ດໍາລັດວ່າດ້ວຍການປະກອບແລະຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານການນໍາລະດັບສູງ 2017

.ດໍາລັດວ່າດ້ວຍການປະກອບແລະຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານການນໍາລະດັບສູງ 2017

ດໍາລັດວ່າດ້ວຍການປະກອບແລະຄຸ້ມຄອງລົດປະຈໍາຕໍາ ແໜ່ງພະນັກງານການນໍາລະດັບສູງ ອີງຕາມກົດໝາຍວ່າດ້ວຍລັດຖະບານສະບັບປັບປຸງເລກທີ ຫົກສິບເກົ້າທັບສພຊ,ລົງວັນທີສິບຫ້າທັນວາສອງພັນສິບຫ້າ. ອີງຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດສະບັບປັບ ປຸງເລກທີເຈັດສິບເອັດທັບສພຊ,ລົງວັນທີສິບຫົກທັນວາສອງພັນສິບ ຫ້າ. ອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນສະບັບ ເລກທີເຈັດສິບສີ່ທັບສພຊ,ລົງວັນທີສິບແປດທັນວາສອງພັນສິບຫ້າ. ອີງຕາມມະຕິຕົກລົງຂອງກອງປະຊຸມລັດຖະບານເປີດກວ້າງສະບັບ ເລກທີສິບສອງທັບລບ,ລົງວັນທີຊາວທັນວາສອງພັນສິບຫົກ. ອີງຕາມການສະເໜີຂອງທ່ານຮອງນາຍົກລັດຖະມົນຕີ,ລັດ ຖະມົນຕີກະຊວງການເງິນສະບັບເລກທີສູນສູນໜຶ່ງຫ້າທັບກງ,ລົງວັນ ທີສີ່ມັງກອນສອງພັນສິບເຈັດ. ..ໝວດທີ1:ບົດບັນຢັດທົ່ວໄປ


...ມາດຕາ01:ຈຸດປະສົງ

ມາດຕາ01:ຈຸດປະສົງ ດໍາລັດສະບັບນີ້ກໍານົດລະບຽບການປະກອບແລະຄຸ້ມຄອງ ລົດປະຈໍາຕໍາແໜ່ງພະນັກງານການນໍາລະດັບສູງປະເພດໜຶ່ງຫາ ສີ່ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ ແກ້ອົງການຈັດຕັ້ງພັກ-ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງໃຫ້ມີຄວາມເປັນເອກະພາບແລະລວມສູນ;ອໍາ ນວຍຄວາມສະດວກແລະສ້າງເງື່ອນໄຂໃຫ້ພະນັກງານການນໍາ ລະດັບສູງເຮັດສໍາເລັດໜ້າທີ່ວຽກງານທີ່ພັກລັດແລະປະຊາຊົນ ມອບໝາຍໃຫ້.ແນໃສ່ປະຕິບັດນະໂຍບາຍປະຢັດແຫ່ງຊາດໃຫ້ ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ. ...ມາດຕາ02:ລົດປະຈໍາຕໍາແໜ່ງ

ມາດຕາ02:ລົດປະຈໍາຕໍາແໜ່ງ ລົດປະຈໍາຕໍາແໜ່ງແມ່ນຊັບສົມບັດລວມທີ່ການຈັດຕັ້ງ ຂອງລັດປະກອບໃຫ້ພະນັກງານການນໍາລະດັບສູງ,ຊຶ່ງດໍາລົງຕໍາ ແໜ່ງບໍລິຫານການປົກຄອງເປັນຜູ້ຄຸ້ມຄອງ-ນໍາໃຊ້ເຂົ້າໃນວຽກ ງານທາງລັດຖະການແລະບໍ່ອະນຸຍາດໃຫ້ນໍາໃຊ້ເຂົ້າໃນວຽກງານ ທຸລະກິດສ່ວນຕົວ. ...ມາດຕາ 03 ການອະທິບາຍຄໍາສັບ

ມາດຕາ 03 ການອະທິບາຍຄໍາສັບ 01 ການນໍາ ການນໍາໝາຍເຖິງພະນັກງານການນໍາລະດັບສູງທີ່ດໍາລົງຕໍາ ແໜ່ງນໍາພາ,ຄຸ້ມຄອງວຽກງານຕາມພາລະບົດບາດ,ສິດແລະ ໜ້າທີ່ຢູ່ອົງການຈັດຕັ້ງພັກ-ລັດ,ແນວລາວສ້າງຊາດ,ອົງການ ຈັດຕັ້ງມະຫາຊົນຂັ້ນສູງການ.

02 ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາລະ ດັບສູງປະເພດໜຶ່ງ ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາລະດັບ ສູງປະເພດໜຶ່ງປະກອບມີປະທານປະເທດຄວບຕໍາແໜ່ງເລຂາທິ ການໃຫຍ່,ປະທານປະເທດ,ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ,ປະທານສະພາແຫ່ງຊາດ,ນາຍົກລັດຖະມົນຕີແລະ ກໍາມະການກົມການເມືອງສູນກາງພັກ.

03 ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາລະ ດັບສູງປະເພດສອງ ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາລະດັບ ສູງປະເພດສອງປະກອບມີເລຂາທິການສູນກາງພັກ,ຮອງປະທານ ປະເທດ,ຮອງປະທານສະພາແຫ່ງຊາດແລະຮອງນາຍົກລັດຖະມົນ ຕີ.

04 ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາລະ ດັບສູງປະເພດສາມ ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາລະດັບ ສູງປະເພດສາມປະກອບມີກໍາມະການສູນກາງພັກ,ຫົວໜ້າຄະນະ ຂອງພັກ,ລັດຖະມົນຕີແລະຫົວໜ້າອົງການລັດທຽບເທົ່າກະຊວງ, ປະທານກໍາມາທິການແລະເລຂາທິການສະພາແຫ່ງຊາດ,ປະທານ ສານປະຊາຊົນສູງສຸດ,ຫົວໜ້າອົງການໄອຍະການປະຊາຊົນສູງ ສຸດ,ປະທານອົງການກວດສອບແຫ່ງລັດ,ຜູ້ວ່າການທະນາຄານ ແຫ່ງສປປລາວ,ປະທານສູນກາງແນວລາວສ້າງຊາດ,ປະທານຫຼື ເລຂາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ເລຂາຄະນະພັກນະ ຄອນຫຼວງ,ເລຂາຄະນະພັກແຂວງ,ເຈົ້າຄອງນະຄອນຫຼວງ,ເຈົ້າ ແຂວງ,ປະທານສະພາປະຊາຊົນຂັ້ນນະຄອນຫຼວງແລະຂັ້ນແຂວງ.

05 ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາ ລະດັບສູງປະເພດສີ່ ຕໍາແໜ່ງບໍລິຫານການປົກຄອງຂອງພະນັກງານການນໍາລະດັບ ສູງປະເພດສີ່ປະກອບມີກໍາມະການສໍາຮອງສູນກາງພັກ,ຮອງຫົວ ໜ້າຄະນະຂອງພັກ,ຮອງລັດຖະມົນຕີແລະຮອງຫົວໜ້າອົງການ ລັດທຽບເທົ່າກະຊວງ,ຮອງປະທານກໍາມາທິການແລະຮອງເລ ຂາທິການສະພາແຫ່ງຊາດ,ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ,ຮອງປະທານ ອົງການກວດສອບແຫ່ງລັດ,ຮອງຜູ້ວ່າການທະນາຄານແຫ່ງສປ ປລາວ,ຮອງປະທານສູນກາງແນວລາວສ້າງຊາດ,ຮອງປະທານ ຫຼືຮອງເລຂາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ຮອງເລຂາຄະ ນະພັກນະຄອນຫຼວງ,ຮອງເລຂາຄະນະພັກແຂວງ,ຮອງເຈົ້າຄອງ ນະຄອງຫຼວງແລະຮອງເຈົ້າແຂວງ. ...ມາດຕາ 04​ ຂອບເຂດການນໍາໃຊ້ດໍາລັດ

ມາດຕາ 04​ ຂອບເຂດການນໍາໃຊ້ດໍາລັດ ດໍາລັດສະບັບນີ້ໃຊ້ສໍາລັບພະນັກງານການນໍາລະດັບສູງ ປະເພດໜຶ່ງຫາສີ່ທີ່ດໍາລົງຕໍາແໜ່ງບໍລິຫານການປົກຄອງໃນອົງ ການຈັດຕັ້ງພັກ-ລັດ,ແນວລາວສ້າງຊາດ,ອົງການຈັດຕັ້ງມະຫາ ຊົນຂັ້ນສູນກາງໃນຂອບເຂດທົ່ວປະເທດ. ສໍາລັບການປະກອບແລະຄຸ້ມຄອງພາຫະນະສໍາລັບຕໍາ ແໜ່ງພະນັກງານບໍລິຫານລະດັບສູງແລະວິຊາການຕ່າງໆຈະມີ ການຄົ້ນຄວ້າສະເພາະຕ່າງຫາກ. ..ໝວດທີ2ການປະກອບ,ຄຸ້ມຄອງ,ນໍາໃຊ້ແລະບໍາລຸງຮັກສາລົດປະຈໍາຕໍາແໜ່ງ


...ມາດຕາ05:ລະບຽບການປະກອບ,ຄຸ້ມຄອງແລະນໍາໃຊ້ລົດປະຈໍາຕໍາແໜ່ງ

ມາດຕາ 05 : ລະບຽບການປະກອບ,ຄຸ້ມຄອງແລະນໍາໃຊ້ລົດ ປະຈໍາຕໍາແໜ່ງ ລະບຽບການປະກອບ,ຄຸ້ມຄອງແລະນໍາໃຊ້ລົດປະຈໍາຕໍາ ແໜ່ງແມ່ນໃຫ້ປະຕິບັດດັ່ງນີ້: 1.ເມື່ອການນໍາທ່ານໃດໜຶ່ງໄດ້ຮັບຕໍາແໜ່ງໃໝ່ໃຫ້ປະຕິບັດການ ປະກອບລົດປະຈໍາຕໍາແໜ່ງໂດຍອີງຕາມຕໍາແໜ່ງບໍລິຫານການ ປົກຄອງ; 2.ເມື່ອການນໍາທ່ານໃດໜຶ່ງພົ້ນຕໍາແໜ່ງຕ່າງໆທີ່ໄດ້ບັນຍັດໄວ້ ຢູ່ໃນມາດຕາສາມໃຫ້ປະຕິບັດການຖອນລົດປະຈໍາຕໍາແໜ່ງ(ລົດເກັງ)ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີທີ່ມີໜ້າທີ່ ຄຸ້ມຄອງ.ສໍາລັບການຖອນລົດປະຈໍາຕໍາແໜ່ງການນໍາລະດັບສູງ ປະເພດໜຶ່ງ,ສອງ,ສາມໃຫ້ຖອນຄືນຄັນໃດຄັນໜຶ່ງຕາມທີ່ໄດ້ບັນຍັດ ໄວ້ຢູ່ໃນມາດຕາຫົກຂອງດໍາລັດສະບັບນີ້.ສ່ວນທີ່ເຫຼືອໃຫ້ປະຕິບັດນະ ໂຍບາຍອື່ນໆ(ຕີລາຄາປະເມີນຂາຍຫຼືມອບເປັນຂອງຂວັນ)ໃຫ້ຜູ້ພົ້ນ ຕໍາແໜ່ງຕາມການຕົກລົງຂອງຂັ້ນເທິງ. 3.ການປະກອບແລະການນໍາໃຊ້ລົດປະຈໍາຕໍາແໜ່ງແມ່ນໃຫ້ດໍາ ເນີນຕາມລະບອບຕໍາແໜ່ງດຽວ,ຊຶ່ງເປັນຕໍາແໜ່ງສູງສຸດຂອງ ພະນັກງານການນໍາລະດັບສູງ(ສໍາລັບຜູ້ທີ່ຄວບຫຼາຍຕໍາແໜ່ງ). 4.ເມື່ອການນໍາທ່ານໃດໜຶ່ງໄດ້ຮັບການຊັບຊ້ອນ,ໝູນວຽນແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່ທີ່ເທົ່າກັບຕໍາແໜ່ງເກົ່າໃຫ້ສືບຕໍ່ນໍາໃຊ້ ລົດປະຈໍາຕໍາແໜ່ງຕາມທີ່ໄດ້ປະກອບໃຫ້ໃນຜ່ານມາ.ກໍລະນີທີ່ໄປ ຮັບໜ້າທີ່ໃໝ່ສູງກວ່າຫຼືຕໍ່າກວ່າຕໍາແໜ່ງເກົ່າໃຫ້ຖອນລົດຕາມທີ່ ໄດ້ປະກອບຜ່ານມາແລະໃຫ້ປະຕິບັດຕາມການປະກອບລົດປະຈໍາ ຕໍາແໜ່ງໃໝ່. ...ມາດຕາ 06 ການປະກອບລົດປະຈໍາຕໍາແໜ່ງ

ມາດຕາ 06 ການປະກອບລົດປະຈໍາຕໍາແໜ່ງ ການນໍາລະດັບສູງປະເພດໜຶ່ງໃຫ້ປະກອບລົດປະຈໍາຕໍາ ແໜ່ງຈໍານວນສາມຄັນດັ່ງນີ້: 1.ລົດປະຈໍາຕໍາແໜ່ງປະເພດລົດເກັງໜຶ່ງຄັນຄວາມແຮງບໍ່ເກີນ ສາມພັນຫ້າຮ້ອຍຊີຊີ. 2.ລົດສໍາຮອງປະເພດລົດຈິບໜຶ່ງຄັນຄວາມແຮງບໍ່ເກີນສີ່ພັນຫ້າ ຮ້ອຍຊີຊີ. 3.ລົດຮັບໃຊ້ປະເພດລົດກະບະສີ່ປະຕູໜຶ່ງຄັນຄວາມແຮງບໍ່ເກີນ ສາມພັນຫ້າຮ້ອຍຊີຊີ. 4.ປະກອບນໍ້າມັນແລ່ນວຽກພາຍໃນໃຫ້ທັງໝົດຫ້າຮ້ອຍລິດຕໍ່ໜຶ່ງ ເດືອນ.

ການນໍາລະດັບສູງປະເພດສອງໃຫ້ປະກອບລົດປະຈໍາຕໍາ ແໜ່ງຈໍານວນສອງຄັນດັ່ງນີ້: 1.ລົດປະຈໍາຕໍາແໜ່ງປະເພດລົດເກັງໜຶ່ງຄັນຄວາມແຮງບໍ່ເກີນ ສາມພັນຊີຊີ. 2.ລົດຮັບໃຊ້ປະເພດລົດຈິບໜຶ່ງຄັນຄວາມແຮງບໍ່ເກີນສີ່ພັນຫ້າ ຮ້ອຍຊີຊີ. 3.ປະກອບນໍ້າມັນແລ່ນວຽກພາຍໃນໃຫ້ທັງໝົດສາມຮ້ອຍຫ້າສິບ ລິດຕໍ່ໜຶ່ງເດືອນ.

ການນໍາລະດັບສູງປະເພດສາມໃຫ້ປະກອບລົດປະຈໍາຕໍາ ແໜ່ງຈໍານວນສອງຄັນດັ່ງນີ້: 1.ລົດປະຈໍາຕໍາແໜ່ງປະເພດລົດເກັງໜຶ່ງຄັນຄວາມແຮງບໍ່ເກີນ ສອງພັນຫ້າຮ້ອຍຊີຊີ. 2.ລົດຮັບໃຊ້ປະເພດລົດກະບະໜຶ່ງຄັນຄວາມແຮງບໍ່ເກີນສອງພັນ ຫ້າຮ້ອຍຊີຊີ. 3.ປະກອບນໍ້າມັນແລ່ນວຽກພາຍໃນໃຫ້ສາມຮ້ອຍລິດຕໍາໜຶ່ງ ເດືອນ.

ການນໍາລະດັບສູງປະເພດສີ່ໃຫ້ປະກອບລົດປະຈໍາຕໍາແໜ່ງ ຈໍານວນໜຶ່ງຄັ້ນດັ່ງນີ້: 1.ລົດປະຈໍາຕໍາແໜ່ງປະເພດລົດເກັງໜຶ່ງຄັນຄວາມແຮງບໍ່ເກີນ ສອງພັນຊີຊີ. 2.ປະກອບນໍາ້ມັນແລ່ນວຽກພາຍໃນໃຫ້ສອງຮ້ອຍລິດຕໍ່ໜຶ່ງເດືອນ.

ການນໍາລະດັບສູງປະເພດສາມແລະສີ່ໃຫ້ປະກອບເປັນລົດ ລວມຮັບໃຊ້ໃນການລົງເຄື່ອນໄຫວທ້ອງຖິ່ນຂອງອົງການຈັດຕັ້ງພັກ- ລັດຂັ້ນກະຊວງ,ອົງການລັດທຽບເທົ່າກະຊວງ,ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ,ອົງການປົກຄອງທ້ອງຖິ່ນຂັ້ນ ນະຄອນຫຼວງແລະຂັ້ນແຂວງອົງການລະບໍ່ເກີນສາມຄັນ. 1.ລົດຮັບໃຊ້ປະເພດລົດຈິບໜຶ່ງຄັນຄວາມແຮງບໍ່ເກີນສີ່ພັນຫ້າຮ້ອຍ ຊີຊີແລະປະເພດລົດຈິບສອງຄັນຄວາມແຮງບໍ່ເກີນສາມພັນຫ້າຮ້ອຍ ຊີຊີ. 2.ກໍລະນີທີ່ພາກສ່ວນໃດມີຫຼາຍກວ່ານີ້ໃຫ້ປະຕິບັດການຖອນເພື່ອປະ ກອບຫຼືຊື້ໃໝ່ໃຫ້ພາກສ່ວນອື່ນທີ່ບໍ່ມີ. 3.ມອບໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງຄຸ້ມຄອງແລະປົກປັກຮັກສາ ລວມໄວ້ຢູ່ສໍານັກງານອົງການຕົນ,ບໍ່ອະນຸຍາດປະກອບເປັນລົດປະ ຈໍາຕໍາແໜ່ງສະເພາະການນໍາ(ປະເພດສາມແລະສີ່)ທ່ານໃດ ໜຶ່ງອີກ. ...ມາດຕາ07:ການປະກອບລົດປະຈໍາຕໍາແໜ່ງ

ມາດຕາ07:ການປະກອບລົດປະຈໍາຕໍາແໜ່ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແລະກະຊວງ ການເງິນເປັນຜູ້ຄົ້ນຄວ້າປະອບ,ຖອນແລະຂຶ້ນບັນຊີຄຸ້ມຄອງລົດປະ ຈໍາຕໍາແໜ່ງການນໍາລະດັບສູງແຕ່ລະປະເພດ,ພ້ອມືັງອອກຄໍາແນະ ນໍາລະອຽດໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ໃຫ້ເປັນເອກະ ພາບໃນຂອບເຂດທົ່ວປະເທດແລະສອດຄ່ອງກັບສະພາບຕົວຈິງດ້ານ ເສດຖະກິດ-ການເງິນແລະຕໍາແໜ່ງພະນັກງານການນໍາລະດັບສູງ ໃນປະຈຸບັນຂອງປະເທດ. ...ມາດຕາ 08 ອາຍຸການນໍາໃຊ້ແລະການບໍາລຸງຮັກສາ

ມາດຕາ 08 ອາຍຸການນໍາໃຊ້ແລະການບໍາລຸງຮັກສາ ລົດປະຈໍາຕໍາແໜ່ງການນໍາທີ່ມີອາຍຸການນໍາໃຊ້ໂດຍສະ ເລ່ຍສິບປີຫຼືຮອດໄລຍະໜຶ່ງແສນຫ້າສິບພັນກິໂລແມັດໃຫ້ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີສົມທົບກັບກະຊວງການເງິນ ຊື້ໃໝ່,ຖອນ,ຈັດສັນ,ນໍາໃຊ້ເຂົ້າໃນເປົ້າໝາຍໃໝ່ແລະຊໍາລະສະ ສາງຕາມລະບຽບການ. ແຕ່ລະປີໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ການນໍາສັງກັດ ຢູ່ເປັນຜູ້ຮັບຜິດຊອບຂຶ້ນແຜນງົບປະມານບໍລຸງຮັກສາ,ສ້ອມແປງ, ຄຸ້ມຄອງແລະປົກປັກຮັກສາລົດປະຈໍາຕໍາແໜ່ງການນໍາຕາມລະ ບຽບການ. ..ໝວດທີ3:ການຕິດຕາມກວດກາແລະປະເມີນຜົນ


...ມາດຕາ09:ການກວດກາລົດປະຈໍາຕໍາແໜ່ງ

ມາດຕາ09:ການກວດກາລົດປະຈໍາຕໍາແໜ່ງ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕ່ແລະ ກະຊວງການເງິນປະສານສົມທົບກັບອົງການຈັດຕັ້ງທີ່ກ່ຽວຂອງດໍາ ເນີນການຕິດຕາມກວດກາຄືນການປະກອບລົດປະຈໍາຕໍາແໜ່ງໃນ ໄລຍະຜ່ານມາແລະຄົ້ນຄວ້າການປະກອບລົດປະຈໍາຕໍາແໜ່ງຄືນ ໃໝ່ໃຫ້ຖືກຕ້ອງຕາມດໍາລັດສະບັບນີ້ຢ່າງເຂັ້ມງວດ. ...ມາດຕາ10:ການປະເມີນຜົນ

ມາດຕາ10:ການປະເມີນຜົນ ອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ການນໍາສັງກັດຢູ່ເປັນຜູ້ຮັບ ຜິດຊອບໃນການປະເມີນຜົນການຈັດຕັ້ງປະຕິບັດການປະກອບລົດ ປະຈໍາຕໍາແໜ່ງພະນັກງານການນໍາລະດັບສູງແລະລາຍງານໃຫ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແລະກະຊວງການ ເງິນເພື່ອລາຍງານຕໍ່ລັດຖະບານແຕ່ລະໄລຍະ. ..ໝວດທີ4:ບົດບັນຍັດສຸດທ້າຍ


...ມາດຕາ11:ການຈັດຕັ້ງປະຕິບ

ມາດຕາ11:ການຈັດຕັ້ງປະຕິບັດ ພະນັກງານການນໍາລະດັບສູງປະເພດໜຶ່ງຫາສີ່ທີ່ດໍາລົງ ຕໍາແໜ່ງບໍລິຫານການປົກຄອງໃນອົງການຈັດຕັ້ງພັກ-ລັດ,ແນວລາວ ສ້າງຊາດ,ອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນຂອບເຂດທົ່ວປະ ເທດຈົ່ງຮັບຮູ້ແລະຈັດຕັ້ງປະຕິບັດດໍາລັດສະບັບນີ້ຢ່າງເຂັ້ມງວດ. ...ມາດຕາ12:ຜົນສັກສິດ

ມາດຕາ12:ຜົນສັກສິດ ດໍາລັດສະບັບນີ້ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນ ໄປ. ດໍາລັດສະບັບນີ້ປ່ຽນແທນດໍາລັດສະບັບເລກທີແປດສິບເອັດ ທັບນຍ,ລົງວັນທີເຈັດພຶດສະພາສອງພັນໜຶ່ງວ່າດ້ວຍການປະກອບ ແລະຄຸ້ມຄອງລົດປະຈໍາຕໍາແໜ່ງການນໍາ. ດໍາລັດຫຼືຂໍ້ກໍານົດອື່ນກ່ຽວກັບການປະກອບລົດປະຈໍາຕໍາ ແໜ່ງທີ່ຂັດກັບດໍາລັດສະບັບນີ້ລ້ວນແຕ່ຖືກລົບລ້າງ. ນາຍົກລັດຖະມົນຕີ ທອງລຸນສີສຸລິດ