ກົດໝາຍວ່າດ້ວຍຊັບສິນທາງປັນຍາ(ສະບັບປັບປຸງ) 20-12-2011

.ຊັບສິນທາງປັນຍາ(ສະບັບປັບປຸງ) 20-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການ ກ່ຽວກັບການສົ່ງເສີມຫົວຄິດປະດິດສ້າງ,ການປະດິດຄິດແຕ່ງ,ເສດຖະ ກິດພູມປັນຍາ,ການຄຸ້ມຄອງແລະປົກປ້ອງສິດທາງດ້ານຊັບສິນທາງປັນ ຍາເພື່ອຮັບປະກັນຜົນປະໂຫຍດອັນຊອບທໍາຂອງເຈົ້າຂອງຊັບສິນທາງ ປັນຍາແລະຜົນປະໂຫຍດຂອງລັດ,ສັງຄົມ,ຊຸກຍູ້ການຄົ້ນຄວ້າແລະພັດທະ ນາວິທະຍາສາດແລະເຕັກໂນໂລຊີ,ການຖ່າຍທອດເຕັກໂນໂລຊີຢູ່ພາຍ ໃນແລະຈາກຕ່າງປະເທດ,ແນ່ໃສ່ສົ່ງເສີມການຄ້າ,ການລົງທຶນແລະ ຄວາມອາດສາມາດແຂ່ງຂັນໃຫ້ແກ່ເສດຖະກິດແຫ່ງຊາດໃນຍຸກໂລກາພິ ວັດຢ່າງມີປະສິດທິພາບ,ປະກອບສ່ວນເຂົ້າໃນການຫັນປະເທດເປັນອຸດ ສາຫະກໍາແລະທັນສະໄໝເທື່ອລະກ້າວ.

...ມາດຕາ 2 (ປັບປຸງ) ຊັບສິນທາງປັນຍາ

ມາດຕາ 2 (ປັບປຸງ) ຊັບສິນທາງປັນຍາ ຊັບສິນທາງປັນຍາແມ່ນຜົນງານທີ່ໄດ້ມາຈາກສະຕິປັນຍາຂອງ ມະນຸດຊຶ່ງເປັນຜູ້ປະດິດສ້າງແລະປະດິດຄິດແຕ່ງຂຶ້ນມາ.

...ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ

ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສິດຕໍ່ຊັບສິນທາງປັນຍາໝາຍເຖິງສິດຂອງບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງກ່ຽວກັບຊັບສິນທາງປັນຍາ; 2. ຊັບສິນອຸດສາຫະກໍາໝາຍເຖິງຊັບສິນທາງປັນຍາໃນຂົງເຂດ ອຸດສາຫະກໍາ,ຫັດຖະກໍາ,ກະສິກໍາ,ການປະມົງ,ການຄ້າແລະການບໍລິ ການ; 3. ສິດທາງດ້ານຊັບສິນອຸດສາຫະກໍາ ໝາຍເຖິງ ສິດຂອງບຸກຄົນ ,ນິຕິບຸກຄົນຫຼືການຈັດຕັ້ງກ່ຽວກັບຊັບສິນອຸດສາຫະກໍາ; 4. ສິດທິບັດ ໝາຍເຖິງເອກະສານຢັ້ງຢືນທີ່ເປັນທາງການຈາກ ການຈັດຕັ້ງລັດເພື່ອປົກປ້ອງການປະດິດສ້າງທີ່ໃໝ່,ມີຂັ້ນຕອນການປະ ດິດສ້າງແລະສາມາດນໍາໃຊ້ເຂົ້າສູ່ການຜະລິດອຸດສາຫະກໍາໄດ້; 5. ການປະດິດສ້າງໝາຍເຖິງການນໍາໃຊ້ວິທີການທາງດ້ານ ເຕັກນິກເພື່ອສ້າງຜະລິດຕະພັນຫຼືກໍາມະວິທີການຜະລິດໃໝ່ໃນການແກ້ ໄຂບັນຫາສະເພາະໃດໜຶ່ງ; 6. ອະນຸສິດທະບັດໝາຍເຖິງເອກະສານຢັ້ງຢືນທີ່ເປັນທາງການ ຈາກການຈັດຕັ້ງລັດເພື່ອປົກປ້ອງສິ່ງປະດິດ; 7. ສິ່ງປະດິດ ໝາຍເຖິງ ຜົນງານການປະດິດໃໝ່ທີ່ໄດ້ຈາກການ ປັບປຸງທາງດ້ານເຕັກນິກດ້ວຍການນໍາໃຊ້ເຕັກນິກທີ່ບໍ່ສູງຄືການປະດິດ ສ້າງ; 8. ແບບອຸດສາຫະກໍາ ໝາຍເຖິງ ຮູບແບບຫຼືຮູບຮ່າງາຂອງຜະ ລິດຕະພັນທີ່ຈະສ້າງຂຶ້ນຊຶ່ງປະກອບດ້ວຍຮູບຮ່າງ,ລວດລາຍ,ເສັ້ນສາຍ, ສີສັນແລະອື່ນໆ; 9. ເຄື່ອງໝາຍ ໝາຍເຖິງ ສັນຍາລັກໃດໜຶ່ງຫຼືຫຼາຍສັນຍາລັກ ລວມກັນທີ່ສາມາດຈໍາແນກສິນຄ້າຫຼືການບໍລິການຂອງບໍລິສັດໃດໜຶ່ງ ແຕກຕ່າງຈາກບໍລິສັດອື່ນ; 10. ເຄື່ອງໝາຍການຄ້າ ໝາຍເຖິງ ເຄື່ອງໝາຍທີ່ໄດ້ກໍານົດ ໄວ້ໃນຂໍ້ 9 ຂອງມາດຕານີ້ເພື່ອນໍາໃຊ້ກັບສິນຄ້າຫຼືການບໍລິການທັງເປັນ ການຈໍາແນກລະຫວ່າງສິນຄ້າຫຼືການບໍລິການນີ້ກັບສິນຄ້າຫຼືການບໍລິ ການອື່ນ; 11. ເຄື່ອງໝາຍລວມໝູ່ ໝາຍເຖິງ ເຄື່ອງໝາຍການຄ້າທີ່ນໍາ ໃຊ້ຮ່ວມກັນໂດຍວິສາຫະກິດໃນກຸ່ມດຽວກັນຫຼືໂດຍສະມາຊິກຂອງສະມາ ຄົມ,ສະຫະກອນ,ອົງການຈັດຕັ້ງໃດໜຶ່ງຂອງລັດຫຼືເອກະຊົນຫຼືກຸ່ມບຸກຄົນ; 12. ເຄື່ອງໝາຍຮັບຮອງໝາຍເຖິງເຄື່ອງໝາຍການຄ້າທີ່ເຈົ້າ ຂອງໄດ້ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນໍາໃຊ້ກັບສິນຄ້າຫຼື ການບໍລິການຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນັ້ນເພື່ອຢັ້ງຢືນຄຸນລັກ ສະນະທີ່ພົວພັນເຖິງແຫຼ່ງທີ່ມາ,ວັດຖຸດິບແລະວິທີການຜະລິດສິນຄ້າຫຼືວິທີ ການໃຫ້ການບໍລິການ,ຊະນິດ,ຄຸນນະພາບ,ຄວາມປອດໄພຫຼືຄຸນລັກສະນະ ອື່ນຂອງສິນຄ້າຫຼືການບໍລິການ; 13. ເຄື່ອງໝາຍທີ່ມີຊື່ສຽງໝາຍເຖິງເຄື່ອງໝາຍການຄ້າທີ່ຮັບ ຮູກັນໂດຍທົ່ວໄປຢ່າງກວ້າງຂວາງລວມທັງເຄື່ອງໝາຍການຄ້າທີ່ມີ ການຮັບຮູ້ຈາກຜົນຂອງການສົ່ງເສີມເຄື່ອງໝາຍການຄ້າດັ່ງກ່າວຢູ່ໃນ ດິນແດນຂອງ ສປປລາວ; 14. ຊື່ການຄ້າໝາຍເຖິງຊື່ຂອງວິສາຫະກິດທີ່ໃຊ້ເຂົ້າໃນການ ເຄື່ອນໄຫວທຸລະກິດ; 15. ວົງຈອນລວມ ໝາຍເຖິງ ຜະລິດຕະພັນສໍາເລັດຮູບຫຼືເຄິ່ງ ສໍາເລັດຮູບຊຶ່ງສ່ວນປະກອບຕ່າງໆຂອງຜະລິດຕະພັນແມ່ນສ່ວນປະກອບ ທີ່ໃຊ້ການໄດ້ແລະສ່ວນເຊື່ອມຕໍ່ບາງສ່ວນຫຼືທັງໝົດຖືກເຊື່ອມຕໍ່ປະສານ ຮ່ວມເຂົ້າກັນຢູ່ໃນແລະ/ຫຼືຢູ່ເທິງວັດຖຸເຄິ່ງຕົວນໍາແລະຜະລິດຕະພັນນັ້ນມີ ຈຸດປະສົງປະຕິບັດໜ້າທີ່ທາງດ້ານອີເລັກໂຕຼນິກ; 16. ວັດຖຸເຄິ່ງຕົວນໍາ (Semiconductor) ໝາຍເຖິງວັດ ຖຸທີ່ມີໜ້າທີ່ນໍາກະແສໄຟຟ້າເຊື່ອມຕໍ່ລະຫວ່າງຕົວນໍາກັບສະນວນກັນໄຟ ຟ້າ; 17. ແບບຜັງວົງຈອນລວມ ໝາຍເຖິງ ການຈັດວາງວົງຈອນ ລວມທີ່ສະແດງອອກໃນຮູບແບບສາມມິຕິໃດກໍ່ຕາມຊຶ່ງຢ່າງໜ້ອຍມີສ່ວນ ປະກອບໜຶ່ງທີ່ໃຊ້ການໄດ້ແລະສ່ວນເຊື່ອມຕໍ່ບາງສ່ວນຫຼືທັງໝົດຂອງວົງ ຈອນລວມຫຼືການຈັດວາງວົງຈອນລວມໃນຮູບແບບສາມມິຕິເຫຼົ່ານັ້ນເຮັດ ຂຶ້ນມາເພື່ອວົງຈອນລວມທີ່ມີຈຸດປະສົງສໍາລັບການຜະລິດ; 18. ແຫຼ່ງກໍາເນີດໝາຍເຖິງສັນຍາລັກທີ່ບົ່ງບອກເຖິງແຫຼ່ງທີ່ມາ ຂອງສິນຄ້າຈາກດິນແດນ,ເຂດຫຼືທ້ອງຖິ່ນຂອງປະເທດໃດໜຶ່ງຊຶ່ງເປັນ ສິ່ງສໍາຄັນພາໃຫ້ສິນຄ້າມີຄຸນນະພາບແລະມີຊື່ສຽງຫຼືຄຸນລັກສະນະອື່ນທີ່ ຕິດພັນກັບພູມສາດ; 19. ຄວາມລັບທາງການຄ້າໝາຍເຖິງຂໍ້ມູນທີ່ເປັນຄວາມລັບຊຶ່ງ ຍັງບໍ່ເປັນທີ່ຮູ້ຈັກໃນກຸ່ມບຸກຄົນຫຼືຍັງບໍ່ທັນສາມາດເຂົ້າເຖິງໄດ້ຢ່າງງ່າຍ ດາຍສໍາລັບບຸກຄົນທີ່ກ່ຽວຂ້ອງຢູ່ໃນວົງການກໍາກັບຂໍ້ມູນປະເພດຕ່າງໆ ເຊັ່ນສຸດ,ກໍາມະວິທີການຜະລິດຫຼືຂໍ້ມູນໃດໜຶ່ງທີ່ມີຄຸນຄ່າທາງການຄ້າ ຍ້ອນເປັນຄວາມລັບ; 20. ພັນພືດໝາຍເຖິງກຸ່ມຂອງພືດທີ່ມີລັກສະນະທາງພືກສາຊາດ ຢ່າງດຽວກັນແລະຍັງບໍ່ທັນຮູ້ຈັກກັນທົ່ວໄປຊຶ່ງສາມາດກໍານົດຄຸນລັກສະ ນະຕ່າງໆທີ່ເປັນຜົນມາຈາກປະເພດພັນທຸກໍາໃດໜຶ່ງຫຼືຫຼາຍປະເພດພັນທຸ ກໍາຮ່ວມກັນ,ມີຄວາມແຕກຕ່າງຈາກກຸ່ມອື່ນໃນພືດຊະນິດກຽວກັນຢ່າງ ໜ້ອຍໜຶ່ງຄຸນລັກສະນະ,ມີຄວາມສະໝໍ່າສະເໝີແລະມີຄວາມຄົງຕົວໃນ ເວລານໍາໄປຂະຫຍາຍພັນໂດຍບໍ່ຄໍານຶງວ່າຈະຄົບຕາມເງື່ອນໄຂສໍາລັບ ການໃຫ້ສິດການປົກປ້ອງກຸ່ມຂອງພືດດັ່ງກ່າວໃຫ້ແກ່ນັກປະສົມພັນກໍ່ ຕາມ; 21. ປະເພດພັນທຸກໍາໝາຍເຖິງຂໍ້ມູນທາງພັນທຸກໍາໂດຍລວມທີ່ ສະແດງເຖິງຄຸນລັກສະນະຕ່າງໆຂອງສິ່ງທີ່ມີຊີວິດຮ່ວມກັບສິ່ງແວດລ້ອມ ຂອງຕົວມັນເອງ; 22. ສ່ວນຂະຫຍາຍພັນ ໝາຍເຖິງ ພືດຫຼືສ່ວນໃດສ່ວນໜຶ່ງຂອງ ພືດດັ່ງກ່າວທີ່ສາມາດນໍາມາຂະຫຍາຍພັນເປັນພືດໃໝ່ເຊັ່ນ: ໜໍ່,ເຫງົ້າ, ແກ່ນ; 23. ນົກປະສົມພັນພືດ ໝາຍເຖິງ ບຸກົນທີ່ປະສົມພັນຫຼືຄົນພົບແລະ ພັດທະນາພັນພືດຫຼືບຸກຄົນທີ່ເປັນຜູ້ວ່າຈ້າງນັກປະສົມພັນພືດຫຼືບຸກຄົນທີ່ ມອບໝາຍວຽກໃຫ້ນັກປະສົມພັນພືດຫຼືບຸກຄົນທີ່ຮ່ວມກັນປະສົມພັນພືດທີ່ ໄດ້ກໍານົດໄວ້ໃນສັນຍາຕາມລະບຽບກົດໝາຍລວມທັງຜູ້ສືບທອດສິດ ຂອງບຸກຄົນທີ່ກ່າວມາກ່ອນຂ້າງເທິງນີ້; 24. ສິດຕໍ່ພັນພືດຫຼືສິດຂອງນັກປະສົມພັນພືດ ໝາຍເຖິງ ສິດອອກ ໃຫ້ໂດຍການຈັດຕັ້ງລັດເພື່ອປົກປ້ອງພັນພືດຕາມກົດໝາຍສະບັບນີ້; 25. ລິຂະສິດ ໝາຍເຖິງ ສິດຂອງບຸກຄົນ,ນິຕິບຸກຄົນຫຼືການຈັດ ຕັ້ງຕໍ່ຜົນງານປະດິດຄິດແຕ່ງຂອງຕົນທາງດ້ານສິລະປະກໍາແລະວັນນະ ກໍາລວມທັງຜົນງານທາງດ້ານວິທະຍາສາດ; 26. ສິດກ່ຽວຂ້ອງກັບລິຂະສິດໝາຍເຖິງ ສິດຂອງບຸກຄົນ,ນິຕິບຸກ ຄົນຫຼືການຈັດຕັ້ງຕໍ່ຜົນງານທາງດ້ານການສະແດງ,ການບັນທຶກສຽງ, ລາຍການກະຈາຍສຽງ-ແຜ່ພາບຫຼືລາຍການຜ່ານສັນຍານດາວທຽມທີ່ ເຂົ້າລະຫັດຫຼືບໍ່ເຂົ້າລະຫັດ; 27. ຜົນງານ ໝາຍເຖິງ ການປະດິດຄິດແຕ່ງຂອງບຸກຄົນ,ນິຕິ ບຸກຄົນຫຼືການຈັດຕັ້ງໃດໜຶ່ງໃນຂົງເຂດສິລະປະກໍາ,ວັນນະກໍາແລະວິທະ ຍາສາດຊຶ່ງສະແດງອອກດ້ວຍຮູບແບບຫຼືວິທີການໃດໜຶ່ງ; 28. ຜົນງານທີ່ສືບເນື່ອງ ໝາຍເຖິງ ຜົນງານທີ່ອີງໃສ່ໜຶ່ງຫຼື ຫຼາຍກວ່າໜຶ່ງຜົນງານທີ່ມີຢູ່ແລ້ວລວມທັງການແປ,ການປັບປຸງ,ການ ຈັດລຽງດົນຕີ,ການດັດແກ້,ການປ່ຽນຮູບ,ການໃຫ້ຄວາມໝາຍແລະ ການປ່ຽນແປງອື່ນໆຂອງຜົນງານທີ່ມີລິຂະສິດໃດໜຶ່ງ; 29. ການເຜີຍແຜ່ສໍາລັບຈຸດປະສົງຂອງລິຂະສິດໝາຍເຖິງການ ນໍາເອົາຜົນງານອອກສູ່ສາທາລະນະຊົນດ້ວຍການເຫັນດີຂອງຜູ້ປະດິດ ຄິດແຕ່ງຜົນງານຊຶ່ງມີຈໍານວນສໍາເນົາພຽງພໍເພື່ອຕອບສະໜອງຄວາມ ຕ້ອງການທີ່ເໝາະສົມຂອງສາທາລະນະຊົນໂດຍຄໍານຶງເຖິງລັກສະນະ ຂອງຜົນງານ.ການສະແດງລະຄອນ,ດົນຕີປະກອບລະຄອນ,ຜົນງານ ການສ້າງຮູບເງົາຫຼືຜົນງານດົນຕີ,ການເລົ່າຜົນງານວັດນະກໍາໃນທີ່ສາ ທາລະນະ,ການສື່ສານດ້ວຍສາຍຫຼືການກະຈາຍສຽງ-ແຜ່ພາບຂອງຜົນ ງານວັນນະກໍາຫຼືສິລະປະກໍາ,ການວາງສະແດງຜົນງານສິລະປະແລະ ການກໍ່ສ້າງຂອງຜົນງານດ້ານສະຖາປັດຕິຍະກໍາຈະບໍ່ຖືວ່າແມ່ນການ ເຜີຍແຜ່; 30. ການເຜີຍແຜ່ສໍາລັບຈຸດປະສົງຂອງສິດກ່ຽວຂ້ອງກັບລິຂະ ສິດໝາຍເຖິງການຕອບສະໜອງສໍາເນົາການບັນທຶກການສະແດງຫຼື ການບັນທຶກສຽງຕໍ່ສາທາລະນະຊົນດ້ວຍການເຫັນດີຂອງຜູ້ຖືສິດແລະໃຫ້ ສໍາເນົາແກ່ສາທາລະນະຊົນໃນປະລິມານທີ່ເໝາະສົມ; 31. ການຜະລິດຊໍ້າສໍາລັບຈຸດປະສົງຂອງລິຂະສິດແລະສິດກ່ຽວ ຂ້ອງກັບລະຂະສິດໝາຍເຖິງການອັດສໍາເນົາຜົນງານຫຼືການບັນທຶກສຽງ ຫຼືສິ່ງທີ່ພົວພັນເຖິງສິດກ່ຽວຂ້ອງກັບລິຂະສິດດ້ວຍວິທີການໃດໜຶ່ງລວມ ທັງການອັດສໍາເນົາຜົນງານຫຼືການບັນທຶກສຽງຫຼືສິດກ່ຽວຂ້ອງກັບລິຂະ ສິດແບບຖາວອນຫຼືຊົ່ວຄາວ; 32. ການບັນທຶກສຽງໝາຍເຖິງການບັນທຶກສຽງຂອງການສະ ແດງຫຼືຂອງສຽງອື່ນໆລົງໃສ່ອຸປະກອນບັນທຶກເຊັ່ນແຜ່ນສຽງ,ກະແຊັດ, ແຜ່ນເລເຊີດິສ,ແຜ່ນຊີດີຣອມຫຼືການບັັນທຶກສຽງດ້ວຍວິທີອື່ນໆ; 33. ການກະຈາຍສຽງ-ແຜພາບໝາຍເຖິງການນໍາເອົາຜົນ ງານອອກສູ່ສາທາລະນະຊົນທາງວິທະຍຸກະຈາຍສຽງຫຼືທາງໂທລະພາບ ຫຼືດ້ວຍວິທີການອື່ນທີ່ຄ້າຍຄືກັນເຊັ່ນອິນເຕີເນັດຫຼືສົ່ງຜ່ານສັນຍານດາວ ທຽມ; 34. ສິລະປະປັບໃຊ້ ໝາຍເຖິງ ສິລະປະທີ່ໄດ້ມີການປັບປຸງເພື່ອ ນໍາໃຊ້ເຂົ້າໃນເປົ້າໝາຍອື່ນ; 35. ວັນບຸລິມະສິດໝາຍເຖິງວັນຮ້ອງຂໍເອົາວັນທີ່ໄດ້ຍື່ນຂໍຈົດທະ ບຽນຢູ່ຕ່າງປະເທດ,ຢູ່ສໍານັກງານອື່ນຫຼືຢູ່ສປປລາວຊຶ່ງມີຜົນໃຊ້ໄດ້ກ່ອນ ໜ້ານີ້; 36. ການສະແຫວງຫາຜົນປະໂຫຍດໝາຍເຖິງການດໍາເນີນ ການຫຼືການສະເໜີທີ່ຈະດໍາເນີນການກະທໍາຢູ່ພາຍໃຕ້ການອະນຸຍາດ ຂອງຜູ້ຖືສິດໂດຍມີຫຼືບໍ່ມີຄໍາຕອບແທນຫຼືຜົນປະໂຫຍດອື່ນ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບຊັບສິນທາງປັນຍາ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບຊັບສິນທາງປັນຍາ ລົດສົ່ງເສີມການເພີ່ມພູມຄູນສ້າງ,ການເຄື່ອນໄຫວວຽກງານຊັບ ສິນທາງປັນຍາແລະການນໍາໃຊ້ໝາກຜົນຂອງການປະດິດສ້າງ,ການປະ ດິດຄິດແຕ່ງຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງພ້ອມທັງຮັບຮູ້ແລະປົກ ປ້ອງສິດຜົນປະໂຫຍດຂອງເຈົ້າຂອງຊັບສິນທາງປັນຍາ. ລັດຊຸກຍູ້ການເຄື່ອນໄຫວວຽກງານແລະການລົງທຶນເຂົ້າໃນຂົງ ເຂດຊັບສິນທາງປັນຍາດ້ວຍການວາງນະໂຍບາຍ,ລະບຽບກົດໝາຍ ແລະມາດຕະການຕ່າງໆເພື່ອຮອງຮັບ; ລັດປົກປ້ອງຊັບສິນທາງປັນຍາທີ່ບໍ່ຂັດກັບລະບຽບກົດໝາຍ,ວັດທະ ນະທໍາຫຼືຮີດຄອງປະເພນີອັນດີງາມຂອງຊາດ,ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,ສຸຂານາໄມ,ສິ່ງແວດລ້ອມ.

...ມາດຕາ 5 (ປັບປຸງ) ຫຼັກການລວມກ່ຽວກັບຊັບສິນທາງປັນຍາ

ມາດຕາ 5 (ປັບປຸງ) ຫຼັກການລວມກ່ຽວກັບຊັບສິນທາງປັນຍາ ຫຼັກການລວມກ່ຽວກັບຊັບສິນທາງປັນຍາມີດັ່ງນີ້: 1. ການຮັບຮູ້,ປົກປ້ອງແລະຮັບປະກັນຄວາມຍຸຕິທໍາຕໍ່ເຈົ້າຂອງ ຊັບສິນທາງປັນຍາ; 2. ການປົກປ້ອງຊັບສິນອຸດສາຫະກໍາຢູ່ ສປປລາວ ຈະມີຜົນບັງ ຄັບໃຊ້ກໍ່ຕໍ່ເມື່ອເຈົ້າຂອງຊັບສິນອຸດສາຫະກໍາໄດ້ຮັບການຈົດທະບຽນຕາມ ກົດໝາຍສະບັບນີ້; 3. ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດໄດ້ຮັບການປົກປ້ອງ ໂດຍທັນທີພາຍຫຼັງທີ່ໄດ້ມີການປະດິດຄິດແຕ່ງຜົນງານທາງດ້ານສິລະປະ ກໍາແລະວັນນະກໍາລວມທັງຜົນງານທາງດ້ານວິທະຍາສາດ; 4. ທຸກການສະແຫວງຫາອົນປະໂຫຍດຈາກຊັບສິນທາງປັນຍາ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງສິດ; 5. ການກໍານົດຂອງກົດໝາຍສະບັບນີ້ຫາກຂັດກັບສົນທິສັນຍາຫຼື ສັນຍາສາກົນທີ່ ສປປລາວເປັນພາຄີແມ່ນໃຫ້ປະຕິບັດຕາມການກໍານົດ ຂອງສົນທິສັນຍາຫຼືສັນຍາສາກົນທີ່ ສປປລາວ ເປັນພາຄີນັ້ນ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ ທັງພາຍໃນແລະຕ່າງປະເທດທີ່ພົວພັນກັບວຽກງານຊັບສິນທາງປັນຍາ ພາຍໃຕ້ກົດໝາຍສະບັບນີ້ແລະສົນທິສັນຍາຫຼືສັນຍາສາກົນທີ່ ສປປລາວ ເປັນພາຄີ;

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະ ສາກົນກ່ຽວກັບວຽກງານຊັບສິນທາງປັນຍາບົນພື້ນຖານການເຄົາລົບເອ ກະລາດ,ປະທິປະໄຕຊຶ່ງກັນແລະກັນ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອພັດທະນາແລະຄຸ້ມຄອງວຽກງານຊັບສິນທາງປັນຍາ,ແລກປ່ຽນບົດ ຮຽນທາງດ້ານວິທະຍາສາດ,ເຕັກໂນໂລຊີ,ການແລກປ່ຽນຂໍ້ມູນຂ່າວ ສານ,ການບໍາລຸງຍົກລະດັບບຸກຄະລາກອນ,ການເຂົ້າຮ່ວມແລະປະຕິບັດ ສົນທິສັນຍາແລະສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ຊັບສິນທາງປັນຍາ


...ມາດຕາ 8 ໂຄງປະກອບຂອງຊັບສິນທາງປັນຍາ

ມາດຕາ 8 ໂຄງປະກອບຂອງຊັບສິນທາງປັນຍາ ຊັບສິນທາງປັນຍາປະກອບດ້ວຍ: 1. ຊັບສິນອຸດສາຫະກໍາ; 2. ພັນພືດໃໝ່; 3. ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ.

...ມາດຕາ 9 (ປັບປຸງ) ຊັບສິນອຸດສາຫະກໍາ

ມາດຕາ 9 (ປັບປຸງ) ຊັບສິນອຸດສາຫະກໍາ ຊັບສິນອຸດສາຫະກໍາປະກອບດ້ວຍ: 1. ສິດທິບັດ; 2. ອະນຸສິດທິບັດ;

	3. ແບບອຸດສາຫະກໍາ;

4. ເຄື່ອງໝາຍການຄ້າ;

	5. ຊື່ການຄ້າ;

6. ແບບຜັງວົງຈອນລວມ; 7. ແຫຼ່ງກໍາເນີດ; 8. ຄວາມລັບທາງການຄ້າ.

...ມາດຕາ 10 (ປັບປຸງ) ພັນພືດໃໝ່

ມາດຕາ 10 (ປັບປຸງ) ພັນພືດໃໝ່ ພັນພືດໃໝ່ປະກອບດ້ວຍ: 1. ພັນພືດທີ່ມີຢູ່ທົ່ວໄປທີ່ໄດ້ຜ່ານການປັບປຸງໃຫ້ເປັນພັນພືດໃໝ່. 2. ພັນພືດທີ່ຄົ້ນພົບໃນທໍາມະຊາດແລ້ວນໍາມາພັດທະນາໃຫ້ເປັນ ພັນພືດໃໝ່.

...ມາດຕາ 11 ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 11 ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດປະກອບດ້ວຍ: 1. ລິຂະສິດຕໍ່ຜົນງານທາງດ້ານສິລະປະກໍາ,ວັນນະກໍາແລະວິທະ ຍາສາດລວມທັງໂປຼແກຼມຄອມພິວເຕີ້; 2. ສິດກ່ຽວຂ້ອງກັບລິຂະສິດຕໍ່ຜົນງານຂອງຜູ້ສະແດງ,ຜູ້ຜະລິດ ການບັນທຶກສຽງແລະອົງການກະຈາຍສຽງ-ແຜ່ພາບ.

..ພາກທີ 3​ ຊັບສິນອຸດສາຫະກໍາ


...ໝວດທີ 1 ເງື່ອນໄຂຂອງຊັບສິນອຸດສາຫະກໍາ


....ມາດຕາ 12 (ປັບປຸງ)ຊັບສິນອຸດສາຫະກໍາທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນ

ມາດຕາ 12 (ປັບປຸງ)ຊັບສິນອຸດສາຫະກໍາທີ່ຈະໄດ້ຮັບໃບຢັ້ງຢືນຈົດ ທະບຽນ ຊັບສິນອຸດສາຫະກໍາທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນມີດັ່ງນີ້: - ສິດທິບັດ; - ອະນຸສິດບັດ; - ແບບອຸດສາຫະກໍາ; - ເຄື່ອງໝາຍການຄ້າ; - ແບບຜັງວົງຈອນລວມ; - ແຫຼ່ງກໍາເນີດ.

....ມາດຕາ 13 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບສິດທິບັດ

ມາດຕາ 13 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບສິດທິບັດ ການປະດິດສ້າງທີ່ຈະໄດ້ຮັບສິດທິບັດຕ້ອງມີເງື່ອນໄຂຄົບຖ້ວນດັ່ງ ນີ້: 1. ຕ້ອງແມ່ນການປະດິດສ້າງໃໝ່ທີ່ບໍ່ເຄີຍມີມາກ່ອນ,ບໍ່ເຄີຍຖືກ ເປີດເຜີຍສູ່ສາທາລະນະຊົນດ້ວຍວາລະສານຫຼືດ້ວຍການນໍາໃຊ້ຕົວຈິງຫຼື ດ້ວຍຮູບການອື່ນຢູ່ສປປລາວຫຼືແຫ່ງໃດແຫ່ງນຶ່ງໃນໂລກກ່ອນວັນຍື່ນຄໍາ ຮ້ອງຂໍຈົດທະບຽນຫຼືກ່ອນວັນທີ່ໄດ້ຮ້ອງຂໍວັນບູລິມະສິດຂອງຄໍາຮ້ອງຂໍຮັບ ສິດທິບັດ; 2. ຕ້ອງມີຂັ້ນຕອນການປະດິດສ້າງທີ່ສູງຂຶ້ນຊຶ່ງບໍ່ເປັນທີ່ເຂົ້າໃຈ ໄດ້ງ່າຍສໍາລັບບຸກຄົນທີ່ມີຄວາມຮູ້ທົ່ວໄປທາງດ້ານເຕັກໂນໂລຊີນັ້ນ; 3. ຕ້ອງສາມາດນໍາໃຊ້ໃຫ້ເປັນປະໂຫຍດໃນຂົງເຂດອຸດສາຫະ ກໍາ,ຫັດຖະກໍາ,ກະສິກໍາ,ການປະມົງ,ການບໍລິການແລະອື່ນໆ.

....ມາດຕາ 14 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບອະນຸສິດທິບັດ

ມາດຕາ 14 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບອະນຸສິດທິບັດ ສິ່ງປະດິດທີ່ຈະໄດ້ຮັບອະນຸສິດທິບັດຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ຕ້ອງແມ່ນສິ່ງປະດິດໃໝ່ຊຶ່ງຜ່ານມາບໍ່ໄດ້ເປັນທີ່ຮູ້ຈັກຫຼືຖືກນໍາ ໃຊ້ໃນ ສປປລາວ ພາຍໃນໜຶ່ງປີກ່ອນວັນຍື່ນຄໍາຮ້ອງຂໍອະນຸສິດທິບັດ; 2. ຕ້ອງມີການປັບປຸງເຕັກນິກໃໝ່ທີ່ພົວພັນເຖິງຂັ້ນຕອນການປະ ດິດສ້າງຊຶ່ງອາດມີຂັ້ນຕອນຕໍ່ກວ່າຂັ້ນຕອນການປະດິດສ້າງ; 3. ຕ້ອງສາມາດນໍາໃຊ້ໃຫ້ເປັນປະໂຫຍດໃນຂົງເຂດອຸດສາຫະ ກໍາ,ຫັດຖະກໍາ,ກະສິກໍາ,ການປະມົງ,ການບໍລິການແລະອື່ນໆ.

....ມາດຕາ 15 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບອຸດສາຫະກໍາ

ມາດຕາ 15 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບອຸດສາຫະ ກໍາ ແບບທີ່ຈະໄດ້ຮັບໃບຢັ້ງຢືນແບບອຸດສາຫະກໍາຕ້ອງມີເງື່ອນໄຂຄົບ ຖ້ວນດັ່ງນີ້: 1. ຕ້ອງເປັນແບບໃໝ່ຊຶ່ງບໍ່ເຄີຍຖືກເປີດເຜີຍສູ່ສາທາລະນະຊົນ ມາກ່ອນດ້ວຍວາລະສານຫຼືດ້ວຍການນໍາໃຊ້ຕົວຈິງຫຼືດ້ວຍການວາງສະ ແດງຫຼືດ້ວຍຮູບການອື່ນຢູ່ ສປປລາວ ຫຼື ແຫ່ງໃດໜຶ່ງໃນໂລກ,ກ່ອນວັນ ຍື່ນຄໍາຮ້ອງຫຼືກ່ອນວັນບຸລິມະສິດຂອງຄໍາຮ້ອງຂໍຈົດທະບຽນ; 2. ຕ້ອງເປັນສິ່ງປະດັບຊຶ່ງເຮັດໃຫ້ວັດຖຸທີ່ນໍາເອົາແບບໄປໃຊ້ຫຼື ເອົາແບບໄປຕິດໃສ່ຕົວຂອງວັດຖຸເອງເກີດມີຮູບຊົງພາຍນອກພິເສດ.

....ມາດຕາ 16 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການຄ້າ

ມາດຕາ 16 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການ ຄ້າ ເຄື່ອງໝາຍທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການຄ້າຕ້ອງມີ ເງື່ອນໄຂຄົບຖ້ວນດັ່ງນີ້: 1. ເຄື່ອງໝາຍອາດເປັນສັນຍາລັກໃດໜຶ່ງຫຼືຫຼາຍສັນຍາລັກລວມ ກັນທີ່ສາມາດຈໍາແນກສິນຄ້າຫຼືການບໍລິການຂອງບໍລິສັດໃດໜຶ່ງແຕກ ຕ່າງຈາກບໍລິສັດອື່ນ.ສັນຍາລັກອາດລວມເອົາຄໍາສັບ,ລວມທັງຊື່ບຸກຄົນ ແລະການລວມກັນຂອງຫຼາຍສີເຊັ່ນດຽວກັບການລວມກັນຂອງສັນຍາລັກ ໃດໜຶ່ງນັ້ນ; 2. ເຄື່ອງໝາຍທີ່ບໍ່ຄືກັນກັບເຄື່ອງໝາຍການຄ້າ,ເຄື່ອງໝາຍທີ່ ມີຊື່ສຽງຫຼືແຫຼ່ງກໍາເນີດທີ່ໄດ້ຈົດທະບຽນກ່ອນແລ້ວສໍາລັບສິນຄ້າຫຼືການບໍ ລິການອັນດຽວກັນ; 3. ເຄື່ອງໝາຍທີ່ບໍ່ຄ້າຍຄືກັນກັບເຄື່ອງໝາຍການຄ້າທີ່ໄດ້ຈົດທະ ບຽນກ່ອນໜ້ານີ້ຫຼືເຄື່ອງໝາຍທີ່ມີຊື່ສຽງສໍາລັບສິນຄ້າຫຼືການບໍລິການອັນ ດຽວກັນ,ຄ້າຍຄືກັນຫຼືກ່ຽວຂ້ອງກັນຊຶ່ງການນໍາໃຊ້ເຄື່ອງໝາຍດັ່ງກ່າວ ອາດຈະພາໃຫ້ເກີດຄວາມສັບສົນເຖິງແຫຼ່ງທີ່ມາຂອງສິນຄ້າຫຼືການບໍລິ ການຫຼືສ້າງຄວາມເຂົ້າໃນຜິດວ່າເຄື່ອງໝາຍນັ້ນກ່ຽວຂ້ອງກັນຫຼືກ່ຽວພັນ ກັບຜູ້ອື່ນ; 4. ເຄື່ອງໝາຍທີ່ບໍ່ມີລັກສະນະຕ້ອງຫ້າມຕາມ ມາດຕາ 23 ຂອງກົດໝາຍສະບັບນີ້. ສໍາລັບເຄື່ອງໝາຍການຄ້າໃດໜຶ່ງຈະຖືວ່າມີຊື່ສຽງຕ້ອງມີເງື່ອນ ໄຂຄົບຖ້ວນດັ່ງນີ້: 1. ເຄື່ອງໝາຍການຄ້າແມ່ນເຄື່ອງໝາຍຄືດັ່ງທີ່ໄດ້ກໍານົດໄວ້ ໃນວັກເທິງນີ້ຊຶ່ງເປັນທີ່ຍອມຮັບກັນຢ່າງກວ້າງຂວາງໂດຍພາກສ່ວນທີ່ ກ່ຽວຂ້ອງພາຍໃນດິນແດນຂອງ ສປປລາວ ຕາມທີ່ບົ່ງບອກສິນຄ້າຫຼື ການບໍລິການຂອງເຈົ້າຂອງເຄື່ອງໝາຍທີ່ຈະອ້າງວ່າເປັນເຄື່ອງໝາຍ ທີ່ມີຊື່ສຽງ; 2. ເຄື່ອງໝາຍການຄ້າທີ່ບໍ່ຂັດກັບເງື່ອນໄຂທີ່ຈະໄດ້ຮັບການຈົດ ທະບຽນຢູ່ ສປປລາວ; 3. ການພິຈາລະນາເຄື່ອງໝາຍໃດໜຶ່ງເປັນເຄື່ອງໝາຍການຄ້າ ທີ່ມີຊື່ສຽງນັ້ນຕ້ອງນໍາເອົາຫຼັກຖານທີ່ສົມເຫດສົມຜົນລວມທັງຂໍ້ເທັດຈິງ ດັ່ງນີ້: 3.1. ສາທາລະນະຊົນໄດ້ຮັບຮູ້ເຖິງເຄື່ອງໝາຍໂດຍຜ່ານການ ຊື່ຂາຍ,ການນໍາໃຊ້ເຄື່ອງໝາຍການຄ້າກັບ/ຫຼືກ່ຽວຂ້ອງກັນກັບສິນຄ້າຫຼື ການບໍລິການຫຼືຜ່ານການໂຄສະນາ; 3.2. ການຈໍລະຈອນແຈກຢາຍຜະລິດຕະພັນ,ສິນຄ້າ,ການບໍລິ ການທີ່ມີເຄື່ອງໝາຍການຄ້ານັ້ນໃນຂອບເຂດດິນແດນຢ່າງກວ້າງ ຂວາງ; 3.3. ບໍລິມາດຂອງການຂາຍສິນຄ້າຫຼືການໃຫ້ບໍລິການຢ່າງ ຫຼວງຫຼາຍ; 3.4. ໄລຍະເວລານໍາໃຊ້ເຄື່ອງໝາຍການຄ້ານັ້ນຕ້ອງເປັນປົກ ກະຕິແລະຕໍ່ເນື່ອງ; 3.5. ຄວາມເຊື່ອໝັ້ນກ່ຽວພັນກັນກັບການນໍາໃຊ້ເຄື່ອງໝາຍ ການຄ້າກັບສິນຄ້າຫຼືການບໍລິການໂດຍອີງຕາມຄຸນນະພາບ,ຄວາມນິຍົມ ຢ່າງກວ້າງຂວາງໃນສັງຄົມ; 3.6. ຜູ້ຊົມໃຊ້ໄດ້ຢັ້ງຢືນແລະຮັບຮູ້ຢູ່ພາຍໃນປະເທດກ່ຽວກັບ ການມີຊື່ສຽງຂອງເຄື່ອງໝາຍຢ່າງຫຼວງຫຼາຍ; 3.7. ການລົງທຶນເຂົ້າໃສ່ເຄື່ອງໝາຍມີມູນຄ່າສູງ. ເຄື່ອງໝາຍການຄ້າທີ່ມີຊື່ສຽງຈະໄດ້ຮັບການປົກປ້ອງຕາມລະ ບຽບກົດໝາຍບໍ່ວ່າຈະໄດ້ຈົດທະບຽນໄວ້ແລ້ວຫຼືບໍ່ກໍ່ຕາມ.

....ມາດຕາ 17 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບຜັງວົງຈອນລວມ

ມາດຕາ 17 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບຜັງວົງຈອນ ລວມ ສິ່ງທີ່ຈະໄດ້ຮັບໃບຢັ້ງຢືນແບບຜັງວົງຈອນລວມຕ້ອງມີເງື່ອນໄຂ ຄົບຖ້ວນດັ່ງນີ້: 1. ເປັນແບບຜັງຕົ້ນສະບັບທີ່ບໍ່ຄືຂອງໃຜໝາຍຄວາມວ່າແບບນັ້ນ ແມ່ນຜົນຂອງຄວາມພະຍາຍາມທາງປັນຍາຂອງຜູ້ປະດິດສ້າງເອງແລະ ເປັນເລື່ອງທີ່ເດັ່ນໃນວົງການນັກສ້າງແບບຜັງແລະຜູ້ຜະລິດວົງຈອນລວມ ໃນເວລາສ້າງແບບຜັງດັ່ງກ່າວ; 2. ເປັນແບບຜັງທີ່ປະກອບດ້ວຍການປະສານຮ່ວມກັນລະຫວ່າງ ສ່ວນປະກອບແລະສ່ວນເຊື່ອມຕໍ່ຊຶ່ງໂດຍທົ່ວໄປແລ້ວຈະຕ້ອງໄດ້ຮັບການ ປົກປ້ອງໂດຍສະເພາະໃນກໍລະນີທີ່ມີການຕອບສະໜອງເງື່ອນໄຂຂອງຂໍ້ 1; 3. ຄໍາຮ້ອງຂໍຈົດທະບຽນໃຫ້ຍື່ນກ່ອນວັນທີ່ນໍາເອົາແບບຜັງວົງ ຈອນລວມໄປສະແຫວງຫາຜົນປະໂຫຍດເປັນປົກກະຕິແລະທາງການຄ້າ ໃນທົ່ວໂລກໂດຍເຈົ້າຂອງສິດຫຼືພາຍໃນສອງປີນັບແຕ່ວັນດັ່ງກ່າວເປັນຕົ້ນ ມາ.

....ມາດຕາ 18 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແຫຼ່ງກໍາເນີດ

ມາດຕາ 18 (ປັບປຸງ) ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແຫຼ່ງກໍາເນີດ ແຫຼ່ງກໍາເນີດທີ່ຈະໄດ້ຮັບໃບຢັ້ງຢືນຕ້ອງມີເງື່ອນໄຂຄົບຖ້ວນດັ່ງ ນີ້: 1. ໃຊ້ເພື່ອບົ່ງບອກໃຫ້ເຫັນແຫຼ່ງທີ່ມາຂອງສິນຄ້າຈາກດິນແດນ ,ເຂດຫຼືທ້ອງຖິ່ນຂອງປະເທດໃດໜຶ່ງ; 2. ພາໃຫ້ສິນຄ້າມີຄຸນນະພາບແລະມີຊື່ສຽງຫຼືຄຸນລັກສະນະອື່ນ ແມ່ນຍ້ອນແຫຼ່ງກໍາເນີດທາງພູມສາດເປັນສ່ວນສໍາຄັນ,ຄຸນນະພາບ,ຊື່ ສຽງຫຼືຄຸນລັກສະນະອື່ນນັ້ນແມ່ນອີງໃສ່ປັດໃຈຂອງທໍາມະຊາດທີ່ປະກອບ ດ້ວຍສະພາບຂອງດິນ,ອາກາດ,ນໍ້າ,ລະບົບນິເວດແລະເງື່ອນໄຂທໍາມະ ຊາດອື່ນຫຼືປັດໄຈຂອງມະນຸດທີ່ປະກອບດ້ວຍຄວາມຊໍານິຊໍານານແລະ ປະສົບການຂອງຜູ້ຜະລິດແລະກໍາມະວິທີການຜະລິດທີ່ມີມາແບບດັ່ງເດີມ ຂອງທ້ອງຖິ່ນນັ້ນ.

....ມາດຕາ 19 (ໃໝ່) ຊື່ການຄ້າ

ມາດຕາ 19 (ໃໝ່) ຊື່ການຄ້າ ຊື່ການຄ້າຈະເປັນຫຼືບໍ່ເປັນສ່ວນໜຶ່ງຂອງເຄື່ອງໝາຍການຄ້າກໍ່ ຈະໄດ້ຮັບການປົກປ້ອງເຖິງວ່າບໍ່ໄດ້ຈົດທະບຽນກໍ່ຕາມ.

....ມາດຕາ 20 (ປັບປຸງ) ເງື່ອນໄຂທີ່ຈະເປັນຄວາມລັບທາງການຄ້າ

ມາດຕາ 20 (ປັບປຸງ) ເງື່ອນໄຂທີ່ຈະເປັນຄວາມລັບທາງການຄ້າ ຂໍ້ມູນທີ່ຈະຖືກພິຂາລະນາເປັນຄວາມລັບທາງການຄ້າຕ້ອງມີ ເງື່ອນໄຂຄົບຖ້ວນດັ່ງນີ້: 1. ແມ່ນຂໍ້ມູນຊຶ່ງຍັງບໍ່ເປັນທີ່ຮູ້ຈັກໃນກຸ່ມບຸກຄົນຫຼືຍັງບໍ່ທັນສາ ມາດເຂົ້າເຖິງໄດ້ຢ່າງງ່າຍດາຍສໍາລັບບຸກຄົນທີ່ກ່ຽວຂ້ອງຢູ່ໃນວົງການ ກໍາກັບຂໍ້ມູນປະເພດຕ່າງໆເຊັ່ນສຸດ,ກໍາມະວິທີການຜະລິດຫຼືຂໍ້ມູນໃດໜຶ່ງ; 2. ແມ່ນຂໍ້ມູນທີ່ມີຄຸນຄ່າທາງການຄ້າ; 3. ແມ່ນຂໍ້ມູນທີ່ມີຂັ້ນຕອນທີ່ເໝາະສົມໃນການເກັບຮັກສາເປັນ ຄວາມລັບຕາມແຕ່ກໍລະນີໂດຍຜູ້ຄວບຄຸມກວດກາຂໍ້ມູນດັ່ງກ່າວຢ່າງຖືກ ຕ້ອງຕາມກົດໝາຍ.

...ໝວດທີ 2 ຊັບສິນອຸດສາຫະກໍາທີ່ບໍ່ສາມາດຈົດທະບຽນ


....ມາດຕາ 21 (ປັບປຸງ) ການປະດິດສ້າງຫຼືສິ່ງປະດິດທີ່ບໍ່ສາມາດຂໍຮັບສິດທິບັດຫຼືອະນຸສິດທິບັດ

ມາດຕາ 21 (ປັບປຸງ) ການປະດິດສ້າງຫຼືສິ່ງປະດິດທີ່ບໍ່ສາມາດຂໍຮັບສິດ ທິບັດຫຼືອະນຸສິດທິບັດ ການປະດິດສ້າງຫຼືສິ່ງປະດິດທີ່ບໍ່ສາມາດຂໍຮັບສິດທິບັດຫຼືອະນຸສິດທິ ບັດມີດັ່ງນີ້: 1. ການປະດິດສ້າງຫຼືສິ່ງປະດິດທີ່ບໍ່ເປັນສິ່ງໃໝ່ຖ້າຫາກເປັນສິ່ງ ຄົ້ນພົບທີ່ມີມາກ່ອນແລ້ວລວມທັງສິ່ງທີ່ມີຊີວິດແລະສ່ວນປະກອບສ່ວນໃດ ໜຶ່ງຂອງສິ່ງທີ່ມີຢູ່ຕາມທໍາມະຊາດ; 2. ສິ່ງທີ່ບໍ່ແມ່ນການປະດິດສ້າງແລະບໍ່ເປັນອົງປະກອບເພື່ອການ ແກ້ໄຂທາງວິຊາການຖ້າຫາກເປັນພຽງຫຼັກການຫຼືທິດສະດິວິທະຍາສາດ ,ສູດຄິດໄລ່ຄະນິດສາດຫຼືກົດເກນຄົບຊຸດເພື່ອດໍາເນີນທຸລະກິດຫຼືຫຼິ້ນເກມ ເທົ່ານັ້ນເຖິງແມ່ນວ່າສິ່ງເຫຼົ່ານັ້ນຈະມີອົງປະກອບທີ່ເປັນການປະດິດສ້າງ ຫຼືສິ່ງປະດິດກໍ່ຕາມ; 3. ວິທີການບົ່ງມະຕິພະຍາດ,ວິທີການປິ່ນປົວແລະວິທີການຜ່າຕັດ ເພື່ອປິ່ນປົວຄົນແລະສັດ; 4. ພືດແລະສັດໂດຍສະເພາະຂະບວນການທາງຊີວະວິທະຍາ ເພື່ອຜະລິດພືດແລະສັດເຖິງແມ່ນວ່າສິ່ງເຫຼົ່ານັ້ນຈະມີອົງປະກອບທີ່ເປັນ ການປະດິດສ້າງຫຼືສິ່ງປະດິດກໍ່ຕາມນອກຈາກຈຸລິນຊີເທົ່ານັ້ນ.

ສິດທິບັດຫຼືອານຸສິດທະບັດອາດຖືກປະຕິເສດຫຼືການສະແຫວງຫາ ຜົນປະໂຫຍດຈາກສິດທິບັດຫຼືອະນຸສິດທິບັດຈະຖືກຈໍາກັດໃນກໍລະນີດັ່ງນີ້: 1. ເພື່ອປ້ອງກັນການສະແຫວງຫາຜົນປະໂຫຍດທາງການຄ້າ, ປົກປ້ອງວັດທະນະທໍາແລະຮີດຄອງປະເພນີອັນດີງາມຂອງຊາດ,ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມແລະສິນລະທໍາລວມທັງການປົກປ້ອງ ຊີວິດຂອງມະນຸດ,ສັດຫຼືພືດ,ສຸຂະພາບຫຼືເພື່ອຫຼີກເວັ້ນການກໍ່ຄວາມເສຍ ຫາຍທີ່ຮ້າຍແຮງຕໍ່ສິ່ງແວດລ້ອມ; 2. ເພື່ອປົກປ້ອງຄວາມໝັ້ນຄົງແລະສະຫງົບສຸກຂອງ ສປປລາວ.

....ມາດຕາ 22 (ປັບປຸງ) ແບບທີ່ບໍ່ສາມາດໃຫ້ຈົດທະບຽນແບບອຸດສາຫະກໍາ

ມາດຕາ 22 (ປັບປຸງ) ແບບທີ່ບໍ່ສາມາດໃຫ້ຈົດທະບຽນແບບອຸດສາຫະ ກໍາ ແບບທີ່ບໍ່ສາມາດໃຫ້ຈົດທະບຽນແບບອຸດສາຫະກໍາມີດັ່ງນີ້: 1. ແບບທີ່ມີຮູບຊົງພາຍນອກເກີດຈາກຮູບຊົງເຕັກນິກຂອງວັດຖຸ ຊຶ່ງໃນນັ້ນແບບໄດ້ຖືກນໍາມາໃຊ້ຫຼືສ້າງໃຫ້ເປັນຮູບຮ່າງຂຶ້ນມາ; 2. ແບບທີ່ຂັດຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະ ຮີດຄອງປະເພນີອັນດີງາມຂອງຊາດ.

....ມາດຕາ 23 (ປັບປຸງ) ເຄື່ອງໝາຍທີ່ບໍ່ສາມາດໃຫ້ຈົດທະບຽນເຄື່ອງໝາຍການຄ້າ

ມາດຕາ 23 (ປັບປຸງ) ເຄື່ອງໝາຍທີ່ບໍ່ສາມາດໃຫ້ຈົດທະບຽນເຄື່ອງ ໝາຍການຄ້າ ເຄື່ອງໝາຍທີ່ບໍ່ສາມາດໃຫ້ຈົດທະບຽນເຄື່ອງໝາຍການຄ້າມີດັ່ງ ນີ້: 1. ເຄື່ອງໝາຍທີ່ບໍ່ສາມາດຈໍາແນກໄດ້ລະຫວ່າງສິນຄ້າຫຼືການ ບໍລິການຂອງຜູ້ຮ້ອງຂໍຮັບສິດກັບເຄື່ອງໝາຍຂອງບຸກຄົນ,ນິຕິບຸກຄົນຫຼື ການຈັດຕັ້ງອື່ນ; 2. ເຄື່ອງໝາຍທີ່ປະກອບດ້ວຍສັນຍາລັກຫຼືສິ່ງບົ່ງບອກລັກສະນະ ທີ່ອາດໃຊ້ໃນທາງການຄ້າເພື່ອຊີ້ບອກຊະນິດ,ຄຸນນະພາບ,ປະລິມານ, ເຈດຈໍານົງ,ມູນຄ່າ,ຕົ້ນກໍາເນີດຂອງສິນຄ້າຫຼືເວລາຜະລິດຫຼືເຄື່ອງໝາຍ ທີ່ໄດ້ກາຍເປັນທໍານຽມຂອງພາສາທີ່ໃຊ້ກັນໃນຂະນະນີ້ຫຼືດ້ວຍຄວາມສຸດ ຈະລິດແລະໄດ້ຖືກສ້າງເປັນທໍານຽມປະຕິບັດທາງການຄ້າຢູ່ ສປປລາວ; 3. ເຄື່ອງໝາຍທີ່ມີລັກສະນະພາໃຫ້ສາທາລະນະຊົນຫຼືວົງການ ການຄ້າເຂົ້າໃນຜິດຫຼືເຄື່ອງໝາຍທີ່ມີລັກສະນະຫຼອກລວງ; 4. ເຄື່ອງໝາຍທີ່ປະກອບດ້ວຍຫຼືບັນຈຸສິ່ງບົ່ງບອກວ່າເມື່ອມີການ ນໍາໃຊ້ໃນຂະບວນການຄ້າມີສ່ວນເຮັດໃຫ້ສາທາລະນະຊົນເຂົ້າໃນຜິດ ກ່ຽວກັບຕົ້ນກໍາເນີດ,ທາດແທ້,ຂະບວນການຜະລິດ,ຄຸນລັກສະນະ,ຄວາມ ເໝາະສົມກັບຈຸດປະສົງຂອງເຄື່ອງໝາຍນັ້ນຫຼືປະລິມານຂອງສິນຄ້າແລະ ການບໍລິການ; 5. ເຄື່ອງໝາຍທີ່ປະກອບດ້ວຍຫຼືບັນຈຸເຄື່ອງໝາຍຊາດ,ທຸງຊາດ ,ກາໝາຍທາງການ,ສັນຍາລັກທາງວັດທະນະທໍາຫຼືຄໍາຫຍໍ້ຫຼືຊື່ເຕັມຂອງ ຕົວເມືອງ,ເທດສະບານແລະແຂວງ,ນະຄອນຂອງສປປລາວແລະຂອງ ຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຈັດຕັ້ງຂອງລັດຖະ ບານທີ່ກ່ຽວຂ້ອງ; 6. ເຄື່ອງໝາຍທີ່ປະກອບດ້ວຍຫຼືບັນຈຸເຄື່ອງໝາຍຂອງອົງການ ຈັດຕັ້ງສາກົນຫຼືສັນຍາລັກທີ່ເກີດຈາກສົນທິສັນຍາສາກົນ,ກາປະທັບທາງ ການຫຼືສັນຍາລັກຂອງລັດຫຼືອົງການຈັດຕັ້ງສາກົນໂດຍບໍ່ໄດ້ຮັບອະນຸຍາດ ຈາກລັດຫຼືອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ; 7. ເຄື່ອງໝາຍທີ່ປະກອບດ້ວຍຫຼືມີຊື່,ຮູບຫຼືມີຄວາມຄ້າຍຄືກັນກັບ ບຸກຄົນທີ່ຍັງມີຊີວິດຢູ່ໂດຍບໍ່ໄດ້ຮັບອະນຸຍາດ; 8. ເຄື່ອງໝາຍທີ່ປະກອບດ້ວຍຫຼືມີຮູບຂອງສັນຍາລັກທາງວັດທະ ນະທໍາຫຼືອະນຸສອນສະຖານ,ປະຫວັດສາດຫຼືຊື່ຫຼືຮູບຫຼືຄວາມຄ້າຍຄືກັນກັບ ວິລະຊົນແຫ່ງຊາດຫຼືຜູ້ນໍາຫຼືເຄື່ອງໝາຍທີ່ອາດເປັນການໝິ່ນປະໝາດຫຼື ຂັດກັບຮີດຄອງປະເພນີອັນດີງາມຂອງຊາດ; 9. ເຄື່ອງໝາຍທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍການຄ້າທີ່ໄດ້ ຈົດທະບຽນແລ້ວສໍາລັບສິນຄ້າແລະການບໍລິການອັນດຽວກັນ,ຄ້າຍຄືກັນ ຫຼືກ່ຽວຂ້ອງກັນ; 10. ເຄື່ອງໝາຍທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍທີ່ມີຊື່ສຽງ ສໍາລັບສິນຄ້າແລະການບໍລິການອັນດຽວກັນ,ຄ້າຍຄືກັນຫຼືກ່ຍວຂ້ອງກັນ; 11. ເຄື່ອງໝາຍທີ່ຄືກັນຫຼືຄ້າຍຄືກັນກັບຊື່ການຄ້າສໍາລັບທຸລະກິດ ທີ່ໃຫ້ການບໍລິການສິນຄ້າຫຼືການບໍລິການອັນດຽວກັນ,ຄ້າຍຄືກັນຫຼືກ່ຽວ ຂ້ອງກັນ; 12. ເຄື່ອງໝາຍທີ່ກ່າວມາເທິງນີ້ຊຶ່ງອາດກໍ່ໃຫ້ເກີດຄວາມສັບ ສົນກ່ຽວກັບແຫຼ່ງທີ່ມາຂອງສິນຄ້າຫຼືການບໍລິການຫຼືສະແດງໃຫ້ເຫັນ ຄວາມສໍາພັນຢ່າງບໍ່ຖືກຕ້ອງກັບເຄື່ອງໝາຍການຄ້າທີ່ໄດ້ຈົດທະບຽນ ແລ້ວຫຼືເຄື່ອງໝາຍທີ່ມີຊື່ສຽງຫຼືຊື່ການຄ້າ; 13. ເຄື່ອງໝາຍທີ່ປະກອບດ້ວຍຫຼືບັນຈຸແຫຼ່ງກໍາເນີດຊຶ່ງກໍານົດ ສະຖານທີ່ແຕ່ບໍ່ແມ່ນຕົ້ນກໍາເນີດຂອງສິນຄ້າທີ່ແທ້ຈິງ; 14. ເຄື່ອງໝາຍທີ່ປະກອບດ້ວຍຫຼືບັນຈຸແຫຼ່ງກໍາເນີດເຖິງວ່າຈະ ຖືກຕ້ອງແທ້ຈິງວ່າແມ່ນອານາເຂດ,ຂົງເຂດຫຼືທ້ອງຖິ່ນຊຶ່ງເປັນຕົ້ນກໍາ ເນີດຂອງສິນຄ້າ,ເຮັດໃຫ້ສາທາລະນະຊົນເຂົ້າໃນຜິດວ່າສິນຄ້ານັ້ນມີຕົ້ນ ກໍາເນີດມາແຕ່ອານາເຂດອື່ນ; 15. ເຄື່ອງໝາຍທີ່ປະກອບດ້ວຍຫຼືບັນຈຸສິ່ງທີ່ອາດສ້າງຄວາມ ເສື່ອມເສຍຫຼືສະແດງໃຫ້ເຫັນຄວາມສໍາພັນທີ່ບໍ່ຖືກຕ້ອງກັບບຸກຄົນມີຊີວິດ ຫຼືເສຍຊີວິດແລ້ວ,ສະຖາບັນ,ຄວາມເຊື່ອຖືຫຼືສັນຍາລັກຂອງຊາດຫຼືນໍາມາ ແຫຼ່ງການໝິ່ນປະໝາດຫຼືທໍາລາຍຊື່ສຽງ; 16. ເຄື່ອງໝາຍທີ່ມີລັກສະນະສ້າງຄວາມສັບສົນກ່ຽວກັບສະ ຖານທີ່ສິນຄ້າຫຼືກິດຈະກໍາທາງດ້ານອຸດສາຫະກໍາຫຼືການຄ້າຂອງຄູ່ແຂ່ງ ຂັນ; 17. ເຄື່ອງໝາຍທີ່ມີລັກສະນະທໍາລາຍຄວາມເຊື່ອໝັ້ນກ່ຽວກັບ ສະຖານທີ່ຂອງສິນຄ້າຫຼືກິດຈະກໍາທາງດ້ານອຸດສາຫະກໍາຫຼືການຄ້າຂອງ ຄູ່ແຂ່ງຂັນ; 18. ເຄື່ອງໝາຍທີ່ຂັດກັບຄວາມໝັ້ນຄົງຂອງຊາດ,ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ,ວັດທະນະທໍາແລະຮີດຄອງປະເພນີອັນດີ ງາມຂອງຊາດ. ລັກສະນະຂອງສິນຄ້າຫຼືການບໍລິການທີ່ນໍາໃຊ້ເຄື່ອງໝາຍການ ຄ້າຕ້ອງບໍ່ເປັນອຸປະສັກໃຫ້ແກ່ການຈົດທະບຽນເຄື່ອງໝາຍການຄ້າບໍ່ວ່າ ໃນຮູບແບບໃດກໍ່ຕາມ.

....ມາດຕາ 24 ສິ່ງທີ່ບໍ່ສາມາດຈົດທະບຽນແບບຜັງວົງຈອນລວມ

ມາດຕາ 24 ສິ່ງທີ່ບໍ່ສາມາດຈົດທະບຽນແບບຜັງວົງຈອນລວມ ສິ່ງທີ່ບໍ່ສາມາດຈົດທະບຽນແບບຜັງວົງຈອນລວມມີດັ່ງນີ້: 1. ຫຼັກການ,ກໍາມະວິທີ,ລະບົບຫຼືວິທີການປະຕິບັດງານຂອງວົງ ຈອນລວມ; 2. ຂໍ້ມູນຂ່າວສານຫຼືຊອບແວທີ່ບັນຈຸຢູ່ໃນວົງຈອນລວມ.

....ມາດຕາ 25 (ປັບປຸງ) ແຫຼ່ງກໍາເນີດທີ່ບໍ່ສາມາດຈົດທະບຽນ

ມາດຕາ 25 (ປັບປຸງ) ແຫຼ່ງກໍາເນີດທີ່ບໍ່ສາມາດຈົດທະບຽນ ແຫຼ່ງກໍາເນີດທີ່ບໍ່ສາມາດຈົດທະບຽນມີດັ່ງນີ້: 1. ແຫຼ່ງກໍາເນີດທີ່ພາໃຫ້ເກີດຄວາມເຂົ້າໃຈຜິດຫຼືສັບສົນກ່ຽວກັບ ແຫຼ່ງທີ່ມາຂອງສິນຄ້າດັ່ງກ່າວ; 2. ຊື່ຂອງແຫຼ່ງກໍາເນີດທີ່ໄດ້ກາຍມາເປັນຊື່ຂອງສິນຄ້າທີ່ເປັນປະ ເພນີແລ້ວໃນ ສປປລາວ; 3. ແຫຼ່ງກໍາເນີດກ່ຽວກັບຜະລິດຕະພັນເຫຼົ້າແວັງຊຶ່ງຊີ້ບອກລັກສະ ນະຄືກັນກັບຊື່ທີ່ນໍາໃຊ້ເປັນປະເພນີມາແລ້ວຂອງສາຍພັນໝາກອະງຸ່ນທີ່ມີ ຢູ່ໃນ ສປປລາວ; 4. ແຫຼ່ງກໍາເນີດຂອງປະເທດອື່ນທີ່ບໍ່ໄດ້ຮັບການປົກປ້ອງຫຼືສິ້ນສຸດ ການປົກປ້ອງຢູ່ໃນປະເທດຕົ້ນກໍາເນີດຫຼືໄດ້ຖືກເຊົາໃຊ້ຢູ່ໃນປະເທດນັ້ນ; 5. ແຫຼ່ງກໍາເນີດທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍການຄ້າທີ່ໄດ້ ຮັບການປົກປ້ອງແລ້ວຊຶ່ງພາໃຫ້ເກີດຄວາມເຂົ້າໃນຜິດກ່ຽວກັບແຫຼ່ງທີ່ ມາຂອງສິນຄ້າດັ່ງກ່າວ; 6. ແຫຼ່ງກໍາເນີດທີ່ອອກສຽງຄືກັນກັບແຫຼ່ງກໍາເນີດທີ່ໄດ້ຮັບການ ປົກປ້ອງສໍາລັບເຫຼົ້າແວັງ.

...ໝວດທີ 3 ການປົກປ້ອງຊັບສິນອຸດສາຫະກໍາ


....ມາດຕາ 26 (ໃໝ່) ບຸກຄົນທີ່ມີສິດໄດ້ຮັບການປົກປ້ອງຊັບສິນອຸດສາຫະກໍາ

ມາດຕາ 26 (ໃໝ່) ບຸກຄົນທີ່ມີສິດໄດ້ຮັບການປົກປ້ອງຊັບສິນອຸດສາ ຫະກໍາ ບຸກຄົນທີ່ມີສິດໄດ້ຮັບການປົກປ້ອງຊັບສິນອຸດສາຫະມີດັ່ງນີ້: 1. ພົນລະເມືອງລາວຫຼືຜູ້ມີທີ່ຢູ່ອາໄສຢູ່ ສປປລາວ ຫຼືນິຕິບຸກຄົນຫຼື ການຈັດຕັ້ງທີ່ສ້າງຕັ້ງຂຶ້ນພາຍໃຕ້ກົດໝາຍຂອງ ສປປລາວ; 2. ບຸກຄົນທີ່ມີສັນຊາດຂອງປະເພດໃດໜຶ່ງຊຶ່ງເປັນພາຄີຂອງສົນ ທິສັນຍາປາຣີຫຼືຂໍ້ຕົກລົງສາກົນອື່ນກ່ຽວກັບການປົກປ້ອງຊັບສິນອຸດສາຫະ ກໍາທີ່ ສປປລາວ ເຂົ້າຮ່ວມເປັນພາຄີ; 3. ບຸກຄົນທີ່ມີທີ່ຢູ່ອາໄສຢູ່ ສປປລາວ ຫຼືຢູ່ໃນອານາເຂດຂອງປະ ເທດທີ່ເປັນພາຄີຂອງສົນທິສັນຍາປາຣີແລະຂໍ້ຕົກລົງສາກົນອື່ນກ່ຽວກັບ ການປົກປ້ອງຊັບສິນອຸດສາຫະກໍາທີ່ ສປປລາວ ເຂົ້າຮ່ວມເປັນພາຄີ; 4. ບຸກຄົນ,ນິຕິບຸກຄົນຫຼືການຈັັດຕັ້ງທີ່ມີສະຖານທີ່ດໍາເນີນການຄ້າ ແລະອຸດສາຫະກໍາຕົວຈິງແລະມີປະສິດທິຜົນຢູ່ໃນອານາເຂດຂອງປະເທດ ໃດໜຶ່ງທີ່ເປັນພາຄີຂອງສົນທິສັນຍາປາຣີຫຼືຂໍ້ຕົກລົງສາກົນອື່ນກ່ຽວກັບ ການປົກປ້ອງຊັບສິນອຸດສາຫະກໍາທີ່ ສປປລາວ ເຂົ້າຮ່ວມເປັນພາຄີ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ່າງປະເທດທີ່ມີສິດໄດ້ຮັບການ ປົກປ້ອງດ້ານຊັບສິນອຸດສາຫະກໍາກໍ່ຈະໄດ້ຮັບການປະຕິບັດຢ່າງເທົ່າ ທຽມກັນກັບພົນລະເມືອງລາວບົນເງື່ອນໄຂທີ່ມີຜູ້ຕາງໜ້າຂອງຕົນຢູ່ສປ ປລາວ.

....ມາດຕາ 27 (ປັບປຸງ) ການຍື່ນຄໍາຮ້ອງຂໍ

ມາດຕາ 27 (ປັບປຸງ) ການຍື່ນຄໍາຮ້ອງຂໍ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດສາ ມາດຍື່ນຄໍາຮ້ອງຂໍສິດທິບັດ,ອະນຸສິດທິບັດຫຼືຂໍຈົດທະບຽນຊັບສິນອຸດສາຫະ ກໍາຕໍ່ກະຊວງວິທະຍາສາດແລະເຕັກໂນໂລຊີຫຼືອົງການຈັດທະບຽນຊັບສິນ ອຸດສາຫະກໍາສາກົນທີ່ ສປປລາວ ເປັນພາຄີ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ຢູ່ຕ່າງປະເທດຊຶ່ງມີຈຸດປະສົງຂໍ ຈົດທະບຽນຊັບສິນອຸດສາຫະກໍາຢູ່ ສປປລາວ ຕ້ອງໄດ້ມີຕົວແທນທີ່ຖືກ ຕ້ອງຕາມກົດໝາຍຢູ່ ສປປລາວ. ຜູ້ຮ້ອງຂໍທີ່ບໍ່ມີສະຖານທີ່ດໍາເນີນທຸລະກິດເພື່ອໃຫ້ເປັນບ່ອນຕິດຕໍ່ ທາງການຫຼືບໍ່ມີທີ່ຢູ່ອາໄສຢູ່ ສປປລາວ ຕ້ອງແຕ່ງຕັ້ງຜູ້ຕ່າງນ້າທີ່ຖືກ ຕ້ອງຕາມກົດໝາຍຂອງຕົນຢູ່ ສປປລາວ ເພື່ອດໍາເນີນທຸລະກໍາທີ່ກ່ຽວ ຂ້ອງກັບວຽກງານຊັບສິນທາງປັນຍາຢູ່ ສປປລາວ. ສໍານວນຄໍາຮ້ອງຂໍຕ້ອງປະກອບດ້ວຍເອກະສານຕ່າງທີ່ໄດ້ກໍານົດ ໄວ້ໃນ ມາດຕາ 31 ຫາ ມາດຕາ 35 ຂອງກົດໝາຍສະບັບນີ້.

....ມາດຕາ 28 (ປັບປຸງ) ຫຼັກການໃນການພິຈາລະນາຄໍາຮ້ອງຂໍ

ມາດຕາ 28 (ປັບປຸງ) ຫຼັກການໃນການພິຈາລະນາຄໍາຮ້ອງຂໍ ໃນກໍລະນີທີ່ມີການຍື່ນຫຼາຍຄໍາຮ້ອງຂໍສິດທິບັດ,ອະນຸສິດທິບັດຫຼືຂໍ ຈົດທະບຽນຊັບສິນອຸດສາຫະກໍາອື່ນໃນເລື່ອງດຽວກັນແມ່ນໃຫ້ພິຈາລະ ນາບົນຫຼັກການຄໍາຮ້ອງຂໍທີ່ຍື່ນກ່ອນໝູ່ໂດຍຍຶດຖືວັນບູລິມະສິດ(ຖ້າຫາກ ມີ)ເມື່ອຄໍາຮ້ອງຂໍດັ່ງກ່າວຫາກຄົບຖ້ວນຕາມເງື່ອນໄຂ.

....ມາດຕາ 29 (ປັບປຸງ) ວັນບູລິມະສິດ

ມາດຕາ 29 (ປັບປຸງ) ວັນບູລິມະສິດ ໃນສໍານວນຄໍາຮ້ອງຂໍສິດທິບັດ,ອະນຸສິດທະບັດ,ການຈົດທະບຽນ ແບບອຸດສາຫະກໍາຫຼືເຄື່ອງໝາຍການຄ້າໃດໜຶ່ງອາດປະກອບເອກະສານ ກ່ຽວກັບວັນບູລິມະສິດໂດຍອີງໃສ່ຄໍາຮ້ອງຂໍໜຶ່ງອັນຫຼືຫຼາຍອັນທີ່ໄດ້ຍື່ນ ກ່ອນໜ້ານີ້ຢູ່ພາຍໃນປະເທດ,ຂົງເຂດຫຼືສາກົນທີ່ຜູ້ຮ້ອງຂໍຫຼືຜູ້ມີສິດຄົນກ່ອນ ຢູ່ ສປປລາວ ຫຼືຢູ່ຕ່າງປະເທດຫຼືຫ້ອງການຈົດທະບຽນຊັບສິນອຸດສາຫະ ກໍາອື່ນຊຶ່ງເປັນພາຄີຂອງຂໍ້ຕົກລົງສາກົນທີ່ສປປລາວເປັນພາຄີແລະໄດ້ ກໍານົດສິດກ່ຽວກັບບູລິມະສິດ.ສໍາລັບເງື່ອນໄຂໃນການຂໍຮັບວັນບູລິມະສິດ ນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ເມື່ອໄດ້ຍື່ນເອກະສານຂໍຮັບວັນບູລິມະສິດແລ້ວທຸກເອກະສານທີ່ ຍື່ນຕາມຫຼັງກ່ອນໝົດອາຍຸວັນບູລິມະສິດຕາມທີ່ໄດ້ກ່າວໄວ້ລຸ່ມນີ້ຈະບໍ່ຖືວ່າ ເປັນໂມຄະຍ້ອນການກະທໍາໃດໜຶ່ງໃນໄລຍະນັ້ນເປັນຕົ້ນການຍື່ນເອກະ ສານອື່ນ,ການພິມເຜີຍແຜ່ຫຼືການສະແຫວງຫາຜົນປະໂຫຍດຈາກການ ປະດິດສ້າງ,ການວາງຈໍາໜ່າຍຜະລິດຕະພັນຈາກແບບອຸດສາຫະກໍາຫຼື ການນໍາໃຊ້ເຄື່ອງໝາຍແລະການກະທໍາເຫຼົ່ານັ້ນບໍ່ສາມາດອ້າງສິດໃຫ້ ບຸກຄົນທີສາມຫຼືສິດໃດໜຶ່ງໃຫ້ແກ່ການຄອບຄອງສ່ວນຕົວ. ເມື່ອໄດ້ຍື່ນເອກະສານຂໍຮັບວັນບູລິມະສິດແລ້ວຜູ້ຮ້ອງຂໍຕ້ອງຍື່ນ ສໍາເນົາສໍານວນຄໍາຮ້ອງນັ້ນເພື່ອເປັນບ່ອນອີງໃຫ້ແກ່ການຂໍຮັບວັນບູລິ ມະສິດຢູ່ ສປປລາວ,ຢັ້ງຢືນຄວາມຖືກຕ້ອງຈາກບ່ອນທີ່ຮັບຄໍາຮ້ອງນັ້ນ ພ້ອມທັງສະແດງວັນທີ່ຮັບຄໍາຮ້ອງດັ່ງກ່າວ.ສໍາເນົາສໍານວນຄໍາຮ້ອງດັ່ງ ກ່າວບໍ່ຈໍາເປັນຕ້ອງຮັບຮອງຄວາມຖືກຕ້ອງແລະສາມາດຍື່ນໄດ້ພາຍໃນ ສາມເດືອນນັບແຕ່ວັນຍື່ນຄໍາຮ້ອງຂໍຢູ່ ສປປລາວເປັນຕົ້ນໄປໂດຍບໍ່ໄດ້ ເສຍຄ່າທໍານຽມແຕ່ຢ່າງໃດ. ເມື່ອຄໍາຮ້ອງຂໍຮັບວັນບູລິມະສິດຫາກບໍ່ຖືກຕ້ອງຕາມເງື່ອນໄຂທີ່ ໄດ້ກໍານົດໄວ້ນັ້ນຄໍາຮ້ອງຂໍຮັບວັນບູລິມະສິດດັ່ງກ່າວກໍ່ຈະບໍ່ໄດ້ນໍາມາພິ ຈາລະນາ.ໃນກໍລະນີດັ່ງກ່າວຫຼືໃນກໍລະນີທີ່ບໍ່ມີຄໍາຮ້ອງຂໍຮັບວັນບູລິມະສິດ ຫຼືຄໍາຮ້ອງຂໍຫາກໄດ້ຮັບພາຍຫຼັງໝົດອາຍຸວັນບູລິມະສິດຕາມທີ່ໄດ້ກໍານົດ ໄວ້ແລ້ວວັນຮ້ອງຂໍແມ່ນມີຜົນສັກສິດນັບແຕ່ວັນຮັບຄໍາຮ້ອງຂໍທີ່ຄົບຖ້ວນ ຕົວຈິງຢູ່ ສປປລາວ. ໄລຍະເວລາຂໍຮັບວັນບູລິມະສິດສໍາລັບສິດທິບັດແລະອະນຸສິດທິບັດ ແມ່ນສິບສອງເດືອນແລະສໍາລັບແບບອຸດສາຫະກໍາແລະເຄື່ອງໝາຍ ການຄ້າແມ່ນຫົກເດືອນນັບແຕ່ວັນໄດ້ຮັບວັນບູລິມະສິດເປັນຕົ້ນໄປ.

....ມາດຕາ 30 (ໃໝ່) ການປົກປ້ອງຊົ່ວຄາວການປະດິດສ້າງ,ສິ່ງປະດິດ,ແບບອຸດສາຫະກໍາແລະເຄື່ອງໝາຍການຄ້າຢູ່ສະຖານທີ່ວາງ

ມາດຕາ 30 (ໃໝ່) ການປົກປ້ອງຊົ່ວຄາວການປະດິດສ້າງ,ສິ່ງປະດິດ, ແບບອຸດສາຫະກໍາແລະເຄື່ອງໝາຍການຄ້າຢູ່ສະຖານທີ່ວາງສະແດງ ການປະດິດສ້າງ,ສິ່ງປະດິດ,ແບບອຸດສາຫະກໍາແລະເຄື່ອງໝາຍ ການຄ້າທີ່ຕິດພັນກັບສິນຄ້າເຄື່ອງຂອງຊຶ່ງໄດ້ຈັດວາງສະແດງຢ່າງເປັນ ທາງການຫຼືຢູ່ສະຖານທີ່ວາງສະແດງທີ່ສາກົນຮັບຮູ້ຕ້ອງໄດ້ຮັບການປົກ ປ້ອງຊົ່ວຄາວຖ້າຫາກມີການຮ້ອງຂໍການປົກປ້ອງນັ້ນແລະໄດ້ຍື່ນຄໍາຮ້ອງ ຂໍພາຍໃນຫົກເດືອນນັບແຕ່ວັນທີ່ໄດ້ວາງສະແດງສິນຄ້າຫຼືໃຫ້ບໍລິການຄັ້ງ ທໍາອິດຢູ່ສະຖານທີ່ວາງສະແດງນັ້ນ,ໃນກໍລະນີດັ່ງກ່າວຄໍາຮ້ອງຂໍຈະຖືວ່າ ໄດ້ຍື່ນແລ້ວໃນວັນທີທີ່ສິນຄ້າໄດ້ຖືກວາງສະແດງຄັ້ງທໍາອິດຢູ່ສະຖານທີ່ ວາງສະແດງດັ່ງກ່າວຖ້າວ່າການຮ້ອງຂໍປົກປ້ອງຊົ່ວຄາວພາຍໃຕ້ມາດ ຕານີ້ບໍ່ຖືກນໍາມາໃຊ້ເພື່ອຕໍ່ອາຍຸວັນຮ້ອງຂໍວັນບູລິມະສິດ.

....ມາດຕາ 31 (ປັບປຸງ) ສໍານວນຄໍາຮ້ອງຂໍຮັບສິດທິບັດຫຼືອະນຸສິດທິບັດ

ມາດຕາ 31 (ປັບປຸງ) ສໍານວນຄໍາຮ້ອງຂໍຮັບສິດທິບັດຫຼືອະນຸສິດທິບັດ ສໍານວນຄໍາຮ້ອງຂໍຮັບສິດທິບັດຫຼືອະນຸສິດທິບັດຕ້ອງປະກອບດ້ວຍ ເອກະສານດັ່ງນີ້: 1. ຄໍາຮ້ອງຂໍຮັບສິດທິບັດຫຼືອະນຸສິດທິບັດ; 2. ໃບມອບສິດທີ່ບົ່ງບອກຊື່ແລະທີ່ຢູ່ຂອງຜູ້ຕາງໜ້າຕົນຢູ່ ສປປ ລາວໃນກໍລະນີທີ່ຍື່ນຄໍາຮ້ອງຂໍຜ່ານຜູ້ຕ່າງໜ້າ; 3. ບົດອະທິບາຍກ່ຽວກັບການເປີດເຜີຍການປະດິດສ້າງຫຼືສິ່ງປະ ດິດຢ່າງຈະແຈ້ງແລະຄົບຖ້ວນເພື່ອໃຫ້ບຸກຄົນທີ່ມີຄວາມຮູ້ທົ່ວໄປໃນຂົງ ເຂດເຕັກໂນໂລຊີທີ່ກ່ຽວຂ້ອງເຂົ້າໃຈແລະໃຊ້ການປະດິດສ້າງຫຼືສິ່ງປະ ດິດນັ້ນໃຫ້ເປັນປະໂຫຍດ,ບົດອະທິບາຍຈະຕ້ອງເປີດເຜີຍວິທີທີ່ດີສຸດສໍາ ລັບການຜະລິດຫຼືນໍາໃຊ້ການປະດິດສ້າງຫຼືສິ່ງປະດິດ; 4. ໃນຂໍ້ຮຽກຮ້ອງຂໍຮັບສິດຕ້ອງກໍານົດຢ່າງຈະແຈ້ງຫົວຂໍ້ທີ່ຈະ ປົກປ້ອງແລະມີບົດອະທິບາຍສະໜັບສະໜູນຂໍ້ຮຽກຮ້ອງນັ້ນ; 5. ຮູບແຕ້ມ(ຖ້າຕ້ອງການເພື່ອໃຫ້ເຂົ້າໃຈການປະດິດສ້າງຫຼືສິ່ງ ປະດິດ); 6. ບົດສັງເຂດ; 7. ໃບຮັບເງິນຄ່າທໍານຽມ. ຄໍາຮ້ອງຂໍອາດຄັດຕິດເອກະສານຂໍຮັບວັນບູລິມະສິດ(ຖ້າຫາກມີ) ດັ່ງທີ່ໄດ້ກໍານົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້. ສໍານວນຄໍາຮ້ອງຂໍຮັບສິດທິບັດຫຼືອະນຸສິດທະບັດໜຶ່ງຊຸດສາມາດ ໃຊ້ໄດ້ສະເພາະແຕ່ການປະດິດສ້າງຫຼືສິ່ງປະດິດໜຶ່ງອັນເທົ່ານັ້ນຫຼືກຸ່ມໜຶ່ງ ຂອງການປະດິດສ້າງຫຼືສິ່ງປະດິດທີ່ພົວພັນເຖິງການປະກອບເປັນແນວ ຄວາມຄິດໃນການປະດິດອັນໜຶ່ງອັນດຽວຕາມການຈັດໝວດຂອງສາ ກົນ. ກະຊວງວິທະຍາສາດແລະເຕັກໂນໂລຊີຈະຮັບຄໍາຮ້ອງຂໍແລະໃຫ້ ວັນທີທີ່ຍື່ນຄໍາຮ້ອງຂໍຊຶ່ງຢ່າງໜ້ອຍຕ້ອງປະກອບດ້ວຍ: - ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຮ້ອງຂໍ; - ຊື່ຜູ້ປະດິດການປະດິດສ້າງຫຼືສິ່ງປະດິດ; - ບົດອະທິບາຍການປະດິດສ້າງຫຼືສິ່ງປະດິດ; - ຄ່າທໍານຽມຕາມລະບຽບການ. ຖ້າບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຫາກຕ້ອງການຮັບສິດທິບັດ ຫຼືອະນຸສິດທິບັດຕ້ອງຕອບສະໜອງທຸກເງື່ອນໄຂທີ່ກໍານົດໄວ້ໃຫ້ຄົບຖ້ວນ ພາຍໃນໄລຍະເວລາຕາມການກໍານົດຂອງກະຊວງວິທະຍາສາດແລະ ເຕັກໂນໂລຊີ.

....ມາດຕາ 32 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ

ມາດຕາ 32 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາມີດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ; 2. ໃບມອບສິດທີ່ບົ່ງບອກຊື່ແລະທີ່ຢູ່ຂອງຜູ້ຕາງໜ້າຕົນຢູ່ ສປປ ລາວໃນກໍລະນີທີ່ຍື່ນຄໍາຮ້ອງຂໍຜ່ານຜູ້ຕາງໜ້າ; 3. ຮູບແຕ້ມຫຼືຮູບຖ່າຍຈໍານວນໜຶ່ງຮູບຫຼືຫຼາຍຮູບທີ່ບົ່ງບອກເຖິງ ແບບອຸດສາຫະກໍາຢ່າງຈະແຈ້ງເພື່ອສະແດງໃຫ້ເຫັນລັກສະນະຮູບຊົງ ຂອງແບບນັ້ນ; 4. ບົດອະທິບາຍໂດຍສັງເຂບກ່ຽວກັບຊະນິດສິນຄ້າທີ່ກ່ຽວຂ້ອງ ກັບແບບອຸດສາຫະກໍາ; 5. ໃບຮັບເງິນຄ່າທໍານຽມ. ຄໍາຮ້ອງຂໍອາດຄັດຕິດເອກະສານຂໍຮັບວັນບູລິມະສິດ (ຖ້າຫາກມີ) ດັ່ງທີ່ໄດ້ກໍານົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້. ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາສາມາດໃຊ້ໄດ້ ສະເພາະແບບອຸດສາຫະກໍາດຽວຫຼືໃນຊຸດດຽວກັນທີ່ກ່ຽວກັບແບບດັ່ງ ກ່າວສໍາລັບໝວດດຽວກັນຕາມການຈັດໝວດຂອງສາກົນ. ກະຊວງວິທະຍາສາດແລະເຕັກໂນໂລຊີຈະຮັບຄໍາຮ້ອງຂໍແລະໃຫ້ ວັນທີທີ່ຍື່ນຄໍາຮ້ອງຂໍຊຶ່ງຢ່າງໜ້ອຍຕ້ອງປະກອບດ້ວຍ: - ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຮ້ອງຂໍ; - ຮູບແຕ້ມຫຼືຮູບຖ່າຍ; - ຄ່າທໍານຽມຕາມລະບຽບການ. ຖ້າບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຫາກຕ້ອງການຈົດທະບຽນ ແບບອຸດສາຫະກໍາຕ້ອງຕອບສະໜອງທຸກເງື່ອນໄຂທີ່ກໍານົດໄວ້ໃຫ້ຄົບ ຖ້ວນພາຍໃນໄລຍະເວລາຕາມການກໍານົດຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີ.

....ມາດຕາ 33 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ

ມາດຕາ 33 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍ ການຄ້າ ສໍານວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າປະກອບດ້ວຍ ເອກະສານດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ; 2. ໃບມອບສິດທີ່ບົ່ງບອກຊື່ແລະທີ່ຢູ່ຂອງຜູ້ຕາງໜ້າຕົນຢູ່ສປປ ລາວໃນກໍລະນີທີ່ຍື່ນຄໍາຮ້ອງຂໍຜ່ານຜູ້ຕາງໜ້າ; 3. ຮູບແຕ້ມຫຼືຮູບຖ່າຍຫຼືຕົວຢ່າງເຄື່ອງໝາຍທີ່ຈະແຈ້ງ; 4. ບົດອະທິບາຍກ່ຽວກັບສິນຄ້າທີ່ເຄື່ອງໝາຍການຄ້າຈະຖືກນໍາ ໃຊ້ຫຼືການບໍລິການທີ່ກ່ຽວຂ້ອງ.ຖ້າວ່າຄໍາຮ້ອງຂໍຫາກກ່ຽວຂ້ອງກັບ ເຄື່ອງໝາຍການຄ້າທີ່ລວມໝູ່ຫຼືເຄື່ອງໝາຍຮັບຮອງນັ້ນຄໍາຮ້ອງຂໍຕ້ອງ ບົ່ງບອກເຄື່ອງໝາຍດັ່ງກ່າວໄວ້ຢ່າງຄັກແນ່ແລະຕ້ອງປະກອບບົດອະ ທິບາຍກ່ຽວກັບການຈະນໍາໃຊ້ເຄື່ອງໝາຍນັ້ນ; 5. ໃບຮັບເງິນຄ່າທໍານຽມ. ຄໍາຮ້ອງຂໍອາດຄັດຕິດເອກະສານຂໍຮັບວັນບູລິມະສິດ(ຖ້າຫາກມີ) ດັ່ງທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂອງກົດໝາຍສະບັບນີ້. ຄໍາຮ້ອງຂໍຈົດທະບຽນໜຶ່ງສະບັບແມ່ນໃຊ້ໄດ້ສະເພາະເຄື່ອງ ໝາຍການຄ້າອັນດຽວເທົ່ານັ້ນແຕ່ສາມາດຍື່ນຂໍໄດ້ຫຼາຍໝວດຂອງສິນ ຄ້າຫຼືການບໍລິການຕາມການຈັດໝວດຂອງສາກົນບົນເງື່ອນໄຂຂອງ ການຊໍາລະຄ່າທໍານຽມສໍາລັບແຕ່ລະໝວດຂອງສິນຄ້າຫຼືການບໍລິການ. ກະຊວງວິທະຍາສາດແລະເຕັກໂນໂລຊີຈະຮັບຄໍາຮ້ອງຂໍແລະໃຫ້ ວັນທີທີ່ຍື່ນຄໍາຮ້ອງຂໍຊຶ່ງຢ່າງໜ້ອຍຕ້ອງປະກອບດ້ວຍ: - ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຮ້ອງຂໍ; - ຮູບແຕ້ມຫຼືຮູບຖ່າຍຫຼືຕົວຢ່າງເຄື່ອງໝາຍ; - ຄ່າທໍານຽມຕາມລະບຽບການ. ຖ້າບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຫາກຕ້ອງການຈົດທະບຽນ ເຄື່ອງໝາຍການຄ້າຕ້ອງຕອບສະໜອງທຸກເງື່ອນໄຂທີ່ກໍານົດໄວ້ໃຫ້ຄົບ ຖ້ວນພາຍໃນໄລຍະເວລາຕາມການກໍານົດຂອງກະຊວງວິທະຍາສາດ ແລະເຕັກໂນໂລຊີ.

....ມາດຕາ 34 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມ

ມາດຕາ 34 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນ ລວມ ສໍານວນຄໍາຮ້ອງຂໍຈົດທະບຽນແບບແຜງວົງຈອນລວມປະກອບ ດ້ວຍເອກະສານດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນແຜບຜັງວົງຈອນລວມ; 2. ໃບມອບສິດທີ່ບົ່ງບອກຊື່ແລະທີ່ຢູ່ຂອງຜູ້ຕາງໜ້າຕົນຢູ່ ສປປ ລາວໃນກໍລະນີທີ່ຍື່ນຄໍາຮ້ອງຂໍຜ່ານຜູ້ຕາງໜ້າ; 3. ບົດອະທິບາຍກ່ຽວກັບການນໍາໃຊ້ໃນທາງການຄ້າເທື່ອທໍາ ອິດຂອງແບບຜັງຫຼືວົງຈອນລວມທີ່ເຊື່ອມຕໍ່ເຂົ້າກັນ; 4. ແຜນວາດຂອງແບບຜັງວົງຈອນລວມເພື່ອສາມາດຈໍາແນກ ແບບຜັງ; 5. ບົດອະທິບາຍກ່ຽວກັບນ້າທີ່ທາງດ້ານອິເລັກໂຕຼນິກທີ່ວົງຈອນ ລວມທໍາງານຫຼືຈຸດປະສົງເພື່ອເຮັດໃຫ້ວົງຈອນລວມທໍາງານຖ້າຫາກວົງ ຈອນລວມໄດ້ຖືກນໍາໄປຫາຜົນປະໂຫຍດໃນທາງການຄ້າແລ້ວ; 6. ໃບຮັບເງິນຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມແຕ່ລະຊຸດ ສາມາດໃຊ້ໄດ້ສະເພາະແຕ່ແບບຜັງວົງຈອນລວມໜຶ່ງອັນເທົ່ານັ້ນ. ກະຊວງວິທະຍາສາດແລະເຕັກໂນໂລຊີຈະຮັບຄໍາຮ້ອງຂໍແລະໃຫ້ ວັນທີທີ່ຍື່ນຄໍາຮ້ອງຂໍຊຶ່ງຢ່າງໜ້ອຍຕ້ອງປະກອບດ້ວຍ: - ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຮ້ອງຂໍ; - ການເປີດເຜີຍແບບຜັງວົງຈອນລວມ; - ຄ່າທໍານຽມຕາມລະບຽບການ. ຖ້າບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຫາກຕ້ອງການຈົດທະບຽນ ແບບຜັງວົງຈອນລວມຕ້ອງຕອບສະໜອງທຸກເງື່ອນໄຂທີ່ກໍານົດໄວ້ໃຫ້ ຄົບຖ້ວນພາຍໃນໄລຍະເວລາຕາມການກໍານົດຂອງກະຊວງວິທະຍາ ສາດແລະເຕັກໂນໂລຊີ.

....ມາດຕາ 35 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດ

ມາດຕາ 35 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດ ສໍານວນຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີນປະກອບດ້ວຍເອກະ ສານດັ່ງນີ້: 1.​ ຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດ; 2. ໃບມອບສິດທີ່ບົ່ງບອກຊື່ແລະທີ່ຢູ່ຂອງຜູ້ຕາງໜ້າຕົນຢູ່ ສປປ ລາວໃນກໍລະນີທີ່ຍື່ນຄໍາຮ້ອງຂໍຜ່ານຜູ້ຕາງໜ້າ; 3. ຮູບຂອງແຫຼ່ງກໍາເນີດທີ່ຈະແຈ້ງ; 4. ບົດລາຍງານກ່ຽວກັບຂົງເຂດພູມສາດທີ່ຈະນໍາໃຊ້ເປັນແຫຼ່ງ ກໍາເນີດ; 5. ສິນຄ້າທີ່ກ່ຽວຂ້ອງກັບແຫຼ່ງກໍາເນີດແລະວິທີການກວດກາທີ່ ຈະນໍາໃຊ້; 6. ບົດລາຍງານກ່ຽວກັບຈຸດເດັ່ນຂອງແຫຼ່ງກໍາເນີດຊຶ່ງຜູ້ຮ້ອງ ຂໍສະເໜີໃຫ້ເປັນແຫຼ່ງດໍາເນີດແລະຫຼັກຖານເພື່ອສະໜັບສະໜູນບົດລາຍ ງານນັ້ນ; 7. ຫຼັກຖານຢັ້ງຢືນການປົກປ້ອງແຫຼ່ງກໍາເນີດຢູ່ໃນປະເທດຕົ້ນກໍາ ເນີດໃນກໍລະນີທີ່ຄໍາຕ້ອງຂໍຈົດທະບຽນນັ້ນໄດ້ອີງໃສ່ການປົກປ້ອງຢູ່ຕ່າງ ປະເທດ; 8. ໃບຮັບເງິນຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດແຕ່ລະຊຸດສາມາດ ໃຊ້ໄດ້ສະເພາະແຕ່ແຫຼ່ງກໍາເນີດໜຶ່ງອັນເທົ່ານັ້ນ. ກະຊວງວິທະຍາສາດແລະເຕັກໂນໂລຊີຈະຮັບຄໍາຮ້ອງຂໍແລະໃຫ້ ວັນທີທີ່ຍື່ນຄໍາຮ້ອງຂໍຊຶ່ງຢ່າງໜ້ອຍຕ້ອງປະກອບດ້ວຍ: - ຊື່,ທີ່ຢູ່ແລະສັນຊາດຂອງຜູ້ຮ້ອງຂໍ; - ຮູບຂອງແຫຼ່ງກໍາເນີດ; - ບົດລາຍງານກ່ຽວກັບຂົງເຂດພູມສາດທີ່ຈະນໍາໃຊ້ເປັນແຫຼ່ງ ກໍາເນີດ; - ສິນຄ້າທີ່ກ່ຽວຂ້ອງກັບແຫຼ່ງກໍາເນີດ; - ຄ່າທໍານຽມຕາມລະບຽບການ. ຖ້າບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຫາກຕ້ອງການຈົດທະບຽນ ແຫຼ່ງກໍາເນີດຕ້ອງຕອບສະໜອງທຸກເງື່ອນໄຂທີ່ກໍານົດໄວ້ໃຫ້ຄົບຖ້ວນ ພາຍໃນໄລຍະເວລາຕາມການກໍານົດຂອງກະຊວງວິທະຍາສາດແລະ ເຕັກໂນໂລຊີ.

....ມາດຕາ 36 (ປັບປຸງ) ການສະໜອງຂໍ້ມູນເພີ່ມເຕີມ

ມາດຕາ 36 (ປັບປຸງ) ການສະໜອງຂໍ້ມູນເພີ່ມເຕີມ ໃນກໍລະນີທີ່ມີການຍື່ນຄໍາຮ້ອງຂໍຈົດທະບຽນຢູ່ຕ່າງປະເທດແລະ ຄໍາຮ້ອງຂໍດັ່ງກ່າວປະກອບດ້ວຍເນື້ອໃນອັນດຽວກັນ,ເປັນບາງສ່ວນຫຼື ທັງໝົດທີ່ຄືກັນກັບຄໍາຮ້ອງຂໍທີ່ໄດ້ຍື່ນຢູ່ ສປປລາວ ນັ້ນຜູ້ຮ້ອງຂໍຈະເປີດ ເຜີຍການຂໍຈົດທະບຽນກ່ອນໜ້ານັ້ນກໍ່ໄດ້. ກະຊວງວິທະຍາສາດແລະເຕັກໂນໂລຊີອາດສະເໜີໃຫ້ຜູ້ຮ້ອງຂໍ ຫຼືຜູ້ຮ້ອງຂໍອາດສະໜອງເອກະສານທີ່ກ່ຽວຂ້ອງດ້ວຍຕົນເອງໂດຍສະ ເພາະຜົນຂອງການຄົ້ນຫາຫຼືບົດລາຍງານການກວດສອບຫຼືສໍາເນົາສິດ ທິບັດຫຼືອະນຸສິດທິບັດຫຼືໃບຢັ້ງຢືນການຈົດທະບຽນຊັບສິນອຸດສາຫະກໍາ ທີ່ອອກໃຫ້ຢູ່ຕ່າງປະເທດກໍ່ໄດ້.

....ມາດຕາ 37 (ໃໝ່) ພາສາທີ່ໃຊ້ສໍາລັບການປະກອບສໍານວນຄໍາຮ້ອງຂໍ

ມາດຕາ 37 (ໃໝ່) ພາສາທີ່ໃຊ້ສໍາລັບການປະກອບສໍານວນຄໍາຮ້ອງຂໍ ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາແລະເອກະ ສານຄັດຕິດອື່ນໆສາມາດເຮັດເປັນພາສາລາວຫຼືອັງກິດກໍ່ໄດ້ຖ້າວ່າຄໍາ ຮ້ອງຂໍຫຼືເອກະສານທີ່ໄດ້ເຮັດເປັນພາສາອັງກິດນັ້ນຜູ້ຮ້ອງຂໍຍັງຕ້ອງຍື່ນ ສະບັບແປເປັນພາສາລາວໂດຍໄດ້ຮັບການຢັ້ງຢືນຄວາມຖືກຕ້ອງພາຍ ໃນເກົ້າສິບວັນຫຼັງຈາກວັນໄດ້ຍື່ນຄໍາຮ້ອງຂໍ.

....ມາດຕາ 38 (ປັບປຸງ) ການກວດສອບສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາເບື້ອງຕົ້ນ

ມາດຕາ 38 (ປັບປຸງ) ການກວດສອບສໍານວນຄໍາຮ້ອງຂໍຈົດທະບຽນ ຊັບສິນອຸດສາຫະກໍາເບື້ອງຕົ້ນ ກະຊວງວິທະຍາສາດແລະເຕັກໂນໂລຊີຈະດໍາເນີນການກວດ ສອບເບື້ອງຕົ້ນທຸກຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາເພື່ອຮັບປະ ກັນວ່າຄໍາຮ້ອງຂໍນັ້ນຄົບຖ້ວນຖືກຕ້ອງຕາມແບບຟອມແລະໄດ້ຈ່າຍຄ່າ ທໍານຽມແລ້ວ.ກະຊວງວິທະຍາສາດແລະເຕັກໂນໂລຊີຈະແຈ້ງໃຫ້ຜູ້ ຮ້ອງຂໍຮູ້ວ່າຄໍາຮ້ອງຂໍນັ້ນພຽງພໍພໍທີ່ຈະໄດ້ຮັບວັນທີທີ່ຍື່ນຄໍາຮ້ອງຂໍ ແລ້ວ. ຖ້າເຫັນວ່າຄໍາຮ້ອງຂໍນັ້ນຫາກບໍ່ຄົບຖ້ວນຫຼືບໍ່ຖືກຕ້ອງກະຊວງວິ ທະຍາສາດແລະເຕັກໂນໂລຊີກໍ່ຈະແຈ້ງໃຫ້ຜູ້ຍື່ນຄໍາຮ້ອງຂໍເພື່ອແກ້ໄຂ ພາຍໃນຫົກສິບວັນນັບແຕ່ວັນອອກແຈ້ງກັນເປັນຕົ້ນໄປ.

....ມາດຕາ 39 ການພິມເຜີຍແຜ່ຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ

ມາດຕາ 39 ການພິມເຜີຍແຜ່ຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະ ກໍາ ພາຍຫຼັງກະຊວງວິທະຍາສາດແລະເຕັກໂນໂລຊີໄດ້ດໍາເນີນການ ກວດສອບເບື້ອງຕົ້ນສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງ ປະດິດສໍາເລັດແລ້ວກໍ່ຈະຈັດພິມເຜີຍແຜ່ລົງໃນຈົດໝາຍທາງລັດຖະການ ກ່ຽວກັບຊັບສິນອຸດສາຫະກໍາໃນເດືອນທີສິບເກົ້ານັບແຕ່ວັນຍື່ນຄໍາຮ້ອງຂໍ ຫຼືວັນບຸລິມະສິດເປັນຕົ້ນໄປ.

....ມາດຕາ 40 ການກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ

ມາດຕາ 40 ການກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນ ຊັບສິນອຸດສາຫະກໍາ ພາຍຫຼັງກະຊວງວິທະຍາສາດແລະເຕັກໂນໂລຊີໄດ້ດໍາເນີນການ ກວດສອບເບື້ອງຕົ້ນສໍານວນຄໍາຮ້ອງຂໍຈົດທະບຽນສໍາເລັດແລ້ວກໍ່ຈະດໍາ ເນີນການກວດສອບເນື້ອໃນສອງສໍານວນຄໍາຮ້ອງຂໍຈົດທະບຽນການປະ ດິດສ້າງ,ສິ່ງປະດິດ,ແບບອຸດສາຫະກໍາ,ເຄື່ອງໝາຍການຄ້າແລະແຫຼ່ງ ກໍາເນີດ. ສໍາລັບສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມຈະບໍ່ ໄດ້ກວດສອບເນື້ອໃນ.

....ມາດຕາ 41 (ປັບປຸງ) ການສະເໜີໃຫ້ກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ

ມາດຕາ 41 (ປັບປຸງ) ການສະເໜີໃຫ້ກວດສອບເນື້ອໃນຂອງສໍານວນ ຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ ຄໍາຮ້ອງຂໍຮັບສິດທິບັດຈະຖືກກວດສອບເນື້ອໃນເພື່ອກໍານົດໃຫ້ຮູ້ ວ່າມີຄວາມສອດຄ່ອງກັບເງື່ອນໄຂຂໍຮັບສິດທິບັດຫຼືອະນຸສິດທິບັດຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.ການກວດກສອບເນື້ອໃນຈະອີງໃສ່ ການຄົ້ນຫາຄວາມຮູ້ດ້ານເຕັກນິກທີ່ມີຢູ່. ໃນກໍລະນີທີ່ຄໍາຮ້ອງຂໍໄດ້ເຮັດ ການຄົ້ນຫາຫຼືກວດສອບໂດຍອົງການອື່ນມາກ່ອນແລ້ວຜູ້ຮ້ອງຂໍສາມາດ ສະໜອງສໍາເນົາຂອງບົດລາຍງານຈາກອົງການດັ່ງກ່າວແລະສະເໜີ ໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີພິຈາລະນາຮັບຮອງເອົາ ແທນທີ່ຈະດໍາເນີນການຄົ້ນຫາຢູ່ ສປປລາວ. ໃນກໍລະນີທີ່ຜູ້ຍື່ນຄໍາຮ້ອງຂໍບໍ່ສາມາດຕອບສະໜອງບົດລາຍງານ ຜົນຂອງການກວດສອບເນື້ອໃນຂອງການປະດິດສ້າງຫຼືສິ່ງປະດິດທີ່ກ່ຽວ ຂ້ອງກັບຄໍາຮ້ອງຂໍທີ່ກໍາລັງຂໍຈົດທະບຽນຢູ່ນັ້ນຜູ້ຮ້ອງຂໍສາມາດສະເໜີ ໃຫ້ກະຊວງວິທະຍາສາດແລະເຕັກໂນໂລຊີກວດສອບເນື້ອໃນສໍານວນຄໍາ ຮ້ອງຂໍດັ່ງກ່າວ.ກະຊວງວິທະຍາສາດແລະເຕັກໂນໂລຊີຈະດໍາເນີນການ ກວດສອບເນື້ອໃນສໍານວນຄໍາຮ້ອງຂໍດັ່ງກ່າວ.ກະຊວງວິທະຍາສາດແລະ ເຕັກໂນໂລຊີຈະດໍາເນີນການກວດສອບເນື້ອໃນໃນໄລຍະເວລາສາມສິບ ສອງເດືອນສໍາລັບການປະດິດສ້າງແລະສິບສອງເດືອນສໍາລັບສິ່ງປະດິດ ໂດຍນັບແຕ່ວັນຍື່ນຄໍາຮ້ອງຂໍຫຼືວັນບຸລິມະສິດເປັນຕົ້ນໄປ.ການໃຊ້ຈ່າຍ ຕ່າງໆໃນການສະເໜີໃຫ້ກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດ ທະບຽນການປະດິດສ້າງຫຼືສິ່ງປະດິດນັ້ນຈະຕົກພາລະຂອງຜູ້ຮ້ອງຂໍ. ສໍາລັບການຂໍຈົດທະບຽນແບບອຸດສາຫະກໍາ,ເຄື່ອງໝາຍການ ຄ້າແລະແຫຼ່ງກໍາເນີດຈະບໍ່ມີການສະເໜີໃຫ້ກວດສອບເນື້ອໃນ.

....ມາດຕາ 42 (ໃໝ່) ການດັດແກ້ແລະແຍກຄໍາຮ້ອງຂໍ

ມາດຕາ 42 (ໃໝ່) ການດັດແກ້ແລະແຍກຄໍາຮ້ອງຂໍ ໃນໄລຍະພິຈາລະນາຄໍາຮ້ອງຂໍກ່ອນກະຊວງວິທະຍາສາດແລະ ເຕັກໂນໂລຊີຈະອອກໃບຢັ້ງຢືນນັ້ນຜູ້ຮ້ອງຂໍສາມາດດັດແກ້ຫຼືແຍກຄໍາ ຮ້ອງຂໍໄດ້ທຸກເວລາຕາມວິທີການດັ່ງນີ້: 1. ດັດແກ້ຄໍາຮ້ອງຂໍໂດຍບໍ່ເສຍຄ່າທໍານຽມ; 2. ແຍກຄໍາຮ້ອງຂໍເປັນສອງຫຼືຫຼາຍຄໍາຮ້ອງຂໍຫຼືຍື່ນຄໍາຮ້ອງຂໍ ຄືນໃໝ່ໂດຍມີການດັດແກ້ຫຼືບໍ່ດັດແກ້ແຕ່ຕ້ອງປະຕິບັດພາຍຫຼັງທີ່ໄດ້ ຈ່າຍຄ່າທໍານຽມແລ້ວ; 3. ຍື່ນຄໍາຮ້ອງຂໍຄືນໃໝ່ກ່ຽວກັບການປ່ຽນຮູບແບບຂອງການ ຂໍປົກປ້ອງແຕ່ຕ້ອງຍື່ນພາຍລັງທີ່ໄດ້ຈ່າຍຄ່າທໍານຽມແລ້ວ. ການດັດແກ້ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງວັກ 1 ຂອງມາດ ຕານີ້ຈະຕ້ອງ; 1. ບໍ່ເປັນການໃຊ້ຂໍ້ມູນຂ່າວສານໃໝ່ດ້ານເຕັກນິກທີ່ບໍ່ໄດ້ອ້າງ ອີງໃນຄໍາຮ້ອງຂໍສະບັບຕົ້ນໃນການຍື່ນຄໍາຮ້ອງຂໍຄືນໃໝ່ເພື່ອຮັບສິດທິ ບັດ,ອະນຸສິດທິບັດຫຼືຈົດທະບຽນແບບຜັງວົງຈອນລວມ; 2. ບໍ່ປ່ຽນແປງຮູບຊົງທີ່ສໍາຄັນຂອງແບບອຸດສາຫະກໍາຫຼືບໍ່ປ່ຽນ ແຜງທາດແທ້ອັນສໍາຄັນຂອງເຄື່ອງໝາຍຫຼືຂອງແຫຼ່ງກໍາເນີດໃດໜຶ່ງ. ໃນກໍລະນີທີ່ຄໍາຮ້ອງຂໍຖືກແຍກຫຼືນໍາມາຍື່ນໃໝ່ດັ່ງໄດ້ກໍານົດໄວ້ ໃນຂໍ້ 2 ຫຼື ຂໍ້ 3 ຂອງວັກ 1 ຂອງມາດຕານີ້ ຄໍາຮ້ອງຂໍເຫຼົ່ານັ້ນຕ້ອງໄດ້ ຮັບວັນທີທີ່ຍື່ນຄໍາຮ້ອງຂໍແລະວັນບຸລິມະສິດຕາມທີ່ໄດ້ກໍານົດໄວ້ໃນລະ ບຽບການ.

....ມາດຕາ 43 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາທີ່ບໍ່ນໍາມາພິຈາລະນາ

ມາດຕາ 43 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະ ກໍາທີ່ບໍ່ນໍາມາພິຈາລະນາ ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາທີ່ບໍ່ນໍາມາພິ ຈາລະນາມີດັ່ງນີ້: 1. ສໍານວນຄໍາຮ້ອງຂໍບໍ່ຄົບຖ້ວນ; 2. ຊັບສິນອຸດສາຫະກໍາບໍ່ມີເງື່ອນໄຂຈະໄດ້ຮັບການປົກປ້ອງ; 3. ຜູ້ຍື່ນສໍານວນຄໍາຮ້ອງຂໍບໍ່ມີສິດຂໍຈົດທະບຽນ; 4. ຜູ້ຍື່ນສໍານວນຄໍາຮ້ອງຂໍບໍ່ໄດ້ຈ່າຍຄ່າທໍານຽມສໍາລັບຄໍາຮ້ອງ ຂໍຫຼືການຮັກສາອາຍຸການປົກປ້ອງ; 5. ຜູ້ຍື່ນສໍານວນຄໍາຮ້ອງຂໍບໍ່ໄດ້ສະເໜີໃຫ້ກວດສອບເນື້ອໃນຂອງ ສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງປະດິດໃນໄລຍະເວ ລາທີ່ໄດ້ກໍານົດໄວ້ໃນມາດຕາ 41 ຂອງກົດໝາຍສະບັບນີ້ແລະຜູ້ຮ້ອງ ຂໍບໍ່ດັດແກ້ຈຸດບົກຜ່ອງເທິງນີ້ພາຍໃນໄລຍະເວລາຕາມການກໍານົດຂອງ ກະຊວງວິທະຍາສາດແລະເຕັກໂນໂລຊີ.

....ມາດຕາ 44 (ປັບປຸງ) ການຈົດທະບຽນ

ມາດຕາ 44 (ປັບປຸງ) ການຈົດທະບຽນ ພາຍຫຼັງການກວດສອບແລະພິຈາລະນາສໍານວນຄໍາຮ້ອງຂໍຈົດ ທະບຽນຊັບສິນອຸດສາຫະກໍາທີ່ເຫັນວ່າຖືກຕ້ອງຕາມເງື່ອນໄຂທີ່ໄດ້ກໍາ ນົດໄວ້ໃນກົດໝາຍສະບັບນີ້ກະຊວງວິທະຍາສາດແລະເຕັກໂນໂລຊີຈະ ອອກສິດທິບັດ,ອະນຸສິດທະບັດຫຼືໃບຢັ້ງຢືນການຈົດທະບຽນຊັບສິນອຸດສາ ຫະກໍາໃຫ້ຜູ້ຮ້ອງຂໍ,ບັນທຶກລົງໃນປຶ້ມບັນທຶກການຈົດທະບຽນແລະພິມເຜີຍ ແຜ່ຜົນຂອງການຈົດທະບຽນດັ່ງກ່າວລົງໃນຈົດໝາຍເຫດທາງລັດຖະ ການກ່ຽວກັບຊັບສິນອຸດສາຫະກໍາ. ເມື່ອມີການຈົດທະບຽນແບບອຸດສາຫະກໍາ,ເຄື່ອງໝາຍການຄ້າ ຫຼືແຫຼ່ງກໍາເນີດໃດໜຶ່ງແລ້ວບຸກຄົນທີສາມທີ່ສົນໃຈສາມາດສະເໜີຮ້ອງຂໍ ຄັດຄ້ານຫຼືຍົກເລີກກ່ຽວກັບການຈົດທະບຽນດັ່ງກ່າວພາຍໃນກໍານົດເວ ລາຫ້າປີນັບແຕ່ວັນພິມເຜີຍແຜ່ໃນຈົດໝາຍເຫດທາງລັດຖະການເປັນຕົ້ນ ໄປ.

....ມາດຕາ 45 (ປັບປຸງ) ການສິ້ນສຸດສິດໃນຊັບສິນອຸດສາຫະກໍາ

ມາດຕາ 45 (ປັບປຸງ) ການສິ້ນສຸດສິດໃນຊັບສິນອຸດສາຫະກໍາ ສິດທິບັດ,ອະນຸສິດທິບັດແລະການຈົດທບຽນຊັບສິນອຸດສາຫະກໍາ ອື່ນຈະສິ້ນສຸດລົງໃນກໍລະນີດັ່ງນີ້: 1. ອາຍຸການປົກປ້ອງໄດ້ສິ້ນສຸດລົງ; 2. ເຈົ້າຂອງຊັບສິນອຸດສາຫະກໍາບໍ່ຕໍ່ອາຍຸການຈົດທະບຽນແລະ ບໍ່ຈ່າຍຄ່າທໍານຽມຕາມລະບຽບການ.ບໍ່ວ່າໃນກໍລະນີໃດສິດດັ່ງກ່າວຈະ ສິ້ນສຸດລົງໃນວັນສຸດທ້າຍຂອງໄລຍະການປົກປ້ອງໝົດອາຍຸແລະໃນວັນ ສຸດທ້າຍຂອງຄ່າທໍານຽມທີ່ໄດ້ຈ່າຍແລ້ວ; 3. ສິດທິບັດ,ອະນຸສິດທິບັດຫຼືການຈົດທະບຽນເປັນໂມຄະຖ້າພົບ ເຫັນວ່າເງື່ອນໄຂເພື່ອຂໍປົກປ້ອງຢ່າງນຶ່ງຫຼືຫຼາຍຢ່າງບໍ່ຄົບຖ້ວນ;ໃນກໍລະ ນີການພົບເຫັນພຽງແຕ່ສ່ວນໃດສ່ວນໜຶ່ງຂອງຊັບສິນອຸດສາຫະກໍາບໍ່ຖືກ ຕ້ອງຕາມເງື່ອນໄຂກໍ່ຈະເປັນໂມຄະແຕ່ສະເພາະສ່ວນນັ້ນໂດຍນັບແຕ່ວັນ ອອກສິດທິບັດ,ອະນຸສິດທິບັດຫຼືໃບຢັ້ງຢືນການຈົດທະບຽນເປັນຕົ້ນໄປ; 4. ສິດທະໃນຊັບສິນອຸດສາຫະກໍາສໍາລັບການບໍ່ສະແຫວງຫາຜົນ ປະໂຫຍດທາງການຄ້າຈະສິ້ນສຸດລົງຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ ຢ່າງເດັດຂາດແລ້ວ.

...ໝວດທີ 4 ເຈົ້າຂອງສິດໃນຊັບສິນອຸດສາຫະກໍາ


....ມາດຕາ 46 (ປັບປຸງ) ເຈົ້າຂອງຊັບສິນອຸດສາຫະກໍາ

ມາດຕາ 46 (ປັບປຸງ) ເຈົ້າຂອງຊັບສິນອຸດສາຫະກໍາ ພາຍຫຼັງທີ່ໄດ້ຮັບສິດທິບັດ,ອະນຸສິດທະບັດຫຼືການຈົດທະບຽນຢ່າງ ຖືກຕ້ອງຕາມກົດໝາຍແລ້ວຜູ້ຮ້ອງຂໍຈະກາຍເປັນເຈົ້າຂອງຊັບສິນອຸດສາ ຫະກໍາ. ໃນກໍລະນີທີ່ມີການວ່າຈ້າງໃຫ້ປະດິດສ້າງຫຼືອອກແບບຊັບສິນອຸດ ສາຫະກໍານັ້ນສິດໃນຊັບສິນອຸດສາຫະກໍາດັ່ງກ່າວແມ່ນເປັນຂອງຜູ້ວ່າ ຈ້າງເວັ້ນເສຍແຕ່ມີການຕົກລົງກັນໄວ້ຢ່າງອື່ນ.

....ມາດຕາ 47 (ປັບປຸງ) ສິດຂອງເຈົ້າຂອງຊັບສິນອຸດສາຫະກໍາ

ມາດຕາ 47 (ປັບປຸງ) ສິດຂອງເຈົ້າຂອງຊັບສິນອຸດສາຫະກໍາ ເຈົ້າຂອງຊັບສິນອຸດສາຫະກໍາມີສິດດັ່ງນີ້: 1. ໄດ້ຮັບປະໂຫຍດທີ່ໄດ້ມາຈາກການສະແຫວງຫາຜົນປະ ໂຫຍດຂອງຊັບສິນອຸດສາຫະກໍາ; 2. ໂອນສິດທັງໝົດຫຼືສ່ວນໃດສ່ວນໜຶ່ງໃຫ້ຜູ້ອື່ນດ້ວຍການຂາຍ, ແລກປ່ຽນ,ໃຫ້ເຊົ່າຫຼືມອບ; 3. ອະນຸຍາດໃຫ້ບຸກຄົນອື່ນສະແຫວງຫາຜົນປະໂຫຍດທັງໝົດຫຼື ສ່ວນໃດສ່ວນໜຶ່ງໃນຊັບສິນອຸດສາຫະກໍາຂອງຕົນ; 4. ມອບການສືບທອດແລະໂອນກໍາມະສິດຊັບສິນອຸດສາຫະກໍາ ຂອງຕົນໃຫ້ຜູ້ອື່ນ; 5. ປົກປ້ອງຊັບສິນອຸດສາຫະກໍາຂອງຕົນຕາມລະບຽບກົດໝາຍ ຈາກການລະເມີດຂອງຜູ້ອື່ນ.

...ໝວດທີ 5 ອາຍຸການປົກປ້ອງຊັບສິນອຸດສາຫະກໍາ


....ມາດຕາ 48 ອາຍຸການປົກປ້ອງສິດທິບັດ

ມາດຕາ 48 ອາຍຸການປົກປ້ອງສິດທິບັດ ອາຍຸການຂອງສິດທະບັດມີກໍານົດຊາວປີນັບແຕ່ວັນຍື່ນຄໍາຮ້ອງຂໍ ຮັບເປັນຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງນັ້ນເຈົ້າຂອງສິດທິບັດຕ້ອງຈ່າຍຄ່າ ທໍານຽມລ່ວງໜ້າແຕ່ລະປີ.

....ມາດຕາ 49 ອາຍຸການປົກປ້ອງອະນຸສິດທິບັດ

ມາດຕາ 49 ອາຍຸການປົກປ້ອງອະນຸສິດທິບັດ ອາຍຸການຂອງອະນຸສິດທະບັດມີກໍານົດສິບປີນັບແຕ່ວັນຍື່ນຄໍາ ຮ້ອງຂໍຮັບເປັນຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງນັ້ນເຈົ້າຂອງອະນຸສິດທິບັດຕ້ອງ ຈ່າຍຄ່າທໍານຽມລ່ວງໜ້າແຕ່ລະປີ.

....ມາດຕາ 50 ອາຍຸການປົກປ້ອງແບບອຸດສາຫະກໍາ

ມາດຕາ 50 ອາຍຸການປົກປ້ອງແບບອຸດສາຫະກໍາ ອາຍຸການຂອງການປົກປ້ອງແບບອຸດສາຫະກໍາມີກໍານົດສິບຫ້າ ປີນັບແຕ່ວັນຍື່ນຄໍາຮ້ອງຂໍຈົດທະບຽນເປັນຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງນັ້ນເຈົ້າຂອງແບບອຸດສາຫະກໍາ ຕ້ອງຈ່າຍຄ່າທໍານຽມລ່ວງໜ້າເທື່ອລະຫ້າປີ.

....ມາດຕາ 51 (ປັບປຸງ) ອາຍຸການປົກປ້ອງເຄື່ອງໝາຍການຄ້າ

ມາດຕາ 51 (ປັບປຸງ) ອາຍຸການປົກປ້ອງເຄື່ອງໝາຍການຄ້າ ອາຍຸການຂອງການປົກປ້ອງເຄື່ອງໝາຍການຄ້າມີກໍານົດສິບປີ ນັບແຕ່ວັນຈົດທະບຽນເປັນຕົ້ນໄປ,ເມື່ອຄົບກໍານົດແລ້ວສາມາດຕໍ່ອາຍຸ ເທື່ອລະສິບປີໄດ້ຕະຫຼອດໄປ. ເພື່ອຮັກສາອາຍຸການປົກປ້ອງນັ້ນເຈົ້າຂອງເຄື່ອງໝາຍການຄ້າ ຕ້ອງຈ່າຍຄ່າທໍານຽມລ່ວງໜ້າເທື່ອລະສິບປີ.

....ມາດຕາ 52 ອາຍຸການປົກປ້ອງແບບຜັງວົງຈອນລວມ

ມາດຕາ 52 ອາຍຸການປົກປ້ອງແບບຜັງວົງຈອນລວມ ອາຍຸການຂອງການປົກປ້ອງແບບຜັງວົງຈອນລວມມີກໍານົດສິບ ສອງປີນັບແຕ່ວັນຍື່ນຄໍາຕ້ອງຂໍຈັດທະບຽນເປັນຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງນັ້ນເຈົ້າຂອງແບບຜັງວົງຈອນ ລວມຕ້ອງຈ່າຍຄ່າທໍານຽມລ່ວງໜ້າແຕ່ລະປີ. ....ມາດຕາ 53 ອາຍຸການປົກປ້ອງແຫຼ່ງກໍາເນີດ

ມາດຕາ 53 ອາຍຸການປົກປ້ອງແຫຼ່ງກໍາເນີດ ອາຍຸການຂອງການປົກປ້ອງແຫຼ່ງກໍາເນີດມີຕະຫຼອດໄປນັບແຕ່ ວັນໄດ້ຮັບໃບຢັ້ງຢືນການຈົດທະບຽນເປັນຕົ້ນໄປແລະຈ່າຍຄ່າທໍານຽມ ເທື່ອດຽວ.

....ມາດຕາ 54 ອາຍຸການປົກປ້ອງຄວາມລັບທາງການຄ້າ

ມາດຕາ 54 ອາຍຸການປົກປ້ອງຄວາມລັບທາງການຄ້າ ອາຍຸການຂອງການປົກປ້ອງຄວາມລັບທາງການຄ້າມີຕະຫຼອດ ໄປຈົນກວ່າຄວາມລັບທາງການຄ້າຈະຖືກເປີດເຜີຍ.

...ໝວດທີ 6 ສິດແລະພັນທະຂອງເຈົ້າຂອງຊັບສິນອຸດສາຫະກໍາ


....ມາດຕາ 55 (ປັບປຸງ) ສິດຂອງເຈົ້າຂອງສິດທິບັດແລະອະນຸສິດທິບັດ

ມາດຕາ 55 (ປັບປຸງ) ສິດຂອງເຈົ້າຂອງສິດທິບັດແລະອະນຸສິດທິບັດ ເຈົ້າຂອງສິດທິບັດມີສິດດັ່ງນີ້: 1. ໃນກໍລະນີທີ່ສິດທິບັດກ່ຽວຂ້ອງກັບຜະລິດຕະພັນ; 1.1. ສິດປ້ອງກັນບໍ່ໃຫ້ບຸກຄົນອື່ນຜະລິດ,ນໍາເຂົ້າ,ສະເໜີຂາຍ, ຂາຍຫຼືນໍາໃຊ້ຜະລິດຕະພັນທີ່ໄດ້ຮັບສິດທະບັດແລ້ວໂດຍບໍ່ໄດ້ຮັບອະນຸ ຍາດຈາກເຈົ້າຂອງ; 1.2. ສິດປ້ອງກັນບໍ່ໃຫ້ບຸກຄົນອື່ນເກັບຮັກສາຜະລິດຕະພັນດັ່ງ ກ່າວເພື່ອສະເໜີຂາຍ,ຂາຍຫຼືນໍາໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງ. 2. ໃນກໍລະນີທີ່ສິດທິບັດກ່ຽວຂ້ອງກັບຂະບຽນການຜະລິດ: 2.1. ສິດປ້ອງກັນບໍ່ໃຫ້ບຸກຄົນອື່ນນໍາໃຊ້ຂະບວນການຜະລິດດັ່ງ ກ່າວໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງ; 2.2. ສິດປ້ອງກັນບໍ່ໃຫ້ບຸກຄົນອື່ນດໍາເນີນການໃດໆຕາມທີ່ໄດ້ ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ຕໍ່ຜະລິດຕະພັນທີ່ເກີດໂດຍກົງຈາກຂະ ບວນການຜະລິດທີ່ໄດ້ຮັບສິດທິບັດແລ້ວໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງ. 3. ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ບໍ່ແມ່ນເຈົ້າ ຂອງສິດທິບັດດໍາເນີນການໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 1 ແລະຂໍ້ 2 ຂອງມາດຕານີ້ຢູ່ ສປປລາວ; 4. ປົກປ້ອງຜົນປະໂຫຍດຂອງຕົນຕາມລະບຽບກົດໝາຍຈາກ ການລະເມີດຂອງຜູ້ອື່ນເຊັ່ນສິດໃນການຮ້ອງຟ້ອງ,ສິດໃນການໄດ້ຮັບ ການຊົດເຊີຍຈາກຄວາມເສຍຫາຍທີ່ຜູ້ອື່ນໄດ້ກໍ່ຂຶ້ນ; 5. ປ້ອງກັນບໍ່ໃຫ້ຜູ້ອື່ນສະແຫວງຫາຜົນປະໂຫຍດຈາກການປະ ດິດສ້າງທີ່ໄດ້ຮັບສິດທິບັດແລ້ວ.ສາມາດດໍາເນີນການຮ້ອງຟ້ອງໄດ້ພາຍ ຫຼັງໄດ້ຮັບສິດທິບັດແລ້ວຕໍ່ການລະເມີດທີ່ເກີດຂຶ້ນໃນຂະນະທີ່ຄໍາຮ້ອງຂໍຢູ່ ໃນໄລຍະພິຈາລະນາແລະການລະເມີດນັ້ນໄດ້ເກີດຂຶ້ນຫຼັງຈາກການພິມ ເຜີຍແຜ່ຄໍາຮ້ອງຂໍຮັບສິດທິບັດຫຼືຖ້າຜູ້ລະເມີດໄດ້ຮັບແຈ້ງການກ່ຽວກັບ ຄໍາຮ້ອງຂໍຮັບສິດທິບັດ. ສໍາລັບເຈົ້າຂອງອະນຸສິດທະບັດມີສິດເຊັ່ນດຽວກັນກັບເຈົ້າຂອງ ສິດທິບັດ.

....ມາດຕາ 56 (ປັບປຸງ) ສິດຂອງເຈົ້າຂອງແບບອຸດສາຫະກໍາ

ມາດຕາ 56 (ປັບປຸງ) ສິດຂອງເຈົ້າຂອງແບບອຸດສາຫະກໍາ ເຈົ້າຂອງແບບອຸດສາຫະກໍາມີສິດປ້ອງກັນບຸກຄົນທີ່ສາມບໍ່ໃຫ້ຜະ ລິດ,ຂາຍຫຼືນໍາເຂົ້າວັດຖຸທີ່ໃຊ້ແບບອຸດສາຫະກໍາຫຼືເປັນຮູບຊົງແບບອຸດ ສາຫະກໍາຊຶ່ງເປັນການກ່າຍແບບຫຼືການລອກຮຽນແບບຂອງແບບອຸດ ສາຫະກໍາເພື່ອຈຸດປະສົງທາງການຄ້າໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງ. ບົດບັນຍັດໃນຂໍ້ 3, ຂໍ້ 4 ແລະ ຂໍ້ 5 ຂອງມາດຕາ 55 ຂອງກົດ ໝາຍສະບັບນີ້ຈະໄດ້ຮັບການປະຕິບັດເຊັ່ນດຽວກັນເຖິງວ່າການພິມເຜີຍ ແຜ່ຈະຖືກເລື່ອນອອກໄປກໍ່ຕາມການຮ້ອງຟ້ອງຕໍ່ສານຈະບໍ່ເກີດຂຶ້ນເວັ້ນ ເສຍແຕ່ຂໍ້ມູນທີ່ກ່ຽວຂ້ອງໄດ້ຖືກແຈ້ງໃຫ້ຜູ້ຖືກຮ້ອງຟ້ອງຮູ້ກ່ອນໜ້ານີ້.

....ມາດຕາ 57 (ປັບປຸງ) ສິດຂອງເຈົ້າຂອງເຄື່ອງໝາຍການຄ້າ

ມາດຕາ 57 (ປັບປຸງ) ສິດຂອງເຈົ້າຂອງເຄື່ອງໝາຍການຄ້າ ເຈົ້າຂອງເຄື່ອງໝາຍການຄ້າມີສິດດັ່ງນີ້: 1. ປ້ອງກັນບໍ່ໃຫ້ບຸກຄົນທີ່ສາມນໍາໃຊ້ເຄື່ອງໝາຍການຄ້າ,ເຄື່ອງ ໝາຍບໍລິການທີ່ຄືກັນ,ຄ້າຍຄືກັນຫຼືກ່ຽວຂ້ອງກັນກັບສິນຄ້າຫຼືການບໍລິການ ຊື້ງຄືກັນ,ຄ້າຍຄືກັນຫຼືກ່ຽວຂ້ອງກັນເຄື່ອງໝາຍການຄ້າຫຼືເຄື່ອງໝາຍບໍ ລິການທີ່ຕົ້ນໄດ້ຈົດທະບຽນແລ້ວຊຶ່ງການນໍາໃຊ້ອາດກໍ່ໃຫ້ເກີດຄວາມສັບ ສົນ.ການນໍາໃຊ້ສັນຍາລັກທີ່ຄືກັນສໍາລັບສິນຄ້າຫຼືການບໍລິການທີ່ຄືກັນຈະ ຖືກສັນນິຖານວ່າເປັນການສ້າງຄວາມສັບສົນ; 2. ປ້ອງກັນບໍ່ໃຫ້ບຸກຄົນທີສາມຂາຍຫຼືໂຄສະນາສິນຄ້າທີ່ຕິດເຄື່ອງ ໝາຍຫຼືການນໍາໃຊ້ເຄື່ອງໝາຍກັບການບໍລິການແລະການນໍາເຂົ້າຫຼືສົ່ງ ອອກສິນຄ້າທີ່ຕິດເຄື່ອງໝາຍດັ່ງກ່າວ; 3. ປົກປ້ອງຜົນປະໂຫຍດຂອງຕົນຕາມລະບຽບກົດໝາຍຈາກ ການລະເມີດຂອງຜູ້ອື່ນເຊັ່ນສິດໃນການຮ້ອງຟ້ອງ,ສິດໃນການໄດ້ຮັບ ການຊົດເຊີຍຈາກຄວາມເສຍຫາຍທີ່ຜູ້ອື່ນໄດ້ກໍ່ຂຶ້ນ. ສິດທີ່ໄດ້ກໍານົດໄວ້ໃນຂໍ້ 1 ແລະ ຂໍ້ 2 ຂອງມາດຕານີ້ຕ້ອງບໍ່ ສ້າງຄວາມເສຍຫາຍຕໍ່ສິດທີ່ມີກ່ອນໜ້ານີ້. ສິດທີ່ໄດ້ກໍານົດໄວ້ໃນຂ້າງເທິງນີ້ຈະນໍາມາປະຕິບັດເຊັ່ນດຽວກັນ ຕໍ່ເຄື່ອງໝາຍທີ່ມີຊື່ສຽງແລະຊື່ການຄ້າເຖິງວ່າຈະໄດ້ຈົດທະບຽນຫຼືບໍ່ກໍ່ ຕາມ.

....ມາດຕາ 58 (ປັບປຸງ) ສິດຂອງເຈົ້າຂອງແບບຜັງວົງຈອນລວມ

ມາດຕາ 58 (ປັບປຸງ) ສິດຂອງເຈົ້າຂອງແບບຜັງວົງຈອນລວມ ເຈົ້າຂອງແບບຜັງວົງຈອນລວມມີສິດປ້ອງກັນຜູ້ອື່ນທີ່ບໍ່ໄດ້ຮັບອະ ນຸຍາດ: 1. ຜະລິດຊໍ້າແບບຜັງວົງຈອນລວມທັງໝົດເຖິງວ່າຈະບັນຈຸໄວ້ ໃນວົງຈອນລວມຫຼືຢ່າງອື່ນກໍ່ຕາມ; 2. ຜະລິດຊໍ້າວົງຈອນລວມສ່ວນໃດສ່ວນໜຶ່ງເຖິງວ່າຈະບັນຈຸໄວ້ ໃນວົງຈອນລວມຫຼືຢ່າງອື່ນກໍ່ຕາມຍົກເວັ້ນການຜະລິດຊໍ້າສ່ວນໃດສ່ວນ ໜຶ່ງທີ່ບໍ່ຈໍາເປັນຈະໃຫ້ຖືກຕ້ອງຕາມເງື່ອນໄຂຂອງຕົ້ນສະບັບທີ່ໄດ້ກໍານົດ ໄວ້ໃນຂໍ້ 1 ມາດຕາ 18 ຂອງກົດໝາຍສະບັບນີ້; 3. ນໍາເຂົ້າ,ຂາຍຫຼືຈໍາໜ່າຍແບບຜັງທີ່ໄດ້ຮັບການປົກປ້ອງຫຼືວົງ ຈອນລວມຊຶ່ງລວມເຂົ້າກັນຢູ່ໃນແບບຜັງທີ່ໄດ້ຮັບການປົກປ້ອງເພື່ອຈຸດ ປະສົງທາງການຄ້າ; 4. ນໍາເຂົ້າ,ຂາຍຫຼືຈໍາໜ່າຍຊິ້ນສ່ວນທີ່ລວມເຂົ້າກັນຫຼືວົງຈອນ ລວມຊຶ່ງລວມເຂົ້າກັນໃນແບບຜັງທີ່ໄດ້ຮັບການປົກປ້ອງເພື່ອຈຸດປະສົງ ທາງການຄ້າເມື່ອໃດທີ່ວົງຈອນລວມຍັງບັນຈຸຜົງວົງຈອນລວມທີ່ຖືກຜະ ລິດຊໍ້າຢ່າງຜິດກົດໝາຍ. ການດໍາເນີນການໃດໜຶ່ງກ່ຽວກັບວົງຈອນລວມທີ່ລວມເຂົ້າກັບ ແບບຜັງທີ່ຜະລິດຊໍ້າຢ່າງຜິດກົດໝາຍຫຼືຊິ້ນສ່ວນໃດໜຶ່ງທີ່ລວມເຂົ້າກັບ ວົງຈອນລວມຊຶ່ງຜູ້ດໍາເນີນການຫຼືຜູ້ສັ່ງໃຫ້ດໍາເນີນການດັ່ງກ່າວບໍ່ຮູ້ແລະ ບໍ່ມີຄວາມສາມາດພຽງພໍທີ່ຈະຮູ້ໃນເວລາໄດ້ຮັບວົງຈອນລວມຫຼືຊິ້ນສ່ວນ ດັ່ງກ່າວທີ່ລວມເຂົ້າກັບວົງຈອນລວມນັ້ນຊຶ່ງລວມເຂົ້າກັບແບບຜັງທີ່ໄດ້ ຜະລິດຊໍ້າຢ່າງຜິດກົດໝາຍ,ຖ້າວ່າພາຍຫຼັງໄລຍະທີ່ບຸກຄົນນັ້ນໄດ້ຮັບ ແຈ້ງວ່າແບບຜັງທີ່ໄດ້ຜະລິດຊໍ້ານັ້ນຜິດກົດໝາຍ,ບຸກຄົນນັ້ນອາດມີການ ກະທໍາໃດໜຶ່ງທີ່ກ່ຽວຂ້ອງກັບສິນຄ້າທີ່ຢູ່ໃນການຄອບຄອງຂອງຕົນຫຼືສິນ ຄ້າທີ່ສັ່ງໄວ້ແລ້ວກ່ອນໜ້ານັ້ນຈະບໍ່ຖືວ່າເປັນການລະເມີດກົດໝາຍ,ແຕ່ ຜູ້ກ່ຽວຕ້ອງຮັບຜິດຊອບຈ່າຍຄ່າພາກຫຼວງຢ່າງສົມເຫດສົມຜົນໃຫ້ແກ່ ເຈົ້າຂອງສິດໃນມູນຄ່າທີ່ໄດ້ຕົກລົງຕາມການເຈລະຈາກັນເພື່ອຂໍໃບອະນຸ ຍາດນໍາໃຊ້ແບບຜັງດັ່ງກ່າວ. ການຜະລິດຊໍ້າແບບຜັງວົງຈອນລວມເພື່ອຈຸດປະສົງສໍາລັບການ ຜະເມີນຜົນ,ການວິເຄາະ,ການຄົ້ນຄວວ້າຫຼືການສິດສອນສ່ວນຕົວນັ້ນຈະ ບໍ່ຖືວ່າເປັນການລະເມີດກົດໝາຍ. ເຈົ້າຂອງສິດຈະບໍ່ມີສິດກ່ຽວກັບແບບຜັງຕົ້ນສະບັບທີ່ຄືກັນຊຶ່ງບຸກ ຄົນທີ່ສາມໄດ້ສ້າງຂຶ້ນຢ່າງເປັນເອກະລາດແລ້ວ.

....ມາດຕາ 59 (ປັບປຸງ) ສິດຂອງເຈົ້າຂອງທະບຽນແຫຼ່ງກໍາເນີດ

ມາດຕາ 59 (ປັບປຸງ) ສິດຂອງເຈົ້າຂອງທະບຽນແຫຼ່ງກໍາເນີດ ເຈົ້າຂອງທະບຽນແຫຼ່ງກໍາເນີດມີສິດດັ່ງນີ້: 1. ປ້ອງກັນບໍ່ໃຫ້ຜູ້ອື່ນນໍາໃຊ້ແຫຼ່ງກໍາເນີດຕໍ່ສິນຄ້າຫຼືນໍາເອົາ ແຫຼ່ງກໍາເນີດເຂົ້າໃນເຄື່ອງໝາຍການຄ້າຂອງຕົນແລະປ້ອງກັນບໍ່ໃຫ ້ຜູ້ອື່ນຂາຍ,ໂຄສະນາ,ນໍາເຂົ້າຫຼືສົ່ງອອກສິນຄ້າທີ່ນໍາໃຊ້ແຫຼ່ງກໍາເນີດຫຼື ນໍາເອົາແຫຼ່ງກໍາເນີດເຂົ້າໃນເຄື່ອງແບບການຄ້າດັ່ງກ່າວ; 2. ຄັດຄ້ານການນໍາໃຊ້ແຫຼ່ງກໍາເນີດໃນຂໍ້ 1 ເທິງນີ້ທີ່ກ່ຽວຂ້ອງ ກັບເຫຼົ້າແວັງຫຼືເຫຼົ້າຂາວເຖິງວ່າການແປພາສາຫຼືການນໍາເອົາຄໍາສັບ ເຊັ່ນປະເພດ,ຊະນິດ,ແບບທີ່ຮຽນແບບຫຼືທີ່ຄ້າຍຄືກັນນີ້ມານໍາໃຊ້ກໍ່ຕາມ; 3. ປົກປ້ອງແຫຼ່ງກໍາເນີດເພື່ອຕ້ານກັບການບົ່ງບອກແຫຼ່ງກໍາ ເນີດຊຶ່ງມາຈາກດິນແດນ,ຂົງເຂດຫຼືທ້ອງຖິ່ນດັ່ງກ່າວແທ້ແຕ່ເຮັດໃຫ້ ສາທາລະນະຊົນເຂົ້າໃຈຜິດວ່າເປັນສິນຄ້າທີ່ມາຈາກດິນແດນອື່ນ; 4. ປົກປ້ອງຜົນປະໂຫຍດຂອງຕົນຕາມລະບຽບກົດໝາຍຈາກ ການລະເມີດຂອງຜູ້ອື່ນເຊັ່ນສິດໃນການຮ້ອງຟ້ອງ,ສິດໃນການໄດ້ຮັບ ການຊົດເຊີຍຈາກຄວາມເສຍຫາຍທີ່ຜູ້ອື່ນໄດ້ກໍ່ຂຶ້ນ. ມີແຕ່ຜູ້ຜະລິດທີ່ດໍາເນີນທຸລະກິດຢູ່ໃນເຂດພູມສາດທີ່ຖືກກໍານົດໃຫ້ ເປັນແຫຼ່ງກໍາເນີດເທົ່ານັ້ນຈຶ່ງສາມາດນໍາໃຊ້ແຫຼ່ງກໍາເນີດທີ່ໄດ້ຈົດທະ ບຽນຕໍ່ຫຼືກ່ຽວຂ້ອງກັບສິນຄ້າທີ່ພົວພັນເຖິງແຫຼ່ງກໍາເນີດ. ການກະທໍາໃດໜຶ່ງທີ່ເປັນການລະເມີດສິດຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 1 ຫຼື ຂໍ້ 2 ຂອງມາດຕານີ້ລວມທັງການນໍາໃຊ້ທຸກພາຫະນະເພື່ອກໍາ ເນີດຫຼືນໍາສະເໜີສິນຄ້າທີ່ບົ່ງບອກຫຼືແນະນໍາແຫຼ່ງທີ່ມາຂອງສິນຄ້າຊຶ່ງ ບໍ່ແມ່ນແຫຼ່ງກໍາເນີດທີ່ແທ້ຈິງແລະເຮັດໃຫ້ສາທາລະນະຊົນຫຼົງເຊື່ອວ່າ ມາຈາກແຫຼ່ງກໍາເນີດນັ້ນກໍ່ຈະຖືວ່າເປັນການແຂ່ງຂັນທີ່ບໍ່ເປັນທໍາ. ສິດທີ່ໄດ້ກໍານົດໄວ້ໃນຂໍ້ 1 ແລະ ຂໍ້ 2 ຂອງມາດຕານີ້ ຈະປະຕິ ບັດຕໍ່ການບົ່ງບອກແຫຼ່ງທີ່ມາຂອງສິນຄ້າທີ່ຄ້າຍຄືຫຼືອ່ານອອກສຽງຄືກັນ ກັບແຫຼ່ງກໍາເນີດທີ່ໄດ້ຮັບການປົກປ້ອງຊຶ່ງໃຫ້ເຂົ້າໃນຜິດ.

....ມາດຕາ 60 (ປັບປຸງ) ສິດຂອງເຈົ້າຂອງຄວາມລັບທາງການຄ້າ

ມາດຕາ 60 (ປັບປຸງ) ສິດຂອງເຈົ້າຂອງຄວາມລັບທາງການຄ້າ ເຈົ້າຂອງຄວາມລັບທາງການຄ້າມີສິດດັ່ງນີ້: 1. ປ້ອງກັນບໍ່ໃຫ້ຜູ້ອື່ນເປີດເຜີຍ,ຄອບຄອງຫຼືນໍາໃຊ້ຂໍ້ມູນຄວາມ ລັບທາງການຄ້າທີ່ຢູ່ໃນການຄວບຄຸມກວດກາຂອງຕົນຢ່າງຖືກຕ້ອງ ແລະທີ່ມີລັກສະນະຂັດກັບພຶດຕິກໍາທາງການຄ້າທີ່ສຸດຈະລິດ,ຍົກເວັ້ນ: 1.1. ການຄົ້ນພົບຂໍ້ມູນດ້ວຍວິທີວິສະວະກໍາຢ້ອນກັບ (reverse engineering), ການທົດສອບໃນຫ້ອງທົດລອງຫຼືການວິເຄາະຫຼືວິ ທີການທີ່ຄ້າຍຄືກັນ; 1.2. ການຄອບຄອງຂໍ້ມູນໂດຍປາສະຈາກພັນທະໃນການຮັກສາ ຄວາມລັບຫຼືດ້ວຍການໄວ້ເນື້ອເຊື່ອໃຈ. 2. ປົກປ້ອງຜົນປະໂຫຍດຂອງຕົນຕາມລະບຽບກົດໝາຍຈາກ ການລະເມີດຂອງຜູ້ອື່ນເຊັ່ນສິດໃນການຮ້ອງຟ້ອງ,ສິດໃນການໄດ້ຮັບ ການຊົດເຊີຍຈາກຄວາມເສຍຫາຍທີ່ຜູ້ອື່ນໄດ້ກໍ່ຂຶ້ນ; 3. ບໍ່ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງສໍ້ໂກງຫຼືຍັກ ຍອກຄວາມລັບທາງການຄ້າ; 4. ເປີດເຜີຍ,ຖອດຖອນຫຼືນໍາໃຊ້ຄວາມລັບທາງການຄ້າຫຼືມອບ ສິດໃຫ້ຜູ້ອື່ນເປີດເຜີຍ,ຖອດຖອນຫຼືນໍາໃຊ້ໂດຍອາດກໍານົດເນື້ອໃນແລະ ເງື່ອນໄຂຕ່າງໆເພື່ອຮັກສາຄວາມລັບ; 5. ຄວບຄຸມກວດກາບຸກຄົນທີ່ຮູ້ຄວາມລັບທາງການຄ້າຈາກການ ຈ້າງງານຫຼືສັນຍາຫຼືຂໍ້ຕົກລົງອື່ນຊຶ່ງມີພັນທະຮັກສາຄວາມລັບດັ່ງກ່າວ ຈົນກວ່າຈະມີການເປີດເຜີຍເຖິງວ່າການຈ້າງງານຫຼືສັນຍາຫຼືຂໍ້ຕົກລົງ ໄດ້ສິ້ນສຸດລົງກ່ອນກໍ່ຕາມ. ຄວາມລັບທາງການຄ້າບໍ່ຈໍາເປັນຕ້ອງຈົດທະບຽນ.

....ມາດຕາ 61 (ປັບປຸງ) ການປົກປ້ອງການທົດລອງຫຼືຂໍ້ມູນອື່ນ

ມາດຕາ 61 (ປັບປຸງ) ການປົກປ້ອງການທົດລອງຫຼືຂໍ້ມູນອື່ນ ໃນກໍລະນີມີການອະນຸມັດດ້ານການຕະຫຼາດກ່ຽວກັບຜະລິດຕະພັນ ການຢາຫຼືສານເຄມີກະສິກໍາທີ່ນໍາໃຊ້ສານເຄມີໃໝ່ເປັນເງື່ອນໄຂກ່ຽວກັບ ການສະໜອງຂໍ້ມູນການທົດລອງຫຼືຂໍ້ມູນອື່ນທີ່ບໍ່ໄດ້ຖືກເປີດເຜີຍແລະໄດ້ ມາດ້ວຍການໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍຊຶ່ງຈະຕ້ອງຖືກປົກ ປ້ອງຕໍ່ການນໍາໃຊ້ທາງການຄ້າທີ່ບໍ່ເປັນທໍາແລະຕໍ່ການເປີດເຜີຍໂດຍບໍ່ ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນດັ່ງກ່າວ.ເຖິງຢ່າງໃດກໍ່ຕາມຂໍ້ມູນ ເຫຼົ່ານັ້ນອາດຈະຖືກເປີດເຜີຍເພື່ອປົກປ້ອງສາທາລະນະລຊົນເທົ່າທີ່ຈໍາ ເປັນ.ບຸກຄົນທີ່ບໍ່ແມ່ນຜູ້ສະໜອງຂໍ້ມູນບໍ່ມີສິດນໍາໃຊ້ຂໍ້ມູນດັ່ງກ່າວໂດຍບໍ່ ໄດ້ຮັບອະນຸຍາດໃນການຂໍອະນຸມັດຜະລິດຕະພັນຂອງຕົນຕະຫຼອດໄລຍະ ຫ້າປີນັບແຕ່ວັນທີ່ທີ່ ສປປລາວ ໄດ້ອອກໃບອະນຸມັດໃຫ້ແກ່ບຸກຄົນທີ່ສ້າງ ຂໍ້ມູນນັ້ນເພື່ອນໍາຜະລິດຕະພັນອອກສູ່ຕະຫຼາດ. ການກະທໍາທີ່ເປັນການລະເມີດມາດຕານີ້ຈະຖືວ່າເປັນການແຂ່ງ ຂັນທີ່ບໍ່ເປັນທໍາ,ເຈົ້າຂອງຂໍ້ມູນທີ່ກໍານົດໄວ້ໃນມາດຕານີ້ມີສິດນໍາໃຊ້ມາດ ຕະການຕ່າງໆເຊັ່ນຮ້ອງຟ້ອງຕໍ່ສານຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ ດໍາເນີນການແຂ່ງຂັນທີ່ບໍ່ເປັນທໍາຫຼືດໍາເນີນການອື່ນໆຊຶ່ງອາດຈະເກີດ ການແຂ່ງຂັ້ນທີ່ບໍ່ເປັນທໍາ,ເວັ້ນເສຍແຕ່ກົດໝາຍໄດ້ກໍານົດໄວ້ເປັນຢ່າງ ອື່ນ.

....ມາດຕາ 62 ພັນທະຂອງເຈົ້າຂອງຊັບສິນອຸດສາຫະກໍາ

ມາດຕາ 62 ພັນທະຂອງເຈົ້າຂອງຊັບສິນອຸດສາຫະກໍາ ເຈົ້າຂອງຊັບສິນອຸດສາຫະກໍາມີພັນທະດັ່ງນີ້: 1. ເປັນເຈົ້າການໃນການປົກປ້ອງແລະຄຸ້ມຄອງສິດຂອງຕົນດ້ວຍ ການຕິດຕາມກວດກາການນໍາໃຊ້ຊັບສິນອຸດສາຫະກໍາຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້; 2. ເປັນເຈົ້າການຊຸກຍູ້ແລະສົ່ງເສີມໃຫ້ສັງຄົມໄດ້ນໍາໃຊ້ຊັບສິນ ອຸດສາຫະກໍາຂອງຕົນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; 3. ເປັນເຈົ້າການໃນການແຈ້ງຂໍ້ມູນກ່ຽວກັບການລະເມີດຊັບສິນ ອຸດສາຫະກໍາຂອງຕົນໃຫ້ແກ່ອົງການຈັດຕັ້ງລັດທີ່ມີໜ້າທີ່ຮັບຜິດຊອບຕໍ່ ວຽກງານດັ່ງກ່າວ; 4. ເສຍພັນທະໃຫ້ລັດທີ່ໄດ້ມາຈາກການສະແຫວງຫາຜົນປະ ໂຫຍດ,ການໃຫ້ເຊົ່າ,ການໂອນຫຼືການສືບທອດຊັບສິນອຸດສາຫະກໍາຫຼື ການທີ່ໄດ້ຮັບຜົນປະໂຫຍດອື່ນຕາມລະບຽບກົດໝາຍ; 5. ເປັນເຈົ້າການປະສານງານໃນການແກ້ໄຂການລະເມີດຊັບ ສິນອຸດສາຫະກໍາຂອງຕົນ.

...ໝວດທີ 7 ຂໍ້ຈໍາກັດຕໍ່ສິດທາງດ້ານຊັບສິນອຸດສາຫະກໍາ


....ມາດຕາ 63 (ປັບປຸງ) ການນໍາໃຊ້ສິດທິບັດຫຼືອະນຸສິດທິບັດໂດຍບໍ່ຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງ

ມາດຕາ 63 (ປັບປຸງ) ການນໍາໃຊ້ສິດທິບັດຫຼືອະນຸສິດທິບັດໂດຍບໍ່ຈໍາ ເປັນຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງ ກະຊວງວິທະຍາສາດແລະເຕັກໂນໂລຊີສາມາດອະນຸຍາດໃຫ້ບຸກ ຄົນ,ນິຕິບຸກຄົນຫຼືການຈັດຕັ້ງຜະລິດ,ນໍາໃຊ້ຫຼືນໍາເຂົ້າການປະດິດສ້າງຫຼື ສິ່ງປະດິດທີ່ໄດ້ຮັບສິດທິບັດຫຼືອະນຸສິດທິບັດຕາມຄໍາສັ່ງຂອງນາຍົກລັດຖະ ມົນຕີໂດຍບໍ່ຈໍາເປັນຕ້ອງໄດ້ຮັບອະນຸຍາດລ່ວງໜ້າຈາກເຈົ້າຂອງສິດທິ ບັດຫຼືອະນຸສິດທິບັດບົນເງື່ອນໄຂ: 1. ການອະນຸຍາດມີກໍລະນີດັ່ງນີ້: 1.1. ໃນສະພາບການສຸກເສີນຂອງຊາດຫຼືໃນສະພາວະສຸກເສີນ ທີ່ຮ້າຍແຮງແລະຮີບດ່ວນທີ່ສຸດເຊັ່ນໄພພິບັດ,ໂລກລະບາດຫຼືສົງຄາມ; 1.2. ເພື່ອໃຫ້ລັດຖະບານນໍາໃຊ້ໃນທາງທີ່ບໍ່ແມ່ນການຄ້າເພື່ອ ຜົນປະໂຫຍດຂອງສາທາລະນະຊົນໂດຍສະເພາະກ່ຽວກັບການປ້ອງກັນ ຊາດ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ອາຫານຫຼືສາທາລະນະ ສຸກຫຼືເພື່ອຄວາມຕ້ອງການອັນຈໍາເປັນຮີບດ່ວນອື່ນ; 1.3. ເພື່ອແກ້ໄຂພຶດຕິກໍາດ້ານການແຂ່ງຂັນພາຍຫຼັງການຕັດ ສິນຂອງສານແລະສານເຫັນວ່າການສະແຫວງຫາຜົນປະໂຫຍດຈາກ ການປະດິດສ້າງຫຼືສິ່ງປະດິດທີ່ໄດ້ຮັບການປົກປ້ອງນັ້ນແມ່ນມີຄວາມຈໍາ ເປັນເພື່ອແກ້ໄຂພຶດຕິກໍາຕ້ານການແຂ່ງຂັນ; 1.4. ເພື່ອຕອບສະນອງຄວາມຕ້ອງການຢ່າງພຽງພໍໃນການນໍາ ໃຊ້ການປະດິດສ້າງຫຼືສິ່ງປະດິດຢູ່ ສປປລາວ ໃນກໍລະນີທີ່ເຈົ້າຂອງບໍ່ສາ ມາດຕອບສະໜອງໄດ້. 2. ການອະນຸຍາດນໍາໃຊ້ແຕ່ລະຄັ້ງຕ້ອງພິຈາລະນາຕາມຄວາມ ເໝາະສົມສະເພາະຂອບເຂດແລະໄລຍະເວລາການນໍາໃຊ້ດັ່ງກ່າວຈະ ຕ້ອງຈໍາກັດຢູ່ໃນຈຸດປະສົງທີ່ໄດ້ຮັບອະນຸຍາດເທົ່ານັ້ນ.ເຈົ້າຂອງສິດມີ ສິດຄັດຄ້ານການອະນຸຍາດດັ່ງກ່າວແລະສະເໜີເງື່ອນໄຂທາງເລືອກ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການພາຍໃນສໍາລັບການປະດິດສ້າງ ຫຼືສິ່ງປະດິດ; 3. ການນໍາໃຊ້ດັ່ງກ່າວບໍ່ເປັນສິດຜູກຂາດແລະບໍ່ສາມາດໂອນ ໄດ້,ຍົກເວັ້ນແຕ່ໃນກຸ່ມວິສາຫະກິດຂອງຕົນຫຼືມີເຈດຕະນາທີ່ດີໃນການນໍາ ໃຊ້; 4. ການອະນຸຍາດຕ້ອງກໍານົດໃຫ້ເຈົ້າຂອງສິດໄດ້ຮັບຄ່າຕອບ ແທນຢ່າງພຽງພໍຕາມແຕ່ກໍລະນີໂດຍພິຈາລະນາຕາມມູນຄ່າເສດຖະກິດ ຂອງການອະນຸຍາດນັ້ນ.ຄໍາສັ່ງອະນຸຍາດຕ້ອງກໍານົດຄ່າທົດແທນຫຼືວິທີ ການກໍານົດມູນຄ່າດັ່ງກ່າວແລະເງື່ອນໄຂໃນການຊໍາລະ.ເຈົ້າຂອງສິດ ມີສິດສະເໜີເງື່ອນໄຂສໍາລັບຄ່າຕອບແທນ,ກໍານົດວິທີການໃຫ້ຄ່າຕອບ ແທນແລະເງື່ອນໄຂສໍາລັບການຊໍາລະ. ເພື່ອແກ້ໄຂພຶດຕິກໍາໃນການ ຕ້ານການແຂ່ງຂັນໃຫ້ຄໍານຶງເຖິງການກໍານົດມູນຄ່າຕອບແທນຕາມທີ່ ກໍານົດໄວ້ໃນຂໍ້ 1.3 ຂອງມາດຕານີ້; 5. ເຈົ້າຂອງສິດມີສິດສະເໜີຕໍ່ກະຊວງວິທະຍາສາດແລະເຕັກໂນ ໂລຊີພິຈາລະນາຄືນໃໝ່ກ່ຽວກັບຄ່າຕອບແທນທີ່ບໍ່ສົມເຫດສົມຜົນຫຼືກໍລະ ນີທີ່ບໍ່ສົມຄວນພາຍໃນກໍານົດຫົກສິບວັນນັບແຕ່ວັນທີ່ໄດ້ຮັບແຈ້ງການເປັນ ຕົ້ນໄປ. 6. ກະຊວງວິທະຍາສາດແລະເຕັກໂນໂລຊີຕ້ອງອອກແຈ້ງການ ໃຫ້ເຈົ້າຂອງສິດໂດຍທັນທີຕໍ່ທຸກຄໍາສັ່ງກ່ຍວກັບການອະນຸຍາດແລະຄ່າ ຕອບແທນທີ່ຕ້ອງຊໍາລະໃຫ້ເຈົ້າຂອງສິດ; 7. ສໍາລັບການອະນຸຍາດພາຍໃຕ້ຂໍ້ 1.1, 1.2 ຫຼື 1.4 ຂອງ ມາດຕານີ້: 7.1. ທຸກການນໍາໃຊ້ດັ່ງກ່າວຕ້ອງໄດ້ຮັບອະນຸຍາດສໍາລັບການ ສະໜອງສິນຄ້າທີ່ສໍາຄັນສູ່ຕະຫຼາດພາຍໃນຂອງ ສປປລາວ; 7.2. ການນໍາໃຊ້ດັ່ງກ່າວຈະຖືວ່າໄດ້ຮັບອະນຸຍາດຖ້າວ່າກ່ອນ ການນໍາໃຊ້ນັ້ນຜູ້ສະເໜີນໍາໃຊ້ໄດ້ພະຍາຍາມຂໍອະນຸຍາດຈາກເຈົ້າຂອງ ສິດທິບັດຫຼືອະນຸສິດທິບັດບົນພື້ນຖານການກໍານົດແລະເງື່ອນໄຂທາງ ການຄ້າທີ່ສົມເຫດສົມຜົນແຕ່ຄວາມພະຍາຍາມຂໍອະນຸຍາດດັ່ງກ່າວບໍ່ ສໍາເລັດຜົນໃນໄລຍະເວລາທີ່ຄວນ; 7.3. ເງື່ອນໄຂຂອງຂໍ້ 7.2. ຂອງມາດຕານີ້ອາດຖືກຍົກເວັ້ນໃນ ກໍລະນີທີ່ມີສະພາບການສຸກເສີນຂອງຊາດຫຼືສະພາວະສຸກເສີນທີ່ຮ້າຍ ແຮງແລະຮີບດ່ວນທີ່ສຸດຊຶ່ງໃນກໍລະນີນີ້ຕ້ອງໄດ້ແຈ້ງໃຫ້ເຈົ້າຂອງສິດ ຊາບໂດຍໄວເທົ່າທີ່ຈະໄວໄດ້; 7.4. ເງື່ອນໄຂຂອງຂໍ້ 7.2. ຂອງມາດຕານີ້ອາດຖືກຍົກເວັ້ນ ໃນກໍລະນີການນໍາໃຊ້ເພື່ອສາທາລະນະຊົນໂດຍບໍ່ແມ່ນທາງການຄ້າ.ໃນ ກໍລະນີລັດຖະບານຫຼືຜູ້ຮັບເໝົາຮູ້ໂດຍທີ່ບໍ່ໄດ້ຄົນຫາຫຼືມີຫຼັກຖານທີ່ຈະຮູ້ໄດ້ ວ່າສິດທິບັດຫຼືອະນຸສິດທິບັດທີ່ຍັງມີຜົນໃຊ້ໄດ້ນັ້ນຖືກນໍາໃຊ້ຫຼືຈະຖືກນໍາໃຊ້ ໂດຍລັດຖະບານຫຼືເພື່ອລັດຖະບານຊຶ່ງຕ້ອງໄດ້ແຈ້ງໃຫ້ເຈົ້າຂອງສິດ ຊາບໃນທັນໃດ; 8. ຄວາມສັກສິດທາງດ້ານກົດໝາຍຂອງທຸກຂໍ້ຕົກລົງກ່ຽວກັບ ການອະນຸຍາດໃຫ້ນໍາໃຊ້ແລະຄ່າຕອບແທນທີ່ໄດ້ກໍານົດໄວ້ນັ້ນເມື່ອມີ ຄວາມບໍ່ພໍໃຈຕໍ່ຂໍ້ຕົກລົງດັ່ງກ່າວເຈົ້າຂອງສິດມີສິດສະເໜີຄັດຄ້ານຕໍ່ອົງ ການຕຸລາການພາຍໃນຫົກສິບວັນຫຼັງຈາກໄດ້ຮັບແຈ້ງການເປັນຕົ້ນໄປ; 9. ໃນກໍລະນີທີ່ບຸກຄົນທີສາມຮ້ອງຂໍອະນຸຍາດໂດຍອີງຕາມຂໍ້ 1.4. ຂອງມາດຕານີ້ການຮ້ອງຂໍດັ່ງກ່າວຍັງຕ້ອງມີເງື່ອນໄຂດັ່ງນີ້: 9.1. ການຮ້ອງຂໍບໍ່ໃຫ້ຍື່ນກ່ອນສີ່ປີນັບແຕ່ວັນທີທີ່ຍື່ນຄໍາຮ້ອງຂໍ ຮັບສິດທິບັດຫຼືບໍ່ໃຫ້ຍື່ນກ່ອນສາມປີຫຼັງຈາກວັນທີທີ່ໄດ້ຮັບສິດທິບັດແລ້ວ ແຕ່ກໍລະນີໃນໄລຍະທີ່ຍັງບໍ່ທັນໝົດອາຍຸ; 9.2. ຜູ້ຮ້ອງຂໍດັ່ງກ່າວຕ້ອງສະເໜີຫຼັກຖານກ່ຽວກັບຄວາມຕ້ອງ ການການປະດິດສ້າງຫຼືສິ່ງປະດິດທີ່ໄດ້ຮັບສິດທິບັດຫຼືອະນຸສິດທິບັດບໍ່ພຽງ ພໍຢູ່ ສປປລາວ ບໍ່ວ່າ ການຜະລິດພາຍໃນຫຼືການນໍາເຂົ້າແລະຜູ້ຮ້ອງຂໍ ມີຄວາມສາມາດສະໜອງການປະດິດສ້າງຫຼືສິ່ງປະດິດຕາມເງື່ອນໄຂທີ່ ສົມເຫດສົມຜົນຖ້າຄໍາຮ້ອງຂໍການອະນຸຍາດຫາກໄດ້ຮັບອະນຸມັດ.ຫຼັກຖານ ດັ່ງກ່າວຕ້ອງນໍາມາພິຈາລະນາເຖິງຄວາມຈໍາເປັນໃນການຈ່າຍຄ່າ ຕອບແທນໃຫ້ແກ່ເຈົ້າຂອງສິດທິບັດຫຼືອະນຸສິດທິບັດ. 9.3. ກະຊວງວິທະຍາສາດແລະເຕັກໂນໂລຊີຕ້ອງແຈ້ງໃຫ້ເຈົ້າ ຂອງສິດທິບັດຫຼືອະນຸສິດທິບັດກ່ຽວກັບການຮ້ອງຂໍນັ້ນພາຍໃນເກົ້າສິບວັນ ແລະຕ້ອງໃຫ້ໂອກາດເຈົ້າຂອງສິດທິບັດຫຼືອະນຸສິດທິບັດສະເໜີຫຼັກຖານ( ຖ້າຫາກມີ) ເພື່ອໃຫ້ເຫດຜົນທີ່ຊອບທໍາເຖິງຄວາມບໍ່ສາມາດຕອບສະ ໜອງໃນການນໍາໃຊ້ການປະດິດສ້າງຫຼືສິ່ງປະດິດ; 9.4. ການອະນຸຍາດດັ່ງກ່າວຈະຖືກປະຕິເສດຖ້າວ່າເຈົ້າຂອງ ສິດທິບັດຫຼືອະນຸສິດທິບັດໃຫ້ເຫດຜົນທີ່ຊອບທໍາເຖິງຄວາມສາມາດຕອບ ສະໜອງໃນການນໍາໃຊ້ການປະດິດສ້າງຫຼືສິ່ງປະດິດຂອງຕົນຢູ່ ສປປ ລາວ; 10. ໃນກໍລະນີໃດກໍ່ຕາມການອະນຸຍາດດັ່ງກ່າວຕ້ອງບໍ່ຕັດສິດ ຂອງເຈົ້າຂອງສິດທິບັດຫຼືອະນຸສິດທະບັດກ່ຽວກັບສິດເພື່ອສືບຕໍ່ສະແຫວງ ຫາຜົນປະໂຫຍດຈາກການປະດິດສ້າງລືສິ່ງປະດິດຂອງຕົນ; 11. ການອະນຸຍາດດັ່ງກ່າວສາມາດດັດແກ້ໄດ້ໂດຍພິຈາລະນາ ເຖິງສະພາບການສຸກເສີນທີ່ຍັງມີຢູ່ຫຼືສະພາບການສຸກເສີນອັນໃໝ່ທີ່ເກີດ ຂຶ້ນບົນເງື່ອນໄຂບົດບັນຍັດແລະການປົກປ້ອງທີ່ໄດ້ກໍານົດໄວ້; 12. ການອະນຸຍາດນໍາໃຊ້ດັ່ງກ່າວຕ້ອງສິ້ນສຸດລົງເມື່ອເວລາທີ່ ສະພາບການນັ້ນໄດ້ຢຸດຕິລົງແລະຈະບໍ່ເກີດຄືນອີກຫຼືໃນກໍລະນີທີ່ຜູ້ໄດ້ຮັບ ອະນຸຍາດບໍ່ປະຕິບັດຕາມເງື່ອນໄຂທີ່ກໍານົດໄວ້ໃນຄໍາສັ່ງໃຫ້ນໍາໃຊ້ການ ປະດິດສ້າງຫຼືສິ່ງປະດິດບົນເງື່ອນໄຂການປົກປ້ອງຢ່າງພຽງພໍຕໍ່ຜົນປະ ໂຫຍດອັນຊອບທໍາຂອງຜູ້ທີ່ໄດ້ຮັບອະນຸຍາດ; 12.1. ກະຊວງວິທະຍາສາດແລະເຕັກໂນໂລຊີມີສິດກວດຄືນ ຄວາມເປັນຈິງທີ່ເກີດຂຶ້ນຕາມການຮ້ອງຂໍຂອງເຈົ້າຂອງສິດຫຼືພາກສ່ວນ ທີ່ກ່ຽວຂ້ອງອື່ນຂອງສະຖານະການຊຶ່ງເປັນພື້ນຖານໃຫ້ແກ່ການອະນຸ ຍາດດັ່ງກ່າວ; 12.2. ຖ້າເຫັນວ່າສະຖານະການທີ່ເປັນພື້ນຖານໃຫ້ແກ່ການອະ ນຸຍາດນັ້ນໄດ້ຢຸດຕິລົງແລະຈະເກີດຄືນອີກກະຊວງວິທະຍາສາດແລະເຕັກ ໂນໂລຊີອາດຈະອອກຄໍາສັ່ງທີ່ສົມເຫດສົມຜົນເພື່ອປົກປ້ອງຜົນປະໂຫຍດ ອັນຊອບທໍາຂອງຜູ້ທີ່ໄດ້ຮັບອະນຸຍາດ; 12.3. ກະຊວງວິທະຍາສາດແລະເຕັກໂນໂລຊີມີສິດປະຕິເສດ ການສິ້ນສຸດການອະນຸຍາດເມື່ອເງື່ອນໄຂທີ່ເຮັດໃຫ້ເກີດການອະນຸຍາດ ດັ່ງກ່າວຫາກຈະກັບຄືນມາອີກ.

....ມາດຕາ 64 (ປັບປຸງ) ການບໍ່ນໍາໃຊ້ເຄື່ອງໝາຍການຄ້າ

ມາດຕາ 64 (ປັບປຸງ) ການບໍ່ນໍາໃຊ້ເຄື່ອງໝາຍການຄ້າ ການບໍ່ນໍາໃຊ້ເຄື່ອງໝາຍການຄ້າມີກໍລະນີດັ່ງນີ້: 1. ເຄື່ອງໝາຍການຄ້າບໍ່ໄດ້ຖືກນໍາໃຊ້ຢ່າງຕໍ່ເນື່ອງພາຍໃນໄລ ຍະເວລາຫ້າປີ; 2. ເຄື່ອງໝາຍການຄ້າໄດ້ຖືກນໍາໃຊ້ເປັນພຽງແຕ່ໃນນາມເທົ່າ ນັ້ນຫຼືເຈົ້າຂອງໄດ້ນໍາໃຊ້ດ້ວຍຄວາມບໍ່ບໍລິສຸດໃຈ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງສາມາດສະເໜີຕໍ່ກະຊວງວິທະຍາ ສາດແລະເຕັກໂນໂລຊີເພື່ອຂໍຍົກເລີກການຈົດທະບຽນເຄື່ອງໝາຍການ ຄ້າທີ່ບໍ່ໄດ້ນໍາໃຊ້.ໃນການຂໍຍົກເລີກນັ້ນເຈົ້າຂອງມີສິດສະແດງເຫດຜົນ ຊີ້ແຈງການບໍ່ໄດ້ນໍາໃຊ້ເຄື່ອງໝາຍກັ່ງກ່າວ.ເຫດສຸດວິໄສຈະຖືວ່າເປັນ ເຫດຜົນພຽງພໍສໍາລັບການບໍ່ໄດ້ນໍາໃຊ້ເຄື່ອງໝາຍນັ້ນ. ເຄື່ອງໝາຍການຄ້າໃດໜຶ່ງຈະຖືວ່າຖືກນໍາໃຊ້ກໍ່ຕໍ່ເມື່ອຫາກຖືກ ນໍາໃຊ້ຕໍ່ຫຼືກ່ຽວຂ້ອງກັບສິນຄ້າແລະການບໍລິການທີ່ເຄື່ອງໝາຍການຄ້າ ດັ່ງກ່າວໄດ້ຖືກຈົດທະບຽນໄວ້ໂດຍເຈົ້າຂອງຫຼືຜູ້ອື່ນທີ່ໄດ້ຮັບອະນຸຍາດ ແລະຢູ່ພາຍໃຕ້ການຄວບຄຸມກວດກາຂອງເຈົ້າຂອງ.

....ມາດຕາ 65 ເງື່ອນໄຂແບບຜັງວົງຈອນລວມ

ມາດຕາ 65 ເງື່ອນໄຂແບບຜັງວົງຈອນລວມ ໃນກໍລະນີທີ່ໄດ້ນໍາໃຊ້ແບບຜັງວົງຈອນລວມເພື່ອຫາຜົນປະໂຫຍດ ທາງການຄ້າແລ້ວບໍ່ວ່າຢູ່ພາຍໃນຫຼືນອກປະເທດຄໍາຮ້ອງຂໍຈົດທະບຽນ ແບບຜັງວົງຈອນລວມດັ່ງກ່າວຕ້ອງຍື່ນພາຍໃນສອງປີນັບແຕ່ວັນໄດ້ນໍາ ໃຊ້ແບບຜັງວົງຈອນລວມເພື່ອຫາຜົນປະໂຫຍດທາງການຄ້າຄັ້ງທໍາອິດ ຫຼືນັບແຕ່ວັນປະດິດສ້າງເປັນຕົ້ນມາ.ໃນກໍລະນີໃດກໍ່ຕາມໄລຍະເວລາ ແມ່ນບໍ່ໃຫ້ເກີນສິບຫ້າປີນັບແຄ່ວັນປະດິດສ້າງ.

....ມາດຕາ 66 (ປັບປຸງ) ການສະແຫວງຫາຜົນປະໂຫຍດຈາກແຫຼ່ງກໍາເນີດ

ມາດຕາ 66 (ປັບປຸງ) ການສະແຫວງຫາຜົນປະໂຫຍດຈາກແຫຼ່ງກໍາ ເນີດ ໃນກໍລະນີທີ່ເຈົ້າຂອງທະບຽນແຫຼ່ງກໍາເນີດບໍ່ສາມາດປະຕິບັດ ຕາມເງື່ອນໄຂຂອງການຈົດທະບຽນໄດ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ ສາມາດສະເໜີຕໍ່ກະຊວງວິທະຍາສາດແລເຕັກໂນໂລຊີເພື່ອຂໍໂຈະການ ສະແຫວງຫາຜົນປະໂຫຍດຈາກການນໍາໃຊ້ແຫຼ່ງກໍາເນີດທີ່ໄດ້ຈົດທະ ບຽນ.ກະຊວງວິທະຍາສາດແລະເຕັກໂນໂລຊີຕ້ອງແຈ້ງໃຫ້ເຈົ້າຂອງທະ ບຽນດັ່ງກ່າວປະຕິບັດຕາມເງື່ອນໄຂແລະຕາມກໍານົດເວລາທີ່ໄດ້ກໍານົດ ໄວ້,ຖ້າຫາກບໍ່ປະຕິບັດແລ້ວກໍ່ຈະຖືກສັ່ງໂຈະການສະແຫວງຫາຜົນປະ ໂຫຍດຈາກການນໍາໃຊ້ແຫຼ່ງກໍາເນີດດັ່ງກ່າວ.

..ພາກທີ 4 ພັນພືດໃໝ່


...ໝວດທີ 1 ເງື່ອນໄຂຂອງພັນພືດໃໝ່


....ມາດຕາ 67 (ໃໝ່) ປະເພດແລະຊະນິດຂອງພັນພືດ

ມາດຕາ 67 (ໃໝ່) ປະເພດແລະຊະນິດຂອງພັນພືດ ປະເພດແລະຊະນິດຕ່າງໆຂອງພັນພືດໄດ້ກໍານົດໄວ້ໃນລະບຽບ ການຕ່າງຫາກ.

....ມາດຕາ 68 (ປັບປຸງ) ເງື່ອນໄຂການຈົດທະບຽນພັນພືດໃໝ່

ມາດຕາ 68 (ປັບປຸງ) ເງື່ອນໄຂການຈົດທະບຽນພັນພືດໃໝ່ ການຈົດທະບຽນພັນພືດໃໝ່ຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ຕ້ອງໃໝ່; 2. ຕ້ອງແຕກຕ່າງ; 3. ຕ້ອງສະໝໍ່າສະເໝີ; 4. ຕ້ອງຄົງຕົວ; 5. ຕ້ອງກໍານົດຊື່ທີ່ແຕກຕ່າງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 73 ຂອງກົດໝາຍສະບັບນີ້;

....ມາດຕາ 69 (ໃໝ່) ຄວາມໃໝ່

ມາດຕາ 69 (ໃໝ່) ຄວາມໃໝ່ ພັນພືດຈະຖືວ່າໃໝ່ຖ້າໃນເວລາຍື່ນຄໍາຮ້ອງຂໍສິດຂອງນັກປະສົມ ປະພັນພືດນັ້ນສ່ວນຂະຫຍາຍພັນຫຼືຜົນເກັບກ່ຽວຍັງບໍ່ໄດ້ຖືກວາງຂາຍຫຼື ແຈກຢາຍໃຫ້ຜູ້ອື່ນນໍາໃຊ້ໂດຍນັກປະສົມພັນພືດຫຼືດ້ວຍການເຫັນດີຂອງຜູ້ ກ່ຽວໃນການສະແຫວງຫາຜົນປະໂຫຍດຈາກພັນພືດນັ້ນພາຍໃນກໍານົດ ເວລາ: 1. ໜຶ່ງປີຂຶ້ນໄປກ່ອນວັນຍື່ນຄໍາຮ້ອງໃນດິດນແດນຂອງສປປ ລາວ; 2. ສີ່ປີລົງມາກ່ອນວັນຍື່ນຄໍາຮ້ອງຫຼືຫົກປີລົງມາສໍາລັບພືດຢືນຕົ້ນ ຫຼືຕົ້ນໝາກອະງຸ່ນໃນດິນແດນຂອງປະເທດອື່ນ.

....ມາດຕາ 70 (ໃໝ່) ຄວາມແຕກຕ່າງ

ມາດຕາ 70 (ໃໝ່) ຄວາມແຕກຕ່າງ ພັນພືດຈະຕ້ອງແຕກຕ່າງທາງດ້ານຄຸນລັກສະນະໃໝ່ຢ່າງຈະ ແຈ້ງຈາກພັນພືດອື່ນຊຶ່ງເປັນທີ່ຮັບຮູ້ກັນທົ່ວໄປໃນເວລາຍື່ນຄໍາຮ້ອງຂໍ ຈົດທະບຽນ.

....ມາດຕາ 71 (ໃໝ່) ຄວາມສະໝໍ່າສະເໝີ

ມາດຕາ 71 (ໃໝ່) ຄວາມສະໝໍ່າສະເໝີ ພັນພືດທີ່ມີການປ່ຽນແປງນັ້ນອາດມາຈາກຮູບການສະເພາະຂອງ ການນໍາມາຂະຫຍາຍພັນແຕ່ຕ້ອງມີຮູບຮ່າງສະໝໍ່າສະເໝີຢ່າງເຕັມສ່ວນ ຕະຫຼອດໄປໃນຄຸນລັກສະນະຕ່າງທຂອງພັນພືດນັ້ນ.

....ມາດຕາ 72 (ໃໝ່) ຄວາມຄົງຕົວ

ມາດຕາ 72 (ໃໝ່) ຄວາມຄົງຕົວ ພັນພືດຈະຕ້ອງຄົງຕົວຖ້າຄຸນລັກສະນະຂອງພັນພືດນັ້ນຫາກບໍ່ມີ ການປ່ຽນແປງພາຍຫຼັງການຂະຫຍາຍພັນພືດຄືນໃໝ່ຫຼືໃນຕອນທ້າຍ ຂອງແຕ່ລະຮອບວຽນໃນກໍລະນີທີ່ມີຮອບວຽນສະເພາະຂອງການຂະ ຫຍາຍພັນນັ້ນ.

....ມາດຕາ 73 (ໃໝ່) ການກໍານົດຊື່ຂອງພັນພືດ

ມາດຕາ 73 (ໃໝ່) ການກໍານົດຊື່ຂອງພັນພືດ ພັນພືດໃໝ່ຕ້ອງກໍານົດຊື່ຕາມເງື່ອນໄຂດັ່ງນີ້: 1. ແຕ່ລະພັນພືດຕ້ອງໄ້ມີການກໍານົດຊື່ເພື່ອໃຫ້ກາຍເປັນຊື່ທົ່ວໄປ ຂອງພືດນັ້ນ.ສິດຈາກການຈົດທະບຽນຊື່ຂອງພັນພືດຕ້ອງບໍ່ແຕະຕ້ອງ ການນໍາໃຊ້ຊື່ຢ່າງເສລີກ່ຽວກັບພັນພືດດັ່ງກ່າວເຖິງວ່າອາຍຸຂອງສິດ ຂອງນັກປະສົມພັນພືດຈະສິ້ນສຸດລົງແລ້ວກໍ່ຕາມ; 2. ການສະເໜີການກໍານົດຊື່ຈະຕ້ອງສາມາດຈໍາແນກພັນພືດ ໄດ້,ຕ້ອງບໍ່ເຮັດໃຫ້ມີການເຂົ້າໃຈຜິດຫຼືສ້າງຄວາມສັບສົນກ່ຽວກັບຄຸນ ລັກສະນະ,ຄຸນຄ່າຫຼືເອກະລັກຂອງພັນພືດຫຼືເອກະລັກຂອງນັກປະສົມພັນ ພືດ,ຈະຕ້ອງແຕກຕ່າງຈາກທຸກການກໍານົດຊື່ພັນພືດຊະນິດດຽວກັນຫຼື ຊະນິດໃກ້ຄຽງກັນທີ່ມີແລ້ວໃນດິນແດນຂອງ ສປປລາວ ຫຼື ຕ່າງປະເທດ; 3. ການກໍານົດຊື່ຂອງພັນພືດຈະຕ້ອງໄດ້ຈົດທະບຽນໃນເວລາ ດຽວກັນກັບການອອກສິດໃຫ້ນັກປະສົມພັນພືດໂດຍສອດຄ່ອງກັບເງື່ອນ ໄຂທີ່ໄດ້ກໍານົດໄວ້ໃນລະບຽບການ; 4. ບຸກົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ສະເໜີຂາຍຫຼືວາງຈໍາໜ່າຍ ສ່ວນຂະຫຍາຍພັນຂອງພັນພືດທີ່ໄດ້ຮັບການປົກປ້ອງໃນດິນແດນຂອງ ສປປລາວ ຕ້ອງນໍາໃຊ້ການກໍານົດຊື່ຂອງພັນພືດນັ້ນເຖິງວ່າອາຍຸການ ຂອງສິດຂອງນັກປະສົມພັນພືດນັ້ນຈະສິ້ນສຸດລົງແລ້ວກໍ່ຕາມ,ຍົກເວັ້ນໃນ ກໍລະນີສິດທີ່ໄດ້ຮັບກ່ອນໜ້ານັ້ນໄດ້ຫ້າມການນໍາໃຊຊື່ດັ່ງກ່າວ; 5. ເມື່ອພັນພືດໃດໜຶ່ງຖືກນໍາສະເໜີຂາຍຫຼືວາງຈໍາໜ່າຍແມ່ນ ອະນຸຍາດໃຫ້ເອົາເຄື່ອງໝາຍການຄ້າ,ຊື່ການຄ້າຫຼືສິ່ງທີ່ຊີ້ບອກທີ່ຄ້າຍ ຄືປະກອບໃສ່ຊື່ພັນພືດທີ່ໄດ້ຈົດທະບຽນແລ້ວແຕ່ຊື່ນັ້ນຈະຕ້ອງເປັນສິ່ງທີ່ ຮູ້ໄດ້ງ່າຍ.

...ໝວດທີ 2 ການຈົດທະບຽນພັນພືດໃໝ່


....ມາດຕາ 74 (ປັບປຸງ) ສິດຍື່ນຄໍາຮ້ອງຂໍຈົດທະບຽນ

ມາດຕາ 74 (ປັບປຸງ) ສິດຍື່ນຄໍາຮ້ອງຂໍຈົດທະບຽນ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີສິດຍື່ນຄໍາຮ້ອງຂໍຈົດທະບຽນ ມີດັ່ງນີ້: 1. ນັກປະສົມພັນພືດສາມາດຍື່ນຄໍາຮ້ອງຂໍສິດຕໍ່ພັນພືດທີ່ໄດ້ມາ ຈາກການປະສົມພັນ; 2. ໃນກໍລະນີມີສອງຄົນຫຼືຫຼາຍກວ່ານັ້ນຮ່ວມກັນປະສົມພັນພືດບຸກ ຄົນດັ່ງກ່າວສາມາດຍື່ນຄໍາຮ້ອງຂໍສິດຮ່ວມກັນຕໍ່ພັນພືດທີ່ໄດ້ມາຈາກການ ປະສົມພັນນັ້ນ.ຖ້າຫາກບໍ່ມີການຕົກລົງກັນສະເພາະກ່ຽວກັບພູດການເປັນ ເຈົ້າຂອງໃຫ້ຖືວ່າພວກກ່ຽວເປັນເຈົ້າຂອງພັນພືດນັ້ນໃນພູດສະເໝີກັນ; 3. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ່າງປະເທດກໍ່ມີສິດຍື່ນຄໍາ ຮ້ອງຂໍຈົດທະບຽນຄືກັນກັບຄົນລາວໃນດິດແດນຂອງ ສປປລາວ. ສໍາລັບ ຜູ້ທີ່ບໍ່ມີທີ່ຢູ່ອາໄສຫຼືສະຖານທີ່ດໍາເນີນທຸລະກິດຢູ່ ສປປລາວ ນັ້ນໃຫ້ແຕ່ງ ຕັ້ງຕົວແທນຂອງຕົນຊຶ່ງມີທີ່ຢູ່ຖາວອນຢູ່ ສປປລາວ ດໍາເນີນການແທນ.

....ມາດຕາ 75 (ປັບປຸງ) ວັນບຸລິມະສິດ

ມາດຕາ 75 (ປັບປຸງ) ວັນບຸລິມະສິດ ການຮ້ອງຂໍເອົາວັນບຸລິມະສິດມີດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນພັນພືດໃໝ່ຈະໄດ້ຮັບວັນບຸລິມະສິດໃນ ການຍື່ນຄໍາຮ້ອງຂໍສິດຂອງນັກປະສົມພັນພືດໃນສປປລາວໃນໄລຍະເວ ລາສິບສອງເດືອນນັບແຕ່ວັນຍື່ນຄໍາຮ້ອງຂໍຄັ້ງທໍາອິດເປັນຕົ້ນໄປ.ຖ້າວ່າ ການຍື່ນຄໍາຮ້ອງທໍາອິດນັ້ນແມ່ນເຮັດຢູ່ປະເທດທີ່ໄດ້ໃຫ້ສິດໃນການປົກ ປ້ອງພັນພືດຕໍ່ນັກປະສົມພັນພືດຈາກ ສປປລາວ, ວັນທີ່ຍື່ນຄໍາຮ້ອງນັ້ນບໍ່ ໃຫ້ນັບເຂົ້າໃນໄລຍະເວລາສິບສອງເດືອນ; 2. ຜູ້ຍື່ນຄໍາຮ້ອງຂໍທີ່ຕ້ອງການຜົນປະໂຫຍດຈາກວັນບຸລິມະສິດ ພາຍຫຼັງໄດ້ຍື່ນຄໍາຮ້ອງຂໍແລ້ວຜູ້ກ່ຽວຕ້ອງຮ້ອງຂໍເອົາວັນບຸລິມະສິດຂອງ ຄໍາຮ້ອງຂໍຄັ້ງທໍາອິດແລະພາຍໃນກໍານົດສາມເດືອນນັບແຕ່ວັນຍື່ນຄໍາ ຮ້ອງຢູ່ ສປປລາວ ຜູ້ກ່ຽວຕ້ອງສະນອງສໍາເນົາເອກະສານທີ່ໄດ້ປະກອບ ໃນສໍານວນຄໍາຮ້ອງຂໍຄັ້ງທໍາອິດພ້ອມກັບຄໍາຮ້ອງຂໍທີ່ໄດ້ຮັບການຢັ້ງຢືນ ຄວາມຖືກຕ້ອງຈາກອົງການທີ່ກ່ຽວຂ້ອງພ້ອມກັບຕົວຢ່າງຫຼືຫຼັກຖານທີ່ຊີ້ ບອກວ່າພັນພືດທີ່ກໍານົດໃນສອງຄໍາຮ້ອງນັ້ນແມ່ນອັນດຽວກັນ; 3. ນັກປະສົມພັນພືດຈະໄດ້ຮັບອະນຸຍາດໃຫ້ສະໜອງຂໍ້ມູນແລະ ເອກະສານທີ່ຈໍາເປັນຫຼືເອກະສານທີ່ຕ້ອງການໃຫ້ກະຊວງວິທະຍາສາດ ແລະເຕັກໂນໂລຊີເພື່ອໃຫ້ມີການກວດສອບຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 77 ຂອງກົດໝາຍສະບັບນີ້ພາຍໃນໄລຍະເວລາສອງປີຫຼັງຈາກສິ້ນ ສຸດໄລຍະເວລາຂອງວັນບຸລິມະສິດຫຼືໃນເວລາທີ່ເໝາະສົມເມື່ອຄໍາຮ້ອງ ຂໍຄັ້ງທໍາອິດໄດ້ຖືກປະຕິເສດຫຼືຖອນ; 4. ເຫດການທີ່ເກີດຂຶ້ນໃນໄລຍະເວລາທີ່ກໍານົດໄວ້ໃນຂໍ້ 2 ຂອງ ມາດຕານີ້ເຊັ່ນການຍື່ນຄໍາຮ້ອງຂໍອື່ນຫຼືການພິມເຜີຍແຜ່ຫຼືການນໍາໃຊ້ພັນ ພືດທີ່ກໍານົດໄວ້ໃນຄໍາຮ້ອງຂໍຄັ້ງທໍາອິດຈະບໍ່ເປັນເຫດຜົນໃນການປະຕິ ເສດຄໍາຮ້ອງຂໍຖັດມາ.ເຫດການດັ່ງກ່າວຈະບໍ່ເປັນພື້ນຖານໃນການໃຫ້ ສິດແກ່ບຸກຄົນທີສາມ.

....ມາດຕາ 76 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນ

ມາດຕາ 76 (ປັບປຸງ) ສໍານວນຄໍາຮ້ອງຂໍຈົດທະບຽນ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີສິດຮ້ອງຂໍເອົາສິດຕໍ່ພັນພືດທີ່ ໄດ້ມາຈາກການປະສົມພັນສາມາດຍື່ນຄໍາຮ້ອງຂໍຈົດທະບຽນພັນພືດນໍາ ກະຊວງວິທະຍາສາດແລະເຕັກໂນໂລຊີ.ທຸກຄໍາຮ້ອງຂໍຈົດທະບຽນພັນ ພືດໃໝ່ຕ້ອງກໍານົດແຕ່ພັນພືດຊະນິດດຽວເທົ່ານັ້ນ.ຄໍາຮ້ອງຂໍສໍາລັບ ການປົກປ້ອງພັນພືດແລະເອກະສານຄັດຕິດອື່ນໆສາມາດເຮັດດເປັນພາ ສາລາວຫຼືອັງກິດກໍ່ໄດ້ຖ້າວ່າຄໍາຮ້ອງຂໍຫຼືເອກະສານທີ່ໄດ້ເຮັດເປັນພາ ສາອັງກິດນັ້ນຜູ້ຮ້ອງຂໍຍັງຕ້ອງຍື່ນສະບັບແປເປັນພາສາລາວໂດຍໄດ້ ຮັບການຢັ້ງຢືນຄວາມຖືກຕ້ອງພາຍໃນເກົ້າສິບວັນຫຼັງຈາກວັນໄດ້ຍື່ນຄໍາ ຮ້ອງຂໍ. ສໍານວນຄໍາຮ້ອງຂໍຈົດທະບຽນຕ້ອງປະກອບເອກະສານດັ່ງນີ້: 1. ຄໍາຮ້ອງຂໍສິດຕໍ່ພັນພືດທີ່ໄດ້ມາຈາກການປະສົມພັນ; 2. ຊື່ນັກປະສົມພັນພືດ,ຖ້າຜູ້ຮ້ອງຂໍບໍ່ແມ່ນນັກປະສົມພັນພືດຕ້ອງ ມີໜັງສືຢັ້ງຢືນຄວາມເປັນເຈົ້າຂອງ; 3. ໃບມອບສິດແລະຊື່ແລະທີ່ຢູ່ຂອງຕົວແທນຖ້າຫາກເປັນຕົວ ແທນ; 4. ໃບສະເໜີການກໍານົດຊື່ໃໝ່; 5. ບົດອະທິບາຍຄຸນລັກສະນະຂອງພັນພືດກ່ຽວກັບຄວາມແຕກ ຕ່າງ,ຄວາມສະໝໍ່າສະເໝີແລະຄວາມຄົງຕົວແລະອະທິບາຍກ່ຽວກັບ ການຈັດລໍາດັບແນວພັນແລະຂັ້ນຕອນການເພາະປູກ; 6. ຕົວຢ່າງສ່ວນຂະຫຍາຍພັນພືດຫຼືໜັງສືຢັ້ງຢືນກ່ຽວກັບສ່ວນຂະ ຫຍາຍພັນພືດ; 7. ໃບຢັ້ງຢືນບ່ອນທີ່ສາມາດຊອກຫາຂໍ້ມູນທີ່ຈໍາເປັນໃນການກົດ ນົດເງື່ອນໄຂຂອງຄວາມແຕກຕ່າງ,ຄວາມສະໝໍ່າສະເໝີແລະຄວາມຄົງ ຕົວ; 8. ຂໍ້ມູນອື່ນທີ່ກະຊວງວິທະຍາສາດແລະເຕັກໂນໂລຊີກໍານົດ; 9. ໃບຮັບເງິນຄ່າທໍານຽມແລະຄ່າບໍລິການ. ຄໍາຮ້ອງຂໍຈົດທະບຽນອາດລວມເອົາການຮ້ອງຂໍເອົາວັນບຸລິມະ ສິດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 75 ຂອງກົດໝາຍສະບັບນີ້. ກະຊວງວິທະຍາສາດແລະເຕັກໂນໂລຊີຈະຮັບເອົາເອກະສານຄໍາ ຮ້ອງຂໍແລະກໍານົດວັນຍື່ນເອກະສານ,ເນື້ອໃນກ່ຽວກັບຊື່ແລະທີ່ຢູ່ຂອງຜູ້ ຮ້ອງຂໍ,ການອະທິບາຍກ່ຽວກັບພັນພືດ,ການຈ່າຍຄ່າທໍານຽມແລະຄ່າບໍ ລິການ.ຜູ້ຮ້ອງຂໍຈະໄດ້ຮັບໃບຢັ້ງຢືນການຈົດທະບຽນພັນພືດກໍ່ຕໍ່ເມື່ອໄດ້ ປະຕິບັດທຸກເງື່ອນໄຂຂອງມາດຕານີ້ຕາມກໍານົດເວລາທີ່ໄດ້ກໍານົດໄວ້.

....ມາດຕາ 77 (ປັບປຸງ) ການກວດສອບ

ມາດຕາ 77 (ປັບປຸງ) ການກວດສອບ ສໍານວນຄໍາຮ້ອງຂໍການປົກປ້ອງພັນພືດຕ້ອງໄດ້ມີການກວດສອບ ເບື້ອງຕົ້ນແລະກວດສອບເນື້ອໃນເພື່ອໃຫ້ສອດຄ່ອງກັບເງື່ອນໄຂແລະ ຕ້ອງໄດ້ທໍາການພິມເຜີຍແຜ່ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ. ໃນການກວດສອບກະຊວງວິທະຍາສາດແລະເຕັກໂນໂລຊີອາດ ຈະໄດ້ປະສານງານກັບໜ່ວຍງານທົດລອງພັນພືດທີ່ກ່ຽວຂ້ອງດໍາເນີນ ການທົດລອງປູກພັນພືດຫຼືດໍາເນີນການທົດລອງອື່ນທີ່ຈໍາເປັນຫຼືພິຈາລະ ນາຜົນຂອງການທົດລອງການປູກຫຼືການທົດລອງອື່ນທີ່ໄດ້ດໍາເນີນຜ່ານ ມາແລ້ວ. ໃນກໍລະນີທີ່ໄດ້ຍື່ນຄໍາຮ້ອງຂໍຢູ່ປະເທດອື່ນຜູ້ຍື່ນຄໍາຮ້ອງຂໍຕ້ອງໄດ້ ປະກອບເອກະສານຄໍາຮ້ອງຂໍແລະບົດລາຍງານການກວດສອບຈາກອົງ ການປົກປ້ອງພັນພືດໃນປະເທດນັ້ນແລະບົດລາຍງານດັ່ງກ່າວຕ້ອງໄດ້ ຮັບການຮັບຮອງ.ຖ້າກະຊວງວິທະຍາສາດແລະເຕັກໂນໂລຊີຫາກເຫັນ ວ່າຂໍ້ມູນບໍ່ພຽງພໍເພື່ອດໍາເນີນການກວດສອບນັ້ນກໍ່ອາດຮຽກຮ້ອງໃຫ້ມີ ການສະໜອງຂໍ້ມູນເພີ່ມເຕີມຫຼືອາດດໍາເນີນການທົດລອງປູກຊຶ່ງຜູ້ຍື່ນຄໍາ ຮ້ອງຂໍຕ້ອງຮັບຜິດຊອບຄ່າໃຊ້ຈ່າຍ.ຜູ້ຍື່ນຄໍາຮ້ອງຂໍອາດມີການເພີ່ມເຕີມ ຫຼືດັດແກ້ສໍານວນຄໍາຮ້ອງຂໍໄດ້ທຸກເວລາກ່ອນການອອກໃບຢັ້ງຢືນ,ຫຼັງ ຈາກມີການຮັບຮອງການດັດແກ້ຈາກກະຊວງວິທະຍາສາດແລະເຕັກໂນ ໂລຊີແລ້ວການດັດແກ້ນັ້ນກໍ່ຈະມີຜົນຢ້ອນຫຼັງແຕ່ບໍ່ໃຫ້ແຕະຕ້ອງເຖິງສິດ ຂອງບຸກຄົນທີ່ສາມ.

...ໝວດທີ 3 ສິດແລະພັນທະຂອງເຈົ້າາຂອງພັນພືດໃໝ່


....ມາດຕາ 78 (ປັບປຸງ) ສິດເຈົ້າຂອງພັນພືດໃໝ່

ມາດຕາ 78 (ປັບປຸງ) ສິດເຈົ້າຂອງພັນພືດໃໝ່ ເຈົ້າຂອງພັນພືດໃມ່ມີສິດດັ່ງນີ້: 1. ບໍ່ອະນຸຍາດໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ: 1.1. ຜະລິດຫຼືຜະລິດຊໍ້າ; 1.2. ສ້າງເງື່ອນໄຂເພື່ອຂະຫຍາຍພັນ; 1.3. ສະເໜີຂາຍ; 1.4. ຂາຍຫຼືຈໍາໜ່າຍ; 1.5. ສົ່ງອອກ,ນໍາເຂົ້າ; 1.6. ເກັບຮັກສາໄວ້ເພື່ອຈຸດປະສົງຂອງຂໍ້ 1.1. ຫາຂໍ້ 1.5. ຂ້າງເທິງນີ້; 2. ວາງເງື່ອນໄຂແລະຂໍ້ຈໍາກັດໃນການອະນຸຍາດຂອງຕົນ; 3. ປົກປ້ອງຜົນປະໂຫຍດຂອງຕົນຕາມລະບຽບກົດໝາຍຈາກ ການລະເມີດຂອງຜູ້ອື່ນເຊັ່ນສິດໃນການຮ້ອງຟ້ອງ,ສິດໃນການໄດ້ຮັບ ການຊົດເຊີຍຈາກຄວາມເສຍຫາຍທີ່ຜູ້ອື່ນໄດ້ກໍ່ຂຶ້ນ.

ການກະທໍາທີ່ໄດ້ກໍານົດໄວ້ໃນຂໍ້ 1.1. ຫາຂໍ້ 1.5. ຂອງມາດຕາ ນີ້ກ່ຽວກັບຜົນເກັບກ່ຽວລວມທັງໝົດຕົ້ນພືດຫຼືສ່ວນໃດໜຶ່ງຂອງຕົ້ນພືດ ທີ່ໄດ້ມາໂດຍບໍ່ໄດ້ຮັບອະນຸຍາດຈາກການນໍາໃຊ້ສ່ວນຂະຫຍາຍພັນຂອງ ພັນພືດທີ່ໄດ້ຮັບການປົກປ້ອງນັ້ນຈະຕ້ອງຂໍອະນຸຍາດຈາກນັກປະສົມພັນ ພືດ,ເວັ້ນເສຍແຕ່ນັກປະສົມພັນພືດມີໂອກາດທີ່ເໝາະສົມໃນການນໍາໃຊ້ ສິດຂອງຕົນກ່ຽວກັບສ່ວນຂະຫຍາຍພັນດັ່ງກ່າວ.ບົດບັນຍັດທີ່ໄດ້ກໍານົດ ໄວ້ໃນວັກນີ້ຈະນໍາໃຊ້ເຊັ່ນດຽວກັນຕໍ່ຜະລິດຕະພັນທີ່ໄດ້ມາໂດຍກົງຈາກ ຜົນເກັບກ່ຽວທີ່ໄດ້ຮັບການປົກປ້ອງ. ບົດບັນຍັດທີ່ໄດ້ກໍານົດໄວ້ໃນວັກ 1 ແລະ 2 ຂອງມາດຕານີ້ຈະ ນໍາໃຊ້ເຊັ່ນດຽວກັນຕໍ່ພັນພືດດັ່ງນີ້: 1. ພັນພືດຊຶ່ງຕົ້ນຕໍໄດ້ມາຈາກພັນພືດທີ່ໄດ້ຮັບການປົກປ້ອງໂດຍ ພັນພືດທີ່ໄດ້ຮັບການປົກປ້ອງນັ້ນໃນຕົວມັນເອງແມ່ນບໍ່ໄດ້ມາຈາກພັນພືດ ອື່ນ; 2. ພັນພືດທີ່ບໍ່ສາມາດຈໍາແນກໄດ້ຢ່າງຈະແຈ້ງເຖິງຄວາມແຕກ ຕ່າງຈາກພັນພືດທີ່ໄດ້ຮັບການປົກປ້ອງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 70 ຂອງກົດໝາຍສະບັບນີ້; 3. ພັນພືດທີ່ມີການຜະລິດຈາກການນໍາໃຊ້ຄືນຂອງພັນພືດທີ່ໄດ້ ຮັບການປົກປ້ອງ. ເຈົ້າຂອງພັນພືດມີສິດດໍາເນີນການແຕ່ພຽງຜູ້ດຽວຢູ່ ສປປລາວ ຕາມທີ່ໄດ້ກໍານົດໄວ້ໃນວັກ 1 ຫາ 3 ຂອງມາດຕານີ້. ບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງອື່ນຈະດໍາເນີນການໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກເຈົ້າ ຂອງພັນພືດ,ເວັ້ນເສຍແຕ່ກົດໝາຍໄດ້ກໍານົດໄວ້ຢ່າງອື່ນ.

....ມາດຕາ 79 (ປັບປຸງ) ອາຍຸການປັກປ້ອງພັນພືດໃໝ່

ມາດຕາ 79 (ປັບປຸງ) ອາຍຸການປັກປ້ອງພັນພືດໃໝ່ ອາຍຸການປົກປ້ອງພັນພືດໃໝ່ສໍາລັບພືດຢືນຕົ້ນແລະຕົ້ນໝາກອະ ງຸ່ນແມ່ນມີກໍານົດຊາວຫ້າປີນັບແຕ່ວັນມອບສິດໃຫ້ແກ່ນັກປະສົມພັນພືດ ເປັນຕົ້ນໄປແລະພັັນພືດໃໝ່ປະເພດອື່ນແມ່ນມີກໍານົດຊາວປີນັບແຕ່ວັນ ມອບສິດໃຫ້ແກ່ນັກປະສົມພັນພືດເປັນຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງເຈົ້າຂອງພັນພືດໃໝ່ຕ້ອງຈ່າຍຄ່າ ທໍານຽມລ່ວງໜ້າແຕ່ລະປີ.

....ມາດຕາ 80 (ໃໝ່) ການປົກປ້ອງຊົ່ວຄາວ

ມາດຕາ 80 (ໃໝ່) ການປົກປ້ອງຊົ່ວຄາວ ໃນໄລຍະເວລາລະຫວ່າງການພິມເຜີຍແຜ່ຄໍາຮ້ອງຂໍສິດຂອງນັກ ປະສົມພັນພືດກັບການຮັບສິດນັ້ນເຈົ້າຂອງສິດຈະໄດ້ຮັບການປົກປ້ອງຊົ່ວ ຄາວດ້ວຍຄ່າຕອບແທນຢ່າງເໝາະສົມຈາກບຸກຄົນອື່ນທີ່ໄດ້ດໍາເນີນການ ໃດໜຶ່ງໃນໄລຍະເວລາດັ່ງກ່າວແລະຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງ ສິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບນີ້.

....ມາດຕາ 81 ພັນທະຂອງເຈົ້າຂອງພັນພືດໃໝ່

ມາດຕາ 81 ພັນທະຂອງເຈົ້າຂອງພັນພືດໃໝ່ ເຈົ້າຂອງພັນພືດໃມ່ມີພັນທະດັ່ງດຽວກັນກັບພັນທະຂອງເຈົ້າຂອງ ຊັບສິນອຸດສາຫະກໍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ 62 ຂອງກົດໝາຍ ສະບັບນີ້.

...ໝວດທີ 4 ຂໍ້ຍົກເວັ້ນແລະຂໍ້ຈໍາກັດຕໍ່ສິດຂອງເຈົ້າຂອງພັນພືດໃໝ່


....ມາດຕາ 82 (ປັບປຸງ) ຂໍ້ຍົກເວັ້ນຕໍ່ສິດຂອງນັກປະສົມພັນພືດ

ມາດຕາ 82 (ປັບປຸງ) ຂໍ້ຍົກເວັ້ນຕໍ່ສິດຂອງນັກປະສົມພັນພືດ ຂໍ້ຍົກເວັ້ນຕໍ່ສິດຂອງນັກປະສົມພັນພືດມີດັ່ງນີ້: 1. ສິດຂອງນັກປະສົມພັນພືດຈະຖືກຍົກເວັ້ນເມື່ອມີ; 1.1. ການກະທໍາເພື່ອຈຸດປະສົງສ່ວນຕົວຫຼືບໍ່ມີຈຸດປະສົງທາງ ການຄ້າ; 1.2. ການກະທໍາເພື່ອການຄົ້ນຄ້ວາທົດລອງ; 1.3. ການກະທໍາເພື່ອປັບປຸງພັນພືດອື່ນແລະຍົກເວັ້ນບົດບັນຍັດ ໃນວັກ 3 ຂອງ ມາດຕາ 78 ຂອງກົດໝາຍສະບັບນີ້ຫາກຖືກນໍາໃຊ້, ການຜະລິດຫຼືຜະລິດຊໍ້າ,ການສ້າງເງື່ອນໄຂເພື່ອຂະຫຍາຍພັນ,ການສະ ເໜີຂາຍຫຼືການຂາຍຫຼືການຈໍາໜ່າຍພັນພືດທີ່ກ່ຽວພັນກັບພັນພືດຊະນິດ ອື່ນ; 2. ເຖິງວ່າມາດຕາ 78 ໄດ້ກໍານົດໄວ້ກໍ່ຕາມເພື່ອການຂະ ຫຍາຍພັນຢູ່ໃນເນື້ອທີ່ດິນຂອງຕົນເອງ,ຊາວກະສິກອນສາມາດນໍາໃຊ້ ຜະລິດຕະພັນທີ່ເກັບກ່ຽວມາຈາກການປູກພັນພືດທີ່ໄດ້ຮັບການປົກປ້ອງ ຫຼືພັນພືດທີ່ໄດ້ກໍານົດໄວ້ໃນຂໍ້ 1 ຫຼື 2 ຂອງວັກ 3 ມາດຕາ 78 ແຕ່ ການນໍາໃຊ້ພັນພືດທີ່ໄດ້ຮັບການປົກປ້ອງນັ້ນຕ້ອງໄດ້ຮັບອະນຸຍາດຈາກ ເຈົ້າຂອງພັນພືດດັ່ງກ່າວ.


....ມາດຕາ 83 (ໃໝ່) ການສິ້ນສຸດສິດຂອງນັກປະສົມພັນພືດ

ມາດຕາ 83 (ໃໝ່) ການສິ້ນສຸດສິດຂອງນັກປະສົມພັນພືດ ສິດຂອງນັກປະສົມພັນພືດຈະສິ້ນສຸດລົງກ່ຽວກັບສ່ວນໃດໜຶ່ງຂອງ ພັນພືດທີ່ໄດ້ຮັບການປົກປ້ອງຫຼືສ່ວນໃດໜຶ່ງທີ່ໄດ້ຈາກສ່ວນດັ່ງກ່າວຕາມ ທີ່ໄດ້ກໍານົດໄວ້ໃນວັກ 3 ມາດຕາ 78 ຂອງກົດໝາຍສະບັບນີ້ຊຶ່ງໄດ້ ຂາຍຫຼືຈໍາໜ່າຍຢູ່ໃນດິນແດນຂອງ ສປປລາວ ໂດຍນັກປະສົມພັນພືດຫຼື ຕາມການເຫັນດີຂອງຜູ້ກ່ຽວຍົກເວັ້ນການກະທໍາດັ່ງນີ້: 1. ກ່ຽວກັບການຂະຫຍາຍພັນພືດດັ່ງກ່າວຕື່ມອີກ; 2. ກ່ຽວກັບການສົ່ງອອກສ່ວນຂະຫຍາຍຂອງພັນພືດໄປຍັງປະ ເທດທີ່ບໍ່ປົກປ້ອງປະເພດຫຼືຊະນິດພັນພືດດັ່ງກ່າວເວັ້ນເສຍແຕ່ການສົ່ງ ອອກສ່ວນນັ້ນແມ່ນເພື່ອການບໍລິໂພກ.

ເພື່ອຈຸດປະສົງຂອງວັກ 1 ມາດຕານີ້ສ່ວນຂະຫຍາຍຂອງພັນພືດ ໝາຍເຖິງ: 1. ສ່ວນຂະຫຍາຍພັນທຸກຊະນິດ; 2. ຜົນເກັບກ່ຽວລວມທັງໝົດຕົ້ນພືດຫຼືສ່ວນໃດໜຶ່ງຂອງຕົ້ນພືດ; 3. ຜະລິດຕະພັນໃດນຶ່ງທີ່ໄດ້ມາໂດຍກົງຈາກຜົນເກັບກ່ຽວ. ....ມາດຕາ 84 (ໃໝ່) ມາດຕະການຄຸ້ມຄອງທາງການຄ້າ

ມາດຕາ 84 (ໃໝ່) ມາດຕະການຄຸ້ມຄອງທາງການຄ້າ ການໃຫ້ສິດແກ່ນັກປະສົມພັນພືດບໍ່ຖືວ່າເປັນການອະນຸຍາດໃຫ້ ສະແຫວງຫາຜົນປະໂຫຍດຈາກພັນພືດດັ່ງກ່າວຢ່າງເສລີຢູ່ ສປປລາວ ແຕ່ຍັງຂຶ້ນກັບການຄຸ້ມຄອງຂອງຂະແໜງການທີ່ກ່ຽວຂ້ອງເຊັ່ນ: 1. ພັນພືດໃໝ່ທີ່ສ້າງຜົນກະທົບທາງກົງຫຼືທາງອ້ອມຕໍ່ສຸຂານາ ໄມ,ສະພາບແວດລ້ອມຫຼືລະບຽບກົດໝາຍ; 2. ພັນພືດໃໝ່ທີ່ໄດ້ຈາກການປັບແຕ່ງພັນທຸກໍາຊຶ່ງບໍ່ໄດ້ມີການ ປະເມີນກ່ຽວກັບຄວາມປອດໄພ,ສິ່ງແວດລ້ອມ,ສຸຂານາໄມ,ລະບຽບກົດ ໝາຍແລະການກໍານົດຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຫຼືມີການກະທໍາໃດ ໜຶ່ງທີ່ເປັນການລະເມີດລະບຽບກົດໝາຍຂອງ ສປປລາວ.

....ມາດຕາ 85 (ໃໝ່) ສິດຂອງນັກປະສົມພັນພືດທີ່ເປັນໂມຄະ

ມາດຕາ 85 (ໃໝ່) ສິດຂອງນັກປະສົມພັນພືດທີ່ເປັນໂມຄະ ສິດຂອງນັກປະສົມພັນພືດຈະເປັນໂມຄະໃນກໍລະນີດັ່ງນີ້: 1. ເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ມາດຕາ 69 ຫຼື 70 ຫຼື 71 ຂອງກົດໝາຍສະບັບນີ້ບໍ່ໄດ້ຮັບການປະຕິບັດໃນເວລາມອບສິດໃຫ້ແກ່ ນັກປະສົມພັນພືດ; 2. ການມອບສິດນັກປະສົມພັນພືດໃຫ້ແກ່ບຸກຄົນທີ່ບໍ່ມີສິດເວັ້ນ ເສຍແຕ່ສິດດັ່ງກ່າວໄດ້ໂອນໃຫ້ບຸກຄົນທີ່ມີສິດ. ສິດຂອງນັກປະສົມພັນພືດຈະບໍ່ຖືວ່າເປັນໂມຄະແລະໃຊ້ບໍ່ໄດ້ນອກ ຈາກຜົນທີ່ໄດ້ກ່າວໄວ້ໃນວັກ 1 ຂອງມາດຕານີ້.

....ມາດຕາ 86 (ໃໝ່) ການຖອນສິດຂອງນັກປະສົມພັນພືດ

ມາດຕາ 86 (ໃໝ່) ການຖອນສິດຂອງນັກປະສົມພັນພືດ ສິດຂອງນັກປະສົມພັນພືດອາດຖືກຖອນໃນກໍລະນີດັ່ງນີ້: 1. ບໍ່ສາມາດສືບຕໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນ ມາດຕາ 70 ແລະ 71 ຂອງກົດໝາຍສະບັບນີ້; 2. ບໍ່ໄດ້ສະໜອງຂໍ້ມູນ,ເອກະສານຫຼືສ່ວນຂະຫຍາຍພັນພືດທີ່ຈໍາ ເປັນໃຫ້ເຈົ້າໜ້າທີ່ເພື່ອທົດສອບການບໍາລຸງຮັກສາພັນພືດ; 3. ບໍ່ຈ່າຍຄ່າທໍານຽມແລະຄ່າບໍລິການເພື່ອເຮັດໃຫ້ສິດຂອງຕົນ ຍັງມີຜົນໃຊ້ໄດ້; 4. ບໍ່ໄດ້ສະເໜີຊື່ພັນພືດທີ່ເໝາະສົມອີກໃນກໍລະນີການກໍານົດຊື່ ພັນພືດຖືກຍົກເລີກຫຼັງຈາກການມອບສິດໃຫ້. ສິດຂອງນັກປະສົມພັນພືດຈະບໍ່ຖືກຖອນນອກຈາກເຫດຜົນທີ່ໄດ້ ກ່າວໄວ້ໃນຂໍ້ 1 ຫາ 4 ຂອງມາດຕານີ້.


....ມາດຕາ 87 (ປັບປຸງ) ຂໍ້ຈໍາກັດສິດເພື່ອສາທາລະນະປະໂຫຍດ

ມາດຕາ 87 (ປັບປຸງ) ຂໍ້ຈໍາກັດສິດເພື່ອສາທາລະນະປະໂຫຍດ ໃນກໍລະນີມີຄວາມຈໍາເປັນເພື່ອຕອບສະໜອງຄວາມຕ້ອງການ ຂອງສັງຄົມແລະເພື່ອຮັບປະກັນການສະໜອງສະບຽງອາຫານຫຼືເພື່ອ ປ້ອງກັນການຜູກຂາດຕະຫຼາດນັ້ນລັດຖະບານສາມາດອອກແຈ້ງການ ອະນຸຍາດໃຫ້ນໍາໃຊ້ພັນພືດທີ່ໄດ້ຮັບການປົກປ້ອງໂດຍບໍ່ຈໍາເປັນຕ້ອງມີ ການອະນຸຍາດຈາກເຈົ້າຂອງສິດ.ການອະນຸຍາດດັ່ງກ່າວແມ່ນໃຫ້ປະຕິ ບັດຕາມເງື່ອນໄຂແລະຂັ້ນຕອນເຊັ່ນດຽວກັນກັບສິດທິບັດຕາມທີ່ໄດ້ກໍາ ນົດໄວ້ໃນ ມາດຕາ 63 ຂອງກົດໝາຍສະບັບນີ້.

..ພາກທີ 5 ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ


...ໝວດທີ 1 ການປົກປ້ອງລິຂະສິດ


....ມາດຕາ 88 (ປັບປຸງ) ຜົນງານທີ່ໄດ້ຮັບການປົກປ້ອງ

ມາດຕາ 88 (ປັບປຸງ) ຜົນງານທີ່ໄດ້ຮັບການປົກປ້ອງ ທຸກຜົນງານຂອງນັກປະພັນທີ່ມີການປະດິດຄິດແຕ່ງຂຶ້ນດ້ວຍຕົນ ເອງຢູ່ໃນຂົງເຂດສິລະປະກໍາ,ວັນນະກໍາແລະວິທະຍາສາດຈະໄດ້ຮັບ ການປົກປ້ອງເປັນລິຂະສິດເຖິງວ່າຜົນງານດັ່ງກ່າວຈະສະແດງອອກຢູ່ ໃນລັກສະນະຫຼືຮູບແບບໃດກໍ່ຕາມ.ໂດຍສະເພາະລິຂະສິດຈະໄດ້ຮັບການ ຄຸ້ມຄອງສໍາລັບຜົນງານດັ່ງຕໍ່ໄປນີ້: 1. ຜົນງານດ້ານສິລະປະກໍາຕົ້ນຕໍມີດັ່ງນີ້: 1.1. ຮູບວາດ,ຮູບແຕ້ມ,ຮູບແກະສະຫຼັກ,ຮູບພິມຫີນ,ການເກັບ ຂິດລາຍພົມຫຼືລາຍແພແລະຜົນງານວິຈິດຕະກໍາອື່ນໆ; 1.2. ຮູບປັ້ນ,ຮູບຄວັດຫີນແລະຜົນງານປະຕິມາກໍາອື່ນໆ; 1.3. ການອອກແບບອາຄານຫຼືສິ່ງປຸກສ້າງ,ການອອກແບບຕົບ ແຕ່ງພາຍໃນພາຍນອກແລະຜົນງານສະຖາປັດຕິຍະກໍາອື່ນໆ; 1.4. ຮູບຖ່າຍດ້ວຍວິທີການເຕັກນິກຕ່າງໆແລະຜົນງານທີ່ສະ ແດງອອກດ້ວຍຂັ້ນຕອນອານາລ໋ອກ (analogous process); 1.5. ຮູບຈໍາລອງ,ແຜນທີ່,ແຜນຜັງ,ຮູບສະເກັດຫຼືຮູບສາມມິຕິ ກ່ຽວກັບພູມສາດ,ພູມປະເທດ,ງານສະຖາປັດຕິຍະກໍາຫຼືວິທະຍາສາດ; 1.6. ດົນຕີປະກອບບົດລະຄອນ,ແບບລະຄອນໄບ້ຫຼືລະຄອນຈັດ ສາກ,ການອອກແບບທ່າຟ້ອນ,ທ່າເຕັ້ນແລະຜົນງານອື່ນທີ່ປະດິດຄິດ ແຕ່ງຂຶ້ນເພື່ອການສະແດງ; 1.7. ການປະກອບດົນຕີທີ່ມີຫຼືບໍ່ມີເນື້ອຮ້ອງລວມຢູ່ນໍາລວມເຖິງ ບົດເພງທີ່ໄດ້ແຍກແລະຮຽບຮຽງສຽງປະສານແລ້ວ; 1.8. ການບັນທຶກສຽງ; 1.9. ຜົນງານສິລະປະປັບໃຊ້; 1.10. ຟິມຫຼືຜົນງານດ້ານຮູບເງົາອື່ນໆຫຼືຜົນງານທີ່ສະແດງ ອອກດ້ວຍການລໍາດັບພາບທີ່ສາມາດນໍາອອກສາຍຕໍ່ເນື່ອງໄດ້ເປັນຮູບ ເງົາແລະສາມາດບັນທຶກລົງໃສ່ວັດສະດຸອື່ນໆທີ່ສາມາດນໍາອອກສາຍຕໍ່ ເນື່ອງໄດ້ຄືກັນລວມທັງສຽງປະກອບໃນຜົນງານນັ້ນ. 2. ຜົນງານດ້ານວັດນະກໍາຕົ້ນຕໍມີດັ່ງນີ້: 2.1. ປຶ້ມອ່ານ,ວິທະຍານິພົນ,ແຜ່ນພັບ,ວາລະສານ,ສິ່ງພິມແລະ ສິ່ງຂີດຂຽນອື່ນໆ; 2.2. ບົດປາຖະກະຖາ,ບັດຄໍາເຫັນ,ສຸນທອນພົດ,ບົດຄໍາສອນ,ບົດ ສອນແລະບົດເວົ້າອື່ນໆທີ່ໄດ້ມີການບັນທຶກ; 2.3. ບົດລະຄອນ,ບົດເລື່ອງ,ບົດກະວີ; 2.4. ໂປຼແກຼມຄັອມພິວເຕີ້ແລະການລວບລວມຂໍ້ມູນລວມທັງພາ ສາຕົ້ນກໍາເນີດ (source code) ແລະພາສາວັດຖຸ (object code). 3. ການລວບລວມຜົນງານສິລະປະກໍາຫຼືວັນນະກໍາເປັນຕົ້ນສາທາ ນຸກົມ,ການລວບລວມບົດປະພັນຫຼືການລວບລວມຂໍ້ມູນດ້ວຍການຈັດລຽງ ,ການຄັດເລືອກ,ການລວບລວມບັນດາຫົວຂໍ້ຕ່າງໆທີ່ປະກອບເຂົ້າກັນ ເປັນການປະດິດຄິດແຕ່ງທາງປັນຍາ. ຜົນງານໃດໜຶ່ງຈະຖືວ່າໄດ້ມີການປະດິດຄິດແຕ່ງຂຶ້ນກໍ່ຕໍ່ເມື່ອໄດ້ ບັນທຶກລົງໃນວັດຖຸທີ່ຈັບບາຍໄດ້.

....ມາດຕາ 89 (ປັບປຸງ) ຜົນງານທີ່ສືບເນື່ອງຈາກລິຂະສິດ

ມາດຕາ 89 (ປັບປຸງ) ຜົນງານທີ່ສືບເນື່ອງຈາກລິຂະສິດ ຜົນງານທີ່ສືບເນື່ອງຈາກລິຂະສິດຈະໄດ້ຮັບການປົກປ້ອງຄືກັບຜົນ ງານຕົ້ນສະບັບໂດຍປາສະຈາກການສ້າງຜົນເສຍຫາຍຕໍ່ເຈົ້າຂອງລິຂະ ສິດຕົ້ນສະບັບຊຶ່ງເປັນຜົນງານທີ່ນໍາມາເປັນພື້ນຖານໃນການສ້າງຜົນງານ ສືບເນື່ອງ.

....ມາດຕາ 90 (ປັບປຸງ) ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ

ມາດຕາ 90 (ປັບປຸງ) ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດມີດັ່ງນີ້: 1. ຂ່າວປະຈໍາວັນຫຼືເຫດການຕົວຈິງທີ່ເກີດຂຶ້ນທີ່ມີລັກສະນະເປັນ ຂໍ້ມູນຂ່າວສານ; 2. ຄວາມຄິດ,ຂັ້ນຕອນ,ກໍາມະວິທີ,ວິທີການປະຕິບັດຫຼືຫຼັກການຄະ ນິດສາດ; 3. ບັນດານິຕິກໍາຕ່າງໆ,ລະບຽບການປົກຄອງ,ເອກະສານທາງ ດ້ານຕຸລາການແລະເອກະສານເຫຼົ່ານັ້ນທີ່ແປເປັນທາງການ.

...ໝວດທີ 2 ການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 91 (ປັບປຸງ) ຜູ້ທີ່ໄດ້ຮັບການປົກປ້ອງສິດ

ມາດຕາ 91 (ປັບປຸງ) ຜູ້ທີ່ໄດ້ຮັບການປົກປ້ອງສິດ ຜູ້ທີ່ໄດ້ຮັບການປົກປ້ອງສິດກ່ຽວຂ້ອງກັບລິຂະສິດມີດັ່ງນີ້: 1. ຜູ້ສະແດງລວມມີນັກສະແດງ,ນັກຮ້ອງ,ນັດດົນຕີ,ນັກຟ້ອນ ແລະຜູ້ອື່ນທທີ່ສະແດງ,ຮ້ອງເພງ,ເລົ່າ,ຫຼິ້ນໃນຮູບແບບຂອງຜົນງານ ດ້ານສິລະປະກໍາແລະວັນນະກໍາຫຼືການສະແດງອອກທາງວັດທະນະທໍາ ພິື່ນບ້ານ; 2. ຜູ້ຜະລິດການບັນທຶກສຽງທີ່ໄດ້ມີການບັນທຶກຄັ້ງທໍາອິດຂອງ ການສະແດງໃດໜຶ່ງຫຼືສຽງອື່ນໆຫຼືການນໍາສະເໜີບັນດາສຽງອື່ນໆທີ່ປະ ກອບໃນການສະແດງ; 3. ຜູ້ກະຈາຍສຽງ-ແຜ່ພາບແລະອົງການກະຈາຍສຍງ-ແຜ່ ພາບທີ່ໄດ້ມີການລິເລີ່ມແລະເຮັດການກະຈາຍສຽງ,ການແຜ່ພາບຫຼື ກະຈາຍສຽງ-ແຜ່ພາບ.

....ມາດຕາ 92 (ປັບປຸງ) ສິດກ່ຽວຂ້ອງກັບລິຂະສິດທີ່ໄດ້ຮັບການປົກປ້ອງ

ມາດຕາ 92 (ປັບປຸງ) ສິດກ່ຽວຂ້ອງກັບລິຂະສິດທີ່ໄດ້ຮັບການປົກປ້ອງ ສິດກ່ຽວຂ້ອງກັບລິຂະສິດທີ່ໄດ້ຮັບການປົກປ້ອງມີດັ່ງນີ້: 1. ການສະແດງ; 1.1. ການສະແດງຢູ່ພາຍໃນຫຼືຕ່າງປະເທດຂອງພົນລະເມືອງ ລາວ,ຄົນຕ່າງດ້າວຫຼືຜູ້ບໍ່ມີສັນຊາດທີ່ອາໄສຢູ່ ສປປລາວ; 1.2. ການສະແດງຂອງຄົນຕ່າງປະເທດຢູ່ ສປປລາວ; 1.3. ການສະແດງທີ່ຖືກປົກປ້ອງພາຍໃຕ້ສົນທິສັນຍາສາກົນທີ່ ສປປລາວເປັນພາຄີ; 2. ການຜະລິດການບັນທຶກສຽງ; 2.1. ການຜະລິດການບັນທຶກສຽງຢູ່ພາຍໃນຫຼືຕ່າງປະເທດຂອງ ພົນລະເມືອງລາວ,ຄົນຕ່າງດ້າວຫຼືຜູ້ບໍ່ມີສັນຊາດທີ່ອາໄສຢູ່ສປປລາວ; 2.2. ການຜະລິດການບັນທຶກສຽງຂອງຕົນຕ່າງປະເທດຢູ່ ສປປ ລາວ; 2.3. ການຜະລິດການບັນທຶກສຍງທີ່ໄດ້ຖືກປົກປ້ອງພາຍໃຕ້ສົນ ທິສັນຍາສາກົນທີ່ ສປປລາວ ເປັນພາຄີ. 3. ການກະຈາຍສຽງ-ແຜ່ພາບຫຼືລາຍການຜ່ານສັນຍານດາວ ທຽມທີ່ເຂົ້າລະຫັດແລະບໍ່ເຂົ້າລະຫັດ: 3.1. ການກະຈາຍສຽງ-ແຜ່ພາບຫຼືລາຍການຜ່ານສັນຍານ ດາວທຽມທີ່ເຂົ້າລະຫັດແລະບໍ່ເຂົ້າລະຫັດຢູ່ພາຍໃນຫຼືຕ່າງປະເທດຂອງ ພົນລະເມືອງລາວ,ຄົນຕ່າງດ້າວຫຼືຜູ້ບໍ່ມີສັນຊາດທີ່ອາໄສຢູ່ສປປລາວ; 3.2. ການກະຈາຍສຽງ-ແຜ່ພາບຫຼືລາຍການຜ່ານສັນຍານ ດາວທຽມທີ່ເຂົ້າລະຫັດແລະບໍ່ເຂົ້າລະຫັດຂອງຄົນຕ່າງປະເທດຢູ່ ສປປ ລາວ; 3.3. ການກະຈາຍສຽງ-ແຜ່ພາບຫຼືລາຍການຜ່ານສັນຍານ ດາວທຽມທີ່ເຂົ້າລະຫັດແລະບໍ່ເຂົ້າລະຫັດທີ່ໄດ້ຖືກປົກປ້ອງພາຍໃຕ້ສົນທິ ສັນຍາສາກົນທີ່ ສປປລາວ ເປັນພາຄີ.

ການສະແດງ,ການບັນທຶກສຽງແລະລາຍການກະຈາຍສຽງ-ແຜ່ ພາບຜ່ານສັນຍານດາວທຽມທີ່ເຂົ້າລະຫັດແລະບໍ່ເຂົ້າລະຫັດຕ້ອງໄດ້ຮັບ ການປົກປ້ອງດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1, 2 ແລະ 3 ຂອງມາດຕານີ້ ໂດຍບໍ່ແຕະຕ້ອງຕໍ່ຜົນງານທີ່ມີລິຂະສິດ.

...ໝວດທີ 3 ການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 93 (ປັບປຸງ) ການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 93 (ປັບປຸງ) ການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ ລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດແມ່ນສິດທີ່ເກີດຂຶ້ນໂດຍທັນທີ ເມື່ອໄດ້ມີການປະດິດຄິດແຕ່ງຜົນງານນັ້ນຂຶ້ນມາໂດຍບໍ່ມີການຈົດທະ ບຽນແຕ່ສາມາດແຈ້ງສິດນັ້ນໄວ້ນໍາກະຊວງວິທະຍາສາດແລະເຕັກໂນ ໂລຊີເພື່ອເປັນຫຼັກຖານຫຼືເປັນຂໍ້ມູນໄວ້ໂດຍສະເພາະເມື່ອມີການລະເມີດ ຫຼືມີຂໍ້ຂັດແຍ່ງ.

....ມາດຕາ 94 (ປັບປຸງ) ການບັນທຶກການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 94 (ປັບປຸງ) ການບັນທຶກການແຈ້ງລິຂະສິດຫຼືສິດກ່ຽວຂ້ອງ ກັບລິຂະສິດ ເມື່ອໄດ້ຮັບຄໍາຮ້ອງຂໍແຈ້ງລິຂະສິດຫຼືສິດກ່ຍວຂ້ອງກັບລິຂະສິດ ແລ້ວກະຊວງວິທະຍາສາດແລະເຕັກໂນໂລຊີຕ້ອງບັນທຶກການແຈ້ງດັ່ງ ກ່າວແລະອອກໃບຢັ້ງຢືນໃຫ້ເພື່ອເປັນຫຼັກຖານຖ້າຄໍາຮ້ອງດັ່ງກ່າວຫາກ ຖືກຕ້ອງແລະຄົບຖ້ວນຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃບຢັ້ງຢືນການແຈ້ງ ລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດຕ້ອງບົ່ງບອກຊື່ເຈົ້າຂອງຜົນງານ,ຊື່ ຜົນງານພ້ອມວັນເດືອນປີສ້າງຜົນງານແຕ່ບໍ່ເປັນການໃຫ້ສິດໃດໆແກ່ຜູ້ ແຈ້ງ.

...ໝວດທີ 4 ເຈົ້າຂອງລິຂະສິດ


....ມາດຕາ 95 (ປັບປຸງ) ເຈົ້າຂອງລິຂະສິດ

ມາດຕາ 95 (ປັບປຸງ) ເຈົ້າຂອງລິຂະສິດ ເຈົ້າຂອງລິຂະສິດໃນຜົນງານກ່ຽວກັບການປະພັນແມ່ນນັກປະ ພັນ.ເມື່ອມີການສ້າງຜົນງານຮ່ວມກັນກໍ່ຈະໄດ້ຮັບສິດຮ່ວມກັນລະຫວ່າງ ຜູ້ປະດິດຄິດແຕ່ງດ້ວຍກັນເວັ້ນເສຍແຕ່ໄດ້ຕົກລົງກັນໄວ້ເປັນຢ່າງອື່ນ. ໃນກໍລະນີຜົນງານໄດ້ຖືກສ້າງຂຶ້ນດ້ວຍການວ່າຈ້າງເຈົ້າຂອງ ລິຂະສິດໃນຜົນງານດັ່ງກ່າວກໍ່ແມ່ນຜູ້ວ່າຈ້າງເວັ້ນເສຍແຕ່ໄດ້ຕົກລົງ ກັນໄວ້ເປັນຢ່າງອື່ນ. ກໍາມະສິດຕໍ່ລິຂະສິດແລະສິດດ້ານເສດຖະກິດສາມາດມອບໂອນ ດ້ວຍສັນຍາຫຼືດ້ວຍການສືບທອດມູນມໍລະດົກ. ຜູ້ໄດ້ຮັບສິດໃນລິຂະສິດແລະສິດດ້ານເສດຖະກິດຕາມສັນຍາ ລວມທັງສັນຍາວ່າຈ້າງແຮງງານເພື່ອສ້າງຜົນງານຫຼືບັນທຶກສຽງກໍ່ຈະ ສາມາດນໍາໃຊ້ສິດເຫຼົ່ານັ້ນໄດ້ໃນນາມຕົນເອງແລະກໍ່ຈະມີສິດໄດ້ຮັບຜົນ ປະໂຫຍດຈາກສິດດັ່ງກ່າວ.

....ມາດຕາ 96 (ປັບປຸງ) ຜູ້ປະກອບສ່ວນໃນຜົນງານການສະແດງຫຼືຜົນງານດ້ານຮູບເງົາ

ມາດຕາ 96 (ປັບປຸງ) ຜູ້ປະກອບສ່ວນໃນຜົນງານການສະແດງຫຼືຜົນ ງານດ້ານຮູບເງົາ ຜູ້ປະກອບສ່ວນຢ່າງມີຫົວຄິດປະດິດສ້າງໃນຜົນງານການສະ ແດງຫຼືຜົນງານດ້ານຮູບເງົາຊຶ່ງມີຜູ້ອໍນວຍການສ້າງ,ບັນນາທິການ,ຜູ້ ຮຽບຮຽງ,ມືກ້ອງ,ຜູ້ຄວບຄຸມການສະແດງ,ຜູ້ປະພັນ,ຜູ້ຈັດສາກ,ຜູ້ຄວບ ຄຸມສຽງ,ຜູ້ຄວບຄຸມແສງ,ຜູ້ອອກແບບສະຖານທີ່ຖ່າຍທໍາ,ຜູ້ຈັດການ ດ້ານເຄື່ອງມືຖ່າຍທໍາ,ຜູ້ຈັດການດ້ານເຕັກນິກແລະຜູ້ອື່ນໆທີ່ປະກອບ ສ່ວນໃນວຽກດັ່ງກ່າວຖືວ່າເປັນຜູ້ທີ່ໄດ້ມີການປະດິດແຕ່ງຮ່ວມໃນຜົນ ງານການສະແດງຫຼືຜົນງານດ້ານຮູບເງົາ. ຜູ້ປະກອບສ່ວນໃນການປະດິດແຕ່ງເຫຼົ່ານີ້ຈະຕ້ອງໄດ້ຮັບການບົ່ງ ຊື່ຢ່າງຈະແຈ້ງໃສ່ໃນຜົນງານທີ່ຕົນເອງໄດ້ມີສ່ວນຮ່ວມສ້າງເວັ້ນເສຍ ແຕ່ມີເງື່ອນໄຂອື່ນທີ່ບໍ່ໃຫ້ບົ່ງຊື່ນັ້ນໄດ້. ເຖິງວ່າໄດ້ກໍານົດໄວ້ໃນວັກ 1 ຂອງມາດຕານີ້ກໍ່ຕາມໃນກໍລະນີ ທີ່ບໍ່ໄດ້ມີການຕົກລົງກັນໄວ້ຢ່າງເປັນລາຍລັກອັກສອນຜູ້ຮ່ວມປະດິດແຕ່ງ ເຫຼົ່ານີ້ກໍ່ຈະບໍ່ມີສິດຄັດຄ້ານການຜະລິດຊໍ້າ,ການແຈກຢາຍ,ການສະແດງ ,ການສື່ສານຜົນງານຕໍ່ສາທາລະນະຊົນດ້ວຍລະບົບສື່ສານທີ່ໃຊ້ສາຍ, ການອອກອາກາດຫຼືການສື່ສານໃນຮູບແບບອື່ນໆຫຼືການແປເນື້ອໃນຄໍາ ເວົ້າຫຼືການພາກເຂົ້າໃນຜົນງານ,ເນື້ອໃນຂອງວັກນີ້ບໍ່ໃຫ້ນໍາໃຊ້ຕໍ່ຜູ້ສ້າງ ບົດຮູບເງົາ,ຜູ້ໃຫ້ສຽງປະກອບແລະຜູ້ສ້າງຜົນງານດ້ານດົນຕີເພື່ອປະ ກອບເຂົ້າໃນຮູບເງົາຫຼືຕໍ່ຜູ້ອໍານວຍການສ້າງຮູບເງົາ.

....ມາດຕາ 97 (ໃໝ່) ສິດດ້ານຈາລິຍະທໍາ

ມາດຕາ 97 (ໃໝ່) ສິດດ້ານຈາລິຍະທໍາ ເຖິງວ່າຜູ້ປະດິດຄິດແຕ່ງຈະບໍ່ໄດ້ເປັນເຈົ້າຂອງສິດ້ານເສດຖະ ກິດກໍ່ຕາມແຕ່ຜູ້ປະດິດແຕ່ງນັ້ນຍັງມີສິດ້ານຈາລິຍະທໍາດັ່ງນີ້: 1. ເປີດເຜີຍແລະເຜີຍແຜ່ຜົນງານຄັ້ງທໍາອິດ; 2. ອ້າງອີງດ້ວຍເຫດຜົນ; 2.1. ເປັນຜູ້ປະດິດຄິດແຕ່ງຜົນງານ; 2.2. ມີຊື່ຂອງຕົນເອງເພື່ອສະແດງໃຫ້ເຫັນເວລາມີການນໍາໃຊ້ ຫຼືຈັດພິມຜົນງານດັ່ງກ່າວ; 2.3. ໃຊ້ນາມແຝງຫຼືນາມປາກກາຫຼືຈັດພິມຜົນງານໂດຍບໍ່ໃສ່ ຊື່ຂອງຕົນ; 2.4. ຄັດຄ້ານການໃສ່ຊື່ຜູ້ອື່ນໃນຜົນງານຂອງຕົນ; 2.5. ຄັດຄ້ານການແອບອ້າງນໍາໃຊ້ຊື່ຂອງຕົນໄປໃສ່ຜົນງານ ອື່ນທີ່ຕົນບໍ່ໄດ້ເປັນຜູ້ປະດິດຄິດແຕ່ງຫຼືຜົນງານທີ່ຜູ້ອື່ນໄດ້ດັດແກ້; 3. ຄັດຄ້ານການບິດເບືອນ,ການຕັດຮອນ,ການດັດແກ້ຫຼືການ ກະທໍາອື່ນຕໍ່ຜົນງານຊຶ່ງກໍ່ໃຫ້ເກີດຜົນເສຍຫາຍຕໍ່ກຽດຫຼືຊື່ສຽງຂອງຜູ້ປະ ດິດຄິດແຕ່ງ. ຜູ້ທີ່ບໍ່ແມ່ນຜູ້ປະດິດຄິດແຕ່ງຜັນງານແຕ່ໄດ້ນໍາໃຊ້ຊື່ຂອງຜູ້ກ່ຽວ ກໍ່ຈະມີສິດເຊັ່ນດຽວກັນຕາມທີ່ໄດ້ກໍານົດໄວ້ໃນຂໍ້ 3 ຂອງມາດຕານີ້. ສິດໃນການເປີດເຜີຍແລະເຜີຍແຜ່ຄັ້ງທໍາອິດເປັນຂອງຜູ້ປະດິດ ຄິດແຕ່ງຕະຫຼອດຊີວິດເວັ້ນເສຍແຕ່ຜູ້ກ່ຽວຫາກໄດ້ມອບສິດນີ້ຢ່າງເປັນ ລາຍລັກອັກສອນໃຫ້ຜູ້ອື່ນນໍາໃຊ້ຫຼັງຈາກການເສຍຊີວິດຂອງຕົນ.ສິດທີ່ ໄດ້ກໍານົດໄວ້ໃນຂໍ້ 2.1, 2.2, 2.3 ແລະ ຂໍ້ 3 ຂອງມາດຕານີ້ຈະສືບ ຕໍ່ໄປຈົນກວ່າສິດດ້ານເສດຖະກິດຂອງຜູ້ປະດິດຄິດແຕ່ງສິ້ນສຸດລົງ.ສ່ວນ ສິດທີ່ໄດ້ກໍານົດໄວ້ໃນຂໍ້ 2.4, 2.5 ແລະ ວັກ 2 ຂອງມາດຕານີ້ບຸກຄົນ ທີ່ມີສ່ວນກ່ຽວຂ້ອງກັບສິດດັ່ງກ່າວສາມາດນໍາໃຊ້ສິດນັ້ນໂດຍບໍ່ມີກໍານົດ ເວລາ.

....ມາດຕາ 98 (ໃໝ່) ສິດດ້ານເສດຖະກິດ

ມາດຕາ 98 (ໃໝ່) ສິດດ້ານເສດຖະກິດ ຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດໃນຜົນງານດ້ານສິລະປະກໍາ ຫຼືວັນນະກໍາມີສິດແຕ່ພຽງຜູ້ດຽວໃນການດໍາເນີນຫຼືການອະນຸຍາດໃຫ້ດໍາ ເນີນການຕ່າງໆກ່ຽວກັບຜົນງານຂອງຕົນດັ່ງນີ້: 1. ສະສົມທ້ອນໂຮມຜັນງານ; 2. ຜະລິດຊໍ້າຜົນງານບໍ່ວ່າໃນລັກສະນະຫຼືໃນຮູບແບບໃດກໍ່ຕາມ ລວມທັງຈໍລະຈອນແຈກຢາຍສໍາເນົາຜົນງານດັ່ງກ່າວ; 3. ແປຜົນງານ; 4. ກະຈາຍສຽງ-ແຜ່ພາບຂອງຜົນງານ; 5. ສື່ສານຜົນງານຕໍ່ສາທາລະນະຊົນດ້ວຍລະບົບສື່ສານທີ່ໃຊ້ສາຍ ຫຼືບໍ່ໃຊ້ສາຍຫຼືດ້ວຍການກະຈາຍສຽງ-ແຜ່ພາບຊໍ້າຜົນງານ; 6. ສື່ສານຜົນງານການກະຈາຍສຽງ-ແຜ່ພາບຕໍ່ສາທາລະນະ ຊົນດ້ວຍໂທລະໂຄ່ງຫຼືເຄື່ອງສົ່ງສັນຍານດ້ວຍລະບົບທີ່ຄ້າຍກັນ,ດ້ວຍສັນ ຍານ,ດ້ວຍສຽງຫຼືພາບ; ໃນກໍລະນີບໍ່ມີການກໍານົດໃນທາງກົງກັນຂ້າມການອະນຸຍາດທີ່ໄດ້ ໃຫ້ຕາມຂໍ້ 4 ຂອງມາດຕານີ້ຈະບໍ່ຖືວ່າເປັນການອະນຸຍາດໃຫ້ບັນທຶກ ດ້ວຍເຄື່ອງບັນທຶກສຽງຫຼືພາບຕໍ່ຜົນງານການກະຈາຍສຽງ-ແຜ່ພາບ. ສໍາລັບຜົນງານດ້ານວັນນະກໍາຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະ ສິດມີສິດແຕ່ພຽງຜູ້ດຽວໃນການດໍາເນີນຫຼືການອະນຸຍາດໃຫ້ດໍາເນີນ ການຕ່າງໆກ່ຽວກັບຜົນງານຂອງຕົນດັ່ງນີ້: 1. ເລົ້າຜົນງານຕໍ່ສາທາລະນະຊົນດ້ວຍວິທີການຫຼືຂະບວນການ ໃດໜຶ່ງ; 2. ສື່ສານຜົງານຕໍ່ສາທາລະນະຊົນດ້ວຍການເລົ່າຄືນຜົນງານຫຼື ດ້ວຍວິທີການສື່ສານອື່ນໃດໜຶ່ງ; 3. ແປການເລົ່າຄືນຜົນງານ. ສໍາລັບການສະແດງລະຄອນ,ລະຄອນ-ດົນຕີແລະຜົນງານດ້ານ ດົນຕີນັ້ນຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດມີສິດແຕ່ພຽງຜູ້ດຽວໃນ ການດໍາເນີນຫຼືການອະນຸຍາດໃຫ້ດໍາເນີນການຕ່າງໆກ່ຽວກັບຜົນງານ ຂອງຕົນດັ່ງນີ້: 1. ສະແດງຜົນງານຕໍ່ສາທາລະນະຊົນລວມທັງການສະແດງຜົນ ງານດ້ວຍວິທີການຫຼືຂະບວນການໃດໜຶ່ງ; 2. ສື່ສານຜົນງານການສະແດງຕໍ່ສາທາລະນະຊົນ; 3. ແປຜົນງານການສະແດງ. ຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດມີສິດແຕ່ພຽງຜູ້ດຽວໃນ ການດໍາເນີນຫຼືການອະນຸຍາດໃຫ້ດັດແກ້,ປັບປຸງຫຼືຈັດລຽງຜົນງານຂອງ ຕົນດັ່ງນີ້: 1. ດັດແກ້ຜົນງານດ້ານຮູບເງົາ-ລະຄອນແລະຜະລິດຊໍ້າຜົນງານ ດ້ານສິລະປະກໍາຫຼືວັນນະກໍາແລະແຈກຢາຍຜົນງານທີ່ໄດ້ດັດແກ້ຫຼືໄດ້ຜະ ລິດຊໍ້າ; 2. ສະແດງຫຼືສື່ສານຕໍ່ສາທາລະນະຊົນດ້ວຍລະບົບການສື່ສານທີ່ ໃຊ້ສາຍຫຼືບໍ່ໃຊ້ສາຍຫຼືຜົນງາານທີ່ໄດ້ຮັບການດັດແກ້ຫຼືໄດ້ຜະລິດຊໍ້າ. ຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດມີສິດແຕ່ພຽງຜູ້ດຽວໃນ ການດໍາເນີນຫຼືການອະນຸຍາດຫຼືບໍ່ອະນຸຍາດໃຫ້; 1. ຜະລິດຊໍ້າທັງທາງກົງແລະທາງອ້ອມທັງໝົດຫຼືບາງສ່ວນຂອງ ຜົນງານການບັນທຶກສຽງ,ໂປຼແກຼມຄອມພິວເຕີຫຼືການລວບລວມຂໍ້ມູນຫຼື ສິ່ງອື່ນໆ; 2. ນໍາເຂົ້າມາຍັງ ສປປລາວ ສໍາເນົາຜົນງານການບັນທຶກສຽງ ເຖິງວ່າຜູ້ຖືສິດທີ່ກ່ຽວຂ້ອງໄດ້ຈໍາໜ່າຍສໍາເນົາດັ່ງກ່າວຢູ່ທ້ອງຕະຫຼາດ ແລ້ວກໍ່ຕາມ; 3. ແຈກຢາຍຜົນງານຕົ້ນສະບັບແລະສໍາເນົາການບັນທຶກສຽງ ແຕ່ລະອັນໃຫ້ສາທາລະນະລະຊົນຄັ້ງທໍາອິດດ້ວຍການຂາຍ,ການໃຫ້ເຊົ່າ ຫຼືດ້ວຍວິທີການອື່ນ; 4. ໃຫ້ເຊົ່າຫຼືໃຫ້ຢືມຕົ້ນສະບັບຫຼືສໍາເນົາຜົນງານດ້ານສຽງ-ພາບ, ຜົນງານການບັນທຶກສຽງຫຼືຜົນງານດ້ານດົນຕີທີ່ຢູ່ໃນຮູບແບບຂອງນົດ ເພງເພື່ອຜົນປະໂຫຍດທັງທາງກົງແລະທາງອ້ອມດ້ານການຄ້າ; 5. ນໍາໃຊ້ສິດທີ່ໄດ້ກໍານົດໄວ້ໃນຂໍ້ 4 ວັກນີ້ສໍາລັບໂປຼແກຼມຄອມ ພິວເຕີຫຼືຖານຂໍ້ມູນຍົກເວັ້ນໃນກໍລະນີສໍາເນົາໂປຼແກຼມຄອມພິວເຕີ້ຫາກບໍ່ ແມ່ນເປົ້າມາຍຕົ້ນຕໍຂອງການໃຫ້ເຊົ່າ,ການເອົາຕົ້ນສະບັບຫຼືສໍາເນົາໂປຼ ແກຼມຄັອມພິວເຕີ້ໄປວາງຕະຫຼາດດ້ວຍການເຫັນດີຂອງຜູ້ຖືສິດຈະບໍ່ເຮັດ ໃຫ້ສິດໃນການໃຫ້ເຊົ່ານັ້ນໝົດໄປ. ຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດມີສິດແຕ່ພຽງຜູ້ດຽວໃນ ການດໍາເນີນຫຼືການອະນຸຍາດໃຫ້ນໍາເຂົ້າຫຼືສົ່ງອອກຜົນງານຕົ້ນສະບັບ ຫຼືສໍາເນົາຜົນງານໃດໜຶ່ງ,ສິດດັ່ງກ່າວບໍ່ສາມາດສະກັດກັ້ນການນໍາເຂົ້າ ຫຼືການສົ່ງອອກຜົນງານຕົ້ນສະບັບຫຼືສໍາເນົາຜົນງານຊຶ່ງໄດ້ມາຢ່າງຖືກ ຕ້ອງຕາມກົດໝາຍດ້ວຍການອະນຸຍາດຈາກເຈົ້າຂອງລິຂະສິດຫຼືສິດ ກ່ຽວຂ້ອງກັບລິຂະສິດ; ຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດຜົນງານດ້ານສິລະປະກໍາຫຼື ວັນນະກໍາມີສິດພຽງຜູ້ດຽວໃນການດໍາເນີນຫຼືການອະນຸຍາດໃຫ້: 1. ດັດແກ້ຫຼືຜະລິດຊໍ້າຜົນງານດ້ານຮູບເງົາແລະສິດໃນການ ແຈກຢາຍຜົນງານດັ່ງກ່າວທີ່ໄດ້ມີການດັດແກ້ຫຼືໄດ້ຜະລິດຊໍ້າ; 2. ສະແດງຫຼືສື່ສານຜົນງານທີ່ໄດ້ດັດແກ້ຫຼືຜະລິດຊໍ້າຜົນງານ ດ້ານຮູບເງົາຕໍ່ສາທາລະນະຊົນດ້ວຍລະບົບສື່ສານທີ່ໃຊ້ສາຍຫຼືບໍ່ໃຊ້ສາຍ. ການດັດແກ້ການຜະລິດຜົນງານດ້ານຮູບເງົາໃຫ້ເປັນຮູບແບບ ດ້ານສິລະປະກໍາອື່ນທີ່ໄດ້ມາຈາກຜົນງານດ້ານສິລະປະກໍາຫຼືວັນນະກໍາ ໂດຍບໍ່ສ້າງຄວາມເສຍຫາຍຕໍ່ສິດຂອງຜູ້ໃຫ້ອະນຸຍາດຜົນງານການສ້າງ ຮູບເງົາຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງຜົນງານຕົ້ນສະບັບ. ຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດຂອງຜົນງານດ້ານວັນນະ ກໍາ,ລະຄອນ,ລະຄອນ-ພາບ,ພາບນິ້ງຫຼືຜົນງານດ້ານສຽງ-ພາບອື່ນໆ ຂອງບຸກຄົນມີສິດພຽງຜູ້ດຽວໃນການດໍາເນີນຫຼືການອະນຸຍາດໃຫ້; 1. ສະແດງຜົນງານຕໍ່ສາທາລະນະຊົນດ້ວຍວິທີການຫຼືຂະບວນ ການໃດນຶ່ງໂດຍສະເພາະເມື່ອມີການບັນທຶກສຽງເພື່ອສະແດງຜົນງານ ທີ່ມີລິຂະສິດດ້ວຍວິທີການຖ່າຍທອດສຽງທາງລະບົບຕິຈິຕອນ; 2. ສື່ສານຜົນງານຕໍ່ສາທາລະນະຊົນດ້ວຍວິທີການໃດໜຶ່ງ. 3. ແປຜົນງານການສະແດງ.

....ມາດຕາ 99 (ໃໝ່) ການລະເມີດສິດດ້ານຈາລິຍະທໍາແລະສິດດ້ານເສດຖະກິດ

ມາດຕາ 99 (ໃໝ່) ການລະເມີດສິດດ້ານຈາລິຍະທໍາແລະສິດດ້ານເສດ ຖະກິດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນບໍ່ສາມາດດໍາເນີນການໃດໆ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 97 ຂອງກົດໝາຍສະບັບນີ້ຖ້າບໍ່ໄດ້ຮັບ ອະນຸຍາດຈາກຜູ້ປະດິດຄິດແຕ່ງ.ການດໍາເນີນການທີ່ບໍ່ໄດ້ຮັບອະນຸຍາດ ຈະຖືເປັນການລະເມີດສິດ້ານຈາລິຍະທໍາຂອງຜູ້ປະດິດຄິດແຕ່ງເວັ້ນເສຍ ແຕ່ກົດໝາຍໄດ້ກໍານົດໄວ້ເປັນຢ່າງອື່ນ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນບໍ່ສາມາດດໍາເນີນການໃດໆ ຕາມທີ່ໄດ້ກໍານົດໄ້ວໃນ ມາດຕາ 98 ຂອງກົດໝາຍສະບັບນີ້ຖ້າບໍ່ໄດ້ຮັບ ອະນຸຍາດຈາກເຈົ້າຂອງລິຂະສິດ.ການດໍາເນີນການທີ່ບໍ່ໄດ້ຮັບອະນຸຍາດ ຈະຖືເປັນການລະເມີດສິດດ້ານເສດຖະກິດຂອງເຈົ້າຂອງລິຂະສິດເວັ້ນ ເສຍແຕ່ກົດໝາຍໄດ້ກໍານົດໄວ້ເປັນຢ່າງອື່ນ. ຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດມີສິດປົກປ້ອງຜົນປະໂຫຍດ ຂອງຕົນຕາມລະບຽບກົດໝາຍຈາກການລະເມີດສິດດ້ານຈາລິຍະທໍາຫຼື ດ້ານເສດຖະກິດເຊັ່ນສິດໃນການຮ້ອງຟ້ອງ,ສິດໃນການໄດ້ຮັບການຊົດ ເຊີຍຈາກຄວາມເສຍຫາຍທີ່ຜູ້ອື່ນໄດ້ກໍ່ຂຶ້ນ.

....ມາດຕາ 100 (ປັບປຸງ) ລິຂະສິດຕໍ່ໂປຼແກຼມຄອມພິວເຕີ້ແລະການລວມລວມຂໍ້ມູນ

ມາດຕາ 100 (ປັບປຸງ) ລິຂະສິດຕໍ່ໂປຼແກຼມຄອມພິວເຕີ້ແລະການ ລວມລວມຂໍ້ມູນ ໂປຼແກຼມຄັອມພິວເຕີ້ແມ່ນຊຸດຄໍາສັ່ງຫຼືສິ່ງໃດສິ່ງໜຶ່ງທີ່ນໍາໄປໃຊ້ ກັບເຄື່ອງຄັອມພິວເຕີ້ເພື່ອເຮັດໃຫ້ເຄື່ອງນັ້ນທໍາງານຫຼືເພື່ອໃຫ້ໄດ້ຮັບຜົນ ຢ່າງໃດຢ່າງໜຶ່ງບໍ່ວ່າພາສາໂປຼແກຼມຄັອມພິວເຕີຈະມີລັກສະນະໃດກໍ່ ຕາມຈະໄດ້ຮັບການປົກປ້ອງຄືກັນກັບຜົນງານດ້ານວັນນະກໍາຈະຢູ່ໃນຮູບ ແບບພາສາຕົ້ນກໍາເນີດ(source code) ຫຼື ພາສາວັດຖຸ (object code) ກໍ່ໄດ້. ການລວບລວມຂໍ້ມູນແມ່ນການທ້ອນໂດມຂໍ້ມູນຫຼືວັດຖຸອື່ນບໍ່ວ່າຈະ ອ່ານດ້ວຍເຄື່ອງຈັກຫຼືໃນຮູບແບບອື່ນຊຶ່ງເຫດຜົນໃນການຄັດເລືອກຫຼືການ ຈັດລຽງເນື້ອໃນແຜ່ນເພື່ອປະກອບເຂົ້າກັນໃຫ້ເປັນການປະດິດແຕ່ງທາງ ປັນຍາທີ່ຈະໄດ້ຮັບການປົກປ້ອງຄືກັນກັບຜົນງານດ້ານວັນນະກໍາ,ການປົກ ປ້ອງລິຂະສິດຂອງການລວບລວມຂໍ້ມູນບໍ່ໃຫ້ກວມເອົາຂໍ້ມູນຫຼືວັດຖຸນັ້ນເອງ ແລະບໍ່ສ້າງຜົນເສຍຫາຍຕໍ່ລິຂະສິດຂອງຂໍ້ມູນຫຼືວັດຖຸນັ້ນ.

....ມາດຕາ 101 (ໃໝ່) ຜົນງານທີ່ໄດ້ມາຈາກຜົນງານດ້ານສິລະປະກໍາຫຼືວັນນະກໍາພື້ນເມືອງ

ມາດຕາ 101 (ໃໝ່) ຜົນງານທີ່ໄດ້ມາຈາກຜົນງານດ້ານສິລະປະກໍາຫຼື ວັນນະກໍາພື້ນເມືອງ ຜົນງານທີ່ໄດ້ມາຈາກຜົນງານດ້ານສິລະປະກໍາຫຼືວັນນະກໍາພື້ນ ເມືອງຈະໄດ້ຮັບການປົກປ້ອງລິຂະສິດໂດຍບໍ່ແຕະຕ້ອງສິດຂອງຜູ້ອື່ນໃນ ການສ້າງຜົນງານຕົ້ນສະບັບຈາກຜົນງານດ້ານສິລະປະກໍາຫຼືວັນນະກໍາ ພື້ນເມືອງອັນດຽວກັນແລະໃນການສືບຕໍ່ສະແຫວງຫາຜົນປະໂຫຍດຈາກ ຜົນງານດ້ານສິລະປະກໍາຫຼືວັນນະກໍາພື້ນເມືອງດັ່ງກ່າວ. ການສະສົມຜົນງານດ້ານສິລະປະກໍາຫຼືວັນນະກໍາພື້ນເມືອງຈະໄດ້ ຮັບການປົກປ້ອງລິຂະສິດໂດຍບໍ່ແຕະຕ້ອງສິດຂອງຜູ້ອື່ນໃນການສະສົມ ຜົນງານທີ່ຄ້າຍຄືກັນຫຼືສືບຕໍ່ບອກເລົ່າເລື່ອງຫຼືຜະລິດຊໍ້າ,ປັບປ່ຽນຫຼືຂາຍ ຜົນງານພື້ນເມືອງຢູ່ໃນການສະສົມດັ່ງກ່າວ.

...ໝວດທີ 5 ເຈົ້າຂອງສິດກ່ຽວຂ້ອງກັບລະຂະສິດ


....ມາດຕາ 102 (ປັບປຸງ) ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 102 (ປັບປຸງ) ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດມີດັ່ງນີ້: 1. ຜູ້ສະແດງ; 2. ຜູ້ຜະລິດການບັນທຶກສຽງ; 3. ຜູ້ກະຈາຍສຽງ-ແຜ່ພາບແລະອົງການກະຈາຍສຽງ-ແຜ່ ພາບ.

....ມາດຕາ 103 (ໃໝ່) ສິດດ້ານຈາລິຍະທໍາຂອງຜູ້ສະແດງ

ມາດຕາ 103 (ໃໝ່) ສິດດ້ານຈາລິຍະທໍາຂອງຜູ້ສະແດງ ໂດຍບໍ່ຂຶ້ນກັບສິດ້ານເສດຖະກິດຂອງຜູ້ສະແດງເຖິງວ່າຫຼັງຈາກ ຜູ້ສະແດງໄດ້ມີການໂອນສິດດັ່ງກ່າວແລ້ວກໍ່ຕາມໂດຍອີງໃສ່ການສະ ແດງສົດຂອງຜູ້ກ່ຽວຫຼືການສະແດງທີ່ມີການບັນທຶກສຽງ,ຜູ້ກ່ຽວຍັງມີ ສິດທີ່ຈະອ້າງເຖິງສິດໃນການສະແດງຂອງຕົນ,ເວັ້ນເສຍແຕ່ບໍ່ສາມາດ ບົ່ງຊື່ຜູ້ສະແດງໄດ້ແລະຄັດຄ້ານການບິດເບືອນ,ການຕັດຮອນຫຼືການດັດ ແກ້ອື່ນຕໍ່ການສະແດງຂອງຕົນຊຶ່ງຈະສ້າງຄວາມເສື່ອມເສຍຕໍ່ກຽດ ແລະຊື່ສຽງຂອງຜູ້ສະແດງ. ພາຍຫຼັງຜູ້ສະແດງໄດ້ເສຍຊີວິດແລ້ວສິດດ້ານຈາລິຍະທໍາຂອງຜູ້ ກ່ຽວກໍ່ຈະຮັກສາໄວ້ຈົນກວ່າສິດດ້ານເສດຖະກິດຈະສິ້ນສຸດລົງແລະຜູ້ສືບ ທອດຂອງຜູ້ກ່ຽວກໍ່ຈະສາມາດນໍາໃຊ້ໄດ້ຖ້າຫາກຜູ້ກ່ຽວບໍ່ໄດ້ມອບສິດດັ່ງ ກ່າວໃຫ້ຄົນອື່ນ.

....ມາດຕາ 104 (ໃໝ່) ສິດດ້ານເສດຖະກິດຂອງຜູ້ສະແດງ

ມາດຕາ 104 (ໃໝ່) ສິດດ້ານເສດຖະກິດຂອງຜູ້ສະແດງ ຜູ້ສະແດງມິສິດແຕ່ພຽງຜູ້ດຽວໃນການກະທໍາດັ່ງນີ້: 1. ການສະແດງສິດ; 1.1. ການກະຈາຍສຽງ-ແຜ່ພາບແລະການສື່ສານການສະແດງ ສິດຕໍ່ສາທາລະນະຊົນ,ເວັ້ນເສຍແຕ່ການສະແດງນັ້ນໄດ້ມີການກະຈາຍ ສຽງ-ແຜ່ພາບແລ້ວ; 1.2. ການບັນທຶກການສະແດງສິດ. 2. ການຜະລິດຊໍ້າການສະແດງທີ່ໄດ້ບັນທຶກສຽງທົງທາງກົງ ແລະທາງອ້ອມດ້ວຍລັກສະນະຫຼືຮູບແບບໃດໜຶ່ງ; 3. ການເຮັດໃຫ້ສາທາລະນະຊົນສາມາດເຂົ້າເຖິງການສະແດງ ທີ່ໄດ້ບັນທຶກສຽງສະບັບຕົ້ນຫຼືສະບັບສໍາເນົາໂດຍຜ່ານການຂາຍຫຼືໂອນ ກໍາມະສິດແຕ່ສິດດັ່ງກ່າວບໍ່ກວມເອົາການຂາຍຫຼືການໂອນກໍາມະສິດຕໍ່ ການສະແດງທີ່ເປັນສະບັບຕົ້ນແລະສະບັບສໍາເນົາອັນດຽວກັນພາຍຫຼັງ ທີ່ໄດ້ຂາຍຢ່າງຖືກຕ້ອງຕາມກົດໝາຍຫຼືໄດ້ຖືກໂອນຕາມການອະນຸຍາດ ຂອງຜູ້ສະແດງ; 4. ການໃຫ້ເຊົ່າສະບັບຕົ້ນແລະສະບົບສໍາເນົາຂອງການສະແດງ ທີ່ໄດ້ບັນທຶກສຽງແກ່ສາທາລະນະຊົນເພື່ອຜົນປະໂຫຍດທາງການຄ້າ ເຖິງວ່າຜູ້ສະແດງໄດ້ແຈກຢາຍຫຼືອະນຸຍາດໃຫ້ແຈກຢາກການບັນທຶກ ສຽງແລ້ວກໍ່ຕາມ; 5. ການເຮັດໃຫ້ສາທາລະນະຊົນສາມາດເຂົ້າມາເຖິງການສະ ແດງທີ່ໄດ້ບັນທຶກສຽງໂດຍຜ່ານລະບົບສື່ສານທີ່ໃຊ້ສາຍຫຼືບໍ່ໃຊ້ສາຍຈາກ ສະຖານທີ່ແລະໃນເວລາທີ່ສາທາລະນະຊົນສາມາດເລືອກເອົາເອງໄດ້; 6. ການໂອນສິດກ່ຽວກັບຜົນງານການສະແດງຂອງຕົນຢ່າງເສ ລີດ້ວຍສັນຍາຫຼືການສືບທອດມູນມໍລະດົກ.

....ມາດຕາ 105 (ປັບປຸງ) ສິດຂອງຜູ້ຜະລິດການບັນທຶກສຽງ

ມາດຕາ 105 (ປັບປຸງ) ສິດຂອງຜູ້ຜະລິດການບັນທຶກສຽງ ຜູ້ຜະລິດການບັນທຶກສຽງມີສິດແຕ່ພຽງຜູ້ດຽວໃນການກະທໍາດັ່ງ ນີ້: 1. ການຜະລິດຊໍ້າການບັນທຶກສຍງທັງທາງກົງແລະທາງອ້ອມ ດ້ວຍລັກສະນະຫຼືຮູບແບບໃດໜຶ່ງ; 2. ການເຮັດໃຫ້ສາທາລະນະຊົນສາມາດເຂົ້າເຖິງການບັນທຶກ ສຽງສະບັບຕົ້ນຫຼືສະບົບສໍາເນົາໂດຍຜ່ານການຂາຍຫຼືໂອນກໍາມະສິດແຕ່ ສິດດັ່ງກ່າວບໍ່ກວມເອົາການຂາຍຫຼືການໂອນກໍາມະສິດຕໍ່ການບັນທຶກ ສຽງທີ່ເປັນສະບັບຕົ້ນແລະສະບົບສໍາເນົາອັນດຽວກັນພາຍຫຼັງທີ່ໄດ້ຂາຍ ຢ່າງຖືກຕ້ອງຕາມກົດໝາຍຫຼືໄດ້ຖືກໂອນຕາມການອະນຸຍາດຂອງຜູ້ຜະ ລິດການບັນທຶກສຽງ; 3. ການໃຫ້ເຊົ່າສະບັບຕົ້ນແລະສະບົບສໍາເນົາຂອງການບັນທຶກ ສຽງແກ່ສາທາລະນະຊົນເພື່ອຜົນປະໂຫຍດທາງການຄ້າເຖິງວ່າຜູ້ຜະ ລິດການບັນທຶກສຽງໄດ້ແຈກຢາຍຫຼືອະນຸຍາດໃຫ້ແຈກຢາຍການບັນທຶກ ສຽງແລ້ວກໍ່ຕາມ; 4. ການເຮັດໃຫ້ສາທາລະນະຊົນສາມາດເຂົ້າເຖິງການບັນທຶກ ສຽງໂດຍຜ່ານລະບົບສື່ສານທີ່ໃຊ້ສາຍຫຼືບໍ່ໃຊ້ສາຍຈາກສະຖານທີ່ແລະ ໃນເວລາທີ່ສາທາລະນະຊົນສາມາດເລືອກເອົາເອງໄດ້; 5. ການໂອນສິດກ່ຽວກັບການບັນທຶກສຽງຂອງຕົນຢ່າງເສລີ ດ້ວຍສັນຍາຫຼືການສືບທອດມູນມໍລະດົກ.

....ມາດຕາ 106 (ໃໝ່) ສິດຂອງຜູ້ສະແດງແລະຜູ້ຜະລິດການບັນທຶກສຽງໃນການໄດ້ຮັບຄ່າຕອບແທນ

ມາດຕາ 106 (ໃໝ່) ສິດຂອງຜູ້ສະແດງແລະຜູ້ຜະລິດການບັນທຶກສຽງ ໃນການໄດ້ຮັບຄ່າຕອບແທນ ຜູ້ສະແດງແລະຜູ້ຜະລິດການບັນທຶກສຽງມີສິດໄດ້ຮັບຄ່າຕອບ ແທນຢ່າງເໝາະສົມຄັ້ງດຽວສໍາລັບການນໍາໃຊ້ການບັນທຶກສຍງທັງ ທາງກົງແລະທາງອ້ອມທີ່ໄດ້ນໍາອອກເຜີຍແຜ່ເພື່ອຈຸດປະສົງທາງການ ຄ້າກ່ຽວກັບການກະຈາຍສຽງ-ແຜ່ພາບຫຼືການສື່ສານໃດໜຶ່ງຕໍ່ສາທາ ລະນະຊົນ,ການບັນທຶກສຽງທີ່ສາມາດເຂົ້າເຖິງໄດ້ໂດຍຜ່ານລະບົບສື່ ສານທີ່ໃຊ້ສາຍຫຼືບໍ່ໃຊ້ສາຍຈາກສະຖານທີ່ແລະໃນເວລາທີ່ສາທາລະນະ ຊົນສາມາດເລືອກເອົາເອງໄດ້ຈະຖືວ່າເປັນກາເຜີຍແຜ່ເພື່ອຈຸດປະສົງ ທາງການຄ້າ. ສໍາລັບຄ່າຕອບແທນນັ້ນແມ່ນຂຶ້ນກັບການຕົກລົງລະຫວ່າງຜູ້ສະ ແດງກັບຜູ້ຜະລິດການບັນທຶກສຽງ.

....ມາດຕາ 107 (ປັບປຸງ) ສິດຂອງຜູ້ກະຈາຍສຽງ-ແຜ່ພາບແລະອົງການກະຈາຍສຽງ-ແຜ່ພາບ

ມາດຕາ 107 (ປັບປຸງ) ສິດຂອງຜູ້ກະຈາຍສຽງ-ແຜ່ພາບແລະອົງ ການກະຈາຍສຽງ-ແຜ່ພາບ ຜູ້ສະແດງແລະຜູ້ຜະລິດການບັນທຶກສຽງມີສິດໄດ້ຮັບຄ່າຕອບ ແທນຢ່າງເໝາະສົມຄັ້ງດຽວສໍາລັບການນໍາໃຊ້ການບັນທຶກສຽງທັງ ທາງກົງແລະທາງອ້ອມທີ່ໄດ້ນໍາອອກເຜີນແຜ່ເພື່ອຈຸດປະສົງທາງການ ຄ້າກ່ຽວກັບການກະຈາຍສຽງ-ແຜ່ພາບຫຼືການສືສານໃດໜຶ່ງຕໍ່ສາທາ ລະນະຊົນ.ການບັນທຶກສຽງທີ່ສາມາດເຂົ້າເຖິງໄດ້ໂດຍຜ່ານລະບົບສື່ ສານທີ່ໃຊ້ສາຍຫຼືບໍ່ໃຊ້ສາຍຈາກສະຖານທີ່ແລະໃນເວລາທີ່ສາທາລະນະ ຊົນສາມາດເລືອກເອົາເອງໄດ້ຈະຖືວ່າເປັນການເຜີຍແຜ່ເພື່ອຈຸດປະ ສົງທາງການຄ້າ. ສໍາລັບຄ່າຕອບແທນນັ້ນແມ່ນຂຶ້ນກັບການຕົກລົງລະຫວ່າງຜູ້ສະ ແດງກັບຜູ້ຜະລິດການບັນທຶກສຽງ.

....ມາດຕາ 107 (ປັບປຸງ) ສິດຂອງຜູ້ກະຈາຍສຽງ-ແຜ່ພາບແລະອົງການກະຈາຍສຽງ-ແຜ່ພາບ

ມາດຕາ 107 (ປັບປຸງ) ສິດຂອງຜູ້ກະຈາຍສຽງ-ແຜ່ພາບແລະອົງ ການກະຈາຍສຽງ-ແຜ່ພາບ ຜູ້ກະຈາຍສຽງ-ແຜ່ພາບແລະອົງການກະຈາຍສຽງ-ແຜ່ພາບ ມີສິດແຕ່ພຽງຜູ້ດຽວໃນການອະນຸຍາດໃຫ້ດໍາເນີນການຕ່າງໆດັ່ງນີ້: 1. ການບັນທຶກການກະຈາຍສຽງ-ແຜ່ພາບຂອງຕົນ; 2. ການຜະລິດຊໍ້າການບັນທຶກຂອງການກະຈາຍສຽງ-ແຜ່ພາບ ຂອງຕົນ; 3. ການກະຈາຍສຽງ-ແຜ່ພາບຊໍ້າຂອງການກະຈາຍສຽງ-ແຜ່ ພາບດ້ວຍລະບົບສື່ສານທີ່ບໍ່ໃຊ້ສາຍ; 4. ການສື່ສານການກະຈາຍສຽງ-ແຜ່ພາບຕໍ່ສາທາລະນະຊົນ ທາງໂທລະພາບ; 5. ການໂອນສິດຕໍ່ການກະຈາຍສຽງ-ແຜ່ພາບຂອງຕົນຢ່າງເສ ລີດ້ວຍສັນຍາຫຼືການສືບທອດມູນມໍຣະດົກ.

....ມາດຕາ 108 (ປັບປຸງ) ການລະເມີດສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 108 (ປັບປຸງ) ການລະເມີດສິດກ່ຽວຂ້ອງກັບລິຂະສິດ ຂໍ້ບັນຍັດທີ່ໄດ້ກໍານົດໄວ້ໃນ ມາດຕາ 99 ຂອງກົດໝາຍສະບັບນີ້ ສາມາດປະຕິບັດຄືກັນກັບສິດກ່ຽວຂ້ອງກັບລິຂະສິດຂອງຜູ້ສະແດງ,ຜູ້ຜະ ລິດການບັນທຶກສຽງ-ພາບ,ຜູ້ກະຈາຍສຽງ-ແຜ່ພາບແລະອົງການກະ ຈາຍສຽງ-ແຜ່ພາບທີ່ໄດ້ບົ່ງໄວ້ໃນ ມາດຕາ 103, 104, 105.106 ແລະ 107 ຂອງກົດໝາຍສະບັບນີ້.

...ໝວດທີ 6 ອະຍຸການປົກປ້ອງລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 109 (ປັບປຸງ) ອາຍຸການປົກປ້ອງລິຂະສິດ

ມາດຕາ 109 (ປັບປຸງ) ອາຍຸການປົກປ້ອງລິຂະສິດ ອາຍຸການປົກປ້ອງລິຂະສິດໃຫ້ນັບແຕ່ວັນປະດິດຄິດແຕ່ງຜົນງານ ຂຶ້ນແລະສືບຕໍ່ໄປຈົນຮອດວັນສຸດທ້າຍຂອງປີປະຕິທິນດັ່ງນີ້: 1. ຫ້າສິບປີຫຼັກຈາກວັນເສຍຊີວິດຂອງຜູ້ປະດິດຄິດແຕ່ງຫຼືໃນກໍລະ ນີທີ່ຜູ້ປະດິດຄິດແຕ່ງມີຫຼາຍຄົນຮ່ວມກັນແມ່ນຫ້າສິບປີຫຼັງຈາກວັນເສຍຊີ ວິດຂອງຜູ້ຮ່ວມປະດິດຄິດແຕ່ງຜູ້ສຸດທ້າຍ,ເວັ້ນເສຍແຕ່ໄດ້ກໍານົດໄວ້ເປັນ ຢ່າງອື່ນ; 2. ຫ້າສິບປີນັບແຕ່ວັນທີທີ່ຜົນງານໄດ້ມີການເຜີຍແຜ່ຢ່າງຖືກ ຕ້ອງຕາມກົດໝາຍເປັນຕົ້ນໄປສໍາລັບຜົນງານທີ່ໃຊ້ນາມແຜງຫຼືນາມ ປາກກາ,ແຕ່ອາຍຸການປົກປ້ອງນັ້ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 1 ຂອງມາດຕານີ້ຖ້າຫາກວ່າ: 2.1. ນາມແຝງຫຼືນາມປາກກາໄດ້ຖືກນໍາໃຊ້ໂດຍຜູ້ປະດິດຄິດ ແຕ່ງຊຶ່ງຮູ້ແນ່ນອນວ່າແມ່ນຜູ້ກ່ຽວເອງ; 2.2. ເຈົ້າຂອງຜົນງານທີ່ໃຊ້ນາມແຝງຫຼືນາມປາກກາໄດ້ເປີດ ເຜີຍຕົນເອງໃນໄລຍະທີ່ໄດ້ກໍານົດໄວ້ນັ້ນ. 3. ຫ້າສິບປີນັບແຕ່ວັນທີຜົນງານໄດ້ຖືກເຜີຍແຜ່ສູ່ສາທາລະນະ ຊົນຄັ້ງທໍາອິດສໍາລັບຜົນງານທາງດ້ານຮູບເງົາໂດຍການເຫັນດີຂອງ ເຈົ້າຂອງຜົນງານ,ແຕ່ຖ້າຫາກບໍ່ໄດ້ມີການເຜີຍແຜ່ຜົນງານນັ້ນພາຍໃນ ໄລຍະຫ້າສິບປີນັບແຕ່ວັນທີສ້າງຜົນງານອາຍຸການປົກປ້ອງແມ່ນຫ້າສິບ ປີນັບແຕ່ວັນທີ່ສ້າງຜົນງານດັ່ງກ່າວ; 4. ຊາວຫ້າປີນັບແຕ່ວັນສ້າງຜົນງານສໍາລັບສິລະປະປັບໃຊ້. ໃນກໍລະນີທີ່ມີສົນທິສັນຍາທີ່ ສປປລາວ ເປັນພາຄີຫຼືສັນຍາທີ່ໄດ້ ຮ່ວມເຊັນນໍາກັນອາຍຸການປົກປ້ອງລິຂະສິດແມ່ນໃຫ້ປະຕິບັດຕາມສົນທິ ສັນຍາຫຼືສັນຍານັ້ນ.

....ມາດຕາ 110 (ປັບປຸງ) ອາຍຸການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 110 (ປັບປຸງ) ອາຍຸການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ ອາຍຸການປົກປ້ອງສິດກ່ຽວຂ້ອງກັບລະຂະສິດມີດັ່ງນີ້: 1. ຫ້າສິບປີນັບແຕ່ວັນມີການສະແດງເປັນຕົ້ນໄປສໍາລັບຜູ້ສະ ແດງຊຶ່ງການສະແດງນັ້ນໄດ້ບັນທຶກສຽງແລະຈະສິ້ນສຸດລົງພາຍໃນວັນ ສຸດທ້າຍຂອງປີປະຕິທິນ; 2. ຫ້າສິບປີນັບແຕ່ວັນມີການບັນທຶກສຽງຄັ້ງທໍາອິດເປັນຕົ້ນໄປ ສໍາລັບຜູ້ຜະລິດການບັນທຶກສຽງແລະຈະສິ້ນສຸດລົງພາຍໃນວັນສຸດທ້າຍ ຂອງປີປະຕິທິນຊຶ່ງການບັນທຶກສຽງນັ້ນໄດ້ມີການເຜີຍແຜ່ຫຼືໃນກໍລະນີທີ່ບໍ່ ໄດ້ມີການເຜີຍແຜ່ຜົນງານນັ້ນໃນໄລຍະຫ້າສິບຜີຈາກວັນບັນທຶກສຽງ, ອາຍຸການປົກປ້ອງການບັນທຶກສຽງນັ້ນຈະສິ້ນສຸດລົງພາຍໃນວັນສຸດທ້າຍ ຂອງປີປະຕິທິນຂອງປີທີຫ້າສິບຊຶ່ງໄດ້ມີການບັນທຶກສຽງແລ້ວ; 3. ຫ້າສິບປີນັບແຕ່ວັນກະຈາຍສຽງ-ແຜ່ພາບສໍາລັບຜູ້ກະຈາຍ ສຽງ-ແຜ່ພາບແລະອົງການກະຈາຍສຽງ-ແຜ່ພາບແລະຈະສິ້ນສຸດລົງ ໃນວັນສຸດທ້າຍຂອງປີປະຕິທິນຂອງປີທີຫ້າສິບຊຶ່ງລາຍການໄດ້ມີການກະ ຈາຍສຽງ-ແຜ່ພາບຄັ້ງທໍາອິດແລ້ວ. ໃນກໍລະນີມີສົນທິສັນຍາທີ່ ສປປລາວ ເປັນພາຄີຫຼືສັນຍາທີ່ໄດ້ຮ່ວມ ເຊັນນໍາກັນອາຍຸການປົກປ້ອງສິດກ່ຽວຂ້ອງກັບລິຂະສິດແມ່ນໃຫ້ປະຕິບັດ ຕາມສົນທິສັນຍາຫຼືສັນຍານັ້ນ.

...ໝວດທີ 7 ຂໍ້ຈໍາກັດແລະພັນທະຕໍ່ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 111 (ໃໝ່) ການກະທໍາທີ່ສອດຄ່ອງກັບການນໍາໃຊ້ທີ່ເໝາະສົມ

ມາດຕາ 111 (ໃໝ່) ການກະທໍາທີ່ສອດຄ່ອງກັບການນໍາໃຊ້ທີ່ເໝາະ ສົມ ການກະທໍາທີ່ສາມາດດໍາເນີນການໄດ້ໂດຍບໍ່ຈໍາເປັນຕ້ອງໃຫ້ ເຈົ້າຂອງຜົນງານເຫັນດີແລະບໍ່ຕ້ອງຈ່າຍຄໍາຕອບແທນມີດັ່ງນີ້: 1. ການອ້າງອີງຜົນງານທີ່ໄດ້ເປີດເຜີຍສູ່ສາທາລະນະຊົນແລ້ວ ຊຶ່ງສອດຄ່ອງກັບການນໍາໃຊ້ທີ່ເໝາະສົມແລະຂອບເຂດຂອງການອ້າງ ອີງນັ້ນບໍ່ເໜືອຈາກເຫດຜົນທີ່ໄດ້ຊີ້ແຈ້ງໃນຈຸດປະສົງລວມທັງການອ້າງ ອີງໃນໜັງສືພິມແລະວາລະສານຕ່າງໆໃນຮູບແບບການສະຫຼຸບຂ່າວ. 2. ການໃຊ້ປະໂຫຍດຂອງຜົນງານດ້ານສິລະປະກໍາຫຼືວັນນະກໍາ ຢ່າງເໝາະສົມເພື່ອປະກອບໃສ່ສິ່ງພິມ,ການກະຈາຍສຽງ-ແຜ່ພາບຫຼື ການບັນທຶກສຽງຫຼືພາບເພື່ອການສິດສອນແຕ່ການນໍາໃຊ້ດັ່ງກ່າວບໍ່ໃຫ້ ຂັດກັບທໍານຽມປະຕິບັດ; 3. ການຜະລິດຊໍ້າຮູບພາບຂອງຜົນງານດ້ານວິຈິດສິນ,ພາບ ຖ່າຍແລະຜົນງານດ້ານສິລະປະອື່ນໆແລະຜົນງານດ້ານສິລະປະປັບໃຊ້ ດ້ວຍການຖ່າຍຮູບຫຼືການຖ່າຍຮູບເງົາແຕ່ຜົນງານດັ່ງກ່າວຕ້ອງໄດ້ຖືກ ເຜີຍແຜ່,ຖືກນໍາສະເໜີສູ່ສາທາລະນະຊົນຫຼືສື່ສານຕໍ່ສາທາລະນະຊົນໄດ້ ຮູ້ແລ້ວຊຶ່ງການຜະລິດຊໍ້າດັ່ງກ່າວມີຜົນກະທົບໜ້ອຍທີ່ສຸດຕໍ່ຜົນງານດ້ານ ການຖ່າຍຮູບຫຼືການຖ່າຍຮູບເງົາແລະບໍ່ແມ່ນຈຸດປະສົງຂອງຜົນງານ ດ້ານການຖ່າຍຮູບຫຼືການຖ່າຍຮູບເງົາ; 4. ການແປຜົນງານດ້ານວັນນະກໍາເປັນຕົວໜັງສືນູນຫຼືເປັນຕົວ ໜັງສືອື່ນໆສໍາລັບຄົນພິການທາງສາຍຕາ; 5. ການຜະລິດຊໍ້າໂປຼແກຼມຄອມພິວເຕີ້ຊຶ່ງເກີດຂຶ້ນໃນໄລຍະການ ນໍາໃຊ້ປົກກະຕິຂອງໂປຼແກຼມຄອມພິວເຕີ້ແຕ່ການນໍາໃຊ້ໂປຼແກຼມນັ້ນຕ້ອງ ສອດຄ່ອງກັບເງື່ອນໄຂກ່ຽວກັບການອະນຸຍາດຈາກເຈົ້າຂອງລິຂະສິດ; 6. ການຜະລິດຊໍ້າຜົນງານທີ່ໄດ້ບັນທຶກໄວ້ໃນສື່ອີເລັກໂຕຼນິກເພື່ອ ສໍາຮອງຫຼືເກັບຮັກສາຂໍ້ມູນຫຼືເພຶ່ອປ່ຽນແທນຜົນງານທີ່ໄດ້ມາຢ່າງຖືກ ຕ້ອງຕາມກົດໝາຍທີ່ສູນຫາຍ,ຖືກທໍາລາຍຫຼືໃຊ້ບໍ່ໄດ້. ໃນການນໍາໃຊ້ຜົນງານຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 1 ແລະ 2 ຂອງມາດຕານີ້ຕ້ອງໄດ້ບົ່ງບອກທີ່ມາແລະຊື່ຂອງເຈົ້າຂອງຜົນງານ. ການກະທໍາທີ່ສາມາດດໍາເນີນການໄດ້ໂດຍບໍ່ຈໍາເປັນຕ້ອງໃຫ້ ເຈົ້າຂອງຜົນງານເຫັນດີແລະບໍ່ຕ້ອງຈ່າຍຄ່າຕອບແທນແຕ່ຕ້ອງໃຫ້ສອດ ຄ່ອງກັບການນໍາໃຊ້ທີ່ເໝາະສົມພ້ອມທັງບົ່ງບອກທີ່ມາມີດັ່ງນີ້: 1. ການຜະລິດຊໍ້າບົດຄວາມຕ່າງໆກ່ຽວກັບເສດຖະກິດ,ການ ເມືອງຫຼືສາສະໜາໂດຍສື່,ດ້ວຍການກະຈາຍສຽງ-ແຜ່ພາບຫຼືການສື່ ສານຕໍ່ສາທາລະນະຊົນດ້ວຍການໃຊ້ສາຍທີ່ໄດ້ເຜີຍແຜ່ໃນໜັງສືພິມຫຼືວາ ລະສານ; 2. ການຜະລິດຊໍ້າດ້ວຍການຫຼີກບັນດາມາດຕະການທາງດ້ານ ເຕັກໂນໂລຊີທີ່ໃຊ້ປົກປ້ອງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດຫຼືຖອນຫຼື ດັດແປງຂໍ້ມູນອີເລັກໂທຼນິກກ່ຽວກັບການຄຸ້ມຄອງສິດໂດຍບໍ່ໄດ້ຮັບອະນຸ ຍາດ.

....ມາດຕາ 112 (ປັບປຸງ) ຂໍ້ຈໍາກັດແລະຂໍ້ຍົກເວັ້ນຕໍ່ສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 112 (ປັບປຸງ) ຂໍ້ຈໍາກັດແລະຂໍ້ຍົກເວັ້ນຕໍ່ສິດກ່ຽວຂ້ອງກັບລິ ຂະສິດ ຂໍ້ຈໍາກັດແລະຂໍ້ຍົກເວັ້ນຕໍ່ສິດກ່ຽວຂ້ອງກັບລິຂະສິດມີດັ່ງດຽວກັນ ກັບຂໍ້ຈໍາກັດແລະຂໍ້ຍົກເວັ້ນຕໍ່ລິຂະສິດ.

....ມາດຕາ 113 ພັນທະຂອງເຈົ້າຂອງລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 113 ພັນທະຂອງເຈົ້າຂອງລິຂະສິດແລະສິດກ່ຽວຂ້ອງກັບລິ ຂະສິດ ພັນທະຂອງເຈົ້າຂອງລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດແມ່ນ ໃຫ້ປະຕິບັດຕາມ ມາດຕາ 62 ຂອງກົດໝາຍສະບັບນີ້.

...ໝວດທີ 8 ການບໍລິຫານແລະຄຸ້ມຄອງລິຂະສິດແບບລວມໝູ່


....ມາດຕາ 114 (ໃໝ່) ອົງການຈັດຕັ້ງບໍລິຫານແລະຄຸ້ມຄອງລິຂະສິດແບບລວມໝູ່

ມາດຕາ 114 (ໃໝ່) ອົງການຈັດຕັ້ງບໍລິຫານແລະຄຸ້ມຄອງລິຂະສິດ ແບບລວມໝູ່ ອົງການຈັດຕັ້ງບໍລິຫານແລະຄຸ້ມຄອງລິຂະສິດແບບລວມໝູ່ແມ່ນ ສະມາຄົມບໍລິຫານລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດທີ່ສ້າງຕັ້ງຂຶ້ນ ຕາມການຕົກລົງໃນກຸ່ມຂອງບັນດາເຈົ້າຂອງຜົນງານ,ເຈົ້າຂອງລິຂະ ສິດ,ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດເພື່ອດໍາເນີນກິດຈະກໍາຕ່າງໆ ໂດຍສອດຄ່ອງກັບກົດໝາຍເພື່ອປົກປ້ອງລິຂະສິດແລະສິດກ່ຽວຂ້ອງ ກັບລິຂະສິດຂອງຕົນ.

....ມາດຕາ 115 (ໃໝ່) ພາລະບົດບາດຂອງສະມາຄົມບໍລິຫານລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 115 (ໃໝ່) ພາລະບົດບາດຂອງສະມາຄົມບໍລິຫານລິຂະສິດ ແລະສິດກ່ຽວຂ້ອງກັບລິຂະສິດ ສະມາຄົມບໍລິຫານລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດປະຕິ ບັດພາລະບົດບາດດັ່ງນີ້: 1. ຄຸ້ມຄອງລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດໃນນາມເຈົ້າ ຂອງຜົນງານ,ເຈົ້າຂອງລິຂະສິດ,ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ,ເຈ ລະຈາການໃຫ້ອະນຸຍາດນໍາໃຊ້,ເກັບຄ່າຕອບແທນໃນນາມຂອງບຸກຄົນ ດັ່ງກ່າວ,ແບ່ງປັນແລະແຈກຢາຍຄ່າລິຂະສິດ,ຄ່າຕອບແທນລວມທັງຜົນ ປະໂຫຍດອື່ນທີ່ເປັນວັດຖຸຊຶ່ງໄດ້ຈາກການອະນຸຍາດໃຫ້ນໍາໃຊ້ສິດເຫຼົ່າ ນັ້ນ; 2. ປົກປ້ອງສິດແລະຜົນປະໂຫຍດທາງດ້ານກົດໝາຍຂອງສະມາ ຊິກລວມທັງເປັນຕົວແທນໃຫ້ບຸກຄົນທີ່ໄດ້ກ່າວໄວ້ໃນຂໍ້ 1 ເທິງນີ້ໃນການ ໄກ່ເກ່ຍຂໍ້ຂັດແຍ່ງແລະການດໍາເນີນຄະດີໃນນາມຂອງບຸກຄົນເຫຼົ່ານັ້ນ.

....ມາດຕາ 116 (ໃໝ່) ສິດແລະພັນທະຂອງສະມາຄົມບໍລິຫານລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 116 (ໃໝ່) ສິດແລະພັນທະຂອງສະມາຄົມບໍລິຫານລິຂະສິດ ແລະສິດກ່ຽວຂ້ອງກັບລິຂະສິດ ສະມາຄົມບໍລິຫານລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດມີສິດ ແລະພັນທະດັ່ງນີ້: 1. ສ້າງກິດຈະກໍາທີ່ສົ່ງເສີມການປະດິດຄິດແຕ່ງແລະກິດຈະກໍາ ອື່ນທາງສັງຄົມ; 2. ຮ່ວມມືກັບອົງການຈັດຕັ້ງພາຍໃນແລະຕ່າງປະເທດທີ່ພົວພັນ ຊຶ່ງກັນແລະກັນໃນວຽກງານປົກປ້ອງລິຂະສິດແລະສິດກ່ຽວຂ້ອງກັບລິຂະ ສິດ; 3. ເຮັດບົດລາຍງານກ່ຽວກັບການຄຸ້ມຄອງແບບລວມໝູ່ຕໍ່ເຈົ້າ ໜ້າທີ່ທີ່ກ່ຽວຂ້ອງ; 4. ມີສິດແລະພັນທະອື່ນຕາມບົດບັນຍັດຕ່າງໆຂອງກົດໝາຍສະ ບັບນີ້.

..ພາກທີ 6 ການລະເມີດຊັບສິນທາງປັນຍາແລະການແຂ່ງຂັນທີ່ບໍ່ເປັນທໍາ


...ໝວດທີ 1 ການລະເມີດຊັບສິນທາງປັນຍາ


....ມາດຕາ 117 (ປັບປຸງ) ການລະເມີດສິດຊັບສິນອຸດສາຫະກໍາ

ມາດຕາ 117 (ປັບປຸງ) ການລະເມີດສິດຊັບສິນອຸດສາຫະກໍາ ການລະເມີດສິດຊັບສິນອຸດສາຫະກໍາແມ່ນການກະທໍາໃດໜຶ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 55 ຫາ 61 ຂອງກົດໝາຍສະບັບນີ້ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດຊັບສິນອຸດສາຫະກໍາ. ການກະທໍາທີ່ໄດ້ກໍານົດໄວ້ໃນວັກ 1 ເທິງນີ້ຈະບໍ່ຖືວ່າເປັນການ ລະເມີດສິດຊັບສິນອຸດສາຫະກໍາໃນກໍລະນີດັ່ງນີ້: 1. ສິດທີ່ຮ້ອງຂໍເອົານັ້ນໃຊ້ບໍ່ໄດ້ຍ້ອນບໍ່ມີເງື່ອນໄຂຄົບຖ້ວນໃນ ການປົກປ້ອງ; 2. ອາຍຸການປົກປ້ອງຫຼືສິດນັ້ນໄດ້ໝົດຫຼືສິ້ນສຸດແລ້ວ; 3. ໃນກໍລະນີທີ່ຕ້ອງມີການອະນຸຍາດຈາກເຈົ້າຂອງ. ເຈົ້າຂອງ ໄດ້ອະນຸຍາດຫຼືມີການໃຫ້ອະນຸຍາດຕາມຄໍາສັ່ງແລ້ວສໍາລັບສິດທິບັດຫຼື ອະນຸສິດທິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 63 ຂອງກົດໝາຍສະບັບ ນີ້; 4. ການນໍາໃຊ້ບັນດາສິ່ງປະດິດທີ່ປະກອບເປັນສິດທິບັດໃນລໍາ ເຮືອ,ເຄື່ອງຈັກ,ເຄື່ອງຍົກ,ໜ່ວຍເກຍແລະເຄື່ອງອຸປະກອນອື່ນຢູ່ເທິງ ລໍາເຮືອຂອງຕ່າງປະເທດ,ເມື່ອເຮືອດັ່ງກ່າວເຂົ້າມານ່ານນໍ້າຂອງ ສປປລາວ ເປັນການຊົ່ວຄາວຫຼືໂດຍສຸກເສີນໂດຍມີເງື່ອນໄຂວ່າສິ່ງປະ ດິດດັ່ງກ່າວຖືກນໍາໃຊ້ໃນປະເທດນີ້ສະເພາະສໍາລັບຄວາມຕ້ອງການຂອງ ເຮືອພຽງຢ່າງດຽວ; 5. ການນໍາໃຊ້ສິ່ງປະດິດຕ່າງໆທີ່ປະກອບເປັນສິດທິບັດໃນການ ສ້າງຫຼືການຂັບເຄື່ອນເຮືອບິນຫຼືຍານພາຫະນະທາງບົກ,ເມື່ອເຮືອບິນຫຼື ຍານພາຫະນະທາງບົກຂອງຕ່າງປະເທດຫຼືຂອງອຸປະກອນຂອງເຮືອບິນ ຫຼືຂອງຍານພາຫະນະທາງບົກດັ່ງກ່າວເມື່ອເຮືອບິນຫຼືຍານພາຫະນະທາງ ບົກເຫຼົ່ານັ້ນເຂົ້າມາ ສປປລາວ ເປັນການຊົ່ວຄາວຫຼືໂດຍສຸກເສີນ; 6. ຂໍ້ຈໍາກັດຫຼືຂໍ້ຍົກເວັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

....ມາດຕາ 118 (ປັບປຸງ) ການລະເມີດສິດໃນພັນພືດ

ມາດຕາ 118 (ປັບປຸງ) ການລະເມີດສິດໃນພັນພືດ ການລະເມີດສິດໃນພັນພືດມີດັ່ງນີ້: 1. ດໍາເນີນການກະທໍາໃດນຶ່ງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 78 ຂອງກົດໝາຍສະບັບນີ້ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດໃນ ພັນພືດທີ່ຍັງຢູ່ໃນໄລຍະການປົກປ້ອງ. 2. ດໍາເນີນການກະທໍາໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງ ມາດຕານີ້ໂດຍໄດ້ຮັບອະນຸຍາດຈາກເຈົ້າຂອງສິດແຕ່ບໍ່ຈ່າຍຄ່າຕອບ ແທນໃຫ້ເຈົ້າຂອງສິດຕາມເງື່ອນໄຂຂອງການອະນຸຍາດຫຼືລະເມີດເງື່ອນ ໄຂໃດໜຶ່ງຂອງການອະນຸຍາດ; 3. ນໍາໃຊ້ຊື່ພັນພືດກັບພັນພືດທີ່ແຕກຕ່າງກັນໂດຍມີຊື່ຄືກັນຫຼືຄ້າຍ ຄືກັນກັບຊື່ພັນພືດໃໝ່ທີ່ຢູ່ໃນກຸ່ມດຽວກັນທີ່ໄດ້ຮັບການປົກປ້ອງ; 4. ນໍາໃຊ້ຊື່ທີ່ຖືກຮັບຮອງແລ້ວກັບພັນພືດທີ່ແຕກຕ່າງກັນ.

ການກະທໍາທີ່ໄດ້ກໍານົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບ ນີ້ຈະບໍ່ຖືວ່າເປັນການລະເມີດສິດໃນພັນພືດໃນກໍລະນີດັ່ງນີ້: 1. ການກະທໍາທີ່ໄດ້ຮັບອະນຸຍາດຕາມຄໍາສັ່ງຕາມທີ່ໄດ້ກໍານົດ ໄວ້ໃນມາດຕາ 87 ຂອງກົດໝາຍສະບັບນີ້; 2. ສິດຂອງນັກປະສົມພັນພືດໃນສ່ວນຂະຫຍາຍພັນຫຼືຜົນເກັບກ່ຽວ ສິ້ນສຸດລົງຕາມ ມາດຕາ 83 ຂອງກົດໝາຍສະບັບນີ້; 3. ການກະທໍາເປັນການປະຕິບັດຕາມຂໍ້ຈໍາກັດເພື່ອສາທາລະນະ ປະໂຫຍດດັ່ງທີ່ໄດ້ກໍານົດໄວ້ໃນມາດຕາ 87 ຂອງກົດມາຍສະບັບນີ້; 4. ສິດຂອງນັກປະສົມພັນພືດຖືກສານຕັດສິນໃຫ້ເປັນໂມຄະຕາມ ມາດຕາ 85 ຂອງກົດໝາຍສະບັບນີ້ແລະໃນເວລາສິ້ນສຸດການອຸທອນ; 5. ການຍົກເລີກສິດຕາມມາດຕາ 86 ຂອງກົດໝາຍສະບັບນີ້;

....ມາດຕາ 119 (ປັບປຸງ) ການລະເມີດລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 119 (ປັບປຸງ) ການລະເມີດລິຂະສິດແລະສິດກ່ຽວຂ້ອງກັບ ລິຂະສິດ ການລະເມີດລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດມີດັ່ງນີ້: 1. ດໍາເນີນການກະທໍາໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 99 ຫຼື 108 ຂອງກົດໝາຍສະບັບນີ້; 2. ຫຼົບຫຼີກຈາກມາດຕະການທາງດ້ານເຕັກໂນໂລຊີທີ່ນໍາໃຊ້ໂດຍ ຜູ້ສະແດງຫຼືຜູ້ຜະລິດການບັນທຶກສຽງໃນການນໍາໃຊ້ສິດຂອງຜູ້ກ່ຽວແລະ ທີ່ຈໍາກັດການກະທໍາທີ່ບໍ່ໄດ້ຮັບອະນຸຍາດຈາກຜູ້ສະແດງຫຼືຜູ້ຜະລິດການ ບັນທຶກສຽງທີ່ກ່ຽວຂ້ອງຫຼືໄດ້ຮັບອະນຸຍາດຕາມກົດໝາຍໃນການສະແດງ ຫຼືການບັນທຶກການສະແດງ; 3. ກະທໍາໂດຍເຈດຕະນາຫຼືສາມາດຮູ້ໄດ້ວ່າການກະທໍານັ້ນຈະ ພາໃຫ້ເກີດການລະເມີດລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດໃນກໍລະນີດັ່ງ ນີ້; 3.1. ຖອນຫຼືດັດແຜງຂໍ້ມູນການຄຸ້ມຄອງສິດທາງອີເລັກໂຕຼນິກ ໂດຍບໍ່ໄດ້ຮັບອະນຸຍາດ; 3.2. ແຈກຢາຍ,ນໍາເຂົ້າເພື່ອແຈກຢາຍ,ກະຈາຍສຽງ-ແຜ່ ພາບ,ສື່ສານຫຼືເຜີຍແຜ່ຕໍ່ສາທາລະນະຊົນໂດຍບໍ່ໄດ້ຮັບອະນຸຍາດ,ສະ ແດງ,ສໍາເນົາການສະແດງຫຼືບັນທຶກສຽງໂດຍທີ່ຮູ້ວ່າຂໍ້ມູນການຄຸ້ມຄອງ ສິດທາງອີເລັກໂຕຼນິກຖືກຖອນຫຼືດັດແປງໂດຍບໍ່ໄດ້ຮັບອະນຸຍາດ; 4. ບັນທຶກຫຼືເຜີຍແຜ່ລາຍການຜ່ານສັນຍານດາວທຽມທີ່ເຂົ້າລະ ຫັດຫຼືບໍ່ເຂົ້າລະຫັດເພື່ອຈຸດປະສົງທາງການຄ້າໂດຍບໍ່ໄດ້ຮັບອະນຸຍາດ ຈາກຜູ້ຈໍາໜ່າຍທີ່ຖືກຕ້ອງຕາມກົດໝາຍ.

...ໝວດທີ 2 ການແຂ່ງຂັນທີ່ບໍ່ເປັນທໍາ


....ມາດຕາ 120 (ປັບປຸງ) ການແຂ່ງຂັນທີ່ບໍ່ເປັນທໍາ

ມາດຕາ 120 (ປັບປຸງ) ການແຂ່ງຂັນທີ່ບໍ່ເປັນທໍາ ການແຂ່ງຂັນທີ່ຂັດກັບທໍານຽມປະຕິບັດດ້ວຍຄວາມສຸດຈະລິດໃນ ຂົງເຂດອຸດສາຫະກໍາຫຼືການຄ້າຖືວ່າເປັນການແຂ່ງຂັນທີ່ບໍ່ເປັນທໍາ. ການກະທໍາທີ່ຖືກວ່າເປັນການແຂ່ງຂັນທີ່ບໍ່ເປັນທໍາແລະຕ້ອງໄດ້ ເກືອດຫ້າມມີດັ່ງນີ້: 1. ນໍາໃຊ້ທີ່ມາຂອງສິນຄ້າຫຼືຊື່ຂອງຜູ້ຜະລິດ,ຜູ້ປະກອບການຜະ ລິດຫຼືຜູ້ຄ້າຂາຍໂດຍທາງກົງຫຼືທາງອ້ອມແບບບໍ່ຖືກຕ້ອງ; 2. ສ້າງຄວາມສັບສົນດ້ວຍວິທີການໃດໜຶ່ງກ່ຽວກັບວິສາຫະກິດ ,ສິນຄ້າຫຼືກິດຈະກໍາທາງດ້ານອຸດສາຫະກໍາຫຼືການຄ້າຂອງຄູ່ແຂ່ງ; 3. ກ່າວຫາໂດຍບໍ່ມີມູນຄວາມຈິງເພື່ອທໍາລາຍຄວາມໜ້າເຊື່ອ ຖືຂອງວິສາຫະກິດ,ສິນຄ້າຫຼືກິດຈະກໍາທາງດ້ານອຸດສາຫະກໍາຫຼືການຄ້າ ຂອງຄູ່ແຂ່ງ; 4. ໃຊ້ສິ່ງຊີ້ບອກຫຼືກ່າວຫາຊຶ່ງພາໃຫ້ສາທາລະນະຊົນເຂົ້າໃຈຜິດ ຕໍ່ປະເພດ,ຂະບວນການຜະລິດ,ຄຸນລັກສະນະ,ຄວາມເໝາະສົມກັບຈຸດປະ ສົງຫຼືປະລິມານຂອງສິນຄ້າ.

....ມາດຕາ 121 (ໃໝ່) ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າ

ມາດຕາ 121 (ໃໝ່) ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າ ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າແມ່ນສິນຄ້າໃດໜຶ່ງລວມ ທັງການຫຸ້ມຫໍ່ທີ່ໃສ່ເຄື່ອງໝາຍການຄ້າທີ່ຄືກັນໂດຍບໍ່ໄດ້ຮັບອະນຸຍາດຫຼື ທີ່ບໍ່ສາມາດຈໍາແນກຄວາມແຕກຕ່າງລັກສະນະສະເພາະກັບເຄື່ອງໝາຍ ການຄ້າທີ່ໄດ້ຮັບການຈົດທະບຽນຢ່າງຖືກຕ້ອງແລະຈະຖືວ່າເປັນການ ລະເມີດສິດຂອງເຈົ້າຂອງເຄື່ອງໝາຍການຄ້າດັ່ງກ່າວຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້. ການສ້າງ,ການຂາຍ,ການສະເໜີຂາຍ,ການໂຄສະນາ,ການຕະ ຫຼາດ,ການສົ່ງອອກຫຼືການນໍາເຂົ້າສິນຄ້າທີ່ປອມແປງເຄື່ອງໝາຍການ ຄ້າຖືວ່າເປັນການລະເມີດກົດໝາຍສະບັບນີ້.

....ມາດຕາ 122 (ໃໝ່) ສິນຄ້າທີ່ລະເມີດລິຂະສິດ

ມາດຕາ 122 (ໃໝ່) ສິນຄ້າທີ່ລະເມີດລິຂະສິດ ສິນຄ້າທີ່ລະເມີດລິຂະສິດແມ່ນສິນຄ້າໃດໜຶ່ງທີ່ສໍາເນົາຜົນງານທີ່ ມີລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດຊຶ່ງການສໍາເນົາດັ່ງກ່າວ; 1. ເຮັດຂຶ້ນໂດຍບໍ່ໄດ້ຮັບການເຫັນດີຈາກຜູ້ຖືສິດຫຼືຈາກຜູ້ທີ່ໄດ້ ຮັບອະນຸຍາດຢ່າງຖືກຕ້ອງຈາກເຈົ້າຂອງສິດໃນປະເທດທີ່ມີການຜະລິດ ສິນຄ້າດັ່ງກ່າວ; 2. ເຮັດຂຶ້ນໂດຍກົງຫຼືທາງອ້ອມຈາກຜົນງານໃດໜຶ່ງລວມທັງ ການໃຊ້ອຸປະກອນຕ່າງໆເພື່ອບັນທຶກສຽງ-ພາບຂອງຜົນງານທາງດ້ານ ຮູບເງົາຢູ່ໃນໂຮງຮູບເງົາ. ການຜະລິດ,ການຂາຍ,ການສະເໜີຂາຍ,ການໂຄສະນາ,ການ ຕະຫຼາດ,ການສົ່ງອອກຫຼືການນໍາເຂົ້າສິນຄ້າທີ່ລະເມີດລິຂະສິດຖືວ່າເປັນ ການລະເມີດກົດໝາຍສະບັບນີ້.

..ພາກທີ 7 ການແກ້ໄຂຂໍ້ຂັດແຍ່ງ


...ໝວດທີ 1 ຮູບການແກ້ໄຂຂໍ້ຂັດແຍ່ງ


....ມາດຕາ 123 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 123 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາສາມາດດໍາ ເນີນດ້ວຍຮູບການໃດໜຶ່ງດັ່ງນີ້: 1. ການປະນີປະນອມ; 2. ການໄກ່ເກ່ຍ; 3. ການແກ້ໄຂທາງດ້ານບໍລິຫານ; 4. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະ ກິດ; 5. ການຮ້ອງຟ້ອງຕໍ່ສານປະຊາຊົນ; 6. ການແກ້ໄຂຂໍ້ຂັດແຍ່ງສາກົນ.

....ມາດຕາ 124 (ໃໝ່) ສິດໃນການເລືອກຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 124 (ໃໝ່) ສິດໃນການເລືອກຮູບການແກ້ໄຂຂໍ້ຂັດແຍ່ງ ເມື່ອມີຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາຄູ່ກໍລະນີສາມາດ ເລືອກເອົາຮູບການແກ້ໄຂໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 123 ຂອງກົດໝາຍສະບັບນີ້ກໍ່ໄດ້.

....ມາດຕາ 125 (ປັບປຸງ) ການປະນີປະນອມ

ມາດຕາ 125 (ປັບປຸງ) ການປະນີປະນອມ ຄູ່ກໍລະນີສາມາດປະນີປະນອມກັນກ່ຽວກັບການລະເມີດສິດຕໍ່ຊັບ ສິນທາງປັນຍາ. ການຕົກລົງຈາກການປະນີປະນອມໃຫ້ປະຕິບັດຕາມຫຼັກການຂອງ ການເຮັດສັນຍາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນ ຍາແລະນອກສັນຍາ.

....ມາດຕາ 126 (ໃໝ່) ການໄກ່ເກ່ຍ

ມາດຕາ 126 (ໃໝ່) ການໄກ່ເກ່ຍ ຄູ່ກໍລະນີສາມາດເລືອກເອົາຮູບການແກ້ໄຂຂໍ້ຂັດແຍ່ງດ້ວຍການ ໄກ່ເກ່ຍໄດ້ທຸກເວລາໂດຍສອດຄ່ອງກັບລະບຽບກົດໝາຍ.

....ມາດຕາ 127 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 127 ການແກ້ໄຂທາງດ້ານບໍລິຫານ ຄູ່ກໍລະນີສາມາດສະເໜີຕໍ່ອົງການຄຸ້ມຄອງຊັບສິນທາງປັນຍາເພື່ອ ແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາໂດຍສອດຄ່ອງກັບລະບຽບ ກົດໝາຍ.

....ມາດຕາ 128 (ໃໝ່) ການແກ້ໄຂທາງດ້ານບໍລິຫານກ່ຽວກັບຂໍ້ຂັດແຍ່ງຊັບສິນທາງປັນຍາຕາມຊາຍແດນ

ມາດຕາ 128 (ໃໝ່) ການແກ້ໄຂທາງດ້ານບໍລິຫານກ່ຽວກັບຂໍ້ຂັດແຍ່ງ ຊັບສິນທາງປັນຍາຕາມຊາຍແດນ ຄູ່ກໍລະນີສາມາດຍື່ນຄໍາຮ້ອງຕໍ່ລັດຖະການພາສີກ່ຽວກັບຂໍ້ຂັດແຍ່ງ ຊັບສິນທາງປັນຍາຕາມຊາຍແດນໂດຍສອດຄ່ອງກັບລະບຽບກົດໝາຍ. ຂັ້ນຕອນການແກ້ໄຂທາງດ້ານບໍລິຫານກ່ຽວກັບຂໍ້ຂັດແຍ່ງຊັບສິນ ທາງປັນຍາຕາມຊາຍແດນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 129 (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 129 (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ ຄູ່ກໍລະນີສາມາດຮ້ອງຂໍຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດໄດ້ທຸກເວລາເພື່ອໃຫ້ແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດແລະລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 130 ການຮ້ອງຟ້ອງຕໍ່ສານປະຊາຊົນ

ມາດຕາ 130 ການຮ້ອງຟ້ອງຕໍ່ສານປະຊາຊົນ ຄູ່ກໍາລະນີສາມາດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອຕັດສິນຄະດີ ກ່ຽວກັບຊັບສິນທາງປັນຍາຕາມລະບຽບກົດໝາຍ.

....ມາດຕາ 131 ການແກ້ໄຂຂໍ້ຂັດແຍ່ງສາກົນ

ມາດຕາ 131 ການແກ້ໄຂຂໍ້ຂັດແຍ່ງສາກົນ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາທີ່ມີລັກສະນະ ສາກົນໃຫ້ປະຕິບັດຕາມສັນຍາແລະສົນທິສັນຍາສາກົນທີ່ ສປປລາວ ເປັນ ພາຄີ. ...ໝວດທີ 2 ການດໍາເນີນຄະດີແລະການນໍາໃຊ້ມາດຕະການ


....ມາດຕາ 132 (ໃໝ່) ການດໍາເນີນຄະດີກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ

ມາດຕາ 132 (ໃໝ່) ການດໍາເນີນຄະດີກ່ຽວກັບການລະເມີດສິດຕໍ່ຊັບ ສິນທາງປັນຍາ ຜູ້ຖືກເສຍຫາຍຈາກການລະເມີດສິດຕໍ່ຊັບສິນທາງປັນຍາຂອງຕົນ ມີສິດຮ້ອງຟ້ອງຕໍ່ສານປະຊາຊົນເພື່ອດໍາເນີນຄະດີຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 133 (ໃໝ່) ຜູ້ຖືກເສຍຫາຍ

ມາດຕາ 133 (ໃໝ່) ຜູ້ຖືກເສຍຫາຍ ຜູ້ຖືກເສຍຫາຍໃນຄວາມໝາຍຂອງມາດຕາ 132 ຂອງກົດ ໝາຍສະບັບນີ້ແມ່ນເຈົ້າຂອງຊັບສິນທາງປັນຍາ,ສະຫະພັນຫຼືສະມາຄົມ ທີ່ຕາງໜ້າໃຫ້ບັນດາຂະແໜງອຸດສາຫະກໍາ,ຜູ້ຜະລິດ,ຜູ້ຄ້າຂາຍແລະ ສະມາຄົມບໍລິຫານລິຂະສິດແຕ່ສິດກ່ຽວຂ້ອງກັບລິຂະສິດຫຼືຜູ້ອື່ນໆທີ່ໄດ້ ຮັບຄວາມເສຍຫາຍຈາກການລະເມີດສິດຕໍ່ຊັບສິນທາງປັນຍາ.

....ມາດຕາ 134 (ໃໝ່) ສິດອໍານາດຂອງສານປະຊາຊົນກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ

ມາດຕາ 134 (ໃໝ່) ສິດອໍານາດຂອງສານປະຊາຊົນກ່ຽວກັບການລະ ເມີດສິດຕໍ່ຊັບສິນທາງປັນຍາ ສານປະຊາຊົນມີສິດອໍານາດຕັດສິນຄະດີກ່ຽວກັບການລະເມີດສິດ ຕໍ່ຊັບສິນທາງປັນຍາຕາມຂັ້ນຕອນທີ່ໄດ້ກໍາກົດໄວ້ໃນກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຕາມແຕ່ລະກໍລະນີ. ....ມາດຕາ 135 (ໃໝ່) ຫຼັກຖານພິເສດສໍາລັບການດໍາເນີນຄະດີກ່ຽວກັບຊັບສິນທາງປັນຍາ

ມາດຕາ 135 (ໃໝ່) ຫຼັກຖານພິເສດສໍາລັບການດໍາເນີນຄະດີກ່ຽວກັບ ຊັບສິນທາງປັນຍາ ໃນການດໍາເນີນຄະດີຕໍ່ການລະເມີດສິດທິບັດກ່ຽວກັບກໍາມະວິທີ ເພື່ອໃຫ້ໄດ້ຮັບຜະລິດຕະພັນໃໝ່ຊຶ່ງບຸກຄົນອື່ນທີ່ບໍ່ແມ່ນເຈົ້າຂອງສິດທິບັດ ຫຼືບໍ່ແມ່ນຜູ້ທີ່ໄດ້ຮັບອະນຸຍາດຈາກຜູ້ກ່ຽວໄດ້ຜະລິດຕະພັນອັນດຽວກັນຈະ ຖືວ່າຜະລິດຕະພັນດັ່ງກ່າວໄດ້ມາຈາກກໍາມະວິທີທີ່ໄດ້ຮັບສິດທິບັດເວັ້ນ ເສຍແຕ່ມີຫຼັກຖານກົງກັນຂ້າມແຕ່ໃນການສະໜອງຫຼັກຖານກົງກັນຂ້າມ ດັ່ງກ່າວບໍ່ໃຫ້ແຕະຕ້ອງເຖິງຜົນປະໂຫຍດອັນຊອບທໍາໃນການປົກປ້ອງ ຄວາມລັບດ້ານການຜະລິດແລະທຸລະກິດຂອງຈໍາເລີຍ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຊື່ໃນຜົນງານທາງວັນນະກໍາ ໂດຍທົ່ວໄປແລ້ວຖືວ່າເປັນເຈົ້າຂອງຜົນງານນັ້ນເວັ້ນເສຍແຕ່ມີຫຼັກຖານ ກົງກັນຂ້າມແລະຈະມີສິດໃນການດໍາເນີນຄະດີຕໍ່ຜູ້ລະເມີດ.ເນື້ອໃນຂອງ ວັກນີ້ສາມາດປະຕິບັດໄດ້ລວມທັງກໍລະນີທີ່ຊື່ໃນຜົນງານເປັນນາມປາກ ກາຊຶ່ງບໍ່ມີຂໍ້ສົ່ງໄສວັນໃດກ່ຽວກັບຊື່ແທ້ຂອງເຈົ້າຂອງຜົນງານ. ໃນກໍລະນີທີ່ຜົນງານບໍ່ໄດ້ບົ່ງບອກຊື່ແລະບໍ່ໃສ່ນາມປາກກາ,ນອກ ຈາກຜູ້ທີ່ໄດ້ກໍານົດໄວ້ໃນວັກ 2 ຂອງມາດຕານີ້,ຜູ້ເຜີຍແຜ່ທີ່ມີຊື່ໃນຜົນ ງານຈະຖືວ່າເປັນຕົວແທນຂອງເຈົ້າຂອງຜົນງານແລະຈະມິສິດປົກປ້ອງ ແລະນໍາໃຊ້ສິດຂອງເຈົ້າຂອງເວັ້ນເສຍແຕ່ມີຫຼັກຖານກົງກັນຂ້າມ.ການ ກໍານົດໃນວັກນີ້ຈະບໍ່ນໍາໃຊ້ໃນເວລາເຈົ້າຂອງຜົນງານເປີດເຜີຍຊື່ແທ້ ແລະຣຽກຮ້ອງສິດໃນການເປັນເຈົ້າຂອງຜົນງານດັ່ງກ່າວຂອງຕົນ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຊື່ໃນຜົນງານຮູບເງົາໂດຍທົ່ວ ໄປແລ້ວເປັນເຈົ້າຂອງຜົນງານແລະມີສິດດໍາເນີນຄະດີຕໍ່ຜູ້ລະເມີດເວັ້ນ ເສຍແຕ່ມີຫຼັກຖານກົງກັນຂ້າມ. ໃນກໍລະນີທີ່ຝ່າຍໃດໜຶ່ງຫາກສະເໜີຫຼັກຖານທີ່ພຽງພໍກ່ຽວກັບ ການຮ້ອງຟ້ອງຂອງຕົນແລະຫຼັກຖານນັ້ນແມ່ນກ່ຽວກັບເນື້ອໃນຂອງຄໍາ ຮ້ອງຟ້ອງທີ່ຍັງຢູ່ໃນການຄອບຄອງຂອງຄູ່ກໍລະນີ,ສານປະຊາຊົນມີສິດ ສັ່ງໃຫ້ຄູ່ກໍລະນີດັ່ງກ່າວສະໜອງຫຼັກຖານແຕ່ຕ້ອງຮັບປະກັນການຮັກສາ ຄວາມລັບຕາມຄວາມເໝາະສົມ.ໃນກໍລະນີທີ່ຄູ່ກໍລະນີດັ່ງກ່າວຫາກມີເຈດ ຕະນາປະຕິເສດການສະໜອງຂໍ້ມູນທີ່ຈໍາເປັນໂດຍບໍ່ມີເຫດຜົນພາຍໃນ ເວລາທີ່ສານປະຊາຊົນກໍານົດໃຫ້ຫຼືຂັດຂວາງຢ່າງແຮງຂັ້ນຕອນການນໍາ ໃຊ້ສິດ,ສານປະຊາຊົນສາມາດຕັດສິນຄະດີດັ່ງກ່າວໂດຍອີງໃສ່ຂໍ້ມູນທີ່ໄດ້ ສະເໜີລວມທັງຄໍາຮ້ອງຟ້ອງຫຼືຄໍາອ້າງຂອງຄູ່ກໍລະນີທີ່ໄດ້ຮັບຜົນກະທົບ ທາງລົບຈາກການປະຕິເສດຂໍ້ມູນດັ່ງກ່າວແຕ່ຕ້ອງໃຫ້ຄູ່ກໍລະນີໄດ້ຊີ້ແຈງ ຄໍາອ້າງຫຼືຫຼັກຖານ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອີ່ອ້າງວ່າການກະທໍາທີ່ເປັນການ ລະເມີດຫຼືການແຂ່ງຂັນທີ່ບໍ່ເປັນທໍາໄດ້ຮັບການຍົກເວັ້ນໃນວັກ 2 ຂອງ ມາດຕາ 117 ຂອງກົດໝາຍສະບັບນີ້ຕ້ອງພິສູດການກ່າວອ້າງດັ່ງ ກ່າວ. ຂໍ້ບັນຍັດນີ້ແມ່ນໃຫ້ນໍາໃຊ້ເຊັ່ນດຽວກັນກັບການກະທໍາທີ່ເປັນການ ລະເມີດສິດໃນພົນພືດ,ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດຫຼືການລະ ເມີດອື່ນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. ການລະເມີດສິດທິບັດຫຼືອະນຸສິດທິບັດຈະຖືກກໍານົດບົນຫຼັກຖານທີ່ ສະແດງໃຫ້ເຫັນວ່າສິ່ງທີ່ຖືກອ້າງວ່າລະເມີດນັ້ນກວມເອົາຫຼືນໍາໃຊ້ແຕ່ລະ ອົງປະກອບຂອງຂໍ້ຮຽກຮ້ອງສິດທິບັດຫຼືອະນຸສິດທິບັດທີ່ອ້າງວ່າຖືກລະ ເມີດເທົ່ານັ້ນ.ການລະເມີດຈະບໍ່ຕົກໄປດ້ວຍການເພີ່ມອົງປະກອບໃນສິ່ງ ທີ່ຖືກອ້າງວ່າລະເມີດຫຼືການມີຂໍ້ຮຽກຮ້ອງໃນສິດທະບັດຫຼືອະນຸສິດທິບັດທີ່ ບໍ່ໄດ້ຖືກລະເມີດ. ໃນການຮ້ອງຟ້ອງທີ່ອ້າງວ່າມີການລະເມີດເຄື່ອງໝາຍການຄ້າ, ເຄື່ອງໝາຍລວມໝູ່ຫຼືເຄື່ອງໝາຍຮັບຮອງນັ້ນໂຈດຕ້ອງນໍາສິ່ງຕໍ່ໄປນີ້ມາ ສະເໜີ: 1. ເຄື່ອງໝາຍທີ່ມີຮູບຊົງ,ສຽງຫຼືຄວາມໝາຍຄ້າຍຄືກັນ; 2. ເຄື່ອງໝາຍກ່ຽວກັບສິນຄ້າຫຼືການບໍລິການແບບດຽວກັນ, ຄ້າຍຄືກັນຫຼືພົວພັນກັນ; 3. ການນໍາໃຊ້ເຄື່ອງໝາຍດັ່ງກ່າວມີຄວາມເປັນໄປໄດ້ວ່າຈະ ສ້າງຄວາມສັບສົນຫຼືຫຼອກລວງຜູ້ບໍລິໂພກກ່ຽວກັບທີ່ມາ,ການອຸປະຖໍາຫຼື ຄຸນລັກສະນະຂອງສິນຄ້າຫຼືການບໍລິການຫຼືຊີ້ບອກໂດຍບໍ່ມີມູນຄວາມຈິງ ວ່າມີການພົວພັນລະຫວ່າງສິນຄ້າຫຼືການບໍລິການຂອງໂຈດກັບສິນຄ້າ ຫຼືການບໍລິການຂອງຈໍາເລີຍ.

....ມາດຕາ 136 (ໃໝ່) ການເປັນໂມຄະແລະການຍົກເລີກ

ມາດຕາ 136 (ໃໝ່) ການເປັນໂມຄະແລະການຍົກເລີກ ພາຍຫຼັງໄດ້ຮັບຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາ ຊົນທີ່ບອກວ່າສິດທິບັດ,ອະນຸສິດທິບັດ,ການຈົດທະບຽນແບບອຸດສາຫະກໍາ ,ເຄື່ອງໝາຍການຄ້າ,ແບບຜັງວົງຈອນລວມຫຼືການປົກປ້ອງພັນພືດເປັນ ໂມຄະແລ້ວກະຊວງວິທະຍາສາດແລະເຕັກໂນໂລຊີຕ້ອງຍົກເລີກຊັບສິນ ທາງປັນຍາດັ່ງກ່າວ,ສໍາລັບສິດທິບັດຫຼືອະນຸສິດທິບັດນັ້ນຄໍາຕັດສິນດັ່ງ ກ່າວຕ້ອງກໍານົດລະອຽດຂໍ້ຮຽກຮ້ອງສິດໃນສິດທິບັດຫຼືອະນຸສິດທິບັດທີ່ຖືກ ຕັດສິນວ່າເປັນໂມຄະ.

....ມາດຕາ 137 (ໃໝ່) ການແກ້ໄຂທາງແພ່ງ

ມາດຕາ 137 (ໃໝ່) ການແກ້ໄຂທາງແພ່ງ ໃນການດໍາເນີນຄະດີໂຈດສາມາດຮ້ອງຂໍໃຫ້ສານປະຊາຊົນພິຈາ ລະນາດັ່ງນີ້: 1. ໃຫ້ຈໍາເລີຍຢຸດເຊົາການລະເມີດ; 2. ໃຫ້ໂຈະການແຈ້ງພາສີ; 3. ໃຫ້ຢຶດສິນຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນຍາເພື່ອສະກັດກັ້ນ ການນໍາເອົາສິນຄ້າດັ່ງກ່າວເຂົ້າສູ່ວົງຈອນການຄ້າລວມທັງສິນຄ້າທີ່ລະ ເມີດສິດຕໍ່ຊັບສິນທາງປັນຍາທີ່ນໍາເຂົ້າເພື່ອສົ່ງອອກຕໍ່ໃນທັນທີພາຍຫຼັງສິ້ນ ສຸດການແຈ້ງພາສີ; 4. ອອກຄໍາຕັດສິນບອກວ່າມີການລະເມີດ; 5. ໃຫ້ນໍາເລີຍໃຊ້ແທນຄ່າເສຍຫາຍຢ່າງເໝາະສົມ; 6. ໃຫ້ຈໍາເລີຍທົດແທນຄ່າໃຊ້ຈ່າຍຕ່າງໆລວມທັງຄ່າວ່າຄວາມ ຂອງຕົນ; 7. ໃຫ້ທໍາລາຍແລະກໍານັດສິນຄ້າທີ່ຖືກຕັດສິນວ່າມີການລະເມີດ ເພື່ອບໍ່ໃຫ້ເຂົ້າສູ່ວົງຈອນການຄ້າ; 8. ໃຫ້ກໍາຈັດວັດຖຸແລະອຸປະກອນທີ່ນໍາໃຊ້ເຂົ້າໃນການຜະລິດສິນ ຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນຍາເພື່ອບໍ່ໃຫ້ມີການຜະລິດອີກເທື່ອໃໝ່. ໃນການພິຈາລະນາຄໍາຮ້ອງຂໍຕາມທີ່ໄດ້ກໍານົດໄວ້ໃນຂໍ້ 7 ແລະ 8 ເທິງນີ້ສານປະຊາຊົນຕ້ອງຊັ່ງຊາຄວາມເໝາະສົມລະຫວ່າງຄວາມ ຮ້າຍແຮງຂອງການລະເມີດແລະການແກ້ໄຂລວມທັງຜົນປະໂຫຍດຂອງ ບຸກຄົນທີສາມ. ສໍາລັບສິນຄ້າປອມແປງເຄື່ອງໝາຍການຄ້ານັ້ນການນໍາເອົາ ເຄື່ອງໝາຍການຄ້າທີ່ສ້າງຂຶ້ນໂດຍບໍ່ຖືກຕ້ອງຕາມກົດໝາຍອອກພຽງ ຢ່າງດຽວເປັນການບໍ່ພຽງພໍເພື່ອບໍ່ໃຫ້ສິນຄ້າເຂົ້າສູ່ວົງຈອນການຄ້າຫຼື ສົ່ງອອກຄືນ.

....ມາດຕາ 138 (ໃໝ່) ການໃຊ້ແທນຄ່າເສຍຫາຍ

ມາດຕາ 138 (ໃໝ່) ການໃຊ້ແທນຄ່າເສຍຫາຍ ສານປະຊາຊົນເປັນຜູ້ກໍານົດຄ່າໃຊ້ແທນຢ່າງພຽງພໍໃຫ້ໂຈດຕາມ ຄວາມເສຍຫາຍຂອງຜູ້ກ່ຽວແລະເພື່ອສະກັດກັ້ນບໍ່ໃຫ້ຈໍາເລີຍໄດ້ຮັບຜົນ ປະໂຫຍດຈາກການລະເມີດ,ນອກຈາກນີ້ສານປະຊາຊົນກໍ່ຍັງສາມາດສັ່ງ ໃຫ້ຈ່າຍຜົນກໍາໄລແລະຄ່າໃຊ້ແທນເຖິງວ່າຈໍາເລີຍບໍ່ໄດ້ມີສ່ວນຮ່ວມໃນ ການລະເມີດຊັບສິນທາງປັນຍາແຕ່ຮູ້ຫຼືມີເຫດຜົນທີ່ຈະຮູ້ວ່າເປັນການລະ ເມີດ.

....ມາດຕາ 139 (ໃໝ່) ສິດໃນການຮັບຂໍ້ມູນຂ່າວສານ

ມາດຕາ 139 (ໃໝ່) ສິດໃນການຮັບຂໍ້ມູນຂ່າວສານ ເມື່ອມີການລະເມີດທີ່ຮ້າຍແຮງໂຈດສາມາດຂໍ້ໃຫ້ສານສັ່ງໃຫ້ຈໍາ ເລີຍສະໜອງຂໍ້ມູນໃຫ້ຕົນກ່ຽວກັບບຸກຄົນທີສາມທີ່ມີສ່ວນຮ່ວມໃນການຜະ ລິດແລະການແຈກຢາຍສິນຄ້າຫຼືການບໍລິການທີ່ລະເມີດສິດຕໍ່ຊັບສິນທາງ ປັນຍາພ້ອມທັງວົງຈອນການແຈກຢາຍ.

....ມາດຕາ 140 (ໃໝ່) ການໃຊ້ແທນຄ່າເສຍຫາຍໃຫ້ແກ່ຈໍາເລີຍ

ມາດຕາ 140 (ໃໝ່) ການໃຊ້ແທນຄ່າເສຍຫາຍໃຫ້ແກ່ຈໍາເລີຍ ຈໍາເລີຍສາມາດຮ້ອງຂໍໃຫ້ສານປະຊາຊົນພິຈາລະນາໃຫ້ໂຈດທີ່ ໄດ້ດໍາເນີນມາດຕະການແລະສວຍໃຊ້ຂັ້ນຕອນການບັງຄັບໃຊ້ສິດຂອງ ໂຈດໃຊ້ແທນຄ່າເສຍຫາຍໃຫ້ແກ່ຕົນຈາກການສວຍໃຊ້ສິດດັ່ງກ່າວລວມ ທັງຄ່າໃຊ້ຈ່າຍຕ່າງໆແລະຄ່າວ່າຄວາມຂອງທະນາຍຄວາມຕົນ.

....ມາດຕາ 141 (ໃໝ່) ມາດຕະການຊົ່ວຄາວ

ມາດຕາ 141 (ໃໝ່) ມາດຕະການຊົ່ວຄາວ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີສິດຮ້ອງຂໍໃຫ້ສານປະຊາຊົນພິ ຈາລະນາອອກມາດຕະການຊົ່ວຄາວແບບມີປະສິດທິຜົນແລະທັນການ ເພື່ອ: 1. ສະກັດກັ້ນການລະເມີດສິດຕໍ່ຊັບສິນທາງປັນຍາ; 2. ສະກັດກັ້ນການນໍາເອົາສິນຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນ ຍາເຂົ້າສູ່ວົງຈອນການຄ້າລວມທັງສິນຄ້ານໍາເຂົ້າໃນທັນທີພາຍຫຼັງສິ້ນ ສຸດການແຈ້ງພາສີ; 3. ຮັກສາຫຼັກຖານທີ່ກ່ຽວຂ້ອງກັບການລະເມີດທີ່ຖືກກ່າວອ້າງ.

....ມາດຕາ 142 (ໃໝ່) ເງື່ອນໄຂການຮ້ອງຂໍມາດຕະການຊົ່ວຄາວ

ມາດຕາ 142 (ໃໝ່) ເງື່ອນໄຂການຮ້ອງຂໍມາດຕະການຊົ່ວຄາວ ການຮ້ອງຂໍມາດຕະການຊົ່ວຄາວຕ້ອງມີເງື່ອນໄຂຄົບຖ້ວນດັ່ງນີ້: 1. ຫຼັກຖານທີ່ສົມເຫດສົມຜົນເພື່ອໃຫ້ສານປະຊາຊົນເຊື່ອວ່າຜູ້ຍື່ນ ຄໍາຮ້ອງເປັນຜູ້ຖືສິດແລະສິດຂອງຕົນຖືກລະເມີດແລະການລະເມີດໃກ້ຈະ ເກີດຂຶ້ນ; 2. ເງິນຄໍ້າປະກັນທີ່ພຽງພໍຫຼືສິ່ງຄໍ້າປະກັນອື່ນທີ່ມີມູນຄ່າທຽບເທົ່າ ເພື່ອປົກປ້ອງຈໍາເລີຍແລະສະກັດກັ້ນການສວຍໃຊ້ສິດ; 3. ຂໍ້ມູນທີ່ຈໍາເປັນແລະສາມາດຈໍາແນກສິນຄ້າທີ່ກ່ຽວຂ້ອງໄດ້ ເພື່ອໃຫ້ເຈົ້າໜ້າທີ່ປະຕິບັດມາດຕະການຊົ່ວຄາວ.

....ມາດຕາ 143 (ໃໝ່) ມາດຕະການຊົ່ວຄາວໂດຍບໍ່ມີການແຈ້ງຈໍາເລີຍ

ມາດຕາ 143 (ໃໝ່) ມາດຕະການຊົ່ວຄາວໂດຍບໍ່ມີການແຈ້ງຈໍາເລີຍ ໂຈດສາມາດຮ້ອງຂໍໃຫ້ສານປະຊາຊົນອອກມາດຕະການຊົ່ວຄາວ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ຈໍາເລີຍຊາບເມື່ອເຫັນວ່າມີຄວາມຈໍາເປັນ ໂດຍສະເພາະອາດຈະມີຄວາມຊັກຊ້າຊຶ່ງຈະສົ່ງຜົນເສຍຫາຍທີ່ບໍ່ສາມາດ ແກ້ໄຂໄດ້ຕໍ່ຕົນຫຼືເຫັນວ່າຫຼັກຖານກໍາລັງຖືກທໍາລາຍ. ພາຍຫຼັງໄດ້ນໍາໃຊ້ມາດຕະການດັ່ງກ່າວສານປະຊາຊົນຕ້ອງແຈ້ງ ໃຫ້ຝ່າຍທີ່ໄດ້ຮັບຜົນກະທົບຊາບໃນທັນທີ.ສານປະຊາຊົນຕ້ອງພິຈາລະນາ ຄືນແລະໃຫ້ສິດແກ່ຈໍາເລີຍໃນການຊີ້ແຈງຕາມຄໍາຮ້ອງຂໍຂອງຜູ້ກ່ຽວ ແລ້ວພິຈາລະນາຕັດສິນພາຍໃນກໍານົດເວລາທີ່ເໝາະສົມວ່າມາດຕະ ການຊົ່ວຄາວດັ່ງກ່າວຄວນຖືກປ່ຽນແປງ,ຍົກເລີກຫຼືໃຫ້ປະຕິບັດ.

....ມາດຕາ 144 (ໃໝ່) ການພິຈາລະນາຄືນມາດຕະການຊົ່ວຄາວ

ມາດຕາ 144 (ໃໝ່) ການພິຈາລະນາຄືນມາດຕະການຊົ່ວຄາວ ອີງຕາມຄໍາຮ້ອງຂໍຂອງຈໍາເລີຍສານປະຊາຊົນຕ້ອງພິຈາລະນາ ການຍົກເລີກຫຼືການຢຸດເຊົາມາດຕະການຊົ່ວຄາວທີ່ນໍາໃຊ້ຕາມມາດຕາ 141 ແລະ 142 ຂອງກົດໝາຍສະບັບນີ້ຖ້າວ່າບໍ່ມີການພິຈາລະນາຕັດ ສິນໃນເນື້ອຄະດີພາຍໃນເວລາທີ່ສານປະຊາຊົນໄດ້ກໍານົດແຕ່ບໍ່ໃຫ້ກາຍ ຊາວວັນລັດຖະການຫຼືສາມສິບເອັດວັນປະຕິທິນແລ້ວແຕ່ເວລາໃດຈະດົນ ກວ່າ. ໃນກໍລະນີທີ່ມາດຕະການຊົ່ວຄາວຖືກຍົກເລີກຫຼືຢຸດເຊົາຍ້ອນການ ກະທໍາຫຼືບໍ່ກະທໍາຂອງໂຈດຫຼືພາຍຫຼັງໄດ້ຕັດສິນວ່າບໍ່ມີການລະເມີດຫຼືບໍ່ມີ ຄວາມສ່ຽງໃນການລະເມີດສິດຕໍ່ຊັບສິນທາງປັນຍາແລ້ວສານປະຊາຊົນ ກໍ່ມີສິດພິຈາລະນາຕັດສິນໃຫ້ໂຈດໃຊ້ແທນຄ່າເສຍຫາຍທີ່ເໝາະສົມທີ່ ເກີດຂຶ້ນຈາກການນໍາໃຊ້ມາດຕະການດັ່ງກ່າວແກ່ຈໍາເລີຍຕາມການ ຮ້ອງຂໍຂອງຜູ້ກ່ຽວ.

....ມາດຕາ 145 (ໃໝ່) ການກະທໍາຜິດທາງອາຍາຕໍ່ຊັບສິນທາງປັນຍາ

ມາດຕາ 145 (ໃໝ່) ການກະທໍາຜິດທາງອາຍາຕໍ່ຊັບສິນທາງປັນຍາ ການກະທໍາຜິດທາງອາຍາຕໍ່ຊັບສິນທາງປັນຍາທີກໍລະນີດັ່ງນີ້: 1. ການລະເມີດ ມາດຕາ 117,118,119 ແລະ/ຫຼືມາດຕາ 120 ຂອງກົດໝາຍສະບັບນີ້ໂດຍເຈດຕະນາເພື່ອຈຸດປະສົງທາງການ ຄ້າ; 2. ການລະເມີດມາດຕາ 117,118,119,120,121 ແລະ /ຫຼື ມາດຕາ 122 ຂອງກົດໝາຍສະບັບນີ້ໂດຍເຈດຕະນາຊຶ່ງສົ່ງຜົນ ເສຍຫາຍຕໍ່ສຸຂະພາບຂອງຄົນ,ທໍາລາຍສິ່ງແວດລ້ອມຫຼືທໍາລາຍຊັບສິນ ຕ່າງໆ. 3. ການລະເມີດ ມາດຕາ 121 ແລະ/ຫຼື ມາດຕາ 122 ຂອງ ກົດໝາຍສະບັບນີ້ໂດຍເຈດຕະນາ.

..ພາກທີ 8 ການຄຸ້ມຄອງແລະກວດກາ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 146 (ປັບປຸງ) ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາ

ມາດຕາ 146 (ປັບປຸງ) ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາ ລັດຖະບານຄຸ້ມຄອງວຽກງານຊັບສິນທາງປັນຍາຢ່າງລວມສູນ ແລະເປັນເອກະພາບໃນທົ່ວປະເທດໂດຍມອບໃຫ້ກະຊວງວິທະຍາສາດ ແລະເຕັກໂນໂລຊີເປັນໃຈກາງໃນການປະສານສົມທົບກັບຂະແໜງການ ອື່ນທີ່ກ່ຽວຂ້ອງເປັນຕົ້ນຂະແໜງການອຸດສາຫະກໍາແລະການຄ້າ,ກະສິ ກໍາແລະປ່າໄມ້,ຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ,ສຶກສາທິ ການແລະກິລາ,ສາທາລະນະສຸກ,ການເງິນແລະອົງການປົກປ້ອງຖິ່ນທີ່ ກ່ຽວຂ້ອງ. ຂະແໜງການອື່ນມີສິດແລະໜ້າທີ່ຄຸ້ມຄອງວຽກງານຊັບສິນທາງ ປັນຍາຕາມພາລະບົດບາດຂອງຕົນ. ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາປະກອບດ້ວຍ: 1. ກະຊວງວິທະຍາສາດແລະເຕັກໂນໂລຊີ; 2. ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ. ໃນກໍລະນີທີ່ມີຄວາມຈໍາເປັນຈະສ້າງຕັ້ງຫ້ອງການວິທະຍາສາດ ແລະເຕັກໂນໂລຊີເມືອງ,ເທດສະບານກໍ່ໄດ້.

....ມາດຕາ 147 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະເຕັກໂນໂລຊີ

ມາດຕາ 147 (ປັບປຸງ) ສິດແລະໜ້າທີ່ຂອງກະຊວງວິທະຍາສາດແລະ ເຕັກໂນໂລຊີ ໃນການຄຸ້ມຄອງວຽກງານຊັບສິນທາງປັນຍາກະຊວງວິທະຍາ ສາດແລະເຕັກໂນໂລຊີມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດໝາຍແລະ ແຜນການກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາເພື່ອສະ ເໜີລັດຖະບານພິຈາລະນາ; 2. ອອກລະບຽບການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງ ການກ່ຽວກັບວຽກງານຊັບສິນທາງປັນຍາ; 3. ໂຄສະນາ,ເຜີຍແຜ່ແລະສ້າງຈິດສໍານຶກໃຫ້ແກ່ສັງຄົມກ່ຽວ ກັບວຽກງານຊັບສິນທາງປັນຍາ; 4. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຊັບສິນທາງປັນຍາໃນຂອບເຂດທົ່ວປະເທດ; 5. ຈົດທະບຽນແລະໃຫ້ການບໍລິການວຽກງານຊັບສິນທາງປັນ ຍາ; 6. ອອກຫຼືລົບລ້າງໃບຢັ້ງຢືນກ່ຽວກັບການຈົດທະບຽນຊັບສິນ ທາງປັນຍາແລະອອກໃບອະນຸຍາດຫຼືຖອນໃບອະນຸຍາດຂອງບຸກຄົນ,ນິຕິ ບຸກຄົນຫຼືການຈັດຕັ້ງໃດໜຶ່ງທີ່ດໍາເນີນການບໍລິການທາງດ້ານຊັບສິນ ທາງປັນຍາ; 7. ແກ້ໄຂຄໍາສະເໜີ,ຂໍ້ຂັດແຍ່ງແລະການລະເມີດສິດຕໍ່ຊັບສິນ ທາງປັນຍາ; 8. ສະເໜີຫຼືສ້າງຕັ້ງຄະນະກໍາມະການກ່ຽວກັບວຽກງານຊັບສິນ ທາງປັນຍາ; 9. ກໍ່ສ້າງແລະຍົກລະດັບພະນັກງານທັງພາກລັດແລະເອກະຊົນ ໃນຂົງເຂດວຽກງານຊັບສິນທາງປັນຍາ; 10. ປະສານສົມທົບກັບບັນດາຂະແໜງການອື່ນແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຈັດຕັ້ງຄຸ້ມຄອງວຽກງານຊັບສິນທາງ ປັນຍາ; 11. ພົວພັນແລະຮ່ວມມືກັບສາກົນໃນຂົງເຂດວຽກງານຊັບສິນ ທາງປັນຍາ; 12. ສະຫຼຸບ,ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຊັບ ສິນທາງປັນຍາຕໍ່ລັດຖະບານຢ່າງເປັນປົກກະຕິ; 13. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 148 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ

ມາດຕາ 148 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລ ຊີແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຊັບສິນທາງປັນຍາພະແນກວິທະຍາ ສາດແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍແຜນນະໂຍບາຍ,ລະບຽບກົດໝາຍແລະແຜນ ການກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາຂອງກະຊວງ ວິທະຍາສາດແລະເຕັກໂນໂລຊີມາເປັນລະບຽບການແລະແຜນການ ຂອງຕົນແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາ,ເຜີຍແຜ່ແຜນນະໂຍບາຍ,ລະບຽບກົດໝາຍແລະ ແຜນການກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາຂອງກະ ຊວງວິທະຍາສາດແລະເຕັກໂນໂລຊີ,ລະບຽບການແລະແຜນການຂອງ ຕົນແລະສ້າງຈິດສໍານຶກໃຫ້ແກ່ສັງຄົມກ່ຽວກັບວຽກງານຊັບສິນທາງປັນ ຍາ; 3. ແກ້ໄຂຄໍາສະເໜີ,ຂໍ້ຂັດແຍ່ງແລະການລະເມີດສິດຕໍ່ຊັບສິນ ືທາງປັນຍາຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 4. ປະສານສົມທົບກັບບັນດາພະແນກການອື່ນທີ່ກ່ຽວຂ້ອງຂອງ ແຂວງ,ນະຄອນໃນການຈັດຕ້ງປະຕິບັດວຽກງານຊັບສິນທາງປັນຍາ; 5. ພົວພັນແລະຮ່ວມມືກັບຕ່າງປະເທດຕາມການມອບໝາຍຂອງ ຂັ້ນເທິງ; 6. ສະຫຼຸບ,ລາຍງານການຈັດຕັ້ງປະຕິບັດວຽກງານຊັບສິນທາງ ປັນຍາຕໍ່ກະຊວງວິທະຍາສາດແລະເຕັກໂນໂລຊີແລະອົງການປົກຄອງ ແຂວງ,ນະຄອນຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 149 ການເກືອດຫ້າມສໍາລັບພະນັກງານທີ່ຮັບຜິດຊອບວຽກງານຊັບສິນທາງປັນຍາ

ມາດຕາ 149 ການເກືອດຫ້າມສໍາລັບພະນັກງານທີ່ຮັບຜິດຊອບວຽກ ງານຊັບສິນທາງປັນຍາ ພະນັກງານທີ່ຮັບຜິດຊອບວຽກງານຊັບສິນທາງປັນຍາບໍ່ໃຫ້ມີ ການກະທໍາດັ່ງນີ້: 1. ຂາດຄວາມຮັບຜິດຊອບແລະປະລະໜ້າທີ່; 2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາຫຼືລໍາອຽງຕໍ່ບຸກຄົນ,ນິຕິ ບຸກຄົນຫຼືການຈັດຕັ້ງ; 3. ເປີດເຜີຍຂໍ້ມູນກ່ຽວກັບຊັບສິນທາງປັນຍາໂດຍບໍ່ໄດ້ຮັບອະນຸ ຍາດຈາກເຈົ້າຂອງ; 4. ສວຍໃຊ້ຕໍາແໜ່ງ,ໜ້າທີ່,ສິດອໍານາດເພື່ອຫາຜົນປະໂຫຍດ ສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ; 5. ມີການກະທໍາອື່ນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

...ໝວດທີ 2 ການກວດກາ


....ມາດຕາ 150 ອົງການກວດກາວຽກງານຊັບສິນທາງປັນຍາ

ມາດຕາ 150 ອົງການກວດກາວຽກງານຊັບສິນທາງປັນຍາ ອົງການກວດກາວຽກງານຊັບສິນທາງປັນຍາປະກອບດ້ວຍ: 1. ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 146 ຂອງກົດໝາຍສະ ບັບນີ້. 2. ອົງການກວດກາພາຍນອກຊຶ່ງມີ: - ສະພາແຫ່ງຊາດ; - ອົງການກວດສອບແຫ່ງລັດ; - ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ.

....ມາດຕາ 151 ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາ 151 ສິດແລະໜ້າທີ່ຂອງອົງການກວດກາ ອົງການກວດກາພາຍໃນແລະພາຍນອກມີສິດແລະໜ້າທີ່ກວດກາ ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ.

....ມາດຕາ 152 ຮູບການກວດກາວຽກງານຊັບສິນທາງປັນຍາ

ມາດຕາ 152 ຮູບການກວດກາວຽກງານຊັບສິນທາງປັນຍາ ການກວດກາວຽກງານຊັບສິນທາງປັນຍາດໍາເນີນດ້ວຍສາມຮູບ ການດັ່ງນີ້: 1. ການກວດກາຕາມແຜນການປົກກະຕິ; 2. ການກວດການອກແຜນການໂດຍແຈ້ງໃຫ້ຊາບລ່ວງໜ້າ; 3. ການກວດກາແບບກະທັນຫັນ.

ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດການອກແຜນການໂດຍແຈ້ງໃຫ້ຊາບລ່ວງໜ້າແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນຊຶ່ງ ບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

....ມາດຕາ 153 ການກວດກາດ້ານຊັບສິນທາງປັນຍາຕາມຊາຍແດນ

ມາດຕາ 153 ການກວດກາດ້ານຊັບສິນທາງປັນຍາຕາມຊາຍແດນ ເພື່ອສະກັດກັ້ນການລະເມີດຊັບສິນທາງປັນຍາເຈົ້າໜ້າທີ່ພາສີ ແລະເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງປະຈໍາດ່ານຊາຍແດນມີສິດແລະໜ້າທີ່ ກວດກາສິນຄ້າທີ່ສົ່ງອອກ,ນໍາເຂົ້າ,ຍຶດແລະກັກສິນຄ້າທີ່ລະເມີດຊັບສິນ ທາງປັນຍາຕາມລະບຽບກົດໝາຍ. ....ມາດຕາ 154 ການກວດກາຂອງອົງການອື່ນ

ມາດຕາ 154 ການກວດກາຂອງອົງການອື່ນ ອົງການອື່ນມີສິດແລະໜ້າທີ່ກວດກາວຽກງານຊັບສິນທາງປັນຍາ ຕາມພາລະບົດບາດຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການສະເພາະ.

..ພາກທີ 9 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 155 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 155 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາເປັນຕົ້ນໃນການຄຸ້ມຄອງ ແລະປົກປ້ອງຊັບສິນທາງປັນຍາຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນ ຕາມລະບຽບການ.

...ມາດຕາ 156 ນະໂຍບາຍຕໍ່ຜູ້ປະດິດສ້າງຫຼືຜູ້ປະດິດຄິດແຕ່ງ

ມາດຕາ 156 ນະໂຍບາຍຕໍ່ຜູ້ປະດິດສ້າງຫຼືຜູ້ປະດິດຄິດແຕ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການປະດິດສ້າງ ຫຼືປະດິດຄິດແຕ່ງຈະໄດ້ຮັບກາຍ້ອງຍໍ,ລາງວັນຫຼືນະໂຍບາຍອື່ນຕາມລະ ບຽບການ.

...ມາດຕາ 157 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 157 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍວ່າດ້ວຍຊັບສິນ ທາງປັນຍາຈະຖືກສຶກສາອົບຮົມຫຼືກ່າວເຕືອນ,ລົງວິໄນ,ປັບໃໝ,ໃຊ້ແທນ ຄ່າເສຍຫາຍທາງແພ່ງແລະ/ຫຼືລົງໂທດທາງອາຍາຕາມແຕ່ກໍລະນີເບົາ ຫຼືໜັກ.

...ມາດຕາ 158 ມາດຕະການສຶກສາອົບຮົມຫຼືກ່າວເຕືອນ

ມາດຕາ 158 ມາດຕະການສຶກສາອົບຮົມຫຼືກ່າວເຕືອນ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວ ກັບວຽກງານຊັບສິນທາງປັນຍາເປັນຄັ້ງທໍາອິດໂດຍບໍ່ເຈດຕະນາແລະ ກໍ່ຄວາມເສຍຫາຍຈາກການລະເມີດທີ່ໄດ້ກໍ່ຂຶ້ນທີ່ມີມູນຄ່າຕໍ່າກວ່າ ຫ້າ ແສນກີບຈະຖືກສຶກສາອົບຮົມຫຼືກ່າວເຕືອນ.

...ມາດຕາ 159 ມາດຕະການທາງວິໄນ

ມາດຕາ 159 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ລະເມີດລະບຽບກົດໝາຍກ່ຽວກັບ ຊັບສິນທາງປັນຍາແລະຂໍ້ຫ້າມທີ່ມີລັກສະນະເບົາຊຶ່ງບໍ່ເປັນການກະທໍາ ຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າແສນກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດກໍ່ຈະຖືກລົງວິໄນ ຕາມແຕ່ລະກໍລິນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນພ້ອມ ທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ ເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

...ມາດຕາ 160 (ປັບປຸງ) ມາດຕະການປັບໃໝ

ມາດຕາ 160 (ປັບປຸງ) ມາດຕະການປັບໃໝ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວ ກັບຊັບສິນທາງປັນຍາໂດຍເຈດຕະນາຫຼືດ້ວຍຄວາມບໍ່ລະມັດລະວັງເປັນ ຄັ້ງທີສອງຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝ 1% ຂອງ ມູນຄ່າຄວາມເສຍຫາຍທີ່ໄດ້ກໍ່ຂຶ້ນ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດເປັນຄັ້ງທີສອງໂດຍເຈດ ຕະນາຫຼືເປັນອາຈິນຈະຖືກປັບໃໝ 5% ຂອງມູນຄ່າຄວາມເສຍຫາຍທີ່ໄດ້ ກໍ່ຂຶ້ນໃນການລະເມີດແຕ່ລະຄັ້ງ. ກະຊວງວິທະຍາສາດແລະເຕັກໂນໂລຊີເປັນຜູ້ອອກລະບຽບການ ໃນການຈັດຕັ້ງປະຕິບັດມາດຕະການປັບໃໝ່.

...ມາດຕາ 161 ມາດຕະການທາງແພ່ງ

ມາດຕາ 161 ມາດຕະການທາງແພ່ງ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ ກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະໄດ້ໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 162 (ປັບປຸງ) ມາດຕະການທາງອາຍາ

ມາດຕາ 162 (ປັບປຸງ) ມາດຕະການທາງອາຍາ ບຸກຄົນທີ່ລະເມີດສິດຕໍ່ຊັບສິນທາງປັນຍາ,ປອມແປງ,ຕົວະຍົວະ, ຫຼອກລວງ,ແຂ່ງຂັນທີ່ບໍ່ເປັນທໍາກ່ຍວກັບຊັບສິນທາງປັນຍາຊຶ່ງກໍ່ຄວາມ ເສຍຫາຍໃຫ້ແກ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນ ຫາສອງປີແລະຈະຖືກປັບໃໝແຕ່ ຫ້າແສນກີບຫາສິບລ້ານກີບ. ໃນກໍລະນີທີ່ມີການກະທໍາອື່ນຊຶ່ງເປັນການກະທໍາຜິດທາງອາຍາ ກໍ່ຈະຖືກລົງໂທດຕາມກົດໝາຍອາຍາ.

...ມາດຕາ 163 ມາດຕະການໂທດເພີ່ມ

ມາດຕາ 163 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາ 162 ຂອງກົດ ໝາຍສະບັບນີ້ຜູ້ກະທໍາຜິດອາດຈະໄດ້ຮັບໂທດເພີ່ມເຊັ່ນ: ໂຈະ,ຖອນໃບ ອະນຸຍາດດໍາເນີນກິດຈະການ,ຮັບສິນຄ້າ,ຊັບສິນແລະພາຫະນະອຸປະກອນ ທີ່ພົວພັນກັບການກະທໍາຜິດ.

..ພາກທີ 10 ບົດບັນຍັດສຸດທ້າຍ


...ມາດຕາ 164 ການຈັດຕັ້ງປະຕິບັດ

ມາດຕາ 164 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 165 ຜົນສັກສິດ

ມາດຕາ 165 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບເລກທີ 08/ສພຊ,ລົງວັນທີ 24 ທັນວາ 2007. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້