ກົດໝາຍວ່າດ້ວຍຊັບສິນທາງປັນຍາ 24-12-2007

.ຊັບສິນທາງປັນຍາ 24-12-2007


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍຊັບສິນທາງປັນຍາສະບັນີ້ກໍານົດຫຼັກການ,ລະ ບຽບການແລະມາດຕະການກ່ຽວກັບການສົ່ງເສີມຫົວຄິດປະດິດສ້າງ, ການປະດິດຄິດແຕ່ງ,ເສດຖະກິດພູມປັນຍາ,ການຄຸ້ມຄອງແລະປົກປ້ອງ ສິດທາງດ້ານຊັບສິນທາງປັນຍາເພື່ອຮັບປະກັນຜົນປະໂຫຍດຂອງເຈົ້າ ຂອງຊັບສິນທາງປັນຍາແລະຜົນປະໂຫຍດຂອງສັງຄົມ,ຊຸກຍູ້ການຄົ້ນ ຄວ້າແລະພັດທະນາວິທະຍາສາດແລະເຕັກໂນໂລຊີ,ການຖ່າຍທອດເຕັກ ໂນໂລຊີຢູ່ພາຍໃນແລະຈາກຕ່າງປະເທດ,ສົ່ງເສີມການຄ້າ,ການລົງທຶນ ແລະຄວາມສາມາດແຂ່ງຂັນໃຫ້ແກ່ເສດຖະກິດແຫ່ງຊາດໃນຍຸກໂລກາ ພິວັດຢ່າງມີປະສິດທິພາບແນ່ໃສ່ປະກອບສ່ວນເຂົ້າໃນການຫັນປະເທດ ເປັນອຸດສາຫະກໍາແລະທັນສະໄໝເທື່ອລະກ້າວ.

...ມາດຕາ 2 ຊັບສິນທາງປັນຍາ

ມາດຕາ 2 ຊັບສິນທາງປັນຍາ ຊັບສິນທາງປັນຍາແມ່ນຜົນງານທີ່ໄດ້ມາຈາກສະຕິປັນຍາຂອງ ມະນຸດຊຶ່ງເປັນຜູ້ປະດິດສ້າງແລະປະດິດຄິດແຕ່ງຂຶ້ນມາໂດຍມີຄຸນຄ່າ ແລະຜົນປະໂຫຍດທາງດ້ານເສດຖະກິດໃນການພັດທະນາສັງຄົມ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສິດທາງດ້ານຊັບສິນທາງປັນຍາ ໝາຍເຖິງ ສິດຂອງບຸກຄົນ ຫຼືການຈັດຕັ້ງກ່ຽວກັບຊັບສິນທາງປັນຍາ; 2. ຊັບສິນອຸດສາຫະກໍາໝາຍເຖິງຜົນງານທີ່ໄດ້ມາຈາກສະຕິປັນ ຍາຂອງມະນຸດຊຶ່ງເປັນຜູ້ປະດິດສ້າງຂຶ້ນມາເພື່ອມາໃຊ້ເຂົ້າໃນຂົງເຂດ ອຸດສາຫະກໍາ,ຫັດຖະກໍາ,ກະສິກໍາ,ການປະໂມງ,ການຄ້າ,ການບໍລິການ; 3. ສິດທາງດ້ານຊັບສິນອຸດສາຫະກໍາໝາຍເຖິງ ສິດຂອງບຸກຄົນ ຫຼືການຈັດຕັ້ງກ່ຽວກັບການປະຕິດສ້າງ,ສິ່ງປະດິດ,ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ,ແບບຜັງວົງຈອນລວມ,ແຫຼ່ງກໍາເນີດແລະຄວາມ ລັບທາງການຄ້າ; 4. ສິດທິບັດໝາຍເຖິງ ເອກະສານຢັ້ງຢືນທີ່ເປັນທາງການຈາກ ການຈັດຕັ້ງລັດເພື່ອປົກປ້ອງການປະດິດສ້າງ; 5. ການປະດິດສ້າງໝາຍເຖິງການນໍາໃຊ້ວິທີການທາງດ້ານ ເຕັກນິກເພື່ອສ້າງຜະລິດຕະພັນຫຼືກໍາມະວິທີການຜະລິດໃໝ່ໃນການແກ້ ໄຂບັນຫາສະເພາະໃດໜຶ່ງ; 6. ອະນຸສິດທິບັດໝາຍເຖິງເອກະສານຢັ້ງຢືນທີ່ເປັນທາງການ ຈາກການຈັດຕັ້ງລັດເພື່ອປົກປ້ອງສິ່ງປະດິດ; 7. ສິ່ງປະດິດໝາຍເຖິງຜົນງານການປະດິດໃໝ່ທີ່ໄດ້ຈາກການ ປັບປຸງທາງດ້ານເຕັກນິກດ້ວຍການນໍາໃຊ້ເຕັກນິກທີ່ບໍ່ສູງຄືການປະດິດ ສ້າງ; 8. ແບບອຸດສາຫະກໍາໝາຍເຖິງຮູບແບບຫຼືຮູບຮ່າງຂອງຜະລິດ ຕະພັນທີ່ຈະສ້າງຂຶ້ນຊຶ່ງປະກອບດ້ວຍຮູບຮ່າງ,ລວດລາຍ,ເສັ້ນລາຍ,ສີ ສັນແລະອື່ນໆ; 9. ເຄື່ອງໝາຍໝາຍເຖິງສັນຍາລັກໃດໜຶ່ງຊຶ່ງອາດຈະແມ່ນຮູບ ພາບ,ຄໍາສັບ,ຕົວໜັງສື,ຕົວເລກ,ລາຍເຊັນ,ຊື່ບຸກຄົນ,ສີ,ຮູບຮ່າງຫຼືຮູບຊົງ ຕ່າງໆຂອງວັດຖຸຫຼືສິ່ງທີ່ກ່າວມາຢ່າງໃດຢ່າງໜຶ່ງຫຼືຫຼາຍຢ່າງລວມກັນ ແລະອື່ນໆເພື່ອໃຊ້ຫຼືຈະໃຊ້ເປັນເຄື່ອງໝາຍການຄ້າ; 10. ເຄື່ອງໝາຍການຄ້າໝາຍເຖິງເຄື່ອງໝາຍທີ່ໄດ້ກໍານົດໄວ້ ໃນຂໍ້ 9 ຂອງມາດຕານີ້ເພື່ອນໍາໃຊ້ກັບສິນຄ້າແລະການບໍລິການທັງເປັນ ການຈໍາແນກລະຫວ່າງສິນຄ້າ,ການບໍລິການນີ້ກັບສິນຄ້າແລະການບໍລິ ການອື່ນ; 11. ເຄື່ອງໝາຍລວມໝູ່ໝາຍເຖິງເຄື່ອງໝາຍການຄ້າທີ່ນໍາໃຊ້ ຮ່ວມກັນໂດຍວິສາຫະກິດໃນກຸ່ມດຽວກັນຫຼືໂດຍສະມາຊິກຂອງສະມາຄົມ, ສະຫະກອນ,ອົງການຈັດຕັ້ງໃດໜຶ່ງຂອງລັດຫຼືເອກະຊົນຫຼືກູ່ມບຸກຄົນ; 12. ເຄື່ອງໝາຍຮັບຮອງໝາຍເຖິງເຄື່ອງໝາຍການຄ້າທີ່ເຈົ້າ ຂອງໄດ້ອະນຸຍາດໃຫ້ບຸກຄົນຫຼືການຈັດຕັ້ງອື່ນນໍາໃຊ້ກັບສິນຄ້າຫຼືການບໍລິ ການຂອງບຸກຄົນຫຼືການຈັດຕັ້ງນັ້ນເພື່ອຢັ້ງຢືນເຖິງຄຸນລັກສະນະທີ່ພົວພັນ ເຖິງແຫຼ່ງທີ່ມາ,ວັດຖຸດິບແລະວິທີການຜະລິດສິນຄ້າຫຼືວິທີການໃຫ້ການບໍ ລິການ,ຊະນິດ,ຄຸນນະພາບ,ຄວາມປອດໄພຫຼືຄຸນລັກສະນະອື່ນຂອງສິນຄ້າ ຫຼືການບໍລິການ; 13. ເຄື່ອງໝາຍທີ່ມີຊື່ສຽງ ໝາຍເຖິງ ເຄື່ອງໝາຍການຄ້າທີ່ ຮັບຮູ້ກັນໂດຍທົ່ວໄປຢ່າງກວ້າງຂວາງຢູ່ໃນດິນແດນຂອງ ສປປລາວ,ຢູ່ ປະເທດໃດໜຶ່ງ,ພາກພື້ນແລະໃນໂລກ; 14. ຊື່ການຄ້າ ໝາຍເຖິງຊື່ຂອງວິສາຫະກິດທີ່ໃຊ້ເຂົ້າໃນການ ເຄື່ອນໄຫວທຸລະກິດເພື່ອຈໍາແນກລະຫວ່າງວິສາຫະກິດນີ້ກັບວິສາຫະກິດ ອື່ນໃນຂົງເຂດທຸລະກິດກຽວກັນ; 15. ວົງຈອນລວມ ໝາຍເຖິງ ຜະລິດຕະພັນສໍາເລັດຮູບຫຼືເຄິ່ງ ສໍາເລັດຮູບທີ່ທໍາໜ້າທີ່ທາງດ້ານເອເລັກໂຕນິກຊຶ່ງປະກອບດ້ວຍສິ່ນສ່ວນ ຕ່າງໆທີ່ສາມາດກະຕຸ້ນໃຫ້ເກີດປະຕິກິລິຍາທາງດ້ານເອເລັກໂຕຼນິກ; 16. ແບບຜົງວົງຈອນລວມ ໝາຍເຖິງ ແບບແຜນຜັງຫຼືພາບທີ່ ເຮັດຂຶ້ນໃນຮູບແບບໃດໜຶ່ງຊຶ່ງປະກອບດ້ວຍວົງຈອນລວມຕ່າງໆທີ່ເຊື່ອມ ຕໍ່ເຂົ້າກັນເປັນແບບຜັງວົງຈອນລວມ; 17. ແຫຼ່ງກໍາເນີດໝາຍເຖິງສັນຍາລັກໃຊ້ເພື່ອບົ່ງບອກໃຫ້ເຫັນ ເຖິງແຫຼ່ງທີ່ມາ,ປະເທດ,ເຂດ,ທ້ອງຖິ່ນຫຼືພື້ນທີ່ສະເພາະຂອງຜະລິດຕະພັນ ໃດໜຶ່ງຊຶ່ງພາໃຫ້ຜະລິດຕະພັນນັ້ນມີຄຸນນະພາບແລະມີຊື່ສຽງ; 18. ຄວາມລັບທາງການຄ້າ ໝາຍເຖິງ ຂໍ້ມູນການຄ້າທີ່ຍັງບໍ່ຮູ້ ຈັກຫຼືຍັງບໍ່ທັນນໍາໃຊ້ກັນໂດຍທົ່ວໄປເຊັ່ນ:ສູດ,ກໍາມະວິທີການຜະລິດຫຼືຂໍ້ ມູນໃດໜຶ່ງທີ່ສາມາດນໍາມາໃຊ້ເຂົ້າໃນການດໍາເນີນທຸລະກິດເຮັດໃຫ້ຜູ້ ເປັນເຈົ້າຂອງໄດ້ປຽບຄູ່ແຂ່ງຂັນ; 19. ພັນພືດ ໝາຍເຖິງ ກຸ່ມຂອງພືດທີ່ມີພັນທຸກໍາແລະລັກສະນະ ທາງພຶກສາຊາດເໝືອນກັນຫຼືຄ້າຍຄືກັນມີລັກສະນະສະເພາະຕົວແຕກ ຕ່າງຈາກກຸ່ມອື່ນໃນພືດຊະນິດດຽວກັນ,ມີຄວາມສະໝໍ່າສະເໝີແລະມີ ຄວາມຄົງຕົວໃນເວລາຂະຫຍາຍພັນ; 20. ພັນພືດໃໝ່ ໝາຍເຖິງ ການປັບປຸງຫຼືພັດທະນາພັນພືດດ້ວຍ ການໃຊ້ວິທີທາງວິສາວະພັນທຸກໍາຫຼືໃຊ້ວິທີການເຕັກໂນໂລຊີຊີວະພາບທີ່ ເຮັດໃຫ້ເກີດພືດພັນໃໝ່ໆຂຶ້ນມາຊຶ່ງບໍ່ເຄີຍມີຢູ່ໃນທໍາມະຊາດ; 21. ພັນພືດພື້ນເມືອງທົ່ວໄປແລະພັນພືດປ່າ: ໝາຍເຖິງ,ພັດພືດ ພື້ນເມືອງທີ່ມີລັກສະນະສະເພາະແລະມີຄຸນປະໂຫຍດໃນການນໍາໃຊ້ຊຶ່ງ ເກີດຂຶ້ນຢູ່ຫຼາຍທ້ອງຖິ່ນພາຍໃນປະເທດຫຼືມີຢູ່ໃນປ່າ; 22. ພັນພືດທ້ອງຖິ່ນໝາຍເຖິງ ພັນພືດທີ່ມີລັກສະນະສະເພາະ ແລະມີຄຸນປະໂຫຍດໃນການນໍາໃຊ້ທີ່ມີຢູ່ສະເພາະໃນທ້ອງຖິ່ນໃດໜຶ່ງຢູ່ ພາຍໃນປະເທດ; 23. ສິດຕໍ່ພັນພືດໃໝ່ໝາຍເຖິງສິດຂອງບຸກຄົນຫຼືການຈັດຕັ້ງຕໍ່ ພັນພືດທີ່ໄດ້ຖືກປັບປຸງຫຼືຖືກຄົ້ນພົບ,ພັດທະນາຂຶ້ນດ້ວຍວິສາວະພັນທຸກໍາຫຼື ເຕັກໂນໂລຊີຊີວິພາບ; 24. ສິດຕໍ່ພັນພືດທ້ອງຖິ່ນ ໝາຍເຖິງ ສິດຂອງຊຸມຊົນທີ່ມີຖິ່ນ ຖານສືບທອດກັນມາຕໍ່ເນື່ອງໃນທ້ອງຖິ່ນໃດໜຶ່ງທີ່ໄດ້ຮ່ວມກັນອະນຸລັກ ຮັກສາຫຼືພັດທະນາພັນພືດທີ່ເກີດໃນທ້ອງຖິ່ນນັ້ນ; 25. ລິຂະສິດ ໝາຍເຖິງ ຜົນງານທີ່ໄດ້ມາຈາກສະຕິປັນຍາຂອງ ມະນຸດເປັນຜູ້ປະດິດຄິດແຕ່ງຂຶ້ນມາທາງດ້ານວຽກງານສິລະປະກໍາແລະ ວັນນະກໍາລວມທັງວຽກງານວິທະຍາສາດ; 26. ສິດກ່ຽວຂ້ອງກັບລິຂະສິດໝາຍເຖິງ ສິດຂອງບຸກຄົນຫຼືການ ຈັດຕັ້ງທີ່ກ່ຽວຂ້ອງກັບລິຂະສິດໃນຂົງເຂດການສະແດງ,ການບັນທຶກ ສຽງ-ພາບແລະລາຍການກະຈາຍສຽງ-ພາບຫຼືລາຍການຜ່ານສັນຍານ ດາວທຽມທີ່ເຂົ້າລະຫັດ; 27. ຜົນງານ ໝາຍເຖິງ ຜົນຂອງການປະດິດຄິດແຕ່ງຂອງບຸກ ຄົນຫຼືການຈັດຕັ້ງໃດໜຶ່ງໃນຂົງເຂດສິລະປະກໍາ,ວັນນະກໍາແລະວິທະຍາ ສາດຊຶ່ງສະແດງອອກດ້ວຍຮູບແບບຫຼືວິທີການໃດໜຶ່ງ; 28. ຜົນງານທີ່ສືບເນື່ອງ ໝາຍເຖິງ ຜົນງານີ່ໄດ້ແປມາຈາກພາ ສາໃດໜຶ່ງເປັນພາສາລາວຫຼືພາສາອື່ນຫຼືຈາກພາສາລາວເປັນພາສາອື່ນ ,ຖືກປັບປຸງ,ດັດແກ້,ປ່ຽນຮູບ,ລວບລວມ,ໃຫ້ຄວາມໝາຍ,ໃຫ້ຄໍາອະທິ ບາຍ,ຜົນງານທີ່ໄດ້ຄັດເລືອກຫຼືເລືອກເຟັ້ນມາ; 29. ຜົນງານທີ່ໄດ້ຖືກພິມເຜີຍແຜ່,ບັນທຶກສຽງ-ພາບໝາຍເຖິງ ຜົນງານຫຼືການບັນທຶກສຽງ-ພາບທີ່ໄດ້ນໍາອອກສູ່ສາທາລະນະຊົນດ້ວຍ ຈໍານວນອັດສໍາເນົາທີ່ເໝາະສົມຕາມຄວາມເຫັນດີຈາກເຈົ້າຂອງລິຂະ ສິດຫຼືເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ; 30. ການຜະລິດຊໍ້າ ໝາຍເຖິງ ການອັດສໍາເນົາຜົນງານຫຼືການ ບັນທຶກສຽງ-ພາບໃນຈໍານວນໜຶ່ງຫຼືຫຼາຍສະບັບດ້ວຍວິທີການໃດໜຶ່ງ ລວມທັງການເກັບຮັກສາຂໍ້ມູນຂອງຜົນງານດັ່ງກ່າວແບບຖາວອນຫຼືຊົ່ວ ຄາວ; 31. ການກະຈາຍສຽງ-ພາບ ໝາຍເຖິງການນໍາເອົາຜົນງານ ອອກສູ່ສາທາລະນະຊົນທາງວິທະຍຸກະຈາຍສຽງຫຼືໂທລະພາບຫຼືດ້ວຍວິທີ ການອື່ນທີ່ຄ້າຍຄືກັນເຊັ່ນ:ອິນເຕີເນັດຫຼືສົ່ງຜ່ານສັນຍານດາວທຽມເປັນ ຕົ້ນ; 32. ສິລະປະກໍາແລະວັນນະກໍາພື້ນເມືອງ ໝາຍເຖິງ ຜົນຜະລິດ ຂອງການທ້ອນໂຮມການປະດິດຄິດແຕ່ງຂຶ້ນຕາມປະເພນີຂອງຊຸມຊົນຫຼື ຂອງກຸ່ມຄົນທີ່ສະທ້ອນໃຫ້ເຫັນເຖິງວິຖີຊີວິດການເປັນຢູ່ຂອງຊຸມຊົນເຫຼົ່າ ນັ້ນ; 33. ສິລະປະປັບໃຊ້ ໝາຍເຖິງ ສະລະປະທີ່ໄດ້ມີການປັບປຸງເພື່ອ ນໍາໃຊ້ເຂົ້າໃນເປົ້າໝາຍອື່ນ; 34. ໃບຢັ້ງຢືນການຈົດທະບຽນ ໝາຍເຖິງ ໃບຢັ້ງຢືນຂອງອົງ ການຈັດຕັ້ງລັດທີ່ອອກໃຫ້ແກ່ບຸກຄົນແລະການຈັດຕັ້ງເພື່ອຢັ້ງຢືນການ ເປັນເຈົ້າຂອງຊັບສິນອຸດສາຫະກໍາທີ່ກ່ຽວຂ້ອງກັບການປະດິດສ້າງ,ສິ່ງ ປະດິດ,ແບບອຸດສາຫະກໍາ,ເຄື່ອງໝາຍການຄ້າ,ແບບຜົງວົງຈອນລວມ, ແຫຼ່ງກໍາເນີດແລະພັນພືດ; 35. ວັນບຸລິມະສິດ ໝາຍເຖິງ ວັນຊື່ນຄໍາຮ້ອງຂໍຈົດທະບຽນຄັ້ງ ທໍາອິດຢູ່ຕ່າງປະເທດກ່ອນວັນມາຍື່ນຂໍຈົດທະບຽນຢູ່ ສປປລາວ; 36. ການນໍາໃຊ້ ໝາຍເຖິງ ການຜະລິດ,ການສະເໜີຂາຍ,ການ ໂຄສະນາ,ການເກັບມ້ຽນເພື່ອຂາຍ,ການຂາຍ,ການຈໍາໜ່າຍ,ການຈໍລະ ຈອນແຈກຢາຍ,ການນໍາເຂົ້າແລະການສົ່ງອອກ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບຊັບສິນທາງປັນຍາ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບຊັບສິນທາງປັນຍາ ລົດສົ່ງເສີມການເພີ່ມພູນຄູນສ້າງ,ການເຄື່ອນໄຫວວຽກງານຊັບ ສິນທາງປັນຍາແລະການນໍາໃຊ້ໝາກຜົນຂອງການປະດິດສ້າງ,ການປະ ດິດຄິດແຕ່ງຂອງບຸກຄົນຫຼືການຈັດຕັ້ງພ້ອມທັງຮັບຮູ້ແລະປົກປ້ອງສິດຜົນ ປະໂຫຍດຂອງເຈົ້າຂອງຊັບສິນທາງປັນຍາ. ລັດຊຸກຍູ້ການເຄື່ອນໄຫວວຽກງານແລະການລົງທຶນເຂົ້າໃນຂົງ ເຂດຊັບສິນທາງປັນຍາດ້ວຍການວາງນະໂຍບາຍ,ລະບຽບກົດໝາຍ ແລະມາດຕະການຕ່າງໆເພື່ອຮອງຮັບ. ລັດປົກຄ້ອງຊັບສິນທາງປັນຍາທີ່ບໍ່ຂັດກັບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ,ສະຂານາໄມ,ສິ່ງແວດລ້ອມ,ລະບຽບກົດໝາຍ, ວັດທະນະທໍາຫຼືຮີດຄອງປະເພນີອັນດີງາມຂອງຊາດ.

...ມາດຕາ 5 ຫຼັກການລວມກ່ຽວກັບຊັບສິນທາງປັນຍາ

ມາດຕາ 5 ຫຼັກການລວມກ່ຽວກັບຊັບສິນທາງປັນຍາ ຫຼັກການລວມກ່ຽວກັບຊັບສິນທາງປັນຍາມີດັ່ງນີ້: 1. ການຮັບຮູ້,ປົກປ້ອງແລະຮັບປະກັນຄວາມຍຸຕິທໍາຕໍ່ເຈົ້າຂອງ ຊັບສິນທາງປັນຍາ; 2. ການປົກປ້ອງຊັບິນອຸດສາຫະກໍາຢູ່ ສປປລາວ ຈະມີຜົນບັງຄັບ ໃຊ້ກໍ່ຕໍ່ເມື່ອເຈົ້າຂອງຊັບສິນອຸດສາຫະກໍາໄດ້ຮັບການຈົດທະບຽນ; 3. ລະຂະສິດແລະສິດກ່ຽວຂ້ອງກັບລິຂະສິດໄດ້ຮັບການປົກປ້ອງ ໂດຍທັນທີພາຍຫຼັງທີ່ໄດ້ມີການປະດິດຄິດແຕ່ງຜົນງານທາງດ້ານສິລະປະ ກໍາແລະວັນນະກໍາລວມທັງຜົນງານທາງດ້ານວິທະຍາສາດນັ້ນຂຶ້ນ; 4. ທຸກການນໍາໃຊ້ຊັບສິນທາງປັນຍາເພື່ອຫາຜົນປະໂຫຍດທາງ ການຄ້າຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງສິດ; 5. ໃນກໍລະນີທີ່ການກໍານົດຂອງສົນທິສັນຍາສາກົນທີ່ສປປລາວ ເປັນພາຄີຫຼືສັນຍາທີ່ໄດ້ຮ່ວມເຊັນນໍາກັນຫາກຂັດກັບການກໍານົດຂອງກົດ ໝາຍສະບັບນີ້ແມ່ນໃຫ້ປະຕິບັດຕາມການກໍານົດຂອງສົນທິສັນຍາສາກົນ ຫຼືສັນຍານັ້ນ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍວ່າດ້ວຍຊັບສິນທາງປັນຍາ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍວ່າດ້ວຍຊັບສິນທາງປັນຍາ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນແລະການຈັດຕັ້ງທັງພາຍ ໃນແລະຕ່າງປະເທດທີ່ພົວພັນກັບວຽກງານຊັບສິນທາງປັນຍາພາຍໃຕ້ ກົດໝາຍສະບັບນີ້ແລະສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບສາກົນກ່ຽວກັບວຽກງານ ຊັບສິນທາງປັນຍາບົນພື້ນຖານການເຄົາລົບເອກະລາດ,ອະທິປະໄຕຊຶ່ງ ກັນແລະກັນ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເພື່ອພັດທະນາແລະຄຸ້ມ ຄອງວຽກງານຊັບສິນທາງປັນຍາ,ແລກປ່ຽນບົດຮຽນທາງດ້ານວິຊາ ການ,ດ້ານເຕັກໂນໂລຊີ,ການແລກປ່ຽນຂໍ້ມູນຂ່າວສານ,ການບໍາລຸງຍົກ ລະດັບບຸກຄະລາກອນ,ການເຂົ້າຮ່ວມແລະປະຕິບັດສົນທິສັນຍາແລະສັນ ຍາສາກົນທີ່ ສປປລາວເປັນພາຄີ.

..ພາກທີ 2 ຊັບສິນທາງປັນຍາ


...ມາດຕາ 8 ໂຄງປະກອບຂອງຊັບສິນທາງປັນຍາ

ມາດຕາ 8 ໂຄງປະກອບຂອງຊັບສິນທາງປັນຍາ ຊັບສິນທາງປັນຍາປະກອບດ້ວຍ: 1. ຊັບສິນອຸດສາຫະກໍາ; 2. ພັນພືດ; 3. ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ.

...ມາດຕາ 9 ຊັບສິນອຸດສາຫະກໍາ

ມາດຕາ 9 ຊັບສິນອຸດສາຫະກໍາ ຊັບສິນອຸດສາຫະກໍາປະກອບດ້ວຍ; 1. ສິດທິບັດ; 2. ອະນຸສິດທິບັດ; 3. ແບບອຸດສາຫະກໍາ; 4. ເຄື່ອງໝາຍການຄ້າ; 5. ແບບຜັງຂອງວົງຈອນລວມ; 6. ແຫຼ່ງກໍາເນີດ; 7. ຄວາມລັບທາງການຄ້າ.

...ມາດຕາ 10 ພັນພືດ

ມາດຕາ 10 ພັນພືດ ພັນພືດປະກອບດ້ວຍເ 1. ພັນພືດພື້ນເມືອງທົ່ວໄປແລະພັນພືດປ່າ; 2. ພັນພືດທ້ອງຖິ່ນ; 3. ພັນພືດໃໝ່.

...ມາດຕາ 11 ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 11 ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດປະກອບດ້ວຍ: 1. ລິຂະສິດຕໍ່ຜົນງານທາງດ້ານສິລະປະກໍາ,ວັນນະກໍາແລະວິທະ ຍາສາດລວມທັງໂປຼແກຼມຄັອມພິວເຕີ້; 2. ສິດກ່ຽວຂ້ອງກັບລິຂະສິດຕໍ່ຜົນງານຂອງຜູ້ສະແດງ,ຜູ້ຜະລິດ ການບັນທຶກສຽງ-ພາບແລະອົງການກະຈາຍສຽງ-ພາບ.

..ພາກທີ 3 ຊັບສິນອຸດສາຫະກໍາ


...ໝວດທີ 1 ເງື່ອນໄຂຂອງຊັບສິນອຸດສາຫະກໍາ


....ມາດຕາ 12 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນຊັບສິນອຸດສາຫະກໍາ

ມາດຕາ 12 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນຊັບສິນອຸດ ສາຫະກໍາ ກ່ອນຈະໄດ້ຮັບໃບຢັ້ງຢືນຈົດທະບຽນຊັບສິນອຸດສາຫະກໍາຕ້ອງມີ ເງື່ອນໄຂຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 13,14,15,16,17 ,18,19 ແລະ 20 ຂອງກົດໝາຍສະບັບນີ້.

....ມາດຕາ 13 ເງື່ອນໄຂທີ່ຈະໄດ້ຮັບສິດທິບັດ

ມາດຕາ 13 ເງື່ອນໄຂທີ່ຈະໄດ້ຮັບສິດທິບັດ ການປະດິດສ້າງທີ່ຈະໄດ້ຮັບສິດທິບັດມີເງື່ອນໄຂດັ່ງນີ້: 1. ຕ້ອງແມ່ນການປະດິດສ້າງໃໝ່ ໝາຍຄວາມວ່າ ການປະດິດ ສ້າງນັ້ນບໍ່ເຄີຍມີມາກ່ອນ,ບໍ່ເຄີຍຖືກເປີດເຜີຍສູ່ສາທາລະນະຊົນດ້ວຍວາ ລະສານຫຼືດ້ວຍການນໍາໃຊ້ຕົວຈິງຫຼືດ້ວຍຮູບການອື່ນ ຢູ່ ສປປລາວ ຫຼື ແຫ່ງໃດໜຶ່ງໃນໂລກກ່ອນວັນຍື່ນຄໍາຮ້ອງຂໍຈົດທະບຽນຫຼືກ່ອນວັນບຸລິມະ ສິດຂອງຄໍາຮ້ອງຂໍຈົດທະບຽນການປະດິດສ້າງ; 2. ມີຂັ້ນຕອນການປະດິດສາງໝາຍຄວາມວ່າການປະດິດສ້າງ ນັ້ນມີການພົວພັນເຖິງການປະດິດສ້າງທີ່ເຄີຍມີມາກ່ອນຊຶ່ງບຸກຄົນມີ ຄວາມຮູ້ດ້ານນັ້ນເຂົ້າໃຈໄດ້ຢ່າງຈະແຈ້ງ; 3. ສາມາດນໍາໃຊ້ເຂົ້າສູ່ການຜະລິດໄດ້ໝາຍຄວາມວ່າການປະ ດິດສ້າງນັ້ນສາມາດນໍາໄປໝູນໃຊ້ໃຫ້ເກີດຜົນປະໂຫຍດໃນການຜະລິດ ອຸດສາຫະກໍາ,ຫັດຖະກໍາ,ກະສິກໍາ,ການປະມົງ,ການບໍລິການແລະອື່ນໆ.

....ມາດຕາ 14 ເງື່ອນໄຂທີ່ຈະໄດ້ຮັບອະນຸສິດທິບັດ

ມາດຕາ 14 ເງື່ອນໄຂທີ່ຈະໄດ້ຮັບອະນຸສິດທິບັດ ສິ່ງປະດິດທີ່ຈະໄດ້ຮັບອະນຸສິດທິບັດແມ່ນຄ້າຍຄືກັນກັບເງື່ອນໄຂທີ່ ຈະໄດ້ຮັບສິດທິບັດແຕ່ມີລະດັບເຕັກນິກຕໍ່າກວ່າການປະດິດສ້າງ.

....ມາດຕາ 15 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບອຸດສາຫະກໍາ

ມາດຕາ 15 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບອຸດສາຫະກໍາ ແບບອຸດສາຫະກໍາທີ່ຈະໄດ້ຮັບໃບຢັ້ງຢືນມີເງື່ອນໄຂຢູ່ບ່ອນວ່າ ແບບອຸດສາຫະກໍານັ້ນແມ່ນສິ່ງໃໝ່.ແບບອຸດສາຫະກໍາໃດໜຶ່ງຖືວ່າໃໝ່ ຖ້າຫາກແບບອຸດສາຫະກໍານັ້ນບໍ່ເຄີຍຖືກເປີດເຜີຍສູ່ສາທາລະນະຊົນມາ ກ່ອນດ້ວຍວາລະສານຫຼືດ້ວຍການນໍາໃຊ້ຕົວຈິງຫຼືດ້ວຍການວາງສະແດງ ຫຼືດ້ວຍຮູບການອື່ນຢູ່ ສປປລາວ ຫຼື ແຫ່ງໃດໜຶ່ງໃນໂລກກ່ອນວັນຍື່ນຄໍາ ຮ້ອງຫຼືກ່ອນວັນບຸລິມະສິດຂອງຄໍາຮ້ອງຂໍຈົດທະບຽນ.

....ມາດຕາ 16 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການຄ້າ

ມາດຕາ 16 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການຄ້າ ເຄື່ອງໝາຍການຄ້າທີ່ຈະໄດ້ຮັບໃບຢັ້ງຢືນມີເງື່ອນໄຂດັ່ງນີ້: 1. ເປັນເຄື່ອງໝາຍທີ່ມີລັກສະນະຈະແຈ້ງຊຶ່ງສາມາດເຫັນໄດ້ ດ້ວຍຕາເປົ່າອາດເປັນຮູບແບບຕົວໜັງສື,ຄໍາສັບ,ຕົວເລກ,ຮູບພາບ,ຮູບ ແຕ້ມ,ຮູບຖ່າຍ,ຊື່ບຸກຄົນ,ລາຍເຊັນ,ຮູບຊົງລວມທັງຮູບສາມມິຕິ,ກຸ່ມຂອງ ສີຫຼືການປະກອບເຂົ້າກັນຂອງບັນດາສິ່ງຕ່າງໆທີ່ກ່າວມານັ້ນຢ່າງໃດ ຢ່າງໜຶ່ງຫຼືຫຼາຍຢ່າງລວມກັນ; 2. ເປັນເຄື່ອງໝາຍທີ່ບໍ່ມີລັກສະນະຕ້ອງຫ້າມຕາມມາດຕາ 23 ຂອງກົດໝາຍສະບັບນີ້; 3. ບໍ່ເປັນເຄື່ອງໝາຍທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍການຄ້າ ທີ່ບຸກຄົນອື່ນໄດ້ຈົດທະບຽນໄວ້ກ່ອນແລ້ວ.

....ມາດຕາ 17 ເງື່ອນໄຂຂອງເຄື່ອງໝາຍການຄ້າທີ່ມີຊື່ສຽງ

ມາດຕາ 17 ເງື່ອນໄຂຂອງເຄື່ອງໝາຍການຄ້າທີ່ມີຊື່ສຽງ ເຄື່ອງໝາຍການຄ້າໃດໜຶ່ງຈະຖືວ່າມີຊື່ສຽງມີເງື່ອນໄຂດັ່ງນີ້: 1. ຜູ້ຊົມໃຊ້ທີ່ໄດ້ຮັບຮູ້ເຖິງເຄື່ອງໝາຍໂດຍຜ່ານການຊື້ຂາຍ, ການນໍາໃຊ້ຜະລິດຕະພັນ,ສິນຄ້າ,ການບໍລິການທີ່ມີເຄື່ອງໝາຍການຄ້າ ດັ່ງກ່າວຫຼືຜ່ານການໂຄສະນາຢ່າງຫຼວງຫຼາຍ; 2. ຂອບເຂດດິນແດນທີ່ໄດ້ມີການຈໍລະຈອນແຈກຢ່າຍຜະລິດຕະ ພັນ,ສິນຄ້າ,ການບໍລິການທີ່ມີເຄື່ອງໝາຍການຄ້າດັ່ງກ່າວຢ່າງກວ້າງ ຂວາງ; 3. ລາຍການຈາກການຂາຍສິນຄ້າຫຼືການໃຫ້ບໍລິການທີ່ມີເຄື່ອງ ໝາຍການຄ້າດັ່ງກ່າວຫຼືຈໍານວນສິນຄ້າທີ່ໄດ້ຂາຍອອກໄປ,ການຕອບສະ ໜອງການບໍລິການຢ່າງຫຼວງຫຼາຍ; 4. ໄລຍະເວລານໍາໃຊ້ເຄື່ອງໝາຍການຄ້າດັ່ງກ່າວຕ້ອງເປັນປົກ ກະຕິແລະຕໍ່ເນື່ອງ; 5. ຄວາມເຊື່ອໝັ້ນໃນການນໍາໃຊ້ເຄື່ອງໝາຍກັບຜະລິດຕະພັນ, ສິນຄ່າ,ການບໍລິການມີຄຸນນະພາບດີແລະເປັນທີ່ນິຍົມຢ່າງກວ້າງຂວາງ ໃນສັງຄົມ; 6. ຜູ້ຊົມໃຊ້ໄດ້ຢັັ້ງຢືນແລະຮັບຮູ້ຢູ່ພາຍໃນປະເທດກ່ຽວກັບການມີ ຊື່ສຽງຂອງເຄື່ອງໝາຍຢ່າງຫຼວງຫຼາຍ; 7. ການລົງທຶນເຂົ້າໃສ່ເຄື່ອງໝາຍມີມູນຄ່າສູງ. ກົດໝາຍສະບັບນີ້ຈະໃຫ້ການປົກປ້ອງເຄື່ອງໝາຍການຄ້າທີ່ມີຊື່ ສຽງບໍ່ວ່າຈະໄດ້ຈົດທະບຽນໄວ້ແລ້ວຫຼືບໍ່ກໍ່ຕາມແລະຈະບໍ່ອະນຸຍາດໃຫ້ ບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດຊຶ່ງບໍ່ແມ່ນເຈົ້າຂອງ ເຄື່ອງໝາຍການຄ້າທີ່ມີຊື່ສຽງນັ້ນຈົດທະບຽນຫຼືນໍາໃຊ້ເຄື່ອງໝາຍທີ່ຄື ກັນຫຼືຄ້າຍຄືກັນກັບເຄື່ອງໝາຍການຄ້າທີ່ມີຊື່ສຽງດັ່ງກ່າວ.

....ມາດຕາ 18 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບຜັງວົງຈອນລວມ

ມາດຕາ 18 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແບບຜັງວົງຈອນລວມ ແບບຜັງວົງຈອນລວມທີ່ຈະໄດ້ຮັບໃບຢັ້ງຢືນມີເງື່ອນໄຂດັ່ງນີ້: 1. ເປັນແບບຜັງວົງຈອນລວມທີ່ຜູ້ອອກແບບໄດ້ປະດິດສ້າງຂຶ້ນ ໃໝ່ໂດຍນໍາເອົາບາງສ່ວນຫຼືຫຼາຍສ່ວນຂອງແບບຜັງຫຼືຂອງວົງຈອນ ລວມຊຶ່ງເປັນທີ່ຮູ້ຈັກກັນໂດຍທົ່ວໄປມາຈັດວາງໃໝ່ເຮັດໃຫ້ເກີດເປັນ ແບບຜັງໃໝ່; 2. ເປັນແບບຜັງວົງຈອນລວມທີ່ຜູ້ອອກແບບໄດ້ປະດິດສ້າງຂຶ້ນ ມາເອງແລະບໍ່ເປັນທີ່ຮູ້ຈັກກັນໂດຍທົ່ວໄປໃນວົງການອຸດສາຫະກໍາຜະ ລິດແບບຜັງວົງຈອນລວມ.

....ມາດຕາ 19 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແຫຼ່ງກໍາເນີດ

ມາດຕາ 19 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນແຫຼ່ງກໍາເນີດ ແຫຼ່ງກໍາເນີດທີ່ຈະໄດ້ຮັບໃບຢັ້ງຢືນມີເງື່ອນໄຂດັ່ງນີ້: 1. ຕ້ອງແມ່ນແຫຼ່ງກໍາເນີດທີ່ລວມເອົາປັດໄຈຂອງທໍາມະຊາດ ຊຶ່ງປະກອບດ້ວຍສະພາບຂອງດິນ,ອາກາດ,ນໍ້າ,ລະບົບນິເວດແລະເງື່ອນ ໄຂທໍາມະຊາດອື່ນໆ; 2. ຕ້ອງແມ່ນແຫຼ່ງກໍາເນີດທີ່ລວມເອົາປັດໄຈຂອງມະນຸດຊຶ່ງປະ ກອບດ້ວຍຄວາມຮັບຮູ້,ຄວາມຊໍານິຊໍານານແລະປະສົບການຂອງຜູ້ຜະ ລິດແລະກໍາມະວິທີການຜະລິດທີ່ມີມາແບບດັ່ງເດີມຂອງທ້ອງຖິ່ນນັ້ນ. ທັງສອງປັດໄຈນີ້ເປັນເງື່ອນໄຂຕັດສິນໃຫ້ຜະລິດຕະພັນນັ້ນມີຊື່ ສຽງ,ຄຸນນະພາບແລະຄຸນລັກສະນະສະເພາະ.

....ມາດຕາ 20 ເງື່ອນໄຂທີ່ຈະເປັນຄວາມລັບທາງການຄ້າ

ມາດຕາ 20 ເງື່ອນໄຂທີ່ຈະເປັນຄວາມລັບທາງການຄ້າ ເງື່ອນໄຂທີ່ຈະເປັນຄວາມລັບທາງການຄ້າມີດັ່ງນີ້: 1. ຕ້ອງແມ່ນຂໍ້ມູນທີ່ເປັນປະໂຫຍດໃນການດໍາເນີນທຸລະກິດຫຼື ການບໍລິການ; 2. ຕ້ອງແມ່ນຂໍ້ມູນທີ່ຄົນທົ່ວໄປຍັງບໍ່ທັນຮູ້ຈັກ; 3. ຕ້ອງແມ່ນຂໍ້ມູນຊຶ່ງບຸກຄົນທີ່ກ່ຽວຂ້ອງຍັງບໍ່ທັນເຂົ້າເຖິງ. ທັງສາມເງື່ອນໄຂນີ້ເຮັດໃຫ້ເຈົ້າຂອງຄວາມລັບນັ້ນໄດ້ຜົນປະ ໂຫຍດເໜືອຄູ່ແຂ່ງຂັນ.

...ໝວດທີ 2 ຊັບສິນອຸດສາຫະກໍາທີ່ບໍ່ສາມາດຈົດທະບຽນ


....ມາດຕາ 21 ການປະດິດສ້າງແລະສິ່ງປະດິດທີ່ບໍ່ສາມາດຂໍຮັບສິດທິບັດແລະອະນຸສິດທິບັດ

ມາດຕາ 21 ການປະດິດສ້າງແລະສິ່ງປະດິດທີ່ບໍ່ສາມາດຂໍຮັບສິດທິບັດ ແລະອະນຸສິດທິບັດ ການປະດິດສ້າງຫຼືສິ່ງປະດິດທີ່ບໍ່ສາມາດຂໍຮັບສິດທິບັດຫຼືອະນຸສິດ ທິບັດໄດ້ເຊັ່ນ:ການຄົ້ນພົບສິ່ງທີ່ມີອາກ່ອນແລ້ວ,ການຄົ້ນພົບກົດເກນແລະ ທິດສະດີວິທະຍາສາດ,ສູດຄິດໄລ່ຄະນິດສາດ,ແຜນ,ລະບຽບການຫຼືວິທີ ການເພື່ອດໍາເນີນທຸລະກິດ,ການປິ່ນປົວທາງຈິດຫຼືເກມຫຼິ້ນຕ່າງໆ,ວິທີ ການປິ່ນປົວຄົນແລະສັດ,ຈຸລິນຊີແລະສ່ວນປະກອບສ່ວນໃດສ່ວນໜຶ່ງຂອງ ຈຸລິນຊີທີ່ມີຢູ່ຕາມທໍາມະຊາດຫຼືສານສະກັດຈາກສັດຫຼືພືດ,ການປະດິດສ້າງ ແລະສິ່ງປະດິດທີ່ຂັດກັບຄວາມສະຫງົບຂອງຊາດແລະຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ,ສຸຂານາໄມ,ສິ່ງແວດລ້ອມ,ລະບຽບກົດ ໝາຍແລະວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດ.

....ມາດຕາ 22 ແບບອຸດສາຫະກໍາທີ່ບໍ່ສາມາດໃຫ້ຈົດທະບຽນ

ມາດຕາ 22 ແບບອຸດສາຫະກໍາທີ່ບໍ່ສາມາດໃຫ້ຈົດທະບຽນ ແບບອຸດສາຫະກໍາທີ່ບໍ່ສາມາດໃຫ້ຈົດທະບຽນມີດັ່ງນີ້: 1. ຮູບຊົງພາຍນອກຂອງແບບອຸດສາຫະກໍາທີ່ເກີດຈາກຮູບຊົງ ເຕັກນິກຂອງມັນເອງເທົ່ານັ້ນ. 2. ແບບອຸດສາຫະກໍາທີ່ຂັດກັບຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມແລະຮີດຄອງປະເພນີອັນດີງາມຂອງຊາດ.

....ມາດຕາ 23 ເຄື່ອງໝາຍການຄ້າທີ່ບໍ່ສາມາດຈົດທະບຽນໄດ້

ມາດຕາ 23 ເຄື່ອງໝາຍການຄ້າທີ່ບໍ່ສາມາດຈົດທະບຽນໄດ້ ເຄື່ອງໝາຍການຄ້າທີ່ບໍ່ສາມາດຈົດທະບຽນໄດ້ມີດັ່ງນີ້: 1. ເຄື່ອງໝາຍທີ່ບໍ່ຈະແຈ້ງຊຶ່ງພາໃຫ້ບໍ່ສາມາດຈໍາແນກໄດ້ລະ ຫວ່າງຜະລິດຕະພັນ,ສິນຄ້າ,ການບໍລິການຂອງບຸກຄົນຫຼືການຈັດຕັ້ງໃດ ໜຶ່ງກັບຂອງບຸກຄົນແລະການຈັດຕັ້ງອື່ນ; 2. ເຄື່ອງໝາຍທີ່ພາໃຫ້ສາທາລະນະຊົນຫຼືວົງການການຄ້າເຂົ້າ ໃນຜິດຫຼືມີລັກສະນະຫຼອກລວງກ່ຽວກັບແຫຼ່ງທີ່ມາ,ຄຸນລັກສະນະ,ຄຸນນະ ພາບລວມທັງຄາລາຫຼືລັກສະນະອື່ນຂອງຜະລິດຕະພັນ,ສິນຄ້າຫຼືການບໍລິ ການ; 3. ເຄື່ອງໝາຍທີ່ມີການອອກຮຽກ,ປອມແປງຊຶ່ງເຮັດໃຫ້ຜູ້ບໍລິ ໂພກຫຼືຜູ້ຊົມໃຊ້ເຂົ້າໃນຜິດ; 4. ເຄື່ອງໝາຍທີ່ມີເຄື່ອງໝາຍຊາດ,ທຸງຊາດ,ສັນຍາລັກທາງ ດ້ານວັດທະນະທໍາຫຼືປູຊະນີຍະສະຖານ,ຮູບວິລະຊົນ,ຮູບຜູ້ນໍາ,ຊື່ຫຍໍ້ຫຼືຊື່ ເຕັມຂອງເມືອງ,ແຂວງຂອງ ສປປລາວ ຫຼືຕ່າງປະເທດ; 5. ເຄື່ອງໝາຍຂອງອົງການຈັດຕັ້ງສາກົນຫຼືສັນຍາລັກທີ່ຖືກສ້າງ ຕັ້ງຂຶ້ນໂດຍສົນທິສັນຍາສາກົນ,ຕາປະທັບທາງການຫຼືສັນຍາລັກຂອງອົງ ການຈັດຕັ້ງລັດຫຼືສາກົນຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກລັດຫຼືອົງ ການຈັດຕັ້ງສາກົນທີ່ກ່ຽວຂ້ອງ; 6. ເຄື່ອງໝາຍທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍການຄ້າທີ່ໄດ້ ຈົດທະບຽນໄປແລ້ວຂອງຜະລິດຕະພັນສິນຄ້າຫຼືການບໍລິການໃດໜຶ່ງ; 7. ເຄື່ອງໝາຍທີ່ຂັດກັບຄວາມສະຫງົບຂອງຊາດ,ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ,ລະບຽບກົດໝາຍ,ວັດທະນະທໍາແລະຮີດ ຄອງປະເພນີອັນດີງາມຂອງຊາດ.

....ມາດຕາ 24 ແບບຜັງວົງຈອນລວມທີ່ບໍ່ສາມາດຈົດທະບຽນ

ມາດຕາ 24 ແບບຜັງວົງຈອນລວມທີ່ບໍ່ສາມາດຈົດທະບຽນ ແບບຜັງວົງຈອນລວມທີ່ບໍ່ສາມາດຈົດທະບຽນໄດ້ມີດັ່ງນີ້: 1. ຫຼັກການ,ກໍາມະວິທີ,ລະບົບຫຼືວິທີການປະຕິບັດງານຂອງວົງ ຈອນລວມ; 2. ຂໍ້ມູນຂ່າວສານຫຼືຊອບແວທີ່ບັນຈຸຢູ່ໃນວົງຈອນລວມ.

....ມາດຕາ 25 ແຫຼ່ງກໍາເນີດທີ່ບໍ່ສາມາດຈົດທະບຽນ

ມາດຕາ 25 ແຫຼ່ງກໍາເນີດທີ່ບໍ່ສາມາດຈົດທະບຽນ ແຫຼ່ງກໍາເນີດທີ່ບໍ່ສາມາດຈົດທະບຽນໄດ້ມີດັ່ງນີ້: 1. ຊື່ຂອງແຫຼ່ງກໍາເນີດທີ່ໄດ້ກາຍມາເປັນຊື່ຂອງສິນຄ້າທົ່ວໄປ ໃນ ສປປລາວ; 2. ແຫຼ່ງກໍາເນີດຂອງຕ່າງປະເທດທີ່ບໍ່ໄດ້ມີການປົກປ້ອງຫຼືບໍ່ໄດ້ ນໍາໃຊ້ມາເປັນເວລາດົນນານ; 3. ແຫຼ່ງກໍາເນີດທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍການຄ້າທີ່ໄດ້ ຮັບການປົກປ້ອງແລ້ວຊຶ່ງພາໃຫ້ເກີດຄວາມເຂົ້າໃຈຜິດກ່ຽວກັບແຫຼ່ງທີ່ ມາຂອງສິນຄ້າດັ່ງກ່າວ; 4. ແຫຼ່ງກໍາເນີດທີ່ເຮັດໃຫ້ຜູ້ຊົມໃຊ້ເຂົ້າໃນຜິດວ່າແມ່ນແຫຼ່ງກໍາ ເນີດຂອງຜະລິດຕະພັນທີ່ແທ້ຈິງ.

....ມາດຕາ 26 ຂໍ້ມູນທີ່ບໍ່ສາມາດປົກປ້ອງເປັນຄວາມລັບທາງການຄ້າ

ມາດຕາ 26 ຂໍ້ມູນທີ່ບໍ່ສາມາດປົກປ້ອງເປັນຄວາມລັບທາງການຄ້າ ຂໍ້ມູນທີ່ບໍ່ສາມາດປົກປ້ອງເປັນຄວາມລັບທາງການຄ້າໄດ້ປະ ກອບດ້ວຍຄວາມລັບຂອງບຸກຄົນ,ການຄຸ້ມຄອງບໍລິຫານລັດ,ການປ້ອງ ກັນຊາດປ້ອງກັນຄວາມສະຫງົບແລະຂໍ້ມູນລັບອື່ນໆທີ່ບໍ່ກ່ຽວຂ້ອງກັບ ການຄ້າ.

...ໝວດທີ 3 ການຈົດທະບຽນຊັບສິນອຸດສາຫະກໍາ


....ມາດຕາ 27 ການຍື່ນຄໍາຮ້ອງຂໍຈົດທະບຽນ

ມາດຕາ 27 ການຍື່ນຄໍາຮ້ອງຂໍຈົດທະບຽນ ບຸກຄົນຫຼືການຈັດຕັ້ງທັງພາຍໃນແລະຕ່າງປະເທດສາມາດຂໍຈົດ ທະບຽນຊັບສິນອຸດສາຫະກໍາຂອງຕົນນໍາອົງການຄຸ້ມຄອງວຽກງານຊັບ ສິນທາງປັນຍາຫຼືນໍາອົງການຈັດທະບຍນຊັບສິນອຸດສາຫະກໍາສາກົນທີ່ ສປປລາວເປັນພາຄີ. ບຸກຄົນຫຼືການຈັດຕັ້ງທີ່ຢູ່ຕ່າງປະເທດຊຶ່ງມີຈຸດປະສົງຂໍຈົດທະ ບຽນຊັບສິນອຸດສາຫະກໍາຢູ່ ສປປລາວ ຕ້ອງໄດ້ມີຕົວແທນທີ່ຖືກຕ້ອງ ຕາມກົດໝາຍຢູ່ ສປປລາວ.

....ມາດຕາ 28 ຫຼັກການພິຈາລະນາຄໍາຮ້ອງຂໍຈັດທະບຽນ

ມາດຕາ 28 ຫຼັກການພິຈາລະນາຄໍາຮ້ອງຂໍຈັດທະບຽນ ຖ້າວ່າມີຜູ້ຍື່ນຄໍາຮ້ອງຫຼາຍຄົນເພື່ອຂໍຈົດທະບຽນຊັບສິນອຸດສາຫະ ກໍາແບບດຽວກັນຫຼືຄ້າຍຄືກັນໂດຍຖືກຕ້ອງຕາມລະບຽບການຈົດທະບຽນ ນັ້ນຜູ້ທີ່ມາຍື່ນກ່ອນຫຼືຜູ້ທີ່ໄດ້ຮັບວັນບຸລິມະສິດຈະໄດ້ຮັບການພິຈາລະນາ ກ່ອນ.

....ມາດຕາ 29 ວັນບຸລິມະສິດ

ມາດຕາ 29 ວັນບຸລິມະສິດ ຜູ້ທີ່ໄດ້ຮັບວັນບຸລິມະສິດແມ່ນບຸກຄົນຫຼືການຈັດຕັ້ງທີ່ຍື່ນຄໍາຮ້ອງ ຂໍຈົດທະບຽນຢູ່ຕ່າງປະເທດກ່ອນຜູ້ທີ່ມາຍື່ນຄໍາຮ້ອງຂໍຈົດທະບຽນຢູ່ສປ ປລາວ. ວັນບຸລິມະສິດມີກໍານົດບໍ່ເກີນສິບສອງເດືອນນັບແຕ່ວັນຍື່ນຄໍາຮ້ອງ ຢູ່ຕ່າງປະເທດມາເຖິງວັນຍື່ນຄໍາຮ້ອງຢູ່ ສປປລາວສໍາລັບສິດທິບັດຫຼືອະນຸ ສິດທິບັດແລະບໍ່ເກີນຫົກເດືອນສໍາລັບແບບອຸດສາຫະກໍາຫຼືເຄື່ອງໝາຍ ການຄ້າຖ້າເກີນກໍານົດເວລາດັ່ງກ່າວແລ້ວໃຫ້ຖືເອົາວັນຍື່ນຄໍາຮ້ອງຢູ່ ສປປລາວ. ລະບຽບການກ່ຽວກັບວັນບຸລິມະສິດດັ່ງກ່າວນໍາໃຊ້ເຊັ່ນດຽວກັນ ສໍາລັບຜູ້ທີ່ຍື່ນຄໍາຮ້ອງຂໍຈົດທະບຽນຢູ່ ສປປລາວ ກ່ອນຍື່ນຢູ່ຕ່າງປະເທດ.

....ມາດຕາ 30 ສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງປະດິດ

ມາດຕາ 30 ສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງປະ ດິດ ສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງປະດິດປະ ກອບດ້ວຍເອກະສານດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນການປະດິດສ້າງ; 2. ໃບມອບສິດ; 3. ບົດອະທິບາຍ; 4. ຂໍ້ຮຽກຮ້ອງສິດ; 5. ແຜນວາດ; 6. ບົດສັງເຂດ; 7. ໃບຢັ້ງຢືນວັດບຸລິມະສິດ; 8. ໃບຮັບໃນການຈ່າຍຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງແຕ່ລະຊຸດສາມາດ ໃຊ້ໄດ້ສະເພາະແຕ່ການປະດິດສ້າງຫຼືສິ່ງປະດິດນຶ່ງອັນເທົ່ານັ້ນແລະສາ ມາດຍື່ນໄດ້ເປັນສອງພາສາຄື: ພາສາລາວຫຼືພາສາອັງກິດ,ແຕ່ສໍາລັບ ຄໍາຮ້ອງແລະເອກະສານທີ່ເປັນພາສາອັງກິດຕ້ອງໄດ້ແປເປັນພາສາລາວ ພາຍໃນເກົ້າສິບວັນນັບແຕ່ວັນຍື່ນຄໍາຮ້ອງເປັນຕົ້ນໄປໂດຍມີການຢັ້ງຢືນ ຄວາມຖືກຕ້ອງຂອງການແປ.

....ມາດຕາ 31 ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ

ມາດຕາ 31 ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາປະກອບດ້ວຍ ເອກະສານດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ; 2. ໃບມອບສິດ; 3. ຮູບແຕ້ມ,ຮູບຖ່າຍຫຼືເສັ້ນທີ່ປະກອບເປັນແບບອຸດສາຫະກໍາ ທີ່ນໍາໃຊ້ສະເພາະຜະລິດຕະພັນໃດໜຶ່ງ; 4. ຕົວຢ່າງຂອງແບບອຸດສາຫະກໍາ; 5. ໃບຢັ້ງຢືນວັນບຸລິມະສິດ; 6. ໃບຮັບໃນການຈ່າຍຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນໜຶ່ງຊຸດສາມາດໃຊ້ໄດ້ສະເພາະ ແບບອຸດສາຫະກໍາທີ່ເປັນຊຸດດຽວກັນຊຶ່ງຈັດຢູ່ໃນໝວດດຽວກັນຂອງ ການຈັດໝວດສາກົນ. ໃນກໍລະນີຜູ້ຮ້ອງຂໍແມ່ນຄົນຕ່າງປະເທດຄໍາຮ້ອງສາມາດຍື່ນເປັນ ພາສາອັງກິດຫຼືພາສາລາວກໍ່ໄດ້.

....ມາດຕາ 32 ສໍານວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ

ມາດຕາ 32 ສໍານວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ສໍານວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າປະກອບດ້ວຍ ເອກະສານດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ; 2. ໃບມອບສິດ; 3. ຕົວຢ່າງເຄື່ອງໝາຍການຄ້າຫຼືການບໍລິການ; 4. ລະບຽບການນໍາໃຊ້ເຄື່ອງໝາຍ; 5. ໃບຢັ້ງຢືນວັນບຸລິມະສິດ; 6. ໃບຮັບໃນການຈ່າຍຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນໜຶ່ງຊຸດໃຊ້ໄດ້ສະເພາະເຄື່ອງໝາຍ ການຄ້າໜຶ່ງອັນແລະໃຊ້ສະເພາະໝວດສິນຄ້າຫຼືການບໍລິການໜຶ່ງໝວດ ຕາມການຈັດໝວດສາກົນ. ໃນກໍລະນີຜູ້ຮ້ອງຂໍແມ່ນຄົນຕ່າງປະເທດຄໍາຮ້ອງສາມາດຍື່ນເປັນ ພາສາອັງກິດຫຼືພາສາລາວກໍ່ໄດ້.

....ມາດຕາ 33 ສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມ

ມາດຕາ 33 ສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມ ສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມປະກອບ ດ້ວຍເອກະສານດັ່ງນີ້: 1. ຄໍາຮ້ອງຂໍຈັດທະບຽນແບບຜັງວົງຈອນລວມ; 2. ໃບມອບສິດ; 3. ບົດອະທິບາຍ; 4. ຂໍ້ຮຽກຮ້ອງສິດ; 5. ແຜນວາດ,ຮູບຖ່າຍຂອງແບບຜັງວົງຈອນລວມແລະຕົວຢ່າງ ຂອງວັດຖຸເຄິ່ງຊັກນໍາ; 6. ບົດສັງເຂບ; 7. ໃບຢັ້ງຢືນວັນບຸລິມະສິດ; 8. ໃບຮັບໃນການຈ່າຍຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມແຕ່ລະຊຸດ ສາມາດໃຊ້ໄດ້ສະເພາະແຕ່ແບບຜັງວົງຈອນລວມໜຶ່ງອັນເທົ່ານັ້ນແລະ ສາມາດຍື່ນໄດ້ເປັນສອງພາສາຄື:ພາສາລາວຫຼືພາສາອັງກິດ,ແຕ່ສໍາ ລັບຄໍາຮ້ອງແລະເອກະສານທີ່ເປັນພາສາອັງກິດຕ້ອງໄດ້ແປເປັນພາສາ ລາວພາຍໃນເກົ້າສິບວັນນັບແຕ່ວັນຍື່ນຄໍາຮ້ອງເປັນຕົ້ນໄປໂດຍມີການ ຢັ້ງຢືນຄວາມຖືກຕ້ອງຂອງການແປ.

....ມາດຕາ 34 ສໍານວນຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດ

ມາດຕາ 34 ສໍານວນຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດ ສໍານວນຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດປະກອບດ້ວຍເອກະ ສານດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນແຫຼ່ງກໍາເນີດ; 2. ໃບມອບສິດ; 3. ສໍາເນົາໃບຢັ້ງຢືນການຈົດທະບຽນແຫຼ່ງກໍາເນີດຢູ່ຕ່າງປະ ເທດ; 4. ໃບຮັບໃນການຈ່າຍຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນແຫ່ງກໍາເນີດແຕ່ລະຊຸດສາມາດ ໃຊ້ໄດ້ສະເພາະແຕ່ແຫຼ່ງກໍາເນີດໜຶ່ງອັນເທົ່ານັ້ນແລະສາມາດຍື່ນໄດ້ ເປັນສອງພາສາຄື:ພາສາລາວຫຼືພາສາອັງກິດ,ແຕ່ສໍາລັບຄໍາຮ້ອງແລະ ເອກະສານທີ່ເປັນພາສາອັງກິດຕ້ອງໄດ້ແປເປັນພາສາລາວພາຍໃນ ເກົ້າສິບວັນນັບແຕ່ວັນຍື່ນຄໍາຮ້ອງເປັນຕົ້ນໄປໂດຍມີການຢັ້ງຢືນຄວາມ ຖືກຕ້ອງຂອງການແປ.

....ມາດຕາ 35 ການສະໜອງຂໍ້ມູນເພີ່ມເຕີມ

ມາດຕາ 35 ການສະໜອງຂໍ້ມູນເພີ່ມເຕີມ ເມື່ອມີການຮຽກຮ້ອງຂອງໜ່ວຍງານຈົດທະບຽນຜູ້ຍື່ນຄໍາຮ້ອງ ຕ້ອງໄດ້ຕອບສະໜອງຂໍ້ມູນການຈົດທະບຽນຊັບສິນອຸດສາຫະກໍາຢູ່ຕ່າງ ປະເທດໂດຍສະເພາະກ່ຽວກັບຊັບສິນອຸດສາຫະກໍາແບບດຽວກັນທີ່ກໍາລັງ ຂໍຈົດທະບຽນຢູ່ ສປປລາວ ຊຶ່ງຂໍ້ມູນດັ່ງກ່າວປະກອບດ້ວຍ: 1. ສໍາເນົາກ່ຽວກັບຜົນລາຍງານຂອງການກວດສອບຊັບສິນອຸດ ສາຫະກໍາຢູ່ຕ່າງປະເທດ; 2. ສໍາເນົາໃບຢັ້ງຢືນການຈົດທະບຽນຊັບສິນອຸດສາຫະກໍາທີ່ໄດ້ ຮັບຢູ່ຕ່າງປະເທດ.

....ມາດຕາ 36 ການຍື່ນແລະການຮັບສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ

ມາດຕາ 36 ການຍື່ນແລະການຮັບສໍານວນຄໍາຮ້ອງຂໍຈົດທະບຽນຊັບ ສິນອຸດສາຫະກໍາ ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາຕ້ອງຍື່ນຕໍ່ອົງ ການຄຸ້ມຄອງຊັບສິນທາງປັນຍາເທົ່ານັ້ນຊຶ່ງຈໍານວນຄໍາຮ້ອງຢ່າງໜ້ອຍ ຕ້ອງປະກອບດ້ວຍເອກະສານແລະຂໍ້ມູນດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນການປະດິດສ້າງ,ສິ່ງປະດິດ,ແບບອຸດ ສາຫະກໍາ,ເຄື່ອງໝາຍການຄ້າ,ແບບຜັງວົງຈອນລວມຫຼືແຫຼ່ງກໍາເນີດ; 2. ລາຍລະອຽດລວມທັງຂອບເຂດການປົກປ້ອງສໍາລັບຄໍາຮ້ອງ ຂໍຈົດທະບຽນການປະດິດສ້າງຫຼືສົ່ງປະດິດ,ຮູບຖ່າຍຫຼືຮູບແຕ້ມສໍາລັບຄໍາ ຮ້ອງຂໍຈົດທະບຽນແບບອຸດສາຫະກໍາ,ຕົວຢ່າງຂອງເຄື່ອງມາຍແລະ ລາຍການຂອງສິນຄ້າຫຼືການບໍລິການທີ່ໃຊ້ກັບເຄື່ອງໝາຍດັ່ງກ່າວສໍາ ລັບຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ,ບົດອະທິບາຍກ່ຽວກັບ ຄຸນລັກສະນະພິເສດຂອງແຫຼ່ງກໍາເນີດສໍາລັບຄໍາຮ້ອງຂໍຈົດທະບຽນແຫຼ່ງ ກໍານົດ; 3. ໃບຮັບໃນການຈ່າຍຄ່າທໍານຽມ. ເມື່ອສໍານວນຄໍາຮ້ອງຂໍຈົດທະບຽນຖືກຕ້ອງຕາມທີ່ໄດ້ກໍານົດໄວ້ ໃນຂໍ້ 1, ຂໍ້ 2 ແລະ ຂໍ້ 3 ຂອງມາດຕານີ້ໜ່ວຍງານຈົດທະບຽນຈະໃຫ້ ວັນຍື່ນຄໍາຮ້ອງຫຼືວັນຍື່ນຄໍາຮ້ອງສາກົນໃນກໍລະນີທີ່ຄໍາຮ້ອງຂໍຈົດທະບຽນ ໄດ້ຍື່ນຕໍ່ອົງການຈົດທະບຽນຊັບສິນອຸດສາຫະກໍາສາກົນທີ່ ສປປລາວ ເປັນພາຄີ.

....ມາດຕາ 37 ການກວດສອບສໍານວນຄໍາຮ້ອງຂໍຈັດທະບຽນຊັບສິນອຸດສາຫະກໍາເບື້ອງຕົ້ນ

ມາດຕາ 37 ການກວດສອບສໍານວນຄໍາຮ້ອງຂໍຈັດທະບຽນຊັບສິນອຸດ ສາຫະກໍາເບື້ອງຕົ້ນ ການກວດສອບສໍານວນຄໍາຮ້ອງຂໍຈົດທະບຽນຊົບສິນອຸດສາຫະ ກໍາເບື້ອງຕົ້ນມີຂັ້ນຕອນດັ່ງນີ້: 1. ຄວາມຄົບຖ້ວນຂອງສໍານວນຄໍາຮ້ອງ; 2. ເງື່ອນໄຂທີ່ຈະໄດ້ຮັບການປົກປ້ອງ; 3. ສິດຂອງຜູ້ຍື່ນສໍານວນຄໍາຮ້ອງ; 4. ການເສຍຄ່າທໍານຽມ. ພາຍຫຼັງທີ່ໄດ້ທໍາການກວດສອບເບື້ອງຕົ້ນແລ້ວຖ້າເຫັນວ່າສໍາ ນວນໜ່ວຍງານຈົດທະບຽນຈະແຈ້ງໃຫ້ຜູ້ຍື່ນຄໍາຮ້ອງໄປແກ້ໄຂພາຍໃນ ກໍານົດຫົກສິບວັນນັບແຕ່ວັນອອກແຈ້ງການເປັນຕົ້ນໄປ.

....ມາດຕາ 38 ການພິມເຜີຍແຜ່ຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ

ມາດຕາ 38 ການພິມເຜີຍແຜ່ຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະ ກໍາ ພາຍຫຼັງໜ່ວຍງານຈົດທະບຽນໄດ້ທໍາການກວດສອບເບື້ອງຕົ້ນ ສໍານວນຄໍາຮ້ອງຂໍຈົດທະບຽນການປະດິດຄິດສ້າງແລະສິ່ງປະດິດສໍາ ເລັດແລ້ວໜ່ວຍງານຈົດທະບຽນຈະຈັດພິມເຜີຍແຜ່ລົງໃນວາລະສານ ທາງການກ່ຽວກັບຊັບສິນອຸດສາຫະກໍາໃນເດືອນທີສິບເກົ້ານັບແຕ່ວັນ ຍື່ນຄໍາຮ້ອງຫຼືວັນບູລິມະສິດເປັນຕົ້ນໄປ.

....ມາດຕາ 39 ການສະເໜີໃຫ້ກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງປະດິດ

ມາດຕາ 39 ການສະເໜີໃຫ້ກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍ ຈົດທະບຽນການປະດິດສ້າງຫຼືສິ່ງປະດິດ ໃນກໍລະນີທີ່ຜູ້ຍື່ນຄໍາຮ້ອງບໍ່ສາມາດຕອບສະໜອງຜົນລາຍງານ ຂອງການກວດສອບເນື້ອໃນຂອງການປະດິດສ້າງຫຼືສິ່ງປະດິດທີ່ກໍາລັງ ຂໍຈົດທະບຽນຢູ່ນັ້ນຜູ້ຍື່ນຄໍາຮ້ອງສາມາດສະເໜີໃຫ້ໜ່ວຍງານຈົດທະ ບຽນກວດສອບເນື້ອໃນຂອງສໍານວນຄໍາຮ້ອງດັ່ງກ່າວຊຶ່ງຈະດໍາເນີນ ການໄດ້ໃນໄລຍະເວລາດັ່ງນີ້:ສາມສິບສອງເດືອນສໍາລັບການປະດິດ ສ້າງແລະສິບສອງເດືອນສໍາລັບສິ່ງປະດິດນັບແຕ່ວັນຍື່ນຄໍາຮ້ອງຫຼືວັນ ບຸລິມະສິດເປັນຕົ້ນໄປແຕ່ການໃຊ້ຈ່າຍຕ່າງໆໃນການສະເໜີໃຫ້ກວດ ສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງ ປະດິດນັ້ນຈະຕົກເປັນພາລະຂອງຜູ້ສະເໜີ.

....ມາດຕາ 40 ການກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ

ມາດຕາ 40 ການກວດສອບເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນ ຊັບສິນອຸດສາຫະກໍາ ພາຍຫຼັງໜ່ວຍງານຈົດທະບຽນໄດ້ກວດສອບສໍານວນຄໍາຮ້ອງຂໍ ຈົດທະບຽນເບື້ອງຕົ້ນສໍາເລັດແລ້ວໜ່ວຍງານຈົດທະບຽນຈະກວດສອບ ເນື້ອໃນຂອງສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກໍາ,ເຄື່ອງ ໝາຍການຄ້າແລະແຫຼ່ງກໍາເນີດ. ສໍາລັບສໍານວນຄໍາຮ້ອງຂໍຈົດທະບຽນແບບຜັງວົງຈອນລວມຈະບໍ່ ໄດ້ກວດສອບເນື້ອໃນ. ....ມາດຕາ 41 ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາທີ່ເປັນໂມຄະ

ມາດຕາ 41 ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາທີ່ເປັນ ໂມຄະ ສໍານວນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາທີ່ຖືວ່າເປັນໂມ ຄະແມ່ນບໍ່ໄດ້ຕາມເງື່ອນໄຂດັ່ງນີ້: 1. ສໍານວນຄໍາຮ້ອງບໍ່ຄົບຖ້ວນ; 2. ຊັບສິນອຸດສາຫະກໍາບໍ່ມີເງື່ອນໄຂໄດ້ຮັບການປົກປ້ອງ; 3. ຜູ້ຍື່ນສໍານວນຄໍາຮ້ອງບໍ່ມີສິດຂໍຈົດທະບຽນ; 4. ຜູ້ຍື່ນສໍານວນຄໍາຮ້ອງບໍ່ເສຍຄ່າທໍານຽມ; 5. ຜູ້ຍື່ນສໍານວນຄໍາຮ້ອງບໍ່ໄດ້ສະເໜີໃຫ້ກວດສອບເນື້ອໃນຂອງ ສໍານວນຄໍາຮ້ອງຂໍຈົດທະບຽນການປະດິດສ້າງຫຼືສິ່ງປະດິດໃນໄລຍະເວ ລາທີ່ໄດ້ກໍານົດໄວ້ໃນ ມາດຕາ 39 ຂອງກົດໝາຍສະບັບນີ້.

....ມາດຕາ 42 ການອອກໃບທະບຽນ

ມາດຕາ 42 ການອອກໃບທະບຽນ ພາຍຫຼັງການພິຈາລະນາແລະກວດສອບສໍານວນຄໍາຮ້ອງຂໍຈົດທະ ບຽນຊັບສິນອຸດສາຫະກໍາທີ່ເຫັນວ່າຖືກຕ້ອງຕາມເງື່ອນໄຂທີ່ໄດ້ກໍານົດໄວ້ ໃນກົດໝາຍສະບັບນີ້ອົງການຄຸ້ມຄອງຊັບສິນທາງປັນຍາຈະອອກໃບຢັ້ງ ຢືນການຈົດທະບຽນຊັບສິນອຸດສາຫະກໍາ,ບັນທຶກລົງໃນປຶ້ມບັນທຶກການຈົດ ທະບຽນແລະພິມເຜ່ຍແຜ່ຜົນຂອງການຈົດທະບຽນດັ່ງກ່າວລົງໃນວາລະ ສານທາງການກ່ຽວກັບຊັບສິນອຸດສາຫະກໍາ.

....ມາດຕາ 43 ການຈົດທະບຽນທີ່ເປັນໂມຄະ

ມາດຕາ 43 ການຈົດທະບຽນທີ່ເປັນໂມຄະ ການຈົດທະບຽນຊັບສິນອຸດສາຫະກໍາທີ່ເປັນໂມຄະມີດັ່ງນີ້: 1. ໃບຢັ້ງຢືນການຈົດທະບຽນໝົດອາຍຸການປົກປ້ອງ; 2. ເຈົ້າຂອງຊັບສິນອຸດສາຫະກໍາບໍ່ຕໍ່ທະບຽນ; 3. ເຈົ້າຂອງຊັບສິນອຸດສາຫະກໍາບໍ່ຈ່າຍຄ່າທໍານຽມ; 4. ການບໍ່ໄດ້ນໍາໃຊ້ພາຍຫຼັງການຈົດທະບຽນຕາມທີ່ໄດ້ກໍານົດ ໄວ້ໃນຫຼັກການນໍາໃຊ້ຂອງກົດໝາຍສະບັບນີ້.

...ໝວດທີ 4 ເຈົ້າຂອງສິດທາງດ້ານຊັບສິນອຸດສາຫະກໍາ


....ມາດຕາ 44 ເຈົ້າຂອງຊັບສິນອຸດສາຫະກໍາ

ມາດຕາ 44 ເຈົ້າຂອງຊັບສິນອຸດສາຫະກໍາ ພາຍລັງທີ່ໄດ້ຮັບການຈົດທະບຽນຢ່າງຖືກຕ້ອງຕາມກົດໝາຍ ແລ້ວຜູ້ຮ້ອງຂໍຈະກາຍເປັນເຈົ້າຂອງຊັບສິນອຸດສາຫະກໍາ. ໃນກໍລະນີທີ່ມີການວ່າຈ້າງໃຫ້ປະດິດສ້າງຫຼືອອກແບບຊັບສິນອຸດ ສາຫະກໍາເຈົ້າຂອງຊັບສິນອຸດສາຫະກໍາດັ່ງກ່າວແມ່ນເປັນຂອງຜູ້ວ່າ ຈ້າງເວັ້ນເສຍແຕ່ມີການຕົກລົງກັນໄວ້ຢ່າງອື່ນ.

....ມາດຕາ 45 ສິດຂອງເຈົ້າຂອງຊັບສິນອຸດສາຫະກໍາ

ມາດຕາ 45 ສິດຂອງເຈົ້າຂອງຊັບສິນອຸດສາຫະກໍາ ເຈົ້າຂອງຊັບສິນອຸດສາຫະກໍາມີສິດດັ່ງນີ້: 1. ທໍາການຜະລິດ; 2. ໃຫ້ຜູ້ອື່ນເຊົ່າເພື່ອທໍາການຜະລິດ; 3. ໂອນໃຫ້ຜູ້ອື່ນດ້ວຍການຂາຍຫຼືມອບ; 4. ສືບທອດ; 5. ໃຊ້ປະໂຫຍດຈາກຜະລິດຕະພັນທີ່ເກີດຈາກຊັບສິນອຸດສາຫະ ກໍາຫຼືຜະລິດຕະພັນໃດໜຶ່ງທີ່ໄດ້ມາຈາກກໍາມະວິທີການຜະລິດທີ່ເກີດຈາກ ຊັບສິນອຸດສາຫະກໍາ; 6. ປົກປ້ອງຊັບສິນອຸດສາຫະກໍາຂອງຕົນຈາກການລະເມີດຂອງ ຜູ້ອື່ນດ້ວຍການຍື່ນຄໍາສະເໜີຫຼືຄໍາຮ້ອງຟ້ອງຕໍ່ສານ; 7. ເກັບມ້ຽນ,ໂຄສະນາ,ຈໍລະຈອນແຈກຢາຍ,ສະເໜີຂາຍ,ສົ່ງ ອອກ,ນໍາເຂົ້າຜະລິດຕະພັນທີ່ໄດ້ຈາກຊັບສິນອຸດສາຫະກໍາ.

...ໝວດທີ 5 ອາການປົກປ້ອງຊັບສິນອຸດສາຫະກໍາ


....ມາດຕາ 46 ອາຍຸການປົກປ້ອງສິດທິບັດ

ມາດຕາ 46 ອາຍຸການປົກປ້ອງສິດທິບັດ ອະຍຸການຂອງສິດທິບັດມີກໍານົດຊາວປີນັບແຕ່ວັນຍື່ນຄໍາຮ້ອງຂໍ ຈົດທະບຽນເປັນຕົ້ນໄປ.ເພື່ອຮັກສາອາຍຸການປົກປ້ອງເຈົ້າຂອງສິດທິບັດ ຕ້ອງຈ່າຍຄ່າທໍານຽມລ່ວງໜ້າແຕ່ລະປີ.

....ມາດຕາ 47 ອາຍຸການປົກປ້ອງອະນຸສິດທິບັດ

ມາດຕາ 47 ອາຍຸການປົກປ້ອງອະນຸສິດທິບັດ ອາຍຸການຂອງອະນຸສິດທິບັດມີກໍານົດສິບປີນັບແຕ່ວັນຍື່ນຄໍາຮ້ອງ ຂໍຈົດທະບຽນເປັນຕົ້ນໄປແລະສາມາດຕໍ່ອາຍຸໄດ້ໜຶ່ງເທື່ອມີກໍານົດສອງປີ. ເພື່ອຮັກສາອາຍຸການປົກປ້ອງເຈົ້າຂອງອະນຸສິດທິບັດຕ້ອງຈ່າຍ ຄ່າທໍານຽມລ່ວງໜ້າແຕ່ລະປີ.

....ມາດຕາ 48 ອາຍຸການປົກປ້ອງແບບອຸດສາຫະກໍາ

ມາດຕາ 48 ອາຍຸການປົກປ້ອງແບບອຸດສາຫະກໍາ ອາຍຸການຂອງການປົກປ້ອງແບບອຸດສາຫະກໍາມີກໍານົດສິບຫ້າ ປີນັບແຕ່ວັນຍື່ນຄໍາຮ້ອງຂໍຈົດທະບຽນເປັນຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງເຈົ້າຂອງແບບອຸດສາຫະກໍາຕ້ອງ ຈ່າຍຄ່າທໍານຽມລ່ວງໜ້າເທື່ອລະຫ້າປີ.

....ມາດຕາ 49 ອາຍຸການປົກປ້ອງເຄື່ອງໝາຍການຄ້າ

ມາດຕາ 49 ອາຍຸການປົກປ້ອງເຄື່ອງໝາຍການຄ້າ ອາຍຸການຂອງການປົກປ້ອງເຄື່ອງໝາຍການຄ້າມີກໍານົດສິບປີ ນັບແຕ່ວັນຍື່ນຄໍາຮ້ອງຂໍຈົດທະບຽນເປັນຕົ້ນໄປ,ເມື່ອຄົບກໍານົດແລ້ວສາ ມາດຕໍ່ອາຍຸເທື່ອລະສິບປີໄດ້ຕະຫຼອດໄປ. ເພື່ອຮັກສາອາຍຸການປົກປ້ອງເຈົ້າຂອງເຄື່ອງໝາຍການຄ້າຕ້ອງ ຈ່າຍຄ່າທໍານຽມລ່ວງໜ້າເທື່ອລະສິບປີ.

....ມາດຕາ 50 ອາຍຸການປົກປ້ອງແບບຜັງວົງຈອນລວມ

ມາດຕາ 50 ອາຍຸການປົກປ້ອງແບບຜັງວົງຈອນລວມ ອາຍຸການຂອງການປົກປ້ອງແບບແຜງວົງຈອນມີກໍານົດສິບສອງ ປີນັບແຕ່ວັນຍື່ນຄໍາຮ້ອງຂໍຈົດທະບຽນເປັນຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງເຈົ້າຂອງແບບຜັງວົງຈອນລວມ ຕ້ອງຈ່າຍຄ່າທໍານຽມລ່ວງໜ້າແຕ່ລະປີ.

....ມາດຕາ 51 ອາຍຸການປົກປ້ອງແຫຼ່ງກໍາເນີດ

ມາດຕາ 51 ອາຍຸການປົກປ້ອງແຫຼ່ງກໍາເນີດ ການປົກປ້ອງແຫຼ່ງກໍາເນີດແມ່ນມີຕະຫຼອດໄປນັບແຕ່ວັນໄດ້ຮັບ ໃບຢັ້ງຢືນການຈົດທະບຽນເປັນຕົ້ນໄປແລະເສຍຄ່າທໍານຽມເທື່ອດຽວ.

....ມາດຕາ 52 ອາຍຸການປົກປ້ອງຄວາມລັບທາງການຄ້າ

ມາດຕາ 52 ອາຍຸການປົກປ້ອງຄວາມລັບທາງການຄ້າ ການປົກປ້ອງຄວາມລັບທາງການຄ້າແມ່ນມີຕະຫຼອດໄປຈົນກວ່າ ຄວາມລັບທາງດ້ານການຄ້າຖືກເປີດເຜີຍ.

...ໝວດທີ 6 ຂໍ້ຈໍາກັດຕໍ່ສິດທາງດ້ານຊັບສິນອຸດສາຫະກໍາ


....ມາດຕາ 53 ການນໍາໃຊ້ສິດເໜືອສິດທິບັດຫຼືອະນຸສິດທະບັດ

ມາດຕາ 53 ການນໍາໃຊ້ສິດເໜືອສິດທິບັດຫຼືອະນຸສິດທະບັດ ໃນກໍລະນີມີຄວາມຈໍາເປັນທາງດ້ານການປ້ອງກັນຊາດ,ປ້ອງກັນ ຄວາມສະຫງົບ,ສະບຽງອາຫານ,ຄວາມປອດໄພທາງດ້ານສຸຂານາໄມ ຂອງປະຊາຊົນລາວໂດຍບໍ່ມີຈຸດປະສົງທາງດ້ານການຄ້າລັດຖະບານສາ ມາດອະນຸຍາດໃຫ້ບຸກຄົນແລະການຈັດຕັ້ງອື່ນນໍາໃຊ້ສິດທິບັດຫຼືອະນຸສິດທິ ບັດໂດຍປາສະຈາກການເຫັນດີຂອງເຈົ້າຂອງສິດທິບັດຫຼືອະນຸສິດທິບັດ ດັ່ງກ່າວແຕ່ການນໍາໃຊ້ຈະຕ້ອງປະຕິບັດບົນພື້ນຖານຂອບເຂດການອະນຸ ມັດຂອງລັດຖະບານແຕ່ຕ້ອງແຈ້ງໃຫ້ເຈົ້າຂອງສິດທິບັດຫຼືອະນຸສິດທິບັດ ຊາບແລະຕ້ອງຈ່າຍຄ່າທົດແທນໃຫ້ແກ່ເຈົ້າຂອງສິດທິບັດຫຼືອະນຸສິດທິບັດ ຢ່າງສົມເຫດສົມຜົນ,ເຈົ້າຂອງສິດທິບັດຫຼືອະນຸສິດທິບັດມີສິດສະເໜີຕໍ່ການ ອອກຄໍາສັ່ງຫຼືຄ່າທົດແທນທີ່ຕົນເຫັນວ່າບໍ່ເໝາະສົມພາຍໃນຫົກສິບວັນນັບ ແຕ່ວັນໄດ້ຮັບແຈ້ງການຄໍາສັ່ງນັ້ນເປັນຕົ້ນໄປ. ໃນກໍລະນີທີ່ປະເທດຕົກຢູ່ໃນສະພາວະສຸກເສີນຍ້ອນໄພທໍາມະຊາດ ຫຼືສົງຄາມນາຍົກລັດຖະມົນຕີກໍ່ມີສິດອອກຄໍາສັ່ງໃຫ້ບຸກຄົນຫຼືການຈັດຕັ້ງ ອື່ນນໍາໃຊ້ສິດເໜືອສິດທິບັດຫຼືອະນຸສິດທິບັດແລະໃຫ້ປະຕິບັດຕາມທີ່ໄດ້ກໍາ ນົດໄວ້ໃນວັກເທິງນີ້.

....ມາດຕາ 54 ການນໍາໃຊ້ສິດທິບັດຫຼືອະນຸສິດທິບັດ

ມາດຕາ 54 ການນໍາໃຊ້ສິດທິບັດຫຼືອະນຸສິດທິບັດ ໃນກໍລະນີທີ່ການປະດິດສ້າງຫຼືສິ່ງປະດິດຊຶ່ງໄດ້ຮັບສິດທິບັດຫຼືອະນຸ ສິດທິບັດໄປແລ້ວນັ້ນບໍ່ໄດ້ຖືກນໍາໃຊ້ຫຼືນໍາໃຊ້ບໍ່ເຕັມສ່ວນພາຍຫຼັງສາມປີ ນັບແຕ່ວັນອອກສິດທິບັດຫຼືອະນຸສິດທິບັດເປັນຕົ້ນໄປລັດຈະແຈ້ງໃຫ້ເຈົ້າ ຂອງສິດຮັບຊາບເພື່ອໃຫ້ຜູ້ກ່ຽວຊີ້ແຈງເຫດຜົນເປັນລາຍລັກອັກສອນ ພາຍໃນເກົ້າສິບວັນ;ໃນກໍລະນີທີ່ບໍ່ຕອບຫຼືຕອບໂດຍບໍ່ມີເຫດຜົນພຽງພໍລັດ ຈະອະນຸຍາດໃຫ້ຜູ້ອື່ນທີ່ຮ້ອງຂໍມານັ້ນນໍາໃຊ້.

....ມາດຕາ 55 ການນໍາໃຊ້ເຄື່ອງໝາຍການຄ້າ

ມາດຕາ 55 ການນໍາໃຊ້ເຄື່ອງໝາຍການຄ້າ ໃນກໍລະນີເຄື່ອງໝາຍການຄ້າໃດນຶ່ງທີ່ໄດ້ຈົດທະບຽນໄປແລ້ວນັ້ນ ບໍ່ໄດ້ຖືກນໍາໃຊ້ຢ່າງຕໍ່ເນື່ອງພາຍໃນຫ້າປີຢູ່ ສປປລາວ ລັດຈະແຈ້ງໃຫ້ ເຈົ້າຂອງສິດຮັບຊາບເພື່ອໃຫ້ຜູ້ກ່ຽວຊີ້ແຈງເຫດຜົນເປັນລາຍລັກອັກສອນ ພາຍໃນເກົ້າສິບວັນ;ໃນກໍລະນີທີ່ບໍ່ຕ້ອບຫຼືຕອບໂດຍບໍ່ມີເຫດຜົນພຽງພໍລັດ ຈະອະນຸຍາດໃຫ້ຜູ້ອື່ນທີ່ຮ້ອງຂໍມານັ້ນນໍາໃຊ້.

....ມາດຕາ 56 ການນໍາໃຊ້ແບບຜັງວົງຈອນລວມ

ມາດຕາ 56 ການນໍາໃຊ້ແບບຜັງວົງຈອນລວມ ໃນກໍລະນີທີ່ໄດ້ນໍາໃຊ້ແບບຜັງວົງຈອນລວມເພື່ອຫາຜົນປະໂຫຍດ ທາງການຄ້າແລ້ວບໍ່ວ່າຢູ່ໃນຫຼືນອກປະເທດຄໍາຮ້ອງຂໍຈົດທະບຽນແບບ ປັງວົງຈອນລວມດັ່ງກ່າວຕ້ອງຍື່ນພາຍໃນສອງປີນັບແຕ່ວັນໄດ້ນໍາໃຊ້ ແບບຜັງວົງຈອນລວມນັ້ນເພື່ອຫາຜົນປະໂຫຍດທາງການຄ້າຄັ້ງທໍາອິດ ຫຼືນັບແຕ່ວັນປະດິດສ້າງຂຶ້ນແຕ່ໄລຍະເວລາບໍ່ໃຫ້ເກີນສິບຫ້າປີ.

....ມາດຕາ 57 ການນໍາໃຊ້ແຫຼ່ງກໍາເນີດ

ມາດຕາ 57 ການນໍາໃຊ້ແຫຼ່ງກໍາເນີດ ໃນກໍລະນີທີ່ບຸກຄົນຫຼືການຈັດຕັ້ງບໍ່ປະຕິບັດຕາມເງື່ອນໄຂຂອງ ການຈົດທະບຽນແຫຼ່ງກໍາເນີດອົງການຄຸ້ມຄອງຊັບສິນທາງປັນຍາຈະ ແຈ້ງໃຫ້ບຸກຄົນຫຼືການຈັດຕັ້ງດັ່ງກ່າວປະຕິບັດຕາມເງື່ອນໄຂແລະຕາມ ກໍານົດເວລາຂອງອົງການຄຸ້ມຄອງຊັບສິນທາງປັນຍາ.ຖ້າບໍ່ປະຕິບັດ ຕາມເງື່ອນໄຂແລະກໍານົດເວລາໂດຍບໍ່ມີເຫດຜົນອົງການຄຸ້ມຄອງຊັບ ສິນທາງປັນຍາຈະສັ່ງໂຈະການນໍາໃຊ້ແຫຼ່ງກໍາເນີດດັ່ງກ່າວ.

...ໝວດທີ 7 ພັນທະຂອງເຈົ້າາຂອງຊັບສິນອຸດສາຫະກໍາ


....ມາດຕາ 58 ພັນທະລວມຂອງເຈົ້າຂອງຊັບສິນອຸດສາຫະກໍາ

ມາດຕາ 58 ພັນທະລວມຂອງເຈົ້າຂອງຊັບສິນອຸດສາຫະກໍາ ພັນທະລວມຂອງເຈົ້າຂອງຊັບສິນອຸດສາຫະກໍາມີດັ່ງນີ້: 1. ເປັນເຈົ້າການໃນການປົກປ້ອງແລະຄຸ້ມຄອງສິດຂອງຕົນດ້ວຍ ການຕິດຕາມ,ກວດກາການນໍາໃຊ້ຊັບສິນອຸດສາຫະກໍາຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍສະບັບນີ້; 2. ເປັ້ນເຈົ້າການຊຸກຍູ້ແລະສົ່ງເສີມໃຫ້ສັງຄົມໄດ້ນໍາໃຊ້ຊັບສິນ ອຸດສາຫະກໍາຂອງຕົນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; 3. ເປັນເຈົ້າການໃນການແຈ້ງຂໍ້ມູນກ່ຽວກັບການລະເມີດຊັບສິນ ອຸດສາຫະກໍາຂອງຕົນໃຫ້ແກ່ອົງການຈັດຕັ້ງລັດທີ່ມີໜ້າທີ່ຮັບຜິດຊອບຕໍ່ ວຽກງານດັ່ງກ່າວ; 4. ເສຍພັນທະໃຫ້ລັດທີ່ໄດ້ມາຈາກການນໍາໃຊ້,ການໃຫ້ເຊົ່າ, ການໂອນຫຼືການສືບທອດຊັບສິນອຸດສາຫະກໍາຫຼືການທີ່ໄດ້ຮັບຜົນປະໂຫຍດ ອື່ນຕາມລະບຽບກົດໝາຍ; 5. ເປັນເຈົ້າການປະສານງານໃນການແກ້ໄຂການລະເມີດຊັບ ສິນອຸດສາຫະກໍາຂອງຕົນ.

....ມາດຕາ 59 ພັນທະສະເພາະຂອງເຈົ້າຂອງຊັບສິນອຸດສາຫະກໍາ

ມາດຕາ 59 ພັນທະສະເພາະຂອງເຈົ້າຂອງຊັບສິນອຸດສາຫະກໍາ ພັນທະສະເພາະຂອງເຈົ້າຂອງສິດທິບັດ,ອະນຸສິດທິບັດ,ແບບອຸດ ສາຫະກໍາ,ເຄື່ອງໝາຍການຄ້າ,ແບບຜັງວົງຈອນລວມ,ແຫຼ່ງກໍາເນີດ ແລະຄວາມລັບທາງການຄ້າໄດ້ກໍານົດໄວ້ໃນລະບຍບການຕ່າງຫາກ.

..ພາກທີ 4 ພັນພືດ


...ໝວດທີ 1 ເງື່ອນໄຂຂອງພັນພືດ


....ມາດຕາ 60 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນພັນພືດທ້ອງຖິ່ນ,ພັນພືດພື້ນເມືອງທົ່ວໄປແລະພັນພືດປ່າ

ມາດຕາ 60 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນພັນພືດທ້ອງ ຖິ່ນ,ພັນພືດພື້ນເມືອງທົ່ວໄປແລະພັນພືດປ່າ ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນພັນພືດທ້ອງຖິ່ນ,ພັນ ພືດພື້ນເມືອງທົ່ວໄປແລະພັນພືດປ່າຕ້ອງແມ່ນພັນພືດທີ່ມີລັກສະນະສະ ເພາະແລະມີຄຸນປະໂຫຍດໃນການນໍາໃຊ້ຊຶ່ງເກີດຂຶ້ນຢູ່ຫຼາຍທ້ອງຖິ່ນພາຍ ໃນປະເທດຢູ່ບ້ານຫຼືຢູ່ປ່າ. ເງື່ອນໄຂລະອຽດຂອງການຈົດທະບຽນໄດ້ກໍານົດໄວ້ໃນລະບຽບ ການຕ່າງຫາກ.

....ມາດຕາ 61 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນພັນພືດໃໝ່

ມາດຕາ 61 ເງື່ອນໄຂທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນພັນພືດໃໝ່ ພັນພືດໃໝ່ຕ້ອງແມ່ນການປັບປຸງຫຼືພັດທະນາພັນດ້ວຍການໃຊ້ວິທີ ທາງວິສາວະພັນທຸກໍາຫຼືໃຊ້ວິທີການເຕັກໂນໂລຊີຊີວະພາບທີ່ເຮັດໃຫ້ເກີດ ພືດພັນຂຶ້ນມາຊຶ່ງບໍ່ເຄີຍມີຢູ່ໃນທໍາມະຊາດ. ພັນພືດທີ່ຈະໄດ້ຮັບການປົກປ້ອງເປັນພັນພືດໃໝ່ກໍ່ຕໍ່ເມື່ອພັນພືດດັ່ງ ກ່າວຕອບສະໜອງເງື່ອນໄຂດັ່ງນີ້: 1. ຕ້ອງເປັນພັນໃໝ່ທີ່ຍັງບໍ່ທັນໄດ້ຖືກຂາຍຫຼືວາງຈໍາໜ່າຍໃນ ສປປລາວກ່ອນວັນຍື່ນຄໍາຮ້ອງຂໍການປົກປ້ອງໜຶ່ງປີ; 2. ມີຄວາມແຕກຕ່າງຈາກພືດກຸ່ມດຽວກັນທີ່ຖືກຮັບຮູ້ທົ່ວໄປດ້ວຍ ຄຸນລັກສະນະທາງດ້ານພັນທຸກໍາໃດໜຶ່ງທີ່ສໍາຄັນ,ມີຄວາມຊັດເຈນຫຼືມີ ຄວາມປ່ຽນແປງຢ່າງໜ້ອຍດ້ວຍຄຸນລັກສະນະອັນໃດອັນໜຶ່ງຫຼືແຕກຕ່າງ ດ້ວຍຫຼາຍຄຸນລັກສະນະຮ່ວມກັນຊຶ່ງໃຫ້ກໍາເນີດພັນພືດໃໝ່; 3. ມີຄວາມສະໝໍ່າສະເໝີໝາຍຄວາມວ່າພັນພືດນັ້ນໆມີຄຸນລັກສະ ຈະຂອງສ່ວນຕ່າງໆທີ່ເໝືອນກັນເຊັ່ນຄຸນລັກສະນະຂອງລໍາຕົ້ນ,ຮູບຮ່າງ ຂອງດອກ,ສີຂອງດອກ,ຄຸນລັກສະນະຂອງໝາກຫຼືຄຸນລັກສະນະສະເພາະ ຢ່າງໃດຢ່າງໜຶ່ງທີ່ເປັນຜົມມາຈາກສະພາບທາງດ້ານພັນທະກໍາ; 4. ມີຄວາມຄົງຕົວໝາຍຄວາມວ່າພັນພືດນັ້ນໆຕັ້ງສາມາດສະ ແດງຄຸນລັກສະນະຕ່າງທຊຶ່ງເປັນຄຸນລັກສະນະປະຈໍາພັນໄດ້ທຸກຄັ້ງທີ່ມີ ການຂະຫຍາຍພັນຫຼືອາດເວົ້າໄດ້ວ່າຕ້ອງສະແດງຄຸນລັກສະນະປະຈໍາ ພັນຄືເກົ່າທຸກຄັ້ງເມື່ອນໍາສ່ວນຂະຫຍາຍພັນໄປປູກ; 5. ຕ້ອງໃຫ້ພັນພືດນັ້ນມີການຕັ້ງຊື່ທີ່ແຕກຕ່າງອອກໄປຈາກພັນ ພືດທີ່ມີມາກ່ອນແລ້ວ.

....ມາດຕາ 62 ພັນພືດໃໝ່ທີ່ບໍ່ສາມາດໃຫ້ຈົດທະບຽນ

ມາດຕາ 62 ພັນພືດໃໝ່ທີ່ບໍ່ສາມາດໃຫ້ຈົດທະບຽນ ພັນພືດໃໝ່ທີ່ບໍ່ສາມາດໃຫ້ຈົດທະບຽນມີດັ່ງນີ້: 1. ພັນພືດໃໝ່ທີ່ມີຜົນກະທົບຢ່າງຮ້າຍແຮງບໍ່ວ່າທາງກົງຫຼືທາງ ອ້ອມຕໍ່ສຸຂານາໄມ,ສິ່ງແວດລ້ອມຫຼືລະບຽບກົດໝາຍ; 2. ພັນພືດໃໝ່ທີ່ໄດ້ຮັບຈາກການຕັດຕໍ່ສາຍພັນທຸກໍາທີ່ບໍ່ຜ່ານການ ປະເມີນຜົນກະທົບທາງດ້ານຄວາມປອດໄພ,ສຸຂານາໄມ,ສິ່ງແວດລ້ອມ, ຫຼືລະບຽບກົດໝາຍຈາກໜ່ວຍງານວິຊາການຕາມຫຼັກການແລະວິທີການ ທີ່ກໍານົດຂຶ້ນໂດຍຂະແໜງການທີ່ກ່ຽວຂ້ອງ.

...ໝວດທີ 2 ການຈົດທະບຽນພັນພືດໃໝ່


....ມາດຕາ 63 ການຍື່ນຄໍາຮ້ອງຂໍຈົດທະບຽນພັນພືດໃໝ່

ມາດຕາ 63 ການຍື່ນຄໍາຮ້ອງຂໍຈົດທະບຽນພັນພືດໃໝ່ ການຍື່ນຄໍາຮ້ອງຂໍຈົດທະບຽນແລະຫຼັກການພິຈາລະນາຄໍາຮ້ອງ ຂໍຈົດທະບຽນພັນພືດໃໝ່ໃຫ້ປະຕິບັດຕາມ ມາດຕາ 27 ແລະ 28 ຂອງ ກົດໝາຍສະບັບນີ້.

....ມາດຕາ 64 ວັນບຸລິມະສິດ

ມາດຕາ 64 ວັນບຸລິມະສິດ ຜູ້ທີ່ໄດ້ຮັບວັນບຸລິມະສິດແມ່ນບຸກຄົນຫຼືການຈັດຕັ້ງທີ່ຍື່ນຄໍາຮ້ອງ ຂໍຈົດທະບຽນພັນພືດຢູ່ຕ່າງປະເທດກ່ອນຜູ້ມາຍື່ນຄໍາຮ້ອງຂໍຈົດທະບຽນ ຢູ່ ສປປລາວ ຊຶ່ງກໍານົດບໍ່ເກີນສິບສອງເດືອນນັບແຕ່ວັນຍື່ນຄໍາຮ້ອງຢູ່ ຕ່າງປະເທດມາເຖິງວັນຍື່ນຄໍາຮ້ອງຢູ່ ສປປລາວ. ລະບຽບການກ່ຽວກັບວັນບຸລິມະສິດດັ່ງກ່າວນໍາໃຊ້ເຊັ່ນດຽວກັນ ສໍາລັບຜູ້ທີ່ຍື່ນຄໍາຮ້ອງຂໍຈົດທະບຽນຢູ່ ສປປລາວ ກ່ອນຍື່ນຢູ່ຕ່າງປະເທດ.

....ມາດຕາ 65 ສໍານວນຄໍາຮ້ອງຂໍຈົດທະບຽນ

ມາດຕາ 65 ສໍານວນຄໍາຮ້ອງຂໍຈົດທະບຽນ ສໍານວນຄໍາຮ້ອງຂໍຈົດທະບຽນພັນພືດໃໝ່ປະກອບດ້ວຍເອກະສານ ດັ່ງນີ້: 1. ຄໍາຮ້ອງຂໍຈົດທະບຽນພັດພືດໃໝ່; 2. ໃບມອບສິດ; 3. ຮູບຖ່າຍແລະແບບຟອມສອບຖາມທາງດ້ານເຕັກນິກ; 4. ໃບຢັ້ງຢືນວັນບຸລິມະສິດ; 5. ໃບຮັບການຈ່າຍຄ່າທໍານຽມ. ສໍານວນຄໍາຮ້ອງຂໍຈົດທະບຽນພັນພືດໃໝ່ຊຸດໜຶ່ງສາມາດໃຊ້ໄດ້ ສະເພາະແຕ່ພັນພືດດຽວເທົ່ານັ້ນ,ສໍານວນຄໍາຮ້ອງໃຫ້ເຮັດເປັນພາສາ ລາວຫຼືພາສາອັງກິດ,ຖ້າເຮັດເປັນພາສາອັງກິດຕ້ອງໄດ້ແປເປັນພາສາ ລາວພາຍໃນເກົ້າສິບວັນນັບແຕ່ວັນຍື່ນຄໍາຮ້ອງເປັນຕົ້ນໄປໂດຍມີການ ຢັ້ງຢືນຄວາມຖືກຕ້ອງຂອງການແປ.

....ມາດຕາ 66 ການສະໜອງຂໍ້ມູນເພີ່ມເຕີມ

ມາດຕາ 66 ການສະໜອງຂໍ້ມູນເພີ່ມເຕີມ ເມື່ອມີຄວາມຕ້ອງການຂອງໜ່ວຍງານຈົດທະບຽນຢູ່ສປປລາວ ຜູ້ຍື່ນຄໍາຮ້ອງຕ້ອງໄດ້ຕອບສະໜອງຂໍ້ມູນເພີ່ມເຕີມກ່ຽວກັບການຈົດທະ ບຽນພັນພືດໃມ່ນັ້ນຢູ່ຕ່າງປະເທດຊຶ່ງຕົນພວມຮ້ອງຂໍຈົດທະບຽນຢູ່ ສປປ ລາວ. ຂໍ້ມູນເພີ່ມເຕີມປະກອບດ້ວຍ: 1. ສໍາເນົາກ່ຽວກັບບົດລາຍງານຂອງການກວດສອບຄໍາຮ້ອງ ຂໍຈົດທະບຽນພັນພືດໃໝ່ຢູ່ຕ່າງປະເທດ; 2. ສໍາເນົາໃບຢັ້ງຢືນການຈົດທະບຽນກ່ຽວກັບພັນພືດໃມ່ຢູ່ຕ່າງ ປະເທດ.

....ມາດຕາ 67 ຂັ້ນຕອນຂອງການກວດສອບສໍານວນຄໍາຮ້ອງ,ສໍານວນຄໍາຮ້ອງທີ່ເປັນໂມຄະ,ການອອກໃບທະບຽນ,ການຈົດທະບຽນທີ່ເປັນໂ

ມາດຕາ 67 ຂັ້ນຕອນຂອງການກວດສອບສໍານວນຄໍາຮ້ອງ,ສໍານວນ ຄໍາຮ້ອງທີ່ເປັນໂມຄະ,ການອອກໃບທະບຽນ,ການຈົດທະບຽນທີ່ເປັນໂມ ຄະຕໍ່ພັນພືດໃໝ່ ຂັ້ນຕອນຂອງການກວດສອບສໍານວນຄໍາຮ້ອງ,ສໍານວນຄໍາຮ້ອງທີ່ ເປັນໂມຄະ,ການອອກໃບທະບຽນ,ການຈົດທະບຽນທີ່ເປັນໂມຄະຕໍ່ພັນພືດ ໃໝ່ໃຫ້ປະຕິບັດຕາມມາດຕາ 37,38,39,40,41.42 ແລະ 43 ຂອງ ກົດໝາຍສະບັບນີ້.

...ໝວດທີ 3 ເຈົ້າຂອງສິດພັນພືດໃໝ່


....ມາດຕາ 68 ເຈົ້າຂອງພັນພືດໃໝ່

ມາດຕາ 68 ເຈົ້າຂອງພັນພືດໃໝ່ ເຈົ້າຂອງພັນພືດໃໝ່ແມ່ນບຸກຄົນຫຼືການຈັດຕັ້ງທີ່ໄດ້ປັບປຸງຫຼືໄດ້ ຄົ້ນພົບແລະພັດທະນາພັນພືດທີ່ໄດ້ຮັບການປົກປ້ອງ.ໃນກໍລະນີທີ່ມີການ ວ່າຈ້າງໃຫ້ປົບປຸງຫຼືຄົ້ນພົບແລະພັດທະນາພັນພືດໃຫ້ເກີດພັນພືດໃໝ່ນັ້ນ ພັນພືດໃໝ່ດັ່ງກ່າວແມ່ນເປັນຂອງຜູ້ວ່າຈ້າງເວັ້ນເສຍແຕ່ມີການຕົກລົງ ກັນໄວ້ຢ່າງອື່ນ.

....ມາດຕາ 69 ສິດຂອງເຈົ້າຂອງພັນພືດໃໝ່

ມາດຕາ 69 ສິດຂອງເຈົ້າຂອງພັນພືດໃໝ່ ສິດຂອງເຈົ້າຂອງພັນພືດໃໝ່ແມ່ນໃຫ້ປະຕິບັດຕາມ ມາດຕາ 45 ຂອງກົດໝາຍສະບັບນີ້.

....ມາດຕາ 70 ອາຍຸການປົກປ້ອງພັນພືດໃໝ່

ມາດຕາ 70 ອາຍຸການປົກປ້ອງພັນພືດໃໝ່ ອາຍຸການຂອງພັນພືດໃໝ່ມີກໍານົດຊາວຫ້າປີສໍາລັບພືດຍືນຕົ້ນ ແລະສິບຫ້າປີສໍາລັບພືດລົ້ມລູກນັບແຕ່ວັນຍື່ນຄໍາຮ້ອງຂໍຈົດທະບຽນເປັນ ຕົ້ນໄປ. ເພື່ອຮັກສາອາຍຸການປົກປ້ອງເຈົ້າຂອງພັນພືດໃໝ່ຕ້ອງຈ່າຍຄ່າ ທໍານຽມແຕ່ລະປີ.

...ໝວດທີ 4 ຂໍ້ຈໍາກັດແລະພັນທະກ່ຽວກັບພັນພືດໃໝ່


....ມາດຕາ 71 ຂໍ້ຍົກເວັ້ນໃນກໍລະນີຈໍາເປັນ

ມາດຕາ 71 ຂໍ້ຍົກເວັ້ນໃນກໍລະນີຈໍາເປັນ ໃນກໍລະນີຈໍາເປັນເພື່ອຮັບປະກັນຄວາມໝັ້ນຄົງທາງອາຫານ,ສະ ກັດກັ້ນການຜູກຂາດທາງດ້ານການຄ້າຫຼືເພື່ອຄວາມຈໍາເປັນຢ່າງອື່ນ ຂອງສາທາລະນະນັ້ນລັດຖະບານສາມາດອອກປະກາດໃຫ້ບຸກຄົນທົ່ວໄປ ນໍາໃຊ້ພັນພືດໃໝ່ນັ້ນແຕ່ຕ້ອງໄດ້ທົດແທນທີ່ເໝາະສົມແກ່ເຈົ້າຂອງສິດ ພັນພືດໃໝ່,ການປະກາດດັ່ງກ່າວຕ້ອງໄດ້ກໍານົດເວລາການນໍາໃຊ້ທີ່ແນ່ ນອນລວມທັງກໍານົດອັດຕາຄ່າທົດແທນໄວ້ດ້ວຍ. ຫຼັງຈາກໄດ້ດໍາເນີນການດັ່ງກ່າວແລ້ວແຕ່ຍັງບໍ່ສາມາດແກ້ໄຂ ບັນຫາສາບຽງອາຫານຫຼືການຜູ້ຂາດທາງດ້ານການຄ້າໄດ້ຢ່າງມີປະສິດ ທິພາບນັ້ນລັດຖະບານມີສິດຍົກເລີກການຈົດທະບຽນພັນພືດໃໝ່ນັ້ນໂດຍມີ ການທົດແທນຢ່າງເໝາະສົມ.

....ມາດຕາ 72 ຂໍ້ຍົກເວັ້ນກ່ຽວກັບການນໍາໃຊ້ພັນພືດໃໝ່

ມາດຕາ 72 ຂໍ້ຍົກເວັ້ນກ່ຽວກັບການນໍາໃຊ້ພັນພືດໃໝ່ ການກະທໍາດັ່ງຕໍ່ໄປນີ້ຈະບໍ່ຖືວ່າເປັນການລະເມີດສິດກ່ຽວກັບພັນ ພືດໃໝ່ທີ່ໄດ້ຖືກປົກປ້ອງເພື່ອ: 1. ຈຸດປະສົງສ່ວນຕົວແລະບໍ່ໄດ້ນໍາໃຊ້ເຂົ້າໃນທາງການຄ້າ; 2. ຈຸດປະສົງໃນການທົດລອງແລະການຄົ້ນຄວ້າ; 3. ຈຸດປະສົງໃນການປັບປຸງພືດພັນອື່ນ; 4. ການເພາະປູກຂອງຄອບຄົວຊາວກະສິກອນໃນລະດູການຕໍ່ໄປ.

....ມາດຕາ 73 ພັນທະຂອງເຈົ້າຂອງພັນພືດໃໝ່

ມາດຕາ 73 ພັນທະຂອງເຈົ້າຂອງພັນພືດໃໝ່ ພັນທະຂອງເຈົ້າຂອງພັນພືດໃໝ່ແມ່ນໃຫ້ປະຕິບັດຕາມມາດຕາ 58 ຂອງກົດໝາຍສະບັບນີ້.

..ພາກທີ 5 ລິຂະສິດແລະສິດກ່ຽວຂ້ອງກັບລະຂິສິດ


...ໝວດທີ 1 ເງື່ອນໄຂຂອງລິຂະສິດ


....ມາດຕາ 74 ເງື່ອນໄຂການປົກປ້ອງລິຂະສິດ

ມາດຕາ 74 ເງື່ອນໄຂການປົກປ້ອງລິຂະສິດ ເງື່ອນໄຂການປົກປ້ອງລິຂະສິດປະກອບດ້ວຍ: 1. ຜົນງານດ້ານສິລະປະກໍາໝາຍເຖິງຜົນງານຕ່າງໆເຊັ່ນ: 1.1. ຮູບວາດ,ຮູບແຕ້ມ,ຮູ້ແກະສະຫຼັກ,ການເກັບຂິດລາຍພົມຫຼື ພາຍແພແລະຜົນງານວິຈິດຕະກໍາອື່ນໆ; 1.2. ຮູບປັ້ນ,ຮູບຄວັດຫີນແລະຜົນງານປະຕິມາກໍາອື່ນໆ; 1.3. ການອອກແບບອາຄານຫຼືສິ່ງປຸກສ້າງ,ການອອກແບບຕົບ ແຕ່ງພາຍໃນພາຍນອກແລະຜົນງານສະຖາປະນິກອື່ນໆ; 1.4. ຮູບຖ່າຍດ້ວຍວິທີການເຕັກນິກອື່ນໆ; 1.5. ຮູບຈໍາລອງ,ແຜນທີ່,ແຜນຜັງ,ຮູບສະເກັດຫຼືຮູບສາມມິຕິ ກ່ຽວກັບພູມສາດ,ພູມປະເທດຫຼືວິທະຍາສາດ; 1.6. ດົນຕີປະກອບບົດລະຄອນ,ແບບລະຄອນໄບ້ຫຼືລະຄອນຈັດ ສາກ,ການອອກແບບທ່າຟ້ອນ,ທ່າເຕັ້ນແລະຜົນງານອື່ນທີ່ປະດິດຄິດ ແຕ່ງຂຶ້ນເພື່ອການສະແດງ; 1.7. ດົນຕີຊຶ່ງໝາຍເຖິງຜົນງານກ່ຽວກັບທໍານອງແລະເນື້ອ ຮ້ອງຫຼືທໍານອງຢ່າງດຽວແລະລວມເຖິງໂນດເພງທີ່ໄດ້ແຍກແລະຮຽບ ຮຽງສຽງປະສານແລ້ວ; 1.8. ບັນທຶກສຽງ-ພາບຊຶ່ງໝາຍເຖິງການບັນທຶກຜົນງານລົງ ໃສ່ອຸປະກອນບັນທຶກເຊັ່ນ:ແຜ່ນສຽງ,ກະແຊັດ,ກະແຊັດວີດີໂອ,ແຜ່ນເລ ເລເຊີດິສ,ແຜນຊີດີ,ແຜ່ນວີດີໂອຊີດີ,ແຜນດີວີດີ,ເອັມພີສາມ,ເອັມພີສີ່ຫຼື ການບັນທຶກດ້ວຍວິທີອື່ນໆ; 1.9. ຮູບເງົາຊຶ່ງໝາຍເຖິງການລໍາດັບພາບທີ່ສາມາດນໍາອອກ ສາຍຕໍ່ເນື່ອງໄດ້ເປັນຮູບເງົາແລະສາມາດບັນທຶກລົງໃສ່ວັດສະດຸອື່ນໆທີ່ ສາມາດນໍາອອກສາຍຕໍ່ເນື່ອງໄດ້ຄືກັນແລະລວມເຖິງສຽງປະກອບຮູບ ເງົາ. 2. ຜົນງານດ້ານວັນນະກໍາໝາຍເຖິງຜົນງານຕ່າງໆເຊັ່ນ: ປຶ້ມອ່ານ,ວິທະຍານິພົນ,ແຜ່ນພັບ,ວາລະສານ,ສິ່ງພິມແລະສິ່ງຂີດ ຂຽນອື່ນໆ; ບົດປາຖະກະຖາ,ບົດຄໍາເຫັນ,ສຸນທອນພົດ,ບົດຄໍາສອນ,ບົດສອນ ແລະບົດເວົ້າອື່ນໆ; ບົດລະຄອນ,ບົດເລື່ອງ; ໂປຼແກຼມຄັອມພິວເຕີແລະການລວມລວມຂໍ້ມູນ.

....ມາດຕາ 75 ຜົນງານທີ່ສືບເນື່ອງຈາກລິຂະສິດ

ມາດຕາ 75 ຜົນງານທີ່ສືບເນື່ອງຈາກລິຂະສິດ ຜົນງານທີ່ສືບເນື່ອງຈາກລິຂະສິດແມ່ນຜົນງານທີ່ໄດ້ແປມາຈາກ ພາສາໃດໜຶ່ງເປັນພາສາລາວຫຼືພາສາອື່ນຫຼືຈາກພາສາລາວເປັນພາສາ ອື່ນ,ຖືກປັບປຸງ,ດັດແກ້,ປ່ຽນຮູບ,ລວບລວມ,ໃຫ້ຄວາມໝາຍ,ໃຫ້ຄໍາອະທິ ບາຍ,ຜົນງານທີ່ໄດ້ຄັດເລືອກຫຼືເລືອກເຟັ້ນມາ. ສໍາລັບເນື້ອໃນການປົກປ້ອງຜົນງານດັ່ງກ່າວໃຫ້ປະຕິບັດຕາມ ມາດຕາ 74 ຂອງກົດໝາຍສະບັບນີ້ໂດຍບໍ່ໃຫ້ແຕະຕ້ອງເຖິງຜົນງານ ທີ່ກໍານົດໄວ້ໃນມາດຕາດັ່ງກ່າວ.

....ມາດຕາ 76 ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ

ມາດຕາ 76 ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດມີດັ່ງນີ້: 1. ຂໍ້ມູນຊຶ່ງມີລັກສະນະເປັນພຽງຂ່າວສານ; 2. ບັນດານິຕິກໍາຕ່າງໆ,ລະບຽບການປົກຄອງ,ເອກະສານທາງ ດ້ານຕະລາການແລະການແປເປັນທາງການ; 3. ກໍາມະວິທີ,ລະບົບ,ວິທີການຈັດຕັ້ງປະຕິບັດ,ນິຍາມ,ຫຼັກການ ແລະສະຖິຕິ.

...ໝວດທີ 2 ເງື່ອນໄຂທີ່ຈະໄດ້ຮັບການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 77 ຜູ້ມີເງື່ອນໄຂທີ່ຈະໄດ້ຮັບການປົກປ້ອງສິດກ່ຽວຂ້ອງກັບລະຂະສິດ

ມາດຕາ 77 ຜູ້ມີເງື່ອນໄຂທີ່ຈະໄດ້ຮັບການປົກປ້ອງສິດກ່ຽວຂ້ອງ ກັບລະຂະສິດ ຜູ້ທີ່ຈະໄດ້ຮັບການປົກປ້ອງສິດກ່ຽວຂ້ອງກັບລະຂະສິດຕ້ອງແມ່ນ: 1. ນັກສະແດງ,ນັກຮ້ອງ,ນັກດົນຕີ,ນັກຟ້ອນແລະຜູ້ອື່ນໆທີ່ສະ ແດງກ່ຽວກັບຜົນງານທາງດ້ານສິລະປະກໍາແລະວັນນະກໍາເອີ້ນວ່າຜູ້ ສະແດງ; 2. ບຸກຄົນຫຼືການຈັດຕັ້ງທີ່ເຮັດການຄວບຄຸມການບັນທຶກສຽງ- ພາບຂອງການສະແດງຄັ້ງທໍາອິດເອີ້ນວ່າຜູ້ຜະລິດການບັນທຶກສຽງ- ພາບ; 3. ການຈັດຕັ້ງທີ່ລິເລີ່ມແລະເຮັດການກະຈາຍສຽງ,ກະຈາຍ ພາບຫຼືກະຈາຍສຽງ-ພາບເອີ້ນວ່າອົງການກະຈາຍສຽງ-ພາບ.

....ມາດຕາ 78 ເງື່ອນໄຂຂອງກິດຈະກໍາທີ່ຈະໄດ້ຮັບການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 78 ເງື່ອນໄຂຂອງກິດຈະກໍາທີ່ຈະໄດ້ຮັບການປົກປ້ອງສິດກ່ຽວ ຂ້ອງກັບລິຂະສິດ ສິດກ່ຽວຂ້ອງກັບລິຂະສິດທີ່ຈະໄດ້ຮັບການປົກປ້ອງຕ້ອງແມ່ນ: 1. ການສະແດງ: 1.1. ການສະແດງຂອງພົນລະເມືອງລາວ,ຄົນຕ່າງດ້າວຫຼືຜູ້ບໍ່ມີ ສັນຊາດຢູ່ພາຍໃນຫຼືຕ່າງປະເທດ; 1.2. ການສະແດງທີ່ຖືກປົກປ້ອງຕາມສົນທິສັນຍາສາກົນທີ່ສປປ ລາວເປັນພາຄີ. 2. ການບັນທຶກສຽງ-ພາບ; 2.1. ການບັນທຶກສຽງ-ພາບຂອງຜູ້ຜະລິດທີ່ມີສັນຊາດລາວ; 2.2. ການບັນທຶກສຽງ-ພາບທີ່ໄດ້ຖືກປົກປ້ອງຕາມສົນທິສັນຍາ ສາກົນທີ່ ສປປລາວ ເປັນພາຄີ. 3. ລາຍການກະຈາຍສຽງ-ພາບຜ່ານສັນຍານດາວທຽມທີ່ເຂົ້າ ລະຫັດ: ລາຍການກະຈາຍສຽງ-ພາບຜ່ານສັນຍານດາວທຽມທີ່ເຂົ້າລະ ຫັດຂອງອົງການກະຈາຍສຽງ-ພາບທີ່ເປັນສັນຊາດລາວ; ລາຍການກະຈາຍສຽງ-ພາບຜ່ານສັນຍານດາວທຽມທີ່ເຂົ້າລະ ຫັດຂອງອົງການກະຈາຍສຽງ-ພາບທີ່ໄດ້ຖືກປົກປ້ອງຕາມສົນທິສັນຍາ ສາກົນທີ່ ສປປລາວ ເປັນພາຄີ. 4. ການສະແດງ,ການບັນທຶກສຽງ-ພາບແລະລາຍການກະຈາຍ ສຽງ-ພາບຜ່ານສັນຍານດາວທຽມທີ່ເຂົ້າລະຫັດຕ້ອງໄດ້ຮັບການປົກ ປ້ອງດັ່ງທີ່ກໍານົດໃນຂໍ້ 1, ຂໍ້ 2, ຂໍ້ 3 ຂອງມາດຕານີ້ໂດຍບໍ່ໃຫ້ແຕະ ຕ້ອງເຖິງຜົນງານທີ່ໄດ້ກໍານົດໄວ້ໃນມາດຕານີ້.

...ໝວດທີ 3 ການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 79 ການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 79 ການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ ລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດແມ່ນສິດທີ່ເກີດຂຶ້ນໂດຍທັນທີ ເມື່ອມີການປະດິດຄິດແຕ່ງຜົນງານນັ້ນໂດຍບໍ່ຕ້ອງຈົດທະບຽນແຕ່ສາ ມາດແຈ້ງຜົນງານໄວ້ນໍາອົງການຈັດຕັ້ງທີ່ຮັບຜິດຊອບວຽກງານດັ່ງ ກ່າວເພື່ອເປັນຫຼັກຖານຫຼືເປັນຂໍ້ມູນໄວ້ໂດຍສະເພາະໃນເວລາມີການລະ ເມີດຫຼືມີຂໍ້ຂັດແຍ່ງ.

....ມາດຕາ 80 ສໍານວນການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 80 ສໍານວນການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ ສໍານວນການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດປະກອບ ດ້ວຍ: 1. ຄໍາຮ້ອງຂໍແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ; 2. ຜົນງານລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດທີ່ປະດິດຄິດແຕ່ງ; 3. ຫຼັກຖານອື່ນໆທີ່ກ່ຽວຂ້ອງເຊັ່ນ:ສໍາເນົາບັດປະຈໍາຕົວ,ໃບທະ ບຽນວິສາຫະກິດ(ໃນກໍລະນີທີ່ເປັນການຈັດຕັ້ງ),ໃບມອບສິດ(ໃນກໍລະນີ ທີ່ຜູ້ມາຍື່ນຄໍາຮ້ອງບໍ່ແມ່ນເຈົ້າຂອງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ).

....ມາດຕາ 81 ການບັນທຶກການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 81 ການບັນທຶກການແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດ ອົງການຈັດຕັ້ງທີ່ຮັບຜິດຊອບວຽກງານລິຂະສິດແລະສິດກ່ຽວ ຂ້ອງກັບລິຂະສິດຈະທໍາການກວດສອບສໍານວນການແຈ້ງລິຂະສິດຫຼືສິດ ກ່ຽວຂ້ອງກັບລິຂະສິດແລ້ວບັນທຶກລົງໃນປຶ້ມບັນທຶກການແຈ້ງຂໍ້ມູນແລະ ອອກໃບຮັບແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດໃຫ້ເພື່ອເປັນຫຼັກ ຖານ.ໃບຮັບແຈ້ງລິຂະສິດຫຼືສິດກ່ຽວຂ້ອງກັບລິຂະສິດບໍ່ກໍານົດສິດໃໆ ຂອງຜູ້ແຈ້ງ.

...ໝວດທີ 4 ເຈົ້າຂອງລິຂະສິດ


....ມາດຕາ 82 ເຈົ້າຂອງລິຂະສິດ

ມາດຕາ 82 ເຈົ້າຂອງລິຂະສິດ ເຈົ້າຂອງລິຂະສິດແມ່ນບຸກຄົນຫຼືການຈັດຕັ້ງດັ່ງນີ້: 1. ຜູ້ປະດິດຄິດແຕ່ງ; 2. ຜູ້ຮ່ວມປະດິດຄິດແຕ່ງ; 3. ບຸກຄົນຫຼືການຈັດຕັ້ງທີ່ບໍ່ວ່າຈ້າງຜູ້ປະດິດຄິດແຕ່ງ; 4. ຜູ້ໄດ້ຮັບມອບໂອນລິຂະສິດ; 5. ຜູ້ສືບທອດມູນມໍລະດົກ; 6. ລັດ.

....ມາດຕາ 83 ປະເພດເຈົ້າຂອງລິຂະສິດ

ມາດຕາ 83 ປະເພດເຈົ້າຂອງລິຂະສິດ ເຈົ້າຂອງລິຂະສິດມີສີ່ປະເພດຕົ້ນຕໍດັ່ງນີ້: 1. ເຈົ້າຂອງລິຂະສິດທົ່ວໄປທີ່ພົວພັນເຖິງວຽກງານສິລະປະກໍາ ແລະວັນນະກໍາ; 2. ເຈົ້າຂອງລິຂະສິດຮູບເງົາແລະລະຄອນ; 3. ເຈົ້າຂອງໂປຼແກຼມຄອມພິວເຕີ້; 4. ເຈົ້າຂອງສິລະປະກໍາແລະວັນນະກໍາພື້ນເມືອງຊຶ່ງແມ່ນຊຸມຊົນ ໃນທ້ອງຖິ່ນນັ້ນ.

....ມາດຕາ 84 ສິດຂອງເຈົ້າຂອງລິຂະສິດ

ມາດຕາ 84 ສິດຂອງເຈົ້າຂອງລິຂະສິດ ເຈົ້າຂອງລິຂະສິດມີສິດດັ່ງນີ້: 1. ຕັ້ງຊື່ຜົນງານຂອງຕົນ; 2. ໃສ່ຊື່ຈິງ,ຊື່ແຝງຫຼືນາມປາກາໃນຜົນງານ; 3. ສະແດງຜົນງານຕໍ່ໜ້າສາທາລະນະຊົນ; 4. ເຜີຍແຜ່ຜົນງານຫຼືອະນຸຍາດໃຫ້ຜູ້ອື່ນນໍາໄປເຜີຍແຜ່ຜົນງານ ດັ່ງກ່າວ; 5. ຜະລິດຊໍ້າຫຼືດັດແປງຜົນງານ; 6. ຈໍລະຈອນແຈກຢາຍຜົນງານຕົ້ນສະບັບຫຼືຜົນງານອັດສໍາເນົາ ຕໍ່ສາທາລະນະຊົນ; 7. ສື່ສານຜົນງານຕໍ່ສາທາລະນະຊົນດ້ວຍລະບົບສື່ສານທີ່ໃຊ້ສາຍ ຫຼືບໍ່ໃຊ້ສາຍໂດຍຜ່ານເຄືອຂ່າຍຂໍ້ມູນຂ່າວສານເອເລັກໂຕຼນິກຫຼືດ້ວຍລະ ບົບເຕັກນິກອື່ນໆ; 8. ສ້າງຜົນງານສືບເນື່ອງ; 9. ໃຫ້ເຊົ່າຜົນງານຕົ້ນສະບັບຫຼືສໍາເນົາຂອງຮູບເງົາຫຼືໂປຼແກຼມ ຄອບພິວເຕີ້; 10. ໃຫ້ຜົນປະໂຫຍດແກ່ຜູ້ອື່ນຈາກລິຂະສິດຂອງຕົນເຊັ່ນ:ມອບລິ ຂະສິດຂອງຕົນໃຫ້ຜູ້ອື່ນເພື່ອການຄົ້ນຄວ້າວິໄຈ; 11. ປົກປ້ອງທຸກໆສ່ວນທັງໝົດຂອງຜົນງານ,ບໍ່ອະນຸຍາດໃຫ້ບຸກ ຄົນອື່ນດັດແກ້,ເພີ່ມເຕີມ,ຕັດອອກຫຼືປັບປ່ຽນອື່ນໆບໍ່ວ່າດ້ວຍວິທີການໃດ ກໍ່ຕາມທີ່ຈະບໍ່ສົ່ງຜົນເສຍຫາຕໍ່ກຽດແລະຊື່ສຽງຂອງເຈົ້າຂອງລິຂະສິດ.

....ມາດຕາ 85 ເຈົ້າຂອງລິຂະສິດຮູບເງົາແລະລະຄອນ

ມາດຕາ 85 ເຈົ້າຂອງລິຂະສິດຮູບເງົາແລະລະຄອນ ເຈົ້າຂອງລິຂະສິດຮູບເງົາແລະລະຄອນປະກອບດ້ວຍ: 1. ບຸກຄົນຜູ້ທີ່ເປັນອໍານວຍການສ້າງ,ຜູ້ຮຽບຮຽງ,ມືກ້ອງ,ຜູ້ ຄວບຄຸມການສະແດງ,ຜູ້ປະພັນ,ຜູ້ຈັດສາກ,ຜູ້ຄວບຄຸມສຽງ,ຜູ້ຄວບຄຸມ ແສງ,ຜູ້ອອກແບບສະຖານທີ່ຖ່າຍທໍາ,ຜູ້ຄວບຄຸມອຸປະກອນສະຖານທີ່ ຖ່າຍທໍາ,ຜູ້ຄວບຄຸມທາງດ້ານເຕັກນິກແລະຜູ້ອື່ນໆທີ່ມີສ່ວນພົວພັນກັບ ຜົນງານການສ້າງຮູບເງົາແລະລະຄອນ. ເຈົ້າຂອງລິຂະສິດຮູບເງົາແລະລະຄອນຈະໄດ້ຮັບສິດຕາມທີ່ໄດ້ ກໍານົດໄວ້ໃນ ມາດຕາ 84 ຂອງກົດໝາຍສະບັບນີ້ແລະສິດອື່ນຕາມທີ່ ໄດ້ຕົກລົງກັນ; 2. ບຸກຄົນຫຼືການຈັດຕັ້ງທີ່ລົງທຶນທາງດ້ານການເງິນ,ວັດຖຸອຸປະ ກອນແລະເຄື່ອງອໍານວຍຄວາມສະດວກທາງດ້ານເຕັກນິກໃນຜົນງານ ການສ້າງຮູບເງົາແລະຜົນງານການສ້າງລະຄອນຕ້ອງເປັນເຈົ້າຂອງ ສິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 83 ແລະ 84 ຂອງກົດໝາຍສະບັບ ນີ້; 3. ບຸກຄົນຫຼືການຈັດຕັ້ງທີ່ໄດ້ລະບຸໄວ້ໃນຂໍ້ 2 ຂອງມາດຕານີ້ມີ ພັນທະຈ່າຍຄ່າທົດແທນແລະຜົນປະໂຫຍດທາງດ້ານວັດຖຸຕ່າງໆຕາມ ການຕົກລົງໃຫ້ແກ່ບັນດາຜູ້ທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້.

....ມາດຕາ 86 ລິຂະສິດຕໍ່ໂປຼແກຼມຄອມພິວເຕີແລະການລວມລວມຂໍ້ມູນ

ມາດຕາ 86 ລິຂະສິດຕໍ່ໂປຼແກຼມຄອມພິວເຕີແລະການລວມລວມຂໍ້ມູນ ໂປຼແກຼມຄັອມພິວເຕີ້ແມ່ນຊຸດຄໍາສັ່ງຫຼືສິ່ງອື່ນໃດໜຶ່ງທີ່ນໍາໄປໃຊ້ ກັບເຄື່ອງຄັອມພິວເຕີ້ເພື່ອເຮັດໃຫ້ເຄື່ອງຄັອມພິວເຕີ້ທໍາງານຫຼືເພື່ອໃຫ້ ໄດ້ຮັບຜົນຢ່າງໃດຢ່າງໜຶ່ງໃນນີ້ບໍ່ວ່າຈະເປັນພາສາໂປຼແກຼມຄັອມພິວເຕີ ໃນລັກສະນະໃດກໍ່ຕາມຈະໄດ້ຖືກປົກປ້ອງຄືກັນກັບຜົນງານທາງດ້ານວັນ ນະກໍາ. ການລວບລວມຂໍ້ມູນແມ່ນການທ້ອນໂຮມຂໍ້ມູນເຂົ້າມາໄວ້ຢູ່ບ່ອນ ດຽວທີ່ສະແດງໃຫ້ເຫັນໃນການຄັດເລືອກ,ໃນການຈັດລໍາດັບຂໍ້ມູນຢູ່ໃນ ຮູບແບບເອເລັກໂຕຼນິກຫຼືຮູບແບບອື່ນ;ການປົກປ້ອງລິຂະສິດການລວມ ຂໍ້ມູນຈະບໍ່ລວມເອົາການປົກປ້ອງຂໍ້ມູນທີ່ມີລິຂະສິດຢູ່ແລ້ວແລະບໍ່ສ້າງ ຜົນເສຍຫາຍໃຫ້ແກ່ເຈົ້າຂອງລິຂະສິດຂໍ້ມູນເຫຼົ່ານັ້ນ.

....ມາດຕາ 87 ລິຂະສິດຕໍ່ຜົນງານສິລະປະກໍາແລະວັນນະກໍາພື້ນເມືອງ

ມາດຕາ 87 ລິຂະສິດຕໍ່ຜົນງານສິລະປະກໍາແລະວັນນະກໍາພື້ນເມືອງ ຜົນງານສິລະປະກໍາແລະວັນນະກໍາພື້ນເມືອງແມ່ນຜົນຜະລິດຂອງ ການທ້ອນໂຮມການປະດິດຄິດແຕ່ງຂຶ້ນຕາມປະເພນີຂອງຊຸມຊົນຫຼືຂອງ ກຸ່ມຄົນທີ່ສະທ້ອນໃຫ້ເຫັນເຖິງວິຖິຊີວິດການເປັນຢູ່ຂອງຊຸມຊົນຊຶ່ງການສະ ແດງນັ້ນສອດຄ່ອງກັບຄຸນລັກສະນະທາງດ້ານວັດທະນະທໍາແລະສັງຄົມ ຂອງຊຸມຊົນເຫຼົ່ານັ້ນ,ເງື່ອນໄຂແລະຄຸນຄ່າທີ່ຖືກເລົ່າສືບຕໍ່ກັນປາກຕໍ່ປາກ ຫຼືຮຽນແບບຫຼືເຮັດຄ້າຍຄືກັນເຊັ່ນ: 1. ນິທານພື້ນເມືອງ,ກາບກອນ,ຄໍາຜະຫຍາ,ຄໍາສຸພາສິດ; 2. ເພງພື້ນເມືອງ,ຂັບລໍາພື້ນເມືອງ,ດົນຕີພື້ນເມືອງ; 3. ຟ້ອນພື້ນເມືອງ,ການລະຫຼິ້ນພື້ນເມືອງ,ພິທີກໍາພື້ນເມືອງແລະ ການແຂ່ງຂັນແບບພື້ນເມືອງ; 4. ເຄື່ອງດົນຕີ,ພາບວາດ,ຮູບແຕ້ມ,ຮູບສີ,ການແກ້ສະລັກ,ແບບ ສະຖາປະນິກທີ່ໄດ້ຖືກປະດິດຄິດແຕ່ງຂຶ້ນດ້ວຍວັດຖຸປະກອນໃດໜຶ່ງຂອງ ພື້ນເມືອງ. ບຸກຄົນຫຼືການຈັດຕັ້ງທີ່ນໍາເອົາຜົນງານທາງດ້ານສິລະປະກໍາ,ວັນ ນະກໍາພື້ນເມືອງໄປນໍາໃຊ້ຕ້ອງບົ່ງບອກເຖິ່ງແຫຼ່ງທີ່ມາຂອງການສະແດງ ພື້ນເມືອງແລະຮັກສາຄຸນຄ່າດັ່ງເດີມຂອງຜົນງານນັ້ນ.

...ໝວດທີ 5 ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 88 ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 88 ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດມີດັ່ງນີ້: 1. ຜູ້ສະແດງ; 2. ຜູ້ຜະລິດການບັນທຶກສຽງ-ພາບ; 3. ອົງການກະຈາຍສຽງ-ພາບ.

....ມາດຕາ 89 ສິດຂອງຜູ້ສະແດງ

ມາດຕາ 89 ສິດຂອງຜູ້ສະແດງ ຜູ້ສະແດງມີສິດດັ່ງນີ້: 1. ໃສ່ຊື່ຂອງຜູ້ສະແດງໃນການສະແດງຫຼືໃສ່ໃນການແຈກຢາຍ ແຜ່ນສຽງ-ພາບຫຼືການກະຈາຍສຽງ-ພາບຂອງການສະແດງນັ້ນ; 2. ປົກປ້ອງພາບການສະແດງແລະບໍ່ອະນຸຍາດໃຫ້ບຸກຄົນອື່ນດັດ ແກ້,ປັບປ່ຽນ,ເພີ່ມເຕີມຫຼືຕັດອອກແລະອື່ນໆບໍ່ວ່າດ້ວຍວິທີການໃດກໍ່ຕາມ ທີ່ຈະສົ່ງຜົນເສຍຫາຍຕໍ່ກຽດແລະຊື່ສຽງຂອງຜູ້ສະແດງນັ້ນ; 3. ບັນທຶກການສະແດງສົດຂອງຜູ້ສະແດງລົງໃນແຜ່ນສຽງ- ພາບ; 4. ຜະລິດຊໍ້າການສະແດງສົດຂອງຜູ້ສະແດງລົງໃນແຜນສຽງ- ພາບໂດຍທາງກົງຫຼືທາງອ້ອມ; 5. ກະຈາຍສຽງ-ພາບແລະສື່ສານການສະແດງທີ່ຍັງບໍ່ທັນໄດ້ ບັນທຶກອອກສູ່ສາທາລະນະຊົນ; 6. ແຈກຢາຍການບັນທຶກການສະແດງຫຼືການສໍາເນົາການບັນ ທຶກດັ່ງກ່າວຕໍ່ສາທາລະນະຊົນດ້ວຍການຂາຍ,ການໃຫ້ເຊົ່າຫຼືດ້ວຍວິທີ ການເຕັກນິກອື່ນທີ່ສາທາລະນະຊົນເຂົ້າເຖິງໄດ້.

....ມາດຕາ 90 ສິດຂອງຜູ້ຜະລິດການບັນທຶກສຽງ-ພາບ

ມາດຕາ 90 ສິດຂອງຜູ້ຜະລິດການບັນທຶກສຽງ-ພາບ ຜູ້ຜະລິດການບັນທຶກສຽງ-ພາບມີສິດດັ່ງນີ້: 1. ດໍາເນີນການດ້ວຍຕົນເອງຫຼືອະນຸຍາດໃຫ້ຜູ້ອື່ນດໍາເນີນການ; 1.1. ຜະລິດຊໍ້າການບັນທຶກສຽງ-ພາບໂດຍທາງກົງຫຼືທາງ ອ້ອມ; 1.2. ແຈກຢາຍການບັນທຶກສຽງ-ພາບສະບັບຕົ້ນຫຼືສະບັບສໍາ ເນົາຕໍ່ສາທາລະນະຊົນດ້ວຍການຂາຍ,ການໃຫ້ເຊົ່າຫຼືດ້ວຍວິທີການເຕັກ ນິກອື່ນທີ່ສາທາລະນະຊັດເຂົ້າເຖິງໄດ້. 2. ໄດ້ຮັບຜົນປະໂຫຍດໃນເວລາມີການແຈກຢາຍການບັນທຶກ ສຽງ-ພາບຂອງຕົນອອກສູ່ສາທາລະນະຊົນ.

....ມາດຕາ 91 ສິດຂອງອົງການກະຈາຍສຽງ-ພາບ

ມາດຕາ 91 ສິດຂອງອົງການກະຈາຍສຽງ-ພາບ ອົງການກະຈາຍສຽງ-ພາບມີສິດດັ່ງນີ້: 1. ດໍາເນີນການດ້ວຍຕົນເອງຫຼືອະນຸຍາດໃຫ້ຜູ້ອື່ນດໍາເນີນການ; 1.1. ກະຈາຍຫຼືກະຈາຍຊໍ້າຄືນການກະຈາຍສຽງ-ພາບຂອງຕົນ; 1.2. ເຜີຍແຜ່ການກະຈາຍສຽງ-ພາບຂອງຕົນອອກສູ່ສາທາລະ ນະຊົນ; 1.3. ບັນທຶກການກະຈາຍສຽງ-ພາບຂອງຕົນ; 1.4. ຜະລິດຊໍ້າການບັນທຶກການກະຈາຍສຽງ-ພາບຂອງຕົນ; 2. ໄດ້ຮັບຜົນປະໂຫຍດໃນເວລາລາຍການກະຈາຍສຽງ-ພາບ ຂອງຕົນຖືກບັນທຶກ,ຖືກກະຈາຍແລະເຜີຍແຜ່ອອກສູ່ສາທາລະນະຊົນ.

....ມາດຕາ 92 ສິດຂອງຜູ້ລົງທຶນໃສ່ການສະແດງ

ມາດຕາ 92 ສິດຂອງຜູ້ລົງທຶນໃສ່ການສະແດງ ຜູ້ລົງທຶນໃສ່ການສະແດງມີສິດຄ້າຍຄືກັນກັບຜູ້ສະແດງຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 89 ຂອງກົດໝາຍສະບັບນີ້.

...ໝວດທີ 6 ອາຍຸການປົກປ້ອງລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 93 ອາຍຸການປົກປ້ອງລິຂະສິດ

ມາດຕາ 93 ອາຍຸການປົກປ້ອງລິຂະສິດ ອາຍຸການປົກປ້ອງລິຂະສິດມີແຕ່ລະກໍລະນີດັ່ງນີ້: 1. ອາຍຸການປົກປ້ອງລິຂະສິດແມ່ນນັບແຕ່ມື້ປະດິດຄິດແຕ່ງຜົນ ງານນັ້ນຂຶ້ນແລະມີອາຍຸການຊົ່ວໄລຍະຊີວິດຂອງຜູ້ປະດິດບວກກັບຫ້າ ສິບປີນັບແຕ່ມືເສຍຊີວິດຂອງຜູ້ປະດິດຄິດແຕ່ງຜົນງານດັ່ງກ່າວເປັນຕົ້ນ ໄປ.ໃນກໍລະນີທີ່ຜູ້ປະດິດຄິດແຕ່ງຜົນງານມີຫຼາຍຄົນຮ່ວມກັນໄລຍະຂອງ ການປົກປ້ອງລິຂະສິດມີອາຍຸຊົ່ວໄລຍະຊີວິດຂອງຜູ້ຮ່ວມປະດິດຄິດແຕ່ງ ຜູ້ສຸດທ້າຍບວກກັບຫ້າສິບປີນັບແຕ່ມື້ຜູ້ກ່ຽວເສຍຊີວິດເປັນຕົ້ນໄປ; 2. ໃນກໍລະນີທີ່ຜູ້ປະດິດຄິດແຕ່ງເປັນການຈັດຕັ້ງອາຍຸການປົກ ປ້ອງລິຂະສິດແມ່ນຫ້າສິບປີນັບແຕ່ມື້ໄດ້ປະດິດຄິດແຕ່ງຜົນງານຂຶ້ນເປັນ ຕົ້ນໄປ. ໃນກໍລະນີທີ່ໄດ້ມີການໂຄສະນາເຜີຍແຜ່ຜົນງານນັ້ນອາຍຸການປົກ ປ້ອງລິຂະສິດຈະມີອາຍຸຫ້າສິບປີນັບແຕ່ມື້ໄດ້ມີການເຜີຍແຜ່ຜົນງານຄັ້ງ ທໍາອິດເປັນຕົ້ນໄປ. ໃນກໍລະນີທີ່ຜູ້ປະດິດຄິດແຕ່ງໃຊ້ນາມແຝງໂດຍທີ່ບໍ່ຮູ້ວ່າແມ່ນຜູ້ ໃດເປັນຜູ້ປະດິດຄິດແຕ່ງອາຍຸການປົກປ້ອງແມ່ນໃຫ້ປະຕິບັດຕາມວັກ 1 ຂອງຂໍ້ 2 ຂອງມາດຕານີ້. ໃນກໍລະນີທີ່ຮູ້ຈັກເຈົ້າຂອງຜົນງານທີ່ໃຊ້ນາມແຝງອາຍຸການປັກ ປ້ອງແມ່ນໃຫ້ປະຕິບັດຕາມ ຂໍ້ 1 ຂອງມາດຕານີ້. 3. ໃນກໍລະນີທີ່ມີສົນທິສັນຍາທີ່ ສປປລາວ ເປັນພາຄີຫຼືສັນຍາທີ່ ໄດ້ຮ່ວມເຊັນນໍາກັນອາຍຸການປົກປ້ອງລິຂະສິດແມ່ນໃຫ້ປະຕິບັດຕາມສົນ ທິສັນຍາຫຼືສັນຍານັ້ນ.


....ມາດຕາ 94 ອາຍຸການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 94 ອາຍຸການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ ໄລຍະຂອງການປົກປ້ອງສິດກ່ຽວຂ້ອງກັບລິຂະສິດມີດັ່ງນີ້: 1. ສໍາລັບຜູ້ສະແດງອາຍຸການປົກປ້ອງແມ່ນຫ້າສິບປີນັບແຕ່ວັນ ໄດ້ມີການສະແດງເປັນຕົ້ນໄປ; 2. ສໍາລັບຜູ້ຜະລິດການບັນທຶກສຽງ-ພາບອາຍຸການປົກປ້ອງ ແມ່ນຫ້າສິບປີນັບແຕ່ວັນໄດ້ເຜີຍແຜ່ການບັນທຶກສຽງ-ພາບເປັນຕົ້ນໄປ. ໃນກໍລະນີທີ່ໄດ້ມີການໂຄສະນາເຜີຍແຜ່ຜົນງານນັ້ນອາຍຸການປົກປ້ອງ ການບັນທຶກສຽງ-ພາບຈະມີອາຍຸຫ້າສິບປີນັບຕ່ວັນໄດ້ມີການເຜີຍແຜ່ຜົນ ງານຄັ້ງທໍາອິດເປັນຕົ້ນໄປ; 3. ສໍາລັບອົງການກະຈາຍສຽງ-ພາບອາຍຸການປົກປ້ອງແມ່ນ ຫ້າສິບປີນັບແຕ່ວັນໄດ້ກະຈາຍລາຍການເປັນຕົ້ນໄປ; 4. ໃນກໍລະນີມີສົນທິສັນຍາທີ່ ສປປລາວ ເປັນພາຄີຫຼືສັນຍາທີ່ໄດ້ ຮ່ວມເຊັນນໍາກັນອາຍຸການປົກປ້ອງສິດກ່ຽວຂ້ອງກັບລິຂະສິດແມ່ນໃຫ້ປະ ຕິບັດຕາມສົນທິສັນຍາຫຼືສັນຍານັ້ນ.

...ໝວດທີ 7 ຂໍ້ຈໍາກັດແລະພັນທະຕໍ່ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 95 ຂໍ້ຈໍາກັດຕໍ່ລິຂະສິດທີ່ມີການທົດແທນ

ມາດຕາ 95 ຂໍ້ຈໍາກັດຕໍ່ລິຂະສິດທີ່ມີການທົດແທນ ການນໍາໃຊ້ຜົນງານທີ່ໄດ້ຖືກເຜີຍແຜ່ໂດຍບໍ່ຕ້ອງຂໍອະນຸຍາດແຕ່ ຕ້ອງໄດ້ຈ່າຍຄ່າທົດແທນມີດັ່ງນີ້: 1. ການນໍາໃຊ້ຜົນງານທີ່ໄດ້ຖືກເຜີຍແຜ່ໂດຍອົງການກະຈາຍ ສຽງ-ພາບເພື່ອເຮັດລາຍການກະຈາຍສຽງ-ພາບທີ່ມີການອຸປະຖໍາ; 2. ຜູ້ທີ່ນໍາໃຊ້ຜົນງານຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕາ ນີ້ຕ້ອງບອກຊື່ຂອງເຈົ້າຂອງຜົນງານແລະແຫຼ່ງທີ່ມາຂອງຜົນງານ,ບໍ່ ສ້າງຜົນເສຍຫາຍຕໍ່ສິດຂອງຜູ້ເປັນເຈົ້າຂອງຜົນງານແລະບໍ່ໃຫ້ສ້າງຜົນ ເສຍຫາຍຕໍ່ສິດຜົນປະໂຫຍດປົກກະຕິຂອງເຈົ້າຂອງຜົນງານນັ້ນ; 3. ການນໍາໃຊ້ຜົນງານທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ ຈະບໍ່ກວມເອົາຜົນງານການສ້າງຮູບເງົາ.

....ມາດຕາ 96 ຂໍ້ຈໍາກັດຕໍ່ລິຂະສິດທີ່ບໍ່ມີການທົດແທນ

ມາດຕາ 96 ຂໍ້ຈໍາກັດຕໍ່ລິຂະສິດທີ່ບໍ່ມີການທົດແທນ ຂໍ້ຈໍາກັດຕໍ່ລິຂະສິດທີ່ບໍ່ມີການທົດແທນມີດັ່ງນີ້: 1. ການນໍາໃຊ້ຜົນງານທີ່ຖືກເຜີຍແຜ່ໂດຍບໍ່ໄດ້ຮັບອະນຸຍາດຈາກ ເຈົ້າຂອງລິຂະສິດແລະບໍ່ຕ້າງຈ່າຍຄ່າຕອບແທນຄື: 1.1. ການຜະລິດຊໍ້າສໍາເນົາໜຶ່ງອັນສໍາລັບຕົນເອງເພື່ອຈຸດປະ ສົງການຄົ້ນຄວ້າທາງວິທະຍາສາດແລະການສິດສອນສ່ວນຕົວ; 1.2. ການອ້າງອີງຜົນງານຢ່າງເໝາະສົມໂດຍບໍ່ໃຫ້ມີການດັດ ແປງເນື້ອໃນເພື່ອໄປປະກອບຄໍາເຫັນຫຼືເພື່ອໄປປະກອບໃຫ້ເຫັນພາບໃນ ຜົນງານອັນໃດໜຶ່ງຂອງຕົນເອງ; 1.3. ການອ້າງອີງຈາກຜົນງານໃດໜຶ່ງໂດຍບໍ່ໃຫ້ມີການດັດ ແປງເນື້ອໃນເພື່ອນໍາໄປຂຽນຂ່າວ,ວາລະສານ,ລາຍການວິທະຍຸແລະ ລາຍການໂທລະພາບແລະຮູບເງົາສາລະຄະດີ(ຟິມເອກະສານ). 1.4. ການອ້າງອີງຈາກຜົນງານໃດໜຶ່ງເພື່ອການສິດສອນໃນ ໂຮງຮຽນໂດຍບໍ່ມີຈຸດປະສົງທາງການຄ້າແລະບໍ່ໃຫ້ມີການດັດແປງເນື້ອ ໃນຂອງຜົນງານດັ່ງກ່າວ; 1.5. ການອັດສໍາເນົາຜົນງານເພື່ອເກັບມ້ຽນໃນຫ້ອງສະມຸດເພື່ອ ຈຸດປະສົງໃນການຄົ້ນຄວ້າ; 1.6. ການນໍາເອົາຜົນງານໄປສະແດງລະຄອນແລະສະແດງສິ ລະປະໃນຮູບການອື່ນໃນງານບຸນຕ່າງໆຫຼືໃນການປຸກລະດົມສົ່ງເສີມໂດຍ ປາສະຈາກການເກັບຄ່າໃດໆ; 1.7. ການບັນທຶກແລະລາຍງານການສະແດງສົດເພື່ອຈຸດປະສົງ ນໍາຂ່າວສານແລະການສຶກສາໃຫ້ແກ່ສາທາລະນະຊົນ; 1.8. ການຖ່າຍຮູບຫຼືຖ່າຍວິດີໂອຜົນງານວິຈິດສິນ,ວຽກງານ ການຖ່າຍພາບແລະສິລະປະປັບໃຊ້ເພື່ອນໍາສະເໜີໃຫ້ແກ່ສາທາລະນະຊົນ ຮູ້ຈັກ; 1.9. ການແປຜົນງານໃຫ້ເປັນຕົວໜັງສືໂນນຫຼືດ້ວຍຕົວໜັງສື ອື່ນສໍາລັບຄົນພິການທາງສາຍຕາ; 1.10. ການນໍາເຂົ້າສໍາເນົາຜົນງານຂອງຜູ້ອື່ນເພື່ອນໍາໃຊ້ສ່ວນ ຕົວ. 2. ຜູ້ທີ່ນໍາໃຊ້ຜົນງານຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕາ ນີ້ຕ້ອງບອກຊື່ຂອງເຈົ້າຂອງຜົນງານແລະແຫຼ່ງທີ່ມາຂອງຜົນງານ,ບໍ່ ສ້າງຜົນເສຍຫາຍຕໍ່ສິດຂອງຜູ້ເປັນເຈົ້າຂອງຜົນງານແລະບໍ່ໃຫ້ສ້າງຜົນ ເສຍຫາຍຕໍ່ສິດຜົນປະໂຫຍດປົກກະຕິຂອງເຈົ້າຂອງຜົນງານນັ້ນ; 3. ການນໍາໃຊ້ຜົນງານໃດໜຶ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດ ຕານີ້ຈະບໍ່ກວມເອົາຜົນງານທາງດ້ານສະຖາປະນິກ,ຜົນງານທາງດ້ານ ວິຈິດສິນຫຼືໂປຼແກຼມຄັອມພິວເຕີ້.

....ມາດຕາ 97 ຂໍ້ຈໍາກັດຕໍ່ສິດກ່ຽວຂ້ອງກັບລິຂະສິດທີ່ມີການທົດແທນ

ມາດຕາ 97 ຂໍ້ຈໍາກັດຕໍ່ສິດກ່ຽວຂ້ອງກັບລິຂະສິດທີ່ມີການທົດແທນ ຂໍ້ຈໍາກັດຕໍ່ສິດກ່ຽວຂ້ອງກັບລິຂະສິດທີ່ມີການທົດແທນມີດັ່ງນີ້: 1. ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ສິດກ່ຽວຂ້ອງກັບລິຂະສິດຂອງຜູ້ ອື່ນໂດຍບໍ່ຕ້ອງຂໍອະນຸຍາດແຕ່ຕ້ອງໄດ້ຈ່າຍຄ່າທົດແທນຕາມທີ່ໄດ້ຕົກລົງ ກັນກັບເຈົ້າຂອງຜົນງານ,ເຈົ້າຂອງລິຂະສິດ,ຜູ້ສະແດງ,ຜູ້ຜະລິດການບັນ ທຶກສຽງ-ພາບແລະອົງການກະຈາຍສຽງ-ພາບໃນກໍລະນີດັ່ງນີ້: 1.1. ນໍາໃຊ້ການບັນທຶກສຽງ-ພາບທີ່ຖືກເຜີຍແຜ່ໂດຍທາງກົງ ຫຼືທາງອ້ອມເພື່ອຈຸດປະສົງທາງການຄ້າແນໃສ່ເພື່ອດໍາເນີນລາຍການ ກະຈາຍສຽງ-ພາບທີ່ມີການອຸປະຖໍາ; 1.2. ນໍາໃຊ້ການບັນທຶກສຽງ-ພາບທີ່ຖືກເຜີຍແຜ່ໃນການເຄື່ອນ ໄຫວທຸລະກິດແລະການຄ້າ. 2. ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ສິດຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ຕ້ອງບໍໍ່ສ້າງຜົນເສຍຫາຍຕໍ່ສິດຂອງຜູ້ສະແດງ,ຜູ້ຜະລິດ ການບັນທຶກສຽງ-ພາບແລະອົງການກະຈາຍສຽງ-ພາບແລະຕ້ອງບໍ່ ສ້າງຜົນເສຍຫາຍຕໍ່ສິດຜົນປະໂຫຍດປົກກະຕິຂອງການສະແດງ,ການ ບັນທຶກສຽງ-ພາບ,ລາຍການກະຈາຍສຽງ-ພາບ.

....ມາດຕາ 98 ຂໍ້ຈໍາກັດໍ່ສິດກ່ຽວຂ້ອງກັບລິຂະສິດທີ່ບໍ່ມີການທົດແທນ

ມາດຕາ 98 ຂໍ້ຈໍາກັດໍ່ສິດກ່ຽວຂ້ອງກັບລິຂະສິດທີ່ບໍ່ມີການທົດແທນ ຂໍ້ຈໍາກັດຕໍ່ສິດກ່ຽວຂ້ອງກັບລະຂະສິດທີ່ບໍ່ມີການທົດແທນມີດັ່ງນີ້: 1. ການນໍາໃຊ້ສິດກ່ຽວຂ້ອງກັບລິຂະສິດທີ່ບໍ່ຈໍາເປັນຕ້ອງຂໍອະນຸ ຍາດແລະບໍ່ຕ້ອງຈ່າຍຄ່າທົດແທນຄື: 1.1. ການອັດສໍາເນົາຊໍ້າຜົນງານໃດໜຶ່ງເພື່ອຈຸດປະສົງໃນການ ຄົ້ນຄວ້າທາງວິທະຍາສາດ; 1.2. ການອັດສໍາເນົາຊໍ້າຜົນງານໃດໜຶ່ງເພື່ອຈຸດປະສົງໃນການ ສິດສອນ; 1.3. ການອ້າງອີງຢ່າງເໝາະສົມເພື່ອຈຸດປະສົງໃນການສະ ໜອງຂໍ້ມູນເທົ່ານັ້ນ; 1.4. ການທໍາການບັນທຶກສຽງ-ພາບແບບຊົ່ວຄາວເມື່ອໄດ້ຮັບ ອະນຸຍາດຈາກເຈົ້າຂອງສິດ. 2. ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ສິດຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕານີ້ຕ້ອງບໍ່ສ້າງຜົນເສຍຫາຍຕໍ່ສິດຂອງຜູ້ສະແດງ,ຜູ້ຜະລິດ ການບັນທຶກສຽງ-ພາບແລະອົງການກະຈາຍສຽງ-ພາບແລະຕ້ອງບໍ່ ສ້າງຜົນເສຍຫາຍຕໍ່ສິດຜົນປະໂຫຍດປົກກະຕິຂອງການສະແດງ,ການ ບັນທຶກສຽງ-ພາບ,ລາຍການກະຈາຍສຽງ-ພາບ.

....ມາດຕາ 99 ພັນທະຂອງເຈົ້າຂອງລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 99 ພັນທະຂອງເຈົ້າຂອງລິຂະສິດແລະສິດກ່ຽວຂ້ອງກັບລິຂະ ສິດ ພັນທະຂອງເຈົ້າຂອງລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດແມ່ນ ປະຕິບັດຕາມມາດຕາ 58 ຂອງກົດໝາຍສະບັບນີ້.

..ພາກທີ 6 ຂໍ້ຫ້າມສໍາລັບຊັບສິນທາງປັນຍາ


...ໝວດທີ 1 ຂໍ້ຫ້າມສໍາລັບຊັບສິນອຸດສາຫະກໍາ


....ມາດຕາ 100 ຂໍ້ຫ້າມສໍາລັບເຈົ້າຂອງຊັບສິນອຸສາຫະກໍາແລະຜູ້ທີ່ໄດ້ຮັບສິດນໍາໃຊ້

ມາດຕາ 100 ຂໍ້ຫ້າມສໍາລັບເຈົ້າຂອງຊັບສິນອຸສາຫະກໍາແລະຜູ້ທີ່ໄດ້ ຮັບສິດນໍາໃຊ້ 1. ເຈົ້າຂອງຊັບສິນອຸດສາຫະກໍາບໍ່ມີສິດຫ້າມຜູ້ອື່ນນໍາໃຊ້ຫຼືດໍາ ເນີນການດັ່ງນີ້: 1.1. ນໍາໃຊ້ການປະດິດສ້າງ,ສິ່ງປະດິດ,ແບບອຸດສາຫະກໍາຫຼື ແບບຜັງວົງຈອນລວມເພື່ອການນໍາໃຊ້ສ່ວນຕົວຫຼືນໍາໃຊ້ເຂົ້າໃນການສຶກ ສາ,ຄົ້ນຄວ້າຫຼືທົດລອງແລະອື່ນໆທີ່ບໍ່ມີຈຸດປະສົງໃນທາງການຄ້າ; 1.2. ຈໍລະຈອນ,ແຈກຢາຍ,ນໍາເຂົ້າ,ຫາຜົນປະໂຫຍດຈາກການ ນໍາໃຊ້ຜະລິດຕະພັນທີ່ໄດ້ຈາກຊັບສິນອຸດສາຫະກໍາຊຶ່ງນໍາອອກສູ່ຕະຫຼາດ ທັງພາຍໃນແລະຕ່າງປະເທດຢ່າງຖືກຕ້ອງ; 1.3. ນໍາໃຊ້ການປະດິດສ້າງ,ສິ່ງປະດິດຫຼືແບບອຸດສາຫະກໍາທີ່ ຢູ່ໃນພາຫະນະ,ລວມທັງການນໍາໃຊ້ອຸປະກອນແລະເຄື່ອງອາໄຫຼ່ເຂົ້າໃນ ການສ້ອມແປງ,ບໍາລຸງຮັກສາພາຫະນະຂອງຕ່າງປະເທດທີ່ຜ່ານດິນ ແດນ,ນ່ານຟ້າແລະນ່ານນໍ້າຊົ່ວຄາວຫຼືກໍລະນີສຸກເສີນຢູ່ດິນແດນຂອງ ສປປລາວ; 1.4. ນໍາໃຊ້ການປະດິດສ້າງຫຼືສົ່ງປະດິດຕໍ່ບຸກຄົນທີ່ໄດ້ຮັບອະນຸ ຍາດຈາກລັດຖະບານຂອງສປປລາວ; 1.5. ນໍາໃຊ້ແບບຜັງວົງຈອນລວມທີ່ບຸກຄົນນໍາໃຊ້ນັ້ນບໍ່ຮູ້ຈັກມາ ກ່ອນວ່າແບບຜັງວົງຈອນດັ່ງກ່າວໄດ້ຖືກປົກປ້ອງມາແລ້ວ; 1.6. ນໍາໃຊ້ເຄື່ອງໝາຍການຄ້າທີ່ຄືກັນຫຼືຄ້າຍຄືກັນກັບແຫຼ່ງກໍາ ເນີດທີ່ເຄື່ອງໝາຍການຄ້າໄດ້ຮັບການປົກປ້ອງກ່ອນວັນຍື່ນຄໍາຮ້ອງຂໍ ຈົດທະບຽນແຫຼ່ງກໍາເນີດ; 1.7. ນໍາໃຊ້ຢ່າງສຸດຈະລິດກ່ຽວກັບຊື່ຄົນ,ສັນຍາລັກຂອງແຕ່ລະ ປະເພດ,ປະລິມານ,ຄຸນນະພາບ,ວິທີການນໍາໃຊ້,ການປະເມີນ,ແຫຼ່ງທີ່ມາ ແລະຄຸນລັກສະນະອື່ນໆຂອງສິນຄ້າແລະການບໍລິການ. 2. ເຈົ້າຂອງຄວາມລັບທາງການຄ້າບໍ່ມີສິດຫ້າມຜູ້ອື່ນດໍາເນີນ ການໃດໜຶ່ງດັ່ງນີ້: ເປີດເຜີຍຫຼືນໍາໃຊ້ຄວາມລັບທາງການຄ້າທີ່ໄດ້ມາໂດຍບໍ່ຮູ້ຈັກມາ ກ່ອນວ່າຄວາມລັບທາງການຄ້ານັ້ນໄດ້ມາໂດຍບຸກຄົນອື່ນຢ່າງບໍ່ຖືກຕ້ອງ ຕາມກົດໝາຍ; ເປີດເຜີຍຂໍ້ມູນລັບເພື່ອຈຸດປະສົງປົກປ້ອງສາທາລະນະຊົນ; ນໍາໃຊ້ຂໍ້ມູນລັບກ່ຽວກັບຜະລິດຕະພັນການຢາແລະເຄມີກະສິກໍາ ທີ່ບໍ່ມີຈຸດປະສົງໃນທາງການຄ້າ; ເປີດເຜີຍຫຼືນໍາໃຊ້ຄວາມລັບທາງການຄ້າທີ່ມີລັກສະນະຄ້າຍຄືກັນ ຊຶ່ງບຸກຄົນອື່ນໄດ້ເຮັດຂຶ້ນມາ; ເປີດເຜີຍຫຼືນໍາໃຊ້ຄວາມລັບທາງການຄ້າທີ່ໄດ້ມາຈາກການວິ ເຄາະ,ການປະເມີນຜະລິດຕະພັນທີ່ໄດ້ມີການຈໍາໜ່າຍຢ່າງຖືກຕ້ອງ ຕາມກົດໝາຍ.

....ມາດຕາ 101 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 101 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ ບຸກຄົນຫຼືການຈັດຕັ້ງອື່ນທີ່ບໍ່ແມ່ນເຈົ້າຂອງຊັບສິນອຸດສາຫະກໍາ ຫ້າມດໍາເນີນການໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຊັບສິນອຸດສາ ຫະກໍາດັ່ງນີ້: 1. ທໍາການຜະລິດຈາກຊັບສິນອຸດສາຫະກໍາທີ່ໄດ້ຖືກປົກປ້ອງ; 2. ນໍາໃຊ້ກໍາມະວິທີການຜະລິດຈາກຊັບສິນອຸດສາຫະກໍາທີ່ໄດ້ ຖືກປົກປ້ອງ; 3. ຈໍາໜ່າຍຫຼືໂຄສະນາ,ສະເໜີຂາຍ,ຂາຍ,ເກັບມ້ຽນເພື່ອຈໍາ ໜ່າຍ,ນໍາເຂົ້າ,ສົ່ງອອກຜະລິດຕະພັນທີ່ໄດ້ຈາກຊັບສິນອຸດສາຫະກໍາຊຶ່ງ ໄດ້ຖືກປົກປ້ອງ; 4. ໂອນ,ອະນຸຍາດໃຫ້ນໍາໃຊ້,ໃຫ້ເຊົ່າຊັບສິນອຸດສາຫະກໍາທີ່ບໍ່ໄດ້ ຖືກປົກປ້ອງ.

...ໝວດທີ 2 ຂໍ້ຫ້າມສໍາລັບພັນພືດໃໝ່


....ມາດຕາ 102 ຂໍ້ຫ້າມສໍາລັບເຈົ້າຂອງພັນພືດໃໝ່ແລະຜູ້ທີ່ໄດ້ຮັບສິດນໍາໃຊ້

ມາດຕາ 102 ຂໍ້ຫ້າມສໍາລັບເຈົ້າຂອງພັນພືດໃໝ່ແລະຜູ້ທີ່ໄດ້ຮັບສິດ ນໍາໃຊ້ ເຈົ້າຂອງພັນພືດໃໝ່ບໍ່ມີສິດຫ້າມຜູ້ອື່ນນໍາໃຊ້ພັນພືດໃໝ່ເພື່ອຈຸດ ປະສົງດັ່ງນີ້: 1. ໃນວຽກງານສ່ວນຕົວຊຶ່ງບໍ່ກ່ຽວຂ້ອງກັບການຄ້າ; 2. ໃນການທົດລອງແລະການຄົ້ນຄວ້າ; 3. ໃນການປັບປຸງພັນເພື່ອໃຫ້ເກີດພັນພືດອື່ນ. ສໍາລັບຜູ້ທີ່ໄດ້ຮັບສິດນໍາໃຊ້ກໍ່ມີຂໍ້ຫ້າມຕາມທີ່ໄດ້ກ່າວມາເທິງນີ້ ເຊັ່ນດຽວກັນ.

....ມາດຕາ 103 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 103 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ ບຸກຄົນຫຼືການຈັດຕັ້ງອື່ນທີ່ບໍ່ແມ່ນເຈົ້າຂອງພັນພືດໃໝ່ຫ້າມດໍາ ເນີນການໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງພັນພືດໃໝ່ດັ່ງນີ້: 1. ທໍາການຜະລິດຫຼືການຂະຫາຍພັນຂອງພັນພືດໃໝ່ທີ່ໄດ້ຖືກ ປົກປ້ອງເພື່ອຈຸດປະສົງໃນທາງການຄ້າ; 2. ນໍາໃຊ້ກໍາມະວິທີໃນການຂະຫຍາຍພັນເພື່ອຈຸດປະສົງໃນທາງ ການຄ້າ; 3. ສະເໜີຂາຍ,ຂາຍແລະເຮັດການຕະຫຼາດພັນພືດໃໝ່ທີ່ໄດ້ຖືກ ປົກປ້ອງ; 4. ສົ່ງອອກຫຼືນໍາເຂົ້າພັນພືດໃໝ່ທີ່ໄດ້ຖືກປົກປ້ອງ; 5. ເກັບມ້ຽນເພື່ອຈຸດປະສົງທີ່ໄດ້ກ່າວມາໃນຂໍ້ 1,ຂໍ້ 2, ຂໍ້ 3,ຂໍ້ 4 ຂອງມາດຕານີ້.

...ໝວດທີ 3 ຂໍ້ຫ້າມສໍາລັບລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ


....ມາດຕາ 104 ຂໍ້ຫ້າມສໍາລັບເຈົ້າຂອງລິຂະສິດ

ມາດຕາ 104 ຂໍ້ຫ້າມສໍາລັບເຈົ້າຂອງລິຂະສິດ ເຈົ້າຂອງລິຂະສິດບໍ່ມີສິດຫ້າມຜູ້ອື່ນນໍາໃຊ້ຜົນງານຂອງຕົນດັ່ງນີ້: 1. ຜະລິດຊໍ້າເພື່ອຈຸດປະສົງໃນການຄົ້ນຄວ້າທາງວິທະຍາສາດ ແລະການສິດສອນ; 2. ອ້າງອີງເພື່ອໄປປະກອບຄໍາເຫັນຫຼືເພື່ອໄປປະກອບໃຫ້ເຫັນ ພາຍໃນຜົນງານອັນໃດໜຶ່ງໂດຍບໍ່ໄດ້ມີການດັດແປງເນື້ອໃນຂອງຜົນ ງານດັ່ງກ່າວ; 3. ອ້າງອີງເພື່ອນໍາໄປຂຽນຂ່າວ,ວາລະສານ,ລາຍການວິທະຍຸ ແລະລາຍການໂທລະພາບແລະຮູບເງົາສາລະຄະດີ(ຟິມເອກະສານ) ໂດຍບໍ່ໄດ້ມີການດັດແປງເນື້ອໃນຂອງຜົນງານດັ່ງກ່າວ; 4. ອ້າງອີງເພື່ອການສິດສອນໃນໂຮງຮຽນຊຶ່ງບໍ່ມີຈຸດປະສົງໃນ ທາງການຄ້າໂດຍບໍ່ມີການດັດແປງເນື້ອໃນຂອງຜົນງານດັ່ງກ່າວ; 5. ອັດສໍາເນົາເພື່ອເກັບມ້ຽນໃນຫ້ອງສະມຸດເພື່ອຈຸດປະສົງໃນ ການຄົ້ນຄວ້າ; 6. ນໍາເອົາມາສະແດງລະຄອນຫຼືຮູບແບບການສະແດງສິລະປະ ອື່ນໆໃນງານບຸນຕ່າງໆຫຼືໃນການປູກລະດົມສົ່ງເສີມໂດຍປາສະຈາກ ການເກັບຄ່າໃດໆ; 7. ບັນທຶກແລະລາຍງານການສະແດງສົດເພື່ອຈຸດປະສົງນໍາ ຂ່າວສານແລະການສຶກສາໃຫ້ແກ່ສາທາລະນະຊົນ; 8. ຖ່າຍຮູບຫຼືຖ່າຍວີດີໂອເອົາຜົນງານວິຈິດສິນ,ຜົນງານການ ຖ່າຍຮູບແລະຜົນງານສິລະປະປັບໃຊ້ເພື່ອນໍາສະເໜີໃຫ້ແກ່ສາທາລະນະ ຊົນໄດ້ຮູ້ຈັກ; 9. ເຮັດເປັນຕົວໜັງສືໂນນຫຼືຕົວໜັງສືຮູບແບບອື່ນສໍາລັບຜູ້ພິ ການທາງສາຍຕາ; 10. ນໍາເຂົ້ານໍາເສົາເພື່ອນໍາໃຊ້ສ່ວນຕົວ. ສໍາລັບຜູ້ທີ່ໄດ້ຮັບສິດນໍາໃຊ້ກໍ່ມີຂໍ້ຫ້າມຕາມທີ່ໄດ້ກ່າວມາເທິງນີ້ ເຊັ່ນດຽວກັນ. ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ສິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ ນີ້ບໍ່ໃຫ້ສ້າງຜົນເສຍຫາຍຕໍ່ເຈົ້າຂອງລິຂະສິດ.

....ມາດຕາ 105 ຂໍ້ຫ້າມສໍາລັບເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 105 ຂໍ້ຫ້າມສໍາລັບເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດບໍ່ມີສິດຫ້າມຜູ້ອື່ນນໍາໃຊ້ຜົນ ງານຂອງຕົນດັ່ງນີ້: 1. ອັດສໍາເນົາເພື່ອຈຸດປະສົງການຄົ້ນຄວ້າທາງວິທະຍາສາດ ແລະການສິດສອນ; 2. ອ້າງອີງເພື່ອຈຸດປະສົງໃນການສະໜອງຂໍ້ມູນເທົ່ານັ້ນ; 3. ທໍາການບັນທຶກສຽງ-ພາບແບບຊົ່ວຄາວເມື່ອໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ. ສໍາລັບຜູ້ທີ່ໄດ້ຮັບສິດນໍາໃຊ້ກໍ່ມີຂໍ້ຫ້າມຕາມທີ່ໄດ້ກ່າວມາເທິງນີ້ ເຊັ່ນດຽວກັນ. ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ສິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ ນີ້ບໍ່ໃຫ້ສ້າງຜົນເສຍຫາຍຕໍ່ເຈົ້າຂອງສິດກ່ຽວກັບລິຂະສິດ.

....ມາດຕາ 106 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 106 ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ ບຸກຄົນຫຼືການຈັດຕັ້ງອື່ນທີ່ບໍ່ແມ່ນເຈົ້າຂອງລິຂະສິດແລະສິດກ່ຽວ ຂ້ອງກັບລິຂະສິດຫ້າມດໍາເນີນການໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງສິດດັ່ງນີ້: 1. ນໍາເອົາຜົນງານທາງດ້ານສິລະປະກໍາ,ວັນນະກໍາແລະວິທະ ຍາສາດຂອງຄົນອື່ນມາໃຊ້; 2. ແອບອ້າງໃສ່ຊື່ຕົນເອງວ່າເປັນຜູ້ປະດິດຄິດແຕ່ງຜົນງານ; 3. ພິມເຜີຍແຜ່ຜົນງານໃດໜຶ່ງທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງ; 4. ພິມເຜີຍແຜ່ຜົນງານຂອງຜູ້ຮ່ວມປະດິດຄິດແຕ່ງໂດຍບໍ່ໄດ້ຮັບ ອະນຸຍາດຈາກຜູ້ຮ່ວມປະດິດຄິດແຕ່ງຄົນອື່ນ; 5. ດັດແປງ,ເພີ່ມເຕີມຫຼືຕັດອອກບາງສ່ວນຂອງຜົນງານໃດໜຶ່ງ ບໍ່ວ່າດ້ວຍວິທີການໃດກໍ່ຕາມທີ່ສ້າງຜົນເສຍຫາຍຕໍ່ກຽດແລະຊື່ສຽງຂອງ ຜູ້ປະດິດຄິດແຕ່ງ; 6. ອັດສໍາເນົາຜົນງານຈາກຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິຂະ ສິດ; 7. ສ້າງຜົນງານທີ່ສືບເນື່ອງຈາກຜູ້ປະດິດຄິດແຕ່ງຫຼືເຈົ້າຂອງລິ ຂະສິດຍົກເວັ້ນຮູບແບບການນໍາໃຊ້ທີ່ໄດ້ກໍານົດໄວ້ໃນມາດຕາ 104 ຂໍ້ 9 ຂອງກົດໝາຍສະບັບນີ້; 8. ຫາຜົນປະໂຫຍດຈາກຜົນງານໃດໜຶ່ງຈາກເຂົ້າຂອງລິຂະສິດ; 9. ໃຫ້ເຊົ່າຜົນງານ; 10. ອັດສໍາເນົາ,ຜະລິດ,ໂຄສະນາເຜີຍແຜ່,ສະແດງຫຼືສື່ສານຜົນ ງານຕໍ່ສາທາລະນະຊົນດ້ວຍເຄືອຂ່າຍການກະຈາຍສຽງ-ພາບຫຼືດ້ວຍອຸ ປະກອນເຕັກນິກທີ່ທັນສະໄໝ; 11. ເຜີຍແຜ່ຜົນງານໃດໜຶ່ງຂອງເຈົ້າຂອງລິຂະສິດ; 12. ຍົກເລີກຫຼືເຮັດໃຫ້ວິທີການເຕັກນິກທີ່ເຈົ້າຂອງລິຂະສິດໄດ້ ນໍາໃຊ້ໃນການປົກປ້ອງຜົນງານລິຂະສິດນັ້ນໃຊ້ການບໍ່ໄດ້ໂດຍເຈດຕະ ນາ; 13. ລຶບຫຼືດັດແກ້ຂໍ້ມູນທາງດ້ານເອເລັກໂຕຼນິກໃນການຄຸ້ມຄອງ ລິຂະສິດຂອງຜົນງານນັ້ນໂດຍເຈດຕະນາ; 14. ຜະລິດ,ລວບລວມ,ປ່ຽນແປງ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ, ຂາຍຫຼືໃຫ້ເຊົ່າສິ້ນສ່ວນໃດໜຶ່ງຂອງອຸປະກອນເພື່ອໃຊ້ທໍາລາຍການປ້ອງ ກັນທາງດ້ານເຕັກນິກທີ່ເຈົ້າຂອງລິຂະສິດໄດ້ເຮັດຂຶ້ນມາເພື່ອປົກປ້ອງຜົນ ງານຂອງຕົນທັງໆທີ່ຮູ້ຫຼືຄວນຈະຮູ້ວ່າອຸປະກອນນັ້ນແມ່ນນໍາໃຊ້ເພື່ອເຮັດ ໃຫ້ການປ້ອງກັນນັ້ນໃຊ້ການບໍ່ໄດ້; 15. ປອມແປງຜົນງານດ້ວຍການປອມແປງຊື່ຫຼືລາຍເຊັນຂອງ ຜູ້ປະດິດຄິດແຕ່ງແລະຂາຍຜົນງານທີ່ປອມແປງນັ້ນ; 16. ສົ່ງອອກ-ນໍາເຂົ້າ,ໂຄສະນາ,ສໍາເນົາຜົນງານ; 17. ແອບອ້າງຊື່ຂອງຜູ້ສະແດງ,ຜູ້ຜະລິດການບັນທຶກສຽງ- ພາບ; 18. ພິດເຜີຍແຜ່,ຜະລິດຫຼືສື່ສານການສະແດງ,ບັນທຶກສຽງ- ພາບ,ກະຈາຍສຽງ-ພາບຕໍ່ສາທາລະນະຊົນ; 19. ດັດແປງ,ເພີ່ມເຕີມຫຼືຕັດອອກບາງສ່ວນຂອງການສະແດງ ບໍ່ວ່າດ້ວຍວິທີການໃດກໍ່ຕາມທີ່ສ້າງຜົນເສຍຫາຍຕໍ່ກຽດແລະຊື່ສຽງຂອງ ຜູ້ສະແດງ; 20. ຜະລິດຊໍ້າ,ຕັດຕໍ່ບັນທຶກການສະແດງ,ການບັນທຶກສຽງ- ພາບ,ການກະຈາຍສຽງ-ພາບ; 21. ປ່ຽນແປງສິດກ່ຽວກັບການຄຸ້ມຄອງຂໍ້ມູນໃນຮູບແບບເອ ເລັກໂຕຼນິກ; 22. ຍົກເລີກຫຼືເຮັດໃຫ້ວິທີການເຕັກນິກທີ່ເຈົ້າຂອງນໍາໃຊ້ໃນ ການປົກປ້ອງສິດກ່ຽວຂ້ອງກັບລິຂະສິດນັ້ນໃຊ້ການບໍ່ໄດ້ໂດຍເຈດຕະ ນາ; 23. ຈໍາໜ່າຍ,ນໍາເຂົ້າເພື່ອຈໍາໜ່າຍ,ກະຈາຍສຽງ-ພາບ,ສື່ ສານ,ບັນທຶກສໍາເນົາສຽງ-ພາບຜົນງານການສະແດງຕໍ່ສາທາລະນະຊົນ ທັງໆທີ່ຮູ້ຫຼືຄວນຈະຮູ້ວ່າຜົນງານດັ່ງກ່າວນັ້ນຖືກດັດແປງໂດຍບໍ່ໄດ້ຮັບອະ ນຸຍາດຈາກເຈົ້າຂອງລິຂະສິດ; 24. ຜະລິດ,ລວບລວມ,ປ່ຽນແປງ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ, ຂາຍຫຼືໃຫ້ເຊົ່າສິ້ນສ່ວນໃດໜຶ່ງຂອງອຸປະກອນທັງໆທີ່ຮູ້ຫຼືຄວນຈະຮູ້ວ່າສິ້ນ ສ່ວນອຸປະກອນນັ້ນໄດ້ຖືກນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງເພື່ອຖອດລະຫັດ ລາຍການສົ່ງຜ່ານຄື້ນສັນຍານດາວທຽມທີ່ເຂົ້າລະຫັດ; 25. ບັນທຶກຫຼືເຜີຍແຜ່ໃນທາງການຄ້າລາຍການທີ່ສົ່ງຜ່ານຄື້ນ ສັນຍານດາວທຽມທີ່ເຂົ້າລະຫັດໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຈໍາໜ່າຍ ທີ່ຖືກຕ້ອງຕາມກົດໝາຍ.

....ມາດຕາ 107 ຂໍ້ຫ້າມສໍາລັບພະນັກງານທີ່ຮັບຜິດຊອບວຽກງານຊັບສິນທາງປັນຍາ

ມາດຕາ 107 ຂໍ້ຫ້າມສໍາລັບພະນັກງານທີ່ຮັບຜິດຊອບວຽກງານຊັບ ສິນທາງປັນຍາ ພະນັກງານທີ່ຮັບຜິດຊອບວຽກງານຊັບສິນທາງປັນຍາບໍ່ໃຫ້ມີ ການກະທໍາດັ່ງນີ້: 1. ການຂາດຄວາມຮັບຜິດຊອບແລະປະລະໜ້າທີ່; 2. ການປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທໍາຫຼືລໍາລຽງຕໍ່ບຸກຄົນ ຫຼືການຈັດຕັ້ງໃດໜຶ່ງ; 3. ການເປີດເຜີຍຂໍ້ມູນກ່ຽວກັບຊັບສິນທາງປັນຍາໂດຍບໍ່ໄດ້ຮັບ ອະນຸຍາດ; 4. ການສວຍໃຊ້ຕໍາແໜ່ງ,ໜ້າທີ່,ສິດອໍານາດເພື່ອຫາຜົນປະ ໂຫຍດສ່ວນຕົວ,ຄອບຄົວຫຼືຍາດພີ່ນ້ອງ; 5. ການກະທໍາອື່ນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.

..ພາກທີ 7 ການລະເມີດຊັບສິນທາງປັນຍາແລະການແຂ່ງຂັນທີ່ບໍ່ມີຄວາມຍຸຕິທໍາ


...ມາດຕາ 108 ການລະເມີດສິດກ່ຽວກັບຊັບສິນອຸດສາຫະກໍາ

ມາດຕາ 108 ການລະເມີດສິດກ່ຽວກັບຊັບສິນອຸດສາຫະກໍາ ການລະເມີດສິດກ່ຽວກັບສິດທິບັດ,ອະນຸສິດທະບັດ,ແບບອຸດສາຫະ ກໍາແລະແບບຜັງວົງຈອນລວມມີດັ່ງນີ້: 1. ການນໍາໃຊ້ການປະດິດສ້າງ,ສິ່ງປະດິດ,ແບບອຸດສາຫະກໍາ, ແບບຜັງວົງຈອນລວມທີ່ຖືກປົກປ້ອງແລະຍັງຢູ່ໃນໄລຍະອາຍຸການປົກ ປ້ອງໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດ; 2. ການນໍາໃຊ້ການປະດິດສ້າງ,ສິ່ງປະດິດ,ແບບອຸດສາຫະກໍາ ແລະແບບຜັງວົງຈອນລວມໂດຍບໍ່ໄດ້ຈ່າຍຄ່າທົດແທນໃຫ້ແກ່ເຈົ້າຂອງ ສິດ. ການລະເມີດສິດກ່ຽວກັບເຄື່ອງໝາຍທາງການຄ້າມີດັ່ງນີ້: 1. ການນໍາໃຊ້ສັນຍາລັກທີ່ຄືກັນກັບເຄື່ອງມາຍທີ່ໃຊ້ກັບສິນຄ້າຫຼື ການບໍລິການທີ່ໄດ້ປົກປ້ອງແລ້ວ; 2. ການນໍາໃຊ້ສັນຍາລັກທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍທີ່ໃຊ້ ກັບສິນຄ້າຫຼືການບໍລິການທີ່ໄດ້ປົກປ້ອງແລ້ວຊຶ່ງພາໃຫ້ຜູ້ຊົມໃຊ້ເຂົ້າໃນ ຜິດກ່ຽວກັບສິນຄ້າຫຼືການບໍລິການທີ່ແທ້ຈິງ; 3. ການນໍາໃຊ້ສັນຍາລັກທີ່ຄືກັນຫຼືຄ້າຍຄືກັນກັບເຄື່ອງໝາຍທີ່ມີ ຊື່ສຽງສໍາລັບສິນຄ້າຫຼືການບໍລິການ; 4. ການນໍາໃຊ້ສັນຍາລັກໃນຮູບແບບຂອງການແປຫຼືການຂຽນ ດ້ວຍພາສາອື່ນໂດຍຮັກສາສໍານຽງເດີມຂອງເຄື່ອງໝາຍທີ່ມີຊື່ສຽງສໍາ ລັບສິນຄ້າຫຼືການບໍລິການ. ການລະເມີດສິດກ່ຽວກັບແຫຼ່ງກໍາເນີດມີດັ່ງນີ້: 1. ການນໍາໃຊ້ແຫຼ່ງກໍາເນີດທີ່ຖືກປົກປ້ອງໂດຍບໍ່ສອດຄ່ອງກັບ ລະບຽບການກ່ຽວກັບແຫຼ່ງກໍາເນີດ; 2. ການນໍາໃຊ້ແຫຼ່ງກໍາເນີດຕໍ່ຜະລິດຕະພັນທີ່ຄ້າຍຄືກັນກັບຜະລິດ ຕະພັນຊຶ່ງແຫຼ່ງກໍາເນີດຖືກປົກປ້ອງແລ້ວເພື່ອຈຸດປະສົງໃນການສວຍໃຊ້ ຊື່ສຽງແລະຄວາມນິຍົມຂອງແຫຼ່ງກໍາເນີດນັ້ນ; 3. ການນໍາໃຊ້ສັນຍາລັກທີ່ຄືກັນຫຼືຄ້າຍຄືກັນກັບແຫຼ່ງກໍາເນີດທີ່ ຖືກປົກປ້ອງສໍາລັບຜະລິດຕະພັນທີ່ບໍ່ໄດ້ມາຈາກສະຖານທີ່ທີ່ເປັນແຫຼ່ງກໍາ ເນີດຊຶ່ງເຮັດໃຫ້ຜູ້ຊົມໃຊ້ເຂົ້າໃຈຜິດ.

...ມາດຕາ 109 ການລະເມີດສິດກ່ຽວກັບພັນພືດໃໝ່

ມາດຕາ 109 ການລະເມີດສິດກ່ຽວກັບພັນພືດໃໝ່ ການລະເມີດສິດກ່ຽວກັບພັນພືດໃໝ່ທີດັ່ງນີ້: 1. ການນໍາໃຊ້ພັນພືດໃໝ່ທີ່ຖືກປົກປ້ອງຊຶ່ງຍັງຢູ່ໃນໄລຍະອາຍຸ ການປົກປ້ອງໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດ; 2. ການນໍາໃຊ້ພັນພຶດໃໝ່ໂດຍບໍ່ໄດ້ຈ່າຍຄ່າຕອບແທນໃຫ້ແກ່ ເຈົ້າຂອງສິດ; 3. ການນໍາໃຊ້ຊື່ພັນພືດທີ່ຄືກັນຫຼືຄ້າຍຄືກັນກັບຊື່ພັນພືດໃມ່ຊຶ່ງຢູ່ ໃນກຸ່ມພືດຊະນິດດຽວກັນທີ່ໄດ້ຖືກປົກປ້ອງແລ້ວ.

...ມາດຕາ 110 ການລະເມີດລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 110 ການລະເມີດລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດ ການລະເມີດລິຂະສິດມີດັ່ງນີ້: 1. ການນໍາເອົາຜົນງານທາງດ້ານສິລະປະກໍາ,ວັນນະກໍາຫຼືວິທະ ຍາສາດຂອງຜູ້ອື່ນມາໃຊ້ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດ; 2. ການແອບອ້າງໃສ່ຊື່ຕົນເອງວ່າເປັນຜູ້ປະດິດຄິດແຕ່ງຜົນ ງານຂອງຜູ້ອື່ນ; 3. ການພິມເຜີຍແຜ່ຜົນງານໃດໜຶ່ງທີ່ບໍ່ໄດ້ຮັບອະນຸຍາດຈາກ ເຈົ້າຂອງສິດ; 4. ການພິມເຜີຍແຜ່ຜົນງານຂອງຜູ້ຮ່ວມປະດິດຄິດແຕ່ງໂດຍບໍ່ ໄດ້ຮັບອະນຸຍາດຈາກຜູ້ຮ່ວມປະດິດຄິດແຕ່ງຄົນອື່ນ; 5. ການດັດແປງ,ເພີ່ມເຕີມຫຼືຕັດອອກບາງສ່ວນຂອງຜົນງານ ໃດໜຶ່ງບໍ່ວ່າດ້ວຍວິທີການໃດກໍ່ຕາມທີ່ສ້າງຄວາມເສຍຫາຍຕໍ່ກຽດແລະ ຊື່ສຽງຂອງຜູ້ປະດິດຄິດແຕ່ງ; 6. ການອັດສໍາເນົາຜົນງານໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ປະ ດິດຄິດແຕ່ງຫຼືເຈົ້າຂອງລິຂະສິດ; 7. ການສ້າງຜົນງານສືບເນື່ອງໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ ປະດິດຄິດແຕ່ງຫຼືເຈົ້າຂອງລິຂະສິດໃນການນໍາໃຊ້ຜົນງານສືບເນື່ອງນັ້ນ; 8. ການຫາຜົນປະໂຫຍດຈາກຜົນງານໃດໜຶ່ງໂດຍບໍ່ໄດ້ຂໍອະນຸ ຍາດຈາກເຈົ້າຂອງລິຂະສິດໂດຍບໍ່ໄດ້ຈ່າຍຄ່າທົດແທນຫຼືໃຫ້ຜົນປະ ໂຫຍດທາງດ້ານວັດຖຸອື່ນໆ; 9. ການໃຫ້ເຊົ່າຕໍ່ຜົນງານໂດຍບໍ່ໄດ້ຈ່າຍຄ່າທົດແທນຫຼືໃຫ້ຜົນປະ ໂຫຍດໃຫ້ເຈົ້າຂອງຜົນງານຫຼືເຈົ້າຂອງລິຂະສິດ; 10. ການອັດສໍາເນົາ,ຜະລິດ,ໂຄສະນາເຜີຍແຜ່,ສະແດງຫຼືສື່ ສານຜົນງານຕໍ່ສາທາລະນະຊົນດ້ວຍເຄືອຂ່າຍການກະຈາຍສຽງ-ພາບ ຫຼືດ້ວຍອຸປະກອນເຕັກນິກທີ່ທັນສະໄໝໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງລິຂະສິດ; 11. ການເຜີຍແຜ່ຜົນງານໃດໜຶ່ງໂດຍບໍ່ໄດ້ຮັບອະນຸຍາດຈາກ ເຈົ້າຂອງລິຂະສິດ; 12. ການຍົກເລີກຫຼືທໍາໃຫ້ວິທີການເຕັກນິກທີ່ເຈົ້າຂອງລິຂະສິດ ນໍາໃຊ້ໃນການປົກປ້ອງຜົນງານລິຂະສິດນັ້ນໃຊ້ການບໍ່ໄດ້ໂດຍເຈດຕະ ນາ; 13. ການລຶບຫຼືແກ້ໄຂຂໍ້ມູນທາງດ້ານເອເລັກໂຕຼນິກໃນການຄຸ້ມ ຄອງລິຂະສິດຂອງຜົນງານນັ້ນໂດຍເຈດຕະນາ; 14. ການຜະລິດ,ລວບລວມ,ປ່ຽນແປງ,ຈໍາໜ່າຍ,ນໍາເຂົ້າ,ສົ່ງ ອອກ,ຂາຍຫຼືໃຫ້ເຊົ່າສິ້ນສ່ວນໃດໜຶ່ງຂອງອຸປະກອນທັງທທີ່ຮູ້ຫຼືຄວນຈະຮູ້ ວ່າອຸປະກອນນັ້ນໄດ້ຖືກນໍາໃຊ້ເພື່ອເຮັດໃຫ້ວິທີການປ້ອງກັນທາງດ້ານ ເຕັກນິກໃຊ້ການບໍ່ໄດ້ທີ່ເຈົ້າຂອງລິຂະສິດໄດ້ເຮັດຂຶ້ນມາເພື່ອປົກປ້ອງຜົນ ງານຂອງຕົນ; 15. ການເຮັດແລະຂາຍຜົນງານບໍ່ຖືກຕ້ອງໂດຍປອມແປງລາຍ ເຊັນຂອງຜູ້ປະດິດຄິດແຕ່ງ; 16. ການສົ່ງອອກ-ນໍາເຂົ້າ,ໂຄສະນາ,ສໍາເນົາຂອງຜົນງານທີ່ບໍ່ ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ. ການລະເມີດສິດກ່ຽວຂ້ອງກັບລິຂະສິດມີດັ່ງນີ້: 1. ການແອບອ້າງຊື່ຂອງຜູ້ສະແດງ,ຜູ້ຜະລິດການບັນທຶກສຽງ- ພາບ,ອົງການກະຈາຍສຽງ-ພາບ; 2. ການພິມເຜີຍແຜ່,ຜະລິດແລະສື່ສານການສະແດງ,ບັນທຶກ ສຽງ-ພາບ,ກະຈາຍສຽງ-ພາບຕໍ່ສາທາລະນະຊົນໂດຍບໍ່ໄດ້ຮັບອະນຸ ຍາດຈາກຜູ້ສະແດງ,ຜູ້ຜະລິດການບັນທຶກສຽງບພາບ,ອົງການກະຈາຍ ສຽງ-ພາບ; 3. ການດັດແປງ,ເພີ່ມເຕີມຫຼືຕັດອອກບາງສ່ວນຂອງການສະ ແດງບໍ່ວ່າດ້ວຍວິທີການໃດກໍ່ຕາມທີ່ສ້າງຄວາມເສຍຫາຍຕໍ່ກຽດແລະຊື່ ສຽງຂອງຜູ້ສະແດງ; 4. ການຜະລິດຊໍ້າ,ຕັດຕໍ່ບັນທຶກການສະແດງ,ການບັນທຶກສຽງ- ພາບ,ການກະຈາຍສຽງ-ພາບທີ່ບໍ່ໄດ້ຮັບອະນຸຍາດຈາກຜູ້ສະແດງ,ຜູ້ຜະ ລິດການບັນທຶກສຽງ-ພາບ,ອົງການກະຈາຍສຽງ-ພາບ; 5. ການປ່ຽນແປງສິດກ່ຽວກັບການຄຸ້ມຄອງຂໍ້ມູນໃນຮູບແບບເອ ເລັກໂຕຼນິກທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ; 6. ການຍົກເລີກຫຼືເຮັດໃຫ້ວິທີການເຕັກນິກທີ່ເຈົ້າຂອງນໍາໃຊ້ໃນ ການປົກປ້ອງສິດກ່ຽວຂ້ອງກັບລິຂະສິດນັ້ນໃຊ້ການບໍ່ໄດ້ໂດຍເຈດຕະນາ; 7. ການຈໍາໜ່າຍ,ນໍາເຂົ້າເພື່ອນໍາໜ່າຍ,ກະຈາຍສຽງ-ພາບ,ສື່ ສານ,ບັນທຶກສໍາເນົາສຽງ-ພາບຂອງການສະແດງຕໍ່ສາທາລະນະຊົນທັງ ໆທີ່ຮູ້ຫຼືຄວນຈະຮູ້ວ່າບົດບັນທຶກການສະແດງນັ້ນໄດ້ຖືກປ່ຽນແປງໂດຍບໍ່ ໄດ້ຮັບອະນຸຍາດຈາກເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ; 8. ການຜະລິດ,ສອບສວນ,ປ່ຽນແປງ,ຈໍາໜ່າຍ,ນໍາເຂົ້າ,ສົ່ງ ອອກ,ຂາຍຫຼືໃຫ້ເຊົ່າສິ້ນສ່ວນໃດໜຶ່ງຂອງອຸປະກອນທັງໆທີ່ຮູ້ຫຼືຄວນຈະຮູ້ ວ່າສິ້ນສ່ວນອຸປະກອນນັ້ນໄດ້ຖືກນໍາໃຊ້ໃນທາງທີ່ບໍ່ຖືກຕ້ອງເພື່ອຖອດລະ ຫັດລາຍການສົ່ງຜ່ານສັນຍານດາວທຽມທີ່ເຂົ້າລະຫັດ; 9. ການບັນທຶກຫຼືເຜີຍແຜ່ໃນທາງການຄ້າລາຍການທີ່ສົ່ງຜ່ານ ສັນຍານດາວທຽມທີ່ເຂົ້າລະຫັດໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຈໍາໜ່າຍ ທີ່ຖືກຕ້ອງຕາມກົດໝາຍໂດຍເຈດຕະນາ.

...ມາດຕາ 111 ການແຂ່ງຂັນທີ່ບໍ່ມີຄວາມຍຸຕິທໍາ

ມາດຕາ 111 ການແຂ່ງຂັນທີ່ບໍ່ມີຄວາມຍຸຕິທໍາ ທຸກການແຂ່ງຂັນທາງດ້ານອຸດສາຫະກໍາຫຼືການຄ້າທີ່ບໍ່ສຸດຈະລິດ ແມ່ນຜິດກົດໝາຍແລະຖືວ່າແມ່ນການແຂ່ງຂັນທີ່ບໍ່ມີຄວາມຍຸຕິທໍາ. ການແຂ່ງຂັນທີ່ບໍ່ມີຄວາມຍຸຕິທໍາແມ່ນການກະທໍາຕໍ່ຜູ້ອື່ນດັ່ງນີ້: 1. ສ້າງຄວາມສັບສົນທີ່ພົວພັນເຖິງຜະລິດຕະພັນແລະການບໍລິ ການກ່ຽວກັບເຄື່ອງໝາຍການຄ້າ,ຊື່ການຄ້າຫຼືຊື່ການບໍລິການແລະ ແບບອຸດສາຫະກໍາ; 2. ທໍາລາຍຊື່ສຽງແລະຄວາມໜ້າເຊື່ອຖືກ່ຽວກັບເຄື່ອງໝາຍ ການຄ້າ,ຊື່ການຄ້າຫຼືຊື່ການບໍລິການແລະແບບອຸດສະຫະກໍາ; 3. ເຮັດໃຫ້ສາທາລະນະຊົນເຂົ້າໃນຜິດກ່ຽວກັບຂະບວນການຜະ ລິດ,ຄວາມເປັນຈິງເພື່ອຈຸດປະສົງທາງດ້ານຄຸນນະພາບ,ປະລິມານ,ຄຸນ ລັກສະນະອື່ນ,ແຫຼ່ງທີ່ມາ,ເງື່ອນໄຂໃນການຕອບສະໜອງແລະລາຄາ ຂອງຜະລິດຕະພັນຫຼືການບໍລິການ; 4. ສ້າງຄວາມເຊື່ອມເສຍກ່ຽວກັບຂະບວນການຜະລິດ,ຄວາມ ເປັນຈິງເພື່ອຈຸດປະສົງທາງດ້ານຄຸນນະພາບ,ປະລິມານ,ຄຸນລັກສະນະ ອື່ນ,ເງື່ອນໄຂໃນການຕອບສະໜອງແລະລາຄາຂອງການຜະລິດຕະພັນ ຫຼືການບໍລິການ; 5. ເປີດເຜີຍຄວາມລັບທາງການຄ້າໂດຍບໍ່ໄດ້ຮັບອະນຸຍາດຈາກ ເຈົ້າຂອງສິດກ່ຽວກັບການໄດ້ມາ,ການນໍາໃຊ້ຄວາມລັບທາງການຄ້າ ຈາກການສືບຄວາມລັບທາງດ້ານອຸດສາຫະກໍາຫຼືການຄ້າແລະເປີດເຜີຍ ການຍົກເລີກສັນຍາ,ການຂາດຄວາມເຊື່ອຖືຫຼືການໄດ້ຄວາມລັບມາໂດຍ ບຸກຄົນທີສາມ.

..ພາກທີ 8 ການແກ້ໄຂຂໍ້ຂັດແຍ່ງແລະການແກ້ໄຂການລະເມີດ


...ມາດຕາ 112 ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 112 ຮູບການແກ້ໄຂຂໍ້ຂັດແຍ່ງ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາທີ່ພົວພັນເຖິງ ການລະເມີດສິດຂອງເຈົ້າຂອງຊັບສິນທາງປັນຍາໃຫ້ດໍາເນີນດ້ວຍຮູບ ການທາງດ້ານບໍລິຫານແລະສານ. ການແກ້ໄຂຂໍ້ຂັດແຍ່ງດ້ວຍຮູບການທາງດ້ານບໍລິຫານແລະສານ ໃຫ້ປະຕິບັດຕາມມາດຕາ 115 ແລະ ມາດຕາ 117 ຂອງກົດໝາຍສະ ບັບນີ້.

...ມາດຕາ 113 ຮູບການແກ້ໄຂການລະເມີດ

ມາດຕາ 113 ຮູບການແກ້ໄຂການລະເມີດ ການແກ້ໄຂການລະເມີດກ່ຽວກັບຊັບສິນທາງປັນຍາສາມາດດໍາ ເນີນດ້ວຍຮູບການດັ່ງນີ້: 1. ການເຈລະຈາລະຫວ່າງເຈົ້າຂອງສິດກັບຜູ້ລະເມີດ; 2. ການແກ້ໄຂທາງດ້ານບໍລິຫານ; 3. ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງ ດ້ານເສດຖະກິດ; 4. ການຮ້ອງຟ້ອງຂຶ້ນສານເພື່ອຕັດສິນ; 5. ການແກ້ໄຂຂໍ້ຂັດແຍ່ງສາກົນ.

...ມາດຕາ 114 ການເຈລະຈາ

ມາດຕາ 114 ການເຈລະຈາ ເຈົ້າຂອງຊັບສິນທາງປັນຍາສາມາດເຈລະຈາກັບຜູ້ລະເມີດເມື່ອ ເຫັນວ່າມີການລະເມີດສິດຂອງຕົນ.

...ມາດຕາ 115 ການແກ້ໄຂທາງດ້ານບໍລິຫານ

ມາດຕາ 115 ການແກ້ໄຂທາງດ້ານບໍລິຫານ ເຈົ້າຂອງຊັບສິນທາງປັນຍາສາມາດສະເໜີຕໍ່ອົງການຄຸ້ມຄອງ ຊັບສິນທາງປັນຍາເພື່ອແກ້ໄຂການລະເມີດຊັບສິນທາງປັນຍາຂອງຕົນ.

...ມາດຕາ 116 ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 116 ການແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ເມື່ອບໍ່ສາມາດແກ້ໄຂທາງດ້ານບໍລິຫານໂດຍອົງການຄຸ້ມຄອງ ຊັບສິນທາງປັນຍາແລ້ວເຈົ້າຂອງຊັບສິນທາງປັນຍາສາມາດສະເໜີຕໍ່ ຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເພື່ອທໍາການ ໄກ່ເກ່ຍແລະຕັດສິນ.

...ມາດຕາ 117 ການຮ້ອງຟ້ອງຂຶ້ນສານ

ມາດຕາ 117 ການຮ້ອງຟ້ອງຂຶ້ນສານ ຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາທີ່ບໍ່ສາມາດແກ້ໄຂທາງ ດ້ານບໍລິຫານຫຼືແກ້ໄຂໂດຍຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງທາງດ້ານ ເສດຖະກິດໄດ້ເຈົ້າຂອງຊັບສິນທາງປັນຍາກໍ່ສາມາດຮ້ອງຟ້ອງຂຶ້ນສານ ເພື່ອຕັດສິນ.

...ມາດຕາ 118 ການແກ້ໄຂຂໍ້ຂັດແຍ່ງສາກົນ

ມາດຕາ 118 ການແກ້ໄຂຂໍ້ຂັດແຍ່ງສາກົນ ຂໍ້ຂັດແຍ່ງກ່ຽວກັບຊັບສິນທາງປັນຍາທີ່ມີລັກສະນະສາກົນໃຫ້ແກ່ ໄຂຕາມສົນທິສັນຍາແລະລະບຽບການສາກົນທີ່ກ່ຽວຂ້ອງ.

..ພາກທີ 9 ການຄຸ້ມຄອງແລະກວດກາ


...ໝວດທີ 1 ການຄຸ້ມຄອງ


....ມາດຕາ 119 ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາ

ມາດຕາ 119 ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາ ລັດຖະບານຄຸ້ມຄອງວຽກງານຊັບສິນທາງປັນຍາຢ່າງລວມສູນ ແລະເປັນເອກະພາບໃນທົ່ວປະເທດໂດຍມອບໃຫ້ອົງການວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດເປັນໃນກາງໃນການປະສານສົມທົບກັບຂະ ແໜງການທີ່ກ່ຽວຂ້ອງເປັນຕົ້ນຂະແໜງການອຸດສາຫະກໍາແລະການ ຄ້າ,ກະສິກໍາ,ແລະປ່າໄມ້,ຖະແຫຼງຂ່າວແລະວັດທະນະທໍາ,ສຶກສາ,ສາ ທາລະນະສຸກ,ການເງິນແລະຂະແໜງການອື່ນ. ຂະແໜງການແລະພາກສ່ວນອື່ນມີສິດແລະໜ້າທີ່ຄຸ້ມຄອງວຽກ ງານຊັບສິນທາງປັນຍາຕາມພາລະບົດບາດຂອງຕົນ. ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາປະກອບດ້ວຍ: 1. ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ; 2. ພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ. ໃນກໍລະນີທີ່ມີຄວາມຈໍາເປັນຈະສ້າງຕັ້ງຫ້ອງການວິທະຍາສາດ ແລະເຕັກໂນໂລຊີເມືອງ,ເທດສະບານກໍ່ໄດ້.

....ມາດຕາ 120 ສິດແລະໜ້າທີ່ຂອງອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ

ມາດຕາ 120 ສິດແລະໜ້າທີ່ຂອງອົງການວິທະຍາສາດແລະເຕັກໂນ ໂລຊີແຫ່ງຊາດ ໃນການຄຸ້ມຄອງວຽກງານຊັບສິນທາງປັນຍາອົງການວິທະຍາ ສາດແລະເຕັກໂນໂລຊີແຫ່ງຊາດມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າຍຸດທະສາດ,ແຜນນະໂຍບາຍ,ລະບຽບກົດໝາຍແລະ ແຜນການກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາເພື່ອສະ ເໜີຕໍ່ລັດຖະບານພິຈາລະນາ; 2. ອອກລະບຽບການ,ຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງ ການກ່ຽວກັບວຽກງານຊັບສິນທາງປັນຍາ; 3. ໂຄສະນາເຜີຍແຜ່ແລະສ້າງຈິດສໍານຶກໃຫ້ແກ່ສັງຄົມກ່ຽວກັບ ວຽກງານຊັບສິນທາງປັນຍາ; 4. ຊີ້ນໍາ,ຕິດຕາມແລະປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຊັບສິນທາງປັນຍາໃນຂອບເຂດທົ່ວປະເທດຕາມພາລະບົດບາດຂອງຕົນ; 5. ຈົດທະບຽນແລະໃຫ້ການບໍລິການວຽກງານຊັບສິນທາງປັນ ຍາ; 6. ອອກຫຼືລົບລ້າງໃບຢັ້ງຢືນກ່ຽວກັບການຈົດທະບຽນຊັບສິນ ທາງປັນຍາແລະອອກໃບອະນຸຍາດຫຼືຖອນໃບອະນຸຍາດຂອງບຸກຄົນຫຼື ການຈັດຕັ້ງໃດໜຶ່ງທີ່ດໍາເນີນການບໍລິການທາງດ້ານຊັບສິນທາງປັນ ຍາ; 7. ແກ້ໄຂຄໍາສະເໜີ,ຂໍ້ຂັດແຍ່ງແລະການລະເມີດສິດກ່ຽວກັບ ຊັບສິນທາງປັນຍາ; 8. ກໍ່ສ້າງແລະຍົກລະດັບພະນັກງານທັງພາກລັດແລະເອກະຊົນ ໃນຂົງເຂດວຽກງານຊົບສິນທາງປັນຍາ; 9. ປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງແລະອົງ ການປົກຄອງທ້ອງຖິ່ນຂັ້ນຕ່າງໆເພື່ອຈັດຕັ້ງຄຸ້ມຄອງວຽກງານຊັບສິນ ທາງປັນຍາ; 10. ພົວພັນແລະຮ່ວມມືກັບສາກົນໃນຂົງເຂດວຽກງານຊັບສິນ ທາງປັນຍາ; 11. ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຊັບສິນ ທາງປັນຍາຕໍ່ລັດຖະບານຢ່າງເປັນປົກກະຕິ; 12. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

....ມາດຕາ 121 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນໂລຊີແຂວງ,ນະຄອນ

ມາດຕາ 121 ສິດແລະໜ້າທີ່ຂອງພະແນກວິທະຍາສາດແລະເຕັກໂນ ໂລຊີແຂວງ,ນະຄອນ ໃນການຄຸ້ມຄອງວຽກງານຊັບສິນທາງປັນຍາພະແນກວິທະຍາ ສາດແລະເຕັກໂນໂລຊີແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍແຜນນະໂຍບາຍ,ລະບຽບກົດໝາຍແລະແຜນ ການກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາຂອງອົງການ ວິທະຍາສາດແລະເຕັກໂນໂລຊີແຫ່ງຊາດມາເປັນລະບຽບການແລະ ແຜນການຂອງຕົນແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາເຜີຍແຜ່ແຜນນະໂຍບາຍ,ລະບຽບກົດໝາຍແລະ ແຜນການກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາຂອງອົງ ການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດ,ລະບຽບການແລະແຜນ ການຂອງຕົນແລະສ້າງຈິດສໍານຶກໃຫ້ແກ່ສັງຄົມກ່ຍວກັບວຽກງານຊັບ ສິນທາງປັນຍາ; 3. ແກ້ໄຂຄໍາສະເໜີ,ຂໍ້ຂັດແຍ່ງແລະການລະເມີດສິດກ່ຽວກັບຊັບ ສິນທາງປັນຍາ; 4. ປະສານສົມທົບກັບບັນດາພະແນກການຕ່າງໆທີ່ກ່ຽວຂ້ອງ ຂອງແຂວງ,ນະຄອນໃນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນ ຍາ; 5. ລາຍງານການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ຕໍ່ອົງການວິທະຍາສາດແລະເຕັກໂນໂລຊີແຫ່ງຊາດແລະອົງການປົກ ຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ໝວດທີ 2 ການກວດກາ


....ມາດຕາ 122 ອົງການກວດກາວຽກງານຊັບສິນທາງປັນຍາ

ມາດຕາ 122 ອົງການກວດກາວຽກງານຊັບສິນທາງປັນຍາ ອົງການກວດກາວຽກງານຊັບສິນທາງປັນຍາປະກອບດ້ວຍ: 1. ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງວຽກງານຊັບສິນທາງປັນຍາຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 119 ຂອງກົດໝາຍສະບັບນີ້. 2. ອົງການກວດກາພາຍນອກຊຶ່ງມີ: - ອົງການກວດກາລັດ; - ອົງການກວດສອບແຫ່ງລັດ.

....ມາດຕາ 123 ສິດແລະໜ້າທີ່ຂອງອົງການກວດກາ

ມາດຕາ 123 ສິດແລະໜ້າທີ່ຂອງອົງການກວດກາ ອົງການກວດກາພາຍໃນແລະພາຍນອກມີສິດແລະໜ້າທີ່ກວດກາ ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ.

....ມາດຕາ 124 ການກວດກາດ້ານຊັບສິນທາງປັນຍາຕາມດ່ານຊາຍແດນ

ມາດຕາ 124 ການກວດກາດ້ານຊັບສິນທາງປັນຍາຕາມດ່ານຊາຍ ແດນ ເພື່ອສະກັດກັ້ນການລະເມີດຊັບສິນທາງປັນຍາເຈົ້າໜ້າທີ່ພາສີ ແລະເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງປະຈໍາດ່ານຊາຍແດນມີສິດແລະໜ້າທີ່ ກວດກາສິນຄ້າທີ່ນໍາເຂົ້າແລະສົ່ງອອກ,ຍຶດແລະກັກສິນຄ້າທີ່ລະເມີດຊັບ ສິນທາງປັນຍາຕາມລະບຽບກົດໝາຍ.

....ມາດຕາ 125 ຮູບການການກວດກາວຽກງານຊັບສິນທາງປັນຍາ

ມາດຕາ 125 ຮູບການການກວດກາວຽກງານຊັບສິນທາງປັນຍາ ການກວດກາວຽກງານຊັບສິນທາງປັນຍາດໍາເນີນດ້ວຍສາມຮູບ ການດັ່ງນີ້: 1. ການກວດກາຕາມແຜນການຜົກກະຕິ; 2. ການກວດການອກແຜນການໂດຍແຈ້ງໃຫ້ຊາບລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມແຜນການປົກກະຕິແມ່ນການກວດກາທີ່ດໍາ ເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍາເນີດເວລາອັນແນ່ ນອນ. ການກວດການອກແຜນການໂດຍແຈ້ງໃຫ້ຊາບລ່ວງໜ້າແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາຮີບດ່ວນຊຶ່ງບໍ່ໄດ້ ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

....ມາດຕາ 126 ການກວດກາຂອງອົງການອື່ນ

ມາດຕາ 126 ການກວດກາຂອງອົງການອື່ນ ອົງການອື່ນມີສິດແລະໜ້າທີ່ກວດກາວຽກງານຊັບສິນທາງປັນ ຍາຕາມພາລະບົດບາດຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

..ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 127 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 127 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍຊັບສິນທາງປັນຍາເປັນຕົ້ນໃນການຄຸ້ມຄອງແລະປົກປ້ອງ ຊັບສິນທາງປັນຍາຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບ ການ.

...ມາດຕາ 128 ນະໂຍບາຍຕໍ່ຜູ້ປະດິດສ້າງຫຼືຜູ້ປະດິດແຕ່ງ

ມາດຕາ 128 ນະໂຍບາຍຕໍ່ຜູ້ປະດິດສ້າງຫຼືຜູ້ປະດິດແຕ່ງ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານໃນການປະດິດສ້າງຫຼືປະດິດຄິດ ແຕ່ງຈະໄດ້ຮັບການຍ້ອງຍໍ,ລາງວັນຫຼືນະໂຍບາຍອື່ນຕາມລະບຽບການ.

...ມາດຕາ 129 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 129 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍວ່າດ້ວຍຊັບສິນທາງປັນ ຍາຈະຖືກສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝ,ໃຊ້ແທນທາງແພ່ງຫຼືລົງ ໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກ.

...ມາດຕາ 130 ມາດຕະການສຶກສາອົບຮົມ

ມາດຕາ 130 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກ ງານຊັບສິນທາງປັນຍາເປັນຄັ້ງທໍາອິດໂດຍບໍ່ເຈດຕະນາແລະກໍ່ຄວາມ ເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າແສນກີບຈະຖືກຕັກເຕືອນ,ສຶກສາອົບຮົມ.

...ມາດຕາ 131 ມາດຕະການທາງວິໄນ

ມາດຕາ 131 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ລະເມີດລະບຽບກົດໝາຍກ່ຽວກັບ ຊັບສິນທາງປັນຍາແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນການກະ ທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າຫ້າແສນ ກີບແຕ່ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດກໍ່ຈະຖືກປະຕິ ບັດວິໄນຕາມແຕ່ກໍລະນີດັ່ງນີ້: 1. ຕິຕຽນ,ກ່າວເຕືອນຄວາມຜິດຕາມລະບຽບລັດຖະກອນພ້ອມ ທັງບັນທຶກໄວ້ໃນສໍານວນເອກະສານຊີວະປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັ້ນ,ຂັ້ນເງິນເດືອນແລະການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍາແໜ່ງຕໍ່າກວ່າ ເກົ່າ; 4. ໃຫ້ອອກຈາລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.

...ມາດຕາ 132 ມາດຕະການປັບໃໝ

ມາດຕາ 132 ມາດຕະການປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບຊັບສິນ ທາງປັນຍາໂດຍເຈດຕະນາຫຼືລະເມີດໂດຍບໍ່ເຈດຕະນາເປັນຄັ້ງທີສອງ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາຈະຖືກປັບໃໝສອງເທົ່າຂອງມູນຄ່າ ຄວາມເສຍຫາຍ.

...ມາດຕາ 133 ມາດຕະການທາງແພ່ງ

ມາດຕາ 133 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ຊຶ່ງໄດ້ກໍ່ຄວາມ ເສຍຫາຍແກ່ຜູ້ອື່ນຈະໄດ້ໃຊ້ແທນຄ່າເສຍຫາຍຕາມທີ່ຕົ້ນໄດ້ກໍ່ຂຶ້ນ.

...ມາດຕາ 134 ມາດຕະການທາງອາຍາ

ມາດຕາ 134 ມາດຕະການທາງອາຍາ ບຸກຄົນທີ່ລະເມີດສິດທາງດ້ານຊັບສິນທາງປັນຍາ,ປອມແປງ,ຕົວະ ຍົວະ,ຫຼອກລວງ,ແຂ່ງຂັນທີ່ບໍ່ມີຄວາມຍຸຕິທໍາກ່ຽວກັບຊັບສິນທາງປັນຍາ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ 500,000 ກີບຫາ 5,000,000 ກີບ. ໃນກໍລະນີທີ່ມີການກະທໍາອື່ນຊຶ່ງເປັນການກະທໍາຜິດທາງອາຍາກໍ່ ຈະຖືກລົງໂທດຕາມກົດໝາຍອາຍາ.

...ມາດຕາ 135 ມາດຕະການໂທດເພີ່ມ

ມາດຕາ 135 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກໍານົດໄວ້ໃນມາດຕາ 130,131, 132,133 ແລະ 134 ຂອງກົດໝາຍສະບັບນີ້ຜູ້ກະທໍາຜິດອາດຈະໄດ້ ຮັບໂທດເພີ່ມເຊັ່ນ: ໂຈະ,ຖອນໃບອະນຸຍາດດໍາເນີນກິດຈະການ,ຮິບສິນ ຄ້າ,ຊັບສິນແລະພາຫະນະອຸປະກອນທີ່ພົວພັນກັບການກະທໍາຜິດ.

..ພາກທີ 11 ບົດບັນຍັດສຸດທ້າຍ


...ມາດຕາ 136 ການຈັດຕັ້ງປະຕິບັດ

ມາດຕາ 136 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 137 ຜົນສັກສິດ

ມາດຕາ 137 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນປະ ທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວອອກ ລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ