ກົດໝາຍວ່າດ້ວຍສື່ມວນຊົນ 25-07-2008

.ສື່ມວນຊົນ 25-07-2008


..ໝວດທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍສື່ມວນຊົນກໍານົດຫຼັກການ,ລະບຽບການແລະ ມາດຕະການຕ່າງໆກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ,ການພັດທະ ນາ,ການຄຸ້ມຄອງ,ການກວດກາສື່ມວນຊົນເພື່ອເສີມຂະຫຍາຍບົດບາດ ,ຍົກສູງຄຸນນະພາບຂອງສື່ມວນຊົນແລະຮັບປະກັນການປະຕິບັດສິດເສລີ ພາບດ້ານສື່ມວນຊົນຂອງພົນລະເມືອງແນໃສ່ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາແລະພັດທະນາປະເທດຊາດ.

...ມາດຕາ 2 ສື່ມວນຊົນ

ມາດຕາ 2 ສື່ມວນຊົນ ສື່ມວນຊົນແມ່ນເວທີຖະແຫຼງຂ່າວທີ່ປະກອບດ້ວຍສື່ສັງຄົມ,ສື່ເອ ເລັກໂຕຼນິກແລະຜະລິດຕະພັນສື່ມວນຊົນ,ມີພາລະບົດບາດເປັນກະບອກ ສຽງຂອງອົງການຈັດຕັ້ງຂອງພັກ,ລັດແລະສັງຄົມໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ,ລະບຽບກົດໝາຍຂອງລັດ,ປຸກລະດົມ ນໍາໃຈຮັກຊາດ,ສະໜອງຂໍ້ມູນ,ຂ່າວສານທາງດ້ານການເມືອງ,ເສດຖະ ກິດ-ສັງຄົມ,ວິທະຍາສາດ,ເຕັກໂນໂລຊີ,ສາລະຄວາມຮູ້,ສາລະບັນເທີງ ໃຫ້ແກ່ສັງຄົມ,ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃສສັງຄົມ,ຖ້ອຍທໍາ ນອງທີ່ບິດເບືອນຄວາມຈິງ,ເປັນເວທີເສີມຂະຫຍາຍປະຊາທິປະໄຕແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບຕ່າງໆທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ພາຫະນະສື່ມວນຊົນໝາຍເຖິງສື່ສິ່ງພິມ,ສື່ເອເລັກໂຕຼນິກ ລວມທັງຜະລິດຕະພັນສື່ມວນຊົນ; 2. ຜະລິດຕະພັນສື່ມວນຊົນໝາຍເຖິງໜັງສືພິມ,ໃບຂ່າວສານ, ຈົດໝາຍເຫດ,ວາລະສານ,ລາຍການວິທະຍຸ,ລາຍການໂທລະພາບ, ລາຍການໂທລະໂຄ່ງ,ອິນເຕີເນັດ,ເວັບໄຊ,ກະແຊັດ,ຊີດີ,ວີຊີດີ,ດີວີດີ ແລະອື່ນໆ; 3. ບັນນາທິການ ໝາຍເຖິງ ຜູ້ກວດແກ້,ກວດຜ່ານເນື້ອໃນ ແລະຮູບແບບຂອງບົດ,ຂ່າວແລະລາຍການຂອງສື່ມວນຊົນຕ່າງໆ; 4. ນັກຂ່າວໝາຍເຖິງບຸກຄະລາກອນຂອງອົງການສື່ມວນຊົນ ທີ່ເຮັດໜ້າທີ່ຊອກເກັບກໍາຂໍ້ມູນຂ່າວສານຢູ່ພາຍໃນແລະຕ່າງປະເທດ ແລ້ວແຕ່ງເປັນບົດ,ຂ່າວແລະລາຍການສະໜອງໃຫ້ແກ່ພາຫະນະ ສື່ມວນຊົນ; 5. ອິນເຕີເນັດໝາຍເຖິງລະບົບເຄືອຂ່າຍຄັອມພິວເຕີ້ຊຶ່ງສາ ມາດສົ່ງຂໍ້ມູນຂ່າວສານຫາກັນຫຼືສື່ສານກັນໂດຍຜ່ານໄປສະນີເອເລັກ ໂຕຼນິກ,ດ້ວຍການສົ່ງສັນຍານສຽງແລະພາບຫາກັນທາງສາຍຫຼືທາງ ອາກາດ,ຂໍ້ມູນຂ່າວສານທີ່ສ້າງຂຶ້ນສາມາດຝາກໄວ້ໃນເວບໄຊ; 6. ເວັບໄຊໝາຍເຖິງໜ້າຂໍ້ມູນຂ່າວສານກ່ຽວກັບເນື້ອໃນສະ ເພາະໃດໜຶ່ງທີ່ເປັນຕົວໜັງສື,ຮູບພາບ,ແສງ,ສີ,ສຽງທີ່ສ້າງຂຶ້ນດ້ວຍ ບຸກຄົນ,ອົງການຈັດຕັ້ງຕ່າງໆຢູ່ພາຍໃນແລະຕ່າງປະເທດຊຶ່ງສົ່ງສັນ ຍານຜ່ານລະບົບອິນເຕີເນັດແລະສາມາດເຂົ້າເຖິງໄດ້ທາງຄັອມພິວ ເຕີ້,ໂທລະພາບດີຊີຕອນ,ໂທລະສັບມືຖືດ້ວຍລະຫັດສະເພາະ; 7. ການຈໍາໜ່າຍເປັນໄລຍະໝາຍເຖິງການຈໍາໜ່າຍເປັນລາຍ ຕອນ,ລາຍວັນ,ລາຍສັບປະດາ,ລາຍປັກ,ລາຍເດືອນ,ລາຍໄຕມາດແລະ ອື່ນໆ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສື່ມວນຊົນ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສື່ມວນຊົນ ລັດສົ່ງເສີມແລະພັດທະນາວຽງການສື່ມວນຊົນຂອງລັດໃຫ້ມີ ການຂະຫຍາຍຕົວຢ່າງກວ້າງຂວາງ,ມີຄວາມເຂັ້ມແຂງແລະມີຄຸນນະ ພາບດ້ວຍການປະຕິບັດນະໂຍບາຍຕ່າງທເຊັ່ນ:ການສ້າງແລະປະກອບ ບຸກຄະລາກອນ,ສະໜອງງົບປະມານ,ພາຫະນະ,ວັດຖຸອຸປະກອນເຕັກນິກ ,ເຕັກໂນໂລຊີທີ່ທັນສະໄໝ. ລັດຊຸກຍູ້ການຈັດຕັ້ງແລະບຸກຄົນທັງພາຍໃນແລະຕ່າງປະເທດ ປະກອບສ່ວນເຂົ້າໃນການພັດທະນາສື່ມວນຊົນດ້ວຍການສະໜອງພາ ຫະນະ,ວັດຖຸອຸປະກອນ,ທຶນຮອນແລະອື່ນໆໃຫ້ແກ່ວຽກງານສື່ມວນຊົນ ລາວ. ລັດມີນະໂຍບາຍໃຫ້ການຈັດຕັ້ງແລະບຸກຄົນມີສ່ວນຮ່ວມໃນການ ດໍາເນີນວຽກງານດ້ານສື່ມວນຊົນຕາມລະບຽບກົດໝາຍ. ລັດອໍານວນຄວາມສະດວກໃຫ້ແກ່ການຜະລິດ,ການກະຈາຍ ແລະການຈໍາໜ່າຍຜະລິດຕະພັນສື່ມວນຊົນທີ່ຖືກຕ້ອງຕາມກົດໝາຍ ຢ່າງກວ້າງຂວາງແລະທົ່ວເຖິງໃນຂອບເຂດທົ່ວປະເທດແລະອອກສູ່ ຕ່າງປະເທດຕາມຄວາເໝາະສົມ. ລັດສົ່ງເສີມແລະປົກປ້ອງເຈົ້າຂອງອົງການສື່ມວນຊົນ,ອົງການ ສື່ມວນຊົນ,ນັກຂ່າວ,ຜູ້ຮ່ວມງານແລະນັກວິຊາການດ້ານສື່ມວນຊົນທີ່ ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ. ລັດຮັບປະກັນໃຫ້ພົນລະເມືອງລາວໄດ້ປະຕິບັດສິດເສລີພາບແລະ ພັນທະຂອງຕົນດ້ານສື່ມວນຊົນ,ສ້າງເງື່ອນໄຂ,ອໍານວຍຄວາມສະດວກ ແລະປົກປ້ອງຜູ້ສະໜອງຂໍ້ມູນຂ່າວສານ,ປະກອບຄໍາເຫັນ,ສະແດງທັດ ສະນະ,ຕໍານິຕິຊົມທີ່ບໍ່ຂັດກັບລະບຽບກົດໝາຍ,ບໍ່ຂັດກັບຜົນປະໂຫຍດຂອງ ຊາດແລະປະຊາຊົນຜ່ານສື່ມວນຊົນ.

...ມາດຕາ 5 ການຮ່ວມມືສາກົນ

ມາດຕາ 5 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນ,ຮ່ວມມືດ້ານສື່ມວນຊົນກັບຕ່າງປະເທດ, ພາກພື້ນແລະສາກົນດ້ວຍການຊຸກຍູ້ການເຄື່ອນໄຫວດ້ານວິຊາການ, ການແລກປ່ຽນບົດຮຽນ,ຂໍ້ມູນຂ່າວສານ,ວິທະຍາສາດ,ເຕັກໂນໂລຊີ, ການສ້າງບຸກຄະລາກອນ,ການຍາດແຍ່ງການສະໜັບສະໜູນແລະຊ່ວຍ ເຫຼືອດ້ານຕ່າງໆເພື່ອຜົນປະໂຫຍດລວມຂອງຊາດ,ເຮັດໃຫ້ວຽກງານສື່ ມວນຊົນມີຄຸນນະພາບແລະທັນສະໄໝບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕເຊິ່ງກັນແລະກັນ,ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

..ໝວດທີ 2 ປະເພດແລະລັກສະນະຂອງສື່ມວນຊົນ


...ມາດຕາ 6 ປະເພດຂອງສື່ມວນຊົນ

ມາດຕາ 6 ປະເພດຂອງສື່ມວນຊົນ ສື່ມວນຊົນແບ່ງອອກເປັນສອງປະເພດຄື:ສື່ສິ່ງພິມແລະສື່ເອເລັກ ໂຕຼນິກທີ່ເຮັດເປັນພາສາລາວ,ພາສາຊົນເຜົ່າແລະພາສາຕ່າງປະເທດ.

...ມາດຕາ 7 ສື່ສິ່ງພິມ

ມາດຕາ 7 ສື່ສິ່ງພິມ ສື່ສິ່ງພິມແມ່ນພາຫະນະໂຄສະນາທີ່ເປັນແຜ່ນເຈ້ຍຊຶ່ງບັນຈຸຂໍ້ ມູນຂ່າວສານດ້ວຍຕົວໜັງສືຫຼືຮູບພາບໂດຍມີຊື່ສະເພາະ. ສື່ສິ່ງພິມອາດຈະຈໍາໜ່າຍເປັນລາຍວັນຫຼືເປັນໄລຍະຊຶ່ງປະກອບ ດ້ວຍໜັງສືພິມ,ວາລະສານ,ໃບຂ່າວສານ,ຈົດໝາຍເຫດ.

...ມາດຕາ 8 ສື່ເອເລັກໂຕຼນິກ

ມາດຕາ 8 ສື່ເອເລັກໂຕຼນິກ ສື່ເອເລັກໂຕຼນິກແມ່ນພາຫະນະໂຄສະນາດ້ວຍການສ້າງເປັນ ລາຍກາຍວິທະຍຸ,ລາຍການໂທລະພາບຫຼືລາຍການອິນເຕີເນັດປະເພດ ຕ່າງໆແລ້ວກະຈາຍອອກຜ່ານເຄື່ອງສົ່ງທາງສາຍ,ທາງອາກາດຫຼືຄື້ນ ຄວາມຖີ່. ສື່ເອເລັກໂຕຼນິກປະກອບດ້ວຍວິທະຍຸກະຈາຍສຽງ,ໂທລະພາບ, ໂທລະໂຄ່ງແລະອິນເຕີເນັດ.

...ມາດຕາ 9 ລັກສະນະຂອງສື່ມວນຊົນລາວ

ມາດຕາ 9 ລັກສະນະຂອງສື່ມວນຊົນລາວ ສື່ມວນຊົນລາວມີລັກສະນະຕົ້ນຕໍດັ່ງນີ້: 1. ລັດສະນະຕົວຈິງ; 2. ລັກສະນະສຶກສາອົບຮົມ; 3. ລັກສະນະຈັດຕັ້ງຊີ້ນໍາ; 4. ລັກສະນະຕໍ່ສູ້.

...ມາດຕາ 10 ລັກສະນະຕົວຈິງ

ມາດຕາ 10 ລັກສະນະຕົວຈິງ ເນື້ອໃນແລະຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງພາວະ ວິໄສ,ຖືກຕ້ອງຕາມຄວາມເປັນຈິງ,ຊັດເຈນ,ວ່ອງໄວທັນການແລະສອດ ຄ່ອງກັບສິດຜົນປະໂຫຍດຂອງຊາດແລະປະຊາຊົນ.

...ມາດຕາ 11 ລັກສະນະສຶກສາອົບຮົມ

ມາດຕາ 11 ລັກສະນະສຶກສາອົບຮົມ ເນື້ອໃນແລະຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງແນ ໃສ່ສຶກສາອົບຮົມ,ໂຄສະນາ,ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ,ຄວາມຮູ້ດ້ານຕ່າງໆ,ສົ່ງເສີມວຽກດີຄົນ ເດັ່ນ,ປຸກລະດົມນໍ້າໃຈຮັກຊາດ,ເຕົ້າໂຮມຄວາມສາມັກຄີເປັນຝຶກແຜ່ນ ຂອງທົ່ວປວງຊົນ,ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດໃນການ ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ.

...ມາດຕາ 12 ລັກສະນະຈັດຕັ້ງຊີ້ນໍາ

ມາດຕາ 12 ລັກສະນະຈັດຕັ້ງຊີ້ນໍາ ເນື້ອໃນແລະຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງແນ ໃສ່ປຸກລະດົມ,ຈັດຕັ້ງ,ຊີ້ນໍາມະຫາຊົນປະຕິບັດແນວທາງນະໂຍບາຍ ຂອງພັກ,ລະບຽບກົດໝາຍຂອງລັດ,ແຜນພັດທະນາເສດຖະກິດ-ສັງຄົມ ແລະແນະນໍາ,ອະທິບາຍ,ໃຫ້ຄວາມກະຈ່າງແຈ້ງຕໍ່ຫາງສຽງສັງຄົມ ຢ່າງຖືກຕ້ອງ.

...ມາດຕາ 13 ລັກສະນະຕໍ່ສູ້

ມາດຕາ 13 ລັກສະນະຕໍ່ສູ້ ເນື້ອໃນແລະຮູບການຂອງສື່ມວນຊົນລາວທຸກປະເພດຕ້ອງປົກ ປ້ອງຄວາມຖືກຕ້ອງຂອງແນວທາງນະໂຍບາຍຂອງພັກ,ລະບຽບກົດ ໝາຍຂອງລັດ,ຕໍານິວິຈານປາກົດການລະເລີດລະບຽບກົດໝາຍ,ສິ່ງ ຫຍໍ້ທໍ້ໃນສັງຄົມແລະຕອບຕ້ານຖ້ອຍທໍານອງທີ່ບິດເບືອນ,ໃສ່ຮ້າຍປ້າຍ ສີທີ່ສ້າງຄວາມເສື່ອມເສຍຕໍ່ກຽດສັກສີ,ຜົນປະໂຫຍດຂອງຊາດແລະ ປະຊາຊົນ.

..ໝວດທີ 3 ສິດເສລີພາບຂອງພົນລະເມືອງລາວດ້ານສື່ມວນຊົນ


...ມາດຕາ 14 ສິດເສລີພາບຂອງພົນລະເມືອງລາວດ້ານສື່ມວນຊົນ

ມາດຕາ 14 ສິດເສລີພາບຂອງພົນລະເມືອງລາວດ້ານສື່ມວນຊົນ ພົນລະເມືອງລາວມີສິດເສລີພາບດ້ານສື່ມວນຊົນດ້ວຍການປະ ກອບຄໍາຄິດຄໍາເຫັນ,ສະແດງທັດສະນະທີ່ບໍ່ຂັດກັບລະບຽບກົດໝາຍ,ສິດ ຜົນປະໂຫຍດຂອງຊາດ,ຂອງປະຊາຊົນແລະການໄດ້ຮັບຂໍ້ມູນຂ່າວສານ ກ່ຍວກັບສະພາບການພາຍໃນແລະຕ່າງປະເທດ,ສາລະຄວາມຮູ້,ສາລະ ບັນເທີງແລະບັນຫາອື່ນໆທີ່ເປັນຜົນປະໂຫຍດ.

...ມາດຕາ 15 ສິດເສລີພາບຂອງພົນລະເມືອງລາວໃນການປະກອບຄໍາຄິດຄໍາເຫັນ

ມາດຕາ 15 ສິດເສລີພາບຂອງພົນລະເມືອງລາວໃນການປະກອບຄໍາ ຄິດຄໍາເຫັນ ພົນລະເມືອງລາວມີສິດເສລີພາບໃນການປະກອບຄໍາຄິດຄໍາເຫັນ ຜ່ານສື່ມວນຊົນກ່ຽວກັບ: 1. ການສ້າງແລະຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງ ພັກ,ລະບຽບກົດໝາຍຂອງລັດ,ແຜນພັດທະນາເສດຖະກິດ-ສັງຄົມແລະ ແຜນງົບປະມານແຫ່ງລັດ; 2. ທັດສະນະຕໍ່ສະພາບການພາຍໃນແລະຕ່າງປະເທດ; 3. ການຕໍານິຕິຊົມແບບສ້າງສັນຕໍ່ບຸກຄົນແລະການຈັດຕັ້ງ.

...ມາດຕາ 16 ສິດເສລີພາບຂອງພັນລະເມືອງລາວກ່ຽວກັບຂໍ້ມູນຂ່າວສານ

ມາດຕາ 16 ສິດເສລີພາບຂອງພັນລະເມືອງລາວກ່ຽວກັບຂໍ້ມູນ ຂ່າວສານ ພົນລະເມືອງລາວມີສິດເສລີພາບກ່ຽວກັບຂໍ້ມູນຂ່າວສານຜ່ານສື່ ມວນຊົນດັ່ງນີ້: 1. ເຂົ້າເຖິງແລະໄດ້ຮັບຂໍ້ມູນຂ່າວສານກ່ຽວກັບສະພາບການ ພາຍໃນແລະຕ່າງປະເທດ,ສາລະຄວາມຮູ້,ສາລະບັນເທີງແລະອື່ນໆ; 2. ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນຢ່າງຖືກຕ້ອງ,ຊັດເຈນ ,ທັນການແລະຮັບຜິດຊອບຕໍ່ໜ້າກົດໝາຍກ່ຽວກັບເນື້ອໃນຂໍ້ມູນຂ່າວ ສານນັ້ນ.

...ມາດຕາ 17 ການປະຕິບັດສິດເສລີພາບຂອງພົນລະເມືອງລາວ

ມາດຕາ 17 ການປະຕິບັດສິດເສລີພາບຂອງພົນລະເມືອງລາວ ພົນລະເມືອງລາວໄດ້ຮັບການປະຕິບັດສິດເສລີພາບຂອງຕົນ ຜ່ານສື່ມວນຊົນດ້ວຍການລົງພິມຫຼືກະຈາຍຂ່າວ,ບົດ,ຄໍາເຫັນ,ກະຈາຍ ພາບ,ຕອບຂໍ້ສະເໜີ,ຂໍ້ຂ້ອງໃຈຂອງຕົນໂດຍສື່ມວນຊົນເອງຫຼືການຈັດ ຕັ້ງແລະບຸກຄົນທີ່ກ່ຽວຂ້ອງ,ໃນກໍລະນີທີ່ບໍ່ສາມາດລົງພິມ,ກະຈາຍຫຼື ຕອບໄດ້ນັ້ນສື່ມວນຊົນຕ້ອງແຈ້ງເຫດຜົນໃຫ້ພົນລະເມືອງຮັບຊາບຢ່າງ ເປັນທາງການ.

..ໝວດທີ 4 ວຽກງານສື່ມວນຊົນ


...ມາດຕາ 18 ວຽກງານສື່ມວນຊົນ

ມາດຕາ 18 ວຽກງານສື່ມວນຊົນ ສື່ມວນຊົນມີວຽກງານຕົ້ນຕໍດັ່ງນີ້: 1. ການຊອກຮູ້,ເກັບກໍາຂໍ້ມູນຂ່າວສານ; 2. ການໄດ້ຮັບການສະໜອງຂໍ້ມູນຂ່າວສານມາຈາກສັງຄົມ; 3. ການເຜີຍແຜ່ບົດ,ຂ່າວແລະແຈ້ງການຕ່າງໆ; 4. ການໃຫ້ຄໍາຕອບ; 5. ການແກ້ຂ່າວ; 6. ການບໍລິການ; 7. ການບັນເທີງ.

...ມາດຕາ 19 ການຊອກຮູ້,ເກັບກໍາຂໍ້ມູນຂ່າວສານ

ມາດຕາ 19 ການຊອກຮູ້,ເກັບກໍາຂໍ້ມູນຂ່າວສານ ສື່ມວນຊົນຕ້ອງເຄື່ອນໄຫວຊອກຮູ້,ເກັບກໍາຂໍ້ມູນຂ່າວສານຢ່າງ ກວ້າງຂວ້າງ,ຄົບຖ້ວນ,ຊັດເຈນ,ວ່ອງໄວແລະທັນການເພື່ອຄົ້ນຄວ້າ, ແຕ່ງເປັນບົດ,ຂ່າວແລະແຈ້ງການຕ່າງໆ.

...ມາດຕາ 20 ການໄດ້ຮັບການສະໜອງຂໍ້ມູນຂ່າວສານຈາກສັງຄົມ

ມາດຕາ 20 ການໄດ້ຮັບການສະໜອງຂໍ້ມູນຂ່າວສານຈາກສັງຄົມ ສື່ມວນຊົນມີສິດໄດ້ຮັບຂໍ້ມູນຂ່າວສານຈາກການຈັດຕັ້ງແລະບຸກ ຄົນເພື່ອພິຈາລະນາອອກຂ່າວຕາມຄວາມເໝາະສົມ. ໃນກໍລະນີທີ່ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບການລະເມີດລະບຽບ ກົດໝາຍແລະປາກົດການຫຍໍ້ທໍ້ໃນສັງຄົມສື່ມວນຊົນກໍ່ສາມາດແຈ້ງໃຫ້ ການຈັດຕັ້ງຫຼືບຸກຄົນທີ່ກ່ຽວຂ້ອງຊາບເພື່ອພິຈາລະນາ. ສໍາລັບຂ້າວກ່ຽວກັບຄະດີທີ່ພວມສືບສວນ-ສອບສວນຫຼືຄະດີທີ່ ຍັງບໍ່ທັນຕັດສິນນັ້ນອົງການທີ່ດໍາເນີນຄະດີມີສິດສະຫງວນຄວາມລັບ ກ່ຽວກັບຂໍ້ມູນຂ່າວສານຕໍ່ສື່ມວນຊົນ,ແຕ່ສື່ມວນຊົນກໍ່ມີສິດອອກຂ່າວ ຕາມແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ແລະເປັນປະໂຫຍດໃຫ້ແກ່ສັງຄົມດ້ວຍ ຄວາມຮັບຜິດຊອບຂອງຕົນຕໍ່ໜ້າກົດໝາຍເວັ້ນເສຍແຕ່ມີຄໍາສັ່ງຫ້າມ ຫຼືໂຈະການອອກຂ່າວຈາກອົງການທີ່ກ່ຽວຂ້ອງ. ສື່ມວນຊົນຈະບໍ່ເປີດເຜີຍຊື່ຂອງຜູ້ສະໜອງຂໍ້ມູນຂ່າວສານຖ້າ ເຫັນວ່າມີຜົນເສຍຫາຍຕໍ່ຜູ້ສະໜອງຂໍ້ມູນຂ່າວສານນັ້ນເວັ້ນເສຍແຕ່ຈະ ສະໜອງໃຫ້ຕາມການສະເໜີຂອງອົງການສືບສວນ-ສອບສວນຫຼືອົງ ການໄອຍະການປະຊາຊົນຫຼືສານປະຊາຊົນ.

...ມາດຕາ 21 ການເຜີຍແຜ່ບົດ,ຂ່າວແລະແຈ້ງການຕ່າງໆ

ມາດຕາ 21 ການເຜີຍແຜ່ບົດ,ຂ່າວແລະແຈ້ງການຕ່າງໆ ເມື່ອສື່ມວນຊົນໄດ້ເກັບກໍາຂໍ້ມູນຂ່າວສານຫຼືຮັບຂໍ້ມູນຂ່າວສານ ຈາກສັງຄົມແລ້ວຕ້ອງຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນຖ້າເຫັນວ່າເປັນ ຜົນປະໂຫຍດໃຫ້ແກ່ປະເທດຊາດແລະສັງຄົມຈຶ່ງແຕ່ງເປັນບົດ,ຂ່າວ, ແຈ້ງການແລະລາຍການຕ່າງໆເພື່ອເຜີຍແຜ່ໃຫ້ສັງຄົມຮັບຮູ້ຢ່າງທົ່ວ ເຖິງແລະທັນເວລາຜ່ານພາຫະນະຂອງຕົນ.

...ມາດຕາ 22 ການໃຫ້ຄໍາຕອບ

ມາດຕາ 22 ການໃຫ້ຄໍາຕອບ ສື່ມວນຊົນມີສິດສະເໜີໃຫ້ການຈັດຕັ້ງຫຼືບຸກຄົນທີ່ກ່ຽວຂ້ອງຕອບ ບັນຫາທີ່ພັນລະເມືອງລາວຫຼືອົງການຈັດຕັ້ງຕ່າງໆຂໍຄວາມກະຈ່າງ ແຈ້ງ,ເມື່ອການຈັດຕັ້ງຫຼືບຸກຄົນໄດ້ຮັບຄໍາສະເໜີດັ່ງກ່າວແລ້ວກໍ່ຕ້ອງ ຕອບຢ່າງທັນການແລະມີຄວາມຮັບຜິດຊອບຕໍ່ຄໍາຕອບຂອງຕົນ. ພົນລະເມືອງລາວຫຼືອົງການຈັດຕັ້ງຕ່າງໆມີສິດສະເໜີໃຫ້ສື່ ມວນຊົນຊີ້ແຈງກ່ຽວກັບຂ່າວທີ່ໄດ້ເຜີຍແຜ່ອອກໄປທີ່ຍັງບໍ່ຈະແຈ້ງ ນັ້ນແລະສື່ມວນຊົນຕ້ອງໃຫ້ຄໍາຕອບຢ່າງວ່ອງໄວ.

...ມາດຕາ 23 ການແກ້ຂ່າວ

ມາດຕາ 23 ການແກ້ຂ່າວ ການຈັດຕັ້ງຫຼືບຸກຄົນມີສິດສະເໜີໃຫ້ສື່ມວນຊົນແກ່ຂ່າວທີ່ອອກບໍ່ ຖືກຄວາມຈິງ. ອົງການສື່ມວນຊົນທີ່ອອກຂ່າວບໍ່ຖືກຄວາມຈິງ,ຂາດຫຼັກຖານ, ແຕະຕ້ອງເຖິງບົດບາດ,ກຽດສັກສີຂອງການຈັດຕັ້ງຫຼືບຸກຄົນນັ້ນຕ້ອງ ໄດ້ແກ້ຂ່າວແລະຂໍໂທດຜ່ານສື່ມວນຊົນຕາມລະບຽບກົດໝາຍ. ໃນກໍລະນີທີ່ອົງການສື່ມວນຊົນບໍ່ແກ້ຂ່າວຫຼືໄດ້ແກ້ຂ່າວຢ່າງບໍ່ ເໝາະສົມແລ້ວການຈັດຕັ້ງຫຼືບຸກຄົນທີ່ກ່ຽວຂ້ອງນັ້ນມີສິດສະເໜີຕໍ່ອົງ ການຄຸ້ມຄອງສື່ມວນຊົນຫຼືຮ້ອງຟ້ອງຕໍ່ສານປະຊາຊົນເມື່ອເຫັນວ່າມີ ຄວາມເສຍຫາຍເກີດຂຶ້ນ.

...ມາດຕາ 24 ການບໍລິການ

ມາດຕາ 24 ການບໍລິການ ການບໍລິການຂອງສື່ມວນຊົນແມ່ນການທີ່ສື່ມວນຊົນໂຄສະນາ ສິນຄ້າຫຼືບໍລິການໃຫ້ລູກຄ້າໂດຍເກັບຄ່າບໍລິການ. ສື່ມວນຊົນທຸກປະເພດສາມາດໂຄສະນາສິນຄ້າຫຼືບໍລິການໃຫ້ລູກ ຄ້າແຕ່ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວ ຂ້ອງ. ເນື້ອໃນໂຄສະນາສິນຄ້າຫຼືການບໍລິການຜ່ານສື່ມວນຊົນທຸກປະ ເພດຕ້ອງໃຫ້ຖືກກັບຄວາມເປັນຈິງ,ບໍ່ເວົ້າໂຍກ,ເວົ້າເກີນຄຸນນະພາບ ຂອງສິນຄ້າຫຼືຂອງການບໍລິການນັ້ນແລະຕ້ອງໄດ້ຮັບອະນຸຍາດຈາກອົງ ການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ. ການໂຄສະນາສິນຄ້າຫຼືບໍລິການໃຫ້ລູກຄ້າຜ່ານສື່ມວນຊົນລວມ ທັງການເກັບຄ່າບໍລິການນັ້ນໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.

...ມາດຕາ 25 ການບັນເທີງ

ມາດຕາ 25 ການບັນເທີງ ການບັນເທີງເປັນວຽກງານໜຶ່ງຂອງສື່ມວນຊົນເພື່ອສ້າງບັນ ຍາກາດ,ຄວາມເບີກບານມ່ວນຊື່ນໃຫ້ແກ່ສັງຄົມທັງເປັນການໂຄສະ ນາ,ສຶກສາອົບຮົມ,ແນະນໍາ,ປຸກລະດົມພົນລະເມືອງໃຫ້ມີຄວາມຕື່ນຕົວ ເປັນເຈົ້າການເຂົ້າຮ່ວມໃນການປົກປັກຮັກສາແລະພັດທະນາປະເທດ ຊາດ. ການບັນເທີງທີ່ນໍາອອກຜ່ານສື່ມວນຊົນນັ້ນປະກອບດ້ວຍການ ສະແດງສິນລະປະວັນນະຄະດີ,ການຮ້ອງເພງ,ການຂັບ,ການລໍາ,ການ ບັນເລງສຽງດົນຕີ,ການສະແດງລະຄອນ,ການກິລາ-ກາຍຍະກໍາ,ວັນ ນະກໍາແລະອື່ນໆທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ,ລະ ບຽບກົດໝາຍຂອງລັດ,ຮີດຄອງ,ວັດທະນະທໍາປະເພນີອັນດີງາມຂອງ ຊາດ,ຂອງຊົນເຜົ່າແລະສາມາດເຊື່ອມໂຍງກັບພາກພື້ນແລະສາກົນ.

..ໝວດທີ 5 ການຈັດຕັ້ງແລະບຸກຄະລາກອນຂອງສື່ມວນຊົນ


...ມາດຕາ 26 ການຈັດຕັ້ງຂອງສື່ມວນຊົນ

ມາດຕາ 26 ການຈັດຕັ້ງຂອງສື່ມວນຊົນ ການຈັດຕັ້ງຂອງສື່ມວນຊົນປະກອບດ້ວຍ: - ເຈົ້າຂອງອົງການສື່ມວນຊົນ; - ອົງການສື່ມວນຊົນ; - ສະມາຄົມນັກຂ່າວແຫ່ງ ສປປລາວ.

...ມາດຕາ 27 ເຈົ້າຂອງອົງການສື່ສານມວນຊົນ

ມາດຕາ 27 ເຈົ້າຂອງອົງການສື່ສານມວນຊົນ ເຈົ້າຂອງອົງການສື່ມວນຊົນແມ່ນອົງການຈັດຕັ້ງພັກ,ລັດ,ແນວ ລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ການ ຈັດຕັ້ງແລະບຸກຄົນທີ່ໄດ້ຮັບອະນຸມັດໃຫ້ສ້າງຕັ້ງອົງການສື່ມວນຊົນແລະ ດໍາເນີນວຽກງານດ້ານສື່ມວນຊົນຕາມລະບຽບກົດໝາຍ.

...ມາດຕາ 28 ໜ້າທີ່ແລະສິດຂອງເຈົ້າຂອງອົງການສື່ມວນຊົນ

ມາດຕາ 28 ໜ້າທີ່ແລະສິດຂອງເຈົ້າຂອງອົງການສື່ມວນຊົນ ເຈົ້າຂອງອົງການສື່ມວນຊົນມີໜ້າທີ່ຕົ້ນຕໍດັ່ງນີ້: 1. ກໍານົດທິດທາງ,ຈຸດປະສົງ,ເປົ້າໝາຍຮັບໃຊ້,ຂອບເຂດການ ພິມແລະຈໍາໜ່າຍສື່ສິ່ງພິມຫຼືຄວາມແຮງຂອງເຄື່ອງສົ່ງ,ຄື້ນຄວາມຖີ່,ເວ ລາການກະຈາຍ,ຂອບເຂດການກະຈາຍພາບ,ສຽງແລະພາສາ; 2. ຈັດຕັ້ງກົງຈັກຊ່ວຍວຽກ,ສ້າງບຸກຄະລາກອນແລະຊີ້ນໍາ,ຄຸ້ມ ຄອງ,ກວດກາການປະຕິບັດພາລະບົດບາດ,ໜ້າທີ່,ສິດ,ທິດທາງ,ແຜນ ການແລະການເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ; 3. ສ້າງເງື່ອນໄຂແລະອໍານວຍຄວາມສະດວກໃຫ້ແກ່ການ ເຄື່ອນໄຫວຂອງອົງການສື່ມວນຊົນຂອງຕົນ; 4. ຮັບຜິດຊອບຕໍ່ກົດໝາຍຕາມພາລະບົດບາດ,ໜ້າທີ່ແລະສິດ ຂອງຕົນໃນວຽກງານສື່ມວນຊົນ. ເຈົ້າຂອງອົງການສື່ມວນຊົນມີສິດຕົ້ນຕໍດັ່ງນີ້: 1. ສະເໜີສ້າງຕັ້ງແລະຍຸບເລີກອົງການສື່ມວນຊົນຂອງຕົນ; 2. ຕົກລົງທິດທາງ,ແຜນການແລະການເຄື່ອນໄຫວຂອງອົງ ການສື່ມວວນຊົນຂອງຕົນ; 3. ແຕ່ງຕັ້ງຫຼືປົດຕໍາແໜ່ງຫົວໜ້າຫຼືຮອງຫົວໜ້າອົງການສື່ ມວນຊົນຂອງຕົນຕາມລະບຽບການ; 4. ຕິດຕາມ,ກວດກາການເຄື່ອນໄຫວຂອງອົງການສື່ມວນຊົນ ຂອງຕົນ; 5. ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສື່ມວນຊົນຢູ່ພາຍ ໃນແລະຕ່າງປະເທດຕາມການມອບໝາຍ; 6. ພົວພັນແລະຮ່ວມມືສາກົນດ້ານສື່ມວນຊົນຕາມລະບຽບກົດ ໝາຍ.

...ມາດຕາ 29 ອົງການສື່ມວນຊົນ

ມາດຕາ 29 ອົງການສື່ມວນຊົນ ອົງການສື່ມວນຊົນແມ່ນການຈັດຕັ້ງນຶ່ງຂອງເຈົ້າຂອງອົງການ ສື່ມວນຊົນທີ່ດໍາເນີນວຽກງານດ້ານສື່ມວນຊົນປະເພດໃດໜຶ່ງຕາມທີ່ໄດ້ ກໍານົດໄວ້ໃນມາດຕາ 6 ຂອງກົດໝາຍສະບັບນີ້.

...ມາດຕາ 30 ໜ້າທີ່ແລະສິດຂອງອົງການສື່ມວນຊົນ

ມາດຕາ 30 ໜ້າທີ່ແລະສິດຂອງອົງການສື່ມວນຊົນ ອົງການສື່ມວນຊົນມີໜ້າທີ່ຕົ້ນຕໍດັ່ງນີ້: 1. ໂຄສະນາ,ເຜີຍແຜ່,ປົກປ້ອງແນວທາງ,ແຜນນະໂຍບາຍ, ນະໂຍບາຍ,ລະບຽບກົດໝາຍແລະປະກອບສ່ວນຮັກສາສະຖຽນລະພາບ ທາງດ້ານການເມືອງ,ເສດຖະກິດແລະສັງຄົມ,ປົກປັກຮັກສາແລະເສີມ ຂະຫຍາຍມູນເຊື້ອຮັກຊາດ,ຄວາມສາມັກຄີເປັນປຶກແຜ່ນຂອງວົງຄະນະ ຍາດແຫ່ງຊາດ; 2. ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານວິທະຍາສາດ,ເຕັກນິກ, ເຕັກໂນໂລຊີ,ໃຫ້ສາລະຄວາມຮູ້,ສາລະບັນເທີງ,ສົ່ງເສີມການສຶກສາ ເພື່ອຍົກລະດັບຄວາມຮູ້ຂອງປະຊາຊົນ,ເສີມຂະຫຍາຍວັດທະນະທໍາ,ຮີດ ຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ,ສົ່ງເສີມບົດບາດຍິງ -ຊາຍ,ປົກປ້ອງສິດແລະຜົນປະໂຫຍດຂອງແມ່ຍິງແລະເດັກນ້ອຍ; 3. ເຜີຍແຜ່ວຽກດີຄົນເດັ່ນແລະແນະນໍາຫາງສຽງສັງຄົມ; 4. ຮັກສາຄວາມຖືກຕ້ອງຂອງພາສາລາວແລະພາສາຊົນເຜົ່າ ໃນສປປລາວ; 5. ສົ່ງເສີມການພົວພັນ,ການຮ່ວມມື,ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະເທດເພື່ອນມິດແລະປະຊາຊາດ,ປະກອບສ່ວນ ເຂົ້າໃນພາລະກິດຕໍ່ສູ້ຂອງບັນດາປະຊາຊາດເພື່ອສັນນຕິພາບ,ເອກະ ລາດແຫ່ງຊາດ,ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ; 6. ດໍາເນີນກິດຈະການການພິມແລະຈໍາໜ່າຍສື່ສິ່ງພິມ,ການ ກະຈາຍພາບ,ສຽງແລະພາສາຕາມທີ່ໄດ້ກໍານົດໄວ້ໃນໃບອະນຸມັດສ້າງ ຕັ້ງ; 7. ຄຸ້ມຄອງກົງຈັກຊ່ວຍວຽກ,ສ້າງບຸກຄະລາກອນແລະປະຕິບັດ ພາລະບົດບາດ,ໜ້າທີ່,ສິດ,ທິດທາງ,ແຜນການເຄື່ອນໄຫວຂອງຕົນ, ລາຍງານຜົນການເຄື່ອນໄຫວວຽກງານໃຫ້ເຈົ້າຂອງອົງການສື່ມວນຊົນ ແລະອົງການຄຸ້ມຄອງສື່ມວນຊົນຢ່າງເປັນປົກກະຕິ; 8. ຮັບປະກັນການປະຕິບັດສິດເສລີພາບດ້ານສື່ມວນຊົນຂອງພົນ ລະເມືອງລາວ; 9. ຮັບຜິດຊອບຕໍ່ກົດໝາຍແລະຕໍ່ເຈົ້າຂອງອົງການສື່ມວນຊົນ ກ່ຽວກັບການເຄື່ອນໄຫວວຽກງານຂອງຕົນ.

ອົງການສື່ມວນຊົນມີສິດຕົ້ນຕໍດັ່ງນີ້: 1. ອອກຂ່າວຢ່າງຖືກຕ້ອງກັບຄວາມເປັນຈິງກ່ຽວກັບສະພາບ ການພາຍໃນແລະຕ່າງປະເທດທີ່ມີຜົນປະໂຫຍດຕໍ່ຊາດແລະປະຊາຊົນ; 2. ຕໍານິຕິຊົມແບບສ້າງສັນຕໍ່ການກະທໍາທີ່ເປັນການລະເມີດລະ ບຽບກົດໝາຍ,ປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນ:ການສໍ້ລາດບັງຫຼວງ, ຢາເສບຕິດ; 3. ຕອບໂຕ້ທຸກຖ້ອຍທໍານອງໂຄສະນາໃສ່ຮ້າຍປ້າຍສີ,ບິດເບືອນ ຄວາມຈິງທີ່ສ້າງຄວາມເສື່ອມເສຍໃຫ້ແກ່ຜົນປະໂຫຍດຂອງຊາດແລະ ປະຊາຊົນ; 4. ພັດທະນາຕົນໃຫ້ມີຄວາມເຂັ້ມແຂງ,ກ້າວໜ້າແລະທັັນສະໄໝ; 5. ພິຈາລະນາເນື້ອໃນ,ຮູບການຂອງຜະລິດຕະພັນສື່ມວນຊົນ ຂອງຕົນ; 6. ສະເໜີ,ປະກອບຄໍາຄິດຄໍາເຫັນຕໍ່ຂັ້ນເທິງກ່ຽວກັບການເຄື່ອນ ໄຫວວຽກງານສື່ມວນຊົນຂອງຕົນ; 7. ໄດ້ຮັບການປົກປ້ອງຈາກກົດໝາຍໃນການເຄື່ອນໄຫວວຽກ ງານທີ່ຖືກຕ້ອງຂອງຕົນ; 8. ສ້າງບັນຍາກາດ,ຄວາມເບີກບານມ່ວນຊື່ນໃຫ້ແກ່ສັງຄົມ; 9. ເຂົ້າຮ່ວມກອງປະຊຸມກ່ຽວກັບວຽກງານສື່ມວນຊົນຢູ່ພາຍໃນ ແລະຕ່າງປະເທດຕາມການມອບໝາຍ; 10. ພົວພັນແລະຮ່ວມມືກັບສາກົນຕາມການເຫັນດີຂອງເຈົ້າ ຂອງອົງການສື່ມວນຊົນແລະຕາມລະບຽບກົດໝາຍ.

...ມາດຕາ 31 ສະມາຄົມນັກຂ່າວແຫ່ງ ສປປລາວ

ມາດຕາ 31 ສະມາຄົມນັກຂ່າວແຫ່ງ ສປປລາວ ສະມາຄົມນັກຂ່າວແຫ່ງສປປລາວແມ່ນອົງການຈັດຕັ້ງການ ເມືອງ,ສັງຄົມ,ວິຊາຊີບຂອງຜູ້ເຮັດວຽກງານດ້ານສື່ມວນຊົນຊຶ່ງມີພາ ລະບົດບາດສຶກສາອົບຮົມ,ເຕົ້າໂຮມຄວາມສາມັກຄີແລະມີໜ້າທີ່ປົກ ປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກຂອງຕົນແລະຜູ້ເຮັດ ວຽກງານດ້ານສື່ມວນຊົນ,ເຂົ້າຮ່ວມໃນການປະຕິບັດແນວທາງ,ນະ ໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດແລະນະໂຍບາຍສື່ມວນ ຊົນ. ໜ້າທີ່ແລະສິດຂອງສະມາຄົມນັກຂ່າວແຫ່ງ ສປປລາວ ໄດ້ກໍາ ນົດໄວ້ໃນກົດລະບຽບສະເພາະ.

...ມາດຕາ 32 ຫົວໜ້າແລະຮອງຫົວໜ້າຂອງອົງການສື່ມວນຊົນ

ມາດຕາ 32 ຫົວໜ້າແລະຮອງຫົວໜ້າຂອງອົງການສື່ມວນຊົນ ບຸກຄະລາກອນຂອງສື່ມວນຊົນປະກອບດ້ວຍຫົວໜ້າ,ຮອງຫົວ ໜ້າອົງການສື່ມວນຊົນ,ນັກຂ່າວ,ນັກວິຊາການດ້ານສື່ມວນຊົນແລະຜູ້ ຮ່ວມງານ. ...ມາດຕາ 33 ບຸກຄະລາກອນຂອງສື່ມວນຊົນ

ມາດຕາ 33 ບຸກຄະລາກອນຂອງສື່ມວນຊົນ ຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນ: - ປະເພດສື່ສິ່ງພິມເອີ້ນວ່າ:ຫົວນ້າຄະນະບັນນາທິການແລະຮອງ ຫົວໜ້າຄະນະບັນນາທິການ; - ປະເພດສື່ເອເລັກໂຕຼນິກເອີ້ນວ່າ:ຜູ້ອໍານວຍການແລະຮອງຜູ້ ອໍານວຍການ. ການແຕ່ງຕັ້ງ,ຍົກຍ້າຍຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າ ອົງການສື່ມວນຊົນແມ່ນເຈົ້າຂອງອົງການສື່ມວນຊົນເປັນຜູ້ຕົກລົງໂດຍ ປະສານສົມທົບກັບອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງຫຼືເປັນຜູ້ສະ ເໜີໃຫ້ອົງການທີ່ມີສິດກ່ຽວຂ້ອງພິຈາລະນາຕາມລະບຽບການ.

...ມາດຕາ 34 ມາດຕະຖານຂອງຫົວໜ້າແລະຮອງຫົວໜ້າຂອງອົງການສື່ມວນຊົນ

ມາດຕາ 34 ມາດຕະຖານຂອງຫົວໜ້າແລະຮອງຫົວໜ້າຂອງອົງ ການສື່ມວນຊົນ ຫົວໜ້າແລະຮອງຫົວໜ້າອົງການສື່ມວນຊົນມີມາດຕະຖານຕົ້ນ ຕໍດັ່ງນີ້: 1. ມີພູມລໍາເນົາຖາວອນຢູ່ ສປປລາວ; 2. ມີສັນຊາດລາວແລະມີອາຍຸຊາວສາມປີຂຶ້ນໄປ; 3. ມີປະກາສະນີຍະບັດຊັ້ນສູງຂຶ້ນໄປ,ມີປະສົບການດ້ານສື່ມວນ ຊົນ,ມີຄວາມສາມາດບໍລິຫານອົງການສື່ມວນຊົນ; 4. ມີຄຸນສົມບັດສິນທໍາປະຕິວັດ,ຄຸນທາດການເມືອງໜັກແໜ້ນ; 5. ຮູ້ພາສາຕ່າງປະເທດໃດໜຶ່ງ; 6. ມີສຸຂະພາບແຂງແຮງ.

...ມາດຕາ 35 ໜ້າທີ່ແລະສິດຂອງຫົວໜ້າແລະຮອງຫົວໜ້າຂອງອົງການສື່ມວນຊົນ

ມາດຕາ 35 ໜ້າທີ່ແລະສິດຂອງຫົວໜ້າແລະຮອງຫົວໜ້າຂອງອົງ ການສື່ມວນຊົນ ຫົວໜ້າອົງການສື່ມວນຊົນເປັນຜູ້ຊີ້ນໍາແລະຄຸ້ມຄອງການເຄື່ອນ ໄຫວຂອງອົງການສື່ມວນຊົນຂອງຕົນ,ມີໜ້າທີ່ແລະສິດພິຈາລະນາອະນຸ ມັດການລົງຂ່າວ,ບົດໃນສື່ສິ່ງພິມ,ລາຍການກະຈາຍສຽງແລະພາບທັງ ມີຄວາມຮັບຜິດຊອບຕໍ່ເຈົ້າຂອງອົງການສື່ມວນຊົນກ່ຽວກັບເນື້ອໃນໂຄ ສະນາແລະການເຄື່ອນໄຫວຂອງອົງການສື່ມວນຊົນທີ່ຕົນຮັບຜິດຊອບ. ຮອງຫົວໜ້າອົງການສື່ມວນຊົນມີໜ້າທີ່ແລະສິດຊ່ວຍຫົວໜ້າໃນ ວຽກງານໃດໜຶ່ງແລະຮັກສາການແທນໃນເວລາຫົວໜ້າບໍ່ຢູ່ຕາມການ ມອບໝາຍຂອງຫົວໜ້າ.

...ມາດຕາ 36 ມາດຕະຖານຂອງນັກຂ່າວລາວ

ມາດຕາ 36 ມາດຕະຖານຂອງນັກຂ່າວລາວ ນັກຂ່າວລາວມີມາດຕະຖານຕົ້ນຕໍດັ່ງນີ້: 1. ມີພູມລໍາເນົາຖາວອນຢູ່ ສປປລາວ; 2. ມີສັນຊາດລາວແລະມີອາຍຸແຕ່ສິບແປດປີຂຶ້ນໄປ; 3. ມີຈັນຍາບັນຂອງນັກຂ່າວຢ່າງຄົບຖ້ວນ; 4. ມີປະກາສະນີຍະບັນຊັ້ນກາງຂຶ້ນໄປຫຼືມີໃບຢັ້ງຢືນ,ມີຄວາມ ຮູ້,ມີປະສົບການແລະມີພອນສະຫວັນດ້ານສື່ມວນຊົນ; 5. ມີສຸຂະພາບດີ.

...ມາດຕາ 37 ໜ້າທີ່ແລະສິດຂອງນັກຂ່າວ

ມາດຕາ 37 ໜ້າທີ່ແລະສິດຂອງນັກຂ່າວ ນັກຂ່າວມີໜ້າທີ່ຕົ້ນຕໍດັ່ງນີ້: 1. ຊອກຮູ້,ເກັບກໍາຂໍ້ມູນ,ຂ່າວສານເພື່ອຂຽນເປັນຂ່າວ,ບົດ ແລະລາຍການໂຄສະນາເຜີຍແຜ່ຜ່ານສື່ມວນຊົນ; 2. ຂຽນຂ່າວ,ບົດຢ່າງຖືກຕ້ອງ,ຊັດເຈນກ່ຽວກັບສະພາບການ ພາຍໃນແລະຕ່າງປະເທດໂດຍສອດຄ່ອງກັບສິດຜົນປະໂຫຍດຂອງຊາດ ແລະສ່ອງແສງເຖິງຄວາມມຸ່ງມາດປາຖະໜາອັນຊອບທໍາຂອງປະຊາ ຊົນ; 3. ເຜີຍແຜ່ແນວທາງ,ນະໂຍບາຍແລະລະບຽບກົດໝາຍ,ຂຸດ ຄົ້ນ,ສົ່ງເສີມປັດໄຈທີ່ຕັ້ງໜ້າ,ຕໍ່ສູ້ຕ້ານບັນດາແນວຄິດແລະການກະທໍາ ທີ່ລະເມີດລະບຽບກົດໝາຍ,ຕອບໂຕ້ຖ້ອຍທໍານອງບິດເບືອນແລະໃສ່ ຮ້າຍປ້າຍສີທີ່ສ້າງຄວາມເສື່ອມເສຍໃຫ້ແກ່ກຽດສັກສີ,ຜົນປະໂຫຍດ ຂອງຊາດແລະປະຊາຊົນ; 4. ຄົ້ນຄວ້າ,ຮໍ່າຮຽນ,ຝຶກຝົນຫຼໍ່ຫຼອມຕົນເອງເພື່ອຍົກລະດັບທາງ ດ້ານການເມືອງ,ຄຸນສົມບັດ,ຈັນຍາບັນ,ວິຊາສະເພາະ,ພາສາຕ່າງປະ ເທດແລະອື່ນໆ; 5. ແກ້ຂ່າວແລະຂໍໂທດຜ່ານສື່ມວນຊົນໃນກໍລະນີທີ່ຂຽນຂ່າວ ຜິດພາດຫຼືບໍ່ມີມູນຄວາມຈິງ; 6. ຮັບການຕໍານິຕິຊົມຈາກສັງຄົມ,ຮັບຜິດຊອບຕໍ່ກົດໝາຍແລະ ຕໍ່ອອົງການສື່ມວນຊົນກ່ຽວກັບເນື້ອໃນຂ່າວ,ບົດແລະການກະທໍາທີ່ບໍ່ຖືກ ຕ້ອງຂອງຕົນ.

ນັກຂ່າວມີສິດຕົ້ນຕໍດັ່ງນີ້: 1. ໄດ້ຮັບບບັດນັກຂ່າວ,ສັງກັດແລະເຄື່ອນໄຫວຢູ່ໃນອົງການສື່ ມວນຊົນໃດໜຶ່ງ; 2. ປະຕິບັດວຽກງານດ້ານການຂ່າວຢູ່ພາຍໃນແລະຕ່າງປະ ເທດຕາມການມອບໝາຍ; 3. ພົວພັນ,ຮ່ວມມືກັບຜູ້ຮ່ວມງານຢ່າງເປັນປົກກະຕິ,ຊອກຮູ້,ເກັບ ກໍາແລະຮັບຂໍ້ມູນຂ່າວສານໃນວຽກງານສື່ມວນຊົນຕາມລະບຽບກົດ ໝາຍ; 4. ວິເຄາະ,ວິໄຈ,ຂຽນຂ່າວ,ບົດ,ຖ່າຍທໍາຮູບພາບຕ່າງໆ,ສ້າງ ຜະລິດຕະພັນສື່ມວນຊົນທີ່ສ້າງສັນແລະມີຄຸນປະໂຫຍດ,ໃສ່ນາມປາກກາ ເປັນຊື່ຕົນເອງຫຼືຊື່ແຝງ; 5. ໄດ້ຮັບການບໍາລຸງ,ຍົກລະດັບທາງດ້ານການເມືອງ,ວິຊາສະ ເພາະດ້ານສື່ມວນຊົນ,ຮັບນາມມະຍົດ,ເງິນອຸດໜູນຫຼືນະໂຍບາຍອື່ນ; 6. ໄດ້ຮັບບູລິມະສິດໃນການເຄື່ອນໄຫວດ້ານວຽກງານສື່ມວນ ຊົນຕາມລະບຽບກົດໝາຍ; 7. ໄດ້ຮັບການປົກປ້ອງຈາກກົດໝາຍໃນການເຄື່ອນໄຫວປະຕິ ບັດໜ້າທີ່ວິຊາສະເພາະທີ່ຖືກຕ້ອງຂອງຕົນ.

...ມາດຕາ 38 ນັກວິຊາການດ້ານສື່ມວນຊົນ

ມາດຕາ 38 ນັກວິຊາການດ້ານສື່ມວນຊົນ ນັກວິຊາການດ້ານສື່ມວນຊົນແມ່ນບຸກຄະລາກອນທີ່ປະຕິບັດງານ ໃນວົງການສື່ມວນຊົນຊຶ່ງມີນັກປະພັນ,ນັກກະວີ,ໂຄສົກ,ພິທີກອນ,ຜູ້ຈັດ ລາຍການ,ຜູ້ກໍາກັບການສະແດງ,ຜູ້ອອກແບບການພິມ,ນັກແຕ້ມ,ນັກ ປະດັບປະດາ,ນາຍຈ່າງເຕັກນິກແລະນັກວິຊາການອື່ນທີ່ຮັບໃຊ້ການສ້າງ ຜະລິດຕະພັນສື່ມວນຊົນປະເພດຕ່າງໆ. ໜ້າທີ່ແລະສິດຂອງນັກວິຊາການດ້ານສື່ມວນຊົນໄດ້ກໍານົດໄວ້ ໃນລະບຽບການສະເພາະຂອງແຕ່ລະອົງການສື່ມວນຊົນ.

...ມາດຕາ 39 ຜູ້ຮ່ວມງານ

ມາດຕາ 39 ຜູ້ຮ່ວມງານ ຜູ້ຮ່ວມງານແມ່ນຜູ້ທີ່ບໍ່ມີອາຊີບເປັນນັກຂ່າວແຕ່ເປັນຜູ້ຂຽນຂ່າວ ,ບົດ,ຖ່າຍພາບສະໜອງໃຫ້ອົງການສື່ມວນຊົນຢ່າງເປັນປົກກະຕິໂດຍໄດ້ ຮັບຄ່າແຮງງານແລະນະໂຍບາຍອື່ນຈາກອົງການສື່ມວນຊົນ. ໜ້າທີ່ແລະສິດຂອງຜູ້ຮ່ວມງານໄດ້ກໍານົດໄວ້ໃນລະບຽບການຕ່າງ ຫາກ.

..ໝວດທີ 6 ການສ້າງຕັ້ງແລະການເຄື່ອນໄຫວຂອງອົງການສື່ມວນຊົນ


...ມາດຕາ 40 ເງື່ອນໄຂການສ້າງຕັ້ງອົງການສື່ມວນຊົນ

ມາດຕາ 40 ເງື່ອນໄຂການສ້າງຕັ້ງອົງການສື່ມວນຊົນ ການສ້າງຕັ້ງອົງການສື່ມວນຊົນມີເງື່ອນໄຂດັ່ງນີ້: 1. ກໍານົດຊື່,ຈຸດປະສົງ,ເປົ້າໝາຍຮັບໃຊ້,ຂອບເຂດການພິມ ແລະຈໍາໜ່າຍສື່ສິ່ງພິມ,ກໍາລັງແຮງຂອງເຄື່ອງສົ່ງ,ກໍານົດເວລາການ ກະຈາຍ,ຄື້ນຄວາມຖີ່,ຂອບເຂດການກະຈາຍຄື້ນແລະພາສາທີ່ຈະນໍາ ໃຊ້ຂອງອົງການສື່ມວນຊົນນັ້ນ; 2. ມີກົງຈັກການຈັດຕັ້ງ,ມີບຸກຄະລາກອນທີ່ມີມາດຕະຖານຕາມ ທີ່ໄດ້ກໍານົດໄວ້ໃນມາດຕາ 34, 36 ແລະ 38 ຂອງກົດໝາຍສະບັບນີ້; 3. ມີສໍານັກງານ,ພາຫະນະ,ອຸປະກອນເຕັກນິກ,ທຶນເພື່ອຮັບປະ ກັນໃຫ້ແກ່ການເຄື່ອນໄຫວວຽກງານຂອງຕົນ; 4. ໄດ້ຮັບອະນຸມັດຈາກອົງການຄຸ້ມຄອງສື່ມວນຊົນຕາມລະບຽບ ການ.

...ມາດຕາ 41 ການສ້າງຕັ້ງສໍານັກງານຜູ້ຕາງໜ້າອົງການສື່ມວນຊົນ

ມາດຕາ 41 ການສ້າງຕັ້ງສໍານັກງານຜູ້ຕາງໜ້າອົງການສື່ມວນຊົນ ລັດຖະບານເປັນຜູ້ອະນຸມັດການສ້າງຕັ້ງສໍານັກງານຜູ້ຕາງໜ້າ ອົງການສື່ມວນຊົນລາວປະຈໍາຢູ່ຕ່າງປະເທດແລະໃຫ້ອົງການສື່ມວນ ຊົນຕ່າງປະເທດເຂົ້າມາປະຈໍາຫຼືສ້າງຕັ້ງສໍານັກງານຜູ້ຕາງໜ້າຂອງ ອົງການສື່ມວນຊົນຕ່າງປະເທດຢູ່ ສປປລາວ. ນັກຂ່າວ,ນັກວິຊາການ ດ້ານສື່ມວນຊົນແລະຄະນະຮັບຜິດຊອບອົງການສື່ມວນຊົນຕ່າງປະເທດ ທີ່ມາເຄື່ອນໄຫວຢູ່ ສປປລາວ ຕ້ອງປະຕິບັດຕາມລະບຽບກົດໝາຍ ຂອງ ສປປລາວ. ລະບຽບການສ້າງຕັ້ງແລະເຄື່ອນໄຫວຂອງຜູ້ຕາງໜ້າອົງການ ສື່ມວນຊົນຂອງພາຍໃນແລະຕ່າງປະເທດໄດ້ກໍານົດໄວ້ຕ່າງຫາກ.

...ມາດຕາ 42 ການພິມແລະຈໍາໜ່າຍສື່ສິ່ງພິມ

ມາດຕາ 42 ການພິມແລະຈໍາໜ່າຍສື່ສິ່ງພິມ ການພິມສື່ສິ່ງພິມລາວແມ່ນໃຫ້ພິມຢູ່ ສປປລາວ ເປັນຕົ້ນຕໍ,ສື່ສິ່ງ ພິມໃດທີ່ຈະສົ່ງໄປພິມຫຼືຈໍາໜ່າຍຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດ ຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ. ອົງການສື່ມວນຊົນເປັນຜູ້ຈັດຕັ້ງການຈໍາໜ່າຍສື່ສິ່ງພິມຂອງຕົນ ເອງຫຼືມອບສິດໃຫ້ແກ່ອົງການຈັດຕັ້ງຫຼືບຸກຄົນໃດໜຶ່ງຮັບຜິດຊອບການບໍ ລິການຈໍາໜ່າຍແທນກໍ່ໄດ້. ອົງການຈັດຕັ້ງແລະບຸກຄົນທັງພາຍໃນແລະຕ່າງປະເທດທີ່ມີຈຸດ ປະສົງນໍາເອົາສື່ສິ່ງພິມຕ່າງປະເທດເຂົ້າມາພິມ,ຈໍາໜ່າຍຢູ່ ສປປລາວ ຕ້ອງຂໍອະນຸມັດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.

...ມາດຕາ 43 ການເພີ່ມໜ້າພິມຂອງສື່ສິ່ງພິມ

ມາດຕາ 43 ການເພີ່ມໜ້າພິມຂອງສື່ສິ່ງພິມ ອົງການສື່ມວນຊົນທີ່ຕ້ອງການພິມແລະຈໍາໜ່ວຍສື່ສິ່ງພິມເພີ່ມ, ເພີ່ມຈໍານວນໜ້າ,ພິມສະບັບສອດໃນຫຼືຊ້ອນທ້າຍ,ພິມເພີ່ມໃບຂ່າວພິ ເສດສາມາດເຮັດໄດ້ຕາມໜ້າທີ່ແລະສິດຂອງຕົນແຕ່ຕ້ອງໄດ້ຮັບອະນຸ ຍາດຈາກອົງການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງ.

...ມາດຕາ 44 ການເພີ່ມລາຍການວິທະຍຸກະຈາຍສຽງແລະໂທລະພາບ

ມາດຕາ 44 ການເພີ່ມລາຍການວິທະຍຸກະຈາຍສຽງແລະໂທລະພາບ ສະຖານນີວິທະຍຸກະຈາຍສຽງແລະໂທລະພາບທີ່ມີຄວາມຕ້ອງ ການເພີ່ມລາຍການໃດໜຶ່ງນັ້ນຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມ ຄອງສື່ມວນຊົນທີ່ກ່ຽວຂ້ອງ.

...ມາດຕາ 45 ລາຍການກະຈາາຍສຽງແລະພາບ

ມາດຕາ 45 ລາຍການກະຈາາຍສຽງແລະພາບ ລາຍການກະຈາຍສຽງແລະພາບຂອງສື່ມວນຊົນລາວຕ້ອງຜະ ລິດແລະອອກອາກາດຈາກດິນແດນສປປລາວ. ໃນກໍລະນີທີ່ມີຈຸດປະສົງ ກະຈາຍລາຍການເຫຼົ່ານັ້ນຢູ່ຕ່າງປະເທດຕ້ອງໄດ້ຮັບອະນຸຍາດຈາກອົງ ການຄຸ້ມຄອງສື່ມວນຊົນທີ່ກ່ຽວຂ້ອງກ ລາຍການກະຈາຍສຽງແລະພາບຂອງຕ່າງປະເທດທີ່ມີຈຸດປະ ສົງອອກອາກາດຢູ່ ສປປລາວ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ແຫ່ງ ສປປລາວ.

...ມາດຕາ 46 ການນໍາໃຊ້ສື່ຜ່ານອິນເຕີເນັດ

ມາດຕາ 46 ການນໍາໃຊ້ສື່ຜ່ານອິນເຕີເນັດ ການນໍາໃຊ້,ການບໍລິການສື່ຜ່ານອິນເຕີເນັດຕ້ອງໄດ້ປະສານສົມ ທົບແລະໄດ້ຮັບອະນຸຍາດຈາກອົງການທີ່ມີສິດກ່ຽວຂ້ອງພ້ອມທັງປະຕິບັດ ລະບຽບກົດໝາຍຢ່າງເຂັ້ມງວດ.

...ມາດຕາ 47 ການສໍາເນົາຜະລິດຕະພັນສື່ມວນຊົນ

ມາດຕາ 47 ການສໍາເນົາຜະລິດຕະພັນສື່ມວນຊົນ ຜະລິດຕະພັນສື່ມວນຊົນທຸກປະເພດຕ້ອງສະຫງວນລິຂະສິດ,ສໍາ ເນົາແລະເກັບຮັກສາໄວ້ເປັນຢ່າງດີຢ່າງໜ້ອຍຊາວຫ້າປີ.

...ມາດຕາ 48 ການຈັດກອງປະຊຸມຖະແຫຼງຂ່າວ

ມາດຕາ 48 ການຈັດກອງປະຊຸມຖະແຫຼງຂ່າວ ການຈັດຕັ້ງແລະບຸກຄົນທີ່ມີຈຸດປະສົງຈັດກອງປະຊຸມຖະແຫຼງ ຂ່າວກ່ຽວກັບບັນຫາໃດໜຶ່ງຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມ ຄອງສືມວນຊົນພາຍຫຼັງທີ່ໄດ້ປະສານສົມທົບແລະເຫັນດີຈາກອົງການ ທີ່ກ່ຽວຂ້ອງແລ້ວ.

...ມາດຕາ 49 ການເງິນຂອງອົງການສື່ມວນຊົນ

ມາດຕາ 49 ການເງິນຂອງອົງການສື່ມວນຊົນ ການເງິນຂອງອົງການສື່ມວນຊົນຂອງລັດແມ່ນໄດ້ມາຈາກງົບ ປະມານຂອງລັດ,ລາຍຮັບວິຊາການ,ການຊ່ວຍເຫຼືອ,ສະໜັບສະໜູນ ຈາກບຸກຄົນແລະການຈັດຕັ້ງຢູ່ພາຍໃນແລະຕ່າງປະເທດ. ອົງການສື່ມວນຊົນສາມາດສ້າງກອງທຶນເພື່ອພັດທະນາສື່ມວນ ຊົນຢ່າງຖືກຕ້ອງແລະສອດຄ່ອງກັບລະບຽບກົດໝາຍກ່ຽວກັບການ ເງິນ. ການຄຸ້ມຄອງແລະນໍາໃຊ້ການເງິນ,ກອງທຶນຂອງອົງການສື່ ມວນຊົນຂອງລັດໄດ້ກໍານົດໄວ້ໃນລະບຽບການສະເພາະໂດຍສອດຄ່ອງ ກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດແລະກົດໝາຍອື່ນທີ່ກ່ຽວຂ້ອງ. ອົງການສື່ມວນຊົນມີສິດດໍາເນີນທຸລະກິດແລະໃຫ້ການບໍລິການ ໃດໜຶ່ງຕາມຄວາມສາມາດຂອງຕົນແລະຕາມລະບຽບກົດໝາຍເພື່ອ ສ້າງລາຍຮັບເພີ່ມສໍາລັບພັດທະນາຕົນເອງ.

..ໝວດທີ 7 ຂໍ້ຫ້າມ


...ມາດຕາ 50 ຂໍ້ຫ້າມສໍາລັບອົງການສື່ມວນຊົນ

ມາດຕາ 50 ຂໍ້ຫ້າມສໍາລັບອົງການສື່ມວນຊົນ ຂໍ້ຫ້າມສໍາລັບອົງການສື່ມວນຊົນມີດັ່ງນີ້: 1. ຫ້າມຍຸຍົງສົ່ງເສີມການກະທໍາທີ່ເປັນການສ້າງຄວາມເສື່ອມ ເສຍໃຫ້ແກ່ຜົນປະໂຫຍດຂອງຊາດແລະປະຊາຊົນ; 2. ຫ້າມເປີດເຜີຍຄວາມລັບຂອງຊາດແລະຄວາມລັບທາງລັດ ຖະການ; 3. ຫ້າມແບ່ງແຍກຄວາມສາມັກຄີແລະສ້າງຄວາມອາຄາດ ບາດໝາງລະຫວ່າງປະຊາຊົນບັນດາເຜົ່າແລະຄວາມສາມັກຄີລະ ຫວ່າງຊາດ; 4. ຫ້າມສົ່ງເສີມການໃຊ້ຄວາມຮຸນແຮງແລະການໂຄສະນາ ຮັບໃຊ້ສົງຄາມຮຸກຮານທຸກປະເພດ; 5. ຫ້າມອອກຂ່າວບິດເບືອນຄວາມຈິງ,ແຕະຕ້ອງເຖິງກຽດສັກ ສີຂອງການຈັດຕັ້ງແລະບຸກຄົນ; 6. ຫ້າມໂຄສະນາຍຸຍົງສົ່ງເສີມການກໍ່ອາຊະຍາກໍາແລະອະ ບາຍຍະມຸກເຊັ່ນ:ການເສບສິ່ງເສບຕິດ,ການຫຼິ້ນການພະນັນ,ການເປັນ ນັກເລງອັນຕະພານ,ການເຮັດສິ່ງລາມົກອະນາຈານ; 7. ຫ້າມໂຄສະນາສົ່ງເສີມສິ່ງມຶນເມົາ,ການເຊື່ອຖືງົມງວາຍ ແລະສິ່ງຫຍໍ້ທໍ້ອື່ນໆ; 8. ຫ້າມເຜີຍແຜ່ຂ່າວ,ບົດແລະລາຍການທີ່ມີຄໍາສັ່ງຫ້າມຫຼືຖືກ ຍຶດໄວ້ແລ້ວ; 9. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 51 ຂໍ້ຫ້າມສໍາລັບບຸກຄະລາກອນສື່ມວນຊົນ

ມາດຕາ 51 ຂໍ້ຫ້າມສໍາລັບບຸກຄະລາກອນສື່ມວນຊົນ ຫ້າມນັກຂ່າວ,ຜູ້ຮ່ວມງານ,ນັກວິຊາການດ້ານສື່ມວນຊົນສ້າງຂໍ້ ມູນຂ່າວສານທຸກປະເພດທີ່ຝືນກັບຈັນຍາບັນຂອງນັກຂ່າວລາວ,ໃຊ້ພາ ສາຊອດກະຈາ,ໃຊ້ຄວາມຫຍ້າບຊ້າລວມທັງຂໍ້ຫ້າມສໍາລັບອົງການສື່ ມວນຊົນທີ່ໄດ້ກໍານົດໄວ້ໃນມາດຕາ 50 ຂອງກົດໝາຍສະບັບນີ້.ສໍາລັບ ໂຄສົກ,ພິທີກອນແມ່ນຫ້າມນຸ່ງຖື,ແຕ່ງຕົວບໍ່ສຸພາບໃນເວລາອອກອາ ກາດທາງໂທລະພາບ.

...ມາດຕາ 52 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ

ມາດຕາ 52 ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນ ຂໍ້ຫ້າມສໍາລັບການຈັດຕັ້ງແລະບຸກຄົນອື່ນມີດັ່ງນີ້: 1. ຫ້າມຂັດຂວາງການເຄື່ອນໄຫວຂອງນັກຂ່າວແລະແຊກ ແຊງເນື້ອໃນຂອງຂ່າວດບົດແລະລາຍການທີ່ຖືກຕ້ອງຕາມລະບຽບ ກົດໝາຍ; 2. ຫ້າມຂັດຂວາງການຜະລິດແລະການເຜີຍແຜ່ຜະລິດຕະ ພັນສື່ມວນຊົນທຸກປະເພດທີ່ຖືກຕ້ອງຕາມລະບຽບກົດໝາຍ; 3. ຫ້າມຜະລິດ,ນໍາເຂົ້າແລະເຜີຍແຜ່ຜະລິດຕະພັນສື່ມວນຊົນ ໂດຍບໍ່ໄດ້ຮັບອະນຸຍາດ; 4. ຫ້າມໃຫ້ສິນບົນແກ່ນັກຂ່າວຫຼືອົງການສື່ມວນຊົນເພື່ອອອກ ຂ່າວ,ບົດຕາມຈິດໃຈຂອງຕົນ; 5. ຫ້າມໃຊ້ຄວາມຮຸນແຮງ,ບັງຄັບ,ນາບຂູ່,ໃສ່ຮ້າຍປ້າຍສີ, ໝິ່ນປະໝາດ,ຮ້າຍດ່າ,ໃຊ້ຄວາມຫຍາບຊ້າຕໍ່ນັກຂ່າວຫຼືອົງການສື່ມວນ ຊົນ; 6. ຂໍ້ຫ້າມອື່ນທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

..ໝວດທີ 8 ການຄຸ້ມຄອງແລະກວດກາສື່ມວນຊົນ


...ມາດຕາ 53 ອົງການຄຸ້ມຄອງສື່ມວນຊົນ

ມາດຕາ 53 ອົງການຄຸ້ມຄອງສື່ມວນຊົນ ລັດຖະບານຄຸ້ມຄອງສື່ມວນຊົນຢ່າງລວມສູນແລະເປັນເອກະພາບ ໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງຖະແຫຼງຂ່າວແລະວັດທະ ນະທໍາປະສານສົມທົບກັບບັນດາກະຊວງ,ຂະແໜງການອື່ນທີ່ກ່ຽວຂ້ອງ ແລະອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງສື່ມວນຊົນໂດຍກົງ. ອົງການຄຸ້ມຄອງສື່ມວນຊົນປະກອບດ້ວຍ: - ກະຊວງຖະແຫຼງຂ່າວແລະວັດທະນະທໍາ; - ພະແນກຖະແຫຼງຂ່າວແລະວັດທະນະທໍາແຂວງ,ນະຄອນ; - ຫ້ອງການຖະແຫຼງຂ່າວແລະວັດທະນະທໍາເມືອງ,ເທດສະບານ.

...ມາດຕາ 54 ໜ້າທີ່ແລະສິດຂອງປະຊວງຖະແຫຼງຂ່າວແລະວັດທະນະທໍາ

ມາດຕາ 54 ໜ້າທີ່ແລະສິດຂອງປະຊວງຖະແຫຼງຂ່າວແລະວັດທະ ນະທໍາ ໃນການຄຸ້ມຄອງສື່ມວນຊົນກະຊວງຖະແຫຼງຂ່າວແລະວັດທະ ນະທໍາໃນຖານະເປັນເສນາທິການໃຫ້ລັດຖະບາມີໜ້າທີ່ແລະສິດດັ່ງນີ້: 1. ຄົ້ນຄວ້າຮ່າງກົດໝາຍ,ນະໂຍບາຍ,ແຜນຍຸດທະສາດ,ແຜນ ງານ,ແຜນການພັດທະນາສື່ມວນຊົນເພື່ອສະເໜີຕໍ່ລັດຖະບານພິຈາລະ ນາ,ຕົກລົງແລ້ວຈັດຕັ້ງປະຕິບັດ; 2. ໂຄສະນາ,ເຜີຍແຜ່ລະບຽບກົດໝາຍກ່ຽວກັບສື່ມວນຊົນ; 3. ຈັດຕັ້ງ,ຄຸ້ມຄອງແລະຊີ້ນໍາການເຄື່ອນໄຫວຂອງອົງການສື່ ມວນຊົນໃນຂອບເຂດທົ່ວປະເທດ; 4. ກໍ່້ສາງ,ບໍາລຸງ,ຍົກລະດັບໃຫ້ແກ່ພະນັກງານສື່ມວນຊົນທາງ ດ້ານການເມືອງ,ວິຊາສະເພາະແລະຈັນຍາບັນ; 5. ຄົ້ນຄວ້າ,ກໍານົດມາດຕະຖານເຕັກນິກແລະນໍາໃຊ້ວິທະຍາ ສາດ,ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝໃນຂົງເຂດສື່ມວນຊົນ; 6. ຄົ້ນຄວ້າ,ພິຈາລະນາອະນຸມັດແລະຖອນໃບອະນຸຍາດສ້າງ ຕັ້ງແລະເຄື່ອນໄຫວຂອງອົງການສື່ມວນຊົນ,ອະນຸຍາດການຖ່າຍທອດ ສົດ,ການໃຊ້ຊ່ອງຄື້ນຄວາມຖີ່ຂອງສື່ເອເລັກໂຕຼນິກທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ; 7. ອະນຸຍາດແລະຍົກເລີກການນໍາເຂົ້າ-ສົ່ງອອກຜະລິດຕະພັນ ສື່ມວນຊົນທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນ; 8. ຄຸ້ມຄອງສື່ສິ່ງພິມແລະການສໍາເນົາຜະລິດຕະພັນສື່ມວນຊົນ ໃນຂອບເຂດທີ່ຕົນຮັບຜິດຊອບ; 9. ປະຕິບັດນະໂຍບາຍແລະມາດຕະການຕ່າງໆຕໍ່ອົງການສື່ ມວນຊົນແລະບຸກຄະລາກອນຂອງສື່ມວນຊົນທີ່ຕົນຮັບຜິດຊອບ; 10. ສະກັດກັ້ນ,ແກ້ໄຂຄໍາສະເໜີແລະການເຄື່ອນໄຫວຂອງສື່ ມວນຊົນທີ່ຂັດກັບລະບຽບກົດໝາຍຕາມພາລະບົດບາດຂອງຕົນ; 11. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງແລະອົງ ການປົກຄອງແຂວງ,ນະຄອນໃນການຄຸ້ມຄອງການເຄື່ອນໄຫວຂອງສື່ ມວນຊົນລວມທັງສື່ມວນຊົນລາວທີ່ພັວພັນກັບຕ່າງປະເທດແລະຄຸ້ມຄອງ ການເຄື່ອນໄຫວຂອງສື່ມວນຊົນຕ່າງປະເທດຢູ່ ສປປລາວ; 12. ຕິດຕາມແລະສັງລວມຜົນການໂຄສະນາ,ຖະແຫຼງຂ່າວ ຂອງສື່ມວນຊົນໃນແຕ່ລະໄລຍະ,ສັງລວມວິໄຈຂ່າວຂອງສື່ມວນຊົນຕ່າງ ປະເທດກ່ຽວກັບ ສປປລາວ ເພື່ອເປັນຂໍ້ມູນແລະລາຍງານຕໍ່ລັດຖະບານ ຢ່າງເປັນປົກກະຕິ; 13. ພົວພັນແລະຮ່ວມມືສາກົນທາງດ້ານສື່ມວນຊົນຕາມການ ມອບໝາຍ; 14. ປະຕິບັດໜ້າທີ່ແລະສິດອື່ນກ່ຽວກັບການຄຸ້ມຄອງສື່ມວນຊົນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 55 ໜ້າທີ່ແລະສິດຂອງພະແນກຖະແຫຼ່ງຂ່າວແລະວັດທະນະທໍາແຂວງ,ນະຄອນ

ມາດຕາ 55 ໜ້າທີ່ແລະສິດຂອງພະແນກຖະແຫຼ່ງຂ່າວແລະວັດທະ ນະທໍາແຂວງ,ນະຄອນ ໃນການຄຸ້ມຄອງສື່ມວນຊົນພະແນກຖະແຫຼງຂ່າວແລະວັດທະນະ ທໍາແຂວງແລະນະຄອນມີໜ້າທີ່ແລະສິດດັ່ງນີ້: 1. ຄົ້ນຄວ້າ,ເຜີຍແຜ່ແລະຈັດຕັ້ງປະຕິບັດນະໂຍບາຍ,ແຜນງານ ,ແຜນການ,ລະບຽບກົດໝາຍ,ຄໍາສັ່ງ,ຄໍາແນະນໍາ,ແຈ້ງການກ່ຽວກັບ ສື່ມວນຊົນ; 2. ຄົ້ນຄວ້າແລະຕົກລົງທິດທາງ,ແຜນການໂຄສະນາໃຫ້ແກ່ສື່ ມວນຊົນຂອງຕົນໃນແຕ່ລະໄລຍະ; 3. ຄຸ້ມຄອງແລະຊີ້ນໍາການເຄື່ອນໄຫວຂອງສື່ມວນຊົນທີ່ຕົນຮັບ ຜິດຊອບ; 4. ຂຶ້ນແຜນຄຸ້ມຄອງ,ປັບປຸງແລະຂະຫຍາຍວຽກງານສື່ມວນ ຊົນເພື່ອຮັບໃຊ້ໜ້າທີ່ການເມືອງແລະການບໍລິການປະຊາຊົນບັນດາ ເຜົ່າຢູ່ພາຍໃນແຂວງ,ນະຄອນໃຫ້ວ່ອງໄວ,ແຫຼມຄົມແລະມີປະສິດທິຜົນ; 5. ຄຸ້ມຄອງການເຄື່ອນໄຫວຂອງນັກຂ່າວພາຍໃນແລະຕ່າງປະ ເທດທີ່ເຄື່ອນໄຫວເກັບກໍາຂ່າວຢູ່ພາຍໃນແຂວງ,ນະຄອນ; 6. ຄຸ້ມຄອງສື່ສິ່ງພິມແລະການນໍາເຂົ້າ-ສົ່ງອອກຜະລິດຕະພັນສື່ ມວນຊົນທຸກຊະນິດຕາມຄວາມຮັບຜິດຊອບຂອງຕົນ; 7. ຄົ້ນຄວ້າແລະສະເໜີສ້າງຕັ້ງຫຼືຍຸບເລີກອົງກາານສື່ມວນຊົນ ທີ່ຂຶ້ນກັບຕົນຕໍ່ກະຊວງຖະແຫຼງຂ່າວແລະວັດທະນະທໍາເພື່ອພິຈາລະນາ ຕາມການເຫັນດີຂອງອົງການປົກຄອງແຂວງ,ນະຄອນ; 8. ແນະນໍາ,ປຸກລະດົມ,ຊຸກຍູ້ການຈັດຕັ້ງ,ບຸກຄົນທີ່ກ່ຽວຂ້ອງເພື່ອ ເກັບກໍາຂ່າວແລະສະໜອງຂ່າວໃຫ້ແກ່ສື່ມວນຊົນ; 9. ແກ້ໄຂຄໍາສະເໜີ,ປະຕິບັດນະໂຍບາຍແລະມາດຕະການຕ່າງ ໆຕໍ່ອົງການສື່ມວນຊົນແລະບຸກຄະລາກອນຂອງສື່ມວນຊົນທີ່ຕົນຮັບຜິດ ຊອບ; 10. ຕິດຕາມ,ສະຫຼຸບແລະປະເມີນຜົນວຽກງານສື່ມວນຊົນແລ້ວ ລາຍງານໃຫ້ເຈົ້າແຂວງ,ເຈົ້າຄອງນະຄອນແລະກະຊວງຖະແຫຼ່ງຂ່າວ ແລະວັດທະນະທໍາຢ່າງເປັນປົກກະຕິ; 11. ພົວພັນຮ່ວມມືດ້ານສື່ມວນຊົນກັບຕ່າງປະເທດຕາມການ ມອບໝາຍຂອງອົົງການທີ່ມີສິດກ່ຽວຂ້ອງ; 12. ປະຕິບັດໜ້າທີ່ແລະສິດອື່ນກ່ຽວກັບການຄຸ້ມຄອງວຽກງານ ສື່ມວນຊົນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 56 ໜ້າທີ່ແລະສິດຂອງຫ້ອງການຖະແຫຼ່ງຂ່າວແລະວັດທະນະທໍາເມືອງ,ເທດສະບານ

ມາດຕາ 56 ໜ້າທີ່ແລະສິດຂອງຫ້ອງການຖະແຫຼ່ງຂ່າວແລະວັດທະ ນະທໍາເມືອງ,ເທດສະບານ ໃນການຄຸ້ມຄອງສື່ມວນຊົນຫ້ອງການຖະແຫຼງຂ່າວແລະວັດທະ ນະທໍາເມືອງ,ເທດສະບານມີໜ້າທີ່ແລະສິດດັ່ງນີ້: 1. ເຜີຍແຜ່ແລະຈັດຕັ້ງປະຕິບັດລະບຽບກົດໝາຍ,ຄໍາສັ່ງ,ຄໍາ ແນະນໍາ,ແຈ້ງການກ່ຽວກັບສື່ມວນຊົນຢູ່ພາຍໃນເມືອງ,ເທດສະບານ ຂອງຕົນ; 2. ແນະນໍາ,ປຸກລະດົມ,ຊຸກຍູ້ການຈັດຕັ້ງຮາກຖານຢູ່ພາຍໃນ ເມືອງ,ເທດສະບານຂອງຕົນເພື່ອເກັບກໍາຂ່າວແລະສະໜອງຂ່າວໃຫ້ ແກ່ສື່ມວນຊົນ; 3. ຄຸ້ມຄອງພາຫະນະສື່ມວນຊົນທີ່ເຄື່ອນໄຫວຢູ່ເມືອງ,ເທດສະ ບານຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ; 4. ຄຸ້ມຄອງການເຄື່ອນໄຫວຂອງນັກຂ່າວພາຍໃນແລະຕ່າງ ປະເທດທີ່ເຄື່ອນໄຫວເກັບກໍາຂ່າວຢູ່ພາຍໃນເມືອງ,ເທດສະບານຂອງ ຕົນ; 5. ຄຸ້ມຄອງການນໍາເຂົ້າ-ສົ່ງອອກຜະລິດຕະພັນສື່ມວນຊົນທຸກ ຊະນິດຕາມຄວາມຮັບຜິດຊອບຂອງຕົນ; 6. ຕິດຕາມ,ສະຫຼຸບແລະປະເມີນຜົນວຽກງານສື່ມວນຊົນແລ້ວ ລາຍງານໃຫ້ເຈົ້າເມືອງ,ຫົວໜ້າເທດສະບານແລະພະແນກຖະແຫຼງ ຂ່າວແລະວັດທະນະທໍາແຂວງ,ນະຄອນ; 7. ປະຕິບັດໜ້າທີ່ແລະສິດອື່ນກ່ຽວກັບການຄຸ້ມຄອງວຽກງານສື່ ມວນຊົນຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 57 ໜ້າທີ່ແລະສິດຂອງຂະແໜງການແລະພາກສ່ວນອື່ນ

ມາດຕາ 57 ໜ້າທີ່ແລະສິດຂອງຂະແໜງການແລະພາກສ່ວນອື່ນ ບັນດາຂະແໜງການ,ອົງການແລະພາກສ່ວນອື່ນທີ່ກ່ຽວຂ້ອງມີ ໜ້າທີ່ແລະສິດປະສານສົມທົບກັບຂະແໜງການຖະແຫຼງຂ່າວແລະວັດ ທະນະທໍາໃນການຄຸ້ມຄອງ,ສົ່ງເສີມແລະພັດທະນາວຽກງານສື່ມວນຊົນ ຕາມພາລະບົດບາດຂອງຕົນ.

...ມາດຕາ 58 ອົງການກວດກາສື່ມວນຊົນ

ມາດຕາ 58 ອົງການກວດກາສື່ມວນຊົນ ອົງການກວດກາສື່ມວນຊົນປະກອບດ້ວຍ: - ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບອົງ ການຄຸ້ມຄອງສື່ມວນຊົນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 53 ຂອງກົດ ໝາຍສະບັບນີ້; - ອົງການກວດກາພາຍນອກຊຶ່ງແມ່ນເຈົ້າຂອງອົງການສື່ມວນ ຊົນ,ຄະນະສະເພາະກິດແລະພາກສ່ວນອື່ນທີ່ກ່ຽວຂ້ອງ.

...ມາດຕາ 59 ໜ້າທີ່ແລະສິດຂອງອົງການກວດກາສື່ມວນຊົນ

ມາດຕາ 59 ໜ້າທີ່ແລະສິດຂອງອົງການກວດກາສື່ມວນຊົນ ອົງການກວດກາສື່ມວນຊົນມີໜ້າທີ່ແລະສິດດັ່ງນີ້: 1. ກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບສື່ ມວນຊົນ; 2. ກວດກາວຽກງານກໍ່ຄືການເຄື່ອນໄຫວຂອງອົງການສື່ມວນ ຊົນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; 3. ອອກຄໍາສັ່ງ,ຄໍາແນະນໍາ,ແຈ້ງການໃຫ້ອົງການສື່ມວນຊົນ ທີ່ຂຶ້ນກັບຕົນເພື່ອປັບປຸງ,ປ່ຽນແປງຫຼືຢຸດເຊົາການເຄື່ອນໄຫວວຽກງານ ສື່ມວນຊົນທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍ; 4. ສະເໜີໃຫ້ການຈັດຕັ້ງທີ່ກ່ຽວຂ້ອງອອກຄໍາສັ່ງ,ແນະນໍາຫຼື ແຈ້ງການໃຫ້ປັບປຸງ,ປ່ຽນແປງຫຼືໃຫ້ຢຸດເຊົາການເຄື່ອນໄຫວວຽກງານ ສື່ມວນຊົນຖ້າເຫັນວ່າບໍ່ຖືກຕ້ອງກັບລະບຽບກົດໝາຍຫຼືມີການລະເມີດ ຂໍ້ຫ້າມຕາມແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 50,51ແລະ52 ຂອງກົດໝາຍສະບັບນີ້; 5. ພົວພັນປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະທ້ອງຖິ່ນໃນການປະຕິບັດວຽກງານກວດກາຂອງຕົນ; 6. ສະຫຼຸບແລະລາຍງານຜົນຂອງການປະຕິບັດວຽກງານກວດ ກາແຕ່ລະໄລຍະໃຫ້ຂັ້ນເທິງຂອງຕົນຢ່າງເປັນປົກກະຕິ; 7. ປະຕິບັດໜ້າທີ່ແລະສິດອື່ນກ່ຽວກັບການກວດກາສື່ມວນຊົນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 60 ເນື້ອໃນການກວດກາ

ມາດຕາ 60 ເນື້ອໃນການກວດກາ ການກວດກາສື່ມວນຊົນມີເນື້ອໃນຕົ້ນຕໍດັ່ງນີ້: 1. ກວດກາການສ້າງແລະປະຕິບັດແຜນການ,ໂຄງການຂອງ ອົງການສື່ມວນຊົນແຕ່ລະໄລຍະ; 2. ກວດກາເນື້ອໃນການອອກຂ່າວຜ່ານສື່ສິ່ງພິມແລະສື່ເອເລັກ ໂຕຼນິກ; 3. ກວດກາການສ້າງ,ບໍາລຸງ,ນໍາໃຊ້ແລະປະຕິບັດນະໂຍບາຍ ຕໍ່ບຸກຄະລາກອນຂອງສື່ມວນຊົນ; 4. ກວດກາການປະກອບແລະການນໍາໃຊ້ພື້ນຖານວັດຖຸ,ພາຫະ ນະ,ອຸປະກອນແລະງົບປະມານຂອງສື່ມວນຊົນ; 5. ກວດກາການປະຕິບັດລະບຽບກົດມາຍຂອງສື່ມວນຊົນ.

...ມາດຕາ 61 ຮູບການກວດກາ

ມາດຕາ 61 ຮູບການກວດກາ ການກວດກາສື່ມວນຊົນດໍາເນີນດ້ວຍສາມຮູບການດັ່ງນີ້: 1. ການກວດກາຕາມລະບົບປົກກະຕິ; 2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ; 3. ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ໄດ້ກໍາ ເນີນຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການເມື່ອເຫັນວ່າມີຄວາມຈໍາເປັນໂດຍແຈ້ງໃຫ້ຜູ້ທີ່ຈະຖືກ ກວດກາຮູ້ລ່ວງໜ້າ. ໃນການດໍາເນີນການກວດກາສື່ມວນຊົນເຈົ້າໜ້າທີ່ຂອງອົງການ ກວດກາຕ້ອງປະຕິບັດໜ້າທີ່ແລະສິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຢ່າງເຂັ້ມງວດ.

..ໝວດທີ 9 ວັນ,ເຄື່ອງໝາຍແລະຕາປະທັບຂອງສື່ມວນຊົນ


...ມາດຕາ 62 ວັນຂອງສື່ມວນຊົນ

ມາດຕາ 62 ວັນຂອງສື່ມວນຊົນ ວັນທີ 13 ສິງຫາແມ່ນວັນສື່ມວນຊົນແຫ່ງຊາດ,ພ້ອມກັນນັ້ນສື່ ມວນຊົນແຕ່ລະປະເພດກໍ່ມີວັນສະເພາະຂອງຕົນເພື່ອສະເຫຼີມສະຫຼອງ ແລະທວນຄືນເຖິງມູນເຊື້ອ,ຜົນງານ,ບົດຮຽນເພື່ອປັບປຸງ,ພັດທະນາ ວຽກງານສື່ມວນຊົນໃຫ້ດີຂຶ້ນ.

...ມາດຕາ 63 ເຄື່ອງໝາຍແລະຕາປະທັບຂອງສື່ມວນຊົນ

ມາດຕາ 63 ເຄື່ອງໝາຍແລະຕາປະທັບຂອງສື່ມວນຊົນ ສື່ມວນຊົນແຕ່ລະປະເພດມີເຄື່ອງໝາຍແລະຕາປະທັບເປັນຂອງ ຕົນເອງເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ຊຶ່ງກະຊວງຖະແຫຼງຂ່າວແລະວັດທະນະທໍາເປັນຜູ້ວາງອອກ.

..ໝວດທີ 10 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 64 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 64 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການປະກອບສ່ວນ ເຂົ້າໃນວຽກງານສື່ມວນຊົນຈະໄດ້ຮັບການຍ້ອງຍໍເຊັ່ນ:ຫຼຽນໄຊ,ຫຼຽນ ກາ,ໃບຍ້ອງຍໍ,ນາມມະຍົດແລະນະໂຍບາຍອື່ນຕາມຄວາມເໝາະສົມ.

...ມາດຕາ 65 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 65 ມາດຕະການຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກ ງານສື່ມວນຊົນລວມທັງຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນມາດຕາ 50,51 ແລະ 52 ຂອງກົດໝາຍສະບັບນີ້ຈະຖືກປະຕິບັດມາດຕະການຕາມກໍ ລະນີເບົາຫຼືໜັກຄື:ສຶກສາອົບຮົມ,ກ່າວເຕືອນ,ປັບໃໝ,ໂຈະການເຄື່ອນ ໄຫວຊົ່ວຄາວ;ຖອນໃບອະນຸຍາດສ້າງຕັ້ງແລະເຄື່ອນໄຫວວຽກງານ ສື່ມວນຊົນ,ບັດນັກຂ່າວ,ບັດນັກວິຊາການດ້ານສື່ມວນຊົນ;ໃຊ້ແທນຄ່າ ເສຍຫາຍທາງແພ່ງຫຼືລົງໂທດທາງອາຍາ.

..ໝວດທີ 11 ບົດບັນຍັດສຸດທ້າຍ


...ມາດຕາ 66 ການຈັດຕັ້ງປະຕິບັດ

ມາດຕາ 66 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະ ບັບນີ້.

...ມາດຕາ 67 ຜົນສັກສິດ

ມາດຕາ 67 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍລັງຫົກສິບວັນນັບແຕ່ວັນປະ ທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກ ເລີກ. ປະທານສະພາແຫ່ງຊາດ