ກົດໝາຍວ່າດ້ວຍສື່ມວນຊົນ(ສະບັບປັບປຸງ) 04-11-2016

ສື່ມວນຊົນ(ສະບັບປັບປຸງ) 04-11-2016

ພາກທີ1ບົດບັນຍັດທົ່ວໄປ

ມາດຕາ1(ປັບປຸງ)ຈຸດປະສົງ
	ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການພັດທະນາ,ການຄຸ້ມຄອງ,ການກວດກາສື່ມວນຊົນເພື່ອເສີມຂະຫຍາຍບົດບາດ,ຍົກສູງຄຸນນະພາບຂອງສື່ມວນຊົນໃຫ້ກ້າວໜ້າແລະທັນສະໄໝ,ເສີມຂະຫຍາຍປະຊາທິປະໄຕແລະສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າແນໃສ່ຮັບປະກັນການປະຕິບັດເສລີພາບດ້ານສື່ມວນຊົນຂອງພົນລະເມືອງລາວ,ສາມາດເຊື່ອມໂຍງກັບພາກພື້ນແລະສາກົນ.ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.

ມາດຕາ2ສື່ມວນຊົນ
	ສື່ມວນຊົນແມ່ນເວທີຖະແຫຼງຂ່າວທີ່ປະກອບດ້ວຍສື່ສິ່ງພິມ,ສື່ເອເລັກໂຕຼນິກແລະຜະລິດຕະພັນສື່ມວນຊົນ,ມີພາລະບົດບາດເປັນກະບອກສຽງຂອງອົງການຈັດຕັ້ງພັກ,ລັດແລະສັງຄົມໃນການໂຄສະນາ,ສຶກສາອົບຮົມແນວທາງຂອງພັກ,ກົດໝາຍແລະລະບຽບການຂອງລັດ,ປຸກລະດົມນໍ້າໃຈຮັກຊາດ,ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ,ເສດຖະກິດສັງຄົມ,ວິທະຍາສາດ,ເຕັກໂນໂລຊີ,ສາລະຄວາມຮູ້,ສາລະບັນເທີງໃຫ້ແກ່ສັງຄົມ,ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມແລະຖ້ອຍທໍານອງທີ່ບິດເບືອນຄວາມຈິງ.

ມາດຕາ3(ປັບປຸງ)ການອະທິບາຍຄໍາສັບ
	ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້:
	1.ພາຫະນະສື່ມວນຊົນໝາຍເຖິງສື່ສິ່ງພິມ,ສື່ເອເລັກໂຕຼນິກລວມທັງຜະລິດຕະພັນສື່ມວນຊົນ;
	2.ຜະລິດຕະພັນສື່ມວນຊົນໝາຍເຖິງໜັງສືພິມ,ໃບຂ່າວສານ,ຈົດໝາຍເຫດ,ວາລະສານ,ລາຍການວິທະຍຸ,ລາຍການໂທລະທັດ,ລາຍການໂທລະໂຄ່ງ,ອິນເຕີເນັດ,ເວັບໄຊ,ກະແຊັດ,ຊີດີ,ວີຊີດີ,ດີວີດີແລະອື່ນໆ;
	3.ອຸປະກອນສື່ເອເລັັກໂທຼນິກໝາຍເຖິງອຸປະກອນການຜະລິດສື່ເອເລັກໂຕຼນິກ,ເຄື່ອງສົ່ງແລະເຄື່ອງຮັບສັນຍານສື່ເອເລັກໂຕຼນິກທາງພາກພື້ນດິນ,ສາຍ,ດາວທຽມ;
	4.ຄື້ນຄວາມຖີ່ໝາຍເຖິງຄວາມຖີ່ວິທະຍຸເພື່ອການສົ່ງ,ຮັບແລະການກະຈາຍຂອງສື່ເອເລັກໂຕຼນິກທາງສາຍ,ທາງພາກພື້ນດິນ,ທາງດາວທຽມຕາມການແບ່ງປັນຂອງອົງການໂທລະຄົມສາກົນ;
	5.ບັນນາທິການໝາຍເຖິງໝາຍເຖິງຜູ້ກວດແກ້,ກວດຜ່ານເນື້ອໃນແລະຮູບແບບຂອງບົດ,ຂ່າວແລະລາຍການຂອງສື່ມວນຊົນຕ່າງໆ;
	6.ນັກຂ່າວໝາຍເຖິງບຸກຄະລາກອນຂອງອົງການສື່ມວນຊົນທີ່ເຮັດໜ້າທີ່ຊອກເກັບກໍາຂໍ້ມູນຂ່າວສານຢູ່ພາຍໃນແລະຕ່າງປະເທດແລ້ວແຕ່ງເປັນບົດ,ຂ່າວແລະລາຍການສະໜອງໃຫ້ແກ່ພາຫະນະສື່ມວນຊົນ;
	7.ຫາງສຽງສັງຄົມໝາຍເຖິງຄວາມເຫັນຂອງສາທາລະນະຊົນຕໍ່ເຫດການຫຼືປາກົດການທີ່ບໍ່ທັນໄດ້ຢັ້ງຢືນຫຼືບໍ່ໄດ້ພິສູດຢ່າງເປັນທາງການ;
	8.ອິນເຕີເນັດໝາຍເຖິງລະບົບເຄືອຂ່າຍຄັອມພິວເຕີຊຶ່ງສາມາດສົ່ງຂໍ້ມູນຂ່າວສານຫາກັນຫຼືສື່ສານທາງເອເລັກໂຕຼນິກດ້ວຍການສົ່ງສັນຍານສຽງແລະພາບຫາກັນທາງສາຍຫຼືທາງອາກາດ;ຂໍ້ມູນຂ່າວສານທີ່ສ້າງຂຶ້ນສາມາດຝາກໄວ້ໃນຖານຂໍ້ມູນ;
	9.ເວັບໄຊໝາຍເຖິງໜ້າຂໍ້ມູນຂ່າວສານກ່ຽວກັບເນື້ອໃນສະເພາະໃດໜຶ່ງທີ່ເປັນຕົວໜັງສື,ຮູບພາບ,ແສງ,ສີ,ສຽງທີ່ສ້າງຂຶ້ນດ້ວຍບຸກຄົນ,ອົງການຈັດຕັ້ງຕ່າງໆຢູ່ພາຍໃນແລະຕ່າງປະເທດຊຶ່ງສ້າງຂຶ້ນເປັນໜຶ່ງໜ້າຫຼືຫຼາຍໜ້າເວັບສົ່ງສັນຍານຜ່ານລະບົບເຄືອຂ່າຍອິນເຕີເນັດແລະສາມາດເຂົ້າເຖິງໄດ້ທາງຄັອມພິວເຕີ,ໂທລະພາບດິຈິຕອນ,ໂທລະສັບມືຖືແລະອຸປະກອນສື່ສານອື່ນດ້ວຍລະຫັດຊື່ທາງອິນເຕີເນັດ;
	10.ການຈໍາໜ່າຍເປັນໄລຍະໝາຍເຖິງການຈໍາໜ່າຍເປັນລາຍຕອນ,ລາຍວັນ,ລາຍອາທິດ,ລາຍເດືອນ,ລາຍໄຕມາດແລະອື່ນໆ;
	11.ສື່ແບບໃໝ່ໝາຍເຖິງພາຫະນະໂຄສະນາປະເພດໜຶ່ງຂອງສື່ເອເລັກໂຕຼນິກທີ່ສາມາດສື່ສານໄດ້ສອງລວງດ້ວຍການນໍາໃຊ້ເຕັກໂນໂລຊີສື່ສານທັນສະໄໝໃນການສົ່ງຂໍ້ມູນຂ່າວສານເປັນຕົວອັກສອນ,ພາບແລະສຽງຜ່ານລະບົບເຄືອຂ່າຍອິນເຕີເນັດເຊັ່ນເຟສບຸກ,ຢູທູບ,ທະວິດເຕີ,ບຼັອກແລະອື່່ນໆ;
	12.ສື່ສັງຄົມອອນລາຍໝາຍເຖິງສື່ແບບໃໝ່ປະເພດໜຶ່ງທີ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງໃຊ້ສື່ສານກັນຜ່ານລະບົບເຄືອຂ່າຍອິນເຕີເນັດເພື່ອເຜີຍແຜ່ຂໍ້ມູນຂ່າວສານສູ່ສາທາລະນະດ້ວຍການນໍາໃຊ້ອຸປະກອນຄອມພິວເຕີແລະອຸປະກອນສື່ສານອື່ນ.

ມາດຕາ4(ປັບປຸງ)ນະໂຍບາຍຂອງລັດກ່ຽວກັບວຽກງານສື່ມວນຊົນ
	ລັດສົ່ງເສີມແລະພັດທະນາວຽກງານສື່ມວນຊົນຂອງລັດໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ,ມີຄວາມເຂັ້ມແຂງແລະມີຄຸນນະພາບດ້ວຍການປະກອບບຸກຄະລາກອນ,ສະໜອງງົບປະມານ,ພາຫະນະ,ອຸປະກອນເຕັກນິກ,ເຕັກໂນໂລຊີທີ່ທັນສະໄໝ.
	ລັດສົ່ງເສີມ,ຊຸກຍູ້ໃຫ້ອົງການສື່ມວນຊົນທຸກພາກສ່ວນເປັນເຈົ້າການສ້າງຄວາມເຂັ້ມແຂງດ້ານວິຊາການ,ກຸ້ມຕົນເອງດ້ານການເງິນແລະອໍານວຍຄວາມສະດວກໃຫ້ແກ່ການຜະລິດ,ການກະຈາຍແລະການຈໍາໜ່າຍຜະລິດຕະພັນສື່ມວນຊົນທີ່ຖືກຕ້ອງຕາມກົດໝາຍ.
	ລັດຊຸກຍູ້ແລະເປັດກວ້າງໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດມີສ່ວນຮ່ວມແລະລົງທຶນເຂົ້າໃນການພັດທະນາວຽກງານສື່ມວນຊົນຕາມກົດໝາຍແລະລະບຽບການ.

ມາດຕາ5(ໃໝ່)ຫຼັກການເຄື່ອນໄຫວວຽກງານສື່ມວນຊົນ
	ການເຄື່ອນໄຫວວຽກງານສື່ມວນຊົນໃຫ້ປະຕິບັດຕາມຫຼັກການດັ່ງນີ້:
	1.ຮັບປະກັນການເປັນກະບອກສຽງຂອງການຈັດຕັ້ງພັກ,ລັດແລະສັງຄົມໂດຍສອດຄ່ອງກັບແນວທາງນະໂຍບາຍ,ກົດໝາຍແລະລະບຽບການ;
	2.ຮັບປະກັນລັກສະນະຂອງສື່ມວນຊົນ;
	3.ຮັບປະກັນໃຫ້ພົນລະເມືອງລາວໄດ້ປະຕິບັດສິດເສລີພາບແລະພັນທະຂອງຕົນດ້ານສື່ມວນຊົນ,ປົກປ້ອງຜູ້ສະໜອງຂໍ້ມູນຂ່າວສານ,ປະກອບຄໍາເຫັນ,ສະແດງທັດສະນະຕໍານິຕິຊົມທີ່ບໍ່ຂັດກັບກົດໝາຍແລະລະບຽບການ.

ມາດຕາ6(ໃໝ່)ການປົກປ້ອງ
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງລວມທັງບຸກຄະລາກອນສື່ມວນຊົນ,ຜູ້ລາຍງານ,ຜູ້ໃຫ້ຂໍ້ມູນ,ຜູ້ຊ່ຽວຊານແລະຜູ້ເຂົ້າຮ່ວມອື່ນທີ່ເຄື່ອນໄຫວກ່ຽວກັບວຽກງານສື່ມວນຊົນໄດ້ຮັບການປົກປ້ອງຕາມກົດໝາຍຈາກການແກ້ແຄ້ນ,ຂົ່ມຂູ່ຕໍ່ຊີວິດ,ສຸຂະພາບ,ອິດສະລະພາບ,ກຽດສັກສີ,ຊື່ສຽງ,ຊັບສິນຂອງຕົນ.

ມາດຕາ7(ໃໝ່)ຂອບເຂດການຈໍາໃຊ້ກົດໝາຍ
	ກົດໝາຍສະບັບນີ້ນໍາໃຊ້ສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່່ເຄື່ອນໄຫວວຽກງານສື່ມວນຊົນຢູ່ດິນແດນຂອງສປປລາວ.

ມາດຕາ8(ປັບປຸງ)ການຮ່ວມມືສາກົນ
	ລັດສົ່ງເສີມການພົວພັນຮ່ວມມືດ້ານສື່ມວນຊົນກັບຕ່າງປະເທດ,ພາກພື້ນແລະສາກົນດ້ວຍການຊຸກຍູ້ການເຄື່ອນໄຫວດ້ານວິຊາການ,ການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ,ເຕັກໂນໂລຊີ,ການຝຶກອົບຮົມ,ສໍາມະນາ,ການຍົກລະດັບຄວາມຮູ້ດ້ານວິຊາການເພື່ອເຮັດໃຫ້ວຽກງານສື່ມວນຊົນມີຄຸນນະພາບແລະທັນສະໄໝບົນພື້ນຖານການເຄົາລົບເອກະລາດ,ອໍານາດອະທິປະໄຕຊຶ່ງກັນແລະກັນ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ປະຕິບັດສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ພາກທີ2ສິດເສລີພາບຂອງພົນລະເມືອງລາວດ້ານສື່ມວນຊົນ

ມາດຕາ9(ປັບປຸງ)ສິດເສລີພາບຂອງພົນລະເມືອງລາວດ້ານສື່ມວນຊົນ
	ພົນລະເມີອງລາວມີສິດເສລີພາບດ້ານສື່ມວນຊົນໂດຍສະແດງອອກດ້ວຍການປະກອບຄໍາເຫັນ,ໃຫ້ທັດສະນະແລະສາມາດເຂົ້າເຖິງຂໍ້ມູນຂ່າວສານທັງພາຍໃນແລະຕ່າງປະເທດກ່ຽວກັບສະພາບການ,ສາລະຄວາມຮູ້,ສາລະບັນເທີງແລະບັນຫາອື່ນທີ່ບໍ່ຂັດກັບກົດໝາຍແລະລະບຽບການຊຶ່ງເປັນປະໂຫຍດໃຫ້ແກ່ປະເທດຊາດແລະປະຊາຊົນລາວບັນດາເຜົ່າ.

ມາດຕາ10(ປັບປຸງ)ສິດເສລີພາບຂອງພົນລະເມືອງລາວໃນການປະກອບຄໍາເຫັນ
	ພົນລະເມືອງລາວມີສິດເສລີພາບໃນການປະກອບຄໍາເຫັນຜ່ານສື່ມວນຊົນກ່ຽວກັບ:
	1.ການສ້າງແລະຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ລັດຖະທໍາມະນູນ,ກົດໝາຍແລະລະບຽບການຂອງລັດ,ແຜນພັດທະນາເສດຖະກິດສັງຄົມແລະແຜນງົບປະມານແຫ່ງລັດ;
	2.ທັດສະນະຄໍ່ສະພາບການພາຍໃນແລະຕ່າງປະເທດ;
	3.ການຕໍານິຕິຊົມແບບສ້າງສັນຕໍ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ.

ມາດຕາ11ສິດເສລີພາບຂອງພົນລະເມືອງລາວກ່ຽວກັບຂໍ້ມູນຂ່າວສານ
	ພົນລະເມືອງລາວມີສິດເສລີພາບກ່ຽວກັບຂໍ້ມູນຂ່າວສານຜ່ານສື່ມວນຊົນດັ່ງນີ້:
	1.ເຂົ້າເຖິງແລະໄດ້ຮັບຂໍ້ມູນກ່ຽວກັບສະພາບການພາຍໃນແລະຕ່າງປະເທດ,ສາລະຄວາມຮູ້,ສາລະບັນເທີງແລະອື່ນໆ;
	2.ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງ,ຊັດເຈນ,ທັນການແລະຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເນື້ອໃນຂໍ້ມູນຂ່າວສານນັ້ນ.

ມາດຕາ12(ປັບປຸງ)ການນໍາໃຊ້ສິດເສລີພາບຂອງພົນລະເມືອງລາວ
	ພົນລະເມືອງລາວນໍາໃຊ້ສິດເສລີພາບຂອງຕົນຜ່ານສື່ມວນຊົນດ້ວຍການລົງພິມຫຼືກະຈາຍຂ່າວ,ບົດ,ຄໍາເຫັນ,ຕອບສໍາພາດ,ກະຈາຍສຽງ,ກະຈາຍພາບ,ຕອບຂໍ້ສະເໜີ,ຂໍ້ຂ້ອງໃຈຂອງຕົນໂດຍສື່ມວນຊົນເອງຫຼືບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງຕາມກົດໝາຍແລະລະບຽບການ,ໃນກໍລະນີທີ່ບໍ່ສາມາດລົງພິມ,ກະຈາຍຫຼືຕອບໄດ້ນັ້ນສື່ມວນຊົນຕ້ອງແຈ້ງເຫດຜົນໃຫ້ພົນລະເມືອງຮັບຊາບຢ່າງເປັນທາງການ.

ພາກທີ3ປະເພດແລະລັກສະນະຂອງສື່ມວນຊົນ

ໝວດທີ1ປະເພດຂອງສື່ມວນຊົນ

ມາດຕາ13(ປັບປຸງ)ປະເພດຂອງສື່ມວນຊົນ
	ສື່ມວນຊົນມີສອງປະເພດດັ່ງຄື:
	1.ສື່ສິ່ງພິມ;
	2.ສື່ເອເລັກໂຕຼນິກ.
	ສື່ມວນຊົນທັງສອງປະເພດນີ້ສາມາດເຜີຍແຜ່ເປັນພາສາລາວ,ພາສາຊົນເຜົ່າຫຼືພາສາຕ່າງປະເທດ.

ມາດຕາ14ສື່ສິ່ງພິມ
	ສື່ສິ່ງພິມແມ່ນພາຫະນະໂຄສະນາທີ່ເປັນແຜ່ນເຈ້ຍຊຶ່ງບັນຈຸຂໍ້ມູນຂ່າວສານດ້ວຍຕົວໜັງສືຫຼືຮູບພາບໂດຍມີຊື່ສະເພາະ.
	ສື່ສິ່ງພິມອາດຈໍາໜ່າຍເປັນລາຍວັນຫຼືເປັນໄລຍະຊຶ່ງປະກອບດ້ວຍໜັງສືພິມ,ວາລະສານ,ໃບຂ່າວສານ,ຈົດໝາຍເຫດ.

ມາດຕາ15(ປັບປຸງ)ສື່ເອເລັກໂຕຼນິກ
	ສື່ເອເລັກໂຕຼນິກແມ່ນພາຫະນະໂຄສະນາດ້ວຍການສ້າງເປັນລາຍການວິທະຍຸ,ໂທລະພາບ,ໂທລະໂຄ່ງແລະສື່ແບບໃໝ່ຫຼືລາຍການອິນເຕີເນັດປະເພດຕ່າງໆຊຶ່ງກະຈາຍອອກຜ່ານເຄື່ອງສົ່ງທາງສາຍ,ທາງອາກາດຫຼືຄື້ນຄວາມຖີ່.

ໝວດທີ2ລັກສະນະຂອງສື່ມວນຊົນ
	
ມາດຕາ16ລັດສະນະຂອງສື່ມວນຊົນ
	ສື່ມວນຊົນມີລັກສະນະຕົ້ນຕໍດັ່ງນີ້:
	1.ລັກສະນະຕົວຈິງ;
	2.ລັກສະນະສຶກສາອົບຮົມ;
	3.ລັກສະນະແນະນໍາ;
	4.ລັກສະນະຕໍ່ສູ້.

ມາດຕາ17ລັກສະນະຕົວຈິງ
	ເນື້ອໃນແລະຮູບການຂອງສື່ມວນຊົນທຸກປະເພດຕ້ອງພາວະວິໄສ,ຖືກຕ້ອງຕາມຄວາມເປັນຈິງ,ຊັດເຈນ,ວ່ອງໄວທັນການແລະສອດຄ່ອງກັບສິດຜົນປະໂຫຍດຂອງຊາດແລະປະຊາຊົນ.

ມາດຕາ18ລັກສະນະສຶກສາອົບຮົມ
	ເນື້ອໃນແລະຮູບການຂອງສື່ມວນຊົນທຸກປະເພດຕ້ອງແນໃສ່ສຶກສາອົບຮົມ,ໂຄສະນາ,ເຜີຍແຜ່ແນວທາງນະໂຍບາຍຂອງພັກ,ກົດໝາຍແລະລະບຽບການຂອງລັດ,ຄວາມຮູ້ດ້ານຕ່າງໆ,ສົ່ງເສີມວຽກດີຄົນເດັ່ນ,ປຸກລະດົມນໍ້າໃຈຮັກຊາດ,ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນ,ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

ມາດຕາ19(ປັບປຸງ)ລັກສະນະແນະນໍາ
	ເນື້ອໃນແລະຮູບການຂອງສື່ມວນຊົນທຸກປະເພດຕ້ອງແນໃສ່ປຸກລະດົມແລະແນະນໍາມະຫາຊົນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ກົດໝາຍຂອງລັດ,ແຜນພັດທະນາເສດຖະກິດສັງຄົມພ້ອມທັງອະທິບາຍ,ໃຫ້ຄວາມກະຈ່າງແຈ້ງຢ່າງຖືກຕ້ອງຕໍ່ຫາງສຽງສັງຄົມ.

ມາດຕາ20(ປັບປຸງ)ລັກສະນະຕໍ່ສູ້
	ເນື້ອໃນແລະຮູບການຂອງສື່ມວນຊົນທຸກປະເພດຕ້ອງປົກປ້ອງຄວາມຖືກຕ້ອງຂອງແນວທາງນະໂຍບາຍຂອງພັກ,ກົດໝາຍແລະລະບຽບການຂອງລັດ,ຕໍານິວິຈານການລະເມີດກົດໝາຍແລະລະບຽບການ,ປາກົດການຫຍໍ້ທໍ້ໃນສັງຄົມແລະຕອບໂຕ້ຢ່າງທັນການຕໍ່ຖ້ອຍທໍານອງທີ່ບິດເບືອນ,ໃສ່ຮ້າຍປ້າຍສີທີ່ສ້າງຄວາມເສື່ອມເສຍຕໍ່ກຽດສັກສີ,ຜົນປະໂຫຍດຂອງຊາດແລະປະຊາຊົນ.

ພາກທີ4ການຈັດຕັ້ງແລະການເຄື່ອນໄຫວສື່ມວນຊົນ

ໝວດທີ1ການຈັດຕັ້ງຂອງສື່ມວນຊົນ

ມາດຕາ21ການຈັດຕັ້ງ
	ການຈັດຕັ້ງຂອງສື່ມວນຊົນປະກອບດ້ວຍ:
	1.ອົງການເຈົ້າຂອງສື່ມວນຊົນ;
	2.ອົງການສື່ມວນຊົນ;
	3.ສະມາຄົມນັກຂ່າວແຫ່ງສປປລາວ.

ມາດຕາ22(ປັບປຸງ)ອົງການເຈົ້າຂອງສື່ມວນຊົນ
	ອົງການເຈົ້າຂອງສື່ມວນຊົນແມ່ນອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງອົງການສື່ມວນຊົນແລະດໍາເນີນວຽກງານດ້ານສື່ມວນຊົນຕາມກົດໝາຍແລະລະບຽບການໂດຍມີຫົວໜ້າແລະຮອງຫົວໜ້າຂອງອົງການເຈົ້າຂອງສື່ມວນຊົນຊຶ່ງແມ່ນຫົວໜ້າອົງການຫຼືຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ້ຊີ້ນໍາແລະຄຸ້ມຄອງອົງການສື່ມວນຊົນດັ່ງກ່າວ.

ມາດຕາ23(ປັບປຸງ)ສິດແລະໜ້າທີ່ຂອງອົງການເຈົ້າຂອງສື່ມວນຊົນ
	ອົງການເຈົ້າຂອງສື່ມວນຊົນມີສິດຕົ້ນຕໍດັ່ງນີ້:
	1.ສະເໜີສ້າງຕັ້ງແລະຍຸບເລີກອົງການສື່ມວນຊົນຂອງຕົນ;
	2.ຕົກລົງທິດທາງ,ແຜນການແລະການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ;
	3.ແຕ່ງຕັ້ງຫຼືປົດຕໍາແໜ່ງຫົວໜ້າຫຼືຮອງຫົວໜ້າອົງການສື່ມວນຊົນຂອງຕົນຕາມລະບຽບການ;
	4.ຕິດຕາມ,ກວດກາການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ;
	5.ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສື່ມວນຊົນຢູ່ພາຍໃນແລະຕ່າງປະເທດຕາມການມອບໝາຍ;
	6.ພົວພັນແລະຮ່ວມມືສາກົນດ້ານສື່ມວນຊົນຕາມກົດໝາຍແລະລະບຽບການ.

ອົງການເຈົ້າຂອງສື່ມວນຊົນມີໜ້າທີ່ຕົ້ນຕໍດັ່ງນີ້:
	1.ກໍານົດທິດທາງ,ຈຸດປະສົງ,ເປົ້າໝາຍຮັບໃຊ້,ຂອບເຂດການພິມແລະຈໍາໜ່າຍສື່ສິ່ງພິມຫຼືຄວາມແຮງຂອງເຄື່ອງສົ່ງ,ຄື້ນຄວາມຖີ່,ເວລາກະຈາຍ,ຂອບເຂດການກະຈາຍພາບ,ສຽງແລະພາສາ;
	2.ຈັດຕັ້ງກົງຈັກຊ່ວຍວຽກ,ສ້າງບຸກຄະລາກອນແລະຊີ້ນໍາ,ຄຸ້ມຄອງ,ກວດກາການປະຕິບັດອຸດົມການ,ຈຸດປະສົງ,ພາລະບົດບາດ,ສິດ,ໜ້າທີ່,ທິດທາງ,ແຜນການແລະການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ;
	3.ສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ;
	4.ຮັບຜິດຊອບຕໍ່ກົດໝາຍຕາມພາລະບົດບາດ,ສິດແລະໜ້າທີ່ຂອງຕົນໃນວຽກງານສື່ມວນຊົນ,ຮັບຜິດຊອບແກ້ໄຂການຕໍານິຕິຊົມ,ກ່າວຟ້ອງຕໍ່ອົງການສື່ມວນຊົນແລະບຸກຄະລາກອນສື່ມວນຊົນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ.

ມາດຕາ24ອົງການສື່ມວນຊົນ
	ອົງການສື່ມວນຊົນແມ່ນການຈັດຕັ້ງໜຶ່ງຂອງອົງການເຈົ້າຂອງສື່ມວນຊົນ,ທີ່ເຄື່ອນໄຫວວຽກງານດ້ານສື່ມວນຊົນປະເພດໃດໜຶ່ງຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງກົດໝາຍສະບັບນີ້.

ມາດຕາ25(ປັບປຸງ)ສິດແລະໜ້າທີ່ຂອງອົງການສື່ມວນຊົນ
	ອົງການສື່ມວນຊົນມີສິດຕົ້ນຕໍດັ່ງນີ້:
	1.ເຜີຍແຜ່ຂໍ້ມູນຂ່າວສານຢ່າງຖືກຕ້ອງກັບຄວາມເປັນຈິງກ່ຽວກັບສະພາບການພາຍໃນແລະຕ່າງປະເທດທີ່ມີປະໂຫຍດຕໍ່ຊາດແລະປະຊາຊົນ;
	2.ຕໍານິຕິຊົມແບບສ້າງສັນຕໍ່ການກະທໍາທີ່ເປັນການລະເມີດກົດໝາຍແລະລະບຽບການ,ປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນການສໍ້ລາດບັງຫຼວງ,ຢາເສບຕິດ;
	3.ຕອບໂຕ້ທຸກຖ້ອຍທໍານອງໂຄສະນາໃສ່ຮ້າຍປ້າຍສີ,ບິດເບືອນຄວາມຈິງທີ່ສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດແລະປະຊາຊົນ;
	4.ພັດທະນາຕົນໃຫ້ມີຄວາມເຂັ້ມແຂງ,ກ້າວໜ້າແລະທັນສະໄໝ;
	5.ພິຈາລະນາເນື້ອໃນ,ຮູບການຂອງຜະລິດຕະພັນສື່ມວນຊົນຂອງຕົນ;
	6.ສະເໜີ,ປະກອບຄໍາເຫັນຕໍ່ຂັ້ນເທິງກ່ຽວກັບການເຄື່ອນໄຫວວຽກງານສື່ມວນຊົນຂອງຕົນ;
	7.ໄດ້ຮັບການປົກປ້ອງຈາກກົດໝາຍໃນການເຄື່ອນໄຫວວຽກງານທີ່ຖືກຕ້ອງຂອງຕົນ;
	8.ສ້າງບັນຍາກາດ,ຄວາມເບີກບານມ່ວນຊື່ນໃຫ້ແກ່ສັງຄົມ;
	9.ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສື່ມວນຊົນຢູ່ພາຍໃນແລະຕ່າງປະເທດຕາມການມອບໝາຍ;
	10.ພົວພັນແລະຮ່ວມມືກັບສາກົນຕາມການເຫັນດີຂອງອົງການເຈົ້າຂອງສື່ມວນຊົນແລະຕາມກົດໝາຍແລະລະບຽບການ.

ອົງການສື່ມວນຊົນມີໜ້າທີ່ຕົ້ນຕໍດັ່ງນີ້:
	1.ໂຄສະນາ,ເຜີຍແຜ່,ປົກປ້ອງແນວທາງ,ແຜນນະໂຍບາຍ,ນະໂຍບາຍ,ກົດໝາຍແລະລະບຽບການ,ປະກອບສ່ວນຮັກສາສະຖຽນລະພາບທາງດ້ານການເມືອງ,ເສດຖະກິດແລະສັງຄົມ,ປົກປັກຮັກສາແລະເສີມຂະຫຍາຍມູນເຊື້ອຮັກຊາດ,ຄວາມສາມັກຄີເປັນປຶກແຜ່ນຂອງວົງຄະນະຍາດແຫ່ງຊາດ;
	2.ຜະລິດແລະເຜີຍແຜ່ຂໍ້ມູນຂ່າວສານທາງດ້ານວິທະຍາສາດ,ເຕັກນິກ,ເຕັກໂນໂລຊີ,ໃຫ້ສາລະຄວາມຮູ້,ສາລະບັນເທີງ,ສົ່ງເສີມການສຶກສາເພື່ອຍົກລະດັບຄວາມຮູ້ຂອງປະຊາຊົນ,ເສີມຂະຫຍາຍວັດທະນະທໍາ,ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ,ສົ່ງເສີມບົດບາດຍິງຊາຍ,ປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກນ້ອຍ.
	3.ເຜີຍແຜ່ວຽກດີຄົນເດັ່ນແລະແນະນໍາຫາງສຽງສັງຄົມ;
	4.ຮັກຄວາມຖືກຕ້ອງຂອງພາສາລາວແລະພາສາຊົນເຜົ່າໃນສປປລາວ;
	5.ສົ່ງເສີມການພົວພັນ,ການຮ່ວມມື,ຄວາມເຂົ້າໃຈຊຶ່ງກັນແລະກັນລະຫວ່າງປະເທດເພື່ອນມິດແລະປະຊາຊາດ,ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ຂອງບັນດາປະຊາຊາດເພື່ອສັນຕິພາບ,ເອກະລາດແຫ່ງຊາດ,ປະຊາທິປະໄຕແລະຄວາມກ້າວໜ້າທາງສັງຄົມ;
	6.ດໍາເນີນກິດຈະການການພິມແລະຈໍາໜ່າຍສື່ສິ່ງພິມ,ການກະຈາຍພາບ,ສຽງແລະພາສາຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດສ້າງຕັ້ງ;
	7.ຄຸ້ມຄອງກົງຈັກຊ່ວຍວຽກ,ສ້າງບຸກຄະລາກອນແລະປະຕິບັດພາລະບົດບາດ,ສິດ,ໜ້າທີ່,ທິດທາງ,ແຜນການເຄື່ອນໄຫວຂອງຕົນ,ລາຍງານຜົນການເຄື່ອນໄຫວວຽກງານໃຫ້ອົງການເຈົ້າຂອງສື່ມວນຊົນແລະອົງການຄຸ້ມຄອງສື່ວວນຊົນຢ່າງເປັນປົກກະຕິ;
	8.ຮັບປະກັນການປະຕິບັດເສລີພາບດ້ານສືມວນຊົນຂອງພົນລະເມືອງລາວ;
	9.ຮັບຜິດຊອບຕໍ່ກົດໝາຍແລະຕໍ່ອົງການເຈົ້າຂອງສື່ມວນຊົນກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ.

ມາດຕາ26(ປັບປຸງ)ສະມາຄົມນັກຂ່າວແຫ່ງສປປລາວ
	ສະມາຄົມນັກຂ່າວແຫ່ງສປປລາວແມ່ນອົງການຈັດຕັ້ງການເມືອງ,ສັງຄົມ,ວິຊາຊີບຂອງຜູ້ເຮັດວຽກງານດ້ານສື່ມວນຊົນຊຶ່ງຖືກສ້າງຕັ້ງແລະເຄື່ອນໄຫວຕາມກົດໝາຍ,ມີພາລະບົດບາດສຶກສາອົບຮົມ,ເຕົ້າໂຮມຄວາມສາມັກຄີແລະປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກຕົນແລະຜູ້ເຮັດວຽກງານດ້ານສື່ມວນຊົນອື່ນ,ເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍຂອງພັກ,ກົດໝາຍແລະລະບຽບການຂອງລັດແລະນະໂຍບາຍສື່ມວນຊົນ.

ມາດຕາ27(ໃໝ່)ສິດແລະໜ້າທີ່ຂອງສະມາຄົມນັກຂ່າວແຫ່ງສປປລາວ
	ສະມາຄົມນັກຂ່າວແຫ່ງສປປລາວມີສິດແລະໜ້າທີ່ດັ່ງນີ້:	1.ເຂົ້າຮ່ວມສ້າງ,ປະຕິບັດແລະກວດກາການປະຕິບັດແນວທາງນະໂຍບາຍແລະກົດໝາຍກ່ຽວກັບວຽກງານຖະແຫຼງຂ່າວແລະສື່ມວນຊົນ;
	2.ກໍານົດແລະກວດກາການປະຕິບັດຈັນຍາບັນຂອງນັກຂ່າວແລະສົມທົບກັບອົງການຄຸ້ມຄອງສື່ມວນຊົນ,ເຜີຍແຜ່ແລະກວດກາການປະຕິບັດກົດໝາຍແລະລະບຽບການກ່ຽວກັບສື່ມວນຊົນ;
	3.ສົມທົບກັບອົງການຈັດຕັ້ງຂອງພັກ,ລັດ,ອົງການຈັດຕັ້ງມະຫາຊົນແລະອົງການສື່ມວນຊົນເພື່ອບໍາລຸງສ້າງດ້ານການເມືອງແນວຄິດ,ຄຸນສົມບັດແລະຄວາມສາມາດທາງດ້ານວິຊາຊີບໃຫ້ແກ່ນັກຂ່າວແລະບຸກຄະລາກອນສື່ມວນຊົນ;
	4.ສ້າງລາຍຮັບດ້ວຍການເກັບຄ່າສະມາຊິກ,ການຈັດກິດຈະກໍາແລະການໃຫ້ບໍລິການກ່ຽວກັບວຽກງານສື່ມວນຊົນ;
	5.ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາຂອງສະມາຊິກຕົນໃນການເຄື່ອນໄຫວວຽກງານສື່ມວນຊົນ;
	6.ປະຕິບັດນະໂຍບາຍຍ້ອງຍໍດ້ວຍຮູບການຕ່າງໆໃຫ້ແກ່ນັກຂ່າວ,ບຸກຄະລາກອນສື່ມວນຊົນອື່ນທີ່ມີຜົນງານດີເດັ່ນຕໍ່ປະເທດຊາດ,ສັງຄົມຫຼືສາກົນ;
	7.ພັວພັນຮ່ວມມືກັບສະມາຄົມນັກຂ່າວຂອງຕ່າງປະເທດໂດຍສອດຄ່ອງກັບກົດໝາຍແລະລະບຽບການຂອງສປປລາວ;
	8.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ໝວດທີ2ບຸກຄະລາກອນຂອງສື່ມວນຊົນ

ມາດຕາ28(ປັບປຸງ)ບຸກຄະລາກອນ
	ບຸກຄະລາກອນສື່ມວນຊົນປະກອບດ້ວຍຫົວໜ້າແລະຮອງຫົວໜ້າອົງການເຈົ້າຂອງສື່ມວນຊົນ,ຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນ,ນັກຂ່າວ,ນັກວິຊາການດ້ານສື່ມວນຊົນແລະຜູ້ຮ່ວມງານ.

ມາດຕາ29(ໃໝ່)ເງື່ອນໄຂຫົວໜ້າແລະຮອງຫົວໜ້າອົງການເຈົ້າຂອງສື່ມວວນຊົນ
	ຫົວໜ້າແລະຮອງຫົວໜ້າອົງການເຈົ້າຂອງສື່ມວນຊົນມີເງື່ອນໄຂດັ່ງນີ້:
	1.ມີພູມລໍາເນົາຖາວອນຢູ່ສປປລາວ;
	2.ຖືສັນຊາດລາວແລະມີອາຍຸຊາວສາມປີຂຶ້ນໄປ;
	3.ມີປະກາສະນີຍະບັດໃນສາຂາວິຊາສະເພາະໃດໜຶ່ງໃນລະດັບການສຶກສາຊັ້ນສູງຂຶ້ນໄປ,ມີປະສົບການດ້ານສື່ມວນຊົນ,ມີຄວາມສາມາດຊີ້ນໍາ,ຄຸ້ມຄອງແລະກວດກາອົງການສື່ມວນຊົນ;
	4.ມີຄຸນສົມບັດສິນທໍາປະຕິວັດ,ຄຸນທາດການເມືອງໜັກແໜ້ນແລະມີຈັນຍາບັນນັກຂ່າວ;
	5.ຮູ້ພາສາຕ່າງປະເທດໃດໜຶ່ງ;
	6.ມີສຸຂະພາບດີ;
	7.ບໍ່ເປັນຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນທີ່ຂຶ້ນກັບຕົນຫຼືອົງການສື່ມວນຊົນອື່ນ;
	8.ມີເງື່ອນໄຂອື່ນທີ່ອົງການເຈົ້າຂອງສື່ມວນຊົນເຫັນວ່າມີຄວາມຈໍາເປັນ.

ມາດຕາ30(ໃໝ່)ສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າອົງການເຈົ້າຂອງສື່ມວນຊົນ
	ຫົວໜ້າອົງການເຈົ້າຂອງສື່ມວນຊົນມີສິດແລະໜ້າທີ່ດັ່ງນີ້:
	1.ຊີ້ນໍາ,ຄຸ້ມຄອງແລະກວດກາການເຄື່ອນໄຫວຂອງອົງການສື່ມວນຊົນທີ່ຂຶ້ນກັບຕົນ;
	2.ມີຄວາມຮັບຜິດຊອບຕໍ່ອົງການເຈົ້າຂອງສື່ມວນຊົນແລະກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວກ່ຽວກັບການເຄື່ອນໄຫວຂອງອົງການສື່ມວນຊົນທີ່ຕົນຮັບຜິດຊອບ;
	3.ມີສິດແລະໜ້າທີ່ໃນການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນໂດຍປະສານສົມທົບກັບອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງຫຼືເປັນຜູ້ສະເໜີໃຫ້ອົງການທີ່ມີສິດພິຈາລະນາຕາມລະບຽບການ;
	4.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ຮອງຫົວໜ້າອົງການເຈົ້າຂອງສື່ມວນຊົນມີສິດແລະໜ້າທີ່ດັ່ງນນີ້:
	1.ຊ່ວຍຫົວນ້າໃນວຽກງານໃດໜຶ່ງແລະຮັກສາການແທນໃນເວລາຫົວໜ້າບໍ່ຢູ່ຕາມການມອບໝາຍຂອງຫົວໜ້າ;
	2.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ31(ປັບປຸງ)ຫົວນ້າແລະຮອງຫົວໜ້າອົງການສື່ມວນຊົນ
	ຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນໄດ້ກໍານົດຊື່ເອີ້ນຕໍາແໜ່ງດັ່ງນີ້:
	-ສື່ສິ່ງພິມເອີ້ນວ່າ:ຫົວໜ້າບັນນາທິການໃຫຍ່ແລະຮອງຫົວໜ້າບັນນາທິການໃຫຍ່;
	-ສື່ເອເລັກໂຕຼນິກລວມທັງສໍານັກຂ່າວສານປະເທດລາວເອີ້ນວ່າ:ຜູ້ອໍານວຍການໃຫຍ່ແລະຮອງຜູ້ອໍານວຍການໃຫຍ່.
	ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນແມ່ນເຈົ້າຂອງອົງການສື່ມວນຊົນເປັນຜູ້ຕົກລົງໂດຍປະສານສົມທົບກັບອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງຫຼືເປັນຜູ້ສະເໜີໃຫ້ອົງການທີ່ມີສິດພິຈາລະນາຕາມລະບຽບການ.

ມາດຕາ32(ປັບປຸງ)ເງື່ອນໄຂຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນ
	ຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນມີເງື່ອນໄຂດັ່ງນີ້:
	1.ມີພູມລໍາເນົາຖາວອນຢູ່ສປປລາວ;
	2.ຖືສັນຊາດລາວແລະມີອາຍຸຊາວສາມປີຂຶ້ນໄປ;
	3.ມີປະກາສະນີຍະບັດໃນສາຂາວິຊາສະເພາະໃດໜຶ່ງໃນລະດັບການສຶກສາຊັ້ນສູງຂຶ້ນໄປ,ມີປະສົບການດ້ານສື່ມວນຊົນ,ມີຄວາມສາມາດບໍລິຫານອົງການສື່ມວນຊົນ;
	4.ມີຄຸນສົມບັດສິນທໍາປະຕິວັດ,ຄຸນທາດການເມືອງໜັກແໜ້ນແລະມີຈັນຍາບັນນັກຂ່າວ;
	5.ຮູ້ພາສາຕ່າງປະເທດໃດໜຶ່ງ;
	6.ມີສຸຂະພາບດີ;
	7.ບໍ່ເປັນຫົວໜ້າຫຼືຮອງຫົວໜ້າອົງການສື່ມວນຊົນອື່ນ;
	8.ມີເງື່ອນໄຂອື່ນທີ່ອົງການເຈົ້າຂອງສື່ມວນຊົນເຫັນວ່າມີຄວາມຈໍາເປັນ.

ມາດຕາ33(ປັບປຸງ)ສິດແລະໜ້າທີ່ຂອງຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນ
	ຫົວໜ້າອົງການສື່ມວນຊົນມີສິດແລະໜ້າທີ່ດັ່ງນີ້:
	1.ຊີ້ນໍາແລະຄຸ້ມຄອງການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ;
	2.ພິຈາລະນາອະນຸຍາດແລະກວດກາການລົງຂ່າວ,ບົດໃນສື່ສິ່ງພິມ,ລາຍການກະຈາຍສຽງ,ໂທລະພາບ,ເວັບໄຊແລະສື່ແບບໃໝ່;
	3.ຄຸ້ມຄອງ,ບໍາລຸງສ້າງບຸກຄະລາກອນ,ຄຸ້ມຄອງຊັບສິນ,ແລະພື້ນຖານວັດຖຸເຕັກນິກ;	
	4.ມີຄວາມຮັບຜິດຊອບຕໍ່ອົງການເຈົ້າຂອງສື່ມວນຊົນກ່ຽວກັບເນື້ອໃນແລະການເຄື່ອນໄຫວຂອງອົງການສື່ມວນຊົນທີ່ຕົນຮັບຜິດຊອບ;
	5.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດມາຍແລະລະບຽບການ.

ຮອງຫົວໜ້າອົງການສື່ມວນຊົນມີສິດແລະໜ້າທີ່ດັ່ງນີ້:
	1.ຊ່ວຍຫົວໜ້າໃນວຽກງານໃດໜຶ່ງແລະຮັກສາການແທນໃນເວລາຫົວໜ້າບໍ່ຢູ່ຕາມການມອບໝາຍຂອງຫົວໜ້າ;
	2.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ34(ປັບປຸງ)ເງື່ອນໄຂນັກຂ່າວ
	ນັກຂ່າວມີເງື່ອນໄຂດັ່ງນີ້:
	1.ມີພູມລໍາເນົາຖາວອນຢູ່ສປປລາວ;
	2.ຖືສັນຊາດລາວແລະມີອາຍຸແຕ່ສິບແປດປີຂຶ້ນໄປ;
	3.ມີຈັນຍາບັນຂອງນັກຂ່າວຢ່າງຄົບຖ້ວນ;
	4.ມີປະກາສະນີຍະບັດໃນສາຂາວິຊາອາຊີບໃດໜຶ່ງໃນລະດັບການສຶກສາຊັ້ນກາງຂຶ້ນໄປຫຼືມີໃບຢັ້ງຢືນ,ມີຄວາມຮູ້,ມີປະສົບການແລະມີພອນສະຫວັນດ້ານສື່ມວນຊົນ;
	5.ຮູ້ພາສາຕ່າງປະເທດໃດໜຶ່ງ;
	6.ມີສຸຂະພາບດີ.

ມາດຕາ35(ປັບປຸງ)ສິດແລະໜ້າທີ່ຂອງນັກຂ່າວ
	ນັກຂ່າວມີສິດຕົ້ນຕໍດັ່ງນີ້:
	1.ໄດ້ຮັບບັດນັກຂ່າວ,ສັງກັດແລະເຄື່ອນໄຫວຢູ່ໃນອົງການສື່ມວນຊົນໃດໜຶ່ງ;
	2.ປະຕິບັດວຽກງານດ້ານການຂ່າວຢູ່ພາຍໃນແລະຕ່າງປະເທດຕາມການມອບໝາຍ;
	3.ພົວພັນ,ຮ່ວມມືກັບຜູ້ຮ່ວມງານຢ່າງເປັນປົກກະຕິ,ຊອກຮູ້,ເກັບກໍາແລະຮັບຂໍ້ມູນຂ່າວສານໃນວຽກງານສື່ມວນຊົນຕາມກົດໝາຍແລະລະບຽບການ;
	4.ໃຊ້ບັດນັກຂ່າວເພື່ອສະເໜີຊອກຮູ້,ຮັບການສະໜອງແລະນໍາໃຊ້ຂໍ້ມູນຂ່າວສານຈາກການຈັດຕັ້ງແລະບຸກຄົນເພື່ອວຽກງານສື່ມວນຊົນ;
	5.ວິເຄາະ,ວິໄຈ,ຂຽນຂ່າວ,ບົດ,ຖ່າຍທໍາຮູບພາບຕ່າງໆ,ສ້າງຜະລິດຕະພັນສື່ມວນຊົນທີ່ສ້າງສັນແລະມີຄຸນປະໂຫຍດ,ໃສ່ນາມປາກກາເປັນຊື່ຕົນເອງຫຼືຊື່ແຝງ;	
	6.ໄດ້ຮັບການບໍາລຸງ,ຍົກລະດັບດ້ານການເມືອງ,ວິຊາສະເພາະດ້ານສື່ມວນຊົນ,ຮັບນາມມະຍົດເງິນອຸດໜູນຫຼືນະໂຍບາຍອື່ນ;
	7.ໄດ້ຮັບບູລິມະສິດໃນການເຄື່ອນໄຫວວຽກງານດ້ານສື່ມວນຊົນຕາມກົດໝາຍແລະລະບຽບການ;
	8.ໄດ້ຮັບການປົກປ້ອງຈາກກົດໝາຍໃນການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຂອງຕົນທີ່ຖືກຕ້ອງ.
	
	ນັກຂ່າວມີໜ້າທີ່ຕົ້ນຕໍດັ່ງນີ້:
	1.ຊອກຮູ້,ເກັບກໍາຂໍ້ມູນຂ່າວສານເພື່ອຂຽນເປັນຂ່າວ,ບົດແລະລາຍການ,ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ;
	2.ຂຽນຂ່າວ,ບົດຢ່າງຖືກຕ້ອງ,ຊັດເຈນກ່ຽວກັບສະພາບການພາຍໃນແລະຕ່າງປະເທດໂດຍສອດຄ່ອງກັບສິດຜົນປະໂຫຍດຂອງຊາດແລະສ່ອງແສງເຖິງຄວາມມູ່ງມາດປາຖະໜາອັນຊອບທໍາຂອງປະຊາຊົນ;
	3.ເຜີຍແຜ່,ປົກປ້ອງແນວທາງ,ນະໂຍບາຍ,ກົດໝາຍແລະລະບຽບການ;ຂຸດຄົ້ນ,ສົ່ງເສີມປັດໄຈທີ່ຕັ້ງໜ້າ,ຕໍ່ສູ້ຕ້ານບັນດາແນວຄິດແລະການກະທໍາທີ່ລະເມີດກົດໝາຍແລະລະບຽບການ;ຕອບໂຕ້ຖ້ອຍທໍານອງບິດເບືອນແລະໃສ່ຮ້າຍປ້າຍີທີ່ສ້າງຄວາມເສື່ອມເສຍໃຫ້ແກ່ກຽດສັກສີ,ຜົນປະໂຫຍດຂອງຊາດແລະປະຊາຊົນ;
	4.ຄົ້ນຄວ້າ,ຮໍ່າຮຽນ,ຝຶກຝົນຫຼໍ່ຫຼອມຕົນເອງເພື່ອຍົກລະດັບທາງດ້ານການເມືອງ,ຄຸນສົມບັດ,ຈັນຍາບັນ,ວິຊາສະເພາະ,ພາສາຕ່າງປະເທດແລະອື່ນໆ;
	5.ແກ້ຂ່າວແລະຂໍໂທດຜ່ານສື່ມວນຊົນໃນກໍລະນີທີ່ຂຽນຂ່າວຜິດພາດຫຼືບໍ່ມີມູນຄວາມຈິງ;
	6.ຮັບການຕໍານິຕິຊົມຈາກສັງຄົມ,ຮັບຜິດຊອບຕໍ່ກົດໝາຍແລະຕໍ່ອົງການສື່ມວນຊົນກ່ຽວກັບເນື້ອໃນຂ່າວ,ບົດແລະການກະທໍາທີ່ບໍ່ຖືກຕ້ອງຂອງຕົນ;
	7.ປະຕິບັດຈັນຍາບັນນັກຂ່າວ,ບໍ່ສວຍໃຊ້ໜ້າທີ່ນັກຂ່າວເພື່ອສວຍໂອກາດແລະລະເມີດກົດໝາຍ.

ມາດຕາ36ນັກວິຊາການດ້ານສື່ມວນຊົນ
	ນັກວິຊາການດ້ານສື່ມວນຊົນແມ່ນບຸກຄະລາກອນທີ່ປະຕິບັດງານໃນອົງການສື່ມວນຊົນຊຶ່ງມີນັກປະພັນ,ນັກກະວີ,ໂຄສົກ,ພິທີກອນ,ຜູ້ຈັດລາຍການ,ຜູ້ກໍາກັບການສະແດງ,ຜູ້ອອກແບບການພິມ,ນັກແຕ້ມ,ນັກປະດັບປະດາ,ນາຍຊ່າງເຕັກນິກແລະນັກວິຊາການອື່ນທີ່ຮັບໃຊ້ການສ້າງຜະລິດຕະພັນສື່ມວນຊົນປະເພດຕ່າງໆ.
	ສິດແລະໜ້າທີ່ຂອງນັກວິຊາການດ້ານສື່ມວນຊົນຂອງແຕ່ລະອົງການສື່ມວນຊົນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ37(ປັບປຸງ)ຜູ້ຮ່ວມງານ
	ຜູ້ຮ່ວມງານແມ່ນຜູ້ທີ່ບໍ່ມີອາຊີບເປັນນັກຂ່າວແຕ່ເປັນຜູ້ຂຽນຂ່າວ,ບົດ,ຖ່າຍພາບ,ຜະລິດລາຍການສະໜອງໃຫ້ອົງການສື່ມວນຊົນໂດຍໄດ້ຮັບຄ່າແຮງງານແລະນະໂຍບາຍອື່ນຈາກອົງການສື່ມວນຊົນຕາມລະບຽບການ.
	ສິດແລະໜ້າທີ່ຂອງຜູ້ຮ່ວມງານໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ38(ໃໝ່)ບັດນັກຂ່າວ
	ບັດນັກຂ່າວແມ່ນເອກະສານທີ່ຢັ້ງຢືນການເປັນນັກຂ່າວຊຶ່ງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວອອກໃຫ້ແລະມີອາຍຸຫ້າປີ.
	ບັດນັກຂ່າວສາມາດປະຕິບັດໃນກໍລະນີດັ່ງນີ້:
	1.ເປົ້າໝາຍຮັບບັດນັກຂ່າວ
	ເປົ້າໝາຍຮັບບັດນັກຂ່າວແມ່ນບຸກຄະລາກອນສື່ມວນຊົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ28ຂອງກົດໝາຍສະບັບນີ້,ພະນັກງານສະມາຄົມນັກຂ່າວແລະພະນັກງານຄຸ້ມຄອງວຽກງານສື່ມວນຊົນ.
	2.ການມອບບັດນັກຂ່າວມີກໍລະນີດັ່ງນີ້:
	-ບຸກຄະລາກອນສື່ມວນຊົນ,ພະນັກງານສະມາຄົມນັກຂ່າວແລະພະນັກງານຄຸ້ມຄອງວຽກງານສື່ມວນຊົນທີ່ມີເງື່ອນໄຂ,ມາດຕະຖານຄົບຖ້ວນ,ມີການເຄື່ອນໄຫວວຽກງານສື່ມວນຊົນຢ່າງໜ້ອຍສາມປີແລະໄດ້ຮັບການສະເໜີຈາກອົງການສື່ມວນຊົນທີ່ຕົນສັງກັດ.
	-ຜູ້ໄດ້ຮັບບັດນັກຂ່າວຖືກຍົກຍ້າຍໄປປະຈໍາການຢູ່ອົງການອື່ນທີ່ຍັງເປັນເປົ້າໝາຍຖືກບັດນັກຂ່າວນັ້ນຈະຕ້ອງສະເໜີຂໍປ່ຽນບັດນັກຂ່າວໃໝ່ໃຫ້ສອດຄ່ອງກັບການຈັດຕັ້ງໃໝ່;
	-ກໍລະນີບັດເສຍ,ຂາດ,ໃຊ້ການບໍ່ໄດ້,ເຈົ້າຂອງບັດນັກຂ່າວຕ້ອງເຮັດໃບສະເໜີພ້ອມຕິດຄັດບັດເກົ່າແລະໃບຢັ້ງຢືນທີ່ຢູ່ເພື່ອຂໍບັດນັກຂ່າວໃໝ່ໂດຍຜ່ານການຢັ້ງຢືນຂອງຫົວໜ້າອົງການສື່ມວນຊົນຫຼືການຈັດຕັ້ງທີ່ຕົນສັງກັດ;
	-ຜູ້ທີ່ຖືກຖອນບັດທາງວິໄນແຕ່ໄດ້ປັບປຸງ,ປ່ຽນແປງຕົນເອງເຄົບລົບຈັນຍາບັນ,ກົດໝາຍແລະລະບຽບການແລະໄດ້ຮັບການສະເໜີຈາກອົງການສື່ມວນຊົນທີ່ກ່ຽວຂ້ອງ.

	3.ການຖອນບັດນັກຂ່າວມີກໍລະນີດັ່ງນີ້:
	-ຖືກຍົກຍ້າຍໄປປະຈໍາການຢູ່ອົງການອື່ນທີ່ບໍ່ແມ່ນເປົ້າໝາຍຖືບັດນັກຂ່າວຫຼືບໍ່ໄດ້ເຄື່ອນໄຫວວຽກງານສື່ມວນຊົນ;
	-ເຮັດວຽກໃນອົງການສື່ມວນຊົນທີ່ຖືກຖອນໃບອະນຸຍາດເຄື່ອນໄຫວສື່ມວນຊົນ;
	-ລະເມີດຈັນຍາບັນນັກຂ່າວຫຼືສວຍໃຊ້ບັດໃນທາງຜິດກົດໝາຍ;
	-ຖືກລົງວິໄນຂັ້ນໂຈະວຽກ,ຖືກກ່າວຟ້ອງຫຼືຖືກສານຕັດສິນລົງໂທດ;
	-ຢຸດວຽກ.
	ພາຍໃນເວລາສິບຫ້າວັນທີ່ມີຄໍາສັ່ງຖອນບັດ,ຫົວໜ້າອົງການສື່ມວນຊົນຕ້ອງແຈ້ງໃຫ້ຜູ້ຖືບັດນັກຂ່າວຊາບເປັນລາຍລັກອັກສອນເພື່ອສົ່ງບັດໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ.

ໝວດທີ3ການສ້າງຕັ້ງອົງການສື່ມວນຊົນ
	
ມາດຕາ39(ປັບປຸງ)ເງື່ອນໄຂການສ້າງຕັ້ງອົງການສື່ມວນຊົນ
	ການສ້າງຕັ້ງອົງການສື່ມວນຊົນມີເງື່ອນໄຂດັ່ງນີ້:
	1.ກໍານົດຊື່,ປະເພດສື່ມວນຊົນ,ອຸດົມການ,ຈຸດປະສົງທີ່ສອດຄ່ອງກັບພາລະບົດບາດຂອງອົງການເຈົ້າຂອງສື່ມວນຊົນ,ເປົ້າໝາຍຮັບໃຊ້,ຂອບເຂດການພິມແລະຈໍາໜ່າຍສື່ສິ່ງພິມ,ກໍາລັງແຮງຂອງເຄື່ອງສົ່ງ,ກໍານົດເວລາການກະຈາຍ,ກໍານົດການນໍາໃຊ້ຄື້ນຄວາມຖີ່,ຂອບເຂດການກະຈາຍຄື້ນ,ລວມທັງພາສາ,ລະຫັດຊື່ທາງອິນເຕີເນັດທີ່ຈະນໍາໃຊ້ຂອງອົງການສື່ມວນຊົນນັ້ນ;
	2.ກໍານົດຊື່,ໂຄງປະກອບ,ເນື້ອໃນ,ຮູບແບບຂອງຜະລິດຕະພັນສື່ມວນຊົນ;
	3.ມີກົງຈັກການຈັດຕັ້ງແລະບຸກຄະລາກອນທີ່ມີເງື່ອນໄຂຕາມທີ່ໄດ້ກໍານົດໄວ້ໃນມາດຕາ29,32ແລະ34ຂອງກົດໝາຍສະບັບນີ້;
	4.ມີສໍານັກງານ,ພາຫະນະ,ອຸປະກອນເຕັກນິກ,ທຶນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ;
	5.ສອດຄ່ອງກັບແຜນພັດທະນາແລະຄຸ້ມຄອງສື່ມວນຊົນໃນແຕ່ລະໄລຍະ.

ມາດຕາ40(ໃໝ່)ການພິຈາລະນາອະນຸຍາດການສະເໜີສ້າງຕັ້ງອົງການສື່ມວນຊົນ
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງສ້າງຕັ້ງອົງການສື່ມວນຊົນຕ້ອງຍື່ນຄໍາຮ້ອງແລະບົດວິພາກຕໍ່ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເພື່ອພິຈາລະນາອະນຸຍາດໃຫ້ເຄື່ອນໄຫວວຽກງານສື່ມວນຊົນ,ພາຍໃນກໍານົດເວລາເກົ້າສິບວັນຫຼັງຈາກໄດ້ຮັບຄໍາຮ້ອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວຕ້ອງພິຈາລະນາອອກໃບອະນຸຍາດ,ໃນກໍລະນີບໍ່ອະນຸຍາດຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຮ້ອງຂໍ.
	ພາຍຫຼັງໄດ້ຮັບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນ,ອົງການເຈົ້າຂອງສື່ມວນຊົນຕ້ອງສ້າງຕັ້ງອົງການສື່ມວນຊົນຂອງຕົນແລ້ວລາຍງານຕໍ່ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວພ້ອມທັງແຈ້ງຜ່ານສື່ມວນຊົນ.

ມາດຕາ41(ໃໝ່)ການປ່ຽນແປງຂໍ້ມູນໃນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນ
	ອົງການສື່ມວນຊົນທີ່ມີຈຸດປະສົງເພີ່ມເຕີມຫຼືປ່ຽນແປງຂໍ້ມູນໃນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນຂອງຕົນໃຫ້ສະເໜີຕໍ່ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເພື່ອພິຈາລະນາ.
	ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຈ້ງຕອບເປັນລາຍລັກອັກສອນພາຍໃນກໍານົດເວລາສາມສິບວັນນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ.

ມາດຕາ42(ໃໝ່)ການໂຈະ,ການຖອນຫຼືການຢຸດເຊົາການເຄື່ອນໄຫວວຽກງານສື່ມວນຊົນ
	ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວສາມາດໂຈະການເຄື່ອນໄຫວຫຼືຖອນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນຖ້າວ່າອົງການສື່ມວນຊົນທີ່ກ່ຽວຂ້ອງບໍ່ເຄື່ອນໄຫວຽກງານສື່ມວນົຊນຫຼືເຄື່ອນໄຫວຕາມຈຸດປະສົງ,ເນື້ອໃນແລະຮູບແບບທີ່ໄດ້ອະນຸຍາດຫຼືບໍ່ມີຜະລິດຕະພັນສື່ມວນຊົນອອກສູ່ສັງຄົມພາຍໃນກໍານົດເວລາສາມເດືອນສໍາລັບສື່ສິ່ງພິມແລະເວັບໄຊ;ເກົ້າເດືອນສໍາລັບວິທະຍຸກະຈາຍສຽງ,ໂທລະພາບນັບແຕ່ວັນໄດ້ຮັບອະນຸຍາດເປັນຕົ້ນໄປ.
	ໃນກໍລະນີທີ່ອົງການເຈົ້າຂອງສື່ມວນຊົນມີຈຸດປະສົງຢຸດເຊົາການເຄື່ອນໄຫວວຽກງານສື່ມວນຊົນຂອງຕົນຕ້ອງແຈ້ງເປັນລາຍລັກອັກສອນຢ່າງຊ້າສາມສິບວັນຕໍ່ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເພື່ອຖອນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນແລະອອກແຈ້ງການຜ່ານສື່ມວນຊົນ.
	ຖ້າຫາກມີຈຸດປະສົງຂໍອະນຸຍາດຄືນໃໝ່ອົງການເຈົ້າຂອງສື່ມວນຊົນທີ່ຖືກຖອນໃບອະນຸຍາດນັ້ນຕ້ອງຍື່ນຄໍາຮ້ອງຕໍ່ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເພື່ອພິຈາລະນາ.

ມາດຕາ43ການສ້າງຕັ້ງສໍານັກງານຜູ້ຕາງໜ້າອົງການສື່ມວນຊົນ
	ລັດຖະບານເປັນຜູ້ອະນຸຍາດການສ້າງຕັ້ງສໍານັກງານຜູ້ຕາງໜ້າອົງການສື່ມວນຊົນລາວປະຈໍາຢູ່ຕ່າງປະເທດແລະໃຫ້ອົງການສື່ມວນຊົນຕ່າງປະເທດເຂົ້າມາປະຈໍາຫຼືສ້າງຕັ້ງສໍານັກງານຜູ້ຕາງໜ້າຂອງອົງການສື່ມວນຊົນຕ່າງປະເທດຢູ່ສປປລາວ.ນັກຂ່າວ,ນັກວິຊາການດ້ານສື່ມວນຊົນແລະຄະນະຮັບຜິດຊອບອົງການສື່ມວນຊົນຕ່າງປະເທດທີ່ມາເຄື່ອນໄຫວຢູ່ສປປລາວຕ້ອງປະຕິບັດຕາມກົດໝາຍແລະລະບຽບການຂອງສປປລາວ.
	ສໍາລັບການສ້າງຕັ້ງແລະເຄື່ອນໄຫວຂອງຜູ້ຕາງໜ້າອົງການສື່ມວນຊົນຂອງພາຍໃນແລະຕ່າງປະເທດໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
	
ໝວດທີ4ກິດຈະການສື່ມວນຊົນ
	
ມາດຕາ44ກິດຈະການສື່ມວນຊົນ
	ກິດຈະການສື່ມວນຊົນມີດັ່ງນີ້:
	1.ການຊອກຮູ້,ເກັບກໍາຂໍ້ມູນຂ່າວສານ;
	2.ການໄດ້ຮັບການສະໜອງຂໍ້ມູນຂ່າວສານຈາກສັງຄົມ;
	3.ການເຜີຍແຜ່ບົດ,ຂ່າວແລະແຈ້ງການຕ່າງໆ;
	4.ການໃຫ້ຄໍາຕອບ;
	5.ການແກ້ຂ່າວ;
	6.ການບໍລິການ;
	7.ການບັນເທີງ.

ມາດຕາ45ການຊອກຮູ້,ເກັບກໍາຂໍ້ມູນຂ່າວສານ
	ສື່ມວນຊົນຕ້ອງເຄື່ອນໄຫວຊອກຮູ້,ເກັບກໍາຂໍ້ມູນຂ່າວສານຢ່າງກວ້າງຂວາງ,ຄົບຖ້ວນ,ຊັດເຈນ,ວ່ອງໄວແລະທັນການເພື່ອຄົ້ນຄວ້າ,ແຕ່ງເປັນບົດ,ຂ່າວ,ລາຍການແລະແຈ້ງການຕ່າງໆ.

ມາດຕາ46(ປັບປຸງ)ການໄດ້ຮັບການສະໜອງຂໍ້ມູນຂ່າວສານຈາກສັງຄົມ
	ສື່ມວນຊົນມີສິດໄດ້ຮັບຂໍ້ມູນຂ່າວສານຈາກບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເພື່ອພິຈາລະນາອອກຂ່າວຕາມຄວາມເໝາະສົມ.
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຕ້ອງປະກອບສ່ວນໃນການສະໜອງແລະມີຄວາມຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເນື້ອໃນຂໍ້ມູນຂ່າວສານທີ່ຕົນໄດ້ສະໜອງໃຫ້ສື່ມວນຊົນຜ່ານສື່ສັງຄົມອອນລາຍ,ກອງປະຊຸມຖະແຫຼງຂ່າວ,ການສໍາພາດແລະຮູບແບບອື່ນ,ອົງການສື່ມວນຊົນຕ້ອງໄດ້ນໍາໃຊ້ເນື້ອໃນຂໍ້ມູນທີ່ສະໜອງໃຫ້ນັ້ນຢ່າງຖືກຕ້ອງແລະຕ້ອງແຈ້ງແຫຼ່ງຫຼືທີ່ມາຂອງຂໍ້ມູນນັ້ນ.
	ໃນກໍລະນີທີ່ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບປາກົດການຫຍໍ້ທໍ້ໃນສັງຄົມ,ການລະເມີດກົດໝາຍແລະລະບຽບການສື່ມວນຊົນກໍ່ສາມາດແຈ້ງໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຊາບເພື່ອພິຈາລະນາ.
	ສໍາລັບຂ່າວກ່ຽວກັບຄະດີທີ່ພວມສືບສວນສອບສວນຫຼືຄະດີທີ່ຍັງບໍ່ທັນຕັດສິນນັ້ນອົງການທີ່ດໍາເນີນຄະດີມີສິດສະຫງວນຄວາມລັບກ່ຽວກັບຂໍ້ມູນຂ່າວສານຕໍ່ສື່ມວນຊົນ,ແຕ່ສື່ມວນຊົນກໍ່ມີສິດອອກຂ່າວຕາມແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ແລະເປັນປະໂຫຍດໃຫ້ແກ່ສັງຄົມດ້ວຍຄວາມຮັບຜິດຊອບຂອງຕົນຕໍ່ໜ້າກົດໝາຍເວັ້ນເສຍແຕ່ມີຄໍາສັ່ງໂຈະຫຼືຫ້າມການອອກຂ່າວຈາກອົງການທີ່ກ່ຽວຂ້ອງ.
	ສື່ມວນຊົນຈະບໍ່ເປີດເຜີຍຊື່ແລະຮູບພາບຂອງຜູ້ສະໜອງຂໍ້ມູນຂ່າວສານຖ້າເຫັນວ່າມີຜົນເສຍຫາຍຕໍ່ຜູ້ສະໜອງຂໍ້ມູນຂ່າວສານ,ສະມາຊິກຄອບຄົວແລະການຈັດຕັ້ງນັ້ນເວັ້ນເສຍແຕ່ຈະສະໜອງໃຫ້ຕາມການສະເໜີຂອງອົງການສືບສວນສອບສວນຫຼືອົງການໄອຍະການປະຊາຊົນຫຼືສານປະຊາຊົນ.

ມາດຕາ47ການເຜີຍແຜ່ບົດ,ຂ່າວ,ລາຍການແລະແຈ້ງການ
	ເມື່ອສື່ມວນຊົນໄດ້ເກັບກໍາຂໍ້ມູນຂ່າວສານຫຼືຮັບຂໍ້ມູນຂ່າວສານຈາກສັງຄົມແລ້ວຕ້ອງຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນຖ້າເຫັນວ່າເປັນຜົນປະໂຫຍດໃຫ້ແກ່ປະເທດຊາດແລະສັງຄົມຈຶ່ງແຕ່ງເປັນບົດ,ຂ່າວ,ແຈ້ງການແລະລາຍການຕ່າງໆເພື່ອເຜີຍແຜ່ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງແລະທັນເວລາຜ່ານພາຫະນະຂອງຕົນ.

ມາດຕາ48(ປັບປຸງ)ການໃຫ້ຄໍາຕອບ
	ສື່ມວນຊົນມີສິດສະເໜີໃຫ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງຕອບບັນປາທີ່ພົນລະເມືອງລາວຫຼືອົງການຈັດຕັ້ງຕ່າງໆຂໍຄວາມກະຈ່າງແຈ້ງ,ເມື່ອບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໄດ້ຮັບຄໍາສະເໜີດັ່ງກ່າວຕ້ອງຕອບພາຍໃນສິບຫ້າວັນພາຍຫຼັງໄດ້ຮັບຄໍາສະເໜີແລະມີຄວາມຮັບຜິດຊອບຕໍ່ຄໍາຕອບຂອງຕົນ.ຖ້າຫາກບໍ່ໄດ້ຮັບຄໍາຕອບຈາກບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ,ອົງການສື່ມວນຊົນມີສິດສົ່ງຄໍາາເຫັນ,ຄວາມຂັດຂ້ອງຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງດັ່ງກ່າວເຖິງການຈັດຕັ້ງຂັ້ນເທິງທີ່ມີສິດອໍານາດແກ້ໄຂຫຼືນໍາບັນຫານັ້ນລົງເຜີຍແຜ່ໃນສື່ມວນຊົນ.
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງຕ່າງໆມີສິດສະເໜີໃຫ້ສື່ມວນຊົນຊີ້ແຈງກ່ຽວກັບຂ່າວທີ່ໄດ້ເຜີຍແຜ່ອອກໄປທີ່ຍັງບໍ່ຈະແຈ້ງນັ້ນແລະຕ້ອງໃຫ້ຄໍາຕອບຢ່າງວ່ອງໄວ.
	ອົງການຈັດຕັ້ງພັກ,ລັດ,ແນວລາວສ້າງຊາດ,ມະຫາຊົນແລະສັງຄົມສາມາດແຕ່ງຕັ້ງພະນັກງານປະຊາສໍາພັນເພື່ອປະຕິບັດໜ້າທີ່ແຈ້ງຂ່າວແລະສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບວຽກງານຂອງຕົນໃຫ້ສັງຄົມໂດຍຜ່ານສື່ມວນຊົນຕາມສະພາບການຮຽກຮ້ອງ,ໃນກໍລະນີມີໄພພິບັດຫຼືວິກິດການດ້ານຕ່າງໆຕ້ອງແຈ້ງຂ່າວຢ່າງລຽນຕິດເພື່ອນໍາພາຫາງສຽງສັງຄົມ.

ມາດຕາ49(ປັບປຸງ)ການແກ້ຂ່າວ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງມີສິດສະເໜີໃຫ້ສື່ມວນຊົນແກ້ຂ່າວທີ່ອອກບໍ່ຖືກຕ້ອງຕາມຄວາມຈິງ.
	ອົງການສື່ມວນຊົນທີ່ອອກຂ່າວບໍ່ຖືກຕ້ອງຕາມຄວາມຈິງ,ຂາດຫຼັກຖານ,ແຕະຕ້ອງເຖິງບົດບາດ,ກຽດສັກສີຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງນັ້ນຕ້ອງໄດ້ແກ້ຂ່າວແລະຂໍໂທດຜ່ານສື່ມວນຊົນຕາມກົດໝາຍແລະລະບຽບການ.
	ໃນກໍລະນີທີ່ອົງການສື່ມວນຊົນບໍ່ແກ້ຂ່າວຫຼືໄດ້ແກ້ຂ່າວບໍ່ເໝາະສົມ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງມີສິດສະເໜີບົດຊີ້ແຈງຕໍ່ອົງການຄຸ້ມຄອງສື່ມວນຊົນຫຼືຮ້ອງຟ້ອງຕໍ່ສານປະຊາຊົນເມື່ອເຫັນວ່າມີຄວາມເສຍຫາຍເກີດຂຶ້ນ.
	ອົງການສື່ມວນຊົນຕ້ອງເຜີຍແຜ່ບົດຊີ້ແຈ້ງຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ,ໃນກໍລະນີບໍ່ເຫັນດີຕໍ່ບົດຊີ້ແຈງດັ່ງກ່າວອົງການສື່ມວນົຊນມີສສິດສະແດງທັດສະນະຂອງຕົນຜ່ານສື່ມວນຊົນ.ອົງການສື່ມວນຊົນຈະບໍ່ເຜີຍແຜ່ບົດຊີ້ແຈງຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຫາກເຫັນວ່າຂັດກັບກົດໝາຍ,ພ້ອມດຽວກັນນັ້ນກໍ່ແຈ້ງຕອບເຫດຜົນໃຫ້ຜູ້ກ່ຽວຂ້ອງຊາບເປັນລາຍລັກອັກສອນ.

ມາດຕາ50(ປັບປຸງ)ການບໍລິການ
	ການບໍລິການຂອງສື່ມວນຊົນແມ່ນການທີ່ສື່ມວນຊົນໂຄສະນາສິນຄ້າຫຼືບໍລິການທາງສື່ສິ່ງພິມແລະຊື່ເອເລັກໂຕຼນິກຜ່ານລະບົບສາຍ,ເຄື່ອງສົ່ງພາກພື້ນດິນ,ດາວທຽມຫຼືເຄືອຂ່າຍອິນເຕິເນັດໃຫ້ລູກຄ້າໂດຍເກັບຄ່າບໍລິການ.
	ສື່ມວນຊົນທຸກປະເພດສາມາດໂຄສະນາສິນຄ້າຫຼືບໍລິການປະເພດຕ່າງໆໃຫ້ລູກຄ້າແຕ່ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
	ເນື້ອໃນໂຄສະນາສິນຄ້າຫຼືການບໍລິການຜ່ານສື່ມວນຊົນທຸກປະເພດຕ້ອງໃຫ້ຖືກກັບຄວາມເປັນຈິງ,ບໍ່ເວົ້າໂຍກ,ເວົ້າເກີນຄຸນນະພາບຂອງສິນຄ້າຫຼືຂອງການບໍລິການນັ້ນແລະຕ້ອງໄດ້ຮັບອະນຸຍາດເພື່ອໂຄສະນາເຜີຍແຜ່ຈາກອົງການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ.
	ການໂຄສະນາສິນຄ້າຫຼືບໍລິການໃຫ້ລູກຄ້າຜ່ານສື່ມວນຊົນລວມທັງການເກັບຄ່າບໍລິການນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ51ການບັນເທີງ
	ການບັນເທີງເປັນວຽກງານໜຶ່ງຂອງສື່ມວນຊົນເພື່ອສ້າງບັນຍາກາດ,ຄວາມເບີກບານມ່ວນຊື່ນໃຫ້ແກ່ສັງຄົມທັງເປັນການໂຄສະນາ,ສຶກສາອົບຮົມ,ແນະນໍ,ປຸກລະດົມພົນລະເມືອງໃຫ້ມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມໃນການປົກປັກຮັກສາແລະພັດທະນາປະເທດຊາດ.
	ການບັນເທີງທີ່ນໍາອອກເຜີຍແຜ່ຜ່ານສື່ມວນຊົນນັ້ນປະກອບດ້ວຍການສະແດງສິນລະປະວັນນະຄະດີ,ການຮ້ອງເພງ,ການຂັບ,ການລໍາ,ການບັນເລງສຽງດົນຕີ,ການສະແດງລະຄອນ,ການກິລາກາຍຍະກໍາ,ວັນນະກໍາແລະອື່ນໆທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ,ກົດໝຍແລະລະບຽບການຂອງລັດ,ຮີດຄອງ,ວັດທະນະທໍາປະເພນີອັນດີງາມຂອງຊາດ,ຂອງຊົນເຜົ່າແລະສາມາດເຊື່ອມໂຍງກັບພາກພື້ນແລະສາກົນ.

ໝວດທີ5ການເຄື່ອນໄຫວວຽກງານສື່ມວນຊົນ
	
ມາດຕາ52(ໃໝ່)ຂໍ້ມູນຕົ້ນຕໍຂອງບັນທຶກໃນຜະລິດຕະພັນສື່ມວນຊົນ
	ຂໍ້ມູນຕົ້ນຕໍທີ່ຕ້ອງບັນທຶກໃນຜະລິດຕະພັນສື່ມວນຊົນມີດັ່ງນີ້:
	1.ຢູ່ໜ້າທໍາອິດຂອງສື່ສິ່ງພິມຕ້ອງມີຊື່ຂອງຜະລິດຕະພັນໜັງສືພິມ,ຊື່ອົງການສື່ມວນຊົນ,ຊື່ອົງການເຈົ້າຂອງສື່ມວນຊົນຂຽນໃສ່ກ້ອງຊື່ອົງການສື່ມວນຊົນ,ໝາຍເລກສະບັບສໍາລັບສື່ສິ່ງພິມ;ຢູ່ດ້ານລຸ່ມຂອງໜ້າສຸດທ້າຍຂອງໜັງສືພິມຕ້ອງມີວັນ,ເດືອນ,ປີອອກຈໍາໜ່າຍ,ໄລຍະການຈໍາໜ່າຍ;ທີ່ຢູ່ສໍານັກງານ,ໂຮງພິມ;ຂະໜາດ,ຈໍານວນຂອງໜ້າ,ລາຄາຂອງສື່ສິ່ງພິມ;
	2.ສໍາລັບວິທະຍຸກະຈາຍສຽງແລະໂທລະພາບໄລຍະທໍາອິດໃຫ້ສະເໜີຊື່ອົງການສື່ມວນຊົນ,ຊື່ລາຍການດ້ວຍພາບ,ສຽງແລະດົນຕີປະກອບ;ໄລຍະກາງຕ້ອງມີກາໝາຍຂອງສະຖານີ,ກາໝາຍຂອງລາຍການສະເພາະໂທລະພາບ;ໄລຍະທ້າຍຂອງລາຍການໃຫ້ແຈ້ງລາຍຊື່ຄະນະຮັບຜິດຊອບການຜະລິດແລະຜູ້ຮ່ວມງານ,ໃຫ້ແຈ້ງທີ່ຕັ້ງສໍານັກງານແລະສູນຜະລິດ,ໝາຍເລກໂທລະສັບ,ໂທລະສານ,ອີເມວ,ລະຫັດຊື່ທາງອິນເຕີເນັດແລະອື່ນໆ;
	3.ຢູ່ໜ້າທໍາອິດຂອງສື່ແບບໃໝ່ຕ້ອງມີເລກທີໃບອະນຸຍາດ,ວັນທີ,ເດືອນ,ປີອອກໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນ,ທີ່ຢູ່ຂອງສໍານັກງານ,ໝາຍເລກໂທລະສັບ,ໂທລະສານ,ອີເມວ,ຊື່ແລະນາມສະກຸນຂອງຫົວໜ້າອົງການສື່ມວນຊົນ,ລະຫັດຊື່ທາງອິນເຕີເນັດຫຼືເວັບໄຊ.

ມາດຕາ53(ປັບປຸງ)ການພິມແລະຈໍາໜ່າຍສື່ສິ່ງພິມ
	ການພິມສື່ສິ່ງພິມລາວແມ່ນໃຫ້ພິມຢູ່ສປປລາວເປັນຕົ້ນຕໍ,ສື່ສິ່ງພິມໃດທີ່ຈະສົ່ງໄປພິມຫຼືຈໍາໜ່າຍຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
	ອົງການສື່ມວນຊົນເປັນຜູ້ຈັດຕັ້ງການຈໍາໜ່າຍສື່ສິ່ງພິມຂອງຕົນຫຼືມອບສິດໃຫ້ແກ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງໃດໜຶ່ງຮັບຜິດຊອບການບໍລິການຈໍາໜ່າຍແທນກໍ່ໄດ້ແຕ່ຕ້ອງຮັບປະກັນການຈໍາໜ່າຍໃຫ້ເຖິງເປົ້າໝາຍແລະທັນຕາມເວລາທີ່ໄດ້ກໍານົດໄວ້.
	ສື່ສິ່ງພິມທີ່ພິມຈໍາໜ່າຍຖືກຕ້ອງຕາມກົດໝາຍສາມາດສົ່ງອອກໄປຕ່າງປະເທດ.ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດທີ່ມີຈຸດປະສົງນໍາເອົາສື່ສິ່ງພິມຕ່າງປະເທດເຂົາມາພິມ,ຈໍາໜ່າຍຢູ່ສປປລາວຕ້ອງຂໍອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ນໍາເຂົ້າສົ່ງອອກສື່ສິ່ງພິມຕ້ອງກວດກາເນື້ອໃນກ່ອນຈະແຈກຢາຍແລະຮັບຜິດຊອບຕໍ່ເນື້ອໃນສື່ສິ່ງພິມທີ່ຕົນນໍາເຂົ້າ.
	ຜູ້ຈໍາໜ່າຍສື່ສິ່ງພິມທີ່ຖືກຫ້າມຈໍາໜ່າຍຕ້ອງເກັບຄືນເພື່ອທໍາລາຍພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ.

ມາດຕາ54(ປັບປຸງ)ການເພີ່ມໜ້າພິມຂອງສື່ສິ່ງພິມ
	ອົງການສື່ມວນຊົນທີ່ຕ້ອງການພິມແລະຈໍາໜ່າຍສື່ສິ່ງພິມເພີ່ມ,ເພີ່ມຈໍານວນໜ້າ,ພິມສະບັບສອດໃນຫຼືຊ້ອນທ້າຍ,ພິມເພີ່ມໃບຂ່າວພິເສດສາມາດເຮັດໄດ້ຕາມສິດແລະໜ້າທີ່ຂອງຕົນແຕ່ຕ້ອງລາຍງານໃຫ້ອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງສິບຫ້າວັນກ່ອນການຈັດຕັ້ງປະຕິບັດ.
	
ມາດຕາ55(ປັບປຸງ)ການເພີ່ມລາຍການວິທະຍຸກະຈາຍສຽງແລະໂທລະພາບ
	ສະຖານີວິທະຍຸກະຈາຍສຽງແລະໂທລະພາບທີ່ມີຄວາມຕ້ອງການເພີ່ມລາຍການໃດໜຶ່ງນັ້ນຕ້ອງລາຍງານໃຫ້ອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງສາມສິບວັນກ່ອນການຈັດຕັ້ງປະຕິບັດ.

ມາດຕາ56(ປັບປຸງ)ລາຍການກະຈາຍສຽງແລະພາບ
	ລາຍການກະຈາຍສຽງແລະພາບຂອງສື່ມວນຊົນລາວຕ້ອງຜະລິດແລະອອກອາກາດຈາກດິນແດນສປປລາວ,ໃນກໍລະນີທີ່ມີຈຸດປະສົງກະຈາຍລາຍການເຫຼົ່ານັ້ນຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງເອົາລາຍການກະຈາຍສຽງແລະພາບຂອງຕ່າງປະເທດອອກອາກາດຢູ່ສປປລາວຜ່ານລະບົບໂທລະພາບໃຊ້ສາຍແລະບໍ່ໃຊ້ສາຍຕ້ອງໄດ້ຮັບອະນຸຍາດຈາກລັດຖະບານແຫ່ງສປປລາວ.

ມາດຕາ57(ໃໝ່)ການບໍລິການສົ່ງສັນຍານແລະກະຈາຍຄື້ນຄວາມຖີ່
	ການບໍລິການສົ່ງສັນຍານແລະກະຈາຍຄື້ນຄວາມຖີ່ໃຫ້ວິທະຍຸກະຈາຍສຽງ,ໂທລະພາບຕ້ອງຮັບປະກັນຄຸນນະພາບດ້ານເຕັກນິກໃຫ້ຖືກຕ້ອງ,ຄົບຖ້ວນໂດຍການອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ.
	ການບໍລິການສົ່ງສັນຍານແລະກະຈາຍຄື້ນຄວາມຖີ່ວິທະຍຸກະຈາຍສຽງ,ໂທລະພາບຊຶ່ງຮັບໃຊ້ໜ້າທີ່ການເມືອງຂອງຊາດແລະຂອງທ້ອງຖິ່ນນັ້ນຕ້ອງໃຫ້ຄົບຖ້ວນ,ຮັບປະກັນເວລາແລະກວມເອົາເຂດເປົ້າໝາຍເຊັ່ນເຂດຊົນເຜົ່າ,ທຸກຍາກ,ຫ່າງໄກສອກຫຼີກ,ພູດອຍແລະເຂດຊາຍແດນ.

ມາດຕາ58(ໃໝ່)ການປ້ອງກັນເນື້ອໃນລາຍການວິທະຍຸກະຈາຍສຽງ,ໂທລະພາບ,ໂທລະໂຄ່ງແລະເວບໄຊ
	ວິທະຍຸກະຈາຍສຽງ,ໂທລະພາບ,ໂທລະໂຄ່ງແລະເວັບໄຊມີສິດນໍາໃຊ້ມາດຕະການດ້ານເຕັກໂນໂລຊີເພື່ອປ້ອງກັນເນື້ອໃນລາຍການວິທະຍຸກະຈາຍສຽງ,ໂທລະພາບ,ໂທລະໂຄ່ງແລະເນື້ອໃນເວັບໄຊຂອງຕົນ.

ມາດຕາ59(ປັບປຸງ)ການສ້າງແລະການນໍາໃຊ້ສື່ຜ່ານອິນເຕີເນັດ
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີຈຸດປະສົງສ້າງເວບໄຊຂອງຕົນຕ້ອງປະຕິບັດຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.ຂໍ້ມູນຂ່າວສານທີ່ລົງໃນເວັບໄຊຕ້ອງໃຫ້ຖືກຕ້ອງຕາມຕົ້ນສະບັບ,ແຈ້ງແຫຼ່ງຂໍ້ມູນ,ບົ່ງຊື່ຂອງຜູ້ຂຽນ,ຊື່ຂອງອົງການສື່ມວນຊົນ,ເວລາລົງຂໍ້ມູນແລະເວລາສົ່ງຂໍ້ມູນຂ່າວສານດັ່ງກ່າວ.
	ການນໍາໃຊ້,ການບໍລິການສື່ຜ່ານອິນເຕີເນັດຕ້ອງໄດ້ປະສານສົມທົບແລະໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງພ້ອມທັງປະຕິບັດຕາມກົດມາຍແລະລະບຽບການຢ່າງເຂັ້ມງວດ.
	ເນື້ອໃນຂອງຂໍ້ມູນຂ່າວສານທີ່ເອົາລົງໃນເຄືອຂ່າຍອິນເຕີເນັດຕ້ອງບໍ່ລະເມີດຂໍ້ຫ້າມຊຶ່ງກໍານົດໄວ້ໃນມາດຕາ66ຂອງກົດໝາຍສະບັບນີ້ແລະບົດບັນຍັດຂອງກົດໝາຍອື່ນທີ່ກ່ຽວຂ້ອງແລະສາມາດຖືເປັນຫຼັກຖານແລະມີຜົນທາງດ້ານກົດໝາຍ.
	ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ສ້າງເວັບໄຊຕ້ອງມີລະບົບຄຸ້ມຄອງຂໍ້ມູນຂ່າວສານ,ມີຄວາມຮັບຜິດຊອບຕິດຕາມກວດກາແລະເປັນເຈົ້າການສືບຂໍ້ມູນຂ່າວສານທີ່ລະເມີດຂໍ້ຫ້າມ.

ມາດຕາ60(ໃໝ່)ການໍາໃຊ້ສື່ສັງຄົມອອນລາຍຂອງອົງການສື່ມວນຊົນ
	ການນໍາໃຊ້ສື່ສັງຄົມອອນລາຍຂອງອົງການສື່ມວນຊົນໃຫ້ປະຕິບັດດັ່ງນີ້:
	1.ເຄົາລົບຈັນຍາບັນນັກຂ່າວ;
	2.ຕ້ອງລົງທະບຽນສ່ວນຕົວບຸກຄະລາກອນສື່ມວນຊົນຫຼືອົງການສື່ມວນຊົນນໍາອົງການຄຸ້ມຄອງສື່ມວນຊົນຢ່າງຖືກຕ້ອງຕາມກົດໝາຍແລະລະບຽບການ;
	3.ມີກາໝາຍສັນຍາລັກຂອງເວັບໄຊຫຼືໜ້າເວັບ;
	4.ເຄົາລົບແລະຮັບຮູ້ຂໍ້ມູນຂ່າວສານທີ່ຜະລິດໂດຍບຸກຄົນອື່ນໃນສື່ສັງຄົມອອນລາຍ,ຖ້າຕ້ອງການນໍາໃຊ້ຂໍ້ຄວາມ,ຮູບພາບແລະສຽງຕ່າງໆຕ້ອງກວດສອບແລະຂໍອະນຸຍາດຈາກຜູ້ຜະລິດແລະອ້າງອີງແຫຼ່ງທີ່ມາຂອງຂໍ້ມູນຂ່າວສານ;
	5.ຂໍອະນຸຍາດຈາກຄະນະຈັດຕັ້ງປະຊຸມກ່ອນເຜີຍແຜ່ຂໍ້ມູນຂ່າວສານຂອງກອງປະຊຸມນັ້ນ;
	6.ຕ້ອງຈໍາແນກຂ່າວແລະຄວາມເຫັນອອກຈາກກັນໃຫ້ຊັດເຈນ;
	7.ຕ້ອງດໍາເນີນການແກ້ຄວາມຜິດໂດຍທັນທີແລະສະແດງຄໍາຂໍໂທດແລະໃຜ້ຜູ້ເສຍຫາຍມີໂອກາດຊີ້ແຈງຖ້າມີຄວາມຜິດພາດດ້ານການສະເໜີຂໍ້ມູນຂ່າວສານທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ;
	8.ສະເໜີຂໍ້ມູນຂ່າວສານທີ່ບໍ່ລະເມີດຂໍ້ຫ້າມຂອງກົດໝາຍແລະລະບຽບການຂອງສປປລາວ;	
	9.ເຄົາລົບສັນຍາສາກົນແລະສົນທິສັນຍາທີ່ສປປລາວເປັນພາຄີ.

ມາດຕາ61(ປັບປຸງ)ການສໍາເນົາຜະລິດຕະພັນສື່ມວນຊົນ
	ຜະລິດຕະພັນສື່ມວນຊົນທຸກປະເພດໄດ້ຮັບການສະຫງວນລິຂະສິດ,ສໍາເນົາແລະເກັບຮັກສາໄວ້ຢ່າງໜ້ອຍຊາວຫ້າປີ.
	ຜະລິດຕະພັນສື່ສິ່ງພິມຈໍານວນຫ້າສະບັບໃຫ້ມອບແກ່ອົງການຄຸ້ມຄອງສື່ມວນຊົນແລະຫໍສະໝຸດແຫ່ງຊາດ,ສໍາລັບຜະລິດຕະພັນສື່ເອເລັກໂຕຼນິກນັ້ນຕ້ອງມອບສໍາເນົາຜະລິດຕະພັນທີ່ເລືອກເຟັ້ນຂອງຕົນເປັນຕົ້ນເຫດການປະຫວັດສາດສໍາຄັນຂອງຊາດເພື່ອເກັບຮັກສາໄວ້ໃນສູນສໍາເນົາຂອງຕົນແລະມອບໃຫ້ສູນສໍາເນົາຮູບເງົາແລະວີດີໂອແຫ່ງຊາດເກັບຮັກສາ.
	ຜະລິດຕະພັນສື່ມວນຊົນທຸກປະເພດຂອງອົງການສື່ມວນຊົນຂັ້ນຕ້ອງພິ່ນແມ່ນອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງເປັນຜູ້ສໍາເນົາແລະເກັບຮັກສາໃນສູນສໍາເນົາຂອງຕົນຢ່າງເປັນລະບົບ.

ມາດຕາ62(ໃໝ່)ລິຂະສິດໃນສື່ມວນຊົນ
	ສິດໃນລິຂະສິດກ່ຽວກັບການນໍາໃຊ້,ການພິມແລະການເຜີຍແຜ່ຜະລິດຕະພັນສື່ມວນຊົນໃຫ້ປະຕິບັດຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາແລະກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ63(ປັບປຸງ)ການຈັດກອງປະຊຸມຖະແຫຼງຂ່າວ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງຈັດກອງປະຊຸມຖະແຫຼງຂ່າວເພື່ອແຈ້ງຂ່າວ,ອະທິບາຍ,ຕອບຄໍາຖາມກ່ຽວກັບພາລະບົດບາດ,ສິດ,ໜ້າທີ່ຫຼືຜົນປະໂຫຍດຂອງຕົ້ນນັ້ນຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນພາຍຫຼັງທີ່ໄດ້ຮັບຄໍາເຫັນດີຈາກອົງການທີ່ກ່ຽວຂ້ອງ.
	ອົງການສື່ມວນຊົນຕ່າງປະເທດ,ສໍານັກງານການທູດຕ່າງປະເທດແລະອົງການຈັດຕັ້ງສາກົນຢູ່ສປປລາວທີ່ມີຈຸດປະສົງຈັດກອງປະຊຸມຖະແຫຼງຂ່າວຕ້ອງປະຕິບັດຕາມກົດໝາຍແລະລະບຽບການກ່ຽວກັບການເຄື່ອນໄຫວວຽກງານສື່ມວນຊົນ.
	
ມາດຕາ64(ໃໝ່)ການຮ່ວມມືພາຍໃນ
	ອົງການສື່ມວນຊົນສາມາດຮ່ວມມືກັບບຸກຄົນ,ນິຕິບຸກຄົນ,ການຈັດຕັ້ງຫຼືສື່ມວນຊົນອື່ນເພື່ອພັດທະນາວຽກງານສື່ມວນຊົນເປັນຕົ້ນການຄົ້ນຄວ້າວິໄຈວິທະຍາສາດ,ການແລກປ່ຽນຜະລິດຕະພັນ,ການຜະລິດແລະການລົງທຶນຮ່ວມກັນໂດຍຜ່ານການຕົກລົງຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວທີ່ສອດຄ່ອງກັບກົດໝາຍແລະລະບຽບການ.

ມາດຕາ65(ໃໝ່)ການເຄື່ອນໄຫວຂອງສື່ມວນຊົນຕ່າງປະເທດ,ສໍານັກງານການທູດຕ່າງປະເທດແລະອົງການຈັດຕັ້ງສາກົນ
	ການເຄື່ອນໄຫວຂອງສື່ມວນຊົນຕ່າງປະເທດ,ສໍານັກງານການທູດຕ່າງປະເທດແລະອົງການຈັດຕັ້ງສາກົດນທາງດ້ານສື່ມວນຊົນຢູ່ສປປລາວໃຫ້ປະຕິບັດຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງຂອງສປປລາວ.

ພາກທີ5ຂໍ້ຫ້າມ

ມາດຕາ66(ປັບປຸງ)ຂໍ້ຫ້າມສໍາລັບອົງການສື່ມວນຊົນ
	ຫ້າມອົງການສື່ມວນຊົນມີພຶດຕິກໍາດັ່ງນີ້:
	1.ຍຸຍົງເສົ່ງເສີມການກະທໍາທີ່ເປັນການສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດແລະປະຊາຊົນ;
	2.ເປີດເຜີຍຄວາມລັບຂອງຊາດ,ຄວາມລັບທາງລັດຖະການ,ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ;
	3.ແບ່ງແຍກຄວາມສາມັກຄີ,ສ້າງຄວາມອາຄາດບາດໝາງລະຫວ່າງປະຊາຊົນລາວບັນດາເຜົ່າ,ສາສະໜາແລະຄວາມສາມັກຄີລະຫວ່າງຊາດ;
	4.ສົ່ງເສີມການໃຊ້ຄວາມຮຸນແຮງແລະການໂຄສະນາຮັບໃຊ້ສົງຄາມຮຸກຮານທຸກປະເພດ;
	5.ອອກຂ່າວບິດເບືອນຄວາມຈິງ,ແຕະຕ້ອງເຖິງກຽດສັກສີຂອງບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງ;
	6.ໂຄສະນາຍຸຍົງສົ່ງເສີມການກໍ່ອາຊະຍາກໍາແລະອະບາຍຍະມຸກເຊັ່ນການເສບສິ່ງເສບຕິດ,ການຫຼິ້ນການພະນັນ,ການເປັນນັກເລງອັນຕະພານ,ການທໍາສິ່ງລາມົກອະນາຈານ,ແບບແຜນດໍາລົງຊີວິດເປື່ອຍເຍື່ອຍ,ລ້າຫຼັງ;	
	7.ໂຄສະນາ,ເຜີຍແຜ່ສິ່ງມຶນເມົາເກີນຂອບເຂດ,ການເຊື່ອຖືງົມງວາຍ,ການກະທໍາທີ່ຂັດກັບຮີດຄອງປະເພນີວັດທະນະທໍາອັນດີງາມຂອງຊາດ,ພາບ,ສຽງແລະການກະທໍາທີ່ກະທົບຕໍ່ຊີວິດແມ່ແລະເດັກແລະສິ່ງຫຍໍ້ທໍ້ອື່ນ;
	8.ເຜີຍແຜ່ຂ່າວ,ບົດແລະລາຍການທີ່ມີຄໍາສັ່ງຫ້າມຫຼືຖືກຍຶດໄວ້ແລ້ວ;
	9.ພິມ,ກະຈາຍຂໍ້ມູນຂ່າວສານ,ຜະລິດຕະພັນສື່ມວນຊົນທຸກປະເພດທີ່ຖືກອົງການຄຸ້ມຄອງສື່ມວນຊົນຍຶດຫ້າມເຜີຍແຜ່;
	10.ຂົ່ມຂູ່,ລ່ວງລະເມີດກຽດສັກສີຂອງບັນນາທິການ,ນັກຂ່າວ,ບຸກຄະລາກອນສື່ມວນຊົນ,ທໍາລາຍອຸປະກອນສື່ມວນຊົນ,ຂັດຂວາງການປະຕິບັດວຽກງານວິຊາສະເພາະຂອງນັກຂ່າວຕາມກົດໝາຍ;
	11.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ67(ປັບປຸງ)ຂໍ້ຫ້າມສໍາລັບບຸກຄະລາກອນສື່ມວນຊົນ
	ຫ້າມບຸກຄະລາກອນສື່ມວນຊົນມີພຶດຕິກໍາດັ່ງນີ້:
	1.ສວຍໃຊ້ຕໍາແໜ່ງ,ໜ້າທີ່,ສິດອໍານາດເພື່ອຫາຜົນປະໂຫຍດສ່ວນຕົວ,ຄອບຄົວຫຼືຍາດຕິພີ່ນ້ອງ;
	2.ປະຕິບັດສິດ,ໜ້າທີ່ສື່ມວນຊົນເກີນຂອບເຂດຂອງຂໍ້ຕົົກລົງຫຼືລະເມີດກົດໝາຍແລະລະບຽບການຂອງສື່ມວນຊົນ;
	3.ສ້າງຂໍ້ມູນຂ່າວສານທຸກປະເພດທີ່ຂັດກັບຈັນຍາບັນຂອງນັກຂ່າວລາວ;
	4.ໃຊ້ພາສາຊອດກະຈາແລະຄວາມຫຍາບຊ້າ;
	5.ນຸ່ງຖືແລະແຕ່ງກາຍບໍ່ສຸພາບໃນເວລາອອກອາກາດທາງໂທລະພາບ;
	6.ລະເມີດຂໍ້ຫ້າມສໍາລັບອົງການສື່ມວນຊົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ66ຂອງກົດໝາຍສະບັບນີ້;
	7.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ມາດຕາ68(ປັບປຸງ)ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ
	ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາດັ່ງນີ້:
	1.ຂັດຂວາງການເຄື່ອນໄຫວຂອງນັກຂ່າວແລະແຊກແຊງເນື້ອໃນຂອງຂ່າວ,ບົດແລະລາຍການທີ່ຖືກຕ້ອງຕາມກົດໝາຍແລະລະບຽບການ;
	2.ຂັດຂວາງການຜະລິດແລະການເຜີຍແຜ່ຜະລິດຕະພັນສື່ມວນຊົນທຸກປະເພດທີ່ຖືກຕ້ອງຕາມກົດໝາຍແລະລະບຽບການ;
	3.ຜະລິດ,ນໍາເຂົ້າ,ສົ່ງອອກແລະເຜີຍແຜ່ຜະລິດຕະພັນສື່ມວນຊົນໂດຍບໍ່ໄດ້ຮັບອະນຸຍາດ;
	4.ໃຫ້ສິນບົນແກ່ນັກຂ່າວຫຼືອົງການສື່ມວນຊົນເພື່ອອອກຂ່າວ,ບົດຕາມຈິດໃຈຂອງຕົນ;
	5.ໃຊ້ຄວາມຮຸນແຮງ,ບັງຄັບ,ໃສ່ຮ້າຍປ້າຍສີ,ໝິ່ນປະໝາດ,ຮ້າຍດ່າ,ໃຊ້ຄວາມຫຍາບຊ້າ,ນາບຂູ່ຫຼືທໍາຮ້າຍບຸກຄະລາກອນສື່ມວນຊົນ,ຜູ້ໃຫ້ຂໍ້ມູນຫຼືບຸກຄົນທີ່ກ່ຽວຂ້ອງກັບການໃຫ້ຂ່າວ;
	6.ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍແລະລະບຽບການ.

ພາກທີ6ການຄຸ້ມຄອງແລະການກວດກາສື່ມວນຊົນ

ໝວດທີ1ການຄຸ້ມຄອງ

ມາດຕາ69(ປັບປຸງ)ອົງການຄຸ້ມຄອງສື່ມວນຊົນ
	ລັດຖະບານຄຸ້ມຄອງສື່ມວນຊົນຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວຮັບຜິດຊອບໂດຍກົງແລະເປັນເຈົ້າການປະສານສົມທົບກັບບັນດາກະຊວງ,ຂະແໜງການອື່ນແລະອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
	ອົງການຄຸ້ມຄອງສື່ມວນຊົນປະກອບດ້ວຍ:
	1.ກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ;
	2.ພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງ;
	3.ຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນ.

ມາດຕາ70(ປັບປຸງ)ສິດແລະໜ້າທີ່ຂອງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ
	ໃນການຄຸ້ມຄອງສື່ມວນຊົນກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວມີສິດແລະໜ້າທີ່ດັ່ງນີ້:
	1.ຄົ້ນຄວ້າແລະສະເໜີຮ່າງກົດໝາຍ,ນະໂຍບາຍ,ແຜນຍຸດທະສາດ,ແຜນງານ,ແຜນການພັດທະນາວຽກງານຖະແຫຼງຂ່າວແລະສື່ມວນຊົນຕໍ່ລັດຖະບານເພື່ອພິຈາລະນາ,ຕົກລົງແລ້ວຈັດຕັ້ງປະຕິບັດ;
	2.ໂຄສະນາ,ເຜີຍແຜ່ກົດໝາຍແລະລະບຽບການກ່ຽວກັບສື່ມວນຊົນ;
	3.ຈັດຕັ້ງ,ຄຸ້ມຄອງແລະຊີ້ນໍາການເຄື່ອນໄຫວຂອງອົງການສື່ມວນຊົນໃນຂອບເຂດທົ່ວປະເທດ;
	4.ສ້າງ,ບໍາລຸງ,ຍົກລະດັບໃຫ້ແກ່ພະນັກງານສື່ມວນຊົນທາງດ້ານການເມືອງ,ວິຊາສະເພາະແລະຈັນຍາບັນ;
	5.ຄົ້ນຄວ້າ,ກໍານົດມາດຕະຖານເຕັກນິກແລະນໍາໃຊ້ວິທະຍາສາດ,ເຕັກໂນໂລຊີທີ່ກ້າວໜ້າ,ທັນສະໄໝໃນຂົງເຂດສື່ມວນຊົນ;
	6.ຄົ້ນຄວ້າ,ພິຈາລະນາ,ອະນຸຍາດ,ໂຈະແລະຖອນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
	7.ອະນຸຍາດແລະຍົກເລີກການຖ່າຍທອດສົດ,ການນໍາໃຊ້ຊ່ອງໂທລະພາບ,ການນໍາເຂົ້າສົ່ງອອກຜະລິດຕະພັນສື່ມວນຊົນທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນແລະຈັດສັນຄື້ນຄວາມຖີ່;
	8.ອະນຸຍາດນໍາເຂົ້າ,ສົ່ງອອກແລະຄຸ້ມຄອງອຸປະກອນສື່ເອເລັກໂຕຼນິກ;
	9.ຄຸ້ມຄອງສື່ສິ່ງພິມ,ສື່ເອເລັກໂຕຼນິກແລະການສໍາເນົາຜະລິດຕະພັນສື່ມວນຊົນໃນຂອບເຂດທີ່ຕົນຮັບຜິດຊອບ;
	10.ປະຕິບັດນະໂຍບາຍແລະມາດຕະການຕ່າງໆຕໍ່ອົງການສື່ມວນົຊນແລະບຸກຄະລາກອນຂອງສື່ມວນຊົນທີ່ຕົນຮັບຜິດຊອບ;
	11.ສະກັດກັ້ນ,ແກ້ໄຂຄໍາສະເໜີແລະການເຄື່ອນໄຫວຂອງສື່ມວນຊົນທີ່ຂັດກັບກົດໝາຍແລະລະບຽບການຕາມພາລະບົດບາດຂອງຕົນ;
	12.ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະອົງການປົກຄອງແຂວງ,ນະຄອນຫຼວງໃນການຄຸ້ມຄອງການເຄື່ອນໄຫວຂອງສື່ມວນຊົນລວມທັງສື່ມວນຊົນລາວທີ່ພົວພັນກັບຕ່າງປະເທດແລະຄຸ້ມຄອງການເຄື່ອນໄຫວຂອງສື່ມວນຊົນຕ່າງປະເທດຢູ່ສປປລາວ;
	13.ຕິດຕາມແລະສັງລວມຜົນການໂຄສະນາ,ຖະແຫຼງຂ່າວຂອງສື່ມວນຊົນໃນແຕ່ລະໄລຍະ,ສັງລວມວິໄຈຂ່າວຂອງສື່ມວນຊົນຕ່າງປະເທດກ່ຽວກັບສປປລາວເພື່ອເປັນຂໍ້ມູນແລະລາຍງານຕໍ່ລັດຖະບານຢ່າງເປັນປົກກະຕິ;
	14.ກວດກາ,ວິເຄາະແລະຄົ້ນຄວ້າຂໍ້ມູນຂ່າວສານທີ່ເຜີຍແຜ່ລົງໃນສື່ແບບໃໝ່,ຖະແຫຼງຂ່າວຢ່າງເປັນທາງການເພື່ອຊີ້ແຈງຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງແລະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອແຈ້ງຂໍ້ມູນຂ່າວສານທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຊາດແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ;
	15.ພົວພັນແລະຮ່ວມມືກັບສາກົນທາງດ້ານສື່ມວນຊົນຕາມການມອບໝາຍ;
	16.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ71(ປັບປຸງ)ສິດແລະໜ້າທີ່ຂອງພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງ
	ໃນການຄຸ້ມຄອງສື່ມວນຊົນພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງມີສິດແລະໜ້າທີ່ດັ່ງນີ້:
	1.ຄົ້ນຄວ້າ,ເຜີຍແຜ່ແລະຈັດຕັ້ງປະຕິບັດນະໂຍບາຍ,ແຜນງານ,ແຜນການ,ກົດໝາຍແລະລະບຽບການ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການກ່ຽວກັບສື່ມວນຊົນ;
	2.ຄົ້ນຄວ້າແລະຕົກລົງທິດທາງ,ແຜນການໂຄສະນາໃຫ້ແກ່ສື່ມວນຊົນຂອງຕົນໃນແຕ່ລະໄລຍະ;
	3.ຄົ້ນຄວ້າແລະສະເໜີກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວພິຈາລະນາສ້າງຕັ້ງແລະຖອນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນທີ່ຂຶ້ນກັບຕົນໂດຍຜ່ານອົງການປົກຄອງແຂວງ,ນະຄອນຫຼວງ;
	4.ຄຸ້ມຄອງແລະຊີ້ນໍາການເຄື່ອນໄຫວຂອງສື່ມວນຊົນທີ່ຕົນຮັບຜິດຊອບ;
	5.ຄົ້ນຄວ້າ,ສະເໜີແຜນການສ້າງແລະຍົກລະດັບບຸກຄະລາກອນສື່ມວນຊົນທີ່ຕົນຮັບຜິດຊອບຕໍ່ອົງການປົກຄອງແຂວງ,ນະຄອນຫຼວງແລະຂະແໜງການທີ່ກ່ຽວຂ້ອງ;
	6.ຂຶ້ນແຜນຄຸ້ມຄອງ,ປັບປຸງແລະຂະຫຍາຍວຽກງານສື່ມວນຊົນເພື່ອຮັບໃຊ້ໜ້າທີ່ການເມືອງແລະການບໍລິການປະຊາຊົນລາວບັນດາເຜົ່າຢູ່ພາຍໃນແຂວງ,ນະຄອນຫຼວງໃຫ້ວ່ອງໄວ,ແຫຼມຄົມແລະມີປະສິດທະຜົນ;
	7.ຄຸ້ມຄອງການເຄື່ອນໄຫວຂອງນັກຂ່າວພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວເກັບກໍາຂ່າວຢູ່ພາຍໃນແຂວງ,ນະຄອນຫຼວງຕາມກົດໝາຍແລະລະບຽບການ;
	8.ຄຸ້ມຄອງພາຫະນະສື່ມວນຊົນແລະການນໍາເຂົ້າສົ່ງອອກອຸປະກອນສື່ເອເລັກໂຕຼນິກແລະຜະລິດຕະພັນສື່ມວນຊົນທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນແລະລະບຽບການ;
	9.ແນະນໍາ,ປຸກລະດົມ,ຊຸກຍູ້ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ກ່ຽວຂ້ອງເເພື່ອເກັບກໍາຂ່າວແລະສະໜອງຂ່າວໃຫ້ແກ່ສື່ມວນຊົນ;
	10.ແກ້ໄຂຄໍາສະເໜີ,ປະຕິບັດນະໂຍບາຍແລະມາດຕະການຕ່າງໆຕໍ່ອົງການສື່ມວນຊົນແລະບຸກຄະລາກອນຂອງສື່ມວນຊົນທີ່ຕົນຮັບຜິດຊອບ;
	11.ຕິດຕາມ,ສະຫຼຸບ,ສັງລວມສະຖິຕິແລະປະເມີນຜົນວຽກງານສື່ມວນຊົນແລ້ວລາຍງານໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນຫຼວງແລະກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວຢ່າງເປັນປົກກະຕິ;
	12.ຕິດຕາມກວດກາ,ວິເຄາະຂໍ້ມູນຂ່າວສານທີ່ເຜີຍແຜ່ລົງໃສສື່ແບບໃໝ່,ຖະແຫຼງຂ່າວຢ່າງເປັນທາງການເພື່ອຊີ້ແຈງຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງແລະມີຜົນກະທົບຕໍ່ແຂວງ,ນະຄອນຫຼວງແລະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອແຈ້ງຂໍ້ມູນຂ່າວສານທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍຂອງສັັງຄົມພາຍໃນແຂວງ,ນະຄອນຫຼວງ;
	13.ພົວພັນຮ່ວມມືດ້ານສື່ມວນຊົນກັບຕ່າງປະເທດຕາມການມອບໝາຍຂອງອົງການທີ່ມີສິດອໍານາດ;
	14.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ72(ປັບປຸງ)ສິດແລະໜ້າທີ່ຂອງຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນ
	ໃນການຄຸ້ມຄອງສື່ມວນຊົນຫ້ອງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເມືອງ,ເທດສະບານ,ນະຄອນມີສິດແລະໜ້າທີ່ດັ່ງນີ້:
	1.ເຜີຍແຜ່ແລະຈັດຕັ້ງປະຕິບັດກົດໝາຍແລະລະບຽບການ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການກ່ຽວກັບສື່ມວນຊົນຢູ່ພາຍໃນເມືອງ,ເທດສະບານ,ນະຄອນຂອງຕົນ;
	2.ແນະນໍາ,ປຸກລະດົມ,ຊຸກຍູ້ການຈັດຕັ້ງຮາກຖານຢູ່ພາຍໃນເມືອງ,ເທດສະບານ,ນະຄອນຂອງຕົນເພື່ອເກັບກໍາຂ່າວແລະສະໜອງຂ່າວໃຫ້ແກ່ສື່ມວນຊົນ;
	3.ຄົ້ນຄວ້າແລະສະເໜີພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງເພື່ອຂໍອະນຸຍາດແລະຖອນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນທີ່ຂຶ້ນກັບຕົນນໍາກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວ;
	4.ຄຸ້ມຄອງພາຫະນະສື່ມວນຊົນທີ່ເຄື່ອນໄຫວຢູ່ເມືອງ,ເທດສະບານ,ນະຄອນຂອງຕົນໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການ;
	5.ຄົ້ນຄວ້າ,ສະເໜີແຜນການສ້າງແລະຍົກລະດັບບຸກຄະລາກອນສື່ມວນຊົນທີ່ຕົນຮັບຜິດຊອບຕໍ່ອົງການປົກຄອງເມືອງ,ເທດສະບານ,ນະຄອນແລະຂະແໜງການທີ່ກ່ຽວຂ້ອງ;
	6.ຄຸ້ມຄອງການເຄື່ອນໄຫວຂອງນັກຂ່າວພາຍໃນແລະຕ່າງປະເທດທີ່ເຄື່ອນໄຫວເກັບກໍາຂໍ້ມູນຢູ່ພາຍໃນເມືອງ,ເທດສະບານ,ນະຄອນຂອງຕົນ;
	7.ຄຸ້ມຄອງພາຫະນະສື່ມວນຊົນແລະການນໍາເຂົ້າສົ່ງອອກອຸປະກອນສື່ເອເລັກໂຕຼນິກແລະຜະລິດຕະພັນສື່ມວນຊົນທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນແລະລະບຽບການ;
	8.ຕິດຕາມ,ສະຫຼຸບ,ສັງລວມສະຖິຕິແລະປະເມີນຜົນວຽກງານສື່ມວນຊົນແລ້ວລາຍງານໃຫ້ເຈົ້າເມືອງ,ຫົວໜ້າເທດສະບານ,ເຈົ້ານະຄອນແລະພະແນກຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວແຂວງ,ນະຄອນຫຼວງຢ່າງເປັນປົກກະຕິ;
	9.ກວດກາ,ວິເຄາະຂໍ້ມູນຂ່າວສານທີ່ເຜີຍແຜ່ລົງໃນສື່ແບບໃໝ່,ຖະແຫຼງຂ່າວຢ່າງເປັນທາງການເພື່ອຊີ້ແຈງຂໍ້ມູນຂ່າວສານທີ່ມີຜົນກະທົບຕໍ່ເມືອງ,ເທດສະບານ,ນະຄອນແລະປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອແຈ້ງຂໍ້ມູນຂ່າວສານທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມພາຍໃນເມືອງ,ເທດສະບານ,ນະຄອນ;
	10.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.
	
ມາດຕາ73(ປັບປຸງ)ສິດແລະໜ້າທີ່ຂອງຂະແໜງການແລະພາກສ່ວນອື່ນ
	ທຸກຂະແໜງການ,ອົງການແລະພາກສ່ວນອື່ນທີ່ກ່ຽວຂ້ອງມີສິດແລະໜ້າທີ່ປະສານສົມທົບກັບຂະແໜງການຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວໃນການຄຸ້ມຄອງ,ສົ່ງເສີມແລະພັດທະນາວຽກງານສື່ມວນຊົນຕາມພາລະບົດບາດຂອງຕົນ.

ໝວດທີ2ການກວດກາ

ມາດຕາ74(ປັບປຸງ)ອົງການກວດກາສື່ມວນຊົນ
	ອົງການກວດກາສື່ມວນຊົນປະກອບດ້ວຍ:
	1.ການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງສື່ມວນຊົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ69ຂອງກົດໝາຍສະບັບນີ້;
	2.ອົງການກວດກາພາຍນອກຊຶ່ງແມ່ນສະພາແຫ່ງຊາດ,ອົງການກວດສອບແຫ່ງລັດ,ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງຫຼວງ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ຄະນະສະເພາະກິດ,ສະພາປະຊາຊົນຂັ້ນແຂວງແລະພາກສ່ວນອື່ນທີ່ກ່ຽວຂ້ອງ.

ມາດຕາ75(ປັບປຸງ)ສິດແລະໜ້າທີ່ຂອງອົງການຄຸ້ມຄອງສື່ມວນຊົນໃນການກວດກາ
	ອົງການຄຸ້ມຄອງສື່ມວນຊົນມີສິດແລະໜ້າທີ່ໃນການກວດກາຂອງຕົນດັ່ງນີ້:
	1.ກວດກາການຈັດຕັ້ງປະຕິບັດກົດໝາຍແລະລະບຽບການກ່ຽວກັບສື່ມວນຊົນ;
	2.ກວດກາການເຄື່ອນໄຫວວຽກງານຂອງອົງການສື່ມວນຊົນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
	3.ອອກຄໍາສັ່ງ,ຄໍາແນະນໍາ,ແຈ້ງການໃຫ້ອົງການສື່ມວນຊົນທີ່ຂຶ້ນກັບຕົນເພື່ອປັບປຸງ,ປ່ຽນແປງຫຼືຢຸດເຊົາການເຄື່ອນໄຫວວຽກງານສື່ມວນຊົນທີ່ເຫັນວ່າບໍ່ຖືກຕ້ອງກັບກົດໝາຍແລະລະບຽບການ.
	4.ສະເໜີໃຫ້ການຈັດຕັ້ງທີ່ກ່ຽວຂ້ອງອອກຄໍາສັ່ງ,ແນະນໍາຫຼືແຈ້ງການໃຫ້ປັບປຸງ,ປ່ຽນແປງຫຼືໃຫ້ຢຸດເຊົາການເຄື່ອນໄຫວວຽກງານສື່ມວນຊົນຖ້າເຫັນວ່າບໍ່ຖືກຕ້ອງກັບກົດມາຍແລະລະບຽບການຫຼືມີການລະເມີດຂໍ້ຫ້າມຕາມແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ66,67ແລະ68ຂອງກົດໝາຍສະບັບນີ້;
	5.ພົວພັນປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງແລະທ້ອງຖິ່ນໃນການປະຕິບັດວຽກງານກວດກາຂອງຕົນ;
	6.ສະຫຼຸບແລະລາຍງານຜົນຂອງການປະຕິບັດວຽກງານກວດາແຕ່ລະໄລຍະໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ;
	7.ນໍາໃຊ້ສິດແລະປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍແລະລະບຽບການ.

ມາດຕາ76(ປັບປຸງ)ເນື້ອໃນການກວດກາ
	ການກວດກາສື່ມວນຊົນມີເນື້ອໃນຕົ້ນຕໍດັ່ງນີ້:
	1.ກວດກາການສ້າງແລະປະຕິບັດແຜນການ,ໂຄງການຂອງອົງການສື່ມວນຊົນແຕ່ລະໄລຍະ;
	2.ກວດກາເນື້ອໃນການອອກຂ່າວ,ບົດແລະລາຍການຜ່ານສື່ສິ່ງພິມແລະສື່ເອເລັກໂຕຼນິກ;
	3.ກວດກາການສ້າງ,ບໍາລຸງ,ນໍາໃຊ້ແລະປະຕິບັດນະໂຍບາຍຕໍ່ບຸກຄະລາກອນຂອງສື່ມວນຊົນ;
	4.ກວດກາການປະກອບແລະການນໍາໃຊ້ພື້ນຖານວັດຖຸ,ພາຫະນະ,ອຸປະກອນແລະງົບປະມານຂອງສື່ມວນຊົນ;
	5.ກວດກາການປະຕິບັດກົດໝາຍແລະລະບຽບການຂອງສື່ມວນຊົນ.

ມາດຕາ77(ປັບປຸງ)ຮູບການກວດກາ
	ການກວດກາສື່ມວນຊົນດໍາເນີນດ້ວຍສາມຮູບການດັ່ງນີ້:
	1.ການກວດກາຕາມລະບົບປົກກະຕິ;
	2.ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
	3.ການກວດກາແບບກະທັນຫັນ.
	ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ໄດ້ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ.
	ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາຕາມຄໍາສັ່ງ,ຂໍ້ຕົກລົງ,ຄໍາແນະນໍາ,ແຈ້ງການຂອງອົງການຄຸ້ມຄອງສື່ມວນຊົນ,ອົງການທີ່ກ່ຽວຂ້ອງຂອງລັດແລະຄໍາສະເໜີຂອງພົນລະເມືອງໂດຍແຈ້ງໃຫ້ເປົ້າໝາຍຮູ້ກ່ອນລ່ວງໜ້າ.
	ການກວດກາແບບກະທັນຫັນແມ່ນການກວດກາຢ່າງຮີບດ່ວນໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຮູ້ກ່ອນລ່ວງໜ້າ.
	ໃນການດໍາເນີນການກວດກາສື່ມວນຊົນແຕ່ລະຮູບການເຈົ້າໜ້າທີ່ກວດກາຕ້ອງປະຕິບັດສິດແລະໜ້າທີ່ໃຫ້ຖືກຕ້ອງຕາມກົດໝາຍແລະລະບຽບການຢ່າງເຂັ້ມງວດ.

ມາດຕາ78(ໃໝ່)ເປົ້າໝາຍການກວດກາ
	ເປົ້າໝາຍຂອງການກວດກາແມ່ນບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຂຶ້ນກັບຄວາມຮັບຜິດຊອບຂອງອົງການຄຸ້ມຄອງສື່ມວນຊົນ,ອົງການຈັດຕັ້ງອື່ນຂອງລັດ,ອົງການຈັດຕັ້ງມະຫາຊົນ.

ພາກທີ7ວັນ,ງົບປະມານ,ເຄື່ອງໝາຍແລະຕາປະທັບຂອງສື່ມວນຊົນ

ມາດຕາ79ວັນສື່ມວນຊົນແຫ່ງຊາດ
	ວັນທີ13ສິງຫາແມ່ນວັນສື່ມວນຊົນແຫ່ງຊາດ,ສໍາລັບສື່ມວນຊົນແຕ່ລະປະເພດກໍ່ມີວັນສະເພາະຂອງຕົນເພື່ອສະເຫຼີມສະຫຼອງແລະຫວນຄືນເຖິງມູນເຊື້ອ,ຜົນງານ,ບົດຮຽນເພື່ອປັບປຸງ,ພັດທະນາວຽກງານສື່ມວນຊົນໃຫ້ດີຂຶ້ນ.

ມາດຕາ80(ປັບປຸງ)ງົບປະມານຂອງອົງການສື່ມວນຊົນ
	ອົງການສື່ມວນຊົນຂອງລັດມີງົບປະມານຊຶ່ງໄດ້ມາຈາກງົບປະມານຂອງລັດ,ລາຍຮັບຈາກການບໍລິການ,ການປະກອບສ່ວນຂອງສັງຄົມ.
	ອົງການສື່ມວນຊົນຂອງພາກສ່ວນອື່ນມີງົບປະມານເປັນຂອງຕົນແລະສາມາດສ້າງກອງທຶນເພື່ອພັດທະນາສື່ມວນຊົນດ້ວຍການຈັດກິດຈະການຫຼືໃຫ້ການບໍລິການຢ່າງຖືກຕ້ອງແລະສອດຄ່ອງກັບກົດໝາຍແລະລະບຽບການ.
	ການຄຸ້ມຄອງ,ການນໍາໃຊ້ງົບປະມານແລະກອງທຶນດັ່ງກ່າວໃຫ້ປະຕິບັດຕາມກົດໝາຍແລະລະບຽບການທີ່ກ່ຽວຂ້ອງ.

ມາດຕາ81ເຄື່ອງໝາຍແລະຕາປະທັບຂອງສື່ມວນຊົນ
	ສື່ມວນຊົນແຕ່ລະປະເພດມີເຄື່ອງໝາຍແລະຕາປະທັບເປັນຂອງຕົນເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການຊຶ່ງກະຊວງຖະແຫຼງຂ່າວ,ວັດທະນະທໍາແລະທ່ອງທ່ຽວເປັນຜູ້ວາງອອກ.

ພາກທີ8ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ82ນະໂຍບາຍຕໍ່ຜູ້ມີຜົນງານ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານສື່ມວນຊົນຈະໄດ້ຮັບການຍ້ອງຍໍເຊັ່ນຫຼຽນໄຊ,ຫຼຽນກາ,ໃບຍ້ອງຍໍ,ນາມມະຍົດແລະນະໂຍບາຍອື່ນຕາມລະບຽບການ.

ມາດຕາ83ມາດຕະການຕໍ່ຜູ້ລະເມີດ
	ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງທີ່ລະເມີດກົດໝາຍແລະລະບຽບການກ່ຽວກັບວຽກງານສື່ມວນຊົນລວມທັງຂໍ້ຫ້າມຕາມທີ່ໄດ້ກໍານົດໄວ້ໃນມາດຕາ66,67ແລະ68ຂອງກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການຄືສຶກສາອົບຮົມ,ກ່າວເຕືອນ,ປັບໃໝ,ໂຈະການເຄື່ອນໄຫວຊົ່ວຄາວ,ຖອນໃບອະນຸຍາດເຄື່ອນໄຫວວຽກງານສື່ມວນຊົນ,ບັດນັກຂ່າວ,ບັດນັກວິຊາການດ້ານສື່ມວນຊົນ,ໃຊ້ແທນຄ່າເສຍຫາຍທາງແພ່ງຫຼືລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກ.

ພາກທີ9ບົດບັດຍັດສຸດທ້າຍ

ມາດຕາ84ການຈັດຕັ້ງປະຕິບັດ
	ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ85(ປັບປຸງ)ຜົນສັກສິດ
	ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ແລະພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການສິບຫ້າວັນ.
	ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍສື່ມວນຊົນສະບັບເລກທີ01/ສພຊ,ວັນທີ25ກໍລະກົດ2008.
	ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ