ກົດໝາຍວ່າດ້ວຍປະມວນກົດໝາຍອາຍາ 17-05-2017

ປະມວນກົດໝາຍອາຍາ 17-05-2017

ພາກທີ1ພາກທົ່ວໄປ

ໝວດທີ1ບົດບັນຍັດທົ່ວໄປ

ມາດຕາ1ໜ້າທີ່ຂອງປະມວນກົດໝາຍອາຍາ ປະມວນກົດໝາຍອາຍາມີໜ້າທີ່ປົກປັກຮັກສາລະບອບການເມືອງ,ເສດຖະກິດແລະສັງຄົມຂອງສປປລາວ,ປົກປ້ອງຜົນປະໂຫຍດຂອງລັດ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ,ຊີວິດ,ສຸຂະພາບ,ກຽດສັກສີ,ສິດແລະເສລີພາບຂອງພົນລະເມືອງ,ຄວາມສະຫງົບຂອງຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;ສະກັດກັ້ນແລະຕ້ານການກະທໍາຜິດແລະສຶກສາອົບຮົມພົນລະເມືອງທຸກຄົນໃຫ້ມີຄວາມຕື່ນຕົວຄົາລົບກົດໝາຍ. ເພືອປະຕິບັດໜ້າທີ່ດັ່ງກ່າວປະມວນກົດໝາຍອາຍາໄດ້ກໍານົດວ່າການກະທໍາອັນໃດທີ່ເປັນອັນຕະລາຍຕໍ່ສັງຄົມເປັນການກະທໍາຜິດທາງອາຍາແລ້ວຈຶ່ງກໍານົດໂທດໃສ່ຜູ້ກະທໍາຜິດ.

ມາດຕາ2ປະມານກົດໝາຍອາຍາ ປະມວນກົດໝາຍອາຍາແມ່ນການລວບລວມເອົາບັນດາບົດບັນຍັດທີ່ກໍານົດການກະທໍາຜິດທາງອາຍາແລະໂທດເຂົ້າເປັນກົດໝາຍສະບັບດຽວ.

ມາດຕາ3ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນປະມວນກົດໝາຍອາຍາສະບັບນີ້ມີຄວາມໝາຍດ່ງນີ້: 1.ກົດໝາຍອາຍາໝາຍເຖິງປະມວນກົດໝາຍອາຍາສະບັບນີ້ແລະກົດໝາຍສະບັບອື່ນທີ່ກໍານົດການກະທໍາຜິດທາງອາຍາແລະໂທດ; 2.ກົດໝາຍສະບັບອື່ນທີ່ກໍານົດການກະທໍາຜິດທາງອາຍາແລະໂທດໝາຍເຖິງກົດໝາຍທີ່ກໍານົດການກະທໍາຜິດທາງອາຍາແລະໂທດທີ່ປະກາດໃຊ້ພາຍຫຼັງປະມວນກົດໝາຍອາຍາສະບັບນີ້ມີຜົນສັກສິດ; 3.ດິນແດນສປປລາວໝາຍເຖິງພື້ນທີ່ຊຶ່ງເປັນທີ່ຕັ້ງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວຕາມແຜນທີ່ໂລກຊຶ່ງລວມມີໜ້າດິນ,ພື້ນດິນ,ນ່ານນໍ້າ,ນ່ານຟ້າແລະພື້ນທີ່ຊຶ່ງເປັນທີ່ຕັ້ງຂອງສໍານັກງານຜູ້ຕາງໜ້າທາງການທູດ,ສໍານັກງານຜູ້ຕາງໜ້າກົງສູນແລະສໍານັກງານຜູ້ຕາງໜ້າຖາວອນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈໍາອົງການຈັດຕັ້ງສາກົນແລະພາກພື້ນຢູ່ຕ່າງປະເທດລວມທັງຍານພາຫະນະທີ່ຕິດທຸງຊາດລາວເຊັ່່ນ:ລົດ,ເຮືອ,ກໍາປັ່ນ,ເຮືອບິນຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີ; 4.ບຸກຄົນໃດໃນໝວດທີ1ຫາໝວດທີ11ພາກທີ2ຂອງປະມວນກົດໝາຍອາຍາສະບັບນີ້ໝາຍເຖິງຜູ້ກະທໍາຜິດຊຶ່ງລວມມີບຸກຄົນແລະນິຕິບຸກຄົນ; 5.ບຸກຄົນໃດໃນໝວດທີ12ພາກທີ2ຂອງປະມວນກົດໝາຍອາຍາສະບັບນີ້ໝາຍເຖິງຜູ້ທີ່ສັງກັດໃນກໍາລັງປ້ອງກັນຊາດທີ່ພວມປະຕິບັດໜ້າທີ່,ບຸກຄົນທີ່ຖືກຮຽກຕົວເຂົ້າເປັນກໍາລັງສໍາຮອງທີ່ພວມຢູ່ໃນໄລຍະເວລາການຝຶກຊ້ອມ,ພົນລະເມືອງທີ່ໄດ້ຈົດທະບຽນເຂົ້າເປັນທະຫານພັນທະຫຼືຮັບໃຊ້ໃນກໍາລັງປ້ອງກັນຊາດ,ປູ້ທີ່ສັງກັດໃນກໍາລັງສໍາຮອງ,ຜູ້ທີ່ສັງກັດໃນກໍາລັງປ້ອງກັນຕົວທີ່ຖືກສົ່ງໄປປະຈໍາການສະເພາະ,ຜູ້ທີ່ສັງກັດຢູ່ໜ່ວຍສູ້ຮົບພິເສດ; 6.ນິຕິບຸກຄົນໝາຍເຖິງວິສາຫະກິດຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດລວມທັງສະຫະກອນ,ສະມາຄົມແລະມູນນິທິທັງພາຍໃນແລະຕ່າງປະເທດທີ່ສ້າງຕັ້ງຂຶ້ນເປັນນິຕິບຸກຄົນຢ່າງຖືກຕ້ອງຕາມກົດໝາຍແລະລະບຽບການ; 7.ສະຕິສໍາປະຊັນຍະໝາຍເຖິງຄວາມມີສະຕິ,ຮູ້ຜິດຮູ້ຖືກໃນຂະນະທີ່ກະທໍາ; 8.ເສບສົມໝາຍເຖິງການມີເພດສໍາພັນລະຫວ່າງຍິງກັບຊາຍຫຼືລະຫວ່າງເພດດຽວກັນດ້ວຍການໃຊ້ອະໄວຍະວະເພດກັບອະໄວຍະວະເພດດ້ວຍການຫຼືອະໄວຍະວະເພດກັບອະໄວຍະວະອື່ນຂອງຮ່າງກາຍ; 9.ທໍາຊໍາເລົາໝາຍເຖິງການເອົາອະໄວຍະວະເພດຊາຍສອດໃສ່ອະໄວຍະວະເພດຍິງຫຼືເອົາອະໄວຍະວະເພດຍິງສຸບໃສ່ອະໄວຍະວະເພດຊາຍຫຼືການເອົາອະໄວຍະວະເພດໃສ່ອະໄວຍະວະອື່ນຂອງຮ່າງກາຍ; 10.ສິ່ງລາມົກໝາຍເຖິງສິ່ງທີ່ສະແດງອອກກ່ຽວກັບອະໄວຍະວະເພດແລະພຶດຕິກໍາທາງເພດຂອງຄົນ; 11.ອະພິສິດທາງການທູດໝາຍເຖິງສິດຄຸ້ມກັນທີ່ນັກການທູດໄດ້ຮັບການຍົກເວັ້ນໃນການດໍາເນີນຄະດີອາຍາຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີ; 12.ສິນຄ້າທີ່ເກືອດຫ້າມໝາຍເຖິງສິນຄ້າທີ່ບໍ່ອະນຸຍາດໃຫ້ຂາຍ,ແລກປ່ຽນ,ຜະລິດ,ນໍາເຂົ້າຫຼືສົ່ງອອກຫຼືສິນຄ້າຊຶ່ງຕ້ອງຢູ່ພາຍໃຕ້ການຄວບຄຸມຂອງອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ; 13.ໄສຍະສາດໝາຍເຖິງເວດມົນ,ກົນ,ຄາຖາທີ່ບໍ່ສາມາດພິສູດໄດ້ທາງວິທະຍາສາດ; 14.ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍໝາຍເຖິງການຫຼຸລູກທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະແພດ; 15.ການພະນັນທີ່ຕ້ອງຫ້າມໝາຍເຖິງການພະນັນທີ່ບໍ່ໄດ້ຮັບອະນຸຍາດ; 16.ຜູ້ພິການທາງສະໝອງໝາຍເຖິງບຸກຄົນທີ່ສູນເສຍໜ້າທີ່ການທາງມັນສະໝອງ; 17.ພະຍາດຮ້າຍແຮງໝາຍເຖິງພະຍາດທີ່ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້; 18.ເນື້ອເຫຍື້ອຂອງຄົນໝາຍເຖິງຈີວະ,ຈຸລັງຊຶ່ງລວມມີນໍ້າເຊື້ອ,ໄຂ່,ຕົວອ່ອນທີ່ປະຕິສົນທິຈາກໄຂ່ແລະນໍ້າເຊື້ອ; 19.ສະຖາບັນການເງິນໝາຍເຖິງທະນາຄານທຸລະກິດແລະສະຖາບັນການເງິນອື່ນທີ່ບໍ່ແມ່ນທະນາຄານເຊັ່ນສະຖາບັນການເງິນຈຸລະພາກ,ສະຫະກອນສິນເຊື່ອ; 20.ເຄື່ອງສິນເສິກໝາຍເຖິງເຄື່ອງຂອງສັດຕູທີ່ນໍາໃຊ້ຢູ່ໃນສົງຄາມ.

ມາດຕາ4ພ້ືນຖານຂອງຄວາມຮັບຜິດຊອບທາງອາຍາ ບຸກຄົນ,ນິຕິບຸກຄົນໃດຈະມີຄວາມຮັບຜິດຊອບທາງອາຍາແລະຈະຖືກລົງໂທດທາງອາຍາໄດ້ກໍ່ຕໍ່ເມື່ອບຸກຄົນ,ນິຕິບຸກຄົນນັ້ນຫາກມີການກະທໍາທີ່ເປັນອັນຕະລາຍຕໍ່ສັງຄົມຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ແລະກົດໝາຍສະບັບອື່ນທີ່ກໍານົດການກະທໍາຜິດທາງອາຍາແລະໂດທແລະເມື່ອມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.

ມາດຕາ5ຫຼັກການພື້ນຖານຂອງກົດໝາຍອາຍາ ຫຼັກການພື້ນຖານຂອງກົດໝາຍອາຍາມີດັ່ງນີ້: 1.ເມື່ອມີການກະທໍາຜິດຕ້ອງມີຄວາມຮັບຜິດຊອບທາງອາຍາ; 2.ມີແຕ່ຜູ້ກະທໍາຜິດເທົ່ານັັ້ນເປັນຜູ້ມີຄວາມຮັບຜິດຊອບຕໍ່ການກະທໍາຜິດຂອງຕົນ; 3.ຄວາມຮັບຜິດຊອບຂອງຜູ້ກະທໍາຜິດຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ.

ມາດຕາ6ພັນທະໃນການສະກັດກັ້ນແລະຕ້ານອາຊະຍາກໍາ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງມີພັນທະເຂົ້າຮ່ວມແລະໃຫ້ການຮ່ວມມືກັບອົງການສືບສວນ-ສອບສວນ,ອົງການໄອຍະການປະຊາຊົນ,ສານປະຊາຊົນແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງໃນການສະກັດກັ້ນແລະຕ້ານອາຊະຍາກໍາແນໃສ່ກໍາຈັດບັນດາສາເຫດແລະເງື່ອນໄຂທີ່ພາໃຫ້ເກີດມີການກະທໍາຜິດທາງອາຍາ.

ມາດຕາ7ການນໍາໃຊ້ບົດບັນຍັດໃນພາກສ່ວນທົ່ວໄປຂອງປະມານກົດໝາຍອາຍາ ບົດບັນຍັດໃນພາກທົ່ວໄປຂອງປະມວນກົດໝາຍອາຍາສະບັບນີ້ໃຫ້ນໍາໃຊ້ຕໍ່ການກະທໍາຜິດທາງອາຍາທີ່ກໍານົດໄວ້ໃນກົດໝາຍສະບັບອື່ນເຊັ່ນກັນ.

ໝວດທີ2ຂອບເຂດການນໍາໃຊ້ກົດໝາຍອາຍາ

ມາດຕາ8ການນໍາໃຊ້ກົດໝາຍອາຍາໃນດິນແດນສປປລາວ. ກົດໝາຍອາຍານໍາໃຊ້ຕໍ່ທຸກການກະທໍາຜິດທາງອາຍາທີ່ເກີດຂຶ້ນໃນດິນແດນສປປລາວ. ບຸກຄົນ,ນິຕິບຸກຄົນໃດຫາກໄດ້ກະທໍາຜິດທາງອາຍາຢູ່ໃນດິນແດນສປປລາວຕ້ອງຮັບຜິດຊອບຕາມປະມວນກົດໝາຍອາຍາຂອງສປປລາວ. ຜູ້ຕ່າງໜ້າທາງການທູດຫຼືບຸກຄົນທີ່ໄດ້ຮັບອະພິສິດທາງການທູດຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີຊຶ່ງໄດ້ກະທໍາຜິດໃນດິນແດນສປປລາວໄດ້ຮັບການແກ້ໄຂຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີຫຼືທາງການທູດ.

ມາດຕາ9ການນໍາໃຊ້ກົດໝາຍອາຍານອກດິນແດນສປປລາວ ພົນລະເມືອງລາວທີ່ໄດ້ກະທໍາຜິດທາງອາຍາຢູນອກດິນແດນສປປລາວຈະໄດ້ຮັບຜິດຊອບທາງອາຍາຖ້າວ່າການກະທໍານັ້ນຫາກໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ແລະກົດໝາຍສະບັບອື່ນທີ່ກໍານົດການກະທໍາຜິດທາງອາຍາແລະໂທດຂອງສປປລາວ. ຄົນຕ່າງດ້າວແລະຄົນທີ່ບໍ່ມີສັນຊາດທີ່ອາໄສຢູ່ສປປລາວຫາກໄດ້ກະທໍາຜິດທາງອາຍາຢູ່ນອກດິນແດນສປປລາວກໍ່ຈະໄດ້ຮັບຜິດຊອບທາງອາຍາເຊັ່ນດຽວກັນ. ຄົນຕ່າງປະເທດທີ່ໄດ້ກະທໍາຜິດຢູ່ນອກດິນແດນສປປລາວຊຶ່ງແຕະຕ້ອງເຖິງຜົນປະໂຫຍດຂອງສປປລາວ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວກໍ່ຈະໄດ້ຮັບຜິດຊອບທາງອາຍາເຊັ່ນດຽວກັນ.

ມາດຕາ10ການນໍາໃຊ້ກົດໝາຍອາຍາໃນກາລະເວລາ ກົດໝາຍອາຍານໍາໃຊ້ນັບແຕ່ວັນມີຜົນສັກສິດເປັນຕົ້ນໄປ. ກົດໝາຍໃໝ່ທີ່ກໍານົດໂທດເບົາກວ່າຫຼືລົບລ້າງການກະທໍາຜິດທາງອາຍາທີ່ກົດໝາຍເກົ່າໄດ້ກໍານົດໄວ້ນັ້ນຈະມີຜົນສັກສິດຢ້ອນຫຼັງ. ກົດໝາຍໃໝ່ທີ່ກໍານົດການກະທໍາຜິດໃໝ່ຫຼືໂທດໜັກກວ່າທີ່ກົດໝາຍເກົ່າໄດ້ກໍານົດໄວ້ຈະບໍ່ມີຜົນສັກສິດຢ້ອນຫຼັງ.

ໝວດທີ3ການກະທໍາຜິດແລະຜູ້ກະທໍາຜິດ

ມາດຕາ11ການກະທໍາຜິດ ການກະທໍາຜິດທາງອາຍາແມ່ນການກະທໍາຫຼືການເມີນເສີຍທີ່ເປັນອັນຕະລາຍຕໍ່ລະບອບການເມືອງ,ເສດຖະກິດຫຼືສັງຄົມຂອງສປປລາວ,ຜົນປະໂຫຍດຂອງລັດ,ສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງແລະການຈັດຕັ້ງ,ຊີວິດ,ສຸຂະພາບ,ກຽດສັກສີ,ສິດແລະເສລີພາບຂອງພົນລະເມືອງ,ຄວາມສະຫງົບຂອງຊາດຫຼືຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ແລະກົດໝາຍສະບັບອື່ນທີ່ກໍານົດການກະທໍາຜິດທາງອາຍາແລະໂທດ. ການກະທໍາຫຼືການເມີນເສີຍທີ່ມີອົງປະກອບຂອງການກະທໍາຜິດທາງອາຍາຢ່າງຄົບຖ້ວນແຕ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນຕໍ່າກວ່າໜຶ່ງລ້ານກີບສາມາດນໍາມາແກ້ໄຂດ້ວຍການໄກ່ເກ່ຍຫຼືດ້ວຍຮູບການອື່ນຍົກເວັ້ນການຍາດຊີງຊັບ,ການປຸ້ນຊັບ,ການກະທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນ.

ມາດຕາ12ອົງປະກອບຂອງການກະທໍາຜິດ ອົງປະກອບຂອງການກະທໍາຜິດທາງອາຍາແມ່ນບັນດາເຄື່ອງໝາຍທາງດ້ານພາວະວິໄສແລະອັດຕະວິໄສຂອງການປະພຶດທີ່ປະມວນກົດໝາຍອາຍາຖືວ່າເປັນການກະທໍາຜິດ. ການກະທໍາຜິດທາງອາຍາມີສີ່ອົງປະກອບດັ່ງນີ້: 1.ອົງປະກອບທາງດ້ານວັດຖຸກໍາ; 2.ອົງປະກອບທາງດ້ານພາວະວິໄສ; 3.ອົງປະກອບທາງດ້ານອັດຕະວິໄສ; 4.ອົງປະກອບທາງດ້ານເຈົ້າກໍາ. ອົງປະກອບທາງດ້ານວັດຖຸກໍາຂອງການກະທໍາຜິດແມ່ນສາຍພົວພັນສັງຄົມທີ່ປະມວນກົດໝາຍອາຍາຄຸ້ມຄອງແລະຖືກແຕະຕ້ອງຈາກການກະທໍາຜິດ. ອົງປະກອບທາງດ້ານພາວະວິໄສຂອງການກະທໍາຜິດແມ່ນບັນດາເຄື່ອງໝາຍພາຍນອກຂອງພຶດຕິກໍາທີ່ໄດ້ສ້າງຫຼືແນໃສ່ສ້າງຄວາມເສຍຫາຍໃຫ້ແກ່ສາຍພົວພັນສັງຄົມທີ່ປະມວນກົດໝາຍອາຍາຄຸ້ມຄອງລວມທັງວັນເວລາ,ສະຖານທີ່,ພາຫະນະ,ອຸປະກອນ,ສະພາບແລະວິທີກະທໍາຜິດ. ອົງປະກອບທາງດ້ານອັດຕະວິໄສຂອງການກະທໍາຜິດແມ່ນບັນດາເຄື່ອງໝາຍຕ່າງໆທາງດ້ານທັດສະນະ,ແນວຄິດຂອງຜູ້ກະທໍາຜິດຕໍ່ການປະພຶດຂອງຕົນທີ່ສະແດງອອກພາຍນອກໂດຍຜ່ານພຶດຕິກໍາ. ອົງປະກອບທາງດ້ານເຈົ້າກໍາຂອງການກະທໍາຜິດແມ່ນຜູ້ກະທໍາຜິດຊຶ່ງຕ້ອງແມ່ນນິຕິບຸກຄົນຫຼືບຸກຄົນທີ່ມີສະຕິສໍາປະຊັນຍະ,ບໍ່ເປັນຄົນບ້າເສຍຈິດແລະເຖິງກະສຽນອາຍຸທາງອາຍາສິບຫ້າປີຂຶ້ນໄປ.

ມາດຕາ13ສະຖານການກະທໍາຜິດ ການກະທໍາຜິດແບ່ງອອກເປັນສາມສະຖານດັ່ງນີ້: 1.ລະຫຸໂທດແມ່ນການກະທໍາຜິດທີ່ກົດໝາຍກໍານົດໂທດຕໍານິວິຈານຫຼືໂທດປັບໃໝ; 2.ໂທສານຸໂທດແມ່ນການກະທໍາຜິດທີ່ກົດໝາຍກໍານົດໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດຕັດອິດສະລະພາບແຕ່ສາມເດືອນຫາສິບປີແລະໂທດປັບໃໝ; 3.ຄະຣຸໂທດແມ່ນການກະທໍາຜິດທີ່ກົດໝາຍກໍານົດໂທດຕັດອິດສະລະພາບແຕ່ຫ້າປີຂຶ້ນໄປຫາຕະຫຼອດຊີວິດພ້ອມທັງປັບໃໝແລະໂທດປະຫານຊີວິດ.

ມາດຕາ14ການກະທໍາຜິດໂດຍເຈດຕະນາ ການກະທໍາຜິດໂດຍເຈດຕະນາແມ່ນການກະທໍາຫຼືການເມີນເສີຍຊຶ່ງຜູ້ກະທໍາຜິດຮູ້ວ່າການກະທໍາຫຼືການເມີນເສີຍຂອງຕົນເປັນອັນຕະລາຍຕໍ່ສັງຄົມແລະກໍ່ຄາດຄະເນໄດ້ເຖິງຜົນສະທ້ອນຂອງມັນແຕ່ຈົງໃຈເຮັດຫຼືປະປ່ອຍໃຫ້ເກີດຂຶ້ນ.

ມາດຕາ15ການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງ ການກະທໍາຜິດດ້ວຍຄວາມບໍ່ລະວັງແມ່ນການກະທໍາຫຼືການເມີນເສີຍຊຶ່ງຜູ້ກະທໍາຜິດຄາດຄະເນໄດ້ວ່າມັນອາດສ້າງຜົນສະທ້ອນທີ່ເປັນອັນຕະລາຍຕໍ່ສັງຄົມແຕ່ຖືເບົາແລະເຊື່ອວ່າມັນຈະບໍ່ເກີດຂຶ້ນຫຼືບໍ່ຄາດຄະເນໄດ້ວ່າຜົນສະທ້ອນດັ່ງກ່າວຈະເກີດຂຶ້ນທັງໆທີ່ຕົນຕ້ອງຄາດຄະເນແລະສາມາດຄາດຄະເນໄດ້.

ມາດຕາ16ການກະທໍາຜິດຫຼາຍສະຖານ ການກະທໍາຜິດຫຼາຍສະຖານແມ່ນການກະທໍາຜິດຂອງບຸກຄົນໃດໜຶ່ງແຕ່ສອງຢ່າງຂຶ້ນໄປດ້ວຍການກະທໍາອັນດຽວຫຼືຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາຂອງກົດໝາຍອາຍາຊຶ່ງຈະຖືກຕັດສິນພ້ອມກັນໃນສານດຽວກັນ.

ມາດຕາ17ການກະທໍາຜິດຊໍ້າ ການກະທໍາຜິດຊໍ້າແມ່ນການກະທໍາຜິດແຕ່ສອງຢ່າງຂຶ້ນໄປໃນຖານການກະທໍາຜິດດຽວກັນຫຼືຄ້າຍຄືກັນຊຶ່ງການກະທໍາຜິດແຕ່ລະຢ່າງບໍ່ທັນຖືກສານຕັດສິນມາກ່ອນແລະຈະຖືກຕັດສິນພ້ອມກັນໃນສານດຽວກັນ.

ມາດຕາ18ການກະທໍາຜິດຊ້ອນ ການກະທໍາຜິດຊ້ອນແມ່ນການກະທໍາຜິດແຕ່ສອງຢ່າງຂຶ້ນໄປໃນຖານການກະທໍາຜິດແຕກຕ່າງກັນຊຶ່ງການກະທໍາຜິດແຕ່ລະຢ່າງບໍ່ທັນຖືກສານຕັດສິນມາກ່ອນແລະຈະຖືກຕັດສິນພ້ອມກັນໃນສານດຽວກັນ.

ມາດຕາ19ການກະທໍາຜິດທີ່ມີການຈັດຕັ້ງເປັນກຸ່ມ ການກະທໍາຜິດທີ່ມີການຈັດຕັ້ງເປັນກຸ່ມແມ່ນການກະທໍາຜິດຂອງກຸ່ມຄົນແຕ່ສາມຄົນຂຶ້ນໄປຊຶ່ງມີການຈັດຕັ້ງໃນກໍານົດເວລາໃດໜຶ່ງແລະມີການວາງແຜນເພື່ອກະທໍາຜິດໃນສະຖານໂທສານຸໂທດຂຶ້ນໄປ.

ມາດຕາ20ການກະທໍາຜິດເປັນອາຈິນ ການກະທໍາຜິດເປັນອາຈິນແມ່ນການກະທໍາຜິດໃນສະຖານດຽວກັນຫຼືຄ້າຍຄືກັນແຕ່ສາມຄັ້ງຂຶ້ນໄປຊຶ່ງສານຍັງບໍ່ທັນໄດ້ນໍາມາພິຈາລະນາຕັດສິນ.

ມາດຕາ21ການກະທໍາຜິດທີ່ບໍ່ເຂັດຫຼາບ ການກະທໍາຜິດທີ່ບໍ່ເຂັດຫຼາບແມ່ນການກະທໍາຜິດຂອງຜູ້ທີ່ໄດ້ຖືກຕັດສິນລົງໂທດຕັດອິດສະລະພາບຍ້ອນການກະທໍາຜິດໂດຍເຈດຕະນາຊຶ່ງໄດ້ກະທໍາຜິດໃໝ່ໂດຍເຈດຕະນາອີກໃນເວລາປະຕິບັດໂທດຫຼືໄດ້ກະທໍາຜິດໃໝ່ໂດຍເຈດຕະນາອີກໃນສະຖານດຽວກັນຫຼືຄ້າຍຄືກັນພາຍໃນກໍານົດເວລາດັ່ງນີ້: 1.ໜຶ່ງປີສໍາລັບໂທດຖານລະຫຸໂທດ; 2.ຫ້າປີສໍາລັບໂທດຖານໂທສານຸໂທດ; 3.ເຈັດປີສໍາລັບໂທດຖານຄະຣູໂທດ.

ມາດຕາ22ການກະກຽມໃຫ້ແກ່ການກະທໍາຜິດ ການກະກຽມໃຫ້ແກ່ການກະທໍາຜິດແມ່ນການຫ້າງຫາພາຫະນະ,ອຸປະກອນ,ການສ້າງເງື່ອນໄຂຫຼືປັດໄຈອື່ນໃຫ້ແກ່ການກະທໍາຜິດໂດຍເຈດຕະນາ. ການກະກຽມໃຫ້ແກ່ການກະທໍາຜິດຈະຖືກລົງໂທດໄດ້ກໍ່ຕໍ່ເມື່ອຫາກເປັນອັນຕະລາຍຕໍ່ສັງຄົມຊຶ່ງໄດ້ກໍານົດໄວ້ໃນກົດໝາຍອາຍາເທົ່ານັ້ນ. ການກະກຽມໃຫ້ແກ່ການກະທໍາຜິດຖານໂທສານຸໂທດຫຼືຄະຣຸໂທດຈະຖືກລົງໂທດຕາມມາດຕາທີ່ກໍານົດໂທດໃສ່ການກະທໍາຜິດທີ່ກ່ຽວຂ້ອງ. ການກະກຽມໃຫ້ແກ່ການກະທໍາຜິດຖານລະຫຸໂທດຈະບໍ່ຖືກລົງໂທດ.

ມາດຕາ23ຄວາມພະຍາຍາມກໍ່ການກະທໍາຜິດ ຄວາມພະຍາຍາມກໍ່ການກະທໍາຜິດແມ່ນການລົງມືກະທໍາຜິດສ່ວນໃດສ່ວນໜຶ່ງໂດຍເຈດຕະນາແຕ່ຍ້ອນມີສາເຫດນອກຕົວມາຂັດຂວາງຊຶ່ງພາໃຫ້ການກະທໍາຜິດນັ້ນບໍ່ສໍາເລັດຜົນ. ຄວາມພະຍາຍາມກໍ່ການກະທໍາຜິດຈະຖືກລົງໂທດໄດ້ກໍ່ຕໍ່ເມື່ອຫາກເປັນອັນຕະລາຍຕໍ່ສັງຄົມຊຶ່ງໄດ້ກໍານົດໄວ້ໃນກົດໝາຍອາຍາເທົ່ານັ້ນ. ຄວາມພະຍາຍາມກໍ່ການກະທໍາຜິດຈະຖືກລົງໂທດຕາມມາດຕາທີ່ກໍານົດໂທດໃສ່ການກະທໍາຜິດທີ່ກ່ຽວຂ້ອງ. ຄວາມພະຍາຍາມກໍ່ການກະທໍາຜິດຖານລະຫຸໂທດຈະບໍ່ຖືກລົງໂທດ.

ມາດຕາ24ການເລີກລົ້ມການກະທໍາຜິດດ້ວຍຄວາມສະໝັກໃຈ ບຸກຄົນໃດຫາກໄດ້ຢຸດເຊົາການກະທໍາຜິດຂອງຕົນດ້ວຍຄວາມສະໝັກໃຈໂດຍບໍ່ສືບຕໍ່ການກະທໍາຜິດນັ້ນໃຫ້ສໍາເລັດຜົນຈະຢູ່ໃນໄລຍະຂອງການກະກຽມຫຼືຄວາມພະຍາຍາມກໍ່ຕາມບຸກຄົນນັ້ນກໍ່ຈະບໍ່ມີຄວາມຮັບຜິດຊອບທາງອາຍາເວັ້ນເສຍແຕ່ການກະທໍານັ້ນຫາກເປັນການກະທໍາຜິດອື່ນ.

ມາດຕາ25ຜູ້ກະທໍາຜິດ ຜູ້ກະທໍາຜິດແມ່ນບຸກຄົນຫຼືນິຕິບຸກຄົນໃດໜຶ່ງທີ່ມີການກະທໍາຫຼືການເມີນເສີຍຊຶ່ງເປັນອັນຕະລາຍຕໍ່ສັງຄົມແລະມີອົງປະກອບຂອງການກະທໍາຜິດຕາມທີ່ໄດ້ກໍານົດໄວ້ໃນປະມວນກົດໝາຍສະບັບນີ້.

ມາດຕາ26ການຮ່ວມກັນກະທໍາຜິດ ການຮ່ວມກັນກະທໍາຜິດແມ່ນການເຂົ້າຮ່ວມການກະທໍາຜິດໂດຍເຈດຕະນາແຕ່ສອງຄົນຂຶ້ນໄປ. ບັນດາຜູ້ຮ່ວມກັນກະທໍາຜິດມີດັ່ງນີ້: 1.ຕົວການ; 2.ຜູ້ປະຕິບັດ; 3.ຜູ້ຍຸຍົງ; 4.ຜູ້ສົມຮູ້ຮ່ວມຄິດ.

ມາດຕາ27ຕົວການ ຕົວການແມ່ນຜູ້ວາງແຜນ,ຈັດຕັ້ງແລະບັນຊາການກະທໍາຜິດ.

ມາດຕາ28ຜູ້ປະຕິບັດ ຜູ້ປະຕິບັດແມ່ນຜູ້ລົງມືກະທໍາຜິດໂດຍກົງ

ມາດຕາ29ຜູ້ຍຸຍົງ ຜູ້ຍຸຍົງແມ່ນຜູ້ຍຸແຍ່,ປຸກລະດົມ,ຊຸກຍູ້ຜູ້ອື່ນໃຫ້ກະທໍາຜິດ.

ມາດຕາ30ຜູ້ສົມຮູ້ຮ່ວມຄິດ ຜູ້ສົມຮູ້ຮ່ວມຄິດແມ່ນຜູ້ໃຫ້ການຊ່ວຍເຫຼືອໂດຍເຈດຕະນາໃນການກະທໍາຜິດຫຼືໃຫ້ຄໍາໝັ້ນສັນຍາລ່ວງໜ້າວ່າຈະຊຸກເຊື່ອງ,ປົກປິດຜູ້ກະທໍາຜິດ,ພາຫະນະ,ອຸປະກອນໃນການກະທໍາຜິດ,ຈະລົບລ້າງຮ່ອງຮອຍຂອງການກະທໍາຜິດຫຼືຊຸກເຊື່ອງສິ່ງຂອງທີ່ຈະໄດ້ມາຈາກການກະທໍາຜິດ.

ໝວດທີ4ອາຍຸຄວາມໃນການຮ້ອງຟ້ອງທາງອາຍາແລະການພົ້ນຈາກຄວາມຮັບຜິດຊອບທາງອາຍາ

ມາດຕາ31ອາຍຸຄວາມໃນການຮ້ອງຟ້ອງທາງອາຍາ ອາຍຸຄວາມໃນການຮ້ອງຟ້ອງທາງອາຍາແມ່ນກໍານົດເວລາໃນການຮ້ອງຟ້ອງທາງອາຍາຊຶ່ງກໍານົດໄວ້ໃນປະມວນກົດໝາຍອາຍາ,ຖ້າຫາກກາຍກໍານົດເວລາດັ່ງກ່າວກໍ່ຈະບໍ່ສາມາດຮ້ອງຟ້ອງທາງອາຍາຕໍ່ການກະທໍາຜິດໄດ້. ອາຍຸຄວາມໃນການຮ້ອງຟ້ອງທາງອາຍາມີດັ່ງນີ້: 1.ໜຶ່ງປີສໍາລັບການກະທໍາຜິດໃນສະຖານລະຫຸໂທດ; 2.ເຈັດປີສໍາລັບການກະທໍາຜິດໃນສະຖານໂທສານຸໂທດ; 3.ສິບຫ້າປີສໍາລັບການກະທໍາຜິດໃນສະຖານຄະຣຸໂທດ. ອາຍຸຄວາມໃນການຮ້ອງຟ້ອງອາຍາໃຫ້ນັບແຕ່ວັນໄດ້ກະທໍາຜິດເປັນຕົ້ນໄປ.ໃນກໍລະນີທີ່ໄດ້ມີການກະທໍາຜິດເທື່ອໃໝ່ພາຍໃນກໍານົດອາຍຸຄວາມຂອງການກະທໍາຜິດເທື່ອກ່ອນນັ້ນອາຍຸຄວາມໃນການຮ້ອງຟ້ອງດັ່ງກ່າວໃຫ້ນັບແຕ່ວັນກະທໍາຜິດເທື່ອໃໝ່ເປັນຕົ້ນໄປ.ໃນກໍລະນີທີ່ໄດ້ຫຼົບຫຼີກຈາກການດໍາເນີນຄະດີຈະນັບແຕ່ວັນຜູ້ກະທໍາຜິດໄດ້ເຂົ້າມາສະເໜີຕົວຫຼືຖືກຈັບຕົວເປັນຕົ້ນໄປ.

ມາດຕາ32ການບໍ່ນໍາໃຊ້ອາຍຸຄວາມໃນການຮ້ອງຟ້ອງທາງອາຍາ ອາຍຸຄວາມໃນການຮ້ອງຟ້ອງທາງອາຍາທີ່ໄດ້ກໍານົດໄວ້ໃນມາດຕາ31ຂອງປະມວນກົດໝາຍສະບັບນີ້ຈະບໍ່ນໍາໃຊ້ຕໍ່ການກະທໍາຜິດໃນສະຖານການດັບສູນເຊື້ອຊາດແລະການກະທໍາຜິດຕໍ່ຄວາມສະຫງົບຂອງຊາດຕາມທີ່ໄດ້ກໍານົດໄວ້ໃນໝວດທີ1ພາກທີ2ຂອງປະມວນກົດໝາຍສະບັບນີ້ຍົກເວັ້ນການກະທໍາຜິດໃນສະຖານການປອມແປງເງິນຫຼືການໃຊ້ເງິນປອມແລະການຟອກເງິນ.

ມາດຕາ33ສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາ ສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາມີດັ່ງນີ້: 1.ການໝົດອາຍຸຄວາມໃນການຮ້ອງຟ້ອງ; 2.ການຖືກບັງຄັບແລະການຖືກຂົ່ມຂູ່; 3.ການປ້ອງກັນຕົວ; 4.ສະພາວະທີ່ຈໍາເປັນ; 5.ການປະຕິບັດໜ້າທີ່ຕາມວິຊາຊີບ; 6.ການປະຕິບັດຕາມຄໍາສັ່ງ; 7.ການຫຼິ້ນກິລາ; 8.ການກະທໍາຜິດຊຶ່ງຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ.

ມາດຕາ34ການໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາ ການໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາແມ່ນການສິ້ນສຸດກໍານົດເວລາໃນການຮ້ອງຟ້ອງຕາມທີ່ໄດ້ກໍານົດໄວ້ໃນມາດຕາ31ຂອງປະມວນກົດໝາຍສະບັບນີ້. ການໝົດອາຍຸຄວາມໃນການຮ້ອງຟ້ອງທາງອາຍາເປັນສາເຫດທີ່ພາໃຫ້ຄວາມຮັບຜິດຊອບທາງອາຍາຕົກໄປ.

ມາດຕາ35ການຖືກບັງຄັບແລການຖືກຂົ່ມຂູ່ ບຸກຄົນໃດຫາກໄດ້ກະທໍາຜິດດ້ວຍການຖືກບັງຄັບຫຼືການຖືກຂົ່ມຂູ່ຊຶ່ງຕົນບໍ່ສາມາດຫຼີກລ້ຽງໄດ້ຈະບໍ່ມີຄວາມຮັບຜິດຊອບທາງອາຍາ. ໃນກໍລະນີທີ່ການກະທໍານັ້ນຫາກເປັນການກະທໍາຜິດຖານຄະຣຸໂທດການຖືກບັງຄັບຫຼືການຖືກຂົ່ມຂູ່ເປັນພຽງແຕ່ສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາເທົ່ານັ້ນ.

ມາດຕາ36ການປ້ອງກັນຕົວ ການປ້ອງກັນຕົວແມ່ນການກະທໍາຂອງບຸກຄົນໃດໜຶ່ງທີ່ກໍ່ຂຶ້ນເພື່ອປົກປ້ອງຜົນປະໂຫຍດຂອງລັດຫຼືຂອງສັງຄົມ,ຊີວິດ,ສຸຂະພາບ,ສິດແລະຜົນປະໂຫຍດອັນຊອບທໍາຂອງຕົນເອງຫຼືຂອງບຸກຄົນອື່ນ,ເພື່ອຕ້ານການບຸກລຸກທີ່ເປັນອັນຕະລາຍຕໍ່ສັງຄົມແຕ່ການບຸກລຸກນັ້ນຕ້ອງມີຈິງແລະເປັນອັນຕະລາຍແທ້.ການປ້ອງກັນຕົວຕ້ອງກະທໍາໃນເວລາທີ່ມີການບຸກລຸກແລະບໍ່ໃຫ້ເກີນຂອບເຂດຂອງການບຸກລຸກນັ້ນ.

ມາດຕາ37ສະພາວະທີ່ຈໍາເປັນ ສະພາວະທີ່ຈໍາເປັນແມ່ນການກະທໍາດ້ວຍຄວາມຈໍາເປັນຂອງບຸກຄົນໃດໜຶ່ງເພື່ອຫຼີກເວັ້ນໄພອັນຕະລາຍທີ່ຂົ່ມຂູ່ຜົນປະໂຫຍດຂອງລັດຫຼືຂອງສັງຄົມ,ຊີວິດ,ສຸຂະພາບ,ສິດແລະຜົນປະໂຫຍດອັນຊອບທໍາຂອງຕົນເອງຫຼືຂອງບຸກຄົນອື່ນແລະເມື່ອໄພອັນຕະລາຍດັ່ງກ່າວຫາກບໍ່ສາມາດຫຼີກເວັ້ນໄດ້ດ້ວຍວິທີອື່ນແລະບໍ່ເກີດຈາກການກະທໍາຂອງຕົນເອງແຕ່ຜັນເສຍຫາຍທີ່ເກີດຈາກການກະທໍານັ້ນຕ້ອງໜ້ອຍກວ່າຜົນເສຍຫາຍທີ່ຈະເກີດຂຶ້ນຈາກໄພອັນຕະລາຍ.

ມາດຕາ38ການປະຕິບັດໜ້າທີ່ຕາມວິຊາຊີບ ການປະຕິບັດໜ້າທີ່ຈະເປັນສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໄດ້ກໍ່ຕໍ່ເມື່ອມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ການກະທໍາຕ້ອງຢູ່ໃນຂອບເຂດສິດແລະໜ້າທີ່ຂອງຕົນ; 2.ການກະທໍາຕ້ອງຖືກຕ້ອງຕາມວິຊາສະເພາະແລະກົດໝາຍ.

ມາດຕາ39ການປະຕິບັດຄໍາສັ່ງ ການປະຕິບັດຄໍາສັ່ງຈະຖືເປັນສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໄດ້ກໍ່ຕໍ່ເມື່ອມີເງື່ອນໄຂຄົບຖ້ວນດັ່ງນີ້: 1.ຕ້ອງເປັນຄໍາສັ່ງຈາກຜູ້ມີສິດແລະໜ້າທີ່ອອກຄໍາສັ່ງນັ້ນ; 2.ຄໍາສັ່ງນັ້ນຕ້ອງຖືກຕ້ອງຕາມກົດໝາຍ; 3.ຜູ້ປະຕິບັດຄໍາສັ່ງຕ້ອງມີສິດແລະໜ້າທີ່ປະຕິບັດຄໍາສັ່ງນັ້ນ; 4.ຜູ້ປະຕິບັດຄໍາສັ່ງຕ້ອງປະຕິບັດໃນຂອບເຂດຂອງຄໍາສັ່ງແລະຖືກຕ້ອງຕາມກົດໝາຍ.

ມາດຕາ40ການຫຼິ້ນກິລາ ການຫຼິ້ນກິລາຈະເປັນສາເຫດທີ່ພາໃຫ້ພົ້ນຈາກຄວາມຮັບຜິດຊອບທາງອາຍາໄດ້ກໍ່ຕໍ່ເມື່ອການຫຼິ້ນກິລານັ້ນຫາກຢູ່ໃນຂອບເຂດກະຕິກາຂອງກິລາດັ່ງກ່າວ.

ມາດຕາ41ການກະທໍາຜິດຊຶ່ງຈໍາເປັນຕ້ອງມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍ ໃນກໍລະນີທີ່ການກະທໍາຜິດຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຖ້າວ່າບໍ່ມີຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍກໍ່ຈະດໍາເນີນຄະດີບໍ່ໄດ້. ການກະທໍາຜິດທີ່ບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມຊຶ່ງຈໍາເປັນຕ້ອງມີຄໍາຮ້ອງຂອງຜູ້ຖືກເສຍຫາຍມີດັ່ງນີ້: 1.ການທໍາຮ້າຍຮ່າງກາຍລະຫວ່າງຍາດໃກ້ຊິດທີ່ບໍ່ມີການບາດເຈັບສາຫັດຫຼືບໍ່ເສຍອົງຄະຍົກເວັ້ນການທໍາຮ້າຍຮ່າງກາຍແມ່ຍິງແລະເດັກ,ຜູ້ມີອາຍຸແຕ່ຫົກສິບປີຂຶ້ນໄປຫຼືຜູ້ເສຍອົງຄະຫຼືການກະທໍາຜິດເປັນອາຈິນຫຼືການກະທໍາຜິດບໍ່ເຂັດຫຼາບ; 2.ການນິນທາ,ການໃສ່ຮ້າຍ,ການປ້ອຍດ່າ,ການໝິ່ນປະໝາດຊາກສົບຫຼືຊື່ສຽງຂອງຜູ້ຕາຍ; 3.ການທໍາມະສະຈານ; 4.ການກະທໍາຜິດຕໍ່ກໍາມະສິດສວນຕົວຂອງຍາດໃກ້ຊິດ; 5.ການລ່ວງລະເມີດເຄຫະສະຖານແລະການລ່ວງລະເມີດຄວາມລັບສ່ວນຕົວ. ການຖອນຄໍາຮ້ອງຟ້ອງຂອງຜູ້ຖືກເສຍຫາຍກໍ່ພາໃຫ້ການດໍາເນີນຄະດີຢຸດຕິລົງ.

ໝວດທີ5ໂທດ

ມາດຕາ42ໂທດ ໂທດແມ່ນມາດຕະການບັງຄັບຂອງລັດທີ່ກໍານົດໄວ້ໃນກົດໝາຍອາຍາ,ນໍາໃຊ້ເພື່ອຈໍາກັດສິດ,ຕັດສິດແລະຜົນປະໂຫຍດຂອງຜູ້ກະທໍາຜິດ.

ມາດຕາ43ຈຸດປະສົງຂອງການລົງໂທດ ການລົງໂທດບໍ່ພຽງແຕ່ຈະມີຈຸດປະສົງລົງໂທດຜູ້ກະທໍາຜິດເທົ່ານັ້ນແຕ່ຫາກຍັງມີຈຸດປະສົງເພື່ອດັດສ້າງແລະສຶກສາອົບຮົມຜູ້ຖືກລົງໂທດໃຫ້ມີຈິດໃຈບໍລິສຸດຕໍ່ການອອກແຮງງານ,ໃຫ້ປະຕິບັດກົດໝາຍຢ່າງຖືກຕ້ອງແລະເຄັ້ງຄັດ,ໃຫ້ເຄົາລົບລະບຽບການດໍາລົງຊີວິດຂອງສັງຄົມພ້ອມທັງເປັນການປ້ອງກັນບໍ່ໃຫ້ການກະທໍາຜິດເທື່ອໃໝ່ເກີດຂຶ້ນສໍາລັບຜູ້ຖືກຕັດສິນລົງໂທດແລະບຸກຄົນອື່ນອີກດ້ວຍ. ການລົງໂທດບໍ່ມີຈຸດປະສົງຈະກໍ່ຄວາມທຸກທໍລະມານແກ່ຮ່າງກາຍຫຼືຢຽບຢໍ່າກຽດສັກສີຂອງມະນຸດ.

ມາດຕາ44ປະເພດໂທດ ໂທດປະກອບດ້ວຍໂທດຕົ້ນຕໍ,ໂທດເພີ່ມແລະໂທດທາງເລືອກ. ໂທດຕົ້ນຕໍມີດັ່ງນີ້: 1.ໂທດຕໍານິວິຈານ; 2.ໂທດປັບໃໝ; 3.ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ; 4.ໂທດເນລະເທດ; 5.ໂທດຕັດອິດສະລະພາບທີ່ມີກໍານົດ; 6.ໂທດຕັດອິດສະລະພາບຕະຫຼອດຊີວິດ; 7.ໂທດປະຫານຊີວິດ. ໂທດເພີ່ມມີດັ່ງນີ້: 1.ໂທດປັບໃໝໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; 2.ໂທດຮິບຊັບ; 3.ໂທດຮິບວັດຖຸສິ່ງຂອງ; 4.ໂທດປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ; 5.ໂທດຈໍາກັດທີ່ຢູ່; 6.ໂທດເນລະເທດໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; 7.ໂທດຟື້ນຟູຄືນ; 8.ໂທດຖອນໃບອະນຸຍາດ; 9.ໂທດຫ້າມດໍາລົງຕໍາແໜ່ງຫຼືປະກອບອາຊີບໃດໜຶ່ງຫຼືຖອນຫຼຽນຫຼືປົດນາມມະຍົດ. ສໍາລັບການກະທໍາຜິດຖານໂທສານຸໂທດສານສາມາດລົງໂທດໜຶ່ງຫຼືສອງໂທດເພີ່ມແທນໂທດຕົ້ນຕໍ. ໂທດທາງເລືອກມີດັ່ງນີ້: 1.ໂທດອອກແຮງງານເພື່ອສາທາລະນະ; 2.ໂທດຈໍາກັດບໍລິເວນ. ສານອາດຈໍາໃຊ້ໂທດທາງເລືອກແທນໂທດຕົ້ນຕໍຫຼືໂທດເພີ່ມຫຼືນໍາໃຊ້ແທນທັງສອງໂທດນັ້ນກໍ່ໄດ້.

ມາດຕາ45ໂທດຕໍານິວິຈານ ໂທດຕໍານິວິຈານແມ່ນການຕໍານິວິຈານຜູ້ກະທໍາຜິດໃນທີ່ປະຊຸມສານ,ໃນກໍລະນີຈໍາເປັນກໍ່ອາດຈະເອົາຄໍາຕັດສິນຂອງສານລົງໃນໜ້າໜັງສືພິມຫຼືນໍາໃຊ້ວິທີການອື່ນກໍ່ໄດ້.

ມາດຕາ46ໂທດປັບໃໝ ໂທດປັບໃໝແມ່ນໂທດທາງດ້ານການເງິນຊຶ່ງແມ່ນສານເປັນຜູ້ວາງຕາມກໍລະນີແລະຂອບເຂດທີ່ກົດໝາຍກໍານົດໄວ້,ສໍາລັບຈໍານວນເງິນທີ່ຈະປັບໃໝນັ້ນສານຕ້ອງອີງໃສ່ລະດັບຄວາມເປັນອັນຕະລາຍຂອງການກະທໍາຜິດ,ສະພາບທາງດ້ານຊັບສິນຂອງຜູ້ກະທໍາຜິດ,ຄ່າຄອງຊີບໃນແຕ່ລະໄລຍະ,ເງິນທີ່ໄດ້ຈາກການປັບໃໝຕ້ອງມອບເຂົ້າງົບປະມານແຫ່ງລັດ. ຄ່າປັບໃໝສາມາດຈ່າຍເທື່ອດຽວຫຼືຈ່າຍເປັນງວດພາຍໃນກໍານົດເວລາຕາມຄໍາຕັດສິນຂອງສານ.ໃນກໍລະນີທີ່ຜູ້ກະທໍາຜິດຫາກບໍ່ສາມາດເສຍຄ່າປັບໃໝໄດ້ໃນເວລານັ້ນສານສາມາດປ່ຽນໂທດປັບໃໝມາເປັນໂທດອອກແຮງງານເພື່ອສາທາລະນະຫຼືໂທດດັດສ້າງໂດຍບໍ່ຕັດອິດສະລະພາບ.ໃນກໍລະນີທີ່ຜູ້ກະທໍາຜິດຫາກບໍ່ສາມາດເສຍຄ່າປັບໃໝຕາມຄໍາຕັດສິນຂອງສານພາຍຫຼັງໄດ້ປະຕິບັດໂທດຕັດອິດສະລະພາບສໍາເລັດແລ້ວສານສາມາດປ່ຽນໂທດປັບໃໝນັ້ນມາເປັນໂທດອອກແຮງງານເພື່ອສາທາລະນະຫຼືໂທດດັດສ້າງໂດຍບໍ່ຕັດອິດສະລະພາບ. ຫ້າມເອົາໂທດປັບໃໝມາເປັນໂທດຕັດອິດສະລະພາບແລະຫ້າມເອົາໂທດຕັດອິດສະລະພາບມາເປັນໂທດປັບໃໝໃນກໍລະນີການກະທໍາຜິດທີ່ກົດໝາຍກໍານົດໂທດຕັດອິດສະລະພາບເກີນກວ່າສາມປີຂຶ້ນໄປ. ສໍາລັບການກະທໍາຜິດກ່ຽວກັບເສດຖະກິດແລະການເງິນທີ່ກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າສາມປີລົງມາຍົກເວັ້ນການກະທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນນັ້ນສາມາດລົງໂທດປັບໃໝເປັນໂທດຕົ້ນຕໍສາມປີລົງມາຍົກເວັ້ນການກະທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນນັ້ນສາມາດລົງໂທດປັບໃໝເປັນໂທດຕົ້ນຕໍ;ແຕ່ຖ້າຜູ້ກະທໍາຜິດຫາກບໍ່ສາມາດປະຕິບັດໂທດປັບໃໝໄດ້ສານກໍ່ຈະຕັດສິນລົງໂທດຕັດອິດສະລະພາບແທນໂດຍຄິດໄລ່ໂທດຕັດອິດສະລະພາບໜຶ່ງວັນເທົ່າກັບຄ່າແຮງງານຕໍ່າສຸດຕໍ່ວັນຂອງຜູ້ອອກແຮງງານ.

ມາດຕາ47ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ ໂທດດັດສ້າງໂດຍບໍ່ຕັດອິດສະລະພາບແມ່ນໂທດທີ່ລົງໃສ່ຜູ້ກະທໍາຜິດດ້ວຍການປະໃຫ້ຜູ້ກ່ຽວສືບຕໍ່ອອກແຮງງານຢູ່ບ່ອນເຮັດວຽກເດີມຫຼືຢູ່ບ່ອນອື່ນໂດຍຫັກເອົາແຕ່ຫ້າຫາຊາວສ່ວນຮ້ອຍຂອງຄ່າແຮງງານທັງໝົດຂອງຜູ້ກະທໍາຜິດເຂົ້າເປັນລາຍຮັບຂອງລັດຕາມຄໍາຕັດສິນຂອງສານ. ໂທດດັດສ້າງໂດຍບໍ່ຕັດອິດສະລະພາບທີ່ຈະລົງໃສ່ຜູ້ກະທໍາຜິດນັ້ນບໍ່ໃຫ້ເກີນໜຶ່ງປີຯ

ມາດຕາ48ໂທດເນລະເທດ ໂທດເນລະເທດແມ່ນໂທດທີ່ສານວາງໃສ່ຜູ້ກະທໍາຜິດທີ່ເປັນຄົນຕ່າງປະເທດໃຫ້ອອກຈາກດິນແດນສປປລາວເປັນເວລາສິບປີຂຶ້ນໄປ.ສານອາດຈໍາໃຊ້ໂທດເນລະເທດເປັນໂທດຕົ້ນຕໍຫຼືໂທດເພີ່ມຕາມແຕ່ລະກໍລະນີ.ໂທດເນລະເທດນີ້ຈະວາງໃສ່ການກະທໍາຜິດຖານໂທສານຸໂທດທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະການກະທໍາຜິດຖານຄະຣຸໂທດ.

ມາດຕາ49ໂທດຕັດອິດສະລະພາບທີ່ມີກໍານົດ ໂທດຕັດອິດສະລະພາບທີ່ມີກໍານົດແມ່ນໂທດຕັດອິດສະລະພາບທີ່ມີກໍານົດເວລາແຕ່ສາມເດືອນຫາຊາວປີຊຶ່ງຜູ້ຖືກຕັດສິນຕ້ອງປະຕິບັດໃນຄ້າຍຄຸມຂັງ.

ມາດຕາ50ໂທດຕັດອິດສະລະພາບຕະຫຼອດຊີວິດ ໂທດຕັດອິດສະລະພາບຕະຫຼອດຊີວິດແມ່ນໂທດຕັດອິດສະລະພາບໂດຍບໍ່ມີກໍານົດເວລາ,ນໍາໃຊ້ຕໍ່ບຸກຄົນທີ່ກະທໍາຜິດຮ້າຍແຮງເປັນພິເສດແຕ່ບໍ່ເຖິງຂັ້ນລົງໂທດປະຫານຊີວິດ. ຫ້າມລົງໂທດຕັດອິດສະລະພາບຕະຫຼອດຊີວິດໃສ່ຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີແລະຜູ້ຍິງທີ່ຖືກພາໃນເວລາກະທໍາຜິດໂດຍໃຫ້ລົງໂທດຕັດອິດສະລະພາບທີ່ມີກໍານົດຊາວປີ.

ມາດຕາ51ໂທດປະຫານຊີວິດ ໂທດປະຫານຊີວິດແມ່ນມາດຕະການພິເສດຂອງການລົງໂທດທີ່ລົງໃສ່ຜູ້ກະທໍາຜິດໃນສະຖານໜັກເປັນພິເສດຊຶ່ງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາສະບັບນີ້ແລະກົດໝາຍສະບັບອື່ນທີ່ກໍານົດການກະທໍາຜິດທາງອາຍາແລະໂທດ. ການປະຫານຊີວິດໃຫ້ປະຕິບັດດ້ວຍການຍິງເປົ້າ. ຫ້າມລົງໂທດປະຫານຊີວິດໃສ່ຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີ,ຜູ້ຍິງທີ່ຖືພາ,ແມ່ທີ່ລ້ຽງລູກນ້ອຍອາຍຸແຕ່ສາມປີລົງມາ,ຜູ້ທີ່ມີອາຍຸແຕ່ຫົກສິບປີຂຶ້ນໄປແລະຜູ້ພິການທາງສະໝອງໃນເວລາກະທໍາຜິດຫຼືໃນເວລາຕັດສິນຫຼືໃນເວລາປະຕິບັດໂທດໂດຍໃຫ້ລົງໂທດຕັດອິດສະລະພາບຕະຫຼອດຊີວິດ.

ມາດຕາ52ໂທດຮິບຊັບ ໂທດຮິບຊັບແມ່ນການເອົາຊັບທັງໝົດຫຼືສ່ວນໃດສ່ວນໜຶ່ງທີ່ເປັນກໍາມະສິດຂອງຜູ້ກະທໍາຜິດທີ່ບໍ່ໄດ້ນໍາໃຊ້ເຂົ້າໃນການກະທໍາຜິດຫຼືບໍ່ໄດ້ມາຈາກການກະທໍາຜິດມາເປັນຂອງລັດໂດຍບໍ່ມີການໃຊ້ແທນຊຶ່ງຈະລົງໃສ່ໄດ້ແຕ່ການກະທໍາຜິດທີ່ເປັນອັນຕະລາຍຮ້າຍແຮງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາ. ໃນກໍລະນີການຮິບຊັບທັງໝົດກໍ່ຕ້ອງຍົກເວັ້ນຊັບທີ່ຈໍາເປັນສໍາລັບການດໍາລົງຊີວິດຂອງຜູ້ກະທໍາຜິດແລະຄອບຄົວຂອງຜູ້ກ່ຽວເຊັ່ນເຮືອນຢູ່ປະຈໍາຂອງຜູ້ຖືກຕັດສິນແລະຄອບຄົວ,ສັດລ້ຽງສໍາລັບບຸກຄົນທີ່ຖືເອົາການປູກຝັງຫຼືການລ້ຽງສັດເປັນອາຊີບ,ວັດຖຸສິ່ງຂອງທີ່ໃຊ້ເປັນປະຈໍາຂອງຜູ້ຖືກຕັດສິນແລະຂອງບຸກຄົນຊຶ່ງຢູ່ພາຍໃຕ້ການດູແລລ້ຽງດູຂອງຜູ້ຖືກຕັດສິນ.ໃນກໍລະນີທີ່ໄດ້ຕົກລົງຮິບຊັບສ່ວນໃດໜຶ່ງສານຕ້ອງກໍານົດຊັບທີ່ຈະຖືກຮິບນັ້ນໃຫ້ຈະແຈ້ງ. ຊັບທີ່ເປັນກໍາມະສິດຂອງລັດຈະບໍ່ຖືກຮິບຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ53ໂທດຮິບວັດຖຸສິ່ງຂອງ ໂທດຮິບວັດຖຸສິ່ງຂອງແມ່ນການເອົາວັດຖຸສິ່ງຂອງທີ່ໃຊ້ໃນການກະທໍາຜິດຫຼືສໍາລັບໃຊ້ການກະທໍາຜິດຫຼືໄດ້ມາຈາກການກະທໍາຜິດໂດຍເຈດຕະນາມາເປັນຂອງລັດ. ການຮິບວັດຖຸສິ່ງຂອງທີ່ພົວພັນກັບການກະທໍາຜິດນັ້ນສາມາດປະຕິບັດໄດ້ຕໍ່ການກະທໍາຜິດສະຖານໂທສານຸໂທດແລະຄະຣຸໂທດ. ວັດຖຸສິ່ງຂອງຂອງບຸກຄົນອື່ນທີ່ຮັບໃຊ້ການກະທໍາຜິດນັ້ນຈະຖືກຮິບເປັນຂອງລັດໄດ້ກໍ່ຕໍ່ເມື່ອເຈົ້າຂອງຜູ້ທີ່ໃຫ້ຢືມຫາກບໍ່ມີຄວາມບໍລິສຸດໃຈຫຼືເມື່ອເຫັນວ່າການຮິບວັດຖຸສິ່ງຂອງນັ້ນມີຄວາມຈໍາເປັນເພື່ອປົກປັກຮັກສາສັງຄົມ. ວັດຖຸສິ່ງຂອງທີ່ເປັນກໍາມະສິດຂອງລັດນັ້ນຈະບໍ່ຖືກຮິບຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງ.

ມາດຕາ54ໂທດປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງ ໂທດປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງແມ່ນການຕັດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງຂອງຜູ້ກະທໍາຜິດໃນຖານຄະຣຸໂທດ. ໂທດປົດສິດເລືອກຕັ້ງແລະສະໝັກຮັບເລືອກຕັ້ງທີ່ຈະລົງໃສ່ຜູ້ກະທໍາຜິດນັ້ນບໍ່ໃຫ້ເກີນຫ້າປີນັບແຕ່ວັນໄດ້ປະຕິບັດໂທດສິ້ນສຸດຫຼືວັນໝົດອາຍຸຄວາມໃນການປະຕິບັດຄໍາຕັດສິນເປັນຕົ້ນໄປ.

ມາດຕາ55ໂທດຈໍາກັດທີ່ຢູ່ ໂທດຈໍາກັດທີ່ຢູ່ແມ່ນການຫ້າມຜູ້ຖືກຕັດສິນອອກຈາກສະຖານທີ່ໃດໜຶ່ງຫຼືຫ້າມເຂົ້າໄປສະຖານທີ່ໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນຄໍາຕັດສິນຂອງສານ. ໂທດຈໍາກັດທີ່ຢູ່ທີ່ຈະລົງໃສ່ຜູ້ກະທໍາຜິດນັ້ນບໍ່ໃຫ້ເກີນຫ້າປີນັບແຕ່ວັນປະຕິບັດໂທດສິ້ນສຸດແລ້ວເປັນຕົ້ນໄປ. ຫ້າມລົງໂທດຈໍາກັດທີ່ຢູ່ໃສ່ຜູ້ກະທໍາຜິດທີ່ມີອາຍຸຕໍ່າກວ່າສິບແປດປີແລະຜູ້ຍິງທີ່ຖືພາຫຼືຜູ້ຍິງທີ່ມີລູກຊຶ່ງອາຍຸບໍ່ທັນເຖິງແປດປີໃນເວລາກະທໍາຜິດ. ໂທດຈໍາກັດທີ່ຢູ່ໄດ້ກໍານົດໄວ້ໃນພາກສະເພາະຂອງປະມວນກົດໝາຍສະບັບນີ້.

ມາດຕາ56ໂທດຟື້ນຟູຄືນ ໂທດຟື້ນຟູຄືນແມ່ນໂທດທີ່ລົງໃສ່ຜູ້ກະທໍາຜິດໃຫ້ຟື້ນຟູຫຼືປັບປຸງສິ່ງແວດລ້ອມຫຼືສິ່ງທີ່ຖືກທໍາລາຍຄືນສູ່ສະພາບເດີມຫຼືປົກກະຕິເຊັ່ນການຟື້ນຟູປ່າ,ນໍ້າ,ດິນ,ກິ່ນ,ອາກາດ.

ມາດຕາ57ໂທດຖອນໃບອະນຸຍາດ ໂທດຖອນໃບອະນຸຍາດແມ່ນການຖອນໃບອະນຸຍາດຂອງຜູ້ກະທໍາຜິດເຊັ່ນໃບຂັບຂີ່,ໃບອະນຸຍາດລົງທຶນ,ໃບອະນຸຍາດດໍາເນີນທຸລະກິດ.ໃບອະນຸຍາດຂຸດຄົ້ນຊັບພະຍາກອນທໍາມະຊາດຫຼືໃບອະນຸຍາດອື່ນ. ສໍາລັບການຖອນໃບອະນຸຍາດຂັບຂີ່ຍານພາຫະນະສານຈະຕັດສິນຖອນໃບອະນຸຍາດຂັບຂີ່ຖ້າຜູ້ກະທໍາຜິດຫາກໄດ້ລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດແຕ່ສາມຄັ້ງຂຶ້ນໄປຫຼືເປັນການກະທໍາຜິດທີ່ສ້າງຄວາມເສຍຫາຍຢ່າງຮ້າຍແຮງ.

ມາດຕາ58ໂທດຫ້າມດໍາລົງຕໍາແໜ່ງຫຼືປະກອບອາຊີບໃດໜຶ່ງຫຼືປົດຫຼຽນຫຼືນາມມະຍົດ. ໂທດຫ້າມດໍາລົງຕໍາແໜ່ງຫຼືປະກອບອາຊີບໃດໜຶ່ງຫຼືປົດຫຼຽນຫຼືນາມມະຍົດແມ່ນການຫ້າມຜູ້ກະທໍາຜິດດໍາລົງຕໍາແໜ່ງຫຼືປະກອບອາຊີບໃດໜຶ່ງຫຼືການປົດຫຼຽນຫຼືນາມມະຍົດຂອງຜູ້ກະທໍາຜິດ.

ມາດຕາ59ໂທດອອກແຮງງານເພື່ອສາທາລະນະ ໂທດອອກແຮງງານເພື່ອສາທາລະນະແມ່ນວຽກອອກແຮງງານໃດໜຶ່ງເພື່ອຜົນປະໂຫຍດສາທາລະນະຊຶ່ງສານວາງໃສ່ຜູ້ກະທໍາຜິດໃນຖານໂທສານຸໂທດຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບບໍ່ເກີນສາມປີ,ວຽກອອກແຮງງານເພື່ອຜົນປະໂຫຍດສາທາລະນະນີ້ຕ້ອງແມ່ນວຽກທີ່ບໍ່ລະເມີດຫຼືຢຽບຢໍ່າກຽດສັກສີຂອງມະນຸດໂດຍບໍ່ມີຄ່າຕອບແທນ. ໂທດອອກແຮງງານເພື່ອສາທາລະນະທີ່ຈະລົງໃສ່ຜູ້ກະທໍາຜິດນັ້ນບໍ່ໃຫ້ຫຼຸດຫົກສິບຊົ່ວໂມງແລະບໍ່ໃຫ້ເກີນເຈັດຮ້ອຍຫ້າສິບຊົ່ວໂມງ. ໃນການວາງໂທດອອກແຮງງານເພື່ອສາທາລະນະນັ້ນສານຕ້ອງອີງໃສ່ຈຸດປະສົງຂອງການລົງໂທດ,ລັກສະນະຂອງການກະທໍາຜິດ,ບຸກຄະລິກກະພາບແລະການເຫັນດີຂອງຜູ້ກະທໍາຜິດ,ສານອາດນໍາໃຊ້ໂທດອອກແຮງງານເພື່ອສາທາລະນະແທນໂທດປັບໃໝຫຼືໂທດຕັດອິດສະລະພາບບໍ່ເກີນສາມປີຫຼືນໍາໃຊ້ແທນທັງສອງໂທດນັ້ນກໍ່ໄດ້. ໃນກໍລະນີທີ່ຜູ້ກະທໍາຜິດຫາກບໍ່ປະຕິບັດໂທດອອກແຮງງານເພື່ອສາທາລະນະຕາມຄໍາຕັດສິນຂອງສານນັ້ນສານຈະຕັດສິນປ່ຽນໂທດນີ້ມາເປັນໂທດຕັດອິດສະລະພາບທີ່ມີກໍານົດໂດຍຄິດໄລ່ທຸກແປດຊົ່ວໂມງໃດເທົ່າກັບໂທດຕັດອິດສະລະພາບໜຶ່ງວັນ.

ມາດຕາ60ໂທດຈໍາກັດບໍລິເວນ ໂທດຈໍາກັດບໍລິເວນແມ່ນການຫ້າມຜູ້ຖືກສານຕັດສິນອອກຈາກສະຖານທີ່ໃດໜຶ່ງຫຼືບໍລິເວນໃດໜຶ່ງຕາມທີ່ກໍານົດໄວ້ໃນຄໍາຕັດວິນຂອງສານ.ໃນກໍລະນີມີຄວາມຈໍາເປັນຕ້ອງໄດ້ຮັບການເຫດດີຈາກສານ. ໂທດຈໍາກັດບໍລິເວນຈະລົງໃສ່ຜູ້ກະທໍາຜິດນັ້ນສູງສຸດບໍ່ເກີນຫົກເດືອນ. ໂທດຈໍາກັດບໍລິເວນແມ່ນໂທດທາງເລືອກໜຶ່ງຊຶ່ງສານອາດນໍາໃຊ້ແທນໂທດປັບໃໝຫຼືໂທດຕັດອິດສະລະພາບຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບບໍ່ເກີນສາມປີຍົກເວັ້ນການກະທໍາຜິດທີ່ບໍ່ເຂັດຫຼາບຫຼືເປັນອາຈິນໂດຍອີງຕາມລັກສະນະຂອງການກະທໍາຜິດແລະບຸກຄະລິກກະພາບຂອງຜູ້ກະທໍາຜິດ.

ໝວດທີ6ການວາງໂທດ

ມາດຕາ61ຫຼັກການລວມຂອງການວາງໂທດ ສານເປັນຜູ້ວາງໂທດໃນຂອບເຂດຂອງມາດຕາກົດໝາຍທີ່ກໍານົດໂທດໃສ່ການກະທໍາຜິດນັ້ນ. ໃນການວາງໂທດນັ້ນສານຕ້ອງອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ.

ມາດຕາ62ລັກສະນະຄວາມເປັນອັນຕະລາຍຂອງການກະທໍາຜິດ ລັກສະນະຄວາມເປັນອັນຕະລາຍຂອງການກະທໍາຜິດແມ່ນສະຖານການກະທໍາຜິດແລະວິທີການກະທໍາຜິດ. ສະຖານການກະທໍາຜິດແມ່ນການກະທໍາຜິດໃນສະຖານລະຫຸໂທດ,ໂທສານຸໂທດແລະຄະຣຸໂທດຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງປະມວນກົດໝາຍສະບັບນີ້. ວິທີການປະທໍາຜິດແມ່ນວິທີທີ່ນໍາໃຊ້ໃນການກະທໍາຜິດເຊັ່ນດ້ວຍວິທີທໍລະມານ,ປະຈານຜູ້ຖືກເຄາະຮ້າຍ,ດ້ວຍວິທີທີ່ເປັນອັນຕະລາຍຕໍ່ສາທາລະນະ.

ມາດຕາ63ລະດັບຄວາມເປັນອັນຕະລາຍຂອງການກະທໍາຜິດ ລະດັບຄວາມເປັນອັນຕະລາຍຂອງການກະທໍາຜິດຂຶ້ນກັບຜົນເສຍກາຍຕົວຈິງທາງດ້ານຊີວິດ,ສຸຂະພາບ,ກຽດສັກສີແລະຊັບສິນທີ່ເນື່ອງມາຈາກການກະທໍາຜິດໂດຍເຈດຕະນາຫຼືດ້ວຍຄວາມບໍ່ລະມັດລະວັງ. ສໍາລັບຜົນເສຍຫາຍທາງດ້ານຊັບສິນນັ້ນມີສາມລະດັບດັ່ງນີ້: 1.ລະດັບຕໍ່າຫຼືເສຍຫາຍໜ້ອຍ:ຕໍ່າກວ່າຊາວລ້ານກີບ; 2.ລະດັບກາງຫຼືເສຍຫາຍຫຼາຍ:ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບ; 3.ລະດັບສູງຫຼືເສຍຫາຍຢ່າງຫຼວງຫຼາຍ:ເກີນກວ່າຫ້າສິບລ້ານກີບ.

ມາດຕາ64ສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ ສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາມີດັ່ງນີ້: 1.ຜູ້ກະທໍາຜິດມີອາຍຸຕໍ່າກວ່າສິບແປດປີຫຼືເກີນກວ່າຫົກສິບປີ; 2.ຜູ້ກະທໍາຜິດແມ່ນຜູ້ຍິງທີ່ຖືພາຫຼືແມ່ທີ່ມີລູກອ່ອນອາຍຸແຕ່ສາມປີລົງມາ; 3.ການປ້ອງກັນຕົວເກີນຂອບເຂດ; 4.ການກະທໍາຜິດຍ້ອນຖືກແຕະຕ້ອງທາງດ້ານຈິດໃຈຢ່າງໜັກຈົນບໍ່ສາມາດຄຸມສະຕິໄວ້ໄດ້ດ້ວຍການກະທໍາອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກເຄາະຮ້າຍ; 5.ການກະທໍາເກີນກວ່າຄວາມຈໍາເປັນ; 6.ການກະທໍາຜິດໃນສະຖານຄະຣຸໂທດຍ້ອນຖືກບັງຄັບຫຼືຖືກຂົ່ມຂູ່; 7.ຜູ້ກະທໍາຜິດຢັບຢັ້ງແລະແກ້ໄຂຜົນເສຍຫາຍຂອງການກະທໍາຜິດທີ່ຕົນໄດ້ກໍ່ຂຶ້ນຫຼືໄດ້ຈິງໃຈໃຊ້ແທນຄ່າເສຍຫາຍໂດຍສະໝັກໃຈແລ້ວ; 8.ການກະທໍາຜິດຍ້ອນສະພາບຫຍຸ້ງຍາກໜັກໜ່ວງທາງສ່ວນຕົວຫຼືທາງຄອບຄົວ; 9.ຜູ້ກະທໍາຜິດຮູ້ສຶກກິນແໜງແລ້ວຈິງໃຈມອບຕົວຕໍ່ເຈົ້າໜ້າທີ່,ຮັບສາລະພາບແລະເປີດເຜີຍການກະທໍາຜິດຂອງຕົນແລະການກະທໍາຜິດຂອງຜູ້ອື່ນ; 10.ການກະທໍາຜິດຄັ້ງທໍາອິດຖ້າວ່າການກະທໍາຜິດດັ່ງກ່າວຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ; 11.ຜູ້ກະທໍາຜິດທີ່ໄດ້ມີຄຸນງາມຄວາມດີຕໍ່ປະເທດຊາດ. ໃນການວາງໂທດນັ້ນສານອາດອີງໃສ່ສາເຫດອື່ນທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາທີ່ບໍ່ໄດ້ກໍານົດໄວ້ໃນມາດຕານີ້ກໍ່ໄດ້.

ມາດຕາ65ສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ ສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາມີດັ່ງນີ້: 1.ຜູ້ທີ່ເຄີຍໄດ້ກະທໍາຜິດມາກ່ອນແລ້ວມາກະທໍາຜິດເທື່ອໃໝ່ອີກ; 2.ການກະທໍາຜິດທີ່ມີການຈັດຕັ້ງເປັນກຸ່ມ; 3.ການກະທໍາຜິດຍ້ອນຄວາມໂລບມາກໂລພາ; 4.ການກະທໍາຜິດຕໍ່ກໍາມະສິດຂອງລັດ; 5.ການກະທໍາຜິດຂອງພະນັກງານ-ລັດຖະກອນແລະເຈົ້າໜ້າທີ່ຂອງລັດ; 6.ການກະທໍາຜິດຕໍ່ເດັກທີ່ມີອາຍຸຕໍ່າກວ່າສິບແປດປີ,ຜູ້ເຖົ້າ,ຜູ້ທີ່ບໍ່ສາມາດປ້ອງກັນຕົວໄດ້,ຜູ້ທີ່ຂຶ້ນກັບຕົນທາງດ້ານວັດຖຸຫຼືດ້ານອື່ນ,ຜູ້ທີ່ຢູ່ໃຕ້ການບັງຄັບບັນຊາຂອງຕົນ; 7.ການຍຸແຍ່ໃຫ້ເດັກທີ່ມີອາຍຸຕໍ່າກວ່າສິບແປດປີໄປກະທໍາຜິດ,ການຂົນຂວາຍເດັກທີ່ມີອາຍຸຕໍ່າກວ່າສິບແປດປີໃຫ້ເຂົ້າຮ່ວມການກະທໍາຜິດ; 8.ການກະທໍາຜິດແບບໂຫດຮ້າຍປ່າເຖື່ອນຫຼືແບບປະຈານຜູ້ຖືກເຄາະຮ້າຍ; 9.ການກະທໍາຜິດທີ່ພາໃຫ້ມີຜົນສະທ້ອນອັນໜັກໜ່ວງ; 10.ການສວຍໂອກາດກະທໍາຜິດໃນເວລາເກີດໄພພິບັດ; 11.ການກະທໍາຜິດດ້ວຍວິທີທີ່ມີລັກສະນະເປັນອັນຕະລາຍຕໍ່ສາທາລະນະຊົນ; 12.ການກະທໍາຜິດຍ້ອນເມົາເຫຼົ້າຫຼືເມົາສິ່ງເສບຕິດ,ອີງຕາມລັກສະນະຂອງການກະທໍາຜິດດັ່ງກ່າວສານມີສິດຊີ້ຂາດວ່າການກະທໍານັ້ນບໍ່ເປັນສາເຫດທີ່ພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ; 13.ການໃຫ້ການຊັດທອດຄວາມຜິດໃສ່ຜູ້ທີ່ຕົນຮູ້ແຈ້ງວ່າເປັນຄົນບໍລິສຸດ; 14.ຜູ້ທີ່ໄດ້ກະທໍາຜິດເພື່ອປົກປິດການກະທໍາຜິດອື່ນຫຼືໃຊ້ຄວາມຮຸນແຮງເພື່ອຫຼົບໜີ.

ມາດຕາ66ການວາງໂທດໃສ່ການກະທໍາຜິດຫຼາຍສະຖານ ໃນການວາງໂທດໃສ່ການກະທໍາຜິດອັນດຽວທີ່ຜິດຕໍ່ຫຼາຍມາດຕາໃຫ້ເອົາມາດຕາກົດໝາຍທີ່ດໍານົດໂທດໜັກກວ່າໝູ່ມາວາງໃສ່. ໃນການວາງໂທດໃສ່ການກະທໍາຜິດຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາໃຫ້ວາງໂທດໃສ່ແຕ່ລະການກະທໍາຜິດແລ້ວຈຶ່ງເອົາມາສົມໃສ່ກັນແຕ່ໂທດທີ່ມີກໍານົດທີ່ວາງໃສ່ນັ້ນສູງສຸດບໍ່ໃຫ້ເກີນສິບປີສໍາລັບສະຖານໂທສານຸໂທດແລະບໍ່ໃຫ້ເກີນຊາວປີສໍາລັບສະຖານຄະຣຸໂທດ.ໃນກໍລະນີການກະທໍາຜິດຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາໃນສະຖານໂທສານຸໂທດແລະຄະຣຸໂທດໃຫ້ຖືເອົາສະຖານຄະຣຸໂທດເປັນຕົ້ນຕໍ. ສໍາລັບການກະທໍາຜິດໃນສະຖານຄະຣຸໂທດທີ່ມີໂທດຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດໃຫ້ວາງໂທດຕາມທີ່ກໍານົດໄວ້ໃນມາດຕາຫຼືວັດທີ່ກ່ຽວຂ້ອງ. ໃນການວາງໂທດໃສ່ການກະທໍາຜິດຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາທີ່ກົດໝາຍກໍານົດໂທດເທົ່າກັນໃຫ້ວາງໂທດໃສ່ແຕ່ລະການກະທໍາຜິດແລ້ວເອົາບັນດາໂທດທັງໝົດມາສົມໃສ່ກັນແຕ່ໂທດທີ່ວາງໃສ່ນັ້ນບໍ່ໃຫ້ເກີນໂທດສູງສຸດຂອງການກະທໍາຜິດທີ່ກໍານົດໃນມາດຕາທີ່ກ່ຽວຂ້ອງ. ສານອາດຕື່ມໂທດເພີ່ມໃດໜຶ່ງໃສ່ໂທດຕົ້ນຕໍອີກກໍ່ໄດ້ໃນກໍລະນີທີ່ໂທດເພີ່ມນັ້ນຫາກໄດ້ບົ່ງໄວ້ໃນກົດໝາຍອາຍາ. ໃນກໍລະນີທີ່ສານຫາກໄດ້ຕັດສິນຫຼືຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດຫຼືຜູ້ກະທໍາຜິດຫາກໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງຫຼືທັງໝົດແລ້ວຫາກຍັງເຫັນຕື່ມວ່າຜູ້ກະທໍາຜິດໄດ້ກະທໍາຜິດມາກ່ອນການວາງໂທດກໍ່ໃຫ້ປະຕິບັດຕາມວິທີທີ່ໄດ້ກໍານົດໄວ້ໃນວັກເທິງນີ້. ສໍາລັບໂທດປັບໃໝນັ້ນໃຫ້ວາງໃສ່ການກະທໍາຜິດແຕ່ລະສະຖານ,ຈະເອົາມາສົມໃສ່ກັນຫຼືສົມໃສ່ໂທດປະເພດອື່ນຕາມວິທີກ່າວມາເທິງນັ້ນແມ່ນບໍ່ໄດ້.

ມາດຕາ67ການວາງໂທດໃສ່ການກະທໍາຜິດຊໍ້າແລະການກະທໍາຜິດຊ້ອນ ໃນການວາງໂທດໃສ່ການກະທໍາຜິດຊໍ້າແລະການກະທໍາຜິດຊ້ອນໃຫ້ປະຕິບັດເຊັ່ນດຽວກັນກັບການວາງໂທດໃສ່ການກະທໍາຜິດຫຼາຍສະຖານຕາທີ່ໄດ້ກໍານົດໄວ້ໃນມາດຕາ66ຂອງປະມວນກົດໝາຍສະບັບນີ້.

ມາດຕາ68ການວາງໂທດໃສ່ການກະທໍາຜິດທີ່ບໍ່ເຂັດຫຼາບ ໃນການວາງໂທດໃສ່ການກະທໍາຜິດທີ່ບໍ່ເຂັດຫຼາບໃນການກະທໍາຜິດຖານໂທສານຸໂທດຫຼືໃນການກະທໍາຜິດຫຼາຍສະຖານໃຫ້ເອົາໂທດທີ່ສານຈະວາງໃສ່ຜູ້ກະທໍາຜິດໃນກໍລະນີທໍາມະດາມາສົມໃສ່ເຄິ່ງໜຶ່ງຂອງໂທດດັ່ງກ່າວ. ສ່ວນການກະທໍາຜິດທີ່ບໍ່ເຂັດຫຼາບໃນການກະທໍາຜິດຖານຄະຣຸໂທດນັ້ນເປັນສາເຫດໜຶ່ງທີ່ພາໃຫ້ເພີ່ມຄວາມຮັບຜິດຊອບທາງອາຍາຕາມທີ່ໄດ້ກໍານົດໄວ້ໃນມາດຕາ65ຂອງປະມວນກົດໝາຍສະບັບນີ້. ໃນກໍລະນີທີ່ຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວຫຼືໃນເວລາປະຕິບັດໂທດຢູ່ນັ້ນຖ້າວ່າຜູ້ຖືກຕັດສິນຫາກໄດ້ກະທໍາຜິດໃໝ່ອີກສານຈະຕື່ມໂທດເກົ່າທີ່ຍັງບໍ່ທັນໄດ້ປະຕິບັດທັງໝົດ.

ມາດຕາ69ການວາງໂທດໃສ່ການກະກຽມໃຫ້ແກ່ການກະທໍາຜິດ ໃນການວາງໂທດໃສ່ການກະກຽມໃຫ້ແກ່ການກະທໍາຜິດໃຫ້ອີງຕາມລັກສະນະແລະລະດົບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ຕາມລະດົບການປະຕິບັດ,ເຈດຕະນາຂອງຜູ້ກະທໍາຜິດແລະສາເຫດທີ່ພາໃຫ້ການກະທໍາຜິດບໍ່ສໍາເລັດ. ໃນການວາງໂທດໃສ່ການກະກຽມໃຫ້ແກ່ການກະທໍາຜິດນັ້ນສານຈະວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້.

ມາດຕາ70ການວາງໂທດໃສ່ຄວາມພະຍາຍາມກໍ່ການກະທໍາຜິດ ໃນການວາງໂທດໃສ່ຄວາມພະຍາຍາມກໍ່ການກະທໍາຜິດໃຫ້ອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ຕາມລະດົບການປະຕິບັດ,ເຈດຕະນາຂອງຜູ້ກະທໍາຜິດແລະສາເຫດທີ່ພາໃຫ້ການກະທໍາຜິດບໍ່ສໍາເລັດ. ໃນການວາງໂທດໃສ່ຄວາມພະຍາຍາມກໍ່ການກະທໍາຜິດນັ້ນສານຈະວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້.

ມາດຕາ71ການວາງໂທດໃສ່ຕົວການ ສານຕ້ອງວາງໂທດໃສ່ຜູ້ເຂົ້າຮ່ວມການກະທໍາຜິດທີ່ເປັນຕົວການຕາມທີ່ກົດໝາຍກໍານົດໄວ້ສໍາລັບການກະທໍາຜິດນັ້ນ. ໂທດທີ່ວາງໃສ່ຕົວການນັ້ນອາດສູງກວ່າໂທດທີ່ວາງໃສ່ຜູ້ເຂົ້າຮ່ວມອື່ນໃນການກະທໍາຜິດໂດຍອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງຕົວການແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ.

ມາດຕາ72ການວາງໂທດໃສ່ຜູ້ປະຕິບັດ ການອາດວາງໂທດໃສ່ຜູ້ປະຕິບັດເທົ່າກັບຕົວການໂດຍອີງຕາມລັກສະນະແລະລະດັບຄວາມເອັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງຜູ້ປະຕິບັດແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ.

ມາດຕາ73ການວາງໂທດໃສ່ຜູ້ຍຸຍົງ ສານອາດວາງໂທດໃສ່ຜູ້ຍຸຍົງເທົ່າກັບຜູ້ເຂົ້າຮ່ວມອື່ນໃນການກະທໍາຜິດຫຼືຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້ໂດຍອີງຕາມລະດັບແລະລັກສະນະຂອງການຍຸຍົງ. ສໍາລັບການຍຸຍົງໃນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດນັ້ນສານອາດຈະຫຼຸດລົງມາເປັນໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີກໍ່ໄດ້.

ມາດຕາ74ການວາງໂທດໃສ່ຜູ້ສົມຮູ້ຮ່ວມຄິດ ສານອາດວາງໂທດໃສ່ຜູ້ສົມຮູ້ຮ່ວມຄິດເທົ່າກັບຜູ້ເຂົ້າຮ່ວມອື່ນໃນການກະທໍາຜິດຫຼືຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້ໂດຍອີງຕາມລະດັບແລະລັກສະນະການສົມຮູ້ຄວາມຄິດ. ສໍາລັບການສົມຮູ້ຮ່ວມຄິດໃນການກະທໍາຜິດທີ່ກົດໝາຍໄດ້ກໍານົດໂທດຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດນັ້ນສານອາດຈະຫຼຸດລົງມາເປັນໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີກໍ່ໄດ້.

ມາດຕາ75ການວາງໂທດໃສ່ການກະທໍາຜິດທີ່ເປັນສາເຫດພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ ໃນການວາງໂທດໃສ່ການກະທໍາຜິດທີ່ເປັນສາເຫດພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍານັ້ນໃຫ້ອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ລະດັບການປະຕິບັດແລະເຈດຕະນາ,ປະຫວັດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດ. ໃນການວາງໂທດໃສ່ການກະທໍາຜິດທີ່ເປັນສາເຫດພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍານັ້ນສານອາດວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ກໍ່ໄດ້.

ມາດຕາ76ການວາງໂທດໃສ່ການກະທໍາຜິດທີ່ເປັນສາເຫດພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍາ ໃນການວາງໂທດໃສ່ການກະທໍາຜິດ,ທີ່ເປັນສາເຫດພາໃຫ້ມີການເພີ່ມຄວາມຮັບຜິດຊອບທາງອາຍານັ້ນໃຫ້ອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ລະບົບການປະຕິບັດແລະເຈດຕະນາ,ປະຫວັດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດ. ການວາງໂທດໃສ່ການກະທໍາຜິດທີ່ເປັນສາເຫດພາໃຫ້ມີການເພີ່ມຄວາມຮັບຜິດຊອບບໍ່ໃຫ້ເກີນຂອບເຂດຂອງມາດຕາທີ່ກ່ຽວຂ້ອງ.

ມາດຕາ77ການວາງໂທດໃສ່ການກະທໍາຜິດທີ່ເປັນທັງສາເຫດພາໃຫ້ມີການຫຼຸດຜ່ອນແລະເພີ່ມຄວາມຮັບຜິດຊອບທາງອາຍາ ໃນການວາງໂທດໃສ່ການກະທໍາຜິດທີ່ເປັນທັງສາເຫດພາໃຫ້ມີການຫຼຸດຜ່ອນແລະເພີ່ມຄວາມຮັບຜິດຊອບທາງອາຍານັ້ນໃຫ້ອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ລະດັບການປະຕິບັດແລະເຈດຕະນາ,ປະຫວັດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດ.

ມາດຕາ78ການວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ ການວາງໂທດຕໍ່ກວ່າທີ່ກົດໝາຍກໍານົດໄວ້ແມ່ນການວາງໂທດຕໍ່າກວ່າຂອບເຂດຂອງມາດຕາກົດໝາຍທີ່ກໍານົດໂທດໃສ່ການກະທໍາຜິດນັ້ນຍົກເວັ້ນໂທດທີ່ກໍານົດໄວ້ໃນມາດຕາ73ວັກ2,74ວັກ2,ມາດຕາ86ວັກ5ຂອງປະມວນກົດໝາຍສະບັບນີ້. ໃນການວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ນັ້ນສານຕ້ອງອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ. ການວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ໃສ່ການກະທໍາຜິດບໍ່ໃຫ້ຫຼຸດເຄິ່ງໜຶ່ງຂອງໂທດຕໍ່າສຸດທີ່ກົດໝາຍກໍານົດໂທດສໍາລັບການກະທໍາຜິດັ່ງກ່າວ. ໃນກໍລະນີພິເສດເມື່ອຜູ້ກະທໍາຜິດຫາກໄດ້ກະທໍາຜິດເພື່ອປົກປ້ອງສັງຄົມຫຼືບຸກຄົນອື່ນສານອາດລົງໂທດຕໍ່າກວ່າເຄິ່ງໜຶ່ງຂອງໂທດຕໍ່າສຸດທີ່ກໍານົດໄວ້ໃນມາດຕາທີ່ກ່ຽວຂ້ອງຂອງກົດໝາຍອາຍາ. ໃນກໍລະນີທີ່ການກະທໍາຜິດອັນດຽວຫຼືຫຼາຍອັນທີ່ຜິດຕໍ່ຫຼາຍມາດຕາຫຼືຫຼາຍວັກໃນມາດຕາດຽວການວາງໂທດຕໍ່າກວ່າທີ່ກົດໝາຍກໍານົດໄວ້ໃສ່ການກະທໍາຜິດນັ້ນບໍ່ໃຫ້ຫຼຸດເຄິ່ງໜຶ່ງຂອງໂທດຕໍ່າສຸດຂອງມາດຕາຫຼືວັກທີ່ກໍານົດໂທດໜັກກວ່າໝູ່.

ມາດຕາ79ການພາກໂທດ ການພາກໂທດຕັດອິດສະລະພາບທີ່ມີກໍານົດ,ໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດປັບໃໝທີ່ເປັນໂທດຕົ້ນຕໍແມ່ນການໂຈະການປະຕິບັດໂທດນີ້ໄວ້ຫ້າປີ,ຖ້າວ່າພາຍໃນກໍານົດເວລາດັ່ງກ່າວຜູ້ຖືກສານຕັດສິນຫາກບໍ່ໄດ້ກະທໍາຜິດໂດຍເຈດຕະນາອີກໂທດທີ່ພາກໄວ້ນັ້ນກໍ່ຈະຕົກໄປ.ແຕ່ຖ້າຜູກະທໍາຜິດຫາກໄດ້ກະທໍາຜິດໃໝ່ໂດຍເຈດຕະນາແລະຖືກສານຕັດສິນລົງໂທດຕັດອິດສະລະພາບທີ່ມີກໍານົດ,ໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດປັບໃໝທີ່ເປັນໂທດຕົ້ນຕໍນັ້ນ,ເມື່ອຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວຜູ້ກ່ຽວກໍ່ຈະໄດ້ປະຕິບັດໂທດໃໝ່ລວມທັງໂທດເກົ່າທີ່ພາກໄວ້ນັ້ນອີກ. ໃນການພາກໂທດນັ້ນຈະພາກທົງໝົດຫຼືພາກສ່ວນໃດສ່ວນໜຶ່ງກໍ່ໄດ້. ສໍາລັບຜູ້ກະທໍາຜິດບໍ່ເຂັດຫຼາບ,ຜູ້ທີ່ຖືກຕັດສິນລົງໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປຫຼືຜູ້ທີ່ຖືກສານຕັດສິນລົງໂທດໃນສະຖານຄະຣຸໂທດນັ້ນຈະບໍ່ໄດ້ຮັບການພາກໂທດ,ຍົກເວັ້ນກໍລະນີພິເສດທີ່ຜູ້ກະທໍາຜິດຫາກໄດ້ກະທໍາລົງໄປເພື່ອປົກປ້ອງສັງຄົມຫຼືບຸກຄົນອື່ນສານກໍ່ສາມາດພາກໂທດເຖິງວ່າຈະເປັນການກະທໍາຜິດໃນສະຖານຄະຣຸໂທດກໍ່ຕາມ.

ມາດຕາ80ການຄິດໄລ່ການກັກຂັງພາງເຂົ້າໃນການປະຕິບັດໂທດ ກໍານົດເວລາການກັກຂັງພາງທັງໝົດຕ້ອງຄິດໄລ່ເຂົ້າໃນກໍານົດເວລາການປະຕິບັດໂທດຕັດອິດສະລະພາບຫຼືໂທດດັດສ້າງໂດຍບໍ່ຕັດອິດສະລະພາບ. ການກັກຂັງພາງໜຶ່ງວັນເທົ່າກັບໂທດຕັດອິດສະລະພາບໜຶ່ງວັນຫຼືເທົ່າກັບໂທດດັດສ້າງໂດຍບໍ່ຕັດອິດສະລະພາບສາມວັນ.

ມາດຕາ81ການສົ່ງຜູ້ກະທໍາຜິດໃຫ້ອົງການປົກຄອງຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງສຶກສາອົບຮົມ ສໍາລັບການກະທໍາຜິດໃນສະຖານລະຫຸໂທດຖ້າຫາກເຫັນວ່າບຸກຄະລິກກະພາບຂອງຜູ້ກະທໍາຜິດບໍ່ເປັນອັນຕະລາຍຕໍ່ສັງຄົມສານອາດສົ່ງຜູ້ກະທໍາຜິດໃຫ້ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງອື່ນຂອງລັດ,ອົງການຈັດຕັ້ງມະປາຊົນ,ອົງການຈັດຕັ້ງສັງຄົມຫຼືອົງການສາສະໜາສຶກສາອົບຮົມ.

ໝວດທີ7ມາດຕະການຂອງສານ

ມາດຕາ82ມາດຕະການຂອງສານຕໍ່ຄົນເສຍຈິດ ສໍາລັບຜູ້ທີ່ໄດ້ກະທໍາຜິດໃນເວລາເສຍຈິດຫຼືໃນເວລາມີສະຕິສົມບູນດີແຕ່ໄດ້ເກີດເປັນໂລກຈິດກ່ອນສານຕັດສິນຫຼືເວລາປະຕິບັດໂທດຢູ່ນັ້ນສານອາດສົ່ງໄປປິ່ນປົວຢູ່ໂຮງໝໍໂຣກຈິດຫຼືສະຖານທີ່ປິ່ນປົວສະເພາະ. ພາຍຫຼັງຜູ້ກະທໍາຜິດໄດ້ຮັບການປິ່ນປົວຫາຍດີແລ້ວຕ້ອງນໍາເອົາຜູ້ກ່ຽວມາດໍາເນີນຄະດີຫຼືມາປະຕິບັດໂທດຖ້າວ່າອາຍຸຄວາມໃນການຮ້ອງຟ້ອງຫຼືອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານຫາກຍັງບໍ່ທັນໝົດ. ກໍານົດເວລາໃນການປິ່ນປົວໃຫ້ຄິດໄລ່ເຂົ້າໃນກໍານົດເວລາຂອງການປະຕິບັດໂທດ.

ມາດຕາ83ມາດຕະການຂອງສານຕໍ່ຜູ້ຕິດເຫຼົ້າ,ຢາເສບຕິດຫຼືສິ່ງເສບຕິດອື່ນ. ສໍາລັບຜູ້ຕິດເຫຼົ້າ,ຢາເສບຕິດຫຼືສິ່ງເສບຕິດອື່ນທີ່ໄດ້ກະທໍາຜິດຊຶ່ງບໍ່ຖືກລົງໂທດຕັດອິດສະລະພາບສານອາດນໍາໃຊ້ມາດຕະການປິ່ນປົວໂດຍສົ່ງເຂົ້າໂຮງໝໍຫຼືສະຖານທີ່ປິ່ນປົວສະເພາະ. ໃນກໍລະນີທີ່ຕັດສິນລົງໂທດຕັດອິດສະລະພາບສານຕ້ອງນໍາໃຊ້ມາດຕະການປິ່ນປົວໃນໄລຍະການປະຕິບັດໂທດນັ້ນແລະເມື່ອພົ້ນໂທດແລ້ວແຕ່ການປິ່ນປົວຫາກຍັງບໍ່ທັນຫາຍດີສານອາດຈະນໍາໃຊ້ມາດຕະການປິ່ນປົວຕໍ່ໂດຍສົ່ງເຂົ້າໂຮງໝໍສໍາລັບຜູ້ຕິດເຫຼົ້າຫຼືຢາເສບຕິດສະເພາະຫຼືມອບໃຫ້ອົງການປົກຄອງທ້ອງຖິ່ນ,ອົງການຈັດຕັ້ງອື່ນຂອງລັດ,ອົງການຈັດຕັ້ງມະຫາຊົນຫຼືອົງການຈັດຕັ້ງສັງຄົມທີ່ກ່ຽວຂ້ອງສືບຕໍ່ສຶກສາອົບຮົມແລະປິ່ນປົວ. ພາຍຫຼັງທີ່ໄດ້ປິ່ນປົວແລ້ວຕ້ອງນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີຫຼືມາປະຕິບັດໂທດຖ້າຫາກຍັງບໍ່ທັໝົດອາຍຸຄວາມໃນການຮ້ອງຟ້ອງຫຼືອາຍຸຄວາມໃນການປະຕິບັດຄໍາຕັດສິນ. ກໍານົດເວລາໃນການປິ່ນປົວໃຫ້ຄິດໄລ່ເຂົ້າໃນກໍານົດເວລາຂອງການປະຕິບັດໂທດ.

ໝວດທີ8ການກະທໍາຜິດຂອງເດັກ

ມາດຕາ84ເດັກກະທໍາຜິດ ເດັກກະທໍາຜິດແມ່ນຜູ້ກະທໍາຜິດທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປແຕ່ບໍ່ເຖິງສິບແປດປີຊຶ່ງມີການກະທໍາຫຼືການເມີນເສີຍທີ່ເປັນອັນຕະລາຍຕໍ່ສັງຄົມຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບແຕ່ສາມປີຂຶ້ນໄປຫຼືຕໍ່າກ່າສາມປີລົງມາແຕ່ບໍ່ມີການຮັບສາລະພາບຂອງເດັກຫຼືຄູ່ກໍລະນີບໍ່ຍິນຍອມໃຫ້ໄກ່ເກ່ຍ; ການກະທໍາຜິດທີ່ບໍ່ເຂັດຫຼາບແລະການກະທໍາຜິດເປັນອາຈິນ.

ມາດຕາ85ຫຼັກການແກ້ໄຂເດັກກະທໍາຜິດ ຫຼັກການແກ້ໄຂເດັກກະທໍາຜິດໃຫ້ປະຕິບັດດັ່ງນີ້: 1.ການແກ້ໄຂເດັກກະທໍາຜິດໃຫ້ຖືເອົາການສຶກສາອົບຮົມ,ການຊ່ວຍເຫຼືອເດັກ,ການປົວແປງຄວາມຜິດພາດ,ການພັດທະນາຕົນເອງໃຫ້ກາຍເປັນພົນລະເມືອງດີ,ມີປະໂຫຍດໃຫ້ແກ່ສັງຄົມ; 2.ໃນທຸກກໍລະນີທີ່ມີການສືບສວນ-ສອບສວນ,ການສັ່ງຟ້ອງແລະການຕັດສິນເດັກກະທໍາຜິດອົງການຈັດຕັ້ງລັດທີ່ມີສິດອໍານາດຕ້ອງຊີ້ໃຫ້ເຫັນຄວາມເປັນອັນຕະລາຍຕໍ່ສັງຄົມ,ສາເຫດແລະເງື່ອນໄຂຂອງການກະທໍາຜິດ; 3.ເດັກກະທໍາຜິດອາດພົ້ນຈາກຄວາມຮັບຜິດຊອບທາງອາຍາຖ້າວ່າຜູ້ກ່ຽວຫາກມີການກະທໍາຜິດທີ່ເບົາບາງ,ສ້າງຄວາມເສຍຫາຍບໍ່ຫຼວງຫຼາຍ,ມີສາເຫດທີ່ພາໃຫ້ຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາແລະມີຜູ້ປົກຄອງຫຼືການຈັດຕັ້ງຮັບຜິດຕາມແລະສຶກສາອົບຮົມ. ໃນເວລາຕັດສິນສານອາດນໍາໃຊ້ໜຶ່ງໃນບັນດາມາດຕະການທີ່ໄດ້ກໍານົດໄວ້ໃນມາດຕາ87ຂອງປະມານກົດໝາຍສະບັບນີ້ຖ້າຫາກເຫັນວ່າບໍ່ຈໍາເປັນຕ້ອງວາງໂທດໃສ່ເດັກກະທໍາຜິດ.

ມາດຕາ86ການວາງໂທດໃສ່ເດັກກະທໍາຜິດ ໃນການວາງໂທດໃສ່ເດັກກະທໍາຜິດສານຕ້ອງອີງຕາມລັກສະນະແລະລະດັບຄວາມເປັນອັນຕະລາຍຕໍ່ສັງຄົມຂອງການກະທໍາຜິດ,ບຸກຄະລິກກະພາບຂອງເດັກ,ຜົນສະທ້ອນ,ສະພາບແວດລ້ອມ,ສາເຫດຈູງໃຈແລະສາເຫດທີ່ພາໃຫ້ມີການຫຼຸດຜ່ອນຫຼືການເພີ່ມຄວາມຮັບຜິດຊອບທາງອາຍາ. ການວາງໂທດຕັດອິດສະລະພາບໃສ່ເດັກກະທໍາຜິດໃຫ້ເປັນມາດຕະການສຸດທ້າຍສໍາລັບການກະທໍາຜິດທີ່ຮ້າຍແຮງເທົ່ານັ້ນແລະໃນໄລຍະສັ້ນເທົ່າທີ່ຈະເປັນໄປໄດ້. ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໄດ້ລົງໂທດຕັດອິດສະລະພາບໃສ່ເດັກກະທໍາຜິດສານອາດວາງໂທດເຄິ່ງໜຶ່ງຂອງໂທດທີ່ສານຈະວາງໃສ່ຜູ້ກະທໍາຜິດທີ່ມີອາຍຸແຕ່ສິບແປດປີຂຶ້ນໄປໃນສະຖານການກະທໍາຜິດນັ້ນຫຼືຕໍ່າກວ່າໂທດທີ່ກົດໝາຍກໍານົດໄວ້ກໍ່ໄດ້. ຫ້າມລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະໂທດປະຫານຊີວິດໃສ່ເດັກກະທໍາຜິດ. ສໍາລັບການກະທໍາຜິດຂອງເດັກທີ່ກົດໝາຍກໍານົດໂທດຕັດອິດສະລະພາບຕະຫຼອດຊີວິດໃຫ້ຫຼຸດຜ່ອນມາເປັນໂທດຕັດອິດສະລະພາບສິບປີ.ສ່ວນໂທດປະຫານຊີວິດນັ້ນໃຫ້ຫຼຸດຜ່ອນມາເປັນໂທດຕັດອິດສະລະພາບຊາວປີ.

ມາດຕາ87ການນໍາໃຊ້ມາດຕະການຕໍ່ເດັກ ສໍາລັບເດັກອາຍຸບໍ່ເຖິງສິບຫ້າປີທີ່ໄດ້ມີການປະທໍາຊຶ່ງເປັນອັນຕະລາຍຕໍ່ສັງຄົມນັ້ນໃຫ້ນໍາໃຊ້ມາດຕະການດັ່ງນີ້: 1.ສຶກສາອົບຮົມໃຫ້ເດັກເຂົ້າໃຈຕໍ່ການກະທໍາຜິດຂອງຕົນ; 2.ໃຫ້ໄປຂໍອະໄພນໍາຜູ້ຖືກເສຍຫາຍດ້ວຍວິທີການອັນເໝາະສົມ; 3.ໃຊ້ແທນຄ່າເສຍຫາຍທາງແພ່ງແຕ່ໃຫ້ພໍ່ແມ່ຫຼືຜູ້ປົກຄອງເປັນຜູ້ຮັບຜິດຊອບ; 4.ມອບໃຫ້ພໍ່ແມ່,ຜູ້ປົກຄອງຫຼືອົງການຈັດຕັ້ງທີ່ກ່ຽວຂ້ອງກ່າວເຕືອນ,ສຶກສາອົບຮົມແລະຕິດຕາມຢ່າງໃກ້ຊິດ; 5.ໃຫ້ເດັກເຂົ້າມາສະເໜີຕົວຕໍ່ການຈັດຕັ້ງທີ່ກ່ຽວຂ້ອງຕາມວັນ,ເວລາທີ່ກໍານົດໄວ້; 6.ນໍາໃຊ້ມາດຕະການອື່ນທີ່ເໝາະສົມກັບອາຍຸຂອງເດັກເຊັ່ນການອອກແຮງງານ. ສໍາລັບເດັກທີ່ມີອາຍຸແຕ່ສິບຫ້າປີຂຶ້ນໄປແຕ່ຕໍ່າກວ່າສິບແປດປີຫາກໄດ້ກະທໍາຜິດທາງອາຍາໃນສະຖານລະຫຸໂທດແລະໂທສານຸໂທດຊຶ່ງກົດໝາຍກໍານົດໂທດຕັດອິດສະລະພາບຕໍ່າກວ່າສາມປີນັ້ນໃຫ້ນໍາໃຊ້ມາດຕະການທີ່ກ່າວມາເທິງນີ້ກໍ່ໄດ້.

ໝວດທີ9ການກະທໍາຜິດຂອງນິຕິບຸກຄົນ

ມາດຕາ88ການກະທໍາຜິດຂອງນິຕິບຸກຄົນ ການກະທໍາຜິດຂອງນິຕິບຸກຄົນແມ່ນການກະທໍາຜິດຂອງການຈັດຕັ້ງຫຼືຕົວແທນຂອງນິຕິບຸກຄົນ.

ມາດຕາ89ຄວາມຮັບຜິດຊອບທາງອາຍາຂອງນິຕິບຸກຄົນ ນິຕິບຸກຄົນຈະມີຄວາມຮັບຜິດຊອບທາງອາຍາຕໍ່ການກະທໍາຜິດຂອງຕົນໃນກໍລະນີດັ່ງນີ້: 1.ການກະທໍາຜິດນັ້ນເປັນການກະທໍາໃນນາມນິຕິບຸກຄົນ; 2.ການກະທໍາຜິດນັ້ນເປັນການກະທໍາເພື່ອຜົນປະໂຫຍດຂອງນິຕິບຸກຄົນ; 3.ການກະທໍາຜິດນັ້ນເປັນການກະທໍາພາຍໃຕ້ການຊີ້ນໍາ,ການຄຸ້ມຄອງແລະການຕົກລົງຂອງນິຕິບຸກຄົນເອງ. ຄວາມຮັບຜິດຊອບທາງອາຍາຂອງນິຕິບຸກຄົນຈະບໍ່ພາໃຫ້ຄວາມຮັບຜິດຊອບທາງອາຍາຂອງບຸກຄົນທີ່ກະທໍາຜິດໃນນິຕິບຸກຄົນນັ້ນຕົກໄປ.

ມາດຕາ90ການວາງໂທດໃສ່ນິຕິບຸກຄົນ ໂທດທີ່ວາງໃສ່ນິຕິບຸກຄົນແມ່ນໂທດປັບໃໝຊຶ່ງເປັນໂທດຕົ້ນຕໍ. ໂທດປັບໃໝທີ່ວາງໃສ່ນິຕິບຸກຄົນນັ້ນແມ່ນສອງເທົ່າຂອງໂທດປັບໃໝທີ່ວາງໃສ່ບຸກຄົນ. ສໍາລັບນິຕິບຸກຄົນຈາກຈາກໂທດປັບໃໝສານອາດຕັດສິນໃຫ້ຍົກເລີກທຸລະກິດ,ຫ້າມດໍາເນີນທຸລະກິດບາງປະເພດ,ຫ້າມລະດົມທຶນ,ການຫ້າມນໍາໃຊ້ແຊັກຫຼືບັດເຄຼດິດ,ຮິບວັດຖຸສິ່ງຂອງຫຼືຟ້ືນຟູຄືນ.

ມາດຕາ91ການຍົກເລີກທຸລະກິດຂອງນິຕິບຸກຄົນ ການຍົກເລີກທຸລະກິດຂອງນິຕິບຸກຄົນແມ່ນມາດຕະການທີ່ສານວາງໃສ່ນິຕິບຸກຄົນທີ່ກະທໍາຜິດໃຫ້ຢຸດເຊົາປະເພດທຸລະກິດຊຶ່ງສານເຫັນວ່າຖ້າຫາກປ່ອຍໃຫ້ສືບຕໍ່ດໍາເນີນຈະສ້າງຄວາມເສຍຫາຍແລະເປັນອັນຕະລາຍຕໍ່ສັງຄົມແລະສິ່ງແວດລ້ອມ.

ມາດຕາ92ການຫ້າມນິຕິບຸກຄົນດໍາເນີນທຸລະກິດບາງປະເພດ ການຫ້າມນິຕິບຸກຄົນດໍາເນີນທຸລະກິດບາງປະເທດແມ່ນການໃຊ້ຢຸດເຊົາຊົ່ວຄາວປະເພດທຸລະກິດທີ່ພົວພັນກັບການກະທໍາຜິດຂອງນິຕິບຸກຄົນນັ້ນແຕ່ໜຶ່ງປີຫາຫ້າປີ.

ມາດຕາ93ການຫ້າມລະດົມທຶນ ການຫ້າມລະດົມທຶນແມ່ນການຫ້າມລະດົມທຶນຈາກພາຍນອກເປັນເວລາສູງສຸດບໍ່ເກີນຫ້າປີເຊັ່ນການກູ້ຢືມເງິນນໍາທະນາຄານ,ການຫ້າມຈໍາໜ່າຍຫຼືຂາຍຮຸ້ນ,ຫ້າມສ້າງຕັ້ງກອງທຶນຫຼືມູນນິທິເພື່ອລະດົມທຶນ.

ມາດຕາ94ການຫ້າມນໍາໃຊ້ແຊັກຫຼືບັດເຄຼດິດ ການຫ້າມນໍາໃຊ້ແຊັກແມ່ນການຫ້າມສັ່ງຈ່າຍແຊັກຫຼືນໍາໃຊ້ບັດເຄຼດິດເປັນເວລາສູງສຸດບໍ່ເກີນຫ້າປີ.

ມາດຕາ95ການຮິບວັດຖຸສິ່ງຂອງຂອງນິຕິບຸກຄົນ ການຮິບວັດຖຸສິ່ງຂອງຂອງນິຕິບຸກຄົນໃຫ້ປະຕິບັດຕາມບົດບັນຍັດທີ່ໄດ້ກໍານົດໄວ້ໃນມາດຕາ53ຂອງປະມວນກົດໝາຍອາຍາສະບັບນີ້.

ມາດຕາ96ໂທດຟື້ນຟູຄືນ ສານອາດວາງໂທດຟື້ນຟູຄືນຕາມທີ່ໄດ້ກໍານົດໄວ້ໃນມາດຕາ56ຂອງປະມວນກົດໝາຍສະບັບນນີ້ຕໍ່ນິຕິບຸກຄົນທີ່ກະທໍາຜິດ.

ໝວດທີ10ສາເຫດທີ່ພາໃຫ້ການປະຕິບັດໂທດຕົກໄປ,ການໂຈະການປະຕິບັດໂທດຕັດອິດສະລະພາບແລະການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ.

ມາດຕາ97ສາເຫດທີ່ພາໃຫ້ການປະຕິບັດໂທດຕົກໄປ ການປະຕິບັດໂທດທາງອາຍາຈະຖືກຕົກໄປຖ້າຫາກມີສາເຫດໃດໜຶ່ງດັ່ງນີ້: 1.ຜູ້ຖືກຕັດສິນລົງໂທດໃຫ້ເສຍຊີວິດ; 2.ອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານໝົດໄປ; 3.ຜູ້ຖືກຕັດສິນລົງໂທດໄດ້ຮັບອະໄພຍະໂທດ; 4.ໄດ້ມີການໃຫ້ນິລະໂທດກໍາ.

ມາດຕາ98ການເສຍຊີວິດຂອງຜູ້ຖືກຕັດສິນລົງໂທດ ການປະຕິບັດໂທດທາງອາຍາຂອງຜູ້ຖືກຕັດສິນລົງໂທດຈະຕົກໄປຖ້າວ່າຜູ້ກ່ຽວຫາກໄດ້ເສຍຊີວິດ.

ມາດຕາ99ອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານ ໂທດທີ່ສານວາງໃສ່ຜູ້ກະທໍາຜິດຈະບໍ່ສາມາດປະຕິບັດໄດ້ຖ້າຫາກກາຍກໍານົດເວລາດັ່ງນີ້: 1.ໜຶ່ງປີສໍາລັບການກະທໍາຜິດໃນສະຖານລະຫຸໂທດ; 2.ເຈັດປີສໍາລັບການກະທໍາຜິດໃນສະຖານໂທສານຸໂທດ; 3.ສິບຫ້າປີສໍາລັບການກະທໍາຜິດໃນສະຖານຄະຣຸໂທດ. ກາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານໃຫ້ນັບແຕ່ວັນຄໍາຕັດສິນໃຊ້ໄດ້ຢ່າງເດັດຂາດເປັນຕົ້ນໄປ.ໃນກໍລະນີທີ່ໄດ້ກະທໍາຜິດເທື່ອໃໝ່ພາຍໃນກໍານົດອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານໃສ່ການກະທໍາຜິດເທື່ອກ່ອນນັ້ນອາຍຸຄວາມດັ່ງກ່າວໃຫ້ນັບແຕ່ວັນກະທໍາຜິດເທື່ອໃໝ່ເປັນຕົ້ນໄປ.ໃນກໍລະນີທີ່ໄດ້ຫຼົບຫຼີກຈາກການປະຕິບັດໂທດພາຍໃນກໍານົດອາຍຸຄວາມໃນການປະຕິບັດຄໍາຕັດສິນອາຍຸຄວາມດັ່ງກ່າວໃຫ້ນັບແຕ່ວັນຜູ້ຖືກຕັດສິນເຂົ້າສະເໜີຕົວຫຼືຖືກຈັບຕົວເປັນຕົ້ນໄປ.

ມາດຕາ100ການໃຫ້ອະໄພຍະໂທດ ການໃຫ້ອະໄພຍະໂທດແມ່ນການຕົກລົງຂອງປະທານປະເທດໃນການຫຼຸດຜ່ອນໂທດຫຼືລົບລ້າງໂທດທີ່ຍັງເຫຼືອແລ້ວໃຫ້ປ່ອຍຕົວຜູ້ຖືກຕັດສິນລົງໂທດ.

ມາດຕາ101ການໃຫ້ນິລະໂທດກໍາ ການໃຫ້ນິລະໂທດກໍາແມ່ນການລົບລ້າງການກະທໍາຜິດທາງອາຍາໃດໜຶ່ງ. ການປະຕິບັດໂທດທາງອາຍາສໍາລັບການກະທໍາຜິດທາງອາຍາໃດໜຶ່ງຈະຕົກໄປຖ້າຫາກວ່າສະພາແຫ່ງຊາດໃຫ້ການຮັບຮອງແລະປະທານປະເທດປະກາດໃຫ້ນິລະໂທດກໍາແກ່ການກະທໍາຜິດທາງອາຍານັ້ນ.

ມາດຕາ102ການພົ້ນຈາກການປະຕິບັດຄໍາຕັດສິນຂອງສານ ນັກໂທດທີ່ຖືກສານຕັດສິນລົງໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືໂທດຕັດອິດສະລະພາບຕໍ່າກວ່າສາມປີຊຶ່ງຍັງບໍ່ທັນໄດ້ປະຕິບັດໂທດຂອງຕົນແຕ່ໄດ້ສ້າງຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດຫຼືເປັນພະຍາດຮ້າຍແຮງ,ຖ້າວ່າຜູ້ກ່ຽວຫາກບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປສານອາດຕັດສິນໃຫ້ຜູ້ກ່ຽວພົ້ນຈາກການປະຕິບັດໂທດທັງໝົດຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນ. ສໍາລັບນັກໂທດໃນສະຖານການກະທໍາຜິດເບົາທີ່ໄດ້ໂຈະການປະຕິບັດໂທດໄວ້ຊົ່ວຄາວຕາມທີ່ໄດ້ກໍານົດໄວ້ໃນມາດຕາ103ຂອງປະມວນກົດມາຍສະບັບນີ້,ຖ້າວ່າພາຍໃນກໍານົດເວລາດັ່ງກ່າວຜູ້ກ່ຽວຫາກໄດ້ສ້າງຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດສານອາດຕັດສິນໃຫ້ຜູ້ກ່ຽວພົ້ນຈາກການປະຕິບັດໂທດທີ່ຍັງເຫຼືອຕາມການສະເໜີຂອງຫົວໜ້າອົງການໄອຍະການປະຊາຊົນ.

ມາດຕາ103ການໂຈະການປະຕິບັດໂທດຕັດອິດສະລະພາບ ສາເຫດທີ່ພາໃຫ້ໂຈະການປະຕິບັດໂທດຕັດິດສະລະພາບມີດັ່ງນີ້: 1.ນັກໂທດທີ່ເຈັບເປັນຢ່າງໜັກໜ່ວງໂດຍມີການຢັ້ງຢືນຈາກຄະນະແພດ,ພາຍຫຼັງທີ່ໄດ້ຮັບການປິ່ນປົວດີແລ້ວໃຫ້ນໍາມາປຕິບັດໂທດ; 2.ແມ່ຍິງຖືພາຫຼືມີລູກນ້ອຍທີ່ມີອາຍຸຕໍ່າກວ່າໜຶ່ງປີຈົນກວ່າລູກມີອາຍຸແຕ່ໜຶ່ງປີຂຶ້ນໄປ; 3.ໃນກໍລະນີນັກໂທດຖືກລົງໂທດຕັດອິດສະລະພາບຕໍ່າກວ່າສາມປີແລະເປັນແຮງງານຕົ້ນຕໍຂອງຄອບຄົວຖ້າຫາກນໍາໄປປະຕິບັດໂທດຈະມີຜົນກະທົບຢ່າງໜັກໜ່ວງຕໍ່ຄອບຄົວຜູ້ກ່ຽວມີສິດຂໍໂຈະໄດ້ໜຶ່ງປີ; 4.ໃນກໍລະນີທີ່ນັກໂທດມີຄວາມຈໍາເປັນຕ້ອງປະຕິບັດໜ້າທີ່ທາງລັດຖະການໂດຍໄດ້ຮັບການຢັ້ງຢືນຈາກອົງການຈັດຕັ້ງຂອງຜູ້ກ່ຽວຍົກເວັ້ນການກະທໍາຜິດທີ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມແລະຄວາມໝັ້ນຄົງຂອງຊາດຜູ້ກ່ຽວຈະມີສິດຂໍໂຈະໄດ້ໜຶ່ງປີ. ໄລຍະເວລາການໂຈະການປະຕິບັດໂທດຕັດອິດສະລະພາບໃນກໍລະນີທີ່ກ່າວມາເທິງນີ້ຈະບໍ່ນັບເຂົ້າໃນການປະຕິບັດໂທດ.

ມາດຕາ104ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ການປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂແມ່ນການປ່ອຍຕົວນັກໂທດຊຶ່ງໄດ້ປະຕິບັດໂທດສ່ວນໃດສ່ວນໜຶ່ງມາແລ້ວ,ມີຄວາມກ້າວໜ້າ,ໄດ້ຝຶກຝົນຫຼໍ່ຫຼອມຕົນເອງ,ເປັນແບບຢ່າງໃນການປະຕິບັດລະບຽບຂອງຄ້າຍດັດສ້າງແລະການອອກແຮງງານ,ໄດ້ມີການປ່ຽນແປງທາງດ້ານທັດສະນະແນວຄິດແລະໄດ້ມີຄວາມຮູ້ສຶກກິນແໜງຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ. ນັກໂທດທີ່ຈະໄດ້ຮັບພະຈາລະນາປ່ອຍຕົວກ່ອນກໍານົດຕ້ອງແມ່ນນັກໂທດທີ່ໄດ້ປະຕິບັດໂທດມາແລ້ວດັ່ງນີ້: 1.ເຄິ່ງໜຶ່ງສໍາລັບຜູ້ກະທໍາຜິດທີ່ມີອາຍະຕໍ່າກວ່າສິບແປດປີໃນເວລາກະທໍາຜິດ; 2.ສອງສ່ວນສາມສໍາລັບຜູ້ກະທໍາຜິດທີ່ມີອາຍຸແຕ່ສິບແປດປີຂຶ້ນໄປໃນເວລາກະທໍາຜິດ; 3.ສິບຫ້າປີສໍາລັບຜູ້ກະທໍາຜິດທີ່ປະຕິບັດໂທດຕັດອິດສະລະພາບຕະຫຼອດຊີວິດ. ສໍາລັບຜູ້ກະທໍາຜິດທີ່ບໍ່ເຂັດຫຼາບແລະຜູ້ຖືກລົງໂທດປະຫານຊີວິດແລ້ວປ່ຽນມາເປັນໂທດຕັດອິດສະລະພາບນັ້ນບໍ່ອະນຸຍາດໃຫ້ປ່ອຍຕົວກ່ອນກໍານົດ.

ໝວດທີ11ການລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາ

ມາດຕາ105ການລຶບຊື່ອອກຈາບັນຊີຜູ້ຖືກລົງໂທດທາງອາຍາ ບຸກຄົນທີ່ໄດ້ຮັບການລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຖືວ່າບໍ່ເຄີຍໄດ້ກະທໍາຜິດມາກ່ອນ. ການລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາໃຫ້ປະຕິບັດຕາມມາດຕາ106ແລະ107ຂອງກົດໝາຍສະບັບນີ້.

ມາດຕາ106ການລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາໂດຍອັດຕະໂນມັດ ບຸກຄົນທີ່ໄດ້ຮັບການສຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາໂດຍອັດຕະໂນມັດໂດຍບໍ່ມີຄໍາຕັດສິນຂອງສານມີດັ່ງນີ້: 1.ບຸກຄົນທີ່ພົ້ນຈາກການປະຕິບັດຄໍາຕັດສິນຂອງສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ102ຂອງປະມວນກົດໝາຍສະບັບນີ້; 2.ບຸກຄົນທີ່ຖືກຕັດສິນພາກໂທດຊຶ່ງບໍ່ໄດ້ກະທໍາຜິດເທື່ອໃໝ່ພາຍໃນກໍານົດໜຶ່ງປີພາຍຫຼັງສິ້ນສຸດກໍານົດເວລາພາກໂທດ; 3.ບຸກຄົນທີ່ໄດ້ປະຕິບັດໂທດຕັດອິດສະລະພາບຂອງຕົນສໍາເລັດແລ້ວຫຼືຫຼັງຈາກໝົດອາຍຸຄວາມໃນການປະຕິບັດຄໍາຕັດສິນຊຶ່ງບໍ່ໄດ້ກະທໍາຜິດເທື່ອໃໝ່ພາຍໃນກໍານົດເວລາດັ່ງນີ້: -ໜຶ່ງປີສໍາລັບການກະທໍາຜິດໃນສະຖານລະຫຸໂທດ; -ຫ້າປີສໍາລັບການກະທໍາຜິດໃນສະຖານໂທສານຸໂທດ; -ເຈັດປີສໍາລັບການກະທໍາຜິດໃນສະຖານຄະຮຸໂທດ. ຖາວ່າຜູ້ທີ່ຍັງບໍ່ທັນໄດ້ຖືກລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຫາກໄດ້ກະທໍາຜິດເທື່ອໃໝ່,ກໍານົດເວລາໃນການລຶບຊື່ອອກຈາກບັນຊີເກົ່ານັ້ນໃຫ້ນັບແຕ່ວັນປະຕິບັດຄໍາຕັດສິນໃໝ່ສໍາເລັດຫຼືຫຼັງຈາກໝົດອາຍຸຄວາມໃນການປະຕິບັດຄໍາຕັດສິນເປັນຕົ້ນໄປ.

ມາດຕາ107ການລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຕາມຄໍາຕັດສິນຂອງສານ ສານຈະດັດສຶນລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາສໍາລັບຜູ້ກະທໍາຜິດທີ່ຖືກຕັດສິນກ່ຽວກັບການກະທໍາຜິດທີ່ໄດ້ກໍານົດໄວ້ໃນໝວດທີ1ພາກທີ2ຂອງປະມວນກົດໝາຍສະບັບນີ້ໂດຍອີງໃສ່ລັກສະນະຂອງການກະທໍາຜິດ,ບຸກຄະລິກກະພາບຂອງຜູ້ກະທໍາຜິດ,ການປະຕິບັດໂທດແລະການອອກແຮງງານຂອງຜູ້ກະທໍາຜິດ. ສານຈະຕັດສິນລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຕາມວັກທີໜຶ່ງເທິງນີ້ໃນກໍລະນີດັ່ງນີ້: 1.ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບຕໍ່າກວ່າຫ້າປີຊຶ່ງບໍ່ໄດ້ກະທໍາຜິດໃໝ່ພາຍໃນສາມປີຫຼັງຈາກການປະຕິບັດໂທດຂອງຕົນສໍາເລັດຫຼືໝົດອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານເປັນຕົ້ນໄປ; 2.ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີຊຶ່ງບໍ່ໄດ້ກະທໍາຜິດໃໝ່ພາຍໃນຫ້າປີຫຼັງຈາກການປະຕິບັດໂທດຂອງຕົນສໍາເລັດຫຼືພາຍຫຼັງໝົດອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານເປັນຕົ້ນໄປ; 3.ຜູ້ຖືກສານຕັດສິນລົງໂທດຕັດອິດສະລະພາບແຕ່ສິບຫ້າປີຂຶ້ນໄປ,ຕະຫຼອດຊີວິດລືປະຫານຊີວິດທີ່ໄດ້ຮັບການອະໄພຍະໂທດຫຼຸດຜ່ອນໂທດຊຶ່ງບໍ່ໄດ້ກະທໍາຜິດໃໝ່ພາຍໃນເຈັດປີຫຼັກຈາກການປະຕິບັດໂທດຂອງຕົນສໍາເລັດຫຼືພາຍຫຼັງໝົດອາຍຸຄວາມໃນການປະຕິບັດຄໍາຕັດສິນຂອງສານເປັນຕົ້ນໄປ. ຄໍາຮ້ອງຂໍໃຫ້ລຶບຊື່ອອກຈາກບັນຊີຜູ້ຖືກລົງໂທດທາງອາຍາຕ້ອງຂຽນດ້ວຍຕົນເອງຫຼືຜູ້ປົກຄອງແລ້ວຍື່ນຕໍ່ສານທີ່ກ່ຽວຂ້ອງ.ໃນກໍລະນີທີ່ສານຫາກປະຕິເສດຄໍາຮ້ອງດັ່ງກ່າວຄັ້ງທໍາອິດກໍ່ສາມາດຍື່ນຄໍາຮ້ອງໃໝ່ພາຍຫຼັງໜຶ່ງປີນັບແຕ່ວັນສານປະຕິເສດຄໍາຮ້ອງ,ຖ້າວ່າຄໍາຮ້ອງໃໝ່ຫາກຖືກປະຕິເສດອີກເປັນຄັ້ງທີສອງສາມາດຍື່ນຄໍາຮ້ອງໃໝ່ອີກພາຍຫຼັງສອງປີນັບແຕ່ວັນສານປະຕິເສດຄໍາຮ້ອງຄັ້ງທີສອງ.

ມາດຕາ108ການລຶບຊື່ນິຕິບຸກຄົນອອກຈາກບັນຊີຜູ້ຖືກລົງໂທດທາງອາຍາ ນິຕິບຸກຄົນທີ່ຖືກລົງໂທດທາງອາຍາຈະຖືກລຶບຊື່ອອກຈາກບັນຊືຜູ້ຖືກົງໂທດທາງອາຍາໂດຍອັດຕະໂນມັດຖ້າຫາກບໍ່ໄດ້ກະທໍາຜິດໃໝ່ພາຍໃນກໍານົດເວລາໜຶ່ງປີພາຍຫຼັງໄດ້ປະຕິບັດໂທດສໍາເລັດ.

ມາດຕາ109ການລຶບຊື່ເດັກກະທໍາຜິດອອກຈາກບັນຊີຜູ້ລົງໂທດທາງອາຍາ ກໍານົດເວລາໃນການລຶບຊື່ເດັກກະທໍາຜິດອອກຈາກບັນຊີຜູ້ຖືກລົງໂທດທາງອາຍາແມ່ນເຄິ່ງໜຶ່ງຂອງກໍານົດເວລາຕາມທີ່ໄດ້ກໍານົດໄວ້ໃນມາດຕາ106ຂອງປະມວນກົດໝາຍສະບັບນີ້. ເດັກກະທໍາຜິດທີ່ຖືກມາດຕະການຂອງສານຕາມທີ່ໄດ້ກໍານົດໄວ້ໃນມາດຕາ87ຂອງປະມວນກົດໝາຍສະບັບນີ້ໃຫ້ຖືວ່າບໍ່ເຄີຍໄດ້ເປັນຜູ້ກະທໍາຜິດມາກ່ອນ.

ພາກທີ2ພາກສະເພາະ

ໝວດທີ1ການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ

ມາດຕາ110ການທໍລະຍົດຕໍ່ຊາດ ພົນລະເມືອງລາວຜູ້ທີ່ໄດ້ເຄື່ອນໄຫວພົວພັນແລະຮ່ວມມືກັບຄົນຕ່າງປະເທດຫຼືອົງການຈັດຕັ້ງຕ່າງປະເທດໂດຍມີເຈດຕະນາທໍາລາຍຄວາມເປັນເອກະລາດ,ອໍານາດອະທິປະໄຕ,ຜືນແຜ່ນດິນອັນຄົບຖ້ວນ,ຜົນປະໂຫຍດອັນຍິ່ງໃຫຍ່ທາງດ້ານການເມືອງ,ການປ້ອງກັນຊາດ,ປ້ອງກັນຄວາມສະຫງົບ,ເສດຖະກິດ,ວັດທະນະທໍາແລະສັງຄົມຂອງສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າລ້ອຍລ້ານກີບ.ອາດຈະຖືກຮິບຊັບແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາເຈັດຮ້ອຍລ້ານກີບຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ. ພົນລະເມືອງລາວຜູ້ທີ່ຖືກຄົນຕ່າງປະເທດຫຼືອົງການຈັດຕັ້ງຕ່າງປະເທດມອບໝາຍໃຫ້ກະທໍາຜິດແຕ່ໄດ້ສະໝັກໃຈລາຍງານເຫດການໃຫ້ເຈົ້າໜ້າທີ່ຮູ້ລ່ວງໜ້າແລະຍັງບໍ່ທັນໄດ້ລົງມືກະທໍາຜິດນັ້ນຈະບໍ່ຖືກລົງໂທດ.

ມາດຕາ111ການກະບົດ ພົນລະເມືອງລາວຜູ້ໃດຫາກໄດ້ຈັດຕັ້ງຫຼືເຂົ້າຮ່ວມການເຄື່ອນໄຫວກໍ່ຄວາມວຸ້ນວາຍເພື່ອໂຄ່ນລົ້ມອໍານາດການປົກຄອງຫຼືເພື່ອເຮັດໃຫ້ອໍານາດການປົກຄອງອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າຮ້ອຍລ້ານກີບ,ອາດຈະຖືກຮິບຊັບແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາເຈັດຮ້ອຍລ້ານກີບຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ112ການເປັນນັກສືບສອດແນມ ຄົນຕ່າງປະເທດ,ຄົນຕ່າງດ້າວຫຼືຄົນບໍ່ມີສັນຊາດຜູ້ໃດຫາກໄດ້ເຄື່ອນໄຫວເກັບກໍາຂ່າວ,ຂໍ້ມູນ,ວັດຖຸ,ການດໍາເນີນງານຫຼືເອກະສານທາງຄັອມພິວເຕີ້ຫຼືເອກະສານກ່ຽວກັບຄວາມລັບຂອງລັດຫຼືຄວາມລັບທາງລັດຖະການເພື່ອກໍ່ຄວາມເສຍຫາຍຫຼືມ້າງເພສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມຮ້ອຍລ້ານກີບ,ອາດຈະຖືກຮິບຊັບ,ຖືກຈໍາກັດທີ່ຢູ່ຫຼືຖືກເນລະເທດຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາສີ່ຮ້ອຍລ້ານກີບຫຼືປະຫານຊີວິດ. ບຸກຄົນໃດຫາກໄດ້ເຄື່ອນໄຫວເກັບກໍາຂ່າວ,ຂໍ້ມູນ,ວັດຖຸ,ການດໍາເນີນງານຫຼືເອກະສານທາງຄັອມພິວເຕີຫຼືເອກະສານກ່ຽວກັບຄວາມລັບຂອງລັດຫຼືຄວາມລັບທາງລັດຖະການສົ່ງໃຫ້ພວກທໍລະຍົດຫຼືກະບົດຕໍ່ຊາດເພື່ອມ້າງເພສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສອງຮ້ອຍລ້ານກີບ,ອາດຈະຖືກຮິບຊັບແລະອາດຈະຖືກຈໍາກັດທີ່ຢູ່. ພົນລະເມືອງລາວຜູ້ໃດທີ່ໄດ້ເຄື່ອນໄຫວກັບກໍາຂ່າວ,ຂໍ້ມູນ,ວັດຖຸ,ການດໍາເນີນງານຫຼືເອກະສານທາງຄັອມພິວເຕີ້ຫຼືເອກະສານກ່ຽວກັບຄວາມລັບຂອງລັດຫຼືຄວາມລັບທາງລັດຖະການສົ່ງໃຫ້ຄົນຕ່າງປະເທດຫຼືອົງການຈັດຕັ້ງຕ່າງປະເທດເພືອໃຊ້ເປັນຂໍ້ມູນກໍ່ຄວາມເສຍຫາຍຫຼືມ້າງເພສປປລາວຈະຖືວ່າໄດ້ກະທໍາຜິດໃນສະຖານທໍລະຍົດຕໍ່ຊາດແລະຈະຖືກລົງໂທດຕາມມາດຕາ110ຂອງປະມວນກົດໝາຍສະບັບນີ້. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ113ການລ່ວງລະເມີດດິນແດນຊຶ່ງແຕະຕ້ອງເຖິງຄວາມສະຫງົບຂອງຊາດ ບຸກຄົນໃດທີ່ຖືອາວຸດຫາກໄດ້ລ່ວງລະເມີດດິນແດນຂອງສປປລາວຊຶ່ງເປັນການແຕະຕ້ອງເຖິງຄວາມສະຫງົບຂອງຊາດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ114ການປອງຮ້າຍ ບຸກຄົນໃດຫາກໄດ້ທໍາຮ້າຍຮ່າງກາຍຜູ້ນໍາຂອງສປປລາວແນໃສ່ທໍາລາຍມ້າງເພອໍານາດແຫ່ງລັດຫຼືເຮັດໃຫ້ອໍານາດແຫ່ງລັດອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍຫາສິບລ້ານກີບ. ໃນກໍລະນີທີ່ການປອງຮ້າຍນັ້ນຫາກໄດ້ເຮັດໃຫ້ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາໜຶ່ງພັນລ້ານກີບຫຼືປະຫານຊີວິດ. ບຸກຄົນໃດຫາກໄດ້ທໍາຮ້າຍຮ່າງກາຍຜູ້ຕາງໜ້າອໍານາດແຫ່ງລັດ,ພະນັກງານ,ບຸກຄົນທີ່ເຄື່ອນໄຫວວຽກງານຂອງອົງການຈັດຕັ້ງຂອງລັດຫຼືຂອງສັງຄົມແນໃສ່ເຮັດໃຫ້ອໍານາດແຫ່ງລັດອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ການປອງຮ້າຍນັ້ນຫາກໄດ້ເຮັດໃຫ້ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບຫຼືປະຫານຊີວິດ. ບຸກຄົນໃດຫາກໄດ້ທໍາຮ້າຍຮ່າງກາຍຜູ້ນໍາ,ສະມາຊິກຄອບຄົວຫຼືຄະນະຕິດຕາມທີ່ມາຢ້ຽມຢາມສປປລາວຫຼືຜູ້ຕາງໜ້າຂອງລັດຕ່າງປະເທດຫຼືຂອງອົງການຈັດຕັ້ງສາກົນຫຼືສະມາຊິກຄອບຄົວທີ່ເຮັດວຽກຢູ່ສປປລາວແນໃສ່ແບ່ງແຍກ,ທໍາລາຍສາຍພົວພັນລະຫວ່າງຊາດຫຼືກໍ່ໃຫ້ເກີດສົງຄາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ. ໃນກໍລະນີທີ່ການປ້ອງຮ້າຍນັ້ນຫາກໄດ້ເຮັດໃຫ້ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາໜຶ່ງພັນລ້ານກີບຫຼືປະຫານຊີວິດ. ນອກຈາກໂທດທີ່ກ່າວມາເທິງນີ້ແລ້ວຍັງອາດຈະຖືກຮິບຊັບແລະອາດຈະຖືກຈໍາກັດທີ່ຢູ່. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ115ການທໍາລາຍມ້າງເພ ບຸກຄົນໃດຫາກໄດ້ທໍາລາຍ,ມ້າງເພ,ຈູດເຜົາໂຮງຈັກໂຮງງານ,ສໍານັກງານ,ອົງການ,ເສັ້ນທາງ,ພາຫະນະຄົມມະນາຄົມຂົນສົ່ງ,ພາຫະນະສື່ສານແລະພື້ນຖານເສດຖະກິດອື່ນທີ່ສໍາຄັນແນໃສ່ເຮັດໃຫ້ລັດອ່ອນເພຍແລະເສດຖະກິດແຫ່ງຊາດຊຸດໂຊມດໄດ້ຫວ່ານຢາພິດ,ສານເຄມີຫຼືປ່ອຍເຊື້ອພະຍາດໃສ່ໝູ່ຄົນຫຼືຝູງສັດຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບ,ອາດຈະຖືກຮິບຊັບແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ116ການທໍາລາຍກິດຈະການຂອງລັດຫຼືຂອງສັງຄົມ ບຸກຄົນໃດຫາກໄດ້ເຄື່ອນໄຫວທໍາລາຍກິດຈະການດ້ານກະສິກໍາ,ອຸດສາຫະກໍາ,ການຄ້າ,ການຂົນສົ່ງ,ການເງິນ,ພື້ນຖານເສດຖະກິດ,ການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງຂອງລັດແລະສັງຄົມດ້ວຍການກະທໍາຫຼືການເມີນເສີຍຫຼືດ້ວຍການຍຸແຍ່,ປັ່ນປ່ວນພາຍໃນໃຫ້ມີຄວາມແຕກແຍກໂດຍສວຍໃຊ້ໜ້າທີ່ຮັບຜິດຊອບຂອງຕົນເພື່ອເຮັດໃຫ້ລັດອ່ອນເພຍແລະເສດຖະກິດແຫ່ງຊາດຊຸດໂຊມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບ,ອາດຈະຖືກຮິບຊັບແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ117ການໂຄສະນາຕ້ານສປປລາວ ບຸກຄົນໃດຫາກໄດ້ໂຄສະນາໃສ່ຮ້າຍປ້າຍສີສປປລາວ,ບິດເບືອນແນວທາງຂອງພັກແລະນະໂຍບາຍຂອງລັດ,ປ່າວຂ່າວອຸກຸສົນ,ເຮັດໃຫ້ມີຄວາມວຸ້ນວາຍດ້ວຍການເວົ້າ,ການຂຽນ,ການເພີ່ມ,ໜັງສືພິມ,ຮູບເງົາ,ວີດີໂອ,ຮູບພາບ,ເອກະສານ,ສື່ທາງເອເລັກໂຕຼນິກຫຼືດ້ວຍຮູບການອື່ນທີ່ມີເນື້ອໃນຕ້ານສປປລາວເພື່ອເຮັດໃຫ້ອໍານາດແຫ່ງລັດອ່ອນເພຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ118ການແບ່ງແຍກຄວາມສາມັກຄີ ບຸກຄົນໃດຫາກໄດ້ກໍ່ຄວາມແບ່ງແຍກຫຼືກໍ່ຄວາມອາຄາດບາດໝາງລະຫວ່າງຊົນເຜົ່າ,ຊັ້ນຄົນ,ສາສະໜາເພື່ອທໍາລາຍຄວາມສາມັກຄີປວງຊົນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ119ການໂຈລະກໍາ ບຸກຄົນໃດຫາກໄດ້ເຂົ້າໃນການຈັດຕັ້ງເປັນກຸ່ມປະກອບອາວຸດແລ້ວໂຈມຕີ,ທໍາລາຍໂຮງຈັກໂຮງງານ,ສໍານັກງານ,ອົງການຈັດຕັ້ງສັງຄົມຫຼືຈັບຫຼືຂ້າພະນັກງານ,ປະຊາຊົນຫຼືປຸ່ນເອົາຊັບສົມບັດຂອງລັດ,ຂອງລວມໝູ່,ຂອງບຸກຄົນເພື່ອທໍາລາຍພື້ນຖານຄວາມເປັນລະບຽບຂອງສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບ,ອາດຈະຖືກຮິບຊັບແລະອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ120ການກໍ່ການຮ້າຍ ການກໍ່ການຮ້າຍແມ່ນການກະທໍາຂອງບຸກຄົນ,ກຸ່ມຄົນຫຼືການຈັດຕັ້ງໃນຫຼືນອກດິນແດນສປປລາວດັ່ງນີ້: 1.ການກະທໍາທີ່ສ້າງຜົນສະທ້ອນຕໍ່ຄວາມໝັ້ນຄົງ,ພື້ນຖານເສດຖະກິດ-ສັງຄົມຂອງຊາດ,ອົງການຈັດຕັ້ງຕ່າງປະເທດ,ອົງການສາກົນ,ສ້າງຄວາມຫຍຸ້ງຍາກຕໍ່ການພົວພັນສາກົນຂອງສປປລາວຫຼືສ້າງຄວາມວຸ້ນວາຍໃຫ້ແກ່ປະຊາຊົນໃນສັງຄົມ; 2.ການກະທໍາຮຸນແຮງທີ່ແຕະຕ້ອງເຖິງຊີວິດ,ສຸຂະພາບ,ສິດເສລີພາບຫຼືການບັງຄັບ,ການນາບຂູ່ທາງດ້ານຮ່າງກາຍແລະຈິດໃຈ; 3.ການຍຶດ,ທໍາລາຍຊັບສິນ,ບຸກລຸກ,ໂຈມຕີ,ຂັດຂວາງ,ສ້າງຄວາມເສຍຫາຍແລະສ້າງຄວາມວຸ້ນວາຍໃຫ້ແກ່ລະບົບຄັອມພິວເຕີ,ລະບົບຄົມມະນາຄົມ,ລະບົບອິນເຕີເນັດຫຼືເຄື່ອງມືດິຈີຕອນຂອງອົງການຈັດຕັ້ງລັດ,ນິຕິບຸກຄົນ,ການຈັດຕັ້ງແລະບຸກຄົນ; 4.ການປຸງແຕ່ງ,ຜະລິດ,ນໍາໃຊ້,ບັນຈຸ,ຂົນສົ່ງ,ຮິບໂຮມ,ຈັດຫາວັດຖຸລະເບີດ,ສານກໍາມັນຕະພາບລັງສີ,ສານພິດ,ວັດຖຸໄວໄຟແລະຊື້-ຂາຍອາວຸດ,ອຸປະກອນ,ຍານພາຫະນະລວມທັງການແນະນໍາໃຫ້ກະທໍາການໃດໜຶ່ງໂດຍມີຈຸດປະສົງຕາມທີ່ໄດ້ກໍານົດໄວ້ໃນຂໍ້1,2ແລະ3ຂອງມາດຕານີ້; 5.ການເຜີຍແຜ່,ຊັກຊວນ,ຊຸກຍູ້,ບັງຄັບ,ນາບຂູ່,ວ່າຈ້າງຫຼືສ້າງເງື່ອນໄຂ,ຊ່ວຍເຫຼືອໃຫ້ມີການກະທໍາຕາມທີ່ໄດ້ກໍານົດໄວ້ໃນຂໍ້1,2,3ແລະ4ຂອງມາດຕານີ້; 6.ການກະທໍາຜິດອື່ນທີ່ຖືກວ່າເປັນການກໍ່ການຮ້າຍຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ,ສົນທິສັນຍາຫຼືສັນຍາສາກົນທີ່ສປປລາວເປັນພາຄີ. ບຸກຄົນໃດຫາກໄດ້ກະທໍາຜິດໃນສະຖານການກໍ່ການຮ້າຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງພັນລ້ານກີບຫາຫ້າພັນລ້ານກີບ. ໃນກໍລະນີທີ່ມີການຈັດຕັ້ງເປັນກຸ່ມຫຼືສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະໜັກໜ່ວງຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າພັນລ້ານກີບຫາເຈັດພັນລ້ານກີບແລະຈະຖືກຮິບຊັບຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ121ການທໍາລາຍມ້າງເພຫຼືການບຸກລຸກຄ້າຍກັກຂັງຊົ່ວຄາວ,ຄ້າຍຄຸມຂັງ,ຄ້າຍດັດສ້າງ. ບຸກຄົນໃດຫາກໄດ້ໃຊ້ກໍາລັງທໍາລາຍມ້າງເພຫຼືບຸກລຸກຄ້າຍກັກຂັງຊົ່ວຄາວ,ຄ້າຍຄຸມຂັງ,ຄ້າຍດັດສ້າງເພື່ອປຸ້ນເອົາຫຼືຍາດເອົາຫຼືປ່ອຍຕົວຜູ້ຖືກຫາ,ນັກໂທດ,ຜູ້ຖືກດັດສ້າງໃນຄ້າຍກັກຂັງຊົ່ວຄາວ,ຄ້າຍຄຸມຂອງ,ຄ້າຍດັດສ້າງຫຼືໃຊ້ກໍາລັງປຸ້ນເອົາຜູ້ຖືກຫາຫຼືນັກໂທດໃນເວລາໂຍກຍ້າຍໄປມາຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບ,ອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດ. ບຸກຄົນໃດຫາກໄດ້ກໍ່ຄວາມປັນປ່ວນ,ທໍາລາຍລະບຽບພາຍໃນຂອງຄ້າຍກັກຂັງຊົ່ວຄາວ,ຄ້າຍຄຸມຂັງ,ຄ້າຍດັດສ້າງຫຼືຊັກຊວນຍຸແຍ່ໃຫ້ຜູ້ຖືກຫາ,ນັກໂທດ,ຜູ້ຖືກດັດສ້າງໂຕນໜີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ122ການໂຕນໜີໄປຫາສັດຕູ,ການລ້ຽງດູບຸກຄົນທີ່ເຄື່ອນໄຫວຕ້ານສປປລາວ ບຸກຄົນໃດຫາກໄດ້ໂຕນໜີໄປຮ່ວມມືກັບສັດຕູເພື່ອຕ້ານສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ບຸກຄົນໃດຫາກໄດ້ປິດບັງ,ຊຸກເຊື່ອງ,ລ້ຽງດູຫຼືຊ່ວຍເຫຼືອບຸກຄົນທີ່ເຄື່ອນໄຫວຕ້ານສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ123ການເປີດເຜີຍຄວາມລັບຂອງລັດຫຼືຄວາມລັບທາງລັດຖະການ ບຸກຄົນໃດທີ່ມີໜ້າທີ່ຮັບຜິດຊອບໃນການເກັບມ້ຽນ,ຮັກສາ,ນໍາໃຊ້ເອກະສານກ່ຽວກັບຄວາມລັບຂອງລັດຫາກໄດ້ເປີດເຜີຍຄວາມລັບຫຼືເຮັດໃຫ້ເສຍຄວາມລັບຫຼືເຮັດໃຫ້ເອກະສານລັບດັ່ງກ່າວເສຍຫາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ຖ້າແມ່ນຄວາມລັບທາງລັດຖະການກໍ່ຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ.

ມາດຕາ124ການເຕົ້າໂຮມກຸ່ມຄົນເພື່ອສ້າງຄວາມປັ່ນປ່ວນ ບຸກຄົນໃດຫາກໄດ້ຈັດຕັ້ງຫຼືເຂົ້າຮ່ວມໃນການຈັດຕັ້ງເຕົ້າໂຮມກຸ່ມຄົນເພື່ອທໍາການປະທ້ວງ,ເດີນຂະບວນແລະຮູບການອື່ນເພື່ອສ້າງຄວາມປັ່ນປ່ວນຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ125ການທໍາລາຍ,ການເຄື່ອນຍ້າຍຫຼັກໝາຍຊາຍແດນ ບຸກຄົນໃດຫາໄດ້ທໍາລາຍຫຼືໄດ້ເຮັດໃຫ້ຫຼັກໝາຍຊາຍແດນເປ່ເພໂດຍເຈດຕະນາຫຼືໄດ້ເຄື່ອນຍ້າຍລັກໝາຍຊາຍແດນໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ126ການທໍາລາຍ,ການໝິ່ນປະໝາດເຄື່ອງໝາຍຊາດຫຼືທຸງຊາດ ບຸກຄົນໃດຫາກໄດ້ທໍາລາຍ,ໝິ່ນປະໝາດເຄື່ອງໝາຍຊາດຫຼືທຸກຊາດທີ່ເປັນການແຕະຕ້ອງເຖິງກຽດແລະສັກສີຂອງສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ127ການທໍາລາຍ,ການໝິ່ນປະໝາດຮູບຜູ້ນໍາຂັ້ນສູງ,ບັນພະບູລຸດຂອງຊາດ ບຸກຄົນໃດຫາກໄດ້ທໍາລາຍ,ໝິ່ນປະໝາດຮູບປັ້ນ,ຮູບຫຼໍ່,ຮູບພາບ,ຮູບຄວັດລວມທັງເຄື່ອງໝາຍອື່ນຂອງຜູ້ນໍາຂັ້ນສູງ,ບັນພະບູລຸດຂອງຊາດຊຶ່ງເປັນການແຕະຕ້ອງເຖິງກຽດແລະສັກສີຂອງສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ128ການຂົນຂວາຍສົ່ງຄົນອອກຫຼືການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ບຸກຄົນໃດຫາກໄດ້ໂຄສະນາຊວນເຊື່ອ,ຕົວະຍົວະຫຼອກລວງໃຫ້ຄົນໂຕນໜີໄປຕ່າງປະເທດ,ສົ່ງຄົນອອກຫຼືເອົາຄົນເຂົ້າປະເທດຢ່າງຜິດກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີໜັກຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບ.

ມາດຕາ129ການປອມແປງເງິນຫຼືການໃຊ້ເງິນປອມ ບຸກຄົນໃດຫາກໄດ້ໃຊ້ເຄື່ອງພິມຫຼືໃຊ້ວິທີການອື່ນປອມແປງເງິນກີບ,ເງິນຕາຕ່າງປະເທດຫຼືນໍາເອົາເງິນປອມຈາກຕ່າງປະເທດເຈົ້າມາດຈໍາໜ່າຍຫຼືຈໍລະຈອນຢູ່ສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ປອມແປງເງິນຫຼືໄດ້ນໍາເອົາເງິນປອມເຂົ້າມາຢ່າງຫຼວງຫຼາຍຫຼືໂດຍມີການຈັດຕັ້ງຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສອງຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ. ບຸກຄົນໃດຫາກຮູ້ວ່າແມ່ນເງິນປອມແຕ່ຍັງນໍາອອກໃຊ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ. ບຸກຄົນໃດຫາກຮູ້ວ່າຕົນມີເງິນປອມຢູ່ໃນຄອບຄົງແຕ່ບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ130ການຟອກເງິນ ການຟອກເງິນແມ່ນການປ່ຽນຮູບ,ນໍາໃຊ້,ເຄື່ອນຍ້າຍ,ແລກປ່ຽນ,ໄດ້ມາ,ຄອບຄອງ,ໂອນກໍາມະສິດທີ່ແທ້ຈິງຂອງເງິນຫຼືຊັບສິນອື່ນທີ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໂດຍທີ່ຮູ້,ໄດ້ຮູ້ຫຼືສົງໄສວ່າເງິນຫຼືຊັບສິນນັ້ນມາຈກການກະທໍາຜິດຕົ້ນເພື່ອປົກປິດຫຼືຊຸກເຊື່ອງຄຸນລັກສະນະ,ທີ່ມາຂອງເງິນ,ທີ່ຕັ້ງຂອງຊັບສິນເພື່ອເຮັດໃຫ້ເງິນຫຼືຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ. ບຸກຄົນທີ່ໄດ້ກະທໍາຜິດໃນສະຖານຟອກເງິນທີ່ມີມູນຄ່າຕໍ່າກວ່າໜຶ່ງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ໄດ້ກະທໍາຜິດຊຶ່ງມີມູນຄ່າແຕ່ໜຶ່ງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີມີການຈັດຕັ້ງເປັນກຸ່ມຫຼືມີການກະທໍາຜິດເປັນອາຈິນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ເຈັດຮ້ອຍລ້ານກີບຫາເກົ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ131ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແມ່ນການເຄື່ອນໄຫວໂດຍເຈດຕະນາທັງທາງກົງແລະທາງອ້ອມຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ພະຍາຍາມໃຫ້,ຮິບໂຮມ,ຈັດຫາທຶນທີ່ຖືກຕ້ອງຫຼືບໍ່ຖືກຕ້ອງ,ທັງໝົດຫຼືບາງສ່ວນເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍເຖິງວ່າທຶນນັ້ນຈະຖືກນໍາໃຊ້ຫຼືບໍ່ນໍາໃຊ້ເຂົ້າໃນການກະທໍາຕົວຈິງກໍ່ຕາມ. ບຸກຄົນທີ່ໄດ້ກະທໍາຜິດໃນສະຖານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ມີມູນຄ່າຕໍ່າກວ່າໜຶ່ງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາແປດປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາແປດຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ມີມູນຄ່າແຕ່ໜຶ່ງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບສອງປີແລະຈະຖືກປັບໃໝແຕ່ແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ມີມູນຄ່າແຕ່ໜຶ່ງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ132ການຜະລິດ,ການມີໄວ້ໃນຄອບຄອງ,ການໃຊ້ອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ຜະລິດ,ມີໄວ້ໃນຄອບຄົງ,ຮັກສາ,ໃຊ້ອາວຸດເສິກຫຼືວັດຖຸລະເບີດລວມທັງຊິ້ນສ່ວນຂອງອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ133ການຊື້,ຂາຍ,ນໍາເຂົ້າອາວຸດເສິກຫຼືວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ. ບຸກຄົນໃດຫາກໄດ້ຊື້,ຂາຍ,ນໍາເຂົ້າອາວຸດເສິກຫຼືວັດຖຸລະເບີດລວມທັງສານເຄມີທີ່ໃຊ້ເພື່ອຜະລິດລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຖືເອົາການຊື້,ການຂາຍ,ການນໍາເຂົ້າອາວຸດເສິກຫຼືວັດຖຸລະເບີດລວມທັງສານເຄມີເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ໄດ້ຊື້,ຂາຍວັດຖຸດັ່ງກ່າວເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ134ການລັກ,ການຍັກຍອກ,ການປຸ່ນເອົາອາວຸດເສິກຫຼືວັດຖຸລະເບີດ ບຸກຄົນໃດຫາກໄດ້ລັກ,ຍັກຍອກ,ປຸ່ນເອົາອາວຸດເສິກຫຼືວັດຖຸລະເບີດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຖືເອົາການລັກ,ຍັກຍອກອາວຸດເສິກຫຼືວັດຖຸລະເບີດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໄດ້ລັກ,ຍັກຍອກເອົາອາວຸດດັ່ງກ່າວເປັນຈໍານວນຫຼວງຫຼາຍຫຼືໄດ້ປຸ້ນເອົາອາວຸດດັ່ງກ່າວເປັນຈໍານວນຫຼວງຫຼາຍຫຼືໄດ້ປຸ້ນເອົາອາວຸດດັ່ງກ່າວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ135ການທໍາລາຍສາງອາວຸດ ບຸກຄົນໃດຫາກໄດ້ທໍາລາຍ,ມ້າງເພຫຼືຈູດເຜົາສາງອາວຸດຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາໜຶ່ງຮ້ອຍລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ136ການເຮັດໃຫ້ອາວຸດເສິກຫຼືວັດຖຸລະເບີດຂອງລັດເສຍຫາຍ ບຸກຄົນໃດຫາກໄດ້ເຮັດໃຫ້ອາວຸດເສິກຫຼືວັດຖຸລະເບີດຂອງລັດເສຍຫາຍດ້ວຍຄວາມບໍ່ລະມັດລະວັງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ137ການກະທໍາຜິດກ່ຽວກັບອາວຸດເຄມີ ອາວຸດເຄມີແມ່ນອາວຸດທີ່ປະກອບດ້ວຍທາດພິດ,ທາດເບື່ອຊຶ່ງນໍາໃຊ້ເພື່ອທໍາລາຍລ້າງຜານມະນຸດ. ບຸດຄົນໃດຫາກໄດ້ຜະລິດ,ຊື້,ຂາຍ,ມອບ,ແລກປ່ຽນ,ມີໄວ້ໃນຄອບຄອງຫຼືຂົນສົ່ງສານເຄມີເພື່ອຜະລິດອາວຸດເຄມີຈະຖືກລົງໂທດດັ່ງນີ້: -ແຕ່ຫ້າພັນກຼາມລົງມາຈະຖືກຕັດອິດສະລະພາບແຕ່ຫ້າປີຫາຫົກປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫົກລ້ານກີບ; -ເກີນກວ່າຫ້າພັນກຼາມຫາສິບພັນກຼາມຈະຖືກຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝເກີນກວ່າຫົກລ້ານກີບຫາແປດລ້ານກີບ; -ເກີນກວ່າສິບພັນກຼາມຈະຖືກຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝເກີນກວ່າແປດລ້ານກີບຫາສິບລ້ານກີບ.

ບຸກຄົນໃດຫາກໄດ້ຜະລິດ,ຊື້,ຂາຍ,ມອບ,ແລກປ່ຽນ,ມີໄວ້ໃນຄອບຄອງ,ຂົນສົ່ງຫຼືຍຸຍົງສົ່ງເສີມການນໍາໃຊ້ອາວຸດເຄມີຈະຖືກລົງໂທດດັ່ງນີ້: -ແຕ່ຫ້າພັນກຼາມລົງມາຈະຖືກຕັດອິດສະລະພາບແຕ່ເຈັດປີຫາແປດປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາສອງຮ້ອຍລ້ານກີບ; -ເກີນກວ່າຫ້າພັນກຼາມຫາສິບພັນກຼາມຈະຖືກຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝເກີນກວ່າສອງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບ; -ເກີນກວ່າສິບພັນກຼາມຈະຖືກຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ;

ບຸກຄົນໃດຫາກໄດ້ນໍາໃຊ້ອາວຸດເຄມີຈະຖືກລົງໂທດດັ່ງນີ້: -ຖ້າຜົນເສຍຫາຍບໍ່ຫຼວງຫຼາຍຈະຖືກຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ເຈັດຮ້ອຍລ້ານກີບຫາໜຶ່ງພັນຫ້າຮ້ອຍລ້ານກີບ; -ຖ້າຜົນເສຍຫາຍຢ່າງຫຼວງຫຼາຍຈະຖືກຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສອງພັນລ້ານກີບຫາຫ້າພັນລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ138ການຜະລິດ,ການມີໄວ້ໃນຄອບຄອງເຄື່ອງວິທະຍຸສື່ສານໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໄດ້ຫາກໄດ້ຜະລິດ,ມີໄວ້ຄອບຄອງຫຼືໄດ້ຕິດຕັ້ງເຄື່ອງວິທະຍຸສື່ສານໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ139ການສ້າງຕັ້ງກໍາລັງປ້ອງກັນຕົວແລະກໍາລັງຮັກສາຄວາມປອດໄພໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນໃດຫາກໄດ້ສ້າງຕັ້ງກໍາລັງປ້ອງກັນຕົວແລະກໍາລັງຮັກສາຄວາມປອດໄພໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາເຈັດສິບລ້ານກີບ.

ໝວດທີ2ການກະທໍາຜິດກ່ຽວກັບຄວາມປອດໄພແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ

ມາດຕາ140ການເປັນແພດເຖື່ອນ ບຸກຄົນໃດທີ່ບໍ່ໄດ້ຮັບອະນຸຍາດປິ່ນປົວຢ່າງຖືກຕ້ອງຕາມກົດໝາຍຫາກໄດ້ປິ່ນປົວຄົນເຈັບເພື່ອຫາລາຍໄດ້ຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເຮັດໃຫ້ຄົນເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເຮັດໃຫ້ຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າສິບລ້ານກີບ.

ມາດຕາ141ການຫຼິ້ນການພະນັນທີ່ຕ້ອງຫ້າມ ບຸກຄົນໃດຫາກໄດ້ຫຼິ້ນການພະນັກນທີ່ຕ້ອງຫ້າມຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນເອງຫຼືເປັນເຈົ້າມືຫຼືເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ142ການເປັນນັກເລງອັນຕະພານ ບຸກຄົນໃດທີ່ບໍ່ເຄົາລົບນັບຖືລະບຽບວິໄນຂອງການດໍາລົງຊີວິດຂອງສັງຄົມຫາກໄດ້ໃຊ້ຄວາມຮຸນແຮງ,ໃຊ້ການນາບຂູ່,ໃຊ້ຄວາມຫຍາບຊ້າຫຼືໄດ້ມີການກະທໍາອື່ນຊຶ່ງຝືນຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຈະຖືກຕໍານິວິຈານແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີມີການຈັດຕັ້ງເປັນກຸ່ມຫຼືເປັນອາຈິນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ143ການກະທໍາຜິດຕໍ່ຄວາມປອດໄພຂອງການຈະລາຈອນທາງບົກ ບຸກຄົນໃດໂດຍເຈດຕະນາຫາກໄດ້ເຮັດໃຫ້ຖະໜົນຫົນທາງເສຍຫາຍ,ປ່ຽນແປງຫຼືເຮັດໃຫ້ລະບົບສັນຍານຈະລາຈອນເປັນຕົ້ນປ້າຍຈະລາຈອນຫຼືປາຍສັນຍານ,ໄຟອໍານາດ,ກ້ອງວົງຈອນປີດ,ຫຼັກໝາຍກິໂລແມັດເສຍຫາຍ;ໄດ້ໃຊ້ຄວາມຮຸນແຮງຫຼືນາບຂູ່ຜູ້ຂັບຂີ່ຍານພາຫະນະຊຶ່ງພາໃຫ້ເກີດອຸບປະຕິເຫດໃນການຈະລາຈອນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ສອງຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ມີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກປີຫາສິບປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງແລະສ້າງຄວາມເສຍຫາຍຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງແລ້ວພາໃຫ້ມີຄົນບາດເຈັບສາຫັດ,ເຈັບຫຼາຍຄົນ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງແລ້ວພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ເປັນການກະທໍາຜິດດ້ວຍຄວາມບໍລະມັດລະວັງແລ້ວພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາແປດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ.

ມາດຕາ144ການກີດຂວາງການຈະລາຈອນທາງບົກ ບຸກຄົນໃດຫາກໄດ້ກີດຂວາງການຈະລາຈອນທາງບົກດ້ວຍການຂຸດ,ເຈາະຫຼືຕັດ,ວາງສິ່ງກີດຂວາງ,ມ້າງ,ຮຶ້ຖອນ,ຍົກຍ້າຍ,ເຮັດໃຫ້ຫຍຸ້ງຍາກໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີເປັນການກະທໍາຜິດທີ່ພາໃຫ້ເກີດອຸບປະຕິເຫດໃນການຈະລາຈອນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກໄດ້ພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກປີຫາສິບປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກໄດ້ພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ145ການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບປະຕິເຫດ ບຸກຄົນໃດຫາກໄດ້ລະເມີດກົດຈະລາຈອນແລ້ວພາໃຫ້ເກີດອຸບປະຕິເຫດແລະເຮັດໃຫ້ຜູ້ອື່ນຖືກບາດເຈັບຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເຈັບຫຼາຍຄົນ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ146ການຫຼົບໜີຈາກອຸບປະຕິເຫດ ບຸກຄົນໃດຫາກໄດ້ເຮັດໃຫ້ອຸປະຕິເຫດເກີດຂຶ້ນຫຼືມີສ່ວນພົວພັນໂດຍກົງກັບອຸປະຕິເຫດແລ້ວຫຼົບໜີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ147ການນໍາໃຊ້ພາຫະລະທີ່ບໍ່ໄດ້ມາດຕະຖານເຕັກນິກ ບຸກຄົນໃດຫາກນໍາໃຊ້ພາຫະນະທີ່ບໍ່ໄດ້ມາດຕະຖານເຕັກນິກແລ້ວພາໃຫ້ເກີດອຸບປະຕິເຫດແລະເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກປີຫາສິບປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ148ການມອບໝາຍໃຫ້ບຸກຄົນທີ່ບໍ່ມີເງື່ອນໄຂຂັບຂີ່ພາຫະນະບົນທ້ອງຖະໜົນ ບຸກຄົນໃດຫາກໄດ້ມອບໝາຍໃຫ້ບຸກຄົນທີ່ບໍ່ອະນຸຍາດໃຫ້ຂັບຂີ່ຫຼືບໍ່ມີໃບອະນຸຍາດຂັບຂີ່ຫຼືບໍ່ມີເງື່ອນໄຂຄົບຖ້ວນຕາມກົດໝາຍເພື່ອຂັບຂີ່ພາຫະນະບົນທ້ອງຖະໜົນຊຶ່ງພາໃຫະເກີດອຸບປະຕິເຫດເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ149ການແຂ່ງລົດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກເຂົ້າຮ່ວມໃນການແຂ່ງລົດໃຫຍ່,ລົດຈັກຫຼືພາຫະນະອື່ນທີ່ແລ່ນດ້ວຍເຄື່ອງຈັກໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ເກີດອຸບປະຕິເຫດແລະເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫົກປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາແປດປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາເຈັດສິບລ້ານກີບ.

ມາດຕາ150ການຈັດຕັ້ງແຂ່ງລົດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກຈັດຕັ້ງໃຫ້ມີການແຂ່ງລົດໃຫຍ່,ລົດຈັກຫຼືພາຫະນະອື່ນທີ່ແລ່ນດ້ວຍເຄື່ອງຈັກໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກປັບໃໝສິບລ້ານກີບຫາຫ້າສິບລ້ານກີບຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ເກີດອຸບປະຕິເຫດແລະມີການບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄວາມບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາເຈັດສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ151ການລະເມີດລະບຽບການກ່ຽວກັບການຈະລາຈອນທາງລົດໄຟ ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບຄວາມປອດໄພໃນການຈະລາຈອນທາງລົດໄຟແລ້ວພາໃຫ້ເກີດອຸບປະຕິເຫດແລະເຮັດໃຫ້ມີຄົນບາດເຈັບຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ152ການລະເມີດລະບຽບການກ່ຽວກັບຄວາມປອດໄພໃນການຈະລາຈອນທາງນໍ້າ ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບຄວາມປອດໄພໃນການຈະລາຈອນທາງນໍ້າແລ້ວພາໃຫ້ເກີດອຸບປະຕິເຫດແລະເຮັດໃຫ້ມີຄົນບາດເຈັບຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ153ການລະເມີດລະບຽບການກ່ຽວກັບຄວາມປອດໄພຂອງການບິນ ບຸກຄົນໃດຫາກໄດ້ສັ່ງຫຼືດໍາເນີນງານກ່ຽວກັບການບິນໂດຍລະເມີດລະບຽບການກ່ຽວກັບຄວາມປອດໄພໃນການຈະລາຈອນທາງອາຍາດຊຶ່ງເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບຫຼືເສຍຊີວິດຫຼືມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ154ການນໍາໃຊ້ອຸປະກອນກ່ຽວກັບເຮືອບິນທີ່ບໍ່ໄດ້ມາດຕະຖານຄວາມປອດໄພ ບຸກຄົນໃດທີ່ຮັບຜິດຊອບໂດຍກົງກ່ຽວກັບສະພາບເຄື່ອງຈັກ,ເຕັກນິກຂອງເຮືອບິນແຕ່ອະນຸຍາດໃຫ້ນໍາໃຊ້ເຮືອບິນຊຶ່ງບໍ່ຕອບສະໜອງມາດຕະຖານຄວາມປອດໄພຢ່າງຈະແຈ້ງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກພາໃຫ້ຄົນອື່ນບາດເຈັບສາຫັດຫຼືເສຍຊີວິດຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາສິບປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ155ການລະເມີດລະບຽບການກ່ຽວກັບການຮັກສາ,ສ້ອມແປງຫຼືຄຸ້ມຄອງວຽກງານການຈະລາຈອນ. ບຸກຄົນໃດທີ່ຮັບຜິດຊອບໂດຍກົງກ່ຽວກັບການຮັກສາ,ສ້ອມແປງຫຼືຄຸ້ມຄອງວຽກງານການຈະລາຈອນທາງບົກ,ທາງນໍ້າ,ທາງອາກາດຫຼືທາງລົດໄຟແຕ່ໄດ້ລະເມີດລະບຽບການເຫຼົ່ານັ້ນຊຶ່ງເຮັດໃຫ້ຄົນອື່ນບາດເຈັບສາຫັດຫຼືເສຍຊີວິດຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ156ການກະທໍາທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ,ເຮືອບິນ,ກໍາປັ່ນ,ລົດໄຟ,ລົດ,ສະໜາມບິນ,ທ່າກໍາປັ່ນ,ສະຖານີລົດໄຟຫຼືສະຖານນີລົດ ບຸກຄົນໃດຫາກມີການກະທໍາທີ່ເປັນການລະເມີດລະບຽບແລະເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ,ເຮືອບິນ,ກໍາປັ່ນ,ລົດໄຟ,ລົດ,ສະໜາມບິນ,ທ່າກໍາປັ່ນ,ສະຖານນີລົດໄຟຫຼືສະຖານີລົດຊຶ່ງໄດ້ສ້າງຄວາມເສຍຫາຍຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບຫາຫ້າສິບລ້ານກີບຫຼືຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ.

ມາດຕາ157ການຈີ້ລົດ,ເຮືອ,ເຮືອບິນ ບຸກຄົນໃດຫາກໄດ້ໃຊ້ອາວຸດຫຼືຄວາມຮຸນແຮງເພື່ອຈີ້,ຄວບຄຸມຫຼືຍຶດລົດ,ລົດໄຟ,ເຮືອຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ເຈັດສິບລ້ານກີບຫາສາມຮ້ອຍລ້ານກີບ. ບຸກຄົນໃດຫາກໄດ້ໃຊ້ອາວຸດຫຼືຄວາມຮຸນແຮງເພື່ອຈີ້,ຄວບຄຸມຫຼືຍຶດເຮືອບິນ,ກໍາປັ່ນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ. ໃນກໍລະນີທີ່ການກະທໍາດັ່ງກ່າວຫາກໄດ້ກໍ່ຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບຫຼືຊັບສິນຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງພັນລ້ານກີບຫາສິບພັນລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ158ການທໍາລາຍເຮືອດບິນ,ສະໜາມບິນ,ສະຖານນີລົດໄຟ,ສະຖານີຂົນສົ່ງ,ທ່າເຮືອດຫຼືທ່າກໍາປັ່ນ ບຸກຄົນໃດຫາກໄດ້ທໍາລາຍເຮືອບິນ,ສະໜາມບິນ,ສະຖານີລົດໄຟ,ສະຖານີ້ຂົນສົ່ງ,ທ່າເຮືອດຫຼືທ່າກໍາປັ່ນ,ລົດໄຟຈະດ້ວຍວິທີໃດກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາສາມພັນລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບຫຼືຊັບສິນຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສາມພັນລ້ານກີບຫາຊາວພັນລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ159ການປຸ້ນຢູ່ທະເລ ບຸກຄົນໃດຫາກໄດ້ໂຈມຕີ,ປຸ້ນ,ທໍາລາຍຊັບສິນເທິງກໍາປັ່ນ,ຍານພາຫະນະບິນຫຼືຍານພາຫະນະອື່ນທາງທະເລຢູ່ທະເລຫຼືບ່ອນທີ່ບໍ່ຢູ່ໃນເຂດອໍານາດຕັດສິນຂອງປະເພດໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ເຈັດສິບລ້ານກີບຫາສາມຮ້ອຍລ້ານກີບ. ໃນກໍລະນີທີ່ການກະທໍາຜິດດັ່ງກ່າວຫາກໄດ້ກໍ່ຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບຫຼືຊັບສິນຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງພັນລ້ານກີບຫາສິບພັນລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ160ການບຸກລຸກເຮືອບິນ,ສະໜາມບິນຫຼືເຂດຕິດຕັ້ງອຸປະກອນອໍານວຍຄວາມສະດວກການບິນ ບຸກຄົນໃດຫາໄດ້ໃຊ້ກໍາລັງຫຼືອາວຸດບຸກລຸກເຮືອບິນ,ສະໜາມບິນຫຼືເຂດຕິດຕັ້ງອຸປະກອນອໍານວຍຄວາມສະດວກການບິນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບຫຼືຊັບສິນຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາໜຶ່ງພັນລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມຕໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ161ການນໍາເອົາອາວຸດ,ວັັດຖຸລະເບີດຫຼືທາດເຄມີອັນຕະລາຍຂຶ້ນເທິງເຮືອບິນຫຼືເຂົ້າໃນສະໜາມບິນຫຼືເຂດຕິດຕັ້ງອຸປະກອນອໍານວຍຄວາມສະດວກການບິນ. ບຸກຄົນໃດຫາກນໍາເອົາອາວຸດ,ວັດຖຸອັນຕະລາຍຫຼືວັດຖຸດໃດໜຶ່ງທີ່ສາມາດກໍ່ໃຫ້ເກີດຄວາມເສຍຫາຍຂຶ້ນເທິງເຮືອບິນຫຼືເຂົ້າໃນສະນາມບິນຫຼືເຂົ້າໃນເຂດຕິດຕັ້ງອຸປະກອນອໍານວຍຄວາມສະດວກການບິນໂດຍບໍ່ຖືກຕ້ອງຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ,ສຸຂະພາບຫຼືຊັບສິນຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອບລ້າຍກີບຫາໜຶ່ງພັນລ້ານກີບ.

ມາດຕາ162ການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກັບການບິນ ບຸກຄົນໃດຫາກເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບການບິນພົນລະເຮືອນເຊັ່ນການໂຄສະນາທີ່ເປັນການຂົ່ມຂູ່ຕໍ່ຄວາມປອດໄພແລະການຮັກສາຄວາມປອດໄພຂອງເຮືອບິນ,ສະໜາມບິນຫຼືອຸປະກອນອໍານວຍຄວາມສະດວກການບິນ,ພະນັກງານຜູ້ໃຫ້ບໍລິການເທິງເຮືອບິນຫຼືພາກພື້ນດິນ,ຈຸບິນ,ຜູ້ໂດຍສານຫຼືສາທາລະນະຊົນທົ່ວໄປທີ່ຢູ່ໃນສະໜາມບິນ,ອ້ອມຂ້າງສະໜາມບິນຫຼືຂອບເຂດທີ່ໄດ້ຮັບຜົນກະທົບຈາກການບິນພົນລະເຮືອນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ163ການຂັບເຮືອບິນທີ່ຂັດກັບລະບຽບການບິນຂອງສປປລາວ ບຸກຄົນໃດຫາກໄດ້ຂັບເຮືອບິນເຂົ້າຫຼືອອກຈາກສປປລາວທີ່ລະເມີດລະບຽບການກ່ຽວກັບການບິນຂອງສປປລາວຈະຖືກປັບໃໝແຕ່ສິບລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ164ການເປີດເຜີຍມາດຕະການປ້ອງກັນການເຂົ້າເຖິງລະບົບຄັອມພິວເຕີ້ ບຸກຄົນໃດຫາກໄດ້ນໍາເອົາມາດຕະການປ້ອງກັນສະເພາະໄປເປີດເຜີຍໂດຍບໍ່ໄດ້ຮັບອະນຸຍາດຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ລັດ,ບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງແລະສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສີ່ລ້ານກີບ.

ມາດຕາ165ການເຂົ້າເຖິງລະບົບຄອມພິວເຕີ້ໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນໃດຫາກໄດ້ນໍາໃຊ້ອຸປະກອນເອເລັກໂຕຼນິກເຂົ້າໃນລະບົບຄັອມພິວເຕີ້ທີ່ມີມາດຕະການປ້ອງກັນສະເພາະຫຼືເພື່ອລັກເອົາຂໍ້ມູນທາງດ້ານການຄ້າ,ດ້ານການເງິນ,ຄວາມລັບແລະຂໍ້ມູນອື່ນຂອງບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ.

ມາດຕາ166ການຕັດຕໍ່ເນື້ອໃນ,ຮູບ,ພາບເຄື່ອນໄຫວ,ສຽງແລະວີດີໂອໂດຍບໍ່ໄດ້ຮັບອະນຸຍາດ. ບຸກຄົນໃດຫາກໄດ້ສ້າງຂຶ້ນໃໝ່,ການເພີ່ມເຕີມຫຼືການດັດແປງຈາກສະບັບຕົ້ນດ້ວຍວິທີການທາງເອເລັກໂຕຼນິກຫຼືວິທີການອື່ນເພື່ອເຜີຍແຜ່ຜ່ານລະບົບຄັອມພິວເຕີ້ຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ167ການລັດເອົາຂໍ້ມູນໃນລະບົບຄັອມພິວເຕີ້ໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນໃດຫາກໄດ້ລັດເອົາຂໍ້ມູນທີ່ກໍາລັງຮັບຫຼືສົ່ງຜ່ານລະບົບຄອມພິວເຕີດ້ວຍການນໍາໃຊ້ເຄື່ອງມືທາງດ້ານເອເລັກໂຕຼນິກຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາຊາວລ້ານກີບ.

ມາດຕາ168ການສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍ ບຸກຄົນໃດຫາກໄດ້ສ້າງຄວາມເສຍຫາຍຜ່ານສື່ສັງຄົມອອນລາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາຊາວລ້ານກີບ.

ມາດຕາ169ການເຜີຍແຜ່ສິ່ງລາມົກຜ່ານລະບົບຄອມພິວເຕີ ບຸກຄົນໃດຫາກໄດ້ເຜີຍແຜ່ຂໍ້ມູນທີ່ມີເນື້ອໃນສະແດງອອກຢ່າງຈະແຈ້ງເປັນຕົ້ນ,ຮູບ,ພາບເຄື່ອນໄຫວ,ສຽງແລະວີດີໂອກ່ຽວກັບອະໄວຍະວະເພດແລະພຶດຕິກໍາທາງເພດຂອງຄົນຜ່ານລະບົບຄອມພິວເຕີ້ຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ.

ມາດຕາ170ການລົບກວນລະບົບຄອມພິວເຕີ້ ບຸກຄົນໃດຫາກໄດ້ນໍາໃຊ້ໂປຼແກຼມຄອມພິວເຕີ,ໄວຣັດຫຼືເຄື່ອງມືອື່ນເພື່ອຂັດຂວາງຫຼືທໍາລາຍການປະຕິບັດງານຂອງລະບົບຄັອມພິວເຕີ,ໄດ້ສົ່ງຂໍ້ມູນລະບົບຄັອມພິວເຕີຫຼືຈົດໝາຍທາງເອເລັກໂຕຼນິກໂດຍມີການປົກປິດທີ່ຢູ່ຫຼືແຫຼ່ງທີ່ມາຂອງຜູ້ສົ່ງເພື່ອລົບກວນແລະ/ຫຼືທໍາລາຍການປະຕິບັດງານຂອງລະບົບຄັອມພິວເຕີ້ຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ.

ມາດຕາ171ການປອມແປງຂໍ້ມູນຄອມພິວເຕີ້ ບຸກຄົນໃດຫາກໄດ້ນໍາໃຊ້ຄອມພິວເຕີຫຼືລະບົບຄອມພິວເຕີແລະອຸປະກອນເອເລັກໂຕຼນິກເພື່ອປ່ຽນແປງຂໍ້ມູນຄອມພິວເຕີດ້ວຍການປ້ອນຂໍ້ມູນ,ການປ່ຽນແປງຂໍ້ມູນ,ການປອມທີ່ຢູ່ທາງເອເລັກໂຕຼນິກຫຼືການລຶບຂໍ້ມູນໃນລະບົບຄອມພິວເຕີ້ທີ່ສົ່ງຜົນໃຫ້ຂໍ້ມູນທາງລະບົບຄອມພິວເຕີ້ໃນໜຶ່ງປ່ຽນແປງຈາກຂໍ້ມູນເດີມໂດຍເຈດຕະນາ,ປ້ອງແລະການປ່ຽນແປງຂໍ້ມູນທຸລະກໍາທາງການເງິນ,ທາງການຄ້າ,ຄວາມລັບແລະຂໍ້ມູນອື່ນຂອງບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງໂດຍບໍ່ໄດ້ຮັບອະນຸຍາດຫຼືດວຍການສ້າງເວບໄຊປອມເພື່ອຫຼອກລວງໃຫ້ຜູ້ນໍາໃຊ້ລະບົບຄອມພິວເຕີ້ຫຼືອິນເຕີເນັດປ້ອນຂໍ້ມູນບັນຊີເງິນຝາກ,ລະຫັດບັດເຄຼດິດ,ລະຫັດນໍາໃຊ້ອິນເຕີເນັດແລະຂໍ້ມູນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ.

ມາດຕາ172ການທໍາລາຍຂໍ້ມູນລະບົບຄັອມພິວເຕີ້ ບຸກຄົນໃດຫາໄດ້ລຶບ,ດັດແກ້ແລະ/ຫຼືປ່ຽນແປງຂໍ້ມູນຄັອມພິວເຕີ້ຫຼືຂໍ້ມູນໃນລະບົບຄັອມພິວເຕີ້ເພື່ອໃຫ້ຂໍ້ມູນຫຼືລະບົບຄອມພິວເຕີ້ນັ້ນເສຍຫາຍແລະຜິດແປກຈາກຂໍ້ມູນເດີມຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບອາຫ້າສິບລ້ານກີບ.

ມາດຕາ173ການດໍາເນີນກິດຈະການກ່ຽວກັບເຄື່ອງມືອາຊະຍາກໍາທາງລະບົບຄັອມພິວເຕີ້ ບຸກຄົນໃດຫາກໄດ້ສ້າງໂປຼແກຼມໃໝ່ສະເພາະ,ການຜະລິດ,ການນໍາເຂົ້າ,ມີໄວ້ໃນຄອບຄອງ,ການຊື້ຂາຍ,ການຈໍາໜ່າຍ,ການໂຄສະນາເຜີຍແຜ່ຫຼືແນະນໍາເຄື່ອງມືດັ່ງກ່າວເປັນຕົ້ນໂປຼແກຼມຄັອມພິວເຕີ້ຫຼືການອອກແບບຂໍ້ມູນຄັອມພິວເຕີ້ເພື່ອກໍ່ອາຊະຍາກໍາທາງລະບົບຄັອມພິວເຕີ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ174ການກະທໍາຜິດທາງລະບົບໂທລະຄົມມະນາຄົມ ບຸກຄົນໃດຫາກໄດ້ດັດປັບຄື້ນຄວາມຖີ່ຫຼືນໍາໃຊ້ອຸປະກອນ,ເຄືອຂ່າຍໂທລະຄົມມະນາຄົມຂອງຕົນເຂົ້າໃສ່ຄື້ນຄວາມຖີ່ຫຼືອຸປະກອນ,ເຄືອຂ່າຍໂທລະຄົມມະນາຄົມຂອງຜູ້ອື່ນເພື່ອສະກັດກັ້ນ,ລົບກວນ,ບຸກລຸກ,ທໍາລາຍ,ປ່ຽນແປງ,ລຶບ,ລັກຕໍ່,ລັກຟັງ,ລັກຫຼືກັ່ນກອງເອົາຂໍ້ມູນຂ່າວສານຂອງຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫົກເດືອນແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ.

ມາດຕາ175ການລະເມີດລະບຽບການກ່ຽວກັບຄວາມປອດໄພດ້ານແຮງງານ,ສຸຂານາໄມແລະຄວາມປອດໄພໃນຫົວໜ່ວຍແຮງງານ. ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບຄວາມປອດໄພດ້ານແຮງງານ,ສຸຂານາໄມແລະຄວາມປອດໄພໃນຫົວໜ່ວຍແຮງງານຊຶ່ງພາໃຫ້ມີຄວາມເປັນອັນຕະລາຍຕໍ່ສຸຂະພາບຫຼືຊັບສິນຂອງບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເກີດອຸບປະຕິເຫດຊຶ່ງພາໃຫ້ມີຄົນບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສາມິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ176ການໃຊ້ແຮງງານໄວໜຸ່ມ ບຸກຄົນໃດຫາກໄດ້ຮັບເອົາເດັກອາຍຸແຕ່ສິບສີ່ປີຫາຕໍ່າກວ່າສິບແປດປີເຂົ້າເຮັດວຽກ,ໃຫ້ເຮັດວຽກໜັກຫຼືວຽກທີ່ເປັນອັນຕະລາຍຫຼືວຽກຢູ່ສະຖານທີ່ທີ່ເປັນອັນຕະລາຍ,ໃຫ້ເດັກເຮັດວຽກເກີນເວລາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍແຮງງານແລະລະບຽບການທີ່ກ່ຽວຂ້ອງຫຼືໃຊ້ເດັກໃນການສູ້ຮົບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ບາດເຈັບຫຼາຍຄົນ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ177ການລະເມີດລະບຽບການກ່ຽວກັບການກໍ່ສ້າງ ບຸກຄົນໃດຫາກລະເມີດລະບຽບການກ່ຽວກັບການກໍ່ສ້າງ,ການສ້ອມແປງ,ການຕໍ່ເຕີມ,ການທັບມ້າງ,ການຂົນສົ່ງ,ການນໍາໃຊ້ແລະການທົດລອງວັດສະດຸກໍ່ສ້າງ,ການນໍາໃຊ້ກົນຈັກຫຼືວັດຖຸປະກອນກໍ່ສ້າງແລະການຄວບຄຸມການກໍ່ສ້າງຊຶ່ງເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບຫຼືສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຊັບສິນຂອງບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເກີດອຸບປະຕິເຫດຊຶ່ງພາໃຫ້ມີຄົນບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສາມສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ178ການລະເມີດລະບຽບການກ່ຽວກັບການຄຸ້ມຄອງວັດຖຸນໍາໃຊ້ກໍາມັນຕະພາບລັງສີ ບັນຄົນໃດຫາກລະເມີດລະບຽບການກ່ຽວກັບການຄຸ້ມຄອງການຜະລິດ,ການສ້ອມແປງ,ການສະໜອງ,ການນໍາໃຊ້,ການບໍາລຸງຮັກສາ,ການເກັບຮັກສາ,ຊື້,ຂາຍ,ມອບ,ແລກປ່ຽນ,ມີໄວ້ໃນຄອບຄອງຫຼືຂົນສົ່ງວັດຖຸກໍາມັນຕະພາບລັງສີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກສ້າງຄວາມເສຍຫາຍຕໍ່ສຸຂະພາບຫຼືຊັບສິນຂອງບຸກຄົນອື່ນຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເກີດອຸບປະຕິເຫດຊຶ່ງພາໃຫ້ມີຄົນບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບ$ມແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລັງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາຊາວຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫົກລ້ານກີບຫາຫ້າສິບລ້ານກີບ.

ມາດຕາ179ການລະເມີດລະບຽບການກ່ຽວກັບການຄຸ້ມຄອງວັດຖຸໄວໄຟ,ທາດເບື່ອ. ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບການຄຸ້ມຄອງການຜະລິດ,ການເກັບຮັກສາ,ການຂົນສົ່ງ,ການນໍາໃຊ້ຫຼືການຄ້າຂາຍວັດຖຸໄວໄຟ,ທາດເບື່ອທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເກີດອຸບປະຕິເຫດຊຶ່ງພາໃຫ້ມີຄົນບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ຄົນເສຍຊີວິດຈະຖືກລົງໂທດຕັດອິດສລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສາມສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ180ການລະເມີດລະບຽບການກ່ຽວກັບຄວາມປອດໄພໃນການນໍາໃຊ້ລະບົບໄຟຟ້າ. ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບຄວາມປອດໄພໃນການນໍາໃຊ້ລະບົບໄຟຟ້າດ້ວຍການອະນຸຍາດໃຫ້ດໍາເນີນການກໍ່ສ້າງຫຼືດໍາເນີນການກໍ່ສ້າງໂດຍບໍ່ຖືກຕ້ອງຊຶ່ງລວມມີລະບົບຄວາມປອດໄພໃນການກໍ່ສ້າງເຮືອນແລະການຕິດຕັ້ງລະບົບເຊື່ອມໄຟຟ້າທີ່ກໍ່ໃຫ້ເກີດການລະເມີດ,ແປວໄຟ;ການຈູດປ່າເພື່ອເປີດແລວທາງ,ຕັດຕົ້ນໄມ້ທີ່ສົ່ງຜົນກະທົບຕໍ່ຄວາມປອດໄພຂອງລະບົບໄຟຟ້າ;ການຂຸດ,ເຈາະ,ຕອກເສົາເຂັມຫຼືກໍ່ສ້າງເຮືອນໃກ້ບໍລິເວນຈຸດເຊື່ອມຕໍ່ທີ່ຖືກກໍານົດແລະອອກແບບເພື່ອປ້ອງກັນລະບົບສາຍໄຟຟ້າທີ່ຈັດວາງຢູ່ໃຕ້ດິນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເກີດອຸບປະຕິເຫດຊຶ່ງພາໃຫ້ມີຄົນບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສາມສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ181ການລະເມີດກລະບຽບການກ່ຽວກັບການປິ່ນປົວແລະການບໍລິການດ້ານການແພດ. ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບການປິ່ນປົວແລະການກວດກາສຸຂະພາບ,ການຜະລິດຢາ,ການຈ່າຍຢາ,ການຂາຍຢາແລະການບໍລິການດ້ານການແພດທີ່ສ້າງຄວາມເສຍຫາຍຕໍ່ສຸຂະພາບຂອງບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສາມສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ182ການລະເມີດມາດຕະການຄວາມປອດໄພໂຮງງານ ບຸກຄົນໃດຫາກບໍ່ປະຕິບັດມາດຕະການທີ່ຮັບປະກັນຄວາມປອດໄພໂຮງງານຊຶ່ງສ້າງຄວາມເສຍຫາຍຕໍ່ສຸຂະພາບຂອງບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສາມສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ183ການລະເມີດລະບຽບການກ່ຽວກັບຄວາມປອດໄພຂອງອາຫານແລະສຸຂານາໄມ ບຸກຄົນໃດຫາກລະເມີດລະບຽບການກ່ຽວກັບຄວາມປອດໄພຂອງອາຫານແລະສຸຂານາໄມຊຶ່ງສ້າງຄວາມເສຍຫາຍຕໍ່ສຸຂະພາບຂອງບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສາມສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ184ການເຄື່ອນໄຫວກ່ຽວກັບໄສຍະສາດ ບຸກຄົນໃດຫາກເປັນໝໍດູ,ເປັນນາງທຽມຫຼືທໍາການເຄື່ອນໄຫວດ້ານໄສຍະສາດແລ້ວສວຍໃຊ້ຄວາມເຊື່ອຂອງຜູ້ອື່ນຊຶ່ງສ້າງຄວາມເສຍຫາຍຕໍ່ຊັບສິນຫຼືສຸຂະພາບຂອງບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຫຼືມີການເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ.

ມາດຕາ185ການຫຼອກລວງ,ການບັງຄັບເດັກໃຫ້ກະທໍາຜິດຫຼືຊຸກເຊື່ອງເດັກກະທໍາຜິດ ບຸກຄົນໃດຫາກຫຼອກລວງຫຼືບັງຄັບເດັກໃຫ້ກະທໍາຜິດຫຼືໃຫ້ກະທໍາສິ່ງທີ່ບໍ່ດີຫຼືຊຸກເຊື່ອງເດັກກະທໍາຜິດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ186ການເຂົ້າຮ່ວມໃນກຸ່ມອົງການອາຊະຍາກໍາຫຼືກຸ່ມຄົນທີ່ເກັບຄ່າຄຸ້ມຄອງ. ບຸກຄົນໃດຫາກໄດ້ເຂົ້າຮ່ວມໃນກຸ່ມອົງການອາຊະຍາກໍາຫຼືກຸ່ມຄົນທີ່ເກັບຄ່າຄຸ້ມຄອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫົກປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາຫົກສິບລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ187ການແຈ້ງເຫດການເທັດ ບຸກຄົນໃດໂດຍເຈດຕະນາຫາກໄດ້ແຈ້ງກ່ຽວກັບເຫດການທີ່ບໍ່ມີຈິງຕໍ່ເຈົ້າໜ້າທີ່ຫຼືຜູ້ທີ່ກ່ຽວຂ້ອງເພື່ອດໍາເນີນການໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ໝວດທີ3ການກະທໍາຜິດຕໍ່ຊີິດ,ສຸຂະພາບແລະກຽດສັກສີຂອງບຸກຄົນ

ມາດຕາ188ການຄາດຕະກໍາ ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້າກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການຄາດຕະກໍາເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ຂ້າຄົນໂດຍມີແຜນການ,ຂ້າຄົນຢ່າງໂຫດຮ້າຍປ່າເຖື່ອນ,ຂ້າພະນັກງານທໍາກໍາລັງປະຕິບັດໜ້າທີ່,ຂ້າຫຼາຍຄົນ,ຂ້າຜູ້ຍິງຖືພາ,ຂ້າເດັກ,ຂ້າເມຍຫຼືຜົວ,ຂ້າຍາດໃກ້ຊິດ,ຂ້າຄົນທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ຫຼືຢູ່ໃນສະພາບອ່ອນແອ,ຂ້າຄົນເພື່ອເອົາອະໄວຍະວະ,ຂ້າຄົນເພື່ອປິດບັງການກະທໍາຜິດອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ,ອາດຈະຖືກຈໍາກັດທີ່ຢູ່ຫຼືຕັດອິດສະລະພາບຕະຫຼອດຊີວິດຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ189ການຈ້າງໃຫ້ຄາດຕະກໍາ ບຸກຄົນໃດຫາກໄດ້ຈ້າງບຸກຄົນໃດໜຶ່ງໃຫ້ຄາດຕະກໍາຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບຫາໜຶ່ງຮ້ອຍລ້ານກີບ. ໃນກໍລະນີຫາກໄດ້ຈ້າງໃຫ້ຄາດຕະກໍາແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຊາວລ້ານກີບຫາສອງຮ້ອຍລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ190ການຄາດຕະກໍາຍ້ອນຖືກກະທົບທາງດ້ານຈິດໃຈ ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາຍ້ອນຖືກກະທົບທາງດ້ານຈິດໃຈຢ່າງຮຸນແຮງຫຼືຍ້ອນການເກາະຜິດຊຶ່ງເຮັດໃຫ້ບໍ່ສາມາດຈະຄຸມສະຕິໄວ້ໄດ້ດ້ວຍການກະທໍາອັນບໍ່ຖືກຕ້ອງຕາມກົດໝາຍຂອງຜູ້ຖືກເຄາະຮ້າຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝາແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ມີຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ191ການຄາດຕະກໍາຫຼືການປະຖິ້ມລູກທີ່ຫາກໍ່ເກີດ ແມ່ຜູ້ໃດຫາກໄດ້ຄາດຕະກໍາຫຼືປະຖິ້ມລູກທີ່ຫາກໍ່ເກີດຂອງຕົນໃຫ້ເສຍຊີວິດຈະດ້ວຍເຫດຜົນໃດກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕສອງປີຫາຫ້າປີ. ໃນກໍລະນີການຄາດຕະກໍາຫຼືການປະຖິ້ມລູກທີ່ຫາກໍ່ເກີດຂອງຕົນໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີ.

ມາດຕາ192ການເຮັດໃຫ້ຜູ້ອື່ນເສຍຊີວິດຍ້ອນການປ້ອງການຕົວເກີນຂອບເຂດ ບຸກຄົນໃດຫາກໄດ້ປ້ອງກັນຕົວເກີນຂອບເຂດຊຶ່ງເຮັດໃຫ້ຜູ້ອື່ນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີເຮັດໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ193ການເຮັດໃຫ້ຜູ້ອື່ນເສຍຊີວິດໂດຍບໍ່ເຈດຕະນາໃນເວລາປະຕິ ບັດໜ້າທີ່ທາງການ ບຸກຄົນໃດຫາກເຮັດໃຫ້ຜູ້ອື່ນເສຍຊີວິດໂດຍບໍ່ເຈດຕະນາໃນເວລາປະຕິບັດໜ້າທີ່ທາງການຂອງຕົນຍ້ອນການໃຊ້ຄວາມຮຸນແຮງນອກຂອບເຂດທີ່ກົດໝາຍອະນຸຍາດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີເຮັດໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປຫຼືໃນກໍລະນີຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ194ການທໍາຮ້າຍຮ່າງກາຍ ບຸກຄົນໃດຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ມີການຫຸ້ມຕີຫຼືໃນກໍລະນີທີ່ການກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີການບາດເຈັບສາຫັດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກໄດ້ຮັບໃຫ້ເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາຫ້າສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ195ການເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບໃນເວລາປະຕິບັດໜ້າທີ່ທາງການ. ບຸກຄົນໃດໃນເວລາປະຕິບັດໜ້າທີ່ທາງການຫາກໄດ້ໃຊ້ຄວາມຮຸນແຮງນອກຂອບເຂດທີ່ກົດໝາຍອະນຸຍາດຊຶ່ງເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີມີການບາດເຈັບແຕ່ສອງຄົນຂຶ້ນໄປຫຼືບາດເຈັບສາຫັດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບປາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ196ການເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບຍ້ອນການປ້ອງກັນຕົວເກີນຂອບເຂດ ບຸກຄົນໃດຫາກໄດ້ເຮັດໃຫ້ບຸກຄົນອື່ນໄດ້ຮັບບາດເຈັບຍ້ອນການປ້ອງກັນຕົວເກີນຂອບເຂດຈະຖືກດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານຫາຫ້າລ້ານກີບ. ໃນກໍລະນີມີການບາດເຈັບແຕ່ສອງຄົນຂຶ້ນໄປຫຼືບາດເຈັບສາຫັດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເສຍອົງຄາ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ197ການເຮັດໃຫ້ຜູ້ອື່ນຂ້າຕົວຕາຍ ບຸກຄົນໃດຫາກໄດ້ປະພຶດຢ່າງປ່າເຖື່ອນ,ເຮັດໃຫ້ມີຄວາມຢ້ານກົວຢ່າງຕໍ່ເນື່ອງ,ປະຕິບັດໂດຍບໍ່ຖືກຕ້ອງຫຼືແບບຕໍ່າຕ້ອຍຕໍ່ຜູ້ອື່ນທີ່ຢູ່ໃຕ້ການເບິ່ງແຍງດູແລຂອງຕົນຊຶ່ງເປັນເຫດໃຫ້ຜູ້ກ່ຽວຂ້າຕົວຕາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີເຮັດໃຫ້ມີການຂ້າຕົວຕາຍແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ198ການຊ່ວຍເຫຼືອຜູ້ອື່ນໃຫ້ຂ້າຕົວຕາຍ ບຸກຄົນໃດຫາກໄດ້ຊຸກຍູ້,ຊ່ວຍເຫຼືອ,ສົ່ງເສີມ,ສ້າງເງື່ອນໄຂທາງດ້ານວັດຖຸຫຼືຈິດໃຈໃຫ້ຜູ້ອື່ນຂ້າຕົວຕາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີຊ່ວຍເຫຼືອຜູ້ອື່ນໃຫ້ຂ້າຕົວຕາຍແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີ.

ມາດຕາ199ການແພ່ເຊື້ອພະຍາດທີ່ຮ້າຍແຮງ ຜູ້ຕິດເຊື້ອພະຍາດທີ່ຮ້າຍແຮງຫາກນໍາເອົາເຊື້ອພະຍາດນັ້ນໄປແພ່ຂະຫຍາຍສູ່ບຸກຄົນອື່ນໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ບຸກຄົນໃດໂດຍເຈດຕະນາຫາກນໍາເອົາເຊື້ອພະຍາດທີ່ຮ້າຍແຮງໄປແພ່ຂະຫຍາຍສູ່ບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝສາມສິບລ້ານກີບເຈັດສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ນໍາເອົາເຊື້ອພະຍາດທີ່ຮ້າຍແຮງໄປແພ່ຂະຫຍາຍສູ່ບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝສາມສິບລ້ານກີບຫາເຈັດສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ນໍາເອົາເຊື້ອພະຍາດທີ່ຮ້າຍແຮງໄປແພ່ຂະຫຍາຍສູ່ບຸກຄົນອືນເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາເຈັດສິບລ້ານກີບ.

ມາດຕາ200ການເຮັດໃຫ້ຜູ້ອື່ນທີ່ຢູ່ໃນການຄຸ້ມຄອງຂອງຕົນໄດ້ຮັບບາດເຈັບ ບຸກຄົນໃດຫາກໄດ້ປະຕິບັດຕໍ່ບຸກຄົນອື່ນທີ່ຢູ່ໃນການຄຸ້ມຄອງຂອງຕົນຢ່າງປ່າເຖື່ອນຫຼືເຮັດໃຫ້ໄດ້ຮັບບາດເຈັບໂດຍເຈດຕະນາຈະຖືກຕໍານິວິຈານຫຼືດັດສ້າງໂດຍບໍ່ຕັດອິດສະລະພາບຫຼືລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາໜຶ່ງລ້ານຫ້າແສນກີບ. ໃນກໍລະນີທີ່ການກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີການບາດເຈັບສາຫັດ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ201ການຫຼຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ທໍາການຫຼຸລູກໃຫ້ຜູ້ອື່ນຢ່າງຜິດກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ທໍາການຫຼຸລູກໃຫ້ຜູ້ອື່ນເປັນອາຈິນຫຼືໃນກໍລະນີທີ່ການຫຼຸດລູກໂດຍບໍ່ຖືກຕ້ອງຕາມກົດໝາຍນັ້ນຫາກເຮັດໃຫ້ສຸຂະພາບຂອງແມ່ຊຸດໂຊມຫຼືເຮັດໃຫ້ແມ່ເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ202ການບໍ່ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ອື່ນໃນເວລາຕົກຢູ່ໃນໄພອັນຕະລາຍ ບຸກຄົນໃດຫາກໄດ້ພົບເຫັນຜູ້ອື່ນຕົກຢູ່ໃນໄພອັນຕະລາຍແກ່ຊີວິດຫຼືສຸຂະພາບແຕ່ບໍ່ໃຫ້ຄວາມຊ່ວຍເຫຼືອທັງໆທີ່ຕົນເອງກໍ່ມີເງື່ອນໄຂພໍຊ່ວຍເຫຼືອໄດ້ຫຼືບອກຄົນອື່ນໃຫ້ຊ່ວຍເຫຼືອຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ບຸກຄົນໃດທີ່ມີໜ້າທີ່ຊ່ວຍເຫຼືອແຕ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນໃນການຊ່ວຍເຫຼືອຜູ້ທີ່ຕົກຢູ່ໃນໄພອັນຕະລາຍແກ່ຊີວິດຫຼືສຸຂະພາບຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ203ການຂູ່ຈະຄາດຕະກໍາ ບຸກຄົນໃດຫາກຂູ່ວ່າຈະຄາດຕະກໍາຄົນອື່ນດ້ວຍວິທີໃດກໍ່ຕາມໄດ້ໄດ້ເຮັດໃຫ້ບຸກຄົນດັ່ງກ່າວເຊື່ອວ່າການຂູ່ນັ້ນຈະເປັນຈິງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າແສນກີບຫາໜຶ່ງລ້ານຫ້າແສນກີບ. ໃນກໍລະນີມີການຂູ່ຈະຄາດຕະກໍາແຕ່ສອງຄົນຂຶ້ນໄປ,ມີການສວຍໃຊ້ໜ້າທີ່,ຕໍາແໜ່ງ,ມີການຈັດຕັ້ງເປັນກຸ່ມຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ204ການໝິ່ນປະໝາດຊາກສົບຫຼືຊື່ສຽງຂອງຜູ້ຕາຍ ບຸກຄົນໃດຫາກໄດ້ກະທໍາຫຼືໃຊ້ວາຈາຢ່າງຫຍາບຊ້າຕໍ່ຊາກສົບ,ຊື່ສຽງ,ບ່ອນຝັງສົມຫຼືທາດຂອງຜູ້ຕາຍຊຶ່ງເປັນການແຕະຕ້ອງຈິດໃຈຂອງມະຫາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ205ການນິນທາແລະການໃສ່ຮ້າຍ ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງດ້ວຍການຂຽນ,ການເວົ້າຫຼືດ້ວຍຮູບການອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ບຸກຄົນໃດຫາກໄດ້ໃສ່ຮ້າຍປ້າຍສີຜູ້ອື່ນໂດຍບໍ່ມີຄວາມຈິງດ້ວຍການຂຽນ,ການເວົ້າຫຼືດ້ວຍຮູບການອື່ນຊຶ່ງເຮັດໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ206ການເຮັດໃຫ້ບຸກຄົນອື່ນອັບອາຍ ບຸກຄົນໃດຫາກລະເມີດກຽດສັກສີຂອງບຸກຄົນອື່ນແລະເຮັດໃຫ້ໄດ້ຮັບຄວາມອັບອາຍຈະຖືກຕໍານິວິຈານຫຼືດັດສ້າງບໍ່ຕັດອິດສະລະພາບຫຼືລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ207ການປ້ອຍດ່າ ບຸກຄົນໃດຫາໄດ້ໃຊ້ວາຈາ,ຂຽນຫຼືກະທໍາແນວຫຍ້ບຊ້າໃສ່ຜູ້ອື່ນເພື່ອໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ208ການເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມບໍ່ລະມັດລະວັງ ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດດ້ວຍຄວາມປະໝາດ,ຄວາມເລິ່ນເລີ້ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືປັບໃໝແຕ່ສອງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກໄດ້ເຮັດໃຫ້ຄົນເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ.

ມາດຕາ209ການເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບດ້ວຍຄວາມບໍ່ລະມັດລະວັງ ບຸກຄົນດຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບດ້ວຍຄວາມປະໝາດ,ຄວາມເລິ່ນເລີ້ຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີການກະທໍາຜິດຫາກໄດ້ເຮັດໃຫ້ມີບາດເຈັບສາຫັດ,ບາດເຈັບຫຼາຍຄົນ,ເສຍອົງຄະຫຼືພິການຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ໝວດທີ4ການກະທໍາຜິດຕໍ່ສິດແລະເສລີພາບຂອງພົນລະເມືອງ

ມາດຕາ210ການດັບສູນເຊື້ອຊາດ ບຸກຄົນໃດໂດຍເຈດຕະນາຫາກໄດ້ຂ້າ,ລ້າງຜານສະມາຊິກຈໍານວນຫຼາຍຂອງຊົນຊາດ,ເຜົ່າ,ເຊື້ອຊາດຫຼືສາສະໜາໃດໜຶ່ງທັງໝົດຫຼືບາງສ່ວນຫຼືໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງທາງຮ່າງກາຍແລະຈິດໃຈຂອງສະມາຊິກຈໍານວນຫຼາຍຂອງກຸ່ມຫຼືໄດ້ນໍາໃຊ້ມາດຕະການບໍ່ໃຫ້ມີການກໍາເນີດເດັກພາຍໃນກຸ່ມເພື່ອຈຸດປະສົງດັບສູນເຊື້ອຊາດຈະຖືກລົງໂທດຕັດອິດສະລະພາບສິບປີຫາຊາວປີຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງພັນລ້ານກີບຫາໜຶ່ງແສນລ້ານກີບຫຼືປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ211ການຈັບເປັນຕົວປະກັນ ບຸກຄົນໃດຫາກໄດ້ບັງຄັບ,ຈັບຕົວ,ກັກຂັງບຸກຄົນໃດໜຶ່ງເປັນຕົວປະກັນແລະຂົ່ມຂູ່ວ່າຈະຂ້າ,ທຸບຕີຫຼືສືບຕໍ່ກັກຂັງຜູ້ນີ້ເພື່ອບັງຄັບຜູ້ອື່ນເຊັ່ນບຸກຄົນຫຼືການຈັດຕັ້ງໃຫ້ກະທໍາຫຼືບໍ່ກະທໍາສິ່ງໃດໜຶ່ງທີ່ເປັນເງື່ອນໄຂໃຫ້ແກ່ການປ່ອຍຕົວປະກັນຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ. ໃນກໍລະນີມີການຈັບຕົວປະກັນເທິງເຮືອບິນຫຼືໃນສະໜາມບິນຫຼືຈັບຕົວປະກັນສອງຄົນຂຶ້ນໄປ,ທໍລະມານ,ທໍາຮ້າຍຮ່າງກາຍຫຼືເຮັດໃຫ້ຕົວປະກັນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍຫ້າສິບລ້ານກີບຫາຫ້າຮ້ອຍລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ212ການທໍລະມານ ບຸກຄົນໃດຫາກມີການກະທໍາໃດໜຶ່ງໂດຍເຈດຕະນາຈະແມ່ນໃນການປະຕິບັດໜ້າທີ່ທາງການຫຼືບໍ່ກໍ່ຕາມຊຶ່ງກໍ່ໃຫ້ເກີດຄວາມເຈັບປວດຫຼືບວບຊໍ້າອັນສາຫັດທາງຮ່າງກາຍຫຼືຈິດໃຈແກ່ບຸກຄົນອື່ນເພື່ອໃຫ້ຜູ້ກ່ຽວຫຼືບຸກຄົນທີສາມບອກຂໍ້ມູນຂ່າວສານຫຼືຮັບສາລະພາບ,ເພື່ອລົງໂທດຜູ້ກ່ຽວນັ້ນຍ້ອນການກະທໍາຂອງຜູ້ກ່ຽວຫຼືຂອງບຸກຄົນທີສາມຫຼືຍ້ອນສົງໄສວ່າຜູ້ກ່ຽວຫຼືບຸກຄົນທີສາມໄດ້ມີການກະທໍານັ້ນຫຼືຂົ່ມຂູ່ຫຼືບັງຄັບຜູ້ກ່ຽວຫຼືບຸກຄົນທີສາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຫາກໄດ້ເຮັດໃຫ້ເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບປາຫ້າສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກພາໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ຄວາມເຈັບປວດຫຼືຄວາມບວບຊໍ້າທີ່ເນື່ອງມາຈາກການລົງໂທດທີ່ຖືກຕ້ອງຕາມກົດໝາຍຫຼືເກີດຂຶ້ນໂດຍບໍ່ເຈດຕະນາຈາກການລົງໂທດດັ່ງກ່າວຈະບໍ່ຖືວ່າເປັນການທໍລະມານ.

ມາດຕາ213ການຂາຍຄົນ ບຸກຄົນໃດຫາກໄດ້ຂາຍຄົນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາເຈັດສິບລ້ານກີບ. ໃນກໍລະນີທີ່ມີການຂາຍແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ຜູ້ຊື້ກໍ່ຈະຖືກລົງໂທດໃນສະຖານດຽວກັນ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ214ການຂາຍຫຼືລັກອະໄວຍະວະຫຼືເນື້ອເຫຍື້ອຂອງຄົນ ບຸກຄົນໃດຫາກໄດ້ຂາຍອະໄວຍະວະຫຼືເນື້ອເຫຍື້ອຂອງຄົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ບຸກຄົນໃດຫາກໄດ້ລັກອະໄວຍະວະຫຼືເນື້ອເຫຍື້ອຂອງຄົນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາເຈັດສິບລ້ານກີບ. ບຸກຄົນໃດຫາກໄດ້ເອົາການຂາຍຫຼືການລັກອະໄວຍະວະຫຼືເນື້ອເຫຍື້ອຂອງຄົນເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບສອງປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ຜູ້ຊື້,ຜູ້ຂົນສົ່ງກໍ່ຈະຖືກລົງໂທດໃນສະຖານດຽວກັນ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ215ການຄ້າມະນຸດ ການຄ້າມະນຸດແມ່ນການຊອກຫາ,ລັກພາຕົວ,ການເຄື່ອນຍ້າຍ,ການຂົນສົ່ງຫຼືນໍາສົ່ງ,ຮັບເອົາຄົນຢູ່ພາຍໃນຫຼືຕ່າງປະເທດ,ການໃຫ້ບ່ອນພັກເຊົາຫຼືລີ້ຊ່ອນດ້ວຍການຂົນຂວາຍ,ແນະນໍາ,ຕົວະຍົວະຫຼອກລວງ,ຊື້ຈ້າງ,ຈອບອອຍ,ຍຸຍົງ,ສວຍໃຊ້ອໍານາດ,ບັງຄັບ,ນາບຂູ່,ຜູກມັດດ້ວຍໜີ້ສິນ,ການເອົາເດັກໄປລ້ຽງຫຼືເອົາເດັກເປັນລູກລ້ຽງແອບແຝງ,ໝັ້ນໝາຍແອບແຝງ,ແຕ່ງດອງແອບແຝງ,ການໃຫ້ຖືພາ,ຂໍທານແລະການຖ່າຍຮູບພາບ,ສະແດງ,ເຜີຍແຜ່ສິ່ງລາມົກຫຼືດ້ວຍຮູບການອື່ນເພື່ອຂູດຮີດແຮງງານ,ຂູດຮີດທາງເພດ,ເປັນຂ້າທາດ,ຄ້າປະເວນີຂອງຜູ້ອື່ນ,ບັງຄັບໃຫ້ເປັນໂສເພນີ,ເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍແລະສິ່ງອື່ນທີ່ຂັດກັບກົດໝາຍແລະວັດທະນະທໍາອັນດີງາມຂອງຊາດຫຼືຈຸດປະສົງອື່ນເພື່ອຫາຜົນປະໂຫຍດ. ບຸກຄົນໃດຫາກໄດ້ກະທໍາຜິດໃນສະຖານການຄ້າມະນຸດຈະຖືກລົງໂທດຕາມກໍລະນີດັ່ງນີ້: 1.ການຊອກຫາ,ລັກພາຕົວຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ; 2.ການເຄື່ອນຍ້າຍ,ການຂົນສົ່ງຫຼືນໍາສົ່ງຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບສອງປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາເຈັດສິບລ້ານກີບ; 3.ການຮັບເອົາຄົນຢູ່ພາຍໃນຫຼືຕ່າງປະເທດ,ການໃຫ້ບ່ອນພັກເຊົາຫຼືລີ້ຊ້ອນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ສໍາລັບການກະທໍາຜິດຕໍ່ເດັກທີ່ມີອາຍຸຕໍ່າກວ່າສິບແປດປີພຽງແຕ່ມີການກະທໍາແລະຈຸດປະສົງຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ເຖິງວ່າຈະມີການຍິນຍອມຫຼືມີຄວາມສະໝັກໃຈກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ. ບຸກຄົນໃດຫາກໄດ້ກະທໍາຜິດໃນສະຖານການຄ້າປະເວນີເຖິງວ່າຜູ້ຖືກເຄາະຮ້າຍຈະມີການຍິນຍອມຫຼືມີຄວາມສະໝັກໃຈແຕ່ຖ້າຫາກຖືກນໍາໃຊ້ເພື່ອຈຸດປະສົງໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນວັກໜຶ່ງຂອງມາດຕານີ້ຖືວ່າເປັນການຄ້າມະນຸດແລະຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ໃນກໍລະນີການກະທໍາຜິດຫາກເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ຜູ້ຖືກເຄາະຄ້າຍເປັນເດັກ,ຜູ້ຖືກເຄາະຮ້າຍມີຈໍານວນແຕ່ສອງຄົນຂຶ້ນໄປ,ເປັນຍາດໃກ້ຊິດຂອງຜູ້ກະທໍາຜິດ,ຜູ້ຖືກເຄາະຮ້າຍໄດ້ຮັບບາດເຈັບສາຫັດ,ເສຍອົງຄາ,ພິການຫຼືເສຍຈິດຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີການກະທໍາຜິດຫາກໄດ້ເຮັດໃຫ້ຜູ້ຖືກເຄາະຮ້າຍພິການຕະຫຼອດຊີວິດ,ຕິດເຊື້ອເຮສໄອວີຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ216ການລັກພາຕົວ ບຸກຄົນໃດຫາກໄດ້ລັກເອົາຕົວຄົນໄປເພື່ອຮຽກຄ່າໄຖ່ຫຼືເພື່ອຈຸດປະສົງອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສາມສິບປີຫາໜຶ່ງຮ້ອຍລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ217ການຈັບຕົວ,ການກັກຕົວຫຼືການກັກຂັງໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກຈັບຕົວ,ກັກຕົວຫຼືກັກຂັງບຸກຄົນອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕໍານິວິຈານຕໍ່ໜ້າມະຫາຊົນຫຼືດັດສ້າງໂດຍບໍ່ຕັດອິດສະລະພາບຫຼືລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດມີການຈັດຕັ້ງເປັນກຸ່ມ,ມີການສວຍໃຊ້ໜ້າທີ່ຕໍາແໜ່ງ,ກະທໍາຜິດຫຼາຍກວ່າໜຶ່ງຄັ້ງ,ກະທໍາຜິດຕໍ່ຫຼາຍກວ່າໜຶ່ງຄົນຫຼືຕໍ່ບຸກຄົນທີ່ກໍາລັງປະຕິບັດໜ້າທີ່ທາງການຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ218ການບັງຄັບ ບຸກຄົນໃດຫາກໄດ້ບັງຄັບຜູ້ອື່ນດ້ວຍການໃຊ້ກໍາລັງຫຼືອາວຸດຫຼືການນາບຂູ່ເພື່ອໃຫ້ກະທໍາຫຼືບໍ່ໃຫ້ກະທໍາສິ່ງໃດສິ່ງໜຶ່ງທີ່ຕົນຕ້ອງການຊຶ່ງເປັນກນຂັດກັບຈຸດປະສົງຂອງຜູ້ຖືກບັງຄັບແລະກໍ່ຄວາມເສຍຫາຍແກ່ຜູ້ກ່ຽວຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ219ການຂັດຂວາງສິດໃນການເລືອກຕັ້ງແລະການສະໝັກຮັບເລືອກຕັ້ງ ບຸກຄົນໃດຫາກໄດ້ຂັດຂວາງສິດໃນການເລືອກຕັ້ງຫຼືການສະໝັກຮັບເລືອກຕັ້ງຂອງພົນລະເມືອງເຂົ້າໃນສະພາແຫ່ງຊາດຫຼືສະພາປະຊາຊົນທ້ອງຖິ່ນດ້ວຍການນາບຂູ່,ການຊື້ຈ້າງຫຼືການຕົວະຍົວະຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ220ການປອມແປງຫຼືການທໍາລາຍເອກະສານໃນການເລືອກຕັ້ງ ບຸກຄົນໃດຫາກໄດ້ປອມແປງຫຼືທໍາລາຍເອກະສານໃນການເລືອກຕັ້ງ,ໄດ້ປອມແປງຫຼືທໍາລາຍຄະແນນສຽງຫຼືຜົນຂອງການເລືອກຕັ້ງເຂົ້າໃນສະພາແຫ່ງຊາດຫຼືສະພາປະຊາຊົນທ້ອງຖິ່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ.

ມາດຕາ221ການລ່ວງລະເມີດເສລີພາບຂອງບຸກຄົນ ບຸກຄົນໃດຫາກໄດ້ລ່ວງລະເມີດເສລີພາບຂອງບຸກຄົນອື່ນໃນການປາກເວົ້າ,ການຂີດຂຽນ,ການໂຮມຊຸມຊຸມ,ມິດຕິງແລະອື່ນໆທີ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ222ການລ່ວງລະເມີດເຄຫະສະຖານ ບຸກຄົນໃດຫາກລ່ວງເຂົ້າເຄຫະສະຖານຜູ້ອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍດ້ວຍການໃຊ້ຄວາມຮຸນແຮງ,ການນາບຂູ່,ການໃຊ້ເອກະສານປອມ,ການປອມແປງເປັນເຈົ້າໜ້າທີ່ຫຼືດ້ວຍວິທີການອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ223ການບັງຄັບໃຫ້ກໍາມະກອນ,ພະນັກງານປະລະວຽກງານຢ່າງຜິດກົດໝາຍ ບຸກຄົນໃດຫາກໄດ້ບັງຄັບໃຫ້ກໍາມະກອນ,ພະນັກງານປະລະວຽກງານຢ່າງຜິດກົດໝາຍເພື່ອຜົນປະໂຫຍດຂອງຕົນຊຶ່ງໄດ້ກໍ່ຄວາມເສຍຫາຍຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບຫຼືດັດສ້າງໂດຍບໍ່ຕັດອິດສະລະພາບຫຼືລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ224ການຈໍາແນກເພດຍິງ ບຸກຄົນໃດຫາກໄດ້ຈໍາແນກ,ແບ່ງແຍກ,ກີດກັ້ນ,ຈໍາກັດແມ່ຍິງໃນການເຄື່ອນໄຫວທາງດ້ານການເມືອງ,ເສດຖະກິດ,ວິທະຍາສາດ,ວັດທະນະທໍາ,ສັງຄົມແລະຄອບຄົວເນື່ອງຈາກເຫດຜົນທາງເພດຈະຖືດຕໍານິວິຈານຫຼືດັດສ້າງໂດຍບໍ່ຕັດອິດສະລະພາບຫຼືລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ225ການຈໍາແນກຄົນພິການ ບຸກຄົນໃດຫາກໄດ້ຈໍາແນກ,ແບ່ງແຍກ,ກີດກັ້ນ,ຈໍາກັດຄົນພິການໃນການເຄື່ອນໄຫວທາງດ້ານການເມືອງ,ເສດຖະກິດ,ວິທະຍາສາດ,ວັດທະນະທໍາ,ສັງຄົມແລະຄອບຄົວຍ້ອນເຫດຜົນຄວາມເປັນພິການຈະຖືກຕໍານິວິຈານຫຼືດັດສ້າງໂດຍບໍ່ຕັດອິດສະລະພາບຫຼືລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ226ການຈໍາແນກເດັກ ບຸກຄົນໃດຫາກໄດ້ຈໍາແນກ,ແບ່ງແຍກ,ກີດກັ້ນຫຼືຈໍາກັດບົນພື້ນຖານເຊື້ອຊາດ,ຜິວພັນ,ເພດ,ເຜົ່າ,ສາສະໜາ,ພາສາ,ການສຶກສາ,ຄວາມຮູ້ຄວາມສາມາ,ສະຕິປັນຍາ,ຖານະທາງດ້ານເສດຖະກິດ-ສັງຄົມ,ສຸຂະພາບ,ຮູບຮ່າງ,ຄວາມພິການ,ຕົ້ນກໍາເນີນແລະດ້ານອື່ນໆຂອງເດັກ,ພໍ່ແມ່,ຜູ້ປົກຄອງຫຼືສະມາຊິກອື່ນໃນຄອບຄົວຂອງເດັກຊຶ່ງເຮັດໃຫ້ເດັກບໍ່ໄດ້ຮັບສິດອັນຊອບທໍາຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສາມລ້ານກີບ.

ມາດຕາ227ການຈໍາແນກເຜົ່າຊົນ ບຸກຄົນໃດຫາກໄດ້ຈໍາແນກ,ແບ່ງແຍກ,ກີດກັ້ນ,ຈໍາກັດການເຂົ້າຮ່ວມຫຼືເລືອກປະຕິບັດຕໍ່ບຸກຄົນອື່ນເນື່ອງຈາກເຫດຜົນທາງດ້ານເຜົ່າຊົນຈະຖືກຕໍານິວິຈານຫຼືດັດສ້າງໂດຍບໍ່ຕັດອິດສະລະພາບຫຼືລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ228ການລະເມີດສິດໃນການຮ້ອງທຸກ ບຸກຄົນໃດຫາກໄດ້ສວຍໃຊ້ຖານະ,ຕໍາແໜ່ງ,ອໍານາດເພື່ອຂັດຂວາງການຮ້ອງທຸກ,ການແກ້ໄຂການຮ້ອງທຸກຫຼືບຸກຄົນທີ່ເປັນບັນຫາຂອງການຮ້ອງທຸກຫຼືປະຕິເສດການປະຕິບັດຕາມການຕົກລົງຂອງອົງການທີ່ມີສິດໃນການພິຈາລະນາແລະແກ້ໄຂການຮ້ອງທຸກຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ229ການລ່ວງລະເມີດຄວາມລັບສ່ວນຕົວ ບຸກຄົນໃດຫາກໄດ້ເປີດເຜີຍຄວາມລັບສ່ວນຕົວຂອງຜູ້ອື່ນທີ່ຕົນໄດ້ຮູ້ຈັກໃນເວລາປະຕິບັດງານວິຊາສະເພາະຫຼືໜ້າທີ່ຊຶ່ງເປັນການກໍ່ຄວາມເສຍຫາຍແກ່ຜູ້ອື່ນນັ້ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫົກເດືອນແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ບຸກຄົນໃດຫາກໄດ້ລັກເປີດຈົດໝາຍ,ຈົດໝາຍທາງເອເລັກໂຕຼນິກ,ໂທລະເລກຫຼືເອກະສານອື່ນຫຼືລັກຟັງໂທລະສັບຂອງຜູ້ອື່ນຊຶ່ງເປັນການກໍ່ຄວາມເສຍຫາຍແກ່ຜູ້ອື່ນນັ້ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫົກເດືອນແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ໝວດທີ5ການກະທໍາຜິດຕໍ່ກໍາມະສິດ

ມາດຕາ230ການປຸ້ນຊັບ ບຸກຄົນໃດຫາກໄດ້ໃຊ້ຄວາມຮຸນແຮງບຸກລຸກຫຼືໃຊ້ການນາບຂູ່ໂດຍກົງຕໍ່ຊີວິດຫຼືສຸຂະພາບຂອງຜູ້ອື່ນເພື່ອເອົາຊັບມາເປັນຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສີ່ປີຫາແປດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການປຸ່ນຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ເຮັດໃຫ້ຄົນອື່ນບາດເຈັບສາຫັດຫຼືເສຍຊີວິດຫຼືກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ແປດປີຫາຊາວປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຊາວລ້ານກີບຫາເຈັດສິບລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ231ການລັກຊັບ ບຸກຄົນໃດຫາກໄດ້ເອົາຊັບຂອງຜູ້ອື່ນມາເປັນຂອງຕົນໂດຍບໍ່ຖືກຕ້ອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການລັກເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ232ການຍາດຊີງຊັບ ບຸກຄົນໃດຫາກໄດ້ເອົາຊັບຂອງຜູ້ອື່ນມາເປັນຂອງຕົນເອງດ້ວຍວິທີຊາດຊິງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການຍາດຊີງຊັບເປັນອາຈີນ,ມີການຈັດຕັ້ງເປັນກຸ່ມຫຼືເຮັດໃຫ້ຜູ້ອື່ນບາດເຈັບສາຫັດຫຼືເສຍຊີວິດຫຼືໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ233ການສໍ້ໂກງຊັບ ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມຕົວະຍົວະຫຼອກລວງດ້ວຍວິທີໃດກໍ່ຕາມເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີເອົາການສໍ້ໂກງຊັບເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍ່ລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ234ການຍັກຍອກຊັບ ບຸກຄົນໃດຫາກໄດ້ສວຍໃຊ້ຄວາມເຊື່ອໃຈເພື່ອຫຼັກໂລບເອົາ,ຕັດຮອນເອົາຫຼືສັບປ່ຽນເອົາຊັບທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາຫຼືເພື່ອຈຸດປະສົງໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີເອົາການຍັກຍອກເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີແລະຈະຖືກປັບໃໝແຕ່ສິບ້ລ້ານກີບຫາຫ້າສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ235ການຫຼົບຫຼີກຈາກການໃຊ້ແທນໜີ້ສິນ ບຸກຄົນໃດຫາກໄດ້ສ້າງໜີ້ສິນແລ້ວເຮັດໃຫ້ຄວາມສາມາດໃຊ້ແທນໜີ້ສິນຂອງຕົນຫຼຸດລົງດ້ວຍການເພີ່ມໜີ້ຫຼືຫຼຸດຊັບສົມບັດທີ່ຕົນມີຫຼືຫຼຸດຫຼືຊຸກເຊື່ອງລາຍໄດ້ທັງໝົດຫຼືບາງສ່ວນຫຼືຊຸກເຊື່ອງຊັບບາງຢ່າງຂອງຕົນເພື່ອຫຼົບຫຼີກການໃຊ້ແທນໜີ້ສິນກ່ອນຫຼືຫຼັງມີຄໍາຕັດສິນຂອງສານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ236ການທໍາລາຍຫຼືການເຮັດໃຫ້ຊັບເປ່ເພໂດຍເຈດຕະນາ ບຸກຄົນໃດຫາກໄດ້ທໍາລາຍຫຼືເຮັດໃຫ້ຊັບຂອງຜູ້ອື່ນເປ່ເພໂດຍເຈດຕະນາດ້ວຍວິທີຫຼືຮູບການໃດກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ,ເປັນອັນຕະລາຍຕໍ່ຊີວິດແລະສຸຂະພາບຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີປາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ237ການທໍາລາຍວັດຖຸບູຮານຫຼືສິ່ງກໍ່ສ້າງແຫ່ງສິລະປະວັນນະກໍາ ບຸກຄົນໃດຫາກໄດ້ທໍາລາຍ,ມ້າງເພພະທາດເຈດີ,ສະຖານທີ່ແລະເຄື່ອງສັກກາລະບູຊາອື່ນຫຼືໄດ້ຂຸດຄົ້ນເອົາບີສິມຫຼືໄດ້ນໍາເອົາພະພຸດທະຮູບຫຼືເຄື່ອງສັກກາລະບູຊາອື່ນໄປທໍາລາຍຫຼືຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ບຸກຄົນໃດຫາກໄດ້ທໍາລາຍວັດຖຸບູຮານຫຼືສິ່ງກໍ່ສ້າງແຫ່ງສິລະປະວັນນະກໍາຊຶ່ງເປັນຂອງສ່ວນລວມຫຼືຂອງສ່ວນຕົວຫຼືໄດ້ນໍາເອົາສິ່ງດັ່ງກ່າວອອກໄປຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ238ການເຮັດໃຫ້ຊັບຂອງລັດຫຼືລວມໝູ່ເສຍຫາຍດ້ວຍຄວາມບໍ່ລະມັດລະວັງ ບຸກຄົນໃດດ້ວຍຄວາມປະໝາດຫຼືດ້ວຍຄວາມເລິ່ນເລີ້ຫາກໄດ້ເຮັດໃຊ້ຊັບຂອງລັດຫຼືລວມໝູ່ເສຍຫາຍຢ່າງຫຼວງຫຼາຍຫຼືເສຍຫາຍບໍ່ຫຼວງຫຼາຍແຕ່ຫາກມີຜົນສະທ້ອນຕໍ່ສັງຄົມຫຼືຕໍ່ພື້ນຖານເສດຖະກິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ239ການຂາດຄວາມຮັບຜິດຊອບຕໍ່ໜ້າທີ່ຄຸ້ມຄອງຊັບຂອງລັດຫຼືລວມໝູ່ ບຸກຄົນໃດທີ່ມີໜ້າທີ່ຄຸ້ມຄອງຊັບຂອງລັດຫຼືລວມໝູ່ໂດຍກົງຫາກໄດ້ຂາດຄວາມຮັບຜິດຊອບບໍ່ໄດ້ປະຕິບັດຕາມລະບຽບການຄຸ້ມຄອງຊຶ່ງກໍ່ໃຫ້ເກີດຄວາມເສສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ240ການນຄອບຄອງຊັບຢ່າງຜິດກົດໝາຍ ບຸກຄົນໃດໂດຍເຈດຕະນາຫາກໄດ້ຄອບຄອງຊັບຂອງຜູ້ອື່ນທີ່ຕົນຊອກໄດ້,ເກັບໄດ້,ຂຸດຄົ້ນໄດ້ຫຼືທີ່ບຸກຄົນອື່ນໄດ້ຫຼົງມອບໃຫ້ແກ່ຕົນໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີທີ່ຊັບເຫຼົ່ານັ້ນຫາກມີມູນຄ່າສູງຫຼືເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ241ການສວຍໃຊ້ຊັບຂອງລັດຫຼືລວມໝູ່ ບຸກຄົນໃດຫາກໄດ້ສວຍໃຊ້ຊັບຂອງລັດຫຼືລວມໝູ່ເພື່ອຜົນປະໂຫຍດສ່ວນຕົວຊຶ່ງໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍແກ່ລັດຫຼືລວມໝູ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ242ການບັງຄັບເອົາຊັບ ບຸກຄົນໃດຫາກນາບຂູ່ຈະໃຊ້ຄວາມຮຸນແຮງຫຼືນາບຂູ່ດ້ວຍວິທີອື່ນເພື່ອບັງຄັບເອົາຊັບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ243ການປະລະໜ້າທີ່ໃນການຄຸ້ມຄອງດູແລຊັບຂອງລັດ ບຸກຄົນໃດຫາກມີໜ້າທີ່ຮັບຜິດຊອບໂດຍກົງໃນການຄຸ້ມຄອງດູແລຊັບຂອງລັດແຕ່ປະລະຄວາມຮັບຜິດຊອບນັ້ນຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍ,ຖືກທໍາລາຍ,ເຮັດໃຫ້ເສຍຫຼືເຮັດໃຫ້ຊັບມີຄວາມເສຍຫາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ.

ມາດຕາ244ການຊຸກເຊື່ອງ,ການຊື້ຂາຍຊັບຢ່າງຜິດກົດໝາຍ ບຸກຄົນໃດຫາກຮູ້ວ່າຊັບທີ່ຜູ້ອື່ນໄດ້ມາຈາກການປຸ້ນ,ການລັກ,ການຍາດຊີງ,ການສໍ້ໂກງ,ການຍັກຍອກຫຼືດ້ວຍວິທີອື່ນທີ່ຜິດກົດໝາຍແລ້ວຮັບເອົາ,ຊື້ເອົາ,ເກັບຮັກສາ,ຊຸກເຊື່ອງຫຼືນໍາໄປຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານຫາສິບຫ້າລ້ານກີບ.

ມາດຕາ245ການເຮັດໃຫ້ຊັບຂອງຜູ້ອື່ນຖືກໄຟໃໝ້ຍ້ອນຄວາມບໍ່ລະມັດລະວັງ ບຸກຄົນໃດຍ້ອນຄວາມປະໝາດ,ຄວາມເລິ່ນເລີ້ຫາກໄດ້ເຮັດໃຫ້ໄຟໄໝ້ເຮືອນ,ຕຶກ,ອາຄານ,ສາງເຄື່ອງ,ຫ້າງຮ້ານຂອງຜູ້ອື່ນຫຼືຜົນລະປູກຂອງຜູ້ອື່ນຫຼືຊັບສິນອື່ນຖືກເສຍຫາຍເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ246ການລະເມີດຊັບສິນທາງປັນຍາ ບຸກຄົນໃດຫາກໄດ້ລະເມີດສິດຕໍ່ຊັບສິນທາງປັນຍາ,ປອມແປງ,ຕົວະຍົວະ,ຫຼອກລວງ,ແຂ່ງຂັນທີ່ບໍ່ເປັນທໍາກ່ຽວກັບຊັບສິນທາງປັນຍາຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ໝວດທີ6ການກະທໍາຜິດຕໍ່ສາຍຜົວເມຍ,ຄອບຄົວແລະຮີດຄອງປະເພນີ

ມາດຕາ247ການທໍາມິດສະຈານ ບຸກຄົນໃດທີ່ມີຜົວຫຼືເມຍຫາກໄດ້ເສບສົມກັບຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ຄູ່ທໍາມິດສະຈານກໍ່ຈະຖືກລົງໂທດໃນສະຖານດຽວກັນ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ248ການຂົ່ມຂືນທໍາຊໍາເລົາ ບຸກຄົນໃດຫາກໄດ້ໃຊ້ກໍາລັງ,ໃຊ້ອາວຸດນາບຂູ່,ໃຊ້ຢາສະຫຼົບດໃຊ້ສິ່ງມຶນເມົາຫຼືໃຊ້ວິທີອື່ນທີ່ເຮັດໃຫ້ຜູ້ອື່ນຕົກຢູ່ໃນສະພາບບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ຫຼືສວຍໂອກາດເພື່ອທໍາຊໍາເລົາດ້ວຍການຂືນໃຈຂອງຜູ້ກ່ຽວຈະຖືກລົງໂທດຕັດອິດສະລະພາບແຕ່ສີ່ປີຫາຫົກປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຂົ່ມຂືນທໍາຊໍາເລົາຜູ້ຍິງທີ່ມີອາຍຸແຕ່ສິບຫ້າປີຫາຕໍ່າກວ່າສິບແປດປີທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງຕົນຫຼືໃນການປິ່ນປົວຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກປີຫາສິບປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຂົ່ມຂືນທໍາຊໍາເລົາດ້ວຍວິທີການປ່ຽນຜຽນກັນ,ຂົ່ມຂືນທໍາຊໍາເລົາເດັກທີ່ມີອາຍຸຕໍ່າກວ່າສິບຫ້າປີ,ໄດ້ທໍາຮ້າຍຮ່າງກາຍຜູ້ຍິງໃນເວລາຂົ່ມຂືນຫຼືເຮັດໃຫ້ຜູ້ຍິງພິການຕະຫຼອດຊີວິດຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະາບແຕ່ສິບປີຫາຊາວປີຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສິບລ້ານກີບຫາເຈັດສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ249ການຂົ່ມຂືນທໍາຊໍາເລົາແລ້ວຂ້າຖິ້ມ ບຸກຄົນໃດຫາກໄດ້ຂົ່ມຂຶນທໍາຊໍາເລົາແລ້ວໄດ້ຂ້າຖິ້ມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຫຼືປະຫານຊີວິດ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ250ການທໍາຊໍາເລົາເດັກ ບຸກຄົນໃດຫາກໄດ້ຮ່ວມເພດກັບເດັກຍິງຫຼືເດັກຊາຍທີ່ມີອາຍຸຕໍ່າກວ່າສິບແປດປີລົງມາຫາສິບຫ້າປີດ້ວຍການຕົວະຍົວະ,ຫຼອກລວງ,ຊວນເຊື່ອ,ຊື້ຈ້າງ,ຈອບອອຍຫຼືຮູບການອື່ນເພື່ອໃຫ້ເດັກສົມຍອມແລະປະຕິບັດຕາມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຫ້າລ້ານກີບ. ບຸກຄົນໃດຫາກໄດ້ຮ່ວມເພດກັບເດັກຍິງຫຼືເດັກຊາຍທີ່ມີອາຍຸຕໍ່າກວ່າສິບຫ້າປີຫາສິບສອງປີດ້ວຍການຈ່າຍຄ່າຕອບແທນຫຼືຕອບສະໜອງຜົນປະໂຫຍດດ້ວຍຮູບການໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາເຈັດລ້ານກີບ. ບຸກຄົນໃດຫາກໄດ້ຮ່ວມເພດກັບເດັກຍິງຫຼືເດັກຊາຍທີ່ມີອາຍຸຕໍ່າກວ່າສິບສອງປີຈະດ້ວຍຮູບການໃດກໍ່ຕາມຖືວ່າເປັນການຂົ່ມຂືນທໍາຊໍາເລົາເດັກແລະຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບປ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ. ບຸກຄົນໃດທີ່ໄດ້ສະເໜີ,ຮັບເອົາ,ຈັດຫາຫຼືສະໜອງເດັກທີ່ມີອາຍຸຕໍ່າກວ່າສິບແປດປີລົງມາໃຫ້ຂາຍປະເວນີຖືວ່າເປັນການກະທໍາຜິດແລະຈະຖືກລົງໂທດຕາມທີ່ໄດ້ກໍານົດໄວ້ໃນມາດຕາ254ຂອງປະມວນກົດໝາຍສະບັບນີ້.

ມາດຕາ251ການໃຊ້ເລ່ລ່ຽມເພື່ອມີເພດສໍາພັນ ບຸກຄົນໃດຫາກໃຊ້ເລ່ລ່ຽມເພື່ອໃຫ້ບຸກຄົນທີ່ຢູ່ໃນການຄຸ້ມຄອງດູແລຂອງຕົນຫຼືບຸກຄົນທີ່ຢູ່ໃນສະພາວະຈໍາເປັນມີເພດສໍາພັນກັບຕົນຫຼືກັບບຸກຄົນອື່ນດ້ວຍການຂືນໃຈຂອງຜູ້ກ່ຽວຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດຕໍ່ເດັກທີ່ມີອາຍຸຕໍ່າກວ່າສິບແປດປີຫາສິບສອງປີມີເພດສໍາພັນກັບຕົນຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີການກະທໍາຜິດຕໍ່ເດັກທີ່ມີອາຍຸຕໍ່າກວ່າສິບສອງປີຈະດ້ວຍຮູບການໃດກໍ່ຕາມຖືວ່າເປັນການຂົ່ມຂືນທໍາຊໍາເລົາເດັກແລະຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສິບຫ້າລ້ານກີບຫາເຈັດສິບລ້ານກີບ.

ມາດຕາ252ການບັງຄັບຄວາມເພດກັບເມຍ ບຸກຄົນໃດຫາກໄດ້ຮ່ວມເພດກັບເມຍຕົນດ້ວຍການໃຊ້ກໍາລັງ,ບັງຄັບ,ຂົ່ມຂູ່ຊຶ່ງຝືນໃຈຂອງຜູ້ເປັນເມຍຫຼືໃນເວລາທີ່ເມຍຢູ່ໃນສະພາບບໍ່ພ້ອມທີ່ຈະມີເພດສໍາພັນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າແສນກີບຫາສາມລ້ານກີບ. ໃນກໍລະນີມີການບັງຄັບຮ່ວມເພດທີ່ພາໃຫ້ມີການບາດເຈັບໜັກຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ253ການບັງຄັບໃຫ້ເປັນໂສເພນີ ບຸກຄົນໃດຫາກໄດ້ບັງຄັບຜູ້ອື່ນໃຫ້ເປັນໂສເພນີຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບ. ບຸກຄົນໃດຫາກໄດ້ບັງຄັບເດັກທີ່ມີອາຍຸຕໍ່າກວ່າສິບແປດປີໃຫ້ເປັນໂສເພນີຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ.

ມາດຕາ254ການຄ້າປະເວນີຂອງບຸກຄົນອື່ນ ບຸກຄົນໃດຫາກຫາລາຍໄດ້ດ້ວຍການຄ້າປະເວນີຂອງບຸກຄົນອື່ນຈະໃນຮູບການໃດກໍ່ຕາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຖືເອົາການຄ້າປະເວນີຂອງບຸກຄົນອື່ນເປັນອາຈິນຫຼືບັງຄັບບຸກຄົນທີ່ຢູ່ໃນຄວາມຄຸ້ມຄອງດູແລຂອງຕົນໃຫ້ເປັນໂສເພນີຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ255ການຮ່ວມປະເວນີກັບຍາດໃກ້ຊິດ ບຸກຄົນໃດຫາກໄດ້ເສບສົມກັບພໍ່ຫຼືແມ່,ພໍ່ລ້ຽງຫຼືແມ່ລ້ຽງ,ພໍ່ນ້າຫຼືແມ່ນ້າ,ພໍ່ເຖົ້າຫຼືແມ່ເຖົ້າ,ປູ່ຫຼືຍ່າ,ລູກຄີງຫຼືລູກລ້ຽງ,ລູກນ້າ,ຫຼາຍສາຍຕັ້ງຫຼືອາຍຄີງ,ເອື້ອຍຄີງ,ນ້ອງຄີງຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ຜູ້ສົມຍອມໃຫ້ເສບສົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ256ການເຜີຍແຜ່ສິ່ງລາມົກເດັກ ບຸກຄົນໃດຫາກໄດ້ຜະລິດ,ຈໍາໜ່າຍ,ເຜີຍແຜ່,ນໍາເຂົ້າ,ສົ່ງອອກ,ສະແດງຫຼືຂາຍໜັງສື,ຮູບ,ຟິມວີດີໂອ,ວີຊີດີ,ດີວີດີແລະສິ່ງອື່ນທີ່ລາມົກກ່ຽວກັບເດັກຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ257ການຄອບຄອງສິ່ງລາມົກເດັກ ບຸກຄົນໃດຫາກໄດ້ຄອບຄອງໜັງສື,ຮູບ,ຟິມວີດີໂອ,ວີຊີດີ,ດີວີດີແລະສິ່ງອື່ນທີ່ລາມົກກ່ຽວກັບເດັກຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສາມລ້ານກີບ.

ມາດຕາ258ການທໍາລາມົກ ບຸກຄົນໃດຫາກໄດ້ເສບສົມຫຼືໄດ້ເຜີຍອະໄວຍະວະເພດຂອງຕົນຕໍ່ຊຸມຊົນຫຼືສະຖານທີ່ສາທາລະນະຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ259ການທໍາອະນາຈານ ບຸກຄົນໃດຫາກໄດ້ມີການກະທໍາທີ່ແຕະຕ້ອງເຖິງຄວາມອັບອາຍທາງເພດຂອງບຸກຄົນອື່ນໂດຍຝືນໃຈຂອງຜູ້ນີ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີຫາກກະທໍາອະນາຈານເດັກຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ260ການຂາຍປະເວນີ ບຸກຄົນໃດຫາກໄດ້ຫາກິນດ້ວຍການຂາຍປະເວນີໃຫ້ຜູ້ອື່ນເສບສົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າແສນກີບຫາສາມລ້ານກີບ. ບຸກຄົນໃດຫາກໄດ້ໃຫ້ຄວາມຊ່ວຍເຫຼືອຫຼືຄວາມສະດວກແກ້ການຂາຍປະເວນີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ຜູ້ຊື້ປະເວນີກໍ່ຈະຖືກລົງໂທດໃນສະຖານດຽວກັນ.

ມາດຕາ261ການບໍ່ປະຕິບັດພັນທະໃນການລ້ຽງດູລູກ,ພໍ່,ແມ່ຫຼືຜົວເມຍ ບຸກຄົນໃດຫາກບໍ່ໄດ້ລ້ຽງດູລູກຂອງຕົນທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີ,ບໍ່ໄດ້ລ້ຽງດູພໍ່ແມ່ນຂອງຕົນທີ່ຂາດເຂີນ,ບໍ່ລ້ຽງດູເມຍຫຼືຜົວຂອງຕົນທີ່ເສຍອົງຄະຫຼືປ່ວຍໂຊຕາມຄໍາຕັດສິນຂອງສານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ262ການທ່ອງທ່ຽວທາງເພດເດັກ ບຸກຄົນໃດຫາກໄດ້ເດີນທາງຈາກປະເທດໜຶ່ງໄປຍັງປະເທດອື່ນຫຼືຈາກສະຖານທີ່ໃດໜຶ່ງໄປຍັງສະຖານທີ່ອື່ນເພື່ອລ່ວງລະເມີດທາງເພດເດັກດ້ວຍການສ້າງຄວາມຜູ້ພັນ,ສ້າງກິດຈະກໍາໃດໜຶ່ງຮ່ວມກັບເດັກຫຼືໃຊ້ວິທີການອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດຫາກໄດ້ຈັດຫາ,ໂຄສະນາ,ອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ເດີນທາງເພື່ອທ່ອງທ່ຽວທາງເພດເດັກຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບລ້ານກີບ.

ມາດຕາ263ການທາລຸນແມ່ຍິງແລະເດັກ ບຸກຄົນໃດຫາໄດ້ທາລຸນທາງດ້ານຮ່າງກາຍຫຼືຈິດໃຈຂອງແມ່ຍິງດ້ວຍການເຕະ,ຕີ,ຜູກມັດ,ຂັງ,ໃຫ້ອົດອາຫານ,ບັງຄັບໃຫ້ອອກແຮງງານເກີນຂອບເຂດ,ນອກໃຈ,ລ່ວງລະເມີດທາງເພດຕໍ່ແມ່ຍິງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຕໍ່ເດັກຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ264ການເປີດເຜີຍປະຫວັດສ່ວນຕົວຂອງເດັກ ບຸກຄົນໃດຫາກໄດ້ເປີດເຜີຍປະຫວັດສ່ວນຕົວຫຼືຂໍ້ມູນກ່ຽວກັບເດັກທີ່ເປັນຜູ້ຖືກເສຍຫາຍ,ຜູ້ຖືກສົງໄສ,ຜູ້ຖືກຫາ,ຈໍາເລີຍຫຼືເປັນຜູ້ກະທໍາຜິດຫຼືເດັກທີ່ເປັນພະຍານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ265ການປະຖິ້ມເດັກ ບຸກຄົນໃດຫາກໄດ້ປະຖິ້ມເດັກໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການປະຖິ້ມຫາກເຮັດໃຫ້ເດັກເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ.

ມາດຕາ266ການທໍາຊໍາເລົາຂອງພິກຂຸ,ສາມະເນນ,ພໍ່ຂາວແລະແມ່ຂາວ ພິກຂຸ,ສາມະເນນ,ພໍ່ຂາວແລະແມ່ຂາວຫາກໄດ້ເສບສົມກັບຜູ້ຍິງຫຼືຜູ້ຊາຍຫຼືດ້ວຍກັນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ຜູ້ຍິງຫຼືຜູ້ຊາຍທີ່ໄດ້ຮັບສະໝັກໃຈເສບສົມກັບພິກຂຸ,ສາມະເນນ,ພໍ່ຂາວຫຼືແມ່ຂາວກໍ່ຈະຖືກລົງໂທດໃນສະຖານດຽວກັນ.

ມາດຕາ267ການເຜີຍແຜ່ສິ່ງທີ່ຂັດກັບວັດທະນະທໍາອັນດີງາມຂອງຊາດ ບຸກຄົນໃດຫາກໄດ້ຜະລິດຫຼືໄດ້ນໍາເອົາໜັງສື,ຮູບ,ຟິມວີດິໂອແລະສິ່ງອື່ນໆທີ່ລາມົກຫຼືສິ່ງອື່ນທີ່ຂັດກັບວັດທະນະທໍາອັນດີງາມຂອງຊາດອອກຈໍາໜ່າຍຫຼືເຜີຍແຜ່ທາງກົງຫຼືທາງອ້ອມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ268ການບັງຄັບໃຫ້ແຕ່ງດອງຫຼືຢ່າຮ້າງແລະການກີດກັ້ນການແຕ່ງດອງຫຼືຢ່າຮ້າງ ບຸກຄົນໃດຫາກບັງຄັບຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນໃຫ້ແຕ່ງດອງ,ຢ່າຮ້າງຫຼືກີດກັ້ນການແຕ່ງດອງຫຼືການຢ່າຮ້າງຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ. ບຸກຄົນໃດຫາກໃຊ້ຄວາມຮຸນແຮງຫຼືຂົ່ມຂູ່ທາງດ້ານຈິດໃຈເພື່ອບັງຄັບຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນໃຫ້ແຕ່ງດອງ,ຢ່າຮ້າງຫຼືກີດກັ້ນການແຕ່ງດອງຫຼືການຢ່າຮ້າງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາຫ້າລ້ານກີບ. ໃນກໍລະນີບັງຄັບເດັກອາຍຸຕໍ່າກວ່າສິບແປດປີໃຫ້ແຕ່ງດອງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສີ່ລ້ານກີບຫາສິບຫ້າລ້ານກີບ.

ມາດຕາ269ການແຕ່ງດອງກັບເດັກ ບຸກຄົນໃດຫາກໄດ້ແຕ່ງດອງກັບເດັກທີ່ມີອາຍຸຕໍ່າກວ່າສິບແປດປີລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ. ບຸກຄົນໃດຫາກໄດ້ອະນຸຍາດໃຫ້ເດັກທີ່ຍັງບໍ່ທັນເຖິງກະສຽນອາຍຸສິບແປດປີແຕ່ງດອງກໍ່ຈະຖືກລົງໂທດໃນສະຖານດຽວກັນ.

ມາດຕາ270ການປະຕິບັດທີ່ບໍ່ເໝາະສົມຕໍ່ຍາດໃຫ້ຊິດ ບຸກຄົນໃດຫາກປະຕິບັດທີ່ບໍ່ເໝາະສົມຫຼືຂົ່ມແຫງປູ່,ຍ່າ,ພໍ່ເຖົ້າ,ແມ່ເຖົ້າ,ພໍ່,ແມ່,ຜົວ,ເມຍ,ລູກ,ຫຼານຂອງຕົນຫຼືຜູ້ລ້ຽງດູຕົນເອງຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ກຽດສັກສີ,ຮີດຄອງປະເພນີອັນດີງານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ໝວດທີ7ການກະທໍາຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ

ມາດຕາ271ການປັ່ນຕະຫຼາດ ບຸກຄົນໃດຫາກໄດ້ມີການກະທໍາຊຶ່ງສົ່ງຜົນກະທົບຕໍ່ລາຄາຫຼືຈໍານວນຫຼັກຊັບທີ່ມີການຊື້ຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືບໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ272ການຊື້ຂາຍຂໍ້ມູນພາຍໃນ ບຸກຄົນໃດຫາກໄດ້ໃຫ້,ໃຊ້,ຮັບ,ສົ່ງຕໍ່,ເປີດເຜີຍຫຼືເຜີຍແຜ່ຂໍ້ມູນພາຍໃນເພື່ອຊື້ຂາຍຫຼັກຊັບໃນນາມຕົນເອງຫຼືບຸກຄົນອື່ນເພື່ອຜົນປະໂຫຍດຂອງຕົນຫຼືຂອງບຸກຄົນອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ໃນກໍລະນີທີ່ມີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ273ການຍຸຍົງໃຫ້ລູກຄ້າຕັດສິນໃຈຊື້ຂາຍຫຼັກຊັບ ບຸກຄົນໃດຫາກໄດ້ຍຸຍົງລູກຄ້າຕັດສິນໃຈຊື້ຂາຍຫຼັກຊັບຢ່າງບໍ່ສົມເຫດສົມຜົນເພື່ອຜົນປະໂຫຍດຂອງຕົນຫຼືໃຫ້ຄໍາໝັ້ນສັນຍາກ່ຽວກັບຜົນຕອບແທນຈາກການຊື້,ການຂາຍຫຼັກຊັບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ274ການສ້າງແລະການສະໜອງຂໍ້ມູນກ່ຽວກັບຕະຫຼາດຫຼັກຊັບທີ່ບໍ່ຖືກຕ້ອງຕາມຄວາມຈິງ. ບຸກຄົນໃດຫາກໄດ້ສ້າງແລະສະໜອງຂໍ້ມູນກ່ຽວກັບຕະຫຼາດຫຼັກຊັບທີ່ບໍ່ຖືກຕ້ອງຕາມຄວາມຈິງທີ່ມີຜົນກະທົບຕໍ່ການຕັດສິນໃຈຂອງຜູ້ລົງທຶນແລະເຮັດໃຫ້ຕະຫຼາດຫຼັກຊັບມີຄວາມຜັນຜວນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ.

ມາດຕາ275ການຜະລິດ,ການຂາຍເຄື່ອງບໍລິໂພກຫຼືຢ່າປິ່ນປົວພະຍາດ,ເຄື່ອງສໍາອາງທີ່ເປັນອັນຕະລາຍຕໍ່ສຸຂະພາບ ບຸກຄົນໃດດ້ວຍຄວາມບໍ່ລະມັດລະວັງຫາກໄດ້ຜະລິດ,ຈໍາໜ່າຍຫຼືສະໜອງເຄື່ອງດື່ມ,ເຄື່ອງບໍລິໂພກເຊັ່ນອາຫານ,ຊີ້ນ,ປາ,ໝາກໄມ້,ຜັກຫຼືເຄື່ອງບໍລິໂພກອື່ນຫຼືຢາປິ່ນປົວພະຍາດ,ເຄື່ອງສໍາອາງທີ່ບໍ່ໄດ້ຄຸນນະພາບ,ເສຍຄຸນ,ໝົດອາຍຸການນໍາໃຊ້ແລ້ວຫຼືມີສານຕົກຄ້າງຊຶ່ງເປັນອັນຕະລາຍຕໍ່ສຸຂະພາບຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍານັ້ນຫາກເປັນການກະທໍາຜິດໂດຍເຈດຕະນາຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ276ການຜະລິດ,ຂົນສົ່ງ,ນໍາເຂົ້າ,ຂາຍຫຼືແລກປ່ຽນສິນຄ້າທີ່ເກືອດຫ້າມ. ບຸກຄົນໃດຫາກໄດ້ຜະລິດ,ຂົນສົ່ງ,ນໍາເຂົ້າ,ຂາຍຫຼືແລກປ່ຽນສິນຄ້າທີ່ເກືອດຫ້າມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ277ການສວຍໂອກາດຂຶ້ນລາຄາສິນຄ້າແລະຄ່າບໍລິການ ບຸກຄົນໃດຫາກໄດ້ສວຍໂອກາດຂຶ້ນລາຄາສິນຄ້າ,ຄ່າບໍລິການຫຼືໄດ້ຂາຍສິນຄ້າແພງເກີນຂອບເຂດໃນເວລາເກີດໄພແຫ້ງແລ້ງ,ໄພນໍ້າຖ້ວມຫຼືໃນເວລາທີ່ມີສະພາບການຫຍຸ້ງຍາກເກີດຂຶ້ນໃນທ້ອງຖິ່ນໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ278ການກັກຕຸນສິນຄ້າ ບຸກຄົນໃດຫາກໄດ້ກັກຕຸນ,ຊຸກເຊື່ອງສິນຄ້າໄວ້ໃນວິສາຫະກິດ,ບໍລິສັດ,ຫ້າງຮ້ານຂອງຕົນຫຼືຢູ່ບ່ອນອື່ນເພື່ອສ້າງຄວາມປັ່ນປ່ວນທາງດ້ານເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ279ການຂາຍສິນຄ້າຂອງລັດຫຼືລວມໝູ່ໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດທີ່ມີໜ້າທີ່ຮັບຜິດຊອບໃນການຂາຍສິນຄ້າຢູ່ຮ້ານຄ້າຂອງລັດຫຼືລວມໝູ່ຫາກໄດ້ເອົາສິນຄ້າທີ່ຕົນຮັບຜິດຊອບນັ້ນອອກຂາຍໂດຍບໍ່ຖືກຕ້ອງຕາມກົດໝາຍຍ້ອນຄວາມໂລບມາກໂລພາຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ280ການປອມແປງຕາຊິງຫຼືການວັດແທກ ບຸກຄົນໃດຫາກໄດ້ປອມແປງຕາຊິງຫຼືການວັດແທນເພື່ອຫຼັກໂລບການຊັ່ງ,ການຜອງ,ການວັດແທກໃນເວລາຊື້ຂາຍ,ແລກປ່ຽນຫຼືໃຊ້ຊິງ,ເຄື່ອງຜອງ,ເຄື່ອງວັດແທກທີ່ດັດແປງຫຼືທີ່ບໍ່ໄດ້ມາດຕະຖານເພື່ອຫຼັກໂລບເອົາສິນຄ້າຫຼືເງິນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ281ການປອມແປງແຊັກ,ການນໍາໃຊ້ແຊັກຫຼືພັນທະບັດອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ປອມແປງແຊັກຫຼືພັນທະບັດອື່ນດ້ວຍການປ່ຽນແປງຫຼືເພີ່ມເຕີມຂໍ້ຄວາມໃດໜຶ່ງຫຼືນໍາໃຊ້ໃນຮູບການອື່ນເພື່ອແລກປ່ຽນເອົາເງິນຕາຈາກທະນາຄານ,ແລກປ່ຽນເອົາສິນຄ້າຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດຫາກໄດ້ໃຊ້ແຊັກທີ່ບໍ່ມີເງິນ,ໃຊ້ແຊັກເກີນຈໍານວນເງິນທີ່ຕົນໄດ້ຝາກຢູ່ທະນາຄານຫຼືຊື້ຂາຍແລະແລກປ່ຽນແຊັກໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ282ການທໍາລາຍທະນະບັດຫຼືເງິນຫຼຽນ ບຸກຄົນໃດຫາກໄດ້ທໍາລາຍທະນະບັດຫຼືເງິນຫຼຽນດ້ວຍການຕັດ,ເຈາະ,ຈີກ,ແຕ້ມ,ຂີດ,ຂຽນ,ພິມ,ຈໍ້າກາ,ຕິດກາໃສ່ທະນະບັດຫຼືເງິນຫຼຽນຫຼືດ້ວຍວິທີໃດກໍ່ຕາມຊຶ່ງເຮັດໃຫ້ທະນະບັດຫຼືເງິນຫຼຽນທີ່ນໍາອອກຈໍາລະຈອນນັ້ນຖືກເສຍຫາຍຫຼືໃຊ້ບໍ່ໄດ້ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ283ການລະເມີດລະບຽບການກ່ຽວກັບລະບອບພາສີ,ອາກອນຂອງລັດ ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບລະບອບພາສີ,ອາກອນຂອງລັດດ້ວຍການຫຼົບຫຼີກ,ເຊື່ອງອໍາບໍ່ເສຍພັນທະຕໍ່ລັດຫຼືເສຍບໍ່ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້ເຊັ່ນຄ່າພາສີຂາອອກຂາເຂົ້າ,ຄ່າອາກອນ,ຄ່າຊັບພະຍາກອນແລະຄ່າທໍານຽມຕ່າງໆຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ284ການນໍາເຂົ້າຫຼືສົ່ງອອກສິນຄ້າໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກນໍາເຂົ້າຫຼືສົ່ງອອກສິນຄ້າໂດຍບໍ່ຖືກຕ້ອງຕາມກົດໝາຍດ້ວຍການລັກລອບເອົາສິນຄ້າເຂົ້າອອກໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາຊາວລ້ານກີບ.

ມາດຕາ285ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ບຸກຄົນໃດຫາກໄດ້ລະເມີດລະບຽບການກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດເປັນອາຈິນດ້ວຍການກະທໍາໃດໜຶ່ງດັ່ງນີ້: 1.ຕິດປະກາດຫຼືໂຄສະນາລາຄາແລະຄ່າອື່ນເປັນເງິນຕາຕ່າງປະເທດ; 2.ການຮັບຊໍາລະຄ່າສິນຄ້າ,ຄ່າບໍລິການ,ຊໍາລະໜີ້,ເບີກຈ່າຍເງິນເດືອນ,ປະຕິບັດພັນທະຕໍ່ລັດເປັນເງິນຕາຕ່າງປະເທດ; 3.ການດໍາເນີນທຸລະກິດເງິນຕາຕ່າງປະເທດຫຼືແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ; 4.ການກໍານົດ,ຕິດປະກາດຫຼືປະຕິບັດອັດຕາແລກປ່ຽນຂອງທະນາຄານທຸລະກິດ,ຮ້ານແລກປ່ຽນເງິນຕາຫຼືສະຖານບໍລິການທີ່ກ່ຽວຂ້ອງທີ່ບໍ່ຖືກຕ້ອງ; 5.ການເປີດບັນຊີເງິນຝາກຢູ່ຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວ. 6.ການບໍ່ລາຍງານລາຍຮັບ,ລາຍຈ່າຍທີ່ເປັນເງັນຕາຕ່າງປະເທດໃຫ້ທະນາຄານແຫ່ງສປປລາວ; 7.ການໃຫ້ກູ້ຫຼືຮັບເງິນກູ້ແລະສິນເຊື່ອການຄ້າກັບຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ; 8,ການນໍາເງິນສົດເປັນເງິນຕາຕ່າງປະເທດ,ເປັນເງິນກີບເຂົ້າອອກສປປລາວທີ່ມີມູນຄ່າເກີນລະບຽບການກໍານົດໄວ້ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຫຼືບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ286ການຂົນສົ່ງສິນຄ້າຜ່ານສປປລາວໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກຂົນສົ່ງສິນຄ້າຜ່ານສປປລາວໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືການຂົນສົ່ງສິນຄ້າເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ287ການຂົນສົ່ງເງິນຕາຕ່າງປະເທດຜ່ານສປປລາວໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກຂົນສົ່ງເງິນຕາຕ່າງປະເທດຜ່ານສປປລາວໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືການຂົນສົ່ງເງິນຕາຕ່າງປະເທດເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ288ການຜະລິດ,ຂາຍສິນຄ້າປອມ ບຸກຄົນໃດຫາກຜະລິດ,ຂາຍສິນຄ້າປອມຫຼືຮຽນແບບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ289ການປອມແປງ,ຕົວະຍົວະແລະຫຼອກລວງກ່ຽວກັບຄຸນນະພາບ ບຸກຄົນໃດຫາກໄດ້ປອມແປງ,ຕົວະຍົວະແລະຫຼອກລວງກ່ຽວກັບຄຸນນະພາບຂອງຜະລິດຕະພັນ,ສິນຄ້າ,ການບໍລິການແລະສິ່ງແວດລ້ອມຊຶ່ງກໍ່ຄວາມເປັນອັນຕະລາຍຕໍ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍານັ້ນຫາກເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບສາຫັດ,ເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍຫ້າສິບລ້ານກີບ. ໃນກໍລະນີທີ່ມີການເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີຫຼືຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາໜຶ່ງພັນລ້ານກີບ.

ມາດຕາ290ການຜະລິດຫຼືການຂາຍອາຫານ,ສະບຽງອາຫານ,ຢາປິ່ນປົວພະຍາດ,ຢາປ້ອງກັນພະຍາດປອມ ບຸກຄົນໃດຫາກຜະລິດຫຼືຂາຍອາຫານ,ສະບຽງອາຫານ,ຢາປິ່ນປົວພະຍາດ,ຢາປ້ອງກັນພະຍາດປອມຫຼືຮຽນແບບຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມ,ເຮັດໃຫ້ມີການເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ291ການຜະລິດຫຼືການຂາຍສິນຄ້າສໍາລັບລ້ຽງສັດ,ຝຸນ,ຢາປ້ອງກັນສັດ,ຢາປິ່ນປົວສັດ,ຢາປາບສັດຕູພືດ,ພືດປະເພດຕ່າງໆປອມ ບຸກຄົນໃດຫາກຜະລິດຫຼືຂາຍສິນຄ້າສໍາລັບລ້ຽງສັດ,ຝຸ່ນ,ຢາປ້ອງກັນສັດ,ຢາປິ່ນປົວສັດ,ຢາປາບສັດຕູພືດ,ພືດປະເພດຕ່າງໆປອມຫຼືຮຽນແບບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ292ການຈໍາໜ່າຍຫຼືຊຸກເຊື່ອງສັດແລະຜະລິດຕະພັນສັດທີ່ເປັນພະຍາດ ບຸກຄົນໃດໂດຍເຈດຕະນາຫາກໄດ້ຈໍາໜ່າຍຫຼືຊຸກເຊື່ອງສັດແລະຜະລິດຕະພັນສັດທີ່ເປັນພະຍາດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ293ການເຄື່ອນຍ້າຍພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນໃດໂດຍເຈດຕະນາຫາກໄດ້ເຄື່ອນຍ້າຍພືດ,ຜະລິດຕະພັນພືດແລະວັດຖຸຕ້ອງຄວບຄຸມຈາກພື້ນທີ່ທີ່ມີການລະບາດຂອງສັດຕູພືດໄປຍັງພື້ນທີ່ອື່ນໂດຍບໍ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງຂອງລັດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ294ການລັກລອບນໍາເຂົ້າ,ສົ່ງອອກຫຼືນໍາພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມຜ່ານສປປລາວໂດຍບໍ່ໄດ້ຮັບອະນຸຍາດ. ບຸກຄົນໃດຫາກໄດ້ລັກລອບນໍາເຂົ້າ,ສົ່ງອອກຫຼືນໍາພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ຕິດແປດສັດຕູພືດຫຼືເປັນອັນຕະລາຍຕໍ່ສຸຂານາໄມພືດ,ຄົນ,ສັດແລະສິ່ງແວດລ້ອມຜ່ານສປປລາວໂດຍບໍ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງຂອງລັດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ295ການຈໍາໜ່າຍ,ແຈກຢາຍຫຼືເກັບຮັກສາພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມ ບຸກຄົນໃດໂດຍເຈດຕະນາຫາກໄດ້ຈໍາໜ່າຍ,ແຈກຢາຍຫຼືເກັບຮັກສາພືດ,ຜະລິດຕະພັນພືດຫຼືວັດຖຸຕ້ອງຄວບຄຸມທີ່ຕິດແປດສັດຕູພືດຄວບຄຸມຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ296ການນໍາເຂົ້າ,ການຂະຫຍາຍຫຼືມີໄວ້ໃນຄອບຄອງສັດຕູພືດຄວບຄຸມ ບຸກຄົນໃດຫາກໄດ້ນໍາເຂົ້າ,ຂະຫຍາຍຫຼືມີໄວ້ໃນຄອບຄອງສັດຕູພືດຄວບຄຸມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ297ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ດໍາເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດຫຼືເຄື່ອນໄຫວທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ298ການຄິດໄລ່ດອກເບ້ຍສູງ ບຸກຄົນໃດຫາກໄດ້ໃຫ້ກູ້ຢືມເປັນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດດໍາເນີນທຸລກິດຈາກຂະແໜງການທີ່ກ່ຽວຂ້ອງແລ້ວຄິດໄລ່ອັດຕາດອກເບ້ຍເງິນກູ້ຢືມສູງກວ່າສາມສິບຫົກສ່ວນຮ້ອຍຕໍ່ປີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ299ການລະເມີດລະບຽບການຄຸ້ມຄອງເສດຖະກິດຂອງລັດ ບຸກຄົນໃດຫາກໃຊ້ສິດ,ໜ້າທີ່,ຕໍາແໜ່ງໃນທາງທີ່ບໍ່ຖືກຕ້ອງຫຼືໃຊ້ສິດ,ໜ້າທີ່,ຕໍາແໜ່ງເກີນກວ່າກົດໝາຍກໍານົດໄວ້ຊຶ່ງເປັນການລະເມີດລະບຽບການຄຸ້ມຄອງເສດຖະກິດຂອງລັດໂດຍເຈດຕະນາຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ.

ມາດຕາ300ການລາຍງານກ່ຽວກັບການຄຸ້ມຄອງເສດຖະກິດບໍ່ຖືກຕ້ອງ ບຸກຄົນໃດຫາກລາຍງານກ່ຽວກັບການຄຸ້ມຄອງເສດຖະກິດບໍ່ຖືກຕ້ອງດ້ວຍການໃຊ້ຂໍ້ມູນຫຼືເອກະສານທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສາມສິບລ້ານກີບ.

ມາດຕາ301ການລະເມີດລະບຽບການບັນຊີ ຜູ້ບໍລິການທະນາຄານທຸລະກິດຫຼືສະຖາບັນການເງິນອື່ນຫຼືບຸກຄົນອື່ນໂດຍເຈດຕະນາຫາກສ້າງຫຼືບັນທຶກບັນຊ່ບໍ່ຖືກຕ້ອງ,ປອມແປງຫຼືທໍາລາຍບັນຊີຂອງທະນາຄານທຸລະກິດຫຼືສະຖາບັນການເງິນອື່ນຫຼືລູກຄ້າຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ302ການສະໜອງຂໍ້ມູນເທັດກ່ຽວກັບການບັນຊີ ບຸກຄົນໃດຫາກລາຍງານເທັດຫຼືສະໜອງຂໍ້ມູນເທັດກ່ຽວກັບການບັນຊີຊຶ່ງເປັນຂໍ້ມູນສໍາຄັນທີ່ເປັນພື້ນຖານໃຫ້ແກ່ການປ່ອຍສິນເຊື່ອຂອງທະນາຄານທຸລະກິດຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ303ການລະເມີດການແຂ່ງຂັນທາງທຸລະກິດ ບຸກຄົນໃດຫາກໄດ້ລະເມີດການແຂ່ງຂັນທາງທຸລະກິດດ້ວຍການເຮັດໃຫ້ເຂົ້າໃຈຜິດ,ການລະເມີດຄວາມລັບທາງທຸລະກິດ,ການບັງຄັບການດໍາເນີນທຸລະກິດ,ການເຮັດໃຫ້ຜູ້ດໍາເນີນທຸລະກິດອື່ນເສື່ອມເສຍຊື່ສຽງ,ການສ້າງອຸປະສັກຂັດຂວາງຕໍ່ການດໍາເນີນທຸລະກິດ,ການໂຄສະນາທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ,ການສົ່ງເສີມການຂາຍດ້ວຍວິທີທີ່ບໍ່ເປັນທໍາ,ການຈໍາແນກປະຕິບັດໂດຍສະມາຄົມທຸລະກິດຫຼືຈໍາກັດການແຂ່ງຂັນທາງທຸລະກິດດ້ວຍການຕົກລົງເພື່ອຈໍາກັດການແຂ່ງຂັນທາງທຸລະກິດ,ການສວຍໃຊ້ການຄອບຄອງຕະຫຼາດແລະການຜູກຂາດຕະຫຼາດຫຼືການລວມຕົວເພື່ອຈໍາກັດການແຂ່ງຂັນທາງທຸລະກິດຫຼືມີພຶດຕິກໍາອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການທີ່ກ່ຽວຂ້ອງຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຊາວລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍແຕ່ໜຶ່ງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ304ການແຂ່ງຂັນທີ່ບໍ່ເປັນທໍາກ່ຽວກັບການປະກັນໄພ ບຸກຄົນໃດຫາກແຂ່ງຂັນທີ່ບໍ່ເປັນທໍາກ່ຽວກັບການປະກັນໄພຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຊາວລ້ານກີບ.

ມາດຕາ305ການໂຄສະນາເກີນຄວາມເປັນຈິງ ບຸກຄົນໃດຫາກໂຄສະນາສິນຄ້າຫຼືການບໍລິການເກີນຄວາມເປັນຈິງຫຼືບໍ່ຖືກຕ້ອງໂດຍເຈດຕະນາຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ມາດຕາ306ການລະເມີດລະບຽບການບໍລິຈາກເງິນແລະເຄື່ອງບັນເທົາທຸກ ບຸກຄົນໃດຫາກໃຊ້ອໍານາດ,ໜ້າທີ່,ຕໍາແໜ່ງໃນທາງທີ່ບໍ່ຖືກຕ້ອງຫຼືໃຊ້ສິດ,ໜ້າທີ່,ຕໍາແໜ່ງເກີນກວ່າກົດໝາຍກໍານົດໄວ້ທີ່ເປັນການລະເມີດລະບຽບການກ່ຽວກັບການບໍລິການເງິນແລະເຄື່ອງບັນເທົາທຸກຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບ້ລານກີບ.

ມາດຕາ307ການລະເມີດລະບຽບການອະນຸຍາດການປົກປ້ອງຊັບສິນອຸດສາຫະກໍາແລະພັນພືດໃໝ່ ບຸກຄົນໃດທີ່ມີໜ້າທີ່ອະນຸຍາດການປົກປ້ອງຊັບສິນອຸດສາຫະກໍາແລະພັນພືດໃໝ່ຫາກລະເມີດກົດໝາຍແລະລະບຽບການກ່ຽວກັບການປົກປ້ອງຊັບສິນອຸດສະຫະກໍາແລະພັນພືດໃໝ່ຫຼືໃຊ້ສິດ,ໜ້າທີ່,ຕໍາແໜ່ງເກີນກວ່າກົດໝາຍກໍານົດໄວ້ຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ308ການລະເມີດລະບຽບການຊອກຄົ້ນ,ສໍາຫຼວດແລະຂຸດຄົ້ນຊັບພະຍາກອນທໍາມະຊາດ ບຸກຄົນໃດຫາກລະເມີດລະບຽບການກ່ຽວກັບການຊອກຄົ້ນ,ສໍາຫຼວດແລະຂຸດຄົ້ນຊັບພະຍາກອນທໍາມະຊາດຊຶ່ງກໍ່ຄວາມເສຍຫາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາສອງຮ້ອຍລ້ານກີບ.

ມາດຕາ309ການລະເມີດລະບຽບການນໍາໃຊ້ທີ່ດິນ ບຸກຄົນໃດຫາກລະເມີດລະບຽບການນໍາໃຊ້ທີ່ດິນດ້ວຍການຈັບຈອງແລະຄອບຄອງຫຼືໂອນສິດນໍາໃຊ້ທີ່ດິນຫຼືການໃຊ້ທີ່ດິນໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຄຸ້ມຄອງແລະນໍາໃຊ້ທີ່ດິນຊຶ່ງກໍ່ໃຫ້ເກີດຜົນເສຍຫາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ.

ມາດຕາ310ການລະເມີດລະບຽບການຄຸ້ມຄອງທີ່ດິນ ບຸກຄົນໃດຫາກລະເມີດລະບຽບການຄຸ້ມຄອງທີ່ດິນດ້ວຍການສວຍໂອກາດຫຼືໃຊ້ສິດແລະໜ້າທີ່ໃນທາງທີ່ບໍ່ຖືກຕ້ອງຫຼືເກີນກວ່າກົດໝາຍກໍານົດເພື່ອມອບ,ໃຫ້ເຊົ່າ,ໃຫ້ສໍາປະທານ,ໂອນຫຼືປ່ຽນແປງສິດນໍາໃຊ້ທີ່ດິນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາສາມສິບລ້ານກີບ.

ມາດຕາ311ການລະເມີດລະບຽບການຂຸດຄົ້ນແລະປົກປັກຮັກສາປ່າໄມ້. ບຸກຄົນໃດຫາກລະເມີດລະບຽບການຂຸດຄົ້ນແລະປົກປັກຮັກສາປ່າໄມ້ສໍາຫຼວດ,ຂຸດຄົ້ນຊັບພະຍາກອນປ່າໄມ້,ຂົນສົ່ງຫຼືຄ້າຂາຍໄມ້ທ່ອນ,ຕໍໄມ້,ປູດໄມ້,ໄມ້ເລື່ອຍ,ໄມ້ແປຮູບໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ312ການລະເມີດລະບຽບຄຸ້ມຄອງປ່າໄມ້ ບຸກຄົນໃດຫາກລະເມີດລະບຽບການຄຸ້ມຄອງປ່າໄມ້ດ້ວຍການສວຍໂອກາດຫຼືໃຊ້ສິດແລະໜ້າທີ່ໃນທາງທີ່ບໍ່ຖືກຕ້ອງຫຼືເກີນກວ່າກົດໝາຍກໍານົດໄວ້ເພື່ອກໍານົດເຂດປ່າໄມ້ຫຼືທີ່ດິນປ່າໄມ້,ມອບ,ໂອນ,ຂຸດຄົ້ນ,ຖາງປ່າ,ຈູດປ່າຫຼືຂົນສົ່ງຜະລິດຕະພັນໄມ້,ການປະທັບຕາໄມ້ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສິບລ້ານກບຫາສາມສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ313ການລະເມີດລະບຽບການຈໍາໜ່າຍໄຟຟ້າຫຼືນໍ້າປະປາ ບຸກຄົນໃດທີ່ມີໜ້າທີ່ຮັບຜິດຊອບໃນການຈໍາໜ່າຍໄຟຟ້າຫຼືນໍ້າປະປາຫາກໄດ້ລະເມີດລະບຽບການຈໍາໜ່າຍໄຟຟ້າຫຼືນໍ້າປະປາດ້ວຍການຕັດການຈໍາໜ່າຍໄຟຟ້າຫຼືນໍ້າປະປາໂດຍບໍ່ມີເຫດຜົນຫຼືບໍ່ມີການແຈ້ງເຕືອນລ່ວງໜ້າພາຍໃນຊາວສີ່ຊົ່ວໂມງ,ປະຕິເສດການຈໍາໜ່າຍໄຟຟ້າຫຼືນໍ້າປະປາໂດຍບໍ່ມີເຫດຜົນ,ຈໍາໜ່າຍບໍ່ຕໍ່ເນື່ອງຫຼືບໍ່ປອດໄພ,ການບັນທຶກຕົວເລກນໍາໃຊ້ໄຟຟ້າຫຼືນໍ້າປະປາປະຈໍາເດືອນຂອງຜູ້ຊົມໃຊ້ບໍ່ຖືກຕ້ອງ,ຊັກຊ້າໃນການແກ້ໄຂບັນຫາກ່ຽວກັບໄຟຟ້າຫຼືນໍ້າປະປາພາຍຫຼັງທີ່ໄດ້ຮັບຄໍາຮ້ອງຫຼືຄໍາສະເໜີພາຍໃນຊາວສີ່ຊົ່ວໂມງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແຕ່ຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ໝວດທີ8ການກະທໍາຜິດກ່ຽວກັບຢາເສບຕິດ

ມາດຕາ314ການຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເຮໂລອິນ,ມອກຟິນຫຼືໂຄເຄນຜ່ານສປປລາວ. ບຸກຄົນໃດຫາກຜະລິດ,ຂ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເຮໂລອິນ,ມອກຟິນຫຼືນໍາເຂົ້າ,ສົ່ງອອກຫຼືນໍາເຮໂຣອິນ,ມອກຟິນຫຼືໂຄເຄນຜ່ານສປປລາວຕໍ່າກວ່າໜຶ່ງຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເຮໂຣອິນ,ມອກຟິນຫຼືໂຄເຄນຜ່ານສປປລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີເຮໂຣອິນ,ມອກຟິນຫຼືໂຄເຄນແຕ່ໜຶ່ງຮ້ອຍກຼາມຫາສາມຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເຮໂຣອິນ,ມອກຟິນຫຼືໂຄເຄນຜ່ານສປປລາວເກີນກວ່າສາມຮ້ອຍກຼາມຫາຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເຮໂຣອິນ,ມອກຟິນຫຼືໂຄເຄນຜ່ານສປປລາວເກີນກວ່າຫ້າຮ້ອຍກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດແລະຈະຖືກຮິບຊັບ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ315ການຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຢາອີ,ຢາບ້າ,ຢາໄອຫຼືມີວັດຖຸອອກລິດຕໍ່ຈິດປະສາດຜ່ານສປປລາວ. ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ນໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຢາອີ,ຢາບ້າ,ຢາໄອຫຼືມີວັດຖຸອອກລິດຕໍ່ຈິດປະສາດຜ່ານສປປລາວຕໍ່າກວ່າໜຶ່ງຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຢາອີ,ຢາບ້າ,ຢາໄອຫຼືມີວັດຖຸອອກລິດຕໍ່ຈິດປະສາດຜ່ານສປປລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີຢາອີ,ຢາບ້າ,ຢາໄອຫຼືມີວັດຖຸອອກລິດຕໍ່ຈິດປະສາດແຕ່ໜຶ່ງຮ້ອຍກຼາມຫາຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຢາອີ,ຢາບ້າຫຼືວັດຖຸອອກລິດຕໍ່ຈິດປະສາດຜ່ານສປປລາວເກີນກວ່າຫ້າຮ້ອຍກຼາມຫາສາມກິໂລກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ຫ້າຮ້ອຍລ້ານກີບຫາໜຶ່ງພັນລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຢາອີ,ຢາບ້າ,ຢາໄອຫຼືວັດຖຸອອກລິດຕໍ່ຈິດປະສາດຜ່ານສປປລາວເກີນກວ່າສາມກິໂລກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ316ການຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າສົ່ງອອກຫຼືນໍາເອົາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວ ການຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເອົາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວຕໍ່າກວ່າຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບແລະຈະຖືກຮິບຊັບ. ການຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເອົາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີວັດຖຸເຄມີເພື່ອຜະລິດຢາເສບຕິດແຕ່ຫ້າຮ້ອຍກຼາມຫາໜຶ່ງກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝຊາວລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບ. ການຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເອົາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວເກີນກວ່າໜຶ່ງກິໂລກຼາມຫາສິບກິໂລກຼາມຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບແລະຈະຖືກຮິບຊັບ. ການຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາເອົາວັດຖຸເຄມີເພື່ອຜະລິດຢາເສບຕິດຜ່ານສປປລາວເກີນກວ່າສິບກິໂລກຼາມຂຶ້ນໄປຈະຖືກລົງໂທດປະຫານຊີວິດ. ການກະກຽມໃຫ້ແກ່ການກະທໍາຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ317ການປູກ,ຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຝິ່ນຜ່ານສປປລາວ ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າຂາຍຈໍານວນຕໍ່າກວ່າໜຶ່ງກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາສິບປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າຂາຍເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີຝິ່ນແຕ່ໜຶ່ງກິໂລກຼາມຫາສາມກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຊາວລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າຂາຍເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີຝິ່ນແຕ່ສາມກິໂລກຼາມຫາຫ້າກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາສີ່ສິບລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຝິ່ນຜ່ານສປປລາວເພື່ອຄ້າຂາຍເກີນກວ່າຫ້າກິໂລກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສີ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບແລະຈະຖືກຮິບຊັບ. ບຸກຄົນໃດຫາກປູກຝິ່ນຄັ້ງທີໜຶ່ງຈະຖືກຕໍານິວິຈານແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບແລະຈະໃຫ້ທໍາລາຍຕົ້ນທີ່ປູກນັ້ນຖິ້ມ. ບຸກຄົນໃດຫາກມີແກ່ນຝິ່ນໄປໃນຄອບຄອງຄັ້ງທີໜຶ່ງຈະຖືກຕໍາໜິວິຈານ,ຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບແລະໃຫ້ທໍາລາຍແກ່ນຝິ່ນນັ້ນຖິ້ມ. ບຸກຄົນໃດຫາກມີແກ່ນຝິ່ນໄວ້ໃນຄອບຄອງຄັ້ງທີສອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບແລະໃຫ້ທໍາລາຍແກ່ນຝຶນນັ້ນຖິ້ມ. ບຸກຄົນໃດຫາກຄ້າຂາຍຫຼືຄອບຄອງເບ້ຍຝິ່ນຄັ້ງທີໜຶ່ງຈະຖືກຕໍານິວິຈານ,ຈະຖືກປັບໃໝແຕ່ໜຶ່ງແສນກີບຫາຫ້າແສນກີບແລະໃຫ້ທໍາລາຍເບ້ຍຝິ່ນນັ້ນຖິ້ມ. ບຸກຄົນໃດຫາກຄ້າຂາຍຫຼືຄອບຄອງເບ້ຍຝິ່ນແຕ່ຄັ້ງທີສອງຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືປັບໃໝແຕ່ຫ້າແສນກີບຫາສາມລ້ານກີບແລະໃຫ້ທໍາລາຍເບ້ຍຝິ່ນນັ້ນຖິ້ມ.

ມາດຕາ318ການປູກ,ຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາກັນຊາ,ແກ່ນກັນຊາຜ່ານສປປລາວ ບຸກຄົນໃດຫາກປູກກັນຊາເປັນຈໍານວນແຕ່ສາມກິໂລກຼາມຫາສິບກິໂລກຼາມກັນຊາດິບເພື່ອຄ້າຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ. ບຸກຄົນໃດຫາກປູກກັນຊາເປັນຈໍານວນເກີນກວ່າສິບກິໂລກຼາມກັນຊາດິບຂຶ້ນໄປເພື່ອຄ້າຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີກັນຊາແຫ້ງໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາກັນຊາແຫ່ງຜ່ານສປປລາວເພື່ອຄ້າຂາຍຈໍານວນແຕ່ຫ້າກິໂລກຼາມຫາສິບກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີກັນຊາແຫ່ງໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາກັນຊາແຫ້ງຜ່ານສປປລາວເພື່ອຄ້າຂາຍຈໍານວນຕໍ່າກວ່າຫ້າກິໂລກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ບຸກຄົນໃດຫາກຜະລິດ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີກັນຊາແຫ້ງໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາກັນຊາແຫ່ງຜ່ານສປປລາວເພື່ອຂ້າຂາຍເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຫຼືມີກັນຊາແຫ້ງເກີນກວ່າສິບກິໂລກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບ. ບຸກຄົນໃດຫາກຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີແກ່ນກັນຊາໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາແກ່ນກັນຊາຜ່ານສປປລາວເພື່ອຄ້າຂາຍຈໍານວນແຕ່ສິບກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ເຄມີຢາງກັນຊາແລະອະນຸພັນຕ່າງໆຂອງເຄມີຢາງກັນຊາ: -ນໍ້າໜັກເກີນກວ່າສູນສຸດສາມກຼາມຫາຫ້າສິບກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາສີ່ປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາເກົ້າລ້ານກີບ; -ນໍາໜັກເກີນກວ່າຫ້າສິບກຼາມຫາໜຶ່ງຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຊາວເກົ້າລ້ານກີບແລະຈະຖືກຮິບຊັບ; -ນໍາໜັກເກີນກວ່າໜຶ່ງຮ້ອຍກຼາມຫາສ້ອງຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາສິບສີ່ປີແລະຈະຖືກປັບໃໝແຕ່ສາມສິບລ້ານກີບຫາຫ້າສິບເກົ້າລ້ານກີບແລະຈະຖືກຮິບຊັບ. -ນໍ້າໜັກເກີນກວ່າຂອງຮ້ອຍກຼາມຫາຫ້າຮ້ອຍກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສິບຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ຫົກສິບລ້ານກີບຫາເກົ້າສິບເກົ້າລ້ານກີບແລະຈະຖືກຮິບຊັບ; -ນໍ້າໜັກເກີນກວ່າຫ້າຮ້ອຍກຼາມຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາສອງຮ້ອຍລ້ານກີບແລະຈະຖືກຮິບຊັບ.

ມາດຕາ319ການຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຢາເສບຕິດປອມຜ່ານສປປລາວ ບຸກຄົນໃດຫາກຜະລິດ,ປຸງແຕ່ງ,ຄ້າຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍາເຂົ້າ,ສົ່ງອອກຫຼືນໍາຢາເສບຕິດປອມຜ່ານສປປລາວໃຫ້ພິຈາລະນາດັ່ງນີ້: -ຜ່ານການວິໄຈຫາກເຫັນວ່າມີເຊື້ອຢາເສບຕິດເຈືອປົນຢູ່ກັບທາດອື່ນກໍ່ໃຫ້ລົງໂທດຕາມນໍ້າໜັກແລະປະເພດຢາເສບຕິດຕາມທີ່ໄດ້ກໍານົດໄວ້ໃນມາດຕາ314,315,316,317ແລະ318ຂອງປະມວນກົດໝາຍອາຍາສະບັບນີ້; -ຜານການວິໄຈຫາກເປັນວ່າບໍ່ມີເຊື້ອຢາເສບຕິດເຈືອປົນຢູ່ນໍາໃຊ້ຜູ້ຜະລິດ,ປຸງແຕ່ງ,ຊື້,ຂາຍ,ຈໍາໜ່າຍ,ຂົນສົ່ງ,ມີໄວ້ໃນຄອບຄອງຫຼືນໍເຂົ້າ,ສົ່ງອອກຫຼືນໍາຢາເສບຕິດປອມຜ່ານສປປລາວຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ320ການເສບຫຼືການມີໄວ້ໃນຄອບຄອງເພື່ອເສບ ບຸກຄົນໃດຫາກເສບຫຼືມີໄວ້ໃນຄອບຄອງເພື່ອເສບເຮໂລອິນ,ມອກຟິນຫຼືໂຄເຄນທີ່ມີນໍ້າໜັກແຕ່ສູນຈຸດສອງກຼາມລົງມາຫຼືຢາອີ,ຢາບ້າ,ຢາໄອທີ່ມີນໍ້າໜັກແຕ່ສູນສຸດສາມກຼາມລົງມາຫຼືຝິ່ນທີ່ມີນໍ້າໜັກສູນສຸດຈຸດຫ້າກຼາມລົງມາຫຼືກັນຊາແຫ້ງທີ່ມີນໍ້າໜັກແຕ່ຫ້າກຼາມລົງມາຫຼືສານລະເຫີຍອື່ນທີ່ມີສານເສບຕິດທີ່ມີນໍ້າໜັກແຕ່ສູນຈຸດຫ້າກຼາມລົງມາຫຼືພືດທີ່ໃຫ້ສານເສບຕິດທີ່ມີນໍ້າໜັກແຕ່ຫ້າກຼາມລົງມາຖືວ່າເປັນຜູ້ຖືກເຄາະຮ້າຍຊຶ່ງຕ້ອງໄດ້ຮັບານປິ່ນປົວຫຼືນໍາໄປປິ່ນປົວຕາມແຕ່ລະກໍລະນີ. ບຸກຄົນໃດມີໄວ້ໃນຄອບຄອງເພຶ້ອເສບເຮໂລອິນ,ມອກຟິນຫຼືໂຄເຄນທີ່ມີນໍ້າໜັກເກີນກວ່າສູນສຸດສອງກຼາມຫາສອງກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດມີໄວ້ໃນຄອບຄອງເພື່ອເສບຢາອີ,ຢາບ້າແລະຢາໄອທີ່ມີນໍ້າໜັກເກີນກວ່າສູນສຸດສາມກຼາມຫາສາມກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ບຸກຄົນໃດມີໄວ້ໃນຄອບຄອງເພື່ອສູບຝິ່ນທີ່ມີນໍ້າໜັກເກີນກວ່າສູນຈຸດຫ້າກຼາມຫາຫ້າກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດມີໄວ້ຄອບຄອງເພື່ອສູບກັນຊາແຫ້ງທີ່ມີນໍ້າໜັກເກີນກວ່າຫ້າກຼາມຫາສິບກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດມີໄວ້ໃນຄອບຄອງເພື່ອເສບສານລະເຫີຍອື່ນທີ່ມີສານເສບຕິດທີ່ມີນໍ້າໜັກເກີນກວ່າສູນຈຸດຫ້າກຼາມຫາຫ້າກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດມີໄວ້ໃນຄອບຄອງເພື່ອເສບພືດທີ່ໃຫ້ສານເສບຕິດທີ່ມີນໍ້າໜັກເກີນກວ່າຫ້າກຼາມຫາສິບກຼາມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງເດືອນຫາຫົກເດືອນແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດຫາກດໍາເນີນການບໍລິການສູບຝິ່ນຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ບຸກຄົນໃດຫາກດໍາເນີນການບໍລິການສູນກັນຊາຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ321ການກັບຄືນມາເສບໃໝ່ ຜູ້ເສບຢາເສບຕິດທີ່ໄດ້ຮັບການປິ່ນປົວແລ້ວກັບຄືນມາເສບໃໝ່ໃຫ້ປະຕິບັດດັ່ງນີ້: -ໄດ້ຮັບການປິ່ນປົວຄັ້ງທີໜຶ່ງໂດຍໄດ້ຮັບການຢັ້ງຢືນເປັນລາຍລັກອັກສອນຈາກຄະນະຮັບຜິດຊອບສູນປິ່ນປົວຢາເສບຕິດອອກມາແລ້ວກັບຄືນມາເສບໃໝ່ຈະຖືກຕໍານິວິຈານແລະຈະຖືກປັບໃໝແຕ່ໜຶ່ງແສນກີບຫາສາມແສນກີບ; -ໄດ້ຮັບການປິ່ນປົວຄັ້ງທີສອງໂດຍໄດ້ຮັບການຢັ້ງຢືນເປັນລາຍລັກອັກສອນຈາກຄະນະຮັບຜິດຊອບສູນປິ່ນປົວຢາເສບຕິດອອກມາແລ້ວກັບຄືນມາເສບໃໝ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມແສນກີບຫາຫ້າແສນກີບ; -ໄດ້ຮັບການປິ່ນປົວຄັ້ງທີສາມຂຶ້ນໄປໂດຍໄດ້ຮັບການຢັ້ງຢືນເປັນລາຍລັກອັກສອນຈາກຄະນະຮັບຜິດຊອບສູນປິ່ນປົວຢາເສບຕິດອອກມາແລ້ວກັບຄືນມາເສບໃໝ່ຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາຫ້າລ້ານກີບ.

ມາດຕາ322ການລັກ,ການສໍ້ໂກງ,ການຍັກຍອກຫຼືການປຸ່ນເອົາຢາເສບຕິດ ບຸກຄົນໃດຫາກໄດ້ລັກ,ສໍ້ໂກງ,ຍັກຍອກຫຼືປຸ້ນນເອົາຢາເສບຕິດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ຖືກເອົາການລັກ,ສໍ້ໂກງ,ຍັກຍອກຫຼືປຸ້ນເອົາຢາເສບຕິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືຫາກໄດ້ລັກ,ຍັກຍອກຫຼືປຸ້ນເອົາຢາເສບຕິດຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ323ການມີໄວ້ໃນຄອບຄອງເຄື່ອງຈັກ,ເຄື່ອງມື,ອຸປະກອນທີ່ໃຊ້ຜະລິດຢາເສບຕິດ. ບຸກຄົນໃດຫາກມີໄວ້ໃນຄອບຄອງເຄື່ອງຈັກ,ເຄື່ອງມື,ອຸປະກອນທີ່ໃຊ້ເພື່ອຜະລິດຢາເສບຕິດປະເພດຕ່າງໆຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນຫຼືເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ324ການບັງຄັບຫຼືການຊັກຊວນບຸກຄົນອື່ນໃຫ້ນໍາໃຊ້ຢາເສບຕິດ ບຸກຄົນໃດຫາກໃຊ້ກໍາລັງ,ອາວຸດ,ນາບຂູ່,ຍົວະອອຍ,ເລ່ລ່ຽມຫຼືສະເໜີຜົນປະໂຫຍດໃດໜຶ່ງແກ່ບຸກຄົນອື່ນຫຼືນໍາໃຊ້ວິທີການອື່ນເພື່ອໃຫ້ນໍາໃຊ້ຢາເສບຕິດຊຶ່ງຂັດກັບຈຸດປະສົງແລະກໍ່ຄວາມເສຍຫາຍແກ່ຜູ້ຖືກບັງຄັບຫຼືຜູ້ຖືກຊັກຊວນຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການກະທໍາຜິດເປັນອາຈິນ,ມີກນຈັດຕັ້ງເປັນກຸ່ມ,ກະທໍາຜິດຕໍ່ເດັກ,ກະທໍາຜິດຕໍ່ຜູ້ຍິງທີ່ພວມຖືພາ.ກະທໍາຜິດຕໍ່ຫຼາຍຄົນ,ກໍ່ໃຫ້ເກີດເຊື້ອພະຍາດຕ່າງໆທີ່ເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີການເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສາມສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດດັ່ງກ່າວຫາກໄດ້ເຮັດໃຫ້ມີການເສຍອົງຄະ,ພິການຫຼືເສຍຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ325ກາລະເມີດລະບຽບການກ່ຽວກັບການຄຸ້ມຄອງ,ການນໍາໃຊ້ຢາເສບຕິດຫຼືເຄມີຕົ້ນ ບຸກຄົນໃດຫາກມີໜ້າທີ່ຮັບຜິດຊອບໃນການເກັບມ້ຽນ,ປົກປັກຮັກສາ,ຈັດສົ່ງ,ຂົນຍ້າຍຫຼືນໍາໃຊ້ຢາເສບຕິດຫຼືເຄມີຕົ້ນເພື່ອການທົດລອງ,ການວິໄຈຫາກບໍ່ປະຕິບັດຕາມລະບຽບການຄຸ້ມຄອງ,ການນໍາໃຊ້ຢາເສບຕິດຫຼືເຄມີຕົ້ນຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເອົາການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືໃນກໍລະນີທີ່ມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ໝວດທີ9ການກະທໍາຜິດກ່ຽວກັບຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ

ມາດຕາ326ການຕັດໄມ້ຄຸ້ມຄອງ,ຖາງປ່າ,ຈູດປ່າແລະການຂຸດຄົ້ນເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ຕັດໄມ້,ຖາງປ່າໂດຍບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການກ່ຽວກັບປ່າໄມ້;ຈູດປ່າຫຼືທໍາລາຍປ່າໄມ້ດ້ວຍວິທີການອື່ນຫຼືການຂຸດຄົ້ນເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການຊຶ່ງສ້າງຜົນເສຍຫາຍທີ່ມີມູນຄ່າແຕ່ຫ້າລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍແລະໃຫ້ຟື້ນຟູຄືນ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝສາມເທົ່າຂອງມູນຄ່າຄວາມເສຍຫາຍແລະໃຫ້ຟື້ນຟູຄືນ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝສາມເທົ່າຂອງມູນຄ່າຄວາມເສຍຫາຍແລະໃຫ້ຟື້ນຟູຄືນ.

ມາດຕາ327ການຕັດ,ຊື້ຂາຍຫຼືເຄື່ອນຍ້າຍໄມ້ແລະຕໍໄມ້ທໍາມະຊາດປະເພດຫວງຫ້າມແລະໄມ້ພິເສດທີ່ໃກ້ຈະສູນພັນໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ຕັດ,ຊື້ຂາຍຫຼືເຄື່ອນຍ້າຍໄມ້ແລະຕໍໄມ້ທໍາມະຊາດປະເພດຫວງຫ້າມແລະໄມ້ພິເສດທີ່ໃກ້ຈະສູນພັນໂດຍບໍ່ໄດ້ຮັບອະນຸຍາດຊຶ່ງສ້າງຜົນເສຍຫາຍທີ່ມີມູນຄ່າແຕ່ຫ້າລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງພັນລ້ານກີບຫາສອງພັນຫ້າຮ້ອຍລ້ານກີບແລະໃຫ້ຟື້ນຟູຄືນ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກະທໍາຜິດອີກເປັນຄັ້ງທີສອງຫຼືເປັນອາຈິນຈະຖືກລົງໂທດຕັດອິດສະລະາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍແລະໃຫ້ຟື້ນຟູຄືນ.

ມາດຕາ328ການມອບຄ້ອນປະທັບຕາໄມ້ໃຫ້ຜູ້ບໍ່ມີສິດ,ໜ້າທີ່ຮັບຜິດຊອບ,ການອະນຸຍາດຫັນປ່ຽນປ່າໄມ້ທໍາມະຊາດ,ການອະນຸຍາດຂຸດຄົ້ນໄມ້ເກີນສິດແລະໜ້າທີ່ຂອງຕົນ ບຸກຄົນໃດຫາກໄດ້ມອບຄ້ອນປະທັບຕາໄມ້ໃຫ້ຜູ້ບໍ່ມີສິດ,ໜ້າທີ່ຮັບຜິດຊອບ,ອະນຸຍາດຫັນປ່ຽນປ່າໄມ້ທໍາມະຊາດ,ອະນຸຍາດຂຸດຄົ້ນໄມ້ເກີນສິດແລະໜ້າທີ່ຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍໃນລາຄາຕາມທ້ອງຕິຫຼາດໃນເວລານັ້ນ.

ມາດຕາ329ການປອມແປງຄ້ອນຕາປະທັບແລະເອກະສານຕ່າງໆກ່ຽວກັບການຂຸດຄົ້ນ,ຊື້ຂາຍ,ເຄື່ອນຍ້າຍ,ປຸງແຕ່ງແລະຈໍາໜ່າຍໄມ້,ຕໍໄມ້ແລະເຄື່ອງປ່າຂອງດົງ. ບຸກຄົນໃດຫາກໄດ້ປອມແປງຄ້ອນຕາປະທັບແລະເອກະສານຕ່າງໆກ່ຽວກັບການຂຸດຄົ້ນ,ຊື້ຂາຍ,ເຄື່ອນຍ້າຍ,ປຸງແຕ່ງແລະຈໍາໜ່າຍໄມ້,ຕໍ່ໄມ້ແລະເຄື່ອງປ່າຂອງດົງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ330ການທໍາລາຍເຄື່ອງປູກ ບຸກຄົນໃດຫາກໄດ້ທໍາລາຍເຄື່ອງປູກຂອງລັດ,ລວມໝູ່,ອົງການຈັດຕັ້ງສັງຄົມຫຼືພົນລະເມືອງຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ331ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຍບການກ່ຽວກັບການລ່າສັດເຊັ່ນລ່າສັດປະເພດຫວງຫ້າມ,ລ່າສັດຖືພາມານ,ລ່າສັດໃນລະດູຫຼືໃນເຂດທີ່ຫວງຫ້າມຫຼືດ້ວຍເຄື່ອງມືທີ່ເກືອດຫ້າມແລະອື່ນໆຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ຫ້າສິບລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ332ການຫາປາຫຼືສັດນໍ້າອື່ນໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ຫາປາຫຼືສັດນໍ້າອື່ນໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຫາປາເຊັ່ນຫາປາດ້ວຍການໃຊ້ລະເບີດ,ຢາເບື່ອ,ທາດເຄມີ,ໄຟຟ້າຊັອດຫຼືເຄື່ອງມືອື່ນທີ່ເກືອດຫ້າມຈະຖືກລົງໂທດອັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດຫາກກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ໜຶ່ງລ້ານກີບຫາສິບຫ້າລ້ານກີບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ333ການບຸກລຸກທໍາລາຍຖິ່ນອາໄສແລະແຫຼ່ງອາຫານຂອງສັດນໍ້າແລະສັດປ່າ ບຸກຄົນໃດຫາກໄດ້ບຸກລຸກທໍາລາຍຖິ່ນທີ່ຢູ່ອາໄສແລະແຫຼ່ງອາຫານຂອງສັດນໍ້າແລະສັດປ່າຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດື່ອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ334ການຄ້າຂາຍຫຼືມີໄວ້ໃນຄອບຄອງສັດນໍ້າຫຼືສັດປ່າທີ່ຫວງຫ້າມ ບຸກຄົນໃດຫາກລັກເອົາສັດນໍ້າແລະສັດປ່າປະເພດຫວງຫ້າມທີ່ຍັງມີຊີິວດ,ຊາກຫຼືຊິ້ນສ່ວນແລະອະໄວຍະວະຕ່າງໆຂອງສັດເພື່ອຄ້າຂາຍຫຼືມີໄວ້ໃນຄອບຄອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ335ການນໍາເຂົ້າ,ສົ່ງອອກ,ນໍາຜ່ານຫຼືເຄື່ອນຍ້າຍສັດນໍ້າແລະສັດປ່າ ບຸກຄົນໃດຫາກໄດ້ນໍາເຂົ້າ,ສົ່ງອອກ,ສົ່ງອອກຄືນ,ນໍາຜ່ານຫຼືເຄື່ອນຍ້າຍສັດນໍ້າແລະສັດປ່າລວມທັງຊິ້ນສ່ວນ,ອະໄວຍະວະແລະຜະລິດຕະພັນຕ່າງໆໂດຍບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງກັບສົນທິສັນຍາວ່າດ້ວຍການຄຸ້ມຄອງສັດປ່າແລະພັນພືດທີ່ໃກ້ຈະສູນພັນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືມີຄວາມເສຍຫາຍຫຼາຍຢ່າງຫຼວງຫຼາຍຈະຖືກຕັດອິດສະລະພາບແຕ່ຫ້າປີຫາສິບປີແລະຈະຖືກປັບໃໝສາມເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ336ການທໍາລາຍຊັບພະຍາກອນສັດນໍ້າ ບຸກຄົນໃດຫາກໄດ້ໃຊ້ສານພິດ,ວັດຖຸລະເບີດ,ສານເຄມີ,ກະແສໄຟຟ້າຫຼືວິທີການປະມົງທີ່ຕ້ອງຫ້າມຫຼືເຄື່ອງມືໃຊ້ປະໂຫຍດຈາກຜະລິດຕະພັນສັດນໍ້າຫຼືທໍາລາຍຊັບພະຍາກອນສັດນໍ້າຊຶ່ງກໍ່ຄວາມເສຍຫາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ337ການລະເມີດລະບຽບການກ່ຽວກັບການຄຸ້ມຄອງສັດປ່າທີ່ມີຄຸນຄ່າແລະຫາຍາກ ບຸກຄົນໃດຫາກໄດ້ລ່າສັດ,ຈັບ,ກັກຂັງ,ຂ້າ,ຂົນສົ່ງຫຼືຄ້າຂາຍສັດປ່າທີ່ມີຄຸນຄ່າແລະຫາຍາກຫຼືຂົນສົ່ງຫຼືຄ້າຂາຍຜະລິດຕະພັນທີ່ເຮັດຈາກສັດດັ່ງກ່າວໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ338ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ຈັບຈອງທີ່ດິນໃນເຂດປ່າສະຫງວນ,ປ່າດົງດິບ,ປ່າຍອດນໍ້າ,ທີ່ດິນບໍລິເວນບໍ່ແຮ່,ບໍລິເວນເຂດວັດທະນະທໍາແລະບູຮານສະຖານ,ເຂດປ່າສັກສິດ,ເຂດທ່ອງທ່ຽວທໍາມະຊາດ,ເຂດປະຫວັດສາດແລະເຂດສະຫງວນຂອງລັດໂດຍບໍ່ຖືກຕ້ອງຕາມກົດໝາຍແລະລະບຽບການຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ,ຂອງລວມໝູ່ຫຼືມີຜົນກະທົບຕໍ່ສິ່ງແວດລ້ອມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍແລະຈະຖືກຮິບທີ່ດິນນັ້ນ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືມີຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝສາມເທົ່າຂອງມູນຄ່າຄວາມເສຍຫາຍແລະຈະຖືກຮິບທີ່ດິນນັ້ນ.

ມາດຕາ339ການທໍາລາຍແຫຼ່ງແຮ່ ບຸກຄົນໃດຫາກໄດ້ທໍາລາຍແຫຼ່ງແຮ່ທີ່ເປັນບ່ອນສະສົມຂອງແຮ່ທາດຊຶ່ງເກີດຂຶ້ນຕາມທໍາມະຊາດໂດຍມີການຢັ້ງຢືນກ່ຽວກັບປະລິມານແລະຄຸນນະພາບຂອງແຮ່ທາດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດນັ້ນຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ340ການຂຸດຄົ້ນຊັບພະຍາກອນແຮ່ທາດໂດຍບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດຫາກໄດ້ຂຸດຄົນເອົາຊັບພະຍາກອນແຮ່ທາດເຊັ່ນໂລຫະ,ແຮ່,ຫີນຕ່າງໆທີ່ມີຄຸນຄ່າໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ.

ມາດຕາ341ການສໍາຫຼວດ,ຂຸດຄົ້ນ,ນໍາໃຊ້ນໍາແລະຊັບພະຍາກອນໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນໃດຫາກໄດ້ສໍາຫຼວດ,ຂຸດຄົ້ນ,ນໍາໃຊ້ນໍ້າໜ້າດິນ,ໃຕ້ດິນແລະຊັບພະຍາກອນນໍ້າໂດຍບໍ່ໄດ້ຮັບອະນຸຍາດຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ342ການລະເມີດລະບຽບການສ້າງສະຖານີອຸຕຸນິຍົມ,ອຸທົກກະສາດແລະແຜນດິນໄຫວ ບຸກຄົນໃດຫາກລະເມີດລະບຽບການກ່ຽວກັບການສ້າງສະຖານນີ,ການເກັບຂໍ້ມູນອຸຕຸນິຍົມແລະອຸທົກກະສາດແລະແຜ່ນດິນໄຫວຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບ.

ມາດຕາ343ການກະທໍາຜິດກ່ຽວກັບວຽກງານອຸຕຸນິຍົມ,ອຸທົກກະສາດແລະແຜ່ນດິນໄຫວ ບຸກຄົນໃດຫາກອອກຂ່າວບິດເບືອນກ່ຽວກັບກວຽກງານອຸຕຸນິຍົມ,ອຸທົກກະສາດແລະແຜ່ນດິນໄຫວໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບອຸຕຸນິຍົມ,ອຸທົກກະສາດແລະແຜ່ນດິນໄຫວຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ344ການທໍາລາຍອຸປະກອນຮັບໃຊ້ວຽກງານອຸຕຸນິຍົມ,ອຸທົກກະສາດແລະແຜນດິນໄຫວ ບຸກຄົນໃດຫາກໄດ້ທໍາລາຍອຸປະກອນຮັບໃຊ້ວຽກງານອຸຕຸນິຍົມ,ອຸທົກກະສາດແລະແຜ່ນດິນໄຫວຊຶ່ງສ້າງຜົນເສຍຫາຍທີ່ມີມູນຄ່າແຕ່ຫ້າລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍຕົວຈິງ.

ມາດຕາ345ການລະເມີດມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດ ບຸກຄົນໃດຫາກລະເມີດມາດຕະຖານຄຸນນະພາບສິ່ງແວດລ້ອມແຫ່ງຊາດເປັນຕົ້ນຄຸນນະພາບນໍ້າດື່ມ,ນໍ້າໜ້າດິນ,ນໍ້າໃຕ້ດິນ,ຄຸນນະພາບດິນສໍາລັບທີ່ຢູ່ອາໄສ,ດິນສໍາລັບກະສິກໍາ,ຄຸນນະພາບອາກາດ,ຄຸນນະພາບທາງສຽງເກີນຄ່າເຂັມຂຸ້ນສູງສຸດຫຼືຄ່າຄວາມເຂັ້ມປົກກະຕິຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ໃນກໍລະນີການກະທໍາຜິດເປັາອາຈິນຫຼືກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ.

ມາດຕາ346ການກໍ່ໃຫ້ເກີດມົນລະພິດທາງອາກາດ ບຸກຄົນໃດຫາກໄດ້ປ່ອຍຄວັນ,ຝຸນລະອອງ,ສານພິດຫຼືລັງສີຫຼືອົງປະກອບອື່ນທີ່ເປັນອັນຕະລາຍຂຶ້ນສູ່ອາການໃນສັດສ່ວນທີ່ເກີນກວ່າມາດຕະການທີ່ກໍານົດໄວ້ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເກືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ347ການກໍ່ໃຫ້ເກີດມົນລະພິດທາງດິນ ບຸກຄົນໃດຫາກໄດ້ຖິ້ມ,ຝັງ,ທໍາລາຍສິ່ງເສດເຫຼືອຫຼືຂີ້ເຫຍື້ອຫຼືປ່ອຍສານພິດລົງດິນເກີນກວ່າມາດຕະການທີ່ກໍານົດຊຶ່ງກໍ່ໃຫ້ເກີດຜົນເສຍຫາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ348ການກໍ່ໃຫ້ເກີດມົນລະພິດທາງນໍ້າ ບຸກຄົນໃດຫາກໄດ້ປ່ອຍນໍ້າເປື້ອນ,ນ້ໍາມັນ,ໄຂມັນ,ສານເຄມີທີ່ເປັນພິດ,ສານກໍາມັນຕະພາບລັງສີເກີນກວ່າມາດຕະການທີ່ໄດ້ກໍານົດໄວ້,ຂີ້ເຫຍື້ອ,ຊາກພືດແລະສັດ,ແບັກທີເຣຍ,ແບັດທີເຣຍໄມໂຄຼ,ຈຸລິນຊີນໍາໃຊ້ເຊື້ອພະຍາດລະບາດ,ພະຍາດລະບາດທີ່ເປັນອັນຕະລາຍຫຼືອົງປະກອບອື່ນທີ່ເປັນອັນຕະລາຍລົງສູ່ແຫຼ່ງນໍ້າຊຶ່ງກໍ່ຄວາມເສຍຫາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຫ້າສິບລ້ານກີບ.

ມາດຕາ349ການລະເມີດມາດຕະຖານມົນລະພິດທາງສິ່ງລົບກວນ ບຸກຄົນໃດຫາກໄດ້ລະເມີດມາດຕະຖານການປ່ອຍມົນລະພິດທາງສິ່ງລົບກວນເຊັ່ນສຽງ,ແສງ,ສີ,ກິ່ນ,ຄວາມສັ່ນສະເທືອນແລະຄວາມຮ້ອນທີ່ເກີນມາດຕະຖານຄຸນນະພາບສິ່ງແວດລ້ອມແລະມາດຕະຖານຄວບຄຸມມົນລະພິດແຫ່ງຊາດຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິວດ,ສຸຂະພາບຂອງຄົນ,ສັດ,ພືດແລະສິ່ງແວດລ້ອມອື່ນແລະລະບົບນິເວດຈະຖືກປັບໃໝແຕ່ຫ້າສິບ້ລການກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ350ການນໍາເຂົ້າເຕັກໂນໂລຊີ,ເຄື່ອງກົນຈັກ,ເຄື່ອງມື,ອຸປະກອນເກົ່າຫຼືອຸປະກອນທີ່ບໍ່ໄດ້ມາດຕະຖານການປົກປັກຮັກສາສິ່ງແວດລ້ອມ. ບຸກຄົນໃດຫາກໄດ້ນໍາເຂົ້າຫຼືອະນຸຍາດນໍາເຂົ້າເຕັກໂນໂລຊີ,ເຄື່ອງກົນຈັກ,ເຄື່ອງມື,ທາດດໍາມັນຕະພາບລັງສີ,ສານພິດ,ອຸປປະກອນເກົ່າຫຼືອຸປະກອນທີ່ບໍ່ໄດ້ມາດຕະຖານການປົກປັກຮັກສາສິ່ງແວດລ້ອມຊຶ່ງສ້າງຄວາມເສຍຫາຍຢ່າງຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫຫາຫ້າສິບລ້ານກີບ.

ມາດຕາ351ການລະເມີດມາດຕະການຄວບຄຸມເຄມີແລະສິ່ງເສດເຫຼືອອັນຕະລາຍ ບຸກຄົນໃດຫາກໄດ້ລະເມີດລະບຽບການແລະຂັ້ນຕອນກ່ຽວກັບມາດຕະການຄວບຄຸມການນໍາໃຊ້ເຄມີອັນຕະລາຍເຂົ້າໃນຂະບວນການຜະລິດ,ການດໍາເນີນທຸລະກິດແລະການບໍລິການຫຼືລະເມີດມາດຕະການຄວບຄຸມການເກັບຮັກສາ,ການຖິ້ມແລະການທໍາລາຍເຄມີທີ່ເປັນພິດແລະສິ່ງເສດເຫຼືອເຄມີຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍຈະຖືກປັບໃໝແຕ່ຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນຫຼືສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບ.

ມາດຕາ352ການບໍ່ປະຕິບັັດການຟື້ນຟູຄືນ ບຸກຄົນໃດຫາກບໍ່ປະຕິບັດມາດຕະການຟື້ນຟູຄືນຕາມຄໍາຕັດສິນຂອງສານຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫົກລ້ານກີບຫາໜຶ່ງຮ້ອຍລ້ານກີບ.

ມາດຕາ353ການໍລະມານສັດ ບຸກຄົນໃດຫາກໄດ້ກະທໍາຕໍ່ສັດທີ່ເປັນການທໍລະມານເປັນຕົ້ນການກັກຂັງສັດໂດຍໃຫ້ອົດນໍ້າ,ອົດອາຫານ,ນໍາໃຊ້ແຮງງານສັດເກີນຂອບເຂດໂດຍບໍ່ໃຫ້ສັດໄດ້ພັກຜ່ອນ,ທຸບຕີທີ່ມີລັກສະນະທາລຸນ,ບັນທຸກແລະຂົນສົ່ງສັດແບບແອອັດທໍາລະມານ,ຂ້າສັດແບບໂຫດຮ້າຍປ່າເຖື່ອນຫຼືໃຊ້ສານພິດເບືອສັດຈະຖືກລົງໂທດດັດສ້າງໂດຍບໍ່ຕັດອິດສະລະພາບຫຼືຈະຖືກປັບໃໝແຕ່ຫ້າແສນກີບຫາສາມລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ໝວດທີ10ການສໍ້ລາດບັງຫຼວງ

ມາດຕາ354ການສໍ້ລາດບັງຫຼວງ ການສໍ້ລາດບັງຫຼວງແມ່ນພຶດຕິກໍາຂອງພະນັກງານນໍາພາ,ພະນັກງານຄຸ້ມຄອງ,ພະນັກງານວິຊາການ,ພະນັກງານວິສາຫະກິດ,ລັດຖະກອນ,ທະຫານ,ຕໍາຫຼວດລວມທັງນາຍບ້ານແລະຜູ້ໄດ້ຮັບມອບສິດ,ໜ້າທີ່ໃດໜຶ່ງຈາກທາງການແລະພະນັກງານຕ່າງປະເທດ,ພະນັກງານອົງການຈັດຕັ້ງສາກົນ. ການສໍ້ລາດບັງຫຼວງປະກອບດ້ວຍສະຖານການກະທໍາຜິດດັ່ງນີ້: 1.ການຍັກຍອກຊັບຂອງລັດຫຼືລວມໝູ່; 2.ການສໍ້ໂກງຊັບຂອງລັດຫຼືລວມໝູ່; 3.ການໃຫ້ສິນບົນ; 4.ການຮັບສິນບົນ; 5.ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເພື່ອເອົາຊັບຂອງລັດລວມໝູ່ຫຼືບຸກຄົນ; 6.ການວຍໃຊ້ຊັບຂອງລັດຫຼືລວມໝູ່; 7.ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນ; 8.ການລັກໂລບ,ປອມແປງມາດຕະຖານເຕັກນິກໍ່ສ້າງ,ອອກແບບ,ຄິດໄລ່ແລະອື່ນໆ; 9.ການໂກງການປະມູນຫຼືການສໍາປະທານ; 10.ການປອມແປງເອກະສານຫຼືການນໍາໃຊ້ເອກະສານປອມ; 11.ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດສ່ວນຕົວ; 12.ການກົດໜ່ວງ,ຖ່ວງດຶງເອກະສານ.

ມາດຕາ355ການຍັກຍອກຊັບຂອງລັດຫຼືລວມໝູ່ ພະນັກງານຜູ້ໃດຕາມທີ່ໄດກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການຍັກຍອກຊັບຂອງລັດຫຼືລວມໝູ່ດ້ວຍການວຍໃຊ້ຄວາມເຊື່ອໃຈຈເພື່ອລັກໂລບເອົາ,ຕັດຮອນເອົາຫຼືສັບປ່ຽນເອົາຊັບຂອງລັດຫຼືລວມໝູ່ທີ່ຕົນໄດ້ຖືກມອບໝາຍໃຫ້ຮັກສາ,ນໍາໃຊ້,ຂົນສົ່ງ,ກໍ່ສ້າງ,ສ້ອມແປງຫຼືເຮັດວຽກໃດວຽກໜຶ່ງຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍ. 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນວ່າສີ່ປີຫາຫົກຜີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວຍຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທຕັດອິດສະລະພາບແຕ່ສິບປີປາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວຍຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າໜຶ່ງພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຈະຖືກລົງໂທດຕັດອິດສະລະພາບແລະຈະຖືກປັບໃໝຫຼາຍກວ່າສອງເທົ່າຂອງໂທດທີ່ວາງໃສ່ຕາມມູນຄ່າຄວາມເສຍຫາຍໃນແຕ່ລະຂໍ້ຂອງວັກ1ຂອງມາດຕານີ້ລະຈະຖືກຮິບຊັບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ356ການສໍ້ໂກງຊັບຂອງລັດຫຼືລວມໝູ່ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການສໍ້ໂກງຊອບຂອງລັດຫຼືລວມໝູ່ດ້ວຍການໃຊ້ເລ່ລ່ຽມຕົວະຍົວະ,ຫຼອກລວງດ້ວຍວິທີໃດກໍ່ຕາມເພື່ອເຮັດໃຫ້ຜູ້ມີໜ້າທີ່ຮັບຜິດຊອບຊັບຂອງລັດຫຼືລວມໝູ່ຫຼືຜູ້ອື່ນເອົາຊັບດັ່ງກ່າວໃຫ້ຕົນຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍດັ່ງນີ້: 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າໜຶ່ງພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດເປັນອາຈິນຫຼືມີການຈັດຕັ້ງເປັນກຸ່ມຈະຖືກລົງໂທດຕັດອິດສະລະພາບແລະຈະຖືກປັບໃໝຫຼາຍກວ່າສອງເທົ່າຂອງໂທດທີ່ວາງໃສ່ຕາມມູນຄ່າຄວາມເສຍຫາຍໃນແຕ່ລະຂໍ້ຂອງວັກໜຶ່ງຂອງມາດຕານີ້ແລະຈະຖືກຮິບຊັບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ357ການໃຫ້ສິນບົນ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການໃຫ້ສິນບົນດ້ວຍການສະເໜີໃຫ້,ເອົາໃຫ້ຫຼືສັນຍາວ່າຈະໃຫ້ເງິນ,ຊັບສິ່ງຂອງຫຼືຜົນປະໂຫຍດໃດໜຶ່ງດ້ວຍຕົນເອງຫຼືຜ່ານສື່ກາງແກ່ພະນັກງານໂດຍທາງກົງຫຼືທາງອ້ອມເພື່ອໃຫ້ປະຕິບັດ,ເລືອກປະຕິບັດຫຼືລະເວັ້ນການປະຕິບັດໜ້າທີ່ຂອງພະນັກງານເພື່ອຈຸດປະສົງແລະຜົນປະໂຫຍດຂອງຜູ້ໃຫ້ສິນບົນຈະຖືກລົງໂທດຕາມມູນຄ່າຄວາມເສຍສຫາຍດັ່ງນີ້: 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜື່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າໜຶ່ງພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ358ການຮັບສິນບົນ ພະນັກງານຜູ້ໃດຕາມທີ່ໄດ້ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການຮັບສິນບົນດ້ວຍການຮັບເອົາ,ທວງເອົາ,ຂໍເອົາຫຼືຕົກລົງຮັບເອົາເງິນ,ຊັບສິ່ງຂອງຫຼືຜົນປະໂຫຍດໃດໜຶ່ງຈາກຜູ້ໃຫ້ສິນບົນໂດຍທາງກົງຫຼືທາງອ້ອມແລ້ວປະຕິບັດ,ເລືອກປະຕິບັດຫຼືລະເວັ້ນການປະຕິບັດໜ້າທີ່ຂອງຕົນຕາມຈຸດປະສົງແລະເພື່ອຜົນປະໂຫຍດຂອງຜູ້ໃຫ້ສິນບົນຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍດັ່ງນີ້: 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາໜຶ່ງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າໜຶ່ງພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ359ການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນ ພະນັກງານຜູ້ໃດຕາມທີ່ໄດ້ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການສວຍໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນດ້ວຍການອີງໃສ່ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຂອງຕົນເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ,ຄອບຄົວ,ຍາດພີ່ນ້ອງຫຼືພັກພວກຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍດັ່ງນີ້: 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນຫວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມຸນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຕ້ອງລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ260ການສວຍໃຊ້ຊັບຂອງລັດຫຼືລວມໝູ່ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ254ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການສວຍໃຊ້ຊັບຂອງລັດຫຼືລວມໝູ່ດ້ວຍການນໍາໃຊ້ຊັບຂອງລັດຫຼືລວມໝູ່ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດຫຼືລວມໝູ່ຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍດັ່ງນີ້: 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນຫວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມຸນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຕ້ອງລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ361ການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມມູ່ຫຼືບຸກຄົນ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍກາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນດ້ວຍການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນຂອບເຂດເພື່ອເອົາຊັບຂອງລັດ,ລວມໝູ່ຫຼືບຸກຄົນດ້ວຍການໃຊ້ຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ເກີນທີ່ລະບຽບ,ກົດໝາຍໄດ້ກໍານົດໄວ້ໂດຍເຈດຕະນາເພື່ອຫາຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍດັ່ງນີ້: 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນຫວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມຸນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຕ້ອງລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ362ການລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງ ພະນັກງານຜູ້ໃດຕາມທີ່ໄດ້ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການລັກໂລບ,ປອມແປງມາດຕະຖານເຕັກນິກກໍ່ສ້າງດ້ວຍການລັກໂລບປອມແປງມາດຕະຖານເຕັກນິກໃນການສໍາຫຼວດ,ອອກແບບ,ຄິດໄລ່ແລະອື່ນໆລະຫວ່າງເຈົ້າຂອງໂຄງການກັບຜູ້ຮັບເໝົາແລະຜູ້ອື່ນທີ່ກ່ຽວຂ້ອງກັບກິດຈະການໃດໜຶ່ງເຊັ່ນການກໍ່ສ້າງ,ການສ້ອມແປງ,ການປະດັບປະດາຕົບແຕ່ງ,ການຕິດຕັ້ງແລະກິດຈະການອື່ນເພື່ອຫາຜົນປະໂຫຍດອັນຊອບທໍາຂອງພົນລະເມືອງເກີນກວ່າຫ້າລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີມີການກະທໍາຜິດເປັນອາຈິນຫຼືມີຜົນເສຍຫາຍເກີນກວ່າຫ້າສິບລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມແລະມີຄວາມເສຍຫາຍເກີນກວ່າເຈັດຮ້ອຍລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດມີຄວາມເສຍຫາຍເກີນກວ່າສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ363ການໂກງການປະມູນຫຼືການສໍາປະທານ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການໂກງການປະມູນຫຼືການສໍາປະທານດ້ວຍການຕົກລົງລະຫວ່າງພະນັກງານຂອງລັດກັບບໍລິສັດຮັບເໝົາແລະຜູ້ອື່ນທີ່ກ່ຽວຂ້ອງເພື່ອສ້າງເງື່ອນໄຂໃຫ້ຊະນະການປະມູນຫຼືການສໍາປະທານໃນກິດຈະການໃດໜຶ່ງຂອງລັດເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍຂອງພົນລະເມືອງເກີນກວ່າຫ້າລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີມີການກະທໍາຜິດເປັນອາຈິນຫຼືມີຜົນເສຍຫາຍເກີນກວ່າຫ້າສິບລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດເປັນອາຈິນ,ມີການຈັດຕັ້ງເປັນກຸ່ມແລະມີຄວາມເສຍຫາຍເກີນກວ່າເຈັດຮ້ອຍລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ. ໃນກໍລະນີການກະທໍາຜິດມີຄວາມເສຍຫາຍເກີນກວ່າສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ364ການປອມແປງເອກະສານຫຼືການນໍາໃຊ້ເອກະສານປອມ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການປອມແປງເອກະສານຫຼືການນໍາໃຊ້ເອກະສານປອມດ້ວຍການປອມແປງລາຍເຊັນ,ຕາປະທັບ,ຕັດຫຼືເພີ່ມຂໍ້ຄວາມໃດໜຶ່ງໃສ່ເນື້ອໃນເອກະສານຫຼືຮູ້ວ່າເປັນເອກະສານປອມແຕ່ນໍາໄປໃຊ້ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກລົງໂທດຕາມມູນຄ່າຄວາມເສຍຫາຍດັ່ງນີ້: 1.ແຕ່ຊາວລ້ານກີບລົງມາຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 2.ເກີນກວ່າຊາວລ້ານກີບຫາຫ້າສິບລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນຫວ່າສອງປີຫາສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມຸນຄ່າຄວາມເສຍຫາຍ; 3.ເກີນກວ່າຫ້າສິບລ້ານກີບຫາໜຶ່ງຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສີ່ປີຫາຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 4.ເກີນກວ່າໜຶ່ງຮ້ອຍລ້ານກີບຫາສາມຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າຫົກປີຫາແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 5.ເກີນກວ່າສາມຮ້ອຍລ້ານກີບຫາຫ້າຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າແປດປີຫາສິບປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 6.ເກີນກວ່າຫ້າຮ້ອຍລ້ານກີບຫາຫົກຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບປີຫາສິບສອງປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 7.ເກີນກວ່າຫົກຮ້ອຍລ້ານກີບຫາເຈັດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສອງປີຫາສິບສີ່ປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 8.ເກີນກວ່າເຈັດຮ້ອຍລ້ານກີບຫາແປດຮ້ອຍລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບສີ່ປີຫາສິບຫົກປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 9.ເກີນກວ່າແປດຮ້ອຍລ້ານກີບຫາພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບຫົກປີຫາສິບແປດປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 10.ເກີນກວ່າພັນລ້ານກີບຫາສອງພັນລ້ານກີບຈະຖືກລົງໂທດຕັດອິດສະລະພາບເກີນກວ່າສິບແປດປີຫາຊາວປີແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ; 11.ເກີນກວ່າສອງພັນລ້ານກີບຂຶ້ນໄປຈະຕ້ອງລົງໂທດຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝໜຶ່ງສ່ວນຮ້ອຍຂອງມູນຄ່າຄວາມເສຍຫາຍ.

ມາດຕາ365ການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້ລາດບັງຫຼວງໃນສະຖານການເປີດເຜີຍຄວາມລັບເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງດ້ວຍການເປີດເຜີຍເອກະສານຫຼືຂໍ້ມູນລັບ,ການຕົກລົງຂອງລັດຫຼືທາງລັດຖະການທີ່ລັດບໍ່ອະນຸຍາດໃຫ້ເປີດເຜີຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນຫຼືສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຫ້າສິບລ້ານກີບ.

ມາດຕາ366ການກົດໜ່ວງ,ຖ່ວງດຶງເອກະສານ ພະນັກງານຜູ້ໃດຕາມທີ່ກໍານົດໄວ້ໃນມາດຕາ354ຂອງປະມວນກົດໝາຍອາຍາສະບັບນີ້ຫາກໄດ້ສໍ້າລາດບັງຫຼວງໃນສະຖານການກົດໜ່ວງ,ຖ່ວງດຶງເອກະສານດ້ວຍການກັກ,ໜ່ວງໜ່ຽວ,ແກ່ຍາວເວລາໃນການແກ້ໄຂເອກະສານທາງການໂດຍຜູ້ມີຖານະຕໍາແໜ່ງ,ສິດອໍານາດ,ໜ້າທີ່ຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີການກະທໍາຜິດເປັນອາຈິນຫຼືສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ໝວດທີ11ການກະທໍາຜິດກ່ຽວກັບໜ້າທີ່ຮັບຜິດຊອບ

ມາດຕາ367ການປະລະໜ້າທີ່ ພະນັກງານຜູ້ໃດຫາກໄດ້ປະລະໜ້າທີ່ວຽກງານຂອງຕົນໂດຍເຈດຕະນາຊຶ່ງເປັນການກໍ່ຄວາມເສຍຫາຍແກ່ການເຄື່ອນໄຫວວຽກງານຂອງລັດຫຼືຂອງສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ເປັນອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ.

ມາດຕາ368ຄວາມເລິ່ນເລີ້ໃນການປະຕິບັດໜ້າທີ່ ພະນັກງານຜູ້ໃດຫາກບໍ່ປະຕິບັດໜ້າທີ່ວຽກງານທີ່ຕົນໄດ້ຮັບມອບໝາຍຫຼືໄດ້ປະຕິບັດໜ້າທີ່ວຽກງານດັ່ງກ່າວໂດຍຂາດຄວາມເອົາໃຈໃສ່,ຂາດນໍ້າໃຈຮັບຜິດຊອບຊຶ່ງກໍ່ຄວາມເສຍຫາຍແກ່ຜົນປະໂຫຍດຂອງລັດ,ສັງຄົມຫຼືສິດແລະຜົນປະໂຫຍດຂອງພົນລະເມືອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ369ການໃຫ້ສິນບົນແກ່ພະນັກງານແລະການເປັນສື່ກາງ ບຸກຄົນໃດຫາກໄດ້ໃຫ້ສິນບົນຫຼືຕົກລົງຈະໃຫ້ສິນບົນແກ່ພະນັກງານຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝເທົາກັບຈໍານວນເງິນຫຼືມູນຄ່າຂອງສິນບົນ. ໃນກໍລະນີທີ່ສິນບົນນັ້ນຫາກເປັນຈໍານວນຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝສອງເທົ່າຂອງຈໍານວນເງິນຫຼືມູນຄ່າຂອງສິນບົນ. ຜູ້ເປັນສື່ກາງໃນການຮັບສິນບົນແລະໃນການໃຫ້ສິນບົນຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝເທົ່າກັບຈໍານວນເງິນຫຼືມູນຄ່າຂອງສິນບົນ. ຜູ້ໃຫ້ສິນບົນຍ້ອນຖືກບັງຄັບ,ຂົ່ມຂູ່ແລະພາຍຫຼັງທີ່ໄດ້ໃຫ້ສິນບົນແລ້ວຈິງໃຈໄປລາຍງານຕໍ່ເຈົ້າໜ້າທີ່ຈະບໍ່ຖືວ່າເປັນຜູ້ກະທໍາຜິດໃນສະຖານໃຫ້ສິນບົນ. ຜູ້ທີ່ໄດ້ຮັບສິນບົນແລ້ວແຕ່ໄດ້ຈິງໃຈລາຍງານພ້ອມທັງມອບເງິນຫຼືວັດຖຸສິ່ງຂອງທີ່ຕົນໄດ້ຮັບທັງໝົດນັ້ນໃຫ້ແກ່ການຈັດຕັ້ງຈະບໍ່ຖືວ່າເປັນຜູ້ກະທໍາຜິດໃນສະຖານຮັບສິນບົນ.

ໝວດທີ12ການກະທໍາຜິດຕໍ່ລະບຽບການບໍລິການແລະການຍຸຕິທໍາ

ມາດຕາ370ການແອບອ້າງເປັນເຈົ້າໜ້າທີ່ ບຸກຄົນໃດຫາກແອບອ້າງເປັນເຈົ້າໜ້າທີ່ເພື່ອເຄື່ອນໄຫວຫາຜົນປະໂຫຍດໃຫ້ແກ່ຕົນເອງຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ລັດ,ຄວາມສະຫງົບຫຼືຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ,ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດດັ່ງກ່າວຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ271ການຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ ບຸກຄົນໃດຫາກໄດ້ນາບຂູ່ຫຼືໃຊ້ຄວາມຮຸນແຮງເພື່ອຂັດຂວາງເຈົ້າໜ້າທີ່ຊຶ່ງປະຕິບັດວຽກງານຂອງລັດຫຼືຂອງສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ມີການໃຊ້ຄວາມຮຸນແຮງຊຶ່ງເຮັດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ມີການໃຊ້ຄວາມຮຸນແຮງຊຶ່ງເຮັດໃຫ້ເຈົ້າໜ້າທີ່ເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບຫຼືຕັດອິດສະລະພາບຕະຫຼອດຊີວິດ.

ມາດຕາ372ການໝິ່ນປະໝາດເຈົ້າໜ້າທີ່ ບຸກຄົນໃດຫາກກະທໍາ,ຫຍາບຊ້າຫຼືໄດ້ຫາຄວາມບໍ່ຈິງໃສ່ເຈົ້າໜ້າທີ່ເພື່ອເຮັດໃຫ້ເສຍສື່ສຽງ,ເສຍບົດບາດຊຶ່ງເຮັດໃຫ້ຂາດຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ373ການທໍາລາຍ,ການຊຸກເຊື່ອງເອກະສານແລະຕາປະທັບ ບຸກຄົນໃດຫາກໄດ້ທໍາລາຍ,ຊຸກເຊື່ອງເອກະສານທາງລັດຖະການ,ຕາປະທັບ,ເຮັດໃຫ້ເອກະສານທາງລັດຖະການ,ຕາປະທັບດັ່ງກ່າວເສຍຫາຍຫຼືໃຊ້ການບໍ່ໄດ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ເອກະສານສໍາຄັນຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບກາຊາວລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ374ການປອມແປງເອກະສານຫຼືການໃຊ້ເອກະສານປອມ ບຸກຄົນໃດຫາກໄດ້ປອມແປງເອກະສານ,ລາຍເຊັນ,ຕາປະທັບ,ໄດ້ຕັດ,ເພື່ອຂໍ້ຄວາມໃນເອກະສານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ບຸກຄົນໃດຫາກຮູ້ວ່າແມ່ນເອກະສານປອມແລ້ວຍັງນໍາເອົາໄປໃຊ້ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການປອມແປງເອກະສານຫຼືການໃຊ້ເອກະສານປອມຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ.

ມາດຕາ375ການເຂົ້າບວດໂດຍບໍ່ໄດ້ຮັບອະນຸຍາດ ບຸກຄົນໃດຫາກໄດ້ເຂົ້າບວດເປັນພິຂຸ,ສາມະເນນຫຼືນັກບວດໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຈັດຕັ້ງທີ່ກ່ຽວຂ້ອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ພະສົງທີ່ໄດ້ຮັບບວດໃຫ້ບຸກຄົນໃດໜຶ່ງໂດຍບໍ່ໄດ້ຮັບອະນຸຍາດຈະຖືກລົງໂທດໃນສະຖານດຽວກັນ.

ມາດຕາ376ການຫາຄວາມບໍ່ຈິງໃສ່ຜູ້ອື່ນ ບຸກຄົນໃດໂດຍເຈດຕະນາເພື່ອປັກປໍາທໍາລາຍຜູ້ອື່ນໄດ້ແຈ້ງຄວາມບໍ່ຈິງຕໍ່ເຈົ້າໜ້າທີ່ເພື່ອໃຫ້ດໍາເນີນຄະດີຫຼືຈັບກຸມຜູ້ນັ້ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ377ການປະຕິເສດບໍ່ຍອມໃຫ້ການ ຜູ້ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ພະຍານຫາກປະຕິບເສດບໍ່ຍອມໃຫ້ການຕໍ່ເຈົ້າໜ້າທີ່ຫຼືຕໍ່ສານເພື່ອຜົນປະໂຫຍດໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ບຸກຄົນໃດຫາກໄດ້ຕົກລົງຈະມອບເງິນ,ວັດຖຸສິ່ງຂອງຫຼືຈະໃຫ້ຜົນປະໂຫຍດໃດໜຶ່ງແກ່ຜູ້ທີ່ຖືກເສຍຫາຍ,ໂຈດທາງແພ່ງ,ຜູ້ຮັບຜິດຊອບທາງແພ່ງ,ພະຍາດເພື່ອປະຕິເສດບໍ່ຍອມໃຫ້ການຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ.

ມາດຕາ378ການປະຕິເສດການພິເສດ,ໃຫ້ຄໍາເຫັນຫຼືແປພາສາໂດຍບໍ່ໃຫ້ເຫດຜົນ ຜູ້ຊ່ຽວຊານ,ຜູ້ຊໍານານງານ,ຜູ້ແປພາສາຫາກປະຕິເສດການພິສູດ,ໃຫ້ຄໍາເຫັນຫຼືແປພາສາຕໍ່ເຈົ້າໜ້າທີ່ຫຼືຕໍ່ສານໂດຍບໍ່ໃຫ້ເຫດຜົນເພື່ອຜົນປະໂຫຍດໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ບຸກຄົນໃດຫກາໄດ້ຕົກລົງວ່າຈະມອບເງິນ,ວັດຖຸສິ່ງຂອງຫຼືຜົນປະໂຫຍດໃດໜຶ່ງແກ່ຜູ້ຊ່ຽວຊານ,ຜູ້ຊໍານານງານ,ຜູ້ແປພາສາເພື່ອຜະຕິເສດການພິສູດ,ໃຫ້ຄໍາເຫັນຫຼືແປພາສາໂດຍບໍ່ໃຫ້ເຫດຜົນຈະຖືກລົງໂທດຕັດອິດສະລະພາບແຕ່ນຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ.

ມາດຕາ379ການໃຫ້ການເທັດ ຜູ້ຖືກເສຍຫາຍ,ພະຍານ,ຜູ້ຊ່ຽວຊານ,ຜູ້ຊໍານານງານ,ຜູ້ແປພາສາຫາກໄດ້ໃຫ້ການ,ໃຫ້ຄໍາເຫັນຫຼືແປພາສາບໍ່ຖືກຕາມຄວາມຈິງຕໍ່ເຈົ້າໜ້າທີ່ຫຼືຕໍ່ສານເພື່ອຜົນປະໂຫຍດໃດໜຶ່ງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ບຸກຄົນໃດຫາກໄດ້ຕົກລົງວ່າຈະມອບເງິນ,ວັດຖຸສິ່ງຂອງຫຼືຈະໃຫ້ຜົນປະໂຫຍດໃດໜຶ່ງແກ່ບຸກຄົນທີ່ກ່າວມາເທິງນີ້ເພື່ອໃຫ້ການ,ໃຫ້ຄໍາເຫັນຫຼືແປພາສາບໍ່ຖືກຕາມຄວາມຈິງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ.

ມາດຕາ380ການປິດບັງການກະທໍາຜິດ ບຸກຄົນໃດຫາກໄດ້ຮູ້ຫຼືໄດ້ເຫັນການກະທໍາຜິດຂອງຜູ້ອື່ນແລ້ວບໍ່ລາຍງານຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າ້ລ້ານກີບຫາສິບລ້ານກີບ. ບຸກຄົນໃດຫາກຮູ້ຕົວຜູ້ກະທໍາຜິດແລ້ວບໍ່ລາຍງານຕໍ່ເຈົ້າໜ້າທີ່ແລະຍັງໄດ້ຮູ້ຕື່ມວ່າຜູ້ກະທໍາຜິດນັ້ນພອມຫ້າງຫາກະກຽມທີ່ຈະກະທໍາຜິດຄັ້ງໃໝ່ຫຼືໄດ້ລົງມືກະທໍາຜິດຄັ້ງໃໝ່ແຕ່ກໍ່ບໍ່ລາຍງານຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ.

ມາດຕາ381ການຊຸກເຊື່ອງຜູ້ກະທໍາຜິດ ບຸກຄົນໃດໂດຍບໍ່ໄດ້ຕົກລົງໃຫ້ຄໍາໝັ້ນສັນຍາກັບຜູ້ກະທໍາຜິດໄວ້ກ່ອນແລ້ວໄດ້ຊຸກເຊື່ອງຫຼືໃຫ້ຄວາມຊ່ວຍເຫຼືອແກ້ຜູ້ກະທໍາຜິດເພື່ອໃຫ້ພົ້ນຈາກການຈັບກຸມຫຼືຈາກການດໍາເນີນຄະດີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ382ການຊ່ວຍເຫຼືອຜູ້ກະທໍາຜິດໃຫ້ພົ້ນຈາກການຈັບກຸມຫຼືດໍາເນີນຄະດີ ບຸກຄົນໃດຫາກໄດ້ນາບຂູ່,ໃຊ້ຄວາມຮຸນແຮງຫຼືສວຍໃຊ້ໜ້າທີ່່ຕໍາແໜ່ງເພື່ອຂັດຂວາງທີ່ເປັນການໃຫ້ຄວາມຊ່ວຍເຫຼືອແກ້ຜູ້ກະທໍາຜິດໃຫ້ພົ້ນຈາກການຈັບກຸມຫຼືດໍາເນີນຄະດີຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ.

ມາດຕາ383ການທໍາລາຍຫຼັກຖານ ບຸກຄົນໃດຫາກໄດ້ລົບລ້າງຮ່ອງຮອຍ,ຊຸກເຊື່ອງເອກະສານວັດຖຸສິ່ງຂອງທີ່ເປັນຫຼັກຖານຢັ້ງຢືນການກະທໍາຜິດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ384ການຍັກຍອກຂອງກາງ ບຸກຄົນໃດທີ່ມີໜ້າທີ່ຮັບຜິດຊອບປົກປັກຮັກສາຊັບຫຼືວັດຖຸສິ່ງຂອງຊຶ່ງເປັນຂອງກາງນັ້ນຫາກໄດ້ຂາຍ,ຊຸກເຊື່ອງ,ຈໍານໍາ,ນໍາໃຊ້,ສັບປ່ຽນຫຼືໄດ້ເຮັດໃຫ້ຂອງການເສຍຫາຍຫຼືອື່ນໆໂດຍບໍ່ຖືກຕ້ອງຕາມກົດໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີຂອງກາງຫາກແມ່ນຊັບຫຼືວັດຖຸສິ່ງຂອງທີ່ມີມູນຄ່າສູງຫຼືເປັນອັນຕະລາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ສິບລ້ານກີບຫາຊາວລ້ານກີບ.

ມາດຕາ385ການໂຕນໜີຈາກສະຖານທີ່ກັກຂັງຫຼືຄ້າຍດັດສ້າງ ຜູ້ຖືກຫາ,ນັກໂທດຫາກໄດ້ໂຕນໜີຈາກສະຖານທີ່ກັກຂັງຫຼືຄ້າຍດັດສ້າງໃນເວລາດໍາເນີນຄະດີຫຼືໃນເວລາປະຕິບັດໂທດຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ໂຕນໜີຈາກສະຖານທີ່ກັກຂັງຫຼືຄ້າຍດັດສ້າງໂດຍໃຊ້ຄວາມຮຸນແຮງຕໍ່ເຈົ້າໜ້າທີ່ຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາຫ້າປີແລະຈະຖືກປັບໃໝແຕ່ສາລ້ານກີບຫາສິບລ້ານກີບ.

ມາດຕາ386ການກໍ່ຄວາມວຸ້ນວາຍໃນສະຖານທີ່ກັກຂັງຫຼືຄ້າຍດັດສ້າງ ບຸກຄົນໃດຫາກໄດ້ກໍ່ຄວາມປັ່ນປ່ວນ,ກໍ່ຄວາມວຸ້ນວາຍ,ທໍາລາຍລະບຽບພາຍໃນຂອງສະຖານທີ່ກັກຂັງຫຼືຄ້າຍດັດສ້າງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ387ການທຸບຕີ,ທໍລະມານຜູ້ຖືກຫາຫຼືນັກໂທດ ບຸກຄົນໃດຫາກໄດ້ທຸບຕີ,ທໍລະມານ,ໃຊ້ມາດຕະການຫຼືມີການກະທໍາອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍຕໍ່ຜູ້ຖືກຫາຫຼືນັກໂທດໃນເວລາຈັບຕົວ,ໃນເວລາດໍາເນີນຄະດີຫຼືໃນເວວລາປະຕິບັດໂທດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບແແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ.

ມາດຕາ388ການເຮັດໃຫ້ຜູ້ຖືກຫາຫຼືນັກໂທດໂຕນໜີ ບຸກຄົນໃດດ້ວຍຄວາມປະໝາດ,ຄວາມເລິ່ນເລີ້ຫາກໄດ້ເຮັດໃຫ້ຜູ້ຖືກຫາຫຼືນັກໂທດໂຕນໜີໃນເວລາຮັກສາ,ປ້ອງກັນຫຼືໃນເວລາຍົກຍ້າຍຜູ້ຖືກຫາຫຼືນັກໂທດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ເຮັດໃຫ້ຜູ້ຖືກຫາຫຼືນັກໂທດໂຕນໜີໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາສິບຫ້າລ້ານກີບ.

ມາດຕາ389ການບໍ່ປະຕິບັດຄໍາຕົກລົງຂອງສານ ບຸກຄົນໃດຫາກໄດ້ປະຕິບັດຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນ,ຄໍາພິພາກສາຫຼືໝາຍຮຽກຂອງສານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ390ການຕົກລົງທີ່ບໍ່ຖືກຕ້ອງຕາມກົດໝາຍ ບຸກຄົນໃດທີ່ມີສິດກ່ຽວຂ້ອງຫາກໄດ້ຕົກລົງຫຼືອອກເອກະສານໃດໜຶ່ງທີ່ເປັນການຕົກລົງກ່ຽວກັບການສືບສວນສອບສວນ,ການສັ່ງຟ້ອງ,ການອອກຄໍາສັ່ງ,ຄໍາຊີ້ຂາດ,ຄໍາຕັດສິນ,ຄໍາພິພາກສາແລະການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຊຶ່ງບຸກຄົນດັ່ງກ່າວກໍ່ຮັບຮູ້ຢ່າງຈະແຈ້ງວ່າບໍ່ສອດຄ່ອງກັບກົດໝາຍທັງເປັນການກໍ່ຄວາມເສຍຫາຍໃຫ້ແກ່ສິດແລະຜົນປະໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ391ການບັງຄັບເຈົ້າໜ້າທີ່,ພະນັກງານຍຸຕິທໍາໃຫ້ເຮັດຜິດກົດໝາຍ ບຸກຄົນໃດຫາກສວຍໃຊ້ໜ້າທີ່ຕໍາແໜ່ງ,ອໍານາດຫຼືໃຊ້ຄວາມຮຸນແຮງບັງຄັບ,ນາບຂູ່ເຈົ້າໜ້າທີ່ພະນັກງານຍຸຕິທໍາໃຫ້ເຮັດຜິດກົດໝາຍໃນການດໍາເນີນການສືບສວນສອບສວນ,ສັ່ງຟ້ອງ,ພິຈາລະນາຕັດສິນ,ພິພາກສາຄະດີຫຼືໃນການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ392ການບັງຄັບໃຫ້ຜູ້ອື່ນໃຫ້ການແລະນໍາເອົາຫຼັກຖານເທັດມາໃຫ້ ບຸກຄົນໃດຫາກໃຊ້ວິທີບັງຄັບ,ໃຊ້ເລ່ລ່ຽມ,ກົນອຸບາຍໃນການດໍາເນີນການສືບສວນສອບສວນ,ສັ່ງຟ້ອງ,ໄຕ່ສວນເພື່ອໃຫ້ຜູ້ອື່ນຕອບຄໍາຖາມຫຼືນໍາເອົາຫຼັກຖານເທັດມາໃຫ້ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ.

ມາດຕາ393ການກົດໜ່ວງຖ່ວງດຶງການດໍາເນີນຄະດີ ບຸກຄົນໃດຫາກໄດ້ກົດໜ່ວງຖ່ວງດຶງການດໍາເນີນຄະດີຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ.

ມາດຕາ394ການປອມແປງສໍານວນຄະດີ ເຈົ້າໜ້າທີ່ສືບສວນສອບສວນ,ພະນັກງານໄອຍະການ,ຈ່າສານ,ຜູ້ພິພາກສາ,ພະນັກງານຍຸຕິທໍາ,ຜູ້ປົກປ້ອງ,ຜູ້ກະທໍາຜິດຫຼືຜູ້ເຂົ້າຮ່ວມໃນການດໍາເນີນຄະດີໃດໜຶ່ງຫາກຕັດ,ເພີ່ມຫຼືຂີດຂ້າເນື້ອໃນຕົວຈິງຂອງເອກະສານທີ່ເປັນຫຼັກຖານໃນການດໍາເນີນຄະດີຫຼືນໍາໃຊ້ວິທີອື່ນເພື່ອປອມແປງສໍານວນຄະດີຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກະທໍາຜິດໂດຍມີການຈັດຕັ້ງເປັນກຸ່ມ,ໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ.

ມາດຕາ395ການບໍ່ຈັດຕັ້ງປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງສານ ເຈົ້າໜ້າທີ່,ພະນັກງານຜູ້ໃດທີ່ມີໜ້າທີ່ຮັບຜິດຊອບຈັດຕັ້ງປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງສານຫາກມີເຈດຕະນາບໍ່ຈັດຕັ້ງປະຕິບັດຄໍາຕັດສິນຫຼືຄໍາພິພາກສາຂອງສານຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ396ການຂັດຂວາງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ບຸກຄົນໃດຫາກສວຍໃຊ້ສິດ,ໜ້າທີ່,ຕໍາແໜ່ງຫຼືໃຊ້ຄວາມຮຸນແຮງເພື່ອຂັດຂວາງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ກະທໍາຜິດໂດຍມີການຈັດຕັ້ງເປັນກຸ່ມ,ໄດ້ໃຊ້ຄວາມຮຸນແຮງຊຶ່ງເຮັດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບຫ້າລ້ານກີບ. ໃນກໍລະນີທີ່ຜູ້ກະທໍາຜິດຫາກໄດ້ໃຊ້ຄວາມຮຸນແຮງຊຶ່ງເຮັດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບສາຫັດ,ເສຍອົງຄະຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີຫຼືຕັດອິດສະລະພາບຕະຫຼອດຊີວິດແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ.

ມາດຕາ397ການໃຫ້ການຊ່ວຍເຫຼືອຜູ້ທີ່ຖືກກັກຕົວ,ກັກຂັງ,ດັດສ້າງຫຼືຜູ້ເຂົ້າຮັບການບໍາບັດ ບຸກຄົນໃດຫາກໄດ້ໃຫ້ການຊ່ວຍເຫຼືອຜູ້ຖືກກັກຕົວ,ກັກຂັງ,ດັດສ້າງຫຼືຜູ້ເຂົ້າຮັບການບໍາບັດໃນຄ້າຍກັກຂັງຊົ່ວຄາວ,ຄ້າຍຄຸມຂັງ,ຄ້າຍດັດສ້າງແລະສູນບໍາບັດເພື່ອກະທໍາຜິດຄັ້ງໃໝ່ຢູ່ໃນສະຖານທີ່ດັ່ງກ່າວຫຼືໃຫ້ພົ້ນຈາກການກັກຕົວ,ກັກຂັງ,ດັດສ້າງຫຼືບໍາບັດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ. ໃນກໍລະນີມີການຈັດຕັ້ງເປັນກຸ່ມ,ໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ,ໄດ້ສວຍໃຊ້ສິດ,ໜ້າທີ່,ຄໍາແໜ່ງໃນການກະທໍາຜິດ,ໄດ້ໃຫ້ການຊ່ວຍເຫຼືອຜູ້ທີ່ຖືກສານຕັດສິນໃນສະຖານການກະທໍາຜິດຕໍ່ຄວາມສະຫງົບຂອງຊາດຫຼືຜູ້ທີ່ຖືກສານຕັດສິນລົງໂທດປະຫານຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບສອງປີແລະຈະຖືກປັບໃໝແຕ່ເຈັດລ້ານກີບຫາຊາວລ້ານກີບ.

ໝວດທີ13ການກະທໍາຜິດທາງທະຫານ

ມາດຕາ398ການຫຼົບຫຼີກຈາກການເປັນທະຫານພັນທະ ບຸກຄົນໃດຫາກບໍ່ໄປຂຶ້ນທະບຽນ,ບໍ່ປະຕິບັດຄໍາສັ່ງຮຽກເອີ້ນເຂົ້າເປັນທະຫານພັນທະຈະຖືກສຶກສາອົບຮົມ,ກ່າວເດືອນໃຫ້ປະຕິບັດ,ຖ້າບໍ່ປະຕິບັດຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ຫ້າແສນກີບຫາສອງລ້ານກີບ. ໃນຍາມສົງຄາມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ.

ມາດຕາ399ການຂັດຂວາງ,ຊຸກເຊື່ອງຫຼືປິດບັງບໍ່ໃຫ້ບຸກຄົນອື່ນໄປເປັນທະຫານພັນທະ ບຸກຄົນໃດໄດ້ຂັດຂວາງ,ຊຸກເຊື່ອງ,ຫຼືປິດບັງບໍ່ໃຫ້ບຸກຄົນອື່ນໄປເປັນທະຫານພັນທະຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາໜຶ່ງປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນຍາມສົງຄາມຈະຖືກລົງໂທດຕັດອິດສະລະພາບໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາເຈັດລ້ານກີບ.

ມາດຕາ400ການໂຕນໜີຈາກການເປັນທະຫານພັນທະ ບຸກຄົນໃດທີ່ເປັນທະຫານພັນທະຫາກໄດ້ໂຕນໜີຈາກກົມກອງກ່ອນໝົດກໍານົດເວລາເປັນທະຫານພັນທະນັ້ນໃຫ້ອົງການປົກຄອງທ້ອງຖິ່ນສຶກສາອົບຮົມຜູ້ກ່ຽວໃຫ້ກັບຄືນກົມກອງເດີມ,ຖ້າຫ້າຜູ້ກ່ຽວບໍ່ຍອມກັບຄືຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສອງປີແລະຈະຖືກປັບໃໝແຕ່ສອງລ້ານກີບຫາຫ້າລ້ານກີບ. ໃນຍາມສົງຄາມຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາສາມປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາສິບລ້ານກີບ.

ມາດຕາ401ການກະທໍາຜິດຢູ່ພາຍໃນຄ້າຍ,ຂອບເຂດຕັ້ງທັບຫຼືໃນເວລາເຄື່ອນທັບ ບຸກຄົນໃດຫາກໄດ້ກໍ່ຄວາມປັ່ນປ່ວນ,ລະເມີດລະບຽບການຂອງກອງທັບ,ສ້າງຄວາມເສຍຫາຍໃນຄ້າຍ,ຂອບເຂດຕັ້ງທັບຫຼືໃນເວລາເຄື່ອນທັບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີທີ່ການກະທໍາຜິດຫາກໄດ້ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ກອງທັບຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບຫ້າລ້ານກີບ.

ມາດຕາ402ການໂຕນໜີຈາກການເປັນທະຫານ ບຸກຄົນໃດຫາກໄດ້ໂຕນໜີອອກຈາກກົມກອງທີ່ຕົນສັງກັດເພື່ອຫຼີກລ້ຽງການປະຕິບັດໜ້າທີ່ທີ່ຕົນໄດ້ຮັບມອບໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາຫ້າລ້ານກີບ. ໃນກໍລະນີການກະທໍາຜິດດັ່ງກ່າວຫາກເປັນພື້ນຖານທີ່ກໍ່ໃຫ້ເກີດການກະທໍາຜິດອື່ນຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບສອງປີແລະຈະຖືກປັບໃໝແຕ່ສາມລ້ານກີບຫາສິບລ້ານກີບ. ໃນກໍລະນີຜູ້ກະທໍາຜິດແມ່ນຜູ້ບັງຄັບບັນຊາຫາກໄດ້ຊັກຊວນຫຼືນໍາພາບຸກຄົນອື່ນເຂົ້າຮ່ວມໃນການກະທໍາຜິດຫຼືເປັນການກະທໍາຜິດທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີແລະຈະຖືກປັບໃໝແຕ່ຊາວລ້ານກີບຫາຫ້າສິບລ້ານກີບ.

ມາດຕາ403ການບໍ່ປະຕິບັດຕາມຄໍາສັ່ງ ບຸກຄົນໃດຫາກບໍ່ປະຕິບັດຕາມຄໍາສັ່ງຂອງຜູ້ບັງຄັບບັນຊາທີ່ຕົນຂຶ້ນກໍາ,ມີການຊັກຊວນຫຼືນໍາເອົາບຸກຄົນຄື່ນເຂົ້າຮ່ວມການກະທໍາຜິດນໍາກັນ,ມີການໃຊ້ກໍາລັງຕອບໂຕ້ຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາສິບປີ. ໃນກໍລະນີສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີ.

ມາດຕາ404ການອອກຄໍາສັ່ງດ້ວຍຄວາມບໍລະມັດລະວັງ ບຸກຄົນດຫາກອອກຄໍາສັ່ງດ້ວຍຄວາມຊັກຊ້າ,ບໍ່ລະມັດລະວັງຫຼືຂາດຄວາມເອົາໃຈໃສ່ຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີ. ບຸກຄົນໃດຫາກອອກຄໍາສັ່ງດ້ວຍຄວາມຊັກຊ້າ,ບໍ່ລະມັດລະວັງຫຼືຂາດຄວາມເອົາໃຈໃສ່ຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາຫ້າປີ. ໃນກໍລະນີຢູ່ໃນໄລຍະເວລາສູ້ຮົບໃນສະໜາມຮົບຫຼືໃນສະພາວະທີ່ຈໍາເປັນຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີ.

ມາດຕາ405ການຂັດຂວາງການປະຕິບັດຕາມໜ້າທີ່ແລະຄວາມຮັບຜິດຊອບ ບຸກຄົນໃດຫາກຂັດຂວາງຜູ້ສັງກັດໃນກໍາລັງປ້ອງກັນຊາດບໍ່ໃຫ້ປະຕິບັດຕາມໜ້າທີ່ແລະຄວາມຮັບຜິດຊອບຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີມີການຊັກຊວນຫຼືນໍາເອົາບຸກຄົນອື່ນເຂົ້າຮ່ວມການກະທໍາຜິດນໍາກັນ,ມີການໃຊ້ກໍາລັງຕອບໂຕ້ຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາສິບປີ. ໃນກໍລະນີສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາສິບຫ້າປີ. ໃນກໍລະນີຢູ່ໃນໄລຍະເວລາຂອງການຕໍ່ສູ້ຢູ່ໃນສະໜາມຮົບຫຼືໃນສະພາວະທີ່ຈໍາເປັນຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີ.

ມາດຕາ406ການໝິ່ນປະໝາດຫຼືການທໍາຮ້າຍຜູ້ບັງຄັບບັນຊາ ບຸກຄົນໃດຫາກໝິ່ນປະໝາດຫຼືທໍາຮ້າຍຜູ້ບັງຄັບບັນຊາຂອງຕົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີມີການຫຸ່ມຕີຫຼືເຮັດໃຫ້ມີການບາດເຈັບສາຫັດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາຫ້າປີ. ໃນກໍລະນີທີ່ການກະທໍາຜິດຫາກໄດ້ເຮັດໃຫ້ມີການເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີ. ໃນຍາມສົງຄາມຫາກໄດ້ເຮັດໃຫ້ຜູ້ບັນຊາສູ້ຮັບໄດ້ຮັບບາດເຈັບ,ເສຍອົງຄະ,ພິການຫຼືເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ເຈັດປີຫາຊາວປີຫຼືຕັດອິດສະລະພາບຕະຫຼອດຊີວິດ.

ມາດຕາ407ການລົງໂທດທາງຮ່າງກາຍທີ່ຮຸນແຮງຫຼືການລົງໂທດທີ່ເຮັດໃຫ້ຜູ້ທີ່ຢູ່ພາຍໃຕ້ບັງຄັບບັນຊາໄດ້ຮັບຄວາມອັບອາຍ ບຸກຄົນໃດຫາກລົງໂທດທາງຮ່າງກາຍທີ່ຮຸນແຮງຫຼືລົງໂທດດ້ວຍການເຮັດໃຫ້ຜູ້ທີ່ຢູ່ພາຍໃຕ້ບັງຄັບບັນຊາໄດ້ຮັບຄວາມອັບອາຍຊຶ່ງແຕະຕ້ອງເຖິງກຽດ,ສັກສີຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີສ້າງຄວາມເສຍຫາຍຫຼືມີຄວາມເປັນອັນຕະລາຍຮ້າຍແຮງຕໍ່ຊີວິດ,ສຸຂະພາບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີ.

ມາດຕາ408ການຍອມຈໍານົນຕໍ່ສັດຕູ ບຸກຄົນໃດຫາໄດ້ຍອມຈໍານົນຕໍ່ສັດຕູຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບຫ້າປີ. ໃນກໍລະນີຜູ້ກະທໍາຜິດຫາກເປັນຜູ້ບັງຄັບບັນຊານໍາເອົາວັດຖຸປະກອນດ້ານການທະຫານ,ອາວຸດເສິກ,ຍຸດທະວິທີຫຼືເອກະສານດ້ານການທະຫານໄປມອບໃຫ້ສັດຕູ,ຊັກຊວນແລະນໍາພາບຸກຄົນອື່ນເຂົ້າຮ່ວມໃນການກະທໍາຜິດຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສິບປີຫາຊາວປີ.

ມາດຕາ409ການສົ່ງຂໍ້ມູນດ້ານການທະຫານໃຫ້ແກ່ສັດຕູຫຼືການສະໝັກໃຈຮັບໃຊ້ສັດຕູໃນເວລາຕົກເປັນຊະເລີຍເສິກ ບຸກຄົນໃດຫາກສົ່ງຂໍ້ມູນດ້ານການທະຫານໃຫ້ແກ່ສັດຕູຫຼືສະໝັກໃຈຮັບໃຊ້ສັດຕູໃນເວລາຕົກເປັນຊະເລີຍສິກຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາເຈັດປີ.

ມາດຕາ410ການປະລະໜ້າທີ່ໃນສະໜາມຮົບ ບຸກຄົນໃດຫາກປະລະໜ້າທີ່ຂອງຕົນໃນສະໜາມຮົບຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີປາສິບປີ. ໃນກໍລະນີຜູ້ກະທໍາຜິດຫາກເປັນຜູ້ບັງຄັບບັນຊາໄດ້ປະຖິ້ມອາວຸດເສິກ,ຍຸດທະວິທີການທະຫານຫຼືເອກະສານດ້ານການທະຫານທີ່ສໍາຄັນຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີ.

ມາດຕາ411ການຫຼົບຫຼີກການປະຕິບັດໜ້າທີ່ ບຸກຄົນໃດຫາກໄດ້ທໍາຮ້າຍຕົນເອງໃຫ້ໄດ້ຮັບບາດເຈັບຫຼືໃຊ້ເລ່ລ່ຽມ,ກົນອຸບາຍເພື່ອຫຼົບຫຼີກການປະຕິບັດໜ້າທີ່ທີ່ຕົນໄດ້ຮັບມອບໝາຍຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີຜູ້ກະທໍາຜິດຫາກເປັນຜູ້ບັງຄັບບັນຊາໄດ້ຊັກຊວນຫຼືນໍາພາບຸກຄົນອື່ນເຂົ້າຮ່ວມໃນການກະທໍາຜິດຊຶ່ງເປັນການກະທໍາຜິດທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາຊາວປີ.

ມາດຕາ412ການເປີດເຜີຍຄວາມລັບດ້ານການທະຫານ,ການທ້ອນໂຮມ,ການຂາຍຫຼືການທໍາລາຍເອກະສານດ້ານການທະຫານໂດຍເຈດຕະນາ ບຸກຄົນໃດຫາກໄດ້ເປີດເຜີຍຄວາມລັບດ້ານການທະຫານ,ທ້ອນໂຮມ,ຂາຍຫຼືທໍາລາຍເອກະສານດ້ານການທະຫານໂດຍເຈດຕະນາຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີ. ໃນກໍລະນີການກະທໍາຜິດຫາກເປັນພື້ນຖານທີ່ກໍ່ໃຫ້ເກີດການກະທໍາຜິດອື່ນຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາສິບປີ. ການກະກຽມໃຫ້ແກ່ການກະທໍາຜຜິດ,ຄວາມພະຍາຍາມກໍ່ການກະທໍາຜິດກໍ່ຈະຖືກລົງໂທດ.

ມາດຕາ413ການລາຍງານຜິດ ບຸກຄົນໃດຫາກໄດ້ລາຍງານຜິດໂດຍເຈດຕະນາຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼວຍຫຼືມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດລະສະພາບແຕ່ຫົກເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີການກະທໍາຜິດຫາກເປັນພື້ນຖານທີ່ກໍ່ໃຫ້ເກີດການກະທໍາຜິດອື່ນຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີ.

ມາດຕາ414ການລະເມີດລະບຽບການກຽມພ້ອມສູ້ຮົບ ບຸກຄົນໃດຫາກລະເມີດລະບຽບການກຽມພ້ອມສູ້ຮົບຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ.

ມາດຕາ415ການລະເມີດລະບຽບການກ່ຽວກັບການປະຕິບັດໜ້າທີ່ຮັກສາຄວາມປອດໄພ ບຸກຄົນໃດຫາກບໍ່ໄດ້ປະຕິບັດລະບຽບການກວດກາເວນຍາມ,ຮັກສາຄວາມປອດໄພຢ່າງເຂັ້ມງວດຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ.

ມາດຕາ416ການລະເມີດລະບຽບການຮັບປະກັນຄວາມປອດໄພໃນເວລາອົບຮົມຫັດແອບບຫຼືໃນເວລາສູ້ຮົບ ບຸກຄົນໃດຫາກລະເມີດລະບຽບການຮັບປະກັນຄວາມປອດໄພໃນເວລາອົບຮົມຫັດແອບຫຼືໃນເວລາສູ້ຮົບຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ.

ມາດຕາ417ການລະເມີດລະບຽບການກ່ຽວກັບການນໍາໃຊ້ອາວຸດເສິກຫຼືວັດຖຸລະເບີດ ບຸກຄົນໃດຫາກລະເມີດລະບຽບການກ່ຽວກັບການຄຸ້ມຄອງແລະນໍາໃຊ້ອາວຸດເສິກຫຼືວັດຖຸລະເບີດຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ.

ມາດຕາ418ການລັກຫຼືການທໍາລາຍເອກະສານຍຸດທະສາດ,ຍຸດທະບັ້ນຮົບການທະຫານ,ອາວຸດເສິກຫຼືວັດຖຸລະເບີດ. ບຸກຄົນໃດຫາກໄດ້ລັກຫຼືທໍາລາຍເອກະສານຍຸດທະສາດ,ຍຸດທະບັນຮົບການທະຫານ,ອາວຸດເສິກຫຼືວັດຖຸລະເບີດຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີ. ໃນກໍລະນີຜູ້ກະທໍາຜິດຫາກກະທໍາຜິດໃນຍາມທີ່ມີການຕໍ່ສູ້ຫຼືໃນຍາມທີ່ມີສະພາບຫຍຸ້ງຍາກຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫ້າປີຫາສິບປີ.

ມາດຕາ419ການເຮັດໃຫ້ອາວຸດເສິກ,ເອກະສານຍຸດທະສາດ,ຍຸດທະບັ້ນຮົບການທະຫານເສຍຫາຍດ້ວຍຄວາມບໍ່ລະມັດລະວັງ ບຸກຄົນໃດທີ່ໄດ້ຮັບມອບໝາຍໃຫ້ຮັກສາຫຼືໄດ້ຮັບການປະກອບອາວຸດຫຼືໃຫ້ຮັກສາແຜນຍຸດທະວິທີດ້ານການທະຫານຫາກໄດ້ເຮັດໃຫ້ອາວຸດເສິກ,ເອກະສານຍຸດທະສາດ,ຍຸດທະບັ້ນຮົບການທະຫານເສຍຫາຍດ້ວຍຄວາມບໍ່ລະມັດລະວັງຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແລະເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີ. ໃນກໍລະນີການກະທໍາຜິດຫາກເປັນພື້ນຖານທີ່ກໍ່ໃຫ້ເກີດການກະທໍາຜິດອື່ນຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາເຈັດປີ.

ມາດຕາ420ການລະເມີດການປະຕິບັດນະໂຍບາຍຕໍ່ຜູ້ທີ່ໄດ້ຮັບບາດເຈັບແລະຜູ້ທີ່ເສຍຊີວິດໃນເວລາເຄື່ອນໄຫວສູ້ຮົບ ບຸກຄົນໃດທີ່ໄດ້ຮັບມອບໝາຍໃຫ້ຮັບຜິດຊອບເກັບກູ້,ປິ່ນປົວຫາກໄດ້ປະປ່ອຍຜູ້ທີ່ໄດ້ຮັບບາດເຈັລແລະຜູ້ທີ່ເສຍຊີວິດໃນເວລາເຄື່ອນໄຫວສູ້ຮົບໂດຍເຈດຕະນາຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແລະເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ບຸກຄົນໃດຫາກເກັບໂຮມເອົາວັດຖຸສິ່ງຂອງຂອງຜູ້ທີ່ເສຍຊີວິດໃນການສູ້ຮົບເປັນຂອງຕົນເອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີການກະທໍາຜິດຫາກເປັນພື້ນຖານທີ່ກໍ່ໃຫ້ເກີດການກະທໍາຜິດອື່ນຊຶ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສອງປີຫາເຈັດປີ.

ມາດຕາ421ການເອົາຫຼືການທໍາລາຍເຄື່ອງສິນເສິກ ບຸກຄົນໃດຫາກໄດ້ເອົາຫຼືທໍາລາຍເຄື່ອງສິນເສິກໃນເວລາມີການສູ້ຮົບຫຼືໃນເວລາເກັບມ້ຽນສະໜາມຮົບພາຍລັງສິ້ນສຸດສົງຄາມຈະຖືກລົງໂທດຕັດອິດສະລະພາບແຕ່ຫົກເດືອນຫາຫ້າປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີຜູ້ກະທໍາຜິດຫາກເປັນຜູ້ບັງຄັບບັນຊາມີເຄື່ອງສິນເສິກທີ່ຍັງເຫຼືອພາຍຫຼັງສິ້ນສຸດສົງຄາມທີ່ມີມູນຄ່າສູງແລະມີຈໍານວນຫຼາຍຊຶ່ງເປັນການກະທໍາຜິດທີ່ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະມີຄວາມເປັນອັນຕະລາຍຮ້າຍແຮງຈະຖືກລົງໂທດຕັດອິດສະລະພາບແຕ່ສາມປີຫາແປດປີ.

ມາດຕາ422ການທາລຸນຊະເລີຍເສິກຫຼືທະຫານສັດຕູທີ່ຍອມຈໍານົນ ບຸກຄົນດຫາກທາທຸນຊະເລີຍເສິກຫຼືທະຫານສັດຕູທີ່ຍອມຈໍານົນຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສອງປີຫຼືດັດສ້າງໂດຍບໍ່ຕັດອິດສະລະພາບ.

ມາດຕາ423ການແອບອ້າງເປັນເຈົ້າໜ້າທີ່ທະຫານ ບຸກຄົນໃດຫາກແອບອ້າງເປັນເຈົ້າໜ້າທີ່ທະຫານເພື່ອເຄື່ອນໄຫວຫາຜົນປະໂຫຍດໃຫ້ແກ່ຕົນເອງຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ຊື່ສຽງ,ກຽດສັກສີ,ຜົນປະໂຫຍດຂອງກອງທັບ,ຄວາມບໍ່ສະຫງົບຫຼືຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນຫາສາມປີແລະຈະຖືກປັບໃໝແຕ່ໜຶ່ງລ້ານກີບຫາສິບລ້ານກີບ. ໃນກໍລະນີການກະທໍາຜິດດັ່ງກ່າວຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍແລະເປັນພື້ນຖານໃຫ້ແກ່ການກະທໍາຜິດອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ໜຶ່ງປີຫາເຈັດປີແລະຈະຖືກປັບໃໝແຕ່ຫ້າລ້ານກີບຫາຊາວລ້ານກີບ.

ພາກທີ3ບົດບັດຍັດສຸດທ້າຍ

ມາດຕາ424ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ,ສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດແລະອົງການທີ່ກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດປະມວນກົດໝາຍອາຍາສະບັບນີ້.

ມາດຕາ425ຜົນສັກສິດ ປະມວນກົດໝາຍອາຍາສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ. ປະມວນກົດໝາຍອາຍາສະບັບນີ້ປ່ຽນແທນກົດໝາຍອາຍາສະລັບເລກທີ12/ສພຊ,ລົງວັນທີ9ພະຈິກ2005. ບັນດາບົດບັນຍັດທີ່ໄດ້ກໍານົດການກະທໍາຜິດທາງອາຍາແລະໂທດໃນກົດໝາຍສະບັບອື່ນຊຶ່ງໄດ້ລວບລວມເຂົ້າໃນປະມວນກົດໝາຍສະບັບນີ້ແລ້ວຈະບໍ່ມີຜົນນໍາໃຊ້ນັບແຕ່ວັນປະມວນກົດໝາຍອາຍາສະບັບນີ້ມີຜົນສັກສິດດັ່ງນີ້: 1.ມາດຕາ124ຂອງກົດໝາຍວ່າດ້ວຍການປະກັນໄພສະບັບເລກທີ06/ສພຊ,ລົງວັນທີ21ທັນວາ2011; 2.ມາດຕາ59ຂອງກົດໝາຍວ່າດ້ວຍການໂທລະຄົມມະນາຄົມສະບັບເລກທີ60/ສພຊ,ລົງວັນທີ16ມັງກອນ2012; 3.ມາດຕາ59,60,61ຂອງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງສະບັບເລກທີ27/ສພຊ,ລົງວັນທີ18ທັນວາ2012; 4.ມາດຕາ86,87ຂອງກົດໝາຍວ່າດ້ວຍທະນາຄານທຸລະກິດສະບັບເລກທີ03/ສພຊ,ລົງວັນທີ26ທັນວາ2006; 5.ມາດຕາ104ຂອງກົດໝາຍວ່າດ້ວຍມາດຕະຖານສະບັບເລກທີ13/ສພຊ,ລົງວັນທີ26ທັນວາ2007; 6.ມາດຕາ85,86,87,88,89,90ຂອງກົດໝາຍວ່າດ້ວຍການປົກປ້ອງສິດແລະຜົນປະໂຫຍດຂອງເດັກສະບັບເລກທີ05/ສພຊ,ລົງວັທີ27ທັນວາ2007; 7.ມາດຕາ127ຂອງກົດໝາຍວ່າດ້ວຍປ່າໄມ້ສະບັບເລກທີ06/ສພຊ,ລົງວັນທີ24ທັນວາ2007; 8.ມາດຕາ71ວັກສຸດທ້າຍຂອງກົດໝາຍວ່າດ້ວຍສັດນໍ້າແລະສັດປ່າສະບັບເລກທີ07/ສພຊ,ລົງວັນທີ24ທັນວາ2007; 9.ມາດຕາ162ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາສະບັບເລກທີ01/ສພຊ,ລົງວັນທີ20ທັນວາ2011; 10.ມາດຕາ59ຂອງກົດໝາຍວ່າດ້ວຍການສະກັດກັ້ນແລະຕ້ານເຊື້ເຮສໄອວີ/ພະຍາດເອດສສະບັບເລກທີ01/ສພຊ,ລົງວັນທີ29ມິຖູນາ2010; 11.ມາດຕາ75ຂອງກົດໝາຍວ່າດ້ວຍຢາເສບຕິດສະບັບເລກທີ10/ສພຊ,ລົງວັນທີ25ທັນວາ2007; 12.ມາດຕາ2,3,4ຂອງກົດໝາຍວ່າດ້ວຍການປັບປຸງມາດຕາ146ຂອງກົດໝາຍອາຍາແລະມາດຕາ75,76ຂອງກົດໝາຍວ່າດ້ວຍຢາເສບຕິດສະບັບເລກທີ22/ສພຊ,ລົງວັນທີ21ທັນວາ2010; 13.ມາດຕາ170ຂອງກົດໝາຍວ່າດ້ວຍຫຼັກຊັບສະບັບເລກທີ21/ສພຊ,ລົງວັນທີ10ທັນວາ2012; 14.ມາດຕາ66,67,68,69,70ຂອງກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສະບັບເລກທີ50/ສພຊ,ລົງວັນທີ21ກໍລະກົດ2014; 15.ມາດຕາ68ຂອງກົດໝາຍວ່າດ້ວຍການປະມົງສະບັບເລກທີ03/ສພຊ,ລົງວັນທີ9ກໍລະກົດ2009; 16.ມາດຕາ49ກົດໝາຍວ່າດ້ວຍການພັດທະນາແລະປົກປ້ອງແມ່ຍິງສະບັບເລກທີ08/ສພຊ,ລົງວັນທີ22ຕຸລາ2004; 17.ມາດຕາ52ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບເລກທີ55/ສພຊ,ລົງວັນທີ22ທັນວາ2014; 18.ມາດຕາ79ຂໍ້1,2,3ແລະ4ຂອງກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະເດັກສະບັບເລກທີ56/ສພຊ,ລົງວັນທີ23ທັນວາ214; 19.ມາດຕາ62ຂອງກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນອາຊະຍາກໍາທາງລະບົບຄັອມພິວເຕີສະບັບເລກທີ61/ສພຊ,ລົງວັນທີ15ກໍລະກົດ2015; 20.ມາດຕາ89ຂອງກົດໝາຍວ່າດ້ວຍການຕ້ານການຄ້າມະນຸດສະບັບເລກທີ73/ສພຊ,ລົງວັນທີ17ທັນວາ2015.

ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້