງທຶນພາຍໃນແລະຕ່າງປະເທດເພື່ອຮັບປະກັນໃຫ້ລັດໄດ້ ຮັບຜົນປະໂຫຍດຢ່າງເໝາະສົມ.

....ມາດຕາສາມສິບສອງ:ຄວາມຮັບຜິດຊອບຂອງເຈົ້າແຂວງ,ເຈົ້າຄອງນະຄອນ

ມາດຕາສາມສິບສອງ:ຄວາມຮັບຜິດຊອບຂອງເຈົ້າແຂວງ,ເຈົ້າຄອງນະ ຄອນ ໃນວຽກງານການເງິນແລະງົບປະມານແຫ່ງລັດເຈົ້າແຂວງ, ເຈົ້າຄອງນະຄອນມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ຊີ້ນໍາບັນດາພະແນກການຂັ້ນແຂວງທີ່ຂຶ້ນກັບຄວາມຮັບຜິດ ຊອບຂອງຕົນໃນການສ້າງແຜນ,ຈັດແບ່ງງົບປະມານ,ການຈັດຕັ້ງປະຕິ ບັດແລະການສະຫຼຸບແຜນງົບປະມານແຫ່ງລັດໃຫ້ຖືກຕ້ອງຕາມລະບຽບ ກົດໝາຍ; 2.ຊີ້ນໍາຂະແໜງການການເງິນທ້ອງຖິ່ນເກັບກໍາຖານຂໍ້ມູນ ແຫຼ່ງລາຍຮັບງົບປະມານໃຫ້ຄົບຖ້ວນແລະຊັດເຈນເພື່ອລາຍງານໃຫ້ຂະ ແໜງເກັບລາຍຮັບທີ່ເປັນສາຍຕັ້ງແລະກະຊວງການເງິນ; 3.ຄຸ້ມຄອງ,ຊີ້ນໍາ,ຕິດຕາມ,ກວດກາແລະກວດການການເກັບ ລາຍຮັບງົບປະມານຕາມຂອບເຂດສິດແລະຄວາມຮັບຜິດຊອບຂອງຕົນ ເພື່ອຮັບປະກັນຫຼັກການເກັບລາຍຮັບໃຫ້ຄົບຖ້ວນ,ຖືກຕ້ອງ,ເອກະພາບ,ຍຸ ຕິທໍາ,ເປີດເຜີຍຕາມລະບຽບກົດໝາຍ;ບໍ່ອະນຸຍາດໃຫ້ຍົກເວັ້ນຫຼືຫຼຸດຜ່ອນ ພາສີ-ສ່ວຍສາອາກອນ; 4.ຄຸ້ມຄອງ,ຊີ້ນໍາ,ຕິດຕາມ,ກວດກາແລະກວດການການປະຕິ ບັດລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ,ປະຢັດ,ຖືກຕ້ອງຕາມແຜນງົບ ປະມານປະຈໍາສົກປີແລະລະບຽບກົດໝາຍ;ບໍ່ອະນຸຍາດໃຫ້ອອກຂໍ້ຕົກລົງ ຈ່າຍແລະສ້າງໜີ້ນອກແຜນງົບປະມານ; 5.ປະສານສົມທົບກັບກະຊວງການເງິນໃນການຄຸ້ມຄອງ,ຊີ້ ນໍາ,ຕິດຕາມ,ກວດກາແລະກວດການການເກັບລາຍຮັບປະລການປະຕິບັດ ລາຍຈ່າຍທີ່ກ່າວມາເທິງນີ້; 6.ສ້າງເສື່ອນໄຂໃຫ້ຄະນະສະມາຊິກສະພາແຫ່ງຊາດປະຈໍາ ເຂດເລືອກຕັ້ງເຂົ້າຮ່ວມການສ້າງແຜນງົບປະມານ,ການກວດກາຄວາມ ຖືກຕ້ອງກ່ຽວກັບການສ້າງແຜນ,ການເຮັດບົດສະຫຼຸບສັງລວມ,ບົດສະຫຼຸບ ຕົວເລກຂາດຕົວງົບປະມານ,ຊຸກຍູ້ການຕິດຕາມກວດກາສະພາບການຈັດ ຕັ້ງປະຕິບັດງົບປະມານຂອງບັນດາພະແນກການຂັ້ນແຂວງແລະຂັ້ນ ເມືອງ. 7.ຄຸ້ມຄອງ,ຊີ້ນໍາ,ຕິດຕາມ,ກວດກາແລະກວດການການປະຕິ ບັດໜ້າທີ່ຂອງພະນັກງານການເງິນທີ່ຂຶ້ນກັບພະແນກການເງິນແຂວງ,ນະ ຄອນ,ມີສິດສະເໜີກະຊວງການເງິນແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງພະ ນັກງານການເງິນທີ່ສັງກັດພະແນກການເງິນແຂວງ,ນະຄອນຕາມຕໍາ ແໜ່ງງານຊຶ່ງກະຊວງການເງິນຄຸ້ມຄອງ; 8.ອໍານວຍຄວາມສະດວກ,ຊຸກຍູ້ແລະກວດກາການປະຕິບັດ ໜ້າທີ່ຂອງພະນັກງານພາສີ,ສ່ວນສາອາກອນແລະຄັງເງິນແຫ່ງຊາດຢູ່ ທ້ອງຖິ່ນໂດຍປະສານສົມທົບກັບກະຊວງການເງິນຕາມລະບຽບກົດໝາຍ; 9.ໃນກໍລະນີລາຍຮັບທີ່ເປັນພູດຂອງທ້ອງຖິ່ນເກັບບໍ່ໄດ້ຕາມ ແຜນການປະຈໍາສົກປີຕ້ອງໄດ້ຫຼຸດຜ່ານລາຍຈ່າຍຕາມຈໍານວນລາຍຮັບທີ່ ເກັບໄດ້ເພື່ອຮັກສາລະດັບການດຸ່ນດ່ຽງປະຈໍາສົກປີ;ຖ້າຫາກລາຍຮັບທີ່ ເປັນພູດຂອງທ້ອງຖິ່ນເກັບໄດ້ລື່ນແຜນການປະຈໍາສົກປີແມ່ນໃຫ້ທ້ອງຖິ່ນ ນໍາໃຊ້ເພື່ອພັດທະນາທ້ອງຖິ່ນຂອງຕົນ. ....ມາດຕາສາມສິບສາມ:ຄວາມຮັບຜິດຊອບຂອງຜູ້ປະຕິບັດພັນທະເຂົ້າງົບປະມານ

ມາດຕາສາມສິບສາມ:ຄວາມຮັບຜິດຊອບຂອງຜູ້ປະຕິບັດພັນທະເຂົ້າງົບ ປະມານ ໃນການຈັດຕັ້ງປະຕິບັດພັນທະເຂົ້າງົບປະມານແຫ່ງລັດ.ອົງ ການຈັດຕັ້ງ,ບຸກຄົນແລະນິຕິບຸກຄົນມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ຕ້ອງມອບເງິນພາສີ,ສ່ວນສາອາກອນ,ຄ່າທໍານຽມແລະຄ່າ ບໍລິການຕ່າງໆເຂົ້າງົບປະມານໃຫ້ຄົບຖ້ວນ,ທັນກໍານົດເວລາແລະຖືກຕ້ອງ ຕາມລະບຽບກົດໝາຍ; 2.ຖືບັນຊີຕາມລະບຽບແລະປະຕິບັດໃຫ້ຖືກຕ້ອງຕາມລະບອບ ການບັນຊີຂອງລັດວາງອອກຢ່າງໂປ່ງໃສ,ເປີດເຜີຍແລະຢູ່ພາຍໃຕ້ການ ກວດກາຂອງຂະແໜງການການເງິນແລະອົງການກວດກາພາຍນອກໃນ ແຕ່ລະໄລຍະ. 3.ມີສິດສະເໜີ,ຮ້ອງຟ້ອງແລະຮ້ອງຂໍຄວາມເປັນທໍາໃນກໍລະນີ ທີ່ເຫັນວ່າບໍ່ໄດ້ຮັບຄວາມຍຸດຕິທໍາຈາກການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຂະແໜງການການເງິນ,ພາສີ,ສ່ວນສາອາກອນແລະຄັງເງິນແຫ່ງຊາດ; ການບໍ່ປະຕິບັດພັນທະຂອງຕົນຕໍ່ງົບປະມານເຊັ່ນ:ການເຊື່ອງ ອໍາ,ການປົກປິດລາຍຮັບ,ການລັກລອບໜີພາສີ,ການຄ້າຂາຍເຖື່ອນ,ການ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ຂອງລັດກ່ຽວກັບການມອບພັນທະເຂົ້າງົບປະ ມານຖືວ່າເປັນຄວາມຜິດແລະຈະຖືກດໍາເນີນຄະດີຕາມກົດໝາຍ. ..ພາກທີສີ່:ການເບ່ງຄວາມຮັບຜິດຊອບກ່ຽວກັບລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ


...ໝວດທີໜຶ່ງ:ການແບ່ງຄວາມຮັບຜິດຊອບລະຫວ່າງສູນກາງແລະທ້ອງຖິ່ນ


....ມາດຕາສາມສິບສີ່:ລະບົບງົບປະມານແຫ່ງລັດ

ມາດຕາສາມສິບສີ່:ລະບົບງົບປະມານແຫ່ງລັດ ລະບົບງົບປະມານແຫ່ງລັດປະກອບດ້ວຍ:ງົບປະມານສູນກາງ ແລະງົບປະມານທ້ອງຖິ່ນ. -ງົບປະມານສູນກາງລວມທີລາຍຮັບ-ລາຍຈ່າຍງົບປະມານ ຂອງບັນດາກະຊວງ,ອົງການທຽບເທົ່າກະຊວງ,ແນວລາວສ້າງຊາດແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; -ງົບປະມານທ້ອງຖິ່ນລວມມີລາຍຮັບ-ລາຍຈ່າຍງົມປະມານ ຂອງອົງການປົກຄອງທ້ອງຖິ່ນ,ແນວລາວສ້າງຊາດແລະອົງການຈັດຕັ້ງ ມະຫາຊົນຂັ້ນທ້ອງຖິ່ນ.

ລັດຖະບານເປັນຜູ້ກໍານົດລະອຽດກ່ຽວກັບລາຍຮັບ-ລາຍຈ່າຍ ງົບປະມານຂອງອົງການປົກຄອງທ້ອງຖິ່ນຕາມລະບຽບກົດໝາຍ. ....ມາດຕາສາມສິບຫ້າ:ການແບ່ງຄວາມຮັບຜິດຊອບກ່ຽວກັບງົບປະມານແຫ່ງລັດ

ມາດຕາສາມສິບຫ້າ:ການແບ່ງຄວາມຮັບຜິດຊອບກ່ຽວກັບງົບປະມານ ແຫ່ງລັດ ການແບ່ງຄວາມຮັບຜິດຊອບກ່ຽວກັບງົບປະມານແຫ່ງລັດ ແມ່ນການແບ່ງສິດໃນການຄຸ້ມຄອງ,ຊີ້ນໍາແລະຕົກລົງກ່ຽວກັບວຽກງານ ການເງິນ,ລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດລະຫວ່າງສູນກາງ ແລະທ້ອງຖິ່ນ.

ການແບ່ງປັນລາຍຮັບ-ລາຍຈ່າຍລະຫວ່າງງົບປະມານສູນ ກາງແລະທ້ອງຖິ່ນແມ່ນປະຕິບັດບົນພື້ນຖານການກໍານົດຄວາມຮັບຜິດ ຊອບດ້ານລາຍຈ່າຍເພື່ອກໍານົດແຫຼ່ງລາຍຮັບ. ...ໝວດທີສອງ:ການແບ່ງແຫຼ່ງລາຍຮັບງົບປະມານສູນສາງແລະທ້ອງຖິ່ນ


....ມາດຕາສາມສິບຫົກ:ການແບ່ງແຫຼ່ງລາຍຮັບງົບປະມານແຫ່ງລັດ

ມາດຕາສາມສິບຫົກ:ການແບ່ງແຫຼ່ງລາຍຮັບງົບປະມານແຫ່ງລັດ ແຫຼ່ງລາຍຮັບງົບປະມານແຫ່ງລັດແບ່ງອອກເປັນສາມພູດ ດັ່ງນີ້: -ແຫຼ່ງລາຍຮັບທີ່ເປັນພູດຂອງສູນກາງຮ້ອຍສ່ວນຮ້ອຍ(100%); -ແຫຼ່ງລາຍຮັບທີ່ເປັນພູດຂອງທ້ອງຖິ່ນຮ້ອຍສ່ວນຮ້ອຍ(100%); -ແຫຼ່ງລາຍຮັບພູດແບ່ງປັນລະຫວ່າງງົບປະມານສູນກາງ ແລະງົບປະມານທ້ອງຖິ່ນ. ....ມາດຕາສາມສິບເຈັດ:ແຫຼ່ງລາຍຮັບງົບປະມານທີ່ເປັນພູດຂອງສູນກາງ

ມາດຕາສາມສິບເຈັດ:ແຫຼ່ງລາຍຮັບງົບປະມານທີ່ເປັນພູດຂອງສູນກາງ ລາຍຮັບງົບປະມານທີ່ເປັນພູດຂອງສູນກາງຮ້ອຍສ່ວນຮ້ອຍ ຈາກແຫຼ່ງທີ່ຕົ້ນຄຸ້ມຄອງມີດັ່ງນີ້: 1.ພາສີຂາອອກ-ຂາເຂົ້າ; 2.ອາກອນຕົວເລກທຸລະກິດຫຼືອາກອນມູນຄ່າເພີ່ມ,ອາກອນ ຊົມໃຊ້,ອາກອນກໍາໄລຈາກສິນຄ້ານໍ້າເຂົ້າ; 3.ຄ່າທໍານຽມແລະຄ່າບໍລິການຕ່າງໆໃນຂອດຂາອອກ-ຂາ ເຂົ້າເຊັ່ນ:ຄ່າຜ່ານດ່ານ,ຄ່າອອກໜັງສືແລະບັດຜ່ານແດນ; 4.ລາຍຮັບຈາກຊັບພະຍາກອນທໍາມະຊາດເຊັ່ນ:ການຂາຍ ໄມ້,ແຮ່ທາດ,ລາຍຮັບຈາກການເຊົ່າເຮືອນແລະຊັບສິນອື່ນໆຂອງລັດ; 5.ການຂາຍຊັບສິນແລະຮຸ້ນຂອງລັດຖະບານ; 6.ລາຍຮັບຈາກການບິນຜ່ານນ່ານຟ້າດຄ່າທາງຫຼວງ; 7.ລາຍຮັບຈາກບັນດາກອງທຶນຂອງລັດ; 8.ລາຍຮັບຈາກບັນດາອົງການບໍລິຫານວິຊາການ; 9.ລາຍຮັບຈາກດອກເບ້ຍເງິນໃຫ້ກູ້ຢືມແລະເງິນທົດແທນຕົ້ນ ທຶນຂອງລັດຖະບານ; 10.ລາຍຮັບຈາກການປັບໃໝແລະຂາຍເຄື່ອງທີ່ຖືກຮິບ; 11.ລາຍຮັບຈາກການຊ່ວຍເຫຼືອລ້າຂອງຕ່າງປະເທດ. 12.ລາຍຮັບຈາກການລະດົມທຶນແລະປະກອບສ່ວນຂອງບຸກ ຄົນແລະການຈັດຕັ້ງ. 13.ລາຍຮັບອື່ນໆຕາມລະບຽບກົດໝາຍ.

....ມາດຕາສາມສິບແປດ:ແຫຼ່ງລາຍຮັບງົບປະມານທີ່ເປັນພູດຂອງທ້ອງຖິ່ນ

ມາດຕາສາມສິບແປດ:ແຫຼ່ງລາຍຮັບງົບປະມານທີ່ເປັນພູດຂອງທ້ອງຖິ່ນ ລາຍຮັບງົບປະມານທີ່ເປັນພູດຂອງທ້ອງຖິ່ນຮ້ອຍສ່ວນຮ້ອຍ ຈາກແຫຼ່ງທີ່ຕົນຄຸ້ມຄອງມີດັ່ງນີ້: 1.ຄ່າທໍານຽມນໍາໃຊ້ທີ່ດິນ(ພາສີທີ່ດິນ),ຄ່າເຊົ່າທີ່ດິນ,ຄ່າ ມອບສິດນໍາໃຊ້ແລະໂອນສິດນໍາໃຊ້ທີ່ດິນ,ຄ່າທໍານຽມອອກທະບຽນອາ ກອນ,ອາກອນລາຍໄດ້ຈາກບຸກຄົນ; 2.ລາຍຮັບຈາກຊັບພະຍາກອນທໍາມະຊາດເຊັ່ນ:ການຂາຍ ຫີນ,ຊາຍ,ດິນດໍາ,ດິນແດງ,ຄ່າເຊົ່າຊັບສິນຂອງລັດເຊັ່ນ:ເຮືອນ,ທີ່ດິນ ແລະຊັບສິນອື່ນໆ. 3.ລາຍຮັບຈາກບັນດາກອງທຶນຂອງລັດ. 4.ລາຍຮັບຈາກບັນດາຫົວໜ່ວຍບໍລິຫານວິຊາການ. 5.ລາຍຮັບຈາກຄ່າທໍານຽມຕ່າງໆແລະຄ່າບໍລິການຂອງ ລັດ. 6.ລາຍຮັບຈາກການປັບໃໝແລະຂາຍເຄື່ອງທີ່ຖືກຮິບ. 7.ລາຍຮັບຈາກການປະກອບສ່ວນຂອງບຸກຄົນແລະການຈັດ ຕັ້ງ. 8.ເງິນຊ່ວຍເຫຼືອລ້າຈາກຕ່າງປະເທດ. 9.ລາຍຮັບອື່ນໆຕາມລະບຽບກົດໝາຍ. ....ມາດຕາສາມສິບເກົ້າ:ແຫຼ່ງລາຍຮັບພຸດແບ່ງປັນລະຫວ່າງສູນກາງແລະທ້ອງຖິ່ນ

ມາດຕາສາມສິບເກົ້າ:ແຫຼ່ງລາຍຮັບພຸດແບ່ງປັນລະຫວ່າງສູນກາງແລະ ທ້ອງຖິ່ນ ແຫຼ່ງລາຍຮັບພຸດແບ່ງປັນລະຫວ່າງງົບປະມານສູນກາງແລະ ງົບປະມານທ້ອງຖິ່ນລວມມີ; 1.ອາກອນຕົວເລກທຸລະກິດຫຼືອາກອນມູນຄ່າເພີ່ມຈາກການ ຜະລິດສິນຄ້າພາຍໃນປະເທດ; 2.ອາກອນຊົມໃຊ້ທີ່ເກັບຈາກການຜະລິດສິນຄ້າພາຍໃນປະ ເທດ; 3.ອາກອນກໍາໄລ,ອາກອນຕໍ່າສຸດທີ່ເກັບຈາກການຜະລິດສິນ ຄ້າພາຍໃນປະເທດ; 4.ລາຍຮັບເງິນປັນຜົນກໍາໄລສຸດທິ.

ການກໍານົດອັດຕາສ່ວນການແບ່ງປັນປະເພດລາຍຮັບຢູ່ໃນ ພູດແບ່ງປັນແມ່ນລັດຖະບານເປັນຜູ້ຕົກລົງ.ໃນກໍລະນີທີ່ທ້ອງຖິ່ນໃດຫາກ ມີລາຍຮັບພູດຂອງທ້ອງຖິ່ນຫຼາຍກວ່າແຜນລາຍຈ່າຍປະຈໍາສົກປີທີ່ສະພາ ແຫ່ງຊາດຮັບຮອງລັດຖະບານສາມາດກໍານົດລາຍຮັບສະເພາະໃຫ້ທ້ອງ ຖິ່ນນັ້ນ. ...ໝວດທີສາມ:ການແບ່ງລາຍຈ່າຍງົບປະມານລະຫວ່າງສູນກາງແລະທ້ອງຖິ່ນ

ໝວດທີສາມ:ການແບ່ງລາຍຈ່າຍງົບປະມານລະຫວ່າງສູນກາງແລະທ້ອງ ຖິ່ນ

....ມາດຕາສີ່ສິບ:ລາຍຈ່າຍງົບປະມານແຫ່ງລັດ

ມາດຕາສີ່ສິບ:ລາຍຈ່າຍງົບປະມານແຫ່ງລັດ ລາຍຈ່າຍງົບປະມານແຫ່ງລັດປະກອບດ້ວຍ: -ລາຍຈ່າຍງົບປະມານສຸນກາງ; -ລາຍຈ່າຍງົບປະມານທ້ອງຖິ່ນ. ....ມາດຕາສີ່ສິບເອັດ:ລາຍຈ່າຍງົບປະມານສູນກາງ

ມາດຕາສີ່ສິບເອັດ:ລາຍຈ່າຍງົບປະມານສູນກາງ ລາຍຈ່າຍງົບປະມານສູນກາງປະກອບມີ: 1.ລາຍຈ່າຍຮັບໃຊ້ວຽກງານບໍລິການກົງຈັກຂອງອົງການຈັດ ຕັ້ງລັດ,ແນວລາວສ້າງຊາດແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; 2.ລາຍຈ່າຍໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ສູນກາງຄຸ້ມຄອງແລະກໍາລັງຫຼວງ; 3.ລາຍຈ່າຍຊໍາລະໜີ້ດອກເບ້ຍເງິນກູ້ພາຍໃນປະເທດແລະ ຕ່າງປະເທດຂອງລັດຖະບານ,ເງິນປະກອບສ່ວນພັນທະໃຫ້ອົງການຈັດຕັ້ງ ສາກົນ; 4.ລາຍຈ່າຍກອງທຶນຂອງລັດ. 5.ລາຍຈ່າຍອົງການບໍລິການວິຊາການ; 6.ລາຍຈ່າຍເງິນແຮລັດຖະບານ. 7.ລາຍຈ່າຍເຂົ້າຄັງສະສົມແຫ່ງລັດ. 8.ລາຍຈ່າຍລົງທຶນລວມມີການລົງທຶນກໍ່ສ້າງພື້ນຖານໂຄງ ລ່າງ,ທຶນສົມທົບບັນດາໂຄງການຊ່ວຍເຫຼືອລ້າ,ກູ້ຢືມ,ປະກອບທຶນຮ່ວມທຸ ລະກິດທີ່ຂຶ້ນກັບຄວາມຮັບຜິດຊອບຂອງສູນກາງ; 9.ລາຍຈ່າຍຖົມຂຸມລາຄາແລະອັດຕາດອກເບ້ຍຕາມນະໂຍ ບາຍຂອງລັດຖະບານ. 10.ລາຍຈ່າຍໃຫ້ກູ້ຢືມຂອງລັດຖະບານ. 11.ລາຍຈ່າຍຊ່ວຍເຫຼືອລ້າ. 12.ລາຍຈ່າຍອື່ນໆຕາມລະບຽບກົດໝາຍ. ....ມາດຕາສີ່ສິບສອງ:ລາຍຈ່າຍງົບປະມານທ້ອງຖິ່ນ

ມາດຕາສີ່ສິບສອງ:ລາຍຈ່າຍງົບປະມານທ້ອງຖິ່ນ ລາຍຈ່າຍງົບປະມານທ້ອງຖິ່ນປະກອບມີ: 1.ລາຍຈ່າຍຮັບໃຊ້ວຽກງານບໍລິຫານຂອງອົງການຈັດຕັ້ງ ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນທ້ອງຖິ່ນ. 2.ລາຍຈ່າຍໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງທ້ອງຖິ່ນຄຸ້ມຄອງ; 3.ລາຍຈ່າຍກອງທຶນຂອງລັດ; 4.ລາຍຈ່າຍອົງການບໍລິຫານວິຊາການ; 5.ລາຍຈ່າຍເງິນແຮທ້ອງຖິ່ນ. 6.ລາຍຈ່າຍເຂົ້າຄັ້ງສະສົມແຫ່ງລັດ. 7.ລາຍຈ່າຍລົງທຶນລວມມີການກໍ່ສ້າງພື້ນຖານໂຄງລ່າງ, ທຶນສົມທົບບັນດາໂຄງການຊ່ວຍເຫຼືອລ້າ,ກູ້ຢືມທີ່ຂຶ້ນກັບທ້ອງຖິ່ນຄຸ້ມຄອງ. 8.ລາຍຈ່າຍຊ່ວຍເຫຼືອລ້າ. 9.ລາຍຈ່າຍອື່ນໆຕາມລະບຽບກົດໝາຍ. ...ໝວດທີສີ່:ການຊ່ວຍໜຸນງົບປະມານທ້ອງຖິ່ນ


....ມາດຕາສີ່ສິບສາມ:ການຊ່ວຍໜຸນເພື່ອການດຸນດ່ຽງ

ມາດຕາສີ່ສິບສາມ:ການຊ່ວຍໜຸນເພື່ອການດຸນດ່ຽງ ໃນກໍລະນີທີ່ລາຍຮັບງົບປະມານຊຶ່ງເປັນພູດຮ້ອຍສ່ວນຮ້ອຍ ຂອງທ້ອງຖິ່ນບວກກັບລາຍຮັບພູດແບ່ງປັນຫາກບໍ່ພຽງພໍກັບລາຍຈ່າຍ ທີ່ສະພາແຫ່ງຊາດຮັບຮອງນັ້ນງົບປະມານສູນກາງຈະຊ່ວຍໜຸນໃຫ້ງົບ ປະມານທ້ອງຖິ່ນເພື່ອຮັບປະກັນລາຍຈ່າຍປະຈໍາສົກປີ. ....ມາດຕາສີ່ສິບສີ່:ການຊ່ວຍໜຸນງົບປະມານທີ່ມີເປົ້າໝາຍ

ມາດຕາສີ່ສິບສີ່:ການຊ່ວຍໜຸນງົບປະມານທີ່ມີເປົ້າໝາຍ ນອກຈາກການຊ່ວຍໜຸນໃຫ້ງົບປະມານທ້ອງຖິ່ນທີ່ໄດ້ກໍານົດ ໄວ້ໃນມາດຕາສີ່ສິບສາມຂອງກົດໝາຍສະບັບນີ້ແລ້ວງົບປະມານສູນກາງ ຊະຊ່ວຍໜຸນໃຫ້ງົບປະມານທ້ອງຖິ່ນເພື່ອນໍາໃຊ້ເຂົ້າໃນເປົ້າໝາຍສະເພາະ ດັ່ງນີ້: 1.ເພື່ອປະຕິບັດແຜນງານ,ໂຄງການລົງທຶນທີ່ກໍານົດໄວ້ໃນ ແຜນລວມປະຈໍາສົກປີຊຶ່ງລັດຖະບານມອບເພີ່ມເຕີມໃຫ້; 2.ເພື່ອແກ້ໄຂບັນຫາສຸກເສີນ,ຮີບດ່ວນຊຶ່ງບໍ່ນອນໃນແຜນງົບ ປະມານປະຈໍາສົກປີຂອງທ້ອງຖິ່ນຕາມການຕົກລົງຂອງລັດຖະບານ.

....ມາດຕາສີ່ສິບຫ້າ:ນະໂຍບາຍສົ່ງເສີມການເກັບລາຍຮັບງົບປະມານ

ມາດຕາສີ່ສິບຫ້າ:ນະໂຍບາຍສົ່ງເສີມການເກັບລາຍຮັບງົບປະມານ ລັດປະຕິບັດນະໂຍບາຍສົ່ງເສີມການເກັບລາຍຮັບງົບປະມານ ດັ່ງນີ້: 1.ໃນກໍລະນີທີ່ທ້ອງຖິ່ນເກັບລາຍຮັບທີ່ເປັນພູດຂອງຕົນຫາກ ໄດ້ລື່ນແຜນການ,ສ່ວນທີ່ລື່ນນັ້ນແມ່ນມອບໃຫ້ທ້ອງຖິ່ນນໍາໃຊ້ທັງໝົດເພື່ອ ພັດທະນາທ້ອງຖິ່ນຂອງຕົນ. 2.ຖ້າພູດຂອງສູນກາງທີ່ປະຕິບັດຢູ່ທ້ອງຖິ່ນແລະພູດແບ່ງປັນ ລະຫວ່າງສູນກາງແລະທ້ອງຖິ່ນຫາກເກັບໄດ້ລື່ນແຜນການ,ຈໍານວນລື່ນ ນັ້ນແມ່ນລັດຖະບານຈະເປັນຜູ້ຕົກລົງແບ່ງປັນໃຫ້ທ້ອງຖິ່ນຕາມອັດຕາສ່ວນ ທີ່ເໝາະສົມ. ....ມາດຕາສີ່ສິບຫົກ:ວິທີການແກ້ໄຂການເກັບລາຍຮັບທີ່ບໍ່ໄດ້ຕາມແຜນການ

ມາດຕາສີ່ສິບຫົກ:ວິທີການແກ້ໄຂການເກັບລາຍຮັບທີ່ບໍ່ໄດ້ຕາມແຜນ ການ ພາຍຫຼັງທີ່ການຈັດຕັ້ງປະຕິບັດແຜງງົບປະມານແຫ່ງລັດປະ ຈໍາສົກປີເກີນຫົກເດືອນແລ້ວແຕ່ການເກັບລາຍຮັບບໍ່ໄດ້ຕາມແຜນການ ກະຊວງການເງິນເປັນເຈົ້າການຄົ້ນຄວ້າແຫຼ່ງເງິນສະເໜີລັດຖະບານຕົກ ລົງໃຫ້ກະຊວງການເງິນຊອກແຫຼ່ງທຶນມາດຸນດ່ຽງຫຼືຕົກລົງຫຼຸດລາຍຈ່າຍ ງົບປະມານຂອງອົງການຈັດຕັ້ງລັດແລະອົງການຈັດຕັ້ງອື່ນໆຢູ່ສູນກາງ ແລະທ້ອງຖິ່ນລົງຕາມຈໍານວນເງິນທີ່ເກັບບໍ່ໄດ້ເພື່ອຮັກສາລະດັບການດຸນ ດ່ຽງງົບປະມານປະຈໍາສົກປີແລະລາຍງານໃຫ້ສະພາແຫ່ງຊາດຊາບ.

ໃນກໍລະນີທີ່ການເກັບລາຍຮັບຫາກບໍ່ໄດ້ຕາມແຜນການປະ ຈໍາສົກປີແຕ່ຫ້າສ່ວນຮ້ອຍຂຶ້ນໄປກະຊວງການເງິນຕ້ອງສະເນີລັດຖະບານ ເພື່ອນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາດັດແກ້ແຜນງົບປະມານ ແຫ່ງລັດ. ..ພາກທີຫ້າ:ການສ້າງແລະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ


...ໝວດທີໜຶ່ງ:ການສ້າງແຜນງົບປະມານແຫ່ງລັດ


....ມາດຕາສີ່ສິບເຈັດ:ການສ້າງແຜນງົບປະມານແຫ່ງລັດ

ມາດຕາສີ່ສິບເຈັດ:ການສ້າງແຜນງົບປະມານແຫ່ງລັດ ການສ້າງແຜນງົບປະມານແຫ່ງລັດປະຈໍາສົກປີໃຫ້ປະຕິບັດ ດັ່ງນີ້: 1.ຕ້ອງສ້າງບົດພື້ນຖານແຜນຍຸດທະສາດການເງິນໄລຍະ ກາງ,ໄລຍະຍາວທີ່ລັດຖະບານກໍານົດຕາມການຮັບຮອງຂອງສະພາແຫ່ງ ຊາດ; 2.ຕ້ອງໃຫ້ສອດຄ່ອງກັບລະດັບການຂະຫຍາຍຕົວຂອງເສດ ຖະກິດແລະແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລ ຍະເພື່ອຮັບປະກັນສະເຖຍລະພາບທາງດ້ານການເງິນ. 3.ຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕດ້ວຍ ການເຂົ້າຮ່ວມຂອງຄະນະສະມາຊຶກສະພາແຫ່ງຊາດຢູ່ຂັ້ນທ້ອງຖິ່ນແລະ ຂອງກໍາມະທິການຂອງສະພາແຫ່ງຊາດຢູ່ຂັ້ນສູນກາງ; 4.ຕ້ອງເລີ່ມຈາກຫົວໜ່ວຍຮາກຖານຂຶ້ນມາຕາມຄໍາສັ່ງ,ຕົວ ເລກຊີ້ນໍາຂອງລັດຖະບານແລະຄໍາແນະນໍາຂອງກະຊວງການເງິນ. 5.ຕ້ອງຄິດໄລ່ສັງລວມແຜນງົບປະມານຕາມຂະແໜງການ ສ້າງຕັ້ງເພື່ອຜ່ານສະພາແຫ່ງຊາດປະຈໍາສົກປີສໍາລັບບາງຂະແໜງການ ທີ່ເປັນບູລິມະສິດແລະບາງຂະແໜງການທີ່ຂຶ້ນກັບສາຍຕັ້ງ.


ການສ້າງແຜນລາຍຮັບງົບປະມານແຫ່ງລັດປະຈໍາສົກປີໃຫ້ ດໍາເນີນບົນພື້ນຖານຄວາມອາດສາມາດຂຸດຄົ້ນແຫຼ່ງລາຍຮັບຈາກຫົວ ໜ່ວຍການຜະລິດແລະການບໍລິການໂດຍຄິດໄລ່ຕາມລະບຽບກົດໝາຍ. ການສ້າງແຜນລາຍຈ່າງງົບປະມານແຫ່ງລັດປະຈໍາສົກປີ ໃຫ້ປະຕິບັດດັ່ງນີ້: 1.ຕ້ອງຮັບປະກັນຄວາມຍຸດຕິທໍາແລະສະເໝີພາບໂດຍຄິດ ໄລ່ແບ່ງປັນຕາມກໍານົດໝາຍແບ່ງປັນລາຍຈ່າຍງົບປະມານທີ່ລັດຖະ ບານຮັບຮອງເອົາແຕ່ລະໄລຍະ. 2.ຕ້ອງອີງຕາມຄວາມອາດສາມາດຂອງການເກັບລາຍຮັບ ແນໃສ່ຮັກສາລະດັບການຂາດດຸນໃຫ້ຢູ່ໃນລະດັບທີ່ເໝາະສົມແລະຮັບປະ ກັນສະເຖຍລະພາບທາງດ້ານເສດຖະກິດ-ການເງິນ. ....ມາດຕາສີ່ສິບແປດ:ການປອກສາຫາລືແຜນງົບປະມານແຫ່ງລັດ

ມາດຕາສີ່ສິບແປດ:ການປອກສາຫາລືແຜນງົບປະມານແຫ່ງລັດ ໃນໄລຍະການສ້າງແຜນງົບປະມານຂະແໜງການການເງິນ ຕ້ອງປະຕິບັດໜ້າທີ່ດັ່ງນີ້: 1.ປຶກສາຫາລືກັບບັນດາອົງການຈັດຕັ້ງຂອງລັດແລະອົງການ ຈັດຕັ້ງອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນເພື່ອຄົ້ນຄ້ວາ,ກໍານົດຄວາມ ອາດສາມາດທາງດ້ານລາຍຮັບ-ລາຍຈ່າຍ; 2.ສະເໜີວິທີການເພື່ອຮັບປະກັນການດຸນດ່ຽງລວມງົບປະ ມານ.ໃນເວລາປຶກສາຫາລືຖ້າຫາກມີຄວາມຄິດຄວາມເຫັນແຕກຕ່າງກັນ ກະຊວງການເງິນຕ້ອງນໍາສະເໜີນາຍົກລັດຖະມົນຕີ,ພະແນກການເງິນ ແຂວງ,ນະຄອນຕ້ອງນໍາສະເໜີເຈົ້າແຂວງ,ເຈົ້າຄອງນະຄອນເພື່ອຂໍທິດ ຊີ້ນໍາແລະຕົກລົງ. ....ມາດຕາສີ່ສິບເກົ້າ:ການສັງລວມແຜນງົບປະມານແຫ່ງລັດ

ມາດຕາສີ່ສິບເກົ້າ:ການສັງລວມແຜນງົບປະມານແຫ່ງລັດ ກະຊວງການເງິນເປັນຜູ້ສັງລວມແຜນລາຍຮັບ-ລາຍຈ່າຍງົບ ປະມານຂອງບັນດາອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງອື່ນທີ່ກ່ຽວ ຂ້ອງຢູ່ສູນກາງແລະທ້ອງຖິ່ນລວມທັງແຜນດຸນດ່ຽງງົບປະມານແຫ່ງລັດ ແລ້ວລາຍງານລັດຖະບານເພື່ອນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ຮັບຮອງເອົາ. ....ມາດຕາຫ້າສິບ:ບັນດາເອກະສານທີ່ລັດຖະບານຕ້ອງນໍາສະເໜີຕໍ່ສະພາແຫ່ງຊາດ

ມາດຕາຫ້າສິບ:ບັນດາເອກະສານທີ່ລັດຖະບານຕ້ອງນໍາສະເໜີຕໍ່ສະພາ ແຫ່ງຊາດ ບັນດາເອກະສານທີ່ລັດຖະບານຕ້ອງນໍາສະເໜີຕໍ່ສະພາແຫ່ງ ຊາດລວມມີ: 1.ບົດສະຫຼຸດຕີລາຄາສະພາບການຈັດຕັ້ງປະຕິບັດຂາດຕົວງົບ ປະມານແຫ່ງລັດປະຈໍາສົກປີຜ່ານມາ. 2.ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາສົກປີ. 3.ບົດສະເໜີຮ່າງແຜນລວມຍອດລາຍຮັບແລະລາຍຈ່າຍ,ລະ ດັບຂາດດຸນງົບປະມານແຫ່ງລັດປະຈໍາສົກປີຕໍ່ໄປ. 4.ຕາຕະລາງຮ່າງແຜນລາຍຮັບ-ລາຍຈ່າຍງົບປະມານຂອງ ບັນດາອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງອື່ນຂັ້ນສູນກາງແລະ ທ້ອງຖິ່ນ. 5.ລາຍງານສະພາບໜີສິນຂອງລັດທີ່ຮອດກໍານົດ,ກາຍກໍານົດ ຕ້ອງຊໍາລະ,ຈໍານວນດອກເບ້ຍຕ້ອງຈ່າຍໃນປີ,ຄວາມສາມາດຊໍາລະໃນປີ ແລະຍອດເຫຼືອໜີ້ຮອດທ້າຍປີ. 6.ບັນຊີແຜນງານແລະໂຄງການລົງທຶນທີ່ສໍາຄັນຂອງລັດຖະ ບານ. ....ມາດຕາຫ້າສິບເອັດ:ຂັ້ນຕອນແລະກໍານົດເວລາກ່ຽວກັບການສ້າງແຜນງົບປະມານແຫ່ງລັດ

ມາດຕາຫ້າສິບເອັດ:ຂັ້ນຕອນແລະກໍານົດເວລາກ່ຽວກັບການສ້າງແຜນ ງົບປະມານແຫ່ງລັດ ການສ້າງແຜນງົບປະມານແຫ່ງລັດຕ້ອງປະຕິບັດຕາມຂັ້ນ ຕອນແລະກໍານົດເວລາດັ່ງນີ້: 1.ໃນຕົ້ນເດືອນມັງກອນລັດຖະບານອອກຄໍາສັ່ງກ່ຽວກັບການ ສ້າງແຜນພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດ ແລ້ວກະຊວງການເງິນອອກຄໍາແນະນໍາກ່ຽວກັບການສ້າງແຜນງົບປະ ມານແຫ່ງລັດປະຈໍາສົກປີ. 2.ບັນດາອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງອື່ນໆ ທີ່ກ່ຽວຂ້ອງຢູ່ທ້ອງຖິ່ນສ້າງແຜນງົບປະມານຂອງຕົນດ້ວຍການເຂົ້າຮ່ວມ ຂອງຄະນະສະມາຊິກສະພາແຫ່ງຊາດແລ້ວພະແນກການເງິນແຂວງ,ນະ ຄອນສັງລວມເປັນແຜນງົບປະມານປະຈໍາສົກປີຂອງທ້ອງຖິ່ນຕົນແລ້ວສົ່ງ ໃຫ້ກະຊວງການເງິນພາຍໃນເດືອນກຸມພາ; 3.ບັນດາອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງອື່ນທີ່ ກ່ຽວຂ້ອງຢູ່ສູນກາງສ້າງແຜນງົບປະມານຂອງຕົນຊຶ່ງກໍາມາທິການຂອງ ສະພາແຫ່ງຊາດມີສິດເຂົ້າຮ່ວມແລ້ວສົ່ງໃຫ້ກະຊວງການເງິນພາຍໃນ ເດືອນກຸມພາ. 4.ກະຊວງການເງິນສັງລວມແຜນງົບປະມານແຫ່ງລັດຈາກ ບັນດາອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຢູ່ສູນ ກາງແລະທ້ອງຖິ່ນດ້ວຍການເຂົ້າຮ່ວມຂອງກໍາມາທິການຂອງສະພາ ແຫ່ງຊາດແລ້ວນໍາສະເໜີລັດຖະບານພາຍໃນເດືອນເມສາ. 5.ລັດຖະບານຄົ້ນຄ້ວາ,ສັງລວມແຜນງົບປະມານແຫ່ງລັດ ແລ້ວສົ່ງຢ່າງເປັນທາງການໃຫ້ສະພາແຫ່ງຊາດສິບຫ້າວັນກ່ອນວັນເປີດ ກອງປະຊຸມສະພາແຫ່ງຊາດ. ...ໝວດທີສອງ:ການພິຈາລະນາຮັບຮອງແຜນງົບປະມານແຫ່ງລັດ


....ມາດຕາຫ້າສິບສອງ:ການພິຈາລະນາຮັບຮອງແຜນງົບປະມານແຫ່ງລັດ

ມາດຕາຫ້າສິບສອງ:ການພິຈາລະນາຮັບຮອງແຜນງົບປະມານແຫ່ງລັດ ກອງປະຊຸມສະໄໝສາມັນໃນເດືອນມິຖຸນາຫຼືກໍລະກົດຂອງສະ ພາແຫ່ງຊາດພິຈາລະນາຮັບຮອງເອົາເນື້ອໃນຕ່າງໆຂອງແຜນງົບປະມານ ແຫ່ງລັດທີ່ໄດ້ກໍານົດໄວ້ໃນມາດຕາຫ້າສິບຂອງກົດໝາຍສະບັບນີ້. ....ມາດຕາຫ້າສິບສາມ:ຂັ້ນຕອນການມອບແຜນງົບປະມານແຫ່ງລັດ

ມາດຕາຫ້າສິບສາມ:ຂັ້ນຕອນການມອບແຜນງົບປະມານແຫ່ງລັດ ຂັ້ນຕອນການມອບແຜນງົບປະມານແຫ່ງລັດໃຫ້ປະຕິບັດດັ່ງ ນີ້: 1.ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແຜນງົບປະ ມານປະຈໍາສົກປີແລ້ວລັດຖະບານເປັນຜູ້ອອກດໍາລັດວ່າດ້ວຍການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດພາຍໃນກໍານົດເວລາສິບຫ້າວັນ. 2.ລັດຖະມົນຕີວ່າການກະຊວງການເງິນເປັນຜູ້ອອກແຈ້ງ ການແລະຄໍາແນະນໍາທາງດ້ານວິຊາກອນກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານປະຈໍາສົກປີພາຍໃນກໍານົດສິບຫ້າວັນນັບແຕ່ວັນລັດຖະ ບານອອກດໍາລັດຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດເປັນຕົ້ນໄປ. 3.ບັນດາອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງອື່ນທີ່ ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນມອບແຜນລາຍຮັບແລະລາຍຈ່າຍງົບ ປະມານໃຫ້ບັນດາກົມກອງ,ຂະແໜງການແລະຫົວໜ່ວຍຕ່າງໆທີ່ຂຶ້ນກັບ ຕົນ,ພ້ອມກັນນັ້ນກໍ່ແຈ້ງໃຫ້ອົງການການເງິນແລະຄັງເງິນແຫ່ງຊາດທີ່ ຕົນຂຶ້ນກັບເພື່ອຄຸ້ມຄອງ,ຕິດຕາມແລະກວດກາການຈັດຕັ້ງປະຕິບັດລາຍ ຮັບແລະລາຍຈ່າຍງົບປະມານພາຍໃນກໍານົດສິບຫ້າວັນນັບແຕ່ວັນກະຊວງ ການເງິນອອກແຈ້ງການແລະຄໍາແນະນໍາເປັນຕົ້ນໄປ. ....ມາດຕາຫ້າສິບສີ່:ການດັດແກ້ງົບປະມານແຫ່ງລັດ

ມາດຕາຫ້າສິບສີ່:ການດັດແກ້ງົບປະມານແຫ່ງລັດ ການດັດແກ້ແຜນງົບປະມານແຫ່ງລັດປະຈໍາສົກປີສາມາດ ປະຕິບັດໄດ້ໜຶ່ງເທື່ອຕໍ່ປີແລະພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດແຜນງົບປະ ມານໃນຫົກເດືອນຕົ້ນປີແລ້ວໃນກໍລະນີທີ່ມີການປ່ຽນແປງນະໂຍບາຍຫຼື ມີເຫດການໃດໜຶ່ງເກີດຂຶ້ນທີ່ບໍ່ໄດ້ຄາດຄະເນໄວ້ກ່ອນຊຶ່ງເປັນຜົນກະທົບ ເຖິງລາຍຮັບແລະລາຍຈ່າຍງົບປະມານແຫ່ງລັດປະຈໍາສົກປີຕາມທີ່ໄດ້ ກໍານົດໄວ້ໃນມາດຕາສີ່ສິບຫົກຂອງກົດໝາຍສະບັບນີ້.

ການດັດແກ້ແຜນງົບປະມານແຫ່ງລັດປະຈໍາສົກປີໃຫ້ປະຕິ ບັດຄ້າຍຄືກັນກັບຂັ້ນຕອນການພິຈາລະນາຮັບຮອງເອົາແຜນງົບປະມານ ປະຈໍາສົກປີ. ...ໝວດທີ່ສາມ:ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ


....ມາດຕາຫ້າສິບຫ້າ:ອົງການຈັດຕັ້ງເກັບລາຍຮັບ

ມາດຕາຫ້າສິບຫ້າ:ອົງການຈັດຕັ້ງເກັບລາຍຮັບ ອົງການຈັດຕັ້ງເກັບລາຍຮັບງົບປະມານແຫ່ງລັດປະກອບມີ: 1.ຂະແໜງການສ່ວນສາອາກອນ; 2.ຂະແໜງການພາສີ; 3.ບັນດາອົງການຈັດຕັ້ງທີ່ລັດຖະບານອະນຸຍາດຫຼືຖືກມອບ ສິດຈາກລັດຖະມົນຕີວ່າການກະຊວງການເງິນໃຫ້ເກັບລາຍຮັບ; 4.ບັນດາກອງທຶນແລະອົງການບໍລິການວິຊາການທີ່ລັດຖະ ບານອະນຸຍາດໃຫ້ສ້າງຕັ້ງແລະຖືກມອບສິດຈາກລັດຖະມົນຕີວ່າການກະ ຊວງການເງິນໃຫ້ເກັບລາຍຮັບ. ....ມາດຕາຫ້າສິບຫົກ:ຄວາມຮັບຜິດຊອບຂອງອົງການຈັດຕັ້ງເກັບລາຍຮັບ

ມາດຕາຫ້າສິບຫົກ:ຄວາມຮັບຜິດຊອບຂອງອົງການຈັດຕັ້ງເກັບລາຍຮັບ ອົງການຈັດຕັ້ງເກັບລາຍຮັບງົບປະມານແຫ່ງລັດມີຄວາມຮັບ ຜິດຊອບຕົ້ນຕໍດັ່ງນີ້: 1.ສ້າງແຜນເກັບລາຍຮັບ,ເກັບກໍາຂໍ້ມູນສະຖິຕິຫົວໜ່ວຍໃຫ້ ຄົບຖ້ວນ,ຄິດໄລ່ໃຫ້ມີຄວາມຊັດເຈນແລະຮັບປະກັນຄວາມຍຸດຕິທໍາ,ໂປ່ງ ໃສແລະເປີດເຜີຍ; 2.ເຜີຍແຜ່,ແນະນໍາກ່ຽວກັບລະບຽບກົດໝາຍຂອງຂະແໜງ ການການເງິນໃຫ້ບັນດາເປົ້າໝາຍທີ່ມີໜ້າທີ່ມອບພັນທະເຂົ້າງົບປະມານ, ເພີ່ມທະວີການຝຶກອົບຮົມທາງດ້ານວິຊາສະເພາະເພື່ອຍົກລະດັບຄຸນນະ ພາບຂອງວຽກງານແລະຫຼຸດຜ່ອນຂັ້ນຕອນໃນການບໍລິການທີ່ມີຫຼາຍຂອດ. 3.ຈັດຕັ້ງ,ຄຸ້ມຄອງການເກັບລາຍຮັບສ່ວນສາອາກອນ,ພາສີ, ລາຍຮັບຈາກຊັບສິນ,ຄ່າທໍານຽມ,ຄ່າບໍລິການຕ່າງໆແລະລາຍຮັບອື່ນໆ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ຄົບຖ້ວນ,ທັນກໍານົດເວລາ,ເປີດເຜີຍ ແລະໂປ່ງໃສ. 4.ເລັ່ງທວງ,ກ່າວເຕືອນ,ປັບໃໝເມື່ອພົບເຫັນອົງການຈັດຕັ້ງ ,ບຸກຄົນຫຼືນິຕິບຸກຄົນມອບລາຍຮັບເຂົ້າງົບປະມານຊັກຊ້າໂດຍບໍ່ມີເຫດຜົນ ພຽງພໍແລະສະເໜີໃຫ້ດໍາເນີນຄະດີຕາມຂະບວນການຍຸດຕິທໍາໃນກໍລະນີທີ່ ມີການລະເມີດຢ່າງຮ້າຍແຮງ.

ການປະຕິບັດສິດລະໜ້າທີ່ຂອງອົງການຈັດຕັ້ງເກັບລາຍຮັບ ແມ່ນຢູ່ພາຍໃຕ້ການກວດກາຂອງອົງການກວດກາພາຍໃນ,ອົງການກວດ ກາພາຍນອກແລະຄະນະສະເພາະກິດທີ່ຖືກແຕ່ງຕັ້ງຈາກອົງການທີ່ມີສິດ ອໍານາດ. ....ມາດຕາຫ້າສິບເຈັດ:ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ

ມາດຕາຫ້າສິບເຈັດ:ການປະຕິບັດລາຍຈ່າຍງົບປະມານແຫ່ງລັດ ການຈ່າຍງົບປະມານແຫ່ງລັດຕ້ອງປະຕິບັດຕາມຫຼັກການ ແລະຂັ້ນຕອນການຄຸ້ມຄອງລາຍຈ່າຍດັ່ງນີ້: -ຕ້ອງຢູ່ໃນແຜນງົບປະມານປະຈໍາສົກປີ; -ຕ້ອງໄດ້ຮັບການອະນຸມັດ; -ໃຫ້ຖືກຕ້ອງຕາມເປົ້າໝາຍລາຍຈ່າຍ; -ຕ້ອງຄິດໄລ່ໃຫ້ຖືກຕ້ອງຕາມກໍານົດໝາຍການໃຊ້ຈ່າຍ; -ຕ້ອງໄດ້ຮັບອະນຸຍາດຈາກຜູ້ສັ່ງກ່ານຫຼືຜູ້ຖືກມອບສິດ.


ໃນກໍລະນີທີ່ສະພາແຫ່ງຊາດຍັງບໍ່ທັນໄດ້ຮັບຮອງເອົາແຜນ ງົບປະມານປະຈໍາສົກປີນັ້ນລັດຖະບານມີສິດອະນຸຍາດໃຫ້ຈ່າຍລ່ວງໜ້າໄດ້ ເທົ່າກັບໜຶ່ງສ່ວນສິບສອງຂອງຍອດລາຍຈ່າຍທີ່ປະຕິບັດໃນປີຜ່ານມາ ເພື່ອຈ່າຍເງິນເດືອນ,ເງິນນະໂຍບາຍ,ລາຍຈ່າຍບໍລິຫານແລະລາຍຈ່າຍ ຊໍາລະໜີ້ຕ່າງປະເທດທີ່ຮອດກໍານົດສັນຍາ.

ການເບີກຈ່າຍງົບປະມານຕ້ອງໃຫ້ຖືກຕ້ອງຮ່ວງສາລະບານ ລາຍຈ່າຍທີ່ໄດ້ກໍານົດໃນແຜນການປີ,ການຈົດກ່າຍໃຫ້ໄປຕາມສາລະ ບານງົບປະມານແລະການບັນຊີແຫ່ງລັດ.

ການຈັດຊື້,ການຈັດຈ້າງ,ການບໍລິການແລະການກໍ່ສ້າງ- ສ້ອມແປງດ້ວຍທຶນຂອງລັດຕ້ອງຜ່ານຂັ້ນຕອນແລະຮູບການປະມູນແລະ ປະກອບເອກະສານໃຫ້ຄົບຖ້ວນຕາມລະບຽບການ.

ການຈ່າຍງົບປະມານປີໃດຕ້ອງໄດ້ນໍາໃຊ້ແຫຼ່ງລາຍຮັບງົບ ປະມານປີນັ້ນແຕ່ການຊໍາລະກໍສາມາດດໍາເນີນໄປໄດ້ອີກສາມເດືອນພາຍ ຫຼັງປິດບັນຊີເກັບລາຍຮັບໃນສົກປີງົບປະມານນັ້ນແລ້ວເພື່ອໃຫ້ຄັງເງິນ ແຫ່ງຊາດສາມາດສະຫຼຸບຂາດຕົວເປັນແຕ່ລະປີ.

ການນໍາໃຊ້ເງິນງົບປະມານແຫ່ງຊາດເພື່ອຊໍາລະລາຍຈ່າຍ ແມ່ນປະຕິບັດຕາມຮູບການຕ່າງໆເຊັ່ນ:ການໂອນບັນຊີ,ການຈ່າຍເປັນ ເງິນສົດ,ເປັນເຊັກແລະການເປີດຈົດໝາຍສິນເຊື່ອ.

....ມາດຕາຫ້າສິບແປດ:ຄວາມຮັບຜິດຊອບຂອງຜູ້ສັ່ງການເອກ

ມາດຕາຫ້າສິບແປດ:ຄວາມຮັບຜິດຊອບຂອງຜູ້ສັ່ງການເອກ ໃນວຽກງານການເງິນແລະງົບປະມານແຫ່ງລັດຜູ້ສັ່ງການ ເອກມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ຈັດຕັ້ງປະຕິບັດແຜນງົບປະມານແຫຼ່ງລັດປະຈໍາສົກປີ. 2.ຈັດຕັ້ງ,ຄຸ້ມຄອງການເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະລື່ນແຜນການ; 3.ປະຕິບັດລາຍຈ່າຍຕາມແຜນງົບປະມານປະຈໍາປີທີ່ລັດຖະ ບານມອບໃຫ້; 4.ສັ່ງການໃຫ້ອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງ ອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນແກ້ໄຂເມື່ອກວດກາເຫັນການເກັບ ລາຍຮັບບໍ່ຖືກຕ້ອງຕາມລະບຽບກົດໝາຍ,ການປະຕິບັດລາຍຈ່າຍບໍ່ໄປ ຕາມລະບຽບຄຸ້ມຄອງລາຍຈ່າຍ; 5.ສັ່ງມອບລາຍຮັບທີ່ຢູ່ນອກລະບົບໃຫ້ລວມສູນເຂົ້າງົບປະ ມານແຫ່ງລັດແລະຈັດສັນລາຍຮັບເພື່ອຕອບສະໜອງລາຍຈ່າຍໃນແຜນ ປະຈໍາສົກປີເພື່ອຮັບປະກັນໃຫ້ຜູ້ສັ່ງການສາມາດຖອນລາຍຈ່າຍໃນແຜນ ການໄດ້ຢ່າງຄົບຖ້ວນແລະທັນກໍານົດເວລາ. 6.ອອກຄໍາສັ່ງຈ່າຍເງິນໃນແຜນງົບປະມານແຫ່ງລັດປະຈໍາ ສົກປີໃນຂອບເຂດທົ່ວປະເທດຕາມຕົວເລກມອບໝາຍຂອງລັດຖະບານ.

ການປະຕິບັດສິດແລະໜ້າທີ່ຂອງຜູ້ສັ່ງການເອກແມ່ນຢູ່ພາຍ ໃຕ້ການກວດກາຂອງລັດຖະບານ,ສະພາແຫ່ງຊາດ,ອົງການທີ່ມີສິດໜ້າທີ່ ກວດກາແລະຄະນະສະເພາະກິດ.

....ມາດຕາຫ້າສິບເກົ້າ:ຄວາມຮັບຜິດຊອບຂອງຜູ້ສັ່ງການ

ມາດຕາຫ້າສິບເກົ້າ:ຄວາມຮັບຜິດຊອບຂອງຜູ້ສັ່ງການ ໃນວຽກງານການເງິນແລະງົບປະມານແຫ່ງລັດຜູ້ສັ່ງການມີ ຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ຈັດຕັ້ງປະຕິບັດແຜນງົບປະມານໃນສ່ວນທີ່ຕົນຮັບຜິດຊອບ; 2.ເກັບລາຍຮັບໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ຄົບຖ້ວນ, ທັນກໍານົດເວລາ,ເປີດເຜີຍແລະໂປ່ງໃສ. 3.ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນການຫຼືລື່ນແຜນການ; 4.ປະຕິບັດລາຍຈ່າຍງົບປະມານແຫ່ງລັດໃຫ້ຖືກຕ້ອງຕາມ ເປົ້າໝາຍ,ຕາມສາລະບານງົບປະມານແລະການຂໍຈ່າຍງົບປະມານຕ້ອງ ປະກອບເອກະສານໃຫ້ຄົບຖ້ວນ. 5.ຈົດກ່າຍຕາມລະບຽບກົດໝາຍການບັນຊີແຫ່ງລັດ,ຄິດໄລ່ ໃຫ້ຖືກຕ້ອງຕາມກໍານົດໝາຍໃຊ້ຈ່າຍ.

ການປະຕິບັດສິດແລະໜ້າທີ່ຂອງຜູ້ສັ່ງການແມ່ນຢູ່ພາຍໃຕ້ ການກວດກາຂອງກະຊວງການເງິນ,ອົງການທີ່ມີສິດໜ້າທີ່ກວດກາແລະ ຄະນະສະເພາະກິດ. ....ມາດຕາຫົກສິບ:ຄວາມຮັບຜິດຊອບຂອງຄັງເງິນແຫ່ງຊາດ

ມາດຕາຫົກສິບ:ຄວາມຮັບຜິດຊອບຂອງຄັງເງິນແຫ່ງຊາດ ໃນວຽກງານການເງິນແລະງົບປະມານແຫ່ງລັດຄັງເງິນ ແຫ່ງຊາດມີຄວາມຮັບຜິດຊອບຕົ້ນຕໍດັ່ງນີ້: 1.ປະຕິບັດແຜນງົບປະມານແຫ່ງລັດ,ຄຸ້ມຄອງ,ຕິດຕາມ,ຈົດ ກ່າຍ,ບັນທຶກລາຍຮັບແລະລາຍຈ່າຍງົບປະມານແຫ່ງລັດຕາມແຜນທີ່ສະ ພາແຫ່ງຊາດໄດ້ຮັບຮອງເອົາ,ຮຽກເກັບລາຍຮັບເຂົ້າຄັງເງິນແຫ່ງຊາດ ໃຫ້ຖືກຕ້ອງ,ຄົບຖ້ວນແລະທັນກໍານົດເວລາ. 2.ໂຈະການເຄື່ອນໄຫວບັນຊີເງິນຝາກຂອງລູກຄ້າຢູ່ໃນລະ ບົບຄັງເງິນແຫ່ງຊາດແລະສະເໜີໃຫ້ທະນາຄານໂຈະການເຄື່ອນໄຫວບັນ ຊີເງິນຝາກຂອງລູກຄ້າຕາມການສະເໜີຂອງອົງການຈັດຕັ້ງເກັບລາຍ ຮັບ; 3.ແຍກປະເພດລາຍຮັບງົບປະມານທີ່ເປັນພູດຂອງສູນກາງ ມອບເຂົ້າບັນຊີສູນກາງ,ລາຍຮັບພູດຂອງທ້ອງຖິ່ນມອບເຂົ້າບັນຊີທ້ອງຖິ່ນ ແລະພູດແບ່ງປັນລະຫວ່າງສູນກາງແລະທ້ອງຖິ່ນຕ້ອງມອບຕາມອັດຕາ ສ່ວນແບ່ງປັນທີ່ລັດຖະບານຕົກລົງໃນແຕ່ລະໄລຍະ. 4.ກວດກາທຸກຮ່ວງລາຍຈ່າຍງົບປະມານແຫ່ງລັດກ່ອນການ ເບີກຈ່າຍເງິນອອກຈາກຄັງເງິນ,ກວດກາການປະຕິບັດສິດຂອງຜູ້ສັ່ງ ການ,ກວດກາຄວາມຖືກຕ້ອງຂອງເອກະສານຂໍຈ່າຍເງິນ.ໃນກໍລະນີທີ່ ກວດກາເຫັນວ່າຜູ້ສັ່ງການສັ່ງຈ່າຍເງິນບໍ່ຖືກຕ້ອງຕາມລະບຽບກົດໝາຍ ກໍ່ມີສິດແນະນໍາຢ່າງທັນການເພື່ອແກ້ໄຂໃຫ້ຖືກຕ້ອງ. 5.ຄຸ້ມຄອງຄັງງົບປະມານແຫ່ງລັດ,ກອງທຶນຂອງລັດ,ຂອງ ອົງການບໍລິຫານວິຊາການ,ເງິນຊ່ວຍເຫຼືອລ້າແລະເງິນກູ້ຢືມ,ເງິນຝາກ ຂອງອົງການຈັດຕັ້ງລັດ,ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງລວມທັງບັນຊີເງິນ ຝາກຂອງລັດວິສາຫະກິດ,ຂອງບຸກຄົນແລະການຈັດຕັ້ງ. 6.ເປີດບັນຊີເງິນຝາກຢູ່ທະນາຄານຕາມລະບຽບກົດໝາຍ ແລະຕາມການຕົກລົງຂອງລັດຖະບານ. ....ມາດຕາຫົກສິບເອັດ:ການບັນຊີແລະສາລະບານງົບປະມານແຫ່ງລັດ

ມາດຕາຫົກສິບເອັດ:ການບັນຊີແລະສາລະບານງົບປະມານແຫ່ງລັດ ລາຍຮັບແລະລາຍຈ່າຍງົບປະມານແຫ່ງລັດທັງໝົດຕ້ອງໄດ້ ຈົດກ່າຍຕາມລະບົບການບັນຊີແຫ່ງລັດໂດຍໃຫ້ສອດຄ່ອງກັບລະບຽບກົດ ໝາຍກ່ຽວກັບການບັນຊີແລະສາລະບານງົບປະມານແຫ່ງລັດທີ່ປະກາດ ໃຊ້ໃນແຕ່ລະໄລຍະ. ....ມາດຕາຫົກສິບສອງ:ການຄຸ້ມຄອງໜີ້ສິນພາຍໃນແລະຕ່າງປະເທດ

ມາດຕາຫົກສິບສອງ:ການຄຸ້ມຄອງໜີ້ສິນພາຍໃນແລະຕ່າງປະເທດ ການຄຸ້ມຄອງໜີ້ສິນພາຍໃນແລະຕ່າງປະເທດມີດັ່ງນີ້: 1.ລັດຖະບານຕ້ອງຄຸ້ມຄອງໜີ້ສິນຕາມການຕົກລົງຂອງສະ ພາແຫ່ງຊາດເປັນແຕ່ລະປີ,ຄວບຄຸມຍອດໜີ້ໂດຍອີງຕາມຖານະການເງິນ ຂອງປະເທດທີ່ສາມາດຊໍາລະຕົ້ນທຶນແລະດອກເບ້ຍ,ເປົ້າໝາຍການລົງທຶນ ທີ່ຈໍາເປັນ,ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ,ແຜນ ງົບປະມານແຫ່ງລັດປະຈໍາສົກປີ,ແຜນຍຸດທະສາດການເງິນໄລຍະກາງ ແລະໄລຍະຍາວ. 2.ລັດຖະບານບໍ່ອະນຸຍາດໃຫ້ບັນດາອົງການຈັດຕັ້ງຂອງລັດ ແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນສ້າງໜີ້ສິນ ຈາກການຈ່າຍນອກແຜນຫຼືຈ່າຍເກີນແຜນງົບປະມານແຫ່ງລັດ; 3.ໜີ້ສິນທີ່ລັດຖະບານຮັບຮູ້ຕ້ອງໄດ້ຈັດເຂົ້າໃນແຜນງົບປະ ມານໄລຍະກາງ,ໄລຍະຍາວແລະແຜນງົບປະມານປະຈໍາສົກປີເພື່ອຊໍາ ລະ. ....ມາດຕາຫົກສິບສາມ:ການກູ້ຢືມເງິນ

ມາດຕາຫົກສິບສາມ:ການກູ້ຢືມເງິນ ການກູ້ຢືມເງິນແມ່ນເພື່ອດຸນດ່ຽງງົບປະມານປະຈໍາສົກປີເປັນ ແຫຼ່ງເງິນສໍາລັບການລົງທຶນແລະຕ້ອງໄດ້ໃຊ້ແທນດອກເບ້ຍ,ຕົ້ນທຶນຄືນ ແກ່ຜູ້ໃຫ້ກູ້ຢືມ.

ວິທີການກູ້ຢືມເງິນແມ່ນໃຫ້ປະຕິບັດດັ່ງນີ້: 1.ການກູ້ຢືມເງິນຈາກແຫຼ່ງພາຍໃນແລະຕ່າງປະເທດຕ້ອງ ໄດ້ລວມສູນຢູ່ໃນແຜນງົບປະມານແຫ່ງລັດໄລຍະກາງ,ໄລຍະຍາວແລະ ແຜນງົບປະມານປະຈໍາສົກປີໂດຍຈົດເຂົ້າໃນລະບົບບັນຊີຄັງເງິນແຫ່ງ ຊາດ. 2.ການກູ້ຢືມເງິນຕ້ອງຜ່ານປະຕູດຽວຢູ່ກະຊວງການເງິນຊຶ່ງ ເປັນເສນາທິການໃຫ້ລັດຖະບານໃນການຄຸ້ມຄອງການກູ້ຢືມແລະນໍາໃຊ້ ເງິນກູ້ຢືມ.

ໃນການຄຸ້ມຄອງການກູ້ຢືມເງິນນັ້ນກະຊວງການເງິນຕ້ອງໄດ້ ຄົ້ນຄວ້າຄວາມອາດສາມາດໃຊ້ແທນທັງດອກເບ້ຍແລະຕົ້ນທຶນຄືນເພື່ອ ສະເໜີໃຫ້ລັດຖະບານນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງ. ....ມາດຕາຫົກສິບສີ່:ການຊ່ວຍເຫຼືອລ້າ

ມາດຕາຫົກສິບສີ່:ການຊ່ວຍເຫຼືອລ້າ ການຊ່ວຍເຫຼືອລ້າແມ່ນໃຫ້ປະຕິບັດດັ່ງນີ້: 1.ລາຍຮັບຊ່ວຍເຫຼືອລ້າທັງໝົດຈາກພາຍໃນແລະຕ່າງປະ ເທດຕ້ອງຈົດຫຼືມອບເຂົ້າງົບປະມານແຫ່ງລັດແລະເປີດບັນຊີຄຸ້ມຄອງໃນ ລະບົບຄັງເງິນແຫ່ງຊາດສໍາລັດການຊ່ວຍເຫຼືອລ້າທີ່ໄດ້ມອບເຂົ້າງົບປະ ມານ. 2.ສໍາລັບການຊ່ວຍເຫຼືອລ້າຈາກຕ່າງປະເທດທີ່ຕິດພັນກັບ ໂຄງການແມ່ນມອບສິດໃຫ້ອົງການຈັດຕັ້ງຂອງລັດ,ອົງການຈັດຕັ້ງອື່ນ ທີ່ກ່ຽວຂ້ອງຂັ້ນສູນກາງແລະທ້ອງຖິ່ນພົວພັນແລະເຈລະຈາກັບຜູ້ໃຫ້ທຶນ ດ້ວຍການເຂົ້າຮ່ວມຂອງຂະແໜງການການເງິນ. 3.ສໍາລັບການຊ່ວຍເຫຼືອລ້າຈາກພາຍໃນປະເທດແມ່ນອະນຸ ຍາດໃຫ້ອົງການຈັດຕັ້ງຂອງລັດ,ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຂັ້ນສູນ ກາງແລະທ້ອງຖິ່ນພົວພັນແລະເຈລະຈາໂດຍກົງກັບຜູ້ໃຫ້ທຶນ.

....ມາດຕາຫົກສິບຫ້າ:ການດັດສະເລ່ຍລາຍຈ່າຍງົບປະມານແຫ່ງລັດ

ມາດຕາຫົກສິບຫ້າ:ການດັດສະເລ່ຍລາຍຈ່າຍງົບປະມານແຫ່ງລັດ ເມື່ອການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຫາກບໍ່ ສອດຄ່ອງກັບສະພາບຄວາມເປັນຈິງຕ້ອງມີການດັດສະເລ່ຍລາຍຈ່າຍ ງົບປະມານດັ່ງນີ້: 1.ປ່ຽນລາຍຈ່າຍງົບປະມານຈາກຮ່ວງໜຶ່ງໄປໃສ່ຮ່ວງອື່ນ ໃນພາກດຽວກັນທີ່ຢູ່ໃນແຜນງົບປະມານປະຈໍາສົກປີຊຶ່ງຜູ້ສັ່ງການເປັນຜູ້ ຕົກລົງ. 2.ປ່ຽນລາຍຈ່າຍງົບປະມານຈາກພາກໜຶ່ງໄປໃສ່ພາກອື່ນທີ່ ຢູ່ໃນແຜນງົບປະມານປະຈໍາສົກປີຊຶ່ງຜູ້ສັ່ງການເອກເປັນຜູ້ຕົກລົງ. 3.ປ່ຽນລາຍຈ່າຍງົບປະມານຈາກອົງການຈັດຕັ້ງໜຶ່ງໄປໃສ່ ອົງການຈັດຕັ້ງອື່ນ,ຈາກທ້ອງຖິ່ນໜຶ່ງໄປໃສ່ທ້ອງຖິ່ນອື່ນທີ່ຢູ່ໃນແຜນງົບ ປະມານປະຈໍາສົກປີຊຶ່ງນາຍົກລັດຖະມົນຕີເປັນຜູ້ຕົກລົງ. ...ໝວດທີສີ່:ການປິດບັນຊີແລະການສະຫຼຸບຂາດຕົວງົບປະມານແຫ່ງລັດ


....ມາດຕາຫົກສິບຫົກ:ການປິດແລະສະຫຼຸບບັນຊີງົບປະມານແຫ່ງລັດ

ມາດຕາຫົກສິບຫົກ:ການປິດແລະສະຫຼຸບບັນຊີງົບປະມານແຫ່ງລັດ ອົງການຈັດຕັ້ງເກັບລາຍຮັບທີ່ໄດ້ກໍານົດໄວ້ໃນມາດຕາຫ້າ ສິບຫ້າຂອງກົດໝາຍສະບັບນີ້ແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຕ້ອງ ປິດແລະສະຫຼຸບບັນຊີງົບປະມານຂອງຕົນຕາມລະບຽບກົດໝາຍ. ສ່ວນບັນດາວິສາຫະກິດຕ້ອງປິດແລະສະຫຼຸບບັນຊີການເຄື່ອນ ໄຫວທຸລະກິດຂອງຕົນປະຈໍາສົກປີຕາມລະບຽບກົດໝາຍກ່ຽວກັບການບັນ ຊີ. ....ມາດຕາຫົກສິບເຈັດ:ການປິດຮັບເອກະສານກ່ຽວກັບລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ

ມາດຕາຫົກສິບເຈັດ:ການປິດຮັບເອກະສານກ່ຽວກັບລາຍຮັບ-ລາຍຈ່າຍ ງົບປະມານແຫ່ງລັດ ຄັງເງິນແຫ່ງຊາດເປັນຜູ້ປິດຮັບເອກະສານຂອງບັນດາອົງ ການຈັດຕັ້ງທີ່ມີສິດສັ່ງມອບລາຍຮັບແລະເອກະສານຂໍເບີກຈ່າຍງົບປະ ມານແຫ່ງລັດຂອງຜູ້ມີສິດສັ່ງຈ່າຍໃນວັນທີສາມສິບກັນຍາ. ....ມາດຕາຫົກສິບແປດ:ກໍານົດເວລາສັງລວມລາຍຮັບ-ລາຍຈ່າຍ

ມາດຕາຫົກສິບແປດ:ກໍານົດເວລາສັງລວມລາຍຮັບ-ລາຍຈ່າຍ ການສະຫຼຸບສັງລວມລາຍຮັບ-ລາຍຈ່າຍຕ້ອງປະຕິບັດຕາມກໍາ ນົດເວລາດັ່ງນີ້: -ສະຫຼຸບສັງລວມລາຍຮັບທີ່ເກັບໄດ້ຕົວຈິງໃນສົກປີງົບປະມານ ຈົນຮອດວັນທີສາມສິບກັນຍາ; -ສະຫຼຸບສັງລວມການເບີກຈ່າຍງົບປະມານຜ່ານມາ,ໃບຂໍຖອນ ,ຄໍາສັ່ງຈ່າຍທີ່ຄ້າງຈ່າຍຈົນຮອດວັນທີສາມສິບກັນຍາແລະດໍາເນີນການ ຊໍາລະລາຍຈ່າຍສົກປີພາຍໃນເກົ້າສິບວັນຈົນຮອດວັນທີ່ສາມສິບເອັດທັນ ວາ; -ລາຍຮັບ,ລາຍຈ່າຍງົບປະມານແຫ່ງລັດສັກປີໃດຕ້ອງເປີດ ບັນຊີຕິດຕາມແລະສະຫຼຸບສະເພາະສົກປີນັ້ນ. ....ມາດຕາຫົກສິບເກົ້າ:ກໍານົດເວລາລາຍງານສະພາບງົບປະມານ

ມາດຕາຫົກສິບເກົ້າ:ກໍານົດເວລາລາຍງານສະພາບງົບປະມານ ການລາຍງານສະພາບງົບປະມານໃຫ້ປະຕິບັດຕາມກໍານົດ ເວລາດັ່ງນີ້: 1.ພາຍໃນຊາວວັນນັບແຕ່ມື້ປິດບັນຊີງົບປະມານໃນສົກປີເປັນ ຕົ້ນໄປຄັງເງິນແຫ່ງຊາດຕ້ອງສະຫຼຸບສັງລວມລາຍຮັບແລະລາຍຈ່າຍທີ່ໄດ້ ປະຕິບັດຜ່ານມາ,ຍອດເງິນຄ້າງຄັງ,ໜີ້ຕ້ອງຮັບຕາມໃບສັ່ງມອບ,ໜີ້ຕ້ອງ ສົ່ງຕາມໃບສັ່ງຈ່າຍແລ້ວລາຍງານໃຫ້ກະຊວງການເງິນ. 2.ພາຍໃນສິບວັນນັບແຕ່ມື້ໄດ້ຮັບລາຍງານຈາກຄັງເງິນແຫ່ງ ຊາດເປັນຕົ້ນໄປກະຊວງການເງິນຕ້ອງລາຍງານສະພາບຈັດຕັ້ງປະຕິບັດ ງົບປະມານເບື້ອງຕົ້ນໃຫ້ລັດຖະບານ. ....ມາດຕາເຈັດສິບ:ການປິດສະຫຼຸບຂາດຕົວງົບປະມານແຫ່ງລັດ

ມາດຕາເຈັດສິບ:ການປິດສະຫຼຸບຂາດຕົວງົບປະມານແຫ່ງລັດ ການປິດສະຫຼຸບຂາດຕົວງົບປະມານແຫ່ງລັດແມ່ນກໍານົດເອົາ ວັນທີສາມສິບເອັດທັນວາ.ຄັງເງິນແຫ່ງຊາດປະຈໍາຢູ່ສູນກາງແລະທ້ອງ ຖິ່ນຕ້ອງສະຫຼຸບລາຍຮັບ,ລາຍຈ່າຍງົບປະມານຂາດຕົວໂດຍປະສານສົມ ທົບກັບຫົວໜ່ວຍງົບປະມານແຕ່ລະຂັ້ນເພື່ອລາຍງານໃຫ້ຂັ້ນເທິງຂອງຕົນ .ຕົວເລກສະຫຼຸບງົບປະມານຂອງຫົວໜ່ວຍງົບປະມານນັ້ນຕ້ອງໄດ້ສົບທຽບ ແລະໄດ້ຮັບການຢັ້ງຢືນຈາກຄັ້ງເງິນທີ່ຕົ້ນໃຊ້ບໍລິການແລະຮັບປະກັນເງື່ອນ ໄຂດັ່ງນີ້: -ລາຍຮັບທີ່ມອບເກີນຈໍານວນທີ່ຕ້ອງຮັບຕາມລະບຽບກົດໝາຍ ຕ້ອງໄດ້ສົ່ງເສ່ວນເກີນນັ້ນຄືນໃຫ້ແກ່ຜູ້ມອບໃນສົກປີງົບປະມານ. -ລາຍຈ່າຍທີ່ບໍ່ຖືກຕ້ອງຕາມກົດໝາຍກໍານົດໄວ້ຕ້ອງສົ່ງຄືນ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ. ....ມາດຕາເຈັດສິບເອັດ:ການກໍານົດມື້ສະຫຼຸບຂາດຕົວງົບປະມານແຫ່ງລັດ

ມາດຕາເຈັດສິບເອັດ:ການກໍານົດມື້ສະຫຼຸບຂາດຕົວງົບປະມານແຫ່ງລັດ ການກໍານົດມື້ສະຫຼຸບຂາດຕົວງົບປະມານແຫ່ງລັດຕ້ອງປະຕິ ບັດດັ່ງນີ້: 1.ຜູ້ສັ່ງການຕ້ອງໄດ້ກວດກາ,ພິຈາລະນາຄວາມຖືກຕ້ອງ ຂອງບົດສະຫຼຸບລາຍງານງົບປະມານແຫ່ງລັດແລະສົ່ງໃຫ້ກະຊວງການ ເງິນຢ່າງຊ້າບໍ່ໃຫ້ກາຍວັນທີສາມສິບມັງກອນ. 2.ກະຊວງການເງິນຕ້ອງສັງລວມການສະຫຼຸບງົບປະມານ ແຫ່ງລັດປະຈໍາສົກປີແລ້ວສະເໜີໃຫ້ລັດຖະບານພິຈາລະນາຮັບຮອງເອົາ ພາຍຫຼັງທີ່ມີການກວດກາແລະຢັ່ງຢືນຂອງອົງການກວດສອບແຫ່ງລັດ ກ່ອນວັນທີສາມສິບມີນາ. 3.ລັດຖະບານຄົ້ນຄວ້າແລະພິຈາລະນາຮ່າງບົດສະຫຼຸບຂາດ ຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາສົກປີແລ້ວສົ່ງຢ່າງ ເປັນທາງການໃຫ້ສະພາແຫ່ງຊາດສິບຫ້າວັນກ່ອນວັນເປີດກອງປະຊຸມສະ ພາແຫ່ງຊາດ. ....ມາດຕາເຈັດສິບສອງ:ການພິຈາລະນາຮັບຮອງເອົາບົດສະຫຼຸບຂາດຕົວງົບປະມານແຫ່ງລັດ

ມາດຕາເຈັດສິບສອງ:ການພິຈາລະນາຮັບຮອງເອົາບົດສະຫຼຸບຂາດຕົວ ງົບປະມານແຫ່ງລັດ ການພິຈາລະນາຮັບຮອງເອົາບົດສະຫຼຸບຂາດຕົວງົບປະມານ ແຫ່ງລັດຕ້ອງປະຕິບັດດັ່ງນີ້: 1.ກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງເອົາບົດ ສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດສົກປີຜ່ານມາເປັນ ແຕ່ລະອົງການຈັດຕັ້ງຂອງລັດແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຢູ່ສູນ ກາງແລະທ້ອງຖິ່ນ. 2.ຜ່ານການຄົ້ນຄວ້າພິຈາລະນາຕົວເລກລາຍຮັບ,ລາຍຈ່າຍ, ແຫຼ່ງດຸນດ່ຽງແລະບັນຊີໜີ້ສິນຕ່າງໆຖ້າເຫັນວ່າການຈັດຕັ້ງປະຕິບັດບໍ່ຖືກ ຕາມແຜນງົບປະມານທີ່ໄດ້ຮັບຮອງເອົາໃນສົກປີແລ້ວສະພາແຫ່ງຊາດມີ ສິດກວດກາຄືນຄວາມຮັບຜິດຊອບຂອງລັດຖະບານ,ຜູ້ສັ່ງການເອກ,ຜູ້ສັ່ງ ການແລະຫົວໜ່ວຍງົບປະມານແຕ່ລະຂັ້ນ. ..ພາກທີຫົກ:ການຄຸ້ມຄອງແລະກວດກາງົບປະມານແຫ່ງລັດ


...ໝວດທີໜຶ່ງ:ການຄຸ້ມຄອງງົບປະມານແຫ່ງລັດ


....ມາດຕາເຈັດສິບສາມ:ອົງການຄຸ້ມຄອງງົບປະມານແຫ່ງລັດ

ມາດຕາເຈັດສິບສາມ:ອົງການຄຸ້ມຄອງງົບປະມານແຫ່ງລັດ ອົງການຄຸ້ມຄອງງົບປະມານແຫ່ງລັດປະກອບດ້ວຍ: 1.ກະຊວງການເງິນ; 2.ພະແນກການເງິນແຂວງ,ນະຄອນ. 3.ຫ້ອງການການເງິນເມືອງ,ເທດສະບານ. 4.ບັນດາຫົວໜ່ວຍງົບປະມານແຫ່ງລັດ. ....ມາດຕາເຈັດສິບສີ່:ສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາເຈັດສິບສີ່:ສິດແລະໜ້າທີ່ຂອງກະຊວງການເງິນ ໃນການຄຸ້ມຄອງງົບປະມານແຫ່ງລັດກະຊວງການເງິນມີສິດ ແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ສ້າງແຜນຍຸດທະສາດ,ນະໂຍບາຍການເງິນໄລຍະກາງ ແລະໄລຍະຍາວຂອງຂະແໜງການການເງິນແຫ່ງລັດ. 2.ສ້າງຮ່າງກົດໝາຍ,ນິຕິກໍາອື່ນໃນຂົງເຂດການເງິນ,ງົບ ປະມານເຊັ່ນ:ກໍານົດໝາຍແບ່ງປັນງົບປະມານ,ກໍານົດໝາຍການໃຊ້ຈ່າຍ ງົບປະມານແຫ່ງລັດເພື່ອສະເໜີລັດຖະບານພິຈາລະນາ. 3.ສ້າງຮ່າງແຜນງົບປະມານແຫ່ງລັດປະຈໍາສົກປີແລ້ວສະ ເໜີລັດຖະບານພິຈາລະນາ. 4.ໂຄສະນາເຜີຍແຜ່ກົດໝາຍແລະນິຕິກໍາອື່ນໆກ່ຽວກັບວຽກ ງານການເງິນ-ງົບປະມານແຫ່ງລັດຕາມພາລະບົດບາດຂອງຕົນ. 5.ຊີ້ນໍາ,ຕິດຕາມແລະກວດກາການຈັດຕັ້ງເກັບລາຍຮັບຕາມ ຕົວເລກທີ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາແລະຕາມການມອບ ໝາຍຂອງລັດຖະບານ. 6.ຊີ້ນໍາ,ຕິດຕາມ,ກວດກາການຈັດຕັ້ງປະຕິບັດລາຍຈ່າຍໃຫ້ ໄປຕາມແຜນການສົກປີ,ຕາມລະບຽບກົດໝາຍ,ວິໄນການເງິນຢ່າງເຂັ້ມ ງວດ. 7.ເປັນເຈົ້າການປະສານສົມທົບກັບບັນດາອົງການຈັດຕັ້ງ ຂອງລັດແລະອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງໃນການສ້າງບັນດາກໍານົດ ໝາຍການແບ່ງປັນລາຍຈ່າຍງົບປະມານ,ການແບ່ງປັນລາຍຮັບແລະ ລາຍຈ່າຍ,ສ້າງລະບຽບການບັນຊີແລະສາລະບາຍງົບປະມານເພື່ອຄຸ້ມ ຄອງ,ປິດບັນຊີງົບປະມານແລະການເປີດເຜີຍງົບປະມານແລ້ວນໍາສະເໜີ ລັດຖະບານພິຈາລະນາຕົກລົງ. 8.ສັງລວມແຜນງົບປະມານ,ຕີລາຄາສະພາບການຈັດຕັ້ງປະ ຕິບັດລະສ້າງບົດສະຫຼຸບງົບປະມານປະຈໍາສົກປີ. 9.ເປັນເຈົ້າການໃນການພົວພັນ,ຮ່ວມມືກັບອົງການຈັດຕັ້ງ ການເງິນຕ່າງປະເທດ,ອົງການການເງິນສາກົນ,ອົງການຈັດຕັ້ງອື່ນທີ່ມີ ສ່ວນພົວພັນກັບວຽກງານການເງິນ,ສ້າງຮ່າງສັນຍາກູ້ຢືມ,ຊ່ວຍເຫຼືອລ້າ ກັບຕ່າງປະເທດແລະບັນດາສະຖາບັນການເງິນສາກົນເພື່ອນໍາສະເໜີລັດ ຖະບານພິຈາລະນາ; 10.ຄຸ້ມຄອງເງິນກູ້ຢືມ,ເງິນຊ່ວຍເຫຼືອລ້າແລະປະຕິບັດການ ຊໍາລະໜີ້ສິນຂອງລັດຖະບານຕາມທີ່ໄດ້ກໍານົດໄວ້ໃນສັນຍາ. 11.ຮັບຜິດຊອບຕໍ່ລັດຖະບານໃນການຄຸ້ມຄອງ,ກວດກາການ ຈັດຕັ້ງປະຕິບັດງົບປະມານແຫ່ງລັດໃນຂອບເຂດທົ່ວປະເທດ,ກວດກາບັນ ດາຫົວໜ່ວຍວິສາຫະກິດ,ທຸລະກິດທັງພາກລັດແລະພາກເອກະຊົນ,ຫົວ ໜ່ວຍງົບປະມານ,ກອງທຶນຂອງລັດ,ອົງການບໍລິຫານວິຊາການແຕ່ລະຂັ້ນ ໃນການປະຕິບັດພັນທະເຂົ້າງົບປະມານ. 12.ຄຸ້ມຄອງຄັງງົບປະມານ,ຄັງສະສົມການເງິນແຫ່ງຊາດ, ກອງທຶນຂອງລັດ,ຊັບສິນ,ໜີ້ສິນແລະວັດຖຸມີຄ່າຂອງລັດ. 13.ຊີ້ນໍາວຽກງານວິຊາສະເພາະ,ຄຸ້ມຄອງແລະສ້າງບຸກຄະ ລາກອນ,ແຕ່ງຕັ້ງ,ຍົກຍ້າຍ,ປົດຕໍາແໜ່ງ,ປະຕິບັດນະໂຍບາຍຫຼືວິໄນຕໍ່ພະ ນັກງານທີ່ຂຶ້ນກັບຕົນ;ສະໜອງງົບປະມານແລະປະກອບພາຫະນະ,ອຸປະ ກອນເຕັກນິກຮັບໃຊ້ກົງຈັກພາສີ,ສ່ວຍສາອາກອນ,ຄັງເງິນແຫ່ງຊາດ ລວມສູນຕາມສາຍຕັ້ງ.

....ມາດຕາເຈັດສິບຫ້າ:ສິດແລະໜ້າທີ່ຂອງພະແນກການເງິນແຂວງ,ນະຄອນ

ມາດຕາເຈັດສິບຫ້າ:ສິດແລະໜ້າທີ່ຂອງພະແນກການເງິນແຂວງ,ນະ ຄອນ ໃນການຄຸ້ມຄອງແຜນງົບປະມານແຫ່ງລັດພະແນກການເງິນ ແຂວງ,ນະຄອນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົ້ນຄວ້າແລະປະກອບຄໍາເຫັນໃສ່ບັນດາຮ່າງກົດໝາຍ,ນິຕິ ກໍາອື່ນໆໃນຂົງເຂດການເງິນ-ງົບປະມານແຫ່ງລັດ. 2.ເປັນເຈົ້າການສ້າງ,ສັງລວມ,ຈັດແບ່ງແຜນງົບປະມານ, ແນະນໍາການຈັດຕັ້ງປະຕິບັດແລະສະຫຼຸບງົບປະມານທີ່ຂຶ້ນກັບຄວາມຮັບຜິດ ຊອບຂອງຕົນເພື່ອລາຍງານໃຫ້ກະຊວງການເງິນຕາມກໍານົດເວລາ; 3.ຮັບຜິດຊອບຕໍ່ອົງການປົກຄອງແຂວງ,ນະຄອນແລະກະ ຊວງການເງິນໃນການຄຸ້ມຄອງແລະກວດກາການຈັດຕັ້ງປະຕິບັດເກັບ ລາຍຮັບໃຫ້ໄດ້ຄົບຖ້ວນ,ຖືກຕ້ອງຕາມລະບຽບກົດໝາຍແລະປະຕິບັດລາຍ ຈ່າຍຕາມແຜນງົບປະມານປະຈໍາສົກປີ. 4.ຊີ້ນໍາ,ຄຸ້ມຄອງ,ຕິດຕາມແລະກວດກາການປະຕິບັດໜ້າທີ່ ຂອງພະນັກງານການເງິນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົ້ນ. 5.ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍແລະນິຕິ ກໍາອື່ນໆທີ່ພົວພັນກັບວຽກງານການເງິນແລະງົບປະມານ. 6.ສະເໜີເຈົ້າແຂວງ,ເຈົ້າຄອງນະຄອນເພື່ອນໍາສະເໜີຕໍ່ລັດ ຖະມົນຕີວ່າການກະຊວງການເງິນພິຈາລະນາຍ້ອງຍໍຜູ້ມີຜົນງານແລະປະ ຕິບັດວິໄນຕໍ່ຜູ້ລະເມີດລະບຽບກົດໝາຍ. 7.ສະເໜີເຈົ້າແຂວງ,ເຈົ້າຄອງນະຄອນເພື່ອນໍາສະເໜີຕໍ່ລັດ ຖະມົນຕີວ່າການກະຊວງການເງິນພິຈາລະນາກ່ຽວກັບການແຕ່ງຕັ້ງ,ຍົກ ຍ້າຍ,ປົດຕໍາແໜ່ງພະນັກງານການເງິນທີ່ຂຶ້ນກັບຄວາມຮັບຜິດຊອບຂອງ ຕົນ.

....ມາດຕາເຈັດສິບຫົກ:ສິດແລະໜ້າທີ່ຂອງຫ້ອງການການເງິນເມືອງ,ເທດສະບານ

ມາດຕາເຈັດສິບຫົກ:ສິດແລະໜ້າທີ່ຂອງຫ້ອງການການເງິນເມືອງ,ເທດ ສະບານ ໃນການຄຸ້ມຄອງແຜນງົບປະມານແຫ່ງລັດຫ້ອງການການ ເງິນເມືອງ,ເທດສະບານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົນຄ້ວາແລະປະກອບຄໍາເຫັນໃສ່ບັນດາຮ່າງກົດໝາຍ,ນິ ຕິກໍາອື່ນໆໃນຂົງເຂດການເງິນ-ງົບປະມານແຫ່ງລັດ. 2.ເປັນເຈົ້າການສ້າງ,ສັງລວມ,ຈັດແບ່ງແຜນງົບປະມານ, ແນະນໍາການຈັດຕັ້ງປະຕິບັດແລະສະຫຼູບງົບປະມານທີ່ຂຶ້ນກັບຄວາມຮັບ ຜິດຊອບຂອງຕົນເພື່ອລາຍງານໃຫ້ພະແນກການເງິນແຂວງນະຄອນຕາມ ກໍານົດເວລາ. 3.ຮັບຜິດຊອບຕໍ່ອົງການປົກຄອງເມືອງ,ເທດສະບານແລະ ພະແນກການເງິນແຂວງ,ນະຄອນໃນການຄຸ້ມຄອງແລະກວດກາການຈັດ ຕັ້ງປະຕິບັດເກັບລາຍຮັບໃຫ້ໄດ້ຄົບຖ້ວນ,ຖືກຕ້ອງຕາມລະບຽບກົດໝາຍ ແລະປະຕິບັດລາຍຈ່າຍຕາມແຜນງົບປະມານປະຈໍາສົກປີ. 4.ໂຄສະນາເຜີຍແຜ່ນະໂຍບາຍ,ລະບຽບກົດໝາຍແລະນິຕິ ກໍາອື່ນໆທີ່ພົວພັນກັບວຽກງານການເງິນແລະງົບປະມານໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ. 5.ຊີ້ນໍາ,ຄຸ້ມຄອງ,ຕິດຕາມແລະກວດກາການຈັດຕັ້ງປະຕິບັດ ໜ້າທີ່ຂອງພະນັກງານການເງິນທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.

....ມາດຕາເຈັດສິບເຈັດ:ສິດແລະໜ້າທີ່ຂອງຫົວໜ່ວຍງົບປະມານ

ມາດຕາເຈັດສິບເຈັດ:ສິດແລະໜ້າທີ່ຂອງຫົວໜ່ວຍງົບປະມານ ໃນການຄຸ້ມຄອງແຜນງົບປະມານແຫ່ງລັດຫົວໜ່ວຍງົບປະ ມານມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ສ້າງຮ່າງແຜນການງົບປະມານແລະຈັດແບ່ງແຜນລາຍ ຮັບ-ລາຍຈ່າຍງົບປະມານປະຈໍາສົກປີພ້ອມທັງມອບຕົວເລກແຜນການ ດັ່ງກ່າວໃຫ້ກົມກອງແລະຫົວໜ່ວຍງົບປະມານທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງຕົນ. 2.ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບການເງິນ-ງົບ ປະມານ,ແນະນໍາການຄຸ້ມຄອງການເງິນ,ການຖືບັນຊີ,ການຈົດກ່າຍໃຫ້ ຖືກຕ້ອງຕາມລະບຽບການບັນຊີ; 3.ຈັດຕັ້ງປະຕິບັດແຜນງົບປະມານລາຍຮັບແລະລາຍຈ່າຍທີ່ ໄດ້ຮັບມອບໝາຍ,ເກັບລາຍຮັບໃຫ້ຄົບຖ້ວນ,ທັນກໍານົດເວລາ,ໄລ່ລຽງ ລາຍຈ່າຍໃຫ້ມີປະສິດທິຜົນ,ນໍາໃຊ້ໃຫ້ຖືກເປົ້າໝາຍ,ປະຢັດມັດທະຍັດແລະ ຖືກຕ້ອງຕາມລະບຽບກົດໝາຍ. 4.ປະຕິບັດລະບຽບກົດໝາຍໃຫ້ຖືກຕ້ອງ,ເຂັ້ມງວດແລະຕາມ ແຜນງົບປະມານແຫ່ງລັດປະຈໍາສົກປີໃນການຈັດຊື້ສິນຄ້າ,ການຈັດຕັ້ງ ແລະການບໍລິການດ້ວຍການນໍາໃຊ້ງົບປະມານແຫ່ງລັດ. 5.ຖືບັນຊີແລະຈົດກ່າຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ ການບັນຊີ,ຕາມສາລະບານງົບປະມານ. 6.ປະສານສົມທົບກັບຄັງເງິນແຫ່ງຊາດສົມທຽບຕົວເລກການ ປະຕິບັດລາຍຮັບແລະລາຍຈ່າຍງົບປະມານແລະສະຫຼຸບລາຍງານການຈັດ ຕັ້ງປະຕິບັດງົບປະມານໃຫ້ຄົບຖ້ວນ,ຖືກຕ້ອງແລະທັນກໍານົດເວລາ.

...ໝວດທີສອງ:ການກວດກາງົບປະມານແຫ່ງລັດ


....ມາດຕາເຈັດສິບແປດ:ຄວາມສໍາຄັນຂອງການກວດກາງົບປະມານແຫ່ງລັດ

ມາດຕາເຈັດສິບແປດ:ຄວາມສໍາຄັນຂອງການກວດກາງົບປະມານແຫ່ງ ລັດ ການກວດກາງົບປະມານແຫ່ງລັດມີຄວາມສໍາຄັນເພື່ອເຮັດ ໃຫ້ການຄຸ້ມຄອງງົບປະມານແຫ່ງລັດຖືກຕ້ອງຕາມລະບຽບກົດໝາຍ,ມີ ຄວາມໂປ່ງໃສທັງຮັບປະກັນໃຫ້ມີການປະຢັດແລະມີປະສິດທິຜົນ. ....ມາດຕາເຈັດສິບເກົ້າ:ຫຼັກການໃນການກວດກາງົບປະມານແຫ່ງລັດ

ມາດຕາເຈັດສິບເກົ້າ:ຫຼັກການໃນການກວດກາງົບປະມານແຫ່ງລັດ ໃນການກວດກາການຈັດຕັ້ງປະຕິບັດງົບປະມານແຫ່ງລັດໃຫ້ ປະຕິບັດຕາມຫຼາຍການດັ່ງນີ້: 1.ຫຼັກການຮອບດ້ານ,ຄົບຖ້ວນ,ພາວະວິໄສ,ຍຸຕິທໍາ,ເປີດເຜີຍ, ໂປ່ງໃສແລະເອກະພາບ; 2.ບຸກຄົນແລະນິຕິບຸກຄົນທີ່ຖືກກວດກາຕ້ອງໃຫ້ການຮ່ວມມື, ສະໜອງຂໍ້ມູນແລະເອກະສານຕ່າງໆທີ່ຈໍາເປັນໃຫ້ອົງການກວດກາ. ....ມາດຕາແປດສິບ:ອົງການກວດກາງົບປະມານແຫ່ງລັດ

ມາດຕາແປດສິບ:ອົງການກວດກາງົບປະມານແຫ່ງລັດ ອົງການກວດກາງົບປະມານແຫ່ງລັດປະກອບດ້ວຍ:ອົງການ ກວດກາພາຍໃນແລະອົງການກວດກາພາຍນອກ. 1.ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງ ການຄຸ້ມຄອງງົບປະມານແຫ່ງລັດຕາມທີ່ໄດ້ກໍານົດໄວ້ໃນມາດຕາເຈັດ ສິບສາມຂອງກົດໝາຍສະບັບນີ້ແລະອົງການກວດກາຂອງຂະແໜງການ ທີ່ກ່ຽວຂ້ອງ. 2.ອົງການກວດກາພາຍນອກມີຄື: -ສະພາແຫ່ງຊາດ; -ລັດຖະບານ; -ຄະນະກໍາມະການກວດກາ; -ອົງການກວດສອບແຫ່ງລັດ; -ຄະນະກວດກາສະເພາະກິດ. ....ມາດຕາແປດສິບເອັດ:ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາແປດສິບເອັດ:ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ກວດກາການຈັດ ຕັ້ງປະຕິບັດລະບຽບກົດໝາຍ,ການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບ ຂອງເຈົ້າໜ້າທີ່ການເງິນແຕ່ລະຂັ້ນທີ່ຕົນຮັບຜິດຊອບເປັນຕົ້ນແມ່ນການ ສ້າງແຜນງົບປະມານ,ການເກັບລາຍຮັບ,ການປະຕິບັດລາຍຈ່າຍ,ການ ນໍາໃຊ້ຊັບສິນຂອງລັດ,ການຈັດຊື້,ການຈັດຈ້າງແລະການບໍລິການທີ່ນໍາ ໃຊ້ງົບປະມານແຫ່ງລັດ.

ລັດຖະບານເປັນຜູ້ກໍານົດລະບຽບການລະອຽດກ່ຽວກັບສິດ ແລະໜ້າທີ່ຂອງອົງການກວດກາພາຍໃນຕໍ່ຂະແໜງການການເງິນ.

....ມາດຕາແປດສິບສອງ:ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາແປດສິບສອງ:ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ກວດກາການປະ ຕິບັດໜ້າທີ່ຂອງພະນັກງານການເງິນຂັ້ນຕ່າງໆລວມທັງກວດກາການຈັດ ຕັ້ງປະຕິບັດກົດໝາຍງົບປະມານຂອງອົງການຈັດຕັ້ງຂອງລັດແລະອົງ ການຈັດຕັ້ງອື່ນຢູ່ສູນກາງແລະທ້ອງຖິ່ນທີ່ນໍາໃຊ້ງົບປະມານແຫ່ງລັດຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອເຮັດໃຫ້ວຽກງານການເງິນມີ ປະສິດທິພາບ,ມີຄວາມໂປ່ງໃສແລະຍຸຕິທໍາ. ....ມາດຕາແປດສິບສາມ:ເນື້ອໃນແລະເປົ້າໝາຍກວດກາງົບປະມານແຫ່ງລັດ

ມາດຕາແປດສິບສາມ:ເນື້ອໃນແລະເປົ້າໝາຍກວດກາງົບປະມານແຫ່ງ ລັດ ການກວດກາງົບປະມານແຫ່ງລັດມີເນື້ອໃນແລະເປົ້າໝາຍ ດັ່ງນີ້: 1.ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍແລະນິຕິກໍາ ອື່ນກ່ຽວກັບການເງິນ-ງົບປະມານ,ກວດກາການເກັບລາຍຮັບ,ການປະຕິ ບັດລາຍຈ່າຍຕາມແຜນງົບປະມານແຫ່ງລັດ. 2.ກວດການການປະຕິບັດສິດແລະຄວາມຮັບຜິດຊອບຂອງຜູ້ ສັ່ງການເອກ,ຜູ້ສັ່ງການ,ຄັງເງິນແຫ່ງຊາດ,ຫົວໜ່ວຍງົບປະມານຂັ້ນຕ່າງ ໆແລະຂະແໜງການຄຸ້ມຄອງງົມປະມານກ່ຽວກັບການຈັດຕັ້ງປະຕິບັດງົບ ປະມານແຫ່ງລັດ. 3.ກວດກາຄວາມຮັບຜິດຊອບຂອງອົງການຈັດຕັ້ງເກັບລາຍ ຮັບແລະອົງການຄຸ້ມຄອງງົບປະມານແຫ່ງລັດຕາມລະບຽບກົດໝາຍ.

ການກວດກາລາຍຈ່າຍງົບປະມານໃຫ້ປະຕິບັດສາມຂັ້ນຕອນ ດັ່ງນີ້:ການກວດກາກ່ອນຈ່າຍ,ການກວດກາຢູ່ໃນໄລຍະຈັດຕັ້ງປະຕິບັດ ແລະການກວດກາຫຼັງຈ່າຍ. ....ມາດຕາແປດສິບສີ່:ຮູບການກວດກາ

ມາດຕາແປດສິບສີ່:ຮູບການກວດກາ ການກວດກາງົບປະມານແຫ່ງລັດປະກອບດ້ວຍສາມຮູບການ ຄື: -ການກວດກາຕາມລະບົບປົກກະຕິ. -ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ. -ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ.

ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດ ກາຊາບລ່ວງໜ້າ.

ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ໃນການດໍາເນີນການກວດການັ້ນອົງການກວດກາຕ້ອງປະຕິ ບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

..ພາກທີເຈັດ:ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາແປດສິບຫ້າ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາແປດສິບຫ້າ:ນະໂຍບາຍຕໍ່ຜູ້ມີຜົນງານ ອົງການຈັດຕັ້ງເກັບລາຍຮັບ,ຫົວໜ່ວຍງົບປະມານແລະພະ ນັກງານທີ່ໄດ້ຮັບຜິດຊອບຄຸ້ມຄອງການເກັບລາຍຮັບຢ່າງຖືກຕ້ອງ,ຄົບ ຖ້ວນ,ທັນກໍານົດເວລາ,ໄດ້ຕາມແຜນການຫຼືລື່ນແຜນການ,ຄຸ້ມຄອງລາຍ ຈ່າຍຢ່າງເປີດເຜີຍ,ໂປ່ງໃສ,ປະຢັດແລະມີປະສິດທິຜົນຈະໄດ້ຮັບການຍ້ອງ ຍໍຫຼືນະໂຍບາຍອື່ນໆຕາມລະບຽບກົດໝາຍ.

ບຸກຄົນຫຼືນິຕິບຸກຄົນທີ່ໄດ້ມອບພັນທະເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ,ຄົບຖ້ວນ,ທັນກໍານົດເວລາ,ໃຫ້ການຮ່ວມມື,ສະໜອງຂໍ້ມູນ ຂ່າວສານກ່ຽວກັບການລະເມີດລະບຽບກົດໝາຍຊຶ່ງເຮັດໃຫ້ເຈົ້າໜ້າທີ່ ສາມາດເກັບລາຍຮັບໄດ້ເພີ່ມຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນໆ ຢ່າງເໝາະສົມ. ...ມາດຕາແປດສິບຫົກ:ມາດຕະການຕໍ່ຜູ້ລະເມີດ

ມາດຕາແປດສິບຫົກ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະເມີດກົດໝາຍສະບັບນີ້ຈະຖືກປະ ຕິບັດມາດຕະການຕ່າງໆແລ້ວແຕ່ກໍລະນີເບົາຫຼືໜັກເຊັ່ນ:ມາດຕະການ ສຶກສາອົບຮົມ,ປັບໃໝ,ໃຊ້ແທນຄ່າເສຍຫາຍແລະດໍາເນີນຄະດີທາງອາ ຍາຕາມລະບຽບກົດໝາຍ. ...ມາດຕາແປດສິບເຈັດ:ມາດຕະການສຶກສາອົບຮົມ

ມາດຕາແປດສິບເຈັດ:ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງຊຶ່ງມີການກະທໍາທີ່ບໍ່ເປັນອັນຕະລາຍຫຼືບໍ່ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກສຶກສາອົບຮົມໃນກໍລະນີດັ່ງນີ້: 1.ການສ້າງແຜນ,ການສະຫຼຸບງົບປະມານປະຈໍາປີບໍ່ຊັດເຈນ ແລະບໍ່ທັນກໍານົດເວລາ. 2.ການສົມທົບກັບບຸກຄົນ,ນັກທຸລະກິດເພື່ອໃຫ້ແກ່ຍາວເວລາ ມອບຫຼືບໍ່ໃຫ້ມອບພັນທະເຂົ້າງົບປະມານ. 3.ການອອກຄໍາສັ່ງຈ່າຍບໍ່ຖືກເປົ້າໝາຍ,ບໍ່ຖືກເນື້ອໃນລາຍ ຈ່າຍທີ່ກໍານົດໃນແຜນການສົກປີ,ຈ່າຍບໍ່ຖືກຮ່ວງຕາມສາລະບານງົບປະ ມານ,ຄິດໄລ່ບໍ່ຖືກຕ້ອງຕາມກໍານົດໝາຍໃຊ້ຈ່າຍໂດຍບໍ່ເຈດຕະນາ; 4.ການບໍ່ແຈ້ງຖານະການເງິນທີ່ຂຶ້ນກັບການຄຸ້ມຄອງຂອງ ຕົນຢ່າງເປີດເຜີຍ,ໂປ່ງໃສ,ການສ້າງແຜນ,ການຈັດຕັ້ງປະຕິບັດແລະສະ ຫຼຸບງົບປະມານບໍ່ທັນກໍານົດເວລາ; 5.ການຕອບຄໍາສະເໜີ,ການອະນຸມັດ,ການສັ່ງຈ່າຍເງິນໂດຍ ແກ່ຍາວເວລາແລະຮຽກຮ້ອງຄ່າຕອບແທນ; 6.ການເບີກຈ່າຍງົບປະມານບໍ່ມີຄວາມຍຸດຕິທໍາເຊັ່ນ:ຜູ້ມາ ກ່ອນໄດ້ຕາມຫຼັງ,ຜູ້ມາຕາມຫຼັງພັດໄດ້ກ່ອນ,ຜູ້ມີຄວາມຈໍາເປັນຕ້ອງແກ້ ພັດບໍ່ແກ້,ການເຮັດເອກະສານຕົກເຮ່ຍເສຍຫາຍໂດຍບໍ່ເຈດຕະນາ. 7.ການສ້າງຄວາມຫຍຸ້ງຍາກແລະການສະແດງທີ່ທີບໍ່ເໝາະ ສົມຕໍ່ຜູ້ມາໃຊ້ບໍລິການເຊັ່ນ:ບໍ່ແນະນໍາ,ບໍ່ອະທິບາຍ,ໃຊ້ວາຈາທ່າທີບໍ່ສຸ ພາບ. 8.ການປະຕິບັດວິໃນຕໍ່ພະນັກງານບໍ່ເປັນທໍາຫຼືບໍ່ເຂັ້ມງວດ. ...ມາດຕາແປດສິບແປດ:ມາດຕະການປັບໃໝ

ມາດຕາແປດສິບແປດ:ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງຈະຖືກປັບໃໝຫາກມີການກະທໍາໃນກໍລະ ນີດັ່ງນີ້: 1.ການສືບຕໍ່ລະເມີດການກະທໍາທີ່ໄດ້ກໍານົດໄວ້ໃນມາດຕາ ແປດສິບເຈັດເທິງນີ້: 2.ການບໍ່ແຈ້ງຂໍ້ມູນຫົວໜ່ວຍທຸລະກິດ,ເກັບພັນທະບໍ່ຍຸຕິທໍາ, ບໍ່ເປີດເຜີຍຂໍ້ມູນເກັບພັນທະ,ບໍ່ແກ້ໄຂການສະເໜີຂອງຫົວໜ່ວຍທຸລະກິດ. 3.ການເກັບລາຍຮັບຈາກຫົວໜ່ວຍທຸລະກິດບໍ່ຄົບຖ້ວນ,ບໍ່ຖືກ ຕ້ອງຕາມລະບຽບກົດໝາຍເຮັດໃຫ້ພັນທະຕ້ອງມອບເຂົ້າງົບປະມານນັ້ນ ຫຼຸດລົງ. 4.ການບໍ່ປະຕິບັດຕາມມາດຕະຖານຫຼືເງື່ອນໄຂທີ່ໄດ້ກໍານົດ ໄວ້ໃນລະບຽບກົດໝາຍເຊັ່ນ:ບໍ່ຖືບັນຊີ,ບໍ່ນໍາໃຊ້ໃບເກັບເງິນ,ບໍ່ແຕ່ງຕັ້ງ ຫົວໜ້າການເງິນ,ບໍ່ແຕ່ງຕັ້ງນາຍຄັງເງິນສົດ,ບໍ່ປະກອບອຸປະກອນຮັບໃຊ້ ຕາມມາດຕະຖານທຸລະກິດ,ບໍ່ແຈ້ງສະພາບການດໍາເນີນທຸລະກິດ,ບໍ່ລາຍ ງານຖານະການເງິນປະຈໍາເດືອນ,ງວດແລະປີໃຫ້ກະຊວງການເງິນຫຼືຂະ ແໜງການທີ່ກ່ຽວຂ້ອງ.

ສໍາລັບອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການສະ ເພາະ. ...ມາດຕາແປດສິບເກົ້າ:ມາດຕະການທາງອາຍາ

ມາດຕາແປດສິບເກົ້າ:ມາດຕະການທາງອາຍາ ບຸກຄົນໃດທີ່ໄດ້ກະທໍາຜິດກ່ຽວກັບການເງິນ-ງົບປະມານຊຶ່ງ ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດທາງອາຍາຕາມກໍລະນີ ເບົາຫຼືໜັກພ້ອມທັງໃຊ້ແທນຄ່າເສຍຫາຍຕາມກົດໝາຍ. ..ພາກທີແປດ:ບົດບັນຍັດສຸດທ້າຍ


...ມາດຕາເກົ້າສິບ:ການຈັດຕັ້ງປະຕິບັດ

ມາດຕາເກົ້າສິບ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້. ...ມາດຕາເກົ້າສິບເອັດ:ຜົນສັກສິດ

ມາດຕາເກົ້າສິບເອັດ:ຜົນສັກສິດ ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍງົບປະມານ ແຫ່ງລັດສະບັບເລກທີສູນຫ້າທັບໜຶ່ງເກົ້າເກົ້າສີ່ທັບສພຊລົງວັນທີສິບແປດ ກໍລະກົດປີໜຶ່ງພັນເກົ້າຮ້ອຍເກົ້າສິບສີ່ແລະມີຜົນສັກສິດພາຍຫຼັງສອງຮ້ອຍ ເຈັດສິບວັນນັບແຕ່ວັນປະທານປະເທດແຫ່ງສປປລາວໄດ້ອອກດໍາລັດປະ ກາດໃຊ້ເປັນຕົ້ນໄປ.

ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ.

ປະທານສະພາແຫ່ງຊາດ