ກົດໝາຍວ່າດ້ວຍທີ່ດິນ 21-10-2003

.ທີ່ດິນ 21-10-2003


..ພາກທີ1ບົດບັນຍັດທົ່ວໄປ


...ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍທີ່ດິນ

ມາດຕາໜຶ່ງ:ຈຸດປະສົງຂອງກົດໝາຍວ່າດ້ວຍທີ່ດິນ ຈຸດປະສົງຂອງກົດໝາຍວ່າດ້ວຍທີ່ດິນແມ່ນກໍານົດລະບອບການ ຄຸ້ມຄອງ,ການປົກປັກຮັກສາແລະການນໍາໃຊ້ທີ່ດິນໃຫ້ມີປະສິດທິຜົນ,ຖືກ ຕ້ອງຕາມເປົ້າໝາຍແລະລະບຽບກົດໝາຍ,ປະກອບສ່ວນເຂົ້າໃນການ ເພີ່ມທະວີການພັດທະນາເສດຖະກິດ-ສັງຄົມແຫ່ງຊາດລວມທັງປົກປັກຮັກ ສາສິ່ງແວດລ້ອມແລະເຂດນໍ້າແດນດິນຂອງສປປລາວ. ...ມາດຕາສອງ:ທີ່ດິນ ມາດຕາສອງ:ທີ່ດິນ

ມາດຕາສອງ:ທີ່ດິນ ມາດຕາສອງ:ທີ່ດິນ ທີ່ດິນແຫ່ງສປປລາວແມ່ນເນື້ອທີ່ດິນຊຶ່ງນອນຢູ່ໃນເຂດແດນຂອງ ສປປລາວ,ປະກອບດ້ວຍໜ້າດິນ,ພື້ນດິນ,ພູຜາ,ເກາະດອນລວມທັງດິນ ພື້ນນໍ້າ,ນ່ານນໍ້າແລະນ່ານຟ້າ. ທີ່ດິນແຫ່ງສປປລາວແມ່ນຊັບພະຍາກອນອັນຕົ້ນຕໍຂອງຊາດທີ່ ເປັນບ່ອນດໍາລົງຊີວິດແລະທໍາມາຫາກິນຂອງພົນລະເມືອງລາວ,ເປັນ ພາຫະນະອັນສໍາຄັນແຫ່ງການຜະລິດ,ການພັດທະນາເສດຖະກິດ-ສັງຄົມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ...ມາດຕາສາມ:ກໍາມະສິດກ່ຽວກັບທີ່ດິນ.

ມາດຕາສາມ:ກໍາມະສິດກ່ຽວກັບທີ່ດິນ. ທີ່ດິນແຫ່ງສປປລາວເປັນກໍາມະສິດຂອງວົງຄະນະຍາດແຫ່ງ ຊາດຕາມທີ່ໄດ້ກໍານົດໄວ້ໃນມາດຕາສິບເຈັດຂອງລັດຖະທໍາມະນູນຊຶ່ງ ແມ່ນລັດເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອກະພາບໃນທົ່ວປະ ເທດແລະມອບໃຫ້ບຸກຄົນ,ຄອບຄົວແລະການຈັດຕັ້ງເສດຖະກິດນໍາໃຊ້ ,ເຊົ່າຫຼືສໍາປະທານ,ມອບໃຫ້ກົມກອງປະກອບອາວຸດ,ອົງການຂອງລັດ ,ອົງການຈັດຕັ້ງການເມືອງ,ແນວລາວສ້າງຊາດແລະອົງການຈັດຕັ້ງ ມະຫາຊົນໃຊ້;ສໍາລັບຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະເທດ ແລະການຈັດຕັ້ງຂອງບຸກຄົນດັ່ງກ່າວນັ້ນແມ່ນໃຫ້ເຊົ່າຫຼືສໍາປະທານ. ...ມາດຕາສີ່:ການສົ່ງເສີມການພັດທະນາທີ່ດິນ

ມາດຕາສີ່:ການສົ່ງເສີມການພັດທະນາທີ່ດິນ ລັດສົ່ງເສີມທຸກພາກສ່ວນເສດຖະກິດແລະສັງຄົມປະກອບສ່ວນ ເຂົ້າໃນການພັດທະນາທີ່ດິນດ້ວຍການວາງນະໂຍບາຍ,ວິທີການແລະ ມາດຕະການຕ່າງໆເຊັ່ນ:ການສຶກສາອົບຮົມແລະການສ້າງຕັ້ງກອງ ທຶນເພື່ອປົກປັກຮັກສາແລະປັບປຸງທີ່ດິນ,ການສົ່ງເສີມການລົງທຶນດ້ານ ແຮງງານ,ວັດຖຸ,ທຶນຮອນ,ເຕັກໂນໂລຊີ,ການກໍ່ສ້າງພື້ນຖານໂຄງລ່າງ ແລະການຄຸ້ມຄອງ-ບໍລິຫານທີ່ດີເພື່ອເຮັດໃຫ້ທີ່ິດິນມີຄຸນນະພາບດີແລະ ມີມູນຄ່າເພີ່ມຂຶ້ນ. ...ມາດຕາຫ້າ:ການປົກປ້ອງສິດຜົນປະໂຫຍດຂອງຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ດິນ

ມາດຕາຫ້າ:ການປົກປ້ອງສິດຜົນປະໂຫຍດຂອງຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ ດິນ ລັດປົກປ້ອງສິດຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຜູ້ທີ່ ໄດ້ຮັບສິດນໍາໃຊ້ທີ່ດິນຢ່າງມີປະສິດທິຜົນ,ມີຄວາມສະຫງົບເປັນປົກກະ ຕິແລະຍາວນານພ້ອມທັງຮັບປະກັນສິດປົກປັກຮັກສາ,ສິດໃຊ້,ສິດໄດ້ຮັບ ໝາກຜົນ,ສິດໂອນແລະສິດສືບທອດ. ...ມາດຕາຫົກ:ການປົກປັກຮັກສາທີ່ດິນແລະສິ່ງແວດລ້ອມ

ມາດຕາຫົກ:ການປົກປັກຮັກສາທີ່ດິນແລະສິ່ງແວດລ້ອມ ບຸກຄົນແລະການຈັດຕັ້ງລ້ວນແຕ່ມີພັນທະໃນການປົກປັກຮັກສາ ທີ່ດິນໃຫ້ຢູ່ໃນສະພາບທີ່ດີ,ບໍ່ໃຫ້ມີການເຊາະເຈື່ອນ,ຍຸບລົງ,ເສື່ອມໂຊມ ,ຮັກສາຄຸນນະພາບໃຫ້ເໝາະສົມກັບແຕ່ລະປະເພດທີ່ດິນ,ບໍ່ເຮັດໃຫ້ເນື້ອ ທີ່ດິນແຕ່ລະປະເພດຫຼຸດລົງໂດຍບໍ່ໄດ້ຮັບອະນຸຍາດ. ການໃຊ້ທີ່ດິນບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດ ຫຼືສັງຄົມ. ...ມາດຕາເຈັດ:ການຫ້າມຈັບຈອງທີ່ດິນ

ມາດຕາເຈັດ:ການຫ້າມຈັບຈອງທີ່ດິນ ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງຕາມກົດໝາຍທີ່ໄດ້ເຮັດຂຶ້ນ ກ່ອນຫຼືຫຼັງການປະກາດໃຊ້ລັດຖະທໍາມະນູນແລະກົດໝາຍສະບັບນີ້ລ້ວນ ແຕ່ຖືກລົບລ້າງ. ຫ້າມບຸກຄົນຫຼືການຈັດຕັ້ງໃດໜຶ່ງຈັບຈອງທີ່ດິນ;ຖ້າຫາກມີຈຸດ ປະສົງຢາກນໍາໃຊ້ທີ່ດິນຕ້ອງໄດ້ຮັບອະນຸຍາດຈາກລັດ. ..ພາກທີ2ການຄຸ້ມຄອງທີ່ດິນແລະການຂຶນທະບຽນທີ່ດິນ


...ໝວດທີ1ການຄຸ້ມຄອງທີ່ດິນ


....ມາດຕາແປດ:ອົງການຄຸ້ມຄອງທີ່ດິນ

ມາດຕາແປດ:ອົງການຄຸ້ມຄອງທີ່ດິນ ອົງການຄຸ້ມຄອງທີ່ດິນຢູ່ສປປລາວປະກອບດ້ວຍ: -ອົງການຄຸ້ມຄອງທີ່ດິນແຫ່ງຊາດ; -ອົງການຄຸ້ມຄອງທີ່ດິນປະຈໍາແຂວງ,ນະຄອນ. -ອົງການຄຸ້ມຄອງທີ່ດິນປະຈໍາເມືອງ,ເທດສະບານ, -ໜ່ວຍງານທີ່ດິນປະຈໍາບ້ານ. ສໍາລັບພາລະບົດບາດ,ສິດແລະໜ້າທີ່ອົງອົງການຄຸ້ມຄອງທີ່ດິນ ນັ້ນລັດຖະບານເປັນຜູ້ກໍານົດ. ....ມາດຕາເກົ້າ:ການຄຸ້ມຄອງທີ່ດິນ

ມາດຕາເກົ້າ:ການຄຸ້ມຄອງທີ່ດິນ ລັດຄຸ້ມຄອງທີ່ດິນຢ່າງລວມສູນເປັນເອກະພາບໃນທົ່ວປະເທດ ໂດຍລັດຖະບານມອບໃຫ້ອົງການຄຸ້ມຄອງທີ່ດິນແຫ່ງຊາດເປັນຜູ້ຮັບ ຜິດຊອບຕາມໜ້າທີ່ທີ່ໄດ້ກໍານົດໄວ້ໃນມາດຕາສິບຂອງກົດໝາຍສະ ບັບນີ້ດ້ວຍການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນແລະມອບຄວາມຮັບຜິດຊອບຄຸ້ມຄອງ ການນໍາໃຊ້ທີ່ດິນຕາມຂະແໜງການໃຫ້ກະຊວງກະສິກໍາແລະປ່າໄມ້ ,ກະຊວງອຸດສາຫະກໍາແລະຫັດຖະກໍາ,ກະຊວງຄົມມະນາຄົມຂົນສົ່ງ ໄປສະນີແລະກໍ່ສ້າງ,ກະຊວງຖະແຫຼງຂ່າວແລະວັດທະນະທໍາ,ກະ ຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມສະຫງົບ. ....ມາດຕາສິບ:ສິດແລະໜ້າທີ່ລວມຂອງອົງການຄຸ້ມຄອງທີ່ດິນ.

ມາດຕາສິບ:ສິດແລະໜ້າທີ່ລວມຂອງອົງການຄຸ້ມຄອງທີ່ດິນ. ອົງການຄຸ້ມຄອງທີ່ດິນມີສິດແລະໜ້າທີ່ລວມດັ່ງນີ້: ໜຶ່ງ:ຄົ້ນຄວ່າຮ່າງນະໂຍບາຍ,ກົດໝາຍ,ລັດຖະບັນຍັດ,ດໍາ ລັດ,ຂໍ້ກໍານົດແລະລະບຽບຫຼັກການກ່ຽວກັບການຄຸ້ມຄອງທີ່ດິນ. ສອງ:ສໍາຫຼວດວັດແທກ,ຈັດສັນແລະສ້າງແຜນທີ່ນໍາໃຊ້ທີ່ດິນ ລະດັບທ້ອງຖິ່ນ,ເຂດແຄວ້ນແລະແຫ່ງຊາດ; ສາມ:ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງແລະອົງ ການປົກຄອງທ້ອງຖິ່ນເພື່ອວາງແຜນນໍາໃຊ້,ປົກປັກຮັກສາ,ພັດທະນາ ທີ່ດິນ,ຈັດປະເພດທີ່ດິນ,ປະເມີນຄຸນນະພາບທີ່ດິນ,ກໍານົດເຂດທີ່ດິນແລະ ກວດກາການນໍາໃຊ້ທີ່ດິນ. ສີ່:ມອບສິດນໍາໃຊ້ທີ່ດິນ,ໃຫ້ເຊົ່າ,ໃຫ້ສໍາປະທານແລະຖອນສິດ ນໍາໃຊ້ທີ່ດິນ. ຫ້າ:ສ້າງສໍາມະໂນທີ່ດິນ,ປະເມີນມູນຄ່າທີ່ດິນ,ຂຶ້ນແລະຈົດທະ ບຽນທີ່ດິນ,ອອກໃບຕາດິນແລະເກັບກໍາສະຖິຕິທີ່ດິນ; ຫົກ:ເກັບຄ່າທໍານຽມທີ່ດິນ. ເຈັດ:ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ. ແປດ:ຄຸ້ມຄອງທີ່ດິນຂອງລັດແລະປົກປັກຮັກສາສິ່ງແວດລ້ອມ. ເກົ້າ:ວາງນະໂຍບາຍເພື່ອຄຸ້ມຄອງການຈັດຕັ້ງແລະການເຄື່ອນ ໄຫວຊື້-ຂາຍສິດນໍາໃຊ້ທີ່ດິນ. ສິບ:ສ້າງລະບົບຂໍ້ມູນຂ່າວສານກ່ຽວກັບທີ່ດິນ. ສິບເອັດ:ວາງນະໂຍບາຍແລະລະບຽບຫຼັກການເພື່ອຄຸ້ມຄອງຜູ້ ປະກອບອາຊີບພີ່ພົວພັນກັບທີ່ດິນເຊັ່ນ:ນັກສໍາຫຼວດວັດແທນ,ນັກປະເມີນ ລາຄາ,ນາຍໜ້າຫຼືຕົວແທນຜູ້ຊື້-ຂາຍສິດນໍາໃຊ້ທີ່ດິນ; ສິບສອງ:ປະຕິບັດສິດແລະໜ້າທີ່ອື່ນໆຕາມການມອບໝາຍຂອງ ລັດຖະບານ. ....ມາດຕາສິບເອັດ:ການຈັດແບ່ງເຂດແລະປະເພດທີ່ດິນ

ມາດຕາສິບເອັດ:ການຈັດແບ່ງເຂດແລະປະເພດທີ່ດິນ ທີ່ດິນໃນຂອບເຂດທົ່ວປະເທດໄດ້ຈັດແບ່ງເປັນເຂດແລະປະເພດ ດັ່ງຕໍ່ໄປນີ້: ໜຶ່ງ:ການຈັດແບ່ງເຂດ. ເຂດທົ່ງພຽງ,ພູພຽງແລະພູດອຍຊຶ່ງປະກອບດ້ວຍ: -ເຂດຕົວເມືອງ. -ເຂດຊົນນະບົດ. -ເຂດເສດຖະກິດ. -ເຂດເສດຖະກິດພິເສດ. ສອງ:ການຈັດແບ່ງປະເພດ: -ທີ່ດິນກະສິກໍາ. -ທີ່ດິນປ່າໄມ້. -ທີ່ດິນບໍລິເວນນໍ້າ. -ທີ່ດິນອຸດສາຫະກໍາ. -ທີ່ດິນຄົມມະນາຄົມ. -ທີ່ດິນວັດທະນະທໍາ. -ທີ່ດິນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. -ທີ່ດິນປຸກສ້າງ. ....ມາດຕາສິບສອງ:ການກໍານົດຂອບເຂດທີ່ດິນແຕ່ລະປະເພດ

ມາດຕາສິບສອງ:ການກໍານົດຂອບເຂດທີ່ດິນແຕ່ລະປະເພດ ລັດຖະບານເປັນຜູ້ຈັດສັນແລະຈັດແບ່ງຂອບເຂດທີ່ດິນແຕ່ລະປະ ເພດໃນຂອບເຂດທົ່ວປະເທດແລ້ວນໍາສະເໜີຕໍ່ສະພາແຫ່ງຊາດເພື່ອພິ ຈາລະນາຮັບຮອງເອົາ. ອົງການປົກຄອງທ້ອງຖິ່ນເປັນຜູ້ກໍານົດຂອບເຂດທີ່ດິນປະເພດ ຕ່າງໆພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນໂດຍສອດຄ່ອງກັບ ການກໍານົດຂອບເຂດປະເພດທີ່ດິນທີ່ລັດໄດ້ກໍານົດອອກແລ້ວນໍາສະເໜີ ໃຫ້ອົງການປົກຄອງຂັ້ນເທິງຖັດຕົນນັ້ນເພື່ອພິຈາລະນາຮັບຮອງເອົາ. ....ມາດຕາສິບສາມ:ການເຊົ່າທີ່ດິນ.

ມາດຕາສິບສາມ:ການເຊົ່າທີ່ດິນ. ລັດອະນຸຍາດໃຫ້ພົນລະເມືອງລາວເຊົ່າທີ່ດິນຂອງລັດສູງສຸດບໍ່ ໃຫ້ເກີນສາມສິບປີແລະສາມາດຕໍ່ໄດ້ແລະແຕ່ລະກໍລະນີ. ການກໍານົດເວລາເຊົ່າທີ່ດິນຕົວຈິງໃຫ້ອີງໃສ່ລັກສະນະແລະຂະ ໜາດຂອງກິດຈະການທີ່ຈະນໍາໃຊ້ທີ່ດິນນັ້ນ. ສໍາລັບການເຊົ່າສິດນໍາໃຊ້ທີ່ດິນທີ່ມີການພັດທະນາແລ້ວລະຫວ່າງ ພົນລະເມືອງລາວດ້ວຍກັນແມ່ນຂຶ້ນກັບການຕົກລົງຂອງສອງຝ່າຍແລະ ຕ້ອງໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ,ສໍານັກງານທະບຽນ ສານແລະຈົດທະບຽນຢູ່ອົງການປົກຄອງເມືອງ,ເທດສະບານບ່ອນທີ່ດິນ ຕັ້ງຢູ່. ....ມາດຕາສິບສີ່:ການຫັນປ່ຽນປະເພດທີ່ດິນ

ມາດຕາສິບສີ່:ການຫັນປ່ຽນປະເພດທີ່ດິນ ການຫັນປ່ຽນທີ່ດິນປະເພດໜຶ່ງໄປສູ່ທີ່ດິນປະເພດໜຶ່ງຈະດໍາ ເນີນໄດ້ກໍ່ຕໍ່ເມື່ອຫາກເຫັນວ່າມີຄວາມຈໍາເປັນນໍາໃຊ້ເຂົ້າໃນເປົ້າໝາຍ ອື່ນໂດຍບໍ່ໃຫ້ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດຫຼືສັງຄົມ ແລະຕ້ອງໄດ້ຮັບອະນຸມັດຈາກອົງການຄຸ້ມຄອງທີ່ກ່ຽວຂ້ອງເສຍກ່ອນ. ...ໝວດທີ2ການຄຸ້ມຄອງທີ່ດິນກະສິກໍາ


....ມາດຕາສິບຫ້າ:ທີ່ດິນກະສິກໍາ

ມາດຕາສິບຫ້າ:ທີ່ດິນກະສິກໍາ ທີ່ດິນກະສິກໍາແມ່ນທີ່ດິນທີ່ໄດ້ກໍານົດໄວ້ເພື່ອນໍາໃຊ້ເຂົ້າໃນການ ປູກຝັງ,ລ້ຽງສັດແລະການຄົ້ມຄວ້າທົດລອງດ້ານກະສິກໍາລວມທັງທີ່ດິນ ຊົນລະປະທານ. ....ມາດຕາສິບຫົກ:ການຄຸ້ມຄອງທີ່ດິນກະສິກໍາ

ມາດຕາສິບຫົກ:ການຄຸ້ມຄອງທີ່ດິນກະສິກໍາ ກະຊວງກະສິກໍາແລະປ່າໄມ້ເປັນຜູ້ຄຸ້ມຄອງທີ່ດິນກະສິກໍາ,ກໍາ ນົດທີ່ດິນກະສິກໍາປະເພດຕ່າງໆ,ຄົ້ນຄວ້າວາງລະບຽບການຄຸ້ມຄອງ ,ການປົກປັກຮັກສາ,ການພັດທະນາແລະການນໍາໃຊ້ທີ່ດິນປະເພດດັ່ງ ກ່າວແລ້ວນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາຮັບຮອງເອົາ. ....ມາດຕາສິບເຈັດ:ການກໍານົດຂອບເຂດສິດນໍາໃຊ້ທີ່ດິນກະສິກໍາ

ມາດຕາສິບເຈັດ:ການກໍານົດຂອບເຂດສິດນໍາໃຊ້ທີ່ດິນກະສິກໍາ ລັດອະນຸຍາດໃຫ້ບຸກຄົນແລະຄອບຄົວນໍາໃຊ້ທີ່ດິນກະສິກໍາຢ່າງ ຖືກຕ້ອງຕາມແຜນຈັດສັນ,ຕາມເປົ້າໝາຍ,ຍາວນານແລະມີປະສິດທະ ຜົນຕາມນໍານວນເນື້ອທີ່ດັ່ງນີ້: -ຜູ້ທີ່ປູກເຂົ້າ,ລ້ຽງສັດໃນຈໍານວນສູງສຸດບໍ່ເກີນໜຶ່ງເຮັກຕາຕໍ່ໜຶ່ງ ແຮງງານໃນຄອບຄົວ; -ຜຸ້ທີ່ເຮັດສວນປູກພືດອຸດສາຫະກໍາແລະພືດລົ້ມລຸກໃນຈໍານວນສູງ ສຸດບໍ່ເກີນສາມເຮັດຕາຕໍ່ໜຶ່ງແຮງງານໃນຄອບຄົວ; -ຜູ້ທີ່ເຮັດສວນປູກຕົ້ນໄມ້ໃຫ້ໝາກໃນຈໍານວນສູງສຸດບໍ່ເກີນສາມ ເຮັກຕາຕໍ່ໜຶ່ງແຮງງານໃນຄອບຄົວ. -ຜູ້ທີ່ນໍາໃຊ້ທີ່ດິນປອກໂລ້ນຫຼືປ່າຫຍ້າປະເພດຕ່າງໆຊຶ່ງຫັນມາປູກ ພືດພັນຫຍ້າລ້ຽງສັດໃນຈໍານວນສູງສຸດບໍ່ເກີນສິບຫ້າເຮັກຕາຕໍ່ໜຶ່ງແຮງ ງານໃນຄອບຄົວ. ໃນການອະນຸມັດເນື້ອທີ່ດິນກະສິກໍາໃຫ້ບຸກຄົນນໍາໃຊ້ນັ້ນລັດຈະພິ ຈາລະນາເປັນແຕ່ລະກໍລະນີໂດຍອີງໃສ່ລັກສະນະ,ຂະໜາດ,ຄວາມສາ ມາດຕົວຈິງໃນການຜະລິດ,ເງື່ອນໄຂແລະແຜນຈັດສັນທີ່ດິນກະສິກໍາ ຂອງຫ້ອງຖິ່ນ. ແຮງງານໜຶ່ງສາມາດໄດ້ຮັບສິດນໍາໃຊ້ທີ່ດິນກະສິກໍາຫຼາຍປະ ເພດຖ້າຜູ້ກ່ຽວຫາກມີເງື່ອນໄຂແລະຄວາມສາມາດຕົວຈິງໃນການຜະ ລິດ. ຖ້າຜູ້ໃດຫາກຕ້ອງການນໍາໃຊ້ທີ່ດິນກະສິກໍາຫຼາຍກວ່າອັດຕາ ຂອງປະເພດທີ່ດິນທີ່ຕົນໄດ້ຮັບສິດນໍາໃຊ້ກໍ່ສາມາດສະເໜີເຊົ່າຫຼືສໍາປະ ທານນໍາລັດໄດ້. ສໍາລັບການອະນຸມັດເນື້ອທີ່ດິນກະສິກໍາໃຫ້ການຈັດຕັ້ງທໍາການ ຜະລິດນັ້ນແມ່ນອີງໃສ່ຄວາມສາມາດຕົວຈິງຂອງການຈັດຕັ້ງດັ່ງກ່າວ. ....ມາດຕາສິບແປດ:ການມອບສິດນໍາໃຊ້ທີ່ດິນກະສິກໍາ

ມາດຕາສິບແປດ:ການມອບສິດນໍາໃຊ້ທີ່ດິນກະສິກໍາ ອົງການປົກຄອງ,ເທດສະບານເປັນຜູ້ພິຈາລະນາຕົກລົງມອບສິດ ນໍາໃຊ້ທີ່ດິນກະສິກໍາທີ່ຢູ່ໃນການຄຸ້ມຄອງຂອງຕົນໃຫ້ບຸກຄົນແລະການຈັດ ຕັ້ງນໍາໃຊ້ໂດຍອອກໃບຢັ້ງຢືນທີ່ດິນໃຫ້.ໃບຢັ້ງຢືນທີ່ດິນນີ້ມີອາຍະສາມປີ ,ຖ້າວ່າພາຍໃນກໍານົດດັ່ງກ່າວຫາກນໍາໃຊ້ທີ່ດິນຖືກຕ້ອງຕາມເປົ້າໝາຍ ,ຕາມລະບຽບການແລະບໍ່ມີການຕໍ່ວ່າຕໍ່ຂານ,ທັກທ້ວງຫຼືການຕໍ່ວ່າຕໍ່ ຂານນັ້ນຫາກຖືກແກ້ໄຂໄປແລ້ວຈຶ່ງຈະມີສິດສະເໜີນໍາອົງການຄຸ້ມຄອງ ທີ່ດິນປະຈໍາແຂວງ,ນະຄອນເພື່ອຂໍໃບຕາດິນກ່ຽວກັບສິດນໍາໃຊ້ຢ່າງ ຍາວນານ. ...ໝວດທີ3ການຄຸ້ມຄອງທີ່ດິນປ່າໄມ້


....ມາດຕາສິບເກົ້າ:ທີ່ດິນປ່າໄມ້ ມາດຕາສິບເກົ້າ:ທີ່ດິນປ່າໄມ້

ມາດຕາສິບເກົ້າ:ທີ່ດິນປ່າໄມ້ ມາດຕາສິບເກົ້າ:ທີ່ດິນປ່າໄມ້ ທີ່ດິນປ່າໄມ້ແມ່ນເນື້ອທີ່ດິນທຸກຕອນທີ່ມີປ່າໄມ້ປົກຄຸມຢູ່ຫຼືທີ່ດິນ ບໍ່ມີປ່າໄມ້ປົກຄຸມຊຶ່ງລັດໄດ້ກໍານົດໃຫ້ເປັນທີ່ດິນຜ່າໄມ້ຕາມທີ່ໄດ້ບົ່ງໄວ້ ໃນກົດໝາຍປ່າໄມ້. ....ມາດຕາຊາວ:ການຄຸ້ມຄອງທີ່ດິນປ່າໄມ້

ມາດຕາຊາວ:ການຄຸ້ມຄອງທີ່ດິນປ່າໄມ້ ກະຊວງກະສິກໍາແລະປ່າໄມ້ເປັນຜູ້ຄຸ້ມຄອງທີ່ດິນປ່າໄມ້,ກໍານົດ ທີ່ດິນຜ່າໄມ້ປະເພດຕ່າງໆ,ຄົ້ນຄວ້າວາງລະບຽບການຄຸ້ມຄອງ,ການ ປົກປັກຮັກສາ,ການພັດທະນາແລະການນໍາໃຊ້ທີ່ດິນປະເພດດັ່ງກ່າວ ລວມທັງການປົກປັກຮັກສາສິ່ງແວດລ້ອມແລ້ວນໍາສະເໜີຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງເອົາ. ....ມາດຕາຊາວເອັດ:ການກໍານົດຂອບເຂດສິດນໍາໃຊ້ທີ່ດິນປ່າໄມ້.

ມາດຕາຊາວເອັດ:ການກໍານົດຂອບເຂດສິດນໍາໃຊ້ທີ່ດິນປ່າໄມ້. ລັດອະນຸຍາດໃຫ້ບຸກຄົນແລະຄອບຄົວນໍາໃຊ້ທີ່ດິນປ່າໄມ້ທີ່ເປັນທີ່ ດິນປອກໂລ້ນຫຼືປ່າຊຸດໂຊມຢ່າງຖືກຕ້ອງຕາມເປົ້າໝາຍ,ຍາວນານແລະ ມີປະສິດທິຜົນໃນຈໍານວນບໍ່ເກີນສາມເຮັດຕາຕໍ່ໜຶ່ງແຮງງານໃນຄອບ ຄົວ.ຖ້າຜູ້ໃດຫາກຕ້ອງການນໍາໃຊ້ທີ່ດິນປ່າໄມ້ຫຼາຍກວ່ານັ້ນກໍ່ມີສິດສະ ເໜີຂໍເຊົ່າຫຼືສໍາປະທານນໍາລັດ. ສໍາລັບການອະນຸມັດເນື້ອທີ່ດິນປ່າໄມ້ໃຫ້ການຈັດຕັ້ງນໍາໃຊ້ແມ່ນ ອີງໃສ່ຄວາມສາມາດຕົວຈິງໃນການຜະລິດ. ....ມາດຕາຊາວສອງ:ການມອບສິດນໍາໃຊ້ທີ່ດິນປ່າໄມ້

ມາດຕາຊາວສອງ:ການມອບສິດນໍາໃຊ້ທີ່ດິນປ່າໄມ້ ອົງການປົກຄອງເມືອງ,ເທດສະບານສົມທົບກັບອົງການປົກຄອງ ບ້ານເປັນຜູ້ພິຈາລະນາຕົກລົງມອບສິດນໍາໃຊ້ທີ່ດິນປ່າໄມ້ທີ່ຢູ່ໃນການຄຸ້ມ ຄອງຂອງຕົນໃຫ້ບຸກຄົນແລະການຈັດຕັ້ງນໍາໃຊ້ໂດຍອອກໃບຢັ້ງຢືນໃຫ້. ໃບຢັ້ງຢືນທີ່ດິນນີ້ມີອາຍຸສາມປີ,ຖ້າວ່າພາຍໃນກໍານົດດັ່ງກ່າວຫາກນໍາ ໃຊ້ຖືກຕ້ອງຕາມເປົ້າມາຍ,ຕາມລະບຽບການແລະບໍ່ມີຜູ້ຕໍ່ວ່າຕໍ່ຂານ, ທັກທ້ວງຫຼືການຕໍ່ວ່າຕໍ່ຂານນັ້ນຫາກຖືກແກ້ໄຂໄປແລ້ວຈຶ່ງມີສິດນໍາໄປ ສະເໜີຂໍໃບຕາດິນກ່ຽວກັບສິດນໍາໃຊ້ຢ່າງຍາວນານໄດ້ນໍາອົງການຄຸ້ມ ຄອງທີ່ດິນປະຈໍາແຂວງ,ນະຄອນ. ...ໝວດທີ4ການຄຸ້ມຄອງທີ່ດິນບໍລິເວນນໍ້າ


....ມາດຕາຊາວສາມ:ທີ່ດິນບໍລິເວນນໍ້າ

ມາດຕາຊາວສາມ:ທີ່ດິນບໍລິເວນນໍ້າ ທີ່ດິນບໍລິເວນນໍ້າແມ່ນທີ່ດິນຊຶ່ງຢູ່ພື້ນນໍ້າຫຼືຢູ່ຂອບເຂດອ້ອມແອ້ມ ແຫຼ່ງນໍ້າ:ທີ່ດິນພື້ນນໍ້າ,ທີ່ດິນຍອດນໍ້າ,ທີ່ດິນແຄມນໍ້າ,ທີ່ດິນກາງນໍ້າ,ທີ່ດິນ ປົ່ງໃໝ່,ທີ່ດິນນໍ້າບົກປະຫຼືທີ່ດິນທີ່ເກີດຂຶ້ນຈາກການດັດແປງຫຼືອວ່າຍແລວ ນໍ້າ. ....ມາດຕາຊາວສີ່:ການຄຸ້ມຄອງທີ່ດິນບໍລິເວນນໍ້າ

ມາດຕາຊາວສີ່:ການຄຸ້ມຄອງທີ່ດິນບໍລິເວນນໍ້າ ກະຊວງກະສິກໍາແລະປ່າໄມ້ເປັນຜູ້ຄຸ້ມຄອງທີ່ດິນບໍລິເວນນໍ້າ,ຄົ້ນ ຄວ້າວາງລະບຽບການກ່ຽວກັບການຄຸ້ມຄອງ,ການປົກປັກຮັກສາ,ການ ພັດທະນາແລະການນໍາໃຊ້ທີ່ດິນປະເພດດັ່ງກ່າວໂດຍປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນບ່ອນທີ່ດິນບໍລິເວນນໍ້າຕັ້ງຢູ່ແລ້ວນໍາສະເໜີຕໍ່ ລັດຖະບານເພື່ອພິຈາລະນະຮັບຮອງເອົາ. ....ມາດຕາຊາວຫ້າ:ລະບຽບການນໍາໃຊ້ທີ່ດິນບໍລິເວນນໍ້າ

ມາດຕາຊາວຫ້າ:ລະບຽບການນໍາໃຊ້ທີ່ດິນບໍລິເວນນໍ້າ ການນໍາໃຊ້ທີ່ດິນບໍລິເວນນໍ້າຕ້ອງຮັບປະກັນເງື່ອນໄຂດັ່ງຕໍ່ໄປນີ້: ໜຶ່ງ:ບໍ່ໃຫ້ມີການເຊາະເຈື່ອນ. ສອງ:ບໍ່ໃຫ້ສະກັດກັ້ນທາງນໍ້າໄຫຼ. ສາມ:ບໍ່ໃຫ້ນໍ້າຕື້ນເຂີນຫຼືອັ່ງຖ້ວມ. ສີ່:ບໍ່ໃຫ້ສ້າງຄວາມເປິເປື້ອນເປັນພິດແກ່ແຫຼ່ງນໍ້າ. ຫ້າ:ບໍ່ໃຫ້ຕັດຕົ້ນໄມ້ທໍາລາວປ່າເຂດແຫຼ່ງນໍ້າ. ຫົກ:ບໍ່ໃຫ້ຂຸດລອກເອົາດິນບວມ,ດິນທາມ,ຖ້າຫາກມີຄວາມຈໍາ ເປັນນັ້ນຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງເສຍກ່ອນ. ....ມາດຕາຊາວຫົກ:ການນໍາໃຊ້ທີ່ດິນບໍລິເວນນໍ້າ

ມາດຕາຊາວຫົກ:ການນໍາໃຊ້ທີ່ດິນບໍລິເວນນໍ້າ ອົງການປົກຄອງບ້ານບ່ອນທີ່ດິນບໍລິເວນນໍ້າຕັ້ງຢູ່ເປັນຜູ້ຄົ້ນຄວ້າ ນໍາສະເໜີຕໍ່ອົງການປົກຄອງເມືອງ,ເທດສະບານກ່ຽວກັບການມອບທີ່ດິນ ດັ່ງກ່າວໃຫ້ບຸກຄົນຫຼືການຈັດຕັ້ງປົກປັກຮັກສາແລະນໍາໃຊ້ຕາມຄວາມ ເໝາະສົມ. ໃນກໍລະນີທີ່ດິນບໍລິເວນນໍ້າຫາກໄດ້ເກີດຂຶ້ນຢູ່ໃນຂອບເຂດສິດນໍາ ໃຊ້ຂອງບຸກຄົນຫຼືການຈັດຕັ້ງໃດໜຶ່ງແລ້ວຖ້າຫາກອົງການທີ່ຄຸ້ມຄອງນໍ້າ ແລະຊັບພະຍາກອນແຫຼ່ງນໍ້າແລະອົງການວິທະຍາສາດ,ເຕັກໂນໂລຊີ ແລະສິ່ງແວດລ້ອມກວດກາເຫັນວ່າການນໍາໃຊ້ທີ່ດິນດັ່ງກ່າວບໍ່ມີຜົນກະ ທົບອັນບໍ່ດີຕໍ່ບໍລິເວນນໍ້ານັ້ນແລ້ວທີ່ດິນດັ່ງກ່າວກໍຈະຕົກຢູ່ໃນສິດນໍາໃຊ້ ຂອງບຸກຄົນຫຼືການຈັດຕັ້ງນັ້ນຕໍ່ໄປ. ...ໝວດທີຫ້າ:ລະບຽບການນໍາໃຊ້ທີ່ດິນບໍລິເວນນໍ້າ


....ມາດຕາຊາວເຈັດ(ໃໝ່):ທີ່ດິນອຸດສາຫະກໍາ.

ມາດຕາຊາວເຈັດ(ໃໝ່):ທີ່ດິນອຸດສາຫະກໍາ. ທີ່ດິນອຸດສາຫະກໍາແມ່ນຂອບເຂດຫຼືບໍລິເວນທີ່ດິນເຊິ່ງລັດກໍານົດ ໃຫ້ເປັນທີ່ຕັ້ງໂຮງຈັກ,ໂຮງງານ,ລວມທັງສະຖານທີ່ພັກເຊົາຂອງກໍາມະ ກອນ,ພື້ນທີ່ອຸດສາຫະກໍາ,ເຂດອຸດສາຫະກໍາ,ນິຄົມອຸດສາຫະກໍາ,ສະຖາ ບັນຫຼືສູນຄົ້ນຄວ້າທົດລອງອຸດສາຫະກໍາທາງດ້ານເຕັກນິກວິທິຍາສາດ ,ສະຖານທີ່ບໍາບັດນ້ໍາເສຍຄຸນ,ບ່ອນທໍາລາຍສິ່ງເສດເຫຼືອອຸດສາຫະກໍາ ,ແຫຼ່ງວັດຖຸພະລັງງານ,ແລວທາງສາຍສົ່ງໄຟຟ້າ,ແລວທາງທໍ່ພະລັງ ງານແລະອາຍແກັດ,ທໍ່ານໍ້າປະປາ,ເຂດບໍ່ແຮ່ແລະທີ່ດິນອື່ນໆທີ່ໃຊ້ເຂົ້າ ໃນເປົ້າໝາຍອຸດສາຫະກໍາ. ....ມາດຕາຊາວແປດ:ການຄຸ້ມຄອງທີ່ດິນອຸດສາຫະກໍາ

ມາດຕາຊາວແປດ:ການຄຸ້ມຄອງທີ່ດິນອຸດສາຫະກໍາ ກະຊວງອຸດສາຫະກໍາແລະຫັດຖະກໍາເປັນຜູ້ຄຸ້ມຄອງທີ່ດິນອຸດສາ ຫະກໍາ,ຄົ້ນຄວ້າວາງລະບຽບການກ່ຽວກັບການຄຸ້ມຄອງ,ການປົກປັກ ຮັກສາ,ການພັດທະນາແລະການນໍາໃຊ້ທີ່ດິນປະເພດດັ່ງກ່າວລວມທັງ ການປົກປັກຮັກສາສິ່ງແວດລ້ອມແລ້ວສະເໜີຕໍ່ລັດຖະບານເພື່ອພິຈາລະ ນາຮັບຮອງເອົາ. ສໍາລັບການຄຸ້ມຄອງທີ່ດິນແລວທາງສາຍສົ່ງໄຟຟ້າ,ແລວທາງ ທໍາພະລັງງານແລະອາຍແກັດ,ທໍານໍ້າປະປານັ້ນໃຫ້ປະສານສົມທົບກັບ ຂະແໜງການຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງແລະຂະແໜງ ການອື່ນໆທີ່ກ່ຽວຂ້ອງ. ....ມາດຕາຊາວເກົ້າ:ລະບຽບການນໍາໃຊ້ທີ່ດິນອຸດສາຫະກໍາ

ມາດຕາຊາວເກົ້າ:ລະບຽບການນໍາໃຊ້ທີ່ດິນອຸດສາຫະກໍາ ບຸກຄົນແລະການຈັດຕັ້ງທີ່ນໍາໃຊ້ທີ່ດິນອຸດສາຫະກໍາຕ້ອງປະຕິບັດ ຕາມເງື່ອນໄຂດັ່ງຕໍ່ໄປນີ້: ໜຶ່ງ:ໄດ້ຮັບອະນຸຍາດຈາກຂະແໜງການອຸດສາຫະກໍາແລະຫັດ ຖະກໍາ. ສອງ:ໄດ້ຮັບອະນຸຍາດຈາກອົງການຜັງເມືອງ. ສາມ:ບໍ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນ,ແກ່ສາທາລະນະຫຼືສິ່ງ ແວດລ້ອມ. ສີ່:ປົວແປງສະພາບໜ້າດິນແລະຟື້ນຟູທີ່ດິນໃຫ້ຄືນສູ່ສະພາບເດີມ ພາຍຫຼັງທີ່ໄດ້ເຊົາໃຊ້ແລ້ວສໍາລັບທີ່ດິນບໍ່ແຮ່. ...ໝວດທີ6ການຄຸ້ມຄອງທີ່ດິນຄົມມະນາຄົມ


....ມາດຕາສາມສິບ:ທີ່ດິນຄົມມະນາຄົມ

ມາດຕາສາມສິບ:ທີ່ດິນຄົມມະນາຄົມ ທີ່ດິນຄົມມະນາຄົມແມ່ນທີ່ດິນສໍາລັບໃຊ້ເປັນເສັ້ນທາງ,ຂອບທາງ ,ຮ່ອງນໍ້າ,ເຂດສະຫງວນແລວທາງ,ສະຖານທີ່ຕັ້ງຂົວ,ແລວສາຍໂທລະ ສັບ,ທີ່ຕັ້ງສະຖານີສື່ສານລວມທັງສະໜາມບິນ,ທ່າເຮືອສະຖານີລົດຂົນ ສົ່ງສິນຄ້າແລະລົດໂດຍສານ,ອຸໂມງ,ທາງລົດໄຟ,ສະຖານທີ່ຕັ້ງສາງຮັບ ໃຊ້ການຂົນສົ່ງແລະທີ່ດິນອື່ນໆທີ່ໃຊ້ເຂົ້າໃນວຽກງານຄົມມະນາຄົມຂົນ ສົ່ງ. ....ມາດຕາສາມສິບເອັດ:ການຄົ້ມຄອງທີ່ດິນຄົມມະນາຄົມ

ມາດຕາສາມສິບເອັດ:ການຄົ້ມຄອງທີ່ດິນຄົມມະນາຄົມ ກະຊວງຄົມມະນາຄົມຂົນສົ່ງໄປສະນີແລະກໍ່ສ້າງເປັນຜູ້ຄຸ້ມຄອງ ທີ່ດິນຄົມມະນາຄົມ,ຄົ້ນຄວ້າວາງລະບຽບການກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາ,ການພັດທະນາແລະການໃຊ້ທີ່ດິນປະເພດດັ່ງກ່າວ ແລ້ວນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາຮັບຮອງເອົາ. ....ມາດຕາສາມສິບສອງ:ການໃຊ້ທີ່ດິນຄົມມະນາຄົມ

ມາດຕາສາມສິບສອງ:ການໃຊ້ທີ່ດິນຄົມມະນາຄົມ ການໃຊ້ທີ່ດິນຄົມມະນາຄົມຕ້ອງປະຕິບັດຢ່າງຖືກຕ້ອງຕາມລະ ບຽບການສະເພາະຊຶ່ງອົງການທີ່ກ່ຽວຂ້ອງວາງອອກ. ...ໝວດທີ7ການຄຸ້ມຄອງທີ່ດິນວັດທະນະທໍາ


....ມາດຕາສາມສິບສາມ:ທີ່ດິນວັດທະນະທໍາ

ມາດຕາສາມສິບສາມ:ທີ່ດິນວັດທະນະທໍາ ທີ່ດິນວັດທະນະທໍາແມ່ນສະຖານທີ່ຕັ້ງຂອງມໍລະດົກທາງດ້ານ ວັດທະນະທໍາທີ່ຕິດພັນກັບຮ່ອງຮອຍປະຫວັດສາດ,ວັດຖະບູຮານ,ປູຊະ ນີຍະສະຖານ,ວັດວາອາຮາມ,ທິດທັດທໍາມະຊາດ,ສິ່ງປຸກສ້າງທາງ ດ້ານວັດທະນະທໍາແລະສະຖານທີ່ອື່ນໆທີ່ລັດກໍານົດໃຫ້ເປັນທີ່ດິນວັດ ທະນະທໍາແລະການທ່ອງທ່ຽວ. ....ມາດຕາສາມສິບສີ່:ການຄຸ້ມຄອງທີ່ດິນວັດທະນະທໍາ

ມາດຕາສາມສິບສີ່:ການຄຸ້ມຄອງທີ່ດິນວັດທະນະທໍາ ກະຊວງຖະແຫຼງຂ່າວແລະວັດທະນະທໍາເປັນຜູ້ຄຸ້ມຄອງທີ່ດິນວັດ ທະນະທໍາໃນຂອບເຂດທົ່ວປະເທດ,ຄົ້ນຄວ້າວາງລະບຽບການກ່ຽວກັບ ການຄຸ້ມຄອງ,ການປົກປັກຮັກສາ,ການພັດທະນາແລະການໃຊ້ທີ່ດິນປະ ເພດດັ່ງກ່າວແລະນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາຮັບຮອງເອົາ. ບຸກຄົນຫຼືການຈັດຕັ້ງທີ່ໃຊ້ທີ່ດິນວັດທະນະທໍານັ້ນຕ້ອງປະຕິບັດຕາມ ລະບຽບການກ່ຽວກັບການຄຸ້ມຄອງ,ການໃຊ້ແລະການປົກປັກຮັກສາທີ່ດິນ ວັດທະນະທໍາ. ...ໝວດທີ8ການຄຸ້ມຄອງທີ່ດິນປ້ອງກັນຊາດ,ປ້ອງກັນຄວາມສະຫງົບ


....ມາດຕາສາມສິບຫ້າ:ທີ່ດິນປ້ອງກັນຊາດ,ປ້ອງກັນຄວາມສະຫງົບ

ມາດຕາສາມສິບຫ້າ:ທີ່ດິນປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ທີ່ດິນປ້ອງກັນຊາດ,ປ້ອງກັນຄວາມສະຫງົບແມ່ນທີ່ດິນທີ່ໃຊ້ເຂົ້າ ໃນວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ:ບ່ອນຕັ້ງຄ້າຍ,ສໍາ ນັກງານ,ກົມກອງ,ບ່ອນພັກເຊົາ,ໂຮງຮຽນແລະສະໜາມຝຶກແອບວິຊາ ທະຫານ,ຕໍາຫຼວດ,ສະໜາມປືນໃຫຍ່,ສະໜາມບິນ,ທ່າເຮືອ,ສາງ,ໂຮງ ໝໍ,ໂຮງຈັກ,ໂຮງງານ,ສະຖານທີ່ພັກຜ່ອນຂອງທະຫານ,ຕໍາຫຼວດແລະ ທີ່ດິນອື່ນໆທີ່ໃຊ້ເຂົ້າໃນວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ. ....ມາດຕາສາມສິບຫົກ:ການຄຸ້ມຄອງທີ່ດິນປ້ອງກັນຊາດ,ປ້ອງກັນຄວາມສະຫງົບ

ມາດຕາສາມສິບຫົກ:ການຄຸ້ມຄອງທີ່ດິນປ້ອງກັນຊາດ,ປ້ອງກັນຄວາມ ສະຫງົບ ກະຊວງປ້ອງກັນປະເທດແລະກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຄຸ້ມຄອງທີ່ດິນປ້ອງກັນຊາດ,ປ້ອງກັນຄວາມສະຫງົບ,ຄົ້ນຄວ້າ ວາງລະບຽບການກ່ຽວກັບການຄຸ້ມຄອງ,ການປົກປັກຮັກສາ,ການພັດ ທະນາແລະການໃຊ້ທີ່ດິນປະເພດດັ່ງກ່າວທີ່ຂຶ້ນກັບການຄຸ້ມຄອງຂອງ ຕົນແລະນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາຮັບເອງເອົາ. ....ມາດຕາສາມສິບເຈັດ:ການໃຊ້ທີ່ດິນປະເພດອື່ນເຂົ້າໃນການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ.

ມາດຕາສາມສິບເຈັດ:ການໃຊ້ທີ່ດິນປະເພດອື່ນເຂົ້າໃນການປ້ອງກັນ ຊາດ,ປ້ອງກັນຄວາມສະຫງົບ. ເມື່ອມີຄວາມຈໍາເປັນກົມກອງປ້ອງກັນຊາດ,ປ້ອງກັນຄວາມສະ ຫງົບສາມາດໃຊ້ທີ່ດິນປະເພດອື່ນບໍ່ວ່າຂອງບຸກຄົນຫຼືການຈັດຕັ້ງເຂົ້າ ໃນການເຄື່ອນໄຫວວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ຕາມການຕົກລົງຂອງລັດຖະບານ. ພາຍຫຼັງໝົດຄວາມຈໍາເປັນໃນການໃຊ້ແລ້ວຕ້ອງສົ່ງທີ່ດິນດັ່ງ ກ່າວນັ້ນຄືນໃຫ້ແກ່ເຈົ້າຂອງເດີມ.ໃນກໍລະນີທີ່ການໃຊ້ນັ້ນຫາກໄດ້ກໍ່ ຄວາມເສຍຫາຍໃຫ້ແກ່ຜູ້ໄດ້ຮັບສິດນໍາໃຊ້ທີ່ດິນທີ່ມີການພັດທະນາແລ້ວ ກໍ່ຄວນພິຈາລະນາທົດແທນຄ່າເສຍຫາຍຕາມຄວາມເໝາະສົມ. ...ໝວດທີ9ການຄຸ້ມຄອງທີ່ດິນປຸກສ້າງ


....ມາດຕາສາມສິບແປດ:ທີ່ດິນປຸກສ້າງ.

ມາດຕາສາມສິບແປດ:ທີ່ດິນປຸກສ້າງ. ທີ່ດິນປຸກສ້າງແມ່ນທີ່ດິນທີ່ໄດ້ກໍານົດໄວ້ເພື່ອນໍາໃຊ້ໃນການປຸກ ສ້າງທີ່ຢູ່ອາໄສ,ໂຮງຈັກ,ໂຮງງານ,ສໍານັກງານ,ອົງການ,ສະຖານທີ່ ສາທາລະນະ. ....ມາດຕາສາມສິບເກົ້າ:ການຄຸ້ມຄອງທີ່ດິນປຸກສ້າງ

ມາດຕາສາມສິບເກົ້າ:ການຄຸ້ມຄອງທີ່ດິນປຸກສ້າງ ອົງການຄຸ້ມຄອງທີ່ດິນແຫ່ງຊາດເປັນຜູ້ຄຸ້ມຄອງທີ່ດິນປຸກສ້າງ ,ຄົ້ນຄວ້າວາງລະບຽບການກ່ຽວກັບການຄຸ້ມຄອງ,ການປົກປັກຮັກສາ ,ການພັດທະນາແລະການນໍາໃຊ້ທີ່ດິນປະເພດດັ່ງກ່າວແລ້ວນໍາສະເໜີ ຕໍ່ລັດຖະບານເພື່ອພິຈາລະນາຮັບຮອງເອົາ. ....ມາດຕາສີ່ສິບ:ປະເພດທີ່ດິນປຸກສ້າງ

ມາດຕາສີ່ສິບ:ປະເພດທີ່ດິນປຸກສ້າງ ທີ່ດິນປຸກສ້າງແບ່ງອອກເປັນປະເພດດັ່ງນີ້: -ທີ່ດິນປຸກສ້າງເພື່ອສາທາລະນະປະໂຫຍດ. -ທີ່ດິນປຸກສ້າງທີ່ຢູ່ອາໄສ. -ທີ່ດິນປຸກສ້າງໂຮງຈັກໂຮງງານ. -ທີ່ດິນປຸກສ້າງສໍານັກງານ,ອົງການ. ທີ່ດິນປຸກສ້າງເພື່ອສາທາລະນະປະໂຫຍດແມ່ນທີ່ດິນເພື່ອຮັບໃຊ້ ຜົນປະໂຫຍດສ່ວນລວມ:ສວນສາທາລະນະ,ໂຮງຮຽນ,ໂຮງໝໍ,ຕະຫຼາດ ,ສະໜາມເດັກຫຼິ່ນ,ສະໜາມກິລາແລະອື່ນໆທີ່ຮັບໃຊ້ສາທາລະນະປະ ໂຫຍດ. ທີ່ດິນປຸກສ້າງທີ່ຢູ່ອາໄສແມ່ນທີ່ດິນທີ່ນໍາໃຊ້ເຂົ້າໃນການປຸກສ້າງ ທີ່ພັກພາອາໄສຂອງບຸກຄົນແລະຄອບຄົວ. ທີ່ດິນປຸກສ້າງໂຮງຈັກໂຮງງານແມ່ນທີ່ດິນນໍາໃຊ້ເພື່ອດໍາເນີນ ການຜະລິດແລະການຜຸງແຕ່ງອຸດສາຫະກໍາ. ທີ່ດິນປຸກສ້າງສໍານັກງານ,ອົງການແມ່ນທີ່ດິນເພື່ອຮັບໃຊ້ການ ປຸກສ້າງສໍານັກງານ,ອົງການຂອງລັດ,ຂອງວິສາຫະກິດ,ສະຖານທູດ ຫຼືອົງການຈັດຕັ້ງສາກົນ. ການຈັດສັນທີ່ດິນປຸກສ້າງຕ້ອງປະຕິບັດຕາມຜັງເມືອງແລະຕາມ ອັດຕາສ່ວນຂອງທີ່ດິນປຸກສ້າງແຕ່ລະປະເພດທີ່ໄດ້ກໍານົດໄວ້. ....ມາດຕາສີ່ສິບເອັດ:ລະບຽບການນໍາໃຊ້ທີ່ດິນປຸກສ້າງ.

ມາດຕາສີ່ສິບເອັດ:ລະບຽບການນໍາໃຊ້ທີ່ດິນປຸກສ້າງ. ລັດຕ້ອງສະຫງວນທີ່ດິນປຸກສ້າງເພື່ອສາທາລະນະປະໂຫຍດໄວ້ ເພື່ອຮັບໃຊ້ຜົນປະໂຫຍດສ່ວນລວມ.ຖ້າຫາກມີການປ່ຽນເປົ້າໝາຍການ ໃຊ້ທີ່ດິນດັ່ງກ່າວກໍ່ຕ້ອງໄດ້ຮັບໃຊ້ຜົນປະໂຫຍດສ່ວນລວມເຊັ່ນດຽວກັນ ແລະຕ້ອງໄດ້ຮັບການເຫັນດີຈາກຂະແໜງການທີ່ກ່ຽວຂ້ອງເສຍກ່ອນ. ການນໍາໃຊ້ທີ່ດິນປຸກສ້າງແມ່ນບໍ່ໃຫ້ແຕະຕ້ອງເຖິງສິດຜົນປະ ໂຫຍດຂອງຜູ້ອື່ນທັງຮັບປະກັນສະພາວະຄວາມເປັນຈິງຕ້ອງຍອມຮັບ. ການປຸກສ້າງຕ່າງໆຕ້ອງໄດ້ຮັບອະນຸຍາດຈາກອົງການຜັງເມືອງ,ຕ້ອງ ປະຕິບັດຕາມລະບຽບຜັງເມືອງຢ່າງເຂັ້ມງວດແລະຕ້ອງໄດ້ຮັບອະນຸ ຍາດຈາກອົງການທີ່ມີສິດແລະໜ້າທີ່ກ່ຽວຂ້ອງ,ຮັບປະກັນມາດຕະຖານ ເຕັກນິກຢ່າງຄົບຖ້ວນພ້ອມທັງຮັບປະກັນການປົກປັກຮັກສາສິ່ງແວດ ລ້ອມ. ....ມາດຕາສີ່ສິບສອງ:ການກໍານົດຂອບເຂດສິດນໍາໃຊ້ທີ່ດິນປຸກສ້າງ

ມາດຕາສີ່ສິບສອງ:ການກໍານົດຂອບເຂດສິດນໍາໃຊ້ທີ່ດິນປຸກສ້າງ ລັດອະນຸຍາດໃຫ້ບຸກຄົນແລະຄອບຄົວນໍາໃຊ້ທີ່ດິນປຸກສ້າງຢ່າງ ຖືກຕ້ອງຕາມເປົ້າໝາຍ,ມີປະສິດທິຜົນ,ມີຄວາມສະຫງົບແລະຍາວນານ ໃນເນື້ອທີ່ບໍ່ເກີນແປດຮ້ອຍຕາແມັດຕໍ່ຄົນໃນຄອບຄົວ. ສໍາຫຼັບການອະນຸມັດເນື່ອທີ່ດິນປຸກສ້າງໃຫ້ການຈັດຕັ້ງນໍາໃຊ້ ແມ່ນອີງຕາມຄວາມສາມາດຕົວຈິງໃນການນໍາໃຊ້. ...ໝວດທີ10ການຂຶ້ນທະບຽນທີ່ດິນ


....ມາດຕາສີ່ສິບສາມ:ການຂຶ້ນທະບຽນທີ່ດິນ

ມາດຕາສີ່ສິບສາມ:ການຂຶ້ນທະບຽນທີ່ດິນ ການຂຶ້ນທະບຽນທີ່ດິນແມ່ນການຢັ້ງຢືນສິດນໍາໃຊ້ທີ່ດິນຢ່າງຖືກ ຕ້ອງຕາມກົດໝາຍໃຫ້ແກ່ບຸກຄົນຫຼືການຈັດຕັ້ງເພື່ອບໍ່ໃຫ້ມີການປອມ ແປງສິດນໍາໃຊ້ທີ່ດິນ,ອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງແລະ ປົກປັກຮັກສາທີ່ດິນຢ່າງເປັນເອກະພາບໃນທົ່ວປະເທດ. ໃນການຂຶ້ນທະບຽນທີ່ດິນຕ້ອງຈົດກ່າຍຂໍ້ມູນຕ່າງໆເຂົ້າປຶ້ມທະ ບຽນທີ່ດິນ:ຊື່ແລະນາມສະກຸນຂອງຜູ້ໄດ້ຮັບສິດນໍາໃຊ້ທີ່ດິນ,(ຊື່ແລະນາມສະກຸນຂອງຜົວແລະເມຍໃນກໍລະນີເປັນສິນສົມສ້າງ),ປະ ເພດທີ່ດິນ,ຂອບເຂດແລະເນື້ອທີ່ຂອງທີ່ດິນ,ການໄດ້ມາແລະທີ່ຕັ້ງຂອງ ທີ່ດິນ. ....ມາດຕາສີ່ສິບສີ່.ຮູບການຂຶ້ນທະບຽນທີ່ດິນ

ມາດຕາສີ່ສິບສີ່.ຮູບການຂຶ້ນທະບຽນທີ່ດິນ ການຂຶ້ນທະບຽນທີ່ດິນມີສອງຮູບການຄື: -ການຂຶ້ນທະບຽນທີ່ດິນຢ່າງເປັນລະບົບ. -ການຂຶ້ນທະບຽນທີ່ດິນຕາມຄໍາຮ້ອງຂໍ. ການຂຶ້ນທະບຽນຢ່າງເປັນລະບົບແມ່ນການຂຶ້ນທະບຽນໂດຍບໍ່ ມີຄໍາຮ້ອງຂໍ,ເຮັດເປັນລະບົບໃນເຂດໃດເຂດໜຶ່ງທີ່ມີຄວາມຈໍາເປັນໃນ ການຈັດສັນທີ່ດິນ,ຈັດແບ່ງເຂດ,ແບ່ງປະເພດທີ່ດິນເພື່ອຄຸ້ມຄອງ. ການຂຶ້ນທະບຽນທີ່ດິນຕາມຄໍາຮ້ອງຂໍແມ່ນການຂຶ້ນທະບຽນທີ່ ດໍາເນີນຕາມຄໍາຮ້ອງຂໍຂອງບຸກຄົນຫຼືການຈັດຕັ້ງໃດໜຶ່ງເພື່ອໃຫ້ມີການ ຢັ້ງຢືນກ່ຽວກັບສິດນໍາໃຊ້ທີ່ດິນຂອງຕົນ. ....ມາດຕາສີ່ສິບຫ້າ:ຄໍາຮອງຂໍຂຶ້ນທະບຽນທີ່ດິນ

ມາດຕາສີ່ສິບຫ້າ:ຄໍາຮອງຂໍຂຶ້ນທະບຽນທີ່ດິນ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງຢາກຂຶ້ນທະບຽນທີ່ດິນຕ້ອງ ຍື່ນຄໍາຮ້ອງຂໍຂຶ້ນທະບຽນຕໍ່ອົງການຄຸ້ມຄອງທີ່ດິນປະຈໍາແຂວງ,ນະ ຄອນໂດຍຜ່ານອົງການປົກຄອງບ້ານແລະອົງການຄຸ້ມຄອງທີ່ດິນຂອງ ເມືອງ,ເທດສະບານ. ຄໍາຮ້ອງຂໍຂຶ້ນທະບຽນທີ່ດິນປະກອບດ້ວຍ: ໜຶ່ງ:ໃບຢັ້ງຢືນກ່ຽວກັບການໄດ້ມາຂອງທີດິນເຊັ່ນ:ການມອບ ຂອງລັດ,ການໂອນຫຼືການສືບທອດມູນມໍຮະດົກ; ສອງ:ໃບຢັ້ງຢືນທີ່ດິນຖ້າຫາກແມ່ນທີ່ດິນກະສິກໍາຫຼືທີ່ດິນປ່າໄມ້. ສາມ:ໃບຢັ້ງຢືນຮັບປະກັນທີ່ດິນຈາກເຈົ້າຂອງເດີມຫຼືອົງການ ປົກຄອງບ່ອນທີ່ດິນນັ້ນຕັ້ງຢູ່; ສີ່:ເອກະສານອື່ນໆທີ່ຈໍາເປັນ. ....ມາດຕາສີ່ສິບຫົກ:ການກວດກາຄໍາຮ້ອງຂໍຂຶ້ນທະບຽນທີ່ດິນ

ມາດຕາສີ່ສິບຫົກ:ການກວດກາຄໍາຮ້ອງຂໍຂຶ້ນທະບຽນທີ່ດິນ ເມື່ອສໍານວນຄໍາຮ້ອງຂໍຂຶ້ນທະບຽນທີ່ດິນມາເຖິງອົງການຄຸ້ມ ຄອງທີ່ດິນຂອງເມືອງ,ເທດສະບານແລ້ວຕ້ອງກວດກາຄວາມຖືກຕ້ອງ ຕາມຄວາມເປັນຈິງແລະລະບຽບກົດໝາຍໂດຍສົມທົບກັບອົງການປົກ ຄອງບ້ານບ່ອນທີ່ດິນນັ້ນຕັ້ງຢູ່.ພາຍໃນກໍານົດສາມສິບວັນອົງການຄຸ້ມ ຄອງທີ່ເມືອງ,ເທດສະບານຕ້ອງໄດ້ຕອບໃຫ້ເຈົ້າຂອງຄໍາຮ້ອງນັ້ນຊາບ. ພາຍຫຼັງທີ່ເຫັນວ່າຂໍ້ມູນຖືກຕ້ອງຕາມຄວາມເປັນຈິງແລະລະ ບຽບກົດໝາຍແລ້ວພະນັກງານໜ່ວຍວັດແທກກໍ່ຈະທໍາການວັດແທກ ແລະເຮັດແຜນທີ່ດິນຄັດຕິດສໍານວນຄໍາຮ້ອງເພື່ອນໍາສະເໜີໃຫ້ອົງການ ຄຸ້ມຄອງທີ່ດິນປະຈໍາແຂວງ,ນະຄອນພິຈາລະນາຂຶ້ນທະບຽນທີ່ດິນ. ....ມາດຕາສີ່ສິບເຈັດ:ປຶ້ມທະບຽນທີ່ດິນ

ມາດຕາສີ່ສິບເຈັດ:ປຶ້ມທະບຽນທີ່ດິນ ປຶ້ມທະບຽນທີ່ດິນແມ່ນປຶ້ມທີ່ໃຊ້ຈົດກ່າຍຕາມເລກລໍາດັບການ ຂຶ້ນທະບຽນທີ່ດິນເຂົ້າໃນປຶ້ມທະບຽນທີ່ດິນນັ້ນຊຶ່ງມີລາຍເຊັນແລະຕາ ປະທັບຂອງຫົວໜ້າອົງການຄຸ້ມຄອງທີ່ດິນແຫ່ງຊາດຢູ່ໜ້າຕົ້ນລວມທັງ ໝາຍເລກລໍາດັບແລະປະທັບຕາໃສ່ແຕ່ລະໃບ. ປຶ້ມທະບຽນທີ່ດິນຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້: ໜຶ່ງ:ຊື່ແລະນາມສະກຸນຂອງບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບສິດ ນໍາໃຊ້ທີ່ດິນ; ສອງ:ວັນ,ເດືອນ,ປີເກີດ,ສັນຊາດ,ອາຊີບ,ທີ່ຢູ່ປະຈຸບັນຂອງຜູ້ທີ່ ໄດ້ຮັບສິດນໍາໃຊ້ທີ່ດິນ. ສາມ:ຊື່ພໍ່ແລະແມ່ຂອງຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ດິນ. ສີ່:ເລກທີຕາດິນ. ຫ້າ:ເລກໝາຍແຜນທີ່ສະເພາະ. ຫົກ:ຂອບເຂດ,ເນື້ອທີ່ແລະປະເພດທີ່ດິນ. ເຈັດ:ແຜນທີ່ດິນ. ແປດ:ເລກລະຫັດຕາດິນ. ....ມາດຕາສີ່ສິບແປດ:ໃບຢັ້ງຢືນທີ່ດິນ.

ມາດຕາສີ່ສິບແປດ:ໃບຢັ້ງຢືນທີ່ດິນ. ໃບຢັ້ງຢືນທີ່ດິນແມ່ນເອກະສານທາງການທີ່ຢັ້ງຢືນກ່ຽວກັບສິດ ໃຊ້ທີ່ດິນກະສິກໍາຫຼືທີ່ດິນປ່າໄມ້ຊົ່ວຄາວຊຶ່ງອົງການປົກຄອງເມືອງ,ເທດ ສະບານອອກໃຫ້ບຸກຄົນຫຼືການຈັດຕັ້ງທີ່ມີສິດໃຊ້ທີ່ດິນນັ້ນ. ບຸກຄົນຫຼືການຈັດຕັ້ງທີ່ໄດ້ຮັບໃບຢັ້ງຢືນທີ່ດິນມີສິດທໍາການສືບ ທອດຕາມອາຍຸຂອງໃບຢັ້ງຢືນໄດ້ແຕ່ບໍ່ມີສິດໂອນ,ບໍ່ມີສິດເອົາໄປເປັນ ຮູ້ນ,ບໍ່ມີສິດເອົາໄປຄໍ້າປະກັນຫຼືໃຫ້ເຊົ່າ. ....ມາດຕາສີ່ສິບເກົ້າ:ໃບຕາດິນ

ມາດຕາສີ່ສິບເກົ້າ:ໃບຕາດິນ ໃບຕາດິນແມ່ນເອກະສານທີ່ເປັນຫຼັກຖານຕົ້ນຕໍອັນໜຶ່ງອັນດຽວ ກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຖາວອນຊຶ່ງໄດ້ຄັດສໍາເນົາຢ່າງຖືກຕ້ອງ ຈາກປຶ້ມທະບຽນທີ່ດິນເພື່ອມອບໃຫ້ແກ່ຜູ້ເປັນເຈົ້າຂອງທີ່ດິນພຽງໃບ ດຽວເພື່ອຖືໄວ້ເປັນຫຼັກຖານຢ່າງຍາວນານຈົນກວ່າຈະມີການປ່ຽນ ແປງໃໝ່ຕາມເງື່ອນໄຂທີ່ກໍານົດໄວ້ໃນກົດໝາຍ. ກ່ອນຈະອອກໃບຕາດິນອົງການທີ່ກ່ຽວຂ້ອງຕ້ອງຕິດປະກາດຢູ່ ອົງການຄຸ້ມຄອງທີ່ດິນ,ສໍານັກງານປົກຄອງເມືອງ,ເທດສະບານ,ສໍາ ນັກງານປົກຄອງບ້ານບ່ອນທີ່ດິນຕັ້ງຢູ່,ອອກແຈ້ງການຜ່ານສື່ມວນຊົນ ຂອງລັດ,ລົງນ້າໜັງສືພິມແລະປະກາດທາງວິທະຍຸກະຈາຍສຽງຫຼືອອກ ໂທລະພາບໂດຍອີງໃສ່ເງື່ອນໄຂຕົວຈິງໃນກໍານົດເກົ້າສິບວັນທີ່ລົງລາຍ ເຊັນໃສ່ໃບປະກາດເປັນຕົ້ນໄປເພື່ອໃຫ້ມວນຊົນຊາບ.ຖ້າວ່າພາຍໃນ ກໍານົດເວລາດັ່ງກ່າວຫາກບໍ່ມີການຕໍ່ວ່າຕໍ່ຂານຫຼືການຕໍ່ວ່າຕໍ່ຂານນັ້ນ ຫາກຖືກແກ້ໄຂໄປແລ້ວຈຶ່ງອອກໃບຕາດິນໃຫ້ແກ່ຜູ້ໄດ້ຮັບສິດນໍາໃຊ້ທີ່ ດິນ. ....ມາດຕາຫ້າສິບ:ການອອກໃບສໍາເນົາຕາດິນ.

ມາດຕາຫ້າສິບ:ການອອກໃບສໍາເນົາຕາດິນ. ໃນກໍລະນີທີ່ໃບຕາດິນຫາກຕົກເຮ່ຍເສຍຫາຍຫຼືຖືກທໍາລາຍແຕ່ ໄດ້ປະຮ່ອງຮອຍທີ່ເປັນຫຼັກຖານຢັ້ງຢືນໃບຕາດິນທີ່ກ່ຽວຂ້ອງແລ້ວອົງ ການຄຸ້ມຄອງທີ່ດິນປະຈໍາແຂວງ,ນະຄອນຈະອອກໃບສໍາເນົາຕາດິນ ໃຫ້ບຸກຄົນຫຼືການຈັດຕັ້ງທີ່ໄດ້ຮ້ອງຂໍ. ຖ້າວ່າໃບຕາດິນທີ່ຕົກເຮ່ຍເສຍຫາຍຫຼືຖືກທໍາລາຍນັ້ນຫາກບໍ່ປະ ຮ່ອງຮອຍໃດໜຶ່ງທີ່ເປັນຫຼັກຖານຢັ້ງຢືນໃບຕາດິນທີ່ກ່ຽວຂ້ອງແລ້ວກ່ອນ ຈະອອກໃບສໍາເນົາຕາດິນນັ້ນຕ້ອງມີຄໍາຕັດສິນຂອງສານປະຊາຊົນທ້ອງ ຖິ່ນບ່ອນທີ່ດິນຕັ້ງຢູ່ເສຍກ່ອນ. ການອອກໃບສໍາເນົາຕາດິນໃນທຸກກໍລະນີຕ້ອງປະກາດໃຫ້ມວນ ຊົນຊາບລ່ວງໜ້າສາມສິບວັນຕາມລະບຽບການ. ....ມາດຕາຫ້າສິບເອັດ:ການຈົດທະບຽນນິຕິກໍາກ່ຽວກັບທີ່ດິນ

ມາດຕາຫ້າສິບເອັດ:ການຈົດທະບຽນນິຕິກໍາກ່ຽວກັບທີ່ດິນ ການຈົດທະບຽນນິຕິກໍາກ່ຽວກັບທີ່ດິນແມ່ນການບັນທຶກທຸການ ເຄື່ອນໄຫວ,ການປ່ຽນແປງກ່ຽວກັບສິດນໍາໃຊ້ທີ່ດິນເຂົ້າໃສ່ປຶ້ມຈົດທະ ບຽນນິຕິກໍາຢູ່ທີ່ອົງການຄຸ້ມຄອງທີ່ດິນຂອງເມືອງ,ເທດສະບານຕາມ ການມອບໝາຍຂອງອົງການຄຸ້ມຄອງທີ່ດິນປະຈໍາແຂວງ,ນະຄອນເພື່ອ ຕິດຕາມສະພາບການເຄື່ອນໄຫວແລະການປ່ຽນແປງຂອງທີ່ດິນນັ້ນ. ..ພາກທີ3ສິດແລະພັນທະຂອງຜູ້ນໍາໃຊ້ທີ່ດິນ


...ໝວດທີ1ສິດແລະພັນທະຂອງພົນລະເມືອງລາວກ່ຽວກັບທີ່ດິນ


....ມາດຕາຫ້າສິບສອງ:ການໄດ້ຮັບສິດນໍາໃຊ້ທີ່ດິນ

ມາດຕາຫ້າສິບສອງ:ການໄດ້ຮັບສິດນໍາໃຊ້ທີ່ດິນ ບຸກຄົນຫຼືການຈັດຕັ້ງທີ່ຈະໄດ້ຮັບສິດນໍາໃຊ້ທີ່ດິນບົນພື້ນຖານໃດ ໜຶ່ງດ່ັ່ງຕໍ່ໄປນີ້: ໜຶ່ງ:ການມອບຂອງລັດ. ສອງ:ການໂອນ. ສາມ:ການສືບທອດມູນມໍລະດົກ. ....ມາດຕາຫ້າສິບສາມ:ສິດຂອງຜູ້ໄດ້ຮັບສິດນໍາໃຊ້ທີ່ດິນ.

ມາດຕາຫ້າສິບສາມ:ສິດຂອງຜູ້ໄດ້ຮັບສິດນໍາໃຊ້ທີ່ດິນ. ຜູ້ໄດ້ຮັບສິດນໍາໃຊ້ທີ່ດິນມີສິດຕ່າງໆດັ່ງຕໍ່ໄປນີ້: -ສິດປົກປັກຮັກສາທີ່ດິນ. -ສິດໃຊ້ທີ່ດິນ. -ສິດໄດ້ຮັບໝາກຜົນຈາກທີ່ດິນ. -ສິດໂອນສິດນໍາໃຊ້ທີ່ດິນ. -ສິດສືບທອດສິດນໍາໃຊ້ທີ່ດິນ. ....ມາດຕາຫ້າສິບສີ່:ສິດປົກປັກຮັກສາທີ່ດິນ

ມາດຕາຫ້າສິບສີ່:ສິດປົກປັກຮັກສາທີ່ດິນ ສິດປົກປັກຮັກສາທີ່ດິນແມ່ນສິດທີ່ລັດມອບໃຫ້ບຸກຄົນຫຼືການຈັດ ຕັ້ງໃດໜຶ່ງຮັກສາທີ່ດິນເພື່ອໃຊ້ເຂົ້າໃນເປົ້າໝາຍໃດໜຶ່ງທີ່ແນ່ນອນ. ....ມາດຕາຫ້າສິບຫ້າ:ສິດໃຊ້ທີ່ດິນ

ມາດຕາຫ້າສິບຫ້າ:ສິດໃຊ້ທີ່ດິນ ສິດໃຊ້ທີ່ດິນແມ່ນສິດໃນການໃຊ້ທີ່ດິນເຂົ້າໃນເປົ້າໝາຍໃດໜຶ່ງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ທີ່ໄດ້ຮັບສິດຕາມ ແຜນການຈັດສັນທີ່ດິນຂອງລັັດ. ....ມາດຕາຫ້າສິບຫົກ:ສິດໄດ້ຮັບໝາຍຜົນຈາກທີ່ດິນ

ມາດຕາຫ້າສິບຫົກ:ສິດໄດ້ຮັບໝາຍຜົນຈາກທີ່ດິນ ສິດໄດ້ຮັບໝາກຜົນຈາກທີ່ດິນທີ່ມີການພັດທະນາແລ້ວແມ່ນສິດ ເກັບກູ້ໝາກຜົນຫຼືລາຍໄດ້ຈາກທີ່ດິນທີ່ຕົນໄດ້ຮັບສິດນໍາໃຊ້ນັ້ນເຊັ່ນ:ໄດ້ ຈາກການໃຫ້ເຊົ່າ,ຈາກການເອົາໄປເປັນຮູ້ນຫຼືຈາກການນໍາໄປຄໍ້າປະ ກັນ. ....ມາດຕາຫ້າສິບເຈັດ:ສິດໂອນສິດນໍາໃຊ້ທີ່ດິນ

ມາດຕາຫ້າສິບເຈັດ:ສິດໂອນສິດນໍາໃຊ້ທີ່ດິນ ສິດໂອນສິດນໍາໃຊ້ທີ່ດິນແມ່ນສິດໃນການເອົາສິດນໍາໃຊ້ທີ່ດິນ ໃຫ້ຜູ້ອື່ນດ້ວຍການຂາຍ,ການມອບຫຼືການແລກປ່ຽນ. ....ມາດຕາຫ້າສິບແປດ:ສິດສືບທອດສິດນໍາໃຊ້ທີ່ດິນ.

ມາດຕາຫ້າສິບແປດ:ສິດສືບທອດສິດນໍາໃຊ້ທີ່ດິນ. ສິດສືບທອດສິດນໍາໃຊ້ທີ່ດິນແມ່ນສິດໃນການໄດ້ຮັບສິດນໍາໃຊ້ທີ່ ດິນທີ່ມີການພັດທະນາແລ້ວຊຶ່ງຕົກທອດມາຍັງຜົວຫຼືເມຍ,ລູກ,ຫຼານ,ພໍ່ ແມ່ຫຼືຍາດຕິພີ່ນ້ອງໃກ້ຊິດຕາມກົດໝາຍພາຍຫຼັງທີ່ຜູ້ໄດ້ຮັບສິດນໍາໃຊ້ ທີ່ດິນໄດ້ເສຍຊີວິດໄປແລ້ວ. ຖ້າວ່າເນື້ອທີ່ດິນທີ່ໄດ້ຮັບຈາກການສືບທອດບວກກັບເນື້ອທີ່ດິນ ທີ່ຜູ້ສືບທອດນໍາໃຊ້ຢູ່ນັ້ນຫາກເກີນອັດຕາປະເພດທີ່ດິນທີ່ກົດໝາຍໄດ້ກໍາ ນົດໄວ້ໃຫ້ປະຕິບັດມາດຕາແປດສິບຫົກຂອງກົດໝາຍສະບັບນີ້. ....ມາດຕາຫ້າສິບເກົ້າ:ສິດຂອງອົງການຈັດຕັ້ງລັດ,ອົງການຈັດຕັ້ງການເມືອງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະກ

ມາດຕາຫ້າສິບເກົ້າ:ສິດຂອງອົງການຈັດຕັ້ງລັດ,ອົງການຈັດຕັ້ງການ ເມືອງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນແລະການຈັດ ຕັ້ງເສດຖະກິດຂອງລັດ. ອົງການຈັດຕັ້ງລັດ,ອົງການຈັດຕັ້ງການເມືອງ,ແນວລາວສ້າງ ຊາດ,ອົງການຈັດຕັ້ງມະຫາຊົນແລະການຈັດຕັ້ງເສດຖະກິດຂອງລັດທີ່ໄດ້ ຮັບສິດໃຊ້ທີ່ດິນມີສິດພຽງແຕ່ປົກປັກຮັກສາແລະໃຊ້ເທົ່ານັ້ນແຕ່ຫາກບໍ່ມີ ສິດໂອນ,ໃຫ້ເຊົ່າ,ໃຫ້ສໍາປະທານ,ເອົາໄປເປັນຮູ້ນຫຼືນໍາໄປຄໍ້າປະກັນແຕ່ ຢ່າງໃດ. ....ມາດຕາຫົກສິບ:ພັນທະຂອງຜູ້ໃຊ້ແລະຜູ້ນໍາໃຊ້ທີ່ດິນ

ມາດຕາຫົກສິບ:ພັນທະຂອງຜູ້ໃຊ້ແລະຜູ້ນໍາໃຊ້ທີ່ດິນ ຜູ້ໃຊ້ແລະຜູ້ນໍາໃຊ້ທີ່ດິນມີພັນທະດັ່ງຕໍ່ໄປນີ້: ໜຶ່ງ:ນໍາໃຊ້ທີ່ດິນໂດຍຖືກຕ້ອງຕາມເປົ້າໝາຍ. ສອງ:ບໍ່ສ້າງຄວາມເສຍຫາຍໃຫ້ແກ່ຄຸນນະພາບດິນ,ບໍ່ສ້າງຜົນ ກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດຫຼືສັງຄົມ. ສາມ:ບໍ່ລະເມີດສິດແລະຜົນປະໂຫຍດຂອງຜູ້ອື່ນ. ສີ່:ປະຕິບັດສະພາວະຄວາມເປັນຈິງຕ້ອງຍອມຮັບຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍ. ຫ້າ:ເສຍຄ່າທໍານຽມຕ່າງໆກ່ຽວກັບທີ່ດິນ. ຫົກ:ປະຕິບັດພັນທະກ່ຽວກັບທີ່ດິນເຊັ່ນ:ພາສີທີ່ດິນ,ອາກອນຈາກ ການມອບໂອນ,ອາກອນລາຍໄດ້ຈາກການໃຫ້ເຊົ່າ,ອາກອນຈາກການ ສືບທອດມູນມໍລະດົກ,ຄ່າທໍານຽມໂອນຊື່,ຄ່າຈົດທະບຽນນິຕິກໍາທີ່ດິນຕາມ ກໍານົດເວລາສໍາລັບຜູ້ນໍາໃຊ້ທີ່ດິນ. ເຈັດ:ປະຕິບັດຕາມລະບຽບການອື່ນໆກ່ຽວກັບທີ່ດິນ. ....ມາດຕາຫົກສິບເອັດ:ສະພາວະຄວາມເປັນຈິງຕ້ອງຍອມຮັບ

ມາດຕາຫົກສິບເອັດ:ສະພາວະຄວາມເປັນຈິງຕ້ອງຍອມຮັບ ບຸກຄົນຫຼືການຈັດຕັ້ງໃດໜຶ່ງຫາກຖືກປິດລ້ອມດ້ວຍທີ່ດິນຂອງຜູ້ ອື່ນໂດຍບໍ່ມີທາງຜ່ານອອກສູ່ຫົນທາງບຸກຄົນຫຼືການຈັດຕັ້ງນັ້ນກໍ່ມີສິດ ຮ້ອງຂໍທາງຜ່ານຈາກຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ດິນທີ່ຢູ່ໃກ້ຫົນທາງກວ່າ ໝູ່.ຜູ້ທີ່ໄດ້ຮັບສິດນໍາໃຊ້ທີ່ດິນທີ່ຖືກຮ້ອງຂໍນັ້ນຕ້ອງອະນຸຍາດໃຫ້ທາງ ຜ່ານບ່ອນທີ່ຕົນເຫັນວ່າເໝາະສົມແລະມີສິດຮ້ອງຂໍການທົດແທນຄ່າ ເສຍຫາຍຕໍ່ຜົນລະປູກ,ສິ່ງກໍ່ສ້າງຫຼືການພັດທະນາບົນທີ່ດິນບ່ອນທາງ ຜ່ານນັ້ນຢ່າງສົມເຫດສົມຜົນ. ໃນກໍລະນີທີ່ມີການເນັ່ງສາຍໄຟຟ້າ,ສາຍໂທລະສັບ,ຂຸດຮ່ອງ ນໍ້າ,ວາງທໍານໍ້າຫຼືທໍ່ນໍ້າປະປາແລະອື່ນໆຜ່ານທີ່ດິນຜູ້ໃດຜູ້ໜຶ່ງຊຶ່ງພາ ໃຫ້ຕົ້ນໄມ້,ຜົນລະປູກຫຼືສິ່ງກໍ່ສ້າງຕ່າງໆຂອງຜູ້ກ່ຽວຖືກທໍາລາຍຫຼືພາ ໃຫ້ມີຄວາມເສຍຫາຍບຸກຄົນຜູ້ນັ້ນມີສິດຮ້ອງຂໍເອົາຄ່າເສຍຫາຍທີ່ເນື່ອງ ມາຈາກການກະທໍານັ້ນ;ຖ້າວ່າຜູ້ໃຫ້ທາງຜ່ານນັ້ນຫາກໄດ້ຮັບຜົນປະ ໂຫຍດນໍາແລ້ວກໍ່ບໍ່ໃຫ້ຄິດໄລ່ຄ່າເສຍຫາຍນໍາອີກເວັ້ນເສຍແຕ່ຄວາມ ເສຍຫາຍນັ້ນຫາກມີຫຼວງຫຼາຍ.ໃນກໍລະນີດັ່ງກ່າວແມ່ນໃຫ້ຄິດໄລ່ການ ທົດແທນຄ່າເສຍຫາຍນັ້ນຢ່າງເໝາະສົມ. ....ມາດຕາຫົກສິບສອງ:ການເສຍສິດໃຊ້ຫຼືນໍາໃຊ້ທີ່ດິນ

ມາດຕາຫົກສິບສອງ:ການເສຍສິດໃຊ້ຫຼືນໍາໃຊ້ທີ່ດິນ ຜູ້ທີ່ໄດ້ຮັບສິດໃຊ້ຫຼືນໍາໃຊ້ທີ່ດິນຈະເສຍສິດດັ່ງກ່າວໃຫ້ກໍລະນີໃດ ໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ໃຊ້ຫຼືນໍາໃຊ້ທີ່ດິນທີ່ລັດມອບໃຫ້ນັ້ນບໍ່ຖືກຕ້ອງຕາມເປົ້າໝາຍ. ສອງ:ບໍ່ເສຍພາສີທີ່ດິນຢ່າງຕໍ່ເນື່ອງສາມປີພາຍຫຼັງທີ່ໄດ້ມີການ ກ່າວເຕືອນແລ້ວ. ສາມ:ບໍ່ໃຊ້ຫຼືບໍ່ນໍາໃຊ້ທີ່ດິນທີ່ລັດມອບໃຫ້ຕາມທີ່ໄດ້ບົ່ງໄວ້ໃນສັນ ຍາແລະກົດໝາຍວ່າດ້ວຍທີ່ດິນ. ສີ່:ຜູ້ທີ່ຖືກສານຕັດສິນໃຫ້ເສຍສິດນໍາໃຊ້ທີ່ດິນ. ....ມາດຕາຫົກສິບສາມ:ການສິ່ນສຸດສິດນໍາໃຊ້ທີ່ດິນ.

ມາດຕາຫົກສິບສາມ:ການສິ່ນສຸດສິດນໍາໃຊ້ທີ່ດິນ. ສິດນໍາໃຊ້ທີ່ດິນຂອງບຸກຄົນຫຼືການຈັດຕັ້ງຈະສິ່ນສຸດລົງໃນກໍລະ ນີໃດໜຶ່ງດັ່ງຕໍ່ໄປນີ້: ໜຶ່ງ:ສະຫຼະສິດນໍາໃຊ້ທີ່ດິນດ້ວຍຄວາມສະໝັກໃຈ. ສອງ:ລັດໂອນສິດນໍາໃຊ້ທີ່ດິນຄືນເພື່ອນໍາໃຊ້ເຂົ້າໃນສາທາລະ ນະປະໂຫຍດ. ສາມ:ໂອນສິດນໍາໃຊ້ທີ່ດິນໃຫ້ຜູ້ອື່ນ. ສີ່:ເສຍຊີວິດໂດຍບໍ່ມີຜູ້ສືບທອດ. ...ໝວດທີ2ສິດແລະພັນທະຂອງຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດແລະຄົນຕ່າງປະເທດກ່ຽວກັບ


....ມາດຕາຫົກສິບສີ່:ການເຊົ່າຫຼືສໍາປະທານທີ່ດິນໂດຍຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດລາວແລະຄົນຕ່າງປະເທດ.

ມາດຕາຫົກສິບສີ່:ການເຊົ່າຫຼືສໍາປະທານທີ່ດິນໂດຍຊາວຕ່າງດ້າວ,ຜູ້ບໍ່ ມີສັນຊາດລາວແລະຄົນຕ່າງປະເທດ. ຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະເທດແລະການຈັດຕັ້ງ ຂອງບຸກຄົນດັ່ງກ່າວທີ່ດໍາລົງຊີວິດ,ລົງທຶນຫຼືການເຄື່ອນໄຫວຢ່າງຖືກ ຕ້ອງຕາມກົດໝາຍຢູ່ສປປລາວນັ້ນກໍ່ສາມາດເຊົ່າຫຼືສໍາປະທານທີ່ດິນນໍາ ລັດໄດ້. ຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດແລະການຈັດຕັ້ງຂອງບຸກຄົນດັ່ງ ກ່າວທີ່ຕ້ອງການເຊົ່າທີ່ດິນທີ່ມີການພັດທະນາແລ້ວຈາກພົນລະເມືອງ ລາວຕ້ອງໄດ້ຮັບອະນຸຍາດຈາກອົງການປົກຄອງແຂວງ,ນະຄອນບອ່ນ ທີ່ດິນຕັ້ງຢູ່. ສໍາລັບຄົນຕ່າງປະເທດແລະການຈັດຕັ້ງຂອງບຸກຄົນດັ່ງກ່າວທີ່ ຕ້ອງການເຊົ່າທີ່ດິນທີ່ມີການພັດທະນາແລ້ວຈາກພົນລະເມືອງລາວ ແມ່ນອົງການຄຸ້ມຄອງທີ່ດິນແຫ່ງຊາດເປັນຜູ້ອະນຸຍາດຕາມການສະ ເໜີຂອງອົງການປົກຄອງແຂວງ,ນະຄອນບ່ອນທີ່ດິນຕັ້ງຢູ່. ....ມາດຕາຫົກສິບຫ້າ:ກໍານົດເວລາເຊົ່າຫຼືສໍາປະທານທີ່ດິນ.

ມາດຕາຫົກສິບຫ້າ:ກໍານົດເວລາເຊົ່າຫຼືສໍາປະທານທີ່ດິນ. ກໍານົດເວລາເຊົ່າຫຼືສໍາປະທານທີ່ດິນຈາກລັດໂດຍຊາວຕ່າງດ້າວ ,ຜູ້ບໍ່ມີສັນຊາດແລະການຈັດຕັ້ງຂອງບຸກຄົນດັ່ງກ່າວແມ່ນອີງໃສ່ລັກສະ ນະ,ຂະໜາດແລະເຫງື່ອນໄຂຂອງກິດຈະການແຕ່ສູງສຸດແມ່ນບໍ່ໃຫ້ເກີນ ສາມປີແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມຄວາມເຫັນດີຂອງລັດຖະ ບານ. ກໍານົດເວລາເຊົ່າທີ່ດິນທີ່ມີການພັດທະນາແລ້ວຈາກພົນລະເມືອງ ລາວໂດຍຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດແລະການຈັດຕັ້ງຂອງບຸກຄົນດ່ັງ ກ່າວສູງສຸດບໍ່ໃຫ້ເກີນຊາວປີແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມການ ຕົກລົງຂອງຄູ່ສັນຍາໂດຍໄດ້ຮັບຄວາມເຫັນດີຂອງອົງການປົກຄອງ ແຂວງ,ນະຄອນບ່ອນທີ່ດິນນັ້ນຕັ້ງຢູ່. ສໍາລັບການກໍານົດເວລາເຊົ່າຫຼືສໍາປະທານທີ່ດິນຈາກລັດໂດຍຄົນ ຕ່າງປະເທດທີ່ມາລົງທຶນຢູ່ສປປລາວແມ່ນອີງຕາມລັກສະນະ,ຂະໜາດ ແລະເງື່ອນໄຂຂອງກິດຈະການ,ໂຄງການແຕ່ສູງສຸດບໍ່ໃຫ້ເກີນຫ້າສິບປີ ແລະສາມາດຕໍ່ໄດ້ແລ້ວແຕ່ລະກໍລະນີຕາມການຕົກລົງຂອງລັດຖະບານ. ສໍາລັບການກໍານົດເວລາເຊົ່າທີ່ດິນຈາກພົນລະເມືອງລາວໂດຍ ຄົນຕ່າງປະເທດທີ່ມາລົງທຶນຢູ່ສປປລາວແມ່ນອີງຕາມລັກສະນະ,ຂະ ໜາດແລະເງື່ອນໄຂຂອງກິດຈະການ,ໂຄງການ.ແຕ່ສູງສຸດບໍ່ໃຫ້ເກີນ ສາມສິບປີແລະສາມາດຕໍ່ໄດ້ແລ້ວແຕ່ລະກໍລະນີຕາມການຕົກລົງຂອງ ຄຸ້ມສັນຍາໂດຍໄດ້ຮັບຄວາມເຫັນດີຈາກອົງການຄຸ້ມຄອງທີ່ດິນແຫ່ງຊາດ ຕາມການສະເໜີຂອງອົງການປົກຄອງແຂວງ,ນະຄອນ. ສໍາລັບເຂດເສດຖະກິດສະເພາະແລະເຂດເສດຖະກິດພິເສດນັ້ນ ກໍານົດເວລາເຊົ່າຫຼືສໍາປະທານທີ່ດິນສູງສຸດບໍ່ໃຫ້ເກີນເຈັດສິບຫ້າປີແລະ ສາມາດຕໍ່ໄດ້ແລ້ວແຕ່ກໍລະນີໂດຍການຮັບຮອງຈາກສະພາແຫ່ງຊາດ. ສໍາລັບການເຊົ່າຫຼືສໍາປະທານທີ່ດິນທີ່ມີເນື້ອທີ່ສູງກວ່າສິບພັນເຮັກ ຕາຂຶ້ນໄປຕ້ອງໄດ້ມີການຮັບຮອງຈາກສະພາແຫ່ງຊາດ. ສ່ວນການກໍານົດເວລາເຊົ່າຫຼືສໍາປະທານຕົວຈິງນັ້ນແມ່ນໃຫ້ອີງ ໃສ່ລັກສະນະ,ຂະໜາດແລະເງື່ອນໄຂຂອງແຕ່ລະກິດຈະການ. ສໍາລັບສະຖານທູດຫຼືອົງການຈັດຕັ້ງສາກົນທີ່ຕ້ອງການນໍາໃຊ້ທີ່ ດິນຢູ່ສປປລາວນັັ້ນກໍ່ສາມາດເຊົ່າ,ແລກປ່ຽນ,ໂອນຕາມການຕົກລົງລະ ຫວ່າງລັດຖະບານແຫ່ງສປປລາວກັບລັດຖະບານປະເທດທີ່ກ່ຽວຂ້ອງ. ໃນກໍລະນີເຊົ່າກໍານົດເວລາບໍ່ເກີນເກົ້າສິບເກົ້າປີ. ....ມາດຕາຫົກສິບຫົກ:ສິດໄດ້ຮັບຜົນປະໂຫຍດຈາກການເຊົ່າຫຼືສໍາປະທານທີ່ດິນຂອງຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະ

ມາດຕາຫົກສິບຫົກ:ສິດໄດ້ຮັບຜົນປະໂຫຍດຈາກການເຊົ່າຫຼືສໍາປະທານ ທີ່ດິນຂອງຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະເທດແລະການຈັດ ຕັ້ງຂອງບຸກຄົນດັ່ງກ່າວ. ຊ່າວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະເທດແລະກາຈັດຕັ້ງ ຂອງບຸກຄົນດັ່ງກ່າວຊຶ່ງໄດ້ເຊົ່າຫຼືສໍາປະທານທີ່ດິນນໍາລັດຢ່າງຖືກຕ້ອງ ຕາມລະບຽບກົດໝາຍມີສິດດັ່ງນີ້: ໜຶ່ງ:ຂາຍຊັບສິນທີ່ເປັນກໍາມະສິດຂອງຕົນທີ່ຕິດພັນກັບສັນຍາເຊົ່າ ຫຼືສໍາປະທານທີ່ດິນແຕ່ລັດມີບູລິມະສິດໃນການຊື້ຊັບສິນເຫຼົ່ານັ້ນ: ສອງ:ນໍາໃຊ້ຊັບສິນທີ່ເປັນກໍາມະສິດຂອງຕົນທີ່ຕິດພັນກັບສັນຍາ ເຊົ່າຫຼືສໍາປະທານທີ່ດິນເພື່ອໃຊ້ເປັນຫຼັກຊັບຄໍ້າປະກັນຢູ່ທະນາຄານຫຼືສະ ຖາບັນການເງິນອື່ນໆທີ່ເຄື່ອນໄຫວຢ່າງຖືກຕ້ອງຕາມກົດໝາຍຢູ່ສປປ ລາວ.ສໍາລັບຊັບຄົງທີ່ນັ້ນຕ້ອງໄດ້ຮັບຄວາມເຫັນດີຈາກລັດເສຍກ່ອນ. ສາມ:ໃຫ້ເຊົ່າຕໍ່ສິດນໍາໃຊ້ທີ່ດິນ,ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກ ລັດເສຍກ່ອນແລະສັນຍາເຊົ່າຕໍ່ບໍ່ໃຫ້ເກີນອາຍຸນໍາໃຊ້ທີ່ຍັງເຫຼືອຂອງສັນ ຍາແມ່. ສີ່:ສືບທອດສັນຍາເຊົ່າຫຼືສໍາປະທານທີ່ດິນຕາມອາຍຸຂອງສັນຍາ: ຫ້າ:ໃຊ້ສັນຍາເຊົ່າຫຼືສໍາປະທານທີ່ດິນເພື່ອຮ່ວມທຶນກັບບຸກຄົນອື່ນ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກລັດເສຍກ່ອນ. ສໍາລັບການເຊົ່າທີ່ດິນຂອງຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນ ຕ່າງປະເທດແລະການຈັດຕັ້ງຂອງບຸກຄົນດັ່ງກ່າວຈາກພົນລະເມືອງ ລາວກໍ່ໃຫ້ປະຕິບັດເຊັ່ນດຽວກັນ. ....ມາດຕາຫົກສິບເຈັດ:ພັນທະຂອງຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະເທດແລະການຈັດຕັ້ງຂອງບຸກຄົນດັ່ງກ່າວໃນການເຊ

ມາດຕາຫົກສິບເຈັດ:ພັນທະຂອງຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງ ປະເທດແລະການຈັດຕັ້ງຂອງບຸກຄົນດັ່ງກ່າວໃນການເຊົ່າຫຼືສໍາປະທານ ທີ່ດິນ. ພັນທະຂອງຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະເທດແລະ ການຈັດຕັ້ງຂອງບຸກຄົນດັ່ງກ່າວໃນການເຊົ່າຫຼືສໍາປະທານທີ່ດິນມີດັ່ງນີ້: ໜຶ່ງ:ໃຊ້ທີ່ດິນໂດຍຖືກຕ້ອງຕາມເປົ້າໝາຍ. ສອງ:ບໍ່ສ້າງຄວາມເສຍຫາຍໃຫ້ແກ່ຄຸນນະພາບດິນ,ບໍ່ສ້າງຜົນກະ ທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດຫຼືສັງຄົມ. ສາມ:ບໍ່ລະເມີດສິດແລະຜົນປະໂຫຍດຂອງຜູ້ອື່ນ. ສີ່:ປະຕິບັດສະພາວະຄວາມເປັນຈິງຕ້ອງຍອມຮັບຕາມທີ່ໄດ້ກໍາ ນົດໄວ້ໃນກົດໝາຍ. ຫ້າ:ເສຍຄ່າເຊົ່າຫຼືຄ່າສໍາປະທານທີ່ດິນແລະຄ່າທໍານຽມອື່ນໆກ່ຽວ ກັບທີ່ດິນຢ່າງຄົບຖ້ວນ. ຫົກ:ປະຕິບັດຕາມລະບຽບການແລະເງື່ອນໄຂຂອງການເຊົ່າຫຼື ການສໍາປະທານຢ່າງຄົບຖ້ວນ. ...ໝວດທີ3ການທົດແທນຄ່າເສຍຫາຍ


....ມາດຕາຫົກສິບແປດ:ສາເຫດຂອງການທົດແທນຄ່າເສຍຫາຍ

ມາດຕາຫົກສິບແປດ:ສາເຫດຂອງການທົດແທນຄ່າເສຍຫາຍ ສາເຫດຂອງການທົດແທນຄ່າເສຍຫາຍມີດັ່ງນີ້: ໜຶ່ງ:ການກໍ່ຄວາມເສຍຫາຍຍ້ອນການລະເມີດລະບຽບກົດໝາຍ; ສອງ:ການກໍ່ຄວາມເສຍຫາຍຈາກສະພາວະຄວາມເປັນຈິງຕ້ອງ ຍອມຮັບ; ສາມ:ການກໍ່ຄວາມເສຍຫາຍຈາກການໂອນສິດນໍາໃຊ້ທີ່ດິນຄືນ.


....ມາດຕາຫົກສິບເກົ້າ:ການທົດແທນຄ່າເສຍຫາຍຍ້ອນການລະເມີດລະບຽບກົດໝາຍ.

ມາດຕາຫົກສິບເກົ້າ:ການທົດແທນຄ່າເສຍຫາຍຍ້ອນການລະເມີດລະ ບຽບກົດໝາຍ. ບຸກຄົນຫຼືການຈັດຕັ້ງທີ່ນໍາໃຊ້ທີ່ດິນຫາກໄດ້ກໍ່ຄວາມເສຍຫາຍໃຫ້ ແກ່ຜູ້ອື່ນຫຼືສາທາລະນະຍ້ອນການລະເມີດລະບຽບກົດໝາຍແລ້ວຕ້ອງ ໄດ້ທົດແທນຄ່າເສຍຫາຍທີ່ເກີດຈາກການກະທໍາຂອງຕົນ. ....ມາດຕາເຈັດສິບ:ການທົດແທນຄ່າເສຍຫາຍຈາກສະພາວະຄວາມເປັນຈິງຕ້ອງຍ້ອມຮັບ

ມາດຕາເຈັດສິບ:ການທົດແທນຄ່າເສຍຫາຍຈາກສະພາວະຄວາມເປັນ ຈິງຕ້ອງຍ້ອມຮັບ ບຸກຄົນຫຼືການຈັດຕັ້ງໃດຫາກໄດ້ຮັບສິດໃຊ້ທີ່ດິນຈາກສະພາວະ ຄວາມເປັນຈິງຕ້ອງຍອມຮັບຂອງຜູ້ອື່ນທີ່ໄດ້ຈົ່ງທາງທຽວ,ຮ່ອງນໍ້າໃຫ້ ແກ່ຕົນຊຶ່ງພາໃຫ້ຜົນລະປູກ,ສິ່ງກໍ່ສ້າງຂອງຜູ້ອື່ນຫຼືຂອງສາທາລະນະ ໄດ້ຮັບຄວາມເສຍຫາຍແລ້ວບຸກຄົນຫຼືການຈັດຕັ້ງນັ້ນຕ້ອງໄດ້ໃຊ້ແທນ ຄ່າເສຍຫາຍດັ່ງກ່າວຢ່າງສົມເຫດສົມຜົນ. ....ມາດຕາເຈັດສິບເອັດ:ການທົດແທນຄ່າເສຍຫາຍທີ່ເກີດຈາກການໂອນເອົາສິດນໍາໃຊ້ທີ່ດິນຄືນ.

ມາດຕາເຈັດສິບເອັດ:ການທົດແທນຄ່າເສຍຫາຍທີ່ເກີດຈາກການໂອນ ເອົາສິດນໍາໃຊ້ທີ່ດິນຄືນ. ເມື່ອມີຄວາມຈໍາເປັນທີ່ຕ້ອງໄດ້ນໍາໃຊ້ທີ່ດິນຂອງບຸກຄົນຫຼືການ ຈັດຕັ້ງໃດໜຶ່ງເພື່ອຮັບໃຊ້ສາທາລະນະປະໂຫຍດນັ້ນລັດຈະໂອນເອົາສິດ ນໍາໃຊ້ທີ່ດິນນັ້ນຄືນແຕ່ຕ້ອງໄດ້ໃຊ້ແທນຄ່າເສຍຫາຍໃຫ້ແກ່ບຸກຄົນຫຼື ການຈັດຕັ້ງນັ້ນຢ່າງສົມເຫດສົມຜົນ. ເພື່ອຮັບປະກັນການທົດແທນໃນການໂອນເອົາສິດນໍາໃຊ້ທີ່ດິນຄືນ ນັ້ນຕ້ອງມີທີ່ດິນສໍາຮອງໃນອັດຕາຫ້າສ່ວນຮ້ອຍຂອງເນື່ອທີ່ດິນທັງໝົດ ຂອງບ້ານ,ເມືອງ,ເທດສະບານ,ແຂວງຫຼືນະຄອນ. ໃນເວລາທີ່ຍັງບໍ່ທັນໄດ້ໃຊ້ທີ່ດິນສໍາຮອງດັ່ງກ່າວຈະໃຫ້ບຸກຄົນຫຼື ການຈັດຕັ້ງເຊົ່າຊົ່ວຄາວກໍ່ໄດ້. ....ມາດຕາເຈັດສິບສອງ:ການກໍານົດຄ່າເສຍຫາຍ

ມາດຕາເຈັດສິບສອງ:ການກໍານົດຄ່າເສຍຫາຍ ໃນການທົດແທນຄ່າເສຍຫາຍນັ້ນຕ້ອງມີຄະນະກໍາມະການຊຶ່ງ ປະກອບດ້ວຍຜູ້ຕາງໜ້າຂອງພາກສ່ວນທີ່ກ່ຽວຂ້ອງທໍາການຕິລາຄາ ເພື່ອກໍານົດຄ່າເສຍຫາຍ. ...ໝວດທີ4ທີ່ດິນທີ່ອົງການປົກຄອງໄດ້ມອບສິດນໍາໃຊ້ໃຫ້ປະຊາຊົນໃນສະໄໝຕໍ່ສູ້ກູ້�


....ມາດຕາເຈັດສິບສາມ:ທີ່ດິນທີ່ອົງການປົກຄອງໄດ້ມອບສິດນໍາໃຊ້ໃຫ້ປະຊາຊົນໃນສະໄໝຕໍ່ສູ້ກູ້ຊາດ.

ມາດຕາເຈັດສິບສາມ:ທີ່ດິນທີ່ອົງການປົກຄອງໄດ້ມອບສິດນໍາໃຊ້ໃຫ້ປະ ຊາຊົນໃນສະໄໝຕໍ່ສູ້ກູ້ຊາດ. ລັດບໍ່ຮັບຮູ້ການທວງເອົາຄືນທີ່ດິນທີ່ອົງການປົກຄອງໄດ້ມອບສິດ ນໍາໃຊ້ໃຫ້ປະຊາຊົນໃນສະໄໝຕໍ່ສູ້ກູ້ຊາດ.

....ມາດຕາເຈັດສິບສີ່:ທີ່ດິນຂອງຜູ້ທີ່ປະໜີຈາກທ້ອງຖິ່ນຂອງຕົນໃນສະໄໝຕໍ່ສູ້ກູ້ຊາດ

ມາດຕາເຈັດສິບສີ່:ທີ່ດິນຂອງຜູ້ທີ່ປະໜີຈາກທ້ອງຖິ່ນຂອງຕົນໃນສະໄໝ ຕໍ່ສູ້ກູ້ຊາດ ລັດບໍ່ຮັບຮູ້ການທວງເອົາຄືນທີ່ດິນທີ່ເຈົ້າຂອງໄດ້ປະໜີຈາກທ້ອງ ຖິ່ນຂອງຕົນໃນສະໄໝຕໍ່ສູ້ກູ້ຊາດ. ....ມາດຕາເຈັດສິບຫ້າ:ທີ່ດິນທີ່ໄດ້ມອບໃຫ້ເປັນຊັບສົມບັດສ່ວນລວມ

ມາດຕາເຈັດສິບຫ້າ:ທີ່ດິນທີ່ໄດ້ມອບໃຫ້ເປັນຊັບສົມບັດສ່ວນລວມ ລັດບໍ່ຮັບຮູ້ການທວງເອົາຄືນທີ່ດິນຂອງບຸກຄົນຫຼືການຈັດຕັ້ງທີ່ ໄດ້ມອບໃຫ້ເປັນຊັບສົມບັດສ່ວນລວມໃນສະໄໝຕໍ່ສູ້ກູ້ຊາດກໍ່ຄືໃນສະໄໝ ປະຈຸບັນ. ....ມາດຕາເຈັດສິບຫົກ:ທີ່ດິນຂອງຜູ້ທີ່ປະໜີໄປຕ່າງປະເທດ

ມາດຕາເຈັດສິບຫົກ:ທີ່ດິນຂອງຜູ້ທີ່ປະໜີໄປຕ່າງປະເທດ ລັດບໍ່ຮັບຮູ້ການທວງເອົາຄືນທີ່ດິນຂອງຜູ້ທີ່ໄດ້ປະໜີໄປຕ່າງປະເທດ. ..ພາກທີ4ການກວດກາການນໍາໃຊ້ທີ່ດິນ


...ມາດຕາເຈັດສິບເຈັດ:ການກວດກາການໃຊ້ທີ່ດິນ

ມາດຕາເຈັດສິບເຈັດ:ການກວດກາການໃຊ້ທີ່ດິນ ການກວດກາການໃຊ້ທີ່ດິນແມ່ນການຕິດຕາມເບິ່ງການປົກປັກ ຮັກສາ,ການພັດທະນາແລະການໃຊ້ທີ່ດິນຂອງບຸກຄົນແລະການຈັດຕັ້ງ ເພື່ອໃຫ້ຖືກຕ້ອງຕາມເປົ້າໝາຍ,ລະບຽບກົດໝາຍແລະມີປະສິດທິພາບ. ...ມາດຕາເຈັດສິບແປດ:ອົງການການກວດກາການໃຊ້ທີ່ດິນ

ມາດຕາເຈັດສິບແປດ:ອົງການການກວດກາການໃຊ້ທີ່ດິນ ການກວດກາການໃຊ້ທີ່ດິນແຕ່ລະປະເພດໃຫ້ຖືກຕ້ອງຕາມເປົ້າ ໝາຍແລະລະບຽບກົດໝາຍແມ່ນໜ້າທີ່ຮັບຜິດຊອບຂອງອົງການຄຸ້ມ ຄອງທີ່ດິນປະເພດທີ່ກ່ຽວຂ້ອງຂັ້ນຕ່າງໆຕາມທີ່ໄດ້ກໍານົດໄວ້ໃນມາດ ຕາເກົ້າຂອງກົດໝາຍສະບັບນີ້. ສໍາລັບການມອບ,ການໃຫ້ເຊົ່າຫຼືສໍາປະທານທີ່ດິນແລະການຂຶ້ນ ທະບຽນທີ່ດິນແມ່ນອົງການຄຸ້ມຄອງທີ່ດິນແຫ່ງຊາດເປັນຜູ້ກວດກາ. �ມາດຕາເຈັດສິບເກົ້າ:ສິດແລະໜ້າທີ່ໃນການກວດກາການໃຊ້ທີ່ດິນ ມາດຕາເຈັດສິບເກົ້າ:ສິດແລະໜ້າທີ່ໃນການກວດກາການໃຊ້ທີ່ດິນ ອົງການຄຸ້ມຄອງທີ່ດິນມີສິດແລະໜ້າທີ່ໃນການກວດກາການໃຊ້ ທີ່ດິນດັ່ງນີ້: ໜຶ່ງ:ທວງເອົາເອກະສານທີ່ຈໍາເປັນກ່ຽວກັບການກວດກາຈາກ ບຸກຄົນຫຼືການຈັຕດັ້ງທີ່ກ່ຽວຂ້ອງ. ສອງ:ລົງກວດກາສະຖານທີ່ທີ່ດິນ. ສາມ:ໃຫ້ຄໍາແນະນໍາແກ້ຜູ້ໃຊ້ແລະຜູ້ນໍາໃຊ້ທີ່ດິນ. ສີ່:ສັ່ງໂຈະຫຼືໃຫ້ຢຸດເຊົາຊົ່ວຄາວກິດຈະການກ່ຽວກັບການໃຊ້ທີ່ ດິນທີ່ບໍ່ຖືກຕ້ອງ. ຫ້າ:ສະເໜີໃຫ້ອົງການທີ່ກ່ຽວຂ້ອງພິຈາລະນາຖອນສິດໃຊ້ຫຼືນໍາ ໃຊ້ທີ່ດິນ. ຫົກ:ປະຕິບັດສິດແລະໜ້າທີ່ອື່ນໆກ່ຽວກັບການກວດກາການໃຊ້ ຫຼືນໍາໃຊ້ທີ່ດິນ. ..ພາກທີ5ການແຂ້ໄຂບັນຫາທີ່ດິນ,ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາແປດສິບ:ການແກ້ໄຂບັນຫາທີ່ມີລັັກສະນະບໍລິຫານກ່ຽວກັບທີ່ດິນ

ມາດຕາແປດສິບ:ການແກ້ໄຂບັນຫາທີ່ມີລັັກສະນະບໍລິຫານກ່ຽວກັບທີ່ດິນ ການແກ້ໄຂບັນຫາທີ່ມີລັກສະນະບໍລະຫານກ່ຽວກັບທີ່ດິນເຊັ່ນ:ການ ນໍາໃຊ້ທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ,ການນໍາໃຊ້ທີ່ດິນໂດຍບໍ່ຖືກຕ້ອງຕາມ ເປົ້າໝາຍ,ຕາມລະບຽບກົດໝາຍ,ການບໍ່ນໍາໃຊ້ທີ່ດິນຕາມກໍານົດເວລາ ພາຍຫຼັງທີ່ໄດ້ຮັບມອບ,ການບໍ່ເສຍພາສີ,ອາກອນຫຼືຄ່າທໍານຽມທີ່ດິນຕາມ ລະບຽບການທີ່ໄດ້ກໍານົດໄວ້ແລະບັນຫາທີ່ດິນອື່ນໆທີ່ມີລັກສະນະບໍລະຫານ ນັ້ນແມ່ນອົງການຄຸ້ມຄອງທີ່ດິນທີ່ກ່ຽວຂ້ອງໂດຍປະສານສົມທົບກັບອົງ ການປົກຄອງຂັ້ນຂອງຕົນບ່ອນທີ່ດິນຕັ້ງຢູ່ເປັນຜູ້ແກ້ໄຂ. ຖ້າວ່າຜູ້ໃຊ້ຫຼືຜູ້ນໍາໃຊ້ທີ່ດິນຫາກບໍ່ພໍໃຈຕໍ່ຄໍາຕົກລົງແກ້ໄຂແລ້ວກໍ່ ມີສິດສະເໜີຕໍ່ອົງການຂັ້ນເທິງຖັດນັ້ນເປັນຜູ້ແກ້ໄຂ. ...ມາດຕາແປດສິບເອັດ:ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບທີ່ດິນ

ມາດຕາແປດສິບເອັດ:ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງ ກ່ຽວກັບທີ່ດິນ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບທີ່ດິນເຊັ່ນ: ການສືບທອດມູນມໍລະດົກທີ່ດິນທີ່ມີການພັດທະນາແລ້ວ,ການໂອນສິດນໍາ ໃຊ້ທີ່ດິນແລະສັນຍາທາງແພ່ງອື່ນໆກ່ຽວກັບທີ່ດິນນັ້ນແມ່ນສານປະຊາຊົນ ເປັນຜູ້ພິຈາລະນາຕັດສິນຕາມກົດໝາຍ. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບທີ່ດິນນັ້ນ ແມ່ນໃຫ້ອົງການປົກຄອງບ້ານບ່ອນທີ່ດິນຕັ້ງຢູ່ໄກ່ເກ່ຍເສຍກ່ອນ,ຖ້າຫາກ ບໍ່ສາມາດຕົກລົງໄດ້ກໍ່ສະເໜີໃຫ້ອົງການປົກຄອງເມືອງ,ເທດສະບານເປັນ ຜູ້ໄກ່ເກ່ຍ;ຖ້າຫາກຍັງບໍ່ສາມາດແກ້ໄຂໄດ້ຄູ່ກໍລະນີກໍ່ມີສິດຮ້ອງຟ້ອງຕໍ່ ສານ. ...ມາດຕາແປດສິບສອງ:ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາແປດສິບສອງ:ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ໃຊ້ຫຼືນໍາໃຊ້ທີ່ດິນໂດຍຖືກຕ້ອງຕາມລະ ບຽບກົດໝາຍ,ປົກປັກຮັກສາ,ພັດທະນາທີ່ດິນຢ່າງມີປະສິດທິຜົນຈະໄດ້ ຮັບການຍ້ອງຍໍ,ໄດ້ຮັບຄວາມສະດວກໃນການເຊົ່າຫຼືສໍາປະທານທີ່ດິນ ແລະນະໂຍບາຍອື່ນໆຊຶ່ງລັດຖະບານເປັນຜູ້ກໍານົດ. ...ມາດຕາແປດສິບສາມ:ມາດຕະການຕໍ່ຜູ້ລະເມີດ

ມາດຕາແປດສິບສາມ:ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງໃດທີ່ໃຊ້ທີ່ດິນຫາກໄດ້ລະເມີດລະບຽບກົດ ໝາຍກ່ຽວກັບທີ່ດິນ,ກໍ່ຄວາມເສຍຫາຍໃຫ້ແກ່ສາທາລະນະ,ສິ່ງແວດ ລ້ອມ,ຊົບສິນ,ສຸຂະພາບຫຼືຊິວິດຂອງຜູ້ອື່ນຈະຖືກປັບໄໝຫຼືລົງໂທດທາງ ອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງໃຊ້ຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ນອກຈາກໂທດຕົ້ນຕໍທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວຜູ້ກະທໍາຜິດ ອາດຈະໄດ້ຮັບໂທດເພີ່ມອີກເຊັ່ນ:ຖອນໃບຢັ້ງຢືນທີ່ດິນ,ໃບຕາດິນຫຼືໃບ ອະນຸຍາດອື່ນໆກ່ຽວກັບການໃຊ້ຫຼືນໍາໃຊ້ທີ່ດິນ. ...ມາດຕາແປດສິບສີ່:ມາດຕະການທາງອາຍາ

ມາດຕາແປດສິບສີ່:ມາດຕະການທາງອາຍາ ໃນການປະຕິບັດວຽກງານກ່ຽວກັບທີ່ດິນ,ບຸກຄົນໃດຫາກໄດ້ລະ ເມີດລະບຽບກົດໝາຍເຊັ່ນ:ສວຍໃຊ້ໜ້າທີ່ຕໍາແໜ່ງ,ໃຊ້ອໍານາດເກີນ ຂອບເຂດ,ຮັບສິນບົນ,ປອມແປງເອກະສານເພື່ອຫາຜົນປະໂຫຍດສ່ວນ ຕົວທີ່ໄດ້ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືຂອງບຸກ ຄົນອື່ນຈະຖືກລົງໂທດທາງອາຍາພ້ອມທັງໃຊ້ແທນຄ່າເສຍຫາຍທີ່ຕົນ ໄດ້ກໍ່ຂຶ້ນ. ..ພາກທີ6ບົດບັນຍັດສຸດທ້າຍ


...ມາດຕາແປດສິບຫ້າ:ການຈັດຕັ້ງປະຕິບັດ

ມາດຕາແປດສິບຫ້າ:ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວມີໜ້າທີ່ອອກດໍາລັດແລະຂໍ້ກໍານົດລະ ອຽດເພື່ອຈັດຕັ້ງປະຕິບັດກົດໝາຍສະບັບນີ້ແລະໃຫ້ດໍາເນີນການກວດກາ ກ່ຽວກັບທີ່ດິນຢ່າງເປັນລະບົບໃນຂອບເຂດທົ່ວປະເທດໂດຍສະເພາະ ແມ່ນການກວດກາກ່ຽວກັບທີ່ມາຂອງສິດນໍາໃຊ້ທີ່ດິນ,ຂະໜາດຂອງທີ່ ດິນ,ການໃຊ້ແລະການນໍາໃຊ້ທີ່ດິນ. ...ມາດຕາແປດສິບຫົກ:ກໍານົດເວລາແກ້ໄຂກ່ຽວກັບທີ່ດິນ

ມາດຕາແປດສິບຫົກ:ກໍານົດເວລາແກ້ໄຂກ່ຽວກັບທີ່ດິນ ພົນລະເມືອງລາວທີ່ມີທີ່ດິນຢ່າງຖືກຕ້ອງຕາມລະບຽບກົດໝາຍ ໃນໄລຍະຜ່ານມາແຕ່ມີເນື້ອທີ່ເກີນກວ່າອັດຕາທີ່ໄດ້ກໍານົດໄວ້ໃນມາດ ຕາສິບເຈັດ,ຊາວເອັດແລະສີ່ສິບສອງຂອງກົດໝາຍສະບັບນີ້ຕ້ອງແກ້ ໄຂໃຫ້ຖືກຕ້ອງພາຍໃນກໍານົດສາມປີນັບແຕ່ມື້ລັດຖະບານໄດ້ອອກແຈ້ງ ການກ່ຽວກັບການແກ້ໄຂເນື້ອທີ່ດິນສ່ວນເກີນຢ່າງເປັນທາງການເປັນ ຕົ້ນໄປ.ຖ້າຜູ້ກ່ຽວຫາກຍັງຢາກສືບຕໍ່ນໍາໃຊ້ທີ່ດິນສ່ວນເກີນນັ້ນຢູ່ຈະຕ້ອງ ໄດ້ເສຍພາສີເພີ່ມສູງກວ່າອັດຕາປົກກະຕິ,ຖ້າບໍ່ດັ່ງນັ້ນຜູ້ກ່ຽວກໍຈະໝົດ ສິດນໍາໃຊ້ທີ່ດິນສ່ວນເກີນດັ່ງກ່າວ. ຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດ,ຄົນຕ່າງປະເທດແລະການຈັດຕັ້ງ ຂອງບຸກຄົນດັ່ງກ່າວທີ່ມີທີ່ດິນໃນໄລຍະຜ່ານມາຕ້ອງແກ້ໄຂໃຫ້ຖືກຕ້ອງ ຕາມກົດໝາຍທີ່ດິນສະບັບນີ້ພາຍໃນກໍານົດເວລາສາມປີນັບແຕ່ວັນລັດ ຖະບານໄດ້ອອກແຈ້ງການຢ່າງເປັນທາງການໃຫ້ສັງຄົມຊາບຢ່າງທົ່ວ ເຖິງ,ຖ້າຫາກກາຍກໍານົດນີ້ແລ້ວຜູ້ກ່ຽວຈະໝົດສິດນໍາໃຊ້ທີ່ດິນດັ່ງກ່າວ ,ຫາກຍັງຢາກສືບຕໍ່ນໍາໃຊ້ກໍ່ຈະມີບູລິມະສິດໃນການຂໍເຊົ່າຫຼືສໍາປະທານ ທີ່ດິນນັ້ນ. ສໍາລັບສະຖານທູດແລະອົງການຈັດຕັ້ງສາກົນນັ້ນລັດຖະບານຈະ ເປັນຜູ້ຕົກລົງ. ...ມາດຕາແປດສິບເຈັດ:ຜົນສັກສິດ

ມາດຕາແປດສິບເຈັດ:ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສາ ທາລະນະລັດປະຊາທິປະໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍທີ່ດິນສະບັບເລກທີ 01/97ສພຊ,ລົງວັນທີສິບສອງເມສາປີພັນເກົ້າຮ້ອຍເກົ້າສິບເຈັດ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ ສະໝານ ວິຍະເກດ