ກົດໝາຍວ່າດ້ວຍສ່ວຍສາອາກອນ (ສະບັບປັບປຸງ) 20-12-2011

.ສ່ວຍສາອາກອນ (ສະບັບປັບປຸງ) 20-12-2011


..ພາກທີ 1 ບົດບັນຍັດທົ່ວໄປ


...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍສະບັບນີ້ກໍານົດຫຼັກການ,ລະບຽບການ,ວິທີການແລະ ມາດຕະການກ່ຽວກັບການຄຸ້ມຄອງແລະກວດກາວຽກງານສ່ວຍສາອາ ກອນເພື່ອດັດສະເລ່ຍລາຍໄດ້ຂອງຜູ້ດໍາເນີນການຜະລິດທຸລະກິດ,ສັງຄົມ ແລະພົນລະເມືອງທຸກຄົນຢ່າງຍຸຕິທໍາ,ຊຸກຍູ້ສົ່ງເສີມການຜະລິດທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງແນໃສ່ຮັບປະກັນການເກັບພັນ ທະອາກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ,ຄົບຖ້ວນ,ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ...ມາດຕາ 2 ສ່ວຍສາອາກອນ

ມາດຕາ 2 ສ່ວຍສາອາກອນ ສ່ວຍສາອາກອນແມ່ນພັນທະເປັນເງິນຂອງບຸກຄົນ,ນິຕິບຸກຄົນຫຼື ການຈັດຕັ້ງທີ່ມີລາຍໄດ້ຈາກການປະກອບອາຊີບ,ການດໍາເນີນການຜະ ລິດທຸລະກິດ,ການຊົມໃຊ້ສິນຄ້າແລະການບໍລິການຢູ່ ສປປລາວ ແລະຢູ່ ຕ່າງປະເທດຊຶ່ງຕ້ອງເສຍຕາມອັດຕາທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບ ນີ້.

...ມາດຕາ 3 ການອະທິບາຍຄໍາສັບ

ມາດຕາ 3 ການອະທິບາຍຄໍາສັບ ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ມີຄວາມໝາຍດັ່ງນີ້: 1. ຜູ້ເສຍອາກອນໝາຍເຖິງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ ລວມທັງຄົນລາວ,ຄົນຕ່າງດ້າຍ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດທີ່ດໍາ ເນີນການຜະລິດທຸລະກິດຫຼືທໍາມາຫາກິນຖາວອນຫຼືຊົ່ວຄາວກໍ່ຄືຜູ້ທີ່ມີພູມ ລໍາເນົາຫຼືສະຖານທີ່ດໍາເນີນທຸລະກິດຢູ່ ສປປລາວ ໄປເຄື່ອນໄຫວຢູ່ຕ່າງ ປະເທດຊຶ່ງມີພັນທະເສຍອາກອນໃຫ້ລັດຕາມລະບຽບກົດໝາຍ; 2. ຄົນຕ່າງດ້າວໝາຍເຖິງຄົນສັນຊາດອື່ນທີ່ເຂົ້າມາຕັ້ງຖິ່ນຖານ, ອາໄສຢູ່ໃນ ສປປລາວ ຢ່າງຍາວນານ,ຖືບັດຕ່າງດ້າວ,ມີສໍາມະໂນຄົວ ຕ່າງດ້າວແລະລັດຖະບານຂອງຄົນຕ່າງດ້າວນັ້ນກໍ່ຍັງຮັບຮູ້ຢ່າງເປັນ ທາງການຢູ່. ບຸກຄົນເຫຼົ່ານີ້ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງປ້ອງ ກັນຄວາມສະງຫົບແລະຂະແໜງການອື່ນທີ່ກ່ຽວຂ້ອງ; 3. ຄົນຕ່າງປະເທດໝາຍເຖິງຄົນສັນຊາດອື່ນທີ່ເຂົ້າມາ ສປປ ລາວ ຊົ່ວຄາວຫຼືຍາວນານເພື່ອປະຕິບັດໜ້າທີ່ໃດໜຶ່ງ,ເມື່ອໝົດກໍານົດ ແລ້ວກໍ່ກັບຄືນ.ບຸກຄົນເຫຼົ່ານີ້ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງການ ຕ່າງປະເທດແລະຂະແໜງການອື່ນທີ່ກ່ຽວຂ້ອງ; 4. ຄົນບໍ່ມີສັນຊາດ ໝາຍເຖິງຄົນທີ່ອາໄສຢູ່ໃນດິນແດນຂອງສປ ປລາວຊຶ່ງບໍ່ແມ່ນພົນລະເມືອງລາວແລະບໍ່ມີເອກະສານຢັ້ງຢືນວ່າຕົນມີ ສັນຊາດໃດ.ບຸກຄົນເຫຼົ່ານີ້ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງປ້ອງກັນ ຄວາມສະຫງົບແລະຂະແໜງການອື່ນທີ່ກ່ຽວຂ້ອງ; 5. ອາຊີບອິດສະລະໝາຍເຖິງການໃຫ້ບໍລິການວິຊາຊີບຫຼືກິດຈະ ການໃດໜຶ່ງທີ່ເປັນເອກະລາດທາງດ້ານແຮງງານ,ຮ່າງກາຍແລະມີມັນ ສະໝອງດ້ວຍຕົນເອງໂດຍບໍ່ຂຶ້ນກັບຜູ້ອື່ນຊຶ່ງນໍາໃຊ້ສະຕິປັນຍາຂອງຕົນ ເປັນຕົ້ນຕໍລວມທັງການເຄື່ອນໄຫວທາງດ້ານວິທະຍາສາດ,ວັດທະນະທໍາ, ສິລະປະກໍາ,ການສຶກສາ,ສາທາລະນະສຸກເຊັ່ນຄູສອນ,ນັກວິທະຍາສາດ, ທະນາຍຄວາມ,ວິສະວະກອນ,ແພດ,ພະຍາບານ,ທີ່ປຶກສາບັນຊີແລະນັກ ຊ່ຽວຊານບັນຊີ; 6. ການຫັກຄ່າຫຼຸ້ຍຫ້ຽນໝາຍເຖິງການຄິດໄລ່ມູນຄ່າຊັບສິນຄົງທີ່ ຊຶ່ງສະແດງເຖິງການຫຼຸດລົງຕາມໄລຍະເວລາຂອງການນໍາໃຊ້; 7. ຊັບສິນຕາມມູນຄ່າຍັງເຫຼືອໝາຍເຖິງມູນຄ່າໃນບັນຊີຂອງຊັບ ສິນລົບຄ່າຫຼຸ້ຍຫ້ຽນແລະຄ່າສູນເສຍມູນຄ່າຂອງຊັບສິນ; 8. ເຈົ້າໜ້າທີ່ສ່ວຍສາອາກອນໝາຍເຖິງພະນັກງານສ່ວຍສາອາ ກອນທີ່ຖືກຮັບຮູ້ຕາມການແຕ່ງຕັ້ງໃຫ້ໄປເຄື່ອນໄຫວແລະປະຕິບັດໜ້າທີ່ຢູ່ ສະຖານທີ່ສະເພາະຫຼືວຽກງານໃດໜຶ່ງ. 9. ວິສາຫະກິດສ່ວນບຸກຄົນໝາຍເຖິງຮູບການວິສາຫະກິດໜຶ່ງຊຶ່ງ ບຸກຄົນຜູ້ດຽວເປັນເຈົ້າກໍາມະສິດ.ວິສາຫະກິດສ່ວນບຸກຄົນດໍາເນີນທຸລະກິດ ໃນນາມສ່ວນຕົວຂອງເຈົ້າຂອງວິສາຫະກິດແລະຮັບຜິດຊອບຕໍ່ໜີ້ສິນທັງ ໝົດຂອງວິສາຫະກິດໂດຍບໍ່ຈໍາກັດ; 10. ນິຕິບຸກຄົນໝາຍເຖິງການຈັດຕັ້ງຫຼືອົງການທີ່ຂຶ້ນທະບຽນວິ ສາຫະກິດຊຶ່ງມີຊື່,ສະຖານທີ່ຕັ້ງສໍານັກງານ,ມີຊັບສົມບັດເປັນຂອງຕົນເອງ ,ມີສິດແລະພັນທະຕາມທີ່ກົດໝາຍໄດ້ກໍານົດເຊັ່ນວິສາຫະກິດຮຸ້ນສ່ວນ,ບໍລິ ສັດລັດ,ບໍລິສັດຈໍາກັດ,ບໍ່ລີສັດມະຫາຊົນ; 11. ພົນລະເມືອງທຸກຄົນໝາຍເຖິງຄົນລາວ,ຄົນຕ່າງດ້າວ,ຄົນ ຕ່າງປະເທດ,ຄົນບໍ່ມີສັນຍາດທີ່ດໍາລົງຊີວິດຢູ່ສປປລາວ; 12. ການຜະລິດທຸລະກິດໝາຍເຖິງ ທຸລະກິດດ້ານການຜະລິດ, ການຄ້າແລະການບໍລິການ; 13. ລາຍຮັບທຸລະກິດທັງໝົດໝາຍເຖິງທຸກລາຍຮັບທີ່ໄດ້ຈາກ ການດໍາເນີນການຜະລິດທຸລະກິດຂອງວິສາຫະກິດ; 14. ສິດໃນການດໍາເນີນການຄ້າໝາຍເຖິງຕົ້ນທຶນຊື້ໃນການເສັ້ງ ຮ້ານໃຫ້ແກ່ຜູ້ຢູ່ຜ່ານມາບົນພື້ນຖານການຢັ້ງຢືນທາງດ້ານກົດໝາຍຫຼື ການບັນທຶກມູນຄ່າທີ່ອົງການມີສິດອໍານາດທີ່ກ່ຽວຂ້ອງກໍານົດໃຫ້ຖ້າຫາກ ແມ່ນທຶນປະກອບຂອງລັດ; 15. ລົດໃຫຍ່ ໝາຍເຖິງປະເພດລົດຕູ້,ລົດບັດ,ລົດບັນທຸກ,ລົດຈິບ ຫຼັງອ່ອນຫຼັງແຂງ,ລົດເກັງແລະລົດກະບະ.

...ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສ່ວຍສາອາກອນ

ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານສ່ວຍສາອາກອນ ລັດຊຸກຍູ້ສົ່ງເສີມວຽກງານສ່ວຍສາອາກອນດ້ວຍການວາງນະໂຍ ບາຍ,ລະບຽບການ,ປະກອບບຸກຄະລາກອນ,ພາຫະນະແລະວັດຖຸປະກອນ ທີ່ຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານສ່ວຍສາອາກອນຢ່າງມີປະສິດ ທິພາບເພື່ອຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນໃຫ້ເປັນເອກະ ພາບໃນຂອບເຂດທົ່ວປະເທດ,ດັດສົມລາຍໄດ້ຢ່າງຍຸຕິທໍາ,ປະກອບສ່ວນ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດແນໃສ່ຊຸກຍູ້ການຜະລິດທຸລະກິດ ໃຫ້ຂະຫຍາຍຕົວ,ດຶງດູດການລົງທຶນທັງພາຍໃນແລະຕ່າງປະເທດ,ພັດທະ ນາຊົນນະບົດແລະແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.

...ມາດຕາ 5 ຫຼັກການກ່ຽວກັບວຽກງານສ່ວຍສາອາກອນ

ມາດຕາ 5 ຫຼັກການກ່ຽວກັບວຽກງານສ່ວຍສາອາກອນ ໃນການເຄື່ອນໄຫວວຽກງານສ່ວຍສາອາກອນໃຫ້ປະຕິບັດຕາມ ຫຼັກການຕົ້ນຕໍດັ່ງນີ້: 1. ຮັບປະກັນການຄຸ້ມຄອງລວມສູນຢ່າງເປັນເອກະພາບໃນຂອບ ເຂດທົ່ວປະເທດ; 2. ຮັບປະກັນການຊຸກຍູ້ສົ່ງເສີມການຜະລິດທຸລະກິດແລະການລົງ ທຶນໃຫ້ມີການຂະຫຍາຍຕົວ; 3. ຮັບປະກັນໃຫ້ມີຄວາມຍຸດຕິທໍາ,ໂປ່ງໃສ,ວ່ອງໄວ,ຖືກຕ້ອງ,ຄົບ ຖ້ວນແລະສາມາດກວດສອບໄດ້; 4. ອໍານວຍຄວາມສະດວກດ້ານຕ່າງໆໃຫ້ຜູ້ເສຍອາກອນ; 5. ປະສານສົມທົບຢ່າງກົມກຽວລະຫວ່າງການຄຸ້ມຄອງຕາມສາຍ ຕັ້ງແລະສາຍຂວາງ.

...ມາດຕາ 6 ພັນທະກ່ຽວກັບສ່ວຍສາອາກອນ

ມາດຕາ 6 ພັນທະກ່ຽວກັບສ່ວຍສາອາກອນ ພົນລະເມືອງທຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນການຜະ ລິດທຸລະກິດ,ຊົມໃຊ້ສິນຄ້າແລະການບໍລິການຢູ່ ສປປລາວ ແລະຢູ່ຕ່າງປະ ເທດລ້ວນແຕ່ມີພັນທະຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້.

...ມາດຕາ 7 ການຍົກເວັ້ນແລະຫຼຸດຜ່ອນພັນທະສ່ວຍສາອາກອນ

ມາດຕາ 7 ການຍົກເວັ້ນແລະຫຼຸດຜ່ອນພັນທະສ່ວຍສາອາກອນ ພັນທະສ່ວຍສາອາກອນທີ່ໄດ້ຮັບອະນຸຍາດໃຫ້ຍົກເວັ້ນແລະຫຼຸດ ຜ່ອນມີກໍລະນີດັ່ງນີ້: 1. ການປະຕິບັດສົນທິສັນຍາລະຫວ່າງປະເທດເພື່ອຫຼີກເວັ້ນການ ເກັບອາກອນຊໍ້າຊ້ອນແລະສະກັດກັ້ນການຫຼົບຫຼີກການເສຍອາກອນລາຍ ໄດ້ແລະສົນທິສັນຍາອື່ນທີ່ ສປປລາວ ເປັນພາຄີ. 2. ການປະຕິບັດຕາມບົດບັນຍັດທີ່ໄດ້ກໍານົດໄວ້ໃນກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ; 3. ການປະຕິບັດຕາມມະຕິຕົກລົງຂອງສະພາແຫ່ງຊາດສໍາລັບ ໂຄງການທີ່ມີຄວາມສໍາຄັນລະດັບຊາດ; 4. ການປະຕິບັດຕາມການຕົກລົງຂອງຄະນະປະຈໍາສະພາແຫ່ງ ຊາດບົນພື້ນຖານການສະເໜີຂອງລັດຖະບານທີ່ໃຫ້ມີນະໂຍບາຍຍົກເວັ້ນ ພິເສດໃນກໍລະນີເກີດເຫດສຸດວິໄສຫຼືໄພທໍາມະຊາດເຊັ່ນພາຍຸ,ພະຍາດລະ ບາດ,ນໍ້າຖ້ວມ,ໄພແຫ້ງແລ້ງ,ແຜ່ນດິນໄຫວ,ອັກຄີໄພແລະອື່ນໆທີ່ກໍ່ໃຫ້ ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ.

...ມາດຕາ 8 ນະໂຍບາຍສົ່ງເສີມພິເສດ

ມາດຕາ 8 ນະໂຍບາຍສົ່ງເສີມພິເສດ ລັດຖະບານມີນະໂຍບາຍສົ່ງເສີມພິເສດທາງດ້ານອາກອນຕໍ່ບາງ ຂະແໜງການລົງທຶນ,ບາງກິດຈະການສາທາລະນະປະໂຫຍດແລະສາ ທາລະນຸປະໂພກໃນເຂດຫ່າງໄກສອກຫຼີກແລະທຸລະກັນດານໃດໜຶ່ງຂອງ ທຸລະກິດຂະໜາດນ້ອຍ,ກາງແລະໃຫຍ່ເພື່ອພັດທະນາພື້ນຖານເສດຖະກິດ ໂຄງລ່າງລວມທັງວຽກງານສຶກສາ,ສາທາລະນະສຸກ,ວັດທະນະທໍາ-ສັງ ຄົມ,ພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກຂອງປະຊາຊົນຊຶ່ງບໍ່ ພົວພັນກັບການຂຸດຄົ້ນແຫຼ່ງຊັບພະຍາກອນທໍາມະຊາດນອກຈາກນະໂຍ ບາຍທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນແຕ່ ຕ້ອງນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດຫຼືຄະນະປະຈໍາສະພາແຫ່ງ ຊາດເພື່ອພິຈາລະນາແລະຕົກລົງ.

...ມາດຕາ 9 ຂອບເຂດການນໍາໃຊ້ກົດໝາຍ

ມາດຕາ 9 ຂອບເຂດການນໍາໃຊ້ກົດໝາຍ ກົດໝາຍສະບັບນີ້ນໍາໃຊ້ສໍາລັບພົນລະເມືອງທຸກຄົນ,ບຸກຄົນ,ນິຕິ ບຸກຄົນແລະການຈັດຕັ້ງທີ່ດໍາລົງຊີວິດ,ປະກອບອາຊີບຫຼືດໍາເນີນການຜະ ລິດທຸລະກິດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 2 ຂອງກົດມາຍສະບັບນີ້. ກົດໝາຍສະບັບນີ້ບໍ່ນໍາໃຊ້ສໍາລັບອາກອນມູນຄ່າເພີ່ມ.

...ມາດຕາ 10 ການຮ່ວມມືສາກົນ

ມາດຕາ 10 ການຮ່ວມມືສາກົນ ລັດສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາ ກົນກ່ຽວກັບວຽກງານສ່ວຍສາອາກອນດ້ວຍການແລກປ່ຽນບົດຮຽນທາງ ດ້ານເຕັກນິກ,ວິຊາການ,ຍາດແຍ່ງການຊ່ວຍເຫຼືອ,ພັດທະນາຊັບພະຍາ ກອນມະນຸດ,ແລກປ່ຽນຂໍ້ມູນຂ່າວສານແລະດ້ານອື່ນ,ປະຕິບັດສັນຍາແລະ ສົນທິສັນຍາສາກົນທີ່ ສປປລາວ ເປັນພາຄີ.

..ພາກທີ 2 ປະເພດສ່ວຍສາອາກອນ


...ມາດຕາ 11 ປະເພດສ່ວຍສາອາກອນ

ມາດຕາ 11 ປະເພດສ່ວຍສາອາກອນ ສ່ວຍສາອາກອນມີສອງປະເພດຄືສ່ວຍສາອາກອນທາງອ້ອມແລະ ສ່ວຍສາອາກອນທາງກົງ.

...ມາດຕາ 12 ສ່ວຍສາອາກອນທາງອ້ອມ

ມາດຕາ 12 ສ່ວຍສາອາກອນທາງອ້ອມ ສ່ວຍສາອາກອນທາງອ້ອມແມ່ນອາກອນທີ່ເກັບຈາກຜູ້ຊົມໃຊ້ສິນ ຄ້າແລະການບໍລິການທົ່ວໄປໂດຍຜ່ານຜູ້ດໍາເນີນການຜະລິດທຸລະກິດຢູ່ ດິນແດນຂອງ ສປປລາວ. ສ່ວຍສາອາກອນທາງອ້ອມປະກອບດ້ວຍ: - ອາກອນມູນຄ່າເພີ່ມ; - ອາກອນຊົມໃຊ້.

...ມາດຕາ 13 ສ່ວຍສາອາກອນທາງກົງ

ມາດຕາ 13 ສ່ວຍສາອາກອນທາງກົງ ສ່ວຍສາອາກອນທາງກົງແມ່ນອາກອນທີ່ເກັບຈາກພົນລະເມືອງ ທຸກຄົນ,ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງຊຶ່ງມີລາຍໄດ້ຫຼືດໍາເນີນການ ຜະລິດທຸລະກິດຢູ່ພາຍໃນແລະຕ່າງປະເທດ. ສ່ວຍສາອາກອນທາງກົງປະກອບດ້ວຍ: - ອາກອນກໍາໄລ; - ອາກອນລາຍໄດ້; - ອາກອນມອບເໝົາ; - ອາກອນສິ່ງແວດລ້ອມ; - ຄ່າທໍານຽມ,ຄ່າບໍລິການວິຊາການ.

..ພາກທີ 3 ສ່ວຍສາອາກອນທາງອ້ອມ


...ໝວດທີ 1 ອາກອນມູນຄ່າເພີ່ມ


....ມາດຕາ 14 ອາກອນມູນຄ່າເພີ່ມ

ມາດຕາ 14 ອາກອນມູນຄ່າເພີ່ມ ອາກອນມູນຄ່າເພີ່ມແມ່ນອາກອນທາງອ້ອມທີ່ຄິດໄລ່ເກັບຕາມພູດ ສ່ວນມູນຄ່າເພີ່ມຂຶ້ນຂອງສິນຄ້າແລະການບໍລິການຊຶ່ງເກີດຂຶ້ນໃນທຸກຂະ ບວນການນັບແຕ່ຂອດການຜະລິດ,ການຈໍລະຈອນ,ການສະໜອງການບໍ ລິການໄປຈົນເຖິງການຊົມໃຊ້ແລະເກັບຕາມມູນຄ່າສິນຄ້າແລະການບໍລິ ການທີ່ນໍາເຂົ້າມາໃນດິນແດນຂອງ ສປປລາວ.

....ມາດຕາ 15 ລະບຽບການກ່ຽວກັບອາກອນມູນຄ່າເພີ່ມ

ມາດຕາ 15 ລະບຽບການກ່ຽວກັບອາກອນມູນຄ່າເພີ່ມ ອາກອນມູນຄ່າເພີ່ມໃຫ້ປະຕິບັດຕາມລະບຽບການທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ.

...ໝວດທີ 2 ອາກອນຊົມໃຊ້


....ມາດຕາ 16 ອາກອນຊົມໃຊ້

ມາດຕາ 16 ອາກອນຊົມໃຊ້ ອາກອນຊົມໃຊ້ແມ່ນອາກອນທາງອ້ອມຊຶ່ງເກັບຈາກການຊົມໃຊ້ ສິນຄ້າແລະການບໍລິການບາງປະເພດທີ່ໄດ້ກໍານົດສະເພາະໄວ້ໃນກົດ ໝາຍສະບັບນີ້.

....ມາດຕາ 17 ຂອບເຂດຂອງອາກອນຊົມໃຊ້

ມາດຕາ 17 ຂອບເຂດຂອງອາກອນຊົມໃຊ້ ອາກອນຊົມໃຊ້ແມ່ນເກັບຈາກຜູ້ຊົມໃຊ້ບາງປະເພດສິນຄ້າທີ່ນໍາ ເຂົ້າ,ຜະລິດແລະການບໍລິການຢູ່ພາຍໃນດິນແດນຂອງສປປລາວໂດຍ ຜ່ານຜູ້ດໍາເນີນການຜະລິດທຸລະກິດຊຶ່ງເປັນຜູ້ຄິດໄລ່ແລະມອບເຂົ້າງົບປະ ມານແຫ່ງລັດກ

....ມາດຕາ 18 ການເສຍອາກອນຊົມໃຊ້

ມາດຕາ 18 ການເສຍອາກອນຊົມໃຊ້ ສິນຄ້າທີ່ຕ້ອງເສຍອາກອນຊົມໃຊ້ມີດັ່ງນີ້: 1. ນໍ້າມັນເຊື້ອໄຟ; 2. ອາຍແກ໊ດໃຊ້ສໍາລັບຍານພາຫະນະ; 3. ເຫຼົ້າ,ເບຍ,ເຄື່ອງດື່ມທີ່ມີທາດເຫຼົ້າ; 4. ເຄື່ອງດື່ມສໍາເລັດຮູບເຊັ່ນນໍາອັດລົມ,ໂສດາ,ເຄື່ອງດື່ມຊູກໍາ ລັງ,ນໍ້າດື່ມແຮ່ທາດ; 5. ນໍ້າໝາກໄມ້ແລະເຄື່ອງດື່ມອື່ນທີ່ຄ້າຍຄຽງ; 6. ຢາສູບ:ເປັນເສັ້ນ,ເປັນຊອງ,ຢາຊີກາ; 7. ເຄື່ອງໃຊ້ຫຼືເຄື່ອງປະດັບຄຣິດສະຕັນ; 8. ຜ້າພົມທຸກຊະນິດ; 9. ຊຸດເຟີນິເຈີ້(ໂຊຟາ)ທີ່ມີມູນຄ່າແຕ່ 10,000,000 ກີບຂຶ້ນ ໄປ; 10. ນໍ້າຫອມ,ເຄື່ອງເສີມສວຍ; 11. ໄພ້ແລະເຄື່ອງຫຼິ້ນການພະນັນ; 12. ບັ້ງໄຟ,ດອກໄມ້ໄຟ,ໝາກກະໂພກ; 13. ພາຫະນະ,ລົດຈັກແລະລົດໃຫຍ່; 14. ອາໄຫຼ່ແລະເຄື່ອງຕົບແຕ່ງພາຫະນະ; 15. ເຮືອໄວ,ເຮືອດຢ໊ອດແລະເຮືອກິລາທີ່ແລ່ນດ້ວຍເຄື່ອງຈັກ ລວມທັງອາໄຫຼ່ແລະເຄື່ອງປະກອບ; 16. ເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ,ເຄື່ອງຫຼິ້ນ ສຽງແລະພາບ,ກ້ອງຖ່າຍຮູບ,ໂທລະສັບ,ເຄື່ອງອັດສຽງແລະພາບ, ເຄື່ອງດົນຕີລວມທັງອຸປະກອນແລະເຄື່ອງປະກອບຂອງເຄື່ອງດັ່ງກ່າວ; 17. ເຄື່ອງປັບອາກາດ,ເຄື່ອງຈັກຊັກຜ້າ,ເຄື່ອງດູດຝຸ່ນ; 18. ໂຕະບິນລຽດ,ໂຕະສະນຸກເກີ້,ອຸປະກອນໂບລິ້ງ,ໂຕະຫຼິ້ນບານ ເຕະ; 19. ເຄື່ອງຫຼິ້ນເກມທຸກປະເພດ.

ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ມີດັ່ງນີ້: 1. ການບັນເທີງ,ໂຮງເຕັ້ນລໍາ,ດິດສະໂກເທັກ,ຄາຣາໂອເກະ; 2. ກິດຈະການໂບລິ້ງ; 3. ການນວດ,ການຮົມຢາ,ການເສີມສວຍ; 4. ການຊົມໃຊ້ການບໍລິການໂທລະສັບ,ໂທລະພາບສາຍໄຍ,ໂທ ລະພາບດິຈິຕອນ,ອິນເຕີເນັດ; 5. ກິດຈະການກ໊ອບ; 6. ກິດຈະການຫວຍ; 7. ກິດຈະການຄາຊິໂນແລະຕູ້ເກມຄາຊິໂນ.

....ມາດຕາ 19 ການຍົກເວັ້ນອາກອນຊົມໃຊ້

ມາດຕາ 19 ການຍົກເວັ້ນອາກອນຊົມໃຊ້ ສິນຄ້າແລະການບໍລິການທີ່ຖືກຍົກເວັ້ນອາກອນຊົມໃຊ້ມີດັ່ງນີ້: 1. ສິນຄ້າທີ່ເສຍອາກອນຊົມໃຊ້ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 18 ຂອງກົດໝາຍສະບັບນີ້ທີ່ສົ່ງອອກຕ່າງປະເທດຕາມເອກະສານຢັ້ງ ຢືນຂອງເຈົ້າໜ້າທີ່ພາສີ. 2. ເຫຼົ້າເກົ້າສິບອົງສາເພື່ອຮັບໃຊ້ວຽກງານການແພດໂດຍສະ ເພາະ; 3. ສິນຄ້າທີ່ນໍາເຂົ້າ,ຈໍາໜ່າຍຫຼືການບໍລິການໃຫ້ແກ່ນັກສຶກສາ, ນັກຄົ້ນຄວ້າ,ພະນັກງານແລະອົງການຈັດຕັ້ງການທູດຂອງລາວ,ຕ່າງ ປະເທດ,ຂອງອົງການຈັດຕັ້ງສາກົນຢູ່ສປປລາວແລະເຄື່ອງຮັບໃຊ້ທີ່ຈໍາ ເປັນທາງສາສະໜາຕາມລະບຽບການສະເພາະ; 4. ບັ້ງໄຟ,ດອກໄມ້ໄຟ,ໝາກກະໂພກທີ່ການຈັດຕັ້ງຂອງລັດນໍາ ເຂົ້າເພື່ອຮັບໃຊ້ງານສະເຫຼີມສະຫຼອງວັນສໍາຄັນຕ່າງໆທີ່ເປັນທາງການ; 5. ກິດຈະການຂອງຄົນພິການ; 6. ກິດຈະການໂບລິ້ງ,ກ໊ອບແລະຫວຍເພື່ອການກຸສົນຕາມການ ສະເໜີຂອງຂະແໜງການທີ່ກ່ຽວຂ້ອງ; 7. ອາໄຫຼ່ທີ່ນໍາເຂົ້າໂດຍໂຮງງານປະກອບແລະຜະລິດພາຍໃນ ເພື່ອປະກອບເປັນພາຫະນະສໍາເລັດຮູບ.

....ມາດຕາ 20 ອັດຕາອາກອນຊົມໃຊ້

ມາດຕາ 20 ອັດຕາອາກອນຊົມໃຊ້ ອັດຕາອາກອນຊົມໃຊ້ໄດ້ກໍານົດຕາມປະເພດສິນຄ້າແລະການບໍລິ ການດັ່ງນີ້: 1. ອັດຕາອາກອນຊົມໃຊ້ສິນຄ້າທົ່ວໄປ ລະດັບ ປະເພດສິນຄ້າທົ່ວໄປທີ່ຕ້ອງເສຍອາກອນຊົມໃຊ້ ອັດຕາທຽບ ຖານເປັນ໌% 1 ນໍ້າມັນເຊື້ອໄຟ - ນໍ້າມັນແອັດຊັງພິເສດ 25% - ນໍ້າມັນແອັດຊັງທໍາມະດາ 20% - ນໍ້າມັນກາຊວນ 10% - ນໍ້າມັນກາດຍົນ 10% - ນໍ້າມັນເຄື່ອງ,ນໍ້າມັນໄຮໂດລິກ,ນໍ້າມັນໜຽວ, ນໍ້າມັນຫ້າມລໍ້ 5% 2 ອາຍເກັດສໍາລັບພາຫະນະ 10% 3 ເຫຼົ້າຫຼືເຄື່ອງດື່ມທີ່ມີທາດເຫຼົ້າ: - ເຫຼົ້າຫຼືເຄື່ອງດື່ມທີ່ມີທາດເຫຼົ້າແຕ່ 15 ອົງສາ ຂຶ້ນໄປ. 70% - ເຫຼົ້າ,ເຫຼົ້າແວງແລະເຄື່ອງດື່ມທີ່ມີທາດເຫຼົ້າ ຕໍ່າກວ່າ 15 ອົງສາ. 60% - ເບຍ 50% 4 ເຄື່ອງດື່ມສໍາເລັດຮູບ: - ນໍ້າອັດລົມ,ໂສດາ,ນໍ້າດື່ມແຮ່ທາດ,ນໍ້າໝາກໄມ້ ແລະເຄື່ອງດື່ມອື່ນທີ່ຄ້າຍຄຽງ. 5% - ເຄື່ອງດື່ມຊູກໍາລັງ. 10% 5 ຢາສູບ:ເປັນເສັ້ນ,ເປັນຊອງແລະຢາຊີກາ 60% 6 ເຄື່ອງໃຊ້ຫຼືເຄື່ອງປະດັບຄຣິດສະຕັນ 20% 7 ຜ້າພົມທຸກຊະນິດ 15% 8 ຊຸດເຟີນິເຈີ້(ໂຊຟາ)ທີ່ມີມູນຄ່າແຕ່ ສິບລ້ານກີບ ຂຶ້ນໄປ 15% ໍ່9 ນໍ້າຫອມແລະເຄື່ອງເສີມສວຍ 20% 10 ໄພ້ແລະເຄື່ອງຫຼິ້ນການພະນັນ 90% 11 ບັ້ງໄຟ,ດອກໄມ້ໄຟ,ໝາກກະໂພກ 80% 12 ພາຫະນະ: 1. ລົດຈັກ: - ທີ່ມີຄວາມແຮງແຕ່ 110 ເຊເຊລົງມາ 10% - ທີ່ມີຄວາມແຮງແຕ່ 111-150 ເຊເຊ 15% - ທີ່ມີຄວາມແຮງແຕ່ 151-250 ເຊເຊ 20% - ທີ່ມີຄວາມແຮງແຕ່ 251 ເຊເຊຂຶ້ນໄປ 25% - ລົດຈັກທີ່ໃຊ້ພະລັງງານໄຟຟ້າໃຫ້ເກັບຫຼຸດ 20% ຂອງອັດຕາ ໃນແຕ່ລະລາຍການທີ່ໄດ້ກໍານົດໄວ້ເທິງນີ້. 2. ລັດໃຫຍ່: ລົດໃຫຍ່ແມ່ນໃຫ້ເກັບຕາມຄວາມແຮງຂອງແຕ່ລະປະເພດແຕ່ 25%-150% ຊຶ່ງລາຍລະອຽດອັດຕາອາກອນຊົມໃຊ້ລົດດັ່ງ ກ່າວມອບໃຫ້ລັດຖະບານຄົ້ນຄວ້າແລະກໍານົດໄວ້ໃນລັດຖະບັນ ຍັດຂອງປະທານປະເທດ. 13 ອາໄຫຼ່ສໍາລັບພາຫະນະ 10% 14 ເຄື່ອງຕົບແຕ່ງພາຫະນະ 15% 15 ເຮືອໄວ,ເຮືອຢ໊ອດ,ເຮືອກິລາທີ່ແລ່ນດ້ວຍເຄື່ອງຈັກ ລວມທັງເຄື່ອງອະໄຫຼ່ແລະເຄື່ອງປະກອບ 15% 16 ເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມ,ເຄື່ອງ ຫຼິ້ນສຽງແລະພາບ,ກ້ອງຖ່າຍຮູບ,ໂທລະສັບ,ເຄື່ອງ ອັດສຽງແລະພາບ,ເຄື່ອງດົນຕີລວມທັງອຸປະກອນ ແລະເຄື່ອງປະກອບຂອງເຄື່ອງດັ່ງກ່າວ 10% 17 ເຄື່ອງໃຊ້ໄຟຟ້າ:ເຄື່ອງປັບອາກາດ,ເຄື່ອງຈັກຊັກ ຜ້າ,ເຄື່ອງດູດຝຸ່ນ 10% 18 ໂຕະບິນລຽດ,ໂຕະສະນຸກເກີ້,ອຸປະກອນໂບລິ້ງ,ໂຕະ ຫຼິ້ນບານເຕະ 20% 19 ເຄື່ອງຫຼິ້ນເກມທຸກປະເພດ 30%

2. ອັດຕາອາກອນຊົມໃຊ້ສໍາລັບການບໍລິການ ລະດັບ ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ອັດຕາ 1 ການບັນເທີງ:ໂຮງເຕັ້ນລໍາ,ດິດສະໂກເທັກ,ຄາຣາ ໂອເກະ 60% 2 ກິດຈະການໂບລິ້ງ 10% 3 ການນວດ,ການຮົມຢາ,ການເສີມສວຍ 10% 4 ການຊົມໃຊ້ການບໍລິການໂທລະສັບມືຖື,ໂທລະພາບ ດິຈິຕ້ອນ,ໂທລະພາບສາຍໄຍ,ອິນເຕີເນັດ 10% 5 ກິດຈະການກ໊ອຟ 10% 6 ກິດຈະການຫວຍ 25% 7 ກິດຈະການກາຊິໂນ,ຕູ້ເກມກາຊິໂນ 80%

....ມາດຕາ 21 ພື້ນຖານຄິດໄລ່ອາກອນຊົມໃຊ້

ມາດຕາ 21 ພື້ນຖານຄິດໄລ່ອາກອນຊົມໃຊ້ ພື້ນຖານຄິດໄລ່ອາກອນຊົມໃຊ້ສໍາລັບແຕ່ລະລາຍການໃຫ້ປະຕິບັດ ດັ່ງນີ້: 1. ສໍາລັບສິນຄ້າທົ່ວໄປທີ່ນໍາເຂົ້າຈາກຕ່າງປະເທດເພື່ອຜະລິດ, ຈໍາໜ່າຍຫຼືຊົມໃຊ້ເອງແມ່ນເອົາມູນຄ່າແຈ້ງເສຍພາສີ(CIF)ບວກຄ່າພາ ສີຂາເຂົ້າແລະຄ່າທໍານຽມອື່ນ(ຖ້າມີ)ຄູນກັບອັດຕາອາກອນຊົມໃຊ້; 2. ສໍາລັບສິນຄ້າທີ່ຜະລິດແລະຈ້າງຜະລິດພາຍໃນປະເທດຫຼືເພື່ອ ຊົມໃຊ້ເອງແມ່ນເອົາມູນຄ່າຂາຍຍົກຫຼືຂາຍຍ່ອຍ(ບໍ່ລວມອາກອນມູນຄ່າ ເພີ່ມແລະອາກອນຊົມໃຊ້) ຂອງຜະລິດຕະພັນໂຮງງານທີ່ຜະລິດຫຼືຈ້າງ ຜະລິດພາຍໃນປະເທດຄູນກັບອັດຕາອາກອນຊົມໃຊ້; 3. ສໍາລັບການບໍລິການແມ່ນເອົາມູນຄ່າຊົມໃຊ້ການບໍລິການ(ບໍ່ ລວມອາກອນມູນຄ່າເພີ່ມແລະອາກອນຊົມໃຊ້)ຄູນກັບອັດຕາອາກອນຊົມ ໃຊ້.

....ມາດຕາ 22 (ໃໝ່) ພື້ນຖານຄິດໄລ່ອາກອນຊົມໃຊ້ລົດໃຫຍ່

ມາດຕາ 22 (ໃໝ່) ພື້ນຖານຄິດໄລ່ອາກອນຊົມໃຊ້ລົດໃຫຍ່ ພື້ນຖານຄິດໄລ່ອາກອນຊົມໃຊ້ລົດໃຫຍ່ທີ່ນໍາເຂົ້າ,ຜະລິດຫຼືປະ ກອບຢູ່ພາຍໃນປະເທດແມ່ນລາຄາຂາຍລົດໃຫຍ່ຄູນກັບອັດຕາອາກອນ ຊົມໃຊ້ຕາມທີ່ໄດ້ກໍານົດໄວ້ໃນລະບຽບການສະເພາະ.

....ມາດຕາ 23 ການແຈ້ງເສຍອາກອນຊົມໃຊ້

ມາດຕາ 23 ການແຈ້ງເສຍອາກອນຊົມໃຊ້ ຜູ້ນໍາເຂົ້າ,ຜູ້ຜະລິດ,ຜູ້ຈ້າງຜະລິດສິນຄ້າແລະຜູ້ໃຫ້ການບໍລິ ການທີ່ຖືກເສຍອາກອນຊົມໃຊ້ທີ່ໄດ້ກໍານົດໄວ້ໃນມາດຕາ 18ແລະ 20 ຂອງກົດໝາຍສະບັບນີ້ມີໜ້າທີ່ແຈ້ງເສຍອາກອນຊົມໃຊ້ດັ່ງນີ້: - ຜູ້ນໍາເຂົ້າສິນຄ້າທົ່ວໄປຕ້ອງຍື່ນໃບແຈ້ງເສຍອາກອນຊົມໃຊ້ ໃນເວລາແຈ້ງເສຍພາສີຂາເຂົ້າທຸກເທື່ອຢູ່ດ່ານພາສີ; - ຜູ້ຜະລິດ,ຜູ້ຈ້າງຜະລິດແລະຜູ້ໃຫ້ການບໍລິການຢູ່ພາຍໃນປະ ເທດຕ້ອງຍື່ນໃບແຈ້ງເສຍອາກອນຊົມໃຊ້ທຸກເດືອນກ່ອນວັນທີ ສິບຫ້າ ຂອງເດືອນຖັດໄປຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ຕົ້ນຂຶ້ນກັບ.

....ມາດຕາ 24 (ໃໝ່) ການແຈ້ງເສຍອາກອນຊົມໃຊ້ລົດໃຫຍ່

ມາດຕາ 24 (ໃໝ່) ການແຈ້ງເສຍອາກອນຊົມໃຊ້ລົດໃຫຍ່ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຊື້ຫຼືຊົມໃຊ້ລົດໃຫຍ່ຈາກ ການນໍາເຂົ້າ,ຜະລິດຫຼືປະກອບຢູ່ພາຍໃນປະເທດມີໜ້າທີ່ແຈ້ງເສຍອາ ກອນຊົມໃຊ້ລົດໃຫຍ່ຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ຕາມລະບຽບການສະເພາະ.

....ມາດຕາ 25 (ໃໝ່) ການຍົກເວັ້ນອາກອນຊົມໃຊ້ລົດໃຫຍ່

ມາດຕາ 25 (ໃໝ່) ການຍົກເວັ້ນອາກອນຊົມໃຊ້ລົດໃຫຍ່ ອາກອນຊົມໃຊ້ລົດໃຫຍ່ຈະຖືກຍົກເວັ້ນໃນກໍລະນດັ່ງນີ້: - ລົດທີ່ນໍາເຂົ້າຂອງອົງການຈັດຕັ້ງສາກົນ,ລົດທີ່ໄດ້ຮັບການ ຊ່ວຍເຫຼືອລ້າຂອງຕ່າງປະເທດຢູ່ ສປປລາວ; - ລົດທີ່ນໍາເຂົ້າຊົ່ວຄາວເພື່ອມາຮັບໃຊ້ໂຮງການຕາມສັນຍາ ການລົງທຶນທີ່ສະພາແຫ່ງຊາດຮັບຮອງ; - ລົດທີ່ນໍາເຂົ້າ,ຜະລິດແລະປະກອບຢູ່ພາຍໃນເພື່ອຮັບໃຊ້ວຽກ ງານວິຊາສະເພາະຂອງອົງການຈັດຕັ້ງລັດຕາມທີ່ໄດ້ກໍານົດໄວ້ໃນລະ ບຽບການສະເພາະ; - ປະເພດລົດໃຫຍ່ທີ່ບໍ່ໄດ້ກໍານົດໄວ້ໃນມາດຕາ 3 ຂໍ້ 15 ຂອງ ກົດໝາຍສະບັບນີ້.

..ພາກທີ 4 ສ່ວຍສາອາກອນທາງກົງ


...ໝວດທີ 1 ອາກອນກໍາໄລ


....ມາດຕາ 26 ອາກອນກໍາໄລ

ມາດຕາ 26 ອາກອນກໍາໄລ ອາກອນກໍາໄລແມ່ນອາກອນທາງກົງຊຶ່ງເກັບຈາກກໍາໄລຂອງ ວິສາຫະກິດລວມທັງຜູ້ປະກອບອາຊີບອິດສະລະທີ່ດໍາເນີນການຜະລິດທຸ ລະກິດ.

....ມາດຕາ 27 ຂອບເຂດຂອງອາກອນກໍາໄລ

ມາດຕາ 27 ຂອບເຂດຂອງອາກອນກໍາໄລ ອາກອນກໍາໄລແມ່ນເກັບຈາກຜູ້ດໍາເນີນການຜະລິດທຸລະກິດຢູ່ ພາຍໃນຫຼືຕ່າງປະເທດທີ່ມີກໍາໄລຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະ ບັບນີ້.

....ມາດຕາ 28 ກໍາໄລທີ່ຕ້ອງເສຍອາກອນ

ມາດຕາ 28 ກໍາໄລທີ່ຕ້ອງເສຍອາກອນ ກໍາໄລທີ່ຕ້ອງເສຍອາກອນແມ່ນກໍາໄລທີ່ໄດ້ຈາກການດໍາເນີນ ການຜະລິດທຸລະກິດທຸກປະເພດແລະທຸກລະດັບ. ....ມາດຕາ 29 ອັດຕາອາກອນກໍາໄລ

ມາດຕາ 29 ອັດຕາອາກອນກໍາໄລ ອັດຕາອາກອນກໍາໄລກໍານົດດັ່ງນີ້: 1. ອັດຕາອາກອນກໍາໄລ 24% ໃຊ້ສໍາລັບວິສາຫະກິດທີ່ມີຖາ ນະເປັນນິຕິບຸກຄົນທັງພາຍໃນແລະຕ່າງປະເທດເວັ້ນເສຍແຕ່ບໍລິສັດທີ່ ຈົດທະບຽນໃນຕະຫຼາດຫຼັກຊັບຊຶ່ງຈະໄດ້ຮັບນະໂຍບາຍຫຼຸດອັດຕາອາ ກອນກໍາໄລ 5%ຈາກອັດຕາປົກກະຕິເປັນໄລຍະເວລາສີ່ປີນັບແຕ່ວັນ ຈົດທະບຽນເປັນຕົ້ນໄປ,ຫຼັງຈາກນັ້ນໃຫ້ປະຕິບັດຕາມອັດຕາທີ່ໄດ້ກໍາ ນົດໄວ້ໃນກົດໝາຍສະບັບນີ້; 2. ອັດຕາອາກອນກໍາໄລ 26% ໃຊ້ສໍາລັບວິສາຫະກິດທີ່ມີຖາ ນະເປັນນິຕິບຸກຄົນທີ່ຜະລິດ,ນໍາເຂົ້າແລະຂາຍຜະລິດຕະພັນຢາສູບ,ໃນ ນີ້ 2%ໃຫ້ມອບເຂົ້າກອງທຶນຄວບຄຸມຢາສູບຕາມ ມາດຕາ 46 ຂອງ ກົດໝາຍວ່າດ້ວຍການຄວບຄຸມຢາສູບ; 3. ອັດຕາອາກອນກໍາໄລໃຊ້ສໍາລັບວິສາຫະກິດສ່ວນບຸກຄົນ ແລະຜູ້ປະກອບອາຊີບອິດສະລະໃຫ້ເກັບຕາມອັດຕາທະວີຄູນແຕ່ 0% ຫາ 24% ຕາມຕາຕະລາງລຸ່ມນີ້: (ຫົວໜ່ວຍເປັນເງິນກີບ) ຂັ້ນ 1/ ຖານກໍາໄລປະຈໍາປີ 3,600,000 ລົງມາ/ພື້ນຖານຄິດໄລ່ 3,600,000/ອັດຕາ 0%/ອາກອນແຕ່ລະຂັ້ນ 0/ອາກອນທັງໝົດ 0/ ຂັ້ນ 2/ຖານກໍາໄລປະຈໍາປີ 3,600,001-8,000,000/ພື້ນຖານ ຄິດໄລ່ 4,400,000/ອັດຕາ 5%/ອາກອນແຕ່ລະຂັ້ນ 220,000/ ອາກອນທັງໝົດ 220,000/ ຂັ້ນ 3/ແຕ່ 8,000,001-15,000,000/ພື້ນຖານການຄິດໄລ່ 7,000,000/ອັດຕາ 10%/ອາກອນແຕ່ລະຂັ້ນ 700,000/ອາ ກອນທັງໝົດ 920,000/ ຂັ້ນ 4/ແຕ່ 15,000,001-25,000,000/ ພື້ນຖານການຄິດໄລ່ 10,000,000/ອັດຕາ 15%/ອາກອນແຕ່ລະຂັ້ນ 1,500,000/ອາ ກອນທັງໝົດ 2,420,000/ ຂັ້ນ 5/ ແຕ່ 25,000,001-40,000,000/ພື້ນຖານຄິດໄລ່ 15,000,000/ອັດຕາ 20%/ອາກອນແຕ່ລະຂັ້ນ 3,000,000/ອາ ກອນທັງໝົດ 5,420,000/ ຂັ້ນ 6 ແຕ່ 40,000,001 ຂຶ້ນໄປ/ພື້ນຖານຄິດໄລ່.../ອັດຕາ 24% /ອາກອນແຕ່ລະຂັ້ນ.../ອາກອນທັງໝົດ.../

....ມາດຕາ 30 ວິທີຄິດໄລ່ກໍາໄລໃນປີດ້ານການບັນຊີ

ມາດຕາ 30 ວິທີຄິດໄລ່ກໍາໄລໃນປີດ້ານການບັນຊີ ການຄິດໄລ່ກໍາໄລໃນປີດ້ານການບັນຊີສໍາລັບວິສາຫະກິດສ່ວນ ບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບອິດສະລະທີ່ຖືບັນຊີຕາມມາດ ຕະຖານການບັນຊີໃຫ້ປະຕິບັດດັ່ງນີ້: 1. ກໍາໄລຈາກການສະຫຼຸບບັນຊີປະຈໍາປີຕາມໃບສະຫຼຸບຊັບສົມ ບັດແມ່ນສ່ວນຜິດດ່ຽງລະຫວ່າງມູນຄ່າຊັບສິນຕາມມຸນຄ່າຍັງເຫຼືອທ້າຍ ປີລົບໃຫ້ໜີ້ສິນແລະທຶນຈົດທະບຽນ,ຄັງສະສົມ,ເງິນແຮ,ການຜິດດ່ຽງ ການຕີມູນຄ່າຊັບສິນຄືນໃໝ່ແລະກໍາໄລລໍຖ້າແບ່ງປັນ; 2. ກໍາໄລຈາກການສະຫຼຸບບັນຊີປະຈາປີຕາມໃບລາຍງານຜົນ ໄດ້ຮັບແມ່ນສ່ວນຜິດດ່ຽງລະຫວ່າງບັນຊີລາຍຮັບທຸລະກິດທັງໝົດແລະ ລາຍຈ່າຍທຸລະກິດທີ່ອະນຸຍາດທັງໝົດໃນປີການບັນຊີ.

....ມາດຕາ 31 ວິທີຄິດໄລ່ດ້ານສ່ວຍສາອາກອນແລະອາກອນກໍາໄລໃນປີ

ມາດຕາ 31 ວິທີຄິດໄລ່ດ້ານສ່ວຍສາອາກອນແລະອາກອນກໍາໄລໃນປີ ການຄິດໄລ່ກໍາໄລດ້ານສ່ວຍສາອາກອນແລະອາກອນກໍາໄລ ໃນປີໃຫ້ປະຕິບັດດັ່ງນີ້: 1. ການຄິດໄລ່ກໍາໄລດ້ານສ່ວຍສາອາກອນແມ່ນໃຫ້ເອົາກໍາໄລ ດ້ານການບັນຊີບວກລາຍການທີ່ບໍ່ອະນຸຍາດໃຫ້ຫັກຕາມ ມາດຕາ 33 ຂອງກົດໝາຍສະບັບນີ້ແລະລົບໃຫ້ລາຍການທີ່ອະນຸຍາດໃຫ້ຫັກຕາມ ມາດຕາ 34 ຂອງກົດໝາຍສະບັບນີ້; 2. ການຄິດໄລ່ອາກອນກໍາໄລໃນປີແມ່ນໃຫ້ເອົາກໍາໄລດ້ານ ສ່ວຍສາອາກອນຄູນກັບອັດຕາອາກອນກໍາໄລທີ່ກ່ຽວຂ້ອງຊຶ່ງໄດ້ກໍາ ນົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້.

....ມາດຕາ 32 ການຄິດໄລ່ອາກອນກໍາໄລແບບບັງຄັບ

ມາດຕາ 32 ການຄິດໄລ່ອາກອນກໍາໄລແບບບັງຄັບ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບອິດ ສະລະທີ່ນອນໃນລະບົບແຈ້ງເສຍອາກອນຕາມບັນຊີຊຶ່ງບໍ່ກວມເອົາຜູ້ທີ່ ແຈ້ງເສຍອາກອນຕາມລະບົບມອບເໝົາທີ່ປະຕິບັດບັນຊີບໍ່ຄົບຖ້ວນ,ບໍ່ ສະເໜີເອກະສານການບັນຊີທີ່ຖືກຕ້ອງໃຫ້ຄິດໄລ່ອາກອນກໍາໄລແບບ ບັງຄັບ. ການຄິດໄລ່ອາກອນກໍາໄລແບບບັງຄັບແມ່ນໃຫ້ຊອກຫາກໍາ ໄລໃນປີໂດຍເອົາລາຍຮັບທຸລະກິດທັງມົດໃນປີຄູນກັບອັດຕາສ່ວນກໍາໄລ ລວມຕາມແຕ່ລະປະເພດກິດຈະການແລະຄູນກັບອັດຕາອາກອນກໍາໄລ ທີ່ໄດ້ກໍານົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້. ໃນກໍລະນີທີ່ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບ ອາຊີບອິດສະລະບໍ່ສາມາດກໍານົດລາຍຮັບທຸລະກິດທັງໝົດໃນປີຂອງຕົນ ໄດ້ເຈົ້າໜ້າທີ່ສ່ວຍສາອາກອນຕ້ອງປະສານສົມທົບກັບພາກສ່ວນອື່ນ ທີ່ກ່ຽວຂ້ອງໂດຍເປັນເອກະພາບກັບຜູ້ເສຍອາກອນເພື່ອກໍານົດລາຍຮັບ ທຸລະກິດທັງໝົດນປີຂອງວິສາຫະກິດໂດຍອີງໃສ່ຂໍ້ມູນແລະຂ່າວສານຕົວ ຈິງ. ອັດຕາສ່ວນກໍາໄລລວມແຕ່ລະປະເພດກິດຈະການໄດ້ກໍານົດ ໄວ້ໃນລະບຽບການສະເພາະ. ....ມາດຕາ 33 ລາຍການທີ່ບໍ່ອະນຸຍາດໃຫ້ຫັກເປັນລາຍຈ່າຍ

ມາດຕາ 33 ລາຍການທີ່ບໍ່ອະນຸຍາດໃຫ້ຫັກເປັນລາຍຈ່າຍ ລາຍການທີ່ບໍ່ອະນຸຍາດໃຫ້ຫັກເປັນລາຍຈ່າຍອອກຈາກກໍາໄລ ກ່ອນການຄິດໄລ່ອາກອນກໍາໄລໃນປີຂອງວິສາຫະກິດສ່ວນບຸກຄົນ,ນິຕິ ບຸກຄົນແລະຜູ້ປະກອບອາຊີບອິດສະລະມີດັ່ງນີ້: 1. ລາຍຈ່າຍອາກອນກໍາໄລ; 2. ອາກອນມູນຄ່າເພີ່ມທີ່ຕິດພັນກັບການຊື້ຊົບສົມບັດຄົງທີ່; 3. ຄ່າຫຼຸ້ຍຫ້ຽນທີ່ຫັກຕາມມາດຕະຖານການບັນຊີ; 4. ລາຍຈ່າຍສິ້ນເປືອງງແລະຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່ທີ່ບໍ່ໄດ້ ຈົດເຂົ້າເປັນຊັບສິນຂອງວິສາຫະກິດ; 5. ເງິນເດືອນທີ່ວິສາຫະກິດຮຸ້ນສ່ວນຈ່າຍໃຫ້ແກ່ຂາຮຸ້ນທີ່ບໍ່ແມ່ນ ຜູ້ຈັດການຫຼືພະນັກງານຂອງວິສາຫະກິດຮຸ້ນສ່ວນນັ້ນແລະເງິນເດືອນ ຂອງເຈົ້າຂອງວິສາຫະກິດສ່ວນບຸກຄົນ; 6. ດອກເບ້ຍເງິນກູ້ຢືມຊຶ່ງຂາຮຸ້ນກູ້ຢືມມາເພື່ອປະກອບທຶນຫຼືຮຸ້ນ; 7. ດອກເບ້ຍເງິນກູ້ຢືມນອກລະບົບທະນາຄານແລະຈ່າຍໃຫ້ແກ່ ຂາຮຸ້ນ; 8. ດອກເບ້ຍເງິນກູ້ຢືມທີ່ບໍ່ຕິດພັນກັບການດໍາເນີນການຜະລິດ ທຸລະກິດຂອງວິສາຫະກິດ; 9. ລາຍຈ່າຍທີ່ບໍ່ຕິດພັນໂດຍກົງກັບການດໍາເນີນການຜະລິດທຸລະ ກິດເຊັ່ນການຕີກ໊ອຟ,ການເຕັ້ນລໍາ,ການບັນເທີງ,ຂອງຂວັນ,ລາງວັນ; 10. ລາຍຈ່າຍສ່ວນຕົວຂອງເຈົ້າຂອງວິສາຫະກິດຫຼືຂາຮຸ້ນທີ່ບໍ່ ໄດ້ຮັບອະນຸຍາດໃນປີການບັນຊີ; 11. ລາຍຈ່າຍທີ່ຕິດພັນກັບທຸລະກິດແຕ່ບໍ່ໄດ້ນໍາໃຊ້ໃບເກັບເງິນຫຼື ນໍາໃຊ້ໃບເກັບເງິນທີ່ບໍ່ຖືກຕ້ອງຫຼືບັນດາລາຍຈ່າຍທີ່ຊື້ສູງເກີນຄວາມເປັນ ຈິງ; 12. ລາຍຈ່າຍທີ່ໄດ້ຈ່າຍໃຫ້ບຸກຄົນອື່ນໂດຍບໍ່ມີສັນຍາຫຼືເອກະ ສານຢັ້ງຢືນ; 13. ການຫັກເງິນແຮທຸກປະເພດຕາມມາດຕະຖານການບັນຊີ; 14. ການຫັກຄ່າສູນເສຍມູນຄ່າຊັບສິນຕາມາດຕະຖານການບັນ ຊີ(ຄ່າສູນເສຍມູນຄ່າຊັບສົມບັດຄົງທີ່,ເຄື່ອງໃນສາງ,ໜີ້ຕ້ອງຮັບທວງ ຍາກແລະອື່ນໆ); 15. ການຂາດທຶນຈາກການຕີມູນຄ່າຊັບສິນ,ໜີ້ສິນທີ່ເປັນເງິນ ຕາຕ່າງປະເທດໃນມື້ປິດບັນຊີ; 16. ລາຍຈ່າຍອາກອນເຢື້ອນຊໍາລະ; 17. ຄ່າປັບໃໝທຸກປະເພດ.

....ມາດຕາ 34 ລາຍການທີ່ອະນຸຍາດໃຫ້ຫັກເປັນລາຍຈ່າຍ

ມາດຕາ 34 ລາຍການທີ່ອະນຸຍາດໃຫ້ຫັກເປັນລາຍຈ່າຍ ລາຍການທີ່ອະນຸຍາດໃຫ້ຫັກເປັນລາຍຈ່າຍກ່ອນການຄິດໄລ່ອາ ກອນກໍາໄລໃນປີມີດັ່ງນີ້: 1. ທຸກລາຍການທີ່ຕິດພັນກັບການດໍາເນີນການຜະລິດທຸລະກິດຊຶ່ງ ບໍ່ໄດ້ກໍານົດໄວ້ໃນ ມາດຕາ 33 ຂອງກົດໝາຍສະບັບນີ້; 2. ບາງລາຍການທີ່ອະນຸຍາດໃຫ້ຫັກໄດ້ກໍານົດຕາມອັດຕາສ່ວນ ດັ່ງນີ້: - ຄ່າເດີນທາງສໍາລັບວຽກງານຄຸ້ມຄອງບໍລິຫານໃຫ້ຫັກອອກໄດ້ ໃນອັດຕາສ່ວນສູນຈຸດຫົກສິບສ່ວນຮ້ອຍ(0.60%)ຂອງລາຍຮັບທຸລະກິດ ທັງໝົດໃນປີ. - ຄ່າຕ້ອນຮັບແຂກ,ຄ່າໂທລະສັບໃຫ້ຫັກອອກໄດ້ເປັນແຕ່ລະລາຍ ການໃນອັດຕາສ່ວນສູນຈຸດສີ່ສິບສ່ວນຮ້ອຍ(0.40%)ຂອງລາຍຮັບທຸລະ ກິດທັງໝົດໃນປີ; - ເງິນບໍລິຈາກ,ເງິນຊ່ວຍໜູນໃຫ້ຫັກອອກໄດ້ໃນອັດຕາບໍ່ໃຫ້ເກີນ ສູນຈຸດສາມສິບສ່ວນຮ້ອຍ(0.30%)ຂອງລາຍຮັບທຸລະກິດທັງໝົດໃນປີ; 3. ຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່ດ້ານສ່ວຍສາອາກອນ.

....ມາດຕາ 35 (ປັບປຸງ) ການຫັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່

ມາດຕາ 35 (ປັບປຸງ) ການຫັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່ ການຫັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່ແມ່ນການຫັກສ່ວນທີ່ຫຼຸດ ລົງຂອງມູນຄ່າຊັບສົມບັດຄົງທີ່ທີ່ເສື່ອມມູນຄ່າລົງຕາມໄລຍະເວລາຂອງ ການນໍາໃຊ້ຫຼືການປ່ຽນແປງທາງດ້ານເຕັກນິກແນໃສ່ສະສົມທຶນໄວ້ຊື້ ໃໝ່ມາທົດແທນອັນເກົ່າໃນໄລຍະຕໍ່ໄປ. ການຫັກຄ່າຫຼູ້ຍຫ້ຽນຊັບສົມບັດຄົງທີ່ສາມາດເລືອກປະຕິບັດໄດ້ ດ້ວຍການຄິດໄລ່ຕາມແບບວິທີຄົງຕົວ,ແບບຫຼຸດຜ່ອນລົງແລະຕາມຂອດ ວຽກງານ. ການຫັກຄ່າຫຼູ້ນຫ້ຽນໃຫ້ເລີ່ມແຕ່ມື້ຮັບຊັບສົມບັດຄົງທີ່ເຂົ້າເປັນ ຊັບສິນຂອງວິສາຫະກິດ. ການຫັກຄ່າຫຼຸ້ນຫ້ຽນໃຫ້ຫັກຈົນຮອດມື້ຖອນຊັບສົມບັດຄົງທີ່ອອກ ຈາກບັນຊີຊັບສິນຂອງວິສາຫະກິດບົນພື້ນຖານມູນຄ່າຮັບເຂົ້າ;ຖ້າມີການ ຖອນຊັບສົມບັດຄົງທີ່ອອກໃນກາງປີຕ້ອງໄດ້ລົງບັນຊີກ່ຽວກັບຄ່າຫຼຸ້ຍ ຫ້ຽນແລະໃຫ້ຄິດໄລ່ນັບແຕ່ຕົ້ນປີຈົນຮອດມື້ທີ່ຖອນຊັບສົມບັດຄົງທີ່ດັ່ງ ກ່າວອອກ. ເວລາໃດຈໍານວນຄ່າຫຼູ້ຍຫ້ຽນສະສົມຫາກເທົ່າກັບມູນຄ່າເພີ່ມ ແມ່ນໃຫ້ຢຸດການຫັກຄ່າຫຼູ້ຍຫ້ຽນຈົນກວ່າຊັບສົມບັດຄົງທີ່ດັ່ງກ່າວຈະຖືກ ຖອນອອກຈາກບັນຊີຂອງວິສາຫະກິດ. ຊັບສົມບັດຄົງທີ່ປະກອບດ້ວຍຊັບສົມບັດຄົງທີ່ບໍ່ມີຕົວຕົນແລະມີ ຕົວຕົນຊຶ່ງໃຫ້ຄິດໄລ່ຫາກຄ່າຫຼູ້ຍຫ້ຽນບົນພື້ນຖານອາຍຸການນໍາໃຊ້ຕາມອັດ ຕາໃນຕາຕະລາງລຸ່ມນີ້:

ຊັບສົມບັດຄົງທີ່ຂອງວິສາຫະກິດ ອາຍຸການ ອັດຕາການຫັກ ທີ່ສາມາດຫຼຸ້ຍຫ້ຽນໄດ້ ນໍາໃຊ້ ແຕ່ລະປີ 1. ຊັບສົມບັດຄົງທີ່ທີ່ບໍ່ມີຕົວຕົນ: -ຄ່າໃຊ້ຈ່າຍໃນການອອກແບບ ແລະສ້າງຕັ້ງວິສາຫະກິດ 2ປີ 50% - ລາຍຈ່າຍໃນການຊອກຄົ້ນ, ສໍາຫຼວດບໍ່ແຮ່,ບົດວິພາກເສດ ຖະກິດ-ເຕັກນິກ 5ປີ 20% - ຊອບແວເພື່ອຮັບໃຊ້ວຽກງານ ວິຊາຊີບໃດໜຶ່ງ 2ປີ 20% 2. ຊັບສົມບັດຄົງທີ່ທີ່ມີຕົວຕົນ: - ສິ່ງປຸກສ້າງເພື່ອຮັບໃຊ້ການ ອຸດສາຫະກໍາ: ອາຍຸແຕ່ 20ປີລົງມາ 20ປີ 5% ອາຍຸແຕ່ 21-50ປີຂຶ້ນໄປ 50ປີ 2% - ສິ່ງປຸກສ້າງເພື່ອຮັບໃຊ້ການຄ້າ ແລະທີ່ຢູ່ອາໃສ: ປະເພດຖາວອນ 20ປີ 5% ປະເພດເຄິ່ງຖາວອນ 10ປີ 10% - ເຄື່ອງກົນຈັກ,ພາຫະນະຂຸດຄົ້ນ ,ບຸກເບີກ,ລາກແກ່ທີ່ຮັບໃຊ້ວຽກ ງານອຸດສາຫະກໍາ,ກະສິກໍາ,ຫັດ ຖະກໍາແລະວຽກງານກໍ່ສ້າງອື່ນໆ 5ປີ 20% - ພາຫະນະຂົນສົ່ງທາງບົກແລະ ທາງນໍ້າ 5ປີ 20% - ອຸປະກອນຫຼືເຄື່ອງມືຄົບຊຸດເພື່ອ ຮັບໃຊ້ການປະກອບວິຊາຊີບຫຼືວຽກ ງານໃດໜຶ່ງ 5ປີ 20% - ອຸປະກອນແລະເຄື່ອງໃຊ້ຫ້ອງ ການ 5ປີ 50% - ກໍາປັ່ນ,ເຮືອນໍາທ່ຽວ,ເຮືອບັກ ແລະເຮືອອື່ນທີ່ຄ້າຍຄຽງ 10ປີ 10% - ເຄື່ອງບິນໂດຍສານແລະຂົນສົ່ງ 10ປີ 10%

1. ຄ່າໃຊ້ຈ່າຍທີ່ອະນຸຍາດໃຫ້ຫັກຄ່າຫຼຸ້ຍຫ້ຽນ: - ຄ່າໃຊ້ຈ່າຍໃນການອອກແບບແລະສ້າງຕັ້ງວິສາຫະກິດ ໝາຍເຖິງລາຍຈ່າຍກ່ອນຂະບວນການສ້າງຕັ້ງຫຼືຫຼັງການສ້າງຕັ້ງທີ່ຕິດ ພັນກັບຊັບສົມບັດຄົງທີ່ບໍ່ມີຕົວຕົນເຊັ່ນໃບຢັ້ງຢືນປະດິດສ້າງ,ໃບອະນຸຍາດ ,ໃບປະນຸຍາດສໍາປະທານ,ການນໍາໃຊ້ເຕັກໂນໂລຊີ,ກໍາມະວິທີແລະສິດ ປະເພດດຽວກັນ,ຊົບສົມບັດຄົງທີ່ບໍ່ມີຕົວຕົນອື່ນທີ່ສາມາດກໍານົດອາຍຸ ການນໍາໃຊ້ໄດ້; - ຄ່າໃຊ້ຈ່າຍໃນການຊອກຄົ້ນ,ສໍາຫຼວດ,ບົດວິພາກເສດຖະ ກິດ-ເຕັກນິກໂດຍຜ່ານການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງແລະ ຮັບຮູ້ຈາກຂະແໜງການສ່ວຍສາອາກອນແມ່ນການບັນທຶກຄ່າໃຊ້ຈ່າຍ ສໍາຫຼວດບໍ່ແຮ່ແລະຄ່າໃຊ້ຈ່າຍຄົ້ນຄວ້າແລະຂະຫຍາຍກິດຈະການທີ່ຫົວ ໜ່ວຍການຜະລິດທຸລະກິດໄດ້ຈ່າຍເພື່ອຮັບໃຊ້ກິດຈະການຂອງຕົນກ່ອນ ແລະຫຼັງຂະບວນການສ້າງຕັ້ງວິສາຫະກິດ. 2. ຊັບສົມບັດຄົງທີ່ບໍ່ມີຕົວຕົນທີ່ບໍ່ສາມາດກໍານົດອາຍຸການ ນໍາໃຊ້ໄດ້ແມ່ນບໍ່ໃຫ້ຫັກຄ່າຫຼຸ້ຍຫ້ຽນເຊັ່ນສິດໃນການນໍາໃຊ້ທີ່ດິນ,ສິດໃນ ການດໍາເນີນການຄ້າ(ຄ່າເສັ້ງຮ້ານ),ໃບຢັ້ງຢືນປະກອບທຶນ: - ຊັບສົມບັດຄົງທີ່ທີ່ບໍ່ໄດ້ຈົດເຂົ້າໃນບັນຊີຊັບສິນຂອງວິສາ ຫະກິດ; - ຊັບສົມບັດຄົງທີ່ທີ່ໄດ້ຫັກຄ່າຫຼຸ້ຍຫ້ຽນຄົບຕາມອາຍຸການນໍາ ໃຊ້ແລ້ວແມ່ນບໍ່ອະນຸຍາດໃຫ້ຫັກຄ່າຫຼຸ້ຍຫ້ຽນອີກ,ແຕ່ສາມາດນໍາໃຊ້ຕໍ່ໄປ ໄດ້ແລະຕີມູນຄ່າຊັບສົມບັດຄືນໃໝ່ເພື່ອປະກອບທຶນຮ່ວມກັບກິດຈະການ ອື່ນ,ໂອນສິດນໍາໃຊ້ແລະອື່ນໆ; 3. ລາຍຮັບຈາກເງິນປັນຜົນທີ່ວິສາຫະກິດໄດ້ຮັບຈາກການ ລົງທຶນນໍາວິສາຫະກິດອື່ນທີ່ຖືກເສຍອາກອນລາຍໄດ້ແລ້ວ; 4. ການເກັບຄືນເງິນແຮທຸກປະເພດທີ່ຖືກຄິດໄລ່ແລະເສຍ ອາກອນກໍາໄລ; 5. ໜີ້ຕ້ອງຮັບເກັບບໍ່ໄດ້ທີ່ມີຫຼັກຖານເປັນຕົ້ນເອກະສານຢັ້ງ ຢືນຈາກພາກສ່ວນທີ່ກ່ຽວຂ້ອງ; 6. ລາຍຮັບອາກອນເຢື້ອນຊໍາລະ; 7. ກໍາໄລຈາກອັດຕາແລກປ່ຽນທີ່ເກີດຈາກການຕີມູນຄ່າ ຊັບສິນແລະໜີ້ສິນທີ່ເປັນເງິນຕາຕ່າງປະເທດໃນມື້ປິດບັນຊີທ້າຍປີ; 8. ເງິນບໍລິຈາກຊ່ວຍໜູນທີ່ໄດ້ກໍານົດໄວ້ໃນສັນຍາລົງທຶນ ຂອງຜູ້ລົງທຶນທີ່ໄດ້ເຊັ່ນກັບລັດຖະບານ.

....ມາດຕາ 36 ການແຈ້ງເສຍອາກອນກໍາໄລ

ມາດຕາ 36 ການແຈ້ງເສຍອາກອນກໍາໄລ ຜູ້ທີ່ເສຍອາກອນກໍາໄລໃນລະບົບການຖືບັນຊີຕາມມາດຕະ ຖານການບັນຊີຕ້ອງແຈ້ງເສຍອາກອນກໍາໄລຕາມລາຍຮັບຕົວຈິງ. ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບ ອິດສະລະທີ່ບໍ່ຖືຫຼືຖືບັນຊີແຕ່ປະຕິບັດບໍ່ຄົບຖ້ວນຕາມມາດຕະຖານການ ບັນຊີໃຫ້ແຈ້ງເສຍອາກອນກໍາໄລແບບບັງຄັບບົນພື້ນຖານລາຍຮັບທຸລະ ກິດທັງໝົດໃນປີຊຶ່ງຈະໄດ້ຮັບການປະເມີນຈາເຈົ້າໜ້າທີ່ສ່ວຍສາອາ ກອນແລະພາກສ່ວນທີ່ກ່ຽວຂ້ອງໂດຍອີງຕາມຂໍ້ມູນຕົວຈິງຕາມທີ່ໄດ້ກໍາ ນົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້.

....ມາດຕາ 37 ການສະຫຼຸບເພື່ອແຈ້ງເສຍອາກອນກໍາໄລ

ມາດຕາ 37 ການສະຫຼຸບເພື່ອແຈ້ງເສຍອາກອນກໍາໄລ ການສະຫຼຸບບັນຊີຂອງວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນ ແລະຜູ້ປະກອບອາຊີບອິດສະລະລວມທັງສາຂາຫຼືຕົວແທນໃຫ້ສະຫຼຸບລວມ ເຂົ້າກັນກັບການສະຫຼຸບບັນຊີຂອງບໍລິສັດແມ່ບ່ອນດຽວເພື່ອຄິດໄລ່ແລະ ແຈ້ງເສຍອາກອນກໍາໄລໃນປີ.

....ມາດຕາ 38 ການມອບອາກອນກໍາໄລ

ມາດຕາ 38 ການມອບອາກອນກໍາໄລ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບອິດ ສະລະຕ້ອງມອບອາກອນກໍາໄລໃນປີເປັນງວດບົນພື້ນຖານອາກອນກໍາ ໄລທີ່ມອບຕົວຈິງຂອງປີຜ່ານມາ,ກໍາໄລຕົວຈິງໃນປີຂອງແຕ່ລະງວດຫຼື ຕາມອາກອນກໍາໄລຄາດຄະເນປະຕິບັດໄວ້ໃນແຜນການມອບຂອງປີ ການບັນຊີ.ສ່ວນຈໍານວນເງິນອາກອນກໍາໄລຕົວຈິງໃປີທີ່ຕ້ອງມອບນັ້ນ ໃຫ້ໄລ່ລຽງຄືນທັງໝົດທຸກງວດຕາມການສະຫຼຸບບັນຊີໃນປີ. ການມອບອາກອນກໍາໄລໃຫ້ປະຕິບັດສີ່ງວດດັ່ງນີ້: 1. ງວດທີໜຶ່ງບໍ່ໃຫ້ກາຍວັນທີສິບເດືອນເມສາຂອງປີ; 2. ງວດທີສອງບໍ່ໃຫ້ກາຍວັນທີສິບເດືອນກໍລະກົດຂອງປີ; 3. ງວດທີສາມບໍ່ໃຫ້ກາຍວັນທີສິບເດືອນຕຸລາຂອງປີ; 4. ງວດທີສີ່ບໍ່ໃຫ້ກາຍວັນທີສິບເດືອນມີນາຂອງປີຖັດໄປ; ອາກອນກໍາໄລທີ່ໄດ້ມອບເປັນແຕ່ລະງວດນັ້ນຖືເປັນການ ມອບລ່ວງໜ້າ.ພາຍຫຼັງສະຫຼຸບບັນຊີໃນປີແລ້ວຕ້ອງໄດ້ແຈ້ງເສຍອາ ກອນກໍາໄລໃນປີຕາມເອກະສານລາຍງານການເງິນເພື່ອໄລ່ລຽງເງິນ ອາກອນກໍາໄລຕົວຈິງທີ່ຕ້ອງມອບ;ຖ້າເຫັນວ່າອາກອນກໍາໄລຕົວຈິງ ຫາກຫຼາຍກວ່າອາກອນກໍາໄລທີ່ມອບລ່ວງໜ້າກໍ່ຕ້ອງໄດ້ມອບຕື່ມຫຼືຖ້າ ຫາກໜ້ອຍກວ່າກໍ່ຕ້ອງໄດ້ຍົກໄປຫັກຕໍ່ໃນປີຖັດໄປ. ເອກະສານລາຍງານການເງິນເຊັ່ນໃບສະຫຼຸບຊັບສົມບັດ, ໃບລາຍງານຜົນໄດ້ຮັບທາງດ້ານການບັນຊີ,ໃບດຸ່ນດ່ຽງ,ເອກະສານ ໍບັນຊີອື່ນແລະເອກະສານລາຍງານດ້ານອາກອນທີ່ຈໍາເປັນຊຶ່ງໄດ້ກໍາ ນົດໄວ້ໃນລະບຽບການບັນຊີພ້ອມທັງບົດບັນທຶກກອງປະຊຸມຂາຮຸ້ນຫຼືຜູ້ຖື ຮຸ້ນກ່ຽວກັບການນໍາໃຊ້ຫຼືແບ່ງປັນຜົນກໍາໄລຕ້ອງນໍາສະເໜີຕໍ່ຂະແໜງ ການສ່ວຍສາອາກອນກ່ອນວັນທີໜຶ່ງເດືອນມີນາຂອງທຸກປີ.ໃນກໍລະນີທີ່ ບໍ່ຍື່ນຫຼືບໍ່ເປີດກອງປະຊຸມຂາຮຸ້ນນັ້ນພະນັກງານສ່ວຍສາອາກອນຈະຄິດ ໄລ່ອາກອນເງິນປັນຜົນກໍາໄລຕາມໃບລາຍງານຜົນໄດ້ຮັບພາຍໃນປີ. ສໍາລັບບໍລິສັດຫຼືກຸ່ມບໍລິສັດທີ່ດໍາເນີນການຜະລິດທຸລະກິດໃນ ຫຼາຍກິດຈະການນັ້ນຕ້ອງໄດ້ສ້າງໃບສະຫຼຸບຊັບສົມບັດແລະໃບລາຍງານ ຜົນໄດ້ຮັບລວມທຸກກິດຈະການເຂົ້າເປັນສະບັບດຽວທີ່ຕິດພັນກັບກິດຈະ ການຕົ້ນຕໍແລະສໍາຮອງຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນ ກັບ. ສໍາລັບການລົງທຶນຂອງລັດຫຼືວິສາຫະກິດທີ່ດໍາເນີນການຜະ ລິດທຸລະກິດຢູ່ ສປປລາວກ່ອນເບີກຈ່າຍເງິນໃຫ້ແກ່ບຸກຄົນຫຼືນິຕິບຸກຄົນທີ່ ຈົດທະບຽນຢູ່ຕ່າງປະເທດທີ່ມາເຄື່ອນໄຫວມີລາຍຮັບນັ້ນເຈົ້າຂອງໂຄງ ການຫຼືວິສາຫະກິດດັ່ງກ່າວຕ້ອງຫັກເງິນອາກອນກໍາໄລໄວ້ເພື່ອມອບ ເຂົ້າງົບປະມານແຫ່ງລັດຕາມການຄິດໄລ່ທີ່ໄດ້ກໍານົດໄວ້ໃນມາດຕາ 33, 34, 35 ແລະ 36 ຂອງກົດໝາຍສະບັບນີ້. ເຈົ້າຂອງໂຄງການຫຼືວິສາຫະກິດທີ່ໄດ້ຫັກອາກອນກໍາໄລໄວ້ ຈາກບຸກຄົນຫຼືນິຕິບຸກຄົນທີ່ຈົດທະບຽນຢູ່ຕ່າງປະເທດນັ້ນຕ້ອງແຍກອອກ ເປັນໃບແຈ້ງອາກອນສະເພາະຕ່າງຫາກແລ້ວຍື່ນແຈ້ງເສຍອາກອນ ພາຍໃນສາມສິບວັນນັບແຕ່ວັນທີ່ໄດ້ຫັກອາກອນໄວ້ເປັນຕົ້ນໄປ.

....ມາດຕາ 39 ການຍົກເງິນຂາດທຶນປະຈໍາປີ

ມາດຕາ 39 ການຍົກເງິນຂາດທຶນປະຈໍາປີ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບອິດ ສະລະທີ່ເສຍອາກອນກໍາໄລຕາມລະບົບການບັນຊີຫາກມີການຂາດທຶນໃນ ປີໂດຍມີການຢັ້ງຢືນຈາກອົງການກວດສອບບັນຊີຫຼືບໍລິສັດກວດສອບບັນ ຊີເອກະລາດແລະໂດຍການຮັບຮູ້ຈາກຂະແໜງການສ່ວຍສາອາກອນຈຶ່ງ ມີສິດຍົກເງິນຂາດທຶນດັ່ງກ່າວໄປຫັກອອກຈາກກໍາໄລຂອງປີຖັດໄປໄດ້ ພາຍໃນກໍານົດສາມປີເມື່ອໝົດກໍານົດແລ້ວເງິນຂາດທຶນທີ່ຍັງຫາກບໍ່ໝົດ ນັ້ນຈະບໍ່ອະນຸຍາດໃຫ້ຫັກອອກຈາກໍາໄລຕໍ່ໄປອີກ.

....ມາດຕາ 40 ການໃຫ້ເສຍອາກອນກໍາໄລຕົວຈິງຕາມລະບົບການຖືບັນຊີ

ມາດຕາ 40 ການໃຫ້ເສຍອາກອນກໍາໄລຕົວຈິງຕາມລະບົບການຖືບັນຊີ ຜູ້ເສຍອາກອນກໍາໄລໃນລະບອບມອບເໝົາທີ່ມີເງື່ອນໄຂ ເສຍອາກອນໃນລະບົບການຖືບັນຊີຫາກຕ້ອງການເສຍອາກອນກໍາໄລ ຕາມຕົວຈິງມີສິດສະເໜີຂໍປ່ຽນຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ ຕົນຂຶ້ນກັບໂດຍເຈົ້າໜ້າທີ່ສ່ວຍສາອາກອນເປັນຜູ້ປະສານສົມທົບເກັບກໍາ ຂໍ້ມູນເພື່ອຊຸກຍູ້ແລະອໍານວຍຄວາມສະດວກໃນການເຂົ້າສູ່ລະບົບການຖື ບັນຊີພາຍໃຕ້ການກະກຽມປະຕິບັດເງື່ອນໄຂໃຫ້ໄດ້ຕາມມາດຕະຖານ ການບັນຊີຢ່າງໜ້ອຍໜຶ່ງປີເພື່ອພິຈາລະນາ. ຜູ້ເສຍອາກອນມອບເໝົາຕາມສັນຍາສາມາດປ່ຽນມາເສຍ ອາກອນຕົວຈິງໄດ້ຢ່າງຊ້າຫົກສິບວັນກ່ອນໝົດກໍານົດສັນຍາ.

....ມາດຕາ 41 ການປິດບັນຊີ

ມາດຕາ 41 ການປິດບັນຊີ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບອິດ ສະລະທີ່ເສຍອາກອນກໍາໄລຕາມການຖືບັນຊີຕ້ອງປິດບັນຊີຂອງຕົນໃນ ວັນທີ 31 ທັນວາຂອງປີ,ເວັ້ນເສຍແຕ່ກໍລະນີຢຸດເຊົາ,ຂາຍ,ມອບໂອນ ກິດຈະການໃຫ້ຜູ້ອື່ນພາຍໃນປີ. ສໍາລັບຜູ້ຂຶ້ນທະບຽນພາຍໃນປີການບັນຊີກໍ່ສາມາດປິດບັນຊີ ຂອງຕົນໃນວັນທີ 31 ທັນວາຂອງປີຫຼືສໍາລັບຜູ້ດໍາເນີນກນຜະລິດທຸລະກິດ ໃນໄລຍະປີກໍ່ອະນຸຍາດໃຫ້ສະຫຼຸບບັນຊີໃນໄລຍະຜີຕໍ່ໄປນັ້ນຕາມຮອບວຽນ ສິບສອງເດືອນຕາມທີ່ໄດ້ກໍານົດໄວ້ໃນບົດບັນຍັດຂອງກົດໝາຍວ່າດ້ວຍ ການບັນຊີ. ສໍາລັບຜູ້ດໍາເນີນກິດຈະການຮັບເໝົາໂຄງການສະເພາະທີ່ ຈະຕ້ອງໄດ້ດໍາເນີນໃນຫຼາຍປີນັ້ນຕ້ອງຜິດບັນຊີໃນວັນທີ 31 ທັນວາຂອງ ທຸກປີຫຼືເວລາສໍາເລັດໂຄງການ.

....ມາດຕາ 42 ການຢຸດເຊົາ,ການຂາຍ,ການມອບຫຼືການໂອນກິດຈະການ

ມາດຕາ 42 ການຢຸດເຊົາ,ການຂາຍ,ການມອບຫຼືການໂອນກິດຈະການ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບອິດ ສະລະເມື່ອມີການຢຸດເຊົາ,ການຂາຍ,ການມອບ,ການຄວບ,ການແຍກ ແລະການໂອນກິດຈະການທັງໝົດຫຼືສ່ວນໃດສ່ວນໜຶ່ງໃຫ້ແກ່ຜູ້ອື່ນນັ້ນ ຕ້ອງປິດບັນຊີການເຄື່ອນໄຫວກິດຈະການຂອງຕົນແລ້ວສະເໜີຕໍ່ຂະແໜງ ການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບພາຍໃນກໍານົດສິບວັນນັບແຕ່ວັນ ຢຸດເຊົາ,ຂາຍ,ມອບ,ຄວບ,ແຍກແລະໂອນກິດຈະການທັງໝົດຫຼືສ່ວນໃດ ສ່ວນໜຶ່ງເພື່ອຊໍາລະອາກອນທີ່ຄ້າງມອບໃຫ້ຄົບຖ້ວນພ້ອມທັງແຈ້ງຊື່, ນາມສະກຸນແລະທີ່ຢູ່ຂອງຜູ້ຊື້ຫຼືຜູ້ຮັບມອບກິດຈະການໃຫ້ລະອຽດ. ໃນກໍລະນີເຈົ້າຂອງວິສາຫະກິດສ່ວນບຸກຄົນແລະຜູ້ປະກອບອາ ຊີບອິດສະລະຫາກເສຍຊີວິດຜູ້ສືບທອດມູນມໍລະດົກມີໜ້າທີ່ປະກອບຂໍ້ມູນ ອັນຈໍາເປັນໃຫ້ຂະແໜງການສ່ວຍສາອາກອນພາຍໃນກໍານົດເກົ້າສິບວັນ ນັບແຕ່ວັນຜູ້ກ່ຽວໄດ້ຮັບມູນມໍລະດົກເປັນຕົ້ນໄປເພື່ອຊໍາລະອາກອນທີ່ຄ້າງ ມອບແທນຜູ້ເສຍຊີວິດຕາມກົດໝາຍ.

...ໝວດທີ 2 ອາກອນລາຍໄດ້


....ມາດຕາ 43 ອາກອນລາຍໄດ້

ມາດຕາ 43 ອາກອນລາຍໄດ້ ອາກອນລາຍໄດ້ແມ່ນອາກອນທາງກົງທີ່ເກບຈາກລາຍໄດ້ ຂອງບຸກຄົນ,ນິຕິບຸກຄົນມີລາຍໄດ້ຢູ່ສປປລາວຕາມທີ່ໄດ້ກໍານົດໄວ້ໃນກົດ ໝາຍສະບັບນີ້.

....ມາດຕາ 44 ຂອບເຂດແລະພັນທະການເສຍອາກອນລາຍໄດ້

ມາດຕາ 44 ຂອບເຂດແລະພັນທະການເສຍອາກອນລາຍໄດ້ ພົນລະເມືອງທຸກຄົນທີ່ມີລາຍໄດ້ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 45 ຂອງກົດໝາຍສະບັບນີ້ລ້ວນແຕ່ຕ້ອງເສຍອາກອນລາຍໄດ້. ບຸກຄົນທີ່ມີພູມລໍາເນົາຢູ່ ສປປລາວ ຊຶ່ງໄປເຮັດວຽກແລະມີ ລາຍໄດ້ຢູ່ຕ່າງປະເທດຕ້ອງແຈ້ງເສຍອາກອນລາຍໄດ້ຢູ່ ສປປລາວ ຖ້າ ຫາກຖືກຍົກເວັ້ນການເສຍອາກອນລາຍໄດ້ຢູ່ຕ່າງປະເທດ. ພະນັກງານລາວທີ່ປະຈໍາການຢູ່ສະຖານທູດ,ສະຖານກົງສຸນ ຫຼືອົງການຈັດຕັ້ງສາກົນຢູ່ຕ່າງປະເທດແລະມີລາຍໄດ້ຢູ່ ສປປລາວແມ່ນ ໃຫ້ແຈ້ງເສຍອາກອນລາຍໄດ້ຢູ່ ສປປລາວ. ສໍາລັບຄົນຕ່າງປະເທດທີ່ເຂົ້າມາເຮັດວຽກຢູ່ ສປປລາວ ໄດ້ ຮັບເງິນເດືອນຢູ່ສປປລາວຫຼືຢູ່ຕ່າງປະເທດຕ້ອງເສຍອາກອນລາຍໄດ້ຢູ່ ສປປລາວ,ເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນສັນຍາເພື່ອຫຼີກເວັ້ນ ການເກັບອາກອນຊໍ້າຊ້ອນແລະສະກັດກັ້ນການຫຼົບຫຼີກເສຍອາກອນລາຍ ໄດ້ລະຫວ່າງປະເທດແລະສັນຍາກ່ຍວກັບການລົງທຶນລະຫວ່າງລັດຖະ ການກັບຜູ້ລົງທຶນທີ່ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ.

....ມາດຕາ 45 ລາຍໄດ້ທີ່ຕ້ອງເສຍອາກອນ

ມາດຕາ 45 ລາຍໄດ້ທີ່ຕ້ອງເສຍອາກອນ ລາຍໄດ້ທີ່ຕ້ອງເສຍອາກອນມີດັ່ງນີ້: 1. ລາຍໄດ້ຈາກເງິນເດືອນ,ຄ່າແຮງງານ,ເງິ່ນເພີ່ມໂມງ, ເງິນລ່ວງເວລາ,ເງິນຕໍາແໜ່ງ,ເງິນໜ້າທີ່,ເງິນບໍາເນັດປະຈໍາປີ,ເບ້ຍ ປະຊຸມສະພາບໍລິຫານຫຼືສະພາຜູ້ອໍານວຍການແລະຜົນປະໂຫຍດອື່ນເປັນ ເງິນຫຼືວັດຖຸ; 2. ລາຍໄດ້ຈາກເງິນປັນຜົນຫຼືເງິນປັນຜົນກໍາໄລຫຼືຜົນປະ ໂຫຍດອື່ນໃຫ້ແກ່ຂາຮຸ້ນຫຼືຜູ້ຖືຮຸ້ນ,ກໍາໄລຈາກການຂາຍຮຸ້ນຂອງບຸກຄົນ, ນິຕິບຸກຄົນ; 3. ລາຍໄດ້ຈາກດອກເບ້ຍເງິນໃຫ້ກູ້ຢືມ;ລາຍໄດ້ຈາກຄ່າ ນາຍໜ້າຫຼືຕົວແທນຂອງບຸກຄົນ,ນິຕິບຸກຄົນ,ລາຍໄດ້ຈາກການຄໍ້າປະກັນ ທີ່ໄດ້ຮັບຕາມສັນຍາຫຼືຂໍ້ພູກພັນອື່ນ; 4. ລາຍໄດ້ຈາກການເຄື່ອນໄຫວເຮັດກິດຈະການທີ່ບໍ່ແມ່ນ ທຸລະກິດຂອງອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການຈັດ ຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມ; 5. ລາຍໄດ້ຈາກລາງວັນ,ລາງວັນຫວຍເປັນເງິນຫຼືວັດຖຸທີ່ ມີມູນຄ່າເກີນກວ່າໜຶ່ງລ້ານກີບ; 6. ລາຍໄດ້ຈາກການໃຫ້ເຊົ່າເຊັ່ນທີ່ດິນ,ເຮືອນ,ສິ່ງປຸກສ້າງ ,ພາຫະນະ,ເຄື່ອງກົນຈັກຫຼືຊັບສິນອື່ນ; 7. ລາຍໄດ້ຈາກຊັບສິນທາງປັນຍາເຊັ່ນສິດທິບັດ,ລິຂະສິດ, ເຄື່ອງໝາຍການຄ້າຫຼືສິດອື່ນຂອງບຸກຄົນຫຼືນິຕິບຸກຄົນ; 8. ລາຍໄດ້ຈາກການຊື້-ຂາຍ,ການໂອນສິດນໍາໃຊ້ທີ່ດິນ, ສິ່ງປຸກສ້າງຫຼືທີ່ດິນພ້ອມສິ່ງປຸກສ້າງ.

....ມາດຕາ 46 ລາຍໄດ້ທີ່ຖືກຍົກເວັ້ນອາກອນ

ມາດຕາ 46 ລາຍໄດ້ທີ່ຖືກຍົກເວັ້ນອາກອນ ລາຍໄດ້ທີ່ຖືກຍົກເວັ້ນອາກອນມີດັ່ງນີ້: 1. ລາຍໄດ້ຈາກເງິນເດືອນແຕ່ໜຶ່ງລ້ານກີບລົງມາ; 2. ເງິນເດືອນຂອງພະນັກງານການທູດ,ພະນັກງານຂອງ ອົງການຈັດຕັ້ງສາກົນແລະຜູ້ຊ່ຽວຊານຕ່າງປະເທດທີ່ເຂົ້າມາເຮັດວຽກ ຢູ່ ສປປລາວ ຊຶ່ງໄດ້ກໍານົດໄວ້ໃນສັນຍາລະຫວ່າງລັດຖະບານລາວກັບ ຝ່າຍກ່ຽວຂ້ອງແລະຕາມລະບຽບການຂອງກະຊວງການຕ່າງປະເທດ; 3. ກໍາໄລຈາກການຂາຍຮຸ້ນຂອງບຸກຄົນຫຼືນິຕິບຸກຄົນໃນຕະ ຫຼາດຫຼັກຊັບ; 4. ເງິນອຸດໜູນເມຍແລະລູກອາຍຸບໍ່ເກີນສິບແປດປີ,ການ ເກີດລູກ,ການເຈັບເປັນ,ອຸປະຕິເຫດແຮງງານ,ເງິນບໍາເນັດເທື່ອດຽວ, ເງິນບໍານານພົ້ນກະສຽນອາຍຸລັດຖະການ,ເງິນເບ້ຍລ້ຽງນັກຮຽນ,ນັກ ສຶກສາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ; 5. ເງິນປັນຜົນໃຫ້ແກ່ຂາຮຸ້ນຫຼືຜູ້ຖືຮຸ້ນຂອງບໍລິສັດທີ່ຈົດທະ ບຽນໃນຕະຫຼາດຫຼັກຊັບເວັ້ນເສຍແຕ່ມີລະບຽບການສະເພາະ; 6. ລາຍໄດ້ຂອງບໍລິສັດຫຼັກຊັບທີ່ມີຈຸດປະສົງລະດົມທຶນດ້ວຍ ການອອກຮຸ້ນແລະຮຸ້ນກູ້ຊຶ່ງໄດ້ຈົດທະບຽນຫຼືບໍ່ຈົດທະບຽນໃນຕະຫຼາດຫຼັກ ຊັບໂດຍໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ; 7. ຄ່າແຮງງານຂອງຄົນພິການທີ່ມີການຢັ້ງຢືນຈາກການ ຈັດຕັ້ງທີ່ກ່ຽວຂ້ອງ; 8. ລາງວັນ,ລາງວັນຫວຍເປັນເງິນຫຼືວັດຖຸທີ່ມີມູນຄ່າແຕ່ ໜຶ່ງລ້ານກີບລົງມາ; 9. ຄ່າເຊົ່າຊັບສິນຂອງຫົວໜ່ວຍການຜະລິດທຸລະກິດທີ່ແຈ້ງ ເສຍອາກອນຕາມບັນຊີ; 10. ຄັ້ງປະກັນສັງຄົມພາກລັດແລະພາກວິສາຫະກິດ; 11. ລາຍໄດ້ຈາກການເຄື່ອນໄຫວເພື່ອສາທາລະນະປະ ໂຫຍດເຊັ່ນສິນລະປະວັນນະຄະດີ,ກິລາແລະກິດຈະກໍາອື່ນທີ່ໄດ້ຮັບການ ອະນຸມັດຈາກອົງການທີ່ກ່ຽວຂ້ອງ; 12. ດອກເບ້ຍເງິນຝາກ,ດອກເບ້ຍພັນທະບັດຫຼືຮຸ້ນກູ້ຂອງ ລັດຖະບານ; 13. ສິນປະກັນໄພຊີວິດແລະຊັບສິນຂອງບຸກຄົນຫຼືການຈັດ ຕັ້ງ; 14. ເງິນບໍາເນັດທີ່ເປັນການຍ້ອງຍໍຫຼືລາງວັນທີ່ທາງລັດຖະ ການຈ່າຍໃຫ້ແກ່ຜູ້ມີຜົນງານໃນການຕິດຕາມ,ຊອກຫາ,ປ້ອງກັນ,ຕ້ານ ແລະສະກັດກັ້ນການກະທໍາຜິດຕໍ່ລະບຽບກົດໝາຍ; 15. ເງິນນະໂຍບາຍຕໍ່ຜູ້ມີຜົນງານ,ຜູ້ເສຍຊີວິດແລະຜູ້ເສຍ ອົງຄະໃນພາລະກິດຕໍ່ສູ້ປົດປ່ອຍຊາດ,ເງິນອຸດໜູນສະມາຊິກສະພາແຫ່ງ ຊາດ; 16. ລາງວັນຈາກຜົນສໍາເລັດໃນການຄົ້ນຄວ້າທາງດ້ານ ວິທະຍາສາດແລະການປະດິດຄິດແຕ່ງ; 17. ເງິນອັດຕາກິນ,ຄ່າເດີນທາງ,ເງິນແຮແລະຄ່າພັກເຊົາ ຂອງພະນັກງານ,ລັດຖະກອນສັງກັດລັດທີ່ເຄື່ອນໄຫວວຽກງານວິຊາສະ ເພາະຊຶ່ງໄດ້ນໍາໃຊ້ງົບປະມານຂອງລັດແລະເງິນໂຄງການຊ່ວຍເຫຼືອລ້າ ຕາມກໍານົດໝາຍໃຊ້ຈ່າຍງົບປະມານ; 18. ລາຍໄດ້ຈາກການຊື້-ຂາຍທີ່ດິນ,ການໂອນສິດນໍາໃຊ້ທີ່ ດິນ,ສິ່ງປຸກສ້າງຫຼືທີ່ດິນພ້ອມສິ່ງປຸກສ້າງທີ່ຈົດເຂົ້າບັນຊີຊັບສິນຂອງຫົວ ໜ່ວຍການຜະລິດທຸະກິດທີ່ແຈ້ງເສຍອາກອນຕາມບັນຊີແລະເປັນການສືບ ທອດມູນມໍລະດົກລະຫວ່າງຍາດສາຍຕັ້ງດ້ວຍກັນເຊັ່ນພໍ່,ແມ່,ຜົວ,ເມຍ ແລະລູກ.

....ມາດຕາ 47 ອັດຕາອາກອນລາຍໄດ້

ມາດຕາ 47 ອັດຕາອາກອນລາຍໄດ້ ອັດຕາອາກອນລາຍໄດ້ກໍານົດດັ່ງນີ້: 1. ລາຍໄດ້ຈາກເງິນເດືອນ,ຄ່າແຮງງານ,ເງິນເພີ່ມໂມງ, ເງິນລ່ວງເວລາ,ເງິນຕໍາແໜ່ງ,ເງິນໜ້າທີ່,ເງິນບໍາເນັດປະຈໍາປີ,ເບ້ຍ ປະຊຸມສະພາບໍລິຫານຫຼືສະພາຜູ້ອໍານວຍການແລະຜົນປະໂຫຍດອື່ນເປັນ ເງິນຫຼືວັດຖຸຖືກເສຍອາກອນລາຍໄດ້ຕາມອັດຕາທະວີຄູນຢ່າງເປັນເອກະ ພາບກັນແຕ່ 0% ຫາ 24% ຕາມຕາຕະລາງດັ່ງນີ້: (ຫົວໜ່ວຍເປັນເງິນກີບ) ຂັ້ນ ຖານເງິນ ພື້ນຖານ ອັດຕາ ອາກອນ ອາກອນ ເດືອນ ຄິດໄລ່ ແຕ່ລະຂັ້ນ ທັງໝົດ ແຕ່ລະຂັ້ນ 1 <=1m 1m 0% 0 0 2 >1m 2m 5% 100k 100k 3 >3m 3m 10% 300k 400k 4 >6m 6m 12% 720k 1.12m 5 >12m 12m 15% 1.8m 2.92m 6 >24m 16m 20% 3.2m 6.12m 7 >40m ... 24 ... ...

2. ລາຍໄດ້ຈາກເງິນປັນຜົນຫຼືເງິນປັນຜົນກໍາໄລຫຼືຜົນປະ ໂຫຍດອື່ນໃຫ້ແກ່ຂາຮຸ້ນຫຼືຜູ້ຖືຮຸ້ນ,ກໍາໄລຈາກການຂາຍຮຸ້ນຂອງບຸກຄົນ, ນິຕິບຸກຄົນ... 10%; 3. ລາຍໄດ້ຈາກດອກເບ້ຍເງິນໃຫ້ກູ້ຢືມ,ລາຍໄດ້ຈາກຄ່າ ນາຍໜ້າຫຼືຕົວແທນຂອງບຸກຄົນ,ນິຕິບຸກຄົນ,ລາຍໄດ້ຈາກການຄໍ້າປະກັນ ທີ່ໄດ້ຮັບຕາມສັນຍາຫຼືຂໍ້ຜູກພັນອື່ນ...10% 4. ລາຍໄດ້ຈາກການເຄື່ອນໄຫວເຮັດກິດຈະການທີ່ມີລັກສະ ນະທຸລະກິດຂອງອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມ...10% 5. ລາຍໄດ້ຈາກລາງວັນ,ລາງວັນຫວຍເປັນເງິນຫຼືວັດຖຸທີ່ມີ ມູນຄ່າເກີນກວ່າໜຶ່ງລ້ານກີບ...10% 6. ລາຍໄດ້ຈາກການໃຫ້ເຊົ່າເຊັ່ນທີ່ດິນ,ເຮືອນ,ສິ່ງປຸກສ້າງ ,ພາຫະນະ,ເຄື່ອງກົນຈັກຫຼືຊັບສິນອື່ນ...10% 7. ລາຍໄດ້ຈາກຊັບສິນທາງປັນຍາເຊັ່ນສິດທິບັດ,ລິຂະສິດ, ເຄື່ອງໝາຍການຄ້າຫຼືສິດອື່ນຂອງບຸກຄົນຫຼືນິຕິບຸກຄົນ...5% 8. ລາຍໄດ້ຈາກການຊື້-ຂາຍ,ການໂອນສິດນໍາໃຊ້ທີ່ດິນ, ສິ່ງປຸກສ້າງຫຼືທີ່ດິນພ້ອມສິ່ງປຸກສ້າງນອກຈາກທີ່ໄດ້ກໍານົດໄວ້ໃນມາດຕາ 46 ຂໍ້ 18 ຂອງກົດໝາຍສະບັບນີ້.

....ມາດຕາ 48 ພື້ນຖານການຄິດໄລ່

ມາດຕາ 48 ພື້ນຖານການຄິດໄລ່ ພື້ນຖານການຄິດໄລ່ລາຍໄດ້ໃຫ້ປະຕິບັດດັ່ງນີ້: 1. ລາຍໄດ້ຈາກເງິນເດືອນ,ຄ່າແຮງງານ,ເງິນເພີ່ມໂມງ, ເງິນລ່ວງເວລາ,ເງິນຕໍາແໜ່ງ,ເງິນໜ້າທີ່,ເງິນບໍາເນັດປະຈໍາປີ,ເບ້ຍ ປະຊຸມສະພາບໍລິຫານຫຼືສະພາຜູ້ອໍານວຍການແລະຜົນປະໂຫຍດອື່ນເປັນ ເງິນຫຼືວັດຖຸແມ່ນເອົາຈໍານວນເງິນສົດທີ່ໄດ້ຮັບບວກມູນຄ່າລັດຖຸແລະຜົນ ປະໂຫຍດຢ່າງອື່ນທັງໝົດທີ່ໄດ້ຮັບຕາມສັນຍາ; 2. ລາຍໄດ້ຈາກເງິນປັນຜົນຫຼືເງິນປັນຜົນກໍາໄລຫຼືຜົນປະ ໂຫຍດອື່ນໃຫ່ແກ່ຂາຮຸ້ນຫຼືຜູ້ຖືຮຸ້ນ,ກໍາໄລຈາກການຂາຍຮຸ້ນຂອງບຸກຄົນ, ນິຕິບຸກຄົນແມ່ນ: - ຈໍານວນເງິນຜິດດ່ຽງຈາກການຂາຍຮຸ້ນ; - ລາຍໄດ້ຈາກເງິນປັນຜົນກໍາໄລຫຼືຜົນປະໂຫຍດອື່ນໃຫ້ແກ່ ຂາຮຸ້ນຫຼືຜູ້ຖືຮຸ້ນແມ່ນຈໍານວນເງິນປັນຜົນຫຼືຜົນປະໂຫຍດອື່ນທີ່ຂາຮຸ້ນຫຼືຜູ້ ຖືຮຸ້ນໄດ້ຮັບຕາມລະບຽບຂອງບໍລິສັດຫຼືຕາມມະຕິຕົກລົງຂອງກອງປະຊຸມ ຜູ້ຖືຮຸ້ນ,ສະພາບໍລິຫານແລະສະພາຜູ້ອໍານວຍການ. 3. ລາຍໄດ້ຈາກດອກເບ້ຍເງິນໃຫ້ກູ້ຢືມ,ລາຍໄດ້ຈາກຄ່າ ນາຍໜ້າຂອງບຸກຄົນຫຼືນິຕິບຸກຄົນ,ລາຍໄດ້ຈາກການຄໍ້າປະກັນທີ່ໄດ້ຮັບ ຕາມສັນຍາຫຼືຂໍ້ຜູກພັນອື່ນແມ່ນຈໍານວນເງິນດອກເບ້ຍ,ຈໍານວນເງິນຄ່າ ນາຍໜ້າທີ່ໄດ້ຮັບຕາມສັນຍາຫຼືຂໍ້ຜູກພັນອື່ນ; 4. ລາຍໄດ້ຈາກການເຄື່ອນໄຫວເຮັດກິດຈະການທີ່ມີລັກສະ ນະທຸລະກິດຂອງອົງການຈັດຕັ້ງຂອງລັດ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນແລະອົງການຈັດຕັ້ງສັງຄົມແລະລາຍໄດ້ທັງໝົດທີ່ໄດ້ ຮັບ; 5. ລາຍໄດ້ຈາກລາງວັນ,ລາງວັນຫວຍເປັນເງິນຫຼືວັດຖຸ ແມ່ນຈໍານວນເງິນຫຼືມູນຄ່າວັດຖຸທີ່ໄດ້ຮັບ,ສໍາລັບລາງວັນທີ່ໄດ້ຮັບເປັນ ວັດຖຸແມ່ນໃຫ້ຄິດໄລ່ເຂົ້າໃນມູນຄ່າລາງວັນເປັນເງິນທັງໝົດໂດຍແຍກ ມູນຄ່າວັດຖຸເປັນເງິນແລະອາກອນລາຍໄດ້ທີ່ຕ້ອງເສຍ; 6. ລາຍໄດ້ຈາກການໃຫ້ເຊົ່າແມ່ນຈໍານວນເງິນຄ່າເຊົ່າຫຼື ມູນຄ່າຂອງຜົນປະໂຫຍດຕ່າງທທາງດ້ານວັດຖຸທີ່ໄດ້ຮັບຕາມສັນຍາຫຼືຂໍ້ ຜູກພັນອື່ນ; 7. ລາຍໄດ້ຈາກຊັບສິນທາງປັນຍາເຊັ່ນສິດທິບັດ,ລິຂະສິດ, ເຄື່ອງໝາຍການຄ້າຫຼືສິດອື່ນແມ່ນລາຍໄດ້ທັງໝົດທີ່ໄດ້ຮັບຕາມສັນຍາ ຫຼືຂໍ້ຜູກພັນອື່ນ; 8. ລາຍໄດ້ຈາກການຊື້-ຂາຍຫຼືການໂອນສິດນໍາໃຊ້ທີ່ດິນ, ສິ່ງປຸກສ້າງຫຼືທີ່ດິນພ້ອມສິ່ງປຸກສ້າງແມ່ນລາຍໄດ້ທັງໝົດທີ່ໄດ້ຮັບສໍາລັບ ບຸກຄົນຊຶ່ງບໍ່ເປັນຫົວໜ່ວຍທຸລະກິດໃນລະບອບແຈ້ງເສຍອາກອນຕາມບັນ ຊີ.

....ມາດຕາ 49 ການຄິດໄລ່ອາກອນລາຍໄດ້

ມາດຕາ 49 ການຄິດໄລ່ອາກອນລາຍໄດ້ ອາກອນລາຍໄດ້ແມ່ນຄິດໄລ່ໃຫ້ເສຍເປັນເດືອນ,ເປັນປີຫຼື ຕາມສັນຍາບົນພື້ນຖານລາຍໄດ້ທັງໝົດທຸກປະເພດຄູນກັບອັດຕາອາ ກອນຕາມທີ່ໄດ້ກໍານົດໄວ້ໃນມາດຕາ 47 ຂອງກົດໝາຍສະບັບນີ້. ກ່ອນການຄິດໄລ່ອາກອນລາຍໄດ້ໃນສ່ວນທີ່ເປັນເງິນຕາ ຕ່າງປະເທດຕ້ອງຄິດໄລ່ເປັນເງິນກີບຕາມອັດຕາແລກປ່ຽນຂອງທະນາ ຄານໃນມື້ຄິດໄລ່ອາກອນລາຍໄດ້. ລາຍໄດ້ຈາກເງິນເດືອນແມ່ນໃຫ້ຄິດໄລ່ແລະຫັກອາກອນ ໄ້ວໂດຍບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງເປັນແຕ່ລະເດືອນໃນເວລາ ມີການເບີກຈ່າຍເພື່ອມອບເຂົ້າງົບປະມານແຫ່ງລັດ. ລາຍໄດ້ຈາກການໃຫ້ເຊົ່າແລະຈາກການຊື້-ຂາຍທີ່ດິນໃຫ້ ຄິດໄລ່ບົນພື້ນຖານລາຄາມາດຕະຖານໃນແຕ່ລະເຂດແລະແຕ່ລະໄລຍະ ເວລາໂດຍແມ່ນກະຊວງການເງິນແລະກະຊວງອື່ນທີ່ກ່ຽວຂ້ອງເປັນຜູ້ ກໍານົດລະບຽບການສະເພາະໂດຍອີງຕາມສະພາບຄວາມເປັນຈິງ. ນອກຈາກລາຍໄດ້ທີ່ໄດ້ກໍານົດໄວ້ໃນວັກ 3 ແລະ 4 ເທິງນີ້ ກ່ອນການເບີກຈ່າຍເງິນໃຫ້ຜູ້ມີລາຍໄດ້ນັ້ນບຸກຄົນ,ນິຕິບຸກຄົນແລະການ ຈັດຕັ້ງມີໜ້າທີ່ຄິດໄລ່ແລະຫັກອາກອນລາຍໄດ້ດັ່ງກ່າວໄວ້ຕາມໄລຍະ ເວລາທີ່ໄດ້ກໍານົດໄວ້ໃນສັນຍາແລະເວລາທີ່ມີລາຍໄດ້ເພື່ອມອບເຂົ້າງົບ ປະມານແຫ່ງລັດ.

....ມາດຕາ 50 ການແຈ້ງເສຍອາກອນລາຍໄດ້ຈາກເງິນເດືອນ

ມາດຕາ 50 ການແຈ້ງເສຍອາກອນລາຍໄດ້ຈາກເງິນເດືອນ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະອົງການຈັດຕັ້ງທີ່ ຈ່າຍເງິນເດືອນໃຫ້ແກ່ພະນັກງານ,ລັດຖະກອນ,ກໍາມະກອນແລະບຸກຄົນ ອື່ນຕາມສັນຍາຫຼືຂໍ້ຜູກພັນອື່ນມີໜ້າທີ່ຄິດໄລ່ຫັກອາກອນລາຍໄດ້ຈາກ ເງິນເດືອນທຸກເດືອນກ່ອນການເບີກຈ່າຍແລ້ວເຮັດບັນຊີແຈ້ງເສຍອາ ກອນທີ່ຫັັກໄວ້ນັ້ນຢື່ນຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ກ່ອນວັນທີສິບຫ້າຂອງເດືອນຕໍ່ໄປເພື່ອມອບອາກອນລາຍໄດ້.

....ມາດຕາ 51 ການແຈ້ງເສຍອາກອນລາຍໄດ້ຈາກການໃຊ້ເຊົ່າ

ມາດຕາ 51 ການແຈ້ງເສຍອາກອນລາຍໄດ້ຈາກການໃຊ້ເຊົ່າ ຜູ້ມີລາຍໄດ້ຈາກການໃຫ້ເຊົ່າມີໜ້າທີ່ແຈ້ງເສຍອາກອນຕໍ່ ຂະແໜງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບພາຍໃນກໍານົດສິບວັນ ນັບແຕ່ວັນໄດ້ຮັບຄ່າເຊົ່າເປັນຕົ້ນໄປເພື່ອຄິດໄລ່ອອກໃບສັ່ງມອບແລະ ມອບອາກອນລາຍໄດ້. ການແຈ້ງເສຍອາກອນລາຍໄດ້ຈາກການໃຫ້ເຊົ່າແມ່ນບົນ ພື້ນຖານສັນຍາເຊົ່າເປັນຫຼັກ,ລາຄາເຊົ່າຕາມມາດຕະຖານແລະລະບຽບ ການທີ່ໄດ້ກໍານົດໄວ້. ຖ້າການແຈ້ງຄ່າເຊົ່າໃນສັນຍາຫາກຕໍ່າກວ່າລາຄາມາດ ຕະຖານຫຼືບໍ່ຖືກຕ້ອງກັບຄວາມເປັນຈິງເຈົ້າໜ້າທີ່ສ່ວຍສາອາກອນມີສິດ ກວດກາແລະໄລ່ລຽງຄ່າເຊົ່າຕາມລາຄາມາດຕະຖານທີ່ໄດ້ກໍານົດໄວ້ ເພື່ອຄິດໄລ່ອາກອນລາຍໄດ້ໃຫ້ຖືກຕ້ອງກັບຕົວຈິງ.

....ມາດຕາ 52 ການແຈ້ງເສຍອາກອນລາຍໄດ້ປະເພດອື່ນ

ມາດຕາ 52 ການແຈ້ງເສຍອາກອນລາຍໄດ້ປະເພດອື່ນ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງກ່ອນການເບີກຈ່າຍເງິນ ຫຼືຜົນປະໂຫຍດອື່ນໃຫ້ຜູ້ມີລາຍໄດ້ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 45 ນອກຈາກຂໍ້ 1 ແລະ 6 ຂອງກົດໝາຍສະບັບນີ້ມີໜ້າທີ່ຫັກເງິນອາກອນ ລາຍໄດ້ແລ້ວເຮັດບັນຊີຕໍ່ຂະແໜງການສ່ວຍສາອາກອນບ່ອນທີ່ຕົນຂຶ້ນ ກັບພາຍໃນກໍານົດສິບວັນນັບແຕ່ວັນທີ່ໄດ້ຈ່າຍເງິນລາຍໄດ້ດັ່ງກ່າວເປັນ ຕົ້ນໄປເພື່ອມອບອາກອນລາຍໄດ້. ສໍາລັບລາຍໄດ້ຈາກຊັບສິນທາງປັນຍານັ້ນໃຫ້ຜູ້ມີລາຍໄດ້ ເປັນຜູ້ເສຍໂດຍຜູ້ຈ່າຍເງິນລາຍໄດ້ເປັນຜູ້ຫັກເງິນອາກອນລາຍໄດ້ແລະ ແຈ້ງຕໍ່ຂະແໜງການສ່ວຍສາອາກອນເພື່ອມອບເຂົ້າງົບປະມານແຫ່ງ ລັດຜ່ານຄັງເງິນແຫ່ງຊາດພາຍໃນສິບວັນນັບແຕ່ວັນໄດ້ຈ່າຍລາຍໄດ້ ດັ່ງກ່າວເວັ້ນເສຍແຕ່ສັນຍາຫາກໄດ້ກໍານົດໄວ້ຢ່າງອື່ນ. ສໍາລັບລາຍໄດ້ຈາກລາງວັນ,ລາງວັນຫວຍເປັນເງິນຫຼືວັດຖຸ ທີ່ມີມູນຄ່ານັ້ນໃຫ້ຜູ້ມີລາຍໄດ້ເປັນຜູ້ເສຍໂດຍຜູ້ຈ່າຍລາງວັນເປັນຜູ້ຫັກ ເງິນອາກອນລາຍໄດ້ທີ່ຄິດໄລ່ໄວ້ແລ້ວເຮັດບັນຊີແຈ້ງຕໍ່ຂະແໜງການ ສ່ວຍສາອາກອນເພື່ອມອບເຂົ້າງົບປະມານແຫ່ງລັດຜ່ານຄັງເງິນແຫ່ງ ຊາດພາຍໃນສິບວັນນັບແຕ່ວັນໄດ້ຈ່າຍລາຍໄດ້ດັ່ງກ່າວເປັນຕົ້ນໄປ, ສ່ວນທີ່ເຫຼືອແມ່ນມອບໃຫ້ຜູ້ຖືກລາງວັນເປັນເງິນຫຼືວັດຖຸ. ສໍາລັບລາຍໄດ້ຈາກການຊື້-ຂາຍຫຼືການໂອນກໍາມະສິດທີ່ດິນ ນັ້ນໃຫ້ຜູ້ມີລາຍໄດ້ເປັນຜູ້ເສຍ(ຜູ້ຂາຍຫຼືຜູ້ມີລາຍໄດ້ຈາກການໂອນກໍາມະ ສິດ)ໂດຍມອບໃຫ້ຜູ້ຊື້ຫຼືຜູ້ໂອນກໍາມະສິດທີ່ດິນຕາມສັນຍາເປັນຜູ້ຫັກເງິນ ອາກອນລາຍໄດ້ແລະແຈ້ງຕໍ່ຂະແໜງການສ່ວຍສາອາກອນເພື່ອມອບ ເຂົ້າງົບປະມານແຫ່ງລັດຜ່ານຄັງເງິນແຫ່ງຊາດພາຍໃນສິບວັນນັບແຕ່ ວັນໄດ້ຈ່າຍລາຍໄດ້ດັ່ງກ່າວເປັນຕົ້ນໄປ,ເວັ້ນເສຍແຕ່ໄດ້ກໍານົດໄວ້ໃນ ສັນຍາລະຫວ່າງຜູ້ຊື້ແລະຜູ້ຂາຍຫຼືຜູ້ໂອນແລະຜູ້ຮັບໂອນກ່ຽວກັບການ ມອບອາກອນລາຍໄດ້ໂດຍອີງຕາມວິທີຄິດໄລ່ທີ່ໄດ້ກໍານົດໄວ້ໃນມາດຕາ 49 ຂອງກົດໝາຍສະບັບນີ້. ຖ້າເຫັນວ່າການແຈ້ງມູນຄ່າຊື້-ຂາຍຫຼືການໂອນກໍາມະສິດ ຫາກບໍ່ຖືກຕ້ອງກັບຄວາມເປັນຈິງເຈົ້າໜ້າທີ່ສ່ວຍສາອາກອນມີສິດຄິດ ໄລ່ຕາມລາຄາມາດຕະຖານຕາມແຕ່ລະເຂດແຕ່ລະໄລຍະເພື່ອຄິດໄລ່ ອາກອນລາຍໄດ້ໃຫ້ຖືກກັບຄວາມເປັນຈິງ.

....ມາດຕາ 53 ການຊໍາລະຜ່ານລະບົບທະນາຄານ

ມາດຕາ 53 ການຊໍາລະຜ່ານລະບົບທະນາຄານ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ດໍາເນີນການຜະລິດທຸ ລະກິດຢູ່ສປປລາວມີລາຍຮັບຈາກການຊື້-ຂາຍ,ການໃຫ້ບໍລິການແລະ ລາຍໄດ້ປະເພດຕ່າງໆທີ່ໄດ້ກໍານົດໄວ້ໃນມາດຕາ 45 ຂອງກົດໝາຍ ສະບັບນີ້ຕ້ອງດໍາເນີນການຊໍາລະຜ່ານລະບົບທະນາຄານຂອງ ສປປ ລາວ,ເວັ້ນເສຍແຕ່ລາຍໄດ້ທີ່ມີມູນຄ່າບໍ່ເກີນໜຶ່ງລ້ານກີບ.

...ໝວດທີ 3 ອາກອນມອບເໝົາ


....ມາດຕາ 54 ອາກອນມອບເໝົາ

ມາດຕາ 54 ອາກອນມອບເໝົາ ອາກອນມອບເໝົາແມ່ນອາກອນທາງກົງທີ່ເກັບຈາກບຸກຄົນ, ນິຕິບຸກຄົນທີ່ດໍາເນີນການຜະລິດທຸລະກິດຂະໜາດນ້ອຍແລະກາງທີ່ບໍ່ຢູ່ໃນ ລະບົບອາກອນມູນຄ່າເພີ່ມຊຶ່ງເປັນການມອບເໝົາໃຫ້ເສຍອາກອນຕາມ ສັນຍາລະຫວ່າງຂະແໜງການສ່ວຍສາອາກອນແລະຜູ້ເສຍອາກອນໂດຍ ບໍ່ກວມເອົາອາກອນລາຍໄດ້ທີ່ໄດ້ກໍານົດໄວ້ໃນມາດຕາ 45 ຂອງກົດ ໝາຍສະບັບນີ້.

....ມາດຕາ 55 ການຄິດໄລ່ອາກອນມອບເໝົາ

ມາດຕາ 55 ການຄິດໄລ່ອາກອນມອບເໝົາ ການຄິດໄລ່ອາກອນມອບເໝົາແມ່ນໃຫ້ເອົາລາຍຮັບທຸລະ ກິດໃນປີຄູນກັບອັດຕາອາກອນມອບເໝົາ.ກ່ອນການຄິດໄລ່ອາກອນ ມອບເໝົາຫົວໜ່ວຍການຜະລິດທຸລະກິດຕ້ອງໄດ້ສະຫຼຸບຕົວເລກລາຍ ຮັບທຸລະກິດໃນປີຜ່ານມາແລະຄາດຄະເນແຜນໃນປີເພື່ອເປັນຂໍ້ມູນໃນ ການຄິດໄລ່,ໃນກໍລະນີທີ່ເຫັນວ່າຂໍ້ມູນດັ່ງກ່າວບໍ່ຖືກກັບຄວາມເປັນຈິງ ຂະແໜງການສ່ວຍສາອາກອນປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງລົງປະເມີນເພື່ອກໍານົດຕົວເລກລາຍຮັບທຸລະກິດໃຫ້ຖືກຕ້ອງກັບ ສະພາບແລະການເຄື່ອນໄຫວຕົວຈິງຢູ່ສະຖານທີ່ດໍາເນີນທຸລະກິດ.

....ມາດຕາ 56 ອັດຕາອາກອນມອບເໝົາ

ມາດຕາ 56 ອັດຕາອາກອນມອບເໝົາ ຜູ້ດໍາເນີນການຜະລິດທຸລະກິດຂະໜາດນ້ອຍແລະກາງທີ່ມີ ຕົວເລກລາຍຮັບທຸລະກິດໃນປີຕໍ່າກວ່າ ຫ້າສິບລ້ານກີບໃຫ້ປະຕິບັດດັ່ງ ນີ້: - ແຕ່ສິບສອງລ້ານກີບລົງມາໃຫ້ຍົກເວັ້ນ,ຫຼາຍກວ່າສິບ ສອງລ້ານກີບຂຶ້ນມາແຕ່ບໍ່ເກີນຫ້າສິບລ້ານກີບໃຫ້ເກັບອາກອນມອບ ເໝົາແຕ່ລະກິດຈະການໃນອັດຕາເດັດຖານບໍ່ໃຫ້ເກີນຫົກແສນກີບຕໍ່ປີ ໂດຍການຕົກລົງຂອງລັດຖະບານເພື່ອໃຫ້ສອດຄ່ອງກັບຂະໜາດການ ຜະລິດທຸລະກິດແລະຈຸດພິເສດຂອງແຕ່ລະທ້ອງຖິ່ນ; - ສໍາລັບຜູ້ດໍາເນີນການຜະລິດທຸລະກິດຂະໜາດນ້ອຍແລະ ກາງທີ່ມີຕົວເລກລາຍຮັບທຸລະກິດໃນປີຫຼາຍກວ່າຫ້າລ້ານກີບຂຶ້ນໄປຮອດ ສີ່ລ້ອຍລ້ານກີບໃຫ້ປະຕິບັດອັດຕາອາກອນມອບເໝົາດັ່ງນີ້:

(ຫົວໜ່ວຍເປັນເງິນກີບ) ຕົວເລກລາຍຮັບທຸລະກິດໃນປີທີ່ ອັດຕາຄິດໄລ່ອາກອນມອບ ເໝົາແຕ່ລະປະເປັນພື້ນຖານ ຄິດໄລ່ເພດກິດຈະການ ການຜະ ການຄ້າ ການບໍລິ ລິດ ການ >5m 3% 4% 5% >12m 4% 5% 6% >240m 5% 6% 7%

ອາກອນມອບເໝົາຕ້ອງມອບເປັນເດືອນ,ສາມເດືອນ,ຫົກ ເດືອນຫຼືປີຕາມທີ່ໄດ້ກໍານົດໄວ້ໃນສັນຍາ.ໃນກໍລະນີຫາກເຫັນວ່າຜູ້ເສຍ ອາກອນມີຕົວເລກລາຍຮັບທຸລະກິດໃນປີເພີ່ມຂຶ້ນຫຼືຫຼຸດລົງຈາກທີ່ໄດ້ກໍາ ນົດໄວ້ໃນສັນຍາ,ເຈົ້າໜ້າທີ່ສ່ວຍສາອາກອນປະສານສົມທົບກັບຜູ້ເສຍ ອາກອນຫຼືພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າພິຈາລະນາຄິດໄລ່ອາກອນໃຫ້ ເປັນເອກະພາບແລະຖືກກັບຄວາມເປັນຈິງ,ທວງເກັບອາກອນສ່ວນທີ່ ເກີນໃນຜ່ານມາພ້ອມກັນນັ້ນກໍ່ຕ້ອງໄດ້ເຮັດສັນຍາອາກອນມອບເໝົາຄືນ ໃໝ່ເພື່ອປະຕິບັດການເສຍອາກອນໃນຕໍ່ໜ້າ.

...ໝວດທີ 4 ອາກອນສິ່ງແວດລ້ອມ


....ມາດຕາ 57 (ໃໝ່) ອາກອນສິ່ງແວດລ້ອມ

ມາດຕາ 57 (ໃໝ່) ອາກອນສິ່ງແວດລ້ອມ ອາກອນສິ່ງແວດລ້ອມແມ່ນອາກອນທາງກົງທີ່ເກັບຈາກບຸກ ຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການຜະລິດ ທຸລະກິດ,ໃຫ້ຈໍາເຂົ້າຫຼືນໍາໃຊ້ຊັບພະຍາກອນທໍາມະຊາດຢູ່ ສປປລາວ ຊຶ່ງ ກໍ່ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ,ສ້າງຄວາມເສຍຫາຍຕໍ່ສຸຂະພາບ,ຊີ ວິດຂອງຄົນ,ສັດ,ພືດແລະຄວາມດຸ່ນດ່ຽງຂອງລະບົບນິເວດວິທະຍາ.

....ມາດຕາ 58 (ໃໝ່) ຂອບເຂດການເກັບອາກອນສິ່ງແວດລ້ອມ

ມາດຕາ 58 (ໃໝ່) ຂອບເຂດການເກັບອາກອນສິ່ງແວດລ້ອມ ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງລວມທັງຄົນລາວ,ຄົນ ຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດທີ່ໄດ້ຮັບອະນຸຍາດໃຫ້ດໍາ ເນີນການຜະລິດທຸລະກິດ,ໃຫ້ນໍາເຂົ້າຫຼືນໍາໃຊ້ຊັບພະຍາກອນທໍາມະຊາດ ຊຶ່ງກໍ່ໃຫ້ເກີດມີມົນລະພິດຕໍ່ສິ່ງແວດລ້ອມຢູ່ໃນດິນແດນ ສປປລາວ ລ້ວນ ແຕ່ຕ້ອງເສຍອາກອນສິ່ງແວດລ້ອມແນໃສ່ທໍາການບໍາບັດ,ດໍາເນີນ ການປົວແປງຫຼືກໍາຈັດມົນລະພິດແລະສິ່ງເສດເຫຼືອໃຫ້ຄືນສູ່ສະພາບທີ່ ເໝາະສົມຕໍ່ການດໍາລົງຊີວິດທີ່ດີໃນສັງຄົມ. ສ່ວນລາຍການຖືກເສຍ,ຖືກຍົກເວັ້ນ,ເປົ້າໝາຍການເກັບ, ພື້ນຖານຄິດໄລ່ແລະອັດຕາການເກັບໄດ້ກໍານົດໄວ້ໃນລະບຽບການສະ ເພາະ.

...ໝວດທີ 5 ຄ່າທໍານຽມແລະຄ່າບໍລິການວິຊາການ


....ມາດຕາ 59 ຄ່າທໍານຽມແລະຄ່າບໍລິການວິຊາການ

ມາດຕາ 59 ຄ່າທໍານຽມແລະຄ່າບໍລິການວິຊາການ ຄ່າທໍານຽມແມ່ນພັນທະທາງກົງທີ່ເປັນຄ່າສິດຄຸ້ມຄອງບໍລິ ຫານລັດທີ່ເກັບຈາກບຸກຄົນ,ນິຕິບຸກຄົນຫຼືອົງການຈັດຕັ້ງທີ່ເຄື່ອນໄຫວ ທາງດ້ານເສດຖະກິດແລະສັງຄົມໂດຍຜ່ານຂະແໜງການຂອງລັດດ້ວຍ ຮູບການອອກໃບຢັ້ງຢືນແລະໃບອະນຸຍາດຕ່າງໆ. ຄ່າບໍລິການວິຊາການແມ່ນພັນທະທາງກົງທີ່ເປັນຄ່າບໍລິການ ທາງດ້ານບໍລິຫານວິຊາການຈາກຂະແໜງການຂອງລັດໃນການເຄື່ອນ ໄຫວຮັບໃຊ້ສັງຄົມໂດຍບໍ່ຫວັງຜົນກໍາໄລແລະເພື່ອເປັນການຊ່ວຍໝູນ ການໃຊ້ຈ່າຍງົບປະມານແຫ່ງລັດ.

....ມາດຕາ 60 ອັດຕາຄ່າທໍານຽມແລະຄ່າບໍລິການວິຊາການ

ມາດຕາ 60 ອັດຕາຄ່າທໍານຽມແລະຄ່າບໍລິການວິຊາການ ອັດຕາຄ່າທໍານຽມ,ຄ່າບໍລິການວິຊາການລວມທັງການເກັບ ແລະການມອບໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດວ່າ ດ້ວຍຄ່າທໍານຽມແລະຄ່າບໍລິການວິຊາການແລະລະບຽບການອື່ນທີ່ກ່ຽວ ຂ້ອງຊຶ່ງໄດ້ປະກາດໃຊ້ໃນແຕ່ລະໄລຍະ.

..ພາກທີ 5 ສິດ,ພັນທະຂອງຜູ້ເສຍອາກອນ,ຂອງບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ


...ມາດຕາ 61 ສິດແລະພັນທະຂອງຜູ້ເສຍອາກອນ

ມາດຕາ 61 ສິດແລະພັນທະຂອງຜູ້ເສຍອາກອນ 1. ຜູ້ເສຍອາກອນມີສິດດັ່ງນີ້: - ໄດ້ຮັບການສະໜອງຂໍ້ມູນ,ຂ່າວສານ,ຊີ້ແຈງ,ອະທິບາຍ ແລະໃຫ້ການແນະນໍາກ່ຽວກັບນະໂຍບາຍ,ລະບຽບການເສຍອາກອນ ລວມທັງການກໍານົດພັນທະທາງດ້ານອາກອນຂອງຜູ້ເສຍອາກອນ; - ໄດ້ຮັບການຮັກສາຄວາມລັບກ່ຽວກັບຂໍ້ມູນຂອງຜູ້ເສຍ ອາກອນ; -ໄດ້ຮັບນະໂຍບາຍຫຼຸດຜ່ອນ,ຍົກເວັ້ນອາກອນຕາມລະບຽບ ກົດໝາຍ; - ໄດ້ຮັບເງິນອາກອນທີ່ມອບເກີນຄືນຕາມລະບຽບກົດໝາຍ; ສະເໜີ,ຮ້ອງທຸກ,ຮ້ອງຟ້ອງກ່ຽວກັບການກະທໍາຂອງເຈົ້າ ໜ້າທີ່,ພະນັກງານສ່ວຍສາອາກອນຫຼືການຈັດຕັ້ງທີ່ບໍ່ຖືກຕ້ອງແລະບໍ່ ສອດຄ່ອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແລະກົດໝາຍອື່ນທີ່ ກ່ຽວຂ້ອງ. 2. ຜູ້ເສຍອາກອນມີພັນທະດັ່ງນີ້: - ຄິດໄລ່,ແຈ້ງແລະເສຍອາກອນໃຫ້ຖືກຕ້ອງ,ຄົບຖ້ວນແລະ ຖືກຕາມກໍານົດເວລາ; - ຮັບຜິດຊອບຕໍ່ການແຈ້ງ,ການຄິດໄລ່,ການຂໍຫັກ,ການຂໍ ຫຼຸດຜ່ອນແລະການຂໍຍົກເວັ້ນອາກອນໃຫ້ຊັດເຈນ,ຖືກຕ້ອງຕາມຄວາມ ເປັນຈິງ; - ສະຫຼຸບແລະສ້າງແຜນການມອບພັນທະໃນປີ; - ລາຍງານບັນຊີເງິນຝາກຂອງຕົນຢູ່ທະນາຄານ,ຄັງເງິນ ແລະສະຖາບັນການເງິນອື່ນໃຫ້ແກ່ຂະແໜງການສ່ວຍສາອາກອນ; - ຖືບັນຊີແລະນໍາໃຊ້ໃບເກັບເງິນຕາມລະບຽບກົດໝາຍ; - ສະໜອງເອກະສານບັນຊີ,ໃບເກັບເງິນ,ໃບຢັ້ງຢືນຖານະ ການເງິນແລະເອກະສານອື່ນທີ່ພົວພັນກັບການຄິດໄລ່ແລະການກວດກາ ບັນຊີໃຫ້ຂະແໜງການສ່ວຍສາອາກອນຕາມລະບຽບການ; - ປະຕິບັດຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງ ເຈົ້າໜ້າທີ່ສ່ວຍສາອາກອນໃນການມອບອາກອນຄ້າງມອບແລະຄ່າປັບ ໃໝ,ຖ້າຫາກຍັງບໍ່ເອົາໃຈໃສແລະບໍ່ໃຫ້ຄວາມຮ່ວມມືຕ້ອງໄດ້ຍິນຍອມໃຫ້ ຍຶດຫຼືອາຍັດຊັບທີ່ຕົນມີຊຶ່ງເທົ່າກັບມູນຄ່າອາກອນທີ່ຄ້າງມອບ; - ຮັກສາແລະເກັບມ້ຽນເອກະສານການບັນຊີຕາມລະບຽບ ກົດໝາຍ; - ປະຕິບັດພັນທະອື່ນຕາມລະບຽບກົດໝາຍ.

...ມາດຕາ 62 ສິດແລະພັນທະຂອງບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ

ມາດຕາ 62 ສິດແລະພັນທະຂອງບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ ບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງມີສິດແລະພັນທະດັ່ງນີ້: 1. ຕິດຕາມກວດກາ,ສະໜອງຂໍ້ມູນຂ່າວສານຂອງຜູ້ເສຍ ອາກອນແລະໃຫ້ການຮ່ວມມືຊ່ວຍເຫຼືອແກ່ຂະແໜງການສ່ວຍສາອາ ກອນຕາມພາລະບົດບາດຂອງຕົນ; 2. ແຈ້ງແລະລາຍງານການລະເມີດລະບຽບກົດໝາຍ ກ່ຽວກັບສ່ວຍສາອາກອນຕໍ່ຂະແໜງການສ່ວຍສາອາກອນໂດຍໄດ້ຮັບ ການປົກປ້ອງແລະຮັກສາຄວາມລັບຕາມກົດໝາຍ.

..ພາກທີ 6 ການປະຕິບັດວຽກງານສ່ວຍສາອາກອນ


...ມາດຕາ 63 ແຜນການຄິດໄລ່ມອບອາກອນ

ມາດຕາ 63 ແຜນການຄິດໄລ່ມອບອາກອນ ແຕ່ລະປີຜູ້ດໍາເນີນການຜະລິດທຸລະກິດຕ້ອງຄິດໄລ່ແລະແຈ້ງ ແຜນການມອບອາກອນແຕ່ລະປະເພດໃຫ້ຂະແໜງການສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ.ຫຼັງຈາກໄດ້ຮັບແຜນການດັ່ງກ່າວແລ້ວຂະແໜງການ ສ່ວຍສາອາກອນຕ້ອງສົມທຽບແລະວິໄຈຂໍ້ມູນຕົວຈິງ,ຖ້າເຫັນວ່າແຜນ ການຄິດໄລ່ມອບອາກອນນັ້ນບໍ່ຈະແຈ້ງຕ້ອງແຈ້ງໃຫ້ຜູ້ດໍາເນີນການຜະ ລິດທຸລະກິດດັ່ງກ່າວຄິດໄລ່ຄືນໃໝ່ແລ້ວສົ່ງໃຫ້ຂະແໜງການສ່ວຍສາອາ ກອນບໍ່ໃຫ້ການເດືອນມີນາຂອງທຸກປີ.

...ມາດຕາ 64 ການຖືບັນຊີ

ມາດຕາ 64 ການຖືບັນຊີ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະຜູ້ປະກອບອາຊີບອິດ ສະລະຕ້ອງປະຕິບັດລະບອບການຖືບັນຊີຢ່າງຄົບຖ້ວນ,ຖືກຕ້ອງຕາມລະ ບຽບຫຼັກການທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການບັນຊີແລະມາດຕະ ຖານການບັນຊີຂອງ ສປປລາວ. ເອກະສານບັນຊີທີ່ໃຊ້ແລ້ວຕ້ອງຮັກສາໄວ້ພາຍໃນກໍານົດສິບ ປີແລະສາມາດນໍາສະເໜີເຈົ້າໜ້າທີ່ສ່ວຍສາອາກອນໄດ້ທຸກເວລາ. ການຖືບັນຊີດ້ວຍລະບົບໂປຼແກຼມຄັອມພິວເຕີ້ຕ້ອງຂຶ້ນທະບຽນ ຕາມລະບຽບການແລະມາດຕະຖານການບັນຊີທີ່ໄດ້ກໍານົດໄວ້.

...ມາດຕາ 65 ການນໍາໃຊ້ໃບເກັບເງິນ

ມາດຕາ 65 ການນໍາໃຊ້ໃບເກັບເງິນ ວິສາຫະກິດສ່ວນບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ມີການ ຊື້-ຂາຍສິນຄ້າແລະການບໍລິການຕ້ອງໄດ້ນໍາໃຊ້ໃບເກັບເງິນທຸກຄັ້ງຕາມ ທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ. ກະຊວງການເງິນເປັນຜູ້ຕົກລົງໃນການອອກແບບ,ການຈັດ ພິມ,ການແຈກຢາຍ,ການຄຸ້ມຄອງແລະການນໍາໃຊ້ໃບເກັບເງິນທຸກປະ ເພດໃນລັກສະນະສະເພາະແລະທົ່ວໄປໃຫ້ສອດຄ່ອງກັບລະບຽບກົດໝາຍ.

...ມາດຕາ 66 ການປັບຕົວເລກອາກອນ

ມາດຕາ 66 ການປັບຕົວເລກອາກອນ ການຄິດໄລ່ອາກອນ,ຄ່າທໍານຽມແລະຄ່າບໍລິການວິຊາການ ທີ່ຕ້ອງມອບນັ້ນຫາກຈໍານວນອາກອນຄິດໄລ່ອອກມາເປັນຕົວເລກເສດໃຫ້ ປັບຂຶ້ນຫຼືປັບລົງບໍ່ໃຫ້ເປັນເລກເສດ.

...ມາດຕາ 67 ການມອບອາກອນ,ຄ່າທໍານຽມແລະຄ່າບໍລິການວິຊາການ

ມາດຕາ 67 ການມອບອາກອນ,ຄ່າທໍານຽມແລະຄ່າບໍລິການວິຊາການ ອາກອນ,ຄ່າທໍານຽມ,ຄ່າບໍລິການວິຊາການແລະຄ່າປັບໃໝ ທີ່ກໍານົດໃຫ້ເກັບເປັນເງິນກີບຫຼືເປັນເງິນຕາຕ່າງປະເທດຕ້ອງເກັບເປັນ ເງິນສະກຸນນັ້ນ ຈະເປັນເງິນສົດ,ເປັນເຊັກ,ພັນທະບັດກໍ່ໄດ້ ແລະ ມອບ ຕາມສະກຸນເງິນທີ່ເກັບໄດ້ເຂົ້າງົບປະມານແຫ່ງລັດຜ່ານລະບົບທະນາ ຄານຂອງ ສປປລາວ ຫຼືຄັງເງິນແຫ່ງຊາດຕາມໃບແຈ້ງມອບອາກອນຫຼື ຄ່າທໍານຽມແລະຄ່າບໍລິການວິຊາການ. ສໍາລັບເຂດຫ່າງໄກທີ່ບໍ່ມີທະນາຄານບໍລິການໃຫ້ມອບເປັນ ເງິນສົດແກ່ຄັງເງິນແຫ່ງຊາດຫຼືຫ້ອງການສ່ວຍສາອາກອນປະຈໍາເມືອງ. ການມອບອາກອນ,ຄ່າທໍານຽມ,ຄ່າບໍລິການວິຊາການແລະ ຄ່າປັບໃໝ່ທີ່ເປັນເງິນຕາຕ່າງປະເທດໂດຍຜູ້ເສຍອາກອນແລະການຮັບ ເງິນດັ່ງກ່າວຜ່ານທະນາຄານເຂົ້າບັນຊີຂອງຄັງເງິນແຫ່ງຊາດຕ້ອງຈົດ ເຂົ້າບັນຊີເງິນຕາຕ່າງປະເທດແລະລົງບັນຊີເປັນສະກຸນເງິນກີບຕາມໃບ ສັ່ງມອບຂອງເຈົ້າໜ້າທີ່ສ່ວຍສາອາກອນບົນພື້ນຖານອັດຕາແລກປ່ຽນ ຂອງທະນາຄານທີ່ປະກາດໃຊ້ໃນແຕ່ລະໄລຍະ.

...ມາດຕາ 68 ການສົ່ງອາກອນຄືນ

ມາດຕາ 68 ການສົ່ງອາກອນຄືນ ໃນກໍລະນີທີ່ມີການຄິດໄລ່ອາກອນພິດພາດໂດຍການໃຫ້ຂໍ້ມູນ ທີ່ບໍ່ຖືກຕ້ອງຂອງຜູ້ດໍາເນີນການຜະລິດທຸລະກິດຫຼືຂອງເຈົ້າໜ້າທີ່ສ່ວຍສາ ອາກອນເຊັ່ນການຄິດໄລ່ໃຫ້ເສຍສອງເທື່ອ,ຄິດໄລ່ໃຫ້ເສຍບໍ່ຖືກຕ້ອງຕາມ ອັດຕາທີ່ໄດ້ກໍານົດໄວ້,ໃຫ້ເສຍເກີນຈໍານວນທີ່ຕ້ອງເສຍຫຼືມີອາກອນຕ້ອງ ສົ່ງຄືນນັ້ນຂະແໜງການສ່ວຍສາອາກອນຕ້ອງຄົ້ນຄວ້າແກ້ໄຂດ້ວຍຄວາມ ຮັບຜິດຊອບເພື່ອສົ່ງເງິນຄືນໃຫ້ຜູ້ເສຍອາກອນ,ແຕ່ຖ້າບໍ່ສາມາດຫັກສົ່ງ ຄືນໃຫ້ໄດ້ຕ້ອງຍົກອາກອນທີ່ຕ້ອງສົ່ງຄືນນັ້ນໄປຫັກອອກຈາກຈໍານວນອາ ກອນປະເພດດຽວກັນຫຼືອາກອນປະເພດອື່ນທີ່ຕ້ອງເສຍໃນເດືອນ,ງວດຫຼືປີ ຕໍ່ໄປ.

...ມາດຕາ 69 ການທວງເກັບອາກອນ

ມາດຕາ 69 ການທວງເກັບອາກອນ ຂະແໜງການສ່ວຍສາອາກອນມີສິດກວດກາການຄິດໄລ່ ແລະການເສຍອາກອນຂອງຜູ້ເສຍອາກອນໄດ້ພາຍໃນກໍານົດສາມປີ ການບັນຊີ,ຖ້າກວດເຫັນວ່າມີການຄິດໄລ່ແລະການເສຍອາກອນທີ່ບໍ່ຖືກ ຕ້ອງຄົບຖ້ວນຂະແໜງການສ່ວຍສາອາກອນສາມາດທວງເກັບເອົາອາ ກອນຄືນພ້ອມທັງປັບໃໝຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 73 ຂອງກົດ ໝາຍສະບັບນີ້.

...ມາດຕາ 70 ການລົບລ້າງອາກອນທີ່ບໍ່ສາມາດຮຽກເກັບໄດ້

ມາດຕາ 70 ການລົບລ້າງອາກອນທີ່ບໍ່ສາມາດຮຽກເກັບໄດ້ ຂະແໜກງານສ່ວຍສາອາກອນມີໜ້າທີ່ເຮັດບັນຊີລວບລວມ ໃບມອບອາກອນທີ່ຮຽກເກັບບໍ່ໄດ້ໃນໄລຍະຜ່ານມາ,ໃນກໍລະນີຜູ້ເສຍອາ ກອນຫາຍສາບສູນຫຼືເສຍຊີວິດທີ່ບໍ່ມີຊັບສິນເຫຼືອໄວ້ແລ້ວຕ້ອງປະສານສົມ ທົບກັບອົງການປົກຄ້ອງທ້ອງຖິ່ນແລະຂະແໜງການອື່ນທີ່ກ່ຽວຂ້ອງເພື່ອ ຄວາມເປັນເອກະພາບກັນແລ້ວສະເໜີຕໍ່ລັດຖະມົນຕີວ່າການກະຊວງ ການເງິນພິຈາລະນາອອກຂໍ້ຕົກລົງລົບລ້າງ.

...ມາດຕາ 71 ການຍື່ນຄໍາສະເໜີ

ມາດຕາ 71 ການຍື່ນຄໍາສະເໜີ ຜູ້ເສຍອາກອນທີ່ເຫັນວ່າຕົນເສຍອາກອນບໍ່ຖືກຕ້ອງມີສິດຍື່ນ ຄໍາສະເໜີຕໍ່ຂະແໜງການສ່ວຍສາອາກອນບ່ອນຕົນຂຶ້ນກັບພາຍໃນກໍາ ນົດສາມສິບວັນນັບແຕ່ວັນໄດ້ຮັບໃບສັ່ງມອບຫຼືໃບແຈ້ງເສຍອາກອນເປັນ ຕົ້ນໄປ,ຖ້າກາຍກໍານົດເວລາດັ່ງກ່າວກໍ່ຈະບໍ່ຮັບພິຈາລະນາຄໍາສະເໜີ ນັ້ນ.

...ມາດຕາ 72 ການພິຈາລະນາຄໍາສະເໜີ

ມາດຕາ 72 ການພິຈາລະນາຄໍາສະເໜີ ຂະແໜງການສ່ວຍສາອາກອນມີໜ້າທີ່ພິຈາລະນາແລະໃຫ້ ຄໍາຕອບແກ່ຜູ້ເສຍອາກອນເປັນລາຍລັກອັກສອນພາຍໃນກໍານົດສາມສິບ ວັນນັບແຕ່ວັນໄດ້ຮັບຄໍາສະເໜີເປັນຕົ້ນໄປ.ຖ້າເຫັນວ່າຜູ້ເສຍອາກອນ ຫາກມີເຫດຜົນພຽງພໍຂະແໜງການສ່ວຍສາອາກອນຕ້ອງຄິດໄລ່ອາກອນ ຄືນໃໝ່ແລະສົ່ງອາກອນສ່ວນທີ່ເລືອນັ້ນຄືນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 68 ຂອງກົດໝາຍສະບັບນີ້. ໃນກໍລະນີຜູ້ຍື່ນຄໍາສະເໜີບໍ່ໄດ້ຮັບການພິຈາລະນາຫຼືໄດ້ຮັບ ການພິຈາລະນາແກ້ໄຂແຕ່ເຫັນວ່າຍັງບໍ່ສອດຄ່ອງກັບລະບຽບກົດໝາຍ ຜູ້ກ່ຽວມີສິດສະເໜີຕໍ່ຂະແໜງການການເງິນແຕ່ລະຂັ້ນ(ຫ້ອງການການ ເງິນເມືອງ,ເທດສະບານ,ພະແນກງານເງິນແຂວງ,ນະຄອນແລະກະຊວງ ການເງິນ)ຫຼືສະເໜີໃຫ້ຜູ້ເສຍອາກອນຮ້ອງຟ້ອງຕາມຂະບວນການຍຸດຕິ ທໍາເພື່ອພິຈາລະນາ.

...ມາດຕາ 73 ການປັບໃໝ

ມາດຕາ 73 ການປັບໃໝ ຜູ້ເສຍອາກອນທີ່ລະເມີດລະບຽບການແຈ້ງແລະການມອບ ອາກອນຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຈະຖືກປັບໃໝຕາມກໍ ລະນີດັ່ງນີ້: 1. ການຍື່ນໃບແຈ້ງແລະມອບອາກອນຊັກຊ້າຈະຖືກປັບໃໝ ສູນຈຸດໜຶ່ງສ່ວນຮ້ອຍ(0,1%)ຂອງຈໍານວນເງິນທີ່ຕ້ອງເສຍຕໍ່ວັນ,ເງິນ ຄ່າປັບໃໝແມ່ນບໍ່ໃຫ້ເກີນຈໍານວນເງິນອາດອນທີ່ຕ້ອງມອບ; 2. ການແຈ້ງລາຍຮັບບໍ່ຖືກຕ້ອງ,ການເສຍອາກອນບໍ່ຄົບ ຖ້ວນ,ການຂາຍສິນຄ້າ,ການໃຫ້ການບໍລິການໂດຍບໍ່ອອກໃບເກັບເງິນ ຫຼືອອກໃບເກັບເງິນບໍ່ຖືກຕ້ອງຈະຖືກປັບໃໝດັ່ງນີ້: ລະເມີດຄັ້ງທີໜຶ່ງ: - ຄິດໄລ່ການເສຍອາກອນຄືນໃຫ້ຄົບຖ້ວນຫ - ຄິດໄລ່ຄ່າປັບໃໝຊາວສ່ວນຮ້ອຍ(20%)ຂອງຈໍານວນ ອາກອນທີ່ຄິດໄລ່ໃຫ້ເສຍຄືນ; - ປັບໃໝຕາມລະບຽບການບັນຊີແລະລະບຽບການອື່ນທີ່ ກ່ຽວຂ້ອງ. ລະເມີດຄັ້ງທີສອງ: - ຄິດໄລ່ການເສຍອາກອນຄືນໃຫ້ຄົບຖ້ວນ; - ຄິດໄລ່ຄ່າປັບໃໝສີ່ສິບສ່ວນຮ້ອຍ(40%)ຂອງຈໍານວນ ອາກອນທີ່ຄິດໄລ່ໃຫ້ເສຍຄືນ; - ປັບໃໝຕາມລະບຽບການບັນຊີແລະລະບຽບການອື່ນທີ່ ກ່ຽວຂ້ອງ. ລະເມີດຄັ້ງທີສາມ: - ຄິດໄລ່ການເສຍອາກອນຄືນໃຫ້ຄົບຖ້ວນ; - ຄິດໄລ່ຄ່າປັບໃໝຫົກສິບສ່ວນຮ້ອຍ(60%)ຂອງຈໍານວນ ອາກອນທີ່ຄິດໄລ່ໃຫ້ເສຍຄືນ; - ປັບໃໝຕາມລະບຽບການບັນຊີແລະລະບຽບການອື່ນທີ່ ກ່ຽວຂ້ອງ; - ໃຫ້ຢຸດເຊົາກິດຈະການແລະແຈ້ງການອອກທາງສື່ມວນ ຊົນ; - ດໍາເນີນຄະດີຕາມກົດໝາຍຕາມແຕ່ລະກໍລະນີ.

3. ການບໍ່ນັບຖືບັນຊີ,ບໍ່ແຈ້ງລາຍຮັບ,ບໍ່ແຈ້ງເສຍອາກອນ, ບໍ່ຍອມໃຫ້ເຈົ້າໜ້າທີ່ກວດກາ,ບໍ່ສະເໜີເອກະສານການບັນຊີປະຈໍາປີ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຫຼືບໍ່ໃຫ້ຄໍາຕອບຕາມກໍານົດເວ ລາຕໍ່ເຈົ້າໜ້າທີ່ສ່ວຍສາອາກອນທີ່ສະເໜີໃຫ້ສະແດງຫຼັກຖານ,ຄໍາອະທິ ບາຍ,ຂໍ້ມູນ,ຂ່າວສານຕ່າງໆກ່ຽວກັບການຄິດໄລ່ອາກອນຈະຖືກປັບໃໝ ດັ່ງນີ້: ລະເມີດຄັ້ງທີໜຶ່ງ: - ເສຍອາກອນກໍາໄລແບບບັງຄັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້; - ເສຍອາກອນເພີ່ມສາມສິບສ່ວນຮ້ອຍ(30%)ຂອງຈໍາ ນວນອາກອນທີ່ຄິດໄລ່ໃຫ້ເສຍຄືນ; - ປັບໃໝຕາມລະບຽບການບັນຊີແລະລະບຽບການອື່ນທີ່ ກ່ຽວຂ້ອງ; ລະເມີດຄັ້ງທີສອງ: - ເສຍອາກອນກໍາໄລແບບບັງຄັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້; - ເສຍອາກອນເພີ່ມຫົກສິບສ່ວນຮ້ອຍ(60%)ຂອງຈໍານວນ ອາກອນທີ່ຄິດໄລ່ໃຫ້ເສຍຄືນ; - ປັບໃໝຕາມລະບຽບການບັນຊີແລະລະບຽບການອື່ນທີ່ ກ່ຽວຂ້ອງ. ລະເມີດຄັ້ງທີສາມ: - ເສຍອາກອນກໍາໄລແບບບັງຄັບຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 32 ຂອງກົດໝາຍສະບັບນີ້. - ເສຍອາກອນເພີ່ມຮ້ອຍສ່ວນຮ້ອຍ(100%)ຂອງຈໍານວນ ອາກອນທີ່ຄິດໄລ່ໃຫ້ເສຍຄືນ; - ໃຫ້ຢຸດເຊົາກິດຈະການແລະແຈ້ງການອອກທາງສື່ມວນ ຊົນ; - ດໍາເນີນຄະດີຕາມກົດໝາຍຕາມແຕ່ລະກໍລະນີ.

4. ໜີ້ອາກອນຄ້າງມອບພາຍຫຼັງທີ່ໄດ້ຮັບໃບສັ່ງມອບອາ ກອນແລ້ວຈະຖືກປັບໃໝສາມສ່ວນຮ້ອຍ(3%)ຂອງຈໍານວນອາກອນ ທີ່ຕ້ອງເສຍຕໍ່ການເລັ່ງທວງຄັ້ງທີໜຶ່ງນັບແຕ່ມື້ທໍາອິດທີ່ກາຍກໍານົດສິບ ຫ້າວັນຕາມໃບສັ່ງມອບໃຫ້ເສຍອາກອນ,ຫົກສ່ວນຮ້ອຍ(6%)ຕໍ່ການ ເລັ່ງທວງຄັ້ງທີສອງແລະສິບສ່ວນຮ້ອຍ(10%)ຕໍ່ການເລັ່ງທວງຄັ້ງທີ ສາມ. ສໍາລັບການເລັ່ງທວງແຕ່ລະຄັ້ງນັ້ນຕ້ອງໃຫ້ກໍານົດເວລາ ມອບອາກອນພາຍໃນສສິບຫ້າວັນນັບແຕ່ວັນທີ່ຜູ້ເສຍອາກອນໄດ້ຮັບໃບ ເລັ່ງທວງເປັນຕົ້ນໄປ.

..ພາກທີ 7 ການຈັດຕັ້ງສ່ວຍສາອາກອນ


...ໝວດທີ 1 ຂະແໜງການສ່ວຍສາອາກອນ


....ມາດຕາ 74 ທີ່ຕັ້ງແລະພາລະບົດບາດ

ມາດຕາ 74 ທີ່ຕັ້ງແລະພາລະບົດບາດ ຂະແໜງການສ່ວຍສາອາກອນແມ່ນການຈັດຕັ້ງທີ່ຂຶ້ນກັບ ກະຊວງການເງິນ,ມີພາລະບົດບາດຄຸ້ມຄອງວຽກງານສ່ວຍສາອາກອນ ຕາມສາຍຕັ້ງ,ເປັນເສນາທິການໃຫ້ກັບລັດຖະມົນຕີວ່າການກະຊວງການ ເງິນໃນການຄຸ້ມຄອງມະຫາພາກ,ກວດກາ-ກວດການ,ຈັດຕັ້ງປະຕິບັດ ການຄິດໄລ່,ຕິດຕາມແລະຊຸກຍູ້ການມອບລາຍຮັບສ່ວຍສາອາກອນເຂົ້າ ງົບປະມານແຫ່ງລັດຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະ ເທດຕາມລະບຽບກົດໝາຍ.

....ມາດຕາ 75 ໂຄງປະກອບການຈັດຕັ້ງ

ມາດຕາ 75 ໂຄງປະກອບການຈັດຕັ້ງ ຂະແໜງການສ່ວຍສາອາກອນມີລະບົບການຈັດຕັ້ງຕາມ ສາຍຕັ້ງຊຶ່ງມີໂຄງປະກອບການຈັດຕັ້ງດັ່ງນີ້: 1. ກົມສ່ວຍສາອາກອນແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະ ຊວງການເງິນ,ມີພາລະບົດບາດຄຸ້ມຄອງວຽກງານສ່ວຍສາອາກອນ ຕາມສາຍຕັ້ງ,ເປັນເສນາທິການໃຫ້ແກ່ລັດຖະມົນຕີວ່າການກະຊວງການ ເງິນໃນການຄຸ້ມຄອງມະຫາພາກ,ສ້າງແຜນການເກັບລາຍຮັບ,ກວດກາ -ກວດກາ,ຈັດຕັ້ງປະຕິບັດການຄິດໄລ່,ຕິດຕາມແລະຊຸກຍູ້ການມອບລາຍ ຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດຢ່າງລວມສູນເປັນເອກະ ພາບໃນຂອບເຂດທົ່ວປະເທດຕາມລະບຽບກົດໝາຍ; 2. ພະແນກສ່ວຍສາອາກອນປະຈໍາແຂວງ,ນະຄອນແມ່ນ ການຈັດຕັ້ງໜຶ່ງທີ່ຂຶ້ນກັບກົມສ່ວຍສາອາກອນ,ມີພາລະບົດບາດຄຸ້ມຄອງ ວຽກງານສ່ວຍສາອາກອນ,ເປັນເສນາທິການໃຫ້ແກ່ຫົວໜ້າກົມສ່ວຍສາ ອາກອນໃນການສ້າງແຜນການເກັບລາຍຮັບ,ກວດກາ-ກວດການ,ຈັດ ຕັ້ງປະຕິບັດການຄິດໄລ່,ຕິດຕາມແລະຊຸກຍູ້ການມອບລາຍຮັບສ່ວຍສາ ອາກອນເຂົ້າງົບປະມານແຫ່ງລັດຢ່າງລວມສູນເປັນເອກະພາບໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ; 3. ຫ້ອງການສ່ວຍສາອາກອນປະຈໍາເມືອງ,ເທດສະບານ ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນພະແນກສ່ວຍສາອາກອນປະຈໍາແຂວງ,ນະ ຄອນ,ມີພາລະບົດບາດຄຸ້ມຄອງວຽກງານສ່ວຍສາອາກອນ,ເປັນເສນາ ທິການໃຫ້ແກ່ຫົວໜ້າພະແນກສ່ວຍສາອາກອນປະຈໍາແຂວງ,ນະຄອນໃນ ການສ້າງແຜນການເກັບລາຍຮັບ,ກວດກາ-ກວດກາ,ຈັດຕັ້ງປະຕິບັດ ການຄິດໄລ່,ຕິດຕາມແລະຊຸກຍູ້ການມອບລາຍຮັບສ່ວຍສາອາກອນເຂົ້າ ງົບປະມານແຫ່ງລັດຢ່າງລວມສູນເປັນເອກະພາບໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ.

....ມາດຕາ 76 ໂຄງປະກອບບຸກຄະລາກອນ

ມາດຕາ 76 ໂຄງປະກອບບຸກຄະລາກອນ ຂະແໜງການສ່ວຍສາອາກອນມີໂຄງປະກອບບຸກຄະລາ ກອນດັ່ງນີ້: - ຫົວໜ້າກົມ,ຮອງຫົວໜ້າກົມ; - ຫົວໜ້າພະແນກ,ຮອງຫົວໜ້າພະແນກ; - ຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ; - ພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ; - ພະນັກງານຊ່ວຍວຽກຈໍານວນໜຶ່ງ. ສໍາລັບການກໍານົດຕໍາແໜ່ງບໍລິຫານ,ການແຕ່ງຕັ້ງ,ການ ຍົກຍ້າຍ,ການປົດຕໍາແໜ່ງ,ການປະຕິບັດການຍ້ອງຍໍແລະມາດຕະການ ຕໍ່ພະນັກງານ,ເຈົ້າໜ້າທີ່ສ່ວຍສາອາກອນໃຫ້ປະຕິບັດຕາມລະບຽບກົດ ໝາຍທີ່ກ່ຽວຂ້ອງ.

....ມາດຕາ 77 ມາດຕະຖານຂອງພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ

ມາດຕາ 77 ມາດຕະຖານຂອງພະນັກງານແລະເຈົ້າໜ້າທີ່ສ່ວຍສາອາ ກອນ ພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນມີມາດຕະຖານ ດັ່ງນີ້: 1. ເປັນພົນລະເມືອງລາວ; 2. ມີອາຍຸແຕ່ 18 ປີຂຶ້ນໄປ; 3. ມີຄຸນສົມບັດ,ມີຈັນຍາບັນແລະມີຄວາມສັດຊື່ບໍລິສຸດ; 4. ມີລະດັບວັດທະນະທໍາແຕ່ມັດທະຍົມຕອນປີຂຶ້ນໄປ,ລະດັບ ວິຊາສະເພາະແຕ່ຊັ້ນກາງຂຶ້ນໄປ,ມີຄວາມຮູ້,ຄວາມສາມາດແລະປະສົບ ການທາງດ້ານການເງິນ,ການບັນຊີຫຼືກົດໝາຍແລະວິຊາສະເພາະອື່ນທີ່ ກ່ຽວຂ້ອງ; 5. ຮູ້ພາສາຕ່າງປະເທດໃດໜຶ່ງ; 6. ບໍ່ຖືກລົງວິໄນຫຼືບໍ່ກະທໍາຜິດທາງການເງິນໂດຍເຈດຕະ ນາ; 7. ມີສຸຂະພາບດີ.


....ມາດຕາ 78 ການຮັກສາຄວາມລັບ

ມາດຕາ 78 ການຮັກສາຄວາມລັບ ພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນຕ້ອງຮັກສາ ຄວາມລັບຂອງລັດແລະທາງລັດຖະການຢ່າງເຂັ້ມງວດໂດຍສອດຄ່ອງ ກັບຂໍ້ຫ້າມທີ່ໄດ້ກໍານົດໄວ້ໃນມາດຕາ 81 ຂອງກົດໝາຍສະບັບນີ້.

...ໝວດທີ 2 ສິດແລະໜ້າທີ່ຂອງພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ


....ມາດຕາ 79 ສິດຂອງພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ

ມາດຕາ 79 ສິດຂອງພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ ພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນມີສິດດັ່ງນີ້: 1. ໄດ້ຮັບຄວາມຊ່ວຍເຫຼືອແລະອໍານວຍຄວາມສະດວກ ຈາກອົງການຈັດຕັ້ງທຸກພາກສ່ວນ,ອົງການປົກຄອງທຸກຂັ້ນ,ກໍາລັງປະ ກອບອາວຸດແລະບຸກຄົນອື່ນເມື່ອມີຄວາມຈໍາເປັນຫຼືມີການຮ້ອງຂໍຈາກ ຂະແໜງການສ່ວຍສາອາກອນ; 2. ພົວພັນເອົາຂໍ້ມູນຕ່າງໆທີ່ຕິດພັນກັບວຽກງານສ່ວຍສາ ອາກອນນໍາບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ; 3. ທວງໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ ຊຶ່ງມີໜ້າທີ່ປະຕິບັດພັນທະທາງດ້ານອາກອນເພື່ອແຈ້ງເອກະສານການ ບັນຊີ,ຂໍ້ມູນຂ່າວສານຕ່າງໆ; 4. ກວດກາບັນຊີຕາມເອກະສານຂອງຜູ້ເສຍອາກອນຢູ່ສໍາ ນັກງານສ່ວຍສາອາກອນ,ກວດກາກັບທີ່ແລະກະທັນຫັນຢູ່ສໍານັກງານ ຂອງບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ກ່ຽວຂ້ອງ; 5. ກວດກາການນໍາໃຊ້ໃບເກັບເງິນແລະເອກະສານອື່ນທີ່ ພົວພັນກັບການເຄື່ອນຍ້າຍສິນຄ້າເຂົ້າສາງ,ອອກສາງ,ຮ້ານຄ້າ,ຕະ ຫຼາດແລະອື່ນໆ. 6. ຍຶດແລະອາຍັດຊັບຊົ່ວຄາວຂອງຜູ້ເສຍອາກອນໃນກໍລະ ນີທີ່ບໍ່ປະຕິບັດການຊໍາລະໜີ້ອາກອນຄ້ອງມອບແລະຄ່າປັບໃໝຊຶ່ງໄດ້ກໍາ ນົດໄວ້ໃນມາດຕາ 73 ຂໍ້ 4 ແລະມາດຕາ 96 ຂໍ້ 2 ຂອງກົດໝາຍສະ ບັນີ້; 7. ປະຕິບັດສິດອື່ນຕາມການມອບໝາຍຂອງຂັ້ນເທິງແລະ ຕາມລະບຽບກົດໝາຍ.

....ມາດຕາ 80 ໜ້າທີ່ຂອງພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ

ມາດຕາ 80 ໜ້າທີ່ຂອງພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ ພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນມີໜ້າທີ່ດັ່ງນີ້: 1. ເຜີຍແຜ່ແນະນໍາກົດໝາຍແລະລະບຽບການກ່ຽວກັບ ສ່ວຍສາອາກອນໃຫ້ແກ່ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງແນໃສ່ຍົກສູງ ຄວາມຮັບຮູ້,ຄວາມເຂົ້າໃຈ,ຄວາມຕື່ນຕົວໃນການແຈ້ງແລະເສຍພັນທະ; 2. ປະຕິບັດກົດໝາຍ,ລັດຖະບັນຍັດ,ຄໍາສັ່ງແລະລະບຽບ ການອື່ນຢ່າງເຂັ້ມງວດເພື່ອຮັບປະກັນການຄຸ້ມຄອງການມອບລາຍຮັບ ທາງດ້ານອາກອນ,ຄ່າທໍານຽມແລະຄ່າບໍລິການວິຊາກາານເຂົ້າງົບປະ ມານແຫ່ງລັດໃຫ້ຄົບຖ້ວນ,ຖືກຕ້ອງແລະທັນກໍານົດເວລາ; 3. ກວດກາການຄິດໄລ່,ການແຈ້ງ,ການຍົກເວັ້ນ,ການຫຼຸດ ຜ່ອນ,ການມອບອາກອນ,ຄ່າທໍານຽມ,ຄ່າບໍລິການວິຊາການແລະເລັ່ງ ທວງພັນທະຄ້າງມອບ; 4. ປົກປັກຮັກສາເອກະສານ,ພາຫະນະຮັບໃຊ້,ວັດຖຸສິ່ງຂອງ ,ຮັກສາຄວາມລັບຂອງລັດແລະທາງລັດຖະການ; 5. ຊຸກຍູ້,ຕິດຕາມການຊໍາລະອາກອນຜ່ານທະນາຄານແລະ ແຈ້ງໜີອາກອນທວງຍາກໃຫ້ທະນາຄານຕັດບັນຊີເງິນຝາກຂອງຜູ້ເສຍ ອາກອນເພື່ອຊໍາລະເຂົ້າງົບປະມານແຫ່ງລັດ; 6. ແຈ້ງບັນຊີຊັບສິນ-ໜີ້ສິນຕໍ່ການຈັດຕັ້ງທີ່ຕົນສັງກັດກ່ອນ ການເຂົ້າແລະໃນໄລຍະເວລາເປັນພະນັກງານ,ເຈົ້າໜ້າທີ່ສ່ວຍສາອາ ກອນຕາມລະບຽບກົດໝາຍ; 7. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຂັ້ນເທິງ ແລະຕາມລະບຽບກົດໝາຍ.

..ພາກທີ 8 ຂໍ້ຫ້າມ


...ມາດຕາ 81 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ

ມາດຕາ 81 ຂໍ້ຫ້າມສໍາລັບພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ ຫ້າມພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນມີພຶດຕິກໍາ ຕົ້ນຕໍດັ່ງນີ້: 1. ເປີດເຜີຍຄວາມລັບຂອງລັດ,ທາງລັດຖະການແລະຂໍ້ມູນ ທີ່ເປັນຄວາມລັບຂອງຜູ້ເສຍອາກອນ,ກົດໜ່ວງຖ່ວງດຶງ,ປອມແປງເອກະ ສານຕ່າງໆ,ເລີ່ນເລີ້ໃນການປະຕິບັດໜ້າທີ່,ປະລະໜ້າທີ່ແລະຂາດຄວາມ ຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ; 2. ສວຍໃຊ້ໜ້າທີ່ຕໍາແໜ່ງ,ໃຊ້ຄວາມຮຸນແຮງ,ບັງຄັບນາບ ຂູ່,ທວງເອົາ,ຂໍເອົາຫຼືຮັບສິນບົນຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະ ໂຫຍດຂອງບຸກຄົນ,ລວມໝູ່,ລັດແລະການຈັດຕັ້ງ; 3. ປົກປ້ອງຫຼືສົມຮູ້ຮ່ວມຄິດກັບຜູ້ດໍາເນີນການຜະລິດທຸລະກິດ ທີ່ລະເມີດລະບຽບກົດໝາຍ; 4. ປອມແປງໃບເກັບເງິນ,ໃບຮັບເງິນຫຼືເອກະສານອື່ນ; 5. ເກັບລາຍຮັບສ່ວຍສາອາກອນໂດຍບໍ່ໄດ້ຮັບອະນຸຍາດ ຈາກການຈັດຕັ້ງ; 6. ນໍາເອົາເງິນອາກອນທີ່ເກັບໄດ້ໄປນໍາໃຊ້ສ່ວນຕົວໂດຍບໍ່ ມອບເຂົ້າງົບປະມານແຫ່ງລັດ.

...ມາດຕາ 82 ຂໍ້ຫ້າມສໍາລັບຜູ້ເສຍແລະຜູ້ມອບອາກອນ

ມາດຕາ 82 ຂໍ້ຫ້າມສໍາລັບຜູ້ເສຍແລະຜູ້ມອບອາກອນ ຫ້າມຜູ້ເສຍແລະຜູ້ມອບອາກອນມີພຶດຕິກໍາຕົນຕໍດັ່ງນີ້: 1. ທໍາລາຍຂໍ້ມູນຫຼັກຖານ,ປອມແປງເອກະສານ,ເຊື່ອງອໍາ ປິດບັງລາຍຮັບແລະຊຸກເຊື່ອງການກະທໍາຜິດທີ່ຕິດພັນກັບການເສຍອາ ກອນ; 2. ໃຫ້ສິນບົນຫຼືຄ່າຈ້າງລາງວັນ,ສົມຮູ້ຮ່ວມຄິດເອົາເງິນ ຂອງລັດ; 3. ປອມແປງໃບເກັບເງິນ,ໃບຮັບເງິນຫຼືເອກະສານອື່ນ; 4. ໝິ່ນປະໝາດ,ນາບຂູ່,ທໍາຮ້າຍຮ່າງກາຍພະນັກງານ ແລະເຈົ້າໜ້າທີ່ສ່ວຍສາອາກອນ.

...ມາດຕາ 83 ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ

ມາດຕາ 83 ຂໍ້ຫ້າມສໍາລັບບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນ ຫ້າມບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງອື່ນມີພຶດຕິກໍາຕົ້ນຕໍ ດັ່ງນີ້: 1. ປະຕິເສດການສະໜອງຂໍ້ມູນ,ຮ່ວມມືໃນການປົກປິດແລະ ຊຸກຍູ້ການກະທໍາຜິດທີ່ພົວພັນກັບການເສຍພັນທະຂອງຜູ້ດໍາເນີນການຜະ ລິດທຸລະກິດ; 2. ໃຫ້ຫຼືຮັບສິນບົນ,ຄ່າຈ້າງລາງວັນ,ສົມຮູ້ຄວາມຄິດເອົາ ເງິນຂອງລັດ; 3. ໝິ່ນປະໝາດ,ນາບຂູ່ແລະທໍາຮ້າຍຮ່າງກາຍພະນັກງານ ,ເຈົ້າໜ້າທີ່ສ່ວຍສາອາກອນືຜູ້ເສຍອາກອນ; 4. ກະທໍາສິ່ງທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບ ສ່ວຍສາອາກອນ.

..ພາກທີ 9 ການຄຸ້ມຄອງແລະການກວດກາ


...ໝວດທີ 1 ອົງການຄຸ້ມຄອງ


....ມາດຕາ 84 ອົງການຄຸ້ມຄອງວຽກງານສ່ວຍສາອາກອນ

ມາດຕາ 84 ອົງການຄຸ້ມຄອງວຽກງານສ່ວຍສາອາກອນ ລັດຖະບານເປັນຜູ້ຄຸ້ມຄອງວຽກງານສ່ວຍສາອາກອນຢ່າງ ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງ ການເງິນເປັນໃຈກາງປະສານສົມທົບກັບກະຊວງອື່ນແລະອົງການປົກ ຄອງທ້ງຖິ່ນທີ່ກ່ຽວຂ້ອງ; ອົງການຄຸ້ມຄອງວຽກງານສ່ວຍສາອາກອນປະກອບດ້ວຍ: - ກະຊວງການເງິນ; - ກົມສ່ວຍສາອາກອນ; - ພະແນກສ່ວຍສາອາກອນປະຈໍາແຂວງ,ນະຄອນ; - ຫ້ອງການສ່ວຍສາອາກອນປະຈໍາເມືອງ,ເທດສະບານ.

....ມາດຕາ 85 ສິດແລະໜ້າທີ່ຂອງກະຊວງການເງິນ

ມາດຕາ 85 ສິດແລະໜ້າທີ່ຂອງກະຊວງການເງິນ ໃນການຄຸ້ມຄອງວຽກງານສ່ວຍສາອາກອນກະຊວງການ ເງິນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1. ຄົ້ນຄວ້າ,ສ້າງແຜນຍຸດທະສາດ,ແຜນນະໂຍບາຍ,ລະ ບຽບກົດໝາຍກ່ຽວກັບວຽກງານສ່ວຍສາອາກອນເພື່ອສະເໜີລັດຖະ ບານພິຈາລະນາ; 2. ຫັນແຜນຍຸດທະສາດ,ແຜນນະໂຍບາຍຂອງລັດຖະບານ ໃຫ້ກາຍເປັນແຜນການ,ແຜນງານ,ໂຄງການລະອຽດຂອງຂະແໜງ ການການເງິນ; 3. ໂຄສະນາ,ເຜີຍແຜ່ກົດໝາຍແລະນິຕິກໍາອື່ນກ່ຽວກັບ ວຽກງານສ່ວຍສາອາກອນໃນທົ່ວປະເທດ; 4. ຊີ້ນໍາວຽກງານວິຊາສະເພາະ,ຕິດຕາມການຈັດຕັ້ງປະ ຕິບັດກົດໝາຍແລະນິຕິກໍາອື່ນກ່ຽວກັບວຽກງານສ່ວຍສາອາກອນ; 5. ຄຸ້ມຄອງຕິດຕາມການຄິດໄລ່,ການໄລ່ລຽງອາກອນ ຂອງເຈົ້າໜ້າທີ່ສ່ວຍສາອາກອນແລະຜູ້ເສຍອາກອນໃຫ້ຖືກຕ້ອງແລະ ເຂັ້ມງວດ; 6. ຄຸ້ມຄອງແລະສ້າງບຸກຄະລາກອນ,ແຕ່ງຕັ້ງ,ຍົກຍ້າຍ, ປົດຕໍາແໜ່ງ,ປະຕິບັດນະໂຍບາຍຫຼືລົງວິໄນຕໍ່ພະນັກງານທີ່ຮັບຜິດຊອບ ວຽກງານສ່ວຍສາອາກອນ,ສະໜອງລາຍຈ່າຍງົບປະມານປົກກະຕິ,ປະ ກອບພາຫະນະແລະອຸປະກອນເຕັກນິກທັນສະໄໝເພື່ອຮັບໃຊ້ກົງຈັກສ່ວຍ ສາອາກອນ; 7. ປະສານສົມທົບກັບບັນດາກະຊວງ,ອົງການປົກຄອງທ້ອງ ຖິ່ນແລະອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງກັບວຽກງານສ່ວຍສາອາກອນ; 8. ຮັບຜິດຊອບຕໍ່ລັດຖະບານໃນການຄຸ້ມຄອງ,ຕິດຕາມການ ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພະນັກງານແລະເຈົ້າໜ້າທີ່ ສ່ວຍສາອາກອນໃນຂອບເຂດທົ່ວປະເທດ; 9. ພົວພັນຮ່ວມມືກັບຕ່າງປະເທດ,ພາກພື້ນແລະສາກົນກ່ຽວ ກັບວຽກງານສ່ວຍສາອາກອນ; 10. ສະຫຼຸບແລະລາຍງານຕໍ່ລັດຖະບານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານສ່ວຍສາອາກອນເປັນແຕ່ລະໄລຍະ.

....ມາດຕາ 86 ສິດແລະໜ້າທີ່ຂອງກົມສ່ວຍສາອາກອນ

ມາດຕາ 86 ສິດແລະໜ້າທີ່ຂອງກົມສ່ວຍສາອາກອນ ໃນການຄຸ້ມຄອງວຽກງານສ່ວຍສາອາກອນກົມສ່ວຍສາອາ ກອນມີສິດແລະໜ້າທີ່ດັ່ງນີ້: 1. ຄົ້ນຄວ້າ,ປັບປຸງແຜນຍຸດທະສາດ,ນະໂຍບາຍ,ລະບຽບ ກົດໝາຍ,ແຜນພັດທະນາແລະກົນໄກການຄຸ້ມຄອງວຽກງານສ່ວຍສາ ອາກອນເພື່ອສະເໜີລັດຖະມົນຕີວ່າການກະຊວງການເງິນພິຈາລະນາ; 2. ໂຄສະນາເຜີຍແຜ່ຈັດຕັ້ງຜັນຂະຫຍາຍລະບຽບກົດໝາຍ ,ຄໍາສັ່ງແລະນິຕິກໍາອື່ນກ່ຽວກັບວຽກງານສ່ວຍສາອາກອນເພື່ອຍົກສູງ ຄວາມຮັບຮູ້,ສະຕິໃນການປະຕິບັດນິຕິກໍາດັ່ງກ່າວຂອງບຸກຄົນ,ນິຕິບຸກ ຄົນແລະການຈັດຕັ້ງ; 3. ຊີ້ນໍານໍາພາ,ຕິດຕາມຢ່າງເປັນປົກກະຕິໃນການຈັດຕັ້ງ ປະຕິບັດລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເປັນເອກະພາບໃນຂອບເຂດ ທົ່ວປະເທດ; 4. ຈັດຕັ້ງປະຕິບັດລະບອບບັນຊີແຫ່ງລັດໃນການຈົດກ່າຍ ທຸກຮ່ວງລາຍຮັບສ່ວຍສາອາກອນຕາມສາລະບານງົບປະມານ,ສົມທົບ ກັບຄັງເງິນແຫ່ງຊາດເພື່ອສ້າງບົດສະຫຼຸບແລະວິໄຈຕົວເລກລາຍຮັບ; 5. ຄຸ້ມຄອງຕິດຕາມການຄິດໄລ່,ການໄລ່ລຽງອາກອນ ຂອງເຈົ້າໜ້າທີ່ສ່ວຍສາອາກອນແລະຜູ້ເສຍອາກອນໃຫ້ຖືກຕ້ອງແລະ ເຂັ້ມງວດຕາມຄວາມຮັບຜິດຊອບຂອງຕົນ; 6. ຄຸ້ມຄອງ,ນໍາໃຊ້ເຕັກໂນໂລຊີ,ຂໍ້ມູນຂ່າວສານແລະຫັນ ການເຄື່ອນໄຫວວຽກງານວິຊາສະເພາະສ່ວຍສາອາກອນໃຫ້ເປັນທັນສະ ໄໝໃນຂອບເຂດທົ່ວປະເທດ; 7. ຄຸ້ມຄອງ,ນໍາໃຊ້ງົບປະມານແລະເງິນບໍາເນັດ,ພາຫະນະ ,ວັດຖຸອຸປະກອນຮັບໃຊ້ວຽກງານສ່ວຍສາອາກອນໃນຂອບເຂດທົ່ວປະ ເທດ; 8. ສະເໜີກະຊວງການເງິນພິຈາລະນາແຕ່ງຕັ້ງ,ຍົກຍ້າຍ, ຍ້ອງຍໍ,ລົງວິໄນຕໍ່ພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ; 9. ແຕ່ງຕັ້ງ,ສັບຊ້ອນພະນັກງານແລະເຈົ້າໜ້າທີ່ສ່ວຍສາ ອາກອນຕາມຄວາມຮັບຜິດຊອບຂອງຕົນ; 10. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງໃນການສ້າງແຜນບໍາລຸງສ້າງບຸກຄະລາກອນ,ຄຸ້ມຄອງ,ຈັດວາງ, ປະຕິບັດນະໂຍບາຍຫຼືລົງວິໄນຕໍ່ພະນັກງານທີ່ຮັບຜິດຊອບວຽກງານ ສ່ວຍສາອາກອນ; 11. ປະສານສົມທົບກັບບັນດາກົມອ້ອມຂ້າງກະຊວງ,ອົງ ການປົກຄອງທ້ອງຖິ່ນແລະຂະແໜງການອື່ນທີ່ກ່ຽວຂ້ອງກັບວຽກງານ ສ່ວຍສາອາກອນຕາມການມອບໝາຍ; 12. ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃນຂອບເຂດທົ່ວປະເທດ; 13. ພົວພັນຮ່ວມມືກັບສາກົນແລະອົງການຈັດຕັ້ງຕ່າງໆ ກ່ຽວກັບວຽກງານສ່ວຍສາອາກອນຕາມການມອບໝາຍ; 14. ສະຫຼຸບປະເມີນຜົນແລະລາຍງານໃຫ້ກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃນຂອບເຂດທົ່ວ ປະເທດ; 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະການມອບໝາຍຂອງຂັ້ນເທິງ.

....ມາດຕາ 87 ສິດແລະໜ້າທີ່ຂອງພະແນກສ່ວຍສາອາກອນປະຈໍາແຂວງ,ນະຄອນ

ມາດຕາ 87 ສິດແລະໜ້າທີ່ຂອງພະແນກສ່ວຍສາອາກອນປະຈໍາແຂວງ ,ນະຄອນ ໃນການຄຸ້ມຄອງວຽກງານສ່ວຍສາອາກອນພະແນກສ່ວຍ ສາອາກອນປະຈໍາແຂວງ,ນະຄອນມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ,ນະໂຍບາຍ,ລະ ບຽບກົດໝາຍ,ແຜນພັດທະນາແລະກົນໄກການຄຸ້ມຄອງວຽກງານສ່ວຍ ສາອາກອນ; 2. ໂຄສະນາເຜີຍແຜ່ລະບຽບກົດໝາຍ,ຄໍາສັ່ງແລະນິຕິກໍາ ອື່ນກ່ຽວກັບວຽກງານສ່ວຍສາອາກອນເພື່ອຍົກສູງຄວາມຮັບຮູ້,ສະຕິໃນ ການປະຕິບັດນິຕິກໍາດັ່ງກ່າວໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນ; 3. ຊີ້ນໍານໍາພາ,ຕິດຕາມໃນການຈັດຕັ້ງປະຕິບັດລະບຽບ ກົດໝາຍທີ່ກ່ຽວຂ້ອງຢ່າງເປັນປົກກະຕິແລະເປັນເອກະພາບໃຂຂອບ ເຂດຄວາມຮັບຜິດຊອບຂອງຕົນເພື່ອຄຸ້ມຄອງລາຍຮັບສ່ວຍສາອາກອນ ໃຫ້ຖືກຕ້ອງຄົບຖ້ວນແລະທັນເວລາ; 4. ຈັດຕັ້ງປະຕິບັດລະບອບບັນຊີແຫ່ງລັດໃນການຈົດກ່າຍ ທຸກຮ່ວງລາຍຮັບສ່ວຍສາອາກອນຕາມສາລະບານງົບປະມານ,ສົມທົບ ກັບຄັງເງິນແຫ່ງຊາດປະຈໍາແຂວງ,ນະຄອນເພື່ອສ້າງບົດສະຫຼຸບແລະ ວິໄຈຕົວເລກລາຍຮັບ; 5. ຄຸ້ມຄອງຕິດຕາມການຄິດໄລ່,ການໄລ່ລຽງອາກອນ ຂອງເຈົ້າໜ້າທີ່ສ່ວຍສາອາກອນແລະຜູ້ເສຍອາກອນໃຫ້ຖືກຕ້ອງແລະ ເຂັ້ມງວດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ແຕ່ງຕັ້ງ,ສັບຊ້ອນພະນັກງານແລະເຈົ້າໜ້າທີ່ສ່ວຍສາ ອາກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 7. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ,ອົງການ ປົກຄອງຂອງແຂວງ,ນະຄອນໃນການສ້າງແຜນບໍາລຸງສ້າງບຸກຄະລາ ກອນ,ຄຸ້ມຄອງ,ຈັດວາງ,ປະຕິບັດນະໂຍບາຍແລະລົງວິໄນຕໍ່ພະນັກງານ ທີ່ຮັບຜິດຊອບວຽກງານສ່ວຍສາອາກອນ; 8. ສະເໜີເຈົ້າແຂວງ,ເຈົ້າຄອງນະຄອນເພື່ອນໍາສະເໜີຕໍ່ ລັດຖະມົນຕີວ່າການກະຊວງການເງິນພິຈາລະນາແຕ່ງຕັ້ງ,ຍົກຍ້າຍ,ປົດ ຕໍາແໜ່ງພະນັກງານ,ຍ້ອງຍໍຜູ້ມີຜົນງານແລະລົງວິໄນຜູ້ລະເມີດລະບຽບ ກົດໝາຍໃນຄວາມຮັບຜິດຊອບຂອງຕົນ; 9. ຄຸ້ມຄອງ,ນໍາໃຊ້ເຕັກໂນໂລຊີ,ຂໍ້ມູນຂ່າວສານແລະຫັນ ການເຄື່ອນໄຫວວຽກງານວິຊາສະເພາະສ່ວຍສາອາກອນຕາມຄວາມ ຮັບຜິດຊອບຂອງຕົນໃຫ້ເປັນທັນສະໄໝ; 10. ຄຸ້ມຄອງ,ນໍາໃຊ້ງົບປະມານແລະເງິນບໍາເນັດ,ພາຫະ ນະ,ວັດຖຸອຸປະກອນຮັບໃຊ້ວຽກງານສ່ວຍສາອາກອນຕາມຄວາມຮັບຜິດ ຊອບຂອງຕົນ; 11. ປະສານສົມທົບກັບພະແນກການເງິນ,ບັນດາພະແນກ ການອື່ນອ້ອມຂ້າງແລະອົງການປົກຄອງຂອງແຂວງ,ນະຄອນກ່ຽວກັບ ວຽກງານສ່ວຍສາອາກອນຕາມຄວາມຮັບຜິດຊອບຂອງຕົນ; 12. ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃນຄວາມຮັບຜິດຊອບຂອງຕົນ; 13. ພົວພັນຮ່ວມມືກັບສາກົນແລະອົງການຈັດຕັ້ງຕ່າງໆ ກ່ຽວກັບວຽກງານສ່ວຍສາອາກອນຕາມການມອບໝາຍຂອງຂັ້ນເທິງ; 14. ສະຫຼຸບປະເມີນຜົນແລະລາຍງານໃຫ້ກົມສ່ວຍສາອາ ກອນກະຊວງການເງິນ,ພະແນກການເງິນແຂວງ,ນະຄອນ,ເຈົ້າແຂວງ, ເຈົ້າຄອງນະຄອນກ່ຽວກັບການຈັດຕັ້ງປະຕິບັດວຽກງານສ່ວຍສາອາ ກອນໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ; 15. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະການມອບໝາຍຂອງຂັ້ນເທິງ.


....ມາດຕາ 88 ສິດແລະໜ້າທີ່ຂອງຫ້ອງການສ່ວຍສາອາກອນປະຈໍາເມືອງ,ເທດສະບານ

ມາດຕາ 88 ສິດແລະໜ້າທີ່ຂອງຫ້ອງການສ່ວຍສາອາກອນປະຈໍາ ເມືອງ,ເທດສະບານ ໃນການຄຸ້ມຄອງວຽກງານສ່ວຍສາອາກອນຫ້ອງການສ່ວຍ ຫາອາກອນປະຈໍາເມືອງ,ເທດສະບານມີສິດແລະໜ້າທີ່ດັ່ງນີ້: 1. ຈັດຕັ້ງປະຕິບັດແຜນຍຸດທະສາດ,ນະໂຍບາຍ,ລະບຽບ ກົດໝາຍ,ແຜນພັດທະນາແລະກົນໄກການຄຸ້ມຄອງວຽກງານສ່ວຍສາ ອາກອນໃຫ້ໄດ້ຮັບຜົນດີ; 2. ເຜີຍແຜ່ລະບຽບກົດໝາຍ,ຄໍາສັ່ງແລະນິຕິກໍາອື່ນກ່ຽວ ກັບວຽກງານສ່ວຍສາອາກອນເພື່ອຍົກສູງຄວາມຮັບຮູ້,ສະຕິໃນການປະ ຕິບັດນິຕິກໍາດັ່ງກ່າວໃຫ້ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ; 3.​ ຊີ້ນໍາ,ນໍາພາ,ຕິດຕາມການຈັດຕັ້ງປະຕິບັດລະບຽບກົດ ໝາຍທີ່ກ່ຽວຂ້ອງຢ່າງເປັນປົກກະຕິແລະເປັນເອກະພາບໃນຄວາມຮັບ ຜິດຊອບຂອງຕົນເພື່ອຄຸ້ມຄອງລາຍຮັບສ່ວຍສາອາກອນໃຫ້ຖືກຕ້ອງຄົບ ຖ້ວນແລະທັນເວລາ; 4. ຈັດຕັ້ງປະຕິບັດລະບອບບັນຊີແຫ່ງລັດໃນການຈົດກ່າຍ ທຸກຮ່ວງລາຍຮັບສ່ວຍສາອາກອນຕາມສາລະບານງົບປະມານ,ສົມທົບ ກັບຄັງເງິນແຫ່ງຊາດປະຈໍາເມືອງ,ເທດສະບານເພື່ອສ້າງບົດສະຫຼຸບ ແລະວິໄຈຕົວເລກລາຍຮັບ; 5. ຄຸ້ມຄອງຕິດຕາມການຄິດໄລ່,ການໄລ່ລຽງອາກອນ ຂອງເຈົ້າໜ້າທີ່ສ່ວຍສາອາກອນແລະຜູ້ເສຍອາກອນໃຫ້ຖືກຕ້ອງແລະ ເຂັ້ມງວດໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6. ຄຸ້ມຄອງ,ນໍາໃຊ້ເຕັກໂນໂລຊີ,ຂໍ້ມູນຂ່າວສານແລະຫັນ ການເຄື່ອນໄຫວວຽກງານວິຊາສະເພາະສ່ວຍສາອາກອນຕາມຄວາມ ຮັບຜິດຊອບຂອງຕົນໃຫ້ເປັນທັນສະໄໝ; 7. ຄຸ້ມຄອງ,ນໍາໃຊ້ງົບປະມານ,ເງິນບໍາເນັດ,ພາຫະນະ ແລະວັດຖຸອຸປະກອນຮັບໃຊ້ວຽກງານສ່ວຍສາອາກອນຕາມຄວາມຮັບຜິດ ຊອບຂອງຕົນ: 8. ສະເໜີເຈົ້າເມືອງ,ຫົວໜ້າເທດສະບານແຕ່ງຕັ້ງ,ຍົກ ຍ້າຍ,ປົດຕໍາແໜ່ງ,ຍ້ອງຍໍ,ລົງວິໄນຕໍ່ພະນັກງານແລະເຈົ້າໜ້າທີ່ສ່ວຍ ສາອາກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ; 9. ສັບຊ້ອນພະນັກງານແລະເຈົ້ານ້າທີ່ສ່ວຍສາອາກອນທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນ; 10. ປະສານສົມທົບກັບຂະແໜງການອ້ອມຂ້າງແລະອົງ ການປົກຄອງຂອງເມືອງ,ເທດສະບານໃນການສ້າງແຜນບໍາລຸງສ້າງ ບຸກຄະລາກອນ,ຄຸ້ມຄອງ,ຈັດວາງ,ປະຕິບັດນະໂຍບາຍຫຼືລົງວິໄນຕໍ່ພະ ນັກງານທີ່ຮັບຜິດຊອບວຽກງານສ່ວຍສາອາກອນ; 11. ປະສານສົມທົບກັບຫ້ອງການການເງິນ,ບັນດາຫ້ອງ ການອື່ນແລະອົງການປົກຄອງຂອງເມືອງ,ເທດສະບານກ່ຽວກັບວຽກ ງານສ່ວຍສາອາກອນ; 12. ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃນຄວາມຮັບຜິດຊອບຂອງຕົນ. 13. ສະຫຼຸບປະເມີນຜົນແລະລາຍງານໃຫ້ພະແນກສ່ວຍສາ ອາກອນປະຈໍາແຂວງ,ນະຄອນ,ຫ້ອງການການເງິນເມືອງ,ເທດສະບານ ແລະເຈົ້າເມືອງ,ຫົວໜ້າເທດສະບານກ່ຽວກັບການຈັດຕັ້ງປະຕິບັດວຽກ ງານສ່ວຍສາອາກອນໃນຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ; 14. ປະຕິບັດສິດແລະໜ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ໃນລະ ບຽບກົດໝາຍແລະການມອບໝາຍຂອງຂັ້ນເທິງ.

...ໝວດທີ 2 ອົງການກວດກາ


....ມາດຕາ 89 ອົງການກວດກາວຽກງານສ່ວຍສາອາກອນ

ມາດຕາ 89 ອົງການກວດກາວຽກງານສ່ວຍສາອາກອນ ອົງການກວດກາວຽກງານສ່ວຍສາອາກອນປະກອບດ້ວຍ: 1. ອົງການກວດກາພາຍໃນຊຶ່ງແມ່ນອົງການດຽວກັນກັບ ອົງການຄຸ້ມຄອງວຽກງານສ່ວຍສາອາກອນຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 84 ຂອງກົດໝາຍສະບັບນີ້; 2. ອົງການກວດກາພາຍນອກຊຶ່ງມີ: - ສະພາແຫ່ງຊາດ; - ອົງການກວດກາລັດຖະບານແລະຕ້ານການສໍ້ລາດບັງ ຫຼວງ; - ອົງການກວດສອບແຫ່ງລັດ; - ອົງການປົກຄອງທ້ອງຖິ່ນ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນ,ອົງການຈັດຕັ້ງສັງຄົມ,ສື່ມວນຊົນແລະພາກສ່ວນອື່ນທີ່ ກ່ຽວຂ້ອງຊຶ່ງມີໜ້າທີ່ເຂົ້າຮ່ວມໃນການກວດກາການຈັດຕັ້ງປະຕິບັດວຽກ ງານສ່ວຍສາອາກອນຕາມພາລະບົດບາດຂອງຕົນ.

....ມາດຕາ 90 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ

ມາດຕາ 90 ສິດແລະໜ້າທີ່ຂອງອົງການກວດກາພາຍໃນ ອົງການກວດກາພາຍໃນມີສິດແລະໜ້າທີ່ດັ່ງນີ້: 1. ກວດກາການປະຕິບັດໜ້າທີ່ແລະຄວາມຮັບຜິດຊອບຂອງ ພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນແຕ່ລະຂັ້ນໃນການປະຕິບັດ ລະບຽບກົດໝາຍ,ຄໍາສັ່ງ,ນິຕິກໍາອື່ນ,ແບບແຜນວິທີເຮັດວຽກວິຊາສະ ເພາະເພື່ອຮັບປະກັນໃຫ້ການຈັດຕັ້ງແລະເຄື່ອນໄຫວວຽກງານສ່ວຍສາ ອາກອນມີປະສິດທິພາບແລະມີປະສິດທະຜົນສູງ; 2. ກວດກາຜູ້ເສຍອາກອນຕາມເປົ້າໝາຍກ່ຽວກັບການ ສ້າງແຜນການ,ການຄິດໄລ່,ການເກັບ,ການແຈ້ງ,ການມອບລາຍຮັບ ສ່ວຍສາອາກອນ,ຄ່າທໍານຽມແລະຄ່າບໍລິການວິຊາການລວມທັງການ ຂໍຫັກແລະການສົ່ງຄືນເງິນອາກອນມູນຄ່າເພີ່ມໃຫ້ຖືກຕ້ອງຕາມລະບຽບ ກົດໝາຍໂດຍຜ່ານການຕົກລົງແລະດໍາເນີນການຕາມຂັ້ນຕອນຄືການ ກວດກາບັນຊີວິສາຫະກິດຂອງຜູ້ເສຍອາກອນໃຫ້ປະຕິບັດດັ່ງນີ້: - ການສ້າງແຜນການກວດກາ: ກົມສ່ວຍສາອາກອນເປັນຜູ້ກໍານົດແຜນການກວດກາປະຈໍາ ປີຊຶ່ງຕ້ອງກໍານົດເປົ້າໝາຍລວມກ່ຽວກັບຈໍານວນແລະປະເພດຂອງການ ກວດກາຂອງບັນດາແຂວງ,ນະຄອນທີ່ຕ້ອງໄດ້ດໍາເນີນຈັດຕັ້ງປະຕິບັດ ໃນປີດໃນເປົ້າໝາຍກວດກາຕ້ອງໄດ້ກໍານົດພື້ນຖານວິສາຫະກິດທີ່ຈະຖືກ ກວດກາໃນແຕ່ລະໄລຍະແລະສ້າງຂຶ້ນເປັນເດືອນ,ງວດແລະປີໂດຍອີງ ໃສ່ຂໍ້ມູນຂ່າວສານທີ່ເກັບກໍາໄດ້,ການສ້າງແຜນການກວດກາປະຈໍາປີ ຕ້ອງໃຫ້ສໍາເລັດກ່ອນເດືອນມິຖຸນາຂອງປີງົມປະມານເພື່ອສະເໜີຫົວໜ້າ ກົມສ່ວຍສາອາກອນພິຈາລະນາຮັບຮອງ. - ການຕົກລົງການກວດກາ: ຫົວໜ້າກົມສ່ວຍສາອາກອນ,ຫົວໜ້າພະແນກສ່ວຍສາອາ ກອນປະຈໍາແຂວງ,ນະຄອນ,ຫົວໜ້າຫ້ອງການສ່ວຍສາອາກອນປະຈໍາ ເມືອງ,ເທດສະບານອອກຂໍ້ຕົກລົງແຕ່ງຕັ້ງເຈົ້າໜ້າທີ່ສ່ວຍສາອາກອນ ເພື່ອດໍາເນີນການກວດກາຕົວຈິງຢູ່ສະຖານທີ່ສໍານັກງານຂອງຜູ້ເສຍອາ ກອນເປັນຕົ້ນວິສາຫະກິດແລະອົງການຂອງລັດຕາມແຜນການກວດກາ ທີ່ຖືກຮັບຮອງຢ່າງເປັນທາງການແລ້ວ; ໃນກໍລະນີການກວດກາຫາກມີພາກສ່ວນອື່ນເຂົ້າຮ່ວມນໍາລັດ ຖະມົນຕີວ່າການກະຊວງການເງິນ,ເຈົ້າແຂວງ,ເຈົ້າຄອງນະຄອນ,ເຈົ້າ ເມືອງ,ຫົວໜ້າເທດສະບານເປັນຜູ້ອອກຂໍ້ຕົກລົງແຕ່ງຕັ້ງເຈົ້າໜ້າທີ່ກວດ ກາ. - ການດໍາເນີນການກວດກາ: + ກວດກາເອກະສານທາງດ້ານການບັນຊີຂອງຜູ້ເສຍອາ ກອນທີ່ກ່ຽວຂ້ອງກັບແຕ່ລະປະເພດອາກອນ; + ເອກະສານລາຍງານທາງດ້ານການບັນຊີເພື່ອຄິດໄລ່ອາ ກອນກໍາໄລເຊັ່ນໃບດຸ່ນດ່ຽງປະຈໍາປີກ່ອນແລະຫຼັງການກວດນັບ,ໃບລາຍ ງານຜົນໄດ້ຮັບ(ລາຍຮັບ,ລາຍຈ່າຍ,ກໍາໄລ),ໃບສະຫຼຸບຊັບສົມບັດ(ຊັບ ສິນ,ໜີ້ສິນ),ຕາຕະລາງການຫັກຄ່າຫຼຸ້ຍຫ້ຽນ,ຄ່າສູນເສຍມູນຄ່າ,ຄ່າ ເສື່ອມ,ເງິນແຮແລະອື່ນໆ; + ເອກະສານຢັ້ງຢືນການລົງບັນຊີເປັນຕົ້ນໃບເກັບເງິນທີ່ຖືກ ຕ້ອງກ່ຽວກັບລາຍຮັບແລະລາຍຈ່າຍທຸລະກິດ; + ເອກະສານບັນຊີປະຈໍາວັນ,ບັນຊີໃຫຍ່ແຍກປະເພດ; + ກວດນັບຕົວຈິງຊັບສົມບັດຄົງທີ່,ສາງວັດຖຸດິບ,ຜະລິດຕະ ພັນ,ສິນຄ້າ,ຊັບສິນໃນກໍາມື(ເງິນສົດ,ວັດຖຸມີຄ່າ,ເງິນຝາກ,ໃບຢັ້ງຢືນຊັບ ແລະອື່ນໆ). - ການສະຫຼຸບວຽກງານກວດກາ: ການກວດກາບັນຊີວິສາຫະກິດແຕ່ລະຄັ້ງຕ້ອງໄດ້ສະຫຼຸບ ແລະເຮັດບົດບັນທຶກໄວ້ຢ່າງເປັນເອກະພາບລະຫວ່າງເຈົ້າໜ້າທີ່ສ່ວຍ ສາອາກອນ,ພະນັກງານບັນຊີຂອງວິສາຫະກິດໂດຍຜ່ານການຢັ້ງຢືນ ແລະຮັບຮູ້ຈາກເຈົ້າຂອງວິສາຫະກິດຫຼືຜູ້ອໍານວຍການ,ຫົວໜ້າພະແນກ ກວດກາແລະຫົວໜ້າກົມສ່ວຍສາອາກອນ,ຫົວໜ້າຫ້ອງກວດກາແລະ ຫົວນ້າພະແນກສ່ວຍສາອາກອນປະຈໍາແຂວງ,ນະຄອນ,ຫົວໜ້າໜ່ວຍ ງານກວດກາແລະຫົວໜ້າຫ້ອງການສ່ວຍສາອາກອນປະຈໍາເມືອງ,ເທດ ສະບານທີ່ຕົ້ນຂຶ້ນກັບ. ໃນກໍລະນີຫາກເຫັນວ່າການຢັ້ງຢືນຂອງຜູ້ມີສ່ວນຮ່ວມໃນ ການກວດກາບໍ່ຖືກຕ້ອງຕາມລະບຽບກົດໝາຍຫຼືມີຂໍ້ມູນຂ່າວສານຈາກ ພາຍນອກຕ້ອງໄດ້ກວດກາຄືນໃໝ່ຕາມການຕົກລົງຂອງການຈັດຕັ້ງຂັ້ນ ເທິງຖັດນັ້ນເມື່ອເຫັນວ່າມີການກະທໍາຜິດແທ້ກໍ່ຕ້ອງປະຕິບັດມາດຕະ ການທາງແພ່ງແລະທາງອາຍາຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 96 ຂອງກົດໝາຍສະບັບນີ້. ໃນກໍລະນີຜູ້ເສຍອາກອນບໍ່ຍິນຍອມແລະບໍ່ເຫັນດີເປັນເອກະ ພາບກັບຜົນການກວດກາຂອງເຈົ້າໜ້າທີ່ສ່ວຍສາອາກອນຜູ້ກ່ຽວກໍ່ສາ ມາດສະເໜີຕໍ່ຂະແໜງການສ່ວຍສາອາກອນຂັ້ນເທິງຖັດໄປເພື່ອຄົ້ນ ຄວ້າພິຈາລະນາແກ້ໄຂ,ເມື່ອຍັງບໍ່ທັນໄດ້ຮັບການແກ້ໄຂຈາກຂະແໜງ ການດັ່ງກ່າວກໍ່ມີສິດສະເໜີຕໍ່ອົງການກວດກາພາຍນອກແລະອົງການ ປົກຄອງທ້ອງຖິ່ນຂັ້ນກ່ຽວຂ້ອງເພື່ອພິຈາລະນາແກ້ໄຂ.ຖ້າຍັງບໍ່ທັນໄດ້ ຮັບການແກ້ໄຂກໍ່ຍັງມີສິດສະເໜີຕໍ່ອົງການໄອຍະການປະຊາຊົນແລະ ສານປະຊາຊົນເພື່ອພິຈາລະນາ.

....ມາດຕາ 91 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ

ມາດຕາ 91 ສິດແລະໜ້າທີ່ຂອງອົງການກວດກາພາຍນອກ ອົງການກວດກາພາຍນອກມີສິດແລະໜ້າທີ່ຕາມກົດໝາຍທີ່ ກ່ຽວຂ້ອງກັບຂະແໜງການຕົນໃນການກວດກາການຈັດຕັ້ງປະຕິບັດພາ ລະບົດບາດ,ສິດ,ໜ້າທີ່ແລະຄວາມຮັບຜິດຊອບຂອງເຈົ້າໜ້າທີ່ສ່ວຍສາ ອາກອນແຕ່ລະຂັ້ນຢ່າງເຂັ້ມງວດໃນການສ້າງແລະປະຕິບັດແຜນການ, ການປະຕິບັດສິດ,ພັນທະແລະການລະເມີດຂໍ້ຫ້າມຂອງເຈົ້າໜ້າທີ່ສ່ວຍສາ ອາກອນຊຶ່ງກໍ່ໃຫ້ເກີດມີປາກົດການແລະຫາງສຽງຂອງສັງຄົມແລະມີ ການຮ້ອງຟ້ອງຈາກຜູ້ເສຍອາກອນ,ບຸກຄົນ,ນິຕິບຸກຄົນແລະການຈັດຕັ້ງ ອື່ນເພື່ອເຮັດໃຫ້ວຽກງານສ່ວຍສາອາກອນມີປະສິດທິພາບ,ມີຄວາມໂປ່ງ ໃສແລະຍຸຕິທໍາ. ໃນກໍລະນີມີຂໍ້ມູນຂ່າວສານຈາກພາຍນອກຕໍ່ການຢັ້ງຢືນຜົນ ການກວດກາຂອງອົງການກວດກາພາຍນອກບໍ່ຖືກຕ້ອງຕາມລະບຽບ ກົດໝາຍກໍ່ຕ້ອງໄດ້ກວດກາຄືນໃໝ່ຕາມການຕົກລົງຂອງການຈັດຕັ້ງ ຂັ້ນເທິງຖັດນັ້ນເມື່ອເຫັນວ່າມີການກະທໍາຜິດແທ້ກໍ່ຕ້ອງປະຕິບັດມາດຕະ ການທາງແພ່ງແລະທາງອາຍາຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 96 ຂອງກົດໝາຍສະບັບນີ້.

....ມາດຕາ 92 ຮູບການການກວດກາ

ມາດຕາ 92 ຮູບການການກວດກາ ການກວດກາຂອງເຈົ້ານ້າທີ່ສ່ວຍສາອາກອນປະກອບດ້ວຍ ຮູບການດັ່ງນີ້: - ການກວດກາຕາມລະບົບປົກກະຕິ; - ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; - ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກະຕິແມ່ນການກວດກາຕາມ ເປົ້າໝາຍ,ຕາມແຜນການພາຍຫຼັງການສະຫຼຸບປິດບັນຊີປະຈໍາປີຂອງ ຫົວໜ່ວຍວິສາຫະກິດຢູ່ສໍານັກງານ,ຫ້ອງການຢ່າງເປັນປົກກະຕິ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດກາ ນອກແຜນການຢູ່ສໍານັກງານຂອງຫົວໜ່ວຍວິສາຫະກິດເມື່ອເຫັນວ່າມີ ຄວາມຈໍາເປັນຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາໂດຍຮີບ ດ່ວນແລະນອກແຜນການຢູ່ສໍານັກງານຂອງຫົວໜ່ວຍວິສາຫະກິດຫຼືຢູ່ ໃນເປົ້າໝາຍໃດໜຶ່ງຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

..ພາກທີ 10 ງົບປະມານ,ເຄື່ອງແບບ,ກາໝາຍແລະຕາປະທັບ


...ມາດຕາ 93 ງົບປະມານ

ມາດຕາ 93 ງົບປະມານ ຂະແໜງການສ່ວຍສາອາກອນມີງົບປະມານຊຶ່ງຂຶ້ນກັບກະ ຊວງການເງິນໂດຍສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ ເພື່ອໃຊ້ຈ່າຍເຂົ້າໃນການຄຸ້ມຄອງບໍລິຫານວຽກງານຂອງຕົນ.

...ມາດຕາ 94 ເຄື່ອງແບບ,ກາໝາຍແລະຕາປະທັບ

ມາດຕາ 94 ເຄື່ອງແບບ,ກາໝາຍແລະຕາປະທັບ ຂະແໜງການສ່ວຍສາອາກອນມີເຄື່ອງແບບແລະກາໝາຍ ສະເພາະທີ່ໄດ້ຮັບການອະນຸມັດຈາກລັດຖະບານ,ພະນັກງານແລະເຈົ້າ ໜ້າທີ່ສ່ວຍສາອາກອນຕ້ອງນຸ່ງເຄື່ອງແບບ,ຖືບັດປະຈໍາໜ້າທີ່ແລະຕິດ ກາໝາຍສະເພາະໃນເວລາປະຕິບັດໜ້າທີ່ທາງລັດຖະການ. ຂະແໜງການສ່ວຍສາອາກອນແຕ່ລະຂັ້ນມີຕາປະທັບຂອງ ຕົນເພື່ອຮັບໃຊ້ວຽກງານທາງລັດຖະການ.

..ພາກທີ 11 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 95 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 95 ນະໂຍບາຍຕໍ່ຜູ້ມີຜົນງານ ພະນັກງານ,ເຈົ້າໜ້າທີ່ສ່ວຍສາອາກອນ,ບຸກຄົນ,ນິຕິບຸກຄົນ ຫຼືການຈັດຕັ້ງອື່ນທີ່ໄດ້ປະກອບສ່ວນເຂົ້າໃນການກວດກາ,ຕິດຕາມ,ຊອກ ຫາ,ສະໜອງຂໍ້ມູນຂ່າວສານຕ່າງໆເຮັດໃຫ້ສາມາດຄົ້ນພົບການຫຼີກລ້ຽງ ອາກອນ,ທວງເກັບອາກອນທີ່ຖືກເຊື່ອງອໍາຄືນມາໄດ້ແລະໄດ້ປັບໃໝຜູ້ກະ ທໍາຜິດນັ້ນຈະໄດ້ຮັບການຍ້ອງຍໍຫຼືນະໂຍບາຍອື່ນຕາມລະບຽບກົດໝາຍ. ຜູ້ເສຍອາກອນທີ່ປະຕິບັດພັນທະຂອງຕົນຢ່າງຖືກຕ້ອງ,ຄົບ ຖ້ວນແລະທັນກັບເວລາຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ຈະໄດ້ ຮັບການຍ້ອງຍໍແລະຄວາມສະດວກຕ່າງໆຢ່າງເໝາະສົມໃນການເຄື່ອນ ໄຫວທຸລະກິດ.

...ມາດຕາ 96 ມາດຕະການຕໍ່ຜູ້ລະເມີດ

ມາດຕາ 96 ມາດຕະການຕໍ່ຜູ້ລະເມີດ ຜູ້ລະເມີດລະບຽບກົດໝາຍກ່ຽວກັບສ່ວຍສາອາກອນຈະຖືກ ສຶກສາອົບຮົມ,ປັບໃໝ,ລົງວິໄນ,ໃຊ້ແທນທາງແພ່ງຫຼືລົງໂທດທາງອາຍາ ຕາມແຕ່ລະກໍລະນີເບົາຫຼືໜັກ. 1. ສໍາລັບພະນັກງານແລະເຈົ້າໜ້າທີ່ສ່ວຍສາອາກອນ: - ໃນກໍລະນີທີ່ມີການກະທໍາຜິດໃນສະຖານເບົາຊຶ່ງບໍ່ສົ່ງຜົນ ສະທ້ອນຕໍ່ລາຍຮັບແລະກຽດສັກສີຂອງຂະແໜງການສ່ວຍສາອາກອນ ເຊັ່ນການປະຕິບັດໜ້າທີ່ສໍາເລັດຕາມການາມອບໝາຍໂດຍບໍ່ມີເຫດຜົນ ພຽງພໍ,ການກົດໜ່ວງຖ່ວງດຶງເອກະສານ,ການປະລະໜ້າທີ່ກໍ່ຈະຖືກສຶກ ສາອົບຮົມ,ກ່າວເຕືອນຫຼືລົງວິໄນຕາມລະບຽບກົດໝາຍ; - ໃນກໍລະນີທີ່ມີການກະທໍາຜິດທາງອາຍາເຊັ່ນສວຍໃຊ້ໜ້າ ທີ່ຕໍາແໜ່ງ,ໃຊ້ຄວາມຮຸນແຮງ,ບັງຄັບນາບຂູ່,ທວງເອົາ,ຂໍເອົາຫຼືຮັບສິນ ບົນຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງບຸກຄົນ,ລວມໝູ່, ລັດແລະການຈັດຕັ້ງ,ປົກປ້ອງຫຼືສົມຮູ້ຮ່ວມຄິດກັບຜູ້ດໍາເນີນການຜະລິດທຸ ລະກິດທີ່ລະເມີດລະບຽບກົດໝາຍ,ປອມແປງໃບເກັບເງິນ,ໃບຮັບເງິນຫຼື ເອກະສານອື່ນ,ເກັບລາຍຮັບສ່ວຍສາອາກອນໂດຍບໍ່ໄດ້ຮັບອະນຸຍາດ ຈາກການຈັດຕັ້ງ,ນໍາເອົາເງິນອາກອນທີ່ເກັບໄດ້ໄປນໍາໃຊ້ສ່ວນຕົວໂດຍ ບໍ່ມອບເຂົ້າງົບປະມານແຫ່ງລັດກໍ່ຈະຖືກດໍາເນີນຄະດີທາງອາຍາ,ຖ້າ ການກະທໍາດັ່ງກ່າວຫາກກໍ່ຄວາມເສຍຫາຍໃຫ້ແກ່ບຸກຄົນອື່ນຫຼືການຈັດ ຕັ້ງກໍ່ຈະໄດ້ທົດແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. 2. ສໍາລັບຜູ້ເສຍສາອາກອນ: - ໃນກໍລະນີທີ່ມີການກະທໍາຜິດໃນສະຖານເບົາເຊັ່ນບໍ່ຍື່ນໃບ ແຈ້ງເສຍອາກອນ,ບໍ່ແຈ້ງເສຍອາກອນ,ບໍ່ຖືບັນຊີ,ບໍ່ນໍາໃຊ້ໃບເກັບເງິນ, ບໍ່ຕິດສະແຕັມ,ບໍ່ນໍາໃຊ້ເລກປະຈໍາຕົວຂອງຜູ້ເສຍອາກອນຈະຖືກສຶກສາ ອົບຮົມ,ກ່າວເຕືອແລະແນະນໍາໃຫ້ປະຕິບັດຢ່າງຖືກຕ້ອງ; - ໃນກໍລະນີທີ່ມີການລະເມີດກົດໝາຍອັນເຮັດໃຫ້ງົບປະມານ ແຫ່ງລັດເສຍຫາຍຈະຕ້ອງໄດ້ເສຍອາກອນຄືນໃຫ້ຄົບຖ້ວນແລະຈະຖືກ ປັບໃໝຕາມແຕ່ລະກໍລະນີທີ່ໄດ້ກໍານົດໄວ້ໃນ ມາດຕາ 73 ຂອງກົດ ໝາຍສະບັບນີ້; - ໃນກໍລະນີທີ່ໝົດກໍານົດການເລັ່ງທວງແລ້ວຜູ້ເສຍອາກອນ ຫາກຍັງບໍ່ມາຊໍາລະໜີ້ອາກອນທີ່ຄ້າງມອບໃຫ້ເຈົ້າໜ້າທີ່ສ່ວຍສາອາ ກອນຈະຖືກປະຕິບັດມາດຕະການດັ່ງນີ້: + ໃຫ້ທະນາຄານຕັດບັນຊີເງິນຝາກຂອງຜູ້ເສຍອາກອນທີ່ມີ ໜີ້ອາກອນທວງຍາກຕາມການສະເໜີຂອງຂະແໜງການສ່ວຍສາອາ ກອນທີ່ໄດ້ກໍານໄດ້ໄວ້ໃນ ມາດຕາ 80 ຂໍ້ 5 ຂອງກົດໝາຍສະບັບນີ້; + ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງໂຈະກິດຈະການຊົ່ວ ຄາວໃນໄລຍະໜຶ່ງເດືອນ; + ອອກຄໍາສັ່ງຍຶດຫຼືອາຍັດຊັບລວມທັງບັນຊີເງິນຝາກທະນາ ຄານພາຍໃນກໍານົດສິບຫ້າວັນ,ຖ້າຫາກກາຍກໍານົດນີ້ແລ້ວໃຫ້ໂຈະກິດ ຈະການພາຍໃນໜຶ່ງເດືອນພ້ອມທັງສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງ ຖອນໃບທະບຽນວິສາຫະກິດ,ໃບທະບຽນສໍາປະທານແລະໃບອະນຸຍາດ ຕ່າງໆ; + ປະກາດຂາຍຊັບສິນດັ່ງກ່າວເພື່ອຊໍາລະເງິນອາກອນທີ່ ຄ້າງມອບໃຫ້ຄົບຖ້ວນ,ສ່ວນທີ່ເຫຼືອຈາກການຂາຍຊັບສິນນັ້ນໃຫ້ສົ່ງເຈົ້າ ຂອງຄືນ,ຖ້າບໍ່ພໍກໍ່ໃຫ້ຜູ້ກ່ຽວສືບຕໍ່ຊໍາລະຈົນໃຫ້ຄົບຖ້ວນເວັ້ນເສຍແຕ່ໃນ ກໍລະນີທີ່ສານຕົກລົງຄໍາຕັດສິນໃຫ້ລົ້ມລະລາຍ; + ໃນກໍລະນີທີ່ມີການກະທໍາຜິດທາງອາຍາເຊັ່ນ:ທໍາລາຍຂໍ້ ມູນຫຼັກຖານ,ປອມແປງເອກະສານ,ເຊື່ອງອໍາປິດບັງລາຍຮັບແລະຊຸກ ເຊື່ອງການກະທໍາຜິດທີ່ຕິດພັນກັບການເສຍອາກອນ,ໃຫ້ສິນບົນຫຼືຄ່າຈ້າງ ລາງວັນ,ສົມຮູ້ຮ່ວມຄິດເອົາເງິນຂອງລັດ,ປອມແປງໃບເກັບເງິນ,ໃບຮັບ ເງິນຫຼືເອກະສານອື່ນ,ໝິ່ນປະໝາດ,ນາບຂູ່,ທໍາຮ້າຍຮ່າງກາຍພະນັກ ງານແລະເຈົ້າໜ້າທີ່ສ່ວຍສາອາກອນຈະຖືກດໍາເນີນຄະດີອາຍາພ້ອມທັງ ທົດແທນຄ່າເສຍຫາຍຢ່າງຄົບຖ້ວນທີ່ເກີດຈາກການກະທໍາຂອງຕົນ. 3. ສໍາລັບບຸກຄົນແລະການຈັດຕັ້ງອື່ນ: ໃນກໍລະນີທີ່ມີການລະເມີດລະບຽບກົດໝາຍກ່ຽວກັບສ່ວຍສາ ອາກອນຈະຖືກປະຕິບັດມາດຕະການສຶກສາອົບຮົມ,ປັບໃໝ,ໃຊ້ແທນຄ່າ ເສຍຫາຍຫຼືລົງໂທດທາງອາຍາຕາມແຕ່ລະກໍລະນີເບົາຫຼືໜັກເຊັ່ນປະຕິ ເສດການສະໜອງຂໍ້ມູນ,ຮ່ວມມືໃນການປົກປິດແລະຊຸກຍູ້ການກະທໍາຜິດ ທີ່ພົວພັນກັບການເສຍພັນທະຂອງຜູ້ກໍານີນການຜະລິດທຸລະກິດ,ໃຫ້ຫຼືຮັບ ສິນບົນ,ຄ່າຈ້າງລາງວັນ,ສົມຮູ້ຮ່ວມຄິດເອົາເງິນຂອງລັດ,ກະທໍາສິ່ງທີ່ ເປັນການລະເມີດລະບຽບກົດໝາຍກ່ຽວກັບສ່ວຍສາອາກອນ,ໝິ່ນປະ ໝາຍ,ນາບຂູ່ແລະທໍາຮ້າຍຮ່າງກາຍພະນັກງານ,ເຈົ້າໜ້າທີ່ສ່ວຍສາອາ ກອນຫຼືຜູ້ເສຍອາກອນ.

..ພາກທີ 12 ບົດບັນຍັດສຸດທ້າຍ


...ມາດຕາ 97 ການປ່ຽນແປງອັດຕາອາກອນ

ມາດຕາ 97 ການປ່ຽນແປງອັດຕາອາກອນ ໃນກໍລະນີຈໍາເປັນຮີບດ່ວນທີ່ຕ້ອງໄດ້ປ່ຽນແປງອັດຕາອາ ກອນເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງ ຄົມໃນແຕ່ລະໄລຍະນັ້ນລັດຖະບານມີສິດຄົ້ນຄ້ວາແລ້ວສະເໜີຕໍ່ຄະນະປະ ຈໍາສະພາແຫ່ງຊາດເພື່ອພິຈລະນານໍາສະເໜີຕໍ່ປະທານປະທາດອອກລັດ ຖະບັນຍັດປະກາດໃຊ້ເປັນການຊົ່ວຄາວ,ຫຼັງຈາກນັ້ນຄະນະປະຈໍາສະພາ ແຫ່ງລາດຕ້ອງລາຍງານຕໍ່ກອງປະຊຸມສະພາແຫ່ງຊາດຄັ້ງຖັດໄປເພື່ອ ພິຈາລະນາຮັບຮອງເອົາເປັນກົດໝາຍ. ບຸກຄົນ,ນິຕິບຸກຄົນຫຼືການຈັດຕັ້ງອື່ນບໍ່ມີສິດປ່ຽນແປງອັດຕາ ອາກອນທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ແຕ່ຢ່າງໃດ.

...ມາດຕາ 98 ການຈັດຕັ້ງປະຕິບັດ

ມາດຕາ 98 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ຈັດຕັ້ງປະຕິບັດກົດໝາຍ ສະບັບນີ້.

...ມາດຕາ 99 ຜົນສັກສິດ

ມາດຕາ 99 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດນັບແຕ່ວັນທີ 1 ຕຸລາ 2012 ເປັນຕົ້ນໄປໂດຍແມ່ນປະທານປະເທດແຫ່ງ ສປປລາວ ອອກລັດຖະດໍາລັດ ປະກາດໃຊ້. ກົດໝາຍສະບັບນີ້ປ່ຽນແທນກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 04/ສພຊ ລົງວັນທີ 19 ພຶດສະພາ 2005. ກົດໝາຍສະບັບນີ້ຈະບໍ່ສົ່ງຜົນສະທ້ອນຢ້ອນຫຼັງຕໍ່ນະໂຍບາຍພາ ສີ-ອາກອນແລະນະໂຍບາຍທາງດ້ານການເງິນອື່ນທີ່ລັດຖະບານຫຼືຂະ ແໜງການທີ່ກ່ຽວຂ້ອງຂອງລັດໄດ້ໃຫ້ແກ່ຜູ້ລົງທຶນຕາມສັນຍາກ່ອນກົດ ໝາຍສະບັບນີ້ມີຜົນບັງຄັບໃຊ້. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກ ຍົກເລີກ. ປະທານສະພາແຫ່ງຊາດ.