ກົດໝາຍວ່າດ້ວຍຢາແລະຜະລິດຕະພັນການແພດ(ສະບັບປັບປຸງ) 21-12-2011

.ຢາແລະຜະລິດຕະພັນການແພດ(ສະບັບປັບປຸງ) 21-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະ ການກ່ຽວກັບການນໍາໃຊ້,ການຄຸ້ມຄອງ,ການຕິດຕາມ,ການກວດກາວຽກ ງານການຢາແລະຜະລິດຕະພັນການແພດເພື່ອໃຫ້ມີຄຸນນະພາບ,ປະສິດທິ ພາບ,ຄວາມປອດໄພ,ລາຄາເໝາະສົມແນໃສ່ຮັບປະກັນການກັນພະຍາດ ແລະການປິ່ນປົວໃຫ້ທຸກຄົນມີສຸຂະພາບແຂງແຮງ,ປະກອບສ່ວນເຂົ້າໃນ ການປົກປັກຮັກສາແລະພັດທະນາປະເທດຊາດ.

...ມາດຕາ 2 ຢາແລະພະລິດຕະພັນການແພດ

ມາດຕາ 2 ຢາແລະພະລິດຕະພັນການແພດ ຢາແມ່ນວັດຖຸຢ່າງໜຶ່ງຫຼືວັດຖຸປະກອບຫຼາຍຢ່າງທີ່ອອກລິດ ແລະບໍ່ອອກລິດປະສົມເຂົ້າກັນເພື່ອນໍາໃຊ້ສໍາລັບກັນພະຍາດແລະປິ່ນປົວ ,ຊ່ວຍໃນການພິສູດແລະບົ່ງມະຕິພະຍາດ,ບັນເທົາອາການເຈັບປວດ,ດັດ ແກ້,ປັບປຸງ,ເຊີດຊູ,ບໍາລຸງ,ຮັກສາຫຼືປ່ຽນແປງໜ້າທີ່ການຂອງຮ່າງກາຍ ,ຟື້ນຟູສຸຂະພາບກາຍແລະຈິດຂອງຄົນ.ຢາປະກອບດ້ວຍຢາຫຼວງແລະຢາ ພື້ນເມືອງ. ຜະລິດຕະພັນການແພດແມ່ນວັດຖຸຫຼືທາດໃດໜຶ່ງທີ່ມີການນໍາ ໃຊ້ເຂົ້າໃນວົງການແພດລວມທັງຜະລິດຕະພັນໃດໜຶ່ງທີ່ນໍາໃຊ້ທົ່ວໄປໃນ ສັງຄົມເຊັ່ນອຸປະກອນການແພດ,ຜະລິດຕະພັນເສີມສຸຂະພາບ,ເຄື່ອງສໍາ ອາງ,ເຄມີຄວບຄຸມແລະເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ຢາຫຼວງໝາຍເຖິງຜະລິດຕະພັນຢາທີ່ໄດ້ຜ່ານການປຸງ ແຕ່ງສໍາເລັດຮູບຕາມສູດຕໍາລາແລະກໍາມະວິທີວິທະຍາສາດທີ່ແນ່ນອນ ຊຶ່ງມີການຫຸ່ມຫໍ່ແລະຕິດສະຫຼາກໃນນັ້ນສ່ວນປະກອບທີ່ອອກລິດໄດ້ຖືກ ດັດແປງໃຫ້ເໝາະສົມກັບການນໍາໃຊ້ສໍາລັບຄົນ; 2. ຢາພື້ນເມືອງໝາຍເຖິງຜະລິດຕະພັນຢາທີ່ໄດ້ມາຈາກ ພືດ,ຕົ້ນໄມ້,ສັດ,ແຮ່ທາດຫຼື/ແລະພາກສ່ວນໃດໜຶ່ງຂອງພືດ,ຕົ້ນໄມ້ ແລະສັດທີ່ເປັນຢາຊຶ່ງໄດ້ນໍາມາປຸງແຕ່ງ,ຫຸ້ມຫໍ່ແລະຕິດສະຫຼາກ,ໃນ ນັ້ນລັກສະນະແລະຄວາມແຮງຂອງການອອກລິດນັ້ນໄດ້ຮັບການພິສູດ ແລ້ວຫຼືຍັງບໍ່ທັນໄດ້ຮັບການພິສູດດ້ວຍວິທະຍາສາດປັດຈຸບັນ,ແຕ່ຕ້ອງ ຖືກຮັບຮູ້ຈາກກະຊວງສາທາລະນະສຸກ; 3. ຢາແລະຜະລິດຕະພັນການແພດປອມໝາຍເຖິງຢາຫຼວງ ,ຢາພື້ນເມືອງ,ຊັບພະຍາກອນທໍາມະຊາດທີ່ເປັນຢາ,ເຄື່ອງສໍາອາງ,ຜະ ລິດຕະພັນເສີມສຸຂະພາບ,ອຸປະກອນການແພດ,ເຄມີຄວບຄຸມແລະເຄມີ ອັນຕະລາຍໃດໜຶ່ງທີ່ມີການປອມແປງຫຼືລອກແບບຫຼືຮຽນແບບຈາກຜະ ລິດຕະພັນທີ່ໄດ້ຜະລິດຫຼືຈໍາໜ່າຍແລະໄດ້ຂຶ້ນທະບຽນຢ່າງຖືກຕ້ອງ ແລ້ວໂດຍເຈດຕະນາເພື່ອຈຸດປະສົງທາງການຄ້າ; 4. ຢາຕົກມາດຕະຖານໝາຍເຖິງຢາຫຼວງຫຼືຢາພື້ນເມືອງ ໃດໜຶ່ງຊຶ່ງສ່ວນປະກອບບໍ່ກົງກັບສູດຕໍາລາຂອງຢາທີ່ໄດ້ຂຶ້ນທະບຽນ ແລ້ວ; 5. ຢາເສຍຄຸນນະພາບໝາຍເຖິງຢາຫຼວງຫຼືຢາພື້ນເມືອງ ທີ່ມີການປ່ຽນແປງຄຸນລັກສະນະທາງດ້ານວັດຖຸຫຼືເຄມີຈາກຮູບແບບ ຕາມມາດຕະຖານເດີມກ່ອນວັນໝົດອາຍຸ; 6. ຢາໃໝ່ໝາຍເຖິງຢາຫຼວງຫຼືຢາພື້ນເມືອງໃດໜຶ່ງທີ່ໄດ້ ຜະລິດຫຼືນໍາເຂົ້າໃໝ່ຊຶ່ງບໍ່ທັນໄດ້ວາງຈໍາໜ່າຍແລະນໍາໃຊ້ມາກ່ອນຢູ່ ສປປລາວ; 7. ຊັບພະຍາກອນທໍາມະຊາດທີ່ເປັນຢາໝາຍເຖິງວັດຖຸໃດ ໜຶ່ງທີ່ໄດ້ມາຈາກແຫຼ່ງທໍາມະຊາດເຊັ່ນພືດ,ຕົ້ນໄມ້,ແຮ່ທາດແລະສັດ ທີ່ສາມາດໃຊ້ເປັນວັດຖຸດິບເພື່ອຜະລິດເປັນຢາຫຼືຜະລິດຕະພັນເສີມສຸຂະ ພາບ; 8. ຜະລິດຕະພັນເສີມສຸຂະພາບໝາຍເຖິງຜະລິດຕະພັນທີ່ ໄດ້ມາຈາກພືດ,ຕົ້ນໄມ້,ແຮ່ທາດ,ສັດແລະວິຕາມິນຕ່າງໆທີ່ໄດ້ຜ່ານ ການປຸງແຕ່ງ,ການຫຸ້ມຫໍ່ແລະຕິດສະຫຼາກຕົ້ນຕໍແມ່ນເພື່ອນໍາໃຊ້ເຂົ້າ ໃນການເສີມສ້າງບາງຈຸລັງໃນຮ່າງກາຍແຕ່ຫາກບໍ່ແມ່ນນໍາໃຊ້ເພື່ອ ກັນພະຍາດແລະປິ່ນປົວ; 9. ອຸປະກອນການແພດໝາຍເຖິງເຄື່ອງມືການແພດທີ່ ເປັນເຄື່ອງໃຊ້,ເຄື່ອງຈັກ,ວັດຖຸໃນສະພາບແຫຼວ,ແຂງ,ເປັນອາຍ,ເປັນ ແສງທີ່ໃຊ້ໃນການບົ່ງມະຕິຫຼືວັດຖຸທີ່ຄ້າຍຄືທີ່ມີຈຸດປະສົງນໍາໃຊ້ຕາມ ການບົ່ງໃຊ້ຂອງຜູ້ຜະລິດ,ອາດນໍາໃຊ້ດ່ຽວຫຼືນໍາໃຊ້ຮ່ວມກັນກັບຊະນິດ ອື່ນຊຶ່ງອາດໃຊ້ເທື່ອດຽວຫຼືຫຼາຍເທື່ອກໍ່ໄດ້; 10. ຜະລິດຕະພັນເຄື່ອງສໍາອາງໝາຍເຖິງສານຫຼືການ ປຸງແຕ່ງໃດໜຶ່ງທີ່ໃຊ້ທາ,ນວດ,ຂັດ,ສີດພົ່ນໃສ່ພາກສ່ວນໃດໜຶ່ງຂອງ ຮ່າງກາຍ(ຜິວໜັງ,ລະບົບຜົມ,ແຂ້ວ,ເລັບ,ສົບ,ປາກ) ເພື່ອທໍາຄວາມ ສະອາດ,ເຮັດໃຫ້ກິ່ນຫອມແລະສວຍງາມ. 11. ເຄມີອັນຕະລາຍໝາຍເຖິງທາດຫຼືສານປະກອບທີ່ເປັນ ພິດຫຼືເປັນອັນຕະລາຍແລະມີຜົນກະທົບຕໍ່ມະນຸດ,ສັດແລະສິ່ງແວດລ້ອມ ຊຶ່ງນໍາໃຊ້ເຂົ້າໃນການປ້ອງກັນ,ກໍາຈັດຫຼືຄວບຄຸມສັດກັດແຫ້ນ,ປວກ, ແມງໄມ້ຕ່າງໆຕາມອາຄານຄົວເຮືອນລວມເຖິງເຄມີທີ່ນໍາໃຊ້ເຂົ້າໃນ ການອະເຊື້ອ,ຂ້າເຊື້ອພະຍາດແລະທໍາຄວາມສະອາດສະຖານທີ່,ເຄື່ອງ ນຸ່ງຫົ່ມແລະເຄື່ອງໃຊ້ສອຍຕ່າງໆ; 12. ເຄມີຄວບຄຸມໝາຍເຖິງສານເຄມີຕົ້ນແລະສານເຄມີ ສໍາຮອງຊຶ່ງຖືກຄວບຄຸມຕາມບັນຊີຂອງກະຊວງສາທາລະນະສຸກ; 13. ເພສັດຊະກອນໝາຍເຖິງບຸກຄົນທີ່ໄດ້ສໍາເລັດການ ສຶກສາດ້ານວິຊາການການຢາໂດຍມີປະກາສະນີຍະບັດຊັ້ນປະລິນຍາຕີ ຂຶ້ນໄປ; 14. ບັນຊີຢາຈໍາເປັນພື້ນຖານໝາຍເຖິງບັນຊີຢາຈໍາເປັນ ຕົ້ນນຕໍແມ່ນເພື່ອໃຊ້ໃນການກັນພະຍາດ,ປິ່ນປົວແລະຮັກສາສຸຂະພາບ ຂອງທຸກຄົນແລະມີໄວ້ບໍລິການທຸກເວລາແລະຢູ່ທຸກລະດັບຂອງສະຖານ ທີ່ບໍລິການສາທາລະນະສຸກໂດຍອີງໃສ່ສະພາບການເປັນພະຍາດທີ່ແຜ່ ຫຼາຍແລະສະພາບການດ້ານເສດຖະກິດຂອງປະເທດ.ຢາຈໍາເປັນພື້ນ ຖານສ່ວນຫຼາຍແມ່ນຢາດ່ຽວທີ່ມີຊື່ເອກະພາບສາກົນ; 15. ຊື່ເອກະພາບສາກົນໝາຍເຖິງຊື່ຜະລິດຕະພັນຢາຫຼືຊື່ ຂອງຕົວຢາຕົ້ນຕໍທີ່ຮັບຮູ້ຢ່າງເປັນທາງການຈາກອົງການອະນາໄມ ໂລກຊຶ່ງນໍາໃຊ້ຢ່າງກວ້າງຂວາງໃນທົ່ວໂລກແລະບໍ່ມີໃຜເປັນເຈົ້າ ຂອງລິຂະສິດ; 16. ຫົວໜ່ວຍທຸລະກິດໝາຍເຖິງໂຮງງານຜະລິດ,ບໍລິສັດ ຂາອອກ-ຂາເຂົ້າ,ສາຂາຈໍາໜ່າຍ,ບໍລິສັດຂາຍຍົກພາຍໃນແລະຮ້ານ ຂາຍຍ່ອຍກ່ຽວກັບຢາແລະຜະລິດຕະພັນການແພດ.

...ມາດຕາ 4 ນະໂຍບາຍກ່ຽວກັບວຽກງານການຢາແລະຜະລິດຕະພັນການແພດ

ມາດຕາ 4 ນະໂຍບາຍກ່ຽວກັບວຽກງານການຢາແລະຜະລິດຕະພັນການ ແພດ ລັດຊຸກຍູ້ສົ່ງເສີມໃຫ້ທຸກຄົນເຂົ້າເຖິງວຽກງານການຢາແລະ ຜະລິດຕະພັນການແພດດ້ວຍການນໍາໃຊ້ທ່າແຮງຂອງຊັບພະຍາກອນທີ່ ເປັນຢາແລະຊຸກຍູ້ທຸກພາກສ່ວນເສດຖະກິດທັງພາຍໃນແລະຕ່າງປະເທດ ລົງທຶນໃສ່ການປູກ,ລ້ຽງ,ປົກປັກຮັກສາ,ອະນຸລັກ,ຂຸດຄົ້ນ,ເກັບຊື້,ຄົ້ນ ຄວ້າ,ວິໄຈ,ທົດລອງ,ປຸງແຕ່ງ,ຜະລິດເປັນຢາແລະຜະລິດຕະພັນການ ແພດສໍາເລັດຮູບຫຼືເຄິ່ງສໍາເລັດຮູບຢ່າງມີຄຸນນະພາບແລະໄດ້ມາດຕະ ຖານເພື່ອຮັບໃຊ້ພາຍໃນປະເທດ,ທົດແທນການນໍາເຂົ້າແລະເພື່ອສົ່ງ ອອກ,ສ້າງເງື່ອນໄຂອໍານວຍຄວາມສະດວກ,ປະກອບພະນັກງານແລະ ທຶນຮອນໃຫ້ແກ່ວຽກງານດັ່ງກ່າວຢ່າງເໝາະສົມ. ລັດສົ່ງເສີມການນໍາໃຊ້ຢາຫຼວງສົມທົບກັບຢາພື້ນເມືອງທີ່ມີ ປະສິດທິພາບແລະຄວາມປອດໄພເຂົ້າໃນວຽກງານກັນພະຍາດແລະປິ່ນ ປົວ,ຊຸກຍູ້ໃຫ້ມີການເຊື່ອມສານການນໍາໃຊ້ແລະການພັດທະນາຢາພື້ນ ເມືອງເຂົ້າໃນລະບົບບໍລິການທາງດ້ານສາທາລະນະສຸກ.

...ມາດຕາ 5 ຫຼັກການກ່ຽວກັບວຽກງານການຢາແລະຜະລິດຕະພັນການແພດ

ມາດຕາ 5 ຫຼັກການກ່ຽວກັບວຽກງານການຢາແລະຜະລິດຕະພັນ ການແພດ ວຽກງານການຢາແລະຜະລິດຕະພັນການແພດໃຫ້ປະຕິບັດ ຕາມຫຼັກການຕົ້ນຕໍດັ່ງນີ້: 1. ຜະລິດຢາແລະຜະລິດຕະພັນການແພດໃຫ້ຖືກຕ້ອງຕາມ ມາດຕະຖານ; 2. ຮັບປະກັນຄຸນນະພາບ,ປະສິດທິພາບ,ຄວາມປອດໄພແລະ ລາຄາເໝາະສົມໃນການສະໜອງ,ການເກັບຮັກສາຢາແລະຜະລິດຕະພັນ ການແພດ; 3. ນໍາໃຊ້ຢາແລະຜະລິດຕະພັນການແພດຢ່າງສົມເຫດສົມ ຜົນ,ຖືກຕ້ອງຕາມຫຼັກການການແພດຫຼືຕາມຄໍາສັ່ງຂອງແພດ; 4. ຜະລິດແລະນໍາໃຊ້ຢາແລະຜະລິດຕະພັນການແພດໄປຄຽງ ຄູ່ກັບການປົກປັກຮັກສາສິ່ງແວດລ້ອມແລະຮັບປະກັນຄວາມຍືນຍົງຂອງ ຊັບພະຍາກອນທໍາມະຊາດທີ່ເປັນຢາ.

...ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 6 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນຫຼືການຈັດ ຕັ້ງທີ່ດໍາລົງຊີວິດແລະເຄື່ອນໄຫວທຸລະກິດດ້ານການຢາແລະຜະລິດຕະ ພັນການແພດຢູ່ສປປລາວເທົ່ານັ້ນ.

...ມາດຕາ 7 ການຮ່ວມມືສາກົນ

ມາດຕາ 7 ການຮ່ວມມືສາກົນ ລັດພົວພັນແລະຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນ ກ່ຽວກັບວຽກງານການຢາແລະຜະລິດຕະພັນການແພດດ້ວຍການແລກ ປ່ຽນບົດຮຽນ,ຂ້ໍມູນຂ່າວສານ,ວິທະຍາສາດ,ເຕັກໂນໂລຊີ,ການຝຶກອົບ ຮົມ,ການກໍ່ສ້າງພະນັກງານ,ການຊ່ວຍເຫຼືອແລະການຮ່ວມມືອື່ນໆ.

..ພາກທີ 2 ບັນຊີແລະການຈັດປະເພດຢາແລະຜະລິດຕະພັນການແພດ


...ມາດຕາ 8 ບັນຊີຢາແລະຜະລິດຕະພັນການແພດ

ມາດຕາ 8 ບັນຊີຢາແລະຜະລິດຕະພັນການແພດ ກະຊວງສາທາລະນະສຸກເປັນຜູ້ກໍານົດບັນຊີຢາແລະຜະລິດ ຕະພັນການແພດທີ່ອະນຸຍາດໃຫ້ຜະລິດ,ສົ່ງອອກ,ນໍາເຂົ້າ,ຈໍາໜ່າຍ,ຈໍ ລະຈອນແຈກຢາຍ,ນໍາໃຊ້ແລະບໍ່ອະນຸຍາດໃຫ້ນໍາໃຊ້ຢູ່ໃນສປປລາວ.

...ມາດຕາ 9 ການຈັດປະເພດຢາ

ມາດຕາ 9 ການຈັດປະເພດຢາ ຢາຢູ່ສປປລາວໄດ້ຈັດແບ່ງອອກເປັນປະເພດດັ່ງນີ້: 1. ຢາທີ່ຈ່າຍ,ຂາຍແລະໃຊ້ຕາມໃບສັ່ງຂອງແພດ; 2. ຢາທີ່ຈ່າຍ,ຂາຍແລະໃຊ້ຕາມການຄວບຄຸມຂອງເພສັດຊະ ກອນ; 3. ຢາທີ່ຂາຍທົ່ວໄປໂດຍບໍ່ຈໍາເປັນຕ້ອງມີໃບສັ່ງຂອງແພດ; 4. ຢາປະຈໍາຄອບຄົວ; 5, ຢາເບື່ອ,ຢາເສບຕິດ,ຢາອັນຕະລາຍຕາມບັນຊີທີ່ກະຊວງ ສາທາລະນະສຸກກໍານົດ.

...ມາດຕາ 10 ການມີຢາໄວ້ໃນຄອບຄອງ

ມາດຕາ 10 ການມີຢາໄວ້ໃນຄອບຄອງ ການມີຢາໄວ້ໃນຄອບຄອງມີກໍລະນີດັ່ງນີ້: 1. ຢາສໍາລັບແພດປິ່ນປົວ,ທັນຕະແພດຫຼືພະຍາບານຜະດຸງ ຄັນທີ່ໄດ້ຮັບອະນຸຍາດເພື່ອນໍາໃຊ້ໃນການປິ່ນປົວ; 2. ຢາທີ່ໄດ້ຮັບອະນຸຍາດເພື່ອນໍາໃຊ້ສ່ວນຕົວສໍາລັບຄົນ ເຈັບ; 3. ຢາເພື່ອນໍາໃຊ້ສ່ວນຕົວໃນເວລາເດີນທາງ; 4. ຢາພື້ນເມືອງທີ່ບໍ່ເສບຕິດ; 5. ຢາປະຈໍາຄອບຄົວ.

...ມາດຕາ 11 (ໃໝ່) ການຈັດປະະເພດອຸປະກອນການແພດ

ມາດຕາ 11 (ໃໝ່) ການຈັດປະະເພດອຸປະກອນການແພດ ອຸປະກອນການແພດໄດ້ຈັດແບ່ງອອກເປັນປະເພດດັ່ງນີ້: 1. ປະເພດ A - ຄວາມສ່ຽງຕໍ່າເຊັ່ນສາຍຢາງຮັດແອວ,ສໍາ ລີ,ໃຍດູດຊັບບາດແຜ,ຢາງຕິດແລະອື່ນໆ; 2. ປະເພດ B - ຄວາມສ່ຽງຕໍ່າຫາຄວາມສ່ຽງປານກາງເຊັ່ນ ເຄື່ອງດູດລູກອອກ,ຖົງມືໃສ່ຜ່າຕັດ,ທໍ່ແຍ່ກະເພາະອາຫານແລະອື່ນໆ; 3. ປະເພດ C - ຄວາມສ່ຽງປານກາງຫາຄວາມສ່ຽງສູງ ເຊັ່ນເຄື່ອງຜ່າຕັດຜ່ານທໍ່,ເຄື່ອງໃຊ້ໃສ່ຢາສະຫຼົບ,ເຄື່ອງຈັກຟອກໝາກໄຂ່ ຫຼັງແລະອື່ນໆ; 4. ປະເພດ D - ຄວາມສ່ຽງສູງເຊັ່ນທໍ່ຍະເລືອດເພື່ອຫຼໍ່ລ້ຽງ ຫົວໃຈ,ເຄື່ອງມືຜ່າຕັດສະໝອງແລະອື່ນໆ.

..ພາກທີ 3 ທຸລະກິດຢາແລະຜະລິດຕະພັນການແພດ


...ໝວດທີ 1 ການດໍາເນີນທຸລະກິດຢາແລະຜະລິດຕະພັນການແພດ


....ມາດຕາ 12 ການດໍາເນີນທຸລະກິດຢາແລະຜະລິດຕະພັນການແພດ

ມາດຕາ 12 ການດໍາເນີນທຸລະກິດຢາແລະຜະລິດຕະພັນການແພດ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດການປູກ ,ການລ້ຽງ,ການຂຸດຄົ້ນ,ການຜະລິດ,ການເກັບຮັກສາ,ການຈໍາໜ່າຍ, ການຂາຍ,ການສົ່ງອອກ,ການນໍາເຂົ້າຢາແລະຜະລິດຕະພັນການແພດ ຕ້ອງໄດ້ຮັບການເຫັນດີແລະອະນຸຍາດທາງດ້ານວິຊາການຈາກກະຊວງ ສາທາລະນະສຸກເສຍກ່ອນແລະໄດຮັບອະນຸຍາດສ້າງຕັ້ງວິສາຫະກິດຕາມ ທີ່ໄດກໍານົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.

....ມາດຕາ 13 ການຂຶ້ນທະບຽນຢາແລະຜະລິດຕະພັນການແພດ

ມາດຕາ 13 ການຂຶ້ນທະບຽນຢາແລະຜະລິດຕະພັນການແພດ ຢາແລະຜະລິດຕະພັນການແພດທີ່ນໍາໃຊ້ແລະຈໍລະຈອນຈໍາ ໜ່າຍຢູ່ ສປປລາວຕ້ອງໄດ້ຂຶ້ນທະບຽນຢູ່ກົມອາຫານແລະຢາ,ກະຊວງສາ ທາລະນະສຸກເສຍກ່ອນ. ກ່ອນການອະນຸມັດການຂຶ້ນທະບຽນຢາແລະຜະລິດຕະພັນການ ແພດນັ້ນກົມອາຫານແລະຢາ,ກະຊວງສາທາລະນະສຸກຕ້ອງໄດ້ພິຈາລະ ນາຕາມຂັ້ນຕອນ,ເງື່ອນໄຂ,ຂໍ້ຮຽກຮ້ອງດ້ານມາດຕະຖານຂອງພາກພື້ນ ຫຼືສາກົນເພື່ອຮັບປະກັນຄຸນນະພາບ,ປະສິດທິພາບແລະຄວາມປອດໄພ. ຜູ້ມີສິດຂຶ້ນທະບຽນຢາແລະຜະລິດຕະພັນການແພດແມ່ນໂຮງ ງານ,ບໍລິສັດທີ່ດໍາເນີນທຸລະກິດຢາແລະຜະລິດຕະພັນການແພດຊຶ່ງໄດ້ຮັບ ອະນຸຍາດຢ່າງຖືກຕ້ອງຈາກຂະແໜງການສາທາລະນະສຸກ. ຂັ້ນຕອນການຂຶ້ນທະບຽນຢາແລະຜະລິດຕະພັນການແພດໄດ້ ກໍານົດໄວ້ໃນລະບຽບການຕ່າງຫາກ.

....ມາດຕາ 14 ເງື່ອນໄຂຂອງການດໍາເນີນທຸລະກິດການຜະລິດ,ການສົ່ງອອກແລະນໍາເຂົ້າ,ການຂາຍຍົກຢາແລະຜະລິດຕະພັນການແພດ

ມາດຕາ 14 ເງື່ອນໄຂຂອງການດໍາເນີນທຸລະກິດການຜະລິດ,ການສົ່ງ ອອກແລະນໍາເຂົ້າ,ການຂາຍຍົກຢາແລະຜະລິດຕະພັນການແພດ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງດໍາເນີນທຸລະກິດການຜະ ລິດ,ການສົ່ງອອກແລະນໍາເຂົ້າ,ການຂາຍຍົກຢາຫຼືຜະລິດຕະພັນການ ແພດນອກຈາກທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດແລ້ວຍັງ ຕ້ອງມີເງື່ອນໄຂເພີ່ມເຕີມດັ່ງນີ້: 1. ມີເພສັດຊະກອນທີ່ມີປະສົບການຢ່າງໜ້ອຍຫ້າປີຂຶ້ນໄປຢູ່ ປະຈໍາ; 2. ບໍ່ເຄີຍຕ້ອງໂທດກ່ຽວກັບຢາຫຼືຢາເສບຕິດຫຼືຜະລິດຕະພັນ ການແພດ; 3. ມີຈັນຍາບັນການຢາແລະທຸລະກິດ; 4. ມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ; 5. ມີສຸຂະພາບດີ,ບໍ່ເປັນໂລກຈິດຫຼືພະຍາດຕິດແປດ; 6. ມີມາດຕະການປົກປັກຮັກສາຄວາມປອດໄພແລະສິ່ງແວດ ລ້ອມ; 7. ມີສະຖານທີ່ເໝາະສົມແລະມີສິ່ງອໍານວຍຄວາມສະດວກທີ່ ຈໍາເປັນ,ມີສາງທີ່ໄດ້ມາດຕະຖານແລະພາຫະນະຂົນສົ່ງ. ສໍາລັບໂຄງງານຍັງຕ້ອງມີຫ້ອງຜະລິດ,ຫ້ອງວິໄຈພ້ອມດ້ວຍ ອຸປະກອນຄົບຊຸດ.

....ມາດຕາ 15 ການຜະລິດຢາແລະຜະລິດຕະພັນການແພດ

ມາດຕາ 15 ການຜະລິດຢາແລະຜະລິດຕະພັນການແພດ ກ່ອນການຜະລິດຢາຫຼືຜະລິດຕະພັນການແພດນັ້ນວິສາຫະກິດ ຕ້ອງຍື່ນຄໍາຮ້ອງຂໍອະນຸຍາດຜະລິດທົດລອງຊຶ່ງຕ້ອງແຈ້ງສູດຕໍາລາ,ສະ ຫຼາກຢາແລະຂັ້ນຕອນການຜະລິດຕໍ່ກົມອາຫານແລະຢາ,ກະຊວງສາທາ ລະນະສຸກຕາມຂັ້ນຕອນການຂຶ້ນທະບຽນຢາແລະຜະລິດຕະພັນການແພດ ແລະປະຕິບັດຕາມຫຼັກການຜະລິດຢາແລະຜະລິດຕະພັນການແພດທີ່ດີທີ່ ໄດ້ຮັບການຢັ້ງຢືນຈາກກະຊວງສາທາລະນະສຸກ.

....ມາດຕາ 16 ການສົ່ງອອກແລະນໍາເຂົ້າຢາແລະຜະລິດຕະພັນການແພດ

ມາດຕາ 16 ການສົ່ງອອກແລະນໍາເຂົ້າຢາແລະຜະລິດຕະພັນການແພດ ຢາແລະຜະລິດຕະພັນການແພດທີ່ນໍາເຂົ້າມາຈໍາໜ່າຍຢູ່ ສປປລາວຕ້ອງໄດ້ຂຶ້ນທະບຽນຫຼືຈົດແຈ້ງຢູ່ກົມອາຫານແລະຢາ,ກະຊວງ ສາທາລະນະສຸກເສຍກ່ອນ. ການສົ່ງອອກແລະນໍາເຂົ້າຢາແລະຜະລິດຕະພັນການແພດ ຕ້ອງໄດ້ຮັບການກວດກາຈາກຂະແໜງການສາທາລະນະສຸກເສຍກ່ອນ.

....ມາດຕາ 17 ການຂາຍຍົກຢາແລະຜະລິດຕະພັນການແພດ

ມາດຕາ 17 ການຂາຍຍົກຢາແລະຜະລິດຕະພັນການແພດ ການຂາຍຍົກຢາແລະຜະລິດຕະພັນການແພດດໍາເນີນໄດ້ສະ ເພາະແຕ່ຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດເທົ່ານັ້ນເປັນຕົ້ນໂຮງງານ ຜະລິດຢາແລະຜະລິດຕະພັນການແພດ,ຕົວແທນຈໍາໜ່າຍຂອງໂຮງງານ, ບໍລິສັດສົ່ງອອກ-ນໍາເຂົ້າພ້ອມດ້ວຍສາຂາແລະບໍລິສັດຂາຍຍົກພາຍໃນ.

....ມາດຕາ 18 ການຂາຍຍ່ອຍຢາແລະຜະລິດຕະພັນການແພດ

ມາດຕາ 18 ການຂາຍຍ່ອຍຢາແລະຜະລິດຕະພັນການແພດ ການຂາຍຍ່ອຍຢາແລະຜະລິດຕະພັນການແພດດໍາເນີນໄດ້ສະ ເພາະແຕ່ຮ້ານຂາຍຢາທີ່ໄດ້ຮັບອະນຸຍາດເທົ່ານັ້ນ. ເງື່ອນໄຂແລະລະບຽບການດໍາເນີນທຸລະກິຂາຍຍ່ອຍຢາແລະ ຜະລິດຕະພັນການແພດໄດ້ກໍານົດໄວ້ຕ່າງຫາກ.

...ໝວດທີ 2 ການໂຄສະນາຢາແລະຜະລິດຕະພັນການແພດ


....ມາດຕາ 19 ການໂຄສະນາ

ມາດຕາ 19 ການໂຄສະນາ ການໂຄສະນາຢາແລະຜະລິດຕະພັນການແພດຈະດໍາເນີນໄດ້ ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດທາງດ້ານເນື້ອໃນຈາກຂະແໜງການສາທາລະ ນະສຸກເທົ່ານັ້ນ.

....ມາດຕາ 20 ຄວາມສອດຄ່ອງຂອງການໂຄສະນາ

ມາດຕາ 20 ຄວາມສອດຄ່ອງຂອງການໂຄສະນາ ການໂຄສະນາຕ້ອງສອດຄ່ອງກັບຄຸນນະພາບຂອງຢາແລະ ຜະລິດຕະພັນການແພດແລະສອດຄ່ອງກັບເນື້ອໃນ;ຮູບການແລະສະຖານ ທີ່ທີ່ໄດ້ຮັບອະນຸຍາດຈາກຂະແໜງການສາທາລະນະສຸກແລ້ວ.

...ໝວດທີ 3 ລາຄາຢາແລະຜະລິດຕະພັນການແພດ


....ມາດຕາ 21 ການວາງລາຄາ

ມາດຕາ 21 ການວາງລາຄາ ການວາງລາຄາຢາແລະຜະລິດຕະພັນການແພດຕ້ອງໃຫ້ສົມ ເຫດສົມຜົນຕາມກົນໄກການຕະຫຼາດທີ່ມີການດັດສົມໂດຍມີການຄວບຄຸມ ຂອງຂະແໜງການສາທາລະນະສຸກແລະອົງການຂອງລັດທີ່ກ່ຽວຂ້ອງ ເພື່ອໃຫ້ທຸກຄົນໃນສັງຄົມສາມາດນໍາໃຊ້ຢາແລະຜະລິດຕະພັນການແພດ ໃນການກັນພະຍາດແລະການປິ່ນປົວ.

....ມາດຕາ 22 ການຄວບຄຸມລາຄາ

ມາດຕາ 22 ການຄວບຄຸມລາຄາ ຂະແໜງການສາທາລະນະສຸກແລະອົງການຂອງລັດທີ່ກ່ຽວ ຂ້ອງມີໜ້າທີ່ຄວບຄຸມລາຄາຢາແລະຜະລິດຕະພັນການແພດເພື່ອໃຫ້ລາ ຄາຢູ່ໃນສະພາບທີ່ເໝາະສົມໂດຍສະເພາະໃນກໍລະນີມີໄພພິບັດແລະພະ ຍາດລະບາດເກີດຂຶ້ນ. ຜູ້ຂາຍຍ່ອຍຢາແລະຜະລິດຕະພັນການແພດລວມທັງຫ້ອງ ກວດພະຍາດແລະໂຮງໝໍເອກະຊົນຕ້ອງຕິດລາຄາຕາມລາຄາຄວບຄຸມ ຂອງລັດ.

..ພາກທີ 4 ການສະໜອງ,ການຮັບເອົາການຊ່ວຍເຫຼືອແລະຊັບສິນທາງປັນຍາ


...ໝວດທີ 1 ການສະໜອງຢາແລະຜະລິດຕະພັນການແພດ


....ມາດຕາ 23 ການສະໜອງຢາແລະຜະລິດຕະພັນການແພດ

ມາດຕາ 23 ການສະໜອງຢາແລະຜະລິດຕະພັນການແພດ ການສະໜອງຢາແລະຜະລິດຕະພັນການແພດຕ້ອງຮັບປະກັນ ຄຸນນະພາບ,ປະສິດທິພາບ,ມີຄວາມປອດໄພ,ໄດ້ມາດຕະຖານ,ມີລາຄາ ເໝາະສົມ,ສອດຄ່ອງກັບບັນຊີຢາຈໍາເປັນພື້ນຖານ,ເປັນຊື່ເອກະພາບສາ ກົນແລະເປັນຢາທີ່ໄດ້ຂຶ້ນທະບຽນຢູ່ສປປລາວໂດຍນໍາໃຊ້ງົບປະມານ,ຊັບ ພະຍາກອນທີ່ມີຢູ່ຢ່າງເໝາະສົມ,ຄຸ້ມຄ່າແລະຮັບປະກັນຄວາມໂປ່ງໃສ.

....ມາດຕາ 24 ການຈັດຊື້ຢາແລະຜະລິດຕະພັນການແພດ

ມາດຕາ 24 ການຈັດຊື້ຢາແລະຜະລິດຕະພັນການແພດ ການຈັດຊື້ຢາແລະຜະລິດຕະພັນການແພດຕ້ອງປະຕິບັດຕາມ ຫຼັກການຈັດຊື້ທີ່ລັດໄດ້ກໍານົດບົນພື້ນຖານການສັງລວມແຜນຄວາມຕ້ອງ ການຈາກຮາກຖານແລະສອດຄ່ອງກັບບັນຊີຢາແລະຜະລິດຕະພັນການ ແພດທີ່ຂະແໜງການສາທາລະນະສຸກວາງອອກ.

....ມາດຕາ 25 ການຕອບສະໜອງງົບປະມານ

ມາດຕາ 25 ການຕອບສະໜອງງົບປະມານ ລັດເປັນຜູ້ຕອບສະໜອງງົບປະມານຢ່າງເໝາະສົມໃນການ ຈັດຊື້ຢາແລະຜະລິດຕະພັນການແພດອັນຈໍາເປັນພື້ນຖານ.

....ມາດຕາ 26 (ໃໝ່) ການເກັບຮັກສາແລະການທໍາລາຍ

ມາດຕາ 26 (ໃໝ່) ການເກັບຮັກສາແລະການທໍາລາຍ ຂະແໜງການສາທາລະນະສຸກເປັນຜູ້ກໍານົດເງື່ອນໄຂການ ເກັບຮັກສາຢາແລະຜະລິດຕະພັນການແພດເພື່ອຮັບປະກັນຄຸນນະພາບ ຂອງຜະລິດຕະພັນໃຫ້ຢູ່ໃນສະພາບດີແລະເງື່ອນໄຂການທໍາລາຍຕາມຫຼັກ ການເພື່ອຫຼີກລຽງຜົນປະທົບຕໍ່ສຸຂະພາບແລະສິ່ງແວດລ້ອມ.

...ໝວດທີ 2 ການຮັບເອົາການຊ່ວຍເຫຼືອຢາແລະຜະລິດຕະພັນການແພດ


....ມາດຕາ 27 ການຮັບເອົາການຊ່ວຍເຫຼືອຢາແລະຜະລິຕະພັນການແພດ

ມາດຕາ 27 ການຮັບເອົາການຊ່ວຍເຫຼືອຢາແລະຜະລິຕະພັນການແພດ ຢາແລະຜະລິດຕະພັນການແພດທີ່ໄດ້ຮັບການຊ່ວຍເຫຼືອຈາກ ພາຍໃນແລະສາກົນສາມາດນໍາເຂົ້າສປປລາວໄດ້ກໍ່ຕໍ່ເມື່ອມີການຮັບປະ ກັນຄຸນນະພາບ,ສອດຄ່ອງກັບຄວາມຕ້ອງການນໍາໃຊ້ໂດຍໄດ້ຮັບອະນຸ ຍາດຈາກຂະແໜງການສາທາລະນະສຸກ.

....ມາດຕາ 28 (ໃໝ່) ພາກສ່ວນທີ່ຮັບເອົາການຊ່ວຍເຫຼືອຢາແລະຜະລິດຕະພັນການແພດ

ມາດຕາ 28 (ໃໝ່) ພາກສ່ວນທີ່ຮັບເອົາການຊ່ວຍເຫຼືອຢາແລະຜະລິດ ຕະພັນການແພດ ໂຮງໝໍຫຼືສະຖານທີ່ບໍລິການສາທາລະນະສຸກແລະພາກສ່ວນ ອື່ນທີ່ຮັບເອົາການຊ່ວຍເຫຼືອຢາແລະຜະລິດຕະພັນການແພດນັ້ນຕ້ອງປະ ສານງານກັບຂະແໜງການສາທາລະນະສຸກທີ່ກ່ຽວຂ້ອງກ່ອນຈະນໍາໃຊ້ ,ແຈກຢາຍເພື່ອໃຫ້ຖືກຕ້ອງຕາມຫຼັກການແລະຈຸດປະສົງຂອງການຊ່ວຍ ເຫຼືອ.

...ໝວດທີ 3 ຊັບສິນທາງປັນຍາ


....ມາດຕາ 29 (ໃໝ່) ການປົກປ້ອງຊັບສິນທາງປັນຍາ

ມາດຕາ 29 (ໃໝ່) ການປົກປ້ອງຊັບສິນທາງປັນຍາ ລັດປົກປ້ອງແລະຮັກສາຂໍ້ມູນທີ່ເປັນຄວາມລັບໃຫ້ຜູ້ທີ່ຂຶ້ນທະ ບຽນຢາແລະຜະລິດຕະພັນການແພດຢ່າງຖືກຕ້ອງຕາມກົດໝາຍສະບັບນີ້ ແລະໃຫ້ສອດຄ່ອງກັບກົດໝາຍກວ່າດ້ວຍຊັບສິນທາງປັນຍາ,ສັນຍາແລະ ສົນທິສັນຍາສາກົນທີ່ສປປລາວເປັນພາຄີ.

....ມາດຕາ 30 (ໃໝ່) ສິດນໍາເຂົ້າແລະຜະລິດຢາແລະຜະລິດຕະພັນການແພດດ້ານຊັບສິນທາງປັນຍາ

ມາດຕາ 30 (ໃໝ່) ສິດນໍາເຂົ້າແລະຜະລິດຢາແລະຜະລິດຕະພັນການ ແພດດ້ານຊັບສິນທາງປັນຍາ ລັດມີສິດນໍາເຂົ້າແລະຜະລິດຢາແລະຜະລິດຕະພັນການແພດ ດ້ານຊັບສິນທາງປັນຍາໃນກໍລະນີມີຄວາມຈໍາເປັນນໍາໃຊ້ຊຶ່ງບໍ່ແມ່ນຈຸດ ປະສົງທາງການຄ້າເພື່ອກັນພະຍາດແລະປິ່ນປົວເຊັ່ນກໍລະນີເກີດພະຍາດ ລະບາດ.

..ພາກທີ 5 ການຄົ້ນຄວ້າທົດລອງທາງດ້ານຄຼີນິກ


...ມາດຕາ 31 ການຄົ້ນຄວ້າທົດລອງທາງດ້ານຄຼີນິກ

ມາດຕາ 31 ການຄົ້ນຄວ້າທົດລອງທາງດ້ານຄຼີນິກ ການຄົ້ນຄວ້າທົດລອງທາງດ້ານຄຼີນິກຢາຫຼືຜະລິດຕະພັນການ ແພດແມ່ນການທົດລອງນໍາໃຊ້ຢາແລະຜະລິດຕະພັນການແພດໃສ່ສັດຫຼື ຄົນເພື່ອພິສູດກ່ຽວກັບປະສິດທິພາບແລະຄວາມປອດໄພສໍາລັບຜູ້ຊົມໃຊ້. ການຄົ້ນຄວ້າທົດລອງທາງດ້ານຄຼີນິກຢາຫຼືຜະລິດຕະພັນການ ແພດດໍາເນີນໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກຂະແໜງການສາທາລະ ນະສຸກ.

...ມາດຕາ 32 ການລາຍງານຜົນການຄົ້ນຄວ້າທົດລອງ

ມາດຕາ 32 ການລາຍງານຜົນການຄົ້ນຄວ້າທົດລອງ ຜົນການຄົ້ນຄວ້າທົດລອງທາງດ້ານຄຼີນິກຢາແລະຜະລິດຕະ ພັນການແພດຢູ່ ສປປລາວຕ້ອງລາຍງານໃຫ້ຂະແໜງການສາທາລະນະ ສູກແລະຂະແໜງການອື່ນທີ່ກ່ຽວຂ້ອງ. ໃນກໍລະນີມີຜົນສະທ້ອນທີ່ເປັນອັນຕະລາຍຕໍ່ສຸຂະພາບຕ້ອງ ລາຍງານໃຫ້ຂະແໜງການສາທາລະນະສຸກແລະຂະແໜງການອື່ນທີ່ກ່ຽວ ຂ້ອງຊາບໃນທັນໃດເພື່ອດັດແປງຫຼືຍົກເລີກການທົດລອງຢ່າງທັນການ.

..ພາກທີ 6 ແລະການເກັບກໍາຜົນສະທ້ອນຂອງຢາແລະຜະລິດຕະພັນການແພດ


...ມາດຕາ 33 ສູນຂໍ້ມູນກ່ຽວກັບພິດເບື່ອ

ມາດຕາ 33 ສູນຂໍ້ມູນກ່ຽວກັບພິດເບື່ອ ສູນຂໍ້ມູນກ່ຽວກັບພິດເບື່ອຕ້ອງໄດ້ຮັບການສ້າງຕັ້ງຂຶ້ນ,ມີ ໜຶາທີ່ຄົ້ນຄວ້າ,ສະໜອງຂໍ້ມູນຂ່າວສານ,ເຜີຍແຜ່ແລະໃຫ້ຄໍາແນະນໍາ ແກ່ນັກວິຊາການສາທາລະນະສຸກແລະບັນດາອົງການຈັດຕັ້ງຕ່າງໆໃນ ຂອບເຂດທົ່ວປະເທດກ່ຽວກັບມາດຕະການສະກັດກັ້ນ,ກັນແລະແກ້ໄຂກໍ ລະນີທີ່ມີການເບື່ອພິດຈາກຢາ,ສານເຄມີແລະວັດຖຸອື່ນແລະມີຜົນສະ ທ້ອນຈາກຜະລິດຕະພັນການແພດ.

...ມາດຕາ 34 ການເກັບກໍາກ່ຽວກັບຜົນສະທ້ອນຂອງຢາແລະຜະລິດຕະພັນການແພດ

ມາດຕາ 34 ການເກັບກໍາກ່ຽວກັບຜົນສະທ້ອນຂອງຢາແລະຜະລິດຕະ ພັນການແພດ ສູນຂໍ້ມູນກ່ຽວກັບພິດເບື່ອນອກຈາກໜ້າທີ່ທີ່ໄດ້ກໍານົດໄວ້ໃນ ມາດຕາ 33 ເທິງນີ້ແລ້ວຍັງມີໜ້າທີ່ເກັບກໍາ,ປະເມີນຜົນແລະເຜີຍແຜ່ ຂໍ້ມູນຂ່າວສານໃຫ້ນັກວິຊາການສາທາລະນະສຸກ,ການຈັດຕັ້ງແລະປະຊາ ຊົນບັນດາເຜົ່າຮັບຮູ້,ເຂົ້າໃຈກ່ຽວກັບຜົນສະທ້ອນຂອງຢາແລະຜະລິດຕະ ພັນການແພດ.

..ພາກທີ 7 ສິດ,ພັນທະຂອງຜູ້ຊົມໃຊ້ແລະຄວາມຮັບຜິດຊອບຂອງຜູ້ສະໜອງຢາແລະຜະລິດຕະພັນການແພດ


...ມາດຕາ 35 (ໃໝ່) ສິດຂອງຜູ້ຊົມໃຊ້

ມາດຕາ 35 (ໃໝ່) ສິດຂອງຜູ້ຊົມໃຊ້ ຜູ້ຊົມໃຊ້ມີສິດຕົ້ນຕໍດັ່ງນີ້: 1. ໄດ້ຮັບຜະລິດຕະພັນທີ່ມີຄຸນນະພາບ,ປອດໄພຕໍ່ຊີວິດ,ສຸຂະ ພາບແລະສອດຄ່ອງກັບຈຸດປະສົງຂອງຜູ້ຊົມໃຊ້; 2. ໄດ້ຮັບຂໍ້ມູນທີ່ຄົບຖ້ວນແລະຈະແຈ້ງກ່ຽວກັບເນື້ອໃນ,ສັບ ພະຄຸນ,ຜົນສະທ້ອນແລະທີ່ມາຂອງຢາແລະຜະລິດຕະພັນການແພດຈາກຜູ້ ສະໜອງ; 3. ມີຄວາມເຫັນຫຼືຂໍ້ສະເໜີກ່ຽວກັບລາຄາ,ຄຸນນະພາບ,ວິທີ ການແລະລັກສະນະຂອງການບໍລິການດ້ານຢາແລະຜະລິດຕະພັນການ ແພດ; 4. ຮ້ອງທຸກຕໍ່ຂະແໜງການທີ່ກ່ຽວຂ້ອງຕາມລະບຽບກົດ ໝາຍເມື່ອຕົນໄດ້ຮັບພິດເບື່ອຈາກຢາແລະຜົນສະທ້ອນຈາກຜະລິດຕະພັນ ການແພດ.

...ມາດຕາ 36 (ໃໝ່) ພັນທະຂອງຜູ້ຊົມໃຊ້

ມາດຕາ 36 (ໃໝ່) ພັນທະຂອງຜູ້ຊົມໃຊ້ ຜູ້ຊົມໃຊ້ມີພັນທະຕົ້ນຕໍດັ່ງນີ້: 1. ນໍາໃຊ້ຢາແລະຜະລິດຕະພັນການແພດຕາມໃບສັ່ງຫຼືຄໍາ ແນະນໍາຂອງແພດຫຼືເພສັດຊະກອນຫຼືຕາມສະຫຼາກທີ່ໄດ້ກໍານົດໄວ້; 2. ແຈ້ງຫຼືລາຍງານຕໍ່ຂະແໜງການທີ່ກ່ຽວຂ້ອງກ່ຽວກັບ ຢາແລະຜະລິດຕະພັນການແພດທີ່ບໍ່ມີຄຸນນະພາບຫຼື/ແລະບໍ່ປອດໄພ; 3. ເປັນເຈົ້າການໃນການເຂົ້າຮ່ວມຮັບຟັງ,ການເຜີຍແຜ່ ຂໍ້ມູນທາງດ້ານວິຊາການກ່ຽວກັບຢາແລະຜະລິດຕະພັນການແພດ.

...ມາດຕາ 37 (ໃໝ່) ຄວາມຮັບຜິດຊອບຂອງຜູ້ສະໜອງ

ມາດຕາ 37 (ໃໝ່) ຄວາມຮັບຜິດຊອບຂອງຜູ້ສະໜອງ ຜູ້ສະໜອງມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍໃນກໍລະນີທີ່ ເກີດຄວາມເສຍຫາຍແກ່ຜູ້ຊົມໃຊ້ຍ້ອນຢາແລະຜະລິດຕະພັນການແພດ ທີ່ບໍ່ມີຄຸນນະພາບ,ບໍ່ປອດໄພ,ລາຄາບໍ່ເໝາະສົມຫຼືການໂຄສະນາເຜີຍ ແຜ່ບໍ່ຖືກກັບຕົວຈິງ.

..ພາກທີ 8 ຂໍ້ຫ້າມ


...ມາດຕາ 38 (ໃໝ່) ຂໍ້ຫ້າມສໍາລັບເພສັດຊະກອນແລະນັກວິຊາການສາທາລະນະສຸກອື່ນ

ມາດຕາ 38 (ໃໝ່) ຂໍ້ຫ້າມສໍາລັບເພສັດຊະກອນແລະນັກວິຊາການສາ ທາລະນະສຸກອື່ນ ຫ້າມເພສັດຊະກອນແລະນັກວິຊາການສາທາລະນະສຸກອື່ນມີ ການກະທໍາດັ່ງນີ້: 1. ມອບໃບທະບຽນວິຊາຊີບເພສັດຊະກໍາໃຫ້ຜູ້ອື່ນນໍາໃຊ້; 2. ປຸງແຕ່ງ,ຂາຍ,ມອບຢາແລະຜະລິດຕະພັນການແພດທີ່ບໍ່ ໄດ້ຄຸນນະພາບ,ບໍ່ປອດໄພໃຫ້ຜູ້ອື່ນຫຼືໂດຍບໍ່ໄດ້ຮັບໃບສັ່ງຂອງແພດ; 3. ສວຍໃຊ້ໜ້າທີ່,ຕໍາແໜ່ງຂອງຕົນແລະສົມຮູ້ຮ່ວມຄິດກັບ ຜູ້ອື່ນໃນທາງທີ່ບໍ່ຖືກຕ້ອງກ່ຽວກັບຢາແລະຜະລິດຕະພັນການແພດເພື່ອ ຫາຜົນປະໂຫຍດສ່ວນຕົວ; 4. ເປີດເຜີຍຄວາມລັບທາງດ້ານຂໍ້ມູນ,ສູດຕໍາລາກ່ຽວກັບ ການຜະລິດຢາແລະຜະລິດຕະພັນການແພດໂດຍບໍ່ໄດ້ຮັບອະນຸຍາດ; 5. ມອບໝາຍໃຫ້ບຸກຄົນທີ່ບໍ່ແມ່ນນັກວິຊາການສາທາລະນະ ສຸກຂາຍຢາແລະຜະລິດຕະພັນການແພດ; 6. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບຢາແລະຜະລິດຕະພັນການແພດ.

...ມາດຕາ 39 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ

ມາດຕາ 39 ຂໍ້ຫ້າມສໍາລັບຜູ້ດໍາເນີນທຸລະກິດ ຫ້າມຜູ້ດໍາເນີນທຸລະກິດກ່ຽວກັບຢາແລະຜະລິດຕະພັນການ ແພດມີການກະທໍາດັ່ງນີ້: 1. ດໍາເນີນທຸລະກິດຢູ່ສະຖານທີ່ທີ່ບໍ່ໄດ້ຮັບອະນຸຍາດ; 2. ດໍາເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດຢ່າງເປັນທາງ ການ; 3. ຂາຍຢານອກບັນຊີ,ຢາປອມ,ຢາຕົກມາດຕະຖານ,ຢາໝົດ ອາຍຸແລະຢາເສຍຄຸນນະພາບ; 4. ໂຄສະນາເຜີຍແຜ່ເກີນຄວາມເປັນຈິງ; 5. ໂອນຫຼືໃຫ້ເຊົ່າໃບທະບຽນວິສາຫະກິດຫຼືໃບອະນຸຍາດ; 6. ມອບໃຫ້ຜູ້ອື່ນທີ່ບໍ່ໄດ້ຮັບອະນຸຍາດທາງການຊຶ່ງບໍ່ມີ ຄວາມຮູ້ຕາມຫຼັກວິຊາການການຢາຂາຍຢາແທນ; 7. ດໍາເນີນທຸລະກິດທີ່ຂາດຈັນຍາບັນດ້ານການຢາ; 8. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບຢາແລະຜະລິດຕະພັນການແພດ.

...ມາດຕາ 40 (ໃໝ່) ຂໍ້ຫ້າມສໍາລັບຜູ້ຊົມໃຊ້

ມາດຕາ 40 (ໃໝ່) ຂໍ້ຫ້າມສໍາລັບຜູ້ຊົມໃຊ້ ຫ້າມຜູ້ຊົມໃຊ້ມີການກະທໍາດັ່ງນີ້: 1. ຊື້ຢາແລະຜະລິດຕະພັນການແພດໂດຍບໍ່ມີໃບສັ່ງຂອງ ແພດໃນກໍລະນີປະເພດຢາທີ່ຮຽກຮ້ອງໃຫ້ມີໃບສັ່ງຂອງແພດ; 2. ນໍາໃຊ້ຢາແລະຜະລິດຕະພັນການແພດຕາມລໍາພັງຫຼືບໍ່ຖືກ ຕາມໃບສັ່ງແລະຄໍາແນະນໍາຂອງແພດຫຼືຕາມສະຫຼາກແລະອາຍຸການທີ່ ກໍານົດໄວ້; 3. ຍຸກຍົງ,ສົ່ງເສີມໃຫ້ບຸກຄົນອື່ນນໍາໃຊ້ຢາແລະຜະລິດຕະ ພັນການແພດທີ່ຂັດກັບຫຼັກວິຊາການຫຼືໂດຍບໍ່ມີການບົ່ງມະຕິຂອງແພດ; 4. ມີການກະທໍາອື່ນທີ່ເປັນການລະເມີດລະບຽບກົດໝາຍ ກ່ຽວກັບຢາແລະຜະລິດຕະພັນການແພດ.

..ພາກທີ 9 ການຄຸ້ມຄອງແລະການກວດກາຢາແລະຜະລິດຕະພັນການແພດ


...ມາດຕາ 41 ອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການແພດ

ມາດຕາ 41 ອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນ ການແພດ ອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການ ແພດປະກອບດ້ວຍ: 1. ຄະນະກໍາມະການຄຸ້ມຄອງອາຫານແລະຢາ; 2. ກະຊວງສາທາລະນະສຸກ; 3. ພະແນກສາທາລະນະສຸກແຂວງ,ນະຄອນ; 4. ຫ້ອງການສາທາລະນະສຸກເມືອງ,ເທດສະບານ. ໃນກໍລະນີມີຄວາມຈໍາເປັນອາດຈະສ້າງຕັ້ງຄະນະກໍາມະການ ເຕັກນິກດ້ານຢາແລະສະພາເພສັດຊະກໍາຂຶ້ນເພື່ອຊ່ວຍໃນການຄຸ້ມຄອງ, ກວດກາ,ແນະນໍາແລະໃຫ້ການປຶກສາກ່ຽວກັບຢາແລະຜະລິດຕະພັນການ ແພດລວມທັງການເຄື່ອນໄຫວດ້ານວິຊາຊີບເພສັດຊະກໍາ. ການຈັດຕັ້ງແລະການເຄື່ອນໄຫວຂອງຄະນະກໍາມະການຄຸ້ມ ຄອງອາຫານແລະຢາໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 42 ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ

ມາດຕາ 42 ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນການຄຸ້ມຄອງແລະການກວດກາຢາແລະຜະລິດຕະພັນການ ແພດກະຊວງສາທາລະນະສຸກມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ວຄວ້ານະໂຍບາຍ,ແຜນຍຸດທະສາດແລະລະບຽບກົດ ໝາຍກ່ຽວກັບວຽກງານຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການ ແພດເພື່ອສະເໜີລັດຖະບານພິຈາລະນາ; 2. ຫັນນະໂຍບາຍແລະແຜນຍຸດທະສາດດັ່ງກ່າວເປັນແຜນ ການ,ແຜນງານແລະໂຄງການລະອຽດຂອງຕົນພ້ອມທັງຊີ້ນໍາໃນການຈັດ ຕັ້ງປະຕິບັດ; 3. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມລະບຽບກົດໝາຍກ່ຽວ ກັບວຽກງານຢາແລະຜະລິດຕະພັນການແພດ; 4. ອະນຸຍາດໃຫ້ສ້າງຕັ້ງ,ໂຈະຫຼືຍົກເລີກຫົວໜ່ວຍທຸລະກິດ ຢາແລະຜະລິດຕະພັນການແພດ; 5. ຂຶ້ນທະບຽນ,ກໍານົດບັນຊີ,ຢັ້ງຢືນມາດຕະຖານການຜະລິດ ທີ່ດີ,ການວິໄຈຄຸນນະພາບ,ອະນຸຍາດການໂຄສະນາ,ສົ່ງອອກ-ນໍາເຂົ້າຢາ ແລະຜະລິດຕະພັນການແພດ; 6. ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງ ການຂອງອົງການຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການແພດ ຂັ້ນລຸ່ມທີ່ຂຶ້ນກັບຕົນຊຶ່ງຂັດກັບລະບຽບກົດໝາຍ; 7. ພິຈາລະນາແກ້ໄຂຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນຫຼືການ ຈັດຕັ້ງກ່ຽວກັບຄຸນນະພາບ,ມາດຕະຖານຢາແລະຜະລິດຕະພັນການແພດ, ວຽກງານຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການແພດ; 8. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມ ຄອງກວດກາຢາແລະຜະລິດຕະພັນການແພດລວມທັງຊັບພະຍາກອນທໍາ ມະຊາະທີ່ເປັນຢາເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບຢາແລະຜະລິດ ຕະພັນການແພດນັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; 9. ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງແລະກວດກາ ຢາແລະຜະລິດຕະພັນການແພດ; 10. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກ ງານຢາແລະຜະລິດຕະພັນການແພດຕໍ່ລັດຖະບານຢ່າງເປັນປົກກະຕິ; 11. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 43 ສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະຄອນ

ມາດຕາ 43 ສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະ ຄອນ ໃນການຄຸ້ມຄອງແລະການກວດກາຢາແລະຜະລິດຕະພັນການ ແພດພະແນກສາທາລະນະສຸກແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຜັນຂະຫຍາຍນະໂຍບາຍ,ແຜນຍຸດທະສາດແລະລະບຽບ ກົດໝາຍກ່ຽວກັບວຽກງານຄຸ້ມຄອງແລະກວດກາຢາແລະຜະລິດຕະພັນ ການແພດເພື່ອຈັດຕັ້ງປະຕິບັດ; 2. ໂຄສະນາ,ເຜີຍແຜ່,ສຶກສາອົບຮົມລະບຽບກົດໝາຍກ່ຽວ ກັບວຽກງານຢາແລະຜະລິດຕະພັນການແພດຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ; 3. ສະເໜີຕໍ່ກະຊວງສາທາລະນະສຸກເພື່ອຂໍສ້າງຕັ້ງ,ໂຈະຫຼື ຍົກເລີກຫົວໜ່ວຍທຸລະກິດຢາແລະຜະລິດຕະພັນການແພດຕາມພາລະບົດ ບາດຂອງຕົນ; 4. ສະເໜີການຂຶ້ນທະບຽນ,ຢັ້ງຢືນມາດຕະຖານການຜະລິດ ທີ່ດີ,ການວິໄຈຄຸນນະພາບ,ອະນຸຍາດການໂຄສະນາ,ສົ່ງອອກ-ນໍາເຂົ້າຢາ ແລະຜະລິດຕະພັນການແພດຕາມຄວາມຮັບຜິດຊອບຂອງຕົນ; 5. ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການ ຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານທີ່ຂັດກັບລະບຽບກົດ ໝາຍ; 6. ພິຈາລະນາແກ້ໄຂຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນຫຼືການ ຈັດຕັ້ງກ່ຽວກັບຄຸນນະພາບ,ມາດຕະຖານຢາແລະຜະລິດຕະພັນການແພດ, ວຽກງານຄຸ້ມຄອງແລະກວດກາຢາແລະຜະລິດຕະພັນການແພດຕາມ ພາລະບົດບາດຂອງຕົນ; 7. ປະສານສົມທົົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນຂອງຕົນ ໃນການຄຸ້ມຄອງກວດກາຢາແລະຜະລິດຕະພັນການແພດລວມທັງຊັບພະ ຍາກອນທໍາມະຊາດທີ່ເປັນຢາເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບຢາ ແລະຜະລິດຕະພັນການແພດນັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດ ທິຜົນ; 8. ພົວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາ ກົນເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງແລະກວດກາ ຢາແລະຜະລິດຕະພັນການແພດຕາມການມອບໝາຍຂອງຂັ້ນເທິງ; 9. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຢາແລະຜະລິດຕະພັນການແພດຕໍ່ກະຊວງສາທາລະນະສຸກແລະອົງການ ປົກຄອງແຂວງ,ນະຄອນຢ່າງເປັນປົກກະຕິ; 10. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 44 ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ,ເທດສະບານ

ມາດຕາ 44 ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງ,ເທດ ສະບານ ໃນການຄຸ້ມຄອງແລະການກວດກາຢາແລະຜະລິດຕະພັນການ ແພດຫ້ອງການສາທາລະນະສຸກເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດນະໂຍບາຍ,ແຜນຍຸດທະສາດແລະລະບຽບ ກົດໝາຍກ່ຽວກັບວຽກງານຄຸ້ມຄອງແລະກວດກາຢາແລະຜະລິດຕະພັນ ການແພດຢ່າງມີປະສິດທິຜົນ; 2. ເຜີຍແຜ່,ສຶກສາອົບຮົມລະບຽບກົດໝາຍກ່ຽວກັບວຽກງານ ຢາແລະຜະລິດຕະພັນການແພດຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ສະເໜີກ່ຽວກັບການສ້າງຕັ້ງ,ໂຈະຫຼືຍົກເລີກຫົວໜ່ວຍທຸລະ ກິດຢາແລະຜະລິດຕະພັນການແພດຕໍ່ພະແນກສາທາລະນະສຸກແຂວງ,ນະ ຄອນເພື່ອພິຈາລະນານໍາສະເໜີຕໍ່ກະຊວງສາທາລະນະສຸກ; 4. ພິຈາລະນາແກ້ໄຂຄໍາສະເໜີຂອງບຸກຄົນ,ນິຕິບຸກຄົນຫຼືການ ຈັດຕັ້ງກ່ຽວກັບຄຸນນະພາບ,ມາດຕະຖານຢາແລະຜະລິດຕະພັນການແພດ, ວຽກງານຄຸ້ມຄອງແລະກວດກາຢາແລະຜະລິດຕິພັນການແພດຕາມພາລະ ບົດບາດຂອງຕົນ; 5. ປະສານສົມທົບກັບຫ້ອງການອື່ນທີ່ກ່ຽວຂ້ອງໃນການຄຸ້ມ ຄອງກວດກາຢາແລະຜະລິດຕະພັນການແພດລວມທັງຊັບພະຍາກອນທໍາ ມະຊາດທີ່ເປັນຢາເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບຢາແລະຜະລິດຕະ ພັນການແພດນັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; 6. ສະຫຼຸບແລະລາຍງານຜົນການຈັດຕັ້ງປະຕິບັດວຽກງານຢາ ແລະຜະລິດຕະພັນການແພດຕໍ່ພະແນກສາທາລະນະສຸກແຂວງ,ນະຄອນ ແລະອົງການປົກຄອງເມືອງ,ເທດສະບານຢ່າງເປັນປົກກະຕິ; 7. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດກໍານົດໄວ້ໃນລະ ບຽບກົດໝາຍ.

...ມາດຕາ 45 ການຕິດຕາມ,ກວດກາຢາແລະຜະລິດຕະພັນການແພດ

ມາດຕາ 45 ການຕິດຕາມ,ກວດກາຢາແລະຜະລິດຕະພັນການແພດ ການຕິດຕາມ,ກວດກາຢາແລະຜະລິດຕະພັນການແພດແມ່ນ ການຕິດຕາມ,ກວດກາການເຄື່ອນໄຫວກ່ຽວກັບການປູກ,ການລ້ຽງ,ການ ປົກປັກຮັກສາ,ການຂຸດຄົ້ນ,ການເກັບຊື້,ການຜະລິດ,ການຈໍາໜ່າຍ,ການ ສົ່ງອອກ,ການນໍາເຂົ້າ,ການຂາຍຍົກ,ການຂາຍຍ່ອຍ,ການມີໄວ້ໃນຄອບ ຄອງແລະການນໍາໃຊ້ຢາແລະຜະລິດຕະພັນການແພດລວມທັງການຊ່ວຍ ເຫຼືອລ້າ,ຫ້ອງກວດພະຍາດ,ໂຄງໝໍຂອງັລດແລະເອກະຊົນເພື່ອໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ,ຈັນຍາບັນແລະຄວາມຍຸຕິທໍາແນໃສ່ເຮັດໃຫ້ຢາ ແລະຜະລິດພະພັນການແພດມີຄຸນນະພາບ,ຮັບປະກັນຄວາມປອດໄພ,ນໍາ ໃຊ້ຢ່າງສົມເຫດສົມຜົນແລະຂາຍຕາມລາຄາທີ່ກໍານົດໄວ້.

...ມາດຕາ 46 ຮູບການກວດກາ

ມາດຕາ 46 ຮູບການກວດກາ ການກວດກາຢາແລະຜະລິດຕະພັນການແພດມີສາມຮູບການ ດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນ ໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກ ແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາ ຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບດ່ວນ ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ໃນການດໍາເນີນການກວດກາຢາແລະຜະລິດຕະພັນການແພດ ນັ້ນອົງການຄຸ້ມຄອງແລະກວດກາຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບ ກົດໝາຍຢ່າງເຂັ້ມງວດ.

..ພາກທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 47 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 47 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະ ຕິບັດກົດໝາຍສະບັບນີ້ເປັນຕົ້ນການດໍາເນີນທຸລະກິດກ່ຽວກັບຢາແລະຜະ ລິດຕະພັນການແພດທີ່ມີຄຸນນະພາບ,ໂຮງງານ,ບໍລິສັດແລະຮ້ານຂາຍຢາ ທີ່ເປັນຕົວແບບຈະໄດ້ຮັບການຍ້ອງຍໍແລະນະໂຍບາຍອື່ນຕາມລະບຽບກົດ ໝາຍ.

...ມາດຕາ 48 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 48 ມາດຕະການຕໍ່ຜູ້ລະເມີດ ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ 38,39ແລະ40ຈະຖືກ ສຶກສາອົບຮົມ,ລົງວິໄນ,ປັບໃໝ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືຖືກລົງ ໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກ.

..ພາກທີ 11 ບົດບັນຍັດສຸດທ້າຍ


...ມາດຕາ 49 ການຈັດຕັ້ງປະຕິບັດ

ມາດຕາ 49 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງ ສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 50 ຜົນສັກສິດ

ມາດຕາ 50 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນສໍາລັບເນື້ອ ໃນປັບປຸງໃໝ່ນັບແຕ່ວັນປະທານປະເພດແຫ່ງສາທາລະນະລັດປະຊາທິປະ ໄຕປະຊາຊົນລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍຢາແລະຜະລິດ ຕະພັນການແພດສະບັບເລກທີ 01/ສພຊ,ລົງວັນທີ 8 ເມສາ 2000. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍັກເລີກ. ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້