ກົດໝາຍວ່າດ້ວຍປ່າໄມ້ 24-12-2007

.ປ່າໄມ້ 24-12-2007


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍປ່າໄມ້ສະບັບນີ້ກໍານົດຫຼັກການ,ລະບຽບການ ແລະມາດຕະການພື້ນຖານກ່ຽວກັບການຄຸ້ມຄອງ,ປົກປັກຮັກສາ,ພັດທະ ນາ,ນໍາໃຊ້ແລະກວດກາຊັບພະຍາກອນປ່າໄມ້ແລະທີ່ດິນປ່າໄມ້ແບບຍືນ ຍົງ,ສົ່ງເສີມການຟື້ນຟູ,ປູກແລະຂະຫຍາຍຊັບພະຍາກອນປ່າໄ້ມຢູ່ສາທາ ລະນະລັດປະຊາທິປະໄຕປະຊາຊົນລາວແນໃສ່ເຮັດໃຫ້ທໍາມະຊາດມີ ຄວາມສົມດຸນ,ເຮັດໃຫ້ປ່າໄມ້ແລະທີ່ດິນປ່າໄມ້ເປັນແຫຼ່ງທໍາມາຫາກິນ ແລະນໍາໃຊ້ຂອງປະຊາຊົນໂດຍບໍ່ບົກແຫ້ງ,ຮັບປະກັນການປົກປັກຮັກສາ ສິ່ງແວດລ້ອມ,ແຫຼ່ງນໍ້າ,ປ້ອງກັນການເຊາະເຈື່ອນແລະຮັກສາຄຸນນະ ພາບຂອງດິນ,ປົກປັກຮັກສາແນວພືດພັນ,ຕົ້ນໄມ້,ສັດນໍ້າແລະສັດປ່າ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ.

...ມາດຕາ 2 ປ່າໄມ້

ມາດຕາ 2 ປ່າໄມ້ ປ່າໄມ້ແມ່ນຊັບພະຍາກອນທໍາມະຊາດອັນລໍ້າຄ່າທີ່ມີລະບົບນິ ເວດສະເພາະຊຶ່ງປະກອບດ້ວຍຊີວິນາໆພັນ,ແຫຼ່ງນໍ້າແລະທີ່ດິນປ່າໄມ້ ໂດຍມີຕົ້ນໄມ້ນາໆຊະນິດທີ່ເກີດຂຶ້ນຕາມທໍາມະຊາດຫຼືປູກຂຶ້ນໃນພື້ນທີ່ ປ່າປ້ອງກັນ,ປ່າສະຫງວນແລະປ່າຜະລິດ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ຊັບພະຍາກອນປ່າໄມ້ໝາຍເຖິງຊັບພະຍາກອນຕ່າງໆທີ່ມີຊີ ວິດແລະບໍ່ມີຊີວິດຊຶ່ງປະກອບດ້ວຍດິນ,ພືດພັນ,ຕົ້ນໄມ້,ນໍ້າ,ສັດນໍ້າ,ສັດ ປ່າແລະອື່ນໆທີ່ມີທັງໝົດຢູ່ໃນເຂດທີ່ດິນປ່າໄມ້; 2. ທີ່ດິນປ່າໄມ້ໝາຍເຖິງເນື້ອທີ່ດິນທຸກຕອນທີ່ມີປ່າໄມ້ຫຼືບໍ່ມີປ່າ ໄມ້ປົກຄຸມຢູ່ຊຶ່ງລັດໄດ້ກໍານົດໃຫ້ເປັນທີ່ດິນປ່າໄມ້; 3. ການຟື້ນຟູປ່າໄມ້ແບບທໍາມະຊາດໝາຍເຖິງການຂະຫຍາຍ ພັນດ້ວຍແກ່ນ,ຮາກ,ເຫງົ້າຫຼືຕໍໄມ້ຕາມທໍາມະຊາດຂອງພັນໄມ້ຊະນິດ ຕ່າງໆທີ່ເກີດຢູ່ໃນເຂດຟື້ນຟູປ່າໄມ້ໂດຍການອະນາໄມພື້ນລ່າງແລະຕັດ ສາງໃຫ້ຕົ້ນໄມ້ມີການຂະຫຍາຍຕົວ; 4. ການຟື້ນຟູປ່າໄມ້ແບບປູກເສີມໝາຍເຖິງການປູກເສີມພັນໄມ້ ຊະນິດຕ່າງໆທີ່ເຫັນວ່າເໝາະສົມໂດຍສອດຄ່ອງຕາມຈຸດປະສົງແລະ ເປົ້າໝາຍຂອງການຟື້ນຟູປ່າໄມ້ຢູ່ໃນເຂດຟື້ນຟູປ່າໄມ້ທໍາມະຊາດໂດຍ ສະເພາະບ່ອນທີ່ຄວາມໜາແໜ້ນຂອງຕົ້ນໄມ້ຕໍ່າ,ບ່ອນທີ່ການກະຈາຍ ຂອງຊະນິດພັນໄມ້ທີ່ເກີດຕາມທໍາມະຊາດບໍ່ສະໝໍ່າສະເໝີຫຼືບາງຊະນິດ ພັນໄມ້ດັ້ງເດີມທີ່ມີຢູ່ໃນເຂດດັ່ງກ່າວມີຄວາມສ່ຽງໃນການສູນພັນຫຼືຖືກ ດັບສູນແລ້ວແຕ່ເຫັນມີຄວາມຈໍາເປັນຕ້ອງໄດ້ຮັບການຟື້ນຟູຄືນ; 5. ປ່າຟື້ນຟູໝາຍເຖິງປ່າໄມ້ທີ່ຢູ່ໃນສະພາບເຊື່ອມໂຊມເຊັ່ນ:ປ່າ ເຫຼົ່າອ່ອນທີ່ໄດ້ຈັດແບ່ງໄວ້ເພື່ອຟື້ນຟູ,ບູລະນະໃຫ້ກາຍເປັນປ່າເຫຼົ່າແກ່ ແລະກາຍເປັນປ່າທໍາມະຊາດທີ່ສົມບູນຄືນໄດ້; 6. ປ່າໂຄກໝາຍເຖິງປ່າໄມ້ທໍາມະຊາດທີ່ບໍ່ຕືບໜາແລະມີລະບົບ ນິເວດປ່າໄມ້ສະເພາະຕົວ;ຮັກສານໍ້າໃຕ້ດິນ,ຊັ້ນດິນຕື້ນແລະມີຫີນດານ ຕາມໜ້າດິນ,ຊະນິດພັນໄມ້ທີ່ເກີດຂຶ້ນສ່ວນໃຫຍ່ເປັນຊະນິດພັນທີ່ມີເປືອກ ໜາ,ລໍາຕົ້ນບໍ່ໃຫຍ່ຊຶ່ງມີຄວາມທົນທານຕໍ່ຄວາມແຫ້ງແລ້ງແລະໄຟປ່າ, ນອກຈາກນັ້ນກໍ່ຍັງເປັນຄັງອາຫານ,ຢາປົວພະຍາດແລະອື່ນໆຂອງປະ ຊາຊົນ; 7. ການຫັນປ່ຽນທີ່ດິນປ່າໄມ້ໝາຍເຖິງການຫັນປ່ຽນຈາກປະ ເພດທີ່ດິນປ່າໄມ້ໄປສູ່ທີ່ດິນປະເພດອື່ນແລະຈຸດປະສົງອື່ນ; 8. ການເຊົ່າ ຫຼື ສໍາປະທານທີ່ດິນປ່າໄມ້ ໝາຍເຖິງ ການນໍາໃຊ້ ທີ່ດິນປ່າໄມ້ເພື່ອດໍາເນີນກິດຈະການປ່າໄມ້ເຊັ່ນ: ຟື້ນຟູປ່າ,ປູກປ່າ, ເຄື່ອງປ່າຂອງດົງແລະຕົ້ນໄມ້ອຸດສາຫະກໍາ; 9. ປ່າໄມ້ຊຸດໂຊມໝາຍເຖິງປ່າໄມ້ທີ່ຖືກທໍາລາຍຢ່າງໜັກເຊັ່ນ: ເນື້ອທີ່ດິນບໍ່ມີປ່າຫຼືເນື້ອທີ່ດິນປ່າປອກໂຫຼ້ນຊຶ່ງຖືກຈັດແບ່ງໄວ້ເພື່ອປູກຕົ້ນ ໄມ້ຄືນໃໝ່,ການຜະລິດກະສິກໍາ-ປ່າໄມ້-ລ້ຽງສັດແບບຖາວອນຫຼືນໍາໃຊ້ ເຂົ້າໃນເປົ້າໝາຍອື່ນຕາມແຜນພັດທະນາເສດຖະກິດ-ສັງຄົມ; 10. ປ່າເຫຼົ່າ ໝາຍເຖິງ ເຂດເນື້ອທີ່ປ່າໄມ້ທີ່ມີການຖາງປ່າ ເຮັດໄຮ່ຫຼືຖືກບຸກລຸກທໍາລາຍດ້ວຍຮູບການຕ່າງໆເປັນເວລາຫຼາຍປີມາ ແລ້ວເຂດດັ່ງກ່າວສາມາດມີໂອກາດກາຍເປັນປ່າທໍາມະຊາດທີ່ອຸດົມສົມ ບູນ; 11. ທີ່ດິນປ່າຊຸດໂຊມໝາຍເຖິງເນື້ອທີ່ດິນປ່າໄມ້ທີ່ປ່າໄມ້ໄດ້ຖືກ ທໍາລາຍຢ່າງໜັກແລະເນືອງນິດລຽນຕິດທີ່ເຮັດໃຫ້ເສຍຄວາມດຸນດ່ຽງ ທາງດ້ານອິນຊີວັດຖຸຊຶ່ງເຮັດໃຫ້ປ່າໄມ້ບໍ່ສາມາດຟື້ນຄືນເອງຕາມທໍາມະ ຊາດມາເປັນປ່າອຸດົມສົມບູນໄດ້ອີກ.ພືດແລະຕົ້ນໄມ້ທີ່ເກີດໃນດິນປ່າໄມ້ ຊຸດໂຊມສ່ວນໃຫຍ່ຈະແມ່ນຫຍ້າຄາ,ຕົ້ນໄມ້ຕິ້ວ,ໄມ້ປ່ອງຂະໜາດນ້ອຍ ຫຼືຕົ້ນແຂມອື່ນໆ; 12. ທີ່ດິນປ່າປອກໂຫຼ້ນໝາຍເຖິງເນື້ອທີ່ດິນປ່າໄມ້ທີ່ຊຶ່ງເກີດຂຶ້ນ ຍ້ອນທໍາມະຊາດຫຼືການທໍາລາຍຂອງຄົນ; 13. ປ່າຊົມໃຊ້ຂອງບ້ານ ໝາຍເຖິງ ປ່າໄມ້ໃນຂອບເຂດຂອງ ບ້ານທີ່ລັດໄດ້ມອບໃຫ້ບ້ານຄຸ້ມຄອງ,ປົກປັກຮັກສາແລະນໍາໃຊ້ຕາມແຜນ ການມອບດິນ-ມອບປ່າ; 14. ຜະລິດຕະຜົນປ່າໄມ້ໝາຍເຖິງເຄື່ອງປ່າຂອງດົງປະເພດ ຕ່າງໆທີ່ເກີດຂຶ້ນຢູ່ຕາມທໍາມະຊາດຊຶ່ງອາດຈະເປັນຕົ້ນ,ລໍາ,ເຄືອ,ຫົວ, ຮາກ,ຍອດ,ໜໍ່,ໃບ,ດອກ,ໝາກ,ເມັດຫຼືແກ່ນ,ເປືອກ,ນໍ້າມັນ,ຢາງໄມ້, ເຫັດ,ນໍ້າເຜີ້ງແລະອື່ນໆ; 15. ຜະລິດຕະພັນໄມ້ແລະເຄື່ອງປ່າຂອງດົງໝາຍເຖິງ ໄມ້ແລະ ເຄື່ອງປ່າຂອງດົງທີ່ໄດ້ເຂົ້າຜ່ານຂະບວນການປຸງແຕ່ງປ່ຽນຈາກສະ ພາບເດີມມາເປັນຜະລິດຕະພັນສໍາເລັດຮູບຫຼືເຄິ່ງສໍາເລັດຮູບດ້ວຍການ ນໍາໃຊ້ເຄື່ອງຈັກແລະແຮງງານຄົນ; 16. ເຈົ້າຂອງປ່າໄມ້ແລະທີ່ດິນປ່າໄມ້ໝາຍເຖິງການຈັດຕັ້ງ, ຄອບຄົວແລະບຸກຄົນຊຶ່ງລັດໄດ້ມອບໝາຍໃຫ້ຄຸ້ມຄອງ,ປົກປັກຮັກສາ, ພັດທະນາແລະນໍາໃຊ້ຕາມລະບຽບກົດໝາຍ; 17. ການພັດທະນາປ່າໄມ້ໝາຍເຖິງການຟື້ນຟູປ່າຊຸດໂຊມ, ການປູກປ່າຄືນໃໝ່ພາຍຫຼັງການຂຸດຄົ້ນຫຼືຖືກທໍາລາຍແລະການນໍາໃຊ້ ວິທະຍາສາດເຕັກນິກອື່ນເພື່ອເພີ່ມຄຸນນະພາບ,ເນື້ອທີ່ແລະຄອາມປົກ ຫຸ້ມຂອງປ່າໄມ້; 18. ການພັດທະນາທີ່ດິນປ່າໄມ້ໝາຍເຖິງການປັບປຸງຄຸນນະ ພາບຂອງຕົນຈາກດິນທີ່ຊຸດໂຊມໃຫ້ກາຍເປັນດິນທີ່ອຸດົມສົມບູນ; 19. ປ່າໄມ້ທໍາມະຊາດໝາຍເຖິງປ່າໄມ້ທີ່ພັນໄມ້ແລະເຄື່ອງປ່າ ຂອງດົງເກີດຂຶ້ນແລະຂະຫຍາຍພັນດ້ວຍຕົວມັນເອງຕາມທໍາມະຊາດ ເປັນຕົ້ນຕໍ; 20. ລະບົບນິເວດໝາຍເຖິງສາຍພົວພັນລະຫວ່າງສິ່ງທີ່ມີຊີວິດ ແລະສິ່ງທີ່ບໍ່ມີຊີວິດທີ່ຄົງຕົວຢູ່ຕາມທໍາມະຊາດ; 21. ຊີວະນາໆພັນໝາຍເຖິງຄວາມຫຼາກຫຼາຍຂອງລະບົບນິເວດ ,ຊະນິດແລະແນວພັນຂອງສິ່ງທີ່ມີຊີວິດເຊັ່ນ:ພືດ,ສັດ,ແມງໄມ້ແລະຈຸລິນ ຊີຢູ່ໃນຂອບເຂດທໍາມະຊາດໃດໜຶ່ງ; 22. ສະໜາມ 1 ໝາຍເຖິງ ສະຖານທີ່ທ້ອນໂຮມໄມ້ທ່ອນທີ່ໄດ້ ຊັກລາກຈາກບ່ອນຕັດປໍ້າໃນສະຖານທີ່ຂຸດຄົ້ນໄມ້ຕາມແຜນການຂຸດຄົ້ນ; 23. ສະໜາມ 2 ໝາຍເຖິງສະຖານທີ່ທ້ອນໂຮມໄມ້ທີ່ໄດ້ຂົນສົ່ງ ມາຈາກສະໜາມ 1 ຊຶ່ງສາມາດຕອບສະໜອງໃຫ້ແກ່ການຂົນສົ່ງໄປ ຫາໂຮງງານປຸງແຕ່ງໄດ້ຕະຫຼອດປີແລະມີຄວາມປອດໄພສູງຈາກໄພ ທໍາມະຊາດແລະອຸປະຕິເຫດອື່ນພ້ອມທັງເປັນບ່ອນຕົບແຕ່ງແລະຂຶ້ນບັນ ຊີຈັດຊັ້ນຄຸນນະພາບໄມ້; 24. ກິດຈະການປ່າໄມ້ແລະທີ່ດິນປ່າໄມ້ໝາຍເຖິງການຄຸ້ມຄອງ ,ການປົກປັກຮັກສາ,ການພັດທະນາ,ການນໍາໃຊ້ແລະການກວດກາປ່າ ໄມ້ແລະທີ່ດິນປ່າໄມ້; 25. ຂະໜາດວັດຮອບຕັດຟັນໝາຍເຖິງຂະໜາດໜ້າຕ້າງຫຼືວັດ ຮອບຂອງຕົ້ນໄມ້ໃນປ່າຜະລິດທີ່ລັດອະນຸຍາດໃຫ້ຂຸດຄົ້ນເພື່ອເປັນວັດຖຸ ດິບປ້ອງໂຄງງານອຸດສາຫະກໍາປຸປງຕ່ງ; 26. ເຂດກັນຊົນໝາຍເຖິງປ່າໄມ້ແລະເຂດທີ່ດິນປ່າໄມ້ຊຶ່ງຢູ່ ອ້ອມຮອບປ່າສະຫງວນແຕ່ໜຶ່ງຮ້ອຍຫາຫ້າຮ້ອຍແມັດ; 27. ໂຮງງານອຸດສາຫະກໍາປຸງແຕ່ງໄມ້ໝາຍເຖິງໂຮງເລື່ອຍ ໄມ້,ໂຮງຊອຍໄມ້,ໂຮງເຟີນິເຈີ,ໂຮງງານໄມ້ປູພື້ນ,ໂຮງງານປຸງແຕ່ງ ແຜ່ນໄມ້,ໄມ້ປອກແລະໄມ້ອັດ; 28. ຄ້ອນກາ ປມ ໝາຍເຖິງ ຄ້ອນກາທີ່ມີລັກສະນະເປັນວົງມົນ ມີຮູບດາຍແລະຕົວໜັງສື ປມ (ປ່າໄມ້) ຢູ່ເຄິ່ງກາງຂອງຮູບດາວແລະ ມີເລກລະຫັດຢູ່ເບື້ອງເທິງຂອງດາວຊຶ່ງໃຊ້ຕີກາໄມ້ຢືນຕົ້ນ,ໄມ້ທ່ອນ,ໄມ້ ເລື້ອຍ,ຕໍໄມ້ແລະປູດໄມ້ເພື່ອເຄື່ອນຍ້າຍເຂົ້າບ່ອນດໍາເນີນການຜະລິດ ແລະເຄື່ອນຍ້າຍໄປແຂວງຕ່າງໆພາຍໃນປະເທດ; 29. ຄ້ອນກາ ປມລ ໝາຍເຖິງຄອນກາທີ່ມີລັກສະນະເປັນວົງມົນ ມີຕົວໜັງສື ປ ມ ລ (ປ່າໄມ້ລາວ) ຢູ່ເຄິ່ງກາງ,ໃຊ້ຕີກາໄມ້ທ່ອນ,ໄມ້ ເລື້ອຍ,ປູດໄມ້ແລະຕໍໄມ້ເພື່ອສົ່ງອອກຕ່າງປະເທດ; 30. ເຂດປ່າຍອດນໍ້າໝາຍເຖິງເນື້ອທີ່ປ່າໄມ້ແລະທີ່ດິນປ່າໄມ້ ຊຶ່ງເປັນເຂດຕົ້ນກໍາເນີດຂອງສາຍນໍ້າຊຶ່ງກວມເອົາເຂດອ່າງໂຕ່ງ; 31. ບ້ານ ໝາຍເຖິງ ຫົວໜ່ວຍການປົກຄອງຮາກຖານລວມທັງ ກຸ່ມບ້ານ; 32. ຕະຫຼາດກາກບອນ ໝາຍເຖິງ ການຊື້-ຂາຍບໍລິມາດທາດ ພິດເປັນຕົ້ນທາດກາກໂບນິກ (CO2) ທີ່ປ່າໄມ້ສາມາດດູດຊັບໂດຍ ໃຊ້ຫົວໜ່ວຍຄິດໄລ່ 1 ໂຕນຂອງກາກບອນຕໍ່ເຮັກຕາ,ສ່ວນການຄິດໄລ່ ແມ່ນມີຫຼັກການສະເພາະ.

...ມາດຕາ 4 ກໍາມະສິດກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 4 ກໍາມະສິດກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້ ປ່າໄມ້ທໍາມະຊາດແລະທີ່ດິນປ່າໄມ້ເປັນກໍາມະສິດຂອງວົງຄະນະ ຍາດແຫ່ງຊາດຊຶ່ງລັດຖະບານເປັນຜູ້ຄຸ້ມຄອງຢ່າງລວມສູນແລະເປັນເອ ກະພາບໃນທົ່ວປະເທດ. ສໍາລັບຕົ້ນໄມ້ທີ່ບຸກຄົນຫຼືການຈັດຕັ້ງໄດ້ປູກຕາມເຂດທີ່ໄດ້ຈັດສັນ ໃຫ້ດ້ວຍເຫື່ອແຮງຫຼືທຶນຮອນຂອງຕົນໂດຍການຮັບຮູ້ຈາກອົງການຄຸ້ມ ຄອງປ່າໄມ້ແລະທີ່ດິນປ່າໄມ້ແມ່ນກໍາມະສິດຂອງຜູ້ປູກກ

...ມາດຕາ 5 ນະໂຍບາຍກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 5 ນະໂຍບາຍກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້ ລັດມີນະໂຍບາຍລົງທຶນໃສ່ການປົກປັກຮັກສາ,ຟື້ນຟູ,ພັດທະນາ ປ່າໄມ້ແລະທີ່ດິນປ່າໄມ້ໂດຍຕິດພັນກັບແຜນພັດທະນາເສດຖະກິດ-ສັງ ຄົມ,ສ້າງພື້ນຖານວັດຖຸເຕັກນິກເພື່ອປົກປັກຮັກສາສິ່ງແວດລ້ອມ,ແຫຼ່ງ ນໍ້າ,ຊີວະນາໆພັນແລະການດໍາລົງຊີວິດຂອງປະຊາຊົນລວມທັງການຈັດ ສັນອາຊີບຄົງທີ່. ລັດສົ່ງເສີມໃຫ້ບຸກຄົນ,ຄອບຄົວແລະການຈັດຕັ້ງປົກປັກຮັກສາ, ພັດທະນາປ່າໄມ້ທຸກປະເພດແລະຟື້ນຟູ,ປູກປ່າໃນເຂດທີ່ດິນປ່າຊຸດໂຊມ ແລະທີ່ດິນປ່າປອກໂຫຼ້ນໃຫ້ອຸດົມສົມບູນເພື່ອປົກປັກຮັກສາສິ່ງແວດລ້ອມ ,ປູກໄມ້ເປັນວັດຖຸດິບປ້ອນໂຮງງານອຸດສາຫະກໍາແລະຫັດຖະກໍາຕາມ ນະໂຍບາຍຕ່າງໆເຊັ່ນ:ນະໂຍບາຍສິນເຊື່ອ,ຍົກເວັ້ນຫຼືຫຼຸດຜ່ອນພາສີ,ອາ ກອນຕາມລະບຽບການ. ລັດສົ່ງເສີມໃຫ້ມີການນໍາໃຊ້ປ່າໄມ້ທາງອ້ອມເຊັ່ນ:ເປັນແຫຼ່ງທ່ອງ ທ່ຽວ,ສະຖານທີ່ພັກຜ່ອນ,ບ່ອນຄົ້ນຄວ້າທົດລອງ,ຕະຫຼາດກາກບອນແລະ ອື່ນໆຕາມລະບຽບກົດໝາຍ.

...ມາດຕາ 6 ຫຼັກການກ່ຽວກັບການປົກປັກຮັກສາ,ພັດທະນາແລະນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 6 ຫຼັກການກ່ຽວກັບການປົກປັກຮັກສາ,ພັດທະນາແລະນໍາໃຊ້ ປ່າໄມ້ແລະທີ່ດິນປ່າໄມ້ ການປົກປັກຮັກສາ,ພັດທະນາແລະນໍາໃຊ້ແລະທີ່ດິນປ່າໄມ້ໃຫ້ປະ ຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1. ຮັບປະກັນການຄຸ້ມຄອງຂອງລັດຖະບານຢ່າງລວມສູນແລະ ເປັນເອກະພາບໃນທົ່ວປະເທດ; 2. ຮັບປະກັນໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ,ວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ,ແຜນຍຸດທະສາດປ່າ ໄມ້,ແຜນແມ່ບົດແລະແຜນການນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້; 3. ຮັບປະກັນການປົກປັກຮັກສາ,ຟື້ນຟູ,ພັດທະນາປ່າໄມ້ແລະທີ່ ດິນປ່າໄມ້,ແຫຼ່ງນໍ້າ,ຊີວະນາໆພັນແລະສິ່ງແວດລ້ອມໃຫ້ອຸດົມສົມບູນ ດ້ວຍການເຂົ້າຮ່ວມຂອງປະຊາຊົນ; 4. ຮັບປະກັນຜົນປະໂຫຍດຂອງລັດ,ການຈັດຕັ້ງແລະບຸກຄົນທີ່ ປົກປັກຮັກສາ,ພັດທະນາປ່າໄມ້ແລະທີ່ດິນປ່າໄມ້ຕາມລະບຽບກົດໝາຍ; 5. ຮັບປະກັນການນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ໃຫ້ມີປະສິດທິ ຜົນ,ປະຢັດ,ຍືນຍົງແລະບໍ່ກະທົບຕໍ່ສິ່ງແວດລ້ອມ; 6. ສົມທົບຍຸດທະສາດການພັດທະນາປ່າໄມ້ຂອງ ສປປລາວກັບ ພາກພື້ນແລະສາກົນ.

...ມາດຕາ 7 ພັນທະໃນການປົກປັກຮັກສາແລະພັດທະນາປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 7 ພັນທະໃນການປົກປັກຮັກສາແລະພັດທະນາປ່າໄມ້ແລະ ທີ່ດິນປ່າໄມ້ ການປົກປັກຮັກສາ,ອະນຸລັກແລະພັດທະນາປ່າໄມ້ແລະທີ່ດິນປ່າ ໄມ້ແມ່ນໜ້າທີ່ຂອງພົນລະເມືອງທຸກຄົນ,ຄອບຄົວແລະການຈັດຕັ້ງທຸກ ພາກສ່ວນ. ບຸກຄົນ,ຄອບຄົວແລະການຈັດຕັ້ງມີພັນທະໃນການປົກປັກຮັກສາ ແລະພັດທະນາປ່າໄມ້,ຊັບພະຍາກອນປ່າໄມ້,ທີ່ດິນປ່າໄມ້,ແຫຼ່ງນໍ້າ,ຊີ ວະນາໆພັນ,ສິ່ງແວດລ້ອມໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ບໍ່ເຮັດໃຫ້ ປ່າໄມ້ແລະທີ່ດິນປ່າໄມ້ເຊື່ອມໂຊມ,ບົກແຫ້ງ,ເຊາະເຈື່ອນ,ປ້ອງກັນບໍ່ ໃຫ້ໄຟໄໝ້ປ່າ,ສະກັດກັ້ນແລະຕ້ານການທໍາລາຍປ່າໄມ້ແລະທີ່ດິນປ່າໄມ້ ທຸກຮູບແບບ.

...ມາດຕາ 8 ການຮ່ວມມືສາກົນ

ມາດຕາ 8 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືກັບຕ່າງປະເທດແລະອົງການຈັດ ຕັ້ງສາກົນໃນການປົກປັກຮັກສາແລະພັດທະນາປ່າໄມ້ແລະທີ່ດິນປ່າໄມ້ ດ້ວຍການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ,ເຕັກໂນໂລ ຊີ,ການສ້າງຊັດພະຍາກອນມະນຸດ,ການເຂົ້າຮ່ວມແລະປະຕິບັດສັນຍາ ລະຫວ່າງປະເທດທີ່ໄດ້ເຊັນແລະສົນທິສັນຍາສາກົນທີ່ ສປປລາວເປັນພາ ຄີແລະອື່ນໆ.

..ພາກທີ 2 ປະເພດປ່າໄມ້


...ມາດຕາ 9 ການແບ່ງປະເພດປ່າໄມ້

ມາດຕາ 9 ການແບ່ງປະເພດປ່າໄມ້ ປ່າໄມ້ຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ແບ່ງ ອອກເປັນສາມປະເພດເພື່ອການຮັກປົກປັກຮັກສາແລະພັດທະນາຄື: 1. ປ່າປ້ອງກັນ; 2. ປ່າສະຫງວນ; 3. ປ່າຜະລິດ.

...ມາດຕາ 10 ປ່າປ້ອງກັນ

ມາດຕາ 10 ປ່າປ້ອງກັນ ປ່າປ້ອງກັນແມ່ນປ່າໄມ້ທີ່ໄດ້ກໍານົດເພື່ອຈຸດປະສົງນໍາໃຊ້ປ້ອງ ກັນແຫຼ່ງນໍ້າ,ແຄມນໍ້າ,ແຄມທາງ,ປ້ອງກັນການເຊາະເຈື່ອນແລະຄຸນນະ ພາບຂອງດິນ,ເຂດອຸດທະຍານເພື່ອປ້ອງກັນຊາດ,ປ້ອງກັນໄພທໍາມະ ຊາດ,ສິ່ງແວດລ້ອມແລະອື່ນໆ.

...ມາດຕາ 11 ປ່າສະຫງວນ

ມາດຕາ 11 ປ່າສະຫງວນ ປ່າສະຫງວນແມ່ນປ່າໄມ້ທີ່ໄດ້ກໍານົດເພື່ອຈຸດປະສົງນໍາໃຊ້ໃນ ການອະນຸລັກທໍາມະຊາດ,ປົກປັກຮັກສາພັດພືດ,ພັນສັດ,ລະບົບນິເວດປ່າ ໄມ້ແລະສິ່ງຕ່າງໆທີ່ມີຄຸນຄ່າທາງດ້ານທໍາມະຊາດ,ປະຫວັດສາດ,ວັດທະ ນາທໍາ,ການທ່ອງທ່ຽວ,ສິ່ງແວດລ້ອມ,ການສຶກສາແລະການຄົ້ນຄວ້າ ທົດລອງວິທະຍາສາດ. ປະສະປງວນປະກອບດ້ວຍປ່າສະຫງວນແຫ່ງຊາດ,ປ່າສະຫງວນ ລະດັບແຂວງ,ລະດັບເມືອງແລະບ້ານຊຶ່ງໄດ້ກໍານົດໄວ້ໃນລະບຽບການ ສະເພາະ.

...ມາດຕາ 12 ປ່າຜະລິດ

ມາດຕາ 12 ປ່າຜະລິດ ປ່າຜະລິດແມ່ນປ່າທໍາມະຊາດແລະປ່າປູກທີ່ໄດ້ກໍານົດເພື່ອຈຸດ ປະສົງນໍາໃຊ້ໃຫ້ເປັນເຂດການຜະລິດ,ທຸລະກິດໄມ້ແລະຜະລິດຕະຜົນປ່າ ໄມ້ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ເສດຖະກິດ-ສັງຄົມແລະຊີວິດການເປັນຢູ່ຂອງປະຊາຊົນ.

...ມາດຕາ 13 ເຂດປ່າໄມ້

ມາດຕາ 13 ເຂດປ່າໄມ້ ປ່າປ້ອງກັນ,ປ່າສະຫງວນແລະປ່າຜະລິດແຕ່ລະປະເພດມີເຂດ ປ່າໄມ້ດົກໜ້າ,ເຂດປ່າຊຸດໂຊມ,ເຂດທີ່ດິນປ່າປອກໂຫຼ້ນແລະເຂດປ່າ ຊົມໃຊ້ຂອງບ້ານຕາມແຜນທີ່ໄດ້ຈັດສັນໃຫ້.

..ພາກທີ 3 ກິດຈະການປ່າໄມ້


...ໝວດທີ 1 ການຄຸ້ມຄອງປ່າໄມ້


....ມາດຕາ 14 ການຄຸ້ມຄອງປ່າໄມ້

ມາດຕາ 14 ການຄຸ້ມຄອງປ່າໄມ້ ການຄຸ້ມຄອງປ່າໄມ້ປະກອບດ້ວຍກິດຈະການປ່າໄມ້ຕ່າງໆເຊັ່ນ: ການສໍາຫຼວດ,ການວາງແຜນຈັດສັນ,ການຄົ້ນຄວ້າທົດລອງ,ການສໍາ ຫຼວດຂຸດຄົ້ນໄມ້ແລະຜະລິດຕະພັນປ່າໄມ້.

....ມາດຕາ 15 ການສໍາຫຼວດປ່າໄມ້

ມາດຕາ 15 ການສໍາຫຼວດປ່າໄມ້ ການສໍາຫຼວດປ່າໄມ້ມີເນື້ອໃນດັ່ງນີ້: 1. ການເກັບກໍາຂໍ້ມູນ,ຕີລາຄາສະພາບປ່າໄມ້,ຄວາມປົກຫຸ້ມປ່າ ໄມ້,ການປ່ຽນແປງການນໍາໃຊ້ປ່າໄມ້,ຊະນິດພັນໄມ້,ບໍລິມາດໄມ້,ໄມ້ ສືບພັນແລະເຄື່ອງປ່າຂອງດົງ; 2. ການເກັບກໍາຂໍ້ມູນແລະສ້າງແຜນທີ່ກ່ຽວກັບການນໍາໃຊ້ທີ່ດິນ; 3. ການກໍານົດເຂດແລະວາງແຜນຈັດສັນປ່າປ້ອງກັນ,ປ່າສະ ຫງວນແລະປ່າຜະລິດ; 4. ການວາງແຜນຂຸດຄົ້ນແບບຍືນຍົງ,ມີປະສິດທິຜົນແລະປະ ເມີນຜົນສະພາບປ່າໄມ້ພາຍຫຼັງການຂຸດຄົ້ນເພື່ອຟື້ນຟູແລະປູກປ່າ. ລັດຖະບານມອບໃຫ້ກະຊວງກະສິກໍາແລະປ່າໄມ້ເປັນເຈົ້າການ ປະສານສົມທົບກັບອົງການທີ່ກ່ຽວຂ້ອງໃນການສໍາຫຼວດປ່າໄມ້ແລະຊັບ ພະຍາກອນປ່າໄມ້ເພື່ອວາງແຜນປົກປັກຮັກສາແລະພັດທະນາແບບຍືນ ຍົງ.

....ມາດຕາ 16 ການວາງແຜນຈັດສັນປ່າໄມ້

ມາດຕາ 16 ການວາງແຜນຈັດສັນປ່າໄມ້ ການວາງແຜນຈັດສັນແມ່ນການກໍານົດພື້ນທີ່ປ່າປ້ອງກັນ,ປ່າສະ ຫງວນ,ປ່າຜະລິດໂດຍອີງໃສ່ຂໍ້ມູນທີ່ເກັບກໍາໄດ້ຈາກການສໍາຫຼວດຕົວ ຈິງ. ການວາງແຜນຈັດສັນດໍາເນີນຕາມຫຼັກການດັ່ງນີ້: 1. ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ,ຍຸດທະ ສາດປ້ອງກັນຊາດປ້ອງກັນຄວາມສະຫງົບແລະຍຸດທະສາດປ່າໄມ້,ແຜນ ການນໍາໃຊ້ທີ່ດິນປ່າໄມ້; 2. ຕ້ອງຮັບປະກັນຄວາມເປັນເອກະພາບໃນການວາງແຜນປົກ ປັກຮັກສາແລະພັດທະນາປ່າໄມ້; 3. ຕ້ອງຮັບປະກັນການຂຸດຄົ້ນໄມ້ແບບຍືນຍົງ,ນໍາໃຊ້ໄມ້ແລະ ຜະລິດຕະຜົນປ່າໄມ້ແບບບໍ່ບົກແຫ້ງ,ຮັບປະກັນການສືບພັນໄມ້ແລະເຄື່ອງ ປ່າຂອງດົງຕາມທໍາມະຊາດ; 4. ຮັບປະກັນການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ:ສ້າງເຂື່ອນໄຟ ຟ້ານໍ້າຕົກ,ເສັ້ນທາງຄົມມະນາຄົມແລະອື່ນໆ.

....ມາດຕາ 17 ການຄົ້ນຄວ້າທົດລອງ

ມາດຕາ 17 ການຄົ້ນຄວ້າທົດລອງ ການຄົ້ນຄວ້າທົດລອງແມ່ນເພື່ອຂະຫຍາຍພັນ,ສືບພັນ,ປັບປຸງ ພັນ,ການຈະເລີນເຕີບໂຕ,ຄຸນປະໂຫຍດຂອງໄມ້ແລະຜະລິດຕະຜົນປ່າ ໄມ້ທາງດ້ານປະລິມານແລະຄຸນນະພາບລວມທັງຄົ້ນຄວ້າຊອກຫາຮູບ ແບບແລະມາດຕະຖານເຕັກນິກທີ່ມີປະສິດທິຜົນໃນການປົກປັກຮັກສາ ແລະພັດທະນາປ່າໄມ້. ລັດສົ່ງເສີມໃຫ້ການຈັດຕັ້ງແລະບຸກຄົນດໍາເນີນການສຶກສາ,ຄົ້ນ ຄວ້າທົດລອງ,ລົງທຶນສ້າງສະຖາບັນຫຼືສູນຄົ້ນຄວ້າທົດລອງທາງດ້ານວິ ຊາການ.

....ມາດຕາ 18 ການສໍາຫຼວດຂຸດຄົ້ນໄມ້

ມາດຕາ 18 ການສໍາຫຼວດຂຸດຄົ້ນໄມ້ ການສໍາຫຼວດຂຸດຄົ້ນໄມ້ແມ່ນເພື່ອກໍານົດຈໍານວນແລະຊະນິດພັນ ົໄມ້ໃນເຂດປ່າຜະລິດທີ່ໄດ້ວາງແຜນຈັດສັນແລະເຂດກໍ່ສ້າງພື້ນຖານ ໂຄງລ່າງແລ້ວສະເໜີລັດຖະບານພິຈາລະນາອະນຸມັດການຂຸດຄົ້ນ. ການສໍາຫຼວດຂຸດຄົ້ນໄມ້ໃນເຂດປ່າຜະລິດຈະຕ້ອງດໍາເນີນຕາມ ຫຼັກການຕົ້ນຕໍດັ່ງນີ້: 1. ສໍາຫຼວດແລະຂຶ້ນບັນຊີໄມ້ຢືນຕົ້ນທຸກຊະນິດທີ່ມີຂະໜາດວັດ ຮອບເຖິງອະນຸຍາດຕັດຟັນພ້ອມທັງສ້າງແຜນທີ່ຈຸດຢືນຂອງຕົ້ນໄມ້ຕາມ ລະບຽບຫຼັກການ; 2. ຄັດເລືອກ,ໝາຍແລະຕີກາຕົ້ນໄມ້ທີ່ຈະຕັດໃຫ້ຖືກຕ້ອງຕາມ ລະບຽບການເພື່ອຮັບປະກັນການສືບພັນແລະປ້ອງກັນການກະທົບຕໍ່ສິ່ງ ແວດລ້ອມ; 3. ກໍານົດເສັ້ນທາງຂຸດຄົ້ນ,ລາກແກ່ແລະຈຸດທ້ອນໂຮມໄມ້ທ່ອນ ຫຼືສະໜາມໄມ້ທ່ອນ; 4. ສ້າງແຜນການຂຸດຄົ້ນປະຈໍາປີເພື່ອສະເໜີລັດຖະບານອະນຸ ມັດ. ສໍາລັບເຂດກໍ່ສ້າງພື້ນຖານໂຄງລ່າງໃຫ້ສໍາຫຼວດໄມ້ທຸກຊະນິດ ທີ່ມີຂະໜາດວັດຮອບເກີນ 15 ຊັງຕີແມັດ.

....ມາດຕາ 19 ການສໍາຫຼວດຂຸດຄົ້ນຜະລິດຕະຜົນປ່າໄມ້

ມາດຕາ 19 ການສໍາຫຼວດຂຸດຄົ້ນຜະລິດຕະຜົນປ່າໄມ້ ການສໍາຫຼວດຂຸດຄົ້ນຜະລິດຕະຜົນປ່າໄມ້ແມ່ນເພື່ອກໍານົດຈໍາ ນວນແລະຊະນິດເຄື່ອງປ່າຂອງດົງໃນເຂດປ່າປ້ອງກັນ,ປ່າສະຫງວນ, ປ່າຜະລິດແລະເຂດກໍ່ສ້າງພື້ນຖານໂຄງລ່າງແລ້ວສະເໜີລັດຖະບານພິ ຈາລະນາອະນຸມັດການຂຸດຄົ້ນ.

....ມາດຕາ 20 ການຄຸ້ມຄອງພາຫະນະ,ເຄື່ອງຈັກຂຸດຄົ້ນໄມ້,ປຸງແຕ່ງ,ລາກແກ່ແລະຂົນສົ່ງໄມ້

ມາດຕາ 20 ການຄຸ້ມຄອງພາຫະນະ,ເຄື່ອງຈັກຂຸດຄົ້ນໄມ້,ປຸງແຕ່ງ, ລາກແກ່ແລະຂົນສົ່ງໄມ້ ລັດຖະບານອະນຸຍາດໃຫ້ນໍາເຂົ້າ,ຈໍາໜ່າຍ,ຄຸ້ມຄອງ,ກວດກາ, ຂຶ້ນທະບຽນພາຫະນະ,ເຄື່ອງຈັດຂຸດຄົ້ນໄມ້,ປຸງແຕ່ງ,ລາກແກ່ແລະຂົນ ສົ່ງໄມ້ທຸກຊະນິດ. ການນໍາເຂົ້າພາຫະນະສະເພາະລາກແກ່ໄມ້ແລະເຄື່ອງຈັກຂຸດ ຄົ້ນໄມ້ຕ້ອງໄດ້ຮັບການອະນຸມັດຈາກກະຊວງທີ່ກ່ຽວຂ້ອງໂດຍການເຫັນ ດີຂອງກະຊວງກະສິກໍາແລະປ່າໄມ້ເສຍກ່ອນ.ສໍາລັບການມີໄວ້ໃນຄອບ ຄອງເຄື່ອງຈັກຂຸດຄົ້ນໄມ້ຕ້ອງໄດ້ຂຶ້ນທະບຽນນໍາຂະແໜງການກະສິກໍາ ແລະປ່າໄມ້. ເຄື່ອງຈັກຂຸດຄົ້ນ,ພາຫະນະລາກແກ່,ຂົນສົ່ງໄມ້ທີ່ຮັບໃຊ້ໂຄງການ ທີ່ລັດຖະບານອະນຸມັດເຄື່ອງປະຕິບັດຕາມລະບຽບການສະເພາະ. ການນໍາເຂົ້າ,ການຈໍາໜ່າຍ,ການມີໄວ້ໃນຄອບຄົງແລະການນໍາ ໃຊ້ເຄື່ອງຈັກປຸງແຕ່ງໄມ້ທຸກຊະນິດຕ້ອງໄດ້ຮັບອະນຸຍາດຈາກກະຊວງ ອຸດສາຫະກໍາແລະການຄ້າຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອຸດ ສາຫະກໍາປຸງແຕ່ງ.

....ມາດຕາ 21 ການວັດແທກແລະຈັດຊັ້ນຄຸນນະພາບ

ມາດຕາ 21 ການວັດແທກແລະຈັດຊັ້ນຄຸນນະພາບ ໄມ້ທ່ອນທີ່ທ້ອນໂຮມຢູ່ສະໜາມ 2 ຕ້ອງໄດ້ວັດແທກລະອຽດ,ຈັດ ຊັ້ນຄຸນນະພາບແລະຂຶ້ນບັນຊີຕາມລະບຽບການຂອງກະຊວງກະສິກໍາ ແລະປ່າໄມ້.

...ໝວດທີ 2 ການປົກປັກຮັກສາປ່າໄມ້


....ມາດຕາ 22 ການປົກປັກຮັກສາປ່າໄມ້

ມາດຕາ 22 ການປົກປັກຮັກສາປ່າໄມ້ ການປົກປັກຮັກສາປ່າໄມ້ມີກິດຈະການຕ່າງໆເຊັ່ນ: - ການປົກປັກຮັກສາປ່າປ້ອງກັນ,ປ່າສະຫງວນແລະປ່າຜະລິດ; - ການປົກປັກຮັກສາເຂດປ່າຍອດນໍ້າ; - ການປົກປັກຮັກສາພັນໄມ້ແລະເຄື່ອງປ່າຂອງດົງ; - ການກັນແລະຕ້ານພະຍາດພັນໄມ້ແລະບົ້ງແມງ; - ການສະກັດກັ້ນແລະຕ້ານໄຟໄໝ້ປ່າ; - ການຈໍາກັດການຖາງປ່າເຮັດໄຮ່ແລະການຂຸດຄົ້ນໄມ້ຊະຊາຍ.

....ມາດຕາ 23 ການປົກປັກຮັກສາປ່າປ້ອງກັນ

ມາດຕາ 23 ການປົກປັກຮັກສາປ່າປ້ອງກັນ ການປົກປັກຮັກສາປ່າປ້ອງກັນແມ່ນການຮັກສາແຫຼ່ງນໍ້າ,ປ້ອງ ກັນການເຊາະເຈື່ອນແລະຄຸນນະພາບຂອງດິນ,ເຂດຍຸດທະສາດປ້ອງກັນ ຊາດ,ປ້ອງກັນໄພທໍາມະຊາດ,ສິ່ງແວດລ້ອມແລະອື່ນໆ. ປ່າປ້ອງກັນແບ່ງອອກເປັນເຂດຫວງຫ້າມເດັດຂາດແລະເຂດຄຸ້ມ ຄອງການນໍາໃຊ້. ເຂດຫວງຫ້າມເດັດຂາດແມ່ນເຂດປ່າໄມ້ຊຶ່ງເປັນບ່ອນທີ່ມີຄວາມ ຄ້ອຍຊັນສູງກວ່າ 35 ອົງສາ,ເຂດຕົ້ນກໍາເນີດຂອງສາຍນໍ້າ,ປ່າລຽບ ແຄມນໍ້າ,ແຄມທາງແລະເຂດອື່ນທີ່ມີຄວາມສ່ຽງສູງຕໍ່ສິ່ງແວດລ້ອມ,ໃນ ເຂດນີ້ຕ້ອງໄດ້ປົກປັກຮັກສາຢ່າງເຂັ້ມງວດແລະບໍ່ອະນຸຍາດໃຫ້ດໍາເນີນ ກິດຈະການຕ່າງໆເຊັ່ນ: ການຖາງປ່າເຮັດໄຮ່,ຕັດ,ທໍາລາຍ,ຈູດເຜົາ, ເຄື່ອນຍ້າຍຕົ້ນໄມ້,ຕັດໄມ້ຟືນ,ເອົາສັດເຂົ້າໄປລ້ຽງ,ຕັ້ງບ້ານເຮືອນ,ກໍ່ ສ້າງກິດຈະການອື່ນນັບທັງການຂຸດຄົ້ນດິນ,ຫີນ,ບໍ່ແຮ່ແລະເກັບກູ້ເຄື່ອງ ປ່າຂອງດົງເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 44 ແລະ 70 ຂອງກົດໝາຍສະບັບນີ້. ເຂດຄຸ້ມຄອງການນໍາໃຊ້ແມ່ນເຂດປ່າໄມ້ບ່ອນທີ່ບໍ່ມີຜົນກະທົບອັນ ບໍ່ດີຕໍ່ສິ່ງແວດລ້ອມ,ໃນເຂດນີ້ຕ້ອງໄດ້ປົກປັກຮັກສາຄືກັນກັບເຂດຫວງ ຫ້າມເດັດຂາດແຕ່ຫາກອະນຸຍາດໃຫ້ປະຊາຊົນນໍາໃຊ້ໄມ້ແລະຜະລິດຕະ ຜົນປ່າໄມ້ຕາມແຜນຈັດສັນ.

....ມາດຕາ 24 ການປົກປັກຮັກສາປ່າສະຫງວນ

ມາດຕາ 24 ການປົກປັກຮັກສາປ່າສະຫງວນ ການປົກປັກຮັກສາປ່າສະຫງວນແມ່ນການຮັກສາປ່າໄມ້ໃຫ້ອຸດົມ ສົມບູນກໍ່ຄືປົກປັກຮັກສາພັນພືດ,ພັນສັດ,ຊີວະນາໆພັນ,ລະບົບນິເວດທີ່ມີ ຄຸນຄ່າທາງດ້ານທໍາມະຊາດ,ປະຫວັດສາດ,ວັດທະນະທໍາໃຫ້ດໍາລົງຄົງ ຕົວແລະຂະຫຍາຍຕົວພ້ອມກັນນັ້ນກໍ່ໃຫ້ມີປ່າໄມ້,ທິວທັດທໍາມະຊາດທີ່ ສວຍສົດງົດງາມເພື່ອການພັດທະນາສວນອຸດທິຍານແຫ່ງຊາດຊຶ່ງເໝາະ ສົມແກ່ການທ່ອງທ່ຽວແລະການຄົ້ນຄວ້າທົດລອງທາງດ້ານວິທະຍາ ສາດ. ປ່າສະຫງວນແບ່ງອອກເປັນເຂດຫວງຫ້າມເດັດຂາດ,ເຂດຄຸ້ມ ຄອງການນໍາໃຊ້,ເຂດເຊື່ອມຕໍ່ແລະເຂດກັນຊົນ. ເຂດຫວງຫ້າມເດັດຂາດແມ່ນເຂດປ່າໄມ້ຊຶ່ງເປັນບ່ອນອາໄສ,ຫາ ກິນແລະຂະຫຍາຍພັນຕົ້ນຕໍຂອງສັດຕ່າງໆແລະເປັນບ່ອນທີ່ມີພັນພືດທີ່ ຫຼາກຫຼາຍແລະດົກໜາ.ໃນເຂດນີ້ບໍ່ອະນຸຍາດໃຫ້ດໍາເນີນກິດຈະການປ່າ ໄມ້,ເກັບຜູ້ຜະລິດຕະຜົນປ່າໄມ້ລວມທັງການເຂົ້າໄປໃນເຂດດັ່ງກ່າວຢ່າງ ເດັດຂາດໂດຍບໍ່ໄດ້ຮັບອະນຸຍາດ.ການເຄື່ອນຍ້າຍພັນພືດ,ພັນສັດກໍ່ບໍ່ອະ ນຸຍາດເຊັ່ນດຽວກັນເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 44 ແລະ 70 ຂອງກົດໝາຍສະບັບນີ້. ເຂດຄຸ້ມຄອງການນໍາໃຊ້ແມ່ນຈັດສັນເຂດປ່າໄມ້ທີ່ຢູ່ຕິດຈອດຫຼືໃກ້ ຄຽງກັບເຂດຫວງຫ້າມເດັດຂາດ,ໃນເຂດນີ້ຕ້ອງໄດ້ປົກປັກຮັກສາຄືກັນ ກັບເຂດຫວງຫ້າມເດັດຂາດແຕ່ຫາກອະນຸຍາດໃຫ້ປະຊາຊົນນໍາໃຊ້ໄມ້ ແລະຜະລິດຕະຜົນປ່າໄມ້ຕາມແຜນຈັດສັນ. ເຂດເຊື່ອມຕໍ່ແມ່ນຈັດສັນເພື່ອປົກປັກຮັກສາທາງທຽວຂອງສັດລະ ຫວ່າງປ່າສະຫງວນດ້ວຍກັນຫຼືລະຫວ່າງປ່າສະຫງວນແລະປ່າປະເພດ ອື່ນເພື່ອໃຫ້ມີການຄົງຕົວແລະການຂະຫຍາຍຕົວຂອງສັດປ່າ.ໃນເຂດດັ່ງ ກ່າວບໍ່ອະນຸຍາດໃຫ້ຕັດຕົ້ນໄມ້,ດໍາເນີນກິດຈະການປ່າໄມ້ຫຼືກິດຈະການ ອື່ນທີ່ເປັນການກີດຂວາງຫຼືທໍາລາຍທາງທຽວຂອງສັດ. ເຂດກັນຊົນແມ່ນຈັດສັນເພື່ອປ້ອງກັນການບຸກລຸກທໍາລາຍປ່າສະ ຫງວນ.

....ມາດຕາ 25 ການປົກປັກຮັກສາປ່າຜະລິດ

ມາດຕາ 25 ການປົກປັກຮັກສາປ່າຜະລິດ ການປົກປັກຮັກສາປ່າຜະລິດແມ່ນການຮັກສາປ່າໄມ້ໃຫ້ອຸດົມສົມ ບູນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດແລະລຶບລ້າງຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າ. ການປົກປັກຮັກສາປ່າຜະລິດມີເນື້ອໃນດັ່ງນີ້: 1. ກໍານົດໝາຍຂອງເຂດປ່າຜະລິດໃຫ້ຈະແຈ້ງ; 2. ສໍາຫຼວດແລະຈັດແບ່ງປ່າໄມ້ໃນເຂດປ່າຜະລິດເປັນເຂດປົກ ປັກຮັກສາແລະພັດທະນາເຊັ່ນ:ເຂດປ່າໄມ້ເພື່ອປ້ອງກັນແຫຼ່ງນໍ້າ,ສິ່ງ ແວດລ້ອມ,ເຂດປ່າໄມ້ເພື່ອສະຫງວນໄວ້ສໍາລັບການສຶກສາຄົ້ນຄວ້າ, ເຂດທີ່ມີຄຸນຄ່າທາງປະຫວັດສາດແລະວັດທະນະທໍາ-ສັງຄົມ,ເຂດຟື້ນຟູ ປ່າແລະເຂດທີ່ສາມາດຂຸດຄົ້ນໄມ້ແລະເຄື່ອງປ່າຂອງດົງໄດ້; 3. ວາງແຜນການແລະກໍານົດມາດຕະການປົກປັກຮັກສາແລະ ພັດທະນາເຊັ່ນ:ແຜນການປົກປັກຮັກສາເຂດສະຫງວນແລະເຂດປ້ອງກັນ ແຫຼ່ງນໍ້າລວມທັງສິ່ງແວດລ້ອມ,ແຜນການຟື້ນຟູປ່າແລະແຜນການຂຸດ ຄົ້ນໄມ້; 4. ຈັດຕັ້ງປະຕິບັດການຄຸ້ມຄອງເຂດປ່າຜະລິດຕາມແຜນການ ແລະມາດຕະການທີ່ໄດ້ກໍານົດໄວ້ໂດຍມີການເຂົ້າຮ່ວມຂອງປະຊາຊົນ ທ້ອງຖິ່ນ; 5. ຂຸດຄົ້ນໄມ້ແລະເຄື່ອງປ່າຂອງດົງໃຫ້ປະຕິບັດຕາມຂັ້ນຕອນ ແລະລະບຽບກົດໝາຍຢ່າງເຂັ້ມງວດ; 6. ດໍາເນີນການຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງ ປະຕິບັດແຜນການຢ່າງເປັນລະບົບ; 7. ວາງແລະປະຕິບັດລະບຽບກົດໝາຍ,ມາດຕະການກ່ຽວກັບ ການປົກປັກຮັກສາ.

....ມາດຕາ 26 ການປົກປັກຮັກສາເຂດປ່າຍອດນໍ້າ

ມາດຕາ 26 ການປົກປັກຮັກສາເຂດປ່າຍອດນໍ້າ ການປົກປັກຮັກສາເຂດປ່າຍອດນໍ້າແມ່ນການຮັກສາຕົ້ນກໍາເນີດ ຂອງສາຍນໍ້າແລະແຫຼ່ງນໍ້າ,ລັດຖະບານມອບໃຫ້ກະຊວງກະສິກໍາແລະ ປ່າໄມ້ກໍານົດເຂດປ້ອງກັນປ່າຍອດນໍ້າ,ວາງແຜນການແລະກໍານົດມາດ ຕະະການໃນການປົກປັກຮັກສາໂດຍສົມທົບກັບຂະແໜງການອື່ນທີ່ກ່ຽວ ຂ້ອງແລະອົງການປົກຄອງທ້ອງຖິ່ນ. ການປົກປັກຮັກສາເຂດປ່າຍອດນໍ້າມີເນື້ອໃນດັ່ງນີ້: 1. ການສໍາຫຼວດສະພາບປ່າໄມ້ໃນເຂດປ່າຍອດນໍ້າ; 2. ການກໍານົດໝາຍຂອບເຂດປ່າຍອດນໍ້າ; 3. ການສ້າງເປັນແຜນການຫຼືໂຄງການປົກປັກຮັກສານຫຼືຟື້ນຟູ ປ່າໄມ້ດ້ວຍການສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງແລະການມີສ່ວນ ຮ່ວມຂອງປະຊາຊົນທ້ອງຖິ່ນ; 4. ການກໍານົດມາດຕະການແລະລະບຽບການໃນການຄຸ້ມຄອງ ແລະປົກປັກຮັກສາຢ່າງເຂັ້ມງວດເຊັ່ນ:ບໍ່ໃຫ້ມີການຕັດໄມ້ຫຼືຂົດຄົ້ນໄມ້, ການຖາງປ່າເຮັດໄຮ່,ການຈູດປ່າ,ການຕັ້ງບ້ານເຮືອນ,ການດໍາເນີນທຸ ລະກິດແລະຮູບການຕ່າງໆໃນເຂດດັ່ງກ່າວ; 5. ການເຄື່ອນໄຫວອື່ນໆທີ່ຈໍາເປັນ. ....ມາດຕາ 27 ການປົກປັກຮັກສາພັນໄມ້ແລະເຄື່ອງປ່າຂອງດົງ

ມາດຕາ 27 ການປົກປັກຮັກສາພັນໄມ້ແລະເຄື່ອງປ່າຂອງດົງ ການປົກປັກຮັກສາພັນໄມ້ແລະເຄື່ອງປ່າຂອງດົງເປັນຕົ້ນປະເພດ ຫວງຫ້າມທີ່ຫາຍາກໃກ້ຈະສູນພັນເຊັ່ນ:ໄດ້ດູ່ລາຍ,ໄມ້ຂະຍຸງ,ໄມ້ຄໍາພີ້, ໄມ້ໂລ່ງເລັ່ງ,ຝາງແດງ,ຊາປ່ານແລະອື່ນໆທີ່ລັດໄດ້ກໍານົດໄວ້ແມ່ນເພື່ອ ເຮັດໃຫ້ມີການຂະຫຍາຍຕົວແລະມີຄວາມອຸດົມສົມບູນຂຶ້ນ. ການປົກປັກຮັກສາພັນໄມ້ແລະເຄື່ອງປ່າຂອງດົງມີເນື້ອໃນດັ່ງນີ້: 1. ການສໍາຫຼວດຊະນິດພັນໄມ້ແລະເຄື່ອງປ່າຂອງດົງ; 2. ການກໍານົດເຂດແຫຼ່ງພັນ,ຂຶ້ນບັນຊີແລະຈົດທະບຽນພັນໄມ້ ແລະເຄື່ອງປ່າຂອງດົງ; 3. ການວາງແຜນການອະນຸລັກປົກປັກຮັກສາໂດຍມີການເຂົ້າ ຮ່ວມຂອງປະຊາຊົນທ້ອງຖິ່ນ; 4. ການວາງແລະປະຕິບັດລະບຽບກົດໝາຍ,ມາດຕະການກ່ຽວ ກັບການປົກປັກຮັກສາແລະນໍ້າໃຊ້; 5. ການເຄື່ອນໄຫວອື່ນໆທີ່ຈໍາເປັນ.

....ມາດຕາ 28 ການກັນ,ການຕ້ານພະຍາດພັນໄມ້ແລະບົ້ງແມງ

ມາດຕາ 28 ການກັນ,ການຕ້ານພະຍາດພັນໄມ້ແລະບົ້ງແມງ ການກັນ,ການຕ້ານພະຍາດພັນໄມ້ແລະບົ້ງແມງແມ່ນເພື່ອປ້ອງ ກັນບໍ່ໃຫ້ພະຍາດພັນໄມ້ແລະບົ້ງແມງເກີດຂຶ້ນ,ລະບາດແລະແກ້ໄຂໃຫ້ ມີປະສິດທິພາບທັນເວລາ. ການກັນ,ການຕ້ານພະຍາດພັນໄມ້ແລະບົ້ງແມງມີເນື້ອໃນດັ່ງນີ້: 1. ການສຶກສາຂໍ້ມູນການເກີດແລະການລະບາດຂອງເຊື້ອພະ ຍາດແລະບົ້ງແມງ; 2. ການຈັດຕັ້ງການປ້ອງກັນແລະຄວບຄຸມການລະບາດຂອງ ພະຍາດພັນໄມ້ແລະບົ່ງແມງໃນເຂດປ່າຂອງຕົນ; 3. ການກໍານົດເຂດປອດພະຍາດແລະເຂດປ້ອງກັນ; 4. ການສ້າງສູນຄົ້ນຄວ້າການກັນແລະຕ້ານພະຍາດພັນໄມ້ແລະ ບົ້ງແມງ,ອອກໃບຢັ້ງຢືນການຄຸ້ມຄອງການຜະລິດ,ການແຈກຢາຍແລະ ການນໍາໃຊ້ແນວພັນໄມ້ທີ່ປອດພະຍາດ; 5. ການບໍ່ອະນຸຍາດໃຫ້ນໍາເຂົ້າຫຼືເຄື່ອນຍ້າຍພັນໄມ້ທີ່ມີເຊື້ອພະ ຍາດແລະບົ້ງແມງຢ່າງເດັດຂາດ; 6. ການເຄື່ອນໄຫວອື່ນໆທີ່ຈໍາເປັນ.

....ມາດຕາ 29 ການສະກັດກັ້ນແລະຕ້ານໄຟໄໝ້ປ່າ,ການຈໍາກັດການຖາງປ່າເຮັດໄຮ່ແລະການຂຸດຄົ້ນໄມ້ຊະຊາຍ

ມາດຕາ 29 ການສະກັດກັ້ນແລະຕ້ານໄຟໄໝ້ປ່າ,ການຈໍາກັດການ ຖາງປ່າເຮັດໄຮ່ແລະການຂຸດຄົ້ນໄມ້ຊະຊາຍ ການສະກັດກັ້ນແລະຕ້ານໄຟໄໝ້ປ່າແມ່ນການປ້ອງກັນປ່າໄມ້ ແລະຊັບພະຍາກອນປ່າໄມ້ບໍ່ໃຫ້ຖືກທໍາລາຍດ້ວຍອັກຄີໄພ. ການສະກັດກັ້ນແລະຕ້ານໄຟໄໝ້ປ່າມີເນື້ອໃນດັ່ງນີ້: 1. ການວາງລະບຽບການແລະມາດຕະການທີ່ຈໍາເປັນກ່ຽວກັບ ການສະກັດກັ້ນແລະຕ້ານໄຟໄໝ້ປ່າ; 2. ການໂຄສະນາສຶກສາອົບຮົມປະຊາຊົນໃຫ້ເຫັນໄພອັນຕະລາຍ ແລະສາເຫດຂອງໄຟໄໝ້ປ່າແລະຫຼີກເວັ້ນການກະທໍາທີ່ພາໃຫ້ເກີດໄຟ ໄໝ້ປ່າເຊັ່ນ:ການຈູດທົ່ງຄັງ,ການຈູດໄຮ່,ການດັງໄຟໃນປ່າແລະການ ຖິ້ມກິດກອກຢາໃນປ່າ; 3. ການວາງແຜນປ້ອງກັນໄຟໄໝ້ລາມປ່າ; 4. ເມື່ອເກີດໄຟໄໝ້ປ່າຕ້ອງລະດົມພາຫະນະ,ວັດຖຸອຸປະກອນ, ແຮງງານຈາກທຸກພາກສ່ວນເຂົ້າໃນການມອບໄຟຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການສະກັດກັ້ນແລະຕ້ານອັກຄີໄພ; 5. ການເຄື່ອນໄຫວອື່ນໆທີ່ຈໍາເປັນ. ການຈໍາກັດການຖາງປ່າເຮັດໄຮ່ແມ່ນທຸກການເຄື່ອນໄຫວເພື່ອ ຊຸກຍູ້,ສົ່ງເສີມ,ໂຄສະນາເຜີຍແຜ່ນະໂຍບາຍແລະລະບຽບກົດໝາຍກ່ຽວ ກັບປ່າໄມ້ໃຫ້ປະຊາຊົນທີ່ດໍາເນີນການຖາງປ່າເຮັດໄຮ່ໃຫ້ຫັນມາດໍາເນີນ ອາຊີບຄົງທີ່. ການຈໍາກັດການຂຸດຄົ້ນໄມ້ຊະຊາຍແມ່ນທຸກການເຄື່ອນໄຫວທີ່ ກ່ຽວຂ້ອງກັບການຄຸ້ມຄອງ,ປົກປັກຮັກສາ,ພັດທະນາປ່າໄມ້ແລະນໍາໃຊ້ ປ່າໄມ້ລວມທັງການຕິດຕາມ,ກວດກາແລະການປະຕິບັດນະໂຍບາຍຕໍ່ຜູ້ ມີຜົນງານແລະມາດຕະການຕໍ່ຜູ້ລະເມີດແນໃສ່ເຮັດໃຫ້ການຂຸດຄົ້ນໄມ້ ຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບປ່າໄມ້.

...ໝວດທີ 3 ການພັດທະນາປ່າໄມ້


....ມາດຕາ 30 ການຟື້ນຟູປ່າໄມ້ແລະການປູກປ່າ

ມາດຕາ 30 ການຟື້ນຟູປ່າໄມ້ແລະການປູກປ່າ ການຟື້ນຟູປ່າໄມ້ແລະການປູກປ່າແມ່ນເພື່ອປົກປັກຮັກສາແລະ ພັດທະນາຊັບພະຍາກອນປ່າໄມ້ຂອງຊາດແນໃສ່ຕອບສະໜອງການນໍາ ໃຊ້ໄມ້ແລະຜະລິດຕະຜົນປ່າໄມ້ຢ່າງບໍ່ບົກແຫ້ງ,ປົກປັກຮັກສາແຫຼ່ງນໍ້າ, ິດິນ,ສັດນໍ້າ,ສັດປ່າແລະສິ່ງແວດລ້ອມໃຫ້ມີຄວາມສົມດຸນທັງເປັນແຫຼ່ງ ລາຍຮັບອັນສໍາຄັນຂອງລັດ,ການຈັດຕັ້ງແລະບຸກຄົນ.

....ມາດຕາ 31 ຫຼັກການຟື້ນຟູປ່າໄມ້

ມາດຕາ 31 ຫຼັກການຟື້ນຟູປ່າໄມ້ ການຟື້ນຟູປ່າໄມ້ປະກອບດ້ວຍສອງຮູບແບບຄື:ແບບທໍາມະຊາດ ແລະແບບປູກເສີມຊຶ່ງດໍາເນີນໄດ້ໃນເຂດປ່າເຫຼົ່າແລະປ່າໄມ້ທໍາມະຊາດ ທີ່ມີສະພາບຊຸດໂຊມໂດຍການປ້ອງກັນບໍ່ໃຫ້ເກີດມີໄຟໄໝ້ລາມປ່າແລະບໍ່ ໃຫ້ມີການບຸກລຸກທໍາລາຍ. ເພື່ອເຮັດໃຫ້ການຟື້ນຟູປ່າໄມ້ມີປະສິດທິຜົນສູງມີຄວາມຈໍາເປັນ ຕ້ອງໄດ້ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1. ສໍາຫຼວດສະພາບການສືບພັນໄມ້ໃນເນື້ອທີ່ປ່າໄມ້ທີ່ຈະດໍາເນີນ ການຟື້ນຟູ; 2. ກໍານົດໝາຍຂອບເຂດພ້ອມດ້ວຍປັກຫຼັກໝາຍ; 3. ກໍານົດຊະນິດພັນໄມ້ທີ່ແທດເໝາະກັບສະພາບປ່າດັ່ງກ່າວ; 4. ສ້າງເປັນແຜນການຫຼືໂຄງການຟື້ນຟູປ່າໄມ້; 5. ດໍາເນີນການຄຸ້ມຄອງແລະບົວລະບັດຮັກສາຢ່າງເຂັ້ມງວດ; 6. ຂຶ້ນທະບຽນເປັນປ່າຟື້ນຟູຕາມລະບຽບການ.

....ມາດຕາ 32 ແຜນການຟື້ນຟູປ່າໄມ້ແລະການປູກປ່າ

ມາດຕາ 32 ແຜນການຟື້ນຟູປ່າໄມ້ແລະການປູກປ່າ ອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ສົມທົບກັບອົງການປົກ ຄອງທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງຮັບຜິດຊອບຂຶ້ນແຜນຟື້ນຟູ ປ່າໄມ້ແລະປູກປ່າໄລຍະສັ້ນ,ໄລຍະກາງແລະໄລຍະຍາວໃນຂອບເຂດ ທ້ອງຖິ່ນຂອງຕົນໃນນັ້ນໃຫ້ບົ່ງແຈ້ງພັນໄມ້ທີ່ຈະມາປູກ,ສະຖານທີ່,ເນື້ອ ທີ່ແລະທຶນລວມທັງຜູ້ທີ່ຈະດໍາເນີນການປູກ,ຟື້ນຟູແລະບົວລະບັດຮັກສາ.

....ມາດຕາ 33 ການກໍານົດເຂດຟື້ນຟູປ່າໄມ້,ປູກປ່າແລະພັນໄມ້ທີ່ຈະປູກ

ມາດຕາ 33 ການກໍານົດເຂດຟື້ນຟູປ່າໄມ້,ປູກປ່າແລະພັນໄມ້ທີ່ຈະປູກ ອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ສົມທົບກັບພາກສ່ວນທີ່ ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນສໍາຫຼວດແລະກໍານົດເຂດຟື້ນຟູ ປ່າໄມ້ແລະປູກປ່າ. ເຂດຟື້ນຟູປ່າໄມ້ຕ້ອງເລັກໃສ່ປ່າໄມ້ທໍາມະຊາດທີ່ມີສະພາບຊຸດ ໂຊມແລະເຂດປ່າເຫຼົ່າ,ສ່ວນເຂດປູກໄມ້ຕ້ອງເລັງໃສ່ທີ່ດິນປ່າຊຸດໂຊມ ແລະທີ່ດິນປ່າປອກໂຫຼ້ນຕາມທີ່ໄດ້ຈັດສັນໃຫ້. ການກໍານົດແລະເລືອກຊະນິດພັນໄມ້ທີ່ຈະປູກແມ່ນອີງໃສ່ເງື່ອນ ໄຂຂອງດິນຟ້າອາກາດແລະຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ທ້ອງຖິ່ນນັ້ນ.

....ມາດຕາ 34 ການສົ່ງເສີມການຟື້ນຟູປ່າໄມ້

ມາດຕາ 34 ການສົ່ງເສີມການຟື້ນຟູປ່າໄມ້ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງດໍາເນີນການຟື້ນຟູ ປ່າໄມ້ທໍາມະຊາດທີ່ມີສະພາບຊຸດໂຊມ,ປ່າເຫຼົ່າດ້ວຍການປູກເສີມແລະ ການບູລະນະເພື່ອໃຫ້ກາຍເປັນປ່າຕຶບໜາຄືນໃໝ່ແລະຈະໄດ້ຮັບນະໂຍ ບາຍສົ່ງເສີມຈາກລັດຕາມລະບຽບການ.

....ມາດຕາ 35 ການສົ່ງເສີມການປູກໄມ້ແລະເຄື່ອງປ່າຂອງດົງ

ມາດຕາ 35 ການສົ່ງເສີມການປູກໄມ້ແລະເຄື່ອງປ່າຂອງດົງ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງປູກໄມ້ແລະເຄື່ອງ ປ່າຂອງດົງເພື່ອປົກປັກຮັກສາສິ່ງແວດລ້ອມແລະເປັນສິນຄ້າດ້ວຍການ ວາງນະໂຍບາຍຕ່າງໆທີ່ເໝາະສົມຕໍ່ການລົງທຶນພາຍໃນແລະຕ່າງປະ ເທດເຊັ່ນ:ນະໂຍບາຍດ້ານກໍາມະສິດ,ສິນເຊື່ອ,ຍົກເວັ້ນຫຼືຫຼຸດຜ່ອນພາສີ ທີ່ດິນ,ພາສີອາກອນກ່ຽວກັບພັນພືດ,ພັນໄມ້,ການໃຫ້ເຊົ່າຫຼືສໍາປະທານ, ການບໍລິການທາງດ້ານເຕັກນິກວິຊາການແລະອື່ນໆຕາມລະບຽບການ. ການປູກໄມ້ແລະເຄື່ອງປ່າຂອງດົງໃນປ່າຜະລິດທີ່ໄດ້ຈັດສັນໃຫ້ ແມ່ນເພື່ອສະໜອງວັດຖຸດິບດ້ານໄມ້ແລະຜະລິດຕະຜົນປ່າໄມ້ໃຫ້ແກ່ ໂຮງງານອຸດສາຫະກໍາແລະຫັດຖະກໍາປຸງແຕ່ງເປັນສິນຄ້າແລະທັງແກ້ ໄຂຊີວິດການເປັນຢູ່ຂອງປະຊາຊົນຕາມແຜນພັດທະນາເສດຖະກິດ-ສັງ ຄົມ. ການປູກໄມ້ແລະເຄື່ອງປ່າຂອງດົງໃນປ່າປ້ອງກັນແລະປ່າສະ ຫງວນໃນເຂດຈັດສັນໃຫ້ແມ່ນເພື່ອປົກປັກຮັກສາແຫຼ່ງນໍ້າ,ຊີວະນາໆພັນ ແລະສິ່ງແວດລ້ອມ,ບໍ່ອະນຸຍາດໃຫ້ນໍາໃຊ້ເວັ້ນເສຍແຕ່ການນໍາໃຊ້ຕາມ ປະເພນີໃນເຂດຄຸ້ມຄອງການນໍາໃຊ້.ສໍາລັບນະໂຍບາຍ,ສິດແລະຜົນປະ ໂຫຍດຂອງຜູ້ປູກໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 36 ການຄຸ້ມຄອງກິດຈະການປູກໄມ້ແລະເຄື່ອງປ່າຂອງດົງ

ມາດຕາ 36 ການຄຸ້ມຄອງກິດຈະການປູກໄມ້ແລະເຄື່ອງປ່າຂອງດົງ ການຄຸ້ມຄອງກິດຈະການປູກໄມ້ແລະເຄື່ອງປ່າຂອງດົງໃນປ່າ ປ້ອງກັນ,ປ່າສະຫງວນແລະປ່າຜະລິດຕ້ອງດໍາເນີນຕາມລະບຽບການທີ່ ໄດ້ວາງອອກເຊັ່ນ:ການຄັດເລືອກເນື້ອທີ່,ການບຸກເບີກ,ການຄັດເລືອກ ພັນໄມ້ແລະເຄື່ອງປ່າຂອງດົງລວມທັງການນໍາເຂົ້າ,ການເກັບແກ່ນພັນ, ການຜະລິດເບ້ຍໄມ້,ການປູກໄມ້ແລະເຄື່ອງປ່າຂອງດົງ,ການບົວລະບັດ ຮັກສາ,ການປ້ອງກັນໄຟແລະພະຍາດບົ້ງແມງ,ການຂຶ້ນທະບຽນປ່າປູກ.

....ມາດຕາ 37 ແຫຼ່ງຂອງກອງທຶນ

ມາດຕາ 37 ແຫຼ່ງຂອງກອງທຶນ ເພື່ອຮັບປະກັນໃຫ້ວຽກງານປົກປັກຮັກສາ,ພັດທະນາປ່າໄມ້ແລະ ຊັບພະຍາກອນປ່າໄມ້ດໍາເນີນໄປຢ່າງມີປະສິດທິຜົນນັ້ນລັດສ້າງກອງທຶນ ພັດທະນາປ່າໄມ້ແລະຊັບພະຍາກອນປ່າໄມ້ຂຶ້ນ. ແຫຼ່ງກອງທຶນໄດ້ມາຈາກງົບປະມານຂອງລັດ,ໂຄງການນໍາໃຊ້ ຊັບພະຍາກອນທໍາມະຊາດທີ່ກ່ຽວຂ້ອງ,ການປະກອບສ່ວນຂອງບຸກຄົນ, ຖານຈັດຕັ້ງ,ລວມໝູ່,ອົງການຈັດຕັ້ງສັງຄົມທັງພາຍໃນແລະຕ່າງປະເທດ ,ອົງການຈັດຕັ້ງສາກົນແລະອື່ນໆ.

....ມາດຕາ 38 ການຄຸ້ມຄອງແລະນໍາໃຊ້ກອງທຶນ

ມາດຕາ 38 ການຄຸ້ມຄອງແລະນໍາໃຊ້ກອງທຶນ ການຄຸ້ມຄອງກອງທຶນພັດທະນາປ່າໄມ້ແລະຊັບພະຍາກອນປ່າ ໄມ້ແມ່ນປະຕິບັດຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ. ກອງທຶນພັດທະນາປ່າໄມ້ແລະຊັບພະຍາກອນປ່າໄມ້ໃຫ້ນໍາໃຊ້ ເຂົ້າສະເພາະແຕ່ໃນວຽກງານປ່າໄມ້ເປັນຕົ້ນການປົກປັກຮັກສາແລະ ພັດທະນາປ່າປ້ອງກັນ,ປ່າສະຫງວນແລະປ່າຜະລິດ,ການປູກແລະຟື້ນຟູ ປ່າເພື່ອປົກປັກຮັກສາແຫຼ່ງນໍ້າແລະສິ່ງແວດລ້ອມ,ຂະຫຍາຍສັດນໍ້າແລະ ສັດປ່າ,ການໂຄສະນາອົບຮົມນະໂຍບາຍ,ລະບຽບກົດໝາຍແລະວິຊາ ການກ່ຽວກັບປ່າໄມ້.

...ໝວດທີ 4 ການນໍາໃຊ້ປ່າໄມ້


....ມາດຕາ 39 ປະເພດການນໍາໃຊ້ປ່າໄມ້ແລະຜະລິດຕະຜົນປ່າໄມ້

ມາດຕາ 39 ປະເພດການນໍາໃຊ້ປ່າໄມ້ແລະຜະລິດຕະຜົນປ່າໄມ້ ການນໍາໃຊ້ປ່າໄມ້ແລະຜະລິດຕະຜົນປ່າໄມ້ໄດ້ຈັດແບ່ງອອກເປັນ ສີ່ປະເພດຄື: 1. ການນໍາໃຊ້ເພື່ອສາທາລະນະປະໂຫຍດຂອງບ້ານ; 2. ການນໍາໃຊ້ເພື່ອຄອບຄົວ; 3. ການນໍາໃຊ້ຕາມປະເພນີ; 4. ການນໍາໃຊ້ເພື່ອທຸລະກິດ. ການນໍາໃຊ້ປ່າໄມ້ແລະຜະລິດຕະຜົນປ່າໄມ້ທຸກປະເພດຕ້ອງບໍ່ໃຫ້ ມີຜົນກະທົບອັນບໍ່ດີຕໍ່ປ່າໄມ້ແລະຜະລິດຕະຜົນປ່າໄມ້,ສິ່ງແວດລ້ອມທໍາມະ ຊາດຫຼືສັງຄົມ.

....ມາດຕາ 40 ການນໍາໃຊ້ປ່າໄມ້ແລະຜະລິດຕະພັນປ່າໄມ້ເພື່ອສາທາລະນະປະໂຫຍດຂອງບ້ານ

ມາດຕາ 40 ການນໍາໃຊ້ປ່າໄມ້ແລະຜະລິດຕະພັນປ່າໄມ້ເພື່ອສາທາລະ ນະປະໂຫຍດຂອງບ້ານ ການນໍາໃຊ້ໄມ້ເຂົ້າໃນການປຸກສ້າງຕ່າງໆເຊັ່ນ:ຫ້ອງການ,ສະ ໂມສອນ,ໂຮງຮຽນແລະສຸກສາລາຂອງບ້ານແມ່ນໃຫ້ນໍາໃຊ້ໄມ້ຈາກປ່າ ຊົມໃຊ້ຂອງບ້ານທີ່ໄດ້ຈັດສັນໃຫ້ເທົ່ານັ້ນແຕ່ຕ້ອງໄດ້ຮັບອະນຸຍາດຈາກ ອົງການປົກຄອງເມືອງ,ເທດສະບານຕາມການສະເໜີຂອງຫ້ອງການ ກະສິກໍາແລະປ່າໄມ້ເມືອງ,ເທດສະບານແລະຕາມແຜນການຂຸດຄົ້ນໄມ້ ປະຈໍາປີຂອງແຂວງ,ນະຄອນທີ່ລັດຖະບານໄດ້ຮັບຮອງເອົາແລ້ວ. ການນໍາໃຊ້ຜະລິດຕະຜົນປ່າໄມ້ທີ່ບໍ່ເປັນສິນຄ້າເພື່ອເປັນຢາປົວ ພະຍາດ,ການປະດັບປະດາ,ການວາງສະແດງແລະອື່ນໆແມ່ນໃຫ້ເກັບ ກູ້ຕາມເຂດປ່າໄມ້ທີ່ໄດ້ຈັດສັນໃຫ້.ໃນກໍລະນີທີ່ແມ່ນການນໍາໃຊ້ເພື່ອເປັນ ສິນຄ້າກໍ່ໃຫ້ປະຕິບັດຕາມມາດຕາ 43 ຂອງກົດໝາຍສະບັບນີ້.

....ມາດຕາ 41 ການນໍາໃຊ້ປ່າໄມ້ເພື່ອຄອບຄົວ

ມາດຕາ 41 ການນໍາໃຊ້ປ່າໄມ້ເພື່ອຄອບຄົວ ລັດອະນຸຍາດໃຫ້ປະຊາຊົນພາຍໃນບ້ານນໍາໃຊ້ໄມ້ປະເພດບໍ່ຫວງ ຫ້າມຈາກປ່າຊົມໃຊ້ຂອງບ້ານເພື່ອປຸກສ້າງແລະສ້ອມແປງເຮືອນສະ ເພາະຄອບຄົວທີ່ຈໍາເປັນເຊັ່ນ: ຄອບຄົວທີ່ບໍ່ທັນມີເຮືອນຢູ່,ເຮືອນເກົ່າແກ່ ,ເປ່ເພຫຼືຖືກເສຍຫາຍຈາກໄພພິບັດໂດຍໄດ້ຮັບການຢັ້ງຢືນຈາກອົງການ ປົກຄອງບ້ານແລະອະນຸມັດຈາກຫ້ອງການກະສິກໍາແລະປ່າໄມ້ເມືອງ, ເທດສະບານຕາມລະບຽບການສະເພາະ. ສໍາລັບໄມ້ທໍາມະຊາດປະເພດຫວງຫ້າມ,ໄມ້ພິເສດແລະໄມ້ຄຸ້ມ ຄອງຊຶ່ງຢູ່ຕາມດິນນາ,ດິນສວນຂອງບຸກຄົນຫຼືຄອບຄົວທີ່ລັດໄດ້ມອບສິດ ນໍາໃຊ້ທີ່ດິນໃຫ້ຢ່າງຖືກຕ້ອງແລ້ວນັ້ນຕ້ອງໄດ້ແຈ້ງຕໍ່ໜ່ວຍງານປ່າໄມ້ ບ້ານເພື່ອກວດກາແລະຄຸ້ມຄອງ.ບຸກຄົນແລະຄອບຄົວດັ່ງກ່າວມີສິດນໍາ ໃຊ້ແລະໄດ້ຮັບຜົນປະໂຫຍດກ່ຽວກັບໄມ້ນັ້ນຕາມລະບຽບການ. ໄມ້ປູກຂອງຄອບຄົວແມ່ນສາມາດຕັດແລະເຄື່ອນຍ້າຍໄດ້ເວັ້ນ ເສຍແຕ່ໄມ້ປະເພດຫວງຫ້າມແລະໄມ້ພິເສດຊຶ່ງຕ້ອງລາຍງານຕໍ່ໜ່ວຍ ງານປ່າໄມ້ບ້ານເພື່ອກວດກາແລະຄຸ້ມຄອງຕາມລະບຽບກົດໝາຍ.

....ມາດຕາ 42 ການນໍາໃຊ້ປ່າໄມ້ຕາມປະເພນີ

ມາດຕາ 42 ການນໍາໃຊ້ປ່າໄມ້ຕາມປະເພນີ ການນໍາໃຊ້ປ່າໄມ້ຕາມປະເພນີແມ່ນການຊົມໃຊ້ປ່າໄມ້ແລະຜະ ລິດຕະຜົນປ່າໄມ້ທີ່ເຄີຍປະຕິບັດກັນມາໂດຍສອດຄ່ອງກັບລະບຽບກົດ ໝາຍ.ລັດອະນຸຍາດໃຫ້ຊົມໃຊ້ໄມ້ແລະເກັບກູ້ຜະລິດຕະຜົນປ່າໄມ້ປະເພດ ບໍ່ຫວງຫ້າມເພື່ອຊົມໃຊ້ໃນຄອບຄົວແຕ່ບໍ່ໃຫ້ມີຜົນປະທົບອັນບໍ່ດີຕໍ່ປ່າໄມ້, ຊັບພະຍາກອນປ່າໄມ້,ສິ່ງແວດລ້ອມແລະບໍ່ໃຫ້ແຕະຕ້ອງເຖິງສິດຜົນປະ ໂຫຍດຂອງບຸກຄົນຫຼືການຈັດຕັ້ງອື່ນ. ການຊົມໃຊ້ປ່າໄມ້ແລະຜະລິດຕະຜົນປ່າໄມ້ຕາມປະເພນີແມ່ນ ຕ້ອງປະຕິບັດຕາມແຜນຈັດສັນແລະກົດລະບຽບຂອງບ້ານທີ່ສອດຄ່ອງ ກັບລະບຽບກົດໝາຍກ່ຽວກັບປ່າໄມ້.

....ມາດຕາ 43 ການນໍາໃຊ້ປ່າໄມ້ແລະຜະລິດຕະຜົນປ່າໄມ້ເພື່ອທຸລະກິດ

ມາດຕາ 43 ການນໍາໃຊ້ປ່າໄມ້ແລະຜະລິດຕະຜົນປ່າໄມ້ເພື່ອທຸລະກິດ ການນໍາໃຊ້ປ່າໄມ້ເມື່ອທຸລະກິດແມ່ນການນໍາໃຊ້ປ່າໄມ້ເພື່ອການ ທ່ອງທ່ຽວ,ເປັນສະຖານທີ່ພັກຜ່ອນແລະການຂຸດຄົ້ນໄມ້ແລະຜະລິດຕະຜົນ ປ່າໄມ້ເປັນສິນຄ້າ. ການທ່ອງທ່ຽວແລະສະຖານທີ່ພັກຜ່ອນດໍາເນີນໄດ້ໃນເຂດຄຸ້ມ ຄອງການນໍາໃຊ້ປ່າປ້ອງກັນ,ປ່າສະຫງວນແລະປ່າຜະລິດຕາມເຂດທີ່ຈັດ ສັນໃຫ້. ການຂຸດຄົ້ນໄມ້ແລະຜະລິດຕະຜົນປ່າໄມ້ເພື່ອເປັນສິນຄ້າໃຫ້ດໍາ ເນີນໃນເຂດກໍ່ສ້າງພື້ນຖານໂຄງລ່າງ,ເຂດປ່າຜະລິດແລະຕ້ອງຂຸດຄົ້ນ ໃຫ້ຖືກຕ້ອງຕາມຫຼັກການດັ່ງໄດ້ກໍານົດໄວ້ໃນ ມາດຕາ 49 ຂອງກົດ ໝາຍສະບັບນີ້. ສໍາລັບໄມ້ຄໍ້າແບບແລະເປັນພະລັກງານໃຫ້ດໍາເນີນໄດ້ໃນເຂດທີ່ ລັດອະນຸຍາດໃຫ້ດໍາເນີນການກໍ່ສ້າງພື້ນຖານໂຄງລ່າງແລະເຂດບຸກເບີກ ເນື້ອທີ່ເພື່ອທໍາການຜະລິດເທົ່ານັ້ນ. ລັດບໍ່ອະນຸຍາດໃຫ້ບຸກຄົນຫຼືການຈັດຕັ້ງເຊົ່າຫຼືສໍາປະທານປ່າໄມ້ ທໍາມະຊາດເພື່ອດໍາເນີນກິດຈະການຂຸດຄົ້ນໄມ້ແລະເຄື່ອງປ່າຂອງດົງ.

....ມາດຕາ 44 ການຫັນປ່ຽນປະເພດປ່າໄມ້ທໍາມະຊາດ

ມາດຕາ 44 ການຫັນປ່ຽນປະເພດປ່າໄມ້ທໍາມະຊາດ ການຫັນປ່ຽນປ່າຜະລິດໄປເປັນປ່າປ້ອງກັນຫຼືປ່າສະຫງວນ,ປ່າ ສະຫງວນໄປເປັນປ່າປ້ອງກັນແມ່ນລັດຖະບານເປັນຜູ້ອະນຸມັດຕາມການ ສະເໜີຂອງກະຊວງກະສິກໍາແລະປ່າໄມ້. ກັນຫັນປ່ຽນປ່າປ້ອງກັນໄປເປັນປ່າສະຫງວນຫຼືເປັນປ່າຜະລິດ, ປ່າສະຫງວນໄປເປັນປ່າຜະລິດຕ້ອງໄດ້ຮັບຮອງຈາກຄະນະປະຈໍາສະພາ ແຫ່ງຊາດຕາມການສະເໜີຂອງລັດຖະບານ.

....ມາດຕາ 45 ການດໍາເນີນທຸລະກິດກ່ຽວກັບປ່າໄມ້

ມາດຕາ 45 ການດໍາເນີນທຸລະກິດກ່ຽວກັບປ່າໄມ້ ການດໍາເນີນທຸລະກິດກ່ຽວກັບປ່າໄມ້ປະກອບດ້ວຍກິດຈະການຕົ້ນ ຕໍດັ່ງນີ້: 1. ການກ້າເບ້ຍໄມ້ແລະເຄື່ອງປ່າຂອງດົງ; 2. ການປູກໄມ້ແລະເຄື່ອງປ່າຂອງດົງ; 3. ການຕັດໄມ້ທີ່ປູກ; 4. ການຂຸດຄົ້ນໄມ້ແລະຜະລິດຕະພັນປ່າໄມ້; 5. ການປຸງແຕ່ງໄມ້ແລະຜະລິດຕະຜົນປ່າໄມ້; 6. ການຈໍາໜ່າຍເຄື່ອງປ່າຂອງດົງແລະຜະລິດຕະຜົນປ່າໄມ້; 7. ການນໍາເຂົ້າແລະສົ່ງອອກແລະຜະລິດຕະຜົນປ່າໄມ້; 8. ການເຄື່ອນຍ້າຍໄມ້ແລະຜະລິດຕະຜົນປ່າໄມ້; 9. ການທ່ອງທ່ຽວທໍາມະຊາດ. ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດ ກ່ຽວກັບປ່າໄມ້ແລະຜະລິດຕະຜົນປ່າໄມ້ຕ້ອງໄດ້ຮັບຄວາມເຫັນດີຈາກ ອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ແລະຂຶ້ນທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ.

....ມາດຕາ 46 ການກ້າເບ້ຍໄມ້ແລະເຄື່ອງປ່າຂອງດົງ

ມາດຕາ 46 ການກ້າເບ້ຍໄມ້ແລະເຄື່ອງປ່າຂອງດົງ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງດໍາເນີນການກ້າ ເບ້ຍໄມ້ແລະເຄື່ອງປ່າຂອງດົງເພື່ອຕອບສະໜອງຄວາມຕ້ອງການຂອງ ຕະຫຼາດແລະການພັດທະນາປ່າໄມ້.

....ມາດຕາ 47 ການປູກໄມ້ແລະເຄື່ອງປ່າຂອງດົງ

ມາດຕາ 47 ການປູກໄມ້ແລະເຄື່ອງປ່າຂອງດົງ ລັດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງປູກໄມ້ແລະເຄື່ອງ ປ່າຂອງດົງເພື່ອເປັນສິນຄ້າແລະຕອບສະໜອງວັດຖຸດິບໃຫ້ແກ່ໂຮງງານ ອຸດສາຫະກໍາປຸງແຕ່ງດ້ວຍການວາງນະໂຍບາຍຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 35 ຂອງກົດໝາຍສະບັບນີ້. ການປູກໄມ້ແລະເຄື່ອງປ່າຂອງດົງຕ້ອງດໍາເນີນໃນສະຖານທີ່ກໍາ ນົດໃຫ້ແລະຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການດັ່ງທີ່ໄດ້ກໍານົດ ໄວ້ໃນມາດຕາ 33 ຂອງກົດໝາຍສະບັບນີ້.

....ມາດຕາ 48 ການຕັດໄມ້ທີ່ປູກ

ມາດຕາ 48 ການຕັດໄມ້ທີ່ປູກ ການຕັດແລະເຄື່ອນຍ້າຍໄມ້ປູກເພື່ອເປັນສິນຄ້ານັ້ນຕ້ອງໄດ້ລາຍ ງານຕໍ່ໜ່ວຍງານປ່າໄມ້ບ້ານເວັ້ນເສຍແຕ່ໄມ້ປະເພດຫວງຫ້າມແລະໄມ້ ພິສເດຊຶ່ງຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກໍາແລະປ່າໄມ້ແຂວງ ,ນະຄອນຕາມການສະເໜີຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດ ສະບານ.

....ມາດຕາ 49 ການຂຸດຄົ້ນໄມ້ແລະຜະລິດຕະຜົນປ່າໄມ້

ມາດຕາ 49 ການຂຸດຄົ້ນໄມ້ແລະຜະລິດຕະຜົນປ່າໄມ້ ລັດຖະບານອະນຸຍາດໃຫ້ຂຸດຄົ້ນໄມ້ແລະຜະລິດຕະຜົນປ່າໄມ້ໃນ ເຂດປ່າຜະລິດທີ່ຜ່ານການສໍາຫຼວດແລະມີແຜນຈັດສັນປ່າໄມ້ແບບຍືນ ຍົງແລະເຂດປ່າໄມ້ທີ່ລັດຖະບານອະນຸມັດໃຫ້ກໍ່ສ້າງພື້ນຖານໂຄງລ່າງ ເທົ່ານັ້ນ. ການຂຸດຄົ້ນໄມ້ແລະຜະລິດຕະຜົນປ່າໄມ້ໃນເຂດປ່າຜະລິດຕ້ອງ ປະຕິບັດຕາມຫຼັກການຕົ້ນຕໍດັ່ງນີ້: 1. ຈັດຕັ້ງພະນັກງານຂະແໜງການປ່າໄມ້ລົງປະຈໍາເຂດຂຸດຄົ້ນ ໄມ້ເພື່ອຄຸ້ມຄອງ,ຕິດຕາມແລະກວດກາການຂຸດຄົ້ນໄມ້ໃຫ້ຖືກຕ້ອງຕາມ ລະບຽບຫຼັກການ; 2. ນໍາໃຊ້ກອງຂຸດຄົ້ນໄມ້ທີ່ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງ ການ; 3. ຂຸດຄົ້ນໃຫ້ຖືກຕ້ອງຕາມເຂດແລະປະຕິບັດຕາມແຜນການທີ່ລັດ ອະນຸຍາດໃຫ້; 4. ຂຸດຄົ້ນສະເພາະຊະນິດພັນແລະຕົ້ນໄມ້ທີ່ອົງການຄຸ້ມຄອງປ່າ ໄມ້ແລະທີ່ດິນປ່າໄມ້ໝາຍແລະຕີກາຕົ້ນໄມ້ໃຫ້ຕັດ; 5. ຕັດໄມ້ໃຫ້ຖືກຕ້ອງຕາມເຕັກນິກວິຊາການແລະດໍາເນີນຕາມ ລະດູການພ້ອມທັງເກັບກູ້ແລະນໍາໃຊ້ໃຫ້ໝົດ; 6. ນໍາໃຊ້ລະບົບຕັດຢອນ,ຕັດຕາມຮອບໝູນວຽນທີ່ກໍານົດ,ຮັບປະ ກັນການສືບພັນ,ປ້ອງກັນການກະທົບຕໍ່ສິ່ງແວດລ້ອມທໍາມະຊາດແລະສົງ ຄົມແລະຕ້ອງຈໍາກັດການທໍາລາຍຕົ້ນໄມ້ທີ່ຢູ່ອ້ອມຂ້າງ; 7. ລາກແກ່,ຂົນສົ່ງແລະທ້ອນໂຮມໄມ້ທ່ອນຕ້ອງໃຫ້ດໍາເນີນຕາມ ເສັ້ນທາງແລະຈຸດທ້ອນໂຮມໄມ້ທ່ອນຫຼືສະໜາມໄມ້ທ່ອນທີ່ໄດ້ກໍານົດໃຫ້; 8. ຫຼັງຈາກຂຸດຄົ້ນແລ້ວຕ້ອງໄດ້ອະນາໄມແລະປູກທົດແທນຄືນ; 9. ເມື່ອຂຸດຄົ້ນສໍາເລັດຕາມແຜນການແລ້ວຕ້ອງໄດ້ປະກາດປິດ ປ່າເຂດດັ່ງກ່າວແລ້ວວາງມາດຕະການຄຸ້ມຄອງແລະຟື້ນຟູບູລະນະເພື່ອ ໃຫ້ສາມາດດໍາເນີນການຂຸດຄົ້ນໄດ້ໃນຮອບວຽນຕໍ່ໄປ. ສ່ວນການຂຸດຄົ້ນໄມ້ໃນເຂດປ່າໄມ້ທົ່ວໄປທີ່ລັດຖະບານອະນຸມັດ ໃຫ້ດໍາເນີນການກໍ່ສ້າງພື້ນຖານໂຄງລ່າງແມ່ນມີລະບຽບການຄຸ້ມຄອງ ສະເພາະ. ສໍາລັບການຂຸດຄົ້ນຫຼືເກັບກູ້ຜະລິດຕະຜົນປ່າໄມ້ໃຫ້ປະຕິບັດຕາມ ລະບຽບການສະເພາະຊຶ່ງອົງການທີ່ມີສິດໜ້າທີ່ກ່ຽວຂ້ອງເປັນຜູ້ວາງ ອອກ. ແຜນການຂຸດຄົ້ນໄມ້ປະຈໍາປີຕ້ອງໄດ້ຜ່ານການຮັບຮອງຈາກສະ ພາແຫ່ງຊາດຕາມການສະເໜີຂອງລັດຖະບານ.

....ມາດຕາ 50 ການປຸ່ງແຕ່ງໄມ້ແລະຜະລິດຕະຜົນປ່າໄມ້

ມາດຕາ 50 ການປຸ່ງແຕ່ງໄມ້ແລະຜະລິດຕະຜົນປ່າໄມ້ ການປຸງແຕ່ງໄມ້ແລະຜະລິດຕະຜົນປ່າໄມ້ໄດ້ຮັບການສົ່ງເສີມ ຈາກລັດເພື່ອສ້າງມູນຄ່າເພີ່ມແນໃສ່ການຮັບໃຊ້ພາຍໃນແລະປຸງແຕ່ງ ເປັນຜະລິດຕະພັນສໍາເລັດຮູບເພື່ອສົ່ງອອກ. ການປຸງແຕ່ງໄມ້ແລະຜະລິດຕະຜົນປ່າໄມ້ໃຫ້ປະຕິບັດຕາມກົດ ໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ.ສໍາລັບໂຮງງານປຸງແຕ່ງນັ້ນຕ້ອງ ໃຫ້ມີການປັບປຸງເພື່ອໃຫ້ໄດ້ປະລິມານແລະຄຸນນະພາບທີ່ເໝາະສົມຕາມ ທິດຫັນເປັນອຸດສາຫະກໍາແລະທັນສະໄໝ.

....ມາດຕາ 51 ການຈໍາໜ່າຍເຄື່ອງປ່າຂອງດົງແລະຜະລິດຕະພັນໄມ້

ມາດຕາ 51 ການຈໍາໜ່າຍເຄື່ອງປ່າຂອງດົງແລະຜະລິດຕະພັນໄມ້ ເຄື່ອງປ່າຂອງດົງ,ຜະລິດຕະພັນໄມ້ທີ່ໄດ້ມາດຕະຖານຈຶ່ງນໍາ ອອກຈໍາໜ່າຍໄດ້. ການຈໍາໜ່າຍພາຍໃນແລະຕ່າງປະເທດຕ້ອງປະຕິບັດຕາມກົນ ໄກຕະຫຼາດໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປລາວ ແລະ ສາກົນ.

....ມາດຕາ 52 ການນໍາເຂົ້າແລະສົ່ງອອກໄມ້ແລະຜະລິດຕະພັນໄມ້

ມາດຕາ 52 ການນໍາເຂົ້າແລະສົ່ງອອກໄມ້ແລະຜະລິດຕະພັນໄມ້ ລັດສົ່ງເສີມການນໍາເຂົ້າພັນໄມ້,ພັນພືດເພື່ອຕອບສະໜອງຄວາມ ຕ້ອງການໃນການຜະລິດດ້ວຍນະໂຍບາຍຍົກເວັ້ນຫຼືຫຼຸດຜ່ອນພາສີອາກອນ ລວມທັງອະນຸຍາດການນໍາເຂົ້າໄມ້ແລະຜະລິດຕະຜົນປ່າໄມ້ທີ່ມີຄວາມຈໍາ ເປັນຕາມລະບຽບການ. ການສົ່ງໄມ້ທ່ອນທໍາມະຊາດແລະໄມ້ປູກປະເພດຫວງຫ້າມ,ໄມ້ຕັບ ,ໄມ້ເລື່ອຍ,ຕໍໄມ້ແລະປູດໄມ້ອອກຕ່າງປະເທດແມ່ນມີແຕ່ລັດຖະບານເທົ່າ ນັ້ນເປັນຜູ້ອະນຸຍາດ. ສໍາລັບໄມ້ປູກທີ່ບໍ່ຢູ່ໃນບັນຊີໄມ້ປະເພດຫວງຫ້າມແລະໄມ້ພິເສດສາ ມາດສົ່ງອອກຕ່າງປະເທດໄດ້ແຕ່ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວ ຂ້ອງ. ການນໍາເຂົ້າແລະສົ່ງອອກໄມ້,ຜະລິດຕະພັນໄມ້ແລະຜະລິດຕະຜົນ ປ່າໄມ້ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

....ມາດຕາ 53 ການເຄື່ອນຍ້າຍໄມ້ແລະຜະລິດຕະຜົນປ່າໄມ້

ມາດຕາ 53 ການເຄື່ອນຍ້າຍໄມ້ແລະຜະລິດຕະຜົນປ່າໄມ້ ການເຄື່ອນຍ້າຍໄມ້ແລະຜະລິດຕະຜົນປ່າໄມ້ກາຍໃນປະເທດຕ້ອງ ປະຕິບັດຕາມລະບຽບກົດໝາຍເຊັ່ນ:ຈ່າຍຄ່າພັນທະ,ອາກອນ,ໄມ້ແຕ່ລະ ທ່ອນຕ້ອງມີເຄື່ອງໝາຍແລະຕີກາ ປມ,ມີເອກະສານເຄື່ອນຍ້າຍ,ເຄື່ອນ ຍ້າຍຕາມເສັ້ນທາງໂດຍມີການຕິດຊັ່ງນໍ້າໜັກ,ຕາມລະດູການ,ເວລາແລະ ແຈ້ງຕໍ່ຈຸດກວດກາທີ່ໄດ້ກໍານົດໃຫ້.

....ມາດຕາ 54 ການທ່ອງທ່ຽວທໍາມະຊາດ

ມາດຕາ 54 ການທ່ອງທ່ຽວທໍາມະຊາດ ລົດສົ່ງເສີມບຸກຄົນ,ຄອບຄົວແລະການຈັດຕັ້ງດໍາເນີນທຸລະກິດທ່ອງ ທ່ຽວທໍາມະຊາດໃນເຂດທິວທັດສວຍງາມ,ຊີວະນາໆພັນໃນເຂດປ່າປ້ອງ ກັນ,ປ່າສະຫງວນແລະປ່າຜະລິດຕາມທີ່ໄດ້ຈັດສັນໃຫ້ແລະບໍ່ສົ່ງຜົນກະທົບ ອັນບໍ່ດີຕໍ່ສິ່ງແວດລ້ອມ.

....ມາດຕາ 55 ກອງຂຸດຄົ້ນໄມ້

ມາດຕາ 55 ກອງຂຸດຄົ້ນໄມ້ ກອງຂຸດຄົ້ນໄມ້ແມ່ນການຈັດຕັ້ງໜຶ່ງທີ່ໄດ້ຮັບອະນຸຍາດໃຫ້ສ້າງ ຕັ້ງຂຶ້ນໂດຍກະຊວງກະສິກໍາແລະປ່າໄມ້ເພື່ອເຮັດນ້າທີ່ຂຸດຄົ້ນແລະທ້ອນ ໂຮມໄມ້ຈາກເຂດຂຸດຄົ້ນມາຮອດສະໜາມ 2 ລວມທັງການປູກ,ບູລະນະ ປົກປັກຮັກສາປ່າໄມ້ດ້ວຍການເຂົ້າຮ່ວມຂອງປະຊາຊົນແລະຢູ່ພາຍໃຕ້ ການຄຸ້ມຄອງຂອງຂະແໜງການກະສິກໍາແລະປ່າໄມ້. ພາຍລັງໄດ້ຮັບການສ້າງຕັ້ງແລ້ວກອງຂຸດຄົ້ນໄມ້ຕ້ອງປະຕິບັດ ຕາມແຜນ,ລະບຽບການຂຸດຄົ້ນໄມ້ແລະລະບຽບກົດມາຍອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດພ້ອມທັງປະຕິບັດພັນທະຂອງຕົນຢ່າງຄົບຖ້ວນ.

..ພາກທີ 4 ທີ່ດິນປ່າໄມ້


...ໝວດທີ 1 ການຄຸ້ມຄອງທີ່ດິນປ່າໄມ້


....ມາດຕາ 56 ປະເພດທີ່ດິນປ່າໄມ້

ມາດຕາ 56 ປະເພດທີ່ດິນປ່າໄມ້ ທີ່ດິນປ່າໄມ້ຢູ່ ສປປລາວ ແບ່ງອອກເປັນສາມປະເພດເພື່ອການ ຄຸ້ມຄອງຄື: - ທີ່ດິນປ່າປ້ອງກັນ; - ທີ່ດິນປ່າສະຫງວນ; - ທີ່ດິນປ່າຜະລິດ. ໃນສາມປະເພດທີ່ດິນປ່າໄມ້ນີ້ກວມເອົາທີ່ດິນປ່າຟື້ນຟູ,ປ່າໂຄກ,ທີ່ ດິນປ່າຊຸດໂຊມຫຼືທີ່ດິນປ່າປອກໂຫຼ້ນແລະທີ່ດິນປ່າຊົມໃຊ້ຂອງບ້ານ.

....ມາດຕາ 57 ການຄຸ້ມຄອງທີ່ດິນປ່າໄມ້

ມາດຕາ 57 ການຄຸ້ມຄອງທີ່ດິນປ່າໄມ້ ກະຊວງກະສິກໍາແລະປ່າໄມ້ເປັນຜູ້ຄຸ້ມຄອງທີ່ດິນປ່າໄມ້,ກໍານົດທີ່ ດິນປ່າໄມ້ປະເພດຕ່າງໆໂດຍປະສານສົມທົບກັບຂະແໜງການອື່ນທີ່ກ່ຽວ ຂ້ອງ,ຄົ້ນຄວ້າວາງລະບຽບການຄຸ້ມຄອງ,ການປົກປັກຮັກສາ,ການພັດ ທະນາແລະການນໍາໃຊ້ທີ່ດິນປະເພດດັ່ງກ່າວລວມທັງການປົກປັກຮັກສາ ສິ່ງແວດລ້ອມແລ້ວນໍາສະເໜີຕໍ່ລັດຖະບານເພື່ອພິຈາລະນາຮັບຮອງເອົາ.

...ໝວດທີ 2 ການປົກປັກຮັກສາທີ່ດິນປ່າໄມ້


....ມາດຕາ 58 ການປົກປັກຮັກສາທີ່ດິນປ່າໄມ້

ມາດຕາ 58 ການປົກປັກຮັກສາທີ່ດິນປ່າໄມ້ ການປົກປັກຮັກສາທີ່ດິນປ່າໄມ້ແມ່ນການກໍານົດຂອບເຂດພື້ນທີ່ ດິນປ່າໄມ້ແຕ່ລະປະເພດ,ຄົ້ນຄວ້າວາງລະບຽບການແລະມາດຕະການ ປົກປັກຮັກສາແລະພັດທະນາທີ່ດິນປ່າໄມ້ຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍວ່າດ້ວຍທີ່ດິນແລະກົດໝາຍອື່ນທີ່ກ່ຽວຂ້ອງ. ທີ່ດິນປ່າໄມ້ທຸກປະເພດຕ້ອງໄດ້ຮັບການຂຶ້ນທະບຽນທີ່ດິນນໍາອົງ ການຄຸ້ມຄອງທີ່ດິນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທີ່ດິນ.

....ມາດຕາ 59 ການປົກປັກຮັກສາທີ່ດິນປ່າປ້ອງກັນ

ມາດຕາ 59 ການປົກປັກຮັກສາທີ່ດິນປ່າປ້ອງກັນ ການປົກປັກຮັກສາທີ່ດິນປ່າປ້ອງກັນແມ່ນການກໍານົດທີ່ດິນປ່າ ປ້ອງກັນເປັນເຂດຫວງຫ້າມເດັດຂາດແລະເຂດຄຸ້ມຄອງການນໍາໃຊ້ທັງ ແມ່ນການວາງແຜນແລະກໍານົດມາດຕະການຄຸ້ມຄອງເພື່ອສະກັດກັ້ນ ທຸກເຫດການທີ່ຈະເກີດຂຶ້ນຫຼືພວມເກີດຂຶ້ນຊຶ່ງເປັນສາເຫດເຮັດໃຫ້ທີ່ດິນ ປ່າປ້ອງກັນມີການເຊາະເຈື່ອນ,ດິນເຊື່ອມຄຸນນະພາບ,ການປ່ຽນແປງ ລະບົບນິເວດຂອງດິນບໍລິເວນນໍ້າ,ແຫຼ່ງນ້ໍາບົກແຫ້ງ,ການກະທົບເຂດຍຸດ ທະສາດປ້ອງກັນຊາດ,ປ້ອງກັນຄວາມສະຫງົບແລະສິ່ງແວດລ້ອມ.

....ມາດຕາ 60 ການປົກປັກຮັກສາທີ່ດິນປ່າສະຫງວນ

ມາດຕາ 60 ການປົກປັກຮັກສາທີ່ດິນປ່າສະຫງວນ ການປົກປັກຮັກສາທີ່ດິນປ່າສະຫງວນແມ່ນການກໍານົດທີ່ດິນປ່າ ສະຫງວນເປັນເຂດຫວງຫ້າມເດັດຂາດ,ເຂດຄຸ້ມຄອງການນໍາໃຊ້,ເຂດ ເຊື່ອມຕໍ່ແລະເຂດກັນຊົນທັງແມ່ນການວາງແຜນແລະກໍານົດມາດຕະ ການຄຸ້ມຄອງເພື່ອສະກັດກັ້ນທຸກກິດຈະການແລະພຶດຕິກໍາທີ່ເປັນການບຸກ ລຸກ,ທໍາລາຍຊຶ່ງຈະເປັນຜົນກະທົບອັນບໍ່ດີຕໍ່ລະບົບນິເວດປ່າໄມ້ແລະກໍ່ ຄວາມເສຍຫາຍໃຫ້ແກ່ພັນພືດ,ພັນສັດ,ຊີວະນາໆພັນ,ມໍລະດົກທາງດ້ານ ວັດທະນະທໍາ,ປະຫວັດສາດ,ທໍາມະຊາດແລະສິ່ງຕ່າງໆທີ່ມີຄຸນຄ່າຢູ່ໃນ ຂອບເຂດທີ່ດິນປ່າສະຫງວນ.

....ມາດຕາ 61 ການປົກປັກຮັກສາທີ່ດິນປ່າຜະລິດ

ມາດຕາ 61 ການປົກປັກຮັກສາທີ່ດິນປ່າຜະລິດ ການປົກປັກຮັກສາທີ່ດິນປ່າຜະລິດແມ່ນການວາງແຜນເຂດຄຸ້ມ ຄອງການນໍາໃຊ້ແບບຍືນຍົງຕາມແຜນຈັດສັນປ່າຜະລິດທັງແມ່ນການ ກໍານົດມາດຕະການເພື່ອຄຸ້ມຄອງ,ປົກປັກຮັກສາແລະສະກັດກັ້ນທຸກກິດຈະ ການແລະພຶດຕິກໍາທີ່ເປັນການບຸກລຸກ,ທໍາລາຍຫຼືຫັນປ່ຽນທີ່ດິນປ່າຜະລິດ ໄປເປັນທີ່ດິນປະເພດອື່ນຊຶ່ງເປັນຜົນກະທົບອັນບໍ່ດີຕໍ່ລະບົບນິເວດປ່າໄມ້, ສິ່ງແວດລ້ອມແລະກໍ່ຄວາມເສຍຫາຍໃຫ້ແກ່ຊັບພະຍາກອນທໍາມະຊາດ.

...ໝວດທີ 3 ການພັດທະນາທີ່ດິນປ່າໄມ້


....ມາດຕາ 62 ການພັດທະນາທີ່ດິນປ່າໄມ້

ມາດຕາ 62 ການພັດທະນາທີ່ດິນປ່າໄມ້ ກະຊວງກະສິກໍາແລະປ່າໄມ້ເປັນຜູ້ພັດທະນາທີ່ດິນປ່າໄມ້ໂດຍ ສ້າງກົນໄກປະສານງານລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນແລະທຸກພາກສ່ວນໃນສັງຄົມລວມທັງປະຊາ ຊົນເພື່ອປະກອບສ່ວນເຂົ້າໃນການພັດທະນາທີ່ດິນປ່າໄມ້ດ້ວຍການວາງ ນະໂຍບາຍ,ວິທີການແລະມາດຕະການຕ່າງໆກ່ຽວກັບການຮັກສາ,ປັບ ປຸງແລະຟື້ນຟູທີ່ດິນໃຫ້ຢູ່ໃນສະພາບດີຂຶ້ນ,ມີມູນຄ່າເພີ່ມແລະສົມດຸນກັບ ລະບົບນິເວດປ່າໄມ້.

....ມາດຕາ 63 ການພັດທະນາທີ່ດິນປ່າປ້ອງກັນ

ມາດຕາ 63 ການພັດທະນາທີ່ດິນປ່າປ້ອງກັນ ການພັດທະນາທີ່ດິນປ່າປ້ອງກັນແມ່ນທຸກການເຄື່ອນໄຫວເພື່ອ ປັບປຸງຄຸນນະພາບດິນແລະຟື້ນຟູທີ່ດິນດ້ວຍການຟື້ນຟູເຂດປ່າເຫຼົ່າ,ປ່າ ຊຸດໂຊມ,ປູກປ່າໃສ່ເຂດທີ່ດິນປ່າປອກໂຫຼ້ນແລະປູກພືດຊະນິດຕ່າງໆແນ ໃສ່ເຮັດໃຫ້ສະພາບດິນອຸດົມສົມບູນຂຶ້ນແລະສົມດຸນກັບລະບົບນິເວດຂອງ ປ່າໄມ້.

....ມາດຕາ 64 ການພັດທະນາທີ່ດິນປ່າສະຫງວນ

ມາດຕາ 64 ການພັດທະນາທີ່ດິນປ່າສະຫງວນ ການພັດທະນາທີ່ດິນປ່າສະຫງວນແມ່ນທຸກການເຄື່ອນໄຫວໃນ ເນື້ອທີ່ດິນທຸກຕອນທີ່ຢູ່ໃນຂອບເຂດປ່າສະຫງວນເພື່ອປັບປຸງຄຸນນະພາບ ດິນ,ຟື້ນຟູບູລະນະ,ປູກປ່າແລະປູກພືດຊະນິດຕ່າງໆແນໃສ່ອະນຸລັກລະບົບ ນິເວດຂອງປ່າໄມ້,ພັນພືດ,ພັນສັດ,ຊີວະນາໆພັນ,ມໍລະດົກທາງດ້ານວັດ ທະນະທໍາ,ປະຫວັດສາດ,ທໍາມະຊາດແລະສິ່ງຕ່າງໆທີ່ມີຄຸນຄ່າຢູ່ໃນຂອບ ເຂດທີ່ດິນປ່າສະຫງວນ.

....ມາດຕາ 65 ການພັດທະນາທີ່ດິນປ່າຜະລິດ

ມາດຕາ 65 ການພັດທະນາທີ່ດິນປ່າຜະລິດ ການພັດທະນາທີ່ດິນປ່າຜະລິດແມ່ນທຸກການເຄື່ອນໄຫວເພື່ອປັບ ປຸງຄຸນນະພາບດິນ,ຟື້ນຟູບູລະນະທີ່ດິນໃນເຂດປ່າຜະລິດໃຫ້ອຸດົມສົມບູນ ແນໃສ່ການປູກໄມ້ຊະນິດຕ່າງໆທີ່ເໝາະສົມກັບເງື່ອນໄຂດິນຟ້າອາກາດ ເພື່ອເພີ່ມຄຸນນະພາບແລະປະລິມານໄມ້ແລະຜະລິດຕະຜົນປ່າໄມ້ໃຫ້ສາ ມາດຕອບສະໜອງແກ່ການພັດທະນາເສດຖະກິດ-ສັງຄົມ,ປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ.

...ໝວດທີ 4 ການນໍາໃຊ້ທີ່ດິນປ່າໄມ້


....ມາດຕາ 66 ປະເພດການນໍາໃຊ້ທີ່ດິນປ່າໄມ້

ມາດຕາ 66 ປະເພດການນໍາໃຊ້ທີ່ດິນປ່າໄມ້ ການນໍາໃຊ້ທີ່ດິນປ່າໄມ້ໃນ ສປປລາວ ໄດ້ຈັດແບ່ງອອກເປັນສາມ ປະເພດຄື: 1. ການນໍາໃຊ້ເພື່ອສາທາລະນະປະໂຫຍດ; 2. ການນໍາໃຊ້ເພື່ອຄອບຄົວ; 3. ການນໍາໃຊ້ເພື່ອທຸລະກິດ. ການນໍາໃຊ້ທີ່ດິນປ່າໄມ້ທຸກປະເພດຕ້ອງບໍ່ໃຫ້ມີຜົນກະທົບອັນບໍ່ດີ ຕໍ່ປ່າໄມ້,ຄຸນນະພາບຂອງດິນ,ສິ່ງແວດລ້ອມທໍາມະຊາດຫຼືສັງຄົມ.

....ມາດຕາ 67 ການນໍາໃຊ້ທີ່ດິນປ່າໄມ້ເພື່ອສາທາລະນະປະໂຫຍດ

ມາດຕາ 67 ການນໍາໃຊ້ທີ່ດິນປ່າໄມ້ເພື່ອສາທາລະນະປະໂຫຍດ ການນໍາໃຊ້ທີ່ດິນປ່າໄມ້ເພື່ອສາທາລະນະປະໂຫຍດແມ່ນນໍາໃຊ້ ເຂົ້າໃນການປູກໄມ້ເພື່ອຮັກສາສິ່ງແວດລ້ອມແລະຄວາມສວຍງາມ,ເປັນ ແຫຼ່ງທ່ອງທ່ຽວແລະສະຖານທີ່ພັກຜ່ອນໂດຍໄດ້ຮັບອະນຸມັດຈາກອົງການ ທີ່ມີສິດໜ້າທີ່ກ່ຽວຂ້ອງ.

....ມາດຕາ 68 ການນໍາໃຊ້ທີ່ດິນປ່າໄມ້ເພື່ອຄອບຄົວ

ມາດຕາ 68 ການນໍາໃຊ້ທີ່ດິນປ່າໄມ້ເພື່ອຄອບຄົວ ການນໍາໃຊ້ທີ່ດິນປ່າໄມ້ເພື່ອຄອບຄົວແມ່ນການນໍາໃຊ້ທີ່ດິນປ່າ ໄມ້ຊຸດໂຊມຫຼືທີ່ດິນປ່າປອກໂຫຼ້ນຕາມຄວາມສາມາດທາງດ້ານແຮງງານ ແລະທຶນຮອນຂອງຄອບຄົວເພື່ອຟື້ນຟູປ່າ,ປູກໄມ້ຫຼືເຄື່ອງປ່າຂອງດົງໃນ ເນື້ອທີ່ບໍ່ເກີນສາມເຮັກຕາຕໍ່ໜຶ່ງແຮງງານໃນຄອບຄົວ,ໃນກໍລະນີທີ່ຕ້ອງ ການຫຼາຍກວ່ານັ້ນກໍ່ມີສິດຂໍເຊົ່າຫຼືສໍາປະທານຈາກລັດ.

....ມາດຕາ 69 ການນໍາໃຊ້ທີ່ດິນປ່າໄມ້ເພື່ອທຸລະກິດ

ມາດຕາ 69 ການນໍາໃຊ້ທີ່ດິນປ່າໄມ້ເພື່ອທຸລະກິດ ການນໍາໃຊ້ທີ່ດິນປ່າໄມ້ເພື່ອທຸລະກິດແມ່ນດໍາເນີນໄດ້ໃນເຂດທີ່ດິນ ປ່າຊຸດໂຊມທີ່ບໍ່ສາມາດຟື້ນຟູຄືນເອງໄດ້ແລະທີ່ດິນປ່າປອກໂຫຼ້ນທີ່ໄດ້ຈັດ ສັນໃຫ້ເທົ່ານັ້ນແລະຕ້ອງດໍາເນີນໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍວິສາ ຫະກິດແລະກົດໝາຍອື່ນທີ່ກ່ຽວຂ້ອງ.

....ມາດຕາ 70 ການຫັນປ່ຽນທີ່ດິນປ່າໄມ້

ມາດຕາ 70 ການຫັນປ່ຽນທີ່ດິນປ່າໄມ້ ການຫັນປ່ຍນທີ່ດິນປ່າໄມ້ທີ່ລັດຄຸ້ມຄອງໄປເປັນທີ່ດິນປະເພດອື່ນ ຈະດໍາເນີນໄດ້ກໍ່ຕໍ່ເມື່ອໄປຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດແລະຊີວິດ ການເປັນຢູ່ຂອງປະຊາຊົນ,ນອນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດແລະສາມາດດໍາເນີນໄດ້ໃນເຂດທີ່ຈັດສັນໄວ້ເທົ່ານັ້ນ. ຜູ້ທີ່ໄດ້ຮັບອະນຸຍາດໃຫ້ຫັນປ່ຽນທີ່ດິນປ່າໄມ້ຕ້ອງໄດ້ຮັບຜິດຊອບ ຈ່າຍຄ່າສິ້ນເປືອງບໍລິການທາງດ້ານວິຊາການ,ເສຍຄ່າບູລະນະ,ຄ່າທໍາ ນຽມການຫັນປ່ຽນ.ໃນກໍລະນີທີ່ຫັນປ່ຽນຊົ່ວຄາວເປັນຕົ້ນແມ່ນການຂຸດຄົ້ນ ແຮ່ທາດແລະການຜະລິດອື່ນຕ້ອງປັບແປງທີ່ດິນແລະປູກຕົ້ນໄມ້ແທນຄືນ. ໃນກໍລະນີທີ່ລັດຕ້ອງການຫັນປ່ຍນທີ່ດິນປ່າໄມ້ທີ່ລັດໄດ້ມອບໃຫ້ບຸກ ຄົນຫຼືການຈັດຕັ້ງໃດໜຶ່ງນໍາໃຊ້ຕາມເປົ້າໝາຍທີ່ໄດ້ກໍານົດໃຫ້ນັ້ນເພື່ອໄປ ຮັບໃຊ້ເປົ້າມາຍອື່ນທີ່ມີຜົນປະໂຫຍດສູງສຸດແກ່ຊາດນັ້ນລັດຈະຊົດເຊີຍ ຕາມລະບຽບກົດໝາຍ.

....ມາດຕາ 71 ລັກສະນະການຫັນປ່ຽນທີ່ດິນປ່າໄມ້

ມາດຕາ 71 ລັກສະນະການຫັນປ່ຽນທີ່ດິນປ່າໄມ້ ການຫັນປ່ຽນທີ່ດິນປ່າໄມ້ມີສອງລັກສະນະຄື: ລັກສະນະຊົ່ວຄາວ ແລະລັກສະນະຖາວອນ. ການຫັນປ່ຽນທີ່ດິນປ່າໄມ້ລັກສະນະຊົ່ວຄາວແມ່ນການຫັນປ່ຽນທີ່ ດິນປ່າໄມ້ໄປເປັນທີ່ດິນປະເພດອື່ນເພື່ອດໍາເນີນກິດຈະການໃດໜຶ່ງພາຍ ຫຼັງທີ່ກິດຈະການດັ່ງກ່າວໄດ້ສິ້ນສຸດແລ້ວທີ່ດິນທີ່ໄດ້ຫັນປ່ຽນນັ້ນກໍ່ຕ້ອງກັບ ຄືນມາເປັນທີ່ດິນປ່າໄມ້ເໝືອນເດີມເຊັ່ນ:ການຫັນປ່ຽນທີ່ດິນປ່າໄມ້ໄປເປັນ ທີ່ດິນອຸດສາຫະກໍາເພື່ອຂຸດຄົ້ນບໍ່ແຮ່. ການຫັນປ່ຽນທີ່ດິນປ່າໄມ້ລັກສະນະຖາວອນແມ່ນການຫັນປ່ຽນ ທີ່ດິນປ່າໄມ້ໄປເປັນທີ່ດິນປະເພດອື່ນເພື່ອຮັບໃຊ້ຈຸດປະສົງໃດນຶ່ງທີ່ມີລັກ ສະນະຍາວນານເຊັ່ນ:ການຫັນປ່ຽນທີ່ດິນປ່າໄມ້ໄປເປັນທີ່ດິນຄົ້ມມະນາ ຄົມເພື່ອສ້າງຖະໜົນຫົນທາງ,ເຂື່ອນໄຟຟ້າ. ສໍາລັບໄມ້ແລະຊັບພະຍາກອນປ່າໄມ້ທີ່ມີຢູ່ໃນເຂດດັ່ງກ່າວຊຶ່ງໄດ້ ຕັດຫຼືຂຸດຄົ້ນແລ້ວນັ້ນແມ່ນເປັນກໍາມະສິດຂອງລັດ.

....ມາດຕາ 72 ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າຊຸດໂຊມ

ມາດຕາ 72 ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າຊຸດ ໂຊມ ການຫັນປ່ຽນທີ່ດິນປ່າຊຸດໂຊມໄປເປັນທີ່ດິນປະເພດອື່ນຈະດໍາ ເນີນໄດ້ກໍ່ຕໍ່ເມື່ອມີຄວາມຈໍາເປັນເພື່ອຮັບໃຊ້ຜົນປະໂຫຍດຂອງທ້ອງຖິ່ນ ເທົ່ານັ້ນໂດຍບໍ່ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດແລະສັງ ຄົມແລະສາມາດດໍາເນີນໄດ້ໃນເຂດທີ່ຈັດສັນໄວ້ເທົ່ານັ້ນ. ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າຊຸດໂຊມທີ່ ບໍ່ສາມາດຟື້ນຟູຄືນເອງໄດ້ມີດັ່ງນີ້: 1. ອົງການປົກຄອງແຂວງ,ນະຄອນສໍາລັບເນື້ອທີ່ດິນປ່າຊຸດໂຊມ ແຕ່ໜຶ່ງຮ້ອຍເຮັກຕາລົງມາຕໍ່ກິດຈະການໜຶ່ງຕາມການສະເໜີຂອງອົງ ການຄຸ້ມຄອງທີ່ດິນປະຈໍາແຂວງ,ນະຄອນໂດຍເປັນເອກະພາບກັບພະ ແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 2. ລັດຖະບານສໍາລັບເນື້ອທີ່ດິນປ່າຊຸດໂຊມເກີນກວ່າໜຶ່ງຮ້ອຍ ເຮັກຕາຫາໜຶ່ງພັນເຮັກຕາຕໍ່ກິດຈະການໜຶ່ງຕາມການສະເໜີຂອງອົງ ການຄຸ້ມຄອງທີ່ດິນແຫ່ງຊາດໂດຍເປັນເອກະພາບກັບກະຊວງປະສິກໍາ ແລະປ່າໄມ້ແລະອົງການປົກຄອງແຂວງ,ນະຄອນ;ຖ້າເກີນກວ່າໜຶ່ງພັນ ເຮັກຕາຕ້ອງໄດ້ຮັບການຮັບຮອງຈາກຄະນະປະຈໍາສະພາແຫ່ງຊາດ.

....ມາດຕາ 73 ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າປອກໂຫຼ້ນ

ມາດຕາ 73 ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າປອກ ໂຫຼ້ນ ການຫັນປ່ຽນທີ່ດິນປ່າປອກໂຫຼ້ນໄປສູ່ທີ່ດິນປະເພດອື່ນຈະດໍາເນີນ ໄດ້ກໍ່ຕໍ່ເມື່ອມີຄວາມຈໍາເປັນເພື່ອຮັບໃຊ້ຜົນປະໂຫຍດຂອງທ້ອງຖິ່ນເທົ່າ ນັ້ນໂດຍບໍ່ມີຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມທໍາມະຊາດແລະສັງຄົມແລະ ສາມາດດໍາເນີນໄດ້ໃນເຂດທີ່ຈັດສັນໄວ້ເທົ່ານັ້ນ. ອົງການທີ່ມີສິດຕົກລົງກ່ຽວກັບການຫັນປ່ຽນທີ່ດິນປ່າປອກໂຫຼ້ນມີ ດັ່ງນີ້: 1. ອົງການປົກຄອງເມືອງ,ເທດສະບານສໍາລັບທີ່ດິນປ່າປອກໂຫຼ້ນ ຕໍ່າກວ່າສາມສິບເຮັກຕາຕໍ່ໜຶ່ງກິດຈະການຕາມການສະເໜີຂອງອົງການ ຄຸ້ມຄອງທີ່ດິນປະຈໍາເມືອງ,ເທດສະບານໂດຍເປັນເອກະພາບກັບຫ້ອງ ການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 2. ອົງການປົກຄອງແຂວງ,ນະຄອນສໍາລັບທີ່ດິນປ່າປອກໂຫຼ້ນແຕ່ ສາມສິບເຮັກຕາຫາສອງຮ້ອຍເຮັກຕາຕໍ່ໜຶ່ງກິດຈະການຕາມການສະເໜີ ຂອງອົງການຄຸ້ມຄອງທີ່ດິນປະຈໍາແຂວງ,ນະຄອນໂດຍເປັນເອກະພາບກັບ ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 3. ລັດຖະບານສໍາລັບທີ່ດິນປ່າປອກໂຫຼ້ນເກີນກວ່າສອງຮ້ອຍເຮັກ ຕາຫາສິບພັນເຮັກຕາຕໍ່ໜຶ່ງກິດຈະການຕາມການສະເໜີຂອງອົງການຄຸ້ມ ຄອງທີ່ດິນແຫ່ງຊາດໂດຍເປັນເອກະພາບກັບກະຊວງກະສິກໍາແລະປ່າໄມ້ ແລະອົງການປົກຄອງແຂວງ,ນະຄອນ; ຖ້າເກີນກວ່າສິບພັນເຮັກຕາ ຕ້ອງໄດ້ຮັບການຮັບຮອງຈາກຄະນະປະຈໍາສະພາແຫ່ງຊາດ.

....ມາດຕາ 74 ການເຊົ່າຫຼືສໍາປະທານທີ່ດິນປ່າໄມ້

ມາດຕາ 74 ການເຊົ່າຫຼືສໍາປະທານທີ່ດິນປ່າໄມ້ ການເຊົ່າຫຼືການສໍາປະທານທີ່ດິນປ່າໄມ້ເພື່ອຟື້ນຟູປ່າ,ປູກປ່າ,ຕົ້ນ ໄມ້ອຸດສາຫະກໍາແລະເຄື່ອງປ່າຂອງດົງໃຫ້ດໍາເນີນໃນເຂດທີ່ດິນປ່າຊຸດ ໂຊມທີ່ບໍ່ສາມາດຟື້ນຟູຄືນເອງໄດ້ແລະທີ່ດິນປ່າປອກໂຫຼ້ນທີ່ໄດ້ຈັດສັນໄວ້ ເທົ່ານັ້ນແລະຕ້ອງປະຕິບັດດັ່ງນີ້: 1. ສຶກສາຂໍ້ມູນທາງດ້ານເສດຖະກິດ-ສັງຄົມ,ຄວາມເໝາະສົມ ທາງທໍາມະຊາດເຊັ່ນ:ດິນ,ອາກາດ,ຄວາມສູງຈາກລະດັບນໍ້າທະເລ,ປະ ລິມານນໍ້າຝົນ,ແຫຼ່ງນໍ້າ,ສິດນໍາໃຊ້ທີ່ດິນ,ແຮງງານທ້ອງຖິ່ນ,ສໍາຫຼວດສະ ພາບປ່າໄມ້ແລະຊັບພະຍາກອນປ່າໄມ້ແລະອື່ນໆທີ່ຈໍາເປັນ; 2. ສ້າງບົດວິພາກເສດຖະກິດ-ເຕັກນິກໂດຍຜ່ານການຮັບຮອງ ຈາກອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ແລະຂະແໜງການທີ່ກ່ຽວ ຂ້ອງ; 3. ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມທໍາ ມະຊາດແລະສັງຄົມລວມທັງມາດຕະການແກ້ໄຂຢ່າງເໝາະສົມໂດຍ ການຢັ້ງຢືນຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ; 4. ສ້າງແຜນດໍາເນີນງານໂດຍເລັງໃສ່ການປົກປັກຮັກສາແຫຼ່ງ ນໍ້າແລະສິ່ງແວດລ້ອມ,ການບຸກເບີກເນື້ອທີ່,ການພັດທະນາບ້ານ,ການ ສົ່ງເສີມປະຊາຊົນມີສ່ວນຮ່ວມໃນການດໍາເນີນການຜະລິດ,ການນໍາໃຊ້ ເຕັກໂນໂລຊີແລະອື່ນໆຕະຫຼອດເຖິງການແບ່ງປັນຜົນປະໂຫຍດ; 5. ປະຕິບັດຕາມກົດໝາຍແລະລະບຍບການທີ່ກ່ຽວຂ້ອງ.

....ມາດຕາ 75 ຂອບເຂດການອະນຸມັດໃຫ້ເຊົ່າຫຼືສໍາປະທານທີ່ດິນປ່າຊຸດໂຊມ

ມາດຕາ 75 ຂອບເຂດການອະນຸມັດໃຫ້ເຊົ່າຫຼືສໍາປະທານທີ່ດິນປ່າຊຸດ ໂຊມ ຂອບເຂດສິດອະນຸມັດໃຫ້ເຊົ່າຫຼືສໍາປະທານເນື້ອທີ່ດິນປ່າຊຸດໂຊມ ທີ່ບໍ່ສາມາດຟື້ນຟູຄືນເອງໄດ້ເພື່ອຟື້ນຟູປ່າ,ປູກປ່າ,ຕົ້ນໄມ້ອຸດສາຫະກໍາ ແລະເຄື່ອງປ່າຂອງດົງໃຫ້ປະຕິບັດດັ່ງນີ້: 1. ອົງການປົກຄອງແຂວງ,ນະຄອນມີສິດຕົກລົງໃຫ້ເຊົ່າຫຼືສໍາປະ ທານເນື້ອທີ່ດິນປ່າຊຸດໂຊມທີ່ບໍ່ສາມາດຟື້ນຟູຄືນເອງໄດ້ແຕ່ໜຶ່ງຮ້ອຍຫ້າ ສິບເຮັກຕາລົງມາຕໍ່ໜຶ່ງໂຄງການແລະກໍານົດເວລາການເຊົ່າຫຼືສໍາປະ ທານສູງສຸດບໍ່ເກີນສາມສິບປີແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມການ ສະເໜີຂອງອົງການຄຸ້ມຄອງທີ່ດິນປະຈໍາແຂວງ,ນະຄອນໂດຍເປັນເອກະ ພາບກັບພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 2. ລັດຖະບານມີສິດຕົກລົງໃຫ້ເຊົ່າຫຼືສໍາປະທານເນື້ອທີ່ດິນປ່າຊຸດ ໂຊມທີ່ບໍ່ສາມາດຟື້ນຟູຄືນເອງໄດ້ເກີນກວ່າໜຶ່ງຮ້ອຍຫ້າສິບເຮັກຕາຫາ ສິບຫ້າພົນເຮັກຕາຕໍ່ໜຶ່ງໂຄງການແລະກໍານົດເວລາການເຊົ່າຫຼືສໍາປະ ທານເກີນກວ່າສາມສິບປີແຕ່ສູງສຸດບໍ່ໃຫ້ເກີນສີ່ສິບປີແລະສາມາດຕໍ່ໄດ້ ແລ້ວແຕ່ກໍລະນີຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງກະສິກໍາແລະປ່າໄມ້,ຖ້າເກີນກວ່າສິບ ຫ້າພັນເຮັກຕາຕ້ອງໄດ້ມີການຮັບຮອງຈາກຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ. ....ມາດຕາ 76 ຂອບເຂດການອະນຸມັດໃຫ້ເຊົ່າຫຼືສໍາປະທານທີ່ດິນປ່າປອກໂຫຼ້ນ

ມາດຕາ 76 ຂອບເຂດການອະນຸມັດໃຫ້ເຊົ່າຫຼືສໍາປະທານທີ່ດິນປ່າປອກ ໂຫຼ້ນ ຂອບເຂດສິດອະນຸມັດໃຫ້ເຊົ່າຫຼືສໍາປະທານທີ່ດິນປ່າປອກໂຫຼ້ນເພື່ອ ຟື້ນຟູປ່າ,ປູກປ່າ,ຕົ້ນໄມ້ອຸດສາຫະກໍາແລະເຄື່ອງປ່າຂອງດົງໃຫ້ປະຕິບັດ ດັ່ງນີ້: 1. ອົງການປົກຄອງແຂວງ,ນະຄອນມີສິດຕົກລົງໃຫ້ເຊົ່າຫຼືສໍາປະ ທານທີ່ດິນປ່າປອກໂຫຼ້ນໄດ້ແຕ່ຫ້າຮ້ອຍເຮັກຕາລົງມາຕໍ່ໜຶ່ງໂຄງການ ແລະກໍານົດເວລາການເຊົ່າຫຼືສໍາປະທານສູງສຸດບໍ່ເກີນສີ່ສິບປີແລະສາ ມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນ ປະຈໍາແຂວງ,ນະຄອນໂດຍເປັນເອກະພາບກັບພະແນກກະສິກໍາແລະປ່າ ໄມ້ແຂວງ,ນະຄອນ; 2. ລັດຖະບານມີສິດຕົກລົງໃຫ້ເຊົ່າຫຼືສໍາປະທານເນື້ອທີ່ດິນປ່າ ປອກໂຫຼ້ນໄດ້ເກີນກວ່າຫ້າຮ້ອຍເຮັກຕາຫາສາມສິບພັນເຮັກຕາຕໍ່ໜຶ່ງ ໂຄງການແລະກໍານົດເວລາການເຊົ່າຫຼືສໍາປະທານເກີນກວ່າສີ່ສິບປີແຕ່ ສູງສຸດບໍ່ໃຫ້ເກີນຫົກສິບປີແລະສາມາດຕໍ່ໄດ້ແລ້ວແຕ່ກໍລະນີຕາມການສະ ເໜີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດໂດຍເປັນເອກະພາບກັບກະ ຊວງກະສິກໍາແລະປ່າໄມ້,ຖ້າເກີນກວ່າສາມສິບພັນເຮັກຕາຕ້ອງໄດ້ມີ ການຮັບຮອງຈາຄະນະປະຈໍາສະພາແຫ່ງຊາດຕາມການສະເໜີຂອງລັດ ຖະບານ. ສໍາລັບເຂດຊົນນະບົດ,ຫ່າງໄກສອກຫຼີກກໍານົດເວລາການເຊົ່າຫຼື ສໍາປະທານແມ່ນເກີນກວ່າສີ່ສິບປີແຕ່ສູງສຸດບໍ່ໃຫ້ເກີນເຈັດສິບປີແລະສາ ມາດຕໍ່ໄດ້ແລ້ວແຕ່ກໍລະນີ.

..ພາກທີ 5 ຂອບເຂດການປົກປັກຮັກສາແລະການພັດທະນາປ່າໄມ້ແລະທີ່ດິນປ່າໄມ້


...ໝວດທີ 1 ຂອບເຂດການປົກປັກຮັກສາແລະການພັດທະນາປ່າໄມ້ແລະທີ່ດິນປ່າໄມ້ຂັ້ນສູນກາງ


....ມາດຕາ 77 ປ່າໄມ້ແລະທີ່ດິນປ່າໄມ້ທີ່ຂັ້ນສູນກາງປົກປັກຮັກສາແລະພັດທະນາ

ມາດຕາ 77 ປ່າໄມ້ແລະທີ່ດິນປ່າໄມ້ທີ່ຂັ້ນສູນກາງປົກປັກຮັກສາແລະ ພັດທະນາ ລັດຖະບານມອບໃຫ້ກະຊວງກະສິກໍາແລະປ່າໄມ້ສົມທົບກັບກະ ຊວງອື່ນທີ່ກ່ຽວຂ້ອງເຊ່ນ:ກະຊວງອຸດສາຫະກໍາແລະການຄ້າ,ອົງການ ຄຸ້ມຄອງທີ່ດິນແຫ່ງຊາດ,ອົງການຊັບພະຍາກອນນໍ້າແລະສິ່ງແວດລ້ອມ ,ກະຊວງພະລັງການແລະບໍ່ແຮ່,ກະຊວງໂຍທາທິການແລະຂົນສົ່ງ,ອົງ ການທ່ອງທ່ຽວແຫ່ງຊາດ,ກະຊວງແຜນການແລະລົງທຶນ,ກະຊວງປ້ອງ ກັນປະເທດ,ກະຊວງຖະແຫຼງຂ່າວແລະວັດທະນະທໍາປົກປັກຮັກສາແລະ ພັດທະນາປ່າໄມ້ແລະທີ່ດິນປ່າໄມ້ແບບຍືນຍົງຕາມແຜນຍຸດທະສາດພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ,ຍຸດທະສາດປ່າໄມ້ແລະຍຸດທະ ສາດຄຸ້ມຄອງສິ່ງແວດລ້ອມແລະຂອບເຂດແຜນຈັດສັນທີ່ໄດ້ກໍານົດໄວ້.

....ມາດຕາ 78 ການຮັບຮອງຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ທີ່ສູນກາງປົກປັກຮັກສາແລະພັດທະນາ

ມາດຕາ 78 ການຮັບຮອງຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ທີ່ສູນກາງ ປົກປັກຮັກສາແລະພັດທະນາ ປ່າປ້ອງກັນ,ປ່າສະຫງວນແຫ່ງຊາດແລະປ່າຜະລິດທີ່ມີຂອບເຂດ ເນື້ອທີ່ເກີນກວ່າຫ້າສິບພັນເຮັກຕາຊຶ່ງອາດກວດເອົາຫຼາຍແຂວງ,ນະ ຄອນແມ່ນສະພາແຫ່ງຊາດເປັນຜູ້ຕົກລົງຮັບຮອງຕາມການສະເໜີຂອງ ລັດຖະບານ.

...ໝວດທີ 2 ຂອບເຂດການປົກປັກຮັກສາແລະການພັດທະນາປ່າໄມ້ແລະທີ່ດິນປ່າໄມ້ຂັ້ນທ້ອງຖິ່ນ


....ມາດຕາ 79 ການມອບປ່າໄມ້ແລະທີ່ດິນປ່າໄມ້ໃຫ້ອົງການປົກຄອງທ້ອງຖິ່ນ

ມາດຕາ 79 ການມອບປ່າໄມ້ແລະທີ່ດິນປ່າໄມ້ໃຫ້ອົງການປົກຄອງ ທ້ອງຖິ່ນ ພາຍຫຼັງທີ່ໄດ້ຈັດສັນ,ແບ່ງປະເພດແລະກໍານົດຂອບເຂດປ່າໄມ້ ແລະທີ່ດິນປ່າໄມ້ແລ້ວລັດຖະບານມອບໃຫ້ອົງການປົກຄອງແຂວງ,ນະ ຄອນ,ຈາກນັ້ນແຂວງ,ນະຄອນມອບໃຫ້ອົງການປົກຄອງເມືອງ,ເທດສະ ບານແລະເມືອງ,ເທດສະບານມອບໃຫ້ອົງການປົກຄອງບ້ານເປັນຜູ້ຮັບ ຜິດຊອບຄຸ້ມຄອງ,ປົກປັກຮັກສາ,ພັດທະນາ,ນໍາໃຊ້ແລະກວດກາຕາມລະ ບຽບກົດໝາຍຢ່າງເຂັ້ມງວດ. ໃນກໍລະນີທີ່ເຂດປ່າໄມ້ແລະທີ່ດິນປ່າໄມ້ຫາກກວມເອົາຫຼາຍ ແຂວງ,ນະຄອນແມ່ນໃຫ້ອົງການປົກຄອງແຂວງ,ນະຄອນທີ່ກ່ຽວຂ້ອງ ປະສານສົມທົບກັນໃນການຄຸ້ມຄອງ,ປົກປັກຮັກສາ,ພັດທະນາ,ນໍາໃຊ້ ແລະກວດກາຕາມຂອບເຂດການປົກຄອງຂອງຕົນແລະປະຕິບັດຕາມ ແຜນຈັດສັນທີ່ໄດ້ກໍານົດໄວ້.

....ມາດຕາ 80 ປ່າໄມ້ແລະທີ່ດິນປ່າໄມ້ທີ່ແຂວງ,ນະຄອນປົກປັກຮັກສາແລະພັດທະນາ

ມາດຕາ 80 ປ່າໄມ້ແລະທີ່ດິນປ່າໄມ້ທີ່ແຂວງ,ນະຄອນປົກປັກຮັກສາ ແລະພັດທະນາ ອົງການປົກຄອງແຂວງ,ນະຄອນມອບເນື້ອທີ່ປ່າໄມ້ແລະທີ່ດິນປ່າ ໄມ້ໃຫ້ບັນດາຂະແໜງການສາຍຕັ້ງເປັນຜູ້ຄຸ້ມຄອງ,ປົກປັກຮັກສາ,ພັດທະ ນາແລະນໍາໃຊ້ຕາມຂອບເຂດການປົກຄອງແຂວງ,ນະຄອນນັ້ນ.

....ມາດຕາ 81 ປ່າໄມ້ແລະທີ່ດິນປ່າໄມ້ທີ່ເມືອງ,ເທດສະບານປົກປັກຮັກສາແລະພັດທະນາ

ມາດຕາ 81 ປ່າໄມ້ແລະທີ່ດິນປ່າໄມ້ທີ່ເມືອງ,ເທດສະບານປົກປັກຮັກສາ ແລະພັດທະນາ ເຈົ້າແຂວງ,ເຈົ້າຄອງນະຄອນມອບເນື້ອທີ່ປ່າໄມ້ແລະທີ່ດິນປ່າໄມ້ ໃຫ້ອົງການປົກຄອງເມືອງ,ເທດສະບານແລະບັນດາຂະແໜງການສາຍ ຕັ້ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ 79 ຂອງກົດໝາຍສະບັບນີ້ເປັນຜູ້ຄຸ້ມ ຄອງ,ປົກປັກຮັກສາ,ພັດທະນາແລະນໍາໃຊ້ຕາມຂອບເຂດການປົກຄອງ ເມືອງ,ເທດສະບານນັ້ນ. ໃນກໍລະນີທີ່ເຂດປ່າໄມ້ແລະທີ່ດິນປ່າໄມ້ຫາກກວມເອົາຫຼາຍເມືອງ ,ເທດສະບານແມ່ນໃຫ້ອົງການການປົກຄອງເມືອງ,ເທດສະບານທີ່ກ່ຽວ ຂ້ອງປະສານສົມທົບກັນໃນການຄຸ້ມຄອງ,ປົກປັກຮັກສາ,ພັດທະນາແລະ ນໍາໃຊ້ຕາມຂອບເຂດການປົກຄອງຂອງຕົນແລະປະຕິບັດຕາມແຜນຈັດ ສັນທີ່ໄດ້ກໍານົດໄວ້.

....ມາດຕາ 82 ປ່າໄມ້ແລະທີ່ດິນປ່າໄມ້ທີ່ບ້ານປົກປັກຮັກສາແລະພັດທະນາ

ມາດຕາ 82 ປ່າໄມ້ແລະທີ່ດິນປ່າໄມ້ທີ່ບ້ານປົກປັກຮັກສາແລະພັດທະນາ ເຈົ້າເມືອງ,ຫົວໜ້າເທດສະບານມອບປ່າໄມ້ໃຫ້ອົງການປົກຄອງ ບ້ານຄຸ້ມຄອງ,ປົກປັກຮັກສາ,ພັດທະນາແລະນໍາໃຊ້ຕາມແຜນການຈັດສັນ ທີ່ດິນແລະມອບດິນ-ມອບປ່າຂັ້ນບ້ານ. ສໍາລັບປ່າໄມ້ໃນຂອບເຂດບ້ານຮັບຜິດຊອບນັ້ນໄດ້ຈັດແບ່ງອອກ ເປັນສາມປະເພດປ່າໄມ້ຄື:ປ່າປ້ອງກັນລວມມີປ່າຍອດນໍ້າ,ປ່າແຄມນໍ້າ, ປ່າແຄມທາງ,ປ່າສະຫງວນລວມມີປ່າສັກສິດ,ປ່າຊ້າແລະປ່າຊົມໃຊ້ ຂອງບ້ານ,ນອກນັ້ນຍັງມີເຂດທີ່ດິນເປົ່າຫວ່າງທີ່ໄດ້ກໍານົດເປັນເຂດຜະ ລິດ.

....ມາດຕາ 83 ການຮັບຮອງຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ທີ່ຂັ້ນທ້ອງຖິ່ນປົກປັກຮັກສາແລະພັດທະນາ

ມາດຕາ 83 ການຮັບຮອງຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ທີ່ຂັ້ນທ້ອງ ຖິ່ນປົກປັກຮັກສາແລະພັດທະນາ ການຮັບຮອງຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ທີ່ຂັ້ນທ້ອງຖິ່ນປົກ ປັກຮັກສາແລະພັດທະນາໃຫ້ປະຕິບັດດັ່ງນີ້: 1.​ ຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ຂັ້ນແຂວງແມ່ນລັດຖະບານ ເປັນຜູ້ຮັບຮອງຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເປັນເອກະພາບກັບກະຊວງກະສິກໍາແລະປ່າໄມ້; 2. ຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ຂັ້ນເມືອງແມ່ນເຈົ້າແຂວງ, ເຈົ້າຄອງນະຄອນເປັນຜູ້ຮັບຮອງຕາມການສະເໜີຂອງອົງການຄຸ້ມຄອງ ທີ່ດິນປະຈໍາແຂວງ,ນະຄອນໂດຍເປັນເອກະພາບກັບພະແນກກະສິກໍາ ແລະປ່າໄມ້ແຂວງ,ນະຄອນ; 3. ຂອບເຂດປ່າໄມ້ແລະທີ່ດິນປ່າໄມ້ຂັ້ນບ້ານແມ່ນເຈົ້າເມືອງ, ຫົວໜ້າເທດສະບານເປັນຜູ້ຮັບຮອງຕາມການສະເໜີຂອງອົງການຄຸ້ມ ຄອງທີ່ດິນປະຈໍາເມືອງ,ເທດສະບານໂດຍເປັນເອກະພາບກັບຫ້ອງການ ກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 4. ການນໍາໃຊ້ທີ່ດິນປ່າໄມ້ຂັ້ນບ້ານຕາມແຜນຈັດສັນທີ່ດິນແລະ ມອບດິນ-ມອບປ່າໃຫ້ຄອບຄົວແລະບຸກຄົນນໍາໃຊ້ແມ່ນເຈົ້າເມືອງ,ຫົວໜ້າ ເທດສະບານເປັນຜູ້ຮັບຮອງຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນ ປະຈໍາເມືອງ,ເທດສະບານໂດຍເປັນເອກະພາບກັບຫ້ອງການກະສິກໍາ ແລະປ່າໄມ້ເມືອງ,ເທດສະບານ.

...ໝວດທີ 3 ຂອບເຂດການປົກປັກຮັກສາແລະການພັດທະນາທີ່ດິນປ່າໄມ້ຂອງຄອບຄົວ


....ມາດຕາ 84 ການມອບປ່າໄມ້ແລະທີ່ດິນປ່າໄມ້ໃຫ້ການຈັຕດັ້ງແລະບຸກຄົນ

ມາດຕາ 84 ການມອບປ່າໄມ້ແລະທີ່ດິນປ່າໄມ້ໃຫ້ການຈັຕດັ້ງແລະບຸກ ຄົນ ພາຍຫຼັງທີ່ໄດ້ຈັດສັນ,ແບ່ງປະເພດແລະກໍານົດຂອບເຂດປ່າໄມ້ ແລະທີ່ດິນປ່າໄມ້ແລ້ວລັດມອບໃຫ້ການຈັດຕັ້ງແລະບຸກຄົນເປັນເຈົ້າຂອງ.

....ມາດຕາ 85 ການເປັນເຈົ້າຂອງປ່າ

ມາດຕາ 85 ການເປັນເຈົ້າຂອງປ່າ ການເປັນເຈົ້າຂອງປ່າມີຂຶ້ນໃນກໍລະນີດັ່ງນີ້: 1. ຂະແໜງການກະສິກໍາແລະປ່າໄມ້ທີ່ລັດໄດ້ມອບປ່າໄມ້ແລະ ທີ່ດິນປ່າໄມ້ໃຫ້ປົກປັກຮັກສາແລະພັດທະນາ; 2.​ ການຈັດຕັ້ງທຸກພາກສ່ວນເສດຖະກິດທີ່ລັດໄດ້ມອບທີ່ດິນປ່າໄມ້ ໃຫ້ເຊົ່າຫຼືສໍາປະທານຫຼືຮັບຮູ້ສິດນໍາໃຊ້,ກໍາມະສິດກ່ຽວກັບປ່າປູກລວມທັງ ການໂອນສິດນໍາໃຊ້ປ່າປູກແລະທີ່ດິນປ່າໄມ້; 3. ຄອບຄົວ,ບຸກຄົນທີ່ລັດໄດ້ມອບທີ່ອິນປ່າໄມ້ໃຫ້ເຊົ່າຫຼືສໍາປະ ທານຫຼືຮັບຮູ້ສິດນໍາໃຊ້,ກໍາມະສິດກ່ຽວກັບປ່າປູກລວມທັງການໂອນສິດ ນໍາໃຊ້ປ່າປູກແລະທີ່ດິນປ່າໄມ້; 4. ກົມກອງກໍາລັງປະກອບອາວຸດທີ່ລັດໄດ້ມອບທີ່ດິນປ່າໄມ້ໃຫ້ ປົກປັກຮັກສາແລະພັດທະນາ; 5. ສະຖາບັນຄົ້ນຄວ້າວິທະຍາສາດ,ສູນຝຶກອົບຮົມແລະພັດທະນາ ສີມືແຮງງານກ່ຽວກັບປ່າໄມ້ທີ່ລັດໄດ້ມອບປ່າໄມ້ແລະທີ່ດິນປ່າໄມ້ໃຫ້ປົກ ປັກຮັກສາແລະພັດທະນາ; 6. ອົງການຈັດຕັ້ງສາກົນທີ່ລັດໄດ້ອະນຸມັດໃຫ້ເຊົ່າຫຼືສໍາປະທານທີ່ ດິນປ່າໄມ້ໃຫ້ປົກປັກຮັກສາແລະພັດທະນາ.

....ມາດຕາ 86 ທີ່ດິນປ່າໄມ້ທີ່ຄອບຄົວປົກປັກຮັກສາແລະພັດທະນາ

ມາດຕາ 86 ທີ່ດິນປ່າໄມ້ທີ່ຄອບຄົວປົກປັກຮັກສາແລະພັດທະນາ ເຈົ້າເມືອງ,ຫົວໜ້າເທດສະບານມອບທີ່ດິນປ່າໄມ້ໃຫ້ຄອບຄົວແລະ ບຸກຄົນຄຸ້ມຄອງ,ປົກປັກຮັກສາ,ພັດທະນາແລະນໍາໃຊ້ຕາມແຜນການຈັດ ສັນທີ່ດິນແລະມອບດິນ-ມອບປ່າຂັ້ນບ້ານຕາມທີ່ໄດ້ກໍານົດໄວ້ໃນມາດຕາ 22 ຂອງກົດໝາຍວ່າດ້ວຍທີ່ດິນ.

....ມາດຕາ 87 ການຮັບຮອງຂອບເຂດທີ່ດິນປ່າໄມ້ທີ່ຄອບຄົວປົກປັກຮັກສາແລະພັດທະນາ

ມາດຕາ 87 ການຮັບຮອງຂອບເຂດທີ່ດິນປ່າໄມ້ທີ່ຄອບຄົວປົກປັກຮັກສາ ແລະພັດທະນາ ການນໍາໃຊ້ທີ່ດິນປ່າໄມ້ຂອງຄອບຄົວຕາມແຜນຈັດສັນທີ່ດິນແລະ ມອບດິນ-ມອບປ່າໃຫ້ຄອບຄົວແລະບຸກຄົນນໍາໃຊ້ແມ່ນເຈົ້າເມືອງ,ຫົວໜ້າ ເທດສະບານເປັນຜູ້ຮັບຮອງຕາມການສະເໜີຂອງອົງການຄຸ້ມຄອງທີ່ດິນ ປະຈໍາເມືອງ,ເທດສະບານພາຍຫຼັງປະສານສົມທົບກັບຫ້ອງການກະສິກໍາ ແລະປ່າໄມ້ເມືອງ,ເທດສະບານແລະອົງການປົກຄອງບ້ານ.

....ມາດຕາ 88 ການຈັດສັນອາຊີບຄົງທີ່

ມາດຕາ 88 ການຈັດສັນອາຊີບຄົງທີ່ ລັດຖະບານແລະອົງການປົກຄອງທ້ອງຖິ່ນຮັບຜິດຊອບຊຸກຍູ້ແລະ ສົ່ງເສີມປະຊາຊົນດໍາເນີນອາຊີບຄົງທີ່ເຊັ່ນ:ການປູກພືດກະສິກໍາ,ລ້ຽງສັດ ,ປູກຕົ້ນໄມ້,ຫັດຖະກໍາແລະອື່ນໆທີ່ຖືກຕ້ອງຕາມກົດໝາຍຕາມທ່າແຮງ ຂອງແຕ່ລະທ້ອງຖິ່ນດ້ວຍການມອບດິນ-ມອບປ່າ,ສົ່ງເສີມດ້ານວິຊາການ ,ສ້າງສູນບໍລິການເຕັກນິກ,ຝຶກອົບຮົມວິຊາຊີບລວມທັງການສະໜອງສິນ ເຊື່ອ.

..ພາກທີ 6 ສິດແລະພັນທະຂອງຜູ້ນໍາໃຊ້ປ່າໄມ້ທໍາມະຊາດ,ປ່າປູກແລະທີ່ດິນປ່າໄມ້


...ມາດຕາ 89 ການໄດ້ສິດນໍາໃຊ້ປ່າໄມ້ທໍາມະຊາດ,ປ່າປູກແລະທີ່ດິນປ່າໄມ້

ມາດຕາ 89 ການໄດ້ສິດນໍາໃຊ້ປ່າໄມ້ທໍາມະຊາດ,ປ່າປູກແລະທີ່ດິນປ່າ ໄມ້ ສິດໃຊ້ປ່າໄມ້ທໍາມະຊາດ,ປ່າປູກແລະທີ່ດິນປ່າໄມ້ໄດ້ມາຈາກ: - ການມອບຂອງລັດ; - ການໂອນ; - ການສືບທອດ.

...ມາດຕາ 90 ການມອບສິດນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 90 ການມອບສິດນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ ການມອບສິດນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ຂອງລັດແມ່ນການຕົກ ລົງຂອງອົງການທີ່ມີສິດໜ້າທີ່ກ່ຽວນ້ອງໃນການເອົາປ່າໄມ້ແລະທີ່ດິນປ່າ ໄມ້ໃຫ້ອົງການປົກຄອງບ້ານນໍາໃຊ້ຢ່າງຍາວນານແລະມີຄວາມສະຫງົບ ປົກກະຕິຕາມແຜນຈັດສັນແລະລະບຽບກົດໝາຍ. ການມອບສິດນໍາໃຊ້ທີ່ດິນປ່າໄມ້ແມ່ນການຕົກລົງຂອງອົງການທີ່ ມີສິດໜ້າທີ່ກ່ຽວຂ້ອງໃນການເອົາທີ່ດິນປ່າໄມ້ໃຫ້ບຸກຄົນ,ຄອບຄົວແລະ ການຈັດຕັ້ງທີ່ດໍາລົງຊີວິດໃນເຂດປ່າໄມ້ທີ່ໄດ້ຈັດສັນໃຫ້ນັ້ນນໍາໃຊ້ຢ່າງ ຍາວນານແລະມີຄວາມສະຫງົບປົກກະຕິຕາມສັນຍາແລະລະບຽບກົດ ໝາຍ.

...ມາດຕາ 91 ການໂອນສິດນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 91 ການໂອນສິດນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ ສິດນໍາໃຊ້ປ່າປູກແລະທີ່ດິນປ່າໄມ້ແມ່ນອະນຸຍາດໃຫ້ໂອນໄດ້ ດ້ວຍການຂາຍ,ການມອບຫຼືການແລກປ່ຽນແຕ່ຕ້ອງປະຕິບັດໃຫ້ຖືກ ຕ້ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ສໍາລັບສິດນໍາໃຊ້ປ່າໄມ້ທໍາມະຊາດແມ່ນບໍ່ອະນຸຍາດໃຫ້ໂອນ ໄດ້.

...ມາດຕາ 92 ການສືບທອດສິດນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 92 ການສືບທອດສິດນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ ສິດນໍາໃຊ້ປ່າປູກແລະທີ່ດິນປ່າໄມ້ແມ່ນອະນຸຍາດໃຫ້ສືບທອດໄດ້ ໄປຍັງລູກ,ຜົວຫຼືເມຍ,ພໍ່,ແມ່,ຫຼານຫຼືຍາດຕິພີ່ນ້ອງພາຍຫຼັງຜູ້ນໍາໃຊ້ສິດດັ່ງ ກ່າວໄດ້ເສຍຊີວິດແລ້ວ.ການສືບທອດຕ້ອງໃຫ້ປະຕິບັດຕາມລະບຽບກົດ ໝາຍ. ສໍາລັບປ່າໄມ້ທໍາມະຊາດແມ່ນບໍ່ອະນຸຍາດໃຫ້ສືບທອດໄດ້.

...ມາດຕາ 93 ສິດຂອງຜູ້ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 93 ສິດຂອງຜູ້ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ ບຸກຄົນ,ຄອບຄົວແລະການຈັດຕັ້ງທີ່ນໍາໃຊ້ປ່າປູກແລະທີ່ດິນປ່າໄມ້ ມີສິດດັ່ງນີ້: 1. ປົກປັກຮັກສາ; 2. ໃຊ້; 3. ໄດ້ຮັບໝາກຜົນ; 4. ໂອນສິດນໍາໃຊ້; 5. ສືບທອດສິດນໍາໃຊ້. ສໍາລັບການຈັດຕັ້ງຂອງລັດແມ່ນມີສິດຄຸ້ມຄອງ,ປົກປັກຮັກສາແລະ ໃຊ້ປ່າໄມ້ທໍາມະຊາດຕາມລະບຽບກົດໝາຍແຕ່ບໍ່ມີສິດໂອນ,ສືບທອດ,ໃຫ້ ເຊົ່າຫຼືສໍາປະທານເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 75 ແລະ 76 ຂອງກົດໝາຍສະບັບນີ້. ສໍາລັບສິດນໍາໃຊ້ຕາມປະເພນີໃຫ້ປະຕິບັດຕາມມາດຕາ 42 ຂອງ ກົດໝາຍສະບັບນີ້.

...ມາດຕາ 94 ສິດປົກປັກຮັກສາປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 94 ສິດປົກປັກຮັກສາປ່າໄມ້ແລະທີ່ດິນປ່າໄມ້ ບຸກຄົນ,ຄອບຄົວແລະການຈັດຕັ້ງມີສິດປົກປັກຮັກສາປ່າປູກແລະ ທີ່ດິນປ່າໄມ້ຕາມລະບຽບກົດໝາຍ. ສໍາລັບການຈັດຕັ້ງຂອງລັດແມ່ນມີສິດປົກປັກຮັກສາຢ່າໄມ້ທໍາມະ ຊາດແລະທີ່ດິນປ່າໄມ້ທີ່ລັດໄດ້ມອບໃຫ້ໃຊ້ຕາມລະບຽບກົດໝາຍ.

...ມາດຕາ 95 ສິດໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 95 ສິດໃຊ້ປ່າໄມ້ແລະທີ່ດິນປ່າໄມ້ ບຸກຄົນ,ຄອບຄົວແລະການຈັດຕັ້ງມີສິດໃຊ້ລວມທັງພັດທະນາປ່າ ປູກແລະທີ່ດິນປ່າໄມ້ເຂົ້າໃນເປົ້າໝາຍໃດໜຶ່ງຕາມແຜນຈັດສັນໃຫ້ເພື່ອ ຕອບສະໜອງຄວາມຕ້ອງການຂອງຕົນ. ສໍາລັບການຈັດຕັ້ງຂອງລັດແມ່ນມີສິດໃຊ້ລວມທັງພັດທະນາປ່າ ໄມ້ທໍາມະຊາດແລະທີ່ດິນປ່າໄມ້ທີ່ໄດ້ຮັບມອບໃຫ້ໃຊ້ຕາມແຜນຈັດສັນ ແລະລະບຽບກົດໝາຍ.

...ມາດຕາ 96 ສິດໄດ້ຮັບໝາກຜົນຈາກປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 96 ສິດໄດ້ຮັບໝາກຜົນຈາກປ່າໄມ້ແລະທີ່ດິນປ່າໄມ້ ບຸກຄົນ,ຄອບຄົວແລະການຈັດຕັ້ງມີສິດໄດ້ຮັບໝາກຜົນຈາກປ່າ ປູກແລະທີ່ດິນປ່າໄມ້ທີ່ຕົນໄດ້ພັດທະນາເຊັ່ນ:ໝາກຜົນຈາກການໃຫ້ເຊົ່າ, ການເອົາໄປເປັນຫຼັກຊັບຄໍ້າປະກັນຫຼືເປັນຮຸ້ນ. ສໍາລັບການຈັດຕັ້ງຂອງລັດແມ່ນບໍ່ມີສິດໄດ້ຮັບໝາກຜົນຈາກປ່າ ໄມ້ທໍາມະຊາດແລະທີ່ດິນປ່າໄມ້ເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນ ມາດຕາ 75 ແລະ 76 ຂອງກົດໝາຍສະບັບນີ້.

...ມາດຕາ 97 ພັນທະຂອງຜູ້ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 97 ພັນທະຂອງຜູ້ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ ຜູ້ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ມີພັນທະດັ່ງນີ້: 1.​ປະຕິບັດນະໂຍບາຍແລະລະບຽບກົດໝາຍກ່ຽວກັບວຽກງານ ປ່າໄມ້; 2. ປູກ,ຟື້ນຟູແລະພັດທະນາປ່າໄມ້ແລະທີ່ດິນປ່າໄມ້ໃຫ້ອຸດົມສົມ ບູນຕະຫຼອດໄປ; 3. ປົກປັກຮັກສາປ່າໄມ້,ທີ່ດິນປ່າໄມ້,ປ່າຍອດນໍ້າ,ສິ່ງແວດລ້ອມ ,ສັດນໍ້າແລະສັດປ່າ; 4. ບູລະນະທີ່ດິນ,ປູກໄມ້ແລະຟື້ນຟູປ່າໄມ້ໃນກໍລະນີທີ່ໄດ້ຂຸດຄົ້ນ ແຮ່ທາດແລະກິດຈະກໍາຕ່າງໆນັ້ນແລ້ວຄືນ; 5. ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ໃຫ້ຖືກຕ້ອງຕາມເປົ້າໝາຍທີ່ ໄດ້ກໍານົດໃຫ້ແລະຖືກຕ້ອງຕາມສັນຍາແລະລະບຽບກົດໝາຍ; 6. ເສຍຄ່າຊັບພະຍາກອນ,ຄ່າທໍານຽມປ່າໄມ້,ຄ່າເຊົ່າຫຼືສໍາປະ ທານທີ່ດິນປ່າໄມ້ແລະພັນທະອື່ນກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້ຕາມລະ ບຽບກົດໝາຍ; 7. ປະກອບສ່ວນແລະຂົນຂວາຍທຶນຮອນທອງພາຍໃນແລະຕ່າງ ປະເທດເຂົ້າໃນກອງທຶນພັດທະນາປ່າໄມ້ແລະຊັບພະຍາກອນປ່າໄມ້; 8. ໃຫ້ຂໍ້ມູນການນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້,ປະສານສົມທົບ ແລະໃຫ້ຄວາມຮ່ວມມືກັບອົງການທີ່ກ່ຽວຂ້ອງ; 9. ນໍາໃຊ້ທຸກວິທີການເພື່ອສະກັດກັ້ນການທໍາລາຍປ່າໄມ້,ປ້ອງ ກັນໄຟໄໝ້ລາມປ່າ,ລັກລອບຂຸດຄົ້ນໄມ້,ເຄື່ອງປ່າຂອງດົງ,ສັດນໍ້າແລະ ສັດປ່າ; 10. ປະຕິບັດພັນທະອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 98 ການເສຍສິດໃຊ້ຫຼືນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 98 ການເສຍສິດໃຊ້ຫຼືນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ ຜູ້ທີ່ໄດ້ຮັບສິດໃຊ້ຫຼືນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ຈະເສຍສິດດັ່ງ ກ່າວໃນກໍລະນີໃດໜຶ່ງດັ່ງນີ້: 1. ໃຊ້ຫຼືນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ທີ່ລັດມອບໃຫ້ນັ້ນບໍ່ຖືກຕາມ ເປົ້າມາຍ; 2. ບໍ່ໃຊ້ຫຼືບໍ່ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ທີ່ລັດມອບໃຫ້ພາຍໃນ ກໍານົດສາມປີແລະຕາມສັນຍາ; 3. ຖືກສານຕັດສິນໃຫ້ເສຍສິດໃຊ້ຫຼືນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້.

...ມາດຕາ 99 ການສິ້ນສຸດສິດນໍາໃຊ້ປ່າປູກແລະທີ່ດິນປ່າໄມ້

ມາດຕາ 99 ການສິ້ນສຸດສິດນໍາໃຊ້ປ່າປູກແລະທີ່ດິນປ່າໄມ້ ສິດນໍາໃຊ້ປ່າປູກແລະທີ່ດິນປ່າໄມ້ຂອງບຸກຄົນ,ຄອບຄົວແລະການ ຈັດຕັ້ງຈະສິ້ນສຸດລົງໃນກໍລະນີໃດໜຶ່ງດັ່ງນີ້: 1. ການສະລະສິດນໍາໃຊ້ດ້ວຍຄວາມສະໝັກໃຈ; 2. ການໂອນສິດນໍາໃຊ້ໃຫ້ຜູ້ອື່ນ; 3. ການເສຍຊີວິດຫຼືການຍຸບເລີກຂອງການຈັດຕັ້ງໂດຍບໍ່ມີຜູ້ສືບ ທອດ; 4. ການໂອນສິດນໍາໃຊ້ທີ່ດິນປ່າໄມ້ຄືນເພື່ອນໍາໃຊ້ເຂົ້າໃນສາທາ ລະນະປະໂຫຍດແຕ່ລັດຈະທົດແທນຄວາມເສຍຫາຍໃຫ້ຕາມລະບຽບກົດ ໝາຍ.

..ພາກທີ 7 ຂໍ້ຫ້າມ


...ມາດຕາ 100 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປ່າໄມ້

ມາດຕາ 100 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ປ່າໄມ້ ຫ້າມພະນັກງານປ່າໄມ້ແລະເຈົ້າໜ້າທີ່ປ່າໄມ້ມີພຶດຕິກໍາດັ່ງນີ້: 1. ສວຍໃຊ້ໜ້າທີ່ຕໍາແໜ່ງແລະຮັບສິນບົນເພື່ອຜົນປະໂຫຍດສ່ວນ ຕົວ; 2. ໃຊ້ສິດໜ້າທີ່ເກີນຂອບເຂດຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະ ໂຫຍດຂອງລັດ,ລວມໝູ່ຫຼືສິດແລະຜົນປະໂຫຍດຂອງປະຊາຊົນ; 3. ປະລະໜ້າທີ່ແລະຄວາມຮັບຜິດຊອບຕໍ່ວຽກງານປ່າໄມ້ທີ່ການ ຈັດຕັ້ງມອບໝາຍໃຫ້; 4. ເປີດເຜີຍຄວາມລັບຂອງລັດແລະຂອງລັດຖະການກ່ຽວກັບປ່າ ໄມ້; 5. ປອມແປງເອກະສານເຊັ່ນ:ປອມແປງລາຍເຊັນ,ຕາປະທັບ ແລະປັນຊີໄມ້,ການວັດແທກໄມ້,ການຈັດຊັ້ນຄຸນນະພາບໄມ້,ຂໍ້ມູນການ ສໍາຫຼວດແລະກວດກາປ່າໄມ້ແລະການຕີກາໄມ້; 6. ດໍາເນີນຫຼືເຂົ້າຮ່ວມການດໍາເນີນທຸລະກິດກ່ຽວກັບການຂຸດຄົ້ນ, ຊື້-ຂາຍໄມ້ແລະຜະລິດຕະຜົນປ່າໄມ້; 7. ມອບຄ້ອນຕີກາໄມ້ໃຫ້ນັກທຸລະກິດແລະປະຊາຊົນລວມທັງພະ ນັກງານທີ່ບໍ່ມີໜ້າທີ່ຮັບຜິດຊອບ; 8. ຍ້າຍ,ປ່ຽນແປງຫຼືທໍາລາຍເຄື່ອງໝາຍເຂດແດນປ່າປ້ອງກັນ ,ປ່າສະຫງວນແລະປ່າຜະລິດ; 9. ໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່ແລະນໍາໃຊ້ມາດຕະການ ອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍ; 10. ມີໄວ້ໃນຄອບຄອງເຄື່ອງຈັກຂຸດຄົ້ນໄມ້ແລະພາຫະນະລາກ ແກ່ໄມ້; 11. ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາ 101 ຂໍ້ຫ້າມສໍາລັບນັກທຸລະກິດ

ມາດຕາ 101 ຂໍ້ຫ້າມສໍາລັບນັກທຸລະກິດ ຫ້າມນັກທຸລະກິດພາຍໃນແລະຕ່າງປະເທດມີພຶດຕິກໍາດັ່ງນີ້: 1. ດໍາເນີນການສໍາຫຼວດປ່າໄມ້,ຊັບພະຍາກອນປ່າໄມ້,ຂຸດຄົ້ນໄມ້ ແລະເຄື່ອງປ່າຂອງດົງເວັ້ນເວຍແຕ່ໄດ້ຮັບອະນຸຍາດ; 2. ສ້າງຕັ້ງໂຮງຊອຍ,ໂຮງເລື່ອຍ,ໂຮງເຟີນິເຈີແລະໂຮງງານ ປຸງແຕ່ງໄມ້ແລະເຄື່ອງປ່າຂອງດົງໂດຍບໍ່ໄດ້ຮັບອະນຸຍາດແລະຢູ່ໃນຫຼື ຢູ່ໃກ້ປ່າໄມ້ທຸກປະເພດ; 3. ບຸກລຸກທໍາລາຍປ່າໄມ້ແລະຊັບພະຍາກອນປ່າໄມ້ໃນເຂດຫວງ ຫ້າມເດັດຂາດຂອງປ່າປ້ອງກັນແລະປ່າສະຫງວນ,ເຂດເຊື່ອມຕໍ່ລະຫວ່າງ ປ່າສະຫງວນດ້ວຍກັນຫຼືລະຫວ່າງປ່າສະຫງວນ,ປ່າໄມ້ປະເພດອື່ນແລະ ເຂດອື່ນໆ; 4. ຈັບຈອງຕົ້ນໄມ້,ປ່າໄມ້ຫຼືເຄື່ອງປ່າຂອງດົງແລະທີ່ດິນປ່າໄມ້ ,ຕັດໄມ້ທົດແທນແຜນການຂຸດຄົ້ນໄມ້ຂອງສົກປີຜ່ານມາແລະຕັດໄມ້ກ່ອນ ໄດ້ຮັບອະນຸຍາດ; 5. ບຸກເບີກປ່າໄມ້ແລະທີ່ດິນປ່າໄມ້ນອກເຂດທີ່ອະນຸຍາດ; 6. ຍ້າຍ,ປ່ຽນແປງຫຼືທໍາລາຍເຄື່ອງໝາຍເຂດແດນປ່າປ້ອງກັນ ,ປ່າສະຫງວນແລະປ່າຜະລິດ; 7. ນໍາເຂົ້າໂຮງງານ,ພາຫະນະລາກແກ່ໄມ້,ເຄື່ອງຈັກແລະອຸປະ ກອນຂຸດຄົ້ນໄມ້ໂດຍບໍ່ໄດ້ຮັບອະນຸຍາດ; 8. ຕັດ,ຊື້-ຂາຍແລະເຄື່ອນຍ້າຍໄມ້ທໍາມະຊາດປະເພດຫວງຫ້າມ ແລະໄມ້ພິດເສດທີ່ໃກ້ສູນພັນໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ເຊັ່ນ: ໄມ້ດູ່ລາຍ,ໄມ້ຂະຍຸງ,ໄມ້ປະດົງ,ໄມ້ຄໍາພີ້,ໄມ້ໂລ່ງເລ່ງ,ໄມ້ຈໍາປາ ປ່າ; 9. ເຄື່ອນຍ້າຍໄມ້ແລະເຄື່ອງປ່າຂອງດົງເກີນນໍ້າໜັກ,ເກີນຈໍາ ນວນ,ເກີນຂະໜາດແລະໃນໄລຍະເວລາທີ່ເກືອດຫ້າມຫຼືບໍ່ຖືກກັບເອກະ ສານ; 10. ຊື້ຈ້າງ,ໃຫ້ສິນບົນແກ່ພະນັກງານ,ເຈົ້ານ້າທີ່ແລະປະຊາຊົນ; 11. ປອມແປງເອກະສານ,ຕາປະທັບແລະຄ້ອນຕີກາໄມ້; 12. ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອມານາບຂູ່ພະ ນັກງານ,ເຈົ້າໜ້າທີ່ຫຼືປະຊາຊົນ; 13. ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາ 102 ຂໍ້ຫ້າມສໍາລັບປະຊາຊົນ

ມາດຕາ 102 ຂໍ້ຫ້າມສໍາລັບປະຊາຊົນ ຫ້າມປະຊາຊົນມີພຶດຕິກໍາດັ່ງນີ້: 1. ທໍາລາຍປ່າໄມ້ດ້ວຍການບຸກລຸກ,ບຸກເບີກຖາກຖາງປ່າໄມ້, ຈູດປ່າ,ຕັດໄມ້,ການໄມ້ຫຼືນໍາໃຊ້ສານເຄມີໃຫ້ຕົ້ນໄມ້ຕາຍຫຼືດ້ວຍການກະ ທໍາອື່ນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ; 2. ເຂົ້າໄປຕັ້ງຖິ່ນຖານຢູ່ເຂດປ່າປ້ອງກັນ,ປ່າສະຫງວນແລະປ່າ ຜະລິດຫຼືທໍາການຜະລິດໂດຍບໍ່ໄດ້ຮັບອະນຸຍາດ; 3. ຕັດ,ຊື້-ຂາຍ,ເຄື່ອນຍ້າຍຫຼືເກັບກູ້ໄມ້ທໍາມະຊາດປະເພດຫວງ ຫ້າມແລະໄມ້ພິເສດທີ່ໃກ້ສູນພັນໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ເຊັ່ນ:ໄມ້ດູ່ລາຍ,ໄມ້ຂະຍຸງ,ໄມ້ປະດົງ,ໄມ້ຄໍາພີ້,ໄມ້ໂລ່ງເລ່ງ,ໄມ້ຈໍາປາ ປ່າ; 4. ຈັບຈອງຕົ້ນໄມ້,ປ່າໄມ້,ເຄື່ອງປ່າຂອງດົງແລະທີ່ດິນປ່າໄມ້; 5. ຮ່ວມມືກັບນັກທຸລະກິດ,ພະນັກງານຫຼືເຈົ້າໜ້າທີ່ໃນການລັກ ລອບຕັດໄມ້,ບຸກລຸກທໍາລາຍປ່າໄມ້ແລະຊັບພະຍາກອນປ່າໄມ້; 6. ປອມແປງເອກະສານ,ຕາປະທັບແລະຄ້ອນຕີກາໄມ້; 7. ໃຊ້ຄວາມຮຸນແຮງແລະແອບອ້າງຊື່ຜູ້ອື່ນເພື່ອນາບຂູ່ພະນັກ ງານ,ເຈົ້ານ້າທີ່ຫຼືຜູ້ອື່ນ; 8. ຍ້າຍ,ປ່ຽນແປງຫຼືທໍາລາຍເຄື່ອງໝາຍເຂດແດນປ່າປ້ອງກັນ ,ປ່າສະຫງວນແລະປ່າຜະລິດ; 9. ຊື້-ຂາຍໄມ້ທີ່ບໍ່ຖືກຕ້ອງຕາມກົດໝາຍ; 10. ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.

...ມາດຕາ 103 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ

ມາດຕາ 103 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ ຫ້າມການຈັດຕັ້ງແລະບຸກຄົນອື່ນມີພຶດຕິກໍາດັ່ງນີ້: 1. ໃຊ້ສິດໜ້າທີ່ເກີນຂອບເຂດ,ໃຊ້ຄວາມຮຸນແຮງແລະແອບອ້າງ ຊື່ຜູ້ອື່ນເພື່ອນາບຂູ່ພະນັກງານ,ເຈົ້າໜ້າທີ່ຫຼືຜູ້ອື່ນ; 2. ສວຍໃຊ້ໜ້າທີ່ຕໍາແໜ່ງເພື່ອຜົນປະໂຫຍດສ່ວນຕົວຫຼືເພື່ອຜູ້ອື່ນ; 3. ດໍາເນີນທຸລະກິດຂຸດຄົ້ນ,ຊື້-ຂາຍ,ເຄື່ອນຍ້າຍໄມ້ແລະເຄື່ອງປ່າ ຂອງດົງດ້ວຍຕົນເອງຫຼືມີຫຸ້ນສ່ວນໂດຍບໍ່ໄດ້ຮັບອະນຸຍາດ; 4. ອະນຸມັດການຫັນປ່ຽນປະເພດປ່າໄມ້ແລະທີ່ດິນປ່າໄມ້,ອະນຸມັດ ໃຫ້ເຊົ່າແລະສໍາປະທານທີ່ດິນປ່າໄມ້ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ລວມທັງການເອົາໄມ້ແລກປ່ຽນກັບໂຄງການ; 5. ອອກອະນຸຍາດຕັດໄມ້ແລະເກັບກູ້ເຄື່ອງປ່າຂອງດົງ; 6. ຂັດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ທີ່ປະຕິບັດວຽກ ງານປ່າໄມ້; 7. ກົດໜ່ວງຖ່ວງດຶງການດໍາເນີນຄະດີກ່ຽວກັບປ່າໄມ້; 8. ພຶດຕິກໍາອື່ນທີ່ເປັນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

..ພາກທີ 8 ການຄຸ້ມຄອງແລະກວດກາປ່າໄມ້ແລະທີ່ດິນປ່າໄມ້


...ໝວດທີ 1 ກາຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້


....ມາດຕາ 104 ອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 104 ອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ ລັດຖະບບານຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ຢ່າງລວມສູນແລະ ເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງກະສິກໍາ ແລະປ່າໄມ້ເປັນໃຈກາງໃນການປະສານສົມທົບກັບອົງການອື່ນທີ່ກ່ຽວ ຂ້ອງເຊັ່ນ:ອົງການຄຸ້ມຄອງທີ່ດິນແຫ່ງຊາດ,ກະຊວງອຸດສາຫະກໍາແລະ ການຄ້າ,ກະຊວງພະລັກງານແລະບໍ່ແຮ່,ກະຊວງສາທາລະນະສຸກແລະ ອົງການຊັບພະຍາກອນນໍ້າແລະສິ່ງແວດລ້ອມ. ອົງການຄຸ້ມຄອງປ່າໄມ້ແລະທີ່ດິນປ່າໄມ້ຢູ່ ສປປລາວ ປະກອບ ດ້ວຍ: 1. ກະຊວງກະສິກໍາແລະປ່າໄມ້ໂດຍແມ່ນປົມປ່າໄມ້ເປັນເສນາທິ ການ; 2. ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ; 3. ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 4. ໜ່ວຍງານປ່າໄມ້ບ້ານ.

....ມາດຕາ 105 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້

ມາດຕາ 105 ສິດແລະໜ້າທີ່ຂອງກະຊວງກະສິກໍາແລະປ່າໄມ້ ໃນການຄຸ້ມຄອງປ່າໄມ້,ທີ່ດິນປ່າໄມ້ແລະກິດຈະການປ່າໄມ້ກະ ຊວງກະສິກໍາແລະປ່າໄມ້ມີສິດແລະນ້າທີ່ດັ່ງນີ້: 1. ເປັນເສນາທິການໃຫ້ລັດຖະບານໃນການຜັນຂະຫຍາຍແນວ ທາງ,ແຜນຍຸດທະສາດ,ແຜນນະໂຍບາຍແລະນະໂຍບາຍຕ່າງໆໃຫ້ກາຍ ເປັນແຜນງານ,ໂຄງການລະອຽດແລະລະບຽບກົດໝາຍເພື່ອປົກປັກຮັກ ສາແລະພັດທະນາປ່າໄມ້ແລະທີ່ດິນປ່າໄມ້ໃນຂອບເຂດທົ່ວປະເທດ; 2. ໂຄສະນາເຜີຍແຜ່,ຊີ້ນໍາ,ຕິດຕາມ,ກວດກາການຈັດຕັ້ງປະຕິ ບັດລະບຽບກົດໝາຍກ່ຽວກັບປ່າໄມ້; 3. ຄົ້ນຄວ້າວິທະຍາສາດເຕັກນິກດ້ານປ່າໄມ້,ສ້າງຕາໜ່າງສູນ ສະຖິຕິແລະຂ່າວສານ,ບໍລຸງແລະຍົກລະດັບວິຊາການປ່າໄມ້; 4. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະ ຕິບັດວຽກງານປ່າໄມ້ແລະທີ່ດິນປ່າໄມ້ເປັນຕົ້ນການສໍາຫຼວດ,ການຈັດ ສັນ,ການອະນຸມັດນໍາໃຊ້,ເຊົ່າຫຼືສໍາປະທານ; 5. ພົວພັນແລະຮ່ວມມືກັບຕ່າງປະເທດກ່ຽວກັບກິດຈະການປ່າ ໄມ້; 6. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ໃນ ທົ່ວປະເທດໃຫ້ລັດຖະບານຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 106 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ

ມາດຕາ 106 ສິດແລະໜ້າທີ່ຂອງພະແນກກະສິກໍາແລະປ່າໄມ້ແຂວງ ,ນະຄອນ ໃນການຄຸ້ມຄອງປ່າໄມ້,ທີ່ດິນປ່າໄມ້ແລະກິດຈະການປ່າໄມ້ພະ ແນກກະສິກໍາແລະປ່າໄມ້ແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ,ຍຸດທະສາດ,ມະຕິຄໍາສັ່ງແລະລະ ບຽບການກ່ຽວກັບການຄຸ້ມຄອງແລະນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບປ່າໄມ້; 3. ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາແລະປະເມີນຜົນການຈັດຕັ້ງປະ ຕິບັດວຽກງານຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ; 4. ຄົ້ນຄວ້າແລະມີຄໍາເຫັນກ່ຽວກັບການລົງທຶນດ້ານທຸລະກິດປ່າ ໄມ້,ການຂໍອະນຸມັດນໍາໃຊ້,ເຊົ່າຫຼືສໍາປະທານທີ່ດິນປ່າໄມ້ເພື່ອສະເໜີຕໍ່ ກະຊວງກະສິກໍາແລະປ່າໄມ້ພິຈາລະນາ; 5. ອອກໃບອະນຸຍາດຂຸດຄົ້ນໄມ້,ເຄື່ອງປ່າຂອງດົງຕາມແຈ້ງ ການຂອງກະຊວງກະສິກໍາແລະປ່າໄມ້ບົນພື້ນຖານການອະນຸມັດຂອງລັດ ຖະບານ; 6. ປະສານສົມທົບກັບອົງການອື່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະ ຕິບັດວຽກງານປ່າໄມ້ແລະທີ່ດິນປ່າໄມ້ເປັນຕົ້ນການສໍາຫຼວດ,ການຈັດສັນ ,ການອະນຸມັດນໍາໃຊ້,ເຊົ່າຫຼືສໍາປະທານ; 7. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ ພາຍໃນແຂວງ,ນະຄອນໃຫ້ກະຊວງປະສິກໍາແລະປ່າໄມ້ແລະອົງການປົກ ຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 107 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານ

ມາດຕາ 107 ສິດແລະໜ້າທີ່ຂອງຫ້ອງການກະສິກໍາແລະປ່າໄມ້ເມືອງ ,ເທດສະບານ ໃນການຄຸ້ມຄອງປ່າໄມ້,ທີ່ດິນປ່າໄມ້ແລະກິດຈະການປ່າໄມ້ຫ້ອງ ການກະສິກໍາແລະປ່າໄມ້ເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດບັນດາແຜນການ,ແຜນງານ,ໂຄງການ,ຂໍ້ຕົກ ລົງ,ຄໍາສັ່ງ,ແຈ້ງການແລະຄໍາແນະນໍາກ່ຽວກັບປ່າໄມ້; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບປ່າໄມ້; 3. ຊີ້ນໍາ,ຊຸກຍູ້,ຕິດຕາມ,ກວດກາການປະຕິບັດວຽກງານຂອງ ໜ່ວຍງານປ່າໄມ້ບ້ານເປັນຕົ້ນການປົກປັກຮັສາ,ພັດທະນາປ່າໄມ້ແລະທີ່ ດິນປ່າໄມ້; 4. ຈັດຕັ້ງປະຊາຊົນຢູ່ຂັ້ນບ້ານຄຸ້ມຄອງ,ປົກປັກຮັກສາແລະພັດທະ ນາປ່າໄມ້ແລະທີ່ດິນປ່າໄມ້,ຈັດຕັ້ງການມອບດິນ-ມອບປ່າໃຫ້ບຸກຄົນ, ຄອບຄົວແລະການຈັດຕັ້ງ; 5. ຄົ້ນຄວ້າການຂໍອະນຸມັດຫັນປ່ຽນທີ່ດິນປ່າປອກໂຫຼ້ນຕາມລະ ບຽບກົດໝາຍ; 6. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ພາຍ ໃນເມືອງ,ເທດສະບານໃຫ້ພະແນກກະສິກໍາແລະປ່າໄມ້ແຂວງ,ນະຄອນ ແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 108 ສິດແລະໜ້າທີ່ຂອງໜ່ວຍງານປ່າໄມ້ບ້ານ

ມາດຕາ 108 ສິດແລະໜ້າທີ່ຂອງໜ່ວຍງານປ່າໄມ້ບ້ານ ໃນການຄຸ້ມຄອງປ່າໄມ້,ທີ່ດິນປ່າໄມ້ແລະກິດຈະການປ່າໄມ້ໜ່ວຍ ງານປ່າໄມ້ບ້ານມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າແລະສະເໜີໃຫ້ອົງການປົກຄອງບ້ານອອກກົດລະບຽບ ການນໍາໃຊ້ປ່າໄມ້ຂັ້ນບ້ານຕາມປະເພນີໂດຍສອດຄ່ອງກັບລະບຽບກົດ ໝາຍກ່ຽວກັບປ່າໄມ້; 2. ເຜີຍແຜ່ລະບຽບການກ່ຽວກັບປ່າໄມ້ເປັນຕົ້ນຄວາມສໍາຄັນ ແລະຄຸນປະໂຫຍດຂອງປ່າໄມ້,ທີ່ດິນປ່າໄມ້,ປ່າຍອດນໍ້າແລະສິ່ງແວດ ລ້ອມໃຫ້ປະຊາຊົນໃນບ້ານຂອງຕົນ; 3. ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບປ່າໄມ້,ການມອບ ດິນ-ມອບປ່າຂອງບ້ານໃຫ້ບຸກຄົນແລະການຈັດຕັ້ງພາຍໃນບ້ານຄຸ້ມຄອງ ,ປົກປັກຮັກສາ,ຟື້ນຟູ,ປູກ,ຂະຫຍາຍແລະນໍາໃຊ້ຢ່າງມີປະສິດທິຜົນ; 4. ຈັດຕັ້ງປະຊາຊົນຄຸ້ມຄອງ,ປົກປັກຮັກສາ,ນໍາໃຊ້ປ່າໄມ້ແລະທີ່ ດິນປ່າໄມ້,ປ່າຍອດນໍ້າ,ເຄື່ອງປ່າຂອງດົງແລະສິ່ງແວດລ້ອມພາຍໃນ ບ້ານໃຫ້ຖືກຕ້ອງກັບສະພາບຕົວຈິງຂອງບ້ານຕົນ; 5. ຕິດຕາມ,ເກັບກໍາສະພາບການປ່ຽນແປງຂອງປ່າໄມ້,ສິ່ງ ແວດລ້ອມແລະສະພາບການເຄື່ອນໄຫວວຽກງານປ່າໄມ້ໃນຂອບເຂດ ບ້ານຂອງຕົນແລ້ວລາຍງານໃຫ້ຫ້ອງການກະສິກໍາແລະປ່າໄມ້ເມືອງ, ເທດສະບານ; 6. ເປັນເຈົ້າການຕິດຕາມ,ສະກັດກັ້ນແລະຕ້ານການເຄື່ອນໄຫວ ອັນບໍ່ດີທີ່ມີຜົນກະທົບຕໍ່ປ່າໄມ້,ເຄື່ອງປ່າຂອງດົງ,ປ່າຍອດນໍ້າແລະສິ່ງ ແວດລ້ອມເຊັ່ນ:ການລັກລອບຕັດໄມ້,ຈູດປ່າແລະການກະທໍາທີ່ເປັນການ ທໍາລາຍປ່າໄມ້ຢ່າງທັນການ; 7. ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ ພາຍໃນບ້ານໃຫ້ຫ້ອງການກະສິກໍາແລະປ່າໄມ້ເມືອງ,ເທດສະບານແລະ ອົງການປົກຄອງບ້ານຢ່າງເປົນປົກກະຕິ; 8. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 109 ສິດແລະໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ

ມາດຕາ 109 ສິດແລະໜ້າທີ່ຂອງອົງການອື່ນທີ່ກ່ຽວຂ້ອງ ອົງການອື່ນທີ່ກ່ຽວຂ້ອງກັບວຽກງານປ່າໄມ້ແລະທີ່ດິນປ່າໄມ້ມີ ສິດແລະໜ້າທີ່ຄຸ້ມຄອງ,ປົກປັກຮັກສາແລະພັດທະນາຄາມພາລະບົດບາດ ຂອງຕົນຊຶ່ງໄດ້ກໍານົດໄວ້ໃນລະບຽບການສະເພາະ,ສ່ວນການກວດກາ ແມ່ນໃຫ້ປະຕິບັດຕາມມາດຕາ 116 ຂອງກົດໝາຍສະບັບນີ້.

...ໝວດທີ 2 ການກວດກາປ່າໄມ້ແລະທີ່ດິນປ່າໄມ້


....ມາດຕາ 110 ຈຸດປະສົງຂອງການກວດກາປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 110 ຈຸດປະສົງຂອງການກວດກາປ່າໄມ້ແລະທີ່ດິນປ່າໄມ້ ການກວດກາປ່າໄມ້ແລະທີ່ດິນປ່າໄມ້ແມ່ນການຕິດຕາມການ ເຄື່ອນໄຫວຄຸ້ມຄອງ,ປົກປັກຮັກສາ,ພັດທະນາແລະການນໍາໃຊ້ປ່າໄມ້,ທີ່ ດິນປ່າໄມ້,ເຄື່ອງປ່າຂອງດົງຂອງການຈັດຕັ້ງ,ພະນັກງານ,ເຈົ້າໜ້າທີ່ ແລະປະຊາຊົນລວມທັງການດໍາເນີນທຸລະກິດປ່າໄມ້ເພື່ອໃຫ້ຖືກຕ້ອງຕາມ ລະບຽບກົດໝາຍກ່ຽວກັບປ່າໄມ້ແລະກົດໝາຍອື່ນທີ່ກ່ຽວຂ້ອງແນໃສ່ ເຮັດໃຫ້ການປົກປັກຮັກສາແລະການພັດທະນາປ່າໄມ້,ທີ່ດິນປ່າໄມ້ແລະ ຊັບພະຍາກອນປ່າໄມ້ດໍາເນີນໄປຢ່າງມີປະສິດທິຜົນ.

....ມາດຕາ 111 ອົງການກວດກາປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 111 ອົງການກວດກາປ່າໄມ້ແລະທີ່ດິນປ່າໄມ້ ອົງການກວດກາປ່າໄມ້ແລະທີ່ດິນປ່າໄມ້ແມ່ນອົງການດຽວກັນ ກັບອົງການຄຸ້ມຄອງປ້່າໄມ້ແລະທີ່ດິນປ່າໄມ້ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 104 ຂອງກົດໝາຍສະບັບນີ້ໂດຍແມ່ນກົມກວດກາປ່າໄມ້ເປັນເສ ນາທິການໃຫ້ກະຊວງກະສິກໍາແລະປ່າໄມ້.

....ມາດຕາ 112 ສິດແລະໜ້າທີ່ຂອງອົງການກວດກາປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 112 ສິດແລະໜ້າທີ່ຂອງອົງການກວດກາປ່າໄມ້ແລະທີ່ດິນ ປ່າໄມ້ ອົງການກວດກາປ່າໄມ້ແລະທີ່ດິນປ່າໄມ້ມີສິດແລະໜ້າທີ່ດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບປ່າໄມ້; 2. ກວດກາກິດຈະການແລະໂຄງການປ່າໄມ້,ທີ່ດິນປ່າໄມ້ແລະ ຊັບພະຍາກອນປ່າໄມ້ອື່ນລວມທັງການດໍາເນີນທຸລະກິດປ່າໄມ້ແລະເຄື່ອງ ປ່າຂອງດົງ; 3. ດໍາເນີນການສືບສວນ-ສອບສວນຄະດີກ່ຽວກັບປ່າໄມ້ແລະທີ່ ດິນປ່າໄມ້ໂດຍນໍາໃຊ້ມາດຕະການສືບສວນ-ສອບສວນແລະມາດຕະການ ສະກັດກັ້ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາ ຍາ; 4. ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງເພື່ອອອກຄໍາສັ່ງໃຫ້ຢຸດເຊົາ ການເຄື່ອນໄຫວກ່ຽວກັບກິດຈະການປ່າໄມ້ຫຼືໂຈະໜ້າທີ່ຕໍາແໜ່ງຂອງ ພະນັກງານ,ເຈົ້າໜ້າທີ່ທີ່ກ່ຽວຂ້ອງຖ້າເຫັນວ່າມີການກະທໍາທີ່ບໍ່ຖືກກົດ ໝາຍ; 5. ພົວພັນ,ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະທ້ອງຖິ່ນໃນການຈັດຕັ້ງປະຕິບັດສິດແລະໜ້າທີ່ຂຶງຕົນ; 6. ສະຫຼຸບຜົນຂອງການປະຕິບັດວຽກງານກວດກາແຕ່ລະໄຍຍະ ໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 113 ເຈົ້າໜ້າທີ່ປ່າໄມ້

ມາດຕາ 113 ເຈົ້າໜ້າທີ່ປ່າໄມ້ ເຈົ້າໜ້າທີ່ປ່າໄມ້ແມ່ນພະນັກງານສັງກັດຢູ່ອົງການກວດກາປ່າ ໄມ້ແລະທີ່ດິນປ່າໄມ້ຊຶ່ງມີໜ້າທີ່ກວດກາແລະສືບສວນ-ສອບສວນຄະດີ ກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້ຕາມລະບຽບກົດໝາຍກ່ຽວກັບປ່າໄມ້ ແລະກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ສໍາລັບການຈັດຕັ້ງ,ການເຄື່ອນໄຫວແລະມາດຕະການຂອງເຈົ້າ ໜ້າທີ່ປ່າໄມ້ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 114 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ປ່າໄມ້

ມາດຕາ 114 ສິດແລະໜ້າທີ່ຂອງເຈົ້າໜ້າທີ່ປ່າໄມ້ ນອກຈາກສິດແລະໜ້າທີ່ທີ່ໄດ້ກໍານົດໄວ້ໃນມາດຕາ 112 ຂອງ ກົດໝາຍສະບັບນີ້ແລ້ວເຈົ້າໜ້າທີ່ປ່າໄມ້ມີສິດແລະໜ້າທີ່ສະເພາະດັ່ງນີ້: 1. ເຄື່ອນໄຫວລາດຕະເວນແລະກວດກາຕາມເປົ້າໝາຍຕ່າງໆ ເຊັ່ນ:ສະຖານທີ່ຂຸດຄົ້ນໄມ້,ເສັ້ນທາງຂົນສົ່ງໄມ້,ສະໜາມໄມ້,ໂຮງງານ ທີ່ນໍາໃຊ້ໄມ້,ສາງເກັບມ້ຽນໄມ້ແລະສະຖານທີ່ອື່ນທີ່ເຫັນວ່າຈໍາເປັນ; 2. ຮັບ,ບັນທຶກການແຈ້ງຄວາມ,ທວງເອົາແລະກວດກາເອກະ ສານທີ່ເຫັນວ່າມີການລະເມີດລະບຽບກົດໝາຍກ່ຽວກັບປ່າໄມ້; 3. ດໍາເນີນຄະດີອາຍາຕໍ່ຜູ້ຖືກຫາເປັນຕົ້ນດໍາເນີນການສືບສວນ -ສອບສວນລວມທັງນໍາໃຊ້ມາດຕະການສືບສວນ-ສອບສວນແລະມາດ ຕະການສະກັດກັ້ນ; 4. ສະຫຼຸບການສືບສວນ-ສອບສວນແລະປະກອບສໍານວນຄະດີ ສົ່ງໃຫ້ໄອຍະການປະຊາຊົນພິຈາລະນາສັ່ງຟ້ອງຂຶ້ນສານ; 5. ພົວພັນປະສານສົມທົບກັບການຈັດຕັ້ງອື່ນທີ່ກ່ຽວຂ້ອງລວມ ທັງອົງການປົກຄອງທ້ອງຖິ່ນກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງ ຕົນ; 6. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດ ໝາຍ.

....ມາດຕາ 115 ຮູບການກວດກາປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 115 ຮູບການກວດກາປ່າໄມ້ແລະທີ່ດິນປ່າໄມ້ ການກວດກາປ່າໄມ້ແລະທີ່ດິນປ່າໄມ້ມີສາມຮູບການດັ່ງນີ້: - ການກວດກາຕາມລະບົບປົກກະຕິ; - ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ມີລັກສະ ນະກວດກາຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນຊຶ່ງຕ້ອງ ປະຕິບັດຢ່າງໜ້ອຍໜຶ່ງເທື່ອຕໍ່ປີ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ເມື່ອຫາກເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ຮັບຜິດຊອບໃນການປົກ ປັກຮັກສາແລະພັດທະນາຫຼືດໍາເນີນກິດຈະການປ່າໄມ້ຮູ້ລ່ວງໜ້າຢ່າງ ໜ້ອຍຊາວສີ່ຊົ່ວໂມງ. ການກວດກາແບບກະທັນຫັນແມ່ນການກວດກາເມື່ອຫາກເຫັນວ່າ ມີຄວາມຈໍາເປັນແຕ່ການລົງກວດການັ້ນແມ່ນດໍາເນີນຢ່າງຮີບດ່ວນໂດຍ ບໍ່ໄດ້ແຈ້ງໃຫ້ຜູ້ຮັບຜິດຊອບໃນການປົກປັກຮັກສາແລະພັດທະນາຫຼືດໍາ ເນີນກິດຈະການປ່າໄມ້ຮູ້ລ່ວງໜ້າ. ການກວດກາໃຫ້ດໍາເນີນທັງການກວດກາເອກະສານແລະການ ລົງກວດກາການປະຕິບັດຕົວຈິງຢູ່ສະຖານທີ່ປະຕິບັດງານ.

....ມາດຕາ 116 ການກວດກາພາຍນອກ

ມາດຕາ 116 ການກວດກາພາຍນອກ ການກວດກາພາຍນອກມີຈຸດປະສົງກວດກາການປະຕິບັດໜ້າທີ່ ຂອງອົງການຄຸ້ມຄອງແລະກວດກາປ່າໄມ້ແລະທີ່ດິນປ່າໄມ້ເພື່ອໃຫ້ມີ ຄວາມເຂັ້ມແຂງ,ໂປ່ງໃສແລະຍຸຕິທໍາ. ການກວດກາພາຍນອກມີດັ່ງນີ້: 1. ການກວດກາຂອງສະພາແຫ່ງຊາດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ; 2. ການກວດກາຂອງອົງການກວດກາລັດຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍການກວດກາລັດ; 3. ການຕິດຕາມກວດກາຂອງພົນລະເມືອງລາວ,ການຈັດຕັ້ງ ແລະບຸກຄົນຢູ່ຮາກຖານ,ສໍານັກງານ,ອົງການ,ຫົວໜ່ວຍວິຊາການແລະ ວິສາຫະກິດຂອງລັດກ່ຽວກັບການເຄື່ອນໄຫວຂອງພະນັກງານອຸງການ ຄຸ້ມຄອງແລະກວດກາປ່າໄມ້ແລະທີ່ດິນປ່າໄມ້,ເມື່ອພົບເຫັນຫຼືມີປາກົດ ການທີ່ລະເມີດລະບຽບກົດໝາຍແລ້ວກໍ່ມີສິດສະເໜີຕໍ່ອົງການທີ່ກ່ຽວຂ້ອງ ເພື່ອດໍາເນີນການກວດກາຕໍ່ເປົ້າໝາຍດັ່ງກ່າວ.

..ພາກທີ 9 ການແກ້ໄຂຂໍ້ຂັດແຍ່ງ


...ມາດຕາ 117 ການແກ້ໄຂບັນຫາທີ່ມີລັກສະນະບໍລິຫານກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 117 ການແກ້ໄຂບັນຫາທີ່ມີລັກສະນະບໍລິຫານກ່ຽວກັບປ່າໄມ້ ແລະທີ່ດິນປ່າໄມ້ ການແກ້ໄຂບັນຫາທີ່ມີລັກສະນະບໍລິຫານກ່ຽວກັບປ່າໄມ້ແລະທີ່ ດິນປ່າໄມ້ເປັນຕົ້ນການນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ໂດຍບໍ່ໄດ້ຮັບອະນຸ ຍາດ,ບໍ່ຖືກຕ້ອງຕາມເປົ້າໝາຍ,ການບໍ່ເສຍຄ່າບູລະນະປ່າໄມ້ຫຼືຄ່າທໍາ ນຽມຕາມລະບຽບກົດໝາຍແມ່ນອົງການຄຸ້ມຄອງແລະກວດກາປ່າໄມ້ ແລະທີ່ດິນປ່າໄມ້ທີ່ກ່ຽວຂ້ອງເປັນຜູ້ແກ້ໄຂໂດຍປະສານສົມທົບກັບຂະ ແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນຂັ້ນດຽວກັນ, ຖ້າວ່າຜູ້ນໍາໃຊ້ປ່າໄມ້ແລະທີ່ດິນປ່າໄມ້ຫາກບໍ່ພໍໃຈຕໍ່ຄໍາຕົກລົງແກ້ໄຂນັ້ນ ແລ້ວກໍ່ມີສິດສະເໜີຕໍ່ອົງການຂັ້ນເທິງຖັດນັ້ນເປັນຜູ້ແກ້ໄຂແລະໃຫ້ປະຕິ ບັດຕາມກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ.

...ມາດຕາ 118 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບປ່າໄມ້ແລະທີ່ດິນປ່າໄມ້

ມາດຕາ 118 ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບ ປ່າໄມ້ແລະທີ່ດິນປ່າໄມ້ ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບປ່າໄມ້ ແລະທີ່ດິນປ່າໄມ້ເຊັ່ນ:ການສືບທອດມູນມໍລະດົກກ່ຽວກັບປ່າໄມ້ແລະທີ່ ດິນປ່າໄມ້ທີ່ມີການພັດທະນາແລ້ວ,ການໂອນສິດນໍາໃຊ້ປ່າໄມ້ແລະທີ່ດິນ ປ່າໄມ້ແລະສັນຍາທາງແພ່ງອື່ນໆແມ່ນານປະຊາຊົນເປັນຜູ້ພິຈາລະນາ ຕັດສິນຕາມກົດໝາຍ. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງກ່ຽວກັບປ່າໄມ້ ແລະທີ່ດິນປ່າໄມ້ແມ່ນໃຫ້ອົງການປົກຄອງບ້ານບ່ອນທີ່ປ່າໄມ້ແລະທີ່ດິນ ປ່າໄມ້ຕັ້ງຢູ່ໄກ່ເກ່ຍກ່ອນ,ຖ້າຫາກບໍ່ສາມາດຕົກລົງກັນໄດ້ກໍ່ສະເໜີໃຫ້ ອົງການປົກຄອງເມືອງ,ເທດສະບານເປັນຜູ້ໄກ່ເກ່ຍ;ຖ້າຫາກຍັງບໍ່ສາ ມາດແກ້ໄຂໄດ້ຄູ່ກໍລະນີກໍ່ມີສິດຮ້ອງຟ້ອງຕໍ່ສານ. ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບປ່າໄມ້ແລະ ທີ່ດິນປ່າໄມ້ແມ່ນໃຫ້ປະຕິບັດຕາມສົນທິສັນຍາແລະສັນຍາສາກົນທີ່ສປປ ລາວເປັນພາຄີ.

..ພາກທີ 10 ວັນປູກຕົ້ນໄມ້ແຫ່ງຊາດ,ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ


...ມາດຕາ 119 ວັນປູກຕົ້ນໄມ້ແຫ່ງຊາດ

ມາດຕາ 119 ວັນປູກຕົ້ນໄມ້ແຫ່ງຊາດ ເພື່ອສ້າງສະຕິຮັກ,ຫວງແຫນໃນການປົກປັກຮັກສາ,ພັດທະນາປ່າ ໄມ້,ທີ່ດິນປ່າໄມ້ແລະສິ່ງແວດລ້ອມທໍາມະຊາດໃຫ້ແກ່ປະຊາຊົນບັນດາ ເຜົ່າໂດຍສະເພາະອະນຸຊົນແນໃສ່ເຮັດໃຫ້ປ່າໄມ້ອຸດົມສົມບູນແລະບໍ່ໃຫ້ ບົກແຫ້ງຈັກເທື່ອນັ້ນລັດກໍານົດເອົາວັນທີ 1 ມິຖຸນາເປັນວັນປູກຕົ້ນໄມ້ ແຫ່ງຊາດ.

...ມາດຕາ 120 ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ

ມາດຕາ 120 ເຄື່ອງແບບ,ເຄື່ອງໝາຍແລະຕາປະທັບ ອົງການຄຸ້ມຄອງແລະກວດກາປ່າໄມ້ແລະທີ່ດິນປ່າໄມ້ມີເຄື່ອງ ແບບ,ເຄື່ອງໝາຍແລະຕາປະທັບເປັນຂອງຕົນເອງເພື່ອນໍາໃຊ້ເຂົ້າໃນ ການເຄື່ອນໄຫວວຽກງານທາງລັດຖະການຊຶ່ງກະຊວງກະສິກໍາແລະປ່າ ໄມ້ເປັນຜູ້ວາງອອກ.

..ພາກທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 121 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 121 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ມີຜົນງານດີເດັ່ນໃນການຈັດ ຕັ້ງປະຕິບັດກົດໝາຍສະບັບນີ້ເປັນຕົ້ນໃນການປົກປັກຮັກສາແລະພັດທະ ນາປ່າໄມ້ແລະທີ່ດິນປ່າໄມ້,ປູກ,ຟື້ນຟູປ່າໄມ້ແລະປ້ອງກັນການທໍາລາຍ ປ່າໄມ້ແລະຊັບພະຍາກອນປ່າໄມ້ຈະໄດ້ຮັບການຍ້ອງຍໍແລະນະໂຍບາຍ ອື່ນຕາມລະບຽບການ.

...ມາດຕາ 122 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 122 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ,ປະຕິບັດວິໄນ,ປັບໃໝຫຼືລົງໂທດຕາມກົດໝາຍແລ້ວ ແຕ່ກໍລະນີເບົາຫຼືໜັກ.

...ມາດຕາ 123 ມາດຕະການສຶກສາອົບຮົມ

ມາດຕາ 123 ມາດຕະການສຶກສາອົບຮົມ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບປ່າໄມ້ແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນການກະທໍາ ຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າຫວ່າໜຶ່ງລ້ານກີບ ແຕ່ຫາກມີຄວາມຈິງໃຈລາຍງານ,ຮັບສາລະພາບຕໍ່ການກະທໍາທີ່ບໍ່ຖືກ ຕ້ອງຂອງຕົນແລະສົ່ງຊັບສິນຫຼືຂອງກາງທີ່ໄດ້ມາໂດຍບໍ່ຖືກຕ້ອງນັ້ນຄືນ ຄົບຖ້ວນກໍ່ຈະຖືກຕັກເຕືອນແລະສຶກສາອົບຮົມ.

...ມາດຕາ 124 ມາດຕະການທາງວິໄນ

ມາດຕາ 124 ມາດຕະການທາງວິໄນ ພະນັກງານແລະເຈົ້າໜ້າທີ່ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວ ກັບປ່າໄມ້ແລະຂໍ້ຫ້າມທີ່ມີລັກສະນະເບົາບາງຊຶ່ງບໍ່ເປັນການກະທໍາຜິດ ທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າໜຶ່ງລ້ານກີບແຕ່ ບໍ່ມີຄວາມຈິງໃຈລາຍງານ,ຫຼົບຫຼີກຈາກຄວາມຜິດຂອງຕົນກໍ່ຈະຖືກປະຕິ ບັດວິໄນຕາມແຕ່ລະກໍລະນີດັ່ງນີ້. 1. ຕິຕຽນ,ກ່າວເຕືອນຄວາມຜິດໂດຍບັນທຶກໄວ້ໃນສໍານວນເອ ກະສານຊີວິປະຫວັດຂອງຜູ້ກ່ຽວ; 2. ໂຈະການເລື່ອນຊັນ,ຂັ້ນເງິນເດືອນ,ການຍ້ອງຍໍ; 3. ປົດຕໍາແໜ່ງຫຼືຍົກຍ້າຍໄປຮັບນ້າທີ່ອື່ນທີ່ມີຕໍາແໜ່ງກວ່າເກົ່າ; 4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຜູ້ທີ່ຖືກປະຕິບັດວິໄນຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງ ນັ້ນຄືນໃຫ້ແກ່ການຈັດຕັ້ງຄົບຖ້ວນ.

...ມາດຕາ 125 ມາດຕະການປັບໃໝ

ມາດຕາ 125 ມາດຕະການປັບໃໝ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ໄດ້ລະເມີດລະບຽບກົດໝາຍ ກ່ຽວກັບປ່າໄມ້ແລະຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຊຶ່ງບໍ່ເປັນ ການກະທໍາຜິດທາງອາຍາແລະກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ໜຶ່ງ ລ້ານກີບຂຶ້ນໄປກໍ່ຈະຖືກປັບໃໝໜຶ່ງເທົ່າຂອງມູນຄ່າຄວາມເສຍຫາຍ ຂອງໄມ້,ຜະລິດຕະພັນໄມ້ລວມທັງຊັບພະຍາກອນປ່າໄມ້ຕາມລາຄາທ້ອງ ຕະຫຼາດ. ໃນກໍລະນີທີ່ມີການລະເມີດເປັນຄັ້ງທີສອງຫຼືເປັນອາຈິນກໍ່ຈະຖືກປັບ ໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍຂອງໄມ້,ຜະລິດຕະພັນໄມ້ລວມ ທັງຊັບພະຍາກອນປ່າໄມ້ຕາມລາຄາທ້ອງຕະຫຼາດ.

...ມາດຕາ 126 ມາດຕະການທາງແພ່ງ

ມາດຕາ 126 ມາດຕະການທາງແພ່ງ ບຸກຄົນ,ການຈັດຕັ້ງຫຼືວິສາຫະກິດທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ,ຄອບຄົວແລະບຸກຄົນ ອື່ນເນື່ອງມາຈາກການກະທໍາທີ່ບໍ່ຖືກຕ້ອງກ່ຽວກັບປ່າໄມ້ຈະຕ້ອງໃຊ້ ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 127 ມາດຕະການທາງອາຍາ

ມາດຕາ 127 ມາດຕະການທາງອາຍາ ບຸກຄົນທີ່ໄດ້ລະເມີດກົດໝາຍສະບັບນີ້ທີ່ເປັນການກະທໍາຜິດທາງ ອາຍາເຊັ່ນ:ຕັດໄມ້,ຖາງປ່າໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບ ປ່າໄມ້,ຈູດປ່າຫຼືທໍາລາຍປ່າໄມ້ດ້ວຍວິທີການອື່ນໆ,ຂຸດຄົ້ນເຄື່ອງປ່າຂອງ ດົງໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ,ມອບຄ້ອນຕີກາໄມ້ໃຫ້ຜູ້ທີ່ບໍ່ມີ ສິໜ້າທີ່ຮັບຜິດຊອບ,ຕັດ,ຊື້-ຂາຍແລະເຄື່ອນຍ້າຍໄມ້ທໍາມະຊາດປະເພດ ຫວງຫ້າມແລະໄມ້ພິເສດທີ່ໃກ້ຈະສູນພັນໂດຍບໍ່ໄດ້ຮັບອະນຸຍາດ,ກົດ ໜ່ວງຖ່ວງດຶງການດໍາເນີນຄະດີກ່ຽວກັບປ່າໄມ້,ອະນຸມັດການຫັນປ່ຽນ ປ່າໄມ້ທໍາມະຊາດ,ຂຸດຄົ້ນຫຼືອອກອະນຸຍາດຕັດໄມ້ໂດຍບໍ່ຖືກຕ້ອງຕາມ ກົດໝາຍຈະຖືກດໍາເນີນຄະດີອາຍາແລະລົງໂທດຕັດອິດສະລະພາບຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 139 ແລະ 143 ຂອງກົດໝາຍອາຍາແລະ ປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍຂອງໄມ້,ຜະລິດຕະພັນໄມ້ ແລະຊັບພະຍາກອນປ່າໄມ້ຕາມລາຄາທ້ອງຕະຫຼາດ.

...ມາດຕາ 128 ມາດຕະການໂທດເພີ່ມ

ມາດຕາ 128 ມາດຕະການໂທດເພີ່ມ ນອກຈາກໂທດຕົ້ນຕໍທີ່ໄດ້ກ່າວໄວ້ໃນມາດຕາ 123,124,125 126ແລະ127 ຂ້າງເທິງນີ້ແລ້ວຜູ້ກະທໍາຜິດຈະຖືກປະຕິບັດໂທດເພີ່ມ ໃນການຮິບຊັບ,ພາຫະນະອຸປະກອນທີ່ພົວພັນກັບການກະທໍາຜິດເປັນຂອງ ລັດແລະອາດຈະຖືກໂຈະຫຼືຖອນໃບອະນຸຍາດ,ຖອນສິດນໍາໃຊ້ປ່າໄມ້,ທີ່ດິນ ປ່າໄມ້ແລະຊັບພະຍາກອນປ່າໄມ້.

..ພາກທີ 12 ບັດບັນຍັດສຸດທ້າຍ


...ມາດຕາ 129 ການຈັດຕັ້ງປະຕິບັດ

ມາດຕາ 129 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 130 ຜົນສັກສິດ

ມາດຕາ 130 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍປ່າໄມ້ສະບັບເລກທີ13/ ສພຊລົງວັນທີ 9 ພະຈິກ 2005. ປະທານສະພາແຫ່ງຊາດ