ກົດໝາຍວ່າດ້ວຍທະບຽນຄອບຄົວ(ສະບັບປັບປຸງ) 27-11-2009

.ທະບຽນຄອບຄົວ(ສະບັບປັບປຸງ) 27-11-2009


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 (ໃໝ່) ຈຸດປະສົງ

ມາດຕາ 1 (ໃໝ່) ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການ ກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການຄຸ້ມຄອງ,ການຕິດຕາມແລະ ການກວດກາຂອງອົງການທະບຽນຄອບຄົວເພື່ອເຮັດໃຫ້ວຽກງານຈົດທະ ບຽນເປັນຕົ້ນວຽກງານຄຸ້ມຄອງພົນລະເມືອງມີຄວາມຊັດເຈນ,ຖືກຕ້ອງ ແລະສະໜອງຂໍ້ມູນທີ່ເປັນລະບົບ,ຮອບດ້ານແລະຄົບຖ້ວນແນໃສ່ຮັບປະ ກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ...ມາດຕາ 2 (ໃໝ່) ທະບຽນຄອບຄົວ

ມາດຕາ 2 (ໃໝ່) ທະບຽນຄອບຄົວ ທະບຽນຄອບຄົວແມ່ນການຈົດບັນທຶກຫຼືຂຶ້ນບັນຊີກິດຈະກໍາກ່ຽວ ກັບວຽກງານທະບຽນຄອບຄົວຕາມທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງ ກົດໝາຍສະບັບນີ້ເພື່ອຢັ້ງຢືນສະຖານະພາບຂອງບຸກຄົນຫຼືຄອບຄົວໃດໜຶ່ງ ຊຶ່ງຖືເປັນເອກະສານທາງການທີ່ຖືກຕ້ອງຕາມກົດໝາຍແລະເກັບຮັກສາ ໄວ້. ...ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ

ມາດຕາ 3 (ໃໝ່) ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ສໍາມະໂນຄົວ ໝາຍເຖິງ ເອກະສານທີ່ຢັ້ງຢືນການພັກ,ຢູ່ອາ ໄສທີ່ຖືກຕ້ອງຂອງຈໍານວນສະມາຊິກໃນຄອບຄົວຂອງພົນລະເມືອງລາວ ,ຄົນຕ່າງດ້າວແລະຄົນບໍ່ມີສັນຊາດຕາມລະບຽບກົດໝາຍ; 2. ສະຖານະພາບຂອງບຸກຄົນ ໝາຍເຖິງ ສະພາບທາງດ້ານກົດ ໝາຍຊຶ່ງບົ່ງບອກເຖິງເອກະລັກຂອງບຸກຄົນເຊັ່ນ: ຊື່,ນາມສະກຸນ,ທີ່ຢູ່, ເປັນໂສດຫຼືແຕ່ງດອງແລ້ວ; 3. ການຫາຍສາມສູບ ໝາຍເຖິງ ເຫດການທີ່ບຸກຄົນໃດໜຶ່ງໄດ້ ຫາຍໄປຈາກຄອບຄົວໂດຍບໍ່ຮູ້ບ່ອນຢູ່ແລະບໍ່ຮຸ້ຂ່າວຄາວເປັນເວລາສອງ ປີຫຼືກໍລະນີທີ່ເກີດອຸປະຕິເຫດຫາກບໍ່ຮູ້ຂ່າວຄາວເປັນເວລາຫົກເດືອນໂດຍ ມີຄໍາຕັດສິນຂອງສານ; 4. ການເສຍຊີວິດຕາມຄໍາຕັດສິນຂອງສານ ໝາຍເຖິງ ການທີ່ ບຸກຄົນໃດໜຶ່ງໄດ້ຫາຍໄປຈາກຄອບຄົວ ໂດຍບໍ່ຮູ້ບ່ອນຢູ່ ແລະບໍ່ຮູ້ຂ່າວ ຄາວເປັນເວລາສາມປີໂດຍມີຄໍາຕັດສິນຂອງສານ; 5. ການຍົກຍ້າຍ ໝາຍເຖິງ ການເຄື່ອນຍ້າຍຈາກທີ່ພັກອາໄສ ເດີມຂອງບຸກຄົນຫຼືຄອບຄົວເພື່ອໄປດໍາລົງຊີວິດຢູ່ບ່ອນອື່ນ; 6. ເຈົ້າໜ້າທີ່ທະບຽນຄອບຄົວ ໝາຍເຖິງຜູ້ທີ່ຖືກມອບໝາຍຈາກ ການຈັດຕັ້ງໃຫ້ຮັບຜິດຊອບການຈົດທະບຽນຄອບຄົວ; 7. ພາກສ່ວນທີ່ມີສິດ ແລະ ໜ້າທີ່ຮັບຜິດຊອບວຽກງານທະບຽນ ຄອບຄົວ ໝາຍເຖິງ ຂະແໜງການປ້ອງກັນຄວາມສະຫງົບ,ຍຸຕິທໍາ,ອົງ ການປົກຄອງທ້ອງຖິ່ນແລະໜ່ວຍງານທະບຽນຄອບຄົວປະຈໍາສະຖານ ທູດຫຼືສະຖານກົງສຸນຂອງ ສປປລາວ ຢູ່ຕ່າງປະເທດ. ...ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບວຽກງານທະບຽນຄອບຄົວ

ມາດຕາ 4 (ໃໝ່) ນະໂຍບາຍຂອງລັດກ່ຽວກັບວຽກງານທະບຽນຄອບ ຄົວ ລັດສົ່ງເສີມ,ຊຸກຍູ້ພາກສ່ວນເຂົ້າຮ່ວມໃນວຽກງານທະບຽນຄອບ ຄົວເພື່ອຮັບປະກັນໃຫ້ສຽກງານດັ່ງກ່າວດໍາເນີນໄປຢ່າງຖືກຕ້ອງ,ພາວະ ວິໄສ,ວ່ອງໄວ,ຊັດເຈນ,ໂປ່ງໄສແລະມີຄວາມເປັນເອກະພາບໃນຂອບ ເຂດທົ່ວປະເທດແນໃສ່ຄຸ້ມຄອງສັງຄົມໃຫ້ມີຄວາມສະຫງົບແລະຄວາມ ເປັນລະບຽບຮຽບຮ້ອຍ. ລັດສ້າງເງື່ອນໄຂ,ອໍານວຍຄວາມສະດວກດ້ານການສະໜອງສິ່ງ ຈໍາເປັນຕ່າງໆເຊັ່ນງົບປະມານ,ພາຫະນະ,ອຸປະກອນ,ເຕັກໂນໂລຊີ,ສະ ຖານທີ່ເຮັດວຽກລວມທັງການສ້າງບຸກຄະລາກອນແກ່ອົງການທະບຽນ ຄອບຄົວເພື່ອໃຫ້ສາມາດປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີປະສິດທິ ຜົນ. ...ມາດຕາ 5 (ໃໝ່) ຫຼັກການກ່ຽວກັບການຈົດທະບຽນຄອບຄົວ

ມາດຕາ 5 (ໃໝ່) ຫຼັກການກ່ຽວກັບການຈົດທະບຽນຄອບຄົວ ການຈົດທະບຽນຄອບຄົວຕ້ອງປະຕິບັດຕາມຫຼັກການດັ່ງນີ້: 1. ດໍາເນີນຢູ່ອົງການທະບຽນຄອບຄົວບ່ອນບຸກຄົນທີ່ກ່ຽວຂ້ອງ ອາໄສຢູ່; 2. ດໍາເນີນຊ້ອງໜ້າເຈົ້າໜ້າທີ່ທະບຽນຄອບຄົວ; 3. ເຮັດເປັນພາສາລາວ; 4. ຮັບປະກັນຄວາມຖືກຕ້ອງຕາມຕົວຈິງ,ຄົບຖ້ວນ,ຊັດເຈນ, ຄວາມສະດວກ,ວ່ອງໄວແລະໂປ່ງໄສ; 5. ປະສານສົມທົບກັບບຸກຄົນແລະພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ ໄດ້ຂໍ້ມູນໃນການຈົດທະບຽນຄອບຄົວຢ່າງຖືກຕ້ອງແລະຄົບຖ້ວນ. ...ມາດຕາ 6 (ໃໝ່) ພັນທະຂອງພົນລະເມືອງກ່ຽວກັບວຽກງານທະບຽນຄອບຄົວ

ມາດຕາ 6 (ໃໝ່) ພັນທະຂອງພົນລະເມືອງກ່ຽວກັບວຽກງານທະບຽນ ຄອບຄົວ ພົນລະເມືອງທຸກຄົນມີພັນທະໃນການເຄົາລົບແລະປະຕິບັດການ ຈົດທະບຽນຄອບຄົວຂອງຕົນຕາມລະບຽບກົດໝາຍ. ...ມາດຕາ 7 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 7 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບພົນລະເມືອງລາວ,ຄົນຕ່າງດ້າວ, ຄົນຕ່າງປະເທດແລະຄົນບໍ່ມີສັນຊາດທີ່ດໍາລົງຊີວິດຢູ່ ສປປລາວ ແລະພົນ ລະເມືອງລາວທີ່ດໍາລົງຊີວິດຢູ່ ຕ່າງປະເທດ. ...ມາດຕາ 8 (ໃໝ່) ການຮ່ວມມືສາກົນ

ມາດຕາ 8 (ໃໝ່) ການຮ່ວມມືສາກົນ ລົດສົ່ງເສີມໃຫ້ມີການພົວພັນຮ່ວມມືກັບຕ່າງປະເທດແລະສາກົນ ກ່ຽວກັບວຽກງານທະບຽນຄອບຄົວດ້ວຍການແລກປ່ຽນບົດຮຽນທາງ ດ້ານເຕັກນິກ,ວິຊາການແລະຂໍ້ມູນຂ່າວສານ,ການພັດທະນາຊັບພະຍາ ກອນມະນຸດເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິຜົນແລະປະຕິບັດ ຕາມສັນຍາຫຼືສົນທິສັນຍາສາກົນທີ່ ສປປລາວ ໄດ້ເຂົ້າຮ່ວມເປັນພາຄີ. ..ພາກທີ 2 ວຽກງານທະບຽນຄອບຄົວ


...ໝວດທີ 1 ກິດຈະກໍາວຽກງານທະບຽນຄອບຄົວ


....ມາດຕາ 9 (ໃໝ່) ກິດຈະກໍາວຽກງານທະບຽນຄອບຄົວ

ມາດຕາ 9 (ໃໝ່) ກິດຈະກໍາວຽກງານທະບຽນຄອບຄົວ ກິດຈະກໍາວຽກງານທະບຽນຄອບຄົວມີດັ່ງນີ້: 1. ການຈົດທະບຽນສໍາມະໂນຄົວ,ການອອກບັດປະຈໍາຕົວ; 2. ການຈົດທະບຽນການເກີດ; 3. ການຈົດທະບຽນການແຕ່ງດອງ; 4. ການຈົດທະບຽນການຢ່າຮ້າງ; 5. ການຈົດທະບຽນການຫາຍສາບສູນ; 6. ການຈົດທະບຽນການເສຍຊີວິດ; 7. ການຈົດທະບຽນການເອົາເດັກມາເປັນລູກລ້ຽງ; 8. ການຈົດທະບຽນການຮັບຮູ້ການເປັນພໍ່ຫຼືການແຕ່ງຕັ້ງຜູ້ປົກ ຄອງ; 9. ການຈົດທະບຽນການປ່ຽນຊື່ຫຼືນາມສະກຸນ; 10. ການຈົດທະບຽນການປ່ຽນສັນຊາດ; 11. ການຈົດທະບຽນການຍົກຍ້າຍ. ....ມາດຕາ 10 (ໃໝ່) ຄວາມສໍາຄັນຂອງກິດຈະກໍາວຽກງານທະບຽນຄອບຄົວ

ມາດຕາ 10 (ໃໝ່) ຄວາມສໍາຄັນຂອງກິດຈະກໍາວຽກງານທະບຽນ ຄອບຄົວ ການຈົດທະບຽນສໍາມະໂນຄົວແມ່ນເພື່ອເກັບກໍາຈໍານວນພົນໃນ ຄອບຄົວແລະສະຖິຕິພົນລະເມືອງຊຶ່ງເປັນຂໍ້ມູນພື້ນຖານໃຫ້ແກ່ການຄຸ້ມ ຄອງແລະພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ການອອກບັດປະຈໍາຕົວແມ່ນເພື່ອຢັ້ງຢືນສະຖານະພາບຂອງບຸກ ຄົນ,ຄຸ້ມຄອງປະຊາຊົນທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປ,ຮັບປະກັນຄວາມສະ ຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ອໍານວຍຄວາມສະ ດວກໃຫ້ແກ່ຜູ້ຖືບັດປະຈໍາຕົວໃນການເຄື່ອນໄຫວທໍາມາຫາກິນ. ການຈົດທະບຽນການເກີດແມ່ນເພື່ອເກັບກໍາສະຖິຕິການເກີດ ຂອງເດັກແລະການເພີ່ມຂຶ້ນຂອງສະມາຊິກຄອບຄົວແລະພົນລະເມືອງ ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການພັດທະນາສັງຄົມ. ການຈົດທະບຽນການແຕ່ງດອງແມ່ນເພື່ອເກັບກໍາສະຖິຕິກ່ຽວ ກັບການສ້າງຄອບຄົວແລະເປັນການຢັ້ງຢືນສະຖານະພາບການມີຄອບ ຄົວແລ້ວລວມທັງການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບ ຮ້ອຍຂອງສັງຄົມ. ການຈົດທະບຽນການຢ່າຮ້າງແມ່ນເພື່ອເກັບກໍາສະຖິຕິກ່ຽວກັບ ການແຍກຈາກກັນລະຫວ່າງຜົວເມຍແລະເປັນການຢັ້ງຢືນຄວາມເປັນ ໂສດຄືນໃໝ່ຂອງຄູ່ຜົວເມຍແລະສາມາດແຕ່ງດອງໃໝ່ໄດ້ທັງເປັນພື້ນ ຖານແກ່ການວາງນະໂຍບາຍເພື່ອຫຼຸດຜ່ອນການຢ່າຮ້າງແລະໃຫ້ຄອບ ຄົວກາຍເປັນຈຸລັງທີ່ເຂັ້ມແຂງຂອງສັງຄົມ. ການຈົດທະບຽນການຫາຍສາບສູນແມ່ນເພື່ອປົກປ້ອງຊັບສິນ,ສິດ ,ຜົນປະໂຫຍດແລະພັນທະຂອງຜູ້ຫາຍສາບສູນລວມທັງຜູ້ຮ້ອງຂໍໃຫ້ມີ ການຫາຍສາບສູນ. ການຈົດທະບຽນການເສຍຊີວິດແມ່ນເພື່ອເປັນພື້ນຖານໃຫ້ແກ່ ການເປີດການສືບທອດມູນມໍລະດົກລວມທັງເປັນການເກັບກໍາສະຖິຕິການ ຕາຍຂອງປະຊາຊົນ. ການຈົດທະບຽນການເອົາເດັກມາເປັນລູກລ້ຽງແມ່ນເພື່ອຢັ້ງຢືນ ການເອົາລູກຂອງຜູ້ອື່ນມາເປັນລູກຂອງຕົນແລະຮັບປະກັນສາວພົວພັນ ລະຫວ່າງພໍ່ແມ່ລ້ຽງກັບລູກລ້ຽງ. ການຈົດທະບຽນການຮັບຮູ້ການເປັນພໍ່ແມ່ນເພື່ອຢັ້ງຢືນຄວາມ ເປັນພໍ່ໃນກໍລະນີທີ່ພໍ່ກັບແມ່ບໍ່ໄດ້ແຕ່ງດອງຫຼືບໍ່ໄດ້ຢູ່ນໍາກັນເພື່ອຮັບປະກັນ ສາຍພົວພັນລະຫວ່າງພໍ່ກັບລູກ. ການຈົດທະບຽນການແຕ່ງຕັ້ງຜູ້ປົກຄອງແມ່ນເພື່ອຢັ້ງຢືນແລະ ຮັບຮູ້ຜູ້ປົກຄອງເດັກໃນກໍລະນີທີ່ເດັກບໍ່ມີພໍ່ແມ່ເພື່ອດູແລເບິ່ງແຍງ,ສຶກສາ ອົບຮົມຈຶ່ງຕ້ອງແຕ່ງຕັ້ງຜູ້ປົກຄອງໃຫ້ເຮັດໜ້າທີ່ແທນພໍ່ແມ່. ການຈົດທະບຽນການປ່ຽນຊື່ຫຼືນາມສະກຸນແມ່ນເພື່ອຢັ້ງຢືນເຫດ ຜົນຄວາມຈໍາເປັນໃນການປ່ຽນຊື່ຫຼືນາມສະກຸນໃໝ່,ຈໍາກັດການປ່ຽນຊື່ ຫຼືນາມສະກຸນເພື່ອເຄື່ອນໄຫວທີ່ບໍ່ຖືກຕ້ອງຕາມກົດໝາຍເປັນຕົ້ນການກໍ່ ອາດຊະຍາກໍາ. ການຈົດທະບຽນການປ່ຽນສັນຊາດແມ່ນເພື່ອຢັ້ງຢືນການປະສັນ ຊາດເດີມແລະການໄດ້ສັນຊາດໃໝ່ເພື່ອຄຸ້ມຄອງແລະອໍານວຍຄວາມສະ ດວກໃນການດໍາລົງຊີວິດຂອງບຸກຄົນທີ່ປ່ຽນສັນຊາດ. ການຈົດທະບຽນການຍົກຍ້າຍແມ່ນເພື່ອເກັບກໍາການປ່ຽນພູມລໍາ ເນົາ,ທີ່ຢູ່ອາໄສຂອງບຸກຄົນຫຼືຄອບຄົວເພື່ອຄຸ້ມຄອງ,ຈັດສັນທີ່ຢູ່,ອາຊີບ ແນໃສ່ຮັບປະກັນຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ. ...ໝວດທີ 2 ຂັ້ນຕອນການຈົດທະບຽນຄອບຄົວ


....ມາດຕາ 11 (ໃໝ່) ຂັ້ນຕອນການຈົດທະບຽນ

ມາດຕາ 11 (ໃໝ່) ຂັ້ນຕອນການຈົດທະບຽນ ການຈົດທະບຽນຄອບຄົວໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: - ການຍື່ນຄໍາຮ້ອງຂໍຈົດທະບຽນ; - ການພິຈາລະນາການຈົດທະບຽນ; - ການເກັບຮັກສາເອກະສານຈົດທະບຽນ. ....ມາດຕາ 12 (ໃໝ່) ການຍື່ນຄໍາຮ້ອງຂໍຈົດທະບຽນ

ມາດຕາ 12 (ໃໝ່) ການຍື່ນຄໍາຮ້ອງຂໍຈົດທະບຽນ ບຸກຄົນທີ່ມີຈຸດປະສົງຂໍຈົດທະບຽນຄອບຄົວຕ້ອງຍື່ນຄໍາຮ້ອງຕໍ່ອົງ ການທະບຽນຄອບຄົວທີ່ກ່ຽວຂ້ອງໂດຍຜ່ານນາຍບ້ານບ່ອນທີ່ຕົນອາໄສຢູ່; ສໍາລັບເຂດຫ່າງໄກ,ສອກຫຼີກຈາກຕົວເມືອງໃຫ້ຈົດທະບຽນນໍານາຍບ້ານ ບ່ອນຕົນອາໄສຢູ່ໂດຍໃຫ້ປະຕິບັດຖືກຕ້ອງຕາມລະບຽບການຈົດທະບຽນ ແລະຕາມການແບ່ງຂັ້ນຄຸ້ມຄອງ. ....ມາດຕາ 13 (ໃໝ່) ການພິຈາລະນາການຈົດທະບຽນ

ມາດຕາ 13 (ໃໝ່) ການພິຈາລະນາການຈົດທະບຽນ ພາຍຫຼັງທີ່ໄດ້ຮັບຄໍາຮ້ອງຂໍຈົດທະບຽນແລ້ວອົງການທະບຽນຄອບ ຄົວທີ່ກ່ຽວຂ້ອງຕ້ອງພິຈາລະນາຄໍາຮ້ອງດັ່ງກ່າວຕາມແຕ່ລະກໍລະນີແຕ່ສູງ ສຸດບໍ່ໃຫ້ເກີນສາມສິບວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ຄໍາຮ້ອງຂໍຈົດທະບຽນແລະການຈົດທະບຽນນັ້ນໃຫ້ປະຕິບັດຕາມລະ ບຽບການຈົດທະບຽນຄອບຄົວຊຶ່ງກະຊວງປ້ອງກັນຄວາມສະຫງົບ,ກະຊວງ ຍຸຕິທໍາແລະອົງການປົກຄອງແຂວງ,ນະຄອນເປັນຜູ້ວາງອອກໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ. ....ມາດຕາ 14 ການປ່ຽນແປງ,ການລົບລ້າງແລະການຄັດຄ້ານການຈົດທະບຽນຄອບຄົວ

ມາດຕາ 14 ການປ່ຽນແປງ,ການລົບລ້າງແລະການຄັດຄ້ານການຈົດ ທະບຽນຄອບຄົວ ຖ້າບຸກຄົນໃດໜຶ່ງເຫັນວ່າການຈົດທະບຽນຄອບຄົວຂອງຕົົນນັ້ນ ຫາກບໍ່ຖືກຕ້ອງແລ້ວຜູ້ກ່ຽວມີສິດຮ້ອງຂໍຕໍ່ເຈົ້າໜ້າທີ່ທະບຽນຄອບຄົວບ່ອນ ຕົນອາໄສຢູ່ເພື່ອໃຫ້ປ່ຽນແປງຫຼືລົບລ້າງ,ໃນກໍລະນີທີ່ເຈົ້າໜ້າທີ່ທະບຽນ ຄອບຄົວຫາກບໍ່ພິຈາລະນາຜູ້ກ່ຽວກໍ່ມີສິດຮ້ອງຂໍຕໍ່ສານເພື່ອໃຫ້ປ່ຽນແປງ ຫຼືລົບລ້າງການຈົດທະບຽນດັ່ງກ່າວ. ສໍາລັບການຈົດທະບຽນຄອບຄົວທີ່ແຕະຕ້ອງເຖິງສິດແລະຜົນປະ ໂຫຍດຂອງບຸກຄົນອື່ນ,ບຸກຄົນທີ່ຖືກແຕະຕ້ອງດັ່ງກ່າວກໍ່ມີສິດຂໍຄັດຄ້ານ ການຈົດທະບຽນນັ້ນ. ເຈົ້າໜ້າທີ່ທະບຽນຄອບຄົວທີ່ເຫັນວ່າການຈົດທະບຽນຄອບຄົວ ຂອງຕົນບໍ່ຖືກຕ້ອງກໍ່ມີສິດປ່ຽນແປງຫຼືລົບລ້າງໂດຍນ້າທີ່ໄດ້. ການປ່ຽນແປງຫຼືລົບລ້າງການຈົດທະບຽນຄອບຄົວຕ້ອງພິຈາລະ ນາພາຍໃນສິບຫ້າວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ....ມາດຕາ 15 (ໃໝ່) ການເກັບຮັກສາເອກະສານຈົດທະບຽນ

ມາດຕາ 15 (ໃໝ່) ການເກັບຮັກສາເອກະສານຈົດທະບຽນ ກິດຈະກໍາວຽກງານທະບຽນຄອບຄົວທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້ຕ້ອງເກັບຮັກສາໄວ້ຢູ່ອົງການທະບຽນຄອບຄົວບ່ອນ ຈົດທະບຽນນັ້ນ.ໃນການເກັບຮັກສາເອກະສານຈົດທະບຽນດັ່ງກ່າວເຈົ້າ ໜ້າທີ່ທະບຽນຄອບຄົວຕ້ອງຈັດປະເພດເອກະສານທີ່ນໍາມາຈັດທະບຽນ ແລະເກັບໄວ້ຢ່າງເປັນລະບົບ. ເອກະສານຈົດທະບຽນດັ່ງກ່າວຕ້ອງຮັກສາໄວ້ໃຫ້ດີ,ບໍ່ໃຫ້ຕົກເຮ່ຍ ເສຍຫາຍຫຼືຖືກທໍາລາຍ. ...ໝວດທີ 3 ການເຄື່ອນໄຫວວຽກງານທະບຽນຄອບຄົວ


....ມາດຕາ 16 (ປັບປຸງ) ການຈົດທະບຽນສໍາມະໂນຄົວ,ການອອກບັດປະຈໍາຕົວ

ມາດຕາ 16 (ປັບປຸງ) ການຈົດທະບຽນສໍາມະໂນຄົວ,ການອອກບັດ ປະຈໍາຕົວ ການຈົດທະບຽນສໍາມະໂນຄົວຂອງພົນລະເມືອງລາວ,ຄົນຕ່າງ ດ້າວແລະຄົນບໍ່ມີສັນຊາດໃຫ້ດໍາເນີນຢູ່ອົງການທະບຽນຄົບຄົວຂອງຂະ ແໜງການປ້ອງກັນຄວາມສະຫງົບບ່ອນທີ່ຕົນອາໄສຢູ່ຢ່າງຖືກຕ້ອງຕາມ ການແບ່ງຂັ້ນຄຸ້ມຄອງແລະຕ້ອງພິຈາລະນາຈົດທະບຽນພາຍໃນສິບວັນ ລັດຖະການນັບຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ພົນລະເມືອງລາວແລະຄົນຕ່າງດ້າວຫຼັງຈາກໄດ້ຈົດທະບຽນສໍາ ມະໂນຄົວແລ້ວຜູ້ທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປຕ້ອງມີບັດປະຈໍາຕົວ.ເຈົ້າ ໜ້າທີ່ທະບຽນຄອບຄົວຕ້ອງພິຈາລະນາອອກບັດປະຈໍາຕົວໃຫ້ພາຍໃນຫ້າ ວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕັ້ນໄປ. ສໍາລັບຄົນຕ່າງປະເທດແລະຄັນບໍ່ມີສັນຊາດທີ່ເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານຢູ່ ສປປລາວ ໃຫ້ປະຕິບັດຕາມລະບຽບການຄຸ້ມຄອງຄົນ ຕ່າງປະເທດ. ....ມາດຕາ 17 (ປັບປຸງ) ການແຈ້ງແລະອອກໃບຢັ້ງຢືນການເກີດ

ມາດຕາ 17 (ປັບປຸງ) ການແຈ້ງແລະອອກໃບຢັ້ງຢືນການເກີດ ເມື່ອມີເດັກເກີດຢູ່ໃນຄອບຄົວຂອງຕົນ,ສຸກສາລາຫຼືໂຮງໝໍແລ້ວ ໃຫ້ຫົວໜ້າຄອບຄົວຫຼືຜູ້ຕາງໜ້າຄອບຄົວໄປແຈ້ງເປັນລາຍລັກອັກສອນ ຫຼືທາງປາກເປົ່າຕໍ່ນາຍບ້ານບ່ອນຕົນອາໄສຢູ່ໂດຍເອົາເອກະສານກ່ຽວ ກັບການເກີດຈາກສຸກສາລາຫຼືໂຮງໝໍເປັນຫຼັກຖານໃນການແຈ້ງການ ເກີດນັ້ນ. ສໍາລັບເດັກທີ່ເກີດຢູ່ບ່ອນອື່ນນັ້ນໃຫ້ພໍ່ຫຼືແມ່ຫຼືຜູ້ຕາງໜ້າຄອບຄົວ ໄປແຈ້ງຕໍ່ນາຍບ້ານບ່ອນເດັກເກີດ. ໃນກໍລະນີທີ່ເດັກເກີດຢູ່ຕ່າງປະເທດໃຫ້ພໍ່ຫຼືແມ່ຫຼືຜູ້ຕາງໜ້າຄອບ ຄົວໄປແຈ້ງຕໍ່ໜ່ວຍງານທະບຽນຄອບຄົວປະຈໍາສະຖານທູດຫຼືສະຖານ ກົງສູນຂອງ ສປປລາວ ຢູ່ປະເທດບ່ອນເດັກເກີດ. ການແຈ້ງການເກີດບໍ່ໃຫ້ເກີນສາມສິບວັນລັດຖະການນັບແຕ່ວັນ ເດັກເກີດເປັນຕົ້ນໄປ. ບຸກຄົນທີ່ໄດ້ພົບເຫັນເດັກເກີດໃໝ່ທີ່ຖືກປະຖິ້ມໄວ້ຕ້ອງໃຫ້ການ ຊ່ວຍເຫຼືອແລະໃຫ້ໄປແຈ້ງຕໍ່ນາຍບ້ານຫຼືເຈົ້າໜ້າທີ່ຕໍາຫຼວດໃນເຂດທີ່ ຕົນພົບເດັກນັ້ນໂດຍໄວ. ນາຍບ້ານທີ່ໄດ້ຮັບແຈ້ງວ່າມີເດັກເກີດໃໝ່ແລ້ວຕ້ອງອອກໃບຢັ້ງ ຢືນການເກີດຂອງເດັກພາຍໃນຫ້າວັນລັດຖະການນັບແຕ່ວັນໄດ້ຮັບແຈ້ງ ເປັນຕົ້ນໄປ. ....ມາດຕາ 18 (ປັບປຸງ) ການຈົດທະບຽນການເກີດ

ມາດຕາ 18 (ປັບປຸງ) ການຈົດທະບຽນການເກີດ ພາຍຫຼັງທີ່ໄດ້ຮັບໃບຢັ້ງຢືນການເກີດຈາກນາຍບ້ານແລ້ວຜູ້ຮ້ອງ ຂໍຕ້ອງນໍາໄປຈົດທະບຽນການເກີດຢູ່ອົງການທະບຽນຄອບຄົວຂອງອົງ ການປົກຄອງເມືອງ,ເທດສະບານບ່ອນທີ່ຕົນອາໄສຢູ່ພາຍໃນສາມສິບວັນ ລັດຖະການນັບແຕ່ວັນໄດ້ຮັບໃບຢັ້ງຢືນການເກີດເປັນຕົ້ນໄປ. ສໍາລັບໜ່ວຍງານທະບຽນຄອບຄົວປະຈໍາສະຖານທູດຫຼືສະຖານ ກົງສຸນຂອງ ສປປລາວ ຢູ່ຕ່າງປະເທດພາຍຫຼັງທີ່ໄດ້ຮັບແຈ້ງການເກີດ ແລ້ວກໍ່ໃຫ້ຈົດທະບຽນການເກີດພາຍໃນຫ້າວັນລັດຖະການນັບແຕ່ວັນໄດ້ ຮັບການແຈ້ງເກີດກໍ່ໃຫ້ຈົດທະບຽນການເກີດພາຍໃນຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບການແຈ້ງເກີດເປັນຕົ້ນໄປ. ....ມາດຕາ 19 (ປັບປຸງ) ການຈົດທະບຽນການແຕ່ງດອງ

ມາດຕາ 19 (ປັບປຸງ) ການຈົດທະບຽນການແຕ່ງດອງ ການຈົດທະບຽນການແຕ່ງດອງໃຫ້ດໍາເນີນຢູ່ອົງການທະບຽນ ຄອບຄົວຂອງອົງການປົກຄອງເມືອງ,ເທດສະບານບ່ອນຄູ່ບ່າວສາວອາ ໄສຢູ່ຫຼືບ່ອນຢູ່ຂອງຝ່າຍໃດໜຶ່ງຫຼືຕາມບ່ອນຢູ່ຂອງພໍ່ແມ່ຄູ່ບ່າວສາວຫຼືພໍ່ ແມ່ຂອງຝ່າຍໃດໜຶ່ງ. ອົງການທະບຽນຄອບຄົວດັ່ງກ່າວຕ້ອງຈົດທະບຽນແລະອອກໃບ ຢັ້ງຢືນການແຕ່ງດອງໃຫ້ພາຍໃນສາມວັນລັດຖະການນັບແຕ່ວັນໄດ້ຮັບ ສໍານວນຄໍາຮ້ອງເປັນຕົ້ນໄປ. ສໍາລັບການຈົດທະບຽນການແຕ່ງດອງລະຫວ່າງພົນລະເມືອງ ລາວກັບຄົນຕ່າງປະເທດໃຫ້ດໍາເນີນຢູ່ອົງການທະບຽນຄອບຄົວຂອງອົງ ການປົກຄອງແຂວງ,ນະຄອນ. ສໍາລັບການຈົດທະບຽນການແຕ່ງດອງຂອງພົນລະເມືອງລາວຢູ່ ຕ່າງປະເທດໃຫ້ດໍາເນີນຢູ່ໜ່ວຍງານທະບຽນຄອບຄົວປະຈໍາສະຖານທູດ ຫຼືສະຖານກົງສຸນຂອງ ສປປລາວ ຢູ່ປະເທດນັ້ນ. ....ມາດຕາ 20 (ປັບປຸງ) ການຈົດທະບຽນການຢ່າຮ້າງ

ມາດຕາ 20 (ປັບປຸງ) ການຈົດທະບຽນການຢ່າຮ້າງ ການຢ່າຮ້າງດ້ວຍຄວາມສະໝັກໃຈແລະການຢ່າຮ້າງຕາມຄໍາ ຕັດສິນຂອງສານຕ້ອງນໍາໄປຈົດທະບຽນຢູ່ອົງການທະບຽນຄອບຄົວຂອງ ອົງການປົກຄອງເມືອງ,ເທດສະບານບ່ອນຄູ່ຜົວເມຍອາໄສຢູ່ກ່ອນການ ຢ່າຮ້າງ. ສໍາລັບການຈົດທະບຽນການຢ່າຮ້າງລະຫວ່າງພົນລະເມືອງລາວ ກັບຄົນຕ່າງປະເທດໃຫ້ດໍາເນີນຢູ່ອົງການທະບຽນຄອບຄົວຂອງອົງການ ປົກຄອງແຂວງ,ນະຄອນ. ອົງການທະບຽນຄອບຄົວດັ່ງກ່າວຕ້ອງຈົດທະບຽນແລະອອກໃບ ຢັ້ງຢືນການຢ່າຮ້າງໃຫ້ຜູ້ລະສະບັບພາຍໃນສາມວັນລັດຖະການນັບແຕ່ ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ....ມາດຕາ 21 (ປັບປຸງ) ການຈົດທະບຽນການຫາຍສາບສູນ

ມາດຕາ 21 (ປັບປຸງ) ການຈົດທະບຽນການຫາຍສາບສູນ ການຈົດທະບຽນການຫາຍສາບສູນໃຫ້ດໍາເນີນຢູ່ອົງການທະບຽນ ຄອບຄົວຂອງຂະແໜງການຍຸຕິທໍາບ່ອນຜູ້ຮ້ອງຂໍອາໄສຢູ່ພາຍໃນສາມ ສິບວັນລັດຖະການນັບແຕ່ວັນມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດເປັນຕົ້ນໄປ. ສໍາລັບການຫາຍສາບສູນຂອງຕົນຕ່າງດ້າວ,ຄົນຕ່າງປະເທດແລະ ຄົນບໍ່ມີສັນຊາດພາຍຫຼັງທີ່ໄດ້ຈົດທະບຽນການຫາຍສາບສູນແລ້ວຂະແໜງ ການຍຸຕິທໍາທີ່ກ່ຽວຂ້ອງຕ້ອງແຈ້ງໄປຍັງຂະແໜງການປ້ອງກັນຄວາມສະ ຫງົບຂັ້ນຂອງຕົນເພື່ອຊາບ. ....ມາດຕາ 22 (ປັບປຸງ) ການແຈ້ງແລະການອອກໃບຢັ້ງຢືນການເສຍຊີວິດ

ມາດຕາ 22 (ປັບປຸງ) ການແຈ້ງແລະການອອກໃບຢັ້ງຢືນການເສຍ ຊີວິດ ຖ້າວ່າບຸກຄົນໃດໜຶ່ງໃນຄອບຄົວຂອງຕົນຫາໄດ້ເສຍຊີວິດໃຫ້ຜູ້ ຕາງໜ້າຄອບຄົວນັ້ນໄປແຈ້ງຕໍ່ນາຍບ້ານ. ຖ້າວ່າບຸກຄົນໃດໜຶ່ງຫາກໄດ້ພົບເຫັນຊາກສົບກໍ່ໃຫ້ໄປແຈ້ງຕໍ່ ນາຍບ້ານຫຼືເຈົ້າໜ້າທີ່ຕໍາຫຼວດບ່ອນຕົນພົບເຫັນຊາກສົບນັ້ນໃນທັນໃດ. ເມື່ອໄດ້ຮັບແຈ້ງການເສຍຊີວິດແລ້ວນາຍບ້ານຫຼືເຈົ້າໜ້າທີ່ຕໍາ ຫຼວດຕ້ອງອອກໃບຢັ້ງຢືນການເສຍຊີວິດພາຍໃນຫ້າວັນລັດຖະການໄວ້ ເປັນຫຼັກຖານ.ໃນກໍລະນີທີ່ສາເຫດຂອງການເສຍຊີວິດຫາກບໍ່ຈະແຈ້ງຫຼື ການເສຍຊີວິດຍ້ອນພະຍາດຕິດແປດທີ່ເປັນອັນຕະລາຍກໍ່ໃຫ້ແຈ້ງຕໍ່ເຈົ້າ ໜ້າທີ່ຕໍາຫຼວດຫຼືເຈົ້າໜ້າທີ່ສາທາລະນະສຸກໂດຍດ່ວນແລະໃຫ້ໂຈດການ ອອກໃບຢັ້ງຢືນການເສຍຊີວິດຈົນກວ່າຈະໄດ້ຮັບຄໍາເຫັນຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງດັ່ງກ່າວ. ບຸກຄົນໃດທີ່ໄດ້ປິ່ນປົວຄົນເຈັບຫຼືໄດ້ທໍາການເກີດລູກຕາມວິຊາຊີບ ຂອງຕົນແລ້ວຄົນເຈັບຫຼືເດັກທີ່ເກີດມາໃໝ່ນັ້ນຫາກໄດ້ເສຍຊີວິດບຸກຄົນ ນັ້ນຕ້ອງອອກໃບຢັ້ງຢືນການເສຍຊີວິດໃນທັນໃດ.ໃນກໍລະນີທີ່ຄົນເຈັບຫຼື ເດັກທີ່ເກີດມາໃໝ່ນັ້ນຫາກໄດ້ເສຍຊີວິດດ້ວຍຄວາມບໍ່ລິມັດລະວັງຂອງຜູ້ ປິ່ນປົວຫຼືຜູ້ທໍາການເກີດລູກແລ້ວບຸກຄົນນັ້ນຈະມີຄວາມຮັບຜິດຊອບຕາມ ລະບຽບກົດໝາຍ. ....ມາດຕາ 23 (ໃໝ່) ການແຈ້ງການເສຍຊີວິດຕາມຄໍາຕັດສິນຂອງສານ

ມາດຕາ 23 (ໃໝ່) ການແຈ້ງການເສຍຊີວິດຕາມຄໍາຕັດສິນຂອງສານ ຖ້າວ່າບຸກຄົນໃດໜຶ່ງຫາກຖືກສານຕັດສິນວ່າເປັນຜູ້ເສຍຊີວິດໃຫ້ ຜູ້ຕາງໜ້າຄອບຄົວຂອງຜູ້ກ່ຽວໄປແຈ້ງຕໍ່ອົງການທະບຽນຄອບຄົວຂອງ ຂະແໜງການຍຸຕິທໍາບ່ອນຕົນອາໄສຢູ່ພາຍໃນຫ້າວັນລັດຖະການນັບແຕ່ ວັນລົງຄໍາຕັດສິນຫຼືວັນຮັບຊາບຄໍາຕັດສິນເປັນຕົ້ນໄປ. ....ມາດຕາ 24 (ປັບປຸງ) ການຈົດທະບຽນການເອົາເດັກມາເປັນລູກລ້ຽງ

ມາດຕາ 24 (ປັບປຸງ) ການຈົດທະບຽນການເອົາເດັກມາເປັນລູກລ້ຽງ ການຈົດທະບຽນການເອົາເດັກມາເປັນລູກລ້ຽງໃຫ້ດໍາເນີນຢູ່ອົງ ການທະບຽນຄອບຄົວຂອງຂະແໜງການຍຸຕິທໍາບ່ອນພໍ່ແມ່ຄີງຫຼືຜູ້ປົກ ຄອງຂອງເດັກອາໄສຢູ່.ອົງການທະບຽນຄອບຄົວດັ່ງກ່າວຕ້ອງຈົດທະ ບຽນແລະອອກໃບຢັ້ງຢືນການເອົາເດັກມາເປັນລູກລ້ຽງພາຍໃນສາມສິບ ວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ຄົນຕ່າງປະເທດທີ່ມີຈຸດປະສົງເອົາເດັກນ້ອຍລາວມາເປັນລູກລ້ຽງ ຕ້ອງຍື່ນຄໍາຮ້ອງຕໍ່ກະຊວງຍຸຕິທໍາເພື່ອຄົ້ນຄວ້າແລະສະເໜີຕໍ່ຄະນະເລຂາ ທິການລັດຖະບານພິຈາລະນາພາຍໃນສາມສິບວັນລັດຖະການນັບແຕ່ວັນ ໄດ້ຮັບຄໍາຮ້ອງເປັນຕົ້ນໄປ.ພາຍຫຼັງທີ່ໄດ້ຮັບການເຫັນດີຈາກຄະນະເລຂາ ທິການລັດຖະບານແລ້ວກະຊວງຍຸຕິທໍາຕ້ອງຈົດທະບຽນແລະອອກໃບຢັ້ງ ຢືນການເອົາເດັກມາເປັນລູກລ້ຽງພາຍໃນຫ້າວັນລັດຖະການ. ....ມາດຕາ 25 (ປັບປຸງ) ການຈົດທະບຽນການຮັບຮູ້ການເປັນພໍ່ຫຼືການແຕ່ງຕັ້ງຜູ້ປົກຄອງ

ມາດຕາ 25 (ປັບປຸງ) ການຈົດທະບຽນການຮັບຮູ້ການເປັນພໍ່ຫຼືການ ແຕ່ງຕັ້ງຜູ້ປົກຄອງ ການຈົດທະບຽນການຮັບຮູ້ການເປັນພໍ່ຫຼືການແຕ່ງຕັ້ງຜູ້ປົກຄອງ ໃຫ້ດໍາເນີນຢູ່ອົງການທະບຽນຄອບຄົວຂອງຂະແໜງການຍຸຕິທໍາບ່ອນພໍ່ ຫຼືບ່ອນສານລົງຄໍາຕັດສິນກ່ຽວກັບການຮັບຮູ້ການເປັນພໍ່ຫຼືບ່ອນຜູ້ປົກຄອງ ອາໄສຢູ່. ອົງການທະບຽນຄອບຄົວດັ່ງກ່າວຕ້ອງຈົດທະບຽນແລະອອກໃບ ຢັ້ງຢືນການເປັນພໍ່ຫຼືຜູ້ປົກຄອງພາຍໃນສິບວັນລັດຖະການນັບແຕ່ວັນມີຄໍາ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຫຼືນັບແຕ່ວັນແຕ່ງຕັ້ງຜູ້ປົກຄອງ ຈາກນາຍບ້ານເປັນຕົ້ນໄປ. ....ມາດຕາ 26 (ປັບປຸງ) ການຈັດທະບຽນການປ່ຽນຊື່ຫຼືນາມສະກຸນ

ມາດຕາ 26 (ປັບປຸງ) ການຈັດທະບຽນການປ່ຽນຊື່ຫຼືນາມສະກຸນ ການຈົດທະບຽນການປ່ຽນຊື່ຫຼືນາມສະກຸນຂອງບຸກຄົນທີ່ເຖິງກະ ສຽນອາຍຸແລ້ວໃຫ້ດໍາເນີນຢູ່ອົງການທະບຽນຄອບຄົວຂອງຂະແໜງການ ປ້ອງກັນຄວາມສະຫງົບບ່ອນຜູ້ຮ້ອງຂໍອາໄສຢູ່.ໃນກໍລະນີການຈົດທະບຽນ ການປ່ຽນຊື່ຫຼືນາມສະກຸນຂອງເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸນັ້ນໃຫ້ດໍາ ເນີນຢູ່ອົງການທະບຽນຄອບຄົວບ່ອນພໍ່ແມ່ຫຼືຜູ້ປົກຄອງອາໄສຢູ່. ອົງການທະບຽນຄອບຄົວຂອງຂະແໜງການປ້ອງກັນຄວາມສະ ຫງົບດັ່ງກ່າວຕ້ອງຈົດທະບຽນແລະອອກໃບຢັ້ງຢືນການປ່ຽນຊື່ຫຼືນາມສະ ກຸນພາຍໃນຫ້າວັນລັດຖະການນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ. ....ມາດຕາ 27 (ໃໝ່) ການຈັດທະບຽນການປ່ຽນສັນຊາດ

ມາດຕາ 27 (ໃໝ່) ການຈັດທະບຽນການປ່ຽນສັນຊາດ ການຈົດທະບຽນການປ່ຽນສັນຊາດໃຫ້ດໍາເນີນຢູ່ກົມທີ່ຮັບຜິດຊອບ ວຽກງານທະບຽນຄອບຄົວຂອງກະຊວງຍຸຕິທໍາພາຍໃນຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອອງຂໍຈົດທະບຽນເປັນຕົ້ນໄປພາຍຫຼັງທີ່ຜູ້ກ່ຍວໄດ້ ຮັບຄໍາຕົກລົງໃຫ້ປ່ຽນສັນຊາດຈາກຄະນະປະຈໍາສະພາແຫ່ງຊາດ. ....ມາດຕາ 28 (ປັບປຸງ) ການແຈ້ງແລະການຈົດທະບຽນການຍົກຍ້າຍ

ມາດຕາ 28 (ປັບປຸງ) ການແຈ້ງແລະການຈົດທະບຽນການຍົກຍ້າຍ ເມື່ອສະມາຊິກຄອບຄົວໃດໜຶ່ງຫຼືຄອບຄົວທັງໝົດຫາກມີຈຸດປະສົງ ຍົກຍ້າຍໄປຢູ່ບ່ອນອື່ນແລ້ວໃຫ້ຫົວໜ້າຄອບຄົວຫຼືຜູ້ຕາງໜ້າຄອບຄົວໄປ ແຈ້ງຕໍ່ນາຍບ້ານບ່ອນຕົນອາໄສຢູ່ພາຍໃນກໍານົດເວລາສາມວັນລັດຖະ ການ,ຫຼັງຈາກນັ້ນຈຶ່ງໄປສະເໜີຕໍ່ຂະແໜງການປ້ອງກັນຄວາມສະຫງົບ ເພື່ອອະນຸຍາດການຍົກຍ້າຍໃຫ້.ການຍົກຍ້າຍອາດຈະເປັນການຍົກຍ້າຍ ບ້ານຕໍ່ບ້ານໃນເມືອງດຽວກັນ,ເມືອງຕໍ່ເມືອງໃນແຂວງດຽວກັນຫຼືການ ຍົກຍ້າຍໄປຕ່າງແຂວງ. ການຍົກຍ້າຍໃຫ້ປະຕິບັດຕາມລະບຽບການຍົກຍ້າຍພົນລະເມືອງ ຢ່າງເຂັ້ມງວດ. ພາຍຫຼັງທີ່ໄດ້ຍົກຍ້າຍໄປເຖິງບ່ອນຢູ່ໃໝ່ແລ້ວໃຫ້ໄປແຈ້ງຕໍ່ນາຍ ບ້ານບ່ອນຕົນອາໄສຢູ່ໃໝ່ພາຍໃນຊາວສີ່ຊົ່ວໂມງນັບແຕ່ວັນໄປຮອດເປັນ ຕົ້ນໄປ.ນາຍບ້ານບ່ອນຢູ່ໃໝ່ຕ້ອງກວດກາເອກະສານການຍົກຍ້າຍຖ້າ ວ່າເອກະສານຖືກຕ້ອງແລະຄົບຖ້ວນແລ້ວຈຶ່ງອອກໃບຢັ້ງຢືນການຍົກ ຍ້າຍມາໃຫ້ຜູ້ຮ້ອງຂໍພາຍໃນສາມວັນລັດຖະການນັບແຕ່ວັນໄດ້ຮັບການ ແຈ້ງຈາກຜູ້ມາຢູ່ໃໝ່ເປັນຕົ້ນໄປ. ການຈົດທະບຽນການຍົກຍ້າຍໃຫ້ດໍາເນີນຢູ່ອົງການທະບຽນຄອບ ຄົວຂອງຂະແໜງການປ້ອງກັນຄວາມສະຫງົບບ່ອນຜູ້ຮ້ອງຂໍໄປຢູ່ໃໝ່ ພາຍໃນຫ້າວັນລັດຖະການນັບແຕ່ວັນໄດ້ຮັບການແຈ້ງຈາກຜູ້ມາຢູ່ໃໝ່ ເປັນຕົ້ນໄປ. ການຈົດທະບຽນການຍົກຍ້າຍໃຫ້ດໍາເນີນຢູ່ອົງການທະບຽນຄອບ ຄົວຂອງຂະແໜງການປ້ອງກັນຄວາມສະຫງົບບ່ອນຜູ້ຮ້ອງຂໍໄປຢູ່ໃໝ່ ພາຍໃນຫ້າວັນລັດຖະການນັບແຕ່ວັນໄດ້ຮັບໃບຢັ້ງຢືນການຍົກຍ້າຍມາ ຂອງນາຍບ້ານບ່ອນຢູ່ໃໝ່ເປັນຕົ້ນໄປເພື່ອອອກປຶ້ມສໍາມະໂນຄົວໃໝ່ໃຫ້ ຜູ້ກ່ຽວ. ..ພາກທີ 3 ການຈັດຕັ້ງປະຕິບັດວຽກງານທະບຽນຄອບຄົວ


...ໝວດທີ 1 ອົງການທະບຽນຄອບຄົວ


....ມາດຕາ 29 (ໃໝ່) ອົງການທະບຽນຄອບຄົວ

ມາດຕາ 29 (ໃໝ່) ອົງການທະບຽນຄອບຄົວ ອົງການທະບຽນຄອບຄົວແມ່ນອົງການຂອງລັດຊຶ່ງປະກອບດ້ວຍ ຂະແໜງການປ້ອງກັນຄວາມສະຫງົບ,ຂະແໜງການຍຸຕິທໍາແລະອົງການ ປົກຄອງທ້ອງຖິ່ນລວມທັງສະຖານທູດຫຼືສະຖານກົງສຸນຂອງ ສປປລາວປະ ຈໍາຢູ່ຕ່າງປະເທດ. ການຈົດທະບຽນຄອບຄົວຂອງພົນລະເມືອງລາວ,ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດຕ້ອງດໍາເນີນຢູ່ອົງການທະບຽນຄອບຄົວຂອງຂະແໜງ ການທີ່ກ່ຽວຂ້ອງແຕ່ລະຂັ້ນຢ່າງຖືກຕ້ອງຕາມການແບ່ງຂັ້ນຄຸ້ມຄອງ. ....ມາດຕາ 30 (ໃໝ່) ອົງການທະບຽນຄອບຄົວຂອງຂະແໜງການປ້ອງກັນຄວາມສະຫງົບ

ມາດຕາ 30 (ໃໝ່) ອົງການທະບຽນຄອບຄົວຂອງຂະແໜງການປ້ອງ ກັນຄວາມສະຫງົບ ອົງການທະບຽນຄອບຄົວຂອງຂະແໜງການປ້ອງກັນຄວາມສະ ຫງົບປະກອບດ້ວຍກົມຢູູ່ກະຊວງປ້ອງກັນຄວາມສະຫງົບ,ຫ້ອງການຢູ່ກອງ ບັນຊາການປ້ອງກັນຄວາມສະຫງົບແຂວງ,ນະຄອນແລະໜ່ວຍງານຢູ່ ຫ້ອງການປ້ອງກັນຄວາມສະຫງົບເມືອງ,ເທດສະບານ. ....ມາດຕາ 31 (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງຂະແໜງການປ້ອງກັນຄວາມສະຫງົບ

ມາດຕາ 31 (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງ ຂະແໜງການປ້ອງກັນຄວາມສະຫງົບ ອົງການທະບຽນຄອບຄົວຂອງຂະແໜງການປ້ອງກັນຄວາມສະ ຫງົບມີສິດແລະໜ້າທີ່ດັ່ງນີ້: 1. ຈົດທະບຽນສໍາມະໂນຄົວ; 2. ອອກບັດປະຈໍາຕົວ; 3. ຈົດທະບຽນການປ່ຽນຊື່ຫຼືນາມສະກຸນ; 4. ຮັບແຈ້ງແລະຈົດທະບຍນການຍົກຍ້າຍຂອງພົນລະເມືອງ; 5. ຮັບແຈ້ງການພົບເຫັນຊາກສົບແລະອອກໃບຢັ້ງຢືນການເສຍ ຊີວິດ; 6. ຮັບແຈ້ງກ່ຽວກັບການຫາຍສາບສູນແລະການເສຍຊີວິດຂອງ ຄົນຕ່າງດ້າວ,ຄົນຕ່າງປະເທດແລະຄົນບໍ່ມີສັນຊາດພາຍຫຼັງທີ່ໄດ້ຈົດທະ ບຽບແລ້ວ; 7. ເກັບຮັກສາເອກະສານຈົດທະບຽນ; 8. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິ ບັດວຽກງານທະບຽນຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 9. ສະຫຼຸບສັງລວມ,ຕີລາຄາ,ປະເມີນຜົນແລະລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຂັ້ນເທິງຊາບ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສ່ວນຂອບເຂດສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງ ຂະແໜງການປ້ອງກັນຄວາມສະຫງົບແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບ ການສະເພາະ. ....ມາດຕາ 32 (ໃໝ່) ອົງການທະບຽນຄອບຄົວຂອງຂະແໜງການຍຸຕິທໍາ

ມາດຕາ 32 (ໃໝ່) ອົງການທະບຽນຄອບຄົວຂອງຂະແໜງການຍຸຕິທໍາ ອົງການທະບຽນຄອບຄົວຂອງຂະແໜງການຍຸຕິທໍາປະກອບດ້ວຍ ກົມຢູ່ກະຊວງຍຸຕິທໍາ,ຫ້ອງການຢູ່ພະແນກຍຸຕິທໍາແຂວງ,ນະຄອນແລະ ໜ່ວຍງານຢູ່ຫ້ອງການຍຸຕິທໍາເມືອງ,ເທດສະບານ. ....ມາດຕາ 33​ (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງຂະແໜງການຍຸຕິທໍາ

ມາດຕາ 33​ (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງ ຂະແໜງການຍຸຕິທໍາ ອົງການທະບຽນຄອບຄົວຂອງຂະແໜງການຍຸຕິທໍາມີສິດແລະ ໜ້າທີ່ດັ່ງນີ້: 1. ຈົດທະບຽນການຫາຍສາບສູນແລະເສຍຊີວິດຕາມຄໍາຕັດສິນ ຂອງສານ; 2. ຈົດທະບຽນການເອົາເດັກມາເປັນລູກລ້ຽງ; 3. ຈົດທະບຽນການຮັບຮູ້ການເປັນພໍ່ຫຼືການແຕ່ງຕັ້ງຜູ້ປົກຄອງ; 4. ຈົດທະບຽນການປ່ຽນສັນຊາດ; 5. ແຈ້ງການຈົດທະບຽນການຫາຍສາບສູນຫຼືການເສຍຊີວິດ ຂອງຄົນຕ່າງດ້າວ,ຄົນຕ່າງປະເທດແລະຄົນບໍ່ມີສັນຊາດໃຫ້ຂະແໜງ ການປ້ອງກັນຄວາມສະຫງົບ; 6. ເກັບຮັກສາເອກະສານຈົດທະບຽນ; 7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິ ບັດວຽກງານທະບຽນຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 8. ສະຫຼຸບສັງລວມ,ຕີລາຄາ,ປະເມີນຜົນແລະລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ຂັ້ນເທິງຊາບ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສ່ວນຂອບເຂດສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງ ຂະແໜງການຍຸຕິທໍາແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 34 (ໃໝ່) ອົງການທະບຽນຄອບຄົວອົງການປົກຄອງທ້ອງຖິ່ນ

ມາດຕາ 34 (ໃໝ່) ອົງການທະບຽນຄອບຄົວອົງການປົກຄອງທ້ອງຖິ່ນ ອົງການທະບຽນຄອບຄົວຂອງອົງການປົກຄອງທ້ອງຖິ່ນປະກອບ ດ້ວຍຫ້ອງການຢູ່ອົງການປົກຄອງແຂວງ,ນະຄອນແລະໜ່ວຍງານຢູ່ອົງ ການປົກຄອງເມືອງ,ເທດສະບານ. ....ມາດຕາ 35 (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງອົງການປົກຄອງທ້ອງຖິ່ນ

ມາດຕາ 35 (ໃໝ່) ສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງ ອົງການປົກຄອງທ້ອງຖິ່ນ ອົງການທະບຽນຄອບຄົວຂອງອົງການປົກຄອງທ້ອງຖິ່ນມີສິດ ແລະໜ້າທີ່ດັ່ງນີ້: 1. ຈົດທະບຽນການເກີດ; 2. ຈົດທະບຽນການເສຍຊີວິດ; 3. ຈົດທະບຽນການແຕ່ງດອງ; 4. ຈົດທະບຽນການຢ່າຮ້າງ; 5. ແຈ້ງການຈົດທະບຽນການເສຍຊີວິດຂອງຄົນຕ່າງດ້າວ,ຄົນ ຕ່າງປະເທດແລະຄົນບໍ່ມີສັນຊາດໃຫ້ຂະແໜງການປ້ອງກັນຄວາມສະ ຫງົບ; 6. ເກັບຮັກສາເອກະສານຈົດທະບຽນ; 7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິ ບັດວຽກງານທະບຽນຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 8. ສະຫຼຸບສັງລວມ,ຕີລາຄາ,ປະເມີນຜົນແລະລາຍງານກ່ຽວກັບ ການຈັດຕັ້ງປະຕິບັັດວຽກງານຂອງຕົນໃຫ້ຂັ້ນເທິງຊາບ; 9. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສ່ວນຂອບເຂດສິດແລະໜ້າທີ່ຂອງອົງການທະບຽນຄອບຄົວຂອງ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ກໍານົດໄວ້ໃນລະບຽບການສະ ເພາະ. ....ມາດຕາ 36 (ໃໝ່) ການຈົດທະບຽນຄອບຄົວຢູ່ຕ່າງປະເທດ

ມາດຕາ 36 (ໃໝ່) ການຈົດທະບຽນຄອບຄົວຢູ່ຕ່າງປະເທດ ການຈົດທະບຽນຄອບຄົວຢູ່ຕ່າງປະເທດໃຫ້ດໍາເນີນຢູ່ໜ່ວຍງານ ທະບຽນຄອບຄົວປະຈໍາຢູ່ສະຖານທູດຫຼືສະຖານກົງສຸນຂອງ ສປປລາວ ຢູ່ປະເທດນັ້ນໂດຍຂຶ້ນກັບການຄຸ້ມຄອງຂອງກະຊວງການຕ່າງປະເທດ. ....ມາດຕາ 37 (ໃໝ່) ບຸກຄະລາກອນຂອງອົງການທະບຽນຄອບຄົວ

ມາດຕາ 37 (ໃໝ່) ບຸກຄະລາກອນຂອງອົງການທະບຽນຄອບຄົວ ບຸກຄະລາກອນຂອງອົງການທະບຽນຄອບຄົວມີດັ່ງນີ້: - ຫົວໜ້າ; - ຮອງຫົວໜ້າໜຶ່ງຫຼືສອງຄົນ; - ພະນັກງານວິຊາການແລະພະນັກງານບໍລິຫານຈໍານວນໜຶ່ງ; - ນາຍບ້ານສໍາລັບເຂດຫ່າງໄກສອກຫຼີກ. ....ມາດຕາ 38 (ໃໝ່) ສິດແລະໜ້າທີ່ຂອງເຈົ້າໜ້າທີ່ທະບຽນຄອບຄົວ

ມາດຕາ 38 (ໃໝ່) ສິດແລະໜ້າທີ່ຂອງເຈົ້າໜ້າທີ່ທະບຽນຄອບຄົວ ຫົວໜ້າແລະຮອງຫົວໜ້າອົງການທະບຽນຄອບຄົວເປັນເຈົ້າໜ້າ ທີ່ທະບຽນຄອບຄົວ. ຫົວໜ້າອົງການທະບຽນຄອບຄົວມີສິດແລະໜ້າທີ່ຕົ້ນຕໍໃນການ ຈົດທະບຽນກິດຈະກໍາວຽກງານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງ ກົດໝາຍສະບັບນີ້. ຮອງຫົວໜ້າອົງການທະບຽນຄອບຄົວມີໜ້າທີ່ຊ່ວຍຫົວໜ້າອົງ ການທະບຽນຄອບຄົວໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານແລະຈະ ໄດ້ຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຜູ້ເປັນຫົວ ໜ້າ. ໃນກໍລະນີທີ່ຫົວໜ້າຫາກບໍ່ຢູ່ຫຼືຕິດຂັດແມ່ນຮອງຫົວໜ້າຜູ້ຖືກມອບ ໝາຍຈາກຫົວນ້າເປັນຜູ້ວ່າການແລະຈົດທະບຽນຄອບຄົວແທນ. ສໍາລັບນາຍບ້ານໃນເຂດຫ່າງໄກສອກຫຼີກໃນຖານະທີ່ເປັນເຈົ້າ ໜ້າທີ່ທະບຽນຄອບຄົວມີສິດແລະໜ້າທີ່ໃນການຈົດທະບຽນການເກີດ, ການເສຍຊີວິດ,ການແຕ່ງດອງແລະການຢ່າຮ້າງ. ...ໝວດທີ 2 ເຈົ້າໜ້າທີ່ທະບຽນຄອບຄົວ


....ມາດຕາ 39 (ໃໝ່) ມາດຕະຖານຂອງເຈົ້າໜ້າທີ່ທະບຽນຄອບຄົວ

ມາດຕາ 39 (ໃໝ່) ມາດຕະຖານຂອງເຈົ້າໜ້າທີ່ທະບຽນຄອບຄົວ ເຈົ້າໜ້າທີ່ທະບຽນຄອບຄົວມີມາດຕະຖານທົ່ວໄປດັ່ງນີ້: 1. ເປັນພົນລະເມືອງລາວ; 2. ມີອາຍຸແຕ່ຊາວເອັດປີຂຶ້ນໄປ; 3. ມີຄຸນສົມບັດສິນທໍາປະຕິວັດ,ມີຈັດຍາບັນ,ມີຈິດໃຈຊື່ສັດບໍລິສຸດ ໃນການປະຕິບັດໜ້າທີ່; 4. ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບຍ້ອນການກະ ທໍາຜິດໂດຍເຈດຕະນາ; 5. ມີສຸຂະພາບດີ. ສໍາລັບເຈົ້າໜ້າທີ່ທະບຽນຄອບຄົວຂອງແຕ່ລະຂະແໜງການມີ ມາດຕະຖານສະເພາະຊຶ່ງໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ. ....ມາດຕາ 40 (ໃໝ່) ການແຕ່ງຕັ້ງແລະປົດຕໍາແໜ່ງເຈົ້າໜ້າທີ່ທະບຽນຄອບຄົວ

ມາດຕາ 40 (ໃໝ່) ການແຕ່ງຕັ້ງແລະປົດຕໍາແໜ່ງເຈົ້າໜ້າທີ່ທະບຽນ ຄອບຄົວ ຫົວໜ້າອົງການທະບຽນຄອບຄົວຂັ້ນກະຊວງຖືກແຕ່ງຕັ້ງແລະປົດ ຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມການສະເໜີຂອງກະຊວງທີ່ກ່ຽວ ຂ້ອງ. ຮອງຫົວໜ້າອົງການທະບຽນຄອບຄົວຂັ້ນກະຊວງແມ່ນລັດຖະມົນ ຕີວ່າການກະຊວງທີ່ກ່ຽວຂ້ອງເປັນຜູ້ແຕ່ງຕັ້ງຫຼືປົດຕໍາແໜ່ງ. ຫົວໜ້າແລະຮອງຫົວໜ້າອົງການທະບຽນຄອບຄົວຂັ້ນແຂວງ, ເມືອງຖືກແຕ່ງຕັ້ງແລະປົດຕໍາແໜ່ງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍການປົກຄອງທ້ອງຖິ່ນ. ...ໝວດທີ 3 ຄ່າທໍານຽມແລະຄ່າບໍລິການ


....ມາດຕາ 41 (ໃໝ່) ຄ່າທໍານຽມ

ມາດຕາ 41 (ໃໝ່) ຄ່າທໍານຽມ ຄ່າທໍານຽມແມ່ນຄ່າສິດຄຸ້ມຄອງບໍລິຫານຂອງລັດທີ່ເກັບຈາກບຸກ ຄົນທີ່ຮ້ອງຂໍຈົດທະບຽນກິດຈະກໍາວຽກງານຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 9 ຂອງກົດໝາຍສະບັບນີ້ໂດຍຜ່ານອົງການທະບຽນຄອບຄົວ. ການເກັບແລະການມອບຄ່າທໍານຽມໃຫ້ປະຕິບັດຕາມລັດຖະບັນ ຍາດຂອງປະທານປະເທດວ່າດ້ວຍຄ່າທໍານຽມແລະຄ່າບໍລິການທີ່ປະ ກາດໃຊ້ໃນແຕ່ລະໄລຍະ. ....ມາດຕາ 42 (ໃໝ່) ຄ່າບໍລິການ

ມາດຕາ 42 (ໃໝ່) ຄ່າບໍລິການ ຄ່າບໍລິການແມ່ນຄ່າບໍລິການແມ່ນຄ່າຮັບໃຊ້ທາງດ້ານວິຊາການ ຂອງອົງການທະບຽນຄອບຄົວທີ່ເກັບຈາກບຸກຄົນທີ່ຮ້ອງຂໍຈົດທະບຽນ ໂດຍບໍ່ຫວັງຜົນກໍາໄລແລະເພື່ອເປັນການຊ່ວຍໜູນການໃຊ້ຈ່າຍງົບປະ ມານຂອງລັດ. ການເກັບແລະການມອບຄ່າບໍລິການໃຫ້ປະຕິບັດຕາມລັດຖະບັນ ຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມແລະຄ່າບໍລິການທີ່ປະກາດ ໃຊ້ໃນແຕ່ລະໄລຍະ. ..ພາກທີ 4 ຂໍ້ຫ້າມ


...ມາດຕາ 43 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ທະບຽນຄອບຄົວແລະພະນັກງານອື່ນຂອງອົງການທະບຽນຄອບຄົວ

ມາດຕາ 43 (ໃໝ່) ຂໍ້ຫ້າມສໍາລັບເຈົ້າໜ້າທີ່ທະບຽນຄອບຄົວແລະພະ ນັກງານອື່ນຂອງອົງການທະບຽນຄອບຄົວ ຫ້າມເຈົ້າໜ້າທີ່ທະບຽນຄອບຄົວແລະພະນັກງານອື່ນຂອງອົງ ການທະບຽນຄອບຄົວມີການກະທໍາດັ່ງນີ້: 1. ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຫາຜົນປະໂຫຍດສ່ວນຕົວແລະ ຄອບຄົວຂອງຕົນ; 2. ໃຊ້ອໍານາດເກີນຂອບເຂດ; 3. ຮັບຫຼືທວງເອົາສິນບົນ; 4. ຖ່ວງດຶງ,ຊຸກເຊື່ອງແລະທໍາລາຍເອກະສານກ່ຽວກັບການຈົດ ທະບຽນຄອບຄົວ; 5. ມີການກະທໍາອື່ນທີ່ເປັນການລະເມີດກົດໝາຍ. ...ມາດຕາ 44 (ໃໝ່) ຂໍ້ຫ້າມສໍາລັບຜູ້ຮ້ອງຂໍຈົດທະບຽນ

ມາດຕາ 44 (ໃໝ່) ຂໍ້ຫ້າມສໍາລັບຜູ້ຮ້ອງຂໍຈົດທະບຽນ ຫ້າມຜູ້ຮ້ອງຂໍຈົດທະບຽນມີການກະທໍາດັ່ງນີ້: 1. ສະໜອງຂໍ້ມູນຫຼືເອກະສານອື່ນທີ່ບໍ່ຖືກຕ້ອງຕາມຄວາມຈິງ; 2. ບັງຄັບ,ນາບຂູ່ຫຼືໃຊ້ຄວາມຮຸນແຮງ,ຕົວະຍົວະ,ຫຼອກລວງເຈົ້າ ໜ້າທີ່ທະບຽນຄອບຄົວແລະພະນັກງານອື່ນຂອງອົງການທະບຽນຄອບຄົວ; 3. ໃຫ້ສິນບົນຫຼືຜົນປະໂຫຍດອື່ນແກ່ເຈົ້ານ້າທີ່ທະບຽນຄອບຄົວ ແລະພະນັກງານອື່ນຂອງອົງການທະບຽນຄອບຄົວ; 4. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ...ມາດຕາ 45 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ

ມາດຕາ 45 (ໃໝ່) ຂໍ້ຫ້າມສໍາລັບບຸກຄົນຫຼືການຈັດຕັ້ງອື່ນ ຫ້າມບຸກຄົນແລະການຈັດຕັ້ງອື່ນມີການກະທໍາດັ່ງນີ້: 1. ບໍ່ໃຫ້ການຮ່ວມມື,ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າ ທີ່ທະບຽນຄອບຄົວແລະພະນັກງານອື່ນຂອງອົງການທະບຽນຄອບຄົວ; 2. ຍຸຍົງບໍ່ໃຫ້ຜູ້ອື່ນໄປຮ້ອງຂໍຈົດທະບຽນຄອບຄົວນໍາອົງການທະ ບຽນຄອບຄົວ; 3. ເປັນສື່ກາງໃນການໃຫ້ແລະຮັບສິນບົນແກ່ເຈົ້າໜ້າທີ່ທະບຽນ ຄອບຄົວແລະພະນັກງານອື່ນຂອງອົງການທະບຽນຄອບຄົວ; 4. ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຫຼືສົມຮູ້ຮ່ວມຄິດປອມແປງເອກະສານກ່ຽວ ກັບການຈົດທະບຽນຄອບຄົວທີ່ຕົນຮູ້; 5. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ. ..ພາກທີ 5 ການຄຸ້ມຄອງແລະການກວດກາວຽກງານທະບຽນຄອບຄົວ


...ໝວດທີ 1 ການຄຸ້ມຄອງວຽກງານທະບຽນຄອບຄົວ


....ມາດຕາ 46 (ໃໝ່) ອົງການຄຸ້ມຄອງ

ມາດຕາ 46 (ໃໝ່) ອົງການຄຸ້ມຄອງ ລັດຖະບານເປັນຜູ້ຄຸ້ມຄອງວຽກງານທະບຽນຄອບຄົວຢ່າງລວມ ສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງ ປ້ອງກັນຄວາມສະຫງົບ,ກະຊວງຍຸຕິທໍາແລະອົງການປົກຄອງແຂວງ, ນະຄອນເປັນໃຈກາງໂດຍປະສານສົມທົບກັບຂະແໜງການອື່ນເປັນຕົ້ນ ສານປະຊາຊົນ,ອົງການໄອຍະການປະຊາຊົນ,ກະຊວງການຕ່າງປະ ເທດແລະພະແນກການອ້ອມຂາງອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານທະບຽນຄອບຄົວປະກອບດ້ວຍ: 1. ຂະແໜງການປ້ອງການຄວາມສະຫງົບ; 2. ຂະແໜງການຍຸຕິທໍາ; 3. ອົງການປົກຄອງທ້ອງຖິ່ນ. ສໍາລັບໜ່ວຍງານທະບຽນຄອບຄົວປະຈໍາສະຖານທູດແລະສະຖານ ກົງສຸນຂອງ ສປປລາວ ຢູ່ຕ່າງປະເທດແມ່ນກະຊວງຕ່າງປະເທດເປັນຜູ້ ຄຸ້ມຄອງ,ສໍາລັບສິດແລະໜ້າທີ່ຂອງກະຊວງການຕ່າງປະເທດໃນການຄຸ້ມ ຄອງວຽກງານທະບຽນຄອບຄົວໄດ້ກໍານົດໄວ້ໃນລະບຽບການສະເພາະ. ....ມາດຕາ 47 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການປ້ອງກັນຄວາມສະຫງົບ

ມາດຕາ 47 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການປ້ອງກັນຄວາມ ສະຫງົບ ໃນການຄຸ້ມຄອງວຽກງານທະບຽນຄອບຄົວຂະແໜງການປ້ອງ ກັນຄວາມສະຫງົບມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ເປັນເສນາທິການໃຫ້ລັດຖະບານໃນການຄົ້ນຄວ້າແລະວາງ ແຜນຍຸດທະສາດກ່ຽວກັບການຄຸ້ມຄອງທະບຽນສໍາມະໂນຄົວ,ການອອກ ບັດປະຈໍາຕົວ,ການຍົກຍ້າຍແລະການປ່ຽນຊື່ຫຼືນາມສະກຸນສໍາລັບກະ ຊວງປ້ອງກັນຄວາມສະຫງົບ; 2. ໂຄສະນາເຜີຍແຜ່ແລະສຶກສາອົບຮົມລະບຽບກົດໝາຍກ່ຽວ ກັບວຽກງານທະບຽນຄອບຄົວທີ່ຕົນຮັບຜິດຊອບ; 3. ຄຸ້ມຄອງ,ຊີ້ນໍາສາຍຕັ້ງຂອງຕົນໃນການຈັດຕັ້ງປະຕິບັດວຽກ ງານການຈົດທະບຽນຄອບຄົວທີ່ຕົນຮັບຜິດຊອບ; 4. ຄຸ້ມຄອງ,ຊີ້ນໍາສາຍຕັ້ງຂອງຕົນໃນການຈັດຕັ້ງປະຕິບັດວຽກ ງານການຈົດທະບຽນສໍາມະໂນຄົວ,ການອອກບັດປະຈໍາຕົວ,ການໂຍກ ຍ້າຍແລະການປ່ຽນຊື່ຫຼືນາມສະກຸນ; 5. ອອກລະບຽບການຄຸ້ມຄອງກ່ຽວກັບວຽກງານການຈົດທະ ບຽນສໍາມະໂນຄົວ,ການອອກບັດປະຈໍາຕົວ,ການຍົກຍ້າຍແລະການປ່ຽນ ຊື່ຫຼືນາມສະກຸນລວມທັງການສ້າງຂະບວນການລົງຮາກຖານເພື່ອອອກ ບັດປະຈໍາຕົວໃຫ້ປະຊາຊົນ; 6. ປ່ຽນແປງຫຼືລົບລ້າງການຈົດທະບຽນສໍາມະໂນຄົວ,ການອອກ ບັດປະຈໍາຕົວ,ການຍົກຍ້າຍແລະການປ່ຽນຊື່ຫຼືນາມສະກຸນ; 7. ສະໜອງເອກະສານທີ່ຈໍາເປັນກ່ຽວກັບການຈົດທະບຽນສໍາມະ ໂນຄົວ,ການອອກບັດປະຈໍາຕົວ,ການຍົກຍ້າຍແລະການປ່ຽນຊື່ຫຼືນາມສະ ກຸນ; 8. ປະສານສົມທົບກັບພາກສ່ວນອື່ນກ່ຽວກັບວຽກງານການຈົດ ທະບຽນຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 9. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານການຈົດທະ ບຽນຄອບຄົວຕາມຂອບເຂດສິດຂອງຕົນຫຼືຕາມການມອບໝາຍຂອງຂັ້ນ ເທິງ; 10. ສະຫຼຸບສັງລວມ,ລາຍງານຜົນການປະຕິບັດວຽກງານຂອງ ຕົນໃຫ້ຂັ້ນເທິງຢ່າງເປັນປົກກະຕິ. ....ມາດຕາ 48 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການຍຸຕິທໍາ

ມາດຕາ 48 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການຍຸຕິທໍາ ໃນການຄຸ້ມຄອງວຽກງານທະບຽນຄອບຄົວຂະແໜງການຍຸຕິທໍາ ມີສິດແລະໜ້າທີ່ຕົນຕໍດັ່ງນີ້: 1. ເປັນເສນາທິການໃຫ້ລັດຖະບານໃນການຄົ້ນຄວ້າແລະວາງ ແຜນຍຸດທະສາດກ່ຽວກັບການຈົດທະບຽນການຫາຍສາບສູນ,ການເສຍ ຊີວິດຕາມຄໍາຕັດສິນຂອງສານ,ການເອົາເດັກມາເປັນລູກລ້ຽງ,ການຮັບ ຮູ້ການເປັນພໍ່ຫຼືການແຕ່ງຕັ້ງຜູ້ປົກຄອງແລະການປ່ຽນສັນຊາດສໍາລັບກະ ຊວງຍຸຕິທໍາ; 2. ໂຄສະນາເຜີຍແຜ່ແລະສຶກສາອົບຮົມລະບຽບກົດໝາຍກ່ຽວ ກັບວຽກງານທະບຽນຄອບຄົວທີ່ຕົນຮັບຜິດຊອບ; 3. ອອກລະບຽບການຄຸ້ມຄອງກ່ຽວກັບການຈົດທະບຽນການ ຫາຍສາບສູນ,ການເສຍຊີວິດ,ການເອົາເດັກມາເປັນລູກລ້ຽງ,ການຮັບ ຮູ້ການເປັນພໍ່ຫຼືການແຕ່ງຕັ້ງຜູ້ປົກຄອງແລະການປ່ຽນສັນຊາດ; 4. ປ່ຽນແປງຫຼືລົບລ້າງການຈົດທະບຽນການຫາຍສາບສູນ, ການເສຍຊີວິດ,ການເອົາເດັກມາເປັນລູກລ້ຽງ,ການຮັບຮູ້ການເປັນພໍ່ຫຼື ການແຕ່ງຕັ້ງຜູ້ປົກຄອງແລະການປ່ຽນສັນຊາດ; 5. ສະໜອງເອກະສານທີ່ຈໍາເປັນກ່ຽວກັບການຈົດທະບຽນການ ຫາຍສາບສູນ,ການເສຍຊີວິດ,ການເອົາເດັກມາເປັນລູກລ້ຽງ,ການຮັບຮູ້ ການເປັນພໍ່ຫຼືການແຕ່ງຕັ້ງຜູ້ປົກຄອງແລະການປ່ຽນສັນຊາດ; 6. ແຈ້ງການຈັດທະບຽນການຫາຍສາບສູນແລະການເສຍຊີວິດ ຂອງຕົນຕ່າງດ້າວ,ຄົນຕ່າງປະເທດແລະຄົນບໍ່ມີສັນຊາດຕາມຄໍາຕັດສິນ ຂອງສານໃຫ້ຂະແໜງການປ້ອງກັນຄວາມສະຫງົບຂັ້ນຂອງຕົນຊາບ. 7. ປະສານສົມທົບກັບພາກສ່ວນອື່ນກ່ຽວກັບວຽກງານຈົດທະ ບຽນຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 8. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານການຈົດທະ ບຽນຄອບຄົວຕາມຂອບເຂດສິດຂອງຄົນຫຼືຕາມການມອບໝາຍຂອງຂັ້ນ ເທິງ; 9. ສະຫຼຸບສັງລວມ,ລາຍງານຜົນການປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ. ....ມາດຕາ 49 (ໃໝ່) ສິດແລະໜ້າທີ່ຂອງອົງການປົກຄອງທ້ອງຖິ່ນ

ມາດຕາ 49 (ໃໝ່) ສິດແລະໜ້າທີ່ຂອງອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງວຽກງານທະບຽນຄອບຄົວອົງການປົກຄອງ ທ້ອງຖິ່ນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຜັນຂະຫຍາຍແລະຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບ ວຽກງານທະບຽນຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 2. ປ່ຽນແປງຫຼືລົບລ້າງການຈົດທະບຽນທີ່ບໍ່ຖືກຕ້ອງກ່ຽວກັບ ການເກີດ,ການແຕ່ງດອງ,ການຢ່າຮ້າງແລະການເສຍຊີວິດ; 3. ສະໜອງຂໍ້ມູນແລະເອກະສານທີ່ຈໍາເປັນກ່ຽວກັບວຽກງານ ທະບຽນຄອບຄົວໃນກໍລະນີທີ່ພາກສ່ວນອື່ນສະເໜີມາ; 4. ແຈ້ງການຈົດທະບຽນການເສຍຊີວິດຂອງຄົນຕ່າງດ້າວ,ຄົນ ຕ່າງປະເທດແລະຄົນບໍ່ມີສັນຊາດໃຫ້ຂະແໜງການປ້ອງກັນຄວາສະຫງົບ ຂັ້ນຂອງຕົນຊອບ; 5. ປະສານສົມທົບການພາກສ່ວນອື່ນກ່ຽວກັບວຽກງານທະບຽນ ຄອບຄົວໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ພົວພັນແລະຮ່ວມມືກັບສາກົນກ່ຽວກັບວຽກງານທະບຽນຄອບ ຄົວຕາມຂອບເຂດສິດຂອງຕົນຫຼືຕາມການມອບໝາຍຂອງຂັ້ນເທິງ; 7. ສະຫຼຸບສັງລວມ,ລາຍງານຜົນການປະຕິບັດວຽກງານຂອງຕົນ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ. ....ມາດຕາ 50 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການອື່ນ

ມາດຕາ 50 (ໃໝ່) ສິດແລະໜ້າທີ່ຂອງຂະແໜງການອື່ນ ໃນການຄຸ້ມຄອງວຽກງານທະບຽນຄອບຄົວຂະແໜງການອື່ນມີ ສິດແລະໜ້າທີ່ໃນການປະສານສົມທົບແລະຮ່ວມມືກັບຂະແໜງການປ້ອງ ກັນຄວາມສະຫງົບ,ຂະແໜງການຍຸຕິທໍາແລະອົງການປົກຄອງທ້ອງຖິ່ນ ຕາມພາລະບົດບາດຂອງຕົນ. ...ໝວດທີ 2 ການກວດກາວຽກງານທະບຽນຄອບຄົວ


....ມາດຕາ 51 (ໃໝ່) ອົງການກວດກາວຽກງານທະບຽນຄອບຄົວ

ມາດຕາ 51 (ໃໝ່) ອົງການກວດກາວຽກງານທະບຽນຄອບຄົວ ອົງການກວດກາວຽກງານທະບຽນຄອບຄົວມີສອງປະເພດດັ່ງນີ້: 1. ອົງການກວດກາພາຍໃນແມ່ນອົງການດຽວກັນກັບອົງການ ຄຸ້ມຄອງວຽກງານທະບຽນຄອບຄົວຕາມທີ່ໄດ້ກໍານົດໄວ້ໃນມາດຕາ 46 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກແມ່ນສະພາແຫ່ງຊາດ,ອົງການ ກວດກາລັດ,ອົງການກວດສອບແຫ່ງລັດແລະອົງການໄອຍະການປະຊາ ຊົນ.ການກວດກາພາຍນອກຈະດໍາເນີນຕາມຄໍາສະເໜີຂອງບຸກຄົນຫຼືການ ຈັດຕັ້ງໃດໜຶ່ງຫຼືລິເລີ່ມໂດຍອົງການກວດກາພາຍນອກເອງໃນກໍລະນີທີ່ ເຫັນວ່າມີບັນຫາມີບັນຫາບໍ່ຈະແຈ້ງ,ບໍ່ໂປ່ງໄສ. ....ມາດຕາ 52 (ໃໝ່) ເນື້ອໃນການກວດກາ

ມາດຕາ 52 (ໃໝ່) ເນື້ອໃນການກວດກາ ການກວດກາມີເນື້ອໃນຕົ້ນຕໍດັ່ງນີ້: 1. ກວດກາຄວາມຖືກຕ້ອງຂອງການຈົດທະບຽນ; 2. ກວດກາການຈັດຕັ້ງແລະການເຄື່ອນໄຫວຂອງອົງການທະ ບຽນຄອບຄົວ,ກວດກາການຄຸ້ມຄອງແລະການນໍາໃຊ້ລາຍຮັບ-ລາຍ ຈ່າຍກ່ຽວກັບການຈັດຕັ້ງປະຕິບັດວຽກງານທະບຽນຄອບຄົວ; 3. ກວດກາຄວາມຮັບຜິດຊອບ,ການປະພຶດແລະແບບແຜນວິທີ ເຮັດວຽກຂອງເຈົ້າໜ້າທີ່ທະບຽນຄອບຄົວແລະພະນັກງານອື່ນຂອງອົງ ການທະບຽນຄອບຄົວ; 4. ກວດກາແລະສະເໜີຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງກາຍຸຕິທໍາແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອອອກ ຄໍາສັ່ງໃຫ້ຢຸດເຊົາການເຄື່ອນໄຫວວຽກງານທະບຽນຄອບຄົວທີ່ບໍ່ຖືກ ຕ້ອງແລະໂຈະໜ້າທີ່,ປົດຕໍາແໜ່ງເຈົ້າໜ້າທີ່ທະບຽນຄອບຄົວແລະພະ ນັກງານອື່ນຂອງອົງການທະບຽນຄອບຄົວ. ....ມາດຕາ 53 (ໃໝ່) ຮູບການການກວດກາ

ມາດຕາ 53 (ໃໝ່) ຮູບການການກວດກາ ການກວດກາມີສາມຮູບການດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາຕາມແຜນ ການແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງປະຕິບັດຢ່າງໜ້ອຍໜຶ່ງ ເທື່ອຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຖືກ ກວດກາຮູ້ກ່ອນລ່ວງໜ້າຢ່າງໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດການອກແຜນການ ເມື່ອຫາກເຫັນວ່າມີຄວາມຈໍາເປັນແຕ່ການລົງກວດການັ້ນແມ່ນດໍາເນີນ ຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານແລະລົງ ກວດກາຕົວຈິງຢູ່ສະຖານທີ່ປະຕິບັດງານ. ..ພາກທີ 6 ງົບປະມານແລະຕາປະທັບ


...ມາດຕາ 54 (ໃໝ່) ງົບປະມານ

ມາດຕາ 54 (ໃໝ່) ງົບປະມານ ອົງການທະບຽນຄອບຄົວນໍາໃຊ້ງົບປະມານຂອງລັດໂດຍແມ່ນຂະ ແໜງການປ້ອງກັນຄວາມສະຫງົບ,ຂະແໜງການຍຸຕິທໍາແລະອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເປັນຜູ້ສ້າງແຜນງົບປະມານເພື່ອຮັບປະກັນ ການຈັດຕ້ງປະຕິບັດວຽກງານທະບຽນຄອບຄົວໃຫ້ມີປະສິດທິຜົນ. ...ມາດຕາ 55 (ໃໝ່) ຕາປະທັບ

ມາດຕາ 55 (ໃໝ່) ຕາປະທັບ ອົງການທະບຽນຄອບຄົວມີຕາປະທັບເປັນຂອງຕົນເອງເພື່ອນໍາ ໃຊ້ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ.ສ່ວນລາຍລະອຽດກ່ຽວ ກັບຮູບແບບແລະເນື້ອໃນຂອງຕາປະທັບຂອງອົງການທະບຽນຄອບຄົວ ຂອງຂະແໜງການປ້ອງກັນຄວາມສະຫງົບ,ຂະແໜງການຍຸຕິທໍາແລະ ອົງການປົກຄອງທ້ອງຖິ່ນນັ້ນໄດ້ກໍານົດໄວ້ໃນລະບຽບການສະເພາະ. ..ພາກທີ 7 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 56 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 56 (ໃໝ່) ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດ ໝາຍສະບັບນີ້ເປັນຕົ້ນການຈົດທະບຽນຄອບຄົວຢ່າງຖືກຕ້ອງຈະໄດ້ຮັບ ການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບການ. ...ມາດຕາ 57 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 57 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ເປັນຕົ້ນໃຫ້ຂໍ້ມູນບໍ່ຖືກຕ້ອງ, ສົມຮູ້ຮ່ວມຄິດປອມແປງເອກະສານ,ກົດໜ່ວງ,ຖ່ວງດຶງ,ໃຫ້ຫຼືຮັບສິນບົນ ຫຼືມີການກະທໍາອື່ນທີ່ກໍ່ໃຫ້ເກີດຄວາມເສຍຫາຍແກ່ລັດ,ສັງຄົມຫຼືບຸກຄົນອື່ນ ຈະຖືກປະຕິບັດມາດຕະການສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືຖືກດໍາ ເນີນຄະດີຕາມກົດໝາຍແລ້ວແຕ່ກໍລະນີເບົາຫຼືໜັກ. ..ພາກທີ 8 ບົດບັນຍັດສຸດທ້າຍ


...ມາດຕາ 58 (ໃໝ່) ການຈັດຕັ້ງປະຕິບັດ

ມາດຕາ 58 (ໃໝ່) ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້. ...ມາດຕາ 59 (ໃໝ່) ຜົນສັກສິດ

ມາດຕາ 59 (ໃໝ່) ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຮ້ອຍແປດສິບວັນນັບແຕ່ ວັນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນ ຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍທະບຽນຄອບຄົວ ສະບັບເລກທີ 03/ສປສ ລັງວັນທີ 30 ທັນວາ 1991. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ