ກົດໝາຍວ່າດ້ວຍອາຫານ 15-12-2004

.ອາຫານ 15-12-2004


..ພາກທີ 1 ບົດບັນຍັດທົ່ວໄປ

...ມາດຕາ 1 ຈຸດປະສົງ

ມາດຕາ 1 ຈຸດປະສົງ ກົດໝາຍວ່າດ້ວຍອາຫານກໍານົດຫຼັກການ,ລະບຽບການ,ວິທີການແລະມາດຕະການຕ່າງໆເພື່ອຄຸ້ມຄອງ,ກວດກາກິດຈະການກ່ຽວກັບອາຫານແນໃສ່ຄວບຄຸມຄຸນນະພາບ,ມາດຕະຖານໂດຍສະເພາະຄວາມປອດໄພຂອງອາຫານ,ຮັບປະກັນທາງດ້ານໂພຊະນາການ,ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ,ສົ່ງເສີມການຜະລິດແລະທຸລະກິດດ້ານອາຫານ,ແນະນໍາພົນລະເມືອງໃຫ້ຮູ້,ເຂົ້າໃນແລະຫັນມາບໍລິໂພກອາຫານທີ່ມີຄວາມປອດໄພ,ມີອະນາໄມແລະມີທາດບໍາລຸງ,ຫຼໍ່ລ້ຽງຮ່າງກາຍລວມທັງເຂົ້າໃຈກ່ຽວກັບຜົນປະໂຫຍດແລະຜົນຮ້າຍຂອງອາຫານເພື່ອໃຫ້ຮູ້ຈັກຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ,ປະກອບສ່ວນເຂົ້າໃນການປົກປັກຮັກສາແລະພັດທະນາປະເທດຊາດ.

...ມາດຕາ 2 ອາຫານ

ມາດຕາ 2 ອາຫານ ອາຫານແມ່ນວັດຖຸໃດໜຶ່ງທີ່ຄົນເຮົາກິນ,ດື່ມຊຶ່ງຢູ່ໃນຮູບແບບສົດ,ສຸກ,ດິບຫຼືໄດ້ຜ່ານການປູງແຕ່ງແລ້ວຍົກເວັ້ນຢາປົວພະຍາດ.

...ມາດຕາ 3 ຄຸນປະໂຫຍດແລະຜົນຮ້າຍຂອງອາຫານ

ມາດຕາ 3 ຄຸນປະໂຫຍດແລະຜົນຮ້າຍຂອງອາຫານ ອາຫານມີຄວາມຈໍາເປັນໃນການດໍາລົງຊີວິດຂອງມະນຸດ,ມີຄຸນປະໂຫຍດແກ່ຮ່າງກາຍໃນການໃຫ້ພະລັງງານ,ເສີມສ້າງແລະເຮັດໃຫ້ຮ່າງກາຍມີຄວາມສົມດູນ. ອາຫານທີ່ບໍ່ປອດໄພ,ປົນເປື້ອນ,ເສຍຄຸນນະພາບຫຼືໝົດອາຍຸການບໍລິໂພກຈະພາໃຫ້ຮ່າງກາຍເກີດພະຍາດ,ເຈັບເປັນເຊັ່ນ:ພະຍາດຖອກທ້ອງ,ອະທິວາ,ອັກເສບຕັບ,ມະເຮັງແລະອື່ນໆຊຶ່ງອາດຈະພາໄປເຖິງການເສຍຊີວິດໄດ້.

...ມາດຕາ 4 ຄວາມໝາຍຂອງຄໍາສັບ

ມາດຕາ 4 ຄວາມໝາຍຂອງຄໍາສັບ ກົດໝາຍສະບັບນີ້ໄດ້ຈໍາກັດຄວາມໝາຍຂອງບັນດາຄໍາສັບໄວ້ດັ່ງນີ້: -ການໂພສະນາການໝາຍເຖິງການກິນອາຫານທີ່ມີທາດບໍາລຸງ,ຫຼໍ່ລ້ຽງ,ມີປະໂຫຍດແລະມີຄວາມປອດໄພພື່ອເຮັດໃຫ້ຮ່າງກາຍຈະເລີນເຕີບໂຕ,ມີຄວາມສົມດູນແລະມັນສະໝອງມີການພັດທະນາ. -ທາດບໍາລຸງ,ຫຼໍ່ລ້ຽງໝາຍເຖິງສ່ວນປະກອບຫຼືສານທີ່ມີຢູ່ໃນອາຫານຊຶ່ງເປັນປະໂຫຍດຕໍ່ຮ່າງກາຍ. -ອາຫານເຈືອປົນໝາຍເຖິງອາຫານທີ່ເພີ່ມວັດຖຸໃດໜຶ່ງເຂົ້າຫຼືເອົາວັດຖຸໃດໜຶ່ງອອກ,ເພີ່ມທາດອື່ນແທນຊຶ່ງເຮັດໃຫ້ອາຫານບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະຖານແລະອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ. -ອາຫານປົນເປື້ອນໝາຍເຖິງອາຫານທີ່ມີເຊື້ອພະຍາດ,ສານເຄມີເປັນພິດ,ວັດຖຸຸແປກປົນຫຼືສານອື່ນໆທີ່ປົນຢູ່ໃນອາຫານໃນປະລິມານຫຼືຈໍານວນເກີນຂອບເຂດມາດຕະຖານຊຶ່ງຈະເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ. -ສານທີ່ເປັນອັນຕະລາຍໃນອາຫານແມ່ນສານເຄມີເປັນພິດແລະວັດຖຸອື່ນໆລວມທັງເຊື້ອພະຍາດຊຶ່ງເປັນສາເຫດທີ່ພາໃຫ້ເກີດຜົນຮ້າຍຕໍ່ສຸຂະພາບ. -ອາຫານປອມໝາຍຖິງອາຫານທີ່ນໍາໃຊ້ເຄື່ອງໝາຍການຄ້າຂອງອາຫານອື່ນທີ່ໄດ້ຂຶ້ນທະບຽນຢ່າງເປັນທາງການແລ້ວ. -ການເກັບຮັກສາອາຫານໝາຍເຖິງການນໍາອາຫານມາຮັກສາໄວ້ໃນສາງເພື່ອຈໍາໜ່າຍອອກສູ່ສັງຄົມ. -ການເກັບມ້ຽນອາຫານໝາຍເຖິງການນໍາເອົາອາຫານມາໄວ້ໃນເຮືອນເພື່ອຮັບໃຊ້ຄອບຄົວ. ...ມາດຕາ 5 ພັນທະຂອງພົນລະເມືອງກ່ຽວກັບອາຫານ

ມາດຕາ 5 ພັນທະຂອງພົນລະເມືອງກ່ຽວກັບອາຫານ ພົນລະເມືອງລາວ,ຊາວຕ່າງດ້າວ,ຜູ້ບໍ່ມີສັນຊາດແລະຊາວຕ່າງປະເທດຢູ່ສປປລາວມີພັນທະປະກອບສ່ວນໃນການຄຸ້ມຄອງການຜະລິດ,ການປຸງແຕ່ງ,ການເກັບຮັກສາ,ການບໍລິການ,ການຈໍາໜ່າຍແລະການຂົນສົ່ງອາຫານເພື່ອເຮັດໃຫ້ອາຫານມີຄວາມປອດໄພ,ມີຄຸນນະພາບແລະໄດ້ມາດຕະຖານຕິດພັນກັບການຮັກສາສິ່ງແວດລ້ອມ;ນອກຈາກນີ້ຍັງມີພັນທະໃນການປົກປັກຮັກສາແຫຼ່ງອາຫານທີ່ມາຈາກທໍາມະຊາດໃຫ້ຍືນຍົງ.

...ມາດຕາ 6 ການສົ່ງເສີມດ້ານອາຫານ

ມາດຕາ 6 ການສົ່ງເສີມດ້ານອາຫານ ລັດມີນະໂຍບາຍສົ່ງເສີມບຸກຄົນແລະການຈັດຕັ້ງທັງພາຍໃນແລະຕ່າງປະເທດລົງທຶນໃສ່ກິດຈະການອາຫານກ່ຽວກັບການປູກຝັງ,ການລ້ຽງສັດ,ການປຸງແຕ່ງ,ການບໍລິການ,ການຜະລິດອຸດສະຫະກໍາແລະຫັດຖະກໍາ,ການເກັບຮັກສາ,ການຈໍາໜ່າຍ,ການຂົນສົ່ງອາຫານທີ່ມີລັກສະນະຊາດ,ເຜົ່າແລະສາກົນໃຫ້ກ້າວໄປສູ່ການຜະລິດແບບອຸດສາຫະກໍາທັນສະໄໝເພືອຕອບສະໜອງການຊົມໃຊ້ພາຍໃນແລະການສົ່ງອອກດ້ວຍການໃຫ້ຂໍ້ມູນຂ່າວສານແກ່ພົນລະເມືອງ,ການບໍລິໂພກອາຫານທີ່ມີຄວາມປອດໄພແລະມີຄຸນນະພາບ,ພຽງພໍທາງດ້ານໂພຊະນາການລວມທັງການນໍາເຂົ້າທີ່ຈໍາເປັນແລະເໝາະສົມ.

...ມາດຕາ 7 ການຮ່ວມມືສາກົນດ້ານອາຫານ

ມາດຕາ 7 ການຮ່ວມມືສາກົນດ້ານອາຫານ ລັດເປີດກວ້າງແລະສົ່ງເສີມການພົວພັນ,ຮ່ວມມືສາກົນດ້ານອາຫານດ້ວຍການແລກປ່ຽນບົດຮຽນ,ການຝຶກອົບຮົມເພື່ອເສີມສ້າງຄວາມສາມາດ,ການຄົ້ນຄວ້າວິທະຍາສາດແລະອື່ນໆເພື່ອລະດົມການຊ່ວຍເຫຼືອ,ການລົງທຶນຕ່າງປະເທດແລະການແລກປ່ຽນສິນຄ້າ.

..ພາກທີ 2 ໝວດແລະມາດຕະຖານອາຫານ


...ໝວດທີ 1 ໝວດອາຫານ


....ມາດຕາ 8 ໝວດຂອງອາຫານ

ມາດຕາ 8 ໝວດຂອງອາຫານ ອາຫານໄດ້ຈັດເປັນສາມໝວດຄື: 1. ໝວດອາຫານທີ່ໃຫ້ພະລັງງານ; 2.ໝວດອາຫານທີ່ເສີມສ້າງຮ່າງກາຍ; 3.ໝວດອາຫານທີ່ເຮັດໃຫ້ຮ່າງກາຍມີຄວາມສົມດຸນ.

....ມາດຕາ 9 ໝວດອາຫານທີ່ໃຫ້ພະລັງງານ

ມາດຕາ 9 ໝວດອາຫານທີ່ໃຫ້ພະລັງງານ ໝວດອາຫານທີ່ໃຫ້ພະລັງງານແມ່ນໝວດອາຫານທີ່ໃຫ້ກໍາລັງແຮງເຮັດໃຫ້ຮ່າງກາຍສາມາດເຄື່ອນໄຫວໄດ້ເຊັ່ນ:ເຂົ້າ,ນໍ້າມັນສັດ,ນໍ້າມັນພືດ,ແປ້ງ,ນໍ້າຕານແລະອື່ນໆທີ່ໃຫ້ພະລັງງານ.

....ມາດຕາ 10 ໝວດອາຫານທີ່ເສີມສ້າງຮ່າງກາຍ

ມາດຕາ 10 ໝວດອາຫານທີ່ເສີມສ້າງຮ່າງກາຍ ໝວດອາຫານທີ່ເສີມສ້າງຮ່າງກາຍແມ່ນໝວດອາຫານທີ່ຊ່ວຍສ້າງຮ່າງກາຍໃຫ້ຈະເລີນເຕີບໂຕແລະມີພູມຕ້ານທານຕໍ່ເຊື້ອພະຍາດເຊັ່ນ:ຊີ້ນ,ປາ,ນົມ,ໄຂ່ແລະຖົ່ວປະເພດຕ່າງໆ.

....ມາດຕາ 11 ໝວດອາຫານທີ່ເຮັດໃຫ້ຮ່າງກາຍມີຄວາມສົມດູນ

ມາດຕາ 11 ໝວດອາຫານທີ່ເຮັດໃຫ້ຮ່າງກາຍມີຄວາມສົມດູນ ໝວດອາຫານທີ່ເຮັດໃຫ້ຮ່າງກາຍມີຄວາມສົມດູນແມ່ນໝວດອາຫານທີ່ມີຄວາມຈໍາເປັນໃນການພັດທະນາຮ່າງກາຍ,ມັນສະໝອງແລະຊ່ວຍໃຫ້ຮ່າງກາຍເພີ່ມພູມຕ້ານທານຕໍ່ເຊື້ອພະຍາດເຊັ່ນຜັກ,ໝາກໄມ້,ວິຕາມິນ,ເກືອໄອໂອດິນແລະແຮ່ທາດອື່ນໆ.

...ໝວດທີ 2 ຄຸນນະພາບແລະມາດຕະຖານຂອງອາຫານ


....ມາດຕາ 12 ຄຸນນະພາບຂອງອາຫານ

ມາດຕາ 12 ຄຸນນະພາບຂອງອາຫານ ຄຸນນະພາບຂອງອາຫານແມ່ນຄຸນນະລັກສະນະສະເພາະຂອງອາຫານແຕ່ລະຊະນິດທີ່ເຮັດໃຫ້ອາຫານມີຄວາມປອດໄພ,ມີທາດບໍາລຸງ,ຫຼໍ່ລ້ຽງແລະເປັນປະໂຫຍດຕໍ່ສຸຂະພາບຂອງຜູ້ບໍລິໂພກ.

....ມາດຕາ 13 ມາດຕະການຂອງອາຫານ

ມາດຕາ 13 ມາດຕະການຂອງອາຫານ ມາດຕະຖານຂອງອາຫານແມ່ນກໍານົດໝາຍທີ່ວັດແທກຄຸນລັກສະນະຂອງອາຫານແຕ່ລະຊະນິດ. ອາຫານຕ້ອງຖືກຕ້ອງຕາມມາດຕະຖານຂອງສປປລາວ. ມາດຕະຖານອາຫານຂອງສປປລາວຕ້ອງປະກອບດ້ວຍເນື້ອໃນຕົ້ນຕໍດັ່ງນີ້: -ມີຄວາມປອດໄພ; -ມີອະນາໄມ; -ມີທາດບໍາລຸງ,ຫຼໍ່ລ້ຽງ. ໃນກໍລະນີທີ່ມາດຕະຖານອາຫານໃດໜຶ່ງຂອງສປປລາວຫາກຍັງບໍ່ທັນໄດ້ກໍານົດອອກກໍ່ໃຫ້ຖືເອົາມາດຕະຖານ,ຂໍ້ກໍານົດແລະຄໍາແນະນໍາຂອງກົດລະຫັດອາຫານຂອງສາກົນ. ກົດລະຫັດອາຫານຂອງສາກົນແມ່ນກໍານົດໝາຍທີ່ວັດແທກມາດຕະຖານຂອງອາຫານຊຶ່ງຮັບຮອງເອົາໂດຍອົງການອາຫານ,ການກະເສດແລະອົງການອະນາໄມໂລກ.

....ມາດຕາ 14 ອາຫານທີ່ມີຄວາມປອດໄພ

ມາດຕາ 14 ອາຫານທີ່ມີຄວາມປອດໄພ ອາຫານທີ່ມີຄວາມປອດໄພແມ່ນອານຫານທີ່ປາສະຈາກການປົນເປື້ອນຂອງເຊື້ອພະຍາດ,ສານເຄມີເປັນພິດຫຼືວັດຖຸເຈືອປົນທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ.

....ມາດຕາ 15 ອາຫານທີ່ມີອະນາໄມ

ມາດຕາ 15 ອາຫານທີ່ມີອະນາໄມ ອາຫານທີ່ມີອະນາໄມແມ່ນອາຫານທີ່ໄດ້ຜະລິດດ້ວຍການນໍາໃຊ້ທຸກເງື່ອນໄຂແລະມາດຕະການທີ່ຈໍາເປັນເພື່ອຮັບປະກັນຄວາມສະອາດແລະມີຄວາມປອດໄພຂອງອາຫານໃນທຸກຂັ້ນຕອນຂອງກິດຈະການອາຫານເລີ່ມຈາກການຜະລິດ,ປຸງແຕ່ງ,ຫຸ່ມຫໍ່,ບໍລິການແລະອື່ນໆຈົນໄປເຖິງການບໍລິໂພກ.

....ມາດຕາ 16 ອາຫານທີ່ມີທາດບໍາລຸງ,ຫຼໍ່ລ້ຽງ

ມາດຕາ 16 ອາຫານທີ່ມີທາດບໍາລຸງ,ຫຼໍ່ລ້ຽງ ອາຫານທີ່ມີທາດບໍາລຸງ,ຫຼໍ່ລ້ຽງແມ່ນອາຫານທີ່ປະກອບດ້ວຍສານທີ່ໃຫ້ພະລັງງານ,ສານທີ່ເສີມສ້າງຮ່າງກາຍແລະເຮັດໃຫ້ຮ່າງກາຍມີຄວາມສົມດູນໃນການດໍາເລົງຊີວິດເຊັ່ນ:ທາດແປ້ງ,ໂປຼເຕອິນ,ນໍ້າມັນສັດ,ນໍ້າມັນພືດ,ວິຕາມິນ,ເກືອແຮ່ແລະສານອື່ນໆທີ່ມີທາດບໍາລຸງຫຼໍ່ລ້ຽງ.

..ພາກທີ 3 ກິດຈະການແລະການດໍາເນີນທຸລະກິດອາຫານ


...ໝວດທີ 1 ກິດຈະການອາຫານ


....ມາດຕາ 17 ກິດຈະການອາຫານ

ມາດຕາ 17 ກິດຈະການອາຫານ ກິດຈະການອາຫານປະກອບດ້ວຍການຜະລິດເບື້ອງຕົ້ນ,ການປຸງແຕ່ງ,ການບໍລິການ,ການຜະລິດອຸດສະຫະກໍາແລະຫັດຖະກໍາ,ການເກັບຮັກສາ,ການຈໍາໜ່າຍ,ການເກັບມ້ຽນ,ການຂົນສົ່ງ,ການນໍາເຂົ້າ,ສົ່ງອອກແລະການບໍລິຈາກອາຫານ.

....ມາດຕາ 18 ການຜະລິດອາຫານເບື້ອງຕົ້ນ

ມາດຕາ 18 ການຜະລິດອາຫານເບື້ອງຕົ້ນ ການຜະລິດອາຫານເບື້ອງຕົ້ນປະກອບດ້ວຍການປູກຝັງ,ການລ້ຽງສັດລວມທັງການເກັບເຄື່ອງປ່າຂ້ອງດົງເພື່ອເປັນອາຫານ. ການປູກຝັງແລະລ້ຽງສັດເພື່ອເປັນອາຫານຕ້ອງນໍາໃຊ້ທູກເງື່ອນໄຂແລະມາດຕະການທີ່ຈໍາເປັນເພື່ອຮັບປະກັນໃຫ້ຜົນຜະລິດຄວາມປອດໄພແລະມີຄຸນນະພາບແກ່ຜູ້ບໍລິໂພກເຊັ່ນ:ບໍ່ໃຫ້ມີເຊື້ອພະຍາດ,ເຊື້ອເຫັດທີ່ເປັນພິດ,ເຊື້ອລາ,ສານເຄມີທີ່ເປັນພິດຫຼືສານເຄມີຕົກຄ້າງເກີນກວ່າມາດຕະຖານທີ່ລະບຽບກົດໝາຍໄດ້ກໍານົດໄວ້. ການເກັບເຄື່ອງປ່າຂອງດົງ,ການຫາສັດບົກ,ສັດນໍ້າຢູ່ຕາມທໍາມະຊາດເພື່ອເປັນອາຫານຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ມີຄວາມປອດໄພແກ່ການບໍລິໂພກແລະການເກັບຮັກສາສິ່ງທີ່ຫາມາໄດ້ຕ້ອງນໍາໃຊ້ທຸກວິທີການທີ່ຈໍາເປັນເພື່ອຮັບປະກັນຄວາມປອດໄພ,ອະນາໄມລວມທັງບໍ່ທໍາລາຍແຫຼ່ງອາຫານແລະສິ່ງແວດລ້ອມ.

....ມາດຕາ 19 ການປຸງແຕ່ງອາຫານ

ມາດຕາ 19 ການປຸງແຕ່ງອາຫານ ການປຸງແຕ່ງອາຫານແມ່ນການນໍາເອົາວັດຖຸມາປະກອບປຸງແຕ່ງເປັນອາຫານຊຶ່ງຕ້ອງຮັບປະກັນໃຫ້ມີຄວາມປອດໄພ,ອະນາໄມແລະຄຸນນະພາບດັ່ງນີ້: -ວັດຖຸທີ່ນໍາມາປຸງແຕ່ງເປັນອາຫານນັ້ນຕ້ອງຮັບປະກັນໃຫ້ມີຄວາມປອດໄພ,ອະນາໄມແລະມີທາດບໍາລຸງ,ຫຼໍ່ລ້ຽງ; -ການປຸງແຕ່ງອາຫານຕ້ອງຮັບປະກັນໃຫ້ມີຄວາມປອດໄພ,ອະນາໄມເຊັ່ນ:ຊີ້ນ,ປາ,ຫອຍ,ກຸ້ງແລະອື່ນໆຕ້ອງເຮັດໃຫ້ສະອາດແລະສຸກ;ສໍາລັບຜັກ,ໝາກໄມ້ຕ້ອງລ້າງໃຫ້ສະອາດ; -ສະຖານທີ່,ພາຊະນະເຊັ່ນ:ຖ້ວຍ,ຊາມ,ບ່ວງແລະອຸປະກອນຮັບໃຊ້ການປຸງແຕ່ງອື່ນໆຕ້ອງຮັບປະກັນໃຫ້ມີຄວາມປອດໄພແລະສະອາດ; -ຜູ້ປຸງແຕ່ງອາຫານຕ້ອງບໍ່ເປັນພະຍາດຕິດແປດ,ມີການອະນາໄມ້ສ່ວນບຸກຄົນລະນຸ່ງຫົ່ມໃຫ້ສະອາດ.

....ມາດຕາ 20 ການບໍລິການອາຫານ

ມາດຕາ 20 ການບໍລິການອາຫານ ກາບໍລິການອາຫານຕ້ອງຮັບປະກັນຄວາມປອດໄພ,ອະນາໄມແລະຄຸນນະພາບຂອງອາຫານດ້ວຍການສະໜອງອາຫານທີ່ໄດ້ມາດຕະຖານແລະປະຕິບັດຕາມຫຼັກການທົ່ວໄປທາງດ້ານອະນາໄມກ່ຽວກັບອາຫານທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍເຊັ່ນ:ການອະນາໄມສະຖານທີ່ປຸງແຕ່ງ,ສະຖານທີ່ຮັບປະທານອາຫານ,ພາຊະນະ,ອຸປະກອນອື່ນໆທີ່ຮັບໃຊ້ການປຸງແຕ່ງອາຫານແລະການອະນາໄມສ່ວນບຸກຄົນຂອງຜູ້ບໍລິການອາຫານ.

....ມາດຕາ 21 ການຜະລິດອຸດສາຫະກໍາແລະຫັດຖະກໍາດ້ານອາຫານ

ມາດຕາ 21 ການຜະລິດອຸດສາຫະກໍາແລະຫັດຖະກໍາດ້ານອາຫານ ການຜະລິດອາຫານແບບອຸດສາຫະກໍາແລະຫັດຖະກໍາຕ້ອງປະຕິບັດຕາມຫຼັກການຕ່າງໆທີ່ທາງການກໍານົດອອກເຊັ່ນ:ການອອກແບບສະຖານທີ່,ການຄັດເລືອກວັດຖຸດິບ,ການຂ້າເຊື້ອພະຍາດ,ການຮັກສາອະນາໄມ,ການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າແລະທັນສະໄໝທີ່ສ້າງຂຶ້ນຫຼືຮັບຮອງເອົາໂດຍອົງການຄຸ້ມຄອງແລະກວດກາອາຫານຂອງສປປລາວຫຼືຖືກຕ້ອງຕາມກົດລະຫັດອາຫານຂອງສາກົນເພື່ອຮັບປະກັນຄວາມປອດໄພແລະຄຸນນະພາບຂອງອາຫານສໍາລັບຜູ້ບໍລິໂພກ.

....ມາດຕາ 22 ການຈໍາໜ່າຍອາຫານຢູ່ພາຍໃນປະເທດ

ມາດຕາ 22 ການຈໍາໜ່າຍອາຫານຢູ່ພາຍໃນປະເທດ ການຈໍາໜ່າຍອາຫານຢູ່ພາຍໃນປະເທດຊຶ່ງປະກອບດ້ວຍການຂາຍຍົກ,ການຂາຍຍ່ອຍ,ການເກັບຮັກສາແລະການຂົນສົ່ງອາຫານຕ້ອງປະຕິບັດຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້ເພື່ອຮັບປະກັນຄວາມປອດໄພແລະຄຸນນະພາບຂອງອາຫານສໍາລັບຜູ້ບໍລິໂພກ.

....ມາດຕາ 23 ການສົ່ງອອກອາຫານ

ມາດຕາ 23 ການສົ່ງອອກອາຫານ ອາຫານທີ່ສົ່ງອອກຈາກສປປລາວຕ້ອງໄດ້ມາດຕະຖານຕາມທີ່ໄດ້ກໍານົດໄວ້ໃນມາດຕາ13ຂອງກົດໝາຍສະບັບນີ້ແລະລະບຽບການອື່ນໆທີ່ກ່ຽວຂ້ອງ.ສໍາລັບຄຸນນະພາບແມ່ນປະຕິບັດຕາມຄວາມຕ້ອງການຂອງຜູ້ນໍາເຂົ້າຢູ່ຕ່າງປະເທດ.

....ມາດຕາ 24 ການນໍາເຂົ້າອາຫານ

ມາດຕາ 24 ການນໍາເຂົ້າອາຫານ ການນໍາເຂົ້າອາຫານອາດຈະນໍາເຂົ້າເພື່ອການບໍລິໂພກຄອບຄົວແລະຮັບໃຊ້ສັງຄົມ. ການນໍາເຂົ້າອາຫານເພື່ອການບໍລິໂພກຄອບຄົວຄວນເອົາໃຈໃສ່ທາງດ້ານຄວາມປອດໄພ,ອະນາໄມແລະຄຸນນະພາບຂອງອາຫານ. ການນໍາເຂົ້າອາຫານເພື່ອຮັບໃຊ້ສັງຄົມເຊັ່ນ:ການຈໍາໜ່າຍ,ການປຸງແຕ່ງ,ການບໍລິການອາຫານຕ້ອງຮັບປະກັນຄຸນນະພາບແລະມາດຕະຖານຕາມທີ່ໄດ້ກໍານົດໄວ້ໃນມາດຕາ12ແລະ13ຂອງກົດໝາຍສະບັບນີ້ແລະລະບຽບການອື່ນທີ່ກ່ຽວຂ້ອງ;ສໍາລັບການແບ່ງບັນຈຸ,ການຫຸ້ມຫໍ່,ການຕິດສະຫຼາກຄືນໃໝ່ນັ້ນຕ້ອງໄດ້ຮັບການຢັ້ງຢືນຄຸນນະພາບແລະມາດຕະຖານຈາກອົງການຄຸ້ມຄອງແລະກວດກາອາຫານ.

....ມາດຕາ 25 ການບໍລິຈາກອາຫານ

ມາດຕາ 25 ການບໍລິຈາກອາຫານ ອາຫານທີ່ໄດ້ຮັບຈາກການບໍລິຈາກຫຼືການຊ່ວຍເຫຼືອຈາກພາຍໃນຫຼືຕ່າງປະເທດຕ້ອງມີຄວາມປອດໄພ,ມີຄຸນນະພາບ,ໄດ້ມາດຕະຖານ,ບໍ່ໝົດອາຍຸການບໍລິໂພກແລະມີການຢັ້ງຢືນຄຸນນະພາບຈາກອົງການທີ່ກ່ຽວຂ້ອງ.

...ໝວດທີ 2 ລັກສະນະກິດຈະການອາຫານ


....ມາດຕາ 26 ລັກສະນະຂອງກິດຈະການອາຫານ

ມາດຕາ 26 ລັກສະນະຂອງກິດຈະການອາຫານ ກິດຈະການກ່ຽວກັບອາຫານຕ່າງໆທີ່ໄດ້ກໍານົດໄວ້ໃນມາດຕາ17ຂອງກົດໝາຍສະບັບນີ້ສາມາດໍາເນີນໃນລັກສະນະຄອບຄົວ,ລັກສະນະເສດຖະກິດຄອບຄົວແລະລັກສະນະທຸລະກິດການຄ້າຍົກເວັ້ນການບໍລິຈາກອາຫານ.

....ມາດຕາ 27 ກິດຈະການອາຫານລັກສະນະຄອບຄົວ

ມາດຕາ 27 ກິດຈະການອາຫານລັກສະນະຄອບຄົວ ກິດຈະການອາຫານທີ່ມີລັກສະນະຄອບຄົວໝາຍເຖິງການຜະລິດເບື້ອງຕົ້ນ,ການປຸງແຕ່ງ,ການຜະລິດຫັດຖະກໍາແລະການເກັບມ້ຽນອາຫານເພື່ອຮັບໃຊ້ຄອບຄົວ.

....ມາດຕາ 28 ກິດຈະການອາຫານລັກສະນະເສດຖະກິດຄອບຄົວ

ມາດຕາ 28 ກິດຈະການອາຫານລັກສະນະເສດຖະກິດຄອບຄົວ ກິດຈະການອາຫານທີ່ມີລັກສະນະເສດຖະກິດຄອບຄົວໝາຍເຖິງການຜະລິດເບື້ອງຕົນ,ການປຸ່ງແຕ່ງ,ການບໍລິການ,ການຜະລິດຫັດຖະກໍາ,ການເກັບຮັກສາແລະການຈໍາໜ່າຍອາຫານເພື່ອຮັບໃຊ້ຄອບຄົວແລະສັງຄົມ.

....ມາດຕາ 29 ກິດຈະການອາຫານລັກສະນະທຸລະກິດການຄ້າ

ມາດຕາ 29 ກິດຈະການອາຫານລັກສະນະທຸລະກິດການຄ້າ ກິດຈະການອາຫານທີ່ມີລັກສະນະທຸລະກິດກາຄ້າໝາຍເຖິງການຜະລິດເບື້ອງຕົນ,ການບໍລິການ,ການຜະລິດອຸດສະຫະກໍາແລະຫັດຖະກໍາ,ການເກັບຮັກສາ,ການຈໍາໜ່າຍ,ການນໍາເຂົ້າແລະສົ່ງອອກອາຫານເພື່ອຮັບໃຊ້ສັງຄົມ.

...ໝວດທີ 3 ການດໍາເນີນທຸລະກິດອາຫານ


....ມາດຕາ 30 ການດໍາເນີນທຸລະກິດອາຫານ

ມາດຕາ 30 ການດໍາເນີນທຸລະກິດອາຫານ ບຸກຄົນຫຼືການຈັດຕັ້ງທີ່ມີຈຸດປະສົງຢາກດໍາເນີນທຸລະກິດອາຫານຕ້ອງຍື່ນຄໍາຮ້ອງຜ່ານຂະແໜງການສາທາລະນະສຸກແລະຂະແໜງການອື່ນທີ່ກ່ຽວຂ້ອງເພື່ອສະເໜີໃຫ້ຂະແໜງການຄ້າເປັນຜູ້ຕົກລົງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍທຸລະກິດ.

....ມາດຕາ 31 ພັນທະຂອງຜູ້ດໍາເນີນທຸລະກິດອາຫານ

ມາດຕາ 31 ພັນທະຂອງຜູ້ດໍາເນີນທຸລະກິດອາຫານ ຜູ້ດໍາເນີນທຸລະກິດອາຫານຕ້ອງຮັບປະກັນຄວາມປອດໄພ,ອະນາໄມແລະຄຸນນະພາບຂອງອາຫານ.ໃນກໍລະນີທີ່ອາຫານຫາກບໍ່ມີຄວາມປອດໄພແລະສ້າງຄວາມເສຍຫາຍແກ່ຜູ້ບໍລິໂພກນັ້ນຜູ້ດໍາເນີນທຸລະກິດຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ.ນອກຈາກນີ້ຜູ້ດໍາເນີນທຸລະກິດອາຫານຍັງຕ້ອງໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ກວດກາອາຫານເພື່ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດງານຂອງເຈົ້າໜ້າທີ່ດັ່ງກ່າວ.

..ພາກທີ 4 ການເກືອດຫ້າມ


...ມາດຕາ 32 ການເກືອດຫ້າມກ່ຽວກັບການຜະລິດແລະການປຸງແຕ່ງອາຫານ

ມາດຕາ32ການເກືອດຫ້າມກ່ຽວກັບການຜະລິດແລະການປຸງແຕ່ງອາຫານ ໃນການປູກຝັງຫຼືລ້ຽງສັດເພື່ອເປັນອາຫານຫ້າມນໍາໃຊ້ວິທີການຊຶ່ງອາດຈະນໍາໄປສູ່ຄວາມບໍ່ປອດໄພຂອງອາຫານຫຼືວິທີການທີ່ຂັດກັບລະບຽບກົດໝາຍກ່ຽວກັບອາຫານຂອງສປປລາວແລະຫ້າມນໍາໃຊ້ນໍ້າຫຼືຝຸ່ນທີ່ບໍ່ປອດໄພ.ຫ້າມນໍາໃຊ້ຢາປາບສັດຕູພືດ,ຮໍໂມນຫຼືຢາຕ້ານເຊື້ອເກີນມາດຕະຖານທີ່ທາງການໄດ້ກໍານົດອອກ. ຫ້າມນໍາໃຊ້ວັດຖຸເຄມີເປັນພິດ,ສິ່ງເສບຕິດ,ນໍາສີທີ່ເປັນອັນຕະລາຍຕໍ່ສຸຂະພາບຢ່າງເດັດຂາດແລະຫ້າມນໍາໃຊ້ບີນໍ້າຕານ,ສານກັນບູດ,ຂີ້ເຈຍຫຼືສີປະສົມອາຫານເກີນມາດຕະຖານທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍເຂົ້າໃນການຜະລິດແລະການປຸງແຕ່ງອາຫານ.ໃນເວລາປຸງແຕ່ງອາຫານຫ້າມສູບຢາ.

...ມາດຕາ 33 ການເກືອດຫ້າມກ່ຽວກັບການເກັບຮັກສາອາຫານ

ມາດຕາ 33 ການເກືອດຫ້າມກ່ຽວກັບການເກັບຮັກສາອາຫານ ໃນການເກັບຮັກສາອາຫານຫ້າມນໍາໃຊ້ວິທີການທີ່ຈະພາໃຫ້ອາຫານບໍ່ປອດໄພຫຼືບໍ່ເໝາະສົມທາງດ້ານຄຸນນະພາບເຊັ່ນ:ການປະສົມສານເຄມີທີ່ເປັນອັນຕະລາຍໂດຍສະເພາະຟອກໂມນຫຼືສານເຄມີອື່ນໆ;ການຄວບຄຸມຄວາມຮ້ອຍ,ຄວາມເຢັນແລະຄວາມຊຸ່ມທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບອາຫານຂອງສປປລາວ.

...ມາດຕາ 34 ການເກືອດຫ້າມກ່ຽວກັບການນໍາເຂົ້າແລະຈໍາໜ່າຍອາຫານ

ມາດຕາ 34 ການເກືອດຫ້າມກ່ຽວກັບການນໍາເຂົ້າແລະຈໍາໜ່າຍອາຫານ ຫ້າມນໍາເຂົ້າຫຼືຈໍາໜ່າຍອາຫານທີ່ບໍ່ມີຄວາມປອດໄພ,ບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະຖານຫຼືບໍ່ຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບອາຫານຂອງສປປລາວເຊັ່ນ:ອາຫານປົນເປື້ອນ,ອາຫານເຈືອປົນ,ອາຫານບູດເນົ່າ,ອາຫານປອມ,ອາຫານໝົດອາຍຸການບໍລິໂພກ,ອາຫານບໍ່ມີສະຫຼາກຫຼືບໍ່ມີການຢັ້ງຢືນຄຸນນະພາບຍົກເວັ້ນອາຫານສົດທີ່ບໍ່ຕ້ອງມີສະຫຼາກເຊັ່ນ:ຊີ້ນ,ປາ,ກະປູ,ຫອຍແລະໝາກໄມ້ສົດ.ສໍາລັບອາຫານທີ່ໃກ້ຈະໝົດອາຍຸການບໍລິໂພກນັ້ນແມ່ນຫ້າມນໍາເຂົ້າ. ຫ້າມຈໍາໜ່າຍອາຫານດ້ວຍວິທີການທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບອາຫານຂອງສປປລາວເຊັ່ນ:ການເປີດຫີບ,ຫໍ່,ແບ່ງບັນຈຸຈາກກັບເດີມຂອງອາຫານທີ່ຈະພາໃຫ້ອາຫານບໍ່ປອດໄພ,ປົນເປື້ອນ,ເຈືອປົນ,ບົກແຫ້ງ,ບູດເນົ່າ,ເສຍຄຸນນະພາບ,ປອມຫຼືໝົດອາຍຸການບໍລິໂພກ.

...ມາດຕາ 35 ການເກືອດຫ້າມກ່ຽວກັບການສົ່ງອອກອາຫານ

ມາດຕາ 35 ການເກືອດຫ້າມກ່ຽວກັບການສົ່ງອອກອາຫານ ຫ້າມສົ່ງອອກອາຫານທີ່ບໍ່ປອດໄພຫຼືບໍ່ຖືກຕ້ອງຕາມມາດຕະຖານອາຫານຂອງສປປລາວ.ສໍາລັບຄຸນນະພາບອາຫານນັ້ນແມ່ນອີງໃສ່ຄວາມຕ້ອງການຂອງຜູ້ນໍາເຂົ້າຢູ່ຕ່າງປະເທດ.

...ມາດຕາ 36 ການເກືອດຫ້າມກ່ຽວກັບການບັນຈຸແລະຫຸ້ມຫໍ່ອາຫານ

ມາດຕາ 36 ການເກືອດຫ້າມກ່ຽວກັບການບັນຈຸແລະຫຸ້ມຫໍ່ອາຫານ ຫ້າມນໍາໃຊ້ວັດສະດຸທີ່ເປັນພິດ,ເປິເປື້ອນຫຼືບໍ່ເໝາະສົມເຊັ່ນ:ເຈ້ຍໜັງສືພິມ,ເຈ້ຍພິມແລ້ວ,ຖົງຝຸ່ນ,ຖົງອາຫານສັດ,ຖົງຊີມັງແລະວັດສະດຸອື່ນໆບັນຈຸ,ຫຸ້ມຫໍ່ອາຫານທີ່ບໍ່ຮັບປະກັນຄວາມປອດໄພແລະອະນາໄມ.

...ມາດຕາ 37 ການເກືອດຫ້າມກ່ຽວກັບການໂຄສະນາອາຫານ

ມາດຕາ 37 ການເກືອດຫ້າມກ່ຽວກັບການໂຄສະນາອາຫານ ຫ້າມໂຄສະນາອາຫານດ້ວຍຮູບການຕ່າງໆທີ່ມີເນື້ອໃນເກີນຄວາມເປັນຈິງຊຶ່ງຈະພາໃຫ້ຜູ້ບໍລິໂພກອາຫານເຂົ້າໃຈຜິດແລະອາດໄດ້ຮັບອັນຕະລາຍທາງດ້ານສຸຂະພາບ.

..ພາກທີ 5 ສິດແລະພັນທະຂອງຜູ້ບໍລິໂພກອາຫານ


...ມາດຕາ 38 ສິດຂອງຜູ້ບໍລິໂພກ

ມາດຕາ 38 ສິດຂອງຜູ້ບໍລິໂພກ ຜູ້ບໍລິໂພກອາຫານມີສິດດັ່ງນີ້: -ໄດ້ຮັບຂໍ້ມູນຂ່າວສານກ່ຽວກັບອາຫານ; -ໄດ້ຮັບອາຫານທີ່ປອດໄພ,ມີຄຸນນະພາບ,ພຽງພໍທາງດ້ານໂພຊະນາການແລະເໝາະສົມ; -ແນະນໍາ,ຕັກເຕືອນຜູ້ຜະລິດ,ປຸງແຕ່ງ,ບໍລິການ,ຈໍາໜ່າຍອາຫານທີ່ເຫັນວ່າບໍ່ມີຄຸນນະພາບ,ມາດຕະຖານ; -ປ່ຽນອາຫານຄືນຫຼືຮ້ອງຟ້ອງເອົາຄ່າເສຍຫາຍຈາກຜູ້ສະໜອງອາຫານທີ່ເປັນພິດໝົດອາຍຸການບໍລິໂພກຫຼືບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະຖານໃນກໍລະນີທີ່ຕົນໄດ້ຮັບຜົນເສຍຫາຍຈາກອາຫານດັ່ງກ່າວ; -ມີສິດອື່ນໆຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.

...ມາດຕາ 39 ການບໍລິໂພກອາຫານ

ມາດຕາ 39 ການບໍລິໂພກອາຫານ ເພື່ອສຸຂະພາບຂອງຕົນຜູ້ບໍລິໂພກອາຫານຄວນປະຕິບັດດັ່ງນີ້: -ເລືອກອາຫານໃນແຕ່ລະໝວດທີ່ໄດ້ກໍານົດໄວ້ໃນມາດຕາ9,10,ແລະ11ຊຶ່ງສະໜອງອາຫານທີ່ປອດໄພແລະມີຄຸນນະພາບແກ່ການພັດທະນາຮ່າງກາຍແລະມັນສະໝອງແລະເຮັດໃຫ້ສຸຂະພາບແຂງແຮງ; -ປຸງແຕ່ງແລະຈັບບາຍອາຫານຢ່າງປອດໄພ,ປະຕິບັດຫ້າຫຼັກການກ່ຽວກັບອາຫານໃນທຸກເວລາຄື:ເກັບມ້ຽນຢ່າງສະອາດ,ແຍກອາຫານດີບອອກຈາກອາຫານສຸກ,ປຸງແຕ່ງໃຫ້ສຸກດີ,ເກັບຮັກສາໃນຄວາມຮ້ອນ,ຄວາມເຢັນທີ່ເໝາະສົມຕາມແຕ່ລະປະເພດຂອງອາຫານ,ນໍາໃຊ້ນໍ້າແລະວັດຖຸດິບທີ່ປອດໄພ;ປະຕິບັດຫຼັກການອະນາໄມທີ່ດີໃນທຸກຂັ້ນຕອນຂອງການປຸງແຕ່ງອາຫານ; -ບໍລິໂພກອາຫານທີ່ປອດໄພ,ມີຄຸນນະພາບ,ພຽງພໍດ້ານໂພຊະນາການແລະເໝາະສົມລວມທັງປະຕິບັດຫຼັກການອະນາໄມທີ່ດີ.

...ມາດຕາ 40 ພັນທະຂອງຜູ້ບໍລິໂພກ

ມາດຕາ 40 ພັນທະຂອງຜູ້ບໍລິໂພກ ຜູ້ບໍລິໂພກມີພັນທະລາຍງານໃຫ້ອົງການທີ່ກ່ຽວຂ້ອງຊາບກ່ຽວກັບການປຸງແຕ່ງ,ການຜະລິດ,ການບໍລິການ,ການເກັບຮັກສາ,ການຈໍາໜ່າຍ,ການນໍາເຂົ້າອາຫານທີ່ບໍ່ປອດໄພ,ປົນເປື້ອນ,ເຈືອປົນຫຼືໝົດອາຍຸການບໍລິໂພກຂອງຜູ້ດໍາເນີນທຸລະກິດ,ສະໜອງອາຫານແກ່ສັງຄົມເພື່ອໃຫ້ອົງການດັ່ງກ່າວມີມາດຕະການແກ້ໄຂ.

..ພາກທີ 6 ການຄຸ້ມຄອງແລະກວດກາອາຫານ


...ມາດຕາ 41 ອົງການຄຸ້ມຄອງແລະກວດກາອາຫານ

ມາດຕາ 41 ອົງການຄຸ້ມຄອງແລະກວດກາອາຫານ ອົງການຄຸ້ມຄອງແລະກວດກາອາຫານປະກອບດ້ວຍ: -ຂັ້ນສູນກາງແມ່ນກະຊວງສາທາລະນະສຸກ; -ຂັ້ນແຂວງແມ່ນພະແນກສາທາລະນະສຸກແຂວງ,ນະຄອນ; -ຂັ້ນເມືອງແມ່ນຫ້ອງການສາທາລະນະສຸກເມືອງ,ເທດສະບານ.

...ມາດຕາ 42 ພາລະບົດບາດຂອງອົງການຄຸ້ມຄອງແລະກວດກາອາຫານ

ມາດຕາ 42 ພາລະບົດບາດຂອງອົງການຄຸ້ມຄອງແລະກວດກາອາຫານ ອົງການຄຸ້ມຄອງແລະກວດກາອາຫານມີພາລະບົດບາດຄວບຄຸມຄຸນນະພາບອາຫານ,ຕິດຕາມ,ກວດກາ,ແນະນໍາກ່ຽວກັບກິດຈະກາອາຫານເປັນຕົ້ນແມ່ນອາຫານທີ່ສະໜອງໃຫ້ແກ່ສັງຄົມຊຶ່ງມີລັກສະນະທຸລະກິດການຄ້າ,ເສດຖະກິດຄອບຄົວແລະການບໍລິຈາກອາຫານ;ນອກຈາກນີ້ຍັງຕ້ອງແນະນໍາປະຊາຊົນທີ່ດໍາເນີນກິດຈະການອາຫານຊຶ່ງມີລັກສະນະຄອບຄົວໃຫ້ປະຕິບັດລະບຽບກົດໝາຍກ່ຽວກັບອາຫານແລະສົ່ງເສີມໃຫ້ສັງຄົມຜະລິດ,ບໍລິໂພກອາຫານທີ່ມີຄວາມປອດໄພແລະມີຄຸນນະພາບ.

...ມາດຕາ 43 ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ

ມາດຕາ 43 ສິດແລະໜ້າທີ່ຂອງກະຊວງສາທາລະນະສຸກ ໃນການຄຸ້ມຄອງແລະກວດກາອາຫານກະຊວງສາທາລະນະສຸກມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຄົນຄວ້ານະໂຍບາຍແລະແຜນຍຸດທະສາດກ່ຽວກັບວຽກງານຄຸ້ມຄອງແລະກວດກາອາຫານເພື່ອສະເໜີລັດຖະບານພິຈາລະນາ; 2.ຫັນເອົານະໂຍບາຍ,ແຜນການ,ມະຕິຕົກລົງຈາກລັດຖະບານກ່ຽວກັບວຽກງານຄຸ້ມຄອງແລະກວດກາອາຫານມາເປັນແຜນການ,ແຜນງານແລະໂຄງການລະອຽດຂອງຕົນພ້ອມກັນນັ້ນກໍ່ເປັນເຈົ້າການໃນການຈັດຕັ້ງປະຕິບັດ; 3.ສ້າງແລະປັບປຸງຂໍ້ກໍານົດກົດລະບຽບແລະມາດຕະຖານກ່ຽວກັບອາຫານ; 4.ຊີ້ນໍາດ້ານວິຊາສະເພາະແລະຕິດຕາມກວດກາການຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບວຽກງານຄຸ້ມຄອງແລະກວດກາອາຫານ; 5.ໂຈະຫຼືຍົກເລີກຂໍ້ຕົກລົງ,ຄໍາສັ່ງ,ຄໍາແນະນໍາແລະແຈ້ງການຂອງອົງການຄຸ້ມຄອງແລະກວດກາອາຫານຂັ້ນລຸ່ມທີ່ຂຶ້ນກັບຕົນຊຶ່ງຂັດກັບລະບຽບກົດໝາຍ; 6.ພິຈາລະນາແກ້ໄຂຄໍາຮ້ອງທຸກຫຼືຄໍາສະເໜີຂອງປະຊາຊົນກ່ຽວກັບຄຸນນະພາບ,ມາດຕະຖານອາຫານແລະວຽກງານຄຸ້ມຄອງແລະກວດກາອາຫານ; 7.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງກວດກາອາຫານເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບອາຫານທີ່ວາງອອກນັ້ນໄດ້ຖືກຈັດຕັ້ງປະຕິບັດຢ່າງມີປິສິດທິຜົນ; 8.ພັວພັນຮ່ວມມືກັບຕ່າງປະເທດແລະອົງການຈັດຕັ້ງສາກົນເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງແລະກວດກາອາຫານ; 9.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 44 ສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະຄອນ

ມາດຕາ 44 ສິດແລະໜ້າທີ່ຂອງພະແນກສາທາລະນະສຸກແຂວງ,ນະຄອນ ໃນການຄຸ້ມຄອງແລະກວດກາອາຫານພະແນກສາທາລະນະສຸກແຂວງ,ນະຄອນມີສິດແລະໜ້າທີ່ຕົ້ນຕໍດັ່ງນີ້: 1.ຫັນເອົານະໂຍບາຍ,ແຜນການ,ມະຕິຕົກລົງຂອງກະຊວງສາທາລະນະສຸກກ່ຽວກັບວຽກງານຄຸ້ມຄອງແລະກວດກາອາຫານມາເປັນແຜນການ,ແຜນງານແລະໂຄງການລະອຽດຕົນ; 2.ຈັດຕັ້ງປະຕິບັດນະໂຍບາຍແລະແຜນຍຸດທະສາດກ່ຽວກັບວຽກງານຄຸ້ມຄອງແລະກວດກາອາຫານທີ່ກະຊວງສາທາລະນະສຸກແລະຂອງຕົນວາງອອກ; 3.ຊີ້ນໍາຫ້ອງການສາທາລະນະສຸກເມືອງ,ເທດສະບານກ່ຽວກັບວຽກງານຄຸ້ມຄອງແລະກວດກາອາຫານ; 4.ຄຸ້ມຄອງ,ກວດກາແລະຄວບຄຸມຄຸນນະພາບອາຫານທີ່ຜະລິດ,ປຸງແຕ່ງ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກ,ບໍລິຈາກຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອໃຫ້ອາຫານມີຄຸນນະພາບແລະມາດຕະຖານ. 5.ຄຸ້ມຄອງແລະກວດກາການໂຄສະນາອາຫານພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 6.ແນະນໍາ,ເຜີຍແຜ່ຂໍ້ມູນຂ່າວສານແລະສົ່ງເສີມໃຫ້ສັງຄົມຜະລິດແລະບໍລິໂພກອາຫານທີ່ມີຄວາມປອດໄພແລະມີຄຸນນະພາບ; 7.ພິຈາລະນາແກ້ໄຂຄໍາຮ້ອງທຸກຫຼືຄໍາສະເໜີຂອງປະຊາຊົນກ່ຽວກັບຄຸນນະພາບ,ມາດຕະຖານອາຫານແລະວຽກງານຄຸ້ມຄອງແລະກວດກາອາຫານ; 8.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງກວດກາອາຫານເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບອາຫານທີ່ໄດ້ກໍານົດອອກນັ້ນໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; 9.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 45 ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງແລະເທດສະບານ

ມາດຕາ 45 ສິດແລະໜ້າທີ່ຂອງຫ້ອງການສາທາລະນະສຸກເມືອງແລະເທດສະບານ ໃນການຄຸ້ມຄອງແລະກວດກາອາຫານຫ້ອງການສາທາລະນະສຸກເມືອງແລະເທດສາບານມີສິດແລະໜ້າທີ່ຕົນຕໍດັ່ງນີ້: 1.ຈັດຕັ້ງປະຕິບັດນະໂຍບາຍແລະແຜນຍຸດທະສາດກ່ຽວກັບວຽກງານຄຸ້ມຄອງແລະກວດກາອາຫານທີ່ພະແນກສາທາລະນະສຸກແຂວງ,ນະຄອນວາງອອກ; 2.ຄຸ້ມຄອງ,ກວດກາຄຸນນະພາບແລະຕິດຕາມການໂຄສະນາອາຫານໃນຂອບເຂດຄວາມຮັບຜິດຊອບຂອງຕົນ; 3.ແນະນໍາ,ເຜີຍແຜ່ຂໍ້ມູນຂ່າວສານແລະສົ່ງເສີມໃຫ້ສັງຄົມຜະລິດແລະບໍລິໂພກອາຫານທີ່ມີຄວາມປອດໄພແລະມີຄຸນນະພາບ; 4.ພິຈາລະນາແຫ້ໄຂຄໍາຮ້ອງທຸກຫຼືຄໍາສະເໜີຂອງປະຊາຊົນກ່ຽວກັບຄຸນນະພາບ,ມາດຕະຖານອາຫານແລະວຽກງານຄຸ້ມຄອງແລະກວດກາອາຫານ; 5.ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງແລະກວດກາອາຫານເພື່ອເຮັດໃຫ້ລະບຽບກົດໝາຍກ່ຽວກັບອາຫານທີ່ວາງອອກນັ້ນໄດ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; 6.ປະຕິບັດສິດແລະໜ້າທີ່ອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

...ມາດຕາ 46 ການກວດກາອາຫານ

ມາດຕາ 46 ການກວດກາອາຫານ ການກວດກາອາຫານແມ່ນການກວດຜ່ານອາຫານ,ວັດຖຸດິບ,ການຜະລິດ,ການປຸງແຕ່ງ,ການຫຸ້ມຫໍ່,ການບໍລິການ,ການເກັບຮັກສາ,ການຈໍາໜ່າຍ,ການນໍາເຂົ້າ,ການສົ່ງອອກແລະການບໍລິຈາກອາຫານລວມທັງການທົດສອບຜະລິດຕະຜົນແລະຜະລິດຕະພັນອາຫານເລີ່ມແຕ່ການຜະລິດເບື້ອງຕົ້ນຈົນເຖິງຜະລິດຕະພັນສໍາເລັດຮູບເພື່ອເບິ່ງວ່າອາຫານນັ້ນບັນລຸໄດ້ຄຸນນະພາບ,ມາດຕະຖານຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍຫຼືບໍ່. ການກວດກາອາຫານແບ່ງອອກເປັນສາມປະເພດດັ່ງນີ້: -ການກວດກາຕາມລະບົບປົກກະຕິ; -ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ; -ການກວດກາແບບກະທັນຫັນ. ການກວດກາຕາມລະບົບປົກກະຕິແມ່ນການກວດກາທີ່ດໍາເນີນໄປຕາມແຜນການຢ່າງເປັນປະຈໍາແລະມີກໍານົດເວລາອັນແນ່ນອນ. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈໍາເປັນຊຶ່ງຜູ້ດໍາເນີນທຸລະກິດອາຫານທີ່ຈະຖືກກວດການັ້ນຕ້ອງໄດ້ຮັບແຈ້ງລ່ວງໜ້າ. ການກວດກາແບບກະທັນຫັນແມ່ນການກວດກາຢ່າງຮີບດ່ວນຊຶ່ງບໍ່ໄດ້ຈ້ງໃຫ້ຜູ້ດໍາເນີນທຸລະກິດອາຫານທີ່ຈະຖືກກວດກາຊາບລ່ວງໜ້າ. ໃນເວລາດໍາເນີນການກວດການັ້ນເຈົ້າໜ້າທີ່ກວດກາອາຫານຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

..ພາກທີ 7 ນະໂຍບາຍຕໍ່ຜູ້ມີຜົນງານແລະມາດຕະການຕໍ່ຜູ້ລະເມີດ


...ມາດຕາ 47 ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 47 ນະໂຍບາຍຕໍ່ຜູ້ມີຜົນງານ ບຸກຄົນຫຼືການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ຈະໄດ້ຮັບການຍ້ອງຍໍແລະປະຕິບັດນະໂຍບາຍຕ່າງໆຊຶ່ງລັດຖະບານເປັນຜູ້ກໍານົດລະອຽດ.

...ມາດຕາ 48 ມາດຕະການນຕໍ່ຜູ້ລະເມີດ

ມາດຕາ 48 ມາດຕະການນຕໍ່ຜູ້ລະເມີດ ບຸກຄົນຫຼືການຈັດຕັ້ງທີ່ສະໜອງອາຫານແກ່ສັງຄົມຫາກໄດ້ລະເມີດບົດບັນຍັດໃດໜຶ່ງຂອງກົດໝາຍສະບັບນີ້ຈະຖືກສຶກສາອົບຮົມ,ຖືກປັບໃໝຫຼືຖືກລົງໂທດທາງອາຍາແລ້ວແຕ່ກໍລະນີເບົາຫຼືໜັກລວມທັງໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ. ພະນັກງານຄຸ້ມຄອງແລະກວດກາອາຫານທີ່ໄດ້ມີຄວາມຜິດພາດໃນການປະຕິບັດໜ້າທີ່ຂອງຕົນເຊັ່ນ:ປະລະໜ້າທີ່ຂອງຕົນ,ສວຍໃຊ້ໜ້າທີ່ຕໍາແໜ່ງ,ໃຊ້ອໍານາດເກີນຂອບເຂດ,ຮັບສິນບົນຈະຖືກສຶກສາອົບຮົມ,ຖືກປະຕິບັດວິໄນຫຼືຖືກລົງໂທດທາງອາຍາຕາມແຕ່ກໍລະນີເບົາຫຼືໜັກ.

...ມາດຕາ 49 ມາດຕະການສຶກສາອົບຮົມ

ມາດຕາ 49 ມາດຕະການສຶກສາອົບຮົມ ບຸກຄົນຫຼືການຈັດຕັ້ງທີ່ສະໜອງອາຫານແກ່ສັງຄົມຫາກໄດ້ຜະລິດ,ປຸງແຕ່ງ,ບໍລິການເກັບຮັກສາ,ຈໍາໜ່າຍ,ນໍາເຂົ້າ,ສົ່ງອອກຫຼືບໍລິຈາກອາຫານທີ່ບໍ່ໄດ້ຄຸນນະພາບຊຶ່ງບໍ່ເປັນອັນຕະລາຍຫຼາຍຕໍ່ສຸຂະພາບຂອງພົນລະເມືອງຈະຖືກສຶກສາອົບຮົມ.

...ມາດຕາ 50 ມາດຕະຖານປັບໃໝ

ມາດຕາ 50 ມາດຕະຖານປັບໃໝ ບຸກຄົນຫຼືການຈັດຕັ້ງທີ່ໄດ້ກໍານົດໄວ້ໃນມາດຕາ49ຂອງກົດໝາຍສະບັບນີ້ຫາກຍັງສືບຕໍ່ລະເມີດຈະຖືກປັບໃໝ. ບຸກຄົນຫຼືການຈັດຕັ້ງຫາກສະໜອງອາຫານແກ່ສັງຄົມທີ່ບໍ່ມີຄວາມປອດໄພ,ບໍ່ໄດ້ມາດຕະຖານ,ເຈືອປົນ,ປົນເປື້ອນຫຼຶໝົດອາຍຸການບໍລິໂພກຈະຖືກປັບໃໝ. ສໍາລັບອັດຕາການປັບໃໝນັ້ນມີລະບຽບການສະເພາະຕ່າງຫາກ.

...ມາດຕາ 51 ມາດຕະການທາງແພ່ງ

ມາດຕາ 51 ມາດຕະການທາງແພ່ງ ບຸກຄົນຫຼືການຈັດຕັ້ງທີ່ສະໜອງອາຫານແກ່ສັງຄົມຫາກໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ບໍລິໂພກທີ່ເນື່ອງມາຈາກການຜະລິດ,ປຸງແຕ່ງ,ນໍາເຂົ້າ,ສົ່ງອອກ,ບໍລິການ,ເກັບຮັກສາ,ຈໍາໜ່າຍບໍລິຈາກອາຫານທີ່ບໍ່ມີຄວາມປອດໄພ,ບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະຖານ,ອາຫານເຈືອປົນ,ອາຫານປົນເປື້ອນຫຼືອາຫານໝົດອາຍຸການບໍລິໂພກຈະໄດ້ໃຊ້ແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນ.

...ມາດຕາ 52 ມາດຕະການທາງອາຍາ


...ມາດຕາ 52 ມາດຕະການທາງອາຍາ

ມາດຕາ 52 ມາດຕະການທາງອາຍາ ບຸກຄົນໃດທີ່ສະໜອງອາຫານແກ່ສັງຄົມຫ້າໄດ້ຜະລິດ,ປຸງແຕ່ງ,ນໍາເຂົ້າ,ສົ່ງອອກບໍລິການ,ເກັບຮັກາ,ຈໍາໜ່າຍ,ບໍລິຈາກອາຫານບໍ່ປອດໄພ,ບໍ່ມີອະນາໄມ,ບໍ່ມີຄຸນນະພາບ,ບໍ່ໄດ້ມາດຕະຖານ,ອາຫານເຈືອປົນ,ອາຫານປົນເປື້ອນຫຼືອາຫານໝົດອາຍຸການບໍລິໂພກທີ່ເປັນອັນຕະລາຍຕໍ່ຊີວິດຫຼືສຸຂະພາບຂອງຜູ້ບໍລິໂພກຈະຖືກລົງໂທດຕາມກົດໝາຍອາຍາ.

..ພາກທີ 8 ບົດບັນຍັດສຸດທ້າຍ


...ມາດຕາ 53 ການຈັດຕັ້ງປະຕິບັດ

ມາດຕາ 53 ການຈັດຕັ້ງປະຕິບັດ ລັດຖະບານແຫ່ງສປປລາວເປັນຜູ້ອອກດໍາລັດກໍານົດລະອຽດແລະຈັດຕັ້ງປະຕິບັດກົດໝາຍສະບັບນີ້.

...ມາດຕາ 54 ຜົນສັກສິດ

ມາດຕາ 54 ຜົນສັກສິດ ກົດໝາຍສະບັບນີ້ມີຜົນສັກສິດພາຍຫຼັງເກົ້າສິບວັນນັບແຕ່ວັນທີ່ປະທານປະເທດແຫ່ງສປປລາວອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ. ຂໍ້ກໍານົດ,ບົດບັນຍັດໃດທີ່ຂັດກັບກົດໝາຍສະບັບນີ້ລ້ວນແຕ່ຖືກຍົກເລີກ. ປະທານສະພາແຫ່ງຊາດ